ກົດໝາຍວ່າດ້ວຍຫໍສະໝຸດ 21-12-2011

From Wikisource
Jump to navigation Jump to search

.ຫໍສະໝຸດ 21-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ການກວດກາ ແລະພັດທະນາຫໍສະໝຸດເພື່ອສົ່ງເສີມການອ່ານ,ການຄົ້ນຄວ້າແລະການ ເຜີຍແຜ່ແນວທາງ,ນະໂຍບາຍ,ລະບຽບກົດໝາຍ,ຜົນງານທາງດ້ານຊັບ ສິນທາງປັນຍາ,ສະໜອງຄວາມຮູ້ດ້ານຕ່າງໆທີ່ມີຄຸນຄ່າແລະເປັນປະໂຫຍດ ໃຫ້ແກ່ສັງຄົມແນໃສ່ພັດທະນາຊັບພະຍາກອນມະນຸດ,ປະກອບສ່ວນປົກປັກ ຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 ຫໍສະໝຸດ

ມາດຕາ 2 ຫໍສະໝຸດ ຫໍສະໝຸດແມ່ນຄັງຄວາມຮູ້ຊຶ່ງເປັນສະຖານທີ່ທ້ອນໂຮມ,ເກັບ ຮັກສາ,ສະສົມປຶ້ມ,ສິ່ງພິມອື່ນທີ່ບັນຈຸຄວາມຮູ້ສະຕິປັນຍາຂອງມວນມະນຸດ ໂດຍມີການຈັດເປັນລະບົບຕາມຫຼັກວິຊາການເພື່ອສະໜອງແລະໃຫ້ການບໍ ລິການຂໍ້ມູນຂ່າວສານແກ່ມວນຊົນທຸກຊັ້ນຄົນໃນສັງຄົມ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ບັນນາຮັກສາດໝາຍເຖິງວິຊາຫໍສະມຸດທີ່ໃຊ້ສິດສອນແລະ ຮໍ່າຮຽນ; 2. ບັນນາຮັກໝາຍເຖິງຜູ້ຮຽນຈົບຫຼັກສູດບັນນາຮັກສາດ; 3. ບັນນານຸກົມແຫ່ງຊາດໝາຍເຖິງການລວມລາຍຊື່ປຶ້ມຕ່າງ ໆຂອງຊາດ; 4. ໜັງສືຫາຍາກໝາຍເຖິງໜັງສືທີ່ມີອາຍຸຫ້າສິບປີຂຶ້ນໄປ; 5. ໂສດທັດສະນະວັດຖຸໝາຍເຖິງວັດຖຸທີ່ບັນທຶກຂໍ້ມູນພາບ, ແສງ,ສີແລະສຽງ; 6. ນິດໄນທັດໝາຍເຖິງການສ້າງຈິດສໍານຶກໃຫ້ເປັນຄວາມ ຊິນເຄີຍ; 7. ສະໝຸດເຄື່ອນທີ່ໝາຍເຖິງປຶ້ມແລະສິ່ງພິມອື່ນທີ່ຈັດໃສ່ຕູ້ຫຼື ຖົງ,ລົດ,ເຮືອທີ່ເຄື່ອນຍ້າຍໄປສະຖານທີ່ຕ່າງໆຊຶ່ງດໍາເນີນໂດຍຫໍສະໝຸດທີ່ ໄດ້ຮັບອະນຸຍາດສ້າງຕັ້ງຢ່າງຖືກຕ້ອງ; 8. ຊັບພະຍາກອນຫໍສະໝຸດໝາຍເຖິງປຶ້ມ,ສິ່ງພິມອື່ນແລະອຸ ປະກອນຕ່າງໆ; 9. ຫ້ອງສະໝຸດເອເລັກໂຕຼນິກໝາຍເຖິງການນໍາໃຊ້ເຄື່ອງມື ທັນສະໄໝເຂົ້າໃນວຽກງານຫໍສະໝຸດ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຫໍສະໝຸດ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຫໍສະໝຸດ ລັດສົ່ງເສີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາກລັດແລະ ເອກະຊົນພາຍໃນແລະຕ່າງປະເທດໃຫ້ລົງທຶນ,ປະກອບສ່ວນເຂົ້າໃນການ ສ້າງແລະພັດທະນາຫໍສະໝຸດເພື່ອຕອບະໜອງຂໍ້ມູນຂ່າວສານແລະການ ສຶກສາຄົ້ນຄວ້າຫາຄວາມຮູ້ເພີ່ມສະຕິປັນຍາຂອງປະຊາຊົນດ້ວຍການວາງ ນະໂຍບາຍ,ລະບຽບການ,ມາດຕະການທີ່ເໝາະສົມເປັນຕົ້ນການຍົກເວັ້ນ ຫຼືຫຼຸດຜ່ອນພາສີ,ອາກອນຕາມລະບຽບກົດໝາຍ. ລັດຊຸກຍູ້ສົ່ງເສີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງປູກຈິດສໍານຶກ ໃຫ້ຮັກການອ່ານດ້ວຍວິທີສ້າງກິດຈະກໍາຕ່າງໆຮັບໃຊ້ວຽກງານຫໍສະໝຸດ ເຊັ່ນສະໝຸດເຄື່ອນທີ່,ການຄົ້ນຄວ້າ,ການຂຽນ,ການປະດິດແຕ່ງ,ການພິມ ປຶ້ມ,ການຝຶກອົບຮົມທາງດ້ານວິຊາການຫໍສະໝຸດດ້ວຍຮູບການສະໜອງບຸກ ຄະລາກອນ,ທຶນ,ພາຫະນະແລະອຸປະກອນທີ່ຈໍາເປັນ.

...ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຫໍສະໝຸດ

ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຫໍສະໝຸດ ການເຄື່ອນໄຫວວຽກງານຫໍສຸໝຸດໃຫ້ປະຕິບັດຕາມຫຼັກການຕົ້ນ ຕໍດັ່ງນີ້: 1. ຮັບປະກັນລັກສະນະຊາດ,ວິທະຍາສາດ,ປະຫວັດສາດ,ມະຫາ ຊົນແລະກ້າວໜ້າທັນສະໄໝ; 2. ສະໜອງຄວາມຮູ້ທີ່ເປັນປະໂຫຍດໃຫ້ແກ່ມວນຊົນໃນການພັດ ທະນາຊັບພະຍາກອນມະນຸດ; 3. ຮັບປະກັນການບໍລິການທີ່ໄດ້ມາດຕະຖານແລະຢູ່ໃນສະພາບ ແວດລ້ອມທີ່ດີໃຫ້ແກ່ສັງຄົມ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ທັງພາຍໃນແລະຕ່າງປະເທດທີ່ດໍາເນີນວຽກງານແລະຜູ້ຊົມໃຊ້ຫໍສະໝຸດຢູ່ ສປປລາວ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືດ້ານວຽກງານຫໍສະໝຸດກັບຕ່າງ ປະເທດ,ພາກພື້ນແລະສາກົນດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ ,ການແລກປ່ຽນບົດຮຽນແລະຜົນສໍາເລັດໃໝ່ດ້ານເຕັກໂນໂລຊີເພື່ອຍົກລະ ດັບຄວາມຮູ້ຄວາມສາມາດຂອງພະນັກງານຫໍສະໝຸດແນໃສ່ເຮັດໃຫ້ວຽກ ງານຫໍສະໝຸດມີຄວາມກ້າວໜ້າ,ທັນສະໄໝ,ເຂົ້າຮ່ວມແລະປະຕິບັດສັນຍາ, ສົນທຶສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ວຽກງານຫໍສະໝຸດ


...ໝວດທີ 1 ປະເພດຫໍສະໝຸດ


....ມາດຕາ 8 ປະເພດຫໍສະໝຸດ

ມາດຕາ 8 ປະເພດຫໍສະໝຸດ ຫໍສະໝຸດມີຫົກປະເພດດັ່ງນີ້: 1. ຫໍສະໝຸດແຫ່ງຊາດ; 2. ຫໍສະໝຸດທ້ອງຖິ່ນ; 3. ຫໍສະໝຸດມະຫາວິທະຍາໄລ,ວິທະຍາໄລ,ສະຖາບັນ,ວິທະຍາ ຄານແລະໂຮງຮຽນວິຊາຊີບ; 4. ຫ້ອງສະໝຸດໂຮງຮຽນສາມັນ; 5. ຫ້ອງສະໝຸດສະເພາະ; 6. ຫ້ອງອ່ານ. ຫໍສະໝຸດແຕ່ລະປະເພດມີຈຸດປະສົງແລະໜ້າທີ່ລວມອັນດຽວກັນ ແຕ່ຫາກຕ່າງກັນທາງດ້ານໂຄງປະກອບການຈັດຕັ້ງ,ບຸກຄະລາກອນ,ຖານະ ,ຂະໜາດແລະເປົ້າມາຍຮັບໃຊ້.

....ມາດຕາ 9 ຫໍສະໝຸດແຫ່ງຊາດ

ມາດຕາ 9 ຫໍສະໝຸດແຫ່ງຊາດ ຫໍສະໝຸດແຫ່ງຊາດແມ່ນຫໍສະໝຸດໃຫຍ່ລະດັບຊາດທີ່ສ້າງຕັ້ງ ຂຶ້ນຢູ່ສູນກາງເພື່ອເປັນສູນລວມແຫ່ງຂໍ້ມູນຂ່າວສານແລະເປັນໃຈກາງທາງ ດ້ານວິຊາການໃຫ້ແກ່ຫໍສະໝຸດຕ່າງໆໂດຍຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ.

....ມາດຕາ 10 ຫໍສະໝຸດທ້ອງຖິ່ນ

ມາດຕາ 10 ຫໍສະໝຸດທ້ອງຖິ່ນ ຫໍສະໝຸດທ້ອງຖິ່ນແມ່ນຫໍສະໝຸດທີ່ສ້າງຕັ້ງຂຶ້ນໃນຂັ້ນແຂວງ,ຂັ້ນ ເມືອງແລະບ້ານເພື່ອຮັບໃຊ້ບໍລິການການອ່ານແລະເກັບຮັກສາ,ສະໜອງຂໍ້ ມູນຂ່າວສານແກ່ມວນຊົນທົ່ວໄປ.

....ມາດຕາ 11 ຫໍສະໝຸດມະຫາວິທະຍາໄລ,ວິທະຍາໄລ,ສະຖາບັນ,ວິທະຍາຄານແລະໂຮງຮຽນວິຊາຊີບ

ມາດຕາ 11 ຫໍສະໝຸດມະຫາວິທະຍາໄລ,ວິທະຍາໄລ,ສະຖາບັນ,ວິທະຍາ ຄານແລະໂຮງຮຽນວິຊາຊີບ ຫໍສະໝຸດມະຫາວິທະຍາໄລ,ວິທະຍາໄລ,ສະຖາບັນ,ວິທະຍາ ຄານແລະໂຮງຮຽນວິຊາຊີບແມ່ນຫໍສະໝຸດທີ່ສ້າງຕັ້ງຂຶ້ນເພື່ອຮັບໃຊ້ການ ສຶກສາ,ການຄົ້ນຄວ້າດ້ານວິຊາການ,ການຮຽນ-ການສອນສໍາລັບຄູອາ ຈານ,ນັກສຶກສາ,ນັກຄົ້ນຄວ້າແລະນັກວິຊາການເປັນຕົ້ນຕໍ.

....ມາດຕາ 12 ຫ້ອງສະໝຸດໂຮງຮຽນສາມັນ

ມາດຕາ 12 ຫ້ອງສະໝຸດໂຮງຮຽນສາມັນ ຫ້ອງສະໝຸດໂຮງຮຽນສາມັນແມ່ນຫ້ອງສະໝຸດທີ່ສ້າງຕັ້ງຂຶ້ນ ເພື່ອສະໜອງຂໍ້ມູນ-ຂ່າວສານສໍາລັບການອ່ານ,ການຄົ້ນຄວ້າ,ການຮຽນ -ການສອນຂອງຄູແລະນັກຮຽນເປັນຕົ້ນຕໍ.

....ມາດຕາ 13 ຫ້ອງສະໝຸດສະເພາະ

ມາດຕາ 13 ຫ້ອງສະໝຸດສະເພາະ ຫ້ອງສະໝຸດສະເພາະແມ່ນຫ້ອງສະໝຸດທີ່ສ້າງຕັ້ງຂຶ້ນເພື່ອຮັບ ໃຊ້ສະເພາະພາຍໃນກະຊວງ,ສໍານັກງານ,ອົງການ,ກົມກອງ,ໂຮງໝໍ,ໂຮງ ງານ,ບໍລິສັດ,ສາສະນະສະຖານເພື່ອຮັບໃຊ້ການອ່ານ,ການຄົ້ນຄວ້າເພື່ອ ເພີ່ມຄວາມຮູ້ຂອງພະນັກງານ,ທະຫານ,ຕໍາຫຼວດ,ກໍາມະກອນ,ນັກທຸລະກິດ ,ນັກບວດແລະອື່ນໆໃນຫົວໜ່ວຍຂອງຕົນເປັນຕົ້ນຕໍ.

....ມາດຕາ 14 ຫ້ອງອ່ານ

ມາດຕາ 14 ຫ້ອງອ່ານ ຫ້ອງອ່ານແມ່ນຫ້ອງໃດໜຶ່ງທີ່ຈັດໃນບ່ອນເໝາະສົມເຊັ່ນຫ້ອງ ອ່ານຂອງຄອບຄົວ,ບຸກຄົນແລ້ວນໍາເອົາປຶ້ມຫຼືສິ່ງພິມອື່ນມາຈັດວາງໄວ້ເພື່ອ ຮັບໃຊ້ການອ່ານ,ການຄົ້ນຄວ້າຊຶ່ງບໍ່ໄດ້ຈັດຕາມລະບົບຫໍສະໝຸດ.

...ໝວດທີ 2 ວຽກງານຫໍສະໝຸດ


....ມາດຕາ 15 ການຈັດວຽກງານຫໍສະໝຸດ

ມາດຕາ 15 ການຈັດວຽກງານຫໍສະໝຸດ ວຽກງານຫໍສະໝຸດຈັດຕາມລະບົບວິທີວິທະຍາຂອງບັນນາຮັກຄື: 1. ກາຂົນຂວາຍຊັບພະຍາກອນຫໍສະໝຸດ; 2. ການມອບປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸ; 3. ການວິເຄາະຊັບພະຍາກອນຫໍສະໝຸດ; 4. ການບໍລິການການອ່ານ; 5. ການສົ່ງເສີມການອ່ານ; 6. ການປົກປັກຮັກສາຊັບພະຍາກອນຫໍສະໝຸດ.

....ມາດຕາ 16 ການຂົນຂວາຍຊັບພະຍາກອນຫໍສະໝຸດ

ມາດຕາ 16 ການຂົນຂວາຍຊັບພະຍາກອນຫໍສະໝຸດ ການຂົນຂວາຍຊັບພະຍາກອນຫໍສະໝຸດແມ່ນການຈັດຊື້,ການ ຮັບບໍລິຈາກ,ການແລກປ່ຽນ,ການຜະລິດຂຶ້ນເອງ,ການໂອນກໍາມະສິດ,ການ ມອບປຶ້ມ,ສິ່ງພິມອື່ນ,ໂສດທັດສະນະວັດຖຸ,ອຸປະກອນແລະພາຫະນະຕ່າງໆ ເພື່ອອະນຸລັກແລະສົ່ງເສີມການອ່ານ.

....ມາດຕາ 17 ການມອບປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸ

ມາດຕາ 17 ການມອບປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ຈັດພິມປຶ້ມ ,ສິ່ງພິມອື່ນແລະໂສດທັດສະນະວັດຖຸຕ້ອງມອບໃຫ້ຫໍສະໝຸດແຫ່ງຊາດຢ່າງ ຕໍ່າບໍ່ໃຫ້ຫຼຸດຈໍານວນສາມຫົວຫຼືສາມອັນເພື່ອເກັບຮັກສາ,ເຜີຍແຜ່ຜົນງານ ຂອງຜູ້ແຕ່ງແລະສົ່ງເສີມການອ່ານ.

....ມາດຕາ 18 ການວິເຄາະຊັບພະຍາກອນຫໍສະໝຸດ

ມາດຕາ 18 ການວິເຄາະຊັບພະຍາກອນຫໍສະໝຸດ ການວິເຄາະຊັບພະຍາກອນຫໍສະໝຸດແມ່ນການຈັດໝວດໝູ່, ກໍານົດຫົວເລື່ອງ,ສ້າງຖານຂໍ້ມູນ,ຈັດທໍາບັດລາຍການ,ບັດຄັດຫຍໍ້ໜັງສື, ບັນນານຸກົມແຫ່ງຊາດ,ເລກໝາຍປຶ້ມມາດຕະຖານສາກົນແລະການຈັດ ລຽງລໍາດັບຊັບພະຍາກອນຫໍສະໝຸດເພື່ອໃຫ້ການບໍລິການ.

....ມາດຕາ 19 ການບໍລິການການອ່ານ

ມາດຕາ 19 ການບໍລິການການອ່ານ ການບໍລິການການອ່ານແມ່ນການໃຫ້ອ່ານກັບທີ່,ການໃຫ້ຢືມ- ສົ່ງປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸ,ການບໍລິການໜັງສືອ້າງອີງ, ໜັງສືຫາຍາກ,ອິນເຕີເນັດແລະການບໍລິການຕອບຄໍາຖາມແລະຊອກຫາ ຂໍ້ມູນເພື່ອຊ່ວຍການຄົ້ນຄວ້າ.

....ມາດຕາ 20 ການສົ່ງເສີມການອ່ານ

ມາດຕາ 20 ການສົ່ງເສີມການອ່ານ ການສົ່ງເສີມການອ່ານແມ່ນການຈັດກິດຈະກໍາຕ່າງໆກ່ຽວກັບ ການອ່ານເຊັ່ນການບໍລິການສະໝຸດເຄື່ອນທີ່,ການເລົ່ານິທານ,ການຖາມ- ຕອບຄໍາທວາຍ,ການອ່ານກາບກອນ,ສະພາສິດ,ການຮ້ອງເພງ,ຂັບ-ລໍາ, ຟ້ອນ,ແຕ້ມຮູບ,ປະດິດເຄື່ອງຫຼິ້ນ,ການນໍາໃຊ້ອິນເຕີເນັດແລະການສະແດງ ລະຄອນ.

....ມາດຕາ 21 ການປົກປັກຮັກສາຊັບພະຍາກອນຫໍສະໝຸດ

ມາດຕາ 21 ການປົກປັກຮັກສາຊັບພະຍາກອນຫໍສະໝຸດ ຊັບພະຍາກອນຫໍສະໝຸດໂດຍສະເພາະສິ່ງທີ່ມີຄຸນຄ່າໃນຫໍສະໝຸດ ຕ້ອງປົກປັກຮັກສາໄວ້ໃຫ້ຍືນຍົງ,ຖ້າມີການເປ່ເພຈີກຂາດຫຼືໃຊ້ບໍ່ໄດ້ໃຫ້ສ້ອມ ແປງຄືນສູ່ສະພາບເດີມຫຼືຕ້ອງກ່າຍຄືນໃໝ່ດ້ວຍຮູບການຕ່າງໆແຕ່ຕ້ອງບົ່ງ ບອກໃຫ້ແຈ້ງວ່າຄັດມາຈາກປຶ້ມຫົວໃດ,ວັນທີເດືອນປີໃດ. ຖ້າຫໍສະໝຸດຕ້ອງການປຶ້ມ,ສິ່ງພິມອື່ນແລະໂດດທັດສະນະວັດຖຸ ທີ່ມີຄ່າເຂົ້າຫໍສະໝຸດຕ້ອງທົດແທນຄ່າໃຫ້ຜູ້ເປັນເຈົ້າຂອງຫຼືຜູ້ປົກປັກຮັກສາ ຕາມຄວາມເໝາະສົມ. ບຸກຄົນທີ່ໄດ້ຢືມປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸແລ້ວ ເຮັດໃຫ້ເສຍຫາຍ,ເປ່ເພຈີກຂາດຫຼືໃຊ້ບໍ່ໄດ້ຕ້ອງທົດແທນຄ່າເສຍຫາຍໃຫ້ຫໍ ສະໝຸດຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີ 3 ການສ້າງຕັ້ງແລະການຈັດຕັ້ງບໍລິຫານຫໍສະໝຸດ


...ໝວດທີ 1 ການສ້າງຕັ້ງຫໍສະໝຸດ


....ມາດຕາ 22 ຜູ້ມີສິດສ້າງຕັ້ງຫໍສະໝຸດ

ມາດຕາ 22 ຜູ້ມີສິດສ້າງຕັ້ງຫໍສະໝຸດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດ ມີສິດສ້າງຕັ້ງຫໍສະໝຸດຂອງຕົນຂຶ້ນຢູ່ ສປປລາວ ໂດຍປະຕິບັດຕາມຂັ້ນຕອນ ແລະເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ 23 ແລະ 24 ຂອງກົດໝາຍສະ ບັບນີ້.

....ມາດຕາ 23 ການຮ້ອງຂໍສ້າງຕັ້ງຫໍສະໝຸດ

ມາດຕາ 23 ການຮ້ອງຂໍສ້າງຕັ້ງຫໍສະໝຸດ ຜູ້ທີ່ມີຈຸດປະສົງສ້າງຕັ້ງຫໍສະໝຸດແຕ່ລະປະເພດຕ້ອງຍື່ນຄໍາຮ້ອງ ຕໍ່ອົງການຄຸ້ມຄອງຫໍສະໝຸດ. ອົງການຄຸ້ມຄອງຫໍສະໝຸດຕ້ອງຄົ້ນຄວ້າພິຈາລະນາຢ່າງຊ້າບໍ່ ໃຫ້ເກີນຊາວວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ໃນກໍລະ ນີທີ່ບໍ່ໄດ້ອະນຸຍາດຕ້ອງແຈ້ງໃຫ້ຜູ້ຮ້ອງຂໍຊາບພ້ອມດ້ວຍເຫດຜົນເປັນລາຍ ລັກອັກສອນ. ສໍາລັບຫ້ອງອ່ານນັ້ນສາມາດສ້າງຕັ້ງໄດ້ໂດຍບໍ່ຍື່ນຄໍາຮ້ອງຂໍ ອະນຸຍາດ.

....ມາດຕາ 24 ເງື່ອນໄຂການສ້າງຕັ້ງຫໍສະໝຸດ

ມາດຕາ 24 ເງື່ອນໄຂການສ້າງຕັ້ງຫໍສະໝຸດ ການສ້າງຕັ້ງຫໍສະໝຸດຍົກເວັ້ນຫ້ອງອ່ານຕ້ອງມີເງື່ອນໄຂດັ່ງນີ້: 1. ຊື້ຫໍສະໝຸດ,ຈຸດປະສົງແລະເປົ້າໝາຍຂອງຫໍສະໝຸດ; 2. ປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸຕາມຄວາມເໝາະ ສົມຂອງແຕ່ລະປະເພດຫໍສະໝຸດ; 3. ພື້ນຖານໂຄງລ່າງທີ່ຮັບປະກັນເປັນຕົ້ນອາຄານ,ສະຖານທີ່ ແລະອຸປະກອນຮັບໃຊ້ທີ່ຈໍາເປັນ; 4. ບັນນາຮັກຫຼືພະນັກງານທີ່ໄດ້ຜ່ານການຝຶກອົບຮົມວຽກງານ ຫໍສະໝຸດ; 5. ທຶນເພື່ອຮັບປະກັນໃຫ້ຫໍສະໝຸດສາມາດເຄື່ອນໄຫວໄດ້ຢ່າງ ເປັນປົກກະຕິ.

....ມາດຕາ 25 ການປ່ຽນແປງຫຼືຍຸບເລີກຫໍສະໝຸດ

ມາດຕາ 25 ການປ່ຽນແປງຫຼືຍຸບເລີກຫໍສະໝຸດ ການປ່ຽນແປງຫໍສະໝຸດຈະມີຂຶ້ນໃນກໍລະນີທີ່ມີການປ່ຽນຊື່, ການຍົກຍ້າຍສະຖານທີ່ຊຶ່ງເຈົ້າຂອງຫໍສະໝຸດຕ້ອງຂໍອຸຍາດຈາກອົງການ ຄຸ້ມຄອງທີ່ກ່ຽວຂ້ອງເພື່ອພິຈາລະນາພາຍໃນກໍານົດເວລາສິບວັນລັດຖະ ການນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ. ການຍຸບເລີກຫໍສະໝຸດຈະມີຂຶ້ນໃນກໍລະນີທີ່ເຈົ້າຂອງຫໍສະໝຸດ ບໍ່ສາມາດສືບຕໍ່ບໍລິການຫຼືຖືກຖອນໃບອະນຸຍາດດໍາເນີນກິດຈະການຍ້ອນມີ ການລະເມີດລະບຽບກົດໝາຍ.ໃນກໍລະນີການຍຸບເລີກຍ້ອນບໍ່ມີຄວາມສາ ມາດສືບຕໍ່ບໍລິການໄດ້ນັ້ນຕ້ອງລາຍງານເປັນລາຍລັກອັກສອນຕໍ່ອົງການ ຄຸ້ມຄອງທີ່ກ່ຽວຂ້ອງພາຍໃນກໍານົດເວລາເຈັດວັນລັດຖະການພາຍຫຼັງການ ຍຸບເລີກ.

...ໝວດທີ 2 ການຈັດຕັ້ງບໍລິຫານຫໍສະໝຸດ


....ມາດຕາ 26 ໂຄງປະກອບບຸກຄະລາກອນຫໍສະໝຸດ

ມາດຕາ 26 ໂຄງປະກອບບຸກຄະລາກອນຫໍສະໝຸດ ບຸກຄະລາກອນຫໍສະໝຸດປະກອບດ້ວຍ: 1. ເຈົ້າຂອງຫໍສະໝຸດ; 2. ຜູ້ອໍານວຍການແລະຮອງຜູ້ອໍານວຍການຫໍສະໝຸດ; 3. ພະນັກງານຫໍສະໝຸດ; 4. ຜູ້ຮ່ວມງານຫໍສະໝຸດ. ສໍາລັບຫໍສະໝຸດແຕ່ປະເພດທີ 4 ລົງມາໃຫ້ປະກອບບຸກຄະລາ ກອນຕາມຄວາມເໝາະສົມ.

....ມາດຕາ 27 ເຈົ້າຂອງຫໍສະໝຸດ

ມາດຕາ 27 ເຈົ້າຂອງຫໍສະໝຸດ ເຈົ້າຂອງຫໍສະໝຸດແມ່ນບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ ຮັບອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບຫໍສະໝຸດ. ເຈົ້າຂອງຫໍສະໝຸດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກໍານົດທິດທາງ,ແຜນການເຄື່ອນໄຫວວຽກງານຫໍສະໝຸດ; 2. ຈັດຕັ້ງ,ຊີ້ນໍາ,ຄຸ້ມຄອງແລະກວດກາ,ສ້າງເງື່ອນໄຂແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຫໍສະໝຸດຂອງຕົນ; 3. ສະເໜີສ້າງຕັ້ງ,ປ່ຽນແປງຫຼືຍຸບເລີກຫໍສະໝຸດຂອງຕົນ; 4. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການແລະຮອງ ຜູ້ອໍານວຍການຫໍສະໝຸດ; 5. ຊຸກຍູ້,ສົ່ງເສີມການມອບປຶ້ມ,ສິ່ງພິມອື່ນແລະໂສດທັດສະນະ ວັດຖຸທີ່ມີຄຸນຄ່າ,ການຂຽນ,ປະດິດແຕ່ງເລື່ອງໃດໜຶ່ງທີ່ຫໍສະໝຸດຕ້ອງການ; 6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດກ່ຽວກັບວຽກງານຫໍສະໝຸດ; 7. ອອກລະບຽບການພາຍໃນຫໍສະໝຸດ,ກໍານົດການເກັບຄ່າບັດ ສະມາຊິກຜູ້ໃຊ້ບໍລິການຫໍສະໝຸດແລະຄ່າບໍລິການຕ່າງໆ. 8. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານຫໍ ສະໝຸດຂອງຕົນຕໍ່ຂະແໜງການທີ່ຕົນຂຶ້ນກັບຢ່າງເປັນປົກກະຕິ.

....ມາດຕາ 28 ຜູ້ອໍານວຍການແລະຮອງຜູ້ອໍານວຍການ

ມາດຕາ 28 ຜູ້ອໍານວຍການແລະຮອງຜູ້ອໍານວຍການ ຜູ້ອໍານວຍການແລະຮອງຜູ້ອໍານວຍການແມ່ນບຸກຄົນທີ່ໄດ້ຮັບ ການແຕ່ງຕັ້ງຈາກເຈົ້າຂອງຫໍສະໝຸດຍົກເວັ້ນຫ້ອງອ່ານ. ຜູ້ອໍານວຍການເປັນຜູ້ຮັບຜິດຊອບຊີ້ນໍາລວມວຽກງານຫໍສະໝຸດ. ຮອງຜູ້ອໍານວຍການເປັນຜູ້ຊ່ວຍວຽກຜູ້ອໍານວຍການແລະຮັບ ຜິດຊອບວຽກງານວິຊາການໃດໜຶ່ງທີ່ໄດ້ຮັບມອບໝາຍແລະເປັນຜູ້ວ່າການ ແທນຜູ້ອໍານວຍການຕາມການມອບໝາຍໃນເວລາຜູ້ອໍານວຍການບໍ່ສາ ມາດປະຕິບັດໜ້າທີ່ໄດ້.

....ມາດຕາ 29 ມາດຕະຖານຂອງຜູ້ອໍານວຍການແລະຮອງຜູ້ອໍານວຍການ

ມາດຕາ 29 ມາດຕະຖານຂອງຜູ້ອໍານວຍການແລະຮອງຜູ້ອໍານວຍການ ຜູ້ອໍານວຍການແລະຮອງຜູ້ອໍານວຍການຕ້ອງມີມາດຕະຖານ ດັ່ງນີ້: 1. ມີພູມລໍາເນົາຖາວອນຢູ່ ສປປລາວ; 2. ມີອາຍຸແຕ່ສິບແປດປີຂຶ້ນໄປ; 3. ມີຄວາມຮູ້ທາງດ້ານບັນນາຮັກສາດຫຼືໄດ້ຜ່ານການຝຶກອົບ ຮົມວຽກງານຫໍສະໝຸດ; 4. ມີຄວາມສາມາດດ້ານການຄຸ້ມຄອງບໍລິຫານທົ່ວໄປ,ຮູ້ນໍາໃຊ້ ຄັອມພິວເຕີ້ແລະຮູ້ພາສາຕ່າງປະເທດໃດໜຶ່ງທີ່ແນ່ນອນ; 5. ມີລະດັບການສຶກສາແຕ່ຊັ້ນກາງຂຶ້ນໄປ; 6. ມີສຸຂະພາບດີ.

....ມາດຕາ 30 ສິດແລະໜ້າທີ່ຂອງຜູ້ອໍານວຍການ

ມາດຕາ 30 ສິດແລະໜ້າທີ່ຂອງຜູ້ອໍານວຍການ ຜູ້ອໍານວຍການຫໍສະໝຸດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າຜັນຂະຫຍາຍທິດທາງ,ແຜນການກ່ຽວກັບການ ເຄື່ອນໄຫວວຽກງານຫໍສະໝຸດແລ້ວສະເໜີຕໍ່ເຈົ້າຂອງຫໍສະໝຸດພິຈາລະນາ; 2. ວາງແຜນການ,ສ້າງໂຄງການໃນການຈັດຫາປຶ້ມ,ສິ່ງພິມ ອື່ນ,ໂສດທັດສະນະວັດຖຸແລະວັດຖຸອຸປະກອນຂອງຫໍສະໝຸດ; 3. ສ້າງກົງຈັກການຈັດຕັ້ງ,ບໍາລຸງຍົກລະດັບພະນັກງານແລະ ຄຸ້ມຄອງຊັບສິນພາຍໃນຫໍສະໝຸດ; 4. ຄົ້ນຄວ້າອອກລະບຽບການຕ່າງໆພາຍໃນຫໍສະໝຸດເພື່ອສະ ເໜີເຈົ້າຂອງຫໍສະໝຸດພິຈາລະນາ; 5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນແລະ ຕ່າງປະເທດກ່ຽວກັບການເຄື່ອນໄຫວວຽກງານຫໍສະໝຸດ.ສໍາລັບການພົວ ພັນກັບຕ່າງປະເທດນັ້ນຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງຫໍສະໝຸດ; 6. ສະໝຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານຫໍ ສະໝຸດຂອງຕົນຕໍ່ເຈົ້າຂອງຫໍສະໝຸດຢ່າງເປັນປົກກະຕິ.

....ມາດຕາ 31 ສິດແລະໜ້າທີ່ຂອງຮອງຜູ້ອໍານວຍການ

ມາດຕາ 31 ສິດແລະໜ້າທີ່ຂອງຮອງຜູ້ອໍານວຍການ ຮອງຜູ້ອໍານວຍການມີສິດແລະໜ້າທີ່ຊ່ວຍຜູ້ອໍານວຍການ,ຮັບ ຜິດຊອບວຽກງານວິຊາການໃດໜຶ່ງ,ປະຕິບັດສິດແລະໜ້າທີ່ຂອງຜູ້ອໍານວຍ ການໃນເວລາທີ່ຜູ້ອໍານວຍການບໍ່ສາມາດປະຕິບັດໜ້າທີ່ໄດ້ຫຼືຕາມການມອບ ໝາຍ.

....ມາດຕາ 32 ພະນັກງານຫໍສະໝຸດ

ມາດຕາ 32 ພະນັກງານຫໍສະໝຸດ ພະນັກງານຫໍສະໝຸດແມ່ນບັນນາຮັກແລະບຸກຄົນທີ່ເຮັດວຽກປະ ຈໍາການໃນຫໍສະໝຸດ. ສິດແລະໜ້າທີ່ຂອງພະນັກງານຫໍສະໝຸດໄດ້ກໍານົດໄວ້ໃນລະ ບຽບການສະເພາະຂອງຫໍສະໝຸດ.

....ມາດຕາ 33 ຜູ້ຮ່ວມງານຫໍສະໝຸດ

ມາດຕາ 33 ຜູ້ຮ່ວມງານຫໍສະໝຸດ ຜູ້ຮ່ວມງານຫໍສະໝຸດແມ່ນຜູ້ທີ່ເຮັດວຽກບໍ່ປະຈໍາການທີ່ມີປະສົບ ການດ້ານວຽກງານຫໍສະໝຸດໂດຍໄດ້ຮັບຄ່າແຮງງານແລະນະໂຍບາຍອື່ນ ຈາກຫໍສະໝຸດ. ສິດແລະໜ້າທີ່ຂອງຜູ້ຮ່ວມງານໄດ້ກໍານົດໄວ້ໃນລະບຽບການ ສະເພາະຂອງຫໍສະໝຸດ.

..ພາກທີ 4 ທຶນຫໍສະໝຸດຂອງລັດ


...ມາດຕາ 34 ແຫຼ່ງທຶນຫໍສະໝຸດຂອງລັດ

ມາດຕາ 34 ແຫຼ່ງທຶນຫໍສະໝຸດຂອງລັດ ແຫຼ່ງທຶນຫໍສະໝຸດຂອງລັດໄດ້ມາຈາກ: - ງົບປະມານຂອງລັດ; - ການບໍລິການດ້ານວິຊາການ; - ການປະກອບສ່ວນຂອງສັງຄົມ,ບຸກຄົນ,ນິຕິບຸກຄົນຫຼືການຈັດ ຕັ້ງແລະການຊ່ວຍເຫຼືອຂອງສາກົນ.

...ມາດຕາ 35 ການຄຸ້ມຄອງແລະນໍາໃຊ້ທຶນຫໍສະໝຸດຂອງລັດ

ມາດຕາ 35 ການຄຸ້ມຄອງແລະນໍາໃຊ້ທຶນຫໍສະໝຸດຂອງລັດ ການຄຸ້ມຄອງແລະນໍາໃຊ້ທຶນຫໍສະໝຸດຂອງລັດຕ້ອງສອດຄ່ອງ ກັບຈຸດປະສົງ,ເປົ້າໝາຍແລະຖືກຕ້ອງຕາມລະບຽບການເງິນຂອງລັດ.

..ພາກທີ 5 ຂໍ້ຫ້າມ


...ມາດຕາ 36 ຂໍ້ຫ້າມສໍາລັບບຸກຄະລາກອນຫໍສະໝຸດ

ມາດຕາ 36 ຂໍ້ຫ້າມສໍາລັບບຸກຄະລາກອນຫໍສະໝຸດ ຫ້າມບຸກຄະລາກອນຫໍສະໝຸດມີພຶດຕິກໍາດັ່ງນີ້: 1. ນໍາເອົາປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸທີ່ມີເນື້ອໃນ ຂັດກັບແນວທາງ,ນະໂຍບາຍ,ຄວາມໝັ້ນຄົງ,ຄວາມສະຫງົບສຸກ,ວັດທະນະ ທໍາ,ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແລະເນື້ອໃນອື່ນທີ່ຂັດກັບລະ ບຽບກົດໝາຍເຂົ້າບໍລິການຍົກເວັ້ນຫ້ອງອ່ານພິເສດຂອງຫໍສະໝຸດແຫ່ງ ຊາດເພື່ອຮັບໃຊ້ການຄົ້ນຄວ້າສະເພາະກິດຂອງລັດຕາມການມອບໝາຍ; 2. ທໍາລາຍ,ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນຫໍສະ ໝຸດແລະຫໍສະໝຸດ; 3. ສວຍໃຊ້ຫໍສະໝຸດໃນທາງບໍ່ຖືກຕ້ອງຕາມລະບຽບກົດໝາຍ; 4. ບໍລິການຂໍ້ມູນສໍາຄັນຕ່າງໆໂດຍບໍ່ໄດ້ຮັບອະນຸຍາດ; 5. ເກັບຄ່າທໍານຽມ,ຄ່າບໍລິການເກີນອັດຕາທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍ; 6. ນໍາເອົາປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸຂອງຫໍສະ ໝຸດໄປຂາຍ,ມອບ,ແລກປ່ຽນໃຫ້ບຸກຄົນອື່ນຫຼືເອົາເປັນຂອງສ່ວນຕົວໂດຍ ບໍ່ໄດ້ຮັບອະນຸຍາດ; 7. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍ.

...ມາດຕາ 37 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການຫໍສະໝຸດ

ມາດຕາ 37 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການຫໍສະໝຸດ ຫ້າມຜູ້ໃຊ້ບໍລິການຫໍສະໝຸດມີພຶດຕິກໍາດັ່ງນີ້: 1. ນໍາເອົາປຶ້ມ,ສິ່ງພິມ,ໂສດທັດສະນະວັດຖຸແລະອຸປະກອນອື່ນ ໆເຂົ້າຫຼືອອກຈາກຫໍສະໝຸດໂດຍບໍ່ໄດ້ຮັບອະນຸຍາດຈາກພະນັກງານຫໍສະ ໝຸດ; 2. ທໍາລາຍ,ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນຫໍສະ ໝຸດແລະຫໍສະໝຸດ; 3. ສວຍໃຊ້ຫໍສະໝຸດໃນທາງບໍ່ຖືກຕ້ອງຕາມລະບຽບກົດໝາຍ; 4. ໃສ່ຮ້າຍ,ບິດເບືອນຄວາມເປັນຈິງໃນການປະຕິບັດໜ້າທີ່ ວຽກງານຂອງພະນັກງານຫໍສະໝຸດ; 5. ລະເມີດລະບຽບການຂອງຫໍສະໝຸດ; 6. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍ.

...ມາດຕາ 38 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 38 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ທໍາລາຍ,ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນຫໍສະ ໝຸດແລະຫໍສະໝຸດ; 2. ສ້າງຕັ້ງຫໍສະໝຸດໂດຍບໍ່ໄດ້ຮັບອະນຸຍາດ; 3. ສວຍໃຊ້ຫໍສະໝຸດໃນທາງບໍ່ຖືກຕ້ອງຕາມລະບຽບກົດໝາຍ; 4. ໃສ່ຮ້າຍ,ບິດເບືອນຄວາມເປັນຈິງໃນການປະຕິບັດໜ້າທີ່ ວຽກງານຂອງພະນັກງານຫໍສະໝຸດ; 5. ນາບຂູ່,ຂັດຂວາງການມາຊົມໃຊ້ແລະການປະກອບສ່ວນ ພັດທະນາຫໍສະໝຸດ; 6. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍ.

..ພາກທີ 6 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງຫໍສະໝຸດ


....ມາດຕາ 39 ອົງການຄຸ້ມຄອງຫໍສະໝຸດ

ມາດຕາ 39 ອົງການຄຸ້ມຄອງຫໍສະໝຸດ ລັດຖະບານເປັນຜູ້ຄຸ້ມຄອງຫໍສະໝຸດຢ່າງລວມສູນແລະເປັນເອ ກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວເປັນໃຈກາງໃນການຄຸ້ມຄອງດ້ວຍການປະສານສົມທົບກັບຂະ ແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງຫໍສະໝຸດປະກອບດ້ວຍ: 1. ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ; 2. ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ ,ນະຄອນ; 3. ຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ ,ເທດສະບານ; 4. ອົງການປົກຄອງບ້ານ.

....ມາດຕາ 40 ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ

ມາດຕາ 40 ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວ ໃນການຄຸ້ມຄອງວຽກງານຫໍສະໝຸດກະຊວງຖະແຫຼງຂ່າວ,ວັດ ທະນະທໍາແລະທ່ອງທ່ຽວມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ຮ່າງນະໂຍບາຍ,ແຜນຍຸດທະສາດ,ແຜນງານ, ແຜນພັດທະນາແລະນິຕິກໍາກ່ຽວກັບຫໍສະໝຸດເພື່ອສະເໜີລັດຖະບານແລະ ຈັດຕັ້ງປະຕິບັດພາຍຫຼັງລັດຖະບານຕົກລົງແລ້ວ; 2. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບຫໍສະໝຸດ; 3. ຊີ້ນໍາ,ຊຸກຍູ້,ຕິດຕາມການເຄື່ອນໄຫວຂອງພະແນກຖະແຫຼງ ຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍ,ແຜນການ,ໂຄງການກ່ຽວກັບຫໍສະໝຸດ; 4. ຂະຫຍາຍຫໍສະໝຸດ,ກໍ່ສ້າງ,ບໍາລຸງ,ຍົກລະດັບພະນັກງານ ຫໍສະໝຸດທາງດ້ານການເມືອງແລະວິຊາສະເພາະ. 5. ອະນຸຍາດສ້າງຕັ້ງ,ປ່ຽນແປງແລະຍຸບເລີກຫໍສະໝຸດແຫ່ງ ຊາດ,ຫໍສະໝຸດມະຫາວິທະຍາໄລແຫ່ງຊາດ,ສະຖາບັນ,ວິທະຍາຄານ,ຫ້ອງ ສະໝຸດສະເພາະທີ່ບໍລິການການອ່ານໃຫ້ແກ່ສັງຄົມ; 6. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການ,ຮອງຜູ້ອໍາ ນວຍການແລະສັບຊ້ອນພະນັກງານຂອງຫໍສະໝຸດແຫ່ງຊາດ; 7. ເກັບກູ້,ທໍາລາຍປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸທີ່ ບໍ່ຖືກຕ້ອງຊຶ່ງຢູ່ໃນຄວາມຮັບຜິດຊອບຂອງຕົນ; 8. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນການ ຄຸ້ມຄອງແລະການຈັດຕັ້ງປະຕິບັດວຽກງານຫໍສະໝຸດ; 9. ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນ ກ່ຽວກັບວຽກງານຫໍສະໝຸດ; 10. ສະຫຼຸບ,ລາຍງານການປະເມີນຜົນການຈັດຕັ້ງປະຕິບັດ ວຽກງານຫໍສະໝຸດຕໍ່ລັດຖະບານຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 41 ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນ

ມາດຕາ 41 ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຫໍສະໝຸດພະແນກຖະແຫຼງຂ່າວ,ວັດ ທະນະທໍາແລະທ່ອງທ່ຽວແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜົນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະລະບຽບກົດ ໝາຍກ່ຽວກັບວຽກງານຫໍສະໝຸດມາເປັນລະບຽບການ,ແຜນການ,ໂຄງ ກນແລ້ວນໍາມາຈັດຕັ້ງປະຕິບັດ; 2. ສໍາຫຼວດແລະເກັບກໍາຂໍ້ມູນກ່ຽວກັບຫໍສະໝຸດໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 3. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບຫໍສະໝຸດ; 4. ອະນຸຍາດສ້າງຕັ້ງ,ປ່ຽນແປງແລະຍຸບເລີກຫໍສະໝຸດຂັ້ນ ແຂວງ,ມະຫາວິທະຍາໄລ,ວິທະຍາໄລແລະໂຮງຮຽນວິຊາຊີບ; 5. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການ,ຮອງຜູ້ອໍາ ນວຍການແລະສັບຊ້ອນພະນັກງານຂອງຫໍສະໝຸດຂັ້ນແຂວງ; 6. ຊີ້ນໍາ,ຊຸກຍູ້ຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງ ທ່ຽວເມືອງ,ເທດສະບານໃນການຈັດຕັ້ງປະຕິບັດວຽກງານຫໍສະໝຸດ; 7. ເກັບກູ້,ທໍາລາຍປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸທີ່ ບໍ່ຖືກຕ້ອງຊຶ່ງຢູ່ໃນຄວາມຮັບຜິດຊອບຂອງຕົນ; 8. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະການຈັດຕັ້ງປະຕິບັດວຽກງານຫໍສະໝຸດ; 9. ພົວພັນແລະຮ່ວມມືດ້ານຫໍສະໝຸດກັບຕ່າງປະເທດຕາມ ການມອບໝາຍຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 10. ສະຫຼຸບລາຍງານການປະເມີນຜົນການຈັດຕັ້ງປະຕິບັດ ວຽກງານຫໍສະໝຸດຕໍ່ຂັ້ນເທິງຖັດຕົນ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 42 ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ

ມາດຕາ 42 ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຫໍສະໝຸດຫ້ອງການຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງການ ກ່ຽວກັບວຽກງານຫໍສະໝຸດ; 2. ສໍາຫຼວດ,ເກັບກໍາຂໍ້ມູນສະຖານທີ່ປູກສ້າງເພື່ອຂະຫຍາຍ ຫໍສະໝຸດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ເຜີຍແຜ່,ສຶກສາອົບຮົມນະໂຍບາຍແລະລະບຽບກົດໝາຍ ກ່ຽວກັບຫໍສະໝຸດໃຫ້ແກ່ບຸກຄະລາກອນຢູ່ໃນຄວາມຮັບຜິດຊອບຂອງຕົນ; 4. ອະນຸຍາດການສ້າງຕັ້ງ,ປ່ຽນແປງແລະຍຸບເລີກຫໍສະໝຸດ ຂັ້ນເມືອງ,ຫ້ອງສະໝຸດໂຮງຮຽນສາມັນ; 5. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການ,ຮອງຜູ້ ກໍານວຍການແລະສັບຊ້ອນພະນັກງານຂອງຫໍສະໝຸດຂັ້ນເມືອງ; 6. ເກັບກູ້,ທໍາລາຍປຶ້ມ,ສິ່ງພິມອືນແລະໂສດທັດສະນະວັດຖຸທີ່ ບໍ່ຖືກຕ້ອງຊຶ່ງຢູ່ໃນຄວາມຮັບຜິດຊອບຂອງຕົນ; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະຈັດຕັ້ງປະຕິບັດວຽກງານຫໍສະໝຸດຕາມພາລະບົດບາດຂອງຕົນ; 8. ສະຫຼຸບ,ລາຍງານການປະເມີນຜົນການຈັດຕັ້ງປະຕິບັດ ວຽກງານຫໍສະໝຸດຕໍ່ຂັ້ນເທິງຖັດຕົນ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 43 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ 43 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານຫໍສະໝຸດອົງການປົກຄອງບ້ານມີ ສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການແລະໂຄງການກ່ຽວກັບວຽກງານ ຫໍສະໝຸດພາຍໃນບ້ານ; 2. ສໍາຫຼວດ,ເກັບກໍາຂໍ້ມູນສະຖານທີ່ປຸກສ້າງແລະລະດົມທຶນ ເພື່ອຂະຫຍາຍຫ້ອງອ່ານໃນຂອບເຂດບ້ານ; 3. ຈັດຕັ້ງເຜີຍແຜ່ລະບຽບການກ່ຽວກັບການນໍາໃຊ້ຫ້ອງອ່ານ ໃຫ້ແກ່ຊາວບ້ານ; 4. ຄຸ້ມຄອງຫ້ອງອ່ານຂອງບ້ານ,ສ່ວນຫ້ອງອ່ານອື່ນແມ່ນເຈົ້າ ຂອງຫ້ອງອ່ານນັ້ນເປັນຜູ້ຄຸ້ມຄອງແລະຮັບຜິດຊອບຕໍ່ລະບຽບກົດໝາຍ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະຈັດຕັ້ງປະຕິບັດວຽກງານຫໍສະໝຸດພາຍໃນບ້ານຂອງຕົນ; 6. ສະຫຼຸບ,ລາຍງານການປະເມີດຜົນການຈັດຕັ້ງປະຕິບັດວຽກ ງານຫ້ອງອ່ານຂອງບ້ານຕໍ່ຂັ້ນເທິງຖັດຕົນ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 44​ ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 44​ ສິດແລະໜ້າທີ່ຂອງຂະແໜງການອື່ນ ຂະແໜງການອື່ນທີ່ກ່ຽວຂ້ອງກັບວຽກງານຫໍສະໝຸດມີສິດແລະ ໜ້າທີ່ປະສານສົມທົບກັບຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງ ທ່ຽວໃນການຄຸ້ມຄອງ,ສົ່ງເສີມແລະພັດທະນາວຽກງານຫໍສະໝຸດຕາມພາລະ ບົດບາດແລະຄວາມຮັບຜິດຊອບຂອງຕົນ.

....ມາດຕາ 45 ສະມາຄົມຫໍສະໝຸດ

ມາດຕາ 45 ສະມາຄົມຫໍສະໝຸດ ສະມາຄົມຫໍສະໝຸດແມ່ນການຈັດຕັ້ງສັງຄົມວິຊາຊີບຂອງຫໍສະ ໝຸດຊຶ່ງໄດ້ຮັບການອະນຸມັດສ້າງຕັ້ງໂດຍອົງການລັດທີ່ກ່ຽວຂ້ອງ,ມີພາລະ ບົດບາດເປັນໃຈກາງໃນການຕິດຕໍ່,ພົວພັນ,ປະສານສົມທົບວຽກງານລະ ຫວ່າງຫໍສະໝຸດຕ່າງໆ,ສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີແລະມີໜ້າ ທີ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກຕົນທັງເຂົ້າຮ່ວມໃນ ການປະຕິບັດແນວທາງ,ນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກ ງານຫໍສະໝຸດ. ສິດແລະໜ້າທີ່ຂອງສະມາຄົມຫໍສະໝຸດໄດ້ກໍານົດໄວ້ໃນກົດລະ ບຽບຂອງສະມາຄົມຫໍສະໝຸດ.

...ໝວດທີ 2 ການກວດກາຫໍສະໝຸດ


....ມາດຕາ 46 ອົງການກວດກາຫໍສະໝຸດ

ມາດຕາ 46 ອົງການກວດກາຫໍສະໝຸດ ອົງການກວດກາຫໍສະໝຸດແມ່ນອົງການດຽວກັນກັບອົງການ ຄຸ້ມຄອງຫໍສະໝຸດທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂອງກົດໝາຍສະບັບນີ້.

....ມາດຕາ 47 ເນື້ອໃນການກວດກາ

ມາດຕາ 47 ເນື້ອໃນການກວດກາ ການກວດກາຫໍສະໝຸດມີເນື້ອໃນຕົ້ນຕໍດັ່ງນີ້: 1. ເນື້ອໃນຂອງປຶ້ມ,ສິ່ງພິມອື່ນແລະໂສດທັດສະນະວັດຖຸຕາມ ຫຼັກການວິຊາການບັນນາຮັກ; 2. ການສ້າງ,ການບໍາລຸງ,ການນໍາໃຊ້ແລະການປະຕິບັດນະ ໂຍບາຍຕໍ່ພະນັກງານຫໍສະໝຸດ; 3. ການປະກອບແລະນໍາໃຊ້ພື້ນຖານວັດຖຸ,ພາຫະນະ,ອຸປະ ກອນ,ທຶນແລະງົບປະມານຂອງຫໍສະມຸດ 4. ສະຖານທີ່,ແຜນຜັງ,ເນື້ອທີ່ການປຸກສ້າງແລະການປະຕິ ບັດແຜນການ,ໂຄງການຂອງຫໍສະໝຸດແຕ່ລະໄລຍະ; 5. ການປະຕິບັດລະບຽບກົດໝາຍກ່ຽວກັບຫໍສະໝຸດ.

....ມາດຕາ 48 ຮູບການກວດກາ

ມາດຕາ 48 ຮູບການກວດກາ ການກວດກາຫໍສະໝຸດມີສາມຮູບການດັ່ງນີ້: 1. ກວດກາຕາມລະບົບປົກກະຕິ; 2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນ ໄປຕາມແຜນການຢ່າງເປັນປະຈໍາແລະມີການກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຕ້ອງແຈ້ງໃຫ້ຜູ້ທີ່ຈະຖືກ ກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານຫໍສະໝຸດນັ້ນອົງການ ກວດກາຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມ ງວດ.

..ພາກທີ 7 ວັນສ້າງຕັ້ງ,ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 49 ວັນສ້າງຕັ້ງຫໍສະໝຸດ

ມາດຕາ 49 ວັນສ້າງຕັ້ງຫໍສະໝຸດ ວັດສ້າງຕັ້ງຫໍສະໝຸດແຫ່ງຊາດແມ່ນວັນທີ 9 ເມສາ 1818 ຊຶ່ງແຕ່ລະປີໃຫ້ຖືເອົາວັນດັ່ງກ່າວຈັດຕັ້ງພິທີສະເຫຼີມສະຫຼອງເພື່ອຫວນຄືນ ມູນເຊື້ອ,ຜົນງານ,ບົດຮຽນເພື່ອປັບປຸງແລະພັດທະນາວຽກງານຫໍສະໝຸດ ໃຫ້ດີຂຶ້ນ.

...ມາດຕາ 50 ເຄື່ອງແບບ

ມາດຕາ 50 ເຄື່ອງແບບ ໃນເວລາປະຕິບັດໜ້າທີ່ວຽກງານພະນັກງານຫໍສະໝຸດມີເຄື່ອງ ແບບສະເພາະຂອງຕົນເອງໂດຍແມ່ນກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເປັນຜູ້ກໍານົດ.

...ມາດຕາ 51 ເຄື່ອງໝາຍແລະຕາປະທັບຂອງຫໍສະໝຸດ

ມາດຕາ 51 ເຄື່ອງໝາຍແລະຕາປະທັບຂອງຫໍສະໝຸດ ຫໍສະໝຸດມີເຄື່ອງໝາຍສະເພາະຂອງຕົນເອງໂດຍກໍານົດເອົາ ຮູບແບບຂອງຫໍໄຕວັດສີສະເກດເປັນສັນຍາລັກ. ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນຫໍສະ ໝຸດແຕ່ລະປະເພດມີຕາປະທັບຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ, ສໍາລັບຫ້ອງອ່ານບໍ່ມີຕາປະທັບ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການມອບປຶ້ມ,ສິ່ງພິມອື່ນແລະໂສດທັດ ສະນະວັດຖຸທີ່ມີຄຸນຄ່າດ້ວຍຄວາມສະໝັກໃຈຫຼືຕາມການຮ້ອງຂໍຂອງຫໍສະ ໝຸດ,ການປະກອບສ່ວນໃນການປົກປັກຮັກສາປຶ້ມ,ສິ່ງພິມອື່ນແລະໂສດທັດ ສະນະວັດຖຸໃນຫໍສະໝຸດຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະ ບຽບການ.

...ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດລະບຽບກົດໝາຍ ສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 36,37ແລະ38 ຂອງ ກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມແຕ່ລະກໍລະນີ ເບົາຫຼືໜັກ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 54 ການຈັດຕັ້ງປະຕິບັດ

ມາດຕາ 54 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 55 ຜົນສັກສິດ

ມາດຕາ 55 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ປານີ ຍາທໍ່ຕູ້