ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ 23-07-2013

From Wikisource
Jump to navigation Jump to search

.ສະຫະພັນແມ່ຍິງລາວ 23-07-2013


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການ ກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະການຕິດຕາມ ກວດກາວຽກງານຂອງສະຫະພັນແມ່ຍິງເພື່ອຮັບປະກັນໃຫ້ມີຄຸນນະພາບ ,ປະສິດທິພາບ,ການຈັດຕັ້ງມີຄວາມເຂັ້ມແຂງ,ສາມາດປະຕິບັດພາລະ ບົດບາດ,ສິດ,ໜ້າທີ່,ພັນທະແລະຄວາມຮັບຜິດຊອງຂອງຕົນຢ່າງມີປະ ສິດທິຜົນແນ່ໃສ່ພັດທະນາ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງສະມາຊິກສະຫະພັນແມ່ຍິງແລະແມ່ຍິງລາວບັນດາເຜົ່າໃນທົ່ວປະ ເທດດ້ວຍການເຂົ້າຮ່ວມຢ່າງຕັ້ງນ້າຂອງລັດ,ແນວລາວສ້າງຊາດ,ອົງ ການຈັດຕັ້ງມະຫາຊົນອື່ນ,ສັງຄົມ,ຄອບຄົວປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

...ມາດຕາ 2 ສະຫະພັນແມ່ຍິງລາວ

ມາດຕາ 2 ສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະ ບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນລາວ,ເປັນອົງການ ຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ແລະເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນແລະກົດໝາຍຂອງ ສປປລາວ. ສະຫະພັນແມ່ຍິງລາວມີຕົວອັກສອນຫຍໍ້ວ່າ "ສຍລ".

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ອົງການຈັດຕັ້ງການເມືອງ-ສັງຄົມໝາຍເຖິງແນວລາວ ສ້າງຊາດ,ສະຫະພັນແມ່ຍິງ,ສະຫະພັນກໍາມະບານ,ຄະນະຊາຍໜຸ່ມປະ ຊາຊົນປະຕິວັດລາດແລະສະຫະພັນນັກຮົມເກົ່າ; 2. ອົງການຈັດຕັ້ງສັງຄົມໝາຍເຖິງສະຫະພັນ,ສະມາຄົມ,ມູນ ນິທິ,ສະໂມສອນແລະການຈັດຕັ້ງອື່ນ; 3. ຄະນະບໍລິຫານງານສະຫະພັນແມ່ຍິງໝາຍເຖິງຄະນະນໍາສະ ຫະພັນແມ່ຍິງທີ່ຖຶກເລືອກຕັ້ງໃນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ແຕ່ລະຂັ້ນ; 4. ສະຫະພັນແມ່ຍິງຮາກຖານໝາຍເຖິງການຈັດຕັ້ງສະຫະພັນ ແມ່ຍິງຢູ່ຂັ້ນບ້ານ,ກົມກອງ,ໂຮງງານ,ສະຖາບັນ,ໂຮງຮຽນ,ໂຮງໝໍ, ວິສາຫະກິດແລະຫົວໜ່ວຍແຮງງານອື່ນຢູ່ຮາກຖານ; 5. ສາຍຕັ້ງໝາຍເຖິງສະຫະພັນແມ່ຍິງແຕ່ລະຂັ້ນແຕ່ສູນກາງ ເຖິງຮາກຖານ; 6. ສາຍຂວາງໝາຍເຖິງຄະນະພັກທີ່ສະຫະພັນແມ່ຍິງແຕ່ລະ ຂັ້ນຂຶ້ນກັບ; 7. ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໝາຍເຖິງການ ສ້າງເງື່ອນໄຂໃຫ້ໂອກາດແມ່ຍິງໄດ້ຮັບການພັດທະນາໃນທຸກດ້ານ; 8. ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງໝາຍເຖິງ ການປ້ອງກັນບໍ່ໃຫ້ມີການລະເມີດແລະການເຮັດໃຫ້ແມ່ຍິງໄດ້ຮັບສິດ, ຜົນປະໂຫຍດອັນຊອບທໍາໃນທຸກດ້ານເປັນຕົ້ນດ້ານການເມືອງ,ເສດຖະ ກິດ,ວັດທະນະທໍາ-ສັງຄົມແລະໃນຄອບຄົວ. ...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານແມ່ຍິງ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານແມ່ຍິງ ລັດສົ່ງເສີມແລະໃຫ້ບູລິມະສິດ,ສ້າງເງື່ອນໄຂອໍານວຍຄວາມ ສະດວກໃນການພັດທະນາ,ການປົກປ້ອງສິດ,ຜົນປະໂຫຍດອັນຊອບທໍາ ເພື່ອສ້າງຄວາມເຂັ້ມແຂງ,ຄວາມກ້າວໜ້າຂອງແມ່ຍິງແລະສົ່ງເສີມ ຄວາມສະເໝີພາບຍິງ-ຊາຍໃນທຸກດ້ານ. ລັດສົ່ງເສີມໃຫ້ແມ່ຍິງມີໂອກາດໄດ້ເຂົ້າຮ່ວມນການຄຸ້ມຄອງລັດ, ເສດຖະກິດ-ສັງຄົມແລະສົ່ງເສີມໃຫ້ແມ່ຍິງມີມາດຕະຖານເຂົ້າໃນຕໍາ ແໜ່ງນໍາພາ,ຕັດສິນບັນຫາຢູ່ແຕ່ລະຂັ້ນ,ແຕ່ລະຂົງເຂດໃຫ້ຫຼາຍຂຶ້ນ. ລັດຊຸກຍູ້,ສົ່ງເສີມສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດ ບາດ,ສິດ,ໜ້າທີ່ຂອງຕົນໃນການປະຕິບັດແນວທາງ,ນະໂຍບາຍ,ລະ ບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບ ປະມານແຫ່ງລັດແລະແຜນພັດທະນາແມ່ຍິງລາວຢ່າງເປັນຂະບວນ.

...ມາດຕາ 5 ຫຼັກການກ່ຽວກັບແມ່ຍິງ

ມາດຕາ 5 ຫຼັກການກ່ຽວກັບແມ່ຍິງ ວຽກງານແມ່ຍິງໃຫ້ເຄື່ອນໄຫວບົນພື້ນຖານຫຼັກການດັ່ງນີ້: 1. ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະກົດ ລະບຽບຂອງສະຫະພັນແມ່ຍິງລາວ; 2. ຮັບປະກັນຄວາມສະເໝີພາບຍິງ-ຊາຍແລະການເຊື່ອມທັດ ສະນະບົດບາດຍິງ-ຊາຍໃນທຸກຂົງເຂດວຽກງານ; 3. ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ,ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະແຜນງົບປະມານແຫ່ງລັດ; 4. ຕື່ນຕົວສະໝັກໃຈເຂົ້າໃນການຈັດຕັ້ງແລະການເຄື່ອນໄຫວ ຂອງສະຫະພັນແມ່ຍິງ; 5. ປະສານສົມທົບກັບແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນອື່ນ,ອົງການຈັດຕັ້ງສັງຄົມແລະອົງການຈັດຕັ້ງຂອງລັດທີ່ກ່ຽວ ຂ້ອງໃນການພັດທະນາ,ສົ່ງເສີມຄວາມກ້າວໜ້າ,ປົກປ້ອງສິດແລະຜົນ ປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ.

...ມາດຕາ 6 ການຮ່ວມມືສາກົນ

ມາດຕາ 6 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດພາກພື້ນແລະ ສາກົນກ່ຽວກັບວຽກງານແມ່ຍິງດ້ວຍການແລກປ່ຽນບົດຮຽນ,ການ ຝຶກອົບຮົມ,ການຄົ້ນຄວ້າວິທະຍາສາດເພື່ອພັດທະນາ,ການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ,ການປະຕິບັດສິດ ສະເໝີພາບຍິງ-ຊາຍ,ການປະຕິບັດຖະແຫຼງການ,ສົນທິສັນຍາ,ສັນຍາ ສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ສະຫະພັນແມ່ຍິງລາວ


...ໝວດທີ 1 ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງສະຫະພັນແມ່່ຍິງລາວ


....ມາດຕາ 7 ທີ່ຕັ້ງຂອງສະຫະພັນແມ່ຍິງລາວ

ມາດຕາ 7 ທີ່ຕັ້ງຂອງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວແມ່ນນຶ່ງໃນບັນດາອົງການຈັດຕັ້ງມະຫາ ຊົນທີ່ມີຖານະບົດບາດທຽບເທົ່າກົບອົງການຈັດຕັ້ງຂອງລັດແລະອົງ ການຈັດຕັ້ງມະຫາຊົນອື່ນຢູ່ສູນກາງແລະທ້ອງຖິ່ນ.

....ມາດຕາ 8 ພາລະບົດບາດຂອງສະຫະພັນແມ່ຍິງລາວ

ມາດຕາ 8 ພາລະບົດບາດຂອງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວມີພາລະບົດບາດເປັນຕົວແທນໃນການພັດ ທະນາ,ການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກ ສະຫະພັນແມ່ຍິງ,ແມ່ຍິງ-ເດັກນ້ອຍ,ສຶກສາອົບຮົມ,ເຕົ້າໂຮມຄວາມສາ ມັກຄີ,ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວແລະສົ່ງເສີມຄວາມ ສະເໝີພາບຍິງ-ຊາຍ,ຮັກສາແລະສົ່ງເສີມຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ,ປຸກລະດົມແມ່ຍິງລາວເຂົ້າຮ່ວມໃນພາລະ ກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

....ມາດຕາ 9 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງລາວ

ມາດຕາ 9 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງແຜນຍຸດທະສາດກ່ຽວກັບການພັດທະນາ,ການ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ,ການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງແລະການສົ່ງເສີມຄວາມສະເໝີພາບຍິງ -ຊາຍເພື່ອສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດພິຈາ ລະນາຮັບຮອງ; 2. ສຶກສາອົບຮົມສະມາຊິກສະຫະພັນແມ່ຍິງ,ແມ່ຍິງລາວບັນດາ ເຜົ່າໃຫ້ມີຄຸນສົມບັດສິນທໍາປະຕິວັດ,ມີນໍ້າໃຈຮັກຊາດ,ຮັກລະບອບປະຊາ ທິປະໄຕປະຊາຊົນ,ຮັກກຽດສັກສີຂອງແມ່ຍິງລາວ,ຮູ້ປົກປັກຮັກສາແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ,ຂອງທ້ອງຖິ່ນ, ຂອງເຜົ່າແລະຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ; 3. ປຸກລະດົມແມ່ຍິງເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະ ໂຍບາຍ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມແລະມະ ຕິກອງປະຊຸມຂັ້ນຂອງຕົນ; 4. ປັບປຸງ,ຂະຫຍາຍການຈັດຕັ້ງ,ສະມາຊິກສະຫະພັນແມ່ຍິງໃຫ້ ກວມເອົາທຸກຂົງເຂດທັງພາກລັດແລະເອກະຊົນໃຫ້ໜັກແໜ້ນ,ເຂັ້ມແຂງ ທັງຮັບປະກັນດ້ານປະລິມານແລະຄຸນນະພາບ; 5. ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກສະ ຫະພັນແມ່ນຍິງແລະແມ່ຍິງລາວບັນດາເຜົ່າຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ; 6. ສະເໜີສະມາຊິກສະຫະພັນແມ່ຍິງທີ່ມີມາດຕະຖານເງື່ອນໄຂ ເຂົ້າໃນອົງການຈັດຕັ້ງມະຫາຊົນອື່ນ,ການຈັດຕັ້ງຕ່າງໆແລະບັນຈຸສັບ ຊ້ອນເຂົ້າໃນຕໍາແໜ່ງຄຸ້ມຄອງ,ນໍາພາແຕ່ລະຂັ້ນ; 7. ປະກອບຄໍາເຫັນຕໍ່ແນວທາງນະໂຍບາຍ,ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດເປັນຕົ້ນ ບັນຫາທີ່ກ່ຽວພັນເຖິງແມ່ຍິງແລະເດັກນ້ອຍ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ໝວດທີ 2 ລະບົບໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສະຫະພັນແມ່ຍິງລາວ


....ມາດຕາ 10 ລະບົບການຈັດຕັ້ງຂອງສະຫະພັນແມ່ຍິງລາວ

ມາດຕາ 10 ລະບົບການຈັດຕັ້ງຂອງສະຫະພັນແມ່ຍິງລາວ ລະບົບການຈັດຕັ້ງຂອງສະຫະພັນແມ່ຍິງລາວປະກອບດ້ວຍ: 1. ສູນກາງສະຫະພັນແມ່ຍິງລາວ; 2. ສະຫະພັນແມ່ຍິງກະຊວງ,ອົງການແລະແຂວງ,ນະຄອນ; 3. ສະຫະພັນແມ່ຍິງເມືອງ,ເທດສະບານ; 4. ສະຫະພັນແມ່ຍິງຮາກຖານ. ສະຫະພັນແມ່ຍິງແຕ່ລະຂັ້ນມີຄະນະບໍລິຫານງານຂອງຕົນຊຶ່ງໄດ້ ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຂັ້ນຂອງຕົນ.

....ມາດຕາ 11 ໂຄງປະກອບການຈັດຕັ້ງ

ມາດຕາ 11 ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງສະຫະພັນແມ່ຍິງລາວແຕ່ລະຂັ້ນ ໄດ້ກໍານົດໄວ້ໃນລະບຽບການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ. ສໍາລັບໂຄງປະກອບການຈັດຕັ້ງຂອງສະຫະພັນແມ່ຍິງໃນກໍາລັງ ປະກອບອາວຸດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 12 ໂຄງປະກອບບຸກຄະລາກອນຂອງຄະນະບໍລິຫານ

ມາດຕາ 12 ໂຄງປະກອບບຸກຄະລາກອນຂອງຄະນະບໍລິຫານ ຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນປະກອບດ້ວຍ; - ປະທານຄະນະບໍລິຫານງານສະຫະພັນແມ່ຍິງ; - ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ; - ປະທານກວດກາຂອງຄະນະບໍລິຫານງານສະຫະພັນແມ່ຍິງ; - ກໍາມະການໃນຄະນະບໍລິຫານງານສະຫະພັນແມ່ຍິງ.

....ມາດຕາ 13 ສິດແລະໜ້າທີ່ຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ

ມາດຕາ 13 ສິດແລະໜ້າທີ່ຂອງປະທານຄະນະບໍລິຫານງານສະຫະ ພັນແມ່ຍິງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງມີສິດແລະໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ຊີ້ນໍາ,ນໍາພາ,ວາງແຜນການຈັດຕັ້ງຜັນຂະຫຍາຍແລະປະຕິ ບັດແຜນຍຸດທະສາດພັດທະນາແມ່ຍິງໃນແຕ່ລະໄລຍະໃຫ້ປາກົດຜົນເປັນ ຈິງ; 2. ຊຸກຍູ້,ຕິດຕາມແລະກວດກາການເຄື່ອນໄຫວວຽກງານພາຍ ໃນແລະຕ່າງປະເທດຂອງສະຫະພັນແມ່ຍິງລາວ; 3. ຕົກລົງ,ຮຽກໂຮມທັງເປັນປະທານກອງປະຊຸມໃຫຍ່,ກອງປະ ຊຸມສາມັນແລະກອງປະຊຸມວິສາມັນ; 4. ສະເໜີ,ປຶກສາຫາລື,ປະສານສົມທົບກັບແນວລາວສ້າງຊາດ ,ອົງການຈັດຕັ້ງມະຫາຊົນອື່ນແລະການຈັດຕັ້ງຕ່າງໆກ່ຽວກັບວຽກ ງານແມ່ຍິງທີ່ເຫັນວ່າມີຄວາມຈໍາເປັນ; 5. ປັບປຸງ,ຂະຫຍາຍການຈັດຕັ້ງແລະສະມາຊິດສະຫະພັນແມ່ ຍິງຂັ້ນຂອງຕົນແລະຊີ້ນໍາຂັ້ນລຸ່ມ; 6. ຊຸກຍູ້ຊີ້ນໍາ,ບໍາລຸງສ້າງ,ຍົກລະດັບຄວາມຮູ້,ຄວາມສາມາດ ທາງດ້ານທິດສະດີ,ວິຊາການ,ຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ; 7. ສະຫຼຸບແລະລາຍງານສະພາບຮອບດ້ານກ່ຽວກັບວຽກງານ ແມ່ຍິງຕໍ່ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ, ຂັ້ນເທິງຖັດຕົນແລະແຈ້ງໃຫ້ສະຫະພັນແມ່ຍິງຂັ້ນລຸ່ມ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາ 14 ສິດແລະໜ້າທີ່ຂອງຮອງປະທານແລະກໍາມະການໃນຄະນະບໍລິຫານງານສະຫະພັນແມ່ຍິງ

ມາດຕາ 14 ສິດແລະໜ້າທີ່ຂອງຮອງປະທານແລະກໍາມະການໃນຄະ ນະບໍລິຫານງານສະຫະພັນແມ່ຍິງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງມີສິດແລະໜ້າ ທີ່ດັ່ງນີ້: 1. ຊ່ວຍປະທານຄະນະບໍລິຫານງານສະຫະພັນແມ່ຍິງໃນການ ຈັດຕັ້ງປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13ຂອງ ກົດໝາຍສະບັບນີ້ແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບ ໝາຍຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ; 2. ຮັກສາການແທນປະທານຄະນະບໍລິຫານງານສະຫະພັນແມ່ ຍິງໃນເວລາປະທານບໍ່ຢູ່ຫຼືຕາມການມອບໝາຍ; 3. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍແລະຕາມການມອບໝາຍ. ສໍາລັບກໍາມະການໃນຄະນະບໍລິຫານງານສະຫະພັນແມ່ຍິງລາວ ມີສິດແລະໜ້າທີ່ຊ່ວຍປະທານ,ຮອງປະທານແລະຮັບຜິດຊອບວຽກງານ ໃດໜຶ່ງຕາມການມອບໝາຍ.

...ໝວດທີ 3 ການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ


....ມາດຕາ 15 ຮູບການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ

ມາດຕາ 15 ຮູບການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວເຄື່ອນໄຫວຕາມຮູບການຕົ້ນຕໍດັ່ງນີ້: - ການເຄື່ອນໄຫວທົ່ວໄປ; - ການເຄື່ອນໄຫວໃນກອງປະຊຸມ. ການເຄື່ອນໄຫວທົ່ວປະແມ່ນການຈັດຕັ້ງຜັນຂະຫຍາຍບັນດາມະ ຕິທີ່ໄດ້ວາງອອກໃນແຕ່ລະກອງປະຊຸມສະຫະພັນແມ່ຍິງລາວລວມທັງ ການປຸກລະດົມສະມາຊິກສະຫະພັນແມ່ຍິງ,ແມ່ຍິງລາວບັນດາເຜົ່າໃນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງ ລັດມະຕິແລະຄໍາສັ່ງຕ່າງໆ. ການເຄື່ອນໄຫວໃນກອງປະຊຸມແມ່ນການເຂົ້າຮ່ວມແລະການ ຄົ້ນຄວ້າປະກອບຄໍາເຫັນເພື່ອຕົກລົງບັນຫາສໍາຄັນຂອງສະຫະພັນແມ່ຍິງ ລາວ. ....ມາດຕາ 16 ເນື້ອໃນການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ

ມາດຕາ 16 ເນື້ອໃນການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ ການເຄື່ອນໄຫວຂອງສະຫະພັນແມ່ຍິງລາວມີເນື້ອໃນດັ່ງນີ້: 1. ສຶກສາອົບຮົມການເມືອງ-ແນວຄິດ,ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ,ຍົກລະດັບຄວາມຮູ້ ທາງດ້ານຕ່າງໆເປັນຕົ້ນລະບຽບກົດໝາຍ,ສະໜອງຂໍ້ມູນຂ່າວສານ ດ້ານວິທະຍາສາດ-ເຕັກໂນໂລຊີແລະວັດທະນະທໍາ-ສັງຄົມໃຫ້ແມ່ຍິງ; 2. ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງຂອງສະຫະພັນແມ່ຍິງ, ຍົກລະດັບຄວາມຮູ້ແລະຄວາມສາມາດໃນການນໍາພາວຽກງານແມ່ ຍິງ; 3. ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ- ເດັກນ້ອຍ,ສົ່ງເສີມຄວາມກ້າວໜ້າແລະປະຕິບັດສິດສະເໝີພາບຍິງ- ຊາຍ; 4. ສົ່ງເສີມການປະກອບອາຊີບ,ພັດທະນາສີມືແຮງງານ,ສ້າງ ເງື່ອນໄຂໃຫ້ແມ່ຍິງໄດ້ມີວຽກເຮັດງານທໍາເພື່ອສ້າງລາຍຮັບໃຫ້ແກ່ ຄອບຄົວແລະເຂົ້າເຖິງແຫຼ່ງສິນເຊື່ອແນໃສ່ຮັບປະກັນການລຶບລ້າງ ຄວາມທຸກຍາກແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາ ເຜົ່າໂດຍສະເພາະແມ່ຍິງ-ເດັກນ້ອຍ,ຊຸກຍູ້ຜູ້ປະກອບການທີ່ເປັນເພດ ຍິງໃນທຸກສາຂາອາຊີບໃຫ້ດໍາເນີນຖືກຕ້ອງຕາມກົດໝາຍ; 5. ປົກປັກຮັກສາ,ເສີມຂະຫຍາຍມູນເຊື້ອວັັດທະນາທໍາອັນດີ ງາມຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະຄຸນລັກສະນະທີ່ເປັນມູນ ເຊື້ອຂອງແມ່ຍິງລາວ; 6. ພົວພັນ,ຮ່ວມມືກັບການຈັດຕັ້ງແມ່ຍິງຂອງບັນດາປະເທດ ເພື່ອນມິດແລະອົງການຈັດຕັ້ງສາກົນ.

..ພາກທີ 3 ສາມາຊິກສະຫະພັນແມ່ຍິງລາວ


...ໝວດທີ 1 ການເປັນສະມາຊິກສສະຫະພັນແມ່ຍິງລາວ


....ມາດຕາ 17 ສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 17 ສະມາຊິກສະຫະພັນແມ່ຍິງລາວ ສະມາຊິກສະຫະພັນແມ່ຍິງລາວແມ່ນຜູ້ທີ່ໄດ້ຜ່ານການຝຶກຝົນຫຼໍ່ ຫຼອມໃນຂະບວນການຕົວຈິງຂອງມະຫາຊົນ,ມີເງື່ອນໄຂ,ມາດຕະຖານ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້ ແລະໄດ້ຮັບເຂົ້າເປັນສະມາຊິກສະຫະພັນແມ່ຍິງ.

....ມາດຕາ 18 ເງື່ອນໄຂແລະມາດຕະຖານເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 18 ເງື່ອນໄຂແລະມາດຕະຖານເຂົ້າເປັນສະມາຊິກສະຫະ ພັນແມ່ຍິງລາວ ເງື່ອນໄຂແລະມາດຕະຖານເຂົ້າເປັນສະມາຊິກສະຫະພັນແມ່ ຍິງລາວມີດັ່ງນີ້: 1. ເປັນຜູ້ຖືສັນຊາດລາວ,ມີອາຍຸແຕ່ສິບຫ້າປີຂຶ້ນໄປ; 2. ມີນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ຮັກ ກຽດສັກສີຂອງແມ່ຍິງລາວ,ມີຄຸນສົມບັດສິນທໍາປະຕິວັດ; 3. ເປັນຜູ້ຫ້າວຫັນ,ດີເດັ່ນໃນຂະບວນການເຄື່ອນໄຫວວຽກງານ ມະຫາຊົນແລະວຽກງານຕ່າງໆ; 4. ສະໝັກໃຈເຂົ້າເປັນສະມາຊິກສະຫະພັນແມ່ຍິງ,ເຫັນດີປະຕິ ບັດຕາມກົດລະບຽບແລະກົດໝາຍສະບັບນີ້; 5. ມີສຸຂະພາບດີ.

...ໝວດທີ 2 ສິດ,ໜ້າທີ່,ພັນທະແລະຜົນປະໂຫຍດຂອງສະມາຊິກສະຫະພັນແມ່ຍິງລາວ


....ມາດຕາ 19 ສິດແລະໜ້າທີ່ຂອງສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 19 ສິດແລະໜ້າທີ່ຂອງສະມາຊິກສະຫະພັນແມ່ຍິງລາວ ສະມາຊິກສະຫະພັນແມ່ຍິງລາວມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມແລະປະຕິບັດແນວທາງນະໂຍບາຍ,ລັດ ຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງສະຫະພັນແມ່ຍິງລາວ; 2. ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພົນລະເມືອງດີ,ພັດທະນາດີ ແລະສ້າງຄອບຄົວດີມີຄວາມຜາສຸກ; 3. ເຂົ້າຮ່ວມການເຄື່ອນໄຫວ,ປຶກສາຫາລືແລະປະກອບຄໍາເຫັນ ຕໍ່ວຽກງານແມ່ຍິງ; 4. ຄົ້ນຄວ້າຮໍ່າຮຽນ,ຍົກລະດັບຄວາມຮູ້ທາງດ້ານທິດສະດີການ ເມືອງ,ວິຊາສະເພາະ,ພາສາຕ່າງປະເທດ,ຝຶກອົບຮົມວິຊາຊີບ,ພັດທະ ນາສີມືແຮງງານແລະດ້ານຕ່າງໆ; 5. ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການພັດທະນາແລະປົກປ້ອງ ສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ; 6. ສະເໜີຕໍ່ການຈັດຕັ້ງຂອງສະຫະພັນແມ່ຍິງ,ອົງການທີ່ກ່ຽວ ຂ້ອງເພື່ອປົກປ້ອງ,ຟື້ນຟູສິດແລະຜົນປະໂຫຍດອັນຊອບທໍາຂອງຕົນທີ່ ຖືກລ່ວງລະເມີດ; 7. ເລືອກຕັ້ງແລະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານສະຫະພັນແມ່ຍິງແຕ່ລະຂັ້ນ,ສະມາຊິກສະພາແຫ່ງຊາດ,ອົງການ ຈັດຕັ້ງມະຫາຊົນອື່ນແລະການຈັດຕັ້ງຕ່າງໆຕາມເງື່ອນໄຂແລະມາດ ຕະການທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 20 ພັນທະຂອງສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 20 ພັນທະຂອງສະມາຊິກສະຫະພັນແມ່ຍິງລາວ ສະມາຊິກສະຫະພັນແມ່ຍິງລາວມີພັນທະດັ່ງນີ້: 1. ເຄົາລົບແລະປະຕິບັດລັດຖະທໍາມະນູນ,ລະບຽບກົດໝາຍ; 2. ເປັນເຈົ້າການໃນການອະນຸລັກແລະສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະຄຸນ ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ; 3. ສຶກສາອົບຮົມ,ບໍາລຸງສ້າງມະຫາຊົນແມ່ຍິງໃຫ້ມີຄວາມ ກ້າວໜ້າແລະດີເດັ່ນເພື່ອຂະຫຍາຍເຂົ້າເປັນສະມາຊິກສະຫະພັນແມ່ ຍິງລາວ; 4. ຮັກສາຄວາມສາມັກຄີພາຍໃນລະຫວ່າງແມ່ຍິງດ້ວຍກັນ, ຄອບຄົວແລະສັງຄົມ; 5. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະລະບຽບກົດໝາຍ.

....ມາດຕາ 21 ຜົນປະໂຫຍດຂອງສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 21 ຜົນປະໂຫຍດຂອງສະມາຊິກສະຫະພັນແມ່ຍິງລາວ ສະມາຊິກສະຫະພັນແມ່ຍິງລາວໄດ້ຮັບຜົນປະໂຫຍດດັ່ງນີ້: 1. ໄດ້ຮັບການພັດທະນາ,ການປົກປ້ອງສິດແລະຜົນປະໂຫຍດ ອັນຊອບທໍາຈາກການຈັດຕັ້ງຂອງສະຫະພັນແມ່ຍິງແລະອົງການທີ່ກ່ຽວ ຂ້ອງ; 2. ໄດ້ຮັບການບໍາລຸງສ້າງ,ຍົກລະດັບຄວາມຮູ້ແລະຄວາມສາ ມາດທາງດ້ານຕ່າງໆເທົ່າທຽມກັບເພດຊາຍ; 3. ໄດ້ຮັບການນໍາສະເໜີເຂົ້າເປັນສະມາຊິກຂອງການຈັດຕັ້ງ ຕ່າງໆ,ໄດ້ຮັບການແຕ່ງຕັ້ງບັນຈຸແລະສັບຊ້ອນເຂົ້າໃນໜ້າທີ່ຄຸ້ມຄອງ- ນໍາພາຂັ້ນຕ່າງໆເມື່ອມີເງື່ອນໄຂແລະມາດຕະຖານຄົບຖ້ວນ; 4. ໄດ້ຮັບການຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ,ຈິດໃຈໃນ ເວລາເຈັບເປັນ,ອອກລູກ,ເສຍຊີວິດຕາມນະໂຍບາຍຂອງລັດແລະ ເງື່ອນໄຂຄວາມສາມາດຕົວຈິງຂອງສະຫະພັນແມ່ຍິງແຕ່ລະຂັ້ນ; 5. ໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບກົດ ໝາຍ.

..ພາກທີ 4 ກອງປະຊຸມສະຫະພັນແມ່ຍິງລາວ


...ມາດຕາ 22 ກອງປະຊຸມສະຫະພັນແມ່ຍິງລາວ

ມາດຕາ 22 ກອງປະຊຸມສະຫະພັນແມ່ຍິງລາວ ກອງປະຊຸມສະຫະພັນແມ່ຍິງລາວມີດັ່ງນີ້: 1. ກອງປະຊຸມໃຫຍ່; 2. ກອງປະຊຸມສາມັນ; 3. ກອງປະຊຸມວິສາມັນ.

...ມາດຕາ 23 ກອງປະຊຸມໃຫຍ່

ມາດຕາ 23 ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ສະຫະພັນແມ່ຍິງລາວມີສີ່ຂັ້ນດັ່ງນີ້: - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ; - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ,ອົງການແລະແຂວງ ,ນະຄອນ; - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງ,ເທດສະບານ; - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຮາກຖານ.

...ມາດຕາ 24 ການດໍາເນີນກອງປະຊຸມໃຫຍ່

ມາດຕາ 24 ການດໍາເນີນກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ,ຜູ້ແທນແມ່ຍິງ ກະຊວງ,ອົງການ,ແຂວງ,ນະຄອນແລະເມືອງ,ເທດສະບານເປີດຂຶ້ນ ຫ້າປີໃດໜຶ່ງເມື່ອ,ຍົກເວັ້ນກອງປະຊຸມໃຫຍ່ສະຫະພັນແມ່ຍິງຮາກຖານ ເປີດຂຶ້ນສາມປີໃດໜຶ່ງເທື່ອ.ໃນກໍລະນີຈໍາເປັນອາດຈະເປີດກ່ອນຫຼືຫຼັງ ເວລາທີ່ກໍານົດໄວ້ກໍ່ໄດ້ແຕ່ບໍ່ໃຫ້ເກີນຫົກເດືອນ. ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຂັ້ນໃດແມ່ນປະທານຄະນະບໍລິ ຫານງານສະຫະພັນແມ່ຍິງຂັ້ນນັ້ນເປັນຜູ້ຮຽກໂຮມແລະໄດ້ຮັບການອະ ນຸມັດຈາກຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນເທິງຖັດຕົນ,ໃນກໍລະ ນີກອງປະຊຸມໃຫຍ່ຈະດໍາເນີນກ່ອນຫຼືຫຼັງເວລາທີ່ກໍານົດໄວ້ຕ້ອງລາຍ ງານເຫດຜົນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນທິງແລະແຈ້ງ ໃຫ້ຂັ້ນລຸ່ມຮັບຊາບກ່ອນສາມເດືອນ.

...ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່

ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ສະຫະພັນແມ່ຍິງມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ພິຈາລະນາ,ຮັບຮອງເອົາບົດລາຍງານການເມືອງ ແລະທິດທາງໜ້າທີ່ວຽກງານຂອງສະຫະພັນແມ່ຍິງຂັ້ນຂອງຕົນ; 2. ພິຈາລະນາແລະຮັບຮອງເອົາບົດສໍາຫຼວດການນໍາພາຂອງ ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ; 3. ຄົ້ນຄວ້າແລະຮັບຮອງເອົາການປັບປຸງກົດລະບຽບຂອງສະ ຫະພັນແມ່ຍິງລາວສໍາລັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະ ເທດ; 4. ເລືອກຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ຂັ້ນ ຂອງຕົນແລະເລືອກຕັ້ງເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂັ້ນເທິງ ຖັດຕົນຖ້າມີ; 5. ດໍາເນີນກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍ ລິຫານງານສະຫະພັນແມ່ຍິງເພື່ອຄັດເລືອກເອົາປະທານ,ຮອງປະທານ ແລະປະທານກວດກາຂອງຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນ ຂອງຕົນ; 6. ຮອບຮອງເອົາມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 26 ກອງປະຊຸມສາມັນ

ມາດຕາ 26 ກອງປະຊຸມສາມັນ ກອງປະຊຸມສາມັນແມ່ນກອງປະຊຸມຄົບຄະນະບໍລິຫານງານສະ ຫະພັນແມ່ຍິງຊຶ່ງເປີດຂຶ້ນປີລະເທື່ອໂດຍແມ່ນປະທານຄະນະບໍລິຫານ ງານສະຫະພັນແມ່ຍິງຂັ້ນນັ້ນເປັນຜູ້ຮຽກໂຮມແລະເປັນປະທານກອງ ປະຊຸມ.ກ່ອນເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ນັ້ນປະທານຕ້ອງແຈ້ງໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງ ຕົນແລະການຈັດຕັ້ງຂອງສະຫະພັນແມ່ຍິງຂັ້ນລຸ່ມຮັບຊາບກ່ອນສາມ ເດືອນ. ກອງປະຊຸມສາມັນຕ້ອງມີຄະນະບໍລິຫານງານສະຫະພັນແມ່ຍິງ ເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຄະນະບໍລິຫານງານທັງໝົດ ຂອງຂັ້ນຕົນຈຶ່ງສາມາດເປີດຂຶ້ນໄດ້. ...ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ ກອງປະຊຸມສາມັນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າ,ຮັບຮອງເອົາບົດລາຍງານການເຄື່ອນໄຫວໃນປີ ຜ່ານມາແລະທິດທາງວຽກງານປະຈໍາປີຕໍ່ໄປຂອງສະຫະພັນແມ່ຍິງຂັ້ນ ຂອງຕົນ; 2. ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສະຫະ ພັນແມ່ຍິງ; 3. ຄົ້ນຄວ້າ,ປະກອບຄໍາເຫັນໃສ່ວຽກງານໃດໜຶ່ງຕາມທີ່ໄດ້ກໍາ ນົດໄວ້ໃນແຜນດໍາເນີນງານຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຂັ້ນຂອງຕົນ; 4. ຮັບຮອງເອົາມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະ ພັນແມ່ຍິງປະຈໍາປີຂັ້ນຂອງຕົນ.

...ມາດຕາ 28 ກອງປະຊຸມວິສາມັນ

ມາດຕາ 28 ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມຊຶ່ງເປີດຂຶ້ນເມື່ອໃດກໍ່ໄດ້ ເພື່ອພິຈາລະນາວວຽກງານຈໍາເປັນ,ສໍາຄັນແລະຮີບດ່ວນຕາມການຕົກ ລົງຂອງຄະນະປະທານຫຼືການສະເໜີຂອງຄະນະບໍລິຫານງານຢ່າງ ໜ້ອຍໜຶ່ງສ່ວນສີ່ຂອງຈໍານວນຄະນະບໍລິຫານງານທັງໝົດແລະຕ້ອງມີ ຜູ້ເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນຄະນະບໍລິຫານງານ ທັງໝົດຂອງຂັ້ນນັ້ນໂດຍແມ່ນປະທານຄະນະບໍລິຫານງານສະຫະພັນແມ່ ຍິງຂັ້ນຂອງຕົນເປັນຜູ້ຮຽກໂຮມແລະເປັນປະທານກອງປະຊຸມ.

...ມາດຕາ 29 ມະຕິກອງປະຊຸມ

ມາດຕາ 29 ມະຕິກອງປະຊຸມ ມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາ ມັນແມ່ນການຮັບຮອງເອົາເນື້ອໃນຂອງກອງປະຊຸມດັ່ງກ່າວ. ມະຕິກອງປະຊຸມຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍ ກວ່າເຄິ່ງໜຶ່ງຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

..ພາກທີ 5 ຄວາມຮັບຜິດຊອບຂອງລັດ,ສັງຄົມແລະຄອບຄົວຕໍ່ວຽກງານແມ່ຍິງ


...ມາດຕາ 30 ຄວາມຮັບຜິດຊອບຂອງລັດ

ມາດຕາ 30 ຄວາມຮັບຜິດຊອບຂອງລັດ ລັດສ້າງເງື່ອນໄຂອໍານວຍຄວາມສະດວກ,ສ້າງແລະປະກອບບຸກ ຄະລາກອນເພດຍິງ,ກໍ່ສ້າງພື້ນຖານໂຄງລ່າງ,ສະໜອງງົບປະມານ,ພາ ຫະນະແລະສິ່ງຈໍາເປັນໃຫ້ການຈັດຕັ້ງຂອງສະຫະພັນແມ່ຍິງລາວເພື່ອ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນແນໃສ່ພັດ ທະນາປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ,ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ປະຕິບັດຄວາມສະເໝີພາບຍິງ- ຊາຍໃນຄອບຄົວແລະສັງຄົມ.

...ມາດຕາ 31 ຄວາມຮັບຜິດຊອບຂອງສັງຄົມ

ມາດຕາ 31 ຄວາມຮັບຜິດຊອບຂອງສັງຄົມ ອົງການຈັດຕັ້ງການເມືອງ-ສົງຄົມ,ອົງການຈັດຕັ້ງສັງຄົມມຢູ່ ແຕ່ລະຂັ້ນມີຄວາມຮັບຜິດຊອບໃນການສະໜັບສະໜູນ,ຮ່ວມມື,ສ້າງ ເງື່ອນໄຂອໍານວຍຄວາມສະດວກໃນການສຶກສາອົບຮົມ,ການພັດທະນາ ,ການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ລວມທັງການເຂົ້າຮ່ວມໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດກ່ຽວ ກັບວຽກງານແມ່ຍິງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງກົດໝາຍ ສະບັບນີ້.

...ມາດຕາ 32 ຄວາມຮັບຜິດຊອບຂອງຄອບຄົວ

ມາດຕາ 32 ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວແມ່ນຈະລັງໜຶ່ງຂອງສັງຄົມທີ່ມີຄວາມຮັບຜິດຊອບແລະ ໜ້າທີ່ສໍາຄັນໃນການເບິ່ງແຍງລ້ຽງດູລູກ,ສຶກສາອົບຮົມ,ເປັນແບບຢ່າງ ,ໃກ້ຊິດຕິດແທດ,ໃຫ້ຄວາມອົບອຸ່ນ,ປຶກສາຫາລື,ໃຫ້ຄໍາແນະນໍາ,ສ້າງ ເງື່ອນໄຂອໍານວຍຄວາມສະດວກ,ຊຸກຍູ້ໃຫ້ແມ່ຍິງ,ສະມາຊິກຄອບຄົວ ທັງຍິງ-ຊາຍໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆຂອງລັດ,ສັງຄົມ ແລະໄດ້ຮັບການພັດທະນາໃນທຸກດ້ານ,ເອົາໃຈໃສ່ສົ່ງເສີມຄວາມສະເໝີ ພາບຍິງ-ຊາຍໂດຍເລີ່ມຈາກຄອບຄົວ. ..ພາກທີ 6 ງົບປະມານຂອງສະຫະພັນແມ່ຍິງ


...ມາດຕາ 33 ແຫຼ່ງລາຍຮັບ

ມາດຕາ 33 ແຫຼ່ງລາຍຮັບ ແຫຼ່ງລາຍຮັບເພື່ອສະໜອງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ມາຈາກ; - ງົບປະມານຂອງລັດ; - ເງິນບໍາລຸງຂອງສະມາຊິກສະຫະພັນແມ່ຍິງລາວ; - ການປະກອບສ່ວນຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງພາຍ ໃນແລະຕ່າງປະເທດຫ - ລາຍຮັບຈາກການເຄື່ອນໄຫວກິດຈະກໍາຕ່າງໆທີ່ຖືກຕ້ອງ ຕາມລະບຽບກົດໝາຍ; - ລາຍໄດ້ອື່ນທີ່ຖືກກົດໝາຍ. ສະຫະພັນແມ່ຍິງແຕ່ລະຂັ້ນສ້າງຕັ້ງກອງທຶນພັດທະນາແມ່ຍິງ ຕາມເງື່ອນໄຂແລະຄວາມສາມາດຕົວຈິງການຄຸ້ມຄອງແລະການນໍາ ໃຊ້ກອງທຶນດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 34 ການຄຸ້ມຄອງແຫຼ່ງລາຍຮັບ-ລາຍຈ່າຍ

ມາດຕາ 34 ການຄຸ້ມຄອງແຫຼ່ງລາຍຮັບ-ລາຍຈ່າຍ ສະຫະພັນແມ່ຍິງແຕ່ລະຂັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍຂອງຕົນ ຢ່າງລວມສູນ,ປະຕິບັດລະບອບບັນຊີລາຍຍຮັບ-ລາຍຈ່າຍຕາມລະບຽບ ກົດໝາຍກ່ຽວກັບບັນຊີ,ການເງິນແລະງົບປະມານແຫ່ງລັດ,ສະຫຼຸບລາຍ ງານປະຈໍາເດືອນ,ງວດ,ປີແລະຫ້າປີໃຫ້ສະຫະພັນແມ່ຍິງຂັ້ນເທິງ.

...ມາດຕາ 35 ການນໍາໃຊ້ງົບປະມານ

ມາດຕາ 35 ການນໍາໃຊ້ງົບປະມານ ສະຫະພັນແມ່ຍິງແຕ່ລະຂັ້ນນໍາໃຊ້ງົບປະມານເຂົ້າໃນວຽກງານ ດັ່ງນີ້: 1. ການບໍລິຫານແລະການສົ່ງເສີມວິຊາການ; 2. ການຈັດກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມ ວິສາມັນ; 3. ການປະຕິບັດນະໂຍບາຍຕໍ່ການຈັດຕັ້ງແລະສະມາຊິກສະຫະ ພັນແມ່ຍິງລາວ; 4. ການເຄື່ອນໄຫວວຽກງານອື່ນຕາມລະບຽບການ. ..ພາກທີ 7 ຂໍ້ຫ້າມ


...ມາດຕາ 36 ຂໍ້ຫ້າມສໍາລັບສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 36 ຂໍ້ຫ້າມສໍາລັບສະມາຊິກສະຫະພັນແມ່ຍິງລາວ ຫ້າມສະມາຊິກສະຫະພັນແມ່ຍິງລາວມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ໜ້າທີ່,ຕໍາແໜ່ງ,ຄວາມຮັບຜິດຊອບຂອງຕົນເພື່ອຫາ ຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກໂດຍບໍ່ຖືກຕ້ອງ; 2. ຈັດຕັ້ງເປັນກຸ່ມກ້ອນ,ຊຸມນຸມທີ່ຂັດກັບລະບຽບກົດໝາຍ,ກໍ່ ຄວາມບໍ່ສະຫງົບ,ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມແລະກໍ່ ຄວາມເສຍຫາຍຕໍ່ການຈັດຕັ້ງ,ຊີວິດ,ສຸຂະພາບ,ຊັບສິນຂອງຜູ້ອື່ນ; 3. ໃສ່ຮ້າຍປ້າຍສີ,ແບ່ງແຍກຄວາມສາມັກຄີພາຍໃນການຈັດ ຕັ້ງແລະບຸກຄົນອື່ນ; 4. ເຄື່ອນໄຫວ,ດໍາລົງຊີວິດທີ່ຂັດກັບລະບຽບກົດໝາຍແລະຝືນ ຕໍ່ຮີດຄອງປະເພນີອັນດີງາມຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະ ຂອງແມ່ຍິງລາວ; 5. ເມີນເສີຍຕໍ່ການປະຕິບັດໜ້າທີ່ແລະພັນທະຂອງຕົນຕາມທີ່ໄດ້ ກໍານົດໄວ້ໃນລະບຽບກົດໝາຍ; 6. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 37 ຂໍ້ຫ້າມສໍາລັບຄະນະບໍລິຫານງານສະຫະພັນແມ່ຍິງ

ມາດຕາ 37 ຂໍ້ຫ້າມສໍາລັບຄະນະບໍລິຫານງານສະຫະພັນແມ່ຍິງ ຫ້າມຄະນະບໍລິຫານງານສະຫະພັນແມ່ຍິງມີພຶດຕິກໍາດັ່ງນີ້: 1. ເມີນເສີຍ,ເລິ່ນເລີ້ຕໍ່ການປະຕິບັດໜ້າທີ່ຂອງຄະນະບໍລິຫານ ງານທີ່ໄດ້ກໍານົດໄວ້ໃນມາດຕາ 13 ແລະ 14 ຂອງກົດໝາຍສະບັບ ນີ້; 2. ຮັບ,ລົງວິໄນແລະລົບຊື່ສະມາຊິກສະຫະພັນແມ່ຍິງອອກຈາກ ການຈັດຕັ້ງຂອງຕົນໂດຍບໍ່ຖືກຕ້ອງ; 3. ກີດກັ້ນການເຄື່ອນໄຫວ,ການພັດທະນາແລະການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ; 4. ມີພຶດຕິກໍາຕາມຂໍ້ 1,2,3 ແລະ 4 ໃນມາດຕາ 36 ຂອງ ກົດໝາຍສະບັບນີ້ແລະມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດ ໝາຍ.

...ມາດຕາ 38 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 38 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ການຈັດຕັ້ງຂອງສະຫະພັນແມ່ຍິງລາວເຄື່ອນໄຫວ ເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວ,ພັກພວກຫຼືການຈັດຕັ້ງຂອງຕົນ ໂດຍບໍ່ຖືກຕ້ອງ; 2. ຂັດຂວ້າງການເຄື່ອນໄຫວຂອງການຈັດຕັ້ງສະຫະພັນແມ່ ຍິງລາວ,ສະມາຊິກສະຫະພັນແມ່ຍິງແລະແມ່ຍິງລາວບັນດາເຜົ່າ; 3. ຂົ່ມຂູ່ທາງດ້ານວາຈາ,ໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ,ຈິດ ໃຈ,ຊັບສິນຂອງສະມາຊິກສະຫະພັນແມ່ຍິງແລະແມ່ຍິງລາວບັນດາ ເຜົ່າ; 4. ໂຄສະນາເຜີຍແຜ່ວັດທະນະທໍາ,ແບບແຜນດໍາລົງຊີວິດທີ່ ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າ, ຂອງແມ່ຍິງລາວແລະຂັດກັບລະບຽບກົດໝາຍ; 5. ເມີນເສີຍແລະບໍ່ໃຫ້ການຊ່ວຍເຫຼືອຕໍ່ແມ່ຍິງທີ່ຖືກລ່ວງລະ ເມີດທາງດ້ານຮ່າງກາຍ,ຈິດໃຈແລະຊັບສິນ; 6. ຂູດຮີດແຮງງານ,ຂູດຮີດທາງເພດ,ຄ້າໂສເພນີ,ຄ້າປະເວ ນີ້ແລະຄ້າມະນຸດ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 8 ການຄຸ້ມຄອງແລະກວດກາວຽກງານຂອງສະຫະພັນແມ່ຍິງ


...ໝວດທີ 1 ການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ


....ມາດຕາ 39 ອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ

ມາດຕາ 39 ອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ ອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງປະກອບດ້ວຍ: 1. ສູນກາງສະຫະພັນແມ່ຍິງລາວ; 2. ສະຫະພັນແມ່ຍິງກະຊວງ,ອົງການແລະແຂວງ,ນະຄອນ; 3. ສະຫະພັນແມ່ຍິງເມືອງ,ເທດສະບານ; 4. ສະຫະພັນແມ່ຍິງຮາກຖານ.

....ມາດຕາ 40 ສິດແລະໜ້າທີ່ຂອງສູນກາງສະຫະພັນແມ່ຍິງລາວ

ມາດຕາ 40 ສິດແລະໜ້າທີ່ຂອງສູນກາງສະຫະພັນແມ່ຍິງລາວ ໃນການຄຸ້ມຄອງວຽກງານຂອງຕົນສູນກາງສະຫະພັນແມ່ຍິງ ລາວມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ສ້າງ,ປັບປຸງລະບຽບ ກົດໝາຍກ່ຽວກັບວຽກງານແມ່ຍິງ,ປະກອບຄໍາເຫັນຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດ; 2. ຜັນຂະຫຍາຍແນວທາງ,ຍຸດທະສາດ,ແຜນນະໂຍບາຍ,ລະ ບຽບກົດໝາຍ,ມະຕິກອງປະຊຸມໃຫຍ່ໃຫ້ເປັນແຜນການ,ແຜນງານ, ໂຄງການກ່ຽວກັບວຽກງານແມ່ຍິງເປັນຕົ້ນການພັດທະນາ,ການປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ,ການ ສົ່ງເສີມຄວາມກ້າວໜ້າແລະການປະຕິບັດສິດສະເໝີພາບຍິງ-ຊາຍ ແລ້ວນໍາມາໂຄສະນາເຜີຍແຜ່ເພື່ອຈັດຕັ້ງປະຕິບັດ; 3. ສຶກສາອົບຮົມການເມືອງ-ແນວຄິດ,ມູນເຊື້ອວັດທະນາທໍາ, ຮີດຄອງປະເພນີອັນດີງາມຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະຄຸນ ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ; 4. ຊີ້ນໍາການປັບປຸງແລະຂະຫຍາຍການຈັດຕັ້ງຂອງສະຫະພັນ ແມ່ຍິງແຕ່ລະຂັ້ນ,ແຕ່ລະຂົງເຂດລວມທັງຫົວໜ່ວຍທຸລະກິດຂອງພາກ ລັດ,ເອກະຊົນໃຫ້ຮັບປະກັນທັງປະລິມານແລະຄຸນນະພາບ; 5. ສະເໜີຕໍ່ຂັ້ນເທິງກ່ຽວກັບການສ້າງຕັ້ງ,ຍຸບເລີກກົງຈັກຂອງ ສູນກາງສະຫະພັນແມ່ຍິງລາວ,ສ້າງຕັ້ງ,ຍຸບເລີກກົງຈັກຂອງສະຫະພັນ ແມ່ຍິງກະຊວງ,ອົງການແລະສະຫະພັນແມ່ຍິງແຂວງ,ນະຄອນ; 6. ຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຂອງສະຫະພັນແມ່ຍິງ ຂັ້ນຂອງຕົນແລະຂັ້ນລຸ່ມທີ່ບໍ່ສອດຄ່ອງກັບແນວທາງນະໂຍບາຍ,ກົດ ໝາຍຂອງລັດແລະກົດລະບຽບຂອງສະຫະພັນແມ່ຍິງລາວ; 7. ປະສານສົມທົບກັບທຸກຂະແໜງການທີ່ກ່ຽວຂ້ອງໃນການປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ,ການສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ,ການປະຕິບັດສິດສະເໝີພາບຍິງ-ຊາຍ ໃນຄອບຄົວແລະສັງຄົມ; 8. ໃຫ້ຄໍາປຶກສາແກ່ແມ່ຍິງ-ເດັກນ້ອຍທີ່ມີບັນຫາ,ເຂົ້າຮ່ວມຄົ້ນ ຄວ້າ,ປຶກສາຫາລື,ປະກອບຄໍາເຫັນຄໍ່ການໄກ່ເກ່ຍ,ແກ້ໄຂບັນຫາທີ່ແຕະ ຕ້ອງເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍຕາມ ພາລະບົດບາດແລະໜ້າທີ່ຂອງຕົນ; 9. ປະສານສົມທົບກັບອອົງການປົກຄອງແລະພາກສ່ວນອື່ນທີ່ ກ່ຽວຂ້ອງໃນການຂຶ້ນແຜນບໍາລຸງສ້າງສະມາຊິກສະຫະພັນແມ່ຍິງລາວ ແລະແມ່ຍິງລາວບັນດາເຜົ່າໃຫ້ມີຄຸນສົມບັດ,ຄວາມຮູ້,ຄວາມສາມາດ ໃນດານຕ່າງໆເພື່່ອກາຍເປັນພະນັກງານຄຸ້ມຄອງ-ນໍາພາສືບທອດປ່ຽນ ແທນໃນແຕ່ລະຂົງເຂດວຽກງານ; 10. ຊີ້ນໍາ,ຕິດຕາມແລະຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍ,ລະບຽບກົດໝາຍ,ມະຕິ,ຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວ ກັບວຽກງານແມ່ຍຍິງໃນທົ່ວປະເທດ; 11. ພິຈາລະນາ,ສະເໜີແຕ່ງຕັ້ງ,ຍົກຍ້າຍ,ປະຕິບັດນະໂຍບາຍ, ລົງວິໄນຕໍ່ສະມາຊິກສະຫະພັນແມ່ຍິງລາວ,ພະນັກງານ-ລັດຖະກອນໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ; 12. ໄດ້ຮັບນະໂຍບາຍຕ່າງໆຈາກລັດຄືກັນກັບບັນດາການຈັດ ຕັ້ງຂອງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນອື່ນ; 13. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ຕາມພາລະບົດບາດ,ຂອບເຂດສິດແລະໜ້າທີ່ຂອງຕົນ; 14. ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຂອງສະຫະ ພັນແມ່ຍິງແຕ່ລະໄລຍະໃນຂອບເຂດທົ່ວປະເທດຕໍ່ຂັ້ນເທິງແລະອົງການ ຈັດຕັ້ງອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 41 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງກະຊວງ,ອົງການແລະແຂວງ,ນະຄອນ

ມາດຕາ 41 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງກະຊວງ,ອົງການ ແລະແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຂອງຕົນສະຫະພັນແມ່ຍິງກະຊວງ, ອົງການແລະແຂວງ,ນະຄອນມີສິດແລະໜ້າທີ່ຕາມຄວາມຮັບຜິດຊອບ ຂອງຕົນດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມ,ປະກອບຄໍາເຫັນຕໍ່ແນວທາງນະໂຍບາຍ, ລັດຖະທໍາມະນູນ,ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມ,ມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດແລະມະຕິກອງປະຊຸມ ໃຫຍ່ຂັ້ນຂອງຕົນແລ້ວນໍາມາໂຄສະນາເຜີຍແຜ່ເພື່ອຈັດຕັ້ງປະຕິບັດ; 2. ສຶກສາອົບຮົມການເມືອງ-ແນວຄິດ,ເຕົ້າໂຮມມຄວາມສາ ມັກຄີ,ອະນຸລັກແລະສົ່ງເສີມວັດທະນະທໍາ,ຮີດຄອງປະເພດນີອັນດີງາມ ຂອງຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ; 3. ປັບປຸງ,ຂະຫຍາຍການຈັດຕັ້ງຂອງສະຫະພັນແມ່ຍິງໃນແຕ່ ລະຂົງເຂດລວມທັງຫົວໜ່ວຍທຸລະກິດຂອງພາກລັດແລະເອກະຊົນໃຫ້ ເຂັ້ມແຂງ,ບໍາລຸງສ້າງ,ຂະຫຍາຍສະມາຊິກສະຫະພັນແມ່ຍິງລາວໃຫ້ ໄດ້ທັງປະລິມານແລະຄຸນນະພາບ; 4. ສະເໜີຕໍ່ສູນກາງສະຫະພັນແມ່ຍິງລາວກ່ຽວກັບການສ້າງ ຕັ້ງ,ຍຸບເລີກກົງຈັກຂອງຕົນແລະຂອງສະຫະພັນແມ່ຍິງເມືອງ,ເທດສະ ບານ; 5. ພິຈາລະນາ,ສະເໜີແຕ່ງຕັ້ງ,ຍົກຍ້າຍ,ຍ້ອງຍໍ,ລົງວິໄນຕໍ່ສະ ມາຊິກສະຫະພັນແມ່ຍິງລາວ,ພະນັກງານ-ລັດຖະກອນ; 6. ຍົກເລີກຫຼືລົບລ້າງຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາຂອງສະ ຫະພັນແມ່ຍິງຂັ້ນຂອງຕົນແລະຂັ້ນລຸ່ມທີ່ບໍ່ສອດຄ່ອງກັບແນວທາງນະໂຍ ບາຍ,ລັດຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງສະຫະພັນແມ່ຍິງ ລາວ; 7. ປະສານສົມທົບກັບອົງການປົກຄອງແລະພາກສ່ວນທີ່ກ່ຽວ ຂ້ອງໃນການຂຶ້ນແຜນບໍາລຸງສ້າງສະມາຊິກສະຫະພັນແມ່ຍິງລາວແລະ ແມ່ຍິງລາວບັນດາເຜົ່າໃຫ້ມີຄຸນສົມບັດ,ມີຄວາມຮູ້,ຄວາມສາມາາດໃນ ດ້ານຕ່າງໆເພື່ອກາຍເປັນພະນັກງານຄຸ້ມຄອງ-ນໍາພາສືບທອດປ່ຽນ ແທນໃນແຕ່ລະຂົງເຂດວຽກງານ; 8. ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ,ຄົ້ນຄວ້າປຶກສາ ຫາລື,ສະເໜີອົງການປົກຄອງສູນກາງສະຫະພັນແມ່ຍິງລາວແລະອົງ ການຈັດຕັ້ງອື່ນທີ່ພັວພັນກັບວຽກງານແມ່ຍິງ; 9. ໃຫ້ຄໍາປຶກສາທາງດ້ານຕ່າງໆ,ພິຈາລະນາແກ້ໄຂຄໍາສະເໜີ ກ່ຽວກັບການກະທໍາທີ່ແຕະຕ້ອງເຖິງສິດແລະຜົນປະໂຫຍດອັນຊອບທໍາ ຂອງແມ່ຍິງ-ເດັກນ້ອຍ; 10. ໄດ້ຮັບນະໂຍບາຍຕ່າງໆຈາກລັດຄືກັນກັບອົງການຈັດຕັ້ງ ມະຫາຊົນອື່ນຂອງກະຊວງ,ອົງການແລະແຂວງ,ນະຄອນ; 11. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານແມ່ຍິງ; 12. ສະຫຼຸບ,ລາຍງານວຽກງານຮອດດ້ານຂອງຕົນໃນແຕ່ລະ ໄລຍະຕໍ່ສູນກາງສະຫະພັນແມ່ຍິງລາວ,ກະຊວງ,ອົງການແລະອົງການ ປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 42 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງເມືອງ,ເທດສະບານ

ມາດຕາ 42 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຂອງຕົນສະຫະພັນແມ່ຍິງເມືອງ,ເທດ ສະບານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມແນວທາງນະໂຍບາຍ,ລັດຖະທໍາມະນູນ, ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ,ເທດສະບານ, ມະຕິກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງຂັ້ນເທິງ,ມະຕິກອງປະຊຸມ ໃຫຍ່ຂັ້ນຂອງຕົນແລ້ວນໍາມາເຜີຍແຜ່ເພື່ອຈັດຕັ້ງປະຕິບັດ; 2. ສຶກສາອົບຮົມການເມືອງ-ແນວຄິດ,ເຕົ້າໂຮມຄວາມສາມັກ ຄີ,ອະນຸລັກແລະສົ່ງເສີີມວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງ ຊາດ,ຂອງທ້ອງຖິ່ນ,ຂອງເຜົ່າແລະຄຸນລັກສະນະທີ່ເປັນມູນເຊື້ອຂອງ ແມ່ຍິງລາວ.ເປັນເຈົ້າການຍົກລະດັບຄວາມຮູ້,ຄວາມສາມາດທາງ ດ້ານຕ່າງໆເພື່ອກາຍເປັນພະນັກງານຄຸ້ມຄອງ-ນໍາພາສືບທອດປ່ຽນ ແທນໃນແຕ່ລະຂົງເຂດ; 3. ສຶກສາຮໍ່າຮຽນ,ຝຶກອົບຮົມວິຊາຊີບ,ສ້າງ,ພັດທະນາສີມື ແຮງງານ,ມີວຽກເຮັດງານທໍາເພື່ອສ້າງລາຍຮັບໃຫ້ແກ່ແມ່ຍິງແລະ ຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ,ມີຄວາມຮັ່ງມີແລະຜາສຸກ; 4. ເຂົ້າຮ່ວມກັານເຄື່ອນໄຫວວຽກງານຕ່າງໆ,ຄົ້ນຄວ້າປຶກ ສາຫາລື,ສະເໜີອົງການປົກຄອງ,ສະຫະພັນແມ່ຍິງແຂວງ,ນະຄອນ ແລະອົງງການຈັດຕັ້ງອື່ນທີ່ພັວພັນກັບວຽກງານແມ່ຍິງ; 5. ປັບປຸງ,ຂະຫຍາຍການຈັດຕັ້ງຂອງສະຫະພັນແມ່ຍິງຢູ່ຂັ້ນ ຖານໃຫ້ເຂັ້ມແຂງ,ບໍາລຸງສ້າງ,ຂະຫຍາຍສະມາຊິກສະຫະພັນແມ່ຍິງຂັ້ນ ຮາກຖານໃຫ້ໄດ້ທັງປະລິມານແລະຄຸນນະພາບ; 6. ສະເໜີແຕ່ງຕັ້ງ,ຍ້ອງຍໍແລະລົງວິໄນຕໍ່ສະມາຊິກສະຫະພັນ ແມ່ຍິງລາວ; 7. ໄດ້ຮັບນະໂຍບາຍຕ່າງໆຈາກລັດຄືກັນກັບອົງການຈັດຕັ້ງມະ ຫາຊົນອື່ນຂອງເມືອງ,ເທດສະບານ; 8. ພົວພັນແລະຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານແມ່ຍິງຕາມການມອບໝາຍ; 9. ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງ ຕົນຕໍ່ສະຫະພັນແມ່ຍິງແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດ ສະບານຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 43 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງຮາກຖານ

ມາດຕາ 43 ສິດແລະໜ້າທີ່ຂອງສະຫະພັນແມ່ຍິງຮາກຖານ ໃນການຄຸ້ມຄອງວຽກງານຂອງຕົນສະຫະພັນແມ່ຍິງຮາກຖານ ມີສິດແລະໜ້າທີ່ດັ່ງນີ້: 1. ສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີ,ປຸກລະດົມສະມາຊິກ ສະຫະພັນແມ່ຍິງລາວ,ແມ່ຍິງລາວບັນດາເຜົ່າໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ,ຈັດຕັ້ງປະຕິບັັດແນວທາງນະໂຍບາຍແລະແຜນພັດ ທະນາເສດຖະກິດ-ສັງຄົມຂອງຮາກຖານ; 2. ຄົ້ນຄວ້າ,ສະເນີການປັບປຸງແລະຂະຫຍາຍການຈັດຕັ້ງ,ສະ ມາຊິກສະຫະພັນແມ່ຍິງລາວແລະນໍາພາການດໍາເນີນຊີວິດໃຫ້ຖືກຕ້ອງ ຕາມກົດລະບຽບຂອງສະຫະພັນແມ່ຍິງລາວ; 3. ນໍາພາສະມາຊິກສະຫະພັນແມ່ຍິງລາວ,ແມ່ຍິງລາວບັນດາ ເຜົ່າເຄົາລົບແລະປະຕິບັດລັດຖະທໍາມະນູນ,ລະບຽບກົດໝາຍ,ກົດລະ ບຽບຂອງສະຫະພັນແມ່ຍິງລາວ,ສ້າງຂະບວນການຂອງແມ່ຍິງຕິດພັນ ກັບການພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມແລະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຂອງຮາກຖານ; 4. ປຸກລະດົມສະມາຊິກສະຫະພັນແມ່ຍິງລາວ,ແມ່ຍິງລາວບັນ ດາເຜົ່າເຂົ້າຮ່ວມໃນການປົກປັກຮັກສາ,ຟື້ນຟູສິ່ງແວດລ້ອມພາຍໃນ ທ້ອງຖິ່ນຂອງຕົນ; 5. ປະສານສົມທົບກັບຄອບຄົວ,ໂຮງຮຽນແລະສັງຄົມໃນການ ສຶກສາອົບຮົມລູກຫຼານໃຫ້ເປົນພົນລະເມືອງດີຂອງຊາດ; 6. ໄດ້ຮັບນະໂຍບາຍຈາກລັດຄືກັນກັບອົງການຈັດຕັ້ງມະຫາຊົນ ອື່ນໃນຂັ້ນຂອງຕົນ; 7. ໃຫ້ຄໍາປຶກສາ,ເຂົ້າຮ່ວມວຽກງານໄກ່ເກ່ຍ,ແກ້ໄຂປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງແລະຄອບຄົວໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ; 8. ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ຂັ້ນ ເທິງຢ່າງເປັນປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

...ໝວດທີ 2 ການກວດກາວຽກງານຂອງສະຫະພັນແມ່ຍິງ


....ມາດຕາ 44 ອົງການກວດກາວຽກງານຂອງສະຫະພັນແມ່ຍິງ

ມາດຕາ 44 ອົງການກວດກາວຽກງານຂອງສະຫະພັນແມ່ຍິງ ອົງການກວດກາວຽກງານຂອງສະຫະພັນແມ່ຍິງແມ່ນອົງການ ດຽວກັນກັບອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 39 ຂອງກົດໝາຍສະບັບນີ້ຊຶ່ງເອີ້ນວ່າຄະນະ ກວດກາຂອງສະຫະພັນແມ່ຍິງ. ການກວດກາປະກອບດ້ວຍ: - ການກວດກາພາຍໃນຊຶ່ງດໍາເນີນໂດຍຄະນະກວດກາຂອງສະ ຫະພັນແມ່ຍິງ; - ການກວດກາພາຍນອກຊຶ່ງດໍາເນີນໂດຍສະພາແຫ່ງຊາດ,ອົງ ການກວດສອບແຫ່ງລັດ,ອົງການກວດກາລັດຖະບານແລະຕ່ານການສໍ້ ລາດບັງຫຼວງ.

....ມາດຕາ 45 ສິດແລະໜ້າທີ່ຂອງຄະນະກວດກາຂອງສະຫະພັນແມ່ຍິງ

ມາດຕາ 45 ສິດແລະໜ້າທີ່ຂອງຄະນະກວດກາຂອງສະຫະພັນແມ່ຍິງ ຄະນະກວດກາຂອງສະຫະພັນແມ່ຍິງມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ຜັນຂະຫຍາຍວຽກງານກວດກາເປັນແຜນການ, ແຜນງານແລະໂຄງການວຽກງານກວດກາຂອງສະຫະພັນແມ່ຍິງຂັ້ນ ຂັ້ງຕົນ; 2. ກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍ,ລັດຖະ ທໍາມະນູນ,ກົດໝາຍ,ຖະແຫຼງການ,ສົນທິສັນຍາ,ສັນຍາສາກົນທີ່ພົວພັນ ກັບວຽກງານແມ່ຍິງ; 3. ກວດກາການຈັດຕັ້ງແລະການເຄື່ອນໄຫວວຽກງານຮອບ ດ້ານຂອງການຈັດຕັ້ງຂອງສະຫະພັນແມ່ຍິງແຕ່ລະຂັ້ນ; 4. ປະສານສົມທົບກັບຄະນະກວດກາ,ແນວລາວສ້າງຊາດ,ອົງ ການຈັດຕັ້ງມະຫາຊົນອື່ນໃນຂັ້ນຂອງຕົນໃນການປະຕິບັດວຽກງານ ກວດກາ; 5. ສະເໜີພາກສ່ວນທີ່ກ່ຽວຂ້ອງເພື່ອພິຈາລະນາໂຈະ,ຍົກເລີກ ນິຕິກໍາຂອງສະຫະພັນແມ່ຍິງທີ່ຂັດກັບລະບຽບກົດໝາຍ; 6. ສະເໜີວິທີການແລະມາດຕະການແກ້ໄຂຜົນຂອງການກວດ ກາຂັ້ນຂອງຕົນ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 46 ເນື້ອໃນການກວດກາ

ມາດຕາ 46 ເນື້ອໃນການກວດກາ ການກວດກາມີເນື້ອໃນຕົ້ນຕໍດັ່ງນີ້: 1. ການປະຕິບັດພາລະບົດບາດ,ສິດ,ໜ້າທີ່,ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານແລະສະມາຊິກສະຫະ ພັນແມ່ຍິງລາວ; 2. ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່,ແຜນພັດທະ ນາແມ່ຍິງ,ການປະຕິບັດກົດໝາຍ,ກົດລະບຽບຂອງສະຫະພັນແມ່ຍິງ ຍາວ; 3. ການອອກນິຕິກໍາຕ່າງທຂອງສະຫະພັນແມ່ຍິ່ງແຕ່ລະຂັ້ນ; 4. ການຄຸ້ມຄອງ,ການນໍາໃຊ້,ການປະຕິບັດນະໂຍບາຍຕໍ່ສະ ມາຊິກສະຫະພັນແມ່ຍິງລາວລວມທັງການປົກປ້ອງສິດແລະຜົນປະ ໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ; 5. ການຄຸ້ມຄອງ,ການນໍາໃຊ້ງົບປະມານ,ການເງິນ,ວັດຖຸແລະ ຊັບສິນຂອງການຈັດຕັ້ງສະຫະພັນແມ່ຍິງຂັ້ນຂອງຕົນ.

....ມາດຕາ 47 ຮູບການກວດກາ

ມາດຕາ 47 ຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: - ການກວດກາຕາມແຜນປົກກະຕິແມ່ນການກວດກາຕາມແຜນ ການຂອງຄະນະກວດກາແຕ່ລະຂັ້ນ; - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາຕາມ ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຂອງຄະນະກວດກາແລະຄໍາສະເໜີຂອງ ສະຫະພັນແມ່ຍິງແຕ່ລະຂັ້ນໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຊາບ ລ່ວງໜ້າ; - ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າມາຍຖືກກວດກາຊາບລ່ວງໜ້າ; ການກວດກາວຽກງານຂອງສະຫະພັນແມ່ຍິງໃຫ້ປະຕິບັດຕາມ ລະບຽບກົດມາຍຢ່າງເຂັ້ມງວດ.

..ພາກທີ 9 ວັນສ້າງຕັ້ງ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 48 ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ມາດຕາ 48 ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນສ້າງຕັ້ງສະຫະພັນແມ່ຍິງລາວແມ່ນວັດທີ 20 ກໍລະກົດ 1955 ແລະໃຫ້ຖືເອົາວັນດັ່ງກ່າວເພື່ອສະເຫຼີມສະຫຼອງແລະເປັນວັນ ພັກລັດຖະການຂອງແມ່ຍິງລາວ.

...ມາດຕາ 49 ເຄື່ອງໝາຍ

ມາດຕາ 49 ເຄື່ອງໝາຍ ສະຫະພັນແມ່ຍິງລາວມີທຸງແລະເຄື່ອງໝາຍທີ່ໄດ້ຖືກຮັບຮອງ ເອົາໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ.

...ມາດຕາ 50 ຕາປະທັບ

ມາດຕາ 50 ຕາປະທັບ ສະຫະພັນແມ່ຍິງແຕ່ລະຂັ້ນມີຕາປະທັບຂອງຕົນເພື່ອນໍາໃຊ້ໃນ ການເຄື່ອນໄຫວວຽກງານທາງລັດຖະການ.

..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 51 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 51 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິ ບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະ ບຽບການ.

...ມາດຕາ 52 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 52 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນ ຕົ້ນກໍ່ຄວາມເສຍຫາຍໃຫ້ແກ່ການຈັດຕັ້ງຂອງສະຫະພັນແມ່ຍິງ,ກຽດສັກ ສີຫຼືຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມ່ຍິງລາວ,ແມ່ ຍິງລາວບັນດາເຜົ່າຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວ ເຕືອນ,ລົງວິໄນຫຼືລົງໂທດຕາມກໍລະນີເບົາຫຼືໜັກ.

..ພາກທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 53 ການຈັດຕັ້ງປະຕິບັດ

ມາດຕາ 53 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ແລະ ສະຫະພັນແມ່ຍິງແຕ່ລະຂັ້ນ ເປັນຜູ້ຈັດຕັ້ງປະຕິບັດກົດມາຍສະບັບນີ້.

...ມາດຕາ 54 ຜົນສັກສິດ

ມາດຕາ 54 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ