ກົດໝາຍວ່າດ້ວຍສ່ວຍສາອາກອນ 19-05-2005

From Wikisource
Jump to navigation Jump to search

.ສ່ວຍສາອາກອນ 19-05-2005


..ພາກທີ1ບົບບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍສ່ວຍກາອາກອນ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍສ່ວຍກາອາກອນ ກົດໝາຍວ່າດ້ວຍສ່ວຍສາອາກອນກໍານົດຫຼັກການ,ລະບຽບ ການ,ວິທີການແລະມາດຕະການກ່ຽວກັບວຽກງານສ່ວຍສາອາກອນແນ ໃສ່ຊຸກຍູ້ສົ່ງເສີມການຜະລິດ,ການບໍລິການ,ການປະຕິບັດພັນທະເຂົ້າງົບ ປະມານແຫ່ງລັດຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນທຸລະ ກິດຫຼືທໍາມາຫາກິນຖາວອນຫຼືຊົ່ວຄາວຢູ່ສປປລາວຫຼືຢູ່ຕ່າງປະເທດຊຶ່ງມີ ພູມລໍາເນົາ,ສະຖານທີ່ດໍາເນີນທຸລະກິດຢູ່ລາວເພື່ອດັດສະເລ່ຍລາຍໄດ້ລະ ຫວ່າງທຸກຊັ້ນຄົນຢ່າງຍຸຕິທໍາ,ຮັບປະກັນການແຈກຢາຍຄືນໃຫ້ຂອງລັດ ປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ.

...ມາດຕາສອງ:ສ່ວຍສາອາກອນ

ມາດຕາສອງ:ສ່ວຍສາອາກອນ ສ່ວຍສາອາກອນແມ່ນພັນທະເປັນເງິນຂອງບຸກຄົນ,ນິຕິບຸກ ຄົນ,ການຈັດຕັ້ງລວມທັງຊາວຕ່າງປະເທດທີ່ດໍາເນີນທຸລະກິດຫຼືທໍາມາ\ຫາກິນຖາວອນຫຼືຊົ່ວຄາວຢູ່ສປປລາວກໍ່ຄືຜູ້ທີ່ມີພູມລໍາເນົາຫຼືສະຖານ ທີ່ດໍາເນີນທຸລະກິດຢູ່ລາວໄປເຄື່ອນໄຫວຢູ່ຕ່າງປະເທດທີ່ມີລາຍໄດ້ຕ້ອງ ໄດ້ເສຍຕາມອັດຕາທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສ່ວຍສາອາ ກອນ.

ຄໍາຄົ້ນ:ອາກອນແມ່ນຫຍັງ? ...ມາດຕາສາມ:ຂອບເຂດການນໍາໃຊ້ກົດໝາຍວ່າດ້ວຍສ່ວຍສາອາກອນ

ມາດຕາສາມ:ຂອບເຂດການນໍາໃຊ້ກົດໝາຍວ່າດ້ວຍສ່ວຍສາອາກອນ ກົດໝາຍວ່າດ້ວຍສ່ວຍສາອາກອນນໍາໃຊ້ຕໍ່ບຸກຄົນ,ນິຕິບຸກ ຄົນແລະການຈັດຕັ້ງລວມທັງຊາວຕ່າງປະເທດທີ່ດໍາເນີນທຸລະກິດຫຼືທໍາ ມາຫາກິນຖາວອນຫຼືຊົ່ວຄາວຢູ່ສປປລາວກໍ່ຄືຜູ້ທີ່ມີພູມລໍາເນົາຫຼືສະຖານ ທີ່ດໍາເນີນທຸລະກິດຢູ່ລາວໄປເຄື່ອນໄຫວຢູ່ຕ່າງປະເທດທີ່ມີລາຍໄດ້.

...ມາດຕາສີ່:ລັດຖະການສ່ວຍສາອາກອນ

ມາດຕາສີ່:ລັດຖະການສ່ວຍສາອາກອນ ລັດຖະການສ່ວຍສາອາກອນແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບ ກະຊວງການເງິນມີຄວາມຮັບຜິດຊອບໃນການປະຕິບັດກົດໝາຍວ່າດ້ວຍ ສ່ວຍສາອາກອນ,ການເກັບລາຍຮັບສ່ວຍສາອາກອນ,ຄ່າທໍານຽມແລະ ຄ່າບໍລິການຕ່າງໆ. ພະນັກງານສ່ວຍສາອາກອນແມ່ນພົນລະເມືອງລາວຜູ້ທີ່ຖືກ ບັນຈຸແລະໄດ້ຮັບການແຕ່ງຕັ້ງໃຫ້ເຮັດວຽກງານປະຈໍາຢູ່ໃນລັດຖະການ ສ່ວຍສາອາກອນ. ເຈົ້າໜ້າທີ່ສ່ວຍສາອາກອນແມ່ນພະນັກງານສ່ວຍສາອາກອນ ທີ່ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ຢູ່ສະຖານທີ່ນອກສໍານັກງານຂອງຕົນ.

...ມາດຕາຫ້າ:ການປ່ຽນແປງອັດຕາອາກອນ

ມາດຕາຫ້າ:ການປ່ຽນແປງອັດຕາອາກອນ ໃນກໍລະນີຈໍາເປັນຮີບດ່ວນທີ່ຕ້ອງໄດ້ປ່ຽນແປງອັດຕະອາ ກອນເພື່ອປົກປັກຮັກສາຜົນປະໂຫຍດຂອງຊາດແລະໃຫ້ສອດຄ່ອງກັບ ສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະນັ້ນລັດຖະບານຈະເປັນຜູ້ສະ ເໜີຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອນໍາສະເໜີຕໍ່ປະທານປະເທດພິ ຈາລະນາອອກລັດຖະບັນຍັດປະກາດໃຊ້ເປັນການຊົ່ວຄາວແລ້ວຄະນະ ປະຈໍາສະພາແຫ່ງຊາດຕ້ອງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງຖັດໄປເພື່ອພິຈາລະນາຮັບຮອງເອົາເປັນກົດໝາຍ. ບໍ່ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງໃດໜຶ່ງປ່ຽນແປງອັດ ຕາອາກອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຢ່າງເດັດຂາດ.

...ມາດຕາຫົກ:ການພົວພັນຮ່ວມມືກັບສາກົນ

ມາດຕາຫົກ:ການພົວພັນຮ່ວມມືກັບສາກົນ ລັດສົ່ງເສີມການຮ່ວມມືໃນລະດັບພາກພື້ນແລະສາກົນທາງ ດ້ານອາກອນ,ການແລກປ່ຽນບົດຮຽນທາງດ້ານເຕັກນິກວິຊາການ,ຂໍ້ ມູນຂ່າວສານແລະດ້ານອື່ນໆກ່ຽວກັບສ່ວຍສາອາກອນບົນພື້ນຖານຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະສອບຄ່ອງກັບສະພາວະເສດຖະກິດ ໃນແຕ່ລະໄລຍະ.

..ພາກທີ2ລະບົບສ່ວຍສາອາກອນ


...ມາດຕາເຈັດ:ປະເພດສ່ວຍສາອາກອນ

ມາດຕາເຈັດ:ປະເພດສ່ວຍສາອາກອນ ປະເພດສ່ວຍສາອາກອນປະກອບດ້ວຍສ່ວຍສາອາກອນທາງ ອ້ອມແລະສ່ວຍສາອາກອນທາງກົງ.

...ມາດຕາແປດ:ສ່ວຍສາອາກອນທາງອ້ອມ

ມາດຕາແປດ:ສ່ວຍສາອາກອນທາງອ້ອມ ສ່ວຍສາອາກອນທາງອ້ອມແມ່ນອາກອນທີ່ເກັບຈາກຜູ້ຊົມ ໃຊ້ສິນຄ້າ,ເຄື່ອງຂອງຈາກການນໍາເຂົ້າ,ການຂາຍສິນຄ້າ,ເຄື່ອງຂອງ ແລະການບໍລິການທົ່ວໄປໂດຍຜ່ານຜູ້ດໍາເນີນກິດຈະການຢູ່ດິນແດນຂອງ ສປປລາວ; ສ່ວຍສາອາກອນທາງອ້ອມປະກອບດ້ວຍ: -ອາກອນຕົວເລກທຸລະກິດ; -ອາກອນຊົມໃຊ້;

...ມາດຕາເກົ້າ:ສ່ວຍສາອາກອນທາງກົງ

ມາດຕາເກົ້າ:ສ່ວຍສາອາກອນທາງກົງ ສ່ວຍສາອາກອນທາງກົງແມ່ນອາກອນທີ່ເກັບຈາກບຸກຄົນ,ນິ ຕິບຸກຄົນ,ການຈັດຕັ້ງລວມທັງຊາວຕ່າງປະເທດທີ່ມີລາຍໄດ້ຢູ່ສປປລາວກໍ່ ຄືຜູ້ທີ່ມີພູມລໍາເນົາຫຼືສະຖານທີ່ດໍາເນີນທຸລະກິດຢູ່ລາວໄປເຄື່ອນໄຫວຢູ່ຕ່າງ ປະເທດ. ສ່ວຍສາອາກອນທາງກົງປະກອບດ້ວຍ: -ອາກອນກໍາໄລ; -ອາກອນຕໍ່ສຸດ; -ອາກອນລາຍໄດ້; -ຄ່າທໍານຽມແລະຄ່າບໍລິການຕ່າງໆ. ..ພາກທີ3ອາກອນຕົວເລກທຸລະກິດ


...ໝວດທີ1ລະບຽບກ່ຽວກັບອາກອນຕົວເລກທຸລະກິດ


....ມາດຕາສິບ:ອາກອນຕົວເລກທຸລະກິດ

ມາດຕາສິບ:ອາກອນຕົວເລກທຸລະກິດ ອາກອນຕົວເລກທຸລະກິດແມ່ນອາກອນທາງອ້ອມຊຶ່ງຜູ້ຊົມໃຊ້ ສິນຄ້າ,ເຄື່ອງຂອງຫຼືການບໍລິການທົ່ວໄປຕ້ອງເສຍພັນທະເຂົ້າງົບປະມານ ແຫ່ງລັດຜ່ານຜູ້ດໍາເນີນກິດຈະການຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສິບສອງຂອງກົດໝາຍສະບັບນີ້.

....ມາດຕາສິບເອັດ:ຂອບເຂດຂອງອາກອນຕົວເລກທຸລະກິດ

ມາດຕາສິບເອັດ:ຂອບເຂດຂອງອາກອນຕົວເລກທຸລະກິດ ຂອງເຂດຂອງອາກອນຕົວເລກທຸລະກິດແມ່ນໃຫ້ເກັບຈາກ ການຂາຍສິນຄ້າ,ເຄື່ອງຂອງແລະການບໍລິການທົ່ວໄປທີ່ໄດ້ກໍາເນີນຢູ່ ດິນແດນຂອງສປປລາວລວມທັງການນໍາເຂົ້າສິນຄ້າ,ເຄື່ອງຂອງເວັ້ນ ເສຍແຕ່ສິນຄ້າແລະການບໍລິການທີ່ໄດ້ກໍານົດໄວ້ໃນມາດຕາສິບສາມ ຂອງກົດໝາຍສະບັບນີ້.

....ມາດຕາສິບສອງ:ການມອບອາກອນຕົວເລກທຸລະກິດ

ມາດຕາສິບສອງ:ການມອບອາກອນຕົວເລກທຸລະກິດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກິດຈະການລ້ວນ ແຕ່ຕ້ອງມອບອາກອນຕົວເລກທຸລະກິດໂດຍບໍ່ຈໍາແນກວ່າຜູ້ເສຍອາກອນ ຕາມລະບົບການຖືກບັນຊີແບບຂະຫຍາຍຕົວ,ແບບທໍາມະດາຫຼືແບບປະຖົມ ພື້ນຖານ,ບໍ່ຈໍາແນກການເຄື່ອນໄຫວຫຼືດໍາເນີນກິດຈະການນັ້ນຈະເຮັດຢ່າງ ຕໍ່ເນື່ອງຫຼືເປັນບາງຄັ້ງຄາວ,ຈະມີລັກສະນະທຸລະກິດຫຼືບໍ່ກໍ່ຕາມ. ກິດຈະການດັ່ງຕ່າງໆດັ່ງຕໍ່ໄປນີ້ລ້ວນແຕ່ຕ້ອງມອບອາກອນ ຕົວເລກທຸລິກິດ: ໜຶ່ງ:ການນໍາເຂົ້າສິນຄ້າ,ເຄື່ອງຂອງຈາກຕ່າງປະເທດຊຶ່ງ ແມ່ນການນໍາເອົາສິນຄ້າ,ເຄື່ອງຂອງເຂົ້າມາໃນດິນແດນຂອງສປປລາວ; ສອງ:ການຂາຍສິນຄ້າ,ເຄື່ອງຂອງນໍາເຂົ້າຫຼືສິນຄ້າທີ່ຜະລິດ ຢູ່ພາຍໃນໂດຍບໍ່ຈໍາແນກການຂາຍຍົກ,ຂາຍຍ່ອຍ,ຂາຍເປັນເງິນສົດ, ຂາຍເປັນເງິນເຊື່ອ,ຂາຍຝາກຫຼືແລກປ່ຽນ; ສາມ:ການບໍລິການທົ່ວໄປຊຶ່ງແມ່ນກິດຈະການເສດຖະກິດທີ່ບໍ່ ແມ່ນການນໍາເຂົ້າຫຼືການຜະລິດ,ການຂາຍສິນຄ້າແຕ່ເປັນການສະໜອງ ແຮງງານໃຫ້ແກ່ຜູ້ອື່ນໂດຍໄດ້ຮັບຄ່າບໍລິການເປັນສິ່ງຕອບແທນເຊັ່ນ:ກິດ ຈະການຂົນສົ່ງ,ໄປສະນີ,ໂທລະຄົມມະນາຄົມ,ກໍ່ສ້າງ,ສ້ອມແປງ,ການຮັບ ເໝົາຫຼືຈັດສັນຄຸ້ມຄອງຕະຫຼາດ,ການພັດທະນາທີ່ດິນເພື່ອຂາຍສິດນໍາໃຊ້, ກິດຈະການໂຮງແຮມ,ທ່ອງທ່ຽວ,ກິນດື່ມ,ກິດຈະການສະແດງສິນລະປະ ວັນນະຄະດີ,ກິລາ,ກິດຈະການບັນເທິງ,ກິດຈະການການແພດ,ການເປັນ ນາຍໜ້າຫຼືຕົວແທນ,ການປະກັນໄພຊັບສິນ,ກາຊິໂນແລະກິດຈະການອື່ນໆ ທີ່ມີການສະໜອງແຮງງານແລະໄດ້ຮັບຄ່າຕອບແທນເວັ້ນເສຍແຕ່ໃນກໍ ລະນີທີ່ໄດ້ກໍານົດໄວ້ໃນມາດຕາສິບສາມຂອງກົດໝາຍສະບັບນີ້.

....ມາດຕາສິບສາມ:ການຍົກເວັ້ນອາກອນຕົວເລກທຸລະກິດ

ມາດຕາສິບສາມ:ການຍົກເວັ້ນອາກອນຕົວເລກທຸລະກິດ ກິດຈະການທີ່ຖືກຍົກເວັ້ນອາກອນຕົວເລກທຸລະກິດມີດັ່ງນີ້: ໜຶ່ງ:ການນໍາເຂົ້າແນວພັນພືດ,ແນວພັນສັດແລະຢາປາບສັດ ຕູພືດ; ສອງ:ການນໍາເຂົ້າວັດຖຸ,ອຸປະກອນ,ເຄມີສໍາລັບການຄົ້ນຄວ້າ ແລະວິໄຈວິທະຍາສາດ; ສາມ:ການນໍາເຂົ້າຄໍາເພື່ອສະຖາບັນການພິມຈໍາໜ່າຍທະນະ ບັດ; ສີ່:ການນໍາເຂົ້າທະນະບັດເປັນເຈ້ຍຫຼືເປັນໂລຫະ; ຫ້າ:ການນໍາເຂົ້າຫຼືກິດຈະການກ່ຽວກັບສະແຕມອາກອນຫຼືສະ ແຕມໄປສະນີທີ່ນໍາໃຊ້ທາງລັດຖະການ; ຫົກ:ການນໍາເຂົ້າເຮືອບິນແລະອຸປະກອນຮັບໃຊ້ການຂົນສົ່ງ ສາກົນທາງອາກາດ; ເຈັດ:ການນໍາເຂົ້າສິນຄ້າ,ເຄື່ອງຂອງລວມທັງນໍ້າມັນເຊື້ອໄຟ ແລະນໍາມັນອື່ນໆເພື່ອປະກອບໃສ່ເຮືອບິນທີ່ດໍາເນີນການຂົນສົ່ງສາກົນ; ແປດ:ການນໍາເຂົ້າສິນຄ້າ,ເຄື່ອງຂອງເພື່ອຈໍາໜ່າຍໃຫ້ແກ່ ນັກການທູດ,ສະຖານທູດແລະອົງການຈັດຕັ້ງສາກົຢູ່ສປປລາວຕາມການ ອະນຸຍາດຂອງກະຊວງການຕ່າງປະເທດ. ເກົ້າ:ການນໍາເຂົ້າສິນຄ້າ,ເຄື່ອງຂອງທີ່ໄດ້ຮັບການຍັກເວັ້ນຫຼື ງົດເກັບພາສີຂາເຂົ້າຊົ່ວຄາວຊຶ່ງກໍານົດໄວ້ໃນກົດໝາຍວ່າດ້ວຍພາສີ; ສິບ:ການນໍາເຂົ້າ,ການຂາຍຢາວັກແຊັງ,ຢາປົວພະຍາດສັດ ແລະຢາພື້ນເມືອງ; ສິບເອັດ:ການຂາຍຜະລິດຕະພັນກະສິກໍາໂດຍຊາຍກະສິກອນ ທີ່ຜະລິດດ້ວຍຕົນເອງ; ສິບສອງ:ການຂາຍຜະລິດຕະພັນກະສິກໍາ,ຜະລິດຕະພັນຫັດ ຖະກໍາໂດຍປະຊາຊົນຫຼືລັດຖະກອນທີ່ຢູ່ໃນຂອບເຂດຂອງເສດຖະກິດຄອບ ຄົວຫຼືສະມາຊິກສະຫະກອນຕ່າງໆ; ສິບສາມ:ກິດຈະການກ້າເບ້ຍໄມ້,ປູກຕົ້ນໄມ້ເປັນປ່າ,ຕົ້ນໄມ້ ອຸດສາຫະກໍາ,ຕົ້ນໄມ້ໃຫ້ໝາກແລະຕົ້ນໄມ້ເປັນຢາ; ສິບສີ່:ການຂາຍສິນຄ້າ,ເຄື່ອງຂອງອອກນອກປະເທດ,ຄ່າບໍ ລິການຫຸ້ມຫໍ່ແລະປະກັນໄພທີ່ຕິດພັນກັບການສົ່ງອອກ; ສິບຫ້າ:ການຂາຍປຶ້ມຕໍາລາຮຽນ,ໜັງສືພິມແລະວາລະສານ ຕ່າງໆທີ່ໄດ້ຮັບອະນຸຍາດ; ສິບຫົກ:ການຂົນສົ່ງສາກົນແລະການບໍລິການທີ່ຕິດພັນໂດຍ ກົງກັບການຂົນສົ່ງສາກົນ; ການຂົນສົ່ງສາກົນໝາຍເຖິງການຂົນສົ່ງຜູ້ໂດຍສານຫຼືສິນ ຄ້າ,ເຄື່ອງຂອງມາຈາກຕ່າງປະເທດຫຼືໄປຕ່າງປະເທດໂດຍທາງບົກ, ທາງນໍ້າຫຼືທາງອາກາດ; ສິບເຈັດ:ການຂົນສົ່ງດ້ວຍແຮງງານຄົນ,ແຮງງານສັດທຸກ ປະເພດແລະເຮືອທີ່ບໍ່ມີເຄື່ອງຈັກ; ສິບແປດ:ການໃຫ້ເຊົ່າຊັບຄົງທີ່ເຊັ່ນ:ທີ່ດິນ,ເຮືອນຫຼືຊັບອື່ນໆ ຂອງບຸກຄົນທົ່ວໄປທີ່ບໍ່ໄດ້ດໍາເນີນທຸລະກິດ; ສິບເກົ້າ:ການບໍລິການສົ່ງອອກຕໍ່ໄປຕ່າງປະເທດ; ຊາວ:ການເຄື່ອນໄຫວອາຊີບອິດສະຫຼະຂອງບຸກຄົນຊຶ່ງບໍ່ມີສະ ຖານທີ່ປະກອບການທຸລະກິດຖາວອນ; ຊາວເອັດ:ກິດຈະການກ່ຽວກັບການສຶກສາເຊັ່ນ:ໂຮງລ້ຽງ ເດັກ,ໂຮງຮຽນອະນຸບານ,ປະຖົມ,ມັດທະຍົມ,ວິທະຍາໄລ,ມະຫາວິທະຍາ ໄລ,ໂຮງຮຽນວິຊາຊີບທົ່ວໄປແລະສູນຝຶກອົບຮົມ;

ຊາວສອງ:ກິດຈະການຫາລາຍໄດ້ເພື່ອການກຸສົນຊຶ່ງໄດ້ຈັດ ຂຶ້ນໂດຍອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນແລະອົງການຈັດຕັ້ງສັງຄົມທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ; ຊາວສາມ:ກິດຈະການທະນາຄານ,ສະຖາບັນການເງິນ,ການ ປະກັນສຸຂະພາບ,ການປະກັນຊີວິດ,ການປະກັນສັດລ້ຽງແລະການປະກັນ ຕົ້ນໄມ້ປູກ; ຊາວສີ່:ຝູ່ນຊີວະພາບທີ່ຜະລິດຢູ່ພາຍໃນປະເທດ; ຊາວຫ້າ:ລົດດັບເພິງ,ລົດພະຍາບານ,ລົດຮັບໃຊ້ຄົນພິການ(ເສຍອົງຄະ)ແລະລົດວິຊາສະເພາະອື່ນໆທີ່ຮັບໃຊ້ລັດບໍລິຫານລວມທັງລົດ ຮັບໃຊ້ວຽກງານວິຊາສະເພາະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຊາວຫົກ:ອະໄວຍະວະທຽມຂອງຄົນແລະສັດເພື່ອຮັບໃຊ້ການ ຄົ້ນຄວ້າວິທະຍາສາດການແພດ; ຊາວເຈັດ:ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ສະໜອງ ໃຫ້ແກ່ໂຄງການຊ່ວຍເຫຼືອລ້າຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ.


...ໝວດທີ2ພື້ນຖານ,ເວລາຄິດໄລ່ແລະເກັບອາກອນຕົວເລກທຸລະກິດ


....ມາດຕາສິບສີ່:ພື້ນຖານຄິດໄລ່ອາກອນຕົວເລກທຸລະກິດ

ມາດຕາສິບສີ່:ພື້ນຖານຄິດໄລ່ອາກອນຕົວເລກທຸລະກິດ ພື້ນຖານຄິດໄລ່ອາກອນຕົວເລກທຸລະກິດໄດ້ກໍານົດລະອຽດ ຕາມແຕ່ລະກໍລະນີດັ່ງລຸ່ມນີ້: -ສໍາລັບການນໍາເຂົ້າສິນຄ້າ,ເຄື່ອງຂອງຈາກຕ່າງປະເທດ ແມ່ນມູນຄ່າແຈ້ງພາສີຂາເຂົ້າບວກຄ່າພາສີຂາເຂົ້າບວກອາກອນຊົມ ໃຊ້(ຖ້າມີ); -ສໍາຫຼັບສິນຄ້າຈໍາໜ່າຍພາຍໃນປະເທດແມ່ນລາຄາຂາຍຕົວ ຈິງທີ່ຍັງບໍ່ທັນມີອາກອນຕົວເລກທຸລະກິດ; -ສໍາລັບສິນຄ້າຈ້າງຜະລິດແມ່ນມູນຄ່າຈ່າງຜະລິດ(ປະກອບ ມີ:ຄ່າຈ້າງ,ວັດຖຸດິບແລະຄ່າໃຊ້ຈ່າຍອື່ນໆທີ່ຕິດພັນກັບການຈ້າງຜະລິດ); -ສໍາລັບການຂາຍສິນຄ້າຜ່ອນຊໍາລະແມ່ນຄິດໄລ່ຕາມລາຄາ ສິນຄ້າທີ່ຜູ້ຊື້ຈ່າຍຕົວຈິງທັງໝົດ; -ສໍາລັບການບໍລິການແມ່ນລາຍຮັບທັງໝົດທີ່ໄດ້ຮັບຈາກການ ບໍລິການນັ້ນ. ສໍາລັບສິນຄ້າແລະການບໍລິການທີ່ຖືກເສຍອາກອນຊົມໃຊ້,ພື້ນ ຖານຄິດໄລ່ແມ່ນມີອາກອນຊົມໃຊ້ແຕ່ຍັງບໍ່ມັນມີອາກອນຕົວເລກທຸລະກິດ. ພື້ນຖານຄິດໄລ່ອາກອນທີ່ໄດ້ກໍານົດໃນມາດຕານີ້ປະກອບມີມູນ ຄ່າທັງໝົດທີ່ໄດ້ຮັບຈາກການຊໍາລະເພີ່ມ. ....ມາດຕາສິບຫ້າ:ເວລາຄິດໄລ່ແລະເກັບອາກອນຕົວເລກທຸລະກິດ

ມາດຕາສິບຫ້າ:ເວລາຄິດໄລ່ແລະເກັບອາກອນຕົວເລກທຸລະກິດ ເວລາຄິດໄລ່ແລະເກັບອາກອນຕົວເລກທຸລະກິດໄດ້ກໍານົດ ລະອຽດຕາມແຕ່ລະກໍລະນີດັ່ງນີ້: -ສໍາລັບການນໍາເຂົ້າສິນຄ້າ,ເຄື່ອງຂອງຈາກຕ່າງປະເທດ ອາກອນຕົວເລກທຸລະກິດໃຫ້ຄິດໄລ່ແລະເກັບໃນເວລາຍື່ນໃບແຈ້ງພາສີ ຂາເຂົ້າ; -ສໍາລັບຜະລິດຕະພັນ,ສິນຄ້າຈໍາໜ່າຍພາຍໃນປະເທດອາ ກອນຕົວເລກທຸລະກິດໃຫ້ຄິດໄລ່ແລະເກັບໃນເວລາສົ່ງມອບສິນຄ້າຫຼືມອບ ສິດນໍາໃຊ້ຫຼືອອກໃບເກັບເງິນໂດຍບໍ່ຈໍາແນກວ່າຜູ້ຊື້ໄດ້ຊໍາລະເງິນຫຼືຍັງ ບໍ່ທັນໄດ້ຊໍາລະ; -ສໍາລັບການບໍລິການໃຫ້ຄິດໄລ່ແລະເກັບເມື່ອສໍາເລັດການ ບໍລະການທັງໝົດຫຼືສໍາເລັດຕາມຄວາມຄືບໜ້າຂອງວຽກ.

....ມາດຕາສິບຫົກ:ການຄິດໄລ່ອາກອນຕົວເລກທຸລະກິດໃນກໍລະນີຊົມໃຊ້ດ້ວຍຕົນເອງແລະນໍາເຂົ້າຊົ່ວຄາວ

ມາດຕາສິບຫົກ:ການຄິດໄລ່ອາກອນຕົວເລກທຸລະກິດໃນກໍລະນີຊົມໃຊ້ ດ້ວຍຕົນເອງແລະນໍາເຂົ້າຊົ່ວຄາວ ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າມາຈາກຕ່າງປະເທດຫຼືທີ່ຜະ ລິດຢູ່ພາຍໃນປະເທດ,ສິ່ງປຸກສ້າງຫຼືການບໍລິການຊຶ່ງຜູ້ດໍາເນີນທຸລະກິດ ນໍາມາໃຊ້ເອງຫຼືໃຫ້ເປັນຂອງຂວັນ,ລາງວັນລ້ວນແຕ່ຕ້ອງເສຍກາກອນ ຕົວເລກທຸລະກິດຕາມກົດໝາຍຍົກເວັ້ນກໍ່ລະນີທີ່ໄດ້ກໍານົດໄ້ວໃນມາດ ຕາສິບສາມຂອງກົດໝາຍສະບັບນີ້.ພື້ນຖານການຄິດໄລ່ແມ່ນລາຄາ ສິນຄ້າ,ເຄື່ອງຂອງແລະການບໍລິການດັ່ງກ່າວທີ່ໄດ້ຊົມໃຊ້ຢູ່ບ່ອນນັ້ນ ແລະໃນເວລານັ້ນ. ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວຈາກຕ່າງປະເທດ ຕາມລະບອບງົດເກັບພາສີຫຼືຕາມນະໂຍບາຍພິເສດອື່ນໆເມື່ອເວລາ ຂາຍສິນຄ້າ,ເຄື່ອງຂອງດັ່ງກ່າວກໍ່ລ້ວນແຕ່ຕ້ອງແຈ້ງເສຍອາກອນຕົວ ເລກທຸລະກິດເຊັ່ນດຽວກັນ,ພື້ນຖານຄິດໄລ່ແມ່ນລາຄາຊື້-ຂາຍຕົວຈິງ ໃນເວລານັ້ນ.

...ໝວດທີ3ອັດຕາແລະການແຈ້ງເສຍອາກອນຕົວເລກທຸລະກິດ


....ມາດຕາສິບເຈັດ:ອັດຕາອາກອນຕົວເລກທຸລະກິດ

ມາດຕາສິບເຈັດ:ອັດຕາອາກອນຕົວເລກທຸລະກິດ ອັດຕາອາກອນຕົວເລກທຸລະກິດສໍາລັບຜະລິດພາຍໃນ,ການ ນໍາເຂົ້າ,ການຂາຍ,ການບໍລິການປະກອບມີສອງອັດຕາ:ຫ້າເປີເຊັນແລະ ສິບເປີເຊັນຕາມຕາຕະລາງດັ່ງນີ້: 1. ການຜະລິດພາຍໃນ,ການນໍາເຂົ້າແລະການຂາຍ ອັດຕາ ອຕທ ລະດັບ ເນື້ອໃນ ການຜະລິດທຸລະ ສິນຄ້ານໍາ ກິດພາຍໃນ ເຂົ້າແລະ ຂາຍ 1 ເບ້ຍໄມ້; ຍົກເວັ້ນ 5% 2 ຜົນລະປູກ,ແລະສັດ ລ້ຽງ; ຍົກເວັ້ນ 10% 3 ຜະລິດຕະພັນກະສິກໍາ ເຊັ່ນ:ແປ້ງເຂົ້າ,ແປ້ງ ມັນ,ແປ້ງສາລີແລະ ທາດແປ້ງອື່ນໆ; ຍົກເວັ້ນ 10% 4 ຜະລິດຕະພັນອາຫານ ລວມທັງເຄື່ອງປະກອບ ປຸງແຕ່ງອາຫານ; ຍົກເວັ້ນ 10% 5 ເຂົ້າສານ,ເຂົ້າເປືອກ, ເກືອ; ຍົກເວັ້ນ 10% 6 ເຂົ້າມ່ານ,ເຂົ້າບ່າເລ່; ຍົກເວັ້ນ 5% 7 ຝຸ່ນວິທະຍາສາດ,ອາ ຫານສັດ,ເຂົ້າປາຍ, ຮໍາ; ຍົກເວັ້ນ 5% 8 ວັດຖຸດິບ,ຜະລິດຕະພັນ ເຄິ່ງສໍາເລັດຮູບ,ເຄມີ ຮັບໃຊ້ການຜະລິດກະຊິ ກໍາ,ອຸດສາຫະກໍາແລະ ຫັດຖະກໍາ; 5% 5% 9 ເຄື່ອງຈັກ,ເຄື່ອງມືອຸ ປະກອນຮັບໃຊ້:ການ ປູກຝັງ,ການລ້ຽງສັດ ແລະການຜະລິດກະສິ ກໍາ,ອຸດສາຫະກໍາແລະ ຫັດຖະກໍາ; 5% 5% 10 ເຄື່ອງຈັກຫຼືພາຫະນະ ຮັບໃຊ້:ການບຸກເບີກ ລາກແກ່,ການຂຸດຄົ້ນ ບໍ່ແຮ່,ບໍ່ນໍ້າມັນ,ອາຍ ເກັດ,ການກໍ່ສ້າງພື້ນ ຖານວັດຖຸເຕັກນິກເຊັ່ນ; ຂົວ,ທາງ,ຊົນລະປະ ທານ,ເຂື່ອນ,ເດີ່ນບິນ ລວມທັງເຄື່ອງອາໄຫຼ່ ຂອງພາຫະນະດັ່ງ ກ່າວ; 5% 5% 11 ເຄື່ອງມື,ອຸປະກອນ ການຫາປາແລະລ້ຽງ ປາ; ຍົກເວັ້ນ 5% 12 ເສັ້ນຝ້າຍ; ຍົກເວັ້ນ 5% 13 ເສັ້ນໄໝ,ເສັ້ນໃຍຕ່າງ ໆ(ນອກຈາກເສັ້ນ ຝ້າຍ); ຍົກເວັ້ນ 5% 14 ແຜ່ນແພທຸກຊະນິດ (ນອກຈາກແພໄໝ ແລະແພໃຍວິທະຍາ ສາດ),ເຄື່ອງນຸ່ງຫົ່ມ, ໝວກ,ເກີບສາຍແອວ, (ນອກຈາກສາຍແອວທີ່ ເຮັດດ້ວຍເງິນທອງ ນາກ,ຄໍາ)ເສື່ອ,ໝອນ ແລະຄັນຫົ່ມ; 5% 10% 15 ຜະລິດຕະພັນຈາກເສັ້ນ ໄໝແລະເສັ້ນໃຍຕ່າງໆ 5% 10% 16 ຫີບ,ກະເປົາເດີນທາງ, ກະເປົາຖືແລະເຄື່ອງ ຄ້າຍຄຽງ; 5% 10% 17 ເຄື່ອງເຮືອນທີ່ເຮັດ ດ້ວຍຜະລິດຕະພັນປຸງ ແຕ່ງຈາກໄມ້ແລະ ຫວາຍເຊັ່ນ:ຊຸດຮັບ ແຂກ,ໂຕະ,ຕັ່ງ,ຕຽງ, ແລະອື່ນໆ; 5% 10% 18 ໂມງ,ແວ່ນຕາ; 5% 10% 19 ຜະລິດຕະພັນອະນາໄມ ບຸກຄົນແລະທໍາຄວາມ ສະອາດທົ່ວໄປ; 5% 10% 20 ນໍ້າຫອມແລະເຄື່ອງ ເສີມສວຍ; 5% 10% 21 ຈັກຫຍິບຜ້າທົ່ວໄປລວມ ທັງເຄື່ອງປະກອບແລະ ເຄື່ອງອາໄຫຼ່; ຍົກເວັ້ນ 5% 22 ຢາປົວພະຍາດຄົນ 5% 10% 23 ອຸປະກອນການແພດ ທົ່ວໄປ; ຍົກເວັ້ນ 5% 24 ອຸປະກອນຮັບໃຊ້ສະ ເພາະການສຶກສາ; ຍົກເວັ້ນ 5% 25 ອຸປະກອນກິລາແລະ ກາຍຍະກໍາ; ຍົກເວັ້ນ 5% 26 ເຄື່ອງຫຼິ້ນເດັກນ້ອຍ ທໍາມະດາ; ຍົກເວັ້ນ 5% 27 ຜະລິດຕະພັນວິຈິດຕະ ກໍາ,ສິນລະປະກໍາແລະ ຫັດຖະກໍາ; 5% 10% 28 ອຸປະກອນຮັບໃຊ້ຫ້ອງ ການທົ່ວໄປລວມທັງຈັກ ພິມດີດ,ຈັກໂລນຽວ,ຈັກ ອັດສໍາເນົາເອກະສານ, ຈັກຄິດໄລ່,ເຄື່ອງຄັອມ ພິວເຕີ້ລວມທັງເຄື່ອງ ປະກອບແລະເຄື່ອງອາ ໄຫຼ່; 5% 10% 29 ອຸປະກອນສື່ສານແລະ ໂທລະຄົມມະນາຄົມລວມ ທັງເຄື່ອງປະກອບແລະ ເຄື່ອງອາໄຫຼ່; 5% 10% 30 ນໍ້າປະປາ; 5% 10% 31 ເຄື່ອງມືແລະອຸປະກອນ ນໍ້າປະປາ; 5% 10% 32 ນໍ້າດື່ມບໍລິສຸດທຸກຊະ ນິດ; 5% 10% 33 ນໍ້າຫວານ,ນໍ້າອັດລົມ ແລະເຄື່ອງດື່ມທີ່ບໍ່ມີ ທາດເຫຼົ້າ; 5% 10% 34 ນໍ້າກ້ອນ,ກະແລ້ມ; 5% 10% 35 ກະແສໄຟຟ້າແລະ ເຄື່ອງຈັກໃຫ້ກໍາເນີດ ພະລັງງານໄຟຟ້າ; 5% 10% 36 ເຄື່ອງມືແລະອຸປະກອນ ໄຟຟ້າ; 5% 10% 37 ເຄື່ອງໃຊ້ໃນຄົວເຮືອນ ທີ່ໃຊ້ດ້ວຍໄຟຟ້າເຊັ່ນ: ຕູ້ເຢັນ,ເຕົາໄຟຟ້າ, ເຕົາລີດ,ເຄື່ອງຕູ້ນໍ້າ ເຢັນ,ໝໍ້ຫຸງເຂົ້າ,ໝໍ້ຕົ້ມ ນໍ້າ,ພັດລົມ,ເຄື່ອງດູດ ຝຸ່ນ,ເຄື່ອງຈັກຊັກຜ້າ, ເຄື່ອງບົດຊີ້ນ,ເຄື່ອງ ບົດໝາກໄມ້ເຄື່ອງອື່ນ ໆທີ່ຄ້າຍຄຽງລວມທັງ ສິ້ນສ່ວນປະກອບແລະ ອາໄຫຼ່ຂອງເຄື່ອງດັ່ງ ກ່າວ; 5% 10% 38 ເຄື່ອງອາຍເຢັນອາຍ ຮ້ອນ,ສິ້ນສ່ວນປະກອບ ແລະອາໄຫຼ່ຂອງເຄື່ອງ ດັ່ງກ່າວ; 5% 10% 39 ເຄື່ອງໂທລະພາບ,ວິທະ ຍຸ,ວິທະຍຸເທບ,ເຄື່ອງອັດ ສຽງ,ເຄື່ອງຂະຫຍາຍ ສຽງ,ກ້ອງຖ່າຍຮູບ,ກ້ອງ ຖ່າຍຮູບເງົາ,ຟິມຖ່າຍ ຮູບເງົາ,ຟິມຖ່າຍຮູບ,ກະ ແຊັດວີດີໂອ,ກະແຊັດເພງ ທີ່ໄດ້ບັນທຶກແລ້ວ,ກ້ອງ ສ່ອງທາງໄກ,ຜະລິດຕະ ພັນຄ້າຍຄຽງ,ສ່ວນປະ ກອບແລະເຄື່ອງອາໄຫຼ່ ຂອງເຄື່ອງດັ່ງກ່າວ; 5% 10% 40 ກະແຊັດ,ແຜ່ນຊີດີທີ່ຍັງ ບໍ່ທັນໄດ້ບັນທຶກພາບ ຫຼືສຽງ; 5% 10% 41 ເຄື່ອງດົນຕີແລະສ່ວນ ປະກອບຂອງເຄື່ອງດັ່ງ ກ່າວ; 5% 10% 42 ໂຕະບິນລຽດຫຼືສະນຸກ ເກີ້,ໂຕະບານເຕະແລະ ຕູ້ເຄື່ອງຫຼິ້ນເກມອື່ນໆ ລວມທັງເຄື່ອງປະ ກອບ; 10% 10% 43 ໄພ້ແລະເຄື່ອງປະເພດ ຄ້າຍຄຽງ; 10% 10% 44 ແຮ່ທາດຕ່າງໆທີ່ຍັງບໍ່ ທັນຜ່ານການປຸງແຕ່ງ ເປັນຜະລິດຕະພັນອື່ນ ເຊັ່ນ:ແຮ່ເຫຼັກ,ແຮ່ກົ່ວ, ແຮ່ຂາງ,ແຮ່ທອງແດງ ແລະແຮ່ທາດອື່ນໆທີ່ ຄ້າຍຄຽງ; 5% 5% 45 ຫີນກາວ,ລິກໄນ,ຖ່ານ ຫີນ; 5% 10% 46 ອາຍແກັສ:ເຊື້ອໄຟ ແລະອາຍແກັສທີ່ຄ້າຍ ຄຽງ; 5% 5% 47 ໂລຫະປະເສີດ,ແກ້ວ ປະເສີດເຊັ່ນ:ເງິນ,ຄໍາ ເພັດ,ພອຍ,ແກ້ວ,ໄຂ່ ມຸກແລະອື່ນໆ; 5% 10% 48 ຖ່ານໄມ້ແລະຟືນ 5% 10% 49 ຜະລິດຕະພັນປຸງແຕ່ງ ຈາກຊາ,ກາເຟແລະ ພືດອື່ນໆ; 5% 10% 50 ວັດສະດຸແລະອຸປະກອນ ກໍ່ສ້າງທົ່ວໄປລວມທັງ ໄມ້,ຜະລິດຕະຜົນປ່າ ໄມ້,ຫີນ,ຊາຍ,ດິນດໍາ, ດິນແດງ; 10% 10% 51 ດິນຈີ່,ດິນຂໍແລະກະ ເບື້ອງ; 5% 10% 52 ກໍາປັ່ນ,ເຮືອຈັກເພື່ອ ຮັບໃຊ້ການຂົນສົ່ງພາຍ ໃນຫຼືການທ່ອງທ່ຽວ ລວມທັງອຸປະກອນແລະ ເຄື່ອງອາໄຫຼ່ຂອງພາ ຫະນະດັ່ງກ່າວ; 5% 10% 53 ເຮືອຈັກແລະອຸປະກອນ ເພື່ອການກິລາ; 5% 10% 54 ລົດຖີບ,ລົດສາມລໍ້ລວມ ທັງເຄື່ອງປະກອບແລະ ເຄື່ອງອາໄຫຼ່; ຍົກເວັ້ນ 5% 55 ລົດຈັກ,ລົດສາມລໍ້ ເຄື່ອງ,ລົດຕຸກໆ,ລົດ ຈໍາໂບ້,ລົດໂດຍສານ, ລົດຂົນສົ່ງ,ລົດບັດ,ລົດ ຕູ້,ລົດຂົນນໍ້າມັນ,ລົດ ເກັງ,ລົດກະບະ,ລົດຈິບ ລວມທັງສ່ວນປະກອບ, ເຄື່ອງອາໄຫຼ່ແລະໝໍ້ ໄຟຂອງລົດດັ່ງກ່າວ; 5% 10% 56 ນໍ້າມັນເຊື້ອໄຟທຸກຊະ ນິດ,ນໍ້າມັນເຄື່ອງ,ນໍ້າ ມັນຫ້າມລໍ້,ນໍ້າມັນໄຮ ໂດລິກ,ນໍ້າມັນໜຽວ ແລະຢາງປູທາງ; 5% 5% 57 ເຫຼົ້າໂທ,ເຫຼົ້າແວງ; 5% 10% 58 ເບຍ,ເຫຼົ້າແລະເຄື່ອງ ດື່ມທຸກຊະນິດທີ່ມີທາດ ເຫຼົ້າ; 10% 10% 59 ຢາສູບສໍາເລັດຮູບເປັນ ເສັ້ນ,ເປັນຊອງລວມທັງ ຢາຊີກາ; 10% 10% 60 ໃບຢາສູບດິບ,ໃບຢາສູບ ແຫ້ງທີ່ບໍ່ໄດ້ຜ່ານການ ບົ່ມ; ຍົກເວັ້ນ 10% 61 ເຄື່ອງປະກອບຢາສູບ ໃບຢາສູບບົ່ມແລະຢາ ເສັ້ນ; 10% 10% 62 ໝາກກະໂພກ; ຫ້າມຜະລິດ ຫ້າມນຂ 63 ບັ້ງໄຟ,ດອກໄມ້ໄຟ,ໄມ້ ຂີດໄຟແລະກັບໄຟທຸກ ຊະນິດ; 5% 10% 64 ວັດຖຸລະເບີດຫີນເພື່ອ ການກໍ່ສ້າງ; 5% 10% 65 ປືນກິລາ,ປືນລົມ; 5% 10% 66 ອາວຸດລ່າເນື້ອທຸກຊະ ນິດ; ຫ້າມຜະລິດ ຫ້າມນຂ 67 ເຄື່ອງຫຼິ້ນທີ່ໃຊ້ໄຟຟ້າ ແລະບັນຊາດ້ວຍລະບົບ ທີ່ທັນສະໄໝ; 10% 10% 68 ເຈ້ຍເປັນມ້ວນ,ເປັນຕັບ ເພື່ອຮັບໃຊ້ໃນອຸດສາ ຫະກໍາການພິມ; 5% 10% 69 ຜະລິດຕະພັນເຈ້ຍ; 5% 10% 70 ລາຍການສິນຄ້າເຄື່ອງ ຂອງອື່ນໆ; 10% 10%

2. ການບໍລິການ ລະດັບ ເນື້ອໃນ ອັດຕາການເກັບອາ ກອນຕົວເລກທຸລະກິດ 1 ການບໍລິການດ້ານກະສິກໍາດ້ວຍ ເຄື່ອງຈັກ; 5% 2 ການວິໄຈດິນປູກຝັງ,ດິນກໍ່ສ້າງ ປ່າໄມ້ແລະວິໄຈແຮ່ທາດຕ່າງໆ; 5% 3 ການບຸກເບີກເນື້ອທີ່ດິນເພື່ອການ ປູກຝັງແລະລ້ຽງສັດ; 5% 4 ການບໍລິການຈົກດິນ,ຕັກຊາຍແລະ ບຸກເບີດເນື້ອທີ່ດິນເພື່ອກໍ່ສ້າງ; 5% 5 ກິດຈະການຂຸດຄົ້ນໄມ້,ເຄື່ອງປ່າ ຂອງດົງແລະຊັບພະຍາກອນອື່ນໆ; 10% 6 ກິດຈະການໂຮງເລື່ອຍ,ໂຮງງານ ປຸງແຕ່ງໄມ້ແລະຫວາຍ; 10% 7 ກິດຈະການໂຮງບົ່ມໃບຢາ; 10% 8 ກິດຈະການປິ່ນປົວຄົນຫຼືສັດ; 5% 9 ກິດຈະການກາຍຍະບໍາບັດແລະຮົມ ຢາ; 5% 10 ໂຮງຂ້າສັດແລະການຂ້າສັດທົ່ວ ໄປ; 5% 11 ກິດຈະການໂຮງພິມ; 5% 12 ກິດຈະການອະນາໄມ; 5% 13 ກິດຈະການປ້ອງກັນຄວາມປອດໄພ; 5% 14 ກິດຈະການປະດັບປະດາແລະຕົບ ແຕ່ງ; 5% 15 ກິດຈະການຮັບເໝົາຄຸ້ມຄອງ:ຕະ ຫຼາດ,ເດີ່ນບິນ,ສະຖານີຈອດລົດ; 10% 16 ກິດຈະການກໍ່ສ້າງເຊັ່ນ:ຂົວ,ທາງ, ຊົນລະປະທານ,ເຂື່ອນ,ທ່າເຮືອ, ເດີ່ນບິນ; 10% 17 ກິດຈະການກໍ່ສ້າງ,ການຕິດຕັັ້ງ ແລະການສ້ອມແປງທົ່ວໄປ. 10% 18 ກິດຈະການພັດທະນາທີ່ດິນເພື່ອ ຂາຍສິດນໍາໃຊ້,ກິດຈະການກໍ່ສ້າງ ເຄຫະສະຖານເພື່ອຂາຍ; 10% 19 ກິດຈະການໄປສະນີແລະການຂົນ ສົ່ງ; 5% 20 ກິດຈະການໂທລະຄົມມະນາຄົມ; 10% 21 ກິດຈະການໂຮງແຮມ,ເຮືອນພັກ ລີສອດ,ທ່ອງທ່ຽວ,ການກິນດື່ມທົ່ວ ໄປ; 10% 22 ກິດຈະການບັນເທີງເຊັ່ນ:ໂຮງເຕັ້ນ ລໍາ,ດິດສະໂກເທັກ,ຄາລາໂອເກະ; 10% 23 ການຕີເງິນ,ຄໍາແລະວັດຖຸອື່ນໆ; 5% 24 ການເຈຍລະໄນເພັດ,ພອຍ,ແກ້ວ ແລະວັດຖຸອື່ນ; 5% 25 ກິດຈະການນາຍໜ້າຫຼືຕົວແທນ; 10% 26 ກິດຈະການໂຄສະນາ,ສຶກສາຄົ້ນ ຄວ້າ,ຂຶ້ນແຜນການແລະວິໄຈຂໍ້ມູນ ຂ່າວສານ; 5% 27 ກິດຈະການທີ່ປຶກສາການບັນຊີ,ທີ່ ປຶກສາດ້ານກົດໝາຍ; 5% 28 ກິດຈະການທີ່ປຶກສາວິສະວະກໍາ, ສະຖາປັດຕະຍະກໍາແລະທີ່ປຶກສາ ອື່ນໆ; 10% 29 ກິດຈະການສະແດງລະຄອນ,ລໍາ ເລື່ອງ,ສິນລະປະວັນນະຄະດີ; 5% 30 ກິດຈະການກິລາເຊັ່ນ:ບານເຕະ, ບານສົ່ງ,ບານບ້ວງ,ຕີມວຍ,ເຕັນ ນິດ,ໂບລິງ,ກາຍະກໍາແລະກິດຈະ ການແຂ່ງມ້າ,ແຂ່ງລົດທຸກປະເພດ ,ຕີດອກປີກໄກ່,ຕີກັອບແລະການ ແຂ່ງຂັນກິລາປະເພດອື່ນໆ; 5% 31 ກິດຈະການສະນຸກເກີ້ຫຼືບິນລຽດ; 5% 32 ກິດຈະການຖ່າຍຮູບ,ຖ່າຍທໍາ,ອັດ ,ສາຍແລະໃຫ້ເຊົ່າ:ຮູບເງົາ,ແຜ່ນ ສຽງ,ວີດີໂອ,ຊີດີ,ວີຊີດີ,ແລະດີວີ ດີ; 5% 33 ການດໍາເນີນທຸລະກິດໃຫ້ເຊົ່າ ເຮືອນ,ສາງ,ໂຮງງານ,ທີ່ດິນ, ເຄື່ອງຈັກ,ພາຫະນະ,ອຸປະກອນ ແລະການໃຫ້ເຊົ່າຊັບສິນອື່ນໆ; 10% 34 ການບໍລິການຕັດຫຍິບ,ຕັດເກີບ, ຫຍິບເບາະ,ຖ່າຍຮູບ; 5% 35 ການບໍລິການຕັດຜົມແລະເສີມ ສວຍ; 5% 36 ການບໍລິການຊັກລີດ; 5% 37 ກິດຈະການຫວຍ; 10% 38 ກິດຈະການບໍລິການ:ຂົວ,ທາງ,ຊົນ ລະປະທານແລະທ່າເຮືອ; 10% 39 ການປະກັນໄພຊັບສິນເຊັ່ນ:ພາຫະ ນະຂົນສົ່ງທາງບົກ,ທາງນໍ້າແລະ ທາງອາກາດ,ເຮືອນ,ອາຄານໂຮງ ງານ,ສາງ,ສິ່ງກໍ່ສ້າງແລະຕິດຕັ້ງ ,ພື້ນທີ່ສໍາຫຼວດ,ພື້ນທີ່ຂຸດຄົ້ນ,ການ ຂົນສົ່ງສິນຄ້າແລະບັນດາປະກັນ ໄພຊັບສິນອື່ນໆທີ່ນອນໃນເປົ້າໝາຍ ຮັບໃຊ້ການທຸລະກິດແລະທົ່ວໄປ; 5% 40 ການບໍລິການໂຮງຊວດຈໍາ; 10% 41 ກິດຈະການຄາຊິໂນ; 10% 42 ລາຍງານການບໍລິການອື່ນໆ. 10%

....ມາດຕາສິບແປດ:ຜູ້ມີພັນທະແຈ້ງແລະເສຍອາກອນຕົວເລກທຸລະກິດ

ມາດຕາສິບແປດ:ຜູ້ມີພັນທະແຈ້ງແລະເສຍອາກອນຕົວເລກທຸລະກິດ ຜູ້ມີພັນທະເສຍອາກອນຕົວເລກທຸລະກິດຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສິບຂອງກງົດໝາຍສະບັບນີ້ຕ້ອງແຈ້ງແລະເສຍຫາກອນ ຕົວເລກທຸລະກິດຕາມແຕ່ລະກໍລະນີດັ່ງນີ້: -ສໍາລັບຜູ້ນໍາເຂົ້າສິນຄ້າ,ເຄື່ອງຂອງຈາກຕ່າງປະເທດທຸກ ເທື່ອຜູ້ນໍາເຂົ້າຕ້ອງຍື່ນໃບແຈ້ງພາສີຂາເຂົ້າຕໍ່ດ່ານພາສີເພື່ອເສຍອາ ກອນ,ອາກອນຕ້ອງມອບໃຫ້ຄົບຖ້ວນກ່ອນນໍາສິນຄ້າເຄື່ອງຂອງອອກ ຈາກດ້ານພາສີ; -ໃນກໍລະນີທີ່ຂາຍສິນຄ້າ,ເຄື່ອງຂອງຈາກຜູ້ຜະລິດ,ຜູ້ບໍລິ ການ,ຜູ້ນໍາເຂົ້າແລະຜູ້ຂາຍນັ້ນຕ້ອງຍື່ນໃບແຈ້ງລາຍຮັບທຸລະກິດຂອງ ຕົນຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນທະບຽນອາກອນກ່ອນ ວັນທີສິບຫ້າຂອງເດືອນຕໍ່ໄປເພື່ອເສຍອາກອນຕົວເລກທຸລະກິດປະຈໍາ ເດືອນ; -ໃນກໍລະນີວິສາຫະກິດທີ່ດໍາເນີນທຸລະກິດຫຼືເຈົ້າຂອງໂຄງ ການຢູ່ສປປລາວໄດ້ຮັບໃບເກັບເງິນຈາກບຸກຄົນຫຼືນິຕິບຸກຄົນຢູ່ຕ່າງປະ ເທດທີ່ມາເຄື່ອນໄຫວມີລາຍຮັບທີ່ກໍານົດໄວ້ໃນມາດຕາສິບສອງຂອງ ກົດໝາຍສະບັບນີ້ຕ້ອງຫັກເງິນອາກອນຕົວເລກທຸລະກິດໄວ້ເພື່ອມອບ ເຂົ້າງົບປະມານແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສີ່,ສິບຫ້າ ແລະສິບເຈັດຂອງກົດໝາຍສະບັບນີ້. ວິສາຫະກິດທີ່ດໍາເນີນທຸລະກິດຫຼືເຈົ້າຂອງໂຄງການຢູ່ສປປ ລາວທີ່ໄດ້ຫັກເງິນອາກອນຕົວເລກທຸລະກິດໄວ້ຈາກບຸກຄົນຫຼືນິຕິບຸກຄົນ ທີ່ດໍາເນີນທຸລະກິດຢູ່ຕ່າງປະເທດນັ້ນຕ້ອງແຍກອອກເປັນໃບແຈ້ງອາ ກອນສະເພາະຕ່າງຫາກແລ້ວຍື້ນໃບແຈ້ງເສຍອາກອນພາຍໃນສິບຫ້າ ວັນນັບຕັ້ງແຕ່ວັນທີ່ອອກໃບເກັບເງິນເປັນຕົ້ນໄປ.

...ໝວດທີ4ການຫັກອາກອນຕົວເລກທຸລະກິດທີ່ເສຍຢູ່ຕົ້ນທາງແລ້ວ


....ມາດຕາສິບເກົ້າ:ຜູ້ດໍາເນີນທຸລະກິດທີ່ໄດ້ຮັບອະນຸຍາດໃຫ້ຫັກອາກອນຕົວເລກທຸລະກິດ

ມາດຕາສິບເກົ້າ:ຜູ້ດໍາເນີນທຸລະກິດທີ່ໄດ້ຮັບອະນຸຍາດໃຫ້ຫັກອາກອນ ຕົວເລກທຸລະກິດ ຜູ້ຜະລິດ,ຜູ້ບໍລິການ,ຜູ້ນໍາເຂົ້າແລະຜູ້ຂາຍສິນຄ້າ,ເຄື່ອງ ຂອງຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາສິບເອັດແລະສິບສອງຂອງກົດ ໝາຍສະບັບນີທີ່ໄດ້ເສຍອາກອນຕົວເລກທຸລະກິດຢູ່ຕົ້ນທາງມີສິດໄດ້ ຮັບການຫັກອາກອນທີ່ໄດ້ເສຍແລ້ວອອກຈາກຈໍານວນອາກອນທີ່ຈະ ຕ້ອງເສຍປະຈໍາເດືອນ.ໃນກໍລະນີອາກອນທີ່ເສຍຢູ່ຕົ້ນທາງແລ້ວຫາກ ມີຈໍານວນໜ້ອຍກວ່ານໍານວນທີ່ຫຼຸດນັ້ນຈະຕ້ອງໄດ້ມອບຕື່ມໃຫ້ຄົບ ຖ້ວນ.ຖ້າອາກອນທີ່ເສຍຢູ່ຕົ້ນທາງແລ້ວຫາກມີຈໍານວນຫຼາຍກວ່ານໍາ ນວນທີ່ເກີນນັ້ນໃຫ້ຍົກໄປຫັກອອກໃນເດືອນຕໍ່ໆໄປ. ຜູ້ມີສິດໄດ້ຮັບການຫັກອາກອນດັ່ງກ່າວນີ້ຕ້ອງແມ່ນຜູ້ທີ່ ໄດ້ຂຶ້ນທະບຽນອາກອນຢູ່ນໍາລັດຖະການສ່ວຍສາອາກອນແລະຖືບັນຊີ ຢ່າງຖືກຕ້ອງພ້ອມທັງມີເອກະສານການເສຍອາກອນຄົບຖ້ວນມາຢັ້ງ ຢືນ. ການຫັກອາກອນຕົວເລກທຸລະກິດນັ້ນມີລະບຽບການສະ ເພາະ.

....ມາດຕາຊາວ:ຂອບເຂດການຫັກອາກອນຕົວເລກທຸລະກິດ

ມາດຕາຊາວ:ຂອບເຂດການຫັກອາກອນຕົວເລກທຸລະກິດ ການອະນຸຍາດໃຫ້ຫັກອາກອນຕົວເລກທຸລະກິດທີ່ໄດ້ເສຍຢູ່ ຕົ້ນທາງແລ້ວຕ້ອງປະຕິບັດຢູ່ໃນຂອບເຂດດັ່ງນີ້: -ສໍາລັບຜູ້ຜະລິດໃຫ້ຫັກອອກແຕ່ສະເພາະຈໍານວນອາກອນ ທີ່ໄດ້ເສຍແລ້ວຈາກການຊື້ວັດຖຸດິບ,ວັດຖຸເຄິງສໍາເລັດຮູບ,ອຸປະກອນ ການຜະລິດ,ພາຫະນະຂົນສົ່ງ,ສິ້ນສ່ວນອາໄຫຼ່ແລະອຸປະກອນຕ່າງໆທີ່ ນໍາໃຊ້ເຂົ້າໃນກິດຈະການຂອງການຜະລິດໂດຍກົງ. -ສໍາລັບຜູ້ບໍລິການໃຫ້ຫັກອອກແຕ່ສະເພາະຈໍານວນອາ ກອນທີ່ໄດ້ເສຍແລ້ວຈາກການຊື້ພາຫະນະຂົນສົ່ງ,ສິ້ນສ່ວນອາໄຫຼ່ ຫຼືວັດຖຸປະກອບອື່ນໆທີ່ນໍາໃຊ້ເຂົ້າໃນວຽກງານບໍລະການໂດຍກົງ. -ສໍາລັບຜູ້ນໍາເຂົ້າໃຫ້ຫັກອອກແຕ່ສະເພາະນໍານວນອາກອນ ທີ່ໄດ້ເສຍແລ້ວຈາສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າມາເພື່ອໄປຂາຍຕໍ່ຫຼື ໄປທໍາການປຸງແຕ່ງ; -ຜູ້ຂາຍສິນຄ້າ,ເຄື່ອງຂອງໃຫ້ຫັກອອກແຕ່ສະເພາະຈໍາ ນວນອາກອນທີ່ໄດ້ເສຍແລ້ວຈາກສິນຄ້າເຄື່ອງຂອງທີ່ຊື້ຈາກຜູ້ນໍາເຂົ້າ ,ຜູ້ຜະລິດແລະຜູ້ຂາຍພາຍໃນເພື່ອໄປຂາຍຕໍ່ຫຼືໄປທໍາການປຸງແຕ່ງ. ນອກຈາກຂອບເຂດທີ່ໄດ້ກໍານົດໄວ້ຂ້າງເທິງນີ້ບໍ່ອະນຸຍາດ ໃຫ້ຫັກອອກຈາກຈໍານວນອາການທີ່ຕ້ອງມອບປະຈໍາເດືອນຄື: -ອາກອນຕົ້ນທາງຈາກຄ່າບໍລິການຕ່າງໆ. -ອາກອນຕົ້ນທາງການການຊື້ພາຫະນະຂົນສົ່ງລວມທັງ ເຄື່ອງປະກອບແລະເຄື່ອງອາໄຫຼ່ທີ່ບໍ່ນໍາໃຊ້ໂດຍກົງເຂົ້າໃນກິດຈະການ ຕົ້ນຕໍຂອງວິສາຫະກິດ; -ອາກອນຕົ້ນທາງຈາກການຊື້ສິນຄ້າ,ເຄື່ອງຂອງເພື່ອໃຊ້ ສ່ວນຕົວຂອງຄະນະບໍລິຫານຫຼືພະນັກງານຂອງວິສາຫະກິດ. ....ມາດຕາຊາວເອັດ:ການນໍາເຂົ້າຜະລິດເພື່ອສົ່ງອອກແລະການນໍາເຂົ້າເພື່ອສົ່ງອອກຕໍ່

ມາດຕາຊາວເອັດ:ການນໍາເຂົ້າຜະລິດເພື່ອສົ່ງອອກແລະການນໍາເຂົ້າ ເພື່ອສົ່ງອອກຕໍ່ ຜູ້ຜະລິດຫຼືຜູ້ບໍລິການທີ່ນໍາເຂົ້າຜະລິດເພື່ອສົ່ງອອກແລະຜູ້ ນໍາເຂົ້າສິນຄ້າ,ເຄື່ອງຂອງຈາກຕ່າງປະເທດເພື່ອສົ່ງອອກໄປຂາຍຕໍ່ປະ ເທດທີສາມຊຶ່ງໄດ້ເສຍອາກອນຕົວເລກທຸລະກິດຢູ່ຕົ້ນທາງແລ້ວຕາມທີ່ ກໍານົດໄວ້ໃນມາດຕາສິບແປດຂອງກົດໝາຍສະບັບນີ້ມີສິດໄດ້ຮັບການ ຫັກອາກອນດັ່ງກ່າວອອກຈາກຈໍານວນອາກອນທີ່ຕົນຈະໄດ້ມອບໃນແຕ່ ລະເດືອນ. ການຫັກອາກອນຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ໃນມາດຕາຊາວຂອງກົດໝາຍສະບັບນີ້ແລະຕ້ອງມີເອກະສານການ ນໍາເຂົ້າແລະສົ່ງອອກມາຢັ້ງຢືນຕື່ມອີກ.

....ມາດຕາຊາວສອງ:ການຫັກອາກອນຕົວເລກທຸລະກິດຄືນ

ມາດຕາຊາວສອງ:ການຫັກອາກອນຕົວເລກທຸລະກິດຄືນ ໃນກໍລະນີທີ່ມີການຊື້-ຂາຍສິນຄ້າ,ເຄື່ອງຂອງຫຼືການບໍລິ ການວະຫວ່າງຜູ້ຊື້ກັບຜູ້ຂາຍຫາກຖືກລົບລ້າງຕາມພາຍຫຼັງ,ອາກອນຕົວ ເລກທຸລະກິດທີ່ໄດ້ເສຍແລ້ວຈາກກິດຈະການດັ່ງກ່າວຈະໄດ້ຮັບອະນຸຍາດ ໃຫ້ຫັກອອກຈາກຈໍານວນອາກອນທີ່ຕ້ອງມອບພາຍໃນເດືອນທີ່ມີການລົບ ລ້າງການຊື້-ຂາຍຫຼືໃນເດືອນຕໍ່ໆໄປ. ..ພາກທີ4ອາກອນຊົມໃຊ້


...ໝວດທີ1ຂອບເຂດຂອງອາກອນຊົມໃຊ້,ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຕ້ອງເສຍແລະຖືກຍົກເວັ້ນອາກອນຊົມໃຊ້


....ມາດຕາຊາວສາມ:ອາກອນຊົມໃຊ້

ມາດຕາຊາວສາມ:ອາກອນຊົມໃຊ້ ອາກອນຊົມໃຊ້ແມ່ນອາກອນທາງອ້ອມທີ່ເກັບຈາກສິນຄ້າ, ເຄື່ອງຂອງແລະການບໍລະການບາງປະເພດທີ່ມີລັກສະນະຟຸ້ມເຟືອຍ.

....ມາດຕາຊາວສີ່:ຂອບເຂດຂອງອາກອນຊົມໃຊ້

ມາດຕາຊາວສີ່:ຂອບເຂດຂອງອາກອນຊົມໃຊ້ ຂອບເຂດຂອງອາກອນຊົມໃຊ້ແມ່ນເກັບຈາກສິນຄ້າ,ເຄື່ອງ ຂອງແລະການບໍລິການບາງປະເພດທີ່ຈໍາໜ່າຍຫຼືບໍລະການຢູ່ດິນແດນ ຂອງສປປລາວ.

....ມາດຕາຊາວຫ້າ:ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຕ້ອງເສຍອາກອນຊົມໃຊ້

ມາດຕາຊາວຫ້າ:ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຕ້ອງເສຍ ອາກອນຊົມໃຊ້ ສິນຄ້າ,ເຄື່ອງຂອງແລະການບໍລິການບາງປະເພດທີ່ຕ້ອງ ເສຍອາກອນຊົມໃຊ້ມີລາຍລະອຽດດັ່ງນີ້: ໜຶ່ງ:ນໍ້າມັນເຊື້ອໄຟ; ສອງ:ເຫຼົ້າຫຼືເຄື່ອງດື່ມທີ່ມີທາດເຫຼົ້າ; ສາມ:ນໍ້າອັດລົມ,ນໍ້າດື່ມແຮ່ທາດ,ໂສດາ,ເຄື່ອງດື່ມຊູກໍາ ລັງ,ເຄື່ອງດື່ມສໍາເລັດຮູບແລະເຄື່ອງດື່ມອື່ນໆທີ່ຄ້າຍຄຽງ; ສີ່:ຢາສໍາເລັດຮູບເປັນເສັ້ນ,ເປັນຊອງ,ຢາຊີກາ; ຫ້າ:ນໍ້າຫອມ,ເຄື່ອງເສີມສວຍ; ຫົກ:ໄພ້ແລະປະເພດໃກ້ຄຽງ,ບັ້ງໄຟ,ດອກໄມ້ໄຟ; ເຈັດ:ລົດຕູ້,ລົດບັດ,ລົດບັນທູກ,ລົດເກງ,ລົດກະບະ,ລົດຈິບ, ລົດຈັກ; ແປດ:ເຮືອໄວ,ເຮືອກິລາທີ່ໃຊ້ດ້ວຍຈັກລວມທັງເຄື່ອງຈັກ ແລະເຄື່ອງປະກອບ; ເກົ້າ:ເຄື່ອງໃຊ້ໄຟຟ້າເຊັ່ນ:ເຄື່ອງອາຍເຢັນ,ເຄື່ອງຮັບສັນ ຍານໂທລະພາບຜ່ານດາວທຽມ,ເຄື່ອງຫຼິ້ນສຽງແລະພາບ,ກ່ອງຖ່າຍ ຮູບ,ເຄື່ອງອັດສຽງແລະພາບ,ເຄື່ອງດົນຕີລວມທັງອຸປະກອນແລະເຄື່ອງ ປະກອບຂອງເຄື່ອງດັ່ງກ່າວ; ສິບ:ຕູ້ແຊ່ເຢັນ,ເຄື່ອງຕົ້ມນໍ້າອາບ,ເຄື່ອງຈັກຊັກຜ້າ,ເຄື່ອງດູດຝຸນ; ສິບເອັດ:ການນໍາເຂົ້າ,ຂາຍແລະບໍລິການໂຕະບິນລຽດຫຼື ສະນຸກເກີ້,ໂຕະບານເຕະແລະຕູ້ເຄື່ອງຫຼິ້ນເກມອື່ນໆ; ສິບສອງ:ການບໍລິການບັນເທິງ:ໂຮງເຕັ້ນລໍາ,ດິດສະໂກ ເທັກ,ຄາຣາໂອເກະ; ສິບສາມ:ການຊົມໃຊ້ການບໍລິການໂທລະສັບມືຖື,ໂທລະ ພາບສາຍໄຍ,ອິນເຕີເນັດ; ສິບສີ່:ກິດຈະການຫວຍ; ສິບຫ້າ:ກິດຈະການກາຊິໂນ.

....ມາດຕາຊາວຫົກ:ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຖືກຍົກເວັ້ນອາກອນຊົມໃຊ້

ມາດຕາຊາວຫົກ:ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຖືກຍົກເວັ້ນ ອາກອນຊົມໃຊ້ ສິນຄ້າ,ເຄື່ອງຂອງແລະການບໍລິການທີ່ຖືກຍົກເວັ້ນອາກອນ ຊົມໃຊ້ມີດັ່ງນີ້: -ສິນຄ້າ,ເຄື່ອງຂອງແລະການບໍລິກາທີ່ບົ່ງໄວ້ໃນມາດຕາ ຊາວຫ້າຂອງກົດໝາຍສະບັບນີ້ຊຶ່ງສົ່ງອອກໄປຂາຍຕ່າງປະເທດຕາມ ການຢັ້ງຢືນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສປປລາວ. -ນໍ້າມັນກາດໄຕ້; -ເຫຼົ້າເກົ້າສິບອົງສາເພື່ອຮັບໃຊ້ວຽກງານການແພດໂດຍ ສະເພາະ; -ສິນຄ້າ,ເຄື່ອງຂອງແລະການບໍລິການບາງປະເພດທີ່ຈໍາ ໜ່າຍຫຼືບໍລິການໃຫ້ແກ່ອົງການຈັດຕັ້ງການທູດຂອງຕ່າງປະເທດແລະ ອົງການຈັດຕັ້ງສາກົນຢູ່ສປປລາວຕາມລະບຽບການຂອງກະຊວງການ ຕ່າງປະເທດກໍານົດອອກ. -ສິນຄ້າ,ເຄື່ອງຂອງທີ່ໄດ້ຮັບການຍົກເວັ້ນພາສີຂາເຂົ້າ ຕາມກົດໝາຍວ່າດ້ວຍພາສີ.


...ໝວດທີ2ພື້ນຖານການຕິດໄລ່,ອັດຕາ,ການແຈ້ງແລະເສຍອາກອນຊົມໃຊ້


....ມາດຕາຊາວເຈັດ:ພື້ນຖານການຄິດໄລ່ອາກອນຊົມໃຊ້

ມາດຕາຊາວເຈັດ:ພື້ນຖານການຄິດໄລ່ອາກອນຊົມໃຊ້ ພື້ນຖານຄິດໄລ່ອາກອນຊົມໃຊ້ໄດ້ກໍານົດລະອຽດຕາມແຕ່ ລະກໍລະນີດັ່ງນີ້: -ສໍາລັບສິນຄ້ານໍາເຂົ້າຈາກຕ່າງປະເທດແມ່ນມູນຄ່າຄິດ ໄລ່ພາສີຂາເຂົ້າບວກກັບຄ່າພາສີຂາເຂົ້າ; -ສໍາລັບສິນຄ້າຜະລິດແລະຈ້າງຜະລິດພາຍໃນປະເທດແມ່ນ ມູນຄ່າຂາຍອອກຈາກບ່ອນຜະລິດທີ່ຍິງບໍ່ທັນມີອາກອນຊົມໃຊ້; -ສໍາລັບການບໍລິການແມ່ນມູນຄ່າຊົມໃຊ້ການບໍລິການທີ່ຍັງ ບໍ່ທັນມີອາກອນຊົມໃຊ້; -ສໍາລັບສິນຄ້າແລະການບໍລິການທີ່ຕົນເອງຊົມໃຊ້ແລະໃຫ້ ເປັນຂອງຂວັນ,ລາງວັນແມ່ນມູນຄ່າຂອງຊະນິດສິນຄ້າແລະຄ່າບໍລິການ ອັນດຽວກັນທີ່ໄດ້ຂາຍແລະບໍລິການໃຫ້ຄົນອື່ນໃນລາຄາຢູ່ທ້ອງຖິ່ນນັ້ນ ແລະໃນເວລານັ້ນ; ມູນຄ່າຄິດໄລ່ອາກອນຢູ່ມາດຕານີ້ປະກອບມີມູນຄ່າທັງໝົດ ທີ່ໄດ້ຮັບຈາກການຊໍາລະເພີ່ມ.

....ມາດຕາຊາວແປດ:ອັດຕາອາກອນຊົມໃຊ້

ມາດຕາຊາວແປດ:ອັດຕາອາກອນຊົມໃຊ້ ອັດຕາອາກອນຊົມໃຊ້ມີລາຍລະອຽດດັ່ງນີ້: ລະດັບ ປະເພດສິນຄ້າ,ເຄື່ອງຂອງແລະການບໍລິການທີ່ ອັດຕາທຽບ ຕ້ອງເສຍຫາກອນຊົມໃຊ້ ຖານເປັນ ເປີເຊັນ. 1 ນໍ້າມັນເຊື້ອໄຟ: - ນໍ້າມັນແອັດຊັງພິເສດ; 25% - ນໍ້າມັນແອັດຊັ່ງທໍາມະດາ; 24% - ນໍ້າມັນກາຊວນ; 12% - ນໍ້າມັນກາດຍົນ; 10% - ນໍ້າມັນເຄື່ອງ,ນໍ້າມັນໄຮໂດລິກ,ນໍ້າມັນໜຽວ ,ນໍ້າມັນຫ້າມລໍ້; 5%

2 ເຫຼົ້າຫຼືເຄື່ອງດື່ມທີ່ມີທາດເຫຼົ້າ: - ເຫຼົ້າຫຼືເຄື່ອງດື່ມທຸກຊະນິດທີ່ມີທາດເຫຼົ້າແຕ່ 15 ອົງສາຂຶ້ນໄປ; 70% - ເຫຼົ້າ,ເຫຼົ້າແວງແລະເຄື່ອງດື່ມອື່ນໆທີ່ມີທາດ ເຫຼົ້າຕໍ່າກວ່າ 15 ອົງສາ; 60% - ເບຍ; 50%

3 - ນໍ້າດື່ມແຮ່ທາດ,ເຄື່ອງດື່ມສໍາເລັດຮູບແລະ ເຄື່ອງດື່ມອື່ນໆທີ່ຄ້າຍຄຽງ; 10% - ນໍ້າອັດລົມ; 20% - ໂສດາແລະເຄື່ອງດື່ມຊູກໍາລັງ. 30%

4 ຢາສູບສໍາເລັດຮູບເປັນເສັ້ນ,ເປັນຊອງແລະຢາ ຊິກກາ. 55% 5 ນໍ້າຫອມແລະເຄື່ອງເສີມສວຍ. 30% 6 ໄພ້ແລະປະເພດໃກ້ຄຽງ,ບັ້ງໄຟ,ດອກໄມ້ໄຟ. 70% 7 ລົດ: - ລົດຕູ້ສິບຫ້າບ່ອນນັ່ງລົງມາ; 25% - ລົດບັດຫຼາຍກວ່າ 15 ບ່ອນນັ່ງ; 20% - ລັດບັນທຸກທຸກປະເພດ; 10% - ລົດຈັກທຸກປະເພດ; 20% - ລົດຈິບຫຼັງອ່ອນ; 30% - ລັດຈິບຫຼັງແຂັງ 2,000 ເຊເຊລົງມາ; 65% - ລົດຈິບຫຼັງແຂັງແຕ່ 2,001 ເຊໆຫາ 4,000 ເຊໆ; 70% - ລົດຈິບຫຼັງແຂັງແຕ່ 4,001 ເຊໆຂຶ້ນໄປ; 75% - ລົດເກັງ 1,000 ເຊໆລົງມາ; 60% - ລົດເກັງແຕ່ 1,001 ເຊໆ ຫາ 1,500 ເຊ ໆ; 65% - ລົດເກັງແຕ່ 1,501 ເຊໆ ຫາ 3,000 ເຊ ໆ; 75% - ລົດເກັງແຕ່ 3,000 ເຊໆຂຶ້ນໄປ; 90% - ລົດກະບະສອງປະຕູຫຼືສອງປະຕູເຄິ່ງສູງຫຼືຕໍ່າ 20% - ລົດກະບະສີ່ປະຕູຫຼືສີ່ປະຕູເຄິ່ງສູງຫຼືຕໍ່າ 25% 8 ເຮືອໄວ,ເຮືອກິລາທີ່ໃຊ້ດ້ວຍຈັກລວມທັງເຄື່ອງ ຈັກແລະເຄື່ອງປະກອບ. 10% 9 ເຄື່ອງໄຟຟ້າເຊັ່ນ:ເຄື່ອງອາຍເຢັນ,ເຄື່ອງຮັບ ສັນຍານໂທລະພາບຜ່ານດາວທຽມ,ເຄື່ອງຫຼິ້ນ ສຽງແລະພາບ,ກ້ອງຖ່າຍຮູບ,ເຄື່ອງອັດສຽງ ແລະພາບ,ເຄື່ອງດົນຕີລວມທັງອຸປະກອນແລະ ເຄື່ອງປະກອບຂອງເຄື່ອງດັ່ງກ່າວ. 15% 10 ຕູ້ແຊ່ເຢັນ,ເຄື່ອງຕົ້ມນໍ້າອາຍ,ເຄື່ອງຈັກຊັກຜ້າ, ເຄື່ອງດູດຝຸ່ນ. 10% 11 ການນໍາເຂົ້າ,ຂາຍແລະບໍລິການໂຕະບິນລຽດ ຫຼືສະນຸກເກີ້,ໂຕະບານເຕະແລະຕູ້ເຄື່ອງຫຼິ້ນເກມ ອື່ນໆ. 20% 12 ການບໍລິການບັນເທີງ:ໂຮງເຕັ້ນລໍາ,ດິດສະໂກ ເທັກ,ຄາລາໂອເກະ. 25% 13 ການຊົມໃຊ້ການບໍລິການໂທລະສັບມືຖື,ໂທລະ ພາບສາຍໄຍ,ອິນເຕີເນັດ. 10% 14 ກິດຈະການຫວຍ; 10% 15 ກິດຈະການກາຊິໂນ. 15%

ສໍາລັບນໍ້າມັນເຊື້ອໄຟແມ່ນມອບໃຫ້ລັດຖະບານເປັນຜູ້ກໍາ ນົດອັດຕາທຽບຖານ(%)ແລະເດັດຖານ(ເປັນຈໍານວນເງິນຕໍ່ຫົວໜ່ວຍ) ໂດຍສອດຄ່ອງກັບສະພາບການທາງດ້ານເສດຖະກິດໃນແຕ່ລະໄລຍະ. ....ມາດຕາຊາວເກົ້າ:ການແຈ້ງແລະເສຍອາກອນຊົມໃຊ້

ມາດຕາຊາວເກົ້າ:ການແຈ້ງແລະເສຍອາກອນຊົມໃຊ້ ຜູ້ນໍາເຂົ້າ,ຜູ້ຜະລິດສິນຄ້າ,ເຄື່ອງຂອງແລະການບໍລິການ ບາງປະເພດທີ່ໄດ້ບົ່ງໄວ້ໃນມາດຕາຊາວຫ້າຂອງກົດໝາຍສະບັບນີ້ມີ ໜ້າທີ່ແຈ້ງແລະເສຍອາກອນຊົມໃຊ້ຕາມແຕ່ລະກໍລະນີດັ່ງຕໍ່ໄປນີ້: -ສໍາລັບການນໍາເຂົ້າຜູ້ນໍາເຂົ້າຕ້ອງຢື່ນໃບແຈ້ງພາສີຂາ ເຂົ້າທຸກໆເທື່ອ,ເມື່ອມີການນໍາເຂົ້າສິນຄ້າ,ເຄື່ອງຂອງທີ່ດ່ານພາສີ ເພື່ອເສຍອາກອນ.ອາກອນຕ້ອງມອບໃຫ້ຄົບຖ້ວນກ່ອນນໍາສິນຄ້າອອກ ຈາກດ້ານພາສີ; -ສໍາລັບການຜະລິດແລະການບໍລິການຢູ່ພາຍໃນປະເທດ, ຜູ້ຜະລິດແລະຜູ້ດໍາເນີນກິດຈະການບໍລິການໃດໜຶ່ງຕ້ອງຍື່ນໃບແຈ້ງ ອາກອນຊົມໃຊ້ຂອງຕົນທຸກໆເດືອນຕໍ່ລັດຖະການສ່ວຍສາອາກອນບ່ອນ ທີ່ຕົນຂຶ້ນທະບຽນອາກອນກ່ອນວັນທີສິບຫ້າຂອງເດືອນຕໍ່ໄປເພື່ອເສຍ ອາກອນຊົມໃຊ້ປະຈໍາເດືອນ.

..ພາກທີ5ອາກອນກໍາໄລ


...ໝວດທີ1ຂອບເຂດແລະຜູ້ມີພັນທະແຈ້ງເສຍອາກອນກໍາໄລ


....ມາດຕາສາມສິບ:ອາກອນກໍາໄລ

ມາດຕາສາມສິບ:ອາກອນກໍາໄລ ອາກອນກໍາໄລແມ່ນອາກອນທາງກົງຊຶ່ງເກັບຈາກກໍາໄລ ຂອງບຸກຄົນຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດການຜະລິດ,ການຄ້າແລະ ການບໍລິການ.

....ມາດຕາສາມສິບເອັດ:ຂອບເຂດຂອງອາກອນກໍາໄລ

ມາດຕາສາມສິບເອັດ:ຂອບເຂດຂອງອາກອນກໍາໄລ ອາກອນກໍາໄລເກັບຈາກກໍາໄລປະຈໍາປີຂອງຜູ້ມີກໍາໄລ ໂດຍບໍ່ຈໍາແນກວ່າຜູ້ມີກໍາໄລເປັນບຸກຄົນຫຼືນິຕິບຸກຄົນຢູ່ສປປລາວຫຼື ຢູ່ຕ່າງປະເທດຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງແລະມາດຕາສາມ ສິບສາມຂອງກົດໝາຍສະບັບນີ້.

....ມາດຕາສາມສິບສອງ:ກໍາໄລທີ່ຕ້ອງເສຍອາກອນ

ມາດຕາສາມສິບສອງ:ກໍາໄລທີ່ຕ້ອງເສຍອາກອນ ກໍາໄລຈາກການດໍາເນີນທຸລະກິດແມ່ນກໍາໄລທີ່ເກີດຈາກ ການເຮັດທຸລະກິດການຜະລິດກະສິກໍາ-ປ່າໄມ້,ອຸດສາຫະກໍາແລະຫັດ ຖະກໍາລວມທັງການຂຸດຄົ້ນຊັບພະຍາກອນທໍາມະຊາດ,ການຄ້າຂາອອກ -ຂາເຂົ້າ,ຂາຍຍົກ,ຂາຍຍ່ອຍແລະການບໍລິຫານທົ່ວໄປເຊັ່ນ:ຂຸດຄົ້ນ ໄມ້,ຂຸດຄົ້ນແຮ່,ການຂົນສົ່ງ,ໄປສະນີ,ໂທລະຄົມມະນາຄົມ,ກໍ່ສ້າງ,ສ້ອມ ແປງ,ການພັດທະນາທີ່ດິນເພື່ອຂາຍສິດນໍາໃຊ້,ການຮັບເໝົາຫຼືຈັດສັນ ຄຸ້ມຄອງຕະຫຼາດ,ການປະມູນແລະການຮັບເໝົາກໍ່ສ້າງໂຄງການທີ່ຈ່າຍ ເງິນງົບປະມານຂອງລັດ,ເງິນຊ່ວຍເຫຼືອລ້າຫຼືເງິນກູ້ຢືມຈາກຕ່າງປະ ເທດ,ກິດຈະການທະນາຄານ,ສະຖາບັນການເງິນ,ການປະກັນໄພ,ໂຮງ ແຮມ,ທ້ອງທ່ຽວ,ກິນດື່ມ,ກາຊິໂນ,ຫວຍ,ການສະແດງສິນລະປະວັນນະ ຄະດີ,ກິລາ,ກິດຈະການນາຍໜ້າຫຼືຕົວແທນ.

....ມາດຕາສາມສິບສາມ:ເປົ້າໝາຍການເສຍອາກອນກໍາໄລ

ມາດຕາສາມສິບສາມ:ເປົ້າໝາຍການເສຍອາກອນກໍາໄລ ວິສາຫະກິດສ່ວນບຸກຄົນແລະນິຕິບຸກຄົນທີ່ເປັນຂອງຄົນ ລາວ,ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດລວມທັງຊາວຕ່າງປະເທດຊຶ່ງດໍາ ເນີນກິດຈະການທີ່ມີກໍາໄລຢູ່ສປປລາວລ້ວນແຕ່ຕ້ອງເສຍອາກອນກໍາ ໄລໃຫ້ແກ່ງົບປະມານແຫ່ງລັດ. ໃນກໍລະນີວິສາຫະກິດທີ່ດໍາເນີນທຸລະກິດຢູ່ຕ່າງປະເທດ ແຕ່ມາເຄື່ອນໄຫວຫຼືຮ່ວມທຶນຕາມສັນຍາທີ່ມີລາຍຮັບເກີດຂຶ້ນຢູ່ສປປ ລາວ,ວິສາຫະກິດດັ່ງກ່າວຕ້ອງແຈ້ງເສຍອາກອນກໍາໄລຢູ່ສປປລາວ. ກ່ອນການເບີກຈ່າຍເງິນໃຫ້ວິສາຫະກິດຕ່າງປະເທດນັ້ນເຈົ້າຂອງໂຄງ ການຫຼືວິສາຫະກິດຕ້ອງຫັກເງິນອາກອນກໍາໄລໄວ້ເພື່ອມອບເຂົ້າງົບ ປະມານແຫ່ງລັດ.

....ມາດຕາສາມສິບສີ່:ການຍົກເວັ້ນຫຼືຫຼຸດຜ່ອນອາກອນກໍາໄລ

ມາດຕາສາມສິບສີ່:ການຍົກເວັ້ນຫຼືຫຼຸດຜ່ອນອາກອນກໍາໄລ ຜູ້ທີ່ໄດ້ຮັບອະນຸຍາດຂາກລັດຖະບານໃຫ້ລົງທຶນໃສ່ໂຄງ ການແລະເຂດບຸລິມະສິດຕ່າງໆຢູ່ສປປລາວຈະໄດ້ຮັບການຍົກເວັ້ນຫຼື ເສຍອາກອນກໍາໄລໃນອັດຕາຫຼຸດຜ່ານຕາມແຕ່ລະກໍລະນີຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ. ເພື່ອຈະໄດ້ຮັບການຍົກເວັ້ນຫຼືເສຍອາກອນໃນອາຕາຫຼຸດ ຜ່ອນ,ຜູ້ລົງທຶນທີ່ກ່າວໄ້ວຂ້າງເທິງນັ້ນຕ້ອງປະຕິບັດລະບົບບັນຊີໃຫ້ຖືກ ຕ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ. ໃນກໍລະນີເກີດໄພທໍາມະຊາດໂດຍມາຈາກສາເຫດພະຍຸພະ ຍາດ,ອັກຄີໄພ,ສົງຄາມນັ້ນການຍົກເວັ້ນຫຼືຫຼຸດຜ່ອນອາກອນກໍາໄລລັດ ຖະບານເປັນຜູ້ຕົກລົງ.

...ໝວດທີ2ພື້ນຖານຄິດໄລ່ອາກອນກໍາໄລແລະອັດຕາອາກອນກໍາໄລ


....ມາດຕາສາມສິບຫ້າ:ພື້ນຖານຄິດໄລ່ອາກອນກໍາໄລ

ມາດຕາສາມສິບຫ້າ:ພື້ນຖານຄິດໄລ່ອາກອນກໍາໄລ ພື້ນຖານຄິດໄລ່ອາກອນກໍາໄລປະກອບດ້ວຍສອງວິທີດັ່ງນີ້: ໜຶ່ງ:ຕາມລະບົບການຖືກບັນຊີຄົບຖ້ວນແບບຂະຫຍາຍຕົວ ຫຼືແບບທໍາມະດາ;ພື້ນຖານການຄິດໄລ່ອາກອນກໍາໄລສໍາລັບວິສາຫະ ກິດສ່ວນບຸກຄົນແລະນິຕິບຸກຄົນທີ່ປະຕິບັດລະບົບບັນຊີແບບຂະຫຍາຍ ຕົວຫຼືແບບທໍາມະດາຖືກຕ້ອງແລະຄົບຖ້ວນທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການບັນຊີວິສາຫະກິດປະກອບດ້ວຍສອງວິທີດັ່ງນີ້: -ກໍາໄລສູດທິຈາກການສະຫຼຸບບັນຊີທ້າຍປີຊຶ່ງແມ່ນການ ຜິດດ່ຽງລະຫວ່າງມູນຄ່າຊັບສິນທີ່ຍັງເຫຼືອຕົວຈິງໃນເວລາປິດບັນຊີ ທ້າຍສະໄໝກັບມູນຄ່າຊັບສິນທີ່ຍັງເຫຼືອຕົວຈິງໃນເວລາເປີດບັນຊີຕົ້ນ ສະໄໝລົບຈໍານວນທຶນທີ່ປະກອບເພີ່ມເຕີມແລະບວກລາຍຈ່າຍສ່ວນຕົວ ຂອງວິສາຫະກິດພາຍໃນສະໄໝປີການບັນຊີ; -ການຜິດດ່ຽງລະຫວ່າງລາຍຮັບລວມແລະລາຍຈ່າຍທີ່ອະ ນຸຍາດທົງໝົດຂອງປີການບັນຊີ; ສອງ:ຕາມລະບົບການຖືບັນຊີແບບປະຖົມພື້ນຖານ. ພື້ນຖານການຄິດໄລ່ອາກອນກໍາໄລຂອງບູກຄົນທີ່ດໍາເນີນ ທຸລະກິດຂະໜາດນ້ອຍແລະຜູ້ປະກອບອາຊີບອິດສະລະຕາມລະບົບການ ຖືບັນຊີແບບປະຖົມພື້ນຖານແມ່ນຜິດດ່ຽງລະຫວ່າງລາຍຮັບລວມແລະ ລາຍຈ່າຍທີ່ອະນຸຍາດທັງໝົດຂອງປີການບັນຊີ້.ໃນກໍລະນີທີ່ບໍ່ສາມາດ ຄິດໄລ້ຜິດດ່ຽວດັ່ງກ່າວແມ່ນໃຫ້ເອົາກໍາໄລລວມປະຈໍາປີ. ກໍາໄລລວມປະຈໍາປີແມ່ນເອົາລາຍຮັບປະຈໍາປີຄູນກັບອັດ ຕາສ່ວນກໍາໄລຂອງແຕ່ລະປະເພດກິດຈະການ. ມອບໃຫ້ລັດຖະບານເປັນຜູ້ກໍານົດລະອຽດກ່ຽວກັບລະບຽບ ການຄຸ້ມຄອງຜູ້ເສຍອາກອນຕາມລະບົບການຖືບັນຊີແບບປະຖົມພື້ນ ຖານແລະອັດຕາສ່ວນກໍາໄລລວມຕາມແຕ່ລະປະເພດກິດຈະການ.


....ມາດຕາສາມສິບຫົກ:ວິທີຄິດໄລ່ອາກອນກໍາໄລ

ມາດຕາສາມສິບຫົກ:ວິທີຄິດໄລ່ອາກອນກໍາໄລ ວິທີຄິດໄລ່ອາກອນກໍາໄລແມ່ນຄິດໄລ່ໃຫ້ເສຍປະຈໍາປີບົນ ພື້ນຖານກໍາໄລທັງໝົດພາຍໃນປີ. ການຄິດໄລ່ອາກອນກໍາໄລທັງໝົດປະຈໍາປີທີ່ຕ້ອງເສຍອາ ກອນນັ້ນໃຫ້ປະຕິບັດດັ່ງນີ້: -ໜຶ່ງ:ສໍາລັບນິຕິບຸກຄົນທີ່ດໍາເນີນທຸລະກິດແລະອົງການຈັດ ຕັ້ງສັງຄົມໃຫ້ຄິດໄລ່ອາກອນຈາກກໍາໄລສຸດທິທັງໝົດປະຈໍາປີຕາມອັດ ຕາຄົງຕົວທີ່ບົ່ງໄວ້ໃນມາດຕາສີ່ສິບຂອງກົດໝາຍສະບັບນີ້; -ສອງ:ສໍາລັບວິສາຫະກິດສ່ວນບຸກຄົນກ່ອນຄິດໄລ່ອາກອນ ຂອງຜູ້ມີກໍາໄລຈາກການດໍາເນີນທຸລະກິດຫຼືຈາກການປະກອບອາຊີບ ອິດສະລະຕ້ອງຫັກເງິນຫຼຸດຜ່ອນພື້ນຖານປະຈໍາປີອອກຈາກຈໍານວນ ລາຍໄດ້ທັງໝົດປະຈໍາປີທີ່ຕ້ອງເສຍອາກອນ. ໃນກໍລະນີຜູ້ເສຍອາກອນໄດ້ມອບອາກອນກໍາໄລເປັນງວດ ຕາມມາດຕາສີ່ສິບສາມຂອງກົດໝາຍສະບັບນີ້ແລ້ວນັ້ນຕ້ອງໄລ່ລຽງ ຄືນອາກອນກໍາໄລຕົວຈິງປະຈໍາປີທີ່ຕ້ອງເສຍ. ສໍາລັບລາຍຮັບແລະລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ ຕ້ອງຕິດໄລ່ເປັນເງິນກີບຕາມອັດຕາແລກປ່ຽນທະນາຄານໃນແຕ່ລະ ໄລຍະ.

....ມາດຕາສາມສິບເຈັດ:ການຫັກລາຍຈ່າຍຄ່າສິ້ນເປືອງ

ມາດຕາສາມສິບເຈັດ:ການຫັກລາຍຈ່າຍຄ່າສິ້ນເປືອງ ລາຍຈ່າຍສິ້ນເປືອງປະຈໍາປີສໍາລັບທຸລະກິດທີ່ຖືບັນຊີແບບ ຂະຫຍາຍຕົວຫຼືແບບທໍາມະດາແມ່ນອະນຸຍາດໃຫ້ຫັກອອກດັ່ງນີ້: ໜຶ່ງ:ຄ່າໃຊ້ຈ່າຍທົ່ວໄປໃນການດໍາເນີນກິດຈະການຕ່າງໆ. -ຄ່າໄຟຟ້າ,ນໍ້າປະປາ,ໂທລະສັບ,ໂຄສະນາ,ຄ່າສ້ອມແປງ ຕ່າງໆ; -ຄ່າເດີນທາງ,ຄ່າຕ້ອນຮັບແຂກໃຫ້ຫັກອອກໄດ້ແຕ່ລະປະ ເພດລາຍຈ່າຍໃນອັດຕາສ່ວນສູນຈຸດສີ່ສິບສ່ວນຮ້ອຍຂອງລາຍຮັບທຸລະ ກິດປະຈໍາປີ; -ເງິນເດືອນພະນັກງານ,ກໍາມະກອນລວມທັງຄ່າສະຫວັດດີ ການ,ຄ່າປະກັນສັງຄົມ; -ຄ່າບໍລິການຕ່າງໆ,ດອກເບ້ຍເງິນກູ້,ຄ່າຂົນສົ່ງ; -ຄ່າເຊົ່າສະຖານທີ່ເພື່ອປະກອບກິດຈະການ; -ຄ່າປະກັບໄພຊັບສິນຂອງວິສາຫະກິດ; -ອາກອນຕົວເລກທຸລະກິດທີ່ຫັກອອກບໍ່ໄດ້ແລະຄ່າທໍານຽມ ອື່ນໆ; ສອງ:ຄ່າຫຼູ້ຍຫ້ຽນຊັບສົມບັດຄົງທີ່: ການຫັກຄ່າຫຼຸ້ຍຫ້ຽນແມ່ນການຫັກສ່ວນທີ່ຫຼຸດລົງຂອງມູນ ຄ່າຊັບສົມບັດຄົງທີ່ທີ່ເສື່ອມມູນຄ່າລົງຕາມໄລຍະເວລາຂອງການນໍາ ໃຊ້ຫຼືການປ່ຽນແປງທາງດ້ານເຕັກນິກແນໃສ່ເພື່ອສະສົມທຶນໄວ້ຊື້ຊັບ ສົມບັດໃໝ່ແທນອັນເກົ່າໃນໄລຍະຕໍ່ໄປ. ການຄິດໄລ່ຫັກຄ່າຫຼຸ້ຍຫ້ຽນບົນພື້ນຖານອາຍຸການນໍາໃຊ້ ໃຫ້ປະຕິບັດຕາມອັດຕາທີ່ບົ່ງໄວ້ໃນຕາຕະລາງລຸ່ມນີ້:

ຊັບສົມບັດຄົງທີ່ຂອງວິສາຫະກິດທີ່ສາມາດ ອາຍຸການ ອັດຕາ ຫັກຄ່າຫຼຸ້ຍຫ້ຽນໄດ້. ນໍາໃຊ້ ການຫັກ ແຕ່ລະປີ - ຄ່າໃຊ້ຈ່າຍໃນການສ້າງຕັ້ງວິສາຫະກິດ 2 ປີ 50% - ສິ່ງປຸກສ້າງເພື່ອຮັບໃຊ້ການອຸດສາຫະກໍາ: ມີອາຍຸແຕ່ຊາວປີລົງມາ 20ປີ 5% ມີອາຍຸແຕ່ 21 - 40 ປີ 40ປີ 2,5% - ສິ່ງປຸກສ້າງເພື່ອຮັບໃຊ້ການຄ້າແລະທີ່ຢູ່ ອາໃສ: ປະເພດຖາວອນ; 20ປີ 5% ປະເພດເຄິ່ງຖາວອນ. 10ປີ 10% - ເຄື່ອງກົນຈັກ,ພາຫານະຂຸດຄົ້ນ,ບຸກເບີກ,ລາກ ແກ່ທີ່ຮັບໃຊ້ວຽກງານອຸດສາຫະກໍາ,ກະສິກໍາ,ຫັດ ຖະກໍາແລະວຽກງານກໍ່ສ້າງອື່ນໆ; 5ປີ 20% - ພາຫະນະຂົນສົ່ງທາງບົກ; 5ປີ 20% - ອຸປະກອນຫຼືເຄື່ອງມືຄົບຊຸດເພື່ອຮັບໃຊ້ປະກອບ ວິຊາຊີບຫຼືວຽກງານໃດໜຶ່ງ; 5ປີ 20% - ອຸປະກອນແລະເຄື່ອງໃຊ້ຫ້ອງການ; 10ປີ 10% - ການຕິດຕັ້ງ,ປັບປຸງແລະຕົບແຕ່ງ; 10ປີ 10% - ກໍາປັ່ນແລະເຄື່ອງບິນໂດຍສານ; 20ປີ 5%

ການຫັກຄ່າຫຼຸ້ຍຫ້ຽນສາມາດເລືອກປະຕິບັດໄດ້ດ້ວຍການຄິດ ົໄລ່ຕາມແບບວິທີຄົງຕົວຫຼືວິທີຫຼຸດຜ່ອນລົງຕາມມູນຄ່າແມ່ນບົນພື້ນຖານ ລາຄາຕົ້ນທຶນຂອງຊັບສົມບັດຄົງທີ່.ຄ່າຫຼຸ້ຍຫ້ຽນທີ່ຄິດໄລ່ແລ້ວຕ້ອງສະ ແດງໃຫ້ເປັນຢູ່ໃນປຶ້ມບັນຊີໃນເວລາອັດບັນຊີທ້າຍປີ.ຄ່າຫຼຸ້ຍຫ້ຽນທັງໝົດ ປະຈໍາປີຫຼືເສດສ່ວນຂອງປີທີ່ບໍ່ຈົດກ່າຍເຂົ້າໃນບັນຊີຈະບໍ່ຖືເປັນລາຍຈ່າຍ ທີ່ຫັກອອກໄດ້ຈາກກໍາໄລປະຈໍາປີ.ເມື່ອເວລາມີການຂາຍຊັບສົມບັດໃດ ໜຶ່ງອອກຢູ່ພາຍໃນປີ,ຄ່າຫຼຸ້ຍຫ້ຽນປະຈໍາປີຫຼືເສດສ່ວນຂອງປີຖືເປັນສ່ວນ ທີ່ຕ້ອງຫັກອອກຈາກລາຄາຕົ້ນທຶນເພື່ອຄິດໄລ່ມູນຄ່າສ່ວນເກີນຫຼືມູນຄ່າ ສ່ວນຫຼຸດຂອງຊັບສົມບັດດັ່ງກ່າວ. ຊັບສົມບັດຄົງທີ່ທີ່ໄດ້ຫັກຄ່າຫຼູ້ຍຫ້ຽນຄົບຕາມອາຍຸການນໍາໃຊ້ ແລ້ວແມ່ນບໍ່ອະນຸຍາດໃຫ້ຫັກໃນປີຕໍ່ໄປອີກ.

3.ເງິນແຮເພື່ອລາຍຈ່າຍບັງເອີນແລະຄ່າສ່ຽງໄພທີ່ມີຄວາມ ອາດສາມາດເປັນຈິງໄດ້ສູງ,ຄ່າເສື່ມມູນຄ່າຊັບສົມບັດຄົງທີ່,ມູນຄ່າເຄື່ອງ ໃນສາງ,ມູນຄ່າໜີ້ຕ້ອງຮັບ.

ເງິນແຮທີ່ນໍາໃຊ້ບໍ່ຖືກຕ້ອງຕາມແຜນການຫຼືບໍ່ໄດ້ນໍາໃຊ້ຫຼືນໍາ ໃຊ້ບໍ່ໝົດຕ້ອງຈົດເຂົ້າຄືນເປັນກໍາໄລປະຈໍາປີທີ່ຕ້ອງເສຍອາກອນ. ສໍາລັບຜູ້ປະກອບອາຊີບອິດສະລະບໍ່ອະນຸຍາດໃຫ້ສ້າງຄັງເງິນ ແຮທຸກປະເພດເພື່ອຫັກອອກຈາກກໍາໄລປະຈໍາປີ.


....ມາດຕາ 38 ການບໍ່ອະນຸຍາດໃຫ້ຫັກລາຍຈ່າຍຄ່າສິ້ນເປືອງ

ມາດຕາ 38 ການບໍ່ອະນຸຍາດໃຫ້ຫັກລາຍຈ່າຍຄ່າສິ້ນເປືອງ ລາຍຈ່າຍສິ້ນເປືອງຕ່າງໆທີ່ບໍ່ອະນຸຍາດໃຫ້ຫັກອອກກ່ອນ ການຄິດໄລ່ອາກອນກໍາໄລປະຈໍາປີສໍາລັບທຸລະກິດທີ່ຖືບັນຊີແບບຂະ ຫຍາຍຕົວຫຼືແບບທໍາມະດາມີດັ່ງນີ້: - ລາຍຈ່າຍທີ່ມີລັກສະນະບໍ່ຕິດພັນໂດຍກົງກັບການດໍາເນີນ ທຸລະກິດເຊັ່ນ:ຕີກ໊ອບ,ເຕັ້ນລໍາ,ການກິລາແລະການບັນເທີງອື່ນໆ. - ອາກອນກໍາໄລແລະອາກອນຕໍ່າສຸດຂອງວິສາຫະກິດ; - ເງິນເດືອນທີ່ບໍລິສັດຮຸ້ນສ່ວນຈ່າຍໃຫ້ແກ່ຂາຮຸ້ນຂອງຕົນ ເອງຫຼືເງິນເດືອນຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນຈ່າຍໃຫ້ແກ່ຕົນ ເອງ; - ດອກເບ້ຍຊຶ່ງຂາຮຸ້ນຢືມເພື່ອມາປະກອບທຶນ; - ຄ່າປັບໃໝທຸກປະເພດ; - ເງິນບໍລິຈາກ,ເງິນຊ່ວຍໝູນ,ຂອງຂວັນແລະລາງວັນ. ບັນດາລາຍຈ່າຍທີ່ບໍ່ອະນຸຍາດໃຫ້ຫັກນີ້ຈະນໍາໃຊ້ໄດ້ກໍ່ຕໍ່ເມື່ອ ພາຍຫຼັງທີ່ໄດ້ເສຍອາກອນກໍາໄລແລ້ວ,ສໍາລັບບໍລິສັດທີ່ຮ່ວມທຶນກັບລັດນັ້ນ ແມ່ນພາຍຫຼັງທີ່ໄດ້ຫັກເງິນປັນຜົນໃຫ້ລັດຖະບານແລ້ວ.

....ມາດຕາ 39 ວິທີຄິດໄລ່ອາກອນແບບກໍານົດ

ມາດຕາ 39 ວິທີຄິດໄລ່ອາກອນແບບກໍານົດ ວິສາຫະກິດບຸກຄົນຫຼືນິຕິບຸກຄົນທີ່ບໍ່ປະຕິບັດລະບົບບັນຊີຫຼືປະຕິ ບັດບໍ່ຄົບຖ້ວນຕ້ອງຄິດໄລ່ດັ່ງນີ້ ການຄິດໄລ່ກໍາໄລທີ່ຕ້ອງເສຍອາກອນແມ່ນໃຫ້ເອົາລາຍຮັບ ປະຈໍາປີຄູນກັບອັດຕາສ່ວນກໍາໄລຕາມແຕ່ລະປະເພດກິດຈະການຊຶ່ງກໍາ ນົດໄວ້ໃນ ມາດຕາ 35 ຂອງກົດໝາຍສະບັບນີ້.ໃນກໍລະນີທີ່ບຸກຄົນຫຼືນິຕິ ບຸກຄົນບໍ່ສາມາດກໍານົດລາຍຮັບຂອງຕົນໄດ້ລັດຖະການສ່ວນສາອາກອນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆຈະເປັນຜູ້ກໍານົດລາຍຮັບດັ່ງ ກ່າວໂດຍອີງໃສ່ຂໍ້ມູນ,ຂ່າວສານຕົວຈິງ.

....ມາດຕາ 40 ອັດຕາອາກອນກໍາໄລ

ມາດຕາ 40 ອັດຕາອາກອນກໍາໄລ ອັດຕາອາກອນກໍາໄລປະກອບດ້ວຍອັດຕາທົ່ວໄປແລະອັດຕາ ຫຼຸດຜ່ອນກໍານົດດັ່ງນີ້: 1. ອັດຕາທົ່ວໄປ. - ອັດຕາອາກອນກໍາໄລ 35% ໃຊ້ສໍາລັບການດໍາເນີນທຸລະ ກິດຂອງນິຕິບຸກຄົນ. - ສໍາລັບທຸລະກິດຂອງຜູ້ລົງທຶນຕ່າງປະເທດອັດຕາອາກອນ ກໍາໄລແມ່ນປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຕ່າງ ປະເທດຢູ່ ສປປລາວ ທີ່ມີຜົນບັງຄັບໃຊ້; - ວິສາຫະກິດສ່ວນບຸກຄົນ,ວິສາຫະກິດທີ່ເສຍອາກອນຕາມລະ ບົບການຖືບັນຊີແບບປະຖົມພື້ນຖານແລະຜູ້ປະກອບອາຊີບອິດສະລະແມ່ນ ໃຫ້ປະຕິບັດຕາມຕາຕະລາງນີ້:

ຂັ້ນ ຖານກໍາໄລ ພື້ນຖານ ອັດຕາ ອາກອນ ອາກອນ ແຕ່ລະຂັ້ນ ຄິດໄລ່ ອາກອນ ໄລແຕ່ ລວມທັງ ລະຂັ້ນ ໝົດທີ່ຕ້ອງ ຈ່າຍ 0 2,4m < 2,4m 0% 0 0 1 >2,4-5m 2,6m 10% 260k 260k 2 >5-10m 5m 15% 750k 1,01m 3 >10-30m 20m 20% 4m 5,01m 4 >30-60m 30m 30% 9m 14,01m 5 >60m ... 35% ... ...

2. ອັດຕາຫຼຸດຜ່ອນ ອັດຕາຫຼຸດຜ່ອນແມ່ນໃຫ້ປະຕິບັດຕາມທີ່ກໍານົດໄວ້ໃນກົດ ໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນຫຼືກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນຕ່າງປະເທດທີ່ມີຜົນບັງຄົບໃຊ້. ...ໝວດທີ 3 ການແຈ້ງເສຍອາກອນກໍາໄລ,ການສະຫຼຸບບັນຊີແລະການຍົກເງິນຂາດທຶນໄປຫັກຕໍ່


....ມາດຕາ 41 ການຈັດເຂົ້າໃນລະບອບການແຈ້ງເສຍອາກອນກໍາໄລ

ມາດຕາ 41 ການຈັດເຂົ້າໃນລະບອບການແຈ້ງເສຍອາກອນກໍາໄລ 1. ການເສຍອາກອນກໍາໄລຕາມລະບອບລາຍຮັບຕົວຈິງ ແມ່ນຜູ້ທີ່ເສຍອາກອນກໍາໄລຕາມລະບົບການຖືບັນຊີແບບຂະຫຍາຍຕົວ ຫຼືແບບທໍາມະດາຊຶ່ງແມ່ນວິສາຫະກິດທີ່ມີຖານະເປັນບຸກຄົນຫຼືນິຕິບຸກຄົນ: -ສໍາລັບຜູ້ເສຍອາກອນກໍາໄລຕາມລະບົບການຖືບັນຊີແບບ ຂະຫຍາຍຕົວຊຶ່ງມີລາຍຮັບທຸລະກິດປະຈໍາປີສູງກວ່າສອງພັນທີ່ຮ້ອຍລ້ານ ກີບຂຶ້ນໄປ. -ສໍາລັບຜູ້ເສຍອາກອນກໍາໄລຕາມລະບົບການຖືບັນຊີແບບ ທໍາມະດາຊຶ່ງມີຊາຍຮັບທຸລະກິດປະຈໍາປີແຕ່ສອງຮ້ອຍລ້ານກີບຫາສອງ ພັນສີ່ຮ້ອຍລ້ານກີບ. 2. ການເສຍອາກອນກໍາໄລຕາມລະບົບການຖືບັນຊີແບບປະ ຖົມພື້ນຖານແມ່ນບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍຫຼືຜູ້ປະກອບອາ ຊີບອິດສະລະຊຶ່ງມີລາຍຮັບທຸລະກິດປະຈໍາປີໃນຂອບເຂດຕໍ່າກວ່າສອງ ຮ້ອຍລ້ານກີບ. ລັດຖະການສ່ວຍສາອາກອນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄິດໄລ່ແລະກໍານົດການເສຍອາກອນກໍາໄລແລະອາກອນປະເພດອື່ນ ຊຶ່ງລັດກໍານົດແລະຈະຕ້ອງໄດ້ບົ່ງໄວ້ຢູ່ໃນສັນຍາລະຫວ່າງລັດຖະການ ສ່ວຍສາອາກອນແລະຜູ້ເສຍອາກອນບົນພື້ນຖານການປະເມີນລາຍຮັບປະ ຈໍາປີ.ສັນຍາດັ່ງກ່າວມີຜົນໃຊ້ໄດ້ໃນກໍານົດໜຶ່ງປີ.ຖ້າວ່າຜູ້ເສຍອາກອນ ຫາກມີຈຸດປະສົງຢາກຍົກເລີກສັນຍານັ້ນຕ້ອງແຈ້ງໃຫ້ລັດຖະການສ່ວຍ ສາອາກອນມີສິດຍົກເລີກສັນຍາໄດ້ທຸກເວລາຫາກເຫັນວ່າຜູ້ເສຍອາກອນ ມີການເຄື່ອນໄຫວຂະຫຍາຍຕື່ມເກີນກວ່າທີ່ສັນຍາໄດ້ກໍານົດໄວ້ແລະທວງ ເກັບອາກອນສ່ວນທີ່ເກີນຈາກການເຄື່ອນໄຫວຂະຫຍາຍຕື່ມນັ້ນບົນພື້ນ ຖານຂໍ້ມູນຄົບຖ້ວນທີ່ສາມາດຢັ້ງຢືນໄດ້ຢ່າງຄັກແນ່. ....ມາດຕາ 42 ການສະຫຼຸບແລະແຈ້ງເສຍອາກອນກໍາໄລ

ມາດຕາ 42 ການສະຫຼຸບແລະແຈ້ງເສຍອາກອນກໍາໄລ ການສະຫຼຸບບັນຊີຂອງຜູ້ດໍາເນີນທຸລະກິດແລະຜູ້ປະກອບອາ ຊີບອິດສະລະລວມທັງສາຂາຫຼືຕົວແທນໃຫ້ລວມກັບການສະຫຼຸບບັນຊີຂອງ ບໍລິສັດແມ່ນເພື່ອຄິດໄລ່ແລະແຈ້ງເສຍອາກອນກໍາໄລປະຈໍາປີຢູ່ບ່ອນທີ່ບໍ ລິສັດແມ່ຂຶ້ນທະບຽນອາກອນ.

....ມາດຕາ 43 ການມອບອາກອນກໍາໄລ

ມາດຕາ 43 ການມອບອາກອນກໍາໄລ ຜູ້ດໍາເນີນທຸລະກິດທີ່ມອບອາກອນກໍາໄລຕາມລະບົບການຖື ບັນຊີແບບຂະຫຍາຍຕົວຫຼືແບບທໍາມະດາຕ້ອງມອບອາກອນກໍາໄລປະຈໍາ ປີເປັນງວດບົນພື້ນຖານກໍາໄລຕົວຈິງຂອງປີຜ່ານມາຫຼືຕາມກໍາໄລຄາດ ຄະເນໄວ້ໃນແຜນຂອງປີການບັນຊີ.ສ່ວນຈໍານວນອາກອນຕົວຈິງປະຈໍາປີ ທີ່ຕ້ອງມອບນັ້ນໃຫ້ໄລ່ລຽງຄືນໃນງວດສຸດທ້າຍເວລາປິດບັນຊີທ້າຍປີ, ການມອບອາກອນກໍາໄລແບ່ງອອກເປັນສີ່ງວດ,ງວດລະສາມເດື່ອນດັ່ງ ນີ້: -ງວດທີໜຶ່ງກ່ອນວັນທີສິບເດືອນເມສາຂອງປີ; -ງວດທີສອງກ່ອນວັນທີສິບເດືອນກໍລະກົດຂອງປີ; -ງວດທີສາມກ່ອນວັນທີສິບເດືອນຕຸລາຂອງປີ; -ງວດທີສີ່ກ່ອນວັນທີສິບເດືອນມີນາຂອງປີຖັດໄປ. ໃນກໍລະນີທີ່ອາກອນກໍາໄລຊຶ່ງໄດ້ມອບແລ້ວເປັນແຕ່ລະງວດ ພາຍໃນປີຫາກມີຈໍານວນສູງກວ່າອາກອນກໍາໄລຕົວຈິງປະຈໍາປີທີ່ຕ້ອງ ເສຍນັ້ນສ່ວນທີ່ເກີນໃຫ້ຍົກໄປຫັກອອກຈາກຈໍານວນອາກອນກໍາໄລຂອງ ປີຖັດໄປ. ໃບສະຫຼຸບຊັບສົມບັດແລະເອກະສານບັນຊີອື່ນໆຕ້ອງນໍາສະ ເໜີຕໍ່ລັດຖະການສ່ວຍສາອາກອນກ່ອນວັນທີໜຶ່ງເດືອນມີນາຂອງທຸກໆປີ. ສ່ວນບົດບັນທຶກກອງປະຊຸມຂາຮຸ້ນຫຼືຜູ້ຖືຮຸ້ນຂອງບໍລິສັດກ່ຽວກັບການນໍາ ໃຊ້ຫຼືແບ່ງຜົນກໍາໄລນັ້ນຕ້ອງຍື່ນຕໍ່ລັດຖະການສ່ວຍສາອາກອນພາຍໃນ ກໍານົດສິບວັນຫຼັງຈາກກອງປະຊຸມຂາຮຸ້ນຫຼືຜູ້ຖືຮຸ້ນໄດ້ສິ້ນສຸດລົງ. ສໍາລັບກຸ່ມບໍລິສັດຊຶ່ງປະກອບດ້ວຍວິສາຫະກິດຫຼາຍຂະແໜງ ການທີ່ມີສ່ວນຮ່ວມທຶນນໍາກັນຕ້ອງໄດ້ລາຍງານໃບສະຫຼຸບຊັບສົມບັດລວມ ກິດຈະການແລະໃບລາຍງານຜົນໄດ້ຮັບລວມກິດຈະການພ້ອມທັງໃຫ້ ແຈ້ງຜົນປະໂຫຍດອື່ນໆນໍາຕື່ມຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນ ຂຶ້ນທະບຽນອາກອນຕາມກໍານົດເວລາທີ່ບົ່ງໄວ້ຢູ່ວັກເທິງນັ້ນ. ຜູ້ເສຍອາກອນຕາມລະບົບການຖືບັນຊີແບບປະຖົມພື້ນຖານ ຕ້ອງມອບພັນທະຂອງຕົນຕາມເງື່ອນໄຂທີ່ບົ່ງໄວ້ໃນສັນຍາ. ເຈົ້າຂອງໂຄງການຫຼືວິສາຫະກິດທີ່ດໍາເນີນທຸລະກິດຢ່ສປປ ລາວກ່ອນເບີກຈ່າຍເງິນໃຫ້ແກ່ບຸກຄົນຫຼືນິຕິບຸກຄົນຢູ່ຕ່າງປະເທດທີ່ມາ ເຄື່ອນໄຫວມີລາຍຮັບທີ່ກໍານົດໄວ້ໃນວັກທີ 2 ມາດຕາ 33 ຂອງກົດ ໝາຍສະບັບນີ້ຕ້ອງຫັກເງິນອາກອນກໍາໄລໄວ້ເພື່ອມອບເຂົ້າງົບປະມານ ແຫ່ງລັດ,ຕາມການຄິດໄລ່ທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ແລະ ມາດ ຕາ 40 ຂອງກົດໝາຍສະບັບນີ້. ເຈົ້າຂອງໂຄງການຫຼືວິສາຫະກິດທີ່ດໍາເນີນທຸລະກິດຢູ່ສປປ ລາວທີ່ໄດ້ຫັກອາກອນໄວ້ຈາກບຸກຄົນຫຼືນິຕິບຸກຄົນທີ່ດໍາເນີນທຸລະກິດຢູ່ ຕ່າງປະເທດນັ້ນຕ້ອງແຍກອອກເປັນໃບແຈ້ງອາກອນສະເພາະຕ່າງຫາກ ແລ້ວຍື່ນໃບແຈ້ງເສຍອາກອນພາຍໃນສາມສິບວັນນັບຕັ້ງແຕ່ວັນທີ່ໄດ້ຫັກ ອາກອນໄວ້.

....ມາດຕາ 44 ການຍົກເງິນຂາຍທຶນປະຈໍາປີໄປຫັກອອກໃນປີຖັດໄປ

ມາດຕາ 44 ການຍົກເງິນຂາຍທຶນປະຈໍາປີໄປຫັກອອກໃນປີຖັດໄປ ຜູ້ດໍາເນີນທຸລະກິດແລະຜູ້ປະກອບອາຊີບອິດສະລະທີ່ເສຍອາ ກອນກໍາໄລຕາມລະບົບການຖືບັນຊີແບບຂະຫຍາຍຕົວຫຼືແບບທໍາມະດາ ຊຶ່ງປະຕິບັດຕາມລະບົບບັນຊີຢ່າງຄົບຖ້ວນຕາມກົດໝາຍວ່າດ້ວຍການ ບັນຊີວິສາຫະກິດຫາກມີການຂາດທຶນປະຈໍາປີຊຶ່ງທາງເຈົ້າໜ້າທີ່ສ່ວຍສາ ອາກອນໄດ້ກວດກາຢັ້ງຢືນແລ້ວມີສິດຍົກເງິນຂາດທຶນດັ່ງກ່າວໄປຫັກ ອອກຈາກກໍາໄລຂອງປີຖັດໄປພາຍໃນກໍານົດສາມປີ.ເມື່ອໝົດກໍານົດ ແລ້ວເງິນຂາດທຶນທີ່ຍັງເຫຼືອຈະບໍ່ໄດ້ຮັບອະນຸຍາດໃຫ້ຫັກອອກຈາກກໍາໄລ ຕໍ່ໄປອີກ.

....ມາດຕາ 45 ການສະເໜີເສຍອາກອນຕາມລະບົບຖືບັນຊີ

ມາດຕາ 45 ການສະເໜີເສຍອາກອນຕາມລະບົບຖືບັນຊີ ຜູ້ເສຍອາກອນຕາມລະບົບການຖືບັນຊີແບບປະຖົມປະຖານຫຼື ຜູ້ມີເງື່ອນໄຂເສຍອາກອນຕາມລະບົບດັ່ງກ່າວຫາກຕ້ອງການຢາກເສຍ ອາກອນກໍາໄລຕາມລະບົບການຖືບັນຊີແບບທໍາມະດານັ້ນມີສິດສະເໜີຂໍ ປ່ຽນແປງຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນທະບຽນອາກອນ ແລະຈະໄດ້ຮັບການອະນຸມັດໃຫ້ຕາມຄໍາຮ້ອງຂໍ. ສໍາລັບຜູ້ທີ່ຢູ່ໃນລະຫວ່າງການປະຕິບັດສັນຍາເສຍອາກອນນັ້ນ ຄໍາຮ້ອງຂໍປ່ຽນລະບົບການເສຍອາກອນຕ້ອງສະເໜີຢ່າງຊ້າຫົກສິບວັນ ກ່ອນສັນຍາຈະໝົດອາຍຸ.

....ມາດຕາ 46 ການປິດບັນຊີ

ມາດຕາ 46 ການປິດບັນຊີ ຜູ້ດໍາເນີນທຸລະກິດຫຼືຜູ້ປະກອບອາຊີບອິດສະລະທີ່ເສຍອາກອນ ກໍາໄລຕາມລະບົບການຖືບັນຊີແບບຂະຫຍາຍຕົວຫຼືແບບທໍາມະດາຕ້ອງປິດ ບັນຊີຂອງຕົນໃນວັນທີ 31 ທັນວາ ຂອງທຸກໆປີ.ເວັ້ນເສຍແຕ່ກໍລະນີຢຸດ ເຊົາ,ຂາຍ,ມອບ,ໂອນກິດຈະການໃຫ້ຜູ້ອື່ນພາຍໃນປີຫຼືໄດ້ສໍາເລັດກິດຈະ ການ.

....ມາດຕາ 47 ການຢຸດເຊົາ,ຂາຍ,ມອບ,ໂອນກໍາມະສິດ

ມາດຕາ 47 ການຢຸດເຊົາ,ຂາຍ,ມອບ,ໂອນກໍາມະສິດ ເມື່ອມີການຢຸດເຊົາ,ຂາຍ,ມອບ,ໂອນກິດຈະການສ່ວນໃດ ສ່ວນໜຶ່ງຫຼືທັງໝົດໃຫ້ແກ່ຜູ້ອື່ນ,ຜູ້ດໍາເນີນທຸລະກິດແລະຜູ້ປະກອບອາຊີບ ອິດສະລະຕ້ອງປິດບັນຊີການເຄື່ອນໄຫວກິດຈະການຂອງຕົນແລ້ວສະເໜີ ຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນທະບຽນອາກອນພາຍໃນກໍາ ນົດສິບວັນນັບແຕ່ວັນຢຸດເຊົາ,ຂາຍ,ມອບ,ໂອນກິດຈະການເປັນຕົ້ນໄປ ເພື່ອຊໍາລະອາກອນທີ່ຄ້າງມອບໃຫ້ຄົບຖ້ວນ.ສໍາລັບການຂາຍ,ມອບ,ໂອນ ກິດຈະການໃຫ້ແກ່ຜູ້ອື່ນນັ້ນກໍ່ຕ້ອງແຈ້ງຊື່,ນາມສະກຸນແລະທີ່ຢູ່ຂອງຜູ້ຊື້ ຫຼືຜູ້ໄດ້ຮັບມອບກິດຈະການໃຫ້ລະອຽດ. ໃນກໍລະນີຜູ້ປະກອບກິດຈະການເສຍຊີວິດຜູ້ສືບທອດມູນມໍລະ ດົກມີໜ້າທີ່ປະກອບຂໍ້ມູນອັນຈໍາເປັນກ່ຽວກັບການແຈ້ງລາຍໄດ້ໃຫ້ແກ່ ລັດຖະການສ່ວຍສາອາກອນພາຍໃນກໍານົດເກົ້າສິບວັນນັບແຕ່ວັນເຈົ້າ ຂອງກິດຈະການໄດ້ເສຍຊີວິດເປັນຕົ້ນໄປເພື່ອຊໍາລະອາກອນທີ່ຄ້າງມອບ ແທນຜູ້ເສຍຊີວິດ.ຄວາມຮັບຜິດຊອບໃນການເສຍອາກອນແທນຜູ້ເສຍຊີ ວິດນັ້ນແມ່ນຈໍາກັດຂອບເຂດຢູ່ໃນມູນຄ່າຂອງມູນມໍລະດົກທີ່ໄດ້ຮັບ.

...ໝວດທີ 4 ອາກອນຕໍ່າສຸດ


....ມາດຕາ 48 ອາກອນຕໍ່າສຸດ

ມາດຕາ 48 ອາກອນຕໍ່າສຸດ ອາກອນຕໍ່າສຸດແມ່ນອາກອນທາງກົງຊຶ່ງເປັນພັນທະຕໍ່າສຸດ ຂອງຜູ້ດໍາເນີນທຸລະກິດແລະຜູ້ປະກອບອາຊີບອິດສະລະທີ່ເສຍອາກອນກໍາ ໄລຕາມລະບົບການຖືບັນຊີແບບຂະຫຍາຍຕົວຫຼືແບບທໍາມະດາທີ່ແຈ້ງ ຂາດທຶນຫຼືມີກໍາໄລບໍ່ເຖິງລະດັບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 49 ຜູ້ມີພັນທະເສຍອາກອນຕໍ່າສຸດ

ມາດຕາ 49 ຜູ້ມີພັນທະເສຍອາກອນຕໍ່າສຸດ ຜູ້ດໍາເນີນທຸລະກິດແລະຜູ້ປະກອບອາຊີບອິດສະລະຢູ່ດິນແດນ ຂອງສປປລາວ ໂດຍບໍ່ຈໍາແນກວ່າເປັນບຸກຄົນຫຼືນິຕິບຸກຄົນທີ່ເປັນຄົນລາວ, ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຊາວຕ່າງປະເທດທີ່ເສຍອາກອນຕາມລະ ບົບການຖືບັນຊີແບບຂະຫຍາຍຕົວຫຼືແບບທໍາມະດາທີ່ແຈ້ງຂາດທຶນຫຼືມີກໍາ ໄລບໍ່ເຖິງລະດັບລ້ວນແຕ່ຕ້ອງເສຍອາກອນຕໍ່າສຸດ.

....ມາດຕາ 50 ການຍົກເວັ້ນອາກອນຕໍ່າສຸດ

ມາດຕາ 50 ການຍົກເວັ້ນອາກອນຕໍ່າສຸດ ຜູ້ທີ່ຖືກຍົກເວັ້ນອາກອນຕໍ່າສຸດມີດັ່ງນີ້: - ນັກລົງທຶນຕ່າງປະເທດທີ່ຢູ່ໃນໄລຍະການຍົກເວັ້ນອາກອນ ກໍາໄລປະຈໍາປີຕາມເງື່ອນໄຂຂອງກົດໝາຍວ່າດ້ວຍການສົ່ງເສີມການລົງ ທຶນຂອງຕ່າງປະເທດຢູ່ ສປປລາວ; - ນົກລົງທຶນພາຍໃນປະເທດທີ່ຢູ່ໃນໄລຍະການຍົກເວັ້ນອາກອນ ກໍາໄລປະຈໍາປີຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ; - ຜູ້ເສຍອາກອນກໍາໄລຕາມລະບົບການຖືບັນຊີແບບປະຖົມ ພື້ນຖານ; - ບັນດາບໍລິສັດທີ່ມີການຂາດທຶນຫຼືມີກໍາໄລບໍ່ເຖິງລະດັບໂດຍ ມີການຢັ້ງຢືນຈາກອົງການກວດສອບບັນຊີຫຼືບໍລິສັດກວດສອບບັນຊີທີ່ລັດ ຖະບານສປປລາວຮັບຮູ້.

....ມາດຕາ 51 ອັດຕາອາກອນຕໍ່າສຸດ

ມາດຕາ 51 ອັດຕາອາກອນຕໍ່າສຸດ ອາກອນຕໍ່າສຸດປະກອບມີສອງອັດຕາດັ່ງນີ້: - ອັດຕາອາກອນຕໍ່າສຸດໄດ້ກໍານົດໄວ້ 0,25% ຂອງລາຍ ຮັບທຸລະກິດທັງໝົດປະຈໍາປີຊຶ່ງບໍ່ລວມເອົາອາກອນຕົວເລກທຸລະກິດສໍາລັບ ກິດຈະການການຜະລິດພາຍໃນທຸກປະເພດ; - ອັດຕາອາກອນຕໍ່າສຸດໄດ້ກໍານົດໄວ້ 1% ຂອງລາຍຮັບທຸ ລະກິດທັງໝົດປະຈໍາປີຊຶ່ງບໍ່ລວມເອົາອາກອນຕົວເລກທຸລະກິດສໍາລັບກິດ ຈະການການຄ້າແລະການບໍລິການລວມທັງຜູ້ປະກອບອາຊີບອິດສະລະ.

....ມາດຕາ 52 ການຄິດໄລ່ແລະມອບອາກອນຕໍ່າສຸດ

ມາດຕາ 52 ການຄິດໄລ່ແລະມອບອາກອນຕໍ່າສຸດ ອາກອນຕໍ່າສຸດແມ່ນຄິດໄລ່ໃຫ້ເສຍປະຈໍາປີບົນພື້ນຖານລາຍ ຮັບທຸລະກິດທັງໝົດຊຶ່ງບໍ່ລວມເອົາອາກອນຕົວເລກທຸລະກິດຫຼືລາຍຮັບທັງ ໝົດຂອງປີຜ່ານມາຕາມອັດຕາທີ່ກໍານົດໄວ້ໃນມາດຕາ 51 ຂອງກົດ ໝາຍສະບັບນີ້. ຜູ້ມີພັນທະເສຍອາກອນຕ້ອງຍື່ນໃບແຈ້ງອາກອນຕໍ່ລັດຖະ ການສ່ວຍກາອາກອນບ່ອນທີ່ຕົນຂຶ້ນທະບຽນອາກອນກ່ອນວັນທີ 1 ເດືອນ ມີນາຂອງທຸກໆປີເພື່ອຄິດໄລ່ແລະອອກໃບມອບອາກອນ.

....ມາດຕາ 53 ການຫັກອາກອນຕໍ່າສຸດ

ມາດຕາ 53 ການຫັກອາກອນຕໍ່າສຸດ ອາກອນກໍາໄລປະຈໍາປີທີ່ໄດ້ມອບແລ້ວເປັນແຕ່ລະງວດພາຍ ໃນປີນັ້ນຕ້ອງຫັກອອກຈາກຈໍານວນອາກອນຕໍ່າສຸດທີ່ຕ້ອງເສຍ,ຖ້າຫາກ ວ່າອາກອນຕໍ່າສຸດທີ່ໄດ້ມອບແລ້ວມີຈໍານວນສູງກວ່າອາກອນກໍາໄລຕົວ ຈິງປະຈໍາປີ,ອາກອນຕໍ່າສຸດທີ່ໄດ້ມອບແລ້ວນັ້ນກໍ່ໃຫ້ຖືວ່ເປັນພັນທະທີ່ຕ້ອງ ເສຍ.

..ພາກທີ 6 ອາກອນລາຍໄດ້


...ໝວດທີ 1 ຂອບເຂດແລະຜູ້ມີພັນທະແຈ້ງເສຍອາກອນລາຍໄດ້


....ມາດຕາ 54 ອາກອນລາຍໄດ້

ມາດຕາ 54 ອາກອນລາຍໄດ້ ອາກອນລາຍໄດ້ແມ່ນອາກອນທາງກົງຊຶ່ງເກັບຈາກລາຍໄດ້ ຂອງບຸກຄົນຫຼືນິຕິບຸກຄົນທີ່ມີລາຍໄດ້ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບ ນີ້.

....ມາດຕາ 55 ຂອບເຂດແລະພັນທະໃນການເສຍອາກອນລາຍໄດ້

ມາດຕາ 55 ຂອບເຂດແລະພັນທະໃນການເສຍອາກອນລາຍໄດ້ ການຈັດຕັ້ງ,ບຸກຄົນຫຼືນິຕິບຸກຄົນທີ່ເປັນຄົນລາວ,ຊາວຕ່າງ ດ້າວ,ຊາວຕ່າງປະເທດລວມທັງຜູ້ບໍ່ມີສັນຊາດທີ່ມີລາຍໄດ້ຢູ່ ສປປລາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 56 ຂອງກົດໝາຍສະບັບນີ້ລ້ວນແຕ່ ຕ້ອງເສຍອາກອນລາຍໄດ້ໃຫ້ແກ່ງົບປະມານແຫ່ງລັດ. ບຸກຄົນທີ່ມີພູມລໍາເນົາຢູ່ ສປປລາວ ທີ່ໄປເຮັດວຽກຢູ່ຕ່າງ ປະເທດແຕ່ໜຶ່ງຮ້ອຍແປດສິບວັນລົງມາຊຶ່ງມີລາຍໄດ້ມີໜ້າທີ່ແຈ້ງເສຍ ອາກອນລາຍໄດ້ຢູ່ລາວຖ້າຫາກຖືກຍົກເວັ້ນການເສຍອາກອນລາຍໄດ້ ຢູ່ຕ່າງປະເທດ. ພະນັກງານລາວທີ່ປະຈໍາການຢູ່ສະຖານທູດ,ສະຖານກົງສຸນ ຫຼືອົງການຈັດຕັ້ງສາກົນຢູ່ຕ່າງປະເທດແມ່ນໃຫ້ແຈ້ງເສຍອາກອນລາຍ ໄດ້ຕາມລະບຽບການຂອງ ສປປລາວ. ສໍາລັບຄົນງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປລາວ ແຕ່ໄດ້ຮັບເງິນເດືອນຢູ່ຕ່າງປະເທດນັ້ນຕ້ອງເສຍອາກອນລາຍໄດ້ຢູ່ລາວ ຖ້າຫາກໄດ້ພັກເຊົາຢູ່ລາວໃນປີເສຍອາກອນນັບແຕ່ນຶ່ງຮ້ອຍແປດສິບວັນ ຂຶ້ນໄປເວັ້ນເສຍແຕ່ຈະມີຂໍ້ຕົກລົງສະເພາະລະຫວ່າງລັດຖະບານແຫ່ງ ສປປລາວ ກັບພາກສ່ວນທີ່ກ່ຽວຂ້ອງ.

....ມາດຕາ 56 ລາຍໄດ້ທີ່ຕ້ອງເສຍອາກອນ

ມາດຕາ 56 ລາຍໄດ້ທີ່ຕ້ອງເສຍອາກອນ ລາຍໄດ້ທີ່ຕ້ອງເສຍອາກອນມີດັ່ງນີ້: 1. ລາຍໄດ້ຈາກເງິນເດືອນ,ຄ່າແຮງງານທົ່ວໄປ,ເງິນເພີ່ມ, ເງິນຕໍາແໜ່ງ,ເງິນໜ້າທີ່,ເງິນບໍາເນັດປະຈໍາປີ,ເບ້ຍປະຊຸມສະພາບໍລິ ຫານຂອງບໍລິສັດແລະຜົນປະໂຫຍດຢ່າງອື່ນເປັນເງິນຫຼືວັດຖຸທີ່ໄດ້ຮັບ. 2. ລາຍໄດ້ຈາກທຶນສັງຫາລິມະຊັບເຊັ່ນ:ເງິນປັນຜົນກໍາໄລ ຫຼືຜົນປະໂຫຍດຢ່າງອື່ນໃຫ້ແກ່ຂາຮຸ້ນຫຼືຜູ້ຖືຮຸ້ນຂອງບໍລິສັດ,ກໍາໄລຈາກ ການຂາຍຮຸ້ນ,ດອກເບ້ຍເງິນໃຫ້ກູ້ຢືມ,ຄ່າທໍານຽມຄໍ້າປະກັນທີ່ໄດ້ຮັບຕາມ ສັນຍາຫຼືຂໍ້ຜູກພັນອື່ນໆເວັ້ນເສຍແຕ່ມີຂໍ້ຕົກລົງຕ່າງຫາກລະຫວ່າງລັດຖະ ບານແຫ່ງສປປລາວກັບພາກສ່ວນທີ່ກ່ຽວຂ້ອງ. ລາຍໄດ້ຈາກເງິນປັນຜົນກໍາໄລຫຼືຜົນປະໂຫຍດຢ່າງອື່ນທີ່ ຕ້ອງເສຍອາກອນນັ້ນແມ່ນລວມທັງເງິນກໍາໄລທີ່ຖືກນໍາໄປໃຊ້ໃນທຸກຮູບ ແບບທັງທາງກົງແລະທາງອ້ອມເວັ້ນເສຍແຕ່ກໍາໄລທີ່ຮັກສາໄວ້ຢູ່ໃນຄັງ ສະສົມຫຼືຖືກບັນຈຸເຂົ້າເປັນທຶນຂອງບໍລິສັດ,ເງິນບໍາເນັດປະຈໍາປີ,ເບ້ຍປະ ຊຸມສະພາບໍລິຫານບໍລິສັດ,ຜົນປະໂຫຍດທີ່ໄດ້ຮັບຈາກການເພີ່ມຫຼືຫຼຸດທຶນ ຂອງບໍລິສັດ,ການຄວບບໍລິສັດເຂົ້າກັນ,ການໂອນຮຸ້ນ,ມູນຄ່າເພີ່ມຈາກ ການຍຸບເລີກຫຼືການຊໍາລະໜີ້ສິນຂອງບໍລິສັດ; 3. ລາຍໄດ້ຈາກອະສັງຫາລິມະຊັບເຊັ່ນ:ຄ່າເຊົ່າທີ່ດິນ, ເຮືອນຫຼືຊັບອື່ນໆລວມທັງຜົນປະໂຫຍດຢ່າງອື່ນທາງດ້ານວັດຖຸ; 4. ລາຍໄດ້ຈາກສິດທິບັດ,ລິຂະສິດ,ເຄື່ອງໝາຍການຄ້າຫຼື ຊັບສິນທາງປັນຍາອື່ນໆ.

....ມາດຕາ 57 ລາຍໄດ້ທີ່ຖືກຍົກເວັ້ນອາກອນ

ມາດຕາ 57 ລາຍໄດ້ທີ່ຖືກຍົກເວັ້ນອາກອນ ລາຍໄດ້ທີ່ຖືກຍົກເວັ້ນອາກອນມີດັ່ງນີ້: 1. ລາຍໄດ້ຈາກການຜະລິດກະສິກໍາໂດຍຊາວກະສິກອນ ເອງ; 2. ລາຍໄດ້ຈາກເງິນເດືອນຕໍ່າກວ່າລະດັບເງິນເດືອນຕໍ່າສຸດ ຕາມທີ່ໄດ້ກໍານົດໄວ້ໃນຕາຕະລາງທີ 1 ມາດຕາ 60 ຂອງກົດໝາຍສະ ບັບນີ້; 3. ເງິນເດືອນຂອງນັກຊ່ຽວຊານຕ່າງປະເທດທີ່ເຂົ້າມາປະ ຕິບັດໂຄງການຊ່ວຍເຫຼືອລ້າຢູ່ ສປປລາວ ຊຶ່ງໄດ້ບົ່ງໄວ້ໃນສັນຍາລະ ຫວ່າງລັດຖະບານລາວກັບຝ່າຍກ່ຽວຂ້ອງ; 4. ເງິນເດືອນຂອງພະນັກງານການທູດແລະພະນັກງານ ຂອງອົງການຈັດຕັ້ງສາກົນອື່ນໆທີ່ປະຈໍາຢູ່ ສປປລາວ; 5. ເງິນອຸດໜູນປະເພດຕ່າງໆທີ່ອະນຸມັດຢູ່ໃນຂອບເຂດຂອງ ກົດໝາຍແຮງງານ; 6. ເງິນຫັກໄວ້ເພື່ອຄັງບໍານານຫຼືຄັງສະຫວັດດິການອື່ນໆ, ເງິນອຸດໜູນເມຍຫຼືຜົວແລະລູກ; 7. ເງິນອຸດໜູນເທື່ອດຽວ,ເງິນບໍານານ,ເງິນເບ້ຍລ້ຽງ; 8. ລາຍໄດ້ຈາກການເຄື່ອນໄຫວສິນລະປະວັນນະຄະດີ,ກິລາ ເພື່ອການກຸສົນຫຼືສາທາລະນະປະໂຫຍດອື່ນໆທີ່ໄດ້ຮັບການອະນຸມັດຢ່າງ ຖືກຕ້ອງ; 9. ດອກເບ້ຍເງິນຝາກ,ດອກເບ້ຍພັນທະບັດຫຼືຮຸ້ນກູ້ລັດຖະ ບານ; 10.ເງິນປະກັນສັງຄົມ; 11. ລາຍໄດ້ຈາກລາງວັນຫວຍ; 12. ເງິນບໍາເນັດທີ່ເປັນການຍ້ອງຍໍຫຼືລາງວັນທີ່ທາງລັດຖະ ການຈ່າຍໃຫ້ແກ່ຜູ້ມີຜົນງານໃນການຕິດຕາມ,ຊອກຫາ,ປ້ອງກັນ,ຕ້ານ ແລະສະກັດກັ້ນການກະທໍາຜິດຕໍ່ລະບຽບກົດໝາຍບ້ານເມືອງ; 13. ລາງວັນຈາກຜົນສໍາເລັດຂອງການຄົ້ນຄວ້າທາງດ້ານ ວິທະຍາສາດແລະການປະດິດຄິດແຕ່ງ.

...ໝວດທີ 2 ການແຈ້ງແລະພື້ນຖານຄິດໄລ່ອາກອນລາຍໄດ້


....ມາດຕາ 58 ການແຈ້ງເສຍອາກອນລາຍໄດ້

ມາດຕາ 58 ການແຈ້ງເສຍອາກອນລາຍໄດ້ ຜູ້ມີລາຍໄດ້ທີ່ກໍານົດໄວ້ຢູ່ໃນມາດຕາ 55 ຂອງກົດໝາຍສະ ບັບນີ້ຕ້ອງແຈ້ງເສຍອາກອນລາຍໄດ້ຢູ່ຫ້ອງການສ່ວຍສາອາກອນບ່ອນ ທີ່ມີສິດ,ໜ້າທີ່ຄຸ້ມຄອງຕາມການກໍານົດຂອງລັດຖະບານ.

....ມາດຕາ 59 ພື້ນຖານຄິດໄລ່ອາກອນລາຍໄດ້

ມາດຕາ 59 ພື້ນຖານຄິດໄລ່ອາກອນລາຍໄດ້ ພື້ນຖານຄິດໄລ່ອາກອນລາຍໄດ້ແຕ່ລະປະເພດມີດັ່ງນີ້: 1. ລາຍໄດ້ຈາກເງິນເດືອນຊຶ່ງແມ່ນຈໍານວນເງິນເດືອນ ບວກມູນຄ່າວັດຖຸແລະຜົນປະໂຫຍດຢ່າງອື່ນທາງດ້ານວັດຖຸທັງໝົດທີ່ໄດ້ ຮັບຕາມສັນຍາ; 2. ລາຍໄດ້ຈາກທຶນສັງຫາລິມະຊັບຊຶ່ງແມ່ນ; - ຈໍານວນກໍາໄລຫຼືຜົນປະໂຫຍດຢ່າງອື່ນທີ່ແບ່ງປັນໃຫ້ແກ່ ຜູ້ຖືຮຸ້ນຫຼືຂາຮຸ້ນຕາມລະບຽບຂອງບໍລິສັດຫຼືຕາມມະຕິຕົກລົງຂອງກອງປະ ຊຸມໃຫຍ່ຜູ້ຖືຮຸ້ນຂອງບໍລິສັດ; - ຈໍານວນກໍາໄລທີ່ໄດ້ມາຈາກການຂາຍຮຸ້ນຂອງຜູ້ຖືຮຸ້ນຫຼື ຂາຮຸ້ນ; - ຈໍານວນເງິນດອກເບ້ຍຈາກການໃຫ້ກູ້ຢືມ,ຄ່າທໍານຽມຄໍ້າ ປະກັນທີ່ໄດ້ຮັບຕາມສັນຍາຫຼືຂໍ້ຜູກພັນອື່ນໆຈະເປັນການຈ່າຍໂດຍກົງໃຫ້ ແກ່ຜູ້ມີລາຍໄດ້ຫຼືຜ່ານການຈັດເຂົ້າບັນຊີເງິນຝາກຂອງຜູ້ກ່ຽວກໍ່ຕາມ; 3. ລາຍໄດ້ຈາກອະສັງຫາລິມະຊັບຊຶ່ງແມ່ນຈໍານວນເງິນຄ່າ ເຊົ່າຫຼືມູນຄ່າຂອງຜົນປະໂຫຍດຕ່າງໆທາງດ້ານວັດຖຸທີ່ໄດ້ຮັບຕາມສັນຍາ ຫຼືຂໍ້ຜູກພັນອື່ນໆ; 4. ລາຍໄດ້ຈາກສິດທະບັດ,ລິຂະສິດ,ເຄື່ອງໝາຍການຄ້າຫຼື ສິດຢ່າງອື່ນຊຶ່ງແມ່ນລາຍໄດ້ລວມທີ່ໄດຮັບຕາມສັນຍາຫຼືຂໍ້ຜູກພັນອື່ນໆ. ....ມາດຕາ 60 ອັດຕາອາກອນລາຍໄດ້

ມາດຕາ 60 ອັດຕາອາກອນລາຍໄດ້ 1. ລາຍໄດ້ຈາກເງິນເດືອນຖືກເສຍອາກອນຕາມອັດຕາທະ ວີຄູນທີ່ບົ່ງໄວ້ໃນຕາຕະລາງລຸ່ມນີ້:

ຕາຕະລາງທີ 1 ສໍາລັບຜູ້ທີ່ມີລາຍຮັບບໍ່ເກີນ 1,5m ຂັ້ນ ຖານເງິນ ພື້ນຖານ ອັດຕາ ອາກອນເງິນ ເດືອນແຕ່ ຄິດໄລ່ ອາກອນ ເດືອນແຕ່ລະ ລະຂັ້ນ ຂັ້ນ 1 <300k 300k 0% 0 2 >300 1,2m 5% 60k

ຕາຕະລາງທີ 2 ສໍາລັບຜູ້ມີລາຍຮັບຫຼາຍກວ່າ 1,5m ຂັ້ນ ຖານເງິນ ພື້ນຖານ ອັດຕາ ອາກອນເງິນ ເດືອນແຕ່ ຄິດໄລ່ ອາກອນ ເດືອນແຕ່ລະ ລະຂັ້ນ ຂັ້ນ 1 <=1,5m 1,5m 5% 75k 2 >1,5m 2,5m 10% 250k 3 >4m 4m 15% 600k 4 >8m 7m 20% 1,4m 5 >15m .... 25% ....

2. ລາຍໄດ້ຈາກສິດທິບັດ,ລິຂະສິດ,ເຄື່ອງໝາຍການຄ້າຫຼືຈາກຊັບສິນ ທາງປັນຍາອື່ນໆຂອງບຸກຄົນຫຼືນິຕິບຸກຄົນ................5% 3. ລາຍໄດ້ຈາກເງິນປັນຜົນກໍາໄລ,ກໍາໄລຈາກການຂາຍຮຸ້ນ,ດອກເບ້ຍ ເງິນໃຫ້ກູ້ຢືມ,ຄ່າທໍານຽມຄໍ້າປະກັນຂອງບຸກຄົນຫຼືນິຕິບຸກຄົນ........10% 4. ກໍາໄລຈາກການເຄື່ອນໄຫວເຮັດກິດຈະການທີ່ບໍ່ແມ່ນທຸລະກິດຂອງ ອົງການຈັດຕັ້ງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງ ການຈັດຕັ້ງສັງຄົມ............10% 5. ລາຍໄດ້ຈາກການໃຫ້ເຊົ່າເຮືອນ,ທີ່ດິນຫຼືຊັບອື່ນໆ...........15% ...ໝວດທີ 3 ການຄິດໄລ່ແລະແຈ້ງເສຍອາກອນລາຍໄດ້


....ມາດຕາ 61 ການຄິດໄລ່ອາກອນລາຍໄດ້

ມາດຕາ 61 ການຄິດໄລ່ອາກອນລາຍໄດ້ ອາກອນລາຍໄດ້ແມ່ນຄິດໄລ່ໃຫ້ເສຍປະຈໍາປີຫຼືຕາມສັນຍາ ບົນພື້ນຖານລາຍໄດ້ທັງໝົດທຸກປະເພດ.ກ່ອນຄິດໄລ່ອາກອນນັ້ນລາຍໄດ້ ສ່ວນທີ່ເປັນເງິນຕາຕ່າງປະເທດຕ້ອງຄິດໄລ່ເປັນເງິນກີບຕາມອັດຕາ ແລະປ່ຽນທະນາຄານໃນແຕ່ລະໄລຍະ. ສ່ວນຜູ້ມີລາຍໄດ້ຈາກເງິນເດືອນແຕ່ໜຶ່ງລ້ານຫ້າແສນກີບ ລົງມາທີ່ຕ້ອງມອບອາກອນເປັນແຕ່ລະເດືອນນັ້ນກ່ອນຄິດໄລ່ອາກອນ ຕ້ອງຫັກເງິນຫຼຸດຜ່ອນພື້ນຖານປະຈໍາເດືອນຈໍານວນສາມຮ້ອຍພັນກີບ ອອກຈາກຈໍານວນເງິນເດືອນທີ່ຕ້ອງເສຍອາກອນ.ສໍາລັບຜູ້ມີລາຍໄດ້ ສູງກວ່າໜຶ່ງລ້ານຫ້າແສນກີຂຶ້ນໄປແມ່ນໃຫ້ເສຍຕາມອັດຕາທະວີຄູນທີ່ ບົ່ງໄວ້ໃນຕາຕະລາງທີ2 ມາດຕາ 60 ຂອງກົດໝາຍສະບັບນີ້. ໃນກໍລະນີຜູ້ເສຍອາກອນໄດ້ມອບອາກອນລາຍໄດ້ລ່ວງໜ້າ ແລ້ວພາຍໃນປີອາກອນທີ່ມອບແລ້ວນັ້ນຕ້ອງຫັກອອກຈາກອາກອນລາຍ ໄດ້ຕົວຈິງປະຈໍາປີທີ່ຕ້ອງເສຍ.

....ມາດຕາ 62 ລາຍໄດ້ຈາກເງິນເດືອນ

ມາດຕາ 62 ລາຍໄດ້ຈາກເງິນເດືອນ ອາກອນລາຍໄດ້ຈາກເງິນເດືອນແມ່ນໃຫ້ເສຍເປັນເດືອນ ດ້ວຍວິທີການຫັກອອກໄວ້ເມື່ອເວລາເບີກຈ່າຍເງິນເດືອນ.ສ່ວນວິທີການ ຄິດໄລ່ອາກອນນັ້ນແມ່ນໃຫ້ປະຕິບັດຕາມຫຼັກການທີ່ບົ່ງໄວ້ໃນ ມາດຕາ 61 ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ຜູ້ເສຍອາກອນຫາກໄດ້ຮັບເງິນເດືອນຢູ່ຫຼາຍບ່ອນ ຫຼືແຈ້ງລາຍໄດ້ບໍ່ຄົບຖ້ວນອາກອນຈະຖືກໄລ່ລຽງຄືນອີກໃນທ້າຍປີ.

....ມາດຕາ 63 ລາຍໄດ້ຈາກອະສັງຫາລິມະຊັບ

ມາດຕາ 63 ລາຍໄດ້ຈາກອະສັງຫາລິມະຊັບ ອາກອນລາຍໄດ້ຈາກການໃຫ້ເຊົ່າອະສັງຫາລິມະຊັບ(ຊັບຄົງ ທີ່)ແມ່ນໃຫ້ເສຍທຸກໆເທື່ອເມື່ອມີລາຍໄດ້.ໃນກໍລະນີທີ່ຜູ້ເສຍອາກອນຫາກ ໄດ້ຮັບຄ່າເຊົ່າລ່ວງໜ້າຫຼາຍປີພ້ອມກັນໃຫ້ຄິດໄລ່ອາກອນລາຍໄດ້ຈາກຄ່າ ເຊົ່າເປັນແຕ່ລະປີແລ້ວຄູນໃຫ້ຈໍານວນປີທີ່ໄດ້ຮັບຄ່າເຊົ່າລ່ວງໜ້າ.

....ມາດຕາ 64 ລາຍໄດ້ຈາກທຶນສັງຫາລິມະຊັບ

ມາດຕາ 64 ລາຍໄດ້ຈາກທຶນສັງຫາລິມະຊັບ ອາກອນລາຍໄດ້ຈາກເງິນປັນຜົນກໍາໄລ,ກໍາໄລຈາກການ ຂາຍຮຸ້ນ,ດອກເບ້ຍເງິນໃຫ້ກູ້ຢືມ,ຄ່າທໍານຽມຄໍາປະກັນ,ລາຍໄດ້ຈາກສິດ ທິບັດ,ລິຂະສິດ,ເຄື່ອງໝາຍການຄ້າຫຼືຈາກຊັບສິນທາງປັນຍາອື່ນໆແມ່ນ ໃຫ້ເສຍທຸກໆເທື່ອເມື່ອມີລາຍໄດ້ດ້ວຍວິທີການຫັກອອກໄວ້ເມື່ອເວລາເບີກ ຈ່າຍເງິນລາຍໄດ້ດັ່ງກ່າວ. ໃນກໍລະນີທີ່ລາຍໄດ້ຈາກທຶນສັງຫາລິມະຊັບຫາກໄດ້ລວມເຂົ້າ ກັນໃນຜົນໄດ້ຮັບຂອງວິສາຫະກິດທີ່ເສຍອາກອນກໍາໄລຢ່າງເປັນປົກກະຕິ ແລ້ວລາຍໄດ້ດັ່ງກ່າວຈະບໍ່ຖືກຄິດໄລ່ໃຫ້ເສຍອາກອນລາຍໄດ້ຕື່ມອີກ.ຖ້າ ຫາກວ່າລາຍໄດ້ດັ່ງກ່າວຖືກຫັກອາກອນລາຍໄດ້ໄວ້ແລ້ວນັ້ນຕ້ອງຫັກ ອອກຈາກຈໍານວນອາກອນກໍາໄລຕົວຈິງປະຈໍາປີທີ່ຕ້ອງເສຍ,ເມື່ອເງິນອາ ກອນທີ່ຖືກຫັກໄວ້ຫາກມີຈໍານວນສູງກວ່າອາກອນກໍາໄລຕົວຈິງປະຈໍາປີທີ່ ຕ້ອງເສຍນັ້ນສ່ວນຍັງເຫຼືອໃຫ້ຍົກໄປຫັກອອກໃນປີຖັດໄປ.

...ໝວດທີ 4 ການຍື່ນໃບແຈ້ງເສຍອາກອນລາຍໄດ້


....ມາດຕາ 65 ລາຍໄດ້ຈາກເງິນເດືອນ

ມາດຕາ 65 ລາຍໄດ້ຈາກເງິນເດືອນ ອົງການຈັດຕັ້ງ,ວິສາຫະກິດຫຼືບຸກຄົນທີ່ຈ່າຍເງິນເດືອນໃຫ້ແກ່ ພະນັກງານ,ກໍາມະກອນ,ລັດຖະກອນແລະບຸກຄົນອື່ນຕາມສັນຍາຫຼືຂໍ້ຜູກພັນ ອື່ນໆມີໜ້າທີ່ຄິດໄລ່ຫັກອາກອນລາຍໄດ້ຈາກເງິນເດືອນທຸກໆເດືອນກ່ອນ ການເບີກຈ່າຍແລ້ວເຮັດບັນຊີແຈ້ງເສຍອາກອນທີ່ຫັກໄວ້ນັ້ນຍື່ນຕໍ່ລັດຖະ ການສ່ວຍສາອາກອນກ່ອນວັນທີສິບຫ້າຂອງເດືອນຕໍ່ໄປເພື່ອມອບອາກອນ.

....ມາດຕາ 66 ລາຍໄດ້ຈາກອະສັງຫາລິມະຊັບ

ມາດຕາ 66 ລາຍໄດ້ຈາກອະສັງຫາລິມະຊັບ ຜູ້ມີລາຍໄດ້ຈາກການໃຫ້ເຊົ່າອະສັງຫາລິມະຊັບມີໜ້າທີ່ຍື່ນ ໃບແຈ້ງອາກອນຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບພາຍໃນ ກໍານົດສິບວັນນັບແຕ່ວັນໄດ້ຮັບຄ່າເຊົ່າເປັນຕົ້ນໄປເພື່ອຄິດໄລ່ແລະອອກ ໃບສັ່ງມອບອາກອນ. ຖ້າວ່າການແຈ້ງຄ່າເຊົ່າໃນສັນຍາຫາກບໍ່ຖືກຕ້ອງກັບຄວາມ ເປັນຈິງເຈົ້າໜ້າທີ່ສ່ວຍສາອາກອນມີສິດກວດກາແລະຄິດໄລ່ອາກອນຄືນ ໃໝ່ໃຫ້ຖືກຕ້ອງໂດຍສົມທຽບຄ່າເຊົ່າໃນທ້ອງຕະຫຼາດທົ່ວໄປຂອງສະຖານ ທີ່ທີ່ມີລັກສະນະຄ້າຍຄືກັນແລະຢູ່ໃນບໍລິເວນດຽວກັນ. ໃນກໍລະນີທີ່ໃຫ້ນໍາໃຊ້ທີ່ດິນຫຼືຊັບຕ່າງໆໂດຍບໍ່ເອົາຄ່າເຊົ່າຜູ້ທີ່ ໄດ້ຮັບຜົນປະໂຫຍດຈາກການນໍາໃຊ້ຊັບສົມບັດດັ່ງກ່າວນັ້ນມີໜ້າທີ່ຮັບຜິດ ຊອບເສຍອາກອນລາຍໄດ້ແທນເຈົ້າຂອງຊັບ.ອາກອນແມ່ນຄິດໄລ່ໃຫ້ ເສຍຕາມຄວາມເປັນຈິງບົນພື້ນຖານການສົມທຽບກັບຄ່າເຊົ່າໃນທ້ອງຕະ ຫຼາດທົ່ວໄປຂອງສະຖານທີ່ທີ່ມີລັກສະນະຄ້າຍຄືກັນແລະຢູ່ໃນບໍລິເວນດຽວ ກັນ. ໃນກໍລະນີທີ່ຜູ້ໃຫ້ເຊົ່າບໍ່ຄິດໄລ່ເອົາຄ່າເຊົ່າເປັນກໍານົດເວລາ ໃດໜຶ່ງເນື່ອງຈາກຜູ້ເຊົ່າໄດ້ຈ່າຍຄ່າບຸກເບີກ,ກໍ່ສ້ງຫຼືບູລະນະສ້ອມແປງ ສະຖານທີ່ບ່ອນທີ່ຕຕົນເຊົ່າເອົາເອງຜົນປະໂຫຍດທາງດ້ານວັດຖຸທີ່ຜູ້ໃຫ້ ເຊົ່າໄດ້ຮັບລ້ວນແຕ່ຕ້ອງເສຍອາກອນລາຍໄດ້ເຊັ່ນດຽວກັນ.ພື້ນຖານຄິດ ໄລ່ອາກອນລາຍໄດ້ປະຈໍາປີແມ່ນມູນຄ່າບຸກເບີກ,ກໍ່ສ້າງຫຼືບູລະນະສ້ອມ ແປງທັງໝົດຫານໃຫ້ໄລຍະທີ່ຜູ້ຢູ່ບໍ່ໄດ້ເສຍຄ່າເຊົ່າ. ໃນກໍລະນີທີ່ບໍ່ແຈ້ງເສຍອາກອນພາຍໃນກໍານົດຜູ້ມີລາຍໄດ້ ຈາກຄ່າເຊົ່າຈະຖືກຄິດໄລ່ໃຫ້ເສຍອາກອນແບບກໍານົດທີ່ໄດ້ບົ່ງໄວ້ໃນ ມາດຕາ 82 ຂອງກົດໝາຍສະບັບນີ້.

....ມາດຕາ 67 ລາຍໄດ້ຈາກທຶນສັງຫາລິມະຊັບ

ມາດຕາ 67 ລາຍໄດ້ຈາກທຶນສັງຫາລິມະຊັບ ບຸກຄົນຫຼືນິຕິບຸກຄົນທີ່ເບີກຈ່າຍເງິນປັນຜົນກໍາໄລ,ກໍາໄລຈາກ ການຂາຍຮຸ້ນ,ດອກເບ້ຍເງິນໃຫ້ກູ້ຢືມ,ລາຍໄດ້ຈາກການຄໍ້າປະກັນແລະ ລາຍໄດ້ຈາກສິດທິບັດ,ລິຂະສິດ,ເຄື່ອງໝາຍການຄ້າຫຼືຈາກຊັບສິນທາງ ປັນຍາອື່ນໆໃຫ້ແກ່ຜູ້ມີລາຍໄດ້ມີໜ້າທີ່ຫັກເງິນອາກອນໄວ້ແລ້ວເຮັດບັນ ຊີຍື່ນຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບພາຍໃນກໍານົດສິບ ວັນນັບແຕ່ວັນທີ່ໄດ້ຈ່າຍເງິນລາຍໄດ້ດັ່ງກ່າວເປັນຕົ້ນໄປເພື່ອຄິດໄລ່ແລະ ອອກໃບສັ່ງມອບອາກອນ.

..ພາກທີ 7 ຄ່າທໍານຽມແລະຄ່າບໍລິການ


...ມາດຕາ 68 ຄ່າທໍານຽມແລະຄ່າບໍລິການ

ມາດຕາ 68 ຄ່າທໍານຽມແລະຄ່າບໍລິການ ຄ່າທໍານຽມແລະຄ່າບໍລິການຕ່າງໆແມ່ນພັນທະທາງກົງຂອງ ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ນໍາໃຊ້ການບໍລິການທາງດ້ານເອກກະ ສານຫຼືສິ່ງສາທາລະນະປະໂຫຍດຕ່າງໆຂອງລັດ.

...ມາດຕາ 69 ການເກັບຄ່າທໍານຽມແລະຄ່າບໍລິການ

ມາດຕາ 69 ການເກັບຄ່າທໍານຽມແລະຄ່າບໍລິການ ໃຫ້ຂະແໜງການຂອງລັດຖະບານເກັບຄ່າທໍານຽມແລະຄ່າບໍ ລະການຕ່າງໆຈາກການນໍາໃຊ້ການບໍລິການທາງດ້ານເອກະສານແລະ ສິ່ງສາທາລະນະປະໂຫຍດຂອງລັດເປັນຕົ້ນ:ການອອກໃບທະບຽນວິສາຫະ ກິດ,ໃບທະບຽນອາກອນ,ໃບອະນຸຍາດປະກອບກິດຈະການ,ໃບອະນຸມັດ,ໃບ ຢັ້ງຢືນຫຼືເອກະສານທາງລັດຖະການ,ການໃຊ້ເສັ້ນທາງຄົມມະນາຄົມ,ການ ຜ່ານດ່ານເຂົ້າ-ອອກປະເທດ,ການອອກວິຊາເຂົ້າ-ອອກປະເທດ,ການອາ ໃສຢູ່ດິນລາວ,ການໃຊ້ລະບົບສັນຍາຮັບວິທະຍຸໂທລະພາບຜ່ານດາວທຽມ, ການຕິດປ້າຍໂຄສະນາ,ປ້າຍຮ້ານຄ້າແລະບໍລິການອື່ນໆຢູ່ສປປລາວ.

...ມາດຕາ 70 ການກໍານົດອັດຕາຄ່າທໍານຽມແລະຄ່າບໍລິການ

ມາດຕາ 70 ການກໍານົດອັດຕາຄ່າທໍານຽມແລະຄ່າບໍລິການ ອັດຕາຄ່າທໍານຽມແລະຄ່າບໍລິການຕ່າງໆຂອງແຕ່ລະຂະ ແໜງການນັ້ນໄດ້ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດເພື່ອໃຫ້ ແທດເໝາະກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລ ຍະ.

...ມາດຕາ 71 ການມອບລາຍຮັບຄ່າທໍານຽມແລະຄ່າບໍລິການ

ມາດຕາ 71 ການມອບລາຍຮັບຄ່າທໍານຽມແລະຄ່າບໍລິການ ລາຍຮັບທີ່ເກັບໄດ້ຈາກຄ່າທໍານຽມແລະຄ່າບໍລິການຕ່າງໆ ລ້ວນແຕ່ຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງລວມສູນແລະຄົບຖ້ວນ.

..ພາກທີ 8 ພັນທະ,ສິດຂອງຜູ້ເສຍອາກອນ,ຄວາມຮັບຜິດຊອບຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງແລະລະບຽບການຄຸ້ມຄອງອາກອ


...ມາດຕາ 72 ພັນທະແລະສິດຂອງຜູ້ເສຍອາກອນ

ມາດຕາ 72 ພັນທະແລະສິດຂອງຜູ້ເສຍອາກອນ 1. ຜູ້ເສຍອາກອນມີພັນທະດັ່ງນີ້: - ຂຶ້ນແລະຕໍ່ທະບຽນອາກອນ; - ຄິດໄລ່,ແຈ້ງແລະເສຍອາກອນເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ,ຄົບຖ້ວນແລະຖືກຕາມກໍານົດເວລາ; - ຮັບຜິດຊອບຕໍ່ການແຈ້ງ,ການຄິດໄລ່,ການຂໍຫັກ,ການຂໍ ຍົກເວັ້ນແລະຫຼຸດຜ່ອນອາກອນໃຫ້ຊັດເຈນ,ຖືກຕ້ອງຕາມຄວາມເປັນຈິງ; - ລາຍງານບັນຊີເງິນຝາກຂອງຕົນຢູ່ທະນາຄານ,ຄັງເງິນ ແລະການຈັດຕັ້ງສິນເຊື່ອອື່ນໆໃຫ້ແກ່ລັດຖະການສ່ວຍສາອາກອນ; - ປະຕິບັດລະບົບການຖືບັນຊີ,ໃບເກັບເງິນແລະເອກະສານ ອື່ນໆຕາມລະບຽບກົດໝາຍ; - ສະໜອງເອກະສານບັນຊີ,ໃບເກັບເງິນ,ບັນຊີເງິນມູນວຽນ ແລະເອກະສານອື່ນໆທີ່ພົວພັນກັບການຄິດໄລ່ອາກອນໃຫ້ແກ່ລັດຖະການ ສ່ວນສາອາກອນຕາມການສະເໜີ; - ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະການສ່ວຍສາອາ ກອນຕົກລົງຕາມລະບຽບກົດໝາຍຕໍ່ຜູ້ເສຍອາກອນ.

2. ຜູ້ເສຍອາກອນມີສິດດັ່ງນີ້: - ສະເໜີໃຫ້ລັດຖະການສ່ວຍສາອາກອນສະໜອງຂໍ້ມູນ,ຂ່າວ ສານ,ຊີ້ແຈ້ງ,ອະທິບາຍແລະໃຫ້ການແນະນໍາກ່ຽວກັບນະໂຍບາຍ,ລະ ບຽບການເສຍອາກອນລວມທັງການກໍານົດພັນທະອາກອນຂອງຜູ້ເສຍ ອາກອນ; - ສະເໜີໃຫ້ລັດຖະການສ່ວຍສາອາກອນຮັກສາຄວາມລັບ ກ່ຽວກັບຂໍ້ມູນ,ຂ່າວສານຂອງຕົນ; - ໄດ້ຮັບນະໂຍບາຍຫຼຸດຜ່ອນ,ຍົກເວັ້ນອາກອນຕາມລະບຽບ ກົດໝາຍ; - ສະເໜີໃຫ້ລັດຖະການສ່ວຍສາອາກອນຫັກເງິນອາກອນທີ່ ຕົນມອບເກີນຕາມລະບຽບກົດໝາຍ; - ຮ້ອງທຸກຕໍ່ລັດຖະການສ່ວຍສາອາກອນທີ່ນໍາໃຊ້ມາດຕະ ການຕ່າງໆຕໍ່ຕົນທີ່ເຫັນວ່າບໍ່ສອດຄ່ອງກັບກົດໝາຍວ່າດ້ວຍສ່ວຍສາອາ ກອນ; - ສະເໜີໃຫ້ລັດຖະການຊ່ວຍສາອາກອນທົດແທນເງິນຫຼືວັດ ຖຸຄືນໃຫ້ແກ່ຕົນທີ່ປະຕິບັດມາດຕະການດ້ານອາກອນຫາກຂັດກັບລະບຽບ ກົດໝາຍແລະມີຄວາມເສຍຫາຍໃຫ້ແກ່ຜູ້ເສຍອາກອນ; - ຮ້ອງຟ້ອງການລະເມີດລະບຽບກົດໝາຍຂອງລັດຖະການ ແລະເຈົ້າໜ້າທີ່ສ່ວຍສາອາກອນ.

...ມາດຕາ 73 ຄວາມຮັບຜິດຊອບຂອງການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງ

ມາດຕາ 73 ຄວາມຮັບຜິດຊອບຂອງການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງ ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງມີຄວາມຮັບຜິດຊອບປະ ຕິບັດກົດໝາຍວ່າດ້ວຍສ່ວຍສາອາກອນດັ່ງນີ້: 1. ຕິດຕາມກວດກາ,ສະໜອງຂໍ້ມູນ,ຂ່າວສານຂອງຜູ້ເສຍ ອາກອນແລະປະສານສົມທົບ,ໃຫ້ການຊ່ວຍເຫຼືອແກ່ລັດຖະການຊ່ວຍສາ ອາກອນຕາມພາລະບົດບາດຂອງຕົນ; 2. ຮ້ອງຟ້ອງການລະເມີດກົດໝາຍວ່າດ້ວຍສ່ວຍສາອາ ກອນ.ລັດຖະການສ່ວຍສາອາກອນແລະພາກສ່ວນທີ່ກ່ຽວຂ້ອງອື່ນໆຕ້ອງ ຮັກສາຄວາມລັບໃຫ້ແກ່ຜູ້ຮ້ອງຟ້ອງ; 3. ຫ້າມບໍ່ໃຫ້ການຈັດຕັ້ງແລະບຸກຄົນຂັດຂວາງ,ແຊກແຊງ, ນາບຂູ່ລັດຖະການແລະເຈົ້າໜ້າທີ່ສ່ວຍສາອາກອນໃນການປະຕິບັດໜ້າ ທີ່ຢ່າງເດັດຂາດ.

...ມາດຕາ 74 ແຜນການຄິດໄລ່ມອບອາກອນແລະການຖືບັນຊີ

ມາດຕາ 74 ແຜນການຄິດໄລ່ມອບອາກອນແລະການຖືບັນຊີ 1. ແຜນການຄິດໄລ່ມອບອາກອນ: ໃນແຕ່ລະປີຫົວໜ່ວຍທຸລະກິດຕ້ອງແຈ້ງແຜນການຄິດໄລ່ ມອບອາກອນເປັນແຕ່ລະປະເພດໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ ຕົນຂຶ້ນທະບຽນອາກອນ.ຫຼັງຈາກໄດ້້ຮັບແຜນການດັ່ງກ່າວແລ້ວຂະແໜງ ສ່ວຍສາອາກອນຕ້ອງໄດ້ສົມທຽບ,ວິໄຈກັບຂໍ້ມູນຕົວຈິງ,ຖ້າເຫັນວ່າແຜນ ການຄິດໄລ່ມອບອາກອນນັ້ນບໍ່ເໝາະສົມຕ້ອງແຈ້ງໃຫ້ຄິດໄລ່ຄືນໃໝ່, ເມື່ອແຜນການຫາກສົມບູນແລ້ວວິສາຫະກິດຕ້ອງສົ່ງໃຫ້ຂະແໜງສ່ວຍ ສາອາກອນກ່ອນການສ້າງແຜນງົບປະມານຂອງສົກປີຕໍ່ໄປຕາມລະບຽບ ການ. ຖ້າການຄິດໄລ່ແຜນການມອບອາກອນຄືນໃໝ່ນັ້ນຫາກຍັງບໍ່ ທັນເໝາະສົມລັດຖະການສ່ວຍສາອາກອນຕ້ອງປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງເພື່ອສ້າງແຜນການມອບອາກອນປະຈໍາປະຂອງວິສາ ຫະກິດດັ່ງກ່າວ. 2. ການຖືບັນຊີ: ຜູ້ເສຍອາກອນຕາມລະບົບການຖືບັນຊີແບບຂະຫຍາຍຕົວ, ແບບທໍາມະດາແລະແບບປະຖົມປະຖານທີ່ບົ່ງໄວ້ຢູ່ໃນຂໍ້ໜຶ່ງ ມາດຕາ 43ຂອງກົດໝາຍສະບັບນີ້ຕ້ອງຖືບັນຊີໃຫ້ຄົບຖ້ວນແລະຖືກຕ້ອງຕາມລະ ບຽບຫຼັກການທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ ຂອງສປປລາວ. ກ່ອນນໍາໃຊ້ປຶ້ມບັນຊີຕ້ອງຂຶ້ນທະບຽນໝາຍເລກລໍາດັບ,ປະ ທັບຕາແລະລົງລາຍເຊັນຢັ່ງຢືນຈາກເຈົ້າໜ້າທີ່ສ່ວຍສາອາກອນທີ່ມີສິດ ໜ້າທີ່ຄຸ້ມຄອງ.ທຸກໆເອກະສານບັນຊີທີ່ໃຊ້ແລ້ວຕ້ອງໄດ້ຮັກສາໄວ້ພາຍ ໃນກໍານົດສິບປີແລະໃຫ້ສາມາດນໍາສະເໜີໄດ້ທຸກເວລາຕໍ່ການກວດກາ ຂອງເຈົ້າໜ້າທີ່ສ່ວຍສາອາກອນ. ການຖືບັນຊີດ້ວຍລະບົບໂປແກຼມຄັອມພິວເຕີ້ຕ້ອງໄດ້ຂຶ້ນທະ ບຽນຕາມລະບຽບການການບັນຊີທີ່ໄດ້ກໍານົດໄວ້.

...ມາດຕາ 75 ການອອກໃບເກັບເງິນຈາກການຂາຍສິນຄ້າເຄື່ອງຂອງແລະການບໍລິການ

ມາດຕາ 75 ການອອກໃບເກັບເງິນຈາກການຂາຍສິນຄ້າເຄື່ອງຂອງ ແລະການບໍລິການ ຜູ້ດໍາເນີນທຸລະກິດການຜະລິດ,ການຄ້າ,ການບໍລິການແລະ ການເຄື່ອນໄຫວອາຊີບອິດສະລະທີ່ເສຍອາກອນກໍາໄລຕາມລະບົບການຖື ບັນຊີແບບຂະຫຍາຍຕົວ,ແບບທໍາມະດາແລະແບບປະຖົມປະຖານທີ່ໄດ້ບົ່ງ ໄວ້ໃນ ມາດຕາ 41 ຂອງກົດໝາຍສະບັບນີ້ເວລາຈໍາໜ່າຍສິນຄ້າເຄື່ອງ ຂອງຫຼືບໍລິການທຸກຄັ້ງຕ້ອງອອກໃບເກັບເງິນໃຫ້ແກ່ຜູ້ຊື້ຫຼືຜູ້ຮັບບໍລິການ. ບັນດາອົງການຈັດຕັ້ງ,ບຸກຄົນ,ນິຕິບຸກຄົນທີ່ນໍາໃຊ້ແຫຼ່ງທຶນ ຈາກງົບປະມານແຫ່ງລັດແລະທຸກການຊໍາລະຂອງບຸກຄົນແລະນິຕິບຸກຄົນ ທີ່ໄດ້ກໍາເນີນທຸລະກິດຕ້ອງໄດ້ນໍາໃຊ້ໃບເກັບເງິນຕາມລະບຽບກົດໝາຍທີ່ ໄດ້ກໍານົດໄວ້. ອົງການຄຸ້ມຄອງສ່ວຍສາອາກອນເປັນຜູ້ພິມແລະຄຸ້ມຄອງ ການນໍາໃຊ້ໃບເກັບເງິນ. ສ່ວນການຄຸ້ມຄອງແລະນໍາໃຊ້ໃບເກັບເງິນລັດຖະບານເປັນ ຜູ້ກໍານົດລະອຽດ.

...ມາດຕາ 76 ການຄິດໄລ່ແລະເກັບອາກອນ

ມາດຕາ 76 ການຄິດໄລ່ແລະເກັບອາກອນ ການຄິດໄລ່ແລະເກັບອາກອນໄດ້ກໍານົດດັ່ງນີ້: 1. ສໍາລັບຫົວໜ່ວຍທຸລະກິດທີ່ບໍ່ປະຕິບັດລະບົບບັນຊີຫຼືປະຕິບັດ ບໍ່ຄົບຖ້ວນແລະຫົວໜ່ວຍທຸລະກິດຂະໜາດນ້ອຍທີ່ເສຍອາກອນຕາມລະບົບ ບັນຊີແບບປະຖົມພ້ືນຖານພາກສ່ວນຄຸ້ມຄອງເກັບລາຍຮັບມີໜ້າທີ່ຮັບຜິດ ຊອບຄິດໄລ່,ອອກໃບສັ່ງມອບອາກອນແລ້ວເຮັດບັນຊີປະຈໍາວັນນໍາສົ່ງໃຫ້ ຂະແໜງສ່ວຍສາອາກອນຂັ້ນຂອງຕົນ; 2. ບັນດາຫົວໜ່ວຍທຸລະກິດຂະໜາດກາງແລະຂະໜາດໃຫຍ່ ທີ່ປະຕິບັດລະບົບບັນຊີຖືກຕ້ອງແລະຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍການບັນຊີມີໜ້າທີ່ຄິດໄລ່ແລະຍື່ນໃບແຈ້ງເສຍອາກອນດ້ວຍຕົນ ເອງນໍາຂະແໜງຄັງເງິນ; 3. ພາກສ່ວນຄຸ້ມຄອງເກັບລາຍຮັບຄ່າທໍານຽມແລະຄ່າບໍລິ ການຕ່າງໆຮັບຜິດຊອບຄິດໄລ່,ອອກໃບສັ່ງມອບແລະເກັບແລ້ວເຮັດບັນ ຊີປະຈໍວັນນໍາສົ່ງໃຫ້ຂະແໜງສ່ວຍສາອາກອນຂັ້ນຂອງຕົນ; 4. ລັດຖະການສ່ວຍສາອາກອນຮັບຜິດຊອບຕິດຕາມແລະ ເລັ່ງທວງເອົາຈໍານວນເງິນອາກອນທີ່ຄິດໄລ່ແລ້ວນັ້ນມອບເຂົ້າຄັງເງິນ ແຫ່ງລັດໃຫ້ຄົບຖ້ວນ.

...ມາດຕາ 77 ການປັບຕົວເລກອາກອນ

ມາດຕາ 77 ການປັບຕົວເລກອາກອນ ໃນການຄິດໄລ່ອາກອນທີ່ຕ້ອງມອບນັ້ນຫາກຈໍານວນອາກອນ ທີ່ຄິດໄລ່ອອກມາມີຕົວເລກເປັນຫົວຮ້ອຍໃຫ້ປັບຂຶ້ນຫຼືປັບລົງເປັນຫົວພັນທີ່ ໄກ້ຄຽງ.

...ມາດຕາ 78 ວິທີເສຍອາກອນ,ຄ່າທໍານຽມແລະຄ່າບໍລິການ

ມາດຕາ 78 ວິທີເສຍອາກອນ,ຄ່າທໍານຽມແລະຄ່າບໍລິການ ການເສຍອາກອນ,ຄ່າທໍານຽມແລະຄ່າບໍລິການຕ່າງໆຕ້ອງ ເປັນເງິນກີບແລະຕ້ອງຈ່າຍໃຫ້ຄົບຖ້ວນ;ຈະຈ່າຍເປັນເງິນສົດ,ເປັນເຊັກ, ເງິນໂອນຫຼືພັນທະບັດກໍ່ໄດ້.ຈໍານວນເງິນອາກອນ,ຄ່າທໍານຽມ,ຄ່າບໍລິ ການແລະຄ່າປັບໃໝຕ່າງໆທີ່ໄດ້ກໍານົດໄວ້ເປັນເງິນຕາຕ່າງປະເທດ ຕາມລະບຽບກົດໝາຍສາມາດຈ່າຍເປັນເງິນກີບໄດ້ໂດຍຄິດໄລ່ຕາມອັດ ຕາແລກປ່ຽນຢູ່ທະນາຄານຂອງລັດວາງອອກໃນແຕ່ລະໄລຍະ.ສ່ວນຄ່າ ທໍານຽມແລະຄ່າບໍລິການຕ່າງໆທີ່ສະຖານທູດແລະກົງສູນລາວຢູ່ຕ່າງປະ ເທດ,ຄ່າທໍານຽມບິນຜ່ານນ່ານຟ້າຂອງ ສປປລາວ ແລະບາງປະເພດ ລາຍຮັບທີ່ລັດຖະບານໄດ້ກໍານົດໃຫ້ເກັບເປັນເງິນຕາຕ່າງປະເທດນັ້ນ ແມ່ນໃຫ້ເສຍເປັນເງິນຕາຕ່າງປະເທດ.ການເສຍອາກອນ,ຄ່າທໍານຽມ ແລະຄ່າບໍລິການຕ່າງໆມຸກປະເພດທີ່ຄິດໄລ່ແລະເກັບແລ້ວຕ້ອງມອບ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນພາຍຫຼັງທີ່ໄດ້ຮັບໃບສັ່ງມອບຕາມ ກໍານົດເວລາທີ່ໄດ້ບົ່ງໄວ້ໃນກົດໝາຍສະບັບນີ້.

...ມາດຕາ 79 ສິດໃນການຍື່ນຄໍາສະເໜີ

ມາດຕາ 79 ສິດໃນການຍື່ນຄໍາສະເໜີ ຜູ້ເສຍອາກອນທີ່ເຫັນວ່າຕົນໄດ້ເສຍອາກອນບໍ່ຖືກຕ້ອງຕາມ ທີ່ຄວນເສຍມີສິດສະເໜີຄືນກ່ຽວກັບການຄິດໄລ່ອາກອນຕໍ່ລັດຖະການ ສ່ວຍສາອາກອນບ່ອນທີ່ຕົນຂຶ້ນທະບຽນອາກອນພາຍໃນກໍານົດໜຶ່ງປີນັບ ແຕ່ມື້ທີ່ຕົນໄດ້ມອບອາກອນເປັນຕົ້ນໄປ.ຖ້າຫາກກາຍກໍານົດນີ້ແລ້ວການ ສະເໜີກ່ຽວກັບການຄິດໄລ່ອາກອນຈະບໍ່ໄດ້ຮັບການພິຈາລະນາ. ໃນກໍລະນີທີ່ຜູ້ຍື່ນຄໍາສະເໜີກ່ຽວກັບການຄິດໄລ່ອາກອນໄດ້ ຮັບຄໍາຕອບທີ່ຕົນເຫັນວ່າບໍ່ເໝາະສົມຜູ້ກ່ຽວກໍ່ມີສິດສະເໜີຂຶ້ນຫາລັດຖະ ການສ່ວຍສາອາກອນຂັ້ນເທິງຖັດໄປອີກ.

...ມາດຕາ 80 ການທົດແທນອາກອນ

ມາດຕາ 80 ການທົດແທນອາກອນ ໃນກໍລະນີທີ່ມີການຄິດໄລ່ອາກອນຜິດພາດເຊັ່ນ:ຄິດໄລ່ໃຫ້ ເສຍສອງເທື່ອຊ້ອນ,ຄິດໄລ່ໃຫ້ເສຍບໍ່ຖືກຕ້ອງຕາມອັດຕາທີ່ກໍານົດໄວ້, ຄິດໄລ່ໃຫ້ເສຍເກີນຈໍານວນທີ່ຕ້ອງເສຍຫຼືມີອາກອນຕ້ອງສົ່ງຄືນແຕ່ບໍ່ສາ ມາດຫັກສົ່ງຄືນໃຫ້ໄດ້ນັ້ນລັດຖະການສ່ວຍສາອາກອນຕ້ອງແກ່ໄຂດ້ວຍ ວິທີຍົກອາກອນທີ່ຕ້ອງສົ່ງຄືນໄປຫັກອອກຈາກຈໍານວນອາກອນປະເພດ ດຽວກັນຫຼືອາກອນປະເພດອື່ນທີ່ຕ້ອງເສຍໃນເດືອນ,ງວດຫຼືປີຕໍ່ໄປ. ຖ້າວ່າມີການຄິດໄລ່ອາກອນຜິດພາດນໍາບຸກຄົນຫຼືນິຕິບຸກຄົນ ທີ່ບໍ່ໄດ້ດໍາເນີນທຸລະກິດລັດຖະການສ່ວຍສາອາກອນຕ້ອງໄດ້ສົ່ງເງິນຄືນ.

...ມາດຕາ 81 ກໍານົດເວລາທວງເກັບອາກອນຄືນ

ມາດຕາ 81 ກໍານົດເວລາທວງເກັບອາກອນຄືນ ໃນກໍລະນີທີ່ຄິດໄລ່ແລະເກັບອາກອນບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງ ລັດຖະການສ່ວຍສາອາກອນມີສິດທວງເອົາອາກອນຈໍານວນດັ່ງກ່າວນັ້ນ ໄດ້ພາຍໃນກໍານົດສາມປີນັບແຕ່ວັນທີ່ໄດ້ເສຍອາກອນເປັນຕົ້ນໄປ. ໃນກໍລະນີທີ່ມີການຄິດໄລ່ອາກອນແລ້ວແຕ່ຜູ້ເສຍອາກອນ ລົບຫຼີກບໍ່ເສຍ,ລັດຖະການສ່ວນສາອາກອນມີສິດທວງອາກອນຄ້າງມອບ ໄດ້ຫຼາຍກວ່າສາມປີແຕ່ສູງສຸດບໍ່ເກີນສິບປີ.

...ມາດຕາ 82 ການຄິດໄລ່ໃຫ້ເສຍອາກອນແບບກໍານົດ

ມາດຕາ 82 ການຄິດໄລ່ໃຫ້ເສຍອາກອນແບບກໍານົດ ການຄິດໄລ່ໃຫ້ເສຍອາກອນແບບກໍານົດແມ່ນການທີ່ຜູ້ເສຍ ອາກອນຕ້ອງໄດ້ເສຍອາກອນຕາມທີ່ເຈົ້າໜ້າທີ່ໄດ້ຄິດໄລ່ໂດຍອີງໃສ່ຂໍ້ ມູນ,ຂ່າວສານທີ່ສອດຄ່ອງກັບລະບຽບກົດໝາຍ. ຜູ້ເສຍອາກອນທີ່ຈະຖືກຄິດໄລ່ໃຫ້ເສຍອາກອນແບບກໍານົດ ໃນກໍລະນີດັ່ງນີ້: - ບໍ່ຖືບັນຊີຫຼືບໍ່ຍອມໃຫ້ເຈົ້າໜ້າທີ່ສ່ວຍສາອາກອນກວດກາ; - ບໍ່ແຈ້ງເສຍອາກອນຫຼືບໍ່ສະເໜີເອກະສານການບັນຊີປະ ຈໍາປີຕາມທີ່ກົດໝາຍໄດ້ກໍານົດໄວ້; - ບໍ່ໃຫ້ຄໍາຕອບຫຼືໃຫ້ຄໍາຕ້ອບທີ່ບໍ່ຖືກກັບຄວາມຈິງແກ່ລັດຖະ ການສ່ວຍສາອາກອນ. ໃນກໍລະນີຜູ້ດໍາເນີນທຸລະກິດທີ່ເປັນບຸກຄົນຫຼືນິຕິບຸກຄົນຊຶ່ງມີ ໜ້າທີ່ຄິດໄລ່ເກັບອາກອນແຕ່ຄິດໄລ່ບໍ່ຄົບຖ້ວນຫຼືບໍ່ຄິດໄລ່ເກັບຕາມກົດ ໝາຍໄດ້ກໍານົດໄວ້ຜູ້ກ່ຽວມີໜ້າທີ່ຮັບຜິດຊອບມອບເງິນອາກອນທີ່ຄິດໄລ່ ບໍ່ຄົບຖ້ວນຫຼືຈໍານວນເງິນອາກອນທີ່ບໍ່ໄດ້ເກັບນັ້ນເຂົ້າງົບປະມານແຫ່ງ ລັດໃຫ້ຄົບຖ້ວນຕາມລະບຽບກົດໝາຍ.

...ມາດຕາ 83 ລະບຽບການປັບໃໝ

ມາດຕາ 83 ລະບຽບການປັບໃໝ ຜູ້ເສຍອາກອນທີ່ລະເມີດຂໍ້ກໍານົດກ່ຽວກັບການແຈ້ງແລະ ການເສຍອາກອນທີ່ບົ່ງໄວ້ຢູ່ໃນກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະ ການຕາມແຕ່ກໍລະນີດັ່ງນີ້: 1. ກໍລະນີຊັກຊ້າໃນການຍື່ນໃບແຈ້ງເສຍອາກອນຫຼືການ ເສຍອາກອນຕາມສັນຍາແບບປະຖົມພື້ນຖານຈະຖືກປັບໃໝຫ້າສ່ວນຮ້ອຍ ຂອງຈໍານວນອາກອນທີ່ຕ້ອງເສຍໃນແຕ່ລະເດືອນຫຼືແຕ່ລະງວດທີ່ມີການ ຊັກຊ້າ,ໃນການຄິດໄລ່ຄ່າປັບໃໝນັ້ນຖາຊັກຊ້າບໍ່ເຕັມເພືອນຫຼືບໍ່ເຕັມງວດ ກໍ່ໃຫ້ຄິດໄລ່ເປັນເດືອນຫຼືງວດເຕັມ.ໃນກໍລະນີໃດກໍ່ຕາມເງິນຄ່າປັບໃໝນັ້ນ ແມ່ນບໍ່ໃຫ້ເກີນຈໍານວນອາກອນທີ່ຕ້ອງເສຍ; 2. ກໍລະນີຖືບັນຊີບໍ່ຖືກຕ້ອງ,ແຈ້ງເສຍອາກອນບໍ່ຄົບຖ້ວນ, ຂາຍສິນຄ້າຫຼືໃຫ້ບໍລິການໂດຍບໍ່ອອກໃບເກັບເງິນ,ປອມແປງໃບເກັບ ເງິນຫຼືເອກະສານການບັນຊີອື່ນໆຈະຖືກປະຕິບັດມາດຕະການທັງສາມ ຢ່າງດັ່ງນີ້: - ຕ້ອງເສຍອາກອນຄືນໃຫ້ຄົບຖ້ວນ; - ຕ້ອງເສຍອາກອນເພີ່ມສາມສິບສ່ວນຮ້ອຍຂອງຈໍານວນອາ ກອນທີ່ໃຫ້ເສຍຄືນ; - ຕ້ອງເສຍຄ່າປັບໃໝຕາມລະບຽບການບັນຊີວິສາຫະກິດ. ຫາກກະທໍາຜິດຄັ້ງທີ່ສອງນອກຈາກຈະຕ້ອງເສຍອາກອນຄືນ ໃຫ້ຄົບຖ້ວນແລ້ວ: - ຕ້ອງເສຍອາກອນເພີ່ມຫົວສິບສ່ວນຮ້ອຍຂອງຈໍານວນອາ ກອນທີ່ໃຫ້ເສຍຄືນ; - ຕ້ອງເສຍຄ່າປັບໃໝຕາມລະບຽບການບັນຊີວະສາຫະກິດ; - ໃຫ້ຢຸດເຊົາກິດຈະການເລີຍທັງຈະໄດ້ແຈ້ງການອອກທາງ ສື່ມວນຊົນ. 3. ກໍລະນີບໍ່ຖືບັນຊີຕາມກົດໝາຍກໍານົດໄວ້,ບໍ່ຍອມໃຫ້ເເຈົ້າ ໜ້າທີ່ກວດກາ,ບໍ່ແຈ້ງເສຍອາກອນ,ບໍ່ສະເໜີເອກະສານການບັນຊີປະຈໍາ ປີຕາມທີ່ກົດໝາຍສະບັບນີ້ໄດ້ກໍານົດໄວ້ຫຼືບໍ່ໃຫ້ຄໍາຕອບຕາມກໍານົດເວລາ ແກ່ລັດຖະການສ່ວຍສາອາກອນທີ່ສະເໜີໃຫ້ສະແດງຫຼັກຖານ,ຄໍາອະທິ ບາຍ,ຂໍ້ມູນ,ຂ່າວສານຕ່າງໆກ່ຽວກັບການຄິດໄລ່ອາກອນຈະຖືກປະຕິບັດ ມາດຕະການທັງສາມຢ່າງດັ່ງນີ້: - ຕ້ອງເສຍອາກອນແບບກໍານົດຕາມທີ່ບົ່ງໄວ້ໃນ ມາດຕາ 82 ຂອງກົດໝາຍສະບັບນີ້; - ຕ້ອງເສຍອາກອນເພີ່ມຫ້າສິບສ່ວນຮ້ອຍຂອງຈໍານວນອາ ກອນທີ່ຄິດໄລ່ໃຫ້ເສຍ; - ຕ້ອງເສຍຄ່າປັບໃໝຕາມລະບຽບການບັນຊີວິສາຫະກິດ; ຫາກກະທໍາຜິດຄັ້ງທີສອງນອກຈາກຈະຕ້ອງເສຍອາກອນ ແບບກໍານົດແລ້ວຕ້ອງ: - ເສຍອາກອນເພີ່ມຮ້ອຍສ່ວນຮ້ອຍຂອງຈໍານວນອາກອນທີ່ ຄິດໄລ່ໃຫ້ເສຍ; - ເສຍຄ່າປັບໃໝຕາມລະບຽບການບັນຊີວິສາຫະກິດ; - ໃຫ້ຢຸດເຊົາກິດຈະການເລີຍທັງຈະໄດ້ແຈ້ງການອອກທາງ ສື່ມວນຊົນ. 4. ກໍລະນີມອບອາກອນຊັກຊ້າພາຍຫຼັງທີ່ໄດ້ຮັບໃບສັ່ງມອບ ອາກອນແລ້ວຈະຖືກ: - ປັບໃໝຫ້າສ່ວນຮ້ອຍຂອງຈໍານວນອາກອນທີ່ຕ້ອງເສຍຕໍ່ ການອອກໃບເລັ່ງທວງຄັ້ງທີໜຶ່ງ,ສິບສ່ວນຮ້ອຍຕໍ່ການອອກໃບເລັ່ງທວງ ຄັ້ງທີສອງແລະສິບຫ້າສ່ວນຮ້ອຍຕໍ່ການອອກໃບເລັ່ງທວງຄັ້ງທີສາມ.ສໍາ ລັບການອອກໃບເລັ່ງທວງແຕ່ລະຄັ້ງນັ້ນຕ້ອງໃຫ້ກໍານົດເວລາມອບອາ ກອນພາຍໃນສິບວັນ; - ຢຸດເຊົາກິດຈະການແລະຖອນໃບທະບຽນວິສາຫະກິດ,ໃບ ທະບຽນອາກອນໄວ້ເປັນການຊົ່ວຄາວໃນກໍານົດໜຶ່ງເດືອນຫາກບໍ່ມາ ມອບອາກອນຫຼັງຈາກໝົດກໍານົດໃບເລັ່ງທວງຄັ້ງທີສາມ. ໃນເວລາຢຸດເຊົາກິດຈະການນັ້ນລັດຖະການສ່ວຍສາອາ ກອນຕ້ອງປະກອບຄະນະກໍາມະການເພື່ອລົງໄປອາຍັດຊັບຂອງຜູ້ເສຍ ອາກອນໄວ້.ການອາຍັດຊັບນັ້ນຕ້ອງໄດ້ຮັບການເຫັນດີຈາກສານ.ຄະນະ ກໍາມະການດັ່ງກ່າວປະກອບດ້ວຍ: - ເຈົ້າໜ້າທີ່ສ່ວຍສາອາກອນ; - ຜູ້ກວດສອບບັນຊີ; - ເຈົ້າໜ້າທີ່ການຄ້າ; - ເຈົ້າໜ້າທີ່ຕໍາຫຼວດ; - ເຈົ້າໜ້າທີ່ພາກສ່ວນອື່ນໆທີ່ກ່ຽວຂ້ອງ. ເມື່ອໝົດກໍານົດໜຶ່ງເດືອນແລ້ວຖ້າຜູ້ເສຍອາກອນຍັງບໍ່ມອບ ອາກອນໃຫ້ຢຸດເຊົາກິດຈະການແລະຖອນໃບທະບຽນວິສາຫະກິດ,ໃບທະ ບຽນອາກອນຢ່າງຖາວອນແລະພ້ອມກັນນັ້ນໃຫ້ປະກອບສໍານວນຮ້ອງ ຟ້ອງຕໍ່ສານເພື່ອດໍາເນີນຄະດີຕາມກົດໝາຍ. ຖ້າວ່າຜູ້ເສຍອາກອນຫາກໃຊ້ວາຈາຫຍາບຄາຍ,ທ້າທາຍ, ຂົ່ມຂູ່,ຂັດຂວາງຫຼືມີພຶດຕິກໍາອື່ນໆທີ່ເປັນການກະທໍາຜິດທາງອາຍາແລ້ວ ຜູ້ກ່ຽວຈະຖືກດໍາເນີນຄະດີຕາມກົດໝາຍ. ໃນລະຫວ່າງຢຸດເຊົາກິດຈະການ,ອາຍັດຊັບຫຼືພິຈາລະນາຄະ ດີຢູ່ສານນັ້ນຫາກຜູ້ເສຍອາກອນໄດ້ຊໍາລະອາກອນແລະຄ່າປັບໃໝທີ່ຄ້າງ ມອບຢ່າງຄົບຖ້ວນແລ້ວລັດຖະການສ່ວຍສາອາກອນມີສິດຍົກເລີກການ ຢຸດເຊົາກິດຈະການ,ການອາຍັດຊັບຫຼືສະເໜີຖອນຄໍາຮ້ອງຟ້ອງຕໍ່ສານ ອັນຈະເຮັດໃຫ້ການດໍາເນີນຄະດີຕໍ່ຜູ້ເສຍອາກອນສິ້ນສຸດລົງ.

...ມາດຕາ 84 ການພິຈາລະນາຄໍາສະເໜີກ່ຽວກັບການຄິດໄລ່ອາກອນ

ມາດຕາ 84 ການພິຈາລະນາຄໍາສະເໜີກ່ຽວກັບການຄິດໄລ່ອາກອນ ລັດຖະການສ່ວຍສາອາກອນມີໜ້າທີ່ພິຈາລະນາຄໍາສະເໜີ ຂອງຜູ້ເສຍອາກອນກ່ຽວກັບການຄິດໄລ່ອາກອນແລະໃຫ້ຄໍາຕອບແກ່ ຜູ້ກ່ຽວພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ໄດ້ຮັບຄໍາສະເໜີເປັນຕົ້ນ ໄປ.ໃນການພິຈາລະນາຄໍາສະເໜີນັ້ນຖ້າຫາກເຫັນວ່າຜູ້ເສຍອາກອນມີ ເຫດຜົນພຽງພໍເນື່ອງຈາກວ່າມີເອກະສານຄົບຖ້ວນທີ່ສາມາດຢັ້ງຢືນໄດ້ ລັດຖະການສ່ວຍສາອາກອນຈະດັດແກ້ຈໍານວນອາກອນທີ່ຄິດໄລ່ບໍ່ຖືກ ຕ້ອງນັ້ນຫຼືແກ້ໄຂດ້ວຍວິທີການທົດແທນອາກອນຕາມທີ່ບົ່ງໄວ້ໃນ ມາດ ຕາ 80 ຂອງກົດໝາຍສະບັບນີ້. ໃນກໍລະນີຜູ້ເສຍອາກອນຫາກບໍ່ເຫັນດີນໍາການແກ້ໄຂຂອງ ລັດຖະການສ່ວຍສາອາກອນຂັ້ນຕົນຂຶ້ນກັບແລະສະເໜີໃຫ້ລັດຖະການ ສ່ວຍສາອາກອນຂັ້ນເທິງຖັດນັ້ນແລ້ວລັດຖະການສ່ວຍສາອາກອນທີ່ໄດ້ ຮັບຄໍາສະເໜີນັ້ນຕ້ອງໄດ້ພິຈາລະນາ,ແກ້ໄຂພາຍໃນກໍານົດເວລາສາມ ສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າລັດຖະການສ່ວຍສາ ອາກອນດັ່ງກ່າວຫາກບໍ່ແກ້ໄຂຫຼືແກ້ໄຂບໍ່ຖືກຕ້ອງຕາມລະບຽບກົດໝາຍ ຜູ້ເສຍອາກອນມີສິດຮ້ອງຟ້ອງຕໍ່ສານປະຊາຊົນ.

...ມາດຕາ 85 ການລົບລ້າງອາກອນທີ່ບໍ່ສາມາດເກັບໄດ້

ມາດຕາ 85 ການລົບລ້າງອາກອນທີ່ບໍ່ສາມາດເກັບໄດ້ ໃນແຕ່ລະປີລັດຖະການສ່ວຍສາອາກອນມີໜ້າທີ່ເຮັດບັນຊີ ລວບລວມໃບອາກອນທີ່ນໍາເກັບບໍ່ໄດ້ໃນປີຜ່ານມເນື່ອງຈາກມີເຫດຜົນຈໍາ ເປັນເຊັ່ນ:ຜູ້ເສຍອາກອນຫາຍສາບສູນຫຼືເສຍຊີວິດໂດຍບໍ່ມີຊັບສິນເຫຼືອ ໄວ້ແລ້ວລາຍງານຕໍ່ຫົວໜ້າກົມສ່ວຍສາອາກອນໂດຍຜ່ານອົງການປົກ ຄອງທ້ອງຖິ່ນເພື່ອນໍາສະເໜີຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ ລົບລ້າງຕາມທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

..ພາກທີ 9 ການຈັດຕັ້ງແລະການເຄື່ອນໄຫວວຽກງານສ່ວຍສາອາກອນ


...ໝວດທີ 1 ການຈັດຕັ້ງສ່ວຍສາອາກອນ


....ມາດຕາ 86 ທີ່ຕັ້ງແລະພາລະບົດບາດ

ມາດຕາ 86 ທີ່ຕັ້ງແລະພາລະບົດບາດ ລັດຖະການສ່ວຍສາອາກອນເປັນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະ ຊວງການເງິນມີພາລະບົດບາດໃນການຄຸ້ມຄອງ,ກວດກາແຫຼ່ງລາຍຮັບ ຕ່າງໆແລະຈັດຕັ້ງເກັບອາກອນໃນທົ່ວປະເທດເຂົ້າງົບປະມານແຫ່ງລັດ ຢ່າງລວມສູນຕາມຂະແໜງການວິຊາສະເພາະສາຍຕັ້ງ.

....ມາດຕາ 87 ໂຄງປະກອບການຈັດຕັ້ງ

ມາດຕາ 87 ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງລັດຖະການສ່ວຍສາອາກອນມີ ດັ່ງນີ້: - ຂັ້ນສູນກາງ:ກົມສ່ວຍສາອາກອນ; - ຂັ້ນແຂວງ:ຫ້ອງການສ່ວຍສາອາກອນ; - ຂັ້ນເມືອງ:ໜ່ວຍງານສ່ວຍສາອາກອນ.

....ມາດຕາ 88 ສິດແລະໜ້າທີ່ຂອງລັດຖະການສ່ວຍສາອາກອນ

ມາດຕາ 88 ສິດແລະໜ້າທີ່ຂອງລັດຖະການສ່ວຍສາອາກອນ ລັດຖະການສ່ວຍສາອາກອນແຕ່ລະຂັ້ນມີສິດແລະໜ້າທີ່ດັ່ງ ນີ້: 1. ກົມສ່ວຍສາອາກອນ: - ຄົນຄວ້າແຜນຍຸດທະສາດ,ແຜນການ,ນະໂຍບາຍ,ລະບຽບ ກົດໝາຍ,ກົນໄກຄຸ້ມຄອງວຽກງານສ່ວຍສາອາກອນເພື່ອສະເໜີຂັ້ນເທິງ ພິຈາລະນາ; - ຊີ້ນໍາ,ນໍາພາແລະຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສ່ວຍ ສາອາກອນຢ່າງເປັນເອກະພາບໃນທົ່ວປະເທດເພື່ອຮັບປະກັນເກັບອາ ກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ,ຄົບຖ້ວນແລະທັນຕາມກໍານົດ ເວລາ; - ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍ ສ່ວຍສາອາກອນເພື່ອຍົກສຸ້ງຄວາມຮັບຮູ້,ຄວາມຕື່ນຕົວໃນການປະຕິບັດ ກົດໝາຍດັ່ງກ່າວຂອງຜູ້ເສຍອາກອນ,ເຮັດໃຫ້ທຸກຄົນ,ທຸກການຈັດຕັ້ງຢູ່ ໃນສັງຄົມເຂົ້າໃຈໄດ້ທາດແທ້ອັນດີງາມແລະຜົນປະໂຫຍດຂອງສ່ວຍສາ ອາກອນ,ຈາກນັ້ນເພື່ອໃຫ້ເຂົາເຈົ້າຊ່ວຍໜູນຢ່າງຕັ້ງໜ້າໃຫ້ແກ່ວຽກ ງານສ່ວຍສາອາກອນແລະສະໜອງການບໍລິການ,ຊ່ວຍເຫຼືອໃຫ້ແກ່ຜູ້ ເສຍອາກອນ; - ກວດກາ,ກວດການກ່ຽວກັບການແຈ້ງ,ການຍົກເວັ້ນ, ການຄິດໄລ່,ການຊໍາລະແລະການປະຕິບັດນະໂຍບາຍອາກອນຕໍ່ການ ຈັດຕັ້ງ,ບຸກຄົນທີ່ເສຍອາກອນແລະຕໍ່ການຈັດຕັ້ງທີ່ໄດ້ຮັບມອບໝາຍໃຫ້ ເກັບອາກອນ,ພ້ອມທັງປະຕິບັດຕາມມາດຕະການຕໍ່ຜູ້ລະເມີດດ້ານບໍລິ ຫານກ່ຽວກັບອາກອນແລະແກ້ໄຂຄໍາສະເໜີຂອງປະຊາຊົນກ່ຽວກັບອາ ກອນຕາມລະບຽບກົດໝາຍ; - ທວງໃຫ້ຜູ້ເສຍອາກອນລວມທັງອົງການສິນເຊື່ອ,ການຈັດ ຕັ້ງແລະບຸກຄົນທີ່ກ່ຽວຂ້ອງອື່ນສະໜອງບັນຊີ,ໃບເກັບເງິນ,ຂໍ້ມູນ,ຂ່າວ ສານແລະເອກະສານອື່ນໆທີ່ພົວພັນເຖິງການຄິດໄລ່ແລະການເສຍອາ ກອນ;ປະຕິບັດມາດຕະການຕໍ່ການຈັດຕັ້ງ,ບຸກຄົນທີ່ບໍ່ປະຕິບັດພັນທະກ່ຽວ ກັບການສະໜອງເອກະສານຫຼືບໍ່ໃຫ້ການຮ່ວມມືໃນການເກັບອາກອນ ແລະຄ່າທໍານຽມຕ່າງໆ; - ສ້າງແລະປະຕິບັດແຜນການບໍລຸງ,ກໍ່ສ້າງ,ຈັດວາງ,ແຕ່ງ ຕັ້ງ,ຍົກຍ້າຍ,ສັບຊ້ອນໝຸນວຽນພະນັກງານຕາມການເຫັນດີຂອງຂັ້ນເທິງ ແລະປະຕິບັດນະໂຍບາຍຍ້ອງຍໍ,ເລື່ອນຊັ້ນ,ເລື່ອນຂັ້ນຫຼືປະຕິບັດວິໄນພະ ນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນບົນພື້ນຖານປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ; - ຈັດຕັ້ງຄຸ້ມຄອງ,ນໍາໃຊ້ເຕັກໂນໂລຊີ,ຂ່າວສານແລະຫັນ ເປັນທັນສະໄໝໃນການເຄື່ອນໄຫວວຽກງານສ່ວຍສາອາກອນ; - ສະຫຼຸບ,ປະເມີນຜົນແລະລາຍງານລັດຖະມົນຕີວ່າການກະ ຊວງການເງິນກ່ຽວກັບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ໃນຂອບເຂດທົ່ວປະເທດ; - ພົວພັນຮ່ວມມືກັບສາກົນກ່ຽວກັບວຽກງານສ່ວຍສາອາ ກອນຕາມການມອບໝາຍຂອງຂັ້ນເທິງ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. 2. ຫ້ອງການສ່ວຍສາອາກອນ: - ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສ່ວຍສາອາກອນຢ່າງ ເປັນເອກະພາບຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນ ເກັບອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ,ຄົບຖ້ວນແລະທັນຕາມ ກໍານົດເວລາ; - ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍ ສ່ວຍສາອາກອນເພື່ອຍົກສູງຄວາມຮັບຮູ້,ຄວາມຕື່ນຕົວໃນການປະຕິບັດ ກົດໝາຍດັ່ງກ່າວຂອງຜູ້ເສຍອາກອນ,ເຮັດໃຫ້ທຸກຄົນ,ທຸກການຈັດຕັ້ງຢູ່ ໃນສັງຄົມເຂົ້າໃຈໄດ້ທາດແທ້ອັນດີງາມແລະຜົນປະໂຫຍດຂອງສ່ວຍສາ ອາກອນ,ຈາກນັ້ນເພື່ອໃຫ້ເຂົາເຈົ້າຊ່ວໜູນຢ່າງຕັ້ງໜ້າໃຫ້ແກ່ວຽກງານ ສ່ວຍສາອາກອນແລະສະໜອງການບໍລິການ,ຊ່ວຍເຫຼືອໃຫ້ແກ່ຜູ້ເສຍອາ ກອນ; - ກວດກາ,ກວດການກ່ຽວກັບການແຈ້ງ,ການຍົກເວັ້ນ,ການ ຄິດໄລ່,ການຊໍາລະແລະການປະຕິບັດນະໂຍບາຍອາກອນຕໍ່ການຈັດຕັ້ງ, ບຸກຄົນທີ່ເສຍອາກອນແລະຕໍ່ການຈັດຕັ້ງທີ່ໄດ້ຮັບມອບໝາຍໃຫ້ເກັບອາ ກອນ,ພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດດ້ານບໍລິຫານກ່ຽວກັບອາ ກອນແລະແກ້ໄຂຄໍາສະເໜີຂອງປະຊາຊົນກ່ຽວກັບອາກອນຕາມລະບຽບ ກົດໝາຍ; - ທວງໃຫ້ຜູ້ເສຍອາກອນລວມທັງອົງການສິນເຊື່ອ,ການຈັດ ຕັ້ງແລະບຸກຄົນທີ່ກ່ຽວຂ້ອງອື່ນສະໜອງບັນຊີ,ໃບເກັບເງິນ,ຂໍ້ມູນ,ຂ່າວ ສານແລະເອກະສານອື່ນໆທີ່ພົວພັນເຖິງການຄິດໄລ່ແລະການເສຍອາ ກອນ;ປະຕິບັດມາດຕະການຈັດຕັ້ງ,ບຸກຄົນທີ່ບໍ່ປະຕິບັດພັນທະກ່ຽວກັບ ການສະໜອງເອກະສານຫຼືບໍ່ໃຫ້ການຮ່ວມມືໃນການເກັບອາກອນແລະຄ່າ ທໍານຽມຕ່າງໆ; - ຈັດຕັ້ງຄຸ້ມຄອງ,ນໍາໃຊ້ເຕັກໂນໂລຊີ,ຂ່າວສານແລະຫັນ ເປັນທັນສະໄໝໃນການເຄື່ອນໄຫວວຽກງານສ່ວຍສາອາກອນ; - ຕິດຕາມກວດກາ,ປະເມີນຜົນແລະລາຍງານເຈົ້າແຂວງ, ເຈົ້າຄອງນະຄອນຫຼືຫົວໜ້າເຂດພິເສດແລະກົມສ່ວຍສາອາກອນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນທ້ອງຖິ່ນຂອງຕົນ; - ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກັບການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງຕົນ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. 3. ໜ່ວຍງານສ່ວຍສາອາກອນ: - ຈັດຕັ້ງປະຕິບັດແຜນການ,ນະໂຍບາຍແລະກົນໄກຄຸ້ມຄອງ ວຽກງານສ່ວຍສາອາກອນຢູ່ທ້ອງຖິ່ນຂອງຕົນ; - ສ້າງແຜນການ,ຄິດໄລ່ແລະເກັບອາກອນ,ຄ່າທໍານຽມ ແລະຄ່າບໍລິການຕ່າງໆໂດຍການຂຶ້ນບັນຊີຫົວໜ່ວຍທຸລະກິດ; - ແນະນໍາ,ຄຸ້ມຄອງການເກັບອາກອນ,ຄ່າທໍານຽມແລະຄ່າ ບໍລິການຕ່າງໆນັບທັງການກໍານົດການເສຍອາກອນໃຫ້ແກ່ບຸກຄົນທີ່ຖືບັນ ຊີແບບປະຖົມພື້ນຖານຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; - ໂຄສະນາ,ເຜີຍແຜ່ລະບຽບກົດໝາຍສ່ວຍສາອາກອນແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ; - ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະ ຕິບັດວຽກງານສ່ວຍສາອາກອນ; - ຕິດຕາມ,ກວດກາ,ປະເມີນຜົນແລະລາຍງານເຈົ້າເມືອງ ແລະຫ້ອງການສ່ວຍສາອາກອນຂັ້ນແຂວງກ່ຽວກັບການຈັດຕັ້ງປະຕິບັດ ວຽກງານສ່ວຍສາອາກອນໃນທ້ອງຖິ່ນຂອງຕົນ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 89 ໂຄງປະກອບບຸກຄະລາກອນ

ມາດຕາ 89 ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງລັດຖະການສ່ວຍສາອາ ກອນມີດັ່ງນີ້: - ຫົວໜ້າກົມ,ຮອງຫົວໜ້າກົມ; - ຫົວໜ້າຫ້ອງ,ຮອງຫົວໜ້າຫ້ອງຂັ້ນແຂວງ; - ຫົວໜ້າໜ່ວຍງານ,ຮອງຫົວໜ້າໜ່ວຍງານຂັ້ນເມືອງ. ນອກຈາກນີ້ຍັງມີພະນັກງານວິຊາການແລະພະນັກງານຊ່ວຍ ວຽກ. ສໍາລັບການແຕ່ງຕັ້ງຫຼືປົດຕໍາແໜ່ງບຸກຄະລາກອນແຕ່ລະຂັ້ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍລັດຖະບານ,ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນແລະລະບຽບການຕ່າງໆທີ່ລັດຖະບານກໍານົດ.

....ມາດຕາ 90 ມາດຕະຖານຂອງພະນັກງານສ່ວຍສາອາກອນ

ມາດຕາ 90 ມາດຕະຖານຂອງພະນັກງານສ່ວຍສາອາກອນ ພະນັກງານສ່ວຍສາອາກອນຕ້ອງມີຊີວະປະຫວັດຈະແຈ້ງ,ມີ ຄວາມຈົງຮັກພັກດີແລະເປັນເອກະພາບກັບແນວທາງນະໂຍບາຍຂອງ ພັກແລະລະບຽບກົດໝາຍຂອງລັດ,ມີຄຸນສົມບັດດີ,ມີຄວາມສັດຊື່ບໍລິສຸດ, ມີຄວາມຍຸຕິທໍາ,ບໍ່ເຄີຍຍັກຍອກ,ສໍ້ໂກງ,ລັກໂລບ,ມີສະຕິຕໍ່ການຈັດຕັ້ງ,ຕໍ່ ຄະນະ,ຕໍ່ລະບຽບວິໄນ,ມີຄວາມສາມັກຄີ,ເປັນຄົນດຸໝັ່ນ,ມີແບບແຜນດໍາ ລົງຊີວິດທີ່ດີ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ,ມັກຄົ້ນຄ້ວາຮໍ່າ ຮຽນ,ມີສຸຂະພາບແຂັງແຮງດີ,ມີຄວາມຮູ້ຄວາມສາມາດທາງດ້ານວິຊາ ສະເພາະສ່ວຍສາອາກອນໃນລະດັບອັນແນ່ນອນແລະຮູ້ລະບຽບົດໝາຍທີ່ ກ່ຽວຂ້ອງ.

....ມາດຕາ 91 ການຮັກສາຄວາມລັບທາງລັດຖະການ

ມາດຕາ 91 ການຮັກສາຄວາມລັບທາງລັດຖະການ ພະນັກງານສ່ວຍສາອາກອນທີ່ປະຕິບັດໜ້າທີ່ຫຼືຖືກແຕ່ງຕັ້ງ ໃຫ້ປະກອບສ່ວນດໍາເນີນຄະດີໃດໜຶ່ງຕ້ອງຮັກສາຄວາມລັບທາງລັດຖະ ການຢ່າງເຂັ້ມງວດ.

...ໝວດທີ 2 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສ່ວຍສາອາກອນ


....ມາດຕາ 92 ສິດຂອງເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 92 ສິດຂອງເຈົ້າໜ້າທີ່ສ່ວຍສາອາກອນ ເຈົ້າໜ້າທີ່ສ່ວຍສາອາກອນມີສິດດັ່ງນີ້: 1. ໄດ້ຮັບຄວາມຊ່ວຍເຫຼືອແລະອໍານວຍຄວາມສະດວກຈາກ ອົງການຈັດຕັ້ງຂອງລັດ,ອໍານາດການປົກຄອງທຸກຂັ້ນ,ກໍາລັງປະກອບ ອາວຸດແລະບຸກຄົນອື່ນໆໃນເມື່ອມີຄວາມຈໍາເປັນຫຼືມີການຮ້ອງຂໍຈາກ ລັດຖະການສ່ວຍສາອາກອນ; 2. ພົວພັນເອົາຂໍ້ມູນຕ່າງໆທີ່ພົວພັນກັບວຽກງານສ່ວຍສາອາ ກອນນໍາການຈັດຕັ້ງ,ວິສາຫະກິດຫຼືບຸກຄົນທີ່ກ່ຽວຂ້ອງ; 3. ທວງໃຫ້ການຈັດຕັ້ງ,ບຸກຄົນຫຼືນິຕິບຸກຄົນທີ່ກ່ຽວຂ້ອງແຈ້ງ ເອກະສານບັນຊີ,ຂໍ້ມູນຂ່າວສານຕ່າງໆ; 4. ກວດກາບັນຊີຕາມເອກະສານຂອງຜູ້ເສຍອາກອນຢູ່ກັບສໍາ ນັກງານສ່ວຍສາອາກອນ,ກວດກາບັນຊີກັບທີ່ຢູ່ສໍານັກງານວິສາຫະ ກິດແລະກວດກາບັນຊີແບບກະທັນຫັນ; 5. ກວດກາຕົວຈິງຢູ່ສະຖານທີ່ກ່ຽວຂ້ອງ:ສິນຄ້າເຄື່ອງຂອງ ຢູ່ໃນສາງ,ການເຄື່ອນຍ້າຍສິນຄ້າເຄື່ອງຂອງຢູ່ພາຍໃນປະເທດ; 6. ປະຕິບັດສິດອື່ນໆຕາມທີ່ໄດ້ຮັບມອບໝາຍ.

....ມາດຕາ 93 ໜ້າທີ່ຂອງເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 93 ໜ້າທີ່ຂອງເຈົ້າໜ້າທີ່ສ່ວຍສາອາກອນ ເຈົ້າໜ້າທີ່ສ່ວຍສາອາກອນມີໜ້າທີ່ດັ່ງນີ້: 1. ປະຕິບັດກົດໝາຍວ່າດ້ວຍສ່ວຍສາອາກອນ,ກົດໝາຍອື່ນໆ ,ມະຕິຄໍາສັ່ງແລະລະບຽບການອື່ນຢ່າງເຂັ້ມງວດເພື່ອຮັບປະກັນເກັບ ອາກອນໃຫ້ໄດ້ຢ່າງຖືກຕ້ອງ,ຄົບຖ້ວນແລະທັນຕາມກໍານົດເວລາ; 2. ແນະນໍາ,ຊີ້ແຈງອະທິບາຍກົດໝາຍວ່າດ້ວຍສ່ວຍສາອາ ກອນແລະລະບຽບການອື່ນໆໃຫ້ແກ່ຜູ້ເສຍອາກອນລວມທັງການຈັດ ຕັ້ງແລະບຸກຄົນຢູ່ໃນສັງຄົມແນໃສ່ຍົກສູງຄວາມຮັບຮູ້,ຄວາມເຂົ້າໃຈ ເຖິງທາດແທ້ອັນດີງາມແລະຜົນປະໂຫຍດຂອງສ່ວຍສາອາກອນເພື່ອ ຕື່ນຕົວເສຍອາກອນ; 3. ກວດກາ,ກວດການການແຈ້ງ,ການຍົກເວັ້ນ,ການຫຼຸດຜ່ອນ ,ການມອບ,ການຄິດໄລ່ອາກອນແລະໜີ້ຄ້າງມອບ; 4. ປົກປັກຮັກສາເອກະສານ,ວັດຖຸສິ່ງຂອງແລະຄວາມລັບ ທາງລັດຖະການ; 5. ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ຮັບມອບໝາຍ.

....ມາດຕາ 94 ເຄື່ອງແບບແລະກາໝາຍ

ມາດຕາ 94 ເຄື່ອງແບບແລະກາໝາຍ ລັດຖະການສ່ວຍສາອາກອນມີເຄື່ອງແບບແລະກາໝາຍສະ ເພາະຂອງຕົນ.ໃນເວລາປະຕິບັດໜ້າທີ່ພະນັກງານສ່ວຍສາອາກອນ ຕ້ອງນຸ່ງເຄື່ອງແບບ,ຕິດກາໝາຍສະເພາະແລະຖືບັດປະຈໍາໜ້າທີ່ຊຶ່ງ ໄດ້ຮັບການອະນຸມັດຈາກລັດຖະບານ.

..ພາກທີ 10 ການຄຸ້ມຄອງແລະກວດກາວຽກງານສ່ວຍສາອາກອນ


...ໝວດທີ 1 ການຄຸ້ມຄອງວຽກງານສ່ວຍສາອາກອນ


....ມາດຕາ 95 ອົງການຄຸ້ມຄອງຽກງານສ່ວຍສາອາກອນ

ມາດຕາ 95 ອົງການຄຸ້ມຄອງຽກງານສ່ວຍສາອາກອນ ອົງການຄຸ້ມຄອງວຽກງານສ່ວຍສາອາກອນປະກອບດ້ວຍ: - ກະຊວງການເງິນ; - ພະແນກການເງິນຂັ້ນແຂວງ; - ຫ້ອງການການເງິນຂັ້ນເມືອງ. ....ມາດຕາ 96 ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາ 96 ສິດແລະໜ້າທີ່ຂອງກະຊວງການເງິນ ກະຊວງການເງິນມີສິດແລະໜ້າທີ່ໃນການຄຸ້ມຄອງວຽກງານ ສ່ວຍສາອາກອນດັ່ງນີ້: - ຄົ້ນຄວ້າແຜນຍຸດທະສາດ,ແຜນນະໂຍບາຍ,ນະໂຍບາຍ,ລະ ບຽບກົດໝາຍແລະແຜນການກ່ຽວກັບວຽກງານສ່ວຍສາອາກອນ ເພື່ອສະເໜີລັດຖະບານພິຈາລະນາ; - ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງ ການກ່ຽວກັບສ່ວຍສາອາກອນ; - ຊີ້ນໍາ,ຕິດຕາມ,ກວດກາການປະຕິບັດແຜນການເກັບລາຍ ຮັບສ່ວຍສາອາກອນທົ່ວປະເທດ; - ໂຄສະນາ,ເຜີຍແຜ່ນະໂຍບາຍລະບຽບກົດໝາຍສ່ວຍສາອາ ກອນແລະກົດໝາຍອື່ນໆທີ່ກ່ຽວຂ້ອງ; - ປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນຊີ້ນໍາ,ຕິດຕາມ,ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍສ່ວຍສາອາກອນ; - ຄົ້ນຄວ້າ,ແນະນໍາຂະແໜງສ່ວຍສາອາກອນຂັ້ນຕ່າງໆປະຕິ ບັດລະບົບບັນຊີໃຫ້ຖືກຕ້ອງຕາມລະບຽບກົດມາຍ; - ສະຫຼຸບແລະລາຍງານໃຫ້ລັດຖະບານກ່ຽວກັບວຽກງານ ສ່ວຍສາອາກອນ; - ຍ້ອງຍໍຜູ້ທີ່ມີຜົນງານ,ປະຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດ ໝາຍ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 97 ສິດແລະໜ້າທີ່ຂອງພະແນກການເງິນຂັ້ນແຂວງ

ມາດຕາ 97 ສິດແລະໜ້າທີ່ຂອງພະແນກການເງິນຂັ້ນແຂວງ ພະແນກການເງິນຂັ້ນແຂວງມີສິດແລະໜ້າທີ່ໃນການຄຸ້ມຄອງ ວຽກງານສ່ວຍສາອາກອນດັ່ງນີ້: - ຊີ້ນໍາ,ແນະນໍາພະນັກງານສ່ວຍສາອາກອນຂັ້ນແຂວງແລະ ຂັ້ນເມືອງໃນການຄຸ້ມຄອງເກັບອາກອນ,ຄ່າທໍານຽມແລະຄ່າບໍລິການ ຕ່າງໆເຂົ້າງົບປະມານແຫ່ງລັດຢ່າງເປັນເອກະພາບ,ຖືກຕ້ອງ,ຄົບ ຖ້ວນຕາມລະບຽບກົດໝາຍ; - ໂຄສະນາ,ເຜີຍແຜ່ນະໂຍບາຍລະບຽບກົດໝາຍສ່ວຍສາອາ ກອນແລະກົດໝາຍອື່ນໆທີ່ກ່ຽວຂ້ອງ; - ກວດກາການປະຕິບັດໜ້າທີ່ຂອງພະນັກງານສ່ວຍສາອາ ກອນ; - ແນະນໍາຂະແໜງສ່ວຍສາອາກອນໃນຂອບເຂດຄວາມຮັບ ຜິດຊອບຂອງຕົນປະຕິບັດລະບົບບັນຊີ,ສະຖິຕິແລະລະບົບລາຍງານ ລາຍຮັບສ່ວຍສາອາກອນໃຫ້ຂັ້ນເທິງຢ່າງເປັນປະຈໍາ; - ສະຫຼຸບແລະລາຍງານໃຫ້ລັດຖະມົນຕີວ່າການກະຊວງການ ເງິນ,ເຈົ້າຄອງນະຄອນ,ເຈົ້າແຂວງຫຼືຫົວໜ້າເຂດພິເສດກ່ຽວກັບ ວຽກງານສ່ວຍສາອາກອນ; - ຍ້ອງຍໍຜູ້ທີ່ມີຜົນງານ,ປະຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດ ໝາຍ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ຮັບມອບໝາຍ.

....ມາດຕາ 98 ສິດແລະໜ້າທີ່ຂອງຫ້ອງການການເງິນຂັ້ນເມືອງ

ມາດຕາ 98 ສິດແລະໜ້າທີ່ຂອງຫ້ອງການການເງິນຂັ້ນເມືອງ ຫ້ອງການການເງິນຂັ້ນເມືອງມີສິດແລະໜ້າທີ່ໃນການຄຸ້ມ ຄອງວຽກງານສ່ວຍສາອາກອນດັ່ງນີ້: - ຈັດຕັ້ງປະຕິບັດແຜນການແລະນະໂຍບາຍສວຍສາອາກອນຢູ່ ທ້ອງຖິ່ນຂອງຕົນ; - ໂຄສະນາເຜີຍແຜ່,ນະໂຍບາຍ,ລະບຽບກົດໝາຍສ່ວຍສາອາ ກອນແລະກົດໝາຍອື່ນທີ່ກ່ຽວຂ້ອງ; - ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າກໍານົດຖານ ອາກອນຂອງຫົວນ່ວຍທຸລະກິດຖືບັນຊີແບບປະຖົມພື້ນຖານ; - ຕິດຕາມ,ກວດກາ,ປະເມີນຜົນ,ລາຍງານເຈົ້າເມືອງແລະຫົວ ໜ້າພະແນກການເງິນຂັ້ນແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສ່ວຍສາອາກອນໃນທ້ອງຖິ່ນຂອງຕົນ; - ຍ້ອງຍໍຜູ້ມີຜົນງານ,ປະຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດໝາຍ; - ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ຮັບມອບໝາຍ.

...ໝວດທີ 2 ການກວດກາວຽກງານສ່ວຍສາອາກອນ


....ມາດຕາ 99 ອົງການກວດກາວຽກງານສ່ວຍສາອາກອນ

ມາດຕາ 99 ອົງການກວດກາວຽກງານສ່ວຍສາອາກອນ ອົງການກວດກາວຽກງານສ່ວຍສາອາກອນປະກອບດ້ວຍ: ອົງການກວດກາພາຍໃນແລະອົງການກວດກາພາຍນອກ. 1. ອົງການກວດກາພາຍໃນມີຄື: - ກະຊວງການເງິນ,ກົມສ່ວຍສາອາກອນ,ກົມກວດກາການເງິນ; - ພະແນກການເງິນ,ຫ້ອງການສ່ວຍສາອາກອນ,ຫ້ອງກວດກາ ການເງິນຂັ້ນແຂວງ; - ຫ້ອງການການເງິນ,ໜ່ວຍງານສ່ວຍສາອາກອນ,ໜ່ວຍງານ ກວດກາການເງິນຂັ້ນເມືອງ. 2. ອົງການກວດກາພາຍນອກມີຄື: - ອົງການກວດກາລັດ; - ອົງການກວດສອບບັນຊີແຫ່ງລັດ; ນອກຈາກອົງການທີ່ກ່າວມາຂ້າງເທິງນັ້ນອົງການປົກຄອງທ້ອງ ຖິ່ນຂັ້ນຕ່າງໆ,ອົງການແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະພາກສ່ວນທີ່ກ່ຽວຂ້ອງອື່ນໆຕ້ອງ ມີສ່ວນຮ່ວມໃນການກວດກາຕາມພາລະບົດບາດຂອງຕົນ.

....ມາດຕາ 100 ສິດ,ໜ້າທີ່ອົງການກວດກາພາຍໃນ

ມາດຕາ 100 ສິດ,ໜ້າທີ່ອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ກວດກາການຈັດຕັ້ງປະ ຕິບັດລະບຽບກົດໝາຍ,ການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບຂອງ ລັດຖະການສ່ວຍສາອາກອນແຕ່ລະຂັ້ນທີ່ຕົນຮັບຜິດຊອບເປັນຕົ້ນແມ່ນ ການສ້າງແຜນການ,ການຄິດໄລ່ແລະການຈັດເກັບລາຍຮັບສ່ວຍສາອາ ກອນ,ຄ່າທໍານຽມແລະຄ່າບໍລິການຕ່າງໆ. ລັດຖະບານກໍານົດລະບຽບການລະອຽດກ່ຽວກັບສິດ,ໜ້າທີ່ຂອງ ອົງການກວດກາພາຍໃນຕໍ່ຂະແໜງສ່ວຍສາອາກອນ.

....ມາດຕາ 101 ສິດໜ້າທີ່ອົງການກວດກາພາຍນອກ

ມາດຕາ 101 ສິດໜ້າທີ່ອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການປະຕິບັດ ພາລະບົດບາດ,ສິດ,ນ້າທີ່,ຄວາມຮັບຜິດຊອບຂອງລັດຖະການສ່ວຍສາ ອາກອນຂັ້ນຕ່າງໆຕາມຂອບເຂດສິດແລະນ້າທີ່ຂອງຕົນເພື່ອເຮັດໃຫ້ວຽກ ງານສ່ວຍສາອາກອນມີປະສິດທິພາບ,ມີຄວາມໂປ່ງໃສແລະຍຸຕິທໍາ. ....ມາດຕາ 102 ຮູບການກວດກາ

ມາດຕາ 102 ຮູບການກວດກາ ການກວດກາລັດຖະການສ່ວຍສາອາກອນປະກອບມີສາມຮູບການ ດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປ ຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງ ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາລັດຖະການສ່ວຍສາອາກອນເຈົ້າ ໜ້າທີ່ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມ ງວດ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີ 1 ນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາ 103 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 103 ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານຂອງລັດແລະບຸກຄົນອື່ນໆທີ່ໄດ້ປະກອບສ່ວນເຂົ້າໃນ ການກວດກາ,ຕິດຕາມ,ຊອກຫາ,ສະໜອງຂໍ້ມູນຂ່າວສານຕ່າງໆເຮັດໃຫ້ ສາມາດຄົ້ນພົບການຫຼີກລ້ຽງອາກອນ,ທວງເກັບອາກອນທີ່ຖືກເຊື່ອງອໍາ ມາໄດ້ແລະໄດ້ປັບໃໝຜູ້ກະທໍາຜິດຜູ້ມີຜົນງານດັ່ງກ່າວຈະໄດ້ຮັບການ ຍ້ອງຍໍຊົມເຊີຍຫຼືນະໂຍບາຍອື່ນໆຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ.

....ມາດຕາ 104 ນະໂຍບາຍຕໍ່ຜູ້ເສຍອາກອນ

ມາດຕາ 104 ນະໂຍບາຍຕໍ່ຜູ້ເສຍອາກອນ ຜູ້ເສຍອາກອນທີ່ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ,ຄົບຖ້ວນ ແລະທັນກັບເວລາທີ່ກໍານົດໄວ້ໃນກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍ ຊົມເຊີຍແລະໄດ້ຮັບຄວາມສະດວກຕ່າງໆຢ່າງເໝາະສົມໃນການເຄື່ອນ ໄຫວທຸລະກິດ.

...ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ


....ມາດຕາ 105 ມາດຕະການຕໍ່ພະນັກງານສ່ວຍສາອາກອນ

ມາດຕາ 105 ມາດຕະການຕໍ່ພະນັກງານສ່ວຍສາອາກອນ ພະນັກງານສ່ວຍສາອາກອນທີ່ກະທໍາຜິດຈະຖືກສຶກສາອົບຮົມ,ປະ ຕິບັດວິໄນຫຼືລົງໂທດສະຖານເບົາຫຼືໜັກຕາມແຕ່ລະກໍລະນີດັ່ງນີ້: ໃນກໍລະນີທີ່ມີການກະທໍາຜິດຂອງພະນັກງານສ່ວຍສາອາກອນນັ້ນ ຫາກບໍ່ສົ່ງຜົນສະທ້ອນຕໍ່ລະບຽບກົດໝາຍ,ລາຍຮັບແລະກຽດສັກສີຂອງ ລັດຖະການສ່ວຍສາອາກອນແມ່ນຈະຖືກສຶກສາອົບຮົມແລະກ່າວເຕືອນ. ໃນກໍລະນີທີ່ພະນັກງານສ່ວຍສາອາກອນໄດ້ລະເມີດລະບຽບກົດ ໝາຍເຊັ່ນການເປີດເຜີຍຄວາມລັບທາງລັດຖະການ,ການສວຍໃຊ້ໜ້າທີ່ ຕໍາແໜ່ງ,ການໃຊ້ອໍານາດເກີນຂອບເຂດ,ການສົມຮູ້ຮ່່ມຄິດກັບຜູ້ເສຍອາ ກອນ,ການປະລະໜ້າທີ່,ການເລີ່ນເລີ້ໃນການປະຕິບັດໜ້າທີ່,ການປະຕິບັດ ໜ້າທີ່ບໍ່ສໍາເລັດຕາມການມອບໝາຍໂດຍບໍ່ມີເຫດຜົນພຽງພໍ,ການປອມ ແປງໃບຮັບເງິນຫຼືເອກະສານອື່ນໆ,ການເກັບເງິນແລ້ວບໍ່ຖອກເຂົ້າຄັງ, ການຮັບສິນຈ້າງລາງວັນຫຼືການກະທໍາອື່ນໆທີ່ສ້າງຄວາມເສຍຫາຍໃຫ້ ແກ່ລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກປະຕິບັດ ວິໄນຕາມລະບຽບລັດຖະກອນຫຼືດໍາເນີນຄະດີຕາມລະບຽບກົດໝາຍ.

....ມາດຕາ 106 ມາດຕະການຕໍ່ຜູ້ເສຍອາກອນແລະບຸກຄົນອື່ນ

ມາດຕາ 106 ມາດຕະການຕໍ່ຜູ້ເສຍອາກອນແລະບຸກຄົນອື່ນ ຜູ້ເສຍອາກອນທີ່ລະເມີດກົດໝາຍວ່າດ້ວຍສ່ວຍສາອາກອນຈະຖືກ ປະຕິບັດມາດຕະການສຶກສາອົບຮົມ,ປັບໃໝຫຼືລົງໂທດທາງອາຍາຕາມ ແຕ່ກໍລະນີເບົາຫຼືໜັກດັ່ງນີ້: 1. ຜູ້ເສຍອາກອນທີ່ກະທໍາຜິດສະຖານເບົາເຊັ່ນ:ຂຶ້ນຫຼືຕໍ່ທະບຽນ ອາກອນຊັກຊ້າ,ຍື່ນໃບແຈ້ງເສຍອາກອນຊັກຊ້າ,ຖືບັນຊີບໍ່ຄົບຖ້ວນແລະບໍ່ ຖືກຕ້ອງຕາມລະບຽບການບັນຊີ,ບໍ່ຕິດສະແຕມອາກອນຈະຖືກປັບໃໝ, ກ່າວເຕືອນແລະສຶກສາອົບຮົມ. 2. ໃນກໍລະນີການລະເມີດລະບຽບກົດໝາຍທີ່ເຮັດໃຫ້ງົບປະມານ ຂອງລັດຕົກເຮ່ຍເສຍຫາຍຜູ້ເສຍອາກອນຕ້ອງໄດ້ເສຍອາກອນຄືນໃຫ້ຄົບ ຖ້ວນແລະຕ້ອງຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາ 83 ຂອງກົດໝາຍສະບັບນີ້. 3. ຜູ້ເສຍອາກອນຫາກໄດ້ກະທໍາຜິດສະຖານໜັກເຊັ່ນ:ການທໍາ ລາຍຫຼັກຖານ,ປອມແປງເອກະສານ,ສົມຮູ້ຮ່ວມຄິດໃນການປິດບັງແລະ ຊຸກເຊື່ອງການກະທໍາຜິດທີ່ພົວພັນກັບການເສຍອາກອນ,ການໃຫ້ສິນບົນ, ການທໍາຮ້າຍຮ່າງກາຍຕ້ອງຖືກດໍາເນີນຄະດີທາງອາຍາແລະທົດແທນ ຄ່າເສຍຫາຍຢ່າງຄົບຖ້ວນ. ສໍາລັບບຸກຄົນອື່ນທີ່ລະເມີດກົດໝາຍວ່າດ້ວຍສ່ວຍສາອາກອນຈະ ຖືກປະຕິບັດມາດຕະການສຶກສາອົບຮົມ,ປັບໃໝຫຼືລົງໂທດທາງອາຍາ ຕາມແຕ່ກໍລະນີເບົາຫຼືໜັກເຊັ່ນ:ບໍ່ໃຫ້ການຮ່ວມມື,ບໍ່ໃຫ້ການຊ່ວຍເຫຼືອ,ບໍ່ ສະໜອງຂໍ້ມູນ,ຂ່າວສານທີ່ຕົນເອງມີໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຕາມ ການສະເໜີຫຼືປິດບັງເຊື່ອງອໍາການກະທໍາຜິດທີ່ກໍ່ຄວາມເສຍຫາຍໃຫ້ແກ່ ຜົນປະໂຫຍດຂອງລັດ,ສັງຄົມ.

..ພາກທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 107 ການຈັດຕັ້ງປະຕິບັດ

ມາດຕາ 107 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ມີໜ້າທີ່ອອກດໍາລັດຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

...ມາດຕາ 108 ຜົນສັກສິດ

ມາດຕາ 108 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດຫຼັງຈາກສາມສິບວັນນັບແຕ່ມື້ປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍສ່ວຍສາອາກອນສະບັບ ເລກທີ 04/95/ສພຊ,ລົງວັນທີ 14 ຕຸລາ 1995; ກົດໝາຍສ່ວຍສາ ອາກອນສະບັບປັບປຸງເລກທີ 03/ສພຊ,ລົງວັນທີ 10 ເມສາ 2001 ແລະສະບັບເລກທີ 10/ສພຊ, ລົງວັນທີ 12 ຕຸລາ 2002. ທຸກຂໍ້ກໍານົດ,ກົດລະບຽບທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ