Jump to content

ກົດໝາຍວ່າດ້ວຍສິລະປະການສະແດງ 04-05-2017

From Wikisource

ສິລະປະການສະແດງ 04-05-2017

ພາກທີ1ບັດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາການຈັດຕັ້ງ,ການເຄື່ອນໄຫວວຽກງານສິລະປະການສະແດງເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີຄຸນນະພາບແລະເຂັ້ມແຂງແນໃສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການຟື້ນຟູ,ອະນຸລັກ,ພັດທະນາ,ເຜີຍແຜ່,ຊົມໃຊ້ສິລະປະວັດທະນະທໍາທີ່ມີລັກສະນະຊາດ,ກ້າວໜ້າ,ມະຫາຊົນ;ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານສິລະປະວັດທະນະທໍາສັງຄົມ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນ,ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2ສິລະປະການສະແດງ ສິລະປະການສະແດງແມ່ນການເຄື່ອນໄຫວໂຄສະນາເຜີຍແຜ່ມູນເຊື້ອສິລະປະວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່ານໍາເອົາຜະລິດຕະພັນດ້ານສິລະປະການສະແດງ,ຜົນງານໃນພາລະກິດປົກປັກຮັກສາແລະພັດທະນາປະເທດຊາດອອກສູ່ສັງຄົມ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ສິລະປະໝາຍເຖິງຄຸນຄ່າລວມຍອດແຫ່ງຄວາມງາມ,ຄວາມດີ,ທາງອາລົມຈິດ,ຄວາມຮູ້ສຶກ,ອຸດົມການ,ແນວຄິດຈິນຕະນາການ,ການເຄື່ອນໄຫວຂອງຄົນ,ຄຸນສົມບັດ,ສິນທໍາ,ແບບແຜນການດໍາລົງຊີວິດ; 2.ສິລະປະວັດທະນະທໍາໝາຍເຖິງບັນດາປະເພດສິລະປະການສະແດງທີ່ເປັນເອກະລັກທາງດ້ານວັດທະນະທໍາອັນດີງາມຂອງຊາດ; 3.ອຸປະກອນປະກອບການສະແດງໝາຍເຖິງເຄື່ອງນຸ່ງຖື,ເຄື່ອງເອ້ຢ້ອງປະດັບປະດາ,ເຕັກນິກ,ແສງ,ສີ,ສຽງແລະອື່ນໆ;

4.ຜະລິດຕະພັນສີລະປະການສະແດງໝາຍເຖິງໝາກຜົນຂອງການຄົ້ນຄິດປະດິດແຕ່ງ,ຜົນງານການສະແດງທີ່ສ້າງສັນທີ່ໄດ້ສະແດງແລະບັນທຶກເຂົ້າໃນລະບົບອຸປະກອນເອເລັກໂຕຼນິກ; 5.ຜູ້ຜະລິດສິລະປະການສະແດງໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຜະລິດ,ກໍາກັບ,ສະແດງສ້າງສັນຜົນງານສິລະປະການສະແດງເຊັ່ນນັກປະດິດແຕ່ງ,ນັກກໍາກັບ,ນັກສະແດງ,ຜູ້ລົງທຶນ; 6.ການບັນທຶກສຽງແລະພາບໝາຍເຖິງການບັນທຶກຜົນງານ,ບົດປະພັນແລະການສະແດງຂອງສິລະປະຂະແໜງຕ່າງໆເຂົ້າໃນອຸປະກອນເອເລັກໂຕຼນິກ; 7.ເດຊີເບວ(Decibel)ໝາຍເຖິງຫົວໜ່ວຍວັດແທກຄວາມດັງຂອງສຽງ; 8.ຜູ້ຈໍາໜ່າຍໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນສິລະປະການສະແດງ; 9.ຜູ້ນໍາໃຊ້ສິລະປະການສະແດງໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາເອົາບົດປະພັນ,ຜະລິດຕະພັນສີລະປະການສະແດງໄປເຄື່ອນໄຫວສະແດງ,ປະກອບກິດຈະການຫຼືໂຄສະນາເຜີຍແຜ່ດ້ານວັດທະນະທໍາແລະສີລະປະການສະແດງ; 10.ສີລະປະທີ່ເປັນພິດໄພໝາຍເຖິງສິລະປະທີ່ມີເນື້ອໃນໂຄສະນາບິດເບືອນ,ໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍ,ກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດ; 11.ສິລະປະລາມົກອະນາຈານໝາຍເຖິງບົດປະພັນ,ການສະແດງແລະຜະລິດຕະພັນທີ່ມີລັກສະນະສົ່ງເສີມການໃຊ້ວາຈາບໍ່ສຸພາບຫຍາບຄາຍ,ໂປ້ເປືອຍ,ອວດໂສມທີ່ເປັນການກະຕຸ້ນອາລົມທາງເທດ; 12.ສິລະປະຊອດກະຈາໝາຍເຖິງບົດປະພັນ,ການສະແດງສິລະປະປະເພດຕ່າງໆທີ່ມີລັກສະນະສັບສົນປົນເປ,ຕາບຈູນຊຶ່ງບໍ່ຮູ້ທີ່ມຂອງສິລະປະນັ້ນ; 13.ເຈົ້າໜ້າທີ່ສີລະປະການສະແດງໝາຍເຖິງພະນັກງານລັດຖະກອນທີ່ເຮັດວຽກຄຸ້ມຄອງສິລະປະການສະແດງທຸກຂັ້ນທັງສູນກາງແລະທ້ອງຖິ່ນ; 14.ສໍ້ໂກງເອົາລິຂະສິດໝາຍເຖິງການນໍາໃຊ້ເລ່ລ່ຽມຕົວະຍົວະຫຼອກລວງເພື່ອເຮັດໃຫ້ຜູ້ອື່ນມອບສິດທາງດ້ານຜົນງານການປະດິດແຕ່ງ,ສິລະປະກໍາ,ວັນນະກໍາແລະຜົນງານທາງດ້ານວິທະຍາສາດໃຫ້ຕົນ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານສິລະປະການສະແດງ ລັດສົ່ງເສີມແລະພັດທະນາວຽກງານສິລະປະການສະແດງຂອງລັດໃຫ້ມີການຂະຫຍາຍຕົວ,ມີຄວາມເຂັ້ມແຂງແລະມີຄຸນນະພາບດ້ວຍການປະກອບບຸກຄະລາກອນ,ສະໜອງງົບປະມານ,ພາຫະນະ,ວັດຖຸປະກອນເຕັກນິກ,ເຕັກໂນໂລຊີທີ່ທັນສະໄໝ. ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງເປັນເຈົ້າການແລະມີສ່ວນຮ່ວມໃນການຟື້ນຟູ,ອະນຸລັກ,ພັດທະນາ,ເຜີຍແຜ່,ຊົມໃຊ້ສິລະປະການສະແດງທັງຮັບເອົາສິລະປະອັນຍອດຍິ່ງຂອງມວນມະນຸດຢ່າງມີການເລືອກເຟັ້ນ,ເຮັດໃຫ້ຜະລິດຕະພັນສິລະປະການສະແດງມີຄວາມອຸດົມສົມບູນແລະຍືນຍົງ;ເສີມສ້າງສີລະປະວັດທະນະທໍາໃຫ້ມີລັກສະນະຊາດ,ກ້າວໜ້າແລະມະຫາຊົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຈິດໃຈຂອງສັງຄົມ. ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງເສີມຂະຫຍາຍພອນສະຫວັນໃນການປະດິດແຕ່ງ,ສະແດງແລະສ້າງສັນຜະລິດຕະພັນສິລະປະການສະແດງ;ສ້າງ,ບໍາລຸງແລະຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານການເມືອງ,ວິຊາສະເພາະ,ວັດທະນະທໍາ,ຄຸນສົມບັດ,ສິນທໍາແລະຈັນຍາບັນຂອງຜູ້ເຄື່ອນໄຫວວຽກງານສິລະປະການສະແດງ.

ມາດຕາ5ຫຼັກການກ່ຽວກັບວຽກງານສິລະປະການສະແດງ ການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ສອດຄ່ອງກັບແນວທາງ,ນະໂຍບາຍ,ກົດໝາຍ,ມູນເຊື້ອວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ; 2.ສັນລະເສີນຄວາມອຸດົມຮັ່ງມີ,ສວຍສົດງົດງາມຂອງປະເທດຊາດ,ມູນເຊື້ອວິລະກໍາອັນພິລະອາດຫານ,ຄວາມດຸໝັ່ນຂະຫຍັນພຽນ,ປະດິດສ້າງຂອງບັນພະບູລຸດແລະປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກສະໄໝ; 3.ສຶກສາອົບຮົມນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ໃຫ້ທົ່ວປວງຊົນມີຄວາມຕື່ນຕົວເຂົາຮ່ວມໃນພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ; 4.ສ້າງຄວາມສາມັກຄີໃນຄອບຄົວ,ສັງຄົມແລະຄວາມປອງດອງພາຍໃນຊາດ,ສົ່ງເສີມແລະອະນຸລັກວັດທະນະທໍາ,ສິລະປະວັນນະຄະດີອັນດີງາມຂອງຊາດແລະຂອງເຜົ່າ,ຕໍານິວິຈານສິ່ງຫຍໍ້ທໍ້ໃນສັງຄົມ,ປະກອບສ່ວນເຂົ້າໃນການແກ້ໄຂສິ່ງກີດຂວາງຖ່ວງດຶງຄວາມກ້າວໜ້າຂອງປະເທດຊາດ; 5.ສັງສັນບັນເທີງດ້ວຍຫຼາຍຮູບຫຼາຍສີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຈິດໃຈ,ເປັນສື່ສໍາພັນຂອງສັງຄົມ,ເຊື່ອໂຍງກັບພາກພື້ນແລະສາກົນໂດຍມີມີການເລືອກເຟັ້ນ.

ມາດຕາ6ສິດແລະພັນທະຂອງພົນລະເມືອງຕໍ່ສິລະປະການສະແດງ ພົນລະເມືອງທຸກຄົນມີສິດໄດ້ຮັບຂໍ້ມູນຂ່າວສານ,ສາລະຄວາມຮູ້,ສາລະບັນເທີງແລະຊົມໃຊ້ຜະລິດຕະພັນສິລະປະການສະແດງ,ມູນເຊື້ອສີລະປະວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າແລະມີພັນທະໃນການຟື້ນຟູ,ອະນຸລັກ,ພັດທະນາ,ປົກປັກຮັກສາ,ສົ່ງເສີມ,ເຜີຍແຜ່ແລະສືບທອດວຽກງານສິລະປະການສະແດງຂອງຊາດ,ຂອງເຜົ່າ;ປະກອບສ່ວນດ້ານ,ສະກັດກັ້ນແລະແກ້ໄຂປະກົດການຫຍໍ້ທໍ້ໃນການເຄື່ອນໄຫວທາງດ້ານສິລະປະວັດທະນະທໍາໃນສັງຄົມ.

ມາດຕາ7ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ພົວພັນກັບວຽກງານສິລະປະການສະແດງຢູ່ດິນແດນຂອງສປປລາວ.

ມາດຕາ8ການຮ່ວມມືກັບສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນສິລະປະວັດທະນະທໍາ,ສິລະປະການສະແດງ,ພັດທະນາບຸກຄະລາກອນ,ເຕັກໂນໂລຊີ,ຂໍ້ມູນຂ່າວສານເພື່ອເຮັດໃຫ້ວຽກງານສິລະປະການສະແດງມີຄຸນນະພາບແລະທັນສະໄໝບັນພື້ນຖານການເຄົາລົບກົດໝາຍແລະຮີດຄອງປະເພນີອັນດີງາມຂອງກັນແລະການ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ສິລະປະການສະແດງ

ໝວດທີ1ປະເພດສີລະປະການສະແດງ

ມາດຕາ9ປະເພດສີລະປະການສະແດງ ສິລະປະການສະແດງຕົ້ນຕໍດັ່ງນີ້: 1.ການຂັບ,ລໍາທ້ອງຖິ່ນ,ຊົນເຜົ່າແລະເພງຮ້ອງ; 2.ດົນຕີພື້ນເມືອງ,ຊົນເຜົ່າແລະສາກົນ; 3.ການຟ້ອນພື້ນເມືອງ,ຊົນເຜົ່າແລະສາກົນ; 4.ກາຍຍະສິນແລະວິທະຍາກົນ; 5.ລະຄອນ; 6.ການສະແດງເດີນແບບ; 7.ປະເພນີມ່ວນຊື່ນຂອງປະຊາຊົນລາວບັນດາເຜົ່າ.

ມາດຕາ10ການຂັບ,ລໍາທ້ອງຖິ່ນ,ຊົນເຜົ່າແລະເພງຮ້ອງ ການຂັບແມ່ນສິລະປະດ້ານສຽງໂດຍມີເນື້ອຮ້ອງ,ທໍານອງ,ຈັງຫວະທີ່ເປັນເອກະລັກຂອງທ້ອງຖິ່ນແລະຊົນເຜົ່າທາງພາກເໜືອຫາພາກກາງຂອງລາວເຊັ່ນຂັບທຸ້ມຫຼວງພະບາງ,ຂັບອ່ານໜັງສື,ຂັບສະຫຼາງ,ຂັບສາມສ້າວສອງຄອນລອດໄດ້,ຂັບນາກສະດຸ້ງ,ຂັບງື່ມ,ຂັບຊຽງຂວາງ,ຂັບຊໍາເໜືອ,ຂັບລື້,ຂັບໄຕດໍາ,ຂັບໄຕແດງ,ຂັບໄຕຂາວ,ເສື້ອງ,ຂັບກະເລິ່ງ,ຂັບມົ້ງ,ຂັບເຈີມອາຍ,ຂັບເຕີມ,ຂັບຂ້ອຍຍວນ,ຂັບລ່ອງຮຸ່ງ,ຂັບກັບເກົ່າ,ຂັບທົ່ງ,ຂັບສະເລາະ,ຂັບຢ້າວຫຼືອິ່ວມ່ຽນ,ຂັບງ້ອມ,ຂັບດອກດິນ,ຂັບມ້າຢ້ອງ,ຂັບຄາງ,ຂັບຜູ້ນ້ອຍ,ຂັບໄຕວາດ,ຂັບເມີ້ຍ,ຂັບຍໍ້,ຂັບໂອ້,ຂັບຕຸມແລະອື່ນໆ. ການລໍາແມ່ນສີລະປະດ້ານສຽງໂດຍມີເນື້ອຮ້ອງ,ທໍານອງ,ຈັງຫວະທີ່ເປັນເອກະລັກຂອງທ້ອງຖິ່ນແລະຊົນເຜົ່າທາງພາກກາງຫາພາກໃຕ້ຂອງລາວເຊັ່ນລໍາຄູ່,ລໍາກອນຜະຫຍາທ້ອງຖິ່ນ,ລໍາລ່ອງ,ລໍາເລື່ອງ,ລໍາເຕີ້ຍ,ລໍາຊິ້ງ,ລໍາເພີນ,ລໍາເດີນ,ລໍາເຕີ້ຍຫົວໂນນຕານ,ລໍາມະຫາໄຊ,ລໍາຄອນສະຫວັນ,ລໍາຕັ່ງຫວາຍ,ລໍາຜູ້ໄທ,ລໍາບ້ານຊອກ,ລໍາເຈິ,ລໍາເຢາະສະກາ,ລໍາລະໝອດ,ລໍາໂປຼມ,ລໍາຕະເອີຍລະເອີຍ,ລໍາຕະມ້ວນ,ລໍາປະລາໜ້ອຍຕອງ,ລໍາກະເລີຍ,ລໍາຈະເປັນຮໍ່,ລໍາປີຼລໍ,ລໍາຢະ,ລໍາເຈືອງ,ລໍາກະຢ່ອງແລະອື່ນໆ. ເພງຮ້ອງແມ່ນສີລະປະດ້ານສຽງໂດຍມີເນື້ອຮ້ອງ,ທໍານອງ,ຈັງຫວະທີ່ມີລັກສະນະຊາດແລະສາກົນເຊັ່ນເພງລາວເດີມ,ເພງປະຕິວັດ,ເພງລາວສະໄໝແລະເພງສາກົນ.

ມາດຕາ11ດົນຕີພື້ນເມືອງ,ຊົນເຜົ່າແລະດົນຕີສາກົນ ດົນຕີພື້ນເມືອງແມ່ນສີລະປະດ້ານສຽງຊຶ່ງໄດ້ມາຈາກເຄື່ອງດົນຕີປະເພດຕ່າງໆປະກອບດ້ວຍເຄື່ອງດີດ,ສີ,ຕີ,ເປົ່າປະຈໍາຊາດມີມາຄູ່ຊາດລາວແຕ່ບູຮານນະການເຊັ່ນ: -ປະເພດເຄື່ອງດີດ,ກະຈັບປີ່,ຫຶນແລະອື່ນໆ; -ປະເພດເຄື່ອງສື:ຊໍອີ້,ຊໍອູ້,ຊໍບັ້ງໄມ້ເຮ້ຍ,ແລະອື່ນໆ; -ປະເພດເຄື່ອງຕີ:ລະນາດເອກ,ລະນາດທຸ້ມ,ຄອງວົງເອກ,ຄ້ອງວົງທຸ້ມ,ຂິມ,ຄ້ອງບ້າງຜາງຫາດ,ກອງຫຼວງ,ກອງທັດ,ກອງຫາງ,ກອງຕະໂພນ,ກອງປິ່ງ,ກອງຕຶງ,ກອງແຕ້,ກອງບັ້ງໄມ້ໄຜ່,ໂປງ,ກະລໍ,ໄມ້ກັບ,ໄມ້ງັບແງັບ,ສາບ,ຊິ່ງ,ແຊ່ງ,ເກິ່ງແລະອື່ນໆ; -ປະເພດເຄື່ອງເປົ່າ:ແຄນ,ຂຸ່ຍ,ໂຫວດ,ສະໄນ,ຕ໋ອດ,ໃບໄມ້ແລະອື່ນໆ; ດົນຕີສາກົນແມ່ນເຄື່ອງດົນຕີຂອງບັນດາປະຊາຊາດທີ່ນິຍົມຊົມໃຊ້ໃນທົ່ວໂລກ.

ມາດຕາ12ການຟ້ອນພື້ນເມືອງ,ຊົນເຜົ່າ,ລາວສະໄໝແລະສາກົນ ການຟ້ອນພື້ນເມືອງ,ຊົນເຜົ່າ,ລາວສະໄໝແລະສາກົນແມ່ນສິລະປະການເຄື່ອນເໜັງຂອງຮ່າງກາຍທີ່ປະກອບເປັນຈັງຫວະ,ລີລາທ່າທາງເພື່ອສະແດງອາລົມຈິດຕາມຈຸດປະສົງແລະຈິນຕະນາການຂອງຜູ້ປະດິດແຕ່ງຊຶ່ງມີຮູບແບບດັ່ງນີ້: -ຟ້ອງພື້ນເມືອງລາວເດີມເປັນຕົ້ນຟ້ອນພະລັກພະລາມ,ຟ້ອນນາງແກ້ວ,ຟ້ອນກິນນະລີລົງສົງ,ຟ້ອນລາວແພນ,ຟ້ອນລໍາວົງ,ຟ້ອນຈໍາປາເມືອງລາວແລະອື່ນໆ; -ຟ້ອນຊົນເຜົ່າເປັນຕົ້ນຟ້ອນຊົມຜົນເກັບກ່ຽວ,ເຜົ່າມົ້ງມ່ວນຊື່ນກິນຈຽງ,ບຸນຄູນເຂົ້າ,ເຕັ້ນແຊ,ຫາປາ,ເຊິ້ງບັ້ງໄຟ,ເຊິ້ງຊ່ວງເຮືອ,ບຸນຫົດນໍ້າ,ຕີກອງຜູ້ນ້ອຍແລະອື່ນໆ; -ຟ້ອນລາວສະໄໝເປັນຕົ້ນຟ້ອນລໍາວົງທ່າເຊີນຊວນ,ຈັງຫວະສາລະວັນ,ພຸໄທ,ຕັ່ງຫວາຍ,ສີພັນດອນ,ຄອນສະຫວັນ,ຂັບທຸ້ມຫຼວງພະບາງ,ສະຫຼັບຟັນປາ,ຈັງຫວະສະລົບລາວ,ລິມໂບລັອກລາວ,ດິສໂກລາວແລະອື່ນໆ; -ການຟ້ອນສາກົນທີ່ນິຍົມຂອງບັນດາປະຊາຊາດເປັນຕົ້ນຈັງຫວະວານສ,ສະໂລ,ສະລຸບປີ,ສະໂລຣັອກ,ແທັງໂກ,ຣຸມບາ,ຊ່າຊ່າຊ່າ,ຣັອກ,ດິສໂກແລະອື່ນໆ.

ມາດຕາ13ກາຍຍະສິນແລະວິທະຍາກົນ ກາຍຍະສິນແມ່ນສິລະປະການສະແດງທີ່ໃຊ້ພະລັງກາຍ,ອາລົມຈິດຂອງຄົນຫຼືຄົນກັບສັດທີ່ມີອຸປະກອນປະກອບເປັນລາຍການສະແດງ. ວິທະຍາກົນແມ່ນສີລະປະການສະແດງທີ່ນໍາໃຊ້ຮ່າງກາຍຂອງຄົນ,ວັດຖຸປະກອນ,ເຕັກນິກວິທະຍາສາດທີ່ມີການສະແດງອອກຢ່າງຊໍານານແລະຄ່ອງແຄ້ວວ່ອງໄວ.

ມາດຕາ14ລະຄອນ ລະຄອນແມ່ນສິລະປະການສະແດງທີ່ນໍາໃຊ້ຮ່າງກາຍ,ພາສາເວົ້າ,ອຸປະກອນຕາມອາລົມຈິດແລະອະລິຍະບົດຕ່າງໆ. ລະຄອນປະກອບດ້ວຍຫຼາຍປະເພດເປັນຕົ້ນລະຄອນເວົ້າ,ລະຄອນລໍາ,ລະຄອນຕຸກກະຕາ,ລະຄອນຟ້ອນ,ລະຄອນເພງ,ລະຄອນຕະຫຼົກ,ລະຄອນກືກ,ໂຕ້ວາທີ,ເລົ່າເລື່ອງຊວນຫົວ,ລະຄອນວິທະຍຸ,ລະຄອນໂທລະພາບ.

ມາດຕາ15ການສະແດງເດີນແບບ ການສະແດງເດີນແບບແມ່ນການນໍາສະເໜີແບບເຄື່ອງນຸ່ງ,ເຄື່ອງເອ້ຢ້ອງແລະການແຕ່ງກາຍແບບດັ້ງເດີມຫຼືແບບປະຍຸກຂອງປະຊາຊົນລາວບັນດາເຜົ່າແລະຍຸກສະໄໝ.

ມາດຕາ16ປະເພນີມ່ວນຊື່ນ ປະເພນີມ່ວນຊື່ນແມ່ນງານບຸນ,ເທດສະການ,ມະຫາກໍາຕາມຄວາມເຊື່ອຖືຂອງປະຊາຊົນລາວບັນດາເຜົ່າ.

ໝວດທີ2ລັກສະນະຂອງສິລະປະການສະແດງ

ມາດຕາ17ລັກສະນະຂອງສິລະປະການສະແດງ ສິລະປະການສະແດງມີລັກສະນະດັ່ງນີ້: 1.ລັກສະນະຊາດ; 2.ລັດສະນະກ້າວໜ້າ; 3.ລັກສະນະມະຫາຊົນ.

ມາດຕາ18ລັກສະນະຊາດ ສິລະປະການສະແດງທີ່ມີລັກສະນະຊາດຕ້ອງສ່ອງແສງເຖິງຂະນົບທໍານຽມ,ຮີດຄອງປະເພນີແລະມູນເຊື້ອສິລະປະວັດທະນະທໍາທີ່ເປັນເອກະລັກຂອງຊາດ,ຂອງເຜົ່າ.

ມາດຕາ19ລັກສະນະກ້າວໜ້າ ສິລະປະການສະແດງທີ່ມີລັກສະນະກ້າວໜ້າຕ້ອງສ່ອງແສງເຖິງການເສີມຂະຫຍາຍຄຸນຄ່າຂອງວັດທະນະທໍາແຫ່ງຊາດສົມທົບກັບການຮັບເອົາຄຸນຄ່າວັດທະນະທໍາອັນດີງາມຂອງມວນມະນຸດຢ່າງມີການເລືອກເຟັ້ນ,ສອດຄ່ອງກັບແນວທາງນະໂຍບາຍ,ກົດໝາຍ,ຕໍານິວິຈານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມແລະຕອບຕ້ານຖ້ອຍທໍານອງທີ່ບິດເບືອນ,ໃສ່ຮ້າຍປ້າຍສີທີ່ສ້າງຄວາມເສື່ອມເສຍຕໍ່ຜົນປະໂຫຍດຂອງຊາດແລະປະຊາຊົນ.

ມາດຕາ20ລັກສະນະມະຫາຊົນ ສິລະປະການສະແດງທີ່ມີລັກສະນະມະຫາຊົນຕ້ອງສ່ອງແສງເຖິງການເສີມຂະຫຍາຍຄຸນຄ່າຂອງວັດທະນະທໍາແຫ່ງຊາດຊຶ່ງມະຫາຊົນເປັນຜູ້ສ້າງສັນ,ຊົມໃຊ້,ມີສ່ວນຮ່ວມໃນການປົກປັກຮັກສາແລະເສີມຂະຫຍາຍ,ມີບົດບາດສໍາຄັນໃນການສ້າງຄວາມຮັກແພງ,ສາມັກຄີປອງດອງ,ການປົກປັກຮັກສາທໍາມະຊາດ,ສ້າງຄວາມຮັກ,ຄວາມຫວັງ,ຄວາມເບີກບານມ່ວນຊື່ນ,ຄວາມເຊື່ອໝັ້ນຕໍ່ອະນາຄົດຂອງຕົນແລະຂອງປະເທດຊາດ.

ພາກທີ3ສິລະປິນແລະນາມມະຍົດສິລະປິນ

ໝວດທີ1ສິລະປິນ

ມາດຕາ21ສິລະປິນ ສິລະປິນແມ່ນນັກປະດິດແຕ່ງ,ນັກອອກແບບ,ນັກສະແດງ,ນັກກໍາກັບທີ່ເຄື່ອນໄຫວວຽກງານສິລະປະການສະແດງ.

ມາດຕາ22ການຂຶ້ນທະບຽນສິລະປິນ ສິລະປິນທຸກຄົນແລະສິລະປະການສະແດງທຸກປະເພດຕ້ອງໄດ້ຂຶ້ນທະບຽນນໍາຂະແໜງການຖະແຫຼງຊ່າວ,ວັດທະນະທໍາແລະທ່ອງທ່ຽວ.

ມາດຕາ23ປະເພດສິລະປິນ ສິລະປິນທີ່ເຄື່ອນໄຫວວຽກງານສິລະປະການສະແດງແບ່ງອອກເປັນສາມປະເພດຄື: 1.ສີລະປິນອາຊີບ; 2.ສິລະປິນເຄິ່ງອາຊີບ; 3.ສິລະປິນສະໝັກຫຼິ້ນ.

ມາດຕາ24ສິລະປິນອາຊີບ ສິລະປິນອາຊີບແມ່ນບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຄື່ອນໄຫວວຽກງານສິລະປະການສະແດງປະເພດຕ່າງໆເປັນອາຊີບຕົ້ນຕໍເຊັ່ນກອງສະແດງທີ່ການຈັດຕັ້ງຂອງລັດຫຼືເອກະຊົນຄຸ້ມຄອງທາງດ້ານວິຊາການ,ບຸກຄະລາກອນ,ງົບປະມານແລະການປະກອບວັດຖຸເຕັກນິກຢ່າງເປັນລະບົບຄົບຊຸດ.

ມາດຕາ25ສິລະປິນເຄິ່ງອາຊີບ ສິນລະປິນເຄິ່ງອາຊີບແມ່ນບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ປະກອບກິດຈະການດ້ານສິລະປະການສະແດງເປັນອາຊີບສໍາຮອງຄຽງຄູ່ກັບການປະກອບອາຊີບອື່ນ.

ມາດຕາ26ສິລະປິນສະໝັກຫຼິ້ນ ສິລະປິນສະໝັກຫຼິ້ນແມ່ນບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຄື່ອນໄຫວວຽກງານສິລະປະການສະແດງເປັນບາງຄັ້ງຄາວ,ບາງໄວຍະຕາມກາລະໂອກາດແລະເງື່ອນໄຂ.

ມາດຕາ27ສິດຂອງສິລະປິນ ສິລະປິນມີສິດດັ່ງນີ້: 1.ຄົ້ນຄວ້າ,ສຶກສາຮໍ່າຮຽນເພື່ອຍົກລະດັບທິດສະດີທາງດ້ານການເມືອງ,ວິຊາສະເພາະແລະວັດທະນະທໍາ; 2.ຄົ້ນຄວ້າ,ປະດິດຄິດແຕ່ງແລະສະແດງຜົນງານຂອງຕົນທີ່ໄດ້ຮັບອະນຸຍາດ; 3.ສະເໜີຂໍການຢັ້ງຢືນຜົນງານສິລະປະການສະແດງຂອງຕົນແລະໄດ້ຮັບການປົກປ້ອງລິຂະສິດຕາມກົດໝາຍ; 4.ເຄື່ອນໄຫວຫຼືດໍາເນີນທຸລະກິດສິລະປະການສະແດງທີ່ຖືກຕ້ອງຕາມກົດໝາຍ; 5.ສ້າງຕັ້ງຫຼືເຂົ້າຮ່ວມສະມາຄົມວິຊາຊີບ,ສູນ,ສະໂມສອນ,ມູນນິທິກ່ຽວກັບສິລະປະການກະແດງເພື່ອສັງຄົມທີ່ຖືກຕ້ອງຕາມກົດໝາຍ; 6.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ28ພັນທະຂອງສິລະປິນ ສິລະປິນມີພັນທະດັ່ງນີ້: 1.ຟື້ນຟູ,ອະນຸລັກ,ພັດທະນາແລະເສີມຂະຫຍາຍມູນເຊື້ອສິລະປະວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າ; 2.ໂຄສະນາເຜີຍແຜ່ແນວທາງນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍໂດຍຜ່ານການເຄື່ອນໄຫວສິລະປະການສະແດງ; 3.ຖ່າຍທອດຄວາມຮູ້,ຄວາມສາມາດ,ບົດຮຽນ,ປະສົບການຕ່າງໆເພື່ອບໍາລຸງສ້າງສິລະປິນຮຸ່ນສືບທອດ; 4.ຕ້ານແລະສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານວັດທະນະທໍາໃນສັງຄົມ; 5.ມອບສໍາເນົາການປະດິດແຕ່ງແລະຜະລິດຕະພັນສິລະປະການສະແດງຂອງຕົນໃຫ້ແກ່ອົງການທີ່ກ່ຽວຂ້ອງເພື່ອເປັນມໍລະດົກໃນການຄົ້ນຄວ້າ,ສຶກສາຮໍ່າຮຽນ; 6.ເສຍພາສີ,ອາກອນ,ຄ່າທໍານຽມແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ2ນາມມະຍົດສິລະປິນ

ມາດຕາ29ນາມມະຍົດສິລະປິນ ນາມມະຍົດສິລະປິນແມ່ນການຢັ້ງຢືນຜົນງານທີ່ໂດດເດັ່ນແລະຄຸນງາມຄວາມດີຂອງສີລະປິນທີ່ມີຕໍ່ປະເທດຊາດຊຶ່ງເປັນທີ່ຍອມຮັບຂອງສັງຄົມ. ນາມມະຍົດສິລະປິນມີສອງປະເພດດັ່ງນີ້: 1.ສິລະປິນແຫ່ງຊາດ; 2.ສິລະປິນດີເດັ່ນ.

ມາດຕາ30ສິລະປິນແຫ່ງຊາດ ສິນລະປິນແຫ່ງຊາດແມ່ນຜູ້ໄດ້ຮັບນາມມະຍົດຂັ້ນສູງສຸດໂດຍການຮັບຮອງຂອງປະທານປະເທດແຫ່ງສປປລາວ. ສິລະປິນແຫ່ງຊາດຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນຜູ້ມີຄຸນສົມບັດ,ສິນທໍາ,ມີຄວາມຮູ້,ຄວາມສາມາດແລະຈົງຮັກພັກດີຕໍ່ປະເທດຊາດແລະປະຊາຊົນລາວບັນດາເຜົ່າ; 2.ມີຜົນງານອັນໂດດເດັ່ນໃດໜຶ່ງໃນການອະນຸລັກຮັກສາ,ເສີມຂະຫຍາຍແລະປະດິດຄິດສ້າງສິລະປະວັດທະນະທໍາ,ມີບົດປະພັນ,ຜະລິດຕະພັນແລະການສະແດງເປັນທີ່ຍອມຮັບຂອງສັງຄົມທັງພາຍໃນແລະຕ່າງປະເທດ; 3.ເປັນຜູ້ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການສິລະປະວັດທະນະທໍາໃນແຕ່ລະໄລຍະ,ສ້າງຮຸ້ນຄົນສືບທອດ,ຖ່າຍທອດບົດຮຽນ,ປະສົບການໃຫ້ເພື່ອນຮ່ວມງານຢ່າງຈິງໃຈ; 4.ເປັນຜູ້ໄດ້ປະກອບສ່ວນເຂົ້າໃນຂະບວນການວຽກງານສິລະປະວັດທະນະທໍາແລະປະກອບວິຊາຊີບຂອງຕົນເປັນໄລຍະເວລາບໍ່ຕໍ່າກວ່າສິບຫ້າປີແລະຕ້ອງໄດ້ຮັບນາມມະຍົດສິລະປິນດີເດັ່ນມາກ່ອນ.

ມາດຕາ31ສິລະປິນດີເດັ່ນ ສິລະປິນດີເດັ່ນແມ່ນຜູ້ໄດ້ຮັບນາມມະຍົດໂດຍການຮັບຮອງຂອງນາຍົກລັດຖະມົນຕີແຫ່ງສປປລາວ. ສິລະປິນດີເດັ່ນຕ້ອມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ຂໍ້1,2ແລະ3ຂອງກົດໝາຍສະບັບນີ້ແລະໄດ້ປະກອບສ່ວນເຂົ້າໃນຂະບວນການວຽກງານສິລະປະວັດທະນະທໍາແລະປະກອບວິຊາຊີບຂອງຕົນເປັນໄລຍະເວລາບໍ່ຕໍ່າກວ່າສິບປີ.

ມາດຕາ32ອົງການທີ່ມີສິດສະເໜີນາມມະຍົດສິລະປິນ ອົງການທີ່ມີສິດສະເໜີນາມມະຍົດສິລະປິນດີເດັ່ນມີດັ່ງນນີ້: 1.ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ; 2.ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງ; 3.ຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ; 4.ສະມາຄົມສິລະປິນລາວ.

ມາດຕາ33ນະໂຍບາຍຕໍ່ສິລະປິນທີ່ໄດ້ຮັບນາມມະຍົດ ສິລະປິນທີ່ໄດ້ຮັບນາມມະຍົດຈະໄດ້ຮັບນະໂຍບາຍດັ່ງນີ້: 1.ໄດ້ຮັບໃບຢັ້ງຢືນແລະຫຼຽນນາມມະຍົດ; 2.ໄດ້ຮັບນະໂຍບາຍທີ່ເປັນວັດຖຸແລະຈິດໃຈອື່ນໆຕາມຄວາມເໝາະສົມ.

ພາກທີ4ການເຄື່ອນໄຫວຂອງສິລະປິນແລະສິລະປະການສະແດງ

ໝວດທີ1ການເຄື່ອນໄຫວຂອງສິລະປິນ

ມາດຕາ34ຂອບເຂດການເຄື່ອນໄຫວຂອງສິລະປິນ ສິລະປິນອາຊີບ,ເຄິ່ງອາຊີບແລະສະໝັກຫຼິ້ນເຄື່ອນໄຫວເພື່ອຟື້ນຟູ,ອະນຸລັກ,ພັດທະນາ,ຊຸກຍູ້,ປຸກລະດົມ,ສ້າງສັນບັນຍາກາດເບີກບານມ່ວນຊື່ນໃນສັງຄົມທັງພາຍໃນແລະຕ່າງປະເທດ.

ມາດຕາ35ການເຂົ້າຮ່ວມເຄື່ອນໄຫວກິດຈະກໍາອື່ນ ສິລະປິນສາມາດເຂົ້າຮ່ວມຂະບວນການແຂ່ງຂັນເພື່ອສົ່ງເສີມຄວາມຮູ້,ຄວາມສາມາດແລະພອນສະຫວັນຂອງຕົນປະກອບສ່ວນສ້າງສີສັນບັນເທີງໃນງານມະໂຫລານສິລະປະວັດທະນະທໍາພື້ນເມືອງບັນດາເຜົ່າ,ພາກພື້ນແລະສາກົນ;ເປັນຕົວແທນໃນການເຜີຍແຜ່ສິລະປະວັດທະນະທໍາອັນດີງາມຂອງຊາດ,ຂອງເຜົ່າເພື່ອສ້າງຄວາມສາມັກຄີມິດຕະພາບແລະການຮ່ວມມືກັບບັນດາປະເທດໃນພາກພື້ນແລະສາກົນ.

ມາດຕາ36ຈັນຍາບັນ,ມາລະຍາດແລະການແຕ່ງກາຍຂອງສິລະປິນ ໃນການເຄື່ອນໄຫວສິລະປະການສະແດງສິລະປິນຕ້ອງມີຈັນຍາບັນແລະມາລະຍາດດັ່ງນີ້: -ຮັກອາຊີບ,ຊື່ຕົງຕໍ່ເວລາ,ນັບຖືບົດປະພັນແລະບົດບາດຂອງຕົວລະຄອນທີ່ຕົນຮັບສະແດງ; -ໃຫ້ກຽດຜູ້ຊົມ,ເພື່ອນຮ່ວມງານ,ປະຕິບັດຕາມຜູ້ກໍາກໍາຄວບຄຸມການສະແດງຢ່າງເຂັ້ມງວດ; -ສຸມທຸກຄວາມຮູ້,ຄວາມສາມາດ,ອາລົມຈິດ,ທ່າທີລີລາຕ່າງໆເພື່ອສະແດງຕາມບົດບາດແລະຈຸດປະສົງຂອງບົດປະພັນ. ໃນເວລາປະຕິບັດໜ້າທີ່ການສະແດງຢູ່ສະຖານທີ່ຕ່າງໆສິລະປິນທຸກຄົນຕ້ອງແຕ່ງກາຍໃຫ້ຖືກຕ້ອງເໝາະສົມກັບກາລະເທສະ,ຕາມບົດບາດຂອງຕົວລະຄອນທີ່ຕົນເອງກໍາລັງຮັບບົດສະແດງຢູ່.ການນຸ່ງຖື,ເອ້ຢ້ອງໃຫ້ຖືກຕ້ອງສອດຄ່ອງກັບມູນເຊື້ອ,ຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າຮູ້ເລືອກເຟັ້ນເອົາການແຕ່ງກາຍທີ່ຈົບງາມຂອງຍຸກສະໄໝ,ສອດຄ່ອງກັບປະເພດການສະແດງນັ້ນໆ.

ມາດຕາ37ການແຈ້ງຜົນງານການປະດິດແຕ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານການປະດິດແຕ່ງ,ບົດປະພັນດ້ານສິລະປະການສະແດງຂອງຕົນຫຼັງຈາກໄດ້ຮັບການຢັ້ງຢືນຈາກກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລ້ວໃຫ້ແຈ້ງຜົນງານດ້່ງກ່າວຕໍ່ກະຊວງວິທະຍາສາດແລະເຕັກໂນໂລຊີເພື່ອເປັນຫຼັກຖານແລະປົກປ້ອງຜົນງານທີ່ເປັນລິຂະສິດຕາມກົດໝາຍ.

ໝວດທີ2ການຄຸ້ມຄອງສິລະປິນແລະສິລະປະການສະແດງ

ມາດຕາ38ການກວດກາຜະລິດຕະພັນສິລະປະການສະແດງ ຜະລິດຕະພັນສິລະປະການສະແດງ,ເນື້ອໃນ,ຮູບແບບການເຄື່ອນໄຫວຂອງລາຍການສະແດງທຸກປະເພດກ່ອນຈະນໍາອອກສະແດງ,ເຜີຍແຜ່,ຊື້ຂາຍຫຼືຜ່ານສື່ມວນຊົນທັງພາຍໃນແລະຕ່າງປະເທດຕ້ອງໄດ້ຜ່ານການກວດກາແລະອະນຸຍາດຢ່າງຖືກຕ້ອງຈາກຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວຕາມການແບ່ງຂັ້ນຄຸ້ມຄອງແລະຕາມຂະແໜງການ,ພາກສ່ວນທີ່ຕົນຂຶ້ນກັບ. ເຈົ້າຂອງສື່ມວນຊົນມີຄວາມຮັບຜິດຊອບຕໍ່ຄວາມຖືກຕ້ອງຕາມກົດໝາຍຂອງຜະລິດຕະພັນສິລະປະການສະແດງທີ່ຈະນໍາໄປເຜີຍແຜ່ຜ່ານສື່ຕ່າງໆ.

ມາດຕາ39ການສົ່ງອອກນໍາເຂົ້າສິລະປິນແລະຜະລິດຕະພັນສິລະປະການສະແດງ ການສົ່ງອອກນໍາເຂົ້າສິລະປະການສະແດງແມ່ນການໄປຫຼືການມາສະແດງຂອງສິລະປິນນັບທັງການຊ່ວຍເຫຼືອ,ແລກປ່ຽນ,ຊື້ຂາຍວັດຖຸປະກອນແລະຜະລິດຕະພັນລະຫວ່າງປະເທດ. ການສົ່ງອອກນໍາເຂົ້າສິລະປິນດ່ຽວ,ລວມໝູ່ແລະຜະລິດຕະພັນສິລະປະການສະແດງທຸກປະເພດເພື່ອຈຸດປະສົງແລກປ່ຽນທາງດ້ານສິລະປະວັດທະນະທໍາຫຼືດໍາເນີນທຸລະກິດຕ້ອງຂໍອະນຸຍາດນໍາຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະຂະແໜງການອື່ນທີ່ກ່ຽວຂ້ອງ.

ໝວດທີ3ເວທີການສະແດງ

ມາດຕາ40ເວທີການສະແດງ ເວທີການສະແດງແມ່ນສະຖານທີ່ຈັດການສະແດງທາງດ້ານສິລະປະວັດທະນະທໍາ. ເວທີການສະແດງມີສອງປະເພດຄືເວທີການສະແດງໃນຮົ່ມແລະກາງແຈ້ງ.

ມາດຕາ41ເວທີການສະແດງໃນຮົ່ມ ເວທີການສະແດງໃນຮົ່ມແມ່ນສະຖານທີ່ຈັດການສະແດງຢູ່ໃນອາຄານທີ່ມີມາດຕະຖານແລະເງື່ອນໄຂດັ່ງນີ້: 1.ມີສະຖານທີ່ແລະສະພາບແວດລ້ອມທີ່ດີເພື່ອຮອງຮັບຜູ້ຟັງ,ຜູ້ຊົມໃຫ້ມີຄວາມສະດວກສະບາຍແລະຮັບປະກັນຄວາມປອດໄພ; 2.ມີລະບົບເຕັກນິກ,ແສງ,ສີ,ສຽງແລະສິ່ງເອື້ອອໍານວຍຄວາມສະດວກຕ່າງໆໃຫ້ແກ່ການສະແດງ; 3.ຕັ້ງຫ່າງຈາກວັດວາອາຮາມ,ໂຮງໝໍ,ໂຮງຮຽນແລະບ່ອນທີ່ມີຊຸມຊົນແອອັດຢ່າງໜ້ອຍໜຶ່ງພັນແມັດຂຶ້ນໄປສໍາລັບກິດຈະການຖາວອນ,ສໍາລັບກິດຈະການຊົ່ວຄາວແມ່ນອະນຸຍາດຕາມຄວາມເໝາະສົມ; 4.ການໃຊ້ລະດັບສຽງດັງໃຫ້ອີງຕາມສະຖານທີ່ກວ້າງຫຼືແຄບ,ໃກ້ຫຼືໄກສະຖານທີ່ຊຸມຊົນຕາມຄວາມເໝາະສົມແຕ່ໂດຍທົ່ວໄປບໍ່ໃຫ້ເກີນແປດສິບເດຊີເບວ; 5.ບໍລິການໂດຍທົ່ວໄປບໍ່ໃຫ້ເກີນເວລາຊາວສາມໂມງສາມສິບນາທີ.

ມາດຕາ42ເວທີການສະແດງກາງແຈ້ງ ເວທີການສະແດງກາງແຈ້ງແມ່ນສະຖານທີ່ຈັດການສະແດງຢູ່ໃນຫຼືນອກອາຄານທີ່ມີມາດຕະຖານແລະເງື່ອນໄຂດັ່ງນີ້: 1.ຮັບປະກັນຄວາມປອດໄພໃຫ້ແກ່ນັກສະແດງ,ຜູ້ຊົມແລະຜູ້ຟັງ; 2.ຕັ້ງຫ່າງຈາກວັດວາອາຮາມ,ໂຮງຮຽນ,ໂຮງໝໍແລະບ່ອນທີ່ມີຊຸມຊົນແອອັດຢ່າງໜ້ອຍໜຶ່ງພັນແມັດຂຶ້ນໄປສໍາລັບເວທີກາງແຈ້ງທີ່ດໍາເນີນເປັນປະຈໍາ,ຍົກເວັ້ນເວທີການສະແດງຊົ່ວຄາວ; 3.ການໃຊ້ລະດັບສຽງດັງໃຫ້ອີງຕາມສະຖານທີ່ກວ້າງຫຼືແຄບ,ໃກ້ຫຼືໄກ,ສະຖານທີ່ຊຸມຊົນຕາມຄວາມເໝາະສົມແຕ່ໂດຍທົ່ວໄປບໍ່ໃຫ້ເກີນແປດສິບເດຊີເບວ; 4.ໄດ້ຮັບການອະນຸຍາດຈາກອົງການປົກຄອງບ້ານແລະໃຫ້ມີການແຈ້ງຕໍ່ຊາວບ້ານທີ່ຢູ່ໃກ້ຄຽງ; 5.ບໍລິການໂດຍທົ່ວໄປບໍ່ໃຫ້ເກີນເວລາຊາວສາມໂມງສາມສິບນາທີ.

ພາກທີ5ການຈັດຕັ້ງສິລະປະການສະແດງ

ໝວດທີ1ສະຖາບັນສິລະປະການສະແດງ,ກອງສະແດງອາຊີບແລະສະມາຄົມສິລະປິນລາວ

ມາດຕາ43ສະຖາບັນສີລະປະການສະແດງ ສະຖາບັນສິລະປະການສະແດງຂອງລັດແລະເອກະຊົນເປັນສະຖານທີ່ການຮຽນການສອນແລະສ້າງບຸກຄະລາກອນທາງດ້ານສີລະປະການສະແດງໃຫ້ໄດ້ທັງປະລິມານແລະຄຸນນະພາບ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້,ຄວາມສາມາດທາງດ້ານວິຊາການ,ເປັນຜູ້ສືບທອດພາລະກິດຟື້ນຟູ,ອະນຸລັກ,ພັດທະນາແລະເສີມຂະຫຍາຍວຽກງານສິລະປະການສະແດງຂອງຊາດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

ມາດຕາ44ກອງສະແດງອາຊີບ ກອງສະແດງອາຊີບແມ່ນກອງສະແດງທີ່ມີໂຄງປະກອບການຈັດຕັ້ງ,ມີເງື່ອນໄຂຄົບຊຸດແລະໄດ້ຮັບອະນຸຍາດຢ່າງເປັນທາງການຈາກຂະແໜງການທີ່ກ່ຽວຂ້ອງ,ເປັນແບບຢ່າງແລະເປັນເຈົ້າການໃນການປະດິດແຕ່ງ,ການສະແດງຢູ່ພາຍໃນແລະຕ່າງປະເທດທີ່ສອດຄ່ອງກັບມູນເຊື້ອສິລະປະວັດທະນະທໍາອັນດີງາມຂອງຊາດ,ຂອງເຜົ່າແລະເຄື່ອນໄຫວຖືກຕ້ອງຕາມກົດໝາຍ.

ມາດຕາ45ສະມາຄົມສິລະປິນລາວ ສະມາຄົມສິລະປິນລາວແມ່ນການຈັດຕັ້ງສັງຄົມທີ່ສ້າງຕັ້ງຂຶ້ນແລະເຄື່ອນໄຫວຖືກຕ້ອງຕາມກົດໝາຍມີພາລະບົດບາດເຕົ້າໂຮມຄວາມສາມັກຄີ,ສຶກສາອົບຮົມແລະປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກຕົນແລະຜູ້ເຄື່ອນໄຫວສິລະປະການສະແດງ.

ໝວດທີ2ການດໍາເນີນທຸລະກິດສິລະປະການສະແດງ

ມາດຕາ46ເງື່ອນໄຂການດໍາເນີນທຸລະກິດ ການດໍາເນີນທຸລະກິດສິລະປະການສະແດງມີເງື່ອນໄຂດັ່ງນີ້: 1.ມີບົດວິພາກເສດຖະກິດເຕັກນິກ; 2.ມີທຶນຮອນ,ທີ່ຕັ້ງສໍານັກງານ,ພາຫະນະ,ອຸປະກອນ; 3.ມີບຸກຄະລາກອນທີ່ມີຄຸນສົມບັດ,ຄວາມຮູ້,ຄວາມສາມາດທາງດ້ານສີລະປະການສະແດງ.

ມາດຕາ47ການຂໍອະນຸຍາດດໍາເນີນທຸລະກິດສິລະປະການສະແດງ ບຸກົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຈຸດປະສົງດໍາເນີນທຸລະກິດສິລະປະການສະແດງຕ້ອງຂໍອະນຸຍາດທາງດ້ານວິຊາການນໍາຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະແຈ້ງຂຶ້ນທະບຽນວິສາຫະກິດນໍາຂະແໜງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ,ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ48ການເຄື່ອນໄຫວທຸລະກິດສິລະປະການສະແດງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນທຸລະກິດສິລະປະການສະແດງຕ້ອງເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ພາກທີ6ຂໍ້ຫ້າມ

ມາດຕາ49ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ນໍາເອົາສິລະປະການສະແດງເປັນການຄ້າພຽງຢ່າງດຽວ,ເປັນເຄື່ອງມືໂຄສະນາບິດເບືອນ,ແບ່ງແຍກຄວາມສາມັກຄີໃນຄອບຄົວ,ຄວາມສາມັກຄີປອງດອງພາຍໃນຊາດແລະລະຫວ່າງປະເທດ; 2.ຈັດຕັ້ງແລະເຄື່ອນໄຫວວຽກງານສິລະປະການສະແດງທັງຢູ່ພາຍໃນແລະຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະຂະແໜງການອື່ນທີ່ກ່ຽວຂ້ອງ; 3.ດັດແປງເນື້ອໃນ,ອັດສໍາເນົາ,ຮູບແບບບົດປະພັນ,ຜະລິດຕະພັນສິລະປະການສະແດງຂອງບຸກຄົນອື່ນໂດຍບໍ່ໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດແລະການຈັດຕັ້ງທີ່ກ່ຽວຂ້ອງ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ50ຂໍ້ຫ້າມສໍາລັບເຈົ້າໜ້າທີ່ສິລະປະການສະແດງ ຫ້າມເຈົ້າໜ້າທີ່ສິລະປະການສະແດງມີພຶດຕິກໍາດັ່ງນີ້: 1.ໃຊ້ວາຈາທ່າທີ່ທີ່ບໍ່ສຸພາບ,ບ່າຍບ່ຽງຫຼືປະຕິເສດບໍ່ໃຫ້ຄວາມຮ່ວມມືຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມາພົວພັນວຽກງານ; 2.ສົມຮູ້ຮ່ວມຄິດກັບບຸກຄົນອື່ນປອມແປງເອກະສານທາງການ,ແກ້ໄຂບັນຫາແບບລໍາອຽງ,ໃສ່ຮ້າຍປ້າຍສີ,ເລືອກປະຕິບັດຕໍ່ຜູ້ອື່ນແບບອັດຕະວິໄສກົດໜ່ວງ,ຫຼອກລວງ,ສໍ້ໂກງ,ນາບຂູ່ບຸກຄົນອື່ນເພື່ອສະແຫວງຫາຜົນປະໂຫຍດແກ່ຕົນເອງ,ຄອບຄົວແລະພັກພວກທີ່ບໍ່ຖືກຕ້ອງຕາມກົດໝາຍ; 3.ດັດແປງເນື້ອໃນ,ຮູບແບບບົດປະພັນ,ຜະລິດຕະພັນສິລະປະການສະແດງຂອງບຸກຄົນອື່ນໂດຍບໍ່ໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດແລະການຈັດຕັ້ງທີ່ກ່ຽວຂ້ອງ; 4.ຍັກຍອກ,ເຊື່ອງອໍາເອົາຜະລິດຕະພັນ,ວັດຖຸປະກອນທີ່ລະເມີດກົດໝາຍມາເປັນຂອງຕົນເອງຫຼືພັກພວກ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ51ຂໍ້ຫ້າມສໍາລັບສິລະປິນ ຫ້າມສິລະປິນມີພຶດຕິກໍາດັ່ງນີ້: 1.ປະດິດສ້າງຫຼືນໍາເອົາສິລະປະການສະແດງທີ່ເປັນພິດໄພ,ເຊື່ອມຊາມ,ຊອດກະຈາ,ລາມົກອະນາຈານ,ລົບລູ່ແຕະຕ້ອງເຖິງກຽດສັກສີຂອງບຸກຄົນອື່ນ,ກະຕຸ້ນຄວາມຮຸນແຮງ,ອາຊະຊາກໍາ,ສິ່ງເສບຕິດ,ການເຊື່ອຖືກງົມງວາຍແລະອະບາຍຍະມຸກຕ່າງໆ; 2.ສະແດງທ່າທີກິລິຍາ,ເອຢ້ອງແຕ່ງກາຍຫຼືໃຊ້ວາຈາທີ່ບໍ່ສອດຄ່ອງກັບເນື້ອໃນຂອງບົດປະພັນແລະການສະແດງ; 3.ສະແດງເກີນກໍານົດເວລາ,ໃຊ້ສຽງດັງທີ່ເປັນການລົບກວນຄວາມສະຫງົບຂອງບ້ານເມືອງຕາມສະຖານທີ່ຕ່າງໆ; 4.ດັດແປງເນື້ອໃນ,ຮູບແບບບົດປະພັນ,ຜະລິດຕະພັນສິລະປະການສະແດງຂອງບຸກຄົນອື່ນໂດຍບໍ່ໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດແລະການຈັດຕັ້ງທີ່ກ່ຽວຂ້ອງ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ52ຂໍ້ຫ້າມສໍາລັບສະຖາບັນສິລະປະການສະແດງ,ກອງສະແດງອາຊີບແລະສະມາຄົມສິລະປິນ ຫ້າມສະຖາບັນສິລະປະການສະແດງ,ກອງສະແດງອາຊີບແລະສະມາຄົມສິລະປິນມີພຶດຕິກໍາດັ່ງນີ້: 1.ສ້າງຕັ້ງສະຖາບັນ,ກອງສະແດງ,ສະມາຄົມສິລະປິນໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະຂະແໜງການອື່ນທີ່ກ່ຽວຂ້ອງ; 2.ເປີດການຮຽນການສອນສິລະປະການສະແດງໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການສຶກສາທິການແລະກິລາແລະຂະແໜງການອື່ນທີ່ກ່ຽວຂ້ອງ; 3.ເຄື່ອນໄຫວສະແດງຢູ່ພາຍໃນແລະຕ່າງປະເທດໂດຍບໍ່ສອດຄ່ອງກັບລະບຽບການຂອງກອງສະແດງອາຊີບ,ສະມາຄົມສິລະປິນລາວແລະບໍ່ໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະຂະແໜງການອື່ນທີ່ກ່ຽວຂ້ອງ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ53ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດສິລະປະການສະແດງ ຫ້າມຜູ້ດໍາເນີນທຸລະກິດສິລະປະການສະແດງມີພຶດຕິກໍາດັ່ງນີ້: 1.ລັກໂລບ,ສໍ້ໂກງເອົາລິຂະສິດ,ຜົນງານຂອງຜູ້ອື່ນມາເປັນຂອງຕົນເອງຫຼືໂຄສະນາເຜີຍແຜ່ໂດຍບໍ່ໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດແລະການອະນຸຍາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງ; 2.ນໍາເອົາຜະລິດຕະພັນສີລະປະການສະແດງທັງພາຍໃນແລະຕ່າງປະເທດທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດໄປດໍາເນີນທຸລະກິດ,ເຄື່ອນໄຫວສະແດງຫຼືເຜີຍແຜ່ຜ່ານສື່ມວນຊົນສູ່ສັງຄົມທັງພາຍໃນແລະຕ່າງປະເທດ; 3.ນໍາໃຊ້ສຽງ,ພາບ,ເພງຮ້ອງ,ຂັບ,ລໍາແລະອື່ນໆຈາກຕ່າງປະເທດເພື່ອໂຄສະນາຂາຍສິນຄ້າຕາມຮ້ານບັນເທີງ,ເຮືອນພັກ,ໂຮງແຮມ,ຮ້ານກິນດື່ມແລະສະຖານທີ່ສາທາລະນະໂດຍບໍ່ສອດຄ່ອງກັບກົດໝາຍ; 4.ຊື້ຈ້າງ,ໃຫ້ສິນບົນເຈົ້າໜ້າທີ່ສິລະປະການສະແດງແລະເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ7ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ54ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງສາມາດດໍາເນີນໄດ້ດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍ່ສານ; 5.ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ55ການປະນີປະນອມ ໃນກໍລະນີເກີດມີຂໍ້ຂັດແຍ່ງກ່ຽວກັບການເຄື່ອນໄຫວວຽກງານສິລະປະການສະແດງຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລື,ປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ56ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການເຄື່ອນໄຫວວຽກງານສິລະປະການສະແດງທີ່ມີລັກສະນະບໍລິຫານຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການດັ່ງກ່າວເພື່ອແກ້ໄຂ. ໃນກໍລະນີຜູ້ສະເໜີຫາກບໍ່ພໍໃຈຕໍ່ການແກ້ໄຂຂໍ້ຂັດແຍ່ງແລະການປະຕິເສດໂດຍບໍ່ໄດ້ຮັບຄໍາຕອບນັ້ນຜູ້ສະເໜີສາມາດຍື່ນຕໍ່ຂັ້ນເທິງຖັດໄປເພື່ອພິຈາລະນາ.

ມາດຕາ57ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການເຄື່ອນໄຫວວຽກງານສິລະປະການສະແດງຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມການຕົກລົງເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ58ການຮ້ອງຟ້ອງຕໍ່ສານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການເຄື່ອນໄຫວວຽກງານສິລະປະການສະແດງຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ59ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການເຄື່ອນໄຫວວຍກງນສິລະປະການສະແດງທີ່ມີລັກສະນະສາກົນໃຫ້ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ8ການຄຸ້ມຄອງແລະກວດກາວຽກງານສິລະປະການສະແດງ

ໝວດທີ1ການຄຸ້ມຄອງວຽກງານສິລະປະການສະແດງ

ມາດຕາ60ອົງການຄຸ້ມຄອງວຽກງານສິລະປະການສະແດງ ລັດຖະບານຄຸ້ມຄອງວຽກງານສິລະປະການສະແດງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສິລະປະການສະແດງປະກອບດ້ວຍ: -ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ; -ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງ; -ຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ; -ອົງການປົກຄອງບ້ານ.

ມາດຕາ61ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ ໃນການຄຸ້ມຄອງວຽກງານສິລະປະການສະແດງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ນະໂຍບາຍ,ກົດໝາຍແລະລະບຽບການຕ່າງໆເພື່ອຄຸ້ມຄອງວຽກງານສິລະປະການສະແດງໃນສປປລາວ; 2.ຜົນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍເປັນລະບຽບການ,ແຜນການ,ແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມກົດໝາຍ,ລະບຽບການແລະຄໍາແນະນໍາໃນການຟື້ນຟູ,ອະນຸລັກ,ປົກປັກຮັກສາ,ພັດທະນາສິລະປະການສະແດງໃຫ້ທົ່ວເຖິງ; 4.ຄຸ້ມຄອງ,ຕິດຕາມ,ກວດກາການເຄື່ອນໄຫວຂອງບັນດາກອງສະແດງ,ສະຖາບັນສິລະປະການສະແດງທີ່ຂຶ້ນກັບຕົນ; 5.ຊີ້ນໍາພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວບັນດາແຂວງ,ນະຄອນຫຼວງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍກ່ຽວກັບວຽກງານສິລະປະການສະແດງ; 6.ຄົ້ນຄ້ວາ,ກວດກາ,ອະນຸຍາດ,ສັ່ງໂຈະ,ສັ່ງຢຸດບົດປະພັນ,ຜະລິດຕະພັນແລະການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ຖືກຕ້ອງຕາມກົດໝາຍຂອງບັນດາກົມ,ກອງອາຊີບ,ສະໝັກຫຼິ້ນແລະນັກສິລະປິນຈາກຕ່າງປະເທດ; 7.ຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດສ້າງສູນຫຼືສະຖາບັນສິລະປະການສະແດງ; 8.ຂຶ້ນແຜນສ້າງ,ບໍາລຸງແລະຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານການເມືອງ,ວິຊາສະເພາະແລະວັດທະນະທໍາຂອງພະນັກງານລັດຖະກອນ,ນັກສະແດງ; 9.ຄົ້ນຄວ້າ,ເຜີຍແຜ່,ແນະນໍາແລະກວດກາການນໍາໃຊ້ເຕັກນິກວິທະຍາສາດ,ເຄື່ອງມື,ອຸປະກອນໃຫ້ວຽກງານສີລະປະການສະແດງ; 10.ກວດກາ,ອະນຸຍາດແລະຊີ້ນໍາພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງຕໍ່ການນໍາເຂົ້າສົ່ງອອກສິລະປິນ,ຜະລິດຕະພັນແລະການເຄື່ອນໄຫວວຽກງານສິລະປະການສະແດງຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 11.ຄົ້ນຄວ້າ,ວາງແຜນ,ຊີ້ນໍານໍາພາໃນການປະດິດແຕ່ງແລະການສະແດງຂອງບັນດາກອງສະແດງອາຊີບຂັ້ນສູນກາງແລະທ້ອງຖິ່ນປະສານສົມທົບໃນການຈັດງານສະແດງທີ່ສໍາຄັນລະດັບຊາດ,ພາກພື້ນແລະສາກົນ; 12.ຄົ້ນຄວ້າ,ນໍາສະເນີແລະປະຕິບັດນະໂຍບາຍ,ມາດຕະການຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃນການເຄື່ອນໄຫວວຽກງານສິລະປະການສະແດງຢ່າງຍຸດຕິທໍາແລະເຂັ້ມງວດ;

13.ພົວພັນ,ແລກປ່ຽນແລະຮ່ວມມືກ່ຽວກັບວຽກງານສິລະປະການສະແດງກັບບັນດາປະເທດໃນພາກພື້ນແລະສາກົນ; 14.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ລັດຖະບານຢ່າງເປັນປົກກະຕິ; 15.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ62ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານສິລະປະການສະແດງພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າ,ເຊື່ອມຊຶມ,ໂຄສະນາ,ເຜີຍແຜ່ແລະຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ,ແຜນການ,ແຜນງານ,ໂຄງການໃນການຟື້ນຟູ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະເຜີຍແຜ່ວຽກງານສິລະປະການສະແດງ; 2.ອອກລະບຽບການຄຸ້ມຄອງແລະແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບວຽກງານສິລະປະການສະແດງທີ່ເກີດຂຶ້ນໃນທ້ອງຖິ່ນຂອງຕົນ; 3.ຄົ້ນຄວ້າ,ກວດກາ,ອະນຸຍາດ,ສັ່ງໂຈະ,ສັ່ງຢຸດການນໍາໃຊ້ບົດປະພັນ,ຜະລິດຕະພັນແລະການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ຖືກຕ້ອງຕາມກົດໝາຍກໍລະນີເກີດມີປາກົດການຫຍໍ້ທໍ້ທາງດ້ານສິລະປະການສະແດງທີ່ມີລັກສະນະກວມເອົາລະດັບປະະເທດຕ້ອງລາຍງານຂໍຄໍາເຫັນຊີ້ນໍາຈາກຂັ້ນເທິງຕາມສາຍຕັ້ງແລະສາຍຂວາງຂອງຕົນ; 4.ຂຶ້ນແຜນສ້າງ,ບໍາລຸງແລະສັບຊ້ອນພະນັກງານລັດຖະກອນໃຫ້ສອດຄ່ອງເໝາະສົມກັບຄວາມຕ້ອງການຂອງວຽກງານສິລະປະການສະແດງ; 5.ຄົ້ນຄວ້າ,ເຜີຍແຜ່,ແນະນໍາແລະກວດກາການປະກອບເຄື່ອງມື,ອຸປະກອນໃຫ້ວຽກງານສິລະປະການສະແດງ; 6.ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍແລະລະບຽບການຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບການເຄື່ອນໄຫວວຽກງນສິລະປະການສະແດງຢ່າງເຂັ້ມງວດ; 7.ຕິດຕາມກວດກາການນໍາໃຊ້ບົດປະພັນ,ຜະລິດຕະພັນສິລະປະການສະແດງ,ອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ສອດຄ່ອງກັບກົດໝາຍ; 8.ຊຸກຍູ້ການຄົ້ນຄວ້າປະດິດແຕ່ງ,ສ້າງສັນຜະລິດຕະພັນສິລະປະການສະແດງເພື່ອຮັບໃຊ້ສັງຄົມພາຍໃນແຂວງ,ນະຄອນຫຼວງພ້ອມທັງນໍາສົ່ງບົດປະພັນ,ຜະລິດຕະພັນສິລະປະການສະແດງທຸກປະເພດລາຍງານກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເພື່ອກວດຜ່ານແລະອະນຸຍາດນໍາໃຊ້ຢ່າງເປັນທາງການ; 9.ຊີ້ນໍາຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ,ໜ່ວຍງານອື່ນໃນການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ຖືກຕ້ອງຕາມແນວທາງນະໂຍບາຍແລະກົດໝາຍ; 10.ພົວພັນ,ຮ່ວມມືແລະແລກປ່ຍນທາງດ້ານສິລະປະການສະແດງກັບບັນດາປະເທດເພື່ອນບ້ານໄກ້ຄຽງລະຫວ່າງແຂວງ,ນະຄອນຫຼວງດ້ວຍກັນຕາມການມອບໝາຍຂອງຂັ້ນເທິງ; 11.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ63ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານສິລະປະການສະແດງຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ໂຄສະນາ,ເຜີຍແຜ່,ຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ,ແຜນການ,ແຜນງານ,ໂຄງການໃນການຟື້ນຟູ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະເຜີຍແຜ່ວຽກງານສິລະປະການສະແດງ; 2.ອອກລະບຽບການຄຸ້ມຄອງແລະແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບວຽກງານສິລະປະການສະແດງທີ່ເກີດຂຶ້ນໃນທ້ອງຖິ່ນຂອງຕົນ; 3.ຕິດຕາມ,ກວດກາແລະຊີ້ນໍາອົງການປົກຄອງຂັ້ນບ້ານໃນການຄຸ້ມຄອງການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ຖືກຕ້ອງຕາມແນວທາງນະໂຍບາຍແລະກົດໝາຍ; 4.ຄົ້ນຄວ້າ,ນໍາສະເໜີຂັ້ນເທິງໃນການປະກອບເຄື່ອງມື,ອຸປະກອນເພື່ອຮັບໃຊ້ຂະບວນການວຍກງານສິລະປະການສະແດງ; 5.ຄົ້ນຄວ້າ,ອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃນການປະຕິບັດວຽກງານສິລະປະການສະແດງທີ່ຂຶ້ນກັບຕົນ;ປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ສອດຄ່ອງກັບກົດໝາຍແລະຕາມການເຫັນດີຂອງຂັ້ນເທິງ; 6.ຄົ້ນຄວ້າ,ວາງແຜນ,ຊີ້ນໍານໍາພາຂະບວນການປະດິດແຕ່ງ,ສະແດງແລະຜະລິດຕະພັນສິລະປະການສະແດງເພື່ອຮັບໃຊ້ສັງຄົມ; 7.ກວດກາການປະຕິບັດນະໂຍບາຍຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານແລະມີມາດຕະການຕໍ່ຜູ້ລະເມີດໃນການເຄື່ອນໄຫວວຽກງານສິລະປະການສະແດງ; 8.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ64ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານສິລະປະການສະແດງອົງການປົກຄອງບ້ານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ່ັງນີ້: 1.ໂຄສະນາ,ເຜີຍແຜ່,ຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ,ແຜນງານ,ໂຄງການໃນການຟື້ນຟູ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະເຜີຍແຜ່ວຽກງນສິລະປະການສະແດງ; 2.ຄຸ້ມຄອງ,ຕິດຕາມ,ກວດກາແລະແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ;ຊີ້ນໍາບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຄື່ອນໄຫວວຽກງານສິລະປະການສະແດງໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ,ກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າ; 3.ຊຸກຍູ້,ສົ່ງເສີມ,ປຸກລະດົມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃຊ້ຫົວຄິດປະດິດສ້າງແລະພອນສະຫວັນຂອງຕົນເຂົ້າໃນການຟື້ນຟູ,ປົກປັກຮັກສາມູນເຊື້ອສິປະລະວັນນະຄະດີທີ່ເປັນເອກະລັກຂອງທ້ອງຖິ່ນເພື່ອເປັນສິນຄ້າແລະຮັບໃຊ້ຂະບວນການວຽກງານສິລະປະການສະແດງ; 4.ຄົ້ນຄວ້ານໍາສະເໜີການປະຕິບັດນະໂຍບາຍຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານແລະມີມາດຕະການຕໍ່ຜູ້ລະເມີດໃນການເຄື່ອນໄຫວວຽກງານສິລະປະການສະແດງ; 5.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານສິລະປະການສະແດງໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ65ສິດແລະໜ້າທີ່ຂອງຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນ ບັນດາຂະແໜງານ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນມີສິດແລະໜ້າທີ່ໃນການປະສານສົມທົບກັບຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວໃນການຟື້ນຟູ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະເຜີຍແຜ່ວຽກງານສິລະປະການສະແດງຕາມພາລະບົດບາດແລະຄວາມຮັບຜິດຂອບຂອງຕົນ.

ໝວດທີ2ການກວດກາວຽກງານສິລະປະການສະແດງ

ມາດຕາ66ອົງການກວດກາວຽກງານສິລະປະການສະແດງ ອົງການກວດກາວຽງານສິລະປະການສະແດງປະກອບດ້ວຍອົງການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານສິລະປະການສະແດງຕາມທີ່ໄດ້ກໍານົດໄວ້ໃນມາດຕາ60ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກມີ: -ສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ; -ອົງການກວດກາລັດ; -ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ; -ຂະແໜງການອື່ນທີ່ກ່ຽວຂ້ອງ; -ອົງການປົກຄອງທ້ອງຖິ່ນ; -ສື່ມວນຊົນແລະປະຊາຊົນ.

ມາດຕາ67ສິດແລະໜ້າທີ່ຂອງອົງການກວດກາວຽກງານສິລະປະການສະແດງ ອົງການກວດກາວຽກງານສິລະປະການສະແດງມີສິດແລະໜ້າທີ່ດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍແລະກົດໝາຍກ່ຽວກັບິລະປະການສະແດງ; 2.ກວດກາການເຄື່ອນໄຫວວຽກງານຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບສິລະປະການສະແດງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 3.ອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂຶ້ນກັບຕົນປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ສອດຄ່ອງກັບກົດໝາຍ; 4.ສະເໜີໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງອອກຄໍາສັ່ງ,ຄໍາແນະນໍາຫຼືແຈ້ງການປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານສິລະປະການສະແດງທີ່ບໍ່ຖືກຕ້ອງຕາມກົດໝາຍ; 5.ພົວພັນ,ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນໃນການປະຕິບັດວຽກງານກວດກາຂອງຕົນ; 6.ສະຫຼຸບແລະລາຍງານຜົນການປະຕິບັດວຽກງານກວດກາແຕ່ລະໄລຍະໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ68ເນື້ອໃນການກວດກາ ການກວດກາວຽກງານສິລະປະການສະແດງມີເນື້ອໃນຕົ້ນຕໍດັ່ງນີ້: 1.ກວດກາການສ້າງແລະປະຕິບັດແຜນການ,ໂຄງການສິລະປະການສະແດງແຕ່ລະໄລຍະ; 2.ກວດກາເນື້ອໃນແລະຮູບແບບບົດປະພັນ,ການສະແດງ,ຜະລິດຕະພັນທີ່ນໍາໄປເຜີຍແຜ່ຜ່ານສື່ເອເລັກໂຕຼນິກ; 3.ກວດກາການສ້າງ,ບໍາລຸງ,ນໍາໃຊ້ແລະປະຕິບັດນະໂຍບາຍຕໍ່ບຸກຄະລາກອນສິລະປະການສະແດງ; 4.ກວດກາການປະກອບແລະການນໍາໃຊ້ພື້ນຖານວັດຖຸປະກອນ,ພາຫະນະແລະງົບປະມານຂອງສິລະປະການສະແດງ; 5.ກວດກາການປະຕິບັດກົດໝາຍແລະລະບຽບການກ່ຽວກັບສິລະປະການສະແດງ.

ມາດຕາ69ຮູບການກວດກາ ການກວດກາວຽກງານສິລະປະການສະແດງດໍາເນີນດ້ວຍສາມຮູບການດັ່ງນີ້: 1.ກວດກາຕາມແຜນການປົກກະຕິ; 2.ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ກວດກາແບບກະທັນຫັນ. ກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮູ້ລ່ວງໜ້າ. ໃນການດໍາເນີນການກວດກາວຽກງານສິລະປະການສະແດງນັ້ນຕ້ອງປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ70ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ71ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ຖອນນາມມະຍົດສິລະປິນ,ໂຈະຫຼືຖອນໃບອະນຸຍາດດໍາເນີນດິດຈະການ,ປັບໃໝ,ໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ພາກທີ10ບົດບັນຍັດສຸດທ້າຍ

ມາດຕາ72ວັນສິລະປະການສະແດງແຫ່ງຊາດ ວັນສິລະປະການສະແດງແຫ່ງຊາດແມ່ນວັນທີ25ກຸມພາ1955.ສໍາລັບສິລະປະການສະແດງແຕ່ລະປະເພດມີວັນສະເພາະຂອງຕົນ.

ມາດຕາ73ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ74ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້