Jump to content

ກົດໝາຍວ່າດ້ວຍສະຖິຕິ(ສະບັບປັບປຸງ) 11-05-2017

From Wikisource

ສະຖິຕິ(ສະບັບປັບປຸງ) 11-05-2017

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການຄຸ້ມຄອງ,ການຕິດຕາມແລະກວດກາວຽກງານສະຖິຕິເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການສ້າງແລະພັດທະນາຢ່າງເປັນລະບົບ,ທັນສະໄໝ,ໜັກແໜ້ນແລະມີປະສິດທິພາບແນໃສ່ຮັບປະກັນຂໍ້ມູນສະຖິຕິຄົບຖ້ວນ,ຊັດເຈນ,ທັນເວລາແລະສອດຄ່ອງກັບຄວາມເປັນຈິງສາມາດເປັນບ່ອນອີງໃຫ້ແກ່ການກໍານົດທິດທາງ,ໜ້າທີ່ແລະຄາດໝາຍລວມຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການສ້າງສາປະເທດຊາດໃຫ້ມັ່ງຄັ່ງ,ເຂັ້ມແຂງ,ຍຸຕິທໍາແລະສິວິໄວ.

ມາດຕາ2(ປັບປຸງ)ສະຖິຕິ ສະຖິຕິແມ່ນຂໍ້ມູນແລະຕົວເລກທີ່ສ່ອງແສງເຖິງສະພາບຄວາມເປັນຈິງຂອງເຫດການທີ່ເກີດຂຶ້ນໃນສັງຄົມ,ສະພາບແວດລ້ອມຂອງການດໍາເນີນງານແລະການດໍາລົງຊີວິດໃນໄລຍະເວລາໃດໜຶ່ງຊຶ່ງໄດ້ມາຈາກການສໍາຫຼວດແລະການລາຍງານບໍລິຫານໂດຍຜ່ານຂະບວນການສໍາພາດ,ເກັບກໍາ,ສັງລວມ,ປຸງແຕ່ງ,ວິໄຈແລະຂະບວນການວິເຄາະຕາມວິທະຍາສາດດານສະຖິຕິ.

ມາດຕາ3(ປັບປຸງ)ອານອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ລະບົບສະຖິຕິແຫ່ງຊາດໝາຍເຖິງການສັງລວມສະຖິຕິໃນລະດັບສູນກາງແລະທ້ອງຖິ່ນໂດຍມີຂໍ້ມູນສະຖິຕິທາງການ,ແຜນດໍາເນີນງານ,ພື້ນຖານໂຄງລ່າງແລະອົງການຈັດຕັ້ງສະຖິຕິແຫ່ງຊາດ; 2.ສະຖິຕິທາງການໝາຍເຖິງສະຖິຕິທີ່ໄດ້ມາຈາກການສໍາຫຼວດແລະການລາຍງານບໍລິຫານໂດຍຜ່ານຂະບວນການເກັບກໍາ,ສັງລວມ,ຄິດໄລ່,ປຸງແຕ່ງ,ວິໄຈແລະຂະບວນການວິເຄາະຕາມວິທະຍາສາດດ້ານສະຖິຕິໂດຍໄດ້ຮັບການຮັບຮອງຈາກລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 3.ວິທະຍາສາດດ້ານສະຖິຕິໝາຍເຖິງຄວາມອຸດົມສົມບູນ,ຄວາມກວ້າງຂວາງແລະຄວາມເປັນໜຶ່ງດຽວໃນດ້ານວິທີການ,ຂະບວນການຜະລິດແລະການເຜີຍແຜ່ຂໍ້ມູນສະຖິຕິບົນພື້ນຖານນິຍາມ,ແນວຄວາມຄິດ,ຄູ່ມືແນະນໍາ,ມາດຕະຖານສາກົນ,ປຶ້ມຫຼັກສູດວິທະຍາສາດດ້ານສະຖິຕິທີ່ສາກົນວາງອອກໃນແຕ່ລະໄລຍະ; 4.ການວິເຄາະໝາຍເຖິງຂະບວນການໄຈ້ແຍກ,ການກວດກາ,ການກັ່ນຕອງ;ການສຶກສາອົງປະກອບຕ່າງທເພື່ອໃຫ້ອະທິບາຍໄດ້ຄວາມເປັນຈິງ,ສາຍພົວພັນ,ຄຸນລັກສະນະຂອງຂໍ້ມູນແລະຢັ້ງຢືນຄວາມຖືກຕ້ອງຂອງຕົວເລກສະຖິຕິແລະສາມາດນໍາໃຊ້ສຶກສາຄົ້ນຄວ້າບັນຫາອື່ນໄດ້; 5.ການວິໄຈໝາຍເຖິງວິທີການໃດໜຶ່ງທີ່ໃຊ້ເພື່ອການຊອກຫາສາເຫດຫຼືທີ່ມາຂອງບັນຫາຢ່າງມີຂັ້ນຕອນ,ເປັນລະບົບລະບຽຍບແລະມີເປົ້າມາຍທີ່ຈະແຈ້ງ; 6.ຄວາມເປັນເອກະລາດທາງດ້ານວິຊາການໝາຍເຖິງຄວາມເປັນເອກະລາດທາງດ້ານການຜະລິດແລະການເຜີຍແຜ່ຂໍ້ມູນສະຖິຕິທາງການຕາມວິທະຍາສາດດ້ານສະຖິຕິ; 7.ການສໍາຫຼວດສະຖິຕິໝາຍເຖິງວິທີການເກັບກໍາຂໍ້ມູນຫຼືຕົວເລກທີ່ຕ້ອງການໂດຍນໍາໃຊ້ຄໍາຖາມຫຼືແບບສອບຖາມເພື່ອສໍາພາດຜູ້ສະໜອງຂໍ້ມູນແບບທາງກົງແລະທາງອ້ອມຕາມວິທະຍາສາດດ້ານສະຖິຕິແລະໄລຍະເວລາທີ່ໄດ້ກໍານົດໄວ້ຢ່າງເປັນເອກະພາບກັນໃນແຕ່ລະການສໍາຫຼວດ; 8.ການລາຍງານບໍລິຫານໝາຍເຖິງການເກັບກໍາ,ການສັງລວມແລະການລາຍງານຂໍ້ມູນສະຖິຕິຢ່າງເປັນປົກກະຕິຂອງຫົວໜ່ວຍພື້ນຖານຕາມພາລະບົດບາດແລະພາຍໃຕ້ການຄຸ້ມຄອງຂອງຕົນທີ່ຕ້ອງໄດ້ສະໜອງໃຫ້ແກ່ການຈັດຕັ້ງສະຖິຕິແຫ່ງຊາດ; 9.ຕົວຊີ້ບອກໝາຍເຖິງຕົວເລກສະຖິຕິເພື່ອນໍາໃຊ້ໃນການວັດແທກຂະໜາດ,ການປະເມີນການປ່ຽນແປງໃນການພັດທະນາທີ່ພົວພັນກັບເສດຖະກິດສັງຄົມ,ສິ່ງແວດລ້ອມແລະຊັກພະຍາກອນທໍາມະຊາດ,ຄວາມໝັ້ນຄົງແລະເຫດການໃດໜຶ່ງໃນໄລຍະເວລາແລະໃນສະຖານທີ່ໃດໜຶ່ງ; 10.ຂໍ້ມູນດິບໝາຍເຖິງຂໍ້ມູນ,ຖານຂໍ້ມູນຫຼືຕົວເລກທີ່ໄດ້ມາຈາກການສໍາລວດແລະການລາຍງານບໍລິຫານທີ່ຍັງບໍ່ທັນຜ່ານຂະບວນການຜະລິດແລະປຸງແຕ່ງຕາມວິທະຍາສາດດ້ານສະຖິຕິ; 11.ຖານຂໍ້ມູນໝາຍເຖິງຊຸດຂໍ້ມູນທີ່ໄດ້ສ້າງຂຶ້ນຢູ່ໃນລະບົບເອເລັກໂຕຼນິກຊຶ່ງສາມາດເຂົ້າເຖິງໄດ້ດ້ວຍຫຼາຍຮູບແບບແລະຫຼາຍວິທີ; 12.ປີຖານໝາຍເຖິງປີທີ່ເປັນຈຸດປຽບທຽບຫຼືບ່ອນອີງສໍາລັບການວັວດແທກລະດັບການປ່ຽນແປງໃດໜຶ່ງດ້ານເສດຖະກິດສັງຄົມ; 13.ຫົວໜ່ວຍພື້ນຖານໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຂອງລັດແລະບໍ່ແມ່ນຂອງລັດທີ່ດໍາເນີນການເຄື່ອນໄຫວທຸລະກິດການຜະລິດ,ການຄ້າ,ການບໍລິການແລະການເຄື່ອນໄຫວວັດທະນະທໍາສັງຄົມທີ່ຫວັງຜົນກໍາໄລແລະບໍ່ຫວັງຜົນກໍາໄລ; 14.ສະຖິຕິການຂຶ້ນບັນຊີໝາຍເຖິງການເກັບກໍາສະຖິຕິບັນຊີຫົວໜ່ວຍພື້ນຖານທີ່ມີການເຄື່ອນໄຫວທຸລະກິດລວມທັງຫົວໜ່ວຍພື້ນຖານທີ່ໄດ້ຂຶ້ນທະບຽນແລະບໍ່ໄດ້ຂຶ້ນທະບຽນຊຶ່ງມີການບັນທຶກຢ່າງເປັນປະຈໍາແລະຕໍ່ເນື່ອງໂດຍການຈັດຕັ້ງຂອງລັດຫຼືການຈັດຕັ້ງໃດໜຶ່ງ; 15.ສະຖິຕິການຂຶ້ນທະບຽນໝາຍເຖິງການເກັບກໍາສະຖິຕິ,ການສັງລວມປະຈໍາປີຕາມການລາຍງານບໍລິຫານເພື່ອສ້າງເປັນບັນຊີແລະຖານຂໍ້ມູນ; 16.ການຜະລິດສະຖິຕິໝາຍເຖິງຂະບວນການເກັບກໍາ,ສັງລວມ,ຄິດໄລ່,ປຸງແຕ່ງ,ວິໄຈ,ວິເຄາະຂໍ້ມູນສະຖິຕິແລະການແປຄວາມໝາຍຂອງຂໍ້ມູນທີ່ໄດ້ມາຈາກການສໍາຫຼວດແລະການລາຍງານບໍລິຫານຕາມວິທະຍາສາດດ້ານສະຖິຕິ; 17,ການປຸງແຕ່ງສະຖິຕິໝາຍເຖິງຂັ້ນຕອນໜຶ່ງຂອງການຜະລິດສະຖິຕິກ່ຽວກັບການສຶກສາຄວາມສອດຄ່ອງຫຼືຄວາມເປັນໄປໄດ້ຂອງຂໍ້ມູນ,ການໃສ່ລະຫັດສາລະບານ,ການຈັດລຽງລໍາດັບ,ການຈັດໝວດ,ການຈັດກຸ່ມຕາມວິທະຍາສາດດ້ານສະຖິຕິ; 18.ຫົວໜ່ວຍການປົກຄອງໝາຍເຖິງກະຊວງ,ອົງການລັດທຽບເທົ່າກະຊວງ,ແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນແລະບ້ານ; 19,ການຂຶ້ນບັນຊີຫົວໜ່ວຍການປົກຄອງໝາຍເຖິງການຂຶ້ນບັນຊີຫົວໜ່ວຍການປົກຄອງຊຶ່ງມີການບັນທຶກຢ່າງເປັນປະຈໍາແລະຕໍ່ເນື່ອງໂດຍການຈັດຕັ້ງຂອງັດ; 20.ລະບົບລະຫັດສາລະບານໝາຍເຖິງການຈັດແບ່ງຂໍ້ມູນສະຖິຕິອອກເປັນພາກ,ຂະແໜງ,ໝວດ,ໝູ່,ກຸ່ມໂດຍອີງໃສ່ມາດຕະຖານຂອງສາກົນຊຶ່ງນໍາໃຊ້ລະຫັດທີ່ເປັນຕົວເລກຫຼືຕົວອັກສອນໃນການກໍານົດເພື່ອຄວາມເປັນເອກະພາບໃນການຜະລິດແລະການເຜີຍແຜ່ຂໍ້ມູນສະຖິຕິຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 21.ການສໍາຫຼວດແບບຕົວແທນລະດັບຊາດໝາຍເຖິງການເກັບກໍາຂໍ້ມູນຈາກຕົວແທນຂອງຈໍານວນປະຊາຊກອນທັງໝົດຂອງຊາດກ່ຽວກັບຄຸນລັກສະນະຫຼືເຫດການທີ່ເກີດຂຶ້ນຕາມຈຸດປະສົງຂອງການສໍາຫຼວດນັ້ນ; 22.ການສໍາຫຼວດແບບຕົວແທນລະດັບຂະແໜງການໝາຍເຖິງການເກັບກໍາຂໍ້ມູນຈາກຕົວແທນຂອງຈໍານວນປະຊາກອນທັງໝົດຂອງຂະແໜງການກ່ຽວກັບຄຸນລັກສະນະຫຼືເຫດການທີ່ເກີດຂຶ້ນຕາມຈຸດປະສົງຂອງການສໍາຫຼວດນັ້ນ; 23.ການສໍາຫຼວດແບບຕົວແທນລະດັບທ້ອງຖິ່ນໝາຍເຖິງການເກັບກໍາຂໍ້ມູນຈາກຕົວແທນຂອງຈໍານວນປະຊາກອນທັງໝົດຂອງທ້ອງຖິ່ນກ່ຽວກັບຄຸນລັກສະນະຫຼືເຫດການທີ່ເກີດຂຶ້ນຕາມຈຸດປະສົງຂອງການສໍາຫຼວດນັ້ນ; 24.ນັກເດີນສໍາຫຼວດໝາຍເຖິງພະນັກງານລັດຖະກອນຫຼືບຸກຄົນທີ່ບໍ່ແມ່ນລັດຖະກອນຊຶ່ງໄດ້ຮັບມອບໝາຍໃຫ້ເກັບກໍາແລະສັງລວມຂໍ້ມູນໃນການດໍາເນີນການສໍາຫຼວດໃດໜຶ່ງ; 25.ນັກກວດກາໝາຍເຖິງພະນັກງານລັດຖະກອນຫຼືບຸກຄົນທີ່ບໍ່ແມ່ນລັດຖະກອນຊຶ່ງໄດ້ຮັບມອບໝາຍໃຫ້ກວດກາຂໍ້ມູນ,ຕົວເລກທີ່ນັກເດີນສໍາຫຼວດເກັບກໍາແລະສັງລວມໄດ້; 26.ຜູ້ສະໜອງຂໍ້ມູນໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີພູມລໍາເນົາຢູ່ສປປລາວຊຶ່ງໄດ້ສະໜອງຂໍ້ມູນສະຖິຕິ; 27.ຄົວເຮືອນໝາຍເຖິງເຮືອນທີ່ມີບຸກຄົນຫຼືກຸ່ມຄົນຊຶ່ງມີການກິນຢູ່ຮ່ວມກັນແລະດໍາເນີນກິດຈະກໍາປະຈໍາວັນຮ່ວມກັນເປັນປະຈໍາ;ຄົວເຮືອນໜ່ຶງປະກອບມີໜຶ່ງຫຼືຫຼາຍຄອບຄົວທີ່ມີໜຶ່ງຫຼືຫຼາຍສໍາມະໂນຄົວ; 28.ການຂຶ້ນທະບຽນພົນລະເມືອງໝາຍເຖິງລະບົບການບັນທຶກຂໍ້ມູນພົນລະເມືອງແລະຜູ້ຢູ່ອາໄສທັງໝົດລວມທັງການເກີດ,ການຕາຍ,ການແຕ່ງດອງ,ການຢ່າຮ້າງ,ການຮັບເອົາເດັກເປັນລູກລ້ຽງແລະອື່ນ; 29.ສະຖິຕິບົດບາດຍິງຊາຍໝາຍເຖິງຂໍ້ມູນທີ່ສະແດງໃຫ້ເຫັນເຖິງຄວາມແຕກຕ່າງແລະຄວາມບໍ່ສະເໝີພາບລະຫວ່າງຍິງແລະຊາຍໃນທຸກໆດ້ານຂອງສະພາບການດໍາລົງຊີວິດເຊັ່ນຄວາມແຕກຕ່າງກັນດ້ານການເຂົ້າເຖິງ,ການໃຫ້ໂອກາດ,ການສະໜອງ,ການໃຫ້ຄຸນຄ່າແລະການໃຫ້ຄໍາສໍາຄັນຕ່າງໆ; 30.ຂໍ້ມູນສະຖິຕິທີ່ບໍ່ມີຄວາມຈິງໝາຍເຖິງຂໍ້ມູນທີ່ປອມແປງ,ບິດບືອນຈາກສະພາບຄວາມເປັນຈິງຫຼືສ້າງຂໍ້ມູນຂຶ້ນມາໂດຍບໍ່ມີແຫຼ່ງຂໍ້ມູນອ້າງອີງທີ່ຖືກຕ້ອງ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານສະຖິຕິ ລັດຊຸກຍູ້,ສົ່ງເສີມການພັດທະນາວຽກງານສະຖິຕິດ້ວຍການກໍານົດນະໂຍບາຍ,ກົດໝາຍ,ລະບົບການຈັດຕັ້ງສະຖິຕິແຫ່ງຊາດ,ການສ້າງຊັບພະຍາກອນມະນຸດ,ການປະກອບບຸກຄະລາກອນແລະການສະໜອງງົບປະມານເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດແລະແຜນດໍາເນີນງານສະຖິຕິໃນແຕ່ລະໄລຍະແນໃສ່ຮັບປະກັນຄວາມຍືນຍົງຂອງວຽກງານສະຖິຕິ. ລັດຊຸກຍູ້ໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດປະກອບສ່ວນສະຕິປັນຍາ,ວັດຖຸປະກອນ,ແຫຼ່ງທຶນແລະສະໜອງຂໍ້ມູນເຂົ້າໃນການເຄື່ອນໄຫວວຽກງານສະຖິຕິ. ລັດສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ທຸກພາກສ່ວນໃນສັງຄົມໃນຂອບເຂດທົ່ວປະເທດສາມາດຮຽນຮູ້,ເຂົ້າໃຈວຽກງານສະຖິຕິແລະເຂົ້າເຖິງຂໍ້ມູນທີ່ຊັດເຈນແລະທັນສະພາບການ.

ມາດຕາ5(ປັບປຸງ)ຫຼັກການພື້ນຖານກ່ຽວກັບວຽກງານສະຖິຕິ ໃນການເຄື່ອນໄຫວວຽກງານສະຖິຕິຕ້ອງດໍາເນີນບົນລັກການພື້ນຖານດັ່ງນີ້: 1.ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 2.ຮັບປະກັນຄວາມຖືກຕ້ອງຕາມວິທະຍາສາດດ້ານສະຖິຕິ,ຄວາມເປັນເອກະລາດທາງດ້ານວິຊາການໃນການຜະລິດ,ການເຜີຍແຜ່ແລະການຕອບສະໜອງຂໍ້ມູນສະຖິຕິໃຫ້ຖືກຕ້ອງຕາມຄວາມເປັນຈິງ,ພາວະວິໄສ,ຊັດເຈນ,ຄົບຊຸດແລະທັນຕາມກໍານົດເວລາ; 3.ຮັບປະກັນຄວາມເປັນເອກະພາບຂອງບັນດາຕົວຊີ້ບອກ,ລະບອບວິທີການຄິດໄລ່,ລະບົບຕາຕະລາງເກັບກໍາ,ຫົວໜ່ວຍວັດແທກ,ລະບົບລະຫັດສາລະບານ,ໄລຍະເວລາການລາຍງານໂດຍໃຫ້ເອົາໃຈໃສ່ສະຖິຕິແຍກເພດ; 4.ຮັບປະກັນການເປີດເຜີຍກ່ຽວກັບວິທີການຜະລິດແລະການເຜີຍແຜ່ຂໍ້ມູນສະຖິຕິເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ນໍາໃຊ້ຂໍ້ມູນສະຖິຕິ; 5.ຮັບປະກັນສິດສະເໝີພາບໃນການເຂົ້າເຖິງແລະການໃຊ້ຂໍມູນສະຖິຕິທີ່ໄດ້ເຜີຍແຜ່ແລະປະກາດໃຊ້,ສາຍພົວພັນລະຫວ່າງຜູ້ຜະລິດແລະຜູ້ນໍາໃຊ້ຂໍ້ມູນສະຖິຕິ.

ມາດຕາ6(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ຄົວເຮືອນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດແລະເຄື່ອນໄຫວກິດຈະກໍາທີ່ກ່ຽວຂ້ອງກັບການຜະລິດ,ການສະໜອງແລະການນໍາໃຊ້ຂໍ້ມູນສະຖິຕິໃນສປປລາວຍົກເວັ້ນການເຜີຍແຜ່,ການສະໜອງຂໍ້ມູນສະຖິຕິທີ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ.

ມາດຕາ7(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນບົດຮຽນແລະຂໍ້ມູນສະຖິຕິທາງການ,ຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການ,ເຕັກນິກ,ເຊື່ອມໂຍງການນໍາໃຊ້ວິທີວິທະຍາສາດສະຖິຕິ,ຄົ້ນຄວ້າ,ນໍາໃຊ້ວິທະຍາສາດແລະເຕັກໂນໂລຊີເພື່ອພັດທະນາວຽກງານສະຖິຕິໃຫ້ມີຄວາມເຂັ້ມແຂງແລະທັນສະໄໝ,ເຄົາລົບແລະປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ປະເພດສະຖິຕິ

ມາດຕາ8ປະເພດສະຖິຕິ ສະຖິຕິແບ່ງອອກເປັນສີ່ປະເພດຕົ້ນຕໍດັ່ງນີ້: 1.ສະຖິຕິເສດຖະກິດ; 2.ສະຖິຕິສັງຄົມ; 3.ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ; 4.ສະຖິຕິຄວາມໝັ້ນຄົງ.

ມາດຕາ9(ປັບປຸງ)ສະຖິຕິເສດຖະກິດ ສະຖິຕິເສດຖະກິດແມ່ນຂໍ້ມູນສະຖິຕິກ່ຽວກັບສະພາບການເຄື່ອນໄຫວຂອງການພັດທະນາດ້ານເສດຖະກິດກ່ຽວກັບກະສິກໍາ,ປ່າໄມ້ແລະການປະມົງ,ອຸດສາຫະກໍາ,ຫັດຖະກໍາແລະການຄ້າ,ພະລັງງານແລະບໍ່ແຮ່,ການກໍ່ສ້າງ,ການຄົມມະນາຄົມຂົນສົ່ງ,ໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ວິທະຍາສາດແລະເຕັກໂນໂລຊີ,ການລົງທຶນ,ການເງິນ,ເງິນຕາແລະການປະກັນໄພ,ທະນາຄານ,ການທ່ອງທ່ຽວ,ການບັນຊີແຫ່ງຊາດແລະສະຖິຕິອື່ນທີ່ກ່ຽວຂ້ອງກັບເສດຖະກິດຊຶ່ງສອດຄ່ອງກັບຕົວຊີ້ບອກຂອງເປົ້າໝາຍການພັດທະນາ.

ມາດຕາ10(ປັບປຸງ)ສະຖິຕິສັງຄົມ ສະຖິຕິສັງຄົມແມ່ນຂໍ້ມູນສະຖິຕິກ່ຽວກັບສະພາບການເຄື່ອນໄຫວຂອງການພັດທະນາດ້ານສັງຄົມກ່ຽວກັບພົນລະເມືອງ,ຊົນເຜົ່າ,ການສຶກສາ,ສາທາລະນະສຸກ,ແຮງງານ,ສະຫວັດດີການສັງຄົມ,ຜູ້ພິການ,ຜູ້ອາຍຸສູງ,ຖະແຫຼງຂ່າວແລະວັດທະນະທໍາ,ຄວາມທຸກຍາກ,ບົດບາດຍິງຊາຍ,ການປະກັນສັງຄົມ,ສະຖິຕິທີ່ຢູ່ອາໄສ,ກິລາກາຍຍະກໍາ,ອົງການຈັດຕັ້ງສັງຄົມ,ອຸບປະຕິເຫດ,ຄະດີ;ສະຖິຕິການຂຶ້ນບັນຊີຫົວໜ່ວຍການປົກຄອງ,ສະຖິຕິການຂຶ້ນບັນຊີຄົວເຮືອນ;ສະຖິຕິການຂຶ້ນທະບຽນພົນລະເມືອງກ່ຽວກັບການເກີດ,ການຕາຍ,ການແຕ່ງດອງ,ການຢ່າຮ້າງ,ການເອົາເດັກເປັນລູກລ້ຽງແລະສະຖິຕິອື່ນທີ່ກ່ຽວຂ້ອງກັບສັງຄົມຊຶ່ງສອດຄ່ອງກັບຕົວຊີ້ບອກຂອງເປົ້າໝາຍການພັດທະນາ.

ມາດຕາ11(ປັບປຸງ)ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ ສະຖິຕິສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດແມ່ນຂໍ້ມູນສະຖິຕິກ່ຽວກັບສະພາບການເຄື່ອນໄຫວຂອງການພັດທະນາດ້ານສິ່ງແວດລ້ອມແລະຊັກບພະຍາກອນທໍາມະຊາດກ່ຽວກັບພູມມິປະເທດ,ທໍລະນີສາດ,ທີ່ດິນ,ແຮ່ທາດ,ອຸຕຸນິຍົມ,ອຸທົກກະສາດ,ໄພພິບັດ,ມົນລະພິດ,ສິ່ງເສດເຫຼືອ,ສານເຄມີແລະການບໍາບັດ,ການສ້າງຄວາມສົມດຸນລະຫວ່າງສິ່ງແວດລ້ອມ,ຊັບພະຍາກອນທໍາມະຊາດ,ມະນຸດແລະການພັດທະນາແລະສະຖິຕິອື່ນທີ່ກ່ຽວຂ້ອງກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດຊຶ່ງສອດຄ່ອງກັບຕົວຊີ້ບອກຂອງເປົ້າມາຍການພັດທະນາ.

ມາດຕາ12(ປັບປຸງ)ສະຖິຕິຄວາມໝັ້ນຄົງ ສະຖິຕິຄວາມໝັ້ນຄົງແມ່ນຂໍ້ມູນສະຖິຕິກ່ຽວກັບສະພາບການປ້ອງກັນຊາດ,ປ້ອງກັນຄວາມສະຫງົບແລະຄວາມໝັ້ນຄົງທາງດ້ານເສດຖະກິດແລະຄວາມປອດໄພຂອງສັງຄົມເປັນຕົ້ນສະຖິຕິການຄໍ້າປະກັນສະບຽງອາຫານ,ສະຖິຕິການຄ້າມະນຸດ.

ພາກທີ3ການສ້າງສະຖິຕິ

ມາດຕາ13(ປັບປຸງ)ຄວາມສໍາຄັນແລະຄວາມຈໍາເປັນຂອງການສ້າງສະຖິຕິ ການສ້າງສະຖິຕິແມ່ນການກໍານົດແລະການຜະລິດສະຖິຕິທີ່ດໍາເນີນຕາມຫຼັກວິທະຍາສາດດ້ານສະຖິຕິເພື່ອຮັບປະກັນໃຫ້ມີຂໍ້ມູນສະຖິຕິທາງການທີ່ມີຄຸນນະພາບ,ຄວາມຖືກຕ້ອງແລະຄວາມຄົບຖ້ວນແນໃສ່ຕອບສະໜອງໃຫ້ແກ່ການສ້າງແລະເປັນເຄື່ອງມືໃນການຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະຢ່າງມີປະສິດທິພາບແລະປະສິດທິຜົນ.

ມາດຕາ14(ປັບປຸງ)ວິທີການໃນການສ້າງສະຖິຕິ ວິທີການໃນການສ້າງສະຖິຕິທີ່ເປັນທາງການມີວິທີການດັ່ງນີ້: 1.ການສໍາຫຼວດ; 2.ການລາຍງານບໍລິຫານ; 3.ການສ້າງສະຖິຕິການຂຶ້ນບັນຊີ; 4.ການສ້າງສະຖິຕິການຂຶ້ນທະບຽນ.

ໝວດທີ1ການສໍາຫຼວດ

ມາດຕາ15(ປັບປຸງ)ປະເພດການສໍາຫຼວດສະຖິຕິ ການສໍາຫຼວດສະຖິຕິມີສາມປະເພດດັ່ງນີ້: 1.ການສໍາຫຼວດໃຫຍ່; 2.ການສໍາຫຼວດແບບຕົວແທນ; 3.ການສໍາຫຼວດສະເພາະ. ການສໍາຫຼວດໃຫຍ່ແມ່ນການເກັບກໍາ,ຈົດນັບ,ບັນທຶກຂໍ້ມູນທຸກຫົວໜ່ວຍເປົ້າໝາຍຕາມຈຸດປະສົງຂອງການສໍາຫຼວດນັ້ນ. ການສໍາຫຼວດແບບຕົວແທນແມ່ນການເກັບກໍາ,ຈົດນັບ,ບັນທຶກຂໍ້ມູນບາງຫົວໜ່ວຍເປົ້າມາຍທີ່ຜ່ານການຄັດເລືອກຕົວແທນຕາມວິທະຍາສາດດ້ານສະຖິຕິຂອງການອອກແບບຕົວແທນຕາມຈຸດປະສົງຂອງການສໍາຫຼວດນັ້ນຊຶ່ງສາມາດເປັນຕົວແທນລະດັບຊາດແລະບໍ່ແມ່ນລະດັບຊາດຄືແຂວງ,ເມືອງແລະບ້ານ. ການສໍາຫຼວດສະເພາະແມ່ນການເກັບກໍາ,ຈົດນັບ,ບັນທຶກຂໍ້ມູນທີ່ລົງເລິກຕາມຈຸດປະສົງສະເພາະຂົງເຂດໃດໜຶ່ງທີ່ມີໃນແຜນຫຼືບໍ່ມີໃນແຜນການສໍາຫຼວດຊຶ່ງສາມາດຈັດຕັ້ງປະຕິບັດໄດ້ທຸກເວລາຕາມຄວາມຕ້ອງການເພີ່ມເຕີມ,ໃເວລາອັນຮີບດ່ວນ,ຈໍາເປັນແລະໃນກໍລະນີທີ່ມີເຫດສຸກເສີນເກີດຂຶ້ນ.

ມາດຕາ16(ປັບປຸງ)ການວາງແຜນການສໍາຫຼວດ ການວາງແຜນການສໍາຫຼວດແມ່ນການກໍານົດແຜນດໍາເນີນການສໍາຫຼວດຕາມຂັ້ນຕອນລວມມີການກະກຽມ,ການປະຕິບັດພາກສະໜາມແລະການປະເມີນຜົນໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນສູນກາງແລະທ້ອງຖິ່ນ,ການກໍານົດແຜນດໍາເນີນງານການສໍາຫຼວດມີຂັ້ນຕອນດັ່ງນີ້: 1.ການກະກຽມການສໍາຫຼວດແມ່ນຂັ້ນຕອນຂອງການສ້າງແຜນ,ສ້າງໂຄງການດໍາເນີນງານການສໍາຫຼວດຊຶ່ງປະກອບດ້ວຍການກໍານົດຈຸດປະສົງ,ເປົ້າໝາຍ,ຂອບເຂດ,ເນື້ອໃນ,ການອອກແບບສໍາຫຼວດ,ວິທີການ,ການນໍາໃຊ້ລະຫັດສາລະບານ,ການອອກແບບສອບຖາມຂອງການສໍາຫຼວດລວມທັງການກະກຽມເຄື່ອງມື,ວັດຖະປະກອນ,ບຸກຄະລາກອນ,ງົບປະມານແລະການໂຄສະນາປຸກລະດົບຂົນຂວາຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງປະກອບສ່ວນເຂົ້າໃນການສໍາຫຼວດ; 2.ການປະຕິບັດພາກສະໜາມແມ່ນຂັ້ນຕອນການດໍາເນີນແຜນຂອງການສໍາຫຼວດຊຶ່ງປະກອບດ້ວຍການຝຶກອົບຮົມໃຫ້ແກ່ນັກເດີນສໍາຫຼວດແລະນັກກວດກາ,ການດໍາເນີນການເກັບກໍາ,ການບັນທຶກແລະການຈົດກ່າຍໂດຍນໍາໃຊ້ວິທີການສໍາພາດໂດຍກົງແລະທາງອ້ອມ,ການກວດກາຄວາມຖືກຕ້ອງແລະຄົບຖ້ວນຂອງຂໍ້ມູນທີ່ໄດ້ຮັບຈາກຜູ້ສະໜອງຂໍ້ມູນໃນຂອບເຂດພື້ນທີ່ຂອງການສໍາຫຼວດ; 3.ການປະເມີນຜົນແມ່ນຂັ້ນຕອນສຶກສາຄົ້ນຄວ້າແລະນໍາສະເໜີຜົນຂອງການສໍາຫຼວດຊຶ່ງປະກອບດ້ວຍການສັງລວມ,ການປຸງແຕ່ງ,ການສ້າງຖານຂໍ້ມູນ,ຕາຕະລາງສະຖິຕິ,ບົດລາຍງານແລການເຜີຍແຜ່ຜົນຂອງການສໍາຫຼວດ.

ມາດຕາ17(ປັບປຸງ)ໄລຍະເວລາການສໍາຫຼວດ ໄລຍະເວລາການສໍາຫຼວດແມ່ນດໍາເນີນໃນໄລຍະເວລາ10ປີ,5ປີ,ປະຈໍາປີແລະປະຈໍາງວດຫຼືຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະຊຶ່ງໄດ້ກໍານົດດັ່ງນີ້: 1.ການສໍາຫຼວດໃຫຍ່ປະກອບດ້ວຍ: -ການສໍາຫຼວດພົນລະເມືອງແລະທີ່ຢູ່ອາໄສທົ່ວປະເທດ,ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດດໍາເນີນໃນທຸກທສິບປີ;ສໍາລັບການສໍາຫຼວດເສດຖະກິດທົ່ວປະເທດດໍາເນີນໃນທຸກໆຫ້າປີ; -ການສໍາຫຼວດເສດຖະກິດສັງຄົມອື່ນສາມາດດໍາເນີນໃນເວລາທີ່ມີຄວາມຈໍາເປັນ. 2.ການສໍາຫຼວດແບບຕົວແທນ: ການສໍາຫຼວດແບບຕົວແທນລະດັບຊາດປະກອບດ້ວຍການສໍາຫຼວດການຊົມໃຊ້ແລະການໃຊ້ຈ່າຍຂອງຄົວເຮືອນ,ການສໍາຫຼວດແຮງງານ,ການສໍາຫຼວດດັດຊະນີໝາຍສັງຄົມໃຫ້ດໍາເນີນໃນທຸກໆຫ້າປີຫຼືປະຈໍາປີຕາມແຕ່ລະກໍ່ລະນີຂອງການສໍາຫຼວດ;ການສໍາຫຼວດຄົວເຮືອນ,ການສໍາຫຼວດວິສາຫະກິດແລະຫ້າງຮ້ານໃຫ້ດໍາເນີນໃນທຸກໆປີ; ສໍາລັບການສໍາຫຼວດແບບຕົວແທນບໍ່ແມ່ນລະດັບຊາດນັ້ນໃຫ້ປະຕິບັດຕາມແຜນດໍາເນີນງານທີ່ໄດ້ກໍານົດໄວ້ໃນແຜນຍຸດທະສາດແລະແຜນດໍາເນີນງານຂອງການຈັດຕ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງໃນແຕ່ລະໄລຍະ. 3.ການສໍາຫຼວດສະເພາະສາມາດດໍາເນີນໃນແຕ່ລະປີຫຼືຕາມໄລຍະເວລາທີ່ເຫັນກວ່າມີຄວາມຕ້ອງການ.

ມາດຕາ18(ປັບປຸງ)ການອະນຸມັດການສໍາຫຼວດ ການອະນຸມັດການສໍາຫຼວດແຕ່ລະປະເທດໃຫ້ປະຕິບັດດັ່ງນີ້: 1.ນາຍົກລັດຖະມົນຕີເປັນຜູ້ອະນຸມັດການສໍາຫຼວດໃຫຍ່ຕາມການສະເໜີຂອງສູນສະຖິຕິແຫ່ງຊາດໂດຍຜ່ານກະຊວງແຜນການແລະການລົງທຶນ; 2.ລັດຖະມົນຕີກະຊວງແຜນການແລການລົງທຶນເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນລະດັບຊາດຕາມການສະເໜີຂອງສູນສະຖິຕິແຫ່ງຊາດໂດຍຜ່ານການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ; 3.ລັດຖະມົນຕີກະຊວງຫຼືຫົວໜ້າອົງການລັດທຽບເທົ່າກະຊວງເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະລະດັບຂະແໜງການຂອງຕົນຕາມການສະເນີຂອງສູນສະຖິຕິປະຈໍາກະຊວງຫຼືອົງການລັດທຽບເທົ່າກະຊວງໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິແຫ່ງຊາດ; 4.ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນຕາມການສະເໜີຂອງຂະແໜງສະຖິຕິປະຈໍາພະແນກການ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິປະຈໍາແຂວງ,ນະຄອນຫຼວງຫຼືຕາມການສະເໜີຂອງສູນສະຖິຕິປະຈໍາແຂວງ,ນະຄອນຫຼວງໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິແຫ່ງຊາດ; 5.ເຈົ້າເມືອງ,ຫົວນ້າເທດສະບານ,ເຈົ້ານະຄອນເປັນຜູ້ອະນຸມັດການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນຕາມການສະເໜີຂອງໜ່ວຍງານສະຖິຕິປະຈໍາຫ້ອງການ,ອົງການລັດທຽບເທົ່າຫ້້ອງການຂອງເມືອງ,ເທດສະບານ,ນະຄອນໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນຫຼືຕາມການສະເໜີຂອງສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ. ການສໍາຫຼວດແບບຕົວແທແລະການສໍາຫຼວດສະເພາະຂອງຫົວໜ່ວຍພື້ນຖານເພື່ອຮັບໃຊ້ສະເພາະການຈັດຕັ້ງຂອງຕົນນັ້ນສາມາດດໍາເນີນການສໍາຫຼວດດ້ວຍຕົນເອງໄດ້ໂດຍບໍ່ຕ້ອງຂໍອະນຸມັດຈາກການຈັດຕັ້ງສະຖິຕິແຫ່ງຊາດແຕ່ຕ້ອງໄດ້ຮັບຄໍາເຫັນດີຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລະບໍ່ຖືວ່າເປັນສະຖິຕິທາງການ. ສໍາລັບການສໍາຫຼວດທີ່ບໍ່ຢູ່ໃນແຜນຍຸດທະສາດຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດແຕ່ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນນັ້ນບຸກຄົນທີ່ໄດ້ກ່າວໄວ້ໃນຂໍ້1ຫາຂໍ້5ຂອງມາດຕານີ້ເປັນຜູ້ອະນຸມັດການສໍາຫຼວດຕາມແຕ່ລະປະເພດ.

ມາດຕາ19(ປັບປຸງ)ພາກສ່ວນຈັດຕັ້ງປະຕິບັດການສໍາຫຼວດ ພາກສ່ວນຈັດຕັ້ງປະຕິບັດການສໍາລວດແຕ່ລະປະເພດມີດັ່ງນີ້: 1.ສູນສະຖິຕິແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດການສໍາຫຼວດໃຫຍ່,ການສໍາຫຼວດແບບຕົວແທນລະດັບຊາດແລະການສໍາຫຼວດສະເພາະຕາມທີ່ໄດ້ກໍານົດໄວ້ໃນແຜນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດໃນແຕ່ລະໄລຍະ; 2.ສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງ,ແຂວງ,ນະຄອນຫຼວງແລະເມືອງ,ເທດສະບານ,ນະຄອນເປັນຜູ້ດໍາເນີນການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະເພື່ອຈຸດປະສົງຮັບໃຊ້ຄວາມຕ້ອງການຂອງຂະແໜງການແລະທ້ອງຖິ່ນຂອງຕົນໂດຍໄດ້ຮັບການຢັ້ງຢືນແລະຮັບຮອງທາງດ້ານວິຊາການຈາກສູນສະຖິຕິແຫ່ງຊາດ; 3.ຫົວໜ່ວຍພື້ນຖານສາມາດດໍາເນີນການສໍາຫຼວດແບບຕົວແທນຫຼືການສໍາຫຼວດສະເພາະເພື່ອເປັນຂໍ້ມູນສະຖິຕິຮັບໃຊ້ການເຄື່ອນໄຫວວຽກງານຂອງຕົນແຕ່ບໍ່ຖືວ່າເປັນສະຖິຕິທາງການແລະຕ້ອງໄດ້ຮັບການເຫັນດີຈາກຂະແໜງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຈັດຕັ້ງສາກົນແລະອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານບໍ່ອະນຸຍາດໃຫ້ດໍາເນີນການສໍາຫຼວດດ້ວຍຕົນເອງແຕ່ຖ້າມີຄວາມຈໍາເປັນກໍ່ສາມາດຈັດຕັ້ງປະຕິບັດໄດ້ໂດຍຜ່ານການຈັດຕັ້ງສະຖິຕິຂອງຂະແໜງການທີ່ກ່ຽວຂ້ອງແລະສູນສະຖິຕິແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ18ຂອງກົດໝາຍສະບັບນີ້.

ມາດຕາ20(ປັບປຸງ)ພັນທະໃນການສະໜອງຂໍ້ມູນໃຫ້ແກ່ການສໍາຫຼວດ ຄົວເຮືອນ,ຫົວໜ່ວຍພື້ນຖານ,ອົງການຈັດຕັ້ງສາກົນແລະອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ດໍາເນີນກິດຈະກໍາໃນສປປລາວມີພັນທະໃນການສະໜອງຂໍ້ມູນໃຫ້ແກ່ການສໍາຫຼວດດັ່ງນີ້: 1.ຄົວເຮືອນທີ່ດໍາລົງຊີວິດໃນສປປລາວຕ້ອງສະໜອງຂໍ້ມູນໃຫ້ນັກເດີນສໍາຫຼວດໃນເວລາດໍາເນີນການສໍາຫຼວດແລະເກັບກໍາຂໍ້ມູນຕາມແຜນງານຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ; ການສະໜອງຂໍ້ມູນໃຫ້ແກ່ການເກັບກໍາແລະການສໍາຫຼວດທີ່ບໍ່ໄດ້ດໍາເນີນໂດຍການຈັດຕັ້ງສະຖິຕິແຫ່ງຊາດແລະບໍ່ໄດ້ຮັບການຢັ້ງຢືນຈາກສູນສະຖິຕິແຫ່ງຊາດນັ້ນຜູ້ສະໜອງຂໍ້ມູນມີສິດຕອບບົນພື້ນຖານຄວາມສະໝັກໃຈ. 2.ຫົວໜ່ວຍພື້ນຖານ,ອົງການຈັດຕັ້ງສາກົນແລະອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ດໍາເນີນກິດຈະກໍາໃນສປປລາວຕ້ອງລາຍງານຂໍ້ມູນກ່ຽວກັບການເຄື່ອນໄຫວວຽກງານຂອງຕົນຕາມຄວາມຕ້ອງການຂອງການສໍາຫຼວດສະຖິຕິໃຫ້ຖືກຕ້ອງ,ຄົບຖ້ວນ,ຊັດເຈນແລະທັນຕາມກໍານົດເວລາແລະຕາມລະບອບການລາຍງານສະຖິຕິຂອງການຈັດຕັ້ງສະຖິຕິແຫ່ງຊາດໃນແຕ່ລະໄລຍະ. ເຈົ້າຂອງແລະຫົວໜ້າບັນຊີຂອງບັນດາຫົວໜ່ວຍພື້ນຖານມີພັນທະຮັບຜິດຊອບຕໍ່ຄວາມຖືກຕ້ອງ,ຊັດເຈນຂອງການລາຍງານຂໍ້ມູນຕາມກົດໝາຍວ່າດ້ວຍການບັນຊີແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.

ໝວດທີ2ການລາຍງານບໍລິຫານ

ມາດຕາ21ປະເພດການລາຍງານບໍລິຫານ ການລາຍງານບໍລິຫານມີສອງປະເພດດັ່ງນີ້: 1.ການລາຍງານສະຖິຕິຈາກຫົວໜ່ວຍພື້ນຖານການຈັດຕັ້ງຂອງລັດ; 2.ການລາຍງານສະຖິຕິຈາກຫົວໜ່ວຍພື້ນຖານການຈັດຕັ້ງທີ່ບໍ່ແມ່ນຂອງລັດ. ການລາຍງານບໍລິຫານທັງສອງປະເພດດໍາເນີນດ້ວຍການເກັບກໍາ,ການສັງລວມແລະການລາຍງານຢ່າງເປັນປົກກະຕິຕາມພາລະບົດບາຂອງຕົນໃຫ້ອົງການຄຸ້ມຄອງວຽກງານສະຖິຕິແລະລະບົບການຈັດຕັ້ງສະຖິຕິແຫ່ງຊາດໂດຍນໍາໃຊ້ລະບອບການລາຍງານທີ່ໄດ້ກໍານົດໄວ້ໃນມາດຕາ23ຂອງກົດໝາຍສະບັບນີ້.

ມາດຕາ22(ໃໝ່)ລະບົບການລາຍງານ ລະບົບການລາຍງານມີສອງປະເພດຄື: 1.ການລາຍງານສະພາບການຈັດຕັ້ງປະຕິບັດແລະການເຄື່ອນໄຫວວຽກງານສະຖິຕິຂອງຫົວໜ່ວຍພື້ນຖານ; 2.ການລາຍງານຂໍ້ມູນສະຖິຕິຂອງຫົວໜ່ວຍພື້ນຖານ. ການລາຍງານສະພາບການຈັດຕັ້ງປະຕິບັດແລະການເຄື່ອນໄຫວວຽກງານສະຖິຕິຂອງຫົວໜ່ວຍພື້ນຖານໃຫ້ລາຍງານຕໍ່ອົງການຄຸ້ມຄອງ,ອົງການກວດກາວຽກງານສະຖິຕິແລະການຈັດຕັ້ງຂັ້ນເທິງຖັດຕົນໃນແຕ່ລະໄລຍະຕາມລະບຽບການແລະຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ. ການລາຍງານຂໍ້ມູນສະຖິຕິຂອງຫົວໜ່ວຍພື້ນຖານໃຫ້ລາຍງານຕໍ່ການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງຂອງຕົນ.

ມາດຕາ23(ປັບປຸງ)ລະບອບການລາຍງານ ລະບອບການລາຍງານໃຫ້ອີງຕາມຈຸດປະສົງ,ເປົ້າໝາຍ,ຂອບເຂດຂອງການລາຍງານຊຶ່ງມີເນື້ອໃນດັ່ງນີ້: 1.ລະບົບຕາຕະລາງ; 2.ວິທີການຄິດໄລ່ຕາມວິທະຍາສາດດ້ານສະຖິຕິ; 3.ລະບົບລະຫັດສະລະບານ; 4.ໄລຍະເວລາການລາຍງານສະຖິຕິ; 5.ສໍານວນແລະສໍາເນົາຂໍ້ມູນສະຖິຕິ. ການລາຍງານຂໍ້ມູນສະຖິຕິຕ້ອງມີລາຍເຊັນແລະປະທັບຕາຢັ້ງຢືນຢ່າງເປັນທາງການຈາກການຈັດຕັ້ງທີ່ລາຍງານນັ້ນ.

ມາດຕາ24(ໃໝ່)ລະບົບຕາຕະລາງ ລະບົບຕາຕະລາງປະກອບດ້ວຍ: 1.ຕາຕະລາງເກັບກໍາຂໍ້ມູນ; 2.ຕາຕະລາງລາຍງານ. ຕາຕະລາງເກັບກໍາຂໍ້ມູນປະກອບດ້ວຍແບບສອບຖາມແລະຕາຕະລາງເກັບກໍາຂໍ້ມູນຊຶ່ງມີດັ່ງນີ້: -ແບບສອບຖາມແມ່ນຕາຕະລາງເກັບກໍາຂໍ້ມູນທີ່ມີເນື້ອໃນເປັນຊຸດຂອງຄໍາຖາມຫຼືທາງເລືອກໃນການຕອບໄປຕາມແຕ່ລະຫົວຂໍ້ຂອງການສໍາຫຼວດ; -ຕາຕະລາງເກັບກໍາຂໍ້ມູນປະກອບດ້ວຍຫົວຂໍ້ຫຼືຊື່ຂອງຕາຕະລາງ,ເລກລໍາດັບ,ເນື້ອໃນກ່ຽວກັບລາຍການຂໍ້ມູນແລະຄໍາຖາມຕ່າງໆ;ເວລາອ້າງອີງ,ເວລາລາຍງານ,ຫົວໜ່ວຍວັດແທກແລະແຫຼ່ງຂໍ້ມູນ. ຕາຕະລາງລາຍງານສັງລວມຈາກຕາຕະລາງເກັບກໍາຂໍ້ມູນຊຶ່ງມີຫົວຂໍ້ຫຼືຊື່ຂອງຕາຕະລາງ,ເລກລໍາດັບ,ເນື້ອໃນກ່ຽວກັບລາຍການຂໍ້ມູນ,ຕົວຊີ້ບອກ;ລະຫັດສາລະບານ,ເວລາອ້າງອີງ,ເວລາລາຍງານ,ຫົວໜ່ວຍວັດແທກກ່ຽວກັບປະລິມານ,ມູນຄ່າ,ຂະໜາດ,ບໍລິມາດແລະອັດຕາສ່ວນຮ້ອຍຕາມແຕ່ລະປະເພດຂໍ້ມູນສະຖິຕິ;ແຫຼ່ງຂໍ້ມູນກ່ຽວກັບຊື່ການຈັດຕັ້ງທີ່ຜະລິດແລະສະໜອງຂໍ້ມູນສະຖິຕິແລະເວລາຜະລິດຂໍ້ມູນແລະສໍານວນຂໍ້ມູນສະຖິຕິ. ສູນສະຖິຕິແຫ່ງຊາດເປັນເຈົ້າການໃນການສ້າງຕາຕະລາງເກັບກໍາຂໍ້ມູນແລະຕາຕະລາງລາຍງານຂໍ້ມູນສະຖິຕິທາງການໃນລະດັບຊາດໂດຍປະສານສົມທົບກັບການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງ,ສໍາລັບການຈັດຕັ້ງສະຖິຕິລະບົບສາຍຂວາງນັ້ນໃຫ້ເປັນເຈົ້າການໃນການສ້າງຕາຕະລາງເກັບກໍາຂໍ້ມູນແລະຕາຕະລາງລາຍງານຂໍ້ມູນສະຖິຕິທາງການຕາມຄວາມຕ້ອງການຂອງຕົນ.

ມາດຕາ25(ໃໝ່)ວິທີການຄິດໄລ່ຕາມວິທະຍາສາດດ້ານສະຖິຕິ ວິທີການຄິດໄລ່ຕາມວິທະຍາສາດດ້ານສະຖິຕິແມ່ນການນໍາໃຊ້ສູດການຄິດໄລ່ຄ່າສະຖິຕິຕ່າງໆຕາມຄຸນລັກສະນະຂອງປະເພດສະຖິຕິບົນພື້ນຖານຫຼັກການຂອງສາກົນແລະລະບົບສະຖິຕິແຫ່ງຊາດ. ລະບອບການລາຍງານສະຖິຕິທາງການຕ້ອງຊີ້ແຈງວິທີການຄິດໄລ່ຕາມວິທະຍາສາດດ້ານສະຖິຕິໃຫ້ຊັດເຈນເພື່ອຮັບປະກັນຄວາມໂປ່ງໃສແລະຄວາມໜ້າເຊື່ອຖືຂອງຂໍ້ມູນ.

ມາດຕາ26(ໃໝ່)ລະບົບລະຫັດສາລະບານ ສູນສະຖິຕິແຫ່ງຊາດແລະການຈັດຕັ້ງສະຖິຕິລະບົບສາຍຂວາງເປັນຜູ້ຄຸ້ມຄອງ,ຄົ້ນຄວ້າ,ສ້າງແລະພັດທະນາ,ດັດປັບລະຫັດສາລະບານທີ່ສາກົນວາງອອກໃຫ້ແທດເໝາະກັບສະພາບຂອງສປປລາວ.ເພື່ອຮັບປະກັນຄວາມເປັນເອກະພາບ,ການສົມທຽບແລະເຊື່ອມໂຍງກັບສາກົນໃນການເກັບກໍາ,ສັງລວມ,ແລະເຜີຍແຜ່ຂໍ້ມູນສະຖິຕິທາງການນັ້ນໃຫ້ປະຕິບັດແລະນໍາໃຊ້ລະບົບລະຫັດສາລະບານດັ່ງນີ້: 1.ລະຫັດການປົກຄອງ:ແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນແລະບ້ານ; 2.ການຈັດແບ່ງຂະແໜງເສດຖະກິດມາດຕະການສາກົນ; 3.ການຈັດແບ່ງມວດແລະລະຫັດຂອງສິນຄ້າຕາມລະບົບເອກະພາບ; 4.ການຈັດແບ່ງໝວດສໍາລັບການຄ້າລະຫວ່າງປະເທດລະບົບມາດຕະຖານ; 5.ການຈັດແບ່ງຜະລິດຕະພັນ; 6.ການຈັດແບ່ງການໃຊ້ຈ່າຍຂອງລັດຖະບານ; 7.ການຈັດແບ່ງສະຖິຕິການເງິນແຫ່ງລັດ; 8.ການຈັດແບ່ງການໃຊ້ຈ່າຍຂອງສະຖາບັນບໍ່ສະແຫວງຫາຜົນກໍາໄລກ່ຽວກັບການບໍລິການພາກຄົວເຮືອນ; 9.ການຈັດແບ່ງການໃຊ້ຈ່າຍຕາມຈຸດປະສົງຂອງສ່ວນບຸກຄົນໃນຄົວເຮືອນ; 10.ສະຖິຕິການຈັດແບ່ງຜະລິດຕະພັນຕາມຂະແໜງເສດຖະກິດ; 11.ການຈັດປະເພດອີງຕາມຄ່າໃຊ້ຈ່າຍຂອງຜູ້ຜະລິດໂດຍອີງຕາມຈຸດປະສົງ; 12.ການຈັດແບ່ງອາຊີບມາດຕະການສາກົນ; 13.ການຈັດແບ່ງໝວດຂະແໜງເສດຖະກິດແບບທົ່ວໄປ; 14.ການຈັດແບ່ງສະຖານະພາບໃນການສ້າງວຽກເຮັດງານທໍາ; 15.ການຈັດແບ່ງເຊື້ອພະຍາດສາກົນ; 16.ລະຫັດສາລະບານອື່ນທີ່ສູນສະຖິຕິແຫ່ງຊາດສ້າງຂຶ້ນໃນແຕ່ລະໄລຍະເມື່ອມີຄວາມຈໍາເປັນ.

ມາດຕາ27(ໃໝ່)ໄລຍະເວລາການລາຍງານສະຖິຕິ ການກໍານົດເວລາຂອງການລາຍງານສະຖິຕິໃຫ້ຖືເອົາປີປະຕິທິນເປັນຫຼັກໂດຍມີການລາຍງານປະຈໍາອາທິດ,ເດືອນ,ງວດແລະປີ,ສໍາລັບສະຖິຕິການສຶກສາໃຫ້ປະຕິບັດຕາມການລາຍງານຂອງສົກການສຶກສາ. ການລາຍງານສະຖິຕິໃຫ້ປະຕິບັດຕາມລະບອບການລາຍງານທີ່ໄດ້ກໍານົດໄວ້ໃນມາດຕາ23ຂອງກົດໝາຍສະບັບນີ້ໂດຍໃຫ້ບັນດາການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງເປັນຜູ້ຄົ້ນຄວ້າແລະກໍານົດໄລຍະເວລາການລາຍງານເພີ່ມເຕີມເພື່ອໃຫ້ສາມາດລາຍງານທັນກັບເວລາຕາມທີ່ໄດ້ກໍານົດໄວ້ໃນລະບຽບການ.

ມາດຕາ28(ໃໝ່)ສໍານວນແລະສໍາເນົາຂໍ້ມູນສະຖິຕິ ຂໍ້ມູນສະຖິຕິທີ່ສ້າງຂຶ້ນດ້ວຍວິທີການສໍາຫຼວດແລະການລາຍງານບໍລິຫານນັ້ນຕ້ອງມີສໍານວນຕາມພັນທະໃນການລາຍງານສະຖິຕິຕາມທີ່ໄດ້ກໍານົດໄວ້ໃນມາດຕາ29ຂອງກົດໝາຍສະບັບນີ້. ສໍານວນຂໍ້ມູນສະຖິຕິແມ່ນເອກະສານທີ່ມີການບັນທຶກສໍາເນົາໄວ້ນໍາການຈັດຕັ້ງຂອງຕົນທີ່ພັນລະນາແລະອະທິບາຍລະອຽດຂອງຂໍ້ມູນ,ສໍານວນຂໍ້ມູນສະຖິຕິທີ່ເປັນຕົວຊີ້ບອກປະກອບດ້ວຍຊື່ຕົວຊີ້ບອກ,ນະຍາມ,ວິທີການຄິດໄລ່,ຂະບວນການເກັບກໍາແລະປຸງແຕ່ງຂໍ້ມູນ,ຂອບເຂດ,ໄລຍະເວລາ,ຫົວໜ່ວຍວັດແທກ,ແຫຼ່ງຂໍ້ມູນແລະບ່ອນຕິດຕໍ່ພົວພັນແລະອື່ນໆ. ສໍານວນຂໍ້ມູນສະຖິຕິຂອງການສໍາຫຼວດປະກອບດ້ວຍການເກັບກໍາຂໍ້ມູນທຸກຂັ້ນຕອນຂອງການຜະລິດຂໍ້ມູນສະຖິຕິແລະສໍານວນກ່ຽວກັບຕົວຊີ້ບອກໂດຍມີລະບອບການສັງລວມຂໍ້ມູນໃນແຕ່ລະຂັ້ນຕອນຂອງການສ້າງສະຖິຕິ,ການປຸງແຕ່ງຂໍ້ມູນສະຖິຕິແລະຕົວຊີ້ບອກທີ່ການຈັດຕັ້ງສະຖິຕິແຫ່ງຊາດແລະສາກົນວາງອອກ. ສໍາເນົາຂໍ້ມູນສະຖິຕິແມ່ນການເກັບຮັກສາຂໍ້ມູນແລະເອກະສານທີ່ມີການບັນທຶກສໍາເນົາໄວ້ນໍາການຈັດຕັ້ງຂອງຕົນແລະການສໍາເນົາຂໍ້ມູນສະຖິຕິທາງການຕ້ອງເກັບຮັກສາໄວ້ໃນລະບົບການສໍາເນົາເອກະສານດັ່ງນີ້: 1.ຖານຂໍ້ມູນການເກັບກໍາການສໍາຫຼວດແບບເອເລັກໂຕຼນິກແລະສໍາເນົາຖານຂໍ້ມູນສະຖິຕິທາງການໃຫ້ເກັບຮັກສາໄວ້ໂດຍບໍ່ມີກໍານົດເວລາໃນລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂອງຕົນແລະຝາກໄວ້ນໍາອົງການທີ່ຮັບຜິດຊອບຮັກສາຖານຂໍ້ມູນລະດັບຊາດຫຼືທະນາຄານແຫ່ງສປປລາວ; 2.ໃບສອບຖາມການສໍາຫຼວດໃຫຍ່ແລະການສໍາຫຼວດແບບຕົວແທນລະດັບຊາດຕ້ອງເກັບຮັກສາໄວ້ບໍ່ໃຫ້ຫຼຸດສາມປີ; 3.ໃບສອບຖາມການສໍາຫຼວດແບບຕົວແທນບໍ່ແມ່ນລະດັບຊາດແລະການສໍາຫຼວດສະເພະຕ້ອງເກັບຮັກສາໄວ້ບໍ່ໃຫ້ຫຼຸດສອງປີ.

ມາດຕາ29(ປັບປຸງ)ພັນທະໃນການລາຍງານສະຖິຕິ ຫົວໜ່ວຍພື້ນຖານແລະການຈັດຕັ້ງສະຖິຕິແຫ່ງຊາດມີພັນທະໃນການລາຍງານສະຖິຕິດັ່ງນີ້: 1.ລາຍງານໄປຕາມລະບົບການລາຍງານ,ລະບອບການລາຍງານ,ລະບົບຕາຕະລາງ,ວິທີການຄິດໄລ່ຕາມວິທະຍາສາດດ້ານສະຖິຕິ,ລະບົບລະຫັດສາລະບານ,ໄລຍະເວລາການລາຍງານສະຖິຕິ,ສໍານວນແລະສໍາເຂົາຂໍ້ມູນສະຖິຕິ; 2.ສ້າງສໍານວນ,ສໍາເນົາແລະລາຍງານຂໍ້ມູນສະຖິຕິຕາມລະບອບການລາຍງານຢ່າງເປັນລະບົບແລະຕໍ່ເນື່ອງ; 3.ສະໜອງຂໍ້ມູນສະຖິຕິແລະຂໍ້ມູນດິບຕາມການສະເໜີຂອງການຈັດຕັ້ງສະຖິຕິແຫ່ງຊາດໃນແຕ່ລະໄລຍະ. ການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງທຸກຂັ້ນຕ້ອງຮັບຜິດຊອບຕໍ່ຄວາມຖືກຕ້ອງ,ຊັດເຈນຂອງການລາຍງານຂໍມູນສະຖິຕິໃຫ້ການຈັດຕັ້ງສະຖິຕິຂັ້ນເທິງຖັດຕົນແລະສູນສະຖິຕິແຫ່ງຊາດຕາມກົດໝາຍແລະລະບຽບການ. ທຸກພາກສ່ວນໃນສັງຄົມຕ້ອງກໍານວຍຄວາມສະດວກແລະສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂອງການຈັດຕັ້ງສະຖິຕິແຫ່ງຊາດ.

ມາດຕາ30(ປັບປຸງ)ປະເພດຄວາມລັບດ້ານສະຖິຕິ ຄວາມລັບດ້ານສະຖິຕິແບ່ງອອກເປັນສອງປະເພດດັ່ງນີ້: 1.ຄວາມລັບຂອງລັດກ່ຽວກັບຄວາມໝັ້ນຄົງ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະຄວາມລັບທາງລັດຖະການຊຶ່ງໄດ້ກໍານົດໄວ້ສະເພາະຂອງບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ; 2.ຄວາມລັບສະເພາະຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ມາຈາກການສໍາຫຼວດແລະການລາຍງານບໍລິຫານ.

ໝວດທີ3ການສ້າງສະຖິຕິການຂຶ້ນບັນຊີ

ມາດຕາ31(ໃໝ່)ການສ້າງສະຖິຕິການຂຶ້ນບັນຊີ ການສ້າງສະຖິຕິການຂຶ້ນບັນຊີມີສີ່ປະເທດດັ່ງນີ້: 1.ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍພື້ນຖານເສດຖະກິດ; 2.ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍການປົກຄອງ; 3.ການສ້າງສະຖິຕິການຂຶ້ນບັນຊີຄົວເຮືອນ; 4.ການສ້າງສະຖິຕິການຈົດນັບພົນລະເມືອງ.

ມາດຕາ32(ໃໝ່)ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍພື້ນຖານເສດຖະກິດ ການຂຶ້ນບັນຊີຫົວໜ່ວຍພື້ນຖານເສດຖະກິດແມ່ນການເກັບກໍາສັງລວມຂໍ້ມູນພື້ນຖານກ່ຽວກັບຫົວໜ່ວຍພື້ນຖານທີ່ເປັນບຸກຄົນແລະນິຕິບຸກຄົນທີ່ດໍາເນີນທຸລະກິດການຜະລິດ,ການຄ້າແລະການບໍລິການ. ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍພື້ນຖານເສດຖະກິດດໍາເນີນຜ່ານການລາຍງານບໍລິຫານແລະການສໍາຫຼວດໃນແຕ່ລະໄລຍະໂດຍການຈັດຕັ້ງສະຖິຕິແຫ່ງຊາດ.

ມາດຕາ33(ໃໝ່)ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍການປົກຄອງ ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍການປົກຄອງມີສອງປະເພດດັ່ງນີ້: 1.ການຈັດຕັ້ງລັດຖະບານມີຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,ກະຊວງ,ອົງການລັດທຽບເທົ່າກະຊວງ; 2.ການປົກຄອງທ້ອງຖິ່ນມີແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນແລະບ້ານ. ການສ້າງສະຖິຕິການຂຶ້ນບັນຊີຫົວໜ່ວຍການປົກຄອງແມືນການເກັບກໍາສັງລວມຊື່ຈາກການລາຍງານບໍລິຫານແລະກໍານົດເປັນລະຫັດສາລະບານທີ່ເອກະພາບເພື່ອການຜະລິດຂໍ້ມູນສະຖິຕິທາງການໂດຍສູນສະຖິຕິແຫ່ງຊາດ.

ມາດຕາ34(ໃໝ່)ການສ້າງສະຖິຕິການຂຶ້ນບັນຊີຄົວເຮືອນ ການຂຶ້ນບັນຊີຄົວເຮືອນແມ່ນການເກັບກໍາສັງລວມຈໍານວນຕົວເຄືອນທົງໝົດທີ່ຢູ່ໃນການຄຸ້ມຄອງຂອງບ້ານ. ການສ້າງສະຖິຕິການຂຶ້ນບັນຊີຄົວເຮືອນດໍາເນີນຜ່ານການລາຍງານຈາກສະຖິຕິຂັ້ນບ້ານໃນແຕ່ລະປີ,ການສໍາຫຼວດແບບຕົວແທນໃນແຕ່ລະໄລຍະ,ການຈົດນັບພົນລະເມືອງ,ການສໍາຫຼວດພົນລະເມືອງທຸກໆສິບປີແລະການກໍານົດເປັນລະຫັດສາລະບານທີ່ເອກະພາບເພື່ອການຜະລິດຂໍ້ມູນສະຖິຕິທາງການໂດຍການຈັດຕັ້ງສະຖິຕິລະບົບສາຍຕັ້ງ.

ມາດຕາ35(ໃໝ່)ການສ້າງສະຖິຕິການຈົດນັບພົນລະເມືອງ ການຈົດນັບພົນລະເມືອງແມ່ນການເກັບກໍາເພື່ອຄາດຄະເນຈໍານວນປະຊາກອນໃຫ້ຊັດເຈນຖືກຕ້ອງໃນໄລຍະການສໍາຫຼວດໃຫຍ່ກ່ຽວກັບພົນລະເມືອງ. ການສ້າງສະຖິຕິການຈົດນັບພົນລະເມືອງດໍາເນີນຜ່ານການເກັບກໍາຈໍານວນພົນລະເມືອງຕາມລະບົບການລາຍງາານບໍລິຫານໃນແຕ່ລະປີແລະການຈົດຈັບພົນລະເມືອງລະຫວ່າງການສໍາຫຼວດພົນລະເມືອງແລະທີ່ຢູ່ອາໄສໃນທຸກໆສິບປີເພື່ອຄາດຄະເນຈໍານວນພົນລະເມືອງໃຫ້ຊັດເຈນຫຼືໃກ້ຄວາມຈິງ.

ໝວດທີ4ການສ້າງສະຖິຕິການຂຶ້ນທະບຽນ

ມາດຕາ36(ໃໝ່)ການສ້າງສະຖິຕິການຂຶ້ນທະບຽນ ການສ້າງສະຖິຕິການຂຶ້ນທະບຽນມີສາມປະເພດດັ່ງນີ້: 1.ການສ້າງສະຖິຕິການຂຶ້ນທະບຽນຫົວໜ່ວຍພື້ນຖານເສດຖະກິດ; 2.ການສ້າງສະຖິຕິການຂຶ້ນທະບຽນພົນລະເມືອງ; 3.ການສ້າງສະຖິຕິການອອກບັດປະຈໍາຕົວ.

ມາດຕາ37(ໃໝ່)ການສ້າງສະຖິຕິການຂຶ້ນທະບຽນຫົວໜ່ວຍພື້ນຖານເສດຖະກິດ ການສ້າງສະຖິຕິການຂຶ້ນທະບຽນຫົວໜ່ວຍພື້ນຖານເສດຖະກິດແມ່ນການເກັບກໍາ,ສັງລວມປະຈໍາປີຕາມການລາຍງານບໍລິຫານຈາກບັນດາອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງກັບການອະນຸຍາດແລະການຂຶ້ນທະບຽນຫົວໜ່ວຍພື້ນຖານເສດຖະກິດເພື່ອສ້າງເປັນບັນຊີແລະຖານຂໍ້ມູນຕອບສະໜອງໃຫ້ແກ່ການປັບປຸງບັນຊີການຄັດເລືອກຕົວແທນຂອງການສໍາຫຼວດລະດັບຊາດ.

ມາດຕາ38(ໃໝ່)ການສ້າງສະຖິຕິການຂຶ້ນທະບຽນພົນລະເມືອງ ສະຖິຕິການຂຶ້ນທະບຽນພົນລະເມືອງແມ່ນສະຖິຕິການຈົດທະບຽນຄອບຄົວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທະບຽນຄອບຄົວ.ປະເພດສະຖິຕິການຈົດທະບຽນຄອບຄົວປະກອບດ້ວຍສະຖິຕິການຈົດທະບຽນສໍາມະໂນຄົວ,ທີ່ຢູ່ອາໄສ,ການເກີດ,ການຕາຍ,ການຫາຍສາບສູນ,ການແຕ່ງດອງ,ການຢ່າຮ້າງ,ການເອົາເດັກເປັນລູກລ້ຽງ,ການຮັບຮູ້ຄວາມເປັນພໍ່,ການປ່ຽນຊື່ແລະນາມສະກຸນ,ການຍົກຍ້າຍ;ການຈົດທະບຽນການເກັບ,ຝັງ,ເຜົາຫຼືຍ້າຍຊາກສບແລະອື່ນໆທີ່ກ່ຽວຂ້ອງກັບການຈົດທະບຽນພົນລະເມືອງ. ການສ້າງສະຖິຕິການຂຶ້ນທະບຽນພົນລະເມືອງໃຫ້ປະຕິບັດຕາມຂະບວນການຜະລິດສະຖິຕິປະຈໍາປີຢ່າງເປັນລະບົບແລະຕໍ່ເນື່ອງໂດຍການຈັດຕັ້ງສະຖິຕິແຫ່ງຊາດຕາມການລາຍງານຂອງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ39(ໃໝ່)ການສ້າງສະຖິຕິການອອກບັດປະຈໍາຕົວ ການສ້າງສະຖິຕິການອອກບັດປະຈໍາຕົວໃຫ້ປະຕິບັດຕາມຂະບວນການຜະລິດສະຖິຕິປະຈໍາປີຢ່າງເປັນລະບົບແລະຕໍ່ເນື່ອງໂດຍການຈັດຕັ້ງສະຖິຕິແຫ່ງຊາດຕາມການລາຍງານຂອງການຈັດຕັ້ງທີ່ກ່ຽວຂ້ອງ.

ພາກທີ4ການເຜີຍແຜ່ແລະການນໍາໃຊ້ຂໍ້ມູນສະຖິຕິ

ມາດຕາ40(ປັບປຸງ)ຄວາມຮັບຜິດຊອບໃນການຈັດພິມບົດລາຍງານສະຖິຕິ ບົດລາຍງານສະຖິຕິແມ່ນການສະເໜີຜົນໄດ້ຮັບຈາກຂະບວນການຜະລິດຂໍ້ມູນສະຖິຕິໃນຮູບແບບປຶມບົດລາຍງານ,ແຜ່ນພັບ,ແຜ່ນໂຄສະນາ,ແຜນທີ່,ແຜ່ນຊີດີ,ວີດີໂອສາລະຄະດີ. ການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງສາມາດດໍາເນີນການຈັດພິມສິ່ງພິມຕ່າງໆກ່ຽວກັບການລາຍງານສະຖິຕິທີ່ສ້າງຂຶ້ນຈາກຂໍ້ມູນທີ່ໄດ້ມາຈາກການລາຍງານບໍລິການແລະການສໍາຫຼວດໃນຂອບເຂດຄວາມຮັບຜິດຊອບຂອງຕົນທັງເປັນຜູ້ຮັບຜິດຊອບຕໍ່ຄວາມຖືກຕ້ອງຂອງເນື້ອໃນບົດລາຍງານສະຖິຕິຕາມວິທະຍາສາດດ້ານສະຖິຕິ.ສ່ວນຂັ້ນຕອນການອະນຸມັດຈັດພິມໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການພິມຈໍາໜ່າຍ.

ມາດຕາ41(ປັບປຸງ)ການປະກາດໃຊ້ແລະການເຜີຍແຜ່ຂໍ້ມູນສະຖິຕິທາງການ ການປະກາດໃຊ້ແລະການເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ປະຕິບັດຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ສູນສະຖິຕິແຫ່ງຊາດເປັນຜູ້ປະກາດໃຊ້ແລະເຜີຍແຜ່ຂໍ້ມູນສະຖິຕິທາງການລະດັບຊາດແລະຜົນຂອງການສໍາຫຼວດຕ່າງໆ; 2.ສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງເປັນຜູ້ປະກາດໃຊ້ແລະເຜີຍແຜ່ຂໍ້ມູນສະຖິຕິທາງການໃນລະດັບຂະແໜງການໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຂອງສູນສະຖິຕິແຫ່ງຊາດ; 3.ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນເປັນຜູ້ປະກາດໃຊ້ແລະເຜີຍແຜ່ຂໍ້ມູນສະຖິຕິທາງການໃນລະດັບທ້ອງຖິ່ນໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການຂອງສູນສະຖິຕິແຫ່ງຊາດ; 4.ການສະໜອງຂໍ້ມູນສະຖິຕິທາງການໃຫ້ແກ່ຜູ້ນໍາໃຊ້ຂໍ້ມູນສະຖິຕິທັງພາຍໃນແລະຕ່າງປະເທດໂດຍຜ່ານປະຕູດຽວດ້ວຍລະບົບການເຜີຍແພ່ຂໍ້ມູນສະຖິຕິທາງການຂອງການຈັດຕັ້ງສະຖິຕິແຫ່ງຊາດໃນແຕ່ລະຂັ້ນ. ການເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ປະຕິບັດໄດ້ດ້ວຍຫຼາຍຮູບແບບເຊັ່ນການຈັດກອງປະຊຸມ,ບົດລາຍງານສະຖິຕິ,ຜ່ານສື່ມວນຊົນ,ເວບໄຊແລະຜ່ານລະບົບເອເລັກໂຕຼນິກ.

ມາດຕາ42(ປັບປຸງ)ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການສໍາຫຼວດ ບຸກຄົນທີ່ມີສິດປະກາດໃຊ້ຜົນຂອງການສໍາຫຼວດມີດັ່ງນີ້: 1.ນາຍົກຫຼືຮອງນາຍົກລັດຖະມົນຕີທີ່ເປັນຫົວໜ້າຄະນະຊີ້ນໍາການສໍາຫຼວດໃຫຍ່; 2.ຫົວໜ້າຄະນະຊີ້ນໍາການສໍາຫຼວດແບບຕົວແທນລະດັບຊາດ; 3.ຫົວໜ້າສູນສະຖິຕິແຫ່ງຊາດ; 4.ຫົວໜ້າສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງ; 5.ຫົວໜ້າສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນ.

ມາດຕາ43(ປັບປຸງ)ການເຂົ້າເຖິງແລະການນໍາໃຊ້ຂໍ້ມູນສະຖິຕິ ການເຂົ້າເຖິງແລະການນໍາໃຊ້ຂໍ້ມູນສະຖິຕິໃຫ້ປະຕິບັດດັ່ງນີ້: 1.ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງສາມາດເຂົ້າເຖິງ,ນໍາໃຊ້ຂໍ້ມູນສະຖິຕິຫຼືຖານຂໍ້ມູນທີ່ໄດ້ປະກາດໃຊ້ແລະເຜີຍແຜ່ຈາກລະບົບການຈັດຕັ້ງສະຖິຕິແຫ່ງຊາດຢ່າງສະເໝີພາບ; 2.ຜູ້ນໍາໃຊ້ຂໍ້ມູນສະຖິຕິທີ່ເປັນຂໍ້ມູນດິບແລະຖານຂໍ້ມູນຕ້ອງໄດ້ກໍານົດຈຸດປະສົງເປົ້າໝາຍຂອງການນໍາໃຊ້ແລະແລກປ່ຽນຜົນຂອງການນໍາໃຊ້ຂໍ້ມູນກັບການຈັດຕັ້ງສະຖິຕິທີ່ກ່ຽວຂ້ອງ; 3.ຜູ້ນໍາໃຊ້ຂໍ້ມູນສະຖິຕິ,ຂໍ້ມູນດິບແລະຖານຂໍ້ມູນຕ້ອງກໍານົດລາຍລະອຽດກ່ຽວກັບທີ່ມາຂອງແຫຼ່ງຂໍ້ມູນໃນເວລານໍາໃຊ້ຢ່າງຈະແຈ້ງ.

ພາກທີ5ການຈັດຕັ້ງສະຖິຕິແຫ່ງຊາດ

ມາດຕາ44ລະບົບການຈັດຕັ້ງສະຖິຕິແຫ່ງຊາດ ລະບົບການຈັດຕັ້ງສະຖິຕິແຫ່ງຊາດປະກອບດ້ວຍ: 1.ການຈັດຕັ້ງສະຖິຕິລະບົບສາຍຕັ້ງ; 2.ການຈັດຕັ້ງສະຖິຕິລະບົບສາຍຂວາງ. ໃນກໍລະນີມີຄວາມຈໍາເປັນອາດສ້າງຕັ້ງສະພາທີ່ປຶກສາດ້ານສະຖິຕິຂຶ້ນກໍ່ໄດ້ຕາມການຕົກລົງຂອງລັດຖະບານ.

ໝວດທີ1ການຈັດຕັ້ງສະຖິຕິລະບົບສາຍຕັ້ງ

ມາດຕາ45(ປັບປຸງ)ການຈັດຕັ້ງສະຖິຕິລະບົບສາຍຕັ້ງ ການຈັດຕັ້ງສະຖິຕິລະບົບສາຍຕັ້ງປະກອບດ້ວຍ: 1.ສູນສະຖິຕິແຫ່ງຊາດ; 2.ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ; 3.ສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນ; 4.ຈຸງານສະຖິຕິປະຈໍາບ້ານ.

ມາດຕາ46(ປັບປຸງ)ສິດແລະໜ້າທີ່ຂອງສູນສະຖິຕິແຫ່ງຊາດ ສູນສະຖິຕິແຫ່ງຊາດມີຖານະທຽບເທົ່າທະບວງຂຶ້ນກັບກະຊວງແຜນການແລະການລົງທຶນ,ຫົວໜ້າສູນສະຖິຕິແຫ່ງຊາດເປັນຮອງລັດຖະມົນຕີກະຊວງແຜນການແລະການລົງທຶນໂດຍຕໍາແໜ່ງ. ສູນສະຖິຕິແຫ່ງຊາດມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ເປັນເສນາທິການໃຫ້ກະຊວງແຜນການແລະການລົງທຶນໃນການຄົ້ນຄວ້າສ້າງຮ່າງນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ,ສ້າງ,ປັບປຸງກົດໝາຍແລະລະບຽບການກ່ຽວກັບວຽກງານສະຖິຕິ; 2.ຄົ້ນຄວ້າແລະສ້າງແຜນດໍາເນີນງານ,ການສໍາຫຼວດໃຫຍ່ແລະການສໍາຫຼວດແບບຕົວແທນລະດັບຊາດແລະແຜນງົບປະມານກ່ຽວກັບວຽກງານສະຖິຕິເພື່ອສະເໜີຕໍ່ກະຊວງແຜນການແລະການລົງທຶນ; 3.ໂຄສະນາເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິໃນຂອບເຂດທົ່ວປະເທດ; 4.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບການຈັດຕັ້ງປະຕິບັດການສໍາຫຼວດແລະການເຄື່ອນໄຫວວຽກງານສະຖິຕິ; 5.ຊີ້ນໍາ,ຄຸ້ມຄອງ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດທາງດ້ານວິຊາການຕາມວິທະຍາສາດດ້ານສະຖິຕິ,ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາລະບົບສະຖິຕິແລະແຜນດໍາເນີນງານຂອງການຈັດຕັ້ງສະຖິຕິແຫ່ງຊາດໃນແຕ່ລະໄລຍະ; 6.ສ້າງແຜນການຝຶກອົບຮົມແລະພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານທາງດ້ານການຄຸ້ມຄອງວຽກງານສະຖິຕິແລະວິຊາການສະຖິຕິໃຫ້ແກ່ພະນັກງານລັດຖະກອນໃນລະບົບການຈັດຕັ້ງສະຖິຕິແຫ່ງຊາດ; 7.ຄົ້ນຄວ້າ,ສ້າງແລະພັດທະນາຖານຂໍ້ມູນສະຖິຕິທາງການແລະສໍາເນົາຖານຂໍ້ມູນສະຖິຕິແຫ່ງຊາດທີ່ສັງລວມຈາກການຈັດຕັ້ງສະຖິຕິແຫ່ງຊາດແລະຫົວໜ່ວຍພື້ນຖານ; 8.ອອກແບບການສໍາຫຼວດແລະການເກັບກໍາຂໍ້ມູນຈາກການລາຍງານບໍລິຫານ,ກໍານົດລະບົບຕົວຊີ້ບອກລະດັບຊາດໃນແຕ່ລະໄລຍະໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 9.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງຫົວໜ່ວຍພື້ນຖານໂດຍປະສານສົມທົບກັບການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງ; 10.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກຫົວໜ່ວຍພື້ນຖານ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິໃນລະດັບຊາດ; 11.ປະສານງານກັບບັນດາກະຊວງ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 12.ພົວພັນ,ຮ່ວມມື,ເຊັນສັນຍາແລະອະນຸສັນຍາກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສະຖິຕິຕາມການມອບໝາຍຂອງລັດຖະບານ; 13.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ກະຊວງແຜນການແລະການລົງທຶນຢ່າງເປັນປົກກະຕິ; 14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ47(ປັບປຸງ)ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງຂຶ້ນກັບພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ. ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍ,ໂຄສະນາແລະເຜີຍແຜ່ນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິ; 2.ຄົ້ນຄວ້າແລະສ້າງແຜນດໍາເນີນງານ,ການສໍາຫຼວດລະດັບແຂວງແລະແຜນງົບປະມານກ່ຽວກັບວຽກງານສະຖິຕິເພື່ອສະເໜີຕໍ່ພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ; 3.ຊີ້ນໍາ,ຄຸ້ມຄອງ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດທາງດ້ານວິຊາການຕາມວິທະຍາສາດດ້ານສະຖິຕິ,ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແລະແຜນດໍາເນີນງານທາງດ້ານສະຖິຕິໃນຂັ້ນຂອງຕົນໃນແຕ່ລະໄລຍະ; 4.ຈັດຕັ້ງປະຕິບັດຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະແຜນດໍາເນີນງານຂອງສູນສະຖິຕິແຫ່ງຊາດ; 5.ສ້າງແຜນການຝຶກອົບຮົມແລະພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານດ້ານສະຖິຕິໃຫ້ແກ່ພະນັກງານລັດຖະການຂອງຕົນແລະການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງພາຍໃນແຂວງ,ນະຄອນຫຼວງ; 6.ຄົ້ນຄວ້າ,ສ້າງແລະພັດທະນາຖານຂໍ້ມູນສະຖິຕິທາງການແລະສໍາເນົາຖານຂໍ້ມູນສະຖິຕິຂອງແຂວງ,ນະຄອນຫຼວງທີ່ສັງລວມຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງ,ສາຍຂວາງແລະຫົວໜ່ວຍພື້ນຖານພາຍໃນທ້ອງຖິ່ນຕົນ; 7.ອອກແບບການສໍາຫຼວດແລະການເກັບກໍາຂໍ້ມູນຈາກການລາຍງານບໍລິຫານ,ກໍານົດຕົວຊີ້ບອກລະດັບແຂວງໃນແຕ່ລະໄລຍະບົນພື້ນຖານຫຼັກການເກັບກໍາຂໍ້ມູນຂອງສູນສະຖິຕິແຫ່ງຊາດໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 8.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງໂດຍປະສານສົມທົບກັບພະແຈກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ; 9.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງ,ສາຍຂວາງແລະຫົວໜ່ວຍພື້ນຖານ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິທາງການ; 10.ປະສານສົມທົບກັບບັນດາພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 11.ພົວພັນ,ຮ່ວມມືກັບອົງການຈັດຕັ້ງສັງຄົມ,ອົງການຈັດຕັ້ງສາກົນຢູ່ສປປລາວແລະແຕ່າງປະເທດກ່ຽວກັບວຽກງານສະຖິຕິຕາມການມອບໝາຍຂອງຂັ້ນເທິງ; 12.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິສູນສະຖິຕິແຫ່ງຊາດແລະອົງການຄຸ້ມຄອງວຽກງານສະຖິຕິຂອງຕົນຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ48(ປັບປຸງ)ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນ ສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນຂຶ້ນກັບຫ້ອງການແຜນການແລະການລົງທຶນເມືອງ,ເທດສະບານ,ນະຄອນ. ສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດ,ເຜີຍແຜ່ນະໂຍບາຍ,ກົດໝາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແລະແຜນພັດທະນາລະບົບສະຖິຕິຂອງແຂວງ,ນະຄອນຫຼວງ; 2.ຄົ້ນຄວ້າແລະສ້າງແຜນດໍາເນີນງານ,ການສໍາຫຼວດລະດັບເມືອງແລະແຜນງົບປະມານກ່ຽວກັບວຽກງານສະຖິຕິເພື່ອສະເໜີຕໍ່ພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ; 3.ຄຸ້ມຄອງ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນກນຈັດຕັ້ງປະຕິບັດທາງດ້ານວິຊາການຕາມວິທະຍາສາດດ້ານສະຖິຕິ,ແຜນດໍາເນີນງານທາງດານສະຖິຕິໃນຂັ້ນຂອງຕົນແລະວຽກງານສະຖິຕິຂອງຈຸງານສະຖິຕິບ້ານໃນແຕ່ລະໄລຍະ; 4.ຈັດຕັ້ງປະຕິບັດຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະແຜນດໍາເນີນງານຂອງສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ; 5.ສ້າງແຜນການຝຶກອົບຮົມ,ພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານດ້ານສະຖິຕິໃຫ້ແກ່ລັດຖະກອນຂອງເມືອງ,ເທດສະບານ,ນະຄອນແລະຈຸງານສະຖິຕິປະຈໍາບ້ານ; 6.ຄົ້ນຄວ້າ,ສ້າງແລະພັດທະນາຖານຂໍ້ມູນສະຖິຕິທາງການແລະສໍາເນົາຖານຂໍ້ມູນສະຖິຕິຂອງເມືອງ,ເທດສະບານ,ນະຄອນທີ່ສັງລວມຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງ,ສາຍຂວາງແລະຫົວໜ່ວຍພື້ນຖານພາຍໃນທ້ອງຖິ່ນຕົນ; 7.ອອກແບບການສໍາຫຼວດແລະການເກັບກໍາການລາຍງານບໍລິຫານ,ກໍານົດຕົວຊີ້ບອກລະດັບເມືອງໃນແຕ່ລະໄລຍະບົນພື້ນຖານຫຼັກການເກັບກໍາຂໍ້ມູນຂອງສູນສະຖິຕິແຫ່ງຊາດໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 8.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງໂດຍປະສານສົມທົບກັບຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນທີ່ກ່ຽວຂ້ອງ; 9.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງ,ສາຍຂວາງແລະຫົວໜ່ວຍພື້ນຖານ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິທາງການ; 10.ປະສານສົມທົບກັບບັນດາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 11.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງແລະອົງການຄຸ້ມຄອງວຽກງານສະຖິຕິຂອງຕົນຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ49(ປັບປຸງ)ສິດແລະໜ້າທີ່ຂອງຈຸງານສະຖິຕິປະຈໍາວັນ ຈຸງານສະຖິຕິປະຈໍາວັນແມ່ນພາກສ່ວນໜຶ່ງຂອງໜ່ວຍງານເສດຖະກິດການເງິນຂອງອົງການປົກຄອງບ້ານໂດຍແມ່ນຄະນະປົກຄອງບ້ານຜູ້ໜຶ່ງເປັນຜູ້ຊີ້ນໍານໍາພາຕາມການອບໝາຍຂອງນາຍບ້ານຊຶ່ງໄດ້ຮັບການແຕ່ງຕັ້ງຈາກເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ. ຈຸງານສະຖິຕິປະຈໍາບ້ານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ເກັບກໍາແລະສັງລວມຂໍ້ມູນສະຖິຕິຈາກຄົວເຮືອນແລະຫົວໜ່ວຍພື້ນຖານໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ; 2.ຄຸ້ມຄອງແລະເກັບຮັກສາປຶ້ມສະຖິຕິປະຈໍາບ້ານເພື່ອໃຫ້ມີຊຸດຂໍ້ມູນພື້ນຖານໃນແຕ່ລະໄລຍະຢ່າງເປັນປົກກະຕິແລະຄົ້ນຄວ້າສ້າງຖານຂໍ້ມູນສະຖິຕິ; 3.ເຂົ້າຮ່ວມເກັບກໍາຂໍ້ມູນການສໍາຫຼວດແລະການລາຍງານບໍລິຫານຂອງການຈັດຕັ້ງສະຖິຕິໃນແຕ່ລະໄລຍະ; 4.ໄດ້ຮັບການບໍາລຸງແລະຝຶກອົບຮົມດ້ານວິຊາການສະຖິຕິ; 5.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ2ການຈັດຕັ້ງສະຖິຕິລະບົບສາຍຂວາງ

ມາດຕາ50(ປັບປຸງ)ການຈັດຕັ້ງສະຖິຕິລະບົບສາຍຂວາງ ການຈັດຕັ້ງສະຖິຕິລະບົບສາຍຂວາງປະກອບດ້ວຍ: -ລະບົບການຈັດຕັ້ງຂອງບັນດາຂະແໜງການຢູ່ສູນກາງແລະທ້ອງຖິ່ນ; -ການຈັດຕັ້ງສະຖິຕິຂອງຫົວໜ່ວຍພື້ນຖານ. 1.ລະບົບການຈັດຕັ້ງຂອງບັນດາຂະແໜງການຢູ່ສູນກາງແລະທ້ອງຖິ່ນປະກອບດ້ວຍ: -ສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງ; -ຂະແໜງສະຖິຕິປະຈໍາພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ; -ໜ່ວຍງານສະຖິຕິປະຈໍາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນ. ນາຍົກລັດຖະມົນຕີອອກຄໍາສັ່ງໃຫ້ບັນດາກະຊວງ,ອົງການລັດທຽບເທົ່າກະຊວງເປັນຜູ້ອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງສູນສະຖິຕິປະຈໍາຂະແໜງການຕົນໂດຍສອດຄ່ອງກັບສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. 2.ການຈັດຕັ້ງສະຖິຕິຂອງຫົວໜ່ວຍພື້ນຖານມີຈຸງານສະຖິຕິຂອງຫົວໜ່ວຍພື້ນຖານ.

ມາດຕາ51(ປັບປຸງ)ສິດແລະໜ້າທີ່ຂອງສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງ ສູນສະຖິຕິປະຈໍາກະຊວງ,ອົງການລັດທຽບເທົ່າກະຊວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ,ກົດໝາຍ,ລະບຽບການ; 2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິໃນຂະແໜງການຂອງຕົນ; 3.ຄົ້ນຄວ້າ,ສ້າງແຜນພັດທະນາລະບົບສະຖິຕິຂອງຂະແໜງການຕົນ,ການສໍາຫຼວດແບບຕົວແທນລະດັບຂະແໜງການແລະການສໍາຫຼວດສະເພາະຂອງຕົນໃນແຕ່ລະໄລຍະເພື່ອສະເໜີຕໍ່ກະຊວງ,ອົງການລັດທຽບເທົ່າກະຊວງທີ່ຕົນຂຶ້ນກັບໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການສະຖິຕິຈາກສູນສະຖິຕິແຫ່ງຊາດ; 4.ຄຸ້ມຄອງ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດທາງດ້ານວິຊາການຕາມວິທະຍາສາດດ້ານສະຖິຕິແລະແຜນດໍາເນີນງານທາງດ້ານສະຖິຕິຂອງຫ້ອງການ,ບັນດາກົມພາຍໃນກະຊວງ,ອົງການລັດທຽບເທົ່າກະຊວງແລະການຈັດຕັ້ງສະຖິຕິຂັ້ນທ້ອງຖິ່ນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃນແຕ່ລະໄລຍະ; 5.ອອກຄໍາແນະນໍາແລະແຈ້ງການກ່ຽວກັບການຈັດຕັ້ງປະຕິບັດການສໍາຫຼວດແລະການເຄື່ອນໄຫວວຽກງານສະຖິຕິ; 6.ສ້າງແຜນຝຶກອົບຮົມແລະພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານດ້ານສະຖິຕິໃຫ້ແກ່ພະນັກງານລັດຖະກອນ; 7.ຄົ້ນຄ້ວາ,ສ້າງ,ພັດທະນາຖານຂໍ້ມູນສະຖິຕິທາງການຂອງຂະແໜງການຕົນທີ່ສັງລວມຈາກຫ້ອງການ,ບັນດາກົມພາຍໃນກະຊວງ,ອົງການລັດທຽບເທົ່າກະຊວງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງ; 8.ອອກແບບການສໍາຫຼວດແລະການເກັບກໍາການລາຍງານບໍລິຫານ,ກໍານົດຕົວຊີ້ບອກລະດັບຂະແໜງການຂອງຕົນໃນແຕ່ລະໄລຍະບົນພື້ນຖານຫຼັກການເກັບກໍາຂໍ້ມູນຂອງສູນສະຖິຕິແຫ່ງຊາດໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 9.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງຫ້ອງການ,ບັນດາກົມພາຍໃນກະຊວງ,ອົງການລັດທຽບເທົ່າກະຊວງແລະຫົວໜ່ວຍພ້ືນຖານທີ່ກ່ຽວຂ້ອງກັບຂະແໜງການຕົນ; 10.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກຫ້ອງການ,ບັນດາກົມພາຍໃນກະຊວງ,ອົງການລັດທຽບເທົ່າກະຊວງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິທາງການໃນລະດັບຂະແໜງການຕົນ; 11.ປະສານສົມທົບກັບຫ້ອງການ,ບັນດາກົມພາຍໃນກະຊວງ,ອົງການລັດທຽບເທົ່າກະຊວງທີ່ຕົນຂຶ້ນກັບ,ການຈັດຕັ້ງສະຖິຕິລະບົບສາຍຕັ້ງ,ສາຍຂວາງແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 12.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ກະຊວງ,ອົງການລັດທຽບເທົ່າກະຊວງຂອງຕົນແລະສູນສະຖິຕິແຫ່ງຊາດຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ52(ປັບປຸງ)ສິດແລະໜ້າທີ່ຂອງຂະແໜງສະຖິຕິປະຈໍາພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ ຂະແໜງສະຖິຕິປະຈໍາພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແລະແຜນພັດທະນາລະບົບສະຖິຕິ,ກົດໝາຍແລະລະບຽບການ; 2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິ; 3.ຄົ້ນຄວ້າ,ສ້າງແຜນພັດທະນາລະບົບສະຖິຕິ,ການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນໃນແຕ່ລະໄລຍະເພື່ອສະເໜີຕໍ່ພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງທີ່ຕົນຂຶ້ນກັບໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການສະຖິຕິຈາກສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ; 4.ຄຸ້ມຄອງ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນການນໍາໃຊ້ວິທະຍາສາດດ້ານສະຖິຕິແລະການເຄື່ອນໄຫວວຽກງານສະຖິຕິຕາມແຜນດໍາເນີນງານຂອງບັນດາຂະແໜງພາຍໃນພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງແລະການຈັດຕັ້ງສະຖິຕິຂອງບັນດາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນໃນແຕ່ລະໄລຍະ; 5.ອອກຄໍາແນະນໍາແລະແຈ້ງການກ່ຽວກັບການຈັດຕັ້ງປະຕິບັດການສໍາຫຼວດແລະການເຄື່ອນໄຫວວຽກງານສະຖິຕິ; 6.ສ້າງແຜນຝຶກອົບຮົມແລະພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານດ້ານສະຖິຕິໃຫ້ແກ່ລັດຖະກອນ; 7.ຄົ້ນຄວ້າ,ສ້າງ,ພັດທະນາຖານຂໍ້ມູນສະຖິຕິທາງການທີ່ສັງລວມຈາກບັນດາຂະແໜງພາຍໃນພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງ; 8.ອອກແບບການສໍາຫຼວດແລະການເກັບກໍາການລາຍງານບໍລິຫານ,ກໍານົດຕົວຊີ້ບອກລະດັບຂະແໜງການຂອງຕົນໃນແຕ່ລະໄລຍະບົນພື້ນຖານຫຼັກການເກັບກໍາຂໍ້ມູນຂອງສູນສະຖິຕິແຫ່ງຊາດແລະກະຊວງ,ອົງການລັດທຽບເທົ່າກະຊວງໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 9.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງບັນດາຂະແໜງພາຍໃນພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງກັບຂະແໜງການຕົນ; 10.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກຂະແໜງທີ່ຂຶ້ນກັບພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິທາງການຂອງຕົນ; 11.ປະສານສົມທົບກັບບັນດາຂະແໜງພາຍໃນພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງທີ່ຕົນຂຶ້ນກັບແລະສູນສະຖິຕິປະຈໍາແຂວງ,ນະຄອນຫຼວງແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 12.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ພະແນກ,ອົງການລັດທຽບເທົ່າພະແນກຂອງຕົນແລະສູນສະຖິຕິປະຈໍາແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ53(ປັບປຸງ)ສິດແລະໜ້າທີ່ຂອງໜ່ວຍງານສະຖິຕິປະຈໍາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນ ໜ່ວຍງານສະຖິຕິປະຈໍາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ,ແຜນພັດທະນາລະບົບສະຖິຕິຂອງຂະແໜງການ,ແຂວງ,ນະຄອນຫຼວງ,ກົດໝາຍແລະລະບຽບການ; 2.ເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິ; 3.ຄົ້ນຄວ້າ,ສ້າງແຜນພັດທະນາລະບົບສະຖິຕິຂອງໜ່ວຍງານຕົນ,ການສໍາຫຼວດແບບຕົວແທນແລະການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງຕົນໃນແຕ່ລະໄລຍະເພື່ອສະເໜີຕໍ່ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນທີ່ຕົນຂຶ້ນກັບໂດຍຜ່ານການຢັ້ງຢືນແລະຮັບຮອງທາງດ້ານວິຊາການສະຖິຕິຈາກສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນ; 4.ຄຸ້ມຄອງແລະພັດທະນາລະບົບສະຖິຕິ,ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດແຜນດໍາເນີນງານໃນແຕ່ລະໄລຍະ; 5.ອອກຄໍາແນະນໍາແລະແຈ້ງການກ່ຽວກັບການຈັດຕັ້ງປະຕິບັດການສໍາຫຼວດແລະການເຄື່ອນໄຫວວຽກງານສະຖິຕິ; 6.ສ້າງແຜນຝຶກອົບຮົມ,ພັດທະນາ,ຍົກລະດັບຄວາມຮູ້ແລະຄວາມຊໍານານງານດ້ານສະຖິຕິໃຫ້ແກ່ລັດຖະກອນ; 7.ຄົ້ນຄວ້າ,ສ້າງ,ພັດທະນາຖານຂໍ້ມູນສະຖິຕິທາງການທີ່ສັງລວມຈາກບັນດາໜ່ວຍງານພາຍໃນຫ້ອງການ,ອົງການລັດທຽບເທົ່າຫ້ອງການຂັ້ນເມືອງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງ; 8.ອອກແບບການສໍາຫຼວດແລະການເກັບກໍາການລາຍງານບໍລິຫານ,ກໍານົດຕົວຊີ້ບອກຂອງໜ່ວຍງານຕົນໃນແຕ່ລະໄລຍະບົນພື້ນຖານຫຼັກການການເກັບກໍາຂໍ້ມູນຂອງສູນສະຖິຕິແຫ່ງຊາດໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 9.ເຂົ້າເຖິງ,ນໍາໃຊ້ຖານຂໍ້ມູນທຸກປະເພດຂອງບັນດາໜ່ວຍງານພາຍໃນຫ້ອງການ,ອົງການລັດທຽບເທົ່າຫ້ອງການຂັ້ນເມືອງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງກັບໜ່ວຍງານຕົນ; 10.ເກັບກໍາ,ສັງລວມແລະທວງເອົາຂໍ້ມູນສະຖິຕິຈາກໜ່ວຍງານທີ່ຂຶ້ນກັບຫ້ອງການ,ອົງການລັດທຽບເທົ່າຫ້ອງການຂັ້ນເມືອງແລະຫົວໜ່ວຍພື້ນຖານທີ່ກ່ຽວຂ້ອງກັບໜ່ວຍງານຕົນ;ຜະລິດ,ຈັດພິມແລະເຜີຍແຜ່ຂໍ້ມູນສະຖິຕິທາງການຂອງຕົນ; 11.ປະສານສົມທົບກັບບັນດາໜ່ວຍງານຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂັ້ນເມືອງທີ່ຄົນຂຶ້ນກັບແລະສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນແລະພາກສ່ວນອື່ນກ່ຽວກັບວຽກງານສະຖິຕິ; 12.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງຕົນແລະສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ54(ປັບປຸງ)ສິດແລະໜ້າທີ່ອຂງຈຸງານສະຖິຕິຂອງຫົວໜ່ວຍພື້ນຖານ ຈຸງານສະຖິຕິຂອງຫົວໜ່ວຍພື້ນຖານແມ່ນປະທານຫຼືຜູ້ອໍານວຍການຫຼືເຈົ້າຂອງຫົວໜ່ວຍພື້ນຖານເປັນຜູ້ອອກຂໍ້ຕົກລົງແຕ່ງຕັ້ງຈຸງານສະຖິຕິຂອງຕົນເພື່ອຈັດຕັ້ງປະຕິບັດວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ຈຸງານສະຖິຕິຂອງຫົວໜ່ວຍພື້ນຖານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ເກັບກໍາສັງລວມແລະສະໜອງຂໍ້ມູນສະຖິຕິກ່ຽວກັບສະພາບການເຄື່ອນໄຫວຂອງຫົວໜ່ວຍພື້ນຖານຕົນໃຫ້ແກ່ການຈັດຕັ້ງສະຖິຕິແຫ່ງຊາດຕາມລະບົບການສໍາຫຼວດແລະການລາຍງານບໍລິຫານ; 2.ບັນທຶກຢ່າງເປັນລະບົບແລະເກັບຮັກສາຂໍ້ມູນສະຖິຕິຂອງຫົວໜ່ວຍພື້ນຖານຂອງຕົນເພື່ອໃຫ້ມີຊຸດຂໍ້ມູນພື້ນຖານໃນແຕ່ລະໄລຍະຢ່າງເປັນປົກກະຕິເພື່ອສະໜອງໃຫ້ທຸກພາກສ່ວນໃຫ້ມີຄວາມເປັນເອກະພາບ; 3.ໄດ້ຮັບການບໍາລຸງແລະຝຶກອົບຮົມດ້ານວິຊາການສະຖິຕິ; 4.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິໃຫ້ແກ່ລະບົບການຈັດຕັ້ງສະຖິຕິແຫ່ງຊາດຢ່າງເປັນປົກກະຕິ; 5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ6ຂໍ້ຫ້າມ

ມາດຕາ55(ປັບປຸງ)ຂໍ້ຫ້າມສໍາລັບການຈັດຕັ້ງແລະພະນັກງານສະຖິຕິ ຫ້າມການຈັດຕັ້ງແລະພະນັກງານສະຖິຕິມີພຶດຕິກໍາດັ່ງນີ້: 1.ເປີດເຜີຍ,ເຜີຍແຜ່ຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ຂອງກົດໝາຍສະບັບນີ້; 2.ປອມແປງ,ບິດເບືອນຂໍ້ມູນສະຖິຕິທາງການແລະຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງເພື່ອຜົນປະໂຫຍດສ່ວນຕົວຫຼືສ້າງຄວາມເສຍຫາຍຕໍ່ຜູ້ອື່ນໂດຍເຈດຕະນາ; 3.ນໍາໃຊ້ຂໍ້ມູນສະຖິຕິແລະບົດລາຍງານທີ່ໄດ້ຮັບຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງພາຍໃນແລະຕ່າງປະເທດທີ່ດໍາເນີນກິດຈະກໍາຢູ່ສປປລາວເພື່ອໃຊ້ເປັນບ່ອນອີງໃນການກວດກາແລະກວດສອບການເຄື່ອນໄຫວທຸລະກິດຫຼືເພື່ອການຄິດໄລ່ໃນການເກັບພາສີຫຼືອາກອນ; 4.ລະເມີດຈັນຍາບັນທາງດ້ານສະຖິຕິ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ56(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ສະໜອງຂໍ້ມູນສະຖິຕິ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ສະໜອງຂໍ້ມູນສະຖິຕິມີພຶດຕິກໍາດັ່ງນີ້: 1.ລາຍງານຂໍ້ມູນສະຖິຕິທີ່ບໍ່ມີຄວາມຈິງ; 2.ເຜີຍແຜ່ແລະສະໜອງຂໍ້ມູນທີ່ບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍບໍ່ໄດ້ຮັບອະນຸຍາດ; 3.ປອມແປງ,ບິດເບືອນຂໍ້ມູນສະຖິຕິທາງການແລະຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນໂດຍເຈດຕະນາ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ57(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຂໍ້ມູນສະຖິຕິ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ຂໍ້ມູນສະຖິຕິມີພຶດຕິກໍາດັ່ງນີ້: 1.ນໍາໃຊ້ຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃນທາງທີ່ບໍ່ຖືກຕ້ອງແລະເພື່ອຈຸດປະສົງອື່ນທີ່ບໍ່ແມ່ນສະຖິຕິ; 2.ນໍາໃຊ້ຂໍ້ມູນສະຖິຕິເພື່ອຈຸດປະສົງສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນຫຼືທໍາລາຍການດໍາເນີນທຸລະກິດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ; 3.ສະໜອງຖານຂໍ້ມູນດິບຈາກການສໍາຫຼວດທີ່ໄດ້ມາຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງໃຫ້ບຸກຄົນທີສາມເພື່ອຈຸດປະສົງອື່ນທີ່ບໍ່ແມ່ນສະຖິຕິ; 4.ບັງຄັບບຸກຄົນໃດໜຶ່ງໃຫ້ເປີດເຜີຍ,ລາຍງານແລະປະກາດໃຊ້ຂໍ້ມູນທີ່ບໍ່ຖືກກັບຄວາມຈິງ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ7ການຄຸ້ມຄອງແລະກວດກາວຽກງານສະຖິຕິ

ໝວດທີ1ການຄຸ້ມຄອງວຽກງານສະຖິຕິ

ມາດຕາ58(ປັບປຸງ)ອົງການຄຸ້ມຄອງວຽກງານສະຖິຕິ ລັດຖະບານເປັນຜູ້ຄຸ້ມຄອງວຽກງານສະຖິຕິຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງແຜນການແລະການລົງທຶນຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສະຖິຕິປະກອບດ້ວຍ: 1.ກະຊວງແຜນການແລະການລົງທຶນ; 2.ພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ; 3.ຫ້ອງການແຜນການແລະການລົງທຶນເມືອງ,ເທດສະບານ,ນະຄອນ; 4.ກະຊວງ,ອົງການລັດທຽບເທົ່າກະຊວງ,ພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ,ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນ.

ມາດຕາ59(ປັບປຸງ)ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນ ໃນການຄຸ້ມຄອງວຽກງານສະຖິຕິກະຊວງແຜນການແລະການລົງທຶນມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຮ່າງນະໂຍບາຍແລະຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແລ້ວສະເໜີລັດຖະບານພິຈາລະນາ; 2.ສ້າງ,ປັບປຸງແລະສະເໜີກົດໝາຍກ່ຽວກັບວຽກງານສະຖິຕິຕໍ່ລັດຖະບານເພື່ອນໍາສະເໜີສະພາແຫ່ງຊາດພິຈາລະນາ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານສະຖິຕິໃນຂອບເຂດທົ່ວປະເທດ; 4.ພິຈາລະນາອະນຸມັດແຜນດໍາເນີນງານ,ໂຄງການແລະແຜນງົບປະມານກ່ຽວກັບວຽກງານສະຖິຕິໃນແຕ່ລະໄລຍະ; 5.ຊີ້ນໍາ,ນໍາພາ,ຄຸ້ມຄອງ,ຊຸກຍູ້ແລະສົ່ງເສີມການພັດທະນາລະບົບສະຖິຕິແຫ່ງຊາດ;ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບການພັດທະນາແລະການເຄື່ອນໄຫວວຽກງານສະຖິຕິ; 6.ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາການສໍາຫຼວດແບບຕົວແທນລະດັບຊາດໃນແຕ່ລະໄລຍະຕາມການສະເໜີຂອງສູນສະຖິຕິແຫ່ງຊາດ; 7.ຄົ້ນຄວ້າສະເໜີນາຍົກລັດຖະມົນຕີອະນຸມັດການສໍາຫຼວດໃຫຍ່ແລະຄົ້ນຄວ້າພິຈາລະນາອະນຸມັດການສໍາຫຼວດແບບຕົວແທນລະດັບຊາດຕາມການສະເໜີຂອງສູນສະຖິຕິແຫ່ງຊາດ; 8.ກໍານົດຕົວຊີ້ບອກເພື່ອຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ; 9.ຊີ້ນໍາ,ຕິດຕາມແລະປະສານສົມທົບກັບບັນດາກະຊວງ,ອົງການລັດທຽບເທົ່າກະຊວ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນໃນການສະໜັບສະໜູນແລະອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສະຖິຕິ; 10.ພົວພັນກັບຕ່າງປະເທດ,ພາກພື້ນແລະສາກົນໃນການພັດທະນາແລະສະໜັບສະໜູນແຫຼ່ງທຶນເຂົ້າໃນວຽກງານສະຖິຕິ; 11.ສະຫຼຸບ,ສັງລວມແລະລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຕໍ່ລັດຖະບານຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ60(ປັບປຸງ)ສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານສະຖິຕິພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າແລະປະກອບຄໍາເຫັນຕໍ່ຮ່າງຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແລະແຜນພັດທະນາລະບົບສະຖິຕິຂັ້ນແຂວງ; 2.ພິຈາລະນາອະນຸມັດແຜນດໍາເນີນງານ,ໂຄງການແລະແຜນງົບປະມານກ່ຽວກັບວຽກງານສະຖິຕິຂອງແຂວງ,ນະຄອນຫຼວງໃນແຕ່ລະໄລຍະ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານສະຖິຕິ; 4.ຊີ້ນໍາ,ນໍາພາ,ຄຸ້ມຄອງ,ຊຸກຍູ້ແລະສົ່ງເສີມການພັດທະນາວຽກງານສະຖິຕິຂອງແຂວງ,ນະຄອນຫຼວງ;ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນດໍາເນີນງານແລະການເຄື່ອນໄຫວຂອງສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນ; 5.ຄົ້ນຄວ້າສະເໜີອົງການປົກຄອງແຂວງ,ນະຄອນຫຼວງອະນຸມັດການສໍາຫຼວດລະດັບແຂວງ,ນະຄອນຫຼວງຕາມການສະເໜີຂອງສູນສະຖິຕິປະຈໍາແຂວງ,ນະຄອນຫຼວງແລະການແນະນໍາຂອງສູນສະຖິຕິແຫ່ງຊາດ; 6.ກໍານົດຕົວຊີ້ບອກເພື່ອຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງແຂວງ,ນະຄອນຫຼວງໃນແຕ່ລະໄລຍະ; 7.ຊີ້ນໍາ,ຕິດຕາມແລະປະສານສົມທົບກັບບັນດາພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງແລະພາກສ່ວນອື່ນໃນການສະໜັບສະໜູນແລະອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສະຖິຕິ; 8.ພົວພັນ,ຮ່ວມມື,ເຊັນສັນຍາແລະບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານສະຖິຕິກັບອົງການຈັດຕັ້ງສັງຄົມຢູ່ສປປລາວໃນການພັດທະນາແລະສະໜັບສະໜູນແຫຼ່ງທຶນເຂົາໃນວຽກງານສະຖິຕິຕາມການຕົກລົງເຫັນດີຂອງກະຊວງແຜນການແລະການລົງທຶນ; 9.ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານສະຖິຕິຕໍ່ອົງການປົກຄອງແຂວງ,ນະຄອນຫຼວງແລະກະຊວງແຜນການແລະການລົງທຶນຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ61(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການແຜນການແລະການລົງທຶນເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານສະຖິຕິຫ້ອງການແຜນການແລະການລົງທຶນເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າແລະປະກອບຄໍາເຫັນໃສ່ຮ່າງແຜນພັດທະນາລະບົບສະຖິຕິຂັ້ນແຂວງແລະແຜນດໍາເນີນງານສະຖິຕິຂັ້ນເມືອງ; 2.ພິຈາລະນາອະນຸມັດແຜນດໍາເນີນງານ,ໂຄງການແລະແຜນງົບປະມານກ່ຽວກັບວຽກງານສະຖິຕິຂອງສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນໃນແຕ່ລະໄລຍະ; 3.ເຜີຍແຜ່ນະໂຍບາຍ,ຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານສະຖິຕິ; 4.ຊີ້ນໍາ,ນໍາພາ,ຄຸ້ມຄອງ,ຊຸກຍູ້ແລະສົ່ງເສີມການພັດທະນາວຽກງານສະຖິຕິຂອງເມືອງ,ເທດສະບານ,ນະຄອນ;ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນດໍາເນີນງານແລະການເຄື່ອນໄຫວຂອງສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນແລະຈຸງານສະຖິຕິປະຈໍາບ້ານ; 5.ຄົ້ນຄວ້າສະເໜີຕໍ່ອົງການປົກຄອງເມືອງ,ເທດສະບານ,ນະຄອນເພື່ອອະນຸມັດການສໍາຫຼວດລະດັບເມືອງຕາມການສະເໜີຂອງສູນສະຖິຕິປະຈໍາເມືອງ,ເທດສະບານ,ນະຄອນແລະການແນະນໍາຂອງສູນສະຖິຕິແຫ່ງຊາດ; 6.ກໍານົດຕົວຊີ້ບອກເພື່ອຕິດຕາມແລະປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງເມືອງ,ເທດສະບານ,ນະຄອນໃນແຕ່ລະໄລຍະ; 7.ຊີ້ນໍາ,ຕິດຕາມແລະປະສານສົມທົບກັບບັນດາຫ້ອງການ,ອົງການລັດທຽບເທົ່າຫ້ອງການຂັ້ນເມືອງແລະພາກສ່ວນອື່ນໃນການສະໜັບສະໜູນແລະອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສະຖິຕິ; 8.ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານສະຖິຕິຕໍ່ອົງການປົກຄອງເມືອງ,ເທດສະບານ,ນະຄອນແລະພະແນກແຜນການແລະການລົງທຶນຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ62(ປັບປຸງ)ສິດແລະໜ້າທີ່ຂອງກະຊວງ,ອົງການລັດທຽບເທົ່າກະຊວງ,ພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ,ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານສະຖິຕິກະຊວງ,ອົງການລັດທຽບເທົ່າກະຊວງ,ພະແນກ,ອົງການລັດທຽບເທົ່າພະແນກຂອງແຂວງ,ນະຄອນຫຼວງ,ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຊຸກຍູ້,ຕິດຕາມ,ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານສະຖິຕິ; 2.ຄົ້ນຄວ້າແລະພິຈາລະນາແຜນດໍາເນີນງານ,ໂຄງການແລະແຜນງົບປະມານກ່ຽວກັບວຽກງານສະຖິຕິໃນແຕ່ລະໄລຍະ; 3.ໂຄສະນາ,ເຜີຍແຜ່,ຊີ້ນໍາ,ຕິດຕາມການປະຕິບັດວຽກງານສະຖິຕິຂອງການຈັດຕັ້ງສະຖິຕິທີ່ຂຶ້ນກັບຕົນ; 4.ຊີ້ນໍາ,ນໍາພາ,ຄຸ້ມຄອງ,ຊຸກຍູ້ແລະສົ່ງເສີມການພັດທະນາວຽກງານສະຖິຕິ;ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນດໍາເນີນງານແລະການເຄື່ອນໄຫວຂອງການຈັດຕັ້ງສະຖິຕິທີ່ຂຶ້ນກັບຕົນ; 5.ກໍານົດຕົວຊີ້ບອກເພື່ອຕິດຕາມແລະປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ; 6.ປະສານແລະຊຸກຍູ້ພາກສ່ວນອື່ນທີ່ກ່ຽວຂ້ອງໃນການສະໜັບສະໜູນແລະອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສະຖິຕິ; 7.ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານສະຖິຕິໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ2ການກວດກາວຽກງານສະຖິຕິ

ມາດຕາ63(ປັບປຸງ)ອົງການກວດກາວຽກງານສະຖິຕິ ອົງການກວດກາວຽກງານສະຖິຕິປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານສະຖິຕິຕາມທີ່ໄດ້ກໍານົດໄວ້ໃນມາດຕາ58ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ. ສູນສະຖິຕິແຫ່ງຊາດເປັນເຈົ້າການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງແລະທ້ອງຖິ່ນໃນການຕິດຕາມແລະກວດກາວຽກງານສະຖິຕິຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ມາດຕາ64(ປັບປຸງ)ຈຸດປະສົງການກວດກາ ການກວດກາວຍກງານສະຖິຕິມີຈຸດປະສົງເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດມີປະສິດທິພາບ,ປະສິດທິຜົນ,ຖືກຕ້ອງຕາມກົດໝາຍ.

ມາດຕາ65(ປັບປຸງ)ເນື້ອໃນການກວດກາ ເນື້ອໃນການກວດກາແມ່ນການຕິດຕາມ,ກວດກາການຈັດຕັ້ງປະຕິບັດກົດໝາຍ,ຍຸດທະສາດ,ນະໂຍບາຍແລະແຜນດໍາເນີນງານກ່ຽວກັບການຄຸ້ມຄອງແລະຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ.

ມາດຕາ66(ປັບປຸງ)ແຜນການການກວດກາ ອົງການກວດກາພາຍໃນສ້າງແຜນການດໍາເນີນການກວດກາຂອງຕົນຂຶ້ນເພື່ອຕິດຕາມ,ກວດກາວຽກງານສະຖິຕິທີ່ຕິດພັນກັບການປະຕິບັດກິດຈະກໍາແລະຜົນຜະລິດສະຖິຕິທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານແຕ່ລະໄລຍະຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ. ສໍາລັບອົງການກວດກາພາຍນອກໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ67ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະນະກວດກາຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຮູ້ລ່ວງໜ້າກ່ອນຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດາແບບກະທັນຫັນແມ່ນການກວດກາເມື່ອເຫັນວ່າມີຄວາມຈໍາເປັນແຕ່ການກວດການັ້ນໃຫ້ດໍາເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະການລົງປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

ມາດຕາ68(ປັບປຸງ)ການລາຍງານແລະການແກ້ໄຂຜົນຂອງການກວດກາ ຄະນະກວດກາຕ້ອງສ້າງບົດບັນທຶກການກວດກາ,ບົດລາຍງານພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດແລະລາຍງານຕໍ່ອົງການທີ່ມີສິດອໍານາດກ່ຽວຂ້ອງພິຈາລະນາກ່ຽວກັບຜົນຂອງການກວດກາ. ຄະນະກວດກາຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການສະຫຼຸບລາຍງານຜົນຂອງການກວດກາແລະຮັກສາຄວາມລັບດ້ານເອກະສານສະຖິຕິທີ່ໄດ້ກວດກາຢ່າງເຂັ້ມງວດ.

ມາດຕາ69(ປັບປຸງ)ສິດແລະພັນທະຂອງເປົ້າໝາຍທີ່ຖືກກວດກາ ເປົ້າໝາຍທີ່ຖືກກວດກາມີສິດແລະພັນທະດັ່ງນີ້: 1.ຮ້ອງຂໍໃຫ້ຄະນະກວດການໍາສະເໜີຂໍ້ຕົກລົງກ່ຽວກັບການກວດກາແລະບັດອະນຸຍາດກວດກາ; 2.ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກວດກາທີ່ບໍ່ຖືກຕ້ອງຕາມຫຼັກການແລະລະບຽບການຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງ; 3.ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄະນະກວດກາ,ສະໜອງເອກະສານ,ຂໍ້ມູນ,ຫຼັກຖານແລະຕອບບັນຫາທີ່ພົວພັນເຖິງເນື້ອໃນການກວດກາຕາມການສະເໜີຂອງຄະນະກວດກາ.

ພາກທີ8ງົບປະມານ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ

ມາດຕ70(ປັບປຸງ)ງົບປະມານ ງົບປະມານຂອງສູນສະຖິຕິແຫ່ງຊາດແມ່ນຫົວໜ່ວຍງົບປະມານຂັ້ນໜຶ່ງຂອງງົບປະມານແຫ່ງລັດ;ສູນສະຖິຕິປະຈໍາແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນເປັນຫົວໜ່ວຍງົບປະມານໜຶ່ງທີ່ຂຶ້ນກັບອົງການປົກຄອງທ້ອງຖິ່ນ. ການສະໜອງແລະການນໍາໃຊ້ງົບປະມານຕາມລະບົບສາຍຕັ້ງແລະສາຍຂວາງໃຫ້ປະຕິບັດຕາມແຜນກິດຈະກໍາຂອງການຈັດຕັ້ງສະຖິຕິແຫ່ງຊາດໃນແຕ່ລະໄລຍະ. ທຶນໃນການຈັດຕັ້ງປະຕິບັດວຽກງານສະຖິຕິໄດ້ມາຈາກງົບປະມານແຫ່ງລັດ,ການສະໜັບສະໜູນຊ່ວຍເຫຼືອຈາກຕ່າງປະເທດ,ອົງການຈັດຕັ້ງສາກົນ,ການປະກອບສ່ວນຂອງສັງຄົມແລະແຫຼ່ງທຶນອື່ນທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ.

ມາດຕາ71(ປັບປຸງ)ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ ການຈັດຕັ້ງສະຖິຕິລະບົບສາຍຕັ້ງແລະສາຍຂວາງນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນມີເຄື່ອງໝາຍ,ຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການແລະມີເຄື່ອງແບບໃນເວລາເກັບກໍາຂໍ້ມູນຢູ່ພາກສະໜາມ.

ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ72ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານສະຖິຕິຄົບຖ້ວນ,ຊັດເຈນແລະທັນຕາມກໍານົດເວລາຢ່າງມີປະສິດທິຜົນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ73(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຕ່າງໆຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ74(ໃໝ່)ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍຈະຖືກກ່າວເຕືອນແລະສຶກສາອົບຮົມ.

ມາດຕາ75(ໃໝ່)ມາດຕະການທາງວິໄນ ພະນັກງານລັດຖະກອນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ.

ມາດຕາ76(ໃໝ່)ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຖືກກ່າວເຕືອນແລະສຶກສາອົບຮົມແລ້ວແຕ່ຍັງສືບຕໍ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍຈະຖືກປັບໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ77(ໃໝ່)ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ78(ໃໝ່)ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ເປັນການກະທໍາຜິດທາງອາຍາຈະຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

ພາກທີ10ບົດບັນຍັດສຸດທ້າຍ

ມາດຕາ79(ໃໝ່)ວັນສະຖິຕິແຫ່ງຊາດ ວັນສະຖິຕິແຫ່ງຊາດແມ່ນວັນທີ30ມິຖຸນາ2010.

ມາດຕາ80ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ81(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສະຖິຕິສະບັບເລກທີ03/ສພຊລົງວັນທີ30ມິຖຸນາ2010. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ