ກົດໝາຍວ່າດ້ວຍສະພາແຫ່ງຊາດ 15-12-2010

From Wikisource
Jump to navigation Jump to search

.ສະພາແຫ່ງຊາດ 15-12-2010


..ໝວດທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອຮັບປະກັນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນໃຫ້ ມີຄຸນນະພາບແລະປະສິດທິພາຍດີຂຶ້ນ,ແນໃສ່ເພີ່ມທະວີຄວາມສັກສິດ ແຫ່ງການຄຸ້ມຄອງເສດຖະກິດ-ສັງຄົມຂອງອໍານາດລັດ,ປະກອບສ່ວນ ສ້າງ,ປັບປຸງອໍານາດລັດຕາມທິດສ້າງລັດແຫ່ງກົດໝາຍໃຫ້ກາຍເປັນ ລັດຂອງປະຊາຊົນ,ໂດຍປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາ ຊົນຢ່າງແທ້ຈິງ.

...ມາດຕາ 2 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງສະພາແຫ່ງຊາດ

ມາດຕາ 2 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງສະພາແຫ່ງຊາດ ສະພາແຫ່ງຊາດແມ່ນນຶ່ງໃນອົງການອໍານາດແຫ່ງລັດຊຶ່ງໄດ້ ຮັບການເລືອກຕັ້ງໂດຍກົງຈາກປະຊາຊົນ,ມີພາລະບົດບາດເປັນອົງ ການຕົວແທນແຫ່ງສິດອໍານາດແລະຜົນປະໂຫຍດຂອງປະຊາຊົນບັນດາ ເຜົ່າ,ເປັນອົງການນິຕິບັດຍັດ,ຕົກລົງບັນດາບັນຫາພື້ນຖານຂອງປະ ເທດຊາດແລະເປັນອົງການຕິດຕາມກວດກາການເຄື່ອນໄຫວຂອງອົງ ການອໍານາດແຫ່ງລັດຂັ້ນຕ່າງໆໃນການປະຕິບັດລັດຖະທໍາມະນູນ,ກົດ ໝາຍ,ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ ແລະມະຕິຕົກລົງຂອງສະພາແຫ່ງຊາດ.

...ມາດຕາ 3 (ປັບປຸງ) ສິດແລະໜ້າທີ່ຂອງສະພາແຫ່ງຊາດ

ມາດຕາ 3 (ປັບປຸງ) ສິດແລະໜ້າທີ່ຂອງສະພາແຫ່ງຊາດ ສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ພິຈາລະນາແລະຮັບຮອງການສ້າງ,ປັບປຸງ,ຍົກເລີກ,ລົບ ລ້າງລັດຖະທໍາມະນູນແລະກົດໝາຍ; 2. ພິຈາລະນາ,ຮັບຮອງ,ປ່ຽນແປງແຜນການສ້າງແລະປັບ ປຸງກົດໝາຍຕະຫຼອດອາຍຸການຂອງຕົນ; 3. ພິຈາລະນາ,ຮັບຮອງການກໍານົດ,ການປ່ຽນແປງ,ການຍົກ ເລີກ,ການລົບລ້າງອັດຕາພາສີແລະສ່ວຍສາອາກອນ; 4. ພິຈາລະນາ,ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະ ມານແຫ່ງລັດ,ທິດທາງແຜນພັດທະນາເສດຖະກິດ-ສັງຄົມແລະແຜນ ງົບປະມານແຫ່ງລັດໃນຕໍ່ໜ້າ; 5. ພິຈາລະນາ,ຮັບຮອງບົດລາຍງານການເຄື່ອນໄຫວແລະທິດ ທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງສານປະຊາຊົນສູງສຸດ,ອົງ ການໄອຍະການປະຊາຊົນສູງສຸດ; 6. ພິຈາລະນາ,ຮັບຮອງບົດລາຍງານການເຄື່ອນໄຫວ,ທິດ ທາງແຜນການເຄື່ອນໄຫວໃນຕໍ່ໜ້າແລະບົດລາຍງານຜົນການກວດ ສອບກ່ຽວກັບການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີຂອງອົງການກວດສອບແຫ່ງລັດ; 7. ເລືອກຕັ້ງ,ປົດຕໍາແໜ່ງປະທານ,ຮອງປະທານ,ກໍາມະການ ຄະນະປະຈໍາສະພາແຫ່ງຊາດ; 8. ພິຈາລະນາ,ຮັບຮອງການສ້າງຕັ້ງ,ປ່ຽນແປງ,ຍຸບເລີກໂຄງ ປະກອບກົງຈັກຂອງສະພາແຫ່ງຊາດ; 9. ພິຈາລະນາ,ຮັບຮອງການແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງ ບັນດາປະທານ,ຮອງປະທານກໍາມາທິການຕາມການສະເໜີຂອງຄະນະ ປະຈໍາສະພາແຫ່ງຊາດ; 10. ພິຈາລະນາ,ຮັບຮອງການສ້າງຕັ້ງ,ຍຸບເລີກຄະນະລັດຖະ ສະພາສາກົນຂອງສະພາແຫ່ງຊາດຕາມການສະເໜີຂອງຄະນະປະຈໍາ ສະພາແຫ່ງຊາດ; 11. ເລືອກຕັ້ງ,ປົດຕໍາແໜ່ງປະທານປະເທດແລະຮອງປະທານ ປະເທດຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; 12. ພິຈາລະນາ,ຮັບຮອງການແຕ່ງຕັ້ງ,ປົດຕໍາແໜ່ງນາຍົກລັດ ຖະມົນຕີຕາມການສະເໜີຂອງປະທານປະເທດ; 13. ພິຈາລະນາ,ຮັບຮອງໂຄງປະກອບກົງຈັກຂອງລັດຖະບານ, ການແຕ່ງຕັ້ງ,ການຍົກຍ້າຍ,ການປົດຕໍາແໜ່ງບັນດາຮອງນາຍົກລັດ ຖະມົນຕີ,ລັດຖະມົນຕີຕາມການສະເໜີຂອງນາຍົກລັດຖະມົນຕີ; 14. ເລືອກຕັ້ງ,ປົດຕໍາແໜ່ງປະທານສານປະຊາຊົນສູງສຸດ,ຫົວ ໜ້າອົງການໄອຍະການປະຊາຊົນສູງສຸດຕາມການສະເໜີຂອງປະທານ ປະເທດ; 15. ເລືອກຕັ້ງ,ປົດຕໍາແໜ່ງປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; 16. ພິຈາລະນາ,ຮັບຮອງການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ, ແຍກອອກກະຊວງ,ອົງການ,ແຂວງ,ນະຄອນ,ພິຈາລະນາ,ຮັບຮອງເຂດ ແດນຂອງແຂວງ,ນະຄອນຕາມການສະເໜີຂອງນາຍົກລັດຖະມົນຕີ; 17. ພິຈາລະນາ,ຮັບຮອງການໃຫ້ມີລະໂທດກໍາ; 18. ພິຈາລະນາ,ຮັບຮອງການຍົກເລີກ,ລົບລ້າງການເຂົ້າຮ່ວມ ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີແລະສັນຍາສາກົນໃນລະດັບ ລັດ; 19. ພິຈາລະນາ,ຮັບຮອງບັນຫາຄວາມໝັ້ນຄົງ,ຄວາມປອດໄພ ແລະສັນຕິພາບ; 20. ຕິດຕາມກວດກາການປະຕິບັດລັດຖະທໍາມະນູນ,ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຕົກລົງຂອງຄະນະປະຈໍາສະ ພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງ ລັດໂຄງການລະດັບຊາດແລະໂຄງການທີ່ມີຜົນກະທົບຕໍ່ປະຊາຊົນຈໍາ ນວນຫຼວງຫຼາຍຫຼືຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງ; 21. ຍົກເລີກນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ,ປະທານ ປະເທດ,ລັດຖະບານ,ນາຍົກລັດຖະມົນຕີ,ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດແລະອົງການຈັດຕັ້ງປະຫາຊົນຂັ້ນສູນກາງ,ສານປະ ຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດທີ່ຂັດກັບລັດຖະທໍາມະ ນູນແລະກົດໝາຍ,ຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງ ສານປະຊາຊົນສູງສຸດແລະກົດໝາຍ,ຍົກເວັ້ນຄໍາຕົກລົງກ່ຽວກັບການດໍາ ເນີນຄະດີຂອງສານປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນ ສູງສຸດ; 22. ພົວພັນ,ຮ່ວມມືກັບລັດຖະສະພາ,ອົງການຈັດຕັ້ງຕ່າງປະ ເທດ,ພາກພື້ນແລະສາກົນ; 23. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາ 4 (ປັບປຸງ) ຫຼັກການເຄື່ອນໄຫວຂອງສະພາແຫ່ງຊາດ

ມາດຕາ 4 (ປັບປຸງ) ຫຼັກການເຄື່ອນໄຫວຂອງສະພາແຫ່ງຊາດ ສະພາແຫ່ງຊາດຈັດຕັ້ງແລະເຄື່ອນໄຫວບົນພື້ນຖານຫຼັກການດັ່ງ ນີ້: - ລວມສູນປະຊາທິປະໄຕ; - ນິຕິກໍາ; - ປະຕິບັດໜ້າທີ່ວຽກງານຕາມລະບອບປະຊຸມ; - ຕົກລົງບັນຫາຕາມສຽງສ່ວນຫຼາຍ; - ຕິດແທດຕົວຈິງກັບປະຊາຊົນແລະຮາກຖານ; - ປະສານສົມທົບຢ່າງກົມກຽວກັບຂະແໜງການທີ່ກ່ຽວຂ້ອງ.

...ມາດຕາ 5 ອາຍຸການຂອງສະພາແຫ່ງຊາດ

ມາດຕາ 5 ອາຍຸການຂອງສະພາແຫ່ງຊາດ ສະພາແຫ່ງຊາດແຕ່ລະຊຸດມີອາຍຸການຫ້າປີຊຶ່ງເລີ່ມແຕ່ກອງ ປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດນັ້ນໄປເຖິງກອງປະ ຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດໃໝ່. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ຕ້ອງໃຫ້ ແລ້ວຢ່າງຊ້າຫົກສິບວັນກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸ ການ. ໃນກໍລະນີທີ່ມີຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງຍ້ອນສາ ເຫດໃດໜຶ່ງນັ້ນສະພາແຫ່ງຊາດຈະຕໍ່ອາຍຸການຂອງຕົນກໍ່ໄດ້ແຕ່ຕ້ອງ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ຢ່າງຊ້າບໍ່ ໃຫ້ເກີນຫົກເດືອນພາຍຫຼັງສະພາບການໄດ້ກັບຄືນສູ່ຄວາມເປັນປົກກະ ຕິ. ໃນກໍລະນີທີ່ມີຄວາມຈໍາເປັນສະພາແຫ່ງຊາດຈະດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນການໝົດອາຍຸການຂອງຕົນ ກໍ່ໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມຂອງຈໍາ ນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ.

...ມາດຕາ 6 (ປັລປຸງ) ງົບປະມານຂອງສະພາແຫ່ງຊາດ

ມາດຕາ 6 (ປັລປຸງ) ງົບປະມານຂອງສະພາແຫ່ງຊາດ ສະພາແຫ່ງຊາດມີງົບປະມານສະເພາະຊຶ່ງນອນຢູ່ໃນງົບປະ ມານແຫ່ງລັດເພື່ອຮັບໃຊ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງຕົນ. ງົບປະມານຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງຂຶ້ນກັບງົບປະມານຂອງສະພາແຫ່ງຊາດ. ຄະນະປະຈໍາສະພາແຫ່ງຊາດອອກລະບຽບການສະເພາະກ່ຽວ ກັບການຂຶ້ນແຜນ,ຄຸ້ມຄອງ,ກວດກາການນໍາໃຊ້ງົບປະມານຂອງສະ ພາແຫ່ງຊາດ.

..ໝວດທີ 2 ກອງປະຊຸມສະພາແຫ່ງຊາດ


...ມາດຕາ 7 ປະເພດກອງປະຊຸມສະພາແຫ່ງຊາດ

ມາດຕາ 7 ປະເພດກອງປະຊຸມສະພາແຫ່ງຊາດ ສະພາແຫ່ງຊາດມີກອງປະຊຸມສາມປະເພດດັ່ງນີ້: 1. ກອງປະຊຸມຄັ້ງປະຖົມມະລຶກ; 2. ກອງປະຊຸມສະໄໝສາມັນ; 3. ກອງປະຊຸມສະໄໝວິສາມັນ. ...ມາດຕາ 8(ປັບປຸງ) ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ

ມາດຕາ 8(ປັບປຸງ) ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດເປີດຂຶ້ນ ຢ່າງຊ້າຫົກສິບວັນຫຼັກຈາກການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດໃໝ່ຊຶ່ງແມ່ນປະທານສະພາແຫ່ງຊາດຊຸດເກົ່າເປັນປະທານແລະ ຊີ້ນໍາກອງປະຊຸມຈົນກວ່າໄດ້ເລືອກຕັ້ງປະທານສະພາແຫ່ງຊາດຊຸດ ໃໝ່. ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດມີສິດແລະ ໜ້າທີ່ດັ່ງນີ້: 1. ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງລະ ດັບຊາດກ່ຽວກັບຜົນຂອງການເລືອກຕັ້ງແລະການຢັ້ງຢືນຄຸນລັກສະ ນະຂອງສະມາຊິກສະພາແຫ່ງຊາດ; 2. ພິຈາລະນາ,ຮັບຮອງການເລືອກຕັ້ງປະທານ,ຮອງປະທານ ແລະກໍາມະການຄະນະປະຈໍາສະພາແຫ່ງຊາດຕາມການສະເໜີຂອງ ຄະນະປະຈໍາສະພາແຫ່ງຊາດຊຸດເກົ່າ; 3. ພິຈາລະນາ,ຮັບຮອງການສ້າງຕັ້ງຫຼືຍຸບເລີກໂຄງປະກອບ ກົງຈັກຂອງສະພາແຫ່ງຊາດ; 4. ພິຈາລະນາ,ຮັບຮອງການແຕ່ງຕັ້ງບັນດາປະທານແລະ ຮອງປະທານກໍາມາທິການຕາມການສະເໜີຂອງຄະນະປະຈໍາສະພາ ແຫ່ງຊາດ; 5. ພິຈາລະນາ,ຮັບຮອງການສ້າງຕັ້ງຄະນະລັດຖະສະພາສາ ກົນຂອງສະພາແຫ່ງຊາດ,ການເລືອກຕັ້ງປະທານ,ຮອງປະທານແລະ ເລຂາທິການຄະນະລັດຖະສະພາສາກົນຕາມການສະເໜີຂອງຄະນະປະ ຈໍາສະພາແຫ່ງຊາດ; 6. ພິຈາລະນາ,ຮັບຮອງການເລືອກຕັ້ງປະທານປະເທດແລະ ຮອງປະທານປະເທດຕາມການສະເໜີຂອງຄະນະປະຈໍາສະພາແຫ່ງ ຊາດ; 7. ພິຈາລະນາ,ຮັບຮອງການແຕ່ງຕັ້ງນາຍົກລັດຖະມົນຕີຕາມ ການສະເໜີຂອງປະທານປະເທດ; 8. ພິຈາລະນາ,ຮັບຮອງໂຄງປະກອບກົງຈັກຂອງລັດຖະບານ ແລະການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີແລະລັດຖະມົນຕີຕາມ ການສະເໜີຂອງນາຍົກລັດຖະມົນຕີ; 9. ພິຈາລະນາ,ຮັບຮອງການເລືອກຕັ້ງປະທານສານປະຊາຊົນ ສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕາມການສະເໜີ ຂອງປະທານປະເທດ; 10. ພິຈາລະນາ,ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ; 11. ພິຈາລະນາ,ຮັບຮອງແຜນການ 5 ປີກ່ຽວກັບການສ້າງ, ປັບປຸງກົດໝາຍແລະແຜນດໍາເນີນງານຂອງສະພາແຫ່ງຊາດຕາມ ການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; 12. ພິຈາລະນາ,ຮັບຮອງບັນຫາ,ວຽກງານອື່ນທີ່ສໍາຄັນ.

...ມາດຕາ 9 (ປັບປຸງ) ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ

ມາດຕາ 9 (ປັບປຸງ) ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ, ເທື່ອທີ່ໜຶ່ງເປີດຂຶ້ນໃນທ້າຍປີງົບປະມານລະຫວ່າງເດືອນມິຖຸນາຫາ ເດືອນກໍລະກົດແລະເທື່ອທີສອງໃນຕົ້ນປີງົບປະມານລະຫວ່າງເດືອນ ພະນິກຫາເດືອນທັນວາໂດຍແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ ຮຽກໂຮມ. 9.1. ກອງປະຊຸມສະໄໝສາມັນປະຈໍາປີເທື່ອທີໜຶ່ງຂອງສະພາ ແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ພິຈາລະນາ,ຮັບຮອງບົດລາຍງານປະຈໍາປີຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນ ງົບປະມານແຫ່ງລັດ,ທິດທາງແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດປະຈໍາສົກປີຕໍ່ໄປ. 2. ພິຈາລະນາ,ຮັບຮອງບົດລາຍງານການເຄື່ອນໄຫວປະຈໍາ ປີແລະແຜນການວຽກງານປະຈໍາສົກປີຕໍ່ໄປຂອງສານປະຊາຊົນສູງສຸດ ,ອົງການໄອຍະການປະຊາຊົນສູງສຸດ; 3. ພິຈາລະນາ,ຮັບຮອງບົດລາຍງານການເຄື່ອນໄຫວ,ທິດ ທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງອົງການກວດສອບແຫ່ງລັດ ແລະບົດລາຍງານຜົນການກວດສອບກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານປະຈໍາປີຂອງລັດ; 4. ເລືອກຕັ້ງ,ປົດຕໍາແໜ່ງປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍການກວດສອບ; 5. ຊັກຖາມຄະນະປະຈໍາສະພາແຫ່ງຊາດ,ປະທານປະເທດ,ນາ ຍົກລັດຖະມົນຕີ,ລັດຖະມົນຕີ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດແລະປະທານອົງການກວດສອບແຫ່ງ ລັດ; 6. ພິຈາລະນາ,ຮັບຮອງບົດລາຍງານກ່ຽວກັບການຈັດຕັ້ງປະຕິ ບັດແຜນການປະຈໍາປີແລະແຜນການປະຈໍາສົກປີຕໍ່ໄປຂອງສະພາແຫ່ງ ຊາດ; 7. ພິຈາລະນາ,ຮັບຮອງການສ້າງແລະປັບປຸງກົດໝາຍ; 8. ພິຈາລະນາ,ຮັບຮອງບັນຫາ,ວຽກງານອື່ນທີ່ສໍາຄັນຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 3 ຂອງກົດໝາຍສະບັບນີ້ຊຶ່ງເຫັນວ່າມີ ຄວາມຈໍາເປັນ.

9.2. ກອງປະຊຸມສະໄໝສາມັນປະຈໍາປີເທື່ອທີສອງຂອງສະພາ ແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1.​ ພິຈາລະນາ,ຮັບຮອງການສ້າງແລະປັບປຸງກົດໝາຍ. 2. ພິຈາລະນາ,ຮັບຮອງບົດສະຫຼຸບຂາດຕົວກ່ຽວກັບການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດປະຈໍາສົກປີຜ່ານມາ; 3. ພິຈາລະນາ,ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະ ມານແຫ່ງລັດຫົກເດືອນຕົ້ນປີ,ການດັດແກ້ແຜນພັດທະນາເສດຖະກິດ- ສັງຄົມແລະແຜນງົບປະມານແຫ່ງລັດຫົົກເດືອນທ້າຍປີຫຼືບົດລາຍງານ ກ່ຽວກັບບັນຫາໃດໜຶ່ງຂອງລັດຖະບານຕາມການສະເໜີຂອງຄະນະປະ ຈໍາສະພາແຫ່ງຊາດ; 4. ພິຈາລະນາ,ຮັບຮອງບົດລາຍງານຜົນການກວດສອບກ່ຽວ ກັບການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ ຂອງລັດຂອງອົງການກວດສອບແຫ່ງລັດ; 5. ພິຈາລະນາ,ຮັບຮອງບົດລາຍງານຂອງປະທານສານປະຊາ ຊົນສູງສຸດແລະຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃດໜຶ່ງຕາມການສະເໜີຂອງຄະນະປະ ຈໍາສະພາແຫ່ງຊາດ; 6. ຊັກຖາມນາຍົກລັດຖະມົນຕີ,ລັດຖະມົນຕີ,ປະທານສານປະຊາ ຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະປະທານ ອົງການການກວດສອບແຫ່ງລັດ; 7. ພິຈາລະນາ,ຮັບຮອງບົດລາຍງານກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດໃນລະ ຫວ່າງສອງກອງປະຊຸມ; 8. ພິຈາລະນາ,ຮັບຮອງບັນຫາ,ວຽກງານອື່ນທີ່ສໍາຄັນຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 3 ຂອງກົດໝາຍສະບັບນີ້ຊຶ່ງເຫັນວ່າມີ ຄວາມຈໍາເປັນ. ...ມາດຕາ 10 ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ

ມາດຕາ 10 ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດແມ່ນກອງປະ ຊຸມສະພາແຫ່ງຊາດທີ່ເປີດຂຶ້ນໃນລະຫວ່າງສອງກອງປະຊຸມສະໄໝສາ ມັນຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດຫຼືຕາມການສະ ເໜີຂອງປະທານປະເທດ,ນາຍົກລັດຖະມົນຕີຫຼືສະມາຊິກສະພາແຫ່ງ ຊາດຢ່າງໜ້ອຍໜຶ່ງສ່ວນທີ່ຂອງຈໍານວນສະມາຊິກທັງໝົດເພື່ອພິຈາ ລະນາ,ຕົກລົງບັນຫາທີ່ສໍາຄັນແລະຮີບດ່ວນ.

...ມາດຕາ 11 ຫຼັກການດໍາເນີນກອງປະຊຸມສະພາແຫ່ງຊາດ

ມາດຕາ 11 ຫຼັກການດໍາເນີນກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີສະ ມາຊິກສະພາແຫ່ງຊາດເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະ ມາຊິກສະພາແຫ່ງຊາດທັງໝົດ. ກອງປະຊຸມສະພາແຫ່ງຊາດດໍາເນີນຢ່າງເປີດເຜີຍພາຍໃຕ້ ການຄວບຄຸມແລະຊີ້ນໍາຂອງປະທານຫຼືຮອງປະທານຜູ້ໄດ້ຮັບມອບ ໝາຍຈາກປະທານສະພາແຫ່ງຊາດ. ກອງປະຊຸມສະພາແຫ່ງຊາດແຕ່ງຕັ້ງກອງເລຂານຸການເປັນຜູ້ ຊ່ວຍວຽກ.

...ມາດຕາ 12 ການຮຽກໂຮມກອງປະຊຸມສະພາແຫ່ງຊາດ

ມາດຕາ 12 ການຮຽກໂຮມກອງປະຊຸມສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮຽກໂຮມກອງປະຊຸມສະພາ ແຫ່ງຊາດ. ເອກະສານທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງ ຊາດຕ້ອງສົ່ງໃຫ້ສະມາຊິກສະພາແຫ່ງຊາດຢ່າງຊ້າສາມວັນກ່ອນວັນ ເປີດກອງປະຊຸມ.

...ມາດຕາ 13 (ປັບປຸງ) ຜູ້ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ

ມາດຕາ 13 (ປັບປຸງ) ຜູ້ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ຜູ້ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດມີສະມາຊິກສະພາ ແຫ່ງຊາດທັງໝົດ;ນອກຈາກນີ້ຍັງມີປະທານປະເທດ,ນາຍົກລັດຖະ ມົນຕີ,ຄະນະລັດຖະບານ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ,ປະທານອົງການກວດສອບແຫ່ງ ລັດ,ຜູ້ຕາງໜ້າອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງ ການຈັດຕັ້ງສາກົນຢູ່ ສປປລາວ. ສໍາລັບຜູ້ເຂົ້າຮ່ວມທີ່ບໍ່ແມ່ນສະມາ ຊິກສະພາແຫ່ງຊາດນັ້ນອາດຈະໄດ້ຮັບອະນຸຍາດຈາກປະທານກອງ ປະຊຸມໃຫ້ປະກອບຄວາມຄິດຄວາມເຫັນໃນກອງປະຊຸມແຕ່ຫາກບໍ່ມີ ສິດລົງຄະແນນສຽງ. ສະມາຊິກສະພາແຫ່ງຊາດແລະຜູ້ເຂົ້າຮ່ວມອື່ນທີ່ກ່ຽວຂ້ອງ ຕ້ອງປະຕິບັດຕາມລະບຽບແລະວາລະຂອງກອງປະຊຸມທີ່ໄດ້ວາງ ອອກ.

...ມາດຕາ 14 (ປັບປຸງ) ມະຕິຂອງກອງປະຊຸມສະພາແຫ່ງຊາດ

ມາດຕາ 14 (ປັບປຸງ) ມະຕິຂອງກອງປະຊຸມສະພາແຫ່ງຊາດ ມະຕິຂອງກອງປະຊຸມສະພາແຫ່ງຊາດເປັນນິຕິກໍາປະເພດໜຶ່ງ ທີ່ມີຜົນບັງຄັບໃຊ້ທົ່ວສັງຄົມຊຶ່ງສັງລວມບັນຫາສໍາຄັນຕ່າງໆທີ່ກອງ ປະຊຸມໄດ້ຕົກລົງຮັບຮອງເອົາ. ມະຕິຂອງກອງປະຊຸມສະພາແຫ່ງຊາດຖືກຮັບຮອງເອົາດ້ວຍ ການລົງຄະແນນສຽງຢ່າງເປີດເຜີຍຫຼືປິດລັບຕາມການຕົກລົງຂອງ ກອງປະຊຸມ. ມະຕິຂອງກອງປະຊຸມສະພາແຫ່ງຊາດຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າ ຮ່ວມກອງປະຊຸມເວັ້ນເສຍແຕ່ໃນກໍລະນີການເລືອກຕັ້ງປະທານປະເທດ ,ການເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນການໝົດອາຍຸການ ຂອງສະພາແຫ່ງຊາດແລະການປັບປຸງລັດຖະທໍາມະນູນຊຶ່ງຕ້ອງໄດ້ ຮັບຄະແນນສຽງຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກສະ ພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ.

...ມາດຕາ 15 ບົດບັນທຶກຂອງກອງປະຊຸມສະພາແຫ່ງຊາດ

ມາດຕາ 15 ບົດບັນທຶກຂອງກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດແຕ່ລະເທື່ອຕ້ອງເຮັດບົດບັນທຶກ ໂດຍມີການເຊັນຢັ້ງຢືນຂອງຫົວໜ້າກອງເລຂານຸການແລະປະທານ ກອງປະຊຸມສະພາແຫ່ງຊາດ.

..ໝວດທີ 3 ໂຄງປະກອບຂອງສະພາແຫ່ງຊາດ


...ມາດຕາ 16 (ປັບປຸງ) ໂຄງປະກອບຂອງສະພາແຫ່ງຊາດ

ມາດຕາ 16 (ປັບປຸງ) ໂຄງປະກອບຂອງສະພາແຫ່ງຊາດ ສະພາແຫ່ງຊາດມີໂຄງປະກອບການຈັດຕັ້ງແລະບຸກຄະລາກອນ ດັ່ງນີ້: - ສະມາຊິກສະພາແຫ່ງຊາດ; - ຄະນະປະຈໍາສະພາແຫ່ງຊາດ; - ປະທານແລະຮອງປະທານສະພາແຫ່ງຊາດ; - ກໍາມາທິການຂອງສະພາແຫ່ງຊາດ; - ຫ້ອງວ່າການສະພາແຫ່ງຊາດ; - ຄະນະສະມາຊິກສະພາແຫ່ງຊາດເພດຍິງ; - ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.

...ມາດຕາາ 17 (ປັບປຸງ) ອາຍຸການ

ມາດຕາາ 17 (ປັບປຸງ) ອາຍຸການ ໂຄງປະກອບຂອງສະພາແຫ່ງຊາດມີອາຍຸການເທົ່າກັບອາຍຸ ການຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງ ກົດໝາຍສະບັບນີ້. ..ໝວດທີ 4 ສະມາຊິກສະພາແຫ່ງຊາດ


...ມາດຕາ 18 ສະມາຊິກສະພາແຫ່ງຊາດ

ມາດຕາ 18 ສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດເປັນຕົວແທນແຫ່ງມານະຈິດ,ສິດ, ຜົນປະໂຫຍດແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາ ເຜົ່າຊຶ່ງແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງແລະຢູ່ໃຕ້ການກວດ ກາຂອງປະຊາຊົນ,ປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 20 ຂອງກົດໝາຍສະບັບນີ້.

...ມາດຕາ 19 ອາຍຸການຂອງສະມາຊິກສະພາແຫ່ງຊາດ

ມາດຕາ 19 ອາຍຸການຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດມີອາຍຸການເທົ່າກັບອາຍຸການຂອງ ສະພາແຫ່ງຊາດ. ໃນກໍລະນີທີ່ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດແທນ ນັ້ນອາຍຸການຂອງສະມາຊິກສະພາແຫ່ງຊາດທີ່ໄດ້ຮັບເລືອກຕັ້ງແທນ ຈະເລີ່ມແຕ່ກອງປະຊຸມສະພາແຫ່ງຊາດທີ່ຖັດຈາກການເລືອກຕັ້ງ ແທນນັ້ນໄປເຖິງວັນເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດຊຸດໃໝ່.

...ມາດຕາ 20 (ປັບປຸງ) ສິດແລະໜ້າທີ່ຂອງສະມາຊິກສະພາແຫ່ງຊາດ

ມາດຕາ 20 (ປັບປຸງ) ສິດແລະໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມແລະເປັນແບບຢ່າງໃນການຈັດຕັ້ງປະ ຕິບັດແນວທາງ,ນະໂຍບາຍຂອງພັກ,ລັດຖະທໍາມະນູນ,ກົດໝາຍຂອງ ລັດ,ມະຕິຂອງກອງປະຊຸມສະພາແຫ່ງຊາດແລະມະຕິລົກລົງຂອງຄະ ນະປະຈໍາສະພາແຫ່ງຊາດ,ເຄົາລົບສິດແລະຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ. 2. ໂຄສະນາ,ເຜີຍແຜ່,ປຸກລະດົມປະຊາຊົນບັນດາເຜົ່າແລະ ຊັ້ນຄົນໃຫ້ເຊື່ອມຊຶມແລະເຂົ້າຮ່ວມໃນການປະຕິບັດແນວທາງ,ນະໂຍ ບາຍຂອງພັກ,ລະບຽບກົດໝາຍຂອງລັດແລະມະຕິຂອງກອງປະຊຸມສະ ພາແຫ່ງຊາດ,ມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ,ແຜນ ພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດ,ໃຫ້ຮູ້ ແລະເຂົ້າໃຈສິດແລະໜ້າທີ່ຂອງສະມາຊິກສະພາແຫ່ງຊາດ,ເຂົ້າຮ່ວມ ໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມ; 3. ລາຍງານການເຄື່ອນໄຫວວຽກງານຕໍ່ປະຊາຊົນໃນເຂດ ເລືອກຕັ້ງຂອງຕົນຢ່າງໜ້ອຍປີລະສອງເທື່ອແລະດໍາເນີນຊີວິດການ ເມືອງໃນຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງ ຕົນຢ່າງເປັນປົກກະຕິ; 4. ເຂົ້າຮ່ວມແຕ່ຫົວທີກັບອົງການປົກຄອງທ້ອງຖິ່ນເປັນຕົ້ນ ຫ້ອງວ່າການແລະພະແນກການອ້ອມຂ້າງແຂວງ,ນະຄອນໃນການຄົ້ນ ຄວ້າ,ປະກອບຄໍາເຫັນໃສ່ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບ ປະມານແຫ່ງລັດຂອງທ້ອງຖິ່ນແລະບັນຫາສໍາຄັນອື່ນໃນເຂດເລືອກຕັ້ງ ຂອງຕົນ; 5. ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດຢ່າງເປັນປົກກະຕິ, ຄົ້ນຄວ້າ,ກະກຽມເນື້ອໃນການປະກອບຄໍາເຫັນໃນກອງປະຊຸມແລະລົງ ຄະແນນສຽງດ້ວຍຄວາມຮັບຜິດຊອບສູງ. ໃນກໍລະນີທີ່ບໍ່ສາມາດເຂົ້າຮ່ວມກອງປະຊຸມໄດ້ຍ້ອນສາເຫດຈໍາ ເປັນໃດໜຶ່ງສະມາຊິກສະພາແຫ່ງຊາດຕ້ອງໄດ້ຮັບອະນຸຍາດຢ່າງເປັນ ລາຍລັກອັກສອນຈາກປະທານຄະນະປະຈໍາສະພາແຫ່ງຊາດ; 6. ຊັກຖາມປະທານປະເທດ,ປະທານສະພາແຫ່ງຊາດ,ຄະນະປະ ຈໍາສະພາແຫ່ຊາດ,ນາຍົກລັດຖະມົນຕີ,ຄະນະລັດຖະບານ,ປະທານສານ ປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານ ອົງການກວດສອບແຫ່ງລັດໃນກອງປະຊຸມສະພາແຫ່ງຊາດ;ຊັກຖາມ ເຈົ້າແຂວງ,ເຈົ້າຄອງນະຄອນແລະຫົວໜ້າພະແນກການຕ່າງໆຂອງ ແຂວງ,ນະຄອນແລະບຸກຄົນອື່ນທີ່ກ່ຽວຂ້ອງ; 7. ໃຫ້ຄໍາແນະນໍາແກ່ພົນລະເມືອງກ່ຽວກັບການຍື່ນຄໍາຮ້ອງ ທຸກ;ປະກອບຄໍາຄິດຄໍາເຫັນໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງກ່ຽວກັບການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ເພື່ອໃຫ້ຄະນະດັ່ງກ່າວພິຈາລະນາຕາມພາລະບົດບາດຂອງຕົນ; 8. ພົບປະ,ໃກ້ຊິດຕິດແທດກັບປະຊາຊົນ,ຊອກຮູ້ແລະນໍາເອົາ ຄວາມຄິດຄວາມເຫັນຄວາມມຸ່ງມາດປາດຖະໜາແລະຄໍາສະເໜີຂອງ ປະຊາຊົນເພື່ອສະເໜີຕໍ່ສະພາແຫ່ງຊາດແລະພາກສ່ວນອື່ນທີ່ກ່ຽວຂ້ອງ ພິຈາລະນາ,ແກ່ໄຂ; 9. ເຂົ້າຮ່ວມກອງປະຊຸມ,ການເຄື່ອນໄຫວແລະພິທີທີ່ສໍາຄັນ ຕ່າງໆຂອງອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມຕ່າງໆໃນເຂດເລືອກຕັ້ງຂອງ ຕົນໂດຍໜ້າທີ່ແລະຕາມການເຊີນ; 10. ໄດ້ຮັບຂໍ້ມູນ,ຂ່າວສານຕ່າງໆທີ່ຈໍາເປັນໃນການປະຕິບັດ ໜ້າທີ່ຂອງຕົນ; 11. ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນໃນ ແຕ່ລະໄລຍະຢ່າງເປັນລາຍລັກອັກສອນໃຫ້ຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງແລະກໍາມາທິການທີ່ຕົນສັງກັດຊາບ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍແລະລະບຽບພາຍໃນຂອງສະພາແຫ່ງຊາດ.

...ມາດຕາ 21 (ປັບປຸງ) ການສັງກັດແລະການຄວບຕໍາແໜ່ງຂອງສະມາຊິກສະພາແຫ່ງຊາດ

ມາດຕາ 21 (ປັບປຸງ) ການສັງກັດແລະການຄວບຕໍາແໜ່ງຂອງ ສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະທ່ານຕ້ອງສັງກັດຢູ່ໃນໜຶ່ງຫຼື ສອງກໍາມາທິການແລະການຈັດຕັ້ງອື່ນຂອງສະພາແຫ່ງຊາດ,ເປັນສະ ມາຊິກສະພາແຫ່ງຊາດປະຈໍາການຫຼືຄວບຕໍາແໜ່ງຕາມການຕົກລົງ ຂອງຄະນະປະຈໍາສະພາແຫ່ງຊາດແລະຕາມກົດໝາຍ. ສະມາຊິກສະພາແຫ່ງຊາດຕ້ອງປະຕິບັດພາລະບົດບາດ,ສິດ ແລະໜ້າທີ່ຂອງສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍຂອງຄະນະປະຈໍາສະ ພາແຫ່ງຊາດ,ກໍາມາທິການ,ຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງແລະການຈັດຕັ້ງອື່ນຂອງສະພາແຫ່ງຊາດທີ່ຕົນສັງກັດ.

...ມາດຕາ 22 ການສິ້ນສຸດການເປັນສະມາຊິກສະພາແຫ່ງຊາດ

ມາດຕາ 22 ການສິ້ນສຸດການເປັນສະມາຊິກສະພາແຫ່ງຊາດ ການເປັນສະມາຊິກສະພາແຫ່ງຊາດຈະສິ້ນສຸດລົງໃນກໍລະນີດັ່ງ ນີ້: 1. ໝົດອາຍຸການຂອງສະມາຊິກສະພາແຫ່ງຊາດ; 2. ລາອອກດ້ວຍເຫດຜົນຈໍາເປັນ; 3. ຖືກປົດອອກຈາກການເປັນສະມາຊິກສະພາແຫ່ງຊາດ; 4. ເສຍຊີວິດ.

...ມາດຕາ 23 ນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ

ມາດຕາ 23 ນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ຮັບນະໂຍບາຍສະເພາະເຊັ່ນ ເງິນອຸດໜູນ,ການຍ້ອງຍໍແລະນະໂຍບາຍອື່ນຊຶ່ງກໍານົດໄວ້ໃນລະ ບຽບການຕ່າງຫາກເພື່ອຮັບປະກັນການເຄື່ອນໄຫວວຽກງານຂອງ ຕົນ.

...ມາດຕາ 24 ອະພິສິດຂອງສະມາຊິກສະພາແຫ່ງຊາດ

ມາດຕາ 24 ອະພິສິດຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຈະບໍ່ຖືກຈັບຕົວ,ກັກຂັງຫຼືດໍາເນີນຄະ ດີອາຍາຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກຄະນະປະຈໍາສະພາແຫ່ງ ຊາດ. ຖ້າຫາກວ່າມີຄວາມຈໍາເປັນຕ້ອງໄດ້ຈັບຕົວສະມາຊິກສະພາ ແຫ່ງຊາດໃນກໍລະນີທີ່ມີການກະທໍາຜິດເຊິ່ງໜ້າຫຼືກໍລະນີທີ່ຮີບດ່ວນ ນັ້ນອົງການທີ່ໄດ້ກັກຂັງສະມາຊິກສະພາແຫ່ງຊາດຕ້ອງລາຍງານທັນ ທີໃຫ້ຄະນະປະຈໍາສະພາແຫ່ງຊາດເພື່ອຂໍຄວາມເຫັນກ່ຽວກັບການດໍາ ເນີນຄະດີໃນຂັ້ນຕໍ່ໄປ. ໃນໄລຍະການສືບສວນ-ສອບສວນນັ້ນສະມາຊິກສະພາແຫ່ງ ຊາດຜູ້ຖືກດໍາເນີນຄະດີຍັງມີສິດເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ໄດ້.

..ໝວດທີ 5 ຄະນະປະຈໍາສະພາແຫ່ງຊາດ


...ມາດຕາ 25(ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 25(ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງຄະນະປະຈໍາ ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດແມ່ນອົງການປະຈໍາການຂອງ ສະພາແຫ່ງຊາດ,ມີພາລະບົດບາດປະຕິບັດສິດແລະໜ້າທີ່ແທນສະພາ ແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍ.

...ມາດຕາ 26 (ປັບປຸງ) ສິດແລະໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 26 (ປັບປຸງ) ສິດແລະໜ້າທີ່ຂອງຄະນະປະຈໍາສະພາແຫ່ງ ຊາດ ຄະນະປະຈໍາສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄ້ວາແລະສ້າງແຜນຍຸດທະສາດກ່ຽວກັບການເຄື່ອນ ໄຫວວຽກງານຂອງສະພາແຫ່ງຊາດໃຫ້ມີຄຸນນະພາບ; 2. ຊີ້ນໍາການສ້າງແຜນການເຄື່ອນໄຫວວຽກງານຂອງສະພາ ແຫ່ງຊາດແລະຂອງຕົນໃນແຕ່ລະໄລຍະ; 3. ຄົ້ນຄວ້າການສ້າງແລະປັບປຸງກົດໝາຍເພື່ອນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດພິຈາລະນາແລະຮັບຮອງເອົາ;ຄົ້ນຄວ້າ, ພິຈາລະນາແລະສ້າງລັດຖະບັນຍັດແລ້ວສະເໜີຕໍ່ປະທານປະເທດຕົກ ລົງ; 4. ກະກຽມກອງປະຊຸມສະພາແຫ່ງຊາດເພື່ອຮັບປະກັນໃຫ້ມີ ຄຸນນະພາບ,ປະສິດທິພາບແລະທັນເວລາ; 5. ຕີຄວາມໝາຍລັດຖະທໍາມະນູນແລະກົດໝາຍ; 6. ອອກຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະນິຕິກໍາອື່ນທີ່ຕົນຮັບຜິດຊອບ; 7. ອອກມະຕິຕົກລົງ,ຄໍາແນະນໍາ,ຄໍາສັ່ງແລະແຈ້ງການກ່ຽວ ກັບວຽກງານຕ່າງໆ; 8. ຊີ້ນໍາການໂຄສະນາ,ເຜີຍແຜ່ລັດຖະທໍາມະນູນ,ກົດໝາຍ ແລະນິຕິກໍາອື່ນຕາມຄວາມຮັບຜິດຊອບຂອງຕົນຫຼືໂດຍປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ; 9. ແນະນໍາອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຜັນຂະຫຍາຍແລະ ຈັດຕັ້ງປະຕິບັດກົດໝາຍທີ່ປະກາດໃຊ້ລວມທັງປະເມີນຜົນຂອງການຈັດ ຕັ້ງປະຕິບັດກົດໝາຍນັ້ນ; 10. ຄົ້ນຄວ້າໂຄງປະກອບ,ສິດແລະໜ້າທີ່ຂອງການຈັດຕັ້ງ ຂອງສະພາແຫ່ງຊາດ; 11. ພິຈາລະນາການແຕ່ງຕັ້ງສະມາຊິກສະພາແຫ່ງຊາດໄປ ຮັບຜິດຊອບວຽກງານອື່ນຕາມການສະເໜີຂອງຂະແໜງການແລະອົງ ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 12. ພິຈາລະນາ,ຮັບຮອງການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງສະມາຊິກຄະນະລັດຖະ ບານ,ຫົວນ້າອົງການໃນກໍລະນີທີ່ຈໍາເປັນແລ້ວລາຍງານໃຫ້ກອງປະຊຸມ ສະພາແຫ່ງຊາດຖັດໄປນັ້ນພິຈາລະນາ,ຮັບຮອງເອົາ; 13. ຄົ້ນຄວ້າແລະສະເໜີຕໍ່ປະທານປະເທດເພື່ອພິຈາລະນາຕົກ ລົງກ່ຽວກັບການໃຫ້ອະໄພຍະໂທດແກ່ນັກໂທດຜູ້ທີ່ປະພຶດດີແລະມີ ຄວາມກ້າວໜ້າໃນການປະຕິບັດໂທດ; 14. ຕິດຕາມກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຕົກລົງ ຂອງຄະນະປະຈໍາສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດແລະໂຄງການຂອງລັດຖະບານ,ສານປະຊາ ຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ,ອົງການກວດສອບ ແຫ່ງລັດ,ອົງການປົກຄອງແຂວງ,ນະຄອນໃນເວລາທີ່ສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມ; 15. ຄົ້ນຄວ້າບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບ ປະມານປະຈໍາປີເພື່ອນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດພິຈາລະ ນາ,ຮັບຮອງເອົາ; 16. ໂຈະການຈັດຕັ້ງປະຕິບັດນິຕິກໍາຂອງລັດຖະບານ,ນາຍົກ ລັດຖະມົນຕີ,ລັດຖະມົນຕີ,ປະທານອົງການກວດສອບແຫ່ງລັດ,ສູນກາງ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ເຈົ້າ ແຂວງ,ເຈົ້າຄອງນະຄອນ,ປະທານສານປະຊາຊົນສູງສຸດແລະຫົວໜ້າ ອົງການໄອຍະການປະຊາຊົນສູງສຸດທີ່ຂັດກັບລັດຖະທໍາມະນູນ,ກົດ ໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດແລ້ວນໍາສະເໜີຕໍ່ກອງປະ ຊຸມສະພາແຫ່ງຊາດຖັດໄປນັ້ນພິຈາລະນາ,ຍົກເວັ້ນຄໍາຕົກລົງກ່ຽວກັບ ການດໍາເນີນຄະດີຂອງສານປະຊາຊົນສູງສຸດແລະອົງການໄອຍະການ ປະຊາຊົນສູງສຸດ; 17. ຕົກລົງກ່ຽວກັບການໃຫ້,ການປະສັນຊາດລາວ;ການໃຫ້ ສັດຕະຍາບັນສົນທິສັນຍາທີ່ ສປປລາວ ເປັນພາຄີແລະສັນຍາສາກົນໃນ ລະດັບລັດຕາມການສະເໜີຂອງນາຍົກລັດຖະມົນຕີ; 18. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຫົວໜ້າ,ຮອງຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ,ຫົວນ້າ,ຮອງຫົວໜ້າຄະນະສະມາຊິກສະ ພາແຫ່ງຊາດເພດຍິງ,ຫົວໜ້າກົມແລະການຈັດຕັ້ງອື່ນທີ່ຂຶ້ນກັບຫ້ອງ ວ່າການສະພາແຫ່ງຊາດ,ປະທານ,ຮອງປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ,ຫົວນ້າຫ້ອງວ່າການສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ; 19. ບັນຈຸ,ສັບຊ້ອນສະມາຊິກສະພາແຫ່ງຊາດເຂົ້າເປັນກໍາມະ ການຂອງແຕ່ລະກໍາມາທິການ; 20. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງບັນດາຜູ້ພິພາກສາຂອງ ສານປະຊາຊົນສູງສຸດ,ປະທານ,ຮອງປະທານ,ຜູ້ພິພາກສາຂອງສານປະ ຊາຊົນທ້ອງຖິ່ນແລະສານທະຫານ,ຫົວໜ້າອົງການກວດສອບປະຈໍາ ພາກ; 21. ຊີ້ນໍາ,ນໍາພາການເຄື່ອນໄຫວວຽກງານແລະຮັບການລາຍ ງານສ່ອງແສງຂອງບັນດາກໍາມາທິການ,ຫ້ອງວ່າການສະພາແຫ່ງ ຊາດ,ຄະນະສະມາຊິກສະພາແຫ່ງຊາດເພດຍິງແລະຄະນະສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງ; 22. ຊີ້ນໍາການຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາຂອງພົນລະເມືອງ; 23. ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດກ່ຽວກັບການປະ ຕິບັດໜ້າທີ່ວຽກງານຂອງຕົນໃນລະຫວ່າງສອງກອງປະຊຸມ; 24. ແຕ່ງຕັ້ງຄະນະກໍາມະການສະເພາະກິດເພື່ອປະຕິບັດໜ້າ ທີ່ໃດໜຶ່ງໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນ; 25. ປະສານສົມທົບກັບອົງການຈັດຕັ້ງພັກ,ລັດຖະບານ,ສານ ປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ,ອົງການກວດ ສອບແຫ່ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ; 26. ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດໃນການ ກະກຽມແລະດໍາເນີນກອງປະຊຸມຮ່ວມກັບລັດຖະບານແລະອົງການປົກ ປ້ອງກົດໝາຍຢ່າງໜ້ອຍປີລະເທື່ອ; 27. ພົວພັນ,ຮ່ວມມືກັບລັດຖະສະພາແລະອົງການຈັດຕັ້ງຕ່າງ ປະເທດ,ພາກພື້ນແລະສາກົນ; 28. ສະຫຼຸບ,ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກ ງານຂອງສະພາແຫ່ງຊາດ; 29. ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່; 30. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 27 ໂຄງປະກອບຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 27 ໂຄງປະກອບຂອງຄະນະປະຈໍາສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດປະກອບດ້ວຍ: - ປະທານ; - ຮອງປະທານ; - ກໍາມະການ. ປະທານແລະຮອງປະທານສະພາແຫ່ງຊາດເປັນທັງປະທານ ແລະຮອງປະທານຄະນະປະຈໍາສະພາແຫ່ງຊາດ. ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງຄະນະເລຂາທິການເພື່ອ ຮັບຜິດຊອບວຽກງານເນື້ອໃນສະພາແຫ່ງຊາດ.ໃນກໍລະນີທີ່ມີຄວາມ ຈໍາເປັນຄະນະປະຈໍາສະພາແຫ່ງຊາດຈະສ້າງຕັ້ງກົງຈັກຊ່ວຍວຽກອື່ນ ຂອງຕົນກໍ່ໄດ້.

...ມາດຕາ 28 ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາສະພາແຫ່ງຊາດ

ມາດຕາ 28 ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາສະພາ ແຫ່ງຊາດ ປະທານຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮັບຜິດຊອບລວມ, ຊີ້ນໍາ,ນໍາພາວຽກງານຂອງຄະນະປະຈໍາສະພາແຫ່ງຊາດ. ປະທານຄະນະປະຈໍາສະພາແຫ່ງຊາດຈະມອບໝາຍໃຫ້ຮອງປະ ທານຫຼືກໍາມະການຄະນະປະຈໍາທ່ານໃດທ່ານໜຶ່ງເຮັດໜ້າທີ່ແທນໃນ ເວລາປະທານຕິດຂັດ. ຮອງປະທານຄະນະປະຈໍາສະພາແຫ່ງຊາດມີໜ້າທີ່ຊ່ວຍປະທານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ,ເປັນຜູ້ຊີ້ນໍາວຽກງານຈໍານວນ ໜຶ່ງແລະຮັບຜິດຊອບວຽກງານອື່ນອີກຕາມການມອບໝາຍຂອງປະ ທານຄະນະປະຈໍາສະພາແຫ່ງຊາດ. ກໍາມະການຂອງຄະນະປະຈໍາສະພາແຫ່ງຊາດປະຕິບັດສິດແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 26 ຂອງກົດໝາຍສະບັບນີ້ແລະອາດຈະຖືກມອບໝາຍໃຫ້ຮັບຜິດ ຊອບວຽກງານໃດໜຶ່ງຕາມການຕົກລົງຂອງກອງປະຊຸມຄະນະປະຈໍາ ສະພາແຫ່ງຊາດ.

...ມາດຕາ 29 (ໃໝ່) ຄະນະເລຂາທິການ

ມາດຕາ 29 (ໃໝ່) ຄະນະເລຂາທິການ ຄະນະເລຂາທິການແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນໂດຍກົງກັບຄະ ນະປະຈໍາສະພາແຫ່ງຊາດ,ມີພາລະບົດບາດຄົ້ນຄວ້າ,ສັງລວມເນື້ອ ໃນວຽກງານຮອບດ້ານໃຫ້ແກ່ກອງປະຊຸມສະພາແຫ່ງຊາດ,ຄະນະປະ ຈໍາສະພາແຫ່ງຊາດທັງເປັນໂຄສົກຂອງສະພາແຫ່ງຊາດ. ໂຄງປະກອບການຈັດຕັ້ງ,ບຸກຄະລາກອນ,ສິດແລະໜ້າທີ່ຂອງ ຄະນະເລຂາທິການໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 30 ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 30 ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດ ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດເປີດຂຶ້ນຢ່າງ ໜ້ອຍເດືອນລະເທື່ອໂດຍແມ່ນປະທານຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ຮຽກໂຮມ. ກອງປະຊຸມເປີດກວ້າງຂອງຄະນະປະຈໍາສະພາແຫ່ງຊາດຈະ ເຊີນບຸກຄົນຫຼືການຈັດຕັ້ງໃດໜຶ່ງທີ່ກ່ຽວຂ້ອງເຂົ້າຮ່ວມນໍາກໍ່ໄດ້ຕາມ ການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ.ບຸກຄົນຫຼືການຈັດຕັ້ງ ດັ່ງກ່າວມີສິດອອກຄໍາເຫັນແຕ່ບໍ່ມີສິດລົງຄະແນນສຽງ. ໃນກໍລະນີທີ່ປະທານຄະນະປະຈໍາສະພາແຫ່ງຊາດຕິດຂັດແມ່ນ ຮອງປະທານຜູ້ທີ່ຖືກມອບໝາຍຈາກປະທານນັ້ນເປັນຜູ້ຮຽກໂຮມແລະ ນໍາພາກອງປະຊຸມ. ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດຈະເປີດຂຶ້ນໄດກໍ່ ຕໍ່ເມື່ອມີກໍາມະການຢ່າງໜ້ອຍສອງສ່ວນສາມເຂົ້າຮ່ວມ. ຄະນະປະຈໍາສະພາແຫ່ງຊາດເປີດກອງປະຊຸມຮ່ວມກັບລັດຖະ ບານ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ,ອົງ ການກວດສອບແຫ່ງລັດຢ່າງໜ້ອຍປີລະເທື່ອ.

...ມາດຕາ 31 ເນື້ອໃນກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 31 ເນື້ອໃນກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດ ເນື້ອໃນທີ່ຈະນໍາມາຖິຈາລະນາຢູ່ກອງປະຊຸມຂອງຄະນະປະຈໍາ ສະພາແຫ່ງຊາດຕ້ອງເປັນບັນຫາສໍາຄັນ,ມີຈຸດສຸມພ້ອມກັນນັ້ນກໍ່ຕ້ອງ ສົ່ງເອກະສານຫຼືແຈ້ງເນື້ອໃນຂອງກອງປະຊຸມໃຫ້ກໍາມະການຂອງຄະ ນະປະຈໍາສະພາແຫ່ງຊາດລວມທັງແຂກທີ່ຖືກເຊີນຊາບລ່ວງໜ້າຢ່າງ ຊ້າສາມວັນກ່ອນວັນເປີດກອງປະຊຸມ. ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດແຕ່ລະເທື່ອຕ້ອງ ມີບົດບັນທຶກໂດຍມີການເຊັນຂອງຜູ້ບັນທຶກແລະການເຊັນຢັ້ງຢືນຂອງ ປະທານກອງປະຊຸມພ້ອມທັງແຈ້ງຜົນຂອງກອງປະຊຸມໃຫ້ສະມາຊິກ ສະພາແຫ່ງຊາດຊາບແລະໃຫ້ສັງຄົມຮັບຮູ້ໂດຍຜ່ານສື່ມວນຊົນຕາມ ແຕ່ລະກໍລະນີ.

...ມາດຕາ 32 (ປັບປຸງ) ມະຕິຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ

ມາດຕາ 32 (ປັບປຸງ) ມະຕິຕົກລົງຂອງກອງປະຊຸມຄະນະປະຈໍາສະ ພາແຫ່ງຊາດ ບັນຫາສໍາຄັນຕ່າງໆທີ່ນໍາມາພິຈາລະນາໃນກອງປະຊຸມຄະນະ ປະຈໍາສະພາແຫ່ງຊາດຕ້ອງມີມະຕິຕົກລົງ. ມະຕິຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດຈະມີ ຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍາ ນວນກໍາມະການທີ່ເຂົ້າຮ່ວມກອງປະຊຸມ.

...ມາດຕາ 33 ຕາປະທັບຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາ 33 ຕາປະທັບຂອງຄະນະປະຈໍາສະພາແຫ່ງຊາດ ຕາປະທັບຂອງຄະນະປະຈໍາສະພາແຫ່ງຊາດເປັນຮູບວົງມົນ,ຢູ່ ກາງວົງມົນມີເຄື່ອງມາຍຊາດ,ເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງ ຂຽນວ່າ"ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ",ເບື້ອງລຸ່ມ ຂຽນວ່າ"ຄະນະປະຈໍາສະພາແຫ່ງຊາດ"ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ.

..ໝວດທີ 6 ປະທານແລະຮອງປະທານສະພາແຫ່ງຊາດ


...ມາດຕາ 34 ປະທານສະພາແຫ່ງຊາດ

ມາດຕາ 34 ປະທານສະພາແຫ່ງຊາດ ປະທານສະພາແຫ່ງຊາດແມ່ນຫົວໜ້າສູງສຸດຂອງສະພາແຫ່ງ ຊາດ,ເປັນຜູ້ຊີ້ນໍາແລະນໍາພາວຽກງານຂອງສະພາແຫ່ງຊາດທັງເປັນ ຜູ້ຕາງໜ້າສະພາແຫ່ງຊາດໃນການພົວພັນວຽກງານພາຍໃນແລະ ຕ່າງປະເທດ.

...ມາດຕາ 35 (ປັບປຸງ) ສິດແລະໜ້າທີ່ຂອງປະທານສະພາແຫ່ງຊາດ

ມາດຕາ 35 (ປັບປຸງ) ສິດແລະໜ້າທີ່ຂອງປະທານສະພາແຫ່ງຊາດ ປະທານສະພາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ເປັນປະທານຄະນະປະທານກອງປະຊຸມສະພາແຫ່ງຊາດ, ປະທານກອງປະຊຸມຄະນະປະຈໍາສະພາແຫ່ງຊາດ; 2. ຊີ້ນໍາ,ນໍາພາແລະກວດກາການເຄື່ອນໄຫວວຽກງານຂອງ ຄະນະປະຈໍາ,ກໍາມາທິການ,ຫ້ອງວ່າການ,ຄະນະສະມາຊິກສະພາແຫ່ງ ຊາດເພດຍິງ,ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະການຈັດຕັ້ງອື່ນຂອງສະພາແຫ່ງຊາດ; 3. ປຶກສາຫາລື,ປະສານສົມທົບວຽກງານສໍາຄັນຂອງຊາດກັບ ປະທານປະເທດ,ນາຍົກລັດຖະມົນຕີແລະຫົວນ້າອົງການຈັດຕັ້ງອື່ນທີ່ ມີຄວາມຈໍາເປັນ; 4. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 36(ປັບປຸງ) ຮອງປະທານສະພາແຫ່ງຊາດ

ມາດຕາ 36(ປັບປຸງ) ຮອງປະທານສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດມີນ້າທີ່ຊ່ວຍປະທານສະພາແຫ່ງ ຊາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ,ຮັບຜິດຊອບວຽກງານ ຈໍານວນໜຶ່ງ,ເປັນຜູ້ວ່າການແທນ,ເປັນປະທານກອງປະຊຸມສະພາ ແຫ່ງຊາດແລະກອງປະຊຸມຄະນະປະຈໍາສະພາແຫ່ງຊາດຕາມການ ມອບໝາຍຂອງປະທານສະພາແຫ່ງຊາດ. ຮອງປະທານສະພາແຫ່ງຊາດເປັນຄະນະປະທານກອງປະຊຸມ ສະພາແຫ່ງຊາດ.

...ມາດຕາ 37 ຕາປະທັບຂອງປະທານສະພາແຫ່ງຊາດ

ມາດຕາ 37 ຕາປະທັບຂອງປະທານສະພາແຫ່ງຊາດ ຕາປະທັບຂອງປະທານສະພາແຫ່ງຊາດເປັນຮູບວົງກົມ,ຢູ່ໃນ ກາງວົງມົນມີເຄື່ອງໝາຍຊາດ,ເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງ ຂຽນວ່າ"ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ",ເບື້ອງລຸ່ມ ຂຽນວ່າ"ປະທານສະພາແຫ່ງຊາດ"ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ.

..ໝວດທີ 8 ກໍາມະທິການຂອງສະພາແຫ່ງຊາດ


...ມາດຕາ 38 ທີ່ຕັ້ງແລະພາລະບົດບາດຂອງກໍາມະທິການສະພາແຫ່ງຊາດ

ມາດຕາ 38 ທີ່ຕັ້ງແລະພາລະບົດບາດຂອງກໍາມະທິການສະພາແຫ່ງ ຊາດ ກໍາມະທິການສະພາແຫ່ງຊາດແມ່ນກົງຈັກການຈັດຕັ້ງຂອງສະ ພາແຫ່ງຊາດແລະຄະນະປະຈໍາສະພາແຫ່ງຊາດທີ່ປະກອບດ້ວຍບັນດາ ສະມາຊິກສະພາແຫ່ງຊາດ,ມີພາລະບົດບາດຊ່ວຍສະພາແຫ່ງຊາດແລະ ຄະນະປະຈໍາສະພາແຫ່ງຊາດໃນການຈັດຕັ້ງປະຕິບັດວຽກງານຕາມ ຂອບເຂດສິດແລະໜ້າທີ່ລວມຂອງກໍາມາທິການທີ່ໄດ້ກໍານົດໄວ້ໃນກົດ ໝາຍສະບັບນີ້ແລະລະບຽບການສະເພາະຂອງແຕ່ລະກໍາມາທິການ ຂອງສະພາແຫ່ງຊາດ.

...ມາດຕາ 39 ບັນດາກໍາມາທິການຂອງສະພາແຫ່ງຊາດ

ມາດຕາ 39 ບັນດາກໍາມາທິການຂອງສະພາແຫ່ງຊາດ ບັນດາກໍາມາທິການຂອງສະພາແຫ່ງຊາດມີດັ່ງນີ້: 1. ກໍາມາທິການກົດໝາຍ; 2. ກໍາມາທິການເສດຖະກິດ,ແຜນການແລະການເງິນ; 3. ກໍາມະທິການວັດທະນະທໍາ-ສັງຄົມ; 4. ກໍາມາທິການບັນດາເຜົ່າ; 5. ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 6. ກໍາມາທິການການຕ່າງປະເທດ. ໃນກໍລະນີທີ່ຈໍາເປັນຄະນະປະຈໍາສະພາແຫ່ງຊາດຈະສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດເພື່ອສ້າງຕັ້ງກໍາມາທິການອື່ນຕື່ມອີກກໍ່ ໄດ້.

...ມາດຕາ 40 (ປັບປຸງ) ສິດແລະໜ້າທີ່ລວມຂອງບັນດາກໍາມາທິການ

ມາດຕາ 40 (ປັບປຸງ) ສິດແລະໜ້າທີ່ລວມຂອງບັນດາກໍາມາທິການ ບັນດາກໍາມາທິການມີສິດແລະໜ້າທີ່ລວມໃນການປະຕິບັດວຽກ ງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ສ້າງຮ່າງແຜນການເຄື່ອນໄຫວວຽກງານຂອງຕົນແຕ່ລະ ໄລຍະ; 2. ຄົ້ນຄວ້າແລະປະກອບຄວາມເຫັນໃສ່ຮ່າງກົດໝາຍ,ຮ່າງ ລັດຖະບັນຍັດ,ຮ່າງລັດຖະດໍາລັດ,ຮ່າງດໍາລັດແລະຮ່າງນິຕິກໍາອື່ນທີ່ ຂະແໜງການກ່ຽວຂ້ອງສະເໜີມາ; 3. ຄົ້ນຄວ້າກ່ຽວກັບການຕີຄວາມໝາຍ,ອະທິບາຍກົດໝາຍທີ່ ກ່ຽວຂ້ອງກັບກໍາມາທິການຂອງຕົນເພື່ອສະເໜີຕໍ່ຄະນະປະຈໍາສະພາ ແຫ່ງຊາດພິຈາລະນາ; 4. ເຂົ້າຮ່ວມແຕ່ຫົວທີກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນ ຄວ້າ,ປະກອບຄວາມເຫັນໃສ່ແຜນພັດທະນາເສດຖະກິດ-ສັງຄົມ,ແຜນ ງົບປະມານແຫ່ງລັດໃນຂະແໜງການທີ່ຕົນຮັບຜິດຊອບ; 5. ຄົ້ນຄວ້າກ່ຽວກັບການໂຈະການຈັດຕັ້ງປະຕິບັດ,ການປັບ ປຸງ,ຍົກເລີກ,ລົບລ້າງກົດໝາຍລະນິຕິກໍາອື່ນ; 6. ເກັບກໍາ,ວິເຄາະຂໍ້ມູນ-ຂ່າວສານກ່ຽວກັບບັນຫາໃດໜຶ່ງ ຂອງຂະແໜງການທີ່ຕົນຮັບຜິດຊອບເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວ ຂ້ອງແກ້ໄຂໃຫ້ຖືກຕ້ອງແລະຕິດຕາມກວດກາຜົນການແກ້ໄຂບັນຫາ ດັ່ງກ່າວ. ຂະແໜງການດັ່ງກ່າວຕ້ອງສະໜອງຂໍ້ມູນ-ຂ່າວສານໃຫ້ກໍາມາ ທິການທີ່ກ່ຽວຂ້ອງຢ່າງຄົບຖ້ວນ,ທັນເວລາຕາມການສະເໜີຂອງກໍາ ມາທິການນັ້ນ; 7. ຄົ້ນຄວ້າກ່ຽວກັບການໃຫ້ສັດຕະຍາບັນຫຼືລົບລ້າງການເຂົ້າ ຮ່ວມສົນທິສັນຍາທີ່ສປປລາວເປັນພາຄີແລະສັນຍາສາກົນໃນລະດັບລັດ ໃນຂົງເຂດຄວາມຮັບຜິດຊອບຂອງກໍາມາທິການຕົນ; 8. ສະເໜີການແຕ່ງຕັ້ງໜ່ວຍງານສະເພາະກິດເມື່ອມີຄວາມ ຈໍາເປັນບົນພື້ນຖານການເຫັນດີຫຼືການຕົກລົງຂອງຄະນະປະຈໍາສະພາ ແຫ່ງຊາດ; 9. ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດກ່ຽວກັບບັນຫາແລະ ມາດຕະການແກ້ໄຂທີ່ພົວພັນກັບວຽກງານຂອງຕົນ; 10. ຮັບຕ້ອນ,ຈັດກອງປະຊຸມເພື່ອຮັບຟັງຄໍາຄິດຄໍາເຫັນຂອງ ປະຊາຊົນແລະອົງການຈັດຕັ້ງສັງຄົມກ່ຽວກັບບັນຫາສໍາຄັນຕ່າງໆ; 11. ພົວພັນ,ຮ່ວມມືກັບລັດຖະສະພາພາກພື້ນ,ສາກົນແລະອົງ ການຈັດຕັ້ງຕ່າງປະເທດຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງ ຊາດ; 12. ສະຫຼຸບ,ຖອດຖອນບົດຮຽນແລະລາຍງານການເຄື່ອນໄຫວ ຂອງກໍາມາທິການຕົນໃຫ້ຄະນະປະຈໍາສະພາແຫ່ງຊາດ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງປະ ທານສະພາແຫ່ງຊາດຫຼືຄະນະປະຈໍາສະພາແຫ່ງຊາດ.

...ມາດຕາ 41 ສິດແລະໜ້າທີ່ສະເພາະຂອງແຕ່ລະກໍາມາທິການ

ມາດຕາ 41 ສິດແລະໜ້າທີ່ສະເພາະຂອງແຕ່ລະກໍາມາທິການ ສິດແລະໜ້າທີ່ສະເພາະຂອງແຕ່ລະກໍາມາທິການແມ່ນຄະນະ ປະຈໍາສະພາແຫ່ງຊາດເປັນຜູ້ກໍານົດ.

...ມາດຕາ 42 ໂຄງປະກອບຂອງກໍາມາທິການສະພາແຫ່ງຊາດ

ມາດຕາ 42 ໂຄງປະກອບຂອງກໍາມາທິການສະພາແຫ່ງຊາດ ໂຄງປະກອບບຸກຄະລາກອນຂອງກໍາມາທິການສະພາແຫ່ງ ຊາດມີດັ່ງນີ້: - ປະທານ; - ຮອງປະທານ; - ກໍາມະການ.

...ມາດຕາ 43 (ປັບປຸງ) ການແບ່ງຄວາມຮັບຜິດຊອບພາຍໃນກໍາມາທິການຂອງສະພາແຫ່ງຊາດ

ມາດຕາ 43 (ປັບປຸງ) ການແບ່ງຄວາມຮັບຜິດຊອບພາຍໃນກໍາມາ ທິການຂອງສະພາແຫ່ງຊາດ ປະທານກໍາມາທິການຂອງສະພາແຫ່ງຊາດເປັນຜູ້ຊີ້ນໍາວຽກ ງານແລະນໍາພາກອງປະຊຸມຂອງກໍາມາທິການ,ຕາງໜ້າໃຫ້ກໍາມາທິ ການລາຍງານແລະສະເໜີວຽກງານຕໍ່ຄະນະປະຈໍາແລະກອງປະຊຸມ ສະພາແຫ່ງຊາດ. ຮອງປະທານກໍາມາທິການເປັນຜູ້ຊ່ວຍປະທານກໍາມາທິການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກໍາມາທິການແລະຮັບຜິດ ຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານກໍາມາທິການ. ໃນກໍລະນີທີ່ປະທານກໍາມາທິການຕິດຂັດແມ່ນຮອງປະທານກໍາ ມາທິການຜູ້ທີ່ຖືກມອບໝາຍຈາກປະທານກໍາມາທິການເປັນຜູ້ວ່າການ ແທນ. ກໍາມະການຂອງກໍາມາທິການປະຕິບັດສິດແລະໜ້າທີ່ຂອງກໍາ ມາທິການທີ່ຕົນສັງກັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະ ຕາມການມອບໝາຍຂອງປະທານກໍາມາທິການ.

...ມາດຕາ 44(ໃໝ່) ກອງປະຊຸມຂອງກໍາມາທິການ

ມາດຕາ 44(ໃໝ່) ກອງປະຊຸມຂອງກໍາມາທິການ ກອງປະຊຸມຂອງກໍາມາທິການມີສອງປະເພດດັ່ງນີ້: 1. ກອງປະຊຸມກໍາມາທິການ; 2. ກອງປະຊຸມຄົບຄະນະຂອງກໍາມາທິການ.

...ມາດຕາ 45 (ໃໝ່) ກອງປະຊຸມກໍາມາທິການ

ມາດຕາ 45 (ໃໝ່) ກອງປະຊຸມກໍາມາທິການ ກອງປະຊຸມກໍາມາທິການແມ່ນກອງປະຊຸມປຶກສາຫາລືວຽກ ງານເປັນປົກກະຕິທີ່ເປີດຂຶ້ນຢ່າງນ້ອຍເດືອນລະເທື່ອໂດຍແມ່ນປະ ທານກໍາມາທິການເປັນຜູ້ຮຽກໂຮມຊຶ່ງມີຮອງປະທານແລະກົມທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມກໍາມາທິການມີເນື້ອໃນຕົ້ນຕໍດັ່ງນີ້: 1. ຜ່ານບົດສະຫຼຸບແລະແຜນການເຄື່ອນໄຫວປະຈໍາເດືອນ, ສາມເດືອນ,ຫົກເດືອນຂອງກໍາມາທິການ; 2. ຄົ້ນຄວ້າສ້າງຮ່າງນິຕິກໍາທີ່ພົວພັນກັບວຽກງານຂອງກໍາ ມາທິການ; 3. ຄົ້ນຄວ້າແລະປະກອບຄໍາເຫັນໃສ່ຮ່າງນິຕິກໍາຕ່າງໆຂອງ ບັນດາກໍາມາທິການອື່ນຫຼືຂອງຄະນະປະຈໍາສະພາແຫ່ງຊາດ; 4. ປຶກສາຫາລືກ່ຽວກັບການປະຕິບັດວຽກງານຕົວຈິງເປັນ ຕົ້ນວິທີການແລະຮູບການຕິດຕາມກວດກາໃນຂົງເຂດທີ່ກໍາມາທິການ ຮັບຜິດຊອບ; 5. ຄົ້ນຄວ້າ,ວິໄຈສະພາບການ,ບັນຫາທີ່ພົ້ນເດັ່ນທີ່ພົວພັນ ກັບກໍາມາທິການຕົນແລະສະໜີມາດຕະການແກ້ໄຂເພື່ອລາຍງານ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາແລະໃຫ້ທິດຊີ້ນໍາ; 6. ຮັບຟັງການລາຍງານຂອງຂະແໜງການແລະອົງການທີ່ ກ່ຽວຂ້ອງກ່ຽວກັບບັນຫາທີ່ສົນໃຈແລະປະກອບຄໍາຄິດຄໍາເຫັນ,ໃຫ້ທິດ ຊີ້ນໍາກ່ຽວກັບການແກ້ໄຂບັນຫາທີ່ຍັງຄ້າງຄາ; 7. ກະກຽມກອງປະຊຸມຄົບຄະນະຂອງກໍາມາທິການ,ກອງປະ ຊຸມຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມສະພາແຫ່ງຊາດແລະ ວຽກງານອື່ນທີ່ຈໍາເປັນ; 8. ຄົ້ນຄວ້າ,ພິຈາລະນາກ່ຽວກັບການສະເໜີບໍາລຸງສ້າງ,ແຕ່ງ ຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງພະນັກງານຂອງກົມທີ່ກ່ຽວຂ້ອງຕາມການ ສະເໜີຂອງຫ້ອງວ່າການສະພາແຫ່ງຊາດ.

...ມາດຕາ 46 (ປັບປຸງ) ກອງປະຊຸມຄົບຄະນະຂອງກໍາມາທິການ

ມາດຕາ 46 (ປັບປຸງ) ກອງປະຊຸມຄົບຄະນະຂອງກໍາມາທິການ ກອງປະຊຸມຄົບຄະນະຂອງກໍາມາທິການແມ່ນກອງປະຊຸມສະ ຫຼຸບຕີລາຄາວຽກງານປະຈໍາປີຂອງກໍາມາທິການຊຶ່ງເປີດຂຶ້ນຢ່າງ ໜ້ອຍປີລະເທື່ອໂດຍການຮຽກໂຮມແລະການເປັນປະທານຂອງປະ ທານກໍາມາທິການທີ່ກ່ຽວຂ້ອງຕາມການເຫັນດີຂອງຄະນະປະຈໍາສະ ພາແຫ່ງຊາດຊຶ່ງມີກໍາມະການເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມ ຂອງຈໍານວນກໍາມະການທັງໝົດ. ໃນກໍລະນີທີ່ຈໍາເປັນກອງປະຊຸມຄົບຄະນະຂອງກໍາມາທິການ ໃດໜຶ່ງຈະເປີດຂຶ້ນໃນເວລາໃດກໍ່ໄດ້ຫຼືຈະເປີດຮ່ວມກັບກໍາມາທິການ ອື່ນແລະເຊີນບຸກຄົນ,ກໍາມາທິການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມປະຊຸມ ນໍາກໍ່ໄດ້ຕາມການເຫັນດີຂອງຄະນະປະຈໍາສະພາແຫ່ງຊາດ. ກອງປະຊຸມຄົບຄະນະຂອງກໍາມາທິການຕົ້ນຕໍແມ່ນພິຈາລະ ນາບົດລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາແລະທິດ ທາງວຽກງານໃນຕໍ່ໜ້າຂອງກໍາມາທິການ,ພິຈາລະນາຮ່າງກົດໝາຍ ,ນິຕິກໍາແລະວຍກງານອື່ນໃນຂົງເຂດທີ່ຕົນຮັບຜິດຊອບ. ກອງປະຊຸມຄົບຄະນະຂອງກໍາມາທິການມີມະຕິຂອງກອງປະ ຊຸມ,ມິຕິດັ່ງກ່າວຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍ ກວ່າເຄິ່ງໜຶ່ງຂອງຈໍານວນກໍາມະການທີ່ເຂົ້າຮ່ວມກອງປະຊຸມ. ກອງປະຊຸມຄົບຄະນະຂອງກໍາມາທິການຕ້ອງເຮັດບົດບັນທຶກ ໂດຍມີລາຍເຊັນຂອງຜູ້ບັນທຶກແລະລາຍເຊັນຢັ້ງຢືນຂອງປະທານກອງ ປະຊຸມພ້ອມທັງລາຍງານຜົນສໍາເລັດຂອງກອງປະຊຸມໃຫ້ຄະນະປະຈໍາ ສະພາແຫ່ງຊາດຊາບ.

...ມາດຕາ 47 ຕາປະທັບຂອງກໍາມາທິການຂອງສະພາແຫ່ງຊາດ

ມາດຕາ 47 ຕາປະທັບຂອງກໍາມາທິການຂອງສະພາແຫ່ງຊາດ ກໍາມາທິການຂອງສະພາແຫ່ງຊາດມີຕາປະທັບສະເພາະຂອງ ຕົນເປັນຮູບວົງມົນ,ຢູ່ກາງວົນມົນມີເຄື່ອງໝາຍຊາດ,ເນືອໃນຢູ່ໃນ ຂອບວົງມົນເບື້ອງເທິງຂຽນວ່າ "ສະພາແຫ່ງຊາດ" ເບື້ອງລຸ່ມຂຽນ ຊີຂອງກໍາມາທິການຊຶ່ງຂັ້ນດ້ວຍຮູບດາວຫ້າແຈ.

..ໝວດທີ 8 ຫ້ອງວ່າການສະພາແຫ່ງຊາດ


...ມາດຕາ 48 ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການສະພາແຫ່ງຊາດ

ມາດຕາ 48 ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການສະພາແຫ່ງ ຊາດ ຫ້ອງວ່າການສະພາແຫ່ງຊາດແມ່ນກົງຈັກບໍລິຫານຂອງສະພາ ແຫ່ງຊາດ,ມີພາລະບົດບາດເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ໃນການຄຸ້ມຄອງວຽກງານບໍລິຫານ,ແຜນການແລະການເງິນ,ອໍານວຍ ຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.

...ມາດຕາ 49(ປັບປຸງ) ໂຄງປະກອບຂອງຫ້ອງວ່າການສະພາແຫ່ງຊາດ

ມາດຕາ 49(ປັບປຸງ) ໂຄງປະກອບຂອງຫ້ອງວ່າການສະພາແຫ່ງ ຊາດ ໂຄງປະກອບຂອງຫ້ອງວ່າການສະພາແຫ່ງຊາດມີດັ່ງນີ້: - ຫົວໜ້າ; - ຮອງຫົວນ້າ; - ບັນດາກົມແລະການຈັດຕັ້ງອື່ນທີ່ຂຶ້ນກັບ.

...ມາດຕາ 50(ໃໝ່) ສິດແລະໜ້າທີ່ຂອງຫ້ອງວ່າການ

ມາດຕາ 50(ໃໝ່) ສິດແລະໜ້າທີ່ຂອງຫ້ອງວ່າການ ຫ້ອງວ່າການມີສິດແລະໜ້າທີ່ດັ່ງນີ້: 1. ຂຶ້ນແຜນງົບປະມານຂອງສະພາແຫ່ງຊາດເພື່ອຜ່ານກອງ ປະຊຸມຄະນະປະຈໍາສະພາແຫ່ງຊາດພິຈາລະນາ,ຮັບຮອງເອົາ; 2. ກະກຽມ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວວຽກງານຂອງກອງປະຊຸມສະພາແຫ່ງຊາດ,ຄະນະ ປະຈໍາສະພາແຫ່ງຊາດ,ກໍາມາທິການ,ຄະນະສະມາຊິກສະພາແຫ່ງ ຊາດເພດຍິງ,ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະສະມາຊິກສະພາແຫ່ງຊາດ; 3. ຈັດຕັ້ງ,ນໍາພາ,ຄຸ້ມຄອງ,ບໍາລຸງສ້າງແລະປະຕິບັດນະໂຍ ບາຍຕໍ່ພະນັກງານ,ລັດຖະກອນຂອງສະພາແຫ່ງຊາດ; 4. ຄຸ້ມຄອງການນໍາໃຊ້ງົບປະມານ,ວັດຖຸອຸປະກອນແລະຊັບ ສົມບັດຂອງສະພາແຫ່ງຊາດ; 5. ຮັບຜິດຊອບຄວາມເປັນລະບຽບຮຽບຮ້ອຍຂອງສໍານັກ ງານສະພາແຫ່ງຊາດ; 6. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຮອງຫົວໜ້າຫ້ອງວ່າ ການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ,ຮອງຫົວໜ້າກົມແລະ ການຈັດຕັ້ງອື່ນທີ່ຂຶ້ນກັບ; 7. ຈັດຕັ້ງກອງປະຊຸມ,ສໍາມະນາເພື່ອລະດົມຄວາມຄິດເຫັນ ກ່ຽວກັບບັນຫາຕ່າງໆທີ່ເຫັນວ່າຈໍາເປັນໃນຂອບເຂດວຽກງານຂອງ ຕົນ; 8. ອອກແຈ້ງການ,ແຈ້ງຂ່າວ,ຄໍາແນະນໍາກ່ຽວກັບການຕົກ ລົງບັນຫາຕ່າງໆຕາມການຊີ້ນໍາຂອງປະທານສະພາແຫ່ງຊາດຫຼືຄະ ນະປະຈໍາສະພາແຫ່ງຊາດ; 9. ຊີ້ນໍາ,ຕິດຕາມກວດກາແລະຊຸກຍູ້ການເຄື່ອນໄຫວວຽກ ງານຂອງຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ; 10. ຊີ້ນໍາ,ຄຸ້ມຄອງວຽກງານຂອງກົມແລະການຈັດຕັ້ງອື່ນທີ່ ຂຶ້ນກັບຕົນທາງດ້ານບໍລິຫານ; 11. ພົວພັນແລະປະສານສົມທົບກັບບັນດາກໍາມາທິການຂອງ ສະພາແຫ່ງຊາດ,ຫ້ອງວ່າການສູນກາງພັກ,ຫ້ອງວ່າການສໍານັກງານ ປະທານປະເທດ,ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະອົງ ການຈັດຕັ້ງອື່ນທີ່ກ່ຽວຂ້ອງກ່ຽວກັບວຽກງານບໍລິຫານ,ຄຸ້ມຄອງງົບ ປະມານ,ການເງິນແລະການຈັດຕັ້ງ-ພະນັກງານ; 12. ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນຕາມການຊີ້ນໍາຂອງຄະນະປະຈໍາສະພາແຫ່ງຊາດ; 13. ສະຫຼຸບ,ລາຍງານການເຄື່ອນໄຫວຂອງຕົນຕໍ່ຄະນະປະຈໍາ ສະພາແຫ່ງຊາດຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງຄະ ນະປະຈໍາສະພາແຫ່ງຊາດ.

...ມາດຕາ 51 ສິດແລະໜ້າທີ່ຂອງບັນດາກົມແລະການຈັດຕັ້ງອື່ນ

ມາດຕາ 51 ສິດແລະໜ້າທີ່ຂອງບັນດາກົມແລະການຈັດຕັ້ງອື່ນ ສິດແລະໜ້າທີ່ຂອງບັນດາກົມແລະການຈັດຕັ້ງອື່ນທີ່ຂຶ້ນກັບ ຫ້ອງວ່າການສະພາແຫ່ງຊາດໄດ້ກໍານົດໄວ້ໃນລະບຽບການຕ່າງ ຫາກ.

...ມາດຕາ 52 (ປັບປຸງ) ຕາປະທັບຂອງຫ້ອງວ່າການສະພາແຫ່ງຊາດ

ມາດຕາ 52 (ປັບປຸງ) ຕາປະທັບຂອງຫ້ອງວ່າການສະພາແຫ່ງຊາດ ຫ້ອງວ່າການສະພາແຫ່ງຊາດມີຕາປະທັບສະເພາະຂອງຕົນ ຊຶ່ງເປັນຮູບວົງມົນ,ຢູ່ໃນກາງວົງມົນມີເຄື່ອງມາຍຊາດ,ເນື້ອໃນຢູ່ໃນ ຂອບວົງມົນເບື້ອງເທິງຂຽນວ່າ "ສະພາແຫ່ງຊາດ" ເບື້ອງລຸ່ມຂຽນວ່າ "ຫ້ອງວ່າການ" ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ. ..ໝວດທີ 9 ຄະນະສະມາຊິກສະພາແຫ່ງຊາດເພດຍິງ


...ມາດຕາ 53 (ໃໝ່) ທີ່ຕັ້ງແລະພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ

ມາດຕາ 53 (ໃໝ່) ທີ່ຕັ້ງແລະພາລະບົດບາດຂອງຄະນະສະມາຊິກ ສະພາແຫ່ງຊາດເພດຍິງ ຄະນະສະມາຊິກສະພາແຫ່ງຊາດເພດຍິງແມ່ນອົງການຈັດຕັ້ງ ໜຶ່ງຂອງສະພາແຫ່ງຊາດທີ່ຂຶ້ນໂດຍກົງກັບຄະນະປະຈໍາສະພາແຫ່ງ ຊາດ,ປະຕິບັດພາລະບົດບາດເປັນເສນາທິການໃຫ້ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດໃນການຄົ້ນຄວ້າ,ເຂົ້າຮ່ວມການປະຕິບັດ ກ່ຽວກັບການເຊື່ອມບົດບາດຍິງ-ຊາຍເຂົ້າໃນຂະບວນການສ້າງ,ປົບ ປຸງກົດໝາຍ,ໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດມາຍແລະນະໂຍບາຍກ່ຽວກັບສິດສະເໝີພາບຍິງ-ຊາຍ, ການສົ່ງເສີມວຽກງານຄວາມກ້າວໜ້າຂອງແມ່ຍິງ,ວຽກງານແມ່ ແລະເດັກ.

...ມາດຕາ 54(ໃໝ່) ສິດ,ໜ້າທີ່ແລະໂຄງປະກອບຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ

ມາດຕາ 54(ໃໝ່) ສິດ,ໜ້າທີ່ແລະໂຄງປະກອບຂອງຄະນະສະມາ ຊິກສະພາແຫ່ງຊາດເພດຍິງ ສິດ,ໜ້າທີ່,ໂຄງປະກອບແລະກົງຈັກຊ່ວຍວຽກຂອງຄະນະສະ ມາຊິກສະພາແຫ່ງຊາດເພດຍິງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ຕົກລົງ.

..ໝວດທີ 10 ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ


...ມາດຕາ 55 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 55 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງຄະນະສະມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແມ່ນ ອົງການຈັດຕັ້ງໜຶ່ງຂອງສະພາແຫ່ງຊາດປະຈໍາແຕ່ລະເຂດເລືອກ ຕັ້ງ,ເປັນເສນາທິການໃຫ້ສະພາແຫ່ງຊາດແລະຄະນະປະຈໍາສະພາ ແຫ່ງຊາດ,ມີພາລະບົດບາດເປັນຕົວແທນຂອງສະພາແຫ່ງຊາດຕົກ ລົງບັນຫາສໍາຄັນຂອງແຂວງ,ນະຄອນແລະຕິດຕາມກວດກາການ ເຄື່ອນໄຫວຂອງລະບົບອໍານາດແຫ່ງລັດຂັ້ນທ້ອງຖິ່ນໃນເຂດເລືອກ ຕັ້ງຂອງຕົນໃນການປະຕິບັດລັດຖະທໍາມະນູນ,ກົດໝາຍ,ແຜນພັດທະ ນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ,ມະຕິຂອງກອງປະ ຊຸມສະພາແຫ່ງຊາດແລະຂອງຄະນະປະຈໍາສະພາແຫ່ງຊາດ.

...ມາດຕາ 56(ປັບປຸງ) ສິດແລະໜ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 56(ປັບປຸງ) ສິດແລະໜ້າທີ່ຂອງຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງປະຕິບັດ ສິດແລະໜ້າທີ່ດັ່ງນີ້: 1. ກະກຽມແລະເປີດກອງປະຊຸມຄົບຄະນະຂອງຕົນຢ່າງໜ້ອຍ ປີລະເທື່ອເພື່ອຮັບຟັງບົດລາຍງານແລະຮັບຮອງເອົາບົດສະຫຼຸບປະຈໍາ ປີແລະທິດທາງວຽກງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂັ້ນທ້ອງຖິ່ນໃນຕໍ່ໜ້າ,ຜ່ານບົດສະຫຼຸບແລະ ທິດທາງວຽກງານຂອງຄະນະສະມາຊິກສະພາແຫ່ງຊາດຂອງເຂດ ເລືອກຕັ້ງຕົ້ນ;ກອງປະຊຸມດັ່ງກ່າວຕ້ອງໃຫ້ສໍາເລັດກ່ອນການເປີດ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະເທື່ອຢ່າງຊ້າ ສອງເດືອນ; 2. ຊັກຖາມເຈົ້າແຂວງ,ເຈົ້າຄອງນະຄອນ,ຫົວນ້າພະແນກ ການ,ປະທານສານປະຊາຊົນ,ຫົວນ້າອົງການໄອຍະການປະຊາຊົນ ຂັ້ນທ້ອງຖິ່ນ,ຫົວໜ້າອົງການກວດສອບປະຈໍາພາກໃນວຽກງານທີ່ຕົນ ສົນໃຈ; 3. ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງທ້ອງຖິ່ນໃນ ເຂັດເລືອກຕັ້ງຕົນເພື່ອຮັບຟັງແລະປະກອບຄໍາເຫັນກ່ຽວກັບການ ແບ່ງປັນງົບປະມານປະຈໍາສົກປີໃຫ້ແຕ່ລະຂົງເຂດວຽກງານພາຍຫຼັງ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ; 4. ພິຈາລະນາແລະຮັບຮອງນິຕິກໍາທີ່ສໍາຄັນຂອງແຂວງ,ນະ ຄອນແລະປະກອບຄໍາເຫັນຕໍ່ຮ່າງກົດໝາຍຕ່າງໆ; 5. ເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າແຜນພັດທະນາເສດຖະ ກິດ-ສັງຄົມແລະແຜນງົບປະມານແຫ່ງລັດໃນເຂດເລືອກຕັ້ງຂອງຕົນ ໂດຍໜ້າທີ່ແລະຕາມການເຊີນ; 6. ສ້າງແຜນການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລ ຍະ; 7. ໂຄສະນາ,ເຜີຍແຜ່ແນວທາງຂອງພັກ,ນະໂຍບາຍ,ກົດໝາຍ ,ນິຕິກໍາອື່ນຂອງລັດ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ຂອງຄະນະ ປະຈໍາສະພາແຫ່ງຊາດແລະປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດ; 8. ຕິດຕາມກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາ ສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແຫ່ງລັດຂອງທ້ອງຖິ່ນແລະໂຄງການລະດັບແຂວງ; 9. ຮັບຕ້ອນ,ຈັດກອງປະຊຸມເພື່ອຮັບຟັງຄໍາຄິດຄໍາເຫັນຂອງປະ ຊາຊົນແລະອົງການຈັດຕັ້ງສັງຄົມກ່ຽວກັບບັນຫາສໍາຄັນຕ່າງໆ; 10. ລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດກ່ຽວກັບການ ເຄື່ອນໄຫວຫຼືການປະພຶດບໍ່ຖືກຕ້ອງຂອງພະນັກງານຫຼືການຈັດຕັ້ງ ລະບົບອໍານາດແຫ່ງລັດຢູ່ທ້ອງຖິ່ນ; 11. ຊີ້ນໍາ,ນໍາພາການເຄື່ອນໄຫວວຽກງານຂອງສະມາຊິກສະ ພາແຫ່ງຊາດແລະຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ; 12. ຮັບແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງພົນລະ ເມືອງຄາມພາລະບົດບາດຂອງຕົນ; 13. ພົວພັນແລະປະສານສົມທົບກັບຂະແໜງການ,ອົງການຈັດ ຕັ້ງອື່ນແຕ່ຂັ້ນແຂວງລົງຮອດບ້ານໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງຕົນ;ໃນກໍລະນີທີ່ຈໍາເປັນອາດເຊີນພາກສ່ວນທີ່ກ່ຽວຂ້ອງມາ ໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດໜຶ່ງກໍ່ໄດ້; 14. ເຂົ້າຮ່ວມກອງປະຊຸມ,ການເຄື່ອນໄຫວແລະພິທີທີ່ສໍາຄັນ ຕ່າງໆຂອງອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມຕ່າງໆໂດຍໜ້າທີ່ແລະຕາມ ການເຊີນ; 15. ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍ ຂອງຄະນະປະຈໍາສະພາແຫ່ງຊາດແລະຂອງອົງການປົກຄອງແຂວງ, ນະຄອນ; 16. ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ ຄະນະປະຈໍາສະພາແຫ່ງຊາດແລະອົງການຈັດຕັ້ງທີ່ກ່ຽວຂ້ອງຢ່າງ ເປັນປົກກະຕິ; 17. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 57(ປັບປຸງ) ໂຄງປະກອບຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 57(ປັບປຸງ) ໂຄງປະກອບຂອງຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງ ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງຄະນະສະມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງມີດັ່ງນີ້: - ສະມາຊິກສະພາແຫ່ງຊາດຢູ່ໃນເຂດເລືອກຕັ້ງ; - ປະທານ; - ຮອງປະທານ; - ສະມາຊິກສະພາແຫ່ງຊາດປະຈໍາການ; - ຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.

...ມາດຕາ 58 (ປັບປຸງ) ການແບ່ງຄວາມຮັບຜິດຊອບພາຍໃນຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 58 (ປັບປຸງ) ການແບ່ງຄວາມຮັບຜິດຊອບພາຍໃນຂອງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງເປັນຜູ້ຊີ້ນໍານໍາພາວຽກງານລວມ,ເປັນປະທານກອງປະຊຸມຂອງ ຄະນະສະມາຊິກສະພາແຫ່ງຊາດ,ຕາງໜ້າໃຫ້ຄະນະລາຍງານແລະ ສະເໜີວຽກງານຕໍ່ຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມສະພາ ແຫ່ງຊາດແລະອົງການຈັດຕັ້ງທີ່ກ່ຽວຂ້ອງ. ຮອງປະທານເປັນຜູ້ຊ່ວຍປະທານໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ ຂອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຜູ້ຊີ້ນໍາແລະນໍາພາການແກ້ໄຂວຽກງານປະຈໍາວັນຂອງຄະນະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ. ໃນກໍລະນີທີ່ປະທານຕິດຂັດແມ່ນຮອງປະທານເປັນຜູ້ວ່າການ ແທນຕາມການມອບໝາຍຂອງປະທານຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງ. ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແບ່ງ ຄວາມຮັບຜິດຊອບໃຫ້ສະມາຊິກສະພາແຫ່ງຊາດເປັນຕົ້ນສະມາຊິກ ສະພາແຫ່ງຊາດປະຈໍາການຢ່າງເໝາະສົມຕາມຂົງເຂດວຽກງານ ດັ່ງນີ້: - ກົດໝາຍ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; - ເສດຖະກິດ,ແຜນການແລະການເງິນ,ວັດທະນະທໍາ-ສັງຄົມ; - ບັນດາເຜົ່າ,ການຕ່າງປະເທດ.

...ມາດຕາ 59 (ໃໝ່) ກອງປະຊຸມຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 59 (ໃໝ່) ກອງປະຊຸມຂອງຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງ ກອງປະຊຸມຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງມີສອງປະເພດດັ່ງນີ້: - ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງ; - ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ.

...ມາດຕາ 60 (ໃໝ່) ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 60 (ໃໝ່) ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງແມ່ນກອງປະຊຸມປຶກສາຫາລືວຽກງານເປັນປົກກະຕິທີ່ເປີດຂຶ້ນ ຢ່າງໜ້ອຍເດືອນລະເທື່ອໂດຍແມ່ນປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງເປັນຜູ້ຮຽກໂຮມຊຶ່ງມີຮອງປະທານ, ສະມາຊິກສະພາແຫ່ງຊາດປະຈໍາການແລະພະນັກງານຂອງຫ້ອງວ່າ ການເຂົ້າຮ່ວມ. ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງມີເນື້ອໃນຕົ້ນຕໍດັ່ງນີ້: 1. ຜ່ານບົດສະຫຼຸບແລະແຜນການເຄື່ອນໄຫວປະຈໍາເດືອນ, ສາມເດືອນ,ຫົກເດືອນຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງ; 2. ຄົ້ນຄວ້າແລະປະກອບຄໍາເຫັນໃສ່ຮ່າງກົດໝາຍທີ່ຄະນະປະ ຈໍາສະພາແຫ່ງຊາດສົ່ງໃຫ້,ນິຕິກໍາຂອງທ້ອງຖິ່ນປະຈໍາເຂດເລືອກຕັ້ງ ຂອງຕົນ; 3. ປຶກສາຫາລືກ່ຽວກັບການປະຕິບັດວຽກງານຕົວຈິງເປັນຕົ້ນ ວິທີການແລະຮູບການຕິດຕາມກວດກາໃນເຂດເລືອກຕັ້ງຂອງຕົນ. 4. ຄົ້ນຄວ້າ,ວິໄຈສະພາບການ,ບັນຫາທີ່ພົ້ນເດັ່ນໃນເຂດເລືອກ ຕັ້ງຂອງຕົນແລະສະເໜີໃຫ້ອົງການປົກຄອງທ້ອງຖິ່ນຫຼືຄະນະປະຈໍາສະ ພາແຫ່ງຊາດພິຈາລະນາແລະໃຫ້ທິດຊີ້ນໍາ; 5. ຮັບຟັງການລາຍງານຂອງຂະແໜງການແລະອົງການທີ່ ກ່ຽວຂ້ອງກ່ຽວກັບບັນຫາທີ່ຕົນສົນໃຈແລະປະກອບຄໍາຄິດຄໍາເຫັນ,ໃຫ້ ທິດຊີ້ນໍາກ່ຽວກັບການແກ້ໄຂບັນຫາທີ່ຍັງຄ້າງຄາ; 6. ກະກຽມກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງແລະວຽກງານອື່ນທີ່ມີຄວາມຈໍາເປັນ; 7. ຄົ້ນຄວ້າ,ພິຈາລະນາກ່ຽວກັບການສະເໜີບໍາລຸງສ້າງ,ແຕ່ງ ຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງພະນັກງານຂອງຫ້ອງວ່າການສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງ.

...ມາດຕາ 61(ປັບປຸງ) ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 61(ປັບປຸງ) ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງແມ່ນກອງປະຊຸມເປີດຂຶ້ນຢ່າງໜ້ອຍປີລະເທື່ອໂດຍ ການຮຽກໂຮມແລະເປັນປະທານຂອງປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງຕາມການເຫັນດີຂອງຄະນະປະຈໍາສະ ພາແຫ່ງຊາດຊຶ່ງມີສະມາຊິກສະພາແຫ່ງຊາດທັງໝົດທີ່ສັງກັດຢູ່ເຂດ ເລືອກຕັ້ງນັ້ນເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວຕ້ອງເຊີນເຈົ້າແຂວງ,ຫົວໜ້າພະແນກ ການ,ອົງການ,ຜູ້ຊົງຄຸນວຸດທະ,ນັກທຸລະກິດແລະບຸກຄົນອື່ນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງມີເນື້ອໃນຕົ້ນຕໍດັ່ງນີ້: - ພິຈາລະນາແລະຮັບຮອງບົດລາຍງານກ່ຽວກັບການຈັດຕັ້ງ ປະຕິບັດແລະທິດທາງແຜນການພັດທະນາເສດຖະກິດ-ສັງຄົມ,ແຜນ ງົບປະມານແຫ່ງລັດໃນທ້ອງຖິ່ນຂອງຕົນ; - ພິຈາລະນາແລະຮັບຮອງບົດສະຫຼຸບຕີລາຄາວຽກງານຂອງ ຕົນໃນໄລຍະໜຶ່ງໄປຜ່ານມາແລະທິດທາງວຽກງານໃນປີຕໍ່ໄປ; - ພິຈາລະນາແລະຮັບຮອງບົດລາຍງານກ່ຽວກັບການຕິດຕາມ ກວດກາຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ບົດກວດສອບຂອງອົງການກວດສອບປະຈໍາພາກທີ່ພົວພັນເຖິງເຂດ ເລືອກຕັ້ງຂອງຕົນ. ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງຕ້ອງເຮັດບົດບັນທຶກໂດຍມີການເຊັນຂອງຜູ້ບັນທຶກ ແລະການເຊັນຢັ້ງຢືນຂອງປະທານກອງປະຊຸມພ້ອມທັງລາຍງານຜົນ ສໍາເລັດຂອງກອງປະຊຸມໃຫ້ຄະນະປະຈໍາສະພາແຫ່ງຊາດ. ກອງປະຊຸມຄົບຄະນະຂອງຄະນະສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງມີມະຕິຂອງກອງປະຊຸມແລະໃຫ້ປະຕິບັດຕາມມາດຕາ 32 ຂອງກົດໝາຍສະບັບນີ້.

...ມາດຕາ 62 (ປັບປຸງ) ຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 62 (ປັບປຸງ) ຫ້ອງວ່າການສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງ ຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງມີຖານະ ທຽບເທົ່າຫ້ອງວ່າການຂັ້ນແຂວງ,ປະຕິບັດພາລະບົດບາດເປັນເສນາ ທິການໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຂອງຕົນໃນການຄົ້ນຄວ້າ,ສັງລວມເນື້ອໃນວຽກງານຮອບດ້ານ,ຄຸ້ມ ຄອງວຽກງານບໍລິຫານ,ແຜນການແລະການເງິນ,ອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາ ແຫ່ງຊາດແລະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.

...ມາດຕາ 63 ໂຄງປະກອບ,ສິດ,ໜ້າທີ່ແລະຕາປະທັບຂອງຫ້ອງວ່າການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 63 ໂຄງປະກອບ,ສິດ,ໜ້າທີ່ແລະຕາປະທັບຂອງຫ້ອງວ່າ ການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ໂຄງປະກອບ,ສິດ,ໜ້າທີ່ແລະຕາປະທັບຂອງຫ້ອງວ່າການສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ກໍານົດ.

...ມາດຕາ 64 ຕາປະທັບຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາ 64 ຕາປະທັບຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງມີຕາປະ ທັບສະເພາະຂອງຕົນເປັນຮູບວົງມົນ,ຢູ່ກາງວົງມົນມີເຄື່ອງໝາຍຊາດ, ເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງຂຽນວ່າ"ສະພາແຫ່ງຊາດ", ຢູ່ ເບື້ອງລຸ່ມຂຽນວ່າ"ຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່... ແຂວງຫຼືນະຄອນ..."ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ. ..ໝວດທີ 11 ລະບອບວິທີເຮັດວຽກຂອງສະພາແຫ່ງຊາດ


...ມາດຕາ 65 (ປັບປຸງ) ລະບອບເຮັດວຽກ

ມາດຕາ 65 (ປັບປຸງ) ລະບອບເຮັດວຽກ ສະພາແຫ່ງຊາດ,ຄະນະປະຈໍາ,ບັນດາກໍາມາທິການ,ຫ້ອງວ່າ ການສະພາແຫ່ງຊາດ,ຄະນະສະມາຊິກສະພາແຫ່ງຊາດເພດຍິງ,ຄະນະ ສະມາຊິກສະພາແຫ່ງຊາດປະຈໍາເຂັດເລືອກຕັ້ງເຮັດວຽກຕາມລະບອບ ລວມສູນປະຊາທິປະໄຕໂດຍມີການສົມທົບລະຫວ່າງຄວາມຮັບຜິດຊອບ ຂອງໝູ່ຄະນະກັບການຍົກສູງຄວາມຮັບຜິດຊອບຂອງບຸກຄົນ,ເອົາກອງ ປະຊຸມເປັນບ່ອນປຶກສາຫາລືແລະຕົກລົງບັນຫາຕາມສຽງສ່ວນຫຼາຍບົນ ພື້ນຖານລັດຖະທໍາມະນູນແລະກົດໝາຍ.

...ມາດຕາ 66(ປັບປຸງ)ວິທີເຮັດວຽກ

ມາດຕາ 66(ປັບປຸງ)ວິທີເຮັດວຽກ ວິທີເຮັດວຽກຕົ້ນຕໍຂອງສະພາແຫ່ງຊາດ,ຄະນະປະຈໍາ,ບັນດາ ກໍາມາທິການ,ຫ້ອງວ່າການສະພາແຫ່ງຊາດ,ຄະນະສະມາຊິກສະພາ ແຫ່ງຊາດເພດຍິງ,ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງແມ່ນການດໍາເນີນກອງປະຊຸມ,ມີການແບ່ງງານແລະແບ່ງຄວາມ ຮັບຜິດຊອບໃຫ້ບຸກຄົນ,ມີແຜນການ,ການກວດກາ,ສະຫຼຸບ,ຖອດຖອນ ບົດຮຽນແລະປະຕິບັດລະບອບລາຍງານ,ຂໍຄວາມເຫັນຊີ້ນໍາຈາກຂັ້ນ ເທິງຂອງຕົນ,ປະສານສົມທົບກັບການຈັດຕັ້ງຕ່າງໆພາຍໃນສະພາ ແຫ່ງຊາດແລະຂະແໜງການອື່ນທີ່ກ່ຽວຂ້ອງ,ພົວພັນ,ຮ່ວມມືກັບຕ່າງ ປະເທດແລະອົງການຈັດຕັ້ງສາກົນຕາມລະບຽບການ.

..ໝວດທີ 12 ການສະເໜີແລະການພິຈາລະນາຮ່າງກົດໝາຍ


...ມາດຕາ 67 ການສະເໜີສ້າງຫຼືປັບປຸງກົດໝາຍ

ມາດຕາ 67 ການສະເໜີສ້າງຫຼືປັບປຸງກົດໝາຍ ອົງການຈັດຕັ້ງທີ່ມີສິດສະເໜີສ້າງຮ່າງກົດໝາຍຕາມທີ່ໄດ້ກໍາ ນົດໄວ້ໃນລັດຖະທໍາມະນູນກ່ອນຈະສ້າງຮ່າງກົດໝາຍແລະເຫດຜົນ ຂອງການສ້າງຮ່າງກົດໝາຍຫຼືປັບປຸງກົດໝາຍນັ້ນ. ຄະນະປະຈໍາສະພາແຫ່ງຊາດຕ້ອງຕອບຄໍາສະເໜີດັ່ງກ່າວເປັນ ລາຍລັກອັກສອນຢ່າງຊ້າບໍ່ໃຫ້ເກີນສິບຫ້າວັນນັບແຕ່ວັນໄດ້ຮັບຄໍາສະ ເໜີນັ້ນເປັນຕົ້ນໄປ.

...ມາດຕາ 68 ການສະເໜີຮ່າງກົດໝາຍຕໍ່ຄະນະປະຈໍາສະພາແຫ່ງຊາດ

ມາດຕາ 68 ການສະເໜີຮ່າງກົດໝາຍຕໍ່ຄະນະປະຈໍາສະພາແຫ່ງຊາດ ອົງການຈັດຕັ້ງທີ່ໄດ້ສ້າງຮ່າງກົດໝາຍຫຼືປັບປຸງກົດໝາຍສໍາ ເລັດແລ້ວຕ້ອງສະເໜີຮ່າງກົດໝາຍນັ້ນໃຫ້ຄະນະປະຈໍາສະພາແຫ່ງ ຊາດພິຈາລະນາຢ່າງຊ້າຫົກສິບວັນກ່ອນວັນເປີດກອງປະຊຸມສະພາ ແຫ່ງຊາດ.

...ມາດຕາ 69 ການຄົ້ນຄວ້າຮ່າງກົດໝາຍ

ມາດຕາ 69 ການຄົ້ນຄວ້າຮ່າງກົດໝາຍ ຄະນະປະຈໍາສະພາແຫ່ງຊາດຈະມອບຮ່າງກົດໝາຍໃຫ້ກໍາມາທິ ການທີ່ກ່ຽວຂ້ອງແລະແຕ່ງຕັ້ງອະນຸກໍາມະການເພື່ອຄົ້ນຄວ້າລະອຽດ, ກວດກາຮອບດ້ານແລ້ວລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ. ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງກ່ຽວກັບການນໍາ ເອົາຮ່າງກົດໝາຍນັ້ນໄປປຶກສາຫາລືນໍາປະຊາຊົນດ້ວຍຮູບການຕ່າງ ໆແລ້ວນໍາມາຄົ້ນຄວ້າ,ປັບປຸງຄືນກ່ອນທີ່ຈະນໍາສະເໜີຕໍ່ກອງປະຊຸມສະ ພາແຫ່ງຊາດພິຈາລະນາ.

...ມາດຕາ 70 ການສະເໜີແລະການພິຈາລະນາຮ່າງກົດໝາຍໃນກອງປະຊຸມສະພາແຫ່ງຊາດ

ມາດຕາ 70 ການສະເໜີແລະການພິຈາລະນາຮ່າງກົດໝາຍໃນກອງ ປະຊຸມສະພາແຫ່ງຊາດ ປະທານກອງປະຊຸມສະພາແຫ່ງຊາດສະເໜີໃຫ້ຜູ້ຕາງໜ້າອົງ ການຈັດຕັ້ງທີ່ສ້າງຫຼືປັບປຸງຮ່າງກົດໝາຍຫຼືປະທານກໍາມາທິການທີ່ ກ່ຽວຂ້ອງນັ້ນເປັນຜູ້ສະເໜີຮ່າງກົດໝາຍໂດຍສັງລວມຕໍ່ກອງປະຊຸມ ສະພາແຫ່ງຊາດ. ປະທານກອງປະຊຸມສະພາແຫ່ງຊາດສະເໜີໃຫ້ອະນຸກໍາມະການ ອະທິບາຍເນື້ອໃນທີ່ສໍາຄັນຂອງຮ່າງກົດໝາຍເປັນແຕ່ລະພາກ,ໝວດ, ມາດຕາ,ຫຼັງຈາກນັ້ນປະທານຈຶ່ງເຈາະຈິ້ມບັນຫາທີ່ເປັນພື້ນຖານຂອງ ຮ່າງກົດໝາຍເພື່ອໃຫ້ກອງປະຊຸມປະກອບຄໍາເຫັນ,ພິຈາລະນາ,ຮັບ ຮອງເອົາດ້ວຍການລົງຄະແນນສຽງປິດລັບຫຼືເປີດເຜີຍ.

..ໝວດທີ 13 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 71 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 71 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນໃນການປະຕິບັດມະຕິຕົກລົງຂອງກອງປະຊຸມສະ ພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດຈະໄດ້ຮັບການຍ້ອງຍໍຫຼື ນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 72 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 72 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນແລະການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບສະ ພາແຫ່ງຊາດຈະຖືກປະຕິບັດມາຕະການສຶກສາອົບຮົມ,ກ່າວເຕືອນ,ປັບ ໃໝ,ມາດຕະການທາງວິໄນ,ທາງແພ່ງຫຼືລົງໂທດທາງອາຍາຕາມກໍລະ ນີເບົາຫຼືໜັກ.

..ໝວດທີ 14 ບົດບັນຍັດສຸດທ້າຍ


...ມາດຕາ 73 ວັນສ້າງຕັ້ງສະພາແຫ່ງຊາດ

ມາດຕາ 73 ວັນສ້າງຕັ້ງສະພາແຫ່ງຊາດ ວັນສ້າງຕັ້ງສະພາແຫ່ງຊາດແມ່ນວັນທີ 2 ທັນວາ 1975.

...ມາດຕາ 74 ກາໝາຍສະມາຊິກສະພາແຫ່ງຊາດ

ມາດຕາ 74 ກາໝາຍສະມາຊິກສະພາແຫ່ງຊາດ ກາໝາຍສະມາຊິກສະພາແຫ່ງຊາດເປັນຜູ້ອອກຄໍາແນະນໍາຈັດ ຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 75 ການຈັດຕັ້ງປະຕິບັດ

ມາດຕາ 75 ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ອອກຄໍາແນະນໍາຈັດຕັ້ງປະ ຕິບັດກົດໝາຍສະບັບນີ້. ...ມາດຕາ 76 ຜົນສັກສິດ

ມາດຕາ 76 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາ ທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບເລກທີ 01/ສພຊ ລົງວັນທີ 17 ມິຖຸນາ 2006. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ທອງສິງ ທໍາມະວົງ