ກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ 03-04-1999

From Wikisource
Jump to navigation Jump to search

.ອຸດສາຫະກໍາປຸງແຕ່ງ 03-04-1999


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ໜ້າທີ່ຂອງກົດໝາຍ

ມາດຕາ 1 ໜ້າທີ່ຂອງກົດໝາຍ ກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງກໍານົດຫຼັກການ,ລະບຽບການແລະມາດຕະການຕ່າງໆກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງແນໃສ່ຂະຫຍາຍອຸດສາຫະກໍາແລະຫັດຖະກໍາ;ເອົາອຸດສາຫະກໍາປຸງແຕ່ງຕິດພັນກັບການກະສິກໍາ-ປ່າໄມ້;ຫັນເສດຖະກິດທໍາມະຊາດຂອງຊາວກະສິກອນໄປສູ່ເສດຖະກິດສິນຄ້າເຮັດໃຫ້ໂຄງປະກອບເສດຖະກິດກະສິກໍາປ່າໄມ້,ອຸດສາຫະກໍາແລະການບໍລິການຕິດພັນກັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

...ມາດຕາ 2 ອຸດສາຫະກໍາປຸງແຕ່ງ

ມາດຕາ 2 ອຸດສາຫະກໍາປຸງແຕ່ງ ອຸດສາຫະກໍາປຸງແຕ່ງແມ່ນອຸດສາຫະກໍາແລະຫັດຖະກໍາກ່ຽວກັບກິດຈະການໂຮງງານຊຶ່ງໝາຍເຖິງການປ່ຽນແປງວັດຖຸດິບຫຼືວັດຖຸເຄິ່ງສໍາເລັດຮູບຈາກສະພາບເດີມໄປສູ່ຜະລິດຕະພັນໃໝ່ດ້ວຍການນໍາໃຊ້ເຄື່ອງຈັກຫຼືແຮງງານຄົນຢູ່ໃນໂຮງຮຽນຫຼືສະຖານທີ່ອອກແຮງງານໃດໜຶ່ງກໍ່ໄດ້ຊຶ່ງຜະລິດຕະພັນເຫຼົ່ານັ້ນສາມາດນໍາເອົາໄປຈໍາໜ່າຍເປັນສິນຄ້າໄດ້.

...ມາດຕາ 3 ການສົ່ງເສີມອຸດສາຫະກໍາປຸງແຕ່ງ

ມາດຕາ 3 ການສົ່ງເສີມອຸດສາຫະກໍາປຸງແຕ່ງ ລັດສົ່ງເສີມທຸກພາກສ່ວນເສດຖະກິດໃຫ້ລົງທຶນເຂົ້າໃສ່ອຸດສາຫະກໍາແລະຫັດຖະກໍາປຸງແຕ່ງເພື່ອຜະລິດສິນຄ້າໃຊ້ສອຍພາຍໃນປະເທດ,ທົດແທນສິນຄ້ານໍາເຂົ້າແລະຜະລິດສິນຄ້າສົ່ງອອກໂດຍນໍາໃຊ້ວັດຖຸດິບພາຍໃນປະເທດເປັນຕົ້ນ:ວັດຖຸດິບຈາກກະສິກໍາ-ປ່າໄມ້.

...ມາດຕາ 4 ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 4 ການປົກປັກຮັກສາສິ່ງແວດລ້ອມ ການດໍາເນີນກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕ້ອງຮັບປະກັນການປົກປັກຮັກສາສິ່ງແວດລ້ອມຕາມທີ່ໄດ້ກໍານົດວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.

...ມາດຕາ 5 ການປົກປ້ອງສິດຜົນປະໂຫຍດຂອງຜູ້ລົງທຶນ

ມາດຕາ 5 ການປົກປ້ອງສິດຜົນປະໂຫຍດຂອງຜູ້ລົງທຶນ ລັດປົກປ້ອງສິດຜົນປະໂຫຍດຂອງຜູ້ລົງທຶນດ້ານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງບົນເພື່ອນຖານກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ,ກົດໝາຍວ່າດ້ວຍການສົ່ງເສີມແລະຄຸ້ມຄອງ,ການລົງທຶນຂອງຕ່າງປະເທດຢູ່ສປປລາວ,ກົດໝາຍວ່າດ້ວຍທຸລະກິດແລະກົດໝາຍອື່ນໆທີ່ກ່ຽວຂ້ອງຂອງສປປລາວ.

...ມາດຕາ 6 ການຮ່ວມມືສາກົນ

ມາດຕາ 6 ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມທຸກພາກສ່ວນເສດຖະກິດໃນການຮ່ວມມືກັບສາກົນເພື່ອຊຸກຍູ້ອຸດສາຫະກໍາແລະຫັດຖະກໍາປຸງແຕ່ງໃຫ້ຂະຫຍາຍຕົວແລະຫັນເປັນທັນສະໄໝເທື່ອລະກ້າວ.

...ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ເພື່ອຄຸ້ມຄອງ,ກວດກາແລະສົ່ງເສີມການພັດທະນາກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ.

..ພາກທີ 2 ກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ


...ໝວດທີ 1 ກິດຈະການໂຮງງານ


....ມາດຕາ 8 ໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ

ມາດຕາ 8 ໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ ໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງປະກອບດ້ວຍ:ສະຖານທີ່,ອາຄານຫຼືພາຫະນະທີ່ບັນຈຸເຄື່ອງຈັກຊຶ່ງມີກໍາລັງແຮງລວມຫຼືກໍາລັແຮງທຽບເທົ່າແຕ່ຫ້າແຮງມ້າຫຼືສາມຈຸດສາມກິໂລວັດຂຶ້ນໄປຫຼືໃຊ້ຄົນງານແຕ່ສິບຄົນຂຶ້ນໄປເພື່ອດໍາເນີນການຜະລິດ,ປະກອບ,ສ້ອມແປງ,ປັບປຸງ,ດັດແປງ,ບັນຈຸຫຼືການປຸງແຕ່ງຄືນໃໝ່ໃນປະເພດໂຮງງານທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້.

....ມາດຕາ 9 ປະເພດໂຮງງານ

ມາດຕາ 9 ປະເພດໂຮງງານ ປະເພດໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງປະກອບມີຫຼາຍກຸ່ມໂຮງງານຕາມລະດັບຄວາມສໍາຄັນດັ່ງນີ້: 1.ໂຮງງານປຸງແຕ່ງສະບຽງອາຫານແລະເຄື່ອງດື່ມ; 2.ໂຮງງານປຸງແຕ່ງໄມ້ແລະຜະລິດຕະພັນທີ່ເຮັດຈາກໄມ້ແລະຫວາຍ; 3.ໂຮງງານຜະລິດແຜ່ນແພ,ເສັ້ນດ້າຍແລະເສັ້ນໃຍ; 4.ໂຮງງານຜະລິດເຄື່ອງນຸ່ງຫົ່ມ; 5.ໂຮງງານຜະລິດເຈ້ຍແລະຜະລິດຕະພັນຈາກເຈ້ຍ; 6.ໂຮງງານພິມຈໍາໜ່າຍ,ອຸປະກອນການສຶກສາແລະວາລະສານ; 7.ໂຮງງານຜະລິດເຄື່ອງຈັກໄຟຟ້າແລະອຸປະກອນໄຟຟ້າ; 8.ໂຮງງານປຸງແຕ່ງເຄມີ,ຜະລິດຕະພັນເຄມີແລະການຜະລິດຢາປົວພະຍາດ; 9.ໂຮງງານປຸງແຕ່ງຢ່າງແລະຜະລິດຕະພັນປຼາສະຕິກ; 10.ໂຮງງານປຸງແຕ່ງແຮ່ທາດອະໂລຫະ; 11.ໂຮງງານປຸງແຕ່ງຜະລິດຕະພັນຢາສູບ; 12. ໂຮງງານປຸງແຕ່ງໜັງແລະຜະລິດຕະພັນຈາກໜັງ; 13.ໂຮງງານກ່ຽວກັບຖ່ານຫີນແລະເຊື້ອໄຟ; 14.ໂຮງງານປຸງແຕ່ງໂລຫະຂັ້ນຕົ້ນ; 15.ໂຮງງານກ່ຽວກັບຜະລິດຕະພັນໂລຫະຍົກເວັ້ນເຄື່ອງຈັກແລະອຸປະກອນຮັບໃຊ້; 16.ໂຮງງານຜະລິດຫຼືປະກອບເຄື່ອງຈັກແລະອຸປະກອນຕ່າງໆ; 17.ໂຮງງານຜະລິດເຄື່ອງໃຊ້ຫ້ອງການ,ການບັນຊີແລະເຄື່ອງຈັກສະໝອງກົນ; 18.ໂຮງງານຜະລິດຫຼືປະກອບວິທະຍຸ,ໂທລະທັດ,ເຄື່ອງໃຊ້ໄຟຟ້າ,ເຄື່ອງອຸປະກອນການສື່ສານແລະເຄື່ອງມືຮັບໃຊ; 19.ໂຮງງານຜະລິດຫຼືປະກອບອຸປະກອນການແພດ; 20.ໂຮງງານຜະລິດຫຼືປະກອບພາຫະນະຂົນສົ່ງອື່ນໆ; 21.ໂຮງງານຜະລິດຫຼືປະກອບພາຫະນະຂົນສົ່ງອື່ນໆ; 22.ໂຮງງານຜະລິດເຟີນີເຈີ,ເຄື່ອງດົນຕີ,ເຄື່ອງກິລາ,ເຄື່ອງຫຼິ້ນ; 23.ໂຮງງານກ່ຽວກັບການປຸງແຕ່ງຄືນໃໝ່.

....ມາດຕາ 10 ລະດັບໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ

ມາດຕາ 10 ລະດັບໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ ເພື່ອເປັນພື້ນຖານໃນການແບ່ງຂັ້ນຄຸມຄອງ,ປະເພດໂຮງງານທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້ໄດ້ຈັດເປັນ3ລະດັບໂດຍອີງໃສ່ຂະໜາດຂອງກໍາລັງແຮງລວມເຄື່ອງຈັກ,ຈໍານວນກໍາມະກອນແລະຜົນກະທົບຕໍ່ສິ່ງແວດລ້ອມດັ່ງນີ້: ໂຮງງານລະດັບທີ1:ໝາຍເຖິງປະເພດໂຮງງານຂະໜາດໃຫຍ່ທີ່ມີຈໍານວນແຮງງານເກີນກວ່າສອງຮ້ອຍຄົນຫຼືກໍາລັງແຮງຂອງເຄື່ອງຈັກເກີນກວ່າສອງຮ້ອຍແຮງມ້າຫຼືມີຜົນກະທົບຕໍ່ສິ່ງແວດລ້ອມສູງ. ໂຮງງານລະດັບທີ2:ໝາຍເຖິງປະເພດໂຮງງານຂະໜາດກາງທີ່ມີຈໍານວນແຮງງານແຕ່ຫ້າສິບເອັດຫາສອງຮ້ອຍຄົນຫຼືກໍາລັງແຮງຂອງເຄື່ອງຈັກແຕ່ຫ້າສິບເອັດຫາສອງຮ້ອຍແຮງມ້າຫຼືມີຜົນກະທົບຕໍ່ສິ່ງແວດລ້ອມປານກາງ. ໂຮງງານລະດັບທີ3:ໝາຍເຖິງປະເພດໂຮງງານຂະໜາດນ້ອຍທີ່ມີຈໍານວນແຮງງານແຕ່ສິບຫາຫ້າສິບຄົນຫຼືກໍາລັງແຮງຂອງເຄື່ອງຈັກແຕ່ຫ້າຫາຫ້າສິບແຮງມ້າຫຼືມີຜົນກະທົບຕໍ່ສິ່ງແວດລ້ອມຕໍ່າ. ລະດັບໂຮງງານອາດຈະເລື່ອນຂຶ້ນຫຼືຫຼຸດລົງຖ້າມີການປ່ຽນແປງປະເພດກິດຈະການການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຫຼືການປ່ຽນແປງທາງດ້ານຈໍານວນແຮງງານຫຼືກໍາລັງແຮງຂອງເຄື່ອງຈັກຫຼືການປ່ຽນແປງຂອງຜົນກະທົບຕໍ່ສິ່ງແວດລ້ອມ.

....ມາດຕາ 11 ການດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ

ມາດຕາ 11 ການດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ ການດໍາເນີນກິດຈະການໂຮງງານຕ້ອງປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງແລະຕ້ອງມີໃບອະນຸຍາດດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕາມລະບຽບການຈາກຂະແໜງອຸດສາຫະກໍາແລະຫັດຖະກໍາ. ໃບອະນຸຍາດດໍາເນີນກິດຈະການໂຮງງານມີອາຍຸແຕ່ສາມປາຫ້າປີໂດຍອີງໃສ່ປະເພດແລະຂະໜາດຂອງໂຮງງານແລະສາມາດຕໍ່ໄດ້.

...ໝວດທີ 2 ການຄຸ້ມຄອງເຄື່ອງຈັກ


....ມາດຕາ 12 ການຂື້ນບັນຊີແລະການຄິດໄລ່ແຮງມ້າປຽບທຽບເຄື່ອງຈັກ

ມາດຕາ 12 ການຂື້ນບັນຊີແລະການຄິດໄລ່ແຮງມ້າປຽບທຽບເຄື່ອງຈັກ ເຄື່ອງຈັກໝາຍເຖິງພາຫະນະການຜະລິດຊຶ່ງປະກອບດ້ວຍຫຼາຍກົນໄກທີ່ນໍາໃຊ້ພະລັງງານຕ່າງໆເຊັ່ນ:ໄຟຟ້າ,ນໍ້າມັນເຊື້ອໄຟ,ອາຍແກ໊ສ,ອາຍນໍ້າ,ພະລັງງານແສງອາທິດຫຼືພະລັງງານອື່ນໆ. ເຄື່ອງຈັກທີ່ນໍາເຂົ້າ,ຜະລິດຢູ່ພາຍໃນປະເທດແລະກໍາລັງນໍາໃຊ້ຢູ່ໃນໂຮງງານຕ້ອງຂຶ້ນບັນຊີຄິດໄລ່ແຮງມ້າປຽບທຽບແລະສາມາດຂຶ້ນທະບຽນຢັ້ງຢືນກໍາມະສິດຈາກຂະແໜງອຸດສາຫະກໍາແລະຫັດຖະກໍາ.

....ມາດຕາ 13 ການຍົກຍ້າຍເຄື່ອງຈັກ

ມາດຕາ 13 ການຍົກຍ້າຍເຄື່ອງຈັກ ການຍົກຍ້າຍເຄື່ອງຈັກຈາກສະຖານທີ່ເດີມໄປສະຖານທີ່ອື່ນຕ້ອງໄດ້ຮັບຄໍາເຫັນດີຈາກຂະແໜງອຸດສາຫະກໍາແລະຫັດຖະກໍາ.

...ໝວດທີ 3 ເງື່ອນໄຂການດໍາເນີນກິດຈະການໂຮງງານ


....ມາດຕາ 14 ເງື່ອນໄຂການດໍາເນີນກິດຈະການໂຮງງານ

ມາດຕາ 14 ເງື່ອນໄຂການດໍາເນີນກິດຈະການໂຮງງານ ໂຮງງານທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການແລ້ວຕ້ອງດໍາເນີນການຜະລິດຕາມເປົ້າໝາຍ,ຮັບປະກັນຄຸນນະພາບແລະມາດຕະຖານຜະລິດຕະພັນ,ປະຕິບັດລະບຽບການຕ່າງໆກ່ຽວກັບຄວາມປອດໄພ,ສຸຂານາໄມແລະສິ່ງແວດລ້ອມໂຮງງານ.

....ມາດຕາ 15 ການຈົດທະບຽນຄຸນນະພາບແລະມາດຕະຖານຜະລິດຕະພັນ

ມາດຕາ 15 ການຈົດທະບຽນຄຸນນະພາບແລະມາດຕະຖານຜະລິດຕະພັນ ຜູ້ດໍາເນີນກິດຈະການໂຮງງານສາມາດເອົາຜະລິດຕະພັນຂອງຕົນໄປຈົດທະບຽນຄຸນນະພາບແລະມາດຕະຖານຜະລິດຕະພັນຕາມລະບຽບການຂອງຂະແໜງອຸດສາຫະກໍາແລະຫັດຖະກໍາແລະຂອງຂະແໜງການອື່ນທີ່ກ່ຽວຂ້ອງ.

...ໝວດທີ 4 ສາຍພົວພັນລະຫວ່າງໂຮງງານກັບແຫຼ່ງວັດຖຸດິບ


....ມາດຕາ 16 ສາຍພົວພັນລະຫວ່າງໂຮງງານກັບແຫຼ່ງວັດຖຸດິບ

ມາດຕາ 16 ສາຍພົວພັນລະຫວ່າງໂຮງງານກັບແຫຼ່ງວັດຖຸດິບ ການຕັ້ງໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕ້ອງອີງໃສ່ແຫຼ່ງວັດຖຸດິບກະສິກໍາປ່າໄມ້ແລະແຮ່ທາດພາຍໃນປະເທດເປັນຕົ້ນຕໍ.

....ມາດຕາ 17 ນະໂຍບາຍຊຸກຍູ້ການຜະລິດວັດຖຸດິບ

ມາດຕາ 17 ນະໂຍບາຍຊຸກຍູ້ການຜະລິດວັດຖຸດິບ ຂະແໜງອຸດສາຫະກໍາແລະຫັດຖະກໍາແລະຂະແໜງກະສິກໍາປ່າໄມ້ຮ່ວມກັນວາງນະໂຍບາຍສົ່ງເສີມແລະວາງແຜນຊຸກຍູ້ການປູກຝັງ,ລ້ຽງສັດຂອງຄອບຄົວເອກະເທດ,ສະຫະກອນຮ່ວມມີແລະພາກສ່ນເສດຖະກິດອື່ນໆເພື່ອສະໜອງວັດຖຸດິບໃຫ້ໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕາມຄວາມຕ້ອງການ. ຂະແໜງອຸດສາຫະກໍາແລະຫັດຖະກໍາຕ້ອງມີແຜນການປະສານສົມທົບແລະຊຸກຍຸ້ພາກສ່ວນທີ່ໄດ້ຮັບອະນຸຍາດໃຫ້ທໍາການຂຸດຄົ້ນແລະປຸງແຕ່ງແຮ່ທາດຂັ້ນຕົ້ນເພື່ອຮັບປະກັນໃຫ້ມີວັດຖຸດິບປ້ອນໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕາມຄວາມຕ້ອງການ.

...ໝວດທີ 5 ການປົກປັກຮັກສາສິ່ງແວດລ້ອມ


....ມາດຕາ 18 ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 18 ການປົກປັກຮັກສາສິ່ງແວດລ້ອມ ການດໍາເນີນກິດຈະການໂຮງງານຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ກົດໝາຍວ່າດ້ວຍຜັງເມືອງແລະລະບຽບການທີ່ກະຊວງອຸດສາຫະກໍາແລະຫັດຖະກໍາວາງອອກ.

....ມາດຕາ 19 ເຂດກໍາຈັດສິ່ງເສດເຫຼືອຂອງໂຮງງານ

ມາດຕາ 19 ເຂດກໍາຈັດສິ່ງເສດເຫຼືອຂອງໂຮງງານ ສິ່ງເສດເຫຼືອທຸກປະເພດແລະນໍ້າເປື້ອນຂອງໂຮງງານຕ້ອງກໍາຈັດແລະບໍາລັດຕາມວິທີການແລະສະຖານທີ່ທີ່ກໍານົດໃຫ້ຕາມລະບຽບການ.

....ມາດຕາ 20 ມາດຕະການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 20 ມາດຕະການປົກປັກຮັກສາສິ່ງແວດລ້ອມ ການຕັ້ງແລະການດໍາເນີນກິດຈະການໂຮງງານຕ້ອງຫຼີກລ້ຽງຫຼືຫຼຸດຜ່ອນຜົນກະທົບຈາກການສັນຈອນ,ສຽງ,ແສງ,ສີ,ກິ່ນ,ອາຍພິດ,ຝຸ່ນ,ຄວັນ,ຄວາມສັ່ນສະເທືອນ,ອຸນນະພູມ,ຄວາມຊຸ່ມແລະອື່ນໆຕໍ່ສິ່ງແວດລ້ອມສັງຄົມແລະສິ່ງແວດລ້ອມທໍາມະຊາດລວມທັງການຂົນສົ່ງ,ການເກັບຮັກສາແລະການນໍາໃຊ້ສານເຄມີທີ່ເປັນພິດຂອງໂຮງງານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມແລະລະບຽບການທີ່ກະຊວງອຸດສາຫະກໍາແລະຫັດຖະກໍາວາງອອກ.

...ໝວດທີ 6 ການຂະຫຍາຍ,ການຍົກຍ້າຍແລະການໂອນກິດຈະການໂຮງງານ


....ມາດຕາ 21 ການຂະຫຍາຍໂຮງງານ

ມາດຕາ 21 ການຂະຫຍາຍໂຮງງານ ການຂະຫຍາຍໂຮງງານແມ່ນການເພີ່ມຈໍານວນ,ປ່ຽນຫຼືດັດແປງເຄື່ອງຈັກຫຼືການເພີ່ມເນື້ອທີ່ອາຄານໂຮງງານຫຼືທັງສອງຢ່າງພ້ອມກັນ. ການຂະຫຍາຍໂຮງງານຕ້ອງໄດ້ຮັບອະນຸຍາດດໍາເນີນກິດຈະການໃນສ່ວນທີ່ຂະຫຍາຍຕາມລະບຽບການຂອງຂະແໜງອຸດສາຫະກໍາແລະຫັດຖະກໍາ.ສໍາລັບການປ່ຽນແປງເລັກນ້ອຍແມ່ນໃຫ້ແຈ້ງຕໍ່ຂະແໜ້ງອຸດສາຫະກໍາຊາບລ່ວງໜ້າ.

....ມາດຕາ 22 ການຍົກຍ້າຍໂຮງງານ

ມາດຕາ 22 ການຍົກຍ້າຍໂຮງງານ ການຍົກຍ້າຍໂຮງງານໄປແຫ່ງອື່ນຕ້ອງໄດ້ຮັບອະນຸຍາດຕາມລະບຽບການຂອງຂະແໜງອຸດສາຫະກໍາແລະຫັດຖະກໍາ,ກົດໝາຍວ່າດ້ວຍຜັງເມືອງແລະລະບຽບການຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ.

....ມາດຕາ 23 ການໃຫ້ເຊົ່າ,ການໂອນກິດຈະການໂຮງງານ

ມາດຕາ 23 ການໃຫ້ເຊົ່າ,ການໂອນກິດຈະການໂຮງງານ ກິດຈະການໂຮງງານສາມາດໃຫ້ເຊົ່າຫຼືໂອນໃຫ້ບຸກຄົນຫຼືນິຕິບຸກຄົນດ້ວຍການມອບກໍາມະສິດ,ການສືບທອດ,ການຊື້ຂາຍກໍ່ໄດ້. ຜູ້ໄດ້ຮັບມອບ,ສືບທອດຫຼືຊື້ກິດຈະການໂຮງງານໄດ້ຮັບສິດແລະພັນທະຕາມກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

...ໝວດທີ 7 ພື້ນທີ່,ເຂດ,ນິຄົມແລະສະຖາບັນຫຼືສູນຄົ້ນຄວ້າທົດລອງອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ


....ມາດຕາ 24 ພື້ນທີ່ອຸດສາຫະກໍາ

ມາດຕາ 24 ພື້ນທີ່ອຸດສາຫະກໍາ ພື້ນທີ່ອຸດສາຫະກໍາແມ່ນເນື້ອທີ່ດິນທີ່ໄດ້ຮັບອະນຸຍາດດໃຫ້ຕັ້ງໂຮງງານຊຶ່ງຢູ່ນອກເຂດຈັດສັນຫຼືນິຄົມອຸດສາຫະກໍາ.

....ມາດຕາ 25 ເຂດອຸດສາຫະກໍາ

ມາດຕາ 25 ເຂດອຸດສາຫະກໍາ ເຂດອຸດສາຫະກໍາແມ່ນເນື້ອທີ່ດິນທີ່ລັດສະຫງວນໄວ້ສໍາລັບການຕັ້ງໂຮງງານອຸດສາຫະກໍາແລະຫັດຖະກໍາຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຜັງເມືອງ.

....ມາດຕາ 26 ນິຄົມອຸດສາຫະກໍາ

ມາດຕາ 26 ນິຄົມອຸດສາຫະກໍາ ນິຄົມອຸດສາຫະກໍາແມ່ນເນື້ອທີ່ດິນໃນເຂດອຸດສາຫະກໍາຊຶ່ງໄດ້ກໍ່ສ້າງໂຄງລ່າງພື້ນຖານແລ້ວເຊັ່ນ:ຖະໜົນ,ໄຟຟ້າ,ນໍ້າປະປາ,ໂທລະຄົມມະນາຄົມ,ອາຄານແລະອື່ນໆທີ່ຈໍາເປັນສໍາລັບກິດຈະການໂຮງງານເພື່ອໃຫ້ນັກທຸລະກິດເຊົ່າຫຼືສໍາປະທານ.

....ມາດຕາ 27 ສະຖາບັນຫຼືສູນຄົ້ນຄວ້າທົດລອງອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ

ມາດຕາ 27 ສະຖາບັນຫຼືສູນຄົ້ນຄວ້າທົດລອງອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ ໃນການພັດທະນາແລະສົ່ງເສີມອຸດສາຫະກໍາແລະຫັດຖະກໍາປຸງແຕ່ງນັ້ນ,ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງລົງທຶນສ້າງສະຖາບັນຫຼືສູນຄົ້ນຄວ້າທົດລອງທາງດ້ານວິຊາການເປັນນຕົ້ນດ້ານວຽກງານການເພີ່ມຜົນຜະລິດ,ການພັດທະນາອຸດສາຫະກໍາສະເພາະ,ການສົ່ງເສີມຫັດຖະກໍາ,ການສົ່ງເສີມອຸດສາຫະກໍາແບບຄອບຄົວ,ມາດຕະຖານອຸດສາຫະກໍາ,ສິ່ງແວດລ້ອມ ອຸດສາຫະກໍາແລະການບໍລິການອຸດສາຫະກໍາອື່ນໆ.

..ພາກທີ 3 ການລົງທຶນແລະການສົ່ງເສີມອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ


...ໝວດທີ 1 ການລົງທຶນ


....ມາດຕາ 28 ການສົ່ງເສີມການລົງທຶນໃສ່ອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ

ມາດຕາ 28 ການສົ່ງເສີມການລົງທຶນໃສ່ອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ ລົດສົ່ງເສີມໃຫ້ນັກລົງທຶນພາຍໃນແລະຕ່າງປະເທດລົງທຶນໃສ່ກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງທີ່ນໍາໃຊ້ວັດຖຸດິບພາຍໃນເຊັ່ນ:ວັດຖຸດິບຈາກກະສິກໍາປ່າໄມ້ແລະແຮ່ທາດ,ເພື່ອປຸງແຕ່ງເປັນສິນຄ້າຮັບໃຊ້ພາຍໃນແລະສົ່ງອອກ.ສໍາລັບວັດຖຸດິບທີ່ມີຄວາມຈໍາເປັນນໍາເຂົ້າຈາກຕ່າງປະເທດມາຮັບໃຊ້ໃຫ້ແກ່ໂຮງງານໃນເຂດທີ່ໄດ້ກໍານົດໄວ້ນັ້ນແມ່ນເລັງໃສ່ເພື່ອປຸງແຕ່ງເປັນສິນຄ້າສົ່ງອອກເປັນຈຸດໜັກ.

....ມາດຕາ 29 ຮິບການລົງທຶນ

ມາດຕາ 29 ຮິບການລົງທຶນ ຮູບການລົງທຶນໃສ່ອຸດສາຫະກໍາແລະຫັດຖະກໍາປຸງແຕ່ງປະກອບດ້ວຍ: 1.ການລົງທຶນຂອງຫົວໜ່ວຍຄອບຄົວ; 2.ການລົງທຶນແບບຮ່ວມມືຂອງປະຊາຊົນ; 3.ລັດວິສາຫະກິດລົງທຶນແຕ່ພຽງຜູ້ດຽວ; 4.ລັດວິສາຫະກິດລົງທຶນຮ່ວມກັບເອກະຊົນພາຍໃນຫຼືຕ່າງປະເທດ; 5.ການລົງທຶນຂອງເອກະຊົນພາຍໃນ; 6.ການລົງທຶນຂອງເອກະຊົນພາຍໃນກັບຕ່າງປະເທດ; 7.ການລົງທຶນຂອງຕ່າງປະເທດແຕ່ພຽງຜູ້ດຽວ.

...ໝວດທີ 2 ການສົ່ງເສີມອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ


....ມາດຕາ 30 ເນື້ອໃນການສົ່ງເສີມ

ມາດຕາ 30 ເນື້ອໃນການສົ່ງເສີມ ເພື່ອຮັບປະກັນໃຫ້ແກ່ການຜະລິດອຸດສາຫະກໍາແລະຫັດຖະກໍາປຸງແຕ່ງມີປະສິດທິຜົນສູງນັ້ນການສົ່ງເສີມຕ້ອງດໍາເນີນຢ່າງຄົບຊຸດຄື: 1.ທຶນແລະກອງທຶນສົ່ງເສີມ; 2.ເຕັກໂນໂລຊີແລະເຄື່ອງຈັກ; 3.ວິຊາການ; 4.ການຝຶກອົບຮົມວິຊາຊີບ; 5.ການສະໜອງຂໍ້ມູນແລະຂ່າວສານ; 6.ການອໍານວຍຄວາມສະດວກ; 7.ການໃຫ້ບູລິມະສິດ; 8.ນະໂຍບາຍພາສີແລະອາກອນ; 9.ການປົກປ້ອງຜະລິດຕະພັນພາຍໃນ; 10.ການຕະຫຼາດ.

....ມາດຕາ 31 ທຶນແລະກອງທຶນສົ່ງເສີມ

ມາດຕາ 31 ທຶນແລະກອງທຶນສົ່ງເສີມ ລັດສົ່ງເສີມດ້ວຍການສ້າງເງື່ອນໄຂຊຸກຍູ້ໃຫ້ທຸກພາກສ່ວນເສດຖະກິດ,ທະນາຄານແລະສະຖາບັນການເງິນອື່ນໆປະກອບທຶນ,ສ້າງກອງທຶນແລະໃຫ້ສິນເຊື່ອແກ່ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງລົງທຶນເຂົ້າໃນກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ.

....ມາດຕາ 32 ເຕັກໂນໂລຊີແລະເຄື່ອງຈັກ

ມາດຕາ 32 ເຕັກໂນໂລຊີແລະເຄື່ອງຈັກ ລັດສົ່ງເສີມໃຫ້ນໍາໃຊ້ເຕັກໂນໂລຊີແລະເຄື່ອງຈັກທີ່ກ້າວໜ້າແລະເໝາະສົມເຂົ້າໃນຂະບວນການຜະລິດອຸດສາຫະກໍາແລະຫັດຖະກໍາປຸງແຕ່ງເພື່ອຮັບປະກັນໃຫ້ການຜະລິດມີປະສິດທິຜົນແລະຫຼີກລ້ຽງຫຼືຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

....ມາດຕາ 33 ວິຊາການ

ມາດຕາ 33 ວິຊາການ ເພື່ອໃຫ້ກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງດໍາເນີນໄປຢ່າງມີປະສິດທິຜົນ,ລັດຊຸກຍູ້ສົ່ງເສີມທຸກພາກສ່ວນເອົາໃຈໃສ່ໃນການບໍາລຸງຍົກລະດັບທາງດ້ານວິຊາການດ້ວຍຫຼາຍຮູບການທັງຢູ່ພາຍໃນແລະຕ່າງປະເທດໃຫ້ແກ່ພະນັກງານວິຊາການ,ນັກບໍລິຫານທຸລະກິດແລະກໍາມະກອນ.

....ມາດຕາ 34 ການຝຶກອົບຮົມວິຊາຊີບ

ມາດຕາ 34 ການຝຶກອົບຮົມວິຊາຊີບ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງເອົາໃສໃສ່ຝຶກອົບຮົມປະຊາຊົນບັນດາເຜົ່າກ່ຽວກັບວິຊາຊີບອຸດສາຫະກໍາແລະຫັດຖະກໍາປຸງແຕ່ງລວມທັງວິທີການເກັບຮັກສາວັດຖຸດິບ,ປຸງແຕ່ງຜະລິດຕະພັນກະສິກໍາແລະອື່ນໆເພື່ອເປັນສິນຄ້າແລະສະໜອງວັດຖຸດິບປ້ອນໂຮງງານ.

....ມາດຕາ 35 ຂໍ້ມູນຂ່າວສານ

ມາດຕາ 35 ຂໍ້ມູນຂ່າວສານ ລົດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງເກັບກໍາແລະສະໜອງຂໍ້ມູນຂ່າວສານກ່ຽວກັບກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຈາກພາຍໃນແລະຕ່າງປະເທດເຊັ່ນ:ຂໍ້ມູນຂ່າວສານທາງດ້ານສິນຄ້າ,ການຕະຫຼາດ,ລາຄາ,ເຕັກໂນໂລຊີ,ແຫຼ່ງທຶນແລະອື່ນໆເພື່ອສ້າງລະບົບຂໍ້ມູນຂ່າວສານຢ່າງກວ້າງຂວາງ.

....ມາດຕາ 36 ການອໍານວຍຄວາມສະດວກ

ມາດຕາ 36 ການອໍານວຍຄວາມສະດວກ ລັດອໍານວຍຄວາມສະດວກຕ່າງໆໃຫ້ແກ່ຜູ້ລົງທຶນເຂົ້າໃນອຸດສາຫະກໍາແລະຫັດຖະກໍາປຸງແຕ່ງເປັນຕົ້ນ:ດ້ານລະບຽບການໃຫ້ມີລັກສະນະຄ່ອງຕົວແລະກະຕຸກຊຸກຍູ້. ການອອກໃບອະນຸຍາດດໍາເນີກນິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕ້ອງສໍາເລັດພາຍໃນສາມສິບວັນນັບແຕ່ມື້ໄດ້ຮັບຄໍາຮ້ອງຂໍດໍາເນີນກິດຈະການໂຮງງານຄົບຖ້ວນ,ຖືກຕ້ອງແລະໂຮງງານຕ້ອງໄດ້ມາດຕະຖານເຕັກນິກຕາມລະບຽບການຂອງຂະແໜງອຸດສາຫະກໍາແລະຫັດຖະກໍາ.

....ມາດຕາ 37 ການໃຫ້ບູລິມະສິດ

ມາດຕາ 37 ການໃຫ້ບູລິມະສິດ ລັດໃຫ້ບູລິມະສິດແກ່ການລົງທຶນໃສ່ກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຕາມລະດັບຄວາມສໍາຄັນຂອງປະເພດໂຮງງານທີ່ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້ແລະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນດັ່ງຕໍ່ໄປນີ້: 1.ຜະລິດສິນຄ້າສົ່ງອອກຫຼືທົດແທນສິນຄ້ານໍາເຂົ້າທີ່ນໍາໃຊ້ວັດຖຸດິບພາຍໃນ; 2.ດໍາເນີນກິດຈະການໂຮງງານຢູ່ເຂດຈຸດສຸມ,ເຂດຊົນນະບົດ,ເຂດພູດອຍ,ເຂດຫ່າງໄກສອກຫຼີກແລະເຂດບູລິມະສິດອື່ນໆທີ່ລັດຖະບານກໍານົດໄວ້; 3.ລົງທຶນຂະໜາດໃຫຍ່ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າຊຶ່ງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດ.

....ມາດຕາ 38 ນະໂຍບາຍພາສີແລະອາກອນ

ມາດຕາ 38 ນະໂຍບາຍພາສີແລະອາກອນ ລັດວາງນະໂຍບາຍພາສີແລະອາກອນທີ່ມີລັກສະນະກະຕຸກຊຸກຍູ້ກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງເປັນຕົ້ນກິດຈະການທີ່ໄດ້ຮັບບູລິມະສິດຈາກລັດຖະບານ. ການນໍາເຂົ້າເຄື່ອງຈັກແລະອຸປະກອນສໍາລັບການຕັ້ງແລະດໍາເນີນກິດຈະການໂຮງງານ,ການຈໍລະຈອນຜະລິດຕະພັນອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຢູ່ພາຍໃນປະເທດແລະສົ່ງອອກຈະໄດ້ຮັບການຍົກເວັ້ນຫຼືຫຼຸດຜ່ອນອັດຕາພາສີແລະອາກອນ.

....ມາດຕາ 39 ການປົກປ້ອງຜະລິດຕະພັນພາຍໃນ

ມາດຕາ 39 ການປົກປ້ອງຜະລິດຕະພັນພາຍໃນ ລັດເອົາໃຈໃສ່ປົກປ້ອງຜະລິດຕະພັນພາຍໃນປະເທດໃນໄລຍະເວລາໃດໜຶ່ງດ້ວຍການນໍາໃຊ້ມາດຕະການຕ່າງໆເຊັ່ນ:ສິນເຊື່ອ,ພາສີ,ອາກອນ,ການຄວບຄຸມການນໍາເຂົ້າສິນຄ້າຊະນິດດຽວກັນທີ່ສາມາດຜະລິດໄດ້ພາຍໃນປະເທດ.

....ມາດຕາ 40 ການຕະຫຼາດ

ມາດຕາ 40 ການຕະຫຼາດ ລັດຊຸກຍູ້ແລະສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດຊອກຕະຫຼາດພາຍໃນແລະຕ່າງປະເທດໃຫ້ແກ່ການຈໍາໜ່າຍຜະລິດຕະພັນອຸດສາຫະກໍາແລະຫັດຖະກໍາປຸງແຕ່ງດ້ວຍຮູບການຕ່າງໆເຊັ່ນ:ໂຄສະນາ,ເປີດງານວາງສະແດງສິນຄ້າ,ເປີດກວ້າງການພົວພັນການຄ້າສາກົນ,ພັດທະນາຜະລິດຕະພັນໃຫ້ສອດຄ່ອງກັບຕະຫຼາດ,ປຸກລະດົມປະຊາຊົນບັນດາເຜົ່າໃຫ້ຊົມໃຊ້ຜະລິດຕະພັນພາຍໃນປະເທດແລະອື່ນໆ.

..ພາກທີ 4 ສິດແລະພັນທະຂອງຜູ້ດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ


...ມາດຕາ 41 ສິດຂອງຜູ້ດໍາເນີນກິດຈະການໂຮງງານ

ມາດຕາ 41 ສິດຂອງຜູ້ດໍາເນີນກິດຈະການໂຮງງານ ຜູ້ດໍາເນີນກິດຈະການໂຮງງານມີສິດດັ່ງນີ້: 1.ໄດ້ຮັບການປົກປ້ອງຕາມກົດໝາຍ; 2.ດໍາເນີນກິດຈະການໂຮງງານຕາມຂອບເຂດທີ່ໄດ້ຮັບອະນຸຍາດ; 3.ເປັນເຈົ້າກໍາມະສິດຂອງກິດຈະການໂຮງງານແລະໝາກຜົນທີ່ໄດ້ຮັບຈາກການດໍາເນີນກິດຈະການດັ່ງກ່າວ; 4.ໄດ້ຮັບການສົ່ງເສີມ,ການຊ່ວຍເຫຼືອ,ແນະນໍາຈາກລັດແລະພາກສ່ວນອື່ນໆທາງດ້ານວິຊາການແລະເຕັກໂນໂລຊີກ່ຽວກັບການດໍາເນີນກິດຈະການແຮງງານ; 5.ມີສິດຂໍຕໍ່ອາຍຸໃບອະນຸຍາດດໍາເນີນກິດຈະການໂຮງງານຕາມລະບຽບການ; 6.ກໍ່ສ້າງສິ່ງປຸກສ້າງແລະຕິດຕັ້ງເຄື່ອງຈັກ,ອຸປະກອນຕ່າງໆໃຫ້ແກ່ການດໍາເນີນກິດຈະການໂຮງງານຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ; 7.ໃຫ້ເຊົ່າ,ໂອນ,ມອບ,ສືບທອດ,ຊື້ຂາຍກິດຈະການໂຮງງານຕາມລະບຽບການ.

...ມາດຕາ 42 ພັນທະຂອງຜູ້ດໍາເນີນກິດຈະການໂຮງງານ

ມາດຕາ 42 ພັນທະຂອງຜູ້ດໍາເນີນກິດຈະການໂຮງງານ ຜູ້ດໍາເນີນກິດຈະການໂຮງງານມີພັນທະດັ່ງນີ້: 1.ປະຕິບັດຕາມແຜນການແລະບົດວິພາກເສດຖະກິດເຕັກນິກກ່ຽວກັບການຕັ້ງແລະດໍາເນີນກິດຈະການໂຮງງານ; 2.ປົກປັກຮັກສາສິ່ງແວດລ້ອມຕາມລະບຽບການທີ່ກໍານົດໄວ້; 3.ຖືບັນຊີວິສາຫະກິດຖືກຕ້ອງຕາມລະບຽບການ; 4.ປະຕິບັດພັນທະພາສີແລະອາກອນ,ພັນທະດ້ານແຮງງານແລະອື່ນໆກ່ຽວກັບການດໍາເນີນກິດຈະການໂຮງງານໃຫ້ຖືກຕ້ອງ,ຄົບຖ້ວນແລະທັນຕາມກໍານົດເວລາ; 5.ລາຍງານຜົນຂອງການດໍາເນີນກິດຈະການໂຮງງານຕາມກໍານົດເວລາ; 6.ຝຶກອົບຮົມແລະກໍ່ສ້າງພະນັກງານວິຊາສະເພາະໃຫ້ແກ່ຄົນລາວລວມທັງຮັບປະກັນການເບີກຈ່າຍເງິນເດືອນ,ສະຫວັດດີການ,ສຸຂະພາບແລະຄວາມປອດໄພຂອງຄົນງານ; 7.ເອົາໃຈໃສ່ແຮງງານຢູ່ທ້ອງຖິ່ນບ່ອນໂຮງງານຕັ້ງຢູ່ຫຼືທ້ອງຖິ່ນອື່ນຖ້າມີຄວາມຈໍາເປັນ; 8.ພົວພັນກັບອໍານາດການປົກຄອງທ້ອງຖິ່ນບ່ອນທີ່ຕົນເຄື່ອນໄຫວເພື່ອຈະໄດ້ຮັບການຊ່ວຍເຫຼືອແລະຄວາມສະດວກອື່ນໆກ່ຽວກັບການດໍາເນີນກິດຈະການໂຮງງານ,ແລະເຂົ້າຮ່ວມໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນພ້ອມທັງປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ; 9.ຊຸກຍູ້ການຜະລິດແລະນໍາໃຊ້ວັດຖຸດິບຂອງປະຊາຊົນບັນດາເຜົ່າດ້ວຍການຜູກພັນສອງສົ້ນຫຼືດ້ວຍຮູບການອື່ນແລະວາງແຜນຍຸດທະສາດການຕະຫຼາດເພື່ອຮອງຮັບການຈໍລະຈອນຜະລິດຕະພັນໄດ້ຢ່າງຄ່ອງຕົວທັງຮັບປະກັນການຜະລິດສໍາເປີດກວ້າງ; 10.ອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວປະກອບສ່ວນຊຸກຍູ້ໃຫ້ໂຮງງານດໍາເນີນກິດຈະການຢ່າງມີປະສິດທິຜົນ.

..ພາກທີ 5 ອົງການຄຸ້ມຄອງແລະກວດກາ


...ໝວດທີ 1 ອົງການຄຸ້ມຄອງ


....ມາດຕາ 43 ອົງການຄຸ້ມຄອງ

ມາດຕາ 43 ອົງການຄຸ້ມຄອງ ອົງການຄຸ້ມຄອງການດໍາເນີນກິດຈະການໂຮງງານປະກອບດ້ວຍ: 1.ຂະແໜງອຸດສາຫະກໍາແລະຫັດຖະກໍາ; 2.ບັນດາຂະແໜງການທີ່ກ່ຽວຂ້ອງ; 3.ອໍານາດການປົກຄອງທ້ອງຖິ່ນ.

....ມາດຕາ 44 ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະຫັດຖະກໍາ

ມາດຕາ 44 ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະຫັດຖະກໍາ ກະຊວງອຸດສາຫະກໍາແລະຫັດຖະກໍາເປັນເສນາທິການໃຫ້ແກ່ລັດຖະບານດັ່ງນີ້: 1.ຮ່າງແລະຜັນຂະຫຍາຍແຜນຍຸດທະສາດກ່ຽວກັບອຸດສາຫະກໍາແລະຫັດຖະກໍາປຸງແຕ່ງໃຫ້ກາຍເປັນແຜນການ,ໂຄງການລະອຽດແລະລະບຽບການ; 2.ສໍາຫຼວດເກັບກໍາຂໍ້ມູນສະຖິຕິກ່ຽວກັບເງື່ອນໄຂ,ທ່າແຮງຂອງແຕ່ລະເຂດເພື່ອສົ່ງເສີມ,ພັດທະນາກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງໃນຂອບເຂດທົ່ວປະເທດໂດຍເຜີຍແຜ່ຂໍ້ມູນຂ່າວສານ,ບັນດາຕົວແບບໂດຍປະສານສົມທົບກັບພາກສ່ວນອື່ນໆແລະອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 3.ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການສ້າງ,ບໍາລຸງແລະຍົກລະດັບວິຊາການໃຫ້ແກ່ພະນັກງານແລະກໍາມະກອນ; 4.ຄົ້ນຄວ້ແລະມີຄໍາເຫັນດານວິຊາການກ່ຽວກັບການຂໍອະນຸຍາດລົງທຶນໃສ່ກິດຈະການອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ; 5.ອອກໃບອະນຸຍາດດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງທຸກປະເພດທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້; 6.ສ້າງແຜນແມ່ບົດກ່ຍວກັບການພັດທະນາອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ; 7.ພົວພັນຮ່ວມມືກັບສາກົນເພື່ອພັດທະນາແລະສົ່ງເສີມອຸດສາຫະກໍາແລະຫັດຖະກໍາປຸງແຕ່ງ.

....ມາດຕາ 45 ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະຫັດຖະກໍາແຂວງ,ກໍາແພງນະຄອນແລະເຂດພິເສດ

ມາດຕາ 45 ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະຫັດຖະກໍາແຂວງ,ກໍາແພງນະຄອນແລະເຂດພິເສດ ພະແນກອຸດສາຫະກໍາແລະຫັດຖະກໍາແຂວງ,ກໍາແພງນະຄອນແລະເຂດພິເສດມີສິດແລະໜ້າທີ່ໃນການຄຸ້ມຄອງກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງບົນພື້ນຖານການແບ່ງຂັ້ນຄຸ້ມຄອງແລະຕາມການມອບໝາຍຂອງກະຊວງອຸດສາຫະກໍາແລະຫັດຖະກໍາ.

....ມາດຕາ 46 ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະຫັດຖະກໍາເມືອງ

ມາດຕາ 46 ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະຫັດຖະກໍາເມືອງ ຫ້ອງການອຸດສາຫະກໍາແລະຫັດຖະກໍາເມືອງມີສິດແລະໜ້າທີ່ໃນການຄຸ້ມຄອງກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງບົນພື້ນຖານການແບ່ງຂັ້ນຄຸ້ມຄອງແລະຕາມການມອບໝາຍຂອງພະແນກອຸດສາຫະກໍາແລະຫັດຖະກໍາແຂວງ,ກໍາແພງນະຄອນແລະເຂດພິເສດ.

....ມາດຕາ 47 ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ

ມາດຕາ 47 ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ ອໍານາດການປົກຄອງບ້ານມີສິດແລະໜ້າທີ່ປະສານສົມທົບກັບໂຮງງານກ່ຍວກັບການປົກປັກຮັກສາຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະສິ່ງແວດລ້ອມໃນຂອບເຂດຂອງບ້ານຮັບຜິດຊອບ,ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານທີ່ພົວພັນເຖິງກິດຈະການຂອງໂຮງງານ.

...ໝວດທີ 2 ອົງການກວດກາ


....ມາດຕາ 48 ອົງການກວດກາ

ມາດຕາ 48 ອົງການກວດກາ ອົງການທີ່ໄດ້ກໍານົດໄວ້ໃນມາດຕາ43ຂອງກົດໝາຍສະບັບນີ້ນອກຈາກເປັນອົງການຄຸ້ມຄອງກິດຈະການໂຮງງານແລ້ວຍັງເປັນອົງການກວດກາກິດຈະການໂຮງງານອີກດ້ວຍ.ໃນກໍລະນີທີ່ມີບັນຫາພົວພັນກັບຂະແໜງການອື່ນໃຫ້ມີຜູ້ຕາງໜ້າຈາກຂະແໜງການນັ້ນເຂົ້າຮ່ວມໃນການກວດກາດັ່ງກ່າວ.

....ມາດຕາ 49 ການກວດກາ

ມາດຕາ 49 ການກວດກາ ການກວດກາກິດຈະການໂຮງງານແມ່ນການກວດການັບແຕ່ການຕັ້ງໂຮງງານຈົນຮອດການດໍາເນີນກິດຈະການໂຮງງານເພື່ອແນໃສ່ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານເຕັກນິກຂອງອາຄານ,ເຄື່ອງຈັກແລະອຸປະກອນການຜະລິດ,ມາດຕະຖານຜະລິດຕະພັນ,ຄວາມປອດໄພ,ການນໍາໃຊ້ແຮງງານ,ການປະຕິບັດສິດແລະພັນທະ,ສຸຂານາໄມແລະຜົນກະທົບຕໍ່ສິ່ງແວດລ້ອມ.ນອກຈາກນີ້ຍັງມີການກວດກາຕາມລະບຽບການຂອງຂະແໜງການອື່ນທີ່ກ່ຽວຂ້ອງ.

....ມາດຕາ 50 ຮູບກາກວດກາ

ມາດຕາ 50 ຮູບກາກວດກາ ການກວດກາກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງດໍາເນີນດ້ວຍຮູບການດັ່ງນີ້: 1.ກວດກາຕາມລະບົບປົກກະຕິ; 2.ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ກວດກາແບບປະທັນຫັນ.

..ພາກທີ 6 ການແກ້ໄຂຂໍ້ຂັດແຍ່ງ,ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 51 ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 51 ການແກ້ໄຂຂໍ້ຂັດແຍ່ງ ໃນການດໍາເນີນກິດຈະການໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງຫາກມີຂໍ້ຂັດແຍ່ງພາຍໃນໂຮງງານຫຼືລະຫວ່າງຜູ້ດໍາເນີນກິດຈະການໂຮງງານກັບເຈົ້າໜ້າທີ່ຂອງລັດຫຼືກັບພາກສ່ວນອື່ນໆ,ໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງຊອກຫາວິທີແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລື,ການປະນີປະນອມກັນ,ຫຼືແກ້ໄຂຕາມວິທີທີ່ໄດ້ກໍານົດໄວ້ໃນສັນຍານັ້ນກ່ອນ.ຖ້າຫາກບໍ່ສາມາດແກ້ໄຂໄດ້ແຕ່ລະຝ່າຍມີສິດສະເໜີຕໍ່ອົງການທີ່ມີສິດອໍານາດທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຂໍ້ຂັດແຍ່ງນັ້ນ.

...ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການດໍາເນີນກິດຈະການໂຮງງານຈະໄດ້ຮັບການປະຕິບັດນະໂຍບາຍແລະຍ້ອງຍໍຕາມຄວາມເໝາະສົມ.

...ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກກ່າວເຕືອນ,ສຶກສາອົບຮົມ,ໄຊ້ແທນຄ່າເສຍຫາຍ,ປັບໃໝຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີ.

...ມາດຕາ 54 ມາດຕະການກ່າວເຕືອນແລະສຶກສາອົບຮົມ

ມາດຕາ 54 ມາດຕະການກ່າວເຕືອນແລະສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ໃນສະຖານເບົາເຊັ່ນ:ບໍ່ສະແດງໃບອະນຸຍາດໄວ້ບ່ອນທີ່ເປີດເຜີຍ,ບໍ່ປະຕິບັດພັນທະຂອງຜູ້ດໍາເນີນກິດຈະການໂຮງງານຕາມທີ່ໄດ້ກໍານົດໄວ້ໃນມາດຕາ42ຂອງກົດໝາຍສະບັບນີ້ຈະຖືກກ່າວເຕືອນຫຼືສຶກສາອົບຮົມ.

...ມາດຕາ 55 ມາດຕະການໄຊ້ແທນຄ່າເສຍຫາຍ

ມາດຕາ 55 ມາດຕະການໄຊ້ແທນຄ່າເສຍຫາຍ ບຸກຄົນຫຼືການຈັດຕັ້ງທີ່ເຄື່ອນໄຫວກິດຈະການໂຮງງານຫາກໄດ້ສ້າງຄວາມເສຍຫາຍຕໍ່ຜູ້ອອກແຮງງານ,ຕໍ່ພາຍໃນໂຮງງານຫຼືຕໍ່ພາຍນອກໂຮງງານຕ້ອງໄຊ້ແທນຄ່າເສຍຫາຍນັ້ນ.

...ມາດຕາ 56 ມາດຕະການປັບໃໝ

ມາດຕາ 56 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝຖ້າຫາກໄດ້ລະເມີດກົດໝາຍສະບັບນີ້ໃນກໍລະນີຕໍ່ໄປນີ້: 1.ລະເມີດມາດຕາ42ຂໍ້1,2,3ແລະຂໍ້4ເທິງນີ້ເປັນຄັ້ງທີສອງ; 2.ດໍາເນີນກິດຈະການໂຮງງານໂດຍບໍ່ໄດ້ຮັບອະນຸຍາດ; 3.ຂະຫຍາຍໂຮງງານໂດຍບໍ່ໄດ້ຮັບອະນຸຍາດ; 4.ປ່ຽນຫຼືດັດແປງເຄື່ອງຈັກໂດຍບໍ່ໄດ້ຮັບອະນຸຍາດ; 5.ຍົກຍ້າຍເຄື່ອງຈັກໃນໂຮງງານໄປສະຖານທີ່ອື່ນໂດຍບໍ່ໄດ້ຮັບອະນຸຍາດ; 6.ບໍ່ປ່ຽນໃບອະນຸຍາດດໍາເນີນກິດຈະການໂຮງງານໃນເມື່ອມີການປ່ຽນແປງຖານະທາງດ້ານກົດໝາຍ; 7.ບໍ່ລາຍງານຕໍ່ເຈົ້າໜ້າທີ່ຂອງຂະແໜງອຸດສາຫະກໍາແລະຫັດຖະກໍາໃນເມື່ອມີອຸບປະຕິເຫດເກີດຂຶ້ນໃນໂຮງງານ; 8.ຢຸດເຊົາກິດຈະການໂຮງຮຽນເກີນກວ່າ1ປີໂດຍບໍ່ໄດ້ຮັບອະນຸຍາດ; 9.ບໍ່ສະໜອງຕົວຢາງຜະລິດຕະພັນໂຮງງານຫຼືສໍາເນົາເອກະສານທີ່ກ່ຽວຂ້ອງຕາມຄໍາສັ່ງຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນເມື່ອມີການສົງໄສກ່ຽວກັບຄວາມປອດໄພຂອງໂຮງງານຫຼືຜະລິດຕະພັນຂອງໂຮງງານ; 10.ບໍ່ປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃຫ້ປ່ຽນແປງຫຼືປັບປຸງອາຄານໂຮງງານ,ເຄື່ອງຈັກແລະອື່ນໆທີ່ກໍ່ໃຫ້ເກີດສິ່ງລົບກວນຫຼືອາດຈະເປັນອັນຕະລາຍຕໍ່ຊີວິດແລະຊັບສິນຂອງຜູ້ອື່ນ; 11.ຕັດກົ່ວທີ່ໜີບໃສ່ເຄື່ອງຈັກທີ່ເຈົ້າໜ້າທີ່ໜີບໄວ້ເພື່ອບໍ່ໃຫ້ແລ່ນເຄື່ອງຈັກຊຶ່ງຈະເປັນອັນຕະລາຍຕາມທີ່ໄດ້ກໍານົດໄວ້ໃນຂໍ້10ຂອງມາດຕານີ້.

...ມາດຕາ 57 ມາດຕະການທາງອາຍາ

ມາດຕາ 57 ມາດຕະການທາງອາຍາ ໃນກໍລະນີທີ່ການລະເມີດກົດໝາຍສະບັບນີ້ຫາກເປັນການກະທໍາຜິດທາງອາຍາເຊັ່ນ:ປອມແປງໃບອະນຸຍາດດໍາເນີນກິດຈະການໂຮງງານຫຼືເອກະສານທີ່ກ່ຽວຂ້ອງ,ບໍ່ປະຕິບັດມາດຕະຖານທີ່ຮັບປະກັນຄວາມປອດໄພຂອງໂຮງງານຊຶ່ງພາໃຫ້ຄົນເສຍຊີວິດ,ເສຍສຸຂະພາບຈະຖືກລົງໂທດຕາມກົດໝາຍອາຍາ.

...ມາດຕາ 58 ມາດຕະການໂທດເພີ່ມ

ມາດຕາ 58 ມາດຕະການໂທດເພີ່ມ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາ56ແລະ57ເທິງນີ້ແລ້ວຜູ້ລະເມີດອາດຈະຖືກປະຕິບັດມາດຕະການໂທດເພີ່ມອີກເຊັ່ນ:ໂຈະການດໍາເນີນກິດຈະການໂຮງງານຫຼືຖອນໃບອະນຸຍາດ.

..ພາກທີ 7 ບົດບັດຍັດສຸດທ້າຍ


...ມາດຕາ 59 ການຈັດຕັ້ງປະຕິບັດ

ມາດຕາ 59 ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 60 ຜົນສັກສິດ

ມາດຕາ 60 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ມື້ປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ວຽງຈັນ,ວັນທີ 3 ເມສາ 1999 ປະທານສະພາແຫ່ງຊາດ ສະໝານ ວິຍະເກດ