ກົດໝາຍວ່າດ້ວຍວຽກງານກາແດງລາວ 31-10-2017

From Wikisource
Jump to navigation Jump to search

ວຽກງານກາແດງລາວ 31-10-2017

ພາກທີ 1 ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການຕິດຕາມກວດກາວຽກງານກາແດງລາວເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມໜັກແໜ້ນເຂັ້ມແຂງ,ມີປະສິດທິພາບ,ປະສິດທິຜົນແນໃສ່ຮັບປະກັນເຮັດໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາໄດ້ຢ່າງທັນການ,ທົ່ວເຖິງ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2ວຽກງານກາແດງລາວ ວຽກງານກາແດງລາວແມ່ນການຊ່ວຍເຫຼືອດ້ານມະນຸດສະທໍາ,ເປັນເຄື່ອງມືແລະກົນໄກໜຶ່ງໃນການປະຕິບັດຫຼັກການຊ່ວຍເຫຼືອຊຶ່ງກັນແລະກັນ,ສ້າງສະພາບແວດລ້ອມທີ່ມີຄວາມສົມດຸນ,ກົມກຽວແລະປອງດອງກັນໃນສັງຄົມ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ມະນຸດສະທໍາໝາຍເຖິງຄວາມເມດຕາສົງສານຕໍ່ເພື່ອນມະນຸດດ້ວຍກັນ; 2.ວຽກງານມະນຸດສະທໍາໝາຍເຖິງການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກທາງດ້ານວັດຖຸແລະຈິດໃຈເພື່ອປົກປ້ອງຊີວິດ,ສຸຂະພາບແລະເຄົາລົບສິດຂອງຄວາມເປັນມະນຸດລວມທັງການສົ່ງເສີມ,ພັດທະນາຄວາມຍືນຍົງຂອງມະນຸດ 3.ຂະບວນການກາແດງແລະຊີກວົງເດືອນແດງໝາຍເຖິງການເຄື່ອນໄຫວຂອງຄະນະກໍາມະການກາແດງສາກົນ,ສະຫະພັນກາແດງແລະຊີກວົງເດືອນແດງສາກົນ,ອົງການກາແດງຫຼືຊີກວົງເດືອນແດງແຫ່ງຊາດຕ່າງໆ; 4.ເຈົ້າຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນໝາຍເຖິງຫຼັກການເຄື່ອນໄຫວວຽກງານກາແດງຄືມີມະນຸດສະທໍາ,ທ່ຽງທໍາ,ເປັນກາງ,ເປັນເອກະລາດ,ສະໝັກໃຈ,ເປັນເອກະພາບແລະມີນໍ້າໃຈສາກົນ; 5.ກາແດງມາຍເຖິງສັນຍາລັກກາກະບາດສີແດງ(ໝາຍບວກສີແດງ)ເປັນເຄື່ອງໝາຍທີ່ເປັນຕົວແທນຂອງຄວາມມີນໍ້າໃຈມະນຸດສະທໍາເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຜູ້ປະສົບໄພພິບັດ,ຜູ້ທຸກຍາກແລະສົ່ງເສີມສຸຂະພາບຊຸມຊົນ; 6.ຊີກວົງເດືອນແດງໝາຍເຖິງສັນຍາລັກເຄິ່ງວົງເດືອນແດງເປັນເຄື່ອງໝາຍທີ່ເປັນຕົວແທນຂອງຄວາມມີນໍ້າໃຈມະນຸດສະທໍາເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຜູ້ປະສົບໄພພິບັດ,ຜູ້ທຸກຍາກແລະສົ່ງເສີມສຸຂະພາບຊຸມຊົນຄືກັບເຄື່ອງໝາຍກາແດງ; 7.ໄພພິບັດໝາຍເຖິງໄພອັນຕະລາຍທີ່ເກີດຂຶ້ນຈາກທໍາມະຊາດແລະການກະທໍາຂອງມະນຸດເຊັ່ນອັກຄີໄພ,ອຸທົກກະໄພ,ວາຕະໄພ,ໄພແຫ້ງແລ້ງ,ສັດຕູພືດ,ພະຍາດລະບາດ,ອາກາດໜາວ,ດິນເຈື່ອນ,ແຜນດິນໄຫວ,ສົງຄາມ,ອຸບປະຕິເຫດ; 8.ຄວາມສ່ຽງຈາກໄພພິບັດໝາຍເຖິງຄວາມເປັນໄປໄດ້ຂອງເຫດການໄພພິບັດໃດໜຶ່ງທີ່ອາດຈະເກີດຂຶ້ນແລະນໍາຜົນເສຍຫາຍອັນໃຫຍ່ຫຼວງຕໍ່ສຸຂະພາບ,ຊີວິດແລະຊັບສິນຂອງປະຊາຊົນ; 9.ໄພອັນຕະລາຍໝາຍເຖິງປາກົດການຫຼືສະຖານະການໃດໜຶ່ງຊຶ່ງມີທ່າອຽງທີ່ຈະກໍ່ໃຫ້ມີການທໍາລາຍຫຼືສ້າງຄວາມເສຍຫາຍຕໍ່ສຸຂະພາບ,ຊີວິດແລະຊັບສິນປະຊາຊົນ; 10.ຜູ້ຖືກເຄາະຮ້າຍໝາຍເຖິງຜູ້ໄດ້ຮັບຜົນກະທົບທາງດ້ານຮ່າງກາຍ,ຊີວິດ,ຈິດໃຈແລະຊັບສິ່ງຂອງຈາກໄພພິບັດທາງທໍາມະຊາດແລະມະນຸດສ້າງຂຶ້ນ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານກາແດງລາວ ລັດຊຸກຍູ້ສົ່ງເສີມວຽກງານກາແດງລາວດ້ວຍການສະໜັບສະໜູນ,ອໍານວຍຄວາມສະດວກແລະປະກອບບຸກຄະລາກອນ,ພາຫະນະ,ອຸປະກອນ,ໂຄງລ່າງພື້ນຖານ,ງົບປະມານເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທໍາ. ລັດປຸກລະດົມທຸກພາກສ່ວນໃນສັງຄົມໃຫ້ປະກອບສ່ວນແລະຮ່ວມມືໃນວຽກງານກາແດງລາວ. ລັດປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງລາວດ້ວຍກົດໝາຍ.

ມາດຕາ5ຫຼັກການຂອງການເຄື່ອນໄຫວວຽກງານກາແດງ ການເຄື່ອນໄຫວວຽກງານກາແດງໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ຮັບປະກັນການປະຕິບັດແນວທາງນະໂຍບາຍ,ລັດຖະທໍາມະນູນແລະກົດໝາຍຂອງສປປລາວ; 2.ລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 3.ເປີດເຜີຍ,ໂປ່ງໃສ,ຍຸຕິທໍາ,ສາມາດກວດສອບໄດ້ແລະບໍ່ຫວັງຜົນກໍາໄລ; 4.ຮັບປະກັນເຈັດຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນ; 5.ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວວຽກງານກາແດງຢູ່ສປປລາວ.

ມາດຕາ7ການຮ່ວມມືສາກົນ ລັດສົ່ງເສີມການພັວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານກາແດງດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີແລະການພັດທະນາຊັບພະຍາກອນມະນຸດເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ,ປະສິດທິຜົນ,ມີການພັດທະນາແລະປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ວຽກງານກາແດງ

ມາດຕາ8ການເຄື່ອນໄຫວວຽກງານກາແດງ ການເຄື່ອນໄຫວວຽກງານກາແດງແມ່ນຂະບວນການຈັດຕັ້ງປະຕິບັດວຽກງານມະນຸດສະທໍາທີ່ມີການເຂົ້າຮ່ວມຂອງສັງຄົມດັ່ງນີ້: 1.ການຊ່ວຍເຫຼືອບັນເທົ່າທຸກເບື້ອງຕົ້ນ; 2.ການປຸກລະດົມຂົນຂາວຍບໍລິຈາກເລືອດແລະການສະໜອງເລືອດທີ່ປອດໄພ; 3.ການສົ່ງເສີມສຸຂະພາບຂັ້ນພື້ນຖານ; 4.ການປະຖົມພະຍາບານ; 5.ການກູ້ໄພສຸກເສີນ; 6.ການໂຄສະນາຂົນຂວາຍແຫຼ່ງທຶນ; 7.ການສ້າງສະມາຊິກແລະອາສາສະໝັກກາແດງ; 8.ການສືບທາວຫາຍາດພີ່ນ້ອງ; 9.ການພົວພັນແລະຮ່ວມມືສາກົນ.

ມາດຕາ9ການຊ່ວຍເຫຼືອບັນເທົ່າທຸກເບື້ອງຕົ້ນ ການຊ່ວຍເຫຼືອບັນເທົ່າທຸກເບື້ອງຕົ້ນແມ່ນການຊ່ວຍເຫຼືອທາງດ້ານວັດຖຸແລະຈິດໃຈຂັ້ນພື້ນຖານ,ລວມທັງການໃຫ້ຄວາມຮູ້ພື້ນຖານເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນກ່ຽວກັບວຽກງານປ້ອງກັນ,ຫຼຸດຜ່ອນຄວາມສ່ຽງແລະຮັບມືກັບໄພພິບັດ. ເປົ້າໝາຍຂອງການຊ່ວຍເຫຼືອບັນເທົ່າທຸກເບື້ອງຕົ້ນແມ່ນຜູ້ທີ່ຖືກຜົນກະທົບຈາກໄພພິບັດ,ຜູ້ທຸກຍາກຂາດເຂີນ,ປ່ຽວພອຍ,ດ້ວຍໂອກາດ,ກໍາພ້າ,ກໍາພອຍ,ຄົນພິການແລະຜູ້ຢູ່ເຂດຫ່າງໄກສອກຫຼີກ.

ມາດຕາ10ການປຸກລະດົມຂົນຂວາຍບໍລິຈາກເລືອດແລະການສະໜອງເລືອດທີ່ປອດໄພ ການປຸກລະດົມຂົນຂວາຍບໍລິຈາກເລືອດແລະການສະໜອງເລືອດທີ່ປອດໄພແມ່ນຂະບວນການຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈ,ຮັບການບໍລິຈາກເລືອດ,ກວດກາວິເຄາະເລືອດ,ເກັບຮັກສາ,ຄຸ້ມຄອງຄຸນນະພາບແລະການສະໜອງເລືອດໃຫ້ພຽງພໍ,ປອດໄພແລະທັນເວລາ.

ມາດຕາ11ການສົ່ງເສີມສຸຂະພາບຂັ້ນພື້ນຖານ ການສົ່ງເສີມສຸຂະພາບຂັ້ນພື້ນຖານແມ່ນການເຮັດໃຫ້ປະຊາຊົນຜູ້ດ້ອຍໂອກາດ,ຊຸມຊົນ,ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງນໍ້າສະອາດ,ສຸຂາພິບານ,ອະນາໄມ,ໂພຊະນາການ,ສຸຂະພາບແມ່ແລະເດັກດ້ວຍການໂຄສະນາສຸຂະສຶກສາ,ການຝຶກອົບຮົມການປະຖົມພະຍາບານຕາມນະໂຍບາຍຂອງກະຊວງສາທາລະນະສຸກເພື່ອເຮັດໃຫ້ປະຊາຊົນມີສຸຂະພາບແລະຊີວິດການເປັນຢູ່ທີ່ດີ.

ມາດຕາ12ການປະຖົມພະຍາບານ ການປະຖົມພະຍາບານແມ່ນການຊ່ວຍເຫຼືອເບື້ອງຕົ້ນແກ່ຜູ້ຖືກເຄາະຮ້າຍທີ່ໄດ້ຮັບບາດເຈັບທາງດ້ານຮ່າງກາຍແລະ/ຫຼືຈິດໃຈໂດຍນໍາໃຊ້ວັດຖຸປະກອນທີ່ມີຢູ່ອ້ອມຂ້າງຢ່າງຖືກວິທີຈົນກວ່າຈະນໍາສົ່ງເຖິງສະຖານທີ່ບໍລິການດ້ານການແພດ. ຜູ້ທີ່ຈະໃຫ້ການຊ່ວຍເຫຼືອປະຖົມພະຍາບານຕ້ອງໄດ້ຮັບການຝຶກອົບຮົມທາງດ້ານປະຖົມພະຍາບານ.

ມາດຕາ13ການກູ້ໄພສຸກເສີນ ການກູ້ໄພສຸກເສີນແມ່ນການຊ່ວຍເຫຼືອຮີບດ່ວນເພື່ອກອບກູ້ຜູ້ຖືກເຄາະຮ້າຍຈາກໄພທໍາມະຊາດຫຼືມະນຸດສ້າງຂຶ້ນເຊັ່ນອຸບປະຕິເຫດທາງທະໜົນ,ທາງອາກາດ,ທາງນໍ້າ,ອຸທົກກະໄພ,ອັກຄີໄພ,ວາຕະໄພ,ດິນເຈື່ອນ,ຕິກຖະຫຼົ່ມ,ແຜນດິນໄຫວ,ພະຍາດລະບາດ.

ມາດຕາ14ການໂຄສະນາຂົນຂວາຍແຫຼ່ງທຶນ. ການໂຄສະນາຂົນຂວາຍແຫຼ່ງທຶນແມ່ນການເຮັດໃຫ້ສັງຄົມຮູ້,ເຂົ້າໃຈພາລະບົດບາດ,ຄວາມສໍາຄັນ,ຜົນງານການເຄື່ອນໄຫວວຽກງານກາແດງລາວໃນແຕ່ລະໄລຍະໂດຍຜ່ານສື່ແລະກິດຈະກໍາຕ່າງໆເພື່ອໃຫ້ມີຄວາມສະໝັກໃຈປະກອບສ່ວນທຶນຮອນເຂົ້າໃນວຽກງານກາແດງລາວ.

ມາດຕາ15ການສ້າງສະມາຊິກແລະອາສາສະໝັກກາແດງ ການສ້າງສະມາຊິກແລະອາສາສະໝັກກາແດງແມ່ນການປຸກລະດົມຂົນຂວາຍ,ສຶກສາອົບຮົມ,ຝຶກອົບຮົມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເຂົ້າເປັນສະມາຊິກແລະອາສາສະໝັກກາແດງເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກາແດງລາວ. ສໍາລັບເງື່ອນໄຂແລະມາດຕະຖານຂອງສະມາຊິກແລະອາສາສະໝັກກາແດງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ16ການສືບທາວຫາຍາດພີ່ນ້ອງ ການສືບທາວຫາຍາດທີ່ນ້ອງແມ່ນການເປັນສື່ກາງໃນການຕິດຕໍ່ພົວພັນຫາບຸກຄົນ,ກຸ່ມຄົນທີ່ບໍ່ສາມາດຕິດຕໍ່ພົວພັນກັນໄດ້ເນື່ອງຈາກໄພພິບັັດ,ການຍົກຍ້າຍຖິ່ນຖານ,ການອົບພະຍົກ,ສົງຄາມແລະອື່ນໆໃຫ້ຮູ້ຂ່າວຄາວຫຼືກັບມາຢູ່ຮ່ວມກັນອີກ.

ມາດຕາ17ການພົວພັນແລະຮ່ວມມືສາກົນ ອົງການກາແດງລາວພົວພັນແລະຮ່ວມມືສາກົນກ່ຽວກັບວຽກງານກາແດງດ້ວຍການອອກແຮງຊອກຮູ້ບົດຮຽນທີ່ເປັນປະໂຫຍດ,ຂົນຂວາຍແຫຼ່ງທຶນ,ວັດຖຸປະກອນ,ເຕັກນິກແລະການພັດທະນາບຸກຄະລາກອນເພື່ອນໍາໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິພາບລວມທັງການປະຕິບັດພັນທະຂອງຕົນຕໍ່ສາກົນ. ອົງການຈັດຕັ້ງສາກົນ,ອົງການກາແດງຂອງຕ່າງປະເທດແລະຄົນຕ່າງປະເທດຈະສາມາດເຄື່ອນໄຫວວຽກງານກາແດງຢູ່ສປປລາວໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກລັດຖະບານຂອງສປປລາວແລະຕ້ອງປະຕິບັດຕາມກົດໝາຍແລະຮີດຄອງປະເພນີຂອງສປປລາວ. ລັດຖະບານແຫ່ງສປປລາວສະໜັບສະໜຸນແລະອໍານວຍຄວາມສະດວກໃຫ້ອົງການກາແດງລາວເຂົ້າຮ່ວມການຊ່ວຍເຫຼືອກູ້ໄພໃນລະດັບພາກພື້ນແລະສາກົນບົນພື້ນຖານຂະບວນການກາແດງແລະຊີກວົງເດືອນແດງສາກົນ,ກົດໝາຍແລະຮີດຄອງປະເພນີຂອງປະເທດທີ່ກ່ຽວຂ້ອງ.

ມາດຕາ18ອົງການຈັດຕັ້ງປະຕິບັດວຽກງານກາແດງ ອົງການຈັດຕັ້ງປະຕິບັດວຽກງານກາແດງປະກອບດ້ວຍອົງການກາແດງລາວແລະອົງການປະສານສົມທົບວຽກງານກາແດງ.

ພາກທີ3ອົງການກາແດງລາວ

ໝວດທີ1ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການກາແດງລາວ

ມາດຕາ19ທີ່ຕັ້ງຂອງອົງການກາແດງລາວ ອົງການກາແດງລາວແມ່ນການຈັດຕັ້ງທາງສັງຄົມຂອງສປປລາວທີ່ເຄື່ອນໄຫວວຽກງານມະນຸດສະທໍາຢ່າງເປັນເອກະລາດຢູ່ພາຍໃຕ້ລັດຖະທໍາມະນູນ,ກົດໝາຍແລະເຈັດຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນ.

ມາດຕາ20ພາລະບົດບາດຂອງອົງການກາແດງລາວ ອົງການກາແດງລາວມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານກາແດງຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້ດ້ວຍການຮ່ວມມືຈາກອົງການປະສານສົມທົບວຽກງານກາແດງເພື່ອສ້າງແລະສົ່ງເສີມຄຸນຄ່າດ້ານມະນຸດສະທໍາໂດຍບໍ່ຈໍາແນກການປະຕິບັດ.

ມາດຕາ21ສິດແລະໜ້າທີ່ຂອງອົງການກາແດງລາວ ອົງການກາແດງລາວມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດວຽກງານກາແດງແລະວຽກງານມະນຸດສະທໍາ; 2.ໂຄສະນາເຜີຍແຜ່ວຽກງານກາແດງ,ວຽກງານມະນຸດສະທໍາ,ເຈັດຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນແລະກົດໝາຍມະນຸດສະທໍາສາກົນ; 3.ຂົນຂວາຍ,ສ້າງ,ຂະຫຍາຍສະມາຊິກແລະອາສາສະໝັກເຂົ້າຮ່ວມການຈັດຕັ້ງແລະເຄື່ອນໄຫວວຽກງານກາແດງເພື່ອກະກຽມເງື່ອນໄຂໃນການສ້າງຕັ້ງເປັນສະພາກາແດງລາວ; 4.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກແລະອາສາສະໝັກກາແດງ; 5.ຄຸ້ມຄອງກອງທຶນ,ເປີດບັນຊີຮັບເອົາການບໍລິຈາກ,ຄຸ້ມຄອງບໍລິຫານເງິນຝາກແລະດອກເບ້ຍຢູ່ທະນາຄານເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານກາແດງ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ2ໂຄງປະກອບຂອງອົງການກາແດງລາວ

ມາດຕາ22ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງອົງການກາແດງລາວມີສອງຂັ້ນຄື: 1.ອົງການກາແດງລາວຂັ້ນສູນກາງ; 2.ອົງການກາແດງລາວຂັ້ນທ້ອງຖິ່ນ. ໂຄງປະກອບກົງຈັກການຈັດຕັ້ງຂອງອົງການກາແດງລາວແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ23ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງອົງການກາແດງລາວປະກອບດ້ວຍປະທານ,ຮອງປະທານແລະພະນັກງານ-ລັດຖະກອນຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ອົງການກາແດງລາວມີປະທານກິດຕິມະສັກ,ຜູ້ຊົງຄຸນວຸດທິ,ສະມາຊິກແລະອາສາສະໝັກກາແດງ.

ໝວດທີ3ປະທານກິດຕິມະສັກອົງການກາແດງລາວແລະຜູ້ຊົງຄຸນວຸດທິກາແດງ

ມາດຕາ24ປະທານກິດຕິມະສັກອົງການກາແດງລາວ ປະທານປະເທດແຫ່ງສປປລາວເປັນປະທານກິດຕິມະສັກຂອງອົງການກາແດງລາວ.

ມາດຕາ25ຜູ້ຊົງຄຸນວຸດທິກາແດງ ຜູ້ຊົງຄຸນວຸດທິກາແດງແມ່ນຜູ້ທີ່ມີບົດບາດ,ຊື່ສຽງທາງດ້ານການເມືອງ,ເສດຖະກິດ,ສັງຄົມຂອງປະເທດ,ສະໝັກໃຈເຮັດວຽກເພື່ອສັງຄົມໂດຍບໍ່ຮຽກຮ້ອງສິ່ງຕອບແທນເປັນຕົ້ນນັກການເມືອງ,ນັກການທູດ,ນັກທຸລະກິດ,ນັກການແພດ,ສິລະປະ,ນັກສັງຄົມສົງເຄາະ.

ໝວດທີ4ສະມາຊິກແລະອາສາສະໝັກກາແດງ

ມາດຕາ28ສະມາຊິກກາແດງ ສະມາຊິກກາແດງແມ່ນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຄວາມຕື່ນຕົວ,ສະໝັກໃຈເຂົ້າເປັນສະມາຊິກກາແດງຊຶ່ງໄດ້ຮັບການຂຶ້ນທະບຽນແລະຢັ້ງຢືນຈາກອົງການກາແດງລາວ.

ມາດຕາ27ສິດແລະພັນທະຂອງສະມາຊິກກາແດງ ສະມາຊິກກາແດງມີສິດແລະພັນທະດັ່ງນີ້: 1.ເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງ; 2.ເຂົ້າຮ່ວມກອງປະຊຸມສໍາມະນາ,ການຝຶກອົບຮົມແລະການແລກປ່ຽນບົດຮຽນກ່ຽວກັບວຽກງານກາແດງ; 3.ໂຄສະນາເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານກາແດງ,ເຈັດຫຼັກການພື້ນຖານຂອງຂະບວນການກາແດງແລະຊີກວົງເດືອນແດງສາກົນ,ກົດໝາຍມະນຸດສະທໍາສາກົນ; 4.ປະກອບຄໍາເຫັນກ່ຽວກັບວຽກງານກາແດງ; 5.ປູກຈິດສໍານຶກໃຫ້ຊຸມຊົນມີຄວາມຕື່ນຕົວຕໍ່ການປະກອບສ່ວນໃນວຽກງານກາແດງ; 6.ຈ່າຍເງິນບໍາລຸງໃຫ້ແກ່ອົງການກາແດງລາວຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ28ຜົນປະໂຫຍດຂອງສະມາຊິກກາແດງ ສະມາຊິກກາແດງໄດ້ຮັບຜົນປະໂຫຍດດັ່ງນີ້: 1.ການຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາສະເພາະກາແດງ; 2.ຂໍ້ມູນຂ່າວສານກ່ຽວກັບວຽກງານກາແດງ; 3.ວັດຖຸປະກອນຮັບໃຊ້ວຽກງານກາແດງ; 4.ການຍ້ອງຍໍຫຼືນະໂຍບາຍອື່ນໃນກໍລະນີມີຜົນງານດີເດັ່ນໃນວຽກງານກາແດງ; 5.ການເບິ່ງແຍ່ງສະຂະພາບໃນກໍລະນີເຈັບປ່ວຍຈາກການເຄື່ອນໄຫວວຽກງານກາແດງດ້ວຍຮູບການຕ່າງໆຕາມກົດໝາຍ.

ມາດຕາ29ການສິ້ນສຸດການເປັນສະມາຊິກກາແດງ ສະມາຊິກກາແດງສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງນີ້: 1.ລາອອກ; 2.ຖືກໄລ່ອອກຫຼືຖືກປົດຈາກການເປັນສະມາຊິກກາແດງຍ້ອນມີການລະເມີດກົດລະບຽບຂອງອົງການກາແດງລາວຢ່າງຮ້າຍແຮງ; 3.ເສຍຊີວິດຫຼືລົ້ມລະລາຍ; 4.ກໍລະນີອື່ນທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງອົງການກາແດງລາວ.

ມາດຕາ30ອາສາສະໝັກກາແດງ ອາສາສະໝັກກາແດງແມ່ນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຄວາມຕື່ນຕົວ,ສະໝັກໃຈເຂົ້າເປັນອາສາສະໝັກກາແດງຊຶ່ງໄດ້ຮັບການຂຶ້ນທະບຽນແລະຢັ້ງຢືນຈາກອົງການກາແດງລາວ.

ມາດຕາ31ສິດແລະຜົນປະໂຫຍດຂອງອາສາສະໝັກກາແດງ ປະເພດອາສາສະໝັກກາແດງຕົ້ນຕໍມີດັ່ງນີ້: 1.ອາສາສະໝັກເຍົາວະຊົນກາແດງ; 2.ອາສາສະໝັກຊາວໜຸ່ມກາແດງ; 3.ອາສາສະໝັກອາວຸໂສກາແດງ; 4.ອາສາສະໝັກສະເພາະບໍລິຈາກເລືອດແລະກູ້ໄພສຸກເສີນກາແດງ.

ມາດຕາ32ສິດແລະຜົນປະໂຫຍດຂອງອາສາສະໝັກກາແດງ ອາສາສະໝັກກາແດງມີສິດເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານກາແດງໃດໜຶ່ງຫຼືທັງໝົດຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້. ອາສາສະໝັກກາແດງໄດ້ຮັບຜົນປະໂຫຍດຄືກັນກັບສະມາຊິກກາແດງຕາມທີ່ໄດ້ກໍານົດໄວ້ໃນມາດຕາ28ຂອງກົດໝາຍສະບັບນີ້.

ມາດຕາ33ການສິ້ນສຸດການເປັນອາສາສະໝັກກາແດງ ອາສາສະໝັກກາແດງສິ້ນສຸດລົງຕາມກໍລະນີໃດໜຶ່ງດັ່ງນີ້: 1.ລາອອກ; 2.ຖືກໄລ່ອອກຫຼືຖືກປົດຈາກການເປັນອາສາສະໝັກກາແດງຍ້ອນມີການລະເມີດກົດລະບຽບຂອງອົງການກາແດງາວຢ່າງຮ້າຍແຮງ; 3.ບໍ່ຕໍ່ອາຍຸການຂອງບັດອາສາສະໝັກກາແດງ; 4.ເສຍຊີວິດຫຼືລົ້ມລະລາຍ; 5.ກໍລະນີອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງອົງການກາແດງລາວ.

ໝວດທີ5ກອງປະຊຸມກ່ຽວກັບວຽກງານກາແດງ

ມາດຕາ34ກອງປະຊຸມກ່ຽວກັບວຽກງານກາແດງ ກອງປະຊຸມກ່ຽວກັບວຽກງານກາແດງເປີດຂຶ້ນປີລະຄັ້ງ,ໃນກໍລະນີມີຄວາມຈໍາເປັນແລະຮີບດ້ວນສາມາດເປີດຫຼາຍຄັ້ງກໍ່ໄດ້ໂດຍປະທານອົງການກາແດງລາວແຕ່ລະຂັ້ນເປັນຜູ້ຮຽກໂຮມແລະເປັນປະທານ.

ມາດຕາ35ສິດແລະໜ້າທີ່ຂອງກອງປະຊຸມກ່ຽວກັບວຽກງານກາແດງ ກອງປະຊຸມກ່ຽວກັບວຽກງານກາແດງມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານໃນປີຜ່ານມາແລະທິດທາງວຽກງານໃນປີຕໍ່ໄປຂອງອົງການກາແດງລາວຂັ້ນຂອງຕົນ; 2.ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ວຽກງານໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນແຜນການດໍາເນີນງານຂອງອົງການກາແດງລາວຂັ້ນຂອງຕົນ; 3.ພິຈາລະນາແລະຮັບຮອງເອົາມະຕິກອງປະຊຸມຂອງອົງການກາແດງລາວຂັ້ນຂອງຕົນ; 4.ພິຈາລະນາແລະຮັບຮອງເອົາວຽກງານອື່ນທີ່ຈໍາເປັນ.

ມາດຕາ36ມະຕິກອງປະຊຸມ ມະຕິກອງປະຊຸມແມ່ນເອກະສານທີ່ສັງລວມບັນຫາສໍາຄັນຕ່າງໆທີ່ກອງປະຊຸມໄດ້ຕົກລົງຮັບຮອງເອົາ. ມະຕິກອງປະຊຸມຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

ພາກທີ4ອົງການປະສານສົມທົບວຽກງານກາແດງ

ມາດຕາ37ອົງການປະສານສົມທົບວຽກງານກາແດງ ອົງການປະສານສົມທົບວຽກງານກາແດງມີດັ່ງນີ້: 1.ກະຊວງແຮງງານແລະສະຫວັດດີການມີດັ່ງນີ້: 2.ກະຊວງສາທາລະນະສຸກ; 3.ກະຊວງສຶກສາທິການແລະກິລາ; 4.ກະຊວງຖະແຫຼງຂ່າວວັດທະນະທໍາແລະທ່ອງທ່ຽວ; 5.ກະຊວງການຕ່າງປະເທດ; 6.ກະຊວງປ້ອງກັນປະເທດ; 7.ປະຊວງປ້ອງການຄວາມສະຫງົບ; 8.ກະຊວງພາຍໃນ; 9.ກະຊວງການເງິນ; 10.ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; 11.ກະຊວງ,ອົງການອື່ນ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ38ກະຊວງແຮງງານແລະສະຫວັດດີການສັງຄົມ ກະຊວງແຮງງານແລະສະຫວັດດີການສັງຄົມມີໜ້າທີ່ໃຫ້ການປຶກສາຫາລື,ປະສານສົມທົບ,ສະໜອງຂໍ້ມູນຂ່າວສານ,ປະກອບສ່ວນທາງດ້ານວັດຖຸສິ່ງຂອງ,ເຕັກນິກວິຊາການແລະບຸກຄະລາກອນເຂົ້າໃນວຽກງານຊ່ວຍເຫຼືອບັນເທົາທຸກສຸກເສີນເບື້ອງຕົ້ນໃນເວລາເກີດໄພພິບັດ.

ມາດຕາ39ກະຊວງສາທາລະນະສຸກ ກະຊວງສາທາລະນະສຸກມີໜ້າທີ່ໃຫ້ການປຶກສາຫາລື,ປະສານສົມທົບ,ສະໜອງແລະແລກປ່ຽນຂໍ້ມູນຂ່າວສານ,ເຕັກນິກວິຊາການໃນວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດແລະສະໜອງເລືອດທີ່ປອດໄພ,ສົ່ງເສີມສຸຂະພາບຂັ້ນພື້ນຖານ,ການປະຖົມພະຍາບານ,ການດູແລສຸຂະພາບແລະວຽກງານນໍ້າສະອາດ,ສຸຂາພິບານ,ອະນາໄມຂອງຜູ້ປະສົມໄພພິບັດ,ຜູ້ທຸກຍາກ,ຜູ້ດ້ອຍໂອກາດເປັນຕົ້ນຢູ່ເຂດຫ່າງໄກສອກຫຼີກ.

ມາດຕາ40ກະຊວງສຶກສາທິການແລະກິລາ ກະຊວງສຶກສາທິການແລະກິລາມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາຫາລື,ປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານແລະເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງ.

ມາດຕາ41ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວມີໜ້າທີ່ໃຫ້ການປຶກສາຫາລື,ປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານ,ໂຄສະນາ,ປຸກລະດົມຂົນຂວາຍທຸກຊັ້ນຄົນໃນສັງຄົມເຂົ້າຮ່ວມແລະປະກອບສ່ວນໃນຂະບວນການເຄື່ອນໄຫວວຽກງານກາແດງ.

ມາດຕາ42ກະຊວງການຕ່າງປະເທດ ກະຊວງການຕ່າງປະເທດມີໜ້າທີ່ໃຫ້ການປຶກສາຫາລື,ປະສານສົມທົບ,ອໍານວຍຄວາມສະດວກ,ແນະນໍາລະບຽບການ,ຂັ້ນຕອນການພົວພັນແລະຮ່ວມມືສາກົນກ່ຽວກັບການເຄື່ອນໄຫວວຽກງານກາແດງ.

ມາດຕາ43ກະຊວງປ້ອງກັນປະເທດ ກະຊວງປ້ອງກັນປະເທດມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາຫາລື,ປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານແລະເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງໃນການປຸກລະດົມຂົນຂວາຍ,ບໍລິຈາກເລືອດ,ກູ້ໄພສຸກເສີນ,ໃຫ້ການຮ່ວມມືແລະຊຸກຍູ້ການປະຕິບັດກົດໝາຍມະນຸດສະທໍາສາກົນ.

ມາດຕາ44ກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາຫາລື,ປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານແລະເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງໃນການປຸກລະດົມຂົນຂວາຍ,ບໍລິຈາກເລືອດ,ກູ້ໄພສຸກເສີນ,ອຸບປະຕິເຫດທາງຖະໜົນ,ອັກຄີໄພ,ໃຫ້ການຮ່ວມມືແລະຊຸກຍູ້ການປະຕິບັດກົດໝາຍມະນຸດສະທໍາສາກົນ.

ມາດຕາ45ກະຊວງພາຍໃນ ກະຊວງພາຍໃນມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາອາລື,ປະສານສົມທົບ,ແລະປ່ຽນຂໍ້ມູນຂາວສານແລະເຂົ້າຮ່ວມໃນການເຄື່ອນໄຫວວຽກງານກາແດງເປັນຕົ້ນການຄຸ້ມຄອງພະນັກງານ-ລັດຖະກອນ,ສະມາຊິກ,ອາສາສະໝັກກແດງລວມທັງການປະຕິບັດນະໂຍບາຍຍ້ອງຍໍ.

ມາດຕ46ກະຊວງການເງິນ ກະຊວງການເງິນມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາຫາລື,ປະສານສົມທົບແລະເຂົ້າຮ່ວມໃນການເຄື່ອນໄຫວວຽກງານກາແດງເປັນຕົ້ນການຈັດສັນງົບປະມານ,ການຄຸ້ມຄອງການນໍາໃຊ້ລາຍຮັບ-ລາຍຈ່າຍຂອງວຽກງານກາແດງລາວ.

ມາດຕາ47ແນວລາວສ້າງຊາດແລະອົງການຈັດຕັ້ງມະປາຊົນຂັ້ນສູນກາງ ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງມີໜ້າທີ່ໃຫ້ການສະໜັບສະໜູນ,ປຶກສາຫາລື,ປະສານສົມທົບ,ແລກປ່ຽນຂໍ້ມູນຂ່າວສານ,ໂຄສະນາ,ປຸກລະດົມຂົນຂວາຍທົ່ວສັງຄົມແລະອົງການຈັດຕັ້ງຂອງຕົນເຂົ້າຮ່ວມການເຄື່ອນໄຫວວຽກງານກາແດງ.

ມາດຕາ48ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງມີໜ້າທີ່ໃຫ້ການຮ່ວມມື,ປະສານສົມທົບ,ສະໜອງ,ແລກປ່ຽນຂໍ້ມູນຂ່າວສານ,ອໍານວຍຄວາມສະດວກແລະປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກາແດງ.

ພາກທີ5ການເງິນຮັບໃຊ້ວຽກງານກາແດງ

ມາດຕາ49ແຫຼ່ງລາຍຮັບ ແຫຼ່ງລາຍຮັບເພື່ອຮັບໃຊ້ວຽກງານກາແດງມີດັ່ງນີ້: 1.ການຊ່ວຍເຫຼືອຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງ,ອົງການຈັດຕັ້ງສາກົນທັງພາຍໃນແລະຕ່າງປະເທດ; 2.ເງິນບໍາລຸງຂອງສະມາຊິກກາແດງ; 3.ການປະກອບສ່ວນຂອງລັດ; 4.ການເຄື່ອນໄຫວກິດຈະກໍາທີ່ຖືກຕ້ອງຕາມກົດໝາຍ; 5.ດອກເບ້ຍເງິນຝາກ; 6.ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ. ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນເພື່ອໃຫ້ການຊ່ວຍເຫຼືອສຸກເສີນໃນກໍລະນີເກີດມີໄພພິບັດແລະກອງທຶນເລືອດເພື່ອຮັບໃຊ້ວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດແລະສະໜອງເລືອດທີ່ປອດໄພ. ການສ້າງຕັ້ງ,ຄຸ້ມຄອງແລະນໍາໃຊ້ກອງທຶນດັ່ງກ່າວໄດ້ກໍານົດໄວ້ໃລະບຽບການຕ່າງຫາກ.

ມາດຕາ50ເປົ້າມາຍການນໍາໃຊ້ແຫຼ່ງລາຍຮັບ ອົງການກາແດງລາວນໍາໃຊ້ແຫຼ່ງລາຍຮັບເຂົ້າໃນເປົ້າໝາຍດັ່ງນີ້: 1.ວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້; 2.ການບໍລິການແລະການສົ່ງເສີມວິຊາການຂອງອົງການກາແດງລາວ; 3.ການປະຕິບັດນະໂຍບາຍຍ້ອງຍໍ,ປິ່ນປົວສຸຂະພາບແລະການເສຍຊີວິດຂອງສະມາຊິກ,ອາສາສະໝັກກາແດງຕາມກົດໝາຍ; 4.ພັນທະຂອງການເປັນສະມາຊິກຂອງອົງການກາແດງສາກົນ; 5.ເປົ້າມາຍອື່ນທີ່ຈໍາເປັນຕາມກົດໝາຍ.

ມາດຕາ51ການຄຸ້ມຄອງງົບປະມານ,ລາຍຮັບ-ລາຍຈ່າຍ ອົງການກາແດງລາວແຕ່ລະຂັ້ນຄຸ້ມຄອງງົບປະມານ,ລາຍຮັບ-ລາຍຈ່າຍຂອງຕົນຕາມລະບອບບັນຊີລາຍຮັບ-ລາຍຈ່າຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ພາກທີ6ຂໍ້ຫ້າມ

ມາດຕາ52ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນຂອງອົງການກາແດງລາວ ຫ້າມພະນັກງານ-ລັດຖະກອນຂອງອົງການກາແດງລາວມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຕໍາແໜ່ງ,ຄວາມຮັບຜິດຊອບຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກ; 2.ເມີນເສີຍຕໍ່ການປະຕິບັດໜ້າທີ່ຂອງຕົນ; 3.ໃຫ້ຫຼືຮັບສິນບົນ; 4.ໂຄສະນາໃສ່ຮ້າຍປ້າຍສີອົງການກາແດງລາວ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ53ຂໍ້ຫ້າມສໍາລັບສະມາຊິກ,ອາສາສະໝັກກາແດງ ຫ້າມສະມາຊິກ,ອາສາສະໝັກກາແດງມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຕໍາແໜ່ງ,ຄວາມຮັບຜິດຊອບຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກ; 2.ນໍາໃຊ້ເຄື່ອງໝາຍກາແດງໂດຍບໍ່ໄດ້ຮັບອະນຸຍາດ; 3.ຈັດຕັ້ງເປັນກຸ່ມກ້ອນ,ຊຸມນຸມ,ເຄື່ອນໄຫວແລະດໍາລົງຊີວິດທີ່ຂັດກັບກົດໝາຍ; 4.ເມີນເສີຍຕໍ່ການປະຕິບັດໜ້າທີ່ຂອງຕົນ; 5.ໂຄສະນາໃສ່ຮ້າຍປ້າຍສີອົງການກາແດງລາວ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ54ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຕໍາແໜ່ງ,ຄວາມຮັບຜິດຊອບຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກ; 2.ນໍາໃຊ້ເຄື່ອງໝາຍກາແດງໂດຍບໍ່ໄດ້ຮັບອະນຸຍາດ; 3.ຂັດຂວາງ,ເມີນເສີຍແລະບໍ່ໃຫ້ການຮ່ວມມື; 4.ໃຫ້ຫຼືຮັບສິນບົນ; 5.ໂຄສະນາໃສ່ຮ້າຍປ້າຍສີອົງການກາແດງລາວ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ7ການຄຸ້ມຄອງແລະການກວດກາວຽກງານກາແດງ

ມາດຕາ55ການຄຸ້ມຄອງວຽກງານກາແດງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານກາແດງຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ອົງການກາແດງລາວເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ56ອົງການກວດກາວຽກງານກາແດງ ອົງການກວດກາວຽກງານກາແດງມີດັ່ງນີ້: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານກາແດງຕາມທີ່ໄດ້ກໍານົດໄວ້ໃນມາດຕາ55ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.

ມາດຕາ57ເນື້ອໃນການກວດກາວຽກງານກາແດງ ການກວດກາວຽກງານກາແດງມີເນື້ອໃນດັ່ງນີ້: 1.ປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານກາແດງ; 2.ການປະຕິບັດພາລະບົດບາດ,ສິດ,ໜ້າທີ່,ຄວາມຮັບຜິດຊອບ,ແບບແຜນວິທີເຮັດວຽກຂອງພະນັກງານ-ລັດຖະກອນດສະມາຊິກແລະອາສາສະມັກກາແດງ; 3.ການຄຸ້ມຄອງ,ການນໍາໃຊ້,ການປະຕິບັດນະໂຍບາຍຂອງອົງການກາແດງລາວ; 4.ການຄຸ້ມຄອງ,ການນໍາໃຊ້ລາຍຮັບ-ລາຍຈ່າຍແລະຊັບສິນຮັບໃຊ້ວຽກງານກາແດງ.

ມາດຕາ58ຮູບການການກວດກາວຽກງານກາແດງ ຮູບການການກວດກາວຽກງານກາແດງມີດັ່ງນີ້: 1.ການກວດກາຕາມປົກກະຕິ; 2.ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມປົກກະຕິແມ່ນການກວດກາຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນຂອງຄະນະກວດກາແຕ່ລະຂັ້ນ. ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນໂດຍມີການແຈ້ງໃຫ້ເປົ້າໝາຍຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດການອກແຜນ,ມີຄວາມຈໍາເປັນຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຊາບລ່ວງໜ້າ.

ພາກທີ8ວັນກາແດງລາວ,ທຸງ,ເຄື່ອງໝາຍ,ກາໝາຍ,ເຄື່ອງແບບແລະຕາປະທັບ

ມາດຕາ59ວັນກາແດງລາວ ວັນກາແດງລາວໃຫ້ຖືເອົາວັນທີ1ມັງກອນ1955ຊຶ່ງເປັນວັນສ້າງຕັ້ງອົງການກາແດງລາວ. ລັດຖະບານກໍານົດເອົາວັນທີ1ມັງກອນຂອງທຸກໆປີເພື່ອສະເຫຼີມສະຫຼອງວັນດັ່ງກ່າວ.

ມາດຕາ60ທຸງ,ເຄື່ອງໝາຍ,ກາໝາຍແລະເຄື່ອງແບບ ອົງການກາແດງລາວມີທຸງ,ເຄື່ອງໝາຍ,ກາໝາຍແລະເຄື່ອງແບບສະເພາະຂອງຕົນເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານກາແດງ. ທຸງຂອງອົງການກາແດງລາວມີພື້ນສີຂາວ,ມີເຄື່ອງໝາຍກາກະບາດສີແດງຢູ່ເຄິ່ງກາງ. ເຄື່ອງໝາຍຂອງອົງການກາແດງລາວເປັນກາກະບາດສີແດງ,ພື້ນສີຂາວ,ມີຂອບວົງມົນສີແດງສອງຂອບອ້ອມກາກະບາດສີແດງ,ລະຫວ່າງສອງຂອບວົງມົນມີຕົງໜັງສືສີແດງຂຽນເປັນພາສາລາວແລະພາສາຕ່າງປະເທດ"ອົງການກາແດງລາວ CROIX-ROUGE LAO". ກາໝາຍກາແດງແມ່ນກາກະບາດສີແດງພື້ນສີຂາວ. ອົງການກາແດງລາວມີເຄື່ອງແບບສະເພາະຂອງຕົນ. ຮູບແບບ,ລັກສະນະແລະຂະໜາດຂອງທຸງ,ເຄື່ອງໝາຍ,ກາໝາຍແລະເຄື່ອງແບບລະອຽດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ການຜະລິດແລະນໍາໃຊ້ເຄື່ອງໝາຍຂອງອົງການກາແດງລາວແລະກາໝາຍກາແດງຕ້ອງໄດ້ຮັບອະນຸຍາດຈາກອົງການກາແດງລາວ.

ມາດຕາ61ຕາປະທັບ ອົງການກາແດງລາວມີຕາປະທັບເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການຂອງຕົນ.

ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ62ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນການບໍລິຈາກເລືອດ,ການກູ້ໄພສຸກເສີນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ63ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.

ພາກທີ10ບົດບັນຍັດສຸດທ້າຍ

ມາດຕາ64ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ65ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້