ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ(ສະບັບປັບປຸງ) 26-11-2009

From Wikisource
Jump to navigation Jump to search

.ອົງການໄອຍະການປະຊາຊົນ(ສະບັບປັບປຸງ) 26-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການໃຫ້ມີປະສິດທິພາບສູງ,ປົກປ້ອງຜົນປະໂຫຍດຂອງລັດ,ສັງຄົມ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ,ເພີ່ມທະວີນິຕິກໍາ,ສ້າງລັດແຫ່ງກົດໝາຍເທື່ອລະກ້າວ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 (ໃໝ່) ອົງການໄອຍະການປະຊາຊົນ

ມາດຕາ 2 (ໃໝ່) ອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນແມ່ນອົງການລັດທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍໃນຂອບເຂດທົ່ວປະເທດແລະສັ່ງຟ້ອງຜູ້ຖືກຫາຂຶ້ນສາມຕາມກົດໝາຍ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພະນັກງານໄອຍະການປະຊາຊົນໝາຍເຖິງພະນັກງານທີ່ໄດ້ຮັບການແຕ່ງຕັ້ງແລະມອບໝາຍຈາກຫົວໜ້າອົງການໄອຍະການປະຊາຊົນໃຫ້ປະຕິບັດວຽກງານຕິດຕາມກວດກາ,ສອບສວນແລະເຂົ້າຮ່ວມປະຊຸມສານ; 2.ຜູ້ຊ່ວຍພະນັກງານໄອຍະການປະຊາຊົນໝາຍເຖິງພະນັກງານທີ່ໄດ້ຮັບການແຕ່ງຕັ້ງແລະມອບໝາຍໃຫ້ປະຕິບັດວຽກງານຊ່ວຍພະນັກງານໄອຍະການປະຊາຊົນ; 3.ນິຕິກໍາໝາຍເຖິງການເຄົາລົບແລະປະຕິບັດກົດໝາຍຢ່າງຖືກຕ້ອງແລະເຂັ້ມງວດ; 4.ຜູ້ຖືກຫາໝາຍເຖິງບຸກຄົນທີ່ຖືກນໍາມາດໍາເນີນຄະດີໂດຍຄໍາສັ່ງເປີດການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນຫຼືອົງການໄອຍະການປະຊາຊົນ; 5.ຈໍາເລີຍໝາຍເຖິງຜູ້ຖືກຫາທີ່ຖືກສັ່ງຟ້ອງຂຶ້ນສານປະຊາຊົນແລ້ວ; 6.ກ່າວຟ້ອງໝາຍເຖິງການຖະແຫຼງຂອງຫົວໜ້າ,ຮອງຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການປະຊາຊົນໃນນາມຫົວໜ້າອົງການໄອຍະການປະຊາຊົນເພື່ອຈໍາແນກການກະທໍາຜິດຂອງຈໍາເລີຍຕໍ່ຄະນະສານຢູ່ທີ່ປະຊຸມສານ; 7.ນັກໂທດໝາຍເຖິງຈໍາເລີຍທີ່ຖືກສານຕັດສິນລົງໂທດແລະມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ; 8.ສະຖານທີ່ກັກຕົວໝາຍເຖິງບ່ອນຄອບຄຸມຕົວຜູ້ຖືກສົງໄສພາຍໃນກໍານົດເວລາທີ່ກົດໝາຍໄດ້ບົ່ງໄວ້; 9.ສະຖານທີ່ກັກຂັງໝາຍເຖິງບ່ອນຄຸມຂັງຜູ້ຖືກຫາໃນໄລຍະດໍາເນີນຄະດີກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເັດຂາດ; 10.ຄ້າຍດັດສ້າງໝາຍເຖິງສະຖານທີ່ປະຕິບັດໂທດຂອງນັກໂທດຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; 11.ສູນດັດສ້າງໝາຍເຖິງສະຖານທີ່ສຶກສາອົບຮົມ,ດັດສ້າງທາງດ້ານບໍລິຫານຕໍ່ຜູ້ກະທໍາຜິດທາງອາຍາໃນສະຖານເບົາບາງ.

...ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນ

ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນ ລົດສົ່ງເສີມແລະສ້າງເງື່ອນໄຂສະດວກໃນດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ,ບຸກຄະລາກອນ,ສະໜອງງົບປະມານ,ພາຫະນະແລະອຸປະກອນຮັບໃຊ້ທີ່ຈໍາເປັນແນໃສ່ເຮັດໃຫ້ການຕິດຕາມກວດກາການປະຕິບັດກົດໝາຍມີປະສິດທິຜົນ,ໂປ່ງໃສແລະຍຸຕິທໍາ,ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດສັງຄົມໃຫ້ມີຄວາມເຂັ້ມແຂງ,ທັງຮັບປະກັນຜົນປະໂຫຍດຂອງລັດ,ສັງຄົມ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ. ລັດສົ່ງເສີມແລະຊຸກຍູ້ການໂຄສະນາ,ສຶກສາອົບຮົມກົດໝາຍໃຫ້ປະຊາຊົນຮັບຮູ້,ເຂົ້າໃຈແລະປະຕິບັດໃຫ້ຖືກຕ້ອງ,ເຂັ້ມງວດເພື່ອສ້າງປັດໃຈໃນການສ້າງລັດແຫ່ງກົດໝາຍເທື່ອລະກ້າວ.

...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນເຄື່ອນໄຫວວຽກງານຂອງຕົນບົນພື້ນຖານຫຼັກການດັ່ງນີ້: 1.ຮັບປະກັນຄວາມສັກສິດຂອງກົດໝາຍ; 2.ຮັບປະກັນການຕິດຕາມກວດກາການປະຕິບັດກົດໝາຍຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສ; 3.ຮັບປະກັນຄວາມຊັດເຈນ,ຍຸຕິທໍາ,ທັນເວລາແລະເປີດເຜີຍຕາມລະບຽບການ; 4.ຮັບປະກັນລະບອບລວມສູນເປັນເອກະພາບຕາມສາຍຕັ້ງແລະລະບອບຫົວໜ້າ; 5.ຮັບປະກັນຜູ້ກະທໍາຜິດໄດ້ຮັບການລົງໂທດຕາມກົດໝາຍແລະບໍ່ໃຫ້ຜູ້ບໍ່ໄດ້ກະທໍາຜິດຖືກລົງໂທດ; 6.ຮັບປະກັນການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການປະຕິບັດວຽກງານ.

...ມາດຕາ 6 ການພິຈາລະນາຄໍາຮ້ອງຟ້ອງແລະຄໍາສະເໜີ

ມາດຕາ 6 ການພິຈາລະນາຄໍາຮ້ອງຟ້ອງແລະຄໍາສະເໜີ ຫົວໜ້າອົງການໄອຍະການປະຊາຊົນທຸກຂັ້ນພິຈາລະນາຄໍາຮ້ອງຟ້ອງແລະຄໍາສະເໜີຂອງອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະພົນລະເມືອງຕາມກໍານົດເວລາທີ່ກົດໝາຍໄດ້ບົ່ງໄວ້,ວາງມາດຕະການທີ່ຈໍາເປັນເພື່ອຟື້ນຟູສິດທີ່ໄດ້ຖືກລະເມີດ,ປົກປັກຮັກສາສິດແລະຜົນປະໂຫຍດຂອງການຈັດຕັ້ງດັ່ງກ່າວ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

...ມາດຕາ 7 (ໃໝ່) ການປົກປ້ອງ

ມາດຕາ 7 (ໃໝ່) ການປົກປ້ອງ ຫົວໜ້າ,ຮອງຫົວໜ້າອົງການໄອຍະການ,ພະນັກງານໄອຍະການປະຊາຊົນ,ຜູ້ຊ່ວຍພະນັກງານໄອຍະການປະຊາຊົນລວມທັງຜູ້ເຂົ້າຮ່ວມໃນວຽກງານຕິດຕາມກວດກາເຊັ່ນຜູ້ລາຍງານ,ຜູ້ໃຫ້ຂໍ້ມູນຂ່າວສານ,ພະຍານ,ຜູ້ຊ່ຽວຊານຕ້ອງໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການບັງຄັບ,ນາບຂູ່ແລະການກະທໍາທີ່ເປັນອັນຕະລາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນ.

...ມາດຕາ 8 (ໃໝ່) ການຮ່ວມມືສາກົນ

ມາດຕາ 8 (ໃໝ່) ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນເປັນຕົ້ນການຮ່ວມມືທາງດ້ານກົດໝາຍແລະຍຸຕິທໍາດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ການຝຶກອົບຮົມຫຼືສໍາມະນາ,ຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການເພື່ອພັດທະນາວຽກງານຂອງອົງການໄອຍະການປະຊາຊົນໃຫ້ມີຄຸນນະພາບ,ເຂັ້ມແຂງແລະທັນສະໄໝລວມທັງການປະຕິບັດສົນທິສັນຍາແລະສັນຍາທີ່ສປປລາວເປັນພາຄີ.

..ພາກທີ 2 ອົງການໄອຍະການປະຊາຊົນ


...ໝວດທີ 1 ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່


....ມາດຕາ 9 ທີ່ຕັ້ງແລະພາລະບົດບາດຂອງອົງການໄອຍະການປະຊາຊົນ

ມາດຕາ 9 ທີ່ຕັ້ງແລະພາລະບົດບາດຂອງອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນແມ່ນອົງການຕິດຕາມກວດກາຂອງລັດ,ມີພາລະບົດບາດຕິດຕາມແລະກວດກາການເຄົາລົບແລະປະຕິບັດກົດໝາຍຂອງບັນດາກະຊວງ,ອົງການ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ອົງການປົກຄອງທ້ອງຖິ່ນ,ວິສາຫະກິດ,ພົນລະເມືອງເພື່ອໃຫ້ມີຄວາມຖືກຕ້ອງແລະເປັນເອກະພາບແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

....ມາດຕາ 10 ສິດແລະໜ້າທີ່ລວມຂອງອົງການໄອຍະການປະຊາຊົນ

ມາດຕາ 10 ສິດແລະໜ້າທີ່ລວມຂອງອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນມີສິດແລະໜ້າທີ່ລວມດັ່ງນີ້: 1.ຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບຂອງບັນດາກະຊວງ,ອົງການ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ອົງການປົກຄອງທ້ອງຖິ່ນ,ວິສາຫະກິດແລະພົນລະເມືອງ.ການຕິດຕາມກວດການີ້ເອີ້ນວ່າການຕິດຕາມກວດກາທົ່ວໄປ; 2.ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ; 3.ດໍາເນີນການສືບສວນສອບສວນຄະດີໃດໜຶ່ງເປັນບາງສ່ວນຫຼືທັງໝົດຕາມທີ່ກົດໝາຍໄດ້ກໍານົດໄວ້; 4.ສັ່ງຟ້ອງຜູ້ຖືກຫາຂຶ້ນສານ; 5.ຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ; 6.ຕິດຕາມກວດກາການປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ; 7.ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງຄ້າຍດັດສ້າງແລະສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານ; 8.ຕິດຕາມກວດກາການຄົ້ນຄວ້າ,ການສະເໜີແລະການຈັດຕັ້ງປະຕິບັດການໃຫ້ອະໄພຍະໂທດຄາມລັດຖະດໍາລັດຂອງປະທານປະເທດ; 9.ປະສານສົມທົບກັບອົງການສືບສວນສອບສວນແລະອົງການອື່ນທີ່ກ່ຽວຂ້ອງດໍາເນີນການສະກັດກັ້ນ,ຕ້ານອາດຊະຍາກໍາຫຼືການກະທໍາຜິດແລະການລະເມີດກົດໝາຍອື່ນພ້ອມທັງລົບລ້າງບັນດາສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນ; 10.ຮື້ຟື້ນຄະດີຕາມກົດໝາຍໃນກໍລະນີທີ່ມີຫຼັກຖານໃໝ່; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

...ໝວດທີ 2 ລະບົບການຈັດຕັ້ງອົງການໄອຍະການປະຊາຊົນ


....ມາດຕາ 11 ລະບົບການຈັດຕັ້ງອົງການໄອຍະການປະຊາຊົນ

ມາດຕາ 11 ລະບົບການຈັດຕັ້ງອົງການໄອຍະການປະຊາຊົນ ລະບົບການຈັດຕັ້ງອົງການໄອຍະການປະຊາຊົນປະກອບດ້ວຍ: 1.ອົງການໄອຍະການປະຊາຊົນສູງສຸດ; 2.ອົງການໄອຍະການປະຊາຊົນພາກ; 3.ອົງການໄອຍະການປະຊາຊົນແຂວງ,ນະຄອນ; 4.ອົງການໄອຍະການປະຊາຊົນເຂດ; 5.ອົງການໄອຍະການທະຫານ.

....ມາດຕາ 12 ອົງການໄອຍະການປະຊາຊົນສູງສຸດ

ມາດຕາ 12 ອົງການໄອຍະການປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດແມ່ນອົງການຕິດຕາມກວດກາສູງສຸດຂອງລະບົບອົງການໄອຍະການປະຊາຊົນ,ມີພາລະບົດບາດຊີ້ນໍາ,ນໍາພາອົງການໄອຍະການປະຊາຊົນຂັ້ນລຸ່ມແລະອົງການໄອຍະການທະຫານໃນການຕິດຕາມກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນທົ່ວປະເທດ.

....ມາດຕາ 13 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນສູງສຸດ

ມາດຕາ 13 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມກວດກາການປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ; 2.ຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນຂັ້ນລຸ່ມແລະອົງການໄອຍະການທະຫານ; 3.ແນະນໍາ,ອະທິບາຍເນື້ອໃນຂອງກົດໝາຍໃນຂົງເຂດທີ່ຕົນຮັບຜິດຊອບແລະສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ອົງການໄອຍະການປະຊາຊົນຂັ້ນລຸ່ມແລະອົງການໄອຍະການທະຫານ; 4.ອໍານວຍຄວບຄຸມ,ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວຂອງອົງການໄອຍະການປະຊາຊົນຂັ້ນຂອງຕົນແລະຂັ້ນລຸ່ມ; 5.ສ້າງແຜນບໍາລຸງແລະຍົກລະດັບພະນັກງານປະຈໍາອົງການໄອຍະການປະຊາຊົນ; 6.ຄົ້ນຄວາ້ແລະສັງລວມກ່ຽວກັບການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ,ວຽກງານສະຖິຕິຄະດີ,ຜູ້ຖືກຫາແລະນັກໂທດໃຫ້ທົ່ວປະເທດ; 7.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຍກງານຂອງຕົນ; 8.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານກົດໝາຍແລະຍຸດຕິທໍາ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 14 ອົງການໄອຍະການປະຊາຊົນພາກ

ມາດຕາ 14 ອົງການໄອຍະການປະຊາຊົນພາກ ອົງການໄອຍະການປະຊາຊົນພາກແມ່ນອົງການໜຶ່ງໃນລະບົບອົງການໄອຍະການປະຊາຊົນ,ມີພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນຂອບເຂດພາກທີ່ຕົນຮັບຜິດຊອບ. ອົງການໄອຍະການປະຊາຊົນພາກສ້າງຕັ້ງຂຶ້ນຢູ່ພາກເໜືອ,ພາກກາງແລະພາກໃຕ້ຂອງສປປລາວ. ອົງການໄອຍະການປະຊາຊົນແຂວງ,ນະຄອນທີ່ຂຶ້ນກັບອົງການໄອຍະການປະຊາຊົນພາກແລະທີ່ຕັ້ງຂອງອົງການໄອຍະການປະຊາຊົນພາກໃນແຕ່ລະພາກນັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 15 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນພາກ

ມາດຕາ 15 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນພາກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນພາກມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມກວດກາການປະຕິບັດກົດໝາຍໃນຂອບເຂດພາກ; 2.ຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນແຂວງ,ນະຄອນ; 3.ແນະນໍາແລະສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ອົງການໄອຍະການປະຊາຊົນແຂວງ,ນະຄອນ; 4.ອໍານວຍຄວບຄຸມ,ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວຂອງອົງການໄອຍະການປະຊາຊົນຂັ້ນຂອງຕົນແລະອົງການໄອຍະການປະຊາຊົນແຂວງ,ນະຄອນ; 5.ຄົ້ນຄວ້າແລະສັງລວມການລາຍງານກ່ຽວກັບການປະຕິບັດວຽກງານຂອງອົງການໄອຍະການປະຊາຊົນແຂວງ,ນະຄອນ,ວຽກງານສະຖິຕິຄະດີ,ຜູ້ຖືກຫາແລະນັກໂທດ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 16 ອົງການໄອຍະການປະຊາຊົນແຂວງ,ນະຄອນ

ມາດຕາ 16 ອົງການໄອຍະການປະຊາຊົນແຂວງ,ນະຄອນ ອົງການໄອຍະການປະຊາຊົນແຂວງ,ນະຄອນແມ່ນອົງການໜຶ່ງໃນລະບົບອົງການໄອຍະການປະຊາຊົນ,ມີພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບຢູ່ໃນຂອບເຂດແຂວງ,ນະຄອນແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.

....ມາດຕາ 17 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນແຂວງ,ນະຄອນ

ມາດຕາ 17 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນແຂວງ,ນະຄອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມກວດກາການປະຕິບັດກົດໝາຍໃນຂອບເຂດແຂວງ,ນະຄອນ; 2.ຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນເຂດ; 3.ແນະນໍາແລະສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ອົງການໄອຍະການປະຊາຊົນເຂດ; 4.ອໍານວຍຄວບຄຸມ,ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວຂອງອົງການໄອຍະການປະຊາຊົນຂັ້ນຂອງຕົນແລະອົງການໄອຍະການປະຊາຊົນເຂດ; 5.ຄົ້ນຄວ້າແລະສັງລວມການລາຍງານກ່ຽວກັບການປະຕິບັດວຽກງານຂອງອົງການໄອຍະການປະຊາຊົນເຂດ,ວຽກງານສະຖິຕິຄະດີ,ຜູ້ຖືກຫາແລະນັກໂທດ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 18 (ໃໝ່) ອົງການໄອຍະການປະຊາຊົນ

ມາດຕາ 18 (ໃໝ່) ອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນເຂດແມ່ນອົງການໜຶ່ງໃນລະບົບອົງການໄອຍະການປະຊາຊົນ,ມີພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບຢູ່ໃນຂອບເຂດເມືອງທີ່ຂຶ້ນກັບເຂດຂອງຕົນແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ອົງການໄອຍະການປະຊາຊົນເຂດສ້າງຕັ້ງຂຶ້ນໂດຍເອົາເມືອງໃດໜຶ່ງຫຼືຫຼາຍເມືອງມາໂຮມເຂົ້າກັນເປັນເຂດໜຶ່ງຕາມສະພາບພູມສາດ,ການຂະຫຍາຍຕົວທາງດ້ານເສດຖະກິດສັງຄົມຫຼືມີຄະດີເກີດຂຶ້ນຫຼາຍ. ສໍາລັບເມືອງທີ່ຢູ່ພາຍໃນເຂດຊຶ່ງບໍ່ມີອົງການໄອຍະການປະຊາຊົນເຂດຕັ້ງຢູ່ນັ້ນໃຫ້ມີພະນັກງານໄອຍະການປະຊາຊົນໜຶ່ງຫາສອງຄົນປະຈໍາຢູ່ເພື່ອປະຕິບັດສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນເຂດຕາມທີ່ກົດໝາຍໄດ້ກໍານົດໄວ້. ໃນກໍລະນີທີ່ອົງການໄອຍະການປະຊາຊົນເຂດໃດໜຶ່ງຫາກບໍ່ທັນສາມາດເຄື່ອນໄຫວໄດ້ຕາມພາລະບົດບາດນັ້ນຫົວໜ້າອົງການໄອຍະການປະຊາຊົນສູງສຸດມີສິດຕົກລົງມອບສິດແລະໜ້າທີ່ໃຫ້ອົງການໄອຍະການປະຊາຊົນເຂດທີ່ຢູ່ໃກ້ຄຽງຮັບຜິດຊອບວຽກງານແທນຊົ່ວຄາວ.

....ມາດຕາ 19 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນເຂດ

ມາດຕາ 19 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນເຂດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນເຂດມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມກວດກາການປະຕິບັດກົດໝາຍໃນຂອບເຂດເມືອງທີ່ຂຶ້ນກັບຕົນ; 2.ອໍານວຍຄວບຄຸມ,ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວ; 3.ຄົ້ນຄວ້າແລະສັງລວມການຈັດຕັ້ງປະຕິບັດໜ້າທີ່ວຽກງານ,ເກັບກໍາສະຖິຕິຄະດີ,ຜູ້ຖືກຫາແລະນັກໂທດ; 4.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 20 (ໃໝ່) ອົງການໄອຍະການທະຫານ

ມາດຕາ 20 (ໃໝ່) ອົງການໄອຍະການທະຫານ ອົງການໄອຍະການທະຫານແມ່ນອົງການໜຶ່ງໃນລະບົບອົງການໄອຍະການປະຊາຊົນ,ມີພາລະບົດບາດໃນການຕິດຕາມກວດກາການປະຕິບັດກົດໝາຍໃນຂົງເຂດວຽກງານການທະຫານ,ໃນຂອບເຂດຕັ້ງທັບຂອງທະຫານແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານ.

....ມາດຕາ 21 (ໃໝ່) ລະລົບອົງການໄອຍະການທະຫານ

ມາດຕາ 21 (ໃໝ່) ລະລົບອົງການໄອຍະການທະຫານ ອົງການໄອຍະການທະຫານປະກອບດ້ວຍ: 1.ອົງການໄອຍະການທະຫານຂັ້ນສູງ; 2.ອົງການໄອຍະການທະຫານພາກ; 3.ອົງການໄອຍະການທະຫານກອງທຶນ; 4.ອົງການໄອຍະການທະຫານກອງພັນໃຫຍ່ເອກະລາດ; 5.ອົງການໄອຍະການທະຫານແຂວງ,ນະຄອນ. ໂຄງປະກອບການຈັດຕັ້ງ,ບຸກຄະລາກອນ,ສິດແລະໜ້າທີ່ຂອງອົງການໄອຍະການທະຫານໄດ້ກໍານົດໄວ້ໃນນິຕິກໍາສະເພາະ.

...ໝວດທີ 3 ໂຄງປະກອບການຈັດຕັ້ງແລະບຸກຄະລາກອນ


....ມາດຕາ 22 (ໃໝ່) ໂຄງປະກອບການຈັດຕັ້ງ

ມາດຕາ 22 (ໃໝ່) ໂຄງປະກອບການຈັດຕັ້ງ ເພື່ອຮັບປະກັນການປະຕິບັດໜ້າທີ່ແລະການເຄື່ອນໄຫວວຽກງານຂອງຕົນອົງການໄອຍະການປະຊາຊົນມີໂຄງປະກອບດັ່ງນີ້: 1.ອົງການໄອຍະການປະຊາຊົນສູງສຸດມີຄະນະກໍາມະການໄອຍະການປະຊາຊົນ,ຫ້ອງການ,ບັນດາກົມ,ສະຖາບັນຄົ້ນຄວ້າແລະຝຶກອົບຮົມໄອຍະການ,ພະແນກແລະຂະແໜງ; 2.ອົງການໄອຍະການປະຊາຊົນພາກມີຫ້ອງການ,ພະແນກແລະຂະແໜງ; 3.ອົງການໄອຍກະການປະຊາຊົນແຂວງ,ນະຄອນມີຫ້ອງການ,ຂະແໜງແລະໜ່ວຍງານ; 4.ອົງການໄອຍະການປະຊາຊົນເຂດມີຫ້ອງການແລະໜ່ວຍງານ. ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 23 (ໃໝ່) ຄະນະກໍາມະການໄອຍະການປະຊາຊົນ

ມາດຕາ 23 (ໃໝ່) ຄະນະກໍາມະການໄອຍະການປະຊາຊົນ ຄະນະກໍາມະການໄອຍະການປະຊາຊົນແມ່ນການຈັດຕັ້ງຂອງອົງການໄອຍະການປະຊາຊົນສຸງສຸດ,ມີພາລະບົດບາດຕົກລົງບັນຫາທີ່ມີຄວາມສໍາຄັນແລະມີລັກສະນະຍຸດທະສາດກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນເພື່ອຮັບປະກັນເຮັດໃຫລະບົບອົງການໄອຍະການປະຊາຊົນເຄື່ອນໄຫວຢ່າງມີປະສິດທິພາບ. ຄະນະກໍາມະການໄອຍະການປະຊາຊົນປະກອບດ້ວຍຫົວໜ້າອົງການໄອຍະການປະຊາຊົນສູງສຸດເປັນປະທານ,ບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເປັນຮອງປະທານ,ຫົວໜ້າຫ້ອງການ,ບັນດາຫົວໜ້າກົມແລະພະນັກງານໄອຍະການປະຊາຊົນຈໍານວນໜຶ່ງຂອງອົງການໄອຍະການປະຊາຊົນສູງສຸດເປັນກໍາມະການໂດຍແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ຈໍານວນສະມາຊິກຂອງຄະນະກໍາມະການໄອຍະການປະຊາຊົນບໍ່ໃຫ້ເກີນສິບຫ້າຄົນ. ຄະນະກໍາມະການໄອຍະການປະຊາຊົນເຄື່ອນໄຫວວຽກງານຂອງຕົນດ້ວຍການເປີດກອງປະຊຸມຢ່າງໜ້ອຍສາມເດືອນຕໍ່ເທື່ອຕາມການຮຽກໂຮມຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມະຕິກອງປະຊຸມຂອງຄະນະກໍາມະການໄອຍະການປະຊາຊົນຖືເອົາຕາມສຽງສ່ວນຫຼາຍ. ໃນກໍລະນີທີ່ມີຄະແນນສຽງເທົ່າກັນໃຫ້ປະຕິບັດຕາມຄໍາເຫັນຝ່າຍທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດເຫັນດີນໍາ.

....ມາດຕາ 24 (ໃໝ່) ໂຄງປະກອບບຸກຄະລາກອນຂອງອົງການໄອຍະການປະຊາຊົນ

ມາດຕາ 24 (ໃໝ່) ໂຄງປະກອບບຸກຄະລາກອນຂອງອົງການໄອຍະການປະຊາຊົນ 1.ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດໃນນີ້ໜຶ່ງທ່ານເປັນຫົວນ້າອົງການໄອຍະການທະຫານຂັ້ນສູງ; 2.ຫົວໜ້າອົງການໄອຍະການປະຊາຊົນພາກ,ບັນດາຮອງຫົວໜ້າອົງການໄອຍະການປະຊາຊົນພາກ; 3.ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ,ບັນດາຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ; 4.ຫົວໜ້າອົງການໄອຍະການປະຊາຊົນເຂດ,ບັນດາຮອງຫົວໜ້າອົງການໄອຍະການປະຊາຊົນເຂດ. ນອກຈາກນີ້ອົງການໄອຍະການປະຊາຊົນແຕ່ລະຂັ້ນຍັງມີບັນດາພະນັກງານໄອຍະການປະຊາຊົນ,ຜູ້ຊ່ວຍພະນັກງານໄອຍະການປະຊາຊົນແລະພະນັກງານບໍລິຫານ.

....ມາດຕາ 25 ມາດຕະຖານຂອງຫົວໜ້າອົງການໄອຍະການປະຊາຊົນແລະພະນັກງານໄອຍະການປະຊາຊົນ

ມາດຕາ 25 ມາດຕະຖານຂອງຫົວໜ້າອົງການໄອຍະການປະຊາຊົນແລະພະນັກງານໄອຍະການປະຊາຊົນ ຫົວໜ້າອົງການໄອຍະການປະຊາຊົນແລະພະນັກງານໄອຍະການປະຊາຊົນຕ້ອງມີມາດຕະຖານລວມດັ່ງນີ້: 1.ເປັນພົນລະເມືອງລາວໂດຍກໍາເນີດທີ່ມີອາຍຸແຕ່ຊາວຫ້າປີຂຶ້ນໄປ; 2.ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດ,ມີຈັນຍາທໍາດີ,ມີຄວາມສັດຊື່ບໍລິສຸດຕໍ່ການປະຕິບັດໜ້າທີ່ຂອງຕົນ; 3.ເປັນຜູ້ມີລະດັບການສຶກສາດ້ານກົດໝາຍແຕ່ຊັ້ນສູງຂຶ້ນໄປສໍາລັບຫົວໜ້າອົງການໄອຍະການປະຊາຊົນ,ແຕ່ຊັ້ນກາງຂຶ້ນໄປສໍາລັບພະນັກງານໄອຍະການປະຊາຊົນ,ໄດ້ຜ່ານການຝຶກອົບຮົມຫຼັກສຸດວຽກງານໄອຍະການ; 4.ບໍ່ເຄີຍຖືກລົງໂທດທາງອາຍາໃນການກະທໍາຜິດໂດຍເຈດຕະນາ; 5.ເປັນຜູ້ມີສຸຂະພາບດີ. ຫົວໜ້າອົງການໄອຍະການປະຊາຊົນແລະພະນັກງານໄອຍະການປະຊາຊົນມີມາດຕະຖານ,ຊັ້ນແລະຂັ້ນຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 26 (ໃໝ່) ການເລືອກຕັ້ງ,ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງ

ມາດຕາ 26 (ໃໝ່) ການເລືອກຕັ້ງ,ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍສະພາແຫ່ງຊາດຕາມການສະເໜີຂອງປະທານປະເທດ,ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ຮອງຫົວນ້າອົງການໄອຍະການປະຊາຊົນສູງສຸດຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍປະທານປະເທດຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນພາກ,ແຂວງ,ນະຄອນ,ເຂດ,ພະນັກງານໄອຍະການປະຊາຊົນດຜູ້ຊ່ວຍພະນັກງານໄອຍະການປະຊາຊົນແລະພະນັກງານບໍລິຫານຂອງອົງການໄອຍະການປະຊາຊົນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ.ສໍາລັບການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະນັກງານຕາມທີ່ໄດ້ບົ່ງໄວ້ໃນມາດຕາ29ຂໍ້4ຂອງກົດໝາຍສະບັບນີ້ຕ້ອງໄດ້ຮັບຄໍາເຫັນດີຈາກຄະນະກໍາມະການໄອຍະການປະຊາຊົນ.

....ມາດຕາ 27 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ມາດຕາ 27 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາແລະນໍາພາການຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ; 2.ຊີ້ນໍາ,ນໍາພາແລະກວດກາການປະຕິບັດວຽກງານຂອງພະນັກງານຢູ່ອົງການໄອຍະການປະຊາຊົນ; 3.ຊີ້ນໍາວຽກງານຄົ້ນຄວ້າ,ສະເໜີຮ່າງກົດໝາຍແລະນິຕິກໍາອື່ນຕໍ່ກອງປະຊຸມສະພາແຫ່ງຊາດຫຼືຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ. 4.ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດຕີຄວາມໝາຍຂອງກົດໝາຍເພື່ອປະຕິບັດໃຫ້ຖືກຕ້ອງແລະເປັນເອກະພາບ; 5.ໃຫ້ຄວາມເຫັນກ່ຽວກັບການດໍາເນີນຄະດີອາຍາຊຶ່ງຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນ,ພະນັກງານໄອຍະການປະຊາຊົນແລະຜູ້ຊ່ວຍພະນັກງານໄອຍະການປະຊາຊົນທີ່ຖືກຫາວ່າເປັນຜູ້ກະທໍາຜິດ; 6.ລົບລ້າງຄໍາສ້າງຂອງຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມທີ່ບໍ່ຖືກຕ້ອງຕາມກົດໝາຍ; 7.ເຮັດຄໍາຖະແຫຼງກ່ຽວກັບຄະດີຕໍ່ສານປະຊາຊົນສູງສຸດ; 8.ສະເໜີຄັດຄ້ານຄໍາຕັດສິນຫຼືຄໍາພິພາກສາຂອງສານປະຊາຊົນຂັ້ນລຸ່ມ; 9.ສະເໜີຮື້ຟື້ນຄະດີຕໍ່ສານປະຊາຊົນສູງສຸດໃນກໍລະນີທີ່ພົບເຫັນຫຼັກຖານໃໝ່ຕາມການເຫັນດີຂອງຄະນະກໍາມະການໄອຍະການປະຊາຊົນ; 10.ສະເໜີປະທານປະເທດແຕ່ງຕັ້ງຫຼືປົດຕໍາແໜ່ງຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; 11.ກໍານົດໂຄງປະກອບກົງຈັກການຈັດຕັ້ງ,ຈໍານວນບຸກຄະລາກອນອົງການໄອຍະການປະຊາຊົນ; 12.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນ,ພະນັກງານໄອຍະການປະຊາຊົນ,ຜູ້ຊ່ວຍພະນັກງານໄອຍະການປະຊາຊົນແລະພະນັກງານບໍລິຫານຂອງອົງການໄອຍະການປະຊາຊົນ. 13.ຮຽກໂຮມແລະເປັນປະທານກອງປະຊຸມຄະນະກໍາມະການໄອຍະການປະຊາຊົນ; 14.ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ພິພາກສາແລະລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດກ່ຽວກັບມະຕິກອງປະຊຸມໃຫຍ່ຜູ້ພິພາກສາທີ່ເຫັນວ່າບໍ່ຖືກຕ້ອງຕາມລັດຖະທໍາມະນູນແລະກົດໝາຍ; 15.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນຕໍ່ກອງປະຊຸມສະພາແຫ່ງຊາດຫຼືຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍໄ່ດ້ເປີດກອງປະຊຸມ; 16.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 28 ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ມາດຕາ 28 ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດມີໜ້າທີ່ຊ່ວຍວຽກຫົວໜ້າອົງການໄອຍະການປະຊາຊົນສູງສຸດໃນການປະຕິບັດໜ້າທີ່ແລະຈະໄດ້ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕິດຂັດແມ່ນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດທີ່ໄດ້ຮັບການມອບໝາຍເປັນຜູ້ຮັກສາການແທນ.

....ມາດຕາ 29 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການໄອຍະການປະຊາຊົນ

ມາດຕາ 29 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການໄອຍະການປະຊາຊົນ ຄະນະກໍາມະການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ຕົກລົງຮັບຮອງເອົາແຜນຍຸດທະສາດກ່ຽວກັບການພັດທະນາວຽກງານໄອຍະການ; 2.ຄົ້ນຄວ້າຜ່ານຮ່າງລະບຽບກົດໝາຍຂອງອົງການໄອຍະການປະຊາຊົນ; 3.ຕົກລົງຮື້ຟື້ນຄະດີ; 4.ຄົ້ນຄວ້າຜ່ານກ່ຽວກັບການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າຫ້ອງການ,ບັນດາກົມ,ສະຖາບັນຄົ້ນຄວ້າແລະຝຶກອົບຮົມວຽກງານໄອຍະການຂອງອົງການໄອຍະການປະຊາຊົນສູງສຸດ,ຫົວໜ້າແລະຮອງຫົວໜ້າອົງການໄອຍະການປະຊາຊົນພາກ,ແຂວງ,ນະຄອນແລະເຂດ; 5.ຄົ້ນຄວ້າຜ່ານກ່ຽວກັບການສ້າງຕັ້ງຫຼືຍຸບເລີກກົງຈັກຂອງອົງການໄອຍະການປະຊາຊົນສູງສຸດ; 6.ຄົ້ນຄວ້າ,ຕົກລົງແຜນການ,ແຜນງົບປະມານປະຈໍາປີຂອງອົງການໄອຍະການປະຊາຊົນ; 7.ຕົກລົງບັນຫາອື່ນທີ່ຫົວນ້າອົງການໄອຍະການປະຊາຊົນສູງສຸດເຫັນວ່າມີຄວາມຈໍາເປັນ.

....ມາດຕາ 30 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນພາກ

ມາດຕາ 30 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນພາກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຫົວໜ້າອົງການໄອຍະການປະຊາຊົນພາກມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາແລະນໍາພາການຕິດຕາມກວດກາການປະຕິບັດກົດໝາຍ; 2.ຊີ້ນໍາ,ນໍາພາແລະກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການໄອຍະການປະຊາຊົນພາກແລະອົງການໄອຍະການປະຊາຊົນແຂວງ,ນະຄອນ; 3.ໃຫ້ຄໍາແນະນໍາທາງດ້ານກົດໝາຍແກ່ອົງການໄອຍະການປະຊາຊົນແຂວງ,ນະຄອນ; 4.ລົບລ້າງຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມທີ່ບໍ່ຖືກຕ້ອງຕາມກົດໝາຍ; 5.ເຮັດຄໍາຖະແຫຼງກ່ຽວກັບຄະດີຕໍ່ສານປະຊາຊົນພາກ; 6.ສະເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນລຸ່ມແລະຄໍາພິພາກສາຂອງສານຂັ້ນຂອງຕົນ; 7.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນພາກຕໍ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫ 8.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 31 ຮອງຫົວໜ້າອົງການໄອຍະການປະຊາຊົນພາກ

ມາດຕາ 31 ຮອງຫົວໜ້າອົງການໄອຍະການປະຊາຊົນພາກ ຮອງຫົວໜ້າອົງການໄອຍະການປະຊາຊົນພາກມີໜ້າທີ່ຊ່ວຍວຽກຫົວໜ້າອົງການໄອຍະການປະຊາຊົນພາກໃນການປະຕິບັດໜ້າທີ່ແລະຈະໄດ້ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນພາກ. ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນພາກຕິດຂັດແມ່ນຮອງຫົວໜ້າອົງການໄອຍະການປະຊາຊົນພາກທີ່ໄດ້ຮັບການມອບໝາຍເປັນຜູ້ຮັກສາການແທນ.

....ມາດຕາ 32 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ

ມາດຕາ 32 ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາແລະນໍາພາການຕິດຕາມກວດກາການປະຕິບັດກົດໝາຍ; 2.ຊີ້ນໍາ,ນໍາພາແລະກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການໄອຍະການປະຊາຊົນຂັ້ນຂອງຕົນແລະອົງການໄອຍະການປະຊາຊົນເຂດ; 3.ໃຫ້ຄໍາແນະນໍາທາງດ້ານກົດໝາຍແກ່ອົງການໄອນະກາຍປະຊາຊົນເຂດ; 4.ລົບລ້າງຄໍາສັ່ງທີ່ບໍ່ຖືກຕ້ອງຕາມກົດໝາຍຂອງຫົວໜ້າອົງການໄອຍະການປະຊາຊົນເຂດ; 5.ເຮັດຄໍາຖະແຫຼງແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານປະຊາຊົນແຂວງ,ນະຄອນ; 6.ສະເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນລຸ່ມ,ຄໍາຕັດສິນແລະຄໍາພິພາກສາຂອງສານຂັ້ນຂອງຕົນ; 7.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຕົນຕໍ່ຫົວໜ້າອົງການໄອຍະການປະຊາຊົນພາກແລະອົງການໄອຍະການປະຊາຊົນສູງສຸດ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 33 ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ

ມາດຕາ 33 ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ ຮອງຫົວໜ້າອົງການໄອຍະການປະຊາຊັນແຂວງ,ນະຄອນມີໜຶາທີ່ຊ່ວຍວຽກຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນໃນການປະຕິບັດໜ້າທີ່ແລະໄດ້ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ. ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນຕິດຂັດແມ່ນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນທີ່ໄດ້ຮັບການມອບໝາຍນັ້ນເປັນຜູ້ຮັກສາການແທນ.

....ມາດຕາ 34 (ໃໝ່) ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນເຂດ

ມາດຕາ 34 (ໃໝ່) ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນເຂດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຫົວໜ້າອົງການໄອຍະການປະຊາຊົນເຂດມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາແລະນໍາພາການຕິດຕາມກວດກາການປະຕິບັດກົດໝາຍໃນຂອບເຂດເມືອງທີ່ຂຶ້ນກັບຕົນ; 2.ຊີ້ນໍາ,ນໍາພາແລະກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການໄອຍະການປະຊາຊົນເຂດແລະພະນັກງານໄອຍະການປະຊາຊົນທີ່ສົ່ງໄປປະຈໍາຢູ່ເມືອງ; 3.ເຮັດຄໍາຖະແຫຼງແລະສັ່ງຟ້ອງຜູ້ຖືກຫາຂັ້ນສານປະຊາຊົນເຂດ; 4.ສະເໜີຄັດຄ້ານຄໍາຕັດສິນຂອງສານປະຊາຊົນເຂດ; 5.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຕົນຕໍ່ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 35 (ໃໝ່) ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ

ມາດຕາ 35 (ໃໝ່) ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ ຮອງຫົວໜ້າອົງການໄອຍະການປະຊາຊົນເຂດມີໜ້າທີ່ຊ່ວຍວຽກຫົວໜ້າອົງການໄອຍະການປະຊາຊົນເຂດແລະຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນເຂດ. ໃນເວລາທີ່ຫົວໜ້າອົງການໄອຍະການປະຊາຊົນເຂດຕິດຂັດແມ່ນຮອງຫົວໜ້າອົງການໄອຍະການປະຊາຊົນເຂດທີ່ໄດ້ຮັບການມອບໝາຍນັ້ນເປັນຜູ້ຮັກສາການແທນ.

....ມາດຕາ 36 (ໃໝ່) ສິດແລະໜ້າທີ່ຂອງພະນັກງານໄອຍະການປະຊາຊົນ

ມາດຕາ 36 (ໃໝ່) ສິດແລະໜ້າທີ່ຂອງພະນັກງານໄອຍະການປະຊາຊົນ ຕາມການມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນພະນັກງານໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ດໍາເນີນການສືບສວນ-ສອບສວນຄະດີ; 2.ເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າຮ່ວມໃນການດໍາເນີນຄະດີ; 3.ເກັບກໍາຂໍ້ມູນຫຼັກຖານກ່ຽວກັບຄະດີ; 4.ເຂົ້າຮ່ວມການດໍາເນີນຄະດີກັບເຈົ້າໜ້າທີ່ສືບສວນສອບສວນ; 5.ຄົ້ນຄວ້າມສະຫຼຸບສໍານວນຄະດີ,ຮ່າງຄໍາຖະແຫຼງຫຼືຄໍາຕົກລົງຂອງຫົວນ້າອົງການໄອຍະການປະຊາຊົນ; 6.ເຂົ້າຮ່ວມປະຊຸມສານອາຍາ,ແພ່ງ,ການຄ້າ,ຄອບຄົວແລະເດັກ; 7.ຕິດຕາມກວດກາການປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; 8.ຕິດຕາມກວດກາສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ; 9.ໄດ້ຮັບການບໍລຸງແລະຍົກລະດັບກ່ຽວກັບວຽກງານໄອຍະການ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 37 (ໃໝ່) ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການປະຊາຊົນ

ມາດຕາ 37 (ໃໝ່) ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການປະຊາຊົນ ຕາມການມອບໝາຍຂອງພະນັກງານໄອຍະການປະຊາຊົນຜູ້ຊ່ວຍມີສິດແລະໜ້າທີ່ດັ່ງນີ້: 1.ເຂົ້າຮ່ວມແລະບັນທຶກເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ; 2.ຊ່ວຍຄົ້ນຄວ້າ,ສະຫຼຸບສໍານວນຄະດີແລະຮ່າງຄໍາຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນ; 3.ໃສ່ເລກທີຄະດີ,ຈັດສໍານວນຄະດີແລະເຮັດບັນຊີເອກະສານ,ເກັບມ້ຽນແລະເຮັດສະຖິຕິສໍານວນຄະດີ; 4.ເຮັດບັນຊີແລະຕິດຕາມການເກັບມ້ຽນຂອງກາງຄະດີ; 5.ເຮັດບັນຊີແລະສະຖິຕິຜູ້ຖືກຫາ,ນັກໂທດ; 6.ເຮັດໝາຍຮຽກ,ໝາຍເຊີນ; 7.ໄດ້ຮັບການບໍາລຸງແລະຍົກລະດັບກ່ຽວກັບວຽກງານໄອຍະການ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

..ພາກທີ 3 ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ


...ໝວດທີ 1 ການຕິດຕາມກວດກາທົ່ວໄປ


....ມາດຕາ 38 (ໃໝ່) ການຕິດຕາມກວດກາທົ່ວໄປ

ມາດຕາ 38 (ໃໝ່) ການຕິດຕາມກວດກາທົ່ວໄປ ການຕິດຕາມກວດກາທົ່ວໄປແມ່ນການຕິດຕາມກວດກາການປະຕິບັດກົດໝາຍຂອງບັນດາກະຊວງ,ອົງການ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສາກົນ,ອົງການປົກຄອງທ້ອງຖິ່ນ,ວິສາຫະກິດແລະພົນລະເມືອງເພື່ອໃຫ້ຖືກຕ້ອງແລະເປັນເອກະພາບ,ຕິດຕາມກວດກາການອອກນິຕິກໍາຂອງບັນດາອົງການຈັດຕັ້ງດັ່ງກ່າວເພື່ອໃຫ້ສອດຄ່ອງກັບກົດໝາຍ.

....ມາດຕາ 39 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາທົ່ວໄປ

ມາດຕາ 39 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາທົ່ວໄປ ໃນການຕິດຕາມກວດກາທົ່ວໄປອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ກວດກາການປະຕິບັດກົດໝາຍຂອງອົງການລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດ,ລັດຖະກອນ,ພົນລະເມືອງແລະນິຕິກໍາຂອງອົງການກ່ຽວກຂ້ອງດັ່ງກ່າວຕາມຄໍາຮ້ອງຟ້ອງ,ຄໍາສະເໜີຂອງບຸກຄົນຫຼືການຈັດຕັ້ງ.ຖ້າເຫັນວ່າມີການລະເມີດລະບຽບກົດໝາຍຕ້ອງສະເໜີໃຫ້ອົງການທີ່ກ່ຽວຂ້ອງແກ້ໄຂ.ໃນກໍລະນີທີ່ການລະເມີດນັ້ນຫາກເປັນການກະທໍາຜິດທາງອາຍາຫົວໜ້າອົງການໄອຍະການປະຊາຊົນຕ້ອງນໍາມາດໍາເນີນຄະດີຕາມກົດໝາຍ; 2.ທວງເອົານິຕິກໍາແລະເຊີນບຸກຄົນຫຼືຜູ້ຕາງໜ້າການຈັດຕັ້ງທີ່ກ່ຽວຂ້ອງມາອະທິບາຍກ່ຽວກັບການລະເມີດກົດໝາຍ; 3.ສະເໜີໂຈະຫຼືລົບລ້າງນິຕິກໍາຂອງກະຊວງ,ອົງການ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງກາຈັດຕັ້ງສັງຄົມ,ອົງການປົກຄອງທ້ອງຖິ່ນ,ວິສາຫະກິດທີ່ບໍ່ສອດຄ່ອງກັບກົດໝາຍຕໍ່ອົງການຈັດຕັ້ງດັ່ງກ່າວຫຼືຕໍ່ອົງການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງ; 4.ສະເໜີຕໍ່ກະຊວງ,ອົງການ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະວິສາຫະກິດກ່ຽວກັບການຈໍາກັດແລະລົບລ້າງການລະເມີດກົດໝາຍ,ສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນ; 5.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 40 ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນ

ມາດຕາ 40 ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນ ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງອົງການໄອຍະການປະຊາຊົນທຸກຂັ້ນທີ່ວາງອອກໃນຂອບເຂດສິດແລະໜ້າທີ່ຂອງຕົນມີຜົນບັງຄັບປະຕິບັດສໍາລັບທຸກອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດ,ລັດຖະກອນແລະພົນລະເມືອງ. ຄໍາສະເໜີຂອງອົງການໄອຍະການປະຊາຊົນກ່ຽວກັບການລະເມີດກົດໝາຍຕໍ່ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ຮັບການພິຈາລະນາຢ່າງຊ້າບໍ່ໃຫ້ກາຍສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປໃນກໍລະນີທີ່ຄໍາສະເໜີບໍ່ໄດ້ຮັບການປະຕິບັດອົງການໄອຍະການປະຊາຊົນມີສິດສະເໜີຕໍ່ຂັ້ນເທິງຂອງຂະແໜງການທີ່ກ່ຽວຂ້ອງເພື່ອພິຈາລະນາແລະແກ້ໄຂ.

...ໝວດທີ 2 ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ


....ມາດຕາ 41 ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ

ມາດຕາ 41 ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນແມ່ນການຕິດຕາມກວດກາການປະຕິບັດກົດໝາຍໃນຂັ້ນຕອນການສືບສວນສອບສວນໃຫ້ຖືກຕ້ອງ,ຮອບດ້ານ,ຄົບຖ້ວນແລະພາວະວິໄສເພື່ອ: 1.ຊອກໃຫ້ເຫັນສະພາບການປະຕິບັດລະບຽບກົດໝາຍຂອງອົງການສືບສວບສອບສວນມີຄວາມຖືກຕ້ອງຫຼືມີການລະເມີດກົດໝາຍ; 2.ຊອກຮູ້ການນໍາໃຊ້ມາດຕະການສືບສວນສອບສວນແລະມາດຕະການສະກັດກັ້ນເຊັ່ນການກວດຄົນເຄຫະສະຖານ,ການກັກຕົວ,ການຈັບຕົວ,ການກັກຂັງພາງ,ການປ່ອຍຕົວພາງຜູ້ຖືກຫາໄດ້ປະຕິບັດຖືກຕ້ອງຕາມກົດໝາຍຫຼືມີການລະເມີດກົດໝາຍ; 3.ໃຫ້ອົງການສືບສວນສອບສວນປະຕິບັດລະບຽບກົດໝາຍກ່ຽວກັບການດໍາເນີນຄະດີອາຍາຢ່າງເຂັ້ມງວດ; 4.ໃຫ້ການອອກຫຼືບໍ່ອອກຄໍາສັ່ງເປີດການສືບສວນສອບສວນຂອງຫົວນ້າອົງການສືບສວນສອບສວນມີຫຼືບໍ່ມີຫຼັກຖານໜັັກແໜ້ນແລະຖືກຕ້ອງຕາມກົດໝາຍ; 5.ຄົ້ນຄວ້າ,ຊອກໃຫ້ເຫັນທຸກການກະທໍາຜິດທີ່ເກີດຂຶ້ນແລະບໍ່ໃຫ້ຜູ້ກະທໍາຜິດພົ້ນຈາກການລົງໂທດຕາມກົດໝາຍ; 6.ຊອກໃຫ້ເຫັນສາເຫດແລະເງື່ອນໄຂຂອງການກໍ່ອາດຊະຍາກໍາຫຼືການກະທໍາຜິດເພື່ອວາງມາດຕະການແກ້ໄຂ.

....ມາດຕາ 42 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນ

ມາດຕາ 42 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ທວງເອົາສໍານວນຄະດີອາຍາ,ເອກະສານ,ຂອງກາງແລະຂໍ້ມູນຕ່າງໆກ່ຽວກັບການກະທໍາຜິດຈາກອົງການສືບສວນສອບສວນ; 2.ເຂົາຮ່ວມການສືບສວນສອບສວນຄະດີອາຍາຫຼືຈະດໍາເນີນການສືບສວນສອບສວນດ້ວຍຕົນເອງກໍ່ໄດ້ໃນກໍລະນີທີ່ຈໍາເປັນ; 3.ລົບລ້າງຄໍາສັ່ງຂອງອົງການສືບສວນສອບສວນທີ່ບໍ່ຖືກຕ້ອງຕາມກົດມາຍຫຼືບໍ່ມີເຫດຜົນ; 4.ໃຫ້ຄໍາແນະນໍາເປັນລາຍລັກອັກສອນກ່ຽວກັບການປະຕິບັດມາດຕະການສືບສວນສອບສວນ,ມາດຕະການສະກັດກັ້ນແລະການຊອກຫາຜູ້ກະທໍາຜິດ,ການຈໍາແນກການກະທໍາຜິດ; 5.ອອກຄໍາສັ່ງຕ່າງໆເປັນຕົ້ນຄໍາສັ່ງກັກຕົວ,ຈັບຕົວ,ກັກຂັງພາງ,ປ່ອຍຕົວພາງຜູ້ຖືກຫາ,ກວດຄົ້ນເຄຫະສະຖານກ່ຽວກັບການກະທໍາຜິດທີ່ບໍ່ເຊິ່ງໜ້າຫຼືໃນກໍລະນີທີ່ບໍ່ຮີບດ່ວນ; 6.ຕໍ່ກໍານົດເວລາສືບສວນສອບສວນແລະກໍານົດເວລາກັກຂັງພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 7.ສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນພ້ອມດ້ວຍຄໍາແນະນໍາກ່ຽວກັບການສືບສວນສອບສວນເພີ່ມເຕີມ; 8.ອອກຄໍາສັ່ງໃຫ້ເຈົ້າໜ້າທີ່ສືບສວນສອບສວນທີ່ໄດ້ລະເມີດກົດໝາຍໃນການດໍາເນີນຄະດີຢຸດເຊົາການສືບສວນສອບສວນ; 9.ອອກຄໍາສັ່ງເປີດການສືບສວນສອບສວນ,ຊັດມ້ຽນຄະດີຫຼືໂຈະການດໍາເນີນຄະດີ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 43 ຜົນບັງຄັບໃນການປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນ

ມາດຕາ 43 ຜົນບັງຄັບໃນການປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນ ທຸກຄໍາສັ່ງແລະຄໍາແນະນໍາຂອງຫົວໜ້າອົງການໄອຍະການປະຊາຊົນມີຜົນບັງຄັບປະຕິບັດສໍາລັບອົງການສືບສວນສອບສວນ.

...ໝວດທີ 3 ການສັ່ງຟ້ອງຂຶ້ນສານ


....ມາດຕາ 44 (ໃໝ່) ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ

ມາດຕາ 44 (ໃໝ່) ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານແມ່ນການອອກຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນທີ່ບົ່ງຂໍ້ກ່າວຫາໃສ່ຜູ້ຖືກຫາພ້ອມທັງສົ່ງສໍານວນຄະດີ,ຜູ້ຖືກຫາແລະຂອງກາງໃຫ້ສານພິຈາລະນາຕັດສິນຕາມກົດໝາຍ. ມີແຕ່ອົງການໄອຍະການປະຊາຊົນເທົ່ານັ້ນມີສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ອົງການໄອຍະການປະຊາຊົນເປັນຜູ້ຕາງໜ້າລັດແລະເປັນໂຈໃນຄະດີອາຍາ. ສໍາລັບຂັ້ນຕອນການສັ່ງຟ້ອງຜູ້ຖືກຫາຂຶ້ນສານໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

....ມາດຕາ 45 (ໃໝ່) ການສັ່ງຟ້ອງແລະການຖະແຫຼງຂຶ້ນສານ

ມາດຕາ 45 (ໃໝ່) ການສັ່ງຟ້ອງແລະການຖະແຫຼງຂຶ້ນສານ ກ່ອນຈະທໍາການສັ່ງຟ້ອງຜູ້ຖືກຫາແລະຖະແຫຼງຂຶ້ນສານນັ້ນອົງການໄອຍະການປະຊາຊົນຕ້ອງຄົ້ນຄວ້າສໍານວນຄະດີຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສ,ຮັບປະກັນໃຫ້ມີຫຼັກຖານຮັດກຸມແລະໜັກແໜ້ນເພື່ອຢັ້ງຢືນຄໍາສັ່ງຟ້ອງແລະຄໍາຖະແຫຼງຂອງຕົນຕໍ່ສານປະຊາຊົນ. ອົງການໄອຍະການປະຊາຊົນອາດຈະທໍາການສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍກົງໂດຍບໍ່ຕ້ອງເປີດການສືບສວນສອບສວນກໍ່ໄດ້ໃນກໍລະນີການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ກົດໝາຍກໍານົດໂທດຕັດອິດສະລະພາບສູງສຸດບໍ່ເກີນສາມປີຖ້າຫາກມີຫຼັກຖານຄົບຖ້ວນແລ້ວ. ຄໍາສັ່ງຟ້ອງຂອງອົງການໄອຍະການປະຊາຊົນຕ້ອງແຈ້ງໃຫ້ຜູ້ຖືກຫາຊາຢ່າງໜ້ອຍສາມວັນກ່ອນສົ່ງສໍານວນຄະດີໃຫ້ສານປະຊາຊົນພິຈາລະນາ.

...ໝວດທີ 4 ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ


....ມາດຕາ 46 ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ

ມາດຕາ 46 ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ ອົງການໄອຍະການປະຊາຊົນຕິດຕາມກວດກາການປະຕິບັດກົດໝາຍການດໍາເນີນຄະດີຢູ່ສານໃຫ້ດໍາເນີນຢ່າງຮອບດ້ານ,ຄົບຖ້ວນ,ພາວະວິໄສແລະຖືກຕ້ອງຕາມຂັ້ນຕອນເພື່ອໃຫ້ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານຖືກຕ້ອງແລະຍຸຕິທໍາ.

....ມາດຕາ 47 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດມາຍໃນການດໍາເນີນຄະດີອາ

ມາດຕາ 47 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດມາຍໃນການດໍາເນີນຄະດີອາຍາຢູ່ສານ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີອາຍາຢູ່ສານໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ເຂົ້າຮ່ວມໃນການດໍາເນີນຄະດີອາຍາຢູ່ທີ່ປະຊຸມສານຂັ້ນຂອງຕົນເພື່ອກ່າວຟ້ອງແລະຖະແຫຼງຕໍ່ສານ,ກວດກາການໄຕ່ສວນຄະດີໃນທີ່ປະຊຸມສານໃຫ້ດໍາເນີນໄປ ຢ່າງຖືກຕ້ອງຕາມກົດໝາຍ; 2.ກວດກາຄໍາຕັດສິນຫຼືຄໍາພິພາກສາຂອງສານຖືກຕ້ອງຫຼືບໍ່ຖືກຕ້ອງຕາມການສັ່ງຟ້ອງຂອງຕົນລວມທັງການວາງໂທດແລະການນໍາໃຊ້ມາດຕາກົດໝາຍໃສ່ການກະທໍາຜິດນັ້ນ; 3.ສະເໜີຄັດຄ້ານຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາຄະດີອາຍາທີ່ຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນຂັ້ນລຸ່ມແລະຂັ້ນຂອງຕົນທີ່ເຫັນວ່າບໍ່ມີເຫດຜົນໜັກແໜ້ນຫຼືບໍ່ຖືກຕ້ອງຕາມກົດໝາຍ; 4.ຖອນຄໍາສະເໜີຄັດຄ້ານຂອງຕົນກ່ອນສານຕັດສິນ; 5.ສະເໜີຮື້ຟື້ນຄະດີຕາມກົດໝາຍໃນກໍລະນີທີ່ໄດ້ພົບເຫັນຫຼັກຖານໃໝ່; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 48 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຂອງສານໃນການດໍາເນີນ

ມາດຕາ 48 (ໃໝ່) ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຂອງສານໃນການດໍາເນີນຄະດີແພ່ງ,ການຄ້າ,ຄອບຄົວແລະເດັກ ເພື່ອປົກປ້ອງຜົນປະໂຫຍດຂອງລັດແລະສັງຄົມຫຼືຂອງບຸກຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດໃນການດໍາເນີນຄະດີແພ່ງ,ການຄ້າ,ຄອບຄົວແລະເດັກອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: ໃນກໍລະນີທີ່ບໍ່ມີຜູ້ຮ້ອງຟ້ອງ: 1.ເປັນໂຈດທາງແພ່ງ; 2.ດໍາເນີນການປະກອບຫຼັກຖານໃນຄະດີແລະທໍາການຮ້ອງຟ້ອງຕໍ່ສານປະຊາຊົນ; 3.ເຮັດຄໍາຖະແຫຼງເປັນລາຍລັກອັກສອນຕໍ່ສານປະຊາຊົນ; 4.ເຂົ້າຮ່ວມເພື່ອຖະແຫຼງໃນທີ່ປະຊຸມສານຂັ້ນຂອງຕົນ.

ໃນກໍລະນີທີ່ມີຜູ້ຮ້ອງຟ້ອງຫຼືໂຈດທາງແພ່ງ: 1.ຄົ້ນຄວ້າສໍານວນຄະດີແລະເຮັດຄໍາຖະແຫຼງເປັນລາຍລັກອັກສອນຕໍ່ສານປະຊາຊົນ; 2.ເຂົ້າຮ່ວມເພື່ອຖະແຫຼງໃນທີ່ປະຊຸມສານຂັ້ນຂອງຕົນ; 3.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 49 (ໃໝ່) ການຕິດຕາມກວດກາການດໍາເນີນຄະດີແພ່ງ,ການຄ້າແລະຄອບຄົວ

ມາດຕາ 49 (ໃໝ່) ການຕິດຕາມກວດກາການດໍາເນີນຄະດີແພ່ງ,ການຄ້າແລະຄອບຄົວ ການຕິດຕາມກວດກາການປະຕິບັດກົດໝາຍຂອງສານໃນການດໍາເນີນຄະດີແພ່ງ,ການຄ້າແລະຄອບຄົວທົ່ວໄປອົງການໄອຍະການປະຊາຊົນມີສິດ,ໜ້າທີ່ດັ່ງນີ້: 1.ຄົ້ນຄວ້າບົດສະຫຼຸບຫຼືສໍານວນຄະດີທີ່ສານປະຊາຊົນສົ່ງມາໃຫ້; 2.ສົ່ງຄໍາຖະແຫຼງເປັນລາຍລັກອັກສອນໃນກໍລະນີທີ່ຄະດີມີຄວາມຫຍຸ້ງຍາກ,ສັບສົນ; 3.ເຂົາຮ່ວມເພື່ອຖະແຫຼງໃນທີ່ປະຊຸມສານຂັ້ນຂອງຕົນແລະມອບຄໍາຖະແຫຼງໃຫ້ສານ; 4.ສະເໜີຄັດຄ້ານຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາຄະດີແພ່ງ,ການຄ້າແລະຄອບຄົວທີ່ຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນຂັ້ນລຸ່ມແລະຂັ້ນຂອງຕົນທີ່ເຫັນວ່າບໍ່ມີເຫດຜົນໜັກແໜ້ນຫຼືບໍ່ຖືກຕ້ອງຕາມກົດໝາຍ; 5.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

...ໝວດທີ 5 ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ


....ມາດຕາ 50 (ໃໝ່) ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ

ມາດຕາ 50 (ໃໝ່) ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄດ້ຮັບການຈັດຕັ້ງປະຕິບັດຟ່າງຖືກຕ້ອງແລະຄົບຖ້ວນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 51 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ

ມາດຕາ 51 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີໃຫ້ພະນັກງານປະຕິບັດຄໍາຕັດສິນຂອງສານ; -ລາຍງານສະພາບການປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານ; -ປະຕິບັຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວຊຶ່ງຍັງບໍ່ທັນໄດ້ຮັບການປະຕິບັດ; 2.ກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານເປັນຕົ້ນການປະຕິບັດກົດໝາຍ,ການຊໍາລະທາງແພ່ງ,ການເກັບແລະການມອບຄ່າທໍານຽມສານ,ຄ່າອາກອນແລະຄ່າປັບໃໝເຂົ້າງົບປະມານ,ການຮິບຊັບແລະການຮິບວັດຖຸສິ່ງຂອງເຂົ້າເປັນຂອງລັດ,ການປະຕິບັດໂທດທາງອາຍາ; 3.ສະເໜີປ່ຽນແປງ,ລົບລ້າງຫຼືໂຈະການປະຕິບັດທີ່ບໍ່ຖືກຕ້ອງຕາມຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານ. ທຸກຄໍາສະເໜີຂອງອົງການໄອຍະການປະຊາຊົນພະນັກງານປະຕິບັດຄໍາຕັດສິນຂອງສານຕ້ອງຈັດຕັ້ງປະຕິບັດພາຍໃນສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

...ໝວດທີ 6 ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ


....ມາດຕາ 52 ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ

ມາດຕາ 52 ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງແລະສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານແມ່ນເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍແລະເງື່ອນໄຂຂອງການກັກຕົວ,ການກັກຂັງ,ການດັດສ້າງ,ການປະຕິບັດໂທດຕັດອິດສະລະພາບແລະມາດຕະການບັງຄັບອື່ນຂອງສານ.

....ມາດຕາ 53 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນ

ມາດຕາ 53 ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້ 1.ຊອກຮູ້ການກັກຕົວ,ການກັກຂັງ,ການຍົກຍ້າຍ,ການອອກໄປປິ່ນປົວແລະການປ່ອຍຕົວຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກດັດສ້າງຫຼືນັກໂທດປະຕິບັດຖືກຕ້ອງຫຼືບໍ່ຖືກຕ້ອງຕາມທີ່ກົດໝາຍໄດ້ກໍານົດໄວ້ເພື່ອວາງມາດຕະການແກ້ໄຂໃຫ້ທັນການ; 2.ລົງກວດກາສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງແລະສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານຢ່າງເປັນລະບົບຫຼືໃນເວລາໃດກໍ່ໄດ້ຕາມທີ່ກົດໝາຍໄດ້ກໍານົດໄວ້; 3.ກວດກາເອກະສານກ່ຽວກັບການກັກຕົວ,ການຈັບຕົວ,ການກັກຂັງ,ການປ່ອຍຕົວ,ການດັດສ້າງແລະການປະຕິບັດມາດຕະການບັງຄັບອື່ນຂອງສານ; 4.ກວດກາການຄຸ້ມຄອງຜູ້ຖືກກັກຕົວ,ກັກຂັງ,ດັດສ້າງແລະປະຕິບັດມາດຕະການບັງຄັບອື່ນຂອງສານພ້ອມທັງສອບຖາມບຸກຄົນດັ່ງກ່າວ; 5.ກວດກາການກະທໍາຂອງເຈົ້າໜ້າທີ່ຕໍ່ບຸກຄົນທີ່ຖືກກັກຕົວ,ຈັບຕົວ,ກັກຂັງ,ດັດສ້າງແລະປະຕິບັດມາດຕະການບັງຄັບອື່ນຂອງສານ.ໃນກໍລະນີທີ່ພົບເຫັນການກະທໍາຂອງເຈົ້າໜ້າທີ່ເປັນການລະເມີດລະບຽບກົດໝາຍຕ້ອງຕັກເຕືອນ,ຖ້າຫາກເປັນການກະທໍາຜິດທາງອາຍາກໍ່ຕ້ອງດໍາເນີນຄິດີຕາມກົດໝາຍ; 6.ສັ່ງໃຫ້ປ່ອຍຕົວໃນທັນໃດບຸກຄົນທີ່ຖືກກັກຕົວ,ຈັບຕົວ,ກັກຂັງ,ດັດສ້າງຫຼືຖືກປະຕິບັດມາດຕະການບັງຄັບອື່ນຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍ; 7.ເຂົ້າຮ່ວມ,ຄົ້ນຄວ້າ,ພິຈາລະນາ,ຄັດເລືອກ,ຈັດແບ່ງປະເພດແລະເຮັດບົນຊີນັກໂທດທີ່ມີເງື່ອນໄຂໄດ້ຮັບການອະໄພຍະໂທດແລະກວດກາການຈັດຕັ້ງປະຕິບັດການໃຫ້ປະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ; 8.ກວດບັນຊີລາຍຊື່ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກດັດສ້າງຫຼືນັກໂທດໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ,ຜູ້ທີ່ໄດ້ຮັບອະນຸຍາດໄປປິ່ນປົວຫຼືນັກໂທດທີ່ໄດ້ຮັບອະນຸຍາດໃຫ້ຍົກຍ້າຍຈາກບ່ອນໜຶ່ງໄປປະຕິບັດໂທດຢູ່ບ່ອນອື່ນ; 9.ກວດກາຄໍາສັ່ງແລະລະບຽບການຕ່າງໆຂອງຄະນະຮັບຜິດຊອບສະຖານທີ່ກັກຕົວ,ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງເພື່ອໃຫ້ສອດຄ່ອງກັບກົດໝາຍແລະໃຫ້ຄະນະຮັບຜິດຊອບດັ່ງກ່າວອະທິບາຍເຫດຜົນຂອງການລະເມີດກົດມາຍ. ຄະນະຮັບຜິດຊອບສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງຕ້ອງປະຕິບັດຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນກ່ຽວກັບການເຄົາລົບລະບຽບການການກັກຕົວ,ການກັກຂັງ,ການດັດສ້າງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.

....ມາດຕາ 54 ຄວາມຮັບຜິດຊອບໃນການສົ່ງຄໍາຮ້ອງຟ້ອງ,ຄໍາສະເໜີຂອງຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກດັດສ້າງແລະນັກໂທດ

ມາດຕາ 54 ຄວາມຮັບຜິດຊອບໃນການສົ່ງຄໍາຮ້ອງຟ້ອງ,ຄໍາສະເໜີຂອງຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກດັດສ້າງແລະນັກໂທດ ຄະນະຮັບຜິດຊອບສະຖານທີ່ກັກຂັງ,ສູນດັດສ້າງແລະຄ້າຍດັດສ້າງຕ້ອງສົ່ງຄໍາຮ້ອງຟ້ອງ,ຄໍາສະເໜີຂອງຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກດັດສ້າງແລະນັກໂທດໃຫ້ອົງການໄອຍະການປະຊາຊົນພາຍໃນສີສິບແປດຊົ່ວໂມງນັບແຕ່ເວລາທີ່ໄດ້ຮັບເປັນຕົ້ນໄປ.

..ພາກທີ 4 ລະບອບວິທີເຮັດວຽກ


...ມາດຕາ 55 ລະບອບເຮັດວຽກ

ມາດຕາ 55 ລະບອບເຮັດວຽກ ອົງການໄອຍະການປະຊາຊົນທຸກຂັ້ນປະກອບເປັນລະບົບອົງການໄອຍະການປະຊາຊົນເອກະພາບແລະລວມສູນ,ນໍາພາໂດຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມຂຶ້ນກັບຫົວໜ້າອົງການໄອຍະການປະຊາຊົນຂັ້ນເທິງກໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມປະຕິບັດຕາມກົດໝາຍແລະຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ອົງການໄອຍະການປະຊາຊົນປະຕິບັດໜ້າທີ່ວຽກງານບົນພື້ນຖານຫຼັກການນິຕິທໍາໂດຍສອດຄ່ອງກັບກົດໝາຍ,ຮັບປະກັນການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບ.

...ມາດຕາ 56 (ໃໝ່) ວິທີເຮັດວຽກ

ມາດຕາ 56 (ໃໝ່) ວິທີເຮັດວຽກ ອົງການໄອຍະການປະຊາຊົນປະຕິບັດໜ້າທີ່ວຽກງານໂດຍມີແຜນການ,ແບ່ງງານແລະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ,ມີການກວດກາ,ສະຫຼຸບ,ຖອດຖອນບົດຮຽນແລະລາຍງານ,ຂໍຄໍາເຫັນຊີ້ນໍາຈາກຂັ້ນເທິງຂອງຕົນ,ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

..ພາກທີ 5 ຂໍ້ຫ້າມ


...ມາດຕາ 57 (ໃໝ່) ຂໍ້ຫ້າມສໍາລັບພະນັກງານປະຈໍາອົງການໄອຍະການປະຊາຊົນ

ມາດຕາ 57 (ໃໝ່) ຂໍ້ຫ້າມສໍາລັບພະນັກງານປະຈໍາອົງການໄອຍະການປະຊາຊົນ ຫ້າມພະນັກງານປະຈໍາອົງການໄອຍະການປະຊາຊົນມີການກະທໍາດັ່ງນີ້: 1.ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດທີ່ນ້ອງ; 2.ປະຕິບັດສິດ,ໜ້າທີ່ເກີນຂອບເຂດຕາມທີ່ກົດໝາຍໄດ້ກໍານົດໄວ້; 3.ບັງຄັບແລະນາບຂູ່ຜູ້ຖືກຫາ,ຈໍາເລີຍ,ນັກໂທດຫຼືຄູ່ຄວາມໃນຄະດີ; 4.ເມີນເສຍຕໍ່ໜ້າທີ່,ບິດເບືອນຄວາມຈິງ,ປິດບັງຫຼືປົກປ້ອງຜູ້ຖືກຫາ,ຈໍາເລີຍ,ນັກໂທດຫຼືຄູ່ຄວາມໃນຄະດີ; 5.ກັກສໍານວນຄະດີ,ກົດໜ່ວງເອກະສານເພື່ອຫາຜົນປະໂຫຍດຈາກການດໍາດນີນຄະດີ; 6.ທວງ,ຮຽກ,ຮັບເອົາສິນບົນຈາກຄູ່ຄວາມ,ບຸກຄົນແລະການຈັດຕັ້ງ; 7.ພົວພັນກັບຜູ້ຖືກຫາ,ຈໍາເລີຍ,ນັກໂທດຫຼືຄູ່ຄວາມໃນກຄະດີເພື່ອຫາຜົນປະໂຫຍດ; 8.ປິດບັງ,ຊຸກເຊື່ອງເອກະສານ,ຫຼັກຖານທີ່ມີຢູ່ໃນສໍານວນຄະດີ,ນໍາໃຊ້,ເຮັດໃຫ້ເປ່ເພເສຍຫາຍຂອງກາງໃນຄະດີ; 9.ເປີດເຜີຍຄວາມລັບທາງລັດຖະການ; 10.ມີການກະທໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

...ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຫ້າມຜູ້ເຂົ້າຮ່ວມໃນການດໍາເນີນຄະດີມີການກະທໍາດັ່ງນີ້: 1.ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ນາບຂູ່ພະນັກງານປະຈໍາອົງການໄອຍະການປະຊາຊົນ,ຜູ້ສະໜອງຂໍ້ມູນຫຼັກຖານໃຫ້ແກ່ການດໍາເນີນຄະດີຫຼືບຸກຄົນອື່ນທີ່ກ່ຽວຂ້ອງ; 2.ລາຍງານ,ສະໜອງຂໍ້ມູນຫຼັກຖານບໍ່ຖືກກັບຄວາມຈິງ,ຊຸກເຊື່ອງ,ທໍາລາຍເອກະສານ,ວັດຖຸສິ່ງຂອງທີ່ເປັນຫຼັກຖານໃນຄະດີ; 3.ປະຕິເສດການສະໜອງຂໍ້ມູນຫຼັກຖານກ່ຽວກັບຄະດີ; 4.ໃຫ້ສິນບົນພະນັກງານປະຈໍາອົງການໄອຍະການປະຊາຊົນ,ພະຍານຫຼືບຸກຄົນອື່ນທີ່ກ່ຽວຂ້ອງ; 5.ໝິ່ນປະໝາດ,ໃສ່ຮ້າຍພະນັກງານປະຈໍາອົງການໄອຍະການປະຊາຊົນ; 6.ມີການກະທໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

...ມາດຕາ 59 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 59 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1.ແຊກແຊງ,ກ້າວກ່າຍແລະຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານປະຈໍາອົງການໄອຍະການປະຊາຊົນ; 2.ປົກປິດ,ເຊື່ອງອໍາຫຼືທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບຄະດີ; 3.ນາບຂູ່ຫຼືທໍາຮ້າຍພະນັກງານປະຈໍາອົງການໄອຍະການປະຊາຊົນ,ພະຍານຫຼືບຸກຄົນອື່ນທີ່ກ່ຽວຂ້ອງກັບຄະດີ; 4.ປົກປ້ອງ,ຊຸກເຊື່ອງຜູ້ຖືກຫາ,ຈໍາເລີຍ,ນັກໂທດຫຼືຄູ່ຄວາມໃນຄະດີ; 5.ໃຫ້ສິນບົນພະນັກງານປະຈໍາອົງການໄອຍະການປະຊາຊົນ; 6.ໝິ່ນປະໝາດ,ໃສ່ຮ້າຍພະນັກງານປະຈໍາອົງການໄອຍະການປະຊາຊົນ; 7.ກັກຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະຖານໂດຍບໍ່ມີຄໍາສັ່ງຂອງອົງການໄອຍະການປະຊາຊົນຫຼືສານປະຊາຊົນ; 8.ນໍາໃຊ້,ເຮັດໃຫ້ເປ່ເພເສຍຫາຍຂອງກາງໃນຄະດີ; 9.ມີການກະທໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

..ພາກທີ 6 ການຕິດຕາມກວດກາອົງການໄອຍະການປະຊາຊົນ


...ມາດຕາ 60 (ໃໝ່) ປະເພດການຕິດຕາມກວດກາ

ມາດຕາ 60 (ໃໝ່) ປະເພດການຕິດຕາມກວດກາ ການຕິດຕາມກວດກາອົງການໄອຍະການປະຊາຊົນມີສອງປະເພດດັ່ງນີ້: 1.ການຕິດຕາມກວດກາພາຍໃນຊຶ່ງແມ່ນອົງການໄອຍະການປະຊາຊົນຂັ້ນເທິງກວດກາອົງການໄອຍະການປະຊາຊົນຂັ້ນລຸ່ມຕາມກົດໝາຍສະບັບນີ້; 2.ການຕິດຕາມກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດກວດກາຕາມກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ.

...ມາດຕາ 61 (ໃໝ່) ເນື້ອໃນການຕິດຕາມກວດກາ

ມາດຕາ 61 (ໃໝ່) ເນື້ອໃນການຕິດຕາມກວດກາ ການຕິດຕາມກວດກາອົງການໄອຍະການປະຊາຊົນມີເນື້ອໃນດັ່ງນີ້: 1.ກວດກາການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນ; 2.ກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນເປັນຕົ້ນການນໍາໃຊ້ມາດຕະການສືບສວນສອບສວນແລະມາດຕະການສະກັດກັ້ນ; 3.ກວດກາການອໍານວນຄວບຄຸມ,ການຄຸ້ມຄອງທາງດ້ານການຈັດຕັ້ງແລະບຸກຄະລາກອນ; 4.ກວດກາການປະຕິບັດນະໂຍບາຍແລະມາດຕະການຕໍ່ພະນັກງານປະໍາອົງການໄອຍະການປະຊາຊົນ.

...ມາດຕາ 62 (ໃໝ່) ຮູບການການຕິດຕາມກວດກາ

ມາດຕາ 62 (ໃໝ່) ຮູບການການຕິດຕາມກວດກາ ການຕິດຕາມກວດກາອົງການໄອຍະການປະຊາຊົນດໍາເນີນຕາມແຜນການປົກກະຕິ,ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແລະແບບກະທັນຫັນ.

..ພາກທີ 7 ວັນສ້າງຕັ້ງ,ງົບປະມານ,ເຄື່ອງໝາຍ,ເຄື່ອງແບບ,ກາໝາຍ,ບັດປະຈໍາການແລະຕາປະທັບ


...ມາດຕາ 63 (ໃໝ່) ວັນສ້າງຕັ້ງອົງການໄອຍະການປະຊາຊົນ

ມາດຕາ 63 (ໃໝ່) ວັນສ້າງຕັ້ງອົງການໄອຍະການປະຊາຊົນ ວັນສ້າງຕັ້ງອົງການໄອຍະການປະຊາຊົນແມ່ນວັນທີເກົ້າມັງກອນປີພັນເກົ້າຮ້ອຍເກົ້າສິບ.

...ມາດຕາ 64 ງົບປະມານຂອງອົງການໄອຍະການປະຊາຊົນ

ມາດຕາ 64 ງົບປະມານຂອງອົງການໄອຍະການປະຊາຊົນ ງົບປະມານຂອງອົງການໄອຍະການປະຊາຊົນໃຫ້ຂຶ້ນຕາມສາຍຕັ້ງໂດຍແມ່ນອົງການໄອຍະການປະຊາຊົນສູງສຸດເປັນຜູ້ສັງລວມແຜນການງົບປະມານຈາກອົງການໄອຍະການປະຊາຊົນຂັ້ນລຸ່ມຂອງຕົນແລ້ວສ້າງເປັນແຜນການງົບປະມານລວມແລະນໍາສະເໜີຂໍການອະນຸມັດຕາມລະບຽບກົດໝາຍ. ງົບປະມານຂອງອົງການໄອຍະການທະຫານໃຫ້ຂຶ້ນກັບກະຊວງປ້ອງກັນປະເທດ. ຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນ,ພະນັກງານໄອຍະການປະຊາຊົນແລະຜູ້ຊ່ວຍພະນັກງານໄອຍະການປະຊາຊົນມີດັດສະນີຂັ້ນເງິນເດືອນສະເພາະຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 65 ເຄື່ອງໝາຍ,ເຄື່ອງແບບ,ກາໝາຍແລະບັດປະຈໍາການຂອງອົງການໄອຍະການປະຊາຊົນ

ມາດຕາ 65 ເຄື່ອງໝາຍ,ເຄື່ອງແບບ,ກາໝາຍແລະບັດປະຈໍາການຂອງອົງການໄອຍະການປະຊາຊົນ ເຄື່ອງໝາຍ,ເຄື່ອງແບບແລະກາໝາຍຂອງອົງການໄອຍະການປະຊາຊົນແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ບັດປະຈໍາການຂອງຫົວໜ້າ,ຮອງຫົວໜ້າອົງການໄອຍະການແລະພະນັກງານໄອຍະການປະຊາຊົນແມ່ນຫົວໜ້າອົງການໄອຍະການປະຊາຊົນສູງສຸດເປັນຜູ້ອອກໃຫ້.

...ມາດຕາ 66 ຕາປະທັບຂອງອົງການໄອຍະການປະຊາຊົນ

ມາດຕາ 66 ຕາປະທັບຂອງອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນແຕ່ລະຂັ້ນມີຕາປະທັບຂອງຕົນຊຶ່ງເປັນຮູບວົງມົນ,ຢູ່ກາງວົງມົນມີເຄື່ອງມາຍຊາດ,ເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງຂຽນວ່າ:"ອົງການໄອຍະການປະຊາຊົນສູງສຸດ"ເບື້ອງລຸ່ມຂຽນຊື່ຂອງອົງການໄອຍະກການປະຊາຊົນຂັ້ນຂອງຕົນຊຶ່ງຂຶ້ນດ້ວຍຮູບດາວຫ້າແຈ. ສໍາລັບຕາປະທັບຂອງອົງການໄອຍະການປະຊາຊົນສູງສຸດນັ້ນເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງຂຽນວ່າ:"ສາທາລະນະລັດປະຊາທິປະໄຕປະຊາຊົນລາວ"ເບື້ອງລຸ່ມຂຽນວ່າ:"ອົງການໄອຍະການປະຊາຊົນສູງສຸດ"ຊຶ່ງຂັ້ນດ້ວຍຮູບດາຍຫ້າແຈ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການນຕໍ່ຜູ້ລະເມີດ


...ມາດຕາ 67 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 67 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນກ່ຽວກັບການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການປົກປ້ອງ,ການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 68 (ໃໝ່) ມາດຕະການນນຕໍ່ຜູ້ລະເມີດ

ມາດຕາ 68 (ໃໝ່) ມາດຕະການນນຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືດໍາເນີນຄະດີຕາມລະບຽບກົດໝາຍຕາມກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 69 ການຈັດຕັ້ງປະຕິບັດ

ມາດຕາ 69 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວແລະອົງການໄອຍະການປະຊາຊົນສູງສຸດເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 70 ຜົນສັກສິດ

ມາດຕາ 70 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງສປປລາວສະບັບເລກທີ06/ສພຊລົງວັນທີ21ຕຸລາ2003. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ