ກົດໝາຍວ່າດ້ວຍແຮ່ທາດ 03-07-2017

From Wikisource
Jump to navigation Jump to search

.ແຮ່ທາດ 03-07-2017


..ພາກທີ 1 ບັດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາການປົກປັກຮັກສາ,ການຊື້ຂາຍ,ການດໍາເນີນທຸລະກິດກ່ຽວກັບແຮ່ທາດ,ການນໍາໃຊ້ແຮ່ທາດແລະຊັບພະຍາກອນແຮ່ທາດເພື່ອເຮັດໃຫ້ການຊອກຄົ້ນ,ການສໍາຫຼວດ,ການຂຸດຄົ້ນ,ການປຸງແຕ່ງແຮ່ທາດເປັນລະບົບ,ມີປະສິດທິພາບສູງແລະມີຄວາມໂປ່ງໃສ,ຮັບປະກັນການປ້ອງກັນສຸຂະພາບ,ຊີວິດ,ຄວາມປອດໄພຂອງຜູ້ອອກແຮງງານ,ຊຸມຊົນທີ່ໄດ້ຮັບຜົນກະທົບແລະການປົກປັກຮັກສາສິ່ງແວດລ້ອມ,ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ,ຫັນເປັນອຸດສາຫະກໍາແລະທັນສະໄໝເທື່ອລະກ້າວ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ,ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນ.

...ມາດຕາ 2 (ປັບປຸງ) ແຮ່ທາດ

ມາດຕາ2(ປັບປຸງ)ແຮ່ທາດ ແຮ່ທາດແມ່ນທາດທີ່ເກີດຂຶ້ນໂດຍທໍາມະຊາດ,ມີຄຸນລັກສະນະທາງດ້ານເຄມີແລະວັດຖຸວິທະຍາຫຼືກາຍຍະພາບຢູ່ໃນພາວະແຂງ,ພາວະແຫຼວແລະພາວະອາຍເຊັ່ນ:ຄໍາ,ເງິນ,ທອງ,ເຫຼັກ,ກົ່ວ,ແກ້ວປະເສີດ,ຫີນ,ດິນໜຽວ,ຫີນຊາຍ,ຊາຍ,ເກືອໂປຕາສ,ຖ່ານຫີນ,ນໍ້າມັນ,ອາຍແກັດທໍາມະຊາດ,ນໍາແຮ່ທາດ,ນໍ້າອຸ່ນ,ນໍ້າຮ້ອນທໍາມະຊາດ.

...ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຊຸມຊົນທີ່ໄດ້ຮັບຜົນກະທົບໝາຍເຖິງຊຸມຊົນຫຼືທ້ອງຖິ່ນທີ່ຕັ້ງຢູ່ໃນເຂດໂຄງການແລະເຂດໃກ້ຄຽງທີ່ໄດ້ຮັບຜົນກະທົບທາງກົງຫຼືທາງອ້ອມຕໍ່ການດໍາລົງຊີວິດ,ການເຂົ້າເຖິງຊັບພະຍາກອນ,ສຸຂະພາບ,ສະຫວັດດີການ,ສະພາບແວດລ້ອມທໍາມະຊາດຈາກກິດຈະກໍາຂຸດຄົ້ນບໍ່ແຮ່; 2.ໃບຢັ້ງຢືນການກໍ່ສ້າງໝາຍເຖິງໃບຢັ້ງຢືນທີ່ອອກໃຫ້ໂດຍກະຊວງພະລັງງານແລະບໍ່ແຮ່ເພື່ອຮັບຮອງແຜນການກໍ່ສ້າງ; 3.ແຜນການກໍ່ສ້າງໝາຍເຖິງແຜນການກໍ່ສ້າງໂຄງການຂຸດຄົ້ນບໍ່ແຮ່ໃໝ່ທີ່ຮັບປະກັນການພັດທະນາແບບຍືນຍົງ; 4.ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມໝາຍເຖິງການຮັບຮອງເອົາບົດລາຍງານການສຶກສາເບື້ອງຕົ້ນ,ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດຂອງກິດຈະການບໍ່ແຮ່ລວມທັງແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດ; 5.ເຂດສໍາລວດໝາຍເຖິງເຂດທີ່ໄດ້ຜ່ານການຊອກຄົ້ນເພື່ອກ້າວເຂົ້າສູ່ຂັ້ນຕອນການສໍາຫຼວດ; 6.ແຫຼ່ງແຮ່ໝາຍເຖິງບ່ອນສະສົມຂອງແຮ່ທາດທີ່ເກີດຂຶ້ນຕາມທໍາມະຊາດໂດຍມີການຢັ້ງຢືນກ່ຽວກັບປະລິມານແລະຄຸນນະພາບຂອງແຮ່ທາດ; 7.ເຂດບໍ່ແຮ່ໝາຍເຖິງຂອບເຂດເນື້ອທີ່ຂຸດຄົ້ນ,ເຂດໂຮງງານປຸງແຕ່ງ,ລານຫຼືສາງເກັບມ້ຽນແຮ່,ອ່າງເກັບນໍ້າເປື້ອນ,ເສັ້ນທາງເຄື່ອນຍ້າຍ,ເຂດທີ່ພັກອາໄສ,ສໍານັກງານ,ສະຖານທີ່ສ້ອມແປງ,ສາງເກັບມ້ຽນທາດລະເບີດແລະທາດເຄມີຮັບໃຊ້ການຂຸດຄົ້ນແລະການຜະລິດ; 8.ບໍ່ແຮ່ໝາຍເຖິງເຂດທີ່ມີແຮ່ທາດຊຶ່ງໄດ້ຮັບການສໍາຫຼວດແລ້ວເຊັ່ນບໍ່ຄໍາ,ບໍ່ເງິນ,ບໍ່ທອງ,ບໍ່ກົ່ວ,ບໍ່ຖ່ານຫີນ; 9.ແຮ່ໝາຍເຖິງແຮ່ທາດທີ່ໄດ້ຜ່ານການຫຍໍ້າ,ການບົດ,ການລ້າງກັ່ນ,ການຄັດຈ້ອນລວມທັງແຮ່ທາດທີ່ໄດ້ຮັບການປຸງແຕ່ງແລ້ວ; 10.ແຮ່ທາດສະຫງວນໝາຍເຖິງແຮ່ທາດທີ່ລັດຖະບານບໍ່ອະນຸຍາດຫຼືໂຈະການອະນຸຍາດໃຫ້ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນ,ປຸງແຕ່ງຍ້ອນເຫດຜົນທາງດ້ານເສດຖະກິດ,ສັງຄົມຫຼືສິ່ງແວດລ້ອມທີ່ລັດຖະບານວາງອອກໃນແຕ່ລະໄລຍະເຊັ່ນແຮ່ທາດມີໜ້ອຍ,ຕັງສະແຕນ,ໄທທານຽມ,ໂຄບານ,ໂມເລບເດນ; 11.ແຮ່ທາດຫວງຫ້າມໝາຍເຖິງແຮ່ທາດທີ່ລັດຖະບານບໍ່ອະນຸຍາດໃຫ້ດໍາເນີນການສໍາຫຼວດ,ຂຸດຄົ້ນແລະປຸງແຕ່ງເພື່ອຮັບປະກັນດ້ານສຸຂະພາບ,ຄວາມປອດໄພຂອງຄົນແລະຊີວະນາໆພັນເຊັ່ນແຮ່ທາດຫາຍາກ,ແຮ່ທາດກໍາມັນຕະພາບລັງສີ,ແຮ່ທີ່ມີທາດເບື່ອ; 12.ວຽກງານແຮ່ທາດໝາຍເຖິງວຽກງານໃນຂັ້ນຕອນການຊອກຄົ້ນ,ສໍາຫຼວດ,ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ຂຸດຄົ້ນ,ປຸງແຕ່ງຈົນເຖິງການປິດບໍ່ແຮ່ແລະການຕິດຕາມຫຼັງການປິດບໍ່ແຮ່; 13.ອຸດສາຫະກໍາບໍ່ແຮ່ໝາຍເຖິງການດໍາເນີນທຸລະກິດບໍ່ແຮ່ເລີ່ມແຕ່ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ການຂຸດຄົນ,ປຸງແຕ່ງ,ຫຼໍ່ຫຼອມແລະຊື້ຂາຍແຮ່ທາດ,ການພັດທະນາຊຸມຊົນຈັນເຖິງການປິດບໍ່; 14.ການພັດທະນາບໍ່ແຮ່ໝາຍເຖິງການດໍາເນີນວຽກງານອຸດສາຫະກໍາບໍ່ແຮ່,ການປ້ອງກັນສິ່ງແວດລ້ອມແລະການພັດທະນາຊຸມຊົນ; 15.ໂຄງການຂະໜາດໃຫຍ່ໝາຍເຖິງໂຄງການມີມູນຄ່າການລົງທຶນແຕ່ໜຶ່ງຈຸດຫ້າສ່ວນຮ້ອຍຂອງລວມຍອດຜະລິດຕະພັນພາຍໃນຫຼືມີປະລິມານຂຸດຄົ້ນແຮ່ປະຈໍາປີຫຼາຍກວ່າໜຶ່ງລ້ານຫ້າແສນໂຕນສໍາລັບບໍ່ເປີດໜ້າດິນ,ໜຶ່ງລ້ານໂຕນສໍາລັບບໍ່ໃຕ້ດິນ; 16.ຫາງແຮ່ໝາຍເຖິງແຮ່ທາດຈໍານວນໃດໜຶ່ງທີ່ຕົກເຮ່ຍ,ເຈືອປົນກັບສິ່ງເສດເຫຼືອຊຶ່ງບໍ່ສາມາດເກັບກູ້ໄດ້ໝົດຈາກການຂຸດຄົ້ນ,ການຜະລິດແລະການລ້າງກັ່ນ; 17.ແຮ່ຕົກຂ້ອນໝາຍເຖິງແຮ່ທາດຜຸພັງທີ່ໄຫຼມາເຕົ້າໂຮມຢູ່ຈຸດໃດໜຶ່ງຕາມທໍາມະຊາດ; 18.ການພັດທະນາເຂດແຮ່ທາດແບບຍືນຍົງໝາຍເຖິງການພັດທະນາແບບຮອບດ້ານຢູ່ພື້ນທີ່ຫຼືພາຍຫຼັງການຂຸດຄົ້ນແຮ່ທາດໂດຍມີການປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງແນໃສ່ຮັບປະກັນການມີວຽກເຮັດງານທໍາແລະປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຢູ່ໃນພື້ນທີ່ນັ້ນໃຫ້ດີຂຶ້ນເທື່ອລະກ້າວ,ເຮັດໃຫ້ເສດຖະກິດສັງຄົມມີປະສິດທິຜົນແລະຂະຫຍາຍຕົວຢ່າງຕໍ່ເນື່ອງ; 19.ກິດຈະການກ່ຽວກັບແຮ່ທາດໝາຍເຖິງວຽກງານຕ່າງໆກ່ຽວກັບການຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນແລະປຸງແຕ່ງແຮ່ທາດ; 20.ແຮ່ທາດກໍາມັນຕະພາບລັງສີໝາຍເຖິງທາດທີ່ສາມາດນໍາໃຊ້ເຂົ້າໃນວຽກງານວິທະຍາສາດຕ່າງໆແຕ່ກໍ່ມີຜົນກະທົບຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດແລະສິ່ງແວດລ້ອມເຊັ່ນອຸຣານຽມ,ໂທຣຽມ; 21.ເຫດສຸດວິໄສໝາຍເຖິງເຫດການເກີດຂຶ້ນທີ່ບໍ່ສາມາດຄາດຄະເນລ່ວງໜ້າແລະຄວບຄຸມໄດ້ເປັນຕົ້ນນໍ້າຖ້ວມ,ດິນເຈື່ອນ,ພະຍຸ,ຟ້າຜ່າ,ພະຍາດລະບາດ,ແຜນດິນໄຫວ.

...ມາດຕາ 4 (ປັບປຸງ) ກໍາມະສິດກ່ຽວກັບແຮ່ທາດ

ມາດຕາ4(ປັບປຸງ)ກໍາມະສິດກ່ຽວກັບແຮ່ທາດ ແຮ່ທາດທີ່ເກີດຂຶ້ນຢູ່ເທິງໜ້າດິນ,ພື້ນດິນແລະພື້ນນໍ້າຢູ່ໃນດິນແດນຂອງສປປລາວແມ່ນກໍາມະສິດຂອງວົງຄະນະຍາດແຫ່ງຊາດຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ.

...ມາດຕາ 5 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານແຮ່ທາດ

ມາດຕາ5(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານແຮ່ທາດ ລັດສົ່ງເສີມການພັດທະນາຊັບພະຍາກອນມະນຸດເພື່ອຮັບໃຊ້ໃນການພັດທະນາແລະຄຸ້ມຄອງວຽກງານແຮ່ທາດ. ລັດຊຸກຍູ້,ສົ່ງເສີມໃຫ້ມີການພັດທະນາວຽກງານແຮ່ທາດດ້ວຍການກໍານົດແຜນຍຸດທະສາດ,ແຜນພັດທະນາແຮ່ທາດໃນການຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນແລະນໍາໃຊ້ແຮ່ທາດຢ່າງປະຢັດ,ມີປະສິດທິພາບແລະປະສິດທິຜົນສູງສຸດຕາມທິດພັດທະນາເປັນອຸດສາຫະກໍາແລະທັນສະໄໝ,ສີຂຽວແລະຍືນຍົງ. ລັດເປັນເຈົ້າການໃນການສຶກສາຂໍ້ມູນດ້ານທໍລະນີສາດດ້ວຍການຊອກຄົ້ນ,ສໍາຫຼວດແຮ່ທາດເພື່ອໃຫ້ມີຂໍ້ມູນຂ່າວສານທາງດ້ານທໍລະນີສາດແລະແຮ່ທາດສາມາດຕອບສະໜອງໃຫ້ແກ່ການວາງແຜນຂຸດຄົ້ນ,ນໍາໃຊ້ແຮ່ທາດຢ່າງມີປະສິດທິຜົນແລະກໍານົດເຂດສະຫງວນຊັບພະຍາກອນແຮ່ທາດເພື່ອການພັດທະນາໃນອະນາຄົດແລະຄວາມຍືນຍົງຂອງຊັບພະຍາກອນທໍາມະຊາດ. ລັດເຂົ້າຮ່ວມໃນການດໍາເນີນທຸລະກິດກ່ຽວກັບບໍ່ແຮ່ຢ່າງມີການເລືອກເຟັ້ນແລະຮັບປະກັນສິດທິຜົນທາງດ້ານເສດຖະກິດ. ...ມາດຕາ 6 (ປັບປຸງ) ຫຼັກການກ່ຽວກັບວຽກງານແຮ່ທາດ

ມາດຕາ6(ປັບປຸງ)ຫຼັກການກ່ຽວກັບວຽກງານແຮ່ທາດ ວຽກງານແຮ່ທາດໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ສອດຄ່ອງກັບນະໂຍບາຍ,ແຜນຍຸດທະສາດ,ແຜນພັດທະນາແຮ່ທາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ກົດໝາຍແລະສະພາວະຄວາມເປັນຈິງໃນແຕ່ລະໄລຍະ; 2.ຮັບປະກັນການດໍາເນີນກິດຈະການກ່ຽວກັບແຮ່ທາດແລະນໍາໃຊ້ແຮ່ທາດຢ່າງປະຢັດ,ມີປະສິດທິພາບ,ປະສິດທິຜົນ,ໂປ່ງໃສ,ຮັບປະກັນຄວາມປອດໄພ,ການພັດທະນາເຂດບໍ່ແຮ່ໃຫ້ຍືນຍົງແລະປົກປັກຮັກສາສິ່ງແວດລ້ອມ; 3.ຕິດພັນກັບການພັດທະນາໂຄງລ່າງພື້ນຖານເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ,ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າທັງຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 4.ມີສ່ວນຮ່ວມຂອງປະຊາຊົນ,ຊຸມຊົນ,ການຈັດຕັ້ງ,ອົງການປົກຄອງທຸກຂັ້ນໃນການຈັດຕັ້ງການຜະລິດ,ສະໜອງແຮງງານ,ສະບຽງອາຫານ,ວັດຖຸປະກອນໃນທ້ອງຖິ່ນ,ການປົກປັກຮັກສາແຮ່ທາດແລະຊັບພະຍາກອນແຮ່ທາດ.

...ມາດຕາ 7 ການປົກປ້ອງສິດແລະຜົນປະໂຫຍດກ່ຽວກັບແຮ່ທາດ

ມາດຕາ7ການປົກປ້ອງສິດແລະຜົນປະໂຫຍດກ່ຽວກັບແຮ່ທາດ ລັດປົກປ້ອງສິດແລະຜົນປະໂຫຍດສູງສຸດຂອງຊາດແລະຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກິດກ່ຽວກັບແຮ່ທາດແລະປະຊາຊົນລາວບັນດາເຜົ່າຕາມກົດໝາຍ.

...ມາດຕາ 8 ພັນທະໃນການປົກປັກຮັກສາແຮ່ທາດ

ມາດຕາ8ພັນທະໃນການປົກປັກຮັກສາແຮ່ທາດ ລັດວາງມາດຕະການກ່ຽວກັບການປົກປັກຮັກສາແຮ່ທາດແລະຊັບພະຍາກອນແຮ່ທາດໃນຂອບເຂດທົ່ວປະເທດ. ການປົກປັກຮັກສາແຮ່ທາດແລະຊັບພະຍາກອນແຮ່ທາດແມ່ນພັນທະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຢູ່ສປປລາວ.

...ມາດຕາ 9 ການຮ່ວມມືສາກົນ

ມາດຕາ9ການຮ່ວມມືສາກົນ ລັດຊຸກຍູ້,ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແຮ່ທາດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກເຕັກໂນໂລຊີ,ການຕະຫຼາດ,ການຝຶກອົບຮົມແລະຍົກລະດັບທາງດ້ານວິຊາສະເພາະໃຫ້ພະນັກງານ,ການຊ່ວຍເຫຼືອທາງດ້ານວິຊາການ,ທຶນຮອນແລະປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

...ມາດຕາ 10 (ປັບປຸງ) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ10(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນກິດຈະການແລະທຸລະກິດກ່ຽວກັບແຮ່ທາດ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບແຮ່ທາດປະເພດນໍ້າມັນດິບ,ອາຍແກັດທໍາມະຊາດ,ແຮ່ທາດກໍາມັນຕະພາບລັງສີ.

..ພາກທີ 2 ແຜນພັດທະນາແຮ່ທາດ


...ມາດຕາ 11 (ໃໝ່) ແຜນພັດທະນາແຮ່ທາດ

ມາດຕາ11(ໃໝ່)ແຜນພັດທະນາແຮ່ທາດ ແຜນພັດທະນາແຮ່ທາດປະກອບດ້ວຍແຜນພັດທະນາແຮ່ທາດແຫ່ງຊາດແລະແຜນພັດທະນາແຮ່ທາດຂັ້ນແຂວງ. ນອກຈາກແຜນພັດທະນາແຮ່ທາດແລ້ວລັດຖະບານຍັງຕ້ອງສ້າງຍຸດທະສາດພັດທະນາແຮ່ທາດເພື່ອເປັນພື້ນຖານໃຫ້ແກ່ການສ້າງແຜນພັດທະນາແຮ່ທາດໃນແຕ່ລະໄລຍະ.

...ໝວດທີ 1 ຍຸດທະສາດການພັດທະນາແຮ່ທາດ


....ມາດຕາ 12 (ໃໝ່) ຍຸດທະສາດການພັດທະນາແຮ່ທາດ

ມາດຕາ12(ໃໝ່)ຍຸດທະສາດການພັດທະນາແຮ່ທາດ ຍຸດທະສາດການພັດທະນາແຮ່ທາດແມ່ນນະໂຍບາຍພື້ນຖານກ່ຽວກັບວຽກງານຄຸ້ມຄອງ,ບໍລິຫານ,ນໍາໃຊ້,ປົກປັກຮັກສາແລະພັດທະນາແຮ່ທາດ. ຍຸດທະສາດການພັດທະນາແຮ່ທາດຕ້ອງມີເນື້ອໃນດັ່ງນີ້: 1.ນະໂຍບາຍສໍາຫຼວດທໍລະນີສາດແລະແຮ່ທາດຂັ້ນພື້ນຖານ,ປົກປັກຮັກສາແຫຼ່ງແຮ່ທາດທີ່ຍັງບໍ່ໄດ້ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນ,ປຸງແຕ່ງແລະນໍາໃຊ້ແຮ່ທາດຢ່າງປະຢັດແລະມີປະສິດທິຜົນ; 2.ແຜນການສໍາຫຼວດທໍລະນີສາດແລະແຮ່ທາດຂັ້ນພື້ນຖານ,ແຫຼ່ງແຮ່ທີ່ຕ້ອງການສະຫງວນຫຼືປົກປັກຮັກສາ,ໝວດແຮ່ທາດຫຼືປະເພດແຮ່ທາດທີ່ຕ້ອງການອະນຸຍາດໃຫ້ສໍາຫຼວດ,ຂຸດຄົ້ນ,ປຸງແຕ່ງແລະຫຼັງການປິດບໍ່ແຮ່ໂດຍສົມດຸນກັບການປະລິດ,ນໍາໃຊ້ໃນໄລຍະປະຕິບັດຍຸດທະສາດ; 3.ການປະເມີນສິ່ງແວດລ້ອມແບບຍຸດທະສາດ; 4.ວຽກງານແລະວິທີການທີ່ສໍາຄັນໃນການສໍາຫຼວດທໍລະນີສາດແລະແຮ່ທາດຂັ້ນພື້ນຖານ,ການສະຫງວນຫຼືປົກປັກຮັກສາແຫຼ່ງແຮ່,ການສໍາຫຼວດແລະການຂຸດຄົ້ນແຕ່ລະໝວດຫຼືປະເພດແຮ່ທາດ,ການຂຸດຄົ້ນ,ປຸງແຕ່ງແຮ່ທາດໃຫ້ມີຄວາມສົມດຸນກັນລະຫວ່າງການຜະລິດ,ນໍາໃຊ້ແລະການສະຫງວນໄວ້ໃນໄລຍະປະຕິບັດແຜນຍຸດທະສາດ. ຍຸດທະສາດການພັດທະນາແຮ່ທາດຈະຖືກປະຕິບັດໃນໄລຍະສິບປີແລະສອດຄ່ອງກັບວິໄສທັດພັດທະນາແຮ່ທາດໃນໄລຍະສິບຫ້າປີ.

....ມາດຕາ 13 (ໃໝ່) ການສ້າງຍຸດທະສາດການພັດທະນາແຮ່ທາດ

ມາດຕາ13(ໃໝ່)ການສ້າງຍຸດທະສາດການພັດທະນາແຮ່ທາດ ການສ້າງຍຸດທະສາດການພັດທະນາແຮ່ທາດຕ້ອງປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດສັງຄົມແຫ່ງຊາດ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບແລະຄວາມປອດໄພ; 2.ຮັບປະກັນຄວາມສົມດຸນລະຫວ່າງການສະຫງວນແລະການຂຸດຄົ້ນ,ການນໍາໃຊ້ຢ່າງປະຢັດແລະມີປະສິດທິຜົນຕາມທິດສີຂຽວແລະຍືນຍົງ; 3.ຮັບປະກັນການສະໜອງແຮ່ທາດແລະຜະລິດຕະພັນແຮ່ທາດເພື່ອພັດທະນາເສດຖະກິດສັງຄົມແລະສົ່ງອອກຕ່າງປະເທດ; 4.ນໍາໃຊ້ຜົນການສໍາຫຼວດທໍລະນີສາດແລະແຮ່ທາດຂັ້ນພື້ນຖານ; 5.ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ກະຊວງພະລັງງານແລະບໍ່ແຮ່ເປັນຜູ້ຄົ້ນຄວ້າສ້າງຍຸດທະສາດການພັດທະນາແຮ່ທາດເພື່ອສະເໜີລັດຖະບານພິຈາລະນາແລ້ວນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ.

...ໝວດທີ 2 ແຜນພັດທະນາແຮ່ທາດແຫ່ງຊາດ


....ມາດຕາ 14 (ໃໝ່) ແຜນພັດທະນາແຮ່ທາດແຫ່ງຊາດ

ມາດຕາ14(ໃໝ່)ແຜນພັດທະນາແຮ່ທາດແຫ່ງຊາດ ແຜນພັດທະນາແຮ່ທາດແຫ່ງຊາດແມ່ນແຜນພັດທະນາແຮ່ທາດທີ່ເປັນພາກສ່ວນໜຶ່ງຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໄລຍະຫ້າປີ. ແຜນພັດທະນາແຮ່ທາດແຫ່ງຊາດປະກອບດ້ວຍເນື້ອໃນດັ່ງນີ້: 1.ການຄາດຄະເນການສໍາຫຼວດທໍລະນີສາດຂັ້ນພື້ນຖານທົ່ວປະເທດໃນໄລຍະຂອງແຜນການເພື່ອກໍານົດເຂດພັດທະນາແລະເຂດສະຫງວນ; 2.ການຄາດຄະເນແຜນການອະນຸມັດໃຫ້ຊອກຄົ້ນ,ສໍາຫຼວດແລະຂຸດຄົ້ນ; 3.ການຄາດຄະເນປະລິມານສະສົມແຮ່ທາດ,ແຫຼ່ງຜະລິດແຮ່ທາດແລະປະເພດຜະລິດຕະພັນແຮ່ທາດ; 4.ຄວາມຕ້ອງການແຮ່ທາດ,ຜະລິດຕະພັນແຮ່ທາດເພື່ອສະໜອງພາຍໃນແລະສົ່ງອອກ. 5.ການປະເມີນສິ່ງແວດລ້ອມແບບຍຸດທະສາດເພື່ອຫຼີກລ້ຽງຜົນກະທົບທີ່ຮ້າຍແຮງຕໍ່ທໍາມະຊາດ,ສຸຂະພາບ,ຊີວິດແລະຊັບສິນຂອງປະຊາຊົນ; 6.ການຈັດຫາແຫຼ່ງທຶນແລະງົບປະມານເພື່ອພັດທະນາຊັບພະຍາກອນມະນຸດແລະພັດທະນາຊັບພະຍາກອນແຮ່ທາດ.

....ມາດຕາ 15 (ໃໝ່) ການສ້າງແຜນພັດທະນາແຮ່ທາດແຫ່ງຊາດ

ມາດຕາ15(ໃໝ່)ການສ້າງແຜນພັດທະນາແຮ່ທາດແຫ່ງຊາດ ກະຊວງພະລັງງານແລະບໍ່ແຮ່ຄົ້ນຄວ້າສ້າງແຜນພັດທະນາແຮ່ທາດແຫ່ງຊາດໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອສະເໜີຕໍ່ລັດຖະບານພິຈາລະນາແລ້ວນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ. ການສ້າງແຜນພັດທະນາແຮ່ທາດແຫ່ງຊາດຕ້ອງອີງໃສ່ເງື່ອນໄຂແລະປັດໄຈດັ່ງນີ້: 1.ຄວາມສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ຍຸດທະສາດການພັດທະນາແຮ່ທາດແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; 2.ການຄຸ້ມຄອງແລະນໍາໃຊ້ຊັບພະຍາກອນແຮ່ທາດຢ່າງປະຢັດ,ມີປະສິດທິພາບ,ປະສິດທິຜົນພັດທະນາຕາມທິດສີຂຽວແລະຍືນຍົງ; 3.ຄວາມຕ້ອງການຂອງຕະຫຼາດພາຍໃນແລະຕ່າງປະເທດ; 4.ຜົນສໍາເລັດໃນການພັດທະນາແຮ່ທາດໃນໄລຍະແຜ່ນມາ.

....ມາດຕາ 16 (ໃໝ່) ການດັດແກ້ແຜນພັດທະນາແຮ່ທາດແຫ່ງຊາດ

ມາດຕາ16(ໃໝ່)ການດັດແກ້ແຜນພັດທະນາແຮ່ທາດແຫ່ງຊາດ ໃນກໍລະນີຈໍາເປັນລັດຖະບານສາມາດທົບທວນແລະດັດແກ້ແຜນພັດທະນາແຮ່ທາດແຫ່ງຊາດແລ້ວສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາຮັບຮອງ. ຖ້າການດັດແກ້ແຜນພັດທະນາແຮ່ທາດແຫ່ງຊາດຫາກເປັນການດັດແກ້ເນື້ອໃນທີ່ຕິດພັນກັບແຜນພັດທະນາແຮ່ທາດຂັ້ນແຂວງ,ກະຊວງພະລັງງານແລະບໍ່ແຮ່ຕ້ອງແຈ້ງຜົນການດັດແກ້ດັ່ງກ່າວຕໍ່ແຂວງ,ນະຄອນຫຼວງທີ່ກ່ຽວຂ້ອງເພື່ອດໍາເນີນການດັດແກ້ແຜນພັດທະນາແຮ່ທາດຂອງຕົນ.

...ໝວດທີ 3 ແຜນພັດທະນາແຮ່ທາດຂັ້ນແຂວງ


....ມາດຕາ 17 (ໃໝ່) ແຜນພັດທະນາແຮ່ທາດຂັ້ນແຂວງ

ມາດຕາ17(ໃໝ່)ແຜນພັດທະນາແຮ່ທາດຂັ້ນແຂວງ ແຜນພັດທະນາແຮ່ທາດຂັ້ນແຂວງແມ່ນແຜນພັດທະນາແຮ່ທາດທີ່ເປັນພາກສ່ວນໜຶ່ງຂອງງແຜນພັດທະນາແຮ່ທາດແຫ່ງຊາດ,ແຜນພັດທະນາເສດຖະກິດສັງຄົມຂັ້ນແຂວງໄລຍະຫ້າປີ. ແຜນພັດທະນາແຮ່ທາດຂັ້ນແຂວງມີອົງປະກອບທາງດ້ານເນື້ອໃນຄືກັນກັບແຜນພັດທະນາແຮ່ທາດແຫ່ງຊາດຕາມທີ່ໄດກໍານົດໄວ້ໃນມາດຕາ14ຂອງກົດໝາຍສະບັບນີ້.

....ມາດຕາ 18 (ໃໝ່) ການສ້າງແຜນພັດທະນາແຮ່ທາດຂັ້ນແຂວງ

ມາດຕາ18(ໃໝ່)ການສ້າງແຜນພັດທະນາແຮ່ທາດຂັ້ນແຂວງ ສິບສອງເດືອນກ່ອນສິ້ນສຸດໄລຍະຂອງແຜນພັດທະນາແຮ່ທາດແຫ່ງຊາດພະແນກພະລັງງານແລະບໍ່ແຮ່ຕ້ອງສົມທົບກັບພະແນກການແລະໜ່ວຍງານທີ່ກ່ຽວຂ້ອງຄົ້ນຄວ້າ,ເກັບກໍາຂໍ້ມູນພື້ນຖານເພື່ອສ້າງແຜນພັດທະນາແຮ່ທາດຂັ້ນແຂວງຂອງຕົນແລ້ວສະເໜີກະຊວງພະລັງງານແລະບໍ່ແຮ່ມີຄໍາເຫັນກ່ອນສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພິຈາລະນານໍາສະເໜີຕໍ່ສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງ. ພາຍຫຼັງສະພາຫະຊາຊົນຂັ້ນແຂວງຮັບຮອງເອົາແລ້ວພະແນກພະລັງງານແລະບໍ່ແຮ່ຕ້ອງສົ່ງແຜນດັ່ງກ່າວໃຫ້ກະຊວງພະລັງງານແລະບໍ່ແຮ່ເພື່ອສັງລວມເຂົ້າແຜນພັດທະນາແຮ່ທາດແຫ່ງຊາດ. ເງື່ອນໄຂແລະປັດໄຈໃນການສ້າງແຜນພັດທະນາແຮ່ທາດຂັ້ນແຂວງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ15ຂອງກົດໝາຍສະບັບນີ້.

....ມາດຕາ 19 (ໃໝ່) ການດັດແກ້ແຜນພັດທະນາແຮ່ທາດຂັ້ນແຂວງ

ມາດຕາ19(ໃໝ່)ການດັດແກ້ແຜນພັດທະນາແຮ່ທາດຂັ້ນແຂວງ ໃນກໍລະນີຈໍາເປັນອົງການປົກຄອງແຂວງ,ນະຄອນຫຼວງສາມາດທົບທວນແລະດັດແກ້ແຜນພັດທະນາແຮ່ທາດຂັ້ນຂອງຕົນແລ້ວສະເໜີຕໍ່ຄະນະປະຈໍາສະພາປະຊາຊົນພິຈາລະນາຮັບຮອງ.

..ພາກທີ 3 ແຮ່ທາດ


...ມາດຕາ 20 (ປັບປຸງ) ການສໍາຫຼວດທໍລະນີສາດຂັ້ນພື້ນຖານ

ມາດຕາ20(ປັບປຸງ)ການສໍາຫຼວດທໍລະນີສາດຂັ້ນພື້ນຖານ ການສໍາຫຼວດທໍລະນີສາດຂັ້ນພື້ນຖານແມ່ນການຢັ່ງສືບກ່ຽວກັບປາກົດການທີ່ມີແຮ່ທາດ,ການສຶກສາຂໍ້ມູນທາງດ້ານທໍລະນີສາດເພື່ອສ້າງເປັນແຜນທີ່ທໍລະນີສາດຂັ້ນພື້ນຖານແລະອື່ນໆເພື່ອເປັນບ່ອນອີງໃຫ້ແກ່ການຈັດແບ່ງໝາດແຮ່ທາດແລະການກໍານົດຈຸດປາກົດແຮ່ທາດໃນທົ່ວສປປລາວ. ກະຊວງພະລັງງານແລະບໍ່ແຮ່ເປັນຜູ້ດໍາເນີນການສໍາຫຼວດທໍລະນີສາດຂັ້ນພື້ນຖານໃນຂອບເຂດທົ່ວປະເທດໂດຍປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ກະຊວງພະລັງງານແລະບໍ່ແຮ່ຕ້ອງສັງລວມ,ເກັບກໍາຂໍ້ມູນກ່ຽວກັບການສໍາຫຼວດທໍລະນີສາດຂັ້ນພື້ນຖານຢ່າງເປັນລະບົບແລະເຜີຍແຜ່ໃຫ້ສາທາລະນະຊົນຍົກເວັ້ນການເຜີຍແຜ່ຂໍ້ມູນທີ່ມີຜົນກະທົບຕໍ່ຄວາມປອດໄພຂອງຊາດຫຼືສະຫວັດດີການຂອງຊຸມຊົນແລະສັງຄົມ.

...ມາດຕາ 21 (ປັບປຸງ) ການຈັດແບ່ງໝວດແຮ່ທາດ

ມາດຕາ21(ປັບປຸງ)ການຈັດແບ່ງໝວດແຮ່ທາດ ແຮ່ທາດໄດ້ຈັດແບ່ງອອກເປັນສາມໝວດຄື: 1.ໝວດແຮ່ທາດໂລຫະປະກອບດ້ວຍອັງຕິມອນ,ອາກເຊນິກ,ບົກຊິດ,ບິສມຸດ,ໂກຼມິດ,ໂກບານ,ທອງ,ຄໍາ,ເງິນ,ອິນດຽມ,ເຫຼັກ,ກົ່ວ,ຊືນ,ສັງກະສີ,ມັງການ,ບາຫຼອດ,ໂມລິບເດັນ,ນິແກນ,ຕັງສະແຕນ,ຊາຍທີ່ມີແຮ່,ແຮ່ທາດມີໜ້ອຍ,ແຮ່ທາດຫາຍາກ,ແຮ່ທາດກໍາມັນຕະພາບລັງສີແລະອື່ນໆ; 2.ໝວດແຮ່ທາດອະໂລຫະປະກອບດ້ວຍບາຣິດ,ເບັນໂຕນິດ,ການຊິດ,ກຼໍຣິດ,ໂດໂລມິດ,ແກ້ວມໍລະກົດ,ແຟນສະປາ,ຟູອໍຣິດ,ກາກເນັດ,ກຼາຟິດ,ຫີນກາວ,ຮາລິດ,ກາວແລັງ,ຫີນປູນ,ມັກເຢຊິດ,ເກືອມັກເຢຊຽມ,ຫີນອ່ອນ(ມາເບິນ),ປາໂກດິດ,ມີກາ,ກວັກຊິດ,ຖ່ານຕົມ,ໂຟສຟາດ,ໂປຕາສ,ໂປຕາສ,ເກືອກິນ,ຣູບີ,ຊັບເຟຍ,ຕວກມາລິນ,ດິນໜຽວຂາວ,ຫີນແຮ່,ດິນດໍາ,ດິນແດງ,ຫີນບາຊານ,ຫີນກຼານິດ,ອັງເດຊິດ,ກາໂບຼ,ແຊກປັງຕິນິດ,ຣິໂອຣິດ,ດິໂອຣິດແລະອື່ນໆ; 3.ໝວດແຮ່ທາດພະລັງງານເຊື້ອໄຟປະກອບດ້ວຍຖ່ານຫີນ,ນໍ້າມັນດິບ,ອາຍເກັດທໍາມະຊາດ,ຫີນແຜ່ນບັນຈຸນໍ້າມັນແລະອື່ນໆ. ໃນສາມໝວດແຮ່ທາດດັ່ງກ່າວມີແຮ່ທາດສະຫງວນແລະແຮ່ທາດຫວງຫ້າມຊຶ່ງລັດຖະບານເປັນຜູ້ກໍານົດຕາມການສະເໜີຂອງກະຊວງພະລັງງານແລະບໍ່ແຮ່.

...ມາດຕາ 22 (ປັບປຸງ) ຊັບພະຍາກອນແຮ່ທາດແລະການປະເມີນປະລິມານສະສົມ

ມາດຕາ22(ປັບປຸງ)ຊັບພະຍາກອນແຮ່ທາດແລະການປະເມີນປະລິມານສະສົມ ຊັບພະຍາກອນແຮ່ທາດແມ່ນການສະສົມຂອງແຮ່ທາດທີ່ມີຜົນປະໂຫຍດທາງດ້ານເສດຖະກິດຢູ່ເທິງໜ້າດິນຫຼືຢູ່ໃຕ້ດິນຊຶ່ງມີປະລິມານແລະຄຸນນະພາບທີ່ສາມາດຂຸດຄົ້ນອອກມານໍາໃຊ້ຢ່າງມີປະສິດທິຜົນ. ການປະເມີນປະລິມານສະສົມແມ່ນການຄໍານວນປະລິມານແລະຄຸນນະພາບແຮ່ທີ່ບັນຈຸໃນດິນແຮ່. ການປະເມີນປະລິມານສະສົມແຫຼ່ງຊັບພະຍາກອນແຮ່ທາດແລະແຮ່ທາດໃຫ້ປະຕິບັດຕາມວິທີການມາດຕະຖານທີ່ອີງໃສ່ກົດການປະເມີນແຫຼ່ງຊັບພະຍາກອນແຮ່ທາດຕາມມາດຕະຖານສາກົນຍອມຮັບເປັນຕົ້ນຈັອກກົດ(JORCCODE),ແຊມເຣັກ(SAMREC),ມາດຕະຖານຊີໄອແອມ,ກົດລະບຽບການລາຍງານ(ReportingCode),ບົດແນະນໍາເອສເອົມອີ(SMEGuideline),ຊີອາໄອອາເອສຊີໂອ(CRIRSCO),ນາເອັນກົດ(NAENCODE),ຢູເອັນເອັບຊີ(UNFC).

...ມາດຕາ 23 (ປັບປຸງ)ເຂດຫວງຫ້າມ

ມາດຕາ23(ປັບປຸງ)ເຂດຫວງຫ້າມ ເຂດຫວງຫ້າມແມ່ນເຂດທີ່ບໍ່ອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດມີດັ່ງນີ້: 1.ເຂັດທີ່ມີຄວາມເປັນອັນຕະລາຍເຊັ່ນເຂດທີ່ມີທາດເບື່ອ,ເຂດລະເບີດທີ່ບໍ່ທັນແຕກ,ເຂດທີ່ມີມົນລະພິດຮ້າຍແຮງ; 2.ເຂດທີ່ຢູ່ໃກ້ກັບເຂດຕົວເມືອງ,ເຂດຊຸມຊົນ,ເນື້ອທີ່ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຫຼືຢູ່ກ້ອງພື້ນສິ່ງປຸກສ້າງຫຼືເຂດສາທາລະນະຊຶ່ງເຫັນວ່າມີຄວາມສໍາຄັນຕໍ່ຜົນປະໂຫຍດຂອງຊາດເປັນຕົ້ນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ,ວັດທະນະທໍາ,ທໍາມະຊາດ,ເຂດວັດຖຸບູຮານ,ເຂດປະຫວັດສາດ,ເຂດໂຄງລ່າງພື້ນຖານ,ເຂດຍຸດທະສາດປ້ອງກັນຊາດປ້ອງກັນຄວາມສະຫງົບແລະເຂດທີ່ບໍ່ເໝາະສົມສໍາລັບການດໍາເນີນກິດຈະການກ່ຽວກັບແຮ່ທາດ; 3.ເຂດປ່າສະຫງວນ,ເຂດປ່າປ້ອງກັນ,ເຂດເພື່ອອະນຸລັກຊີວະນາໆພັນ,ເຂດແພ່ພັນຂອງສັດນໍ້າ,ສັດປ່າແລະເຂດປ່າຍອດນໍ້າ. ກະຊວງພະລັງງານແລະບໍ່ແຮ່ປະສານສົມທົບກັບກະຊວງ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຄົ້ນຄວ້າແລະສະເໜີລັດຖະບານພິຈາລະນາກໍານົດເຂດຫວງຫ້າມໃນແຕ່ລະໄລຍະ.

...ມາດຕາ 24 (ປັບປຸງ) ເຂດສະຫງວນ

ມາດຕາ24(ປັບປຸງ)ເຂດສະຫງວນ ເຂດສະຫງວນແມ່ນເຂດຊັບພະຍາກອນແຮ່ທາດທີ່ຮັກສາໄວ້ເພື່ອດໍາເນີນການຂຸດຄົ້ນແຮ່ທາດສະເພາະໃດໜຶ່ງຫຼືຮັກສາໄວ້ເພື່ອການພັດທະນາແລະຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດໂດຍຕິດພັນກັບການທ່ອງທ່ຽວ. ກະຊວງພະລັງງານແລະບໍ່ແຮ່ປະສານສົມທົບກັບກະຊວງ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຄົ້ນຄວ້າແລະສະເໜີລັດຖະບານພິຈາລະນາກໍານົດເຂດສະຫງວນໃນແຕ່ລະໄລຍະ.

...ມາດຕາ 25 (ປັບປຸງ)ເຂດມີທາດເບື່ອ

ມາດຕາ25(ປັບປຸງ)ເຂດມີທາດເບື່ອ ເຂດມີທາດເບື່ອແມ່ນເຂດທີ່ມີທາດເຄມີເຈືອປົນຊຶ່ງເປັນອັນຕະລາຍຕໍ່ສິ່ງທີ່ມີຊີວິດເຊັ່ນເຂດທີ່ມາທາດອາກເຊນິກ,ທາດບາຫຼອດ. ກະຊວງພະລັງງານແລະບໍ່ແຮ່ປະສານສົມທົບກັບກະຊວງ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຄົ້ນຄວ້າແລະສະເໜີລັດຖະບານພິຈາລະນາກໍານົດເຂດມີທາດເບື່ອໃນແຕ່ລະໄລຍະ.

...ມາດຕາ 26 (ປັບປຸງ) ເຂດອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດ

ມາດຕາ26(ປັບປຸງ)ເຂດອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດ ເຂດອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດແມ່ນເຂດຊັບພະຍາກອນແຮ່ທາດຫຼືເຂດສະຫງວນແຮ່ທາດທີ່ກໍານົດໃຫ້ເປັນເຂດບູລິມະສິດສໍາລັບການດໍາເນີນທຸລະກິດກ່ຽວກັບແຮ່ທາດຕາມເງື່ອນໄຂແລະມາດຕະການທີ່ໄດ້ກໍານົດໄວ້. ໃນກໍລະນີທີ່ຫຼາຍຂະແໜງການຕ້ອງການນໍາໃຊ້ເຂດດຽວກັນແຕ່ມີຈຸດປະສົງແຕກຕ່າງກັນນັ້ນລັດຖະບານເປັນຜູ້ຕົກລົງໂດຍອີງໃສ່ການສຶກສາສົມທຽບລະຫວ່າງຜົນປະໂຫຍດທາງດ້ານເສດຖະກິດສັງຄົມກັບຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດແລະຄວາມສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ.

..ພາກທີ 4 ກິດຈະການກ່ຽວກັບແຮ່ທາດ


...ມາດຕາ 27 (ປັບປຸງ) ກິດຈະການກ່ຽວກັບແຮ່ທາດ

ມາດຕາ27(ປັບປຸງ)ກິດຈະການກ່ຽວກັບແຮ່ທາດ ກິດຈະການກ່ຽວກັບແຮ່ທາດມີດັ່ງນີ້: 1.ການຊອກຄົ້ນ; 2.ການສໍາຫຼວດ; 3.ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ; 4.ການຂຸດຄົ້ນ; 5.ການປຸງແຕ່ງແຮ່ທາດ; 6.ການຊື້ຂາຍແຮ່ທາດແລະຜະລິດຕະພັນແຮ່ທາດ; 7.ການຂົນສົ່ງແຮ່ທາດແລະຜະລິດຕະພັນແຮ່ທາດ; 8.ການປິດບໍ່ແຮ່; 9.ການສົ່ງເນື້ອທີ່ເຂດບໍ່ແຮ່.

...ມາດຕາ 28 (ປັບປຸງ)ການຊອກຄົ້ນ

ມາດຕາ28(ປັບປຸງ)ການຊອກຄົ້ນ ການຊອກຄົ້ນແຮ່ທາດແມ່ນການສຶກສາເອກະສານຂໍ້ມູນແລະການດໍາເນີນວຽກງານຢູ່ພາກສະໜາມກ່ຽວກັບສະພາບທໍລະນີສາດແລະປາກົດການທີ່ມີແຮ່ທາດລວມທັງການຕີລາຄາຄຸນລັກສະນະຂອງແຮ່ທາດແນໃສ່ກໍານົດເຂດທີ່ມີຄວາມເປົນໄປໄດ້ເພື່ອກ້າວເຂົ້າສູ່ການສໍາຫຼວດ,ການຊອກຄົ້ນຕ້ອງນໍາໃຊ້ອຸປະກອນທີ່ທັນສະໄໝເພື່ອຮັບປະກັນໃຫ້ຜົນການຊອກຄົ້ນມີປະສິດທິຜົນ. ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງດໍາເນີນກິດຈະການຊອກຄົ້ນໂດຍບໍ່ໄດ້ຮັບອະນຸຍາດຊອກຄົ້ນຕາມກົດໝາຍ.

...ມາດຕາ 29 (ປັບປຸງ) ການສໍາຫຼວດ

ມາດຕາ29(ປັບປຸງ)ການສໍາຫຼວດ ການສໍາຫຼວດແຮ່ທາດແມ່ນການສຶກສາໂຄງສາງທາງດ້ານທໍລະນີສາດແລະແຫຼ່ງແຮ່ທາດຊຶ່ງປະກອບດ້ວຍວຽກງານທໍລະນີສາດ,ທໍລະນີຟີຊິກ,ຊີເຈາະ,ເຈະາອຸມົງ,ຂຸດຂຸມຄອງ,ຂຸດຂຸມສ້າງ,ເກັບຕົວຢ່າງ,ວິເຄາະ,ວິໄຈແລະອື່ນໆເພື່ອໃຫ້ຮູ້ປະລິມານສະສົມຂອງແຫຼ່ງແຮ່ທາດແລ້ວກ້າວໄປສູ່ການປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກແລະເງື່ອນໄຂທາງດ້ານເຕັກນິກຂອງການຂຸດຄົ້ນ. ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງດໍາເນີນສໍາຫຼວດໂດຍບໍ່ໄດ້ຮັບອະນຸຍາດສໍາຫຼວດຕາມກົດໝາຍແລະຂຸດຄົ້ນແຮ່ທາດໃນເວລາດໍາເນີນການສໍາຫຼວດ.

...ມາດຕາ 30 (ປັບປຸງ) ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ30(ປັບປຸງ)ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກແມ່ນການສຶກສາຜົນຂອງການສໍາຫຼວດເພື່ອຊອກຫາທາງເລືອກທີ່ດີທີ່ສຸດໃນການພັດທະນາບໍ່ແຮ່ໂດຍມີການສົມທຽບທາງດ້ານເຕັກນິກ,ເຕັກໂນໂລຊີ,ການຕະຫຼາດ,ການລົງທຶນແລະຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ.

...ມາດຕາ 31 (ປັບປຸງ) ການຂຸດຄົ້ນ

ມາດຕາ31(ປັບປຸງ)ການຂຸດຄົ້ນ ການຂຸດຄົ້ນແຮ່ທາດແມ່ນການເອົາແຮ່ທາດຕາມໜ້າດິນແລະຢູ່ພື້ນດິນດ້ວຍວິທີການບຸກເບີກ,ຂຸດຄົ້ນ,ຊີເຈາະ,ດູດ,ລະເບີດ,ຄັດຈ້ອນຄຸນນະພາບແຮ່ທາດ,ຍົກຍ້າຍແລະເກັບມ້ຽນແຮ່ທາດ. ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງດໍານີນກິດຈະການຂຸດຄົ້ນໂດຍບໍ່ໄດ້ຮັບອະນຸຍາດຂຸດຄົ້ນຕາມກົດມາຍ.

...ມາດຕາ 32 (ປັບປຸງ) ການປຸງແຕ່ງແຮ່ທາດ

ມາດຕາ32(ປັບປຸງ)ການປຸງແຕ່ງແຮ່ທາດ ການປຸງແຕ່ງແຮ່ທາດແມ່ນການສະກັດເອົາຜະລິດຕະພັນເປັນສິນຄ້າທີ່ຕ້ອງການຈາກແຮ່ດິບແລະຖ່ານຫີນດ້ວຍການຂົບແຮ່,ການບົດ,ການແຍກຂະໜາດ,ການລ້າງ,ການຮ່ອນ,ການແຍກດ້ວຍຈັກ,ການຮ່ອນດ້ວຍໂຕະ,ການສະສົມຫົວແຮ່,ການເຊາະລ້າງ,ການຟູລອຍ,ການກັ່ນຕອງ,ການແຍກດ້ວຍໄຟຟ້າ,ການຫຼອມ,ການເກັບຮັກສາແລະການບໍລິຫານຈັດການສິ່ງເສດເຫຼືອຂອງຜະລິດຕະພັນ.

...ມາດຕາ 33 (ປັບປຸງ) ການຊື້ຂາຍແຮ່ທາດແລະຜະລິດຕະພັນແຮ່ທາດ

ມາດຕາ33(ປັບປຸງ)ການຊື້ຂາຍແຮ່ທາດແລະຜະລິດຕະພັນແຮ່ທາດ ການຊື້ຂາຍແຮ່ທາດແລະຜະລິດຕະພັນແຮ່ທາດແມ່ນການຕົກລົງລະຫວ່າງຜູ້ໄດ້ຮັບອະນຸຍາດຂຸດຄົ້ນກັບບຸກຄົນຫຼືນິຕິບຸກຄົນພາຍໃນຫຼືຕ່າງປະເທດເພື່ອຊື້ຂາຍແຮ່ທາດທີ່ໄດ້ຂຸດຄົ້ນນໍາໄປປຸງແຕ່ງສະໜອງໃຫ້ຕະຫຼາດພາຍໃນແລະສົ່ງອອກ. ຜູ້ໄດ້ຮັບອະນຸຍາດສະເພາະແຕ່ປຸງແຕ່ງແຮ່ທາດກໍ່ມີສິດຊື້,ຂາຍ,ນໍາເຂົ້າວັດຖຸດິບແລະຜະລິດຕະພັນເຄິ່ງສໍາເລັດຮູບເພື່ອປຸງແຕ່ງສະໜອງໃຫ້ຕະຫຼາດພາຍໃນແລະສົ່ງອອກ.

...ມາດຕາ 34 (ປັບປຸງ) ການຂົນສົ່ງແຮ່ທາດແລະຜະລິດຕະພັນແຮ່ທາດ

ມາດຕາ34(ປັບປຸງ)ການຂົນສົ່ງແຮ່ທາດແລະຜະລິດຕະພັນແຮ່ທາດ ການຂົນສົ່ງແຮ່ທາດແລະຜະລິດຕະພັນແຮ່ທາດແມ່ນການເຄື່ອນຍ້າຍແຮ່ທາດແລະຜະລິດຕະພັນແຮ່ທາດຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງຢູ່ພາຍໃນປະເທດຫຼືຈາກພາຍໃນໄປຕ່າງປະເທດຫຼືຈາກຕ່າງປະເທດເຂົ້າມາໃນປະເທດຊຶ່ງຕ້ອງໄດ້ດໍາເນີນໂດຍສອດຄ່ອງກັບກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

...ມາດຕາ 35 (ປັບປຸງ) ການປິດບໍ່ແຮ່

ມາດຕາ35(ປັບປຸງ)ການປິດບໍ່ແຮ່ ການປິດບໍ່ແຮ່ແມ່ນຂະບວນການປົວແປງ,ຟື້ນຟູເນື້ອທີ່ດິນພາຍຫຼັງສິ້ນສຸດການຂຸດຄົ້ນເພື່ອຈະສົ່ງມອບເນື້ອທີ່ສໍາປະທານໃຫ້ແກ່ລັດ.

...ມາດຕາ 36 (ປັບປຸງ) ການສົ່ງເນື້ອທີ່ເຂດບໍ່ແຮ່

ມາດຕາ36(ປັບປຸງ)ການສົ່ງເນື້ອທີ່ເຂດບໍ່ແຮ່ ການສົ່ງເນື້ອທີ່ເຂດບໍ່ແຮ່ແມ່ນການໂອນສິດສໍາປະທານຕໍ່ເນື້ອທີ່ເຂດບໍ່ແຮ່ທີ່ໄດ້ຮັບອະນຸຍາດຄືນໃຫ້ລັດ. ..ພາກທີ 5 ທຸລະກິດກ່ຽວກັບແຮ່ທາດ


...ມາດຕາ 37 (ປັບປຸງ) ຮູບການລົງທຶນກ່ຽວກັບທຸລະກິດແຮ່ທາດ

ມາດຕາ37(ປັບປຸງ)ຮູບການລົງທຶນກ່ຽວກັບທຸລະກິດແຮ່ທາດ ການລົງທຶນກ່ຽວກັບທຸລະກິດແຮ່ທາດໃຫ້ດໍາເນີນພາຍໃຕ້ຮູບການບໍລິສັດເທົ່ານັ້ນຕາມກົດໝາຍວ່າດ້ວຍວິສາຫະກິດ. ...ມາດຕາ 38 (ປັບປຸງ) ປະເພດທຸລະກິດກ່ຽວກັບແຮ່ທາດ

ມາດຕາ38(ປັບປຸງ)ປະເພດທຸລະກິດກ່ຽວກັບແຮ່ທາດ ທຸລະກິດກ່ຽວກັບແຮ່ທາດປະກອບດ້ວຍສອງປະເພດຄື: 1.ທຸລະກິດກ່ຽວກັບບໍ່ແຮ່; 2.ທຸລະກິດກ່ຽວກັບແຮ່ທາດສະເພາະ.

...ມາດຕາ 39 (ປັບປຸງ) ທຸລະກິດກ່ຽວກັບບໍ່ແຮ່

ມາດຕາ39(ປັບປຸງ)ທຸລະກິດກ່ຽວກັບບໍ່ແຮ່ ທຸລະກິດກ່ຽວກັບບໍ່ແຮ່ແມ່ນການເຄື່ອນໄຫວກິດຈະການກ່ຽວກັບການຊອກຄົ້ນ,ສໍາຫຼວດ,ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ການຂຸດຄົນລວມທັງການປະມຸນສິດສໍາປະທານບໍ່ແຮ່.

...ມາດຕາ 40 (ປັບປຸງ) ທຸລະກິດກ່ຽວກັບແຮ່ທາດສະເພາະ

ມາດຕາ40(ປັບປຸງ)ທຸລະກິດກ່ຽວກັບແຮ່ທາດສະເພາະ ທຸລະກິດກ່ຽວກັບແຮ່ທາດສະເພາະແມ່ນການດໍາເນີນທຸລະກິດທີ່ບໍ່ຈໍາເປັນຕ້ອງປະຕິບັດຕາມທຸກຂັ້ນຕອນຊອກຄົ້ນແລະສໍາຫຼວດຄືກັນກັບການດໍາເນີນທຸລະກິດກ່ຽວກັບບໍ່ແຮ່. ທຸລະກິດກ່ຽວກັບແຮ່ທາດສະເພາະມີດັ່ງນີ້: 1.ການຮ່ອນແຮ່ທາດໂລຫະແບບພື້ນເມືອງ; 2.ການຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ; 3.ການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ.

...ມາດຕາ 41 (ໃໝ່) ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ

ມາດຕາ41(ໃໝ່)ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດແມ່ນການດໍາເນີນທຸລະກິດກ່ຽວກັບການບໍລິການວຽກງານຊອກຄົ້ນ,ສໍາຫຼວດ,ສ້າງແຜນທີ່,ສໍາຫຼວດທໍລະນີຟີຊິກ,ເຈາະສໍາຫຼວດ,ຂຸດຄົ້ນ,ຂົນສົ່ງ,ຄ້າຂາຍແຮ່ທາດ,ວິໄຈແລະວຽກງານໃຫ້ຄໍາປຶກສາດ້ານບໍ່ແຮ່ແລະການບໍລິການອື່ນກ່ຍວກັບແຮ່ທາດ. ນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດຕ້ອງຍື່ນຄໍາຮ້ອງຂໍສ້າງຕັ້ງວິສາຫະກິດຕາມກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

..ພາກທີ 6 ທຸລະກິດກ່ຽວກັບບໍ່ແຮ່


...ໝວທີ 1 ການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ


....ມາດຕາ 42 (ໃໝ່) ການລົງທຶນໃນກິດຈະການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ42(ໃໝ່)ການລົງທຶນໃນກິດຈະການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ນິຕິບຸກຄົນທີ່ມີຈຸດປະສົງລົງທຶນໃນກິດຈະການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຕ້ອງຍື່ນຄໍາຮ້ອງຂໍລົງທຶນນໍາຫ້ອງການບໍລິການການລົງທຶນປະຕູດຽວເພື່ອອອກໃບອະນຸຍາດລົງທຶນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມລົງທຶນ. ໃນການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ດ້ານເສດຖະກິດເຕັກນິກບໍ່ຈໍາເປັນໃຫ້ມີສັນຍາ. ພາຍລັງໄດ້ຮັບອະນຸຍາດລົງທຶນແລ້ວຕ້ອງຂໍອະນຸຍາດຊອກຄົ້ນ,ສໍາຫຼວດແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກນໍາກະຊວງພະລັງງານແລະບໍ່ແຮ່.

....ກ. ການຊອກຄົ້ນ


.....ມາດຕາ 43 (ປັບປຸງ) ການເກັບກໍາຂໍ້ມູນພາກສະໜາມ

ມາດຕາ43(ປັບປຸງ)ການເກັບກໍາຂໍ້ມູນພາກສະໜາມ ນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບແຮ່ທາດສາມາດລົງເກັບກໍາຂໍ້ມູນພາກສະໜາມຢູ່ໃນເຂດສະເພາະໃດໜຶ່ງທີ່ບໍ່ແມ່ນເຂດຫວງຫ້າມແລະເປັນແຮ່ທາດທີ່ລັດຖະບານອະນຸຍາດ,ແຕ່ຕ້ອງໄດ້ຮັບອະນຸຍາດຈາກກະຊວງພະລັງງານແລະບໍ່ແຮ່. ການຂໍອະນຸຍາດລົງເກັບກໍາຂໍ້ມູນພາກສະໜາມຕ້ອງມີເອກະສານຕົ້ນຕໍດັ່ງນີ້: 1.ຄໍາຮ້ອງຂໍເກັບກໍາຂໍ້ມູນພາກສະໜາມ; 2.ສໍາເນົາທະບຽນວິສາຫະກິດ; 3.ໃບຢັ້ງຢືນດ້ານວິຊາການບໍ່ແຮ່ຂອງຜູ້ທີ່ຈະລົງເກັບກໍາຂໍ້ມູນພາກສະໜາມ; 4.ແຜນທີ່ເຂດເນື້ອທີ່ທີ່ຂໍລົງໄປເກັບກໍາຂໍ້ມູນ. ເງື່ອນໄຂການພິຈາະລນາອະນຸຍາດລົງເກັບກໍາຂໍ້ມູນພາກສະໜາມໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ,ຜູ້ໄດ້ຮັບອະນຸຍາດບໍ່ມີສິດຜູກຂາດຕໍ່ເນື້ອທີ່ທີ່ລົງໄປເກັບກໍາຂໍ້ມູນພາກສະໜາມ.

.....ມາດຕາ 44 (ໃໝ່) ການພິຈາລະນາອະນຸຍາດເກັບກໍາຂໍ້ມູນພາກສະໜາມ

ມາດຕາ44(ໃໝ່)ການພິຈາລະນາອະນຸຍາດເກັບກໍາຂໍ້ມູນພາກສະໜາມ ພາຍຫຼັງໄດ້ຮັບເອກະສານຄົບຖ້ວນແລ້ວກະຊວງພະລັງງານແລະບໍ່ແຮ່ຕ້ອງພິຈາລະນາກ່ຽວກັບການອະນຸຍາດລົງເກັບກໍາຂໍ້ມູນພາກສະໜາມພາຍໃນເວລາສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ໃນກໍລະນີປະຕິເສດກໍ່ໃຫ້ແຈ້ງຕອບຜູ້ຮ້ອງຂໍຢ່າງເປັນລາຍລັກອັກສອນພາຍໃນເວລາດັ່ງກ່າວ. ການລົງເກັບກໍາຂໍ້ມູນພາກສະໜາມໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

.....ມາດຕາ 45 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດເກັບກໍາຂໍ້ມູນພາກສະໜາມ

ມາດຕາ45(ໃໝ່)ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດເກັບກໍາຂໍ້ມູນພາກສະໜາມ ຜູ້ໄດ້ຮັບອະນຸຍາດເກັບກໍາຂໍ້ມູນພາກສະໜາມມີສິດແລະພັນທະດັ່ງນີ້: 1.ເຂົ້າໄປໃນເຂດເນື້ອທີ່ອະນຸຍາດ; 2.ດໍາເນີນການເກັບກໍາຂໍ້ມູນພາກສະໜາມຕາມການອະນຸຍາດ; 3.ລາຍງານຜົນການເກັບກໍາຂໍ້ມູນພາກສະໜາມຕໍ່ຂະແໜງການພະລັງງານແລະບໍ່ແຮ່ພາຍໃນເວລາສິບຫ້າວັນລັດຖະການນັບແຕ່ວັນສໍາເລັດການເກັບກໍາຂໍ້ມູນພາກສະໜາມເປັນຕົ້ນໄປ.

.....ມາດຕາ 46 (ໃໝ່) ການຂໍອະນຸຍາດຊອກຄົ້ນ

ມາດຕາ46(ໃໝ່)ການຂໍອະນຸຍາດຊອກຄົ້ນ ພາຍຫຼັງໄດ້ຮັບໃບອະນຸຍາດລົງທຶນແລ້ວຜູ້ໄດ້ຮັບອະນຸຍາດຕ້ອງຍື່ນຄໍາຮ້ອງຂໍອະນຸຍາດຊອກຄົ້ນນໍາກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາອອກໃບອະນຸຍາດຊອກຄົ້ນພາຍໃນເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງພ້ອມດ້ວຍເອກະສານຖືກຕ້ອງແລະຄົບຖ້ວນເປັນຕົ້ນໄປ. ການຂໍອະນຸຍາດຊອກຄົນຕ້ອງມີເອກະສານຕົ້ນຕໍດັ່ງນີ້: 1.ໃບອະນຸຍາດລົງທຶນ; 2.ບົດລາຍງານການເກັບກໍາຂໍ້ມູນພາກສະໜາມ; 3.ແຜນທີ່ກໍານົດຈຸດທີ່ຕັ້ງສໍາລັບການສະເໜີຂໍຊອກຄົ້ນ; 4.ແຜນການຊອກຄົ້ນແລະຄ່າໃຊ້ຈ່າຍຕໍ່າສຸດພ້ອມທັງແຫຼ່ງທຶນທີ່ຈະນໍາໃຊ້ເຂົ້າໃນການຊອກຄົ້ນ; 5.ໃບຢັ້ງຢືນຄຸນວຸດທິແລະປະສົບການກ່ຽວກັບແຮ່ທາດຂອງພະນັກງານວິຊາການ.

.....ມາດຕາ 47 (ໃໝ່) ໃບອະນຸຍາດຊອກຄົ້ນ

ມາດຕາ47(ໃໝ່)ໃບອະນຸຍາດຊອກຄົ້ນ ໃບອະນຸຍາດຊອກຄົນແມ່ນເອກະສານຢັ້ງຢືນການໃຫ້ສິດແກ່ຜູ້ໄດ້ຮັບອະນຸຍາດດໍາເນີນວຽກງານຊອກຄົ້ນຕາມແຜນການທີ່ໄດ້ຖືກຮັບຮອງໂດຍກະຊວງພະລັງງານແລະບໍ່ແຮ່. ໃບອະນຸຍາດຊອກຄົ້ນຕ້ອງກໍານົດຂໍ້ຄວາມຕົ້ນຕໍດັ່ງນີ້: 1.ຊື່,ນາມສະກຸນແລະຕໍາແໜ່ງຂອງຜູ້ທີ່ໄດ້ຮັບມອບໝາຍຈາກນິຕິບຸກຄົນທີ່ໄດ້ຮັບອະນຸຍາດ; 2.ທີ່ຢູ່ຂອງສໍານັກງານບໍລິສັດ,ບ່ອນຕິດຕໍ່ພົວພັນ; 3.ແຮ່ທາດທີ່ອະນຸຍາດ,ທີ່ຕັ້ງແລະຂະໜາດເນື້ອທີ່ແລະອາຍຸໃບອະນຸຍາດ; 4.ແຜນໃຊ້ຈ່າຍຕໍ່າສຸດຫຼືທຶນນໍາເຂົ້າໃນແຜນການທີ່ໄດ້ຖືກຮັບຮອງ; 5.ຄ່າສໍາປະທານຊອກຄົ້ນແລະພັນທະອື່ນ. ເງື່ອນໄຂການນໍາໃຊ້ໃບອະນຸຍາດຊອກຄົ້ນມີດັ່ງນີ້: 1.ນໍາໃຊ້ເພື່ອດໍາເນີນວຽກງານຊອກຄົ້ນສະເພາະແຕ່ແຮ່ທາດ,ໃນເນື້ອທີ່ແລະກໍານົດເວລາທີ່ອະນຸຍາດໃຫ້ເທົ່ານັ້ນ; 2.ຕ້ອງຕິດໃບອະນຸຍາດໄວ້ບ່ອນທີ່ເປີດເຜີຍເຊັ່ນຫ້ອງການພາກສະໜາມແລະສໍານັກງານໃຫຍ່ຂອງບໍລິສັດ. ໃບອະນຸຍາດຊອກຄົ້ນບໍ່ສາມາດມອບ,ໂອນຫຼືຂາຍ,ນໍາໃຊ້ເພື່ອຮ່ວມທຶນກັບຜູ້ອື່ນແລະເປັນຫຼັກຊັບຄໍ້າປະກັນເງິນກູ້ຫຼືເປັນເອກະສານຕໍ່ລອງຜົນປະໂຫຍດອື່ນ.

.....ມາດຕາ 48 (ໃໝ່) ອາຍຸໃບອະນຸຍາດຊອກຄົ້ນ

ມາດຕາ48(ໃໝ່)ອາຍຸໃບອະນຸຍາດຊອກຄົ້ນ ໃບອະນຸຍາດຊອກຄົ້ນມີອາຍຸບໍ່ເກີນສອງປີແລະສາມາດຕໍ່ໄດ້ໜຶ່ງເທື່ອແຕ່ບໍ່ໃຫ້ເກີນໜຶ່ງປີ,ເງື່ອນໄຂຂອງການຕໍ່ອາຍຸໃບອະນຸຍາດຊອກຄົ້ນມີດັ່ງນີ້: 1.ຕ້ອງຍື່ນຄາຮ້ອງກ່ອນເກົ້າສິບວັນທີ່ໃບອະນຸຍາດຊອກຄົ້ນຈະໝົດອາຍຸ,ຖ້າກາຍກໍານົດເວລາດັ່ງກ່າວການຂໍຕໍ່ອາຍຸຈະບໍ່ໄດ້ຮັບການພິຈາລະນາ; 2.ຕ້ອງປະຕິບັດພັນທະທາງດ້ານການເງິນ,ພັນທະຕໍ່ອົງການປົກຄ້ອງທ້ອງຖິ່ນແລະພັນທະອື່ນຕາມກົດໝາຍ; 3.ສົ່ງບົດລາຍງານກ່ຽວກັບຜົນການຊອກຄົ້ນແລະໄດ້ປະຕິບັດວຽກສໍາເລັດຢ່າງໜ້ອຍຫົກສິບສ່ວນຮ້ອຍຂອງແຜນການຊອກຄົ້ນທີ່ໄດ້ຮັບຮອງ; 4.ສະເໜີແຜນການສືບຕໍ່ການຊອກຄົ້ນ; 5.ຟື້ນຟູ,ປົວແປງເຂດພື້ນທີ່ທີ່ໄດ້ຂຸດ,ເຈາະເປັນຕົ້ນຂຸມຄອງ,ຂຸມສ້າງທີ່ບໍ່ຈໍາເປັນ; 6.ສົ່ງຄືນຢ່າງໜ້ອຍຊາວຫ້າສ່ວນຮ້ອຍຂອງເນື້ອທີ່ຊອກຄົ້ນຊຶ່ງໄດ້ຮັບອະນຸຍາດທີ່ມີແຮ່ທາດບໍ່ເປັນເສດຖະກິດພ້ອມດ້ວຍບົດລາຍງານກັບການຊອກຄົ້ນຊຶ່ງປະກອບດ້ວຍຂໍ້ມູນການຊອກຄົ້ນ,ແຜນທີ່ທີ່ກ່ຽວຂ້ອງ,ຈຸດພິກັດບ່ອນເກັບຕົວຢ່າງແລະຜົນຂອງການວິໄຈ.

.....ມາດຕາ 49 (ໃໝ່) ເນື້ອທີ່ອະນຸຍາດໃຫ້ຊອກຄົ້ນ

ມາດຕາ49(ໃໝ່)ເນື້ອທີ່ອະນຸຍາດໃຫ້ຊອກຄົ້ນ ນິຕິບຸກຄົນໜຶ່ງສາມາດດໍາເນີນການຊອກຄົ້ນແຮ່ທາດໄດ້ໜຶ່ງຕອນຊຶ່ງເນື້ອທີ່ສູງສຸດບໍ່ເກີນສອງຮ້ອຍກິໂລຕາແມັດ.ເຂດເນື້ອທີ່ຕ້ອງສອດຄ່ອງກັບລະບົບການຄຸ້ມຄອງເຂດເນື້ອທີ່ສໍາປະທານຂອງກະຊວງພະລັງງານແລະບໍ່ແຮ່. ສໍາລັບເນື້ອທີ່ອະນຸຍາດໃຫ້ຊອກຄົ້ນແຕ່ລະປະເພດແຮ່ທາດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ໃນເຂດເນື້ອທີ່ດັ່ງກ່າວປະຊາຊົນທີ່ເຄີຍດໍາລົງຊີວິດ,ທໍາມາຫາກິນສາມາດສືບຕໍ່ທໍາການຜະລິດ,ທໍາມາຫາກິນໄດ້ຕາມປົກກະຕິ.

....ຂ.ການສໍາຫຼວດ


.....ມາດຕາ 50 (ໃໝ່) ການຂໍອະນຸຍາດສໍາຫຼວດ

ມາດຕາ50(ໃໝ່)ການຂໍອະນຸຍາດສໍາຫຼວດ ພາຍຫຼັງສໍາເລັດການຊອກຄົນແລະມີຄວາມເປັນໄປໄດ້ໃນການສໍາຫຼວດຜູ້ໄດ້ຮັບອະນຸຍາດຊອກຄົ້ນສາມາດສະເໜີຂໍອະນຸຍາດສໍາຫຼວດຕໍ່ກະຊວງພະລັງງານແລະບໍ່ແຮ່ກ່ອນເກົ້າສິບວັນທີ່ໃບອະນຸຍາດຊອກຄົ້ນຈະໝົດອາຍຸ. ກະຊວງພະລັງງານແລະບໍ່ແຮ່ຈະພິຈາລະນາອອກໃບອະນຸຍາດສໍາຫຼວດພາຍໃນເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຮອງເອົາບົດລາຍງານການຊອກຄົ້ນແລະໃບສະເໜີຂໍອະນຸຍາດສໍາຫຼວດເປັນຕົ້ນໄປ. ການຂໍອະນຸຍາດສໍາຫຼວດຕ້ອງມີເອກະສານຕົ້ນຕໍດັ່ງນີ້: 1.ໃບອະນຸຍາດ,ບົດລາຍງານການຊອກຄົ້ນ; 2.ແຜນການສໍາຫຼວດແລະຄ່າໃຊ້ຈ່າຍຕໍ່າສຸດພ້ອມທັງແຫຼ່ງທຶນທີ່ຈະນໍາໃຊ້ເຂົ້າໃນສໍາຫຼວດ; 3.ແຜນຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດ; 4.ເອກະສານຢັ້ງຢືນການປະຕິບັດພັນທະທາງດ້ານການເງິນແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສໍາລັບເນື້ອທີ່ທີ່ໄດ້ຜ່ານການຊອກຄົ້ນແຮ່ທາດແລະມີຂໍ້ມູນທາງດ້ານທໍລະນີສາດແລ້ວນິຕິບຸກຄົນໃດໜຶ່ງກໍ່ສາມາດຂໍອະນຸຍາດສໍາຫຼວດແຮ່ທາດໂດຍກົງໄດ້.

.....ມາດຕາ 51 (ໃໝ່) ການຮ່ວມທຶນໃນໄລຍະສໍາຫຼວດ

ມາດຕາ51(ໃໝ່)ການຮ່ວມທຶນໃນໄລຍະສໍາຫຼວດ ໃນໄລຍະສໍາຫຼວດຜູ້ໄດ້ຮັບອະນຸຍາດສາມາດຊອກຫາຜູ້ລົງທຶນອື່ນມາຮ່ວມລົງທຶນໄດ້ແຕ່ຕ້ອງໄດ້ຮັບການເຫັນດີຈາກຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງຕາມການສະເໜີຂອງກະຊວງພະລັງງານແລະບໍ່ແຮ່. ການຮ່ວມທຶນຂອງຜູ້ໄດ້ຮັບອະນຸຍາດສໍາຫຼວດຕ້ອງມີເງື່ອນໄຂດັ່ງນີ້: 1.ດໍາເນີນການສໍາຫຼວດສໍາເລັດເກີນຫ້າສິບສ່ວນຮ້ອຍຂອງແຜນການສໍາຫຼວດໂດຍມີການຢັ້ງຢືນຂອງກະຊວງພະລັງງານແລະບໍ່ແຮ່; 2.ຮັກສາອັດຕາສ່ວນການລົງທຶນຂອງຕົນຢ່າງນ້ອຍຊາວສ່ວນຮ້ອຍຂອງມູນຄ່າສໍາຫຼວດທັງໝົດ; 3.ສະເໜີເຫດຜົນແລະຄວາມຈໍາເປັນທີ່ຕ້ອງໄດ້ຮ່ວມທຶນຢ່າງເປັນລາຍລັກອັກສອນ; 4.ປະຕິບັດພັນທະທາງດ້ານການເງິນແລະພັນທະອື່ນຕາກົດໝາຍຢ່າງຄົບຖ້ວນ.

.....ມາດຕາ 52 (ໃໝ່) ໃບອະນຸຍາດສໍາຫຼວດ

ມາດຕາ52(ໃໝ່)ໃບອະນຸຍາດສໍາຫຼວດ ໃບອະນຸຍາດສໍາຫຼວດແມ່ນເອກະສານຢັ້ງຢືນການໃຫ້ສິດແກ່ຜູ້ໄດ້ຮັບອະນຸຍາດດໍາເນີນວຽກງານສໍາຫຼວດຕາມແຜນການທີ່ໄດ້ຖືກຮັບຮອງເອົາໂດຍກະຊວງພະລັງງານແລະບໍ່ແຮ່. ໃບອະນຸຍາດສໍາຫຼວດຕ້ອງກໍານົດຂໍ້ຄວາມຕົ້ນຕໍດັ່ງນີ້: 1.ຊື່,ນາມສະກຸນແລະຕໍາແໜ່ງຂອງຜູ້ໄດ້ຮັບມອບໝາຍຈາກນິຕິບຸກຄົນທີ່ໄດ້ຮັບອະນຸຍາດ; 2.ທີ່ຢູ່ຂອງສໍານັກງານບໍລິສັດ,ບ່ອນຕິດຕໍ່ພົວພັນ; 3.ແຮ່ທາດທີ່ອະນຸຍາດ,ທີ່ຕັ້ງແລະຂະໜາດເນື້ອທີ່ແລະອາຍຸໃບອະນຸຍາດ; 4.ແຜນໃຊ້ຈ່າຍຕໍ່າສຸດຫຼືທຶນນໍາໃຊ້ເຂົ້າໃນແຜນການທີ່ໄດ້ຖືກຮັບຮອງ; 5.ຄ່າສໍາປະທານແລະພັນທະອື່ນ. ເງື່ອນໄຂການນໍາໃຊ້ໃບອະນຸຍາດສໍາຫຼວດມີດັ່ງນີ້: 1.ນໍາໃຊ້ເພື່ອດໍາເນີນວຽກງານສໍາຫຼວດສະເພາະແຕ່ແຮ່ທາດ,ໃນເນື້ອທີ່ແລະກໍານົດເວລາທີ່ອະນຸຍາດໃຫ້ເທົ່ານັ້ນ; 2.ຕ້ອງຕິດໃບອະນຸຍາດໄວ້ໃນບ່ອນທີ່ເປີດເຜີຍເຊັ່ນຫ້ອງການພາກສະໜາມແລະສໍານັກງານໃຫຍ່ຂອງບໍລິສັດ. ໃນກໍລະນີຂໍຕໍ່ໃບອະນຸຍາດສໍາຫຼວດຕ້ອງປະກອບຄໍາຮ້ອງຍື່ນສະເໜີຕໍ່ກະຊວງພະລັງງານແລະບໍ່ແຮ່ຢ່າງຊ້າເກົ້າສິບວັນກ່ອນວັນໝົດອາຍຸໃບອະນຸຍາດ; ໃບອະນຸຍາດສໍາຫຼວດບໍ່ສາມາດນໍາໃຊ້ເປັນຫຼັກຊັບຄໍ້າປະກັນເງິນກູ້ໄດ້.

.....ມາດຕາ 53 (ໃໝ່) ອາຍຸໃບອະນຸຍາດສໍາຫຼວດ

ມາດຕາ53(ໃໝ່)ອາຍຸໃບອະນຸຍາດສໍາຫຼວດ ໃບອະນຸຍາດສໍາຫຼວດມີອາຍຸບໍ່ເກີນສາມປີແລະສາມາດຕໍ່ໄດ້ໜຶ່ງເທື່ອແຕ່ບໍ່ໃຫ້ເກີນໜຶ່ງປີ. ເງື່ອນໄຂຂອງການຕໍ່ອາຍຸໃບອະນຸຍາດສໍາຫຼວດມີດັ່ງນີ້: 1.ຕ້ອງຍື່ນຄໍາຮ້ອງເກົ້າສິບວັນກ່ອນໃບອະນຸຍາດສໍາຫຼວດໝົດອາຍຸ; 2.ຕ້ອງປະຕິບັດພັນທະທາງດ້ານການເງິນ,ພັນທະຕໍ່ອົງການປົກຄອງທ້ອງຖິ່ນແລະພັນທະອື່ນຕາມກົດໝາຍ; 3.ສົ່ງບົດລາຍງານການສໍາຫຼວດແລະໄດ້ປະຕິບັດວຽກສໍາເລັດຢ່າງໜ້ອຍຫົກສິບສ່ວນຮ້ອຍຂອງແຜນການສໍາຫຼວດທີ່ໄດ້ຮັບຮອງ; 4.ສະເໜີແຜນການສືບຕໍ່ການສໍາຫຼວດ; 5.ຟື້ນຟູ,ປົວແປງເຂດພື້ນທີ່ທີ່ໄດ້ຂຸດ,ເຈາະເປັນຕົ້ນຂຸມຄອງ,ຂຸມສ້າງທີ່ບໍ່ຈໍາເປັນ; 6.ສົ່ງຄືນຢ່າງໜ້ອຍຊາວຫ້າສ່ວນຮ້ອຍຂອງເນື້ອທີ່ສໍາຫຼວດຊຶ່ງໄດ້ຮັບອະນຸຍາດທີ່ມີແຮ່ທາດທີ່ບໍ່ເປັນເສດຖະກິດພ້ອມດ້ວຍບົດລາຍງານການສໍາຫຼວດຊຶ່ງປະກອບດ້ວຍຂໍ້ມູນການສໍາຫຼວດ,ແຜນທີ່,ຈຸດພິກັດບ່ອນເກັບຕົວຢ່າງແລະຜົນຂອງການວິໄຈ.

.....ມາດຕາ 54 (ໃໝ່) ເນື້ອທີ່ອະນຸຍາດສໍາຫຼວດແຮ່ທາດ

ມາດຕາ54(ໃໝ່)ເນື້ອທີ່ອະນຸຍາດສໍາຫຼວດແຮ່ທາດ ນິຕິບຸກຄົນໜຶ່ງສາມາດໍາເນີນການສໍາຫຼວດແຮ່ທາດໄດ້ໜຶ່ງຕອນຊຶ່ງເນື້ອທີ່ສໍາຫຼວດໃຫ້ອີງຕາມຜົນຂອງການຊອກຄົ້ນແຮ່ທາດທີ່ໄດ້ດໍາເນີນມາແລ້ວ.ໃນກໍລະນີມີຂໍ້ມູນຢັ້ງຢືນວ່າມີສາຍແຮ່ທາດແກ່ຍາວອອກນອກເຂດທີ່ໄດ້ຮັບອະນຸຍາດຜູ້ທີ່ໄດ້ຮັບອະນຸຍາດສໍາຫຼວດສາມາດສະເໜີຂໍຂະຫຍາຍເນື້ອທີ່ສໍາຫຼວດໄດ້ບໍ່ເກີນສິບສ່ວນຮ້ອຍຂອງເນື້ອທີ່ທີ່ໄດ້ຮັບອະນຸຍາດແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານຫຼືຄະນະປະຈໍາສະພາແຫ່ງຊາດຕາມແຕ່ລະກໍລະນີ.

.....ມາດຕາ 55 (ໃໝ່) ການຢັ້ງຢືນປະລິມານສະສົມແຮ່ທາດ

ມາດຕາ55(ໃໝ່)ການຢັ້ງຢືນປະລິມານສະສົມແຮ່ທາດ ກະຊວງພະລັງງານແລະບໍ່ແຮ່ຕ້ອງແຕ່ງຕັ້ງຄະນະກໍາມະການເພື່ອກວດກາແລະປະເມີນປະລິມານສະສົມແຮ່ທາດຕາມມາດຕະຖານທີ່ໄດ້ກໍານົດໄວ້ໃນມາດຕາ22ຂອງກົດໝາຍສະບັບນີ້ເພື່ອຢັ້ງຢືນປະລິມານສະສົມແຮ່ທາດກ່ອນການຮັບຮອງບົດລາຍງານຜົນການສໍາຫຼວດແຮ່ທາດ.

.....ມາດຕາ 56 (ປັບປຸງ) ການສົ່ງເນື້ອທີ່ຊອກຄົ້ນແລະສໍາຫຼວດ

ມາດຕາ56(ປັບປຸງ)ການສົ່ງເນື້ອທີ່ຊອກຄົ້ນແລະສໍາຫຼວດ ພາຍຫຼັງທີ່ສໍາເລັດການຊອກຄົ້ນແຮ່ທາດແລ້ວຜູ້ທີ່ໄດ້ຮັບອະນຸຍາດຕ້ອງສົ່ງເນື້ອທີ່ຊອກຄົ້ນບໍ່ຫຼຸດຊາວຫ້າສ່ວນຮ້ອຍຂອງເນື້ອທີ່ທີ່ໄດ້ຮັບອະນຸຍາດຊຶ່ງບໍ່ເປັນເສດຖະກິດພ້ອມທັງມອບຂໍ້ມູນການຊອກຄົນໃຫ້ລັດຖະບານ,ຖ້າວ່າເຂດພື້ນທີ່ທີ່ຍັງເຫຼືອຫາກມີສອງຫຼືຫຼາຍຕອນທີ່ບໍ່ຕິດຈອດກັນ,ຜູ້ໄດ້ຮັບອະນຸຍາດຊອກຄົ້ນສາມາດສະເໜີຮັກສາເນື້ອທີ່ດັ່ງກ່າວເພື່ອການສໍາຫຼວດແຕ່ບໍ່ໃຫ້ເກີນສາມຕອນ. ໃນກໍລະນີເຂດເນື້ອທີ່ຊອກຄົ້ນຫຼືສໍາຫຼວດຫາກມີການຢັ້ງຢືນດ້ານທໍລະນີສາດແລະແຮ່ທາດວ່າມີແຮ່ທາດຢູ່ເຂດດັ່ງກ່າວກໍ່ສາມາດຮັກສາເນື້ອທີ່ນັ້ນໄວ້ໄດ້. ໃນການສົ່ງເນື້ອທີ່ຊອກຄົ້ນແລະສໍາຫຼວດຄືນນັ້ນຜູ້ໄດ້ຮັບອະນຸຍາດຕ້ອງແຈ້ງເປັນລາຍລັກອັກສອນໃຫ້ກະຊວງພະລັງງານແລະບໍ່ແຮ່ເພື່ອອອກໃບຢັ້ງຢືນກ່ຽວກັບການສົ່ງເນື້ອທີ່ຄືນພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບແຈ້ງເປັນຕົ້ນໄປ. ການສົ່ງເນື້ອທີ່ຊອກຄົ້ນແລະສໍາຫຼວດແຮ່ທາດຈະບໍ່ໄດ້ຮັບການທົດແທນຄ່າເສຍຫາຍ,ຄ່າໃຊ້ຈ່າຍຕ່າງໆແລະບໍ່ໄດ້ຮັບການທົດແທນເນື້ອທີ່ໃໝ່ແຕ່ຢ່າງໃດ.

.....ມາດຕາ 57 (ປັບປຸງ) ການສົ່ງຕົວຢ່າງແຮ່ທາດໄປວິໄຈ

ມາດຕາ57(ປັບປຸງ)ການສົ່ງຕົວຢ່າງແຮ່ທາດໄປວິໄຈ ຜູ້ໄດ້ຮັບອະນຸຍາດຊອກຄົນຫຼືສໍາຫຼວດທີ່ມີຈຸດປະສົງສົ່ງຕົວຢ່າງແຮ່ທາດໄປວິໄຈຢູ່ພາຍໃນຫຼືຕ່າງປະເທດຕ້ອງໄດ້ຂໍອະນຸຍາດນໍາກະຊວງພະລັງງານແລະບໍ່ແຮ່. ຜູ້ໄດ້ຮັບອະນຸຍາດຕ້ອງແບ່ງສ່ວນຕົວຢ່າງແຮ່ທາດທີ່ຈະນໍາໄປວິໄຈນັ້ນໃຫ້ກະຊວງພະລັງງານແລະບໍ່ແຮ່ເພື່ອເກັບຮັກສາໄວ້ວິໄຈສົມທຽບຂໍ້ມູນ.ພາຍລັງສໍາເລັດການວິໄຈແລ້ວຜູ້ໄດ້ຮັບອະນຸຍາດຕ້ອງສົ່ງບົດລາຍງານຜົນຂອງການວິໄຈໃຫ້ກະຊວງພະລັງງານແລະບໍ່ແຮ່. ສໍາລັບຈໍານວນ,ບໍລິມາດແລະນໍ້າໜັກຂອງຕົວຢ່າງທີ່ສົ່ງໄປວິໄຈແລະແບ່ງໄວ້ເປັນຕົວຢ່າງນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ຄ.ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ


.....ມາດຕາ 58 (ໃໝ່) ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ58(ໃໝ່)ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ພາຍຫຼັງບົດລາຍງານຜົນການສໍາຫຼວດໄດ້ຖືກຮັບຮອງເອົາແລ້ວຜູ້ໄດ້ຮັບອະນຸຍາດສາມາດສະເໜີຂໍອະນຸຍາດດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຄໍ່ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາອອກໃບອະນຸຍາດພາຍໃນເວລາສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກໃຫ້ປະຕິບັດຕາມລະບຽບການທີ່ກະຊວງພະລັງງານແລະບໍ່ແຮ່ວາງອອກ.

.....ມາດຕາ 59 (ໃໝ່) ກໍານົດເວລາໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ 59 (ໃໝ່) ກໍານົດເວລາໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກມີກໍານົດເວລາບໍ່ເກີນສອງປີແລະສາມາດຕໍ່ໄດ້ອີກໜຶ່ງເທື່ອແຕ່ບໍ່ໃຫ້ເກີນໜຶ່ງປີ. ຜູ້ໄດ້ຮັບສິດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຕ້ອງຈ່າຍຄ່າເຊົ່າເນື້ອທີ່ສໍາປະທານແລະປະຕິບັດພັນທະອື່ນຕາມກົດໝາຍແລະລະບຽບການ. ພາຍຫຼັງສໍາເລັດການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກແລ້ວຜູ້ໄດ້ຮັບອະນຸຍາດຈະໄດ້ຮັບສິດຂຸດຄົ້ນໂດຍຜ່ານການເຈລະຈາແລະເຊັນສັນຍາກັບລັດຖະບານ. .....ມາດຕາ 60 (ປັບປຸງ) ການສົ່ງຕົວຢ່າງແຮ່ທາດເພື່ອຄັດເລືອກເຕັກໂນໂລຊີອອກແບບໂຮງງານ

ມາດຕາ 60 (ປັບປຸງ) ການສົ່ງຕົວຢ່າງແຮ່ທາດເພື່ອຄັດເລືອກເຕັກໂນໂລຊີອອກແບບໂຮງງານ ຜູ້ໄດ້ຮັບສິດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກສາມາດສົ່ງຕົວຢ່າງແຮ່ທາດໄປທົດລອງເພື່ອຄັດເລືອກເຕັກໂນໂລຊີອອກແບບໂຮງງານຢູ່ພາຍໃນຫຼືຕ່າງປະເທດສໍາລັບແຮ່ໂລຫະແລະອະໂລຫະສູງສຸດບໍ່ໃຫ້ເກີນສາມຮ້ອຍໂຕນ,ສ່ວນຖ່ານຫີນນັ້ນບໍ່ໃຫ້ເກີນໜຶ່ງຮ້ອຍໂຕນໂດຍໄດ້ຮັບອະນຸຍາດຈາກກະຊວງພະລັງງານແລະບໍ່ແຮ່. ຜະລິດຕະພັນທີ່ໄດ້ຮັບຈາກການລົດທອງຕົວຢ່າງແຮ່ທາດຕ້ອງໄດ້ຈ່າຍຄ່າຊັບພະຍາກອນແຮ່ທາດແລະພັນທະອື່ນຕາມກົດໝາຍ. ຜະລິດຕະພັນທີ່ໄດ້ຮັບຈາກການທົດລອງຕົວຢ່າງແຮ່ທາດສາມາດຈໍາໜ່າຍໄດ້ໂດຍໄດ້ຮັບອະນຸຍາດຈາກກະຊວງພະລັງງານແລະບໍ່ແຮ່. ຜົນຂອງການວິໄຈແລະອອກແບບໂຮງງານຕ້ອງໄດ້ລາຍງານເປັນລາຍລັກອັກສອນແລະມີເອກະສານຢັ້ງຢືນຄັດຕິດໃຫ້ກະຊວງພະລັງງານແລະບໍ່ແຮ່ຊ້າສຸດບໍ່ໃຫ້ເກີນສາມເດືອນນັບແຕ່ວັນໄດ້ຮັບອະນຸຍາດສົ່ງຕົວຢ່າງອອກໄປ. ໃນກໍລະນີຜົນວິໄຈຕົວຢ່າງແຮ່ທາດຂອງບໍລິສັດແລະພາກລັດຫາກມີຄວາມຜິດດ່ຽງກັນໃຫ້ຖືເອົາຜົນວິໄຈຂອງຫ້ອງວິໄຈທີສາມທີ່ໄດ້ມາດຕະຖານສາກົນເປັນການຕັດສິນເພື່ອເປັນບ່ອນອີງໃນການຄິດໄລ່ພັນທະຕໍ່ລັດ. ສໍາລັບແກ້ວປະເສີດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ງ.ການນຮັບຮອງບົດລາຍງານຜົນການຊອກຄົ້ນ,ສໍາຫຼວດແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ


.....ມາດຕາ 61 (ໃໝ່) ການຮັບຮອງບົດລາຍງານຜົນການຊອກຄົ້ນ

ມາດຕາ 61 (ໃໝ່) ການຮັບຮອງບົດລາຍງານຜົນການຊອກຄົ້ນ ກະຊວງພະລັງງານແລະບໍ່ແມ່ຮັບຮອງເອົາບົດລາຍງານຜົນການຊອກຄົ້ນຕາມເນື້ອໃນດັ່ງນີ້: 1.ບັນດາໜ້າວຽກເຕັກນິກວິທີການຊອກຄົ້ນທີ່ໄດ້ປະຕິບັດ; 2.ຂໍ້ມູນທາງດ້ານທໍລະນີສາດຂົງເຂດ,ເຂດສໍາປະທານແລະເຂດແຫຼ່ງແຮ່; 3.ຄຸນລັກສະນະຂອງສາຍແ່ທາດແລະແຫຼ່ງແຮ່; 4.ການສຶກສາທາງດ້ານທໍລະນີວິສາວະກໍາ; 5.ຜົນການວິໄຈຕົວຢ່າງ; 6.ຜົນການເກັບກໍາຂໍ້ມູນກ່ຽວກັບສະພາບສິ່ງແວດລ້ອມສັງຄົມແລະທໍາມະຊາດ; 7.ເນື້ອທີ່ສົ່ງຄືນໃຫ້ແກ່ລັດຖະບານ. 8.ການໃຊ້ຈ່າຍໃນການຊອກຄົ້ນ.

.....ມາດຕາ 62 (ໃໝ່) ການຮັບຮອງບົດລາຍງານຜົນການສໍາຫຼວດ

ມາດຕາ 62 (ໃໝ່) ການຮັບຮອງບົດລາຍງານຜົນການສໍາຫຼວດ ກະຊວງພະລັງງານແລະບໍ່ແຮ່ຮັບຮອງເອົາບົດລາຍງານຜົນການສໍາຫຼວດຕາມເນື້ອໃນດັ່ງນີ້: 1.ບັນດາໜ້າວຽກເຕັກນິກວິທີການສໍາຫຼວດທີ່ໄດ້ປະຕິບັດ; 2.ຂໍ້ມູນທາງດ້ານທໍລະນີສາດຂົງເຂດ,ເຂດສໍາປະທານແລະເຂດແຫຼ່ງແຮ່; 3.ຄຸນລັກສະນະຂອງສາຍແຮ່ແລະແຫຼ່ງແຮ່; 4.ການສຶກສາທາງດ້ານທໍລະນີວິສາວະກໍາ; 5.ຜົນການວິໄຈຕົວຢ່າງ; 6.ການປະເມີນປະລິມານສະສົມແຮ່ແລະຊັບພະຍາກອນແຮ່ທາດ; 7.ເນື້ອທີ່ສົ່ງຄືນໃຫ້ແກ່ລັດຖະບານ; 8.ການໃຊ້ຈ່າຍໃນການສໍາຫຼວດ. ກະຊວງຊັບພະຍາກອນທໍາມະຊາດແລະສົ່ງແວດລ້ອມຮັບຮອງເອົາບົດລາຍງານຜົນການເກັບກໍາຂໍ້ມູນກ່ຽວກັບສະພາບສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດ.

.....ມາດຕາ 63 (ປັບປຸງ) ການຮັບຮອງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ 63 (ປັບປຸງ) ການຮັບຮອງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ກະຊວງພະລັງງານແລະບໍ່ແຮ່ຮັບຮອງເອົາບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຢ່າງຊ້າບໍ່ໃຫ້ເກີນໜຶ່ງຮ້ອຍຊາວວັນນັບແຕ່ວັນໄດ້ຮັບບົດລາຍງານຖືກຕ້ອງແລະຄົບຖ້ວນເປັນຕົ້ນໄປ. ການຮັບຮອງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຕາມເນື້ອໃນແລະເອກະສານດັ່ງນີ້: 1.ທີ່ຕັ້ງສະພາບທໍລະນີສາດ; 2.ແຫຼ່ງຊັບພະຍາກອນແຮ່ທາດ,ປະລິມານສະສົມແຮ່ທາດ; 3.ການອອກແບບ,ແຜນຂຸດຄົ້ນແລະເຕັກໂນໂລຊີປຸງແຕ່ງ; 4.ແຜນກໍາຈັດຫາງແຮ່ແລະສິ່ງເສດເຫຼືອຈາກບໍ່ແຮ່; 5.ການອອກແບບໂຄງລ່າງພື້ນຖານ,ໂຄງຮ່າງການຈັດຕັ້ງແລະມູນຄ່າຄາດຄະເນຂອງໂຄງການຊຶ່ງລວມມີມູນຄ່າຕົ້ນທຶນ,ມູນຄ່າການຂຸດຄົ້ນ,ປຸງແຕ່ງ,ມູນຄ່າການຟື້ນຟູເນື້ອທີ່ດິນຄືນແລະການປິດບໍ່ແຮ່; 6.ແຜນກໍ່ສ້າງຊັບພະຍາກອນມະນຸດ; 7.ການວິເຄາະທາງດ້ານການເງິນແລະການປະເທີນການລົງທຶນລວມທັງການປະເມີນຄວາມສ່ຽງ; 8.ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຮອບຮອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດພ້ອມທັງໃບຮັບຮອງກ່ຽວກັບພັນທະທາງດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ; 9.ແຜນປິດບໍ່ແຮ່ແລະແຜນບູລະນະຟື້ນຟູສິ່ງແວດລ້ອມພ້ອມທັງແຜນຕິດຕາມກວດກາຫຼັງການປິດບໍ່ແຮ່; 10.ແຜນການທົດແທນສິດນໍາໃຊ້ທີ່ດິນໃຫ້ແກ່ບຸກຄົນອື່ນໃນເຂດບໍ່ແຮ່ລວມທັງສິ່ງປຸກສ້າງແລະຜົນລະປູກໂດຍສອດຄ່ອງກັບກົດໝາຍແລະລະບຽບການ; 11.ເອກະສານຢັ້ງຢືນແຫຼ່ງທຶນຂອງໂຄງການ. ສໍາລັບໂຄງການຂະໜາດໃຫຍ່ກະຊວງພະລັງງານແລະບໍ່ແຮ່ສະະເໜີໃຫ້ມີການປະເມີນບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນການຟື້ນຟູເນື້ອທີ່ດິນແລະການປິດບໍ່ແຮ່ໂດຍບຸກຄົນທີສາມທີ່ມີຊື່ສຽງດ້ານບໍ່ແຮ່.ຄ່າໃຊ້ຈ່າຍໃນການປະເມີນດັ່ງກ່າວແມ່ນຄວາມຮັບຜິດຊອບຂອງຜູ້ໄດ້ຮັບສິດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ.

....ຈ.ການໂຈະແລະການຖອນໃບອະນຸຍາດຊອກຄົ້ນດສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ


.....ມາດຕາ 64 (ໃໝ່) ການໂຈະໃບອະນຸຍາດຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ 64 (ໃໝ່) ການໂຈະໃບອະນຸຍາດຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໃບອະນຸຍາດຊອກຄົນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຈະຖືກໂຈະໃນກໍລະນີໃດໜຶ່ງດັ່ງນີ້: 1.ບໍ່ປະຕິບັດໜ້າວຽກຕາມແຜນການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກທີ່ໄດ້ຮັບຮອງ; 2.ມີຂໍ້ຂັດແຍ່ງທີ່ອາດຈະກໍ່ໃຫ້ເກີດຜົນເສຍຫາຍລະດັບຮ້າຍແຮງ; 3.ບໍ່ປະຕິບັດຕາມເປົ້າໝາຍຂອງການຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ; 4.ບໍ່ປະຕິບັດພັນທະທາງດ້ານການເງິນ,ພົນທະທາງດ້ານສິ່ງແວດລ້ອມແລະທໍາມະຊາດແລະພັນທະອື່ນຕາມກົດໝາຍ; 5.ບໍ່ປະຕິບັດຕາມແຜນຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມຂອງສັງຄົມແລະທໍາມະຊາດ; 6.ມີການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ. ກະຊວງພະລັງງານແລະບໍ່ແຮ່ຕ້ອງແຈ້ງການໂຈະເປັນລາຍລັກອັກສອນພ້ອມທັງກໍານົດເວລາເພື່ອໃຫ້ຜູ້ໄດ້ຮັບອະນຸຍາດແກ້ໄຂຫຼືປັບປຸງໃຫ້ຖືກຕ້ອງຫຼັງຈາກໄດ້ຮັບການແຈ້ງເຕືອນແລ້ວ.

.....ມາດຕາ 65 (ໃໝ່) ການຖອນໃບອະນຸຍາດຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ 65 (ໃໝ່) ການຖອນໃບອະນຸຍາດຊອກຄົ້ນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໃບອະນຸຍາດຊອກຄົນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຈະຖືກຖອນໃນກໍລະນີໃດໜຶ່ງດັ່ງນນີ້: 1.ບໍ່ດໍາເນີນການຊອກຄົ້ນ,ສໍາຫຼວດແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກພາຍໃນໜຶ່ງຮ້ອຍຊາວວັນນັບແຕ່ວັນໄດ້ຮັບອະນຸຍາດເປັນຕົ້ນໄປ; 2.ມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານໃຫ້ຖອນໃບອະນຍຸຍາດ; 3.ບໍ່ປະຕິບັດຕາມການແຈ້ງໂຈະທີ່ໄດ້ກໍານົດໄວ້ໃນມາດຕາ64ຂອງກົດໝາຍສະບັບນີ້. ກະຊວງພະລັງງານແລະບໍ່ແຮ່ຈະດໍາເນີນການຖອນໃບອະນຸຍາດພາຍຫຼັງໄດ້ແຈ້ງໃຫ້ແກ້ໄຂຫຼືປັບປຸງສອງຄັ້ງແລ້ວ.

...ໝວດທີ 2 ການຂຸດຄົ້ນ


....ມາດຕາ 68 (ໃໝ່) ການລົງທຶນໃນການຂຸດຄົ້ນບໍ່ແຮ່

ມາດຕາ 68 (ໃໝ່) ການລົງທຶນໃນການຂຸດຄົ້ນບໍ່ແຮ່ ການລົງທຶນໃນການຂຸດຄົ້ນບໍ່ແຮ່ຕ້ອງມີສັນຍາສໍາປະທານພັດທະນາບໍ່ແຮ່,ການຂໍອະນຸຍາດຂຸດຄົ້ນບໍ່ແຮ່ແລະການປິດບໍ່ແຮ່.

....ກ.ສັນຍາສໍາປະທານພັດທະນາບໍ່ແຮ່


.....ມາດຕາ 67 (ໃໝ່) ການເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່

ມາດຕາ 67 (ໃໝ່) ການເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່ ພາຍຫຼັງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກໄດ້ຖືກຮັບຮອງເອົາແລ້ວຜູ້ໄດ້ຮັບອະນຸຍາດມີສິດສະເໜີຂໍອະນຸຍາດລົງທຶນນໍາຫ້ອງການບໍລິການການລົງທຶນປະຕູດຽວເພື່ອເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່. ກະຊວງພະລັງງານແລະບໍ່ແຮ່ສະເໜີຕໍ່ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງເພື່ອພິຈາລະນາການອະນຸຍາດເຂົ້າສູ່ການເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່. ການເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່ຕ້ອງມີການເຂົ້າຮ່ວມຂອງຜູ້ຕາງໜ້າກະຊວງພະລັງງານແລະບໍ່ແຮ່,ກະຊວງແຜນການແລະການລົງທຶນ,ຂະແໜງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ສໍາລັບໂຄງການຂະໜາດໃຫຍ່ແລະໂຄງການທີ່ມີຜົນກະທົບຕໍ່ປ່າສະຫງວນ,ປ່າປ້ອງກັນ,ແຫຼ່ງນໍ້າ,ເຂດຊຸມຊົນຕ້ອງສະເໜີຄະນະປະຈໍາສະພາແຫ່ງຊາດພິຈາລະນາຮັບຮອງ.

.....ມາດຕາ 68 (ໃໝ່) ກໍານົດເວລາການເຈລະຈາ

ມາດຕາ 68 (ໃໝ່) ກໍານົດເວລາການເຈລະຈາ ກໍານົດເວລາການເຈລະຈາສູງສຸດບໍ່ໃຫ້ເກີນໜຶ່ງຮ້ອຍແປດສິບວັນ,ໃນກໍລະນີການເຈລະຈາບໍ່ສໍາເລັດພາຍໃນກໍານົດເວລາດັ່ງກ່າວຜູ້ລົງທຶນສາມາດສະເໜີຂໍເຈລະຈາຄືນໃໝ່ໄດ້ໜຶ່ງຄັ້ງໂດຍໃຫ້ຍື່ນຄໍາຮ້ອງຕໍ່ກະຊວງແຜນການແລະການລົງທຶນພາຍໃນເວລາຫົກສິບວັນນັບແຕ່ວັນສິ້ນສຸດການເຈລະຈາ. ກໍານົດເວລາການເຈລະຈາຄັ້ງທີສອງບໍ່ໃຫ້ເກີນໜຶ່ງຮ້ອຍຊາວວັນ. ສັນຍາສໍາປະທານພັດທະນາບໍ່ແຮ່ຈະຖືກຍົກເລີກຖ້າຜູ້ລົງທຶນຫາກບໍ່ມີໃບອະນຸຍາດຂຸດຄົ້ນຫຼືໃບອະນຸຍາດຂຸດຄົ້ນບໍ່ແຮ່ໄດ້ຖືກຖອນ,ຍົກເລີກຫຼືໝົດອາຍຸ.

.....ມາດຕາ 69 (ໃໝ່) ການເຊັນສັນຍາສໍາປະທານພັດທະນາບໍ່ແຮ່

ມາດຕາ 69 (ໃໝ່) ການເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ພາຍຫຼັງສໍາເລັດການເຈລະຈາສັນຍາສໍາປະທານພັດທະນາບໍ່ແຮ່ແລ້ວຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງຕ້ອງລາຍງານຜົນການເຈລະຈາໃຫ້ລັດຖະບານພິຈາລະນາ. ໃນກໍລະນີລັດຖະບານຕົກລົງເຫັນດີອະນຸມັດໂຄງການຂຸດຄົ້ນບໍ່ແຮ່,ນາຍົກລັດຖະມົນຕີອອກໃບມອບສິດໃຫ້ລັດຖະມົນຕີກະຊວງແຜນການແລະການລົງທຶນແລະ/ຫຼືລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ເຊັນສັນຍາສໍາປະທານພັດທະນາບໍ່ແຮ່ໂດຍມີອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມເປັນພະຍານ.

.....ມາດຕາ 70 (ປັບປຸງ) ຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່

ມາດຕາ 70 (ປັບປຸງ) ຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ ຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ໄດ້ຮັບການແຕ່ງຕັ້ງຈາກນາຍົກລັດຖະມົນຕີບົນພື້ນຖານການສະເໜີຂອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່,ຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ສ້າງຕັ້ງຂຶ້ນເພື່ອຮັບປະກັນການຈັດຕັ້ງປະຕິບັດສັນຍາໃຫ້ດໍາເນີນໄປຢ່າງຖືກຕ້ອງແລະມີປະສິດທິຜົນຊຶ່ງປະກອບດ້ວຍ: 1.ກຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ເປັນປະທານ; 2.ຮອງລັດຖະມົນຕີກະຊວງແຜນການແລະການລົງທຶນ,ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງທີ່ກ່ຽວຂ້ອງເປັນຮອງປະທານ; 3.ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງຈໍານວນໜຶ່ງເປັນຄະນະ. ການຈັດຕັ້ງ,ການເຄື່ອນໄຫວລວມທັງສິດແລະໜ້າທີ່ຂອງຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ບໍ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ການໃຊ້ຈ່າຍຂອງຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ໃຫ້ນໍາໃຊ້ງົບປະມານແຫ່ງລັດ.

....ຂ.ການຂໍອະນຸຍາດຂຸດຄົ້ນບໍ່ແຮ່


.....ມາດຕາ 71 (ໃໝ່) ການອະນຸຍາດຂຸດຄົ້ນບໍ່ແຮ່

ມາດຕາ 71 (ໃໝ່) ການອະນຸຍາດຂຸດຄົ້ນບໍ່ແຮ່ ພາຍຫຼັງໄດ້ຮັບໃບອະນຸຍາດລົງທຶນແລະໄດ້ເຊັນສັນຍາສໍາປະທານພັດທະນາບໍ່ແຮ່ແລ້ວຜູ້ລົງທຶນຕ້ອງຍື່ນຄໍາຮ້ອງຂໍອະນຸຍາດຂຸດຄົ້ນບໍ່ແຮ່ຕໍ່ກະຊວງພະລັງງານແລະບໍ່ແຮ່. ກະຊວງພະລັງງານແລະບໍ່ແຮ່ພິຈາລະນາອອກໃບອະນຸຍາດຂຸດຄົ້ນບໍ່ແຮ່ພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

.....ມາດຕາ 72 (ໃໝ່) ໃບອະນຸຍາດຂຸດຄົ້ນບໍ່ແຮ່

ມາດຕາ 72 (ໃໝ່) ໃບອະນຸຍາດຂຸດຄົ້ນບໍ່ແຮ່ ໃບອະນຸຍາດຂຸດຄົ້ນແມ່ນເອກະສານຢັ້ງຢືນການໃຫ້ສິດແກ່ຜູ້ໄດ້ຮັບອະນຸຍາດດໍາເນີນວຽກງານຂຸດຄົ້ນຕາມແຜນການທີ່ໄດ້ຖືກຮັບຮອງເອົາໂດຍກະຊວງພະລັງງານແລະບໍ່ແຮ່. ໃບອະນຸຍາດຂຸດຄົ້ນຕ້ອງກໍານົດເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່,ນາມສະກຸນແລະຕໍາແໜ່ງຂອງຜູ້ທີ່ໄດ້ຮັບມອບໝາຍຈາກນິຕິບຸກຄົນທີ່ໄດ້ຮັບອະນຸຍາດ; 2.ທີ່ຢູ່ຂອງສໍານັກງານບໍລິສັດ,ບ່ອນຕິດຕໍ່ພົວພັນ; 3.ແຮ່ທາດທີ່ອະນຸຍາດ,ທີ່ຕັ້ງແລະຂະໜາດເນື້ອທີ່ແລະອາຍຸໃບອະນຸຍາດ; 4.ແຜນໃຊ້ຈ່າຍຕໍ່າສຸດຫຼືທຶນນໍາໃຊ້ເຂົ້າໃນແຜນການທີ່ໄດ້ຖືກຮັບຮອງ; 5.ຄ່າສໍາປະທານແລະພັນທະອື່ນ.

ເງື່ອນໄຂການນໍາໃຊ້ໃບອະນຸຍາດຂຸດຄົນມີດັ່ງນີ້: 1.ນໍາໃຊ້ເພື່ອດໍາເນີນວຽກງງານຂຸດຄົ້ນສະເພາະແຕ່ແຮ່ທາດ,ໃນເນື້ອທີ່ແລະກໍານົດເວລາທີ່ອະນຸຍາດໃຫ້ເທົ່ານັ້ນ; 2.ຕ້ອງຕິດໃບອະນຸຍາດໄວ້ບ່ອນທີ່ເປີດເຜີຍເຊັ່ນຫ້ອງການພາກສະໜາມແລະສໍານັກງານໃຫຍ່ຂອງບໍລິສັດ. ໃນກໍລະນີຈະສືບຕໍ່ຕ້ອງປະກອບຄໍາຮ້ອງຍື່ນສະເໜີຕໍ່ກະຊວງພະລັງງານແລະບໍ່ແຮ່ຢ່າງຊ້າເກົ້າສິບວັນກ່ອນວັນໝົດອາຍຸໃບອະນຸຍາດ. ໃບອະນຸຍາດຂຸດຄົ້ນບໍ່ແຮ່ບໍ່ສາມາດນໍາໃຊ້ເປັນຫຼັກຊັບຄໍ້າປະກັນເງິນກູ້ໄດ້.

.....ມາດຕາ 73 (ໃໝ່) ອາຍຸໃບອະນຸຍາດຂຸດຄົ້ນບໍ່ແຮ່

ມາດຕາ 73 (ໃໝ່) ອາຍຸໃບອະນຸຍາດຂຸດຄົ້ນບໍ່ແຮ່ ໃບອະນຸຍາດຂຸດຄົ້ນບໍ່ແຮ່ມີອາຍຸບໍ່ເກີນຊາວປີແລະສາມາດຕໍ່ໄດ້ເທື່ອລະສິບປີ,ອາຍຸໃບອະນຸຍາດຂຸດຄົ້ນບໍ່ແຮ່ລວມເອົາໄລຍະຕິດຕາມພຍຫຼັງການປິດບໍ່ແຮ່. ເງື່ອນໄຂການຂໍຕໍ່ອາຍຸໃບອະນຸຍາດຂຸດຄົ້ນບໍ່ແຮ່ມີດັ່ງນີ້: 1.ຕ້ອງຍື່ນຄໍາຮ້ອງສິບສອງເດືອນກ່ອນໃບອະນຸຍາດຂຸດຄົ້ນບໍ່ແຮ່ໝົດອາຍຸ; 2.ໄດ້ປະຕິບັດພັນທະທາງດ້ານການເງິນແລະພັນທະອື່ນຕາມກົດໝາຍຢ່າງຄົບຖ້ວນ; 3.ໄດ້ປະຕິບັດຕາມແຜນການຂຸດຄົ້ນບໍ່ແຮ່ທີ່ຖືກຮັບຮອງ; 4.ມີແຜນການສືບຕໍ່ປະຕິບັດໂຄງການ; 5.ມີການເຈລະຈາເງື່ອນໄຂສັນຍາຖ້າຫາກຈໍາເປັນ.

.....ມາດຕາ 74 (ໃໝ່) ການດໍາເນີນການຂຸດຄົ້ນ

ມາດຕາ 74 (ໃໝ່) ການດໍາເນີນການຂຸດຄົ້ນ ຜູ້ໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ຕ້ອງດໍາເນີນການຂຸດຄົ້ນດ້ວຍການນໍາໃຊ້ເຕັກນິກແລະເຕັກໂນໂລຊີທີ່ທັນສະໄໝ,ໄດ້ມາດຕະຖານການກໍ່ສ້າງແລະມາດຕະຖານຄວາມປອດໄພ,ຫຼຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມແລະຊຸມຊົນໃນບໍລິເວນທີ່ມີການກໍ່ສ້າງ. ການດໍາເນີນການຂຸດຄົນແບ່ງອອກເປັນສອງໜ້າວຽກຄືວຽກກໍ່ສ້າງບໍ່ແຮ່ແລະວຽກຂຸດຄົ້ນບໍ່ແຮ່.

.....ມາດຕາ 75 (ໃໝ່) ວຽກກໍ່ສ້າງບໍ່ແຮ່

ມາດຕາ 75 (ໃໝ່) ວຽກກໍ່ສ້າງບໍ່ແຮ່ ວຽກກໍ່ສ້າງບໍ່ແຮ່ປະກອບດ້ວຍການກໍ່ສ້າງເຂດຂຸດຄົ້ນ,ເຂດເກັບມ້ຽນແຮ່,ເສັ້ນທາງຂົນສົ່ງແຮ່,ໂຮງງານປຸງແຕ່ງ,ອ່າງເກັບກັກຫາງແຮ່ແລະໂຄງລ່າງພື້ນຖານອື່ນທີ່ຮັບໃຊ້ໃຫ້ແກ່ວຽກຂຸດຄົ້ນ. ກ່ອນດໍາເນີນວຽກກໍ່ສ້າງບໍ່ແຮ່ນັ້ນຜູ້ລົງທຶນຕ້ອງສະເໜີແຜນການກໍ່ສ້າງບໍ່ແຮ່ຕໍ່ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາະລາຮັບຮອງ. ແຜນການກໍ່ສ້າງບໍ່ແຮ່ປະກອບດ້ວຍ: 1.ແຜນການກໍ່ສ້າງບໍ່ແຮ່ພ້ອມດ້ວຍແຜນວາດເຂດການກໍ່ສ້າງບໍ່ແຮ່,ກໍານົດເວລາກໍ່ສ້າງ,ກໍານົດເສັ້ນທາງຂົນສົ່ງຈາກເສັ້ນທາງໃຫຍ່ຫາສະໜາມ; 2.ລາຍຊື່ຜູ້ຮັບເໝົາແລະຜູ້ຮັບເໝົາຊ່ວຍຕໍ່ພ້ອມດ້ວຍທະບຽນວິສາຫະກິດ; 3.ມາດຕະການຫຼຸດຜ່ອນຜົນກະທົບຂອງມົນລະພິດເປັນຕົ້ນທາງອາກາດ,ສຽງແລະມາດຕະການຄຸ້ມຄອງຄວາມໄວຂອງຍານພາຫະນະ; 4.ມາດຕະການຄຸ້ມຄອງການເຊາະເຈື່ອນ; 5.ມາດຕະການຮັບປະກັນສຸຂະພາບແລະຄວາມປອດໄພ; 6.ບັນຊີແລະທີ່ມາຂອງວັດສະດຸແລະອຸປະກອນທີ່ຮັບໃຊ້ການກໍ່ສ້າງ; 7.ຈໍານວນພະນັກງານແລະກໍາມະກອນທີ່ເປັນສັນຊາດລາວແລະຕ່າງປະເທດທີ່ຄາດຄະເນຈະຈ້າງລວມທັງແຮງງານທ້ອງຖິ່ນ; 8.ແຜນຮັບມືກັບບັນຫາສິ່ງແວດລ້ອມສັງຄົມແລະທໍາມະຊາດ.

.....ມາດຕາ 76 (ໃໝ່) ວຽກຂຸດຄົ້ນບໍ່ແຮ່

ມາດຕາ 76 (ໃໝ່) ວຽກຂຸດຄົ້ນບໍ່ແຮ່ ວຽກຂຸດຄົ້ນບໍ່ແຮ່ແມ່ນການເອົາແຮ່ທາດຈາກບໍ່ແຮ່ເຂົ້າສູ່ຂະບວນການຜະລິດ. ກ່ອນດໍາເນີນວຽກງານຂຸດຄົ້ນບໍ່ແຮ່ນັ້ນຜູ້ລົງທຶນຕ້ອງສະເໜີແຜນການຂຸດຄົ້ນບໍ່ແຮ່ຕໍ່ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາຮັບຮອງ. ແຜນການຂຸດຄົ້ນບໍ່ແຮ່ປະກອບດ້ວຍ: 1.ແຜນຂຸດຄົ້ນ; 2.ແຜນປຸງແຕ່ງແຮ່ທາດ; 3.ມາດຕະການຮັບປະກັນສຸຂະພາບແລະຄວາມປອດໄພ; 4.ແຜນການກວດກາຕິດຕາມແລະການຄຸ້ມຄອງສິ່ງແວດລ້ອມ; 5.ແຜນການກວດກາຕິດຕາມແລະການຄຸ້ມຄອງສັງຄົມ.

.....ມາດຕາ 77 (ປັບປຸງ) ການປຸງແຕ່ງແຮ່ທາດ

ມາດຕາ 77 (ປັບປຸງ) ການປຸງແຕ່ງແຮ່ທາດ ການຂຸດຄົ້ນບໍ່ແຮ່ຕ້ອງຕິດພັນກັບການປຸງແຕ່ງແຮ່ທາດຢູ່ຢູ່ພາຍໃນປະເທດເປັນຕົ້ນຕໍເພື່ອເພີ່ມມູນຄ່າແຮ່ທາດດ້ວຍການນໍາໃຊ້ເຕັກນິກເຕັກໂນໂລຊີທີ່ທັນສະໄໝແລະກ້າວໜ້າການເປັນຜະລິດຕະພັນເຄິ່ງສໍາເລັດຮູບຫຼືສໍາເລັດຮູບຕາມແຕ່ລະປະເພດແຮ່ທາດສະໜອງໃຫ້ຕະຫຼາດພາຍໃນປະເທດແລະສົ່ງອອກ. ໃນກໍລະນີນິຕິບຸກຄົນໃດໜຶ່ງມີຈຸດປະສົງດໍາເນີນທຸລະກິດປຸງແຕ່ງແຮ່ທາດທີ່ບໍ່ຕິດພັນກັບການຂຸດຄົ້ນແຮ່ທາດຕ້ອງຍື່ນຄໍາຮ້ອງຕໍ່ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາ.

.....ມາດຕາ 78 (ໃໝ່) ການຊື້ຂາຍ,ການນໍາເຂົ້າແລະການສົ່ງອອກຜະລິດຕະພັນແຮ່ທາດ

ມາດຕາ 78 (ໃໝ່) ການຊື້ຂາຍ,ການນໍາເຂົ້າແລະການສົ່ງອອກຜະລິດຕະພັນແຮ່ທາດ ຜູ້ໄດ້ຮັບອະນຸຍາດຂຸດຄົ້ນໄດ້ຮັບການສົ່ງເສີມໃຫ້ດໍາເນີນການປຸງແຕ່ງແຮ່ທາດຢູ່ພາຍໃນປະເທດເພື່ອເພີ່ມມູນຄ່າໃຫ້ແຮ່ທາດ,ມີສິດຊື້ຂາຍ,ນໍາເຂົ້າແລະສົ່ງອອກຜະລິດຕະພັນແຮ່ທາດ. ຜູ້ໄດ້ຮັບອະນຸຍາດສະເພາະແຕ່ປຸງແຕ່ງແຮ່ທາດມີສິດຊື້ຂາຍ,ນໍາເຂົ້າວັດຖຸດິບແລະຜະລິດຕະພັນເຄິ່ງສໍາເລັດຮູບເພື່ອປຸງແຕ່ງສະໜອງໃຫ້ຕະຫຼາຍພາຍໃນແລະສົ່ງອອກ.

.....ມາດຕາ 79 (ໃໝ່) ການຂົນສົ່ງຜະລິດຕະພັນແຮ່ທາດ

ມາດຕາ 79 (ໃໝ່) ການຂົນສົ່ງຜະລິດຕະພັນແຮ່ທາດ ການຂົນສົ່ງຜະລິດຕະພັນແຮ່ທາດຕ້ອງປະຕິບັດຕາມກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງແລະຕ້ອງມີເອກະສານຢັ້ງຢືນດັ່ງນີ້: 1.ການກໍານົດເສັ້ນທາງຂົນສົ່ງ; 2.ການປະຕິບັດພັນທະທາງດ້ານການເງິນ; 3.ການຊັ່ງນໍ້າໜັກແລະຕົວຢ່າງພື່ອກວດກາ.

....ຄ.ການປິດບໍ່ແຮ່


.....ມາດຕາ 80 (ໃໝ່) ການດໍາເນີນການປິດບໍ່ແຮ່

ມາດຕາ 80 (ໃໝ່) ການດໍາເນີນການປິດບໍ່ແຮ່ ເມື່ອສໍາເລັດການຂຸດຄົ້ນແຕ່ລະສະໜາມຂຸດຄົ້ນແລ້ວຜູ້ລົງທຶນຕ້ອງດໍາເນີນການປິດບໍ່ແຮ່ຕາມຂັ້ນຕອນການປິດບໍ່ແຮ່,ຕາຕະລາງເວລາແລະການປະເມີນລາຄາຢ່າໃຊ້ຈ່າຍໃນການຟື້ນຟູເນື້ອທີ່ຄືນ,ການປິດບໍ່ແຮ່ແລະການຕິດຕາມພາຍຫຼັງການປິດບໍ່ແຮ່ຕາມທີ່ໄດ້ກໍານົດໄວ້ໃນແຜນຟື້ນຟູເນື້ອທີ່ດິນແລະການປິດບໍ່ແຮ່ທີ່ໄດ້ຮັບຮອງແລ້ວ. ແຜນການແລະການປິດບໍ່ແຮ່ທີ່ມີການດໍາເນີນການຢ່າງຕໍ່ເນື່ອງນັບແຕ່ເປີດການຂຸດຄົ້ນເປັນຕົ້ນໄປຕ້ອງໄດ້ທົບທວນແລະປັບປຸງທຸກສາມປີ. ຜູ້ລົງທຶນຕ້ອງລາຍງານຄວາມຄືບໜ້າການຟື້ນຟູແລະການປິດບໍ່ເປັນແຕ່ລະໄລຍະໃຫ້ກະຊວງພະລັງງານແລະບໍ່ແຮ່. ກ່ອນຈະສິ້ນສຸດການປິດບໍ່ແຮ່ສອງປີນັ້ນກະຊວງພະລັງງານແລະບໍ່ແຮ່ປະສານສົມທົບກັບກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລະຊຸມຊົນໃນເຂດໂຄງການປຶສາຫາລືກ່ຽວກັບການນໍາໃຊ້ທີ່ດິນ,ການນໍາໃຊ້ໂຄງລ່າງພື້ນຖານ,ອາຄານແລະອື່ນໆ. ພາຍຫຼັງສໍາເລັດການຟື້ນຟູເນື້ອທີ່ແລະການປິດບໍ່ແລ້ວຜູ້ລົງທຶນຕ້ອງສົ່ງມອບເນື້ອທີ່ສໍາປະທານພ້ອມດ້ວຍໂຄງລ່າງພື້ນຖານໃຫ້ແກ່ລັດລວມທັງສິດອື່ນທີ່ຕິດພັນ.ຖ້າວ່າຜູ້ລົງທຶນໄດ້ປະຕິບັດເງື່ອນໄຂຖືກຕ້ອງແລະຄົບຖ້ວນແລ້ວກະຊວງພະລັງງານແລະບໍ່ແຮ່ຈະອອກໃບຢັ້ງຢືນການປິດບໍ່ແຮ່ແລະການສົ່ງມອບເນື້ອທີ່ສໍາປະທານຄືນ. .....ມາດຕາ 81 (ໃໝ່) ການຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່

ມາດຕາ 81 (ໃໝ່) ການຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່ ຜູ້ລົງທຶນຕ້ອງຄໍ້າປະກັນການໃຊ້ຈ່າຍເຂົ້າໃນການບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່ລວມທັງການຕິດຕາມກວດກາພາຍຫຼັງການປິດບໍ່ແຮ່ໂດຍຮູບການຄໍ້າປະກັນດ້ວຍເງິນ,ພັນທະບັດຫຼືເຄື່ອງມືທາງດ້ານການເງິນອື່ນຕາມມູນຄ່າຂອງແຜນບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່ທີ່ໄດ້ຮັບຮອງໄວ້ທະນາຄານໃດໜຶ່ງຢູ່ສປປລາວ. ການຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່ສາມາດປະຕິບັດດັ່ງນີ້: ກໍລະນີອາຍຸດໂຄງການສິບຫົກຫາຊາວປີຕ້ອງວາງເງິນຄໍ້າປະກັນປີທໍາອິດສິບຫ້າສ່ວນຮ້ອຍຂອງມູນຄ່າຈາກນັ້ນໃຫ້ສະເລ່ຍວາງເງິນຄໍ້າປະກັນໃນແຕ່ລະປີ. ກໍລະນີອາຍຸໂຄງການສິບຫາສິບຫ້າປີຕ້ອງວາງເງິນຄໍ້າປະກັນປີທໍາອິດຊາວສ່ວນຮ້ອຍຂອງມູນຄ່າຈາກນັ້ນໃຫ້ສະເລ່ຍວາງເງິນຄ້ໍາປະກັນໃນແຕ່ລະປີ. ກໍລະນີອາຍຸໂຄງການຫ້າຫ້າເກົ້າປີຕ້ອງວາງເງິນຄໍ້າປະກັນປີທໍາອິດຊາວຫ້າສ່ວນຮ້ອຍຂອງມູນຄ່າຈາກນັ້ນໃຫ້ສະເລ່ຍວາງເວິນຄໍ້າປະກັນໃນແຕ່ລະປີ. ກໍລະນີອາຍຸໂຄງການຕໍ່າກວ່າຫ້າປີຕ້ອງວາງເງິນຄໍ້າປະກັນປີທໍາອິດຫ້າສິບສ່ວນຮ້ອຍຂອງມູນຄ່າຈາກນັ້ນໃຫ້ສະເລ່ຍວາງເງິນຄໍ້າປະກັນໃນແຕ່ລະປີ.

...ໝວກທີ 3 ການປະມຸນສິດສໍາປະທານບໍ່ແຮ່


....ມາດຕາ 82 (ໃໝ່)ການປະມູນສິດສໍາປະທານບໍ່ແຮ່

ມາດຕາ 82 (ໃໝ່)ການປະມູນສິດສໍາປະທານບໍ່ແຮ່ ການປະມູນສິດສໍາປະທານບໍ່ແຮ່ແມ່ນການປະມູນເອົາສິດໃນການຊອກຄົ້ນ,ສໍາຫຼວດຫຼືການພັດທະນາບໍ່ແຮ່. ເຂດພື້ນທີ່ທີ່ຈະນໍາມາປະມູນສິດສໍາປະທານບໍ່ແຮ່ມີດັ່ງນີ້: 1.ເຂດທີ່ລັດຖະບານໄດ້ດໍາເນີີນການຊອກຄົ້ນ,ສໍາຫຼວດແລະມີຂໍ້ມູນທໍລະນີສາດແຮ່ທາດ; 2.ເຂດທີ່ຜູ້ໄດ້ຮັບອະນຸຍາດສົ່ງເນື້ອທີ່ຄືນໃຫ້ລັດຖະບານດ້ວຍຄວາມສະໝັກໃຈໂດຍບໍ່ມີຄ່າຊົດເຊີຍ; 3.ເຂດທີ່ລັດຖະບານໄດ້ຖອນໃບອະນຸຍາດ. ກະຊວງພະລັກງງານແລະບໍ່ແຮ່ຕ້ອງປະກາດແລະເຊີນນິຕິບຸກຄົນເຂົ້າຮ່ວມການປະມູນເອົາສິດສໍາປະມານບໍ່ແຮ່,ພາຍຫຼັງການປະມູນສໍາເລັດແລ້ວໃຫ້ລາຍງານຜົນການປະມູນຕໍ່ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງເພື່ອພິຈາລະນາອະນຸຍາດລົງທຶນ. ຫຼັກການ,ເງື່ອນໄຂ,ຂັ້ນຕອນແລະວິທີການປະມູນສິດສໍາປະທານບໍ່ແຮ່ໄດກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 83 (ໃໝ່) ການເຂົາເຖິງຂໍມູນ

ມາດຕາ 83 (ໃໝ່) ການເຂົາເຖິງຂໍມູນ ກະຊວງພະລັງງານແລະບໍ່ແຮ່ຕ້ອງສະໜອງຂໍ້ມູນກ່ຽວກັບເນື້ອທີ່ທີ່ຈະທໍາການປະມູນໃຫ້ຜູ້ມີຄວາມສົນໃຈເຂົ້າຮ່ວມການປະມູນ,ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ພວກກ່ຽວເຂົ້າເຖິງຂໍມູນພາກຫ້ອງການແລະພາກສະໜາມ.

....ມາດຕາ 84 (ໃໝ່) ເງື່ອນໄຂຂອງຜູ້ເຂົ້າຮ່ວມການປະມູນ

ມາດຕາ 84 (ໃໝ່) ເງື່ອນໄຂຂອງຜູ້ເຂົ້າຮ່ວມການປະມູນ ການປະມູນສິດສໍາປະທານບໍ່ແຮ່ຕ້ອງດໍາເນີນຢ່າງໂປ່ງໃສເພື່ອຄັດເລືອກເອົາຜູ້ປະມູນທີ່ສະເໜີໃຫ້ຜົນປະໂຫຍດສູງສຸດແກ່ລັດ. ເງື່ອນໄຂຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້: 1.ມີໃບແຈ້ງເຈດຈໍານົງກ່ຽວັບການດໍາເນີນທຸລະກິດທີ່ພົວພັນກັບແຮ່ທີ່ຕົນຈະປະມູນ; 2.ເປັນນິຕິບຸກຄົນທີ່ມີປະສົບການແລະຊື່ສຽງທາງດ້ານການສໍາຫຼວດແລະພັດທະນາບໍ່ແຮ່ທີ່ມີການຮັບຮູ້ຈາກສາກົນ; 3.ມີໃບຢັ້ງຢືນຖານະການເງິນແລະມີຄວາມເຊື່ອຖືຈາກສະຖາບັນການເງິນໃດໜຶ່ງໂດຍມີໃບຢັ້ງຢືນບົດລາຍງານການເງິນສຸດທ້າຍຈາກອົງການກວດສອບບັນຊີໃດໜຶ່ງ; 4.ບໍ່ເຄີຍກະທໍາຜິດທາງດ້ານເສດຖະກິດ,ການເງິນຫຼືສິ່ງແວດລ້ອມ; 5.ຈ່າຍຄ່າທໍານຽມແລະປະຕິບັດພັນທະທາງດ້ານການເງິນທີ່ກ່ຽວຂ້ອງກັບການປະມູນ.

..ພາກທີ 7 ທຸລະກິດກ່ຽວກັບແຮ່ທາດສະເພາະ


...ໝວດທີ 1 ການຮ່ອນແຮ່ທາດໂລຫະແບບພື້ນເມືອງ


....ມາດຕາ 85 (ປັບປຸງ) ການຮ່ອນແຮ່ທາດໂລຫະແບບພື້ນເມືອງ

ມາດຕາ 85 (ປັບປຸງ) ການຮ່ອນແຮ່ທາດໂລຫະແບບພື້ນເມືອງ ການຮ່ອນແຮ່ທາດໂລຫະແບບພື້ນເມືອງແມ່ນການຮ່ອນແຮ່ດ້ວຍເຄື່ອງມືແບບພື້ນເມືອງ,ປະຖົມປະຖານເຊັ່ນບ້າງ,ຈົກ,ສຽມ,ຊວ້ານໂດຍບໍ່ນໍາໃຊ້ສານເຄມີທຸກປະເພດ. ....ມາດຕາ 86 (ໃໝ່) ການຄຸ້ມຄອງການຮ່ອນແຮ່ທາດໂລຫະແບບພື້ນເມືອງ

ມາດຕາ 86 (ໃໝ່) ການຄຸ້ມຄອງການຮ່ອນແຮ່ທາດໂລຫະແບບພື້ນເມືອງ ພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນຫຼວງ,ຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ,ນະຄອນເປັນຜູ້ຄຸ້ມຄອງການຮ່ອນແຮ່ທາດໂລຫະແບບພື້ນເມືອງ. ການຮ່ອນແຮ່ທາດໂລຫະແບບພື້ນເມືອງອະນຸຍາດໃຫ້ສະເພາະແຕ່ພົນລະເມືອງລາວທີ່ຕັ້ງພູມລໍາເນົາໃນເຂດບ້ານທີ່ກ່ຽວຂ້ອງເທົ່ານັ້ນ. ຂະແໜງການພະລັງງານແລະບໍ່ແຮ່ປະສານສົມທົບກັບກະຊວງແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງອອກລະບຽບການຄຸ້ມຄອງກ່ຽວກັບການດໍາເນີນການກວດກາການຮ່ອນແຮ່ທາດໂລຫະແບບພື້ນເມືອງເປັນແຕ່ລະໄລຍະພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດ.

...ໝວດທີ 2 ການຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ


....ມາດຕາ 87 (ໃໝ່) ແຮ່ທາດອະໂລຫະສໍາລັບການກໍ່ສ້າງ

ມາດຕາ 87 (ໃໝ່) ແຮ່ທາດອະໂລຫະສໍາລັບການກໍ່ສ້າງ ແຮ່ທາດອະໂລຫະສໍາລັບການກໍ່ສ້າງແມ່ນແຮ່ທາດອະໂລຫະທີ່ນໍາໃຊ້ເຂົ້າໃນເປົ້າໝາຍການກໍ່ສ້າງເປັນຕົ້ນການກໍ່ສ້າງທາງ,ອາຄານ. ແຮ່ທາດອະໂລຫະທີ່ໃຫ້ນໍາໃຊ້ເຂົ້າໃນການກໍ່ສ້າງມີດັ່ງນີ້: 1.ຊາຍ(ຍົກເວັ້ນຊາຍຂາວ)ທີ່ມີປະລິມານບັນຈຸອົກຊິດຊິລິກາຢູ່ນໍາໜ້ອຍກວ່າແປດສິບຫ້າສ່ວນຮ້ອຍ,ແຕ່ບັນຈຸມີແຮ່ທາດຫຼືບໍ່ມີແຮ່ທາດກາຊິເຕຣິດ,ໂວນຟຼາມມິດ,ໂມນາຊິດ,ເຊິກອນ,ອິນມີນິດຫຼືມີຄໍາເຈືອປົນຢູ່ຕາມແຕ່ມີຈໍານວນບໍ່ຫຼາຍທີ່ບໍ່ສາມາດນໍາເອົາມາຄິດໄລ່ເປັນປະລິມານສະສົມເປັນແຫຼ່ງແຮ່ຕາມມາດຕະຖານຂອງກະຊວງພະລັງງານແລະບໍ່ແຮ່; 2.ດິນໜຽວສໍາລັບຜະລິດດິນຈີ່ແລະດິນຂໍຕາມມາດຕະຖານແລະລະບຽບການ,ດິນໜຽວ(ຍົກເວັ້ນເບັນໂຕນິດ,ດິນໜຽວຂາວກາວແລງ)ທີ່ບໍ່ສາມາດນໍາໃຊ້ເຂົ້າໃນການຜະລິດເຄື່ອງປັ້ນດິນເຜົາ(ຊິລາມິກ),ດິນໜຽວທົນໄຟແລະຊີມັງຕາມມາດຕະຖານແລະລະບຽບການີ່ກໍານົດໂດຍກະຊວງພະລັງງານແລະບໍ່ແຮ່; 3.ຫີນຊາຍແລະຫີນກວັກຊີສມີປະລິມານການບັນຈຸຂອງອົງຊິດຊິລິກາໜ້ອຍກວ່າແປດສິບຫ້າສ່ວນຮ້ອຍ,ທີ່ບັນຈຸມີແຮ່ທາດຫຼືບໍ່ມີແຮ່ທາດໂລຫະ,ໂລຫະສົດ,ທາດກໍາມັນຕະພາບລັງສີແລະທາດຫາຍາກແຕ່ມີຈໍານວນບໍ່ຫຼາຍທີ່ບໍ່ສາມາດນໍາເອົາມາຄິດໄລ່ເປັນປະລິມານສະສົມເປັນແຫຼ່ງແຮ່ຕາມມາດຕະຖານຂອງກະຊວງພະລັງງານແລະບໍ່ແຮ່; 4.ຫີນຕົກຕະກອນຊະນິດຕ່າງໆ(ຍົກເວັ້ນເອອາໄດມິດແລະເບັນໂຕນິດ),ຫີນມັກມາ(ຍົກເວັ້ນຫີນເນເຟລິນ,ຊີເອນິດ,ຫີນບາຊານແລະຮູບເສົາລ່ຽມແລະເປັນຟອງ),ຫີນແປສະພາບ(ຍົກເວັ້ນຊິສໄມກາທີ່ມີປະລິມານບັນຈຸຂອງເວີມິກູລິດສູງ)ບໍ່ບັນຈຸຫຼືບັນຈິແຮ່ທາດໂລຫະ,ໂລຫະສົດ,ແກ້ວປະເສີດ,ແກ້ວເຄິ່ງປະເສີດແລະທາດກໍາມັນຕະພາບລັງສີແລະທາດຫາຍາກແຕ່ມີຈໍານວນບໍ່ຫຼາຍທີ່ບໍ່ສາມາດນໍາເອົາມາຄິດໄລ່ເປັນປະລິມານສະສົມເປັນແຫຼ່ງແຮ່ຕາມມາດຕະຖານຂອງກະຊວງພະລັງງານແລະບໍ່ແຮ່; 5.ຊິສທຸກປະເພດ(ຍົກເວັ້ນຊະນິດເປັນແຜ່ນມຸງຫຼັງຄາ,ຊິດທີ່ເຜົ້າໄໝ້ໄດ້ແລະຊິດບັນຈຸເຊີລີຊີສ,ດິສແຕນຫຼືແຮ່ທາດຊິລິມານິດ)ມີປະລິມານການບັນຈຸຫຼາຍກວ່າສາມສິບສ່ວນຮ້ອຍ; 6.ຫິີນຫ້ອນໃຫຍ່,ຫີນແຮ່ແລະຫີນແຮ່ເມັດນ້ອຍທີ່ບໍ່ບັນຈຸຄໍາ,ຄໍາຂາວ,ແກ້ວປະເສີດແລະຫີນເຄິ່ງປະເສີດ,ລາເຕີຣິດທີ່ບໍ່ັບັນຈຸໂລຫະສົດຫຼືແຮ່ທາດໂລຫະ; 7.ຫີນປູນ,ດິນໜຽວສໍຂາວແລະຫີນອ່ອນ(ຍົກເວັ້ນປີນປູນຍ້ອຍຫີນປູນງອກ,ຫີນປູນຂາວແລະຫີນອ່ອນຂາວ)ບໍ່ໄດ້ຄຸນນະພາບເປັນວັດຖຸດິບນໍາໃຊ້ເຂົ້າໃນການຜະລິດຊີມັງປັອດແລນແລະບໍ່ໄດ້ຕາມມາດຕະຖານນໍາໃຊ້ຜະລິດເປັນຫີນແຜ່ນຫຼືຫີນແກະສະລັກຕາມມາດຕະຖານໂດຍກະຊວງພະລັງງານແລະບໍ່ແຮ່ວາງອອກແລະຂໍ້ກໍານົດທາງກ້ານເຕັກນິກ; 8.ຫີນປູນໂດໂລມິດທີ່ບັນຈຸມັກນິຊຽມອົກຊິດໜ້ອຍກວ່າສິບຫ້າສ່ວນຮ້ອຍ,ຫີນປູນໂລໂລມິດບໍ່ໄດ້ຄຸນນະພາບນໍາໃຊ້ຜະລິດເປັນແກ້ວ,ນໍາໃຊ້ສໍາລັບການກໍ່ສ້າງຫຼລືນໍາໃຊ້ເປັນວັດສະດຸເພື່ອຜະລິດຫີນແຜ່ນຫຼືຫີນແກະສະລັກຕາມມາດຕະຖານໂດຍກະຊວງພະລັງງານແລະບໍ່ແຮ່.

....ມາດຕາ 88 (ໃໝ່) ການສໍາຫຼວດ,ຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ

ມາດຕາ 88 (ໃໝ່) ການສໍາຫຼວດ,ຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ ການສໍາຫຼວດ,ຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງໃຫ້ປະຕິບັດຕາມມາດຕາ​80,90,91ແລະມາດຕາ92ຂອງກົດໝາຍສະບັບນີ້.

...ໝວດທີ 3 ການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ


....ມາດຕາ 89 (ໃໝ່) ແຮ່ທາດອະໂລຫະສໍາລັບອຸດສາຫະກໍາ

ມາດຕາ 89 (ໃໝ່) ແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ແຮ່ທາດອະໂລຫະສໍາລັບອຸດສາຫະກໍາແມ່ນແຮ່ທາດອະໂລຫະທຸກຊະນິດທີ່ນໍາໃຊ້ເຂົ້າໃນເປົ້າໝາຍອຸດສາຫະກໍາ. ທຸລະກິດກ່ຍວກັບການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາໃຫ້ດໍາເນີນຕາມມາດຕາເກົ້າສິບຂອງກົດໝາຍສະບັບນີ້. ....ມາດຕາ 90 (ໃໝ່) ການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ

ມາດຕາ 90 (ໃໝ່) ການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ການຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາໃຫ້ປະຕິບັດດັ່ງນີ້: 1.ບໍລິມາດຂຸດຄົ້ນໜ້ອຍກວ່າໜຶ່ງແສນແມັດກ້ອນຕໍ່ປີລົງມາໃຫ້ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນແຂວງເປັນຜູ້ພິຈາລະນາອະນຸຍາດໃຫ້ສະເພາະແຕ່ນິຕິບຸກຄົນລາວເພື່ອສະໜອງໃຫ້ຕະຫຼາດພາຍໃນປະເທດແລະບໍ່ອະນຸຍາດໃຫ້ສົ່ງອອກຕ່າງປະເທດ; 2.ບໍລິມາດຂຸດຄົ້ນແຕ່ໜຶ່ງແສນແມັດກ້ອນຕໍ່ປີຂຶ້ນໄປໃຫ້ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງເປັນຜູ້ພິຈາລະນາອະນຸຍາດໃຫ້ນິຕິບຸກຄົນພາຍໃນຫຼືຕ່າງປະເທດເພື່ອສະເໜອງໃຫ້ຕະຫຼາຍພາຍໃນປະເທດແລະສົ່ງອອກ. ການອອກອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາຈະນໍາໃຊ້ຂັ້ນຕອນການປະມານໃນລະດັບທີ່ຕໍ່າກວ່າທຸລະກິດກ່ຽວກັບບໍ່ແຮ່ແລະມີບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກທີ່ງ່າຍດາຍກວ່າ. ການອອກອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາຕ້ອງມີສັນຍາສໍາປະທານພັດທະນາບໍ່ແຮ່.

....ມາດຕາ 91 (ໃໝ່) ເອກະສານປະກອບຄໍາຮ້ອງຂໍອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ

ມາດຕາ 91 (ໃໝ່) ເອກະສານປະກອບຄໍາຮ້ອງຂໍອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ເອກະສານປະກອບຄໍາຮ້ອງຂໍອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາທີ່ມີບໍລິມາດຂຸດຄົນໜ້ອຍກວ່າໜຶ່ງແສນແມັດກ້ອນຕໍ່ປີລົງມາມີດັ່ງນີ້: 1.ສໍາເນົາທະບຽນວິສາຫະກິດ; 2.ແຜນທີ່ສະແດງຈຸດທີ່ຕັ້ງແລະລາຍລະອຽດຂອງເຂດພື້ນທີ່ຂຸດຄົ້ນຊຶ່ງມີເນື້ອທີ່ບໍ່ເກີນສີ່ເຮັກຕາ; 3.ແຜນດໍາເນີນງານຊຶ່ງປະກອບດ້ວຍວິທີການຂຸດຄົ້ນ,ການຂົບຫີນແລະການປຸງແຕ່ງ,ອຸປະກອນທີ່ຈະນໍາໃຊ້,ປະເພດແຮ່ທາດທີ່ຈະຂຸດຄົ້ນແລະຜະລິດພະພັນສຸດທ້າຍ,ຈໍານວນຜູ້ອອກແຮງງານ; 4.ແຜນຟືິນຟູເນື້ອທີ່ດິນແລະການປິດບໍ່ແຮ່; 5.ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຮັບຮອງເອົາບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມສັງຄົມແລະທໍາມະຊາດ; 6.ເອກະສານຢັ້ງຢືນແຫຼ່ງທຶນ.

ເອກະສານປະກອບຄໍາຮ້ອງສໍາລັບໂຄງການທີ່ມີບໍລິມາດຂຸດຄົ້ນແຕ່ໜຶ່ງແສນແມັດກ້ອນຕໍ່ປີຂຶ້ນໄປມີດັ່ງນີ້: 1.ສໍາເນົາທະບຽນວິສາຫະກິດ; 2.ແຜນທີ່ສະແດງຈຸດທີ່ຕັ້ງແລະລາຍລະອຽດຂອງເຂດພື້ນທີ່ເຂດບໍ່ແຮ່ຊຶ່ງມີເນື້ອທີ່ບໍ່ເກີນສາມສິບສອງເຮັກຕາ; 3.ແຜນດໍາເນີນງານຊຶ່ງປະກອບດ້ວຍວິທີການຂຸດຄົ້ນ,ການຂົບຫີນແລະການປຸງແຕ່ງ,ອຸປະກອນທີ່ຈະນໍາໃຊ້,ປະເພດແຮ່ທາດທີ່ຈະຂຸດຄົ້ນແລະຜະລິດຕະພັນສຸດທ້າຍ,ຈໍານວນຜູ້ອອກແຮງງານ; 4.ແຜນຟື້ນຟູເນື້ອທີ່ດິນແລະການປິດບໍ່ແຮ່; 5.ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຮັບຮອງເອົາບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມສັງຄົມແລະທໍາມະຊາດ; 6.ເອກະສານຢັ້ງຢືນກ່ຽວກັບກະແສເງິນສົດແລະແຫຼ່ງທຶນ.

....ມາດຕາ 92 (ໃໝ່) ການອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ

ມາດຕາ 92 (ໃໝ່) ການອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ພາຍຫຼັງໄດ້ຮັບຄໍາຮ້ອງພ້ອມດ້ວຍເອກະສານປະກອບຈາກຫ້ອງການບໍລິການການລົງທຶນປະຕູດຽວແລ້ວຂະແໜງການພະລັງງານແລະບໍ່ແຮ່ຕ້ອງຄົ້ນຄວ້າແລະກວດກາເນື້ອທີ່ຂໍອະນຸຍາດຂຸດຄົນແລະມີຄໍາເຫັນກ່ຽວກັບການອະນຸຍາດຂຸດຄົ້ນໃຫ້ຫ້ອງການບໍລິການການລົງທຶນປະຕູດຽວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ສໍາລັບການຄົ້ນຄວ້າການອະນຸຍາດຂຸດຄົ້ນຂັ້ນແຂວງນັ້ນໃຫ້ພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນຫຼວງລາຍງານແລະຂໍຄໍາເຫັນກ່ຽວກັບເນື້ອທີ່ຂໍອະນຸຍາດຈາກກະຊວງພະລັງງານແລະບໍ່ແຮ່ກ່ອນສົ່ງຄໍາເຫັນໃຫ້ຫ້ອງການບໍລິການການລົງທຶນປະຕູດຽວຂັ້ນແຂວງ. ໃບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາມີອາຍຸບໍ່ເກີນຫ້າປີແລະສາມາດຕໍ່ໄດ້ຄັ້ງລະຫ້າປີ.

..ພາກທີ 8 ຄວາມປອດໄພ,ສຸຂະພາບແລະສິ່ງແວດລ້ອມ


...ໝວດທີ 1 ຄວາມປອດໄພແລະສຸຂະພາບ


....ມາດຕາ 93 ຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ

ມາດຕາ 93 ຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ ຜູ້ລົງທຶນກ່ຽວກັບແຮ່ທາດຕ້ອງສ້າງລະບົບຮັບປະກັນຄວາມປອດໄພແລະຮັກສາສຸຂະພາບຂອງຜູ້ອອກແຮງງານດ້ວຍການກໍານົດມາດຕະການແລະສ້າງລະບົບສັນຍານເຕືອນໄພເພື່ອປ້ອງກັນ,ຄວບຄຸມ,ກໍາຈັດແລະສະກັດກັ້ນຜົນກະທົບ,ບັນດາຄວາມສ່ຽງທີ່ເປັນໄພອັນຕະລາຍຕໍ່ຜູ້ອອກແຮງງານໃນເຂດບໍ່ແຮ່ໂດຍສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ. ໃນທຸກກິດຈະການກ່ຽວກັບແຮ່ທາດຕ້ອງໄດ້ສ້າງຕັ້ງຄະນະກໍາມະການເພື່ອຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານຊຶ່ງປະກອບດ້ວຍຜູ້ຕາງໜ້າຜູ້ໃຊ້ແຮງງານແລະຜູ້ອອກແຮງງານໂດຍສອດຄ່ອງກັບກົດໝາຍວ່າດ້ວຍແຮງງານແລະກົດໝາຍອື່ນທີ່ກ່ຽວຂ້ອງ. ຜູ້ລົງທຶນກ່ຽວກັບແຮ່ທາດຕ້ອງໃຫ້ການຮ່ວມມືແລະອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ຂອງຄະນະກໍາມະການດັ່ງກ່າວ.

....ມາດຕາ 94 (ປັບປຸງ) ມາດຕະການຮັບປະກັນຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ

ມາດຕາ 94 (ປັບປຸງ) ມາດຕະການຮັບປະກັນຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ ເພື່ອຮັບປະກັນຄວາມປອດໄພແລະສຸຂະພາບຜູ້ອອກແຮງງານນັ້ນຜູ້ລົງທຶນກ່ຽວກັບແຮ່ທາດຕ້ອງປະຕິບັດມາດຕະການດັ່ງນີ້: 1.ວາງລະບຽບການແລະມາດຕະການກ່ຽວກັບຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານໂດຍມີການກວດກາສຸຂະພາບຂອງຜູ້ອອກແຮງງານຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ; 2.ອອກແບບຂຸດຄົ້ນ,ກໍ່ສ້າງ,ຕິດຕັ້ງອຸປະກອນກົນຈັກຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ; 3.ນໍາໃຊ້ເຕັກນິກເຕັກໂນໂລຊີທີ່ມີປະສິດທິຜົນໃນການປ້ອງກັນມົນລະພິດ,ສະໜອງອຸປະກອນແລະເຄື່ອງນຸ່ງທີ່ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ; 4.ມີສະຖານທີ່,ສາງທີ່ຮັບປະກັນຄວາມປອດໄພສໍາລັບການເກັບມ້ຽນວັດຖຸລະເບີດແລະວັດຖຸເຄມີໂດຍສອດຄ່ອງກັບມາດຕະຖານເຕັກນິກແລະຄວາມປອດໄພ; 5.ມີລະບົບສັນຍານເຕືອນໄພແລະແກ້ໄຂເຫດການສຸກເສີນຫຼືອຸປະຕິເຫດ; 6.ສ້າງຕັ້ງຄະນະກໍາມະການເພື່ອຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ; 7.ລາຍງານກ່ຽວກັບສະພາບຄວາມປອດໄພແລະສຸຂະພາບຜູ້ອອກແຮງງານລວມທັງສະຖິຕິທີ່ກ່ຽວຂ້ອງຢ່າງເປັນປົກກະຕິ.

....ມາດຕາ 95 (ປັບປຸງ) ການລາຍງານກ່ຽວກັບອຸປະຕິເຫດ

ມາດຕາ 95 (ປັບປຸງ) ການລາຍງານກ່ຽວກັບອຸປະຕິເຫດ ອຸປະຕິເຫດຫຼືປາກົດການອື່ນທີ່ເກີດຂຶ້ນຈາກກິດຈະການກ່ຽວກັບແຮ່ທາດຊຶ່ງມີຫຼືອາດຈະມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມຫຼືສຸຂະພາບຂອງບຸກຄົນຫຼືຊຸມຊົນນັ້ນຜູ້ລົງທຶນຕ້ອງລາຍງານພາຍໃນເວລາຊາວສີ່ຊົ່ວໂມງໃຫ້ອົງການປົກຄອງທ້ອງຖິ່ນ,ຂະແໜງການພະລັງງານແລະບໍ່ແຮ່ແລະປະຊາຊົນອ້ອມຂ້າງພ້ອມທັງນໍາໃຊ້ມາດຕະການປ້ອງກັນແລະແກ້ໄຂບັນຫາຕ່າງໆຢ່າງທັນເວລາ,ໃນກໍລະນີເກີດອຸປະຕິເຫດຮ້າຍແຮງ,ມີການເສຍຊີວິດຫຼືບາດເຈັບສາຫັດນັ້ນບໍລິສັດຕ້ອງລາຍງານໃຫ້ກະຊວງພະລັງງານແລະບໍ່ແຮ່. ພາຍຫຼັງໄດຮັບການລາຍງານແລ້ວກະຊວງພະລັງງານແລະບໍ່ແຮ່ຕ້ອງຮີບຮ້ອນປະສານສົມທົບກັບກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງລົງກວດກາເພື່ອປະເມີນຜົນເສຍຫາຍ,ຊອກຫາສາເຫດ,ກໍານົດມາດຕະການແກ້ໄຂແລະມາດຕະການປ້ອງກັນ.

...ໝວດທີ 2 ສິ່ງແວດລ້ອມ


....ມາດຕາ 96 ການປົກປັກຮັກສາສິ່ງແວດລ້ອມສັງຄົມແລະທໍາມະຊາດ

ມາດຕາ 96 ການປົກປັກຮັກສາສິ່ງແວດລ້ອມສັງຄົມແລະທໍາມະຊາດ ເພື່ອຫຼີກເວັ້ນຫຼືຈໍາກັນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດຜູ້ລົງທຶນກ່ຽວກັບແຮ່ທາດຕ້ອງປະຕິບັດມາດຕະການດັ່ງນີ້: 1.ສ້າງແຜນການຄຸ້ມຄອງສິ່ງແວດລ້ອມແລະແຜນການຈັດສັນຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກທຸລະກິດກ່ຽວກັບແຮ່ທາດຕາມລະບຽບການ; 2.ວາງແຜນແລະການປິດບໍ່ແຮ່ເພື່ອໃຫ້ສາມາດຮັບໃຊ້ການຜະລິດຂອງປະຊາຊົນໄດ້ຕາມຄວາມເໝາະສົມເຂົ້າໃນເປົ້າໝາຍໃດໜຶ່ງໄດ້; 3.ຮັບຜິດຊອບໃນການໃຊ້ແທນຄ່າເສຍຫາຍເນື່ອງມາຈາກຜົນກະທົບຈາກການດໍາເນີນທຸລະກິດກ່ຽວກັບແຮ່ທາດຕາມລະບຽບການ; 4.ບໍາບັດນໍ້າເປື້ອນອອກຈາກໂຄງການເພື່ອຮັບປະກັນສຸຂະພາບ,ຊີວິດຂອງຄົນ,ສັດແລະສິ່ງແວດລ້ອມ; 5.ປະກອບທຶນໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ; 6.ສະຫຼຸບແລະລາຍງານການປະເມີນແລະການແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດໃຫ້ອົງການຄຸ້ມຄອງວຽກງານແຮ່ທາດທີ່ກ່ຽວຂ້ອງຢ່າງເປັນປົກກະຕິ.

....ມາດຕາ 97 ການພັດທະນາເຂດແຮ່ທາດແບບຍືນຍົງ

ມາດຕາ 97 ການພັດທະນາເຂດແຮ່ທາດແບບຍືນຍົງ ເພື່ອຮັບປະກັນການພັດທະນາເຂດແຮ່ທາດແບບຍືນຍົງຜູ້ລົງທຶນກ່ຽວກັບແຮ່ທາດຕ້ອງປະຕິບັດດັ່ງນີ້: 1.ຂຸດຄົ້ນໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະສອດຄ່ອງກັບແຜນຍຸດທະສາດໃນການພັດທະນາອຸດສາຫະກໍາບ່ແຮ່ແລະແຜນພັດທະນານໍາໃຊ້ທີ່ດິນແບບຮອບດ້ານ; 2.ຮັບປະກັນຄວາມດຸນດ່ຽງລະຫວ່າງການຂຸດຄົ້ນກັບການພັດທະນາເສດຖະກິດສັງຄົມ,ການອະນຸລັກຊັບພະຍາກອນທໍາມະຊາດແລະການປົກປັກຮັກສາສິ່ງແວດລ້ອມ; 3.ແກ້ໄຂຜົນກະທົບຕ່າງໆທີ່ເກີດຂຶ້ນໃນເວລາຂຸດຄົ້ນແລະຫຼັງປິດບໍ່ແຮ່,ພັດທະນາວິຊາຊີບໃຫ້ແກ່ປະຊາຊົນໃນເຂດໂຄງການແລະພັດທະນາຊຸມຊົນໂດຍອີງໃສ່ທ່າແຮງຂອງທ້ອງຖິ່ນແນໃສ່ຮັບປະກັນການມີວຽກເຮັດງານທໍາຂອງປະຊາຊົນແລະເຮັດໃຫ້ເສດຖະກິດມີການຂະຫຍາຍຕົງຢ່າງຕໍ່ເນື່ອງ.

..ພາກທີ 9 ສິດແລະພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບແຮ່ທາດ


...ໝວດທີ 1 ສິດແລະພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບບໍ່ແຮ່


....ມາດຕາ 98 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຊອກຄົ້ນ

ມາດຕາ 98 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຊອກຄົ້ນ ຜູ້ໄດ້ຮັບອະນຸຍາດຊອກຄົ້ນມີສິດແລະພັນທະດັ່ງນີ້: 1.ດໍາເນີນການຊອກຄົ້ນແຮ່ທາດຕາມແຜນການຊອກຄົ້ນທີ່ຖືກຮັບຮອງ; 2.ເຂົ້າໄປພື້ນທີ່ຊອກຄົ້ນຕາມການອະນຸຍາດ; 3.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາວຽກງານຊອກຄົ້ນຫຼືບຸກຄົນອື່ນທີ່ເຄື່ອນໄຫວຕາມຈຸດປະສົງໃດໜຶ່ງທີ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດ; 4.ຮັບຮູ້ສິດດັ່ງເດີມແລະອະນຸຍາດໃຫ້ຊຸມຊົນ,ປະຊາຊົນທີ່ເຄີຍດໍາລົງຊີວິດ,ທໍາມາຫາກິນມາກ່ອນສືບຕໍ່ທໍາການຜະລິດເປັນປົກກະຕິຈົນກວ່າເຂັດດັ່ງກ່າວໄດ້ຖືກຮັບການປ່ຽນແປງ; 5.ບັນທຶກຂໍ້ມູນກ່ຽວກັບການຊອກຄົ້ນເປັນຕົ້ນການຊີເຈາະ,ການຂຸດຂຸມຄອງ,ຂຸດສ້າງຢູ່ພາກສະໜາມ,ການເກັບຕົວຢ່າງແຮ່ທາດ,ການກວດສອບ,ການທົດລອງແລະການວິໄຈແລ້ວເກັບຮັກສາບົດບັນທຶກ,ເອກະສານທີ່ກ່ຽວຂ້ອງແລະຕົວຢ່າງແຮ່ທາດ; 6.ເກັບກໍາຂໍ້ມູນທາງດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ; 7.ສົ່ງຕົວຢ່າງແຮ່ທາດໄປວິໄຈຢູ່ພາຍໃນຫຼືຕ່າງປະເທດ; 8.ວາງເງິນຄໍ້າປະກັນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; 9.ຊໍາລະຄ່າທໍານຽມ,ຄ່າບໍລິການ,ພາສີ,ອາກອນແລະພັນທະອື່ນຕາມກົດໝາຍ; 10.ຮັບປະກັນຄວາມປອດໄພໃນເວລາດໍາເນີນການຊອກຄົນ; 11.ປົກປັກຮັກສາສິ່ງແວດລ້ອມ,ຊັບພະຍາກອນທໍາມະຊາດແລະປູຊະນີຍະສະຖານໃນເວລາດໍາເນີນການຊອກຄົ້ນ; 12.ຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນໃນເວລາດໍາເນີນການຊອກຄົ້ນ; 13.ລາຍງານສະພາບການຕ່າງໆເຊັ່ນອຸປະຕິເຫດຫຼືເຫດການໃດໜຶ່ງທີ່ຈະສ້າງຄວາມເສຍຫາຍຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສິ່ງແວດລ້ອມ. 14.ສົ່ງບົດລາຍງານສຸດທ້າຍກ່ຽວກັບຜົນການຊອກຄົ້ນພ້ອມດ້ວຍຂໍ້ມູນກ່ຽວກັບການຊອກຄົ້ນທັງໝົດໃຫ້ກະຊວງພະລັງງານແລະບໍ່ແຮ່; 15.ສະຫຼຸບແລະລາຍງານກ່ຽວກັບການຊອກຄົ້ນໃຫ້ກະຊວງພະລັງງານແລະບໍ່ແຮ່ຢ່າງເປັນປົກກະຕິ; 16.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາ 99 (ໃໝ່)ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດສໍາຫຼວດ

ມາດຕາ 99 (ໃໝ່)ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດສໍາຫຼວດ ຜູ້ທີ່ໄດ້ຮັບອະນຸຍາດສໍາຫຼວດມີສິດແລະພັນທະດັ່ງນີ້: 1.ດໍາເນີນການສໍາຫຼວດຕາມແຜນການສໍາຫຼວດທີ່ຖືກຮັບຮອງ; 2.ເຂົ້າໄປພື້ນທີ່ສໍາຫຼວດຕາມການອະນຸຍາດ; 3.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາວຽກງານສໍາຫຼວດຫຼືບຸກຄົນອື່ນທີ່ເຄື່ອນໄຫວຕາມຈຸດປະສົງໃດໜຶ່ງທີ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດ; 4.ຮັບຮູ້ສິດຕັ້ງເດີມແລະອະນຸຍາດໃຫ້ຊຸມຊົນ,ປະຊາຊົນທີ່ເຄີຍດໍາລົງຊີວິວດ,ທໍາມາຫາກິນມາກ່ອນສືບຕໍ່ການຜະລິດເປັນປົກກະຕິຈົນກວ່າເຂດດັ່ງກ່າວໄດ້ຖືກຮັບການປ່ຽນແປງ; 5.ບັນທຶກຂໍ້ມູນກ່ຽວກັບການສໍາຫຼວດເປັນຕົ້ນການຊີເຈາະ,ການຂຸດຂຸມຄອງ,ຂຸມສ້າງຢູ່ພາກສະໜາມ,ການເກັບຕົວຢ່າງແຮ່ທາດ,ການກວດສອບ,ການທົດລອງແລະການວິໄຈແລ້ວເກັບຮັກສາບົດບັນທຶກ,ເອກະສານທີ່ກ່ຽວຂ້ອງແລະຕົວຢ່າງແຮ່ທາດ; 6.ເກັບກໍາຂໍ້ມູນທາງດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ; 7.ສົ່ງຕົວຢ່າງແຮ່ທາດໄປວິໄຈຢູ່ພາຍໃນຫຼືຕ່າງປະເທດ; 8.ຊໍາລະຄ່າທໍານຽມ,ຄ່າບໍລິການ,ພາສີ,ອາກອນແລະພັນທະອື່ນຕາມກົດໝາຍ; 9.ຮັບປະກັນຄວາມປອດໄພໃນເວລາດໍາເນີນການສໍາຫຼວດ; 10.ປົກປັກຮັກສາສິ່ງແວດລ້ອມ,ຊັບພະຍາກອນທໍາມະຊາດແລະປຸຊະນີຍະສະຖານໃນເວລາດໍາເນີນການສໍາຫຼວດ; 11.ຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນໃນເວລາດໍາເນີນການສໍາຫຼວດ; 12.ລາຍງານສະພາບການຕ່າງທເຊັ່ນອຸປະຕິເຫດຫຼືເຫດການໃດໜຶ່ງທີ່ຈະສ້າງຄວາມເສຍຫາຍຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສິ່ງແວດລ້ອມ; 13.ສົ່ງບົດລາຍງານສຸດທ້າຍກ່ຽວກັບຜົນການສໍາຫຼວດພ້ອມດ້ວຍຂໍ້ມູນກ່ຽວກັບການສໍາຫຼວດທັງໝົດໃຫ້ກະຊວງພະລັງງານແລະບໍ່ແຮ່; 14.ສະຫຼຸບແລະລາຍງານກ່ຽວກັບການສໍາຫຼວດໃຫ້ກະຊວງພະລັງງານແລະບໍ່ແຮ່ຢ່າງເປັນປົກກະຕິ; 15.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 100 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ

ມາດຕາ 100 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ຜູ້ໄດ້ຮັບອະນຸຍາດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກມີສິດແລະພັນທະດັ່ງນີ້: 1.ດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກຕາມແຜນການທີ່ຖືກຮັບຮອງ; 2.ເຂົ້າໄປພື້ນທີ່ສໍາຫຼວດໃນເຂດທີ່ໄດ້ຮັບອະນຸຍາດ; 3.ອອກແບບຂຸດຄົ້ນ,ແຮງງານປຸງແຕ່ງ,ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດແລະການປິດບໍ່ແຮ່; 4.ວິເຄາະການຕະຫຼາດ,ເຕັກໂນໂລຊີແລະດ້ານອື່ນທີ່ກ່ຽວຂ້ອງ; 5.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກໃຫ້ແກ່ຜູ້ກວດກາໃນການປະຕິບັດວຍງານໂດຍສອດຄ່ອງກັບກົດໝາຍສະບັບນີ້; 6.ສົ່ງຕົວຢ່າງແຮ່ທາດໄປທົດລອງເພື່ອຄັດເລືອກເຕັກໂນໂລຊີອອກແບບໂຮງງານຢູ່ພາຍໃນຫຼືຕ່າງປະເທດ; 7.ຊໍາລະຄ່າທໍານຽມ,ຄ່າບໍລິການ,ພາສີ,ອາກອນແລະພັນທະອື່ນຕາມກົດໝາຍ; 8.ສົ່ງບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງທັງໝົດໃຫ້ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາ; 9.ສະຫຼຸບແລະລາຍງານກ່ຽວກັບການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກໃຫ້ກະຊວງພະລັງງານແລະບໍ່ແຮ່ຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່

ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ ຜູ້ໄດ້ຮັບອະນຸຍາດຂຸດຄົນມີສິດແລະພັນທະດັ່ງນີ້: 1.ດໍາເນີນການກໍ່ສ້າງແລະຕິດຕັ້ງອຸປະກອນ,ໂຮງງານແລະຕຶກອາຄານ,ການຂຸດຄົ້ນ,ການປຸງແຕ່ງ,ການເຄື່ອນຍ້າຍ,ການວິໄຈ,ການລ້າງກັ່ນ,ການຫຼອມແລະການເກັບມ້ຽນຕາມແຜນການທີ່ໄດ້ຮັບຮອງ; 2.ເປັນເຈົ້າກໍາມະສິດຕໍ່ຊັບສິນທີ່ໄດ້ມາຈາກການດໍາເນີນທຸລະກິດກ່ຽວກັບບໍ່ແຮ່; 3.ຈໍາໜ່າຍຜະລິດຕະພັນແຮ່ທາດທີ່ໄດ້ຈາກກິດຈະການຂຸດຄົ້ນຕາມລະບຽບການ; 4.ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນຕາມກົດໝາຍ; 5.ສະເໜີໂຈະການເຄື່ອນໄຫວຊົ່ວຄາວຕໍ່ຂະແໜງການພະລັງງານແລະບໍ່ແຮ່ໃນກໍລະນີທີ່ມີເຫດສຸດວິໄສເກີດຂຶນຊຶ່ງພາໃຫ້ຕົນບໍ່ສາມາດດໍາເນີນກິດຈະການໄດ້; 6.ໄດ້ຮັບການອໍານວຍຄວາມສະດວກດ້ານຕ່າງທເປັນຕົ້ນການເຂົ້າໄປຫຼືຜ່ານທີ່ດິນຂອງບຸກຄົນຫຼືການຈັດຕັ້ງອື່ນໄປຫາເຂດສໍາປະທານຂອງຕົນແຕ່ຕ້ອງໄດ້ມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະຜູ້ມີສິດນໍາໃຊ້ທີ່ດິນນັ້ນ; 7.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາວຽກງານຂຸດຄົ້ນຫຼືບຸກຄົນອື່ນທີ່ເຄື່ອນໄຫວຕາມຈຸດປະສົງໃດໜຶ່ງທີ່ໄດ້ຮັບອະນຸຍາດ; 8.ນໍາໃຊ້ແຮງງານ,ຜະລິດຕະພັນທ້ອງຖິ່ນຫຼືພາຍໃນປະເທດໃຫ້ຫຼາຍເທົ່າທີ່ເປັນໄປໄດ້;ການບໍລິການຂົນສົ່ງແຮ່ທາດຮ່ວມກັບວິສາຫະກິດຫຼືບໍລິສັດຂົນສົ່ງພາຍໃນປະເທດ;ເຕັກນິກເຕັກໂນໂລຊີທີ່ມີປະສິດທິຜົນໃນການປ້ອງກັນມົນລະພິດ;ສະໜອງເຄື່ອງມື,ອຸປະກອນ,ສິ່ງເອື້ອອໍານວຍຕ່າງທໃນການຮັກສາຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານ;ເອົາໃຈໃສ່ດ້ານສະຫວັດດີການສັງຄົມແລະນະໂຍບາຍອື່ນຕໍ່ຜູ້ອອກແຮງງານ; 9.ປະຕິບັດແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດແລະແຜນການປິດບໍ່ແຮ່; 10.ນໍາໃຊ້ແລະສ້າງແຮງງານລາວດ້ວຍການຖ່າຍທອດຄວາມຊໍານານງານແລະເຕັກໂນໂລຊີທັງໃນໄລຍະສັ້ນແລະໄລຍະຍາວເພື່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ; 11.ທົດແທນຄ່າທີ່ດິນ,ສິ່ງປຸກສ້າງແລະຜົນລະປູກ,ຈັດສັນຍົກຍ້າຍບ່ອນຢູ່,ບ່ອນທໍາມາຫາກິນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນບໍ່ແຮ່ໃຫ້ເທົ່າເດີມຫຼືດີກວ່າເກົ່າແລະໃຊ້ແທນຄ່າເສຍຫາຍອື່ນ; 12.ເກັບຮັກສາຂໍ້ມູນທາງດ້ານເຕັກນິກກ່ຽວກັບຕົວຢ່າງແຮ່ທາດ,ແຜນແຕ້ມ,ແຜນທີ່,ຂໍ້ມູນຂອງການຂຸດຄົ້ນ,ການຕິຄວາມໝາຍທາງດ້ານເຕັກນິກພ້ອມດ້ວຍລະບົບບັນຊີການເງິນແລະຊັບສິນຢູ່ພາກສະໜາມແລະຫ້ອງການ; 13.ບໍາບັດນໍ້າເປື້ອນ,ຈໍາກັດມົນລະພິດທາງອາກາດ,ຝຸນລະອອງ,ສຽງ,ສານເຄມີທີ່ຕົກຄ້າງ,ເກັບມ້ຽນແລະຖົມແຮ່ທາດເສດເຫຼືອດ້ວຍວິທີການທີ່ສອດຄ່ອງຕາມແຜນການຄຸ້ມຄອງສິ່ງແວດລ້ອມ; 14.ລາຍງານໃຫ້ຂະແໜງການພະລັງງານແລະບໍ່ແຮ່ຢ່າງທັນການກ່ຽວກັບອຸປະຕິເຫດຫຼືເຫດການໃດໜຶ່ງທີ່ໄດ້ເກີດຂຶ້ນຫຼືທີ່ອາດຈະເກີດຂຶ້ນ; 15.ເສຍຄ່າສໍາປະທານທີ່ດິນ,ຄ່າຊັບພະຍາກອນແຮ່ທາດ,ພາສີ,ອາກອນ,ຄ່າທໍານຽມ,ຄ່າບໍລິການແລະພັນທະອື່ນຕາມກົດໝາຍ; 16.ປະກອບສ່ວນທຶນໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ,ການພັດທະນາຊຸມຊົນ,ການພັດທະນາຊັບພະຍາກອນມະນຸດ,ຄຸ້ມຄອງໂຄງການແລະພັດທະນາເຂດແຮ່ທາດແບບຍືນຍົງ; 17.ສະຫຼຸບແລະລາຍງານການຂຸດຄົ້ນແລະປຸງແຕ່ງແຮ່ທາດປະຈໍາເດືອນ,ປະຈໍາງວດແລະປະຈໍາປີລວມທັງບັນຊີການເງິນຕໍ່ຂະແໜງການພະລັງງານແລະບໍ່ແຮ່; 18.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ໝວດທີ 2 ສິດແລະພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບແຮ່ທາດສະເພາະ


....ມາດຕາ 102 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຮ່ອນແຮ່ທາດໂລຫະແບບພື້ນເມືອງ

ມາດຕາ 102 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຮ່ອນແຮ່ທາດໂລຫະແບບພື້ນເມືອງ ຜູ້ໄດ້ຮັບອະນຸຍາດຮ່ອນແຮ່ທາດໂລຫະແບບພື້ນເມືອງມີສິດແລະພັນທະດັ່ງນີ້: 1.ດໍາເນີນກິດຈະການຮ່ອນແຮ່ທາດໂລຫະແບບພື້ນເມືອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ85ແລະມາດຕາ86ຂອງກົດໝາຍສະບັບນີ້. 2.ເຂົ້າໄປເຂດພື້ນທີ່ຮ່ອນແຮ່ຕາມທີ່ໄດ້ຮັບອະນຸຍາດ; 3.ຂາຍແຮ່ທາດທີ່ຮ່ອນມາໄດ້ໂດຍສອດຄ່ອງກັບລະບຽບການ; 4.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາການຮ່ອນແຮ່ທາດ; 5.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດກໍານົດໄວ້ໃນກົດໝາຍ.

....ມາດຕາ 103 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ

ມາດຕາ 103 (ໃໝ່) ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ ຜູ້ໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ທາດອະໂລຫະສໍາລັບການກໍ່ສ້າງມີສິດແລະພັນທະດັ່ງນີ້: 1.ດໍາເນີນການກໍ່ສ້າງແລະຕິດຕັ້ງອຸປະກອນ,ໂຮງງານແລະຕຶກອາຄານ,ການຂຸດຄົ້ນ,ການປຸງແຕ່ງ,ການເຄື່ອນຍ້າຍ,ການວິໄຈແລະການເກັບມ້ຽນຕາມແຜນການທີ່ໄດ້ຮັບຮອງ; 2.ປຸງແຕ່ງແລະຂາຍແຮ່ທາດຕາມການອະນຸຍາດ; 3.ໄດ້ຮັບການອໍານວຍຄວາມສະດວກດ້ານຕ່າງໆເປັນຕົ້ນການເຂົ້າໄປຫຼືຜ່ານທີ່ດິນຂອງບຸກຄົນຫຼືການຈັດຕັ້ງອື່ນໄປຫາເຂດສໍາປະທານຂອງຕົນແຕ່ຕ້ອງໄດ້ມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະຜູ້ມີສິດນໍາໃຊ້ທີ່ດິນນັ້ນ; 4.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາວຽກງານຂຸດຄົ້ນຫຼືບຸກຄົນອື່ນທີ່ເຄື່ອນໄຫວຕາມຈຸດປະສົງໃດໜຶ່ງທີ່ໄດ້ຮັບອະນຸຍາດ; 5.ສະໜອງເຄື່ອງມື,ອຸປະກອນແລະສິ່ງເອື້ອອໍານວຍຕ່າງໆໃນການຮັກສາຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານແລະເອົາໃຈໃສ່ດ້ານສະຫວັດດີການສັງຄົມແລະນະໂຍບາຍອື່ນຕໍ່ຜູ້ອອກແຮງງານ; 6.ປະຕິບັດແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດແລະແຜນການປິດບໍ່ແຮ່; 7.ເສຍຄ່າສໍາປະທານທີ່ດິນ,ຄ່າຊັບພະຍາກອນແຮ່ທາດ,ພາສີ,ອາກອນ,ຄ່າທໍານຽມ,ຄ່າບໍລິຫານ; 8.ປະກອບທຶນໃຫ້ແກ່ກອງທຶນປົກປັກຮັກສາສິງແວດລ້ອມ,ການພັດທະນາຊຸມຊົນ,ການພັດທະນາຊັບພະຍາກອນມະນຸດ,ຄຸ້ມຄອງໂຄງການແລະພັດທະນາເຂດແຮ່ທາດແບບຍືນຍົງ; 9.ມີຄວາມຮັບຜິດຊອບຕໍ່ຜົນກະທົບຂອງການດໍາເນີນທຸລະກິດແຮ່ທາດເພື່ອປົກປ້ອງປະຊາຊົນໃນເຂດບໍ່ແຮ່; 10.ສະຫຼຸບແລະລາຍງານການຂຸດຄົ້ນແລະປຸງແຕ່ງແຮ່ທາດປະຈໍາເດືອນ,ປະຈໍາງວດແລະປະຈໍາປີລວມທັງບັນຊີການເງິນຕໍ່ຂະແໜງພະລັງງານແລະບໍ່ແຮ່ແລະຂະແໜງການທີ່ກ່ຽວຂ້ອງ; 11.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 104 (ໃໝ່)ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ

ມາດຕາ 104 (ໃໝ່)ສິດແລະພັນທະຂອງຜູ້ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາ ຜູ້ໄດ້ຮັບອະນຸຍາດຂຸດຄົ້ນແຮ່ທາດອະໂລຫະສໍາລັບອຸດສາຫະກໍາມີສິດແລະພັນທະດັ່ງນີ້: 1.ດໍາເນີນການກໍ່ສ້າງແລະຕິດຕັ້ງອຸປະກອນ,ໂຮງງານແລະຕຶກອາຄານ,ການຂຸດຄົ້ນ,ການປຸງແຕ່ງ,ການເຄື່ອນຍ້າຍ,ການວິໄຈແລະການເກັບມ້ຽນຕາມແຜນການທີ່ໄດ້ຮັບຮອງ; 2.ປຸງແຕ່ງແລະຂາຍແຮ່ທາດຕາມການອະນຸຍາດ; 3.ໄດ້ຮັບການອໍານວຍຄວາມສະດວກດ້ານຕ່າງທເປັນຕົ້ນການເຂົ້າໄປຫຼືຜ່ານທີ່ດິນຂອງບຸກຄົນຫຼືການຈັດຕັ້ງອື່ນໄປຫາເຂດສໍາປະທານຂອງຕົນແຕ່ຕ້ອງໄດ້ມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະຜູ້ມີສິດນໍາໃຊ້ທີ່ດິນນັ້ນ; 4.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນການກວດກາວຽກງານຂຸດຄົ້ນຫຼືບຸກຄົນອື່ນທີ່ເຄື່ອນໄຫວຕາມຈຸດປະສົງໃດໜຶ່ງທີ່ໄດ້ຮັບອະນຸຍາດ; 5.ສະໜອງເຄື່ອງມື,ອຸປະກອນແລະສິ່ງເອື້ອອໍານວຍຕ່າງໆໃນການຮັກສາຄວາມປອດໄພແລະສຸຂະພາບຂອງຜູ້ອອກແຮງງານແລະເອົາໃຈໃສ່ດ້ານສະຫວັດດີການສັງຄົມແລະນະໂຍບາຍອື່ນຕໍ່ຜູ້ອອກແຮງງານ; 6.ປະຕິບັດແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດແລະແຜນການປິດບໍ່ແຮ່; 7.ເສຍຄ່າສໍາປະທານທີ່ດິນ,ຄ່າຊັບພະຍາກອນແຮ່ທາດ,ພາສີ,ອາກອນ,ຄ່າທໍານຽມ,ຄ່າບໍລິການ; 8.ປະກອບທຶນໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ,ການພັດທະນາຊຸມຊຸົນ,ການພັດທະນາຊັບພະຍາກອນມະນຸດ,ຄຸ້ມຄອງໂຄງການແລະພັດທະນາເຂດແຮ່ທາດແບບຍືນຍົງ; 9.ມີຄວາມຮັບຜິດຊອບຕໍ່ຜົນກະທົບຂອງການດໍາເນີນທຸລະກິດແຮ່ທດເພື່ອປົກປ້ອງປະຊາຊົນໃນເຂດບໍ່ແຮ່; 10.ສະຫຼຸບແລະລາຍງານການຂຸດຄົ້ນແລະປຸງແຕ່ງແຮ່ທາດປະຈໍາເດືອນ,ປະຈໍາງວດແລະປະຈໍາປີລວມທັງບັນຊີການເງິນຕໍ່ຂະແໜງພະລັງງານແລະບໍ່ແຮ່ແລະຂະແໜງການທີ່ກ່ຽວຂ້ອງ; 11.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 105 (ໃໝ່) ສິດແລະພັນທະຂອງຜູ້ດໍາເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ

ມາດຕາ 105 (ໃໝ່) ສິດແລະພັນທະຂອງຜູ້ດໍາເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ຜູ້ດໍາເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດມີສິດແລະພັນທະດັ່ງນີ້: 1.ໃຫ້ການບໍລິການຕາມທີ່ໄດ້ຮັບອະນຸຍາດ; 2.ຮັບຜິດຊອບຕໍ່ການບໍລິການຂອງຕົນ; 3.ເສຍພັນທະພາສີ,ອາກອນ,ຄ່າທໍານຽມແລະຄ່າບໍລິການ; 4.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມກົດໝາຍ.

..ພາກທີ 10 ຮຸ້ນຂອງລັດຖະບານ


...ມາດຕາ 106 (ປັບປຸງ) ການເຂົ້າຮຸ້ນຂອງລັດຖະບານ

ມາດຕາ 106 (ປັບປຸງ) ການເຂົ້າຮຸ້ນຂອງລັດຖະບານ ລັດຖະບານມີສິດເຂົ້າຖືຮຸ້ນໃນທຸລະກິດກ່ຽວກັບບໍ່ແຮ່ສູງສຸດບໍ່ໃຫ້ເກີນຊາວຫ້າສ່ວນຮ້ອຍ. ຫຼັງຈາກໄດ້ຮັບຮອງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກແລ້ວກະຊວງພະລັງງານແລະບໍ່ແຮ່ຕ້ອງສົ່ງບົດລາຍງານດັ່ງກ່າວໃຫ້ກະຊວງແຜນການແລະການລົງທຶນຄົ້ນຄວ້າເພື່ອນໍາສະເໜີລັດຖະບານພິຈາລະນາເຂົ້າຖືຮຸ້ນ. ການປະກອບ,ການຖອກຮຸ້ນຂອງລັດຖະບານໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດຫຼືຕາມສັນຍາຮ່ວມທຶນ.

...ມາດຕາ 107 (ປັບປຸງ) ການແຈ້ງກ່ຽວກັບການເຂົ້າຮຸ້ນຂອງລັດຖະບານ

ມາດຕາ 107 (ປັບປຸງ) ການແຈ້ງກ່ຽວກັບການເຂົ້າຮຸ້ນຂອງລັດຖະບານ ລັດຖະບານແຈ້ງຕອບການເຂົ້າຫຼືປະຕິເສດການເຂົ້າຮຸ້ນຂອງຕົນຕໍ່ຜູ້ລົງທຶນພາຍໃນເວລາໜຶ່ງຮ້ອຍຊາວວັນນັບແຕ່ວັນໄດ້ຮັບຮອງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກເປັນຕົ້ນໄປ. ໃນກໍລະນີເຂົ້າຖືຮູ້ນລັດຖະບານຕ້ອງແຕ່ງຕັ້ງຕົວແທນຂອງຕົນເຂົ້າຢູ່ໃນສະພາບໍລິຫານຂອງບໍລິສັດ.

..ພາກທີ 11 ຂໍ້ຫ້າມ


...ມາດຕາ 108 (ປັບປຸງ) ຂໍ້ຫ້າມທົ່ວໄປ

ມາດຕາ 108 (ປັບປຸງ) ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ທໍາລາຍແຫຼ່ງແຮ່ດ້ວຍການບຸກລຸກ,ຂຸດຄົ້ນ,ຮ່ອນເອົາແຮ່ທາດຫຼືດ້ວຍການກະທໍາອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການ; 2.ຂຸດຄົ້ນ,ຊື້ຂາຍ,ເຄື່ອນຍ້າຍແລະເກັບກູ້ແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ; 3.ຮ່ວມມືກັບຜູ້ລົງທຶນ,ພະນັກງານແລະເຈົ້າໜ້າທີ່ກວດກາບໍ່ແຮ່ໃນການລັກລອບຂຸດຄົ້ນເອົາແຮ່ທາດ,ບຸກລຸກທໍາລາຍແຮ່ທາດຫຼືບໍ່ແຮ່; 4.ປອມແປງເອກະສານແລະຕາປະທັບກ່ຽວກັບແຮ່ທາດ; 5.ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກງານ,ເຈົ້າໜ້າທີ່ກວດກາບໍ່ແຮ່ແລະຜູ້ລົງທຶນ; 6.ຊຸກເຊື່ອງ,ທໍາລາຍແຮ່ທາດຫຼືຂາຍຕົວຢ່າງແຮ່ທາດຢ່າງຜິດກົດໝາຍ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 109 (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ກວດກາບໍ່ແຮ່

ມາດຕາ 109 (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ກວດກາບໍ່ແຮ່ ຫ້າມພະນັກງານແລະເຈົ້າໜ້າທີ່ກວດກາບໍ່ແຮ່ມີພຶດຕິກໍາດັ່ງນີ້: 1.ອະນຸຍາດໃຫ້ລົງທຶນຊອກຄົ້ນ,ສໍາຫຼວດແລະຂຸດຄົ້ນບໍ່ແຮ່ໃນເຂດປ່າສະຫງວນ,ປ່າປ້ອງກັນ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງແລະຮັບສິນບົນເພື່ອຜົນປະໂຫຍດແກ່ຕົ້ນ; 3.ໃຊ້ສິດ,ໜ້າທີ່ເກີນຂອບເຂດຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; 4.ປະລະໜ້າທີ່ແລະຄວາມຮັບຜິດຊອບຕໍ່ວຽກງານແຮ່ທາດທີ່ການຈັດຕັ້ງມອບໝາຍໃຫ້; 5.ເປີດເຜີຍຄວາມລັບຂອງລັດແລະຂອງລັດຖະການຫຼືຄວາມລັບທາງດ້ານການຄ້າແລະວິຊາການກ່ຽວກັບແຮ່ທາດ; 6.ປອມແປງເອກະສານເຊັ່ນປອມແປງລາຍເຊັນ,ຕາປະທັບ,ບັນຊີແລະຂໍ້ມູນກິດຈະການກ່ຽວກັບແຮ່ທາດ; 7.ເຂົ້າຮ່ວມໃນການດໍາເນີນທຸລະກິດກ່ຽວກັບແຮ່ທາດຫຼືໃຫ້ສະມາຊິກໃນຄອບຄົວຂອງຕົນດໍາເນີນຫຼືເຂົ້າຮ່ວມໃນກິດຈະການດັ່ງກ່າວ; 8.ຍ້າຍ,ປ່ຽນແປງຫຼືທໍາລາຍເຂດຫຼັກໝາຍ,ເຂດສໍາປະທານໂດຍບໍ່ໄດ້ຮັບອະນຸຍາດ; 9.ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່ແລະນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 10.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 110 (ປັບປຸງ) ຂໍ້ຫ້າມສໍາລັບຜູ້ລົງທຶນ

ມາດຕາ 110 (ປັບປຸງ) ຂໍ້ຫ້າມສໍາລັບຜູ້ລົງທຶນ ຫ້າມຜູ້ລົງທຶນພາຍໃນແລະຕ່າງປະເທດມີພຶດຕິກໍາດັ່ງນີ້: 1.ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນ,ປຸງແຕ່ງແຮ່ທາດໃນເຂດປ່າສະຫງວນ,ປ່າປ້ອງກັນ,ເຂດທ່ອງທ່ຽວທໍາມະຊາດ,ເຂດປະຫວັດສາດແລະວັດທະນະທໍາ; 2.ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນ,ປຸງແຕ່ງຫຼືຊື້ຂາຍແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ; 3.ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນແລະປຸງແຕ່ງນອກແຜນການທີ່ໄດ້ຮັບຮອງເອົາ,ດໍາເນີນກິດຈະການກ່ຽວກັບແຮ່ທາດຢູ່ນອກເຂດອະນຸຍາດ; 4.ບຸກລຸກ,ທໍາລາຍຫຼືສ້າງຄວາມເສຍຫາຍໃຫ້ແກ່ແຫຼ່ງແຮ່ແລະບໍ່ແຮ່; 5.ຍ້າຍ,ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດອະນຸຍາດ; 6.ນໍາເຂົ້າແຮງງານ,ພາຫະນະ,ເຄື່ອງຈັກແລະອຸປະກອນການດໍາເນີນທຸລະກິດກ່ຽວກັບແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ; 7.ຂຸດຄົ້ນ,ຊື້ຂາຍ,ເຄື່ອນຍ້າຍຫຼືຂົນສົ່ງແຮ່ທາດປະເພດຫວງຫ້າມ; 8.ເຄື່ອນຍ້າຍຫຼືຂົນສົ່ງແຮ່ທາດເກີນນໍ້າໜັກ,ເກີນຈໍານວນ,ເກີນຂະໜາດຫຼືບໍ່ຖືກຕ້ອງກັບເອກະສານ; 9.ນໍາເອົາໃບອະນຸຍາດຂອງຕົນໄປຄໍ້າປະກັນຫຼືປະກອບຮຸ້ນ,ກູ້ຢືມ,ໃຫ້ເຊົ່າ,ໂອນ,ມອບ,ຊວດຈໍາຫຼືຂາຍໃຫ້ບຸກຄົນອື່ນ; 10.ຊື້ຈ້າງ,ໃຫ້ສິນບົນແກ່ພະນັກງານແລະເຈົ້າໜ້າທີ່ກວດກາບໍ່ແຮ່,ຊື້ຈ້າງປະຊາຊົນເພື່ອບຸກລຸກ,ຂຸດຄົ້ນຫຼືຮ່ອນເອົາແຮ່ທາດ້ວຍວິທີການຕ່າງໆ. 11.ທໍາລາຍ,ສໍ້ໂກງ,ຍັກຍອກຫຼືຂາຍຕົວຢ່າງແຮ່ທາດ,ເກັບຕົວຢ່າງແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ; 12.ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ຜູ້ອື່ນເພື່ອນາບຂູ່ພະນັກງານ,ເຈົ້າໜ້າທີ່ກວດກາບໍ່ແຮ່ແລະປະຊາຊົນ; 13.ລາຍງານບໍ່ຖືກຕາມຄວາມເປັນຈິງຫຼືປອມແປງເອກະສານແລະຕາປະທັບກ່ຽວກັບແຮ່ທາດ; 14.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

..ພາກທີ 12 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 111 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 111 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມຫຼືການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານປະຊາຊົນ; 5.ການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາ 112 ການປະນີປະນອມຫຼືການໄກ່ເກ່ຍ

ມາດຕາ 112 ການປະນີປະນອມຫຼືການໄກ່ເກ່ຍ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງໃນການດໍາເນີນກິດຈະການແລະທຸລະກິດກ່ຽວກັບແຮ່ທາດຄູ່ກໍລະນີສາມາດແກ້ໄຂດ້ວຍການປະນີປະນອມຫຼືໄກ່ເກ່ຍກັນ.

...ມາດຕາ 113 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 113 ການແກ້ໄຂທາງດ້ານບໍລິຫານ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບແຮ່ທາດທາງດ້ານບໍລິຫານເປັນຕົ້ນການດໍາເນີນທຸລະກິດກ່ຽວກັບແຮ່ທາດໂດຍບໍ່ຖືກຕ້ອງຕາມເປົ້າໝາຍ,ການບໍ່ເສຍພັນທະແລະຄ່າທໍານຽມຕາມກົດໝາຍແມ່ນອົງການຄຸ້ມຄອງແລະອົງການປົກຄອງທ້ອງຖິ່ນຂັ້ນດຽວກັນ,ຖ້າຄູ່ກໍລະນີຫາກບໍ່ພໍໃຈຕໍ່ຄໍາຕົກລົງແກ້ໄຂນັ້ນແລ້ວຜູ້ກ່ຽວກໍ່ມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນເປັນຜູ້ແກ້ໄຂ.

...ມາດຕາ 114 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 114 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງທາງເສດຖະກິດເນື່ອງຈາກການດໍາເນີນທຸລະກິດກ່ຽວກັບແຕ່ທາດຢູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

...ມາດຕາ 115 ການຕັດສິນຂອງສານປະຊາຊົນ

ມາດຕາ 115 ການຕັດສິນຂອງສານປະຊາຊົນ ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການດໍາເນີນກິດຈະການແລະທຸລະກິດກ່ຽວກັບແຮ່ທາດຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

...ມາດຕາ 116 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 116 ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການດໍາເນີນກິດຈະການແລະທຸລະກິດກ່ຽວກັບແຮ່ທາດລະຫວ່າງຜູ້ລົງທຶນພາຍໃນກັບຜູ້ລົງທຶນຕ່າງປະເທດຫຼືຜູ້ລົງທຶນຕ່າງປະເທດດ້ວຍການຢູ່ສປປລາວຫຼືລະຫວ່າງຜູ້ລົງທຶນຕ່າງປະທດກັບລັດຖະບານໃຫ້ນໍາໃຊ້ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມການຕົກລົງຂອງຄູກໍລະນີ.

..ພາກທີ 13 ການຄຸ້ມຄອງແລະການກວດກາວຽກງານແຮ່ທາດ


...ໝວດທີ 1 ການຄຸ້ມຄອງວຽກງານແຮ່ທາດ


....ມາດຕາ 117 (ປັບປຸງ) ອົງການຄຸ້ມຄອງວຽກງານແຮ່ທາດ

ມາດຕາ 117 (ປັບປຸງ) ອົງການຄຸ້ມຄອງວຽກງານແຮ່ທາດ ລັດຖະບານເປັນຜູ້ຄຸ້ມຄອງວຽກງານແຮ່ທາດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງພະລັງງານບໍ່ແຮ່ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບບັນດາກະຊວງແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານແຮ່ທາດປະກອບດ້ວຍ: 1.ກະຊວງພະລັງງານແລະບໍ່ແຮ່; 2.ພະແນກພະລັງງານແລະບໍ່ແຮ່,ແຂວງ,ນະຄອນຫຼວງ; 3.ຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ,ນະຄອນ.

....ມາດຕາ 118 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງພະລັງງານແລະບໍ່ແຮ່

ມາດຕາ 118 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງພະລັງງານແລະບໍ່ແຮ່ ໃນການຄຸ້ມຄອງວຽກງານແຮ່ທາດກະຊວງພະລັງງານແລະບໍ່ແຮ່ມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າແລະສ້າງແຜນຍຸດທະສາດ,ແຜນນະໂຍບາຍ,ກົດໝາຍແລະຜັນຂະຫຍາຍແນວທາງໃຫ້ກາຍເປັນແຜນງານ,ໂຄງການລະອຽດກ່ຽວກັບການຊອກຄົ້ນ,ການສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ການຂຸດຄົ້ນແລະພັດທະນາບໍ່ແຮ່ໄປຕາມທິດສີຂຽວແລະຍືນຍົງເພື່ອສະເໜີຂັ້ນເທິງພິຈາລະນາ; 2.ດໍາເນີນການຊອກຄົ້ນ,ສໍາຫຼວດທໍລະນີສາດຂັ້ນພື້ນຖານ,ຂຸດຄົ້ນ,ວາງແຜນແລະຈັດສັນການຄຸ້ມຄອງຊັບພະຍາກອນແຮ່ທາດໃນຂອບເຂດທົ່ວປະເທດ; 3.ຄົ້ນຄວ້າແລະອອກລະບຽບການກ່ຽວກັບການຄຸ້ມຄອງອຸດສາຫະກໍາບໍ່ແຮ່; 4.ໂຄສະນາເຜີຍແຜ່,ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດລະບຽບ,ກົດໝາຍກ່ຽວກັບແຮ່ທາດໂດຍສະເພາະຂັ້ນຕອນການຊອກຄົນ,ສໍາຫຼວດແລະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ການຂຸດຄົ້ນແຜນຄຸ້ມຄອງສິ່ງແວດລ້ອມສັງຄົມແລະທໍາມະຊາດແລະເງື່ອນໄຂຂອງໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ; 5.ຄົ້ນຄວ້າວິທະຍາສາດ,ເຕັກນິກ,ເຕັກໂນໂລຊີ,ສ້າງຕາໜ່າງສູນສະຖິຕິຂໍ້ມູນຂ່າວສານກ່ຽວກັບການຊອກຄົ້ນແລະສໍາຫຼວດແຮ່ທາດແລະອຸດສາຫະກໍາບໍ່ແຮ່; 6.ປະເມີນສິ່ງແວດລ້ອມແບບຍຸດທະສາດກ່ຽວກັບວຽກງານແຮ່ທາດໂດຍປະສານສົມທົບກັບກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ; 7.ສ້າງຕັ້ງຄະນະກໍາມະການຕີລາຄາແລະຮັບຮອງປະລິມານສະສົມແຮ່ທາດ; 8.ສ້າງຕັ້ງຄະນະກໍາມະການປະມູນເອົາສິດສໍາປະທານບໍ່ແຮ່; 9.ສ້າງຕັ້ງຄະນະກໍາມະການເພື່ອສຶກສາ,ກວດຜ່ານແລະຮັບຮອງເອົາບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ; 10.ສະເໜີແຕ່ງຄະນະຊີ້ນໍາແລະຄຸ້ມຄອງໂຄງການຂະໜາດໃຫຍ່ຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາຕົກລົງ; 11.ສົ່ງບົດລາຍງານຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກໃຫ້ກະຊວງແຜນການແລະການລົງທຶນເພື່ອນໍາສະເໜີລັດຖະບານພິຈາລະນາເຂົ້າຖືຮຸ້ນ; 12.ຄົ້ນຄວ້າການແບ່ງປັນຜົນປະໂຫຍດຂອງລັດຈາກການດໍາເນີນວຽກງານອຸດສາຫະກໍາບໍ່ແຮ່ເພື່ອນໍາສະເໜີລັດຖະບານພິຈາລະນາພ້ອມທັງຕິດຕາມການປະຕິບັດພັນທະດັ່ງກ່າວຂອງຜູ້ລົງທຶນໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ; 13.ເຂົ້າຮ່ວມເຈລະຈາແລະເຊັນສັນຍາສໍາປະທານພັດທະນາບໍ່ແຮ່ຕາມການມອບໝາຍຂອງລັດຖະບານ; 14.ອອກແລະຕໍ່ອາຍຸໃບອະນຸຍາດຊອກຄົ້ນ,ສໍາຫຼວດ,ໃບອະນຸຍາດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ໃບອະນຸຍາດຂຸດຄົ້ນ,ສ້າງຕັ້ງໂຮງງານປຸງແຕ່ງແລະຫຼອມແຮ່;ໃບຢັ້ງຢືນການຊື້ຂາຍ,ເຄື່ອນຍ້າຍແຮ່ໃຫ້ຜູ້ລົງທຶນ; 15.ສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສຶກສາ,ຕິດຕາມການປະຕິບັດພັນທະທາງດ້ານການເງິນຂອງຜູ້ລົງທຶນ; 16.ພິຈາລະນາໂຈະ,ຖອນຫຼືຍົກເລີກໃບອະນຸຍາດຊອກຄົ້ນ,ສໍາຫຼວດແລະໃບອະນຸຍາດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ໃບອະນຸຍາດຂຸດຄົ້ນ,ສ້າງຕັ້ງໂຮງງານປຸງແຕ່ງແລະຫຼອມແຮ່;ໃບຢັ້ງຢືນການຊື້ຂາຍແລະເຄື່ອນຍ້າຍແຮ່ຂອງຜູ້ລົງທຶນທີ່ລະເມີດລະບຽບ,ກົດໝາຍ; 17.ສະເໜີລັດຖະບານພິຈາລະນາໂຈະຫຼືຍົກເລີກສັນຍາພັດທະນາບໍ່ແຮ່ທີ່ຜູ້ລົງທຶນລະເມີດ; 18.ຄຸ້ມຄອງ,ຕິດຕາມການຊອກຄົ້ນ,ສໍາຫຼວດ,ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ,ການຂຸດຄົ້ນ,ປຸງແຕ່ງ,ຫຼອມແລະການຊື້ຂາຍແຮ່; 19.ສ້າງ,ບໍາລຸງ,ຍົກລະດັບທາງດ້ານວິຊາການທໍລະນີສາດແລະແຮ່ທາດ,ທາງດ້ານອຸດສາຫະກໍາບໍ່ແຮ່ໃຫ້ແກ້ພະນັກງານແລະກໍາມະກອນ; 20.ຢັ້ງຢືນທາງດ້ານວິຊາການກ່ຽວກັບການອະນຸຍາດສົ່ງຕົວຢ່າງແຮ່ທາດອອກໄປວິໄຈຕາມລະບຽບການ; 21.ຢັ້ງຢືນທາງດ້ານວິຊາການກ່ຽວກັບການສົ່ງອອກຫຼືນໍາເຂົ້າແຮ່ທາດ,ພາຫະນະ,ອຸປະກອນກົນຈັກຮັບໃຊ້ການດໍາເນີນທຸລະກິດກ່ຽວກັບອຸດສາຫະກໍາບໍ່ແຮ່ລວມທັງການອະນຸຍາດສົ່ງຕົວຢ່າງແຮ່ທາດເພື່ອຄັດເລືອກເຕັກໂນໂລຊີອອກແບບໂຮງງານ; 22.ອອກວາລະສານແລະຂຶ້ນທະບຽນກ່ຽວກັບວຽກງານແຮ່ທາດແລະຂຶ້ນທະບຽນກ່ຽວກັບເຂດຊອກຄົ້ນ,ສໍາຫຼວດແຮ່ທາດແລະເຂດຂຸດຄົ້ນບໍ່ແຮ່; 23.ປະສານສົມທົບກັບບັນດາຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອປົກປັກຮັກສາ,ສົ່ງເສີມ,ຄຸ້ມຄອງກິດຈະການແລະແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານແຮ່ທາດແລະອຸດສາຫະກໍາບໍ່ແຮ່; 24.ພົວພັນແລະຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານແຮ່ທາດແລະອຸດສາຫະກໍາບໍ່ແຮ່; 25.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານແຮ່ທາດແລະອຸດສາຫະກໍາບໍ່ແຮ່ໃຫ້ລັດຖະບານຢ່າງເປັນປົກກະຕິ; 26.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 119 (ປັບປຸງ) ສິດແລະໜ້າທີ່ຂອງພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນ

ມາດຕາ 119 (ປັບປຸງ) ສິດແລະໜ້າທີ່ຂອງພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານແຮ່ທາດພະແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ່ັງນີ້: 1.ຈັດຕັ້ງປະຕິບັດແຜນຍຸດທະສາດ,ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການ,ບົດແນະນໍາແລະລະບຽບການຂອງປະຊວງພະລັງງານແລະບໍ່ແຮ່ທີ່ຕິດພັນກັບການຈັດຕັ້ງປະຕິບັດກົດໝາຍສະບັບນີ້; 2.ໂຄສະນາເຜີຍແຜ່ກົດໝາຍແລະລະບຽບການທີ່ພົວພັນກັບກິດຈະກໍາກ່ຽວກັບແຮ່ທາດຕໍ່ສັງຄົມ; 3.ຊຸກຍູ້,ສົ່ງເສີມກິດຈະການຊອກຄົ້ນ,ສໍາຫຼວດແລະຂຸດຄົ້ນທີ່ມີຢູ່ໃນປັດຈຸບັນພາຍໃຕ້ຄວາມຮັບຜິດຊອບຂອງຕົນແລະໃຫ້ຄໍາແນະນນໍາ,ສະໜັບສະໜູນ,ຕິດຕາມແລະປະເມີນການປະຕິບັດວຽກງານຂອງຫ້ອງການພະລັງງານແລະບໍ່ແຮ່ຂັ້ນເມືອງ; 4.ຄົ້ນຄວາ້ປະກອບຄໍາເຫັນທາງດ້ານວິຊາການກ່ຽວກັບວຽກງານແຮ່ທາດແລະບໍ່ແຮ່ແລ້ວສະເໜີໃຫ້ກະຊວງພະລັງງານແລະບໍ່ແຮ່ແລະອົງການປົກຄອງແຂວງ,ນະຄອນຫຼວງພິຈາລະນາ; 5.ອອກແລະຕໍ່ໄປອະນຸຍາດໂດຍສອດຄ່ອງຕາມມາດຕາ86ແລະມາດຕາ92ຂອງກົດໝາຍສະບັບນີ້; 6.ສະເໜີຕໍ່ກະຊວງພະລັງງານແລະບໍ່ແຮ່ເພື່ອພິຈາລະນາໂຈະຫຼືລົບລ້າງການອອກອະນຸຍາດຕາມມາດຕາ86ແລະມາດຕາ92ຂອງກົດໝາຍສະບັບນີ້; 7.ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສົ່ງເສີມ,ຄຸ້ມຄອງແລະຕິດຕາມກ່ຽວກັບກິດຈະການແຮ່ທາດ; 8.ຢັ້ງຢືນການປະຕິບັດວຽກງານທີ່ກ່ຽວຂ້ອງກັບກິດຈະການແຮ່ທາດແລະລາຍງານໃຫ້ອົງການປົກຄອງແຂວງ,ນະຄອນຫຼວງແລະກະຊວງພະລັງງານແລະບໍ່ແຮ່; 9.ພົວພັນແລະຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນທີ່ຕິດພັນກັບອຸດສາຫະກໍາບໍ່ແຮ່ຕາມການມອບໝາຍຂອງກະຊວງພະລັງງານແລະບໍ່ແຮ່; 10.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານແຮ່ທາດຕໍ່ກະຊວງພະລັງງານແລະບໍ່ແຮ່ແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 120 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ,ນະຄອນ

ມາດຕາ 120 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານແຮ່ທາດຫ້ອງການພະລັງງານແລະບໍ່ແຮ່ເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະບົດແນະນໍາທີ່ຕິດພັນກັບກິດຈະການກ່ຽວກັບແຮ່ທາດທີ່ພະແນກພະລັງງານແລະບໍ່ແຮ່ຂັ້ນແຂວງອອກໃຫ້; 2.ເຜີຍແຜ່ກົດໝາຍວ່າດ້ວຍແຮ່ທາດແລະລະບຽບການທີ່ພົວພັນກັບກິດຈະການແຮ່ທາດໃນເຂດພື້ນທີ່ຂອງຕົນ; 3.ປະສານສົມທົບແລະຕິດຕາມກວດກາກັບຂະແໜງການທີ່ກ່ຽວຂ້ອງອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອອໍານວຍຄວາມສະດວກໃຫ້ແກ່ກິດຈະການກ່ຽວກັບແຮ່ທາດ; 4.ສະຫຼຸບແລະລາຍງານການປະຕິບັດວຽກງານແຮ່ທາດໃຫ້ພະນແນກພະລັງງານແລະບໍ່ແຮ່ແຂວງ,ນະຄອນຫຼວງແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 121 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ

ມາດຕາ 121 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ໃນການຄຸ້ມຄອງວຽກງານແຮ່ທາດຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ພິຈາລະນາຢັ້ງຢືນບົດປະເມີນສິ່ງແວດລ້ອມແບບຍຸດທະສາດ; 2.ຄົ້ນຄວ້າອອກໜັງສືຮັບຮອງບົດລາຍງານຜົນການເກັບກໍາຂໍ້ມູນກ່ຽວກັບສະພາບດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດຈາກກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ; 3.ພິຈາລະນາອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ,ຮັບຮອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດພ້ອມທັງໃບຮັບຮອງກ່ຽວກັບພັນທະທາງດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ; 4.ພິຈາລະນາຢັ້ງຢືນແຜນບູລະນະຟື້ນຟູສິ່ງແວດລ້ອມກ່ອນການຮັບຮອງແຜນການບູລະນະຟື້ນຟູສິ່ງແວດລ້ອມແລະການປິດບໍ່ແຮ່; 5.ປະສານສົມທົບກັບຂະແໜງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງແລະຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດຂອງໂຄງການນັບຕັ້ງແຕ່ໄລຍະສໍາຫຼວດ,ຂຸດຄົ້ນ,ບູລະນະຟື້ນຟູສິ່ງແວດລ້ອມແລະປິດບໍ່ແຮ່; 6.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານກ່ຽວກັບແຮ່ທາດໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 122 (ປັບປຸງ) ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ

ມາດຕາ 122 (ປັບປຸງ) ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການພະລັງງານແລະບໍ່ແຮ່ໃນການຄຸ້ມຄອງວຽກງານແຮ່ທາດຕາມພາລະບົດບາດຂອງຕົນ.

...ໝວດທີ 2 ການກວດກາວຽກງານແຮ່ທາດ


....ມາດຕາ 123 (ປັບປຸງ) ອົງການກວດກາວຽກງານແຮ່ທາດ

ມາດຕາ 123 (ປັບປຸງ) ອົງການກວດກາວຽກງານແຮ່ທາດ ອົງການກວດກາວຽກງານແຮ່ທາດປະກອບດ້ວຍອົງການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານແຮ່ທາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ117ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດແຕ່ລະຂັ້ນ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຕາມພາລະບົດບາດຂອງຕົນທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 124 (ປັບປຸງ) ເນື້ອໃນການກວດກາ

ມາດຕາ 124 (ປັບປຸງ) ເນື້ອໃນການກວດກາ ການກວດກາວຽກງານແຮ່ທາດມີເນື້ອໃນດັ່ງນີ້: 1.ການຈັດຕັ້ງປະຕິບັດສັນຍາແລະກົດໝາຍກ່ຽວກັບແຮ່ທາດ; 2.ການປະຕິບັດຂັ້ນຕອນຂອງການດໍາເນີນກິດຈະການກ່ຽວກັບແຮ່ທາດ; 3.ການປະຕິບັດກໍານົດເວລາແລະແຜນວຽກຂອງກິດຈະການກ່ຽວກັບແຮ່ທາດ; 4.ການປະຕິບັດມາດຕະການຄວາມປອດໄພແລະການຈໍາກັດຜົນກະທົບຕໍ່ສິ່ງແວດລ້ອມໃນການດໍາເນີນວຽກງານກ່ຽວກັບແຮ່ທາດ; 5.ການຕິດຕາມການເຄື່ອນໄຫວຂອງການຈັດຕັ້ງ,ພະນັກງານ,ເຈົ້າໜ້າທີ່ກວດກາກ່ຽວກັບວຽກງານແຮ່ທາດລວມທັງການກວດກາການດໍາເນີນທຸລະກິດ; 6.ການໃຊ້ແທນຄ່າເສຍຫາຍທີ່ເນື່ອງຈາກຜົນກະທົບສິ່ງແວດລ້ອມ,ຊີວິດ,ສຸຂະພາບແລະຊັບສິນຂອງປະຊາຊົນໃນໄລຍະດໍາເນີນວຽກງານແຮ່ທາດ; 7.ລະບົບການເງິນ,ສະຫວັດດີການສັງຄົມແລະນະໂຍບາຍອື່ນ.

....ມາດຕາ 125 (ປັບປຸງ) ເຈົ້າໜ້າທີ່ກວດກາວຽກງານແຮ່ທາດ

ມາດຕາ 125 (ປັບປຸງ) ເຈົ້າໜ້າທີ່ກວດກາວຽກງານແຮ່ທາດ ເຈົ້າໜ້າທີ່ກວດກາວຽກງານແຮ່ທາດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ເຄື່ອນໄຫວລາດຕະເວນແລະກວດກາຕາມເປົ້າໝາຍຕ່າງໆເຊັ່ນສະຖານທີ່ດໍາເນີນກິດຈະການກ່ຽວກັບແຮ່ທາດ; 2.ຮັບ,ບັນທຶກການແຈ້ງຄວາມ,ທວງເອົາແລະກວດກາເອກະສານທີ່ເຫັນວ່າມີການລະເມີດກົດໝາຍກ່ຽວກັບແຮ່ທາດ; 3.ພົວພັນແລະປະສານສົມທົບກັບການຈັດຕັ້ງອື່ນທີ່ກ່ຽວຂ້ອງລວມທັງອົງການປົກຄອງທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽງານຂອງຕົນ; 4.ດໍາເນີນການກວດກາຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນມາດຕາ24ຂອງກົດໝາຍສະບັບນີ້; 5.ສະຫຼຸບ,ລາຍງານການເຄື່ອນໄຫວກ່ຽວກັບການກວດກາວຽກງານແຮ່ທາດໃຫ້ຂະແໜງການພະລັງງານແລະບໍ່ແຮ່ທີ່ຕົນສັງກັດຢູ່ແລະອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ.

....ມາດຕາ 126 ຮູບການການກວດກາ

ມາດຕາ 126 ຮູບການການກວດກາ ການກວດກາວຽກງານແຮ່ມາດມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍສ້ອງຄັ້ງຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຊາບລ່ວງໜ້າແມ່ນການກວດກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍມີການແຈ້ງໃຫ້ຜູ້ລົງທຶນຮູ້ລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ລົງທຶນຮູ້ລ່ວງໜ້າ. ການກວດກາສາມາດດໍາເນີນດ້ວຍການກວດກາດ້ານເອກະສານແລະການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

..ພາກທີ 14 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 127 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 127 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການຄຸ້ມຄອງ,ການປົກປັກຮັກສາຊັບພະຍາກອນແຮ່ທາດແລະການດໍາເນີນທຸລະກິດກ່ຽວກັບແຮ່ທາດຢ່າງມີປະສິດທິຜົນແລະຖືກຕ້ອງຕາມລະບຽບ,ກົດໝາຍຂອງສປປລາວຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 128 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 128 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການັຈດຕັ້ງທີ່ໄດ້ລະເີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ມາດຕະການທາງແພ່ງຫຼືຖືກລົງໂທດຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 129 ມາດຕະການສຶກສາອົບຮົມ

ມາດຕາ 129 ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ໃນສະຖານເບົາຫຼືເປັນຄັ້ງທໍາອິດເຊັ່ນລາຍງານກ່ຽວກັບທຸລະກິດແຮ່ທາດບໍ່ຖືກຕາມກໍານົດເວລາ,ປະຕິບັດວຽກງານຊັກຊ້າ,ບໍ່ຖືກຕ້ອງຕາມແຜນການເຕັກນິກ,ການຂຸດຄົ້ນແຮ່ທາດແບບຫັດຖະກໍາໂດຍບໍ່ໄດ້ຮັບອະນຸຍາດຊຶ່ງກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າໜຶ່ງລ້ານກີບແຕ່ມີຄວາມຈິງໃຈລາຍງານກໍ່ຈະຖືກສຶກສາອົບຮົມແລະກ່າວເຕືອນ.

...ມາດຕາ 130 ມາດຕະການທາງວິໄນ

ມາດຕາ 130 ມາດຕະການທາງວິໄນ ພະນັກງານ,ເຈົ້າໜ້າທີ່ກວດກາວຽກງານແຮ່ທາດທີ່ໄດ້ລະເມີດກົດໝາຍກ່ຽວກັບແຮ່ທາດແລະຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ໜຶ່ງລ້ານກີບລົງມາແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນກໍ່ຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1.ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2.ໂຈະການເລືອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບຜິດຊອບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 4.ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 131 ມາດຕະການປັບໃໝ

ມາດຕາ 131 ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍກ່ຽວກັບແຮ່ທາດແລະຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າເກີນກວ່າໜຶ່ງລ້ານກີບກໍ່ຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍຂອງແຮ່ທາດ,ແຮ່ເຄິ່ງສໍາເລັດຮູບແລະສໍາເລັດຮູບຕາມລາຄາຫ້ອງຕະຫຼາດ. ໃນກໍລະນີທີ່ມີການລະເມີດເປັນຄັ້ງທີສອງຫຼືເປັນອາຈິນກໍ່ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍຂອງແຮ່ທາດ,ແຮ່ເຄິ່ງສໍາເລັດຮູບແລະສໍາເລັດຮູບຕາມລາຄາທ້ອງຕະຫຼາດ.

...ມາດຕາ 132 ມາດຕະການທາງແພ່ງ

ມາດຕາ 132 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນກ່ຽວກັບວຽກງານແຮ່ທາດຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 133 ມາດຕະການທາງອາຍາ

ມາດຕາ 133 ມາດຕະການທາງອາຍາ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ທີ່ເປັນການະທໍາຜິດທາງອາຍາເຊັ່ນການປອມແປງໃບອະນຸຍາດດໍາເນີນກິດຈະການກ່ຽວກັບແຮ່ທາດ,ການທໍາລາຍແຫຼ່ງແຮ່,ການລັກລອບຂຸດຄົ້ນແຮ່ທາດ,ການບໍ່ປະຕິບັດມາດຕະການຮັບປະກັນຄວາມປອດໄພແລະສິ່ງແວດລ້ອມຊຶ່ງພາໃຫ້ມີການບາດເຈັບສາຫັດຫຼືເສຍຊີວິດ,ຮັບສິນບົນ,ໃຊ້ອໍານາດເກີນຂອບເຂດ,ປອມແປງເອກະສານກ່ຽວກັບແຮ່ທາດ,ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດແກ່ຕົນຈາກການດໍາເນີນກິດຈະການກ່ຽວກັບແຮ່ທາດກໍ່ຈະຖືກລົງໂທດຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍຕາມທີ່ຕົ້ນໄດ້ກໍ່ຂຶ້ນ.

...ມາດຕາ 134 ມາດຕະການໂທດເພີ່ມ

ມາດຕາ 134 ມາດຕະການໂທດເພີ່ມ ນອກຈາກຖືກມາດຕະການທາງອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ133ຂອງກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນການໂຈະການດໍາເນີນກິດຈະການກ່ຽວກັບແຮ່ທາດ,ການຖອນໃບອະນຸຍາດ,ການຮິບຊັບ,ພາຫະນະແລະອຸປະກອນທີ່ພົວພັນກັບການກະທໍາຜິດເປັນຂອງລັດ.

..ພາກທີ 15 ບົດບັນຍັດສຸດທ້າຍ


...ມາດຕາ 135 ການຈັດຕັ້ງປະຕິບັດ

ມາດຕາ 135 ການຈັດຕັ້ງປະຕິບັດ ລັດຖະບານແປ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາ 136 (ປັບປຸງ) ຜົນສັກສິດ

ມາດຕາ 136 (ປັບປຸງ) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແປ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍແຮ່ທາດສະບັບເລກທີ02/ສພຊ,ລົງວັນທີ20ທັນວາ2011. ຜູ້ລົງທຶນ,ຜູ້ພັດທະນາແລະວິສາຫະກິດທີ່ໄດ້ຮັບຜົນປະໂຫຍດພາຍໃຕ້ກົດໝາຍສະບັບເກົ່າແລະສັນຍາທີ່ໄດ້ເຊັນກັບລັດຖະບານກ່ອນໜ້ານີ້ແມ່ນບໍ່ມີການປ່ຽນແປງຈົນກວ່າຈະສິ້ນສຸດສັນຍາ. ຜູ້ລົງທຶນ,ຜູ້ພັດທະນາແລະວິສາຫະກິດຫາກມີຈຸດປະສົງຕ້ອງການຮັບນະໂຍບາຍຕາມກົດໝາຍສະບັບນີ້ກໍ່ມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງພາຍໃນໜຶ່ງຮ້ອຍຊາວວັນຈາກນັ້ນຂະແໜງການດັ່ງກ່າວຕ້ອງແຈ້ງໃຫ້ຜູ້ສະເໜີປະຕິບັດ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້