ກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ) 26-11-2009

From Wikisource
Jump to navigation Jump to search

.ສານປະຊາຊົນ(ສະບັບປັບປຸງ) 26-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1(ໃໝ່) ຈຸດປະສົງ

ມາດຕາ 1(ໃໝ່) ຈຸດປະສົງ ກົດໝາຍວ່າດ້ວຍສານປະຊາຊົນກໍານົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ, ການຕິດຕາມ,ກວດກາຂອງສານປະຊາຊົນແນໃສ່ຮັບປະກັນການປະຕິ ບັດໜ້າທີ່ຂອງສານໃຫ້ມີຄຸນນະພາບ,ປະສິດທິພາບ,ປະສິດທິຜົນແລະ ເຮັດໃຫ້ການດໍາເນີນຄະດີເປັນຕົ້ນການພິຈາລະນາຕັດສິນແລະພິພາກ ສາຄະດີໃຫ້ພາວະວິໄສ,ມີຄວາມຖືກຕ້ອງ,ໂປ່ງໄສ,ຍຸຕິທໍາເພື່ອປົກປ້ອງ ສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມ,ປະກອບສ່ວນເຮັດໃຫ້ ສັງຄົມມີຄວາມສະຫງົບ,ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ. ...ມາດຕາ 2 (ໃໝ່) ສານປະຊາຊົນ

ມາດຕາ 2 (ໃໝ່) ສານປະຊາຊົນ ສານປະຊາຊົນແມ່ນອົງການຕຸລາການທີ່ເຮັດໜ້າທີ່ພິຈາລະນາ ຕັດສິນຄະດີ. ຢູ່ສປປລາວມີແຕ່ສານເທົ່ານັ້ນຈຶ່ງມີສິດອໍານາດພິຈາລະນາຕັດ ສິນຄະດີບົນພື້ນຖານຫຼັກຖານ,ການເຄົາລົບແລະປະຕິບັດກົດໝາຍຢ່າງ ເຂັ້ມງວດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຄໍາຕົກລົງຂອງສານໝາຍເຖິງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ ແລະຄໍາພິພາກສາຂອງສານ; 2. ຄໍາສັ່ງຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງສານ ກ່ຽວກັບການດໍາເນີນຄະດີເຊັ່ນຄໍາສັ່ງຢຶດຊັບຫຼືອາຍັດຊັບ,ຄໍາສັ່ງຊັດມ້ຽນ ຄະດີ,ຄໍາສັ່ງຈັບຕົວແລະອື່ນໆ; 3. ຄໍາຊີ້ຂາດຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງ ສານກ່ຽວກັບການຊີ້ຂາດສິດອໍານາດຂອງສານ,ຂອງຄະນະສານ,ການ ບໍ່ຮັບເອົາຄະດີມາພິຈາລະນາ,ຄໍາຕັດສິນປະຫານຊີວິດແລະອື່ນໆ; 4. ຄໍາຕັດສິນຂອງສານໝາຍເຖິງຄໍາຕັດສິນຂອງສານຂັ້ນຕົ້ນ; 5. ຄໍາພິພາກສາຂອງສານໝາຍເຖິງ ຄໍາຕັດສິນຂອງສານຂັ້ນ ອຸທອນແລະຂັ້ນລົບລ້າງ; 6. ຄູ່ຄວາມໝາຍເຖິງໂຈດແລະຈໍາເລີຍລວມທັງບຸກຄົນທີສາມ ໃນຄະດີ; 7. ຜູ້ປົກປ້ອງອື່ນໝາຍເຖິງທະນາຍຄວາມ,ຜູ້ຕາງໜ້າອົງການ ຈັດຕັ້ງດຜົວຫຼືເມຍ,ພໍ່ແມ່ຜູ້ປົກຄອງຫຼືຍາດໃກ້ຊິດທີ່ເຂົ້າຮ່ວມໃນການດໍາ ເນີນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກຫາ ຫຼືຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ; 8. ທະນາຍຄວາມໝາຍເຖິງບຸກຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ ເຂົ້າຮ່ວມໃນການດໍາເນີນຄະດີເພື່ອຊ່ວຍເຫຼືອທາງດ້ານກົດໝາຍ,ປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຕາມລະບຽບກົດ ໝາຍ; 9. ໝາຍຮຽກຂອງສານໝາຍເຖິງໜັງສືທີ່ອອກໂດຍສານເພື່ອ ຮຽກຕົວໂຈດ,ຈໍາເລີຍ,ບຸກຄົນທີສາມ,ພະຍານແລະຜູ້ເຂົ້າຮ່ວມຄົນອື່ນ ໃນການດໍາເນີນຄະດີເຂົ້າມາສານຕາມວັນເວລາແລະສະຖານທີ່ຊຶ່ງໄດ້ ກໍານົດໄວ້ໃນໝາຍຮຽກ; 10. ປະເພນີສານໝາຍເຖິງຄໍາພິພາກສາຂອງສານປະຊາຊົນ ສູງສຸດກ່ຽວກັບບັນຫາໃດໜຶ່ງໃນຄະດີອາຍາຊຶ່ງກົດໝາຍກໍານົດໄວ້ບໍ່ ຊັດເຈນ; ຄະດີແພ່ງ,ການຄ້າ,ຄອບຄົວແລະເດັກຊຶ່ງກົດໝາຍບໍ່ໄດ້ກໍາ ນົດຫຼືໄດ້ກໍານົດໄວ້ແຕ່ບໍ່ຈະແຈ້ງເພື່ອເປັນບ່ອນອີງໃຫ້ສານປະຊາຊົນ ທຸກຂັ້ນໄດ້ປະຕິບັດຕາມ; 11. ຈ່າສານໝາຍເຖິງພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃຫ້ ເຮັດວຽກຊ່ວຍຄະນະສານໃນການປະກອບແລະຄຸ້ມຄອງສໍານວນຄະດີ, ບັນທຶກຄໍາໃຫ້ການ,ກະກຽມແລະບັນທຶກປຶ້ມປະຊຸມສານແລະວຽກງານ ອື່ນຕາມການມອບໝາຍຂອງຄະນະສານ; 12. ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໝາຍເຖິງຄໍາຕັດສິນ,ຄໍາ ພິພາກສາຂອງສານຊຶ່ງໂຈດ,ຈໍາເລີຍ,ບຸກຄົນທີ່ສາມບໍ່ໄດ້ຂໍອຸທອນ,ຂໍ ລົບລ້າງຫຼືໄອຍະການປະຊາຊົນບໍ່ໄດ້ສະເໜີຄັດຄ້ານ,ຄໍາພິພາກສາຂັ້ນ ລົບລ້າງຂອງສານປະຊາຊົນພາກແລະສານປະຊາຊົນສູງສຸດ.

...ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານສານປະຊາຊົນ

ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານສານປະຊາຊົນ ລັດສົ່ງເສີມແລະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ປະຕິບັດໜ້າທີ່ຂອງສານດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ, ການສະໜອງງົບປະມານ,ປະກອບບຸກຄະລາກອນ,ພາຫະນະແລະສ້າງ ພື້ນຖານໂຄງລ່າງໃຫ້ເໝາະສົມຕາມຄວາມສາມາດຕົວຈິງເພື່ອໃຫ້ການ ພິຈາລະນາຕັດສິນແລະພິພາກສາຄະດີມີຄວາມວ່ອງໄວ,ໂປ່ງໄສ,ຖືກ ຕ້ອງແລະຮັບປະກັນຄວາມຍຸຕິທໍາໃນສັງຄົມ. ລັດເອົາໃຈໃສ່ການໂຄສະນາ,ສຶກສາອົບຮົມກົດໝາຍໃຫ້ປະຊາ ຊົນຮັບຮູ້,ເຂົ້າໃຈແລະເຂົ້າເຖິງຂະບວນການຍຸຕິທໍາພ້ອມທັງຊຸກຍູ້ໃຫ້ມີ ຄະນະສານເຄື່ອນທີ່.

...ມາດຕາ 5 (ປັບປຸງ) ຂັ້ນການພິຈາລະນາຕັດສິນຂອງສານ

ມາດຕາ 5 (ປັບປຸງ) ຂັ້ນການພິຈາລະນາຕັດສິນຂອງສານ ສານປະຊາຊົນຕັດສິນມີສາມຂັ້ນຄື; - ຂັ້ນຕົ້ນ; - ຂັ້ນອຸທອນ; - ຂັ້ນລົບລ້າງ. ຄະດີທີ່ຄູ່ຄວາມຮັບຮູ້ນໍາກັນແລ້ວ,ຄະດີທີ່ມີລັກສະນະເບົາຫຼືມີມູນ ຄ່າບໍ່ສູງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາ ຍາແລະການດໍາເນີນຄະດີແພ່ງຈະໄດ້ຮັບການພິຈາລະນາເປັນຂັ້ນຕົ້ນ ແລະຂັ້ນອຸທອນເທົ່ານັ້ນໂດຍບໍ່ໃຫ້ສິດຂໍລົບລ້າງຫຼືສະເໜີຄັດຄ້ານເວັ້ນ ເສຍແຕ່ໄດ້ຮັບການຕົກລົງຂອງຄະນະປະທານສານຂັ້ນອຸທອນໃນກໍລະນີ ມີການລະເມີດກົດໝາຍເຊັ່ນການປະກອບຄະນະສານ,ສານບໍ່ມີສິດອໍາ ນາດຫຼືສານຕັດສິນເກີນສິດອໍານາດ,ການລະເມີດຫຼັກການຂອງການໄຕ່ ສວນຄະດີ,ການຕີຄວາມໝາຍຂອງເຫດການຫຼືການນໍາໃຊ້ກົດໝາຍບໍ່ ຖືກຕ້ອງ. ການປະຊາຊົນເຂດຕັດສິນເປັນຂົ້ນຕົ້ນຕາມຂໍ້ມູນຫຼັກຖານແລະ ຕາມກົດໝາຍ. ສານປະຊາຊົນແຂວງ,ນະຄອນຕັດສິນຕາມຂໍ້ມູນຫຼັັກຖານແລະ ຕາມກົດໝາຍ: - ເປັນຂັ້ນຕົ້ນຄະດີບໍ່ຢູ່ໃນສິດອໍານາດຂອງສານປະຊາຊົນເຂດ; - ເປັນຂັ້ນອຸທອນຄະດີທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນ ຕົ້ນແລ້ວຊຶ່ງຖືກຂໍອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການ ປະຊາຊົນ. ສານປະຊາຊົນພາກພິພາກສາເປັນຂັ້ນອຸທອນຕາມຂໍ້ມູນຫຼັກຖານ ແລະຕາມກົດໝາຍຄະດີທີ່ສານປະຊາຊົນແຂວງ,ນະຄອນແລະສານເດັກ ໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍ ໄອຍະການປະຊາຊົນ;ພິຈາລະນາເປັນຂັ້ນລົບລ້າງທາງດ້ານກົດໝາຍ ຄະດີທີ່ສານປະຊາຊົນແຂວງ,ນະຄອນໄດ້ພິພາກສາເປັນຂັ້ນອຸທອນຊຶ່ງ ຖືກຂໍລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາຊົນ. ສານປະຊາຊົນສູງສຸດພິພາກສາເປັນຂັ້ນລົບລ້າງທາງດ້ານກົດ ໝາຍຄະດີທີ່ສານປະຊາຊົນພາກໄດ້ພິພາກສາເປັນຂັ້ນອຸທອນຊຶ່ງຖືກຂໍ ລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາຊົນ.

...ມາດຕາ 6(ໃໝ່) ການປົກປ້ອງ

ມາດຕາ 6(ໃໝ່) ການປົກປ້ອງ ຜູ້ພິພາກສາ,ພະນັກງານຂອງສານປະຊາຊົນລວມທັງຜູ້ເຂົ້າຮ່ວມ ໃນການດໍາເນີນຄະດີຕ້ອງໄດ້ຮັບການປົກປ້ອງຕາມລະບຽບກົດໝາຍ ຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະຫຼະພາບ,ກຽດຊື່ສຽງ ,ຊັບສິນສ່ວນຕົວຫຼືຂອງຄອບຄົວ.


...ມາດຕາ 7 (ໃໝ່) ການຮ່ວມມືສາກົນ

ມາດຕາ 7 (ໃໝ່) ການຮ່ວມມືສາກົນ ລັດສົ່ງເສີມການຮ່ວມມືກັບຕ່າງປະເທດ,ພາກພື້ນ,ແລະສາກົນ ກ່ຽວກັບວຽກງານຂອງສານປະຊາຊົນເປັນຕົ້ນການຮ່ວມມືທາງດ້ານ ກົດາຍແລະຍຸຕິທໍາດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກ ໂນໂລຊີ,ການຝຶກອົບຮົມຫຼືສໍາມະນາ,ຍົກລະດັບຄວາມຮູ້ຄວາມສາມາດ ດ້ານວິຊາການເພື່ອພັດທະນາວຽກງານການສອບສວນແລະປະກອບ ຫຼັກຖານ,ການຕັດສິນແລະພິພາກສາຄະດີໃຫ້ມີຄຸນນະພາບ,ໂປ່ງໃສແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມລວມທັງປະຕິບັດສົນທິສັນຍາແລະສັນ ຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 2 ຫຼັກການພື້ນຖານໃນການດໍາເນີນຄະດີຢູ່ສານ


...ມາດຕາ 8(ໃໝ່) ຫຼັກການພື້ນຖານໃນການດໍາເນີນຄະດີຢູ່ສານ

ມາດຕາ 8(ໃໝ່) ຫຼັກການພື້ນຖານໃນການດໍາເນີນຄະດີຢູ່ສານ ສານປະຊາຊົນພິຈາລະນາຄະດີອາຍາ,ແພ່ງ,ການຄ້າ,ຄອບຄົວ ,ເດັກແລະຄະດີອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ການດໍາເນີນຄິດີຢູ່ສາານປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ຮັບປະກັນຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດ ໝາຍແລະສານ; 2. ຮັບປະກັນສິດຂອງພົນລະເມືອງໃນການຕໍ່ສູ້ຄະດີ; 3. ຮັບປະກັນຄວາມເປັນເອກະລາດໃນເວລາດໍາເນີນຄະດີ; 4. ເຄົາລົບແລະປະຕິບັດກົດໝາຍໃນການພິຈາລະນາຄະດີ; 5. ຮັບປະກັນການພິຈາລະນາຄະດີເປັນໝູ່ຄະນະ; 6. ໃຫ້ໃຊ້ພາສາລາວໃນການດໍາເນີນຄະດີ; 7. ຮັບປະກັນການພິຈາລະນາຄະດີຢູ່ທີ່ປະຊຸມສານຢ່າງເປີດ ເຜີຍ; 8. ເຄົາລົບແລະຈັດຕັ້ງປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານຢ່າງເຂັ້ມງວດ.

...ມາດຕາ 9 (ປັບປຸງ) ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍແລະສານ

ມາດຕາ 9 (ປັບປຸງ) ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດ ໝາຍແລະສານ ພົນລະເມືອງລາວທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະສານໂດຍບໍ່ໍຈໍາແນກເພດ,ເຊື້ອຊາດ,ຊົນເຜົ່າ,ຖານະທາງດ້ານ ເສດຖະກິດແລະສັງຄົມ,ພາສາ,ລະດັບການສຶກສາ,ອາຊີບ,ຄວາມເຊື່ອ ຖື,ພູມລໍາເນົາແລະອື່ນໆ. ພົນລະເມືອງລາວມີສິດຮ້ອງຟ້ອງຕໍ່ສານກ່ຽວກັບຂໍ້ຂັດແຍ່ງທາງ ແພ່ງແລະມີສິດຮ້ອງຟ້ອງຕໍ່ອົງການສືບສວນ-ສອບສວນຫຼືອົງການໄອ ຍະການປະຊາຊົນເມື່ອມີການລະເມີດທາງອາຍາ; ຄົນຕ່າງປະເທດ,ຊາວຕ່າງດ້າວແລະຜູ້ບໍ່ມີສັນຊາດທີ່ຢູ່ໃນດິນ ແດນແຫ່ງ ສປປລາວ ມີສິດເທົ່າທຽມກັນກັບພົນລະເມືອງລາວ ຖ້າວ່າ ກົດໝາຍຫາກບໍ່ໄດ້ກໍານົດໄວ້ຢ່າງອື່ນ.

...ມາດຕາ 10 (ປັບປຸງ) ສິດໃນການຕໍ່ສູ້ຄະດີ

ມາດຕາ 10 (ປັບປຸງ) ສິດໃນການຕໍ່ສູ້ຄະດີ ຜູ້ຖືກຫາໃນຄະດີອາຍາແລະຄູ່ຄວາມໃນຄະດີແພ່ງມີສິດຕໍ່ສູ້ຄະດີ ດ້ວຍຕົນເອງຫຼືເອົາທະນາຍຄວາມຊ່ວຍເຫຼືອທາງດ້ານກົດໝາຍ,ເອົາຜູ້ ປົກປ້ອງອື່ນຕໍ່ສູ້ຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງ ຕົນ. ລະບຽບການເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນ ການດໍາເນີນຄະດີໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີ ອາຍາແລະກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.

...ມາດຕາ 11 (ປັບປຸງ) ຄວາມເປັນເອກະລາດຂອງສານ

ມາດຕາ 11 (ປັບປຸງ) ຄວາມເປັນເອກະລາດຂອງສານ ໃນການໄຕ່ສວນແລະພິຈາລະນາຕັດສິນຄະດີສານມີຄວາມເປັນ ເອກະລາດແລະປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

...ມາດຕາ 12 (ປັບປຸງ) ການພິຈາລະນາຄະດີຕາມກົດໝາຍ

ມາດຕາ 12 (ປັບປຸງ) ການພິຈາລະນາຄະດີຕາມກົດໝາຍ ໃນການພິຈາລະນາຕັດສິນຄະດີສານຕ້ອງອີງໃສ່ຫຼັກຖານແລະ ປະຕິບັດຕາມກົດໝາຍແຫ່ງ ສປປລາວ. ໃນກໍລະນີທີ່ມີບັນຫາໃດໜຶ່ງ ຫາກບໍ່ໄດ້ກໍານົດໄວ້ໃນກົດໝາຍສານຕ້ອງຕັດສິນບັນຫານັ້ນໃຫ້ສອດ ຄ່ອງກັບຫຼັກການນິຕິກໍາແລະປະເພດນີສານ.ສໍາລັບການກະທໍາໃດໜຶ່ງ ທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົົດໝາຍອື່ນທີ່ກໍານົດໂທດທາງອາ ຍານັ້ນສານຈະນໍາມາຕັດສິນລົງໂທດທາງອາຍາບໍ່ໄດ້. ຄໍາພິພາກສາຂອງສານປະຊາຊົນສູງສຸດກ່ຽວກັບບັນຫາໃດໜຶ່ງ ໃນຄະດີອາຍາຊຶ່ງກົດໝາຍກໍານົດໄວ້ບໍ່ຊັດເຈນ,ຄະດີແພ່ງ,ການຄ້າ, ຄອບຄົວແລະເດັກຊຶ່ງກົດໝາຍບໍ່ໄດ້ກໍານົດຫຼືໄດ້ກໍານົດໄວ້ແຕ່ບໍ່ຈະແຈ້ງ ນັ້ນໃຫ້ຖືເປັນປະເພນີສານຊຶ່ງສານປະຊາຊົນທຸກຂັ້ນຕ້ອງໄດ້ປະຕິບັດ ຕາມຈົນກວ່າບັນຫານັ້ນຈະໄດ້ກໍານົດໄວ້ໃນກົດໝາຍ.ສໍາລັບຄໍາພິພາກ ສາຂອງສານຂັ້ນລົບລ້າງຂອງສານປະຊາຊົນພາກນັ້ນຈະເປັນປະເພນີ ສານໄດ້ກໍ່ຕໍ່ເມື່ອມີຄໍາແນະນໍາຂອງສານປະຊາຊົນສູງສຸດ.

...ມາດຕາ 13 (ປັບປຸງ) ການພິຈາລະນາຄະດີເປັນມູ່ຄະນະ

ມາດຕາ 13 (ປັບປຸງ) ການພິຈາລະນາຄະດີເປັນມູ່ຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານປະຊາຊົນ ພາກດສານປະຊາຊົນແຂວງ,ນະຄອນ,ສານປະຊາຊົນເຂດແລະສານ ທະຫານປະກອບດ້ວຍຜູ້ພິພາກສາສາມຄົນ,ໃນນັ້ນຜູ້ໜຶ່ງເປັນປະທານ ແລະອີກສອງຄົນເປັນຄະນະ. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ. ການພິຈາລະນາຕັດສິນຄະດີຕ້ອງຮັບປະກັນຄວາມລັບ.

...ມາດຕາ 14 ພາສາທີ່ໃຊ້ໃນການດໍາເນີນຄະດີ

ມາດຕາ 14 ພາສາທີ່ໃຊ້ໃນການດໍາເນີນຄະດີ ໃນການດໍາເນີນຄະດີໃຫ້ໃຊ້ພາສາລາວ,ຜູ້ເຂົ້າຮ່ວມໃນການດໍາ ເນີນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຂອງຕົນເອງຫຼືພາສາອື່ນໂດຍ ຜ່ານຜູ້ແປພາສາ.

...ມາດຕາ 15 (ປັບປຸງ) ການພິຈາລະນາຄະດີຢູ່ທີ່ປະຊຸມສານຢ່າງເປີດເຜີຍ

ມາດຕາ 15 (ປັບປຸງ) ການພິຈາລະນາຄະດີຢູ່ທີ່ປະຊຸມສານຢ່າງ ເປີດເຜີຍ ການພິຈາລະນາຄະດີຢູ່ທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດ ເຜີຍເວັ້ນເສຍແຕ່ກໍລະນີທີ່ຄະດີຫາກກ່ຽວຂ້ອງກັບຄວາມລັບຂອງລັດ ຫຼືຂອງສັງຄົມແລະຄະດີເດັກນັ້ນຕ້ອງດໍາເນີນຢ່າງປິດລັບ.

...ມາດຕາ 16 ຜົນສັກສິດຂອງຄໍາຕົກລົງຂອງສານ

ມາດຕາ 16 ຜົນສັກສິດຂອງຄໍາຕົກລົງຂອງສານ ສານອອກຄໍາຕົກລົງໃນນາມສາທາລະນະລັດປະຊາທິປະໄຕປະ ຊາຊົນລາວ. ຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງການຈັດຕັ້ງຂອງພັກ,ອົງການຈັດຕັ້ງຂອງລັດ,ແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດ ແລະພົນລະເມືອງທຸກຄົນຕ້ອງເຄົາລົບ;ບຸກຄົນແລະອົງການຈັດຕັ້ງທີ່ ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 85 ຂອງລັດຖະທໍາມະນູນ. ຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ມີຜົນບັງຄັບປະຕິບັດແລະບໍ່ສາມາດປ່ຽນແປງໄດ້ແຕ່ຢ່າງໃດເວັ້ນເສຍ ແຕ່ກໍລະນີພິເສດເປັນຕົ້ນມີຫຼັກຖານໃໝ່ຈຶ່ງມີສິດສະເໜີຮື້ຟື້ນຄະດີຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ.

..ພາກທີ 3 ການຈັດຕັ້ງສານປະຊາຊົນ


...ໝວດທີ 1 ທີ່ຕັ້ງແລະພາລະບົດບາດ,ສິດແລະໜ້າທີ່


....ມາດຕາ 17 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງສານປະຊາຊົນ

ມາດຕາ 17 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງສານປະຊາຊົນ ສານປະຊາຊົນແມ່ນອົງການຕູລາການ,ມີພາລະບົດບາດດໍາ ເນີນການພິຈາລະນາຕັດສິນຄະດີແນໃສ່ສຶກສາອົບຮົມພົນລະເມືອງໃຫ້ ມີນໍາໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ປົກປັກຮັກສາ ແລະເສີມຂະຫບາຍໝາກຜົນຂອງການປະຕິວັດ,ລະບອບການເມືອງ, ເສດຖະກິດ,ວັດທະນະທໍາ-ສັງຄົມ,ອົງການຈັດຕັ້ງຂອງພັກ,ອົງການ ຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະ ອົງການຈັດຕັ້ງສັງຄົມ,ປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງ ພົນລະເມືອງ,ຮັບປະກັນຄວາມຍຸຕິທໍາ,ຄວາມສະຫງົບແລະຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ,ເພີ່ມທະວີນິຕິກໍາ,ກໍາຈັດແລະສະກັດກັ້ນ ການລະເມີດກົດໝາຍ.

....ມາດຕາ 18 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນ

ມາດຕາ 18 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນ ສານປະຊາຊົນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ສຶກສາອົບຮົມ,ໄກ່ເກ່ຍຄູ່ຄວາມ,ພິຈາລະນາຕັດສິນຄະດີ; 2. ໂຄສະນາ,ເຜີຍແຜ່ລະບຽບກົດໝາຍ,ຊອກຫາ,ກໍາຈັດສາ ເຫດແລະເງື່ອນໄຂທີ່ພາໃຫ້ມີການກະທໍາຜິດ; 3. ຍົກລະດັບຄວາມຮູ້ທາງດ້ານການເມືອງ,ສະຕິເຄົາລົບແລະ ປະຕິບັດລະບຽບກົດໝາຍຂອງພົນລະເມືອງໃຫ້ສູງຂຶ້ນ; 4. ປະສານສົມທົບກັບອົງການທີ່ກ່ຽວຂ້ອງທັງພາຍໃນແລະ ຕ່າງປະເທດໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ; 5. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕິ ທໍາແລະກົດໝາຍ; 6. ສະຫຼຸບ,ລາຍງານການເຄື່ອນໄຫວແລະປະຕິບັດໜັາທີ່ຂອງ ຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ.

...ໝວດທີ 2 ລະບົບການຈັດຕັ້ງ


....ມາດຕາ 19(ປັບປຸງ) ລະບົບການຈັດຕັ້ງຂອງສານປະຊາຊົນ

ມາດຕາ 19(ປັບປຸງ) ລະບົບການຈັດຕັ້ງຂອງສານປະຊາຊົນ ລະບົບການຈັດຕັ້ງຂອງສານປະຊາຊົນແຫ່ງສປປລາວປະກອບ ດ້ວຍ: ສານປະຊາຊົນສູງສຸດ; ສານປະຊາຊົນພາກ; ສານປະຊາຊົນແຂວງ,ນະຄອນແລະສານເດັກ; ສານປະຊາຊົນເຂດ; ສານທະຫານ. ສານປະຊາຊົນພາກ,ສານປະຊາຊົນແຂວງ,ນະຄອນ,ສານເດັກ ແລະສານປະຊາຊົນເຂດເອີ້ນວ່າສານປະຊາຊົນທ້ອງຖິ່ນ.

....ມາດຕາ 20 (ປັບປຸງ) ສານປະຊາຊົນສູງສຸດ

ມາດຕາ 20 (ປັບປຸງ) ສານປະຊາຊົນສູງສຸດ ສານປະຊາຊົນສູງສຸດແມ່ນອົງການພິພາກສາສູງສຸດຂອງສປປ ລາວ,ມີພາລະບົດບາດດໍາເນີນການພິພາກສາຄະດີ,ຄຸ້ມຄອງທາງດ້ານ ການຈັດຕັ້ງ,ບໍລິຫານ,ກວດກາທາງດ້ານວິຊາສະເພາະ,ຊີ້ນໍາການ ເຄື່ອນໄຫວ,ການປະຕິບັດໜ້າທີ່ຂອງສານປະຊາຊົນທ້ອງຖິ່ນແລະສານ ທະຫານໃນທົ່ວປະເທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສານປະຊາຊົນສູງສຸດຕັ້ງຢູ່ນະຄອນຫຼວງວຽງຈັນ.

....ມາດຕາ 21 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ

ມາດຕາ 21 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ ສານປະຊາຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: 1.​ ພິຈາລະນາເປັນຂັ້ນລົບລ້າງທາງດ້ານກົດໝາຍຄະດີທີ່ສານ ປະຊາຊົນພາກໄດ້ພິຈາລະນາເປັນຂັ້ນອຸທອນຊຶ່ງຖືກຂໍລົບລ້າງໂດຍຄູ່ ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາຊົນ; 2. ພິຈາລະນາເປັນຂັ້ນຮື້ຟື້ນຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະ ຄໍາພິພາກສາຂອງສສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ; 3. ແນະນໍາທາງດ້ານປະເພນີສານ,ອະທິບາຍເນື້ອໃນຂອງກົດ ໝາຍໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ສານປະຊາຊົນທ້ອງຖິ່ນແລະສານ ທະຫານ; 4. ແນະນໍາແລະກວດກາຄວາມຖືກຕ້ອງແລະຄວາມເປັນເອກະ ພາບທາງດ້ານກົດໝາຍໃນການດໍາເນີນຄະດີຂອງສານປະຊາຊົນທ້ອງ ຖິ່ນແລະສານທະຫານ; 5. ຄົ້ນຄວ້າກ່ຽວກັບສິດອໍານາດຂອງສານໃນທົ່ວປະເທດ; 6. ເຮັດບົດອະທິບາຍມະຕິກອງປະຊຸມໃຫຍ່ຜູ້ພິພາກສາເພື່ອໃຫ້ ສານປະຊາຊົນທຸກຂັ້ນແລະສານທະຫານເຂົ້າໃຈແລະຈັດຕັ້ງປະຕິບັດໃຫ້ ຖືກຕ້ອງ; 7. ຊີ້ນໍາວຽກງານຄົ້ນຄວ້າແລະສະເໜີຮ່າງກົດໝາຍ,ນິຕິກໍາ ອື່ນແລະສະເໜີການຕີຄວາມໝາຍກົດໝາຍຕໍ່ຄະນະປະຈໍາສະພາແຫ່ງ ຊາດພິຈາລະນາ; 8. ຊີ້ນໍາແລະຄຸ້ມຄອງສານປະຊາຊົນພາກ,ສານປະຊາຊົນ ແຂວງ,ນະຄອນ,ສານເດັກແລະສານປະຊາຊົນເຂດທາງດ້ານການຈັດ ຕັ້ງ,ບໍລິຫານແລະກວດກາທາງດ້ານວິຊາສະເພາະຂອງສານດັ່ງກ່າວ; 9. ວາງມາດຕະການອັນຈໍາເປັນກ່ຽວກັບບັນຫາການຈັດຕັ້ງ, ການປັບປຸງແລະການບໍລິຫານສານ; 10. ຊີ້ນໍາວຽກງານກໍ່ສ້າງຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່າ ສານແລະພະນັກງານຂອງສານ; 11. ກວດກາການຈັດຕັ້ງປະຕິບັດວຽກງານຂອງສານ,ຄົ້ນຄວ້າ ແລະສັງລວມພາກປະຕິບັດຂອງສານ,ຈັດຕັ້ງວຽກງານສະຖິຕິສານ,ເຮັດ ບົດວິໄຈສະຖິຕິສານແລະວຽກງານອື່ນຂອງສານ; 12. ພົຍພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕິ ທໍາແລະກົດໝາຍ; 13. ສະຫຼຸບແລະລາຍງານການເຄື່ອນໄຫວແລະການປະຕິບັດ ໜ້າທີ່ຂອງຕົນຕໍ່ສະພາແຫ່ງຊາດຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 22 (ປັບປຸງ) ສານປະຊາຊົນພາກ

ມາດຕາ 22 (ປັບປຸງ) ສານປະຊາຊົນພາກ ສານປະຊາຊົນພາກແມ່ນສານໜຶ່ງໃນລະບົບສານປະຊາຊົນ,ມີ ພາລະບົດບາດດໍາເນີນການພິພາກສາຄະດີເປັນຂັ້ນອຸທອນຄະດີທີ່ສານ ປະຊາຊົນແຂວງ,ນະຄອນ,ສານເດັກໄດ້ຕັດສິນເປັນຂັ້ນຕົນຊຶ່ງຖືກຂໍອຸ ທອນ;ເປັນຂັ້ນລົບລ້າງຄະດີທີ່ສານປະຊາຊົນແຂວງ,ນະຄອນໄດ້ພິພາກ ສາເປັນຂັ້ນອຸທອນຊຶ່ງຖືກຂໍລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍ ໄອຍະການປະຊາຊົນ. ສານປະຊາຊົນພາກສ້າງຕັ້ງຂຶ້ນຢູ່ພາກເໜືອ,ພາກກາງແລະ ພາກໃຕ້ຂອງສປປລາວ. ບັນດາແຂວງ,ນະຄອນທີ່ຂຶ້ນກັບສານປະຊາຊົນພາກແລະບ່ອນ ສ້າງຕັ້ງສານປະຊາຊົນພາກນັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 23(ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນພາກ

ມາດຕາ 23(ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນພາກ ສານປະຊາຊົນພາກມີສິດແລະໜ້າທີ່ດັ່ງນີ້: 1. ພິຈາລະນາເປັນຂັ້ນອຸທອນຄໍາສັ່ງ,ຄໍາຊີ້ຂາດແລະຄະດີທີ່ ສານປະຊາຊົນແຂວງ,ນະຄອນແລະສານເດັກໄດ້ຕັດສິນເປັນຂັ້ນຕົ້ນ ຊຶ່ງຖືກຂໍອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາ ຊົນ; 2. ພິຈາລະນາເປັນຂັ້ນລົບລ້າງຄໍາສັ່ງ,ຄໍາຊີ້ຂາດແລະຄະດີທີ່ ສານປະຊາຊົນແຂວງ,ນະຄອນໄດ້ພິພາກສາເປັນຂັ້ນອຸທອນຊຶ່ງຖືກຂໍ ລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາຊົນ; 3. ທວງເອົາຄະດີຈາກສານປະຊາຊົນແຂວງ,ນະຄອນມາດໍາ ເນີນແລະພິຈາລະນາເປັນຂັ້ນອຸທອນດ້ວຍຕົນເອງຖ້າເຫັນວ່າຄະດີນັ້ນ ມີຄວາມສໍາຄັນຫຼືມີຄວາມຫຍຸ່ງຍາກເປັນພິເສດຕາມລະບຽບການດ້ວຍ ການເຫັນດີຂອງຄະນະປະທານ; 4. ຜັນຂະຫຍາຍຄໍາແນະນໍາທາງດ້ານກົດໝາຍແລະປະເພນີ ສານຂອງສານປະຊາຊົນສູງສຸດໃຫ້ສານປະຊາຊົນແຂວງ,ນະຄອນ, ສານເດັກແລະສານປະຊາຊົນເຂດເພື່ອຮັບປະກັນຄວາມຖືກຕ້ອງແລະ ເປັນເອກະພາບໃນການປະຕິບັດກົດໝາຍ; 5. ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວຂອງ ຕົນ,ກວດກາທາງດ້ານວິຊາສະເພາະຂອງສານປະຊາຊົນຂັ້ນລຸ່ມທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນ; 6. ຄົ້ນຄວ້າສັງລວມການຈັດຕັ້ງປະຕິບັດໜ້າທີ່ແລະເກັບກໍາສະ ຖິຕິຄະດີຂອງສານ; 7. ສົ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາໃຫ້ສານປະຊາຊົນສູງ ສຸດແລະອົງການໄອຍະການປະຊາຊົນພາກເພື່ອກວດກາ; 8. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕະ ທໍາແລະກົດໝາຍຕາມການມອບໝາຍຂອງຂັ້ນເທິງ; 9. ສະຫຼຸບແລະລາຍງານການເຄື່ອນໄຫວແລະການປະຕິບັດໜ້າ ທີ່ຂອງຕົນຕໍ່ສານປະຊາຊົນສູງສຸດຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 24 (ປັບປຸງ) ານປະຊາຊົນແຂວງ,ນະຄອນແລະສານເດັກ

ມາດຕາ 24 (ປັບປຸງ) ານປະຊາຊົນແຂວງ,ນະຄອນແລະສານເດັກ ສານປະຊາຊົນແຂວງ,ນະຄອນແມ່ນສານໜຶ່ງໃນລະບົບສານປະ ຊາຊົນ,ມີພາລະບົດບາດດໍາເນີນການຕັດສິນຄະດີເປັນຂັ້ນຕົ້ນຄະດີທີ່ບໍ່ ຂຶ້ນກັບສິດອໍານາດຂອງສານປະຊາຊົນເຂດແລະພິພາກສາເປັນຂັ້ນອຸ ທອນຄະດີທີ່ສານປະຊາຊົົນເຂດໄດ້ຕັດສິນເປັນຂັ້ນຕົ້ນແລ້ວ. ໃນແຕ່ລະແຂວງ,ນະຄອນມີການສ້າງຕັ້ງສານປະຊາຊົນແຂວງ ,ນະຄອນແລະສານເດັກ. ສໍາລັບສານເດັກນັ້ນຖືກສ້າງຕັ້ງຂຶ້ນຕາມການອະນຸມັດຂອງຄະ ນະປະຈໍາສະພາແຫ່ງຊາດ.

....ມາດຕາ 25 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນແຂວງ,ນະຄອນແລະສານເດັກ

ມາດຕາ 25 (ປັບປຸງ) ສິດແລະໜ້າທີ່ຂອງສານປະຊາຊົນແຂວງ,ນະ ຄອນແລະສານເດັກ ສານປະຊາຊົນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ພິຈາລະນາອອກຄໍາສັ່ງ,ຄໍາຊີ້ຂາດແລະຕັດສິນເປັນຂັ້ນຕົ້ນ ຄະດີທີ່ບໍ່ຂຶ້ນກັບສິດອໍານາດຂອງສານປະຊາຊົນເຂດ; 2. ພິຈາລະນາພິພາກສາເປັນຂັ້ນອຸທອນຄໍາສັ່ງ,ຄໍາຊີ້ຂາດ ແລະຄະດີທີ່ສານປະຊາຊົນເຂດໄດ້ຕັດສິນແລ້ວຊຶ່ງຖືກຂໍອຸທອນໂດຍຄູ່ ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການປະຊາຊົນ; 3. ທວງເອົາສໍານວນຄະດີທີ່ເຫັນວ່າມີຄວາມສໍາຄັນຫຼືມີຄວາມ ຫຍຸ້ງຍາກເປັນພິເສດຈາກສານປະຊາຊົນເຂດມາດໍາເນີນແລະພິຈາລະ ນາຕັດສິນເປັນຂັ້ນຕົ້ນດ້ວຍຕົນເອງຕາມລະບຽບການດ້ວຍການເຫັນ ດີຂອງຄະນະປະທານ; 4. ສົ່ງສໍານວນຄະດີທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນ ຕົ້ນແລ້ວຊຶ່ງເຫັນວ່າມີຄວາມຫຍຸ້ງຍາກແລະສັບສົນເພື່ອໃຫ້ສານປະຊາ ຊົນພາກດໍາເນີນແລະພິຈາລະນາພິພາກສາເປັນຂັ້ນອຸທອນແຕ່ຕ້ອງໄດ້ ຮັບຄວາມເຫັນດີຈາກປະທານສານປະຊາຊົນພາກນັ້ນເສຍກ່ອນ; 5. ຜັນຂະຫຍາຍຄໍາແນະນໍາທາງດ້ານກົດໝາຍແລະທາງດ້ານ ປະເພດນີສານຂອງສານປະຊາຊົນສູງສຸດໃຫ້ສານປະຊາຊົນເຂດເພື່ອ ຮັບປະກັນຄວາມຖືກຕ້ອງແລະເປັນເອກະພາບໃນການປະຕິບັດກົດໝາຍ; 6. ຄຸ້ມຄອງທາງດ້ານການຈັດຕັ້ງ,ການເຄື່ອນໄຫວຂອງຕົນ ແລະກວດກາທາງດ້ານວິຊາສະເພາະຂອງສານປະຊາຊົນເຂດທີ່ຂຶ້ນກັບ ຕົນ; 7. ຄົ້ນຄວ້າສັງລວມການຈັດຕັ້ງປະຕິບັດໜ້າທີ່ວຽກງານ,ເກັບ ກໍາສະຖິຕິຄະດີເພື່ອລາຍງານໃຫ້ສານຂັ້ນເທິງ; 8. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາໃຫ້ສານ ປະຊາຊົນຂັ້ນເທິງແລະອົງການໄອຍະການປະຊາຊົນແຂວງ,ນະຄອນ ເພື່ອກວດກາ; 9. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາທີ່ໃຊ້ໄດ້ ຢ່າງເດັດຂາດຂອງສານໃຫ້ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານແລະສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງແລະຄ້າຍດັດ ສ້າງທີ່ກ່ຽວຂ້ອງສໍາລັບໂທດຕັດອິດສະລພາບ; 10. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕິ ທໍາແລະກົດໝາຍຕາມການມອບໝາຍຂອງຂັ້ນເທິງ; 11. ສະຫຼຸບ,ລາຍງງານການເຄື່ອນໄຫວແລະການປະຕິບັດໜ້າ ທີ່ຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສໍາລັບສິດແລະໜ້າທີ່ຂອງສານເດັກໄດ້ກໍານົດໄວ້ໃນນິຕິກໍາສະ ເພາະ. ....ມາດຕາ 26 (ໃໝ່) ສານປະຊາຊົນເຂດ

ມາດຕາ 26 (ໃໝ່) ສານປະຊາຊົນເຂດ ສານປະຊາຊົນເຂດແມ່ນສານໜຶ່ງໃນລະບົບສານປະຊາຊົນ,ມີ ພາລະບົດບາດດໍາເນີນການພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນຄະດີຢູ່ ໃນຂອບເຂດສິດອໍານາດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 27 ຂອງກົດໝາຍສະບັບນີ້. ສານປະຊາຊົນເຂດສ້າງຕັ້ງຂຶ້ນໂດຍເອົາເມືອງ,ເທດສະບານ ໃດໜຶ່ງຫຼືຫຼາຍເມືອງ,ເທດສະບານມາໂຮມເຂົ້າກັນເປັນເຂດໜຶ່ງຕາມ ສະພາບພູມສາດ,ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຫຼື ມີຄະດີເກີດຂຶ້ນຫຼາຍ. ບັນດາເມືອງ,ເທດສະບານທີ່ຂຶ້ນກັບສານປະຊາຊົນເຂດແລະ ບ່ອນສ້າງຕັ້ງສານປະຊາຊົນເຂດນັ້ນໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາ 27 (ໃໝ່) ສິດແລະໜ້າທີ່ຂອງສານປະຊາຊົນເຂດ

ມາດຕາ 27 (ໃໝ່) ສິດແລະໜ້າທີ່ຂອງສານປະຊາຊົນເຂດ ສານປະຊາຊົນເຂດມີສິດແລະໜ້າທີ່ດັ່ງນີ້: 1. ສຶກສາອົບຮົມ,ໄກ່ເກ່ຍຄູ່ຄວາມໃນຄະດີເປັນຕົ້ນຕໍ; 2. ພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນ; - ຄະດີທີ່ມີມູນຄ່າບໍ່ເກີນ 300,000,000 ກີບແລະຄະດີກ່ຽວ ກັບສາຍຜົວເມຍ,ສິນສົມສ້າງ,ໜີ້ສິນແລະລູກຂອງຜົວເມຍ; - ຄະດີອາຍາທີ່ກົດໝາຍກໍານົດໂທດຕັດອິດສະລະພາບສູງສຸດບໍ່ ເກີນສາມປີຍົກເວັ້ນຄະດີເດັກກະທໍາຜິດ; - ຄະດີອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ; 3. ຄຸ້ມຄອງທາງດ້ານການຈັດຕັ້ງແລະການເຄື່ອນໄຫວຂອງ ຕົນ; 4. ຄົ້ນຄວ້າສັງລວມການຈັດຕັ້ງປະຕິບັດໜ້າທີ່ວຽກງານ,ເກັບ ກໍາສະຖິຕິຄະດີເພື່ອລາຍງານໃຫ້ສານຂັ້ນເທິງ; 5. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາໃຫ້ສານ ປະຊາຊົນຂັ້ນເທິງແລະອົງການໄອຍະການປະຊາຊົນເຂດເພື່ອກວດກາ; 6. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາທີ່ໃຊ້ໄດ້ ຢ່າງເດັດຂາດຂອງສານໃຫ້ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານແລະສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງແລະຄ້າຍດັດ ສ້າງທີ່ກ່ຽວຂ້ອງສໍາລັບໂທດຕັດອິດສະລະພາບ; 7. ສະຫຼຸບ,ລາຍງານການເຄື່ອນໄຫວແລະການປະຕິບັດໜ້າທີ່ ຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 28 ສານທະຫານ

ມາດຕາ 28 ສານທະຫານ ສານທະຫານແມ່ນສານໜຶ່ງໃນລະບົບສານປະຊາຊົນ,ມີພາລະ ບົດບາດດໍາເນີນການຕັດສິນຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດ ຂຶ້ນໃນຂົງເຂດວຽກງານການທະຫານຫຼືໃນຂອບເຂດຕັ້ງທັບຂອງທະ ຫານ.

....ມາດຕາ 29 (ໃໝ່) ລະບົບສານທະຫານ

ມາດຕາ 29 (ໃໝ່) ລະບົບສານທະຫານ ສານທະຫານປະກອບດ້ວຍ: 1. ສານທະຫານຂັ້ນສູງ; 2. ສານທະຫານພາກ.

....ມາດຕາ 30 ການເຄື່ອນໄຫວວຽກງານຂອງສານທະຫານ

ມາດຕາ 30 ການເຄື່ອນໄຫວວຽກງານຂອງສານທະຫານ ການເຄື່ອນໄຫວວຽກງານຂອງສານທະຫານກໍານົດໄວ້ໃນນິຕິ ກໍາສະເພາະຊຶ່ງຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງຕາມການ ສະເໜີຂອງປະທານສານປະຊາຊົນສູງສຸດພາຍຫຼັງທີ່ໄດ້ປະສານສົມທົບ ກັບລັດຖະມົນຕ່ີວ່າການກະຊວງປ້ອງກັນປະເທດ.

...ໝວດທີ 3 ໂຄງປະກອບການຈັດຕັ້ງແລະບຸກຄະລາກອນ


....ມາດຕາ 31 (ປັບປຸງ) ໂຄງປະກອບການຈັດຕັ້ງ

ມາດຕາ 31 (ປັບປຸງ) ໂຄງປະກອບການຈັດຕັ້ງ ເພື່ອຮັບປະກັນການປະຕິບັດໜ້າທີ່ແລະການເຄື່ອນໄຫວວຽກ ງານຂອງຕົນສານປະຊາຊົນມີກົງຈັກຄື: ສານປະຊາຊົນສູງສຸດມີສະພາຜູ້ພິພາກສາ,ບັນດາຄະນະສານ ແລະກົງຈັກບໍລິຫານ; ສານປະຊາຊົນພາກມີຄະນະປະທານ,ບັນດາຄະນະສານແລະກົງ ຈັກບໍລິຫານ; ສານປະຊາຊົນແຂວງ,ນະຄອນມີຄະນະປະທານ,ບັນດາຄະນະ ສານແລະກົງຈັກບໍລິຫານ; ສານປະຊາຊົນເຂດມີຄະນະປະທານ,ບັນດາຄະນະສານແລະກົງ ຈັກບໍລິຫານ; ສໍາລັບໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສານ ເດັກໄດ້ກໍານົດໄວ້ໃນນິຕິກໍາສະເພາະ.

....ມາດຕາ 32 (ປັບປຸງ) ສະພາຜູ້ພິພາກສາ

ມາດຕາ 32 (ປັບປຸງ) ສະພາຜູ້ພິພາກສາ ສະພາຜູ້ພິພາກສາແມ່ນຄະນະນໍາຂອງສານປະຊາຊົນສູງສຸດຊຶ່ງ ປະກອບດ້ວຍປະທານ,ບັນດາຮອງປະທານ,ບັນດາຫົວນ້າຄະນະສານ ແລະຜູ້ພິພາກສາຈໍານວນໜຶ່ງຂອງສານປະຊາຊົນສູງສຸດໂດຍແມ່ນຄະ ນະປະຈໍາສະພາແຫ່ງຊາດເປັນຜູ້ພິຈາລະນາແຕ່ງຕັ້ງຕາມການສະເໜີ ຂອງປະທານສານປະຊາຊົນສູງສຸດ. ຈໍານວນສະມາຊິກສະພາຜູ້ພິພາກສາບໍ່ໃຫ້ເກີນສິບຫ້າຄົນ; ສະພາຜູ້ພິພາກສາມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຮ່າງກົດໝາຍແລະຮ່າງນິຕິກໍາອື່ນຂອງສານປະຊາ ຊົນ; 2. ຄົ້ນຄວ້າຮ່າງຄໍາແນະນໍາຂອງສານປະຊາຊົນສູງສຸດກ່ຽວ ກັບການປະຕິບັດກົດໝາຍແລະການດໍາເນີນຄະດີຂອງສານປະຊາຊົນ ໃຫ້ຖືກຕ້ອງແລະເປັນເອກະພາບໃນທົ່ວປະເທດ; 3. ຄົ້ນຄວ້າຮ່າງຄໍາແນະນໍາທາງດ້ານປະເພນີສານຂອງສານ ປະຊາຊົນສູງສຸດ; 4. ຄົ້ນຄວ້າກ່ຽວກັບຄໍາຕັດສິນປະຫານຊີວິດຂອງສານປະຊາ ຊົນທ້ອງຖິ່ນແລະສານທະຫານເພື່ອສະເໜີໃຫ້ປະທານສານປະຊາຊົນ ສູງສຸດອອກຄໍາຊີ້ຂາດ; 5. ຄົ້ນຄວ້າຄໍາສະເໜີຮື້ຟື້ນຄະດີຂອງໄອຍະການປະຊາຊົນສູງ ສຸດ; 6. ຄົ້ນຄວ້າກ່ຽວກັບການແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະທານ ສານປະຊາຊົນສູງສຸດເພື່ອໃຫ້ປະທານສານປະຊາຊົນສູງສຸດສະເໜີຕໍ່ປະ ທານປະເທດພິຈາລະນາ; 7. ຄົ້ນຄວ້າກ່ຽວກັບການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ພິ ພາກສາຂອງສານປະຊາຊົນສູງສຸດ,ປະທານ,ຮອງປະທານແລະຜູ້ພິ ພາກສາຂອງສານປະຊາຊົນພາກ,ສານປະຊາຊົນແຂວງ,ນະຄອນ,ສານ ເດັກແລະສານປະຊາຊົນເຂດເພື່ອໃຫ້ປະທານສານປະຊາຊົນສູງສຸດສະ ເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ; 8. ກະກຽມເນື້ອໃນແລະຮູບການກອງປະຊຸມໃຫຍ່ຜູ້ພິພາກສາ; 9. ສະຫຼຸບຕີລາຄາແລະຖອດຖອນບົດຮຽນກ່ຽວກັບການເຄື່ອນ ໄຫວວຽກງານຂອງສານເປັນຕົ້ນການດໍາເນີນຄະດີ; 10. ຄົ້ນຄວ້າຮ່າງບົດລາຍງານຂອງປະທານທານປະຊາຊົນສູງ ສຸດກ່ຽວກັບການເຄື່ອນໄຫວວຽກງານຂອງສານເພື່ອນໍາສະເໜີຕໍ່ກອງ ປະຊຸມສະພາແຫ່ງຊາດແລະຄະນະປະຈໍາສະພາແຫ່ງຊາດ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ກອງປະຊຸມສະພາຜູ້ພິພາກສາເປີດຂຶ້ນຢ່າງໜ້ອຍສາມເດືອນຕໍ່ ເທື່ອ. ກອງປະຊຸມສະພາຜູ້ພິພາກສາຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີສະ ມາຊິກເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກສະ ພາຜູ້ພິພາກສາທັງໝົດ. ມະຕິຂອງກອງປປະຊຸມສະພາຜູ້ພິພາກສາຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າ ຮ່ວມກອງປະຊຸມ.

....ມາດຕາ 33 (ປັບປຸງ) ຄະນະປະທານຂອງສານປະຊາຊົນທ້ອງຖິ່ນ

ມາດຕາ 33 (ປັບປຸງ) ຄະນະປະທານຂອງສານປະຊາຊົນທ້ອງຖິ່ນ ຄະນະປະທານສານປະຊາຊົນພາກ,ແຂວງ,ນະຄອນແລະເຂດ ແມ່ນຄະນະນໍາຂອງສານປະຊາຊົນດັ່ງກ່າວຊຶ່ງປະກອບດ້ວຍປະທານ, ບັນດາຮອງປະທານ,ຫົວໜ້າຄະນະສານແລະຜູ້ພິພາກສາຈໍານວນໜຶ່ງ. ຄະນະປະທານຂອງສານປະຊາຊົນພາກ,ແຂວງ,ນະຄອນແລະ ເຂດຖືກແຕ່ງຕັ້ງແລະປົດຕໍາແໜ່ງໂດຍປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນທີ່ກ່ຽວຂ້ອງ. ຄະນະປະທານຂອງສານປະຊາຊົນພາກ,ແຂວງ,ນະຄອນແລະ ເຂດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າບັນຫາສໍາຄັນເປັນຕົ້ນຄະດີປະຫານຊີວິດແລະຄະດີ ອື່ນທີ່ມີຄວາມສໍາຄັນຊຶ່ງຢູ່ໃນສິດອໍານາດຂອງຕົນ; 2. ສະຫຼຸບຕີລາຄາແລະຖອດຖອນບົດຮຽນກ່ຽວກັບການເຄື່ອນ ໄຫວວຽກງານຂອງານເປັນຕົ້ນການດໍາເນີນຄະດີ; 3. ຄົ້ນຄວ້າເອກະສານທີ່ຈະນໍາສະເໜີຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາແລະສານປະຊາຊົນສູງສຸດ; 4. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 34 (ປັບປຸງ) ຄະນະສານຂອງສານປະຊາຊົນ

ມາດຕາ 34 (ປັບປຸງ) ຄະນະສານຂອງສານປະຊາຊົນ ຄະນະສານຂອງສານປະຊາຊົນສູງສຸດ,ພາກແລະແຂວງ,ນະ ຄອນປະກອບດ້ວຍຄະນະສານອາຍາ,ຄະນະສານແພ່ງ,ຄະນະສານການ ຄ້າ,ຄະນະສານຄອບຄົວ,ຄະນະສານເດັກແລະຄະນະສານອື່ນ. ຄະນະສານຂອງສານປະຊາຊົນເຂດປະກອບດ້ວຍຄະນະສານອາ ຍາ,ຄະນະສານແພ່ງແລະຄະນະສານອື່ນ. ແຕ່ລະຄະນະສານຂອງສານປະຊາຊົນມີຫົວໜ້າຄະນະສານ,ຮອງ ຫົວໜ້າຄະນະສານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່າສານແລະພະ ນັກງານວິຊາການ. ຄະນະສານຂອງສານປະຊາຊົນສູງສຸດມີສິດແລະໜ້າທີ່ຕາມທີ່ໄດ້ ກໍານົດໄວ້ໃນຂໍ້ 1,2,5 ແລະ 14 ຂອງມາດຕາ 21 ຂອງກົດໝາຍສະ ບັບນີ້. ຄະນະສານຂອງສານປະຊາຊົນພາກມີສິດແລະໜ້າທີ່ຕາມທີ່ໄດ້ ກໍານົດໄວ້ໃນຂໍ້1,2,3 ແລະ 10 ຂອງມາດຕາ 23 ຂອງກົດໝາຍສະ ບັບນີ້. ຄະນະສານຂອງສານປະຊາຊົນແຂວງ,ນະຄອນມີສິດແລະໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1,2,3,4 ແລະ 12 ຂອງມາດຕາ 25 ຂອງ ກົດໝາຍສະບັບນີ້. ຄະນະສານຂອງສານປະຊາຊົນເຂດມີສິດແລະໜ້າທີ່ຕາມທີ່ໄດ້ ກໍານົດໄວ້ໃນຂໍ້ 1,2 ແລະ 8 ຂອງມາດຕາ 27 ຂອງກົດໝາຍສະບັບ ນີ້.

....ມາດຕາ 35 (ປັບປຸງ) ກົງຈັກບໍລິຫານ

ມາດຕາ 35 (ປັບປຸງ) ກົງຈັກບໍລິຫານ ເພື່ອຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ສານປະຊາຊົນແຕ່ລະຂັ້ນມີກົງຈັກບໍລິຫານດັ່ງນີ້: ສານປະຊາຊົນສູງສຸດມີຫ້ອງການ,ກົມຈັດຕັ້ງ-ພະນັກງານ,ກົມ ຄຸ້ມຄອງວິຊາການແລະສະຖິຕິສານ,ສະຖາບັນຄົ້ນຄວ້າແລະຝຶກອົບຮົມ, ກົມການເງິນແລະກົມກວດກາ. ສານປະຊາຊົນພາກມີຫ້ອງການ,ພະແນກແລະຂະແໜງ. ສານປະຊາຊົນແຂວງ,ນະຄອນແລະສານເດັກມີຫ້ອງການ,ຂະ ແໜງ. ສານປະຊາຊົນເຂດມີຫ້ອງການແລະໜ່ວຍງານ. ໃນກໍລະນີທີ່ຈໍາເປັນ,ອີງຕາມຄວາມຮຽກຮ້ອງຕ້ອງການຂອງ ວຽກງານໃນແຕ່ລະໄລຍະອາດຈະສ້າງຕັ້ງກົມແລະກົງຈັກບໍລິຫານອື່ນ ຂຶ້ນກໍ່ໄດ້. ໂຄງປະກອບການຈັດຕັ້ງ,ຈໍານວນພົນແລະການເຄື່ອນໄຫວ ວຽກງານຂອງກົງຈັກບໍລິຫານໄດ້ກໍານົດໄວ້ໃນລະບຽບພາຍໃນຂອງ ສານປະຊາຊົນແຕ່ລະຂັ້ນ.

....ມາດຕາ 36 (ປັບປຸງ) ໂຄງປະກອບບຸກຄະລາກອນຂອງສານປະຊາຊົນ

ມາດຕາ 36 (ປັບປຸງ) ໂຄງປະກອບບຸກຄະລາກອນຂອງສານປະຊາຊົນ ສານປະຊາຊົນທຸກຂັ້ນປະກອບດ້ວຍປະທານ,ບັນດາຮອງປະທານ ,ຜູູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່ານສານ,ພະນັກງານວິຊາການແລະ ພະນັກງານບໍລິຫານ.

....ມາດຕາ 37 (ປັບປຸງ) ການເລືອກຕັ້ງ,ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່່ງ

ມາດຕາ 37 (ປັບປຸງ) ການເລືອກຕັ້ງ,ແຕ່ງຕັ້ງ,ຍົກຍ້າຍແລະປົດ ຕໍາແໜ່່ງ ປະທານສານປະຊາຊົນສູງສຸດຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍ ສະພາແຫ່ງຊາດຕາມການສະເໜີຂອງປະທານປະເທດແລະມີອາຍຸການ ເທົ່າກັບອາຍຸການຂອງສະພາແຫ່ງຊາດ. ຮອງປະທານສານປະຊາຊົນສູງສຸດຖືກແຕ່ງຕັ້ງຫຼືປົດຕໍາແໜ່ງ ໂດຍປະທານປະເທດຕາມການສະເໜີຂອງປະທານສານປະຊາຊົນສູງ ສຸດ. ຜູ້ພິພາກສາຂອງສານປະຊາຊົນສູງສຸດ,ປະທານ,ຮອງປະທານ ແລະຜູ້ພິພາກສາຂອງສານປະຊາຊົນທ້ອງຖິ່ນຖືກແຕ່ງຕັ້ງ,ຍົກຍ້າຍ ແລະປົດຕໍາແໜ່ງໂດຍຄະນະປະຈໍາສະພາແຫ່ງຊາດຕາມການສະເໜີ ຂອງປະທານສານປະຊາຊົນສູງສຸດ.

....ມາດຕາ 38 (ປັບປຸງ) ສິດແລະໜ້າທີ່ຂອງປະທານສານປະຊາຊົນສູງສຸດ

ມາດຕາ 38 (ປັບປຸງ) ສິດແລະໜ້າທີ່ຂອງປະທານສານປະຊາຊົນສູງ ສຸດ ປະທານສານປະຊາຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: 1. ນັ່ງເປັນປະທານໃນທຸກຄະນະສານຕັດສິນຂອງສານປະຊາ ຊົນສູງສຸດ; 2. ຊີ້ນໍານໍາພາວຽກງານຂອງສານປະຊາຊົນສູງສຸດ,ສະພາຜູ້ ພິພາກສາ,ກອງປະຊຸມໃຫຍ່ຜູ້ພິພາກສາແລະຮຽກໂຮມກອງປະຊຸມສະ ພາຜູ້ພິພາກສາແລະກອງປະຊຸມໃຫຍ່ຜູ້ພິພາກສາ; 3. ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກ ງານຂອງສາານປະຊາຊົນແລະສານທະຫານຕໍ່ກອງປະຊຸມສະພາແຫ່ງ ຊາດຫຼືຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ ເປີດປະຊຸມ; 4. ສະເໜີໃຫ້ປະທານປະເທດແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະ ທານສານປະຊາຊົນສູງສຸດ; 5. ກໍານົດຈໍານວນຜູ້ພິພາກສາຂອງສານປະຊາຊົນທຸກຂັ້ນແລະ ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ພິພາສາຂອງສານປະຊາຊົນ ສູງສຸດ,ປະທານ,ຮອງປະທານແລະຜູ້ພິພາກສາຂອງສານປະຊາຊົນ ທ້ອງຖິ່ນ,ຫົວໜ້າ,ຮອງຫົວໜ້າແລະຜູ້ພິພາກສາຂອງສານທະຫານເພື່ອ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາ; 6. ຕົກລົງຂອບເຂດຄວາມຮັບຜິດຊອບແລະສະຖານທີ່ຕັ້ງຂອງ ສານປະຊາຊົນເຂດ; 7. ອອກຄໍາແນະນໍາ,ບົດອະທິບາຍກົດໝາຍແລະການດໍາເນີນ ຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງສານປະຊາຊົນເພື່ອໃຫ້ຖືກຕ້ອງແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; 8. ອອກຄໍາຊີ້ຂາດກ່ຽວກັບຄໍາຕັດສິນປະຫານຊີວິດຂອງການປະ ຊາຊົນທ້ອງຖິ່ນແລະສານທະຫານ; 9. ອອກຄໍາຊີ້ຂາດກ່ຽວກັບສິດອໍານາດຂອງສານໃນທົ່ວປະເທດ; 10. ຊີ້ນໍາວຽກງານຄົ້ນຄວ້າແລະສະເໜີຮ່າງກົດໝາຍ,ນິຕິກໍາ ອື່ນແລະສະເໜີການຕີຄວາມໝາຍກົດໝາຍຕໍ່ຄະນະປະຈໍາສະພາແຫ່ງ ຊາດພິຈາລະນາ; 11. ກໍານົດກົງຈັກບໍລິຫານຂອງສານປະຊາຊົນສູງສຸດແລະສານ ປະຊາຊົນທ້ອງຖິ່ນເພື່ອນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດອະນຸ ມັດ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 39 ຮອງປະທານສານປະຊາຊົນສູງສຸດ

ມາດຕາ 39 ຮອງປະທານສານປະຊາຊົນສູງສຸດ ຮອງປະທານສານປະຊາຊົນສູງສຸດມີສິດນັ່ງເປັນປະທານໃນທຸກ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ. ຮອງປະທານສານປະຊາຊົນສູງສຸດມີໜ້າທີ່ຊ່ວຍປະທານສານປະ ຊາຊົນສູງສຸດໃນການປະຕິບັດໜ້າທີ່ວຽກງານແລະຮັບຜິດຊອບວຽກ ງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານສານປະຊາຊົນ ສູງສຸດ. ຮອງປະທານສານປະຊາຊົນສູງສຸດຜູ້ໜຶ່ງເປັນຫົວນ້າສານທະ ຫານຂັ້ນສູງໂດຍຕໍາແໜ່ງ. ໃນກໍລະນີທີ່ປະທານສານປະຊາຊົນສູງສຸດຕິດຂັດແມ່ນຮອງປະ ທານສານປະຊາຊົນສູງສຸດຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ວ່າການແທນ.

....ມາດຕາ 40 (ປັບປຸງ) ສິດແລະໜ້າທີ່ຂອງປະທານສານປະຊາຊົນທ້ອງຖິ່ນ

ມາດຕາ 40 (ປັບປຸງ) ສິດແລະໜ້າທີ່ຂອງປະທານສານປະຊາຊົນ ທ້ອງຖິ່ນ ປະທານສານປະຊາຊົນພາກ,ແຂວງ,ນະຄອນແລະເຂດມີສິດ ແລະໜ້າທີ່ດັ່ງນີ້: 1. ນັ່ງເປັນປະທານໃນທຸກຄະນະສານຕັດສິນຢູ່ສານປະຊາຊົນ ຂັ້ນຂອງຕົນ; 2. ຊີ້ນໍານໍາພາການຈັດຕັ້ງແລະການເຄື່ອນໄຫວວຽກງານ ຂອງສານປະຊາຊົນຂັ້ນຂອງຕົນ; 3. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານບໍລິຫານ ແລະວິຊາສະເພາະ; 4. ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກ ງານຂອງສານປະຊາຊົນຂັ້ນຂອງຕົນຕໍ່ກອງປະຊຸມໃຫຍ່ຜູ້ພິພາກສາ, ສານປະຊາຊົນສູງສຸດແລະສານປະຊາຊົນຂັ້ນເທິງຖັດຕົນ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 41 (ປັບປຸງ) ຮອງປະທານສານປະຊາຊົນທ້ອງຖິ່ນ

ມາດຕາ 41 (ປັບປຸງ) ຮອງປະທານສານປະຊາຊົນທ້ອງຖິ່ນ ຮອງປະທານສານປະຊາຊົນພາກ,ແຂວງ,ນະຄອນແລະເຂດມີ ສິດນັ່ງເປັນປະທານໃນທຸກຄະນະສານຕັດສິນຂອງສານປະຊາຊົນຂັ້ນ ຂອງຕົນ. ຮອງປະທານສານປະຊາຊົນພາກ,ແຂວງ,ນະຄອນແລະເຂດມີ ໜ້າທີ່ຊ່ວຍປະທານສານປະຊາຊົນຂັ້ນຂອງຕົນໃນການປະຕິບັດໜ້າທີ່ ວຽກງານແລະຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບ ໝາຍຂອງປະທານສານປະຊາຊົົນຂັ້ນຂອງຕົນ. ໃນກໍລະນີທີ່ປະທານສານປະຊາຊົນພາກ,ແຂວງ,ນະຄອນແລະ ເຂດຕິດຂັດແມ່ນຮອງປະທານສານປະຊາຊົນຜູ້ທີ່ໄດ້ຮັບມອບໝາຍເປັນ ຜູ້ວ່າການແທນ.

....ມາດຕາ 42 (ປັບປຸງ) ສິດແລະໜ້າທີ່ຂອງຜູ້ພິພາກສາ

ມາດຕາ 42 (ປັບປຸງ) ສິດແລະໜ້າທີ່ຂອງຜູ້ພິພາກສາ ຜູ້ພິພາກສາມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າສໍານວນຄະດີທີ່ໄດ້ຮັບມອບໝາຍ; 2. ເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າ ຮ່ວມໃນການດໍາເນີນຄະດີ; 3. ເກັບກໍາຂໍ້ມູນຫຼັກຖານກ່ຽວກັບຄະດີ; 4. ໄກ່ເກ່ຍຄູ່ຄວາມໃນຄະດີ; 5. ນັ່ງເປັນຄະນະສານຕັດສິນຄະດີ; 6. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານຜູ້ພິພາກສາ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 43 (ໃໝ່) ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ

ມາດຕາ 43 (ໃໝ່) ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາມີສິດແລະໜ້ທີ່ດັ່ງນີ້: 1. ຊ່ວຍຜູ້ພິພາກສາໃນການຄົ້ນຄວ້າສໍານວນຄະດີ; 2. ຊ່ວຍຜູ້ພິພາກສາໃນການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມ ໃນການດໍາເນີນຄະດີ; 3. ເຂົ້າຮ່ວມໃນການໄກ່ເກ່ຍຄູ່ຄວາມໃນຄະດີ; 4. ສະຫຼຸບລາຍງານຄະດີທີ່ຕົນຮັບຜິດຊອບຄົ້ນຄວ້າຕໍ່ຜູ້ພິພາກ ສາ; 5. ຊ່ວຍຜູ້ພິພາກສາໃນການຂຽນຄໍາຕັດສິນແລະຄໍາພິພາກສາ ຂອງສານ; 6. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານຜູ້ຊ່ວຍຜູ້ພິ ພາກສາ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ. ມາດຕະຖານຂອງຜູ້ຊ່ວຍຜູ້ພິພາກສາໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາ 44 (ໃໝ່) ສິດແລະໜ້າທີ່ຂອງຈ່າສານ

ມາດຕາ 44 (ໃໝ່) ສິດແລະໜ້າທີ່ຂອງຈ່າສານ ຈ່າສານມີສິດແລະໜ້າທີ່ດັ່ງນີ້: 1. ຮັບຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາຟ້ອງແຍ່ງ,ຄໍາຮ້ອງຂໍອຸ ທອນ,ຄໍາຮ້ອງຂໍລົບລ້າງ,ປະກອບສໍານວນ,ຂຶ້ນຟ້ອງ,ເຮັດບັນຊີຄະດີ, ຈັດລຽງເອກະສານໃນສໍານວນຄະດີ; 2. ອອກໝາຍຮຽກ,ໝາຍເຊີນຕາມການແນະນໍາຂອງຜູ້ພິພາກ ສາ; 3. ເຂົ້າຮ່ວມບັນທຶກໃນການເອົາຄໍາໃຫ້ການແລະໃນການໄກ່ ເກ່ຍ; 4. ກະກຽມ,ແຈ້ງລະບຽບການແລະບັນທຶກປຶ້ມປະຊຸມສານໃນ ທີ່ປະຊຸມສານ; 5. ອະທິບາຍ,ຊີ້ແຈງເຫດຜົນໃຫ້ຄູ່ຄວາມໃນຄະດີເຂົ້າໃຈກ່ຽວ ກັບການຕັດສິິນຫຼືພິພາກສາຄະດີຂອງສານພ້ອມທັງແຈ້ງສິດໃນການຂໍ ອຸທອນຫຼືຂໍລົບລ້າງ; 6. ເຊັນຢັ້ງຢືນຄໍາຕັດສິນຫຼືຄໍາພິພາກສາແລະເອກະສານອື່ນ ຕາມລະບຽບກົດໝາຍ; 7. ເຮັດບັນຊີ,ເກັບມ້ຽນຂອງກາງຄະດີແລະຄຸ້ມຄອງເງິນຄ່າ ທໍານຽມສານຕາມລະບຽບກົດໝາຍ,ສະຫຼຸບສະຖິຕິຄະດີ,ສົ່ງຄໍາຕັດສິນ ຫຼືຄໍາພິພາກສາໃຫ້ສານປະຊາຊົນຂັ້ນເທິງແລະອົງການໄອຍະການປະ ຊາຊົນທີ່ກ່ຽວຂ້ອງເພື່ອກວດກາ; 8. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານຈ່າສານ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ. ມາດຕະຖານຂອງຈ່າສານໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

..ພາກທີ 4 ຜູ້ພິພາກສາ


...ໝວດທີ 1 ມາດຕະຖານ,ຊັ້ນ,ຂັ້ນແລະການປົກປ້ອງຜູ້ພິພາກສາ


....ມາດຕາ 45 (ໃໝ່) ຜູ້ພິພາກສາ

ມາດຕາ 45 (ໃໝ່) ຜູ້ພິພາກສາ ຜູ້ພິພາກສາແມ່ນຜູ້ທີ່ມີມາດຕະຖານແລະໄດ້ຮັບການແຕ່ງຕັ້ງ ຈາກຄະນະປະຈໍາສະພາແຫ່ງຊາດໃຫ້ມີສິດພິຈາລະນາຕັດສິນຄະດີ. ມີແຕ່ຜູ້ພິພາກສາທີ່ໄດ້ຮັບການແຕ່ງຕັ້ງຕາມກົດໝາຍເທົ່ານັ້ນ ຈຶ່ງສາມາດປະກອບເຂົ້າເປັນຄະນະສານຕັດສິນ.

....ມາດຕາ 46 (ປັບປຸງ) ມາດຕະຖານຂອງຜູ້ພິພາກສາ

ມາດຕາ 46 (ປັບປຸງ) ມາດຕະຖານຂອງຜູ້ພິພາກສາ ຜູ້ພິພາກສາຂອງສານປະຊາຊົນຕ້ອງມີມາດຕະຖານລວມດັ່ງນີ້: 1. ເປັນພົນລະເມືອງລາວໂດຍກໍາເນີດທີ່ມີອາຍຸແຕ່ຊາວຫ້າປີ ຂຶ້ນໄປ; 2. ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ; 3. ເປັນຜູ້ມີຄຸນສົມບັດສິນທໍາປະຕິວັດ,ມີຈັນຍາທໍາດີ,ມີຄວາມສັດ ຊື່ບໍລິສຸດຕໍ່ການປະຕິບັດໜ້າທີ່ຂອງຕົນ; 4. ເປັນຜູ້ມີລະດັບການສຶກສາດ້ານກົດໝາຍແຕ່ຊັ້ນສູງຂຶ້ນໄປ ແລະໄດ້ຜ່ານການຝຶກອົບຮົມຕາມຫຼັກສູດສໍາລັບຜູ້ພິພາກສາ; 5. ເປັນຜູ້ມີສຸຂະພາບດີ. ສໍາລັບມາດຕະຖານລະອຽດຂອງຜູ້ພິພາກສາທີ່ບັນຈຸເຂົ້າໃນ ສານປະຊາຊົນແຕ່ລະຂັ້ນກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 47 (ໃໝ່) ຊັ້ນ,ຂັ້ນຂອງຜູ້ພິພາກສາ

ມາດຕາ 47 (ໃໝ່) ຊັ້ນ,ຂັ້ນຂອງຜູ້ພິພາກສາ ຜູ້ພິພາກສາມີຊັ້ນແລະຂັ້ນຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບ ການສະເພາະໂດຍການຮັບຮອງເອົາຈາກຄະນະປະຈໍາສະພາແຫ່ງ ຊາດ.

....ມາດຕາ 48 (ປັບປຸງ) ການປົກປ້ອງຜູ້ພິພາກສາ

ມາດຕາ 48 (ປັບປຸງ) ການປົກປ້ອງຜູ້ພິພາກສາ ຜູ້ພິພາກສາຈະຖືກຈັບຕົວຫຼືດໍາເນີນຄະດີໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບ ຄວາມເຫັນດີຈາກຄະນະປະຈໍາສະພາແຫ່ງຊາດເສຍກ່ອນ. ໃນກໍລະນີທີ່ໄດ້ຈັບຕົວຜູ້ພິພາກສາໃນການກະທໍາຜິດເຊິ່ງໜ້າ ແລະຮີບດ່ວນຕ້ອງລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດໃນທັນທີ ເພື່ອຂໍຄວາມເຫັນກ່ຽວກັບການດໍາເນີນຄະດີໃນຂັ້ນຕໍ່ໄປ. ນອກຈາກນີ້ການຈັບຕົວຜູ້ພິພາກສາຂອງງສານປະຊາຊົນພາກ, ສານປະຊາຊົນແຂວງ,ນະຄອນ,ສານເດັກແລະສານປະຊາຊົນເຂດນັ້ນ ຕ້ອງລາຍງານໃຫ້ປະທານສານປະຊາຊົນສູງສຸດຊາບນໍາ. ສໍາລັບການຈັບຕົວຜູ້ພິພາກສາຂອງສານທະຫານນັ້ນຕ້ອງລາຍ ງານໃຫ້ປະທານສານປະຊາຊົນສູງສຸດແລະລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດຊາບນໍາ.

...ໝວດທີ 2 ກອງປະຊຸມໃຫຍ່ຜູ້ພິພາກສາ


....ມາດຕາ 49 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງກອງປະຊຸມໃຫຍ່ຜູ້ພິພາກສາ

ມາດຕາ 49 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງກອງປະຊຸມໃຫຍ່ ຜູ້ພິພາກສາ ກອງປະຊຸມໃຫຍ່ຜູ້ພິພາກສາແມ່ນການຈັດຕັ້ງສູງສຸດຂອງອົງ ການຕັດສິນແລະພິພາກສາ,ມີພາລະບົດບາດຊີ້ນໍາບັນດາສານປະຊາ ຊົນໃນການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນທົ່ວ ປະເທດ. ກອງປະຊຸມໃຫຍ່ຜູ້ພິພາກສາປະກອບດ້ວຍປະທານສານປະຊາ ຊົນສູງສຸດເປັນປະທານບັນດາຮອງປະທານແລະຜູ້ພິພາກສາທັງໝົດ ຂອງສານປະຊາຊົນສູງສຸດ,ບັນດາປະທານ,ຮອງປະທານ,ຫົວໜ້າຄະ ນະສານຂອງສານປະຊາຊົນພາກ,ປະທານ,ຮອງປະທານສານປະຊາ ຊົນແຂວງ,ນະຄອນ,ສານເດັກ,ປະທານສານປະຊາຊົນເຂດ,ຫົວໜ້າ ສານທະຫານຂັ້ນສູງແລະສານທະຫານພາກ.ນອກຈາາກນີ້ກໍ່ຈະເຊີນ ຄະນະນໍາຂອງຂະແໜງການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.ບຸກຄົນທີ່ ຖືກເຊີນເຂົ້າຮ່ວມນັ້ນມີສິດສະເໜີຄວາມຄິດຄວາມເຫັນແຕ່ບໍ່ມີສິດລົງ ຄະແນນສຽງ.

....ມາດຕາ 50 (ປັບປຸງ) ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ຜູ້ພິພາກສາ

ມາດຕາ 50 (ປັບປຸງ) ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ຜູ້ພິພາກສາ ກອງປະຊຸມໃຫຍ່ຜູ້ພິພາກສາມີສິດແລະໜ້າທີ່ດັ່ງນີ້: 1. ຮັບຟັງບົດລາຍງານຂອງສະພາຜູ້ພິພາກສາແລະຄະນະສານ ຂອງສານປະຊາຊົນສູງສຸດ,ຂອງປະທານສານປະຊາຊົນພາກ,ສານປະ ຊາຊົນແຂວງ,ນະຄອນ,ສານເດັກ,ສານປະຊາຊົນເຂດແລະສານທະ ຫານຂັ້ນສູງກ່ຽວກັບການປະຕິບັດວຽກງານຂອງສານປະທິດທາງວຽກ ງານໃນຕໍ່ໜ້າ; 2. ຕີລາຄາສັງລວມສະຖິຕິສານ,ການປະຕິບັດວຽກງານແລະ ການນໍາໃຊ້ກົດໝາຍຂອງສານ; 3. ກວດກາຄືນຄໍາຕົກລົງຂອງສານປະຊາຊົນທຸກຂັ້ນແລະສານ ທະຫານທີ່ມີຂໍ້ຜິດພາດເພື່ອແນະນໍາໃຫ້ສານທີ່ມີສິດອໍານາດກ່ຽວຂ້ອງ ແກ້ໄຂ; 4. ກໍານົດທິດທາງການປັບປຸງການຈັດຕັ້ງສານປະຊາຊົນ; 5. ອອກມະຕິກ່ຽວກັບການຈັດຕັ້ງສານແລະການປະຕິບັດກົດ ໝາຍຂອງສານ; 6. ພິຈາລະນາບັນຫາອື່ນທີ່ສໍາຄັນຊຶ່ງພົວພັນກັບວຽກງານຂອງ ສານ.

....ມາດຕາ 51 ການຮຽກໂຮມກອງປະຊຸມໃຫຍ່ຜູ້ພິພາກສາ

ມາດຕາ 51 ການຮຽກໂຮມກອງປະຊຸມໃຫຍ່ຜູ້ພິພາກສາ ກອງປະຊຸມໃຫຍ່ຜູ້ພິພາກສາເປີດຂຶ້ນຢ່າງໜ້ອຍສອງປີຕໍ່ເທື່ອ ໂດຍການຮຽກໂຮມຂອງປະທານສານປະຊາຊົນສູງສຸດ. ກອງປະຊຸມໃຫຍ່ຜູ້ພິພາກສາຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີສະມາ ຊິກເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກທັງໝົດ. ມະຕິຂອງກອງປະຊຸມໃຫຍ່ຜູ້ພິພາກສາຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າຮ່ວມ ກອງປະຊຸມ.

..ພາກທີ 5 ລະບອບວິທີເຮັດວຽກ


...ມາດຕາ 52 (ໃໝ່) ລະບອບເຮັດວຽກ

ມາດຕາ 52 (ໃໝ່) ລະບອບເຮັດວຽກ ສານປະຊາຊົນທຸກຂັ້ນປະກອບເປັນລະບົບສານປະຊາຊົນໂດຍ ແມ່ນສານປະຊາຊົນສູງສຸດຄຸ້ມຄອງທາງດ້ານການຈັດຕັ້ງແລະບໍລິຫານ ຂອງສານປະຊາຊົນທ້ອງຖິ່ນ;ຊີ້ນໍາການເຄື່ອນໄຫວປະຕິບັດໜ້າທີ່ແລະ ກວດກາທາງດ້ານວິຊາສະເພາະຂອງສານປະຊາຊົນທ້ອງຖິ່ນແລະສານ ທະຫານ. ການເຮັດວຽກຂອງສານປະຊາຊົນຕ້ອງດໍາເນີນບົນພື້ນຖານ ການເຄົາລົບຄວາມເປັນເອກະລາດຂອງຜູ້ພິພາກສາໂດຍປະສານສົມ ທົບກັບຫຼັກການເຮັດວຽກເປັນໝູ່ຄະນະ,ສອດຄ່ອງກັບກົດໝາຍເພື່ອຮັບ ປະກັນການຕັດສິນແລະພິພາກສາຄະດີໃຫ້ມີຄວາມຖືກຕ້ອງແລະຍຸຕິທໍາ. ສານປະຊາຊົນຂັ້ນເທິງກວດກາສານປະຊາຊົນຂັ້ນລຸ່ມໃນການ ຕັດສິນແລະພິພາກສາຄະດີ.

...ມາດຕາ 53(ໃໝ່) ວິທີເຮັດວຽກ

ມາດຕາ 53(ໃໝ່) ວິທີເຮັດວຽກ ສານປະຊາຊົນປະຕິບັດໜ້າທີ່ວຽກງານເປັນໝູ່ຄະນະໂດຍມີ ການແບ່ງງານ,ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄະນະສານ,ກົງຈັກ ບໍລິຫານແລະບຸກຄົນ,ເຮັດວຽກຢ່າງມີແຜນການ,ກວດກາ,ສະຫຼຸບ,ປະ ເມີນຜົນ,ຖອດຖອນບົດຮຽນ,ລາຍງານ,ຂໍຄໍາເຫັນຊີ້ນໍາຈາກຂັ້ນເທິງ ຂອງຕົນແລະມີການປະສາານສົມທົບກັບຂະແໜງການອື່ນແລະອົງ ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

...ມາດຕາ 54 ການເຂົ້າຮ່ວມແລະການຕິດຕາມກວດກາຂອງໄອຍະການປະຊາຊົນໃນການດໍາເນີນຄະດີຂອງສານປະຊາຊົນ

ມາດຕາ 54 ການເຂົ້າຮ່ວມແລະການຕິດຕາມກວດກາຂອງໄອຍະ ການປະຊາຊົນໃນການດໍາເນີນຄະດີຂອງສານປະຊາຊົນ ໄອຍະການປະຊາຊົນເຂົ້າຮ່ວມໃນການດໍາາເນີນຄະດີຢູ່ທີ່ປະຊຸມ ສານແລະຕິດຕາມກວດກາການປະຕິບັດກົດໝາຍຂອງສານປະຊາຊົນ ຕາມລະບຽບການແລະໃນຂອບເຂດທີ່ກົດໝາຍໄດ້ກໍານົດໄວ້.

...ມາດຕາ 55 (ປັບປຸງ) ການເຂົ້າຮ່ວມຂອງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມໃນການດໍາເນີ

ມາດຕາ 55 (ປັບປຸງ) ການເຂົ້າຮ່ວມຂອງແນວລາວສ້າງຊາດ,ອົງ ການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມໃນການດໍາເນີນຄະດີ ຂອງສານປະຊາຊົນ ຜູ້ຕາງໜ້າຂອງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງໃນຄະດີເຂົ້າຮ່ວມໃນການດໍາ ເນີນຄະດີຕາມການສະເໜີຂອງສານປະຊາຊົນເພື່ອປົກປ້ອງສິດແລະ ຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຫຼືບຸກຄົນທີ່ຢູ່ໃນການຄຸ້ມຄອງ ຂອງຕົນດ້ວຍການຊີ້ແຈງ,ໃຫ້ຂໍ້ມູນ,ອະທິບາຍແລະໃຫ້ເຫດຜົນກ່ຽວກັບ ຄະດີທີ່ກ່ຽວຂ້ອງ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 56 (ໃໝ່) ຂໍ້ຫ້າມສໍາລັບພະນັກງານສານປະຊາຊົນ

ມາດຕາ 56 (ໃໝ່) ຂໍ້ຫ້າມສໍາລັບພະນັກງານສານປະຊາຊົນ ຫ້າມພະນັກງານສານປະຊາຊົນມີການກະທໍາດັ່ງນີ້: 1. ສວຍໃຊ້ໜ້າທີ່,ຕໍາແໜ່ງ,ສິດອໍານາດເພື່ອຫາຜົນປະໂຫຍດ ສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 2. ບັງຄັບນາບຂູ່,ປະຕິບັດສິດ,ໜ້າທີ່ເກີນຂອບເຂດຫຼືລະເມີດລະ ບຽບກ່ຽວກັບການດໍາເນີນຄະດີ; 3. ລໍາອຽງຫຼືເຂົ້າຂ້າງອອກຂາທີ່ພາໃຫ້ມີການຕັດສິນຄະດີຜິດ ພາດ; 4. ກັກສໍານວນຄະດີ,ກົດໜ່ວງເອກະສານເພື່ອຫາຜົນປະໂຫຍດ ຈາກການດໍາເນີນຄະດີ; 5. ເປີດເຜີຍຄວາມລັບກ່ອນການຕັດສິນຄະດີເພື່ອແລກກັບຜົນ ປະໂຫຍດໃດໜຶ່ງ; 6. ທວງ,ຮຽກ,ຮົບເອົາສິນບົນຈາກຄູ່ຄວາມ. 7. ເປັນທີ່ປຶກສາທາງດ້ານກົດໝາຍ,ພົວພັນກັບຄູ່ຄວາມເພື່ອຫາ ຜົນປະໂຫຍດຈາກຄະດີ; 8. ປິດບັງ,ຊຸກເຊື່ອງເອກະສານ,ຫຼັກຖານທີ່ມີຢູ່ໃນສໍານວນຄະດີ; 9. ມີການກະທໍາອື່ນທີ່ຜິດຕໍ່ຈັນຍາທໍາແລະລະເມີດກົດໝາຍ.

...ມາດຕາ 57(ໃໝ່) ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາ 57(ໃໝ່) ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຫ້າມຜູ້ເຂົ້າຮ່ວມໃນການດໍາເນີນຄະດີມີການກະທໍາດັ່ງນີ້: 1. ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ບັງຄັບນາບຂູ່ພະນັກງານ ສານປະຊາຊົນແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີ; 2. ລາຍງານ,ສະໜອງຂໍ້ມູນ,ເອກະສານບໍ່ຖືກກັບຄວາມຈິງ,ຊຸກ ເຊື່ອງ,ທໍາລາຍຂໍ້ມູນ,ເອກະສານທີ່ເປັນຫຼັກຖານໃນການດໍາເນີນຄະດີ; 3. ຫຼົບຫຼີກການມາໃຫ້ການຕໍ່ສານ; 4. ແຊກແຊງ,ຊີ້ນໍາການດໍາເນີນຄະດີ; 5. ໃຫ້ສິນບົນພະນັກງານທີ່ດໍາເນີນຄະດີ; 6. ໝິ່ນປະໝາດ,ປ້ອຍດ່າ,ນິນທາ,ໃສ່ຮ້າຍພະນັກງານສານປະ ຊາຊົນ; 7. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1. ແຊກແຊງ,ກ້າວກ່າຍແລະຂັດຂວາງການດໍາເນີນການຕັດ ສິນແລະພິພາກສາຄະດີ; 2. ຂົ່ມຂູ່,ທໍາຮ້າຍພະນັກງານສານປະຊາຊົນ; 3. ມີການກະທໍາທີ່ພາໃຫ້ການຕັດສິນຄະດີບໍ່ໄດ້ຮັບຄວາມເປັນ ທໍາ; 4. ໝິ່ນປະໝາດ,ປ້ອຍດ່າ,ນິນທາ,ໃສ່ຮ້າຍພະນັກງານສານປະ ຊາຊົນ; 5. ປົົກປິດ,ເຊື່ອງອໍາ,ທໍາລາຍຫຼັກຖານທີ່ກ່ຽວຂ້ອງກັບຄະດີ ແລະປົກປ້ອງຜູ້ກະທໍາຜິດ; 6. ຍົກຍ້າຍຜູ້ພິພາກສາຂອງສານປະຊາຊົນສູງສຸດ,ປະທານ, ຮອງປະະທານແລະຜູ້ພິພາກສາຂອງສານປະຊາຊົນທ້ອງຖິ່ນແລະສານ ປະຫານໂດຍບໍ່ມີມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ; 7. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.


..ພາກທີ 7 ວັນສ້າງຕັ້ງ,ງົບປະມານ,ເຄື່ອງມາຍ,ເຄື່ອງແບບ,ກາໝາຍ,ບັດຜູ້ພິພາກສາແລະຕາປະທັບ


...ມາດຕາ 59 (ໃໝ່) ວັນສ້າງຕັ້ງສານປະຊາຊົນ

ມາດຕາ 59 (ໃໝ່) ວັນສ້າງຕັ້ງສານປະຊາຊົນ ວັນສ້າງຕັ້ງສານປະຊາຊົນແມ່ນວັນທີ 15 ສິງຫາ 1982. ...ມາດຕາ 60 (ປັບປຸງ) ງົບປະມານຂອງສານປະຊາຊົນ

ມາດຕາ 60 (ປັບປຸງ) ງົບປະມານຂອງສານປະຊາຊົນ ງົບປະມານຂອງສານປະຊາຊົນທຸກຂັ້ນໃຫ້ຂຶ້ນກັບສາຍຕັ້ງໂດຍ ແມ່ນສານປະຊາຊົນສູງສຸດເປັນຜູ້ສ້າງແຜນແລະນໍາສະເໜີຂໍການອະ ນຸມັດຕາມລະບຽບກົດໝາຍ. ງົບປະມານຂອງສານທະຫານແມ່ນຂຶ້ນກັບກະຊວງປ້ອງກັນປະ ເທດ. ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາແລະຈ່າສານມີດັດສະນີຂັ້ນເງິນ ເດືອນສະເພາະຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 61 (ປັບປຸງ) ເຄື່ອງໝາຍ,ເຄື່ອງແບບ,ກາໝາຍແລະບັດຜູ້ພິພາກສາ

ມາດຕາ 61 (ປັບປຸງ) ເຄື່ອງໝາຍ,ເຄື່ອງແບບ,ກາໝາຍແລະບັດ ຜູ້ພິພາກສາ ເຄື່ອງໝາຍ,ເຄື່ອງແບບ,ກາໝາຍຂອງພະນັກງານສານປະຊາ ຊົນແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງຕາມການສະເໜີ ຂອງປະທານສານປະຊາຊົນສູງສຸດ. ບົດຜູ້ພິພາກສາແມ່ນປະທານສານປະຊາຊົນສູງສຸດເປັນຜູ້ອອກ ໃຫ້.

...ມາດຕາ 62 (ປັບປຸງ) ຕາປະທັບຂອງສານປະຊາຊົນ

ມາດຕາ 62 (ປັບປຸງ) ຕາປະທັບຂອງສານປະຊາຊົນ ຕາປະທັບຂອງປະທານແລະຄະນະສານຂອງສານປະຊາຊົນແຕ່ ລະຂັ້ນກໍານົດດັ່ງນີ້: ຕາປະທັບຂອງປະທານສານເປັນຮູບວົງມົນຢູ່ກາງວົງມົນມີ ເຄື່ອງໝາຍຊາດ,ເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານປະຊາຊົນຂັ້ນ ຂອງຕົນ,ເບື້ອງລຸ່ມຂຽນວ່າປະທານຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງຄະນະສານເປັນຮູບວົງມົນ,ຢູ່ກາງວົງມົນມີເຄື່ອງ ໝາຍຊາດ,ເນືອໃນຢູ່ຂອບເທິງວົງມົນຂຽນຊື່ສານປະຊາຊົນຂັ້ນຂອງຕົນ ,ເບື້ອງລຸ່ມຂຽນຊື່ຄະນະສານຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຈ່າສານເປັນຮູບວົງມົນ,ຢູ່ກາງວົນມົນຂຽນວ່າຈ່າສານ ,ເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານປະຊາຊົນຂັ້ນຂອງຕົນ,ເບື້ອງລຸ່ມ ຂຽນຊື່ຄະນະສານຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງກົງຈັກບໍລິຫານຂອງສານປະຊາຊົນໄດ້ກໍານົດໄວ້ ໃນລະບຽບການສະເພາະ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະກາາຕໍ່ຜູ້ລະເມີດ


...ມາດຕາ 63 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 63 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານສານປະຊາຊົນທີ່ໄດ້ປະຕິບັດກົດໝາຍສະບັບນີ້ຢ່າງ ເຂັ້ມງວດເຮັດໃຫ້ການຕັດສິນແລະພິພາກສາຄະດີມີຄວາມຖືກຕ້ອງ ແລະຍຸຕິທໍາແລະຕັ້ງໜ້າພັດທະນາລະບົບສານປະຊາຊົນໃຫ້ມີປິສິດທິ ພາບ,ໂປ່ງໄສແລະທັນສະໄໝຈະໄດ້ຮັບການຍ້ອງຍໍ,ຊົມເຊີຍແລະນະ ໂຍບາຍອື່ນຕາມລະບຽບການ. ສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ,ບຸກຄົນແລະການຈັດຕັ້ງ ອື່ນຫາກມີຄວາມຈິງໃຈ,ໃຫ້ຄວາມຮ່ວມມືຕໍ່ການດໍາເນີນຄະດີແລະພັດ ທະນາລະບົບສານປະຊາຊົນກໍ່ຈະໄດ້ຮັບນະໂຍບາຍຕາມລະບຽບການ.

...ມາດຕາ 64(ໃໝ່) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 64(ໃໝ່) ມາດຕະການຕໍ່ຜູ້ລະເມີດ ພະນັກງານສານປະຊາຊົນ,ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ,ບຸກ ຄົນແລະການຈັດຕັ້ງອື່ນຊຶ່ງມີການກະທໍາທີ່ລະເມີດກົດໝາຍສະບັບນີ້ແລະ ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມ,ກຽດສັກສີ,ຊື່ ສຽງ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິ ບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືດໍາເນີນຄະດີຕາມ ກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຕາມລະ ບຽບກົດໝາຍ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 65 (ປັບປຸງ) ການຈັດຕັ້ງປະຕິບັດ

ມາດຕາ 65 (ປັບປຸງ) ການຈັດຕັ້ງປະຕິບັດ ລັດຖະບານແລະສານປະຊາຊົນສູງສຸດເປັນຜູ້ຈັດຕັ້ງປະຕິບັດກົດ ໝາຍສະບັບນີ້.

...ມາດຕາ 66 (ປັບປຸງ) ຜົນສັກສິດ

ມາດຕາ 66 (ປັບປຸງ) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສານປະຊາຊົນ ແຫ່ງ ສປປລາວ ສະບັບເລກທີ 05/ສພຊ ລົງວັນທີ່ 21 ຕຸລາ 2003. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ