ກົດໝາຍວ່າດ້ວຍສະຖິຕິ 30-06-2010

From Wikisource
Jump to navigation Jump to search

.ສະຖິຕິ 30-06-2010


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍສະຖິຕິກໍານົດຫຼັກການ,ລະບຽບການ,ມາດ ຕະການກ່ຽວກັບການຈັດຕັ້ງ,ການຄຸ້ມຄອງ,ການຕິດຕາມແລະການກວດ ກາການເຄື່ອນໄຫວວຽກງານສະຖິຕິໃຫ້ເປັນລະບົບ,ເຂັ້ມແຂງ,ມີປະສິດທິ ພາບແນໃສ່ຮັບປະກັນຂໍ້ມູນສະຖິຕິຄົບຖ້ວນ,ຊັດເຈນ,ທັນເວລາແລະສອດ ຄ່ອງກັບຄວາມເປັນຈິງສາມາດເປັນບ່ອນອີງໃຫ້ແກ່ການກໍານົດທິດທາງ ນະໂຍບາຍ,ແຜນພັດທະນາເສດຖະກິດ-ສັງຄົມ,ປະກອບສ່ວນເຂົ້າໃນ ການສ້າງສາປະເພດຊາດໃຫ້ຮັ່ງມີ,ເຂັ້ມແຂງ,ສີວິໄລແລະຍຸຕິທໍາ.

...ມາດຕາ 2 ສະຖິຕິ

ມາດຕາ 2 ສະຖິຕິ ສະຖິຕິແມ່ນຂໍ້ມູນຫຼືຕົວເລກທີ່ໄດ້ມາຈາກການສໍາຫຼວດແລະ ການລາຍງານບໍລິຫານໂດຍຜ່ານຂະບວນການເກັບກໍາ,ການສັງລວມ, ການຄິດໄລ່,ການປຸງແຕ່ງ,ການວິໄຈແລະການວິເຄາະຕາມຫຼັກວິທະຍາ ສາດສະຖິຕິ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສະຖິຕິທາງການ ໝາຍເຖິງ ຂໍ້ມູນຫຼືຕົວເລກທີ່ໄດ້ມາ ຈາກການສໍາຫຼວດແລະການລາຍງານບໍລິຫານໂດຍຜ່ານຂະບວນການ ເກັບກໍາ,ການສັງລວມ,ການຄິດໄລ່,ການປຸງແຕ່ງ,ການວິໄຈແລະການ ວິເຄາະຕາມຫຼັກວິທະຍາສາດສະຖິຕິໂດຍໄດ້ຮັບການຮັບຮອງຈາກລະ ບົບການຈັດຕັ້ງສະຖິຕິແຫ່ງຊາດ; 2. ສະຖິຕິຂະແໜງການ ໝາຍເຖິງ ຂໍ້ມູນຫຼືຕົວເລກທີ່ໄດ້ມາ ຈາກການສໍາຫຼວດແລະການລາຍງານບໍລິຫານໂດຍຜ່ານຂະບວນການ ເກັບກໍາ,ການສັງລວມ,ການປຸງແຕ່ງ,ການວິໄຈແລະການວິເຄາະຕາມ ຫຼັກວິທະຍາສາດສະຖິຕິໂດຍກະຊວງ,ອົງການ,ສະຖາບັນຕ່າງໆຕາມ ຄວາມຕ້ອງການຂອງຂະແໜງການຕົນ; 3. ຄວາມເປັນເອກະລາດທາງດ້ານວິຊາການໝາຍເຖິງ ສິດໃນການຜະລິດແລະການເຜີຍແຜ່ຂໍ້ມູນສະຖິຕິທາງການຕາມຫຼັກວິທະ ຍາສາດສະຖິຕິຢ່າງພາວະວິໄສແລະເປັນເອກະລາດ; 4. ການຜະລິດສະຖິຕິໝາຍເຖິງການເກັບກໍາ,ການສັງລວມ ,ການຄິດໄລ່,ການປຸງແຕ່ງ,ການວິໄຈ,ການວິເຄາະແລະການເຜີຍແຜ່ ຂໍ້ມູນສະຖິຕິຈາກການສໍາຫຼວດແລະການລາຍງານບໍລິຫານຕາມຫຼັກວິທະ ຍາສາດສະຖິຕິ; 5. ການປຸງແຕ່ງສະຖິຕິໝາຍເຖິງຂັ້ນຕອນໜຶ່ງຂອງການ ຜະລິດສະຖິຕິກ່ຽວກັບການສຶກສາຄວາມສອດຄ່ອງຫຼືຄວາມເປັນໄປໄດ້ ຂອງຂໍ້ມູນ,ການໃສ່ລະຫັດສາລະບານ,ການຈັດລຽງລໍາດັບ,ການຈັດ ໝວດ,ການຈັດກຸ່ມຕາມຫຼັກວິທະຍາສາດສະຖິຕິ; 6. ການສໍາຫຼວດສະຖິຕິໝາຍເຖິງການເກັບກໍາຂໍ້ມູນຫຼືຕົວ ເລກຕາມແບບສອບຖາມດ້ວຍການສໍາພາດຜູ້ສະໜອງຂໍ້ມູນແບບທາງ ກົງແລະທາງອ້ອມຕາມຫຼັກວິທະຍາສາດສະຖິຕິແລະໄລຍະເວລາທີ່ໄດ້ ກໍານົດຢ່າງເປັນເອກະພາບກັນໃນແຕ່ລະການສໍາຫຼວດ; 7. ການລາຍງານບໍລິຫານໝາຍເຖິງການເກັບກໍາຂໍ້ມູນຫຼື ຕົວເລກໂດຍຜ່ານການລາຍງານຂອງການຈັດຕັ້ງລັດ,ຫົວໜ່ວຍພື້ນຖານ ແລະການຈັດຕັ້ງອື່ນທີ່ມີການລາຍງານແບບປົກກະຕິກ່ຽວກັບການເກັບ ກໍາຂໍ້ມູນສະຖິຕິທາງດ້ານເສດຖະກິດ,ສັງຄົມ,ສິ່ງແວດລ້ອມແລະຊັບພະ ຍາກອນທໍາມະຊາດແລະຄວາມໝັ້ນຄົງ; 8. ຕົວຊີ້ບອກ ໝາຍເຖິງ ດັດຊະນີໝາຍ ທີ່ຄິດໄລ່ອອກມາ ເປັນຕົວເລກສະຖິຕິຊຶ່ງສ່ອງແສງເຖິງຂະໜາດ,ລະດັບການຂະຫຍາຍ ຕົວຂອງການພັດທະນາ,ໂຄງປະກອບ,ອັດຕາສ່ວນພົວພັນທາງດ້ານເສດ ຖະກິດ,ສັງຄົມ,ສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດແລະ ຄວາມໝັ້ນຄົງໃນສະຖານທີ່ແລະໄລຍະເວລາໃດໜຶ່ງ; 9. ຂໍ້ມູນດິບ ໝາຍເຖິງ ຂໍ້ມູນຫຼືຕົວເລກທີ່ໄດ້ມາຈາກການ ສໍາຫຼວດແລະການລາຍງານບໍລິຫານທີ່ຍັງບໍ່ທັນໄດ້ຮັບການຜະລິດຢ່າງ ຄົບຊຸດຕາມຫຼັກວິທະຍາສາດສະຖິຕິ; 10. ການຂຶ້ນບັນຊີຫົວໜ່ວຍພື້ນຖານ ໝາຍເຖິງ ການເກັບ ກໍາສະຖິຕິບັນຊີຫົວໜ່ວຍພື້ນຖານທີ່ມີການບັນທຶກຢ່າງເປັນປະຈໍາແລະຕໍ່ ເນື່ອງໂດຍການຈັດຕັ້ງລັດ,ຫົວໜ່ວຍພື້ນຖານແລະການຈັດຕັ້ງອື່ນ; 11. ລະບົບລະຫັດສາລະບານ ໝາຍເຖິງ ການຈັດແບ່ງຂໍ້ ມູນສະຖິຕິອອກເປັນພາກ,ຂະແໜງການ,ໝວດ,ໝູ່,ກຸ່ມດ້ວຍການໃສ່ລະ ຫັດສາລະບານເພື່ອນໍາໃຊ້ເປັນເອກະພາບໃນການຜະລິດແລະເຜີຍແຜ່ ຂໍ້ມູນສະຖິຕິຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 12. ຫົວໜ່ວຍພື້ນຖານ ໝາຍເຖິງບຸກຄົນ,ນິຕິບຸກຄົນ,ການ ຈັດຕັ້ງຂອງລັດແລະທີ່ບໍ່ແມ່ນຂອງລັດທີ່ດໍາເນີນການເຄື່ອນໄຫວທຸລະກິດ ,ການຜະລິດ,ການບໍລິການແລະການເຄື່ອນໄຫວວັດທະນະທໍາ-ສັງຄົມທີ່ ຫວັງຜົນກໍາໄລແລະບໍ່ຫວັງຜົນກໍາໄລ. 13. ນັກເດີນສໍາຫຼວດ ໝາຍເຖິງ ລັດຖະກອນຫຼືບຸກຄົນທີ່ບໍ່ ແມ່ນລັດຖະກອນຊຶ່ງໄດ້ຮັບມອບໝາຍໃຫ້ເກັບກໍາແລະສັງລວມຂໍ້ມູນໃນ ການດໍາເນີນການສໍາຫຼວດໃດໜຶ່ງ; 14. ນັກກວດກາ ໝາຍເຖິງລັດຖະກອນຫຼືບຸກຄົນທີ່ບໍ່ແມ່ນ ລັດຖະກອນຊຶ່ງໄດ້ຮັບມອບໝາຍໃຫ້ກວດກາຂໍ້ມູນ,ຕົວເລກທີ່ນັກເດີນສໍາ ຫຼວດເກັບກໍາແລະສັງລວມໄດ້; 15. ຜູ້ສະໜອງຂໍ້ມູນ ໝາຍເຖິງບຸກຄົນ,ນິຕິບຸກຄົນ,ການຈັດ ຕັ້ງທັງພາຍໃນແລະຕ່າງປະເທດທີ່ຕັ້ງພູມລໍາເນົາຢູ່ ສປປລາວ ທີ່ໄດ້ສະ ໜອງຂໍ້ມູນສະຖິຕິ; 16. ສໍານວນຂໍ້ມູນສະຖິຕິ ໝາຍເຖິງ ເອກະສານທີ່ມີການ ບັນທຶກ,ສັງລວມເອົາລາຍລະອຽດກ່ຽວກັບການຜະລິດຂໍ້ມູນສະຖິຕິ.


...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສະຖິຕິ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສະຖິຕິ ລັດສົ່ງເສີມວຽກງານສະຖິຕິດ້ວຍການກໍານົດນະໂຍບາຍ,ລະ ບຽບກົດໝາຍ,ລະບົບການຈັດຕັ້ງສະຖິຕິ,ການສ້າງຊັບພະຍາກອນມະນຸດ, ການປະກອບບຸກຄະລາກອນແລະການສະໜອງງົບປະມານເພື່ອຈັດຕັ້ງປະ ຕິບັດແຜນຍຸດທະສາດແລະແຜນງານສະຖິຕິໃນແຕ່ລະໄລຍະແນໃສ່ຮັບປະ ກັນຄວາມຍືນຍົງຂອງວຽກງານສະຖິຕິ. ລັດຊຸກຍູ້ສົ່ງເສີມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າປະເທດປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານສະຖິ ຕິດ້ວຍການສະໜອງຂໍ້ມູນ,ສະຕິປັນຍາແລະແຫຼ່ງທຶນ.

...ມາດຕາ 5 ຫຼັກການພື້ນຖານຂອງວຽກງານສະຖິຕິ

ມາດຕາ 5 ຫຼັກການພື້ນຖານຂອງວຽກງານສະຖິຕິ ວຽກງານສະຖິຕິຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ ຕ້ອງດໍາເນີນບົນພື້ນຖານຫຼັກການດັ່ງນີ້: 1. ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະ ພາບໃນຂອບເຂດທົ່ວປະເທດ; 2. ຮັບປະກັນຄວາມຖືກຕ້ອງຕາມຫຼັກວິທະຍາສາດສະຖິຕິ ແລະຄວາມເປັນເອກະລາດທາງດ້ານວິຊາການໃນການຜະລິດ,ການ ເຜີຍແຜ່,ການຕອບສະໜອງຂໍ້ມູນສະຖິຕິໃຫ້ຖືກຕ້ອງຕາມຄວາມເປັນຈິງ ,ພາວະວິໄສ,ຄົບຖ້ວນ,ຊັດເຈນແລະທັນເວລາ; 3. ຮັບປະກັນຄວາມເປັນເອກະພາບຂອງບັນດາຕົວຊີ້ບອກ, ລະບອບວິທີການຄິດໄລ່,ລະບົບຕາຕະລາງເກັບກໍາ,ຫົວໜ່ວຍວັດແທກ, ລະບົບລະຫັດສາລະບານ,ໄລຍະເວລາການລາຍງານໂດຍໃຫ້ເອົາໃຈ ໃສ່ສະຖິຕິແຍກເພດ; 4. ຮັບປະກັນການເປີດເຜີຍກ່ຽວກັບວິທີການຜະລິດແລະ ການເຜີຍແຜ່ຂໍ້ມູນສະຖິຕິເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ນໍາໃຊ້ຂໍ້ມູນ ສະຖິຕິ; 5. ຮັບປະກັນສິດສະເໝີພາບໃນການເຂົ້າເຖິງແລະການນໍາ ໃຊ້ຂໍ້ມູນສະຖິຕິທີ່ໄດ້ເຜີຍແຜ່ແລະປະກາດໃຊ້,ສາຍພົວພັນລະຫວ່າງຜູ້ຜະ ລິດແລະຜູ້ນໍາໃຊ້ຂ້ໍມູນສະຖິຕິ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ຄົວເຮືອນ,ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດແລະເຄື່ອນ ໄຫວກິດຈະກໍາທີ່ກ່ຽວຂ້ອງກັບການຜະລິດ,ການສະໜອງແລະການນໍາ ໃຊ້ຂໍ້ມູນສະຖິຕິໃນ ສປປລາວ ຍົກເວັ້ນການເຜີຍແຜ່,ການສະໜອງຂໍ້ມູນ ສະຖິຕິທີ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ. ກົດໝາຍສະບັບນີ້ຍັງນໍາໃຊ້ສໍາລັບຄອບຄົວໃນກໍລະນີມີການ ສໍາຫຼວດດ້ານສັງຄົມສາດ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນດ້ວຍການເຊື່ອມໂຍງ,ການປະສານງານແລກປ່ຽນບົດຮຽນ, ເຂົ້າຮ່ວມກອງປະຊຸມສາກົນ,ຍົກລະດັບຄວາມຮຸ້ຄວາມສາມາດທາງດ້ານ ວິຊາການແລະເຕັກໂນໂລຊີ,ຮ່ວມມືຄົ້ນຄວ້າທາງດ້ານວິທະຍາສາດແລະ ຍາດແຍ່ງທຶນຮອນເພື່ອພັດທະນາວຽກງານສະຖິຕິໃຫ້ມີຄວາມເຂັ້ນແຂງ ແລະທັນສະໄໝ.

..ພາກທີ 2 ປະເພດສະຖິຕິ


...ມາດຕາ 8 ປະເພດສະຖິຕິ

ມາດຕາ 8 ປະເພດສະຖິຕິ ສະຖິຕິແບ່ງອອກເປັນສີ່ປະເພດຕົ້ນຕໍດັ່ງນີ້: - ສະຖິຕິເສດຖະກິດ; - ສະຖິຕິສັງຄົມ; - ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ; - ສະຖິຕິຄວາມໝັ້ນຄົງ.

...ມາດຕາ 9 ສະຖິຕິເສດຖະກິດ

ມາດຕາ 9 ສະຖິຕິເສດຖະກິດ ສະຖິຕິເສດຖະກິດແມ່ນຂໍ້ມູນສະຖິຕິທີ່ສ່ອງແສງເຖິງສະພາບ ການເຄື່ອນໄຫວຂອງການພັດທະນາເສດຖະກິດກ່ຽວກັບການກະສິກໍາ, ປ່າໄມ້ແລະການປະມົງ,ອຸດສາຫະກໍາແລະຫັດຖະກໍາ,ພະລັງງານແລະບໍ່ ແຮ່,ການຄົມມະນາຄົມ,ໂທລະຄົມມະນາຄົມແລະໄປສະນີ,ການສື່ສານ ເຕັກໂນໂລຊີ,ການກໍ່ສ້າງ,ການຄ້າ,ການລົງທຶນ,ການເງິນ,ເງິນຕາ,ທະ ນາຄານແລະການປະກັນໄພ,ການທ່ອງທ່ຽວ,ການຂຶ້ນບັນຊີຫົວໜ່ວຍພື້ນ ຖານແລະສະຖິຕິອື່ນທີ່ກ່ຽວຂ້ອງກັບເສດຖະກິດ.

...ມາດຕາ 10 ສະຖິຕິສັງຄົມ

ມາດຕາ 10 ສະຖິຕິສັງຄົມ ສະຖິຕິສັງຄົມແມ່ນຂໍ້ມູນສະຖິຕິທີ່ສ່ອງແສງເຖິງສະພາບການ ເຄື່ອນໄຫວຂອງການພັດທະນາສັງຄົມກ່ຽວກັບພົນລະເມືອງ,ຊົນເຜົ່າ, ການສຶກສາ,ສາທາລະນະສຸກ,ແຮງງານ,ສະຫວັດດີການສັງຄົມ,ຖະແຫຼງ ຂ່າວແລະວັດທະນະທໍາ,ການຂຶ້ນບັນຊີຫົວໜ່ວຍການປົກຄອງ,ຄວາມທຸກ ຍາກ,ບົດບາກຍິງ-ຊາຍ,ການປະກັນສັງຄົມ,ທີ່ຢູ່ອາໄສ,ກິລາ-ກາຍຍະກໍາ, ອົງການຈັດຕັ້ງສັງຄົມ,ອຸປະຕິເຫດ,ຄະດີແລະສະຖິຕິອື່ນທີ່ກ່ຽວຂ້ອງກັບສັງ ຄົມ.

...ມາດຕາ 11​ ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ

ມາດຕາ 11​ ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດແມ່ນຂໍ້ ມູນສະຖິຕິທີ່ສ່ອງແສງເຖິງສະພາບການເຄື່ອນໄຫວຂອງການພັດທະນາ ສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດກ່ຽວກັບພູມິປະເທດ,ທໍລະ ນີສາດ,ອຸຕຸນິຍົມ,ອຸທົກກະສາດ,ໄພພິບັດ,ມົນລະພິດ,ສິ່ງເສດເຫຼືອແລະ ການບໍາບັດ,ການສ້າງຄວາມສົມດູນລະຫວ່າງສິ່ງແວດລ້ອມ,ຊັບພະຍາ ກອນທໍາມະຊາດ,ມະນຸດແລະການພັດທະນາແລະສະຖິຕິອື່ນທີ່ກ່ຽວຂ້ອງ ກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ.

...ມາດຕາ 12 ສະຖິຕິຄວາມໝັ້ນຄົງ

ມາດຕາ 12 ສະຖິຕິຄວາມໝັ້ນຄົງ ສະຖິຕິຄວາມໝັ້ນຄົງແມ່ນຂໍ້ມູນສະຖິຕິທີ່ສ່ອງແສງເຖິງສະ ພາບການປ້ອງກັນຊາດແລະປ້ອງກັນຄວາມສະຫງົບຊຶ່ງໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ.

..ພາກທີ 3 ການສ້າງສະຖິຕິ


...ມາດຕາ 13 ຄວາມສໍາຄັນແລະຄວາມຈໍາເປັນຂອງການສ້າງສະຖິຕິ

ມາດຕາ 13 ຄວາມສໍາຄັນແລະຄວາມຈໍາເປັນຂອງການສ້າງສະຖິຕິ ການສ້າງສະຖິຕິແມ່ນການຜະລິດສະຖິຕິທີ່ເປັນເຄື່ອງມືອັນ ສໍາຄັນໃນການຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍ ສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ,ເປັນພື້ນຖານອັນຈໍາເປັນ ສໍາລັບການສ້າງນະໂຍບາຍ,ແຜນຍຸດທະສາດ,ແຜນການ,ແຜນດໍາເນີນ ງານແລະໂຄງການຕ່າງໆ,ເປັນບໍ່ເກີດແຫ່ງການສະໜອງສະຖິຕິທີ່ຊັດ ເຈນແລະທັງເປັນໄມ້ຫຼາວັດແທກລະດັບການເໜັງຕີງທາງດ້ານເສດ ຖະກິດ-ສັງຄົມໃນແຕ່ລະໄລຍະ.

...ມາດຕາ 14 ວິທີການໃນການສ້າງສະຖິຕິ

ມາດຕາ 14 ວິທີການໃນການສ້າງສະຖິຕິ ການສ້າງສະຖິຕິມີສອງວິທີການດັ່ງນີ້: 1. ການສໍາຫຼວດ; 2. ການລາຍງານບໍລິຫານ. ...ໝວດທີ 1 ການສໍາຫຼວດ


....ມາດຕາ 15 ປະເພດການສໍາຫຼວດສະຖິຕິ

ມາດຕາ 15 ປະເພດການສໍາຫຼວດສະຖິຕິ ການສໍາຫຼວດສະຖິຕິມີສາມປະເພດດັ່ງນີ້: - ການສໍາຫຼວດໃຫຍ່; - ການສໍາຫຼວດແບບຕົວແທນ; - ການສໍາຫຼວດສະເພາະ. 1​. ການສໍາຫຼວດໃຫຍ່ແມ່ນການສໍາຫຼວດທີ່ກວມເອົາທຸກຫົວໜ່ວຍ ເປົ້າມາຍຕາມຈຸດປະສົງຂອງການສໍາຫຼວດນັ້ນໂດຍບໍ່ມີການນໍາໃຊ້ຫຼັກ ການການຄັດເລືອກຕົວແທນ; 2. ການສໍາຫຼວດແບບຕົວແທນ ແມ່ນ ການສໍາຫຼວດບາງຫົວ ໜ່ວຍເປົ້າໝາຍທີ່ຜ່ານການຄັດເລືອກຕົວແທນຕາມຫຼັກວິທະຍາສາດ ສະຖິຕິຂອງການອອກແບບຕົວແທນຕາມຈຸດປະສົງຂອງການສໍາຫຼວດ ນັ້ນ ຊຶ່ງສາມາດເປັນຕົວແທນລະດັບຊາດແລະບໍ່ແມ່ນລະດັບຊາດ (ແຂວງ,ເມືອງແລະບ້ານ); 3. ການສໍາຫຼວດສະເພາະ ແມ່ນການສໍາຫຼວດທຸກຫົວໜ່ວຍຫຼື ບາງຫົວໜ່ວຍທີ່ເປັນຕົວຢ່າງໃນບາງເຂດຕາມຈຸດປະສົງດະເພາະຂອງ ການສໍາຫຼວດທີ່ເປັນຕົວແທນຫຼືບໍ່ເປັນຕົວແທນໃຫ້ແກ່ຂົງເຂດທີ່ຖືກສໍາ ຫຼວດແລະສາມາດຈັດຕັ້ງປະຕິບັດໄດ້ທຸກເວລາຕາມຄວາມຕ້ອງການ ໃນແຕ່ລະໄລຍະທີ່ຈໍາເປັນໃຫ້ແກ່ການຈັດຕັ້ງສະຖິຕິແຫ່ງຊາດຫຼືຫົວ ໜ່ວຍພື້ນຖານໃດໜຶ່ງ.

....ມາດຕາ 16 ການວາງແຜນສໍາຫຼວດ

ມາດຕາ 16 ການວາງແຜນສໍາຫຼວດ ການສໍາຫຼວດທຸກປະເພດຕ້ອງມີແຜນການດໍາເນີນງານການສໍາ ຫຼວດຊຶ່ງປະກອບດ້ວຍສາມຂັ້ນຕອນດັ່ງນີ້: 1. ການກະກຽມການສໍາຫຼວດປະກອບດ້ວຍການກໍານົດຈຸດປະ ສົງ,ເປົ້າໝາຍ,ຂອບເຂດ,ເນື້ອໃນ,ໄລຍະເວລາ,ວັນນັດໝາຍຂອງການ ສໍາຫຼວດແລະຄາດໝາຍຜົນໄດ້ຮັບລວມທັງການກະກຽມເຄື່ອງມື,ວັດຖຸ ປະກອນ,ບຸກຄະລາກອນ,ງົບປະມານແລະການໂຄສະນາປຸກລະດົມໃຫ້ ປະກອບສ່ວນເຂົ້າໃນການສໍາຫຼວດ; 2. ການປະຕິບັດພາກສະໜາມປະກອບດ້ວຍການຝຶກອົບຮົມໃຫ້ ແກ່ນັກເດີນສໍາຫຼວດແລະນັກກວດກາ,ການດໍາເນີນການສໍາພາດແລະ ການຈົດກ່າວໂດຍນໍາໃຊ້ວິທີການສໍາພາດໂດຍກົງແລະທາງອ້ອມ,ການ ກວດກາຄວາມຖືກຕ້ອງແລະຄົບຖ້ວນຂອງຂໍ້ມູນທີ່ໄດ້ຮັບຈາກຜູ້ສະໜອງ ຂໍ້ມູນ; 3. ການປະເມີນຜົນປະກອບດ້ວຍການສັງລວມ,ການປຸງແຕ່ງ, ການສ້າງຖານຂໍ້ມູນ,ຕາຕະລາງສະຖິຕິ,ບົດລາຍງານແລະການເຜີຍ ແຜ່ຜົນຂອງການສໍາຫຼວດ. ....ມາດຕາ 17 ໄລຍະເວລາການສໍາຫຼວດ

ມາດຕາ 17 ໄລຍະເວລາການສໍາຫຼວດ ໄລຍະເວລາການສໍາຫຼວດແຕ່ລະປະເພດໄດ້ກໍານົດດັ່ງນີ້: 1. ການສໍາຫຼວດໃຫຍ່ປະກອບດ້ວຍການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດແລະການສໍາຫຼວດການກະສິກໍາໃນທົ່ວປະ ເທດຊຶ່ງດໍາເນີນໃນທຸກໆ10ປີ,ສ່ວນການສໍາຫຼວດເສດຖະກິດໃນທົ່ວປະ ເທດແມ່ນດໍາເນີນໃນທຸກໆ5ປີແລະການສໍາຫຼວດເສດຖະກິດ-ສັງຄົມອື່ນ ນັ້ນແມ່ນດໍາເນີນໃນເວລາທີ່ມີຄວາມຈໍາເປັນ; 2. ການສໍາຫຼວດແບບຕົວແທນລະດັບຊາດປະກອບດ້ວຍການ ສໍາຫຼວດການຊົມໃຊ້ແລະການໃຊ້ຈ່າຍຂອງຄົວເຮືອນ,ການສໍາຫຼວດ ແຮງງານ,ການສໍາຫຼວດດັດຊະນີໝາຍສັງຄົມແມ່ນດໍາເນີນໃນທຸກໆ5 ປີ,ສ່ວນການສໍາຫຼວດອື່ນແມ່ນປະຕິບັດຕາມແຜນງານທີ່ກໍານົດໄວ້ໃນ ແຜນຍຸດທະສາດແລະແຜນງານຂອງການຈັດຕັ້ງສະຖິຕິລະບົບສາຍຕັ້ງ ແລະສາຍຂວາງໃນແຕ່ລະໄລຍະ; 3. ການສໍາຫຼວດສະເພາະປະກອບດ້ວຍການສໍາຫຼວດຂະໜາດ ນ້ອຍໂດຍລົງເລິກສະເພາະຂົງເຂດໃດໜຶ່ງທີ່ມີໃນແຜນຫຼືບໍ່ມີໃນແຜນ ການສໍາຫຼວດຊຶ່ງສາມາດຈັດຕັ້ງປະຕິບັດໄດ້ທຸກເວລາຕາມຄວາມຕ້ອງ ການເພີ່ມເຕີມ,ຮີບດ່ວນ,ຈໍາເປັນແລະໃນກໍລະນີທີ່ມີເຫດພາວະສຸກເສີນ ເກີດຂຶ້ນ. ....ມາດຕາ 18 ການອະນຸມັດການສໍາຫຼວດ

ມາດຕາ 18 ການອະນຸມັດການສໍາຫຼວດ ການອະນຸມັດການສໍາຫຼວດແຕ່ລະປະເພດໃຫ້ປະຕິບັດດັ່ງນີ້: 1. ນາຍົກລັດຖະມົນຕີເປັນຜູ້ອະນຸມັດການສໍາຫຼວດໃຫຍ່ຕາມ ການສະເໜີຂອງກະຊວງແຜນການແລະການລົງທຶນ; 2. ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນລະດັບຊາດຕາມການສະ ເໜີຂອງສູນສະຖິຕິແຫ່ງຊາດພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງ; 3. ລັດຖະມົນຕີວ່າການກະຊວງຫຼືຫົວໜ້າອົງການ,ເຈົ້າແຂວງ, ເຈົ້າຄອງນະຄອນເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນລະດັບຂະ ແໜງການທີ່ບໍ່ແມ່ນລະດັບຊາດແລະການສໍາຫຼວດສະເພາະໃນລະດັບ ແຂວງຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງໂດຍການການ ຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິແຫ່ງຊາດ; 4. ສໍາລັບການສໍາຫຼວດທີ່ບໍ່ມີໃນແຜນຍຸດທະສາດຂອງລະບົບ ການຈັດຕັ້ງສະຖິຕິແຫ່ງຊາດແຕ່ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນ ແມ່ນບຸກຄົນທີ່ໄດ້ກ່າວໄວ້ໃນຂໍ້1,2ແລະ3ຂອງມາດຕານີ້ເປັນຜູ້ອະນຸ ມັດຕາມການສໍາຫຼວດແຕ່ລະປະເພດ.

....ມາດຕາ 19 ພາກສ່ວນຈັດຕັ້ງປະຕິບັດການສໍາຫຼວດ

ມາດຕາ 19 ພາກສ່ວນຈັດຕັ້ງປະຕິບັດການສໍາຫຼວດ ພາກສ່ວນຈັດຕັ້ງປະຕິບັດການສໍາຫຼວດແຕ່ລະປະເພດມີດັ່ງນີ້: 1. ສູນສະຖິຕິແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດການສໍາຫຼວດໃຫຍ່ ,ການສໍາຫຼວດແບບຕົວແທນລະດັບຊາດແລະການສໍາຫຼວດສະເພາະທີ່ ໄດ້ກໍານົດໄວ້ໃນແຜນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ໃນແຕ່ລະໄລຍະ; 2. ສູນສະຖິຕິປະຈໍາກະຊວງ,ອົງການ,ແຂວງ,ນະຄອນແລະ ເມືອງ,ເທດສະບານເປັນຜູ້ດໍາເນີນການສໍາຫຼວດແບບຕົວແທນແລະ ການສໍາຫຼວດສະເພາະເພື່ອຈຸດປະສົງຮັບໃຊ້ຄວາມຕ້ອງການຂອງຂະ ແໜງການແລະທ້ອງຖິ່ນຂອງຕົນໂດຍໄດ້ຮັບການຢັ້ງຢືນແລະຮັບຮອງ ທາງດ້ານວິຊາການຈາກສູນສະຖິຕິແຫ່ງຊາດ; 3. ຫົວໜ່ວຍພື້ນຖານສາມາດດໍາເນີນການສໍາຫຼວດແບບຕົວ ແທນຫຼືການສໍາຫຼວດສະເພາະເພື່ອເປັນຂໍ້ມູນສະຖິຕິຮັບໃຊ້ການເຄື່ອນ ໄຫວວຽກງານຂອງຕົນແຕ່ບໍ່ຖືກວ່າເປັນສະຖິຕິທາງການ. ອົງການຈັດຕັ້ງສາກົນ,ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານສາ ມາດດໍາເນີນການສໍາຫຼວດສະຖິຕິໄດ້ແຕ່ຕ້ອງໄດ້ຮັບການອະນຸຍາດຈາກ ຂະແໜງການຫຼືອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດ ໄວ້ໃນ ມາດຕາ 18 ຂອງກົດໝາຍສະບັບນີ້.

....ມາດຕາ 20 ພັນທະໃນການສະໜອງຂໍ້ມູນໃຫ້ແກ່ການສໍາຫຼວດ

ມາດຕາ 20 ພັນທະໃນການສະໜອງຂໍ້ມູນໃຫ້ແກ່ການສໍາຫຼວດ ຄົວເຮືອນຫຼືບຸກຄົນແລະຫົວໜ່ວຍພື້ນຖານມີພັນທະໃນການສະ ໜອງຂໍ້ມູນໃຫ້ແກ່ການສໍາຫຼວດດັ່ງນີ້: 1. ຄົວເຮືອນຫຼືບຸກຄົນທີ່ດໍາລົງຊີວິດໃນ ສປປລາວ ຕ້ອງສະໜອງ ຂໍ້ມູນໃຫ້ນັກເດີນສໍາຫຼວດໃນເວລາດໍາເນີນການສໍາຫຼວດແລະເກັບກໍາຂໍ້ ມູນຕາມແຜນງານຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ.ການສະ ໜອງຂໍ້ມູນໃຫ້ແກ່ການເກັບກໍາແລະການສໍາຫຼວດທີ່ບໍ່ໄດ້ດໍາເນີນໂດຍ ການຈັດຕັ້ງສະຖິຕິແຫ່ງຊາດແລະບໍ່ໄດ້ຮັບການຢັ້ງຢືນຈາກສູນສະຖິຕິ ແຫ່ງຊາດນັ້ນຜູ້ສະໜອງຂໍ້ມູນມີສິດຕອບບົນພື້ນຖານຄວາມສະໝັກໃຈ; 2. ຫົວໜ່ວຍພື້ນຖານທີ່ດໍາເນີນກິດຈະການໃນ ສປປລາວ ຕ້ອງ ລາຍງານຂໍ້ມູນກ່ຽວກັບການເຄື່ອນໄຫວວຽກງານຂອງຕົນຕາມຄວາມ ຕ້ອງການຂອງການສໍາຫຼວດສະຖິຕິໃຫ້ຖືກຕ້ອງ,ຄົບຖ້ວນ,ຊັດເຈນແລະ ທັນເວລາຕາມກໍານົດແລະຕາມລະບອບການລາຍງານສະຖິຕິຂອງ ການຈັດຕັ້ງສະຖິຕິໃນແຕ່ລະໄລຍະ. ເຈົ້າຂອງແລະຫົວໜ້າບັນຊີຂອງບັນດາຫົວໜ່ວຍພື້ນຖານມີພັນ ທະຮັບຜິດຊອບຕໍ່ຄວາມຖືກຕ້ອງ,ຊັດເຈນຂອງການລາຍງານຂໍ້ມູນຕາມ ກົດໝາຍວ່າດ້ວຍການບັນຊີແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງ ສປປ ລາວ. ...ໝວດທີ 2 ການລາຍງານບໍລິຫານ


....ມາດຕາ 21 ປະເພດການລາຍງານບໍລິຫານ

ມາດຕາ 21 ປະເພດການລາຍງານບໍລິຫານ ການລາຍງານບໍລິຫານມີສອງປະເພດດັ່ງນີ້: - ການລາຍງານສະຖິຕິຈາກຫົວໜ່ວຍພື້ນຖານການຈັດຕັ້ງຂອງ ລັດ; - ການລາຍງານສະຖິຕິຈາກຫົວໜ່ວຍພື້ນຖານການຈັດຕັ້ງທີ່ບໍ່ ແມ່ນຂອງລັດ. ການລາຍງານບໍລິຫານທັງສອງປະເພດແມ່ນດໍາເນີນດ້ວຍການ ເກັບກໍາ,ການສັງລວມແລະການລາຍງານຢ່າງເປັນປົກກະຕິຕາມພາລະ ບົດບາດຂອງຕົນໃຫ້ອົງການຄຸ້ມຄອງວຽກງານສະຖິຕິແລະລະບົບການ ຈັດຕັ້ງສະຖິຕິແຫ່ງຊາດໂດຍນໍາໃຊ້ລະບອບການລາຍງານທີ່ໄດ້ກໍານົດ ໄວ້ໃນມາດຕາ 22 ຂອງກົດໝາຍສະບັບນີ້. ....ມາດຕາ 22 ລະບອບການລາຍງານ

ມາດຕາ 22 ລະບອບການລາຍງານ ລະບອບການລາຍງານແມ່ນອີງຕາມຈຸດປະສົງ,ເປົ້າໝາຍ,ຂອບ ເຂດຂອງການລາຍງານຊຶ່ງມີເນື້ອໃນດັ່ງນີ້: - ລະບົບຕາຕະລາງ; - ຫົວໜ່ວຍວັດແທກ; - ຫຼັກການແລະວິທີຄິດໄລ່ຕາມຫຼັກວິທະຍາສາດສະຖິຕິ; - ລະບົບລະຫັດສາລະບານ; - ໄລຍະເວລາການລາຍງານສະຖິຕິ; - ແຫຼ່ງຂໍ້ມູນ. ການລາຍງານຂໍ້ມູນຕ້ອງມີລາຍເຊັນແລະປະທັບຕາຢັ້ງຢືນຢ່າງ ເປັນທາງການຈາກການຈັດຕັ້ງທີ່ລາຍງານຂໍ້ມູນ.

....ມາດຕາ 23 ພັນທະໃນການລາຍງານສະຖິຕິ

ມາດຕາ 23 ພັນທະໃນການລາຍງານສະຖິຕິ ພັນທະຂອງການຈັດຕັ້ງສະຖິຕິແຫ່ງຊາດໃນການລາຍງານສະຖິ ຕິມີດັ່ງນີ້: 1. ຈຸງານສະຖິຕິປະຈໍາບ້ານຕ້ອງສ້າງສໍານວນ,ສໍາເນົາແລະ ລາຍງານຂໍ້ມູນສະຖິຕິຕາມລະບອບການລາຍງານທີ່ໄດ້ກໍານົດຕາມຕາ ຕະລາງເກັບກໍາຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດໃຫ້ສູນສະຖິຕິ ປະຈໍາເມືອງ,ເທດສະບານເພື່ອສັງລວມແລະລາຍງານໃຫ້ການຈັດຕັ້ງ ສະຖິຕິລະບົບສາຍຕັ້ງແລະສາຍຂວາງຢູ່ຂັ້ນແຂວງຕາມແຕ່ລະໄລຍະ ເວລາທີ່ກໍານົດໄວ້ຢ່າງເປັນເອກະພາບໃນລະບອບການລາຍງານຂອງ ລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 2. ສູນສະຖິຕິປະຈໍາເມືອງ,ເທດສະບານ,ແຂວງ,ນະຄອນແລະ ລະບົບການຈັດຕັ້ງຂອງບັນດາຂະແໜງການຢູ່ທ້ອງຖິ່ນຕ້ອງສ້າງສໍາ ນວນ,ສໍາເນົາແລະລາຍງານຂໍ້ມູນສະຖິຕິຕາມລະບອບການລາຍງານ ໃຫ້ການຈັດຕັ້ງສະຖິຕິຂັ້ນເທິງຖັດຕົນຕາມແຕ່ລະຂັ້ນຢ່າງເປັນເອກະ ພາບໃນແຜນດໍາເນີນງານຂອງຕົນໃນແຕ່ລະໄລຍະ; 3. ສູນສະຖິຕິປະຈໍາກະຊວງ,ອົງການຕ້ອງລາຍງານຂໍ້ມູນສະຖິ ຕິໃຫ້ສູນສະຖິຕິແຫ່ງຊາດຕາມລະບອບການລາຍງານແລະຕາມການ ສະເໜີໃນແຕ່ລະໄລຍະ. ການຈັດຕັ້ງສະຖິຕິລະບົບສາຍຕັ້ງທຸກຂັ້ນຕ້ອງຮັບຜິດຊອບຕໍ່ ຄວາມຖືກຕ້ອງ,ຊັດເຈນຂອງການລາຍງານຂໍ້ມູນສະຖິຕິໃຫ້ການຈັດຕັ້ງ ສະຖິຕິຂັ້ນເທິງຖັດຕົນແລະສູນສະຖິຕິແຫ່ງຊາດຕາມລະບຽບກົດໝາຍ.

....ມາດຕາ 24 ປະເພດຄວາມລັບດ້ານສະຖິຕິ

ມາດຕາ 24 ປະເພດຄວາມລັບດ້ານສະຖິຕິ ຄວາມລັບດານສະຖິຕິແບ່ງອອກເປັນສາມປະເພດດັ່ງນີ້: 1. ຄວາມລັບຂອງລັດກ່ຽວກັບຄວາມໝັ້ນຄົງ,ການປ້ອງກັນ ຊາດແລະປ້ອງກັນຄວາມສະຫງົບແລະຄວາມລັບອື່ນທີ່ໄດ້ກໍານົດໄວ້ ສະເພາະ; 2. ຄວາມລັບທາງລັດຖະການທີ່ມີຄວາມສໍາຄັນໃນຂະແໜງ ການໃດນຶ່ງ; 3. ຄວາມລັບສະເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ທີ່ໄດ້ມາຈາກການສໍາຫຼວດແລະການລາຍງານບໍລິຫານ.

..ພາກທີ 4 ການເຜີຍແຜ່ແລະການນໍາໃຊ້ຂໍ້ມູນສະຖິຕິ


...ມາດຕາ 25 ຄວາມຮັບຜິດຊອບໃນການຈັດພິມຂໍ້ມູນສະຖິຕິທາງການ

ມາດຕາ 25 ຄວາມຮັບຜິດຊອບໃນການຈັດພິມຂໍ້ມູນສະຖິຕິທາງການ ພາກສ່ວນຈັດພິມຂໍ້ມູນສະຖິຕິຕາມຄວາມຮັບຜິດຊອບຂອງຕົນ ເພື່ອປະກາດໃຊ້ເປັນທາງການມີດ່ັງນີ້: 1. ສູນສະຖິຕິແຫ່ງຊາດ; 2. ສູນສະຖິຕິປະຈໍາສະພາແຫ່ງຊາດ,ກະຊວງ,ອົງການ,ສານ ປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງສຸດ; 3. ສູນສະຖິຕິປະຈໍາແຂວງ,ນະຄອນ,ເມືອງ,ເທດສະບານ. ...ມາດຕາ 26 ການປະກາດໃຊ້ແລະການເຜີຍແຜ່ຂໍ້ມູນສະຖິຕິທາງການ

ມາດຕາ 26 ການປະກາດໃຊ້ແລະການເຜີຍແຜ່ຂໍ້ມູນສະຖິຕິທາງການ ການປະກາດໃຊ້ແລະການເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ປະ ຕິບັດດັ່ງນີ້: 1. ສູນສະຖິຕິແຫ່ງຊາດເປັນຜູ້ປະກາດໃຊ້ແລະເຜີຍແຜ່ຂໍ້ມູນສະ ຖິຕິທາງການໃນລະດັບຊາດແລະຜົນຂອງການສໍາຫຼວດຕ່າງໆຕາມ ຂອບເຂດສິດແລະຄວາມຮັບຜິດຊອບຂອງຕົນ; 2. ສູນສະຖິຕິປະຈໍາສະພາແຫ່ງຊາດ,ກະຊວງ,ອົງການ,ສານ ປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງສຸດເປັນຜູ້ປະ ກາດໃຊ້ແລະເຜີຍແຜ່ຂໍ້ມູນສະຖິຕິທາງດານໃນລະດັບຂະແໜງການ ຕາມຂອບເຂດສິດແລະຄວາມຮັບຜິດຊອບຂອງຕົນໂດຍຜ່ານການຢັ້ງ ຢືນແລະຮັບຮອງທາງດ້ານວິຊາການຂອງສຸນສະຖິຕິແຫ່ງຊາດ; 3. ສູນສະຖິຕິປະຈໍາແຂວງ,ນະຄອນ,ເມືອງ,ເທດສະບານເປັນ ຜູ້ປະກາດໃຊ້ແລະເຜີຍແຜ່ຂໍ້ມູນສະຖິຕິທາງການໃນລະດັບທ້ອງຖິ່ນ ຕາມຂອບເຂດສິດແລະຄວາມຮັບຜິດຊອບຂອງຕົນໂດຍຜານການຢັ້ງ ຢືນແລະຮັບຮອງທາງດ້ານວິຊາການຂອງສູນສະຖິຕິແຫ່ງຊາດ. ການເຜີຍແຜ່ຂໍ້ມູນສະຖິຕິທາງການປະຕິບັດໄດ້ໂດຍການຈັດຕັ້ງ ສະຖິຕິແຕ່ລະລະບົບດ້ວຍຫຼາຍຮູບແບບຊຶ່ງລາຍລະອຽດໄດ້ກໍານົດໄວ້ ໃນລະບຽບການເຜີຍແຜ່ຕ່າງຫາກ.

...ມາດຕາ 27 ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການສໍາຫຼວດ

ມາດຕາ 27 ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການສໍາຫຼວດ ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການສໍາຫຼວດຕາມຄວາມຮັບ ຜິດຊອບຂອງຕົນມີດັ່ງນີ້: 1. ຫົວໜ້າສູນສະຖິຕິແຫ່ງຊາດ; 2. ຫົວໜ້າສູນສະຖິຕິປະຈໍາສະພາແຫ່ງຊາດ,ກະຊວງ,ອົງການ ,ສານປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງສຸດ; 3. ຫົວໜ້າສູນສະຖິຕິປະຈໍາແຂວງ,ນະຄອນ,ເມືອງ,ເທດສະບານ.

...ມາດຕາ 28 ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການລາຍງານບໍລິຫານ

ມາດຕາ 28 ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການລາຍງານບໍລິຫານ ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການລາຍງານບໍລິຫານຕາມ ຄວາມຮັບຜິດຊອບຂອງຕົນມີດັ່ງນີ້: 1. ຫົວນ້າສູນສະຖິຕິແຫ່ງຊາດ; 2. ຫົວໜ້າສູນສະຖິຕິປະຈໍາສະພາແຫ່ງຊາດ,ກະຊວງ,ອົງການ ,ສານປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງສຸດ. 3. ຫົວໜ້າສູນສະຖິຕິປະຈໍາແຂວງ,ນະຄອນ,ເມືອງ,ເທດສະ ບານ.

...ມາດຕາ 29 ການເຂົ້າເຖິງແລະການນໍາໃຊ້ຂໍ້ມຸນສະຖິຕິ

ມາດຕາ 29 ການເຂົ້າເຖິງແລະການນໍາໃຊ້ຂໍ້ມຸນສະຖິຕິ ການເຂົ້າເຖິງແລະການນໍາໃຊ້ຂໍ້ມູນສະຖິຕິໃຫ້ປະຕິບັດຢ່າງສະ ເໝີພາບກັນດັ່ງນີ້: 1. ຜູ້ນໍາໃຊ້ຂໍ້ມູນສະຖິຕິສາມາດເຂົ້າເຖິງແລະນໍາໃຊ້ຂໍ້ມູນສະ ຖິຕິທາງການຕາມທີ່ໄດ້ເຜີຍແຜ່ແລະປະກາດໃຊ້ຈາກລະບົບການຈັດ ຕັ້ງສະຖິຕິແຫ່ງຊາດ; 2. ຜູ້ນໍາໃຊ້ຂໍ້ມູນສະຖິຕິທີ່ເປັນຂໍ້ມູນດິບຕ້ອງປະຕິບັດຕາມລະ ບຽບການບໍລິການຂໍ້ມູນຂອງການຈັດຕັ້ງສະຖິຕິທີ່ກ່ຽວຂ້ອງ; 3. ຜູ້ນໍາໃຊ້ຂໍ້ມູນສະຖິຕິຕ້ອງກໍານົດລາຍລະອຽດແຫຼ່ງທີ່ມາ ຂອງຂໍ້ມູນໃນເວລານໍາໃຊ້ຢ່າງຈະແຈ້ງ.

..ພາກທີ 5 ການຈັດຕັ້ງສະຖິຕິແຫ່ງຊາດ


...ມາດຕາ 30 ລະບົບການຈັດຕັ້ງສະຖິຕິແຫ່ງຊາດ

ມາດຕາ 30 ລະບົບການຈັດຕັ້ງສະຖິຕິແຫ່ງຊາດ ລະບົບການຈັັດຕັ້ງສະຖິຕິແຫ່ງຊາດປະກອບດ້ວຍ: 1. ການຈັດຕັ້ງສະຖິຕິລະບົບສາຍຕັ້ງ; 2. ການຈັດຕັ້ງສະຖິຕິລະບົບສາຍຂວາງ. ໃນກໍລະນີທີ່ມີຄວາມຈໍາເປັນອາດຈະສ້າງຕັ້ງສະພາທີ່ປຶກສາ ດ້ານສະຖິຕິຂຶ້ນກໍ່ໄດ້ຕາມການຕົກລົງຂອງລັດຖະບານ.

...ໝວດທີ 1 ການຈັດຕັ້ງສະຖິຕິລະບົບສາຍຕັ້ງ


....ມາດຕາ 31 ການຈັດຕັ້ງລະບົບສາຍຕັ້ງ

ມາດຕາ 31 ການຈັດຕັ້ງລະບົບສາຍຕັ້ງ ການຈັດຕັ້ງສະຖິຕິລະບົບສາຍຕັ້ງປະກອບດ້ວຍ: - ສູນສະຖິຕິແຫ່ງຊາດ; - ສູນສະຖິຕິປະຈໍາແຂວງ,ນະຄອນ; - ສູນສະຖິຕິປະຈໍາເມືອງ,ເທດສະບານ; - ຈຸງານສະຖິຕິປະຈໍາບ້ານ.

....ມາດຕາ 32 ສິດແລະໜ້າທີ່ຂອງສູນສະຖິຕິແຫ່ງຊາດ

ມາດຕາ 32 ສິດແລະໜ້າທີ່ຂອງສູນສະຖິຕິແຫ່ງຊາດ ສູນສະຖິຕິແຫ່ງຊາດມີຖານະທຽບເທົ່າທະບວງ,ຂຶ້ນກັບກະຊວງ ແຜນການແລະການລົງທຶນ. ສູນສະຖິຕິແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ລະບຽບກົດໝາຍ,ສ້າງແຜນຍຸດທະ ສາດ,ສ້າງແຜນດໍາເນີນງານແລະແຜນງົບປະມານກ່ຽວກັບວຽກງານ ສະຖິຕິ; 2. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບ ການປະຕິບັດວຽກງານສະຖິຕິ; 3. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນຍຸດ ທະສາດ,ແຜນດໍາເນີນງານກ່ຽວກັບວຽກງານສະຖິຕິ; 4. ຊີ້ນໍາ,ຄຸ້ມຄອງແລະຈັດຕັ້ງປະຕິບັດວຽກງານການຜະລິດ, ການເຜີຍແຜ່ສະຖິຕິທາງການຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 5. ບໍາລຸງ,ກໍ່ສ້າງ,ສຶກສາອົບຮົມແລະຍົກລະດັບຄວາມຮູ້ແລະ ຄວາມຊໍານານງານດ້ານສະຖິຕິໃຫ້ແກ່ລັດຖະການໃນລະບົບການຈັດ ຕັ້ງສະຖິຕິແຫ່ງຊາດດ້ວຍຫຼາຍຮູບແແບ; 6. ຄົ້ນຄວ້າແລະສະເໜີແຕ່ງຕັ້ງ,ຍົກຍ້າຍໜ້າທີ່ຫຼືປົດຕໍາແໜ່ງ ຫົວໜ້າແລະຮອງຫົວໜ້າສູນສະຖິຕິປະຈໍາແຂວງ,ນະຄອນ; 7. ແຕ່ງຕັ້ງ,ຍົກຍ້າຍໜ້າທີ່ຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວ ໜ້າສູນສະຖິຕິປະຈໍາເມືອງ,ເທດສະບານໂດຍມີການສົມທົບກັບອົງການ ປົກຄອງທ້ອງຖິ່ນ; 8. ຄົ້ນຄວ້າແລະສະເໜີປັບປຸງກົງຈັກການຈັດຕັ້ງ,ບຸກຄະລາ ກອນສະຖິຕິ,ຄົ້ນຄວ້າສະເໜີປະຕິບັດນະໂຍບາຍຍ້ອງຍໍແລະລົງວິໄນຕໍ່ ພະນັກງານສະຖິຕິ; 9. ຄົ້ນຄວ້າແລະສະເໜີປະຕິບັດນະໂຍບາຍຕໍ່ບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງທີ່ມີຜົນກງານໃນການສະໜອງຂໍ້ມູນແລະປະຕິບັດວິໄນ ຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ບໍ່ປະຕິບັດຕາມລະບອບການລາຍ ງານແລະພັນທະໃນການລາຍງານສະຖິຕິຊຶ່ງໄດ້ກໍານົດໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍສະບັບນີ້; 10. ເປັນໃຈກາງປະສານສົມທົບກັບຂະແໜງການຕ່າງໆແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນໃນການຄຸ້ມຄອງ,ກວດກາແລະຈັດຕັ້ງ ປະຕິບັດວຽກງານສະຖິຕິ; 11. ຕິດຕາມ,ກວດກາແລະປະເມີນກ່ຽວກັບການນໍາໃຊ້ຫຼັກວິທະ ຍາສາດສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນຍຸດທະ ສາດແລະແຜນດໍາເນີນງານຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດໃນ ແຕ່ລະໄລຍະ; 12. ພົວພັນ,ຮ່ວມມືກັບສາກົນກ່ຽວກັບວຽກງານສະຖິຕິຕາມພາ ລະບົດບາດ,ສິດ,ໜ້າທີ່ຂອງຕົນແລະຕາມການມອບໝາຍຂອງຂັ້ນເທິງ; 13. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານສະ ຖິຕິໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ.

....ມາດຕາ 33 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາແຂວງ,ນະຄອນ

ມາດຕາ 33 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາແຂວງ,ນະຄອນ ສູນສະຖິຕິປະຈໍາແຂວງ,ນະຄອນມີຖານະທຽບເທົ່າພະແນກ ຂອງສູນສະຖິຕິແຫ່ງຊາດ. ສູນສະຖິຕິປະຈໍາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜົນຂະຫຍາຍນະໂຍບາຍ,ລະບຽບກົດໝາຍ,ແຜນຍຸດທະ ສາດ,ແຜນດໍາເນີນງານເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນແຂວງ ,ນະຄອນສ້າງແຜນການເຄື່ອນໄຫວວຽກງານສະຖິຕິໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໃນແຕ່ລະໄລຍະ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນຍຸດ ທະສາດ,ແຜນດໍາເນີນງານ,ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະຄໍາແນະ ນໍາກ່ຽວກັບວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ຊີ້ນໍາ,ຄຸ້ມຄອງແລະຈັດຕັ້ງປະຕິບັດວຽກງານການຜະລິດ, ການເຜີຍແຜ່ສະຖິຕິທາງການຂອງແຂວງ,ນະຄອນ,ເມືອງ,ເທດສະ ໍບານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ເກັບກໍາຂໍ້ມູນສະຖິຕິຕາມການລາຍງານບໍລິຫານ,ການສໍາ ຫຼວດໃຫຍ່,ການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະໃນ ຂອບເຂດທ້ອງຖິ່ນຂອງຕົນ;ເຂົ້າຮ່ວມປຶກສາຫາລື,ປະກອບຄໍາເຫັນທາງ ດ້ານວິຊາການກ່ຽວກັບສະຖິຕິຕາມຄວາມຮັບຜິດຊອບຂອງຕົນ; 5. ສ້າງຕາຕະລາງເກັບກໍາ,ປຶ້ມຄູ່ມືແລະທວງເອົາຂໍ້ມູນສະຖິຕິ ສັງລວມ,ປຸງແຕ່ງ,ວິໄຈ,ຈັດພິມ,ເຜີຍແຜ່ຂໍ້ມູນສະຖິຕິທາງການໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ;ຊຸກຍູ້ສູນສະຖິຕິປະຈໍາເມືອງ,ເທດສະ ບານໃນການຈັດຕັ້ງປະຕິບັດວຽກງານສະຖິຕິດ້ວຍການນໍາໃຊ້ກົນໄກ ແລະວິທີການປະສານງານທີ່ເໝາະສົມ. 6. ບໍາລຸງ,ກໍ່ສ້າງ,ສຶກສາອົບຮົມແລະຍົກລະດັບຄວາມຮູ້ແລະ ຄວາມຊໍານານດ້ານສະຖິຕິໃຫ້ແກ່ລັດຖະການໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ; 7. ຄົ້ນຄວ້າແລະສະເໜີຕໍ່ສູນສະຖິຕິແຫ່ງຊາດແຕ່ງຕັ້ງ,ຍົກຍ້າຍ ໜ້າທີ່ຫຼືປົດຕໍາແໜ່ງຫົວນ້າແລະຮອງຫົວໜ້າສູນສະຖິຕິປະຈໍາເມືອງ, ເທດສະບານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 8. ແຕ່ງຕັ້ງບຸກຄະລາກອນຂອງຈຸງານສະຖິຕິປະຈໍາບ້ານໃນ ຂອບເຂດຄວາມຮັບຜິດຊອບຂອງຕົນໂດຍມີການສົມທົບກັບອົງການປົກ ຄ້ອງທ້ອງຖິ່ນ; 9. ຄົ້ນຄວ້າແລະສະເໜີຕໍ່ສູນສະຖິຕິແຫ່ງຊາດກ່ຽວກັບການປັບ ປຸງກົງຈັກການຈັດຕັ້ງ,ບຸກຄະລາກອນສະຖິຕິ,ຄົ້ນຄວ້າສະເໜີປະຕິບັດ ນະໂຍບາຍຍ້ອງຍໍແລະລົງວິໄນຕໍ່ພະນັກງານສະຖິຕິໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ; 10. ຄົ້ນຄວ້າແລະສະເໜຕໍ່ສູນສະຖິຕິແຫ່ງຊາດກ່ຽວກັບການປະ ຕິບັດນະໂຍບາຍຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານໃນ ການສະໜອງຂໍ້ມູນແລະປະຕິບັດວິໄນຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງທີ່ບໍ່ປະຕິບັດຕາມລະບອບການລາຍງານແລະພັນທະໃນການລາຍ ງານສະຖິຕິຊຶ່ງໄດ້ກໍານົດໄວ້ໃນ ມາດຕາ 22 ແລະ 23 ຂອງກົດໝາຍ ສະບັບນີ້; 11. ພົວພັນ,ຮ່ວມມືກັບສາກົນກ່ຽວກັບວຽກງານສະຖິຕິຕາມ ການມອບໝາຍຂອງຂັ້ນເທິງ; 12. ຕິດຕາມ,ກວດກາແລະປະເມີນກ່ຽວກັບການນໍາໃຊ້ຫຼັກວິ ທະຍາສາດສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນດໍາ ເນິນງານຂອງສູນສຸຖິຕິປະຈໍາເມືອງ,ເທດສະບານແລະຂະແໜງສະຖິ ຕິປະຈໍາພະແນກການອ້ອມຂ້າງແຂວງ,ນະຄອນໃນແຕ່ລະໄລຍະ; 13. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ສະຖິຕິໃຫ້ສູນສະຖິຕິແຫ່ງຊາດ,ພະແນກແຜນການແລະການລົງທຶນ ແລະອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ການມອບໝາຍຂອງຂັ້ນເທິງ. ....ມາດຕາ 34 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາເມືອງ,ເທດສະບານ

ມາດຕາ 34 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາເມືອງ,ເທດສະບານ ສູນສະຖິຕິປະຈໍາເມືອງ,ເທດສະບານມີຖານະທຽບເທົ່າໜ່ວຍ ງານຂອງສູນສະຖິຕິແຫ່ງຊາດ; ສູນສະຖິຕິປະຈໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ເຜີຍແຜ່,ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ລະ ບຽບກົດໝາຍ,ແຜນດໍາເນີນງານກ່ຽວກັບສະຖິຕິຢູ່ທ້ອງຖິ່ນຂອງຕົນ; 2. ຈັດຕັ້ງເກັບກໍາ,ທວງເອົາຂໍ້ມູນສະຖິຕິຈາກພາກສ່ວນທີ່ກ່ຽວ ຂ້ອງ,ສັງລວມແລະສະໜອງຂໍ້ມູນສະຖິຕິໃຫ້ສູນສະຖິຕິປະຈໍາແຂວງ,ນະ ຄອນ; 3. ເກັບກໍາຂໍ້ມູນສະຖິຕິຕາມການສໍາຫຼວດແລະການລາຍງານ ບໍລິຫານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ຕິດຕາມ,ກວດກາແລະປະເມີນກ່ຽວກັບການນໍາໃຊ້ຫຼັກວິທະ ຍາສາດສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນດໍາເນີນ ງານຂອງຈຸງານສະຖິຕິປະຈໍາບ້ານແລະໜ່ວຍງານສະຖິຕິປະຈໍາຫ້ອງ ການຂະແໜງການອ້ອມຂ້າງເມືອງ,ເທດສະບານໃນແຕ່ລະໄລຍະ; 5. ບໍາລຸງ,ຝຶກອົບຮົມດ້ານວິຊາການສະຖິຕິໃຫ້ແກ່ລັດຖະກອນ ແລະບຸກຄະລາກອນຂອງຈຸງານສະຖິຕິປະຈໍາບ້ານຕາມຄວາມຮັບຜິດ ຊອບຂອງຕົນ; 6. ຄົ້ນຄວ້າແລະສະເໜີຕໍ່ສູນສະຖິຕິປະຈໍາແຂວງ,ນະຄອນກ່ຽວ ກັບການປັບປຸງກົງຈັກການຈັດຕັ້ງ,ຮັບແລະສັບຊ້ອນພະນັກງານສະຖິຕິ ຂອງຕົນ,ສະເໜີປະຕິບັດນະໂຍບາຍແລະວິໄນຕໍ່ລັດຖະກອນແລະບຸກຄະ ລາກອນຂອງຈຸງານສະຖິຕິປະຈໍາບ້ານໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; 7. ຄົ້ນຄວ້າແລະສະເໜີຕໍ່ສູນສະຖິຕິປະຈໍາແຂວງ,ນະຄອນກ່ຽວ ກັບການປະຕິບັດນະໂຍບາຍຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນ ງານໃນການສະໜອງຂໍ້ມູນແລະປະຕິບັດວິໄນຕໍ່ບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງທີ່ບໍ່ປະຕິບັດຕາມລະບອບການລາຍງານແລະພັນທະໃນການ ລາຍງານສະຖິຕິຊຶ່ງໄດ້ກໍານົດໄວ້ໃນ ມາດຕາ 22 ແລະ 23 ຂອງກົດ ໝາຍສະບັບນີ້; 8. ສະຫຼຸບແລະລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ສະຖິຕິໃຫ້ສູນສະຖິຕິປະຈໍາແຂວງ,ນະຄອນ,ຫ້ອງການແຜນການແລະ ອົງການປົກຄອງຂັ້ນເມືອງຢ່າງເປັນປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ.

....ມາດຕາ 35 ສິດແລະໜ້າທີ່ຂອງຈຸງານສະຖິຕິປະຈໍາບ້ານ

ມາດຕາ 35 ສິດແລະໜ້າທີ່ຂອງຈຸງານສະຖິຕິປະຈໍາບ້ານ ຈຸງານສະຖິຕິປະຈໍາບ້ານແມ່ນພາກສ່ວນໜຶ່ງຂອງອົງການປົກ ຄອງບ້ານທີ່ຂຶ້ນກັບສູນສະຖິຕິປະຈໍາເມືອງ,ເທດສະບານ. ຈຸງານສະຖິຕິປະຈໍາບ້ານມີສິດແລະໜ້າທີ່ດັ່ງນີ້: 1. ເກັບກໍາແລະສັງລວມຂໍ້ມູນສະຖິຕິຈາກຫົວໜ່ວຍພື້ນຖານໃນ ຂອບເຂດບ້ານຂອງຕົນໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງ ບ້ານ; 2. ເຂົ້າຮ່ວມດໍາເນີນປະຕິບັດການສໍາຫຼວດຕ່າງໆຕາມການ ມອບໝາຍຂອງຂັ້ນເທິງ; 3. ໄດ້ຮັບການບໍາລຸງແລະການຝຶກອົບຮົມດ້ານວິຊາການສະ ຖິຕິ; 4. ສະຫຼຸບ,ລາຍງານສະພາບການຈັດຕັ້ງປະຕິບັດວຽກງານສະ ຖິຕິຕໍ່ສູນສະຖິຕິປະຈໍາເມືອງ,ເທດສະບານແລະອົງການປົກຄອງບ້ານ ຢ່າງເປັນປົກກະຕິ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ. ...ໝວດທີ 2 ການຈັດຕັ້ງສະຖິຕິລະບົບສາຍຂວາງ


....ມາດຕາ 36 ການຈັດຕັ້ງສະຖິຕິລະບົບສາຍຂວາງ

ມາດຕາ 36 ການຈັດຕັ້ງສະຖິຕິລະບົບສາຍຂວາງ ການຈັດຕັ້ງສະຖິຕິລະບົບສາຍຂວາງປະກອບດ້ວຍ: - ລະບົບການຈັດຕັ້ງຂອງບັນດາຂະແໜງການຢູ່ສູນກາງແລະ ທ້ອງຖິ່ນ; - ການຈັດຕັ້ງສະຖິຕິຂອງຫົວໜ່ວຍພື້ນຖານ. 1. ລະບົບການຈັດຕັ້ງຂອງບັນດາຂະແໜງການຢູ່ສູນກາງແລະ ທ້ອງຖິ່ນປະກອບດ້ວຍ: - ສູນສະຖິຕິປະຈໍາປະຊວງ,ອົງການ; - ຂະແໜງສະຖິຕິປະຈໍາຫ້ອງການຂະແໜງການອ້ອມຂ້າງ ເມືອງ,ເທດສະບານ. 2. ການຈັດຕັ້ງສະຖິຕິຂອງຫົວໜ່ວຍພື້ນຖານມີຈຸງານສະຖິຕິ ຂອງຫົວໜ່ວຍພື້ນຖານ.

....ມາດຕາ 37 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາກະຊວງ,ອົງການ

ມາດຕາ 37 ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາກະຊວງ,ອົງການ ສູນສະຖິຕິປະຈໍາປະຊວງ,ອົງການມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍແລະສ້າງແຜນຍຸດທະສາດການພັດທະ ນາສະຖິຕິຂອງຂະແໜງການດ້ວຍການຜັນຂະຫຍາຍແຜນຍຸດທະສາດ ການພັດທະນາລະບົບສະຖິຕິແຫ່ງຊາດ;ສ້າງແຜນການ,ແຜນດໍາເນີນ ງານ,ແຜນງົບປະມານເພື່ອດໍາເນີນວຽກງານສະຖິຕິຂອງຂະແໜງ ການຕົນໃນແຕ່ລະໄລຍະ; 2. ຊີ້ນໍາ,ຄຸ້ມຄອງແລະຈັດຕັ້ງປະຕິບັດວຽກງານສະຖິຕິຂອງຂະ ແໜງການຕົນ,ສະໜອງຂໍ້ມູນສະຖິຕິໃຫ້ແກ່ສູນສະຖິຕິແຫ່ງຊາດແລະຜູ້ ນໍາໃຊ້ຂໍ້ມູນສະຖິຕິຕາມຄວາມຮັບຜິດຊອບຂອງຕົນ; 3. ໂຄສະນາ,ເຜີຍແຜ່ແລະແລກປ່ຽນຂໍ້ມູນສະຖິຕິທາງການກັບ ຂະແໜງການອື່ນ,ນໍາໃຊ້ວິທີການຜະລິດສະຖິຕິດລະບອບການລາຍງານ ຕາມຫຼັກວິທະຍາສາດສະຖິຕິ;ປະສານສົມທົບກັບສູນສະຖິຕິແຫ່ງຊາດ, ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການ ຈັດຕັ້ງປະຕິບັດວຽກງານສະຖິຕິ; 4. ບໍາລຸງ,ກໍ່ສ້າງແລະຍົກລະດັບຄວາມຮູ້ແລະຄວາມຊໍານານ ງານດ້ານສະຖິຕິໃຫ້ແກ່ພະນັກງານສະຖິຕິໃນຂະແໜງການຂອງຕົນ ດ້ວຍຫຼາຍຮູບແບບ; 5. ເຂົ້າຮ່ວມປຶກສາຫາລື,ປະກອບຄໍາຄິດຄໍາເຫັນ,ໃຫ້ຄໍາແນະ ນໍາທາງດ້ານວິຊາການກ່ຽວກັບສະຖິຕິແລະແລກປ່ຽນຂໍ້ມູນລະຫວ່າງ ການຈັດຕັ້ງສະຖິຕິຂອງຂະແໜງການຕ່າງໆແຕ່ສູນກາງຮອດທ້ອງ ຖິ່ນເພື່ອຄວາມເປັນເອກະພາບ; 6. ຄົ້ນຄວ້າແລະສະເໜີປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານແລະ ປະຕິບັດວິໄນຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ບໍ່ປະຕິບັດຕາມລະ ບອບການລາຍງານແລະພັນທະໃນການລາຍງານສະຖິຕິຊຶ່ງໄດ້ກໍານົດ ໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍສະບັບນີ້; 7. ຕິດຕາມ,ກວດກາແລະປະເມີນກ່ຽວກັບການນໍາໃຊ້ຫຼັກວິທະ ຍາສາດສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນດໍາເນີນ ງານຂອງຂະແໜງສະຖິຕິປະຈໍາພະແນກການອ້ອມຂ້າງແຂວງ,ນະຄອນ ໃນແຕ່ລະໄລຍະ; 8. ພົວພັນ,ຮ່ວມມືກັບສາກົນກ່ຽວກັບວຽກງານສະຖິຕິຕາມການ ມອບໝາຍຂອງຂັ້ນເທິງ; 9. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານສະຖິ ຕິໃຫ້ກະຊວງ,ອົງການຂອງຕົນແລະສູນສະຖິຕິແຫ່ງຊາດຢ່າງເປັນປົກກະ ຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ.

....ມາດຕາ 38 ສິດແລະໜ້າທີ່ຂອງຂະແໜງສະຖິຕິປະຈໍາພະແນກການອ້ອມຂ້າງແຂວງ,ນະຄອນ

ມາດຕາ 38 ສິດແລະໜ້າທີ່ຂອງຂະແໜງສະຖິຕິປະຈໍາພະແນກການ ອ້ອມຂ້າງແຂວງ,ນະຄອນ ຂະແໜງສະຖິຕິປະຈໍາພະແນກການອ້ອມຂ້າງແຂວງ,ນະຄອນ ມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ລະບຽບກົດໝາຍ,ແຜນຍຸດທະສາດ ,ແຜນດໍາເນີນງານເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນຂະແໜງການ ຂອງຕົນ,ສ້າງແຜນການເຄື່ອນໄຫວວຽກງານສະຖິຕິໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໃນແຕ່ລະໄລຍະ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນຍຸດ ທະສາດ,ແຜນດໍາເນີນງານ,ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະຄໍາແນະ ນໍາກ່ຽວກັບວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ຈັດຕັ້ງປະຕິບັດວຽກງານການຜະລິດ,ການເຜີຍແຜ່ສະຖິຕິ ທາງການຂອງຂະແໜງການຕົນ,ຊີ້ນໍາແລະຄຸ້ມຄອງໜ່ວຍງານສະຖິຕິ ປະຈໍາຫ້ອງການຂະແໜງການອ້ອມຂ້າງເມືອງ,ເທດສະບານໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ; 4. ບໍາລຸງ,ຝຶກອົບຮົມວິຊາການດ້ານສະຖິຕິໃຫ້ແກ່ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ຄົ້ນຄວ້າແລະສະເໜີກ່ຽວກັບການປະຕິບັດນະໂຍບາຍຕໍ່ບຸກ ຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານໃນການສະໜອງຂໍ້ມູນແລະ ປະຕິບັດວິໄນຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ບໍ່ປະຕິບັດຕາມລະ ບອບການລາຍງານແລະພັນທະໃນການລາຍງານສະຖິຕິຊຶ່ງໄດ້ກໍານົດ ໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍສະບັບນີ້; 6. ຕິດຕາມ,ກວດກາແລະປະເມີນກ່ຽວກັບການນໍາໃຊ້ຫຼັກວິທະ ຍາສາດສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນດໍາເນີນ ງານຂອງໜ່ວຍງານສະຖິຕິປະຈໍາຫ້ອງການຂະແໜງການອ້ອມຂ້າງ ເມືອງ,ເທດສະບານໃນແຕ່ລະໄລຍະ; 7. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານສະ ຖິຕິໃຫ້ສູນສະຖິຕິປະຈໍາແຂວງ,ນະຄອນ,ພະແນກການຂອງຕົນແລະອົງ ການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ. ....ມາດຕາ 3ໍ9 ສິດແລະໜ້າທີ່ຂອງໜ່ວຍງານສະຖິຕິປະຈໍາຫ້ອງການຂະແໜງການອ້ອມຂ້າງເມືອງ,ເທດສະບານ

ມາດຕາ 39 ສິດແລະໜ້າທີ່ຂອງໜ່ວຍງານສະຖິຕິປະຈໍາຫ້ອງການຂະ ແໜງການອ້ອມຂ້າງເມືອງ,ເທດສະບານ ໜ່ວຍງານສະຖິຕິປະຈໍາຫ້ອງການຂະແໜງການອ້ອມຂ້າງເມືອງ ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ເກັບກໍາ,ທວງເອົາຂໍ້ມູນສະຖິຕິ,ສັງລວມແລະສະໜອງຂໍ້ມູນ ສະຖິຕິໃຫ້ແກ່ຂະແໜງສະຖິຕິປະຈໍາພະແນກການຕົນ; 2. ເຂົ້າຮ່ວມດໍາເນີນແລະປະຕິບັດການສໍາຫຼວດຕ່າງໆຕາມ ການຊີ້ນໍາຂອງຂະແໜງສະຖິຕິປະຈໍາພະແນກການຕົນ; 3. ໄດ້ຮັບການບໍາລຸງແລະການຝຶກອົບຮົມດ້ານວິຊາການສະຖິ ຕິ; 4. ປະສານສົມທົບວຽກງານສະຖິຕິກັບສູນສະຖິຕິປະຈໍາເມືອງ, ເທດສະບານແລະຫົວໜ່ວຍພື້ນຖານທີ່ຕົນຮັບຜິດຊອບ; 5. ສະຫຼຸບແລະລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ສະຖິຕິໃຫ້ຫ້ອງການຂະແໜງການຕົນແລະສູນສະຖິຕິປະຈໍາເມືອງ,ເທດ ສະບານ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ.

....ມາດຕາ 40 ສິດແລະໜ້າທີ່ຂອງຈຸງານສະຖິຕິຂອງຫົວໜ່ວຍພື້ນຖານ

ມາດຕາ 40 ສິດແລະໜ້າທີ່ຂອງຈຸງານສະຖິຕິຂອງຫົວໜ່ວຍພື້ນຖານ ຈຸງານສະຖິຕິຂອງຫົວໜ່ວຍພື້ນຖານມີສິດແລະໜ້າທີ່ສະໜອງ ຂໍ້ມູນສະຖິຕິກ່ຽວກັບສະພາບການເຄື່ອນໄຫວຂອງຫົວໜ່ວຍພື້ນຖານ ຕົນຕາມການສໍາຫຼວດແລະການລາຍງານບໍລິຫານໃຫ້ແກ່ລະບົບການ ຈັດຕັ້ງສະຖິຕິແຫ່ງຊາດ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 41 ຂໍ້ຫ້າມສໍາລັບການຈັດຕັ້ງແລະພະນັກງານສະຖິຕິ

ມາດຕາ 41 ຂໍ້ຫ້າມສໍາລັບການຈັດຕັ້ງແລະພະນັກງານສະຖິຕິ ຫ້າມການຈັດຕັ້ງແລະພະນັກງານສະຖິຕິມີການກະທໍາດັ່ງນີ້: 1. ເປີດເຜີຍ,ເຜີຍແຜ່ຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 24 ຂອງກົດ ໝາຍສະບັບນີ້ຍົກເວັ້ນກໍລະນີໄດ້ຮັບການເຫັນດີຂອງພາກສ່ວວນທີ່ ກ່ຽວຂ້ອງ; 2. ປອມແປງ,ບິດເບືອນຂໍ້ມູນສະຖິຕິທາງການແລະຂໍ້ມູນສະ ເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງເພື່ອຜົນປະໂຫຍດສ່ວນ ຕົວຫຼືສ້າງຄວາມເສຍຫາຍຕໍ່ຜູ້ອື່ນໂດຍເຈະຕະນາ; 3. ນໍາໃຊ້ຂໍ້ມູນສະຖິຕິແລະບົດລາຍງານທີ່ໄດ້ຮັບຈາກບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງພາຍໃນແລະຕ່າງປະເທດທີ່ດໍາເນີນກິດຈະ ກໍາຢູ່ ສປປລາວ ເພື່ອໃຊ້ເປັນບ່ອນອີງໃນການກວດກາແລະການກວດ ສອບການເຄື່ອນໄຫວທຸລະກິດຫຼືເພື່ອການຄິດໄລ່ໃນການເກັບພາສີຫຼື ອາກອນ; 4. ລະເມີດຈັນຍາບັນທາງດ້ານສະຖິຕິຂອງພະນັກງານແລະ ບຸກຄົນທີ່ຮັບມອບໝາຍໃຫ້ປະຕິບັດວຽກງານສະຖິຕິ; 5. ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 42 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງທີ່ສະໜອງຂໍ້ມູນສະຖິຕິ

ມາດຕາ 42 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງທີ່ສະໜອງຂໍ້ມູນ ສະຖິຕິ ຫ້າມບຸກຄົນແລະການຈັດຕັ້ງທີ່ສະໜອງຂໍ້ມູນສະຖິຕິມີການ ກະທໍາດັ່ງນີ້: 1. ລາຍງານຂໍ້ມູນສະຖິຕິບໍ່ມີຄວາມຈິງ; 2. ເຜີຍແຜ່ແລະສະໜອງຂໍ້ມູນທີ່ບໍ່ແມ່ນຄວາມຮັບຜິດຊອບ ຂອງຕົນໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ; 3. ປອມແປງ,ບິດເບືອນຂໍ້ມູນສະຖິຕິທາງການແລະຂໍ້ມູນສະ ເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍເຈດຕະນາ; 4. ນໍາໃຊ້ຂໍ້ມູນສະຖິຕິແລະຈຸດປະສົງອື່ນທີ່ບໍ່ແມ່ນສະຖິຕິ; ນໍາໃຊ້ທີ່ມີຈຸດປະສົງສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນ; 5. ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 43 ຂໍໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ຂໍ້ມູນສະຖິຕິ

ມາດຕາ 43 ຂໍໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ຂໍ້ມູນ ສະຖິຕິ ຫ້າມບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ຂໍ້ມູນມີການກະທໍາດັ່ງ ນີ້: 1. ນໍາໃຊ້ຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງໃດໜຶ່ງໃນທາງທີ່ບໍ່ຖືກຕ້ອງແລະເພື່ອຈຸດປະສົງອື່ນທີ່ບໍ່ແມ່ນສະ ຖິຕິ; 2. ນໍາໃຊ້ຂໍ້ມູນສະຖິຕິເພື່ອຈຸດປະສົງທໍາລາຍການດໍາເນີນ ທຸລະກິດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງ; 3. ສະໜອງຖານຂໍ້ມູນດິບຈາການສໍາຫຼວດທີ່ໄດ້ມາຈາກການ ຈັດຕັ້ງສະຖິຕິທຸກລະບົບໃຫ້ບຸກຄົນທີສາມເພື່ອຈຸດປະສົງອື່ນ; 4. ບັງຄັບບຸກຄົນໃດໜຶ່ງໃຫ້ເປີດເຜີຍ,ລາຍງານແລະປະກາດ ໃຊ້ຂໍ້ມູນທີ່ຜິດກັບຄວາມເປັນຈິງ; 5. ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ.

..ພາກທີ 7 ການຄຸ້ມຄອງແລະການກວດກາວຽກງານສະຖິຕິ


...ໝວດທີ 1 ອົງການຄຸ້ມຄອງວຽກງານສະຖິຕິ


....ມາດຕາ 44 ອົງການຄຸ້ມຄອງວຽກງານສະຖິຕິ

ມາດຕາ 44 ອົງການຄຸ້ມຄອງວຽກງານສະຖິຕິ ລັດຖະບານເປັນຜູ້ຄຸ້ມຄອງວຽກງານສະຖິຕິຢ່າງລວມສູນແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງແຜນ ການແລະການລົງທຶນເປັນໃຈກາງປະສານສົມທົບກັບຂະແໜງການ ອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສະຖິຕິປະກອບດ້ວຍ: - ກະຊວງແຜນການແລະການລົງທຶນ; - ພະແນກແຜນການແລະການລົງທຶນແຂວງ,ນະຄອນ; - ຫ້ອງການແຜນການເມືອງ,ເທດສະບານ; - ກະຊວງ,ອົງການ,ພະແນກການອ້ອມຂ້າງແຂວງ,ນະຄອນ, ຫ້ອງການອ້ອມຂ້າງເມືອງ,ເທດສະບານ.

....ມາດຕາ 45 ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນ

ມາດຕາ 45 ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນ ໃນການຄຸ້ມຄອງວຽກງານສະຖິຕິກະຊວງແຜນການແລະການ ລົງທຶນມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ວາງນະໂຍບາຍ,ທິດທາງແຜນຍຸດທະສາດແລະ ລະບຽບກົດໝາຍກ່ຽວກັບສະຖິຕິເພື່ອສະເໜີໃຫລັດຖະບານພິຈາລະ ນາ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ລະບຽບ ກົດໝາຍກ່ຽວກັບສະຖິຕິໃນຂອບເຂດທົ່ວປະເທດ; 3. ຊີ້ນໍາ,ຕິດຕາມແລະປະສານສົມທົບກັບຂະແໜງການອື່ນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍກ່ຽວກັບສະຖິຕິ; 4. ຄົ້ນຄວ້າແລະສະເໜີແຕ່ງຕັ້ງ,ຍົກຍ້າຍໜ້າທີ່ຫຼືປົດຕໍາ ແໜ່ງຫົວໜ້າແລະຮອງຫົວໜ້າສູນສະຖິຕິແຫ່ງຊາດ; 5. ແຕ່ງຕັ້ງ,ຍົກຍ້າຍໜ້າທີ່ຫຼືປົດຕໍາແໜ່ງຫົວໜ້າແລະຮອງ ຫົວໜ້າສູນສະຖິຕິປະຈໍາແຂວງ,ນະຄອນໂດຍມີການສົມທົບກັບອົງ ການປົກຄອງທ້ອງຖິ່ນ; 6. ຄົ້ນຄວ້າພິຈາລະນາຄໍາສະເໜີຂອງບຸກຄົນແລະການຈັດ ຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດລະ ບຽບກົດໝາຍກ່ຽວກັບວຽກງານສະຖິຕິ; 7. ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການກະ ທໍາທີ່ລະເມີດລະບຽບກົດໝາຍໃນການປະຕິບັດວຽກງານສະຖິຕິໃຫ້ມີ ຄວາມໂປ່ງໄສແລະສອດຄ່ອງກັບລະບຽບກົດໝາຍ; 8. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານສະຖິຕິ; 9. ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກສະຖິຕິ ໃຫ້ລັດຖະບານຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ການມອບໝາຍຂອງລັດຖະບານ.

....ມາດຕາ 46 ສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນແຂວງນະຄອນ

ມາດຕາ 46 ສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນ ແຂວງນະຄອນ ໃນການຄຸ້ມຄອງວຽກງານສະຖິຕິພະແນກແຜນການແລະການ ລົງທຶນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍ,ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ ,ລະບຽບກົດໝາຍກ່ຽວກັບສະຖິຕິລວມທັງໂຄສະນາ,ເຜີຍແຜ່ວຽກ ງານດັ່ງກ່າວໃນຂອບເຂດທ້ອງຖິ່ນຂອງຕົນ; 2. ຊີ້ນໍາ,ຕິດຕາມແລະປະສານສົມທົບກັບຂະແໜງການອື່ນທີ່ ກ່ຽວຂ້ອງພາຍໃນທ້ອງຖິ່ນຂອງຕົນໃນການຈັດຕັ້ງປະຕິບັດວຽກງານ ສະຖິຕິ; 3. ຄົ້ນຄວ້າພິຈາລະນາຄໍາສະເໜີຂອງບຸກຄົນແລະການຈັດ ຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດລະ ບຽບກົດໝາຍກ່ຽວກັບວຽກງານສະຖິຕິໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ; 4. ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການ ກະທໍາທີ່ລະເມີດລະບຽບກົດໝາຍໃນການປະຕິບັດວຽກງານສະຖິຕິ ໃຫ້ມີຄວາມໂປ່ງໃສແລະສອດຄ່ອງກັບລະບຽບກົດໝາຍຕາມຄວາມ ຮັບຜິດຊອບຂອງຕົນ; 5. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານສະຖິຕິຕາມ ການມອບໝາຍຂອງຂັ້ນເທິງ; 6. ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານ ສະຖິຕິຕໍ່ກະຊວງແຜນການແລະການລົງທຶນແລະອົງການປົກຄອງ ແຂວງ,ນະຄອນຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ.

....ມາດຕາ 47 ສິດແລະໜ້າທີ່ຂອງຫ້ອງການແຜນການເມືອງ,ເທດສະບານ

ມາດຕາ 47 ສິດແລະໜ້າທີ່ຂອງຫ້ອງການແຜນການເມືອງ,ເທດ ສະບານ ໃນການຄຸ້ມຄອງວຽກງານສະຖິຕິຫ້ອງການແຜນການເມືອງ, ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ແຜນການ ກ່ຽວກັບສະຖິຕິລວມທັງເຜີຍແຜ່ວຽກງານດັ່ງກ່າວໃນທ້ອງຖິ່ນຂອງ ຕົນ; 2. ຄົ້ນຄວ້າພິຈາລະນາຄໍາສະເໜີຂອງບຸກຄົນແລະການຈັດ ຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດລະ ບຽບກົດໝາຍກ່ຽວກັບວຽກງານສະຖິຕິຕາມຄວາມຮັບຜິດຊອບຂອງ ຕົນ; 3. ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການ ກະທໍາທີ່ລະເມີດລະບຽບກົດໝາຍໃນການປະຕິບັດວຽກງານສະຖິຕິ ໃຫ້ມີຄວາມໂປ່ງໄສແລະສອດຄ່ອງກັບລະບຽບກົດໝາຍຕາມຄວາມ ຮັບຜິດຊອບຂອງຕົນ; 4. ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານ ສະຖິຕິໃຫ້ພະແນກແຜນການແລະການລົງທຶນແຂວງ,ນະຄອນແລະ ອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ການມອບໝາຍຂອງຂັ້ນເທິງ.

....ມາດຕາ 48 ສິດແລະໜ້າທີ່ຂອງກະຊວງ,ອົງການ,ພະແນກການອ້ອມຂ້າງແຂວງ,ນະຕອນ,ຫ້ອງການອ້ອມຂ້າງເມືອງ,ເທດສະບານ

ມາດຕາ 48 ສິດແລະໜ້າທີ່ຂອງກະຊວງ,ອົງການ,ພະແນກການອ້ອມ ຂ້າງແຂວງ,ນະຕອນ,ຫ້ອງການອ້ອມຂ້າງເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສະຖິຕິກະຊວງ,ອົງການ,ພະແນກ ການອ້ອມຂ້າງແຂວງ,ນະຄອນ,ຫ້ອງການອ້ອມຂ້າງແຂວງ,ເທດສະ ບານມີສິດແລະໜ້າທີ່ດັ່ງນີ້: 1. ໂຄສະນາ,ເຜີຍແຜ່,ຊີ້ນໍາ,ຕິດຕາມການປະຕິບັດວຽກງານ ສະຖິຕິຂອງການຈັດຕັ້ງສະຖິຕິທີ່ຂຶ້ນກັບຕົນ,ພິຈາລະນາແກ້ໄຂຄໍາສະເໜີ ຂອງບຸກຄົນແລະການຈັດຕັ້ງຕາມພາລະບົດບາດຂອງຕົນໂດຍປະສານ ສົມທົບກັບການຈັດຕັ້ງສະຖິຕິລະບົບສາຍຕັ້ງ; 2. ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການກະ ທໍາທີ່ລະເມີດລະບຽບກົດໝາຍໃນການປະຕິບັດວຽກງານສະຖິຕິຂອງ ຂະແໜງການໃຫ້ມີຄວາມໂປ່ງໄສແລະສອດຄ່ອງກັບລະບຽບກົດໝາຍ ຕາມຄວາມຮັບຜິດຊອບຂອງຕົນ; 3. ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານ ສະຖິຕິໃຫ້ຂັ້ນເທິງຂອງຕົນແລະສູນສະຖິຕິແຫ່ງຊາດ; 4. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະການ ມອບໝາຍຂອງຂັ້ນເທິງ. ...ໝວດທີ 2 ການກວດກາ


....ມາດຕາ 49 ອົງການກວດກາວຽກງານສະຖິຕິ

ມາດຕາ 49 ອົງການກວດກາວຽກງານສະຖິຕິ ອົງການກວດກາວຽກງານສະຖິຕິປະກອບດ້ວຍ: - ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການ ຄຸ້ມຄອງວຽກງານສະຖິຕິຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 44 ຂອງ ກົດໝາຍສະບັບນີ້; - ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງການ ກວດກາລັດແລະອົງການກວດສອບແຫ່ງລັດ.

....ມາດຕາ 50 ຈຸດປະສົງຂອງການກວດກາ

ມາດຕາ 50 ຈຸດປະສົງຂອງການກວດກາ ຈຸດປະສົງຂອງການກວດກາວຽກງານສະຖິຕິແມ່ນເພື່ອເຮັດໃຫ້ ການຄຸ້ມຄອງການເຄື່ອນໄຫວວຽກງານຂອງລະບົບການຈັດຕັ້ງສະຖິຕິ ແຫ່ງຊາດມີປະສິດທິພາບ,ປະສິດທິຜົນແລະຖືກຕ້ອງຕາມລະບຽບກົດ ໝາຍ. ....ມາດຕາ 51 ເນື້ອໃນການກວດກາ

ມາດຕາ 51 ເນື້ອໃນການກວດກາ ເນື້ອໃນການກວດກາແມ່ນການຕິດຕາມ,ກວດກາການຈັດຕັ້ງປະ ຕິບັດແຜນດໍາເນີນງານການເຄື່ອນໄຫວຂອງລະບົບການຈັດຕັ້ງສະຖິຕິ ແຫ່ງຊາດຕາມລະບຽບກົດໝາຍ.

....ມາດຕາ 52 ແຜນການການກວດກາ

ມາດຕາ 52 ແຜນການການກວດກາ ອົງການກວດກາສ້າງແຜນການດໍາເນີນການກວດກາຂອງຕົນ ຂຶ້ນເພື່ອຕິດຕາມ,ກວດກາວຽກງານສະຖິຕິທີ່ຕິດພັນກັບການປະຕິບັດກິດ ຈະກໍາແລະຜົນຜະລິດສະຖິຕິທີ່ກໍານົດໄວ້ໃນແຜນດໍາເນີນງານແຕ່ລະໄລ ຍະຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ.

....ມາດຕາ 53 ຮູບການກວດກາ

ມາດຕາ 53 ຮູບການກວດກາ ຮູບການກວດກາມີສາມປະເພດດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະ ນະກວດກາຢ່າງເປັນປະຈໍາໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຮູ້ ລ່ວງໜ້າກ່ອນຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາເມື່ອເຫັນວ່າມີ ຄວາມຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນໂດຍ ບໍ່ໄດ້ແຈ້ງໃຫ້ເປົ້າມາຍທີ່ຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະການ ລົງປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

....ມາດຕາ 54 ການກວດກາພາຍນອກ

ມາດຕາ 54 ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າທີ່ ຂອງການຈັດຕັ້ງສະຖິຕິທຸກລະບົບ,ອົງການຄຸ້ມຄອງແລະກວດກາວຽກ ງານສະຖິຕິເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໄສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການກວດກາລັດ; 3. ການກວດກາຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ. ....ມາດຕາ 55 ການລາຍງານແລະການແກ້ໄຂຜົນຂອງການກວດກາ

ມາດຕາ 55 ການລາຍງານແລະການແກ້ໄຂຜົນຂອງການກວດກາ ຄະນະກວດກາຕ້ອງສ້າງບົດບັນທຶກການກວດກາ,ບົດລາຍງານ ພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດແລະລາຍງານຕໍ່ອົງການ ທີ່ມີອໍານາດພິຈາລະນາກ່ຽວກັບຜົນຂອງການກວດກາ. ຄະນະກວດກາຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບ ການສະຫຼຸບລາຍງານຜົນຂອງການກວດກາແລະຮັກສາຄວາມລັບດ້ານ ເອກະສານສະຖິຕິທີ່ໄດ້ກວດກາຢ່າງເຂັ້ມງວດ. ....ມາດຕາ 56 ສິດແລະພັນທະຂອງເປົ້າໝາຍທີ່ຖືກກວດກາ

ມາດຕາ 56 ສິດແລະພັນທະຂອງເປົ້າໝາຍທີ່ຖືກກວດກາ ເປົ້າໝາຍທີ່ຖືກກວດກາມີສິດແລະພັນທະດັ່ງນີ້: 1. ຮ້ອງຂໍໃຫ້ຄະນະກວດການໍາສະເໜີຂໍ້ຕົກລົງກ່ຽວກັບການ ກວດກາແລະບັດອະນຸຍາດກວດກາ; 2. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກວດກາທີ່ບໍ່ ຖືກຕ້ອງຕາມລະບຽບຫຼັກການທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງ; 3. ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄະນະ ກວດກາ,ສະໜອງເອກະສານ,ຂໍ້ມູນ,ພະຍານຫຼັກຖານແລະຕອບບັນຫາ ທີ່ພົວພັນເຖິງເນື້ອໃນການກວດກາຕາມການສະເໜີຂອງຄະນະກວດ ກາ.

..ພາກທີ 8 ງົບປະມານ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ


...ມາດຕາ 57 ແຫຼ່ງທຶນ

ມາດຕາ 57 ແຫຼ່ງທຶນ ທຶນໃນການຈັດຕັ້ງປະຕິບັດວຽກງານສະຖິຕິແມ່ນໄດ້ມາຈາກງົບ ປະມານແຫ່ງລັດ,ການສະໜັບສະໜູນຊ່ວຍເຫຼືອຈາກຕ່າງປະເທດ,ອົງ ການຈັດຕັ້ງສາກົນ,ການປະກອບສ່ວນຂອງສັງຄົມແລະແຫຼ່ງທຶນອື່ນ.

...ມາດຕາ 58 ງົບປະມານ

ມາດຕາ 58 ງົບປະມານ ງົບປະມານຂອງສູນສະຖິຕິແຫ່ງຊາດແມ່ນຫົວໜ່ວຍງົບປະມານ ຂັ້ນໜຶ່ງຂອງງົບປະມານແຫ່ງລັດ. ການຄຸ້ມຄອງແລະການນໍາໃຊ້ງົບປະມານຕາມລະບົບສາຍຕັ້ງ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

...ມາດຕາ 59 ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ

ມາດຕາ 59 ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ ການຈັດຕັ້ງສະຖິຕິລະບົບສາຍຕັ້ງມີເຄື່ອງໝາຍ,ເຄື່ອງແບບ ແລະຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານທາງລັດຖະການ.

..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 60 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 60 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນະຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດວຽກງານສະຖິຕິຄົບຖ້ວນ,ຊັດເຈນແລະທັນເວລາຢ່າງມີປະ ສິດທິຜົນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 61 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 61 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານສະຖິຕິເປັນຕົ້ນຂໍ້ຫ້າມຕ່າງໆຈະຖືກສຶກສາອົບຮົມ,ປະ ຕິບັດວິໄນ,ປັບໃໝຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມ ທັງຮັບຜິດຊອບໃຊ້ແທນຄ່າເສຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນຕາມລະ ບຽບກົດໝາຍ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 62 ການຈັດຕັ້ງປະຕິບັດ

ມາດຕາ 62 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 63 ຜົນສັກສິດ

ມາດຕາ 63 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ