ກົດໝາຍອາຍາ 09-11-2005

From Wikisource
Jump to navigation Jump to search

.ອາຍາ 09-11-2005


..ພາກທົ່ວໄປ


...ໝວດທີ 1 ວ່າດ້ວຍຫຼັກການລວມ


....ມາດຕາ 1 ໜ້າທີ່ຂອງກົດໝາຍອາຍາ

ມາດຕາ 1 ໜ້າທີ່ຂອງກົດໝາຍອາຍາ ກົດໝາຍອາຍາມີໜ້າທີ່ປົກປັກຮັກສາລະບອບການເມືອງ,ເສດຖະກິດແລະສັງຄົມຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ,ກໍາມະສິດຂອງລັດ,ຂອງລວມໝູ່ແລະຂອງບຸກຄົນ,ຊີວິດ,ສຸຂະພາບ,ສິດແລະເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຕ້ານແລະກັນການກະທໍາຜິດແລະສຶກສາອົບຮົມພົນລະເມືອງທຸກຄົນໃຫ້ມີຄວາມຕື່ນຕົນເຄົາລົບກົດໝາຍ. ເພື່ອປະຕິບັດໜ້າທີ່ດັ່ງກ່າວກົດໝາຍສະບັບນີ້ໄດ້ກໍານົດວ່າການກະທໍາອັນໃດທີ່ເປັນອັນຕະລາຍຕໍ່ສັງຄົມແມ່ນເປັນການກະທໍາຜິດທາງອາຍາແລ້ວຈຶ່ງໄດ້ກໍານົດໂທດໃສ່ຜູ້ກະທໍາຜິດ.

....ມາດຕາ 2 (ໃໝ່) ພື້ນຖານຂອງຄວາມຮັບຜິດຊອບທາງອາຍາ

ມາດຕາ 2 (ໃໝ່) ພື້ນຖານຂອງຄວາມຮັບຜິດຊອບທາງອາຍາ ບຸກຄົນຜູ້ໃດຈະມີຄວາມຮັບຜິດຊອບທາງອາຍາແລະຈະຖືກລົງໂທດທາງອາຍາໄດ້ກໍ່ຕໍ່ເມື່ອບຸກຄົນຜູ້ນັ້ນຫາກມີການກະທໍາໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງທີ່ເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາແລະໃນເມື່ອມີຄໍາຕັດສິນຂອງສານເທົ່ານັ້ນ.

...ໝວດທີ 2 ວ່າດ້ວຍຂອບເຂດຂອງການນໍາໃຊ້ກົດໝາຍອາຍາ


....ມາດຕາ 3 (ໃໝ່) ການນໍາໃຊ້ກົດໝາຍອາຍາໃນດິນແດນສປປລາວ

ມາດຕາ 3 (ໃໝ່) ການນໍາໃຊ້ກົດໝາຍອາຍາໃນດິນແດນສປປລາວ ກົດໝາຍອາຍາສະບັບນີ້ມີຜົນສັກສິດໃນທົ່ວປະເທດສປປລາວ,ບຸກຄົນຜູ້ໃດຫາກໄດ້ກະທໍາຜິດທາງອາຍາຢູ່ໃນດິນແດນສປປລາວກໍ່ຈະໄດ້ຮັບຜິດຊອບຕາມກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາ. ຜູ້ຕາງໜ້າທາງການທູດຫຼືບຸກຄົນທີ່ໄດ້ຮັບອະພິສິດທາງການທູດຕາມສັນຍາລະຫວ່າງຊາດຊຶ່ງໄດ້ກະທໍາຜິດໃນດິນແດນສປປລາວກໍ່ຈະໄດ້ຮັບການແກ້ໄຂທາງການທູດ.

....ມາດຕາ 4 ການນໍາໃຊ້ກົດໝາຍອາຍານອກດິນແດນສປປລາວ

ມາດຕາ 4 ການນໍາໃຊ້ກົດໝາຍອາຍານອກດິນແດນສປປລາວ ພົນລະເມືອງລາວຜູ້ທີ່ໄດ້ກະທໍາຜິດທາງອາຍາຢູ່ນອກດິນແດນສປປລາວກໍ່ຈະໄດ້ຮັບຜິດຊອບທາງອາຍາຖ້າວ່າການກະທໍາດັ່ງກ່າວຫາກໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາ. ຄົນຕ່າງດ້າວແລະບຸກຄົນທີ່ບໍ່ມີສັນຊາດທີ່ຢູ່ຫຼືອາໄສຢູ່ໃນສປປລາວຫາກໄດ້ກະທໍາຜິດທາງອາຍາຢູ່ນອກດິນແດນສປປລາວກໍ່ຈະໄດ້ຮັບຜິດຊອບທາງອາຍາເຊັ່ນດຽວກັນ. ຄົນຕ່າງປະເທດທີ່ໄດ້ກະທໍາຜິດທາງອາຍາຢູ່ນອກດິນແດນສປປລາວຈະໄດ້ຮັບຜິດຊອບທາງອາຍາຕໍ່ກົດໝາຍຂອງສປປລາວໃນກໍລະນີທີ່ໄດ້ກໍານົດໄວ້ໃນສັນຍາລະຫວ່າງຊາ.

....ມາດຕາ 5 ການນໍາໃຊ້ກົດໝາຍອາຍາໃນກາລະເວລາ

ມາດຕາ 5 ການນໍາໃຊ້ກົດໝາຍອາຍາໃນກາລະເວລາ ກົດໝາຍສະບັບນີ້ນໍາອອກປະຕິບັດນັບແຕ່ວັນທີ່ກົດໝາຍໄດ້ຖືກປະກາດໃຊ້ເປັນຕົ້ນໄປ. ກົດໝາຍໃໝ່ທີ່ໄດ້ກໍານົດການລົງໂທດເບົາກວ່າຫຼືໄດ້ລົບລ້າງການກະທໍາຜິດທາງອາຍາທີ່ກົດໝາຍເກົ່າໄດ້ກໍານົດໄວ້ນັ້ນຈະມີຜົນສັກສິດຢ້ອນຫຼັງ. ກົດໝາຍໃໝ່ທີ່ໄດ້ກໍານົດການກະທໍາຜິດໃໝ່ຫຼືການລົງໂທດໜັກກວ່າທີ່ກົດໝາຍເກົ່າໄດ້ກໍານົດໄວ້ຈະບໍ່ມີຜົນສັກສິດຢ້ອນຫຼັງ. ...ໝວດທີ 3 ວ່າດ້ວຍການກະທໍາຜິດແລະຜູ້ກະທໍາຜິດ


....ມາດຕາ 6 (ໃໝ່) ນິຍາມການກະທໍາຜິດ

ມາດຕາ 6 (ໃໝ່) ນິຍາມການກະທໍາຜິດ ທຸກການກະທໍາຫຼືການເມີນເສີຍທີ່ເປັນອັນຕະລາຍຕໍ່ລະບອບການເມືອງ,ເສດຖະກິດຫຼືສັງຄົມຂອງສປປລາວ,ຕໍ່ກໍາມະສິດຂອງລັດ,ຂອງລວມໝູ່ແລະຂອງບຸກຄົນ,ຊີວິດ,ສຸຂະພາບ,ກຽດສັກສີ,ສິດ,ເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງບົ່ງໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາຈະຖືວ່າເປັນການກະທໍາຜິດທາງອາຍາ. ທຸກການກະທໍາຫຼືການເມີນເສີຍທີ່ມີອົງປະກອບຂອງການກະທໍາຜິດທາງອາຍາຢ່າງຄົບຖ້ວນແຕ່ໄດ້ກໍ່ຄວາມເສຍຫາຍຕໍ່າກວ່າຫ້າແສນກີບຈະບໍ່ຖືວ່າເປັນການກະທໍາຜິດທາງອາຍາຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນ.

....ມາດຕາ 7 (ໃໝ່) ອົງປະກອບຂອງການກະທໍາຜິດ

ມາດຕາ 7 (ໃໝ່) ອົງປະກອບຂອງການກະທໍາຜິດ ອົງປະກອບຂອງການກະທໍາຜິດທາງອາຍາແມ່ນບັນດາເຄື່ອງໝາຍທາງດ້ານພາວະວິໄສແລະອັດຕະວິໄສຂອງການປະພຶດທີ່ກົດໝາຍອາຍາຖືວ່າເປັນການກະທໍາຜິດ. ການກະທໍາຜິດທາງອາຍາມີສີ່ອົງປະກອບດັ່ງນີ້: - ອົງປະກອບທາງດ້ານວັດຖຸກໍາ; - ອົງປະກອບທາງດ້ານພາວະວິໄສ; - ອົງປະກອບທາງດ້ານອັດຕະວິໄສ; - ອົງປະກອບທາງດ້ານເຈົ້າກໍາ. ອົງປະກອບທາງດ້ານວັດຖຸກໍາຂອງການກະທໍາຜິດແມ່ນສາຍພົວພັນສັງຄົມທີ່ຖືກຄຸ້ມຄອງໂດຍກົດໝາຍອາຍາແລະທີ່ໄດ້ຮັບການແຕະຕ້ອງຈາກການກະທໍາຜິດ; ອົງປະກອບທາງດ້ານພາວະວິໄສຂອງການກະທໍາຜິດແມ່ນບັນດາເຄື່ອງໝາຍພາຍນອກຂອງພຶດຕິກໍາທີ່ໄດ້ສ້າງຫຼືແນໃສ່ສ້າງຄວາມເສຍຫາຍໃຫ້ແກ່ສາຍພົວພັນສັງຄົມທີ່ຖືກຄຸ້ມຄອງໂດຍກົດໝາຍອາຍາລວມທັງວັນເວລາ,ສະຖານທີ່,ພາຫະນະ,ອຸປະກອນ,ສະພາບແລະວິທີປະກອບການກະທໍາຜິດດັ່ງກ່າວ; ອົງປະກອບທາງດ້ານອັດຕະວິໄສຂອງການກະທໍາຜິດແມ່ນບັນດາເຄື່ອງໝາຍຕ່າງໆທາງດ້ານທັດສະນະ,ແນວຄິດຂອງບຸກຄົນຜູ້ກະທໍາຜິດຕໍ່ການກະທໍາຜິດຂອງຕົນທີ່ສະແດງອອກພາຍນອກຕໍ່ການກະທໍາຜິດໂດຍຜ່ານພຶດຕິກໍາ; ອົງປະກອບທາງດ້ານເຈົ້າກໍາຂອງການກະທໍາຜິດແມ່ນຜູ້ກະທໍາຜິດຊຶ່ງຕ້ອງແມ່ນບຸກຄົນທີ່ມີສະຕິສໍາປະຊັນຍະ,ບໍ່ເປັນຄົນບ້າເສຍຈິດແລະເຖິງກະສຽນອາຍຸທາງອາຍາສິບຫ້າປີຂຶ້ນໄປ.

....ມາດຕາ 8 (ໃໝ່ ສະຖານການກະທໍາຜິດ

ມາດຕາ 8 (ໃໝ່) ສະຖານການກະທໍາຜິດ ການກະທໍາຜິດແບ່ງອອກເປັນສາມສະຖານດັ່ງນີ້: -ລະຫຸໂທດແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືໂທດປັບໃໝ; -ໂທສານຸໂທດແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະພາບແຕ່ສາມເດືອນຫາສິບປີແລະໂທດປັບໃໝ; -ຄະຣຸໂທດແມ່ນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນໄປຫາຕະຫຼອດຊີວິດພ້ອມທັງໂທດປັບໃໝແລະໂທດປະຫານຊີວິດ.

....ມາດຕາ 9 ການກະທໍາຜິດໂດຍເຈຕະນາ

ມາດຕາ 9 ການກະທໍາຜິດໂດຍເຈຕະນາ ການກະທໍາໂດຍເຈດຕະນາແມ່ນການກະທໍາຫຼືການເມີນເສີຍຊຶ່ງຜູ້ກະທໍາຮູ້ວ່າການກະທໍາຫຼືການເມີນເສີຍຂອງຕົນນັ້ນເປັນອັນຕະລາຍຕໍ່ສັງຄົມແລະກໍ່ຄາດຄະເນໄດ້ເຖິງຜົນສະທ້ອນຂອງການກະທໍາຫຼືການເມີນເສີຍແຕ່ຈິງໃຈເຮັດຫຼືປະປ່ອຍໃຫ້ມັນເກີດຂຶ້ນ.

....ມາດຕາ 10 ການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງ

ມາດຕາ 10 ການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງ ການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແມ່ນການກະທໍາຫຼືການເມີນເສີຍຊຶ່ງຜູ້ກະທໍາຜິດຄາດຄະເນໄດ້ວ່າການກະທໍາຫຼືການເມີນເສີຍຂອງຕົນນັ້ນອາດມີຜົນສະທ້ອນທີ່ເປັນອັນຕະລາຍຕໍ່ສັງຄົມແຕ່ຖືເບົາແລະເຊື່ອວ່າມັນຈະບໍ່ເກີດຂຶ້ນຫຼືບໍ່ຄາດຄະເນໄດ້ວ່າຜົນສະທ້ອນດັ່ງກ່າວຈະເກີດຂຶ້ນທັງໆທີ່ວ່າຕົນຕ້ອງຄາດຄະເນແລະສາມາດຄາດຄະເນໄດ້.

....ມາດຕາ 11 ການກະທໍາຜິດຫຼາຍສະຖານ

ມາດຕາ 11 ການກະທໍາຜິດຫຼາຍສະຖານ ການກະທໍາຜິດຫຼາຍສະຖານແມ່ນການກະທໍາຜິດຂອງບຸກຄົນຜູ້ໃດຜູ້ໜຶ່ງແຕ່ສອງຢ່າງຂຶ້ນໄປດ້ວຍການກະທໍາອັນດຽວຫຼືດ້ວຍການກະທໍາຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາຂອງກົດໝາຍອາຍາແລະຈະຖືກຕັດສິນພ້ອມໆກັນໃນສານດຽວກັນ.

....ມາດຕາ 12 ການກະທໍາຜິດທີ່ບໍ່ເຂັດຫຼາບ

ມາດຕາ 12 ການກະທໍາຜິດທີ່ບໍ່ເຂັດຫຼາບ ການກະທໍາຜິດທີ່ບໍ່ເຂັດຫຼາບແມ່ນການກະທໍາຜິດຂອງຜູ້ຖືກຕັດສິນລົງໂທດຕັດອິດສະລະພາບດ້ວຍການກະທໍາຜິດໂດຍເຈດຕະນາຊຶ່ງໄດ້ກະທໍາຜິດໃໝ່ໂດຍເຈດຕະນາອີກໃນເວລາປະຕິບັດໂທດຢູ່ນັ້ນຫຼືໄດ້ກະທໍາຜິດໃໝ່ໂດຍເຈດຕະນາອີກໃນສະຖານດຽວກັນຫຼືຄ້າຍຄືກັນພາຍໃນກໍານົດຫ້າປີພາຍຫຼັງທີ່ໄດ້ປະຕິບັດໂທດແລ້ວ.

....ມາດຕາ 13 ການກະກຽມໃຫ້ແກ່ການກະທໍາຜິດ

ມາດຕາ 13 ການກະກຽມໃຫ້ແກ່ການກະທໍາຜິດ ການກະກຽມໃຫ້ແກ່ການກະທໍາຜິດແມ່ນການຫ້າງຫາພະຫະນະອຸປະກອນ,ການສ້າງເງື່ອນໄຂຫຼືປັດໃຈອື່ນໆໃຫ້ແກ່ການກະທໍາຜິດໂດຍເຈດຕະນາ. ການກະກຽມໃຫ້ແກ່ການກະທໍາຜິດຈະຖືກລົງໂທດໄດ້ກໍ່ຕໍ່ເມື່ອຫາກເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້ເທົ່ານັ້ນ. ການກະກຽມໃຫ້ແກ່ການກະທໍາຜິດຈະຖືກລົງໂທດຕາມມາດຕາທີ່ໄດ້ກໍານົດໂທດໃສ່ການກະທໍາຜິດນັ້ນ.

....ມາດຕາ 14 ຄວາມພະຍາຍາມກໍ່ການກະທໍາຜິດ

ມາດຕາ 14 ຄວາມພະຍາຍາມກໍ່ການກະທໍາຜິດ ຄວາມພະຍາຍາມກໍ່ການກະທໍາຜິດແມ່ນການລົງມືກະທໍາຜິດສ່ວນໃດສ່ວນໜຶ່ງໂດຍເຈດຕະນາແຕ່ຍ້ອນມີສາເຫດນອກຕົວມາຂັດຂວາງຊຶ່ງພາໃຫ້ການກະທໍາດັ່ງກ່າວນັ້ນບໍ່ສໍາເລັດຜົນ. ຄວາມພະຍາຍາມກໍ່ການກະທໍາຜິດຈະຖືກລົງໂທດໄດ້ກໍ່ຕໍ່ເມື່ອຫາກເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້ເທົ່ານັ້ນ. ຄວາມພະຍາຍາມກໍ່ການກະທໍາຜິດຈະຖືກລົງໂທດຕາມມາດຕາທີ່ໄດ້ກໍານົດໂທດໃສ່ການກະທໍາຜິດນັ້ນ.

....ມາດຕາ 15 ການເລີກລົ້ມການກະທໍາຜິດດ້ວຍຄວາມສະໝັກໃຈ

ມາດຕາ 15 ການເລີກລົ້ມການກະທໍາຜິດດ້ວຍຄວາມສະໝັກໃຈ ບຸກຄົນຜູ້ໃດຫາກໄດ້ຢຸດເຊົາການກະທໍາຜິດຂອງຕົນດ້ວຍຄວາມສະໝັກໃຈໂດຍບໍ່ສືບຕໍ່ການກະທໍາຜິດນັ້ນໃຫ້ສໍາເລັດຜົນຢູ່ໃນໄລຍະຂອງການກະກຽມຫຼືຄວາມພະຍາຍາມກໍ່ຕາມບຸກຄົນຜູ້ນັ້ນຈະບໍ່ມີຄວາມຮັບຜິດຊອບທາງອາຍາເວັ້ນເສຍແຕ່ການກະທໍານັ້ນຫາກມີອົງປະກອບເປັນການກະທໍາຜິດອື່ນ.

....ມາດຕາ 16 ນິຍາມຜູ້ກະທໍາຜິດ

ມາດຕາ 16 ນິຍາມຜູ້ກະທໍາຜິດ ຜູ້ກະທໍາຜິດແມ່ນບຸກຄົນຜູ້ໃດຜູ້ໜຶ່ງທີ່ມີການກະທໍາຫຼືການເມີນເສີຍຊຶ່ງເປັນອັນຕະລາຍຕໍ່ສັງຄົມແລະມີອົງປະກອບເປັນການກະທໍາຜິດຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 17 (ໃໝ່) ການຮ່ວມກັນກະທໍາຜິດ

ມາດຕາ 17 (ໃໝ່) ການຮ່ວມກັນກະທໍາຜິດ ການຮ່ວມກັນກະທໍາຜິດແມ່ນການເຂົ້າຮ່ວມກະທໍາຜິດໂດຍເຈດຕະນາແຕ່ສອງຄົນຂຶ້ນໄປ. ບັນດາຜູ້ຮ່ວມກັນກະທໍາຜິດມີດັ່ງນີ້: - ຕົວການ; - ຜູ້ປະຕິບັດ; - ຜູ້ຍຸຍົງ; - ຜູ້ສົມຮູ້ຮ່ວມຄິດ. ຕົວການແມ່ນຜູ້ທີ່ໄດ້ວາງແຜນການ,ຈັດຕັ້ງຫຼືບັນຊາການກະທໍາຜິດ. ຜູ້ປະຕິບັດແມ່ນຜູ້ທີ່ໄດ້ລົງມີກະທໍາຜິດໂດຍກົງ. ຜູ້ຍຸຍົງແມ່ນຜູ້ທີ່ຊຸກຍູ້ໃຫ້ຜູ້ອື່ນໄປກະທໍາຜິດ. ຜູ້ສົມຮູ້ຮ່ວມຄິດແມ່ນຜູ້ທີ່ໄດ້ໃຫ້ການຊ່ວຍເຫຼືອໂດຍເຈດຕະນາໃນການກະທໍາຜິດຫຼືໃຫ້ຄໍາໝັ້ນສັນຍາລ່ວງໜ້າວ່າຈະຊຸກເຊື່ອງ,ປົກປິດຜູ້ກະທໍາຜິດ,ພາຫະນະ,ອຸປະກອນໃນການກະທໍາຜິດ,ຈະລົບລ້າງຮ່ອງຮອຍຂອງການກະທໍາຜິດຫຼືຊຸກເຊື່ອງສິ່ງຂອງທີ່ຈະໄດ້ມາຈາກການກະທໍາຜິດນັ້ນ.

...ໝວດທີ 4 ວ່າດ້ວຍການພົ້ນຈາກຄວາມຮັບຜິດຊອບທາງອາຍາ


....ມາດຕາ 18 (ໃໝ່) ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາ

ມາດຕາ 18 (ໃໝ່) ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາມີດັ່ງນີ້: 1. ການຖືກບັງຄັບແລະການຖືກຂົ່ມຂູ່; 2. ການປ້ອງກັນຕົວ; 3. ສະພາວະທີ່ຈໍາເປັນ; 4. ການປະຕິບັດໜ້າທີ່ຕາມວິຊາຊີບ; 5. ການປະຕິບັດຕາມຄໍາສ່ັງ; 6. ການຫຼິ້ນກິລາ; 7. ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ; 8. ການໝົດອາຍຸຄວາມໃນການຮ້ອງຟ້ອງ.

....ມາດຕາ 19 ການຖືກບັງຄັບແລະການຖືກຂົ່ມຂູ່

ມາດຕາ 19 ການຖືກບັງຄັບແລະການຖືກຂົ່ມຂູ່ ບຸກຄົນຜູ້ໃດຫາກໄດ້ກະທໍາຜິດດ້ວຍການຖືກບັງຄັບຫຼືການຖືກຂົ່ມຂູ່ຊຶ່ງຕົນບໍ່ສາມາດຫຼີກລ້ຽງໄດ້ກໍ່ຈະບໍ່ມີຄວາມຮັບຜິດຊອບທາງອາຍາ. ໃນກໍລະນທີ່ການກະທໍານັ້ນຫາກເປັນການກະທໍາຜິດຖານຄະຣຸໂທດການຖືກບັງຄັບຫຼືການຖືກຂົ່ມຂູ່ເປັນພຽງແຕ່ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາເທົ່ານັ້ນ.

....ມາດຕາ 20 ການປ້ອງກັນຕົວ

ມາດຕາ 20 ການປ້ອງກັນຕົວ ການປ້ອງກັນຕົວແມ່ນການກະທໍາຂອງບຸກຄົນຜູ້ໃດຜູ້ໜຶ່ງທີ່ກໍ່ຂຶ້ນເພື່ອປົກປ້ອງຜົນປະໂຫຍດຂອງລັດຫຼືຂອງສັງຄົມ,ຊີວິດ,ສຸຂະພາບ,ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນເອງຫຼືຂອງບຸກຄົນອື່ນ,ເພື່ອຕ້ານການບຸກລຸກທີ່ເປັນອັນຕະລາຍຕໍ່ສັງຄົມ.ແຕ່ການບຸກລຸກນັ້ນໃຫ້ມີຈິງແລະເປັນອັນຕະລາຍແທ້.ການປ້ອງກັນຕ້ອງກະທໍາໃນເວລານັ້ນແລະບໍ່ໃຫ້ເກີນຂອບເຂດຂອງການບຸກລຸກ. ບຸກຄົນຜູ້ໃດທີ່ໄດ້ທໍາການປ້ອງກັນຕົວກໍ່ຈະບໍ່ມີຄວາມຮັບຜິດຊອບທາງອາຍາ.

....ມາດຕາ 21 ສະພາວະທີ່ຈໍາເປັນ

ມາດຕາ 21 ສະພາວະທີ່ຈໍາເປັນ ສະພາວະທີ່ຈໍາເປັນແມ່ນການກະທໍາດ້ວຍຄວາມຈໍາເປັນຂອງບຸກຄົນຜູ້ໃດຜູ້ໜຶ່ງເພື່ອຫຼີກເວັ້ນໄພອັນຕະລາຍທີ່ຂົ່ມຂູ່ຜົນປະໂຫຍດຂອງລັດຫຼືຂອງສັງຄົມ,ຊີວິດ,ສຸຂະພາບ,ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນເອງຫຼືຂອງບຸກຄົນອື່ນແລະເມື່ອໄປອັນຕະລາຍດັ່ງກ່າວຫາກບໍ່ສາມາດຫຼີກເວັ້ນໄດ້ດ້ວຍວິທີອື່ນແລະບໍ່ເກີດຈາກການກະທໍາຜິດຂອງຕົນເອງ. ຜົນເສຍຫາຍທີ່ເກີດຈາກການກະທໍານັ້ນຕ້ອງໜ້ອຍກວ່າຜົນເສຍຫາຍທີ່ຈະເກີດຂຶ້ນຈາກໄພອັນຕະລາຍ.

....ມາດຕາ 22 (ໃໝ່) ການປະຕິບັດໜ້າທີ່ຕາມວິຊາຊີບ

ມາດຕາ 22 (ໃໝ່) ການປະຕິບັດໜ້າທີ່ຕາມວິຊາຊີບ ການປະຕິບັດໜ້າທີ່ຈະເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ການກະທໍາຕ້ອງຢູ່ໃນຂອບເຂດສິດແລະໜ້າທີ່ຂອງຕົນ; 2. ການກະທໍາຕ້ອງຖືກຕ້ອງຕາມວິຊາສະເພາະແລະລະບຽບກົດໝາຍ.

....ມາດຕາ 23 (ໃໝ່) ການປະຕິບັດຕາມຄໍາສັ່ງ

ມາດຕາ 23 (ໃໝ່) ການປະຕິບັດຕາມຄໍາສັ່ງ ການປະຕິບັດຕາມຄໍາສັ່ງຈະຖືເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຕ້ອງໄດ້ຮັບຄໍາສັ່ງຈາກຜູ້ມີສິດແລະໜ້າທີ່ອອກຄໍາສັ່ງນັ້ນ; 2. ຄໍາສັ່ງນັ້ນຕ້ອງຖືກຕ້ອງຕາມລະບຽບກົດໝາຍ; 3. ຜູ້ປະຕິບັດຄໍາສັ່ງຕ້ອງມີສິດແລະໜ້າທີ່ປະຕິບັດຄໍາສັ່ງນັ້ນ; 4. ຜູ້ປະຕິບັດຄໍາສັ່ງຕ້ອງປະຕິບັດໃນຂອບເຂດຂອງຄໍາສັ່ງແລະຖືກຕ້ອງຕາມລະບຽບກົດໝາຍ.

....ມາດຕາ 24 (ໃໝ່) ການຫຼິ້ນກິລາ

ມາດຕາ 24 (ໃໝ່) ການຫຼິ້ນກິລາ ການຫຼິ້ນກິລາຈະເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອການຫຼິ້ນກິລານັ້ນຫາກຢູ່ໃນຂອບເຂດກະຕິກາຂອງກິລາດັ່ງກ່າວ.

....ມາດຕາ 25 ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ

ມາດຕາ 25 ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ໃນກໍລະນີທີ່ການກະທໍາຜິດຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຖ້າວ່າບໍ່ມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍຫໍ່ຈະດໍາເນີນຄະດີບໍ່ໄດ້ຄື:ການທໍາຮ້າຍຮ່າງກາຍລະຫວ່າງຍາດໃກ້ຊິດທີ່ບໍ່ມີບາດເຈັບສາຫັດຫຼືບໍ່ເສຍອົງຄະ,ການນິນທາ,ການໃສ່ຮ້າຍ,ການປ້ອຍດ່າ,ການໝິ່ນປະໝາດຊາກສົບຫຼືຊື່ສຽງຂອງຜູ້ຕາຍ,ການກະທໍາຜິດຕໍ່ກໍາມະສິດສ່ວນຕົວຂອງຍາດໃກ້ຊິດ,ການລ່ວງລະເມີດເຄຫະສະຖານແລະການລ່ວງລະເມີດຄວາມລັບສ່ວນຕົວ. ການຖອນຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍກໍ່ພາໃຫ້ການດໍາເນີນຄະດີຢຸດຕິລົງ.

....ມາດຕາ 26 ການໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ

ມາດຕາ 26 ການໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ ຈະບໍ່ສາມາດຮ້ອງຟ້ອງທາງອາຍາໄດ້ຖ້າກາຍກໍານົດ: - ໜຶ່ງປີສໍາລັບການກະທໍາຜິດໃນຖານລະຫຸໂທດ; - ເຈັດປີສໍາລັບການກະທໍາຜິດໃນຖານໂທສານຸໂທດ; - ສິບຫ້າປີສໍາລັບການກະທໍາຜິດໃນຖານຄະຣຸໂທດ. ອາຍຸຄວາມໃນການຮ້ອງຟ້ອງທາງອາຍານັ້ນໃຫ້ນັບແຕ່ມື້ໄດ້ກະທໍາຜິດເປັນຕົ້ນໄປ.ໃນກໍລະນີທີ່ໄດ້ມີການກະທໍາຜິດເທື່ອໃໝ່ພາຍໃນກໍານົດອາຍຸຄວາມຂອງການກະທໍາຜິດເທື່ອກ່ອນນັ້ນອາຍຸຄວາມໃນການຮ້ອງຟ້ອງດັ່ງກ່າວກໍ່ໃຫ້ໄລ່ແຕ່ມື້ກະທໍາຜິດເທື່ອໃໝ່ເປັນຕົ້ນໄປ.ໃນກໍລະນີທີ່ໄດ້ຫຼົບຫຼີກຈາກການດໍາເນີນຄະດີກໍ່ຈະໄລ່ແຕ່ມື້ຊຶ່ງຜູ້ກະທໍາຜິດໄດ້ເຂົ້າສະເໜີຕົວຫຼືຖືກຈັບຕົວເປັນຕົ້ນໄປ.

...ໝວດທີ 5 ວ່າດ້ວຍໂທດ


....ມາດຕາ 27 ຈຸດປະສົງຂອງການລົງໂທດ

ມາດຕາ 27 ຈຸດປະສົງຂອງການລົງໂທດ ການລົງໂທດບໍ່ພຽງແຕ່ຈະມີຈຸດປະສົງລົງໂທດຜູ້ກະທໍາຜິດເທົ່ານັ້ນແຕ່ຫາກຍັງມີຈຸດປະສົງເພື່ອດັດສ້າງແລະສຶກສາອົບຮົມຜູ້ຖືກລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ການອອກແຮງງານ,ໃຫ້ປະຕິບັດກົດໝາຍຢ່າງຖືກຕ້ອງແລະເຄັ່ງຄັດ,ໃຫ້ເຄົາລົບລະບຽບການດໍາລົງຊີວິດຂອງສັງຄົມພ້ອມທັງເປັນການປ້ອງກັນບໍ່ໃຫ້ການກະທໍາຜິດເທື່ອໃໝ່ເກີດຂຶ້ນສໍາລັບຜູ້ຖືກລົງໂທດແລະສໍາລັບບຸກຄົນອື່ນອີກດ້ວຍ. ການລົງໂທດແມ່ນບໍ່ມີຈຸດປະສົງຈະກໍ່ຄວາມທຸກທໍລະມານແກ່ຮ່າງກາຍຫຼືຢຽບຢໍ່າກຽດສັກສີຂອງມະນຸດ.

....ມາດຕາ 28 ປະເພດຂອງໂທດ

ມາດຕາ 28 ປະເພດຂອງໂທດ ກ.ໂທດຕົ້ນຕໍ: 1. ຕໍານິວິຈານຕໍ່ໜ້າມະຫາຊົນ; 2. ດັດສ້າງໂດຍບໍ່ຕັດອິດສະລະພາບ; 3. ຕັດອິດສະລະພາບ; 4. ປະຫານຊີວິດ; ຂ. ໂທດເພີ່ມ: 1. ປັບໃໝ(ໃນບາງກໍລະນີອາດເປັນໂທດຕົ້ນຕໍ); 2. ຮິບວັດຖຸສິ່ງຂອງ; 3. ຮິບຊັບ; 4. ປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ; 5. ຈໍາກັດທີ່ຢູ່. ໂທດຮິບຊັບແລະຈໍາກັດທີ່ຢູ່ນັ້ນຈະລົງໃສ່ຜູ້ກະທໍາຜິດໄດ້ກໍ່ຕໍ່ເມື່ອໂທດດັ່ງກ່າວຫາກໄດ້ກໍານົດໄວ້ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້ເທົ່ານັ້ນ. ນອກຈາກໂທດຕົ້ນຕໍແລະໂທດເພີ່ມນັ້ນແລ້ວສານອາດຈະສະເໜີໃຫ້ອົງການທີ່ກ່ຽວຂ້ອງຖອນໃບຂັບຂີ່ຫຼືໃບອານຸຍາດອື່ນໆ,ປົດຕໍາແໜ່ງ,ຫ້າມດໍາລົງຕໍາແໜ່ງຫຼືປະກອບອາຊີບໃດອາຊີບໜຶ່ງ,ປົດຫຼຽນໄຊ,ຫຼຽນກາຫຼືນາມມະຍົດແລະເນລະເທດຜູ້ກະທໍາຜິດ.

....ມາດຕາ 29 ໂທດຕໍານິວິຈານຕໍ່ໜ້າມະຫາຊົນ

ມາດຕາ 29 ໂທດຕໍານິວິຈານຕໍ່ໜ້າມະຫາຊົນ ໂທດຕໍານິວິຈານຕໍ່ໜ້າມະຫາຊົນແມ່ນການຕໍານິວິຈານຜູ້ກະທໍາຜິດໃນທີ່ປະຊຸມສານ.ໃນກໍລະນີຈໍາເປັນກໍ່ອາດຈະເອົາຄໍາຕັດສິນຂອງສານລົງໃນໜ້າໜັງສືພິມຫຼືດ້ວຍວິທີການອື່ນໆກໍ່ໄດ້.

....ມາດຕາ 30 ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ

ມາດຕາ 30 ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ,ແມ່ນໂທດທີ່ຈະລົງໃສ່ຜູ້ກະທໍາຜິດດ້ວຍການປະໃຫ້ຜູ້ກ່ຽວສືບຕໍ່ອອກແຮງງານຢູ່ບ່ອນເຮັດວຽກເດີມຫຼືຢູ່ບ່ອນອື່ນໂດຍຫັກເອົາເງິນແຕ່ຫ້າຫາຊາວສ່ວນຮ້ອຍຂອງເງິນຄ່າແຮງງານທັງໝົດຂອງຜູ້ກະທໍາຜິດເຂົ້າເປັນລາຍໄດ້ຂອງລັດຕາມຄໍາຕັດສິນຂອງສານ. ໂທດດັດສ້າງໂດຍບໍ່ຕັດອິດສະລະພາບທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນແມ່ນບໍ່ໃຫ້ເກີນໜຶ່ງປີ.

....ມາດຕາ 31 ໂທດຕັດອິດສະລະພາບ

ມາດຕາ 31 ໂທດຕັດອິດສະລະພາບ ໂທດຕັດອິດສະລະພາບມີກໍານົດແຕ່ສາມເດືອນຫາຊາວປີຫຼືຕະຫຼອດຊີວິດ. ຫ້າມລົງໂທດຕັດອິດສະລະພາບຕະຫຼອດຊີວິດໃສ່ຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີແລະຜູຍິງທີ່ຖືພາໃນເວລາກະທໍາຜິດ.

....ມາດຕາ 32 ໂທດປະຫານຊີວິດ

ມາດຕາ 32 ໂທດປະຫານຊີວິດ ໂທດປະຫານຊີວິດແມ່ນມາດຕະການພິເສດຂອງການລົງໂທດທີ່ຈະລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ບົ່ງໄວ້ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້. ການປະຫານຊີວິດແມ່ນປະຕິບັດດ້ວຍການຍິງເປົ້າ. ຫ້າມລົງໂທດປະຫານຊີວິດໃສ່ຜູ້ກະທໍຜິດທີ່ອາຍຸຕໍ່າກວ່າສິບແປດປີໃນເວລາກະທໍາຜິດແລະຜູ້ຍິງທີ່ຖືພາໃນເວລາກະທໍາຜິດຫຼືໃນເວລາຕັດສິນຫຼືໃນເວລາປະຕິບັດໂທດ.

....ມາດຕາ 33 ໂທດປັບໃໝ

ມາດຕາ 33 ໂທດປັບໃໝ ໂທດປັບໃໝແມ່ນໂທດທາງດ້ານການເງິນຊຶ່ງແມ່ນສານເປັນຜູ້ວາງຕາກໍລະນີແລະຂອບເຂດທີ່ກົດໝາຍໄດ້ກໍານົດໄວ້. ຈໍານວນເງິນທີ່ຈະປັບໃໝນັ້ນຕ້ອງກໍານົດຕາມຄວາມຮ້າຍແຮງຂອງການກະທໍາຜິດໂດຍອີງໃສ່ສະພາບເສດຖະກິດຂອງຜູ້ກະທໍາຜິດ.ໃນກໍລະນີທີ່ຜູ້ກ່ຽວຫາກບໍ່ສາມາດຈະເສຍຄ່າປັບໃໝໄດ້ໃນເວລານັ້ນສານກໍ່ສາມາດປ່ຽນໂທດປັບໃໝມາເປັນໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ຫ້າມເອົາໂທດປັບໃໝປ່ຽນມາເປັນໂທດຕັດອິດສະລະພາບແລະຫ້າມເອົາໂທດຕັດອິດສະລະພາບປ່ຽນມາເປັນໂທດປັບໃໝ.

....ມາດຕາ 34 ໂທດຮິບຊັບແລະໂທດຮິບວັດຖຸສິ່ງຂອງ

ມາດຕາ 34 ໂທດຮິບຊັບແລະໂທດຮິບວັດຖຸສິ່ງຂອງ ໂທດຮິບຊັບແມ່ນການເອົາຊັບທັງໝົດຫຼືສ່ວນໃດສ່ວນໜຶ່ງທີ່ເປັນກໍາມະສິດຂອງຜູ້ກະທໍາຜິດມາເປັນຂອງລັດໂດຍບໍ່ມີການໃຊ້ແທນ. ໂທດຮິບຊັບຈະລົງໃສ່ໄດ້ແຕ່ການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຊຶ່ງໄດ້ກໍານົດໄວ້ຢູ່ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້ເທົ່ານັ້ນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບທັງໝົດຕ້ອງໄດ້ຍົກເວັ້ນຊັບທີ່ຈໍາເປັນສໍາລັບການດໍາລົງຊີວິດຂອງຜູ້ກະທໍາຜິດແລະຄອບຄົວຕາມບັນຊີທີ່ໄດ້ຄັດຕິດນໍາກົດໝາຍອາຍາສະບັບນີ້.ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນໃດສ່ວນໜຶ່ງສານຕ້ອງກໍານົດຊັບທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ. ໂທດຮິບວັດຖຸສິ່ງຂອງແມ່ນການຮິບວັດຖຸສິ່ງຂອງທີ່ໃຊ້ໃນການກະທໍາຜິດຫຼືສໍາລັບໃຊ້ໃນການກະທໍາຜິດຫຼືໄດ້ມາຈາກການກະທໍາຜິດໂດຍເຈດຕະນາມາເປັນຂອງລັດ.ວັດຖຸສິ່ງຂອງບຸກຄົນອື່ນທີ່ຮັບໃຊ້ການກະທໍາຜິດນັ້ນຈະຖືກຮິບເປັນຂອງລັດໄດ້ກໍ່ຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມບໍລິສຸດໃຈຫຼືໃນເມື່ອເຫັນວ່າການຮິບວັດຖຸສິ່ງຂອງນັ້ນມີຄວາມຈໍາເປັນເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງຂອງທີ່ເປັນກໍາມະສິດຂອງລັດແລະລວມໝູ່ນັ້ນຈະບໍ່ຖືກຮິບແຕ່ຫາກຍັງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

....ມາດຕາ 35 ໂທດປົດສິດເລື້ອກຕັ້ງແລະສະໝັກຮັບເລືອກຕັ້ງ

ມາດຕາ 35 ໂທດປົດສິດເລື້ອກຕັ້ງແລະສະໝັກຮັບເລືອກຕັ້ງ ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງແມ່ນການຕັດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງຂອງຜູ້ກະທໍາຜິດໃນຖານຄະຣຸໂທດ. ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນແມ່ນບໍ່ໃຫ້ເກີນຫ້າປີນັບແຕ່ມື້ໄດ້ປະຕິບັດໂທດສິ້ນສຸດແລ້ວເປັນຕົ້ນໄປ.

....ມາດຕາ 36 ໂທດຈໍາກັດທີ່ຢູ່

ມາດຕາ 36 ໂທດຈໍາກັດທີ່ຢູ່ ໂທດຈໍາກັດທີ່ຢູ່ແມ່ນການຫ້າມຜູ້ຖືກຕັດສິນອອກຈາກສະຖານທີ່ແຫ່ງໃດແຫ່ງໜຶ່ງຫຼືຫ້າມເຂົ້າໄປຢູ່ສະຖານທີ່ແຫ່ງໃດແຫ່ງໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງສານ. ໂທດຈໍາກັດທີ່ຢູ່ທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນແມ່ນບໍ່ໃຫ້ເກີນຫ້າປີນັບແຕ່ມື້ປະຕິບັດໂທດສິ້ນສຸດແລ້ວເປັນຕົ້ນໄປ. ຫ້າມລົງໂທດຈໍາກັດທີ່ຢູ່ໃສ່ຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີແລະຜູ້ຍິງທີ່ຖືພາຫຼືຜູ້ຍິງທີ່ມີລູກຊຶ່ງອາຍຸບໍ່ທັນເຖິງແປດປີໃນເວລາກະທໍາຜິດ. ໂທດຈໍາກັດທີ່ຢູ່ຈະບົ່ງໄວ້ໃນພາກສະເພາະຂອງກົດໝາຍອາຍາສະບັບນີ້.

...ໝວດທີ 6 ວ່າດ້ວຍການວາງໂທດ


....ມາດຕາ 37 ຫຼັກການລວມຂອງການວາງໂທດ

ມາດຕາ 37 ຫຼັກການລວມຂອງການວາງໂທດ ສານເປັນຜູ້ວາງໂທດໃນຂອບເຂດຂອງມາດຕາກົດໝາຍທີ່ໄດ້ກໍານົດໂທດໃສ່ການກະທໍາຜິດນັ້ນ.ໃນການວາງໂທດນັ້ນສານຕ້ອງອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ.

....ມາດຕາ 38 (ໃໝ່) ລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດ

ມາດຕາ 38 (ໃໝ່) ລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດ ລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດໝາຍເຖິງສະຖານການກະທໍາຜິດແລະວິທີການກະທໍາຜິດ.

....ມາດຕາ 39 (ໃໝ່) ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດ

ມາດຕາ 39 (ໃໝ່) ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດ ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດຂຶ້ນກັບຜົນເສຍຫາຍຕົວຈິງທາງດ້ານຊີວິດ,ສຸຂະພາບ,ກຽດສັກສີແລະຊັບສິນທີ່ເນື່ອງມາຈາກການກະທໍາຜິດໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງ. ສໍາລັບຜົນເສຍຫາຍທາງດ້ານຊັບສິນນັ້ນມີສາມລະດັບດັ່ງນີ້: 1.ລະດັບຕໍ່າຫຼືເສຍຫາຍໜ້ອຍແຕ່ຫ້າແສນກີບຫາຊາວລ້ານກີບ; 2.ລະດັບກາງຫຼືເສຍຫາຍຫຼາຍເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບ; 3.ລະດັບສູງຫຼືເສຍຫາຍຢ່າງຫຼວງຫຼາຍເກີນກວ່າຫ້າສິບລ້ານກີບ. ....ມາດຕາ 40 (ໃໝ່) ສາເຫດທີ່ພາໃຫ້ີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ

ມາດຕາ 40 (ໃໝ່) ສາເຫດທີ່ພາໃຫ້ີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາມີຄື: 1.ຜູ້ກະທໍາຜິດມີອາຍຸຕໍ່າກວ່າສິບແປດປີຫຼືເກີນກວ່າຫົກສິບປີ; 2.ຜູ້ກະທໍາຜິດແມ່ນຜູ້ຍິງທີ່ຖືພາຫຼືແມ່ທີ່ມີລູກອ່ອນອາຍຸແຕ່ສອງປີລົງມາ; 3.ການປ້ອງກັນຕົວເກີນຂອບເຂດ; 4.ການກະທໍາຜິດຍ້ອນຖືກແຕະຕ້ອງທາງດ້ານຈິດໃຈຢ່າງໜັກຈົນບໍ່ສາມາດຄຸມສະຕິໄວ້ໄດ້ດ້ວຍການກະທໍາອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍ; 5.ການກະທໍາຜິດໃນສະຖານຄະຣຸໂທດຍ້ອນຖືກບັງຄັບຫຼືຖືກຂົ່ມຂູ່; 6.ຜູ້ກະທໍາຜິດຢັບຢັ້ງແລະແກ້ໄຂຜົນເສຍຫາຍຂອງການກະທໍາຜິດທີ່ຕົນໄດ້ກໍ່ຂຶ້ນຫຼືໄດ້ຈິງໃຈໃຊ້ແທນຄ່າເສຍຫາຍໂດຍສະໝັກໃຈແລ້ວ; 7.ການກະທໍາຜິດຍ້ອນສະພາບຫຍຸ້ງຍາກໜັກໜ່ວງທາງສ່ວນຕົວຫຼືທາງຄອບຄົວ; 8.ຜູ້ກະທໍາຜິດຮູ້ສຶກກິນແໜງແລ້ວຈິງໃຈມອບຕົວຕໍ່ເຈົ້າໜ້າທີ່,ຮັບສາລະພາບແລະເປີດເຜີຍການກະທໍາຜິດຂອງຕົນແລະການກະທໍາຜິດຂອງຜູ້ອື່ນ; 9.ການກະທໍາຜິດຄັ້ງທໍາອິດຖ້າວ່າການກະທໍາຜິດດັ່ງກ່າວຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ; 10.ຜູ້ກະທໍາຜິດທີ່ໄດ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ໃນການວາງໂທດນັ້ນສານອາດອີງໃສ່ສາເຫດອື່ນທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາທີ່ບໍ່ໄດ້ກໍານົດໄວ້ໃນມາດຕານີ້ກໍ່ໄດ້.

....ມາດຕາ 41 ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ

ມາດຕາ 41 ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາມີຄື: 1.ຜູ້ທີ່ເຄີຍໄດ້ກະທໍາຜິດມາກ່ອນແລ້ວມາກະທໍາຜິດເທື່ອໃໝ່ອີກ; 2.ການກະທໍາຜິດໂດຍມີການຈັດຕັ້ງເປັນກຸ່ມ; 3.ການກະທໍາຜິດຍ້ອນຄວາມໂລບມາກໂລພາ; 4.ການກະທໍາຜິດຕໍ່ເດັກທີ່ບໍ່ທັເຖິງກະສຽນອາຍຸ,ຜູ້ເຖົ້າ,ຜູ້ທີ່ບໍ່ສາມາດປ້ອງກັນຕົວໄດ້,ຜູ້ທີ່ຂຶ້ນກັບຕົນທາງດ້ານວັດຖຸຫຼືດ້ານອື່ນໆ,ຜູ້ທີ່ຢູ່ໃຕ້ການບັງຄັບບັນຊາຂອງຕົນ; 5.ການຍຸແຍ່ເດັກທີ່ບໍ່ທັນເຖິງກະສຽນອາຍຸໄປກະທໍາຜິດ,ການຂົນຂວາຍເດັກທີ່ບໍ່ທັນເຖິງກະສຽນອາຍຸເຂົ້າຮ່ວມໃນການກະທໍາຜິດ; 6.ການກະທໍາຜິດແບບໂຫດຮ້າຍປ່າເຖື່ອນຫຼືແບບປະຈານຜູ້ຖືກເຄາະຮ້າຍ; 7.ການກະທໍາຜິດທີ່ພາໃຫ້ມີຜົນສະທ້ອນອັນໜັກໜ່ວງ; 8.ການສວຍໂອກາດກະທໍາຜິດໃນເວລາເກີດໄພພິບັດ; 9.ການກະທໍາຜິດດ້ວຍວິທີທີ່ມີລັກສະນະເປັນອັນຕະລາຍຕໍ່ສາທາລະນະຊົນ; 10.ການກະທໍາຜິດຍ້ອນເມົາເຫຼົ້າຫຼືເມົາຢາເສບຕິດ,ອີງຕາມລັກສະນະຂອງການກະທໍາຜິດດັ່ງກ່າວສານມີສິດຊີ້ຂາດວ່າການກະທໍາຜິດນັ້ນບໍ່ເປັນສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ; 11.ການໃຫ້ການຊັດທອດຄວາມຜິດໃສ່ຜູ້ທີ່ຕົນຮູ້ແຈ້ງວ່າເປັນຄົນບໍລິສຸດ; 12.ຜູ້ທີ່ໄດ້ກະທໍາຜິດເພື່ອປົກປິດການກະທໍາຜິດອື່ນຫຼືໃຊ້ຄວາມຮຸນແຮງເພື່ອຫຼົບໜີ.

....ມາດຕາ 42 ການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດ

ມາດຕາ 42 ການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດ ການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດໃຫ້ອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງມັນ,ຕາມລະດັບການປະຕິບັດເຈດຕະນາຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ການກະທໍາຜິດບໍ່ສໍາເລັດນັ້ນ.ສານຈະວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້.

....ມາດຕາ 43 (ໃໝ່) ການວາງໂທດໃສ່ການສົມຮູ້ຮ່ວມຄິດແລະການຍຸຍົງໃນການກະທໍາຜິດ

ມາດຕາ 43 (ໃໝ່) ການວາງໂທດໃສ່ການສົມຮູ້ຮ່ວມຄິດແລະການຍຸຍົງໃນການກະທໍາຜິດ ການວາງໂທດໃສ່ການສົມຮູ້ຮ່ວມຄິດແລະການຍຸຍົງໃນການກະທໍາຜິດໃຫ້ວາງໂທດເທົ່າກັນກັບການຮ່ວມກັນອື່ນໆໃນການກະທໍາຜິດ.ແຕ່ອີງຕາມລະດັບແລະລັກສະນະຂອງການສົມຮູ້ຮ່ວມຄິດແລະການຍຸຍົງແລ້ວການຈະວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້. ສໍາລັບການສົມຮູ້ຮ່ວມຄິດແລະການຍຸຍົງໃນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດປະຫານຊີວິດຫຼືຕັດອິດສະລະພາບຕະຫຼອດຊີວິດນັ້ນສານອາດຈະຫຼຸດລົງມາເປັນໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີກໍ່ໄດ້.

....ມາດຕາ 44 ການວາງໂທດໃສ້ເດັກກະທໍາຜິດ

ມາດຕາ 44 ການວາງໂທດໃສ້ເດັກກະທໍາຜິດ ໃນການວາງໂທດໃສ່ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີໃນເວລາກະທໍາຜິດໂດຍອີງຕາມລະດັບແລະລັກສະນະຂອງການກະທໍາຜິດດັ່ງກ່າວສານຈະວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້.

....ມາດຕາ 45 ການວາງໂທດໃສ່ການກະທໍາຜິດຫຼາຍສະຖານ

ມາດຕາ 45 ການວາງໂທດໃສ່ການກະທໍາຜິດຫຼາຍສະຖານ ໃນການວາງໂທດໃສ່ການກະທໍາຜິດອັນດຽວທີ່ຜິດຕໍ່ຫຼາຍມາດຕານັ້ນໃຫ້ເອົາມາຕາກົດໝາຍທີ່ໄດ້ກໍານົດໂທດໜັກກວ່າໝູ່ມາວາງໃສ່. ໃນການວາງໂທດໃສ່ການກະທໍາຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາໃຫ້ວາງໂທດໃສ່ແຕ່ລະການກະທໍາຜິດແລ້ວເອົາບັນດາໂທດດັ່ງກ່າວມາສົມໃສ່ກັນທັງໝົດແຕ່ບໍ່ໃຫ້ເກີນໂທດສູງສຸດຂອງການກະທໍາຜິດດັ່ງກ່າວທີ່ໜັກກວ່າໝູ່ຊຶ່ງກົດໝາຍໄດ້ກໍານົດໄວ້. ອາດຈະຕື່ມໂທດເພີ່ມອັນໃດອັນໜຶ່ງໃສ່ໂທດຕົ້ນຕໍອີກໍ່ໄດ້ໃນກໍລະນີທີ່ໂທດເພີ່ມຂອງການກະທໍາຜິດດັ່ງກ່າວຫາກໄດ້ບົ່ງໄວ້ໃນພາກສະເພາະຂອງກົດໝາຍອາຍາສະສັບນີ້. ໃນກໍລະນີທີ່ພາຍຫຼັງໄດ້ຕັດສິນແລ້ວຫຼືຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວຫຼືຜູ້ກະທໍາຜິດກໍ່ໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງຫຼືທັງໝົດແລ້ວຫາກຍັງເຫັນຕື່ມອີກວ່າຜູ້ກະທໍາຜິດໄດ້ກະທໍາຜິດມາກ່ອນແລ້ວການວາງໂທດກໍ່ໃຫ້ປະຕິບັດຕາມວິທີການທີ່ກ່າວມາຂ້າງເທິງນີ້. ໃນກໍລະນີທີ່ພາຍຫຼັງຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວຫຼືໃນເວລາປະຕິບັດໂທດຢູ່ນັ້ນຖ້າວ່າຜູ້ຖືກຕັດສິນຫາກໄດ້ກະທໍາຜິດໃໝ່ອີກສານຈະຕື່ມໂທດເກົ່າທີ່ຍັງບໍ່ທັນໄດ້ປະຕິບັດໃສ່ໂທດທີ່ຕັດສິນໃໝ່ບາງສ່ວນຫຼືທັງໝົດກໍ່ໄດ້. ສໍາລັບໂທດປັບໃໝນັ້ນໃຫ້ປະຕິບັດແຕ່ລະອັນ,ຈະເອົາມາສົມໃສ່ກັນຫຼືສົມໃສ່ໂທດປະເພດອື່ນຕາມວິທີກ່າວມາຂ້າງເທິງນັ້ນແມ່ນບໍ່ໄດ້.

....ມາດຕາ 46 ການວາງໂທດໃສ່ການກະທໍາຜິດທີ່ບໍ່ເຂັດຫຼາບ

ມາດຕາ 46 ການວາງໂທດໃສ່ການກະທໍາຜິດທີ່ບໍ່ເຂັດຫຼາບ ການວາງໂທດໃສ່ການກະທໍາຜິດທີ່ບໍ່ເຂັດຫຼາບໃນການກະທໍາຜິດຖານໂທສານຸໂທດນັ້ນໃຫ້ເອົາໂທດທີ່ສານຈະວາງໃສ່ຜູ້ກະທໍາຜິດໃນອໍລະນີທໍາມະດາມາສົມໃສ່ເຄິ່ງໜຶ່ງຂອງໂທດດັ່ງກ່າວ. ສ່ວນການກະທໍາຜິດທີ່ບໍ່ເຂັດຫຼາບໃນການກະທໍາຜິດຖານຄະຣຸໂທດໄດ້ເປັນສາເຫດໜຶ່ງທີ່ພາໃຫ້ເພີ່ມຄວາມຮັບຜິດຊອບທາງອາຍາຕາມທີ່ບົ່ງໄວ້ໃນມາດຕາ 41 ຂອງກົດໝາຍສະບັບນີ້.

....ມາດຕາ 47 ການພາກໂທດ

ມາດຕາ 47 ການພາກໂທດ ການພາກໂທດຕັດອິດສະລະພາບ,ໂທດດັ່ງສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດປັບໃໝທີ່ເປັນໂທດຕົ້ນຕໍແມ່ນການໂຈະການປະຕິບັດໂດທນີ້ໄວ້ຫ້າປີ.ຖ້າວ່າພາຍໃນກໍານົດດັ່ງກ່າວຜູ້ຖືກຕັດສິນຫາກບໍ່ໄດ້ກະທໍາຜິດໃໝ່ໂດຍເຈດຕະນາອີກໂທດທີ່ພາກໄວ້ນັ້ນກໍ່ຈະຕົກໄປ.ແຕ່ຖ້າຜູ້ກະທໍາຜິດຫາກໄດ້ກະທໍາຜິດໃໝ່ໂດຍເຈດຕະນາແລະຖືກສານຕັດສິນລົງໂທດຕັດອິດສະລະພາບເມື່ອຄໍາຕັດສິນນັ້ນໃຊ້ໄດ້ຢ່າງເດັດຂາດແລ້ວຜູ້ກ່ຽວກໍ່ຈະໄດ້ປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກດ້ວຍ. ໃນການພາກໂທດນັ້ນຈະພາກທັງໝົດຫຼືພາກສ່ວນໃດສ່ວນໜຶ່ງກໍ່ໄດ້.ສໍາລັບຜູ້ກະທໍາຜິດທີ່ບໍ່ເຂັດຫຼາບ,ຜູ້ທີ່ຖືກຕັດສິນລົງໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປຫຼືຜູ້ທີ່ຖືກຕັດສິນລົງໂທດໃນສະຖານຄະຣຸໂທດນັ້ນຈະບໍ່ໄດ້ຮັບການພາກໂທດ.

....ມາດຕາ 48 ການຄິດໄລ່ການກັກຂັງພາງເຂົ້າໃນການປະຕິບັດໂທດ

ມາດຕາ 48 ການຄິດໄລ່ການກັກຂັງພາງເຂົ້າໃນການປະຕິບັດໂທດ ກໍານົດເວລາການກັກຂັງພາງທັງໝົດຕ້ອງຄິດໄລ່ເຂົ້າໃນການປະຕິບັດໂທດຕັດອິດສະລະພາບຫຼືໂທດດັດສ້າງໂດຍບໍ່ຕັດອິດສະລະພາບ.ການກັກຂັງພາງໜຶ່ງວັນແມ່ນເທົ່າກັນກັບໂທດຕັດອິດສະລະພາບໜຶ່ງວັນຫຼືເທົ່າກັນກັບໂທດດັດສ້າງໂດຍບໍ່ຕັດອິດສະລະພາບສາມວັນ.

....ມາດຕາ 49 ການພົ້ນຈາກການລົງໂທດດ້ວຍການສົ່ງຜູ້ກະທໍາຜິດໃຫ້ອໍານາດການປົກຄອງຫຼືອົງການຈັດຕັ້ງສັງຄົມສຶກສາອົບຮົ

ມາດຕາ 49 ການພົ້ນຈາກການລົງໂທດດ້ວຍການສົ່ງຜູ້ກະທໍາຜິດໃຫ້ອໍານາດການປົກຄອງຫຼືອົງການຈັດຕັ້ງສັງຄົມສຶກສາອົບຮົມ ຖ້າຫາກເຫັນວ່າການກະທໍາຜິດເປັນການກະທໍາຜິດໃນຖານລະຫຸໂທດແລະບຸກຄະລິກກະພາບຂອງຜູ້ກະທໍາຜິດນັ້ນບໍ່ເປັນອັນຕະລາຍຕໍ່ສັງຄົມສານອາດຈະສົ່ງຜູ້ກະທໍາຜິດໃຫ້ອໍານາດການປົກຄອງຫຼືອົງການຈັດຕັ້ງສັງຄົມສຶກສາອົບຮົມກໍ່ໄດ້.

...ໝວດທີ 7 ວ່າດ້ວຍສາເຫດທີ່ພາໃຫ້ການປະຕິບັດໂທດຕົກໄປແລະການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ


....ມາດຕາ 50 ສາເຫດທີ່ພາໃຫ້ມີການປະຕິບັດໂທດຕົກໄປ

ມາດຕາ 50 ສາເຫດທີ່ພາໃຫ້ມີການປະຕິບັດໂທດຕົກໄປ ການປະຕິບັດໂທດທາງອາຍາຈະຕົກໄປໃນເມື່ອຫາກມີສາເຫັດດັ່ງຕໍ່ໄປນີ້: -ຜູ້ຖືກຕັດສິນລົງໂທດໄດ້ເສຍຊີວິດ; -ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໝົດໄປ; -ຜູ້ຖືກຕັດສິນໄດ້ຮັບອະໄພຍະໂທດ.

....ມາດຕາ 51 ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານ

ມາດຕາ 51 ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານ ໂທດທີ່ສານວາງໃສ່ຜູ້ກະທໍາຜິດຈະບໍ່ສາມາດປະຕິບັດໄດ້ຖ້າຫາກກາຍກໍານົດເວລາທີ່ກ່າວໄວ້ລຸ່ມນີ້: -ໜຶ່ງປີສໍາລັບໂທດຖານລະຫຸໂທດ; -ເຈັດປີສໍາລັບໂທດຖານໂທສານຸໂທດ; -ສິບຫ້າປີສໍາລັບໂທດຖານຄະຣຸໂທດ. ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໃຫ້ນັບແຕ່ມື້ທີ່ຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.ໃນກໍລະນີທີ່ໄດ້ກະທໍາຜິດເທື່ອໃໝ່ພາຍໃນກໍານົດອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໃສ່ການກະທໍາຜິດເທື່ອກ່ອນນັ້ນອາຍຸຄວາມດັ່ງກ່າວໃຫ້ໄລ່ນັບແຕ່ມື່ກະທໍາຜິດເທື່ອໃໝ່ນັ້ນເປັນຕົ້ນໄປ.ໃນກໍລະນີທີ່ໄດ້ຫຼົບຫຼີກຈາກການປະຕິບັດໂທດພາຍໃນກໍານົດອາຍຸຄວາມໃນການປະຕິບັດຄໍາຕັດສິນອາຍຸຄວາມດັ່ງກ່າວໃຫ້ໄລ່ນັບແຕ່ມື້ຜູ້ຖືກຕັດສິນເຂົ້າະເໝີຕົວຫຼືຖືກຈັບຕົວເປັນຕົ້ນໄປ.

....ມາດຕາ 52 ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ

ມາດຕາ 52 ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂຕາມຄໍາສະເໜີຂອງຄະນະຮັບຜິດຊອບຄ້າຍດັດສ້າງກໍ່ສາມາດປະຕິບັດຕໍ່ຜູ້ປະຕິບັດໂທດທີ່ກ້າວໜ້າ,ຝຶກຝົນຫຼໍ່ຫຼອມຕົນເອງ,ເປັນແບບຢ່າງໃນການອອກແຮງງານຊຶ່ງໄດ້ປະຕິບັດໂທດມາແລ້ວເຄິ່ງໜຶ່ງສໍາລັບຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີໃນເວລາກະທໍາຜິດ,ສອງສ່ວນສາມສໍາລັບຜູ້ກະທໍາຜິດທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ,ສິບຫ້າປີສໍາລັບຜູ້ກະທໍາຜິດທີ່ປະຕິບັດໂທດຕັດອິດສະລະພາບຕະຫຼອດຊີວິດ. ສານປະຊາຊົນທ້ອງຖິ່ນບ່ອນປະຕິບັດໂທດຈະເປັນຜູ້ພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂແລະວາງເງື່ອນໄຂໃຫ້ຜູ້ຖືກປ່ອຍຕົວປະຕິບັດ.ຖ້າວ່າພາຍໃນກໍານົດຫ້າປີຜູ້ຖືກປ່ອຍຕົວກ່ອນກໍານົດຫາກໄດ້ປະຕິບັດຖືກຕ້ອງຕາມເງື່ອນໄຂແລະບໍ່ໄດ້ກະທໍາຜິດໃໝ່ໂທດທີ່ເຫຼືອນັ້ນກໍ່ຈະຕົກໄປ. ໃນກໍລະນີທີ່ບໍ່ປະຕິບັດໄດ້ຕາມເງື່ອນໄຂພາຍໃນກໍານົດດັ່ງກ່າວຜູ້ຖືກປ່ອຍຕົວກ່ອນກໍານົດຈະໄດ້ປະຕິບັດໂທດທີ່ຍັງເຫຼືອນັ້ນ.ໃນກໍລະນີທີ່ໄດ້ກະທໍາຜິດໃໝ່ພາຍໃນກໍານົດດັ່ງກ່າວຜູ້ຖືກປ່ອຍຕົວກ່ອນກໍານົດຈະປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ຍັງເຫຼືອນັ້ນອີກດ້ວຍ. ສໍາລັບຜູ້ກະທໍາຜິດທີ່ບໍ່ເຂັດຫຼາບແລະຜູ້ຖືກລົງໂທດປະຫານຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບນັ້ນຫ້າມປ່ອຍຕົວກ່ອນກໍານົດ.

...ໝວດທີ 8 ວ່າດ້ວຍມາດຕະການຂອງສານກ່ຽວກັບການສຶກສາອົບຮົມແລະການປິ່ນປົວ


....ມາດຕາ 53 (ໃໝ່) ການນໍາໃຊ້ມາດຕະການຕໍ່ເດັກ

ມາດຕາ 53 (ໃໝ່) ການນໍາໃຊ້ມາດຕະການຕໍ່ເດັກ ສໍາລັບເດັກອາຍຸບໍ່ທັນເຖິງສິບຫ້າປີທີ່ໄດ້ມີການກະທໍາຊຶ່ງເປັນອັນຕະລາຍຕໍ່ສັງຄົມນັ້ນໃຫ້ນໍາໃຊ້ມາດຕະການດັ່ງນີ້: 1.ໃຫ້ໄປຂໍອະໄພນໍາຜູ້ຖືກເສຍຫາຍດ້ວຍວິທີການອັນເໝາະສົມ; 2.ໃຊ້ແທນຄ່າເສຍຫາຍທາງແພ່ງໂດຍພໍ່ແມ່ຫຼືຜູ້ປົກຄອງ; 3.ສົ່ງໃຫ້ຜູ້ປົກຄອງເດັກຕິດຕາມສຶກສາອົບຮົມ; 4.ສົ່ງໃຫ້ອົງການປົກຄອງແລະອົງການຈັດຕັ້ງສັງຄົມຕິດຕາມສຶກສາອົບຮົມ. ສໍາລັບເດັກທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ຕໍ່ກວ່າສິບແປດປີຫາກໄດ້ກະທໍາຜິດທາງອາຍາໃນສະຖານລະຫຸໂທດແລະໂທສານຸໂທດນັ້ນສານຈະນໍາໃຊ້ມາດຕະການທີ່ກ່າວມາເທິງນີ້ກໍ່ໄດ້.

....ມາດຕາ 54 ການນໍາໃຊ້ມາດຕະການຂອງສານຕໍ່ຄົນເສຍຈິດ

ມາດຕາ 54 ການນໍາໃຊ້ມາດຕະການຂອງສານຕໍ່ຄົນເສຍຈິດ ຕໍ່ຜູ້ທີ່ໄດ້ກະທໍາຜິດໃນເວລາເສຍຈິດຫຼືໃນເວລາທີ່ມີສະຕິສົມບູນດີແຕ່ໄດ້ເກີດເປັນໂລກເສຍຈິດກ່ອນສານຕັດສິນຫຼືເວລາປະຕິບັດໂທດຢູ່ນັ້ນສານອາດຈະນໍາໃຊ້ມາດຕະການກ່ຽວກັບການປິ່ນປົວໂດຍສົ່ງໄປປິ່ນປົວທີ່ໂຮງໝໍໂລກຈິດຫຼືສະຖານທີ່ປິ່ນປົວສະເພາະ. ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີຫຼືນໍາມາປະຕິບັດໂທດຖ້າຫາກວ່າຍັງບໍ່ທັນໝົດອາຍຸຄວາມໃນການຮ້ອງຟ້ອງຫຼືອາຍຸຄວາມໃນການປະຕິບັດຄໍາຕັດສິນ. ກໍານົດເວລາຂອງການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາຂອງການປະຕິບັດໂທດ.

....ມາດຕາ 55 ການນໍາໃຊ້ມາດຕະການຂອງສານຕໍ່ຜູ້ຕິດເຫຼົ້າຫຼືຢາເສບຕິດ

ມາດຕາ 55 ການນໍາໃຊ້ມາດຕະການຂອງສານຕໍ່ຜູ້ຕິດເຫຼົ້າຫຼືຢາເສບຕິດ ຕໍ່ຜູ້ຕິດເຫຼົ້າຫຼືຢາເສບຕິດທີ່ໄດ້ກະທໍາຜິດຊຶ່ງບໍ່ຖືກລົງໂທດຕັດອິດສະລະພາບນັ້ນສານອາດຈະນໍາໃຊ້ມາດຕະການກ່ຽວກັບການປິ່ນປົວໂດຍສົ່ງເຂົ້າໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະ.ໃນກໍລະນີທີ່ມີໂທດຕັດອິດສະລະພາບສານຕ້ອງນໍາໃຊ້ມາດຕະການກ່ຽວກັບການປິ່ນປົວໃນໄລຍະທີ່ປະຕິບັດໂທດນັ້ນແລະໃນເມື່ອພົ້ນໂທດແລ້ວແຕ່ການປິ່ນປົວຫາກບໍ່ທັນສິ້ນສຸດສານອາດຈະນໍາໃຊ້ມາດຕະການກ່ຽວກັບການປິ່ນປົວຕໍ່ໂດຍສົ່ງເຂົ້າໂຮງໝໍສໍາລັບປິ່ນປົວຜູ້ຕິດເຫຼົ້າຫຼືຢາເສບຕິດສະເພາະຫຼືມອບໃຫ້ອໍານາດການປົກຄອງ,ອົງການຈັດຕັ້ງສັງຄົມຫຼືອົງການຈັດຕັ້ງລວມໝູ່ສືບຕໍ່ສຶກສາອົບຮົມແລະປິ່ນປົວ. ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີຫຼືນໍາມາປະຕິບັດໂທດຖ້າຫາກວ່າບໍ່ທັນໝົດອາຍຸຄວາມໃນການຮ້ອງຟ້ອງຫຼືອາຍຸຄວາມໃນການປະຕິບັດຄໍາຕັດສິນ. ກໍານົດເວລາຂອງການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາຂອງການປະຕິບັດໂທດ.

..ພາກສະເພາະ


...ໝວດທີ 1 ວ່າດ້ວຍການກະທໍາຜິດຕໍ່ຄວາມສະຫງົບຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ


....ມາດຕາ 56 ການທໍລະຍົດຕໍ່ຊາດ

ມາດຕາ 56 ການທໍລະຍົດຕໍ່ຊາດ ພົນລະເມືອງລາວຜູ້ທີ່ໄດ້ພົວພັນແລະຮ່ວມມືກັບຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດໂດຍມີເຈດຕະນາເຄື່ອນໄຫວທໍາລາຍຄວາມເປັນເອກະລາດ,ອໍານາດອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນ,ຜົນປະໂຫຍດອັນຍິ່ງໃຫຍ່ທາງດ້ານການເມືອງ,ປ້ອງກັນຊາດປ້ອງກັນຄວາມສະຫງົບ,ເສດຖະກິດ,ວັດທະນະທໍາແລະສັງຄົມຂອງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າລ້ອຍລ້າຍກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ. ພົນລະເມືອງລາວຜູ້ທີ່ຖືກຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດມອບໝາຍໃຫ້ກະທໍາຜິດແຕ່ໄດ້ສະໝັກໃຈລາຍງານເຫດການໃຫ້ເຈົ້າໜ້າທີ່ຮຸ້ລ່ວງໜ້າແລະຍັງບໍ່ທັນໄດ້ລົງມືກະທໍາຜິດນັ້ນຈະບໍ່ຖືກລົງໂທດ.

....ມາດຕາ 57 ການກະບົດ

ມາດຕາ 57 ການກະບົດ ບຸກຄົນຜູ້ໃດທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວກໍ່ຄວາມວຸ້ນວາຍເພື່ອໂຄ່ນລົ້ມອໍານາດການປົກຄອງຫຼືເພື່ອເຮັດໃຫ້ອໍານາດການປົກຄອງອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 58 ການເປັນນັກສືບສອດແນມ

ມາດຕາ 58 ການເປັນນັກສືບສອດແນມ ຄົນຕ່າງປະເທດ,ຄົນຄ່າວດ້າວຫຼືຄົນບໍ່ມີສັນຊາດຜູ້ໃດຫາກໄດ້ເກັບກໍາຂ່າວຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການເພື່ອເຄື່ອນໄຫວກໍ່ຄວາມເສຍຫາຍຫຼືມ້າງເພສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມຮ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ບຸກຄົນຜູ້ໃດຫາກໄດ້ເກັບກໍາຂ່າວຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການສົ່ງໃຫ້ພວກກະບົດລາວທີ່ເຄື່ອນໄຫວມ້າງເພສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສອງຮ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່. ພົນລະເມືອງລາວຜູ້ໃດທີ່ໄດ້ເກັບກໍາຂ່າວຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການສົ່ງໃຫ້ຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດເພື່ອໃຫ້ເປັນຂໍ້ມູນກໍ່ຄວາມເສຍຫາຍຫຼືມ້າງເພສປປລາວຈະຖືວ່າໄດ້ກະທໍາຜິດໃນສະຖານທໍລະຍົດຕໍ່ຊາດແລະຈະຖືກລົງໂທດຕາມມາດຕາ56ຂອງກົດໝາຍສະບັບນີ້. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 59 ການລ່ວງລະເມີດດິນແດນຊຶ່ງແຕະຕ້ອງເຖິງຄວາມສະຫງົບຂອງຊາດ

ມາດຕາ 59 ການລ່ວງລະເມີດດິນແດນຊຶ່ງແຕະຕ້ອງເຖິງຄວາມສະຫງົບຂອງຊາດ ບຸກຄົນຜູ້ໃດທີ່ຖືອາວຸດຫາກໄດ້ລ່ວງລະເມີດດິນແດນຂອງສປປລາວຊຶ່ງເປັນການແຕະຕ້ອງເຖິງຄວາມສະຫງົບຂອງຊາດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາໜຶ່ງຮ້ອຍຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 60 ການປອງຮ້າຍ

ມາດຕາ 60 ການປອງຮ້າຍ ບຸກຄົນຜູ້ໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ນໍາຂອງສປປລາວເພື່ອແນໃສ່ທໍາລາຍມ້າງເພອໍານາດແຫ່ງລັດຫຼືເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີທີ່ການປອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາໜຶ່ງພັນລ້ານກີບຫຼືປະຫານຊີວິດ. ບຸກຄົນຜູ້ໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ຕາງໜ້າອໍານາດແຫ່ງລັດ,ພະນັກງານ,ບຸກຄົນທີ່ເຄື່ອນໄຫວວຽກງານຂອງອົງການຈັດຕັ້ງຂອງລັດຫຼືຂອງສັງຄົມເພື່ອແນໃສ່ເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການປອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບຫຼືປະຫານຊີວິດ. ບຸກຄົນຜູ້ໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ນໍາ,ສະມາຊິກຄອບຄົວຫຼືຄະນະຕິດຕາມທີ່ມາຢ້ຽມຢາມສປປລາວຫຼືຜູ້ຕາງໜ້າຂອງລັດຕ່າງປະເທດຫຼືຂອງອົງການຈັດຕັ້ງສາກົນຫຼືສະມາຊິກຄອບຄົວທີ່ເຮັດວຽກຢູ່ສປປລາວເພື່ອແນໃສ່ແບ່ງແຍກ,ທໍາລາຍສາຍພົວພັນລະຫວ່າງຊາດຫຼືກໍ່ໃຫ້ເກີດສົງຄາມຂຶ້ນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີທີ່ການປອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາໜຶ່ງພັນລ້ານກີບຫຼືປະຫານຊີວິດ. ນອກຈາກໂທດທີ່ກ່າວມາຂ້າງເທິງນີ້ແລ້ວຍັງອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບບນີ້ແລະອາດຈະຖືກຈໍາກັດທີ່ຢູ່. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 61 ການທໍາລາຍມ້າງເພ

ມາດຕາ 61 ການທໍາລາຍມ້າງເພ ບຸກຄົນຜູ້ໃດຫາກໄດ້ທໍາລາຍ,ມ້າງເພ,ຈູດເຜົາໂຮງຈັກໂຮງງານ,ສໍານັກງານ,ອົງການ,ເສັ້ນທາງ,ພາຫະນະຄົມມະນາຄົມຂົນສົ່ງ,ສື່ສານແລະພື້ນຖານເສດຖະກິດອື່ນໆທີ່ສໍາຄັນເພື່ອແນໃສ່ເຮັດໃຫ້ລັດອ່ອນເພຍແລະເສດຖະກິດແຫ່ງຊາດຊຸດໂຊມ,ໄດ້ຫວ່ານຢາພິດເຄມີຫຼືປ່ອຍເຊື້ອພະຍາດໃສ່ໝູ່ຄົນຫຼືຝູງສັດຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງລ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 62 ການທໍາລາຍກິດຈະການຂອງລັດຫຼືຂອງສັງຄົມ

ມາດຕາ 62 ການທໍາລາຍກິດຈະການຂອງລັດຫຼືຂອງສັງຄົມ ບຸກຄົນຜູ້ໃດຫາກໄດ້ເຄື່ອນໄຫວທໍາລາຍກິດຈະການດ້ານອຸດສາຫະກໍາ,ການຄ້າ,ຂົນສົ່ງ,ກະສິກໍາ,ການເງິນ,ພື້ນຖານເສດຖະກິດ,ການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງຂອງລັດແລະສັງຄົມດ້ວຍການກະທໍາຫຼືການເມີນເສີຍຫຼືດ້ວຍການຍຸແຍ່ປັ່ນປ່ວນພາຍໃນໃຫ້ມີຄວາມແຕກແຍກໂດຍສວຍໃຊ້ໜ້າທີ່ຮັບຜິດຊອບຂອງຕົນເພື່ອເຮັດໃຫ້ລັດອ່ອນເພຍແລະເສດຖະກິດແຫ່ງຊາດຊຸດໂຊມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາໜຶ່ງຮ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະທານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 63 ການປອມແປງເງິນຫຼືການໃຊ້ເງິນປອມ

ມາດຕາ 63 ການປອມແປງເງິນຫຼືການໃຊ້ເງິນປອມ ບຸກຄົນຜູ້ໃດຫາກໄດ້ໃຊ້ເຄື່ອງພິມຫຼືໃຊ້ວິທີການອື່ນປອມແປງເງິນທະນາຄານ,ເງິນຕາຕ່າງປະເທດຫຼືນໍາເອົາເງິນປອມຈາກຕ່າງປະເທດເຂົ້າມາຈໍາໜ່າຍຢູ່ສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາໄດ້ປອມແປງເງິນຫຼືໄດ້ນໍາເອົາເງິນປອມເຂົ້າມາໂດຍມີການຈັດຕັ້ງຫຼືຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາສາມຮ້ອຍລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ. ບຸກຄົນຜູ້ໃດຫາກຮູ້ວ່າແມ່ນເງິນປອມແຕ່ຍັງນໍາອອກໃຊ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫາປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກຮູ້ວ່າຕົນມີເງິນປອມຢູ່ໃນຄອບຄົງແຕ່ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ.

....ມາດຕາ 64 (ໃໝ່) ການຟອກເງິນ

ມາດຕາ 64 (ໃໝ່) ການຟອກເງິນ ບຸກຄົນຜູ້ໃດຫາກໄດ້ມີການເຄື່ອນໄຫວເພື່ອເຮັດໃຫ້ເງິນຫຼືວັດຖຸສິ່ງຂອງທີ່ໄດ້ຈາກການສໍ້ລາດບັງຫຼວງ,ຄ້າຂາຍຢາເສບຕິດ,ຄ້າມະນຸດ,ຄ້າອາວຸດເສິກຫຼືການກະທໍາຜິດອື່ນໆນັ້ນຖືກຕ້ອງຕາມກົດໝາຍດ້ວຍການນໍາເຂົ້າຝາກທະນະຄານ,ຊື້ທີ່ດິນ,ຊື້ເຮືອນ,ໃຫ້ຜູ້ອື່ນກູ້ຢືມຫຼືດ້ວຍວິທີການອື່ນໆຈະຖືວ່າເປັນຜູ້ຟອກເງິນແລະຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝສາມສ່ວນຮ້ອຍຂອງຈໍານວນເງິນຟອກ. ໃນກໍລະນີທີ່ການຟອກເງິນນັ້ນຫາກເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝສາມສ່ວນຮ້ອຍຂອງຈໍານວນເງິນຟອກ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ. ບຸກຄົນຜູ້ໃດຫາກໄດ້ສົມຮູ້ຮ່ວມຄິດໃນການກະທໍາຜິດສະຖານຟອກເງິນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງຈໍານວນເງິນສ່ວນແບ່ງທີ່ໄດ້ຮັບ. ບຸກຄົນຜູ້ໃດທີ່ມີໜ້າທີ່ລາຍງານກ່ຽວກັບການຟອກເງິນເຊັ່ນ:ພະນັກງານທະນາຄານຫຼືສະຖາບັນການເງິນອື່ນໆຫາກບໍ່ລາຍງານຫຼືລາຍງານບໍ່ຖືກຕ້ອງຕາມຄວາມເປັນຈິງໂດຍເຈດຕະນາຈະຖືວ່າເປັນຜູ້ປິດບັງການກະທໍາຜິດແລະຈະຖືກລົງໂທດຕາມມາດຕາ165ຂອງກົດໝາຍສະບັບນີ້. ເງິນແລະວັດຖຸສິ່ງຂອງທີ່ນໍາໄປຟອກພ້ອມດ້ວຍດອກເບ້ຍແລະໝາກຜົນອື່ນຈະຖືກຮິບເປັນຂອງລັດ.

....ມາດຕາ 65 ການໂຄສະນາຕ້ານສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ມາດຕາ 65 ການໂຄສະນາຕ້ານສາທາລະນະລັດປະຊາທິປະໄຕປະຊາຊົນລາວ ບຸກຄົນຜູ້ໃດຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີສປປລາວ,ບິດເບືອນແນວທາງຂອງພັກແລະນະໂຍບາຍຂອງລັດ,ປ່າວຂ່າວອະກຸສົນເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ,ການຂຽນ,ການພິມ,ໜັງສືພິມ,ຮູບເງົາ,ວິດີໂອ,ຮູບພາບ,ເອກະສານຫຼືດ້ວຍຮູບການອື່ນໆທີ່ມີເນື້ອໃນຕ້ານສປປລາວເພື່ອເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 66 ການແບ່ງແຍກຄວາມສາມັກຄີ

ມາດຕາ 66 ການແບ່ງແຍກຄວາມສາມັກຄີ ບຸກຄົນຜູ້ໃດຫາກໄດ້ກໍ່ຄວາມແບ່ງແຍກຫຼືກໍ່ຄວາມອາຄາດບາດໝາງລະຫວ່າງເຜົ່າຊົນ,ຊັ້ນຄົນເພື່ອທໍາລາຍຄວາມສາມັກຄີປວງຊົນຈະຖືກລົງໂທດຕັດອິດສະລະພາບໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 67 ການໂຈລະກໍາ

ມາດຕາ 67 ການໂຈລະກໍາ ບຸກຄົນຜູ້ໃດຫາກໄດ້ເຂົ້າໃນການຈັດຕັ້ງເປັນກຸ່ມປະກອບອາວຸດແລ້ວໂຈມຕີ,ທໍາລາຍໂຮງຈັກໂຮງງານ,ສໍານັກງານ,ອົງການຈັດຕັ້ງສາກົນຫຼືຈັບຫຼືຂ້າພະນັກງານ,ປະຊາຊົນຫຼືປຸ້ນເອົາຊັບສົມບັດຂອງລັດ,ຂອງລວມໝູ່,ຂອງບຸກຄົນເພື່ອທໍາລາຍພື້ນຖານຄວາມເປັນລະບຽບຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງຮ້ອຍລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 68 ການທໍາລາຍມ້າງເພຫຼືການບຸກລຸກຄ້າຍຄຸມຂັງ,ຄ້າຍດັດສ້າງ

ມາດຕາ 68 ການທໍາລາຍມ້າງເພຫຼືການບຸກລຸກຄ້າຍຄຸມຂັງ,ຄ້າຍດັດສ້າງ ບຸກຄົນຜູ້ໃດຫາກໄດ້ໃຊ້ກໍາລັງທໍາລາຍມ້າງເພຫຼືບຸກລຸກຄ້າຍຄຸມຂັງ,ຄ້າຍດັດສ້າງເພື່ອປຸ່ນເອົາຫຼືຍາດເອົາຫຼືປ່ອຍຕົວຜູ້ຖືກຫາ,ນັກໂທດໃນຄ້າຍຄຸມຂັງ,ຄ້າຍດັດສ້າງຫຼືໃຊ້ກໍາລັງປຸ້ນເອົາຜູ້ຖືກຫາຫຼືນັກໂທດໃນເວລາໂຍກຍ້າຍໄປມາຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ,ອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ບຸກຄົນຜູ້ໃດຫາກໄດ້ກໍ່ຄວາມປັ່ນປ່ວນ,ທໍາລາຍລະບຽບກາຍໃນຂອງຄ້າຍຄຸມຂັງ,ຄ້າຍດັດສ້າງຫຼືຊັກຊວນຍຸແຍ່ໃຫ້ຜູ້ຖືກຫາ,ນັກໂທດໂຕນໜີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 69 ການໂຕນໜີໄປຫາສັດຕູ,ການລ້ຽງດູບຸກຄົນທີ່ເຄື່ອນໄຫວຕ້ານການປະຕິວັດ

ມາດຕາ 69 ການໂຕນໜີໄປຫາສັດຕູ,ການລ້ຽງດູບຸກຄົນທີ່ເຄື່ອນໄຫວຕ້ານການປະຕິວັດ ບຸກຄົນຜູ້ໃດຫາກໄດ້ໂຕນໜີໄປຮ່ວມມືກັບສັດຕູເພື່ອຕ້ານການປະຕິວັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງຮ້ອຍລ້ານກີບ. ບຸກຄົນຜູ້ໃດຫາກໄດ້ປິດບັງ,ຊຸກເຊື່ອງ,ລ້ຽງດູຫຼືຊ່ວຍເຫຼືອບຸກຄົນທີ່ເຄື່ອນໄຫວຕ້ານການປະຕິວັດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າສິບລ້ານກີບ.

....ມາດຕ 70 ການກະທໍາຜິດຕໍ່ປະເທດເພື່ອນມິດ

ມາດຕ 70 ການກະທໍາຜິດຕໍ່ປະເທດເພື່ອນມິດ ບຸກຄົນຜູ້ໃດຫາກໄດ້ກະທໍາຜິດຕໍ່ປະເທດເພື່ອນມິດດ້ວຍການກະທໍາຜິດຕ່າງໆທີ່ໄດ້ກໍານົດໄວ້ໃນມາດຕາ56ຫາມາດຕາ69ຂອງກົດໝາຍອາຍາສະບັບນີ້ກໍ່ຈະຖືກລົງໂທດເໝືອນກັນກັບການກະທໍາຜິດຕໍ່ສປປລາວ.

....ມາດຕາ 71 ການເປີດເຜີຍຄວາມລັບຂອງລັດຫຼືຄວາມລັບທາງລັດຖະການ

ມາດຕາ 71 ການເປີດເຜີຍຄວາມລັບຂອງລັດຫຼືຄວາມລັບທາງລັດຖະການ ບຸກຄົນຜູ້ໃດທີ່ມີໜ້າທີ່ຮັບຜິດຊອບໃນການເກັບມ້ຽນ,ຮັກສາ,ນໍາໃຊ້ເອກະສານກ່ຽວກັບຄວາມລັບຂອງລັດໄດ້ເປີດເຜີຍຄວາມລັບຫຼືເຮັດໃຫ້ເສຍຄວາມລັບຫຼືເຮັດໃຫ້ເອກະສານລັບດັ່ງກ່າວເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ. ຖ້າແມ່ນຄວາມລັບທາງລັດຖະການກໍ່ຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າລ້ານກີບ.

....ມາດຕາ 72 ການເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ

ມາດຕາ 72 ການເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ບຸກຄົນຜູ້ໃດຫາກໄດ້ຈັດຕັ້ງຫຼືເຂົ້າຮ່ວມໃນການຈັດຕັ້ງເຕົ້າໂຮມກຸ່ມຄົນເພື່ອທໍາການປະທ້ວງ,ເດີນຂະບວນແລະອື່ນໆເພື່ອສ້າງຄວາມປັ່ນປ່ວນຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 73 ການທໍາລາຍ,ການເຄື່ອນຍ້າຍຫຼັກໝາຍຊາຍແດນ

ມາດຕາ 73 ການທໍາລາຍ,ການເຄື່ອນຍ້າຍຫຼັກໝາຍຊາຍແດນ ບຸກຄົນຜູ້ໃດຫາກໄດ້ທໍາລາຍຫຼືໄດ້ເຮັດໃຫ້ຫຼັກໝາຍຊາຍແດນເປ່ເພໂດຍເຈດຕະນາຫຼືໄດ້ເຄື່ອນຍ້າຍຫຼັກໝາຍຊາຍແດນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

....ມາດຕາ 74 ການທໍາລາຍ,ການໝິ່ນປະໝາດເຄື່ອງໝາຍປະເທດຫຼືທຸງຊາດ

ມາດຕາ 74 ການທໍາລາຍ,ການໝິ່ນປະໝາດເຄື່ອງໝາຍປະເທດຫຼືທຸງຊາດ ບຸກຄົນຜູ້ໃດຫາກໄດ້ທໍາລາຍ,ໝິ່ນປະໝາດເຄື່ອງໝາຍປະເທດຫຼືທຸງຊາດທີ່ເປັນການແຕະຕ້ອງເຖິງກຽດແລະສັກສີຂອງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາສາມລ້ານກີບ.

....ມາດຕາ 75 ການຂົນຂວາຍສົ່ງຄົນອອກຫຼືການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ

ມາດຕາ 75 ການຂົນຂວາຍສົ່ງຄົນອອກຫຼືການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ບຸກຄົນຜູ້ໃດຫາກໄດ້ໂຄສະນາຊວນເຊື່ອຕົວະຍົວະຫຼອກລວງໃຫ້ຄົນໂຕນໜີໄປຕ່າງປະເທດ,ສົ່ງຄົນອອກຫຼືເອົາຄົນເຂົ້າປະເທດຢ່າງຜິດກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີໜັກຫຼືບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຊາວລ້ານກີບ.

....ມາດຕາ 76 ການຜະລິດ,ການມີໄວ້ໃນຄອບຄອງແລະການໃຊ້ອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 76 ການຜະລິດ,ການມີໄວ້ໃນຄອບຄອງແລະການໃຊ້ອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຜະລິດ,ມີໄວ້ໃນຄອບຄົງ,ຮັກສາ,ຖືຫຼືໃຊ້ອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 77 ການຊື້ຂາຍອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 77 ການຊື້ຂາຍອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຊື້,ຂາຍອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການຊື້,ການຂາຍອາວຸດເສິກຫຼືວັດຖຸລະເບີດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ໄດ້ຊື້,ຂາຍວັດຖຸດັ່ງກ່າວເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 78 ການລັກ,ການຍັກຍອກ,ການປຸ້ນເອົາອາວຸດເສິກຫຼືວັດຖຸລະເບີດ

ມາດຕາ 78 ການລັກ,ການຍັກຍອກ,ການປຸ້ນເອົາອາວຸດເສິກຫຼືວັດຖຸລະເບີດ ບຸກຄົນຜູ້ໃດຫາກໄດ້ລັກ,ຍັກຍອກ,ປຸ້ນເອົາຫາວຸດເສິກຫຼືວັດຖຸລະ ເບີດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຊາວຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການລັກ,ຍັກຍອກອາວຸດເສິກຫຼືວັດຖຸລະເບີດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໄດ້ລັກ,ຍັກຍອກເອົາອາວຸດດັ່ງກ່າວເປັນຈໍານວນຫຼວງຫຼາຍຫຼືໄດ້ປຸ້ນເອົາອາວຸດດັ່ງກ່າວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 79 ການເຮັດໃຫ້ອາວຸດເສິກຫຼືວັດຖຸລະເບີດຂອງລັດຫຼືຂອງລວມໝູ່ເສຍຫາຍ

ມາດຕາ 79 ການເຮັດໃຫ້ອາວຸດເສິກຫຼືວັດຖຸລະເບີດຂອງລັດຫຼືຂອງລວມໝູ່ເສຍຫາຍ ບຸກຄົນຜູ້ໃດຫາກໄດ້ເຮັດໃຫ້ອາວຸດເສິກຫຼືວັດຖຸລະເບີດຂອງລັດຫຼືຂອງລວມໝູ່ເສຍຫາຍດ້ວຍຄວາມບໍ່ລະມັດລະວັງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານຫ້າແສນກີບ.

....ມາດຕາ 80 ການກະທໍາຜິດກ່ຽວກັບອາວຸດເຄມີ

ມາດຕາ 80 ການກະທໍາຜິດກ່ຽວກັບອາວຸດເຄມີ ອາວຸດເຄມີແມ່ນອາວຸດທີ່ປະກອບດ້ວຍທາດພິດທາດເບື່ອຊຶ່ງນໍາໃຊ້ເພື່ອທໍາລາຍລ້າງຜານມະນຸດ. ບຸກຄົນຜູ້ໃດໄດ້ຜະລິດ,ຊື້,ຂາຍ,ມອບ,ແລກປ່ຽນ,ມີໄວ້ໃນຄອບຄອງຫຼືຂົນສົ່ງສານເຄມີເພື່ອຜະລິດອາວຸດເຄມີຈະຖືກລົງໂທດດັ່ງຕໍ່ໄປນີ້: -ແຕ່ຫ້າພັນກຼາມລົງມາຈະຖືກຕັດອິດສະລະພາບຫ້າປີຫາຫົກປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫົກລ້ານກີບ; -ເກີນກວ່າຫ້າພັນກຼາມຫາສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝເກີນກວ່າຫົກລ້ານກີບຫາແປດລ້ານກີບ; -ເກີນກວ່າສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝເກີນກວ່າແປດລ້ານກີບຫາສິບລ້ານກີບ.

ບຸກຄົນຜູ້ໃດຫາກໄດ້ຜະລິດ,ຊື້,ຂາຍ,ມອບ,ແລກປ່ຽນ,ມີໄວ້ໃນຄອບຄອງ,ຂົນສົ່ງຫຼືຍຸຍົງສົ່ງເສີມການນໍາໃຊ້ອາຍຸດເຄມີຈະຖືກລົງໂທດດັ່ງຕໍ່ໄປນີ້: -ແຕ່ຫ້າພັນກຼາມລົງມາຈະຖືກຕັດອິດສະລະພາບແຕ່ເຈັດປີຫາແປດປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາສອງຮ້ອຍລ້ານກີບ; -ເກີນກວ່າຫ້າພັນກຼາມຈະຖືກຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝເກີນກວ່າສອງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບ; -ການກວ່າສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝເກີນວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ.

ບຸກຄົນຜູ້ໃດຫາກໄດ້ນໍາໃຊ້ອາວຸດເຄມີຈະຖືກລົງໂທດດັ່ງຕໍ່ໄປນີ້: -ຖ້າຜົນເສຍຫາຍຂະໜາດນ້ອຍຈະຖືກຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ເຈັດຮ້ອຍລ້ານກີບຫາໜຶ່ງພັນຫ້າຮ້ອຍລ້ານກີບ; -ຖ້າຜົນເສຍຫາຍຂະໜາດກາງຈະຖືກຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສອງພັນລ້ານກີບຫາຫ້າພັນລ້ານກີບ; -ຖ້າຜົນເສຍຫາຍຢ່າງຫຼວງຫຼາຍຈະຖືກປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 81 ການຜະລິດ,ການມີໄວ້ໃນຄອບຄອງເຄື່ອງວິທະຍຸສື່ສານໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 81 ການຜະລິດ,ການມີໄວ້ໃນຄອບຄອງເຄື່ອງວິທະຍຸສື່ສານໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຜະລິດ,ມີໄວ້ຄອບຄອງຫຼືໄດ້ຕິດເຄື່ອງວິທະຍຸສື່ສານໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ.

....ມາດຕາ 82 ການເປັນແພດເຖື່ອນ

ມາດຕາ 82 ການເປັນແພດເຖື່ອນ ບຸກຄົນຜູ້ໃດທີ່ບໍ່ໄດ້ຮັບອະນຸຍາດປິ່ນປົວຢ່າງເປັນທາງການຫາກໄດ້ປິ່ນປົວຄົນເຈັບເພື່ອຫາລາຍໄດ້ຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຄົນເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 83 ການຫຼິ້ນການພະນັນທີ່ຕ້ອງຫ້າມ

ມາດຕາ 83 ການຫຼິ້ນການພະນັນທີ່ຕ້ອງຫ້າມ ບຸກຄົນຜູ້ໃດຫາກໄດ້ຫຼິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ບຸກຄົນຜູ້ໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນຫຼືເປັນເຈົ້າມືຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 84 ການເປັນນັກເລງອັນຕະພານ

ມາດຕາ 84 ການເປັນນັກເລງອັນຕະພານ ບຸກຄົນຜູ້ໃດທີ່ບໍ່ເຄົາລົບນັບຖືລະບຽບວິໄນຂອງການດໍາລົງຊີວິດຂອງສັງຄົມຫາກໄດ້ໃຊ້ຄວາມຮຸນແຮງ,ໃຊ້ການນາບຂູ່,ໃຊ້ຄວາມຫຍາບຊ້າຫຼືໄດ້ມີການກະທໍາອື່ນຊຶ່ງຝືນຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຈະຖືກຕໍານິວິຈານຕໍ່ໜ້າມະຫາຊົນແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາຫ້າແສນກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີ.ຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນຫີບຫາໜຶ່ງລ້ານກີບ.

....ມາດຕາ 85 ການກະທໍາຜິດຕໍ່ຄວາມປອດໄພຂອງການຈະລາຈອນ

ມາດຕາ 85 ການກະທໍາຜິດຕໍ່ຄວາມປອດໄພຂອງການຈະລາຈອນ ບຸກຄົນຜູ້ໃດໂດຍເຈດຕະນາຫາກໄດ້ເຮັດໃຫ້ຖະໜົນຫົນທາງເສຍຫາຍ,ໄດ້ເອົາວັດຖຸສິ່ງຂອງກີດຂວາງຖະໜົນຫົນທາງ,ໄດ້ປ່ຽນແປງຫຼືເຮັດໃຫ້ປ້າຍຈະລາຈອນຫຼືປາຍສັນຍານ,ຫຼັກໝາຍກິໂລແມັດເສຍຫາຍ,ໄດ້ໃຊ້ຄວາມຮຸນແຮງຫຼືນາບຂູ່ຜູ້ຂັບຂີ່ຍານພາຫະນະຊຶ່ງພາໃຫ້ເກີດອຸບປະຕິເຫດໃນການຈະລາຈອນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນຫີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ການກະທໍາຜິດໄດ້ພາໃຫ້ມີຄົນບາດເຈັບສາຫັດຫຼືເສຍອົງຄະຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກປີຫາສິບປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍລະມັດລະວັງແລ້ວພາໃຫ້ມີຄົນບາດເຈັບສາຫັດ,ເຈັບຫຼາຍຄົນຫຼືເສຍອົງຄະຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແລ້ວພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແລ້ວພາໃຫ້ມີຄົນເສຍຊີວິດເປັນຈໍານວນຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາແປດປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 86 ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ

ມາດຕາ 86 ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ ບຸກຄົນຜູ້ໃດຫາກໄດ້ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ຜູ້ອື່ນຖືກບາດເຈັບຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ. ໃນກໍລະນີທີ່ເປັນການກະທໍາຜິດຊຶ່ງພາໃຫ້ມີຄົນບາດເຈັບສາຫັດ,ເຈັບຫຼາຍຄົນຫຼືເສຍອົງຄະຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ. ໃນກໍລະນີທີ່ເປັນການກະທໍາຜິດຊຶ່ງພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງແສນຫ້າສິບພັນກີບຫາເຈັດແສນກີບ. ໃນກໍລະນີທີ່ເປັນການກະທໍາຜິດຊຶ່ງພາໃຫ້ມີຄົນເສຍຊີວິດເປັນຈໍານວນຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານກີບ.

....ມາດຕາ 87 ການຫຼົບໜີຈາກອຸບປະຕິເຫດ

ມາດຕາ 87 ການຫຼົບໜີຈາກອຸບປະຕິເຫດ ບຸກຄົນຜູ້ໃດຫາກໄດ້ເຮັດໃຫ້ອຸບປະຕິເຫດເກີດຂຶ້ນແລ້ວຫຼົບໜີຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານກີບ.ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

...ໝວດທີ 2 ວ່າດ້ວຍການກະທໍາຜິດຕໍ່ຊີວິດ,ສຸກຂະພາບແລະກຽດສັກສີຂອງບຸກຄົນ


....ມາດຕາ 88 ການຄາດຕະກໍາ

ມາດຕາ 88 ການຄາດຕະກໍາ ບຸກຄົນຜູ້ໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຄາດຕະກໍາເປັນອາຈິນ,ຂ້າຄົນໂດຍມີແຜນການ,ຂ້າຄົນຢ່າງໂຫດຮ້າຍປ່າເຖື່ອນ,ຂ້າພະນັກງານທີ່ກໍາລັງປະຕິບັດໜ້າທີ່,ຂ້າຫຼາຍຄົນ,ຂ້າຜູ້ຍິງຖືພາ,ຂ້າຄົນເພື່ອປິດບັງການກະທໍາຜິດອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ,ອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຍ້ອນຖືກແຕະຕ້ອງດ້ານຈິດໃຈຢ່າງໜັກຈົນບໍ່ສາມາດຈະຄຸມສະຕິໄວ້ໄດ້ດ້ວຍການກະທໍາອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສອງລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພາຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 89 ການທີ່ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ

ມາດຕາ 89 ການທີ່ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ ບຸກຄົນຜູ້ໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມປະໝາດ,ຄວາມເລີ່ນເລີ້ຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ຄົນເສຍຊີວິດເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສາມແສນກີບຫາສອງລ້ານກີບ.

....ມາດຕາ 90 ການທໍາຮ້າຍຮ່າງກາຍ

ມາດຕາ 90 ການທໍາຮ້າຍຮ່າງກາຍ ບຸກຄົນຜູ້ໃດຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ. ໃນກໍລະນີທີ່ມີການຫຸ້ມຕີຫຼືໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີບາດເຈັບສາຫັດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານຫ້າແສນກີບ. ໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີການເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ເຈັດແສນກີບຫາສາມລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 91 ການທີ່ເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມບໍລະມັດລະວັງ

ມາດຕາ 91 ການທີ່ເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມບໍລະມັດລະວັງ ບຸກຄົນຜູ້ໃດຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມປະໝາດ,ຄວາມເລິ່ນເລີ້ຈະຖືກປັບໃໝແຕ່ຫາສິບພັນກີບຫາສາມແສນກີບ. ໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີບາດເຈັບສາຫັດ,ເຈັບຫຼາຍຄົນຫຼືເສຍອົງຄະຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ.

....ມາດຕາ 92 ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 92 ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນຢ່າງຜິດກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນເປັນອາຈິນຫຼືໃນກໍລະນີທີ່ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນຫາກເຮັດໃຫ້ສຸກຂະພາບຂອງແມ່ຊຸດໂຊມຫຼືເຮັດໃຫ້ແມ່ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສາມແສນກີບຫາສິບລ້ານກີບ. ຜູ້ຍິງຜູ້ໃດຫາກໄດ້ທໍາການຫຼຸລູກດ້ວຍຕົນເອງຫຼືໃຊ້ຜູ້ອື່ນເຮັດໃຫ້ໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 93 ການທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍ

ມາດຕາ 93 ການທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍ ບຸກຄົນຜູ້ໃດຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດຫຼືສຸກຂະພາບແຕ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອທັງໆທີ່ຕົນເອງກໍ່ມີເງື່ອນໄຂພໍຊ່ວຍເຫຼືອໄດ້ຫຼືບອກຄົນອື່ນໃຫ້ຊ່ວຍເຫຼືອຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ. ບຸກຄົນຜູ້ໃດທີ່ມີໜ້າທີ່ຊ່ວຍເຫຼືອແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອຜູ້ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດຫຼືສຸຂະພາບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານກີບ.

....ມາດຕາ 94 ການນິນທາແລະການໃສ່ຮ້າຍ

ມາດຕາ 94 ການນິນທາແລະການໃສ່ຮ້າຍ ບຸກຄົນຜູ້ໃດຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງດ້ວຍການຂຽນ,ການເວົ້າຫຼືດ້ວຍຮູບການອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ. ບຸກຄົນຜູ້ໃດຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີຄວາມຈິງດ້ວຍການຂຽນ,ການເວົ້າຫຼືດ້ວຍຮູບການອື່ນໆຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ.

....ມາດຕາ 95 ການປ້ອຍດ່າ

ມາດຕາ 95 ການປ້ອຍດ່າ ບຸກຄົນຜູ້ໃດຫາກໄດ້ໃຊ້ວາຈາ,ຂຽນຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ.

....ມາດຕາ 96 ການໝິ່ນປະໝາດຊາກສົບຫຼືຊື່ສຽງຂອງຜູ້ຕາຍ

ມາດຕາ 96 ການໝິ່ນປະໝາດຊາກສົບຫຼືຊື່ສຽງຂອງຜູ້ຕາຍ ບຸກຄົນຜູ້ໃດຫາກໄດ້ກະທໍາຫຼືໃຊ້ວາຈາຢ່າງຫຍາບຊ້າຕໍ່ຊາກສົບ,ຊື່ສຽງ,ບ່ອນຝັງສົບຫຼືທາດຂອງຜູ້ຕາຍຊຶ່ງເປັນການແຕະຕ້ອງຈິດໃຈຂອງມະຫາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ.

...ໝວດທີ 3 ວ່າດ້ວຍການກະທໍາຜິດຕໍ່ສິດແລະເສລີພາບຂອງພົນລະເມືອງ


....ມາດຕາ 97 ການບັງຄັບ

ມາດຕາ 97 ການບັງຄັບ ບຸກຄົນຜູ້ໃດຫາກໄດ້ບັງຄັບຜູ້ອື່ນດ້ວຍການໃຊ້ກໍາລັງຫຼືອາວຸດຫຼືການນາບຂູ່ເພື່ອໃຫ້ກະທໍາຫຼືບໍ່ໃຫ້ກະທໍາສິ່ງໜຶ່ງທີ່ຕົນຕ້ອງການຊຶ່ງເປັນການຂັດກັບຈຸດປະສົງຂອງຜູ້ຖືກບັງຄັບແລະກໍ່ຕວາມເສຍຫາຍແກ່ຜູ້ກ່ຽວນີ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ການບັງຄັບນັ້ນຫາກແມ່ນການຈີ້ລົດຫຼືກໍາປັ່ນຫຼືຍົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 98 (ໃໝ່) ການລະເມີດຄວາມປອດໄພທາງອາກາດ,ສະໜາມບິນ,ທ່າກໍາປັ່ນ

ມາດຕາ 98 (ໃໝ່) ການລະເມີດຄວາມປອດໄພທາງອາກາດ,ສະໜາມບິນ,ທ່າກໍາປັ່ນ ບຸກຄົນຜູ້ໃດຫາກໄດ້ໃຊ້ອາວຸດຫຼືຄວາມຮຸນແຮງເພື່ອຈີ້,ຄວບຄຸມຫຼືຍຶດເຮືອບິນ,ກໍາປັ່ນຫຼືລົດ,ທໍາລາຍສະໜາມບິນຫຼືທ່າກໍາປັ່ນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາດັ່ງກ່າວຫາກໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະປັບໃໝແຕ່ໜຶ່ງພັນລ້ານກີບຫາສິບພັນລ້ານກີບຫຼືປະທານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 99 ການຈັບຕົວ,ການກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 99 ການຈັບຕົວ,ການກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຈັບຕົວຫຼືໄດ້ກັກຂັງຜູ້ອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສາມລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ເຮັດໃຫ້ສຸຂະພາບຂອງຜູ້ຖືກຈັບຕົວຫຼືຜູ້ຖືກກັກຂັງຊຸດໂຊມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ເຮັດໃຫ້ຜູ້ຖືກຈັບຕົວ,ຜູ້ຖືກກັກຂັງເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາເຈັດລ້ານກີບ.

....ມາດຕາ 100 ການຂາຍຄົນແລະການລັກພາຕົວ

ມາດຕາ 100 ການຂາຍຄົນແລະການລັກພາຕົວ ບຸກຄົນຜູ້ໃດຫາກໄດ້ຂາຍຄົນ,ລັກເອົາຕົວຄົນໄປເພື່ອຮຽກຄ່າໄຖ່,ຂາຍຫຼືອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 101 (ໃໝ່) ການຈັບເປັນຕົວປະກັນ

ມາດຕາ 101 (ໃໝ່) ການຈັບເປັນຕົວປະກັນ ບຸກຄົນຜູ້ໃດຫາກໄດ້ບັງຄັບ,ຈັບຕົວ,ກັກຂັງບຸກຄົນໃດບຸກຄົນໜຶ່ງເປັນຕົວປະກັນແລະຂົ່ມຂູ່ວ່າຈະຂ້າ,ທຸບຕີຫຼືສືບຕໍ່ກັກຂັງຜູ້ນີ້ເພື່ອບັງຄັບຜູ້ອື່ນເຊັ່ນ:ບຸກຄົນຫຼືການຈັດຕັ້ງໃຫ້ກະທໍາຫຼືບໍ່ກະທໍາສິ່ງໃດໜຶ່ງທີ່ເປັນເງື່ອນໄຂໃຫ້ແກ່ການປ່ອຍຕົວປະກັນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ;ໃນກໍລະນີມີການຈັດຕົວປະກັນຫຼາຍຄົນ,ທໍລະມານ,ທໍາຮ້າຍຮ່າງກາຍຫຼືເຮັດໃຫ້ຕົວປະກັນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍຈະຖືກລົງໂທດ.

....ມາດຕາ 102 ການລ່ວງລະເມີດເສລີພາບຂອງບຸກຄົນ

ມາດຕາ 102 ການລ່ວງລະເມີດເສລີພາບຂອງບຸກຄົນ ບຸກຄົນຜູ້ໃດຫາກໄດ້ລ່ວງລະເມີດເສລີພາບຂອງບຸກຄົນໃນການປາກເວົ້າ,ການຂີດຂຽນ,ການໂຮມຊຸມນຸມ,ມິດຕິງແລະອື່ນທທີ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສາມແສນກີບ.

....ມາດຕາ 103 ການລ່ວງລະເມີດເຄຫະສະຖານ

ມາດຕາ 103 ການລ່ວງລະເມີດເຄຫະສະຖານ ບຸກຄົນຜູ້ໃດຫາກລ່ວງເຂົ້າເຄຫະສະຖານຜູ້ອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍດ້ວຍການໃຊ້ຄວາມຮຸນແຮງ,ການນາບຂູ່,ການໃຊ້ເອກະສານປອມ,ການປອມແປງເປັນເຈົ້າໜ້າທີ່ຫຼືດ້ວຍວິທີການອື່ນທຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມແສນກີບຫາໜຶ່ງລ້ານກີບ.

....ມາດຕາ 104 ການລ່ວງລະເມີດຄວາມລັບສ່ວນຕົວ

ມາດຕາ 104 ການລ່ວງລະເມີດຄວາມລັບສ່ວນຕົວ ບຸກຄົນຜູ້ໃດຫາກໄດ້ເຜີຍຄວາມລັບສ່ວນຕົວຂອງຜູ້ອື່ນທີ່ຕົນໄດ້ຮັບຮູ້ຈັກໃນເວລາປະຕິບັດວຽກງານວິຊາສະເພາະຫຼືໜ້າທີ່ຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜູ້ອື່ນນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາຫ້າແສນກີບ. ບຸກຄົນຜູ້ໃດຫາກໄດ້ລັກເປີດຈົດໝາຍ,ໂທລະເລກຫຼືເອກະສານອື່ນໆຫຼືລັກຟັງໂທລະສັບຂອງຜູ້ອື່ນຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜູ້ອື່ນນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາຫ້າແສນກີບ.

....ມາດຕາ 105 ການຂັດຂວາງສິດໃນການເລືອກຕັ້ງແລະການສະໝັກຮັບເລືອກຕັ້ງ

ມາດຕາ 105 ການຂັດຂວາງສິດໃນການເລືອກຕັ້ງແລະການສະໝັກຮັບເລືອກຕັ້ງ ບຸກຄົນຜູ້ໃດຫາກໄດ້ຂັດຂວາງສິດໃນການເລືອກຕັ້ງຫຼືການຮັບສະໝັກເລືອກຕັ້ງຂອງພົນລະເມືອງເຂົ້າໃນສະພາແຫ່ງຊາດດ້ວຍການນາບຂູ່,ການຊື້ຈ້າງຫຼືການຕົວະຍົວະຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ.

....ມາດຕາ 106 ການປອມແປງຫຼືການທໍາລາຍເອກະສານໃນການເລືອກຕັ້ງ

ມາດຕາ 106 ການປອມແປງຫຼືການທໍາລາຍເອກະສານໃນການເລືອກຕັ້ງ ບຸກຄົນຜູ້ໃດຫາກໄດ້ປອມແປງຫຼືທໍາລາຍເອກະສານໃນການເລືອກຕັ້ງ,ໄດ້ປອມແປງຫຼືທໍາລາຍຄະແນນສຽງຫຼົນຂອງການເລືອກຕັ້ງເຂົ້າໃນສະພາແຫ່ງຊາດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ.

...ໝວດທີ 4 ວ່າດ້ວຍການກະທໍາຜິດຕໍ່ກໍາມະສິດຂອງລັດຫຼືລວມໝູ່


....ມາດຕາ 107 ການປຸ່ນຊັບຂອງລັດຫຼືລວມໝູ່

ມາດຕາ 107 ການປຸ່ນຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດຫາກໄດ້ໃຊ້ຄວາມຮຸນແຮງບຸກລຸກຫຼືໄດ້ໃຊ້ການນາບຂູ່ໂດຍກົງຕໍ່ຊີວິດຫຼືສຸຂະພາບຂອງຜູ້ອື່ນເພື່ອເອົາຊັບຂອງລັດຫຼືລວມໝູ່ຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການປຸ່ນຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ເຮັດໃຫ້ຄົນອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ,ອາດຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້,ອາດຈະຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 108 ການລັກ,ການຍາດຊິງຊັບຂອງລັດຫຼືລວມໝູ່

ມາດຕາ 108 ການລັກ,ການຍາດຊິງຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດຫາກໄດ້ເອົາຊັບຂອງລັດຫຼືລວມໝູ່ມາເປັນຂອງຕົນໂດຍລັບຫຼັງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກໄດ້ເອົາຊັບຂອງລັດຫຼືລວມໝູ່ມາເປັນຂອງຕົນດ້ວຍວິທີຍາດຊີງເອົາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາເຈັດລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ລັກດ້ວຍການງັດແງະ,ມ້າງເພຮົ້ວຮາວ,ປະຕູ,ຫີບ,ຕູ້ແລະອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາເຈັດລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການລັກ,ການຍາດຊີງຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 109 ການສໍ້ໂກງຊັບຂອງລັດຫຼືລວມໝູ່

ມາດຕາ 109 ການສໍ້ໂກງຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດຫາກໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ທີ່ມີໜ້າທີ່ຮັບຜິດຊອບຊັບຂອງລັດຫຼືລວມໝູ່ຫຼືຜູ້ອື່ນເອົາຊັບດັ່ງກ່າວໃຫ້ຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາເຈັດລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການສໍ້ໂກງຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 110 ການຍັກຍອກຊັບຂອງລັດຫຼືລວມໝູ່

ມາດຕາ 110 ການຍັກຍອກຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດຫາກໄດ້ສວຍໃຊ້ຄວາມເຊື່ອໃຈເພື່ອໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບຂອງລັດຫຼືລວມໝູ່ທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ,ຂົນສົ່ງ,ກໍ່ສ້າງ,ສ້ອມແປງຫຼືເຮັດວຽກໃດວຽກໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາເຈັດລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຍັກຍອກຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 111 ການທໍາລາຍຫຼືການເຮັດໃຫ້ຊັບຂອງລັດຫຼືລວມໝູ່ເປ່ເພໂດຍເຈັດຕະນາ

ມາດຕາ 111 ການທໍາລາຍຫຼືການເຮັດໃຫ້ຊັບຂອງລັດຫຼືລວມໝູ່ເປ່ເພໂດຍເຈັດຕະນາ ບຸກຄົນຜູ້ໃດຫາກໄດ້ທໍາລາຍຫຼືເຮັດໃຫ້ຊັບຂອງລັດຫຼືລວມໝູ່ເປ່ເພໂດຍເຈດຕະນາດ້ວຍວິທີຫຼືຮູບການໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ມີການເສຍຫາຍຢ່າງຫຼວງຫຼາຍ,ເປັນອັນຕະລາຍຕໍ່ຊີວິດແລະສຸຂະພາບຂອງປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 112 ການທໍາລາຍວັດຖຸບູຮານຫຼືສິ່ງກໍ່ສ້າງແຫຼ່ງສິນລະປະວັນນະກໍາ

ມາດຕາ 112 ການທໍາລາຍວັດຖຸບູຮານຫຼືສິ່ງກໍ່ສ້າງແຫຼ່ງສິນລະປະວັນນະກໍາ ບຸກຄົນຜູ້ໃດຫາກໄດ້ທໍາລາຍວັດຖຸບູຮານຫຼືສິ່ງກໍ່ສ້າງແຫ່ງສິນລະປະວັນນະກໍາຊຶ່ງເປັນຂອງສ່ວນລວມຫຼືຂອງສ່ວນຕົວຫຼືໄດ້ນໍາເອົາສິ່ງດັ່ງກ່າວອອກໄປຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີຫຼືຈະຖືກປັບໃໝຕາມລະບຽບການກ່ຽວກັບການປົກປັກຮັກສາບູຮານວັດຖຸ. ບຸກຄົນຜູ້ໃດຫາກໄດ້ທໍາລາຍ,ມ້າງເພພະທາດເຈດີ,ສະຖານທີ່ແລະເຄື່ອງສັກກາລະບູຊາອື່ນໆຫຼືໄດ້ຂຸດຄົ້ນເອົາບີສິມຫຼືໄດ້ນໍາເອົາພະພຸດທະຮູບຫຼືເຄື່ອງສັກກາລະບູຊາອື່ນໆໄປທໍາລາຍຫຼືຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ.

....ມາດຕາ 113 ການເຮັດໃຫ້ຊັບຂອງລັດຫຼືລວມໝູ່ເສຍຫາຍດ້ວຍຄວາມບໍ່ລະມັດລະວັງ

ມາດຕາ 113 ການເຮັດໃຫ້ຊັບຂອງລັດຫຼືລວມໝູ່ເສຍຫາຍດ້ວຍຄວາມບໍ່ລະມັດລະວັງ ບຸກຄົນຜູ້ໃດດ້ວຍຄວາມປະໝາດຫຼືດ້ວຍຄວາມເລິນເລີ້ຫາກໄດ້ເຮັດໃຫ້ຊັບຂອງລັດຫຼືລວມໝູ່ເສຍຫາຍຢ່າງຫຼວງຫຼາຍຫຼືເສຍຫາຍບໍ່ຫຼວງຫຼາຍແຕ່ຫາກມີຜົນສະທ້ອນຕໍ່ສັງຄົມຫຼືຕໍ່ພື້ນຖານເສດຖະກິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສອງແສນກີບຫາໜຶ່ງລ້ານຫ້າແສນກີບ.

....ມາດຕາ 114 ການຂາດຄວາມຮັບຜິດຊອບຕໍ່ໜ້າທີ່ຄຸ້ມຄອງຊັບຂອງລັດຫຼືລວມໝູ່

ມາດຕາ 114 ການຂາດຄວາມຮັບຜິດຊອບຕໍ່ໜ້າທີ່ຄຸ້ມຄອງຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດທີ່ມີໜ້າທີ່ຄຸ້ມຄອງຊັບຂອງລັດຫຼືລວມໝູ່ໂດຍກົງຫາກໄດ້ຂາດຄວາມຮັບຜິດຊອບບໍ່ໄດ້ປະຕິບັດຕາມລະບຽບການຄຸ້ມຄອງຊຶ່ງພາໃຫະເກີດມີຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຊັບຂອງລັດຫຼືລວມໝູ່ນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ.

....ມາດຕາ 115 ການຄອບຄອງຊັບຂອງລັດຫຼືລວມໝູ່ຢ່າງຜິດກົດໝາຍ

ມາດຕາ 115 ການຄອບຄອງຊັບຂອງລັດຫຼືລວມໝູ່ຢ່າງຜິດກົດໝາຍ ບຸກຄົນຜູ້ໃດໂດຍເຈດຕະນາຫາກໄດ້ຄອບຄອງຊັບຂອງລັດຫຼືລວມໝູ່ທີ່ຕົນຊອກໄດ້,ເກັບໄດ້,ຂຸດຄົ້ນໄດ້ຫຼືທີ່ບຸກຄົນອື່ນໄດ້ຫຼົງມອບແກ່ຕົນໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະປັບໃໝແຕ່ໜຶ່ງແສນກີບຫາສາມແສນກີບ. ໃນກໍລະນີທີ່ຊັບຂອງລັດຫຼືລວມໝູ່ນັ້ນຫາກມີມູນຄ່າສູງຫຼືເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ.

....ມາດຕາ 116 ການຊຸກເຊື່ອງ,ການຊື້ຂາຍຊັບຂອງລັດຫຼືລວມໝູ່ຢ່າງຜິດກົດໝາຍ

ມາດຕາ 116 ການຊຸກເຊື່ອງ,ການຊື້ຂາຍຊັບຂອງລັດຫຼືລວມໝູ່ຢ່າງຜິດກົດໝາຍ ບຸກຄົນຜູ້ໃດຫາກຮູ້ວ່າຊັບຂອງລັດຫຼືລວມໝູ່ທີ່ໄດ້ຈາກການປຸ່ນ,ການລັກ,ການຍາດຊິງ,ການສໍ້ໂກງ,ການຍັກຍອກຫຼືດ້ວຍວິທີອື່ນໆທີ່ຜິດກົດໝາຍແລ້ວຮັບເອົາ,ຊື້ເອົາ,ເກັບຮັກສາ,ຊຸກເຊື່ອງ,ຫຼືນໍາໄປຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການກະທໍາຜິດໃນສະຖານທີ່ດັ່ງກ່າວເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ.

....ມາດຕາ 117 ການສວຍໃຊ້ຊັບຂອງລັດຫຼືລວມໝູ່

ມາດຕາ 117 ການສວຍໃຊ້ຊັບຂອງລັດຫຼືລວມໝູ່ ບຸກຄົນຜູ້ໃດຫາກໄດ້ສວຍໃຊ້ຊັບຂອງລັດຫຼືລວມໝູ່ເພື່ອຜົນປະໂຫຍດສ່ວນນຕົວຊຶ່ງໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍແກ່ລັດຫຼືລວມໝູ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າລ້ານກີບ.

...ໝວດທີ 5 ວ່າດ້ວຍການກະທໍາຜິດຕໍ່ກໍາມະສິດສ່ວນຕົວຂອງພົນລະເມືອງ


....ມາດຕາ 118 ການປຸ່ນຊັບຂອງພົນລະເມືອງ

ມາດຕາ 118 ການປຸ່ນຊັບຂອງພົນລະເມືອງ ບຸກຄົນຜູ້ໃດຫາກໄດ້ໃຊ້ຄວາມຮຸນແຮງບຸກລຸກຫຼືໄດ້ໃຊ້ການນາບຂູ່ໂດຍກົງຕໍ່ຊີວິດຫຼືສຸຂະພາບຂອງຜູ້ອື່ນເພື່ອເອົາຊັບມາເປັນຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສີ່ປີຫາແປດປີແລະຈະຖືກປັບໃໝແຕ່ແປດແສນກີບຫາແປດລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ອົາການປຸ່ນຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ເຮັດໃຫ້ຄົນອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 119 ການລັກ,ການຍາດຊີງຊັບຂອງພົນລະເມືອງ

ມາດຕາ 119 ການລັກ,ການຍາດຊີງຊັບຂອງພົນລະເມືອງ ບຸກຄົນຜູ້ໃດຫາກໄດ້ເອົາຊັບຂອງຜູ້ອື່ນມາເປັນຂອງຕົນໂດຍລັບຫຼັງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສາມລ້ານກີບ. ບຸກຄົນຜູ້ໃດຫາກໄດ້ເອົາຊັບຂອງຜູ້ອື່ນມາເປັນຂອງຕົນດ້ວຍວິທີຍາດຊີງເອົາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນຫ້າສິບພັນກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ລັກດ້ວຍການງັດແງະ,ມ້າງເພຮົ້ວຮາວ,ປະຕູ,ຫີບ,ຕູ້ແລະອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ໃນກໍລະນີທີຜູ້ກະທໍາຜິດຫາກໄດ້ເອົາການລັກ,ການຍາດຊີງຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາແປດລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 120 ການສໍ້ໂກງຊັບຂອງພົນລະເມືອງ

ມາດຕາ 120 ການສໍ້ໂກງຊັບຂອງພົນລະເມືອງ ບຸກຄົນຜູ້ໃດຫາກໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ອື່ນເຂົາຊັບໃຫ້ຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການສໍ້ໂກງຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຫຼາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 121 ການຍັກຍອກຊັບຂອງພົນລະເມືອງ

ມາດຕາ 121 ການຍັກຍອກຊັບຂອງພົນລະເມືອງ ບຸກຄົນຜູ້ໃດຫາກໄດ້ສວຍໃຊ້ຄວາມເຊື່ອໃຈເພື່ອຫຼັກໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາຫຼືເພື່ອຈຸດປະສົງໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຍັກຍອກຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 122 ການທໍາລາຍຊັບຫຼືການເຮັດໃຫ້ຊັບຂອງພົນລະເມືອງເປ່ເພໂດຍເຈດຕະນາ

ມາດຕາ 122 ການທໍາລາຍຊັບຫຼືການເຮັດໃຫ້ຊັບຂອງພົນລະເມືອງເປ່ເພໂດຍເຈດຕະນາ ບຸກຄົນຜູ້ໃດຫາກໄດ້ທໍາລາຍຫຼືໄດ້ເຮັດໃຫ້ຊັບຂອງຜູ້ອື່ເປ່ເພໂດຍເຈດຕະນາດ້ວຍວິທີຫຼືຮູບການໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍ,ເປັນອັນຕະລາຍຕໍ່ຊີວິດແລະສຸຂະພາບຂອງປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 123 ການຄອບຄອງຊັບຂອງພົນລະເມືອງຢ່າງຜິດກົດໝາຍ

ມາດຕາ 123 ການຄອບຄອງຊັບຂອງພົນລະເມືອງຢ່າງຜິດກົດໝາຍ ບຸກຄົນຜູ້ໃດໂດຍເຈດຕະນາຫາກໄດ້ຄອບຄອງຊັບຂອງຜູ້ອື່ນທີ່ຕົນຊອກໄດ້,ເກັບໄດ້,ຂຸດຄົ້ນໄດ້ຫຼືທີ່ບຸກຄົນອື່ນໄດ້ຫຼົງມອບໃຫ້ແກ່ຕົນໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສອງແສນກີບ. ໃນກໍລະນີທີ່ຊັບເຫຼົ່ານັ້ນຫາກມີມູນຄ່າສູງຫຼືເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງແສນກີບຫາສາມລ້ານກີບ.

....ມາດຕາ 124 ການຊຸກເຊື່ອງ,ການຊື້ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍ

ມາດຕາ 124 ການຊຸກເຊື່ອງ,ການຊື້ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍ ບຸກຄົນຜູ້ໃດຫາກຮູ້ວ່າຊັບທີ່ຜູ້ອື່ນໄດ້ມາຈາກການປຸ້ນ,ການລັກ,ການຍາດຊີງ,ການສໍ້ໂກງ,ການຍັກຍອກຫຼືດ້ວຍວິທີອື່ນທີ່ຜິດກົດໝາຍແລ້ວຮັບເອົາ,ຊື້ເອົາ,ເກັບຮັກສາ,ຊຸກເຊື່ອງຫຼືນໍາໄປຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການກະທໍາຜິດໃນສະຖານດັ່ງກ່າວເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 125 ການທີ່ເຮັດໃຫ້ຊັບຂອງພົນລະເມືອງຖືກໄຟໄໝ້ຍ້ອນຄວາມບໍ່ລະມັດລະວັງ

ມາດຕາ 125 ການທີ່ເຮັດໃຫ້ຊັບຂອງພົນລະເມືອງຖືກໄຟໄໝ້ຍ້ອນຄວາມບໍ່ລະມັດລະວັງ ບຸກຄົນຜູ້ໃດຍ້ອນຄວາມປະໝາດ,ຄວາມເລີ່ນເລີ້ຫາກໄດ້ເຮັດໃຫ້ໄຟໄໝ້ເຮືອນ,ສາງເຄື່ອງ,ຫ້າງຮ້ານຂອງຜູ້ອື່ນຫຼືຜົນລະປູກຂອງຜູ້ອື່ນຖືກເສຍຫາຍເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືຖືກດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ.

...ໝວດທີ 6 ວ່າດ້ວຍການກະທໍາຜິດຕໍ່ສາຍຜົວເມຍ,ຄອບຄົວແລະຮີດຄອງປະເພນີ


....ມາດຕາ 126 ການທໍາຜິດສະຈານ

ມາດຕາ 126 ການທໍາຜິດສະຈານ ບຸກຄົນຜູ້ໃດທີ່ມີເມຍຫຼືຜົວຫາກໄດ້ເສບສົມກັບຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ຄູ່ທໍາມິດສະຈານກໍ່ຈະຖືກລົດໂທດໃນສະຖານດຽວກັນ.

....ມາດຕາ 127 ການທີ່ບໍ່ປະຕິບັດພັນທະໃນການລ້ຽງດູລູກ,ພໍ່,ແມ່ຫຼືຜົວເມຍ

ມາດຕາ 127 ການທີ່ບໍ່ປະຕິບັດພັນທະໃນການລ້ຽງດູລູກ,ພໍ່,ແມ່ຫຼືຜົວເມຍ ບຸກຄົນຜູ້ໃດຫາກບໍ່ໄດ້ລ້ຽງດູລູກຂອງຕົນທີ່ຍັງບໍ່ທັນເຖິງກະສຽງອາຍຸ,ບໍ່ໄດ້ລ້ຽງດູພໍ່ແມ່ນຂອງຕົນທີ່ຂາດເຂີນ,ບໍ່ລ້ຽງດູເມຍຫຼືຜົວຂອງຕົນທີ່ເສຍອົງຄະຫຼືປ່ວຍໂຊຕາມຄໍາຕັດສິນຂອງສານຈະຖືກລົງໂທດຕໍານິວິຈານຕໍ່ໜ້າມະຫາຊົນແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ.

....ມາດຕາ 128 ການຂົ່ມຂືນທໍາຊໍາເລົາ

ມາດຕາ 128 ການຂົ່ມຂືນທໍາຊໍາເລົາ ບຸກຄົນຜູ້ໃດຫາກໄດ້ໃຊ້ກໍາລັງ,ໃຊ້ອາວຸດນາບຂູ່,ໃຊຢາສະຫຼົບ,ໃຊ້ສິ່ງມຶນເມົາຫຼືໃຊ້ວິທີອື່ນໆທີ່ເຮັດໃຫ້ຜູ້ຍິງຕົກຢູ່ໃນສະພາບບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ເພື່ອທໍາຊໍາເລົາດ້ວຍການຂືນໃຈຂອງຜູ້ຍິງທີ່ບໍ່ແມ່ນເມຍຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີຜູ້ກະທໍາຜິດຫາກໄດ້ຂົ່ມຂືນທໍາຊໍາເລົາຜູ້ຍິງທີ່ມີອາຍຸແຕ່ສິບຫ້າປີຫາສິບແປດປີ,ທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົນຫຼືໃນການປິ່ນປົວຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຂົ່ມຂືນທໍາຊໍາເລົາດ້ວຍວິທີປ່ຽນຜຽນກັນ,ຂົ່ມຂືນທໍາຊໍາເລົາເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີ,ໄດ້ທໍາຮ້າຍຮ່າງກາຍຜູ້ຍິງໃນເວລາຂົ່ມຂືນຫຼືເຮັດໃຫ້ຜູ້ຍິງພິການຕະຫຼອດຊີວິດຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຂົ່ມຂືນທໍາຊໍາເລົາແລ້ວໄດ້ຂ້າຜູ້ຍິງນັ້ນຖິ້ມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 129 ການທໍາຊໍາເລົາເດັກ

ມາດຕາ 129 ການທໍາຊໍາເລົາເດັກ ບຸກຄົນຜູ້ໃດຫາກໄດ້ເສບສົມກັບເດັກຍິງຫຼືເດັກຊາຍທີ່ມີອາຍຸຕໍ່ກວ່າສິບຫ້າປີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ.

....ມາດຕາ 130 ການທໍາຊໍາເລົາຂອງພິຂຸ,ສາມະເນນ

ມາດຕາ 130 ການທໍາຊໍາເລົາຂອງພິຂຸ,ສາມະເນນ ພິກຂຸສາມາເນນອົງໃດຫາກໄດ້ເສບສົມກັບຜູ້ຍິງຫຼືຜູ້ຊາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສາມລ້ານກີບ. ຜູ້ຍິງຫຼືຜູ້ຊາຍທີ່ໄດ້ສະໝັກໃນເສບສົມກັບພິຂຸຫຼືສາມະເນນຈະຖືກລົງໂທດໃນສະຖານດຽວກັນ.

....ມາດຕາ 131 ການເປັນໂສເພນີ

ມາດຕາ 131 ການເປັນໂສເພນີ ບຸກຄົນຜູ້ໃດຫາກໄດ້ຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາຫ້າແສນກີບ. ບຸກຄົນຜູ້ໃດຫາກໄດ້ໃຫ້ຄວາມຊ່ວຍເຫຼືອຫຼືຄວາມສະດວກແກ່ການເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາໜຶ່ງລ້ານກີບ.

....ມາດຕາ 132 ການຄ້າໂສເພນີ

ມາດຕາ 132 ການຄ້າໂສເພນີ ບຸກຄົນຜູ້ໃດຫາກຫາລາຍໄດ້ດ້ວຍການຄ້າໂສເພນີຈະໃນຮູບການໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການຄິ້າໂສເພນີເປັນອາຊີບຫຼືເອົາຜູ້ຍິງທີ່ຍັງບໍ່ທັນເຖິງກະສຽນອາຍຸມາເປັນໂສເພນີຫຼືບັງຄັບຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົ້ນໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 133 (ໃໝ່) ການບັງຄັບໃຫ້ເປັນໂສເພນີ

ມາດຕາ 133 (ໃໝ່) ການບັງຄັບໃຫ້ເປັນໂສເພນີ ບຸກຄົນຜູ້ໃດຫາກໄດ້ບັງຄັບຜູ້ອື່ນໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກໄດ້ບັງຄັບເດັກທີ່ມີອາຍຸຕໍ່າກວ່າສິບແປດປີໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 134 (ໃໝ່) ການຄ້າມະນຸດ

ມາດຕາ 134 (ໃໝ່) ການຄ້າມະນຸດ ການຄ້າມະນຸດແມ່ນການຊອກຫາ,ການໃຫ້ບ່ອນລີ້ຊ້ອນ,ການນໍາສົ່ງຫຼືການຮັບເອົາຄົນຢູ່ພາຍໃນຫຼືຕ່າງປະເທດດ້ວຍການຕົວະຍົວະຫຼອກລວງ,ການຂົ່ມຂູ່,ການບັງຄັບ,ການຜູກມັດດ້ວຍໜີ້ສິນຫຼືດ້ວຍຮູບການອື່ນໆເພື່ອຈຸດປະສົງຂູດຮີດແຮງງານ,ຄ້າໂສເພນີ,ເຜີຍແຜ່ສິ່ງລາມົກ,ສິ່ງທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດ,ດັດອະໄວຍະວະຕ່າງໆຂອງຮ່າງກາຍຫຼືຫາຜົນປະໂຫຍດອື່ນໆທີ່ຜິດກົດໝາຍ. ການກະທໍາຕ່າງໆທີ່ກ່າວມາເທິງນີ້ຕໍ່ເດັກອາຍຸບໍ່ເຖິງສິບແປດປີກໍ່ຖືວ່າເປັນການຄ້າມະນຸດເຖິງວ່າຈະບໍ່ມີການຕົວະຍົວະ,ຫຼອກລວງ,ການຂົ່ມຂູ່,ການບັງຄັບຫຼືການຜູກມັດດ້ວຍໜີ້ສິນກໍ່ຕາມ. ບຸກຄົນຜູ້ໃດຫາກໄດ້ກະທໍາຜິດໃນສະຖານຄ້າມະນຸດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜ້ອຍຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ການກະທໍາຜິດຫາກເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ຜູ້ຖືກເຄາະຮ້າຍເປັນເດັກ,ຜູ້ຖືກເຄາະຮ້າຍມີຈໍານວນແຕ່ສອງຄົນຂຶ້ນໄປ,ເປັນຍາດໃກ້ຊິດຂອງຜູ້ກະທໍາຜິດ,ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ,ເສຍອົງຄະຫຼືເສຍຈິດຜູ້ກະທໍາຜິດໃນສະຖານຄ້າມະນຸດຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ການກະທໍາຜິດຫາກໄດ້ເຮັດໃຫ້ຜູ້ຖືກເຄາະຮ້າຍພິການຕະຫຼາດຊີວິດ,ຕິດໂລກເອດຫຼືເສຍຊີວິດຜູ້ກະທໍາຜິດໃນສະຖານຄ້າມະນຸດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້າຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົດໝາຍສະບັບນີ້ຫຼືປະຫານຊີວິດ. ສໍາລັບການກະທໍາຜິດໃນສະຖານຄ້າແມ່ຍິງແລະເດັກນ້ອຍຈະນໍາໃຊ້ກົດໝາຍວ່າດ້ວຍການສົ່ງເສີມແລະປົກປ້ອງແມ່ຍິງກໍ່ໄດ້. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 135 ການຮ່ວມປະເວນີກັບຍາດໃກ້ຊິດ

ມາດຕາ 135 ການຮ່ວມປະເວນີກັບຍາດໃກ້ຊິດ ບຸກຄົນຜູ້ໃດຫາກໄດ້ເສບສົມກັບພໍ່ແມ່,ພໍ່ລ້ຽງຫຼືແມ່ລ້ຽງ,ພໍ່ນ້າຫຼືແມ່ນ້າ,ພໍ່ເຖົ້າຫຼືແມ່ເຖົ້າ,ປູ່ຫຼືຍ່າ,ລູກຄີງ,ລູກລ້ຽງ,ລູກນ້າ,ຫຼ້ານສາຍຕັ້ງຫຼືກັບອ້າຍຄີງ,ເອື້ອຍຄີງ,ນ້ອງຄີງຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສອງລ້ານກີບ. ຜູ້ສົມຍອມໃຫ້ເສບສົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສາມແສນກີບ.

....ມາດຕາ 136 ການທໍາລາມົກ

ມາດຕາ 136 ການທໍາລາມົກ ບຸກຄົນຜູ້ໃດຫາກໄດ້ເສບສົມຫຼືໄດ້ເຜີຍອະໄວຍະວະເພດຂອງຕົນຕໍ່ນ້າຊຸມຊົນຫຼືຢູ່ໃນສະຖານທີ່ສາທາລະນະຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາສອງແສນກີບ.

....ມາດຕາ 137 ການທໍາອະນາຈານ

ມາດຕາ 137 ການທໍາອະນາຈານ ນອກຈາກການກະທໍາທີ່ໄດ້ບົ່ງໄວ້ໃນມາດຕາ128ຂອງກົດໝາຍສະບັບນີ້ບຸກຄົນຜູ້ໃດຫາກໄດ້ມີການກະທໍາທີ່ແຕະຕ້ອງເຖິງຄວາມອັບອາຍທາງເພດຂອງບຸກຄົນອື່ນໂດຍຝືນໃຈຂອງຜູ້ນີ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບ.

....ມາດຕາ 138 ການເຜີຍແຜ່ສິ່ງລາມົກແລະສິ່ງທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດ

ມາດຕາ 138 ການເຜີຍແຜ່ສິ່ງລາມົກແລະສິ່ງທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດ ບຸກຄົນຜູ້ໃດຫາກໄດ້ຜະລິດຫຼືໄດ້ນໍາເອົາໜັງສື,ຮູບ,ຟິມວີດີໂອແລະສິ່ງອື່ນໆທີ່ລາມົກຫຼືສິ່ງອື່ນໆທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດອອກຈໍາໜ່າຍຫຼືເຜີຍແຜ່ທາງກ້ວາງຫຼືທາງເລິກຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ.

...ໝວດທີ 7 ວ່າດ້ວຍການກະທໍາຜິດຕໍ່ເສດຖະກິດ


....ມາດຕາ 139 ການທໍາລາຍປ່າໄມ້

ມາດຕາ 139 ການທໍາລາຍປ່າໄມ້ ບຸກຄົນຜູ້ໃດຫາກໄດ້ຕັດໄມ້,ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບປ່າໄມ້,ຈູດປ່າຫຼືທໍາລາຍປ່າໄມ້ດ້ວຍວິທີການອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝຕາມລະບຽບການກ່ຽວກັບປ່າໄມ້. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝຕາມລະບຽບການກ່ຽວກັບປ່າໄມ້.

....ມາດຕາ 140 ການທໍາລາຍເຄື່ອງປູກ

ມາດຕາ 140 ການທໍາລາຍເຄື່ອງປູກ ບຸກຄົນຜູ້ໃດຫາກໄດ້ທໍາລາຍເຄື່ອງປູກຂອງລັດ,ລວມໝູ່,ອົງການຈັດຕັ້ງສັງຄົມຫຼືພົນລະເມືອງຈະຖືກປັບໃໝແຕ່ຫ້າສິບພັນຫາຫ້າແສນກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສອງລ້ານກີບ.

....ມາດຕາ 141 ການລ່າເນື້ອໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 141 ການລ່າເນື້ອໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ລ່າເນື້ອໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າເນື້ອເຊັ່ນ:ລ່າສັດທີ່ຫວງຫ້າມ,ລ່າເນື້ອໃນລະດູຫຼືໃນເຂດທີ່ຫວງຫ້າມຫຼືດ້ວຍເຄື່ອງມືທີ່ເກືອດຫ້າມແລະອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝຕາມລະບຽບການກ່ຽວກັບການລ່າເນື້ອ.

....ມາດຕາ 142 ການຫາປາຫຼືສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 142 ການຫາປາຫຼືສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຫາປາຫຼືສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາເຊັ່ນ:ຫາປາດ້ວຍການໃຊ້ລະເບີດ,ຢາເບື່ອ,ທາດເຄມີຫຼືເຄື່ອງມືອື່ນໆທີ່ເກືອດຫ້າມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝຕາມລະບຽບການກ່ຽວກັບການຫາປາ.

....ມາດຕາ 143 ການຂຸດຄົ້ນຊັບພະຍາກອນທໍາມະຊາດໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 143 ການຂຸດຄົ້ນຊັບພະຍາກອນທໍາມະຊາດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ຂຸດຄົ້ນເອົາຊັບພະຍາກອນທໍາມະຊາດເຊັ່ນ:ໂລຫະ,ແຮ່,ຫີນຕ່າງໆທີ່ມີຄຸນຄ່າ,ເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 144 ການຜະລິດ,ການຂາຍເຄື່ອງບໍລິໂພກຫຼືຢາປິ່ນປົວພະຍາດທີ່ເປັນອັນຕະລາຍຕໍ່ສຸຂະພາບ

ມາດຕາ 144 ການຜະລິດ,ການຂາຍເຄື່ອງບໍລິໂພກຫຼືຢາປິ່ນປົວພະຍາດທີ່ເປັນອັນຕະລາຍຕໍ່ສຸຂະພາບ ບຸກຄົນຜູ້ໃດດ້ວຍຄວາມບໍ່ລະມັດລະວັງຫາກໄດ້ຜະລິດຫຼືຂາຍເຄື່ອງດື່ມ,ຊີ້ນ,ປາ,ໝາກໄມ້,ຜັກຫຼືເຄື່ອງບໍລິໂພກອື່ນໆຫຼືຢ່າປິ່ນປົວພະຍາດທີ່ເສຍຄຸມທີ່ເປັນອັນຕະລາຍຕໍ່ສຸຂະພາບຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ການກະທໍານັ້ນຫາກເປັນການກະທໍາຜິດໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 145 ການຂາຍສິນຄ້າທີ່ເກືອດຫ້າມ

ມາດຕາ 145 ການຂາຍສິນຄ້າທີ່ເກືອດຫ້າມ ບຸກຄົນຜູ້ໃດຫາກໄດ້ຂາຍສິນຄ້າທີ່ເກືອດຫ້າມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝຕາມລະບຽບການຂອງພາສີ.

....ມາດຕາ 146 (ໃໝ່) ການຜະລິດ,ຄ້າຂາຍ,ເສບຫຼືມີຢາເສບຕິດໄວ້ໃນຄອບຄອງ

ມາດຕາ 146 (ໃໝ່) ການຜະລິດ,ຄ້າຂາຍ,ເສບຫຼືມີຢາເສບຕິດໄວ້ໃນຄອບຄອງ ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີຢາເສບຕິດໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາເສບຕິດຜ່ານສປປລາວເຊັ່ນ:ເຮໂລອິນ,ມອກຟິນ,ໂຄເຄນ,ຢາອີ,ຢາບ້າ,ວັດຖຸເຄມີເພື່ອຜະລິດຢາເສບຕິດ,ຝິ່ນຫຼືກັນຊານັ້ນຈະຖືກມາດຕະການດັ່ງຕໍ່ໄປນີ້: 1.ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂລອິນ,ມອບຟິນຫຼືໂຄເຄນຜ່ານສປປລາວຕໍ່າກວ່າໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂລອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີເຮໂລອິນແຕ່ໜຶ່ງຮ້ອຍກຼາມຫາສາມຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂລອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເກີນກວ່າສາມຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂລອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເກີນກວ່າຫ້າຮ້ອຍກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. 2.ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆຜ່ານສປປລາວຕໍ່າກວ່າໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສສົ່ງຫຼືນໍາຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆແຕ່ໜຶ່ງຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆຜ່ານສປປລາວເກີນກວ່າຫ້າຮ້ອຍກຼາມຫາສາມກິໂລກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆຜ່ານສປປລາວເກີນກວ່າສາມກິໂລກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. 3.ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີວັດຖຸເຄມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວຕໍ່າກວ່າຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນົ່ງຫຼືນໍາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີວັດຖຸເຄມີເພື່ອຜະລິດຢາເສບຕິດແຕ່ຫ້າຮ້ອຍກຼາມຫາໜຶ່ງກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄົງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເກີນກວ່າໜຶ່ງກິໂລກຼາມຫາສິບກິໂລກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງ,ມີໄວ້ໃນຄອບຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເກີນກວ່າສິບກິໂລກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. 4.ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຈໍານວນຕໍ່າກວ່າໜຶ່ງກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຝິ່ນແຕ່ໜຶ່ງກິໂລກຼາມຫາສາມກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາຊາວລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຝິ່ນເກີນກວ່າສາມກິໂລກຼາມຫາຫ້າກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາສີ່ສິບລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າເກີນກວ່າຫ້າກິໂລກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. 5.ບຸກຄົນຜູ້ໃດຫາກໄດ້ປູກກັນຊາເປັນຈໍານວນແຕ່ສາມກິໂລກຼາມຫາສິບກິໂລກຼາມກັນຊາດິບເພື່ອຄ້າຂາຍຈະຖືກລົງໂທດດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາສອງລ້ານກີບ. ບຸກຄົນຜູ້ໃດຫາກໄດ້ປູກກັນຊາເປັນຈໍານວນເກີນກວ່າສິບກິໂລກຼາມກັນຊາດິບຂຶ້ນໄປເພື່ອຄ້າຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກໄດ້ຜະລິດຫຼືມີກັນຊາແຫ່ງໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາກັນຊາແຫ້ງຜ່ານສປປລາວເພື່ອຄ້າຂາຍຈໍານວນແຕ່ໜຶ່ງກິໂລກຼາມຫາສິບກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກຜະລິດຫຼືມີກັນຊາແຫ່ງໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາກັນຊາແຫ່ງຜ່ານສປປລາວເພື່ອຄ້າຂາຍເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີກັນຊາແຫ່ງເກີນກວ່າສິບກິໂລກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ. 6.ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ມີໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາເສບຕິດປອມຜ່ານສປປລາວໃຫ້ພິຈາລະນາດັ່ງຕໍ່ໄປນີ້: -ຜ່ານການວິໄຈຫາກເຫັນວ່າມີເຊື້ອຢາເສບຕິດເຈືອປົນກັບທາດອື່ນກໍ່ໃຫ້ລົງໂທດຕາມນໍ້າໜັກແລະປະເພດຢາເສບຕິດທີ່ໄດ້ກໍານົດໄວ້ໃນວັກເທິງຂອງມາດຕານີ. -ຜ່ານການວິໄຈຫາກເປັນວ່າບໍ່ມີເຊື້ອຢາເສບຕິດເຈືອປົນຢູ່ນໍານັ້ນຜູ້ຊື້ແລະຜູ້ຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. 7.ບຸກຄົນຜູ້ໃດຫາກເສບ,ຊື້ຫຼືມີໄວ້ໃນຄອບຄອງເພື່ອເສບເຮໂລອິນ,ມອກຟິນຫຼືໂຄເຄນທີ່ມີນໍ້າໜັກແຕ່ສອງກຼາມລົງມາ,ຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆທີ່ມີນໍ້າໜັກແຕ່ສາມກຼາມລົງມາຖືວ່າເປັນຜູ້ຖືກເຄາະຮ້າຍຊຶ່ງຕ້ອງນໍາໄປປິ່ນປົວ ບຸກຄົນນຜູ້ໃດຫາກດໍາເນີນການບໍລິການສູບຝິ່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກດໍາເນີນການບໍລິການສູບກັນຊາຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກສູບກັນຊາເປັນການເສບຕິດຖືວ່າເປັນຜູ້ຖືກເຄາະຮ້າຍຊຶ່ງຕ້ອງນໍາໄປປິ່ນປົວ.

....ມາດຕາ 147 ການສວຍໂອກາດຂຶ້ນລາຄາສິນຄ້າ

ມາດຕາ 147 ການສວຍໂອກາດຂຶ້ນລາຄາສິນຄ້າ ບຸກຄົນຜູ້ໃດຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າຫຼືໄດ້ຂາຍສິນຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ,ໄພນໍ້າຖ້ວມຫຼືໃນເວລາມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນໃດທ້ອງຖິ່ນໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 148 ການກັກຕຸນສິນຄ້າ

ມາດຕາ 148 ການກັກຕຸນສິນຄ້າ ບຸກຄົນຜູ້ໃດຫາກໄດ້ກັກຕຸນ,ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ,ບໍລິສັດ,ຫ້າງຮ້ານຂອງຕົນຫຼືຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝຕາມລະບຽບການຂອງພາສີ.

....ມາດຕາ 149 ການຂາຍສິນຄ້າຂອງລັດຫຼືລວມໝູ່ໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 149 ການຂາຍສິນຄ້າຂອງລັດຫຼືລວມໝູ່ໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດທີ່ມີນ້າທີ່ຮັບຜິດຊອບໃນການຂາຍສິນຄ້າຢູ່ຮ້ານຄ້າຂອງລັດຫຼືລວມໝູ່ໄດ້ເອົາສິນຄ້າທີ່ຕົນຮັບຜິດຊອບນັ້ນອອກຂາຍໂດຍບໍ່ຖືກຕ້ອງຕາມກົດໝາຍຍ້ອນຄວາມໂລບມາກໂລພາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສິບລ້ານກີບ.

....ມາດຕາ 150 ການປອມແປງຕາຊິງຫຼືການວັດແທກ

ມາດຕາ 150 ການປອມແປງຕາຊິງຫຼືການວັດແທກ ບຸກຄົນຜູ້ໃດຫາກໄດ້ຫຼັກໂລບການຊັ່ງ,ການຜອງ,ການວັດແທກໃນເວລາຊື້ຂາຍ,ແລກປ່ຽນຫຼືໃຊ້ຊິງ,ເຄື່ອງຜອງ,ເຄື່ອງວັດແທກທີ່ດັດແປງຫຼືທີ່ບໍ່ໄດ້ມາດຕະຖານເພື່ອຫຼັກໂລບເອົາສິນຄ້າຫຼືເງິນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສາມລ້ານກີບ.

....ມາດຕາ 151 ການປອມແປງເຊັກ,ການໃຊ້ເຊັກຫຼືພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ 151 ການປອມແປງເຊັກ,ການໃຊ້ເຊັກຫຼືພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນຜູ້ໃດຫາກໄດ້ປອມແປງເຊັກຫຼືພັນທະບັດອື່ນເພື່ອແລກປ່ຽນເອົາເງິນຕາຈາກທະນາຄານ,ແລກປ່ຽນເອົາສິນຄ້າຫຼືນໍາໃຊ້ໃນຮູບການອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືຈະຖືກປັບໃໝຕາມລະບຽບການຂອງທະນາຄານ. ບຸກຄົນຜູ້ໃດຫາກໄດ້ໃຊ້ເຊັກທີ່ບໍ່ມີເງິນ,ໃຊ້ເຊັກເກີນຈໍານວນເງິນທີ່ຕົນໄດ້ຝາກຢູ່ທະນາຄານຫຼືຊື້ຂາຍແລະແລກປ່ຽນເຊັກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືຈະຖືກປັບໃໝຕາມລະບຽບການຂອງທະນາຄານ.

....ມາດຕາ 152 ການລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ

ມາດຕາ 152 ການລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ ບຸກຄົນຜູ້ໃດຫາກໄດ້ລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດເຊັ່ນ:ພາສີທີ່ດິນ,ພາສີຊັບພະຍາກອນ,ພາສີຂາອອກຂາເຂົ້າ,ອາກອນພາຍໃນແລະຄ່າທໍານຽມຕ່າງໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝຕາມລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ.

...ໝວດທີ 8 ວ່າດ້ວຍການກະທໍາຜິດຂອງພະນັກງານຕໍ່ໜ້າທີ່ຮັບຜິດຊອບ


....ມາດຕາ 153 ການສວຍໃຊ້ອໍານາດ

ມາດຕາ 153 ການສວຍໃຊ້ອໍານາດ ພະນັກງານຜູ້ໃດຫາກອີງໃສ່ອໍານາດ,ຕໍາແໜ່ງ,ໜ້າທີ່ຂອງຕົນໄດ້ຫາຜົນປະໂຫຍດສ່ວນຕົວຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ໃນກໍລະນີທີ່ການສວຍໃຊ້ອໍານາດໄດ້ເຮັດໃຫ້ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າສິບລ້ານກີບ.

....ມາດຕາ 154 ການໃຊ້ອໍານາດເກີນຂອບເຂດ

ມາດຕາ 154 ການໃຊ້ອໍານາດເກີນຂອບເຂດ ພະນັກງານຜູ້ໃດໂດຍເຈດຕະນາຫາກໄດ້ປະຕິບັດໜ້າທີ່ເກີນຂອບເຂດອໍານາດທີ່ລະບຽບກົດໝາຍໄດ້ກໍານົດໄວ້ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ໄດ້ໃຊ້ອໍານາດເກີນຂອບເຂດດ້ວຍການໃຊ້ຄວາມຮຸນແຮງ,ໃຊ້ອາວຸດ,ດ້ວຍການທໍລະມານ,ດ້ວຍການໃຊ້ວາຈາຫຼືການກະທໍາທີ່ຫຍາບຊ້າພາໃຫ້ເສື່ອມເສຍກຽດແລະສັກສີຂອງຜູ້ຖືກເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາເຈັດລ້ານກີບ.

....ມາດຕາ 155 ການປະລະໜ້າທີ່

ມາດຕາ 155 ການປະລະໜ້າທີ່ ພະນັກງານຜູ້ໃດຫາກໄດ້ປະລະໜ້າທີ່ວຽກງານຂອງຕົນໂດຍເຈດຕະນາຊຶ່ງເປັນການກໍ່ຄວາມເສຍຫາຍແກ່ການເຄື່ອນໄຫວວຽກງານຂອງລັດຫຼືຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສອງແສນກີບຫາສາມລ້ານກີບ.

....ມາດຕາ 156 ຄວາມເລິ່ນເລີ້ໃນການປະຕິບັດໜ້າທີ່

ມາດຕາ 156 ຄວາມເລິ່ນເລີ້ໃນການປະຕິບັດໜ້າທີ່ ພະນັກງານຜູ້ໃດຫາກບໍ່ປະຕິບັດໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍຫຼືໄດ້ປະຕິບັດໜ້າທີ່ວຽກງານດັ່ງກ່າວໂດຍຂາດຄວາມເອົາໃຈໃສ່,ຂາດນໍ້າໃຈຮັບຜິດຊອບຊຶ່ງພາໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງແສນປີບຫາໜຶ່ງລ້ານກີບ.

....ມາດຕາ 157 ການຮັບສິນບົນແລະການໃຫ້ສິນບົນ

ມາດຕາ 157 ການຮັບສິນບົນແລະການໃຫ້ສິນບົນ ພະນັກງານຜູ້ໃດຫາກໄດ້ທວງເອົາ,ຂໍເອົາ,ຮັບເອົາຫຼືຕົກລົງຮັບເອົາສິນບົນຈາກຜູ້ອື່ນດ້ວຍການໃຊ້ໜ້າທີ່ຕໍາແໜ່ງຂອງຕົນເພື່ອຜົນປະໂຫຍດຂອງຜູ້ໃຫ້ສິນບົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝເທົ່າກັບຈໍານວນເງິນຫຼືມູນຄ່າຂອງສິນບົນ. ຜູ້ໃຫ້ສິນບົນຫຼືຜູ້ຕົກລົງໃຫ້ສິນບົນແກ່ພະນັກງານຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝເທົ່າກັບຈໍານວນເງິນຫຼືມູນຄ່າຂອງສິນບົນ. ໃນກໍລະນີທີ່ສິນບົນນັ້ນຫາກເປັນຈໍານວນຫຼວງຫຼາຍຜູ້ຮັບແລະຜູ້ໃຫ້ສິນບົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງຈໍານວນເງິນຫຼືມູນຄ່າຂອງສິນບົນ. ຜູ້ເປັນສື່ກາງໃນການຮັບສິນບົນແລະໃນການໃຫ້ສິນບົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝເທົ່າກັບຈໍານວນເງິນຫຼືມູນຄ່າຂອງສິນບົນ. ຜູ້ທີ່ໃຫ້ສິນບົນຍ້ອນຖືກບັງຄັບ,ຂົ່ມຂູ່ແລະພາຍຫຼັງທີ່ໄດ້ໃຫ້ສິນບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າໜ້າທີ່ຈະບໍ່ຖືວ່າເປັນຜູ້ກະທໍາຜິດໃນສະຖານໃຫ້ສິນບົນ.

...ໝວດທີ 9 ວ່າດ້ວຍການກະທໍາຜິດຕໍ່ລະບຽບການບໍລິຫານແລະການຍຸຕິທໍາ


....ມາດຕາ 158 ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່

ມາດຕາ 158 ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ບຸກຄົນຜູ້ໃດຫາກໄດ້ໃຊ້ການນາບຂູ່ຫຼືໃຊ້ຄວາມຮຸນແຮງເພື່ອຂັດຂວາງເຈົ້າໜ້າທີ່ຊຶ່ງປະຕິບັດວຽກງານຂອງລັດຫຼືສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ໃນກໍລະນີທີ່ມີການໃຊ້ຄວາມຮຸນແຮງຊຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ໃນກໍລະນີທີ່ມີການໃຊ້ຄວາມຮຸນແຮງເຊິ່ງເຮັດໃຫ້ເຈົ້າໜ້າທີ່ເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບຫຼືຕັດອິດສະລະພາບຈະຫຼອດຊີວິດຫຼືປະຫານຊີວິດ.

....ມາດຕາ 159 ການໝິ່ນປະໝາດເຈົ້າໜ້າທີ່

ມາດຕາ 159 ການໝິ່ນປະໝາດເຈົ້າໜ້າທີ່ ບຸກຄົນຜູ້ໃດຫາກໄດ້ກະທໍາ,ໃຊ້ວາຈາແນວຫຍາບຊ້າຫຼືໄດ້ຫາຄວາມບໍ່ຈິງໃສ່ເຈົ້າໜ້າທີ່ເພື່ອເຮັດໃຫ້ເສຍຊື່ສຽງ,ເສຍບົດບາດຊຶ່ງເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ.

....ມາດຕາ 160 ການທໍາລາຍ,ການຊຸກເຊື່ອງເອກະສານ,ຕາປະທັບ

ມາດຕາ 160 ການທໍາລາຍ,ການຊຸກເຊື່ອງເອກະສານ,ຕາປະທັບ ບຸກຄົນຜູ້ໃດໂດຍເຈດຕະນາຫາກໄດ້ທໍາລາຍ,ຊຸກເຊື່ອງເອກະສານທາງລັດຖະການ,ຕາປະທັບ,ເຮັດໃຫ້ເອກະສານທາງລັດຖະການ,ຕາປະທັບດັ່ງກ່າວເສຍຫາຍຫຼືໃຊ້ການບໍ່ໄດ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ແມ່ນເອກະສານສໍາຄັນຊຶ່ງພາໃຫ້ມີຜົນເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 161 ການປອມແປງເອກະສານຫຼືການໃຊ້ເອກະສານປອມ

ມາດຕາ 161 ການປອມແປງເອກະສານຫຼືການໃຊ້ເອກະສານປອມ ບຸກຄົນຜູ້ໃດຫາກໄດ້ປອມແປງເອກະສານ,ລາຍເຊັນ,ຕາປະທັບ,ໄດ້ຕັດຫຼືເພີ່ມຂໍ້ຄວາມໃດຂໍ້ຄວາມນຶ່ງໃນເອກະສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ບຸກຄົນຜູ້ໃດຫາກຮູ້ວ່າແມ່ນເອກະສານປອມແລ້ວຍັງນໍາເອົາໄປໃຊ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ໃນກໍລະນີທີ່ການປອມແປງເອກະສານຫຼືການໃຊ້ເອກະສານປອມຫາກພາໃຫ້ມີຜົນເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 162 ການເຂົ້າບວດໂດຍບໍ່ໄດ້ຮັບອະນຸຍາດ

ມາດຕາ 162 ການເຂົ້າບວດໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນຜູ້ໃດຫາກໄດ້ເຂົ້າບວດເປັນພິກສຸ,ສາມະເນນໂດບໍ່ໄດ້ຮັບອະນຸຍາດຈາກອໍານາດການປົກຄອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າສິບພັນກີບຫາໜຶ່ງແສນກີບ. ພະສົງທີ່ໄດ້ຮັບບວດໃຫ້ບຸກຄົນໃດໜຶ່ງໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດໃນສະຖານດຽວກັນ.

....ມາດຕາ 163 ການຫາຄວາມບໍ່ຈິງໃສ່ຜູ້ອື່ນ

ມາດຕາ 163 ການຫາຄວາມບໍ່ຈິງໃສ່ຜູ້ອື່ນ ບຸກຄົນຜູ້ໃດໂດຍເຈດຕະນາເພື່ອປັກປໍາທໍາລາຍຜູ້ອື່ນໄດ້ແຈ້ງຄວາມບໍ່ຈິງຕໍ່ເຈົ້າໜ້າທີ່ເພື່ອໃຫ້ດໍາເນີນຄະດີຫຼືຈັບກຸມຜູ້ນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມແສນກີບຫາສາມລ້ານກີບ.

....ມາດຕາ 164 ການໃຫ້ການເທັດ

ມາດຕາ 164 ການໃຫ້ການເທັດ ພະຍານ,ຜູ້ຖືກເສຍຫາຍ,ຜູ້ຊ່ຽວຊານ,ຜູ້ແປພາສາໂດຍເຈດຕະນາໄດ້ໃຫ້ການ,ໃຫ້ຄໍາເຫັນຫຼືແປບໍ່ຖືກຕາມຄວາມຈິງຕໍ່ສານຫຼືຕໍ່ເຈົ້າໜ້າທີ່ເພື່ອຜົນປະໂຫຍດອັນໃດອັນໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກໄດ້ຕົກລົງວ່າຈະມອບເງິນ,ວັດຖຸສິ່ງຂອງຫຼືຈະທໍາຜົນປະໂຫຍດອັນໃດອັນໜຶ່ງແກ່ບຸກຄົນທີ່ກ່າວມາເທິງນີ້ເພື່ອໃຫ້ການເທັດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບຫາຫ້າລ້ານກີບ.

....ມາດຕາ 165 ການປິດບັງການກະທໍາຜິດ

ມາດຕາ 165 ການປິດບັງການກະທໍາຜິດ ບຸກຄົນຜູ້ໃດຫາກໄດ້ຮູ້ຫຼືໄດ້ເຫັນການກະທໍາຜິດຂອງຜູ້ອື່ນແລ້ວບໍ່ລາຍງານຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສອງແສນກີບຫາສອງລ້ານກີບ.

....ມາດຕາ 166 ການຊຸກເຊື່ອງຜູ້ກະທໍາຜິດ

ມາດຕາ 166 ການຊຸກເຊື່ອງຜູ້ກະທໍາຜິດ ບຸກຄົນຜູ້ໃດໂດຍບໍ່ໄດ້ຕົກລົງໃຫ້ຄໍາໝັ້ນສັນຍາກັບຜູ້ກະທໍາຜິດໄວ້ກ່ອນແລ້ວຫາກໄດ້ຊຸກເຊື່ອງຫຼືໃຫ້ຄວາມຊ່ວຍເຫຼືອແກ່ຜູ້ກະທໍາຜິດເພື່ອໃຫ້ພົ້ນຈາກການຈັບກຸມຫຼືຈາກການດໍາເນີນຄະດີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາຫ້າລ້ານກີບ.

....ມາດຕາ 67 ການທໍາລາຍຫຼັກຖານ

ມາດຕາ 67 ການທໍາລາຍຫຼັກຖານ ບຸກຄົນຜູ້ໃດໂດຍເຈດຕະນາໄດ້ລົບລ້າງຮ່ອງຮອຍ,ຊຸກເຊື່ອງເອກະສານຫຼືວັດຖຸສິ່ງຂອງຊຶ່ງເປັນຫຼັກຖານຢັ້ງຢືນການກະທໍາຜິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

....ມາດຕາ 168 ການຍັກຍອກຂອງກາງ

ມາດຕາ 168 ການຍັກຍອກຂອງກາງ ບຸກຄົນຜູ້ໃດທີ່ມີໜ້າທີ່ຮັບຜິດຊອບປົກປັກຮັກສາຊັບຫຼືວັດຖຸສິ່ງຂອງຊຶ່ງເປັນຂອງການນັ້ນຫາກໄດ້ຂາຍ,ຊຸກເຊື່ອງ,ເຈືອດຈໍາ,ນໍາໃຊ້,ສັບປ່ຽນຫຼືໄດ້ເຮັດໃຫ້ຂອງກາຍເສຍຫາຍຫຼືອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສອງແສນກີບຫາສິບລ້ານກີບ.

....ມາດຕາ 169 ການໂຕນໜີຈາກຄ້າຍຄຸມຂັງຫຼືຄ້າຍດັດສ້າງ

ມາດຕາ 169 ການໂຕນໜີຈາກຄ້າຍຄຸມຂັງຫຼືຄ້າຍດັດສ້າງ ບຸກຄົນຜູ້ໃດຫາກໄດ້ໂຕນໜີຈາກຄ້າຍຄຸມຂັງຫຼືຄ້າຍດັດສ້າງໃນວລາດໍາເນີນຄະດີຫຼືໃນເວລາປະຕິບັດໂທດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ໂຕນໜີຈາກຄ້າຍຄຸມຂັງຫຼືຄ້າຍດັດສ້າງໂດຍໃຊ້ຄວາມຮຸນແຮງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

....ມາດຕາ 170 ການກໍ່ຄວາມວຸ້ນວາຍໃນຄ້າຍຄຸມຂັງຫຼືຄ້າຍດັດສ້າງ

ມາດຕາ 170 ການກໍ່ຄວາມວຸ້ນວາຍໃນຄ້າຍຄຸມຂັງຫຼືຄ້າຍດັດສ້າງ ບຸກຄົນຜູ້ໃດຫາກໄດ້ກໍ່ຄວາມປັນປ່ວນ,ທໍາລາຍລະບຽບພາຍໃນຂອງຄ້າຍຄຸມຂັງຫຼືຄ້າຍດັດສ້າງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າລ້ານກີບ.

....ມາດຕາ 171 ການທຸບຕີທໍລະມານຜູ້ຖືກຫາຫຼືນັກໂທດ

ມາດຕາ 171 ການທຸບຕີທໍລະມານຜູ້ຖືກຫາຫຼືນັກໂທດ ບຸກຄົນຜູ້ໃດຫາກໄດ້ທຸບຕີທໍລະມານ,ໃຊ້ມາດຕະການຫຼືມີການກະທໍາອື່ນໆທີ່ບໍ່ຖືກຕ້ອງຕາມກົດໝາຍຕໍ່ຜູ້ຖືກຫາຫຼືນັກໂທດໃນເວລາຈັບຕົວ,ໃນເວລາດໍາເນີນຄະດີຫຼືໃນເວລາປະຕິບັດໂທດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາສອງລ້ານກີບ.

....ມາດຕາ 172 ການເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີ

ມາດຕາ 172 ການເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີ ບຸກຄົນຜູ້ໃດດ້ວຍຄວາມປະໝາດ,ຄວາມເລິ່ນເລີ້ຫາກໄດ້ເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີໃນເວລາຮັກສາ,ປ້ອງກັນຫຼືໃນເວລາໂຍກຍ້າຍຜູ້ຖືກຫາຫຼືນັກໂທດຈະຖືກລົງໂທດຕັດອິດສະຫຼະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

....ມາດຕາ 173 ການບໍ່ປະຕິບັດຄໍາຕັດສິນຫຼືຄໍາສັ່ງຂອງສານ

ມາດຕາ 173 ການບໍ່ປະຕິບັດຄໍາຕັດສິນຫຼືຄໍາສັ່ງຂອງສານ ບຸກຄົນຜູ້ໃດຫາກບໍ່ປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຫຼືໝາຍຮຽກຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າລ້ານກີບ.

...ໝວດທີ 10 (ໃໝ່) ວ່າດ້ວຍອາຊະຍາກໍາພິເສດ


....ມາດຕາ 174 (ໃໝ່) ການສໍ້ລາດບັງຫຼວງ

ມາດຕາ 174 (ໃໝ່) ການສໍ້ລາດບັງຫຼວງ ພະນັກງານນໍາພາ,ພະນັກງານຄຸ້ມຄອງ,ພະນັກງານວິຊາການ,ພະນັກງານລັດວິສາຫະກິດ,ລັດຖະກອນ,ທະຫານ,ຕໍາຫຼວດລວມທັງນາຍບ້ານແລະຜູ້ໄດ້ຮັບມອບສິດ,ໜ້າທີ່ໃດໜຶ່ງຈາກທາງການຫາກໄດ້ສວຍໃຊ້ຖານະ,ຕໍາແໜ່ງ,ສິດອໍານາດ,ໜ້າທີ່ຂອງຕົນເພື່ອຍັກຍອກ,ສໍ້ໂກງ,ຮັບສິບນົນ,ສວຍໃຊ້ຊັບຂອງລັດຫຼືລວມໝູ່,ໃຊ້ອໍານາດເກີນຂອບເຂດເພື່ອຫາຜົນປະໂຫຍດໃຫ້ຕົນເອງ,ຄອບຄົວ,ຍາດພີ່ນ້ອງ,ໝູ່ຄູ່,ພັກພວກຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກລົງໂທດດັ່ງລຸ່ມນີ້: 1.ຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມຸນຄ່າຄວາມເສຍຫາຍແຕ່ໜຶ່ງລ້ານກີບຫາຊາວລ້ານກີບ; 2.ຕັດອິດສະລະພາບເກີນກວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບ; 3.ຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ; 4.ຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບ; 5.ຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ; 6.ຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງຄວາມເສຍຫາຍເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບ; 7.ຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບ; 8.ຕັດອິດສະລະພາບເກີນຫວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຂອງມູນຄ່າຄວາມເສຍຫາຍເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບ; 9.ຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບ; 10.ຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າໜຶ່ງພັນລ້ານກີບຫາສອງພັນລ້ານກີບ; 11.ຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍເກີນກວ່າສອງພັນລ້ານກີບຂຶ້ນໄປ. ຊັບສິນແລະດອກເບ້ຍທີ່ໄດ້ມາຈາກການສໍ້ລາດບັງຫຼວງຈະຖືກຮິບເປັນຂອງລັດຫຼືສົ່ງຄືນການຈັດຕັ້ງ,ບຸກຄົນຫຼືນິຕິບຸກຄົນທີ່ເປັນເຈົ້າຂອງຊັບ.

....ມາດຕາ 175 (ໃໝ່) ການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ,ເຮືອບິນ,ກໍາປັ່ນ,ລົດ,ສະໜາມບິນ,ທ່າກໍາປັ່ນຫຼ

ມາດຕາ 175 (ໃໝ່) ການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ,ເຮືອບິນ,ກໍາປັ່ນ,ລົດ,ສະໜາມບິນ,ທ່າກໍາປັ່ນຫຼືສະຖານນີລົດ ບຸກຄົນຜູ້ໃດຫາກມີການກະທໍາທີ່ເປັນການລະເມີດລະບຽບແລະເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ,ເຮືອບິນ,ກໍາປັ່ນ,ລົດສະໜາມບິນ,ທ່າກໍາປັ່ນຫຼືສະຖານີລົດຊຶ່ງໄດ້ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ຫ້າລ້ານກີບຫາຊາວລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາຫ້າສິບລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງລ້ອຍຫ້າສິບລ້ານກີບຫຼືປະຫານຊີວິດ.

....ມາດຕາ 176 (ໃໝ່) ການຈໍາແນກເຜົ່າຊົນ

ມາດຕາ 176 (ໃໝ່) ການຈໍາແນກເຜົ່າຊົນ ບຸກຄົນໃດຫາກໄດ້ແບ່ງແຍກ,ກີດກັ້ນ,ຈໍາກັດການເຂົ້າຮ່ວມຫຼືເລືອກປະຕິບັດຕໍ່ບຸກຄົນອື່ນເນື່ອງຈາກເຫດຜົນທາງດ້ານເຜົ່າຊົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ.

....ມາດຕາ 177 (ໃໝ່) ການຈໍາແນກເພດຍິງ

ມາດຕາ 177 (ໃໝ່) ການຈໍາແນກເພດຍິງ ບຸກຄົນຜູ້ໃດຫາກໄດ້ຈໍາແນກ,ແບ່ງແຍກ,ກີດກັ້ນ,ຈໍາກັດແມ່ຍິງເຂົ້າຮ່ວມໃນການເຄື່ອນໄຫວທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາສັງຄົມແລະຄອບຄົວເນື່ອງຈາກເຫດຜົນທາງເພດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ.

..ບົດບັນຍັດສຸດທ້າຍ


...ມາດຕາ 178 ການຈັດຕັ້ງປະຕິບັດ

ມາດຕາ 178 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 179 ຜົນສັກສິດ

ມາດຕາ 179 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຮ້ອຍຊາວວັນນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍອາຍາສະບັບນີ້ປ່ຽນແທນກົດໝາຍອາຍາສະບັບເລກທີ29/ສປສ,ລົງວັນທີ23/12/89. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ

..ຊັບສິ່ງຂອງທີ່ບໍ່ໃຫ້ຮິບ

ຊັບສິ່ງຂອງທີ່ບໍ່ໃຫ້ຮິບ ຊັບສິ່ງຂອງທີ່ຈໍາເປັນສໍາຫຼັບຜູ້ຖືກຕັດສິນແລະບຸກຄົນຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນທີ່ຈະບໍ່ຖືກຮິບມີດັ່ງຕໍ່ໄປນີ້: 1.ເຮືອນຢູ່ປະຈໍາຂອງຜູ້ຖືກຕັດສິນແລະຄອບຄົວຂອງຜູ້ກ່ຽວ; 2.ງົວ,ຄວາຍ,ຊ້າງ,ມ້າ,ແບ້,ແກະ,ໝູຖ້າຫາກມີປະເພດລະໂຕ,ສັດລ້ຽງທີ່ມີປີກສໍາລັບບຸກຄົນທີ່ຖືເອົາການປູກຝັງຫຼືການລ້ຽງສັດເປັນອາຊີບ; 3.ອາຫານສໍາລັບລ້ຽງສັດຖ້າຫາກວ່າສັດນັ້ນບໍ່ຖືກຮິບ; 4.ແນວປູກ,ອຸບປະກອນການຜະລິດສໍາລັບບຸກຄົນທີ່ຖືເອົາການປູກຝັງເປັນອາຊີບ; 5.ວັດຖຸສິ່ງຂອງທີ່ໃຊ້ເປັນປະຈໍາຂອງຜູ້ຖືກຕັດສິນແລະຂອງຄົນຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນ; -ເຄື່ອງນຸ່ງ; -ເຄື່ອງນອນ; -ເຄື່ອງໃຊ້ສໍາລັບຄົວກິນ; -ເຄື່ອງເຮືອນ(ຕຽງແລະຕັ່ງນັ່ງສໍາລັບແຕ່ລະຄົນ,ໂຕະ,ຕູ້ໃສ່ເຄື່ອງແລະຫີບສໍາລັບຄອບຄົວ); 6.ເຄື່ອງກິນ; 7.ວັດຖຸສິ່ງຂອງທີ່ຈໍາເປັນໃນການປະກອບອາຊີບຂອງຜູ້ຖືກຕັດສິນເວັ້ນເສຍແຕ່ໃນກໍລະນີທີ່ສານໄດ້ຕັດສິນຫ້າມຜູ້ກ່ຽວປະກອບອາຊີບນັ້ນຕໍ່ໄປຫຼືວັດຖຸສິ່ງຂອງທີຜູ່້ຖືກຕັດສິນໃຊ້ປະກອບອາຊີບທີ່ບໍ່ຖືກຕ້ອງຕາມກົດໝາຍ.