ກົດໝາຍວ່າດ້ວຍແນວລາວສ້າງຊາດ 08-07-2009

From Wikisource
Jump to navigation Jump to search

.ແນວລາວສ້າງຊາດ 08-07-2009


..ໝວດທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍແນວລາວສ້າງຊາດກໍານົດຫຼັກການ,ລະບຽບການ,ມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະການກວດກາຂອງແນວລາວສ້າງຊາດເພື່ອຮັບປະກັນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນໃຫ້ມີປະສິດທິຜົນສູງແນໃສ່ເຕົ້າໂຮມຄວາມສາມັກຄີ,ປຸກລະດົມຄວາມຕື່ນຕົວ,ນໍ້າໃຈຮັກຊາດ,ຮັກລະບອບໃໝ່ຂອງປະຊາຊົນລາວບັນດາເຜົ່າຢູ່ພາຍໃນແລະຕ່າງປະເທດ,ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງ,ຮັ່ງມີ,ສີວິໄລແລະຍຸຕິທໍາ.

...ມາດຕາ 2 ແນວລາວສ້າງຊາດ

ມາດຕາ 2 ແນວລາວສ້າງຊາດ ນາວລາວສ້າງຊາດແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ.ເປັນສະຫະພັນສະໝັກໃຈທີ່ສ້າງຂຶ້ນບົນພື້ນຖານຄວາມຕື່ນຕົວຂອງອົງການຈັດຕັ້ງການເມືອງ,ອົງການຈັດຕັ້ງການເມືອງສັງຄົມ,ອົງການຈັດຕັ້ງສັງຄົມແລະບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນຊັ້ນ,ຊັ້ນຄົນ,ຊົນເຜົ່າ,ສາສະໜາ,ເພດ,ໄວລວມທັງຕົວແທນຊາວລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ. ແນວລາວສ້າງຊາດສືບທອດແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະລະແລະແນວລາວຮັກຊາດຊຶ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນແລະການປະຕິບັດສອງໜ້າທີ່ຍຸດທະສາດໃນປັດຈຸບັນ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພາຄີຂອງແນວລາວສ້າງຊາດໝາຍເຖິງການຈັດຕັ້ງແລະບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນຊັ້ນ,ຊັ້ນຄົນ,ຊົນເຜົ່າ,ສາສະໜາ,ເພດ,ໄວຊຶ່ງເຄື່ອນໄຫວຕາມກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດ.ແຕ່ການຈັດຕັ້ງທີ່ເປັນພາຄີນັ້ນຍັງຮັກສາຄວາມເປັນເອກະລາດໃນການເຄື່ອນໄຫວວຽກງານຕາມລະບຽບກົດໝາຍສະເພາະຂອງຕົນຢູ່;ການຈັດຕັ້ງທີ່ເປັນພາຄີນັ້ນຄັດເລືອກຕົວແທນຂອງຕົນເຂົ້າເປັນກໍາມະການແນວລາວສ້າງຊາດ; 2.ສໍາພັນທາງການເມືອງໝາຍເຖິງການເຕົ້າໂຮມການຈັດຕັ້ງການເມືອງ,ອົງການຈັດຕັ້ງການເມືອງສັງຄົມ,ອົງການຈັດຕັ້ງສັງຄົມແລະບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົມຊັ້ນ,ຊັ້ນຄົນ,ຊົນເຜົ່າ,ສາສະໜາ,ເພດ,ໄວລວມທັງຕົວແທນຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດໃຫ້ເປັນກ້ອນກໍາລັງທີ່ມີການຈັດຕັ້ງຢ່າງກວ້າງຂວາງເພື່ອປະຕິບັດຈຸດໝາຍລວມຂອງຊາດ; 3.ພື້ນຖານການເມືອງໝາຍເຖິງແນວລາວສ້າງຊາດທີ່ໄດ້ເຂົ້າຮ່ວມສຶກສາອົບຮົມ,ປຸກລະດົມແລະເຕົ້າໂຮມກໍາລັງແຮງຂອງທົ່ວປວງຊົນເຂົ້າໃນການປົກປັກຮັກສາ,ສ້າງສາພັດທະນາປະເທດຊາດ,ປະກອບສ່ວນເຂົ້າໃນການສ້າງ,ປັບປຸງແລະປົກປັກຮັກສາອໍານາດລັດປະຊາທິປະໄຕປະຊາຊົນ. 4.ອົງການຈັດຕັ້ງການເມືອງສັງຄົມໝາຍເຖິງສະຫະພັນກໍາມະບານລາວ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ສະຫະພັນແມ່ຍິງລາວແລະສະຫະພັນນັກຮົບເກົ່າ; 5.ອົງການຈັດຕັ້ງສາກົນໝາຍເຖິງສະຫະພັນ,ສະມາຄົມ,ມູນນິທິ,ສະໂມສອນແລະອື່ນໆ; 6.ສະຫະພັນສະໝັກໃຈໝາຍເຖິງການຈັດຕັ້ງແລະບຸກຄົນທີ່ເຂົ້າເປັນພາຄີຂອງແນວລາວສ້າງຊາດດ້ວຍຄວາມຕື່ນຕົວ,ສະໝັກໃຈແລະເຫັນດີເຫັນພ້ອມກັບກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດ; 7.ຄະນະກໍາມະການແນວລາວສ້າງຊາດໝາຍເຖິງການຈັດຕັ້ງຂອງແນວລາວສ້າງຊາດແຕ່ລະຂັ້ນຊຶ່ງປະກອບດ້ວຍປະທານ,ຮອງປະທານແລະກໍາມະການໂດຍແມ່ນກອງປະຊຸມໃຫຍ່,ກອງປະຊຸມສາມັນຫຼືກອງປະຊຸມວິສາມັນຂັ້ນນັ້ນເປັນຜູ້ຮັບຮອງເອົາ; 8.ກໍາມະການແນວລາວສ້າງຊາດໝາຍເຖິງບຸກຄົນທີ່ສັງກັດຢູ່ໃນຄະນະກໍາມະການແນວລາວສ້າງຊາດຊຶ່ງເປັນຕົວແທນໃຫ້ແກ່ບັນດາອົງການຈັດຕັ້ງ,ຊົນຊັ້ນ,ຊັ້ນຄົນ,ຊົນເຜົ່າ,ສາສະໜາ,ເພດ,ໄວແລະຕົວແທນຊາວລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບແນວລາວສ້າງຊາດ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບແນວລາວສ້າງຊາດ ລັດຮັບຮູ້ແນວລາວສ້າງຊາດເປັນອົງການຈັດຕັ້ງໜຶ່ງທີ່ສໍາຄັນຂອງລະບົບການເມືອງແຫ່ງສປປລາວແລະມີນະໂຍບາຍປຸກລະດົມ,ຊຸກຍູ້,ສົ່ງເສີມການຈັດຕັ້ງແລະບຸກຄົນໃນສັງຄົມໃຫ້ເຂົ້າຮ່ວມໃນການເຄື່ອນໄຫວວຽກງານ,ປະຕິບັດຕາມກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດກໍ່ຄືແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ. ລັດສົ່ງເສີມແລະອໍານວຍຄວາມສະດວກດ້ານຕ່າງໆເພື່ອຮັບປະກັນໃຫ້ແນວລາວສ້າງຊາດປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນໄດ້ເປັນຢ່າງດີເປັນຕົ້ນການປະກອບບຸກຄະລາກອນ,ພາຫະນະອຸປະກອນ,ງົບປະມານແລະການຊອກແຫຼ່ງລາຍຮັບຕາມລະບຽບກົດໝາຍ.

...ມາດຕາ 5 ຫຼັກການການຈັດຕັ້ງແລະການເຄື່ອນໄຫວຂອງແນວລາວສ້າງຊາດ

ມາດຕາ 5 ຫຼັກການການຈັດຕັ້ງແລະການເຄື່ອນໄຫວຂອງແນວລາວສ້າງຊາດ ແນວລາວສ້າງຊາດຈັດຕັ້ງແລະເຄື່ອນໄຫວບົນພື້ນຖານຫຼັກການຕົ້ນຕໍດັ່ງນີ້: 1.ຕື່ນຕົວ,ສະໝັກໃຈ; 2.ປະຕິບັດຕາມກົດລະບຽບແລະໂຄງການດໍາເນີນງານທີ່ສອດຄ່ອງກັບລັດຖະທໍາມະນູນແລະກົດໝາຍ; 3.ລວມສູນປະຊາທິປະໄຕ; 4.ປຶກສາຫາລືຢ່າງມີປະຊາທິປະໄຕ,ປະສານສົມທົບແລະເປັນເອກະພາບໃນການເຄື່ອນໄຫວ.

...ມາດຕາ 6 ການຮ່ວມມືສາກົນ

ມາດຕາ 6 ການຮ່ວມມືສາກົນ ລັດສົ່ງເສີມ,ຊຸກຍູ້ໃຫ້ແນວລາວສ້າງຊາດພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນບົດຮຽນ,ສ້າງພະນັກງານ,ຍາດແຍ່ງການສະໜັບສະໜູນແລະຊ່ວຍເຫຼືອເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດມີຄວາມເຂັ້ມແຂງ,ມີປະສິດທິຜົນແລະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊາດໃນການຮ່ວມມືແລະການພັດທະນາລວມທັງສະໜອບສະໜູນຂະບວນການຕໍ່ສູ້ເພື່ອສັນຕິພາບແລະຄວາມກ້າຍໜ້າທາງສັງຄົມຢູ່ໃນໂລກ.

..ໝວດທີ 2 ແນວລາວສ້າງຊາດ


...ມາດຕາ 7 ທີ່ຕັ້ງຂອງແນວລາວສ້າງຊາດ

ມາດຕາ 7 ທີ່ຕັ້ງຂອງແນວລາວສ້າງຊາດ ແນວລາວສ້າງຊາດແມ່ນພາກສ່ວນໜຶ່ງໃນລະບົບການເມືອງແຫ່ງສປປລາວໂດຍແມ່ນພັກປະຊາຊົນປະຕິວັດລາວເປັນແກນນໍາ,ທັງເປັນພື້ນຖານການເມືອງໜຶ່ງຂອງລະບົບປະຊາທິປະໄຕປະຊາຊົນ.

...ມາດຕາ 8 ພາລະບົດບາດຂອງແນວລາວສ້າງຊາດ

ມາດຕາ 8 ພາລະບົດບາດຂອງແນວລາວສ້າງຊາດ ແນວລາວສ້າງຊາດມີພາລະບົດບາດຕົ້ນຕໍດັ່ງນີ້: 1.ສ້າງ,ປັບປຸງກໍາລັງແຮງທົ່ວປວງຊົນແລະເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ; 2.ສຶກສາອົບຮົມ,ປຸກລະດົມປວງຊົນລາວບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ; 3.ເສີມຂະຫຍາຍສິດເປັນເຈົ້າ,ປົກປັກຮັກສາວັດທະນະທໍາ,ຮີດຄອງປະເພນີອັນດີງາມ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າແລະຊັນຄົນຕ່າງໆ; 4.ເປັນບ່ອນສ່ອງແສງມານະຈິດ,ຄວາມມຸ່ງມາດປາດຖະໜາແລະຄວາມຄິດຄວາມເຫັນຂອງປະຊາຊົນລາວບັນດາເຜົ່າ; 5.ເປັນໃຈກາງປະສານສົມທົບກັບພາຄີຂອງຕົນ.

...ມາດຕາ 9 ສິດແລະໜ້າທີ່ຂອງແນວລາວສ້າງຊາດ

ມາດຕາ 9 ສິດແລະໜ້າທີ່ຂອງແນວລາວສ້າງຊາດ ແນວລາວສ້າງຊາດມີສິດແລະໜ້າທີ່ຕົນຕໍດັ່ງນີ້: 1.ເຕົ້າໂຮຄວາມສາມັກຄີປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນແລະຕ່າງປະເທດ; 2.ສະເໜີສ້າງຮ່າງກົດໝາຍແລະສ້າງນິຕິກໍາອື່ນຕາມພາລະບົດບາດແລະຄວາມຮັບຜິດຊອບຂອງຕົນ; 3.ໂຄສະນາ,ສຶກສາອົບຮົມ,ປຸກລະດົມ,ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າໃນການປະຕິບັດແນວທາງ,ນະໂຍບາຍ,ລັດຖະທໍາມະນູນ.ກົດໝາຍແລະແຜນພັດທະນາເສດຖະກິດສັງຄົມຂອງຊາດໃນແຕ່ລະໄລຍະ; 4.ເກັບກໍາຄໍາຄິດຄໍາເຫັນ,ຄໍາສະເໜີຂອງປະຊາຊົນລາວບັນດາເຜົ່າ,ຊັ້ນຄົນ,ສາສະໜາ,ເພດ,ໄວເພື່ອສະເໜີຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງ; 5.ສະເໜີບຸກຄະລາກອນຂອງຕົນ,ປະກອບຄໍາເຫັນກ່ຽວກັບບຸກຄະລາກອນຂອງພາກສ່ວນອື່ນທີ່ເປັນຕົວແທນຂອງປະຊາຊົນອອກສະໝັກຮັບເລືອກຕັ້ງເຂົ້າໃນອົງການຈັດຕັ້ງການເມືອງ,ສະພາແຫ່ງຊາດແລະອົງການຈັດຕັ້ງອື່ນຕາມລະບຽບການ; 6.ເຂົ້າຮ່ວມການປັບປຸງອໍານາດລັດປະຊາທິປະໄຕປະຊາຊົນ,ຕິດຕາມ,ກວດກາການເຄື່ອນໄຫວຂອງອົງການລັດບໍລິຫານ,ສະມາຊິກສະພາແຫ່ງຊາດ,ສານປະຊາຊົນ,ອົງການໄອຍະການປະຊາຊົນ,ພະນັກງານແລະລັດຖະກອນທົ່ວໄປ; 7.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ,ອົງການຈັດຕັ້ງພາຄີ,ປະຊາຊົນລາວບັນດາເຜົ່າແລະເຂົ້າຮ່ວມການໄກ່ເກ່ຍຂໍ້ຂັດແຍ່ງຕາມພາລະບົດບາດຂອງຕົນ; 8.ປະກອບສ່ວນປົກປັກຮັກສາ,ເສີມຂະຫຍາຍມູນເຊື່ອຮັກຊາດ,ວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ; 9.ຖ່າຍທອດຄວາມຮູ້,ບົດຮຽນ,ປະສົມການແລະມູນເຊື້ອອັນດີງາມຂອງແນວລາວສ້າງຊາດໃຫ້ແກ່ຄົນຮຸ່ນຫຼັງ; 10.ເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງປະຊາຊົນລາວບັນດາເຜົ່າກັບປະຊາຊົນບັນດາປະເທດໃນພາກພື້ນແລະໃນໂລກ.

..ໝວດທີ 3 ລະບົບການຈັດຕັ້ງຂອງແນວລາວສ້າງຊາດ


...ມາດຕາ 10 ລະບົບການຈັດຕັ້ງຂອງແນວລາວສ້າງຊາດ

ມາດຕາ 10 ລະບົບການຈັດຕັ້ງຂອງແນວລາວສ້າງຊາດ ລະບົບການຈັດຕັ້ງຂອງແນວລາວສ້າງຊາດປະກອບດ້ວຍ: 1.ສູນກາງແນວລາວສ້າງຊາດ; 2.ແນວລາວສ້າງຊາດແຂວງ,ນະຄອນ; 3.ແນວລາວສ້າງຊາດເມືອງ,ເທດສະບານ; 4.ແນວລາວສ້າງຊາດບ້ານ.

...ມາດຕາ 11 ໂຄງປະກອບຂອງແນວລາວສ້າງຊາດ

ມາດຕາ 11 ໂຄງປະກອບຂອງແນວລາວສ້າງຊາດ ແນວລາວສ້າງຊາດແຕ່ລະຂັ້ນມີໂຄງປະກອບບຸກຄະລາກອນດັ່ງນີ້: -ປະທານແນວລາວສ້າງຊາດ; -ຮອງປະທານແນວລາວສ້າງຊາດ; -ກໍາມະການແນວລາວສ້າງຊາດ. ສໍາລັບໂຄງປະກອບການຈັດຕັ້ງຂອງແນວລາວສ້າງຊາດແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 12 ສິດແລະໜ້າທີ່ຂອງປະທານແນວລາວສ້າງຊາດ

ມາດຕາ 12 ສິດແລະໜ້າທີ່ຂອງປະທານແນວລາວສ້າງຊາດ ປະທານແນວລາວສ້າງຊາດແຕ່ລະຂັ້ນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຊີ້ນໍາການສ້າງແຜນການ,ແຜນງານ,ໂຄງການລະອຽດຂັ້ນຂອງຕົນໂດຍສອດຄ່ອງກັບແນວທາງນະໂຍບາຍຂອງພັດ,ລະບຽບກົດໝາຍຂອງລັດ,ໂຄງການດໍາເນີນງານແລະມະຕິກອງປະຊຸມໃຫຍ່ຂອງແນວລາວສ້າງຊາດແລະແນະນໍາການຈັດຕັ້ງປະຕິບັດ; 2.ປຶກສາຫາລື,ປະສານສົມທົບກ່ຽກກັບວຽກງານແນວລາວສ້າງຊາດກັບອົງການຈັດຕັ້ງພັກ,ລັດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະບຸກຄົນອື່ນທີ່ກ່ຽວຂ້ອງເປັນຕົ້ນການຈັດຕັ້ງແລະບຸກຄົນທີ່ເປັນພາຄີ; 3.ປະກອບຄໍາຄິດຄໍາເຫັນ,ສະເໜີບັນຫາຕ່າງໆກ່ຽວກັບແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດທີ່ພົວພັນເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. 4.ເປັນຜູ້ຕົກລົງ,ຮຽກໂຮມທັງເປັນປະທານກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາມັນຂັ້ນລຸ່ມ; 5.ຊຸກຍູ້,ຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດຂັ້ນຂອງຕົນແລະຂັ້ນລຸ່ມ; 6.ໄດ້ຮັບຂໍ້ມູນຂ່າວສານຕ່າງໆຈາກອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ; 7.ພົວພັນແລະຮ່ວມມືກັບຕ່າງປະເທດຕາມຄວາມຮັບຜິດຊອບແລະລະບຽບກົດໝາຍ; 8.ລາຍງານສະພາບວຽກງານແນວລາວສ້າງຊາດຕໍ່ຂັ້ນເທິງແລະພາກສ່ວນອື່ນທີ່ກ່ຽວຂ້ອງຕາມລະບຽບການ.

...ມາດຕາ 13 ສິດແລະໜ້າທີ່ຂອງຮອງປະທານແນວລາວສ້າງຊາດ

ມາດຕາ 13 ສິດແລະໜ້າທີ່ຂອງຮອງປະທານແນວລາວສ້າງຊາດ ຮອງປະທານແນວລາວສ້າງຊາດແຕ່ລະຂັ້ນມີສິດແລະໜ້າທີ່ຊ່ວຍປະທານແນວລາວສ້າງຊາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານລວມແລະຮັບຜິດຊອບວຽກງານໍານວນໜຶ່ງຕາມການມອບໝາຍຂອງປະທານແນວລາວສ້າງຊາດ. ໃນກໍລະນີທີ່ປະທານແນວລາວສ້າງຊາດຕິດຂັດແມ່ນຮອງປະທານແນວລາວສ້າງຊາດຜູ້ທີ່ຖືກມອບໝາຍຈາກປະທານນັ້ນເປັນຜູ້ວ່າການແທນ.

...ມາດຕາ 14 ສິດແລະໜ້າທີ່ຂອງກໍາມະການແນວລາວສ້າງຊາດ

ມາດຕາ 14 ສິດແລະໜ້າທີ່ຂອງກໍາມະການແນວລາວສ້າງຊາດ ກໍາມະການແນວລາວສ້າງຊາດແຕ່ລະຂັ້ນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າ,ເຊື່ອມຊຶມແລະຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ.ລະບຽບກົດໝາຍຂອງລັດ,ມະຕິຂອງກອງປະຊຸມ,ກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດ; 2.ໂຄສະນາ,ເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ມະຕິຂອງກອງປະຊຸມ,ກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດໃຫ້ທົ່ວສັງຄົມເຂົ້າໃນຢ່າງເລິກເຊິ່ງແລະປຸກລະດົມປະຊາຊົນລາວບັນດາເຜົ່າຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ; 3.ແນະນໍາ,ຊ່ວຍເຫຼືອ,ຕິດຕາມ,ກວດກາການປະຕິບັດວຽກງານກ່ຽວກັບແນວລາວສ້າງຊາດຕາມລະບຽບກົດໝາຍແລະຕາມການມອບໝາຍຂອງປະທານແນວລາວສ້າງຊາດຂັ້ນຂອງຕົນ; 4.ເຂົ້າຮ່ວມກອງປະຊຸມຕ່າງໆຕາມການເຊື້ອເຊີນ; 5.ເຂົ້າຮ່ວມກາານໄກ່ເກ່ຍຂໍ້ຂັດແຍ່ງຕາມຄວາມຮັບຜິດຊອບຂອງຕົນ; 6.ພົວພັນ,ຕິດແທດກັບຮາກຖານ,ປະຊາຊົນລາວບັນດາເຜົ່າແລະປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ; 7.ໄດ້ຮັບຂໍ້ມູນຂ່າວສານແລະນະໂຍບາຍຕ່າງໆຕາມລະບຽບການ; 8.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນແລະຂໍທິດຊີ້ນໍາຈາກປະທານແນວລາວສ້າງຊາດຂັ້ນຂອງຕົນ.

..ໝວດທີ 4 ພາຄີຂອງແນວລາວສ້າງຊາດ


...ມາດຕາ 15 ພາຄີຂອງແນວລາວສ້າງຊາດ

ມາດຕາ 15 ພາຄີຂອງແນວລາວສ້າງຊາດ ພາຄີຂອງແນວລາວສ້າງຊາດປະກອບດ້ວຍ: 1.ພາຄີທີ່ເປັນການຈັດຕັ້ງ:ອົງການຈັດຕັ້ງການເມືອງ,ອົງການຈັດຕັ້ງການເມືອງສັງຄົມແລະອົງການຈັດຕັ້ງສັງຄົມ; 2.ພາຄີທີ່ເປັນບຸກຄົນຊຶ່ງເປັນຕົວແທນໃຫ້ແກ່ຊົນຊັ້ນ,ຊັ້ນຄົນ,ຊົນເຜົ່າ,ສາສະໜາ,ເພດ,ໄວລວມທັງຕົວແທນຊາວລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ.

...ມາດຕາ 16 ເງື່ອນໄຂການເຂົ້າເປັນພາຄີຂອງແນວລາວສ້າງຊາດ

ມາດຕາ 16 ເງື່ອນໄຂການເຂົ້າເປັນພາຄີຂອງແນວລາວສ້າງຊາດ ການເຂົ້າເປັນພາຄີຂອງແນວລາວສ້າງຊາດມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ມີນໍ້າໃຈຮັກຊາດ,ມີຄວາມກ້າວໜ້າ,ມີບົດບາດ,ໄດ້ຮັບຄວາມເຊື່ອຖືກຢູ່ໃນທ້ອງຖິ່ນຂອງຕົນ; 2.ມີຄວາມຕື່ນຕົວ,ສະໝັກໃຈ; 3.ມີຄວາມສາມາດເຕົ້າໂຮມຄວາມສາມັກຄີປອງດອງຢ່າງກວ້າງຂວາງ; 4.ມີຄວາມເຫັນດີເຫັນພ້ອມແລະປະຕິບັດລະບຽບກົດໝາຍ,ໂຄງການດໍາເນີນງານແລະກົດລະບຽບຂອງແນວລາວສ້າງຊາດ; 5.ໄດ້ຮັບການເຫັນດີຈາກຄະນະກໍາມະການແນວລາວສ້າງຊາດຂັ້ນທີ່ກ່ຽວຂ້ອງ.

...ມາດຕາ 17 ສິດຂອງພາຄີແນວລາວສ້າງຊາດ

ມາດຕາ 17 ສິດຂອງພາຄີແນວລາວສ້າງຊາດ ພາຄີຂອງແນວລາວສ້າງຊາດມີສິດຕົ້ນຕໍດັ່ງນີ້: 1.ຊອກຮູ້,ເກັບກໍາຂໍ້ມູນ,ຂ່າວສານ,ຄວາມມຸ່ງມາດປາຖະໜາ,ຄວາມຂັດຂ້ອງໝອງໃຈຂອງປະຊາຊົນລາວບັນດາເຜົ່າ; 2.ປຶກສາຫາລືແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຄໍາສະເໜີຂອງປະຊາຊົນ; 3.ສະເໜີຖາມ,ຕໍານິສົ່ງຂ່າວ,ປະກອບຄໍາເຫັນກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງແນວລາວສ້າງຊາດ; 4.ປະສານສົມທົບກັບຄະນະກໍາມະການແນວລາວສ້າງຊາດຂັ້ນທີ່ກ່ຽວຂ້ອງໃນການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຕົນແນໃສ່ປຸກລະດົມປະຊາຊົນເຂົ້າໃນການປະຕິບັດວຽກງານແນວລາວສ້າງຊາດ; 5.ປະກອບຄໍາຄິດຄໍາເຫັນກ່ຽວກັບແນວທາງນະໂຍບາຍຂອງພັກແລະລະບຽບກົດໝາຍຂອງລັດ; 6.ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນຕາມລະບຽບກົດໝາຍ; 7.ສະເໜີຕົວແທນຂອງຕົນເຂົ້າຮັບການແຕ່ງຕັ້ງເປັນຄະນະກໍາມະການແນວລາວສ້າງຊາດຂັ້ນຕ່າງໆ; 8.ໄດ້ຮັບຂໍ້ມູນ,ຂ່າວສານກ່ຽວກັບການເຄື່ອນໄຫວຂອງແນວລາວສ້າງຊາດ.

...ມາດຕາ 18 ໜ້າທີ່ຂອງພາຄີແນວລາວສ້າງຊາດ

ມາດຕາ 18 ໜ້າທີ່ຂອງພາຄີແນວລາວສ້າງຊາດ ພາຄີຂອງແນວລາວສ້າງຊາດມີໜ້າທີ່ຕົ້ນຕໍດັ່ງນີ້: 1.ເຕົ້າໂຮມຄວາມສາມັກຄີ,ໂຄສະນາ,ປຸກລະດົມປະຊາຊົນປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ແຜນພັດທະນາເສດຖະກິດສັງຄົມຂອງຊາດແລະໂຄງການດໍາເນີນງານຂອງແນວລາວສ້າງຊາດ; 2.ປະຕິບັດກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດໃຫ້ມີປະສິດທິຜົນ; 3.ຊຸກຍູ້ບັນດາການຈັດຕັ້ງຂອງຕົນໃຫ້ປະຕິບັດນະໂຍບາຍສາມັກຄີທົ່ວປວງຊົນແລະເຂົ້າຮ່ວມວຽກງານແນວລາວສ້າງຊາດເປັນຕົ້ນຢູ່ຮາກຖານ: 4.ເຂົ້າຮ່ວມຂົນຂວາຍການສ້າງຕັ້ງແລະພັດທະນາກອງທຶນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າແລະບັນຫາອື່ນໆ; 5.ພົວພັນແລະຮ່ວມມືກັບບັນດາອົງການຈັດຕັ້ງແລະບຸກຄົນທີ່ບໍ່ເປັນພາຄີຂອງແນວລາວສ້າງຊາດເພື່ອຮ່ວມກັນພັດທະນາ; 6.ສະຫຼຸບແລະລາຍງານການປະຕິບັດໜ້າທີ່ວຽກງານຂອງຕົນແລະຄວາມມຸ່ງມາດປາຖະໜາຂອງປະຊາຊົນໃຫ້ຄະນະກໍາມະການແນວລາວສ້າງຊາດຕາມລະບຽບການ.

..ໝວດທີ 5 ກອງປະຊຸມຂອງແນວລາວສ້າງຊາດ


...ມາດຕາ 19 ປະເພດກອງປະຊຸມ

ມາດຕາ 19 ປະເພດກອງປະຊຸມ ກອງປະຊຸມຂອງແນວລາວສ້າງຊາດມີສາມປະເພດດັ່ງນີ້: 1.ກອງປະຊຸມໃຫຍ່; 2.ກອງປະຊຸມສາມັນ; 3.ກອງປະຊຸມວິສາມັນ.

...ມາດຕາ 20 ກອງປະຊຸມໃຫຍ່

ມາດຕາ 20 ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ແມ່ນກອງປະຊຸມຜູ້ແທນແນວລາວສ້າງຊາດທົ່ວປະເທດ,ແຂວງ,ນະຄອນ,ເມືອງ,ເທດສະບານຊຶ່ງຫ້າປີໃດເປີດຂຶ້ນເທື່ອໜຶ່ງໂດຍແມ່ນປະທານແນວລາວສ້າງຊາດຂັ້ນນັ້ນເປັນຜູ້ຮຽກໂຮມ.ກ່ອນຈະມີກອງປະຊຸມໃຫຍ່ນັ້ນປະທານແນວລາວສ້າງຊາດຕ້ອງໄດ້ແຈ້ງໄປຍັງກໍາມະການແນວລາວສ້າງຊາດຂັ້ນຂອງຕົນແລະການຈັດຕັ້ງແນວລາວສ້າງຊາດຂັ້ນລຸ່ມຮັບຊາບກ່ອນໜຶ່ງປີ. ສໍາລັບກອງປະຊຸມໃຫຍ່ແນວລາວສ້າງຊາດບ້ານແມ່ນສາມປີໃດເປີດຂຶ້ນເທື່ອໜຶ່ງໂດຍແມ່ນປະທານແນວລາວສ້າງຊາດບ້ານນັ້ນເປັນຜູ້ຮຽກໂຮມແລະແຈ້ງໃຫ້ກໍາມະການແນວລາວສ້າງຊາດບ້ານຮູ້ລ່ວງໜ້າກ່ອນຫົກເດືອນ. ໃນກໍລະນີທີ່ມີຄວາມຈໍາເປັນກອງປະຊຸມໃຫຍ່ຈະເປີດຂຶ້ນກ່ອນຫຼືຫຼັງກໍານົດເວລາດັ່ງກ່າວກໍ່ໄດ້ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງແນວລາວສ້າງຊາດ.

...ມາດຕາ 21 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່

ມາດຕາ 21 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າແລະຮັບຮອງເອົາບົດລາຍງານການເມືອງ; 2.ຄົ້ນຄວ້າແລະຮັບຮອງເອົາການປັບປຸງກົດລະບຽບແລະໂຄງການດໍາເນີນງານຂອງແນວລາວສ້າງຊາດສໍາລັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ; 3.ພິຈາລະນາແລະຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດຊຸດໃໝ່ຕາມການສະເໜີຂອງປະທານແນວລາວສ້າງຊາດຊຸດເກົ່າທີ່ເປັນປະທານກອງປະຊຸມ,ຈາກນັ້ນຄະນະກໍາມະການແນວລາວສ້າງຊາດຊຸດໃໝ່ຈຶ່ງເລືອກເອົາປະທານກອງປະຊຸມແລ້ວດໍາເນີນກອງປະຊຸມຄັ້ງປະຖົມມະລຶກເພື່ອພິຈາລະນາແລະຮັບຮອງເອົາປະທານແລະບັນດາຮອງປະທານຄະນະກໍາມະການແນວລາວສ້າງຊາດຕາມການສະເໜີຂອງປະທານກອງປະຊຸມນັ້ນ; 4.ພິຈາລະນາບັນຫາສໍາຄັນຕ່າງໆທີ່ເຫັນວ່າມີຄວາມຈໍາເປັນ; 5.ຮັບຮອງເອົາມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດຂັ້ນຂອງຕົນ.

...ມາດຕາ 22 ກອງປະຊຸມສາມັນ

ມາດຕາ 22 ກອງປະຊຸມສາມັນ ກອງປະຊຸມສາມັນແມ່ນກອງປະຊຸມຄົບຄະນະກໍາມະການແນວລາວສ້າງຊາດປະຈໍາປີໂດຍແມ່ນປະທານແນວລາວສ້າງຊາດຂັ້ນນັ້ນເປັນຜູ້ຮຽກໂຮມແລະເປັນປະທານກອງປະຊຸມ. ກ່ອນເປີດກອງປະຊຸມນັ້ນປະທານແນວລາວສ້າງຊາດຕ້ອງແຈ້ງໄປຍັງຄະນະກໍາມະການຂັ້ນຂອງຕົນແລະການຈັດຕັ້ງແນວລາວສ້າງຊາດຂັ້ນລຸ່ມຮັບຊາບກ່ອນສາມເດືອນ,ກອງປະຊຸມສາມັນຕ້ອງມີກໍາມະການແນວລາວສ້າງຊາດເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນກໍາມະການທັງໝົດຈຶ່ງສາມາດເປີດກອງປະຊຸມໄດ້.ນອກຈາກບັນດາກໍາມະການແນວລາວສ້າງຊາດແລ້ວກໍ່ສາມາດເຊີນຄະນະກໍາຂອງການຈັດຕັ້ງແລະບຸກຄົນອື່ນທີ່ກ່ຽວຂ້ອງເຂົາຮ່ວມນໍາ.

...ມາດຕາ 23 ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາ 23 ສິດແລະໜ້າທີ່ຂອງກອງປະຊຸມສາມັນ ກອງປະຊຸມສາມັນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວໃນປີຜ່ານມາ,ທິດທາງໜ້າທີ່ວຽກງານໃນຕໍ່ໜ້າຂອງຄະນະກໍາມະການແນວລາວສ້າງຊາດຂັ້ນຂອງຕົນ; 2.ຄົ້ນຄວ້າ,ປະກອບຄໍາເຫັນແລະຕົກລົງບັນຫາສໍາຄັນຕ່າງໆທີ່ກອງປະຊຸມຍົກຂຶ້ນ; 3.ຄົ້ນຄວ້າແລະຮັບຮອງເອົາການສະເໜີການປັບປຸງການຈັດຕັ້ງແລະການເພີ່ມເຕີມກໍາມະການແນວລາວສ້າງຊາດຂັ້ນຂອງຕົນເມື່ອມີຄວາມຈໍາເປັນ; 4.ພິຈາລະນາແລະຕົກລົງຮັບເອົາການຈັດຕັ້ງຫຼືບຸກຄົນທີ່ເປັນຕົວແທນໃດໜຶ່ງເຂົ້າເປັນພາຄີຂອງແນວລາວສ້າງຊາດໃນຂັ້ນຂອງຕົນ; 5.ຮັບຮອງເອົາມະຕິກອງປະຊຸມແນວລາວສ້າງຊາດຂັ້ນຂອງຕົນ.

...ມາດຕາ 24 ກອງປະຊຸມວິສາມັນ

ມາດຕາ 24 ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມທີ່ໄດ້ເປີດຂຶ້ນໃນລະຫວ່າງສອງກອງປະຊຸມສາມັນເພື່ອພິຈາລະນາບັນຫາສໍາຄັນທີ່ຈໍາເປັນແລະຮີບດ່ວນຕາມການສະເໜີຂອງກອງປະຊຸມປະທານແລະຮອງປະທານຫຼືຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນກໍາມະການແນວລາວສ້າງຊາດທັງໝົດໃນຂັ້ນນັ້ນແລະຕ້ອງໃຫ້ມີກໍາມະການແນວລາວສ້າງຊາດເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນກໍາມະການທັງໝົດໂດຍແມ່ນປະທານແນວລາວສ້າຊາດຂັ້ນນັ້ນເປັນຜູ້ຮຽກໂຮມແລະເປັນປະທານກອງປະຊຸມ.

...ມາດຕາ 25 ມະຕິກອງປະຊຸມ

ມາດຕາ 25 ມະຕິກອງປະຊຸມ ກອງປະຊຸມໃຫຍ່,ກອງປະຊຸມສາມັນຫຼືກອງປະຊຸມວິສາມັນຕ້ອງມີມະຕິຂອງຕົນ. ມະຕິກອງປະຊຸມດັ່ງກ່າວຈະມີຄຸນຄ່ານໍາໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບສຽງສ່ວນຫຼາຍຂອງຈໍານວນຜູ້ແທນສົມບູນທີ່ເຂົ້າຮ່ວມສໍາລັບກອງປະຊຸມໃຫຍ່ຫຼືຈາກກໍາມະການແນວລາວສ້າງຊາດຂັ້ນຂອງຕົນທີ່ເຂົ້າຮ່ວມສໍາລັບກອງປະຊຸມສາມັນແລະກອງປະຊຸມວິສາມັນ.

..ໝວດທີ 6 ການເງິນແລະງົບປະມານຂອງແນວລາວສ້າງຊາດ


...ມາດຕາ 26 ແຫຼ່ງລາຍຮັບ

ມາດຕາ 26 ແຫຼ່ງລາຍຮັບ ແຫຼ່ງລາຍຮັບຂອງແນວລາວສ້າງຊາດແຕ່ລະຂັ້ນມີດັ່ງນີ້: 1.ລາຍຮັບຈາກງົບປະມານຂອງລັດ; 2.ລາຍຮັບຈາກການເຄື່ອນໄຫວຫາລາຍໄດ້ທີ່ຖືກຕ້ອງຕາມກົດໝາຍຂອງແນວລາວສ້າງຊາດແຕ່ລະຂັ້ນ; 3.ລາຍຮັບຈາກການຊ່ວຍເຫຼືອຂອງການຈັດຕັ້ງ,ບຸກຄົນທັງພາຍໃນແລະຕ່າງປະເທດ; 4.ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

...ມາດຕາ 27 ການຄຸ້ມຄອງລາຍຮັບ

ມາດຕາ 27 ການຄຸ້ມຄອງລາຍຮັບ ແນວລາວສ້າງຊາດແຕ່ລະຂັ້ນຄຸ້ມຄອງລາຍຮັບຂອງຕົນ,ປະຕິບັດລະບອບບັນຊີຕາມລະບຽບກົດໝາຍກ່ຽວກັບການເງິນແລະງົບປະມານ.

...ມາດຕາ 28 ການນໍາໃຊ້ລາຍຮັບ

ມາດຕາ 28 ການນໍາໃຊ້ລາຍຮັບ ແນວລາວສ້າງຊາດແຕ່ລະຂັ້ນນໍາໃຊ້ລາຍຮັບເຂົ້າໃນວຽກງານດັ່ງນີ້: 1.ການເຄື່ອນໄຫວວຽກງານຫຼືການຂະຫຍາຍກິດຈະການຕ່າງໆຕາມແຜນການຂອງແນວລາວສ້າງຊາດ; 2.ການກະກຽມແລະດໍາເນີນກອງປະຊຸມໃຫຍ່,ກອງປະຊຸມສາມັນລະກອງປະຊຸມວິສາມັນຂັ້ນຂອງຕົນ; 3.ການອຸປະຖໍາແລະສະໜັບສະໜູນການຈັດຕັ້ງຫຼືພາກສ່ວນອື່ນຕາມເງື່ອນໄຂຕົວຈິງ; 4.ການປະຕິບັດນະໂຍບາຍຕ່າງໆແລະວຽກງານອື່ນຂອງແນວລາວສ້າງຊາດຕາມລະບຽບການ.

..ໝວດທີ 7 ຂໍ້ຫ້າມ


...ມາດຕາ 29 ຂໍ້ຫ້າມສໍາລັບກໍາມະການແນວລາວສ້າງຊາດ

ມາດຕາ 29 ຂໍ້ຫ້າມສໍາລັບກໍາມະການແນວລາວສ້າງຊາດ ຫ້າມກໍາມະການແນວລາວສ້າງຊາດມີການກະທໍາດັ່ງນີ້: 1.ສວຍໃຊ້ຕໍາແໜ່ງ,ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ; 2.ຈັດຕັ້ງເປັນກຸ່ມກ້ອນຫຼືແບ່ງແຍກຄວາມສາມັກຄີປະຊາຊົນລາວບັນດາເຜົ່າ,ຄວາມສາມັກຄີພາຍໃນແນວລາວສ້າງຊາດ; 3.ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງການຈັດຕັ້ງ,ລວມໝູ່ຫຼືບຸກຄົນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ; 4.ເມີນເສີຍຕໍ່ການປະຕິບັດໜ້າທີ່ເປັນຕົ້ນບໍ່ເຂົ້າຮ່ວມກອງປະຊຸມໂດຍບໍ່ມີເຫດຜົນ; 5.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 30 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ

ມາດຕາ 30 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ ຫ້າມການຈັດຕັ້ງແລະບຸກຄົນອື່ນມີການກະທໍາດັ່ງນີ້: 1.ຍົກຍ້າຍປະທານ,ຮອງປະທານຫຼືກໍາມະການແນວລາວສ້າງຊາດແຕ່ລະຂັ້ນເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈໍາເປັນໂດຍໄດ້ຮັບຄວາມເຫັນດີຈາກແນວລາວສ້າງຊາດຂັ້ນເທິງຖັດນັ້ນ; 2.ຂັດຂວາງ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ຄະນະກໍາມະການຫຼືພະນັກງານຂອງແນວລາວສ້າງຊາດທີ່ເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ; 3.ລະເມີດສິດ,ຜົນປະໂຫຍດ,ຍັກຍອກ,ສໍ້ໂກງເອົາຊັບສິນຂອງແນວລາວສ້າງຊາດ; 4.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ໝວດທີ 8 ການຄຸ້ມຄອງແລະການກວດກາ


...ມາດຕາ 31 ອົງການຄຸ້ມຄອງວຽກງານແນວລາວສ້າງຊາດ

ມາດຕາ 31 ອົງການຄຸ້ມຄອງວຽກງານແນວລາວສ້າງຊາດ ອົງການຄຸ້ມຄອງວຽກງານແນວລາວສ້າງຊາດປະກອບດ້ວຍ: 1.ສູນກາງແນວລາວສ້າງຊາດ; 2.ແນວລາວສ້າງຊາດແຂວງ,ນະຄອນ; 3.ແນວລາວສ້າງຊາດເມືອງ,ເທດສະບານ; 4.ແນວລາວສ້າງຊາດບ້ານ.

...ມາດຕາ 32 ສິດແລະໜ້າທີ່ຂອງສູນກາງແນວລາວສ້າງຊາດ

ມາດຕາ 32 ສິດແລະໜ້າທີ່ຂອງສູນກາງແນວລາວສ້າງຊາດ ໃນການຄຸ້ມຄອງວຽກງານແນວລາວສ້າງຊາດສູນກາງແນວລາວສ້າງຊາດມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍກ່ຽວກັບແນວລາວສ້າງຊາດເພື່ອສະເໜີຂັ້ນເທິງພິຈາລະນາ; 2.ຫັນເອົາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດສັງຄົມຂອງລັດ,ຍຸດທະສາດ,ແຜນນະໂຍບາຍ,ໂຄງການດໍາເນີນງານ,ມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ເປັນແຜນງານ,ໂຄງການແລະແຜນການລະອຽດແລ້ວຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; 3.ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ກົດລະບຽບ,ໂຄງການດໍາເນີນງານແລະຄໍາແນະນໍາຂອງແນວລາວສ້າງຊາດ; 4.ແນະນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ,ລະບຽບກົດໝາຍກ່ຽວກັບແນວລາວສ້າງຊາດໃນຂອບເຂດທົ່ວປະເທດ; 5.ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ,ຊົນຊັ້ນ,ຊັ້ນຄົນ,ສາສະໜາ,ເພດ,ໄວໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ,ເປັນພົນລະເມືອງດີ,ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແລະເຂົ້າຮ່ວມໃນການປົກປັກຮັກສາແລະພັດທະນາປະເທດຊາດ; 6.ພິຈາລະນາການລົບລ້າງຫຼືການໂຈະການປະຕິບັດມະຕິ,ຄໍາແນະນໍາ,ແຈ້ງການແລະລະບຽບການອື່ນຂອງແນວລາວສ້າງຊາດຂັ້ນລຸ່ມຫຼືສະເໜີໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງລົບລ້າງຫຼືໂຈະການປະຕິບັດນິຕິກໍາດັ່ງກ່າວທີ່ເຫັນວ່າຂັດກັບລະບຽບກົດໝາຍຫຼືມະຕິຂອງຕົນ; 7.ພິຈາລະນາການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະນັກງານແນວລາວສ້າງຊາດຂັ້ນຂອງຕົນ,ການສ້າງຕັ້ງ,ປັບປຸງ,ຍຸບເລີກກົງຈັກຊ່ວຍວຽກ;ແນະນໍາການສ້າງຕັ້ງ,ປັບປຸງຫຼືຍຸບເລີກກົງຈັກການຈັດຕັ້ງຂອງແນວລາວສ້າງຊາດຂັ້ນລຸ່ມ; 8.ຊອກລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດໝາຍເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 9.ພົວພັນ,ປະສານສົມທົບແລະຮ່ວມມືກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງທັງພາຍໃນ,ຕ່າງປະທເດ,ພາກພື້ນແລະສາກົນຕາມລະບຽບການ; 10.ສະຫຼຸບ,ລາຍງານວຽກງານແນວລາວສ້າງຊາດໃນຂອບເຂດທົ່ວປະເທດຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 33 ສິດແລະໜ້າທີ່ຂອງແນວລາວສ້າງຊາດແຂວງ,ນະຄອນ

ມາດຕາ 33 ສິດແລະໜ້າທີ່ຂອງແນວລາວສ້າງຊາດແຂວງ,ນະຄອນ ໃນການຄຸ້ມຄອງວຽກງານແນວລາວສ້າງຊາດແນວລາວສ້າງຊາດແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາມັນຂອງສູນກາງແນວລາວສ້າງຊາດແລະຂອງຕົນມາເປັນແຜນງານ,ໂຄງການແລະແຜນການເພື່ອຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ກົດລະບຽບ,ໂຄງການດໍາເນີນງານແລະຄໍາແນະນໍາຂອງແນວລາວສ້າງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ແນະນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ,ລະບຽບກົດໝາຍກ່ຽວກັບແນວລາວສ້າງຊາດໃນຂອບເຂດແຂວງ,ນະຄອນ; 4.ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ,ຊົນຊັ້ນ,ຊັ້ນຄົນ,ສາສະໜາ,ເພດ,ໄວໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ,ເປັນພົນລະເມືອງດີ,ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແລະເຂົ້າຮ່ວມໃນການປົກປັກຮັກສາ,ພັດທະນາປະເທດຊາດແລະທ້ອງຖິ່ນຂອງຕົນ; 5.ພິຈາລະນາການລົບລ້າງຫຼືໂຈະການປະຕິບັດມະຕິ,ຄໍາແນະນໍາ,ແຈ້ງການແລະລະບຽບການອື່ນຂອງແນວລາວສ້າງຊາດຂັ້ນລຸ່ມຫຼືສະເໜີໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງລົບລ້າງຫຼືໂຈະການປະຕິບັດນິຕິກໍາດັ່ງກ່າວທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຫຼືມະຕິຂອງຕົ; 6.ພິຈາລະນາການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແນ່ງພະນັກງານແນວລາວສ້າງຊາດຂັ້ນຂອງຕົນ,ການສ້າງຕັ້ງ,ປັບປຸງຫຼືຍຸບເລີກກົງຈັກຊ່ວຍວຽກຂອງຕົນ;ແນະນໍາການສ້າງຕັ້ງ,ປັບປຸງຫຼືຍຸບເລີກກົງຈັກການຈັດຕັ້ງຂອງແນວລາວສ້າງຊາດຂັ້ນລຸ່ມ; 7.ຊອກລາຍຮັບດ້ວຍຮູບການຕ່າງທທີ່ຖືກຕ້ອງຕາມກົດໝາຍເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 8.ພົວພັນແລະຮ່ວມມືກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດຕາມການຕົກລົງເຫັນດີຫຼືການມອບໝາຍຈາກຂັ້ນເທິງຂອງຕົນ; 9.ສະຫຼຸບ,ລາຍງານວຽກງານແນວລາວສ້າງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ສູນກາງແນວລາວສ້າງຊາດແລະການຈັດຕັ້ງອື່ນທີ່ກ່ຽວຂ້ອງຂອງແຂວງ,ນະຄອນຢ່າງເປັນປົກກະຕິ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 34 ສິດແລະໜ້າທີ່ຂອງແນວລາວສ້າງຊາດເມືອງ,ເທດສະບານ

ມາດຕາ 34 ສິດແລະໜ້າທີ່ຂອງແນວລາວສ້າງຊາດເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານແນວລາວສ້າງຊາດແນວລາວສ້າງຊາດເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາມັນຂອງຂັ້ນເທິງແລະຂອງຕົນໃຫ້ປາກົດຜົນເປັນຈິງ; 2.ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ກົດລະບຽບ,ໂຄງການດໍາເນີນງານແລະຄໍາແນະນໍາຂອງແນວລາວສ້າງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ແນະນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ,ລະບຽບກົດໝາຍກ່ຽວກັບແນວລາວສ້າງຊາດໃນຂອບເຂດເມືອງ,ເທດສະບານ; 4.ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ,ຊົນຊັ້ນ,ຊັ້ນຄົນ,ສາສະໜາ,ເພດ,ໄວໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ,ເປັນພົນລະເມືອງດີ,ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແລະເຂົ້າຮ່ວມໃນການປົກປັກຮັກສາ,ພັດທະນາປະເທດຊາດແລະທ້ອງຖິ່ນຂອງຕົນ; 5.ພິຈາລະນາການລົບລ້າງຫຼືໂຈະການປະຕິບັດມະຕິ,ຄໍາແນະນໍາ,ແຈ້ງການແລະລະບຽບການອື່ນຂອງແນວລາວສ້າງຊາດບ້ານ,ສະເໜີໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງລົບລ້າງຫຼືໂຈະການປະຕິບັດນິຕິກໍາດັ່ງກ່າວທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍຫຼືມະຕິຂອງແນວລາວສ້າງຊາດ; 6.ພິຈາລະນາການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະນັກງານແນວລາວສ້າງຊາດຂັ້ນຂອງຕົນການສ້າງຕັ້ງ,ປັບປຸງຫຼືຍຸບເລີກກົງຈັກຊ່ວຍວຽກຂອງຕົນເພື່ອສະເໜີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງພິຈາລະນາ; 7.ຊອກລາຍຮັບດ້ວຍຮູບການຕ່າງທທີ່ຖືກຕ້ອງຕາມກົດໝາຍເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 8.ສະຫຼຸບ,ລາຍງານວຽກງານແນວລາວສ້າງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ແນວລາວສ້າງຊາດແຂວງ,ນະຄອນແລະການຈັດຕັ້ງທີ່ກ່ຽວຂ້ອງຂອງເມືອງ,ເທດສະບານຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 35 ສິດແລະໜ້າທີ່ຂອງແນວລາວສ້າງຊາດບ້ານ

ມາດຕາ 35 ສິດແລະໜ້າທີ່ຂອງແນວລາວສ້າງຊາດບ້ານ ໃນການຄຸ້ມຄອງວຽກງານແນວລາວສ້າງຊາດແນວລາວສ້າງຊາດບ້ານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່,ກອງປະຊຸມສາມາດແລະກອງປະຊຸມວິສາມັນຂອງຂັ້ນເທິງແລະຂອງຕົນໃຫ້ປາກົດຜົນເປັນຈິງ; 2.ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ກົດລະບຽບ,ໂຄງການດໍາເນີນງານແລະຄໍາແນະນໍາຂອງແນວລາວສ້າງຊາດໃນຂອບເຂດບ້ານຂອງຕົນ; 3.ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ,ຊົນຊັ້ນ,ຊັ້ນຄົນ,ສາສະໜາ,ເພດ,ໄວໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ,ເປັນພົນລະເມືອງດີ,ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແລະເຂົ້າຮ່ວມໃນການປົກປັກຮັກສາແລະພັດທະນາປະເທດຊາດແລະບ້ານຂອງຕົນ; 4.ເຂົ້າຮ່ວມໃນການໄກ່ເກ່ຍຂໍ້ຂັດແຍ່ງຕ່າງໆພາຍໃນປະຊາຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 5.ຕິດຕາມການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດແລະການພັດທະນາບ້ານຂອງຕົນ; 6.ຊອກລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດໝາຍເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 7.ສະຫຼຸບ,ລາຍງານວຽກງານແນວລາວສ້າງຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ແນວລາວສ້າງຊາດເມືອງ,ເທດສະບານແລະການຈັດຕັ້ງທີ່ກ່ຽວຂ້ອງຂອງບ້ານຢ່າງເປັນປົກກະຕິ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 36 ອົງການກວດກາວຽກງານແນວລາວສ້າງຊາດ

ມາດຕາ 36 ອົງການກວດກາວຽກງານແນວລາວສ້າງຊາດ ອົງການກວດກາວຽກງານແນວລາວສ້າງຊາດແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານແນວລາວສ້າງຊາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງກົດໝາຍສະບັບນີ້.

...ມາດຕາ 37 ສິດແລະໜ້າທີ່ຂອງອົງການກວດກາວຽກງານແນວລາວສ້າງຊາດ

ມາດຕາ 37 ສິດແລະໜ້າທີ່ຂອງອົງການກວດກາວຽກງານແນວລາວສ້າງຊາດ ອົງການກວດກາວຽກງານແນວລາວສ້າງຊາດມີສິດແລະໜ້າທີ່ດັ່ງນີ້: 1.ກວດກາສະພາບການຈັດຕັ້ງປະຕິບັດກົດໝາຍ,ກົດລະບຽບ,ໂຄງການດໍາເນີນງານແລະມະຕິກອງປະຊຸມແນວລາວສ້າງຊາດຂັ້ນຂອງຕົນແລະຂັ້ນລຸ່ມ; 2.ກວດກາການຄຸ້ມຄອງ,ນໍາໃຊ້ແລະປະຕິບັດນະໂຍບາຍຕໍ່ຄະນະກໍາມະການແນວລາວສ້າງຊາດ,ພະນັກງານແລະລັດຖະການຂອງແນວລາວສ້າງຊາດ; 3.ກວດກາການຄຸ້ມຄອງ,ນໍາໃຊ້ງົບປະມານ,ວັດຖຸແລະຊັບສິນຂອງແນວລາວສ້າງຊາດ; 4.ກວດກາການປົກປ້ອງສິດແລະຜົນປະໂຫຍດຂອງຄະນະກໍາມະການແນວລາວສ້າງຊາດ,ພາຄີ,ພະນັກງານແລະວັດຖະກອນຂອງແນວລາວສ້າງຊາດ; 5.ເຂົ້າຮ່ວມຕິດຕາມ,ກວດກາການເຄື່ອນໄຫວຂອງອົງການລັດບໍລິຫານ,ສະມາຊິກສະພາແຫ່ງຊາດ,ສານປະຊາຊົນ,ອົງການໄອຍະການປະຊາຊົນ,ພະນັກງານແລະລັດຖະກອນທົ່ວໄປ; 6.ຕິດຕາມ,ກວດກາການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນຕາມຄວາມຮັບຜິດຊອບຂອງຕົນ; 7.ສະເໜີນໍາໃຊ້ວິທີການແລະມາດຕະການແກ້ໄຂຜົນຂອງການກວດກາ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 38 ປະເພດການກວດກາ

ມາດຕາ 38 ປະເພດການກວດກາ ການກວດກາມີສອງປະເພດດັ່ງນີ້: 1.ການກວດກາພາຍໃນແມ່ນການກວດກາຂອງການຈັດຕັ້ງແນວລາວສ້າງຊາດແຕ່ລະຂັ້ນ; 2.ການກວດກາພາຍນອກແມ່ນການກວດກາຂອງການຈັດຕັ້ງແລະບຸກຄົນພາຍນອກຕໍ່ແນວລາວສ້າງຊາດເຊັ່ນ:ສະພາແຫ່ງຊາດ,ຄະນະກໍາມະການກວດກາ,ອົງການກວດກາລັດ,ອົງການກວດສອບແຫ່ງລັດແລະການກວດກາຂອງພົນລະເມືອງ.

...ມາດຕາ 39 ຮູບການກວດກາ

ມາດຕາ 39 ຮູບການກວດກາ ຮູບການກວດກາມີດັ່ງນີ້: 1. ການກວດກາປົກກະຕິຕາມແຜນການວຽກງານ; 2.ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ. ການກວດກາປົກກະຕິຕາມແຜນການວຽກງານແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ເປົ້າໝາຍຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນຊຶ່ງບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າແມ່ນການກວດກາທີ່ຮີບດ່ວນໂດຍບໍ່ໄດ້ແຈ້ງລ່ວງໜ້າໃຫ້ເປົ້າໝາຍຖືກກວດກາຊາບ.

..ໝວດທີ 9 ລະບອບແບບແຜນວິທີເຮັດວຽກຂອງແນວລາວສ້າງຊາດ


...ມາດຕາ 40 ລະບອບວິທີເຮັດວຽກ

ມາດຕາ 40 ລະບອບວິທີເຮັດວຽກ ແນວລາວສ້າງຊາດມີລະບອບວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕສົມທົບກັບຫຼັກການຕື່ນຕົວ,ສະໝັກໃຈ,ປຶກສາຫາລືຢ່າງມີປະຊາທິປະໄຕເພື່ອຄວາມເປັນເອກະພາບ. ແນວລາວສ້າງຊາດເອົາກອງປະຊຸມເປັນບ່ອນປຶກສາຫາລື,ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນແລະຕົກລົງບັນຫາດ້ວຍການລົງມະຕິຕາມສຽງສ່ວນຫຼາຍ. ຄະນະກໍາມະການແນວລາວສ້າງຊາດເພີ່ມທະວີຄວາມຮັບຜິດຊອບຂອງຕົນໂດຍສົມທົບກັບຄວາມຮັບຜິດຊອບຂອງກໍາມະການແນວລາວສ້າງຊາດ. ໃນເວລາປະສານສົມທົບກັບພາຄີນັ້ນແນວລາວສ້າງຊາດຕ້ອງເຄົາລົບລັກສະນະຄວາມເປັນເອກະລາດຂອງພາຄີດັ່ງກ່າວ.

...ມາດຕາ 41 ແບບແຜນວິທີເຮັດວຽກ

ມາດຕາ 41 ແບບແຜນວິທີເຮັດວຽກ ແນວລາວສ້າງຊາດເຮັດວຽກຢ່າງມີແຜນການ,ແບ່ງງານ,ແບ່ງຄວາມຮັບຜິດຊອບ,ມີການກວດກາ,ສະຫຼຸບ,ຖອດຖອນບົດຮຽນແລະປະຕິບັດລະບອບລາຍງານ,ຂໍຄວາມເຫັນຈາກຂັ້ນເທິງຂອງຕົນ,ປະສານສົມທົບກັບການຈັດຕັ້ງຕ່າງທແລະພາກສ່ວນອື່ນທີ່ກ່ຽວຂ້ອງ,ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນຕາມລະບຽບການ.

..ໝວດທີ 10 ວັນສ້າງຕັ້ງ,ເຄື່ອງໝາຍແລະຕາປະທັບຂອງແນວລາວສ້າງຊາດ


...ມາດຕາ 42 ວັນສ້າງຕັ້ງແນວລາວສ້າງຊາດ

ມາດຕາ 42 ວັນສ້າງຕັ້ງແນວລາວສ້າງຊາດ ວັນສ້າງຕັ້ງແນວລາວສ້າງຊາດແມ່ນວັທີ13ສິງຫາ1950. ແນວລາວສ້າງຊາດແຕ່ລະຂັ້ນຮ່ວມກັບປະຊາຊົນລາວບັນດາເຜົ່າແລະຊັ້ນຄົນຕ່າງໆຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນວັນສາມັກຄີປອງດອງທົ່ວປວງຊົນໃນທຸກໆປີເພື່ອຫວນຄືນເຖິງມູນເຊື້ອປະຫວັດສາດອັນສະຫງານອົງອາດແລະຜົນງານຂອງຕົນ.

...ມາດຕາ 43 ເຄື່ອງໝາຍ

ມາດຕາ 43 ເຄື່ອງໝາຍ ແນວລາວສ້າງຊາດມີເຄື່ອງໝາຍ,ກາໝາຍແລະທຸງສະເພາະຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 44 ຕາປະທັບ

ມາດຕາ 44 ຕາປະທັບ ໃນການເຄື່ອນໄຫວວຽກງານແນວລາວສ້າງຊາດແຕ່ລະຂັ້ນມີຕາປະທັບສະເພາະຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

..ໝວດທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 45 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 45 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນການປຸກລະດົມ,ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໃຫ້ເປັນປອກແຜ່ນແໜ້ນໜາຈະໄດ້ຮັບການຍ້ອງຍໍຫຼືປະຕິບັດນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 46 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 46 ມາດຕະການຕໍ່ຜູ້ລະເມີດ ບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືດໍາເນີນຄະດີຕາມລະບຽບກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

..ໝວດທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 47 ການຈັດຕັ້ງປະຕິບັດ

ມາດຕາ 47 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວແລະສຸນກາງແນວລາວສ້າງຊາດເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 48 ຜົນສັກສິດ

ມາດຕາ 48 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍານລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ