ລັດຖະທໍາມະນູນແຫ່ງສປປລາວ 06-05-2003

From Wikisource
Jump to navigation Jump to search

.ລັດຖະທໍາມະນູນແຫ່ງສປປລາວ 06-05-2003


..ຄໍານໍາ

ນັບເປັນເວລາຫຼາຍພັນປີມາແລ້ວທີ່ບັນດາບັນພະບູລຸດຂອງ ຊາດລາວໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ເພື່ອ ການດໍາລົງຄົງຕົວແລະຂະຫຍາຍຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີ່ສິບສີ່ເປັນຕົ້ນມາ,ບັນພະບູລຸດຂອງພວກເຂົາ ໂດຍສະເພາະເຈົ້າຟ້າງຸ່ມໄດ້ພາປະຊາຊົນເຮົາກໍ່ຕັ້ງແລະສ້າງປະເທດ ລ້ານຊ້າງໃຫ້ເປັນເອກະພາບແລະຈະເລີນຮຸ່ງເຮືອງ. ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາ,ແຜ່ນດິນລາວໄດ້ ຖືກບັນດາອິດທິກໍາລັງພາຍນອກຈ້ອງມອງແລະຮຸກຮານຢູ່ສະເໝີ.ປະຊາ ຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານບໍ່ຍອມຈໍາ ນົນຂອງບັນພະບູລຸດແລະໄດ້ຕໍ່ສູ້ຢ່າງຕໍ່ເນື່ອງ,ໜຽວແໜ້ນເພື່ອກອບກູ້ ເອກະລາດ,ອິດສະລະພາບ. ນັບແຕ່ປີ 1930 ເປັນຕົ້ນມາພາຍໃຕ້ການນໍາພາອັນຖືກ ຕ້ອງຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນແລະພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ,ປະຊາຊົນລາວບັນດາເຜົ່າໄດ້ດໍາເນີນການຕໍ່ສູ້ອັນຫຍຸ້ງ ຍາກລໍາບາກ,ພິລະອາດຫານທີ່ເຕັມໄປດ້ວຍຄວາມເສຍສະລະຈົນສາ ມາດທັບມ້າງແອກຄອບຄອງ,ການກົດຂີ່ຂອງພວກລ່າເມືອງຂຶ້ນແລະ ລະບຽບສັກດີນາ,ປົດປ່ອຍປະເທດຊາດຢ່າງສົມບູນ,ສ້າງຕັ້ງປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ2ເດືອນທັນວາ ປີ1975,ອັນໄດ້ໄຂສັງກາດໃໝ່,ສັງກາດທີ່ປະເທດຊາດມີເອກະລາດ ແລະປະຊາຊົນໄດ້ມີອິດສະລະພາບຢ່າງແທ້ຈິງ. ພາຍລັງທີ່ປະເທດຊາດໄດ້ຮັບການປົດປ່ອຍມານີ້ປະຊາຊົນ ເຮົາໄດ້ພ້ອມກັນປະຕິບັດສອງນ້າທີ່ຍຸດທະສາດຄື:ປົກປັກຮັກສາແລະ ສ້າງສາປະເທດຊາດໂດຍສະເພາະແມ່ນການດໍາເນີນພາລະກິດປ່ຽນ ແປງໃໝ່ເພື່ອຂຸດຄົ້ນແລະເສີມຂະຫຍາຍກໍາລັງແຮງສັງລວມຂອງຊາດ ເຂົ້າໃນການສ້າງແລະບູລະນະລະບອບປະຊາທິປະໄຕປະຊາຊົນ,ສ້າງ ປະຖົມປັດໃຈກ້າວຂຶ້ນສູ່ລະບອບສັງຄົມນິຍົມ. ມາໃນໄລຍະໃໝ່ນີ້ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດເຮົາ ຕ້ອງມີລັດຖະທໍາມະນູນ.ລັດຖະທໍາມະນູນນີ້ແມ່ນລັດຖະທໍາມະນູນຂອງລະ ບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາຊຶ່ງໄດ້ຮັບຮູ້ຜົນງານອັນຍິ່ງ ໃຫຍ່ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ,ປົກປັກ ຮັກາແລະສ້າງສາປະເທດຊາດ;ກໍານົດລະບອບການເມືອງ,ເສດຖະກິດ- ສັງຄົມ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຕ່າງປະເທດ, ກໍານົດສິດແລະພັນທະພື້ນຖານຂອງພົນລະເມືອງ,ລະບົບການຈັດຕັ້ງກົງ ຈັກໃນໄລຍະໃໝ່.ໃນປະຫວັດສາດຂອງຊາດເຮົາເທື່ອນີ້ເປັນເທື່ອທໍາອິດ ທີ່ໄດກໍານົດສິດເປັນເຈົ້າຂອງປະຊາຊົນຢູ່ໃນກົດໝາຍພື້ນຖານຂອງຊາດ. ລັດຖະທໍາມະນູນສະບັບນີ້ແມ່ນໝັກຜົນລວມຍອດແຫ່ງສະຕິ ປັນຍາແລະການປະກອບຄວາມເຫັນຂອງປະຊາຊົນໃນທົ່ວປະເທດທີ່ສ່ອງ ແສງເຖິງເຈດຈໍານົງອັນຍາວນານແລະຄວາມຕັດສິນໃຈຢ່າງແຮງກ້າ ຂອງວົງຄະນະຍາດແຫ່ງຊາດທີ່ຈະພ້ອມກັນສູ້ຊົນຈົນບັນລຸຈຸດໝາຍສ້າງ ປະເທດລາວໃຫ້ເປັນປະເທດສັນຕິພາບ,ເອກະລາດ,ປະຊາທິປະໄຕ,ເອ ກະພາບແລະວັດທະນາຖາວອນ.

..ໝວດທີ 1 ລະບອບການເມືອງ


...ມາດຕາ 1

ມາດຕາ 1 ສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນປະເທດເອ ກະລາດ,ມີອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນລວມທັງເຂດ ນ່ານນໍ້າແລະນ່ານຟ້າ;ເປັນປະເທດເອກະພາບຂອງທຸກຊົນເຜົ່າທີ່ຕັດແຍກ ອອກຈາກກັນບໍ່ໄດ້.

...ມາດຕາ 2

ມາດຕາ 2 ລັດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແມ່ນ ລັດປະຊາທິປະໄຕປະຊາຊົນອໍານາດທັງໝົດເປັນຂອງປະຊາຊົນ,ໂດຍປະ ຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຊຶ່ງປະກອບດ້ວຍ ບັນດາຊັ້ນຄົນຢູ່ໃນສັງຄົມໂດຍແມ່ນກໍາມະກອນ,ກະສິກອນແລະນັກຮຽນ ຮູ້ປັນຍາຊົນເປັນຫຼັກແຫຼ່ງ.

...ມາດຕາ 3

ມາດຕາ 3 ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າໄດ້ຮັບ ການປະຕິບັດແລະຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນໍາ.

...ມາດຕາ 4 (ໃໝ່)

ມາດຕາ 4 (ໃໝ່) ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອໍາ ນາດແລະຜົນປະໂຫຍດຂອງຕົນຊຶ່ງມີຊື່ວ່າສະພາແຫ່ງຊາດ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນປະຕິບັດຕາມ ຫຼັກການທົ່ວໄປ,ສະເໝີພາບ,ໂດຍກົງແລະລົງຄະແນນສຽງປິດລັບ. ຜູ້ປ່ອນບັດເລືອກຕັ້ງມີສິດສະເໜີປົດຜູ້ແທນຂອງຕົນໄດ້ຖ້າຫາກ ເຫັນວ່າມີການປະພຶດຕົນບໍ່ສົມກຽດສັກສີແລະຂາດຄວາມໄວ້ວາງໃຈຈາກ ປະຊາຊົນ.

...ມາດຕາ 5

ມາດຕາ 5 ສະພາແຫ່ງຊາດແລະທຸກອົງການຂອງລັດໄດ້ຮັບການຈັດຕັ້ງ ແລະເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ.

...ມາດຕາ 6

ມາດຕາ 6 ລັດປົກປ້ອງສິດອິດສະລະພາບແລະສິດປະຊາທິປະໄຕຂອງປະ ຊາຊົນທີ່ບໍ່ມີໃຜຈະລ່ວງລະເມີດໄດ້.ທຸກອົງການແລະພະນັກງານຂອງລັດ ຕ້ອງໂຄສະນາອົບຮົມບັນດານະໂຍບາຍແລະລະບຽບກົດໝາຍໃຫ້ປະຊາ ຊົນແລະພ້ອມກັນຈັດຕັ້ງປະຕິບັດເພື່ອຮັບປະກັນສິດແລະຜົນປະໂຫຍດອັນ ຊອບທໍາຂອງປະຊາຊົນ,ຫ້າມທຸກການກະທໍາແບບອາດຍາສິດ,ຂົ່ມຂູ່ອັນ ຈະກໍ່ຄວາມເສຍຫາຍເຖິງກຽດສັກສີ,ຮ່າງກາຍ,ຊີວິດ,ຈິດໃຈແລະຊັບສົມ ບັດຂອງປະຊາຊົນ.

...ມາດຕາ 7

ມາດຕາ 7 ແນວລາວສ້າງຊາດ,ສະຫະພັນກໍາມະບານລາວ,ຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ,ສະຫະພັນແມ່ຍິງລາວແລະບັນດາອົງການຈັດ ຕັ້ງສັງຄົມເປັນບ່ອນເຕົ້າໂຮມຄວາມສາມັກຄີແລະປຸກລະດົມບັນດາຊັ້ນຄົນ ຂອງທຸກຊົນເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາແລະສ້າງສາປະເທດ ຊາດ,ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ,ປົກປັກຮັກສາສິດແລະຜົນ ປະໂຫຍດອັນຊອບທໍາຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ.

...ມາດຕາ 8

ມາດຕາ 8 ລັດປະຕິບັດນະໂຍບາຍສາມັກຄີແລະສະເໝີພາບລະຫວ່າງຊົນ ເຜົ່າຕ່າງໆ.ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ,ເສີມຂະຫຍາຍຮີດຄອງ ປະເພນີແລະວັດທະນະທໍາອັນດີງາມຂອງຕົນແລະຂອງຊາດ.ຫ້າມທຸກການ ກະທໍາແບ່ງແຍກແລະການປະພຶດຈໍາແນກລະຫວ່າງຊົນເຜົ່າ. ລັດປະຕິບັດທຸກມາດຕະການເພື່ອຂະຫຍາຍແລະຍົກລະດັບເສດ ຖະກິດ-ສັງຄົມຂອງທຸກຊົນເຜົ່າໃຫ້ສູງຂຶ້ນ.

...ມາດຕາ 9 (ໃໝ່)

ມາດຕາ 9 (ໃໝ່) ລັດເຄົາລົບແລະປົກປ້ອງການເຄື່ອນໄຫວອັນຖືກກົດ ໝາຍຂອງພຸດທະສາສະນິກະຊົນແລະສາສະນິກກະຊົນອື່ນ.ປຸກລະດົມສົ່ງ ເສີມພະພິກສຸສາມະເນນແລະນັກບາດຂອງສາສະໜາໃຫ້ເຂົ້າຮ່ວມໃນ ການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດແລະປະຊາຊົນ.ຫ້າມທຸກ ການກະທໍາທີ່ເປັນການແບ່ງແຍກສາສະໜາ,ແບ່ງແຍກປະຊາຊົນ.

...ມາດຕາ 10 (ໃໝ່)

ມາດຕາ 10 (ໃໝ່) ລັດຄຸ້ມຄອງສັງຄົມດ້ວຍລັດຖະທໍາມະນູນແລະກົດ ໝາຍ.ອົງການຈັດຕັ້ງຂອງພັກ-ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງ ມະຫາຊົນ,ອົງການຈັດຕັ້ງສົງຄົມແລະພັນລະເມືອງທຸກຄົນຕ້ອງເຄົາລົບ ແລະປະຕິບັດລັດຖະທໍາມະນູນແລະກົດໝາຍຢ່າງເຂັ້ມງວດ.

...ມາດຕາ 11 (ໃໝ່)

ມາດຕາ 11 (ໃໝ່) ລັດປະຕິບັດແນວທາງ,ນະໂຍບາຍປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນແລະຮອບດ້ານ;ປັບປຸງແລະກໍ່ສ້າງກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ,ມີຄວາມຈົງຮັກພັກ ດີຕໍ່ປະເທດຊາດແລະຕໍ່ປະຊາຊົນ,ມີຄວາມສາມາດປະຕິບັດໜ້າທີ່ປົກປັກຮັກ ສາໝາກຜົນຂອງການປະຕິວັດ,ຊີວິດ,ຊັບສິນແລະການອອກແຮງງານ ຂອງປະຊາຊົນ;ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດໃຫ້ ຮັ່ງມີເຂັ້ມແຂງ.

...ມາດຕາ 12

ມາດຕາ 12 ສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຕິບັດນະໂຍ ບາຍການຕ່າງປະເທດສັນຕິພາບ,ເອກະລາດ,ມິດຕະພາບແລະການຮ່ວມມື

ຂະຫຍາຍສາຍພົວພັນແລະການຮ່ວມມືກັບທຸກປະເທດບົນຫຼັກການຢູ່ຮ່ວມ

ກັນໂດຍສັນຕິ,ເຄົາລົບເອກະລາດ,ອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນ ຂອງກັນ,ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ,ສະເໝີພາບແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ສາທາລະນະລັດປະຊາທິປະໄຕປະຊາ ຊົນລາວສະໜັບສະໜູນການຕໍ່ສູ້ຂອງປະຊາຊົນໃນໂລກເພື່ອສັນຕິພາບ,ເອ ກະລາດແຫ່ງຊາດ,ປະຊາທິປະໄຕແລະຄວາມກ້າວໜ້າທາງສັງຄົມ.

..ໝວດທີ 2 ລະບອບເສດຖະກິດແລະສັງຄົມ


...ມາດຕາ 13 (ໃໝ່)

ມາດຕາ 13 (ໃໝ່) ເສດຖະກິດແຫ່ງຊາດຂອງສາທາລະນະລັດປະຊາທິ ປະໄຕປະຊາຊົນລາວແມ່ນເສດຖະກິດຫຼາຍພາກສ່ວນທີ່ຄົງຕົວຢ່າງຍາວ ນານຊຶ່ງລ້ວນແຕ່ໄດ້ຮັບການສົ່ງເສີມເພື່ອຂະຫຍາຍກໍາລັງການຜະລິດ, ເປີດກວ້າງການຜະລິດ,ທຸລະກິດແລການບໍລິການ,ຫັນເສດຖະກິດທໍາມະ ຊາດໄປສູ້ເສດຖະກິດສິນຄ້າ,ປະຕິບັດການຫັນເປັນອຸດສາຫະກໍາແລະການ ຫັນເປັນທັນສະໄໝ;ເຊື່ອມໂຍງກັບເສດຖະກິດຂອງພາກພື້ນແລະຂອງໂລກ, ເຮັດໃຫ້ເສດຖະກິດແຫ່ງຊາດມີສະຖຽນລະພາບແລະຂະຫຍາຍຕົວຢ່າງຕໍ່ ເນື່ອງ,ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງປະຊາ ຊົນໃຫ້ສູງຂຶ້ນ. ທຸກພາກສ່ວນເສດຖະກິດລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າ ກົດໝາຍແລະເຄື່ອນໄຫວຕາມກົດໄກເສດຖະກິດຕະຫຼາດ,ທັງແຂ່ງຂັນ ແລະຮ່ວມມືກັນຂະຫຍາຍການຜະລິດ,ທຸລະກິດພາຍໃຕ້ການດັດສົມຂອງ ລັດຕາມທິດສັງຄົມນິຍົມ.

...ມາດຕາ 14 (ໃໝ່)

ມາດຕາ 14 (ໃໝ່) ລັດສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການຜະລິດ,ທຸລະກິດແລະການບໍລິການ,ປະກອບສ່ວນເຂົ້າ ໃນການຫັນເປັນອຸດສາຫະກໍາແລະການຫັນເປັນທັນສະໄໝ,ເຮັດໃຫ້ເສດຖະ ກິດແຫ່ງຊາດເຕີບໃຫຍ້ເຂັ້ມແຂງ.

...ມາດຕາ 15 (ໃໝ່)

ມາດຕາ 15 (ໃໝ່) ລັດສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ,ສ້າງສິ່ງແວດລ້ອມອໍານວຍຄາວາມ ສະດວກໃຫ້ແກ່ການນໍາເອົາທຶນ,ເຕັກໂນໂລຊີແລະການຄຸ້ມຄອງທີ່ກ້າວໜ້າ ເຂົ້າສູ່ຂະບວນການຜະລິດ,ທຸລະກິດແລະການບໍລິການ. ຊັບສົມບັດແລະທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນຢູ່ສາ ທາລະນະລັດປະຊາທິປະໄຕປະຊາຊົນລາວຈະບໍ່ຖືກເກັບເກນ,ບໍ່ຖືກຍຶດຫຼື ໂອນເປັນຂອງລັດ.

...ມາດຕາ 16

ມາດຕາ 16 ລັດປົກປ້ອງແລະເສີມຂະຫຍາຍບັນດາຮູບການກໍາມະສິດ ຂອງລັດ,ຂອງລວມໝູ່,ເອກະເທດ,ເອກະຊົນພາຍໃນແລະຕ່າງປະເທດທີ່ ລົງທຶນຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

...ມາດຕາ 17 (ໃໝ່)

ມາດຕາ 17 (ໃໝ່) ລັດປົກປ້ອງສິດກ່ຽວກັບກໍາມະສິດ(ສິດຄອບຄອງ,ສິດ ນໍາໃຊ້,ສິດໄດ້ຮັບໝາກຜົນ,ສິດຊີ້ຂາດ)ແລະສິດສືບທອບຊັບສົມບັດຂອງ ການຈັດຕັ້ງແລະຂອງບຸກຄົນ.ສໍາລັບທີ່ດິນແມ່ນເປັນກໍາມະສິດຂອງວົງຄະ ນະຍາດແຫ່ງຊາດ,ລັດຮັບປະກັນສິດນໍາໃຊ້,ສິດໂອນແລະສິດສືບທອດຕາມ ກົດໝາຍ.

...ມາດຕາ 18 (ໃໝ່)

ມາດຕາ 18 (ໃໝ່) ລັດຄຸ້ມຄອງເສດຖະກິດຕາມກົນໄກເສດຖະກິດຕະ ຫຼາດທີ່ມີການດັດສົມຂອງລັດ,ປະຕິບັດຫຼັກການສົມທົບການຄຸ້ມຄອງລວມ ສູນເປັນເອກະພາບຂອງຂະແໜງການສູນກາງກັບການແບ່ງຄວາມຮັບ ຜິດຊອບຄຸ້ມຄອງໃຫ້ທ້ອງຖິ່ນຕາມລະບຽບກົດໝາຍ.

...ມາດຕາ 19

ມາດຕາ 19 ທຸກອົງການຈັດຕັ້ງແລະພົນລະເມືອງທຸກຄົນຕ້ອງປົກປັກຮັກ ສາສິ່ງແວດລ້ອມ,ປົກປັກຮັກສາຊັບພະຍາກອນທໍາມະຊາດ:ໜ້າດິນ,ພື້ນດິນ ,ປ່າໄມ້,ສັດ,ແຫຼ່ງນໍ້າແລະອາກາດ.

...ມາດຕາ 20 (ໃໝ່)

ມາດຕາ 20 (ໃໝ່) ສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຕິ ບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງເທດໂດຍ ນໍາໃຊ້ຮູບການສໍາພັນເສດຖະກິດແບບຫຼາຍທິດຫຼາຍຝ່າຍ,ຫຼາຍຮູບແບບບົນ ຫຼັກການເຄົາລົບເອກະລາດ,ອະທິປະໄຕຂອງກັນ,ສະເໝີພາບແລະຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

...ມາດຕາ 21 (ໃໝ່)

ມາດຕາ 21 (ໃໝ່) ລັດໃຫ້ຄວາມສໍາຄັນແກ່ການພັດທະນາເສດຖະກິດຕິດ ພັນກັບການພັດທະນາວັດທະນະທໍາ-ສັງຄົມໂດຍໃຫ້ບູລິມະສິດແກ່ການພັດ ທະນາຊັບພະຍາກອນມະນຸດ.

...ມາດຕາ 22 (ໃໝ່)

ມາດຕາ 22 (ໃໝ່) ລັດເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການສຶກ ສາ,ປະຕິບັດລະບອບການສຶກສາຊັ້ນປະຖົມແບບບັງຄັບເພື່ອສ້າງຄົນລາວ ໃຫ້ເປັນພົນລະເມືອງດີ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້ແລະຄວາມ ສາມາດ. ລັດແລະທົ່ວສັງຄົມຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ ມີຄຸນນະພາບ,ສ້າງໂອກາດແລະເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາ ຢ່າງທົ່ວເຖິງໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ,ຊົນເຜົ່າ, ແມ່ຍິງ,ເດັກນ້ອຍແລະຜູ້ດ້ອຍໂອກາດ. ລັດສົ່ງເສີມແລະຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະ ນາການສຶກສາແຫ່ງຊາດຕາມກົດໝາຍ.

...ມາດຕາ 23 (ໃໝ່)

ມາດຕາ 23 (ໃໝ່) ລັດສົ່ງເສີມການອະນຸລັກວັດທະນະທໍາທີ່ເປັນເອກະລັກ ແລະເປັນມູນເຊື້ອອັນດີງາມຂອງຊາດແລະຂອງຊົນເຜົ່າສົມທົບກັບການຮັບ ເອົາວັດທະນະທໍາທີ່ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ. ລົດສົ່ງເສີມການເຄື່ອນໄຫວວັດທະນະທໍາ,ສິນລະປະວັດນນະຄະ ດີ,ການປະດິດຄິດແຕ່ງ,ຄຸ້ມຄອງແລະປົກປັກຮັກສາມໍລະດົກທາງດ້ານວັດ ທະນະທໍາ,ປະຫວັດສາດແລະທໍາມະຊາດ,ບູລະນະປະຕິສັງຂອນວັດຖຸບູຮານ ແລະປູຊະນີຍະສະຖານ. ລັດເອົາໃຈໃສ່ປັບປຸງແລະຂະຫຍາຍວຽກງານສື່ມວນຊົນເພື່ອ ຮັບໃຊ້ພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ; ຫ້າມທຸກການເຄື່ອນໄຫວດ້ານວັດທະນະທໍາຫຼືນໍາໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ,ທໍາລາຍຮີດຄອງປະ ເພນີອັນດີງາມຫຼືກຽດສັກສີຂອງຄົນລາວ.

...ມາດຕາ 24 (ໃໝ່)

ມາດຕາ 24 (ໃໝ່) ລັດເອົາໃຈໃສ່ສົ່ງເສີມສະຕິປັນຍາແລະຫົວຄິດປະດິດ ສ້າງໃນວຽກງານການຄົ້ນຄວ້າແລະການນໍາໃຊ້ວິທະຍາສາດ-ເຕັກໂນໂລ ຢີ,ປົກປ້ອງຊັບສິນທາງປັນຍາໄປຄຽງຄູ່ກັບການບໍາລຸງແລະກໍ່ສ້າງນັກວິທະ ຍາສາດເພື່ອຊຸກຍູ້ການຫັນເປັນອຸດສາຫະກໍາແລະການຫັນເປັນທັນສະໄໝ.

...ມາດຕາ 25 (ໃໝ່)

ມາດຕາ 25 (ໃໝ່) ລັດເອົາໃຈໃສ່ປັບປຸງແລະຂະຫຍາຍວຽກງານສາທາ ລະນະສຸກເພື່ອຮັກສາສຸຂະພາບຂອງປະຊາຊົນ. ລັດແລະສັງຄົມຕັ້ງໜ້າກໍ່ສ້າງແລະປັບປຸງລະບົບການກັນພະ ຍາດແລະປິ່ນປົວຄົນເຈັບຢ່າງທົ່ວເຖິງ,ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນ ໄດ້ຮັບການເບິ່ແຍງດ້ານສຸຂະພາບໂດຍສະເພາະແມ່ນແມ່ແລະເດັກນ້ອຍ, ປະຊາຊົນຜູ້ທຸກຍາກແລະຜູ້ຢູ່ເຂດຫ່າງໄກສອກຫຼີກເພື່ອໃຫ້ທຸກຄົນມີສຸຂະ ພາບດີ. ລັດສົ່ງເສີມແລະຊຸກຍູ້ໃຫ້ເອກະຊົນລົງທຶນເປີດການບໍລິການ ດ້ານສາທາລະນະສຸກຕາມລະບຽບກົດໝາຍ. ຫ້າມທຸກການບໍລິການດ້ານສາທາລະນະສຸກທີ່ບໍ່ຖືກຕ້ອງຕາມ ລະບຽບກົດໝາຍ.

...ມາດຕາ 26 (ໃໝ່)

ມາດຕາ 26 (ໃໝ່) ລັດແລະສັງຄົມເອົາໃຈໃສ່ຊຸກຍູ້,ສົ່ງເສີມແລະລົງທຶນ ເຂົ້າໃນການກິລາກາຍຍະກໍາຂອງມະຫາຊົນນັບທັງປະເພດກິລາທີ່ເປັນມູນ ເຊື້ອອັນດີງາມຂອງເຜົ່າຕ່າງໆແລະກິລາສາກົນເພື່ອຍົກລະດັບຄວາມສາ ມາດດ້ານການກິລາໃຫ້ສູງຂຶ້ນ,ເສີມສ້າງກໍາລັງແລະສຸຂະພາບຂອງປະຊາ ຊົນ.

...ມາດຕາ 27 (ໃໝ່)

ມາດຕາ 27 (ໃໝ່) ລັດແລະສັງຄົມເອົາໃຈໃສ່ພັດທະນາສີມືແຮງງານ; ຍົກສູງວິໄນແຮງງານ,ສົ່ງເສີມວິຊາຊີບແລະວຽກເຮັດງານທໍາຂອງປະຊາ ຊົນ;ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ.

...ມາດຕາ 28 (ໃໝ່)

ມາດຕາ 28 (ໃໝ່) ລັດແລະສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດ ດີການສັງຄົມເປັນຢ່າງດີໂດຍສະເພາະຕໍ່ວິລະຊົນແຫ່ງຊາດ,ນັກຮົບແຂ່ງ ຂັນ,ພະນັກງານບໍານານ,ຜູ້ເສຍອົງຄະ,ຄອບຄົວຜູ້ເສຍສະລະຊີວິດເພື່ອພາ ລະກິດປະຕິວັດແລະຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

...ມາດຕາ 29 (ໃໝ່)

ມາດຕາ 29 (ໃໝ່) ລັດ,ສັງຄົມແລະຄອບຄົວເອົາໃຈໃສ່ປະຕິບັດນະໂຍ ບາຍພັດທະນາແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ປົກປ້ອງສິດແລະ ຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍ.

...ມາດຕາ 30 (ໃໝ່)

ມາດຕາ 30 (ໃໝ່) ລັດແລະສັງຄົມສົ່ງເສີມ,ພັດທະນາແລະເປີດກວ້າງ ການທ່ອງທ່ຽວວັດທະນະທໍາ,ປະຫວັດສາດແລະທໍາມະຊາດ. ຫ້າມການທ່ອງທ່ຽວທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທໍາ ອັນດີງາມຂອງຊາດຫຼືຂັດກັບລະບຽບກົດໝາຍຂອງສາທາລະນະລັດປະຊາ ທິປະໄຕປະຊາຊົນລາວ.

..ໝວດທີ 3 (ໃໝ່) ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ


...ມາດຕາ 31 (ໃໝ່)

ມາດຕາ 31 (ໃໝ່) ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໜ້າ ທີ່ຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເປັນພັນທະຂອງທຸກ ການຈັດຕັ້ງແລະພົນລະເມືອງລາວທຸກຄົນໃນການປົກປັກຮັກສາຄວາມເປັນ ເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ຊາດ;ປົກປັກຮັກສາຊີວິດແລະຊັບສິນຂອງປະຊາຊົນ,ຮັບປະກັນສະຖຽນລະ ພາບແລະຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ. ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງສົມທົບແໜ້ນ ກັບການພັດທະນາເສດຖະກິດ-ສັງຄົມ.

...ມາດຕາ 32 (ໃໝ່)

ມາດຕາ 32 (ໃໝ່) ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງ ເອົາໃຈໃສ່ປັບປຸງແລະກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ,ເຊີດຊູຄວາມ ຈົງຮັກພັກດີຕໍ່ປະເທດ,ເປັນກໍາລັງປະກອບອາວຸດຂອງປະຊາຊົນທີ່ມີທາດ ແທ້ປະຕິວັດ,ລະບຽບວິໄນເຂັ້ມງວດແລະມີແບບແຜນທັນສະໄໝ,ມີຄວາມ ສາມາດໃນການສູ້ຮົບສູງ;ເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາຄວາມ ໝັ້ນຄົງຂອງປະເທດຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ. ລັດເອົາໃຈໃສ່ປະກອບວັດຖຸອຸປະກອນ,ເຕັກນິກ,ເຕັກໂນໂລຊີ, ພາຫະນະ,ເຄື່ອງມືແລະຍົກລະດັບຄວາມຮູ້,ຄວາມສາມາດ,ວິຊາສະເພາະ, ຢຸດທະສິນແລະຢຸດທະວິທີຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນ.

...ມາດຕາ 33 (ໃໝ່)

ມາດຕາ 33 (ໃໝ່) ລັດແລະສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍ,ເບິ່ງ ແຍງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈແລະປະຕິບັດນະໂຍບາຍ ແນວຫຼັງຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອເພີ່ມທະວີ ຄວາມສາມາດໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດແລະຮັກ ສາຄວາມສະຫງົບຂອງສັງຄົມ. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງເອົາໃຈໃສ່ ຍົກສູງຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງ,ອອກແຮງສ້າງພະລາທິການກັບທີ່ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນແລະປະກອບສ່ວນໃນການສ້າງ ສາພັດທະນາປະເທດຊາດ.

..ໝວດທີ 4 ສິດແລະພັນທະພື້ນຖານຂອງພົນລະເມືອງ


...ມາດຕາ 34

ມາດຕາ 34 ພົນລະເມືອງລາວແມ່ນຜູ້ທີ່ມີສັນຊາດລາວຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍ.

...ມາດຕາ 35

ມາດຕາ 35 ພົນລະເມືອງລາວໂດຍບໍ່ຈໍາແນກຍິງຊາຍ,ຖານະທາງດ້ານ ສັງຄົມ,ລະດັບການສຶກສາ,ຄວາມເຊື່ອຖືແລະຊົນເຜົ່າລ້ວນແຕ່ມີຄວາມສະ ເໝີພາບຕໍ່ໜ້າກົດໝາຍ.

...ມາດຕາ 36 (ໃໝ່)

ມາດຕາ 36 (ໃໝ່) ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປມີ ສິດປ່ອນບັດເລືອກຕັ້ງແລະຜູ້ທີ່ມີອາຍຸແຕ່ຊາວເອັດປີຂຶ້ນໄປມີສິດສະໝັກຮັບ ເລືອກຕັ້ງເວັ້ນເສຍແຕ່ຜູ້ເປັນບ້າ,ເສຍຈິດແລະຜູ້ທີ່ຖືກສານຕັດສິນປົດສິດ ເລືອກຕັ້ງແລະສະໝັກຮັບເລືອກຕັ້ງ.

...ມາດຕາ 37

ມາດຕາ 37 ພົນລະເມືອງລາວຍິງຊາຍມີສິດເທົ່າທຽມກັນໃນດານການ ເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມແລະຄອບຄົວ.

...ມາດຕາ 38

ມາດຕາ 38 ພົນລະເມືອງລາວມີສິດໄດ້ຮັບການສຶກສາຮໍ່າຮຽນ,ຍົກສູງ ຄວາມກ້າວໜ້າ.

...ມາດຕາ 39 (ໃໝ່)

ມາດຕາ 39 (ໃໝ່) ພົນລະເມືອງລາວມີສິດເຮັດວຽກແລະປະກອບອາຊີບ ທີ່ບໍ່ຂັດກັດກົດໝາຍ.ຜູ້ອອກແຮງງານມີສິດໄດ້ຮັບການພັກຜ່ອນ,ໄດ້ຮັບ ການປິ່ນປົວໃນເວລາເຈັບເປັນ,ໄດ້ຮັບການຊ່ວຍເຫຼືອໃນກໍລະນີທີ່ໝົດຄວາມ ສາມາດອອກແຮງງານ,ເສຍອົງຄະ,ໃນເວລາເຖົ້າແກ່ແລະໃນກໍລະນີອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 40

ມາດຕາ 40 ພົນລະເມືອງລາວມີສິດເສລີພາບໃນການຕັ້ງພູມລໍາເນົາແລະ ໃນການໄປມາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 41(ໃໝ່)

ມາດຕາ 41(ໃໝ່) ພົນລະເມືອງລາວມີສິດຮ້ອງທຸກ,ຮ້ອງຟ້ອງແລະສະເໜີ ຄວາມເຫັນຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດແລະຜົນ ປະໂຫຍດລວມຫຼືສິດແລະຜົນປະໂຫຍດສະເພາະຂອງຕົນ. ຄໍາຮ້ອງທຸກ,ຄໍາຮ້ອງຟ້ອງແລະຄວາມເຫັນຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາແລະແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 42 (ໃໝ່)

ມາດຕາ 42 (ໃໝ່) ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລ່ວງລະເມີດ ໄດ້ທາງດ້ານຮ່າງກາຍ,ກຽດສັກສີແລະເຄຫະສະຖານ.ພົນລະເມືອງລາວ ຈະບໍ່ຖືກຈັບຕົວຫຼືກວດຄົ້ນເຄຫະສະຖານຖ້າຫາກບໍ່ມີຄໍາສັ່ງຂອງໄອຍະການ ຫຼືສານປະຊາຊົນເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 43

ມາດຕາ 43 ພົນລະເມືອງລາວມີສິດເສລີພາບໃນການເຊື່ອຖືຫຼືບໍ່ເຊື່ອຖືສາ ສະໜາ.

...ມາດຕາ 44

ມາດຕາ 44 ພົນລະເມືອງລາວມີສິດເສລີພາບໃນການປາກເວົ້າ,ຂີດຂຽນ ,ໂຮມຊຸມນຸມ,ຈັດຕັ້ງສະມາຄົມແລະເດີນຂະບວນທີ່ບໍ່ຂັດກັບລະບຽບກົດ ໝາຍ.

...ມາດຕາ 45

ມາດຕາ 45 ພົນລະເມືອງລາວມີສິດເສລີພາບໃນການຄົ້ນຄວ້າແລະນໍາໃຊ້ ຄວາມກ້າວໜ້າທາງດ້ານວິທະຍາສາດ,ເຕັກນິກແລະເຕັກໂນໂລຊີ,ປະດິດ ສ້າງສິນລະປະວັນນະຄະດີແລະດໍາເນີນການເຄື່ອນໄຫວວັດທະນະທໍາທີ່ບໍ່ຂັດ ກັບລະບຽບກົດໝາຍ.

...ມາດຕາ 46

ມາດຕາ 46 ລັດປົກປ້ອງສິດແລະຜົນປະໂຫຍດອັນຖືກກົດໝາຍຂອງພົນລະ ເມືອງລາວທີ່ຢູ່ຕ່າງປະເທດ.

...ມາດຕາ 47

ມາດຕາ 47 ພົນລະເມືອງລາວມີພັນທະເຄົາລົບລັດຖະທໍາມະນູນແລະກົດ ໝາຍ,ປະຕິບັດລະບຽບການອອກແຮງງານ,ລະບຽບການດໍາເລົງຊີວິດ ຂອງສັງຄົມແລະຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ. ...ມາດຕາ 48

ມາດຕາ 48 ພົນລະເມືອງລາວມີພັນທະເສຍພາສີແລະສ່ວຍສາອາກອນ ຕາມລະບຽບກົດໝາຍ.

...ມາດຕາ 49

ມາດຕາ 49 ພົນລະເມືອງລາວມີພັນທະປົກປັກຮັກສາປະເທດຊາດແລະ ປ້ອງກັນຄວາມສະຫງົບ,ປະຕິບັດພັນທະການທະຫານຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ.

...ມາດຕາ 50

ມາດຕາ 50 ຊາວຕ່າງດ້າວແລະຜູ້ບໍ່ມີສັນຊາດກໍ່ມີສິດໄດ້ຮັບການປົກປ້ອງ ສິດແລະເສລີພາບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຂອງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ,ມີສິດຮ້ອງຟ້ອງຕໍ່ສານແລະອົງການທີ່ກ່ຽວ ຂ້ອງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ,ມີພັນທະເຄົາລົບ ລັດຖະທໍາມະນູນແລະກົດໝາຍຂອງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວ.

...ມາດຕາ 51

ມາດຕາ 51 ສາທາລະນະລັດປະຊາທິປະໄຕປະຊາຊົນລາວອະນຸຍາດການ ລີ້ໄພໃຫ້ແກ່ຄົນຕ່າງປະເທດທີ່ຖືກປາບປາມຍ້ອນໄດ້ທໍາການຕໍ່ສູ້ເພື່ອິດສະ ລະພາບ,ຄວາມເປັນທໍາ,ສັນຕິພາບແລະພາລະກິດວິທະຍາສາດ.

..ໝວດທີ 5 ສະພາແຫ່ງຊາດ


...ມາດຕາ 52 (ໃໝ່)

ມາດຕາ 52 (ໃໝ່) ສະພາແຫ່ງຊາດແມ່ນອົງການຕົວແທນແຫ່ງສິດອໍາ ນາດແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ,ເປັນອົງການອໍານາດ ແຫ່ງລັດແລະທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງບັນຫາພື້ນຖານຂອງ ປະເທດຊາດ,ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິການ,ສານ ປະຊາຊົນແລະອົງການໄອຍະການປະຊາຊົນ.

...ມາດຕາ 53 (ໃໝ່)

ມາດຕາ 53 (ໃໝ່) ສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ສ້າງ,ຮັບຮອງເອົາຫຼືປ່ຽນແປງລັດຖະທໍາມະນູນ; 2. ພິຈາລະນາ,ຮັບຮອງເອົາ,ປ່ຽນແປງຫຼືລົບລ້າງກົດໝາຍ; 3. ພິຈາລະນາຮັບຮອງເອົາການກໍານົດ,ການປ່ຽນແປງຫຼືລຶບ ລ້າງພາສີແລະສ່ວຍສາອາກອນ; 4. ພິຈາລະນາ,ຮັບຮອງເອົາແຜນຍຸດທະສາດແຫ່ງການພັດ ທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຜ່ງລັດ; 5. ເລືອກຕັ້ງຫຼືປົດຕໍາແໜ່ງປະທານ,ຮອງປະທານແລະກໍາມະ ການຄະນະປະຈໍາສະພາແຫ່ງຊາດ; 6. ເລືອກຕັ້ງຫຼືປົດຕໍາແໜ່ງປະທານປະເທດແລະຮອງປະທານ ປະເທດຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; 7. ພິຈາລະນາ,ຮັບຮອງເອົາການສະເໜີແຕ່ງຕັ້ງຫຼືປົດຕໍາ ແໜ່ງນາຍົກລັດຖະມົນຕີຕາມການສະເໜີຂອງປະທານປະເທດ,ພິຈາລະນາ ,ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ,ການແຕ່ງຕັ້ງ,ການຍົກ ຍ້າຍຫຼືການປົດຕໍາແໜ່ງສະມາຊິກລັດຖະບານຕາມການສະເໜີຂອງນາຍົກ ລັດຖະມົນຕີ; 8. ເລືອກຕັ້ງຫຼືປົດຕໍາແໜ່ງປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດຕາມການສະເໜີຂອງປະທານປະເທດ; 9. ຕົກລົງສ້າງຕັ້ງຫຼືຍຸບເລີກກະຊວງ,ອົງການທຽບເທົ່າກະ ຊວງ,ແຂວງແລະນະຄອນ,ຕົກລົງເຂດແດນຂອງແຂວງແລະນະຄອນຕາມ ການສະເໜີຂອງນາຍົກລັດຖະມົນຕີ; 10. ຕົກລົງໃຫ້ນິລະໂທດກໍາ; 11. ຕົກລົງໃຫ້ສັດຕະຍາບັນຫຼືລົບລ້າງສົນທິສັນຍາ,ສັນຍາທີ່ ໄດ້ເຊັນກັບຕ່າງປະເທດຕາມກົດໝາຍ; 12. ຕົກລົງບັນຫາສົງຄາມຫຼືສັນຕິພາບ; 13. ຕິດຕາມກວດກາການເຄົາລົບແລະປະຕິບັດລັດຖະທໍາ ມະນູນແລະກົດໝາຍ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາ 54 (ໃໝ່)

ມາດຕາ 54 (ໃໝ່) ສະພາແຫ່ງຊາດແຕ່ລະຊຸດມີອາຍຸການຫ້າປີ ສະມາຊິກສະພາແຫ່ງຊາດແມ່ນພົນລະເມືອງລາວເປັນຜູ້ເລືອກ ຕັ້ງຕາມລະບຽບການທີ່ໄດ້ກໍານົດໄວ້ໃນກົດໝາຍ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ຕ້ອງໃຫ້ແລ້ວ ຢ່າງຊ້າຫົກສິບວັນກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ. ໃນກໍລະນີທີ່ເກີດສົງຄາມຫຼືດ້ວຍສາຍເຫດອື່ນຊຶ່ງກໍ່ຄວາມຫຍຸ້ງ ຍາກໃຫ້ແກ່ການເລືອກຕັ້ງນັ້ນສະພາແຫ່ງຊາດອາດຈະຕໍ່ອາຍຸການຂອງ ຕົນກໍ່ໄດ້ແຕ່ຕ້ອງດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນຫົກເດືອນພາຍຫຼັງສະພາບການໄດ້ກັບຄືນສູ່ປົກກະຕິ. ໃນກໍລະນີທີ່ມີຄວາມຈໍາເປັນສະພາແຫ່ງຊາດຈະດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນການໝົດອາຍຸການຂອງຕົນກໍ່ໄດ້ ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາ ຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ.

...ມາດຕາ 55

ມາດຕາ 55 ສະພາແຫ່ງຊາດເລືອກຕັ້ງຄະນະປະຈໍາຂອງຕົນຊຶ່ງປະກອບ ດ້ວຍປະທານ,ຮອງປະທານແລະກໍາມະການຈໍານວນໜຶ່ງ. ປະທານແລະຮອງປະທານສະພາແຫ່ງຊາດເປັນທັງປະທານ ແລະຮອງປະທານຄະນະປະຈໍາສະພາແຫ່ງຊາດ.

...ມາດຕາ 56 (ໃໝ່)

ມາດຕາ 56 (ໃໝ່) ຄະນະປະຈໍາສະພາແຫ່ງຊາດແມ່ນອົງການປະຈໍາ ການຂອງສະພາແຫ່ງຊາດປະຕິບັດໜ້າທີ່ແທນສະພາແຫ່ງຊາດໃນເວລາ ທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ. ຄະນະປະຈໍາສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ກະກຽມກອງປະຊຸມສະພາແຫ່ງຊາດແລະຮັບປະກັນໃຫ້ສະ ພາແຫ່ງຊາດປະຕິບັດແຜນການທີ່ໄດ້ກໍານົດໄວ້; 2. ຕີຄວາມໝາຍແລະອະທິບາຍລັດຖະທໍາມະນູນແລະກົດ ໝາຍຕ່າງໆ; 3. ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນແລະອົງການໄອຍະການປະຊາຊົນໃນເວລາທີ່ສະພາແຫ່ງ ຊາດບໍ່ໄດ້ເປີດກອງປະຊຸມ; 4. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ພິພາກສາຂອງສານປະ ຊາຊົນທຸກຂັ້ນແລະຜູ້ພິພາກສາຂອງສານທະຫານ; 5. ຣຽກໂຮມກອງປະຊຸມສະພາແຫ່ງຊາດ; 6. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາ 57

ມາດຕາ 57 ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງ ເທື່ອໂດຍແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮຽກໂຮມ. ຄະນະປະຈໍາສະພາແຫ່ງຊາດອາດຈະຮຽກໂຮມກອງປະຊຸມ ສະໄໝວິສາມັນກໍ່ໄດ້ຖ້າຫາກເຫັນວ່າມີຄວາມຈໍາເປັນ.

...ມາດຕາ 58

ມາດຕາ 58 ກອງປະຊຸມສະພາແຫ່ງຊາດຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີສະ ມາຊິກສະພາແຫ່ງຊາດເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາ ຊິກສະພາແຫ່ງຊາດທັງໝົດ. ມະຕິຂອງກອງປະຊຸມສະພາແຫ່ງຊາດຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າຮ່ວມ ກອງປະຊຸມເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 54,66 ແລະ ມາດຕາ 97 ຂອງລັດຖະທໍາມະນູນ.

...ມາດຕາ 59 (ໃໝ່)

ມາດຕາ 59 (ໃໝ່) ອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງຮ່າງ ກົດໝາຍມີດັ່ງນີ້: 1. ປະທານປະເທດ; 2. ຄະນະປະຈໍາສະພາແຫ່ງຊາດ; 3. ລັດຖະບານ; 4. ສານປະຊາຊົນສູງສຸດ; 5. ອົງການໄອຍະການປະຊາຊົນສູງສຸດ; 6. ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ;

...ມາດຕາ 60

ມາດຕາ 60 ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນຕ້ອງ ໄດ້ປະກາດໃຊ້ໂດຍປະທານປະເທດຢ່າງຊ້າບໍ່ໃຫ້ເກີນສາມສິບວັນນັບແຕ່ ວັນໄດ້ຮັບຮອງເປັນຕົ້ນໄປ.ໃນໄລຍະເວລາດັ່ງກ່າວນັ້ນປະທານປະເທດມີ ສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່.ກົດໝາຍທີ່ໄດ້ນໍາອອກ ພິຈາລະນາຄືນໃໝ່ນັ້ນຖ້າວ່າສະພາແຫ່ງຊາດຫາກຍັງຕົກລົງຢັ້ງຢືນເອົາ ຕາມເດີມແລ້ວປະທານປະເທດກໍ່ຕ້ອງປະກາດໃຊ້ພາຍໃນກໍານົດສິບຫ້າວັນ.

...ມາດຕາ 61

ມາດຕາ 61 ບັນດາບັນຫາທີ່ກ່ຽວພັນເຖິງຊາຕາກໍາຂອງປະເທດຊາດ ແລະຜົນປະໂຫຍດອັນໃຫຍ່ຫຼວງຂອງປະຊາຊົນຕ້ອງຜ່ານສະພາແຫ່ງຊາດ ຫຼືຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເຜີດກອງ ປະຊຸມ.

...ມາດຕາ 62 (ໃໝ່)

ມາດຕາ 62 (ໃໝ່) ສະພາແຫ່ງຊາດສ້າງຕັ້ງບັນດາກໍາມາທິການຂອງ ຕົນຊຶ່ງມີໜ້າທີ່ພິຈາລະນາຮ່າງກົດໝາຍແລະຮ່າງລັດຖະບັນຍັດແລ້ວນໍາ ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດແລະປະທານປະເທດພ້ອມທັງຊ່ວຍ ສະພາແຫ່ງຊາດແລະຄະນະປະຈໍາສະພາແຫ່ງຊາດປະຕິບັດສິດກວດກາ ການເຄື່ອນໄຫວຂອງອົງການບໍລິຫານ,ສານປະຊາຊົນແລະອົງການໄອຍະ ການປະຊາຊົນ.

...ມາດຕາ 63 (ໃໝ່)

ມາດຕາ 63 (ໃໝ່) ສະມາຊິກສະພາແຫ່ງຊາດມີສິດຊັກຖາມນາຍົກລັດຖະ ມົນຕີຫຼືສະມາຊິກລັດຖະບານ,ປະທານສານປະຊາຊົນສູງສຸດແລະໄອຍະ ການປະຊາຊົນສູງສຸ.ບຸກຄົນທີ່ຖືກຊັກຖາມນັ້ນຕ້ອງຊີ້ແຈ້ງຕໍ່ກອງປະຊຸມສະ ພາແຫ່ງຊາດດ້ວຍວາຈາຫຼືເປັນລາຍລັກອັກສອນ.

...ມາດຕາ 64

ມາດຕາ 64 ສະມາຊິກສະພາແຫ່ງຊາດຈະບໍ່ຖືກດໍາເນີນຄະດີຫຼືກັກຂັງຖ້າ ຫາກບໍ່ໄດ້ຮັບຄວາມເຫັນດີຂອງສະພາແຫ່ງຊາດຫຼືຂອງຄະນະປະຈໍາສະພາ ແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ. ໃນກໍລະນີທີ່ມີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນນັ້ນອົງການທີ່ ກັກຂັງສະມາຊິກສະພາແຫ່ງຊາດຕ້ອງລາຍງານທັນທີໃຫ້ສະພາແຫ່ງຊາດ ຫຼືຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງ ປະຊຸມເພື່ອພິຈາລະນາຕົກລົງ.ການສືບສວນ-ສອບສວນບໍ່ເປັນສາຍເຫດພາ ໃຫ້ສະມາຊິກສະພາແຫ່ງຊາດທີ່ຖືກດໍາເນີນຄະດີນັ້ນຂາດປະຊຸມສະພາແຫ່ງ ຊາດ.

..ໝວດທີ 6 ປະທານປະເທດ


...ມາດຕາ 65

ມາດຕາ 65 ປະທານປະເທດເປັນປະມຸກລັດແຫ່ງສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ,ເປັນຜູ້ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າທັງຢູ່ ພາຍໃນແລະຕໍ່ຕ່າງປະເທດ.

...ມາດຕາ 66 (ໃໝ່)

ມາດຕາ 66 (ໃໝ່) ປະທານປະເທດແມ່ນສະພາແຫ່ງຊາດເປັນຜູ້ເລືອກ ຕັ້ງໂດຍໄດ້ຮັບຄະແນນສຽງຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາ ຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການເທົ່າກັບອາຍຸການຂອງສະພາ ແຫ່ງຊາດ.

...ມາດຕາ 67 (ໃໝ່)

ມາດຕາ 67 (ໃໝ່) ປະທານປະເທດມີສິດແລະໜ້າທີ່ດັ່ງນີ້: 1. ປະກາດໃຊ້ລັດຖະທໍາມະນູນແລະກົດໝາຍທີ່ສະພາແຫ່ງ ຊາດໄດ້ຕົກລົງຮັບຮອງເອົາແລ້ວ.ອອກລັດຖະບັນຍັດແລະລັດຖະດໍາລັດ; 2. ສະເໜີການແຕ່ງຕັ້ງຫຼືປົດຕໍາແໜ່ງນາຍົກລັດຖະມົນຕີຕໍ່ ພະພາແຫ່ງຊາດເພື່ອພິຈາລະນາຕົກລົງ; 3. ແຕ່ງຕັ້ງຫຼືປົດຕໍາແໜ່ງນາຍົກລັດຖະມົນຕີ,ແຕ່ງຕັ້ງ,ຍົກ ຍ້າຍຫຼືປົດຕໍາແໜ່ງສະມາຊິກລັດຖະບານພາຍຫຼັງທີ່ສະພາແຫ່ງຊາດໄດ້ ຮັບຮອງເອົາແລ້ວ; 4.​ ແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະທານສານປະຊາຊົນສູງ ສຸດຕາມການສະເໜີຂອງປະທານສານປະຊາຊົນສູງສຸດ,ແຕ່ງຕັ້ງຫຼືປົດຕໍາ ແໜ່ງຮອງໄອຍະການປະຊາຊົນສູງສຸດຕາມການສະເໜີຂອງໄອຍະການ ປະຊາຊົນສູງສຸດ; 5. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້າແຂວງ,ເຈົ້າຄອງນະ ຄອນຕາມການສະເໜີຂອງນາຍົກລັດຖະມົນຕີ; 6. ເປັນແມ່ທັບກໍາລັງປະກອບອາວຸດປະຊາຊົນ; 7. ຕົກລົງເລື່ອນຊັ້ນຫຼືປົດຊັ້ນນາຍພົນຢູ່ໃນກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຕາມການສະເໜີຂອງນາຍົກລັດຖະມົນຕີ; 8. ຮຽກໂຮມແລະເປັນປະທານກອງປະຊຸມພິເສດຂອງລັດ ຖະບານ; 9. ຕົກລົງປະດັບຫຼຽນຄໍາແຫ່ງຊາດ,ຫຼຽນກຽດຕິຄຸນ,ຫຼຽນ ໄຊແລະນາມມະຍົດສູງສຸດແຫ່ງລົດ; 10. ຕົກລົງການໃຫ້ອະໄພຍະໂທດ; 11. ຕົກລົງການລະດົມພົນທົ່ວໄປຫຼືເປັນພາກສ່ວນ,ຕົກລົງ ພາວະສຸກເສີນໃນທົ່ວປະເທດຫຼືໃນທ້ອງຖິ່ນໃດໜຶ່ງ; 12. ປະກາດການໃຫ້ສັດຕະຍາບັນຫຼືການລົບລ້າງສົນທິສັນ ຍາແລະສັນຍາທີ່ໄດ້ເຊັນກັບຕ່າງປະເທດ; 13. ແຕ່ງຕັ້ງຜູ້ຕາງໜ້າທີ່ມີອໍານາດເຕັມຂອງສາທາລະນະ ລັດປະຊາທິປະໄຕປະຊາຊົນລາວໄປປະຈໍາຢູ່ຕ່າງປະເທດຫຼືຮຽກກັບຄືນ ປະເທດຕາມການສະເໜີຂອງນາຍົກລັດຖະມົນຕີ,ຮັບຮອງເອົາຜູ້ຕາງ ໜ້າທີ່ມີອໍານາດເຕັມຂອງຕ່າງປະເທດທີ່ມາປະຈໍາຢູ່ສາທາລະນະລັດປະ ຊາທິປະໄຕປະຊາຊົນລາວ; 14. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາ 68 (ໃໝ່)

ມາດຕາ 68 (ໃໝ່) ປະທານປະເທດມີຮອງປະທານປະເທດຊຶ່ງແມ່ນສະພາ ແຫ່ງຊາດເປັນຜູ້ເລືອກຕັ້ງໂດຍໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ. ຮອງປະທານປະເທດປະຕິບັດໜ້າທີ່ຕາມການມອບໝາຍຂອງ ປະທານປະເທດແລະຕາງໜ້າໃຫ້ປະທານປະເທດໃນເວລາປະທານປະເທດ ຕິດຂັດ.

..ໝວດທີ 7 ລັດຖະບານ


...ມາດຕາ 69 ລັດຖະບານແມ່ນອົງການບໍລິຫານແຫ່ງລັດ

ມາດຕາ 69 ລັດຖະບານແມ່ນອົງການບໍລິຫານແຫ່ງລັດ ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການປະຕິບັດໜ້າທີ່ ຂອງລັດໃນທຸກດ້ານ:ການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງປະເທດ.

...ມາດຕາ 70 (ໃໝ່)

ມາດຕາ 70 (ໃໝ່) ລັດຖະບານມີສິດແລະໜ້າທີ່ດັ່ງນີ້: 1. ປະຕິບັດລັດຖະທໍາມະນູນ,ກົດໝາຍແລະມະຕິຂອງສະພາ ແຫ່ງຊາດ,ລັດຖະບັນຍັດແລະລັດຖະດໍາລັດຂອງປະທານປະເທດ; 2. ສະເໜີຮ່າງກົດໝາຍແລະຮ່າງລັດຖະບັນຍັດຕໍ່ສະພາ ແຫ່ງຊາດ,ຮ່າງລັດຖະດໍາລັດຕໍ່ປະທານປະເທດ; 3. ກໍານົດແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງ ຄົມແລະແຜນງົບປະມານແຫ່ງລັດປະຈໍາປີແລ້ວນໍາສະເໜີໃຫ້ສະພາແຫ່ງ ຊາດພິຈາລະນາແລະຮັບຮອງເອົາ.ລາຍງານການເຄື່ອນໄຫວວຽກງານ ຂອງຕົນຕໍ່ສະພາແຫ່ງຊາດ,ຕໍ່ຄະນະປະຈໍາສະພາແຫ່ງຊາດ(ໃນເວລາທີ່ ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ)ແລະລາຍງານຕໍ່ປະທານປະເທດ; 4. ອອກດໍາລັດ,ມະຕິຕົກລົງກ່ຽວກັບການຄຸ້ມຄອງລັດ,ຄຸ້ມ ຄອງເສດຖະກິດ-ສັງຄົມ,ວິທະຍາສາດ,ເຕັກນິກ,ເຕັກໂນໂລຢີ,ຊັບພະຍາ ກອນແຫ່ງຊາດ,ສິ່ງແວດລ້ອມ,ການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແລະການຕ່າງປະເທດ; 5. ຈັດຕັ້ງ,ຊີ້ນໍາແລະກວດກາການເຄື່ອນໄຫວຂອງບັນດາ ຂະແໜງການແລະອົງການປົກຄອງທ້ອງຖິ່ນ; 6. ຈັດຕັ້ງແລະກວດກາການເຄື່ອນໄຫວຂອງກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; 7. ເຊັນສົນທິສັນຍາ,ສັນຍາກັບຕ່າງປະເທດແລະຊີ້ນໍາການ ປະຕິບັດສົນທິສັນຍາແລະສັນຍາທີ່ໄດ້ເຊັນແລ້ວ; 8. ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ ຂອງກະຊວງ,ອົງການທຽບເທົ່າກະຊວງ,ອົງການທີ່ຂຶ້ນກັບລັດຖະບານ ແລະອົງການປົກຄອງທ້ອງຖິ່ນທີ່ຂັດກັບລະບຽບກົດໝາຍ; 9. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາ 71 (ໃໝ່)

ມາດຕາ 71 (ໃໝ່) ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ,ຮອງນາ ຍົກລັດຖະມົນຕີ,ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງ. ລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງ ຊາດ.

...ມາດຕາ 72 (ໃໝ່)

ມາດຕາ 72 (ໃໝ່) ນາຍົກລັດຖະມົນຕີແມ່ນປະທານປະເທດເປັນຜູ້ແຕ່ງ ຕັ້ງຫຼືປົດຕໍາແໜ່ງພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.

...ມາດຕາ 73 (ໃໝ່)

ມາດຕາ 73 (ໃໝ່) ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານແລະຕາງ ໜ້າໃຫ້ລັດຖະບານຊີ້ນໍາແລະອໍານວຍຄວບຄຸມວຽກງານຂອງລັດຖະບານ, ຊີ້ນໍາວຽກງານຂອງກະຊວງ,ອົງການທຽບເທົ່າກະຊວງ,ທະບວງແລະອົງ ການອື່ນໆທີ່ຂຶ້ນກັບລັດຖະບານ,ຊີ້ນໍາວຽກງານຂອງແຂວງແລະນະຄອນ. ນະຍົກລັດຖະມົນຕີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງລັດຖະມົນ ຕີຊ່ວຍວ່າການ,ຮອງຫົວໜ້າອົງການທຽບເທົ່າກະຊວງ,ຫົວໜ້າທະບວງ, ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ,ເລື່ອນຊັ້ນຫຼືປົດຊັ້ນພັນເອກຂອງ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະຕໍາແໜ່ງອື່ນໆຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. ບັນດາຮອງນາຍົກລັດຖະມົນຕີເປັນຜູ້ຊ່ວຍວຽກນາຍົກລັດຖະ ມັນຕີແລະຮັບຜິຊອບວຽກງານໃດນຶ່ງຕາມການມອບໝາຍຂອງນາຍົກລັດ ຖະມົນຕີ.ເມື່ອນາຍົກລັດຖະມົນຕີຕິດຂັດແມ່ນຮອງນາຍົກລັດຖະມົນຕີຜູ້ທີ່ໄດ້ ຮັບມອບໝາຍເປັນຜູ້ວ່າການແທນ.

...ມາດຕາ 74 (ໃໝ່)

ມາດຕາ 74 (ໃໝ່) ລັດຖະບານຫຼືສະມາຊິກລັດຖະບານທ່ານໃດທ່ານໜຶ່ງ ອາດຈະຖືກສະພາແຫ່ງຊາດພິຈາລະນາແລະລົງມະຕິບໍ່ໄວ້ວາງໃຈຖ້າວ່າ ຄະນະປະຈໍາສະພາແຫ່ງຊາດຫຼືມີຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາ ຊິກສະພາແຫ່ງຊາດທັງໝົດຫາກສະເໜີບັນຫານີ້ຂຶ້ນ. ໃນໄລຍະເວລາຊາວສີ່ຊົ່ວໂມງພາຍຫຼັງທີ່ສະພາແຫ່ງຊາດໄດ້ ລົງມະຕິບໍ່ໄວ້ວາງໃຈແລ້ວປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່.ການພິຈາລະນາເທື່ອທີສອງຕ້ອງຫ່າງຈາກການພິຈາ ລະນາເມື່ອທີໜຶ່ງສີ່ສິບແປດຊົ່ວໂມງ.ຖ້າວ່າການລົງມະຕິເທື່ອໃໝ່ຫາກບໍ່ ໄດ້ຮັບຄວາມໄວ້ວາງໃຈອີກແລ້ວລັດຖະບານຫຼືສະມາຊິກລັດຖະບານທ່ານ ນັ້ນຕ້ອງລາອອກ.

..ໝວດທີ 8 ການປົກຄອງທ້ອງຖິ່ນ


...ມາດຕາ 75 (ໃໝ່)

ມາດຕາ 75 (ໃໝ່) ສາທາລະນະລັດປະຊາທິປະໄຕປະຊາຊົນລາວແບ່ງ ການປົກຄອງທ້ອງຖິ່ນອອກເປັນສາມຂັ້ນຄື:ຂັ້ນແຂວງ,ຂັ້ນເມືອງແລະຂັ້ນ ບ້ານ. ຂັ້ນແຂວງມີແຂວງແລະນະຄອນ; ຂັ້ນເມືອງມີເມືອງແລະເທດສະບານ; ຂັ້ນບ້ານມີບ້ານ. ແຂວງມີເຈົ້າແຂວງ,ນະຄອນມີເຈົ້າຄອງນະຄອນ,ເມືອງມີ ເຈົ້າເມືອງ,ເທດສະບານມີຫົວໜ້າເທດສະບານ,ບ້ານມີນາຍບ້ານ. ເຈົ້າແຂວງມີຮອງເຈົ້າແຂວງ,ເຈົ້າຄອງນະຄອນມີຮອງເຈົ້າ ຄອງນະຄອນ,ເຈົ້າເມືອງມີຮອງເຈົ້າເມືອງ,ຫົວໜ້າເທດສະບານມີຮອງ ຫົວໜ້າເທດສະບານ,ນາຍບ້ານມີຮອງນາຍບ້ານເປັນຜູ້ຊ່ວຍວຽກ.ໃນກໍລະ ນີທີ່ຈໍາເປັນອາດຈະສ້າງຕັ້ງເຂດພິເສດຂຶ້ນຕາມການຕົກລົງຂອງສະພາ ແຫ່ງຊາດ,ເຂດພິເສດມີຖານະທຽບເທົ່າກັບແຂວງ.

...ມາດຕາ 76 (ໃໝ່)

ມາດຕາ 76 (ໃໝ່) ເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າເມືອງມີສິດແລະ ໜ້າທີ່ລວມດັ່ງນີ້: 1. ຮັບປະກັນການປະຕິບັດລັດຖະທໍາມະນູນແລະກົດໝາຍ,ຈັດ ຕັ້ງປະຕິບັດທຸກມະຕິຄໍາສັ່ງທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ; 2. ຊີ້ນໍາແລະກວດກາການເຄື່ອນໄຫວຂອງທຸກຂະແໜງການ, ທຸກຂັ້ນທີ່ຂຶ້ນກັບຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງຂອງທຸກຂະ ແໜງການທີ່ຢູ່ຂັ້ນຂອງຕົນຫຼືຂັ້ນລຸ່ມທີ່ຂັດກັບລະບຽບກົດໝາຍ; ຄຸ້ມຄອງພົນລະເມືອງ,ພິຈາລະນາແລະແກ້ໄຂຄໍາຮ້ອງທຸກ ແລະຄໍາສະເໜີຂອງປະຊາຊົນຢູ່ໃນຂອບເຂດສິດອໍານາດຂອງຕົນຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ; 4. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາ 77 (ໃໝ່)

ມາດຕາ 77 (ໃໝ່) ຫົວໜ້າເທດສະບານມີສິດແລະໜ້າທີ່ໃນການວາງ ແຜນການ,ຈັດຕັ້ງປະຕິບັດແລະຄຸ້ມຄອງການພັດທະນາຕົວເມືອງ,ບໍລິການ ສາທາລະນະໃຫ້ທົ່ວເຖິງ,ມີຄວາມເປັນລະບຽບຮຽບຮ້ອຍ,ສະອາດແລະ ສວຍງາມໃນຂອບເຂດຕົວເມືອງຕາມທີ່ໄດ້ກໍານົດໄວ້ໃນຜັງເມືອງ,ປະຕິ ບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 78

ມາດຕາ 78 ນາຍບ້ານມີຄວາມຮັບຜິດຊອບຈັດຕັ້ງປະຕິບັດລະບຽບກົດ ໝາຍແລະມະຕິຄໍາສັ່ງຂອງລັດ,ປົກປັກຮັກສາຄວາມສະຫງົບ,ຄວາມເປັນ ລະບຽບຮຽບຮ້ອຍຂອງບ້ານແລະພັດທະນາບ້ານໃຫ້ມີຄວາມໜັກແໜ້ນ ໃນທຸກດ້ານ.

..ໝວດທີ 9 ສານປະຊາຊົນແລະອົງການໄອຍະການປະຊາຊົນ


...ມາດຕາ 79 (ໃໝ່)

ມາດຕາ 79 (ໃໝ່) ສານປະຊາຊົນແມ່ນອົງການພິພາກສາຂອງລັດຊຶ່ງ ປະກອບດ້ວຍ: 1. ສານປະຊາຊົນສູງສຸດ; 2. ສານອຸທອນ; 3. ສານປະຊາຊົນແຂວງ,ນະຄອນ; 4. ສານປະຊາຊົນເມືອງ;(ເຂດ) 5. ສານທະຫານ. ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງສານສະເພາະຕາມຂະ ແໜງການຂຶ້ນກໍ່ໄດ້ໂດຍການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ.

...ມາດຕາ 80 (ໃໝ່)

ມາດຕາ 80 (ໃໝ່) ສານປະຊາຊົນສູງສຸດແມ່ນອົງການພິພາກສາສູງສຸດ ຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານປະຊາຊົນ ທຸກຂັ້ນ,ສານທະຫານແລະກວດກາຄໍາຕັດສິນຂອງສານດັ່ງກ່າວ.

...ມາດຕາ 81 (ໃໝ່)

ມາດຕາ 81 (ໃໝ່) ຮອງປະທານສານປະຊາຊົນສູງສຸດແມ່ນປະທານປະ ເທດເປັນຜູ້ແຕ່ງຕັ້ງຫຼືປົດຕໍາແໜ່ງຕາມການສະເໜີຂອງປະທານສານປະ ຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ,ປະທານ,ຮອງ ປະທານ,ບັນດາຜູ້ພິພາກສາຂອງສານອຸທອນ,ປະທານ,ຮອງປະທານແລະ ບັນດາຜູ້ພິພາກສາຂອງສານປະຊາຊົນແຂວງ,ນະຄອນ,ເມືອງ,ຫົວໜ້າ, ຮອງຫົວໜ້າແລະບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈໍາ ສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຕາມການສະເໜີ ຂອງປະທານສານປະຊາຊົນສູງສຸດ.

...ມາດຕາ 82

ມາດຕາ 82 ສານປະຊາຊົນພິຈາລະນາຕັດສິນເປັນມູ່ຄະນະ.ໃນເວລາພິ ຈາລະນາຕັດສິນຜູ້ພິພາກສາຕ້ອງເປັນເອກະລາດແລະມີແຕ່ປະຕິບັດຕາມ ກົດໝາຍເທົ່ານັ້ນ.

...ມາດຕາ 83

ມາດຕາ 83 ການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດ ເຜີຍເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ.ຜູ້ຖືກຫາມີສິດຕໍ່ສູ້ຄະ ດີທີ່ຕົນຖືກກ່າວຟ້ອງ,ທະນາຍຄວາມມີສິດຊ່ວຍເຫຼືອທາງດ້ານກົດໝາຍ ແກ່ຜູ້ຖືກກ່າວຟ້ອງ.

...ມາດຕາ 84

ມາດຕາ 84 ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມມີສິດເຂົ້າຮ່ວມໃນ ການດໍາເນີນຄະດີຢູ່ສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 85 (ໃໝ່)

ມາດຕາ 85 (ໃໝ່) ຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດ ແລ້ວນັ້ນທຸກອົງການຈັດຕັ້ງພັກ,ອົງການຈັດຕັ້ງລັດ,ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງທຸກຄົນ ຕ້ອງເຄົາລົບ,ບຸກຄົນແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດ ຢ່າງເຂັ້ມງວດ.

...ມາດຕາ 86 (ໃໝ່)

ມາດຕາ 86 (ໃໝ່) ອົງການໄອຍະການປະຊາຊົນແມ່ນອົງການຕິດຕາມ ກວດກາການປະຕິບັດກົດໝາຍຊຶ່ງປະກອບດ້ວຍ: 1. ອົງການໄອຍະການປະຊາຊົນສູງສຸດ; 2. ອົງການໄອຍະການປະຊາຊົນຂັ້ນອຸທອນ; 3. ອົງການໄອຍະການປະຊາຊົນແຂວງ,ນະຄອນ; 4. ອົງການໄອຍະການປະຊາຊົນເມືອງ; 5. ອົງການໄອຍະການທະຫານ. ອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: ຕິດຕາມກວດກາການເຄົາລົບລະບຽບກົດໝາຍຢ່າງຖືກຕ້ອງ ແລະເປັນເອກະພາບຢູ່ໃນທຸກກະຊວງ,ອົງການທຽບເທົ່າກະຊວງ,ອົງການ ທີ່ຂຶ້ນກັບລັດຖະບານ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງ ການຈັດຕັ້ງສັງຄົມ,ອົງການປົກຄອງທ້ອງຖິ່ນ,ວິສາຫະກິດ,ລັດຖະກອນແລະ ພົນລະເມືອງ;ປະຕິບັດສິດກ່າວຟ້ອງ.

...ມາດຕາ 87 (ໃໝ່)

ມາດຕາ 87 (ໃໝ່) ໄອຍະການປະຊາຊົນສູງສຸດຊີ້ນໍາການເຄື່ອນໄຫວ ຂອງອົງການໄອຍະການປະຊາຊົນທຸກຂັ້ນ. ຮອງໄອຍະການປະຊາຊົນສູງສຸດແມ່ນປະທານປະເທດເປັນຜູ້ ແຕ່ງຕັ້ງຫຼືປົດຕໍາແໜ່ງຕາມການສະເໜີຂອງໄອຍະການປະຊາຊົນສູງສຸດ. ໄອຍະການປະຊາຊົນແລະຮອງໄອຍະການປະຊາຊົນຂັ້ນອຸ ທອນ,ແຂວງ,ນະຄອນ,ເມືອງ,ໄອຍະການທະຫານແມ່ນໄອຍະການປະຊາ ຊົນສູງສຸດເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ.

...ມາດຕາ 88 (ໃໝ່)

ມາດຕາ 88 (ໃໝ່) ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນໄອຍະການປະຊາ ຊົນມີແຕ່ປະຕິບັດຕາມກົດໝາຍແລະຄໍາສັ່ງຂອງໄອຍະການປະຊາຊົນສູງ ສຸດເທົ່ານັ້ນ.

..ໝວດທີ 10 ພາສາ,ອັກສອນ,ເຄື່ອງໝາຍຊາດ,ທຸງຊາດ,ເພງຊາດ,ວັນຊາດ,ສະກຸນເງີນແລະນະຄອນຫຼວງ


...ມາດຕາ 89

ມາດຕາ 89 ພາສາແລະອັກສອນລາວເປັນພາສາແລະອັກສອນທີ່ໃຊ້ເປັນ ທາງການ.

...ມາດຕາ 90

ມາດຕາ 90 ເຄື່ອງໝາຍຊາດຂອງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວເປັນຮູບວົງມົນດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວແລະໂບສີແດງ ຂຽນອັກສອນ "ສາທາລະນະລັດປະຊາທິປະໄຕປະຊາຊົນລາວ",ສອງຂ້າງ ອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນແລະໂບສີແດງຂຽນອັກສອນ "ສັນຕິພາບ,ເອກະລາດ,ປະຊາທິປະໄຕ,ເອກະພາບ,ວັດທະນາຖາວອນ"ລະ ຫວ່າງກາງຂອງສອງປາຍຮວງເຂົ້າມີຮູບທາດຫຼວງ,ຢູ່ກາງຮູບວົງມົນມີ ຫົນທາງ,ທົ່ງນາ,ປ່າໄມ້ແລະເຂື່ອນໄຟຟ້ານໍາຕົກ.

...ມາດຕາ 91

ມາດຕາ 91 ທຸງຊາດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແມ່ນທຸງພື້ນສີຄາມ,ແຂບສີແດງແລະວົງເດືອນສີຂາວຢູ່ເຄິ່ງກາງຂອງທຸງ ຊາດ.ລວງກວ້າງຂອງທຸງເທົ່າກັບສອງສ່ວນສາມຂອງລວງຍາວ,ລວງ ກວ້າງຂອງແຂບສີແດງແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງຂອງລວງກວ້າງ ແຂບສີຄາມແລະວົງເດືອນສີຂາວກວ້າງເທົ່າກັບສີ່ສ່ວນຫ້າຂອງລວງ ກວ້າງແຂບສີຄາມ.

...ມາດຕາ 92

ມາດຕາ 92 ເພງຊາດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແມ່ນເພງທີ່ມີຊີ່ວ່າ "ຊາດລາວ".

...ມາດຕາ 93 (ໃໝ່)

ມາດຕາ 93 (ໃໝ່) ວັນຊາດຂອງສປປລາວແມ່ນວັນສະຖາປະນາສາທາ ລະນະລັດປະຊາທິປະໄຕປະຊາຊົນລາວຄື:ວັນທີ 2 ເດືອນທັນວາ ປີ 1975

...ມາດຕາ 94 (ໃໝ່)

ມາດຕາ 94 (ໃໝ່) ສະກຸນເງິນຂອງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວແມ່ນເງິນກີບ.

...ມາດຕາ 95

ມາດຕາ 95 ນະຄອນຫຼວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວແມ່ນນະຄອນຫຼວງວຽງຈັນ. ..ໝວດທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 96 (ໃໝ່)

ມາດຕາ 96 (ໃໝ່) ລັດຖະທໍາມະນູນຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວແມ່ນກົດໝາຍພື້ນຖານຂອງຊາດ.ທຸກກົດໝາຍຕ້ອງໃຫ້ສອດ ຄ່ອງກັບລັດຖະທໍາມະນູນ.

...ມາດຕາ 97

ມາດຕາ 97 ມີແຕ່ກອງປະຊຸມສະພາແຫ່ງຊາດແຫ່ງ ສປປລາວ ເທົ່ານັ້ນ ຈຶ່ງມີສິດປ່ຽນແປງລັດຖະທໍາມະນູນ. ໃນການປ່ຽນແປງລັດຖະທໍາມະນູນຕ້ອງມີສະມາຊິກສະພາ ແຫ່ງຊາດຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກທັງໝົດເປັນ ຜູ້ລົງຄະແນນສຽງເຫັນດີ.

...ມາດຕາ 98 (ໃໝ່)

ມາດຕາ 98 (ໃໝ່) ລັດຖະທໍາມະນູນສະບັບນີ້ມີຜົນສັກສິດນັບແຕ່ວັນປະ ທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ວຽງຈັນ,ວັນທີ 6 ພຶດສະພາ 2003 ປະທານສະພາແຫ່ງຊາດ