ກົດໝາຍວ່າດ້ວຍຫັດຖະກໍາ 25-07-2008

From Wikisource
Jump to navigation Jump to search

.ຫັດຖະກໍາ 25-07-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍຫັດຖະກໍາກໍານົດຫຼັກການ,ລະບຽບການແລະ ມາດຕະການກ່ຽວກັບການຄຸ້ມຄອງ,ການສົ່ງເສີມແລະການພັດທະນາວຽກ ງານຫັດຖະກໍາເພື່ອເຮັດໃຫ້ການຈັດຕັ້ງແລະການເຄື່ອນໄຫວວຽກງານດັ່ງ ກ່າວມີການຂະຫຍາຍຕົວ,ສ້າງຜະລິດຕະພັນຫັດຖະກໍາໃຫ້ກາຍເປັນສິນຄ້າທີ່ ມີຄຸນນະພາບສູງແນໃສ່ສ້າງວຽກເຮັດງານທໍາແລະສ້າງລາຍຮັບໃຫ້ແກ່ປະ ຊາຊົນບັນດາເຜົ່າທັງເປັນການອະນຸລັກມູນເຊື້ອ,ສີໄມ້ລາຍມືທີ່ມີຄຸນຄ່າທາງ ດ້ານວິນລະປະວັດທະນະທໍາແລະເສດຖະກິດຊຶ່ງມີມາແຕ່ບູຮານນະການໃຫ້ ຍືນຍົງຄົງຢູ່ຕະຫຼອດໄປ.

...ມາດຕາ 2 ຫັດຖະກໍາ

ມາດຕາ 2 ຫັດຖະກໍາ ຫັດຖະກໍາແມ່ນຂະບວນການຜະລິດຂອງຂະແໜງເສດຖະກິດ ໜຶ່ງທີ່ສໍາຄັນຊຶ່ງນໍາໃຊ້ແຮງງານທີ່ມີຄວາມຊໍານານງານແລະພູມປັນຍາ ຂອງຕົນເປັນຕົ້ນຕໍເພື່ອສ້າງເປັນຜະລິດຕະພັນທີ່ມີຄວາມປານີດງົດງາມ,ມີ ຄຸນຄ່າສູງທາງດ້ານສິນລະປະກັດທະນະທໍາ,ເສດຖະກິດແລະມີເອກະລັກສະ ເພາະຕົວ.

...ມາດຕາ 3 ຄຸນລັກສະນະຕົ້ນຕໍຂອງຜະລິດຕະພັນຫັດຖະກໍາ

ມາດຕາ 3 ຄຸນລັກສະນະຕົ້ນຕໍຂອງຜະລິດຕະພັນຫັດຖະກໍາ ຄຸນລັກສະນະຕົ້ນຕໍຂອງຜະລິດຕະພັນຫັດຖະກໍາມີດັ່ງນີ້: 1. ນໍາໃຊ້ແຮງງານຄົນເປັນຕົ້ນຕໍແລະສາມາດນໍາໃຊ້ເຄື່ອງຈັກ ຊ່ວຍແຮງຈໍານາຍໜຶ່ງ; 2. ມີຄຸນຄ່າສູງທາງດ້ານສິນລະປະວັດທະນະທໍາແລະເສດຖະ ກິດ; 3. ມີເອກະລັກສະເພາະຕົວ; 4. ຜະລິດເພື່ອຊົມໃຊ້ແລະເປັນສິນຄ້າ; 5. ມີເອກະລັກຂອງຊາດ,ຂອງທ້ອງຖິ່ນແລະບັນດາເຜົ່າ; 6. ມີລັກສະນະປະຫວັດສາດຂອງແຕ່ລະຍຸກແຕ່ລະສະໄໝ.

...ມາດຕາ 4 ການອະທິບາຍຄໍາສັບ

ມາດຕາ 4 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຜູ້ປະກອບການໝາຍເຖິງບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງລວມໝູ່ຂອງປະຊາຊົນທີ່ລົງທຶນ,ດໍາເນີນການຜະລິດແລະບໍລິການຈໍາ ໜ່າຍສິນຄ້າຫັດຖະກໍາ; 2. ຊາວຊ່າງຫັດຖະກໍາໝາຍເຖິງຊ່າງຫັດຖະກໍາແລະນາຍ ຊ່າງຫັດຖະກໍາຊຶ່ງເປັນຜູ້ຜະລິດຫຼືຜູ້ດໍາເນີນການກ່ຽວກັບການຜະລິດຫັດຖະ ກໍາ; 3. ກິດຈະການໝາຍເຖິງບັນດາວຽກງານທີ່ດໍາເນີນຢູ່ໃນໂຮງ ງານຫັດຖະກໍາແລະໂຮງຊ່າງຫັດຖະກໍາຄອບຄົວ; 4. ເຈົ້າໜ້າທີ່ໝາຍເຖິງພະນັກງານວິຊາການທີ່ຖືກແຕ່ງຕັ້ງ ຫຼືຖືກມອບໝາຍໜ້າທີ່ຈາກການຈັດຕັ້ງຂັ້ນເທິງເພື່ອປະຕິບັດວຽກງານຫັດ ຖະກໍາ; 5. ການບໍາບັດສິ່ງເສດເຫຼືອໝາຍເຖິງການປັບປຸງ,ດັດແປງ ສິ່ງເສດເຫຼືອຫຼືຜົນກະທົບຈາກການຜະລິດຫັດຖະກໍາໃຫ້ຫຼຸດຜ່ອນລົງເຊັ່ນ:ນໍ້າ ເປື້ອນ,ສຽງ,ກິ່ນແລະຜົນກະທົບອື່ນ; 6. ລະບົບຄໍ້າປະກັນສິນເຊື່ອທະນາຄານໝາຍເຖິງການຄໍ້າປະ ກັນດ້ວຍຊັບສິນຂອງຜູ້ກູ້ຢືມຫຼືດ້ວຍການຈັດຕັ້ງຫຼືບຸກຄົນອື່ນ; 7. ພາຫະນະສື່ມວນຊົນໝາຍເຖິງສື່ສິ່ງພິມແລະສື່ເອເລັກໂຕຼນິກ ລວມທັງຜະລິດຕະພັນສື່ມວນຊົນຊຶ່ງມີໜັງສືພິມ,ໃບຂ່າວສານ,ຈົດໝາຍເຫດ, ວາລະສານ,ລາຍການວິທະຍຸ,ລາຍການໂທລະພາບ,ກາຍການໂທລະໂຄ່ງ, ອິນເຕີເນັດ,ເວບໄຊ,ກາແຊັດ,ຊີດີ,ວີຊີດີ,ດີວີດີແລະອື່ນໆ; 8. ໂລຫະໝາຍເຖິງວັດຖຸທີ່ນໍາຜ່ານກະແສໄຟຟ້າເຊັ່ນ:ເຫຼັກ, ທອງ,ຄໍາ,ເງິນແລະວັດຖຸອື່ນ; 9. ອະໂລຫະໝາຍເຖິງວັດຖຸທີ່ບໍ່ນໍາຜ່ານກະແສໄຟຟ້າເຊັ່ນ: ແກ້ວ,ຢາງພະລາສະຕິກ,ໄມ້ແລະວັດຖຸອື່ນ; 10. ກໍາມະວິທີໝາຍເຖິງວິທີການແລະຂັ້ນຕອນການຜະລິດ; 11. ເຈ້ຍພື້ນເມືອງໝາຍເຖິງເຈ້ຍທີ່ເຮັດດ້ວຍເປືອກສາ,ໜໍ່ ໄມ້,ເຟືອງແລະພືດອື່ນ.

...ມາດຕາ 5 ນະໂຍບາຍກ່ຽວກັບວຽກງານຫັດຖະກໍາ

ມາດຕາ 5 ນະໂຍບາຍກ່ຽວກັບວຽກງານຫັດຖະກໍາ ລັດມີນະໂຍບາຍກ່ຽວກັບວຽກງານຫັດຖະກໍາເຊັ່ນ:ນະໂຍບາຍ ການຄຸ້ມຄອງ,ການສົ່ງເສີມແລະພັດທະນາ,ການອະນຸລັກແລະການສະ ຫງວນເພື່ອໃຫ້ຂະແໜງການຫັດຖະກໍາມີການຂະຫຍາຍຕົວຢ່າງຍືນຍົງ.

...ມາດຕາ 6 ຫຼັກການກ່ຽວກັບວຽກງານຫັດຖະກໍາ

ມາດຕາ 6 ຫຼັກການກ່ຽວກັບວຽກງານຫັດຖະກໍາ ວຽກງານຫັດຖະກໍາຕ້ອງດໍາເນີນຕາມຫຼັກການດັ່ງນີ້: 1. ຄຸ້ມຄອງແລະພັດທະນາການຜະລິດຫັດຖະກໍາແບບຍືນຍົງ; 2. ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ; 3. ອະນຸລັກ,ປົກປັກຮັກສາຫັດຖະກໍາທີ່ເປັນມູນເຊື້ອແລະມີເອກະ ລັກສະເພາະຂອງຊາດແລະຂອງຊົນເຜົ່າ; 4. ຮັບປະກັນຄວາມປອດໄພຂອງຜູ້ຊົມໃຊ້ສິນຄ້າຫັດຖະກໍາ; 5. ເຄົາລົບແລະປະຕິບັດສົນທິສັນຍາສາກົນທີ່ ສປປລາວເປັນ ຸພາຄີ.

...ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບໂຄງງານຫັດຖະກໍາຂະໜາດ ຕ່າງໆແລະໂຮງຊ່າງຫັດຖະກໍາຄອບຄົວປະເພດຕ່າງໆ,ຊາວຊ່າງຫັດຖະ ກໍາແລະຜູ້ຄຸ້ມຄອງວຽກງານຫັດຖະກໍາ.

...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດຊຸກຍູ້ສົ່ງເສີມໃຫ້ມີກາພົວພັນຮ່ວມມືກັບສາກົນໃນວຽກງານ ຫັດຖະກໍາດ້ວຍການຍາດແຍ່ງການຊ່ວຍເຫຼືອແລກປ່ຽນຂໍ້ມູນຂ່າວສານ, ເຕັກໂນໂລຊີ,ບົດຮຽນແລະປະສົບການ,ຍົກລະດັບສີມືແຮງງານແລະການ ຄຸ້ມຄອງທຸລະກິດ,ການຕະຫຼາດແລະອື່ນໆ.

..ພາກທີ 2 ກິດຈະການຫັດຖະກໍາ


...ໝວດທີ 1 ໂຮງງານຫັດຖະກໍາແລະໂຮງຊ່າງຫັດຖະກໍາຄອບຄົວ


....ມາດຕາ 9 ໂຮງງານຫັດຖະກໍາ

ມາດຕາ 9 ໂຮງງານຫັດຖະກໍາ ໂຮງງານຫັດຖະກໍາແມ່ນສະຖານທີ່ແລະອາຄານທີ່ທໍາການຜະ ລິດຫັດຖະກໍາດ້ວຍການນໍາໃຊ້ແຮງງານຄົນເປັນຕົ້ນຕໍແຕ່ 10 ຄົນຂຶ້ນໄປ ແລະສາມາດນໍາໃຊ້ເຄື່ອງຈັກຈໍານວນໜຶ່ງເປັນເຄື່ອງຊ່ວຍແຮງ.

....ມາດຕາ 10 ຂະໜາດຂອງໂຮງງານຫັດຖະກໍາ

ມາດຕາ 10 ຂະໜາດຂອງໂຮງງານຫັດຖະກໍາ ໂຮງງານຫັດຖະກໍາຈັດເປັນສາມຂະໜາດຄື: 1. ໂຮງງານຫັດຖະກໍາຂະໜາດ 1 ຊຶ່ງແມ່ນໂຮງງານຫັດຖະ ກໍາຂະໜາດໃຫຍ່ທີ່ມີແຮງງານລວມແຕ່ 200 ຄົນຂຶ້ນໄປແລະສາມາດນໍາ ໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜຶ່ງ; 2. ໂຮງງານຫັດຖະກໍາຂະໜາດ 2 ຊຶ່ງແມ່ນໂຮງງານຫັດຖະ ກໍາຂະໜາດກາງທີ່ມີແຮງງານລວມແຕ່ 51 ຫາ 199 ຄົນແລະສາມາດ ນໍາໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜຶ່ງ; 3. ໂຮງງານຫັດຖະກໍາຂະໜາດ 3 ຊຶ່ງແມ່ນໂຮງງານຫັດຖະ ກໍາຂະໜາດນ້ອຍທີ່ມີແຮງງານແຕ່ 10 ຫາ 50 ຄົນແລະສາມາດນໍາໃຊ້ ເຄື່ອງຈັກຊ່ວຍແຮງຈໍານວນໜຶ່ງ.

....ມາດຕາ 11 ໂຮງຊ່າງຫັດຖະກໍາຄອບຄົວ

ມາດຕາ 11 ໂຮງຊ່າງຫັດຖະກໍາຄອບຄົວ ໂຮງຊ່າງຫັດຖະກໍາຄອບຄົວແມ່ນສະຖານທີ່ແລະອາຄານທີ່ທໍາ ການຜະລິດຫັດຖະກໍາໃນລະດັບຄົວເຮືອນດ້ວຍການນໍາໃຊ້ແຮງງານຄົນເປັນ ຕົ້ນຕໍແຕ່ 9 ຄົນລົງມາແລະສາມາດນໍາໃຊ້ເຄື່ອງຈັກຈໍານວນໜຶ່ງເປັນເຄື່ອງ ຊ່ວຍແຮງ.

....ມາດຕາ 12 ປະເພດຂອງໂຮງຊ່າງຫັດຖະກໍາຄອບຄົວ

ມາດຕາ 12 ປະເພດຂອງໂຮງຊ່າງຫັດຖະກໍາຄອບຄົວ ໂຄງຊ່າງຫັດຖະກໍາຄອບຄົວຈັດເປັນສອງປະເພດຄື: 1. ໂຮງຊ່າງຫັດຖະກໍາຄອບຄົວປະເພດ 1 ຊຶ່ງດໍາເນີນກິດຈະ ການຫັດຖະກໍາເປັນອາຊີບຕົ້ນຕໍຂອງຄອບຄົວ; 2. ໂຮງຊ່າງຫັດຖະກໍາຄອບຄົວປະເພດ 2 ຊຶ່ງດໍາເນີນກິດຈະ ການຫັດຖະກໍາເປັນອາຊີບສໍາຮອງຂອງຄອບຄົວ.

....ມາດຕາ 13 ຂະແໜງວິຊາຊີບຫັດຖະກໍາ

ມາດຕາ 13 ຂະແໜງວິຊາຊີບຫັດຖະກໍາ ຂະແໜງວິຊາຊີບຫັດຖະກໍາຕົ້ນຕໍມີດັ່ງນີ້: 1. ຂະແໜງແຜ່ນແພພື້ນເມືອງ; 2. ຂະແໜງໄມ້,ຫວາຍ,ໄມ້ປ່ອງແລະເຄືອໄມ້; 3. ຂະແໜງເຈ້ຍພື້ນເມືອງ; 4. ຂະແໜງສິນລະປະໂລຫະ,ອະໂລຫະ; 5. ຂະແໜງປັ້ນດິນເຜົາ; 6. ຂະແໜງເຄື່ອງປະດັບແລະເຄື່ອງເອ້ຢ້ອງ; 7. ຂະແໜງອາຫານແລະເຄື່ອງດື່ມພື້ນເມືອງ.

...ໝວດທີ 2 ການອະນຸລັກ,ການສະຫງວນແລະການຮັກສາມໍລະດົກຫັດຖະກໍາ


....ມາດຕາ 14 ການອະນຸລັກຫັດຖະກໍາ

ມາດຕາ 14 ການອະນຸລັກຫັດຖະກໍາ ການອະນຸລັກຫັດຖະກໍາແມ່ນການຮັກສາ,ປົກປ້ອງບໍ່ໃຫ້ຫັດຖະ ກໍາຖືກທໍາລາຍຫຼືສູນຫາຍໄປ. ການອະນຸລັກຕ້ອງໄປຄຽງຄູ່ກັບການພັດທະນາຫັດຖະກໍາເພື່ອ ໃຫ້ມີຄຸນນະພາບແລະທັນສະໄໝ.

....ມາດຕາ 15 ຂະແໜງຫັດຖະກໍາທີ່ອະນຸລັກ

ມາດຕາ 15 ຂະແໜງຫັດຖະກໍາທີ່ອະນຸລັກ ຂະແໜງຫັດຖະກໍາທີ່ອະນຸລັກມີດັ່ງນີ້: 1. ຂະແໜງແຜ່ນແພພື້ນເມືອງ; ການຕໍ່າຫູກ; ການຍ້ອມສີທໍາມະຊາດ; ການຫຍິບ,ການປັກ,ການຖັກ,ການແສ່ວແລະດອກດວງ; ການອອກແບບ; ການມັດໝີ່; ການເຂັນຝ້າຍ,ການປູກມອນ,ການລ້ຽງມ້ອນ,ການສາວໄໝ ແລະອື່ນໆ. 2. ຂະແໜງໄມ້,ຫວາຍ,ໄມ້ປ່ອງແລະເຄືອໄມ້: ການຈັກສານ; ການຄວັດ,ການແກະສະລັກແລະອື່ນ. 3. ຂະແໜງເຈ້ຍພື້ນເມືອງ; ການຜະລິດເຈ້ຍສາ; ການຜະລິດເຈ້ຍເຟືອງແລະອື່ນໆ. 4. ຂະແໜງສິນລະປະໂລຫະ,ອະໂລຫະ; ການຫຼອມ; ການຫຼໍ່; ການຄວັດ,ການແກະສະລັກງາມ,ເຂົ້າສັດແລະອື່ນໆ. 5. ຂະແໜງປັ້ນດິນເຜົາ; ການປັ້ນດິນເຜົາ; ການຜະລິດດິນຈີ່,ດິນຂໍແລະອື່ນໆ. 6. ຂະແໜງເຄື່ອງປະດັບແລະເຄື່ອງເອ້ຢ້ອງ; ການຕີເງິນ,ຄໍາ,ທອງທີ່ເປັນລວດລາຍສິນລະປະພື້ນເມືອງ ລາວ; ການຕີງ້າງ,ດາບແລະອື່ນໆ. 7. ຂະແໜງອາຫານແລະເຄື່ອງດື່ມພື້ນເມືອງ; ການຜະລິດແຈ່ວບອງ; ການຜະລິດໄຄແຜ່ນ; ການຜະລິດເຄື່ອງດື່ມພື້ນເມືອງແລະອື່ນໆ.

....ມາດຕາ 16 ວິທີການອະນຸລັກຫັດຖະກໍາ

ມາດຕາ 16 ວິທີການອະນຸລັກຫັດຖະກໍາ ວິທີການອະນຸລັກຫັດຖະກໍາຕົນຕໍມີດັ່ງນີ້: 1. ດໍາເນີນການຄົ້ນຄວ້າຂຽນເປັນປຶ້ມຕໍາລາສໍາລັບກໍາມະວິ ທີການຜະລິດຫັດຖະກໍາທີ່ໂດດເດັ່ນ; 2. ເກັບກໍາແລະຂຶ້ນບັນຊີລາຍຊື່ຂອງຊາວຊ່າງຫັດຖະກໍາທີ່ມີ ຊື່ສຽງເພື່ອເປັນຜູ້ສິດສອນຖ່າຍທອດວິຊາໃຫ້ຄົນຫຼຸ້ນຫຼັງ; 3. ເກັບກໍາແລະຂຶ້ນບັນຊີຜະລິດຕະພັນຫັດຖະກໍາທີ່ໂດດເດັ່ນ ເພື່ອນໍາມາຄົ້ນຄວ້າ,ວາງສະແດງ,ໂຄສະນາເຜີຍແຜ່ແລະປົກປັກຮັກສາ; 4. ນໍາເອົາປຶ້ມຕໍາລາກ່ຽວກັບກໍາມະວິທີການຜະລິດຫັດຖະກໍາ ເພື່ອສ້າງເປັນຫຼັກສູດການຮຽນການສອນ; 5. ສ້າງສູນຫັດຖະກໍາ,ສູນຝຶກອົບຮົມວິຊາຊີບແລະຫໍພິພິດທະ ພັນຫັດຖະກໍາ; 6. ນໍາເອົາວຽກງານັດຖະກໍາໄປຈົດທະບຽນຊັບສິນທາງປັນ ຍາ.

....ມາດຕາ 17 ການສະຫງວນຫັດຖະກໍາ

ມາດຕາ 17 ການສະຫງວນຫັດຖະກໍາ ການສະຫງວນຫັດຖະກໍາແມ່ນການຮັກສາກໍາມະວິທີການຜະລິດ ຫັດຖະກໍາໃດໜຶ່ງໄວ້ໃຫ້ສະເພາະພົນລະເມືອງລາວໃນກໍານົດເວລາທີ່ແນ່ ນອນ.

....ມາດຕາ 18 ຂະແໜງຫັດຖະກໍາທີ່ສະຫງວນ

ມາດຕາ 18 ຂະແໜງຫັດຖະກໍາທີ່ສະຫງວນ ຂະແໜງຫັດຖະກໍາທີ່ສະຫງວນມີດ່ັງນີ້: 1. ຂະແໜງແຜ່ນແພພື້ນເມືອງ: ການອອກແບບ,ການເກັບ,ການຈົດລວດລາຍແລະການມັດໝີ່ ແບບພື້ນເມືອງລາວ; 2. ຂະແໜງໄມ້,ສິນລະປະໂລຫະ,ອະໂລຫະ,ຂະແໜງເຄື່ອງ ປະດັບແລະເຄື່ອງເອ້ຢ້ອງ; ການອອກແບບລວດລາຍພື້ນເມືອງລາວທີ່ພົວພັນໃນແຕ່ລະຍຸກ ແຕ່ລະສະໄໝ.

....ມາດຕາ 19 ວິທີການສະຫງວນຫັດຖະກໍາ

ມາດຕາ 19 ວິທີການສະຫງວນຫັດຖະກໍາ ວິທີການສະຫງວນຫັດຖະກໍາຕົ້ນຕໍມີດັ່ງນີ້: - ນໍາເອົາກໍາມະວິທີການຜະລິດຫັດຖະກໍາທີ່ສະຫງວນໄປຈົດທະ ບຽນຊັບສິນທາງປັນຍາແລະເອົາຂຶ້ນບັນຊີກິດຈະການຫັດຖະກໍາທີ່ລັດຄຸ້ມ ຄອງ; - ການເຜີຍແຜ່ແລະການສິດສອນກໍາມະວິທີການຜະລິດຫັດຖະ ກໍາທີ່ສະຫງວນຕາມລະບຽບການຫຼືຕາມການອະນຸຍາດຂອງຂະແໜງການ ທີ່ກ່ຽວຂ້ອງ.

....ມາດຕາ 20 ມໍລະດົກຫັດຖະກໍາ

ມາດຕາ 20 ມໍລະດົກຫັດຖະກໍາ ມໍລະດົກຫັດຖະກໍາແມ່ນຜະລິດຕະພັນຫັດຖະກໍາທີ່ປະຊາຊົນລາວ ສ້າງຂຶ້ນທີ່ມີຄຸນຄ່າສູງທາງດ້ານວັດທະນະທໍາ,ປະຫວັດສາດ,ເປັນຊັບສົມບັດ ອັນລໍ້າຄ່າແລະເປັນຊັບສິນລວມຂອງວົງຄະນະຍາດແຫ່ງຊາດ. ການປົກປັກຮັກສາມໍລະດົກຫັດຖະກໍາໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ.

...ໝວດທີ 3 ການສ້າງຕັ້ງແລະການດໍາເນີນກິດຈະການໂຮງງານຫັດຖະກໍາແລະໂຮງຊ່າງຫັດຖະກໍາຄອບຄົວ


....ມາດຕາ 21 ການສ້າງຕັ້ງໂຮງງານຫັດຖະກໍາ

ມາດຕາ 21 ການສ້າງຕັ້ງໂຮງງານຫັດຖະກໍາ ການສ້າງຕັ້ງໂຮງງານຫັດຖະກໍາທຸກຂະໜາດໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 22 ການສ້າງຕັ້ງໂຮງຊ່າງຫັດຖະກໍາຄອບຄົວ

ມາດຕາ 22 ການສ້າງຕັ້ງໂຮງຊ່າງຫັດຖະກໍາຄອບຄົວ ໂຮງຊ່າງຫັດຖະກໍາຄອບຄົວທຸກປະເພດສາມາດດໍາເນີນກິດຈະ ການໄດ້ໃນທັນໃດ.ຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ ລົງຕິດຕາມກວດກາແລະເກັບກໍາຂໍ້ມູນເພື່ອຄຸ້ມຄອງແລະຊຸກຍູ້ສົ່ງເສີມ.

....ມາດຕາ 23 ການນໍາໃຊ້ວັດຖຸດິບ

ມາດຕາ 23 ການນໍາໃຊ້ວັດຖຸດິບ ການນໍາໃຊ້ວັດຖຸດິບຕ້ອງຕິດພັນກັບການຊຸກຍູ້ສົ່ງເສີມການຜະ ລິດພາຍໃນເປັນຕົ້ນຕໍ. ການນໍາໃຊ້ວັດຖຸດິບຈາກທໍາມະຊາດຕ້ອງມີການປະຍັດ,ຮັບປະ ກັນຄວາມຍືນຍົງແລະຖືກຕ້ອງຕາມລະບຽບກົດໝາຍ. ຜູ້ປະກອບການຫັດຖະກໍາຕ້ອງໄດ້ເອົາໃຈໃສ່ໃນການປູກຝັງລ້ຽງ ສັດເພື່ອເປັນວັດຖຸດິບທົດແທນສະໜອງໃຫ້ແກ່ການຜະລິດ.

....ມາດຕາ 24 ການນໍາໃຊ້ແຮງງານ

ມາດຕາ 24 ການນໍາໃຊ້ແຮງງານ ການນໍາໃຊ້ແຮງງານທໍາການຜະລິດຫັດຖະກໍາຕ້ອງນໍາໃຊ້ແຮງ ງານພາຍໃນເປັນຕົ້ນຕໍ,ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ຍົກລະດັບສີມືແຮງງານ, ຄວາມຊໍານານງານເພື່ອໃຫ້ຜະລິດຕະພັນຫັດຖະກໍາມີຄຸນນະພາບພ້ອມທັງ ເປັນການອະນຸລັກ,ປົກປັກຮັກສາສີໄມ້ລາຍມືທີ່ເປັນມູນເຊື້ອແລະມີເອກະລັກ ສະເພາະຂອງຊາດ.

....ມາດຕາ 25 ການພັດທະນາຄຸນນະພາບສິນຄ້າຫັດຖະກໍາ

ມາດຕາ 25 ການພັດທະນາຄຸນນະພາບສິນຄ້າຫັດຖະກໍາ ຜູ້ປະກອບການຕ້ອງເອົາໃຈໃສ່ພັດທະນາຄຸນນະພາບສິນຄ້າຫັດ ຖະກໍາໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນແລະສາກົນໄດ້ດ້ວຍວິທີການ ຕ່າງໆເປັນຕົ້ນ:ການປັບປຸງຄຸນນະພາບການຜະລິດແບບຄົບຊຸດ,ການຄົ້ນ ຄວ້ານໍາໃຊ້ກໍາມະວິທີເຕັກໂນໂລຊີທີ່ກ້າວໜ້າ.

...ໝວດທີ 4 ຊ່າງຫັດຖະກໍາແລະນາຍຊ່າງຫັດຖະກໍາ


....ມາດຕາ 26 ຊ່າງຫັດຖະກໍາແລະນາຍຊ່າງຫັດຖະກໍາ

ມາດຕາ 26 ຊ່າງຫັດຖະກໍາແລະນາຍຊ່າງຫັດຖະກໍາ ຊ່າງຫັດຖະກໍາແມ່ນບຸກຄົນທີ່ມີວິຊາຊີບດ້ານຫັດຖະກໍາໃດໜຶ່ງ ຊຶ່ງໄດ້ຮັບການຢັ້ງຢືນຈາກໂຮງຮຽນຫຼືສູນຝຶກອົບຮົມແລະການຝຶກອົບຮົມ ຕາມຫຼັກສູດວິຊາຊີບຫັດຖະກໍາ. ນາຍຊ່າງຫັດຖະກໍາແມ່ນຊ່າງຫັດຖະກໍາຜູ້ທີ່ມີຄຸນວຸດທິ,ຄວາມ ຊໍານານງານດ້ານວິຊາຊີບຫັດຖະກໍາແລະມີປະສົບການສູງໃນວຽກງານຫັດ ຖະກໍາຢ່າງໜ້ອຍຫ້າປີ.

....ມາດຕາ 27 ການໃຫ້ນາມມະຍົດຊ່າງຫັດຖະກໍາແລະນາຍຊ່າງຫັດຖະກໍາ

ມາດຕາ 27 ການໃຫ້ນາມມະຍົດຊ່າງຫັດຖະກໍາແລະນາຍຊ່າງຫັດຖະກໍາ ລັດຕ້ອງຄົ້ນຄວ້າວາງເງື່ອນໄຂມາດຕະຖານເພື່ອເປັນບ່ອນ ອີງໃຫ້ແກ່ການຈັດຊັ້ນນາມມະຍົດລະດັບຕ່າງໆຂອງຊ່າງຫັດຖະກໍາແລະ ນາຍຊ່າງຫັດຖະກໍາເພື່ອເປັນການຍ້ອງຍໍຊົມເຊີຍທາງດ້ານວັດຖຸແລະຈິດ ໃຈຄາມຄວາມເໝາະສົມ.

..ພາກທີ 3 ການສົ່ງເສີມແລະພັດທະນາວຽກງານຫັດຖະກໍາ


...ມາດຕາ 28 ການສົ່ງເສີມແລະພັດທະນາວຽກງານພັດຖະກໍາ

ມາດຕາ 28 ການສົ່ງເສີມແລະພັດທະນາວຽກງານພັດຖະກໍາ ລັດສົ່ງເສີມແລະພັດທະນາວຽກງານກັດຖະກໍາດ້ວຍການໃຫ້ນະໂຍບາຍແລະ ປະຕິບັດມາດຕະການຕົ້ນຕໍດັ່ງນີ້: 1. ທຶນແລະກອງທຶນ; 2. ພາສີແລະອາກອນ; 3. ການປົກປ້ອງສິນຄ້າຫັດຖະກໍາ; 4. ການສະໜອງຂໍ້ມູນຂ່າວສານ; 5. ການຕະຫຼາດ; 6. ການນໍາໃຊ້ເຕັກໂນໂລຊີ; 7. ການໃຫ້ຄໍາປຶກສາ; 8. ການຝຶກອົບຮົມແລະຍົກລະດັບສີມືແຮງງານ; 9. ສູນສົ່ງເສີມຫັດຖະກໍາ; 10. ສູນຝຶກອົບຮົມວິຊາຊີບຫັດຖະກໍາ; 11. ການສ້າງຕັ້ງກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ.

...ມາດຕາ 29 ທຶນແລະກອງທຶນ

ມາດຕາ 29 ທຶນແລະກອງທຶນ ລັດສະໜອງງົບປະມານໃຫ້ແກ່ການຊຸກຍູ້ສົ່ງເສີມວຽກງານຫັດ ຖະກໍາເຊັ່ນ:ສ້າງສູນສົ່ງເສີມຫັດຖະກໍາ,ສ້າງສູນຝຶກອົບຮົມວິຊາຊີບຫັດຖະກໍາ ,ກໍ່ສ້າງແລະປັບປຸງໂຮງຮຽນວິຈິດຕະກໍາແລະງົບປະມານດັດສົມສົ່ງເສີມວິ ຊາການ. ກະຊວງການເງິນແລະທະນາຄານແຫ່ງສປປລາວກໍານົດນະໂຍ ບາຍສິນເຊື່ອດອກເບ້ຍຕໍ່າດ້ວຍການນໍາໃຊ້ຫຼາຍລະບົບຄໍ້າປະກັນສິນເຊື່ອໃຫ້ ແກ່ຜູ້ປະກອບການຫັດຖະກໍາຢ່າງເໝາະສົມ. ກອງທຶນພັດທະນາຫັດຖະກໍາສ້າງຕັ້ງຂຶ້ນດ້ວຍການປະກອບສ່ວນ ທຶນຈາກສະມາຊິກຂອງສະມາຄົມຫັດຖະກໍາ,ຜູ້ປະກອບການຫັດຖະກໍາ,ການ ຊ່ວຍເຫຼືອຂອງລັດ,ອົງການຈັດຕັ້ງສັງຄົມ,ບັນດາຫົວໜ່ວຍເສດຖະກິດແລະ ບຸກຄົນທັງພາຍໃນແລະຕ່າງປະເທດ.

...ມາດຕາ 30 ພາສີແລະອາກອນ

ມາດຕາ 30 ພາສີແລະອາກອນ ລັດສົ່ງເສີມວຽກງານຫັດຖະກໍາດ້ວຍການວາງນະໂຍບາຍດ້ານ ພາສີແລະອາກອນຕາມຄວາມເໝາະສົມເພື່ອພັດທະນາວຽກງານຫັດຖະກໍາ ໃຫ້ມີຄວາມເຂັ້ມແຂງແລະຂະຫຍາຍຕົວ.

...ມາດຕາ 31 ການປົກປ້ອງສິນຄ້າຫັດຖະກໍາ

ມາດຕາ 31 ການປົກປ້ອງສິນຄ້າຫັດຖະກໍາ ລັດປົກປ້ອງສິນຄ້າຫັດຖະກໍາດ້ວຍການປູກຈິດສໍານຶກຂອງທົ່ວ ສັງຄົມໃນນັ້ນອົງການລັດຕ້ອງເປັນແບບຢ່າງໃນການຊົມໃຊ້ສິນຄ້າຫັດຖະ ກໍາພ້ອມດຽວກັນກໍ່ໃຫ້ເອົາໃຈໃສ່ນໍາໃຊ້ມາດຕະການທີ່ຈໍາເປັນໃນການຄວບ ຄຸມການນໍາເຂົ້າສິນຄ້າຫັດຖະກໍາເປັນຕົ້ນ:ການກວດກາຄຸນນະພາບແລະ ມາດຕະຖານເຕັກນິກຂອງຜະລິດຕະພັນແລະມາດຕະການອື່ນ.

...ມາດຕາ 32 ການສະໜອງຂໍ້ມູນຂ່າວສານ

ມາດຕາ 32 ການສະໜອງຂໍ້ມູນຂ່າວສານ ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນ ທີ່ກ່ຽວຂ້ອງສະໜອງຂໍ້ມູນຂ່າວສານໃຫ້ແກ່ຜູ້ປະກອບການກ່ຽວກັບວຽກງານ ຫັດຖະກໍາເຊັ່ນ:ຂໍ້ມູນຂ່າວສານກ່ຽວກັບການດໍາເນີນການຜະລິດ,ການຕະ ຫຼາດ,ລາຄາ,ແຫຼ່ງທຶນ,ແຫຼ່ງວັດຖຸດິບແລະອື່ນໆດ້ວຍຮູບການສໍາມະນາແລະ ໂຄສະນາເຜີຍແຜ່ຜ່ານພາຫະນະສື່ມວນຊົນຕ່າງໆ.

...ມາດຕາ 33 ການຕະຫຼາດ

ມາດຕາ 33 ການຕະຫຼາດ ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນ ທີ່ກ່ຽວຂ້ອງຮ່ວມກັບສະພາການຄ້າແລະອຸດສາຫະກໍາແຫ່ງຊາດ,ສະມາຄົມ ຫັດຖະກໍາລາວ,ຊາວຊ່າງຫັດຖະກໍາຊອກຫາຕະຫຼາດພາຍໃນແລະຕ່າງປະ ເທດດ້ວຍຫຼາຍຮູບການເປັນຕົ້ນ:ການໂຄສະນາ,ການວາງສະແດງສິນຄ້າ, ການຈັດງານຕະຫຼາດນັດແລະຕະຫຼາດອື່ນພ້ອມທັງປຸກລະດົມໃຫ້ມີການຊົມ ໃຊ້ຜະລິດຕະພັນຫັດຖະກໍາພາຍໃນຢ່າງກ້ວາງຂວາງ.

...ມາດຕາ 34 ການນໍາໃຊ້ເຕັກໂນໂລຊີ

ມາດຕາ 34 ການນໍາໃຊ້ເຕັກໂນໂລຊີ ລັດຊຸກຍູ້ສົ່ງເສີມທຸກພາກສ່ວນເສດຖະກິດເອົາໃຈໃສ່ໃນການສຶກ ສາຄົ້ນຄວ້າ,ພັດທະນາແລະອະນຸລັກກໍາມະວິທີການຜະລິດຫັດຖະກໍາແບບພື້ນ ເມືອງພ້ອມກັນນັ້ນກໍ່ຕ້ອງຍາດແຍ່ງເອົາການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ໂດຍມີການເລືອກເຟັ້ນຢ່າງເໝາະສົມເຂົ້າໃນຂະບວນການຜະລິດຂອງຕົນ ເພື່ອໃຫ້ຜົນຜະລິດຫັດຖະກໍາມີຄຸນນະພາບສູງສາມາດແຂ່ງຂັນຢູ່ຕະຫຼາດພາຍ ໃນແລະສາກົນ.

...ມາດຕາ 35 ການໃຫ້ຄໍາປຶກສາ

ມາດຕາ 35 ການໃຫ້ຄໍາປຶກສາ ຂະແໜງການອຸດສາຫະກໍາແລະການຄ້າໂດຍສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງໃຫ້ຄໍາປຶກສາຕາມການສະເໜີຂອງຜູ້ປະກອບ ການຫັດຖະກໍາກ່ຽວກັບການດໍາເນີນກິດຈະການຫັດຖະກໍາເປັນຕົ້ນ:ໃຫ້ຄໍາ ປຶກສາທາງດ້ານລະບຽບກົດໝາຍ,ການສ້າງຕັ້ງ,ແຫຼ່ງວັດຖຸດິບ,ການຕະ ຫຼາດ,ລາຄາ,ການແກ້ໄຂຂໍ້ຂັດແຍ່ງແລະກິດຈະການອື່ນ. ລັດຊຸກຍູ້ສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງສ້າງຕັ້ງຫ້ອງການ ໃຫ້ຄໍາປຶກສາແກ່ຜູ້ປະກອບການຫັດຖະກໍາ.

...ມາດຕາ 36 ການຝຶກອົບຮົມແລະຍົກລະດັບສີມືແຮງງານ

ມາດຕາ 36 ການຝຶກອົບຮົມແລະຍົກລະດັບສີມືແຮງງານ ຂະແໜງການອຸດສາຫະກໍາແລະການຄ້າ,ຂະແໜງການສຶກສາ ,ຂະແໜງການແຮງງານແລະສະຫວັດດີການສັງຄົມ,ຂະແໜງການຖະແຫຼງ ຂ່າວແລະວັດທະນະທໍາ,ອົງການຈັດຕັ້ງມະຫາຊົນ,ສະພາການຄ້າແລະອຸດ ສາຫະກໍາແຫ່ງຊາດ,ສະມາຄົມຫັດຖະກໍາລາວແລະຂະແໜງການອື່ນທີ່ກ່ຽວ ຂ້ອງຈັດຕັ້ງການຝຶກອົບຮົມວິຊາຊີບຫັດຖະກໍາແລະຍົກລະດັບສີມືແຮງງານ ຕາມຄວາມຮັບຜິດຊອບຂອງຕົນເພື່ອເພີ່ມປະສິດທິພາບຂອງການຜະລິດ, ການບໍລິການແລະຍົກລະດັບຄວາມສາມາດຄຸ້ມຄອງບໍລິຫານຂອງຜູ້ປະກອບ ການຫັດຖະກໍາ.

...ມາດຕາ 37 ສູນສົ່ງເສີມຫັດຖະກໍາ

ມາດຕາ 37 ສູນສົ່ງເສີມຫັດຖະກໍາ ສູນສົ່ງເສີມຫັດຖະກໍາສ້າງຂຶ້ນເພື່ອເປັນບ່ອນວາງສະແດງແລະ ຈໍາໜ່າຍສິນຄ້າຫັດຖະກໍາ,ຝຶກອົບຮົມແລະຍົກລະດັບວິຊາຊີບທັງເປັນບ່ອນ ຄົ້ນຄວ້າ,ສາທິດການຜະລິດ,ເປີດກອງປະຊຸມວິຊາການເພື່ອແລກປ່ຽນບົດ ຮຽນຊຶ່ງກັນແລະກັນ,ເຈລະຈາຊື້ຂຍ,ຮ່ວມມືແລະຊ່ວຍເຫຼືອລະຫວ່າງຊາວ ຊ່າງຫັດຖະກໍາດ້ວຍກັນທັງເປັນພໍພິພິດທະພັນເພື່ອອະນຸລັກແນໃສ່ພັດທະນາ ວຽກງານຫັດຖະກໍາໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການຈັດຕັ້ງແລະການເຄື່ອນໄຫວຂອງສູນສົ່ງເສີມຫັດຖະກໍາໄດ້ ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 38 ສູນຝຶກອົບຮົມວິຊາຊີບຫັດຖະກໍາ

ມາດຕາ 38 ສູນຝຶກອົບຮົມວິຊາຊີບຫັດຖະກໍາ ລັດສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດແລະອົງການຈັດຕັ້ງສັງ ຄົມຕ່າງໆສ້າງສູນຝຶກອົບຮົມວິຊາຊີບຫັດຖະກໍາເພື່ອຝຶກອົບຮົມ,ຍົກລະດັບສີ ມືແຮງງານໃຫ້ແກ່ຊາວຊ່າງຫັດຖະກໍາແລະສ້າງໃຫ້ພົນລະເມືອງລາວມີວິ ຊາຊີບ,ມີວຽກເຮັດງານທໍາທັງເປັນການອະນຸລັກ,ປົກປັກຮັກສາຫັດຖະກໍາທີ່ ເປັນມູນເຊື້ອແລະມີເອກະລັກສະເພາະຂອງລາວໄວ້. ການຈໍາໜ່າຍຜົນຜະລິດທີ່ໄດ້ຈາກການຝຶກອົບຮົມຢູ່ພາຍໃນສູນ ດັ່ງກ່າວໄດ້ຮັບການຍົກເວັ້ນພາສີແລະອາກອນ.

...ມາດຕາ 39 ການສ້າງຕັ້ງກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ

ມາດຕາ 39 ການສ້າງຕັ້ງກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ ຂະແໜງການອຸດສາຫະກໍາແລະການຄ້າຄົ້ນຄວ້າສ້າງລະບຽບ ການເພື່ອອໍານວຍຄວາມສະດວກກ່ຽວກັບການສ້າງຕັ້ງກຸ່ມ,ສະມາຄົມ,ສະຫະ ກອນຜູ້ຜະລິດທຸລະກິດຫັດຖະກໍາເພື່ອຊ່ວຍຊຸກຍູ້ສົ່ງເສີມໃຫ້ແກ່ການຈັດຕັ້ງດັ່ງ ກ່າວມີຄວາມເຂັ້ມແຂງ.

..ພາກທີ 4 ການປົກປັກຮັກສາສິ່ງແວດລ້ອມແລະຄວາມປອດໄພຂອງຄົນງານ


...ມາດຕາ 40 ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 40 ການປົກປັກຮັກສາສິ່ງແວດລ້ອມ ການດໍາເນີນກິດຈະການໂຮງງານຫັດຖະກໍາແລະໂຮງຊ່າງຫັດ ຖະກໍາຄອບຄົວຕ້ອງປະຕິບັດຕາມລະບຽບກົດໝາຍກ່ຽວກັບການປົກປັກຮັກ ສາສິ່ງແວດລ້ອມເພື່ອແກ້ໄຂຫຼືຫຼຸດຜ່ອນຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາ ມະຊາດແລະສັງຄົມເຊັ່ນ:ອາຍພິດ,ຝຸ່ນ,ສິ່ງເສດເຫຼືອແລະນໍ້າເປື້ອນ,ຄວັນ, ສຽງ,ສີ,ແສງ,ກິ່ນ,ຄວາມສັ່ນສະເທືອນ,ອຸນນະພູມ,ຄວາມຊຸ່ມແລະອື່ນໆ.

...ມາດຕາ 41 ການກໍາຈັດແລະການບໍາບັດສິ່ງເສດເຫຼືອຈາກໂຮງງານ

ມາດຕາ 41 ການກໍາຈັດແລະການບໍາບັດສິ່ງເສດເຫຼືອຈາກໂຮງງານ ສິ່ງເສດເຫຼືອຈາກໂຮງງານຫັດຖະກໍາແລະໂຮງຊ່າວຫັດຖະກໍາ ຄອບຄົວຕ້ອງດໍາຈັດແລະບໍາບັດຕາມເຕັກນິກວິຊາການແລະຕາມສະຖານທີ່ ທີ່ໄດ້ກໍານົດໃຫ້.

...ມາດຕາ 42 ຄວາມປອດໄພແລະສະຫວັດດີການຂອງຄົນງານ

ມາດຕາ 42 ຄວາມປອດໄພແລະສະຫວັດດີການຂອງຄົນງານ ໂຮງງານຫັດຖະກໍາຕ້ອງຮັບປະກັນຄວາມປອດໄພ,ສຸຂານາໄມ ແລະສະຫວັດດີການຂອງຜູ້ອອກແຮງງານຕາມລະບຽບກົດໝາຍກ່ຽວກັບ ແຮງງານ. ໂຮງຊ່າງຫັດຖະກໍາຄອບຄົວປະເພດ 1 ຕ້ອງເຮັດສັນຍາແຮງ ງານ,ເບີກຈ່າຍຄ່າແຮງງານຕາມກໍານົດເວລາ,ຮັບປະກັນຄວາມປອດໄພ, ສູຂານາໄມແລະສະຫວັດດີການຂັ້ນພື້ນຖານ. ໂຮງຊ່າງຫັດຖະກໍາຄອບຄົວປະເພດ 2 ກໍ່ຕ້ອງປະຕິບັດຄືກັນກັບ ໂຮງຊ່າງຫັດຖະກໍາຄອບຄົວປະເພດ 1 ໃນກໍລະນີທີ່ມີການນໍາໃຊ້ແຮງງານ ອື່ນນອກຈາກສະມາຊິກຄອບຄົວຂອງຕົນ.

..ພາກທີ 5 ສິດ,ໜ້າທີ່ແລະພັນທະຂອງຜູ້ປະກອບການ


...ມາດຕາ 43 ສິດແລະໜ້າທີ່ຂອງຜູ້ປະກອບການ

ມາດຕາ 43 ສິດແລະໜ້າທີ່ຂອງຜູ້ປະກອບການ ຜູ້ປະກອບການຫັດຖະກໍາມີສິດແລະໜ້າທີ່ດັ່ງນີ້: 1. ໄດ້ຮັບນະໂຍບາຍສົ່ງເສີມແລະພັດທະນາຈາກລັດແລະພາກ ສ່ວນອື່ນທີ່ກ່ຽວຂ້ອງຕາມກົດໝາຍ; 2. ໄດ້ຮັບການປົກປ້ອງສິດຜົນປະໂຫຍດແລະກໍາມະສິດອັນຊອບ ທໍາຂອງຕົນຕາມກົດໝາຍ; 3. ໃຫ້ການຮ່ວມືກັບທ້ອງຖິ່ນທີ່ຕົນດໍາເນີນກິດຈະການ,ປະກອບ ສ່ວນເຂົ້າໃນການຊອກວຽກເຮັດງານທໍາ,ແກ້ໄຂຄວາມທຸກຍາກຂອງປະຊາ ຊົນແລະມີສ່ວນຮ່ວມໃນວຽກງານປ້ອງກັນຄວາມສະຫງົບສຸກຂອງປະຊາຊົນ ໃນທ້ອງຖິ່ນ; 4. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານຫັດຖະກໍາຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 44 ພັນທະຂອງຜູ້ປະກອບການ

ມາດຕາ 44 ພັນທະຂອງຜູ້ປະກອບການ ຜູ້ປະກອບການຫັດຖະກໍາມີພັນທະດັ່ງນີ້: 1. ເຄົາລົບ,ປະຕິບັດລະບຽບກົດໝາຍກ່ຽວກັບວຽກງານຫັດຖະ ກໍາແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 2. ປົກປັກຮັກສາສິ່ງແວດລ້ອມຕາມລະບຽບກົດໝາຍ; 3. ປະຕິບັດຕາມກົດໝາຍວ່າດ້ວຍບັນຊີສໍາລັບໂຮງງານຫັດຖະ ກໍາ; 4. ປະຕິບັດຕາມກົດໝາຍວ່າດ້ວຍພາສີແລະອາກອນ; 5. ປະຕິບັດພັນທະອື່ນກ່ຽວກັບວຽກງານຫັດຖະກໍາຕາມທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 45 ຂໍ້ຫ້າມສໍາລັບຜູ້ປະກອບການ

ມາດຕາ 45 ຂໍ້ຫ້າມສໍາລັບຜູ້ປະກອບການ ຫ້າມຜູ້ປະກອບການມີພຶດຕິກໍາຕົ້ນຕໍດັ່ງນີ້: 1. ທໍາລາຍຫຼືປ່ຽນແປງເອກະລັກຫັດຖະກໍາຂອງຊາດຫຼືຂອງ ຊົນເຜົ່າ; 2. ເມີນເສີຍແລະຂາດຄວາມຮັບຜິດຊອບຕໍ່ການປົກປັກຮັກສາ ສິ່ງແວດລ້ອມຫຼືການປ້ອງກັນຄວາມປອດໄພແລະສະຫວັດດີການຂອງຄົນ ງານ; 3. ນໍາເອົາສິນຄ້າຫັດຖະກໍາຂອງປະເທດອື່ນມາໂຄສະນາເຜີຍ ແຜ່ຫຼືແອບອ້າງວ່າເປັນສິນຄ້າຫັດຖະກໍາຂອງລາວ.

...ມາດຕາ 46 ຂໍ້ຫ້າມສໍາລັບເຈົ້າໜ້າທີ່,ພະນັກງານ,ບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 46 ຂໍ້ຫ້າມສໍາລັບເຈົ້າໜ້າທີ່,ພະນັກງານ,ບຸກຄົນແລະການຈັດຕັ້ງ ອື່ນ ຫ້າມເຈົ້າໜ້າທີ່,ພະນັກງານ,ບຸກຄົນແລະການຈັດຕັ້ງອື່ນມີພຶດຕິ ກໍາຕົ້ນຕໍດັ່ງນີ້: 1. ຂາດຄວາມຮັບຜິດຊອບ,ເມີນເສີຍຕໍ່ໜ້າທີ່ວຽກງານການຄຸ້ມ ຄອງການສົ່ງເສີມແລະພັດທະນາວຽກງານຫັດຖະກໍາ; 2. ປອມແປງ,ທໍາລາຍເອກະສານກ່ຽວກັບຫັດຖະກໍາ; 3. ກົດໜ່ວງຖ່ວງດຶງການດໍາເນີນກິດຈະການຫັດຖະກໍາຫຼືການ ດໍາເນີນຄະດີທີ່ເນື່ອງມາຈາກການລະເມີດລະບຽບກົດໝາຍກ່ຽວກັບຫັດຖະ ກໍາ.

..ພາກທີ 7 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 47 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 47 ຫຼັກການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາຕ້ອງປະຕິ ບັດຕາມຫຼັກການທົ່ວໄປຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານແລະ ທາງແພ່ງບົນພື້ນຖານຄວາມສາມັກຄີແລະການປະນີປະນອມກັນ.

...ມາດຕາ 48 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 48 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາສາມາດດໍາ ເນີນດ້ວຍຮູບການຕາມລໍາດັບດັ່ງນີ້: 1. ການປຶກສາຫາລືຫຼືການປະນີປະນອມກັນ; 2. ການແກ້ໄຂທາງດ້ານບໍລິຫານໂດຍອົງການຄຸ້ມຄອງວຽກ ງານຫັດຖະກໍາຫຼືສະມາຄົມຫັດຖະກໍາຫຼືກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ; 4. ການແກ້ໄຂຕາມຂະບວນການຍຸຕິທໍາ.

..ພາກທີ 8 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 49 ອົງການຄຸ້ມຄອງ

ມາດຕາ 49 ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຫັດຖະກໍາຢ່າງລວມສູນ ແລະເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ຂະແໜງການອຸດສາຫະກໍາ ແລະການຄ້າເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ລວມທັງອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງແລະສົ່ງເສີມພັດທະນາ ວຽກງານຫັດຖະກໍາ. ອົງການຄຸ້ມຄອງວຽກງານຫັດຖະກໍາປະກອບດ້ວຍ: 1. ກະຊວງອຸດສາຫະກໍາແລະການຄ້າ; 2. ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນ; 3. ຫ້ອງການອອຸດສາຫະກໍາແລະການຄ້າເມືອງ,ເທດສະບານ; 4. ອົງການປົກຄອງບ້ານ.

....ມາດຕາ 50 ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ

ມາດຕາ 50 ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ ໃນການຄຸ້ມຄອງວຽກງານຫັດຖະກໍາກະຊວງອຸດສາຫະກໍາ ແລະການຄ້າມີສິດແລະໜ້າທີ່ດັ່ງນີ້: 1. ຄົນຄວ້າຍຸດທະສາດ,ນະໂຍບາຍການສົ່ງເສີມ,ລະບຽບກົດ ໝາຍກ່ຽວກັບວຽກງານຫັດຖະກໍາເພື່ອສະເໜີລັດຖະບານພິຈາລະນາ; 2. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບ ວຽກງານຫັດຖະກໍາ; 3. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ສະໜອງ ຂໍ້ມູນຂ່າວສານ,ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການຫັດຖະກໍາ; 4. ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກງານຫັດຖະກໍາ ໃນຂອບເຂດທົ່ວປະເທດ; 5. ພິຈາລະນາການສ້າງຕັ້ງ,ການແຈ້ງຂຶ້ນຫຼືຖອນໃບທະບຽນ ວິສາຫະກິດໂຮງງານຫັດຖະກໍາຂະໜາດ 1; 6. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາ; 7. ສ້າງບຸກຄະລາກອນກ່ຽວກັບການຄຸ້ມຄອງແລະການຜະລິດ ຫັດຖະກໍາ; 8. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະທ້ອງ ຖິ່ນກ່ຽວກັບການຄຸ້ມຄອງແລະສົ່ງເສີມພັດທະນາວຽກງານຫັດຖະກໍາ; 9. ເຮັດໜ້າທີ່ໂດຍກົງກ່ຽວກັບການສົ່ງເສີມແລະພັດທະນາວຽກ ງານຫັດຖະກໍາ; 10. ພົວພັນຮ່ວມມືກັບສາກົນກ່ຽວກັບວຽກງານຫັດຖະກໍາ ຕາມການມອບໝາຍຂອງລັດຖະບານ; 11. ສະຫຼຸບ,ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກ ງານຫັດຖະກໍາເພື່ອລາຍງານລັດຖະບານ; 12. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 51 ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນ

ມາດຕາ 51 ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຫັດຖະກໍາພະແນກອຸດສາຫະກໍາ ແລະການຄ້າແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແລະຈັດຕັ້ງປະຕິບັດຍຸດທະສາດ,ແຜນພັດທະ ນາ,ນະໂຍບາຍການສົ່ງເສີມແລະລະບຽບກົດໝາຍກ່ຽວກັບວຽກງານຫັດ ຖະກໍາໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 2. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ສະໜອງ ຂໍ້ມູນຂ່າວສານກ່ຽວກັບວຽກງານຫັດຖະກໍາໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; 3. ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກກງານຫັດຖະ ກໍາຂອງແຂວງ,ນະຄອນ,ຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດ ສະບານ; 4. ພິຈາລະນາການສ້າງຕັ້ງ,ການແຈ້ງຂຶ້ນຫຼືຖອນໃບທະບຽນ ວິສາຫະກິດໂຮງງານຫັດຖະກໍາຂະໜາດ 2 ແລະ 3; 5. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 6. ເປັນໃຈກາງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການສົ່ງເສີມແລະພັດທະນາວຽກງານຫັດຖະກໍາ; 7. ພົວພັນຮ່ວມມືກັບສາກົນກ່ຽວກັບວຽກງານຫັດຖະກໍາຕາມ ການມອບໝາຍຂອງກະຊວງອຸດສາຫະກໍາແລະການຄ້າ: 8. ສະຫຼຸບ,ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຫັດຖະກໍາເພື່ອລາຍງານເຈົ້າແຂວງ,ເຈົ້າຄອງນະຄອນແລະລັດຖະມົນຕີ ວ່າການກະຊວງອຸດສາຫະກໍາແລະການຄ້າ; 9. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 52 ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ

ມາດຕາ 52 ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະການຄ້າ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຫັດຖະກໍາຫ້ອງການອຸດສາຫະກໍາ ແລະການຄ້າເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ນະໂຍບາຍການສົ່ງເສີມພັດທະ ນາ,ລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ; 2. ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ສະໜອງຂໍ້ມູນຂ່າວ ສານກ່ຽວກັບວຽກງານຫັດຖະກໍາໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ເປັນຈຸດປະສານງານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງແລະເຮັດໜ້າທີ່ໂດຍກົງກ່ຽວກັບການສົ່ງເສີມ,ພັດທະ ນາວຽກງານຂອງໂຮງຊ່າງຫັດຖະກໍາຄອບຄົວ; 4. ປະສານສົມທົບກັບອົງການປົກຄອງບ້ານໃນການຈັດຕັ້ງປະ ຕິບັດວຽກງານຫັດຖະກໍາ; 5. ເກັບກໍາຂໍ້ມູນກ່ຽວກັບການຜະລິດຫັດຖະກໍາໃນທ້ອງຖິ່ນຂອງ ຕົນ; 6. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 7. ສະຫຼຸບ,ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຫັດຖະກໍາເພື່ອລາຍງານຂັ້ນເທິງຂອງຕົນ; 8. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ມອບໝາຍແລະກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 53 ຄວາມຮັບຜິດຊອບຂອງອົງການປົກຄອງບ້ານ

ມາດຕາ 53 ຄວາມຮັບຜິດຊອບຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານຫັດຖະກໍາອົງການປົກຄອງບ້ານມີ ຄວາມຮັບຜິດຊອບໃນການປະສານສົມທົບແລະໃຫ້ການຮ່ວມມືກັບຫ້ອງການ ອຸດສາຫະກໍາແລະການຄ້າເມື່ອງ,ເທດສະບານ,ຜູ້ປະກອບການຫັດຖະກໍາ, ສະມາຄົມຫັດຖະກໍາ,ກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ,ໂຮງງານຫັດຖະກໍາແລະ ໂຮງຊ່າງຫັດຖະກໍາຄອບຄົວໃນການປົກປັກຮັກສາສິ່ງແວດລ້ອມ,ຄວາມເປັນ ລະບຽບຮຽບຮ້ອຍແລະອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກ ງານຫັດຖະກໍາໃນຂອບເຂດບ້ານຂອງຕົນ.

....ມາດຕາ 54 ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ

ມາດຕາ 54 ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ ໃນການຄຸ້ມຄອງວຽກງານຫັດຖະກໍາບັນດາຂະແໜງການ,ອົງ ການແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະ ແໜງການອຸດສາຫະກໍາແລະການຄ້າຂັ້ນຂອງຕົນໃນການດໍານວຍຄວາມ ສະດວກ,ຊຸກຍຸ້ສົ່ງເສີມແລະພັດທະນາວຽກງານຫັດຖະກໍາຕາມພາລະບົດ ບາດຂອງຕົນ.

....ມາດຕາ 55 ຄວາມຮັບຜິດຊອບຂອງສະພາການຄ້າແລະອຸດສາຫະກໍາແຫ່ງຊາດ

ມາດຕາ 55 ຄວາມຮັບຜິດຊອບຂອງສະພາການຄ້າແລະອຸດສາຫະກໍາ ແຫ່ງຊາດ ສະພາການຄ້າແລະອຸດສາຫະກໍາແຫ່ງຊາດເປັນອົງການຈັດຕັ້ງ ສັງຄົມຂອງນັກທຸລະກິດເປັນຂົວຕໍ່ລະຫວ່າງອົງການລັດແລະຫົວໜ່ວຍທຸລະ ກິດທັງເປົນຜູ້ອະນຸມັດສ້າງຕັ້ງກຸ່ມ,ສະມາຄົມ,ສະຫະກອນຜູ້ຜະລິດທຸລະກິດຫັດ ຖະກໍາແລະມີຄວາມຮັບຜິດຊອບໃນການສົ່ງເສີມການເຄື່ອນໄຫວ,ການຝຶກ ອົບຮົມ,ການວາງສະແດງ,ການພັດທະນາສີມືແຮງງານ,ການຕະຫຼາດ,ການ ໃຫ້ຂໍ້ມູນຂ່າວສານ,ການລະດົມທຶນໃນການສ້າງກອງທຶນແລະກິດຈະການອື່ນ ກ່ຽວກັບວຽກງານຫັດຖະກໍາ.

....ມາດຕາ 56 ຄວາມຮັບຜິດຊອບຂອງສະມາຄົມຫັດຖະກໍາລາວ

ມາດຕາ 56 ຄວາມຮັບຜິດຊອບຂອງສະມາຄົມຫັດຖະກໍາລາວ ສະມາຄັມຫັດຖະກໍາລາວເປັນອົງກອນຈັດຕັ້ງສັງຄົມໜຶ່ງທີ່ເຕົ້າ ໂຮມຊາວຊ່າງຫັດຖະກໍາມີເປົ້າມາຍສ້າງໃຫ້ເປັນກໍາລັງແຮງຕໍ່ລອງທາງ ດ້ານທຸລະກິດ;ດໍາເນີນການຄຸ້ມຄອງສົ່ງເສີມແລະພັດທະນາບັນດານັກທຸລະ ກິດທີ່ເປັນສະມາຊິກຂອງສະມາຄົມລວມທັງຜູ້ປະກອບການຫັດຖະກໍາທີ່ຍັງບໍ່ ເປັນສະມາຊິກຂອງສະມາຄົມໃຫ້ຂະຫຍາຍຕົວທັງດ້ານປະລິມານແລະຄຸນນະ ພາບລວມທັງປຸກລະດົມຂົນຂວາຍເຂົ້າເຈົ້າໃຫ້ເຈົ້າສູ່ການຈັດຕັ້ງເປັນກຸ່ມ,ສະ ຫະກອນ,ສະມາຄົມຜູ້ຜະລິດທຸລະກິດຫັດຖະກໍາໃນຂອບເຂດທົ່ວປະເທດ. ສະມາຄົມຫັດຖະກໍາລາວມີຄວາມຮັບຜິດຊອບໃນການຮ່ວມມືກັບ ພາກລັດໃນການຈັດຕັ້ງປະຕິບັດຍຸດທະສາດແລະແຜນການພັດທະນາສົ່ງ ເສີມຫັດຖະກໍາລາວໃຫ້ຂະຫຍາຍຕົວແລະກ້າວໜ້າພ້ອມດຽວກັນນີ້ຍັງເປັນ ເຈົ້າການໃນການປົກປັກຮັກສາ,ອຸນຸລັກເອກະລັກຫັດຖະກໍາຂ່າວແລະພັດທະ ນາສີໄມ້ລາຍມືອັນດີງາມຂອງປະຊາຊົນບັນດາເຜົ່າໄວ້ຄູ່ັບຊາວລາວຕະ ຫຼອດໄປ,ຊຸກຍູ້ແລະສົ່ງເສີມຊາວຊ່າງຫັດຖະກໍາໃຫ້ຜະລິດເຄື່ອງຫັດຖະກໍາ ເປັນສິນຄ້າທີ່ມີຄຸນນະພາບຮັບໃຊ້ພາຍໃນແລະສົ່ງອອກໃຫ້ນັບມື້ນັບຫຼາຍຂຶ້ນ.

...ໝວດທີ 2 ການກວດກາ


....ມາດຕາ 57 ອົງການກວດກາ

ມາດຕາ 57 ອົງການກວດກາ ອົງການກວດກາວຽກງານຫັດຖະກໍາແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານຫັດຖະກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 48 ຂອງກົດໝາຍສະບັບນີ້.

....ມາດຕາ 58 ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາ 58 ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາມີສິດແລະໜ້າທີ່ໃນການກວດກາການປະຕິບັດ ລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາເປັນຕົ້ນ:ການກວດກາວຽກ ງານຄຸ້ມຄອງ,ວຽກງານຊຸກຍູ້ສົ່ງເສີມແລະພັດທະນາຫັດຖະກໍາຂອງຂະ ແໜງການຄ່າງໆແລະກວດກາການດໍາເນີນການຜະລິດທຸລະກິດຫັດຖະກໍາ ແນໃສ່ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ.

....ມາດຕາ 59 ຮູບການກວດກາ

ມາດຕາ 59 ຮູບການກວດກາ ຮູບການກວດກາມີດັ່ງນີ້: 1. ກວດກາຕາມລະບົບປົກກະຕິ; 2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ກວດກາແບບກະທັນຫັນ. ການກວດກາດັ່ງກ່າວອາດຈະດໍາເນີນບົນພື້ນຖານການຮ້ອງ ທຸກຂອງບຸກຄົນແລະການຈັດຕັ້ງຫຼືຄໍາສັ່ງຂອງອົງການລັດທີ່ມີສິດກ່ຽວຂ້ອງ ຫຼືເມື່ອພົບເຫັນຮ່ອງຮອຍຂອງການລະເມີດລະບຽບກົດໝາຍກ່ຽວກັບວຽກ ງານຫັດຖະກໍາ.

..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 60 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 60 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນໃນ ການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການຄຸ້ມຄອງ,ການສົ່ງເສີມ ,ແລະການດໍາເນີນຜະລິດທຸລະກິດຫັດຖະກໍາຈະໄດ້ຮັບການຍ້ອງຍໍຫຼືນະໂຍ ບາຍອື່ນຕາມລະບຽບການ.

...ມາດຕາ 61 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 61 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບຫັດຖະ ກໍາຈະຖືກກ່າວເຕືອນ,ສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນທາງ ແພ່ງຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

...ມາດຕາ 62 ມາດຕະການສຶກສາອົບຮົມ

ມາດຕາ 62 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ບໍ່ປະຕິບັດສິດ,ໜ້າທີ່ແລະພັນທະຂອງຜູ້ ປະກອບການຕາມທີ່ໄດ້ກໍານົດໄວ້ໃນມາດຕາ 43,44 ແລະລະເມີດຂໍ້ຫ້າມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 45 ຂອງກົດໝາຍສະບັບນີ້ເປັນຄັ້ງທໍາອິດເຊັ່ນ: ທໍາລາຍຫຼືປອມແປງເອກະລັກຫັດຖະກໍາຂອງຊາດຫຼືຂອງຊົນເຜົ່າ,ຊຶ່ງກໍ່ ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນກີບຈະຖືກກ່າວເຕືອນແລະສຶກ ສາອົບຮົມ.

...ມາດຕາ 63 ມາດຕະການທາງວິໄນ

ມາດຕາ 63 ມາດຕະການທາງວິໄນ ເຈົ້າໜ້າທີ່,ພະນັກງານທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານຫັດຖະກໍາແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການກະທໍາຜິດ ທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນກີບແຕ່ບໍ່ມີ ຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກປະຕິບັດວິໄນຕາມ ແຕ່ກໍ່ລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນພ້ອມ ທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນຫຼືການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ມາດຕາ 64 ມາດຕະການປັບໃໝ

ມາດຕາ 64 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານຫັດຖະກໍາແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການກະທໍາຜິດ ທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າເກີນກວ່າຫ້າແສນກີບຈະຖືກ ປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີທີ່ມີການລະເມີດເປັນຄັ້ງທີສອງຫຼືເປັນອາຈິນຈະຖືກປັບ ໃໝສອງເທົ່າຕົວຂອງມູນຄ່າຄວາມເສຍຫາຍ.

...ມາດຕາ 65 ມາດຕະການທາງແພ່ງ

ມາດຕາ 65 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນແລະສັງຄົມ ເນື່ອງມາຈາກການເຄື່ອນໄຫວກິດຈະການທາງດ້ານຫັດຖະກໍາຈະຕ້ອງໃຊ້ ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 66 ມາດຕະການທາງອາຍາ

ມາດຕາ 66 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານຫັດຖະ ກໍາຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 67 ວັດຫັດຖະກໍາແຫ່ງຊາດ

ມາດຕາ 67 ວັດຫັດຖະກໍາແຫ່ງຊາດ ລັດກໍານົດເອົາວັນທີ1ເດືອນພະຈິກຂອງທຸກປີເປັນວັດຫັດຖະກໍາ ແຫ່ງຊາດເພື່ອເປັນວັນເຕົ້າໂຮມຜູ້ປະກອບການແລະຊາວຊ່າງຫັດຖະກໍາ ເພື່ອດໍາເນີນກິດຈະກໍາຮ່ວມກັນເຊັ່ນ:ການຈັດການມະຫາກໍາຫັດຖະກໍາ,ການ ວາງສະແດງສິນຄ້າ,ການຈັດກອງປະຊຸມສໍາມະນາ,ການແຂ່ງຂັນຜະລິດຕະ ພັນເພື່ອຊິງລາງວັນຜະລິດຕະພັນຫັດຖະກໍາດີເດັ່ນປະຈໍາປີແລະກິດຈະກໍາອື່ນ.

...ມາດຕາ 68 ການຈັດຕັ້ງປະຕິບັດ

ມາດຕາ 68 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 69 ຜົນສັກສິດ

ມາດຕາ 69 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ