ດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ 16-09-2014

From Wikisource
Jump to navigation Jump to search

.ດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ 16-09-2014

ດໍາລັດການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ 16-09-2014 - ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບ ເລກທີ 02/ສພຊ, ລົງວັນທີ 6/5/2003; - ອີງຕາມກົດໝາຍວ່າດ້ວຍການໂທລະຄົມມະນາຄົມ(ສະບັບປັບ ປຸງ) ສະບັບເລກທີ 09/ສພ,ລົງວັນທີ 21/12/2011; - ອີງຕາມໜັງສືສະເໜີຂອງລັດຖະມົນຕີວ່າການກະຊວງໄປສະນີ ,ໂທລະຄົມມະນາຄົມແລະການສື່ສານສະບັບເລກທີ 1760/ປທສ ລົງວັນ ທີ 12 ກໍລະກົດ 2014. ລັດຖະບານອອກດໍາລັດ:

..ໝວດທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ດໍາລັດສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດເພື່ອຮັບປະກັນຄວາມ ໝັ້ນຄົງຂອງຊາດ, ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມແນໃສ່ປົກປ້ອງກຽດສັກສີແລະຜົນປະໂຫຍດອັນຊອບທໍາຂອງ ຜູ້ໃຫ້ບໍລິການ,ຜູ້ໃຊ້ບໍລິການແລະສັງຄົມປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາແລະສ້າງສາປະເທດຊາດ.

...ມາດຕາ 2 ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ

ມາດຕາ 2 ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດແມ່ນການຕິດຕາມ, ກວດກາການເຄື່ອນໄຫວ,ຕ້ານແລະສະກັດກັ້ນການນໍາໃຊ້ຂໍ້ມູນຂ່າວສານ ຜ່ານອິນເຕີເນັດທີ່ເປັນໄພແກ່ສັງຄົມແລະຄວາໝັ້ນຄົງຂອງຊາດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ມີຄວາມໝາຍດັ່ງນີ້: 1. ຂໍ້ມູນຂ່າວສານ ໝາຍເຖິງ ຂໍ້ຄວາມທີ່ເປັນຕົວເລກ,ຕົວອັກ ສອນ,ຮູບພາບເໜັງຕີງຫຼືບໍ່ເໜັງຕີງ,ສຽງ,ວິດີໂອແລະອື່ນໆ; 2. ສື່ສັງຄົມ (Social media) ໝາຍເຖິງຮູບແບບການສື່ ສານແລະການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ,ຊຶ່ງບຸກຄົນທົ່ວ ໄປສາມາດນໍາສະເໜີ,ສົ່ງ,ຮັບ,ສົ່ງຕໍ່,ມີຄໍາເຫັນຕໍ່ເນື້ອໃນຂໍ້ມູນຂ່າວສານ ,ເປັນຕົ້ນ:ເຟສບຸກ,ທວິດເຕີ,ຢູທູບແລະອື່ນໆ; 3. ໜ້າເວັບ (Web page) ໝາຍເຖິງ ກະດານຂ່າວເອ ເລັກໂຕຼນິກທີ່ນໍາສະເໜີໃນຮູບແບບສັນຍາລັກ,ຕົວເລກ,ຕົວໜັງສື,ຮູບ ພາບເໜັງຕີງຫຼືບໍ່ເໜັງຕີງ,ວີດີໂອ,ສຽງແລະຮູບແບບອື່ນໆຜ່ານອິນເຕີ ເນັດ; 4. ເວັບໄຊ ໝາຍເຖິງ ລະບົບຂໍ້ມູນຂ່າວສານທີ່ສ້າງຂຶ້ນເປັນໜຶ່ງ ຫຼືຫຼາຍນ້າເວັບ; 5. ທະບຽນສ່ວນຕົວໃນສື່ສັງຄົມ ໝາຍເຖິງ ໜ້າເວັບທີ່ໄດ້ສ້າງ ຂຶ້ນໂດຍຜ່ານສື່ສັງຄົມຊຶ່ງຜູ້ລົງທະບຽນຫຼືອົງການຈັດຕັ້ງເປັນເຈົ້າຂອງ ໜ້າເວັບນັ້ນແລະເປັນຜູ້ຄຸ້ມຄອງເນື້ອໃນຂໍ້ມູນຂ່າວສານເອງຕົວຢ່າງ: WWW.facebook.com/champa; 6. ຜູ້ໃຫ້ບໍລິການອິນເຕີເນັດ ໝາຍເຖິງ ຜູ້ໃຫ້ບໍລິການເຊື່ອມຕໍ່ອິນ ເຕີເນັດໃຫ້ແກ່ຜູ້ໃຊ້ບໍລິການສາມາດເຊື່ອມຕໍ່ເຂົ້າຫາອິນເຕີເນັດໄດ້; 7. ຜູ້ຄຸ້ມຄອງເວັບໄຊ ໝາຍເຖິງ ຜູ້ມີສິດເຂົ້າໃນລະບົບຢ່າງຖືກ ຕ້ອງເພື່ອສ້າງ,ດັດແກ້,ປັບປຸງແລະລຶບລະບົບເຕັກນິກແລະເນື້ອໃນຂອງ ເວັບໄຊ; 8. ຄວາມປອດໄພໃນການນໍາໃຊ້ຂໍ້ມູນຂ່າວສານ ໝາຍເຖິງການ ຮັກສາຂໍ້ມູນຂ່າວສານແລະລະບົບຂໍ້ມູນຂ່າວສານໃຫ້ປັດສະຈາກການຖືກ ເຊື່ອມຕໍ່,ການນໍາໃຊ້,ການທໍາລາຍແລະການປອມແປງຢ່າງຜິດກົດ ໝາຍ; 9. ຜູ້ໃຊ້ບໍລິການອິນເຕີເນັດໝາຍເຖິງ ບຸກຄົນທີ່ເຊື່ອມຕໍ່ເຂົ້າຫາ ອິນເຕີເນັດໃນຮູບແບບຕ່າງໆເພື່ອອ່ານ,ຂຽນ,ສົ່ງ,ສົ່ງຕໍ່ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການນໍາໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການນໍາໃຊ້ຂໍ້ມູນຂ່າວສານຜ່ານ ອິນເຕີເນັດ ລັດສົ່ງເສີມແລະຊຸກຍູ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດທີ່ດໍາລົງຊີວິດແລະເຄື່ອນໄຫວວຽກງານຢູ່ສປປລາວ ນໍາໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດເຂົ້າໃນການເຄື່ອນໄຫວທາງດ້ານ ເສດຖະກິດ-ສັງຄົມໂດຍສະເພາະໃນຂະແໜງການສຶກສາ,ສາທາລະນະ ສຸກ,ການຄົ້ນຄວ້າວິໄຈທາງວິທະຍາສາດ,ເຕັກໂນໂລຊີເພື່ອເພີ່ມປະສິດ ທິພາບ,ຄຸນນະພາບໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ນໍາໃຊ້ລະຫັດຊື່ອິນເຕີເນັດແຫ່ງ ຊາດລາວ (LA) ຢ່າງກວ້າງຂວາງພ້ອມທັງຫັນໄປສູ່ການນໍາໃຊ້ເຕັກ ໂນໂລຊີເລກໝາຍອິນເຕີເນັດຍຸກໃໝ່ (IPV6),ສ້າງໂປຼແກຼມເປັນພາ ສາລາວ,ສ້າງເວັບໄຊແລະເຄືອຂ່າຍສັງຄົມອອນລາຍທີ່ເຄື່ອນໄຫວຖືກ ຕ້ອງຕາມລະບຽບກົດໝາຍຂອງ ສປປລາວ.

...ມາດຕາ 5 ຂອບເຂດການນໍາໃຊ້ດໍາລັດ

ມາດຕາ 5 ຂອບເຂດການນໍາໃຊ້ດໍາລັດ ດໍາລັດສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ຂອງລັດແລະເອກະຊົນທັງພາຍໃນແລະຕ່າງປະເທດທີ່ໃຫ້ບໍລິການແລະ ໃຊ້ບໍລິການອິນເຕີເນັດຢູ່ ສປປລາວ.

..ໝວດທີ 2 ການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ


...ມາດຕາ 6 ການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ

ມາດຕາ 6 ການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດແມ່ນການນໍາເອົາ ຂໍ້ຄວາມ,ຮູບພາບເໜັງຕີງຫຼືບໍ່ເໜັງຕີງ,ສຽງ,ວີດີໂອເຂົ້າສູ່ໜ້າເວັບໄຊ ເພື່ອສະເໜີ,ມີຄໍາເຫັນ,ແລກປ່ຽນ,ສົ່ງແລະສົ່ງຕໍ່ໃຫ້ແກ່ໜຶ່ງຫຼືຫຼາຍຄົນ.

...ມາດຕາ 7 ລະບຽບການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ

ມາດຕາ 7 ລະບຽບການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໃດໜຶ່ງສາມາດເຜີຍແຜ່ຂໍ້ ູມູນຂ່າວສານຜ່ານສື່ສັງຄົມແຕ່ຕ້ອງລະບຸແຫຼ່ງທີ່ມາຂອງຂໍ້ມູນຂ່າວສານ ຢ່າງຖືກຕ້ອງ. ຜູ້ຄຸ້ມຄອງເວັບໄຊແລະເຈົ້າຂອງທະບຽນສ່ວນຕົວໃນສື່ສັງຄົມ ຕ້ອງກວດກາເນື້ອໃນຂໍ້ມູນຂ່າວສານກ່ອນຈະເຜີຍແຜ່ໃນນ້າເວັບຂອງ ຕົນ. ຂໍ້ມູນຂ່າວສານທີ່ບໍ່ຜ່ານສື່ທາງການຫຼືສໍານັກງານສື່ທີ່ຖືກຕ້ອງ ຕາມລະບຽບກົດໝາຍແມ່ນບໍ່ສາມາດໃຊ້ທາງການໄດ້. ເຈົ້າຂອງຫຼືຜູ້ຄຸ້ມຄອງເວັບໄຊຕ້ອງມີຄວາມຮັບຜິດຊອບໃນການ ກວດກາເນື້ອໃນຂໍ້ມູນຂ່າວສານຢ່ງລະອຽດກ່ອນຈະອະນຸຍາດໃຫ້ຜູ້ອື່ນ ເຜີຍແຜ່ຜ່ານເວບໄຊຂອງຕົນ.

...ມາດຕາ 8 ການສ້າງທະບຽນສ່ວນຕົວໃນສື່ສັງຄົມ

ມາດຕາ 8 ການສ້າງທະບຽນສ່ວນຕົວໃນສື່ສັງຄົມ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຈະສ້າງທະບຽນສ່ວນຕົວໃນ ສື່ສັງຄົມຕ້ອງລະບຸຊື່,ນາມສະກຸນແລະທີ່ຢູ່ປັດຈຸບັນໃຫ້ຖືກຕ້ອງ.

...ມາດຕາ 9 ຄວາມປອດໄພໃນການນໍາໃຊ້ຂໍ້ມູນຂ່າວສານ

ມາດຕາ 9 ຄວາມປອດໄພໃນການນໍາໃຊ້ຂໍ້ມູນຂ່າວສານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຂໍ້ມູນຂ່າວສານຜ່ານອິນ ເຕີເນັດຕ້ອງຮັກສາແລະປ່ຽນລະຫັດຜ່ານເລື້ອຍໆເພື່ອຮັບປະກັນຄວາມ ປອດໄພໃນການນໍາໃຊ້ຂໍ້ມູນສ່ວນຕົວທັງເປັນການບໍ່ສ້າງເງື່ອນໄຂໃຫ້ ບຸກຄົນອື່ນສວຍໃຊ້ໃນທາງຜິດລະບຽບກົດໝາຍ.

..ໝວດທີ 3 ເນື້ອໃນຂໍ້ມູນຂ່າວສານທີ່ເຜີຍແຜ່ຜ່ານອິນເຕີເນັດ


...ມາດຕາ 10 ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ

ມາດຕາ 10 ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດມີດັ່ງນີ້: 1. ຕົວະຍົວະ,ຫຼອກລວງແລະຊວນເຊື່ອປະຊາຊົນທີ່ຢູ່ພາຍໃນ ແລະຕ່າງປະເທດຕໍ່ຕ້ານພັກປະຊາຊົນປະຕິວັດລາວ,ລັດຖະບານແຫ່ງ ສປປລາວຫຼືມ້າງເພສັນຕິພາບ,ຄວາມເປັນເອກະລາດ,ອະທິປະໄຕ, ຄວາມເປັນເອກະພາບແລະຄວາມວັດທະນາຖາວອນຂອງ ສປປລາວ; 2. ຍຸກຍົງແລະສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກໍາແລະປັ່ນປ່ວນຕໍ່ສັງຄົມ; 3. ໂຄສະນາບິດເບືອນແລະປ່າວຂ່າວອະກຸສົນເພື່ອສ້າງຄວາມ ແບ່ງແຍກລະຫວ່າງຊົນເຜົ່າຫຼືລະຫວ່າງຊາດ; 4. ເຜີຍແຜ່ຮູບພາບລາມົກ,ຮູບພາບຕັດຕໍ່ແລະຮູບພາບອື່ນໆທີ່ ກົດໝາຍ ສປປລາວ ເກືອດຫ້າມຫຼືແຕະຕ້ອງເຖິງຮີດຄອງປະເພນີອັນດີ ງາມຂອງຊາດແລະແຕະຕ້ອງເຖິງຊັບສິນທາງປັນຍາຂອງຜູ້ອື່ນແລະຊື້ ຂາຍບໍລິການທາງເພດ; 5. ເຜີຍແຜ່ຄວາມລັບຂອງຊາດ,ທາງການທະຫານຫຼືຄວາມລັບ ດ້ານອື່ນທີ່ກໍານົດໄວ້ຢູ່ໃນລະບຽບກົດໝາຍຂອງ ສປປລາວ; 6. ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງແລະບິດເບືອນຄວາມຈິງ ເພື່ອຈຸດປະສົງສ້າງຄວາມເຊື່ອມເສຍຕໍ່ກຽດສັກສີຫຼືສິດທິສ່ວນບຸກຄົນ ຂອງຄົນອື່ນ,ພາກສ່ວນ,ສະຖາບັນຫຼືອົງການອື່ນ; 7. ນໍາໃຊ້ຊື່ຂອງບຸກຄົນຫຼືການຈັດຕັ້ງ,ຮູບພາບເໜັງຕີງ,ບໍ່ເໜັງ ຕີງ,ສຽງ,ວີດີໂອ,ລາຍເຊັນ,ລະຫັດຕ່າງໆ,ບັດສິນເຊື່ອທະນາຄານຫຼືເອ ກະສານສ່ວນຕົວຂອງບຸກຄົນອື່ນເພື່ອຜົນປະໂຫຍດຫຼືເພື່ອຈຸດປະສົງອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ເປັນເຈົ້າຂອງ.

...ມາດຕາ 11 ເນື້ອໃນທີ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ

ມາດຕາ 11 ເນື້ອໃນທີ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ເນື້ອໃນຂໍ້ມູນຂ່າວສານທີ່ໄດ້ຮັບອະນຸຍາດໃຫ້ເຜີຍແຜ່ແມ່ນເນື້ອໃນ ທີ່ມີລັກສະນະສ້າງສັນ,ໃຫ້ຄວາມຮູ້,ເປັນປະໂຫຍດທາງສັງຄົມແລະເນື້ອ ໃນທີ່ບໍ່ຂັດກັບ ມາດຕາ 10 ເທິງນີ້.

..ໝວດທີ 4 ໜ້າທີ່ຂອງຜູ້ໃຫ້ບໍລິການແລະຜູ້ໃຊ້ບໍລິການອິນເຕີເນັດ


...ມາດຕາ 12 ໜ້າທີ່ຂອງຜູ້ໃຫ້ບໍລິການອິນເຕີເນັດ

ມາດຕາ 12 ໜ້າທີ່ຂອງຜູ້ໃຫ້ບໍລິການອິນເຕີເນັດ ໜ້າທີ່ຂອງຜູ້ໃຫ້ບໍລິການອິນເຕີເນັດມີດັ່ງນີ້: 1. ລະງັບການເຂົ້າເຖິງຂໍ້ມູນຂ່າວສານ,ຕັດການເຊື່ອມຕໍ່ຊົ່ວຄາວ ຫຼືຍາວນານຕໍ່ຜູ້ໃຊ້ບໍລິການທີ່ລະເມີດດໍາລັດສະບັບນີ້ແລະລະບຽບກົດໝາຍ ອື່ນທີ່ກ່ຽວຂ້ອງຕາມຄໍາສັ່ງຂອງອົງການຄຸ້ມຄອງ; 2. ໃຫ້ຄວາມຮ່ວມມືແລະສະໜອງຂໍ້ມູນແກ່ອົງການຈັດຕັ້ງທີ່ກ່ຽວ ຂ້ອງ; 3. ປະຕິບັດຕາມມາດຕະຖານການເຊື່ອມຕໍ່ທີ່ອົງການຈັດຕັ້ງກ່ຽວ ຂ້ອງກໍານົດອອກ; 4. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 13 ໜ້າທີ່ຂອງຜູ້ໃຊ້ບໍລິການອິນເຕີເນັດ

ມາດຕາ 13 ໜ້າທີ່ຂອງຜູ້ໃຊ້ບໍລິການອິນເຕີເນັດ ໜ້າທີ່ຂອງຜູ້ໃຊ້ບໍລິການອິນເຕີເນັດຫຼືຂອງເຈົ້າຂອງທະບຽນສ່ວນ ຕົວໃນສື່ສັງຄົມມີດັ່ງນີ້: 1. ຮັບຜິດຊອບຕໍ່ໜ້າກົດໝາຍຕໍ່ເນື້ອໃນຂໍ້ມູນຂ່າວສານທີ່ຕົນນໍາ ສະເໜີ,ແລກປ່ຽນ,ສົ່ງແລະສົ່ງຕໍ່ຜ່ານເວັບໄຊ,ສື່ສັງຄົມອອນລາຍຫຼືຮູບ ການອື່ນຜ່ານອິນເຕີເນັດ; 2. ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານສ່ວນຕົວຂອງ ຕົນ; 3. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 14 ໜ້າທີ່ຂອງຜູ້ຄຸ້ມຄອງເວັບໄຊ

ມາດຕາ 14 ໜ້າທີ່ຂອງຜູ້ຄຸ້ມຄອງເວັບໄຊ ໜ້າທີ່ຂອງຜູ້ຄຸ້ມຄອງເວັບໄຊມີດັ່ງນີ້: 1. ຮັບຜິດຊອບຕໍ່ໜ້າກົດໝາຍຕໍ່ເນື້ອໃນຂໍ້ມູນຂ່າວສານຜ່ານເວັບ ໄຊທີ່ຕົນຄຸ້ມຄອງ; 2. ກວດກາເນື້ອໃນຂໍ້ມູນຂ່າວສານກ່ອນຈະເຜີຍແຜ່ໃນໜ້າເວັບ ທີ່ຕົນຄຸ້ມຄອງ; 3. ລະງັບການເຜີຍແຜ່ເນື້ອໃນຂໍ້ມູນຂ່າວສານຂອງສະມາຊິກໃນ ເວັບໄຊຂອງຕົນທີ່ລະເມີດຕໍ່ດໍາດັດສະບັບນີ້ແລະລະບຽບກົດໝາຍອື່ນທີ່ ກ່ຽວຂ້ອງ; 4. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ໝວດທີ 5 ຂໍ້ຫ້າມ


...ມາດຕາ 15 ຂໍ້ຫ້າມສໍາລັບຜູ້ໃຫ້ການບໍລິການອິນເຕີເນັດ

ມາດຕາ 15 ຂໍ້ຫ້າມສໍາລັບຜູ້ໃຫ້ການບໍລິການອິນເຕີເນັດ ຫ້າມຜູ້ໃຫ້ບໍລິການອິນເຕີເນັດມີພຶດຕິກໍາດັ່ງນີ້: 1. ເຜີຍແຜ່ຂໍ້ມູນຂອງຜູ້ໃຊ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ; 2. ສ້າງເງື່ອນໄຂຫຼືອໍານວຍຄວາມສະດວກໃຫ້ແກ່ບຸກຄົນ,ນິຕິບຸກ ຄົນຫຼືການຈັດຕັ້ງທີ່ມີການເຄື່ອນໄຫວຕ້ານຫຼືທໍາລາຍແນວທາງນະໂຍ ຍາຍຂອງພັກ-ລັດ,ກະທົບເຖິງວຽກງານປ້ອງກັນຊາດແລະປ້ອງກັນ ຄວາມສະຫງົບ; 3. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 16 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການອິນເຕີເນັດ

ມາດຕາ 16 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການອິນເຕີເນັດ ຫ້າມຜູ້ໃຊ້ບໍລິການອິນເຕີເນັດມີພຶດຕິກໍາດັ່ງນີ້: 1. ນໍາສະເໜີ,ສົ່ງແລະສົ່ງຕໍ່ຂໍ້ມູນຂ່າວສານທີ່ມີເນື້ອໃນຕາມທີ່ໄດ້ ກໍານົດໄວ້ໃນ ມາດຕາ 10 ຂອງດໍາລັດສະບັບນີ້ດ້ວຍທຸກຮູບການ; 2. ປະກອບຄໍາເຫັນທີ່ເປັນການສະໜັບສະໜູນຕໍ່ເນື້ອໃນຂໍ້ມູນຂ່າວ ສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງດໍາລັດສະບັບນີ້.

...ມາດຕາ 17 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງເວັບໄຊ

ມາດຕາ 17 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງເວັບໄຊ ຫ້າມຜູ້ຄຸ້ມຄອງເວັບໄຊມີພຶດຕິກໍາດັ່ງນີ້: 1. ນໍາສະເໜີ,ສົ່ງ,ສົ່ງຕໍ່ຂໍ້ມູນຂ່າວສານທີ່ມີເນື້ອໃນຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 10 ຂອງດໍາລັດສະບັບນີ້ດ້ວຍທຸກຮູບການ; 2. ອະນຸຍາດໃຫ້ຄົນອື່ນເຜີຍແຜ່ເນື້ອໃນຂໍ້ມູນຂ່າວສານທີ່ມີເນື້ອ ໃນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງດໍາລັດສະບັບນີ້; 3. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ໝວດທີ 6 ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ


...ມາດຕາ 18 ຄວາມຮັບຜິດຊອບຂອງຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານ

ມາດຕາ 18 ຄວາມຮັບຜິດຊອບຂອງຂະແໜງການໄປສະນີ,ໂທລະຄົມ ມະນາຄົມແລະການສື່ສານ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດຂະແໜງການ ໄປສະນີ,ໂທລະຄົມມະນາຄົມແລະການສື່ສານຮັບຜິດຊອບດັ່ງນີ້: 1.​ໂຄສະນາແລະເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດແລະລະ ບຽບກກົດໝາຍກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ; 2. ຕິດຕາມແລະກວດກາການບໍລິການຂອງຜູ້ໃຫ້ບໍລິການອິນເຕີ ເນັດແລະການເຜີຍແຜ່ຂໍ້ມູນຂ່າວສານຂອງຜູ້ໃຊ້ບໍລິການອິນເຕີເນັດ; 3. ອອກຄໍາສັ່ງໃຫ້ບັນດາຜູ້ໃຫ້ບໍລິການອິນເຕີເນັດລະງັບການ ເຂົ້າເຖິງຂໍ້ມູນຂ່າວສານ,ຕັດການເຊື່ອມຕໍ່ຊົ່ວຄາວຫຼືຍາວນານຕໍ່ຜູ້ໃຊ້ບໍ ລິການທີ່ລະເມີດດໍາດັດສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 4. ຮັບແລະພິຈາລະນາການສະເໜີຂອງຜູ້ໃຫ້ບໍລິການ,ຜູ້ໃຊ້ບໍລິ ການອິນເຕີເນັດແລະສັງຄົມທົ່ວໄປກ່ຽວກັບການເຜີຍແຜ່ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ; 5. ໃຫ້ການຮ່ວມມືກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການຕິດຕາມ ຊອກຫາຜູ້ເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນການລະເມີດດໍາດັດສະບົບນີ້ຫຼື ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 6. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດດໍາລັດນີ້ຕໍ່ລັດຖະ ບານຢ່າງເປັນປັກກະຕິ.

...ມາດຕາ 19 ຄວາມຮັບຜິດຊອບຂອງຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ

ມາດຕາ 19 ຄວາມຮັບຜິດຊອບຂອງຂະແໜງການຖະແຫຼງຂ່າວ,ວັດທະ ນະທໍາແລະທ່ອງທ່ຽວ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດຂະແໜງການຖະ ແຫຼ່ງຂ່າວ,ວັດທະນະທໍາແລະທ່ອງທ່ຽວຮັບຜິດຊອບດັ່ງນີ້; 1. ຕິດຕາມ,ກວດກາ,ໄຈ້ແຍກແລະວິເຄາະເນື້ອໃນຂໍ້ມູນຂ່າວ ສານຜ່ານອິນເຕີເນັດຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ; 2. ຄົ້ນຄວ້າ,ຖະແຫຼງແລະເຜີຍແຜ່ຂ່າວສານຢ່າງເປັນທາງການ ເພື່ອຊີ້ແຈງກ່ຽວກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ; 3. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອແຈ້ງແຫຼ່ງ ຂໍ້ມູນຂ່າວສານທີ່ກະທົບຕໍ່ຄວາມໝັ້ນຄົງຂອງຊາດແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ.

...ມາດຕາ 20 ຄວາມຮັບຜິດຊອບຂອງຂະແໜງການປ້ອງກັນຄວາມສະຫງົບ

ມາດຕາ 20 ຄວາມຮັບຜິດຊອບຂອງຂະແໜງການປ້ອງກັນຄວາມ ສະຫງົບ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດຂະແໜງການ ປ້ອງກັນຄວາມສະຫງົບຮັບຜິດຊອບດັ່ງນີ້: 1. ຮັບແຈ້ງຄວາມຈາກບຸກຄົນ,ນິຕິບຸກຄົນແລະອົງການຈັດຕັ້ງ ໃນກໍລະນີມີການກະທໍາຜິດທີ່ພົວພັນເຖິງຄວາມໝັ້ນຄົງຂອງຊາດແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 2. ເກັບກໍາ,ກວດກາແລະຄົ້ນຄວ້າວິໄຈຂໍ້ມູນຂ່າວສານຜ່ານອິນ ເຕີເນັດທີ່ມີລັກສະນະຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ,ຄວາມລັບ ຂອງຊາດແລະຄວາມສະຫງົບຂອງສັງຄົມ; 3. ສືບສວນ-ສອບສວນແລະດໍາເນີນຄະດີບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງທີ່ລະເມີດດໍາລັດສະບັບນີ້.

...ມາດຕາ 21 ຄວາມຮັບຜິດຊອບຂອງຂະແໜງການສຶກສາທິການແລະກິລາ

ມາດຕາ 21 ຄວາມຮັບຜິດຊອບຂອງຂະແໜງການສຶກສາທິການແລະ ກິລາ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດຂະແໜງການສຶກ ສາທິການແລະກິລາຮັບຜິດຊອບເຜີຍແຜ່ນິຕິກໍາຕ່າງໆກ່ຽວກັບການຄຸ້ມ ຄອງການນໍາໃຊ້ອິນເຕີເນັດ,ຄວາມຮູ້ດ້ານອິນເຕີເນັດໃຫ້ແກ່ນັກຮຽນ,ນັກ ສຶກສາເພື່ອໃຫ້ນັກຮຽນ,ນັກສຶກສາໄດ້ນໍາໃຊ້ອິນເຕີເນັດໄປໃນທາງທີ່ ເໝາະສົມ,ຫຼີກເວັ້ນຈາກຜົນກະທົບທາງລົບຂອງການນໍາໃຊ້ຂໍ້ມູນຂ່າວ ສານຜ່ານອິນເຕີເນັດ.

...ມາດຕາ 22 ຄວາມຮັບຜິດຊອບຂອງພາກສ່ວນອື່ນ

ມາດຕາ 22 ຄວາມຮັບຜິດຊອບຂອງພາກສ່ວນອື່ນ ບັນດາກະຊວງ,ອົງການທຽບເທົ່າ,ອົງການປົກຄ້ອງທ້ອງຖິ່ນຮັບ ຜິດຊອບຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດທີ່ກ່ຽວຂ້ອງກັບອົງການ ຂອງຕົນພ້ອມທັງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຕ້ານ ແລະສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວສານຜ່ານອິນເຕີເນັດທີ່ລະເມີດກັບ ດໍາລັດສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

..ໝວດທີ 7 ມາດຕະການຈັດຕັ້ງປະຕິບັດ


...ມາດຕາ 23 ມາດຕະການສະກັດກັ້ນ

ມາດຕາ 23 ມາດຕະການສະກັດກັ້ນ ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນ ໃຈກາງປະສານສົມທົບກັບຂະແໜງການຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວແລະຂະແໜງການປ້ອງກັນຄວາມສະຫງົບໃນການຕິດ ຕາມ,ກວດກາເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດພ້ອມທັງສະກັດກັ້ນ ,ຈໍາກັດແລະຕອບໂຕ້ເນື້ອໃນທີ່ຂັດກັບດໍາລັດສະບັບນີ້.

...ມາດຕາ 24 ການສ້າງກິດຈະກໍາແລະໂຄສະນາເຜີຍແຜ່ການນໍາໃຊ້ອິນເຕີເນັດ

ມາດຕາ 24 ການສ້າງກິດຈະກໍາແລະໂຄສະນາເຜີຍແຜ່ການນໍາໃຊ້ອິນ ເຕີເນັດ ຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເປັນ ເຈົ້າການໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການ ສ້າງກິດຈະກໍາ,ຂະບວນການແລະໂຄສະນາເຜີຍແຜ່ການນໍາໃຊ້ອິນເຕີ ເນັດໃຫ້ສອດຄ່ອງແລະຖືກຕ້ອງເພື່ອໃຫ້ຜູ້ໃຊ້ບໍລິການແລະສັງຄົມຫຼີກເວັ້ນ ຜົນກະທົບທາງລົບຈາກການກະທໍາທີ່ຮູ້ເທົ່າບໍ່ເຖິງການແລະການເຜີຍ ແຜ່ຂໍ້ມູນຂ່າວສານທີ່ຂັດກັບດໍາລັດສະບັບນີ້.

...ມາດຕາ 25 ການແຈ້ງເຕືອນ

ມາດຕາ 25 ການແຈ້ງເຕືອນ ຜູ້ຄຸ້ມຄອງເວັບໄຊຕ້ອງແຈ້ງເຕືອນແລະກໍານົດເງື່ອນໄຂໃນການ ເຜີຍແຜ່ຂໍ້ມູນຂ່າວສານຜ່ານໜ້າເວັບຂອງຕົນ.

...ມາດຕາ 26 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 26 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດດໍາລັດສະບັບນີ້ຈະຖືກ ກ່າວເຕືອນ,ສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງ ແພ່ງຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ໝວດທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 27 ການຈັດຕັ້ງປະຕິບັດ

ມາດຕາ 27 ການຈັດຕັ້ງປະຕິບັດ ມອບໃຫ້ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ດໍາລັດສະບັບນີ້ໃຫ້ມີປະສິດທິຜົນ. ບັນດາກະຊວງ,ອົງການທຽບເທົ່າກະຊວງແລະອົງການປົກຄອງ ທ້ອງຖິ່ນ,ບຸກຄົນ,ນິຕິບຸກຄົນທັງພາຍໃນແລະຕ່າງປະເທດທີ່ໃຫ້ບໍລິການ ແລະໃຊ້ບໍລິການອິນເຕີເນັດຢູ່ ສປປລາວ ຈົ່ງຮັບຮູ້ແລະຈັດຕັ້ງປະຕິບັດ ຕາມລໍາດັບສະບັບນີ້ຢ່າງເຂັ້ມງວດ.

...ມາດຕາ 28 ຜົນສັກສິດ

ມາດຕາ 28 ຜົນສັກສິດ ດໍາລັດສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນແລະພາຍຫຼັງ ໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ລັດຖະບານແຫ່ງສປປລາວ ນາຍົກລັດຖະມົນຕີ

ທອງສິງ ທໍາມະວົງ