ກົດໝາຍວ່າດ້ວຍສັນຊາດລາວ 17-05-2004

From Wikisource
Jump to navigation Jump to search

.ສັນຊາດລາວ 17-05-2004


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍສັນຊາດລາວ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍສັນຊາດລາວ ກົດໝາຍວ່າດ້ວຍສັນຊາດລາວກໍານົດຫຼັກການ,ລະບຽບການ ກ່ຽວກັບການໄດ້,ການເສຍສັນຊາດລາວເພື່ອເຮັດໃຫ້ການຄູ້ມຄອງ ແລະການກວດກາພົນລະເມືອງມີປະສິດທິພາບ,ເຂົ້າສູ່ລະບຽບກົດໝາຍ ,ຍົກສູງກຽດສັກສີແລະຄວາມຮັບຜິດຊອບຂອງພົນລະເມືອງລາວຕໍ່ປະ ເທດຊາດ,ສຶກສາອົບຮົມ,ຂະຫຍາຍມູນເຊື້ອຄວາມສາມັກຄີ,ນໍາໃຈຮັກ ຊາດຂອງພົນລະເມືອງລາວ,ວັດທະນະທໍາອັນດີງາມຂອງຊາດ,ເພີ່ມ ທະວີສາຍກ່ຽວພັນສະໜິດແໜ້ນລະຫວ່າງລັດສປປລາວກັບພົນລະເມືອງ ລາວ.

...ມາດຕາສອງ:ສັນຊາດລາວ

ມາດຕາສອງ:ສັນຊາດລາວ ສັນຊາດລາວແມ່ນສາຍກ່ຽວພັນສະໜິດແໜ້ນທາງດ້ານການ ເມືອງແລະກົດໝາຍລະຫວ່າງບຸກຄົນກັບລັດສປປລາວຊຶ່ງສະແດງອອກ ເຖິງສິດແລະພັນທະຂອງພົນລະເມືອງລາວຕໍ່ລັດສປປລາວ,ສິດແລະ ຄວາມຮັບຜິດຊອບຂອງລັດສປປລາວຕໍ່ພົນລະເມືອງລາວ. ຜູ້ທີ່ມີສັນຊາດລາວຖືກວ່າແມ່ນພົນລະເມືອງລາວ.

...ມາດຕາສາມ:ການໃຫ້ມີສັນຊາດດຽວ

ມາດຕາສາມ:ການໃຫ້ມີສັນຊາດດຽວ ສປປລາວບໍ່ອະນຸຍາດໃຫ້ພົນລະເມືອງລາວມີຫຼາຍສັນຊາດຄວບ ກັນ. ...ມາດຕາສີ່:ການຮັກສາສັນຊາດລາວ

ມາດຕາສີ່:ການຮັກສາສັນຊາດລາວ ການແຕ່ງດອງ,ການຢ່າຮ້າງຂອງພົນລະເມືອງລາວກັບບຸກ ຄົນທີ່ມີສັນຊາດອື່ນຫຼືກັບບຸກຄົນທີ່ບໍ່ມີສັນຊາດນັ້ນຈະບໍ່ພາໃຫ້ມີການປ່ຽນ ແປງສັນຊາດລາວ. ການໄດ້ຫຼືການເສຍສັນຊາດລາວຂອງຜົວຫຼືເມຍຈະບໍ່ພາໃຫ້ສັນ ຊາດຂອງອີກຝ່າຍໜຶ່ງມີການປ່ຽນແປງ.

...ມາດຕາຫ້າ:ການປົກປ້ອງພົນລະເມືອງລາວທີ່ຢູ່ຕ່າງປະເທດ

ມາດຕາຫ້າ:ການປົກປ້ອງພົນລະເມືອງລາວທີ່ຢູ່ຕ່າງປະເທດ ສປປລາວຄຸ້ມຄອງ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງລາວທີ່ອາໄສຢູ່ຕ່າງປະເທດ.

...ມາດຕາຫົກ:ການຫ້າມມອບໂອນພົນລະເມືອງລາວ

ມາດຕາຫົກ:ການຫ້າມມອບໂອນພົນລະເມືອງລາວ ສປປລາວຈະບໍ່ມອບໂອນພົນລະເມືອງລາວໃຫ້ແກ່ລັດຕ່າງປະ ເທດ. ...ມາດຕາເຈັດ:ຄົນຕ່າງປະເທດ,ຄົນຕ່າງດ້າວແລະຄົນບໍ່ມີສັນຊາດ.

ມາດຕາເຈັດ:ຄົນຕ່າງປະເທດ,ຄົນຕ່າງດ້າວແລະຄົນບໍ່ມີສັນຊາດ. ຄົນຕ່າງປະເທດແມ່ນຄົນທີ່ມີສັນຊາດອື່ນຊຶ່ງເຂົ້າມາສປປລາວ ຊົ່ວຄາວຫຼືຍາວນານເພື່ອປະຕິບັດໜ້າທີ່ໃດໜຶ່ງ,ເມື່ອໝົດກໍານົດແລ້ວກໍ່ ກັບຄືນ.ບຸກຄົນເຫຼົ່ານີ້ຢູ່ພາຍໃຕ້ການຄູ້ມຄອງຂອງກະຊວງການຕ່າງປະ ເທດແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ. ຄົນຕ່າງດ້າວແມ່ນຄົນທີ່ມີສັນຊາດອື່ນແຕ່ເຂົ້າມາຕັ້ງຖິ່ນຖານ, ອາໄສຢູ່ໃນສປປລາວຍາວນານ,ຖືບັດຕ່າງດ້າວແລະລັດຖະບານຂອງ ຄົນຕ່າງດ້າວນັ້ນກໍ່ຍັງຮັບຮູ້ຢ່າງເປັນທາງການຢູ່. ຄົນບໍ່ມີສັນຊາດແມ່ນບຸກຄົນທີ່ອາໄສຢູ່ໃນດິນແດນຂອງສປປ ລາວຊຶ່ງບໍ່ແມ່ນພົນລະເມືອງລາວແລະບໍ່ສາມາດຢັ້ງຢືນວ່າຕົນມີສັນ ຊາດໃດ. ຄົນຕ່າງດ້າວແລະຄົນບໍ່ມີສັນຊາດຢູ່ພາຍໃຕ້ການຄູ້ມຄອງຂອງ ກະຊວງປ້ອງກັນຄວາມສະຫງົບແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ. ພົນລະເມືອງຕ່າງປະເທດຕາມກົດໝາຍສະບັບນີ້ປະກອບດ້ວຍ ຄົນຕ່າງປະເທດແລະຄົນຕ່າງດ້າວ.

...ມາດຕາແປດ:ສິດໃນການຂໍເອົາສັນຊາດອື່ນ.

ມາດຕາແປດ:ສິດໃນການຂໍເອົາສັນຊາດອື່ນ. ພົນລະເມືອງລາວມີສິດຂໍເອົາສັນຊາດອື່ນແຕ່ຕ້ອງໄດ້ປະສັນ ຊາດລາວເສຍກ່ອນ;ການປະສັນຊາດລາວໄດ້ກໍານົດໄວ້ໃນມາດຕາ ສິບແປດຂອງກົດໝາຍສະບັບນີ້.

..ໝວດທີ2ການໄດ້ສັນຊາດລາວ


...ມາດຕາເກົ້າ:ພື້ນຖານການໄດ້ສັນຊາດລາວ.

ມາດຕາເກົ້າ:ພື້ນຖານການໄດ້ສັນຊາດລາວ. ສັນຊາດລາວຈະໄດ້ມາຈາກ: ໜຶ່ງ:ການເກີດ; ສອງ:ການຮັບເຂົ້າສັນຊາດລາວ; ສາມ:ການໄດ້ສັນຊາດລາວຄືນ; ສີ່:ພື້ນຖານອື່ນໆທີ່ໄດ້ກໍານົດໄວ້ໃນມາດຕາສິບເອັດຫາມາດຕາ ສິບສີ່ຂອງກົດໝາຍສະບັບນີ້.

...ມາດຕາສິບ:ສັນຊາດຂອງເດັກຊຶ່ງພໍ່ແລະແມ່ເປັນພົນລະເມືອງລາວ

ມາດຕາສິບ:ສັນຊາດຂອງເດັກຊຶ່ງພໍ່ແລະແມ່ເປັນພົນລະເມືອງລາວ ເດັກຊຶ່ງໃນເວລາເກີດນັ້ນພໍ່ແລະແມ່ເປັນພົນລະເມືອງລາວກໍ່ຖື ວ່າເປັນພົນລະເມືອງລາວໂດຍບໍ່ຂຶ້ນກັບວ່າເດັກນັ້ນເກີດຢູ່ໃນຫຼືນອກດິນ ແດນຂອງສປປລາວ.

...ມາດຕາສິບເອັດ:ສັນຊາດຂອງເດັກຊຶ່ງພໍ່ຫຼືແມ່ເປັນພົນລະເມືອງລາວ

ມາດຕາສິບເອັດ:ສັນຊາດຂອງເດັກຊຶ່ງພໍ່ຫຼືແມ່ເປັນພົນລະເມືອງລາວ ໃນເມື່ອພໍ່ຫຼືແມ່ຂອງເດັກເປັນພົນລະເມືອງລາວໃນເວລາເດັກ ເກີດຈະຖືວ່າເດັກຜູ້ນັ້ນເປັນພົນລະເມືອງລາວຖ້າຫາກວ່າ: ໜຶ່ງ:ເດັກຜູ້ນັ້ນໄດ້ເກີດຢູ່ໃນດິນແດນຂອງສປປລາວ. ສອງ:ເດັກຜູ້ນັ້ນໄດ້ເກີດຢູ່ນອກດິນແດນຂອງສປປລາວໃນເວ ລານັ້ນພໍ່ແມ່ທັງສອງຫຼືພໍ່ແມ່ຜູ້ໃດຜູ້ໜຶ່ງມີທີ່ຢູ່ຖາວອນໃນດິນແດນຂອງ ສປປລາວ. ໃນກໍລະນີທີ່ເດັກຜູ້ນັ້ນໄດ້ເກີດຢູ່ນອກດິນແດນຂອງສປປລາວ ແລະພໍ່ແມ່ທັງສອງມີທີ່ຢູ່ຖາວອນຢູ່ນອກດິນແດນຂອງສປປລາວສັນ ຊາດຂອງເດັກໃຫ້ຖືເອົາຄໍາເຫັນຂອງພໍ່ແມ່. ໃນກໍລະນີທີ່ພໍ່ຫຼືແມ່ເປັນພົນລະເມືອງລາວແລະອີກຜູ້ໜຶ່ງເປັນ ຄົນບໍ່ມີສັນຊາດເດັກທີ່ເກີດມານັ້ນຖືກວ່າເປັນພົນລະເມືອງລາວໂດຍ ບໍ່ຂຶ້ນກັບບ່ອນເກີດ.

...ມາດຕາສິບສອງ:ສັນຊາດຂອງເດັກຊຶ່ງພໍ່ແລະແມ່ເປັນຄົນບໍ່ມີສັນຊາດ.

ມາດຕາສິບສອງ:ສັນຊາດຂອງເດັກຊຶ່ງພໍ່ແລະແມ່ເປັນຄົນບໍ່ມີສັນຊາດ. ເດັກທີ່ໄດ້ເກີດຢູ່ໃນດິນແດນຂອງສປປລາວຊຶ່ງພໍ່ແລະແມ່ເປັນ ຄົນບໍ່ມີສັນຊາດ,ມີທີ່ຢູ່ຖາວອນໃນສປປລາວ,ໄດ້ເຊື່ອມເຂົ້າສັງຄົມແລະ ວັດທະນະທໍາລາວແລ້ວກໍໍ່ຈະໄດ້ສັນຊາດລາວຕາມການຮ້ອງຂໍຂອງພໍ່ ແມ່. ...ມາດຕາສິບສາມ:ສັນຊາດຂອງເດັກທີ່ບໍ່ຮູ້ວ່າຜູ້ໃດເປັນພໍ່ແລະແມ່

ມາດຕາສິບສາມ:ສັນຊາດຂອງເດັກທີ່ບໍ່ຮູ້ວ່າຜູ້ໃດເປັນພໍ່ແລະແມ່ ເດັກທີ່ໄດ້ພົບເຫັນຢູ່ໃນດິນແດນຂອງສປປລາວແລະບໍ່ຮູ້ວ່າຜູ້ໃດ ເປັນພໍ່ແລະແມ່ນັ້ນກໍ່ຈະຖືວ່າເປັນພົນລະເມືອງລາວ. ຖ້າວ່າເດັກທີ່ພົບເຫັນນັ້ນຍັງບໍ່ທັນເຖິງອາຍຸສິບແປດປີຫາກມີຫຼັກ ຖານວ່າພໍ່ແລະແມ່ຂອງເດັກເປັນພົນລະເມືອງຕ່າງປະເທດກໍ່ຈະຖືວ່າ ເດັກຜູ້ນັ້ນເປັນພົນລະເມືອງຕ່າງປະເທດນັບແຕ່ມື້ເກີດເປັນຕົ້ນໄປ.

...ມາດຕາສິບສີ່:ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດຫຼືຄົນບໍ່ມີສັນຊາດ

ມາດຕາສິບສີ່:ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງ ປະເທດຫຼືຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດຫຼືຄົນບໍ່ມີສັນຊາດອາດຈະໄດ້ສັນຊາດ ລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້: ໜຶ່ງ:ມີອາຍຸແຕ່ສິບແປດປີຂຶ້ນໄມໃນເວລາເຮັດຄໍາຮ້ອງຂໍເອົາ ສັນຊາດລາວ. ສອງ:ເຄົາລົບລັດຖະທໍາມະນູນແລະກົດໝາຍຂອງສປປລາວ. ສາມ:ຮູ້ເວົ້າ,ອ່ານແລະຂຽນພາສາລາວໄດ້ໃນລະດັບອັນແນ່ ນອນ. ສີ່:ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມແລະວັດທະນະທໍາ ລາວ,ຮູ້ແລະເຄົາລົບຮີດຄອງປະເພນີອັນດີງາມຂອງລາວ. ຫ້າ:ມີສຸຂະພາບດີ,ບໍ່ເປັນພະຍາດຕິດແປດທີ່ຮ້າຍແຮງ,ບໍ່ຕິດ ຢາເສບຕິດ; ຫົກ:ບໍ່ໄດ້ຖືກຖືກສານຕັດສິນລົງໂທດຕັດອິດສະລະພາບ. ເຈັດ:ໄດ້ປະກອບສ່ວນໃນການປົກປັກຮັກສາແລະພັດທະນາປະ ເທດຊາດ. ແປດ:ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ. ເກົ້າ:ໄດ້ປະສັນຊາດເດີມຂອງຕົນ(ຍົກເວັ້ນຄົນບໍ່ມີສັນຊາດ). ສິບ:ໄດ້ຢູ່ສປປລາວຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດ ຄໍາຮ້ອງຂໍເອົາສັນຊາດລາວ;ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະເພາະຂັ້ນ ຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ; ສິບເອັດ:ມີວິຊາສະເພາະ,ວິຊາຊີບໃດໜຶ່ງທີ່ແນ່ນອນ,ມີຖານະ ດ້ານເສດຖະກິດທີ່ໝັ້ນຄົງ.

...ມາດຕາສິບຫ້າ:ການຮັບຮູ້ທີ່ມີເຊື້ອຊາດລາວເຂົ້າສັນຊາດລາວ

ມາດຕາສິບຫ້າ:ການຮັບຮູ້ທີ່ມີເຊື້ອຊາດລາວເຂົ້າສັນຊາດລາວ ຜູ້ທີ່ມີເຊື້ອຊາດລາວອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍ ຂອງຜູ້ກ່ຽວຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາສິບສີ່ຂອງກົດ ໝາຍສະບັບນີ້ຍົກເວັ້ນຂໍ້ເກົ້າ. ກໍານົດເວລາຢູ່ສປປລາວນີ້ແມ່ນຫ້າປີຂຶ້ນໄປສໍາລັບຜູ້ທີ່ໄດ້ສັນ ຊາດອື່ນແລ້ວແລະສາມປີຂຶ້ນໄປສໍາລັບຜູ້ທີ່ບໍ່ໄດ້ສັນຊາດອື່ນ.

...ມາດຕາສິບຫົກ:ການຍື່ນຄໍາຮ້ອງກ່ຽວກັບສັນຊາດລາວ

ມາດຕາສິບຫົກ:ການຍື່ນຄໍາຮ້ອງກ່ຽວກັບສັນຊາດລາວ ຄໍາຮ້ອງຂໍເອົາ,ຄໍາຮ້ອງຂໍປະແລະຄໍາຮ້ອງຂໍເອົາສັນຊາດລາວ ຄືນຂອງຜູ້ຢູ່ພາຍໃນສປປລາວຕ້ອງຍື່ນຕໍ່ກະຊວງຍຸດຕິທໍາໂດຍຜ່ານຂັ້ນ ຕອນດັ່ງນີ້: ໜຶ່ງ:ອົງການປົກຄອງບ້ານ. ສອງ:ອົງການປົກຄອງເມືອງ,ເທດສະບານ. ສາມ:ອົງການປົກຄອງແຂວງ,ນະຄອນ. ສີ່:ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງເພື່ອ ກວດກາ; ຫ້າ:ກະຊວງປ້ອງກັນຄວາມສະຫງົບ. ການຮ້ອງຂໍກ່ຽວກັບສັນຊາດລາວຢູ່ກະຊວງຍຸຕິທໍາແລະອົງການ ອື່ນທທີ່ໄດ້ກ່າວມາຂ້າງເທິງນີ້ຜູ້ຮ້ອງຂໍຕ້ອງມາຍື່ນສໍານວນຄໍາຮ້ອງດ້ວຍ ຕົນເອງເພື່ອທົດສອບຄວາມເປັນຈິງໃຫ້ຖືກຕ້ອງກັບເອກະສານເຊັ່ນ:ຊີວະ ປະຫວັດ,ການເວົ້າ,ການອ່ານ,ການຂຽນພາສາລາວ,ການເຊື່ອມເຂົ້າ ກັບສັງຄົມແລະວັດທະນະທໍາລາວແລະອື່ນໆຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ໃນມາດຕາສິບສີ່ຂອງກົດໝາຍສະບັບນີ້. ສໍາລັບຄົນລາວທີ່ອາໄສຢູ່ຕ່າງປະເທດຕ້ອງຍື່ນຄໍາຮ້ອງຂໍປະສັນ ຊາດລາວຕໍ່ກະຊວງຍຸຕິທໍາໂດຍຜ່ານຂັ້ນຕອນດັ່ງນີ້: ໜຶ່ງ:ສະຖານທູດຫຼືກົງສູນສປປລາວປະຈໍາປະເທດນັ້ນ; ສອງ:ກະຊວງການຕ່າງປະເທດ. ສາມ:ກະຊວງປ້ອງກັນຄວາມສະຫງົບ. ໃນກໍລະນີທີ່ບໍ່ມີສະຖານທູດຫຼືກົງສູນສປປລາວຢູ່ປະເທດນັ້ນໃຫ້ ຍື່ນຄໍາຮ້ອງຜ່ານປະຊວງການຕ່າງປະເທດຂອງສປປລາວ. ພາຍຫຼັງໄດ້ຮັບສໍານວນຄໍາຮ້ອງແລ້ວກະຊວງຍຸຕິທໍາຕ້ອງກວດ ກາເບິ່ງສໍານວນຄໍາຮ້ອງດັ່ງກ່າວ,ຖ້າຫາກເຫັນວ່າມີບັນຫາໃດໜຶ່ງຍັງ ບໍ່ຈະແຈ້ງກໍ່ມີສິດສອບຖາມຄືນໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ. ເມື່ອເຫັນວ່າຖືກຕ້ອງແລ້ວຈຶ່ງສະເໜີຕໍ່ລັດຖະບານເພື່ອນໍາສະເໜີຕໍ່ຄະ ນະປະຈໍາສະພາແຫ່ງຊາດພິຈາລະນາຕົກລົງ.

..ໝວດທີ3ການເສຍສັນຊາດລາວແລະການໄດ້ສັນຊາດລາວຄືນ


...ມາດຕາສິບເຈັດ:ສາເຫດທີ່ພາໃຫ້ເສຍສັນຊາດລາວ

ມາດຕາສິບເຈັດ:ສາເຫດທີ່ພາໃຫ້ເສຍສັນຊາດລາວ ສັນຊາດລາວຈະເສຍໄປໃນກໍລະນີ: ໜຶ່ງ:ປະສັນຊາດລາວ. ສອງ:ຖືກຖອນສັນຊາດລາວຄືນ. ສາມ:ໄປຢູ່ຕ່າງປະເທດ. ການເສຍສັນຊາດຈະບໍ່ພາໃຫ້ສັນຊາດຂອງຜົວຫຼືເມຍແລະລູກມີການປ່ຽນແປງ.

...ມາດຕາສິບແປດ:ການປະສັນຊາດລາວ

ມາດຕາສິບແປດ:ການປະສັນຊາດລາວ ພົນລະເມືອງລາວອາດຈະປະສັນຊາດລາວໄດ້ໂດຍໄດ້ຮັບອະ ນຸຍາດຈາກຄະນະປະຈໍາສະພາແຫ່ງຊາດແຫ່ງສປປລາວ. ການປະສັນຊາດລາວຈະບໍ່ອະນຸຍາດໃນກໍລະນີດັ່ງນີ້: ໜຶ່ງ:ຜູ້ຂໍປະສັນຊາດຍັງບໍ່ທັນໄດ້ປະຕິບັດພັນທະພົນລະເມືອງ ລາວຂອງຕົນຢ່າງຄົບຖ້ວນຕໍ່ອົງການຈັດຕັ້ງຂອງລັດຫຼືສັງຄົມເຊັ່ນ: ການເສຍພາສີອາກອນຫຼືພັນທະອື່ນໆ. ສອງ:ຜູ້ຂໍປະສັນຊາດເປັນຜູ້ຖືກຫາ,ຈໍາເລີຍຫຼືຖືກສານຕັດສິນ ລົງໂທດຊຶ່ງຈະໄດ້ປະຕິບັດຄໍາຕັດສິນນັ້ນ. ສາມ:ຖ້າວ່າການປະສັນຊາດລາວຫາກຂັດກັບຜົນປະໂຫຍດ ຫຼືຄວາມປອດໄພຂອງສປປລາວ.

...ມາດຕາສິບເກົ້າ:ການຖອນສັນຊາດລາວຄືນ

ມາດຕາສິບເກົ້າ:ການຖອນສັນຊາດລາວຄືນ ບຸກຄົນທີ່ໄດ້ສັນຊາດລາວໄປແລ້ວອາດຈະຖືກຖອນຄືນພາຍ ໃນກໍານົດຫ້າປີນັບແຕ່ວັນໄດ້ຮັບສັນຊາດລາວເປັນຕົ້ນໄປຕາມການ ສະເໜີຂອງລັດຖະບານຖ້າເຫັນວ່າມີການກະທໍາດັ່ງນີ້: ໜຶ່ງ:ໄດ້ສັນຊາດລາວມາໂດຍບໍ່ມີພື້ນຖານຖືກຕ້ອງຕາມກົດ ໝາຍ. ສອງ:ປະພືດຕົນບໍ່ສົມກຽດສັກສີຂອງພົນລະເມືອງລາວເຊັ່ນ: ໄດ້ທໍລະຍົດຕໍ່ຊາດ,ໄດ້ກໍ່ຄວາມເສຍຫາຍຕໍ່ປະເທດຊາດ. ການຖອນສັນຊາດລາວຄືນຈະບໍ່ພາໃຫ້ສັນຊາດຂອງຜົວຫຼືເມຍ ແລະລູກຂອງຜູ້ກ່ຽວມີການປ່ຽນແປງ.

...ມາດຕາຊາວ:ການໄປຢູ່ຕ່າງປະເທດ

ມາດຕາຊາວ:ການໄປຢູ່ຕ່າງປະເທດ ບຸກຄົນໃດທີ່ໄປຢູ່ຕ່າງປະເທດເກີດເຈັດປີໂດຍບໍ່ໄດ້ຮັບອະນຸຍາດ ຫຼືໄປຢູ່ຕ່າງປະເທດໂດຍໄດ້ຮັບອະນຸຍາດແຕ່ຫາກເກີນກໍານົດແລະບໍ່ໄດ້ ຢູ່ໃນການຄູ້ມຄອງຂອງສະຖານທູດຫຼືກົງສູນລາວປະຈໍາປະເທດນັ້ນແລະ ຂາດສາຍພົວພັນທາງດ້ານກົດມາຍກັບລັດສປປລາວເດີນສິບປີກໍ່ຈະເສຍ ສັນຊາດລາວ.

...ມາດຕາຊາວເອັດ:ການໃຫ້ສັນຊາດລາວຄືນ

ມາດຕາຊາວເອັດ:ການໃຫ້ສັນຊາດລາວຄືນ ບຸກຄົນທີ່ໄດ້ເສຍສັນຊາດລາວໄປແລ້ວອາດຈະໄດ້ສັນຊາດລາວ ຄືນໃໝ່ຕາມຄໍາຮ້ອງຂໍຂອງຜູ້ກ່ຽວແລະຕາມການຕົກລົງຂອງຄະນະປະ ຈໍາສະພາແຫ່ງຊາດແຫ່ງສປປລາວ. ຜູ້ຮ້ອງຂໍເອົາສັນຊາດລາວຄືນໃໝ່ຕ້ອງນໍາເອົາຫຼັກຖານມາຢັ້ງ ຢືນວ່າຕົນເຄີຍມີສັນຊາດລາວມາກ່ອນ. ບຸກຄົນທີ່ຖືກຖອນສັນຊາດລາວຄືນແລ້ວຈະບໍ່ໄດ້ຮັບສັນຊາດລາວ ຄືນອີກ.

..ໝວດທີ4ສັນຊາດຂອງເດັກໃນເມື່ອມີການປ່ຽນສັນຊາດຂອງພໍ່ແມ່


...ມາດຕາຊາວສອງ:ສັນຊາດຂອງເດັກ

ມາດຕາຊາວສອງ:ສັນຊາດຂອງເດັກ ໃນເມື່ອມີການປ່ຽນແປງສັນຊາດຂອງພໍ່ແມ່ທັງສອງຄື:ໄດ້ສັນ ຊາດລາວ,ປະສັນຊາດລາວຫຼືໄດ້ສັນຊາດລາວຄືນນັ້ນສັນຊາດຂອງເດັກ ທີ່ບໍ່ເຖິງກະສຽນອາຍຸສິບແປດປີກໍ່ຈະປ່ຽນແປງໄປນໍາສັນຊາດຂອງພໍ່ ແມ່ເວັ້ນເສຍແຕ່ເດັກທີ່ໄດ້ສ້າງຄອບຄົວໂດຍຖືກຕ້ອງຕາມກົດໝາຍ ແລ້ວ.

...ມາດຕາຊາວສາມ:ສັນຊາດຂອງເດັກທີ່ພໍ່ຫຼືແມ່ໄດ້ສັນຊາດລາວ

ມາດຕາຊາວສາມ:ສັນຊາດຂອງເດັກທີ່ພໍ່ຫຼືແມ່ໄດ້ສັນຊາດລາວ ຖ້າວ່າພໍ່ຫຼືແມ່ຫາກໄດ້ສັນຊາດລາວແລ້ວແຕ່ອີກຜູ້ໜຶ່ງຍັງຖືສັນ ຊາດອື່ນຢູ່ເດັດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງພໍ່ຫຼືແມ່ຜູ້ ທີ່ໄດ້ສັນຊາດລາວນັ້ນ.ໃນກໍລະນີທີ່ມີການປ່ຽນແປງສັນຊາດຂອງພໍ່ຫຼື ແມ່ນັ້ນເດັກທີ່ເປັນພົນລະເມືອງລາວຊຶ່ງມີອາຍຸສິບຫ້າປີຂຶ້ນໄປແຕ່ບໍ່ ເຖິງສິບແປດປີທີ່ໄດ້ສ້າງຄອບຄົວໂດຍຖືກຕ້ອງຕາມກົດໝາຍແລ້ວ ຈະເລືອກເອົາສັນຊາດຂອງຕົນຕາມສັນຊາດຂອງພໍ່ຫຼືແມ່ກໍ່ໄດ້. ຖ້າວ່າພໍ່ຫຼືແມ່ຫາກໄດ້ສັນຊາດລາວແລ້ວແຕ່ອີກຜູ້ໜຶ່ງເປັນຄົນ ບໍ່ມີສັນຊາດເດັກທີ່ອາໄສຢູ່ໃນດິນແດນຂອງສປປລາວກໍຈະຖືວ່າເປັນ ພົນລະເມືອງລາວ. ຖ້າວ່າພໍ່ຫຼືແມ່ຫາກໄດ້ສັນຊາດລາວແລ້ວແຕ່ອີກຜູ້ໜຶ່ງເປັນຄົນ ບໍ່ມີສັນຊາດເດັກທີ່ອາໄສຢູ່ນອກດິນແດນຂອງສປປລາວອາດຈະໄດ້ສັນ ຊາດລາວຕາມຄໍາຮ້ອງຂໍຂອງພໍ່ຫຼືແມ່ຜູ້ທີ່ໄດ້ສັນຊາດລາວ.

...ມາດຕາຊາວສີ່:ສັນຊາດຂອງເດັກຊຶ່ງພໍ່ຫຼືແມ່ໄດ້ປະສັນຊາດລາວ

ມາດຕາຊາວສີ່:ສັນຊາດຂອງເດັກຊຶ່ງພໍ່ຫຼືແມ່ໄດ້ປະສັນຊາດລາວ ຖ້າວ່າພໍ່ຫຼືແມ່ຫາກໄດ້ປະສັນຊາດລາວແຕ່ອີກຜູ້ໜຶ່ງຍັງຮັກສາ ສັນຊາດລາວຢູ່ເດັກຈະຕ້ອງຮັກສາສັນຊາດລາວໄວ້.

...ມາດຕາຊາວຫ້າ:ສັນຊາດຂອງເດັກທີ່ເອົາມາເປັນລູກລ້ຽງ

ມາດຕາຊາວຫ້າ:ສັນຊາດຂອງເດັກທີ່ເອົາມາເປັນລູກລ້ຽງ ເດັກທີ່ເປັນພົນລະເມືອງຕ່າງປະເທດຫຼືເດັກທີ່ບໍ່ມີສັນຊາດຊຶ່ງພົນ ລະເມືອງລາວໄດ້ເອົາມາເປັນລູກລ້ຽງນັ້ນກໍ່ຈະຖືວ່າເປັນພົນລະເມືອງ ລາວ. ເດັກທີ່ເປັນພົນລະເມືອງຕ່າງປະເທດຫຼືເດັກທີ່ບໍ່ມີສັນຊາດຊຶ່ງພໍ່ ລ້ຽງຫຼືແມ່ລ້ຽງຜູ້ໜຶ່ງເປັນພົນລະເມືອງລາວແລະອີກຜູ້ໜຶ່ງເປັນພົນລະ ເມືອງຕ່າງປະເທດຫຼືຄົນບໍ່ມີສັນຊາດໄດ້ເອົາມາເປັນລູກລ້ຽງນັ້ນກໍ່ຈະຖື ວ່າເປັນພົນລະເມືອງລາວຕາມຄໍາເຫັນດີຂອງພໍ່ລ້ຽງແລະແມ່ລ້ຽງ.

...ມາດຕາຊາວຫົກ:ສັນຊາດຂອງເດັກຊຶ່ງເປັນພົນລະເມືອງລາວທີ່ເອົາໄປເປັນລູກລ້ຽງ

ມາດຕາຊາວຫົກ:ສັນຊາດຂອງເດັກຊຶ່ງເປັນພົນລະເມືອງລາວທີ່ເອົາ ໄປເປັນລູກລ້ຽງ ເດັກທີ່ເປັນພົນລະເມືອງລາວໂດຍແມ່ນພໍ່ລ້ຽງ,ແມ່ລ້ຽງຊຶ່ງ ເປັນພົນລະເມືອງຕ່າງປະເທດຫຼືຜູ້ໜຶ່ງເປັນພົນລະເມືອງລາວແລະອີກ ຜູ້ໜຶ່ງເປັນພົນລະເມືອງຕ່າງປະເທດໄດ້ເອົາໄປເປັນລູກລ້ຽງນັ້ນຈະຮັກ ສາສັນຊາດລາວໄວ້.ເດັກຜູ້ນັ້ນຈະປະສັນຊາດລາວຕາມຄໍາຮ້ອງຂໍຂອງ ພໍ່ລ້ຽງແລະແມ່ລ້ຽງກໍ່ໄດ້. ເດັກທີ່ເປັນພົນລະເມືອງລາວໂດຍແມ່ນພໍ່ລ້ຽງ,ແມ່ລ້ຽງເປັນຄົນ ບໍ່ມີສັນຊາດຫຼືຜູ້ໜຶ່ງເປັນພົນລະເມືອງລາວແລະອີກຜູ້ໜຶ່ງເປັນຄົນບໍ່ມີສັນ ຊາດໄດ້ເອົາໄປເປັນລູກລ້ຽງນັ້ນກໍ່ຈະຮັກສາສັນຊາດລາວໄວ້.

..ໝວດທີ5ການຕົກລົງກ່ຽວກັບສັນຊາດແລະການມອບສັນຊາດ


...ມາດຕາຊາວເຈັດ:ການຕົກລົງກ່ຽວກັບສັນຊາດ

ມາດຕາຊາວເຈັດ:ການຕົກລົງກ່ຽວກັບສັນຊາດ ການໃຫ້ສັນຊາດ,ການຖອນສັນຊາດຄືນ,ການປະສັນຊາດແລະ ການໃຫ້ສັນຊາດລາວຄືນນັ້ນແມ່ນຄະນະປະຈໍາສະພາແຫ່ງຊາດແຫ່ງ ສປປລາວເປັນຜູ້ຕົກລົງ. ການໃຫ້ສັນຊາດລາວໃນແຕ່ລະປີນັ້ນຕ້ອງມີການກໍານົດຈໍານວນ ທີ່ແນ່ນອນ.

...ມາດຕາຊາວແປດ:ການມອບສັນຊາດ

ມາດຕາຊາວແປດ:ການມອບສັນຊາດ ການມອບສັນຊາດລາວແມ່ນຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເປັນຜູ້ຈັດພິທີມອບຢ່າງເປັນທາງການໂດຍການ ເຂົ້າຮ່ວມຂອງຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ,ອົງການແນວລາວ ສ້າງຊາດແລະອົງການຈັດຕັ້ງມະຫາຊົນແຂວງ,ນະຄອນ.

..ໝວດທີ6ບົດບັນຍັດສຸດທ້າຍ


...ມາດຕາຊາວເກົ້າ:ການຈັດຕັ້ງປະຕິບັດ

ມາດຕາຊາວເກົ້າ:ການຈັດຕັ້ງປະຕິບັດ ມອບໃຫ້ຄະນະປະຈໍາສະພາແຫ່ງຊາດແລະລັດຖະບານແຫ່ງສ ປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາສາມສິບ:ຜົນສັກສິດ

ມາດຕາສາມສິບ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສັນຊາດສະບັບ ເລກທີສູນຫົກທັບເກົ້າສູນທັບສປສ,ລົງວັນທີຊາວເກົ້າພະຈິກພັນເກົ້າ ຮ້ອຍເກົ້າສິບ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ