ກົດໝາຍວ່າດ້ວຍສັດນໍ້າແລະສັດປ່າ 24-12-2008

From Wikisource
Jump to navigation Jump to search

.ສັດນໍ້າແລະສັດປ່າ 24-12-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈົດປະສົງ

ມາດຕາ 1 ຈົດປະສົງ ກົດໝາຍວ່າດ້ວຍສັດນໍ້າແລະສັດປ່າສະບັບນີ້ກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບວຽກງານສັດນໍ້າແລະສັດປ່າທໍາ ມະຊາດເພື່ອສົ່ງເສີມການລ້ຽງ,ການຂະຫຍາຍພັນແລະການນໍາໃຊ້ສັດ ນໍ້າແລະສັດປ່າຢ່າງຍາວນານໂດຍບໍ່ໃຫ້ມີຜົນກະທົບຕໍ່ທໍາມະຊາດ,ຖິ່ນທີ່ ຢູ່ອາໄສ,ຈໍາກັດການຫຼຸດລົງແລະການສູນພັນຂອງສັດນໍ້າແລະສັດປ່າ ແລະເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ,ກວດກາ,ອະນຸລັກ,ປົກ ປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າແບບຍືນຍົງແນໃສ່ ຮັບປະກັນຄວາມອຸດົມສົມບູນ,ຄວາມສົມດຸນຂອງລະບົບນິເວດທໍາມະ ຊາດປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນແລະເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ.

...ມາດຕາ 2 ສັດນໍ້າແລະສັດປ່າ

ມາດຕາ 2 ສັດນໍ້າແລະສັດປ່າ ສັດນໍ້າແມ່ນສັດທຸກຊະນິດທີ່ເກີດແລະຂະຫຍາຍຕົວຢູ່ໃນນໍ້າທໍາ ມະຊາດຫຼືຖືກນໍາເອົາຈາກທໍາມະຊາດມາລ້ຽງເຊັ່ນ:ປາຂ່າ,ປາບຶກ,ປາ ເລີມແລະອື່ນໆ. ສັດປ່າແມ່ນສັດທຸກຊະນິດທີ່ເກີດແລະຂະຫຍາຍຕົວຢູ່ໃນປ່າທໍາ ມະຊາດຫຼືຖືກນໍາເອົາມາຈາກທໍາມະຊາດມາລ້ຽງເຊັ່ນ:ຊ້າງ,ເສືອ,ໝີ ,ກວາງ,ຟານ,ລີງ,ງູ,ນົກແລະອື່ນໆ. ສັດເຄິ່ງບົກເຄິ່ງນໍ້າເປັນທັງສັດນໍ້າແລະສັດປ່າເຊັ່ນ:ແຂ້,ເຕົ່າ ແລະອື່ນໆ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສັດລ້ຽງລູກດ້ວຍນົມ ໝາຍເຖິງ ສັັດນໍ້າແລະສັດປ່າທີ່ມີນົມ, ອອກລູກເປັນໂຕເຊັ່ນ:ປາຂ່າ,ຊ້າງ,ເສືອ,ລີງ,ເຈຍ,ຂະຍຸແລະສັດອື່ນໆ; 2. ສັດປີ ໝາຍເຖິງ ສັດທີ່ມີປີກ,ຂົນແລະອອກໄຂ່ເຊັ່ນ: ນົກຍຸງ, ແຮ້ງ,ກາ,ນົກກົດ.ໄກ່ປ່າ,ໄກ່ຂວາແລະສັດປີກອື່ນໆ; 3. ສັດເລືອຄານ ໝາຍເຖິງ ສັດທີ່ມີກະດູກສັນຫຼັງ,ມີເກັດ,ອອງ ແລະອອກໄຂ່ຊຶ່ງເຄື່ອນໄຫວໄປມາດ້ວຍການເລືອຫຼືຄານເຊັ່ນ: ແຂ້,ງູ, ເຕົ່າ,ແລນ,ເຫ້ຍແລະສັດອື່ນໆ; 4. ສັດເຄິ່ງບົກເຄິ່ງນໍ້າ ໝາຍເຖິງ ສັດທີ່ດໍາລົງຊີວິດຢູ່ເທິງບົກ ແລະຢູ່ໃນນໍ້າ,ອອກໄຂ່ເຊັ່ນ: ແຂ້,ເຕົ່າ,ກົບແລະສັດອື່ນໆ; 5. ແມງໄມ້ ໝາຍເຖິງ ສັດຕີນຂໍ້,ບໍ່ມີກະດູກ,ມີປີກ ເຊັ່ນ:ແມງ ຄາມ,ເຜີ້ງ,ແມງແຄງ,ແມງດາແລະແມງໄມ້ອື່ນໆ; 6. ຊະນິດພັນໝາຍເຖິງປະເພດສັດທີ່ມີຮູບຮ່າງແລະຄຸນລັກສະ ນະຄືກັນຊຶ່ງສາມາດປະສົມພັນແລະຂະຫຍາຍພັນໄດ້; 7. ການຂະຫຍາຍພັນ ໝາຍເຖິງ ການເພີ່ມຈໍານວນສັດດ້ວຍ ການປະສົມພັນຕາມທໍາມະຊາດແລະການປະສົມພັນທຽມຫຼືການນໍາໃຊ້ ເຕັກນິກວິຊາການອື່ນໆ; 8. ສາຍພັນສັດນໍ້າແລະສັດປ່າລຸ້ນ 1 ໝາຍເຖິງ ລູກທີ່ເກີດມາ ຈາກພໍ່ພັນແມ່ພັນສັດນໍ້າແລະສັດປ່າທໍາມະຊາດຊຶ່ງພໍ່ພັນແມ່ພັນນັ້ນໄດ້ ຖືກນໍາມາລ້ຽງ; 9. ສາຍພັນສັດນໍ້າແລະສັດປ່າລຸ້ນ 2 ໝາຍເຖິງ ລູກຂອງສັດນໍ້າ ແລະສັດປ່າຂອງສາຍພັນສັດລຸ້ນ 1; 10. ສາຍພັນສັດນໍ້າແລະສັດປ່າ ລຸ້ນ 3 ໝາຍເຖິງ ລູກຂອງສັດ ນໍ້າແລະສັດປ່າຂອງສາຍພັນລຸ້ນ 2; 11. ສິ້ນສ່ວນຂອງ ສັດນໍ້າ ແລະ ສັດປ່າ ໝາຍເຖິງ ພາກສ່ວນ ໃດໜຶ່ງຂອງສັດນໍ້າຫຼືສັດປ່າ ເຊັ່ນ: ຫົວ,ຂາ,ຕີນ,ໜັງ,ຊີ້ນ,ເລືອດ,ເຂົາ, ນໍ,ງາ,ແຂ້ວ,ກະດູກ,ບີ,ນໍ້າມັນ,ໄຂ,ເກັດ,ຂອງ,ຂົນ,ເລັບ,ຫາງແລະອະ ໄວຍະວະອື່ນໆ; 12. ຜະລິດຕະພັນສັດນໍ້າແລະສັດປ່າໝາຍເຖິງ ການນໍາເອົາສິ້ນ ສ່ວນຂອງສັດນໍ້າແລະສັດປ່າມາປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ຫຼືເຄິ່ງສໍາເລັດຮູບເຊັ່ນ: ຢາປົວພະຍາດ,ເຄື່ອງປະດັບແລະເຄື່ອງໃຊ້ອື່ນ ໆ; 13. ຖິ່ນທີ່ຢູ່ອາໄສຂອງສັດນໍ້າແລະສັດປ່າ ໝາຍເຖິງ ບ່ອນດໍາ ລົງຊີວິດ,ຂະຫຍາຍພັນຕາມທໍາມະຊາດເຊັ່ນ:ປ່າໄມ້,ທົ່ງຫຍ້າ,ຖໍ້າ,ບຸ່ງ, ແມ່ນໍ້າລໍາເຊ,ຫ້ວຍ,ບຶງ,ໜອງຫຼືດິນບໍລິເວນນໍ້າ; 14. ການອະນຸລັກໝາຍເຖິງ ການຮັກສາ ແລະ ນໍາໃຊ້ສັດນໍ້າ ແລະສັດປ່າໂດຍມີການຄຸ້ມຄອງຕາມລະບຽບຫຼັກການເພື່ອໃຫ້ມີໄວ້ຕະ ຫຼອດໄປແລະສາມາດນໍາໃຊ້ຢ່າງຍາວນານ; 15. ການປົກປັກຮັກສາ ໝາຍເຖິງ ການປ້ອງກັນສັດນໍ້າແລະ ສັດປ່າຢ່າງເຂັ້ມງວດເພື່ອບໍ່ໃຫ້ຖືກທໍາລາຍແລະສູນຫາຍໄປຈາກທໍາມະ ຊາດ; 16. ເຂດອະນຸລັກພັນສັດນໍ້າແລະສັດປ່າໝາຍເຖິງ ພື້ນທີ່ປ່າໄມ້, ທີ່ດິນປ່າໄ້ມແລະແຫຼ່ງນໍ້າຊຶ່ງໄດ້ກໍານົດໃຫ້ເປັນຖິ່ນທີ່ຢູ່ອາໄສຂອງສັດນໍ້າ ແລະສັດປ່າຊະນິດຕ່າງໆຕາມລະບຽບການ; 17. ຟາມ ໝາຍເຖິງ ສະຖານທີ່ທີ່ລັດອະນຸຍາດໃຫ້ບຸກຄົນຫຼືການ ຈັັດຕັ້ງສ້າງຂຶ້ນເພື່ອນໍາເອົາສັດນໍ້າແລະສັດປ່າມາລ້ຽງເປັນຈໍານວນ ຫຼາຍແລະຂະຫຍາຍພັນເພື່ອເປັນສິນຄ້າ; 18. ສົນທິສັນຍາ ໝາຍເຖິງ ສົນທິສັນຍາສາກົນວ່າດ້ວຍການ ຄ້າຂາຍຊະນິດພັນສັດປ່າແລະພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດຊຶ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນພາຄີໃນວັນທີ 30 ພຶດສະພາ 2004; 19. ການຂຶ້ນທະບຽນ ໝາຍເຖິງ ການເກັບກໍາປະຫວັດແລະຂໍ້ ມູນອື່ນຂອງສັດນໍ້າແລະສັດປ່າທີ່ນໍາມາລ້ຽງເຊັ່ນ:ຊື່,ອາຍຸ,ເພດ,ສີ,ນໍ້າ ໜັກ,ພິມເລກລະຫັດປະຈໍາຕົວສັດ,ຖິ່ນກໍາເນີດ,ປະເພດ,ສາຍພັນ,ຕໍານິ ຮູບປະພັນ,ຈຸດພິເສດອື່ນແລະການຂຶ້ນທະບຽນກໍ່ຍັງເປັນການຢັ້ງຢືນກໍາ ມະສິດຂອງເຈົ້າຂອງສັດອີກດ້ວຍ; 20. ການນໍາເຂົ້າໝາຍເຖິງການນໍາເອົາສັດນໍ້າແລະສັດປ່າຫຼື ສິ້ນສ່ວນຂອງສັດນໍ້າແລະສັດປ່າເຂົ້າມາສາທາາລະນະລັດປະຊາທິປະ ໄຕປະຊາຊົນລາວຕາມລະບຽບການ; 21. ການສົ່ງອອກ ໝາຍເຖິງ ການສົ່ງສັດນໍ້າແລະສັດປ່າຫຼືສິ້ນ ສ່ວນຂອງສັດນໍ້າແລະສັດປ່າທຸກຊະນິດອອກຈາກ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວຕາມລະບຽບການ; 22. ການສົ່ງອອກຄືນ ໝາຍເຖິງ ການສົ່ງສັດນໍ້າແລະສັດປ່າຫຼື ສິ້ນສ່ວນຂອງສັດນໍ້າແລະສັດປ່າທຸກຊະນິດທີ່ໄດ້ນໍາເຂົ້າມາໃນເມື່ອກ່ອນ ອອກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະ ບຽບການ; 23. ການນໍາຜ່ານ ໝາຍເຖິງ ການນໍາເອົາສັດນໍ້າແລະສັດປ່າ ຫຼືສິ້ນສ່ວນຂອງສັດນໍ້າແລະສັດປ່າທຸກຊະນິດຜ່ານ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄປປະເທດອື່ນຕາມລະບຽບການ; 24. ສັດນໍ້າແລະສັດປ່າທໍາມະຊາດປະເພດຫວງຫ້າມ ໝາຍເຖິງ ສັດນໍ້າແລະສັດປ່າທີ່ໄດ້ກໍານົດໄວ້ໃນບັນຊີ 1 ຊຶ່ງເປັນສັດທີ່ຫາຍາດແລະ ໃກ້ຈະສູນພັນ; 25. ສັດນໍ້າແລະສັດປ່າປະເພດຄຸ້ມຄອງ ໝາຍເຖິງ ສັດນໍ້າແລະ ສັດປ່າທີ່ໄດ້ກໍານົດໄວ້ໃນບັນຊີ 2 ຊຶ່ງຈໍາເປັນຕ້ອງມີການຄຸ້ມຄອງ,ຖ້າ ຫາກບໍ່ໄດ້ຮັບການຄຸ້ມຄອງແລະປົກປັກຮັກສາກໍ່ຈະກ້າວໄປສູ່ການສູນ ພັນໃນອະນາຄົດ; 26. ສັດນໍ້າແລະສັດປ່າປະເພດທົ່ວໄປໝາຍເຖິງສັດນໍ້າແລະສັດ ປ່າທີ່ໄດ້ກໍານົດໄວ້ໃນບັນຊີ 3 ຊຶ່ງບໍ່ໄດ້ຈັດເຂົ້າໃນສັດນໍ້າແລະສັດປ່າປະ ເພດຫວງຫ້າມແລະປະເພດຄຸ້ມຄອງ; 27. ການລ່າສັດນໍ້າແລະສັດປ່າ ໝາຍເຖິງການຫາ,ຈັບ,ຍິງ, ຂ້າ,ໂຫ່,ດັກ,ໄລ່ຕ້ອນຫຼືວິທີການອື່ນ; 28. ການທໍລະມານສັດ ໝາຍເຖິງ ການນໍາໃຊ້ແຮງງານສັດ ເກີນຂອບເຂດ,ຂາດຄວາມຮັບຜິດຊອບຕໍ່ການລ້ຽງດູແລະຮັກສາສຸຂະ ພາບຂອງສັດ,ໃຫ້ອາຫານບໍ່ພຽງພໍ,ທໍາຮ້າຍສັດແລະອື່ນໆ. 29. ເຈົ້າໜ້າທີ່ສັດນໍ້າແລະສັດປ່າໝາຍເຖິງພະນັກງານທີ່ເຮັດ ໜ້າທີ່ກວດກາສັດນໍ້າແລະສັດປ່າ; 30. ການນໍາໃຊ້ຕາມຮີດຄອງໝາຍເຖິງການນໍາໃຊ້ສັດນໍ້າແລະ ສັດປ່າຕາມຄວາມເຊື່ອຖືທີ່ເຄີຍໄດ້ປະຕິບັດກັນມາເປັນເວລາດົນນານ.

...ມາດຕາ 4 ກໍາມະສິດກ່ຽວກັບສັດນໍ້າແລະສັດປ່າ

ມາດຕາ 4 ກໍາມະສິດກ່ຽວກັບສັດນໍ້າແລະສັດປ່າ ສັດນໍ້າແລະສັດປ່າທໍາມະຊາດທີ່ຢູ່ໃນດິນແດນຂອງສາທາລະນະ ລັດປະຊາທິປະໄຕປະຊາຊົນລາວເປັນກໍາມະສິດຂອງວົງຄະນະຍາດ ແຫ່ງຊາດຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນ ຂອບເຂດທົ່ວປະເທດ. ສັດນໍ້າແລະສັດປ່າທີ່ບຸກຄົນແລະການຈັດຕັ້ງໄດ້ນໍາມາລ້ຽງແລະ ຂະຫຍາຍພັນດ້ວຍເຫື່ອແຮງຫຼືທຶນຮອນຂອງຕົນແມ່ນເປັນກໍາມະສິດຂອງ ບຸກຄົນແລະການຈັດຕັ້ງນັ້ນຕາມລະບຽບກົດໝາຍ.

...ມາດຕາ 5 ນະໂຍບາຍກ່ຽວກັບສັດນໍ້າແລະສັດປ່າ

ມາດຕາ 5 ນະໂຍບາຍກ່ຽວກັບສັດນໍ້າແລະສັດປ່າ ລັດຊຸກຍູ້ສົ່ງເສີມການອະນຸລັດ,ປົກປັກຮັກສາ,ພັດທະນາແລະຂະ ຫຍາຍພັນສັດນໍ້າແລະສັດປ່າດ້ວຍການວາງນະໂຍບາຍ,ລະບຽບກົດ ໝາຍ,ທຶນຮອນ,ວິຊາການ,ເຕັກໂນໂລຊີແລະມາດຕະການຕ່າງໆເພື່ອ ເພີ່ມຈໍານວນສັດນໍ້າແລະສັດປ່າໃຫ້ຫຼາຍຂຶ້ນແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການທາງດ້ານເສດຖະກິດ,ສັງຄົມ,ສິ່ງແວດລ້ອມແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ. ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດລົງທຶນເຂົ້າໃນການອະນຸລັກ,ປົກປັກຮັກສາ,ລ້ຽງແລະຂະຫຍາຍພັນ ດ້ວຍການໄດ້ຮັບນະໂຍບາຍຕ່າງໆເຊັ່ນ:ນະໂຍບາຍສິນເຊື່ອ,ຍົກເວັ້ນ ຫຼືຫຼຸດຜ່ອນພາສີ,ອາກອນຕາມລະບຽບການ.

...ມາດຕາ 6 ຫຼັກການກ່ຽວກັບການປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 6 ຫຼັກການກ່ຽວກັບການປົກປັກຮັກສາ,ພັດທະນາແລະນໍາໃຊ້ ສັດນໍ້າແລະສັດປ່າ ຫຼັກການພື້ນຖານກ່ຽວກັບການປົກປັກຮັກສາ,ພັດທະນາແລະນໍາ ໃຊ້ສັດນໍ້າແລະສັດປ່າມີດັ່ງນີ້: 1. ຕ້ອງເອົາການປົກປັກຮັກສາສັດນໍ້າແລະສັດປ່າເປັນວຽກ ງານຕົ້ນຕໍຂອງທົ່ວປວງຊົນ; 2. ຖືເອົາການຄຸ້ມຄອງ,ກວດກາ,ພັດທະນາແລະຂະຫຍາຍສັດ ນໍ້າແລະສັດປ່າແບບຍືນຍົງເປັນວຽກງານສໍາຄັນຢ່າງສອດຄ່ອງກັບ ການປົກປັກຮັກສາຊີວິນາໆພັນແລະຄວາມສົມດຸນຂອງລະບົບນິເວດທໍາ ມະຊາດ; 3. ນໍາໃຊ້ສັດນໍ້າແລະສັດປ່າຢ່າງມີປະສິດທິຜົນ,ຍືນຍົງແລະບໍ່ ສົ່ງຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມ; 4. ປົກປັກຮັກສາເຂດອະນຸລັກພັນສັດ,ຖິ່ນທີ່ຢູ່ອາໄສແລະແຫຼ່ງ ອາຫານຂອງສັດນໍ້າແລະສັດປ່າເພື່ອຮັກສາຄວາມສົມດຸນຂອງລະບົບ ນິເວດທໍາມະຊາດ; 5. ຮັບປະກັນຜົນປະໂຫຍດຂອງລັດ,ລວມໝູ່,ຄອບຄົວແລະບຸກ ຄົນໃນສະເພາະໜ້າແລະຍາວນານຕາມລະບຽບກົດໝາຍ; 6. ຄຸ້ມຄອງ,ກວດກາ,ປົກປັກຮັກສາແລະນໍ້າໃຊ້ສັດນໍ້າແລະສັດ ປ່າໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນພາຄີ.

...ມາດຕາ 7 ພັນທະໃນການປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 7 ພັນທະໃນການປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດ ນໍ້າແລະສັດປ່າ ບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະໃນການອະນຸລັກ,ປົກ ປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າໃຫ້ຖືກຕ້ອງຕາມລະ ບຽບກົດໝາຍແລະນໍາໃຊ້ມາດຕະການອັນຈໍາເປັນເພື່ອສະກັດກັ້ນຜົນກະ ທົບອັນບໍ່ດີຕໍ່ສັດນໍ້າແລະສັດປ່າຊຶ່ງເກີດຈາກທໍາມະຊາດຫຼືການກະທໍາ ຂອງຄົນເຊັ່ນ:ໂລກລະບາດ,ການລ່າສັດ,ການຊື້ຂາຍທີ່ບໍ່ຖືກຕ້ອງ,ການ ທໍາລາຍຖິ່ນທີ່ຢູ່ອາໄສແລະແຫຼ່ງອາຫານຂອງສັດ.

...ມາດຕາ 8 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 8 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນ ການຄຸ້ມຄອງ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະ ສັດປ່າຢູ່ໃນທໍາມະຊາດແລະທີ່ນໍາເອົາຈາກທໍາມະຊາດມາລ້ຽງ.

...ມາດຕາ 9 ການຮ່ວມມືສາກົນ

ມາດຕາ 9 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດ ຕັ້ງສາກົນໃນການອະນຸລັກ,ປົກປັກຮັກສາ,ຄົ້ນຄວ້າທົດລອງແລະຂະ ຫຍາຍພັນສັດນໍ້າແລະສັດປ່າດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວ ສານ,ວິທະຍາສາດ,ເຕັກໂນໂລຊີ,ການຍົກລະດັບວິຊາການ,ການເຂົ້າ ຮ່ວມແລະປະຕິບັດສັນຍາລະຫວ່າງປະເທດທີ່ໄດ້ເຊັ່ນແລະສົນທິສັນຍາ ສາກົນທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນພາຄີແລະ ອື່ນໆ.

..ພາກທີ 2 ປະເພດສັດນໍ້າແລະສັດປ່າ


...ມາດຕາ 10 ປະເພດສັດນໍ້າແລະສັດປ່າ

ມາດຕາ 10 ປະເພດສັດນໍ້າແລະສັດປ່າ ສັດນໍ້າແລະສັດປ່າຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວປະກອບດ້ວຍສັດລ້ຽງລູກດ້ວຍນໍ້ານົມ,ສັດປີກ,ສັດເລືອຄານ,ສັດ ເຄິ່ງບົກເຄິ່ງນໍ້າແລະແມງໄມ້ທຸກຊະນິດ. ສັດນໍ້າແລະສັັດປ່າດັ່ງກ່າວແບ່ງອອກເປັນສາມປະເພດດັ່ງນີ້: 1. ສັດນໍ້າແລະສັດປ່າປະເພດຫວງຫ້າມ; 2. ສັດນ້ໍາແລະສັດປ່າປະເພດຄຸ້ມຄອງ; 3. ສັດນໍ້າແລະສັດປ່າປະເພດທົ່ວໄປ.

...ມາດຕາ 11 ສັດນໍ້າແລະສັດປ່າປະເພດຫວງຫ້າມ

ມາດຕາ 11 ສັດນໍ້າແລະສັດປ່າປະເພດຫວງຫ້າມ ສັດນໍາແລະສັດປ່າປະເພດຫວງຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ 1 ແມ່ນສັດປະເພດທີ່ຫາຍາກ,ໃກ້ຈະສູນພັນ,ມີຄຸນຄ່າສູງແລະມີຄວາມສໍາ ຄັນເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ,ສິ່ງແວດລ້ອມແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວຕ້ອງໄດ້ຄຸ້ມຄອງ,ກວດກາ,ອະນຸລັກ,ປົກປັກ ຮັກສາແລະພັດທະນາ,ສ່ວນການນໍາໃຊ້ນັ້ນຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ.

...ມາດຕາ 12 ສັດນໍ້າແລະສັດປ່າປະເພດຄຸ້ມຄອງ

ມາດຕາ 12 ສັດນໍ້າແລະສັດປ່າປະເພດຄຸ້ມຄອງ ສັດນໍ້າແລະສັດປ່າປະເພດຄຸ້ມຄອງທີ່ໄດ້ກໍານົດໄວ້ໃນບັນຊີ 2 ແມ່ນສັດນໍາແລະສັດປ່າທີ່ມີຄຸນປະໂຫຍດທາງດ້ານເສດຖະກິດ,ສັງຄົມ, ສິ່ງແວດລ້ອມ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າແລະການສຶກ ສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວຕ້ອງມີການຄຸ້ມຄອງ,ກວດກາ,ອະນຸລັກ,ປົກ ປັກຮັກສາແລະຄວບຄຸມການນໍາໃຊ້.

...ມາດຕາ 13 ສັດນໍ້າແລະສັດປ່າປະເພດທົ່ວໄປ

ມາດຕາ 13 ສັດນໍ້າແລະສັດປ່າປະເພດທົ່ວໄປ ສັດນໍ້າແລະສັດປ່າປະເພດທົ່ວໄປທີ່ໄດ້ກໍານົດໄວ້ໃນບັນຊີ 3 ແມ່ນສັດນໍ້າແລະສັດປ່າທີ່ສາມາດຂະຫຍາຍພັນໄດ້ຕາມທໍາມະຊາດ ຢ່າງກ້ວາງຂວາງຊື່ງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ- ສັງຄົມ,ສິ່ງແວດລ້ອມແລະການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວສາມາດຊົມໃຊ້ໄດ້ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ມີການສູນພັນພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະ ບົບນິເວດແລະສິ່ງແວດລ້ອມ.

..ພາກທີ 3 ກິດຈະການ,ການປົກປັກຮັກສາແລະການພັດທະນາສັດນໍ້າແລະສັດປ່າ


...ໝວດທີ 1 ກິດຈະການສັດນໍ້າແລະສັດປ່າ


....ມາດຕາ 14 ປະເພດກິດຈະການສັດນໍ້າແລະສັດປ່າ

ມາດຕາ 14 ປະເພດກິດຈະການສັດນໍ້າແລະສັດປ່າ ກິດຈະການສັດນໍ້າແລະສັດປ່າແມ່ນທຸກການເຄື່ອນໄຫວທີ່ກ່ຽວ ຂ້ອງກັບສັດນໍ້າແລະສັດປ່າຊຶ່ງມີການສໍາຫຼວດ,ການວາງແຜນຍຸດທະ ສາດໃນການຄຸ້ມຄອງ,ປົກປັກຮັກສາ,ການກໍານົດຖິ່ນທີ່ຢູ່ອາໄສແລະ ເຂດອະນຸລັກພັນສັດນໍ້າແລະສັດປ່າ,ການສຶກສາຄົ້ນຄວ້າທາງດ້ານວິ ທະຍາສາດ,ການສ້າງຫໍພິພິທະພັນສັດ,ການຂະຫຍາຍພັນ,ການລ້ຽງ, ການຈັດປະເພດຫຼືບັນຊີ,ການຂຶ້ນທະບຽນແລະການແຈ້ງບັນຊີ,ການລ່າ ສັດນໍ້າແລະສັດປ່າແລະອື່ນໆ.

....ມາດຕາ 15 ການສໍາຫຼວດສັດນໍ້າແລະສັດປ່າ

ມາດຕາ 15 ການສໍາຫຼວດສັດນໍ້າແລະສັດປ່າ ການສໍາຫຼວດແມ່ນການເກັບກໍາຂໍ້ມູນກ່ຽວກັບຈໍານວນ,ສະພາບ ການຄົງຕົວ,ການຂະຫຍາຍຕົວແລະຖິ່ນທີ່ຢູ່ອາໄສຂອງສັດນໍ້າແລະສັດ ປ່າໂດຍມອບໃຫ້ຂະແໜງການກະສິກໍາແລະປ່າໄມ້ເປັນເຈົ້າການປະ ສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງດໍາເນີນການສໍາຫຼວດສັດນໍ້າແລະສັດປ່າໃນຂອບເຂດທົ່ວປະເທດ.

....ມາດຕາ 16 ການວາງແຜນຍຸດທະສາດໃນການຄຸ້ມຄອງແລະປົກປັກຮັກສາສັດນໍ້າແລະສັດປ່າ

ມາດຕາ 16 ການວາງແຜນຍຸດທະສາດໃນການຄຸ້ມຄອງແລະປົກປັກ ຮັກສາສັດນໍ້າແລະສັດປ່າ ກະຊວງກະສິກໍາແລະປ່າໄມ້ໂດຍປະສານສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນກໍານົດແລະວາງ ແຜນຍຸດທະສາດໃນການຄຸ້ມຄອງ,ປົກປັກຮັກສາແລະພັດທະນາສັດນໍ້າ ແລະສັດປ່າເພື່ອເປັນທິດທາງລວມ,ແຜນງານ,ໂຄງການແລະມາດຕະ ການສະເພາະໜ້າແລະຍາວນານ,ປຸກລະດົມໃຫ້ທຸກພາກສ່ວນມີສ່ວນ ຮ່ວມໃນການຄຸ້ມຄອງ,ກວດກາ,ອະນຸລັກ,ປົກປັກຮັກສາ,ພັດທະນາແລະ ນໍາໃຊ້ສັດນໍ້າແລະສັດປ່າແນໃສ່ຮັບປະກັນການພັດທະນາເສດຖະກິດ- ສັງຄົມໃຫ້ໝັ້ນຄົງ,ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

....ມາດຕາ 17 ການກໍານົດຖິ່ນທີ່ຢູ່ອາໄສແລະເຂດອະນຸລັກພັນສັດນໍ້າແລະສັດປ່າ

ມາດຕາ 17 ການກໍານົດຖິ່ນທີ່ຢູ່ອາໄສແລະເຂດອະນຸລັກພັນສັດນໍ້າ ແລະສັດປ່າ ຂະແໜງການກະສິກໍາແລະປ່າໄມ້ເປັນຜູ້ປະສານສົມທົບກັບຂະ ແໜງການອື່ນ,ອົງການປົກຄ້ອງທ້ອງຖິ່ນທີ່ກ່ຽວຂ້ອງດໍາເນີນການສໍາ ຫຼວດ,ກໍານົດຖິ່ນທີ່ຢູ່ອາໄສ,ເຂດອະນຸລັກພັນແລະແຫຼ່ງອາຫານຂອງສັດ ນໍ້າແລະສັດປ່າດ້ວຍການເຂົ້າຮ່ວມຂອງປະຊາຊົນພ້ອມທັງອອກລະ ບຽບການແລະຄໍາແນະນໍາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

....ມາດຕາ 18 ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ

ມາດຕາ 18 ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງດໍາເນີນການສຶກສາ,ຄົ້ນ ຄວ້າທົດລອງທາງດ້ານວິທະຍາສາດກ່ຽວກັບສັດນໍ້າແລະສັດປ່າພ້ອມ ທັງການລົງທຶນສ້າງສະຖາບັນຫຼືສູນຄົ້ນຄວ້າທົດລອງຕາມລະບຽບກົດ ໝາຍຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສົນທິສັນ ຍາສາກົນ. ການນໍາເອົາຕົວຢ່າງຊາກຫຼືສິ້ນສ່ວນຂອງສັດນໍ້າແລະສັດປ່າ ເພື່ອໄປສຶກສາຄົ້ນຄວ້າທາງດ້ານວິທະຍາສາດຢູ່ຕ່າງປະເທດຕ້ອງໄດ້ ຮັບອະນຸຍາດຈາກກະຊວງກະສິກໍາແລະປ່າໄມ້.ພາຍຫຼັງທີ່ສໍາເລັດການ ຄົ້ນຄວ້າວິໄຈແລ້ວຕ້ອງສົ່ງຜົນການຄົ້ນຄວ້າແລະຕົວຢ່າງນັ້ນຄືນໃຫ້ກະ ຊວງກະສິກໍາແລະປ່າໄມ້.

....ມາດຕາ 19 ການສ້າງກໍພິພິທະພັນສັດ

ມາດຕາ 19 ການສ້າງກໍພິພິທະພັນສັດ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງລົງທຶນສ້າງກໍພິພິດທະພັນ ສັດນໍ້າແລະສັດປ່າເພື່ອເປັນສະຖານທີ່ສະສົມຕົວຢ່າງຊາກຫຼືສິ້ນສ່ວນ ສັດນໍ້າແລະສັດປ່າທຸກປະເພດໃຫ້ເປັນບ່ອນສຶກສາຮໍ່າຮຽນ,ຄົ້ນຄວ້າ ແລະທ່ອງທ່ຽວແນວໃສ່ປູກຈິດສໍານຶກເຊີດຊູສະຕິຮັກແລະຫວງແຫນ ສັດນໍ້າແລະສັດປ່າໃຫ້ທົ່ວປວງຊົນ.

....ມາດຕາ 20 ການຂະຫຍາຍພັນສັດນໍ້າແລະສັດປ່າ

ມາດຕາ 20 ການຂະຫຍາຍພັນສັດນໍ້າແລະສັດປ່າ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງຂະຫຍາຍພັນສັດນໍ້າແລະ ສັດປ່າຕາມທໍາມະຊາດຫຼືດ້ວຍການນໍາໃຊ້ເຕັກນິກວິຊາການເພື່ອເພີ່ມ ຈໍານວນສັດນໍ້າແລະສັດປ່າໃຫ້ຫຼາຍຂຶ້ນແນໃສ່ຕອບສະໜອງຈຸດປະສົງ ທາງດ້ານເສດຖະກິດ,ສັງຄົມແລະສິ່ງແວດລ້ອມລວມທັງການແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນ.

....ມາດຕາ 21 ການລ້ຽງສັດນໍ້າແລະສັດປ່າ

ມາດຕາ 21 ການລ້ຽງສັດນໍ້າແລະສັດປ່າ ສັດນໍ້າແລະສັດປ່າທຸກປະເພດທີ່ໄດ້ມາຈາກທໍາມະຊາດຫຼືຈາກ ບ່ອນອື່ນທີ່ໄດ້ມີການຂະຫຍາຍພັນແລ້ວຫຼືຈາກຕ່າງປະເທດສາມາດນໍາ ມາລ້ຽງຢູ່ໃນຟາມ,ສວນສັດ,ສະຖານີແລະສະຖານທີ່ອື່ນເພື່ອຈຸດປະສົງ ທາງດ້ານທຸລະກິດແລະຊົມໃຊ້ພາຍໃນຄອບຄົວຕາມລະບຽບກົດໝາຍ. ການລ້ຽງຕ້ອງມີຕູ້ແກ້ວ,ໜອງ,ສະ,ກົງ,ຄອກ,ສວນແລະສະ ຖານທີ່ອື່ນທີ່ມີຂະໜາດແລະສະພາບທີ່ເໝາະສົມ,ມີອາຫານພຽງພໍ,ມີ ຄວາມຮັບຜິດຊອບເພື່ອບໍ່ເປັນການທໍລະມານສັດ,ການຄົງຕົວ,ການຂະ ຫຍາຍພັນສັດທັງຮັບປະກັນການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ແລະສັງຄົມ.

....ມາດຕາ 22 ການຈັດປະເພດຫຼືບັນຊີສັດນໍ້າແລະສັດປ່າ

ມາດຕາ 22 ການຈັດປະເພດຫຼືບັນຊີສັດນໍ້າແລະສັດປ່າ ການຈັດປະເພດຫຼືບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ ລະຊະນິດພັນທີ່ແຕກຕ່າງກັນໂດຍອີງຕາມສະພາບແລະທ່າອ່ຽງຂອງ ຈໍານວນສັດເຊັ່ນ:ສັດໃກ້ຈະສູນພັນ,ຫາຍາກ,ໄພຂົ່ມຂູ່,ເງື່ອນໄຂຂອງຖິ່ນ ທີ່ຢູ່ອາໄສແລະການຂະຫຍາຍພັນ. ລັດຖະບານເປັນຜູ້ພິຈາລະນາຮັບຮອງແລະປ່ຽນແປງບັນຊີສັດ ປະເພດຫວງຫ້າມແລະສັດປະເພດຄຸ້ມຄອງຕາມການສະເໜີຂອງກະ ຊວງກະສິກໍາແລະປ່າໄມ້.ສໍາລັບສັດປະເພດທົ່ວໄປແມ່ນກະຊວງກະສິ ກໍາແລະປ່າໄມ້ເປັນຜູ້ຮັບຮອງແລະປ່ຽນແປງບັນຊີ.

....ມາດຕາ 23 ການຂຶ້ນທະບຽນແລະການແຈ້ງບັນຊີສັດນໍ້າແລະສັດປ່າ

ມາດຕາ 23 ການຂຶ້ນທະບຽນແລະການແຈ້ງບັນຊີສັດນໍ້າແລະສັດປ່າ ສັດນໍ້າແລະສັດປ່າປະເພດປວງຫ້າມແລະປະເພດຄຸ້ມຄອງທີ່ນໍາ ມາລ້ຽງໃຫ້ປະຕິບັດດັ່ງນີ້: 1. ສັດນໍ້າແລະສັດປ່າທີ່ນໍາມາລ້ຽງເພື່ອເປັນທຸລະກິດຕ້ອງໄດ້ ຂຶ້ນທະບຽນນໍາຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານແລ້ວ ໃຫ້ລາຍງານຕໍ່ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ສັດນໍ້າແລະສັດປ່າທີ່ນໍາມາລ້ຽງບໍ່ເປັນທຸລະກິດແມ່ນບໍ່ໃຫ້ຂຶ້ນ ທະບຽນແຕ່ຕ້ອງໄດ້ແຈ້ງບັນຊີນໍາໜ່ວຍງານປ່າໄມ້ບ້ານແລ້ວໃຫ້ລາຍ ງານຕໍ່ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ.

....ມາດຕາ 24 ການລ່າສັດນໍ້າແລະສັດປ່າ

ມາດຕາ 24 ການລ່າສັດນໍ້າແລະສັດປ່າ ການລ່າສັດນໍ້າແລະສັດປ່າຕ້ອງປະຕິບັດດັ່ງນີ້: 1. ສັດນໍ້າແລະສັດປ່າປະເພດຫວງຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ 1 ແມ່ນບໍ່ອະນຸຍາດໃຫ້ຫາຫຼືລ່າຢ່າງເດັດຂາດເວັ້ນເສຍແຕ່ໃນກໍລະນີທີ່ ຈໍາເປັນເພື່ອການສຶກສາຄົ້ນຄວ້າແລະການຂະຫຍາຍພັນແຕ່ຕ້ອງໄດ້ຮັບ ອະນຸຍາດຈາກລັດຖະບານ.ຖ້າວ່າສັດກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຊັບສິນຂອງບຸກຄົນແລະການຈັດຕັ້ງຕ້ອງໄດ້ລາຍງານຕໍ່ອົງການປົກ ຄອງເມືອງ,ເທດສະບານເພື່ອພິຈາລະນາແກ້ໄຂ.ສໍາລັບສັດທີ່ກໍາລັງທໍາ ລາຍ,ກໍ່ກວນອາລະວາດຄົນຫຼືເປັນໄພອັນຕະລາຍຕໍ່ຊີວິດຂອງຄົນຕ້ອງ ແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ; 2. ສັດນໍ້າແລະສັດປ່າປະເພດຄຸ້ມຄອງທີ່ໄດ້ກໍານົດໄວ້ໃນບັນຊີ 2 ແມ່ນບໍ່ອະນຸຍາດໃຫ້ຫາຫຼືລ່າເວັ້ນເສຍແຕ່ສັດບາງຊະນິດ,ບາງເຂດ ແລະບາງລະດູການທີ່ກໍານົດໃຫ້ເພື່ອຊົມໃຊ້ຕາມຮີດຄອງໂດຍບໍ່ໃຫ້ນໍາ ໃຊ້ເຄື່ອງມືແບບດັບສູນ,ສໍາລັບການຫາເພື່ອຈຸດປະສົງທາງທຸລະກິດສາ ມາດດໍາເນີນໄດ້ສະເພາະສັດນໍ້າເທົ່ານັ້ນແຕ່ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງກະສິກໍາແລະປ່າໄມ້; 3. ສັດນໍ້າແລະສັດປ່າປະເພດທົ່ວໄປທີ່ໄດ້ກໍານົດໄວ້ໃນບັນຊີ 3 ແມ່ນອະນຸຍາດໃຫ້ຫາຫຼືລ່າໄດ້ຕາມລະດູການທີ່ໄດ້ກໍານົດໄວ້ໂດຍ ນໍາໃຊ້ເຄື່່ອງມືທີ່ບໍ່ມີລັກສະນະດັບສູນ,ສໍາລັບການຫາເພື່ອຈຸດປະສົງທາງ ທຸລະກິດສາມາດດໍາເນີນໄດ້ສະເພາະສັດນໍ້າເທົ່ານັ້ນແຕ່ຕ້ອງໄດ້ຮັບອະ ນຸຍາດຈາກພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ.

...ໝວດທີ 2 ການປົກປັກຮັກສາ,ການພັດທະນາສັດນໍ້າແລະສັດປ່າ


....ມາດຕາ 25 ການປົກປັກຮັກສາສັດນໍ້າແລະສັດປ່າ

ມາດຕາ 25 ການປົກປັກຮັກສາສັດນໍ້າແລະສັດປ່າ ການປົກປັກຮັກສາແມ່ນການຮັກສາສັດນໍ້າແລະສັດປ່າປະເພດ ຫວງຫ້າມ,ປະເພດຄຸ້ມຄອງແລະປະເພດທົ່ວໄປໃຫ້ອຸດົມສົມບູນ,ຍືນຍົງ ທັງແມ່ນການປ້ອງກັນແລະຮັກສາຖິ່ນທີ່ຢູ່ອາໄສຂອງລັດ,ວັງສະຫງວນ ສັດນໍ້າ,ເຂດອະນຸລັກພັນສັດບໍ່ໃຫ້ຖືກທໍາລາຍ,ພ້ອມກັນນັ້ນກໍ່ຕ້ອງວາງ ມາດຕະການປົກປັກຮັກສາເພື່ອສະກັດກັ້ນການບຸກລຸກ,ການທໍາລາຍ ຈາກການກະທໍາຂອງຄົນຫຼືຈາກທໍາມະຊາດ.

....ມາດຕາ 26 ການພັດທະນາສັດນໍ້າແລະສັດປ່າ

ມາດຕາ 26 ການພັດທະນາສັດນໍ້າແລະສັດປ່າ ການພັດທະນາແມ່ນການຂະຫຍາຍພັນສັດນໍ້າແລະສັດປ່າປະ ເພດຫວງຫ້າມ,ປະເພດຄຸ້ມຄອງແລະປະເພດທົ່ວໄປຕາມທໍາມະຊາດ ໃຫ້ມີຈໍານວນເພີ່ມຂຶ້ນດ້ວຍການນໍາໃຊ້ມາດຕະການທາງດ້ານເຕັກນິກ ວິທະຍາສາດທັງແມ່ນການຟື້ນຟູບູລະນະຖິ່ນທີ່ຢູ່ອາໄສທີ່ເຊື່ອມໂຊມ ລວມທັງແຫຼ່ງອາຫານແລະແຫຼ່ງແຜ່ພັນເພື່ອໃຫ້ສັດດັ່ງກ່າວສາມາດ ດໍາລົງຊີວິດຢ່າງເປັນປົກກະຕິ,ພ້ອມກັນນັ້ນກໍ່ຕ້ອງປຸກລະດົມທົ່ວປວງ ຊົນມີສ່ວມຮ່ວມໃນການພັດທະນາສັດນໍ້າແລະສັດປ່າຢ່າງກວ້າງຂວາງ.

...ໝວດທີ 3 ກອງທຶນອະນຸລັກປົກປັກຮັກສາສັດນໍ້າແລະສັດປ່າ


....ມາດຕາ 27 ແຫຼ່ງຂອງກອງທຶນອະນຸລັກປົກປັກຮັກສາສັດນໍ້າແລະສັດປ່າ

ມາດຕາ 27 ແຫຼ່ງຂອງກອງທຶນອະນຸລັກປົກປັກຮັກສາສັດນໍ້າແລະ ສັດປ່າ ກອງທຶນອະນຸລັກປັກປັກຮັກສາສັດນໍ້າແລະສັດປ່າແມ່ນກອງທິນ ອັນດຽວກັນກັບກອງທຶນພັດທະນາປ່າໄມ້ແລະຊັບພະຍາກອນປ່າໄມ້ຊຶ່ງ ໄດ້ມາຈາກງົບປະມານຂອງລັດ,ການປະກອບສ່ວນຂອງບຸກຄົນ,ນິຕິບຸກ ຄົນ,ລວມໝູ່,ອົງການຈັດຕັ້ງສັງຄົມ,ອົງການຈັດຕັ້ງສາກົນແລະອື່ນໆ.

....ມາດຕາ 28 ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 28 ການຄຸ້ມຄອງແລະນໍາໃຊ້ກອງທຶນ ກອງທຶນອະນຸລັກປົກປັກຮັກສາສັດນໍ້າແລະສັດປ່າໃຫ້ນໍາໃຊ້ເຂົ້າ ໃນວຽກງານສັດນໍ້າແລະສັດປ່າເປັນຕົ້ນການສໍາຫຼວດ,ການຈັດແບ່ງ ປະເພດສັດນໍ້າແລະສັດປ່າ,ການປົກປັກຮັກສາຖິ່ນທີ່ຢູ່ອາໄສ,ເຂດຮັກສາ ພັນສັດ,ຂະຫຍາຍພັນສັດ,ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍແລະວຽກງານອື່ນກ່ຽວກັບສັດນໍ້າແລະສັດປ່າ.

..ພາກທີ 4 ການນໍາໃຊ້ສັດນໍ້າແລະສັດປ່າ


...ໝວດທີ 1 ປະເພດການນໍາໃຊ້ສັດນໍ້າແລະສັດປ່າ


....ມາດຕາ 29 ປະເພດການນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 29 ປະເພດການນໍາໃຊ້ສັດນໍ້າແລະສັດປ່າ ການນໍາໃຊ້ສັດນໍ້າແລະສັດປ່າມີສື່ປະເພດດັ່ງນີ້: 1. ການນໍາໃຊ້ເພື່ອສາທາລະນະປະໂຫຍດ; 2. ການນໍາໃຊ້ເພື່ອຄອບຄົວ; 3. ການນໍາໃຊ້ຄາມຮີດຄອງ; 4. ການນໍາໃຊ້ເພື່ອທຸລະກິດ.

....ມາດຕາ 30 ການນໍາໃຊ້ເພື່ອສາທາລະນະປະໂຫຍດ

ມາດຕາ 30 ການນໍາໃຊ້ເພື່ອສາທາລະນະປະໂຫຍດ ການນໍາໃຊ້ສັດນໍ້າແລະສັດປ່າເພື່ອສາທາລະນະປະໂຫຍດແມ່ນ ການນໍາເອົາສັດນໍ້າແລະສັດປ່າມາຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນ: ການທ່ອງທ່ຽວ,ສວນສັດ,ການກິລາ,ລະຄອນສັດ,ຫໍພິພິທະພັນແລະອື່ນໆ ແຕ່ຕ້ອງປະຕິບັດຕາມລະບຽບກົດໝາຍ,ຮັບປະກັນຄວາມຍືນຍົງ,ບໍ່ໃຫ້ມີ ຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມ. ການນໍາໃຊ້ສັດນໍ້າແລະສັດປ່າປະເພດຫວງຫ້າມເພື່່ອສາທາລະ ນະປະໂຫຍດຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ. ການນໍາໃຊ້ສັດນໍ້າແລະສັດປ່າປະເພດຄຸ້ມຄອງເພື່ອສາທາລະນະ ປະໂຫຍດຕ້ອງໄດ້ຮັບອະນຸຍາດຈາກກະຊວງກະສິກໍາແລະປ່າໄມ້. ການນໍາໃຊ້ສັດນໍ້າແລະສັດປ່າປະເພດທົ່ວໄປເພື່ອສາທາລະນະ ປະໂຫຍດຕ້ອງໄດ້ຮັບຈາກພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ.

....ມາດຕາ 31 ການນໍາໃຊ້ເພື່ອຄອບຄົວ

ມາດຕາ 31 ການນໍາໃຊ້ເພື່ອຄອບຄົວ ການນໍາໃຊ້ເພື່ອຄອບຄົວແມ່ນການນໍາເຂົ້າສັດນໍ້າແລະສັດປ່າຫຼື ສິ້ນສ່ວນຂອງສັດນໍ້າແລະສັດປ່າມານໍາໃຊ້ເພື່ອບໍລິໂພກ,ເປັນຢາປົວພະ ຍາດ,ເອ້ຢ້ອງແລະອື່ນໆ. ຄອບຄົວພາຍໃນບ້ານສາມາດນໍາໃຊ້ສັດນໍ້າແລະສັດປ່າປະເພດ ທົ່ວໄປຕາມລະບຽບການ,ຕາມລະດູການແລະສະຖານທີ່ທີ່ອະນຸຍາດ,ນໍາ ໃຊ້ວິທີການແລະເຄື່ອງມືທີ່ບໍ່ມີລັກສະນະດັບສູນ. ສໍາລັດການນໍາໃຊ້ສັດນໍ້າແລະສັດປ່າປະເພດຄຸ້ມຄອງຕ້ອງປະຕິ ບັດຕາມລະບຽບການຂອງກະຊວງກະສິກໍາແລະປ່າໄມ້.

....ມາດຕາ 32 ການນໍາໃຊ້ຕາມຮີດຄອງ

ມາດຕາ 32 ການນໍາໃຊ້ຕາມຮີດຄອງ ການນໍາໃຊ້ຕາມຮີດຄອງແມ່ນການນໍາເອົາສັດນໍ້າແລະສັດປ່າ ມານໍາໃຊ້ເພື່ອຄວາມຈໍາເປັນທາງດ້ານວັດທະນະທໍາຫຼືຄວາມເຊື່ອຖື ເຊັ່ນ:ການປ່ອຍນົກ,ປ່ອຍເຕົ່າ,ປ່ອຍປາແລະອື່ນໆ. ການນໍາໃຊ້ສັດນໍ້າແລະສັດປ່າປະເພດທົ່ວໄປຕາມຮີດຄອງສາ ມາດດໍາເນີນໃນເຂດຄຸ້ມຄອງແລະນໍາໃຊ້ຂອງບ້ານຕາມລະບຽບການ.

....ມາດຕາ 33 ການນໍາໃຊ້ເພື່ອທຸລະກິດ

ມາດຕາ 33 ການນໍາໃຊ້ເພື່ອທຸລະກິດ ລັດອະນຸຍາດໃຫ້ນໍາໃຊ້ສັດນໍ້າແລະສັດປ່າເພື່ອທຸລະກິດເຊັ່ນ: ສວນສັດ,ຟາມສັດ,ການນໍາເຂົ້າ,ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານ,ການ ທ່ອງທ່ຽວໃນເຂດອະນຸລັກແລະອື່ນໆຕາມລະບຽບການ.

...ໝວດທີ 2 ທຸລະກິດກ່ຽວກັບສັດນໍ້າແລະສັດປ່າ


....ມາດຕາ 34 ການດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າ

ມາດຕາ 34 ການດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າ ທຸລະກິດກ່ຽວກັບສັດນໍ້າແລະສັດປ່າປະກອບດ້ວຍກິດຈະການດັ່ງ ນີ້:ການສ້າງສວນສັດ,ການສ້າງຟາມສັດ,ການປິ່ນປົວສັດ,ການຄ້າຂາຍ ,ການເຄື່ອນຍ້າຍ,ການນໍາເຂົ້າ,ການສົ່ງອອກ,ການສົ່ງອອກຄືນແລະ ການນໍາຜ່ານ,ການສະແດງລະຄອນສັດ,ການສ້າງສາລະຄະດີສັດ. ການດໍາເນີນທຸລະກິດດັ່ງກ່າວຕ້ອງສອດຄ່ອງກັບລະບຽບກົດ ໝາຍຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສົນທິສັນ ຍາສາກົນທີ່ ສປປລາວ ເປັນພາຄີ.

....ມາດຕາ 35 ການອະນຸຍາດດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າ

ມາດຕາ 35 ການອະນຸຍາດດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດ ປ່າ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບ ສັດນໍ້າແລະສັດປ່າຕ້ອງງໄດ້ຮັບຄວາມເຫັນດີຈາກຂະແໜງການກະສິ ກໍາແລະປ່າໄມ້ແລະຂຶ້ນທະບຽນວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງແລະໃຫ້ປະຕິ ບັດດັ່ງນີ້: 1. ສັດນໍ້າແລະສັດປ່າປະເພດຫວງຫ້າມຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ; 2. ສັດນໍ້າແລະສັດປ່າປະເພດຄຸ້ມຄອງຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກໍາແລະປ່າໄມ້; 3. ສັດນໍ້າແລະສັດປ່າປະເພດທົ່ວໄປຕ້ອງໄດ້ຮັບອະນຸຍາດຈາກ ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ.

....ມາດຕາ 36 ການອະນຸຍາດລ້ຽງສັດນໍ້າແລະສັດປ່າທໍາມະຊາດ

ມາດຕາ 36 ການອະນຸຍາດລ້ຽງສັດນໍ້າແລະສັດປ່າທໍາມະຊາດ ການອະນຸຍາດໃຫ້ລ້ຽງສັດນໍ້າແລະສັດປ່າທໍາມະຊາດເພື່ອດໍາ ເນີນທຸລະກິດຕ້ອງປະຕິບັດດັ່ງນີ້: 1. ສັດນໍ້າແລະສັດປ່າປະເພດຫວງຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ 1 ແມ່ນລັດຖະບານເປັນຜູ້ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງນໍາມາລ້ຽງ ເປັນພໍ່ພັນແມ່ພັນເພື່ອດໍາເນີນທຸລະກິດ; 2. ສັດນໍ້າແລະສັດປ່າປະເພດຄຸ້ມຄອງທີ່ໄດ້ກໍານົດໄວ້ໃນບັນຊີ 2 ແມ່ນກະຊວງກະສິກໍາແລະປ່າໄມ້ເປັນຜູ້ອະນຸຍາດໃຫ້ບຸກຄົນແລະ ການຈັດຕັ້ງນໍາມາລ້ຽງເປັນພໍ່ພັນແມ່ພັນເພື່ອດໍາເນີນທຸລະກິດ; 3. ສັດປ່າປະເພດທົ່ວໄປທີ່ໄດ້ກໍານົດໄວ້ໃນບັນຊີ 3 ແມ່ນພະ ແນກກະສິກໍາແລະປ່າໄມ້ແຂວງ,ນະຄອນເປັນຜູ້ອະນຸຍາດໃຫ້ບຸກຄົນ ແລະການຈັັດຕັ້ງນໍາມາລ້ຽງເປັນພໍ່ພັນແມ່ພັນເພື່ອດໍາເນີນທຸລະກິດ,ສໍາ ລັບສັດນໍ້າປະເພດທົ່ວໄປສາມາດລ້ຽງເພື່ອດໍາເນີນທຸລະກິດໄດ້ຕາມລະ ບຽບກົດໝາຍ.

....ມາດຕາ 37 ການສ້າງສວນສັດ

ມາດຕາ 37 ການສ້າງສວນສັດ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງສວນສັດນໍ້າແລະສັດປ່າ ເພື່ອທຸລະກິດການທ່ອງທ່ຽວແລະການສຶກສາຄົ້ນຄວ້າທາງດ້ານວິທະ ຍາສາດແມ່ນໃຫ້ຂະແໜງການກະສິກໍາແລະປ່າໄມ້ເປັນຜູ້ອະນຸມັດແລະ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ ກ່ຽວຂ້ອງ. ການສ້າງສວນສັດຍັງມີຄວາມສໍາຄັນໃນການປູກຈິດສໍານຶກ ຂອງທົ່ວປວງຊົນໃຫ້ຮູ້ຈັກຄຸນປະໂຫຍດ,ຮັກ,ຫວງແຫນ,ອະນຸລັກ,ປົກ ປັກຮັກສາແລະພັດທະນາສັດນໍ້າແລະສັດປ່າໃຫ້ຍືນຍົງ.

....ມາດຕາ 38 ການສ້າງຟາມສັດ

ມາດຕາ 38 ການສ້າງຟາມສັດ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຟາມສັດດ້ວຍການນໍາ ເອົາສັດນໍ້າແລະສັດປ່າປະເພດຄຸ້ມຄອງແລະປະເພດທົ່ວໄປມາລ້ຽງ ເພື່ອຂະຫຍາຍພັນ,ເປັນສິນຄ້າຮັບໃຊ້ພາຍໃນແລະສົ່ງອອກຕ່າງປະເທດ ແມ່ນໃຫ້ຂະແໜງການກະສິກໍາແລະປ່າໄມ້ເປັນຜູ້ອະນຸຍາດ. ສໍາລັບການສ້າງຟາມສັດປະເພດຫວງຫ້າມແມ່ນລັດຖະບານ ເປັນຜູ້ຕົກລົງຕາມການສະເໜີຂອງກະຊວງກະສິກໍາແລະປ່າໄມ້. ການດໍາເນີນທຸລະກິດກ່ຽວກັບການສ້າງຢາມສັດດັ່ງກ່າວໃຫ້ປະ ຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 39 ການປິ່ນປົວສັດ

ມາດຕາ 39 ການປິ່ນປົວສັດ ບຸກຄົນແລະການຈັດຕັ້ງທີ່ດໍາເນີນການລ້ຽງສັດນໍ້າແລະສັດປ່າ ຫຼືມີໄວ້ໃນຄອບຄົງຢ່າງຖືກຕ້ອງນັ້ນຕ້ອງເອົາໃຈໃສ່ຮັກສາແລະປິ່ນປົວ ສັດເປັນຕົ້ນໃນເວລາສັດບາດເຈັບຫຼືຕຕິດເຊື້ອພະຍາດຕ້ອງນໍາເອົາໄປ ປິ່ນປົວຢ່າງທັນການ.ສໍາລັບການດໍາເນີນທຸລະກິດທີ່ເປັນສວນສັດຫຼືຟາມ ສັດຕ້ອງມີໜ່ວຍງານສັດຕະວະແພດປະຈໍາເພື່ອປິ່ນປົວ,ສະກັດກັ້ນ,ຄວບ ຄຸມແລະຕ້ານການລະບາດຂອງພະຍາດສັດ.

....ມາດຕາ 40 ການຄ້າຂາຍສັດນໍ້າແລະສັດປ່າ

ມາດຕາ 40 ການຄ້າຂາຍສັດນໍ້າແລະສັດປ່າ ການຄ້າຂາຍສັດນໍ້າແລະສັດປ່າທີ່ໄດ້ລ້ຽງຕ້ອງປະຕິບັດດັ່ງນີ້: 1. ສັດນໍ້າແລະສັດປ່າປະເພດຫວງຫ້າມສາມາດຄ້າຂາຍເລີ່ມ ແຕ່ສາຍພັນລຸ້ນ 2 ແລະລຸ້ນຕໍ່ໄປ,ສ່ວນພໍ່ພັນແມ່ພັນແລະສາຍພັນລຸ້ນ 1 ແມ່ນບໍ່ອະນຸຍາດໃຫ້ຄ້າຂາຍ,ໃຫ້ຮັກສາໄວ້ເພື່ອເປັນພໍ່ພັນແມ່ພັນປ່ອຍ ຄືນສູ່ທໍາມະຊາດ; 2. ສັດນໍ້າແລະສັດປ່າປະເພດຄຸ້ມຄອງແລະສັດປ່າປະເພດທົ່ວ ໄປສາມາດຄ້າຂາຍເລີ່ມແຕ່ສາຍພັນລຸ້ນ 1 ແລະລຸ້ນຕໍ່ໄປ,ສ່ວນພໍ່ພັນ ແມ່ພັນແມ່ນບໍ່ອະນຸຍາດໃຫ້ຄ້າຂາຍ, ໃຫ້ຮັກສາໄວ້ເພື່ອເປັນພໍ່ພັນແມ່ ພັນຫຼືປ່ອຍຄືນສູ່ທໍາມະຊາດ; 3. ສັດນໍ້າປະເພດທົ່ວໄປສາມາດຄ້າຂາຍໄດ້ຕາມລະບຽບກົດ ໝາຍ.

....ມາດຕາ 41 ການເຄື່ອນຍ້າຍສັດນໍ້າແລະສັດປ່າ

ມາດຕາ 41 ການເຄື່ອນຍ້າຍສັດນໍ້າແລະສັດປ່າ ການເຄື່ອນຍ້າຍສັດນໍ້າແລະສັດປ່າປະເພດຫວງຫ້າມແລະປະ ເພດຄຸ້ມຄອງຈາກສະຖານທີ່ໜຶ່ງໄປສະຖານທີ່ອື່ນຢູ່ພາຍໃນປະເທດຕ້ອງ ໄປຕາມເສັ້ນທາງທີ່ໄດ້ກໍານົດໃຫ້ແລະແຈ້ງເອກະສານຕໍ່ເຈົ້າໜ້າທີ່ປະ ຈໍາດ່ານກວດກາຊຶ່ງປະກອບດ້ວຍໃບອະນຸຍາດເຄື່ອນຍ້າຍຂອງຂະ ແໜງການກະສິກໍາແລະປ່າໄມ້,ໃບຢັ້ງຢືນສຸຂະພາບ,ໃບຢັ້ງຢືນຖິ່ນກໍາ ເນີດ,ໃບທະບຽນສັດ,ໃນກໍລະນີທີ່ມີການຊື້ຂາຍສັດຫຼືມອບກໍາມະສິດສັດ ຕ້ອງໃຫ້ມີໃບຢັ້ງຢືນຕາມລະບຽບກົດໝາຍ. ການເຄື່ອນຍ້າຍສັດນໍ້າແລະສັດປ່າປະເພດຫວງຫ້າມແລະປະ ເພດຄຸ້ມຄອງຕ້ອງປະຕິບັດດັ່ງນີ້: 1. ການເຄື່ອນຍ້າຍລະຫວ່າງບ້ານຕໍ່ບ້ານຕ້ອງໄດ້ຮັບອະນຸຍາດ ຈາກອົງການປົກຄອງບ້ານຕາມການສະເໜີຂອງໜ່ວຍງານປ່າໄມ້ ບ້ານ; 2. ການເຄື່ອນຍ້າຍລະຫວ່າງເມືອງຕໍ່ເມືອງຕ້ອງໄດ້ຮັບອະນຸ ຍາດຈາກຫ້ອງການກະສິກໍາແລະປ່າໄ້ມເມືອງ,ເທດສະບານຕາມການ ສະເໜີຂອງອົງການປົກຄອງບ້ານ; 3. ການເຄື່ອນຍ້າຍລະຫວ່າງແຂວງຕໍ່ແຂວງຕ້ອງໄດ້ຮັບອະນຸ ຍາດຈາກພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຕາມການສະ ເໜີຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ການເຄື່ອນຍ້າຍສັດດັ່ງກ່າວຕ້ອງໄດ້ເສຍພັນທະຕາມລະບຽບ ການ.

....ມາດຕາ 42 ການນໍາເຂົ້າ,ການສົ່ງອອກ,ການສົ່ງອອກຄືນແລະການນໍາຜ່ານ

ມາດຕາ 42 ການນໍາເຂົ້າ,ການສົ່ງອອກ,ການສົ່ງອອກຄືນແລະການ ນໍາຜ່ານ ການນໍາເຂົ້າ,ການສົ່ງອອກ,ການສົ່ງອອກຄືນແລະການນໍາ ຜ່ານສັດນໍ້າແລະສັດປ່າຫຼືສິ້ນສ່ວນຕ່າງໆຂອງສັດດັ່ງກ່າວຕ້ອງປະຕິ ບັດຕາມມາດຕາ 40 ຂອງກົດໝາຍສະບັບນີ້ແລະຍັງຕ້ອງປະຕິບັດ ດັ່ງນີ້: 1. ການນໍາເຂົ້າສັດນໍ້າແລະສັດປ່າຕ້ອງມີໃບອະນຸຍາດສົ່ງອອກ ຈາກອົງການທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ,ໃບຢັ້ງຢືນຖິ່ນກໍາເນີດ, ໃບຢັ້ງຢືນປອດພະຍາດ,ສັນຍາລະຫວ່າງຜູ້ນໍາເຂົ້າແລະຜູ້ສົ່ງອອກ,ລາຍ ການບັນຊີປະເພດສັດແລະຈໍານວນສັດທີ່ຈະນໍາເຂົ້າ,ໃບອະນຸຍາດນໍາ ເຂົ້າຂອງຂະແໜງການກະສິກໍາແລະປ່າໄມ້; 2. ການສົ່ງອອກສັດນໍ້າແລະສັດປ່າຕ້ອງມີໃບຢັ້ງຢືນກ່ຽວກັບ ການຂະຫຍາຍພັນຫຼືລ້ຽງ,ໃບຢັ້ງຢືນຖິ່ນກໍາເນີດ,ໃບຢັ້ງຢືນປອດພະຍາດ ,ສັນຍາລະຫວ່າງຜູ້ນໍາເຂົ້າແລະຜູ້ສົ່ງອອກ,ລາຍການບັນຊີປະເພດແລະ ຈໍານວນສັດທີ່ຈະສົ່ງອອກ,ໃບອະນຸຍາດສົ່ງອອກຂອງກະຊວງກະສິກໍາ ແລະປ່າໄມ້,ໃບອະນຸຍາດນໍາເຂົ້າຂອງອົງການທີ່ກ່ຽວຂ້ອງຂອງປະເທດ ປາຍທາງ; 3. ການສົ່ງອອກຄືນສັດນໍ້າແລະສັດປ່ານອກຈາກເອກະສານທີ່ ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ຍັງຕ້ອງມີໃບແຈ້ງຂຶ້ນທະບຽນສັດ, ໃບຢັ້ງຢືນກ່ຽວກັບການຂະຫຍາຍພັນຫຼືລ້ຽງ,ໃບຢັ້ງຢືນປອດພະຍາດ, ລາຍການບັນຊີປະເພດແລະຈໍານວນສັດທີ່ຈະສົ່ງອອກ,ໃບອະນຸຍາດສົ່ງ ອອກຄືນຂອງກະຊວງກະສິກໍາແລະປ່າໄມ້,ໃບອະນຸຍາດນໍາເຂົ້າຄືນຂອງ ອົງການທີ່ກ່ຽວຂ້ອງຂອງປະເທດປາຍທາງ; 4. ການນໍາຜ່ານສັດນໍ້າແລະສັດປ່າຕ້ອງໄດ້ແຈ້ງເອກະສານ ເຊັ່ນ:ໃບອະນຸຍາດສົ່ງອອກແລະນໍາເຂົ້າຂອງອົງການທີ່ກ່ຽວຂ້ອງຂອງ ປະເທດຕົ້ນທາງແລະປາຍທາງ,ໃບຢັ້ງຢືນຖິ່ນກໍາເນີດ,ໃບຢັ້ງຢືນປອດ ພະຍາດ,ລາຍການບັນຊີປະເພດແລະຈໍານວນສັດທີ່ຈະສົ່ງຜ່າຍ.ການນໍາ ຜ່າຍສັດນໍ້າແລະສັດປ່າຕ້ອງໄດ້ຮັບການກວດກາ; 5. ການນໍາເຂົ້າ,ການສົ່ງອອກ,ການສົ່ງອອກຄືນແລະການນໍາ ຜ່ານສັດດັ່ງກ່າວຕ້ອງໄດ້ເສຍພັນທະຕາມລະບຽບການ.

....ມາດຕາ 43 ການສະແດງລະຄອນສັດ

ມາດຕາ 43 ການສະແດງລະຄອນສັດ ການນໍາເອົາສັດນໍ້າແລະສັດປ່າປະເພດຫວງຫ້າມມາສະແດງ ລະຄອນສັດຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ,ສ່ວນສັດນໍ້າແລະ ສັດປ່າປະເພດຄຸ້ມຄອງແລະປະເພດທົ່ວໄປຕ້ອງໄດ້ຮັບອະນຸຍາດຈາກ ກະຊວງກະສິກໍາແລະປ່າໄມ້. ຜູ້ປະກອບການກ່ຽວກັບການສະແດງລະຄອນສັດຕ້ອງເອົາໃຈ ໃສ່ໃນການຝຶກແອບ,ດູແລເບິ່ງແຍງສັດເປັນຢ່າງດີ,ຫຼີກເວັ້ນການທໍລະ ມານສັດແລະຕ້ອງມີໃບຢັ້ງຢືນກໍາມະສິດຫຼືສັນຍາເຊົ່າ. ການນໍາເອົາສັດນໍ້າແລະສັດປ່າປະເພດຫວງຫ້າມອອກໄປສະ ແດງຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ,ສໍາລັບສັດ ນໍ້າແລະສັດປ່າປະເພດຄຸ້ມຄອງແລະປະເພດທົ່ວໄປຕ້ອງໄດ້ຮັບອະນຸ ຍາດຈາກກະຊວງກະສິກໍາແລະປ່າໄມ້. ຜູ້ປະກອບການກ່ຽວກບການສະແດງລະຄອນສັດຕ້ອງມີໃບຢັ້ງ ຢືນກໍາມະສິດຫຼືສັນຍາເຊົ່າ,ສັນຍາຄໍ້າປະກັນຂອງຜູ້ປະກອບການກັບລັດ ຖະບານຫຼືກະຊວງກະສິກໍາແລະປ່າໄມ້,ໃບອະນຸຍາດສົ່ງອອກຊົ່ວຄາວ ຂອງໜ່ວຍງານຄຸ້ມຄອງສົນທິສັນຍາສາກົນວ່າດ້ວຍການຄ້າຂ້າຍຊະ ນິດພັນສັດປ່າແລະພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດຂອງກະຊວງກະ ສິກໍາແລະປ່າໄມ້ແລະໃບຢັ້ງຢືນສຸຂະພາບສັດ. ສໍາລັບການເຊົ່າສັດນໍ້າແລະສັດປ່າອອກໄປສະແດງຢູ່ຕ່າງປະ ເທດນັ້ນເມື່ອຮອດກໍານົດເວລາຕາມສັນຍາແລ້ວຜູ້ເຊົ່າຕ້ອງນໍາສົ່ງສັດ ນັ້ນຄືນຕາມສັນຍາ. ໃນກໍລະນີທີ່ສັດດັ່ງກ່າວຫາກມີການຂະຫຍາຍພັນກໍ່ຕ້ອງສົ່ງພໍ່ພັນ ແມ່ພັນລວມທັງສາຍພັນລຸ້ນ 1 ແລະລຸ້ນຕໍ່ໄປນັ້ນຄືນລວມທັງສິ້ນສ່ວນ ຂອງສັດຖ້າຫາກສັດດັ່ງກ່າວນັັ້ນຕາຍ.

....ມາດຕາ 44 ການສ້າງສາລະຄະດີສັດ

ມາດຕາ 44 ການສ້າງສາລະຄະດີສັດ ເພື່ອເປັນການໂຄສະນາເຜີຍແຜ່ນະໂຍບາຍຂອງລັດກ່ຽວກັບ ວຽກງານປົກປັກຮັກສາ,ພັດທະນາສັດນໍ້າແລະສັດປ່າພ້ອມທັງເປັນການ ສົ່ງເສີມວຽກງານການທ່ອງທ່ຽວທໍາມະຊາດແລະວັດທະນະທໍາອັນດີ ງາມຂອງຊາດນັ້ນຂະແໜງການຖະແຫຼງຂ່າວແລະວັດທະນະທໍາອະນຸ ຍາດໃຫ້ບຸກຄົນຫຼືການຈັດຕັ້ງແລະຫົວໜ່ວຍທຸລະກິດຫຼືຜູ້ປະກອບການ ພາຍໃນແລະຕ່າງປະເທດດໍາເນີນການສ້າງສາລະຄະດີສັດນໍ້າແລະສັດ ປ່າໃນເຂດທີ່ບໍ່ຫວງຫ້າມຕາມການເຫັນດີຂອງຂະແໜງການກະສິກໍາ ແລະປ່າໄມ້.

...ໝວດທີ 3 ສິດແລະພັນທະຂອງຜູ້ນໍາໃຊ້ສັດນໍ້າແລະສັດປ່າ


....ມາດຕາ 45 ການໄດ້ສິດນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 45 ການໄດ້ສິດນໍາໃຊ້ສັດນໍ້າແລະສັດປ່າ ສິດນໍາໃຊ້ສັດນໍ້າແລະສັດປ່າໄດ້ມາຈາກ: - ການມອບຂອງລັດ; - ການໂອນ; - ການສືບທອດ.

....ມາດຕາ 46 ການມອບສິດນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 46 ການມອບສິດນໍາໃຊ້ສັດນໍ້າແລະສັດປ່າ ການມອບສິດນໍາໃຊ້ສັດນໍ້າແລະສັດປ່າແມ່ນການຕົກລົງຂອງອົງ ການທີ່ມີສິດໜ້າທີ່ກ່ຽວຂ້ອງໃນການເອົາສັດນໍ້າແລະສັດປ່າໃຫ້ບຸກຄົນ ແລະການຈັດຕັ້ງນໍາໃຊ້ຢ່າງຍາວນານແລະມີຄວາມສະຫງົບຕາມສັນຍາ ແລະລະບຽບກົດໝາຍ. ....ມາດຕາ 47 ການໂອນສິດນໍາໃຊ້ສັດນໍ້າແລະສັດປ່າ

ມາດຕາ 47 ການໂອນສິດນໍາໃຊ້ສັດນໍ້າແລະສັດປ່າ ການໂອນສິດນໍາໃຊ້ສັດນໍ້າແລະສັດປ່າແມ່ນການເອົາສິດນໍາໃຊ້ ສັດນໍ້າແລະສັດປ່າທີ່ຕົນໄດ້ພັດທະນາໃຫ້ຜູ້ອື່ນດ້ວຍການຂາຍ,ການມອບ ຫຼືການແລກປ່ຽນ. ການໂອນຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ແຈ້ງ ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງແລະຂຶ້ນທະບຽນໃໝ່ລວມທັງເສຍຄ່າທໍານຽມ ຕາມລະບຽບການ.

....ມາດຕາ 48 ການສືບມອດສິດນໍາໃຊ້ແລະສັດປ່າ

ມາດຕາ 48 ການສືບມອດສິດນໍາໃຊ້ແລະສັດປ່າ ການສືບທອດສິດນໍາໃຊ້ສັດນໍ້າແລະສັດປ່າແມ່ນການຕົກທອດສິດ ດັ່ງກ່າວໄປຍັງລູກ,ຜົວຫຼືເມຍ,ພໍ່,ແມ່,ຫຼານຫຼືຍາດຕິພີ່ນ້ອງພາຍຫຼັງຜູ້ນໍາ ໃຊ້ສັດນໍ້າແລະສັດປ່າໄດ້ເສຍຊີວິດແລ້ວ. ການສືບທອດຕ້ອງໃຫ້ປະຕິບັດຕາມກົດໝາຍວ່າດ້ວຍມູນມໍລະດົກ ແລະພື້ນຖານການສືບທອດມູນມໍລະດົກແລະແຈ້ງໃຫ້ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງແລະຂຶ້ນທະບຽນໃໝ່ລວມທັງເສຍຄ່າທໍານຽມຕາມລະບຽບການ.

....ມາດຕາ 49 ສິດຂອງຜູ້ນໍາໃຊ້ແລະຜູ້ດໍາເນີນທຸລະກິດ

ມາດຕາ 49 ສິດຂອງຜູ້ນໍາໃຊ້ແລະຜູ້ດໍາເນີນທຸລະກິດ ຜູ້ນໍາໃຊ້ແລະຜູ້ດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າມີສິດ ປົກປັກຮັກສາພັດທະນາ,ໃຊ້,ໄດ້ຮັບໝາກຜົນ,ໂອນແລະສືບທອດສັດນໍ້າ ແລະສັດປ່າແລະຍັງມີສິດສຶກສາຄົ້ນຄວ້າທົດລອງທາງດ້ານວິທະຍາ ສາດ. ສໍາລັບການຈັດຕັ້ງຂອງລັດແມ່ນມີສິດຄຸ້ມຄອງ,ປົກປັກຮັກສາ,ພັດ ທະນາແລະໃຊ້ເທົ່ານັ້ນ. ສ່ວນສິດນໍາໃຊ້ຕາມຮີດຄອງໃຫ້ປະຕິບັດຕາມ ມາດຕາ 32 ຂອງ ກົດໝາຍສະບັບນີ້.

....ມາດຕາ 50 ພັນທະຂອງຜູ້ນໍາໃຊ້

ມາດຕາ 50 ພັນທະຂອງຜູ້ນໍາໃຊ້ ຜູ້ນໍາໃຊ້ສັດນໍ້າແລະສັດປ່າມີພັນທະຕົ້ນຕໍດັ່ງນີ້: 1. ປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານ ສັດນໍ້າແລະສັດປ່າ; 2. ນໍາໃຊ້ສັດນໍ້າແລະສັດປ່າຢ່າງຍືນຍົງແລະບໍ່ມີຜົນກະທົບອັນບໍ່ ດີຕໍ່ສິ່ງແວດລ້ອມ,ໃຫ້ຖືກຕ້ອງຕາມລະບຽບກົດໝາຍແລະສົນທິສັນຍາສາ ກົນ; 3. ນໍາໃຊ້ທຸກວິທີການເພື່ອສະກັດກັ້ນການລັກລອບຫາ,ລ່າ,ຊື້ ຂາຍແລະທໍາລາຍຖິ່ນທີ່ຢູ່ອາໄສສັດນໍ້າແລະສັດປ່າ; 4. ອະນຸລັກປົກປັກຮັກສາສັດນໍ້າ,ສັດປ່າແລະສິ່ງແວດລ້ອມທໍາ ມະຊາດ; 5. ປະກອບສ່ວນແລະຂົນຂວາຍທຶນຮອນທັງພາຍໃນແລະຕ່າງ ປະເທດເຂົ້າໃນກອງທຶນພັດທະນາປ່າໄມ້ແລະຊັບພະຍາກອນປ່າໄມ້; 6. ເສຍຄ່າທໍານຽມ,ຄ່າເຊົ່າແລະພັນທະອື່ນກ່ຽວກັບສັດນໍ້າແລະ ສັດປ່າຕາມລະບຽບກົດໝາຍ; 7. ລາຍງານກ່ຽວກັບຂໍ້ມູນການພັດທະນາ,ນໍາໃຊ້ສັດນໍ້າແລະ ສັດປ່າແລະໃຫ້ການຮ່ວມມືແກ່ຂະແໜງການກະສິກໍາແລະປ່າໄມ້ແລະ ອົງການປົົກຄອງທ້ອງຖິ່ນ; 8. ກວດກາສຸຂະພາບ,ເຝົ້າລະວັງ,ຕິດຕາມການລະບາດຂອງພະ ຍາດສັດຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ.ໃນກໍລະນີທີ່ສັດຕິດເຊື້ອພະຍາດ ຕ້ອງປິ່ນປົວຢ່າງທັນການ.

....ມາດຕາ 51 ພັນທະຂອງຜູ້ດໍາເນີນທຸລະກິດ

ມາດຕາ 51 ພັນທະຂອງຜູ້ດໍາເນີນທຸລະກິດ ຜູ້ດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າມີພັນທະຕົ້ນຕໍດັ່ງນີ້: 1. ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ; 2. ເສຍພັນທະແລະຄ່າທໍານຽມຕາມລະບຽບການ; 3. ໂຄສະນາເຜີຍແຜ່ກ່ຽວກັບວຽກງານຄຸ້ມຄອງ,ອະນຸລັກ,ປົກ ປັກຮັກສາສັດນໍ້າແລະສັດປ່າ; 4. ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນການປົກ ປັກຮັກສາແລະພັດທະນາສັດນໍ້າແລະສັດປ່າແລະສິ່ງແວດລ້ອມທໍາມະ ຊາດ; 5. ນໍາໃຊ້ທຸກວິທີການເພື່ອສະກັດກັ້ນການທໍາລາຍຖິ່ນທີ່ຢູ່ອາໄສ ,ປ້ອງກັນໄຟໄໝ້ລາມປ່າ,ການລັກລອບຫາ,ລ່າແລະຄ້າຂາຍສັດນໍ້າ ແລະສັດປ່າ; 6. ໃຫ້ການຮ່ວມມື,ຕອບສະໜອງຂໍ້ມູນແລະເອື້ອອໍານວຍຄວາມ ສະດວກໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ; 7. ຂົນຂວາຍທຶນຮອນທັງພາຍໃນແລະຕ່າງປະເທດເຂົ້າໃນການ ປົກປັກຮັກສາແລະພັດທະນາສັດນໍ້າແລະສັດປ່າ; 8. ກວດກາສຸຂະພາບ,ເຝົ້າລະວັງ,ຕິດຕາມການລະບາດຂອງ ພະຍາດສັດຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ,ໃນກໍລະນີທີ່ສັດຕິດເຊື້ອພະຍາດ ຕ້ອງປິ່ນປົວຢ່າງທັນການ.

..ພາກທີ 5 ຂໍ້ຫ້າມ


...ມາດຕາ 52 ຂໍ້ຫ້າມທົ່ວໄປ

ມາດຕາ 52 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ຢູ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວມີການກະທໍາດັ່ງນີ້: 1. ນໍາເອົາສັດນໍ້າແລະສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ,ສິ້ນສ່ວນແລະອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ມາໄວ້ໃນຄອບຄອງ; 2. ທໍລະມານສັດທຸກຮູບແບບ; 3. ລັດລອບຫາ,ລ່າ,ຊື້ຂາຍແລະມີໄວ້ໃນຄອບຄອງສັດນໍ້າແລະ ສັດປ່າໂດຍບໍ່ຮັບອະນຸຍາດ; 4. ຫາສັດນໍ້າແລະລ່າສັດປ່າໃນສະຖານທີ່ຫວງຫ້າມ,ເຂດອະນຸ ລັັກພັນສັດ,ໃນລະດູການຂະຫຍາຍພັນ,ຖືພາມານແລະລ້ຽງລູກນ້ອຍ; 5. ຜະລິດ,ນໍາເຂົ້າ,ຈໍາໜ່າຍແລະນໍາໃຊ້ເຄື່ອງມືຫຼືອາວຸດຫາປາ ແລະລ່າເນື້ອທີ່ມີລັກສະນະດັບສູນເຊັ່ນ:ປືນທຸກຊະນິດ,ລະເບີດ,ທາດເຄມີ ,ທາດເບື່ອດໄຟຟ້າ,ແສງຫຼືສຽງທຽມແລະອື່ນໆ; 6. ບຸກລຸກທໍາລາຍເຂດອະນຸລັກພັນສັດ,ວັງສະຫງວນ,ຖິ່ນທີ່ຢູ່ອາ ໄສແລະແຫຼ່ງອາການຂອງສັດນໍ້າແລະສັດປ່າໂດຍທາງກົງຫຼືທາງອ້ອມ ເຊັ່ນ:ດ້ວຍການບຸກເບີກ,ຕັ້ງຖິ່ນຖານໃໝ່,ຖາກຖາງປ່າໄມ້,ຈູດປ່າ,ຕັດ ໄມ້,ນໍາໃຊ້ຢາປາບສັດຕູພືດຫຼືຢາຂ້າຫຍ້າເກີນກໍານົດແລະການກະທໍາ ອື່ນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; 7. ຈັບຈອງ,ຍ້າຍ,ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດແດນ ວັງສະຫງວນ,ເຂດອະນຸລັກພັນສັັດແລະຖິ່ນທີ່ຢູ່ອາໄສ; 8. ລ້ຽງສັດນໍ້າແລະສັດປ່າເປັນທຸລະກິດຢູ່ໃນເຂດຕົວເມືອງແລະ ເຂດຊຸມຊົນຊຶ່ງເຮັດໃຫ້ສະພາບແວດລ້ອມເສື່ອມເສຍ; 9. ນໍາເຂົ້າ,ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານຫຼືເຄື່ອນຍ້າຍສັດນໍ້າ ແລະສັດປ່າທີ່ຕິດເຊື້ອພະຍາດ,ບໍ່ມີຄວາມປອດໄພຕໍ່ສຸຂະພາບຂອງສັດ, ນໍາສັດດັ່ງກ່າວເຂົ້າໃນເວລາທີ່ເກືອດຫ້າມຫຼືບໍ່ຖືກຕ້ອງຕາມການອະນຸ ຍາດແລະລະບຽບກົດໝາຍ; 10. ໃຫ້ສິນບົນແກ່ພະນັກງານແລະເຈົ້າໜ້າທີ່,ປອມແປງເອກະ ສານແລະຕາປະທັບ; 11. ນາບຂູ່,ກົດໜ່ວງຖ່ວງດຶງແລະຂັດຂວາງການປະຕິບັດໜ້າ ທີ່ຂອງເຈົ້າໜ້າທີ່ທີ່ປະຕິບັດວຽກງານກ່ຽວກັບສັດນໍ້າແລະສັດປ່າ; 12. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວ ກັບສັດນໍ້າແລະສັດປ່າ.

...ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ່າໄມ້

ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ່າໄມ້ ນອກຈາກຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍ ສະບັບນີ້ຫ້າມພະນັກງານແລະເຈົ້າໜ້າທີ່ປ່າໄມ້ມີການກະທໍາດັ່ງນີ້: 1. ສວຍໃຊ້ສິດແລະໜ້າທີ່່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບ ຫຼືນາບຂູ່,ຮັບສິນບົນເພື່ອຜົນປະໂຫຍດສ່ວນຕົວຊຶ່ງກໍ່ຄວາມເສຍຫາຍໃຫ້ ແກ່ຜົນປະໂຫຍດຂອງລັດ,ລວມໝູ່ແລະບຸກຄົນ; 2. ເປີດເຜີຍຄວາມລັບຂອງລັດຫຼືລັດຖະການ,ປອມແປງເອກະ ສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ; 3. ດໍາເນີນທຸລະກິດກ່ຽວກັບສັດນໍ້າແລະສັດປ່າດ້ວຍຕົນເອງຫຼື ມີຫຸ້ນສ່ວນ.

..ພາກທີ 6 ການຄຸ້ມຄອງແລະກວດກາສັດນໍ້າແລະສັດປ່າ


...ໝວດທີ 1 ການຄຸ້ມຄອງສັດນໍ້າແລະສັດປ່າ


....ມາດຕາ 54 ອົງການຄຸ້ມຄອງສັດນໍ້າແລະສັດປ່າ

ມາດຕາ 54 ອົງການຄຸ້ມຄອງສັດນໍ້າແລະສັດປ່າ ລັດຖະບານຄຸ້ມຄອງວຽກງານສັດນໍ້າແລະສັດປ່າຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງກະສິ ກໍາແລະປ່າໄມ້ເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງແລະອົງການປົກຄອງທ້ອງຖິ່ນໃນການຄົ້ນຄວ້າ,ກໍານົດນະໂຍບາຍ ,ວາງແຜນຍຸດທະສາດ,ລະບຽບການແລະມາດຕະການໃນການປົກປັກ ຮັກສາແລະພັດທະນາສັດນໍ້າແລະສັດປ່າໃຫ້ອຸດົມສົມບູນແລະຍືນຍົງ. ອົງການຄຸ້ມຄອງສັດນໍ້າແລະສັດປ່າແມ່ນອົງການດຽວກັນກັບ ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ຊຶ່ງປະກອບດ້ວຍ; 1. ກະຊວງກະສິກໍາແລະປ່າໄມ້ໂດຍແມ່ນກົມປ່າໄມ້ເປັນເສນາ ທິການ; 2.​ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ໜ່ວຍງານປ່າໄມ້ບ້ານ.

....ມາດຕາ 55 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 55 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງສັດນໍ້າແລະສັດປ່າກະຊວງກະສິກໍາແລະປ່າໄມ້ ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າ,ຜັນຂະ ຫຍາຍແນວທາງແຜນຍຸດທະສາດ,ແຜນນະໂຍບາຍແລະນະໂຍບາຍ ຕ່າງໆໃຫ້ກາຍເປັນແຜນງານ,ໂຄງການລະອຽດແລະລະບຽບກົດໝາຍ ເພື່ອຄຸ້ມຄອງວຽກງານສັດນໍ້າແລະສັດປ່າໃນຂອບເຂດທົ່ວປະເທດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານສັດ ນໍ້າແລະສັດປ່າໃຫ້ທົ່ວປວງຊົນແນໃສ່ປູກຈິດສໍານຶກ,ເຊີດຊູສະຕິຮັກ, ຫວງແຫນແລະຖະໜອມສັດນໍ້າແລະສັດປ່າແລະສະກັດກັ້ນການໂຄສະ ນາກ່ຽວກັບການບໍລິໂພກສັດນໍ້າແລະສັດປ່າຕາມສະຖານທີ່ຕ່າງໆ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານສັດນໍ້າແລະສັດປ່າຂອງຂະແໜງການສາຍຕັ້ງໃນຂອບເຂດທົ່ວ ປະເທດ; 4. ສ້າງຕັ້ງສະຖາບັນຄົ້ນຄວ້າວິທະຍາສາດເຕັກນິກກ່ຽວກັບສັດ ນໍ້າແລະສັດປ່າ,ບໍາລຸງແລະຍົກລະດັບວິຊາການດ້ານສັດນໍ້າແລະສັດ ປ່າ; 5. ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບການລົງທຶນດ້ານກິດຈະການ ສັດນໍ້າແລະສັດປ່າ; 6. ປຸກລະດົມຂົນຂວາຍ,ຍາດແຍ່ງຄຸ້ມຄອງທຶນຮອນທັງພາຍໃນ ແລະຕ່າງປະເທດເພື່ອອະນຸລັກປົກປັກຮັກສາແລະພັດທະນາສັດນໍ້າແລະ ສັດປ່າ; 7. ປະສານສົມທົບກັບພາກສ່ວນອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງໃນ ການຈັດຕັ້ງປະຕິບັດວຽກງານສັດນໍ້າແລະສັດປ່າເປັນຕົ້ນການສໍາຫຼວດ ເກັບກໍາຂໍ້ມູນກ່ຽວກັບສັດນໍ້າແລະສັດປ່າ,ທ່າແຮງທາງດ້ານທໍາມະຊາດ ເພື່ອກໍານົດເຂດອະນຸລັກຊີວະນາໆພັນແລະເຂດພັດທະນາສັດນໍ້າແລະສັດ ປ່າ. 8. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບກິດຈະການສັດ ນໍ້າແລະສັດປ່າ; 9. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານແລະສັດ ປ່າໃຫ້ລັດຖະບານຢ່າງເປັນປົກກະຕິ;

....ມາດຕາ 56 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 56 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ ,ນະຄອນ ໃນການຄຸ້ມຄອງສັດນໍ້າແລະສັດປ່າພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ມະຕິຄໍາສັ່ງແລະລະ ບຽບກົດໝາຍກ່ຽວກັບສັດນໍ້າແລະສັດປ່າໃນຂອບເຂດຄວາມຮັບຜິດ ຊອບຂອງຕົນແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານສັດ ນໍ້າແລະສັດປ່າໃຫ້ປະຊາຊົນເຂົ້າໃນເຊື່ອມຊຶມແລະເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານສັດນໍ້າແລະສັດປ່າຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດ ສະບານ; 4.ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບການລົງທຶນດ້ານກິດຈະການ ສັດນໍ້າແລະສັດປ່າເພື່ອສະເໜີຕໍ່ກະຊວງກະສິກໍາແລະປ່າໄມ້ພິຈາລະ ນາ; 5. ປຸກລະດົມຂົນຂວາຍ,ຍາດແຍ່ງ,ຄຸ້ມຄອງທຶນພາຍໃນແລະ ຕ່າງປະເທດເພື່ອອະນຸລັກປົກປັກຮັກສາແລະພັດທະນາສັດນໍ້າແລະສັດ ປ່າ; 6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດວຽກງານສັດນໍ້າແລະສັດປ່າເປັນຕົ້ນການສໍາຫຼວດທ່າແຮງແນ ໃສ່ການຈັດສັນແບ່ງເຂດປົກປັກຮັກສາ,ກໍານົດເຂດອະນຸລັກພັນສັດນໍ້າ ແລະສັດປ່າຕະຫຼອດຮອດການຈັດຕັ້ງປົກປັກຮັກສາຊັບພະຍາກອນປ່າ ໄມ້ແລະສິງແວດລ້ອມທໍາມະຊາດກ່ຽວກັບສັດນໍ້າແລະສັດປ່າໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ; 7. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານສັດນໍ້າ ແລະສັດປ່າພາຍໃນແຂວງ,ນະຄອນໃຫ້ກະຊວງປະສິກໍາແລະປ່າໄມ້ ແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ.

....ມາດຕາ 57 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ

ມາດຕາ 57 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ ,ເທດສະບານ ໃນການຄຸ້ມຄອງສັດນໍ້າແລະສັດປ່າຫ້ອງການກະສິກໍາແລະປ່າ ໄມ້ເມືອງ,ເທດສະບານມີສິດແລະໜ້າທີ່ຕົົົ້ນຕໍດັ່ງນີ້: 1. ຈັັດຕັ້ງປະຕິບັດບັນດາແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາສັ່ງ ,ແຈ້ງການແລະຄໍາແນະນໍາຂອງກະຊວງກະສິກໍາແລະປ່າໄມ້ແລະພະ ແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານສັດນໍ້າແລະສັດ ປ່າໃຫ້ປະຊາຊົນເຂົ້າໃຈເຊື່ອມຊຶມແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ; 3. ຄຸ້ມຄອງ,ຂຶ້ນບັນຊີແລະຂຶ້ນທະບຽນສັດນໍ້າແລະສັດປ່າທີ່ນໍາ ມາລ້ຽງລວມທັງເຄື່ອງມືຫາປາແລະລ່າສັດຕາມລະບຽບການ; 4. ຈັດຕັ້ງປະຊາຊົນຢູ່ຂັ້ນບ້ານຄຸ້ມຄອງ,ອະນຸລັກ,ປົກປັກຮັກສາ, ພັດທະນາແລະນໍາໃຊ້ສັດນໍ້າແລະສັປ່າຢ່າງເຂັ້ມງວດ; 5. ຊີ້ນໍາ,ຊຸກຍູ້ແລະຕິດຕາມການຈັດຕັ້ງປະຕິບັດວຽກງານສັດ ນໍ້າແລະສັດປ່າຂອງໜ່ວຍງານປ່າໄມ້ບ້ານ; 6. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ອະນຸລັກ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າພາຍໃນ ເມືອງ,ເທດສະບານໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ ແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ. ສໍາລັບສິດແລະໜ້າທີ່ໃນການຄຸ້ມຄອງສັດນໍ້າແລະສັດປ່າຂອງ ໜ່ວຍງານປ່າໄມ້ບ້ານໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ການກວດກາສັດນນໍ້າແລະສັດປ່າ


....ມາດຕາ 58 ຈຸດປະສົງຂອງການກວດກາສັດນໍ້າແລະສັດປ່າ

ມາດຕາ 58 ຈຸດປະສົງຂອງການກວດກາສັດນໍ້າແລະສັດປ່າ ການກວດກາສັດນໍ້າແລະສັດປ່າແມ່ນການຕິດຕາມການເຄື່ອນ ໄຫວຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະການນໍາໃຊ້ສັດນໍ້າແລະສັດ ປ່າຂອງການຈັດຕັ້ງ,ພະນັກງານ,ເຈົ້າໜ້ທີ່ແລະປະຊາຊົນລວມທັງການ ດໍາເນີນທຸລະກິດສັດນໍ້າແລະສັດປ່າເພື່ອໃຫ້ຖືກຕ້ອງຕາມລະບຽບກົດ ໝາຍກ່ຽວກັບສັດນໍ້າແລະສັດປ່າ,ກົດໝາຍອື່ນທີ່ກ່ຽວຂ້ອງແລະສົນທິ ສັນຍາສາກົນທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນພາຄີ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ.

....ມາດຕາ 59 ອົງການກວດກາສັດນໍ້າແລະສັດປ່າ

ມາດຕາ 59 ອົງການກວດກາສັດນໍ້າແລະສັດປ່າ ອົງການກວດກາສັດນໍ້າແລະສັດປ່າແມ່ນອົງການດຽວກັນກັບອົງ ການກວດກາປ່າໄມ້ແລະທີ່ດິນປ່າໄມ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 111 ຂອງກົດໝາຍວ່າດ້ວຍປ່າໄມ້ໂດຍແມ່ນກົດກວດກາປ່າໄມ້ເປັນ ເສນາທິການ.

....ມາດຕາ 60 ສິດແລະໜ້າທີ່ຂອງອົງການກວດກາສັດນໍ້າແລະສັດປ່າ

ມາດຕາ 60 ສິດແລະໜ້າທີ່ຂອງອົງການກວດກາສັດນໍ້າແລະສັດປ່າ ອົງການກວດກາສັດນໍ້າແລະສັດປ່າມີສິດແລະໜ້າທີ່ດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບສັດ ນໍ້າແລະສັດປ່າ; 2. ກວດກາກິດຈະການສັດນໍ້າແລະສັດປ່າລວມທັງການດໍາເນີນ ທຸລະກິດກ່ຽວກັບສັດນໍ້າແລະສັດປ່າ; 3. ດໍາເນີນການສືບສວນ-ສອບສວນຄະດີກ່ຽວກັບສັດນໍ້າແລະ ສັດປ່າໂດຍນໍາໃຊ້ມາດຕະການສືບສວນ-ສອບສວນແລະມາດຕະການ ສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີ ອາຍາ; 4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອອອກຄໍາສັ່ງໃຫ້ຢຸດເຊົາ ການເຄື່ອນໄຫວກ່ຽວກັບກິດຈະການສັດນໍ້າແລະສັດປ່າຫຼືໂຈະໜ້າທີ່ຕໍາ ແໜ່ງຂອງພະນັກງານ,ເຈົ້າໜ້າທີ່ທີ່ກ່ຽວຂ້ອງຖ້າເຫັນວ່າມີການກະທໍາ ທີ່ບໍ່ຖືກກົດໝາຍ; 5. ພົວພັນ,ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນ ກາງແລະທ້ອງຖິ່ນໃນການຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 6. ສະຫຼຸບຜົນຂອງການປະຕິບັດວຽກງານກວດກາແຕ່ລະໄລຍະ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 61 ເຈົ້າໜ້າທີ່ສັດນໍ້າແລະສັດປ່າ

ມາດຕາ 61 ເຈົ້າໜ້າທີ່ສັດນໍ້າແລະສັດປ່າ ເຈົ້າໜ້າທີ່ສັດນໍ້າແລະສັດປ່າແມ່ນເຈົ້າໜ້າທີ່ທີ່ສັງກັດຢູ່ກົມກວດ ກາປ່າໄມ້,ມີພາລະບົດບາດກວດກາວຽກງານຄຸ້ມຄອງ,ອະນຸລັກ,ປົກປັກ ຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າແລະສັດປ່າແລະສືບສວນ-ສອບສວນ ຄະດີກ່ຽວກັບສັດນໍ້າແລະສັດປ່າຕາມລະບຽບກົດໝາຍ. ສໍາລັບມາດຕະຖານ,ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສັດນໍ້າແລະ ສັດປ່າໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 62 ຮູບການກວດກາສັດນໍ້າແລະສັດປ່າ

ມາດຕາ 62 ຮູບການກວດກາສັດນໍ້າແລະສັດປ່າ ການກວດກາສັດນໍ້າແລະສັດປ່າມີສາມຮູບການດັ່ງນີ້: - ການກວດກາຕາມລະບົບປົກະຕິ; - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. 1.ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກ ສະນະກວດກາຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງ ປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຮັບຜິດຊອບໃນ ການປົກປັກຮັກສາແລະພັດທະນາຫຼືດໍາເນີນກິດຈະການສັດນໍ້າແລະສັດ ປ່າຮູ້ລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. 3. ການກວດກາແບບກະທັນຫັນແມ່ນການກວດກາເມື່ອຫາກ ເຫັນວ່າມີຄວາມຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນຢ່າງຮີບ ດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຮັບຜິດຊອບໃນການປົກປັກຮັກສາແລະພັດທະ ນາຫຼືດໍາເນີນກິດຈະການສັດນໍ້າແລະສັດປ່າຮູ້ລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະການ ລົງກວດກາການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

....ມາດຕາ 63 ການກວດກາພາຍນອກ

ມາດຕາ 63 ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າທີ່ ຂອງອົງການຄຸ້ມຄອງແລະກວດກາສັດນໍ້າແລະສັດປ່າເພື່ອໃຫ້ມີຄວາມ ເຂັ້ມແຂງ,ໂປ່ງໃສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຕິດຕາມການກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການກວດກາລັດ; 3. ການຕິດຕາມກວດກາຂອງພົນລະເມືອງລາວ,ການຈັດຕັ້ງ ແລະບຸກຄົນຢ່າຮາກຖານ,ສໍານັກງານ,ອົງການ,ຫົວໜ່ວຍວິຊາການ ແລະວິສາຫະກິດຂອງລັດກ່ຽວກັບການເຄື່ອນໄຫວຂອງພະນັກງານອົງ ການຄຸ້ມຄອງແລະກວດກາສັດນໍ້າແລະສັດປ່າ,ເມື່ອພົບເຫັນຫຼືມີປາກົດ ການທີ່ລະເມີດລະບຽບກົດໝາຍແລ້ວກໍ່ມີສິດສະເໜີຕໍ່ອົງການທີ່ກ່ຽວ ຂ້ອງເພື່ອດໍາເນີນການກວດກາຕໍ່ເປົ້າໝາຍດັ່ງກ່າວ.

..ພາກທີ 7 ວັນປ່ອຍປາແລະອະນຸລັກສັດນໍ້າແລະສັດປ່າແຫ່ງຊາດ,ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 64 ວັນປ່ອຍປາແລະອະນຸລັກສັດນໍ້າແລະສັດປ່າແຫ່ງຊາດ

ມາດຕາ 64 ວັນປ່ອຍປາແລະອະນຸລັກສັດນໍ້າແລະສັດປ່າແຫ່ງຊາດ ເມື່ອປົກປັກຮັກສາແລະພັດທະນາສັດນໍ້າແລະສັດປ່າໃຫ້ອຸດົມສົມ ບູນລັດກໍານົດເອົາວັນທີ 13 ກໍລະກົດເປັນວັນປ່ອຍປາແລະອະນຸລັກສັດ ນໍ້າແລະສັດປ່າແຫ່ງຊາດ.

...ມາດຕາ 65 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ

ມາດຕາ 65 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ ອົງການຄຸ້ມຄອງແລະກວດກາສັດນໍ້າແລະສັດປ່າມີເຄື່ອງແບບ, ເຄື່ອງໝາຍແລະຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານທາງລັດຖະການຊິ່ງກະຊວງກະສິກໍາແລະປ່າໄມ້ ເປັນຜູ້ວາງອອກ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 66 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 66 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການປົກປັກຮັກສາ,ພັດທະນາ, ນໍາໃຊ້ສັດນໍ້າແລະສັດປ່າ,ສະກັດກັ້ນ,ປ້ອງກັນການບຸກລຸກທໍາລາຍຖິ່ນທີ່ ຢູ່ອາໄສແລະເຂດອະນຸລັກພັນສັດນໍ້າແລະສັດປ່າຈະໄດ້ຮັບການຍ້ອງຍໍ ແລະນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືລົງໂທດຕາມກົດໝາຍແລ້ວ ແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 68 ມາດຕະການສຶກສາອົບຮົມ

ມາດຕາ 68 ມາດຕະການສຶກສາອົບຮົມ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບສັດນໍ້າແລະສັດປ່າແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ 200,000 ກີບແຕ່ຫາກມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ ການກະທໍາທີ່ບໍ່ຖືກຕ້ອງຂອງຕົນແລະສົ່ງຊັບສິນຫຼືຂອງກາງທີ່ໄດ້ມາໂດຍ ບໍ່ຖືກຕ້ອງນັ້ນຄືນຄົບຖ້ວນກໍ່ຈະຖືກຕັກເຕືອນແລະສຶກສາອົບຮົມ.

...ມາດຕາ 69 ມາດຕະການທາງວິໄນ

ມາດຕາ 69 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວ ກັບສັດນໍ້າແລະສັດປ່າແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການ ກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ 200,000 ກີບແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດ ຂອງຕົນກໍຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນເອ ກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຄືນໃຫ້ການຈັດຕັ້ງຄົບຖ້ວນ.

...ມາດຕາ 70 ມາດຕະການປັບໃໝ

ມາດຕາ 70 ມາດຕະການປັບໃໝ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບສັດນໍ້າແລະສັດປ່າແລະຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້ແລະກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 200,000 ກີບຂຶ້ນໄປກໍ່ຈະ ຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍຂອງສັດນໍ້າແລະສັດປ່າ. ໃນກໍລະນີທີ່ມີການລະເມີດເປັນຄັ້ງທີສອງຫຼືເປັນອາຈີນກໍຈະຖືກ ປັບໃໝສາມເທົ່າຕົວຂອງມູນຄ່າຄວາມເສຍຫາຍຂອງສັດນໍ້າແລະສັດ ປ່າປະເພດຫວງຫ້າມ,ສອງເທົ່າຕົວຂອງສັດປະເພດຄຸ້ມຄອງແລະໜຶ່ງ ເທົ່າຕົວຂອງສັດປະເພດທົ່ວໄປພ້ອມທັງຮິບຊັບສິນທີ່ໄດ້ມາໂດຍບໍ່ຖືກ ຕ້ອງນັ້ນເປັນຂອງລັດ.

...ມາດຕາ 71 ມາດຕະການທາງອາຍາ

ມາດຕາ 71 ມາດຕະການທາງອາຍາ ການກະທໍາຜິດທາງອາຍາກ່ຽວກັບສັດນໍ້າແລະສັດປ່າມີກໍລະນີ ດັ່ງນີ້: 1. ຫາສັດນໍ້າແລະລ່າສັດປ່າທໍາມະຊາດປະເພດຫວງຫ້າມທີ່ຫາ ຍາກແລະໃກ້ຈະສູນພັນເຊັ່ນ:ປາຂ່າ,ຊ້າງ,ເສືອໂຄ່ງ,ແຮດ,ເສົາຫຼາ,ໝີ ,ເມີຍແລະງົວບາ; 2. ນໍາໃຊ້ເຄື່ອງມືຫຼືວິທີການຫາປາແລະລ່າສັດທີ່ມີລັກສະນະດັບ ສູນ; 3. ບຸກລຸກທໍາລາຍຖິ່ນທີ່ຢູ່ອາໄສແລະແລ່ງອາຫານຂອງສັດນໍ້າ ແລະສັດປ່າ; 4. ລັດເອົາສັດນໍ້າແລະສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກຫຼືສິ້ນສ່ວນແລະອະໄວຍະວະຕ່າງໆຂອງລັດເພື່ອຄ້າຂາຍຫຼືມີໄວ້ໃນ ຄອບຄອງ; 5. ນໍາເຂົ້າ,ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານແລະເຄື່ອນຍ້າຍສັດ ນໍ້າແລະສັດປ່າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; 6. ໃຫ້ແລະຮັບສິນບົນ,ປອມແປງເອກະສານແລະຕາປະທັບ. ຜູ້ກະທໍາຜິດຈະຖືກດໍາເນີນຄະດີອາຍາແລະຈະຖືກລົງໂທດຕັດອິດ ສະລະພາບແຕ່ສາມເດືອນຫາຫ້າປີຕາມແຕ່ກໍລະນີເບົາຫຼືໜັກແລະປັບ ໃໝຕາມ ມາດຕາ 70 ຂອງກົດໝາຍສະບັບນີ້ລວມທັງການໃຊ້ແທນຄ່າ ເສຍຫາຍທາງແພ່ງ.

...ມາດຕາ 72 ມາດຕະການໂທດເພີ່ມ

ມາດຕາ 72 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວໄວ້ໃນມາດຕາ 71 ຂ້າງເທິງນີ້ ແລ້ວຜູ້ກະທໍາຜິດອາດຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນ:ໂຈະ ຫຼືຖອນໃບອະນຸຍາດ,ຖອນສິດນໍາໃຊ້ສັດນໍ້າແລະສັດປ່າ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 73 ການຈັດຕັ້ງປະຕິບັດ

ມາດຕາ 73 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 74 ຜົນສັກສິດ

ມາດຕາ 74 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ