ກົດໝາຍວ່າດ້ວຍໄຟຟ້າ 08-12-2008

From Wikisource
Jump to navigation Jump to search

ໄຟຟ້າ 08-12-2008

ໝວດທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍວ່າດ້ວຍໄຟຟ້າກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ການກວດກາວຽກງານໄຟຟ້າເພື່ອເຮັດໃຫ້ການຜະລິດ,ການດໍາເນີນທຸລະກິດໄຟຟ້າມີປະສິດທິຜົນສູງແນໃສ່ນໍາໃຊ້ທ່າແຮງຂອງຊັບພະຍາກອນທໍາມະຊາດຢ່າງປະຢັດແລະຍືນຍົງ,ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

ມາດຕາ2ໄຟຟ້າ ໄຟຟ້າແມ່ນພະລັງງານຊະນິດໜຶ່ງຊຶ່ງປະກອບດ້ວຍກໍາລັງໄຟຟ້າ,ກະແສໄຟຟ້າ,ແຮງດັນໄຟຟ້າ,ຄວາມຖີ່ທີ່ຜະລິດມາຈາກແຫຼ່ງຊັບພະຍາກອນທໍາມະຊາດເຊັ່ນ:ພະລັງງານນໍ້າ,ພະລັງງານລົມ,ພະລັກງງານແສງຕາເວັນ,ນໍ້າມັນເຊື້ອໄຟ,ຖ່ານຫີນ,ພະລັງງານຈາກຊີວະມວນ,ແຫຼ່ງໄຟຟ້າຈາກຄວາມຮ້ອນ,ຈາກອາຍແກ໊ດ,ນໍ້າມັນພືດລວມທັງພະລັງງານນິວເຄຼຍແລະອື່ນໆ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ກິດຈະການໄຟຟ້າໝາຍເຖິງການເຄື່ອນໄຫວກ່ຽວກັບການສໍາຫຼວດເກັບກໍາຂໍ້ມູນ,ການວາງແຜນ,ການອອກແບບ,ການກໍ່ສ້າງແລະຕິດຕັ້ງ,ການຜະລິດ,ການສົ່ງ,ການຈໍາໜ່າຍ,ການສົ່ງອອກນໍາເຂົ້າແລະການບໍລິການອື່ນກ່ຽວກັບວຽກງານໄຟຟ້າ; 2.ທຸລະກິດໄຟຟ້າໝາຍເຖິງການດໍາເນີນທຸລະກິດກ່ຽວກັບກິດຈະການໄຟຟ້າເພື່ອຊອກຫາຜົນກໍາໄລ; 3.ອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໝາຍເຖິງເຂື່ອນແລະອ່າງກັກເກັບນໍ້າ,ທາງນໍ້າໄຫຼ,ໂຮງຈັກໄຟຟ້າ,ສະຖານີຕັດຕໍ່ໄຟຟ້າ,ສະຖານີໄຟຟ້າ,ສູນຄວບຄຸມໄຟຟ້າ,ສາຍສົ່ງໄຟຟ້າ,ສາຍຈໍາໜ່າຍໄຟຟ້າແລະອຸປະກອນຂອງຜູ້ຊົມໃຊ້ໄຟຟ້າ; 4.ຜູ້ດໍາເນີນທຸລະກິດໄຟຟ້າໝາຍເຖິງບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດໄຟຟ້າຢ່າງຖືກຕ້ອງຕາມກົດໝາຍ; 5.ບົດບັນທຶກຄວາມເຂົ້າໃຈໝາຍເຖິງເອກະສານອະນຸຍາດໃນເບື້ອງຕົ້ນໂດຍລັດໃຫ້ຜູ້ທີ່ຕ້ອງການລົງທຶນພັດທະນາເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການເຊັ່ນ:ບົດວິພາກເສດຖະກິດເຕັກນິກລວມທັງການສຶກສາຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມຂອງໂຄງການ; 6.ການໃຫ້ສໍາປະທານທຸລະກິດໄຟຟ້າໝາຍເຖິງການອະນຸຍາດພື້ນທີ່,ກໍານົດເວລາໂດຍລັດໃຫ້ຜູ້ລົງທຶນເພື່ອດໍາເນີນການຜະລິດແລະການສົ່ງພະລັງງານໄຟຟ້າພາຍໃຕ້ເງື່ອນໄຂຂອງສັນຍາ; 7.ໄຟຟ້າຊົນນະບົດໝາຍເຖິງລະບົບໄຟຟ້າທີ່ຕໍ່ຈາກລະບົບໄຟຟ້າລວມຫຼືເປັນລະບົບໄຟຟ້າສະເພາະຕ່າງຫາກຂອງເຂດໃດເຂດໜຶ່ງຊຶ່ງຜະລິດໄຟຟ້າດ້ວຍພະລັງນໍ້າຂະໜາດນ້ອຍ,ດ້ວຍເຄື່ອງຈັກທີ່ແລ່ນດ້ວຍນໍ້າມັນ,ດ້ວຍພະລັງແສງຕາເວັນ,ດ້ວຍພະລັງລົມຫຼືພະລັງອື່ນເພື່ອຮັບໃຊ້ຊົນນະບົດ; 8.ຊີວະມວນໝາຍເຖິງສິ່ງເສດເຫຼືອຈາກພືດ,ຄົນ,ສັດແລະອື່ນໆ; 9.ອາຍຊີວະພາບໝາຍເຖິງອາຍແກ໊ກທີ່ຜະລິດຈາກຊີວະມວນເປັນຕົ້ນສິ່ງເສດເຫຼືອຈາກໄມ້ແລະອື່ນໆ; 10.ກໍາລັງໄຟຟ້າໝາຍເຖິງຜົນຄູນລະຫວ່າງແຮງດັນໄຟຟ້າກັບກະແສໄຟຟ້າຊຶ່ງເຄື່ອນທີ່ຜ່ານວັດຖຸຊັກນໍາໄຟຟ້າ; 11.ກໍາລັງຕິດຕັ້ງໝາຍເຖິງຄວາມສາມາດຜະລິດໄຟຟ້າຂອງໂຮງງານໄຟຟ້າຫຼືເຄື່ອງກໍາເນີດໄຟຟ້າ; 12.ກະແສໄຟຟ້າໝາຍເຖິງການເຄື່ອນທີ່ຂອງເອເລັກຕົງໄຟຟ້າໄປໃນທິດດຽວກັນຕາມວັດຖຸຊັກນໍາໄຟຟ້າລວມທັງຄວາມເຂັ້ມຂອງກະແສໄຟຟ້າ; 13.ແຮງດັນໄຟຟ້າໝາຍເຖິງກໍາລັງທີ່ກໍາເນີດຂຶ້ນເມື່ອມີສະແສໄຟຟ້າໄຫຼຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງຂອງວັດຖຸຊັກນໍາໄຟຟ້າຫຼືຄວາມແຕກຕ່າງລະຫວ່າງລະດັບແຮງດັນໄຟຟ້າສອງຈຸດເພື່ອມີກະແສໄຟຟ້າໄຫຼຜ່ານສອງຈຸດຂອງວັດຖຸຊັກນໍາໄຟຟ້າ; 14.ຄວາມຖີ່ໝາຍເຖິງຈໍານວນຮອບວຽນທີ່ໝູນຢູ່ພາຍໃນໜຶ່ງວິນາທີຂອງໜຶ່ງຮອບ; 15.BOT (Build, Operate and Transfer)ໝາຍເຖິງການກໍ່ສ້າງ,ດໍາເນີນງານແລະມອບໂອນ; 16.BOOT (Build, Operate, Own and Transfer)ໝາຍເຖິງການກໍ່ສ້າງ,ດໍາເນີນງານ,ເປັນເຈົ້າຂອງແລະມອບໂອນ; 17.BTF (Build, Transfer and Finance)ໝາຍເຖິງການກໍ່ສ້າງ,ມອບໂອນແລະພົວພັນດ້ານການເງິນ; 18.BOO (Build, Own and Operate)ໝາຍເຖິງການກໍ່ສ້າງ,ເປັນເຈົ້າຂອງແລະດໍາເນີນງານ; 19.ເຫດສຸດວິໄສໝາຍເຖິງເຫດການທີ່ເກີດຂຶ້ນຊຶ່ງບໍ່ສາມາດຄາດຄະເນແລະຄວບຄຸມໄດ້ເຊັ່ນ:ນໍ້າຖ້ວມ,ຟ້າຜ່າ,ລົມພະຍຸ,ແຜນດິນໄຫວແລະອື່ນໆ.

ມາດຕາ4ກໍາມະສິດກ່ຽວັບແຫຼ່ງພະລັງງານໄຟຟ້າ ແຫຼ່ງພະລັງງານໄຟຟ້າໃນຂອບເຂດທົ່ວປະເທດເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດໂດຍແມ່ນລັດເປັນຜູ້ຄຸ້ມຄອງຢ່າງລວມສູນເປັນເອກະພາບແລະອະນຸຍາດໃຫ້ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນນໍາໃຊ້.

ມາດຕາ5ນະໂຍບາຍຂອງລັດກ່ຽວກັບໄຟຟ້າ ລັດສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທັງພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ກິດຈະການໄຟຟ້າເຊັ່ນການຜະລິດ,ການສົ່ງ,ການຈໍາໜ່າຍ,ການບໍລິການໄຟຟ້າເປັນຕົ້ນໄຟຟ້ານໍ້າຕົກໂດຍຕິດພັນກັບການປົກປັກຮັກສາປ່າປ້ອງກັນແຫຼ່ງນໍ້າແລະຢູ່ເຂດຫ່າງໄກສອກຫຼີກທີ່ມີເງື່ອນໄຂດ້ວຍການໃຫ້ນະໂຍບາຍເປັນຕົ້ນ:ພາສີ,ອາກອນ,ສິດນໍາໃຊ້ຊັບພະຍາກອນທໍາມະຊາດຕາມລະບຽບກົດໝາຍ. ລັດປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ທຸກພາກສ່ວນເສດຖະກິດທີ່ລົງທຶນແລະປະກອບສ່ວນເຂົ້າໃນການດໍາເນີນທຸລະກິດໄຟຟ້າຢ່າງສະເໝີພາບ. ລັດສົ່ງເສີມການພັດທະນາກິດຈະການໄຟຟ້າດ້ວຍການນໍາໃຊ້ແຫຼ່ງພະລັງງານໄຟຟ້າຢ່າງປະຢັດ,ມີປະສິດທິພາບ,ຍືນຍົງ,ນໍາໃຊ້ວິທະຍາສາດແລະເຕັກໂນໂລຊີທີ່ທັນສະໄໝເຂົ້າໃນທຸລະກິດໄຟຟ້າແລະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ. ລັດເສີມຂະຫຍາຍທຸກທ່າແຮງເພື່ອຕອບສະໜອງໄຟຟ້າຕາມຄວາມຕ້ອງການໃນການພັດທະນາເສດຖະກິດສັງຄົມຂອງຊາດ,ປະກອບສ່ວນເຂົ້າໃນການປ້ອງກັນຊາດປ້ອງກັນຄວາມສະຫງົບແລະແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າແລະເປັນສິນຄ້າຂາຍອອກຕ່າງປະເທດ.

ມາດຕາ6ຫຼັກການກ່ຽວກັບວຽກງານໄຟຟ້າ ການດໍາເນີນກິດຈະການແລະທຸລະກິດໄຟຟ້າຕ້ອງປະຕິບັດຫຼັກການດັ່ງນີ້: 1.ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ; 2.ມີປະສິດທິຜົນ,ປະຢັດແລະຍືນຍົງ; 3.ປົກປັກຮັກສາສິ່ງແວດລ້ອມສັງຄົມແລະທໍາມະຊາດເປັນຕົ້ນ:ປ່າໄມ້ແລະແຫຼ່ງນໍ້າ; 4.ຮັບປະກັນຄວາມປອດໄພ;

ມາດຕາ7ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທັງພາຍໃນແລະຕ່າງປະເທດຢູ່ສປປລາວທີ່ດໍາເນີນທຸລະກິດໄຟຟ້າ,ປະກອບກິດຈະການຫຼືຄຸ້ມຄອງບໍລິຫານທີ່ພົວພັນກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າລວມທັງຜູ້ຊົມໃຊ້ໄຟຟ້າ. ກົດໝາຍສະບັບນີ້ບໍ່ກວມເອົາພະລັງງານໄຟຟ້າຈາກແຫຼ່ງນິວເຄຼຍ.

ມາດຕາ8ການຮ່ວມມືສາກົນ ລັດເປີດກວ້າງການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານກ່ຽວກັບວຽກງານໄຟຟ້າເປັນຕົ້ນການຜະລິດ,ການສົ່ງ,ການຈໍາໜ່າຍ,ການສົ່ງອອກນໍາເຂົ້າ,ການສົ່ງຜ່ານ,ການພັດທະນາແລະການບໍລິການດ້ານທຸລະກິດໄຟຟ້າ.

ໝວດທີ2ກິດຈະການໄຟຟ້າ

ມາດຕາ9ກິດຈະການໄຟຟ້າ ກິດຈະການໄຟຟ້າປະກອບດ້ວຍແຜນການພັດທະນາໄຟຟ້າ,ການວາງແຜນ,ການສໍາຫຼວດເກັບກໍາຂໍ້ມູນ,ການອອກແບບ,ການກໍ່ສ້າງແລະຕິດຕັ້ງ,ການຜະລິດ,ການສົ່ງ,ການຈໍາໜ່າຍ,ການສົ່ງອອກນໍາເຂົ້າ,ການບໍລິການກ່ຽວກັບໄຟຟ້າ.

ມາດຕາ10ແຜນການພັດທະນາໄຟຟ້າ ແຜນການພັດທະນາໄຟຟ້າຕ້ອງ: 1.ຮັບປະກັນຫຼັກການນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ,ແຫຼ່ງພະລັງງານຢ່າງເໝາະສົມ,ປະຢັດແລະມີປະສິດທິຜົນສູງ; 2.ກໍານົດເປົ້າໝາຍ,ທິດທາງ,ກົນໄກແລະວິທີການໃນການພັດທະນາພື້ນຖານເສດຖະກິດເຕັກນິກໃຫ້ແກ່ໂຄງການໄຟຟ້າ,ຮັບປະກັນການສະໜອງໄຟຟ້າຢ່າງປອດໄພ,ເປັນປົກກະຕິ,ຈໍາກັດຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມໃນການພັດທະນາທຸລະກິດໄຟຟ້າ; 3.ຮັບປະກັນການຊົມໃຊ້ພາຍໃນບົນພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມໃນແຕ່ລະໄລຍະແລະນະໂຍບາຍການພັດທະນາເສດຖະກິດສັງຄົມຂອງຊາດ; 4.ກໍານົດການສົ່ງອອກບົນພື້ນຖານບູລິມະສິດການນໍາໃຊ້ພາຍໃນແລະຄວາມຕ້ອງການໃຊ້ໄຟຟ້າຢູ່ບັນດາປະເທດໃກ້ຄຽງ. ແຜນການພັດທະນາໄຟຟ້າປະກອບດ້ວຍແຜນຍຸດທະສາດ,ແຜນໄລຍະຍາວ,ໄລຍະກາງແລະໄລຍະສັ້ນ. ກະຊວງພະລັງງານແລະບໍ່ແຮ່ເປັນເຈົ້າການໃນການປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອສ້າງແຜນການພັດທະນາໄຟຟ້າແລະນໍາສະເໜີໃຫ້ລັດຖະບານເພື່ອພິຈາລະນາຕົກລົງ.

ມາດຕາ11ການວາງແຜນ ການວາງແຜນແມ່ນການຄົ້ນຄວ້າຂັ້ນຕອນ,ບາດກ້າວການພັດທະນາໂຄງການໄຟຟ້າກ່ອນທີ່ຈະດໍາກນີນການສໍາຫຼວດເກັບກໍາຂໍ້ມູນ,ການອອກແບບ,ການກໍ່ສ້າງແລະການດໍາເນີນງານຂອງໂຄງການໄຟຟ້າ.

ມາດຕາ12ການສໍາຫຼວດເກັບກໍາຂໍ້ມູນ ການສໍາຫຼວດເກັບກໍາຂໍ້ມູນຂ່າວສານເບື້ອງຕົ້ນທາງດ້ານເສດຖະກິດສັງຄົມ,ສິ່ງແວດລ້ອມ,ດ້ານທໍລະນີສາດ,ດ້ານອຸທົກກະສາດ,ດ້ານຜົນກະທົບແມ່ນຂະແໜງການພະລັງງານແລະບໍ່ແຮ່ເປັນຜູ້ຮັບຜິດຊອບໂດຍປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອເປັນບ່ອນອີງທາງດ້ານເຕັກນິກວິຊາການໃນການຄິດໄລ່,ການອອກແບບ,ການກໍ່ສ້າງແລະຕິດຕັ້ງອຸປະກອນແລະສິ່ງປະກອບສ້າງທາງດ້ານໄຟຟ້າແລະການດໍາເນີນງານຂອງໂຄງການ.

ມາດຕາ13ການອອກແບບ ການອອກແບບປະກອບດ້ວຍການຈັດວາງໂຄງຮ່າງການກໍ່ສ້າງ,ການຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ. ຂັ້ນຕອນການອອກແບບມີ:ການອອກແບບເບື້ອງຕົ້ນ,ອອກແບບລະອຽດແລະອອກແບບສຸດທ້າຍຂອງໂຄງການຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ14ການກໍ່ສ້າງແລະຕິດຕັ້ງໄຟຟ້າ ການກໍ່ສ້າງແລະຕິດຕັ້ງໄຟຟ້າຕ້ອງຮັບປະກັນຄວາມປອດໄພ,ຈໍາກັດແລະຫຼຸດຜ່ອນຜົນເສຍຫາຍຕໍ່ທໍາມະຊາດແລະຊັບສິນຂອງປະຊາຊົນ. ການກໍ່ສ້າງແລະຕິດຕັ້ງໄຟຟ້າຕ້ອງດໍາເນີນຕາມມາດຕະຖານເຕັກນິກໄຟຟ້າຂອງລາວ.

ມາດຕາ15ການຜະລິດໄຟຟ້າ ການຜະລິດໄຟຟ້າແມ່ນຂະບວນການຜະລິດພະລັງງານໄຟຟ້າຈາກໜ່ວຍປັ່ນໄຟຟ້າດ້ວຍພະລັງງານນໍ້າ,ພະລັງງານລົມ,ພະລັງງານແສງຕາເວັນ,ອາຍຊີວະພາບແລະພະລັກງງານອື່ນ. ການຜະລິດໄຟຟ້າຕ້ອງຮັບປະກັນໃຫ້ມີການນໍາໃຊ້ອຸປະກອນທີ່ທັນສະໄໝ,ມີຄຸນນະພາບແລະໄດ້ມາດຕະຖານສາກົນ,ຈໍາກັດລະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ.

ມາດຕາ16ການສົ່ງໄຟຟ້າ ການສົ່ງໄຟຟ້າແມ່ນຂະບວນສົ່ງຫຼືລໍາລຽງໄຟຟ້າຈາກແຫຼ່ງຜະລິດໄຟຟ້າໄປຫາສະຖານີແຈກໄຟຟ້າ,ຫາຕົວເມືອງ,ຫາຜູ້ຊົມໃຊ້ຫຼືໄປຕ່າງປະເທດ. ການສົ່ງໄຟຟ້າຜ່ານສປປລາວແມ່ນການສົ່ງໄຟຟ້າຈາກປະເທດອື່ນຜ່ານດິນແດນລາວໄປຫາປະເທດທີສາມຕາມການຕົກລົງຂອງລັດຖະບານແຫ່ງສປປລາວ.ການສົ່ງໄຟຟ້າຜ່ານນັ້ນຕ້ອງສົ່ງຜ່ານລະບົບສາຍສົ່ງໄຟຟ້າແຫ່ງຊາດລາວໂດຍເສຍຄ່າບໍລິການ.ໃນກໍລະນີທີ່ລະບົບສາຍສົ່ງໄຟຟ້າແຫ່ງຊາດລາວຫາກບໍ່ສາມາດຕອບສະໜອງໄດ້ລັດຖະບານຈະອະນຸຍາດໃຫ້ຜູ້ສົ່ງຜ່ານສ້າງລະບົບສາຍສົ່ງເອົາເອງແຕ່ຕັ້ງຢູ່ໃນການຄຸ້ມຄອງແລະກວດກາຂອງກະຊວງພະລັງງານແລະບໍ່ແຮ່ແລະອົງການອື່ນທີ່ກ່ຽວຂ້ອງຂອງສປປລາວ. ການສ້າງລະບົບສາຍສົ່ງຜ່ານສປປລາວຕ້ອງຮັບປະກັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະຄວາມເສຍຫາຍຂອງປະຊາຊົນ,ຈ່າຍຄ່າທໍານຽມຜ່ານດິນແດນລາວແລະຄ່າບໍລິການອື່ນພ້ອມທັງທົດແທນຄ່າເສຍຫາຍທັງໝົດທີ່ເກີດຈາກຜົນກະທົບຂອງການກໍ່ສ້າງລະບົບສາຍສົ່ງນັ້ນແລະອະນຸຍາດໃຫ້ສປປລາວນໍາໃຊ້ລະບົບສາຍສົ່ງດັ່ງກ່າວຕາມຄວາມຕ້ອງການແລະຮັບປະກັນທາງດ້ານເຕັກນິກ.

ມາດຕາ17ລະບົບສາຍສົ່ງໄຟຟ້າແຫ່ງຊາດ ລະບົບສາຍສົ່ງໄຟຟ້າແຫ່ງຊາດແມ່ນລະບົບສານສົ່ງໄຟຟ້າແຮງສູງທີ່ເຊື່ອມຕໍ່ຈາກພາກສ່ວນໜຶ່ງກັບພາກສ່ວນອື່ນໃນທົ່ວປະເທດແລະເຊື່ອມຕໍ່ກັບລະບົບສາຍສົ່ງຂອງຕ່າງປະເທດເພື່ອຮັບປະກັນການຄຸ້ມຄອງການຜະລິດ,ການສົ່ງແລະການຈໍາໜ່າຍໄຟຟ້າລວມທັງການປົກປັກຮັກສາສິ່ງແວດລ້ອມແລະຊັບສິນຂອງປະຊາຊົນ. ທຸກແຫຼ່ງການຜະລິດໄຟຟ້າຕ້ອງສົ່ງໄຟຟ້າເຂົ້າລະບົບສາຍສົ່ງໄຟຟ້າແຫ່ງຊາດເວັ້ນເສຍແຕ່ການຈໍາໜ່າຍໄຟຟ້າໃນຂອບເຂດບໍລິເວນທີ່ຕັ້ງຂອງໂຮງງານຜະລິດໄຟຟ້າ,ການຜະລິດໄຟຟ້າຂະໜາດນ້ອຍຫຼືບ່ອນທີ່ບໍ່ທັນມີລະບົບສາຍສົ່ງແຫ່ງຊາດ. ການລົງທຶນພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ. ນອກຈາກລະບົບສາຍສົ່ງໄຟຟ້າແຫ່ງຊາດແລ້ວຍັງມີລະບົບສາຍສົ່ງໄຟຟ້າອື່ນຂອງພາກສ່ວນເສດຖະກິດຕ່າງໆທັງພາຍໃນແລະຕ່າງປະເທດ. ໃນກໍລະນີທີ່ລະບົບສາຍສົ່ງໄຟຟ້າແຫ່ງຊາດຫາກເປັນຂອງກາກສ່ວນເສດຖະກິດອື່ນແລ້ວລັດມີສິດເຂົ້າຮຸ້ນໃນທຸລະກິດດັ່ງກ່າວຕາມຄວາມເໝາະສົມ.

ມາດຕາ18ການຈໍາໜ່າຍໄຟຟ້າ ການຈໍາໜ່າຍໄຟຟ້າແມ່ນການແຈກຈ່າຍໄຟຟ້າຈາກລະບົບສາຍສົ່ງຫຼືຈາກເຄື່ອງຜະລິດໄຟຟ້າໄປຫາຈຸດຊົມໃຊ້ໄຟຟ້າປະເພດຕ່າງໆຊຶ່ງເອີ້ນ່າຕາຂ່າຍໄຟຟ້າໂດຍນໍາໃຊ້ລະບົບແຮງດັນສູງ(ສູງກວ່າ35ກິໂລໂວ້ນ),ແຮງດັນກາງ(ສູງກວ່າ1ກິໂລໂວ້ນແຕ່ບໍ່ເກີນ35ກິໂລໂວ້ນ)ຫຼືແຮງດັນຕໍ່າ(ແຕ່100ໂວ້ນຫຼືສູງກວ່າແຕ່ບໍ່ເກີນໜຶ່ງກິໂລໂວ້ນ). ການຈໍາໜ່າຍໄຟຟ້າຕ້ອງດໍາເນີນບົນພື້ນຖານຫຼັກການດັ່ງນີ້: 1.ຈໍາໜ່າຍໄຟຟ້າຢ່າງຕໍ່ເນື່ອງແລະເປັນປົກກະຕິ; 2.ຈໍາໜ່າຍໄຟຟ້າຢ່າງກວ້າງຂວາງ,ພຽງພໍແລະປະຢັດ; 3.ຈໍາໜ່າຍໄຟຟ້າຢ່າງປອດໄພ; 4.ຈໍາໜ່າຍໄຟຟ້າເພື່ອຮັບປະກັນການພັດທະນາເສດຖະກິດສັງຄົມ; 5.ຈໍາໜ່າຍໄຟຟ້າເພື່ອຮັບໃຊ້ວຍກງານປ້ອງກັນຊາດປ້ອງກັນຄວາມສະຫງົບ.

ມາດຕາ19ການສົ່ງອອກນໍາເຂົ້າໄຟຟ້າ ການສົ່ງໄຟຟ້າເພື່ອເປັນສິນຄ້າອອກຕ່າງປະເທດຕ້ອງຮັບປະກັນບູລິມະສິດໃນການສະໜອງໃຫ້ແກ່ການຊົມໃຊ້ພາຍໃນຢ່າງພຽງພໍລວມທັງການຂະຫຍາຍອຸດສາຫະກໍາແລະການພັດທະນາເສດຖະກິດສັງຄົມຂອງຊາດ. ການນໍາໄຟຟ້າຈາກຕ່າງປະເທດເຂົ້າມາສປປລາວຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີຈາກລັດຖະບານໂດຍອີງໃສ່ຄວາມຈໍາເປັນໃນການພັດທະນາເສດຖະກິດສັງຄົມຂອງປະເທດ.

ມາດຕາ20ການບໍລິການ ການບໍລິການດໍາເນີນດ້ວຍການຕິດຕັ້ງ,ການບໍາລຸງຮັກສາ,ການກວດກາ,ການສ້ອມແປງ,ການໃຫ້ຄໍາປຶກສາກ່ຽວກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໃຫ້ຜູ້ຊົມໃຊ້ແລະຜູ້ສະໜອງ.

ມາດຕາ21ການຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ດໍາເນີນການກໍ່ສ້າງ,ຕິດຕັ້ງ,ຂະຫຍາຍ,ສ້ອມແປງແລະບໍາລຸງຮັກສາອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າຕ້ອງປະຕິບັດຕາມມາດຕະຖານເຕັກນິກໄຟຟ້າຂອງລາວຢ່າງເຂັ້ມງວດ.

ມາດຕາ22ການສ້າງແລະປະຕິບັດມາດຕະຖານເຕັກນິກໄຟຟ້າ ກະຊວງພະລັງງານແລະບໍ່ແຮ່ເປັນຜູ້ສ້າງມາດຕະຖານເຕັກນິກໄຟຟ້າເພື່ອໃຫ້ເຄື່ອງມື,ອຸປະກອນໄຟຟ້າ,ສາຍສົ່ງໄຟຟ້າແລະເຄື່ອງຮັບໄຟຟ້າໄດ້ມາດຕະຖານ,ຮັບປະກັນຄວາມປອດໄພ,ປະຢັດແລະເປັນມາດຕະຖານດຽວກັນໃນທົ່ວປະເທດ,ສາມາດກວດກາຄຸນນະພາບຂອງເຄື່ອງໃຊ້ໄຟຟ້າທຸກຊະນິດທີ່ຜະລິດຢູ່ພາຍໃນປະເທດແລະນໍາເຂົ້າຈາກຕ່າງປະເທດ. ການຕິດຕັ້ງໃໝ່,ຂະຫຍາຍ,ສ້ອມແປງ,ອອກແບບ,ກໍ່ສ້າງ,ດໍາເນີນງານແລະບໍາລຸງຮັກສາຫຼືຄຸ້ມຄອງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າຕ້ອງປະຕິບັດຕາມມາດຕະຖານເຕັກນິກໄຟຟ້າຂອງລາວ.

ມາດຕາ23ການດັດແປງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໄຟຟ້າ ໃນກໍລະນີທີ່ພົບເຫັນການຕິດຕັ້ງ,ການຂະຫຍາຍ,ການສ້ອມແປງ,ການອອກແບບ,ການກໍ່ສ້າງ.ບັນດາອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າບໍ່ໄດ້ຄຸນນະພາບຂະແໜງການພະລັງງານແລະບໍ່ແຮ່ຫຼືຂະແໜງການທີ່ຖືກມອບໝາຍມີສິດອອກຄໍາສັ່ງໃຫ້ຜູ້ດໍາເນີນທຸລະກິດໄຟຟ້າດັດແປງ,ສ້ອມແປງຄືນຫຼືປັບປຸງແກ້ໄຂໃຫ້ຖືກຕ້ອງແລະສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວຫຼືສັ່ງໂຈະການນໍາໃຊ້ອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້ານັ້ນ.

ໝວດທີ3ທຸລະກິດໄຟຟ້າ

ມາດຕາ24ການດໍາເນີນທຸລະກິດໄຟຟ້າ ບັນດາກິດຈະການໄຟຟ້າທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້ສາມາດໍາເນີນເປັນທຸລະກິດໄຟຟ້າໄດ້.ທຸລະກິດໄຟຟ້າແບ່ງອອກເປັນສອງປະເພດຄືທຸລະກິດໄຟຟ້າທົ່ວໄປແລະທຸລະກິດໄຟຟ້າທີ່ຂໍສໍາປະທານ. ທຸລະກິດໄຟຟ້າທົ່ວໄປມີການວາງແຜນ,ການສໍາຫຼວດເກັບກໍາຂໍ້ມູນ,ການອອກແບບ,ການກໍ່ສ້າງ,ການຕິດຕັ້ງ,ການຈໍາໜ່າຍແລະການບໍລິການທົ່ວໄປ. ທຸລະກິດໄຟຟ້າທີ່ຂໍສໍາປະທານມີການຜະລິດແລະການສົ່ງໄຟຟ້າຂອງພາກເອກະຊົນ. ທຸລະກິດໄຟຟ້າສາມາດປ່ຽນປະເພດໄດ້ຕາມການຕົກລົງຂອງລັດຖະບານດ້ວຍການສະເໜີຂອງກະຊວງພະລັງງານແລະບໍ່ແຮ່. ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດໄຟຟ້າທົ່ວໄປຕ້ອງຂໍອະນຸຍາດຈາກຂະແໜງການອຸດສາຫະກໍາແລະການຄ້າຕາມການເຫັນດີຂອງຂະແໜງການພະລັງງານແລະບໍ່ແຮ່ແລະໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ. ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດໄຟຟ້າທີ່ຂໍສໍາປະທານຕ້ອງຂໍອະນຸຍາດຈາກຂະແໜງການແຜນການແລະການລົງທຶນຕາມການເຫັນດີຂອງຂະແໜງການພະລັງງານແລະບໍ່ແຮ່ແລະໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ມາດຕາ25ການແຕ່ງຕັ້ງຫົວໜ້າວິສະວະກອນ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດໄຟຟ້າຕ້ອງແຕ່ງຕັ້ງຫົວໜ້າວິສະວະກອນຂອງຕົນເພື່ອຮັບຜິດຊອບດ້ານເຕັກນິກໃນການອອກແບບ,ການກໍ່ສ້າງ,ການຕິດຕັ້ງແລະການດໍາເນີນງານກ່ຽວກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າແລະແຈ້ງການແຕ່ງຕັ້ງດັ່ງກ່າວໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງຕາມລະບຽບການ. ຂະແໜງການພະລັງງານແລະບໍ່ແຮ່ເປັນຜູ້ກໍານົດເງື່ອນໄຂແລະມາດຕະຖານຂອງຫົວໜ້າວິສະວະກອນໃນແຕ່ລະດ້ານ.

ມາດຕາ26ການລົງທຶນໃສທຸລະກິດໄຟຟ້າ ການລົງທຶນໃສ່ທຸລະກິດໄຟຟ້າໃຫ້ເລັງໃສ່ທ່າແຮງຂອງຊັບພະຍາກອນທໍາມະຊາດທີ່ບົ່ມຊ້ອນຢູ່ພາຍໃນປະເທດ. ປະເພດແລະຮູບແບບການລົງທຶນໃສ່ທຸລະກິດໄຟຟ້າໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ. ການລົງທຶນສາມາດດໍາເນີນດ້ວຍ: 1.ການກໍ່ສ້າງ,ດໍາເນີນງານແລະມອບໂອນ (BOT) 2.ການກໍ່ສ້າງ,ດໍາເນີນງານ,ເປັນເຈົ້າຂອງແລະມອບໂອນ (BOOT); 3.ການກໍ່ສ້າງ,ມອບໂອນແລະພົວພັນດ້ານການເງິນ (BTF); 4.ການກໍ່ສ້າງ,ດໍາເນີນງານແລະເປັນເຈົ້າຂອງ (BOO); 5.ລັດເປັນຜູ້ດໍາເນີນການພຽງຜູ້ດຽວໂດຍໃຫ້ບໍລິສັດໄຟຟ້າຂອງລັດເປັນຕົວແທນ.

ມາດຕາ27.ເງື່ອນໄຂການຂໍອະນຸຍາດສ້າງຕັ້ງວິສາຫະກິດໄຟຟ້າ ເງື່ອນໄຂການຂໍອະນຸຍາດສ້າງຕັ້ງວິສາຫະກິດໄຟຟ້າມີດັ່ງນີ້: 1.ມີປະສົບການໃນການດໍາເນີນທຸລະກິດໄຟຟ້າ; 2.ມີຖານະທາງດ້ານການເງິນພຽງພໍ; 3.ມີນັກວິຊາການທາງດ້ານເຕັກນິກພຽງພໍ; 4.ບໍ່ຖືກສານຕັດສິນເປັນຜູ້ກະທໍາຜິດກ່ຽວກັບທຸລະກິດໄຟຟ້າ.

ມາດຕາ28.ການດັດແກ້ໃບອະນຸຍາດດໍາເນີນທຸລະກິດໄຟຟ້າ ຜູ້ດໍາເນີນທຸລະກິດໄຟຟ້າທີ່ມີຈຸດປະສົງດັດແກ້ໃບອະນຸຍາດດໍາເນີນທຸລະກິດຂອງຕົນຕ້ອງຍື່ນຄໍາຮ້ອງພ້ອມດ້ວຍເຫດຜົນຂອງການຂຂໍດັດແກ້ນັ້ນຕໍ່ຂະແໜງການພະລັງງານແລະບໍ່ແຮ່ເພື່ອພິຈາລະນາ.

ມາດຕາ29.ຂັ້ນຕອນການຂໍສໍາປະທານ ການຂໍສໍາປະທານທຸລະກິດໄຟຟ້າປະກອບດ້ວຍຂັ້ນຕອນການສຶກສາເບື້ອງຕົ້ນ,ການເຊັນບົດບັນທຶກຄວາມເຂົ້າໃຈ,ການສໍາຫຼວດລະອຽດ,ການສ້າງບົດວິພາກເສດຖະກິດເຕັກນິກ,ການສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ການປະເມີນມູນຄ່າໂຄງການ,ການເຊັນສັນຍາພັດທະນາໂຄງການ,ການພິຈາລະນາອະນຸມັດໃຫ້ສໍາປະທານ.

ມາດຕາ30.ບົດວິພາກເສດຖະກິດເຕັກນິກ ບົດວິພາກເສດຖະກິດເຕັກນິກປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ຄວາມອາດສາມາດເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ; 2.ພະລັງງານໄຟຟ້າສູງສຸດທີ່ຈະຜະລິດໄດ້; 3.ມູນຄ່າຄາດຄະເນຂອງໂຄງການ; 4.ການຄາດຄະເນອາຍຸການແລະຄວາມທົນທານຂອງເຂື່ອນແລະຂອງລະບົບໄຟຟ້າອື່ນໆ; 5.ລາຄາໄຟຟ້າທີ່ຄາດຄະເນແລະຕະຫຼາດເພື່ອຈໍາໜ່າຍ; 6.ແຜນການແລະຂັ້ນຕອນການດໍາເນີນງານ:ການກໍ່ສ້າງ,ການຕິດຕັ້ງແລະເວລາເລີ່ມສະໜອງພະລັງງານໄຟຟ້າ.

ມາດຕາ31.ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ການຄາດຄະເນຜົນກະທົບຕໍ່ສິ່ງແວດລ້ອມໃນແຕ່ລະກໍ່ລະນີດ້ວຍການສະເໜີວິທີການ,ມາດຕະການແກ້ໄຂຫຼືຫຼຸດຜ່ອນຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ,ແຫຼ່ງນໍ້າ,ໜ້າດິນຫຼືພື້ນດິນ,ຕໍ່ລະບົບນິເວດວິທະຍາ,ຊີວະນາໆພັນແລະຖິ່ນທີ່ຢູ່ອາໄສຂອງສັດນໍ້າແລະສັດປ່າ; 2.ການປະເມີນຜົນເສຍຫາຍແລະການຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໄຟຟ້າ; 3.ວິທີການຫຼຸດຜ່ອນຜົນກະທົບຂອງບໍລິມາດນໍ້າລວມທັງຜົນກະທົບແບບສະສົມຢູ່ລຸ່ມອ່າງຂອງເຂື່ອນໄຟຟ້າອັນເປັນຕົ້ນເຫດໂດຍກົງຂອງການເພີ່ມໄພນໍ້າຖ້ວມໃນລະດູຝົນດ້ວຍການຂຸດຄອງເໝືອງເພື່ອຫັນນໍ້າໄປບ່ອນອື່ນຫາກມີຄວາມຈໍາເປັນຫຼືດວ້ຍວິທີອື່ນ; 4.ຄ່າໃຊ້ຈ່າຍເຂົ້າໃນການປົວແປງທີ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ຂອງມາດຕານີ້ຕ້ອງຄິດໄລ່ເຂົ້າໃນຕົ້ນທຶນຂອງໂຄງການ.

ມາດຕາ32ເງື່ອນໄຂຂອງຜູ້ຂໍແລະຂໍຕໍ່ອາຍຸສໍາປະທານ ຜູ້ຂໍສໍາປະທານທຸລະກິດໄຟຟ້າຕ້ອງມີເງື່ອນໄຂດັ່ງນີ້: 1.ມີຄວາມສາມາດທາງດ້ານການເງິນແລະຄວາມສາມາດທາງດ້ານເຕັກນິກ; 2.ມີປະຫວັດໃນການດໍາເນີນທຸລະກິດໄຟຟ້າດີແລະໜ້າເຊື່ອຖືໄດ້. ຜູ້ຂໍຕໍ່ອາຍຸສໍາປະທານທຸລະກິດໄຟຟ້າຕ້ອງມີເງື່ອນໄຂດັ່ງນີ້: 1.ທະບຽນດໍາເນີນທຸລະກິດໄຟຟ້າໝົດອາຍຸ; 2.ມີຄວາມຈໍາເປັນສືບຕໍ່ປະຕິບັດໂຄງການໃຫ້ສໍາເລັດ; 3.ປະຕິບັດວຽກງານຢ່າງຖືກຕ້ອງຕາມຂັ້ນຕອນຕາມບົດວິພາກເສດຖະກິດເຕັກນິກ,ສັນຍາສໍາປະທານແລະລະບຽບການທີ່ກ່ຽວຂ້ອງ; 4.ປະຕິບັດພັນທະຢ່າງເປັນປົກກະຕິ.

ມາດຕາ33ກໍານົດເວລາສໍາປະທານ ກໍານົດເວລາສໍາປະທານໃນຮູບແບບກໍ່ສ້າງ,ດໍາເນີນງານແລະມອບໂອນ (BOT)ຫຼືກໍ່ສ້າງ,ດໍາເນີນງານ,ເປັນເຈົ້າຂອງແລະມອບໂອນ (BOOT) ສູງສຸດແມ່ນບໍ່ໃຫ້ເກີນສາມສິບປີນັບແຕ່ວັນໄດ້ຮັບອະນຸຍາດສໍາປະທານເປັນຕົ້ນໄປ. ການສໍາປະທານອາດຈະຕໍ່ອາຍຸໄດ້ແຕ່ບໍ່ໃຫ້ເກີນສິບປີຕາມການຕົກລົງຂອງລັດຖະບານ,ການຂໍຕໍ່ອາຍຸສໍາປະທານຕ້ອງສະເໜີຫ້າປີກ່ອນອາຍຸສໍາປະທານຈະສິ້ນສຸດລົງ. ພາຍຫຼັງກໍານົດເວລາສໍາປະທານສິ້ນສຸດແລ້ວຜູ້ສໍາປະທານຕ້ອງໂອນກິດຈະການທັງໝົດໃຫ້ລັດໃນສະພາບດີໃຊ້ງານໄດ້ຊຶ່ງມີການກວດກາແລະຢັ້ງຢືນຈາກວິສະວະກອນເອກະລາດໂດຍບໍ່ີການທົດແທນມູນຄ່າແຕ່ຢ່າງໃດ.

ມາດຕາ34ການອະນຸມັດຂະໜາດໂຄງການໄຟຟ້າ ໂຄງການໄຟຟ້າຢູ່ສປປລາວແບ່ງອອກເປັນສີ່ຂະໜາດດັ່ງນີ້: 1.ໂຄງການໄຟຟ້າທີ່ມີກໍາລັງຕິດຕັ້ງຂະໜາດແຕ່ຮ້ອຍກິໂລວັດລົງມາແມ່ນຫ້ອງການແຜນການແລະການລົງທຶນອະນຸມັດຕາມການເຫັນດີຂອງເຈົ້າເມືອງຫຼືຫົວໜ້າເທດສະານ; 2.ໂຄງການໄຟຟ້າທີ່ມີກໍາລັງຕິດຕັ້ງຂະໜາດສູງກວ່າຮ້ອຍກິໂລວັດຫາຫ້າເມາວັດແມ່ນພະແນກແຜນການແລະການລົງທຶນອະນຸມັດຕາມການເຫັນດີຂອງເຈົ້າແຂວງຫຼືເຈົ້າຄອງນະຄອນ; 3.ໂຄງການໄຟຟ້າທີ່ມີກໍາລັງຕິດຕັ້ງຂະໜາດສູງກວ່າຫ້າເມກາວັດຫາຮ້ອຍເມກາວັດແມ່ນລັດຖະບານເປັນຜູ້ຕົກລົງອະນຸມັດຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; 4.ໂຄງການໄຟຟ້າທີ່ກໍາລັງຕິດຕັ້ງຂະໜາດສູງກວ່າຮ້ອຍເມກາວັດຂຶ້ນໄປຫຼືມີອ່າງເກັບນໍ້າທີ່ມີເນື້ອທີ່ສູງກວ່າສິບພັນເຮັກຕາຂຶ້ນໄປຫຼືມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມຫຼືທໍາມະຊາດຢ່າງຫຼວງຫຼາຍແມ່ນລັດຖະບານເປັນຜູ້ສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮັບຮອງ.

ມາດຕາ35ຄວາມປອດໄພໃນການດໍາເນີນງານແລະການບໍາລັງຮັກສາ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດໄຟຟ້າຕ້ອງຮັບປະກັນຄວາມປອດໄພຂອງການດໍາເນີນງານແລະການບໍາລຸງຮັກສາອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າຂອງວິສະວະຫໍາກໍ່ສ້າງໂຮງງານໄຟຟ້າເຊັ້່ນ:ເຂື່ອນ,ອ່າງເກັບນໍ້າ,ອ່າງນໍ້າລົ້ນ,ໂຮງຈັກໄຟຟ້າ,ສາຍສົ່ງໄຟຟ້າ,ສະຖານີໄຟຟ້າ,ສາຍຈໍາໜ່າຍໄຟຟ້າແລະອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າລວມທັງເບື້ອງຜູ້ຊົມໃຊ້ໄຟຟ້າ. ເພື່ອຮັບປະກັນຄວາມປອດໄພດັ່ງກ່າວບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດໄຟຟ້າຕ້ອງສ້າງລະບຽບການກ່ຽວກັບຄວາມປອດໄພໃນການດໍາເນີນງານແລະການບໍາລຸງຮັກສາຢ່າງສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວແລ້ວນໍາສະເໜີຕໍ່ຂະແໜງການພະລັງງານແລະບໍ່ແຮ່ຮັບຮອງ.

ມາດຕາ36ສິດຂອງຜູ້ສໍາປະທານ ຜູ້ສໍາປະທານທຸລະກິດໄຟຟ້າມີສິດຕົ້ນຕໍດັ່ງນີ້: 1.ເຊົ່າຫຼືສໍາປະທານເນື້ອທີ່ດິນທີ່ຈໍາເປັນໃນການດໍາເນີນທຸລະກິດໄຟຟ້າ; 2.ໄດ້ຮັບຜົນປະໂຫຍດຈາກການສໍາປະທານ; 3.ໄດ້ຮັບການປົກປ້ອງກຕາມກົດໝາຍ; 4.ໄດ້ຮັບການແນະນໍາທາງດ້ານວິຊາການແລະເຕັກໂນໂລຊີກ່ຽວກັບໄຟຟ້າ; 5.ສະເໜີຂໍຕໍ່ອາຍຸສໍາປະທານ; 6.ໂອນຫຼືມອບທຸລະກິດໄຟຟ້າໃນຂອບເຂດອາຍຸສໍາປະທານທີ່ຍັງເຫຼືອໃຫ້ແກ່ຜູ້ອື່ນຕາມການເຫັນດີຂອງຂະແໜງການແຜນການແລະການລົງທຶນ.

ມາດຕາ37ພັນທະຂອງຜູ້ສໍາປະທານ ຜູ້ສໍາປະທານທຸລະກິດໄຟຟ້າມີພັນທະຕົ້ນຕໍດັ່ງນີ້: 1.ດໍາເນີນທຸລະກິດໃຫ້ຖືກຕ້ອງຕາມສັນຍາສໍາປະທານ,ບົດວິພາກເສດຖະກິດເຕັກນິກແລະຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ; 2.ວາງເງິນຄໍ້າປະກັນຢູ່ທະນາຄານຕາມການຕົກລົງກັນ; 3.ຕ້ອງມີເງິນຫຼືຊັບສິນເທົ່າກັບທຶນຈົດທະບຽນ,ສໍາລັບນັກລົງທຶນຕ່າງປະເທດຕ້ອງນໍາເງິນທຶນຈົດທະບຽນເປັນເງິນຕາຕ່າງປະເທດເຂົ້າມາຕາມລະບຽບກົດໝາຍຫຼືຕາມສັນຍາ; 4.ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ; 5.ເສຍພາສີອາກອນແລະພັນທະອື່ນໃຫ້ຄົບຖ້ວນແລະທັນເວລາຫ 6.ໃຊ້ແທນຄ່າເສຍຫາຍໃນກໍລະນີທີ່ໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບແລະຊັບສິນຂອງປະຊາຊົນ,ສິ່ງແວດລ້ອມຫຼືຕໍ່ການຍົກຍ້າຍຈັດສັນປະຊາຊົນ; 7.ຝຶກອົບຮົມແລະກໍ່ສ້າງດ້ານວິຊາການແລະຮັບປະກັນດ້ານສະຫວັດດີການຕໍ່ພະນັກງານ,ນັກວິຊາການແລະຜູ້ອອກແຮງງານ; 8.ບັນທຶກແລະລາຍງານຜົນຂອງການສໍາປະທານຕາມກໍານົດເວລາລວມທັງການໃຊ້ຈ່າຍໃນໂຄງການຕ່າງໆຢ່າງລະອຽດ; 9.ບໍາລຸງຮັກສາ,ສ້ອມແປງເຄື່ອງຈັກແລະອຸປະກອນໄຟຟ້າໃຫ້ຢູ່ໃນສະພາບທີ່ດີຕາມກໍານົດເວລາແລະຕາມຫຼັກການທາງດ້ານເຕັກນິກ; 10.ປະຕິບັດລະບຽບກົດໝາຍກ່ຽວກັບແຮງງານແລກກົດໝາຍອື່ນຂອງສປປລາວຢ່າງເຂັ້ມງວດ; 11.ຊໍາລະໜີ້ສິນຂອງຕົນໃຫ້ໝົດແລະສ້ອມແປງເຄື່ອງຈັກພາຫະນະໃຫ້ຢູ່ໃນສະພາບທີ່ໃຊ້ງານໄດ້ເສຍກ່ອນຈຶ່ງມອບໂອນທຸລະກິດໄຟຟ້າໃຫ້ລັດ; 12.ມອບໂຄງການພ້ອມດ້ວຍບົດວິພາກເສດຖະກິດເຕັກນິກແລະເອກະສານອື່ນຂອງໂຄງການໃຫ້ແກ່ລັດໂດຍບໍ່ມີການທົດແທນເມື່ອໝົດອາຍຸສໍາປະທານຫຼືໃນກໍລະນີທີ່ຜູ້ສໍາປະທານຫາກບໍ່ສືບຕໍ່ດໍາເນີນທຸລະກິດໄຟຟ້າ; 13.ມີການປະສານສົມທົບແລະຮ່ວມມືປະກອບສ່ວນໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນທີ່ໂຄງການຕັ້ງຢູ່.

ມາດຕາ38ການສິ້ນສຸດການສໍາປະທານ ການສໍາປະທານຈະສິ້ນສຸດລົງໃນກໍລະນີດັ່ງນີ້: 1.ໝົດກໍານົດເວລາສໍາປະທານ; 2.ຢຸດເຊົາການສໍາປະທານກ່ອນກໍານົດເວລາຕາມການສະເໜີຂອງຜູ້ສໍາປະທານແລະການເຫັນດີຂອງລັດ; 3.ຖືກຖອນສິດສໍາປະທານຍ້ອນມີການລະເມີດລະບຽບກົດໝາຍຢ່າງຮ້າຍແຮງຫຼືບໍ່ປະຕິບັດພັນທະຕາມສັນຍາຫຼືຕາມລະບຽບກົດໝາຍ; 4.ບໍ່ສາມາດສ້ອມແປງຫຼືຟື້ນຟູກິດຈະການທີ່ໄດ້ຮັບຄວາມເສຍຫາຍຈາກເຫດສຸດວິໄສ; 5.ມີການຍົກເລີກສັນຍາສໍາປະທານ. ກ່ອນສິ້ນສຸດການສໍາປະທານຕ້ອງມີການປະເມີນຜົນຂອງການປະຕິບັດໂຄງການ.

ມາດຕາ39ໂຄງການໄຟຟ້າທີ່ບໍ່ຕ້ອງຂໍສໍາປະທານ ໂຄງການໄຟຟ້າທີ່ສາມາດດໍາເນີນໂດຍບໍ່ຕ້ອງຂໍສໍາປະທານມີດັ່ງນີ້: 1.ການກໍ່ສ້າງແລະການຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າທີ່ລັດເປັນຜູ້ດໍາເນີນການພຽງຜູ້ດຽວ; 2.ການກໍ່ສ້າງໂຄງການໄຟຟ້າຊຶ່ງມີກໍາລັງຕິດຕັ້ງຕໍ່າກວ່າຫ້າເມກາວັດແລະມີຄວາມເສຍຫາຍບໍ່ຫຼວງຫຼາຍຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ; 3.ການກໍ່ສ້າງແລະການຕິດຕັ້ງເຄື່ອງຈະຜະລິດໄຟຟ້າດ້ວຍລະບົບຄວາມຮ້ອນຕໍ່າກວ່າຫ້າຮ້ອຍກິໂລວັດແລະການກໍ່ສ້າງແລະຕິດຕັ້ງໄຟຟ້າດ້ວຍພະລັງງານທົດແທນ,ພະລັງງານແສງຕາເວັນ,ລົມ,ອາຍແກັດຈາກຊີວະມວນ,ນໍາມັນພືດ,ໄຟຟ້ານໍ້າໄຫຼແລະອື່ນໆ.

ມາດຕາ40ການນໍາໃຊ້ທີ່ດິນສໍາລັບໂຄງການໄຟຟ້າ ການນໍາໃຊ້ທີ່ດິນສໍາລັບໂຄງການໄຟຟ້າຕ້ອງປະຕິບັດດັ່ງນີ້: 1.ຜູ້ພັດທະນາໂຄງການຕ້ອງກໍານົດຢ່າຈະແຈ້ງກ່ຽວກັບຂອບເຂດການນໍາໃຊ້ທີ່ດິນ,ວິທີການຊົດເຊີຍທີ່ດິນໃນເວລາເຮັດການສຶກສາບົດວິພາກເສດຖະກິດເຕັກນິກ,ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດຂອງໂຄງການ; 2.ຂະແໜງການພະລັງງານແລະບໍ່ແຮ່ຕ້ອງປະສານສົມທົບແລະຮ່ວມມືກັບອົງການຄຸ້ມຄອງທີ່ດິນ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການວາງແຜນນໍາໃຊ້ເນື້ອທີ່ດິນໃນເຂດທີ່ໄດ້ຮັບສໍາປະທານ; 3.ຂະແໜງການຄຸ້ມຄອງທີ່ດິນຕ້ອງມອບເນື້ອທີ່ດິນໃຫ້ຜູ້ລົງທຶນນໍາໃຊ້ຕາມກົດໝາຍວ່າດ້ວຍທີ່ດິນຂອງສປປລາວພາຍຫຼັງທີ່ໄດ້ຮັບອະນຸມັດ.

ມາດຕາ41ການປະກອບສ່ວນໃຫ້ກອງທຶນ ຜູ້ພັດທະນາໂຄງການໄຟຟ້ານອກຈາກເສຍພາສີອາກອນແລະຄ່າຊັບພະຍາກອນທໍາມະຊາດແລ້ວຍັງຕ້ອງໄດ້ປະກອບສ່ວນໃຫ້ກອງທຶນເພື່ອການປົກປັກຮັກສາສິ່ງແວດລ້ອມໃນຂອບເຂດເນື້ອທີ່ສໍາປະທານ,ບໍລິເວນໃກ້ຄຽງ,ອ່າງໂຕ່ງ,ເຂດຕອນລຸ່ມຂອງໂຄງການແລະການພັດທະນາພື້ນຖານໂຄງ່າງດ້ານເສດຖະກິດແລະສັງຄົມຂອງທ້ອງຖິ່ນບ່ອນທີ່ໂຄງການຕັ້ງຢູ່.

ມາດຕາ42ການລາຍງານ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດໄຟຟ້າຕ້ອງລາຍງານໃຫ້ຂະແໜງການພະລັງງານແລະບໍ່ແຮ່ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິກ່ຽວກັບການອອກແບບ,ການກໍ່ສ້າງ,ການດໍາເນີນງານແລະຄວາມປອດໄພກ່ຽວກັບໄຟຟ້າຕາມລະບຽບການ.

ໝວດທີ4ການພັດທະນາໄຟຟ້າຊົນນະບົດ

ມາດຕາ43ການສົ່ງເສີມໄຟຟ້າຊົນນະບົດ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນແລະທຸກພາກສ່ວນເສດຖະກິດທີ່ລົງທຶນເຮັດການຜະລິດໄຟຟ້າ,ການຈໍາໜ່າຍໄຟຟ້າ,ການດໍາເນີນທຸລະກິດຊື້ຂາຍໄຟຟ້າ,ການລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າ,ສາຍຈໍາໜ່າຍໄຟຟ້າ,ການບໍລິການດ້ານໄຟຟ້າຫຼືແຫຼ່ງຜະລິດໄຟຟ້າດ້ວຍພະລັງງານໃໝ່,ພະລັງງານທົດແທນເພື່ອສະໜອງໄຟຟ້າຢູ່ເຂດຊົນນະບົດຫ່າງໄກສອກຫຼີກ,ເຂດພູດອຍຈະໄດ້ຮັບນະໂຍບາຍສົ່ງເສີມພິເສດກ່ຽວກັບການລົງທຶນຄືກັບກິດຈະການສົ່ງເສີມການລົງທຶນອື່ນຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ມາດຕາ44ການລົງທຶນໃສ່ການພັດທະນາໄຟຟ້າຊົນນະບົດ ການລົງທຶນໃສ່ການພັດທະນາໄຟຟ້າຊົນນະບົດຈະຖືກດໍາເນີນໃນກໍລະນີດັ່ງນີ້: 1.ແຂວງ,ນະຄອນ,ເມືອງ,ເທດສະບານລົງທຶນໃສ່ການກໍ່ສ້າງແລະການຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າດ້ວຍຕົນເອງ; 2.ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທັງພາຍໃນແລະຕ່າງປະເທດລົງທຶນໃນການກໍ່ສ້າງ,ການຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໂດຍມອບໃຫ້ແຂວງ,ນະຄອນ,ເມືອງ,ເທດສະບານເປັນຜູ້ຄຸ້ມຄອງແລະນໍາໃຊ້; 3.ຫົວໜ່ວຍວິສາຫະກິດໄຟຟ້າທີ່ດໍາເນີນການຈໍາໜ່າຍໄຟຟ້າ,ການກໍ່ສ້າງ,ການຕິດຕັ້ງແລະການບໍລິການມີຄວາມຮັບຜິດຊອບລົງທຶນໃນການກໍ່ສ້າງແລະຕິດຕັ້ງໄຟຟ້າແຮງດັນກາງ,ໝໍ້ແປງ,ແຮງດັນຕໍ່າຈົນຮອດໝໍ້ນັບໄຟ,ສ່ວນບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ຊົມໃຊ້ໄຟຟ້ານັ້ນຮັບຜິດຊອບຄ່າໃຊ້ຈ່າຍໂດຍເລີ່ມນັບແຕ່ມໍ້ນັບໄຟເຂົ້າຫາເຮືອນຫຼືສໍານັກງານຂອງຕົນ; 4.ປະຊາຊົນບັນດາເຜົ່າປະກອບສ່ວນທາງດ້ານຊັບສິນແລະແຮງງານເຂົ້າໃສ່ການພັດທະນາໄຟຟ້າຊົນນະບົດໃນຂອບເຂດທ້ອງຖິ່ນຂອງຕົນ; 5.ເຂດຊົນນະບົດຫ່າງໄກສອກຫຼີກ,ເຂດຈຸດສຸມຫຼືເຂດທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດແລະບໍ່ມີຜູ້ໄປລົງທຶນໃສ່ທຸລະກິດໄຟຟ້ານັ້ນລັດມີນະໂຍບາຍສົ່ງເສີມຫຼືສະໜອງທຶນກໍ່ສ້າງສາຍສົ່ງລະບົບແຮງດັນກາງ,ໝໍ້ແປງ,ແຮງດັນຕໍ່າຫາໝໍ້ນັບໄຟ.

ມາດຕາ45.ການອະນຸມັດໂຄງການໄຟຟ້າຊົນນະບົດ ເພື່ອຂຶ້ນແຜນກໍ່ສ້າງແລະພັດທະນາໄຟຟ້າຊົນນະບົດນັ້ນການສໍາຫຼວດເກັບກໍາຂໍ້ມູນກ່ຽວກັບແຫຼ່ງພະລັງງານໄຟຟ້າຂະໜາດນ້ອຍທີ່ມີຄວາມແຮງແຕ່ໜຶ່ງຮ້ອຍກິໂລວັດຫາຫ້າເມກາວັດແມ່ນໃຫ້ແຂວງ,ນະຄອນເປັນຜູ້ດໍາເນີນ,ສ່ວນແຫຼ່ງພະລັງງານໄຟຟ້າຂະໜາດນ້ອຍທີ່ມີຄວາມແຮງຕໍ່າກວ່າຮ້ອຍກິໂລວັດລົງມາແມ່ນໃຫ້ເມືອງ,ເທດສະບານເປັນຜູ້ດໍາເນີນ. ແຂວງ,ນະຄອນ,ເມືອງ,ເທດສະບານເປັນຜູ້ອະນຸມັດໂຄງການໄຟຟ້າຊົນນະບົດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມກົນໄກປະຕູດຽວຕາມຂະໜາດຄວາມແຮງທີ່ໄດ້ກໍານົດໄວ້ໃນວັກເທິງນີ້ບົນພື້ນຖານການເຫັນດີທາງດ້ານເຕັກນິກຂອງຂະແໜງການພະລັງງານແລະບໍ່ແຮ່.

ມາດຕາ46.ກອງທຶນພັດທະນາໄຟຟ້າຊົນນະບົດ ກອງທຶນພັດທະນາໄຟຟ້າຊົນນະບົດແມ່ນໄດ້ມາຈາກງົບປະມານຂອງລັດ,ການຊ່ວຍເຫຼືອຂອງພາຍໃນແລະຕ່າງປະເທດ,ທຶນກູ້ຢືມ,ການປະກອບສ່ວນຂອງຜູ້ບໍລິການໄຟຟ້າແລະທຶນປະກອບສ່ວນຂອງປະຊາຊົນ. ການຄຸ້ມຄອງແລະນໍາໃຊ້ກອງທຶນພັດທະນາໄຟຟ້າຊົນນະບົດໄດ້ກໍານົດໄວ້ໃນລະບຽບການສະເພາະ.

ໝວດທີ5ລາຄາໄຟຟ້າ

ມາດຕາ47ລາຄາໄຟຟ້າ ການກໍານົດລາຄາໄຟຟ້າຕ້ອງຮັບປະກັນຄວາມສອດຄ່ອງກັບສະພບເສດຖະກິດສັງຄົມຂອງຊາດແລະແທດເໝາະກັບເປົ້າໝາຍການຊົມໃຊ້ແລະປະເພດຜູ້ຊົມໃຊ້. ລາຄາໄຟຟ້າຕ້ອງມີສະຖຽນລະພາບທັງຮັບປະກັນໃຫ້ຜົນຕອບແທນຕໍ່ການລົງທຶນແລະການພັດທະນາໄຟຟ້າ. ກະຊວງພະລັງງານແລະບໍ່ແຮ່ປະສານສົມທົບຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງເປັນຜູ້ພິພາກສາແລະຊີ້ນໍາການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃນແຕ່ລະປະເພດເພື່ອນໍາສະເໜີລັດຖະບານພິຈາລະນາເປັນແຕ່ລະໄລຍະ. ລາຄາໄຟຟ້າຂອງເປົ້າໝາຍການຊົມໃຊ້ແລະປະເພດຜູ້ຊົມໃຊ້ແມ່ນລັດຖະບານເປັນຜູ້ກໍານົດ.

ມາດຕາ48ປະເພດລາຄາໄຟຟ້າ ລາຄາໄຟຟ້າແບ່ງອອກເປັນປະເພດດັ່ງນີ້: 1.ລາຄາຊື້ເຂົ້າແລະລາຄາຂາຍອອກຕ່າງປະເທດ; 2.ລາຄາຊື້ແລະລາຄາຂາຍຢູ່ພາຍໃນປະເທດ. ລັດຖະບານເປັນຜູ້ຊີ້ນໍາລາຄາໄຟຟ້າແຕ່ລະປະເພດ.

ມາດຕາ49ລາຄາໄຟຟ້າຊັນນະບົດ ລາຄາໄຟຟ້າຊົນນະບົດມີດັ່ງນີ້: 1.ລາຄາໄຟຟ້າເພື່ອຮັບໃຊ້ຊົນນະບົດທີ່ເຊື່ອມຕໍ່ກັບລະບົບໄຟຟ້າລວມໂດຍໃຫ້ປະຕິບັດຕາມມາດຕາ48ເທິງນີ້; 2.ລາຄາຊື້ຂາຍໄຟຟ້າຂອງໂຄງການໄຟຟ້າທີ່ລັດລົງທຶນຊຶ່ງບໍ່ທັນເຊື່ອມຕໍ່ກັບລະບົບໄຟຟ້າລວມແມ່ນໃຫ້ຂະແໜງການພະລັງງານແລະບໍ່ແຮ່ເປັນຜູ້ຄົ້ນຄວ້າແລະສະເໜີລາຄານະໂຍບາຍຕາມການເຫັນດີຂອງອົງການປົົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 3.ລາຄາຊື້ຂາຍໄຟຟ້າທີ່ເອກະຊົນລົງທຶນແມ່ນອີງຕາມການສະເໜີຂອງຜູ້ລົງທຶນບົນພື້ນຖານການເຫັນດີຂອງອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ,ໃນກໍລະນີທີ່ຜູ້ລົງທຶນຫາກຂາດທຶນໂດຍມີເຫດຜົນນັ້ນລັດຈະຊົດເຊີຍໃຫ້ຕາມຄວາມເໝາະສົມ.

ໝວດທີ6ສິດ,ໜ້າທີ່ແລະພັນທະຂອງຜູ້ຜະລິດ,ຜູ້ຈໍາໜ່າຍແລະຜູ້ຊົມໃຊ້ໄຟຟ້າ

ມາດຕາ50.ສິດ,ໜ້າທີ່ແລະພັນທະຂອງຜູ້ຜະລິດໄຟຟ້າ ຜູ້ຜະລິດໄຟຟ້າມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ເຮັດສັນຍາຊື້ຂາຍໄຟຟ້າກັບຜູ້ຊົມໃຊ້ຕາມລະບຽບກົດໝາຍ; 2.ໂອນຫຼືມອບກິດຈະການໄຟຟ້າໃຫ້ຜູ້ອື່ນຕາມການເຫັນດີຂອງລັດ; 3.ໄດ້ຮັບຄ່າບໍລິການໄຟຟ້າແລະການປົກປ້ອງສິດແລະຜົນປະໂຫຍດຂອງຕົນ; 4.ຮ້ອງຂໍຄວາມຮ່ວມມືຈາກຂະແໜງການພະລັງງານແລະບໍ່ແຮ່ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເມື່ອມີຄວາມຈໍາເປັນ.

ຜູ້ຜະລິດໄຟຟ້າມີພັນທະຕົ້ນຕໍດັ່ງນີ້: 1.ປະຕິບັດລະບຽບການກ່ຽວກັບຄວາມປອດໄພໃນການດໍາເນີນງານ,ການບໍາລຸງຮັກສາແລະມາດຕະຖານເຕັກນິກໄຟຟ້າຂອງລາວຢ່າງເຂັ້ມງວດ; 2.ເສຍພາສີອາກອນແລະປະຕິບັດພັນທະອື່ນຕາມລະບຽບກົດໝາຍ; 3.ຜະລິດແລະສະໜອງກະແສໄຟຟ້າຢ່າງຕໍ່ເນື່ອງແລະເປັນປົກກະຕິ; 4.ໃຊ້ແທນຄ່າເສຍຫາຍ,ຍົກຍ້າຍ,ທີ່ດິນແລະຜົນລະປູກ,ຈັດສັນບ່ອນຢູ່,ບ່ອນທໍາມາຫາກິນຢ່າງເໝາະສົມໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການຜະລິດໄຟຟ້າ.

ມາດຕາ51ສິດ,ໜ້າທີ່ແລະພັນທະຂອງຜູ້ຈໍາໜ່າຍໄຟຟ້າ ຜູ້ຈໍາໜ່າຍໄຟຟ້າມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ເກັບຄ່າໄຟຟ້າຈາກການຈໍາໜ່າຍແລະການບໍລິການ; 2.ແຈ້ງເຕືອນ,ຮ້ອງຟ້ອງຜູ້ຊົມໃຊ້ໄຟຟ້າທີ່ລະເມີດລະບຽບການກ່ຽວກັບໄຟຟ້າຫຼືສ້າງຄວາມເສຍຫາຍຫຼືສິ່ງທີ່ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ການຈໍາໜ່າຍໄຟຟ້າ; 3.ງົດການຈໍາໜ່າຍໄຟຟ້າໃຫ້ຜູ້ຊົມໃຊ້ທີ່ລະເມີດລະບຽບການກ່ຽວກັບໄຟຟ້າຢ່າງຮ້າຍແຮງ; 4.ວາງມາດຕະການຮັກສາຄວາມປອດໄພຂອງສັງຄົມແລະສິ່ງແວດລ້ອມກ່ຽວກັບການຈໍາໜ່າຍໄຟຟ້າ; 5.ກວດກາການຕິດຕັ້ງແລະການນໍາໃຊ້ໄຟຟ້າຂອງຜູ້ຊົມໃຊ້ໄຟຟ້າ; 6.ປະຕິເສດຄໍາຮ້ອງຂໍຂອງບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ຕ້ອງການນໍາໃຊ້ສາຍຈໍາໜ່າຍໄຟຟ້າຂອງຕົນເມື່ອເຫັນວ່າບໍ່ມີຄວາມປອດໄພທາງດ້ານເຕັກນິກ.

ຜູ້ຈໍາໜ່າຍໄຟຟ້າມີພັນທະຕົ້ນຕໍດັ່ງນີ້: 1.ສະໜອງໄຟຟ້າໃຫ້ຜູ້ສະເໜີນໍາໃຊ້ໄຟຟ້າຕາມກໍານົດເວລາ,ຢ່າງກວ້າງຂວາງ,ເປັນປົກກະຕິແລະມີຄຸນນາພາບຕາມມາດຕະຖານເຕັກນິກໄຟຟ້າຂອງລາວ; 2.ແຈ້ງລ່ວງໜ້າໃຫ້ຜູ້ຊົມໃຊ້ໄຟຟ້າຊາບກ່ອນຈະຕັດໄຟຟ້າແຕ່ລະເທື່ອຍົກເວັ້ນກໍ່ລະນີສຸກເສີນ; 3.ສ້າງແລະແນະນໍາລະບຽບການກ່ຽວກັບການນໍາໃຊ້ໄຟຟ້າ,ຂໍ້ມູນຂ່າວສານທີ່ຈໍາເປັນໃຫ້ແກ່ຜູ້ຊົມໃຊ້ໄຟຟ້າໃຫ້ມີຄວາມປອດໄພ,ບໍລິການໃຫ້ຜູ້ຊົມໃຊ້ໄຟຟ້າດ້ວຍຄວາມຮັບຜິດຊອບແລະທັນເວລາ; 4.ນໍາໃຊ້ອຸປະກອນໄຟຟ້າທີ່ມີຄຸນນະພາບດີແລະທັນສະໄໝ; 5.ຮັບປະກັນຄວາມປອດໄພແລະສະຫວັດດີການຂອງພະນັກງານໄຟຟ້າ,ຄວາມປອດໄພຂອງສັງຄົມ; 6.ເສຍພາສີອາກອນ,ຄ່າທໍານຽມ,ຄ່າບໍລິການແລະປະຕິບັດພັນທະອື່ນຕາມລະບຽບກົດໝາຍ; 7.ໃຊ້ແທນຄ່າເສຍຫາຍໃນກໍລະນີທີ່ໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບ,ຊັບສິນຂອງປະຊາຊົນ,ສາທາລະນະແລະສິ່ງແວດລ້ອມ; 8.ອະນຸຍາດໃຫ້ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນນໍາໃຊ້ສາຍຈໍາໜ່າຍໄຟຟ້າຂອງຕົນຕາມມາດຕະຖານເຕັກນິກໄຟຟ້າຂອງລາວ; 9.ສະຫຼຸບ,ລາຍງານຜົນການຈໍາໜ່າຍແລະການຄຸ້ມຄອງໄຟຟ້າຕາມມາດຕະຖານເຕັກນິກໄຟຟ້າຂອງລາວຕໍ່ຂະແໜງການພະລັງງານແລະບໍ່ແຮ່ຢ່າງເປັນປົກກະຕິ.

ມາດຕາ52.ສິດ,ໜ້າທີ່ແລະພັນທະຂອງຜູ້ຊົມໃຊ້ໄຟຟ້າ ຜູ້ຊົມໃຊ້ໄຟຟ້າມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ໄດ້ຮັບຄວາມປອດໄພໃນການນໍາໃຊ້ໄຟຟ້າ; 2.ໄດ້ຮັບການບໍລິການຢ່າງສະດວກສະບາຍໃນການຕິດຕັ້ງແລະສ້ອມແປງໄຟຟ້າໃນເຮືອນຫຼືສໍານັກງານຂອງຕົນ; 3.ໄດ້ຮັບຄໍາແນະນໍາກ່ຽວກັບການນໍາໃຊ້ໄຟຟ້າ; 4.ສະເໜີໃຫ້ກວດກາການຄິດໄລ່ລາຄາໄຟຟ້າທີ່ຄົນເຫັນວ່າບໍ່ຖືກຕ້ອງ; 5.ສະເໜີຫຼືຮ້ອງຟ້ອງຕໍ່ຜູ້ດໍາເນີນທຸລະກິດໄຟຟ້າທີ່ເນື່ອງມາຈາກຄວາມເສຍຫາຍຍ້ອນການບໍລິການຫຼືເຕັກນິກໄຟຟ້າບໍ່ຮັບປະກັນ. ຜູ້ຊົມໃຊ້ໄຟຟ້າມີພັນທະຕົ້ນຕໍດັ່ງນີ້: 1.ຮັບຜິດຊອບ,ບໍາລຸງຮັກສາ,ປ່ຽນຖ່າຍສາຍແລະອຸປະກອນໄຟຟ້າພາຍໃນເຮືອນຫຼືສໍານັກງານຂອງຕົນ; 2.ປະຕິບັດລະບຽບການແລະຄໍາແນະນໍາກ່ຽວກັບການຊົມໃຊ້ໄຟຟ້າ; 3.ຊົມໃຊ້ໄຟຟ້າຢ່າງປະຢັດແລະມີປະສິດທິພາບ; 4.ເສຍຄ່າໄຟຟ້າແລະຄ່າບໍລິການທີ່ຕົນຊົມໃຊ້ໃຫ້ຄົບຖ້ວນແລະເປັນປົກກະຕິ; 5.ອໍານວຍຄວາມສະດວກໃຫ້ແກ່ພະນັກງານຫຼືເຈົ້າໜ້າທີ່ໄຟຟ້າໃນການຕິດຕັ້ງ,ສ້ອມແປງ,ກວດກາແລະຈົດຕົວເລກຊົມໃຊ້ໄຟຟ້າ; 6.ແຈ້ງໃຫ້ພະນັກງານຫຼືເຈົ້າໜ້າທີ່ໄຟຟ້າໂດຍດ່ວນໃນກໍລະນີທີ່ພົບເຫັນປາກົດການຜິດປົກກະຕິກ່ຽວກັບໄຟຟ້າ; 7.ປະກອບສ່ວນຊ່ວຍປົກປັກຮັກສາອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ.

ໝວດທີ7ຂໍ້ຫ້າມ

ມາດຕາ53.ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ໄຟຟ້າ

ຫ້າມພະນັກງານແລະເຈົ້າໜ້າທີ່ໄຟຟ້າມີການກະທໍາດັ່ງນີ້: 1.ສວຍໃຊ້ໜ້າທີ່ຕໍາແໜ່ງແລະຮັບສິນບົນເພື່ອຜົນປະໂຫຍດສ່ວນຕົວຈາກທຸລະກິດໄຟຟ້າ; 2.ໃຊ້ສິດໜ້າທີ່ເກີນຂອບເຂດຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; 3.ປະລະໜ້າທີ່ແລະຄວາມຮັບຜິດຊອບກ່ຽວກັບທຸລະກິດໄຟຟ້າທີ່ການຈັດຕັ້ງມອບໝາຍໃຫ້; 4.ເປີດເຜີຍຄວາມລັບຂອງລັດແລະທາງລັດຖະການກ່ຽວກັບທຸລະກິດໄຟຟ້າ; 5.ປອມແປງເອກະສານຕ່າງໆກ່ຽວກັບທຸລະກິດໄຟຟ້າ; 6.ດໍາເນີນຫຼືເຂົ້າຮ່ວມການດໍາເນີນທຸລະກິດໄຟຟ້າໃນທຸກຮູບແບບ; 7.ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່ແລະນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 8.ຊື້ຂາຍອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າທີຜິດກົດໝາຍ; 9.ມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ54ຂໍ້ຫ້າມສໍາລັບນັກທຸລະກິດ ຫ້າມນັກທຸລະກິດພາຍໃນແລະຕ່າງປະເທດມີການກະທໍາດັ່ງນີ້: 1.ດໍາເນີນການສໍາຫຼວດແລະພັດທະນາທຸລະກິດໄຟຟ້າໂດຍບໍ່ໄດ້ຮັບອະນຸຍາດ; 2.ກໍ່ສ້າງ,ຕິດຕັ້ງແລະດໍາເນີນງານກ່ຽວກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໂດຍບໍ່ໄດ້ຮັບອະນຸຍາດ; 3.ຖ່ວງດຶງ,ແກ່ຍາວການປະຕິບັດໂຄງການພັດທະນາພະລັກງງານໄຟຟ້າທີ່ຕົນໄດ້ຮັບອະນຸຍາດແລ້ວ; 4.ນໍາໃຊ້ຫຼືແຈ້ງຂໍ້ມູນກ່ຽວກັບການສໍາຫຼວດ,ອອກແບບ,ກໍ່ສ້າງແລະດໍາເນີນງານກ່ຽວກັບກິດຈະການໄຟຟ້າທີ່ບໍ່ຖືກຕ້ອງ; 5.ຊື້ຈ້າງ,ໃຫ້ສິນບົນພະນັກງານ,ເຈົ້າໜ້າທີ່ແລະປະຊາຊົນ; 6.ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກງນ,ເຈົ້າໜ້າທີ່ແລະປະຊາຊົນ; 7,ຊື້ຂາຍອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າທີ່ບໍ່ໄດ້ມາດຕະຖານແລະຢ່າງຜິດກົດໝາຍ; 8.ລະເມີດສິດແລະໜ້າທີ່ຂອງອົງການປົກຄອງທ້ອງຖິ່ນກ່ຽວກັບທຸລະກິດໄຟຟ້າ; 9.ມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ55ຂໍ້ຫ້າມສໍາລັບປະຊາຊົນ ຫ້າມປະຊາຊົນມີການກະທໍາດັ່ງນີ້: 1.ບຸກລຸກ,ທໍາລາຍປ່າໄມ້ເປັນຕົ້ນປ່າປ້ອງກັນ,ປ່າຍອດນໍ້າ; 2.ບຸກລຸກສະຖານທີ່,ລັກ,ທໍາລາຍອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ; 3.ທໍາການປຸກສ້າງ,ຕັ້ງຖິ່ນຖານຫຼືທໍາການຜະລິດຢູ່ໃກ້ກັບບໍລິເວນສະຖານທີ່ຕັ້ງຂອງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ; 4.ຮ່ວມມືກັບນັກທຸລະກິດ,ພະນັກງານຫຼືເຈົ້າໜ້າທີ່ເຂົ້າບຸກລຸກສະຖານທີ່,ລັກ,ທໍາລາຍອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ; 5.ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ໄຟຟ້າ; 6.ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກງານແລະເຈົ້າໜ້າທີ່ໄຟຟ້າຫຼືຜູ້ອື່ນເພື່ອຫາຜົນປະໂຫຍດສ່ວນຕົວ; 7.ຊື້ແລະຂາຍອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າຢ່າງບໍ່ຖືກຕ້ອງ; 8.ມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ56.ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ ຫ້າມການຈັດຕັ້ງແລະບຸກຄົນອື່ນມີການກະທໍາດັ່ງນີ້: 1.ໃຊ້ສິດໜ້າທີ່ເກີນຂອບເຂດ,ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກງານແລະເຈົ້າໜ້າທີ່ໄຟຟ້າເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວຫຼືພັກພວກກ່ຽວກັບທຸລະກິດໄຟຟ້າ; 3.ດໍາເນີນທຸລະກິດໄຟຟ້າດ້ວຍຕົນເອງຫຼືມີຮຸ້ນສ່ວນໂດຍບໍ່ໄດ້ຮັບອະນຸຍາດ; 4.ອະນຸຍາດສໍາຫຼວດ,ອອກແບບ,ກໍ່ສ້າງຫຼືດໍາເນີນງານກ່ຽວກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າຢ່າງບໍ່ຖືກຕ້ອງຕາມຂັ້ນຕອນແລະລະບຽບກົດໝາຍ; 5.ກົດໜ່ວງການດໍາເນີນຄະດີກ່ຽວກັບຂໍ້ຂັດແຍ່ງທາງດ້ານທຸລະກິດໄຟຟ້າ; 6.ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄຟຟ້າ; 7.ດໍາເນີນທຸລະກິດໄຟຟ້າທີ່ບໍ່ໄດ້ຮັບອະນຸຍາດຕາມກົດໝາຍ; 8.ຜະລິດ,ປະກອບ,ຊື້,ຂາຍ,ຈໍາໜ່າຍ,ນໍາເຂົ້າອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າທີ່ບໍ່ໄດ້ມາດຕະຖານຫຼືຄຸນນະພາບຕໍ່າ; 9.ມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ8ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ57ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດຈະດໍາເນີນດ້ວຍຮູບການດັ່ງນີ້: 1.ການໄກ່ເກ່ຍຫຼືການປະນີປະນອມກັນ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານ; 5,ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ58ການໄກ່ເກ່ຍແລະການປະນີປະນອມກັນ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດໄຟຟ້າຄູ່ກໍລະນີສາມາດເຈລະຈາ,ໄກ່ເກ່ຍແລະປະນີປະນອມກັນໄດ້.

ມາດຕາ59ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ບໍ່ສາມາດແກ້ໄຂດ້ວຍຮູບການປະນີປະນອມນໍາກັນແລ້ວຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການພະລັງງານແລະບໍ່ແຮ່ບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນເປັນຜູ້ແກ້ໄຂ.

ມາດຕາ60.ການແກ້ຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີທີ່ຂະແໜງການພະລັງງານແລະບໍ່ແຮ່ບໍ່ສາມາດໄກ່ເກ່ຍແລະແກ້ໄຂໄດ້ນັ້ນຄູ່ກໍລະນີມີສິດສະເໜີຕໍ່ຄະນະກໍາມະການແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.

ມາດຕາ61.ການຕັດສິນຂອງສານ ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການດໍາເນີນທຸລະກິດໄຟຟ້າຊຶ່ງບໍ່ສາມາດຕົກລົງກັນໄດ້ດ້ວຍການແກ້ໄຂທາງດ້ານບໍລິຫານຫຼືໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດນັ້ນຄູ່ກໍລະນີຝ່າຍໃດຝ່າຍໜຶ່ງມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.

ມາດຕາ62.ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການດໍາເນີນທຸລະກິດໄຟຟ້າລະຫວ່າງຜູ້ລົງທຶນພາຍໃນກັບຜູ້ລັງທຶນຕ່າງປະເທດຫຼືຜູ້ລົງທຶນຕ່າງປະເທດດ້ວຍກັນຢູ່ສປປລາວຫຼືລະຫວ່າງຜູ້ລັງທຶນຕ່າງປະເທດກັບລັດຖະບານໃຫ້ນໍາໃຊ້ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມການຕົກລົງຂອງຄູ່ກໍລະນີ.

ໝວດທີ9ການຄຸ້ມຄອງແລະກວດກາ

ມາດຕາ63ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານໄຟຟ້າຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງການພະລັງງານແລະບໍ່ແຮ່ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນ:ຂະແໜງການແຜນການແລະການລົງທຶນ,ຊັບພະຍາກອນນໍ້າແລະສິ່ງແວດລ້ອມ,ປ້ອງກັນຊາດປ້ອງກັນຄວາມສຫງົບ,ການເງິນ,ອົງການປົກຄອງທ້ອງຖິ່ນແລະຂະແໜງການອື່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານໄຟຟ້າປະກອບດ້ວຍ: 1.ກະຊວງພະລັງງານແລະບໍ່ແຮ່; 2.ພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນ; 3.ຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ.

ມາດຕາ64.ສິດແລະໜ້າທີ່ຂອງກະຊວງພະລັງງານແລະບໍ່ແຮ່ ໃນການຄຸ້ມຄອງວຽກງານໄຟຟ້າກະຊວງພະລັງງານແລະບໍ່ແຮ່ມີສິດແລະໜ້າທີ່ດັ່ງນີ້: 1.ເປັນເສນາທິການໃນການສ້າງແຜນຍຸດທະສາດ,ແຜນການພັດທະນາໄຟຟ້າ,ລະບຽບກົດໝາຍກ່ຽວກັບວຽກງານໄຟຟ້າແລ້ວນໍາສະເໜີລັດຖະບານພິຈາລະນາ; 2.ໂຄສະນາ,ເຜີຍແຜ່ລະບຽບກົດໝາຍກ່ຽວກັບໄຟຟ້າແລະແຜນການພັດທະນາໄຟຟ້າ; 3.ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກງານໄຟຟ້າໃນຂອບເຂດທົ່ວປະເທດ; 4.ຊີ້ນໍາການສໍາຫຼວດເກັບກໍາຂໍ້ມູນ,ການຂຶ້ນສະຖິຕິກ່ຽວກັບແຫຼ່ງພະລັງງານໄຟຟ້າໃນຂອບເຂດທົ່ວປະເທດ; 5.ຊີ້ນໍາການປົກປັກຮັກສາສິງແວດລ້ອມແລະຮັກສາແຫຼ່ງພະລັງງານໄຟຟ້າ; 6.ສຶກສາຄົ້ນຄວ້າແລະໃຫ້ຄໍາເຫັນດ້ານວິຊາການກ່ຽວກັບການລົງທຶນໃສ່ທຸລະກິດໄຟຟ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 7.ຄົ້ນຄວ້າກ່ຽວກັບການຕໍ່ອາຍຸ,ການສັ່ງໂຈະຫຼືຖອນໃບອະນຸຍາດການດໍາເນີນທຸລະກິດໄຟຟ້າຂອງຜູ້ລົງທຶນ; 8.ໃຫ້ຄໍາແນະນໍາຕໍ່ຜູ້ດໍາເນີນທຸລະກິດໄຟຟ້າກ່ຽວກັບການນໍາເຂົ້າໄຟຟ້າ,ອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າທີ່ກ່ຽວຂ້ອງ; 9.ຮັບຮອງເອົາການແຕ່ງຕັ້ງຫົວໜ້າວິສະວະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຄາມການສະເໜີຂອງຜູ້ດໍາເນີນທຸລະກິດໄຟຟ້າ; 10.ສຶກສາຄົ້ນຄວ້າລາຄາໄຟຟ້າແລ້ວນໍາສະເໜີລັດຖະບານເພື່ອພິຈາລະນາຮັບຮອງ; 11.ປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງໃນການຄຸ້ມຄອງທຸລະກິດໄຟຟ້າ; 12.ພົວພັນຮ່ວມມືກັບສາກົນກ່ຽວກັບວຽກງານໄຟຟ້າແລະການຊອກແຫຼ່ງທຶນເພື່ອພັດທະນາໄຟຟ້າ; 13.ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າໃຫ້ລັດຖະບານຢ່າງເປັນປົກກະຕິ; 14.ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານໄຟຟ້າຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ65.ສິດແລະໜ້າທີ່ຂອງພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານໄຟຟ້າພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງຜົນຂະຫຍາຍແຜນຍຸດທະສາດ,ແຜນການພັດທະນາໄຟຟ້າ,ຊີ້ນໍາແລະຄຸ້ມຄອງວຽກງານໄຟຟ້າຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 2.ຈັດຕັ້ງການສໍາຫຼວດເກັບກໍາຂໍ້ມູນ,ເກັບກໍາສະຖິຕິແລະປົກປັກຮັກສາແຫຼ່ງພະລັງງານໄຟຟ້າ; 3.ຄົ້ນຄວ້າ,ໃຫ້ຄໍາແນະນໍາໃນການດໍາເນີນທຸລະກິດໄຟຟ້າທີ່ມີກໍາລັງຕິດຕັ້ງແຕ່ຫ້າເມກາວັດລົງມາ,ທີ່ພົວພັນກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ; 4.ສຶກສາຄົ້ນຄວ້າແລະໃຫ້ຄໍາເຫັນດ້ານວິຊາການກ່ຽວກັບການລົງທຶນໃສ່ທຸລະກິດໄຟຟ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5.ຮັບຮອງເອົາການແຕ່ງຕັ້ງຫົວໜ້າວິສະວະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການສະເໜີຂອງຜູ້ດໍາເນີນທຸລະກິດໄຟຟ້າ; 6.ຈັດຕັ້ງປະຕິບັດການປົກປັກຮັກສາສິ່ງແວດລ້ອມແລະຮັກສາແຫຼ່ງພະລັງງານໄຟຟ້າ; 7.ປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນຂອງຕົນໃນການຄຸ້ມຄອງວຽກງານໄຟຟ້າ; 8.ພົວພັນແລະຮ່ວມມືສາກົນຕາມການມອບໝາຍຂອງກະຊວງພະລັງງານແລະບໍ່ແຮ່ຫຼືອົງການປົກຄອງແຂວງ,ນະຄອນ; 9.ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 10.ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານໄຟຟ້າຕາມການມອບໝາຍຂອງກະຊວງພະລັງງານແລະບໍ່ແຮ່ຫຼືອົງການປົກຄອງແຂວງ,ນະຄອນ.

ມາດຕາ66.ສິດແລະໜ້າີ່ຂອງຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານໄຟຟ້າຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດແຜນການ,ໂຄງການ,ລະບຽບກົດໝາຍກ່ຽວກັບໄຟຟ້າແລະຄໍາແນະນໍາຂອງກະຊວງພະລັງງານແລະບໍ່ແຮ່ກ່ຽວກັບວຽກງານໄຟຟ້າ; 2.ເຜີຍແຜ່ລະບຽບກົດໝາຍກ່ຽວກັບໄຟຟ້າແລະລະບຽບການກ່ຽວກັບຄວາມປອດໄພໃນການດໍາເນີນງານແລະບໍາລຸງຮັກສາໃຫ້ແກ່ຜູ້ດໍາເນີນທຸລະກິດໄຟຟ້າຕາມຄວາມຮັບຜິດຊອບຂອງຕົນ; 3.ໃຫ້ຄໍາແນະນໍາໃນການດໍາເນີນທຸລະກິດໄຟຟ້າທີ່ມີກໍາລັງຕິດຕັ້ງແຕ່ໜຶ່ງຮ້ອຍກິໂລວັດລົງມາ,ທີ່ພັວພັນກັບອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ; 4.ໃຫ້ຄໍາແນະນໍາໃນການດໍາເນີນງານອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ,ເກັບກໍາສະຖິຕິອຸປະຕິເຫດດ້ານໄຟຟ້າທີ່ຮ້າຍແຮງ; 5.ປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນຂອງຕົນໃນການຄຸ້ມຄອງວຽກງານໄຟຟ້າ; 6.ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານໄຟຟ້າຕາມການມອບໝາຍຂອງພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນຫຼືອົງການປົກຄອງເມືອງ,ເທດສະບານ.

ມາດຕາ67.ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ ໃນການຄຸ້ມຄອງວຽກງານໄຟຟ້າຂະແໜງການອື່ນແລະອົງການປົກຄອງທ້ອງຖິ່່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການພະລັງງານແລະບໍ່ແຮ່ຕາມພາລະບົດບາດຂອງຕົນ.

ມາດຕາ68ອົງການກວດກາ ອົງການກວດກາແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານໄຟຟ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ63ຂອງກົດໝາຍສະບັບນີ້. ນອກຈາກນີ້ອົງການກວດກາກໍ່ຍັງມີຄະນະກໍາມະການກວດກາດ້ານເຕັກນິກອີກ.

ມາດຕາ69.ຄະນະກໍາມະການກວດກາດ້ານເຕັກນິກ ເພື່ອເຮັດໃຫ້ການກໍ່ສ້າງ,ການຕິດຕັ້ງ,ການດໍາເນີນທຸລະກິດໄຟຟ້າຮັບປະກັນດ້ານເຕັກນິກ,ຮັບປະກັນຄວາມປອດໄພແລະການປົກປັກຮັກສາສິ່ງແວດລ້ອມສັງຄົມແລະທໍາມະຊາດອາດຈະແຕ່ງຕັ້ງຄະນະກໍາມະການກວດກາດ້ານເຕັກນິກຊຶ່ງປະກອບດ້ວຍຂະແໜງການພະລັງງານແລະບໍ່ແຮ່ຂະແໜງການອື່ນທີ່ກ່ຽວຂ້ອງ. ຄະນະກໍາມະການກວດກາດ້ານເຕັກນິກດັ່ງກ່າວຈະຖືກຍຸບເລີກໄປໃນຕົວພາຍຫຼັງທີ່ໄດ້ປະຕິບັດໜ້າທີ່ສໍາເລັດຕາມການແຕ່ງຕັ້ງແລະມອບໝາຍແລ້ວ.

ມາດຕາ70.ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານໄຟຟ້າເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: 1.ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2.ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ; 3.ການກວດສອບຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບ; 4.ການຕິດຕາມກວດກາຂອງພົນລະເມືອງລາວ.

ມາດຕາ71.ເນື້ອໃນຂອງການກວດກາ ການກວດກາແມ່ນແນໃສ່ເຮັດໃຫ້ວຽກງານໄຟຟ້າມີປະສິດທິຜົນ,ຮັບປະກັນດ້ານເຕັກນິກ,ຄວາມປອດໄພ,ການປົກປັກຮັກສາສິ່ງແວດລ້ອມແລະຮັບປະກັນໃຫ້ທຸລະກິດໄຟຟ້າດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ. ການກວດກາວຽກງານໄຟຟ້າມີເນື້ອໃນຕົ້ນຕໍດ່ັງນີ້: 1.ການປະຕິບັດຂັ້ນຕອນຂອງການດໍາເນີນທຸລະກິດໄຟຟ້າ; 2.ການປະຕິບັດກໍານົດເວລາຂອງການດໍາເນີນທຸລະກິດໄຟຟ້າ; 3.ການປະຕິບັດບົດວິພາກເສດຖະກິດເຕັກນິກກ່ຽວກັບທຸລະກິດໄຟຟ້າ; 4.ການປະຕິບັດແຜນການດໍາເນີນງານກ່ຽວກັບທຸລະກິດໄຟ້າ; 5.ການປະຕິບັດມາດຕະການຄວາມປອດໄພທາງດ້ານວິຊາການ; 6.ການປະຕິບັດກົດໝາຍແລະສັນຍາກ່ຽວກັບທຸລະກິດໄຟຟ້າ; 7.ການປະຕິບັດມາດຕະຖານອຸປະກອນໄຟຟ້າ; 8.ການອອກແບບ,ການກໍ່ສ້າງ,ການຕິດຕັ້ງແລະການຄຸ້ມຄອງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າ; 9.ການນໍາໃຊ້ມາດຕະການຈໍາກັດຜົນກະທົບຕໍ່ສິ່ງແວດລ້ອມ; 10.ການໃຊ້ແທນຄ່າເສຍຫາຍຕໍ່ຊີວິດ,ສຸຂະພາບ,ຊັບສິນຂອງປະຊາຊົນແລະສິງແວດລ້ອມ; 11.ລະບົບການເງິນ,ນະໂຍບາຍແລະສະຫວັດດີການສັງຄົມ; 12.ການຈົດແລະບັນທຶກຕົວເລກການຊົມໃຊ້ໄຟຟ້າ.

ມາດຕາ72ຮູບການກວດກາ ການກວດກາວຽກງານໄຟຟ້າມີສາມຮູບການດັ່ງນີ້: 1.ການກວດກາປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫົນ. ການກວດາປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຜ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶງບໍ່ໄດ້ແຈ້ງຜູ້ຜູ້ຖືກກວດສອບຊາບລ່ວງໜ້າ.

ໝວດທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ73ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການເຄື່ອນໄຫວວຽກງານໄຟຟ້າແລະການປົກປັກຮັກສາສິ່ງແວດລ້ອມຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບກົດໝາຍ.

ມາດຕາ74ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຕົນທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືດໍາເນີນນຄະດີຕາມແຕ່ກໍລະນີເບົາຫຼືໜັກ.

ມາດຕາ75ມາດຕະການສຶກສາອົບຮົມ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບໄຟຟ້າ,ຂໍ້ຫ້າມໃນສະຖານເບົາຫຼືບໍ່ປະຕິບັດຕາມມາຕະຖານເຕັກນິກໄຟຟ້າຊຶ່ງກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ,ບໍ່ລາຍງານການດໍາເນີນທຸລະກິດໄຟຟ້າ,ລາຍງານບໍ່ທັນຕາມກໍານົດເວລາຈະຖືກກ່າວເຕືອນແລະສຶກສາອົບຮົມ.

ມາດຕາ76.ມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານໄຟຟ້າທີ່ໄດ້ລະເມີດລະບຽບກົດໝາຍແລະຂໍ້ຫ້າມກ່ຽວກັບໄຟຟ້າທີ່ເປັນການກະທໍາບໍ່ຮ້າຍແຮງຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍແຕ່ໜຶ່ງລ້ານກີບລົງມາແລະບໍ່ຈິງໃຈລາຍງານການກະທໍາຂອງຕົນ,ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກປະຕິບັດວິໄນດັ່ງນີ້: 1.ກ່າວເຕືອນຄວາມຜິດແລ້ວບັນທຶກລົງໃນຊີວະປະຫວັດ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ຍົກຍ້າຍໄປຮັບຕໍາແໜ່ງໃໝ່ທີ່ຕໍ່າກວ່າເກົ່າ; 4.ຖືກໄລ່ອອກຈາກການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກປະຕິບັດວິໄນຍັງຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນຄືນໃຫ້ແກ່ລັດ.

ມາດຕາ77.ມາດຕະການປັບໃໝ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບໄຟຟ້າແລະກໍ່ຄວາມເສຍຫາຍຊຶ່ງບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາຈະຖືກປັບໃໝເນື່ອງມາຈາກການກະທໍາໃດໜຶ່ງດັ່ງນີ້: 1.ດໍາເນີນທຸລະກິດໄຟຟ້າໂດຍບໍ່ໄດຮັບອະນຸຍາດ; 2.ກໍ່ສ້າງ,ຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານໄຟຟ້າໂດຍບໍ່ໄດຮັບອະນຸຍາດ; 3.ຕໍ່ໄຟຟ້າເຂົ້າເຮືອນໂດຍບໍ່ໄດ້ຮັບອະນຸຍາດ; 4.ໃຫ້ຜູ້ອື່ນຕໍ່ໄຟຟ້າຈາກເຮືອນຂອງຕົນໂດຍບໍ່ໄດ້ຮັບອະນຸຍາດ; 5.ດັດແປງໝໍ້ນັບໄຟ; 6.ບໍ່ປະຕິບັດຕາມມາດຕະຖານເຕັກນິກໄຟຟ້າແລະມາດຕະການຄວາມປອດໄພ; 7.ບໍ່ປະຕິບັດມາດຕະການໃນການຈໍາກັດຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ; 8.ບໍ່ເສຍພາສີອາກອນແລະບໍ່ປະຕິບັດພັນທະອື່ນຕາມລະບຽບກົດໝາຍ; 9.ບໍ່ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຄວາມເສຍຫາຍແກ່ຊີວິວດ,ສຸຂະພາບ,ຊັບສິນຂອງປະຊາຊົນແລະສິ່ງແວດລ້ອມ. ອັດຕາປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ78.ມາດຕະການທາງແພ່ງ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນກ່ຽວກັບວຽກງານໄຟຟ້າຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ79.ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບໄຟຟ້າຊຶ່ງເປັນການກະທໍາຜິດທາງອາຍາຈະຖືກດໍາເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.

ໝວດທີ11ບົດບັນຍັດສຸດທ້າຍ

ມາດຕາ80ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ81ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍໄຟຟ້າສະບັບເລກທີ02/97/ສພຊລົງວັນທີ12ເມສາ1997. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ