ກົດໝາຍວ່າດ້ວຍສານທະຫານ 17-12-2013

From Wikisource
Jump to navigation Jump to search

ສານທະຫານ 17-12-2013

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການຕິດຕາມກວດກາການຈັດຕັ້ງ,ການເຄື່ອນໄຫວວຽກງານຂອງສານທະຫານເພື່ອຮັບປະກັນການປະຕິບັດໜ້າທີ່ໃນການພິຈາລະນາຕັດສິນແລະພິພາກສາຄະດີອາຍາໃຫ້ມີຄວາມຖືກຕ້ອງ,ພາວະວິໄສ,ໂປ່ງໃສ,ຍຸຕິທໍາແລະມີຄຸນນະພາບແນໃສ່ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມ,ຂອງກອງທັບຮັບປະກັນໃຫ້ກອງທັບມີລະບຽບວິໄນເຂັ້ມງວດ,ເຮັດໃຫ້ສັງຄົມມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

ມາດຕາ2ສານທະຫານ ສານທະຫານແມ່ນອົງການພິພາກສາໜຶ່ງໃນລະບົບສານປະຊາຊົນແຫ່ງສປປລາວທີ່ສ້າງຕັ້ງຂຶ້ນໃນກອງທັບປະຊາຊົນລາວ,ມີພາລະບົດບາດດໍາເນີນການຕັດສິນແລະພິພາກສາຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດຂຶ້ນໃນຂົງເຂດຄວາມຮັບຜິດຊອບວຽກງານຮອບດ້ານຂອງທະຫານ,ໃນກໍາລັງປະກອບອາວຸດປ້ອງກັນຊາດ,ຕໍ່ນາຍແລະພົນທະຫານ,ກໍາມະກອນ,ພາລະກອນປ້ອງກັນຊາດແລະຕໍ່ບຸກຄົນນອກກອງທັບໃນຂອບເຂດຍຸດທະສາດການທະຫານແລະຂອບເຂດຕັ້ງທັບຂອງທະຫານ.

ມາດຕາ3ຄະດີທີ່ນໍາມາພິຈາລະນາຢູ່ສານທະຫານ ຄະດີທີ່ນໍາມາພິຈາລະນາຢູ່ສານທະຫານມີດັ່ງນີ້: 1.ຄະດີທີ່ພົວພັນເຖິງການກະທໍາຜິດທາງອາຍາຂອງນາຍແລະພົນທະການ,ກໍາມະກອນແລະພາລະກອນປ້ອງກັນຊາດ; 2.ຄະດີທີ່ພົວພັນເຖິງການກະທໍາຜິດທາງອາຍາຂອງກໍາລັງສໍາຮອງ,ກໍາລັງປ້ອງກັນຕົວ,ກອງຫຼອນແລະຂອງບຸກຄົນທີ່ພວມເຮັດໜ້າທີ່ໃນໄລຍະອົບຮົມ,ຫັດແອບ,ກຽມພ້ອມສູ້ຮົບ,ເຄື່ອນໄຫວສູ້ຮົບຫຼືລາດຕະເວນຊຶ່ງກອງທັບເປັນຜູ້ຄຸ້ມຄອງໂດຍກົງ; 3.ຄະດີທີ່ພົວພັນເຖິງການກະທໍາຜິດທາງອາຍາຂອງບຸກຄົນນອກກອງທັບທີ່ກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມລັບທາງການທະຫານແລະຕໍ່ຜົນປະໂຫຍດຂອງກອງທັບ,ຊີວິດ,ຊັບສິນ,ສຸຂະພາບຫຼືກຽດສັກສີຂອງນາຍແລະພົນທະຫານ.

ມາດຕາ4ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຄໍາຕົກລົງຂອງສານໝາຍເຖິງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ; 2.ຄໍາສັ່ງຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງສານກ່ຽວກັບການດໍາເນີນຄະດີເຊັ່ນຄໍາສັ່ງຍຶດຊັບຫຼືອາຍັດຊັບ,ຄໍາສັ່ງຊັດມ້ຽນຄະດີ,ຄໍາສັ່ງຈັບຕົວແລະອື່ນໆ; 3.ຄໍາຊີ້ຂາດຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງສານກ່ຽວກັບການຊີ້ຂາດສິດອໍານາດຂອງສານ,ຂອງຄະນະສານ,ກນບໍ່ຮັບເອົາຄະດີມາພິຈາລະນາ,ຄໍາຕັດສິນປະຫານຊີວິດແລະອື່ນໆ; 4.ຄໍາຕັດສິນຂອງສານໝາຍເຖິງຄໍາຕັດສິນຂອງສານຂັ້ນຕົ້ນ; 5.ຄໍາພິພາກສາຂອງສານໝາຍເຖິງຄໍາຕັດສິນຂອງສານຂັ້ນອຸທອນຫຼືຂັ້ນລົບລ້າງ; 6.ຄູ່ຄວາມໝາຍເຖິງໂຈດແລະຈໍາເລີຍໃນຄະດີ; 7.ທະນາຍຄວາມໝາຍເຖິງບຸກຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຂົ້າຮ່ວມໃນການດໍາເນີນຄະດີເພື່ອຊ່ວຍເຫຼືອທາງດ້ານກົດໝາຍ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍຂອງຄູ່ຄວາມຕາມລະບຽບກົດໝາຍ; 8.ຜູ້ປົກປ້ອງອື່ນໝາຍເຖິງຜູ້ຕາງໜ້າອົງການຈັດຕັ້ງ,ຜົວຫຼືເມຍ,ພໍ່ແມ່,ຜູ້ປົກຄອງຫຼືຍາດໃກ້ຊິດທີ່ເຂົ້າຮ່ວມໃນການດໍາເນີນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກຫາຫຼືຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ; 9.ຈໍາເລີຍໝາຍເຖິງຜູ້ຖືກສັ່ງຟ້ອງຂຶ້ນສານ; 10.ຜູ້ຖືກຫາໝາຍເຖິງບຸກຄົນທີ່ນໍາມາດໍາເນີນຄະດີພາຍຫຼັງມີຄໍາສັ່ງເປີດການສືບສວນສອບສວນ; 11.ຜູ້ກະທໍາຜິດໝາຍເຖິງຜູ້ຖືກສານຕັດສິນລົງໂທດ; 12.ພະນັກງານສານທະຫານໝາຍເຖິງປະທານ,ຮອງປະທານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່າສານ,ພະນັກງານວິຊາການແລະພະນັກງານບໍລິຫານຂອງສານທະຫານ; 13.ພຶດຕິກໍາໝາຍເຖິງການກະທໍາຫຼືການເມີຍເສີຍ; 14.ໝາຍຮຽກຂອງສານໝາຍເຖິງໜັງສືທີ່ອອກໂດຍສານເພື່ອຮຽກຕົວໂຈດ,ຈໍາເລີຍ,ບຸກຄົນທີສາມ,ພະຍານແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີເຂົ້າມາສານຕາມວັນເວລາແລະສະຖານທີ່ຊຶ່ງໄດ້ກໍານົດໄວ້ໃນໝາຍຮຽກ; 15.ຍຸຕິທໍາໝາຍເຖິງຄວາມຖືກຕ້ອງ,ເປັນທໍາທາງດ້ານກົດໝາຍ; 16.ຜູ້ພິພາກສາໝາຍເຖິງຜູ້ທີ່ມີມາດຕະຖານແລະໄດ້ຮັບການແຕ່ງຕັ້ງຈາກຄະນະປະຈໍາສະພາແຫ່ງຊາດໃຫ້ມີສິດພິຈາລະນາຕັດສິນຄະດີ; 17.ປະເພນີສານໝາຍເຖິງຄໍາພິພາກສາຂອງສານປະຊາຊົນສູງສຸດກ່ຽວກັບບັນຫາໃດໜຶ່ງໃນຄະດີອາຍາຊຶ່ງກົດໝາຍກໍານົດໄວ້ບໍ່ຊັດເຈນ,ບໍ່ໄດ້ກໍານົດຫຼືໄດ້ກໍານົດໄວ້ແຕ່ບໍ່ຈະແຈ້ງເພື່ອເປັນບ່ອນອີງໃຫ້ສານປະຊາຊົນແລະສານທະຫານທຸກຂັ້ນໄດ້ປະຕິບັດຕາມ; 18.ບຸກຄົນນອກກອງທັບໝາຍເຖິງປະຊາຊົນພົນລະເມືອງລາວທີ່ບໍ່ນອນໃນການຈັດຕັ້ງຂອງກອງທັບ; 19.ຈ່າສານໝາຍເຖິງພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຮັດວຽກຊ່ວຍຄະນະສານໃນການປະກອບແລະຄຸ້ມຄອງສໍານວນຄະດີ,ບັນທຶກຄໍາໃຫ້ການ,ກະກຽມແລະບັນທຶກປຶ້ມປະຊຸມສານແລະວຽກງານອື່ນຕາມການມອບໝາຍຂອງຄະນະສານ; 20.ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໝາຍເຖິງຄໍາຕັດສິນ,ຄໍາພິພາກສາຂອງສານທະຫານຊຶ່ງໂຈດ,ຈໍາເລີຍບໍ່ໄດ້ຂໍອຸທອນ,ຂໍລົບລ້າງຫຼືໄອຍະການທະຫານບໍ່ໄດ້ສະເໜີຄັດຄ້ານແລະຄໍາພິພາກສາຂອງສານປະຊາຊົນສູງສຸດ; 21.ນິຕິທໍາໝາຍເຖິງການເຄົາລົບແລະປະຕິບັດກົດໝາຍຢ່າງຖືກຕ້ອງແລະເຂັ້ມງວດ; 22.ນາຍທະຫານໝາຍເຖິງຜູ້ທີ່ມີຊັ້ນແຕ່ຊັ້ນຮ້ອຍຕີເຖິງຂັ້ນພົນເອກ; 23.ພົນທະຫານໝາຍເຖິງຜູ້ທີ່ມີຊັ້ນແຕ່ຊັ້ນສອງເຖິງຊັ້ນວ່າທີ່ຮ້ອຍຕີ; 24.ກໍາລັງສໍາຮອງໝາຍເຖິງກໍາລັງທີ່ບໍ່ປະຈໍາການໃນກອງທັບໃນຍາມສັນຕິພາບຊຶ່ງນອນໃນແຜນການຈັດຕັ້ງປະກອບຂອງກອງທັບປະຊາຊົນລາວ,ໃນຍາມສຸກເສີນປະຕິບັດໜ້າທີ່ເປັນກອງໜູນໃຫ້ແກ່ກໍາລັງປະຈໍາການໃນກອງທັບເມື່ອມີຄວາມຕ້ອງການ; 25.ກອງຫຼອນໝາຍເຖິງກໍາລັງປ້ອງກັນຊາດຂັ້ນບ້ານຊຶ່ງປະຕິບັດໜ້າທີ່ປ້ອງກັນບ້ານຫຼືປະສານສົມທົບກັບກໍາລັງອື່ນເພື່ອປ້ອງກັນຂອບເຂດໃດໜຶ່ງຕາມການມອບໝາຍ; 26.ກໍາລັງປ້ອງກັນຕົວໝາຍເຖິງພະນັກງານ,ກໍາມະກອນທີ່ໄດ້ປະກອບອາວຸດຈັດຕັ້ງຂຶ້ນຢູ່ໂຮງຈັກໂຮງງານ,ມີໜ້າທີ່ຮັກສາຄວາມສະຫງົບ,ປອດໄພແລະຄວາມເປັນລະບຽບຮຽບຮ້ອຍພາຍໃນຂອບເຂດທີ່ຕັ້ງຂອງຕົນ; 27.ກໍາມະກອນປ້ອງກັນຊາດໝາຍເຖິງບຸກຄົນທີ່ເຮັດວຽກຢູ່ໂຮງຈັກໂຮງງານຂອງກອງທັບ; 28.ພາລະກອນປ້ອງກັນຊາດໝາຍເຖິງບຸກຄົນທີ່ຖືກລະດົມເຂົ້າມາຮັບໃຊ້ໃນກອງທັບ; 29.ຄະນະສານທະຫານເຄື່ອນທີ່ໝາຍເຖິງຄະນະສານອາຍາທີ່ໄປຕັດສິນຫຼືພິພາກສາຄະດີຢູ່ບ່ອນທີ່ຄະດີນັ້ນເກີດຂຶ້ນຫຼືບ່ອນທີ່ຈໍາເລີຍຖືກກັກຂັງ; 30.ກໍາລັງປະກອບອາວຸດປ້ອງກັນຊາດໝາຍເຖິງການຈັດຕັ້ງທີ່ດໍາເນີນການຕໍ່ສູ້ດ້ວຍອາວຸດຕໍ່ສັດຕູໂດຍແມ່ນລັດເປັນຜູ້ຊີ້ນໍານໍາພາບັນຊາແລະຄຸ້ມຄອງໂດຍກົງ;ກໍາລັງຫຼວງ,ກໍາລັງທ້ອງຖິ່ນ,ກອງຫຼອນແລະກອງປ້ອງກັນຕົວ; 31.ລາດຕະເວນໝາຍເຖິງການເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບໃນຂອບເຂດໃດໜຶ່ງ; 32.ເຂດຍຸດທະສາດການທະຫານໝາຍເຖິງຂອບເຂດພື້ນທີ່ພູມີປະເທດພູຜາປ່າດົງ,ພູພຽງ,ຖໍ້າ,ຫ້ວຍນໍ້າລໍາເຊທີ່ມີຄຸນຄ່າທາງການທະຫານ,ເປັນເຂດຕ້ອງໄດ້ສະຫງວນຢ່າງເດັດຂາດເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ.

ມາດຕາ5ນະໂຍບາຍຂອງລັດກ່ຽວກັບວຽກງານສານທະຫານ ລັດສົ່ງເສີມແລະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງສານທະຫານດ້ວຍການສະໜອງງົບປະມານ,ການປະກອບບຸກຄະລາກອນ,ພາຫະນະແລະສ້າງພື້ນຖານໂຄງລ່າງໃຫ້ເໝາະສົມເພື່ອຮັບປະກັນໃຫ້ການພິພິຈາລະນາຕັດສິນຫຼືພິພາກສາຄະດີມີຄວາມວ່ອງໄວ,ປອດໃສ,ຖືກຕ້ອງແລະຮັບປະກັນຄວາມຍຸຕິທໍາໃນສັງຄົມ; ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມກົດໝາຍໃຫ້ນາຍແລະພົນທະຫານ,ກໍາມະກອນ,ພາລະກອນປ້ອງກັນຊາດ,ຮັບຮູ້,ເຂົ້າໃຈແລະເຂົ້າເຖິງຂະບວນການຍຸຕິທໍາພ້ອມທັງຊຸກຍູ້ສົ່ງເສີມໃຫ້ມີຄະນະສານທະຫານເຄື່ອນທີ່.

ມາດຕາ6ຂັ້ນການພິຈາລະນາຕັດສິນຄະດີອາຍາຂອງສານທະຫານ ການພິຈາລະນາຕັດສິນຂອງສານທະຫານມີສອງຂັ້ນຄື: -ຂັ້ນຕົ້ນ; -ຂັ້ນອຸທອນ. ສານທະຫານພາກຕັດສິນເປັນຂັ້ນຕົ້ນຕາມຂໍ້ມູນຫຼັກຖານແລະກົດໝາຍ. ສານທະຫານຂັ້ນສູງພິພາກສາເປັນຂັ້ນອຸທອນຕາມຂໍ້ມູນຫຼັກຖານແລະກົດມາຍກ່ຽວກັບຄະດີອາຍາທີ່ສານທະຫານພາກໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍໄອຍະການທະຫານ.

ມາດຕາ7ການປົກປ້ອງ ຜູ້ພິພາກສາ,ພະນັກງານສານທະຫານລວມທັງຜູ້ເຂົ້າຮ່ວມໃນການດໍາເນີນຄະດີໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບ,ກຽດສັກສີ,ຊື່ສຽງ,ຊັບສິນສ່ວນຕົວຫຼືຄອບຄົວ. ຜູ້ພິພາກສາຂອງສານທະຫານຈະຖືກຈັບຕົວຫຼືດໍາເນີນຄະດີໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບຄວາມເຫັນດີຈາກຄະນະປະຈໍາສະພາແຫ່ງຊາດເສຍກ່ອນ. ໃນກໍລະນີທີ່ຈໍາເປັນຫາກໄດ້ຈັບຕົວຜູ້ພິພາກສາຂອງສານທະຫານຢ່າງຮີບດ່ວນແລ້ວຕ້ອງລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດໃນທັນທີເພື່ອຂໍຄວາມເຫັນກ່ຽວກັບການດໍາເນີນຄະດີໃນຂັ້ນຕໍ່ໄປ,ພ້ອມກັນນັ້ນປະທານສານທະຫານຂັ້ນສູງຕ້ອງລາຍງານໃຫ້ສານປະຊາຊົນສູງສຸດແລະກະຊວງປ້ອງກັນປະເທດ.

ມາດຕາ8ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບສານທະຫານເທົ່ານັ້ນແລະການພິຈາລະນາຕັດສິນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ3ຂອງກົດໝາຍສະບັບນີ້.

ມາດຕາ9ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສານທະຫານເປັນຕົ້ນການຮ່ວມມືທາງດ້ານກົດໝາຍແລະຍຸຕິທໍາດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ການຝຶກອົບຮົມຫຼືສໍາມະນາ,ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການເພື່ອພັດທະນາວຽກງານສານທະຫານໃຫ້ມີຄຸນນະພາບ,ເຂັ້ມແຂງແລະທັນສະໄໝລວມທັງປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ຫຼັກການພື້ນຖານໃນການດໍາເນີນຄະດີຢູ່ສານທະຫານ

ມາດຕາ10ຫຼັກການພື້ນຖານໃນການດໍາເນີນຄະດີຢູ່ສານທະຫານ ການດໍາເນີນຄະດີອາຍາຢູ່ສານປະຫານປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ເຄົາລົບແລະປະຕິບັດກົດໝາຍໃນການພິຈາລະນາຄະດີ; 2.ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍແລະສານທະຫານຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ; 3.ຮັບປະກັນສິດໃນການຕໍ່ສູ້ຄະດີຂອງຜູ້ຖືກດໍາເນີນຄະດີຢູ່ສານທະຫານ; 4.ຮັບປະກັນຄວາມເປັນເອກະລາດຂອງຄະນະສານໃນການພິຈາລະນາຕັດສິນຄະດີ; 5.ຮັບປະກັນການພິຈາລະນາຄະດີເປັນໝູ່ຄະນະ; 6.ໃຊ້ພາສາລາວໃນການດໍາເນີນຄະດີ; 7.ຮັບປະກັນການພິຈາລະນາຄະດີຢູ່ທີ່ປະຊຸມສານຢ່າງເປີດເຜີຍ; 8.ເຄົາລົບແລະຈັດຕັ້ງປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານຢ່າງເຂັ້ມງວດ.

ມາດຕາ11ການເຄົາລົບແລະປະຕິບັດກົດໝາຍໃນການພິຈາລະນາຄະດີ ໃນການພິຈາລະນາຕັດສິນຄະດີສານທະຫານຕ້ອງອີງໃສ່ຫຼັກຖານແລະປະຕິບັດຕາມກົດໝາຍອາຍາ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງແຫ່ງສປປລາວ. ສານທະຫານຈະນໍາເອົາການກະທໍາໃດໜຶ່ງມາຕັດສິນລົງໂທດທາງອາຍາບໍ່ໄດ້ຖ້າຫາກການກະທໍານັ້ນບໍ່ໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ມາດຕາ12ຄວາມສະເໝີພາບຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຢູ່ສານທະຫານມີຄວາມສະເໝີພາບຕໍ່ໜ້າກົດໝາຍແລະສານທະຫານໂດຍບໍ່ຈໍາແນກເຜົ່າ,ເພດ,ເຊື້ອຊາດ,ຖານະທາງດ້ານເສດຖະກິດແລະສັງຄົມ,ພາສາ,ລະດັບການສຶກສາ,ອາຊີບ,ຊັ້ນ,ຕໍາແໜ່ງ,ຄວາມເຊື່ອຖື,ພູມລໍາເນົາແລະອື່ນໆ. ນາຍແລະພົນທະຫານ,ກໍາມະກອນ,ພາລະກອນປ້ອງກັນຊາດ,ກໍາລັງສໍາຮອງ,ກໍາລັງປ້ອງກັນຕົວ,ກອງຫຼອນ,ພົນລະເມືອງລາວ,ມີສິດຮ້ອງຟ້ອງຕໍ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານຫຼືອົງການໄອຍະການທະຫານເມື່ອມີການກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ3ຂອງກົດໝາຍສະບັບນີ້ແລະມີການລະເມີດກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ມາດຕາ13ສິດໃນການຕໍ່ສູ້ຄະດີ ຜູ້ຖືກດໍາເນີນຄະດີເປັນຕົ້ນຜູ້ຖືກຫາຫຼືຈໍາເລີຍໃນຄະດີອາຍາມີສິດຕໍ່ສູ້ຄະດີດ້ວຍຕົນເອງຫຼືເອົາທະນາຍຄວາມ,ຜູ້ປົກປ້ອງອື່ນຊ່ວຍເຫຼືອທາງດ້ານກົດໝາຍຕໍ່ສູ້ຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ. ລະບຽບການເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການດໍາເນີນຄະດີໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ14ຄວາມເປັນເອກະລາດຂອງຄະນະສານ ໃນການໄຕ່ສວນແລະພິຈາລະນາຕັດສິນຄະດີນັ້ນຄະນະສານທະຫານມີຄວາມເປັນເອກະລາດແລະປະຕິບັດກົດໝາຍຢ່າງເຂັ້ມງວດ.

ມາດຕາ15ການພິຈາລະນາຄະດີເປັນໝູ່ຄະນະ ຄະນະສານຕັດສິນຄະດີຂອງສານທະຫານຊັ້ນສູງ,ສານທະຫານພາກປະກອບດ້ວຍຜູ້ພິພາກສາສາມຄົນໃນນັ້ນຜູ້ໜຶ່ງເປັນປະທານແລະອີກສອງຄົນເປັນຄະນະ. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ. ການພິຈາລະນາຕັດສິນຄະດີຕ້ອງຮັບປະກັນຄວາມລັບ.

ມາດຕາ16ພາສາທີ່ໃຊ້ໃນການດໍາເນີນຄະດີ ໃນການດໍາເນີນຄະດີໃຫ້ໃຊ້ພາສາລາວ,ຜູ້ເຂົ້າຮ່ວມໃນການດໍາເນີນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຕົນເອງຫຼືພາສາອື່ນໂດຍຜ່ານຜູ້ແປພາສາ.

ມາດຕາ17ການພິຈາລະນາຄະດີຢູ່ທີ່ປະຊຸມສານຢ່າງເປີດເຜີຍ ການພິຈາລະນາຄະດີຢູ່ທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດເຜີຍເວັ້ນເສຍແຕ່ກໍລະນີທີ່ຄະດີຫາກກ່ຽວຂ້ອງກັບຄວາມລັບຂອງລັດ,ຄວາມລັບທາງການທະຫານຕ້ອງດໍາເນີນຢ່າງປິດລັບ. ຄໍາຕັດສິນຫຼືຄໍາພິພາກສາຂອງສານທະຫານຕ້ອງອ່ານຢ່າງເປີດເຜີຍ.

ມາດຕາ18ຜົນບັງຄັບປະຕິບັດຄໍາຕົກລົງຂອງສານທະຫານ ສານທະຫານອອກຄໍາຕົດລົງໃນນາມສປປລາວ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທະຫານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນທຸກອົງການຈັດຕັ້ງຂອງພັກ,ອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ກົມກອງ,ວິສາຫະກິດ,ນາຍແລະພົນທະຫານ,ພົນລະເມືອງທຸກຄົນຕ້ອງເຄົາລົບ,ບຸກຄົນແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທະຫານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນມີຜົນບັງຄັບປະຕິບັດແລະບໍ່ສາມາດປ່ຽນແປງໄດ້ຢ່າງໃດເວັ້ນເສຍແຕ່ກໍລະນີພິເສດເປັນຕົ້ນມີຫຼັກຖານໃໝ່ຈຶ່ງມີສິດສະເໜີຮື້ຟື້ນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ3ການຈັດຕັ້ງສານທະຫານ

ໝວດທີ1ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງສານທະຫານ

ມາດຕາ19ທີ່ຕັ້ງແລະພາລະບົດບາດຂອງສານທະຫານ ສານທະຫານແມ່ນອົງການພິພາກສາໜຶ່ງໃນລະບົບສານປະຊາຊົນແຫ່ງສປປລາວ,ມີພາລະບົດບາດໃນການພິຈາລະນາຕັດສິນຫຼືພິພາກສາຄະດີອາຍາ,ຈໍາກັດແລະສະກັດກັ້ນການລະເມີດລະບຽບກົດໝາຍ,ແນໃສ່ປົກປັກຮັກສາລະບອບການເມືອງ,ເສດຖະກິດ,ສັດທະນະທໍາສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ມູນເຊື້ອ,ລະບຽບວິໄນແລະກໍາລັງແຮງສູ້ຮົບຂອງກອງທັບ,ປົກປັກຮັກສາສິດແລະຜົນປະໂຫຍດອັນຊອບທໍາຂອງນາຍແລະພົນທະຫານ,ກໍາມະກອນ,ພາລະກອນປ້ອງກັນຊາດ,ກໍາລັງສໍາຮອງ,ກໍາລັງປ້ອງກັນຕົວ,ກອງຫຼອນແລະພົນລະເມືອງ.

ມາດຕາ20ສິດແລະໜ້າທີ່ຂອງສານທະຫານ ສານທະຫານມີສິດແລະໜ້າທີ່ດັ່ງນີ້: 1.ສຶກສາອົບຮົມ,ໄກ່ເກ່ຍຄູ່ຄວາມແລະພິຈາລະນາຕັດສິນຫຼືພິພາກສາຄະດີອາຍາ; 2.ໂຄສະນາເຜີຍແຜ່ກົດໝາຍເພື່ອໃຫ້ກໍາລັງປະກອບອາວຸດປ້ອງກັນຊາດມີສະຕິເຄົາລົບແລະປະຕິບັດກົດໝາຍ; 3.ຊອກຫາ,ກໍາຈັດສາເຫດແລະເງື່ອນໄຂທີ່ພາໃຫ້ມີການກະທໍາຜິດເກີດຂຶ້ນ; 4.ປະສານສົມທົບກັບອົງການທີ່ກ່ຽວຂ້ອງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ; 5.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕິທໍາແລະກົດໝາຍໃນຂົງເຂດວຽກງານຂອງກອງທັບເປັນຕົ້ນວຽກງານສານທະຫານຕາມການມອບໝາຍຂອງຂັ້ນເທິງ; 6.ຊີ້ແຈງ,ອະທິບາຍຫຼືຕອບແກ້ຂໍ້ຂ້ອງໃຈຂອງສັງຄົມ,ປະຊາຊົນ,ນາຍແລະພົນທະຫານທີ່ພົວພັນກັບວຽກງານຂອງຕົນ; 7.ເຊັ່ນຢັ້ງຢືນບົດບັນທຶກຕ່າງໆທີ່ຜູ້ພິພາກສາໄດ້ດໍາເນີນໂດຍມອບໃຫ້ຫົວໜ້າຄະນະສານອາຍາເປັນຜູ້ຮັບຜິດຊອບ; 8.ສະຫຼຸບລາຍງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ2ລະບົບການຈັດຕັ້ງຂອງສານທະຫານ

ມາດຕາ21ລະບົບການຈັດຕັ້ງຂອງສານທະຫານ ລະບົບການຈັດຕັ້ງຂອງສານທະຫານປະກອບດ້ວຍ: 1.ສານທະຫານຂັ້ນສູງ; 2.ສານທະຫານພາກ.

ມາດຕາ22ສານທະຫານຂັ້ນສູງ ສານທະຫານຂັ້ນສູງແມ່ນອົງການພິພາກສາສູງສຸດຂອງກອງທັບປະຊາຊົນລາວ,ມີພາລະບົດບາດໃນການພິພາກສາຄະດີອາຍາເປັນຂັ້ນອຸທອນ,ຄຸ້ມຄອງທາງດ້ານການຈັດຕັ້ງ,ບໍລິຫານ,ກວດກາທາງດ້ານວິຊາສະເພາະ,ຊີ້ນໍາການເຄື່ອນໄຫວ,ການປະຕິບັດໜ້າທີ່ຂອງສານທະຫານພາກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສານທະຫານຂັ້ນສູງຕັ້ງຢູ່ນະຄອນຫຼວງວຽງຈັນມີຊື່ຫຍໍ້ວ່າ:ສທສ.

ມາດຕາ23ສິດແລະໜ້າທີ່ຂອງສານທະຫານຂັ້ນສູງ ສານທະຫານຂັ້ນສູງມີສິດແລະໜ້າທີ່ດັ່ງນີ້: 1.ພິຈາລະນາເປັນຂັ້ນອຸທອນຄະດີອາຍາທີ່ສານປະຫານພາກໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຄູ່ຄວາມໄດ້ຂໍອຸທອນຫຼືໄອຍະການທະຫານໄດ້ສະເໜີຄັດຄ້ານ; 2.ພິຈາລະນາເປັນຂັ້ນອຸທອນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລັງອື່ນຂອງສານທະຫານພາກຊຶ່ງຄູ່ຄວາມໄດ້ຂໍອຸທອນຫຼືໄອຍະການທະຫານໄດ້ສະເໜີຄັດຄ້ານ; 3.ອອກຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລົງອື່ນ; 4.ຊີ້ນໍາສານທະຫານພາກທາງດ້ານການຈັດຕັ້ງແລະດ້ານບໍລິຫານ; 5.ວາງມາດຕະການອັນຈໍາເປັນກ່ຽວກັບບັນຫາການຈັດຕັ້ງ,ການປັບປຸງແລະການບໍລິຫານສານທະຫານ; 6.ກວດກາການປະຕິບັດໜ້າທີ່ວຽກງານຂອງສານທະຫານທຸກຂັ້ນ; 7.ຜັນຂະຫຍາຍຄໍາແນະນໍາທາງດ້ານກົດໝາຍ,ມະຕິກອງປະຊຸມໃຫຍ່ຜູ້ພິພາກສາໃຫ້ສານທະຫານເພື່ອຮັບປະກັນຄວາມຖືກຕ້ອງແລະຄວາມເປັນເອກະພາບໃນການປະຕິບັດກົດໝາຍ; 8.ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາພິພາກສາໃຫ້ໄອຍະການທະຫານຂັ້ນຂອງຕົນແລະສານປະຊາຊົນສູງສຸດເພື່ອກວດກາ; 9.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຍຸຕິທໍາແລະກົດໝາຍຕາມການມອບໝາຍຂອງຂັ້ນເທິງ; 10.ສະຫຼຸບແລະລາຍງານການເຄື່ອນໄຫວຂອງວຽກງານຂອງຕົນຕໍ່ສານປະຊາຊົນສູງສຸດແລະກະຊວງປ້ອງກັນປະເທດຢ່າງເປັນປົກກະຕິ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ24ສານທະຫານພາກ ສານທະຫານພາກແມ່ນສານໜຶ່ງໃນລະບົບການຈັດຕັ້ງຂອງສານທະຫານ,ມີພາລະບົດບາດດໍາເນີນການຕັດສິນຄະດີອາຍາເປັນຂັ້ນຕົ້ນ. ສານທະຫານພາກເໜືອຕັ້ງຢູ່ແຂວງຫຼວງພະບາງມີຊື່ຫຍໍ້ວ່າ:ສທພໜ. ສານທະຫານພາກາງຕັ້ງຢູ່ນະຄອນຫຼວງວຽກຈັນມີຊື່ຫຍໍ້ວ່າ:ສທພກ. ສານທະຫານພາກໃຕ້ຕັ້ງຢູ່ແຂວງຈໍາປາສັກມີຊື່ຫຍໍ້ວ່າ:ສທພຕ.

ມາດຕາ25ສິດແລະໜ້າທີ່ຂອງສານທະຫານພາກ ສານທະຫານພາກມີສິດແລະໜ້າທີ່ດັ່ງນີ້: 1.ພິຈາລະນາຕັດສິນຄະດີອາຍາເປັນຂັ້ນຕົ້ນ; 2.ອອກຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລົງອື່ນ; 3.ຈັດຕັ້ງປະຕິບັດຄໍາແນະນໍາທາງດ້ານກົດໝາຍ,ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ພິພາກສາແລະປະຕິບັດຄໍາແນະນໍາຂອງສານທະຫານຂັ້ນສູງເພື່ອຮັບປະກັນຄວາມຖືກຕ້ອງແລະຄວາມເປັນເອກະພາບໃນການປະຕິບັດກົດໝາຍ; 4.ຄົ້ນຄວ້າສັງລວມການຈັດຕັ້ງປະຕິບັດໜ້າທີ່ແລະເກັບກໍາສະຖິຕິຄະດີຂອງສານ; 5.ສົ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນໃຫ້ສານທະຫານຂັ້ນສູງແລະອົງການໄອຍະການທະຫານພາກເພື່ອກວດກາ; 6.ສະຫຼຸບແລະລາຍງານການເຄື່ອນໄຫວການປະຕິບັດໜ້າທີ່ຂອງຕົນຕໍ່ສານທະຫານຂັ້ນສູງຢ່າງເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ3ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສານທະຫານ

ມາດຕາ26ໂຄງປະກອບການຈັດຕັ້ງ ເພື່ອຮັບປະກັນການປະຕິບັດໜ້າທີ່ແລະການເຄື່ອນໄຫວວຽກງານຂອງຕົນສານທະຫານຂັ້ນສູງແລະສານທະຫານພາກມີຄະນະປະທານ,ຄະນະສານອາຍາແລະກົງຈັກບໍລິຫານ.

ມາດຕາ27ຄະນະປະທານ ຄະນະປະທານແມ່ນຄະນະນໍາຂອງສານທະຫານຂັ້ນສູງຊຶ່ງປະກອບດ້ວຍປະທານ,ຮອງປະທານ,ຫົວໜ້າຄະນະສານອາຍາແລະຜູ້ພິພາກສາຈໍານວນໜຶ່ງຂອງສານທະຫານຂັ້ນສູງ. ຄະນະປະທານມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຮ່າງກົດໝາຍແລະຮ່າງນິຕິກໍາອື່ນຂອງສານທະຫານ; 2.ຄົ້ນຄວ້າຮ່າງຄໍາແນະນໍາຂອງສານທະຫານຂັ້ນສູງກ່ຽວກັບການປະຕິບັດກົດໝາຍແລະການດໍາເນີນຄະດີຂອງສານທະຫານໃຫ້ຖືກຕ້ອງແລະເປັນເອກະພາບໃນກໍາລັງປະກອບອາວຸດປ້ອງກັນຊາດ; 3.ປະຕິບັດຄໍາແນະນໍາແລະປະເພນີສານຂອງສານປະຊາຊົນສູງສຸດ; 4.ຄົ້ນຄວ້າກ່ຽວກັບຄໍາຕັດສິນປະຫານຊີວິດຂອງສານທະຫານເພື່ອສະເໜີໃຫ້ປະທານສານປະຊາຊົນສູງສຸດອອກຄໍາຊີ້ຂາດ; 5.ຄົ້ນຄວ້າກ່ຽວກັບການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງປະທານສານທະຫານຂັ້ນສູງເພື່ອໃຫ້ປະທານສານປະຊາຊົນສູງສຸດສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ; 6.ຄົ້ນຄວ້ານໍາສະເໜີກ່ຽວກັບການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງປະທານ,ຮອງປະທານສານທະຫານພາກແລະຜູ້ພິພາກສາຂອງສານທະຫານທຸກຂັ້ນເພື່ອໃຫ້ປະທານສານປະຊາຊົນສູງສຸດສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ; 7.ສະຫຼຸບຕີລາຄາແລະຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງສານທະຫານ; 8.ຄົ້ນຄວ້າຮ່າງບົດລາຍງານຂອງປະທານສານທະຫານຂັ້ນສູງກ່ຽວກັບການເຄື່ອນໄຫວວຽກງານຂອງສານທະຫານຕໍ່ກອງປະຊຸມໃຫຍ່ຜູ້ພິພາກສາ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ຄະນະປະທານອາດຈະເປີດກອງປະຊຸມຂອງຕົນຂຶ້ນຢ່າງໜ້ອຍປີລະສາມເທື່ອ.

ມາດຕາ28ຄະນະສານອາຍາຂອງສານທະຫານ ຄະນະສານອາຍາຂອງສານທະຫານຂັ້ນສູງແລະສານທະຫານພາກປະກອບດ້ວຍຫົວໜ້າຄະນະສານ,ຮອງຫົວໜ້າຄະນະສານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່າສານແລະພະນັກງານວິຊາການຈໍານວນໜຶ່ງ. ສິດແລະໜ້າທີ່ຂອງຄະນະສານອາຍາຂອງສານທະຫານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ29ກົງຈັກບໍລິຫານ ເພື່ອຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນສານທະຫານແຕ່ລະຂັ້ນມີກົງຈັກບໍລິຫານດັ່ງນີ້: ສານທະຫານຂັ້ນສູງມີຫ້ອງການບໍລິຫານ,ຫ້ອງການຄຸ້ມຄອງວິຊາການແລະສະຖິຕິສານ,ຫ້ອງການປະຕິບັດຄໍາຕັດສິນຂອງສານ,ຫ້ອງການໂຄສະນາອົບຮົມແລະຫ້ອງການກວດກາ. ສານທະຫານພາກມີພະແນກບໍລິຫານ,ພະແນກຄຸ້ມຄອງວິຊາການແລະສະຖິຕິສານ,ພະແນກປະຕິບັດຄໍາຕັດສິນຂອງສານ,ພະແນກໂຄສະນາອົບຮົມແລະພະແນກກວດກາ. ເມື່ອມີຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະສານທະຫານຂັ້ນສູງແລະສານທະຫານພາກອາດຈະສ້າງຕັ້ງຫຼືລົບລ້າງຫ້ອງການ,ພະແນກແລະກົງຈັກບໍລິຫານອື່ນກໍ່ໄດ້. ຈໍານວນພົນແລະການເຄື່ອນໄຫວວຽກງານຂອງກົງຈັກບໍລິຫານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ30ໂຄງປະກອບບຸກຄະລາກອນ ສານທະຫານທຸກຂັ້ນປະກອບດ້ວຍປະທານ,ຮອງປະທານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາ,ຈ່າສານ,ພະນັກງານວິຊາການແລະພະນັກງານບໍລິຫານຈໍານວນໜຶ່ງ.

ມາດຕາ31ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ ປະທານສານທະຫານຂັ້ນສູງເປັນຮອງປະທານສານປະຊາຊົນສູງສຸດໂດຍຕໍາແໜ່ງ. ປະທານສານທະຫານຂັ້ນສູງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍປະທານປະເທດຕາມຄໍາສະເໜີຂອງປະທານສານປະຊາຊົນສູງສຸດພາຍຫຼັງໄດ້ຮັບຄໍາເຫັນດີຈາກລັດຖະມົນຕີວ່າການກະຊວງປ້ອງກັນປະເທດແລະຄະນະປະຈໍາສະພາແຫ່ງຊາດ. ຮອງປະທານສານທະຫານຂັ້ນສູງ,ປະທານ,ຮອງປະທານສານທະຫານພາກແລະຜູ້ພິພາກສາຂອງສານທະຫານທຸກຂັ້ນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍຄະນະປະຈໍາສະພາແຫ່ງຊາດຕາມການສະເໜີຂອງປະທານສານປະຊາຊົນສູງສຸດພາຍຫຼັງໄດ້ຮັບຄໍາສະເໜີຂອງປະທານສານທະຫານຂັ້ນສູງແລະຄໍາເຫັນດີຈາກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.

ມາດຕາ32ສິດແລະໜ້າທີ່ຂອງປະທານສານທະຫານຂັ້ນສູງ ປະທານສານທະຫານຂັ້ນສູງມີສິດແລະໜ້າທີ່ດັ່ງນີ້: 1.ນັ່ງເປັນປະທານໃນຄະນະສານຕັດສິນຂອງສານທະຫານຂັ້ນສູງ; 2.ຊີ້ນໍານໍາພາວຽກງານຂອງສານທະຫານທຸກຂັ້ນ,ຮຽກໂຮມກອງປະຊຸມຄະນະປະທານ,ກອງປະຊຸມວິຊາການຂອງສານທະຫານຂັ້ນສູງແລະການທະຫານພາກ,ຄຸ້ມຄອງແລະກວດກາການເຄື່ອນໄຫວວຽກງານຂອງສານທະຫານ; 3.ອອກຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລົງອື່ນ; 4.ປະຕິບັດຄໍາແນະນໍາຂອງປະທານສານປະຊາຊົນສູງສຸດກ່ຽວກັບການປະຕິບັດກົດໝາຍແລະການດໍາເນີນຄະດີອາຍາເພື່ອໃຫ້ຖືກຕ້ອງແລະເປັນເອກະພາບໃນກໍາລັງປະກອບອາວຸດປ້ອງກັນຊາດ; 5.ຊີ້ນໍາວຽກງານຄົ້ນຄວ້າ,ສະເໜີຮ່າງກົດໝາຍແລະນິຕິກໍາອື່ນຢູ່ໃນຂົງເຂດສານທະຫານແລ້ວສະເໜີຕໍ່ສະພາຜູ້ພິພາກສາສານປະຊາຊົນສູງສຸດພິຈາລະນາ; 6.ຄົ້ນຄວ້ານໍາສະເໜີຈໍານວນຜູ້ພິພາກສາຂອງສານທະຫານທຸກຂັ້ນແລະສະເໜີແຕ່ງຕັ້ງ,ຍົົກຍ້າຍຫຼືປົດຕໍາແໜ່ງຮອງປະທານແລະຜູ້ພິພາກສາຂອງສານທະຫານຂັ້ນສູງ,ປະທານ,ຮອງປະທານແລະຜູ້ພິພາກສາຂອງສານທະຫານພາກເພື່ອໃຫ້ປະທານສານປະຊາຊົນສູງສຸດນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາພາຍຫຼັງທີ່ໄດ້ຮັບຄໍາເຫັນດີຈາກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ; 7.ກໍານົດກົງຈັກບໍລິຫານຂອງສານທະຫານຂັ້ນສູງແລະສານທະຫານພາກເພື່ອໃຫ້ປະທານສານປະຊາຊົນສູງສຸດພິຈາລະນາແລະນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດອະນຸມັດພາຍຫຼັງທີ່ໄດ້ຮັບຄໍາເຫັນດີຈາກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ; 8.ສະເໜີຕໍ່ປະທານສານປະຊາຊົນສູງສຸດຫຼືລັດຖະມົນຕີວ່າການກະຊວງປ້ອງກັນປະເພດເພື່ອແຕ່ງຕັ້ງ,ບັນຈຸສັບຊ້ອນ,ປະຕິບັດນະໂຍບາຍ,ຍ້ອງຍໍ,ເລື່ອນຊັ້ນແລະລົງວິໄນພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມແຕ່ລະກໍລະນີ; 9.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງສານທະຫານຕໍ່ກອງປະຊຸມໃຫຍ່ຜູ້ພິພາກສາ,ປະທານສານປະຊາຊົນສູງສຸດແລະລັດຖະມົນຕີວ່າການກະຊວງປ້ອງກັນປະເທດ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ33ສິດແລະໜ້າທີ່ຂອງຮອງປະທານສານທະຫານຂັ້ນສູງ ຮອງປະທານສານທະຫານຂັ້ນສູງນັ້ງເປັນປະທານໃນຄະນະສານຕັດສິນຂອງສານທະຫານຂັ້ນຂອງຕົນ,ມີໜ້າທີ່ຊ່ວຍປະທານສານທະຫານຂັ້ນສູງໃນການປະຕິບັດສິດແລະໜ້າທີ່ຂອງປະທານແລະຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານສານທະຫານຂັ້ນສູງ. ໃນກໍລະນີທີ່ປະທານສານທະຫານຂັ້ນສູງຕິດຂັດແມ່ນຮອງປະທານສານທະຫານຂັ້ນສູງຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ມາດຕາ34ສິດແລະໜ້າທີ່ຂອງປະທານສານທະຫານພາກ ປະທານສານທະຫານພາກມີສິດແລະໜ້າທີ່ດັ່ງນີ້: 1.ນັ່ງເປັນປະທານໃນຄະນະສານຕັດສິນ; 2.ຊີ້ນໍານໍາພາການຈັດຕັ້ງແລະເຄື່ອນໄຫວວຽກງານຂອງສານຂັ້ນຂອງຕົນ; 3.ອອກຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລົງອືນ; 4.ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານບໍລິຫານແລະວິຊາສະເພາະ; 5.ລາຍງານສະພາບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງສານທະຫານຂັ້ນຂອງຕົນຕໍ່ປະທານສານທະຫານຂັ້ນສູງແລະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ພິພາກສາ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ35ສິດແລະໜ້າທີ່ຂອງຮອງປະທານສານທະຫານພາກ ຮອງປະທານສານທະຫານພາກນັ່ງເປັນປະທານໃນຄະນະສານຕັດສິນຂອງສານທະຫານຂັ້ນຂອງຕົນ,ມີໜ້າທີ່ຊ່ວຍປະທານສານທະຫານພາກໃນການປະຕິບັດສິດແລະໜ້າທີ່ຂອງປະທານແລະຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານສານທະຫານພາກ. ໃນກໍລະນີທີ່ປະທານສານທະຫານພາກຕິດຂັດແມ່ນຮອງປະທານສານທະຫານພາກຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ມາດຕາ36ສິດແລະໜ້າທີ່ຂອງຜູ້ພິພາກສາ ຜູ້ພິພາກສາມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສໍານວນຄະດີທີ່ໄດ້ຮັບມອບໝາຍ; 2.ເອົາຄໍາໃຫ້ການຂອງຈໍາເລີຍ,ໂຈດທາງແພ່ງແລະບຸກຄົນອື່ນທີ່ເຂົ້າຮ່ວມໃນການດໍາເນີນຄະດີ; 3.ໄກ່ເກ່ຍຄູ່ຄວາມໃນຄະດີ; 4.ນັ່ງເປັນຄະນະສານຕັດສິນຄະດີ; 5.ໄດ້ຮັບການບໍາລຸງ,ຍົກລະດັບທາງດ້ານກົດໝາຍແລະວຽກງານຜູ້ພິພາກສາ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ37ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາມີສິດແລະໜ້າທີ່ດັ່ງນີ້: 1.ຜູ້ຊ່ວຍຜູ້ພິພາກສາໃນການຄົ້ນຄວ້າສໍານວນຄະດີ; 2.ຊ່ວຍຜູ້ພິພາກສາໃນການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ; 3.ຊ່ວຍຜູ້ພິພາກສາໃນການຂຽນຄໍາຕັດສິນຫຼືຄໍາພິພາກສາຂອງສານ; 4.ເຂົ້າຮ່ວມໃນການໄກ່ເກ່ຍຄູ່ຄວາມໃນຄະດີ; 5.ໄດ້ຮັບການບໍາລຸງ,ຍົກລະດັບທາງດ້ານກົດໝາຍແລະວຽກງານຊ່ວຍຜູ້ພິພາກສາ; 6.ເລື່ອນເປັນຜູ້ພິພາກສາຕາມເງື່ອນໄຂແລະມາດຕະຖານທີ່ໄດ້ກໍານົດໄວ້ໃນລະບຽບການ; 7.ສະຫຼຸບລາຍງານຄະດີທີ່ຕົນຮັບຜິດຊອບຄົ້ນຄວ້າຕໍ່ຜູ້ພິພາກສາ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

ມາດຕາ38ສິດແລະໜ້າທີ່ຂອງຈ່າສານ ຈ່າສານມີສິດແລະໜ້າທີ່ດັ່ງນີ້: 1.ຮັບສໍານວນຄະດີແລະຄໍາຮ້ອງຕ່າງໆທີ່ພົວພັນກັບຄະດີ,ຄໍາຮ້ອງຂໍອຸທອນ,ຄໍາຮ້ອງຂໍລົບລ້າງແລ້ວປະກອບໃສ່ສໍານວນຄະດີ,ຈັດລຽງເອກະສານ,ຂຶ້ນຟ້ອງແລະຂຶ້ນບັນຊີຄະດີ; 2.ອອກໝາຍຮຽກ,ໝາຍເຊີນຕາມການແນະນໍາຂອງຜູ້ພິພາກສາ; 3.ເຂົ້າຮ່ວມບັນທຶກໃນການເອົາຄໍາໃຫ້ການຫຼືໃນການໄກ່ເກ່ຍ; 4.ກະກຽມ,ແຈ້ງລະບຽບການແລະບັນທຶກປຶ້ມປະຊຸມສານໃນທີ່ປະຊຸມສານ; 5.ອະທິບາຍຊີ້ແຈງເຫດຜົນໃຫ້ຄູ່ຄວາມໃນຄະດີເຂົ້າໃຈກ່ຽວກັບຄໍາຕັດສິນຫຼືຄໍາພິພາກສາຂອງສານພ້ອມທັງແຈ້ງສິດໃນການຂໍອຸທອນຫຼືຂໍລົບລ້າງ; 6.ລົງລາຍເຊັນໃສ່ຄໍາຕັດສິນຫຼືຄໍາພິພາກສາແລະເອກະສານອື່ນຕາມລະບຽບກົດໝາຍ; 7.ຂຶ້ນບັນຊີ,ເກັບມ້ຽນຂອງກາງຄະດີແລະຄຸ້ມຄອງເງິນຄ່າທໍານຽມສານຕາມລະບຽບກົດໝາຍ,ສະຫຼຸບສະຖິຕິຄະດີ,ສົ່ງຄໍາຕັດສິນແລະຄໍາພິພາກສາໃຫ້ພາກສ່ວນທີ່ກ່ຽວຂ້ອງ; 8.ໄດ້ຮັບການບໍາລຸງ,ຍົກລະດັບທາງດ້ານກົດໝາຍແລະວຽກງານຈ່າສານ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

ພາກທີ4ຜູ້ພິພາກສາຂອງສານທະຫານ

ໝວດທີ1ມາດຕະຖານຂອງຜູ້ພິພາກສາ

ມາດຕາ39ຜູ້ພິພາກສາ ຜູ້ພິພາກສາແມ່ນຜູ້ທີ່ມີມາດຕະຖານແລະໄດ້ຮັບການແຕ່ງຕັ້ງຈາກຄະນະປະຈໍາສະພາແຫ່ງຊາດຈຶ່ງມີສິດພິຈາລະນາຕັດສິນຫຼືພິພາກສາຄະດີ. ມີແຕ່ຜູ້ພິພາກສາທີ່ໄດ້ຮັບການແຕ່ງຕັ້ງຕາມກົດໝາຍເທົ່ານັ້ນຈຶ່ງສາມາດປະກອບເຂົ້າເປັນຄະນະສານຕັດສິນ.

ມາດຕາ40ມາດຕະຖານຂອງຜູ້ພິພາກສາ ຜູ້ພິພາກສາຂອງສານທະຫານມີມາດຕະຖານດັ່ງນີ້: 1.ເປັນນາຍທະຫານຂອງກອງທັບປະຊາຊົນລາວແຕ່ຊັ້ນຮ້ອຍເອກແລະມີອາຍຸແຕ່ຊາວຫ້າປີຂຶ້ນໄປ; 2.ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດ,ມີນໍ້າໃຈບໍລິສຸດ,ປອດໃດ,ມີຈັນຍາທໍາ,ມີແບບແຜນການນໍາພາບັນຊາດີ,ມີຄວາມຈົງຮັກພັກດີຕໍ່ປະເທດຊາດແລະຮັບໃຊ້ຜົນປະໂຫຍດຂອງກອງທັບ; 3.ເປັນຜູ້ມີລະດັບການສຶກສາດ້ານກົດໝາຍແຕ່ຂັ້ນສູງຂຶ້ນໄປແລະໄດ້ຜ່ານການຝຶກອົບຮົມຫຼັກສູດສໍາລັບຜູ້ພິພາກສາ,ຜ່ານການກໍ່ສ້າງຫຼືບໍາລຸງທິດສະດີການເມືອງການປົກຄອງຕາມຫຼັກສູດຊັ້ນຕົ້ນຂຶ້ນໄປ,ຮູ້ພາສາຕ່າງປະເທດໃດໜຶ່ງ; 4.ບໍ່ເຄີຍຖືກລົງວິໄນຫຼືຖືກລົງໂທດຕັດອິດສະລະພາບຍ້ອນການກະທໍາຜິດໂດຍເຈດຕະນາ; 5.ເປັນຜູ້ມີສຸຂະພາບດີ. ສໍາລັບມາດຕະຖານຂອງຜູ້ຊ່ວຍຜູ້ພິພາກສາແລະຈ່າສານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ກອງປະຊຸມວິຊາການ

ມາດຕາ41ທີ່ຕັ້ງແລະພາລະບົດບາດຂອງກອງປະຊຸມວິຊາການ ກອງປະຊຸມວິຊາການແມ່ນການຈັດຕັ້ງສູງສຸດທາງດ້ານວິຊາການຂອງສານທະຫານ,ມີພາລະບົດບາດຊີ້ນໍາສານທະຫານໃນການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນກໍາລັງປະກອບອາວຸດປ້ອງກັນຊາດ. ກອງປະຊຸມວິຊາການປະກອບດ້ວຍປະທານ,ຮອງປະທານ,ຫົວໜ້າຄະນະສານແລະຜູ້ພິພາກສາທັງໝົດຂອງສານທະຫານທຸກຂັ້ນ,ນອກຈາກນີ້ອາດຈະເຊີນຄະນະນໍາ,ຂະແໜງການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ,ບຸກຄົນທີ່ຖືກເຊີນເຂົ້າຮ່ວມນັ້ນມີສິດສະເໜີຄໍາຄິດຄໍາເຫັນແຕ່ບໍ່ມີສິດລົງຄະແນນສຽງ.

ມາດຕາ42ສິດແລະໜ້າທີ່ຂອງກອງປະຊຸມວິຊາການ ກອງປະຊຸມວິຊາການມີສິດແລະໜ້າທີ່ດັ່ງນີ້: 1.ຮັບຟັງບົດລາຍງານຂອງປະທານສານທະຫານຂັ້ນສູງກ່ຽວກັບການປະຕິບັດວຽກງານແລະທິດທາງແຜນການໃນຕໍ່ໜ້າຂອງສານທະຫານ; 2.ສັງລວມ,ຕີລາຄາສະຖິຕິສານ,ການປະຕິບັດວຽກງານແລະການນໍາໃຊ້ກົດໝາຍຂອງສານທະຫານ; 3.ກວດກາຄືນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕົກລົງອື່ນຂອງສານທະຫານທຸກຂັ້ນທີ່ຜິດພາດເພື່ອແນະນໍາໃຫ້ສານທີ່ມີສິດອໍານາດກ່ຽວຂ້ອງແກ້ໄຂໃຫ້ສອດຄ່ອງກັບລະບຽບກົດໝາຍ; 4.ອອກຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຂອງສານທະຫານ; 5.ກໍານົດທິດທາງການປັບປຸງການຈັດຕັ້ງຂອງສານທະຫານ; 6.ພິຈາລະນາປັນຫາອື່ນທີ່ສໍາຄັນຊຶ່ງພົວພັນກັບວຽກງານຂອງສານທະຫານ.

ມາດຕາ43ການຮຽກໂຮມກອງປະຊຸມວິຊາການ ກອງປະຊຸມວິຊາການເປີດຂຶ້ນຢ່າງໜ້ອຍສອງປີຕໍ່ເທື່ອໂດຍການຮຽກໂຮມຂອງປະທານສານທະຫານຂັ້ນສູງ. ກອງປະຊຸມວິຊາການຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີສະມາຊິກເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກທັງໝົດ. ມະຕິຂອງກອງປະຊຸມວິຊາການຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.

ພາກທີ5ລະບອບແບບແຜນວິທີເຮັດວຽກຂອງສານທະຫານ

ມາດຕາ44ລະບອບເຮັດວຽກ ສານທະຫານຂັ້ນສູງຄຸ້ມຄອງທາງດ້ານການຈັດຕັ້ງແລະບໍລິຫານ,ຊີ້ນໍາການເຄື່ອນໄຫວປະຕິບັດໜ້າທີ່ແລະກວດກາວຽກງານທາງດ້ານວິຊາການຂອງສານທະຫານພາກ. ການເຮັດວຽກຂອງສານທະຫານຕ້ອງດໍາເນີນບົນພື້ນຖານເຮັດວຽກເປັນມູ່ຄະນະ,ເຄົາລົບຄວາມເປັນເອກະລາດຂອງຜູ້ພິພາກສາໃຫ້ສອດຄ່ອງກັບກົດໝາຍເພື່ອຮັບປະກັນການຕັດສິນແລະການພິພາກສາຄະດີໃຫ້ມີຄວາມຖືກຕ້ອງແລະຍຸຕິທໍາ. ສານທະຫານປະຕິບັດໜ້າທີ່ບົນພື້ນຖານຫຼັກການນິຕິທໍາ.

ມາດຕາ45ແບບແຜນວິທີເຮັດວຽກ ສານທະຫານປະຕິບັດໜ້າທີ່ວຽກງານເປັນໝູ່ຄະນະໂດຍມີການແບ່ງງານ,ແບ່ງຄວາມຮັບຜິດຊອບເຮັດວຽກຢ່າງມີແຜນການ,ກວດກາ,ສະຫຼຸບ,ປະເມີນຜົນ,ຖອດຖອນບົດຮຽນ,ລາຍງານ,ຂໍຄໍາເຫັນຊີ້ນໍາຈາກຂັ້ນເທິງຂອງຕົນ,ປະສານສົມທົບກັບພາກສ່ວນອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ46ການເຂົ້າຮ່ວມແລະການຕິດຕາມກວດກາຂອງອົງການໄອຍະການທະຫານໃນການດໍາເນີນຄະດີຂອງສານທະຫານ ໄອຍະການທະຫານເຂົ້າຮ່ວມໃນການດໍາເນີນຄະດີ,ຖະແຫຼງຢູ່ທີ່ປະຊຸມສານແລະຕິດຕາມກວດກາການປະຕິບັດກົດໝາຍຂອງສານທະຫານຕາມລະບຽບການແລະໃນຂອບເຂດທີ່ກົດມາຍໄດ້ກໍານົດໄວ້.

ມາດຕາ47ການເຂົ້າຮ່ວມຂອງກົມກອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມໃນການດໍາເນີນຄະດີຂອງສານທະຫານ ຜູ້ຕາງໜ້າກົມກອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມເຂົ້າຮ່ວມໃນການດໍາເນີນຄະດີທີ່ກ່ຽວຂ້ອງຕາມການສະເໜີຂອງສານທະຫານເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຫຼືບຸກຄົນທີ່ຢູ່ໃນການຄຸ້ມຄອງຂອງຕົນດ້ວຍການຊີ້ແຈງ,ໃຫ້ຂໍ້ມູນ,ອະທິບາຍແລະໃຫ້ເຫດຜົນກ່ຽວກັບຄະດີ.

ພາກທີ6ຂໍ້ຫ້າມ

ມາດຕາ48ຂໍ້ຫ້າມສໍາລັບພະນັກງານສານທະຫານ ຫ້າມພະນັກງານສານທະຫານມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຕໍາແໜ່ງ,ສິດອໍານາດເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 2.ບັງຄັບນາບຂູ່,ປະຕິບັດສິດ,ໜ້າທີ່ເກີນຂອບເຂດແລະລະເມີດລະບຽບກົດມາຍກ່ຽວກັບການດໍາເນີນຄະດີ; 3.ລໍາອຽງຫຼືເຂົ້າຂ້າງອອກຂາທີ່ພາໃຫ້ເກີດມີການຕັດສິນຫຼືພິພາກສາຄະດີພິພາດ; 4.ກັກສໍານວນຄະດີ,ກົດໜ່ວງຖ່ວງດຶງເອກະສານເພື່ອຫາຜົນປະໂຫຍດຈາກການດໍາເນີນຄະດີ; 5.ເປີດເຜີຍຄວາມລັບກ່ອນການຕັດສິນຄະດີເພື່ອຫາຜົນປະໂຫຍດໃດໜຶ່ງ; 6.ທວງ,ຮຽກ,ຮັບເອົາສິນບົນຈາກຄູ່ຄວາມ; 7.ເປັນທີ່ປຶກສາທາງດ້ານກົດໝາຍ,ພົວພັນກັບຄູ່ຄວາມເພື່ອຫາຜົນປະໂຫຍດຈາກຄະດີ; 8.ປິດບັງ,ຊຸກເຊື່ອງເອກະສານ,ຫຼັກຖານທີ່ມີຢູ່ໃນສໍານວນຄະດີແລະຂອງກາງຄະດີ; 9.ມີພຶດຕິກໍາອື່ນທີ່ຜິດຕໍ່ຈັນຍາທໍາແລະເປັນການລະເມີດລະບຽບກົດໝາຍ.

ມາດຕາ49ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຫ້າມຜູ້ເຂົ້າຮ່ວມໃນການດໍາເນີນຄະດີມີພຶດຕິກໍາດັ່ງນີ້: 1.ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ບັງຄັບ,ນາບຂູ່ພະນັກງານສານທະຫານແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີ; 2.ລາຍງານ,ສະໜອງຂໍ້ມູນ,ເອກະສານບໍ່ຖືກກັບຄວາມຈິງ,ຊຸກເຊື່ອງ,ທໍາລາຍຂໍ້ມູນ,ເອກະສານ,ຫຼັກຖານທີ່ມີຢູ່ໃນສໍານວນຄະດີແລະຂອງກາງຄະດີ; 3.ຫຼົບຫຼີກຈາກການດໍາເນີນຄະດີ; 4.ແຊກແຊງ,ຊີ້ນໍາການດໍາເນີນຄະດີ; 5.ໃຫ້ສິນບົນພະນັກງານທີ່ດໍາເນີນຄະດີ; 6.ໝິ່ນປະໝາດ,ປ້ອຍດ່າ,ນິນທາ,ໃສ່ຮ້າຍພະນັກງານສານທະຫານ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ50ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ຍົກຍ້າຍຜູ້ພິພາກສາຂອງສານທະຫານໂດຍບໍ່ມີມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ; 2.ແຊກແຊງ,ກ້າວກ່າຍແລະຂັດຂວາງການດໍາເນີນການຕັດສິນແລະພິພາກສາຄະດີ; 3.ນາບຂູ່,ທໍາຮ້າຍພະນັກງານສານທະຫານ; 4.ໝິ່ນປະໝາດ,ປ້ອຍດ່າ,ນິນທາ,ໃສ່ຮ້າຍພະນັກງານສານທະຫານ; 5.ປິດບັງ,ເຊື່ອງອໍາ,ທໍາລາຍຫຼັກຖານ,ຂອງກາງທີ່ກ່ຽວຂ້ອງໃນຄະດີແລະຜູ້ກະທໍາຜິດ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ7ວັນສ້າງຕັ້ງ,ງົບປະມານ,ເຄື່ອງໝາຍ,ກາໝາຍ,ບັດຜູ່ພິພາກສາແລະຕາປະທັບ

ມາດຕາ51ວັນສ້າງຕັ້ງສານທະຫານ ວັນສ້າງຕັ້ງສານທະຫານແມ່ນວັນທີ13ກໍລະກົດ1982.ໃນແຕ່ລະປີທັງສູນກາງແລະທ້ອງຖິ່ນຕ້ອງຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວດ້ວຍຮູບການຕ່າງໆທີ່ເໝາະສົມ.

ມາດຕາ52ງົບປະມານຂອງສານທະຫານ ງົບປະມານຂອງສານທະຫານແມ່ນການທະຫານຂັ້ນສູງເປັນຜູ້ສ້າງແຜນງົບປະມານລວມໂດຍຜ່ານກະຊວງປ້ອງກັນປະເທດເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາ.

ມາດຕາ53ເຄື່ອງໝາຍ,ກາໝາຍແລະບັດຜູ່ພິພາກສາ ເຄື່ອງໝາຍ,ກາໝາຍຂອງພະນັກງານສານທະຫານແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ່ຕົກລົງຕາມການສະເໜີຂອງປະທານສານປະຊາຊົນສູງສຸດພາຍຫຼັງໄດ້ຮັບຄໍາສະເໜີຂອງປະທານສານທະຫານຂັ້ນສູງແລະຄໍາເຫັນດີຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ. ບັດຜູ່ພິພາກສາແມ່ນປະທານສານປະຊາຊົນສູງສຸດເປັນຜູ່ອອກໃຫ້.

ມາດຕາ54ຕາປະທັບຂອງສານທະຫານ ຕາປະທັບຂອງປະທານ,ຄະນະປະທານແລະຄະນະສານອາຍາຂອງສານທະຫານແຕ່ລະຂັ້ນກໍ່ນົດດັ່ງນີ້: ຕາປະທັບຂອງປະທານສານທະຫານເປັນຮູບວົງມົນຢູ່ກາງວົງມົນມີເຄື່ອງໝາຍຊາດ,ເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານທະຫານຂັ້ນຂອງຕົນ,ເບື້ອງລຸ່ມຂຽນວ່າປະທານຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງຄະນະປະທານສານທະຫານເປັນຮູບວົງມົນຢູ່ກາງວົງມົນມີເຄື່ອງໝາຍຊາດ,ເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານທະຫານຂັ້ນສູງ,ເບື້ອງລຸ່ມຂຽນວ່າຄະນະປະທານຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງຄະນະສານອາຍາເປັນຮູບວົງມົນຢູ່ກາງວົງມົນມີເຄື່ອງໝາຍຊາດ,ເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານທະຫານຂັ້ນຂອງຕົນ,ເບື້ອງລຸ່ມຂຽນວ່າຄະນະສານອາຍາຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງຈ່າສານເປັນຮູງວົງມົນຢູ່ກາງວົງມົນຂຽນວ່າຈ່າສານເນື້ອໃນຢູ່ຂອບເທິງວົງມົນຂຽນຊື່ສານທະຫານຂັ້ນຂອງຕົນ,ເບື້ອງລຸ່ມຂຽນວ່າຄະນະສານອາຍາຊຶ່ງຂັ້ນດ້ວຍດາວຫ້າແຈ. ຕາປະທັບຂອງກົງຈັກບໍລິຫານຂອງສານທະຫານໄດ້ກໍານົດໄວ້ໃນນລະບຽບການຕ່າງຫາກ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ55ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານສານທະຫານເປັນຕົ້ນຜູ້ພິພາກສາທີ່ໄດ້ປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມງວດເຊັ່ນຕັດສິນຫຼືພິພາກສາຄະດີມີຄວາມຖືກຕ້ອງ,ວ່ອງໄວ,ຍຸຕິທໍາແລະຕັ້ງໜ້າພັດທະນາລະບົບການຈັດຕັ້ງຂອງສານທະຫານໃຫ້ມີປະສິດທິພາບ,ໂປ່ງໃສແລະທັນສະໄໝຈະໄດ້ຮັບການຍ້ອງຍໍ,ຊົມເຊີຍແລະນະໂຍບາຍອື່ນຕາມລະບຽບການ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ໄດ້ປະຕິບັດກົດໝາຍສະບັບນີ້ເປັນຕົ້ນການໃຫ້ຄວາມຮ່ວມມືຕໍ່ການດໍາເນີນຄະດີແລະພັດທະນາລະບົບການຈັດຕັ້ງຂອງສານທະຫານກໍ່ຈະໄດ້ຮັບນະໂຍບາຍເຊັ່ນດຽວກັນ.

ມາດຕາ56ມາດຕະການນຕໍ່ຜູ້ລະເມີດ ພະນັກງານສານທະຫານ,ຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ໄດ້ລະເມີດກົດໝາຍສະບັບນີ້ແລະໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ກອງທັບ,ສັງຄົມ,ກຽດສັກສີ,ຊື່ສຽງ,ສິດແລະຜົນປະໂຫຍດອັນຊອບທໍາຂອງນາຍແລະພົນທະຫານ,ກໍາມະກອນ,ພາລະກອນປ້ອງກັນຊາດຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ດໍາເນີນຄະດີຕາມລະບຽບກົດໝາຍຕາມແຕ່ກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ57ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ສານປະຊາຊົນສູງສຸດແລະສານທະຫານເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ58ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ