ກົດໝາຍວ່າດ້ວຍຫຼັກຊັບ 10-12-2012

From Wikisource
Jump to navigation Jump to search

.ຫຼັກຊັບ 10-12-2012


..ພາກທີ 1 ບັດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຄຸ້ມຄອງ,ຕິດຕາມແລະກວດກາການເຄື່ອນໄຫວວຽກ ງານຫຼັກຊັບເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ,ຍຸຕິທໍາ,ໂປ່ງ ໃສ,ຫຼຸດຜ່ອນຄວາມສ່ຽງຕໍ່ລະບົບການເງິນແລະຊຸກຍູ້ໃຫ້ມີການເຂົ້າຮ່ວມ ຂອງປະຊາຊົນແນໃສ່ເຮັດໃຫ້ການລະດົມທຶນແລະການພັດທະນາຕະຫຼາດ ຫຼັກຊັບຂະຫຍາຍຕົວຢ່າງຕໍ່ເນື່ອງ,ຍືນຍົງແລະປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

...ມາດຕາ 2 ຫຼັກຊັບ

ມາດຕາ 2 ຫຼັກຊັບ ຫຼັກຊັບແມ່ນເຄື່ອງມືທາງດ້ານການເງິນຊຶ່ງປະກອບດ້ວຍຮຸ້ນ, ຮຸ້ນກູ້,ກອງທຶນຮ່ວມແລະຫຼັກຊັບປະເພດອື່ນຕາມການກໍານົດຂອງຄະນະກໍາ ມະການຄຸ້ມຄອງຫຼັກຊັບຊຶ່ງຂຽນຫຍໍ້ວ່າ ຄຄຊ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ວຽກງານຫຼັກຊັບໝາຍເຖິງການຄຸ້ມຄອງແລະການເຄື່ອນ ໄຫວກ່ຽວກັບການລະດົມທຶນດ້ວຍການອອກຈໍາໜ່າຍຫຼັກຊັບໃຫ້ແກ່ມວນ ຊົນ,ການຈົດທະບຽນຫຼັກຊັບ,ການຊື້-ຂາຍຫຼັກຊັບ,ການສະສາງ-ຊໍາລະທຸ ລະກໍາຫຼັກຊັບ,ການຮັບຝາກແລະຮັກສາຫຼັກຊັບ,ການດໍາເນີນທຸລະກິດຫຼັກ ຊັບ,ການລົງທຶນໃນຫຼັກຊັບແລະການບໍລິການອື່ນກ່ຽວກັບຫຼັກຊັບຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້; 2. ຕະຫຼາດຫຼັກຊັບໝາຍເຖິງສູນກາງໃຫ້ບໍລິການຊື້-ຂາຍຫຼັກ ຊັບ,ສະສາງ-ຊໍາລະແລະຮັບຝາກຫຼັກຊັບ; 3. ຮຸ້ນໝາຍເຖິງທຶນຂອງບໍລິສັດຊຶ່ງຜູ້ຖືຮຸ້ນມີຖານະເປັນເຈົ້າ ຂອງບໍລິສັດ,ມີສິດແລະຜົນປະໂຫຍດຕາມອັດຕາສ່ວນຮຸ້ນທີ່ຕົນຖື; 4. ຮຸ້ນກູ້ໝາຍເຖິງການກູ້ຢືມຂອງບໍລິສັດຊຶ່ງຜູ້ຖືຮຸ້ນກູ້ມີຖານະ ເປັນເຈົ້າໜີ້ຈະໄດ້ຮັບການຊໍາລະຄືນທັງຕົ້ນທຶນແລະດອກເບ້ຍຕາມທີ່ໄດ ້ກໍານົດໄວ້ໃນໃບຮຸ້ນກູ້; 5. ໜ່ວຍລົງທຶນໝາຍເຖິງຫົວໜ່ວຍວັດແທກກອງທຶນຮ່ວມທີ່ ແບ່ງອອກເປັນສ່ວນ; 6. ໃບຢັ້ງຢືນການຖືຄອງຫຼັກຊັບໝາຍເຖິງເອກະສານທີ່ຢັ້ງ ຢືນປະເພດ,ຈໍານວນແລະມູນຄ່າຫຼັກຊັບຊຶ່ງຜູ້ລົງທຶນໄດ້ຮັບຫຼັງຈາກການຊື້ -ຂາຍຫຼືການໂອນຫຼັກຊັບ; 7. ບໍລິສັດອອກຈໍາໜ່າຍຫຼັກຊັບໝາຍເຖິງບໍລິສັດທີ່ໄດ້ນໍາຫຼັກ ຊັບຂອງຕົນອອກຈໍາໜ່າຍໃຫ້ແກ່ຜູ້ລົງທຶນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ສະບັບນີ້; 8. ບໍລິສັດຈົດທະບຽນໝາຍເຖິງບໍລິສັດທີ່ໄດ້ນໍາຫຼັກຊັບຂອງ ຕົນອອກຈໍາໜ່າຍແກ່ຜູ້ລົງທຶນແລະຈົດທະບຽນໃນຕະຫຼາດຫຼັກຊັບຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 9. ຜູ້ລົງທຶນໝາຍເຖິງບຸກຄົນແລະສະຖາບັນທັງພາຍໃນແລະ ຕ່າງປະເທດທີ່ລົງທຶນຊື້-ຂາຍຫຼັກຊັບ; 10. ຜູ້ລົງທຶນທີ່ເປັນສະຖາບັນໝາຍເຖິງຜູ້ລົງທຶນທີ່ເປັນນິຕິ ບຸກຄົນເປັນຕົ້ນທະນາຄານທຸລະກິດ,ກອງທຶນຮ່ວມ,ບໍລິສັດປະກັນໄພແລະ ກອງທຶນປະກັນສັງຄົມ; 11. ຜູ້ບໍລິຫານກອງທຶນຮ່ວມໝາຍເຖິງຜູ້ໄດ້ຮັບການແຕ່ງ ຕັ້ງຈາກບໍລິສັດບໍລິຫານຊັບສິນໃຫ້ຄຸ້ມຄອງແລະບໍລິຫານກອງທຶນຮ່ວມຊຶ່ງ ສາມາດຕັດສິນການລົງທຶນໃນຫຼັກຊັບຫຼືຊັບສິນອື່ນຕາມຂອບເຂດສິດທີ່ໄດ້ ຮອບມອບໝາຍ; 12. ສະຖາບັນສື່ກາງດ້ານຫຼັກຊັບໝາຍເຖິງນິຕິບຸກຄົນທີ່ໃຫ້ ບໍລິການດ້ານທຸລະກິດຫຼັກຊັບຊຶ່ງປະກອບດ້ວຍບໍລິສັດຫຼັກຊັບ,ບໍລິສັດບໍລິ ຫານຊັບສິນ,ທະນາຄານດູແລຊັບສິນ,ບໍລິສັດກວດສອບ,ບໍລິສັດຈັດລໍາດັບ ຄວາມໜ້າເຊື່ອຖື,ສະມາຄົມທຸລະກິດຫຼັກຊັບແລະນິຕິບຸກຄົນອື່ນຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້; 13. ສະມາຊິກອິດສະລະໝາຍເຖິງສະມາຊິກສະພາບໍລິຫານ ຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນທີ່ບໍ່ມີສ່ວນພົວພັນ ກັບຜົນປະໂຫຍດຂອງບໍລິສັດຊຶ່ງສາມາດປະກອບຄໍາເຫັນຢ່າງເປັນເອກະ ລາດ; 14. ການປັ່ນຕະຫຼາດໝາຍເຖິງການກະທໍາໃດໜຶ່ງຊຶ່ງສົ່ງ ຜົນກະທົບຕໍ່ລາຄາຫຼືຈໍານວນຫຼັກຊັບທີ່ມີການຊື້-ຂາຍ,ການປັ່ນຕະຫຼາດສະ ແດງອອກໃນກໍລະນີໃດໜຶ່ງດັ່ງນີ້: - ຊື້-ຂາຍຫຼັກຊັບດ້ວຍຕົນເອງຫຼືຮ່ວມກັບພາກສ່ວນອື່ນໂດຍ ນໍາໃຊ້ຄວາມໄດ້ປຽບທາງດ້ານເງິນທຶນ,ການຖືຄອງຫຼັກຊັບຫຼືການເຂົ້າ ເຖິງຂໍ້ມູນຂ່າວສານເພື່ອການຊື້-ຂາຍຫຼັກຊັບຢ່າງຕໍ່ເນື່ອງ; - ຊື້-ຂາຍຫຼັກຊັບຕາມເວລາ,ລາຄາຫຼືວິທີການໃດໜຶ່ງທີ່ມີ ການຕົກລົງກັນລ່ວງໜ້າ; - ຊື້-ຂາຍຫຼັກຊັບໂດຍນໍາໃຊ້ຫຼາຍບັນຊີທີ່ຕົນຄຸ້ມຄອງ; - ດໍາເນີນດ້ວຍວິທີການອື່ນທີ່ກໍ່ໃຫ້ເກີດຄວາມເສຍຫາຍໃຫ້ແກ່ ຜູ້ລົງທຶນແລະສະຖຽນລະພາບຂອງຕະຫຼາດຫຼັກຊັບ; 15. ຂໍ້ມູນພາຍໃນໝາຍເຖິງຂໍ້ມູນກ່ຽວກັບການດໍາເນີນທຸລະ ກິດ,ການເງິນຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ, ການກະກຽມອອກຈໍາໜ່າຍຫຼັກຊັບແລະຈົດທະບຽນໃນຕະຫຼາດຫຼັກຊັບ, ການຄອບຄອງກິດຈະການ,ການຖອນການຈົດທະບຽນໃນຕະຫຼາດຫຼັກຊັບ ແລະຂໍ້ມູນອື່ນທີ່ຍັງບໍ່ໄດ້ຮັບອະນຸຍາດໃຫ້ເປີດເຜີຍຕໍ່ມວນຊົນຢ່າງເປັນ ທາງການຊຶ່ງການເປີດເຜີຍດັ່ງກ່າວອາດມີຜົນກະທົບຕໍ່ລາຄາຫຼັກຊັບຫຼື ການຕັດສິນໃຈຂອງຜູ້ລົງທຶນ; 16. ການນໍາໃຊ້ຂໍ້ມູນພາຍໃນໝາຍເຖິງການໃຫ້,ໃຊ້,ຮັບ, ສົ່ງຕໍ່,ເປີດເຜີຍຫຼືເຜີຍແຜ່ຂໍ້ມູນພາຍໃນເພື່ອການຊື້ຂາຍຫຼັກຊັບໃນນາມຕົນ ເອງຫຼືບຸກຄົນອື່ນເພື່ອຜົນປະໂຫຍດຂອງຕົນຫຼືຂອງບຸກຄົນອື່ນ; 17. ຜູ້ມີອໍານາດຄວບຄຸມໝາຍເຖິງຜູ້ຖືຮຸ້ນທີ່ມີສິດອອກສຽງ ບໍ່ວ່າທາງກົງຫຼືທາງອ້ອມຫຼາຍກວ່າຊາວຫ້າສ່ວນຮ້ອຍຂອງຈໍານວນຮຸ້ນທີ່ ມີສິດອອກສຽງທັງໝົດຂອງບໍລິສັດຫຼືສະມາຊິກສະພາບໍລິຫານແລະຄະນະ ກໍານວຍການຂອງບໍລິສັດທີ່ມີສ່ວນກ່ຽວຂ້ອງກັບການກໍານົດນະໂຍບາຍ, ການບໍລິຫານຫຼືການເຄື່ອນໄຫວທຸລະກິດທີ່ສໍາຄັນຂອງບໍລິສັດອອກຈໍາ ໜ່າຍຫຼັກຊັບຫຼືບໍລິສັດຈົດທະບຽນ; 18. ບຸກຄົນແລະນິຕິບຸກຄົນທີ່ກ່ຽວພັນໝາຍເຖິງບຸກຄົນ,ນິຕິ ບຸກຄົນຫຼືການຈັດຕັ້ງທີ່ເປັນຜູ້ມີອໍານາດຄວບຄຸມຂອງບໍລິສັດອອກຈໍາໜ່າຍ ຫຼັກຊັບ,ບໍລິສັດຈົດທະບຽນ,ບໍລິສັດໃນກຸ່ມຫຼືກຸ່ມບໍລິສັດລວມທັງພໍ່,ແມ່,ຜົວ ຫຼືເມຍ,ອ້າຍ,ເອື້ອຍ,ນ້ອງ,ລູກແລະຜົວຫຼືເມຍຂອງລູກຂອງບຸກຄົນດັ່ງກ່າວ.

...ມາດຕາ 4 ນະໂຍບາຍກ່ຽວກັບວຽກງານຫຼັກຊັບ

ມາດຕາ 4 ນະໂຍບາຍກ່ຽວກັບວຽກງານຫຼັກຊັບ ລັດສົ່ງເສີມວຽກງານຫຼັກຊັບດ້ວຍການສ້າງແລະປະກອບບຸກ ຄະລາກອນ,ກໍ່ສ້າງພື້ນຖານໂຄງລ່າງ,ສະໜອງອຸປະກອນແລະສິ່ງອໍານວຍ ຄວາມສະດວກໃຫ້ແກ່ການຄຸ້ມຄອງວຽກງານຫຼັກຊັບເພື່ອສາມາດເຄື່ອນ ໄຫວຢ່າງມີປະສິດທິຜົນ. ລັດຊຸກຍູ້ແລະປຸກລະດົມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດປະກອບສ່ວນເຄື່ອນໄຫວແລະພັດທະນາວຽກງານ ລັກຊັບດ້ວຍການໂຄສະນາເຜີຍແຜ່,ສະໜອງຂໍ້ມູນຂ່າວສານກ່ຽວກັບວຽກ ງານຫຼັກຊັບແລະການໃຫ້ນະໂຍບາຍອາກອນຕາມລະບຽບກົດໝາຍ. ລັດກະຕຸກຊຸກຍູ້ບໍລິສັດຈາກທຸກຂະແໜງການແລະພາກສ່ວນ ເສດຖະກິດທີ່ມີເງື່ອນໄຂພື້ນຖານຄົບຖ້ວນເປັນຕົ້ນບໍລິສັດທີ່ນໍາໃຊ້ຊັບພະຍາ ກອນທໍາມະຊາດ,ມີການຂະຫຍາຍຕົວດີ,ມີຜົນກໍາໄລຕໍ່ເນື່ອງໃຫ້ຈົດທະບຽນ ໃນຕະຫຼາດຫຼັກຊັບໂດຍບໍ່ມີຜົນກະທົບຕໍ່ນະໂຍບາຍທີ່ບໍລິສັດໄດ້ຮັບມາກ່ອນ ແຕ່ຢ່າງໃດ.

...ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຫຼັກຊັບ

ມາດຕາ 5 ຫຼັກການເຄື່ອນໄຫວວຽກງານຫຼັກຊັບ ການເຄື່ອນໄຫວວຽກງານຫຼັກຊັບໃຫ້ປະຕິບັດຕາມຫຼັກການຕົ້ນ ຕໍດັ່ງນີ້: 1. ປົກປ້ອງສິດແລະຜົນປະໂຫຍດຂອງຜູ້ລົງທຶນ; 2. ມີຄວາມສະເໝີພາບ,ໂປ່ງໃສແລະຍຸຕິທໍາ; 3. ປ້ອງກັນແລະຫຼຸດຜ່ອນຄວາມສ່ຽງຕໍ່ລະບົບການເງິນ; 4. ສະໝັກໃຈເຂົ້າຮ່ວມໃນການຊື້-ຂາຍຫຼັກຊັບ. ເອກະສານແລະລະບຽບການທີ່ກ່ຽວຂ້ອງກັບວຽກງານຫຼັກຊັບ ຕ້ອງເປັນພາສາລາວ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວວຽກງານຫຼັກຊັບຢູ່ ສປປລາວ ແລະຢູ່ຕ່າງປະເທດ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຫຼັກຊັບດ້ວຍການແລກປ່ຽນບົດຮຽນ,ເຕັກນິກ ແລະວິຊາການ,ການພັດທະນາຊັບພະຍາກອນມະນຸດແລະການແລກປ່ຽນ ຂໍ້ມູນຂ່າວສານ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາ ຄີ.

..ພາກທີ 2 ການອອກຈໍາໜ່າຍຫຼັກຊັບແລະການເຄື່ອນໄຫວຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ


...ໝວດທີ 1 ການອອກຈໍາໜ່າຍຫຼັກຊັບ


....ມາດຕາ 8 ການອອກຈໍາໜ່າຍຫຼັກຊັບ

ມາດຕາ 8 ການອອກຈໍາໜ່າຍຫຼັກຊັບ ການອອກຈໍາໜ່າຍຫຼັກຊັບແມ່ນການນໍາເອົາຫຼັກຊັບຂອງບໍລິ ສັດອອກຈໍາໜ່າຍໃຫ້ແກ່ຜູ້ລົງທຶນເພື່ອຈຸດປະສົງໃດໜຶ່ງດັ່ງນີ້: 1. ເພີ່ມທຶນຫຼືລະດົມທຶນເພື່ອຂະຫຍາຍກິດຈະການ; 2. ປ່ຽນແປງໂຄງສ້າງການຖືຮຸ້ນ; 3. ຈ່າຍຮຸ້ນເພື່ອປັນຜົນຫຼືໃຫ້ເປັນລາງວັນ; 4. ມີຈຸດປະສົງອື່ນຕາມການກໍານົດຂອງ ຄຄຊ. ການອອກຈໍາໜ່າຍຫຼັກຊັບຕ້ອງໄດ້ຮັບອະນຸຍາດຈາກ ຄຄຊ.

....ມາດຕາ 9 ຮູບແບບການອອກຈໍາໜ່າຍຫຼັກຊັບ

ມາດຕາ 9 ຮູບແບບການອອກຈໍາໜ່າຍຫຼັກຊັບ ການອອກຈໍາໜ່າຍຫຼັກຊັບປະກອບດ້ວຍສາມຮູບແບບຄື: 1. ໃຫ້ແກ່ມວນຊົນ; 2. ໃນວົງຈໍາກັດ; 3. ໃຫ້ແກ່ຜູ້ຖືຮຸ້ນເດີມ. ການອອກຈໍາໜ່າຍຫຼັກຊັບໃຫ້ແກ່ມວນຊົນແມ່ນການອອກຈໍາ ໜ່າຍຫຼັກຊັບຄັ້ງທໍາອິດຫຼືອອກເພີ່ມທີ່ມີການໂຄສະນາຜ່ານພາຫະນະສື່ມວນ ຊົນໃນວົງກວ້າງ,ບໍ່ມີການກໍານົດປະເພດຫຼືກຸ່ມຜູ້ລົງທຶນສະເພາະໃດໜຶ່ງຊຶ່ງ ມີຜູ້ລົງທຶນຫຼາຍກວ່າໜຶ່ງຮ້ອຍຂຶ້ນໄປ. ການອອກຈໍາໜ່າຍຫຼັກຊັບໃນວົງຈໍາກັດແມ່ນການອອກຈໍາ ໜ່າຍຫຼັກຊັບໃຫ້ແກ່ຜູ້ລົງທຶນຍຸດທະສາດ,ຜູ້ລົງທຶນປະເພດສະຖາບັນແລະ ບຸກຄົນຊຶ່ງມີຈໍານວນຜູ້ລົງທຶນແຕ່ສາມສິບຫາໜຶ່ງຮ້ອຍ.ມູນຄ່າແລະຈໍານວນ ຄັ້ງແລະຈໍານວນຜູ້ລົງທຶນໃນການອອກຈໍາໜ່າຍຫຼັກຊັບໃນວົງຈໍາກັດຕ້ອງ ປະຕິບັດຕາມການກໍານົດຂອງ ຄຄຊ. ການອອກຈໍາໜ່າຍຫຼັກຊັບໃຫ້ແກ່ຜູ້ຖືຮຸ້ນເດີມແມ່ນການອອກ ຈໍາໜ່າຍຫຼັກຊັບໂດຍໃຫ້ບູລິມະສິດແກ່ຜູ້ຖືຮຸ້ນເດີມໃນການຊື້ຫຼັກຊັບຂອງບໍ ລິສັດໃນອັດຕາສ່ວນແລະວິທີການແບ່ງປັນຕາມມະຕິຂອງກອງປະຊຸມຜູ້ຖື ຮຸ້ນ.

....ມາດຕາ 10 ເງື່ອນໄຂການອອກຈໍາໜ່າຍຫຼັກຊັບ

ມາດຕາ 10 ເງື່ອນໄຂການອອກຈໍາໜ່າຍຫຼັກຊັບ ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນຕ້ອງມີເງື່ອນໄຂດັ່ງນີ້: 1. ມີຖານະເປັນບໍລິສັດມະຫາຊົນ; 2. ມີສະພາບໍລິຫານທີ່ປະກອບດ້ວຍສະມາຊິກອິດສະລະຢ່າງ ໜ້ອຍໜຶ່ງສ່ວນສາມຂອງຈໍານວນສະມາຊິກສະພາບໍລິຫານທັງໝົດແລະມີ ຄະນະກໍາມະການກວດກາພາຍໃນ; 3. ມີແຜນການນໍາໃຊ້ທຶນແລະມີມະຕິຮັບຮອງຂາກກອງປະ ຊຸມຜູ້ຖືຮຸ້ນ; 4. ມີເອກະສານລາຍງານການເງິນຊຶ່ງຕ້ອງໄດ້ຮັບການກວດ ສອບຈາກບໍລິສັດກວດສອບ; 5. ມີຄວາມສາມາດສ້າງກໍາໄລ,ມີຖານະການເງິນທີ່ໝັ້ນຄົງ ແລະບໍ່ມີໜີ້ສິນຄຸມເຄືອ; 6. ມີການຢັ້ງຢືນຄວາມພ້ອມການອອກຈໍາໜ່າຍຮຸ້ນຈາກບໍລິ ສັດຫຼັກຊັບ; 7. ມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ ກ່ຽວຂ້ອງ.

ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນກູ້ຕ້ອງມີເງື່ອນໄຂດັ່ງນີ້: 1. ເປັນບໍລິສັດທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ; 2. ມີແຜນການນໍາໃຊ້ທຶນ; 3. ມີເອກະສານລາຍງານການເງິນຊຶ່ງຕ້ອງໄດ້ຮັບການ ກວດສອບຈາກບໍລິສັດກວດສອບ; 4. ມີທະນາຄານດູແລຊັບສິນເພື່ອຕິດຕາມແລະດູແລຜົນປະ ໂຫຍດຂອງຜູ້ຖືຮຸ້ນກູ້; 5. ມີຍອດເຫຼືອຮຸ້ນກູ້ທັງໝົດຊຶ່ງຕ້ອງຕໍ່າກວ່າສາມສິບສ່ວນ ຮ້ອຍຂອງມູນຄ່າຊັບສິນສຸດທິ; 6. ມີກໍາໄລສະເລ່ຍສາມປີຄືນຫຼັງພຽງພໍສໍາລັບການຊໍາລະ ດອກເບ້ຍຮຸ້ນກູ້ທັງໝົດໃນໜຶ່ງປີຕໍ່ໜ້າ; 7. ມີຄວາມສາມາດຊໍາລະຕົ້ນທຶນແລະດອກເບ້ຍຂອງຮຸ້ນກູ້ ໃນບ້ວງທີ່ໄດ້ອອກຜ່ານມາຕາມກໍານົດເວລາໃນກໍລະນີທີ່ມີການອອກຈໍາ ໜ່າຍຮຸ້ນກູ້ເພີ່ມ; ນອກຈາກຫຼັກຊັບທີ່ເປັນຮຸ້ນແລະຮຸ້ນກູ້ແລ້ວ ຄຄຊ ຍັງເປັນຜູ້ ກໍານົດເງື່ອນໄຂກ່ຽວກັບການອອກຈໍາໜ່າຍຫຼັກຊັບປະເພດອື່ນ,ການອອກ ຈໍາໜ່າຍຫຼັກຊັບຂອງບໍລິສັດສ້າງຕັ້ງໃໝ່ໃນຂະແໜງການບູລິມະສິດຂອງ ລັດຖະບານ,ການອອກຈໍາໜ່າຍຫຼັກຊັບຢູ່ຕ່າງປະເທດແລະການອອກຈໍາ ໜ່າຍຫຼັກຊັບຂອງບໍລິສັດຕ່າງປະເທດຢູ່ສປປລາວ.

....ມາດຕາ 11 ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຫຼັກຊັບ

ມາດຕາ 11 ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຫຼັກຊັບ ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຫຼັກຊັບຕ້ອງຍື່ນຄໍາຮ້ອງແລະ ເອກະສານປະກອບຕໍ່ ຄຄຊ. ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຫຼັກຊັບມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ສໍາເນົາໃບທະບຽນວິສາຫະກິດຫຼືສໍາເນົາໃບທະບຽນສໍາປະ ທານ; 3. ສໍາເນົາໃບຢັ້ງຢືນປະຈໍາຕົວຜູ້ເສຍອາກອນ; 4. ກົດລະບຽບຂອງບໍລິສັດ; 5. ມະຕິກອງປະຊຸມຜູ້ຖືຮຸ້ນທີ່ຮັບຮອງການອອກຈໍາໜ່າຍຫຼັກ ຊັບ; 6. ບັນຊີລາຍຊື່ຜູ້ຖືຮຸ້ນແຕ່ໜຶ່ງສ່ວນຮ້ອຍຂຶ້ນໄປ; 7. ໃບຢັ້ງຢືນຄວາມພ້ອມການອອກຈໍາໜ່າຍຫຼັກຊັບຈາກບໍລິ ສັດຫຼັກຊັບສໍາລັບການອອກຮຸ້ນຫຼືຈາກທະນາຄານທຸລະກິດໃດໜຶ່ງສໍາລັບ ການອອກຮຸ່ນກູ້; 8. ບົດລາຍງານການປະເມີນມູນຄ່າຊັບສິນສໍາລັບການອອກ ຮຸ້ນກູ້; 9. ເອກະສານລາຍງານການເງິນ; 10. ໜັງສືຊວນຊື້; 11. ສັນຍາຄໍ້າປະກັນການອອກຈໍາໜ່າຍຫຼັກຊັບກັບບໍລິສັດ ຫຼັກຊັບ; 12. ເອກະສານອື່ນທີ່ກ່ຽວຂ້ອງ. ບໍລິສັດສະເໜີອອກຈໍາໜ່າຍຫຼັກຊັບ,ສະຖາບັນສື່ກາງດ້ານຫຼັກ ຊັບແລະພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນຮ່ວມໃນການກະກຽມເອກະສານ ປະກອບການຮ້ອງຂໍອອກຈໍາໜ່າຍຫຼັກຊັບຕ້ອງຮັບຜິດຊອບຕໍ່ເນື້ອໃນແລະ ຂໍ້ມູນທີ່ບົ່ງໄວ້ໃນເອກະສານດັ່ງກ່າວ.

....ມາດຕາ 12 ເອກະສານລາຍງານການເງິນ

ມາດຕາ 12 ເອກະສານລາຍງານການເງິນ ເອກະສານລາຍງານການເງິນຂອງບໍລິສັດສະເໜີອອກຈໍາ ໜ່າຍຫຼັກຊັບປະກອບດ້ວຍໃບສະຫຼຸບຊັບສົມບັດ,ໃບລາຍງານຜົນໄດ້ຮັບ, ໃບລາຍງານກະແສເງິນສົດລວມ,ໃບລາຍງານສ່ວນປ່ຽນແປງຂອງທຶນ ຕົນເອງແລະບົດອະທິບາຍກ່ຽວກັບຫຼັກການ.ວິທີການດ້ານການບັນຊີທີ່ ໄດ້ນໍາໃຊ້ແລະອື່ນໆເອກະສານລາຍງານການເງິນຕ້ອງຜ່ານການກວດ ສອບຈາກບໍລິສັດກວດສອບທີ່ໄດ້ຮັບການຮັບຮອງຈາກ ຄຄຊ. ຖ້າວ່າບໍລິສັດສະເໜີອອກຈໍາໜ່າຍຫຼັກຊັບຫາກເປັນກຸ່ມບໍລິ ສັດເອກະສານລາຍງານການເງິນນັ້ນຕ້ອງສະແດງໃຫ້ເຫັນຂໍ້ມູນທາງ ການເງິນແບບແຍກກິດຈະການແລະລວມກິດຈະການ.

....ມາດຕາ 13 ໜັງສືຊວນຊື້

ມາດຕາ 13 ໜັງສືຊວນຊື້ ໜັງສືຊວນຊື້ປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຂໍ້ມູນກ່ຽວກັບບໍລິສັດສະເໜີອອກຈໍາໜ່າຍຫຼັກຊັບ,ການດໍາ ເນີນທຸລະກິດແລະປັດໄຈຄວາມສ່ຽງໃນການດໍາເນີນທຸລະກິດ; 2. ຂໍ້ມູນກ່ຽວກັບສະມາຊິກສະພາບໍລິຫານ,ຄະນະກໍາມະການ ກວດກາແລະຄະນະອໍານວຍການ; 3. ຂໍ້ມູນກ່ຽວກັບຫຼັກຊັບທີ່ສະເໜີອອກຈໍາໜ່າຍເປັນຕົ້ນວິທີ ການສະເໜີຂາຍ,ຈໍານວນ,ມຸນຄ່າກໍານົດ,ລາຄາຂາຍ,ໄລຍະເວລາຂາຍ, ວິທີການຈອງຊື້,ການແບ່ງປັນ,ການສົ່ງມອບແລະເງື່ອນໄຂໃນການໂອນ ຫຼັກຊັບ; 4. ຜົນຕອບແທນແລະແຜນໄຖ່ຖອນຄືນເມື່ອຄົບກໍານົດສໍາລັບ ການອອກຮຸ້ນກູ້; 5. ຊື່ແລະທີ່ຢູ່ຂອງບໍລິສັດກວດສອບ,ບໍລິສັດທີ່ປຶກສາທາງ ດ້ານກົດໝາຍ,ບໍລິສັດຫຼັກຊັບແລະພາກສ່ວນອື່ນທີ່ກ່ຽວຂ້ອງກັບການສະ ເໜີອອກຈໍາໜ່າຍຫຼັກຊັບ; 6. ແຜນການນໍາໃຊ້ທຶນທີ່ລະດົມໄດ້ແລະໂຄງການໃນອະນາ ຄົດ; 7. ບັນຊີລາຍຊື່ຜູ້ມີອໍານາດຄວບຄຸມ; 8. ຂໍ້ຂັດແຍ່ງທາງດ້ານກົດໝາຍແລະລາຍການທີ່ກ່ຽວພັນ; 9. ຂໍ້ມູນກ່ຽວກັບຖານະການເງິນຂອງບໍລິສັດສະເໜີອອກຈໍາ ໜ່າຍຫຼັກຊັບທີ່ຜ່ານການກວດສອບຈາກບໍລິສັດກວດສອບ.

....ມາດຕາ 14 ສັນຍາຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ

ມາດຕາ 14 ສັນຍາຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ ໃນການອອກຈໍາໜ່າຍຫຼັກຊັບແຕ່ລະຄັ້ງບໍລິສັດອອກຈໍາໜ່າຍ ຫຼັກຊັບຕ້ອງເຮັດສັນຍາຄໍ້າປະກັນກັບບໍລິສັດຫຼັກຊັບໃດໜຶ່ງຍົກເວັ້ນການ ອອກຈໍາໜ່າຍຫຼັກຊັບໃນວົງຈໍາກັດ. ໃນກໍລະນີມີຫຼາຍບໍລິສັດຫຼັກຊັບຮ່ວມກັນຄໍ້າປະກັນການອອກ ຈໍາໜ່າຍຫຼັກຊັບຕ້ອງມອບໃຫ້ບໍລິສັດໃດໜຶ່ງເປັນຜູ້ຕາງໜ້າເຮັດສັນຍາ ຄໍ້າປະກັນກັບບໍລິສັດອອກຈໍາໜ່າຍຫຼັກຊັບ.

....ມາດຕາ 15 ການເປີດເຜີຍຂໍ້ມູນກ່ຽວກັບແຜນການອອກຈໍາໜ່າຍຫຼັກຊັບ

ມາດຕາ 15 ການເປີດເຜີຍຂໍ້ມູນກ່ຽວກັບແຜນການອອກຈໍາໜ່າຍຫຼັກຊັບ ຫຼັງຈາກໄດ້ຍື່ນຄໍາຮ້ອງແລະເອກະສານປະກອບການຮ້ອງຂໍ ອອກຈໍາໜ່າຍຫຼັກຊັບຕໍ່ ຄຄຊ ຢ່າງຖືກຕ້ອງແລະຄົບຖ້ວນແລ້ວບໍລິສັດສະ ເໜີອອກຈໍາໜ່າຍຫຼັກຊັບສມາດເປີດເຜີຍຂໍ້ມູນກ່ຽວກັບການອອກຈໍາໜ່າຍ ຫຼັກຊັບຕາມເນື້ອໃນທີ່ໄດ້ບົ່ງໄວ້ໃນເອກະສານປະກອບການຮ້ອງຂໍການ ອອກຈໍາໜ່າຍຫຼັກຊັບ.

....ມາດຕາ 16 ການພິຈາລະນາການຂໍອອກຈໍາໜ່າຍຫຼັກຊັບ

ມາດຕາ 16 ການພິຈາລະນາການຂໍອອກຈໍາໜ່າຍຫຼັກຊັບ ເມື່ອໄດ້ຮັບເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຫຼັກ ຊັບຄົບຖ້ວນແລະຖືກຕ້ອງແລະ ຄຄຊ ຕ້ອງພິຈາລະນາການຮ້ອງຂໍອອກ ຈໍາໜ່າຍຫຼັກຊັບພາຍໃນກໍານົດສີສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງແລະ ເອກະສານປະກອບເປັນຕົ້ນໄປ.ໃນກໍລະນີຫາກປະຕິເສດກໍ່ຕ້ອງແຈ້ງຕອບ ເປັນລາຍລັກອັກສອນພ້ອມດ້ວຍເຫດຜົນ. ໃນເວລາພິຈາລະນາການຮ້ອງຂໍອອກຈໍາໜ່າຍຫຼັກຊັບຫາກ ເຫັນວ່າມີຄວາມຈໍາເປັນ ຄຄຊ ມີສິດທວງເອົາເອກະສານແລະຂໍ້ມູນເພີ່ມ ເຕີມລວມທັງເອກະສານຢັ້ງຢືນການກວດສອບຈາກບໍລິສັດກວດສອບ,ເຊີນ ບໍລິສັດສະເໜີອອກຈໍາໜ່າຍຫຼັກຊັບຫຼືບໍລິສັດຫຼັກຊັບແລະພາກສ່ວນທີ່ກ່ຽວ ຂ້ອງມາປຶກສາຫາລືລົງເກັບກໍາຂໍ້ມູນ.

....ມາດຕາ 17 ຂັ້ນຕອນການອອກຈໍາໜ່າຍຫຼັກຊັບ

ມາດຕາ 17 ຂັ້ນຕອນການອອກຈໍາໜ່າຍຫຼັກຊັບ ການອອກຈໍາໜ່າຍຫຼັກຊັບໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1. ປະກາດການອະນຸຍາດໃຫ້ອອກຈໍາໜ່າຍຫຼັກຊັບ; 2. ກໍານົດເວລາຈໍາໜ່າຍຫຼັກຊັບ; 3. ໂຄສະນາຈໍາໜ່າຍຫຼັກຊັບຜ່ານພາຫະນະສື່ມວນຊົນ; 4. ຈອງຊື້ຫຼັກຊັບແລະວາງເງິນມັດຈໍາ; 5. ແບ່ງປັນຫຼັກຊັບ; 6. ຊໍາລະເງິນຫຼືສົ່ງເງິນມັດຈໍາຄືນໃນກໍລະນີຜູ້ຈອງຊື້ຫຼັກຊັບ ບໍ່ໄດ້ຮັບການແບ່ງປັນຫຼັກຊັບຕາມຈໍານວນຫຼັກຊັບທີ່ຈອງຊື້; 7. ອອກໃບຢັ້ງຢືນການຖືຄອງຫຼັກຊັບ. ການຈໍາໜ່າຍຫຼັກຊັບຕ້ອງໃຫ້ສໍາເລັດພາຍໃນກໍານົດເກົ້າສິບ ວັນນັບແຕ່ວັນໄດ້ອະນຸຍາດໃຫ້ອອກຈໍາໜ່າຍຫຼັກຊັບເປັນຕົ້ນໄປ.ໃນກໍລະນີ ການຈໍາໜ່າຍຫຼັກຊັບບໍ່ສໍາເລັດຕາມກໍານົດເວລາດັ່ງກ່າວບໍລິສັດອອກຈໍາ ໜ່າຍຫຼັກຊັບສາມາດສະເໜີຕໍ່ ຄຄຊ ເພີ່ມເວລາຈໍາໜ່າຍຕື່ມອີກກໍ່ໄດ້ແຕ່ບໍ່ ໃຫ້ເກີນສາມສິບວັນ. ຜູ້ລົງທຶນຕ່າງປະເທດທີ່ມີຈຸດປະສົງຈອງຊື້ຫຼັກຊັບຕ້ອງປະຕິບັດ ຕາມຂັ້ນຕອນແລະເງື່ອນໄຂທີ່ ຄຄຊ ກໍານົດ.

....ມາດຕາ 18 ການລາຍງານຜົນການອອກຈໍາໜ່າຍຫຼັກຊັບ

ມາດຕາ 18 ການລາຍງານຜົນການອອກຈໍາໜ່າຍຫຼັກຊັບ ບໍລິສັດອອກຈໍາໜ່າຍຫຼັກຊັບຕ້ອງລາຍງານຜົນການອອກຈໍາ ໜ່າຍຫຼັກຊັບໃຫ້ ຄຄຊ ຊາບເປັນລາຍລັກອັກສອນພາຍໃນກໍານົດຫ້າວັນ ລັດຖະການນັບແຕ່ວັນສິ້ນສຸດການອອກຈໍາໜ່າຍເປັນຕົ້ນໄປ. ຄຄຊ ຕ້ອງຢັ້ງຢືນຜົນການອອກຈໍາໜ່າຍຫຼັກຊັບພາຍໃນກໍາ ນົດຫ້າວັນລັດຖະການນັບແຕ່ວັນໄດ້ຮັບການລາຍງານເປັນຕົ້ນໄປເພື່ອໃຫ້ ບໍລິສັດອອກຈໍາໜ່າຍຫຼັກຊັບນໍາໃຊ້ເປັນບ່ອນອີງໃນການຂຶ້ນທະບຽນເພີ່ມ ທຶນ,ຈາກນັ້ນຈຶ່ງສາມາດນໍາໃຊ້ທຶນທີ່ໄດ້ມາຈາກການອອກຈໍາໜ່າຍຫຼັກຊັບ. ໃນກໍລະນີການຈໍາໜ່າຍຫຼັກຊັບຫາກຕໍ່າກວ່າແປດສິບສ່ວນ ຮ້ອຍຂອງຈໍານວນຫຼັກຊັບທີ່ອອກຈໍາໜ່າຍທັງໝົດຖືວ່າການອອກຈໍາໜ່າຍ ຫຼັກຊັບດັ່ງກ່າວບໍ່ສໍາເລັດແລະຕ້ອງສົ່ງເງິນຄືນໃຫ້ແກ່ຜູ້ລົງທຶນພາຍໃນກໍາ ນົດຫ້າວັນລັດຖະການນັບແຕ່ວັນໄດ້ຮັບການຢັ້ງຢືນຜົນການອອກຈໍາໜ່າຍ ຫຼັກຊັບ.

....ມາດຕາ 19 ການໂຈະແລະການຍົກເລີກການອອກຈໍາໜ່າຍຫຼັກຊັບ

ມາດຕາ 19 ການໂຈະແລະການຍົກເລີກການອອກຈໍາໜ່າຍຫຼັກຊັບ ຄຄຊ ມີສິດສັ່ງໂຈະການອອກຈໍາໜ່າຍຫຼັກຊັບໃນກໍລະນີການ ສະໜອງຂໍ້ມູນບໍ່ຖືກຕ້ອງຫຼືບໍ່ປະຕິບັດຕາມຂັ້ນຕອນການອອກຈໍາໜ່າຍຫຼັກ ຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງກົດໝາຍສະບັບນີ້ທີ່ອາດສົ່ງ ຜົນເສຍຫາຍຕໍ່ຜູ້ລົງທຶນ. ຄຄຊ ມີສິດຍົກເລີກການອອກຈໍາໜ່າຍຫຼັກຊັບໃນກໍລະນີບໍລິສັດ ອອກຈໍາໜ່າຍຫຼັກຊັບບໍ່ສາມາດແກ້ໄຂຂໍ້ຄົງຄ້າງຕາມທີ່ໄດ້ກໍານົດໄວ້ໃນວັກ ທີ 1​ ຂອງມາດຕານີ້. ຂັ້ນຕອນຂອງການໂຈະແລະການຍົກເລີກການອອກຈໍາໜ່າຍ ຫຼັກຊັບໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ການເຄື່ອນໄຫວຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ


....ມາດຕາ 20 ການຄຸ້ມຄອງບໍລິຫານຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ

ມາດຕາ 20 ການຄຸ້ມຄອງບໍລິຫານຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະ ບໍລິສັດຈົດທະບຽນ ບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນຕ້ອງປະຕິບັດຫຼັກການ ຄຸ້ມຄອງບໍລິຫານທີ່ດີຕາມການກໍານົດຂອງ ຄຄຊ ລວມທັງລະບອບການ ລາຍງານແລະການເປີດເຜີຍຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 123 ແລະ 124 ຂອງກົດໝາຍສະບັບນີ້.


....ມາດຕາ 21 ການບັນຊີແລະກວດສອບ

ມາດຕາ 21 ການບັນຊີແລະກວດສອບ ບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນຕ້ອງປະຕິ ບັດຫຼັກການພື້ນຖານການບັນຊີ,ມາດຕະຖານການບັນຊີ,ມີເອກະສານຢັ້ງ ຢືນ,ປຶ້ມຄູ່ມື,ປຶ້ມບັນຊີ,ປຶ້ມຕິດຕາມ,ເກັບຮັກສາເອກະສານການບັນຊີແລະ ສ້າງເອກະສານລາຍງານການງເິນຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະ ບໍລິສັດຈົດທະບຽນຕ້ອງໄດ້ຮັບການກວດສອບຈາກບໍລິສັດກວດສອບ.

....ມາດຕາ 22 ການຄອບຄອງກິດຈະການ

ມາດຕາ 22 ການຄອບຄອງກິດຈະການ ການຄອບຄອງກິດຈະການແມ່ນການເຂົ້າໄປຊື້ຫຼືຮັບໂອນຮຸ້ນ ຂອງບໍລິສັດຈົດທະບຽນໃດໜຶ່ງຊຶ່ງເຮັດໃຫ້ຜູ້ຊື້ຫຼືຜູ້ຮັບໂອນກາຍເປັນຜູ້ຖືຮຸ້ນ ທີ່ມີອໍານາດຄວບຄຸມບໍລິສັດຈົດທະບຽນ. ທຸກການຊື້ຫຼືການໂອນຮຸ້ນທີ່ມີລັກສະນະຄອບຄອງກິດຈະການ ຕ້ອງໄດ້ລາຍງານໃຫ້ ຄຄຊ.ຖ້າການຊື້ຫຼືການໂອນຮຸ້ນນັ້ນເຮັດໃຫ້ອັດຕາ ສ່ວນການຄອບຄອງກິດຈະການເຖິງເພດານຕາມການກໍານົດຂອງ ຄຄຊ ຜູ້ທີ່ຈະຊື້ຫຼືຮັບໂອນຮຸ້ນນັ້ນຕ້ອງເປີດການສະເໜີຊື້ຮຸ້ນທັງໝົດຈາກບັນດາຜູ້ ຖືຮຸ້ນອື່ນຫຼືຂາຍຮຸ້ນສ່ວນທີ່ເກີນເພດານອັດຕາສ່ວນການຄອບຄອງກິດຈະ ການ. ອັດຕາສ່ວນການຄອບຄອງກິດຈະການ,ການລາຍງານ,ການ ເປີດເຜີຍຂໍ້ມູນແລະຂັ້ນຕອນເປີດການສະເໜີຊື້ຮຸ້ນທັງໝົດໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

....ມາດຕາ 23 ລາຍການທີ່ກ່ຽວພັນ

ມາດຕາ 23 ລາຍການທີ່ກ່ຽວພັນ ລາຍການທີ່ກ່ຽວພັນແມ່ນການເຄື່ອນໄຫວທຸລະກິດໃດໜຶ່ງຂອງ ບໍລິສັດອອກຈໍາໜ່າຍຫຼັກຊັບຫຼືບໍລິສັດຈົດທະບຽນກັບບຸກຄົນແລະນິຕິບຸກຄົນ ທີກ່ຽວພັນ. ປະເພດ,ເງື່ອນໄຂ,ຂັ້ນຕອນ,ການລາຍງານແລະການເປີດເຜີຍ ຂໍ້ມູນກ່ຽວກັບລາຍການທີ່ກ່ຽວພັນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 24 ການໄດ້ມາແລະການຈໍາໜ່າຍຊັບສິນ

ມາດຕາ 24 ການໄດ້ມາແລະການຈໍາໜ່າຍຊັບສິນ ການໄດ້ມາແລະການຈໍາໜ່າຍຊັບສິນຂອງບໍລິສັດອອກຈໍາ ໜ່າຍຫຼັກຊັບແລະບໍລິສັດຈົດທະບຽນແມ່ນການເຄື່ອນໄຫວທຸລະກໍາໃດໜຶ່ງ ທີ່ມີຂະໜາດໃຫຍ່ຂອງບໍລິສັດກັບບຸກຄົນຫຼືນິຕິບຸກຄົນອື່ນທີ່ອາດສົ່ງຜົນກະ ທົບຕໍ່ຖານະການເງິນ,ຜົນການດໍາເນີນງານຂອງບໍລິສັດ,ສິດແລະຜົນປະ ໂຫຍດຂອງຜູ້ຖືຮຸ້ນ. ປະເພດ,ເງື່ອນໄຂ,ຂັ້ນຕອນ,ການລາຍງານແລະການເປີດ ເຜີຍຂໍ້ມູນກ່ຽວກັບການໄດ້ມາແລະການຈໍາໜ່າຍຊັບສິນໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

....ມາດຕາ 25 ໃບຮຸ້ນ

ມາດຕາ 25 ໃບຮຸ້ນ ໃບຮຸ້ນຂອງບໍລິສັດຈົດທະບຽນເປັນໃບຮຸ້ນລວມທີ່ບໍ່ບົ່ງຊື່ຜູ້ຖືຮຸ້ນ ຊຶ່ງບໍລິສັດຈົດທະບຽນຕ້ອງນໍາໄປຝາກໄວ້ຢູ່ສູນຮັບຝາກຫຼັກຊັບ,ສູນຮັບຝາກ ຫຼັກຊັບເປັນຜູ້ສ້າງແລະຄຸ້ມຄອງຖານຂໍ້ມູນກ່ຽວກັບບັນຊີຜູ້ຖືຮຸ້ນແລະຜູ້ມີລາຍ ຊື່ໃນບັນຊີດັ່ງກ່າວເປັນຜູ້ຖືຮຸ້ນທີ່ຖືກຕ້ອງຕາມກົດໝາຍ.

..ພາກທີ 3 ກອງທຶນຮ່ວມ


...ໝວດທີ 1 ການສ້າງຕັ້ງກອງທຶນຮ່ວມ


....ມາດຕາ 26 ກອງທຶນຮ່ວມ

ມາດຕາ 26 ກອງທຶນຮ່ວມ ກອງທຶນຮ່ວມແມ່ນທຶນທີ່ໄດ້ມາດ້ວຍການລະດົມທຶນຈາກບຸກຄົນ ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດເພື່ອນໍາໄປລົງທຶນ ໃສ່ຫຼັກຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍສະບັບນີ້ຊັບ ສິນຂອງກອງທຶນຮ່ວມໃດໜຶ່ງເປັນຊັບສິນຂອງຜູ້ຖືໜ່ວຍລົງທຶນຂອງກອງທຶນ ຮ່ວມດັ່ງກ່າວ.

....ມາດຕາ 27 ປະເພດກອງທຶນຮ່ວມ

ມາດຕາ 27 ປະເພດກອງທຶນຮ່ວມ ກອງທຶນຮ່ວມມີສອງປະເພດດັ່ງນີ້: 1. ກອງທຶນຮ່ວມປິດ; 2. ກອງທຶນຮ່ວມເປີດ. ກອງທຶນຮ່ວມປິດແມ່ນກອງທຶນທີ່ມີຈໍານວນແລະມູນຄ່າກໍານົດ ຂອງໜ່ວຍລົງທຶນຄົງທີ່,ມີການລະດົມທຶນຈາກມວນຊົນຄັ້ງດຽວໃນເວລາ ສ້າງຕັ້ງແລະມີອາຍຸທີ່ແນ່ນອນ. ກອງທຶນຮ່ວມເປີດແມ່ນກອງທຶນທີ່ມີຈໍານວນແລະມູນຄ່າກໍານົດ ຂອງໜ່ວຍລົງທຶນບໍ່ຄົງທີ່ຊຶ່ງອາດເພີ່ມຫຼືຫຼຸດໄດ້ແລະມີອາຍຸບໍ່ແນ່ນອນ.

....ມາດຕາ 28 ຫຼັກການການເຄື່ອນໄຫວຂອງກອງທຶນຮ່ວມ

ມາດຕາ 28 ຫຼັກການການເຄື່ອນໄຫວຂອງກອງທຶນຮ່ວມ ກອງທຶນຮ່ວມເຄື່ອນໄຫວຕາມຫຼັກການດັ່ງນີ້: 1. ຜູ້ຖືໜ່ວຍລົງທຶນຊື້-ຂາຍໜ່ວຍລົງທຶນດ້ວຍຄວາມສະໝັກໃຈ; 2. ຊັບສິນຂອງກອງທຶນຮ່ວມຕ້ອງເກັບຮັກສາແລະຄຸ້ມຄອງໂດຍ ທະນາຄານດູແລຊັບສິນ; 3. ບໍລິສັດບໍລິຫານຊັບສິນແລະທະນາຄານດູແລຊັບສິນຕ້ອງ ແຍກຊັບສິນຂອງຕົນອອກຈາກຊັບສິນຂອງກອງທຶນຮ່ວມແລະບໍ່ຖືວ່າເປັນ ຊັບສິນຂອງບໍລິສັດບໍລິຫານຊັບສິນຫຼືທະນາຄານດູແລຊັບສິນ; 4. ຊັບສິນຂອງແຕ່ລະກອງທຶນຮ່ວມໃຫ້ແຍກອອກຈາກກັນ; 5. ລາຍຮັບແລະຊັບສິນອື່ນທີ່ໄດ້ຈາກການບໍລິຫານກອງທຶນ ຮ່ວມໂດຍບໍລິສັດບໍລິຫານຊັບສິນແລະທະນາຄານດູແລຊັບສິນຕ້ອງເປັນຊັບ ສິນຂອງກອງທຶນຮ່ວມ.

....ມາດຕາ 29 ການລົງທຶນຂອງກອງທຶນຮ່ວມ

ມາດຕາ 29 ການລົງທຶນຂອງກອງທຶນຮ່ວມ ກອງທຶນຮ່ວມສາມາດລົງທຶນໃນຫຼັກຊັບຫຼືຊັບສິນດັ່ງນນີ້: 1. ລົງທຶນໃສ່ຜະລິດຕະພັນຕະຫຼາດເງິນເຊັ່ນ:ເງິນຝາກ,ໃບຢັ້ງ ຢືນເງິນຝາກ,ສະຫຼາກປະຢັດ; 2. ຮຸນຈົດທະບຽນໃນຕະຫຼາດຫຼັກຊັບ; 3. ຮຸນກູ້; 4. ພັນທະບັດລັດຖະບານ; 5. ຫຼັກຊັບຫຼືຊັບສິນອື່ນຕາມການກໍານົດຂອງ ຄຄຊ.

....ມາດຕາ 30 ການສ້າງຕັ້ງກອງທຶນຮ່ວມ

ມາດຕາ 30 ການສ້າງຕັ້ງກອງທຶນຮ່ວມ ກອງທຶນຮ່ວມອາດສ້າງຕັ້ງຂຶ້ນໃນຮູບແບບນິຕິບຸກຄົນຫຼືຕາມສັນ ຍາແລະຕ້ອງໄດ້ຮັບອະນຸຍາດຈາກ ຄຄຊ. ກອງທຶນຮ່ວມໃນຮູບແບບນິຕິບຸກຄົນໃຫ້ສ້າງກົດລະບຽບຂຶ້ນ.ສໍາ ລັບກອງທຶນຮ່ວມຕາມສັນຍາໃຫ້ສ້າງສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ ລະຫວ່າງບໍລິສັດບໍລິຫານຊັບສິນ.ທະນາຄານດູແລຊັບສິນແລະຜູ້ລົງທຶນ.ສັນ ຍາຄຸ້ມຄອງບໍລິຫານກອງທຶນຮ່ວມໃຫ້ຖືເປັນກົດລະບຽບ.

....ມາດຕາ 31 ເງື່ອນໄຂການສ້າງຕັ້ງກອງທຶນຮ່ວມ

ມາດຕາ 31 ເງື່ອນໄຂການສ້າງຕັ້ງກອງທຶນຮ່ວມ ການສ້າງຕັ້ງກອງທຶນຮ່ວມຕ້ອງມີເງື່ອນໄຂຕັ້ນຕໍດັ່ງນີ້: 1. ເປັນບໍລິສັດບໍລິຫານຊັບສິນທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມ ທີ່ໄດກໍານົດໄວ້ໃນກົດໝາຍສະບັບນີ້; 2. ມີຜູ້ບໍລິຫານກອງທຶນຮ່ວມທີ່ມີໃບຢັ້ງຢືນວິຊາຊີບປະເພດບໍ ລິຫານກອງທຶນຮ່ວມໃນຈໍານວນທີ່ເໝາະສົມ; 3. ມີແຜນການລະດົມທຶນແລະແຜນການລົງທຶນຂອງກອງທຶນ ຮ່ວມ.


....ມາດຕາ 32 ເອກະສານປະກອບການຂໍສ້າງຕັ້ງກອງທຶນຮ່ວມ

ມາດຕາ 32 ເອກະສານປະກອບການຂໍສ້າງຕັ້ງກອງທຶນຮ່ວມ ບໍລິສັດບໍລິຫານຊັບສິນທີ່ມີຈຸດປະສົງຂໍສ້າງຕັ້ງກອງທຶນຮ່ວມ ຕ້ອງຍື່ນຄໍາຮ້ອງແລະເອກະສານປະກອບຕໍ່ ຄຄຊ. ເອກະສານປະກອບການຂໍສ້າງຕັ້ງກອງທຶນຮ່ວມມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ຊີວະປະຫວັດຫຍໍ້ຂອງຜູ້ບໍລິຫານກອງທຶນຮ່ວມຊຶ່ງໄດ້ຮັບ ມອບໝາຍຈາກບໍລິສັດບໍລິຫານຊັບສິນ; 3. ສໍາເນົາໃບທະບຽນວິສາຫະກິດແລະໃບຢັ້ງຢືນປະຈໍາຕົວ ຜູ້ເສຍອາກອນຂອງບໍລິສັດບໍລິຫານຊັບສິນ; 4. ໜັງສືຊວນຊື້ສໍາລັບການຂາຍໜ່ວຍລົງທຶນ; 5. ກົດລະບຽບຂອງກອງທຶນຮ່ວມແລະສັນຍາຄຸ້ມຄອງດູແລ ຊັບສິນລະຫວ່າງບໍລິສັດບໍລິຫານຊັບສິນແລະທະນາຄານດູແລຊັບສິນໃນກໍ ລະນີກອງທຶນຮ່ວມຫາກສ້າງຕັ້ງຕາມຮູບແບບນິຕິບຸກຄົນ; 6. ສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມລະຫວ່າງບໍລິສັດບໍ ລິຫານຊັບສິນ,ທະນາຄານດູແລຊັບສິນແລະຜູ້ລົງທຶນໃນກໍລະນີກອງທຶນ ຮ່ວມຫາກສ້າງຕັ້ງຕາມແບບສັນຍາ; 7. ເອກະສານລາຍງານການເງິນ; 8. ເອກະສານອື່ນຕາມການກໍານົດຂອງ ຄຄຊ.

ໃນກໍລະນີກອງທຶນຮ່ວມໃດໜຶ່ງທີ່ໄດ້ເຄື່ອນໄຫວມກ່ອນແລ້ວ ຫາກມີຈຸດປະສົງຂາຍໜ່ວຍລົງທຶນເພີ່ມໃຫ້ແກ່ມວນຊົນຍັງຕ້ອງປະກອບ ເອກະສານເພີ່ມເຕີມດັ່ງນີ້: 1. ມະຕິກອງປະຊຸມຜູ້ຖືໜ່ວຍລົງທຶນກ່ຽວກັບການຮັບຮອງ ແຜນການລະດົມທຶນເພີ່ມແລະແຜນການລົງທຶນ; 2. ເອກະສານລາຍງານການເງິນຂອງກອງທຶນຮ່ວມທີ່ໄດ້ ຜ່ານການກວດສອບຈາກບໍລິສັດກວດສອບສາມປີຄືນຫຼັງຫຼືນັບແຕ່ວັນເລີ່ມ ຕົ້ນເຄື່ອນໄຫວຂອງກອງທຶນຮ່ວມເປັນຕົ້ນມາ; 3. ໜັງສືປະເມີນຜົນການປະຕິບັດກົດລະບຽບຫຼືສັນຍາຄຸ້ມ ຄອງບໍລິຫານກອງທຶນຮ່ວມໃນໄລຍະຜ່ານມາຈາກທະນາຄານດູແລຊັບ ສິນ.

....ມາດຕາ 33 ກົດລະບຽບຫຼືສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ

ມາດຕາ 33 ກົດລະບຽບຫຼືສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ ກົດລະບຽບຫຼືສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມມີເນື້ອໃນ ຕົ້ນຕໍດັ່ງນີ້: 1. ຊື່ຂອງກອງທຶນຮ່ວມ; 2. ຊື່,ສະຖານທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາທັງໝົດ ຂອງບໍລິສັດບໍລິຫານຊັບສິນ; 3. ຈຸດປະສົງໃນການລະດົມທຶນແລະນະໂຍບາຍການລົງທຶນ; 4. ປະເພດແລະອາຍຸຂອງກອງທຶນຮ່ວມ; 5. ຈໍານວນແລະມູນຄ່າກໍານົດຂອງໜ່ວຍລົງທຶນ; 6. ທຶນຈົດທະບຽນຂອງກອງທຶນຮ່ວມ; 7. ວິທີການຄຸ້ມຄອງບໍລິຫານກອງທຶນຮ່ວມ; 8. ວິທີຄິດໄລ່ມູນຄ່າຊັບສິນສຸດທິຂອງກອງທຶນຮ່ວມ; 9. ວິທີການແບ່ງປັນຜົນກໍາໄລຫຼືເງິນປັນຜົນຂອງກອງທຶນ ຮ່ວມ; 10. ຄ່າທໍານຽມແລະຄ່າບໍລິການທີ່ຕ້ອງຈ່າຍໃຫ້ບໍລິສັດບໍລິ ຫານຊັບສິນແລະທະນາຄານດູແລຊັບສິນ; 11. ຂັ້ນຕອນ,ເວລາແລະສະຖານທີ່ສໍາລັບການຈອງ,ການຊື້ -ຂາຍແລະການໄຖ່ຖອນໜ່ວຍລົງທຶນ; 12. ສິດແລະໜ້າທີ່ຂອງຜູ້ຖືໜ່ວຍລົງທຶນ,ບໍລິສັດບໍລິຫານຊັບ ສິນແລະທະນາຄານດູແລຊັບສິນ; 13. ກອງປະຊຸມຜູ້ຖືໜ່ວຍລົງທຶນແລະວິທີລົງຄະແນນສຽງ; 14. ວິທີແກ້ໄຂຂໍ້ຂັດແຍ່ງ; 15. ກາຍຸບເລີກແລະການສະສາງ-ຊໍາລະ; 16. ເນື້ອໃນອື່ນຕາມການກໍານົດຂອງຄຄຊ. ກົດລະບຽບຫຼືສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມໄດ້ຖືກຮັບ ຮອງຈາກກອງປະຊຸມຜູ້ຖືໜ່ວຍລົງທຶນແລະມີຜົນສັກສິດພາຍຫຼັງໄດ້ຮັບ ການເຫັນດີຈາກ ຄຄຊ.

....ມາດຕາ 34 ໜັງສືຊວນຊື້ສໍາລັບການຂາຍໜ່ວຍລົງທຶນ

ມາດຕາ 34 ໜັງສືຊວນຊື້ສໍາລັບການຂາຍໜ່ວຍລົງທຶນ ໜັງສືຊວນຊື້ສໍາລັບການຂາຍໜ່ວຍລົງທຶນຂອງກອງທຶນຮ່ວມ ປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່,ປະເພດແລະອາຍຸຂອງກອງທຶນຮ່ວມ; 2. ຂໍ້ມູນກ່ຽວກັບຜູ້ບໍລິຫານກອງທຶນຮ່ວມ,ບໍລິສັດບໍລິຫານຊັບ ສິນ,ທະນາຄານດູແລຊັບສິນແລະບໍລິສັດທີ່ປຶກສາດ້ານກົດໝາຍ; 3. ຈໍານວນແລະມູນຄ່າກໍານົດຂອງໜ່ວຍລົງທຶນ; 4. ຈຸດປະສົງ,ຍຸດທະສາດ,ວິທີ,ຂັ້ນຕອນແລະຂອບເຂດຂອງ ການລົງທຶນແລະປັດໄຈຄວາມສ່ຽງຂອງກອງທຶນຮ່ວມ; 5. ຂໍ້ມູນກ່ຽວກັບຖານະການເງິນຂອງກອງທຶນຮ່ວມທີ່ເຄື່ອນ ໄຫວມາກ່ອນແລ້ວສາມປີຄືນຫຼັງຫຼືນັບແຕ່ວັນເລີ່ມຕົ້ນເຄື່ອນໄຫວຂອງກອງ ທຶນຮ່ວມເປັນຕົ້ນມາທີ່ຜ່ານການກວດສອບຈາກບໍລິສັດກວດສອບ; 6. ຜົນຕອບແທນແລະແຜນໄຖ່ຖອນຄືນ; 7. ແຜນການອອກແລະຂາຍໜ່ວຍລົງທຶນແລະຂໍ້ມູນແນະນໍາ ການລົງທຶນໃນກອງທຶນຮ່ວມ; 8. ຄ່າທໍານຽມແລະຄ່າບໍລິການໃນການຄຸ້ມຄອງບໍລິຫານ ກອງທຶນຮ່ວມ; 9. ຂໍ້ມູນອື່ນຕາມການກໍານົດຂອງ ຄຄຊ.

....ມາດຕາ 35 ການພິຈາລະນາເອກະສານປະກອບການຂໍສ້າງຕັ້ງກອງທຶນຮ່ວມ

ມາດຕາ 35 ການພິຈາລະນາເອກະສານປະກອບການຂໍສ້າງຕັ້ງກອງ ທຶນຮ່ວມ ເມື່ອໄດ້ຮັບເອກະສານປະກອບການຂໍສ້າງຕັ້ງກອງທຶນຮ່ວມ ຄົບຖ້ວນແລະຖືກຕ້ອງແລ້ວ ຄຄຊ ຕ້ອງພິຈາລະນາການຂໍສ້າງຕັ້ງກອງ ທຶນຮ່ວມພາຍໃນກໍານົດສີ່ສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງແລະເອກະ ສານປະກອບເປັນຕົ້ນໄປ.ໃນກໍລະນີປະຕິເສດຕ້ອງແຈ້ງຕອບເປັນລາຍລັກ ອັກສອນພ້ອມດ້ວຍເຫດຜົນ. ໃນເວລາພິຈາລະນາການຂໍສ້າງຕັ້ງກອງທຶນຮ່ວມຫາກເຫັນ ວ່າມີຄວາມຈໍາເປັນ ຄຄຊ ມີສິດທວງເອົາເອກະສານແລະຂໍ້ມູນເພີ່ມເຕີມ ຈາກບໍລິສັດບໍລິຫານຊັບສິນ,ທະນາຄານດູແລຊັບສິນແລະບໍລິສັດກວດ ສອບ.

....ມາດຕາ 36 ຂັ້ນຕອນການຂາຍໜ່ວຍລົງທຶນ

ມາດຕາ 36 ຂັ້ນຕອນການຂາຍໜ່ວຍລົງທຶນ ການຂາຍໜ່ວຍລົງທຶນຂອງກອງທຶນຮ່ວມໃຫ້ປະຕິບັດຕາມຂັ້ນ ຕອນດັ່ງນີ້: 1. ປະກາດການອະນຸຍາດໃຫ້ຂາຍໜ່ວຍລົງທຶນ; 2. ໂຄສະນາຂາຍໜ່ວຍລົງທຶນຕາມທີ່ໄດ້ກໍານົດໄວ້ໃນໜັງສື ຊວນຊື້; 3. ຈອງຊື້ໜ່ວຍລົງທຶນແລະວາງເງິນມັດຈໍາ; 4. ແບ່ງປັນໜ່ວຍລົງທຶນ; 5. ຊໍາລະເງິນແລະສົ່ງເງີນມັດຈໍາຄືນໃນກໍລະນີຜູ້ຈອງຊື້ໜ່ວຍ ລົງທຶນບໍ່ໄດ້ຮັບການແບ່ງປັນໜ່ວຍລົງທຶນຕາມຈໍານວນທີ່ຈອງຊື້; 6. ອອກໃບຢັ້ງຢືນການຖືຄອງໜ່ວຍລົງທຶນ.

....ມາດຕາ 37 ການລາຍງານຜົນການຂາຍໜ່ວຍລົງທຶນ

ມາດຕາ 37 ການລາຍງານຜົນການຂາຍໜ່ວຍລົງທຶນ ບໍລິສັດບໍລິຫານຊັບສິນຕ້ອງລາຍງານຜົນການຂາຍໜ່ວຍລົງ ທຶນໃຫ້ ຄຄຊ ຊາບເປັນລາຍລັກອັກສອນພາຍໃນກໍານົດຫ້າວັນລັດຖະການ ນັບແຕ່ວັນສິ້ນສຸດການຂາຍໜ່ວຍລົງທຶນເປັນຕົ້ນໄປ.

....ມາດຕາ 38 ການຂຶ້ນທະບຽນເງິນທີ່ໄດ້ຈາກການຂາຍໜ່ວຍລົງທຶນ

ມາດຕາ 38 ການຂຶ້ນທະບຽນເງິນທີ່ໄດ້ຈາກການຂາຍໜ່ວຍລົງທຶນ ບໍລິສັດບໍລິຫານຊັບສິນຕ້ອງນໍາເງິນທີ່ໄດ້ຈາກການຂາຍໜ່ວຍ ລົງທຶນໄປຂຶ້ນທະບຽນເປັນຊັບສິນຂອງກອງທຶນຮ່ວມນໍາ ຄຄຊ ເພື່ອອອກ ແຈ້ງການອະນຸຍາດໃຫ້ບໍລິຫານກອງທຶນດັ່ງກ່າວ.

....ມາດຕາ 39 ສິດແລະໜ້າທີ່ຂອງຜູ້ຖືໜ່ວຍລົງທຶນ

ມາດຕາ 39 ສິດແລະໜ້າທີ່ຂອງຜູ້ຖືໜ່ວຍລົງທຶນ ຜູ້ຖືໜ່ວຍລົງທຶນມີສິດແລະໜ້າທີ່ດັ່ງນີ້: 1. ຊື້-ຂາຍ,ໂອນຫຼືໄຖ່ຖອນໜ່ວຍລົງທຶນ; 2. ຊໍາລະເງິນຊື້ໜ່ວຍລົງທຶນໃຫ້ຄົບຖ້ວນຕາມກໍານົດເວລາ; 3. ຮັບຜົນຕອບແທນຈາກການລົງທຶນຂອງກອງທຶນຮ່ວມຕາມ ອັດຕາສ່ວນໜ່ວຍລົງທຶນທີ່ຕົນຖື; 4. ຮັບສ່ວນແບ່ງຊັບສິນຂອງກອງທຶນຮ່ວມໃນກໍລະນີກອງທຶນ ຮ່ວມຖືກຍຸບເລີກ; 5. ຕິດຕາມຂໍ້ມູນຂ່າວສານກ່ຽວກັບຜົນການດໍາເນີນງານ ຂອງກອງທຶນຮ່ວມ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະ ບຽບຫຼືສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ.

....ມາດຕາ 40 ກອງປະຊຸມຜູ້ຖືໜ່ວຍລົງທຶນ

ມາດຕາ 40 ກອງປະຊຸມຜູ້ຖືໜ່ວຍລົງທຶນ ກອງປະຊຸມຜູ້ຖືໜ່ວຍລົງທຶນແມ່ນການຈັດຕັ້ງສູງສຸດຂອງກອງ ທຶນຮ່ວມ. ກອງປະຊຸມຜູ້ຖືໜ່ວຍລົງທຶນມີສິດແລະໜ້າທີ່ດັ່ງນີ້: 1. ຮັບຮອງ,ດັດແກ້ກົດລະບຽບແລະສັນຍາຄຸ້ມຄອງບໍລິຫານ ກອງທຶນຮ່ວມ; 2. ຮັບຮອງແລະດັດແກ້ນະໂຍບາຍກ່ຽວກັບການລົງທຶນ; 3. ກໍານົດ,ເພີ່ມຫຼືຫຼຸດຄ່າຕອບແທນໃຫ້ແກ່ບໍລິສັດບໍລິຫານຊັບ ສິນແລະທະນາຄານດູແລຊັບສິນ; 4. ຄວບຫຼືຍຸບເລີກກອງທຶນຮ່ວມ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດກໍານົດໄວ້ໃນກົດລະ ບຽບແລະສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ. ຂັ້ນຕອນແລະວິທີການຈັດຕັ້ງກອງປະຊຸມຜູ້ຖືໜ່ວຍລົງທຶນໄດ້ ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ການຈົດທະບຽນ,ການຊື້-ຂາຍແລະການໄຖ່ຖອນໜ່ວຍລົງທຶນ


....ມາດຕາ 41 ການຈົດທະບຽນໜ່ວຍລົງທຶນ

ມາດຕາ 41 ການຈົດທະບຽນໜ່ວຍລົງທຶນ ກອງທຶນຮ່ວມປິດຕ້ອງເອົາໜ່ວຍລົງທຶນທັງໝົດໄປຈົດທະບຽນ ໃນຕະຫຼາດຫຼັກຊັບຕາມເງື່ອນໄຂແລະຂັ້ນຕອນທີ່ໄດ້ກໍານົດໄວ້ໃນລະບຽບ ການສະເພາະຂອງຕະຫຼາດຫຼັກຊັບ.ສໍາລັບກອງທຶນຮ່ວມເປີດນັ້ນຈະເອົາ ໜ່ວຍລົງທຶນໄປຈົດທະບຽນຫຼືບໍ່ຈົດທະບຽນໃນຕະຫຼາດຫຼັກຊັບກໍ່ໄດ້.

....ມາດຕາ 42 ການຊື້-ຂາຍໜ່ວຍລົງທຶນ

ມາດຕາ 42 ການຊື້-ຂາຍໜ່ວຍລົງທຶນ ໜ່ວຍລົງທຶນທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບຕ້ອງຊື້-ຂາຍ ແລະໂອນຜ່ານຕະຫຼາດຫຼັກຊັບຕາມລະບຽບການຂອງຕະຫຼາດຫຼັກຊັບແລະ ລະບຽບການທີ່ກ່ຽວຂ້ອງ.

....ມາດຕາ 43 ການໄຖ່ຖອນໜ່ວຍລົງທຶນ

ມາດຕາ 43 ການໄຖ່ຖອນໜ່ວຍລົງທຶນ ກອງທຶນຮ່ວມປິດຮັບໄຖ່ຖອນໜ່ວຍລົງທຶນຈາກຜູ້ຖືໜ່ວຍລົງ ທຶນເມື່ອຄົບກໍານົດອາຍຸຂອງກອງທຶນຮ່ວມເທົ່ານັ້ນ. ກອງທຶນຮ່ວມເປີດຮັບໄຖ່ຖອນໜ່ວຍລົງທຶນຈາກຜູ້ຖືໜ່ວຍລົງ ທຶນກ່ອນຄົບອາຍຸໄຖ່ຖອນຕາມທີ່ໄດກໍານົດໄວ້ໃນກົດລະບຽບຂອງກອງທຶນ ຮ່ວມເປີດແລະລະບຽບການອື່ນທີ່ກ່ຽວຂ້ອງ.

....ມາດຕາ 44 ການກໍານົດມູນຄ່າຊັບສິນສຸດທິຂອງກອງທຶນຮ່ວມ

ມາດຕາ 44 ການກໍານົດມູນຄ່າຊັບສິນສຸດທິຂອງກອງທຶນຮ່ວມ ທະນາຄານດູແລຊັບສິນເປັນຜູ້ກໍານົດມູນຄ່າຊັບສິນສຸດທິຂອງ ກອງທຶຮ່ວມ. ຫຼັກກາແລະວິທີການກ່ຽວກັບການກໍານົດມູນຄ່າຊັບສິນສຸດທິ ຂອງກອງທຶນຮ່ວມໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 3 ການຄວບ,ການຍຸບເລີກແລະການສະສາງ-ຊໍາລະກອງທຶນຮ່ວມ


....ມາດຕາ 45 ການນຄວບກອງທຶນຮ່ວມ

ມາດຕາ 45 ການນຄວບກອງທຶນຮ່ວມ ກອງທຶນຮ່ວມໃດໜຶ່ງທີ່ມີຈຸດປະສົງຄວບກັບກອງທຶນຮ່ວມອື່ນ ຕ້ອງໄດ້ຮັບອະນຸຍາດຈາກ ຄຄຊ ແລະໃຫ້ປະຕິບັດຕາມລະບຽບກົດໝາຍ ທີ່ກ່ຽວຂ້ອງ.

....ມາດຕາ 46 ການຍຸບເລີກກອງທຶນຮ່ວມ

ມາດຕາ 46 ການຍຸບເລີກກອງທຶນຮ່ວມ ກອງທຶນຮ່ວມໃດໜຶ່ງອາດຈະຖືກຍຸບເລີກດ້ວຍຄວາມສະໝັກ ໃຈຫຼືຕາມກົດໝາຍ.

....ມາດຕາ 47 ການຍຸບເລີກດ້ວຍຄວາມສະໝັກໃຈ

ມາດຕາ 47 ການຍຸບເລີກດ້ວຍຄວາມສະໝັກໃຈ ການຍຸບເລີກດ້ວຍຄວາມສະໝັກໃຈແມ່ນການຍຸບເລີກກອງ ທຶນຮ່ວມບົນພື້ນຖານການຕົກລົງຂອງກອງປະຊຸມຜູ້ຖືໜ່ວຍລົງທຶນຊຶ່ງການ ຍຸບເລີກນັ້ນຕ້ອງມີຖານະການເງິນພຽງພໍເພື່ອສະສາງ-ຊໍາລະ. ກອງທຶນຮ່ວມທີ່ມີຈຸດປະສົງຍຸບເລີກຕ້ອງຍື່ນຄໍາຮ້ອງແລະເອ ກະສານປະກອບຕໍ່ ຄຄຊ ເພື່ອພິຈາລະນາ. ເອກະສານປະກອບການຂໍຍຸບເລີກມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ມະຕິກອງປະຊຸມຜູ້ຖືໜ່ວຍລົງທຶນ; 3. ເອກະສານລາຍງານການເງິນຂອງກອງທຶນຮ່ວມທີ່ໄດ້ ຮັບການກວດສອບ; 4. ເອກະສານອື່ນຕາມການກໍານົດຂອງ ຄຄຊ. ຄຄຊ ຈະພິຈາລະນາການຮ້ອງຂໍຍຸບເລີກພາຍໃນກໍານົດສາມ ສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງແລະເອກະສານປະກອບຄົບຖ້ວນແລະຖືກ ຕ້ອງເປັນຕົ້ນໄປ. ກອງທຶນຮ່ວມທີ່ໄດ້ຮັບອະນຸຍາດໃຫ້ຍຸບເລີກນັ້ນຕ້ອງປະກາດ ໃຫ້ມວນຊົນຊາບຢ່າງກວ້າງຂວາງໂດຍຜ່ານພາຫະນະສື່ມວນຊົນເປັນເວ ລາສິບຫ້າວັນຢ່າງຕໍ່ເນື່ອງນັບແຕ່ວັນໄດ້ຮັບອະນຸຍາດໃຫ້ຍຸບເລີກເປັນຕົ້ນ ໄປ.

....ມາດຕາ 48 ການຍຸບເລີກຕາມກົດໝາຍ

ມາດຕາ 48 ການຍຸບເລີກຕາມກົດໝາຍ ການຍຸບເລີກຕາມກົດໝາຍແມ່ນການຍຸບເລີກກອງທຶນຮ່ວມ ຕາມກໍລະນີໃດໜຶ່ງດັ່ງນີ້: 1. ຄົບອາຍຸຂອງກອງທຶນຮ່ວມ; 2. ໄດ້ຮັບການອະນຸຍາດສ້າງຕັ້ງບົນພື້ນຖານການສະໜອງ ຂໍ້ມູນທີ່ບໍ່ຖືກຕ້ອງ; 3. ລະເມີດກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວ ຂ້ອງທີ່ສົ່ງຜົນສະທ້ອນຢ່າງຮ້າຍແຮງ. ຄຄຊ ຕ້ອງປະກາດໃຫ້ມວນຊົນຊາບກ່ຽວກັບການຍຸບເລີກ ກອງທຶນຮ່ວມ.

....ມາດຕາ 49 ການສະສາງ-ຊໍາລະກອງທຶນຮ່ວມ

ມາດຕາ 49 ການສະສາງ-ຊໍາລະກອງທຶນຮ່ວມ ກອງທຶນຮ່ວມທີ່ຖືກຍຸບເລີກຕາມ ມາດຕາ 47 ແລະ 48 ຂອງ ກົດໝາຍສະບັບນີ້ຕ້ອງດໍາເນີນການສະສາງ-ຊໍາລະຕາມລະບຽບການຂອງ ຄຄຊ,ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດແລະລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ.

..ພາກທີ 4 ສະຖາບັນສື່ກາງດ້ານຫຼັກຊັບ


...ໝວດທີ 1 ບໍລິສັດຫຼັກຊັບ


....ມາດຕາ 50 ການສ້າງຕັ້ງບໍລິສັດຫຼັກຊັບ

ມາດຕາ 50 ການສ້າງຕັ້ງບໍລິສັດຫຼັກຊັບ ບຸກຄົນ,ນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງບໍລິສັດຫຼັກຊັບຕ້ອງຍື່ນ ຄໍາຮ້ອງແລະເອກະສານປະກອບຕໍ່ ຄຄຊ. ບໍລິສັດຫຼັກຊັບສາມາດສ້າງຕັ້ງ ຂຶ້ນໄດ້ໃນຮູບແບບບໍລິສັດຍົກເວັ້ນບໍລິສັດຈໍາກັດຜູ້ດຽວ.

....ມາດຕາ 51 ເງື່ອນໄຂການສ້າງຕັ້ງບໍລິສັດຫຼັກຊັບ

ມາດຕາ 51 ເງື່ອນໄຂການສ້າງຕັ້ງບໍລິສັດຫຼັກຊັບ ການສ້າງຕັ້ງບໍລິສັດຫຼັກຊັບມີເງື່ອນໄຂດັ່ງນີ້: 1. ມີທຶນຈົດທະບຽນພຽງພໍຕາມການກໍານົດຂອງ ຄຄຊ; 2. ມີແຜນການດໍາເນີນທຸລະກິດຢ່າງໜ້ອຍສາມປີທໍາອິດພາຍ ຫຼັງການສ້າງຕັ້ງ; 3. ມີສະມາຊິກສະພາບໍລິຫານແລະຄະນະອໍານວຍການທີ່ມີ ຄວາມຮູ້ຄວາມສາມາດແລະປະສົບການທາງດ້ານທຸລະກິດຫຼັກຊັບ,ການ ເງິນ-ການທະນາຄານຫຼືກົດໝາຍຢ່າງໜ້ອຍຫ້າປີ; 4. ມີຖານະການເງິນດີແລະໄດ້ຮັບການກວດສອບຈາກບໍລິ ສັດກວດສອບໃນກໍລະນີຜູ້ຂໍສ້າງຕັ້ງເປັນນິຕິບຸກຄົນ; 5. ມີຖານະການເງິນດີ,ມີຄວາມສາມາດທາງດ້ານການປະ ພຶດ,ບໍ່ຖືກດໍາເນີນຄະດີຫຼືຖືກສານຕັດສິນລົງໂທດທາງອາຍາເປັນຕົ້ນໃນ ສະຖານສໍ້ໂກງຊັບ,ຍັກຍອກຊັບແລະມີການກະທໍາຜິດກ່ຽວກັບທຸລະກິດດ້ານ ຫຼັກຊັບໃນກໍລະນີຜູ້ຂໍສ້າງຕັ້ງເປັນບຸກຄົນ; 6. ມີເງື່ອນໄຂອື່ນຕາມການກໍານົດຂອງ ຄຄຊ.

....ມາດຕາ 52 ເອະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບ

ມາດຕາ 52 ເອະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບ ເອກະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ສັນຍາຮ່ວມທຶນ; 3. ກົດລະບຽບຂອງບໍລິສັດ; 4. ສໍາເນົາໃນທະບຽນວິສາຫະກິດແລະກົດລະບຽບຂອງຜູ້ຂໍ ສ້າງຕັ້ງທີ່ມີຖານະເປັນນິຕິບຸກຄົນ; 5. ໃບຢັ້ງຢືນວຸດທິການສຶກສາ,ໃບແຈ້ງໂທດ,ປະຫວັດໃນ ການດໍາເນີນທຸລະກິດຂອງສະມາຊິກສະພາບໍລິຫານແລະຄະນະກໍານວຍ ການ; 6. ບັນຊີລາຍຊື່ຜູ້ຖືຮຸ້ນແລະອັດຕາສ່ວນການຖືຮຸ້ນ,ປະຫວັດ ຫຍໍ້ຂອງຜູ້ຖືຮຸ້ນແລະສໍານົາບັດປະຈໍາຕົວຫຼືໜັງສືຜ່ານແດນສໍາລັບຜູ້ຖືຮຸ້ນ ທີ່ເປັນບຸກຄົນ; 7. ເອກະສານລາຍງານການເງິນຂອງຜູ້ຖືຮຸ້ນທີ່ເປັນນິຕິບຸກ ຄົນທີ່ໄດ້ຜ່ານການກວດສອບຈາກບໍລິສັດກວດສອບ; 8. ແຜນການດໍາເນີນທຸລະກິດຢ່າງໜ້ອຍສາມປີທໍາອິດພາຍ ຫຼັງການສ້າງຕັ້ງ; 9. ເອກະສານອື່ນຕາມການກໍານົດຂອງ ຄຄຊ.

....ມາດຕາ 53 ການພິຈາລະນາການຂໍສ້າງຕັ້ງບໍລິສັດຫຼັກຊັບ

ມາດຕາ 53 ການພິຈາລະນາການຂໍສ້າງຕັ້ງບໍລິສັດຫຼັກຊັບ ເມື່ອໄດ້ຮັບຄໍາຮ້ອງແລະເອກະສານປະກອບການຂໍສ້າງຕັ້ງບໍ ລິສັດຫຼັກຊັບຄົບຖ້ວນແລະຖືກຕ້ອງແລ້ວ ຄຄຊ ຕ້ອງພິຈາລະນາການຂໍສ້າງ ຕັ້ງດັ່ງກ່າວ,ຖ້າຫາກມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍສະບັບນີ້ກໍ່ຈະອອກໃບອະນຸຍາດສ້າງຕັ້ງບໍລິສັດຫຼັກຊັບ ຊົ່ວຄາວໃຫ້ພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນ ໄປ.ໃນກໍລະນີປະຕິເສດກໍ່ໃຫ້ແຈ້ງຕອບເປັນລາຍລັກອັກສອນພ້ອມດ້ວຍ ເຫດຜົນ. ຄຄຊ ຈະອອກໃບອະນຸຍາດສ້າງຕັ້ງຖາວອນພາຍໃນກໍານົດ ສາມສິບວັນນັບແຕ່ວັນຜູ້ຂໍສ້າງຕັ້ງໄດ້ປະຕິບັດເງື່ອນໄຂເພີ່ມເຕີມສໍາເລັດ ເປັນຕົ້ນໄປ. ເງື່ອນໄຂເພີ່ມເຕີມມີດັ່ງນີ້: 1. ໄດ້ຖອກທຶນຄົບຖ້ວນຕາມອັດຕາສ່ວນຂອງຜູ້ຖືຮຸ້ນ; 2. ມີສໍານັກງານແລະອຸປະກອນຮັບໃຊ້ການດໍາເນີນທຸລະກິດ ຫຼັກຊັບທີ່ເໝາະສົມແລະທັນສະໄໝ; 3. ມີລະບົບການປະຕິບັດວຽກງານໃນແຕ່ລະພະແນກການ, ລະບົບການກວດກາ,ການຄວບຄຸມພາຍໃນແລະການບໍລິຫານຄວາມສ່ຽງ; 4. ມີນັກວິຊາຊີບທຸລະກິດຫຼັກຊັບທີ່ມີໃບຢັ້ງຢືນວິຊາຊີບທຸລະ ກິດຫຼັກຊັບຕາມປະເພດທີ່ໄດ້ຮັບອະນຸຍາດແລະມີພະນັກງານວິຊາການໃນ ຈໍານວນທີ່ເໝາະສົມ; 5. ມີເງື່ອນໄຂອື່ນຕາມການກໍານົດຂອງ ຄຄຊ. ໃນກໍລະນີຜູ້ຂໍສ້າງຕັ້ງຫາກບໍ່ປະຕິບັດເງື່ອນໄຂເພີ່ມເຕີມຕາມ ທີ່ໄດ້ກໍານົດໄວ້ໃນວັກທີ 3 ຂອງມາດຕານີ້ພາຍໃນກໍານົດໜຶ່ງຮ້ອຍແປດ ສິບວັນ,ໃບອະນຸຍາດສ້າງຕັ້ງບໍລິສັດຫຼັກຊັບຊົ່ວຄາວນັ້ນກໍ່ຈະຕົກໄປໃນກໍ ລະນີຜູ້ຂໍສ້າງຕັ້ງບໍລິສັດຫຼັກຊັບຫາກປະຕິບັດເງື່ອນໄຂດັ່ງກ່າວບໍສໍາເລັດ ແຕ່ມີເຫດຜົນພຽງພໍ ຄຄຊ ອາດຕໍ່ກໍານົດເວລາຂອງໃບອະນຸຍາດສ້າງຕັ້ງ ຊົ່ວຄາວໄດ້ແຕ່ບໍ່ໃຫ້ເກີນເກົ້າສິບວັນ. ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວຜູ້ໄດ້ຮັບ ອະນຸຍາດຕ້ອງແຈ້ງຂຶ້ນທະບຽນວິສາຫະກິດແລະດໍາເນີນທຸລະກິດຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນ.

....ມາດຕາ 54 ການສ້າງຕັ້ງສາຂາແລະໜ່ວຍບໍລິການຂອງບໍລິສັດຫຼັກຊັບພາຍໃນ

ມາດຕາ 54 ການສ້າງຕັ້ງສາຂາແລະໜ່ວຍບໍລິການຂອງບໍລິສັດຫຼັກຊັບ ພາຍໃນ ບໍລິສັດຫຼັກຊັບພາຍໃນສາມາດສ້າງຕັ້ງສາຂາຫຼືໜ່ວຍບໍລິການ ຂອງຕົນຢູ່ພາຍໃນປະເທດຫຼືຕ່າງປະເທດຕາມການອະນຸຍາດຂອງ ຄຄຊ. ຄຄຊ ເປັນຜູ້ກໍານົດເງື່ອນໄຂກ່ຽວກັບການສ້າງຕັ້ງແລະຂອບ ເຂດການເຄື່ອນໄຫວຂອງສາຂາຫຼືໜ່ວຍບໍລິການຂອງບໍລິສັດຫຼັກຊັບພາຍ ໃນ.


....ມາດຕາ 55 ການສ້າງຕັ້ງບໍລິສັດ,ສາຂາແລະຫ້ອງການຜູ້ຕາງໜ້າຂອງບໍລິສັດຫຼັກຊັບຕ່າງປະເທດ

ມາດຕາ 55 ການສ້າງຕັ້ງບໍລິສັດ,ສາຂາແລະຫ້ອງການຜູ້ຕາງໜ້າຂອງ ບໍລິສັດຫຼັກຊັບຕ່າງປະເທດ ບໍລິສັດຫຼັກຊັບຕ່າງປະເທດສາມາດສ້າງຕັ້ງບໍລິສັດຫຼັກຊັບຢູ່ ສປປລາວໃນຮູບແບບລົງທຶນຝ່າຍດຽວ,ຮ່ວມທຶນກັບສະຖາບັນການເງິນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍຂອງສປປລາວຫຼືສາ ຂາຫຼືຫ້ອງການຜູ້ຕາງໜ້າຂອງຕົນໂດຍໄດ້ຮັບອະນຸຍາດຈາກ ຄຄຊ. ການສ້າງຕັ້ງແລະການເຄື່ອນໄຫວຂອງບໍລິສັດຫຼັກຊັບຕ່າງ ປະເທດໃຫ້ປະຕິບັດຄືກັນກັບການສ້າງຕັ້ງບໍລິສັດຫຼັກຊັບໂດຍບຸກຄົນແລະ ນິຕິບຸກຄົນພາຍໃນປະເທດ. ຄຄຊ ເປັນຜູ້ກໍານົດເງື່ອນໄຂກ່ຽວກັບການສ້າງຕັ້ງແລະຂອບ ເຂດການເຄື່ອນໄຫວຂອງສາຂາຫຼືຫ້ອງການຜູ້ຕາງໜ້າບໍລິສັດຫຼັກຊັບຕ່າງ ປະເທດຢູ່ ສປປລາວ.

....ມາດຕາ 56 ໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບ

ມາດຕາ 56 ໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບ ໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບແມ່ນໃບຢັ້ງຢືນການປະກອບ ອາຊີບເປັນນາຍໜ້າຊື້-ຂາຍຫຼັກຊັບ,ເປັນທີ່ປຶກສາດ້ານການເງິນ,ເປັນຜູ້ວິ ເຄາະຫຼັກຊັບຫຼືເປັນຜູ້ບໍລິຫານກອງທຶນຮ່ວມ. ຄຄຊເປັນຜູ້ອອກໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບຕາມເງື່ອນ ໄຂ,ວິທີການແລະຂັ້ນຕອນທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 57 ການຖອກແລະການນໍາໃຊ້ທຶນຈົດທະບຽນຂອງບໍລິສັດຫຼັກຊັບ

ມາດຕາ 57 ການຖອກແລະການນໍາໃຊ້ທຶນຈົດທະບຽນຂອງບໍລິສັດຫຼັກຊັບ ຜູ້ໄດ້ຮັບໃບອະນຸຍາດສ້າງຕັ້ງບໍລິສັດຫຼັກຊັບຊົ່ວຄາວຕ້ອງຖອກ ທຶນຈົດທະບຽນໃຫ້ຄົບຖ້ວນເຂົ້າບັນຊີເງິນຝາກຂອງຕົນທີ່ເປີດໄວ້ກັບທະນາ ຄານຕາມການກໍານົດຂອງ ຄຄຊ. ການນໍາໃຊ້ທຶນຈົດທະບຽນເພື່ອກະກຽມຄວາມພ້ອມໃນການ ສ້າງຕັ້ງແລະເຄື່ອນໄຫວທຸລະກິດຫຼັກຊັບຕ້ອງມີແຜນການນໍາໃຊ້ທຶນຢ່າງ ລະອຽດແລະໄດ້ຮັບອະນຸຍາດຈາກ ຄຄຊ.

....ມາດຕາ 58 ການປະກາດໃຫ້ມວນຊົນຊາບ

ມາດຕາ 58 ການປະກາດໃຫ້ມວນຊົນຊາບ ບໍລິສັດຫຼັກຊັບທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວຕ້ອງປະກາດ ໃຫ້ມວນຊົນຊາບຜ່ານພາຫະນະສື່ມວນຊົນພາຍໃນກໍານົດຫ້າວັນນັບແຕ່ວັນ ໄດ້ຮັບໃບທະບຽນວິສາຫະກິດເປັນຕົ້ນໄປ.

....ມາດຕາ 59 ໂຄງປະກອບການຈັດຕັ້ງຂອງບໍລິສັດຫຼັກຊັບ

ມາດຕາ 59 ໂຄງປະກອບການຈັດຕັ້ງຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບມີໂຄງປະກອບການຈັດຕັ້ງດັ່ງນີ້: 1. ກອງປະຊຸມຜູ້ຖືກຮຸ້ນ; 2. ສະພາບໍລິຫານ; 3. ຄະນະກໍາມະການສະເພາະດ້ານໃດໜຶ່ງຂອງສະພາບໍລິ ຫານ; 4. ຄະນະກໍານວຍການ; 5. ຄະນະພະແນກ,ນັກວິຊາຊີບທຸລະກິດຫຼັກຊັບແລະພະນັກ ງານວິຊາການຈໍານວນໜຶ່ງ. ພາລະບົດບາດ,ສິດ,ໜ້າທີ່ແລະລະບອບເຄື່ອນໄຫວວຽກງານ ຂອງແຕ່ລະການຈັດຕັ້ງແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະ ກິດ,ລະບຽບການຂອງ ຄຄຊ ແລະໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດ ຫຼັກຊັບ.

....ມາດຕາ 60 ກົດລະບຽບຂອງບໍລິສັດຫຼັກຊັບ

ມາດຕາ 60 ກົດລະບຽບຂອງບໍລິສັດຫຼັກຊັບ ກົດລະບຽບຂອງບໍລິສັດຫຼັກຊັບຕ້ອງມີເນື້ອໃນຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລະໄດ້ຮັບການເຫັນດີຈາກ ຄຄຊ.

....ມາດຕາ 61 ການເຄື່ອນໄຫວທຸລະກິດຂອງບໍລິສັດຫຼັກຊັບ

ມາດຕາ 61 ການເຄື່ອນໄຫວທຸລະກິດຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບສາມາດເຄື່ອນໄຫວທຸລະກິດປະເພດໃດໜຶ່ງດັ່ງນີ້: 1. ທີ່ປຶກສາດ້ານການເງິນ; 2. ນາຍໜ້າຊື້-ຂາຍຫຼັກຊັບ; 3. ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ.

....ມາດຕາ 62 ທີ່ປຶກສາດ້ານການເງິນ

ມາດຕາ 62 ທີ່ປຶກສາດ້ານການເງິນ ບໍລິສັດຫຼັກຊັບທີ່ໄດ້ຮັບອະນຸຍາດໃຫ້ເປັນທີ່ປຶກສາດ້ານການເງິນ ສາມາດເຄື່ອນໄຫວໃຫ້ຄໍາປຶກສາກ່ຽວກັບການປັບປຸງໂຄງສ້າງດ້ານການ ຈັດຕັ້ງ,ການຄຸ້ມຄອງບໍລິຫານ,ດ້ານການເງິນ,ການເຄື່ອນໄຫວທຸລະກິດແລະ ອື່ນໆເພື່ອກະກຽມການອອກຈໍາໜ່າຍຫຼັກຊັບໃຫ້ແກ່ມວນຊົນແລະຈົດທະບຽນ ໃນຕະຫຼາດຫຼັກຊັບ.

....ມາດຕາ 63 ນາຍໜ້າຊື້-ຂາຍຫຼັກຊັບ

ມາດຕາ 63 ນາຍໜ້າຊື້-ຂາຍຫຼັກຊັບ ບໍລິສັດຫຼັກຊັບທີ່ໄດ້ຮັບອະນຸຍາດໃຫ້ເປັນນາຍໜ້າຊື້-ຂາຍຫຼັກ ຊັບສາມາດເຄື່ອນໄຫວດັ່ງນີ້: 1. ເປັນສື່ກາງຫຼືເປັນຕົວແທນເພື່ອດໍາເນີນທຸລະກໍາຊື້-ຂາຍ ຫຼັກຊັບຕາມການສັ່ງຊື້ຫຼືສັ່ງຂາຍຂອງລູກຄ້າ; 2. ຊື້-ຂາຍຫຼັກຊັບໃນນາມບໍລິສັດຫຼັກຊັບໂດຍໃຊ້ເງິນແລະຫຼັກ ຊັບຂອງບໍລິສັດຫຼັກຊັບ; 3. ໃຫ້ຄໍາປຶກສາໂດຍກົງແກ່ຜູ້ລົງທຶນກ່ຽວກັບການລົງທຶນໃສ່ ຫຼັກຊັບຫຼືກຸ່ມຫຼັກຊັບ; 4. ໃຫ້ຄໍາປຶກສາດ້ານການເງິນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 62 ຂອງກົດໝາຍສະບັບນີ້.

....ມາດຕາ 64 ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ

ມາດຕາ 64 ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ ບໍລິສັດຫຼັກຊັບທີ່ໄດ້ຮັບະນຸຍາດໃຫ້ເປັນຜູ້ຄໍ້າປະກັນການອອກ ຈໍາໜ່າຍຫຼັກຊັບສາມາດເຄື່ອນໄຫວດັ່ງນີ້: 1. ກໍານົດລາຄາແລະຈໍານວນຫຼັກຊັບທີ່ຈະອອກຈໍາໜ່າຍ; 2. ໃຫ້ການຄ້ໍາປະກັນການອອກຈໍາໜ່າຍຫຼັກຊັບດ້ວຍການ ຊ່ວຍຈໍາໜ່າຍຫຼືຮັບຊື້ຫຼັກຊັບບາງສ່ວນຫຼືທັງໝົດຈາກບໍລິສັດອອກຈໍາໜ່າຍ ຫຼັກຊັບໃນສ່ວນທີ່ຈໍາໜ່າຍບໍ່ໝົດເພື່ອຮັບປະກັນຄວາມສໍາເລັດຂອງການ ອອກຈໍາໜ່າຍຫຼັກຊັບ; 3. ເຮັດໜ້າທີ່ເປັນນາຍໜ້າຊື້-ຂາຍຫຼັກຊັບຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 63 ຂອງກົດໝາຍສະບັບນີ້.

....ມາດຕາ 65 ການປ່ຽນແປງການເຄື່ອນໄຫວທຸລະກິດຫຼັກຊັບ

ມາດຕາ 65 ການປ່ຽນແປງການເຄື່ອນໄຫວທຸລະກິດຫຼັກຊັບ ບໍລິສັດຫຼັກຊັບທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫທຸລະກິດຫຼັກຊັບ ປະເພດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 61 ຂອງກົດໝາຍສະບັບ ນີ້ສາມາດຂໍປ່ຽນແປງການເຄື່ອນໄຫວທຸລະກິດຫຼັກຊັບຂອງຕົນຕໍ່ ຄຄຊ. ການຂໍປ່ຽນແປງການເຄື່ອນໄຫວທຸລະກິດຫຼັກຊັບຕ້ອງປະ ກອບເອກະສານດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ກົດລະບຽບຂອງບໍລິສັດຫຼັກຊັບສະບັບປັບປຸງທີ່ໄດ້ຮັບຮອງ ໂດຍກອງປະຊຸມຜູ້ຖືຮຸ້ນ; 3. ມະຕິຂອງກອງປະຊຸມຜູ້ຖືຮຸ້ນ; 4. ເອກະສານຢັ້ງຢືນການເພີ່ມເຕີມໃນກໍລະນີຂໍປ່ຽນປະເພດ ການເຄື່ອນໄຫວທຸລະກິດຂອງບໍລິສັດຫຼັກຊັບຕາມທີ່ໄດກໍານົດໄວ້ໃນມາດ ຕາ 61 ຂອງກົດໝາຍສະບັບນີ້; 5. ເອກະສານອື່ນຕາມການກໍານົດຂອງ ຄຄຊ. ຄຄຊ ນະພິຈາລະນາການຂໍປ່ຽນແປງປະເພດການເຄື່ອນໄຫວ ທຸລະກິດຫຼັກຊັບພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງແລະ ແລະເອກະສານປະກອບຄົບຖ້ວນແລະຖືກຕ້ອງເປັນຕົ້ນໄປ.ໃນກໍລະນີປະຕິ ເສດກໍ່ໃຫ້ແຈ້ງຕອບເປັນລາຍລັກອັກສອນພ້ອມດ້ວຍເຫດຜົນ.

....ມາດຕາ 66 ການເພີ່ມຫຼືຫຼຸດທຶນຈົດທະບຽນຂອງບໍລິສັດຫຼັກຊັບ

ມາດຕາ 66 ການເພີ່ມຫຼືຫຼຸດທຶນຈົດທະບຽນຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບໃດໜຶ່ງທີ່ມີຈຸດປະສົງເພີ່ມຫຼືຫຼຸດທຶນຈົດທະບຽນບໍ່ ວ່າກໍລະນີທົ່ວໄປຫຼືໃນກໍລະນີປ່ຽນແປງປະເພດການເຄື່ອນໄຫວທຸລະກິດໃຫ້ ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ.

....ມາດຕາ 67 ອັດຕາສ່ວນຄວາມພຽງພໍຂອງທຶນ

ມາດຕາ 67 ອັດຕາສ່ວນຄວາມພຽງພໍຂອງທຶນ ບໍລິສັດຫຼັກຊັບຕ້ອງຮັກສາອັດຕາສ່ວນຄວາມພຽງພໍຂອງຕົນ ຕາມລະບຽບການຂອງ ຄຄຊ ເພື່ອຮັບປະກັນຄວາມໝັ້ນຄົງຂອງຕົນ.

....ມາດຕາ 68 ສິດແລະໜ້າທີ່ຂອງບໍລິສັດຫຼັກຊັບ

ມາດຕາ 68 ສິດແລະໜ້າທີ່ຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເຄື່ອນໄຫວທຸລະກິດຫຼັກຊັບຕາມປະເພດທີ່ໄດ້ຮັບອະນຸຍາດ; 2. ປັບປຸງແລະພັດທະນາລະບົບຄວບຄຸມພາຍໃນ,ການບໍລິ ຫານຄວາມສ່ຽງ,ເຕັກໂນໂລຊີຂໍ້ມູນຂ່າວສານແລະການປ້ອງກັນຂໍ້ຂັດ ແຍ່ງທາງດ້ານຜົນປະໂຫຍດພາຍໃນບໍລິສັດຫຼືກັບບຸກຄົນທີ່ກ່ຽວຂ້ອງ; 3. ແຍກບັນຊີຫຼັກຊັບແລະບັນຊີເງິນຂອງແຕ່ລະລູກຄ້າອອກ ຈາກບັນຊີຂອງບໍລິສັດຫຼັກຊັບ; 4. ສະໜອງຂໍ້ມູນໃຫ້ແກ່ລູກຄ້າຢ່າງຄົບຖ້ວນ,ຖືກຕ້ອງ,ຈະ ແຈ້ງແລະທັນເວລາ; 5. ໃຫ້ບູລິມະສິດແກ່ລູກຄ້າໃນການດໍາເນີນທຸລະກໍາການຊື້ -ຂາຍຫຼັກຊັບ; 6. ໃຫ້ຄວາມຮຸ້ເບື້ອງຕົ້ນກ່ຽວກັບການລົງທຶນໃນຫຼັກຊັບໃຫ້ ຜູ້ລົງທຶນແລະປະເມີນຄວາມພ້ອມເພື່ອສ້າງຄວາມເຂົ້າໃຈແລະຄວາມຮັບ ຜິດຊອບຂອງຜູ້ລົງທຶນຕໍ່ຄວາມສ່ຽງທີ່ອາດເກີດຂຶ້ນ; 7. ຊອກຮູ້ຂໍ້ມູນກ່ຽວກັບລູກຄ້າເປັນຕົ້ນຊື່,ທີ່ຢູ່,ອາຊີບ,ບ່ອນປະ ຈໍາການ,ແຫຼ່ງທີ່ມາຂອງເງິນແລະຖານະການເງິນພ້ອມທັງຮັບປະກັນວ່າຜູ້ ເປີດບັນຊີຫຼັກຊັບແມ່ນເຈົ້າຂອງບັນຊີທີ່ແທ້ຈິງ; 8. ຮັກສາຂໍ້ມູນແລະເອກະສານກ່ຽວກັບການເຄື່ອນໄຫວທຸລະ ກິດຫຼັກຊັບແລະລູກຄ້າໄວ້ຢ່າງຄົບຖ້ວນ,ຖືກຕ້ອງແລະຮັບປະກັນຄວາມ ປອດໄພ; 9. ຮັກສາຂໍ້ມູນທີ່ເປັນຄວາມລັບຂອງລູກຄ້າເວັ້ນເສຍແຕ່ກົດ ໝາຍໄດ້ກໍານົດໄວ້ເປັນຢ່າງອື່ນ; 10. ປະຕິບັດລະບອບການບັນຊີ,ການກວດສອບ,ສະຖິຕິແລະ ພັນທະທາງການເງິນອື່ນຕາມລະບຽບກົດໝາຍ.

....ມາດຕາ 69 ການປ່ຽນແປງລາຍການຂອງບໍລິສັດຫຼັກຊັບ

ມາດຕາ 69 ການປ່ຽນແປງລາຍການຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບສາມາດປ່ຽນແປງລາຍການໃດໜຶ່ງໄດ້ກໍ່ຕໍ່ເມື່ອ ໄດ້ຮັບອະນຸຍາດຈາກ ຄຄຊ. ການປ່ຽນແປງລາຍການທີ່ຕ້ອງໄດ້ຮັບອະນຸຍາດມີດັ່ງນີ້: 1. ການເພີ່ມຫຼືຫຼຸດທຶນຈົດທະບຽນ; 2. ປະເພດການເຄື່ອນໄຫວທຸລະກິດຫຼັກຊັບ; 3. ຊື່,ສະຖານທີ່ຕັ້ງ,ການຄວບຫຼືການຍຸບເລີກບໍລິສັດ,ສາຂາ, ໜ່ວຍບໍລິການຫຼືຫ້ອງການຜູ້ຕາງໜ້າ; 4. ການໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຍັກເວັ້ນການ ໂຈະເນື່ອງຈາກມີການລະເມີດລະບຽບກົດໝາຍ; 5. ການປ່ຽນແປງໂຄງປະກອບຜູ້ຖືຮຸ້ນແຕ່ຫ້າສ່ວນຮ້ອຍຂຶ້ນ ໄປ; 6. ການປ່ຽນແປງສະມາຊິກສະພາບໍລິຫານ,ຄະນະອໍານວຍ ການແລະຄະນະກໍາມະການກວດກາພາຍໃນ; 7. ການປ່ຽນແປງອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍທີ່ກ່ຽວຂ້ອງ. ຄຄຊຈະພິຈາລະນາການຂໍປ່ຽນແປງຕາມທີ່ໄດ້ກໍານົດໄວ້ໃນ ວັກທີ 2 ຂອງມາດຕານີ້ພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາ ຮ້ອງຂໍປ່ຽນແປງຖືກຕ້ອງແລະຄົບຖ້ວນເປັນຕົ້ນໄປ.

....ມາດຕາ 70 ລະບອບບັນຊີຂອງບໍລິສັດຫຼັກຊັບ

ມາດຕາ 70 ລະບອບບັນຊີຂອງບໍລິສັດຫຼັກຊັບ ບໍລິສັດຫຼັກຊັບຕ້ອງປະຕິບັດລະບອບບັນຊີຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການບັນຊີແລະມາດຕະຖານການບັນຊີຂອງສປປລາວ. ເອກະສານລາຍງານການເງິນປະຈໍາປີຂອງບໍລິສັດຫຼັກຊັບຕ້ອງ ຜ່ານການກວດສອບຈາກບໍລິສັດກວດສອບ.

....ມາດຕາ 71 ການຍຸບເລີກບໍລິສັດຫຼັກຊັບ

ມາດຕາ 71 ການຍຸບເລີກບໍລິສັດຫຼັກຊັບ ບໍລິສັດຫຼັກຊັບຈະຖືກຍຸບເລີກໃນກໍລະນີດັ່ງນີ້: 1. ຕາມການຮ້ອງຂໍຂອງບໍລິສັດຫຼັກຊັບໂດຍອີງໃສ່ມະຕິຂອງ ກອງປະຊຸມຜູ້ຖືຮຸ້ນ. 2. ໄດ້ຮັບການອະນຸຍາດສ້າງຕັ້ງບົນພື້ນຖານການສະໜອງ ຂໍ້ມູນທີ່ບໍ່ຖືກຕ້ອງທີ່ສ້າງຜົນເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ລະບົບຕະຫຼາດ ທຶນແລະຄວາມໝັ້ນຄົງຂອງບໍລິສັດ; 3. ມີການຄວບບໍລິສັດເຂົ້າກັນ; 4. ມີການລະເມີດລະບຽບການກ່ຽວກັບການຮັກສາຄວາມ ໝັ້ນຄົງຂອງບໍລິສັດຫຼັກຊັບຕາມການກໍານົດຂອງ ຄຄຊ; 5. ຖືກສານຕັດສິນໃຫ້ລົ້ມລະລາຍ. ພາຍຫຼັງທີ່ຖືກຍຸບເລີກແລ້ວຄຄຊຕ້ອງປະກາດໃຫ້ມວນຊົນຊາບ ຢ່າງກວ້າງຂວາງໂດຍຜ່ານພາຫະນະສື່ມວນຊົນເປັນເວລາສິບຫ້າວັນຢ່າງ ຕໍ່ເນື່ອງນັບແຕ່ວັນໄດ້ຖືກຍຸບເລີກເປັນຕົ້ນໄປ.

....ມາດຕາ 72 ການສະສາງ-ຊໍາລະ

ມາດຕາ 72 ການສະສາງ-ຊໍາລະ ບໍລິສັດຫຼັກຊັບທີ່ຖືກຍຸບເລີກຕາມມາດຕາ 71 ຂອງກົດໝາຍ ສະບັບນີ້ຕ້ອງດໍາເນີນການສະສາງ-ຊໍາລະພັນທະໜີ້ສິນຂອງຕົນໃຫ້ແກ່ພະ ນັກງານ,ລັດແລະເຈົ້າໜີ້ຕາມລະບຽບກົດໝາຍທີ່ກ່ຽວຂ້ອງບໍລິສັດຫຼັກຊັບ ທີ່ຖືກຍຸບເລີກບໍ່ສາມາດນໍາໃຊ້ຊັບສິນຂອງລູ້ຄ້າເພື່ອສະສາງ-ຊໍາລະໜີ. ບໍລິສັດຫຼັກຊັບທີ່ຖືກຍຸບເລີກຕ້ອງໂອນບັນຊີລາຍຊື່ລວມທັງຊັບ ສິນຂອງລູກຄ້າໄປໃຫ້ບໍລິສັດຫຼັກຊັບອື່ນໃນທັນທີເພື່ອສືບຕໍ່ໃຫ້ບໍລິການຕາມ ການເຫັນດີຂອງຄຄຊ.ໃນກໍລະນີຈໍາເປັນຄຄຊສາມາດແຕ່ງຕັ້ງຄະນະກໍາ ມະການສະເພາະກິດເພື່ອດໍາເນີນການສະສາງ-ຊໍາລະ.

...ໝວດທີ 2 ບໍລິສັດບໍລິຫານຊັບສິນ


....ມາດຕາ 73 ການສ້າງຕັ້ງບໍລິສັດບໍລິຫານຊັບສິນ

ມາດຕາ 73 ການສ້າງຕັ້ງບໍລິສັດບໍລິຫານຊັບສິນ ບໍລິສັດບໍລິຫານຊັບສິນແມ່ນບໍລິສັດທີ່ດໍາເນີນທຸລະກິດກ່ຽວກັບ ການສ້າງຕັ້ງແລະບໍລິຫານກອງທຶນຮ່ວມພ້ອມທັງບໍລິຫານຊັບສິນຂອງບຸກ ຄົນ,ນິຕິບຸກຄົນແລະການຈັດຕັ້ງໃດໜຶ່ງ. ບຸກຄົນ,ນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງບໍລິສັດບໍລິຫານຊັບສິນ ຕ້ອງຍື່ນຄໍາຮ້ອງແລະເອກະສານປະກອບການຂໍອະນຸຍາດຕໍ່ຄຄຊ.ບໍລິສັດ ບໍລິຫານຊັບສິນສ້າງຕັ້ງຂຶ້ນໄດ້ໃນຮູບແບບບໍລິສັດຈໍາກັດຫຼືບໍລິສັດມະຫາຊົນ ຍົກເວັ້ນບໍລິສັດຈໍາກັດຜູ້ດຽວ. ບໍລິສັດບໍລິຫານຊັບສິນຕ່າງປະເທດສາມາດສ້າງຕັ້ງຢູ່ສປປລາ ໃນຮູບແບບລົງທຶນຝ່າຍດຽວຫຼືຮ່ວມທຶນກັບສະຖາບັນການເງິນທີ່ໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍຂອງ ສປປລາວ ຫຼືສາມາດສ້າງຕັ້ງ ສາຂາຫຼືຫ້ອງການຜູ້ຕາງໜ້າຂອງຕົນຊຶ່ງຕ້ອງໄດ້ຮັບອະນຸຍາດຈາກ ຄຄຊ.

....ມາດຕາ 74 ເງື່ອນໄຂການສ້າງຕັ້ງບໍລິສັດບໍລິການຊັບສິນ

ມາດຕາ 74 ເງື່ອນໄຂການສ້າງຕັ້ງບໍລິສັດບໍລິການຊັບສິນ ການສ້າງຕັ້ງບໍລິສັດບໍລິຫານຊັບສິນນອກຈາກມີເງື່ອນໄຂຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍສະບັບນີ້ຍັງຕ້ອງມີເງື່ອນໄຂ ເພີ່ມເຕີມດັ່ງນີ້: 1. ມີຜູ້ບໍລິຫານທີ່ມີປະສົບການໃນການບໍລິຫານທີ່ດີໃນການບໍ ລິຫານກອງທຶນຮ່ວມ; 2. ມີຜູ້ບໍລິຫານກອງທຶນຮ່ວມທີ່ມີໃບຢັ້ງຢືນວິຊາຊີບທຸລະກິດຫຼັກ ຊັບປະເພດບໍລິຫານກອງທຶນຮ່ວມໃນຈໍານວນທີ່ເໝາະສົມ.

....ມາດຕາ 75 ການເຄື່ອນໄຫວທຸລະກິດຂອງບໍລິສັດບໍລິຫານຊັບສິນ

ມາດຕາ 75 ການເຄື່ອນໄຫວທຸລະກິດຂອງບໍລິສັດບໍລິຫານຊັບສິນ ບໍລິສັດບໍລິຫານຊັບສິນສາມາດເຄື່ອນໄຫວທຸລະກິດດັ່ງນີ້: 1. ສ້າງຕັ້ງແລະບໍລິຫານກອງທຶນຮ່ວມ; 2. ບໍລິຫານຊັບສິນຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໃດ ໜຶ່ງ.

....ມາດຕາ 76 ສິດແລະໜ້າທີ່ຂອງບໍລິສັດບໍລິຫານຊັບສິນ

ມາດຕາ 76 ສິດແລະໜ້າທີ່ຂອງບໍລິສັດບໍລິຫານຊັບສິນ ບໍລິສັດບໍລິຫານຊັບສິນມີສິດແລະໜ້າທີ່ດັ່ງນີ້: 1. ດໍາເນີນທຸລະກິດແລະໃຫ້ບໍລິການຕາມທີ່ໄດ້ຮັບອະນຸຍາດ; 2. ດໍາເນີນການຂາຍ,ໄຖ່ຖອນຄືນໜ່ວຍລົງທຶນແລະຈົດທະບຽນ ໜ່ວຍລົງທຶນໃນຕະຫຼາດຫຼັກຊັບຫຼືມອບໃຫ້ສະຖາບັນການເງິນດໍາເນີນການ ແທນຕາມການອະນຸຍາດຂອງຄຄຊ. 3. ປະຕິບັດຕາມກົດລະບຽບຂອງກອງທຶນຮ່ວມ,ສັນຍາດູແລ ຊັບສິນ,ສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມແລະປົກປ້ອງຜົນປະໂຫຍດ ຂອງຜູ້ລົງທຶນ; 4. ດໍາເນີນການກວດສອບບັນຊີຂອງກອງທຶນຮ່ວມ,ລາຍງານ ແລະເປີດເຜີຍຂໍ້ມູນກ່ຽວກັບກອງທຶນຮ່ວມຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ; 5. ປະຕິບັດລະບອບການບັນຊີ,ການກວດສອບ,ສະຖິຕິແລະພັນ ທະທາງການເງິນອື່ນຕາມລະບຽບກົດໝາຍ; 6. ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ ຄຄຊແລະພາກສ່ວນອື່ນທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 77 ການນໍາໃຊ້ບົດບັນຍັດຂອງບໍລິສັດຫຼັກຊັບ

ມາດຕາ 77 ການນໍາໃຊ້ບົດບັນຍັດຂອງບໍລິສັດຫຼັກຊັບ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນໝວດນີ້ການ ປະກອບເອກະສານການຂໍສ້າງຕັ້ງ,ການພິຈາລະນາການຂໍສ້າງຕັ້ງ,ການ ຖອກແລະການນໍາໃຊ້ທຶນຈົດທະບຽນ,ການປະກາດໃຫ້ມວນຊົນຊາບ,ໂຄງ ປະກອບການຈັດຕັ້ງ,ກົດລະບຽບຂອງບໍລິສັດ,ການປ່ຽນແປງ,ການຄວບ,ລະ ບອບບັນຊີ,ການຍຸບເລີກແລະການສະສາງ-ຊໍາລະຂອງບໍລິສັດບໍລິຫານຊັບ ສິນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນບົດບັນຍັດຂອງບໍລິສັດຫຼັກຊັບ.

...ໝວດທີ 3 ທະນາຄານລູແລກຊັບສິນ


....ມາດຕາ 78 ທະນາຄານດູແລຊັບສິນ

ມາດຕາ 78 ທະນາຄານດູແລຊັບສິນ ທະນາຄານດູແລກຊັບສິນແມ່ນທະນາຄານທຸລະກິດພາຍໃນຫຼື ຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກ ຄຄຊ ໃຫ້ເຮັດໜ້າທີ່ເປັນຜູ້ຮັກສາແລະ ຄຸ້ມຄອງຊັບສິນຂອງຜູ້ລົງທຶນ.

....ມາດຕາ 79 ເງື່ອນໄຂການຂໍອະນຸຍາດເປັນທະນາຄານດູແລຊັບສິນ

ມາດຕາ 79 ເງື່ອນໄຂການຂໍອະນຸຍາດເປັນທະນາຄານດູແລຊັບສິນ ທະນາຄານທຸລະກິດທີ່ມີຈຸດປະສົງເຮັດໜ້າທີ່ເປັນທະນາຄານດູ ແລຊັບສິນຕ້ອງມີເງື່ອນໄຂດັ່ງນີ້: 1. ມີສະພາບຄ່ອງທາງການເງິນທີ່ດີແລະເປັນທີ່ຍອມຮັບຈາກ ຜູ້ລົງທຶນ; 2. ປະຕິບັດລະບຽບວ່າດ້ວຍຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປລາວໄດ້ກໍານົດໄວ້; 3. ມີພະແນກຄຸ້ມຄອງຊັບສິນຂອງກອງທຶນຮ່ວມແລະຊັບສິນອື່ນ ທີ່ບໍລິສັດບໍລິຫານຊັບສິນເປັນຜູ້ບໍລິຫານແລະມີພະນັກງານວິຊາການທີ່ກ່ຽວ ຂ້ອງຕາມຕໍາແໜ່ງງານໃນຈໍານວນທີ່ເໝາະສົມ; 4. ມີລະບົບການຄຸ້ມຄອງແລະບໍລິຫານຊັບສິນ,ການກວດກາ ພາຍໃນແລະບໍລິຫານຄວາມສ່ຽງລວມທັງລະບົບການຕິດຕາມບັນຊີເງິນ ແລະບັນຊີຫຼັກຊັບທີ່ຮັບປະກັນແລະຄ່ອງຕົວ; 5. ມີລະບົບສະສາງ-ຊໍາລະທຸລະກໍາຫຼັກຊັບທີ່ຮັບປະກັນແລະ ຄ່ອງຕົວທັງພາຍໃນແລະຕ່າງປະເທດ; 6. ມີເງື່ອນໄຂອື່ນຕາມການກໍານົດຂອງຄຄຊ.

....ມາດຕາ 80 ເອກະສານປະກອບການຂໍເປັນທະນາຄານດູແລຊັບສິນ

ມາດຕາ 80 ເອກະສານປະກອບການຂໍເປັນທະນາຄານດູແລຊັບສິນ ເອກະສານປະກອບການຂໍເປັນທະນາຄານດູແລຊັບສິນມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ມະຕິຂອງກອງປະຊຸມສະພາບໍລິຫານ; 3. ສໍາເນົາໃບທະບຽນວິສາຫະກິດແລະກົດລະບຽບພາຍໃນ ຂອງທະນາຄານ; 4. ເເອກະສານລາຍງານການເງິນສາມປີຄືນຫຼັງຫຼືນັບແຕ່ວັນ ສ້າງຕັ້ງທີ່ໄດ້ຮັບການກວດສອບ.

....ມາດຕາ 81 ການພິຈາລະນາການຂໍອະນຸຍາດເປັນທະນາຄານດູແລຊັບສິນ

ມາດຕາ 81 ການພິຈາລະນາການຂໍອະນຸຍາດເປັນທະນາຄານດູແລຊັບສິນ ເມື່ອໄດ້ຮັບຄໍາຮ້ອງແລະເອກະສານປະກອບການຂໍເປັນທະນາ ຄານລູແລຊັບສິນຄົບຖ້ວນແລະຖືກຕ້ອງແລ້ວ ຄຄຊ ຈະພິຈາລະນາອະນຸຍາດ ເປັນທະນາຄານລູແລຊັບສິນພາຍໃນກໍານົດສີ່ສິບຫ້າວັນນັບແຕ່ວັນໄດ້ຮັບຄໍາ ຮ້ອງເປັນຕົ້ນໄປ.ໃນກໍລະນີປະຕິເສດກໍ່ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ.

....ມາດຕາ 82 ການເຄື່ອນໄຫວຂອງທະນາຄານດູແລຊັບສິນ

ມາດຕາ 82 ການເຄື່ອນໄຫວຂອງທະນາຄານດູແລຊັບສິນ ທະນາຄານດູແລຊັບສິນສາມາດເຄື່ອນໄຫວທຸລະກິດດັ່ງນີ້: 1. ຮັກສາແລະຄຸ້ມຄອງເງິນ,ຫຼັກຊັບຫຼືຊັບສິນອື່ນຂອງຜູ້ລົງທຶນ; 2. ສະສາງ-ຊໍາລະທຸລະກໍາຫຼັກຊັບ; 3. ໂອນຫຼັກຊັບ; 4. ຂຶ້ນບັນຊີຫຼັກຊັບ; 5. ປະຕິບັດໜ້າທີ່ແທນຜູ້ລົງທຶນເພື່ອປົກປ້ອງສິດແລະຜົນປະ ໂຫຍດອື່ນທີ່ຜູ້ລົງທຶນຄວນຈະໄດ້ຮັບ; 6. ສ້າງບົດລາຍງານກ່ຽວກັບການເຄື່ອນໄຫວທຸລະກໍາຫຼັກຊັບ ເພື່ອສະໜອງໃຫ້ແກ່ຜູ້ລົງທຶນ; 7. ທົບທວນ,ກວດກາແລະປະເມີນຜົນການປະຕິບັດສິດແລະ ໜ້າທີ່ຂອງຜູ້ບໍລິຫານກອງທຶນຮ່ວມຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຫຼື ສັນຍາຄຸ້ມຄອງບໍລິຫານກອງທຶນຮ່ວມ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບາຍຂອງຜູ້ລົງທຶນ.

....ມາດຕາ 83 ສິດແລະໜ້າທີ່ຂອງທະນາຄານດູແລຊັບສິນ

ມາດຕາ 83 ສິດແລະໜ້າທີ່ຂອງທະນາຄານດູແລຊັບສິນ ທະນາຄານດູແລຊັບສິນມີສິດແລະໜ້າທີ່ດັ່ງນີ້: 1. ເປີດແລະຄຸ້ມຄອງບັນຊີເງິນຝາກແລະຄຸ້ມຄອງບັນຊີຫຼັກຊັບ ຂອງຜູ້ລົງທຶນ; 2. ໂອນເງິນເຂົ້າ-ອອກສປປລາວໃຫ້ແກ່ຜູ້ລົງທຶນທີ່ຢູ່ຕ່າງປະ ເທດໃນການຊື້-ຂາຍຫຼັກຊັບ; 3. ບໍລິການແລກປ່ຍນເງິນຕາຕ່າງປະເທດເພື່ອເປົ້າໝາຍຊື້- ຂາຍຫຼັກຊັບ; 4. ບໍລິການສະສາງ-ຊໍາລະການຊື້-ຂາຍຫຼັກຊັບ; 5. ຕິດຕາມກວດກາແຫຼ່ງທີ່ມາຂອງເງິນຂອງຜູ້ລົງທຶນ; 6. ເກັບຮັກສາຂໍ້ມູນແລະເອກະສານອື່ນທີ່ກ່ຽວຂ້ອງກັບທຸລະກໍາ ທາງການເງິນ; 7. ເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນຕາມການມອບໝາຍຂອງຜູ້ລົງ ທຶນ; 8. ຮັບແລະສົ່ງມອບເງິນປັນຜົນ,ດອກເບ້ຍແລະຜົນປະໂຫຍດ ອື່ນທີ່ເກີດຈາກຊັບສິນຫຼືຫຼັກຊັບຂອງຜູ້ລົງທຶນ; 9. ສະໜອງຂໍ້ມູນກ່ຽວກັບບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິ ສັດຈົດທະບຽນໃຫ້ຜູ້ລົງທຶນ; 10. ກໍານົດມູນຄ່າຊັບສິນສຸດທິຂອງກອງທຶນຮ່ວມ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມການກໍານົດຂອງ ຄຄຊ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 84 ການໂຈະການເຄື່ອນໄຫວຂອງທະນາຄານດູແລຊັບສິນ

ມາດຕາ 84 ການໂຈະການເຄື່ອນໄຫວຂອງທະນາຄານດູແລຊັບສິນ ຄຄຊ ສາມາດສັ່ງໂຈະການເຄື່ອນໄຫວຂອງທະນາຄານດູແລ ຊັບສິນໃນກໍລະນີໃດໜຶ່ງດັ່ງນີ້: 1. ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວບົນພື້ນຖານການສະໜອງ ຂໍ້ມູນທີ່ບໍ່ຖືກຕ້ອງ; 2. ປະຕິບັດໜ້າທີ່ໃດນຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 83 ຂອງກົດໝາຍສະບັບນີ້ບໍ່ມີປະສິດທິຜົນ; 3. ມີຄໍາສັ່ງຂອງສານປະຊາຊົນໃຫ້ໂຈະການເຄື່ອນໄຫວກ່ຽວ ກັບການເຮັດໜ້າທີ່ດູແລຊັບສິນ; 4. ລະເມີດລະບຽບກົດໝາຍທີ່ບໍ່ສົ່ງຜົນສະທ້ອນຮ້າຍແຮງຕໍ່ ລະບົບຕະຫຼາດທຶນ. ພາຍຫຼັງຖືກໂຈະການເຄື່ອນໄຫວແລ້ວທະນາຄານດູແລຊັບສິນ ຕ້ອງປັບປຸງແກ້ໄຂຕາມກໍານົດເວລາທີ່ ຄຄຊ ໄດ້ກໍານົດໄວ້.

....ມາດຕາ 85 ການຖອນໃບອະນຸຍາດເປັນທະນາຄານດູແລຊັບສິນ

ມາດຕາ 85 ການຖອນໃບອະນຸຍາດເປັນທະນາຄານດູແລຊັບສິນ ຄຄຊ ສາມາດຖອນໃບອະນຸຍາດການເປັນທະນາຄານດູແລຊັບ ສິນໃນກໍລະນີໃດໜຶ່ງດັ່ງນີ້: 1. ບໍ່ສາມາແກ້ໄຂບັນຫາທີ່ໄດ້ກໍານົດໄວ້ໃນມາດຕາ 84 ຂອງ ກົດໝາຍສະບັບນີ້ຕາມກໍານົດເວລາທີ່ ຄຄຊ ໄດ້ກໍານົດໄວ້; 2. ຖືກຖອນໃບທະບຽນວິສາຫະກິດ; 3. ລະເມີດລະບຽບກົດໝາຍທີ່ສົ່ງຜົນສະທ້ອນຮ້າຍແຮງຕໍ່ລະ ບົບຕະຫຼາດທຶນ.

...ໝວດທີ 4 ບໍລິສັດກວດສອບແລະຜູ້ກວດສອບ


....ມາດຕາ 86 ການຮັບຮອງເອົາບໍລິສັດກວດສອບ

ມາດຕາ 86 ການຮັບຮອງເອົາບໍລິສັດກວດສອບ ບໍລິສັດກວດສອບທີ່ຈະໃຫ້ບໍລິການກວດສອບແກ່ຕະຫຼາດຫຼັກຊັບ, ບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນ,ກອງທຶນຮ່ວມແລະສະຖາ ບັນສື່ກາງດ້ານຫຼັກຊັບຕ້ອງໄດ້ຮັບການຮັບຮອງຈາກ ຄຄຊ.

....ມາດຕາ 87 ເງື່ອນໄຂການຮັບຮອງເອົາບໍລິສັດກວດສອບ

ມາດຕາ 87 ເງື່ອນໄຂການຮັບຮອງເອົາບໍລິສັດກວດສອບ ບໍລິສັດກວດສອບທີ່ຈະຖືກຮັບຮອງຕ້ອງມີເງື່ອນໄຂດັ່ງນີ້: 1. ໄດ້ສ້າງຕັ້ງແລະດໍາເນີນທຸລະກິດຢູ່ ສປປລາວ ຢ່າງໜ້ອຍ ສາມປີກ່ອນວັນຍື່ນຄໍາຮ້ອງຕໍ່ ຄຄຊ,ກໍລະນີບໍລິສັດກວດສອບຄວບກັບບໍລິສັດ ອື່ນການຄວບດັ່ງກ່າວຕ້ອງມີອາຍຸຫຼາຍກວ່າຫົກເດືອນ; 2. ມີຜູ້ກວດສອບປະຈໍາຢູ່ບໍລິສັດຢ່າງໜ້ອຍຫ້າຄົນຂຶ້ນໄປແລະ ມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ 88 ຂອງກົດໝາຍສະບັບນີ້; 3. ມີທຶນຈົດທະບຽນຕໍ່າສຸດບໍ່ໃຫ້ຫຼຸດໜຶ່ງຕື້ກີບ; 4. ເປັນສະມາຊິກຂອງສະມາຄົມວິຊາຊີບນັກບັນຊີແລະນັກ ກວດສອບອິດສະລະລາວ; 5. ມີປະສົບການໃນການດໍາເນີນງານດ້ານການບັນຊີແລະ ການກວດສອບ.

....ມາດຕາ 88 ເງື່ອນໄຂຂອງຜູ້ກວດສອບ

ມາດຕາ 88 ເງື່ອນໄຂຂອງຜູ້ກວດສອບ ຜູ້ກວດສອບປະຈໍາຢູ່ບໍລິສັດກວດສອບທີ່ຈະຖືກຮັບຮອງຕ້ອງມີ ເງື່ອນໄຂດັ່ງນີ້: 1. ເປັນສະມາຊິກຂອງສະມາຄົມວິຊາຊີບນັກບັນຊີແລະນັກ ກວດສອບອິດສະລະລາວ; 2. ມີປະສົບການດ້ານການກວດສອບຢ່າງໜ້ອຍສາມປີ; 3. ບໍ່ເຄີຍລະເມີດລະບຽບການກ່ຽວກັບການກວດສອບແລະ ກົດຈັນຍາບັນທາງດ້ານວິຊາຊີບ; 4. ບໍ່ຖືກດໍາເນີນຄະດີຫຼືຖືກສານຕັດສິນລົງໂທດທາງອາຍາ ເປັນຕົ້ນໃນສະຖານການສໍ້ໂກງຊັບ,ການຍັກຍອກຊັບ,ການໃຫ້ຫຼືຮັບສິນບົນ.

....ມາດຕາ 89 ເອກະສານປະກອບການຂໍການຮັບຮອງເອົາບໍລິສັດກວດສອບ

ມາດຕາ 89 ເອກະສານປະກອບການຂໍການຮັບຮອງເອົາບໍລິສັດກວດສອບ ເອກະສານປະກອບການຂໍການຮັບຮອງເອົາບໍລິສັດກວດສອບມີ ດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງ ຄຄຊ; 2. ສໍາເນົາໃບທະບຽນວິສາຫະກິດ; 3. ສໍາເນົາໃບຢັ້ງຢືນປະຈໍາຕົວຜູ້ເສຍອາກອນ; 4. ກົດລະບຽບພາຍໃນຂອງບໍລິສັດ 5. ສໍາເນົາໃບຢັ້ງຢືນການເປັນສະມາຊິກຂອງສະມາຊິກຂອງ ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະລາວ; 6. ບົດລາຍງານການດໍາເນີນງານແລະເອກະສານລາຍງານ ການເງິນທີ່ໄດ້ຮັບການກວດສອບຈາກບໍລິສັດກວດສອບສາມປີຄືນຫຼັງກ່ອນ ວັນຍື່ນຄໍາຮ້ອງ; 7. ຈໍານວນແລະລາຍຊື່ຜູ້ກວດສອບພ້ອມດ້ວຍປະຫວັດຫຍໍ້ແລະ ປະສົບການດ້ານການກວດສອບ.ນອກຈາກນັ້ນຍັງຕ້ອງມີເອກະສານປະກອບ ເພີ່ມເຕີມສໍາລັບຜູ້ກວດສອບດັ່ງນີ້: 7.1. ສໍາເນົາໃບຢັ້ງຢືນທີ່ປຶກສາບັນຊີຂອງຜູ້ກວດສອບ; 7.2. ສໍາເນົາໃບຢັ້ງຢືນການເປັນສະມາຊິກຂອງສະມາຄົມວິ ຊາຊີບນັກບັນຊີແລະນັກກວດສອບອິດສະລະລາວ; 7.3. ໃບແຈ້ງໂທດ. 8. ເອກະສານອື່ນຕາມການກໍານົດຂອງ ຄຄຊ. ເອກະສານປະກອບການຂໍການຮັບຮອງເອົາບໍລິສັດກວດສອບທີ່ ເປັນພາສາຕ່າງປະເທດຕ້ອງແປເປັນພາສາລາວ.

....ມາດຕາ 90 ການພິຈາລະນາການຂໍການຮັບຮອງເອົາບໍລິສັດກວດສອບ

ມາດຕາ 90 ການພິຈາລະນາການຂໍການຮັບຮອງເອົາບໍລິສັດກວດສອບ ພາຍຫຼັງໄດ້ຮັບຄໍາຮ້ອງແລະເອກະສານປະກອບການຂໍການ ຮັບຮອງເອົາບໍລິສັດກວດສອບຢ່າງຄົບຖ້ວນແລະຖືກຕ້ອງແລ້ວ ຄຄຊ ຕ້ອງ ພິຈາລະນາໃຫ້ການຮັບຮອງເອົາບໍລິສັດກວດສອບພາຍໃນກໍານົດສີ່ສິບຫ້າ ວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ໃນກໍລະນີປະຕິເສດກໍ່ໃຫ້ແຈ້ງຕອບ ເປັນລາຍລັກອັກສອນພ້ອມດ້ວຍເຫດຜົນ. ການຮັບຮອງເອົາບໍລິສັດກວດສອບມີອາຍຸການສາມປີ.ບໍລິສັດ ກວດສອບທີ່ມີຈຸດປະສົງຕໍ່ອາຍຸການຮັບຮອງໃຫ້ຍື່ນຄໍາຮ້ອງຕໍ່ ຄຄຊ ຢ່າງ ໜ້ອຍສີ່ສິບຫ້າວັນກ່ອນວັນໝົດອາຍຸ.

....ມາດຕາ 91 ສິດແລະໜ້າທີ່ຂອງບໍລິສັດກວດສອບ

ມາດຕາ 91 ສິດແລະໜ້າທີ່ຂອງບໍລິສັດກວດສອບ ບໍລິສັດກວດສອບທີ່ຖືກຮັບຮອງນອກຈາກມີສິດແລະໜ້າທີ່ຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍກ່ຽວກັບການກວດສອບແລ້ວຍັງມີສິດ ແລະໜ້າທີ່ເພີ່ມເຕີມດ່ັງນີ້: 1. ສໍາເນົາເອກະສານຫຼືສະເໜີໃຫ້ຫົວໜ່ວຍທີ່ຖືກກວດສອບແລະ ບໍລິສັດທີ່ກ່ຽວຂ້ອງສະໜອງຂໍ້ມູນດ້ານການບັນຊີແລະຂໍ້ມູນອື່ນທີ່ຈໍາເປັນ; 2. ຍົກເລີກສັນຍາບໍລິການກວດສອບເມື່ອເຫັນວ່າການກວດ ສອບບໍ່ເປັນເອກະລາດ,ບໍ່ໄດ້ຮັບການຮ່ວມມືຫຼືຖືກບັງຄັບໃຫ້ດໍາເນີນການໃດ ໜຶ່ງທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ; 3. ແຈ້ງໃຫ້ຄະນະບໍລິຫານຂອງຫົວໜ່ວຍທີ່ຖືກກວດສອບຊາບ ເມື່ອເຫັນວ່າມີການລະເມີດເພື່ອໃຫ້ຢຸດເຊົາການລະເມີດແລະຫາວິທີແກ້ໄຂ ພ້ອມທັງບົ່ງບອກການລະເມີດດັ່ງກ່າວໃນບົດລາຍງານການກວດສອບແລະ ລາຍງານຕໍ່ຄະນະຜູ້ບໍລິຫານ; 4. ລາຍງານຜົນການກວດສອບຕໍ່ ຄຄຊ ກ່ຽວກັບ; 4.1. ການຍົກເລີກສັນຍາບໍລິການກວດສອບ; 4.2. ການລະເມີດລະບຽບກົດໝາຍ; 4.3. ຄວາມເສຍຫາຍທີ່ອາດເກີດຂຶ້ນຫຼືເກີດຂຶ້ນທີ່ມີມູນຄ່າແຕ່ ສິບສ່ວນຮ້ອຍຂອງມູນຄ່າຊັບສິນຂອງຫົວໜ່ວຍທີ່ຖືກກວດສອບ; 4.4. ການປ່ຽນແປງມູນຄ່າຊັບສິນທີ່ຜິດປົກກະຕິ; 4.5. ມູນຄ່າຊັບສິນທັງໝົດທີ່ບໍ່ພຽງພໍໃນການຊໍາລະໜີ້. 5. ກວດສອບແລະທົບທວນລາຍການທີ່ບົ່ງໄວ້ໃນເອກະສານ ລາຍງານການເງິນຕາມການສະເໜີຂອງ ຄຄຊ; 6. ຮັບຜິດຊອບຕໍ່ຜົນການກວດສອບຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍໃນກໍລະນີຜົນການກວດສອບນັ້ນຫາກບໍ່ຖືກຕ້ອງຕາມ ຄວາມເປັນຈິງຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຫົວໜ່ວຍທີ່ຖືກກວດສອບ ຫຼືຜູ້ນໍາໃຊ້ບົດລາຍງານກວດສອບດັ່ງກ່າວ.

....ມາດຕາ 92 ການໂຈະການຮັບຮອງ

ມາດຕາ 92 ການໂຈະການຮັບຮອງ ຄຄຊ ສາມາດໂຈະການຮັບຮອງເອົາບໍລິສັດກວດສອບໃນກໍລະ ນີໃດໜຶ່ງດັ່ງນີ້: 1. ບໍ່ສາມາດປະຕິບັດຕາມເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 87 ແລະ 88 ຂອງກົດໝາຍສະບັບນີ້; 2. ຖືກດໍາເນີນຄະດີຫຼືຖືກຮ້ອງຟ້ອງກ່ຽວກັບການກວດສອບ; 3. ລະເມີດລະບຽບກົດໝາຍທີ່ບໍ່ສົ່ງຜົນສະທ້ອນຮ້າຍແຮງຕໍ່ ລະບົບຕະຫຼາດທຶນ. ພາຍຫຼັງຖືກໂຈະການຮັບຮອງເອົາແລ້ວບໍລິສັດກວດສອບຕ້ອງ ປັບປຸງແກ້ໄຂຕາມກໍານົດເວລາທີ່ ຄຄຊ ໄດ້ກໍານົດໄວ້.

....ມາດຕາ 93 ການຖອນການຮັບຮອງ

ມາດຕາ 93 ການຖອນການຮັບຮອງ ຄຄຊ ສາມາດຖອນການຮັບຮອງເອົາບໍລິສັດກວດສອບໃນກໍລະ ນີໃດໜຶ່ງດັ່ງນີ້: 1. ບໍ່ສາມາດແກ້ໄຂບັນຫາທີ່ໄດ້ກໍານົດໄວ້ໃນມາດຕາ 92 ຂອງກົດໝາຍສະບັບນີ້ຕາມກໍານົດເວລາທີ່ ຄຄຊ ໄດ້ກໍານົດໄວ້; 2. ຖືກຖອນໃບທະບຽນວິສາຫະກິດ; 3. ລະເມີດລະບຽບກົດໝາຍທີ່ສົ່ງຜົນສະທ້ອນຮ້າຍແຮງຕໍ່ລະ ບົບຕະຫຼາດທຶນ.

...ໝວດທີ 5 ບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື


....ມາດຕາ 94 ການຈັດລໍາດັບຄວາມໜ້າເຍື່ອຖື

ມາດຕາ 94 ການຈັດລໍາດັບຄວາມໜ້າເຍື່ອຖື ການຈັດລໍາດັບຄວາມໜ້າເຊື່ອຖືແມ່ນການຈັດລໍາດັບຄຸນນະ ພາບແລະຄວາມສ່ຽງຂອງຫຼັກຊັບເປັນຕົ້ນພັນທະບັດຫຼືຮຸ້ນກູ້,ການຈັດລໍາດັບ ການຄຸ້ມຄອງບໍລິຫານແລະຖານະການເງິນຂອງບໍລິສັດອອກຈໍາໜ່າຍຫຼັກ ຊັບ,ບໍລິສັດຈົດທະບຽນຫຼືສະຖາບັນສື່ກາງດ້ານຫຼັກຊັບ.

....ມາດຕາ 95 ການໃຫ້ບໍລິການຈັດລໍາດັບຄວາມໜ້າເຊື່ອຖື

ມາດຕາ 95 ການໃຫ້ບໍລິການຈັດລໍາດັບຄວາມໜ້າເຊື່ອຖື ບໍລິສັດທັງພາຍໃນແລະຕ່າງປະເທດທີ່ມີຈຸດປະສົງໃຫ້ການບໍລິ ການຈັດລໍາດັບຄວາມໜ້າເຊື່ອຖືກ່ຽວກັບວຽກງານຫຼັກຊັບຢູ່ ສປປລາວຕ້ອງ ໄດ້ຮັບການຮັບຮອງຈາກ ຄຄຊ. ສໍາລັບການຂໍອະນຸຍາດສ້າງຕັ້ງ,ການເຄື່ອນໄຫວແລະການຄຸ້ມ ຄອງບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

...ໝວດທີ 6 ສະມາຄົມທຸລະກິດຫຼັກຊັບ


....ມາດຕາ 96 ສະມາຄົມທຸລະກິດຫຼັກຊັບ

ມາດຕາ 96 ສະມາຄົມທຸລະກິດຫຼັກຊັບ ສະມາຄົມທຸລະກິດຫຼັກຊັບແມ່ນການຈັດຕັ້ງທາງສັງຄົມທີ່ສ້າງ ຕັ້ງຂຶ້ນໂດຍສະຖາບັນສື່ກາງດ້ານຫຼັກຊັບບົນພື້ນຖານຄວາມສະໝັກໃຈມີໜ້າ ທີ່ສົ່ງເສີມ,ພັດທະນາທຸລະກິດຫຼັກຊັບແລະປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງສະມາຊິກສະມາຄົມໂດຍບໍ່ຫວັງຜົນກໍາໄລ. ສະມາຄົມທຸລະກິດຫຼັກຊັບສ້າງຕັ້ງແລະເຄື່ອນໄຫວຕາມທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍກ່ຽວກັບສະມາຄົມແລະລະບຽບການຂອງ ຄຄຊ.

....ມາດຕາ 97 ສິດແລະໜ້າທີ່ຂອງສະມາຄົມທຸລະກິດຫຼັກຊັບ

ມາດຕາ 97 ສິດແລະໜ້າທີ່ຂອງສະມາຄົມທຸລະກິດຫຼັກຊັບ ສະມາຄົມທຸລະກິດຫຼັກຊັບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ໂຄສະນາເຜີຍແຜ່ລະບຽບກົດໝາຍແລະສະໜອງຂໍ້ມູນຂ່າວ ສານກ່ຽວກັບອຸລະກິດຫຼັກຊັບໃຫ້ແກ່ສະມາຊິກແລະສັງຄົມ; 2. ປົກປ້ອງສິດແລະຜົນປະໂຫຍດຂອງສະມາຊິກພ້ອມທັງສັງ ລວມຄວາມຄິດເຫັນກ່ຽວກັບທຸລະກິດຫຼັກຊັບເພື່ອສະເໜີໃຫ້ຄຄຊພິຈາລະນາ; 3. ສ້າງກົດລະບຽບຂອງສະມາຄົມ; 4. ສ້າງກົດຈັນຍາບັນຂອງນັກວິຊາຊີບທຸລະກິດຫຼັກຊັບ; 5. ຄົ້ນຄວ້າແລະຍົກລະດັບຄວາມຮູ້ກ່ຽວກັບທຸະກິດຫຼັກຊັບໃຫ້ ແກ່ສະມາຊິກ; 6. ຄຸ້ມຄອງ,ຕິດຕາມແລະກວດກາການດໍາເນີນທຸລະກິດຂອງ ສະມາຊິກ.

..ພາກທີ 5 ຕະຫຼາດຫຼັກຊັບ


...ໝວດທີ 1 ການສ້າງຕັ້ງຕະຫຼາດຫຼັກຊັບ


....ມາດຕາ 98 ການສ້າງຕັ້ງຕະຫຼາດຫຼັກຊັບ

ມາດຕາ 98 ການສ້າງຕັ້ງຕະຫຼາດຫຼັກຊັບ ການສ້າງຕັ້ງຕະຫຼາດຫຼັກຊັບຕ້ອງໄດ້ຮັບອະນຸຍາດຈາກ ຄຄຊ ຕາມການຕົກລົງເຫັນດີຂອງລັດຖະບານ. ຕະຫຼາດຫຼັກຊັບສາມາດສ້າງຕັ້ງຂຶ້ນໃນຮູບແບບບໍລິສັດຈໍາກັດ ຫຼືບໍລິສັດມະຫາຊົນຍົກເວັ້ນບໍລິສັດຈໍາກັດຜູ້ດຽວ. ການປ່ຽນແປງໂຄງປະກອບການຖືຮຸ້ນແລະການຍຸບເລີກຕະ ຫຼາດຫຼັກຊັບກໍ່ຕ້ອງໄດ້ຮັບການອະນຸຍາດຈາກ ຄຄຊ.

....ມາດຕາ 99 ເງື່ອນໄຂຂອງຜູ້ຂໍສ້າງຕັ້ງຕະຫຼາດຫຼັກຊັບ

ມາດຕາ 99 ເງື່ອນໄຂຂອງຜູ້ຂໍສ້າງຕັ້ງຕະຫຼາດຫຼັກຊັບ ຜູ້ຂໍສ້າງຕັ້ງຕະຫຼາດຫຼັກຊັບຕ້ອງມີເງື່ອນໄຂດັ່ງນີ້: 1. ມີຖານະເປັນນິຕິບຸກຄົນຫຼືການຈັດຕັ້ງທີ່ມີຖານະການເງິນດີ ,ມີປະສົບການສູງໃນການເຄື່ອນໄຫວວຽກງານຕະຫຼາດຫຼັກຊັບ; 2. ມີທຶນຈົດທະບຽນຕາມການກໍານົດຂອງ ຄຄຊ; 3. ມີແຜນການດໍາເນີນທຸລະກິດສາມປີທໍາອິດແລະໂຄງຮ່າງ ການຈັດຕັ້ງຂອງຕະຫຼາດຫຼັກຊັບ.

....ມາດຕາ 100 ເອກະສານປະກອບການຂໍສ້າງຕັ້ງຕະຫຼາດຫຼັກຊັບ

ມາດຕາ 100 ເອກະສານປະກອບການຂໍສ້າງຕັ້ງຕະຫຼາດຫຼັກຊັບ ເອກະສານປະກອບການຂໍສ້າງຕັ້ງຕະຫຼາດຫຼັກຊັບມີດັ່ງນີ້: 1. ຄໍາຮ້ອງຕາມແບບພິມຂອງຄຄຊ; 2. ເອກະສານລາຍງານການເງິນແລະບົດລາຍງານຜົນການ ດໍາເນີນງານຂອງຜູ້ຂໍສ້າງຕັ້ງ; 3. ສັນຍາສ້າງຕັ້ງບໍລິສັດຕະຫຼາດຫຼັກຊັບ; 4. ກົດລະບຽບຂອງບໍລິສັດຕະຫຼາດຫຼັກຊັບ; 5. ຊື່,ທີ່ຢູ່ແລະສັນຊາພ້ອມດ້ວຍຈໍານວນຮຸ້ນຂອງຜູ້ຂໍສ້າງຕັ້ງ ແຕ່ລະຄົນ; 6. ແຜນການດໍາເນີນທຸລະກິດສາມປີທໍາອິດພາຍຫຼັງການສ້າງ ຕັ້ງ; 7. ເອກະສານອື່ນຕາມການກໍານົດຂອງ ຄຄຊ.

....ມາດຕາ 101 ໂຄງປະກອບການຈັດຕັ້ງຂອງຕະຫຼາດຫຼັກຊັບ

ມາດຕາ 101 ໂຄງປະກອບການຈັດຕັ້ງຂອງຕະຫຼາດຫຼັກຊັບ ຕະຫຼາດຫຼັກຊັບມີໂຄງປະກອບການຈັດຕັ້ງດັ່ງນີ້: 1. ກອງປະຊຸມຜູ້ຖືຮຸ້ນ; 2. ສະພາບໍລິຫານຊຶ່ງຕ້ອງມີສະມາຊິກພາຍນອກຢ່າງໜ້ອຍ ໜຶ່ງສ່ວນສາມຂອງຈໍານວນສະມາຊິກທັງໝົດແລະປະທານສະພາບໍລິຫານ ຕ້ອງບໍ່ຄວບຕໍາແໜ່ງຜູ້ອໍານວຍການ; 3. ຄະນະກໍາມະການສະເພາະດ້ານໃດໜຶ່ງຂອງສະພາບໍລິຫານ ເປັນຕົ້ນຄະນະກໍາມະການກວດສອບ,ຄະນະກໍາມະການພິຈາລະນາເງິນ ເດືອນແລະນະໂຍບາຍ; 4. ຄະນະອໍານວຍການ; 5. ຄະນະພະແນກແລະພະນັກງານວິຊາການຈໍານວນໜຶ່ງ. ສໍາລັບພາລະບົດບາດ,ສິດ,ໜ້າທີ່ແລະລະບອບການເຄື່ອນໄຫວ ວຽກງານຂອງແຕ່ລະການຈັດຕັ້ງໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາ ຫະກິດ,ລະບຽບກົດໝາຍທີ່ກ່ຽວຂ້ອງແລະຕ້ອງກໍານົດໄວ້ໃນກົດລະບຽບ ຂອງຕະຫຼາດຫຼັກຊັບ.

....ມາດຕາ 102 ເງື່ອນໄຂສໍາລັບຜູ້ບໍລິຫານ

ມາດຕາ 102 ເງື່ອນໄຂສໍາລັບຜູ້ບໍລິຫານ ຜູ້ບໍລິຫານຕະຫຼາດຫຼັກຊັບແມ່ນສະມາຊິກສະພາບໍລິຫານ,ຄະນະ ກໍາມະການສະເພາະດ້ານໃດໜຶ່ງຂອງສະພາບໍລິຫານແລະຄະນະອໍານວຍ ການຊຶ່ງມີເງື່ອນໄຂດັ່ງນີ້: 1. ມີວຸດທິການສຶກສາລະດັບປະລິນຍາຕີຂຶ້ນໄປ; 2. ມີປະສົບການທາງດ້ານການເງິນ-ການທະນາຄານ,ທຸລະ ກິດຫຼັກຊັບ,ກົດໝາຍ,ບັນຊີ,ກວດສອບຫຼືບໍລິຫານທຸລະກິດຢ່າງໜ້ອຍສາມປີ; 3. ບໍ່ແມ່ນລັດຖະກອນທີ່ຖືກປົດຕໍາແໜ່ງຫຼືຖືກປົດອອກຈາກ ການເປັນລັດຖະກອນ; 4. ບໍ່ເຄີຍຖືກຖອນໃບຢັ້ງຢືນວິຊາຊີບເປັນຕົ້ນໃບຢັ້ງຢືນນັກວິ ຊາຊີບດ້ານການບັນຊີ,ກວດສອບຫຼືທຸລະກິດຫຼັກຊັບ; 5. ບໍ່ເຄີຍຖືກສານຕັດສິນໃຫ້ເປັນຜູ້ລົ້ມລະລາຍ; 6. ບໍ່ເຄີຍເປັນຜູ້ບໍລິຫານວິສາຫະກິດໃດໜຶ່ງທີ່ຖືກສານຕັດສິນ ໃຫ້ລົ້ມລະລາຍ; 7. ບໍ່ຖືກດໍາເນີນຄະດີຫຼືຖືກສານຕັດສິນລົງໂທດທາງອາຍາ ເປັນຕົ້ນໃນສະຖານລັກຊັບ,ການສໍ້ໂກງຊັບ,ການຍັກຍອກຊັບ,ການປອມ ແປງເອກະສານ,ການຮັບຫຼືໃຫ້ສິນບົນ,ການສໍ້ລາດບັງຫຼວງ,ການຟອກ ເງິນຫຼືການກະທໍາຜິດກ່ຽວກັບທຸລະກິດດ້ານຫຼັກຊັບ. ຜູ້ບໍລິຫານຕະຫຼາດຫຼັກຊັບທີ່ຂາດເງື່ອນໄຂໃດໜຶ່ງຕາມທີ່ໄດ້ກໍາ ນົດໄວ້ໃນວັກທີ 1 ຂອງມາດຕານີ້ໃນໄລຍະດໍາລົງຕໍາແໜ່ງຈະຖືກຖອນ.

....ມາດຕາ 103 ກົດລະບຽບຂອງຕະຫຼາດຫຼັກຊັບ

ມາດຕາ 103 ກົດລະບຽບຂອງຕະຫຼາດຫຼັກຊັບ ກົດລະບຽບຂອງຕະຫຼາດຫຼັກຊັບຕ້ອງມີເນື້ອໃນຕົ້ນຕໍຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລະໄດ້ຮັບການເຫັນດີຈາກຄຄຊ.

....ມາດຕາ 104 ການພິຈາລະນາການຂໍສ້າງຕັ້ງຕະຫຼາດຫຼັກຊັບ

ມາດຕາ 104 ການພິຈາລະນາການຂໍສ້າງຕັ້ງຕະຫຼາດຫຼັກຊັບ ພາຍຫຼັງທີ່ໄດ້ຮັບຄໍາຮ້ອງແລະເອກະສານປະກອບການຂໍສ້າງ ຕັ້ງຕະຫຼາດຫຼັກຊັບຄົບຖ້ວນແລະຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ99 ແລະ 100 ຂອງກົດໝາຍສະບັບນີ້ແລະ ຄຄຊ ຕ້ອງຄົ້ນຄວ້າແລະນໍາສະເໜີ ຕໍ່ລັດຖະບານເພື່ອພິຈາລະນາ. ຫຼັງຈາກລັດຖະບານຕົກລົງເຫັນດີໃຫ້ສ້າງຕັ້ງຕະຫຼາດຫຼັກຊັບ ແລ້ວ ຄຄຊ ຕ້ອງອອກໃບອະນຸຍາດສ້າງຕັ້ງຕະຫຼາດຫຼັກຊັບຊົ່ວຄາວພາຍ ໃນກໍານົດສາມສິບວັນນັບແຕ່ວັນລັດຖະບານໄດ້ຕົກລົງເຫັນດີເປັນຕົ້ນໄປ. ໃນກໍລະນີປະຕິເສດໃຫ້ແຈ້ງຕອບເປັນລາຍລັກອັກສອນພ້ອມດ້ວຍເຫດຜົນ. ຄຄຊ ຈະອອກໃບອະນຸຍາດສ້າງຕັ້ງຖາວອນພາຍໃນກໍານົດ ສາມສິບວັນນັບແຕ່ວັນຜູ້ຂໍສ້າງຕັ້ງໄດ້ປະຕິບັດເງື່ອນໄຂເພີ່ມເຕີມສໍາເລັດ ເປັນຕົ້ນໄປ. ເງື່ອນໄຂເພີ່ມເຕີມມີດັ່ງນີ້: 1. ຖອກທຶນຈັດທະບຽນຄົບຖ້ວນ; 2. ມີສໍານັກງານແລະອຸປະກອນຮັບໃຊ້,ລະບົບຊື້-ຂາຍຫຼັກຊັບ, ລະບົບສະສາງ-ຊໍາລະອຸລະກໍາຫຼັກຊັບ,ລະບົບຂຶ້ນທະບຽນຫຼັກຊັບ,ຮັບຝາກ ຫຼັກຊັບ,ລະບົບຕິດຕາມການຊື້-ຂາຍຫຼັກຊັບແບບເອເລັກໂຕຼນິກ,ລະບົບເຄືອ ຂ່າຍ,ລະບົບຖານຂໍ້ມູນແລະລະບົບສໍາຮອງຂໍ້ມູນທີ່ເໝາະສົມແລະທັນສະໄໝ ລວມທັງລະບົບອື່ນທີ່ຈໍາເປັນ; 3. ມີລະບົບການປະຕິບັດວຽກງານໃນແຕ່ລະພະແນກການ,ລະ ບົບການກວດກາແລະການຄວບຄຸມພາຍໃນ; 4. ມີພະນັກງານວິຊາການໃນໍານວນທີ່ເໝາະສົມຕາມແຕ່ລະ ຕໍາແໜ່ງງານ; 5. ມີເງື່ອນໄຂອື່ນຕາມການກໍານົດຂອງ ຄຄຊ. ໃນກໍລະນີຜູ້ຂໍສ້າງຕັ້ງຫາກບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍາ ນົດໄວ້ໃນວັກທີ 4 ຂອງມາດຕານີ້ພາຍໃນກໍານົດໜຶ່ງຮ້ອຍແປດສິບວັນ ໃບອະນຸຍາດສ້າງຕັ້ງຕະຫຼາດຫຼັກຊັບຊົ່ວຄາວນັ້ນກໍ່ຈະຕົກໄປ.ຖ້າຜູ້ຂໍສ້າງ ຕັ້ງຕະຫຼາດຫຼັກຊັບຫາກປະຕິບັດເງື່ອນໄຂດັ່ງກ່າວບໍ່ສໍາເລັດແຕ່ມີເຫດຜົນ ພຽງພໍ ຄຄຊ ອາດຕໍ່ກໍານົດເວລາຂອງໃບອະນຸຍາດສ້າງຕັ້ງຊົ່ວຄາວແຕ່ ບໍ່ໃຫ້ເກີນເກົ້າສິບວັນ. ພາຍຫຼັງໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວຜູ້ຂໍສ້າງ ຕັ້ງຕະຫຼາດຫຼັກຊັບຕ້ອງເສຍຄ່າທໍານຽມຕາມລະບຽບການ,ແຈ້ງຂຶ້ນທະ ບຽນວິສາຫະກິດແລະດໍາເນີນທຸລະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.


....ມາດຕາ 105 ການຖອກແລະການນໍາໃຊ້ທຶນຈົດທະບຽນຂອງຕະຫຼາດຫຼັກຊັບ

ມາດຕາ 105 ການຖອກແລະການນໍາໃຊ້ທຶນຈົດທະບຽນຂອງຕະຫຼາດ ຫຼັກຊັບ ການຖອກແລະການນໍາໃຊ້ທຶນຈົດທະບຽນຂອງຕະຫຼາດຫຼັກຊັບ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 57 ຂອງກົດໝາຍສະບັບນີ້.

....ມາດຕາ 106 ສິດແລະໜ້າທີ່ຂອງຕະຫຼາດຫຼັກຊັບ

ມາດຕາ 106 ສິດແລະໜ້າທີ່ຂອງຕະຫຼາດຫຼັກຊັບ ຕະຫຼາກຫຼັກຊັບມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງລະບຽບການກ່ຽວກັບການຄຸ້ມຄອງການຈົດ ທະບຽນ,ການຊື້-ຂາຍ,ການເປັນສະມາຊິກ,ການສະສາງ,ການຮັບຝາກຫຼັກ ຊັບແລະລະບຽບການອື່ນທີ່ກ່ຽວຂ້ອງເພື່ອສະເໜີ ຄຄຊ ພິຈາລະນາ; 2. ຈົດທະບຽນຫຼືຍົກເລີກການຈົດທະບຽນລັກຊັບ; 3. ອະນຸມັດຫຼືຍົກເລີກການເປັນສະມາຊິກຂອງຕະຫຼາດຫຼັກຊັບ ຫຼືສູນຮັບຝາກຫຼັກຊັບ; 4. ບໍລິການຊື້-ຂາຍຫຼັກຊັບຈົດທະບຽນ,ສະສາງທຸລະກໍາຫຼັກຊັບ ແລະຊໍາລະຫຼັກຊັບ; 5. ໂຈະ,ຢຸດເຊົາຫຼືຍົກເລີກການຊື້-ຂາຍຫຼັກຊັບຈົດທະບຽນໃດ ໜຶ່ງໃນກໍລະນີຈໍາເປັນ; 6. ຂຶ້ນເຄື່ອງໝາຍເຕືອນຕໍ່ຫຼັກຊັບໃດໜຶ່ງໃດກໍລະນີບໍລິສັດຈົດ ທະບຽນບໍ່ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ; 7. ຄຸ້ມຄອງ,ຕິດຕາມແລະກວດກາການເຄື່ອນໄຫວຂອງສະມາ ຊິກຕົນ,ສະມາຊິກຂອງສູນຮັບຝາກຫຼັກຊັບແລະບໍລິສັດຈົດທະບຽນ; 8. ຕິດຕາມການຊື້-ຂາຍຫຼັກຊັບຈົດທະບຽນ; 9. ສ້າງ,ພັດທະນາແລະບໍລຸງຮັກສາລະບົບຊື້-ຂາຍຫຼັກຊັບ,ສະ ສາງທຸລະກໍາຫຼັກຊັບ,ຕິດຕາມການຊື້-ຂາຍຫຼັກຊັບ,ຖານຂໍ້ມູນຊື້-ຂາຍຫຼັກຊັບ ແລະລະບົບເຄືອຂ່າຍທີ່ເໝາະສົມແລະທັນສະໄໝ; 10. ຮັກສາຄວາມລັບຂອງລູກຄ້າ; 11. ໃຫ້ການຮ່ວມມືແລະສະໜອງຂໍ້ມູນໃຫ້ແກ່ຄະນະກວດກາ ,ເຈົ້າໜ້າທີ່ສືບສວນ-ສອບສວນແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 12. ໂຄສະນາເຜີຍແຜ່ແລະຈັດຝຶກອົບຮົມກ່ຽວກັບວຽກງານ ຫຼັກຊັບໃຫ້ແກ່ສະມາຊິກຕົນ,ບໍລິສັດຈົດທະບຽນ,ຜູ້ລົງທຶນແລະມວນຊົນທົ່ວ ໄປ; 13. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກຄວາມຜິດ ຂອງຕະຫຼາດຫຼັກຊັບໃນການເຄື່ອນໄຫວວຽກງານຂອງຕົນຍົກເວັ້ນຄວາມ ເສຍຫາຍທີ່ເກີດຈາກເຫດສຸດວິໄສ; 14. ພົວພັນຮ່ວມມືກັບຕະຫຼາດຫຼັກຊັບຕ່າງປະເທດແລະອົງ ການອື່ນກ່ຽວກັບວຽກງານຕະຫຼາດຫຼັກຊັບ; 15. ປະຕິບັດລະບອບການລາຍງານແລະເປີດເຜີຍຂໍ້ມູນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ; 16. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 107 ສະມາຊິກຂອງຕະຫຼາດຫຼັກຊັບ

ມາດຕາ 107 ສະມາຊິກຂອງຕະຫຼາດຫຼັກຊັບ ສະມາຊິກຂອງຕະຫຼາດຫຼັກຊັບແມ່ນບັນດາບໍລິສັດຫຼັກຊັບທີ່ສ້າງ ຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍສະບັບນີ້ແລະໄດ້ຜ່ານການຮັບຮອງຈາກ ຕະຫຼາດຫຼັກຊັບ. ສະມາຊິກຂອງຕະຫຼາດຫຼັກຊັບມີສິດແລະໜ້າທີ່ດັ່ງນີ້: 1. ນໍາໃຊ້ລະບົບການຊື້-ຂາຍຫຼັກຊັບແລະການບໍລິການອື່ນຂອງ ຕະຫຼາດຫຼັກຊັບ; 2. ໄດ້ຮັບແລະເຂົ້າເຖິງຂໍ້ມູນຂ່າວສານຂອງຕະຫຼາດຫຼັກຊັບ; 3. ສະເໜີຄໍາເຫັນກ່ຽວກັບລະບົບການຊື້-ຂາຍຫຼັກຊັບຂອງຕະ ຫຼາດຫຼັກຊັບ; 4. ເສຍຄ່າທໍານຽມແລະຄ່າບໍລິການຕາມລະບຽບກົດໝາຍ; 5. ປະຕິບັດລະບອບການລາຍງານແລະເປີດເຜີຍຂໍ້ມູນຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 123 ແລະ 124 ຂອງກົດໝາຍສະບັບນີ້; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍທີ່ກ່ຽວຂ້ອງ.

...ໝວດທີ 2 ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ


....ມາດຕາ 108 ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ

ມາດຕາ 108 ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ ຕະຫຼາດຫຼັກຊັບສາມາດເຄື່ອນໄຫວໃຫ້ບໍລິການດັ່ງນີ້: 1. ຈົດທະບຽນຫຼັກຊັບ; 2. ຊື້-ຂາຍຫຼັກຊັບຈົດທະບຽນ; 3. ສະສາງແລະຊໍາລະທຸລະກໍາຫຼັກຊັບ; 4. ສ້າງແລະຄຸ້ມຄອງກອງທຶນປົກປ້ອງຄວາມສ່ຽງ; 5. ຕິດຕາມການຊື້-ຂາຍຫຼັກຊັບຈົດທະບຽນ; 6. ໃຫ້ບໍລິການອື່ນ.

....ມາດຕາ 109 ການຈົດທະບຽນຫຼັກຊັບ

ມາດຕາ 109 ການຈົດທະບຽນຫຼັກຊັບ ບໍລິສັດອອກຈໍາໜ່າຍຫຼັກຊັບທີ່ມີຈຸດປະສົງນໍາຫຼັກຊັບຂອງຕົນ ໄປຈົດທະບຽນໃບຕະຫຼາດຫຼັກຊັບຕ້ອງມີເງື່ອນໄຂທາງດ້ານທຶນ,ຜົນການ ດໍາເນີນທຸລະກິດ,ຖານະການເງິນ,ໂຄງສ້າງຂອງຜູ້ຖືຮຸ້ນແລະເງື່ອນໄຂ ອື່ນຕາມການກໍານົດຂອງຕະຫຼາດຫຼັກຊັບ.ພາຍຫຼັງທີ່ໄດ້ຈົດທະບຽນຫຼັກຊັບ ແລ້ວບໍລິສັດອອກຈໍາໜ່າຍຫຼັກຊັບຖືວ່າເປັນບໍລິສັດຈົດທະບຽນຊຶ່ງຕ້ອງປະ ຕິບັດຕາມລະບຽບການຂອງຕະຫຼາດຫຼັກຊັບ. ຄຄຊ ເປັນຜູ້ກໍານົດເງື່ອນໄຂກ່ຽວກັບການຈົດທະບຽນຫຼັກຊັບ ຂອງບໍລິສັດທີ່ສ້າງຕັ້ງຂຶ້ນຕາມກົດໝາຍຂອງ ສປປລາວໃນຕະຫຼາດຫຼັກຊັບ ຕ່າງປະເທດແລະການຈົດທະບຽນຫຼັກຊັບຂອງບໍລິສັດຕ່າງປະເທດໃນຕະ ຫຼາດຫຼັກຊັບຢູ່ ສປປລາວ.

....ມາດຕາ 110 ການຊື້-ຂາຍຫຼັກຊັບ

ມາດຕາ 110 ການຊື້-ຂາຍຫຼັກຊັບ ການຊື້-ຂາຍຫຼັກຊັບແມ່ນການສັງລວມຄໍາສັ່ງຊື້-ຂາຍຫຼັກຊັບ ແລະການຈັບຄູ່ຄໍາສັ່ງຊື້-ຂາຍຕາມບູລິມະສິດທາງດ້ານເວລາ,ລາຄາຫຼື ຈໍານວນ. ການຊື້-ຂາຍຫຼັກຊັບຕ້ອງມີລະບົບຈັບຄູ່ຄໍາສັ່ງຊື້-ຂາຍທີ່ທັນສະ ໄໝ,ມີຄວາມໂປ່ງໃສ,ຍຸຕິທໍາແລະມີປະສິດທິຜົນ. ຫຼັກຊັບທີ່ຊື້-ຂາຍໃນຕະຫຼາດຫຼັກຊັບຕ້ອງເປັນຫຼັກຊັບທີ່ຈົດທະ ບຽນໃນຕະຫຼາດຫຼັກຊັບ. ຜູ້ລົງທຶນຕ່າງປະເທດທີ່ມີຈຸດປະສົງຊື້-ຂາຍຫຼັກຊັບຕ້ອງປະຕິ ບັດຕາມລະບຽບການສະເພາະຂອງ ຄຄຊ.

....ມາດຕາ 111 ການສະສາງແລະຊໍາລະທຸລະກໍາຫຼັກຊັບ

ມາດຕາ 111 ການສະສາງແລະຊໍາລະທຸລະກໍາຫຼັກຊັບ ການສະສາງທຸລະກໍາຫຼັກຊັບແມ່ນການຄໍານວນຜົນສຸດທິກ່ຽວ ກັບຫຼັກຊັບແລະເງິນຂອງສະມາຊິກທີ່ຕ້ອງສົ່ງມອບພາຍຫຼັງສິ້ນສຸດການຊື້ -ຂາຍຫຼັກຊັບໃນແຕ່ລະວັນໂດຍອີງຕາມຜົນການຈັບຄູ່ຄໍາສັ່ງຊື້-ຂາຍຫຼັກ ຊັບ. ຕະຫຼາດຫຼັກຊັບເປັນໃນກາງໃນການດໍາເນີນການສົ່ງມອບຫຼັກ ຊັບແລະເງິນພ້ອມທັງກໍານົດໃຫ້ສະມາຊິກຂອງຕົນສົ່ງມອບຫຼັກຊັບແລະເງິນ ຕາມຜົນການຄໍານວນສຸດທິຢ່າງຄົບຖ້ວນພ້ອມທັງໃຫ້ການຄໍ້າປະກັນກ່ຽວ ກັບການສົ່ງມອບດັ່ງກ່າວຕາມຫຼັກການສົ່ງມອບຫຼັກຊັບແລະຊໍາລະເງິນໃນ ເວລາດຽວກັນ. ການຊໍາລະຫຼັກຊັບແມ່ນໃຫ້ສູນຮັບຝາກຫຼັກຊັບເປັນຜູ້ດໍາເນີນ ການ.ສ່ວນການຊໍາລະເງິນແມ່ນທະນາຄານແຫ່ງສປປລາວເປັນຜູ້ດໍາເນີນ ການໂດຍຜ່ານທະນາຄານດູແລຊັບສິນ.

....ມາດຕາ 112 ການສ້າງແລະການຄຸ້ມຄອງກອງທຶນປົກປ້ອງຄວາມສ່ຽງ

ມາດຕາ 112 ການສ້າງແລະການຄຸ້ມຄອງກອງທຶນປົກປ້ອງຄວາມສ່ຽງ ກອງທຶນປົກປ້ອງຄວາມສ່ຽງແມ່ນກອງທຶນທີ່ສ້າງຂຶ້ນຢູ່ຕະຫຼາດ ຫຼັກຊັບເພື່ອປົກປ້ອງຄວາມສ່ຽງໃນການຊໍາລະເງິນໃນກໍລະນີສະມາຊິກໃດ ໜຶ່ງບໍ່ສາມາດປະຕິບັດພັນທະໃນການສົ່ງມອບເງິນ.ສະມາຊິກຂອງຕະຫຼາດ ຫຼັກຊັບຕ້ອງປະກອບເງິນເຂົ້າໃນກອງທຶນດັ່ງກ່າວຕາມລະບຽບການຂອງ ຕະຫຼາດຫຼັກຊັບ. ກອງທຶນປົກປ້ອງຄວາມສ່ຽງມີຄະນະກໍາມະການຄຸ້ມຄອງຊຶ່ງປະ ກອບດ້ວຍຕົວແທນຈາກຕະຫຼາດຫຼັກຊັບແລະສະມາຊິກຂອງຕະຫຼາດຫຼັກຊັບ. ໃນການຄຸ້ມຄອງກອງທຶນປົກປ້ອງຄວາມສ່ຽງຕ້ອງເຮັດບັນຊີສະ ເພາະແຍກຈາກບັນຊີຊັບສິນຂອງຕະຫຼາດຫຼັກຊັບແລະຕ້ອງຝາກໄວ້ຢູ່ທະນາ ຄານໃດໜຶ່ງຕາມກໍານົດຂອງ ຄຄຊ. ລາຍລະອຽດກ່ຽວກັບການປະກອບທຶນ,ການຄຸ້ມຄອງບໍລິຫານ ແລະການນໍາໃຊ້ກອງທຶນປົກປ້ອງຄວາມສ່ຽງໄດ້ກໍານົດໄວ້ໃນລະບຽບການ ສະເພາະຂອງຕະຫຼາດຫຼັກຊັບ.

....ມາດຕາ 113 ການຕິດຕາມການຊື້-ຂາຍຫຼັກຊັບຈົດທະບຽນ

ມາດຕາ 113 ການຕິດຕາມການຊື້-ຂາຍຫຼັກຊັບຈົດທະບຽນ ຕະຫຼາດຫຼັກຊັບຕ້ອງມີໜ່ວຍງານວິຊາການສະເພາະແລະມີລະ ບົບເອເລັກໂຕຼນິກໃນການຕິດຕາມການຊື້-ຂາຍຫຼັກຊັບໃນເວລາຊື້-ຂາຍຕົວ ຈິງເພື່ອຊອກຫາການຊື້-ຂາຍຫຼັກຊັບທີ່ບໍ່ເປັນທໍາແລະລາຍງານຕໍ່ ຄຄຊ. ການຊື້-ຂາຍຫຼັກຊັບທີ່ບໍ່ເປັນທໍາປະກອບດ້ວຍການປັ່ນຕະຫຼາດ, ການນໍາໃຊ້ຂໍ້ມູນພາຍໃນ,ການປອມແປງເອກະສານລາຍງານການເງິນ ແລະການກະທໍາອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 114 ການໃຫ້ບໍລິການອື່ນ

ມາດຕາ 114 ການໃຫ້ບໍລິການອື່ນ ໃນກໍລະນີຕະຫຼາດຫຼັກຊັບມີຈຸດປະສົງສະໜອງການໃຫ້ບໍລິການ ອື່ນນອກຈາກທີ່ໄດ້ບົ່ງໄວ້ໃນມາດຕາ 108 ຂໍ້ 1 ຫາ 5 ຂອງກົດໝາຍສະ ບັບນີ້ເຊັ່ນປັບປຸງລະບົບການຊື້-ຂາຍຕະຫຼາດຫຼັກຊັບຕ້ອງສະເໜີຕໍ່ ຄຄຊເພື່ອ ພິຈາລະນາການອະນຸຍາດ.

...ໝວດທີ 3 ສູນຮັບຝາກຫຼັກຊັບ


....ມາດຕາ 115 ສູນຮັບຝາກຫຼັກຊັບ

ມາດຕາ 115 ສູນຮັບຝາກຫຼັກຊັບ ສູນຮັບຝາກຫຼັກຊັບແມ່ນການຈັດຕັ້ງໜຶ່ງຂອງຕະຫຼາດຫຼັກຊັບຊຶ່ງ ມີສິດແລະໜ້າທີ່ດັ່ງນີ້: 1. ຂຶ້ນທະບຽນຫຼັກຊັບ; 2. ຮັບຝາກຫຼັກຊັບ; 3. ໂອນຫຼັກຊັບ; 4. ສ້າງປຶ້ມບັນຊີທະບຽນຜູ້ຖືຄອງຫຼັກຊັບ; 5. ປະຕິບັດໜ້າທີ່ທີ່ແທນບໍລິສັດຈົດທະບຽນ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມການອະນຸຍາດຂອງ ຄຄຊ.

....ມາດຕາ 116 ການຂຶ້ນທະບຽນຫຼັກຊັບ

ມາດຕາ 116 ການຂຶ້ນທະບຽນຫຼັກຊັບ ການຂຶ້ນທະບຽນຫຼັກຊັບແມ່ນການຢັ້ງຢືນກໍາມະສິດຫຼືສິດອື່ນຕໍ່ ຫຼັກຊັບຜ່ານການຊ້ຂາຍຫຼືຜ່ານການໂອນຫຼັກຊັບ.

....ມາດຕາ 117 ການຮັບຝາກຫຼັກຊັບ

ມາດຕາ 117 ການຮັບຝາກຫຼັກຊັບ ບໍລິສັດຈົດທະບຽນຕ້ອງນໍາຫຼັກຊັບຂອງຕົນໄປຝາກໄວ້ຢູ່ສູນຮັບ ຝາກຫຼັກຊັບກ່ອນດໍາເນີນການຊື້-ຂາຍຫຼັກຊັບພ້ອມທັງມອບສິດໃຫ້ສູນຮັບ ຝາກຫຼັກຊັບເປັນຕົວແທນໃນການຂຶ້ນທະບຽນຫຼັກຊັບແລະຄຸ້ມຄອງປຶ້ມບັນຊີ ທະບຽນຜູ້ຖືຄອງຫຼັກຊັບ. ບໍລິສັດອອກຈໍາໜ່າຍຫຼັກຊັບສາມາດນໍາຫຼັກຊັບຂອງຕົນໄປຂຶ້ນ ທະບຽນກັບສູນຮັບຝາກຫຼັກຊັບເພື່ອໃຫ້ສູນດັ່ງກ່າວປະຕິບັດໜ້າທີ່ແທນຕົນ ຕາມການຕົກລົງກັນ.

....ມາດຕາ 118 ການໂອນຫຼັກຊັບ

ມາດຕາ 118 ການໂອນຫຼັກຊັບ ການໂອນຫຼັກຊັບແມ່ນການປ່ຽນແປງກໍາມະສິດກ່ຽວກັບຫຼັກ ຊັບຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນຈາກຜູ້ຖືຄອງ ຫຼັກຊັບໜຶ່ງໄປໃຫ້ຜູ້ຖືຄອງຫຼັກຊັບອື່ນດ້ວຍເຫດຜົນໃດໜຶ່ງທີ່ບໍ່ຜ່ານຂັ້ນຕອນ ການຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບ.ການໂອນຫຼັກຊັບຕ້ອງປະຕິບັດຕາມ ວິທີການແລະຂັ້ນຕອນທີ່ ຄຄຊ ໄດ້ກໍານົດໄວ້. ການໂອນຫຼັກຊັບມີຜົນສັກສິດນັບແຕ່ວັນໄດ້ບັນທຶກເຂົ້າໃນບັນຊີ ຂອງສູນຮັບຝາກຫຼັກຊັບຫຼືນັບແຕ່ວັນໄດ້ບັນທຶກເຂົ້າໃນປຶ້ມບັນຊີທະບຽນຜູ້ຖື ຄອງຫຼັກຊັບ.

....ມາດຕາ 119 ການສ້າງປຶ້ມບັນຊີທະບຽນຜູ້ຖືຄອງຫຼັກຊັບ

ມາດຕາ 119 ການສ້າງປຶ້ມບັນຊີທະບຽນຜູ້ຖືຄອງຫຼັກຊັບ ສູນຮັບຝາກຫຼັກຊັບຕ້ອງສ້າງປຶ້ມບັນຊີທະບຽນຜູ້ຖືຄອງຫຼັກຊັບ ຕາມການສະເໜີຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງບໍລິສັດດັ່ງກ່າວ ເຊັ່ນຈັດຕັ້ງກອງປະຊຸມຜູ້ຖືຮຸ້ນ,ຈ່າຍເງິນປັນຜົນແລະອອກຈໍາໜ່າຍຮຸ້ນໃຫ້ ຜູ້ຖືຮຸ້ນເດີມ.

....ມາດຕາ 120 ການປະຕິບັດໜ້າທີ່ແທນບໍລິສັດຈົດທະບຽນ

ມາດຕາ 120 ການປະຕິບັດໜ້າທີ່ແທນບໍລິສັດຈົດທະບຽນ ສູນຮັບຝາກຫຼັກຊັບຕ້ອງປະສານສົມທົບກັບບໍລິສັດຫຼັກຊັບແລະ ທະນາຄານດູແລຊັບສິນໃນການສະໜອງບໍລິການໃຫ້ແກ່ບໍລິສັດຈົດທະບຽນ ເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຜູ້ລົງທຶນເຊັ່ນສົ່ງຈົດໝາຍເຊີນເຂົ້າ ຮ່ວມກອງປະຊຸມຜູ້ຖືຮຸ້ນພ້ອມດ້ວຍເອກະສານຕ່າງໆ,ຈ່າຍເງິນປັນຜົນຫຼືດອກ ເບ້ຍຮຸ້ນກູ້.

....ມາດຕາ 121 ສະມາຊິກຂອງສູນຮັບຝາກຫຼັກຊັບ

ມາດຕາ 121 ສະມາຊິກຂອງສູນຮັບຝາກຫຼັກຊັບ ສະມາຊິກຂອງສູນຮັບຝາກຫຼັກຊັບປະກອບດ້ວຍ: 1. ບໍລິສັດຫຼັກຊັບ; 2. ທະນາຄານດູແລຊັບສິນ; 3. ບໍລິສັດບໍລິຫານຊັບສິນ; 4. ບໍລິສັດຈົດທະບຽນ; 5. ບໍລິສັດອອກຈໍາໜ່າຍຫຼັກຊັບ; 6. ສູນຮັບຝາກຫຼັກຊັບຫຼືທະນາຄານດູແລຊັບສິນຂອງຕ່າງປະ ເທດ; 7. ສະມາຊິກອື່ນຕາມການກໍານົດຂອງ ຄຄຊ. ສະມາຊິກຂອງສູນຮັບຝາກຫຼັກຊັບຕ້ອງປະຕິບັດສິດແລະໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການຂອງສູນຮັບຝາກຫຼັກຊັບ.

....ມາດຕາ 122 ການລົ້ມລະລາຍຂອງສະມາຊິກຂອງສູນຮັບຝາກຫຼັກຊັບ

ມາດຕາ 122 ການລົ້ມລະລາຍຂອງສະມາຊິກຂອງສູນຮັບຝາກຫຼັກຊັບ ສະມາຊິກຂອງສູນຮັບຝາກຫຼັກຊັບທີ່ຖືກຮ້ອງຟ້ອງລົ້ມລະລາຍຫຼື ຖືກ ຄຄຊ ສັ່ງໂຈະການເຄື່ອນໄຫວຊົ່ວຄາວສູນຮັບຝາກຫຼັກຊັບຕ້ອງດໍາເນີນ ການຊໍາລະຫຼັກຊັບທີ່ຍັງຄົງຄ້າງໃຫ້ສໍາເລັດ.

..ພາກທີ 6 ການລາຍານ,ການເປີດເຜີຍແລະການເກັບຮັກສາຂໍ້ມູນ


...ມາດຕາ 123 ການລາຍງານ

ມາດຕາ 123 ການລາຍງານ ຕະຫຼາດຫຼັກຊັບ,ບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນ ,ກອງທຶນຮ່ວມ,ສະຖາບັນສື່ກາງດ້ານຫຼັກຊັບຕ້ອງປະຕິບັດລະບອບການລາຍ ງານໃຫ້ ຄຄຊ ຕາມລະບຽບການຂອງ ຄຄຊ. ການລາຍງານຕ້ອງຮັບປະ ກັນຄວາມຄົບຖ້ວນ,ຖືກຕ້ອງ,ຈະແຈ້ງແລະທັນເວລາ.

...ມາດຕາ 124 ການເປີດເຜີຍຂໍ້ມູນ

ມາດຕາ 124 ການເປີດເຜີຍຂໍ້ມູນ ຕະຫຼາດຫຼັກຊັບ,ບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນ ,ກອງທຶນຮ່ວມແລະສະຖາບັນສື່ກາງດ້ານຫຼັກຊັບຕ້ອງປະຕິບັດລະບອບການ ເປີດເຜີຍຂໍ້ມູນຕາມລະບຽບການຂອງ ຄຄຊ. ຂໍ້ມູນທີ່ເປີດເຜີຍຕໍ່ມວນຊົນ ຕ້ອງມີຄວາມເປັນຈິງແລະເຊື່ອຖືໄດ້.

...ມາດຕາ 125 ການລາຍງານຂໍ້ມູນຂອງບຸກຄົນພາຍໃນ

ມາດຕາ 125 ການລາຍງານຂໍ້ມູນຂອງບຸກຄົນພາຍໃນ ບຸກຄົນພາຍໃນແມ່ນບຸກຄົນທີ່ສາມາດເຂົ້າເຖິງຂໍ້ມູນພາຍໃນ ຂອງບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນຊຶ່ງປະກອບດ້ວຍ; 1. ຜູ້ມີອໍານາດຄວບຄຸມ,ຜູ້ກວດກາ,ຄະນະພະແນກແລະພະ ນັກງານຂອງບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນ,ສະຖາບັນສື່ ກາງດ້ານຫຼັກຊັບແລະຕະຫຼາດຫຼັກຊັບ; 2. ຜູ້ບໍລິຫານແລະພະນັກງານຂອງຄຄຊແລະພາກສ່ວນທີ່ກ່ຽວ ຂ້ອງກັບການອອກຈໍາໜ່າຍຫຼັກຊັບ; 3. ບຸກຄົນອື່ນຕາມການກໍານົດຂອງ ຄຄຊ. ບຸກຄົນພາຍໃນຕ້ອງລາຍງານຂໍ້ມູນກ່ຽວກັບການຖືຄອງແລະ ການຊື້-ຂາຍຫຼັກຊັບຂອງຕົນໃຫ້ແກ່ການຈັດຕັ້ງຂອງຕົນ,ຄຄຊແລະຕະຫຼາດ ຫຼັກຊັບຕາມລະບຽບການ.

...ມາດຕາ 126 ການເກັບຮັກສາຂໍ້ມູນ

ມາດຕາ 126 ການເກັບຮັກສາຂໍ້ມູນ ຕະຫຼາດຫຼັກຊັບ,ບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນ ,ກອງທຶນຮ່ວມ,ສະຖາບັນສື່ກາງດ້ານຫຼັກຊັບຕ້ອງເກັບຮັກສາຂໍ້ມູນແລະເອ ກະສານທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດຂອງຕົນຢ່າງໜ້ອຍສິບປີຕາມ ລະບຽບການຂອງ ຄຄຊ.

..ພາກທີ 7 ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ


...ມາດຕາ 127 ສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນ

ມາດຕາ 127 ສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນຄະດີກ່ຽວກັບຫຼັກ ຊັບມີດັ່ງນີ້: 1. ມີການຮ້ອງຟ້ອງຫຼືການແຈ້ງຄວາມຂອງບຸກຄົນຫຼືການຈັດ ຕັ້ງກ່ຽວກັບການລະເມີດທີ່ເປັນການກະທໍາຜິດທາງອາຍາໃນວຽກງານຫຼັກ ຊັບ; 2. ມີການເຂົ້າມອບຕົວຂອງຜູ້ກະທໍາຜິດ; 3. ພົບເຫັນຮ່ອງຮອຍຂອງການກະທໍາຜິດເຊັ່ນຂໍ້ມູນແລະຫຼັກ ຖານກ່ຽວກັບການປັ່ນຕະຫຼາດ,ການນໍາໃຊ້ຂໍ້ມູນພາຍໃນແລະການປອມ ແປງເອກະສານລາຍງານການເງິນ.

...ມາດຕາ 128 ຂັ້ນຕອນການສືບສວນ-ສອບສວນ

ມາດຕາ 128 ຂັ້ນຕອນການສືບສວນ-ສອບສວນ ຂັ້ນຕອນການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບມີດັ່ງນີ້: 1. ອອກຄໍາສັ່ງເປີດການສືບສວນ-ສອບສວນ; 2. ດໍາເນີນການສືບສວນ-ສອບສວນ; 3. ສະຫຼຸບການສືບສວນ-ສອບສວນແລະປະກອບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນ.

...ມາດຕາ 129 ການອອກຄໍາສັ່ງເປີດການສືບສວນ-ສອບສວນ

ມາດຕາ 129 ການອອກຄໍາສັ່ງເປີດການສືບສວນ-ສອບສວນ ຄຄຊ ເປັນຜູ້ອອກຄໍາສັ່ງເປີດການສືບສວນ-ສອບສວນຖ້າເຫັນ ວ່າມີສາເຫດທີ່ພາໃຫ້ມີການສືບສວນ-ສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 127 ຂອງກົດໝາຍສະບັບນີ້ໃນຂອບເຂດສິດແລະໜ້າທີ່ຂອງຕົນ.ເນື້ອ ໃນຂອງຄໍາສັ່ງນັ້ນຕ້ອງບອກວັນ,ເວລາແລະສະຖານທີ່ອອກຄໍາສັ່ງ,ຊື່ແລະ ນາມສະກຸນ,ໜ້າທີ່ຕໍາແໜ່ງຂອງຜູ້ອອກຄໍາສັ່ງ,ສະຖານການກະທໍາຜິດແລະ ມາດຕາທີ່ກ່ຽວຂ້ອງຂອງກົດໝາຍອາຍາ,ກົດໝາຍສະບັບນີ້ແລະກົດໝາຍ ອື່ນທີ່ກ່ຽວຂ້ອງ. ໃນກໍລະນີທີ່ບໍ່ມີຂໍ້ມູນໜັກແໜ້ນໃຫ້ແກ່ການເປີດການສືບສວນ- ສອບສວນຫຼືບໍ່ມີສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນນັ້ນ ຄຄຊ ຕ້ອງ ອອກຄໍາສັ່ງບໍ່ເປີດການສືບສວນ-ສອບສວນພ້ອມທັງແຈ້ງຄໍາສັ່ງດັ່ງກ່າວໃຫ້ ບຸກຄົນແລະການຈັດຕັ້ງທີ່ຮ້ອງຟ້ອງຫຼືແຈ້ງຄວາມນັ້ນຊາບ. ຄໍາສັ່ງບໍ່ເປີດການສືບສວນ-ສອບສວນຂອງ ຄຄຊ ນັ້ນຄູ່ຄວາມ ສາມາດຂໍອຸທອນຕໍ່ໄອຍະການປະຊາຊົນແຂວງ,ນະຄອນໄດ້ພາຍໃນກໍານົດ ເວລາເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ.

...ມາດຕາ 130 ການດໍາເນີນການສືບສວນ-ສອບສວນ

ມາດຕາ 130 ການດໍາເນີນການສືບສວນ-ສອບສວນ ການດໍາເນີນການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບຕ້ອງ ນໍາໃຊ້ວິທີການສືບສວນ-ສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

...ມາດຕາ 131 ກໍານົດເວລາການສືບສວນ-ສອບສວນ

ມາດຕາ 131 ກໍານົດເວລາການສືບສວນ-ສອບສວນ ຄຄຊ ຕ້ອງດໍາເນີນການສືບສວນ-ສອບສວນ,ສະຫຼຸບການສືບ ສວນ-ສອບສວນແລະປະກອບສໍານວນຄະດີພ້ອມດ້ວຍຂອງກາງສົ່ງໃຫ້ໄອ ຍະການປະຊາຊົນພາຍໃນກໍານົດເວລາສອງເດືອນສໍາລັບການກະທໍາຜິດ ໃນສະຖານໂທສານຸໂທດແລະສາມເດືອນໃນສະຖານຄະລຸໂທດນັບແຕ່ວັນ ອອກຄໍາສັ່ງເປີດການສືບສວນ-ສອບສວນເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຕ້ອງສືບຕໍ່ດໍາເນີນການສືບສວນ -ສອບສວນນັ້ນຫົວໜ້າອົງການໄອຍະການປະຊາຊົນອາດຈະຕໍ່ກໍານົດເວລາ ໃນການສືບສວນ-ສອບສວນໄດ້ອີກເທື່ອລະສອງເດືອນແຕ່ລວມທັງໝົດບໍ່ໃຫ້ ເກີນຫົກເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະເທື່ອລະ ສາມເດືອນແຕ່ລວມທັງໝົດບໍ່ໃຫ້ເກີນໜຶ່ງປີສໍາລັບການກະທໍາຜິດໃນສະຖານ ຄະລຸໂທດຕາມການສະເໜີຂອງ ຄຄຊ.ການສະເໜີຂໍຕໍ່ກໍານົດເວລາແຕ່ລະ ເທື່ອໃຫ້ດໍາເນີນສິບຫ້າວັນກ່ອນໝົດກໍານົດການສືບສວນ-ສອບສວນ. ໃນກໍລະນີທີ່ມີການສົ່ງສໍານວນຄະດີຄືນໃຫ້ ຄຄຊດໍາເນີນການ ສືບສວນ-ສອບສວນເພີ່ມເຕີມນັ້ນກໍານົດເວລາການສືບສວນ-ສອບສວນເພີ່ມ ເຕີມແມ່ນບໍ່ໃຫ້ເກີນສອງເດືອນນັບແຕ່ວັນ ຄຄຊ ໄດ້ຮັບສໍານວນຄະດີເປັນ ຕົ້ນໄປ. ໃນກໍລະນີທີ່ມີການສືບສວນ-ສອບສວນຄືນຄະດີທີ່ຖືກໂຈະຫຼືຊັດ ມ້ຽນໄວ້ນັ້ນການສືບສວນ-ສອບສວນໃຫ້ປະຕິບັດຕາມກໍານົດເວລາທີ່ໄດ້ກໍາ ນົດໄວ້ໃນວັກ 1 ແລະ ວັກ 3 ຂອງມາດຕານີ້ນັບແຕ່ວັນອອກຄໍາສັ່ງໃຫ້ສືບ ສວນ-ສອບສວນຄະດີຄືນເປັນຕົ້ນໄປ. ໃນການອະນຸຍາດຫຼືບໍ່ອະນຸຍາດໃຫ້ຕໍ່ກໍານົດເວລາການສືບ ສວນ-ສອບສວນນັ້ນຫົວໜ້າອົງການໄອຍະການປະຊາຊົນຕ້ອງອອກຄໍາ ສັ່ງເປັນລາຍລັກອັກສອນພ້ອມດ້ວຍເຫດຜົນພາຍໃນສີ່ສິບແປດຊົ່ວໂມງ ນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ.

...ມາດຕາ 132 ການສະຫຼຸບແລະການປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ

ມາດຕາ 132 ການສະຫຼຸບແລະການປະກອບສໍານວນຄະດີສົ່ງໃຫ້ອົງການ ໄອຍະການປະຊາຊົນ ພາຍຫຼັງສິ້ນສຸດການສືບສວນ-ສອບສວນຖ້າຫາກມີຂໍ້ມູນຫຼັກຖານ ທີ່ໜັກແໜ້ນວ່າການລະເມີດນັ້ນເປັນການກະທໍາຜິດທາງອາຍາກ່ຽວກັບຫຼັກ ຊັບ ຄຄຊ ຕ້ອງສະຫຼຸບການສືບສວນ-ສອບສວນ,ປະກອບສໍານວນຄະດີແລ້ວ ສົງໃຫ້ອົງການໄອຍະການປະຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານ.

...ມາດຕາ 133 ເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບ

ມາດຕາ 133 ເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບ ເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບແມ່ນພະນັກງານສັງກັດ ລັດທີ່ຖືກແຕ່ງຕັ້ງໂດຍ ຄຄຊ ມີໜ້າທີ່ສືບສວນ-ສອບສວນຕາມກົດໝາຍສະ ບັບນີ້ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສໍາລັບການຈັດຕັ້ງ,ການເຄື່ອນໄຫວແລະມາດຕະຖານຂອງເຈົ້າ ໜ້າທີ່ສືບສວນ-ສອບສວນຫຼັກຊັບໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 134 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບ

ມາດຕາ 134 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບ ເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບມີສິດແລະໜ້າທີ່ດັ່ງນີ້: 1. ຮັບແລະບັນທຶກການແຈ້ງຄວາມ,ການສະເໜີ,ການລາຍ ງານຫຼືການຮ້ອງຟ້ອງກ່ຽວກັບຄະດີຫຼັກຊັບ; 2. ອອກໝາຍຮຽກ,ໝາຍເຊີນ,ອອກຄໍາສັ່ງນໍາໃຊ້ວິທີການສືບ ສວນ-ສອບສວນແລະມາດຕະການສະກັດກັ້ນຕາມແຕ່ລະກໍລະນີ; 3. ເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາ,ຜູ້ຖືກເສຍຫາຍ, ໂຈດທາງແພ່ງ,ພະຍານແລະບຸກຄົນອື່ນທີ່ກ່ຽວຂ້ອງ; 4. ເກັບກໍາຂໍ້ມູນກ່ຽວກັບການເຄື່ອນໄຫວບັນຊີເງິນຝາກແລະ ບັນຊີຫຼັກຊັບຂອງຜູ້ຖືກຫາຈາກທະນາຄານດູແລຊັບສິນ,ທະນາຄານທຸລະກິດ ,ບໍລິສັດຫຼັກຊັບ,ໜ່ວຍບໍລິການໂອນເງິນແລະສະຖາບັນການເງິນອື່ນ. 5. ຊັນນະສູດບ່ອນກະທໍາຜິດ,ກວດກາອຸປະກອນ,ລະບົບແລະພິ ສູດເອກະສານແລະຂໍ້ມູນທຸກຮູບແບທີ່ຕິດພັນກັບຫຼັກຊັບ. 6. ພາຕົວ,ກັກຕົວ,ປ່ອຍຕົວຜູ້ຖືກຫາຕາມຄໍາສັ່ງຂອງ ຄຄຊ; 7. ຊອກຫາ,ຈັບຕົວ,ພາຕົວ,ປ່ອຍຕົວພາງຜູ້ຖືກຫາຕາມຄໍາສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນຫຼືສານປະຊາຊົນ; 8. ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ; 9. ປະຕິບັດຄໍາສັ່ງແລະລາຍງານສະພາບການກ່ຽວກັບການ ດໍາເນີນຄະດີຫຼັກຊັບຕໍ່ ຄຄຊ; 10. ເຮັດບົດສະຫຼຸບລາຍງານແລະປະກອບສໍານວນຄະດີຫຼັກຊັບ ສະເໜີຕໍ່ ຄຄຊ; 11. ຍຶດແລະເກັບຮັກສາຂອງກາງທີ່ພົວພັນກັບຄະດີຫຼັກຊັບ; 12. ສະຫຼຸບແລະລາຍງານກ່ຽວກັບຜົນຂອງການສືບສວນ- ສອບສວນຕໍ່ຫົວໜ້າ ຄຄຊ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມຄໍາສັ່ງຂອງ ຄຄຊ ແລະ ຕາມທີ່ໄດ້ໍານົດໄວ້ໃນລະບຽບກົດໝາຍ. ໃນການດໍາເນີນຄະດີນັ້ນເຈົ້າໜ້າທີ່ສືບສວນ-ສອບສວນຫຼັກຊັບ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍແລະຄຄຊ.

..ພາກທີ 8 ຂໍ້ຫ້າມ


...ມາດຕາ 135 ຂໍ້ຫ້າມທົ່ວໄປ

ມາດຕາ 135 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາໜຶ່ງບໍ່ວ່າ ທາງກົງຫຼືທາງອ້ອມດັ່ງນີ້: 1. ປັ່ນຕະຫຼາດ; 2. ນໍາໃຊ້ຂໍ້ມູນພາຍໃນເພື່ອຜົນປະໂຫຍດຂອງຕົນຫຼືບຸກຄົນອື່ນ; 3. ສ້າງແລະສະໜອງຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງທີ່ມີ ຜົນກະທົບຕໍ່ການຕັດສິນໃຈຂອງຜູ້ລົງທຶນແລະເຮັດໃຫ້ຕະຫຼາດຫຼັກຊັບມີຄວາມຜັນຜວນ; 4. ຂັດຂວາງຫຼືບໍ່ໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ຂອງອົງ ການຄຸ້ມຄອງແລະອົງການກວດກາວຽກງານຫຼັກຊັບແລະພາກສ່ວນທີ່ກ່ຽວ ຂ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ; 5. ສວຍໃຊ້ທຸລະກິດຫຼັກຊັບຫຼືຊື້-ຂາຍຫຼັກຊັບເພື່ອຟອກເງິນ; 6. ນໍາໃຊ້,ໃຫ້ໃຊ້ບັນຊີແລະຊື່ຂອງບຸກຄົນຫຼືນິຕິບຸກຄົນອື່ນເພື່ອ ຊື້-ຂາຍຫຼັກຊັບ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 136 ຂໍ້ຫ້າມສໍາລັບບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນ

ມາດຕາ 136 ຂໍ້ຫ້າມສໍາລັບບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດ ທະບຽນ ຫ້າມບໍລິສັດອອກຈໍາໜ່າຍຫຼັກຊັບແລະບໍລິສັດຈົດທະບຽນມີພຶດ ຕິກໍາໃດໜຶ່ງດັ່ງນີ້: 1. ອອກຈໍາໜ່າຍຫຼັກຊັບໂດຍບໍ່ໄດ້ຮັບອະນຸຍາດຈາກ ຄຄຊ; 2. ອອກຈໍາໜ່າຍຫຼັກຊັບບົນພື້ນຖານການສະໜອງຂໍ້ມູນບໍ່ຖືກ ຕ້ອງກັບຄວາມເປັນຈິງຫຼືຂໍ້ມູນເທັດທຸກຮູບແບບ; 3. ນໍາໃຊ້ເງິນຈອງຊື້ຫຼັກຊັບຫຼືທຶນທີ່ລະດົມໄດ້ກ່ອນໄດ້ຮັບການ ຢັ້ງຢືນຜົນສໍາເລັດການອອກຈໍາໜ່າຍຫຼັກຊັບຈາກ ຄຄຊ,ນໍາໃຊ້ທຶນທີ່ລະດົມ ໄດ້ບໍ່ຖືກຕ້ອງຕາມເປົ້າໝາຍຫຼືປ່ຽນແປງຈຸດປະສົງການນໍາໃຊ້ທຶນທີ່ບໍ່ສອດ ຄ່ອງກັບລະບຽບກົດໝາຍ; 4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 137 ຂໍ້ຫ້າມສໍາລັບບໍລິສັດຫຼັກຊັບແລະນັກວິຊາຊີບທຸລະກິດຫຼັກຊັບ

ມາດຕາ 137 ຂໍ້ຫ້າມສໍາລັບບໍລິສັດຫຼັກຊັບແລະນັກວິຊາຊີບທຸລະກິດຫຼັກຊັບ ຫ້າມບໍລິສັດຫຼັກຊັບແລະນັກວິຊາຊີບທຸລະກິດຫຼັກຊັບມີພຶດຕິກໍາ ໃດໜຶ່ງດັ່ງນີ້: 1. ໃຫ້ບໍລິການຄໍ້າປະກັນການອອກຈໍາໜ່າຍຫຼັກຊັບຫຼືເປັນຕົວ ແທນໃນການອອກຈໍາໜ່າຍຫຼັກຊັບທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ; 2. ໃຫ້ບໍລິການຄໍ້າປະກັນການອອກຈໍາໜ່າຍຫຼັກຊັບຫຼືເປັນທີ່ປຶກ ສາທາງດ້ານການເງິນໃຫ້ແກ່ບໍລິສັດທີ່ຖືຮຸ້ນໃນບໍລິສັດຕົນຫຼືບໍລິສັດທີ່ຕົນຖືຮຸ້ນ ຫຼາຍກວ່າສິບສ່ວນຮ້ອຍຂອງຮຸ້ນທັງໝົດ; 3. ໂຄສະນາຈໍາໜ່າຍຫຼັກຊັບໂດຍບໍ່ສອດຄ່ອງກັບເນື້ອໃນຕາມ ທີ່ໄດ້ບົ່ງໄວ້ໃນໜັງສືຊວນຊື້ຫຼືໂດຍບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງເຮັດໃຫ້ ຜູ້ລົງທຶນເຂົ້າໃຈຜິດ; 4. ໃຫ້ການຄໍ້າປະກັນການຈໍາໜ່າຍຫຼັກຊັບທີ່ບໍ່ເປັນທໍາແລະບໍ່ ສອດຄ່ອງກັບລະບຽບກົດໝາຍ; 5. ສ້າງ,ພັດທະນາແລະສະໜອງຜະລິດຕະພັນດ້ານຫຼັກຊັບໃຫ້ ແກ່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດຈາກ ຄຄຊ; 6. ຊື້-ຂາຍຫຼັກຊັບ,ນໍາໃຊ້ເງິນຫຼືຫຼັກຊັບຂອງລູກຄ້າໂດຍບໍ່ໄດ້ ຮັບອະນຸຍາດຈາກລູກຄ້າ; 7. ຍຸຍົງໃຫ້ລູກຄ້າຕັດສິນໃຈຊື້-ຂາຍຫຼັກຊັບທີ່ບໍ່ສົມເຫດສົມຜົນ ເພື່ອຜົນປະໂຫຍດຂອງຕົນຫຼືໃຫ້ຄໍາໝັ້ນສັນຍາກ່ຽວກັບຜົນຕອບແທນຈາກ ການຊື້-ຂາຍຫຼັກຊັບ; 8. ເຜີຍແຜ່,ນໍາໃຊ້ຂໍ້ມູນຂອງລູກຄ້າເພື່ອຜົນປະໂຫຍດຂອງຕົນ ຫຼືບຸກຄົນອື່ນເວັ້ນເສຍແຕ່ການສະໜອງຂໍ້ມູນໃຫ້ແກ່ອົງການທີ່ມີສິດອໍາ ນາດຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ; 9. ຖືເອົາບູລິມະສິດໃນການຊື້-ຂາຍຫຼັກຊັບຂອງຕົນສູງກວ່າ ຂອງລູກຄ້າ; 10. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອືນ; 11. ມີພຶດຕິກໍາອື່ນທີ່ເປັນກາລະເມີດລະບຽບກົດໝາຍ.

...ມາດຕາ 138 ຂໍ້ຫ້າມສໍາລັບບໍລິສັດບໍລິຫານຊັບສິນແລະຜູ້ບໍລິຫານກອງທຶນຮ່ວມ

ມາດຕາ 138 ຂໍ້ຫ້າມສໍາລັບບໍລິສັດບໍລິຫານຊັບສິນແລະຜູ້ບໍລິຫານກອງ ທຶນຮ່ວມ ຫ້າມບໍລິສັດບໍລິຫານຊັບສິນແລະຜູ້ບໍລິຫານກອງທຶນຮ່ວມມີພຶດ ຕິກໍາໃດໜຶ່ງດັ່ງນີ້: 1. ສ້າງຕັ້ງກອງທຶນຮ່ວມໂດຍບໍ່ໄດ້ຮັບອະນຸຍາດຈາກ ຄຄຊ; 2. ລະດົມທຶນກ່ອນໄດ້ຮັບອະນຸຍາດຈາກ ຄຄຊ; 3. ກູ້ຊັບສິນໃຫ້ກອງທຶນຮ່ວມຫຼືເອົາຊັບສິນຂອງກອງທຶນຮ່ວມ ໄປປ່ອຍກູ້ໃຫ້ບຸກຄົນຫຼືນິຕິບຸກຄົນອື່ນ; 4. ເອົາຊົບສິນຂອງກອງທຶນຮ່ວມໜຶ່ງໄປລົງທຶນໃນກອງທຶນ ຮ່ວມອື່ນທີ່ຕົນບໍລິຫານ,ຊື້ຮຸ້ນຫຼືຮຸ້ນກູ້ຂອງທະນາຄານດູແລຊັບສິນທີ່ຕົນໃຊ້ ບໍລິການ; 5. ເອົາຊັບສິນຂອງກອງທຶນຮ່ວມໄປຊື້ຫຼັກຊັບຂອງບໍລິສັດໃດ ໜຶ່ງທີ່ມີອໍານາດຄວບຄຸມໃນບໍລິສັດບໍລິຫານຊັບສິນຫຼືທະນາຄານດູແລຊັບ ສິນຫຼືທະນາຄານດູແລຊັບສິນທີ່ກ່ຽວຂ້ອງກັບກອງທຶນຮ່ວມນັ້ນ; 6. ນໍາໃຊ້ທຶນທີ່ລະດົມໄດ້ກ່ອນໄດ້ຮັບອະນຸຍາດຈາກຄຄຊຫຼືລົງ ທຶນເຂົ້າໃນກິດຈະການທີ່ບໍ່ໄດ້ຮັບອະນຸຍາດຈາກ ຄຄຊ; 7. ນໍາໃຊ້ຊັບສິນຂອງກອງທຶນຮ່ວມຄໍ້າປະກັນການຂໍກູ້ຂອງຕົນ ,ບຸກຄົນຫຼືນິຕິບຸກຄົນແລະຊໍາລະໜີ້ສິນລວມທັງໃນກໍລະນີບໍລິສັດບໍລິຫານຊັບ ສິນຢູ່ໃນສະພາວະລົ້ມລະລາຍ; 8. ລວມບັນຊີຊັບສິນຂອງຕົນຫຼືຊັບສິນຂອງບຸກຄົນອື່ນເຂົ້າໃນ ບັນຊີຊັບສິນຂອງກອງທຶນຮ່ວມທີ່ຕົນບໍລິຫານ; 9. ບໍລິຫານຊັບສິນຂອງກອງທຶນຮ່ວມທີ່ຢູ່ພາຍໃຕ້ການຄຸ້ມ ຄອງຂອງຕົນໂດຍບໍ່ເປັນທໍາ; 10. ນໍາໃຊ້ຊັບສິນຂອງກອງທຶນຮ່ວມເພື່ອຜົນປະໂຫຍດຂອງ ຕົນຫຼືບຸກຄົນອື່ນທີ່ບໍ່ແມ່ນຜູ້ຖືໜ່ວຍລົງທຶນຂອງກອງທຶນຮ່ວມນັ້ນ; 11. ສ້າງລາຍຮັບໃຫ້ຜູ້ຖືໜ່ວຍລົງທຶນດ້ວຍການລະເມີດລະ ບຽບກົດໝາຍ; 12. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອື່ນ; 13. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ສໍາລັບຜູ້ບໍລິຫານບໍລິສັດບໍລິການຊັບສິນແລະຜູ້ບໍລິຫານກອງ ທຶນຮ່ວມຍັງຫ້າມດໍາລົງຕໍາແໜ່ງໃດໜຶ່ງໃນທະນາຄານດູແລຊັບສິນຫຼືບໍລິ ສັດບໍລິຫານຊັບສິນອື່ນຫຼືມີສ່ວນຮ່ວມໃນທຸລະກໍາຫຼັກຊັບຫຼືທຸລະກໍາອື່ນທີ່ສ້າງ ຜົນເສຍຫາຍໃຫ້ແກ່ຊັບສິນຂອງກອງທຶນຮ່ວມແລະຜົນປະໂຫຍດຂອງຜູ້ຖື ໜ່ວຍລົງທຶນ.

...ມາດຕາ 139 ຂໍ້ຫ້າມສໍາລັບທະນາຄານດູແລຊັບສິນ

ມາດຕາ 139 ຂໍ້ຫ້າມສໍາລັບທະນາຄານດູແລຊັບສິນ ຫ້າມທະນາຄານດູແລຊັບສິນ,ສະມາຊິກສະພາບໍລິຫານແລະ ນະຄະອໍານວຍການມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ປ່ອຍກູ້ໃຫ້ບໍລິສັດບໍລິຫານຊັບສິນທີ່ຕົນໃຫ້ບໍລິການ; 2. ຖືຮຸ້ນໃນບໍລິສັດບໍລິຫານຊັບສິນທີ່ຕຕົນໃຫ້ບໍລິການສູງກວ່າ ອັດຕາສ່ວນທີ່ ຄຄຊ ໄດ້ກໍານົດ; 3. ລົງທຶນຫຼືຊື້-ຂາຍໜ່ວຍລົງທຶນຂອງກອງທຶນຮ່ວມທີ່ຕົນໃຫ້ບໍ ລິການ; 4. ໃຫ້ບໍລິການດູແລຊັບສິນແກ່ບໍລິສັດບໍລິຫານຊັບສິນທີ່ຖືຮຸ້ນ ໃນທະນາຄານຄົນຫຼືທີ່ທະນາຄານຕົນຖືຮຸ້ນ; 5. ລວມບັນຊີຊັບສິນຂອງລູກຄ້າເຂົ້າກັນຫຼືລວມບັນຊີຊັບສິນ ຂອງລູກຄ້າເຂົ້າກັບບັນຊີຊັບສິນຂອງຕົນ; 6. ນໍາໃຊ້ຊັບສິນຂອງກອງທຶນຮ່ວມຊໍາລະໜີ້ສິນທະນາຄານດູ ແລຊັບສິນລວມທັງໃນກໍລະນີທີ່ຢູ່ໃນສະພາວະລົ້ມລະລາຍ; 7. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອື່ນ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ສໍາລັບສະມາຊິກສະພາບໍລິຫານແລະຄະນະອໍານວຍການຂອງ ທະນາຄານດັ່ງກ່າວຍັງຫ້າມເປັນສະມາຊິກສະພາບໍລິຫານຂອງບໍລິສັດບໍລິ ຫານຊັບສິນທີ່ຕົນໃຫ້ບໍລິການ.

...ມາດຕາ 140 ຂໍ້ຫ້າມສໍາລັບບໍລິສັດກວດສອບແລະຜູ້ກວດສອບ

ມາດຕາ 140 ຂໍ້ຫ້າມສໍາລັບບໍລິສັດກວດສອບແລະຜູ້ກວດສອບ ຫ້າມບໍລິສັດກວດສອບແລະຜູ້ກວດສອບໃຫ້ບໍລິການກວດສອບ ແຕ່ເປົ້າໝາຍກວດສອບໃນປີການບັນຊີທີ່ຕົນໄດ້ໃຫ້ບໍລິການໃດໜຶ່ງດັ່ງນີ້: 1. ບໍລິການທາງດ້ານການບັນຊີລວມທັງການສ້າງເອກະສານ ລາຍງານການງານເງິນ; 2. ອອກແບບແລະສ້າງລະບົບຂໍ້ມູນທາງດ້ານການເງິນ; 3. ປະເມີນມູນຄ່າຊັບສິນ,ໜີ້ສິນແລະທຶນ; 4. ຄໍານວນຄ່າສະເພາະທາງສະຖິຕິ; 5. ເປັນຜູ້ກວດສອບພາຍໃນ; 6. ໃຫ້ຄໍາປຶກສາດ້ານການບໍລິຫານ,ການດໍາເນີນງານແລະ ບຸກຄະລາກອນ; 7. ເປັນນາຍໜ້າຫຼືທີ່ປຶກສາດ້ານການລົງທຶນ; 8. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອື່ນ; 9. ເປັນທີ່ປຶກສາດ້ານກົດໝາຍ; 10. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 141 ຂໍ້ຫ້າມສໍາລັບຕະຫຼາດຫຼັກຊັບ

ມາດຕາ 141 ຂໍ້ຫ້າມສໍາລັບຕະຫຼາດຫຼັກຊັບ ຫ້າມຕະຫຼາດຫຼັກຊັບ,ສະມາຊິກສະພາບໍລິຫານແລະຄະນະອໍາ ນວຍການມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ເຄື່ອນໄຫວແລະໂອນກິດຈະການໃດໜຶ່ງຂອງຕະຫຼາດຫຼັກ ຊັບໃຫ້ບຸກຄົນຫຼືນິຕິບຸກຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກ ຄຄຊ; 2. ລົງທຶນໃນກິດຈະການຫຼືວິສາຫະກິດອື່ນໂດຍບໍ່ໄດ້ຮັບອະນຸ ຍາດຈາກ ຄຄຊ; 3. ແຈ້ງຫຼືເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຊຶ່ງສົ່ງຜົນກະທົບຕໍ່ຫຼັກຊັບ ,ຜູ້ລົງທຶນແລະຕະຫຼາດຫຼັກຊັບ; 4. ເປີດເຜີຍຫຼືນໍາໃຊ້ຂໍ້ມູນຂອງສະມາຊິກຫຼືສະມາຊິກຂອງສູນ ຮັບຝາກຫຼັກຊັບເພື່ອຜົນປະໂຫຍດຂອງຕົນຫຼືບຸກຄົນອື່ນ; 5. ເປີດການຊື້-ຂາຍຫຼັກຊັບທີ່ຢູ່ໃນໄລຍະຫ້າມຊື້-ຂາຍຫຼືໂອນ; 6. ນໍາໃຊ້ບັນຊີຫຼັກຊັບຂອງສະມາຊິກແລະສະມາຊິກຂອງສູນ ຮັບຝາກຫຼັກຊັບເພື່ອຜົນປະໂຫຍດສ່ວນຕົວຫຼືບຸກຄົນອື່ນ; 7. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອື່ນ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ສໍາລັບສະມາຊິກສະພາບໍລິຫານແລະຄະນະອໍານວຍການຂອງ ຕະຫຼາດຫຼັກຊັບດັ່ງກ່າວຍັງຫ້າມເປັນສະມາຊິກສະພາບໍລິຫານຂອງບໍລິສັດ ຈົດທະບຽນແລະສະຖາບັນສື່ກາງດ້ານຫຼັກຊັບ.

...ມາດຕາ 142 ຂໍ້ຫ້າມສໍາລັບຜູ້ບໍລິຫານແລະພະນັກງານຂອງ ຄຄຊ

ມາດຕາ 142 ຂໍ້ຫ້າມສໍາລັບຜູ້ບໍລິຫານແລະພະນັກງານຂອງ ຄຄຊ ຫ້າມຜູ້ບໍລິຫານແລະພະນັກງານຂອງ ຄຄຊ ມີພຶດຕິກໍາໃດໜຶ່ງ ດັ່ງນີ້ 1. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງທີ່ຢູ່ໃນການຄຸ້ມຄອງຂອງຕົນກ່ອນໄດ້ຮັບອະນຸຍາດ; 2. ດໍາລົງຕໍາແໜ່ງໃດໜຶ່ງຫຼືເປັນທີ່ປຶກສາຂອງບຸກຄົນ,ນິຕິບຸກ ຄົນແລະການຈັດຕັ້ງທີ່ຢູ່ໃນການຄຸ້ມຄອງຂອງຕົນ; 3. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວຫຼືບຸກຄົນ ອື່ນ; 4. ໃຫ້ຂໍ້ມູນກ່ຽວກັບວຽກງານຫຼັກຊັບທີ່ບໍ່ຖືກຕ້ອງກັບຄວາມ ເປັນຈິງແກ່ມວນຊົນ; 5. ສະໜອງແລະນໍາໃຊ້ຂໍ້ມູນກ່ຽວກັບວຽກງານຫຼັກຊັບທີ່ຕົນຮູ້ ເພື່ອຜົນປະໂຫຍດສ່ວນຕົວຫຼືບຸກຄົນອື່ນຫຼັງຈາກອອກຈາກຄຄຊພາຍໃນກໍາ ນົດເວລາໜຶ່ງປີ; 6. ທວງເອົາ,ໃຫ້ຫຼືຮັບສິນບົນຫຼືສິ່ງຕອບແທນອື່ນ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 9 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 143 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 143 ຮູບການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບຫຼັກຊັບສາມາດແກ້ໄຂດ້ວຍຮູບການໃດໜຶ່ງ ດັ່ງນີ້: 1. ການປະນີປະນອມ; 2. ການແກ້ໄຂໂດຍ ຄຄຊ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ; 4. ການແກ້ໄຂໂດຍສານປະຊາຊົນ; 5. ການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາ 144 ການປະນີປະນອມ

ມາດຕາ 144 ການປະນີປະນອມ ໃນຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງຜູ້ລົງທຶນດ້ວຍກັນ,ຜູ້ລົງທຶນກັບ ສະຖາບັນສື່ກາງດ້ານຫຼັກຊັບຫຼືຕະຫຼາດຫຼັກຊັບກັບສະມາຊິກຂອງຕະຫຼາດຫຼັກ ຊັບຄູ່ກໍລະນີສາມາດໍາເນີນການປຶກສາຫາລື,ປະນີປະນອມກັນເພື່ອໃຫ້ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

...ມາດຕາ 145 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 145 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຫຼັກຊັບຄູ່ກໍລະນີມີສິດສະເໜີຕໍ່ ຄຄຊ ເພື່ອແກ້ໄຂຕາມລະບຽບການ.

...ມາດຕາ 146 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 146 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຫຼັກຊັບຄູ່ກໍລະນີມີສິດສະເໜີຕໍ່ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມລະ ບຽບກົດໝາຍ.

...ມາດຕາ 147 ການແກ້ໄຂໂດຍສານປະຊາຊົນ

ມາດຕາ 147 ການແກ້ໄຂໂດຍສານປະຊາຊົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຫຼັກຊັບຄູ່ກໍລະນີມີສິດຮ້ອງຟ້ອງ ຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາ 148 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 148 ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຫຼັກຊັບທີ່ມີລັກສະນະສາກົນໃຫ້ ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 10 ການຄຸ້ມຄອງແລະກວດກາວຽກງານຫຼັກຊັບ


...ໝວດທີ 1 ການຄຸ້ມຄອງວຽກງານຫຼັກຊັບ


....ມາດຕາ 149 ອົງການຄຸ້ມຄອງວຽກງານຫຼັກຊັບ

ມາດຕາ 149 ອົງການຄຸ້ມຄອງວຽກງານຫຼັກຊັບ ຄະນະກໍາມະການຄຸ້ມຄອງຫຼັກຊັບເປັນອົງການຄຸ້ມຄອງວຽກ ງານຫຼັກຊັບມີຄວາມຮັບຜິດຊອບໂດຍກົງໃນການຄຸ້ມຄອງ,ຕິດຕາມແລະ ກວດກາວຽກງານຫຼັກຊັບບົນພື້ນຖານການປະສານສົມທົບກັບຂະແໜງ ການແລະທ້ອງຖິ່ນທີ່ກ່ຽວຂ້ອງເມື່ອມີຄວາມຈໍາເປັນ. ກົງຈັກການຈັດຕັ້ງຂອງອົງການຄຸ້ມຄອງວຽກງານຫຼັກຊັບໄດ້ ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 150 ໂຄງປະກອບຂອງ ຄຄຊ

ມາດຕາ 150 ໂຄງປະກອບຂອງ ຄຄຊ ຄຄຊປະກອບດ້ວຍປະທານ,ຮອງປະທານ,ກໍາມະການຈໍານວນ ໜຶ່ງແລະເລຂາ ຄຄຊ ຊຶ່ງຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນ ຕີ. ຮອງນາຍົກລັດຖະມົນຕີເປັນປະທານ ຄຄຊ,ຜູ້ວ່າການທະນາ ຄານແຫ່ງສປປລາວເປັນຮອງປະທານຜູ້ທີໜຶ່ງທັງເປັນຜູ້ປະຈໍາການ,ລັດຖະ ມົນຕີວ່າການກະຊວງການເງິນເປັນຮອງປະທານຜູ້ທີສອງແລະລັດຖະມົນຕີ ຊ່ວຍວ່າການຫຼືທຽບເທົ່າຈາກຂະແໜງການເສດຖະກິດ,ຍຸຕິທໍາແລະຂະ ແໜງການອື່ນທີ່ກ່ຽວຂ້ອງເປັນກໍາມະການ.

....ມາດຕາ 151 ພາລະບົດບາດຂອງ ຄຄຊ

ມາດຕາ 151 ພາລະບົດບາດຂອງ ຄຄຊ ຄຄຊ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານໃນການ ຄຸ້ມຄອງມະຫາພາກທາງດ້ານວຽກງານຫຼັກຊັບຢ່າງລວມສູນໃນຂອບເຂດ ທົ່ວປະເທດ.

....ມາດຕາ 152 ສິດແລະໜ້າທີ່ຂອງ ຄຄຊ

ມາດຕາ 152 ສິດແລະໜ້າທີ່ຂອງ ຄຄຊ ຄຄຊມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າສ້າງ,ປັບປຸງແຜນຍຸດທະສາດ,ນະໂຍບາຍແລະ ກົດໝາຍກ່ຽວກັບຫຼັກຊັບເພື່ອນໍາສະເໜີລັດຖະບານພິຈາລະນາ; 2. ກໍານົດແຜນງານແລະໂຄງການເຄື່ອນໄຫວວຽກງານໃນ ແຕ່ລະໄລຍະ; 3. ອອກລະບຽບການກ່ຽວກັບວຽກງານຫຼັກຊັບ; 4. ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມກ່ຽວກັບວຽກງານ ຫຼັກຊັບໃຫ້ແກ່ມວນຊົນ; 5. ຄຸ້ມຄອງ,ຕິດຕາມແລະກວດກາການເຄື່ອນໄຫວວຽກງານ ຫຼັກຊັບ; 6. ເກັບຄ່າທໍານຽມແລະຄ່າບໍລິການຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ; 7. ອະນຸຍາດໃຫ້ສ້າງຕັ້ງແລະຍຸບເລີກຕະຫຼາດຫຼັກຊັບຕາມ ການສະເໜີຂອງລັດຖະບານ; 8. ໂຈະການເຄື່ອນໄຫວຊົ່ວຄາວຂອງຕະຫຼາດຫຼັກຊັບໃນກໍລະ ນີການຊື້-ຂາຍຫຼັກຊັບມີການເໜັງຕີງຜິດປົກກະຕິຫຼືສະພາບເສດຖະກິດ-ສັງ ຄົມບໍ່ອໍານວຍໃຫ້ແກ່ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ; 9. ອະນຸຍາດໃຫ້ສ້າງຕັ້ງ,ໂຈະ,ຍຸບເລີກບໍລິສັດຫຼັກຊັບ,ບໍລິສັດ ບໍລິຫານຊັບສິນ,ບໍລິສັດຫຼັກຊັບພາຍໃນ,ສາຂາແລະໜ່ວຍບໍລິການຂອງບໍ ລິສັດຫຼັກຊັບພາຍໃນ; 10. ຮັບຮອງ,ໂຈະ,ຖອນການຮັບຮອງບໍລິສັດກວດສອບ,ບໍລິ ສັດຈັດລໍາດັບຄວາມໜ້າເຊື່ອຖື,ທະນາຄານດູແລຊັບສິນແລະສະມາຄົມທຸ ລະກິດຫຼັກຊັບ; 11. ອະນຸຍາດ,ໂຈະແລະຍົກເລີກການອອກຈໍາໜ່າຍຫຼັກຊັບ; 12. ອະນຸຍາດໃຫ້ສ້າງຕັ້ງແລະຍຸບເລີກກອງທຶນຮ່ວມ; 13. ສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ; 14. ໂຈະການເຄື່ອນໄຫວບັນຊີຫຼັກຊັບຫຼືບັນຊີເງິນທີ່ຕິດພັນ ກັບການເຄື່ອນໄຫວວຽກງານຫຼັກຊັບເມື່ອມີການລະເມີດລະບຽບກົດໝາຍ; 15. ນໍາໃຊ້ມາດຕະການທາງບໍລິຫານຕໍ່ບຸກຄົນແລະນິຕິບຸກ ຄົນທີ່ລະເມີດກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 16. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫຼັກຊັບ; 17. ປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາ ຊົນເພື່ອດໍາເນີນຄະດີຕາມຂະບວນການຍຸຕິທໍາ; 18. ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບການຄຸ້ມຄອງແລະພັດທະນາວຽກງານຫຼັກຊັບ; 19. ສະຫຼຸບແລະລາຍງານການເຄື່ອນໄຫວຂອງຕົນຕໍ່ລັດຖະ ບານຢ່າງເປັນປົກກະຕິ; 20. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງລັດ ຖະບານ.

....ມາດຕາ 153 ລະບອບແບບແຜນວິທີເຮັດວຍກຂອງ ຄຄຊ

ມາດຕາ 153 ລະບອບແບບແຜນວິທີເຮັດວຍກຂອງ ຄຄຊ ຄຄຊ ເຄື່ອນໄຫວວຽກງານຕາມລະບອບປະຊຸມ,ກອງປະຊຸມ ຂອງ ຄຄຊ ປະກອບດ້ວຍກອງປະຊຸມສາມັນແລະວິສາມັນ.ກອງປະຊຸມສາ ມັນເປີດຂຶ້ນສາມເດືອນຕໍ່ຄັ້ງ,ສ່ວນກອງປະຊຸມວິສາມັນສາມາດເປີດຂຶ້ນເວ ລາໃດກໍ່ໄດ້ຖ້າວ່າມີຄວາມຈໍາເປັນຕາມການຮຽກຮ້ອງປະທານ ຄຄຊ ຫຼື ຕາມການສະເໜີຂອງກໍາມະການຫຼາຍກວ່າເຄິ່ງໜຶ່ງ. ກອງປະຊຸມ ຄຄຊ ຈະເປີດຂຶ້ນໄດ້ກໍ່ຕໍ່ເມື່ອມີສະມາຊິກເຂົ້າຮ່ວມ ຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທັງໝົດ. ກອງປະຊຸມ ຄຄຊ ຕົກລົງບັນຫາໂດຍຖືເອົາຕາມສຽງສ່ວນ ຫຼາຍຂອງສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.ໃນກໍລະນີຫາກມີສຽງເທົ່າກັນ ສຽງຂອງປະທານ ຄຄຊ ເປັນອັນຕັດສິນ.

...ໝວດທີ 2 ກວດກາວຽກງານຫຼັກຊັບ


....ມາດຕາ 154 ອົງການກວດກາວຽກງານຫຼັກຊັບ

ມາດຕາ 154 ອົງການກວດກາວຽກງານຫຼັກຊັບ ຄຄຊ ເປັນອົງການກວດກາວຽກງານຫຼັກຊັບມີໜ້າທີ່ຕິດຕາມ ແລະກວດກາການເຄື່ອນໄຫວຂອງບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດ ທະບຽນ,ຕະຫຼາດຫຼັກຊັບ,ກອງທຶນຮ່ວມ,ສະຖາບັນສື່ກາງດ້ານຫຼັກຊັບ,ນັກວິ ຊາຊີບທຸລະກິດຫຼັກຊັບແລະຫົວໜ່ວຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 155 ເປົ້າໝາຍການກວດກາ

ມາດຕາ 155 ເປົ້າໝາຍການກວດກາ ເປົ້າໝາຍການກວດກາປະກອບດ້ວຍບໍລິສັດອອກຈໍາໜ່າຍຫຼັກ ຊັບ,ບໍລິສັດຈົດທະບຽນ,ຕະຫຼາດຫຼັກຊັບ,ກອງທຶນຮ່ວມ,ສະຖາບັນສື່ກາງດ້ານ ຫຼັກຊັບແລະຫົວໜ່ວຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 156 ເນື້ອໃນການກວດກາ

ມາດຕາ 156 ເນື້ອໃນການກວດກາ ອົງການກວດກາວຽກງານຫຼັກຊັບມີສິດກວດກາຮອບດ້ານຕໍ່ ເປົ້າໝາຍການກວດກາເປັນຕົ້ນກວດກາການເຄື່ອນໄຫວທຸລະກິດ,ລະບົບ ເອເລັກໂຕຼນິກແລະກວດກາການປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 157 ຮູບການການກວດກາ

ມາດຕາ 157 ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1. ກວດກາປົກກະຕິ; 2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ກວດກາແບບກະທັນຫັນ. ການກວດກາປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນ ການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ເປົ້າໝາຍຖືກ ກວດກາຮູ້ກ່ອນລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ມີການແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ. ການກວດກາປະກອບດ້ວຍການກວດກາຕາມເອກະສານແລະ ການກວດກາກັບທີ່,ການກວດກາໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງ ເຂັ້ມງວດ.

....ມາດຕາ 158 ຄະນະກວດກາ

ມາດຕາ 158 ຄະນະກວດກາ ຄຄຊ ເປັນຜູ້ແຕ່ງຕັ້ງຄະນະກວດກາແຕ່ລະຄັ້ງຊຶ່ງປະກອບດ້ວຍ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຄຄຊ ແລະຜູ້ຕາງໜ້າຈາກ ພາກສ່ວນອື່ນທີ່ກ່ຽວຂ້ອງໃນກໍລະນີຫາກມີຄວາມຈໍາເປັນ. ຂໍ້ຕົກລົງແຕ່ງຕັ້ງຄະນະກວດກາຕ້ອງກໍານົດແຈ້ງກ່ຽວກັບຈຸດ ປະສົງ,ເປົ້າໝາຍ,ຂອບເຂດແລະກໍານົດເວລາໃນການກວດກາ.

....ມາດຕາ 159 ສິດແລະໜ້າທີ່ຂອງຄະນະກວດກາ

ມາດຕາ 159 ສິດແລະໜ້າທີ່ຂອງຄະນະກວດກາ ຄະນະກວດກາມີສິດແລະໜ້າທີ່ດັ່ງນີ້: 1. ກວດກາເປົ້າໝາຍຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງແຕ່ງຕັ້ງ ຄະນະກວດກາ; 2. ກວດກາປຶ້ມບັນທຶກ,ປຶ້ມບັນຊີ,ເອກະສານ,ຂໍ້ມູນທາງເອເລັກ ໂຕຼນິກແລະບົດບັນທຶກຕ່າງໆກ່ຽວກັບການເຄື່ອນໄຫວທຸລະກິດຫຼັກຊັບຂອງ ເປົ້າໝາຍ; 3. ຮຽກເອົາຂໍ້ມູນແລະເອກະສານເພີ່ມເຕີມຈາກເປົ້າໝາຍ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 4. ຮຽກຫຼືເຊີນສະມາຊິກສະພາບໍລິຫານ,ຄະນະອໍານວຍການ, ຄະນະພະແນກ,ພະນັກງານວິຊາການແລະບຸກຄົນອື່ນທີ່ກ່ຽວຂ້ອງເພື່ອໃຫ້ຂໍ້ ມູນກ່ຽວກັບການກວດກາພ້ອມທັງບັນທຶກການໃຫ້ຂໍ້ມູນດັ່ງກ່າວ; 5. ກວດກາສະຖານທີ່ເຮັດວຽກ,ສະຖານທີ່ເກັບມ້ຽນເອກະ ສານແລະລະບົບໂປຼແກຼມຕ່າງໆຂອງເປົ້າໝາຍຖືກກວດກາແລະພາກສ່ວນ ອື່ນທີ່ກ່ຽວຂ້ອງ; 6. ສະເໜີໃຫ້ຄຄຊນໍາໃຊ້ມາດຕະການຊົ່ວຄາວໃດໜຶ່ງເພື່ອຮັບ ປະກັນການປະຕິບັດໜ້າທີ່ຂອງຄະນະກວດກາ,ເພື່ອປົກປ້ອງສິດແລະຜົນປະ ໂຫຍດຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ; 7. ປະສານສົມທົບັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວ ຂ້ອງໃນການກວດກາເປົ້າໝາຍຖືກກວດກາ; 8. ສະຫຼຸບແລະລາຍງານຜົນການກວດກາຕໍ່ ຄຄຊ ແລະຕ້ອງ ຮັບຜິດຊອບຕໍ່ຜົນການກວດກາຂອງຕົນ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 160 ພັນທະຂອງເປົ້າໝາຍຖືກກວດກາແລະພາກສ່ວນທີ່ກ່ຽວຂ້ອງ

ມາດຕາ 160 ພັນທະຂອງເປົ້າໝາຍຖືກກວດກາແລະພາກສ່ວນທີ່ກ່ຽວ ຂ້ອງ ເປົ້າໝາຍຖືກກວດກາແລະພາກສ່ວນທີ່ກ່ຽວຂ້ອງມີພັນທະໃຫ້ ຄວາມຮ່ວມມືໃນການເຄື່ອນໄຫວປະຕິບັດໜ້າທີ່ແລະສະໜອງຂໍ້ມູນຕາມ ການຮຽກຮ້ອງຂອງຄະນະກວດກາ.

....ມາດຕາ 161 ການກວດກາພາຍນອກ

ມາດຕາ 161 ການກວດກາພາຍນອກ ການກວດກາພາຍນອກແມ່ນການກວດກາການປະຕິບັດໜ້າທີ່ ຂອງ ຄຄຊ ເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຖະບານແລະຕ້ານ ການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາ ລັດແລະກົດໝາຍວ່າດ້ວຍການຕ້ານການສໍ້ລັດບັງຫຼວງ; 3. ການກວດກາຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

..ພາກທີ 11 ງົບປະມານ,ເຄື່ອງໝາຍແລະຕາປະທັບຂອງອົງການຄຸ້ມຄອງວຽກງານຫຼັກຊັບ


...ມາດຕາ 162 ງົບປະມານ

ມາດຕາ 162 ງົບປະມານ ງົບປະມານຂອງອົງການຄຸ້ມຄອງວຽກງານຫຼັກຊັບໃຫ້ນໍາໃຊ້ ງົບປະມານຂອງລັດ.

...ມາດຕາ 163 ເຄື່ອງໝາຍແລະຕາປະທັບຂອງອົງການຄຸ້ມຄອງວຽກງານຫຼັກຊັບ

ມາດຕາ 163 ເຄື່ອງໝາຍແລະຕາປະທັບຂອງອົງການຄຸ້ມຄອງວຽກງານ ຫຼັກຊັບ ອົງການຄຸ້ມຄອງວຽກງານຫຼັກຊັບມີເຄື່ອງໝາຍແລະຕາປະທັບ ເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະ ການຂອງຕົນ.

..ພາກທີ 12 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 164 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 164 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ເປັນນຕົ້ນການພັດທະນາຕະຫຼາດທຶນ,ການສະ ໜຶງຂໍ້ມູນຂ່າວສານກ່ຽວກັບການລະເມີດລະບຽບກົດໝາຍກ່ຽວກັບວຽກ ງານຫຼັກຊັບຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 165 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 165 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງທີ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດ,ສັງຄົມ ,ບຸກຄົນຫຼືນິຕິບຸກຄົນຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍ ຫາຍທາງແພ່ງຫຼືຮັບຜິດຊອບທາງອາຍາຕາມກໍລະນີເບົາຫຼືໜັກ.

...ມາດຕາ 166 ມາດຕະການສຶກສາອົບຮົມ

ມາດຕາ 166 ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວ ກັບວຽກງານຫຼັກຊັບຊຶ່ງເປັນການລະເມີດຄັ້ງທໍາອິດ,ມີລັກສະນະເບົາແລະກໍ່ ຄວາມເສຍຫາຍບໍ່ເກີນຫ້າແສນກີບຈະຖືກກ່າວເຕືອນແລະສຶກສາອົບຮົມ.

...ມາດຕາ 167 ມາດຕະການທາງວິໄນ

ມາດຕາ 167 ມາດຕະການທາງວິໄນ ຜູ້ບໍລິຫານແລະພະນັກງານຂອງ ຄຄຊ ທີ່ລະເມີດຂໍ້ຫ້າມຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 142 ຂອງກົດໝາຍສະບັບນີ້ແລະລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນ ຕາມແຕ່ກໍລະນີດັ່ງນີ້: 1. ກ່າວເຕືອນ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າ; 4.​ ໃຫ້ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງມອບຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນແກ່ ການຈັດຕັ້ງທີ່ຕົນສັງກັດໃຫ້ຄົບຖ້ວນ.

...ມາດຕາ 168 ມາດຕະການປັບໃໝ

ມາດຕາ 168 ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວ ກັບວຽກງານຫຼັກຊັບຈະຖືກປັບໃໝໃນກໍລະນີດັ່ງນີ້: 1. ການປັ່ນຕະຫຼາດຈະຖືກປັບໃໝສາມເທົ່າຂອງກໍາໄລທີ່ໄດ້ ຈາກການປັ່ນຕະຫຼາດແລະໃນກໍລະນີບໍ່ມີກໍາໄລຫຼືມີກໍາໄລຕໍ່າກວ່າສິບລ້ານ ກີບຈະຖືກປັບໃໝແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ.ໃນກໍລະນີນິຕິບຸກຄົນ ດໍາເນີນການປັ່ນຕະຫຼາດຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງກໍ່ຈະຖືກ ປັບໃໝແຕ່ສິບລ້ານຫາຊາວລ້ານກີບ; 2. ການນໍາໃຊ້ຂໍ້ມູນພາຍໃນຕາມທີ່ໄດກໍານົດໄວ້ໃນມາດຕາ 135 ຂໍ້ 2 ຂອງກົດໝາຍສະບັບນີ້ຈະຖືກປັບໃມສາມເທົ່າຂອງກໍາໄລຈາກ ການຊື້-ຂາຍຫຼັກຊັບ.ໃນກໍລະນີບໍ່ມີກໍາໄລຫຼືມີກໍາໄລຕໍ່າກວ່າສິບລ້ານກີບຈະ ຖືກປັບໃໝແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ; 3. ການນໍາໃຊ້ຫຼືການໃຫ້ໃຊ້ບັນຊີແລະຊື່ຂອງບຸກຄົນຫຼືນິຕິບຸກ ຄົນອື່ນເພື່ອຊື້-ຂາຍຫຼັກຊັບຈະຖືກປັບໃໝສາມເທົ່າຂອງກໍາໄລທີ່ໄດ້ຮັບຈາກ ການກະທໍາດັ່ງກ່າວ.ໃນກໍລະນີບໍ່ມີກໍາໄລຫຼືມີລາຍຮັບຕໍ່າກວ່າຫ້າສິບລ້ານ ກີບຈະຖືກປັບໃໝແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ. 4. ການອອກຈໍາໜ່າຍຫຼັກຊັບ: 4.1. ການອອກຈໍາໜ່າຍຫຼັກຊັບໂດຍບໍ່ໄດ້ຮັບອະນຸຍາດຈະຖືກ ປັບໃໝສາມສ່ວນຮ້ອຍຂອງເງິນທີ່ລະດົມໄດ້ແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງ ຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 4.2. ການອອກຈໍາໜ່າຍຫຼັກຊັບບົນພື້ນຖານການສະໜອງຂໍ້ ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງຫຼືມີການຕົວະຂໍ້ມູນໃນທຸກຮູບແບບຈະຖືກ ປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບໃນກໍລະນີທີ່ຍັງບໍ່ທັນໄດ້ອອກ ຈໍາໜ່າຍຫຼັກຊັບ,ຈະຖືກປັບໃໝສາມສ່ວນຮ້ອຍຂອງເງິນທີ່ລະດົມໄດ້ເມື່ອ ເວລາອອກຈໍາໜ່າຍຫຼັກຊັບແລ້ວແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກ ປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 4.3. ການນໍາໃຊ້ເງິນຈອງຊື້ຫຼັກຊັບຫຼືທຶນທີ່ລະດົມໄດ້ກ່ອນໄດ້ ຮັບການຢັ້ງຢືນຫຼືນໍາໃຊ້ທຶນທີ່ລະດົມມາໄດ້ບໍ່ຖືກຕ້ອງຕາມເປົ້າໝາຍຈະຖືກ ປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບແລະຜູ້ມີສ່ວນກ່ຽວຂ້ອງໂດຍ ກົງລວມທັງຜູ້ມີອໍານາດຄວບຄຸມບໍລິສັດຈະຖືກປັບໃໝແຕ່ສິບຫ້າລ້ານຫາ ຊາວຫ້າລ້ານກີບ. 5. ການເຄື່ອນໄຫວຂອງບໍລິສັດຫຼັກຊັບແລະນັກວິຊາຊີບທຸລະ ກິດຫຼັກຊັບ; 5.1. ການໃຫ້ບໍລິການຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ ຫຼືເປັນຕົວແທນໃນການອອກຈໍາໜ່າຍຫຼັກຊັບທີ່ບໍ່ສອດຄ່ອງກັບລະບຽບກົດ ໝາຍຈະຖືກປັບໃໝດັ່ງນີ້: - ໃນກໍລະນີມີລາຍຮັບເກີນກວ່າຫ້າສິບລ້ານກີບຈະຖືກປັບໃໝ ສາມເທົ່າຂອງລາຍຮັບທີ່ໄດ້ຮັບຈາກການບໍລິການດັ່ງກ່າວ; - ໃນກໍລະນີບໍ່ມີລາຍຮັບຫຼືມີລາຍຮັບຕໍ່າກວ່າຫ້າສິບລ້ານກີບ ຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ; - ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝ ແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ. 5.2. ການໃຫ້ບໍລິການຄໍ້າປະກັນການອອກຈໍາໜ່າຍຫຼັກຊັບຫຼື ເປັນທີ່ປຶກສາທາງດ້ານການເງິນໃຫ້ແກ່ບໍລິສັດທີ່ຖືກຮຸ້ນໃນບໍລິສັດຕົນຫຼືບໍລິ ສັດທີ່ຕົນຖືຮຸ້ນຫຼາຍກວ່າສິບສ່ວນຮ້ອຍຂອງຮຸນທັງໝົດຈະຖືກປັບໃໝສາມ ເທົ່າຂອງລາຍຮັບທີ່ໄດ້ຮັບຈາກການໃຫ້ບໍລິການດັ່ງກ່າວ; 5.3. ການໂຄສະນາຈໍາໜ່າຍຫຼັກຊັບໂດຍບໍ່ສອດຄ່ອງກັບ ເນື້ອໃນຕາມທີ່ໄດ້ບົ່ງໄວ້ໃນໜັງສືຊວນຊື້ຫຼືບໍ່ຖືກຕ້ອງຕາມຄວາມເປັນຈິງ ຊຶ່ງເຮັດໃຫ້ຜູ້ລົງທຶນເຂົ້າໃຈຜິດຈະຖືກປັບໃໝແຕ່ສາມສິບລ້ານຫ້າຫ້າສິບ ລ້ານກີບ; 5.4. ການສ້າງ,ພັດທະນາແລະສະໜອງຜະລິດຕະພັນດ້ານ ຫຼັກຊັບໃຫ້ແກ່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝແຕ່ສາມສິບ ລ້ານຫາຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກ ປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 5.5. ການຊື້-ຂາຍຫຼັກຊັບ,ນໍາໃຊ້ເງິນຫຼືຫຼັກຊັບຂອງລູກຄ້າ ໂດຍບໍ່ຮັບອະນຸຍາດຈະຖືກປັບໃໝດັ່ງນີ້: - ໃນກໍລະນີມີກໍາໄລເກີນກວ່າສິບລ້ານກີບຈະຖືກປັບໃໝສາມ ເທົ່າຂອງກໍາໄລ; - ໃນກໍລະນີບໍ່ມີກໍາໄລຫຼືມີກໍາໄລຕໍ່ກວ່າສິບລ້ານກີບຈະຖືກປັບ ໃໝແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ; - ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝ ແຕ່ສິບຫ້າລ້ານຫາຊາວຫ້າລ້ານກີບ; 5.6. ການເຜີຍແຜ່,ການນໍາໃຊ້ຂໍ້ມູນຂອງລູກຄ້າເພື່ອຜົນປະ ໂຫຍດຂອງຕົນຫຼືບຸກຄົນອື່ນຈະຖືກປັບໃໝແຕ່ສິບຫ້າລ້ານຫາສາມສິບລ້ານ ກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສິບຫ້າ ລ້ານຫາຊາວຫ້າລ້ານກີບ; 5.7. ການໃຫ້ບູລິມະສິດແກ່ຕົນໃນການຊື້-ຂາຍຫຼັກຊັບສູງ ກວ່າຂອງລູກຄ້າຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ. 6. ບໍລິສັດບໍລິຫານຊັບສິນແລະຜູ້ບໍລິຫານກອງທຶນຮ່ວມ: 6.1. ຜູ້ບໍລິຫານບໍລິສັດບໍລິຫານຊັບສິນແລະຜູ້ບໍລິຫານກອງ ທຶນຮ່ວມຊຶ່ງດໍາລົງຕໍາແໜ່ງໃດໜຶ່ງໃນທະນາຄານດູແລຊັບສິນຫຼືບໍລິສັດ ບໍລິຫານຊັບສິນອື່ນຫຼືມີສ່ວນຮ່ວມໃນທຸລະກໍາຫຼັກຊັບຫຼືທຸລະກໍາອື່ນທີ່ສ້າງຜົນ ເສຍຫາຍໃຫ້ແກ່ຊັບສິນຂອງກອງທຶນຮ່ວມແລະຜົນປະໂຫຍດຂອງຜູ້ຖືກ ໜ່ວຍລົງທຶນຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ; 6.2. ການສ້າງຕັ້ງກອງທຶນຮ່ວມໂດຍບໍ່ໄດ້ຮັບອະນຸຍາດຈະ ຖືກປັບໃໝແຕ່ຫ້າສິບລ້ານຫາແຜດສິບລ້ານກີບ; 6.3. ການລະດົມທຶນກ່ອນໄດ້ຮັບອະນຸຍາດຈະຖືກປັບໃໝ ສາມສ່ວນຮ້ອຍຂອງທຶນທີ່ລະດົມໄດ້; 6.4. ການກູ້ຊັບສິນໃຫ້ກອງທຶນຮ່ວມຫຼືການເອົາຊັບສິນຂອງ ກອງທຶນຮ່ວມໄປປ່ອຍກູ້ໃຫ້ບຸກຄົນຫຼືນິຕິບຸກຄົນອື່ນຈະຖືກປັບໃໝແຕ່ເຈັດ ສິບລ້ານຫາໜຶ່ງຮ້ອຍສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍ ກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.5. ການເອົາຊັບສິນຂອງກອງທຶນຮ່ວມໜຶ່ງໄປລົງທຶນໃນ ກອງທຶນຮ່ວມອື່ນທີ່ຕົນບໍລິຫານ,ການຊື້ຮຸ້ນຫຼືພັນທະບັດຂອງທະນາຄານດູ ແລະຊັບສິນທີ່ຕົນໃຊ້ບໍລິການແລະບໍລິສັດບໍລິຫາຊັບສິນອື່ນຈະຖືກປັບໃໝ ແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງ ໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.6. ການເອົາຊັບສິນຂອງກອງທຶນຮ່ວມໄປຊື້ຫຼັກຊັບຂອງບໍ ລິສັດໃດໜຶ່ງທີ່ເປັນຜູ້ຖືຮຸ້ນທີ່ມີອໍານາດຄວບຄຸມໃນບໍລິສັດບໍລິຫານຊັບສິນຫຼື ທະນາຄານດູແລຊັບສິນທີ່ກ່ຽວຂ້ອງກັບກອງທຶນຮ່ວມຈະຖືກປັບໃໝແຕ່ ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງ ໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.7. ການນໍາໃຊ້ທຶນທີ່ລະດົມໄດ້ກ່ອນໄດ້ຮັບອະນຸຍາດຈາກ ຄຄຊຫຼືລົງທຶນເຂົ້າໃນກິດຈະການທີ່ບໍ່ໄດ້ຮັບອະຍຸຍາດຈະຖືກປັບໃໝແຕ່ ໜຶ່ງຮ້ອຍລ້ານຫາໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວ ຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.8. ການນໍາໃຊ້ຊັບສິນຂອງກອງທຶນຮ່ວມຄໍ້າປະກັນການຂໍ ກູ້ຂອງຕົນ,ບຸກຄົນຫຼືນິຕິບຸກຄົນແລະຊໍາລະໜີ້ສິນລວມທັງໃນກໍລະນີບໍລິສັດ ບໍລິຫານຊັບສິນຢູ່ໃນສະພາວະລົ້ມລະລາຍຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານ ຫາໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງ ຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.9. ການລວມບັນຊີຊັບສິນຂອງຕົນຫຼືຊັບສິນຂອງບຸກຄົນອື່ນ ເຂົ້າໃນບັນຊີຊັບສິນຂອງກອງທຶນຮ່ວມທີ່ຕົນບໍລິຫານຈະຖືກປັບໃໝແຕ່ໜຶ່ງ ຮ້ອຍລ້ານຫາໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງ ໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.10. ການບໍລິຫານຊັບສິນຂອງກອງທຶນຮ່ວມທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງຕົນໂດຍບໍ່ເປັນທໍາຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານຫາ ໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະ ຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 6.11. ການນໍາໃຊ້ຊັບສິນຂອງກອງທຶນຮ່ວມເພື່ອຜົນປະ ໂຫຍດຂອງຕົນຫຼືບຸກຄົນອື່ນທີ່ບໍ່ແມ່ນຜູ້ຖືໜ່ວຍລົງທຶນຂອງກອງທຶນນັ້ນຈະ ຖືກປັບໃໝແຕ່ໜຶ່ງຮ້ອຍລ້ານຫາໜຶ່ງຮ້ອຍຫາສິບລ້ານກີບ.ຜູ້ບໍລິຫານແລະ ຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານ ກີບ; 6.12. ການຮັກສາແລະການຄຸ້ມຄອງຊັບສິນຂອງກອງທຶນ ຮ່ວມດ້ວຍຕົນເອງຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ.ຜູ້ ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານ ຫາຫ້າສິບລ້ານກີບ. 7. ທະນາຄານດູແລຊັບສິນ: 7.1. ການຖືຮຸ້ນຫຼືປ່ອຍກູ້ໃຫ້ບໍລິສັດບໍລິຫານຊັບສິນທີ່ຕົນໃຫ້ບໍ ລິການຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ; 7.2. ການລົງທຶນຫຼືຊື້-ຂາຍໜ່ວຍລົງທຶນຂອງກອງທຶນຮ່ວມທີ່ ຕົນໃຫ້ການບໍລິການຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ; 7.3. ການໃຫ້ບໍລິການດູແລຊັບສິນແກ່ບໍລິສັດບໍລິຫານຊັບສິນ ທີ່ຖືຮຸ້ນໃນທະນາຄານຕົນຫຼືທີ່ທະນາຄານຕົນຖືຮຸ້ນຈະຖືກປັບໃໝແຕ່ເຈັດສິບ ລ້ານຫາໜຶ່ງຮ້ອຍລ້ານກີບ; 7.4. ການລວມບັນຊີຊັບສິນຂອງລູກຄ້າເຂົ້າກັນຫຼືລວມບັນ ຊີຊັບສິນຂອງລູກຄ້າເຂົ້າກັບບັນຊີຊັບສິນຂອງຕົນຈະຖືກປັບໃໝແຕ່ໜຶ່ງ ຮ້ອຍລ້ານຫາໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງ ໂດຍກົງຈະຖືກໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 7.5. ການເປັນສະມາຊິກສະພາບໍລິຫານຂອງບໍລິສັດບໍລິຫານ ຊັບສິນທີ່ຕົນໃຫ້ບໍລິການຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານ ກີບ. 8. ບໍລິສັດກວດສອບແລະຜູ້ກວດສອບທີ່ກວດສອບເປົ້າໝາຍ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 140 ຂອງກົດໝາຍສະບັບນີ້ຈະຖືກປັບ ໃໝໜຶ່ງເທົ່າຂອງລາຍຮັບທີ່ໄດ້ຮັບຈາກການກວດສອບ. 9. ຕະຫຼາດຫຼັກຊັບ: 9.1. ການເຄື່ອນໄຫວແລະການໂອນກິດຈະການໃດໜຶ່ງ ຂອງຕະຫຼາດຫຼັກຊັບໃຫ້ບຸກຄົນຫຼືນິຕິບຸກຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດຈະ ຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນ ກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 9.2. ການລົງທຶນໃນກິດຈະການຫຼືວິສາຫະກິດອື່ນໂດຍບໍ່ໄດ້ ຮັບອະນຸຍາດຈະຖືກປັບໃໝສາມເທົ່າຂອງລາຍຮັບທີ່ໄດ້ຈາກການລົງທຶນ. ໃນກໍລະນີບໍ່ມີລາຍຮັບຫຼືມີລາຍຮັບຕໍ່າກວ່າສິບລ້ານກີບຈະຖືກປັບໃໝແຕ່ ສາມສິບລ້ານຫາຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍ ກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 9.3. ການແຈ້ງຫຼືເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຊຶ່ງສົ່ງຜົນກະທົບ ຕໍ່ຫຼັກຊັບ,ຜູ້ລົງທຶນແລະຕະຫຼາດຫຼັກຊັບຈະຖືກປັບໃໝແຕ່ເຈັດສິບລ້ານຫາ ໜຶ່ງຮ້ອຍລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບ ໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 9.4. ການເປີດເຜີຍຫຼືການນໍາໃຊ້ຂໍ້ມູນຂອງສະມາຊິກເພື່ອ ຜົນປະໂຫຍດຂອງຕົນຫຼືບຸກຄົນອື່ນຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງ ຮ້ອຍລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝ ແຕ່ສາມສິບລ້ານຫາຫ້າສິບລ້ານກີບ; 9.5. ການເປີດການຊື້-ຂາຍຫຼັກຊັບທີ່ຢູ່ໃນໄລຍະຫ້າມຊື້- ຂາຍຫຼືໂອນຫຼັກຊັບຈະຖືກປັບໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍລ້ານກີບ. ຜູ້ບໍລິຫານແລະຜູ້ມີສ່ວນກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານ ຫາຫ້າສິບລ້ານກີບ; 9.6. ການນໍາໃຊ້ບັນຊີຫຼັກຊັບຂອງສະມາຊິກແລະສະມາຊິກ ຂອງສູນຮັບຝາກຫຼັກຊັບເພື່ອຜົນປະໂຫຍດສ່ວນຕົວຫຼືບຸກຄົນອື່ນຈະຖືກປັບ ໃໝແຕ່ເຈັດສິບລ້ານຫາໜຶ່ງຮ້ອຍຫ້າສິບລ້ານກີບ.ຜູ້ບໍລິຫານແລະຜູ້ມີສ່ວນ ກ່ຽວຂ້ອງໂດຍກົງຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ. 10. ບໍລິສັດອອກຈໍາໜ່າຍຫຼັກຊັບ,ບໍລິສັດຈົດທະບຽນທີ່ບໍ່ປະຕິ ບັດຕາມຫຼັັກການຄຸ້ມຄອງບໍລິຫານທີ່ດີຈະຖືກປັບໃໝແຕ່ເຈັດສິບຫາໜຶ່ງ ຮ້ອຍລ້ານກີບ. ການລະເມີດອື່ນຕໍ່ກົດໝາຍສະບັບນີ້ທີ່ບໍ່ໄດ້ກໍານົດໄວ້ໃນມາດ ຕານີ້ຈະຖືກປັບໃໝຕາມລະບຽບການສະເພາະຂອງ ຄຄຊ.

...ມາດຕາ 169 ມາດຕະການທາງແພ່ງ

ມາດຕາ 169 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍແລະ ຂໍ້ຫ້າມຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຕ້ອງໃຊ້ແທນຄ່າເສຍຫາຍຕາມ ູມນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 170 ມາດຕະການທາງອາຍາ

ມາດຕາ 170 ມາດຕະການທາງອາຍາ ການຍຸຍົງໃຫ້ລູກຄ້າຕັດສິນໃຈຊື້-ຂາຍຫຼັກຊັບທີ່ບໍ່ສົມເຫດສົມຜົນ ເພື່ອຜົນປະໂຫຍດຂອງຕົນຫຼືໃຫ້ຄໍາໝັ້ນສັນຍາກ່ຽວກັບຜົນຕອບແທນຈາກ ການຊື້-ຂາຍຫຼັກຊັບຕາມທີ່ໄດ້ກໍານົດໄວ້ໃນຂໍ້ 7 ມາດຕາ 137 ຂອງກົດ ໝາຍສະບັບນີ້ຈະຖືກລົງໂທດຕັດສິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະ ຈະຖືກປັບໃໝແຕ່ສາມສິບລ້ານຫາຫ້າສິບລ້ານກີບ. ການສ້າງແລະສະໜອງຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນຂໍ້ 3 ມາດ ຕາ 135 ຂອງກົດໝາຍສະບັບນີ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກ ເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານຫາຫ້າຮ້ອຍລ້ານກີບ.

...ມາດຕາ 171 ມາດຕະການໂທດເພີ່ມ

ມາດຕາ 171 ມາດຕະການໂທດເພີ່ມ ນອກຈາກໂທດຕັ້ນຕໍຕາມທີ່ໄດ້ກໍານົດໄວ້ໃນມາດຕາ 170ຂອງ ກົດໝາຍສະບັບນີ້ຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມຕາມ ແຕ່ລະກໍລະນີເປັນຕົ້ນຖືກຈໍາກັດການເຄື່ອນໄຫວວຽກງານຫຼັກຊັບ,ໂຈະການ ເຄື່ອນໄຫວທຸລະກິດບາງສ່ວນຫຼືທັງໝົດ,ຖອນໃບອະນຸຍາດສ້າງຕັ້ງຫຼືໃບຢັ້ງ ຢືນວິຊາຊີບທຸລະກິດຫຼັກຊັບແລະຖືກຮິບຊັບ.

..ພາກທີ 13 ບົດບັນຍັດສຸດທ້າຍ


...ມາດຕາ 172 ການຈັດຕັ້ງປະຕິບັດ

ມາດຕາ 172 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 173 ຜົນສັກສິດ

ມາດຕາ 173 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້