ກົດໝາຍວ່າດ້ວຍວິສາຫະກິດ 09-11-2005

From Wikisource
Jump to navigation Jump to search

.ວິສາຫະກິດ 09-11-2005


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງ

ມາດຕາໜຶ່ງ:ຈຸດປະສົງ ກົດໝາຍວ່າດ້ວຍວິສາຫະກິດກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການສ້າງຕັ້ງ,ການເຄື່ອນໄຫວແລະການຄຸ້ມຄອງວິສາຫະກິດ ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວເພື່ອສົ່ງເສີມການຜະລິດ,ທຸ ລະກິດແລະການບໍລິການຂອງທຸກພາກສ່ວນເສດຖະກິດແນ່ໃສ່ຂະຫຍາຍກໍາ ລັງການຜະລິດ,ການພົວພັນການຜະລິດ,ເຮັດໃຫ້ເສດຖະກິດ-ສັງຄົມແຫ່ງ ຊາດມີຄວາມເຕີບໃຫຍ່ເຂັ້ມແຂງ,ປະກອບສ່ວນເຂົ້າໃນການພັດທະນາປະ ເທດຊາດ,ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

...ມາດຕາສອງການອະທິບາຍຄໍາສັບ

ມາດຕາສອງການອະທິບາຍຄໍາສັບ ວິສາຫະກິດ:ແມ່ນການຈັດຕັ້ງດໍາເນີນທຸລະກິດຂອງບຸກຄົນຫຼືນິຕິບຸກຄົນຊຶ່ງປະກອບດ້ວຍຊື່,ທຶນ,ການບໍລະຫານຈັດການ,ສໍານັກງານແລະໄດ້ຂຶ້ນທະບຽນວິສາຫະກິດຕາມກົດໝາຍສະບັບນີ້.ວິສາຫະກິດເອີ້ນອີກຢ່າງໜຶ່ງວ່າ"ຫົວໜ່ວຍທຸລະກິດ";

ທຸລະກິດ:ແມ່ນການດໍາເນີນກິດຈະການໃນຂັ້ນຕອນວຽກງານໃດໜຶ່ງຫຼືທັງໝົດນັບແຕ່ຂອດການຜະລິດໄປຈົນເຖິງຂອດບໍລິການເພື່ອຫາຜົນກໍາໄລແລະຮັບໃຊ້ຜົນປະໂຫຍດລວມຂອງສັງຄົມ;

ບັນຊີປະເພດທຸລະກິດຄວບຄຸມ:ໝາຍເຖິງບັນຊີປະເພດທຸລະກິດທີ່ມີຄວາມອ່ອນໄຫວສູງເປັນຕົ້ນຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຮີດຄອງປະເພນີອັນດີງາມຂອງຊາດແລະສະພາວະແວດລ້ອມຊຶ່ງຈໍາເປັນຕ້ອງໄດ້ຮັບການພິຈາລະນາກວດສອບຜ່ານຂະແໜງການກ່ຽວຂ້ອງກ່ອນການຂຶ້ນທະບຽນວິສາຫະກິດ;

ວິສາຫະກິດສ່ວນບຸກຄົນ:ແມ່ນຮູບການວິສາຫະກິດໜຶ່ງຊຶ່ງບຸກຄົນຜູ້ດຽວເປັນເຈົ້າຂອງກໍາມະສິດ.ວິສາຫະກິດສ່ວນບຸກຄົນດໍາເນີນທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດແລະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດທັງໝົດໂດຍບໍ່ຈໍາກັດ;

ວິສາຫະກິດຮຸ້ນສ່ວນ:ແມ່ນຮູບການວິສາຫະກິດໜຶ່ງຊຶ່ງສ້າງຕັ້ງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນຕັ້ງແຕ່ສອງຄົນຂຶ້ນໄປເພື່ອນໍາເອົາທຶນມາດໍາເນີນທຸລະກິດຮ່ວມກັນແນໃສ່ແບ່ງປັນຜົນກໍາໄລ;

ວິສາຫະກິດຮຸ້ນສ່ວນສາມັນແມ່ນຮູບແບບວິສາຫະກິດຮຸ້ນສ່ວນໜຶ່ງຊຶ່ງຂາຮຸ້ນຮ່ວມກັນດໍາເນີນທຸລະກິດໂດຍອີງໃສ່ຄວາມເຊື່ອໃຈຊຶ່ງກັນແລະກັນເປັນຕົ້ນຕໍແລະຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈໍາກັດ;

ວິສາຫະກິດຮຸ້ນສ່ວນຈໍາກັດ:ແມ່ນຮູບແບບຂອງວິສາຫະກິດຮຸ້ນສ່ວນໜຶ່ງຊຶ່ງຂາຮຸ້ນຈໍານວນໜຶ່ງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈໍາກັດເອີ້ນວ່າ"ຂາຮຸ້ນທົ່ວໄປ"ແລະອີກຈໍານວນໜຶ່ງຮັບຜິດຊອບແບບຈໍາກັດເອີ້ນວ່າ"ຂາຮຸ້ນຈໍາກັດໜີ້ສິນ";

ບໍລິສັດ:ແມ່ນຮູບການວິສາຫະກິດໜຶ່ງຊຶ່ງສ້າງຕັ້ງຂຶ້ນດ້ວຍການແບ່ງທຶນເປັນຮຸ້ນແຕ່ລະຮຸ້ນມີມູນຄ່າເທົ່າກັນ.ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດບໍ່ເກີນມູນຄ່າຮຸ້ນທີ່ຕົນບໍ່ໄດ້ຖອກເທົ່ານັ້ນ;

ບໍລິສັດຈໍາກັດ:ແມ່ນຮູບແບບບໍລິສັດໜຶ່ງຊຶ່ງມີຜູ້ຖືຮຸ້ນແຕ່ສອງຄົນຂຶ້ນໄປແລະສູງສຸດບໍ່ເກີນສາມສິບຄົນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາແປດສິບຫ້າຂອງກົດໝາຍສະບັບນີ້ແລະບໍລິສັດຈໍາກັດຊຶ່ງມີຜູ້ຖືຮຸ້ນພຽງແຕ່ຜູ້ດຽວເອີ້ນວ່າ"ບໍລິສັດຈໍາກັດຜູ້ດຽວ";

ບໍລິສັດມະຫາຊົນ:ແມ່ນຮູບແບບບໍລິສັດໜຶ່ງຊຶ່ງມີຜູ້ຖືຮຸ້ນທີ່ເປັນຜູ້ກໍ່ຕັ້ງຢ່າງໜ້ອຍເກົ້າຄົນຂຶ້ນໄປ,ສາມາດໂອນຮຸ້ນໄດ້ຢ່າງເສລີແລະສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນທົ່ວໄປໄດ້;

ການສະເໜີຂາຍຮຸ້ນຢ່າງເປີດເຜີຍ:ແມ່ນການສະເໜີຂາຍຮຸ້ນໃຫ້ມວນຊົນທົ່ວໄປໃນຕະຫຼາດຮຸ້ນຫຼືນອກຕະຫຼາດຮຸ້ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ;

ບໍລິສັດລັດ:ແມ່ນລັດເປັນຜູ້ສ້າງຕັ້ງ,ບໍລິຫານຈັດການພາຍໃຕ້ຫຼັກການຂອງຮູບແບບບໍລິສັດແລະສາມາດຂາຍຮຸ້ນສູງສຸດບໍ່ໃຫ້ເຖິງຫ້າສິບສ່ວນຮ້ອຍ;

ບໍລິສັດປະສົມ:ແມ່ນບໍລິສັດຊຶ່ງລັດຮ່ວມກັບພາກສ່ວນອື່ນພາຍໃນຫຼືຕ່າງປະເທດສ້າງຕັ້ງຂຶ້ນໂດຍມີຮຸ້ນຝ່າຍລະຫ້າສິບສ່ວນຮ້ອຍ;

ຮຸ້ນ:ແມ່ນທຶນຂອງວິສາຫະກິດຫຼືບໍລິສັດທີ່ແບ່ງອອກເປັນສ່ວນຊຶ່ງມີມູນຄ່າບໍ່ເທົ່າກັນຫຼືເທົ່າກັນຂຶ້ນກັບຮູບແບບວິສາຫະກິດຮຸ້ນສ່ວນຫຼືບໍລິສັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້;

ຮຸ້ນສາມັນ:ແມ່ນຮຸ້ນປະເພດໜຶ່ງຊຶ່ງຜູ້ເປັນເຈົ້າຂອງຮຸ້ນບໍ່ສາມາດຖອນຮຸ້ນໄດ້;

ຮຸ້ນບູລິມະສິດ:ແມ່ນຮຸ້ນປະເພດໜຶ່ງຊຶ່ງເຈົ້າຂອງຮຸ້ນສາມາດຖອນໄດ້,ມີສິດແລະໜ້າທີ່ສະເພາະແຕກຕ່າງຈາກຮຸ້ນສາມັນ;

ໃບຮຸ້ນ:ແມ່ນເອກະສານສໍາຄັນທາງກົດໝາຍເພື່ອສະແດງເຖິງສິດແລະຄວາມເປັນເຈົ້າຂອງສ່ວນໜຶ່ງໃນວິສາຫະກິດຮຸ້ນສ່ວນແລະບໍລິສັດຂອງຂາຮຸ້ນຫຼືຜູ້ຖືຮຸ້ນ;

ໃບຮຸ້ນກູ້:ແມ່ນເອກະສານການກູ້ຢືມຂອງບໍລິສັດໂດຍບໍ່ມີຊັບຄໍ້າປະກັນເຮັດໃຫ້ຜູ້ຖືຮຸ້ນກູ້ມີສິດທິດ້ານກົດໝາຍຕ່າງໆເພື່ອເປັນຫຼັກຄໍ້າປະກັນໃນການໄດ້ຮັບການຊໍາລະຄືນລວມທັງດອກເບ້ຍຕາມທີ່ໄດ້ຕົກລົງກັນ;

ເງິນປັນຜົນ:ແມ່ນເງິນແບ່ງປັນໃຫ້ຂາຮຸ້ນຫຼືຜູ້ຖືຮຸ້ນຊຶ່ງໄດ້ມາຈາກກໍາໄລສຸດທິຂອງວິສາຫະກິດຮຸ້ນສ່ວນຫຼືບໍລິສັດພາຍຫຼັງຫັກຕົ້ນທຶນ,ຄ່າສິ້ນເປືອງແລະໜີ້ສິນຕ່າງໆອອກແລ້ວ;

ອົງປະຊຸມ:ໝາຍເຖິງຈໍານວນຕໍ່າສຸດຂອງຜູ້ເຂົ້າຮ່ວມປະຊຸມຊຶ່ງອະນຸຍາດໃຫ້ເປີດກອງປະຊຸມໃດໜຶ່ງຂຶ້ນໄດ້;

ຄວາມລັບທາງການຄ້າ:ໝາຍເຖິງຂໍ້ມູນດ້ານວິທີການຜະລິດ,ທຸລະກິດຫຼືບໍລິການທີ່ມີຄວາມສໍາຄັນຂອງວິສາຫະກິດໃດໜຶ່ງຊຶ່ງຈະສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງແລະຖານະດ້ານການເງິນຂອງວິສາຫະກິດເມື່ອຖືກເປີດເຜີຍ;

ຜູ້ຊໍາລະສະສາງ:ແມ່ນບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຈາກສານຫຼືວິສາຫະກິດໃຫ້ປະຕິບັດສິດແລະໜ້າທີ່ໃນການເຕົ້າໂຮມຊັບສິນຂອງວິສາຫະກິດທີ່ຍຸບເລີກຫຼືລົ້ມລະລາຍເພື່ອຊໍາລະໃຫ້ແກ່ເຈົ້າໜີ້ແລະແບ່ງປັນສ່ວນທີ່ເຫຼືອໃຫ້ແກ່ເຈົ້າຂອງ,ຂາຮຸ້ນຫຼືຜູ້ຖືຮຸ້ນຂອງວິສາຫະກິດທີ່ກ່ຽວຂ້ອງ. ...ມາດຕາສາມ:ສິດໃນການສ້າງຕັ້ງວິສາຫະກິດ

ມາດຕາສາມ:ສິດໃນການສ້າງຕັ້ງວິສາຫະກິດ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວແລະຄົນຕ່າງປະເທດລວມທັງການຈັດຕັ້ງຂອງບຸກຄົນດັ່ງກ່າວລ້ວນແຕ່ມີສິດສ້າງຕັ້ງວິສາຫະກິດຫຼືເຂົ້າຮ່ວມດໍາເນີນທຸລະກິດໂດຍສອດຄ່ອງກັບລະບຍບກົດໝາຍຂອງສປປລາວ. ...ມາດຕາສີ່:ຄວາມສະເໝີພາບໃນການດໍາເນີນທຸລະກິດ

ມາດຕາສີ່:ຄວາມສະເໝີພາບໃນການດໍາເນີນທຸລະກິດ ທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງປະເທດລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍໃນການດໍາເນີນທຸລະກິດ,ທັງແຂ່ງຂັນແລະຮ່ວມມືກັນເພື່ອຂະຫຍາຍກໍາລັງການຜະລິດ,ເປີດກວ້າງການຜະລິດ,ທຸລະກິດແລະການບໍລິຫານ. ...ມາດຕາຫ້າ:ພັນທະຂອງວິສາຫະກິດ

ມາດຕາຫ້າ:ພັນທະຂອງວິສາຫະກິດ ວິສາຫະກິດມີພັນທະໃນການເຄື່ອນໄຫວທຸລະກິດຕາມວັດຖຸປະສົງຂອງຕົນ,ຖືບັນຊີວິສາຫະກິດ,ປະຕິບັດພັນທະຕໍ່ລັດ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ,ປົກປັກຮັກສາສິ່ງແວດລ້ອມແລະເຄົາລົບລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງຂອງສປປລາວ. ...ມາດຕາຫົກນະໂຍບາຍ,ການປົກປ້ອງສິດແລະຜົນປະໂຫຍດຂອງລັດຕໍ່ວິສາຫະກິດ

ມາດຕາຫົກນະໂຍບາຍ,ການປົກປ້ອງສິດແລະຜົນປະໂຫຍດຂອງລັດຕໍ່ວິສາຫະກິດ ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດສ້າງຕັ້ງວິສາຫະກິດຫຼືເຂົ້າຮ່ວມໃນການດໍາເນີນທຸລະກິດໃນທຸກຂະແໜງການ,ທຸກຂົງເຂດທີ່ບໍ່ເກືອດຫ້າມດ້ວຍການວາງນະໂຍບາຍພາສີ,ອາກອນ,ລະບຽບການ,ມາດຕະການ,ການສະໜຶງຂໍ້ມູນຂ່າວສານ,ການບໍລິການແລະຄວາມສະດວກອື່ນໆແກ່ວິສາຫະກິດເພື່ອປະກອບສ່ວນເຂົ້າໃນການສ້າງເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ.

ສິດແລະຜົນປະໂຫຍດອັນຊອບທໍາຂອງວິສາຫະກິດເປັນຕົ້ນທຶນ,ຊັບສົມບັດລ້ວນແຕ່ຮັບການປົກປ້ອງຕາມກົດໝາຍ. ...ມາດຕາເຈັດ:ການພົວພັນຮ່ວມມືສາກົນ

ມາດຕາເຈັດ:ການພົວພັນຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດໃນການດໍາເນີນທຸລະກິດເພື່ອແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ດຶງດູດທຶນ,ວິທະຍາສາດ,ເຕັກໂນໂລຢີແລະປະສົບການໃນການຄຸ້ມຄອງທຸລູກິດທີ່ກ້າວໜ້າ,ເປີດກວ້າງຕະຫຼາດທັງເຊື່ອມໂຍງເຂົ້າໃນພາກພື້ນແລະໃນໂລກ.

...ມາດຕາແປດຂອບເຂດການນໍາໃຊ້

ມາດຕາແປດຂອບເຂດການນໍາໃຊ້ ກົດໝາຍສະບັບນີ້ນໍາໃຊ້ຕໍ່ວິສາຫະກິດເອກະຊົນທັງພາຍໃນແລະຕ່າງປະເທດ,ວິສາຫະກິດຂອງລັດແລະວິສາຫະກິດປະສົມທີ່ສ້າງຕັ້ງແລະເຄື່ອນໄຫວທຸລະກິດຢູ່ສປປລາວ.

ວິສາຫະກິດລວມໝູ່ແລະຜູ້ຄ້າຂາຍນ້ອຍແມ່ນບໍ່ຢູ່ໃນຂອບເຂດການນໍາໃຊ້ຂອງກົດໝາຍສະບັບນີ້ຊຶ່ງລາຍລະອຽດຈະໄດ້ກໍານົດໄວ້ຕ່າງຫາກ. ..ພາກທີ2ວິສາຫະກິດ


...ໝວດທີ1ປະເພດ,ຮູບການແລະຮູບແບບວິສາຫະກິດ


....ມາດຕາເກົ້າປະເພດວິສາຫະກິດ

ມາດຕາເກົ້າປະເພດວິສາຫະກິດ ວິສາຫະກິດຢູ່ສປປລາວມີສີ່ປະເພດຄື:ວິສາຫະກິດເອກະຊົນ,ວິສາຫະກິດຂອງລັດ,ວິສາຫະກິດປະສົມແລະວິສາຫະກິດລວມໝູ່.

ວິສາຫະກິດເອກະຊົນສາມາດເລືອກນໍາໃຊ້ຮູບການແລະຮູບແບບວິສາຫະກິດໃນການສ້າງຕັ້ງແລະການເຄື່ອນໄຫວທຸລະກິດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບແລະສິບເອັດຂອງກົດໝາຍສະບັບນີ້.

ສໍາລັບວິສາຫະກິດຂອງລັດແລະວິສາຫະກິດປະສົມນັ້ນສາມາດສ້າງຕັ້ງແລະເຄື່ອນໄຫວທຸລະກິດຂອງຕົນຕາມຮູບແບບບໍລິສັດເທົ່ານັ້ນ.ວິສາຫະກິດຂອງລັດເອີ້ນວ່າ"ບໍລິສັດລັດ"ແລະວິສາຫະກິດປະສົມເອີ້ນວ່າ"ບໍລິສັດປະສົມ" ....ມາດຕາສິບຮູບການວິສາຫະກິດ

ມາດຕາສິບຮູບການວິສາຫະກິດ ຮູບການວິສາຫະກິດແມ່ນການຈັດຕັ້ງທູລະກິດທີ່ເປັນພື້ນຖານຂອງການສ້າງຕັ້ງແລະການເຄື່ອນໄຫວທຸລະກິດຂອງທຸກປະເພດວິສາຫະກິດ.

ວິສາຫະກິດມີສາມຮູບການດັ່ງນີ້: 1.ວິສາຫະກິດສ່ວນບຸກຄົນ; 2.ວິສາຫະກິດຮຸ້ນສ່ວນ; 3.ບໍລິສັດ.

....ມາດຕາສິບເອັດຮູບແບບວິສາຫະກິດຮຸ້ນສ່ວນແລະບໍລິສັດ

ມາດຕາສິບເອັດຮູບແບບວິສາຫະກິດຮຸ້ນສ່ວນແລະບໍລິສັດ 1.ວິສາຫະກິດຮຸ້ນສ່ວນມີສອງຮູບແບບຄື: 1.ວິສາຫະກິດຮຸ້ນສ່ວນສາມັນ; 2.ວິສາຫະກິດຮຸ້ນສ່ວນຈໍາກັດ.

ຄໍາຄົ້ນ:ຮູບແບບວິສາຫະກິດ

2.ບໍລິສັດມີສອງຮູບແບບຄື: 1.ບໍລິສັດຈໍາກັດລວມທັງບໍລິສັດຈໍາກັດຜູ້ດຽວ; 2.ບໍລິສັດມະຫາຊົນ.

ຄໍາຄົ້ນ:ຮູບແບບບໍລິສັດ ...ໝວດທີ2ການຂຶ້ນທະບຽນວິສາຫະກິດ


....ມາດຕາສິບສອງການຂຶ້ນທະບຽນວິສາຫະກິດ

ມາດຕາສິບສອງການຂຶ້ນທະບຽນວິສາຫະກິດ ການຂຶ້ນທະບຽນວິສາຫະກິດແມ່ນການຮັບຮອງກ່ຽວກັບການແຈ້ງການຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍຂອງລັດຕໍ່ບຸກຄົນຫຼືນິຕິບຸກຄົນທັງພາຍໃນແລະຕ່າງປະເທດທີ່ສ້າງຕັ້ງແລະເຄື່ອນໄຫວທຸລະກິດຢູ່ສປປລາວ.

ລະບຽບການຂຶ້ນທະບຽນວິສາຫະກິດໄດ້ກໍານົດໄວ້ຕ່າງຫາກ.

ການຂຶ້ນທະບຽນວິສາຫະກິດແມ່ນຂຶ້ນຄັ້ງດຽວຕະຫຼອດໄລຍະການເຄື່ອນໄຫວຂອງວິສາຫະກິດນັ້ນ. ....ມາດຕາສິບສາມ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາສິບສາມ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຜູ້ທີ່ມີຈຸດປະສົງຢາກດໍາເນີນທຸລະກິດຢູ່ສປປລາວຕ້ອງຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕໍ່ອົງການລັດທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ....ມາດຕາສິບສີ່ຂັ້ນຕອນແລະກໍານົດເວລາພິຈາລະນາການຂຶ້ນທະບຽນວິສາຫະກິດ

ມາດຕາສິບສີ່ຂັ້ນຕອນແລະກໍານົດເວລາພິຈາລະນາການຂຶ້ນທະບຽນວິສາຫະກິດ ເມື່ອໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດແລ້ວຂະແໜງການການຄ້າຕ້ອງກວດເບິ່ງວ່າປະເພດທຸລະກິດທີ່ຈະຂຶ້ນທະບຽນນັ້ນຢູ່ໃນບັນຊີຄວບຄຸມຫຼືບໍ່ຢູ່ໃນບັນຊີຄວບຄຸມ.ຖ້າຫາກບໍ່ຢູ່ໃນບັນຊີຄວບຄຸມແລ້ວເຈົ້າໜ້າທີ່ທະບຽນວິສາຫະກິດຂອງຂະແໜງການການຄ້າຕ້ອງພິຈາລະນາກ່ຽວກັບການອອກທະບຽນວິສາຫະກິດໃຫ້ວິສາຫະກິດນັ້ນຢ່າງຊ້າບໍ່ໃຫ້ເກີນສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ໃນກໍລະນີທີ່ເຫັນວ່າປະເພດທຸລະກິດທີ່ຈະຂຶ້ນທະບຽນວິສາຫະກິດນັ້ນຫາກຢູ່ໃນບັນຊີປະເພດທຸລະກິດຄວບຄຸມແລ້ວຂະແໜງການການຄ້າຕ້ອງສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງໃນທັນໃດ.ຂະແໜງການດັ່ງກ່າວຕ້ອງພິຈາລະນາແລະຕອບຢ່າງຊ້າບໍ່ໃຫ້ເກີນສິບວັນລັດຖະການເວັ້ນເສຍແຕ່ບາງປະເພດທຸລະກິດທີ່ມີຄວາມຈໍາເປັນຕ້ອງກວດສອບຜ່ານທາງດ້ານເຕັກນິກຫຼືວິຊາການທີ່ຕ້ອງໃຊ້ເວລາຍາວກ່ວານັ້ນ,ຫຼັງຈາກນັ້ນຂະແໜງການການຄ້າຕ້ອງພິຈາລະນາກ່ຽວກັບການອອກທະບຽນວິສາຫະກິດຢ່າງຊ້າບໍ່ໃຫ້ເກີນສາມວັນລັດຖະການ.

ຖ້າບໍ່ອອກທະບຽນໃຫ້ວິສາຫະກິດນັ້ນຕ້ອງຕອບເປັນລາຍລັກອັກສອນພ້ອມທັງອະທິບາຍເຫດຜົນໃຫ້ຜູ້ຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຊາບ.

ບັນຊີປະເພດທຸລະກິດຄວບຄຸມແລະການໃຊ້ເວລາກວດສອບຜ່ານທາງດ້ານເຕັກນິກຫຼືວິຊາການຍາວກວ່າທີ່ໄດ້ກໍານົດໄວ້ໃນວັກສອງຂອງມາດຕານີ້ຕ້ອງໄດ້ຮັບການຮັບຮອງຈາກລັດຖະບານເທົ່ານັ້ນ. ....ມາດຕາສິບຫ້າການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ

ມາດຕາສິບຫ້າການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງແມ່ນວິສາຫະກິດທີ່ໄດ້ຂຶ້ນທະບຽນແລ້ວແຕ່ຫາກມີເນື້ອໃນບາງສ່ວນຫຼືທັງໝົດບໍ່ຖືກຕ້ອງຕາມຮູບການ,ຮູບແບບແລະຄວາມເປັນຈິງຊຶ່ງຕ້ອງມີການແກ້ໄຂ.ການແກ້ໄຂນັ້ນສາມາດດໍາເນີນໄດ້ດ້ວຍການປັບປຸງຄືນໃໝ່ໃຫ້ຖືກຕ້ອງ.ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ກໍ່ໃຫ້ຍຸບເລີກວິສາຫະກິດນັ້ນຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ການຂຶ້ນທະບຽນວິສາຫະກິດໃຫ້ຜູ້ທີ່ກົດໝາຍເກືອດຫ້າມຫຼືການຂຶ້ນທະບຽນວິສາຫະກິດທີ່ລະເມີດລະບຽບກົດໝາຍລ້ວນແຕ່ເປັນໂມຄະ.

ການເປັນໂມຄະຂອງການຂຶ້ນທະບຽນວິສາຫະກິດຫຼືການຍຸບເລີກວິສາຫະກິດຈະບໍ່ເຮັດໃຫ້ຄວາມຮັບຜິດຊອບຂອງວິສາຫະກິດນັ້ນຕົກໄປ. ....ມາດຕາສິບຫົກຜົນຂອງການຂຶ້ນທະບຽນວິສາຫະກິດ

ມາດຕາສິບຫົກຜົນຂອງການຂຶ້ນທະບຽນວິສາຫະກິດ ເຮັດໃຫ້ວິສາຫະກິດຮຸ້ນສ່ວນຫຼືບໍລະສັດມີຖານະນິຕິບຸກຄົນທີ່ແຍກຕ່າງຫາກຈາກຜູ້ປະກອບຮຸ້ນ,ມີສິດ,ໜ້າທີ່,ຄວາມຮັບຜິດຊອບຕາມຂອບເຂດວັດຖຸປະສົງແລະກົດລະບຽບຂອງຕົນ;

ເຮັດໃຫ້ວິສາຫະກິດສາມາດເຄື່ອນໄຫວທຸລະກິດໄດ້ໃນບັນດາຂະແໜງທຸລະກິດທີ່ໄດ້ກໍານົດໄວ້ໃນໃບທະບຽນວິສາຫະກິດໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດຫຼືກວດສອບຜ່ານຂະແໜງການກ່ຽວຂ້ອງອີກເວັ້ນເສຍແຕ່ບາງປະເພດທຸລະກິດທີ່ໄດ້ກໍານົດໄວ້ໃນບັນຊີປະເພດທຸລະກິດຄວບຄຸມຄາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາສິບສີ່ຂອງກົດໝາຍສະບັບນີ້;

ຂໍ້ຄວາມໃນສໍານວນເອກະສານທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດນັ້ນແມ່ນເປີດເຜີຍ,ຜູ້ທີ່ສົນໃຈກໍ່ສາມາດເບິ່ງໄດ້ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຕາດຕາສິບເກົ້າຂອງກົດໝາຍສະບັບນີ້;

ເປັນການຂຶ້ນທະບຽນຊື່ວິສາຫະກິດແລະທະບຽນອາກອນພ້ອມ. ....ມາດຕາສິບເຈັດ:ຜົນສະທ້ອນຂອງການບໍ່ເຄື່ອນໄຫວທຸລະກິດ

ມາດຕາສິບເຈັດ:ຜົນສະທ້ອນຂອງການບໍ່ເຄື່ອນໄຫວທຸລະກິດ ວິສາຫະກິດຕ້ອງເລີ່ມເຄື່ອນໄຫວພາຍໃນກໍານົດເກົ້າສິບວັນນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.ຖ້າຫາກບໍ່ເຄື່ອນໄຫວພາຍໃນກໍານົດເວລາດັ່ງກ່າວຫຼືຖ້າວ່າວິສາຫະກິດຫາກເຄື່ອນໄຫວແລ້ວແຕ່ຢຸດເຄື່ອນໄຫວແລະບໍ່ປະຕິບັດພັນທະດ້ານພາສີ,ອາກອນເປັນເວລາສິບສອງເດືອນຕິດຕໍ່ກັນໂດຍບໍ່ຮູ້ເຫດຜົນໃຫ້ເຈົ້ານ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງແຈ້ງໃຫ້ວິສາຫະກິດດັ່ງກ່າວເຂົ້າມາອະທິບາຍເຫດຜົນ,ຖ້າບໍ່ມາພົບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບແຈ້ງຫຼືມາພົບແຕ່ຄໍາຕອບບໍ່ມີເຫດຜົນພຽງພໍວິສາຫະກິດທີ່ກ່ຽວຂ້ອງຈະຖືກພິຈາລະນາໃຫ້ຢຸດເຊົາການເຄື່ອນໄຫວແລະດໍາເນີນການຍຸບເລີກຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ....ມາດຕາສິບແປດການປ່ຽນແປງເນື້ອໃນທະບຽນວິສາຫະກິດ

ມາດຕາສິບແປດການປ່ຽນແປງເນື້ອໃນທະບຽນວິສາຫະກິດ ພາຍຫຼັງການຂຶ້ນທະບຽນວິສາຫະກິດແລ້ວຫາກມີການປ່ຽນແປງເນື້ອໃນທະບຽນວິສາຫະກິດເຊັ່ນວັດຖຸປະສົງ,ທຶນຈົດທະບຽນນັ້ນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດໜຶ່ງເດືອນນັບແຕ່ວັນທີ່ມີການຕົກລົງປ່ຽນແປງເປັນຕົ້ນໄປເວັ້ນເສຍແຕ່ການປ່ຽນແປງເນື້ອໃນທະບຽນວິສາຫະກິດທີ່ກ່ຽວຂ້ອງກັບຂະແໜງທຸລະກິດທີ່ຢູ່ໃນບັນຊີປະເພດທຸລະກິດຄວບຄຸມຊຶ່ງຕ້ອງປະຕິບັດຕາມວັກສອງມາດຕາສິບສີ່ຂອງກົດໝາຍສະບັບນີ້.

ວິສາຫະກິດທີ່ໄດ້ນໍາເອົາເນື້ອໃນໃດໜຶ່ງໄປຂຶ້ນທະບຽນວິສາຫະກິດຜິດພາດຫຼືແຈ້ງການປ່ຽນແປງຊ້າກວ່າກໍານົດເວລາຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ໂດຍເຈດຕະນາຫຼືບໍ່ເຈດຕະນາກໍ່ຕາມລ້ວນແຕ່ບໍ່ສາມາດນໍາມາເປັນຂໍ້ອ້າງເພື່ອໃຫ້ພົ້ນຈາກຄວາມຮັບຜິດຊອບໃນການກະທໍາຂອງຕົນຕໍ່ບຸກຄົນພາຍນອກທີ່ມີຄວາມບໍລິສຸດໃຈ. ....ມາດຕາສິບເກົ້າການເປີດເຜີຍເນື້ອໃນທະບຽນວິສາຫະກິດ

ມາດຕາສິບເກົ້າການເປີດເຜີຍເນື້ອໃນທະບຽນວິສາຫະກິດ ບຸກຄົນແລະການຈັດຕັ້ງສາມາດເບິ່ງຫຼືຂໍອັດສໍາເນົາເອກະສານທະບຽນວິສາຫະກິດຈາກເຈົ້າໜ້າທີ່ທະບຽນວິສາຫະກິດໄດ້.ເອກະສານທະບຽນທີ່ກ່າວມານີ້ໝາຍເຖິງບັນດາເອກະສານທີ່ວິສາຫະກິດປະກອບເພື່ອແຈ້ງຂຶ້ນທະບຽນວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.ຜູ້ຂໍອັດສໍາເນົາເອກະສານຕ້ອງເສຍຄ່າທໍານຽມຕາມລະບຽບການ.

ນອກຈາກເອກະສານທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ແລ້ວຈະເປີດເຜີຍໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກວິສາຫະກິດທີ່ກ່ຽວຂ້ອງກ່ອນເທົ່ານັ້ນເວັ້ນເສຍແຕ່ລະບຽບກົດໝາຍໄດ້ກໍານົດໄວ້ຢ່າງອື່ນ. ....ມາດຕາຊາວທຶນຈົດທະບຽນວິສາຫະກິດ

ມາດຕາຊາວທຶນຈົດທະບຽນວິສາຫະກິດ ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດສ່ວນບຸກຄົນແມ່ນທຶນທີ່ເຈົ້າຂອງວິສາຫະກິດແຈ້ງຂຶ້ນທະບຽນວິສາຫະກິດນໍາເຈົ້າໜ້າທີ່ທະບຽນວິສາຫະກິດ.

ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດຮຸຸ້ນສ່ວນຫຼືບໍລິສັດແມ່ນມູນຄ່າຂອງຮຸ້ນທັງໝົດຕາມທີ່ໄດ້ກໍານົດໄວ້ໃນຂໍ້ສີ່ມາດຕາສາມສິບສາມແລະຂໍ້ສີ່ມາດຕາແປດສິບເອັດຂອງກົດໝາຍສະບັບນີ້ທຶນຈົດທະບຽນດັ່ງກ່າວມານີ້ເອີ້ນອີກຢ່າງໜຶ່ງວ່າ"ທຶນກໍານົດ"ຂອງວິສາຫະກິດຮຸ້ນສ່ວນຫຼືບໍລິສັດ.

ໃນບາງປະເພດທຸລະກິດທີ່ມີຄວາມຈໍາເປັນ,ຂະແໜງການທີ່ກ່ຽວຂ້ອງມີສິດກໍານົດທຶນຈົດທະບຽນຕໍ່າສຸດເພື່ອເປັນເງື່ອນໄຂສໍາລັບການຂຶ້ນທະບຽນວິສາຫະກິດແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກລັດຖະບານເທົ່ານັ້ນ.

ທຶນທີ່ແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີຈິງຢູ່ສປປລາວຕາມລະບຽບກົດໝາຍ,ໃນກໍລະນີທີ່ລະເມີດຜູ້ລະເມີດຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍສະຖານແຈ້ງຂໍ້ມູນທີ່ບໍ່ເປັນຈິງຕໍ່ທາງລັດຖະການ. ...ໝວດທີ3ຊື່ວິສາຫະກິດ


....ມາດຕາຊາວເອັດການເລືອກຊື່ວິສາຫະກິດ

ມາດຕາຊາວເອັດການເລືອກຊື່ວິສາຫະກິດ ວິສາຫະກິດອາດຈະໃສ່ຊື່ຫຼືນາມສະກຸນຂອງຜູ້ໜຶ່ງຫຼືຫຼາຍຄົນກໍ່ໄດ້ຫຼືຈະໃສ່ຊື່ໃດໜຶ່ງກໍ່ໄດ້ຕາມການຕົກລົງກັນ.ຜູ້ທີ່ຈອງຊື່ວິສາຫະກິດກ່ອນມີບູລິມະສິດໃນຊື່ວິສາຫະກິດນັ້ນກ່ອນ.ວິສາຫະກິດຮູບການຫຼືຮູບແບບໃດຕ້ອງມີຊື່ຂອງວິສາຫະກິດຮູບການຫຼືຮູບແບບນັ້ນຕິດນໍາທຸກຄັ້ງ.

ຊື່ວິສາຫະກິດທີ່ຈອງໄວ້ຈະຕົກໄປຖ້າວິສາຫະກິດນັ້ນຫາກບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ.

ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດແລ້ວຜູ້ດໍາເນີນທຸລະກິດຕ້ອງຕິດປ້າຍຊື່ວິສາຫະກິດຂອງຕົນ. ....ມາດຕາຊາວສອງຊື່ວິສາຫະກິດທີ່ເກືອດຫ້າມ

ມາດຕາຊາວສອງຊື່ວິສາຫະກິດທີ່ເກືອດຫ້າມ ຊື່ຄຸມເຄືອ,ຄ້າຍຄືຫຼືຊໍ້າກັນກັບຊື່ວິສາຫະກິດອື່ນໃນຂອບເຂດແຂວງ,ນະຄອນດຽວກັນຫຼືຊື່ຂອງວິສາຫະກິດອື່ນຊຶ່ງເປັນທີ່ຮູ້ຈັກຢ່າງກວ້າງຂວາງ;

ຊື່ຂັດກັບວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດຫຼືຂັດກັບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;

ຊື່ຂອງປະເທດ,ຊື່ຂອງອົງການຈັດຕັ້ງສາກົນ,ຊື່ແລະເອກະລັກດ້ານວັດທະນະທໍາຫຼືປຸຊະນີຍະສະຖານຂອງຊາດ;

ຊື່ທີ່ຄືຫຼືຄ້າຍຄືຊື່ຂອງຮູບການຫຼືຮູບແບບວິສາຫະກິດ. ....ມາດຕາຊາວສາມການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດ

ມາດຕາຊາວສາມການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດ ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດເພື່ອດໍາເນີນທຸລະກິດຕ້ອງເຮັດເປັນລາຍລັກອັກສອນແລະປະຕິບັດຕາມກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາຂອງສປປລາວ.

ໃນກໍລະນີທີ່ບໍ່ໄດ້ມອບສິດໃຫ້ໃຊ້ຊື່ຫຼືທະບຽນວິສາຫະກິດເປັນລາຍລັກອັກສອນແຕ່ຫາກມີຫຼັກຖານວ່າເຈົ້າຂອງຊື່ວິສາຫະກິດຫຼືທະບຽນວິສາຫະກິດຮູ້ແຕ່ບໍ່ທັກທ້ຽງຫຼືຄັດຄ້ານຫຼືໃຫ້ການສະໜັບສະໜູນກໍ່ໃຫ້ຖືວ່າເປັນການມອບສິດດັ່ງກ່າວຢ່າງຖືກຕ້ອງ. ....ມາດຕາຊາວສີ່ຄວາມຮັບຜິດຊອບຕໍ່ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສ�

ມາດຕາຊາວສີ່ຄວາມຮັບຜິດຊອບຕໍ່ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສ� ຜູ້ທີ່ອະນຸຍາດໃຫ້ຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ບຸກຄົນທີສາມຕາມສັນຍາທີ່ໄດ້ຕົກລົງກັນຫຼືຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນທີ່ຂາດຄວາມສາມາດທາງດ້ານການປະພຶດໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ການກະທໍາຂອງບຸກຄົນດັ່ງກ່າວ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນຫຼືນິຕິບຸກຄົນທີ່ກົດໝາຍເກືອດຫ້າມໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ການກະທໍາຮ່ວມກັນກັບບຸກຄົນຫຼືນິຕິບຸກຄົນດັ່ງກ່າວ.ການດໍາເນີນທຸລະກິດຂອງຜູ້ທີ່ໄດ້ຮັບອະນຸຍາດນັ້ນຖືວ່າເປັນການດໍາເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ.

ບໍລິສັດລັດບໍ່ອະນຸຍາດໃຫ້ບຸກຄົນຫຼືນິຕິບຸກຄົນອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດຂອງຕົນ.ໃນກໍລະນີທີ່ມີການລະເມີດຜູ້ລະເມີດນັ້ນຕ້ອງຮັບຜິດຊອບຕໍ່ບຸກຄົນທີສາມດ້ວຍຕົນເອງ. ....ມາດຕາຊາວຫ້າການໂອນແລະຂໍ້ຫ້າມໃນການໂອນຊື່ວິສາຫະກິດ

ມາດຕາຊາວຫ້າການໂອນແລະຂໍ້ຫ້າມໃນການໂອນຊື່ວິສາຫະກິດ ຊື່ວິສາຫະກິດຈະໂອນໄດ້ກໍ່ຕໍ່ເມື່ອ: 1.ເປັນການໂອນຊື່ວິສາຫະກິດໄປພ້ອມກັບການໂອນວິສາຫະກິດທັງໝົດລວມທັງສິດແລະພັນທະ. 2.ເປັນການໂອນຊື່ວິສາຫະກິດຂອງວິສາຫະກິດທີ່ໄດ້ຍຸບເລີກທຸລະກິດທັງໝົດຢ່າງຖືກຕ້ອງ.

ພາຍຫຼັງການໂອນຊື່ວິສາຫະກິດຕາມຂໍ້ໜຶ່ງເທິງນີ້ໄດ້ດໍາເນີນຢ່າງຖືກຕ້ອງແລ້ວ,ຜູ້ຮັບໂອນຕ້ອງແຈ້ງໃຫ້ລູກໜີ້ແລະເຈົ້າໜີ້ຂອງວິສາຫະກິດຊາບພາຍໃນກໍານົດຫົກສິບວັນແລະແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບໂອນເປັນຕົ້ນໄປ.

ການໂອນຊື່ວິສາຫະກິດທີ່ບໍ່ຖືກຕ້ອງທຸກຮູບແບບລວມທັງການຜູກຂາດຕະຫຼາດໂດຍການໂອນຊື່ວິສາຫະກິດລ້ວນແຕ່ຖືກເກືອດຫ້າມ.ໃນກໍລະນີີທີ່ມີການລະເມີດຜູ້ໂອນແລະຜູ້ຮັບໂອນຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວ.

ບໍລິສັດລັດບໍ່ອະນຸຍາດໃຫ້ໂອນຊື່ວິສາຫະກິດຂອງຕົນໃຫ້ວິສາຫະກິດປະເພດອື່ນ. ....ມາດຕາຊາວຫົກການຍຸບເລີກຊື່ວິສາຫະກິດ

ມາດຕາຊາວຫົກການຍຸບເລີກຊື່ວິສາຫະກິດ ຊື່ວິສາຫະກິດຈະຖືກຍຸບເລີກພ້ອມດຽວກັນກັບການຍຸບເລີກຂອງວິສາຫະກິດ.ພາຍຫຼັງຊື່ວິສາຫະກິດໄດ້ຖືກຍຸບເລີກແລ້ວເຈົ້າຂອງຊື່ວິສາຫະກິດຕ້ອງປົດປ້າຍຊື່ວິສາຫະກິດອອກພາຍໃນເຈັດວັນນັບແຕ່ວັນມີແຈ້ງການໃຫ້ຍຸບເລີກເປັນຕົ້ນໄປ.

ສໍາລັບບຸກຄົນຫຼືນິຕິບຸກຄົນທີ່ຍັງນໍາໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດທີ່ຍຸບເລີກແລ້ວນັ້ນໃຫ້ຖືວ່າຜູ້ກ່ຽວເຄື່ອນໄຫວທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ. ..ພາກທີ3ວິສາຫະກິດສ່ວນບຸກຄົນ


...ມາດຕາຊາວເຈັດການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາຊາວເຈັດ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຜູ້ທີ່ມີຈຸດປະສົງຢາກແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນຕ້ອງຍື່ນຄໍາຮ້ອງໂດຍມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ວິສາຫະກິດແລະປະເພດທຸລະກິດ; 2.ຊື່,ທີ່ຢູ່ແລະສັນຊາດຂອງເຈົ້າຂອງວິສາຫະກິດແລະຜູ້ຈັດການ; 3.ທີ່ຕັ້ງວິສາຫະກິດ; 4.ທຶນຈົດທະບຽນ. ...ມາດຕາຊາວແປດ:ສິດແລະໜ້າທີ່ຂອງເຈົ້າຂອງວິສາຫະກິດ

ມາດຕາຊາວແປດ:ສິດແລະໜ້າທີ່ຂອງເຈົ້າຂອງວິສາຫະກິດ ເຈົ້າຂອງວິສາຫະກິດສ່ວນບຸກຄົນມີສິດແລະໜ້າທີ່ດັ່ງນີ້: 1.ບໍລິຫານຈັດການວິສາຫະກິດດ້ວຍຕົນເອງຫຼືຈ້າງບຸກຄົນອື່ນມາບໍລິຫານຈັດການແທນ; 2.ຕົກລົງກ່ຽວກັບການນໍາໃຊ້ຜົນກໍາໄລຫຼືບັນຫາອື່ນໆກ່ຽວກັບວິສາຫະກິດຂອງຕົນແຕ່ພຽງຜູ້ດຽວ; 3.ຖືບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ; 4.ປະຕິບັດພັນທະຕ່າງໆຕໍ່ລັດ; 5.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາຊາວເກົ້າຜູ້ຈັດການ

ມາດຕາຊາວເກົ້າຜູ້ຈັດການ ຜູ້ຈັດການຂອງວິສາຫະກິດສ່ວນບຸກຄົນອາດຈະແມ່ນເຈົ້າຂອງວິສາຫະກິດເອງຫຼືອາດຈະຈ້າງບຸກຄົນພາຍນອກຜູ້ໜຶ່ງຫຼືຫຼາຍຄົນມາເປັນຜູ້ຈັດການກໍ່ໄດ້.ຜູ້ຈັດການທີ່ເປັນບຸກຄົນພາຍນອກໄດ້ຮັບຕ່າຕອບແທນຕາມການຕົກລົງກັບເຈົ້າຂອງວິສາຫະກິດສ່ວນບຸກຄົນ.

ວິສາຫະກິດສ່ວນບຸກຄົນທີ່ມີຜູ້ຈັດການຫຼາຍຄົນນັ້ນອາດຈະໃຫ້ຜູ້ຈັດການໃດໜຶ່ງເປັນຜູ້ຊີ້ນໍາລວມແລະມີອໍານາດໃນການເຮັດສັນຍາໃນນາມວິສາຫະກິດສ່ວນບຸກຄົນແຕ່ພຽງຜູ້ດຽວກັບບຸກຄົນພາຍນອກ.ຜູ້ຈັດການດັ່ງກ່າວເອີ້ນວ່າ"ຜູ້ຈັດການທົ່ວໄປ".ບົດບັນຍັດນີ້ໃຫ້ນໍາໃຊ້ລວມໄປເຖິງຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນແລະບໍລິສັດຈໍາກັດຜູ້ດຽວດ້ວຍ.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນບົນພື້ນຖານສິດແລະໜ້າທີ່ທີ່ໄດ້ກໍານົດໄວ້ໃນສັນຍາແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ເປັນເຈົ້າຂອງ.

ຜູ້ຈັດການອາດຈະມອບບາງວຽກງານຂອງຕົນໃຫ້ບຸກຄົນອື່ນເຮັດຊ່ວຍກໍ່ໄດ້. ...ມາດຕາສາມສິບສັນຍາຈ້າງຜູ້ຈັດການ

ມາດຕາສາມສິບສັນຍາຈ້າງຜູ້ຈັດການ ສັນຍາຈ້າງຜູ້ຈັດການຕ້ອງເຮັດເປັນລາຍລັກອັກສອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ.ເນື້ອໃນຂອງສັນຍາຕ້ອງກໍານົດລະອຽດກ່ຽວກັບສິດ,ໜ້າທີ່,ຄ່າຈ້າງ,ຄວາມຮັບຜິດຊອບຂອງຄູ່ສັນຍາແລະການຍົກເລີກສັນຍາ.

ສາຍພົວພັນລະຫວ່າງເຈົ້າຂອງວິສາຫະກິດ,ຜູ້ຈັດການແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ. ...ມາດຕາສາມສິບເອັດ:ການຍຸບເລີກແລະການຊໍາລະສະສາງ

ມາດຕາສາມສິບເອັດ:ການຍຸບເລີກແລະການຊໍາລະສະສາງ ວິສາຫະກິດສ່ວນບຸກຄົນຈະຖືກຍຸບເລີກໃນກໍລະນີດັ່ງນີ້: 1.ເຈົ້າຂອງວິສາຫະກິດຕັດສິນໃຈຍຸບເລີກ; 2.ສານຕັດສິນໃຫ້ຍຸບເລີກ; 3.ລົ້ມລະລາຍ; 4.ເຈົ້າຂອງວິສາຫະກິດເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດໂດຍບໍ່ມີຜູ້ສືບທອດ.

ໃນກໍລະນີທີ່ວິສາຫະກິດສ່ວນບຸກຄົນຫາກຍຸບເລີກຜູ້ເປັນເຈົ້າຂອງມີພັນທະຊໍາລະສະສາງດ້ວຍຕົນເອງຫຼືແຕ່ງຕັ້ງບຸກຄົນພາຍນອກມາເປັນຜູ້ຊໍາລະສະສາງແທນກໍ່ໄດ້,ເວັ້ນເສຍແຕ່ວ່າການຍຸບເລີກດ້ວຍຄໍາຕັດສິນຂອງສານຫຼືການລົ້ມລະລາຍຂອງວິສາຫະກິດສ່ວນບຸກຄົນຊຶ່ງຕ້ອງແມ່ນສານເປັນຜູ້ແຕ່ງຕັ້ງຜູ້ຊໍາລະສະສາງ. ..ພາກທີ4ວິສາຫະກິດຫຸ້ນສ່ວນ


...ໝວດທີ1ຫຼັກການລວມຂອງວິສາຫະກິດຮຸ້ນສ່ວນ


....ມາດຕາສາມສິບສອງຂາຮູ້ນຂອງວິສາຫະກິດຮຸ້ນສ່ວນ

ມາດຕາສາມສິບສອງຂາຮູ້ນຂອງວິສາຫະກິດຮຸ້ນສ່ວນ ຜູ້ປະກອບທຶນໃນວິສາຫະກິດຮຸ້ນສ່ວນເອີ້ນວ່າ"ຂາຮຸ້ນ"

ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອາດຈະເປັນບຸກຄົນຫຼືນິຕິບຸກຄົນກໍ່ໄດ້. ....ມາດຕາສາມສິບສາມສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ

ມາດຕາສາມສິບສາມສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຕ້ອງເຮັດເປັນລາຍລັກອັກສອນໂດຍສອດຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາຂອງສປປລ.

ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ວິສາຫະກິດ; 2.ວັດຖຸປະສົງຂອງການດໍາເນີນທຸລະກິດ; 3.ຊື່,ສະຖານທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາທັງໝົດຖ້າມີ; 4.ທຶນກໍານົດຫຼືມູນຄ່າຮຸ້ນຂອງວິສາຫະກິດຮຸ້ນສ່ວນໂດຍແບ່ງເປັນເງິນ,ວັດຖຸຫຼືແຮງງານ; 5.ຊື່,ທີ່ຢູ່ແລະສັນຊາດບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ; 6.ຊື່ແລະລາຍເຊັນບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ.

ທຶນກໍານົດຕາມທີ່ໄດ້ກ່າວມາໃນຂໍ້ສີ່ຂອງມາດຕານີ້ແມ່ນທຶນຈົດທະບຽນຂອງວິສາຫະກິດຮຸ້ນສ່ວນ. ....ມາດຕາສາມສິບສີ່ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນ

ມາດຕາສາມສິບສີ່:ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນ ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນປະກອບດ້ວຍ: 1.ຊື່ຂອງວິສາຫະກິດຮຸ້ນສ່ວນ; 2.ສະຖານທີ່ຕັ້ງສໍານັກງານໃຫຍ່ລວມທັງສາຂາຖ້າມີ; 3.ຊັບສົມບັດແລະທຶນ; 4.ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ; 5.ຄວາມຮັບຜິດຊອບຕໍ່ໜີ້ສິນຕາມຮູບແບບຂອງວິສາຫະກິດຮຸ້ນສ່ວນ; 6.ຄວາມສາມາດທາງດ້ານກົດໝາຍໃນການປະຕິບັດສິດແລະພັນທະຂອງຕົນ,ເປັນໂຈດຫຼືຈໍາເລີຍຄືບຸກຄົນທໍາມະດາ. ....ມາດຕາສາມສິບຫ້າສາຂາຂອງວິສາຫະກິດຮຸ້ນສ່ວນ

ມາດຕາສາມສິບຫ້າສາຂາຂອງວິສາຫະກິດຮຸ້ນສ່ວນ ວິສາຫະກິດຮຸ້ນສ່ວນທີ່ຂຶ້ນທະບຽນວິສາຫະກິດຢູ່ສປປລາວບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດສາຂາຂອງຕົນອີກແລະສາຂາດັ່ງກ່າວບໍ່ມີຖານະເປັນນິຕິບຸກຄົນທີ່ແຍກອອກຕ່າງຫາກຈາກວິສາຫະກິດຮຸ້ນສ່ວນ.

ສາຂາຕັ້ງຢູ່ບ່ອນໃດຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຢູ່ບ່ອນນັ້ນຊາບ.

ສາຂາຂອງວິສາຫະກິດຮຸ້ນສ່ວນຕ່າງປະເທດທີ່ມາຕັ້ງຢູ່ສປປລາວຕ້ອງຂຶ້ນທະບຽນວິສາຫະກິດຕາມກົດໝາຍສະບັບນີ້.

ການຕັ້ງສາຂາວິສາຫະກິດຮຸ້ນສ່ວນຂອງລາວຢູ່ຕ່າງປະເທດແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍຂອງປະເທດນັ້ນ.

ການຮ້ອງຟ້ອງສາຂາຂອງນິຕິບຸກຄົນພາຍໃນຫຼືຕ່າງປະເທດຢູ່ສປປລາວໃຫ້ຖືວ່າເປັນການຮ້ອງຟ້ອງນິຕິບຸກຄົນນັ້ນ.ບົດບັນຍັດນີ້ໃຫ້ລວມເຖິງນິຕິບຸກຄົນຂອງຕ່າງປະເທດທີ່ມີສາຂາຕັ້ງຢູ່ສປປລາວ. ....ມາດຕາສາມສິບຫົກກົດລະບຽບຂອງວິສາຫະກິດຮຸ້ນສ່ວນ

ມາດຕາສາມສິບຫົກກົດລະບຽບຂອງວິສາຫະກິດຮຸ້ນສ່ວນ ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ເນື້ອໃນຕາມທີ່ບົ່ງໄວ້ໃນຂໍ້ໜຶ່ງຫາຂໍ້ຫ້າມາດຕາສາມສິບສາມຂອງກົດໝາຍສະບັບນີ້: 2.ຊື່,ທີ່ຢູ່ແລະສັນຊາດຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນ.ໃນກໍລະນີທີ່ຂາຮຸ້ນອື່ນບໍ່ໄດ້ເປັນຜູ້ຈັດການຮ່ວມກັນອາດຈະກໍານົດກ່ຽວກັບຂໍ້ຈໍາກັດຕໍ່ການໃຊ້ອໍານາດຂອງຜູ້ຈັດການ; 3.ວິທີການແບ່ງປັນຜົນກໍາໄລແລະຄວາມຮັບຜິດຊອບຕໍ່ການຫຼຸບທຶນຂອງວິສາຫະກິດຮຸ້ນສ່ວນ; 4.ວິທີແລະກໍານົດເວລາໃນການຖອກຮຸ້ນ; 5.ການບໍລິຫານຈັດການ; 6.ກອງປະຊຸມແລະວິທີລົງມະຕິ; 7.ວິທີແກ້ໄຂຂໍ້ຂັດແຍ່ງ; 8.ການຍຸບເລີກແລະການຊໍາລະສະສສາງ.

ເນື້ອໃນຂໍ້ໜຶ່ງຂອງມາດຕານີ້ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະກິດເວັ້ນເສຍແຕ່ວິສາຫະກິດຮຸ້ນສ່ວນໃດໜຶ່ງຕ້ອງການປະກອບເນື້ອໃນເພີ່ມເຕີມອີກ.

ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີລາຍເຊັນຂອງຜູ້ຈັດການ. ....ມາດຕາສາມສິບເຈັດ:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ

ມາດຕາສາມສິບເຈັດ:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ ການປ່ຽນແປງເນື້ອໃນສັນຍາຫຼືກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງໄດ້ຮັບສຽງເປັນເອກະສັນຈາກຂາຮຸ້ນທຸກຄົນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ມະຕິກອງປະຊຸມກ່ຽວກັບການແກ້ໄຂ,ປ່ຽນແປງເນື້ອໃນສັນຍາຫຼືກົດລະບຽບດັ່ງກ່າວຕ້ອງໄດ້ນໍາໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ກອງປະຊຸມຂາຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ. ...ໝວດທີ2ວິສາຫະກິດຮຸ້ນສ່ວນສາມັນ


....ກ.ການຂຶ້ນທະບຽນວິສາຫະກິດແລະການພົວພັນພາຍໃນຂອງວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາສາມສິບແປດ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາສາມສິບແປດ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນສາມັນຕ້ອງປະກອບດ້ວຍເອກະສານດັ່ງນີ້: ໃບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ; ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນສາມັນພ້ອມດ້ວຍລາຍຊື່ແລະລາຍເຊັນຂອງຂາຮຸ້ນທັງໝົດ; ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຈັດການໃນກໍລະນີທີ່ຂາຮຸ້ນຕົກລົງບໍ່ເປັນຜູ້ຈັດການຮ່ວມກັນ; ກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ.


ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີລາຍເຊັນຂອງຜູ້ຈັດການ. .....ມາດຕາສາມສິບເກົ້າການປະກອບທຶນ

ມາດຕາສາມສິບເກົ້າການປະກອບທຶນ ທຶນຂອງວິສາຫະກິດຮຸ້ນສ່ວນສາມັນໄດ້ມາຈາກການປະກອບທຶນຂອງບັນດາຂາຮຸ້ນ.ການປະກອບທຶນອາດຈະປະກອບເປັນເງິນ,ເປັນວັດຖຸຫຼືເປັນແຮງງານກໍ່ໄດ້.

ການປະກອບທຶນເປັນວັດຖຸຫຼືແຮງງານຕ້ອງຕີມູນຄ່າເປັນເງິນ.ຫ້າມບໍ່ໃຫ້ຈົດມູນຄ່າທຶນທີ່ປະກອບເປັນແຮງງານລົງໄປໃນບັນຊີສະຫຼຸບຊັບສົມບັດຂອງວິສາຫະກິດຮຸ້ນສ່ວນສາມັນ.

ວິທີການແລະກໍານົດເວລາໃນການຖອກຮຸ້ນຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນ.ກ່ອນການຂຶ້ນທະບຽນວິສາຫະກິດຂາຮຸ້ນຕ້ອງຖອກຮຸ້ນໃຫ້ຄົບຕາມທີ່ໄດ້ຕົກລົງກັນ.

ນອກຈາກທຶນທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້,ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຍັງມີສິດນໍາເອົາຊັບທີ່ເປັນກໍາມະສິດຂອງຕົນເຂົ້າໃນການດໍາເນີນກິດຈະການໃດໜຶ່ງຂອງວິສາຫະກິດຮຸ້ນສ່ວນສາມັນນັ້ນຕາມການຕົກລົງກັນ.

ວິທີການນໍາໃຊ້ທຶນດັ່ງທີ່ກ່າວມາໃນວັກສີ່ຂອງມາດຕານີ້ລວມທັງຄວາມຮັບຜິດຊອບແລະການແບ່ງປັນຜົນກໍາໄລແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນ. .....ມາດຕາສີ່ສິບ:ຮູ້ນ

ມາດຕາສີ່ສິບ:ຮູ້ນ ຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ຈໍາເປັນຕ້ອງມີມູນຄ່າຫຼືອັດຕາສ່ວນທີ່ເທົ່າກັນ.

ພາຍຫຼັງທີ່ຂາຮຸ້ນຖອກຮຸ້ນຕາມທີ່ໄດ້ກໍານົດໃນວັກສາມມາດຕາສາມສິບເກົ້າຂອງກົດໝາຍສະບັບນີ້ແລ້ວວິສາຫະກິດຮຸ້ນສ່ວນສາມັນຕ້ອງອອກໃບຮຸ້ນຕາມອັດຕາສ່ວນທີ່ໄດ້ຖອກໃຫ້ບັນດາຂາຮຸ້ນ.

ໃບຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດປ່ຽນມືໄດ້.

ຄໍາຄົ້ນ:ໃບຮຸ້ນປ່ຽນມືບໍ່ໄດ້,ໃບຮຸ້ນບໍ່ສາມາດປ່ຽນມືໄດ້. .....ມາດຕາສີ່ສິບເອັດ:ຜູ້ຈັດການ

ມາດຕາສີ່ສິບເອັດ:ຜູ້ຈັດການ ຂາຮຸ້ນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນສາມາດເປັນຜູ້ຈັດການຮ່ວມກັນຫຼືແຕ່ງຕັ້ງຂາຮຸ້ນຜູ້ໜຶ່ງຫຼືຈໍານວນໜຶ່ງເປັນຜູ້ຈັດການແທນກໍ່ໄດ້.

ຜູ້ຈັດການແມ່ນຕົວແທນຂອງວິສາຫະກິດຮຸ້ນສ່ວນສາມັນແລະຂາຮຸ້ນອື່ນ.ຜູ້ຈັດການບໍ່ມີເງິນເດືອນຫຼືເງິນບໍາເນັດຈາກການປະຕິບັດໜ້າທີ່ຂອງຕົນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ຜູ້ຈັດການວິສາຫະກິດຮຸ້ນສ່ວນສາມັນອາດຈະເປັນບຸກຄົນພາຍນອກກໍ່ໄດ້.ຜູ້ຈັດການທີ່ມາຈາກບຸກຄົນພາຍນອກຈະໄດ້ຮັບເງິນເດືອນຫຼືເງິນບໍາເນັດຕາມການຕົກລົງຂອງບັນດາຂາຮຸ້ນ. .....ມາດຕາສີ່ສິບສອງ:ການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການ

ມາດຕາສີ່ສິບສອງ:ການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການ ການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການຕ້ອງໄດ້ຮັບຄະແນນສຽງເປັນເອກະສັນຈາກບັນດາຂາຮຸ້ນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ການລົງຄະແນນສຽງໃຫ້ຖືເອົານຶ່ງຄົນຕໍ່ໜຶ່ງສຽງ.

ຂາຮຸ້ນທີ່ຈະຖືກແຕ່ງຕັ້ງຫຼືປົດຕໍາແໜ່ງເປັນຜູ້ຈັດການບໍ່ມີສິດລົງຄະແນນສຽງ. .....ມາດຕາສີ່ສິບສາມ:ສິດແລະໜ້າທີ່ຂອງຜູ້ຈັດການ

ມາດຕາສີ່ສິບສາມ:ສິດແລະໜ້າທີ່ຂອງຜູ້ຈັດການ ຜູ້ຈັດການມີສິດແລະໜ້າທີ່ດັ່ງນີ້: 1.ປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນຢ່າງເຕັມສ່ວນແລະດ້ວຍຄວາມຊື່ສັດ; 2.ປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ; 3.ຈ້າງບຸກຄົນພາຍນອກເພື່ອມາຊ່ວຍໃນກິດຈະການໃດໜ່ຶງຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຕົນຮັບຜິດຊອບ.

ໃນກໍລະນີທີ່ມີຂາຮຸ້ນຫຼາຍຄົນເປັນຜູ້ຈັດການຮ່ວມກັນຕ້ອງດໍາເນີນການບໍລິຫານຈັດການວິສາຫະກິດຮຸ້ນສ່ວນສາມັນໂດຍຖືຕາມສຽງສ່ວນຫຼາຍຫຼືອາດຈະຕົກລົງກັນຢ່າງໃດຢ່າງໜຶ່ງກໍ່ໄດ້ຕາມທີ່ໄດ້ບົ່ງໄວ້ໃນກົດລະບຽບ.ການລົງຄະແນນສຽງໃຫ້ຖືເອົາໜຶ່ງຄົນຕໍ່ໜຶ່ງສຽງ.

ໃນກໍລະນີທີ່ຜູ້ຈັດການຜູ້ດຽວ,ຜູ້ກ່ຽວມີອໍານາດໃນການບໍລິຫານຈັດການວິສາຫະກິດຮຸ້ນສ່ວນສາມັນແຕ່ພຽງຜູ້ດຽວເວັ້ນເສຍແຕ່ໄດ້ກໍານົດຂໍ້ຈໍາກັດໄວ້ຢ່າງອື່ນ.

ຂໍ້ຈໍາກັດຕາມທີ່ໄດ້ກ່າວມາໃນວັກສາມຂອງມາດຕານີ້ລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນພາຍນອກ,ຖ້າບໍ່ໄດ້ກໍານົດຂໍ້ຈໍາກັດດັ່ງກ່າວໄວ້ໃນສໍານວນທະບຽນວິສາຫະກິດ. .....ມາດຕາສີ່ສິບສີ່:ສິດແລະໜ້າທີ່ຂອງຂາຮຸ້ນ

ມາດຕາສີ່ສິບສີ່:ສິດແລະໜ້າທີ່ຂອງຂາຮຸ້ນ ຂາຮຸ້ນມີສິດແລະໜ້າທີ່ດັ່ງນີ້: 1.ສອບຖາມກ່ຽວກັບສະພາບຮອບດ້ານຂອງວິສາຫະກິດຮຸ້ນສ່ວນສາມັນໄດ້ທຸກເວລາ; 2.ກວດສອບຫຼືອັດສໍາເນົາເອກະສານບັນຊີແລະເອກະສານອື່ນໆຂອງວິສາຫະກິດຮຸ້ນສ່ວນສາມັນ; 3.ໄດ້ຮັບເງິນປັນຜົນແລະຮັບຜິດຊອບຕໍ່ສ່ວນຫຼຸບທຶນຕາມທີ່ໄດ້ຕົກລົງກັນ; 4.ຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈໍາກັດ; 5.ໃຊ້ສິດຢັບຢັ້ງ,ຄັດຄ້ານຫຼືທັກທ້ວງຖ້າໄດ້ມີການຕົກລົງກັນແຕ່ຕ້ອງໄດ້ກໍານົດໃຫ້ລະອຽດກ່ຽວກັບກໍລະນີແລະວິທີການນໍາໃຊ້ສິດດັ່ງກ່າວໄວ້ໃນກົດລະບຽບ; 6.ໄດ້ຮັບສ່ວນແບ່ງຄືນຈາກພູດທີ່ຕົນປະກອບທຶນແລະກໍາໄລຕາມການຕົກລົງໃນເມື່ອວິສາຫະກິດຮຸ້ນສ່ວນສາມັນຍຸບເລີກ. .....ມາດຕາສີ່ສິບຫ້າ:ການຮັບຂາຮຸ້ນໃໝ່ແລະການໂອນຮຸ້ນ

ມາດຕາສີ່ສິບຫ້າ:ການຮັບຂາຮຸ້ນໃໝ່ແລະການໂອນຮຸ້ນ ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດຮັບຂາຮຸ້ນໃໝ່ແລະຂາຮຸ້ນແຕ່ລະຄົນບໍ່ສາມາດໂອນຮຸ້ນໃຫ້ກັນໄດ້ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີທີ່ຫາກໄດ້ຕົກລົງກັນໃຫ້ຮັບຂາຮຸ້ນໃໝ່ຫຼືໂອນຮຸ້ນໄດ້ນັ້ນຕ້ອງໄດ້ຮັບຄວາມເຫັນດີເປັນເອກະສັນຈາກຂາຮຸ້ນທັງໝົດ.

ການຮັບເອົາຂາຮຸ້ນໃໝ່ສາມາດປະຕິບັດໄດ້ດ້ວຍວິທີການໂອນຮຸ້ນໃຫ້ບຸກຄົນພາຍນອກຫຼືດ້ວຍການໃຫ້ບຸກຄົນພາຍນອກຊື້ຮຸ້ນໃນສ່ວນທີ່ເພີ່ມຂຶ້ນໃໝ່.

ພາຍຫຼັງຕົກລົງຮັບເອົາຮຸ້ນໃໝ່ຫຼືໂອນຮຸ້ນໃຫ້ກັນແລ້ວຕ້ອງແຈ້ງໃຫ້ເຈົ້ານ້າທີ່ທິບຽນວິສາຫະກິດທີ່ກ່ຽວຂ້ອງຊາບຢ່າງຊ້າບໍ່ໃຫ້ເກີນຫ້າວັນລັດຖະການນັບແຕ່ວັນຕົກລົງຮັບຫຼືໂອນເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນທີ່ເຫຼືອພຽງຂາຮຸ້ນແຕ່ຜູ້ດຽວດ້ວຍການໂອນຮຸ້ນຫຼືດ້ວຍສາເຫດອື່ນຈະພາໃຫ້ວິສາຫະກິດຮຸ້ນສ່ວນສາມັນດັ່ງກ່າວຖືກຍຸບເລີກ.

ໃນກໍລະນີທີ່ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນຕັ້ງຂຶ້ນໂດຍການປະກອບຈາກຊື່ຂອງບັນດາຂາຮຸ້ນເມື່ອຂາຮຸ້ນໃດໜຶ່ງອອກໄປວິສາຫະກິດຮຸ້ນສ່ວນສາມັນມີສິດລຶບຊື່ຂອງຂາຮຸ້ນດັ່ງກ່າວອອກຈາກຊື່ຂອງວິສາຫະກິດຮຸ້ນສ່ວນສາມັນໄດ້. .....ມາດຕາສີ່ສິບຫົກ:ການກະທໍາຫຼືການດໍາເນີນທຸລະກິດທີ່ເກືອດຫ້າມສໍາລັບຂາຮຸ້ນ

ມາດຕາສີ່ສິບຫົກ:ການກະທໍາຫຼືການດໍາເນີນທຸລະກິດທີ່ເກືອດຫ້າມສໍາລັບຂາຮຸ້ນ ການກະທໍາຫຼືການດໍາເນີນທຸລະກິດຂອງບັນດາຂາຮຸ້ນທີ່ເປັນການແຂ່ງຂັນກັບທຸລະກິດຂອງວິສາຫະກິດຮຸ້ນສ່ວນສາມັນຂອງຕົນລ້ວນແຕ່ຖືກເກືອດຫ້າມ.

ການກະທໍາຫຼືທຸລະກິດທີ່ຖືວ່າເປັນການແຂ່ງຂັນກັບວິສາຫະກິດຮຸ່ນສ່ວນສາມັນມີດ່ັງນີ້: 1.ການດໍາເນີນທຸລະກິດທີ່ຄ້າຍຄືກັບວັດຖະປະສົງຂອງວິສາຫະກິດຮຸ້ນສ່ວນສາມັນໃນນາມຕົນເອງ; 2.ການດໍາເນີນທຸລະກິດທີ່ຄ້າຍຄືກັບວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນໃນນາມບຸກຄົນອື່ນເຊັ່ນ:ການເປັນຜູ້ຈັດການຫຼືການເປັນຜູ້ອໍານວຍການໃຫ້ວິສາຫະກິດອື່ນ; 3.ການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຫຼືວິສາຫະກິດຮຸ້ນສ່ວນຈໍາກັດອື່ນຊຶ່ງມີຄວາມຮັບຜິດຊອບຕໍ່ໜີ້ສິນໂດຍບໍ່ຈໍາກັດ.

ຕໍ່ການລະເມີດຂໍ້ເກືອດຫ້າມມາດຕານີ້ວິສາຫະກິດຮຸ້ນສ່ວນສາມັນມີສິດທວງເອົາຜົນກໍາໄລທັງໝົດທີ່ໄດ້ມາຈາກການກະທໍາຫຼືການດໍາເນີນທຸລະກິດທີ່ລະເມີດດັ່ງກ່າວຂອງຂາຮຸ້ນຫຼືຮ້ອງຟ້ອງໃຫ້ຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ. .....ມາດຕາສີ່ສິບເຈັດ:ການຍົກເວັ້ນສໍາລັບຂໍ້ຫ້າມ

ມາດຕາສີ່ສິບເຈັດ:ການຍົກເວັ້ນສໍາລັບຂໍ້ຫ້າມ ຂໍ້ເກືອດຫ້າມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບຫົກຂອງກົດໝາຍສະບັບນີ້ອາດຈະຖືກຍົກເວັ້ນເມື່ອ: 1.ໄດ້ຮັບຄວາມເຫັນດີເປັນເອກະສັນຈາກຂາຮຸ້ນອື່ນ; 2.ການກະທໍາຫຼືການດໍາເນີນທຸລະກິດຂອງຂາຮຸ້ນໃດໜຶ່ງໄດ້ມີມາກ່ອນການເຂົ້າຮຸ້ນຊຶ່ງບໍ່ໄດ້ຮັບການຄັດຄ້ານຈາກຂາຮຸ້ນອື່ນ. ....ຂ.ການພົວພັນຂອງວິສາຫະກິດຮຸ້ນສ່ວນສາມັນກັບບຸກຄົນພາຍນອກ


.....ມາດຕາສີ່ສິບແປດ:ຄວາມຮັບຜິດຊອບຕໍ່ໜີ້ສິນ

ມາດຕາສີ່ສິບແປດ:ຄວາມຮັບຜິດຊອບຕໍ່ໜີ້ສິນ ຂາຮຸ້ນແຕ່ລະຄົນຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈໍາກັດ.ເຈົ້າໜີ້ມີສິດທວງໜີ້ນໍາແຕ່ລະຂາຮຸ້ນໄດ້ພາຍຫຼັງທີ່ໄດ້ທວງນໍາວິສາຫະກິດຮຸ້ນສ່ວນສາມັນແລ້ວແຕ່ບໍ່ໄດ້ຮັບການຊໍາລະ.

ບັນດາຂາຮຸ້ນສາມາດຕົກລົງກ່ຽວກັບອັດຕາສ່ວນຄວາມຮັບຜິດຊອບຂອງແຕ່ລະຄົນຕໍ່ໜີ້ສິນຫຼືການຫຼຸບທຶນຂອງວິສາຫະກິດຮຸ້ນສ່ວນສາມັນແຕ່ການຕົກລົງນັ້ນບໍ່ມີຜົນຕໍ່ບຸກຄົນພາຍນອກ.

ຂາຮຸ້ນຈະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນກໍ່ຕໍ່ເມື່ອ: 1.ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ຕາມກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນຂອງຜູ້ຈັດການຫຼືຂອງຂາຮຸ້ນອື່ນ; 2.ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ໃດໜຶ່ງເພື່ອບັນລຸວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນແລະການກະທໍາດັ່ງກ່າວໄດ້ຮັບຮອງເອົາໂດຍຂາຮຸ້ນທັງໝົດ. .....ມາດຕາສີ່ສິບເກົ້າ:ສິດໄດ້ຮັບຜົນປະໂຫຍດ

ມາດຕາສີ່ສິບເກົ້າ:ສິດໄດ້ຮັບຜົນປະໂຫຍດ ຂາຮຸ້ນທຸກຄົນລ້ວນແຕ່ມີສິດໄດ້ຮັບຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນທີ່ໄດ້ມາຈາກການພົວພັນກັບບຸກຄົນພາຍນອກໃນນາມວິສາຫະກິດບໍ່ວ່າຜົນປະໂຫຍດນັ້ນຈະໄດ້ມາຈາກການໃຊ້ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນຫຼືບໍ່ໃຊ້ຊື່ນັ້ນກໍ່ຕາມ. .....ມາດຕາຫ້າສິບ:ຄວາມຮັບຜິດຊອບຂອງຂາຮຸ້ນທີ່ອອກແລະຂາຮຸ້ນເຂົ້າໃໝ່

ມາດຕາຫ້າສິບ:ຄວາມຮັບຜິດຊອບຂອງຂາຮຸ້ນທີ່ອອກແລະຂາຮຸ້ນເຂົ້າໃໝ່ ຂາຮຸ້ນທີ່ອອກຈາວິສາຫະກິດຮຸ້ນສ່ວນສາມັນຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ເກີດຂຶ້ນກ່ອນການອອກຈາກວິສາຫະກິດຮຸ້ນສ່ວນສາມັນຂອງຕົນ.

ຄວາມຮັບຜິດຊອບດັ່ງກ່າວຈະສິ້ນສຸດລົງພາຍໃນກໍານົດໜຶ່ງປີນັບແຕ່ວັນທີ່ຜູ້ກ່ຽວຖືກຕົກລົງໃຫ້ອອກໄປເວັ້ນເສຍແຕ່ມີການຕົກລົງໄລຍະຮັບຜິດຊອບໄວ້ຍາວກວ່ານີ້.

ຂາຮຸ້ນທີ່ເຂົ້າມາໃໝ່ຕ້ອງຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນແຕ່ການຕົກລົງດດັ່ງກ່າວບໍ່ມີຜົນຕໍ່ບຸກຄົນພາຍນອກ. ....ຄ.ການຄວບວິສາຫະກິດຫຸ້ນສ່ວນສາມັນ


.....ມາດຕາຫ້າສິບເອັດ:ການຄວບວິສາຫະກິດຮຸ້ນສ່ວນສາມັນ

ມາດຕາຫ້າສິບເອັດ:ການຄວບວິສາຫະກິດຮຸ້ນສ່ວນສາມັນ ວິສາຫະກິດຮຸ້ນສ່ວນສາມັນໜຶ່ງສາມາດຄວບເຂົ້າກັບໜຶ່ງຫຼືຫຼາຍວິສາຫະກິດຮຸ້ນສ່ວນສາມັນອື່ນໄດ້ເພື່ອກາຍເປັນວິສາຫະກິດຮຸ້ນສ່ວນສາມັນເດີມໃດໜຶ່ງຫຼືວິສາຫະກິດຮຸ້ນສ່ວນສາມັນໃໝ່.

ວິສາຫະກິດຮຸ້ນສ່ວນສາມັນຈະຄວບກັນໄດ້ກໍ່ຕໍ່ເມື່ອປະຕິບັດຕາມເງື່ອນໄຂລຸ່ມນີ້: 1.ໄດ້ຮັບຄວາມເຫັນດີເປັນເອກະສັນຈາກກອງປະຊຸມຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຈະຄວບເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ມະຕິກອງປະຊຸມດັ່ງກ່າວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນມີມະຕິຄວບນັ້ນເປັນຕົ້ນໄປ; 2.ຕ້ອງແຈ້ງກ່ຽວກັບການຄວບທາງສື່ມວນຊົນໃດໜຶ່ງທີ່ເໝາະສົມຢ່າງໜ້ອຍໜຶ່ງຄັ້ງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນມີມະຕິການຄວບເປັນຕົ້ນໄປໃຫ້ເຈົ້າໜີ້ຂອງຕົນຊາບເພື່ອສະແດງຄໍາຄັດຄ້ານພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນທີ່ເຈົ້າໜີ້ໄດ້ຮັບແຈ້ງເພື່ອຄັດຄ້ານເປັນຕົ້ນໄປແລະເຈົ້າໜ້າທີ່ບໍ່ຄັດຄ້ານຫຼືບໍ່ຕອບພາຍໃນກໍານົດເວລາດັ່ງກ່າວ; 3.ໄດ້ຂຶ້ນທະບຽນວິສາຫະກິດໃໝ່.

.....ມາດຕາຫ້າສິບສອງ:ການຄັດຄ້ານການຄວບແລະຜົນຂອງການຄວບ

ມາດຕາຫ້າສິບສອງ:ການຄັດຄ້ານການຄວບແລະຜົນຂອງການຄວບ ວິສາຫະກິດຮຸ້ນສ່ວນສາມັນທີ່ຖືກຄັດຄ້ານການຄວບຈາກເຈົ້າໜີ້ໃດໜຶ່ງນັ້ນບໍ່ສາມາດຄວບກັນໄດ້ເວັ້ນເສຍແຕ່ໄດ້ມີການຊໍາລະສະສາງໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວກ່ອນເທົ່ານັ້ນ.

ການຄວບວິສາຫະກິດຮຸ້ນສ່ວນສາມັນບໍ່ແມ່ນການຍຸບເລີກວິສາຫະກິດແລະບໍ່ພາໃຫ້ສິດແລະຄວາມຮັບຜິດຊອບເກົ່າຕົກໄປ. ....ງ.ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາຫ້າສິບສາມ:ສາເຫດຂອງການຍຸບເລີກ

ມາດຕາຫ້າສິບສາມ:ສາເຫດຂອງການຍຸບເລີກ ວິສາຫະກິດຮຸ້ນສ່ວນສາມັນອາດຈະຍຸບເລີກດ້ວຍສາເຫດສາມປະການຄື:ການຍຸບເລີກດ້ວຍການຕົກລົງກັນລະຫວ່າງຂາຮຸ້ນ,ການຍຸບເລີກຕາມຄໍາຕັດສິນຂອງສານແລະການຍຸບເລີກດ້ວຍສາເຫດທາງດ້ານກົດໝາຍ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນບໍ່ວ່າຈະເກີດຂຶ້ນດ້ວຍສາເຫດໃດກໍ່ຕາມຕ້ອງແຈ້ງການຍຸບເລີກຊົ່ວຄາວນໍາ້ເຈົ້າໜ້າທີ່ທະບຽນວິສາຫະກິດພາຍໃນກໍານົດສິບວັດນລັດຖະການນັບແຕ່ວັນທີ່ມີສາເຫດໃຫ້ຍຸບເລີກເປັນຕົ້ນໄປ. .....ມາດຕາຫ້າສິບສີ່:ການຍຸບເລີກດ້ວຍການຕົກລົງກັນຂອງຂາຮຸ້ນ

ມາດຕາຫ້າສິບສີ່:ການຍຸບເລີກດ້ວຍການຕົກລົງກັນຂອງຂາຮຸ້ນ ວິສາຫະກິດຮຸ້ນສ່ວນສາມັນສາມາດຍຸບເລີກໄດ້ດ້ວຍການຕົກລົງເອັນເອກະສັນຂອງບັນດາຂາຮຸ້ນເມື່ອໃດກໍ່ໄດ້. .....ມາດຕາຫ້າສິບຫ້າ:ການຍຸບເລີກຕາມຄໍາຕັດສິນຂອງສານ

ມາດຕາຫ້າສິບຫ້າ:ການຍຸບເລີກຕາມຄໍາຕັດສິນຂອງສານ ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນໃດໜຶ່ງສາມາດຮ້ອງຂໍຕໍ່ສານເພື່ອພິຈາລະນະໃຫ້ວິສາຫະກິດຮຸ້ນສ່ວນສາມັນຂອງຕົນຍຸບເລີກເມື່ອເຫັນວ່າ: 1.ການດໍາເນີນທຸລະກິດຂອງວິສາຫະກິດຮຸ້ນສ່ວນສາມັນຫຼຸບທຶນແລະບໍ່ສາມາດແກ້ໄຂໄດ້; 2.ມີເຫດສຸດວິໄສທີ່ພາໃຫ້ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດດໍາເນີນທຸລະກິດຕໍ່ໄປໄດ້; 3.ຕົນໄດ້ຖືກຫຼອກລວງໃຫ້ຫຼົງເຊື່ອຫຼືຖືກບັງຄັບໃຫ້ເຂົ້າເປັນຂາຮຸ້ນ; 4.ຂາຮຸ້ນໃດໜຶ່ງໄດ້ຫຼືກໍາລັງມີການກະທໍາທີ່ຈົງໃຈລະເມີດສັນຍາຂອງຂາຮຸ້ນຫຼືກົດລະບຽບຫຼືມີການກະທໍາທີ່ເປັນການປະໝາດເລີ້ນເລີ້ຊຶ່ງສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ວິສາຫະກິດຮຸ້ນສ່ວນສາມັນ.

ຂາຮຸ້ນທີ່ຮ້ອງຂໍໃຫ້ສານພິຈາລະນາຍຸບເລີກຕ້ອງບໍ່ແມ່ນຜູ້ທີ່ເປັນຕົ້ນເຫດຂອງກໍລະນີດັ່ງກ່າວຂ້າງເທິງ.

ບັນດາຂາຮຸ້ນຈະຮ້ອງຂໍຕໍ່ສານພິຈາລະນາໃຫ້ຂາຮຸ້ນທີ່ເປັນຕົ້ນເຫດໃຊ້ແທນຄ່າເສຍຫາຍຫຼືໃຫ້ອອກຈາກການເປັນຂາຮຸ້ນແທນການຍຸບເລີກກໍ່ໄດ້.ໃນກໍລະນີນີ້ວິສາຫະກິດຮຸ້ນສ່ວນສາມັນຕ້ອງແບ່ງຊັບສິນຂອງວິສາຫະກິດໃຫ້ຜູ້ກ່ຽວຕາມມູນຄ່າຕົວຈິງໃນເວລາແບ່ງປັນຊັບສິນດັ່ງກ່າວໂດຍຫັກຄ່າເສຍຫາຍທີ່ຜູ້ກ່ຽວໄດ້ສ້າງຂຶ້ນອອກເວັ້ນເສຍແຕ່ບັນດາຂາຮຸ້ນໄດ້ຕົກລົງກັນໄວ້ຢ່າງອື່ນ. .....ມາດຕາຫ້າສິບຫົກ:ການຍຸບເລີກດ້ວຍສາເຫດທາງກົດໝາຍ

ມາດຕາຫ້າສິບຫົກ:ການຍຸບເລີກດ້ວຍສາເຫດທາງກົດໝາຍ ວິສາຫະກິດຮຸ້ນສ່ວນສາມັນອາດຈະຍຸບເລີກດ້ວຍສາເຫດທາງກົດໝາຍໃດນຶ່ງດັ່ງນີ້: 1.ການຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນສັນຍາຫຼືກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ; 2.ວິສາຫະກິດຮຸ້ນສ່ວນສາມັນເຫຼືອຂາຮຸ້ນດຽວ; 3.ຂາຮຸ້ນໃດໜຶ່ງເສຍຊີວິດ,ລົ້ມລະລາຍຫຼືຂາດຄວາມສາມາດທາງດ້ານການປະພຶດເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ. 4.ການຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນໝວດທີສອງແລະສາມພາກທີສອງຂອງກົດໝາຍສະບັບນີ້.

ໃນກໍລະນີທີ່ຂາຮຸ້ນໃດໜຶ່ງເສຍຊີວິດແຕ່ວິສາຫະກິດຮຸ້ນສ່ວນສາມັນບໍ່ໄດ້ຍຸບເລີກ,ຜູ້ສືບທອດຂອງຜູ້ເສຍຊີວິດມີສິດໄດ້ຮັບຊັບສິນຂອງຜູ້ເສຍຊີວິດຢ່າງເຕັມສ່ວນໃນເວລາແບ່ງປັນຜົນກໍາໄລຫຼືແບ່ງປັນຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນ. .....ມາດຕາຫ້າສິບເຈັດ:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ

ມາດຕາຫ້າສິບເຈັດ:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ ຜົນສະທ້ອນຂອງການຍຸບເລີກຊົ່ວຄາວຂອງວິສາຫະກິດຮຸ້ນສ່ວນສາມັນມີດ່ັງນີ້: 1.ຂາຮຸ້ນຖືກງົດສິດຊົ່ວຄາວໃນການຮຽກຮ້ອງຜົນປະໂຫຍດຈາກວິສາຫະກິດຮຸ້ນສ່ວນສາມັນ; 2.ຄວາມຮັບຜິດຊອບຂອງບັນດາຂາຮຸ້ນທີ່ຍັງຄ້າງຊໍາລະຄ່າຮຸ້ນບໍ່ຕົກໄປ; 3.ຢຸດຕິການຊໍາລະສະສາງຊົ່ວຄາວແລະໜີ້ທີ່ຕ້ອງຮັບຂອງວິສາຫະກິດຕ້ອງເອົາມາຊໍາລະ; 4.ວິສາຫະກິດຮຸ້ນສ່ວນສາມັນບໍ່ມີສິດເຄື່ອນໄຫວທຸລະກິດແຕ່ຍັງຄົງມີຖານະນິຕິບຸກຄົນຢູ່ໄລຍະໜຶ່ງຈົນກວ່າໄດ້ແຈ້ງການຍຸບເລີກແລະຖອນທະບຽນວິສາຫະກິດຢ່າງຖາວອນເພື່ອສືບຕໍ່ວຽກທີ່ຍັງຄ້າງໃຫ້ສໍາເລັດແລະດໍາເນີນການຊໍາລະສະສາງ. ....ຈ.ການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາຫ້າສິບແປດ:ວິທີການຊໍາລະສະສາງ

ມາດຕາຫ້າສິບແປດ:ວິທີການຊໍາລະສະສາງ ບັນດາຂາຮຸ້ນສາມາດຕົກລົງກັນເພື່ອເລືອກເອົາວິທີການແບ່ງປັນຊັບສິນຫຼືການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນຫຼືຕາມການຕົກລົງກັນຂອງບັນດາຂາຮຸ້ນເວັ້ນເສຍແຕ່ກໍລະນີການຍຸບເລີກທີ່ມີສາເຫດມາຈາກການລົ້ມລະລາຍ,ສານຕັດສິນໃຫ້ຍຸບເລີກ,ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຜຸ້ດຽວ. .....ມາດຕາຫ້າສິບເກົ້າ:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ

ມາດຕາຫ້າສິບເກົ້າ:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ ການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນອາດຈະດໍາເນີນໂດຍຜູ້ຈັດການຫຼືຂາຮຸ້ນທັງໝົດເປັນຜູ້ຊໍາລະສະສາງຮ່ວມກັນຫຼືແຕ່ງຕັ້ງໃຫ້ຂາຮຸ້ນໃດໜຶ່ງຫຼືບຸກຄົນພາຍນາກມາທໍາການຊໍາລະສະສາງແທນກໍ່ໄດ້.ການແຕ່ງຕັ້ງດັ່ງກ່າວຕ້ອງໄດ້ຮັບຄະແນນສຽງເປັນເອກະສັນຈາກບັນດາຂາຮຸ້ນ.

ໃນກໍລະນີທີ່ຄະແນນສຽງຂອງຂາຮຸ້ນເພື່ອເລືອກຜູ້ຊໍາລະສະສາງບໍ່ພຽງພໍຕາມທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນສາມາດຮ້ອງຂໍໃຫ້ສານເປັນຜູ້ແຕ່ງຕັ້ງ.

ຜູ້ຊໍາລະສະສາງທີ່ກໍານົດໄວ້ໃນມາດຕານີ້ແລະມາດຕາຫົກສິບຂອງກົດໝາຍສະບັບນີ້ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດກໍ່ຈະຖືກປົດດ້ວຍຮູບການນັ້ນ. .....ມາດຕາຫົກສິບ:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ

ມາດຕາຫົກສິບ:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ ການແຕ່ງຕັ້ງຜູ້ຊໍາລະສະສາງໃນກໍລະນີຂອງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຍ້ອນການລົ້ມລະລາຍ,ຕາມຄໍາຕັດສິນຂອງສານຫຼືວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຂາຮຸ້ນດຽວແມ່ນສານເປັນຜູ້ແຕ່ງຕັ້ງເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນສາມັນທີ່ຍຸບເລີກໂດຍມີສາເຫດມາຈາກການເສຍຊີວິດຂອງຂາຮຸ້ນໃດໜຶ່ງນັ້ນ,ຜູ້ສືບທອດຂອງຂາຮຸ້ນທີ່ເສຍຊີວິດມີສິດເປັນຫຼືເຂົ້າຮ່ວມເປັນຜູ້ຊໍາລະສະສາງໄດ້.

ໃນກໍລະນີທີ່ຜູ້ສືບທອດມີຫຼາຍຄົນໃຫ້ແຕ່ງຕັ້ງຄົນໃດຄົນໜຶ່ງເປັນຜູ້ຕາງໜ້າແທນ. .....ມາດຕາຫົກສິບເອັດ:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່�

ມາດຕາຫົກສິບເອັດ:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່... ຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ພາຍຫຼັກງໄດ້ຮັບການແຕ່ງຕັ້ງເນື່ອງຈາກສາເຫດໃດໜຶ່ງເຊັ່ນເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດແມ່ນໃຫ້ຂາຮຸ້ນທັງໝົດເປັນຜູ້ຊໍາລະສະສາງຮ່ວມກັນຈົນກວ່າໄດ້ມີການແຕ່ງຕັ້ງຜູ້ຊໍາລະສະສາງໃໝ່ແທນ.

ວິສາຫະກິດຮຸ້ນສ່ວນສາມັນຕ້ອງແຈ້ງໃຫ້ມວນຊົນຊາບກ່ຽວກັບການແຕ່ງຕັ້ງ,ການປົດຫຼືການສິ້ນສຸດໜ້າທີ່ຂອງຜູ້ຊໍາລະສະສາງຕາມທີ່ໄດ້ກໍານົດໄ້ວໃນມາດຕານີ້,ມາດຕາຫ້າສິບເກົ້າແລະມາດຕາຫົກສິບຂອງກົດໝາຍສະບັບນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນແຕ່ງຕັ້ງ,ປົດຫຼືສິ້ນສຸດໜ້າທີ່ດັ່ງກ່າວເປັນຕົ້ນໄປ. .....ມາດຕາຫົກສິບສອງ:ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ

ມາດຕາຫົກສິບສອງ:ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນຖືກຍຸບເລີກ,ຜູ້ຊໍາລະສະສາງມີສິດແລະໜ້າທີ່ດັ່ງນີ້: 1.ແຈ້ງເປັນລາຍລັກອັກສອນກ່ຽວກັບການຍຸບເລີກໃຫ້ເຈົ້າໜີ້ຂອງວິສາຫະກິດຮຸ້ນສ່ວນສາມັນແລະປະກາດທາງສື່ມວນຊົນໃດໜຶ່ງທີ່ເໝາະສົມພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ມີສາເຫດຂອງການຍຸບເລີກເປັນຕົ້ນໄປເພື່ອໃຫ້ມວນຊົນຊາບແລະໃຫ້ເຈົ້າໜີ້ຍື່ນເອກະສານກ່ຽວກັບການເປັນໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນ; 2.ເຕົ້າໂຮມຊັບສິນທັງໝົດ,ສ້າງບັນຊີຊັບສິນແລະໃບສະຫຼຸບຊັບສົມບັດ; 3.ສືບຕໍ່ເຮັດວຽກຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຍັງຄ້າງຄາໃຫ້ສໍາເລັດ; 4.ໄດ້ຮັບຄ່າຕອບແທນໃນການປະຕິບັດໜ້າທີ່ວຽກງານຂອງຕົນໂດຍແມ່ນວິສາຫະກິດຮຸ້ນສ່ວນສາມັນເປັນຜູ້ຮັບຜິດຊອບຕາມການຕົກລົງກັນ; 5.ດໍາເນີນມາດຕະການທີ່ຈໍາເປັນຕ່າງໆແນໃສ່ປົກປັກຮັກສາຊັບສົມບັດ,ທວງໜີ້ສິນໃຫ້ຄົບຖ້ວນ,ຂາຍຫຼືໂອນຊັບສົມບັດຂອງວິສາຫະກິດຮຸ້ນສ່ວນສາມັນ; 6.ສົ່ງໃບສະຫຼຸບຊັບສົມບັດໃຫ້ຜຸ້ກວດສອບບັນຊີເພື່ອຢັ້ງຢືນຄວາມຖືກຕ້ອງ; 7.ລາຍງານກ່ຽວກັບການເຕົ້າໂຮມຊັບສິນແລະຜົນຂອງວຽກງານຕ່າງໆໃຫ້ເຈົ້າໜີ້ທີ່ກ່ຽວຂ້ອງ,ຂາຮຸ້ນຫຼືສານໃນກໍລະນີທີ່ສານເປັນຜູ້ແຕ່ງຕັ້ງ; 8.ຮຽກປະຊຸມເຈົ້າໜີ້ແລະຂາຮຸ້ນເພື່ອຮັບຮອງຫຼືຕົກລົງບັນຫາຕ່າງໆທີ່ເຫັນວ່າຈໍາເປັນແລະຢ່າງໜ້ອຍໃຫ້ຮຽກປະຊຸມຫົກເດືອນເທື່ອໜຶ່ງ; 9.ປະຕິບັດໜ້າທີ່ຕາມທີ່ກອງປະຊຸມຂາຮຸ້ນແລະເຈົ້າໜີ້ມອບໝາຍໃຫ້; 10.ລາຍງານໃບສະຫຼຸບຊັບສົມບັດທຸກໆງວດໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ; 11.ຊໍາລະສະສາງໜີ້ສິນໃຫ້ເຈົ້າໜີ້ແລະຈັດການແບ່ງປັນຊັບສິນສ່ວນທີ່ເຫຼືອໃຫ້ບັນດາຂາຮຸ້ນ; 12.ໄກ່ເກ່ຍບັນຫາຫຼືຮ້ອງຟ້ອງຕໍ່ສານເພື່ອດໍາເນີນຄະດີໃນນາມວິສາຫະກິດຮຸ້ນສ່ວນສາມັນ; 13.ຜູ້ຊໍາລະສະສາງຕ້ອງລາຍງານຕໍ່ຂາຮຸ້ນຫຼືຕໍ່ສານຖ້າຫາກສານເປັນຜູ້ແຕ່ງຕັ້ງດເມື່ອເຫັນວ່າຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນລວມທັງຂອງບັນດາຂາຮຸ້ນມີບໍ່ພຽງພໍກັບການຊໍາລະສະສາງໜີ້ສິນ.ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດແກ້ໄຂສະພາບໜີ້ສິນຈົນເກີນຄວາມສາມາດຊໍາລະໄດ້.ຜູ້ຊໍາລະສະສາງສາມາດຮ້ອງຟ້ອງຕໍ່ສານເພື່ອພິຈາລະນາໃຫ້ລົ້ມລະລາຍ.

ພາຍຫຼັງທີ່ສານປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.ໃນກໍລະນີນີ້ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງສິ້ນສຸດລົງເມື່ອໄດ້ມອບໂອນວຽກງານທັງໝົດໃຫ້ຄະນະຄວບຄຸມຊັບສິນແລ້ວ. .....ມາດຕາຫົກສິບສາມ:ການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ

ມາດຕາຫົກສິບສາມ:ການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ ການປະຕິບັດໜ້າທີ່ຮ່ວມກັນຂອງຜູ້ຊໍາລະສະສາງຫຼາຍຄົນຕ້ອງດໍາເນີນບົນພື້ນຖານຫຼັກການສຽງສ່ວນຫຼາຍໂດຍຖືເອົາໜຶ່ງຄົນຕໍ່ໜຶ່ງສຽງເວັ້ນເສຍແຕ່ໄດ້ມີການມອບໝາຍໃຫ້ແຕ່ລະຄົນປະຕິບັດໜ້າທີ່ຕ່າງກັນແຕ່ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບກ່ຽວກັບການມອບໝາຍນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບການແຕ່ງຕັ້ງເປັນຕົ້ນໄປ.

ຂໍ້ຈໍາກັດໃນການນໍາໃຊ້ສິດຂອງຜູ້ຊໍາລະສະສາງລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນພາຍນອກ. .....ມາດຕາຫົກສິບສີ່:ບູລິມະສິດໃນການຊໍາລະສະສາງໜີ້ສິນແລະການແບ່ງປັນຊັບສິນ

ມາດຕາຫົກສິບສີ່:ບູລິມະສິດໃນການຊໍາລະສະສາງໜີ້ສິນແລະການແບ່ງປັນຊັບສິນ ການຊໍາລະສະສາງໜີ້ສິນແລະການແບ່ງປັນຊັບສິນຕ້ອງປະຕິບັດຕາມລໍາດັບບູລິມະສິດດັ່ງນີ້: 1.ຄ່າແຮງງານຂອງກໍາມະກອນ; 2.ໜີ້ສິນຕໍ່ລັດທີ່ບໍ່ເກີດຈາກສັນຍາລະຫວ່າງລັດຫຼືບຸກຄົນຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ຂອງກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ; 3.ໜີ້ສິນທີ່ມີການຄໍ້າປະກັນ; 4.ໜີ້ສິນທີ່ບໍ່ມີການຄໍ້າປະກັນ; 5.ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນຕໍ່ບັນດາຂາຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກສີ່ແລະວັກຫ້າມາດຕາສາມສິບເກົ້າຂອງກົດໝາຍສະບັບນີ້; 6.ແບ່ງປັນຜົນກໍາໄລຫຼືການຂາດທຶນໃຫ້ບັນດາຂາຮຸ້ນ; 7.ສົ່ງຄືນທຶນປະກອບຂອງບັນດາຂາຮຸ້ນໃນນີ້ທຶນປະກອບເປັນແຮງງານແມ່ນບໍ່ສາມາດທົດແທນຄືນໄດ້ເວັ້ນເສຍແຕ່ບັນດາຂາຮຸ້ນໄດ້ມີສັນຍາຕົກລົງກັນກ່ຽວກັບເລື່ອງນີ້ໃນເວລາປະກອບທຶນເທົ່ານັ້ນ. .....ມາດຕາຫົກສິບຫ້າ:ໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ

ມາດຕາຫົກສິບຫ້າ:ໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ ພາຍຫຼັງສໍາເລັດການຈັດການຊໍາລະສະສາງແລ້ວຜູ້ຊໍາລະສະສາງຕ້ອງ: 1.ກະກຽມບົດຊີ້ແຈງແລະບົດສະຫຼຸຸບກ່ຽວກັບບັນຊີການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນແລ້ວສົ່ງໃຫ້ກອງປະຊຸມເຈົ້າໜີ້ແລະຂາຮຸ້ນເພື່ອຮັບຮອງເອົາທັນທີ; 2.ແຈ້ງໃຫ້ມວນຊົນຊາບກ່ຽວກັບບັນຊີການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນພາຍໃນກໍານົດສິບວັນລັດຖະການນັບແຕ່ວັນສິ້ນສຸດການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນເປັນຕົ້ນໄປ; 3.ມອບເອກະສານທັງໝົດທີ່ກ່ຽວຂ້ອງກັບການຊໍາລະສະສາງໃຫ້ວິສາຫະກິດຮຸ້ນສ່ວນສາມັນທີ່ກ່ຽວຂ້ອງແລະຂຶ້ນທະບຽນສິ້ນສຸດການຊໍາລະສະສາງນໍາເຈົ້າໜ້າທີ່ທະບຽນວິສາຫະກິດ. .....ມາດຕາຫົກສິບຫົກ:ຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງ

ມາດຕາຫົກສິບຫົກ:ຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງ ຜູ້ຊໍາລະສະສາງຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນດັ່ງນີ້: 1.ການກະທໍາທີ່ສ້າງຄວາມເສຍຫາຍແກ່ວິສາຫະກິດຮຸ້ນສ່ວນສາມັນໂດຍເຈດຕະນາຫຼືດ້ວຍຄວາມປະໝາຍເລີ້ນເລີ້ຢ່າງຮ້າຍແຮງໝາຍເຖິງການເມີນເສີຍບໍ່ກະທໍາໃນສິ່ງທີ່ຄວນກະທໍາຫຼືກະທໍາໃນສິ່ງທີ່ຜິດພາດທີ່ຕົນຮຸ້ຫຼືສາມາດຮຸ້ໄດ້ເຖິງຄວາມເສຍຫາຍທີ່ຈະເກີດຂຶ້ນ; 2.ການກະທໍາຕໍ່ຜູ້ມອບໝາຍແລະຕໍ່ບຸກຄົນພາຍນອກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາຫົກສິບເຈັດ:ການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນ

ມາດຕາຫົກສິບເຈັດ:ການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນ ຜູ້ຊໍາລະສະສາງຕ້ອງແຈ້ງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຢ່າງຖາວອນພາຍໃນກໍານົດສິບວັນລັດຖະການນໍາເຈົ້າໜ້າທີ່ທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງນັບແຕ່ວັນທີ່ໄດ້ແຈ້ງໃຫ້ມວນຊົນຊາບຕາມທີ່ໄດ້ກໍານົດໄວ້ໃນຂໍ້ສອງມາດຕາຫົກສິບຫ້າຂອງກົດໝາຍສະບັບນີ້.

ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງລຶບຊື່ວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງເທິງນີ້ອອກຈາກບັນຊີທະບຽນວິສາຫະກິດແລະອອກແຈ້ງການກ່ຽວກັບການລຶບຊື່ນັ້ນໃຫ້ມວນຊົນຊາບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນລຶບຊື່ເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນສິ້ນສຸດສະພາບຄວາມເປັນນິຕິບຸກຄົນນັບແຕ່ວັນທີ່ສານໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນຕົ້ນໄປ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຍ້ອນການລົ້ມລະລາຍຫຼືການຄວບຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ຈໍາເປັນຕ້ອງແຈ້ງກ່ຽວກັບການຍຸບເລີກດັ່ງກ່າວ. .....ມາດຕາຫົກສິບແປດ:ຄວາມຮັບຜິດຊອບຂອງບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ

ມາດຕາຫົກສິບແປດ:ຄວາມຮັບຜິດຊອບຂອງບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ ບັນດາຂາຮຸ້ນຕ້ອງຮັບຜິດຊອບຮ່ວມກັນຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຍັງຄ້າງຄາພາຍໃນກໍານົດສາມປີນັບແຕ່ວັນທີ່ສານໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນຕົ້ນໄປ.

ໃນກໍລະນີທີ່ໄດ້ກໍານົດໄວ້ໃນວັກໜຶ່ງເທິງນີ້ແມ່ນໃຫ້ສານເປັນຜູ້ແຕ່ງຕັ້ງຜູ້ຊໍາລະສະສາງເພື່ອດໍາເນີນການຊໍາລະສະສາງຈົນກວ່າໜີ້ສິນໄດ້ຮັບການໃຊ້ແທນທັງໝົດ. ...ໝວດທີ3ວິສາຫະກິດຮຸ້ນສ່ວນຈໍາກັດ


....ກ.ຫຼັກການທົ່ວໄປແລະການຂໍຂຶ້ນທະບຽນວິສາຫະກິດ


.....ມາດຕາຫົກສິບເກົ້າ:ຄວາມຮັບຜິດຊອບຕໍ່ໜີ້ສິນຂອງຂາຮຸ້ນ

ມາດຕາຫົກສິບເກົ້າ:ຄວາມຮັບຜິດຊອບຕໍ່ໜີ້ສິນຂອງຂາຮຸ້ນ ຂາຮຸ້ນທົ່ວໄປຂອງວິສາຫະກິດຮຸ້ນສ່ວນຈໍາກັດຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດໂດຍບໍ່ມີຂອບເຂດຈໍາກັດ.

ຂາຮຸ້ນຈໍາກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນຖອກເຕັມເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນຈໍາກັດທີ່ຍັງບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດໃຫ້ຖືວ່າບັນດາຂາຮຸ້ນມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເກີດຂຶ້ນໃນໄລຍະສ້າງຕັ້ງໂດຍບໍ່ຈໍາກັດ. .....ມາດຕາເຈັດສິບ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາເຈັດສິບ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບແປດຂອງກົດໝາຍສະບັບນີ້. ....ຂ.ການພົວພັນຂອງຂາຮຸ້ນຈໍາກັດໜີ້ສິນກັບວິສາຫະກິດຮຸ້ນສ່ວນຈໍາກັດແລະບຸກຄົນ


.....ມາດຕາເຈັດສິບເອັດ:ການປະກອບທຶນ

ມາດຕາເຈັດສິບເອັດ:ການປະກອບທຶນ ຂາຮຸ້ນຈໍາກັດໜີ້ສິນສາມາດປະກອບທຶນເປັນເງິນຫຼືເປັນວັດຖຸກໍ່ໄດ້ແຕ່ຫ້າມບໍ່ໃຫ້ປະກອບທຶນເປັນແຮງງານ,ຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດບໍ່ຈໍາເປັນຕ້ອງມີມູນຄ່າເທົ່າກັນ.

ວິທີແລະກໍານົດເວລາໃນການປະກອບທຶນແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນທຸກຄົນໃນວິສາຫະກິດຮຸ້ນສ່ວນຈໍາກັດ. .....ມາດຕາເຈັດສິບສອງ:ການໂອນຮຸ້ນ

ມາດຕາເຈັດສິບສອງ:ການໂອນຮຸ້ນ ຂາຮຸ້ນຈໍາກັດໜີ້ສິນສາມາດໂອນຮຸ້ນຂອງຕົນໄດ້ໂດຍບໍ່ຈໍາເປັນຕ້ອງໄດ້ຮັບການເຫັນດີເຫັນພ້ອມຈາກບັນດາຂາຮຸ້ນອື່ນ.ການໂອນຮຸ້ນດັ່ງກ່າວຈະມີຜົນຕໍ່ບຸກຄົນພາຍນອກກໍ່ຕໍ່ເມື່ອໄດ້ມີການແຈ້ງແລະການປ່ຽນແປງໃນທະບຽນວິສາຫະກິດກ່ອນເທົ່ານັ້ນ.

ໃນກໍລະນີທີ່ຂາຮຸ້ນຈໍາກັດໜີ້ສິນພົບບັນຫາໃດໜຶ່ງໃຫ້ແກ້ໄຂດັ່ງຕໍ່ໄປນີ້: 1.ຂາຮຸ້ນເສຍຊີວິດແມ່ນໃຫ້ຜູ້ສືບທອດຂອງຜູ້ເສຍຊີວິດເຂົ້າມາເປັນຂາຮຸ້ນແທນໄດ້ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ. 2.ຂາຮຸ້ນລົ້ມລະລາຍແມ່ນໃຫ້ນໍາເອົາສະເພາະຮຸ້ນຂອງຂາຮຸ້ນທີ່ລົ້ມລະລາຍໄປຂາຍເພື່ອມອບໃຫ້ຄະນະຊໍາລະສະສາງດໍາເນີນການຕາມກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.ການເອົາຮຸ້ນຂອງຂາຮຸ້ນທີ່ລົ້ມລະລາຍໄປຂາຍຈະເຮັດໃຫ້ຂາຮຸ້ນດັ່ງກ່າວພົ້ນຈາກການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດແຕ່ວິສາຫະກິດຮຸ້ນສ່ວນຈໍາກັດຍັງສາມາດດໍາເນີນທຸລະກິດຕໍ່ໄປໄດ້; 3.ຂາຮຸ້ນຂາດຄວາມສາມາດທາງດ້ານການປະພຶດແມ່ນໃຫ້ຜູ້ປົກຄອງຂອງຜູ້ກ່ຽວເປັນຜູ້ດູແລແລະຈັດການປະໂຫຍດແທນເວັ້ນເສຍແຕ່ຂາຮຸ້ນໄດ້ຕົກລົງຢ່າງອື່ນໄວ້ກ່ອນແລ້ວ.

.....ມາດຕາເຈັດສິບສາມ:ຄວາມຮັບຜິດຊອບໃນການເຂົ້າບໍລິຫານຈັດການວິສາຫະກິດຂອງຂາຮ

ມາດຕາເຈັດສິບສາມ:ຄວາມຮັບຜິດຊອບໃນການເຂົ້າບໍລິຫານຈັດການວິສາຫະກິດຂອງຂາຮ ຂາຮຸ້ນຈໍາກັດໜີ້ສິນບໍ່ມີສິດເປັນຜູ້ຈັດການເໝືອນກັບຂາຮຸ້ນທົ່ວໄປເວັ້ນເສຍແຕ່ກໍລະນີທີ່ໄດ້ຮັບການແຕ່ງຕັ້ງຈາກບັນດາຂາຮຸ້ນທົ່ວໄປ.

ໃນກໍລະນີທີ່ຂາຮຸ້ນຈໍາກັດໜີ້ສິນດໍາເນີນການໃນຖານະເປັນຜູ້ຈັດການໂດຍບໍ່ໄດ້ຮັບການແຕ່ງຕັ້ງຈະມີຜົນສະທ້ອນຕາມແຕ່ລະກໍລະນີດັ່ງນີ້: 1.ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຕໍ່ວິສາຫະກິດແລະບຸກຄົນພາຍນອກໂດຍບໍ່ຈໍາກັດ; 2.ໃນກໍລະນີທີ່ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດໃຫ້ການສະໜັບສະໜູນຫຼືຮັບຮອງຫຼືມອບໝາຍໃຫ້ເຮັດຫຼືຮູ້ເຖິງການກະທໍາດັ່ງກ່າວແຕ່ບໍ່ຄັດຄ້ານແລ້ວວິສາຫະກິດຮຸ້ນສ່ວນຈໍາກັດຕ້ອງຮັບຜິດຊອບຮ່ວມກັນຕໍ່ຜົນເສຍຫາຍທີ່ເກີດຂຶ້ນກັບບຸກຄົນພາຍນອກ.

ການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈໍາກັດຂອງຂາຮຸ້ນຈໍາກັດໜີ້ສິນຕາມທີ່ໄດ້ກ່າວມາໃນຂໍ້ເທິງນີ້ຈະມີຄວາມຮັບຜິດຊອບໜີ້ສິນໂດຍບໍ່ຈໍາກັດຕໍ່ບຸກຄົນພາຍນອກເທົ່ານັ້ນ,ສ່ວນຄວາມຮັບຜິດຊອບໜີ້ສິນຈໍາກັດຂອງຕົນທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈໍາກັດແມ່ນບໍ່ປ່ຽນແປງໄດ້. .....ມາດຕາເຈັດສິບສີ່:ຜົນຂອງການອະນຸຍາດໃຫ້ໃຊ້ຊື່ວິສາຫະກິດ

ມາດຕາເຈັດສິບສີ່:ຜົນຂອງການອະນຸຍາດໃຫ້ໃຊ້ຊື່ວິສາຫະກິດ ຊື່ວິສາຫະກິດຮຸ້ນສ່ວນຈໍາກັດໄດ້ມາຈາກການໃຊ້ຊື່ຫຼືນາມສະກຸນຂອງຂາຮຸ້ນທົ່ວໄປ.

ຂາຮຸ້ນຈໍາກັດໜີ້ສິນໃດໜຶ່ງຫາກອະນຸຍາດໃຫ້ວິສາຫະກິດຮຸ້ນສ່ວນຈໍາກັດໃຊ້ຊື່ຂອງຕົນບໍ່ວ່າຈະເປັນທາງກົງຫຼືທາງອ້ອມ,ຜູ້ກ່ຽວຕ້ອງຮັບຜິດຊອບໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດຕໍ່ບຸກຄົນພາຍນອກເຊັ່ນດຽວກັນກັບຂາຮຸ້ນທົ່ວໄປ,ສ່ວນຄວາມຮັບຜິດຊອບໜີ້ສິນຈໍາກັດຂອງຕົນທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈໍາກັດແມ່ນບໍ່ປ່ຽນແປງໄດ້. .....ມາດຕາເຈັດສິບຫ້າ:ເງິນປັນຜົນຫຼືດອກເບ້ຍ.

ມາດຕາເຈັດສິບຫ້າ:ເງິນປັນຜົນຫຼືດອກເບ້ຍ. ຂາຮຸ້ນຈໍາກັດໜີ້ສິນມີສິດໄດ້ຮັບເງິນປັນຜົນຫຼືດອກເບ້ຍຈາກການເຄື່ອນໄຫວທຸລະກິດທີ່ມີກໍາໄລຂອງວິສາຫະກິດຮຸ້ນສ່ວນຈໍາກັດຕາມອັດຕາສ່ວນຫຼືຕາມຈໍານວນທີ່ໄດ້ຕົກລົງກັນເວັ້ນເສຍແຕ່ວິສາຫະກິດຮຸ້ນສ່ວນຈໍາກັດຂາດທຶນຫຼືມີທຶນຫຼຸດລົງເນື່ອງຈາກການດໍາເນີນທຸລະກິດຂາດທຶນສະສົມມາກ່ອນ.

ການຈ່າຍເງິນປັນຜົນຫຼືດອກເບ້ຍແມ່ນໃຫ້ປະຕິບັດໃນທຸກໆທ້າຍປີການບັນຊີຕາມກົດໝາຍວ່າດ້ວຍການບັນຊີວິສາຫະກິດຂອງສປປລາວ.

ເງິນປັນຜົນຫຼືດອກເບ້ຍທີ່ວິສາຫະກິດຮຸ້ນສ່ວນຈໍາກັດໄດ້ຈ່າຍໄປໂດຍຖືກຕ້ອງແລ້ວວິສາຫະກິດຮຸ້ນສ່ວນຈໍາກັດບໍ່ສາມາດຮຽກເກັບຄືນໄດ້. .....ມາດຕາເຈັບສິບຫົກ:ສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜີ້ສິນ

ມາດຕາເຈັບສິບຫົກ:ສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜີ້ສິນ ຂາຮຸ້ນຈໍາກັດໜີ້ສິນມີສິດແລະໜ້າທີ່ດັ່ງນີ້: 1.ໃຫ້ຄໍາເຫັນ,ແນະນໍາແລະສອບຖາມກ່ຽວກັບການເຄື່ອນໄຫວທຸລະກິດຂອງວິສາຫະກິດຮຸ້ນສ່ວນຈໍາກັດຕໍ່ຜູ້ຈັດການ; 2.ເປັນຜູ້ຈັດການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນຈໍາກັດຖ້າໄດ້ຮັບການແຕ່ງຕັ້ງ; 3.ເລືອກຕັ້ງຫຼືປົດຕໍາແໜ່ງຜູ້ຈັດການເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 4.ລົງຄະແນນສຽງກ່ຽວກັບການປັບປຸງດັດແປງກົດລະບຽບແລະການຍຸບເລີກວິສາຫະກິດຮຸ້ນສ່ວນຈໍາກັດ.ວິທີລົງຄະແນນສຽງແມ່ນໃຫ້ບົ່ງລະອຽດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນຈໍາກັດ; 5.ດໍາເນີນທຸລະກິດອື່ນທີ່ຖືກຕ້ອງຕາມກົດໝາຍບໍ່ວ່າທຸລະກິດນັ້ນຄ້າຍຄືຫຼືຢ່າງດຽວກັນກັບວິສາຫະກິດຮຸ້ນສ່ວນຈໍາກັດທີ່ຕົນເປັນຂາຮຸ້ນຢູ່ກໍ່ຕາມ.

ການປະຕິບັດສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜີ້ສິນຕາມຂໍ້ໜຶ່ງຫາຂໍ້ຫ້າຂອງມາດຕານີ້ບໍ່ຖືວ່າເປັນການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈໍາກັດຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບສາມຂອງກົດໝາຍສະບັບນີ້. .....ມາດຕາເຈັດສິບເຈັດ:ການນໍາໃຊ້ບົດບັນຍັດຂອງວິສາຫະກິດຮຸ້ນສ່ວນສາມັນ

ມາດຕາເຈັດສິບເຈັດ:ການນໍາໃຊ້ບົດບັນຍັດຂອງວິສາຫະກິດຮຸ້ນສ່ວນສາມັນ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນໝວດທີສາມພາກທີສີ່ນີ້ແລ້ວການຂຶ້ນທະບຽນວິສາຫະກິດ,ການພົວພັນພາຍໃນແລະພາຍນອກຂອງວິສາຫະກິດ,ການຄວບ,ການຍຸບເລີກແລະການຊໍາລະສະສາງຂອງວິສາຫະກິດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນໝວດທີສອງພາກທີສີ່ຂອງກົດໝາຍສະບັບນີ້. ..ພາກທີ5ບໍລິສັດ


...ໝວດທີ1ຫຼັກການລວມຂອງບໍລິສັດ


....ມາດຕາເຈັດສິບແປດ:ຜູ້ຖືຮຸ້ນຂອງບໍລິສັດ

ມາດຕາເຈັດສິບແປດ:ຜູ້ຖືຮຸ້ນຂອງບໍລິສັດ ຜູ້ປະກອບທຶນໃນບໍລິສັດເອີ້ນວ່າ"ຜູ້ຖືຮຸ້ນ"

ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນໄດ້ຖອກເຕັມເທົ່ານັ້ນ.

ຜູ້ຖືຮຸ້ນຂອງບໍລິສັດອາດຈະມີໜຶ່ງຄົນຫຼືຫຼາຍກວ່ານັ້ນ.

ຜູ້ຖືຮຸ້ນຫຼືຜູ້ສ້າງຕັ້ງບໍລິສັດອາດຈະເປັນບຸກຄົນຫຼືນິຕິບຸກຄົນກໍ່ໄດ້. ....ມາດຕາເຈັດສິບເກົ້າ:ຖານະນິຕິບຸກຄົນແລະສາຂາຂອງບໍລິສັດ

ມາດຕາເຈັດສິບເກົ້າ:ຖານະນິຕິບຸກຄົນແລະສາຂາຂອງບໍລິສັດ ບໍລິສັດມີຖານະນິຕິບຸກຄົນແລະສາຂາເຊັ່ນດຽວກັນກັບຖານະນິຕິບຸກຄົນແລະສາຂາຂອງວິສາຫະກິດຮຸ້ນສ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສີ່ແລະມາດຕາສາມສິບຫ້າຂອງກົດໝາຍສະບັບນີ້. ....ມາດຕາແປດສິບ:ກຸ່ມບໍລິສັດ

ມາດຕາແປດສິບ:ກຸ່ມບໍລິສັດ ບໍລິສັດທີ່ຊື່ຮຸ້ນຂອງບໍລິສັດອື່ນໃນຈໍານວນທີ່ພຽງພໍແລະມີອໍານາດຄວບຄຸມການບໍລິຫານຈັດການທຸລະກິດຂອງບໍລິສັດນັ້ນເອີ້ນວ່າ"ກຸ່ມບໍລິສັດ"

ບໍລິສັດທີ່ຖືກຄວບຄຸມການບໍລິຫານຈັດການຕາມທີ່ບົ່ງໄວ້ໃນວັກໜຶ່ງເທິງນີ້ເອີ້ວ່າ"ບໍລິສັດໃນກຸ່ມ"

ຂອບເຂດການຄວບຄຸມການບໍລິຫານຈັດການທີ່ເກືອດຫ້າມແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ....ມາດຕາແປດສິບເອັດ:ສັນຍາສ້າງຕັ້ງບໍລິສັດ

ມາດຕາແປດສິບເອັດ:ສັນຍາສ້າງຕັ້ງບໍລິສັດ ສັນຍາສ້າງຕັ້ງບໍລິສັດຕ້ອງເຮັດຂຶ້ນເປັນລາຍລັກອັກສອນໂດຍສອດຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາຂອງສປປລາວ.

ສັນຍາສ້າງຕັ້ງບໍລິສັດຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ວິສາຫະກິດ; 2.ວັດຖຸປະສົງຂອງການດໍາເນີນທຸລະກິດ; 3.ຊື່,ສະຖານທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາທັງໝົດຖ້າມີ; 4.ທຶນກໍານົດໂດຍແບ່ງເປັນມູນຄ່າ,ຈໍານວນຮຸ້ນ,ວັດຖຸ,ເງິນ,ຮຸ້ນສາມັນຫຼືຮຸ້ນບູລິມະສິດ; 5.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ສ້າງຕັ້ງບໍລິສັດພ້ອມດ້ວຍຈໍານວນຮຸ້ນທີ່ແຕ່ລະຄົນຈອງຊື້; 6.ຂໍ້ຄວາມທີ່ບົ່ງເຖິງການໃຫ້ສິດຜູ້ອໍານວຍການໃນການຮັບຜິດຊອບໜີ້ສິນຂອງບໍລິສັດໂດຍບໍ່ຈໍາກັດ.ຄວາມຮັບຜິດຊອບໂດຍບໍ່ຈໍາກັດຂອງຜູ້ອໍານວຍການຕາມທີ່ໄດ້ກໍານົດໄວ້ຂໍ້ນີ້ຈະຕົກໄປພາຍຫຼັງໜຶ່ງປີນັບແຕ່ວັນທີ່ຜູ້ກ່ຽວພົ້ນຈາກການເປັນຜູ້ອໍານວຍການຂອງບໍລິສັດ; 7.ຊື່ແລະລາຍເຊັນຂອງບັນດາຜູ້ສ້າງຕັ້ງບໍລິສັດ.

ທຶນກໍານົດຕາມທີ່ໄດ້ກ່າວໄວ້ໃນຂໍ້ສີ່ຂອງມາດຕານີ້ແມ່ນທຶນຈົດທະບຽນຂອງບໍລິສັດ.ບໍລິສັດທີ່ມີຜູ້ຖືຮຸ້ນພຽງຜູ້ດຽວບໍ່ຈໍາເປັນມີສັນຍາສ້າງຕັ້ງບໍລິສັດ. ....ມາດຕາແປດສິບສອງ:ກົດລະບຽບຂອງບໍລິສັດ

ມາດຕາແປດສິບສອງ:ກົດລະບຽບຂອງບໍລິສັດ ກົດລະບຽບຂອງບໍລິສັດຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ບັນດາຂໍ້ກໍານົດຕາມທີ່ໄດ້ບົ່ງໄວ້ໃນຂໍ້ໜຶ່ງຫາຂໍ້ຫົກມາດຕາແປດສິບເອັດຂອງກົດໝາຍສະບັບນີ້; 2.ວິທີການແບ່ງຜົນກໍາໄລຫຼືເງິນປັນຜົນຂອງບໍລິສັດ; 3.ວິທີແລະກໍານົດເວລາໃນການຖອກຮຸ້ນ; 4.ການບໍລິຫານຈັດການ; 5.ກອງປະຊຸມແລະວິທີລົງມະຕິ; 6.ວິທີແກ້ໄຂຂໍ້ຂັດແຍ່ງ; 7.ການຍຸບເລີກແລະການຊໍາລະສະສາງ.

ເນື້ອໃນຂໍ້ໜຶ່ງຂອງມາດຕານີ້ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະກິດ,ນອກຈາກນີ້ບໍລິສັດຈະແຈ້ງເພີ່ມເຕີມອີກກໍ່ໄດ້.

ກົດລະບຽບຂອງບໍລິສັດຕ້ອງມີລາຍເຊັນຂອງຜູ້ອໍານວຍການ. ....ມາດຕາແປດສິບສາມ:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ

ມາດຕາແປດສິບສາມ:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ ການແກ້ໄຂຫຼືປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຕ້ອງໄດ້ຮັບຄະແນນສຽງດ້ວຍມິຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້.

ມະຕິກອງປະຊຸມຜູ້ຖືຮຸ້ນກ່ຽວກັບການແກ້ໄຂຫຼືປ່ຽນແປງສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຕ້ອງໄດ້ນໍາໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ. ...ໝວດທີ2ບໍລິສັດຈໍາກັດ


....ກ.ຫຼັກການທົ່ວໄປແລະການສ້າງຕັ້ງ


.....ມາດຕາແປດສິບສີ່:ການຖືຮຸ້ນຂອງບໍລິສັດຈໍາກັດ

ມາດຕາແປດສິບສີ່:ການຖືຮຸ້ນຂອງບໍລິສັດຈໍາກັດ ບໍລິສັດຈໍາກັດສາມາດເປັນຜູ້ຖືຮຸ້ນຂອງບໍລິສັດອື່ນຫຼືຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອື່ນໄດ້ແຕ່ບໍ່ໃຫ້ເປັນຜູ້ຖືຮຸ້ນບໍລິສັດຈໍາກັດຂອງຕົນເອງ. .....ມາດຕາແປດສິບຫ້າ:ການມີຜູ້ຖືຮຸ້ນຫຼຸດຫຼືເກີນຈໍານວນທີ່ກໍານົດ

ມາດຕາແປດສິບຫ້າ:ການມີຜູ້ຖືຮຸ້ນຫຼຸດຫຼືເກີນຈໍານວນທີ່ກໍານົດ ບໍລິສັດຈໍາກັດທີ່ມີຈໍານວນຜູ້ຖືຮຸ້ນເກີນສາມສິບຄົນສາມາດຮັກສາຖານະເປັນບໍລິສັດຈໍາກັດຕໍ່ໄປໄດ້ແຕ່ຕ້ອງໄດ້ຮັບຄະແນນສຽງດ້ວຍມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບສີ່ຂອງກົດໝາຍສະບັບນີ້.

ໃນກໍລະນີທີ່ບໍລະສັດຈໍາກັດບໍ່ມີຄວາມຕ້ອງການຢາກຮັກສາຖານະເປັນບໍລິສັດຈໍາກັດຫຼືບໍ່ໄດ້ຮັບຄະແນນສຽງພຽງພໍເພື່ອຮັກສາຖານະດັ່ງກ່າວຕາມທີ່ໄດ້ກ່າວມາໃນວັກໜຶ່ງຂອງມາດຕານີ້ຕ້ອງດັດແປງເນື້ອໃນສໍານວນເອກະສານທະບຽນວິສາຫະກິດໃຫ້ສອດຄ່ອງຕາມຂັ້ນຕອນແລະຫຼັກການຂອງການສ້າງຕັ້ງບໍລິສັດມະຫາຊົນຫຼືຍຸບເລີກ.

ບໍລິສັດຈໍາກັດທີ່ມີຜູ້ຖືຮຸ້ນເຫຼືອພຽງຜູ້ດຽວຕ້ອງປ່ຽນຊື່ເປັນ"ບໍລິສັດຈໍາກັດຜູ້ດຽວ"ແລະປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕ.ໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້ຫຼືຍຸບເລີກ. .....ມາດຕາແປດສິບຫົກ:ການສ້າງຕັ້ງບໍລິສັດຈໍາກັດ.

ມາດຕາແປດສິບຫົກ:ການສ້າງຕັ້ງບໍລິສັດຈໍາກັດ. ການສ້າງຕັ້ງບໍລິສັດຈໍາກັດຕ້ອງດໍາເນີນຕາມຂັ້ນຕອນແລະເງື່ອນໄຂດັ່ງນີ້: 1.ຕ້ອງມີຜູ້ສ້າງຕັ້ງຮ່ວມກັນຢ່າງໜ້ອຍສອງຄົນແລະຍື່ນສັນຍາສ້າງຕັ້ງບໍລິສັດຈໍາກັດຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ສໍານັກງານໃຫຍ່ຂອງບໍລິສັດຈໍາກັດຕັ້ງຢູ່ເພື່ອຊາບ; 2.ພາຍຫຼັງແຈ້ງສັນຍາສ້າງຕັ້ງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ແລ້ວໃຫ້ຈັດຫາຄົນມາຈອງຊື້ຮຸ້ນຈົນໝົດ.ຫ້າມບໍ່ໃຫ້ຈັດຫາຄົນມາຈອງຊື້ຮຸ້ນໂດຍການສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນ.ຜູ້ຈອງຊື່ຮຸ້ນເອີ້ນວ່າ"ຜຸ້ຈອງຮຸ້ນ"; 3.ເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ; 4.ຜູ້ສ້າງຕັ້ງບໍລິສັດຈໍາກັດມອບໝາຍວຽກງານທັງໝົດໃຫ້ຜູ້ອໍານວຍການຊຶ່ງໄດ້ຮັບການເລືອກຕັ້ງໃນກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ; 5.ຜູ້ອໍານວຍການຮຽກຊໍາລະຮຸ້ນຈາກຜູ້ສ້າງຕັ້ງບໍລິສັດຈໍາກັດແລະບັນດາຜູ້ຈອງຮຸ້ນໃຫ້ຄົບຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາເກົ້າສິບຫົກຂອງກົດໝາຍສະບັບນີ້; 6.ເມື່ອຮຽກຊໍາລະຮຸ້ນຄົບຕາມທີ່ໄດ້ກໍານົດໄວ້ໃນຂໍ້ຫ້າຂອງມາດຕານີ້ແລ້ວໃຫ້ຜູ້ອໍານວຍການໄປຂຶ້ນທະບຽນວິສາຫະກິດພາຍໃນກໍານົດສາມສິບວັນນັບແຕ່ວັນຮຽກຊໍາລະຮຸ້ນຄົບເປັນຕົ້ນໄປ. .....ມາດຕາແປດສິບເຈັດ:ຜູ້ສ້າງຕັ້ງບໍລິສັດຈໍາກັດ

ມາດຕາແປດສິບເຈັດ:ຜູ້ສ້າງຕັ້ງບໍລິສັດຈໍາກັດ ຜູ້ສ້າງຕັ້ງບໍລິສັດຈໍາກັດແມ່ນຜູ້ລິເລີ່ມສ້າງຕັ້ງບໍລິສັດຈໍາກັດໃດໜຶ່ງແຕ່ບໍ່ແມ່ນຕົວແທນຂອງບໍລິສັດຈໍາກັດແລະຕ້ອງຖືຮຸ້ນຢ່າງໜ້ອຍໜຶ່ງຮຸ້ນ.

ໜ້າທີ່ຕົ້ນຕໍຂອງຜູ້ສ້າງຕັ້ງບໍລິສັດຈໍາກັດແມ່ນຈັດການທຸກວຽກງານທີ່ກ່ຽວຂ້ອງກັບການສ້າງຕັ້ງບໍລິສັດຈໍາກັດຈົນກວ່າໄດ້ເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຂຶ້ນ. .....ມາດຕາແປດສິບເກົ້າ:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ບຸກຄົນພາຍນອກ

ມາດຕາແປດສິບເກົ້າ:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ບຸກຄົນພາຍນອກ ຜູ້ສ້າງຕັ້ງບໍລິສັດຈໍາກັດຕ້ອງຮັບຜິດຊອບຮ່ວມກັນໂດຍບໍ່ຈໍາກັດຕໍ່ສັນຍາທີ່ໄດ້ເຊັນກັບບຸກຄົນພາຍນອກກ່ຽວກັບການສ້າງຕັ້ງບໍລິສັດຈໍາກັດຫຼືຄ່າໃຊ້ຈ່າຍໃນການສ້າງຕັ້ງບໍລິສັດຈໍາກັດທີ່ບໍ່ໄດ້ຮັບຮອງຫຼືໄດ້ຮັບຮອງແຕ່ບໍລິສັດຈໍາກັດນັ້ນບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. .....ມາດຕາເກົ້າສິບ:ສິດແລະໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ

ມາດຕາເກົ້າສິບ:ສິດແລະໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ ກອງປະຊຸມສ້າງຕັ້ງບໍລິສັດຈໍາກັດມີສິດແລະໜ້າທີ່ດັ່ງນີ້: 1.ຮັບຮອງເອົາກົດລະບຽບຂອງບໍລິສັດຈໍາກັດ; 2.ຮັບຮອງສັນຍາສ້າງຕັ້ງບໍລິສັດຈໍາກັດແລະສັນຍາອື່ນໆທີ່ກ່ຽວຂ້ອງກັບການສ້າງຕັ້ງບໍລິສັດຈໍາກັດຊຶ່ງຜູ້ສ້າງຕັ້ງໄດ້ເຊັນກັບບຸກຄົນທີສາມລວມທັງຄ່າໃຊ້ຈ່າຍໃນການສ້າງຕັ້ງບໍລິສັດຈໍາກັດຂອງຜູ້ສ້າງຕັ້ງ; 3.ຕົກລົງກ່ຽວກັບຮຸ້ນສາມັນແລະຮຸ້ນບູລິມະສິດຖ້າມີຮຸ້ນປະເພດນີ້; 4.ເລືອກຕັ້ງຜູ້ອໍານວຍການຊຸດທີໜຶ່ງຂອງບໍລິສັດຈໍາກັດ.

ກ່ອນວັນເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດສິບວັນລັດຖະການຜູ້ສ້າງຕັ້ງຕ້ອງສົ່ງບົດລາຍງານກ່ຽວກັບການສ້າງຕັ້ງໃຫ້ບັນດາຜູ້ຈອງຮຸ້ນພ້ອມດ້ວຍບັນຊີລາຍຊື່,ທີ່ຢູ່ແລະຈໍານວນຮຸ້ນທີ່ຜູ້ຈອງຮຸ້ນແຕ່ລະຄົນຈອງຊື້. .....ມາດຕາເກົ້າສິບເອັດ:ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ

ມາດຕາເກົ້າສິບເອັດ:ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ສ້າງຕັ້ງແລະຜູ້ຈອງຮຸ້ນແລະຕ້ອງມີຈໍານວນຜູ້ທີ່ຈອງບໍ່ຕໍ່າກວ່າເຄິ່ງໜຶ່ງຂອງຈໍານວນຮຸ້ນທີ່ຈອງທັງໝົດ.ການລົງມະຕິໃຫ້ຖືເອົາໜຶ່ງຮຸ້ນຕໍ່ໜຶ່ງສຽງ.

ຜູ້ສ້າງຕັ້ງຫຼືຜູ້ຈອງຮຸ້ນບໍ່ມີສິດລົງຄະແນນສຽງໃນສິ່ງທີ່ຕົນມີສ່ວນໄດ້ສ່ວນເສຍເວັ້ນເສຍແຕ່ການລົງຄະແນນສຽງເພື່ອເລືອກຕັ້ງຜູ້ອໍານວຍການຂອງບໍລິສັດຈໍາກັດ.

ກອງປະຊຸມສ້າງຕັ້ງບໍລິສັດຈໍາກັດເປັນຜູ້ກໍານົດກໍລະນີທີ່ຖືວ່າຜູ້ສ້າງຕັ້ງຫຼືຜູ້ຈອງຮຸ້ນໃດໜຶ່ງມີສ່ວນໄດ້ສ່ວນເສຍຫຼືຜົນປະໂຫຍດກ່ຽວຂ້ອງໂດຍກົງ. .....ມາດຕາເກົ້າສິບສອງ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາເກົ້າສິບສອງ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດຈໍາກັດປະກອບດ້ວຍເອກະສານດັ່ງນີ້: 1.ໃບຄໍາຮ້ອງແລະສັນຍາສ້າງຕັ້ງບໍລິສັດຈໍາກັດ. 2.ບົກບັນທຶກຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ. 3.ກົດລະບຽບຂອງບໍລິສັດຈໍາກັດ. ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີລາຍເຊັນຂອງຜູ້ອໍານວຍການ. .....ມາດຕາເກົ້າສິບສາມ:ຄວາມຮັບຜິດຊອບຂອງຜູ້ອໍານວຍການທີ່ຂຶ້ນທະບຽນວິສາຫະກິດຊ�

ມາດຕາເກົ້າສິບສາມ:ຄວາມຮັບຜິດຊອບຂອງຜູ້ອໍານວຍການທີ່ຂຶ້ນທະບຽນວິສາຫະກິດຊ� ເຈົ້າໜ້າທີ່ທະບຽນວິສາຫະກິດຕ້ອງປະຕິເສດການຂຶ້ນທະບຽນວິສາຫະກິດເມື່ອກາຍກໍານົດເວລາຕາມທີ່ກ່າວໄວ້ໃນຂໍ້ຫົກມາດຕາແປດສິບຫົກຂອງກົດໝາຍສະບັບນີ້ເວັ້ນເສຍແຕ່ການຂຶ້ນທະບຽນວິສາຫະກິດຊັກຊ້າເກີດຈາກສາເຫດຈໍາເປັນຊຶ່ງບໍ່ແມ່ນຄວາມຜິດຂອງຜູ້ອໍານວຍການຫຼືຜູ້ຖືຮຸ້ນມີມະຕິໃຫ້ສືບຕໍ່ຂຶ້ນທະບຽນວິສາຫະກິດດ້ວຍຄະແນນສຽງຫຼາຍກວ່າສີ່ສ່ວນຫ້າຂອງຈໍານວນຮຸ້ນທີ່ຖອກແລ້ວ.

ໃນກໍລະນີທີ່ບໍລະສັດຈໍາກັດບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດຜູ້ອໍານວຍການຕ້ອງສົ່ງເງິນຮຸ້ນທັງໝົດຄືນໃຫ້ແກ່ຜູ້ຖືຮຸ້ນຈົນຄົບພາຍໃນກໍານົດສາມເດືອນນັບແຕ່ວັນທີ່ເຈົ້າໜ້າທີ່ທະບຽນວິສາຫະກິດປະຕິເສດການຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ຖ້າກາຍກໍານົດເວລາສາມເດືອນແລ້ວຜູ້ອໍານວຍການທີ່ກ່ຽວຂ້ອງກັບການສົ່ງເງິນຄ່າຮຸ້ນຄືນບໍ່ຄົບແກ້ຜູ້ຈອງຊື້ຮຸ້ນຕ້ອງຮັບຜິດຊອບສົ່ງເງິນຄ່າຮຸ້ນທີ່ຍັງເຫຼືອພ້ອມດ້ວຍດອກເບ້ຍຕາມອັດຕາດອກເບ້ຍເງິນກູ້ຂອງທະນາຄານໃນໄລຍະນັ້ນ,ເວັ້ນເສຍແຕ່ຜູ້ອໍານວຍການໃດໜຶ່ງຫາກພິສູດໄດ້ວ່າຕົນບໍ່ໄດ້ມີຄວາມຜິດກ່ຽວກັບການຂຶ້ນທະບຽນວິສາຫະກິດຊັກຊ້າແລະການບໍ່ສາມາດສົ່ງເງິນຄ່າຮຸ້ນຄືນດັ່ງກ່າວ. ....ຂ.ຮຸ້ນແລະໃບຮຸ້ນຂອງບໍລິສັດຈໍາກັດ


.....ມາດຕາເກົ້າສິບສີ່:ຮຸ້ນ

ມາດຕາເກົ້າສິບສີ່:ຮຸ້ນ ຮຸ້ນໜຶ່ງຂອງບໍລິສັດຈໍາກັດຕ້ອງບໍ່ຕໍ່າກວ່າສອງພັນກີບ.

ຮຸ້ນໜຶ່ງຂອງບໍລິສັດຈໍາກັດອາດຈະມີຜູ້ຖືຮຸ້ນໜຶ່ງຄົນຫຼືຫຼາຍຄົນຮ່ວມກັນກໍ່ໄດ້ໂດຍມອບໝາຍໃຫ້ຜູ້ໜຶ່ງເປັນຜູ້ໃຊ້ສິດໃນຖານະເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດແຕ່ຕ້ອງຮັບຜິດຊອບຮ່ວມກັນຕໍ່ບໍລິສັດຈໍາກັດໃນການສົ່ງເງິນຄ່າຮຸ້ນທີ່ຍັງຄ້າງມອບ.

ຮຸ້ນຂອງບໍລິສັດຈໍາກັດອາດຈະປະກອບເປັນເງິນຫຼືເປັນວັດຖຸກໍ່ໄດ້.ການປະກອບເປັນວັດຖຸຕ້ອງຕີມູນຄ່າເປັນເງິນດ້ວຍຄະແນນສຽງສອງສ່ວນສາມຂອງຜູ້ສ້າງຕັ້ງແລະຜູ້ຈອງຮຸ້ນໃນກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ.ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ຮຸ້ນຢ່າງອື່ນທີ່ປະກອບນອກຈາກວັດຖຸແລະເງິນໃຫ້ຕົກລົງກັນລະອຽດໃນກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ.

ຮຸ້ນຂອງບໍລິສັດຈໍາກັດອາດຈະມີສອງປະເພດຄື:ຮຸ້ນສາມັນແລະຮຸ້ນບູລິມະສິດ. .....ມາດຕາເກົ້າສິບຫ້າ:ມູນຄ່າຮຸ້ນແລະການອອກຮຸ້ນຫຼຸດຫຼືເພີ່ມມູນຄ່າຮຸ້ນ

ມາດຕາເກົ້າສິບຫ້າ:ມູນຄ່າຮຸ້ນແລະການອອກຮຸ້ນຫຼຸດຫຼືເພີ່ມມູນຄ່າຮຸ້ນ ມູນຄ່າຮຸ້ນຂອງບໍລິສັດຈໍາກັດຕ້ອງກໍານົດໄວ້ໃນສັນຍາສ້າງຕັ້ງ.ມູນຄ່າຮຸ້ນນີ້ເອີ້ວ່າ"ມູນຄ່າກໍານົດ"

ບໍລິສັດຈໍາກັດບໍ່ມີສິດອອກຮຸ້ນຫຼຸດມູນຄ່າກໍານົດດັ່ງທີ່ໄດ້ບົ່ງໄວ້ໃນວັກໜຶ່ງເທິງນີ້ເວັ້ນເສຍແຕ່ກໍລະນີທີ່ບໍລະສັດຈໍາກັດຫຼຸດທຶນລົງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບສອງຂອງກົດໝາຍສະບັບນີ້.ຂໍ້ຫ້າມຕາມວັກນີ້ບໍ່ນໍາໃຊ້ສໍາລັບການກໍານົດລາຄາຊື້ຫຼືຂາຍຮຸ້ນຂອງຜູ້ຖືຮຸ້ນ.

ສໍາລັບການເພີ່ມມູນຄ່າຮຸ້ນຂອງບໍລິສັດຈໍາກັດຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບຂອງກົດໝາຍສະບັບນີ້ເທົ່ານັ້ນ. .....ມາດຕາເກົິາສິບຫົກ:ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ

ມາດຕາເກົ້າສິບຫົກ:ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດແມ່ນການຖອກຮຸ້ນພາຍຫຼັງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ຫ້າມາດຕາແປດສິບຫົກຂອງກົດໝາຍສະບັບນີ້.ການຖອກຮຸ້ນໃນກໍລະນີນີ້ຜູ້ຈອງຮຸ້ນຕ້ອງຖອກຮຸ້ນຂອງຕົນໃຫ້ຄົບທັງໝົດຖ້າເປັນວັດຖຸແລະຢ່າງໜ້ອຍເຈັດສິບສ່ວນຮ້ອຍຂອງມູນຄ່າຮຸ້ນທີ່ຈອງຖ້າເປັນເງິນ.

ຜູ້ອໍານວຍການບໍລິສັດຈໍາກັດຈະຮຽກໃຫ້ຖອກຮຸ້ນທີ່ຍັງເຫຼືອເວລາໃດກໍ່ໄດ້ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດເວັ້ນເສຍແຕ່ໄດ້ກໍານົດໄວ້ຢ່າງອື່ນໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາເກົ້າສິບເຈັດ:ການຖອກຮຸ້ນພາຍຫຼັງການຂຶ້ນທະບຽນວິສາຫະກິດ

ມາດຕາເກົ້າສິບເຈັດ:ການຖອກຮຸ້ນພາຍຫຼັງການຂຶ້ນທະບຽນວິສາຫະກິດ ໃນການຮຽກຊໍາລະຮຸ້ນຕາມວັກສອງມາດຕາເກົ້າສິບຫົກຂອງກົດໝາຍສະບັບນີ້,ຜູ້ອໍານວຍການບໍລິສັດຈໍາກັດຕ້ອງໃຫ້ຜູ້ຖືຮຸ້ນແຕ່ລະຄົນຖອກຮຸ້ນຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະຄົນຖືໂດຍໃຫ້ເຮັດໜັງສືແຈ້ງເປັນລາຍລັກອັກສອນໃຫ້ແຕ່ລະຄົນຊາບກ່ອນສາມສິບວັນກ່ຽວກັບກໍານົດເວລາຖອກແລະຈໍານວນເງິນທີ່ຕ້ອງຖອກ.

ການຊໍາລະຄ່າຮຸ້ນຕາມທີ່ກ່າວມາເທິງນີ້ຫຼືການຊໍາລະຄ່າຮຸ້ນໃນກໍລະນີອື່ນໆເຊັ່ນການເພີ່ມທຶນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບຂອງກົດໝາຍສະບັບນີ້ຕ້ອງຊໍາລະເປັນເງິນແລະຫ້າມບໍ່ໃຫ້ຫັກໜີ້ກັບບໍລິສັດຈໍາກັດເພື່ອເປັນການຊໍາລະຄ່າຮຸ້ນເວັ້ນເສຍແຕ່ໄດ້ຮັບການຮັບຮອງດ້ວຍມະຕິສະເພາະຈາກກອງປະຊຸມຜູ້ຖືຮຸ້ນ. .....ມາດຕາເກົ້າສິບແປດ:ຜົນສະທ້ອນຂອງການບໍ່ຖອກຮຸ້ນ

ມາດຕາເກົ້າສິບແປດ:ຜົນສະທ້ອນຂອງການບໍ່ຖອກຮຸ້ນ ຜູ້ຖືຮຸ້ນທີ່ບໍ່ຖອກຮຸ້ນຕາມທີ່ຜູ້ອໍານວຍການບໍລະສັດຈໍາກັດໄດ້ແຈ້ງໃຫ້ຊໍາລະຄັ້ງທີໜຶ່ງຕ້ອງເສຍດອກເບ້ຍຕາມອັດຕາດອກເບ້ຍເງິນກູ້ຂອງທະນາຄານໃນໄລຍະສັ້ນໃນສ່ວນທີ່ຄ້າງຊໍາລະນັບແຕ່ວັນທີ່ໄດ້ຮັບແຈ້ງເປັນຕົ້ນໄປແລະມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນເທົ່າກັບຈໍານວນຮຸ້ນທີ່ໄດ້ຖອກແລ້ວເທົ່ານັ້ນ.

ໃນກໍລະນີທີ່ຜູ້ຖືຮຸ້ນບໍ່ຊໍາລະທັງຮຸ້ນແລະດອກເບ້ຍຕາມການຮຽກຊໍາລະຄັ້ງທີສອງແລ້ວຜູ້ອໍານວຍການມີສິດສະເໜີຂາຍຮຸ້ນດັ່ງກ່າວຕາມລໍາດັບບູລິມະສິດທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຫາຂໍ້ສີ່ມາດຕາໜຶ່ງຮ້ອຍສິບເອັດຂອງກົດໝາຍສະບັບນີ້ເພື່ອນໍາເງິນມາໃຊ້ອທນແກ່ບໍລິສັດຈໍາກັດທັງຮຸ້ນແລະດອກເບ້ຍ,ເງິນທີ່ເຫຼືອຈາກການຊໍາລະນັ້ນໃຫ້ສົ່ງຄືນແກ່ຜູ້ຖືຮຸ້ນທີ່ກ່ຽວຂ້ອງ.

ໃນກໍລະນີເງິນທີ່ໄດ້ມາຈາກການຂາຍຮຸ້ນຕາມວັກສອງຂອງມາດຕານີ້ບໍ່ພຽງພໍຜູ້ອໍານວຍການມີສິດທວງໃຫ້ຊໍາລະຈົນຄົບ,ຖ້າບໍ່ດັ່ງນັ້ນກໍ່ຈະບໍ່ຂຶ້ນທະບຽນໂອນຮຸ້ນຫຼືຈະງົດສິດຂອງຜູ້ຖືຮຸ້ນທີ່ກ່ຽວຂ້ອງໃນການລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ. .....ມາດຕາເກົ້າສິບເກົ້າ:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນສາມັນ

ມາດຕາເກົ້າສິບເກົ້າ:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນສາມັນ ເຈົ້າຂອງຮຸ້ນສາມັນເອີ້ນວ່າ"ຜູ້ຖືຮຸ້ນສາມັນ"ຜູ້ຖືຮຸ້ນສາມັນມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີຄໍາຄິດຄໍາເຫັນກ່ຽວກັບວຽກງານຂອງບໍລິສັດຈໍາກັດ; 2.ປະກອບສ່ວນໃນກິດຈະການຂອງບໍລິສັດຈໍາກັດ; 3.ຖອກຮຸ້ນຕາມກໍານົດເວລາ; 4.ປົກປ້ອງຜົນປະໂຫຍດຂອງຕົນຢ່າງເຕັມສ່ວນ; 5.ໄດ້ຮັບຂໍ້ມູນຂ່າວສານແລະກວດສອບເອກະສານຂອງບໍລິສັດຈໍາກັດທີ່ກໍ່ຄວາມເສຍຫາຍແກ່ຕົນ; 6.ຮ້ອງຟ້ອງຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດທີ່ກໍ່ຄວາມເສຍຫາຍແກ່ຕົນ; 7.ຮັບຜິດຊອບຕໍ່ມູນຄ່າຮຸ້ນທີ່ຍັງຄ້າງຊໍາລະ; 8.ມີບູລິມະສິດຊື້ຮຸ້ນກ່ອນບຸກຄົນພາຍນອກເມື່ອມີຜູ້ຖືຮຸ້ນຂອງບໍລິສັດຈໍາກັດໂອນຫຼືຂາຍ; 9.ເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການຂອງບໍລິສັດຈໍາກັດ; 10.ໄດ້ຮັບການແບ່ງປັນຊັບສົມບັດທີ່ເຫຼືອຈາກການຊໍາລະສະສາງໃນກໍລະນີຍຸບເລີກ; 11.ໄດ້ຮັບເງິນປັນຜົນຕາມອັດຕາສ່ວນຮຸ້ນທີ່ຕົນປະກອບ; 12.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ການແບ່ງປັນເງິນປັນຜົນແລະຊັບສົມບັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ສິບແລະຂໍ້ສິບເອັດຂອງມາດຕານີ້ຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ແບ່ງໃຫ້ຜູ້ຖືຮຸ້ນບູລິມະສິດແລະເຈົ້າໜີ້ຂອງບໍລິສັດຈໍາກັດແລ້ວເສຍກ່ອນເທົ່ານັ້ນ. .....ມາດຕາໜຶ່ງຮ້ອຍ:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນບູລິມະສິດ

ມາດຕາໜຶ່ງຮ້ອຍ:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນບູລິມະສິດ ເຈົ້າຂອງຮຸ້ນບູລິມະສິດເອີ້ນວ່າ"ຜູ້ຖືຮຸ້ນບູລິມະສິດ".ຜູ້ຖືຮຸ້ນບູລິມະສິດມີສິດແລະໜ້າທີ່ດັ່ງນີ້: 1.ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ແຕ່ຂໍ້ໜຶ່ງຫາຂໍ້ຫົກມາດຕາເກົ້າສິບເກົ້າຂອງກົດໝາຍສະບັບນີ້; 2.ໄດ້ຮັບການແບ່ງຊັບສົມບັດແລະເງິນປັນຜົນກ່ອນຜູ້ຖືຮຸ້ນສາມັນ.ເງິນປັນຜົນອາດຈະໄດ້ຮັບເປັນມູນຄ່າຕາມຕົວຫຼືເປັນສ່ວນຮ້ອງຂອງຮຸ້ນໂດຍຂຶ້ນກັບການຕົກລົງຂອງບັນດາຜູ້ຖືຮຸ້ນເອງ; 3.ໄດ້ຮັບສິດພິເສດອື່ນໆ,ການປ່ຽນແປງຫຼືແກ້ໄຂສິດພິເສດດັ່ງກ່າວຕ້ອງໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 4.ສາມາດຖອນຮຸ້ນໄດ້ເມື່ອບໍລິສັດຈໍາກັດຢຸ່ໃນສະພາບມີກໍາໄລຫຼືສາມາດຊອກຫາຜູ້ຊື້ຮຸ້ນໃໝ່ໄດ້ພາຍລັງບໍລິສັດຈໍາກັດປະຕິເສດການຊື້ຮຸ້ນນັ້ນແລ້ວເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີທີ່ບໍລະສັດຈໍາກັດຕົກລົງຊື່ຮຸ້ນດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ລາຄາທີ່ຊື້ຕ້ອງແມ່ນລາຄາກໍານົດຫຼືລາຄາຕາມທີ່ໄດ້ຕົກລົງກັນ.

ຜູ້ຖືຮຸ້ນບູລິມະສິດບໍ່ມີສິດເລືອກຕັ້ງຜູ້ອໍານວຍການຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍໜຶ່ງ:ການອອກໃບຮຸ້ນຂອງບໍລິສັດຈໍາກັດ

ມາດຕາໜຶ່ງຮ້ອຍໜຶ່ງ:ການອອກໃບຮຸ້ນຂອງບໍລິສັດຈໍາກັດ ຜູ້ອໍານວຍການຂອງບໍລິສັດຈໍາກັດຕ້ອງອອກໃບຮຸ້ນໃຫ້ແກ່ຜູ້ຖືຮຸ້ນພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ບໍລິສັດໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປໃບຮຸ້ນແຕ່ລະໃບຕ້ອງມີລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍຕາປະທັບຂອງບໍລິສັດຈໍາກັດ.

ໃບຮຸ້ນໜຶ່ງຕ້ອງມີມູນຄ່າຢ່າງໜ້ອຍເທົ່າກັບໜຶ່ງຮຸ້ນຫຼືຫຼາຍກວ່ານັ້ນ.

ໃບຮຸ້ນຂອງບໍລິສັດຈໍາກັດມີສອງປະເພດຄື:ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນແລະໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ. .....ມາດຕາໜຶ່ງຮ້ອຍສອງ:ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສອງ:ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ເລກທີຂອງໃບຮຸ້ນ; 2.ຊື່ຂອງບໍລິສັດຈໍາກັດ; 3.ຊື່ຂອງຜູ້ຖືຮຸ້ນ; 4.ຈໍານວນຮຸ້ນທີ່ຜູ້ຖືຮຸ້ນຖືຢູ່; 5.ມູນຄ່າຂອງຮຸ້ນໜຶ່ງ; 6.ມູນຄ່າຮຸ້ນທີ່ຍັງຄ້າງມອບແລະກໍານົດເວລາມອບຖ້າບົ່ງໄດ້; 7.ລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍຕາປະທັບ.

ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນອາດຈະມີຮຸ້ນທີ່ຍັງຄ້າງຊໍາລະຢູ່ກໍ່ໄດ້.ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນສາມາດປ່ຽນເປັນໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນໄດ້,ເມື່ອຜູ້ຖືຮຸ້ນໄດ້ຊໍາລະຮຸ້ນເຕັມແລະຂຶ້ນທະບຽນລົບລ້າງໃບຮຸ້ນເກົ່າແລ້ວ.

ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດກໍານົດໃຫ້ຜູ້ອໍານວຍການຕ້ອງຖືຮຸ້ນໃດໜຶ່ງໃນບໍລະສັດຈໍາກັດ,ຜູ້ອໍານວຍການມີສິດຖືແຕ່ສະເພາະໃບຮຸ້ນບົ່ງຊື່ເທົ່ານັ້ນ. .....ມາດຕາໜຶ່ງຮ້ອຍສາມ:ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສາມ:ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນແມ່ນພາຫະນະປ່ຽນມືໄດ້ຊະນິດໜຶ່ງຈະອອກໄດ້ຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນໃບຮຸ້ນທີ່ໄດ້ຮັບການຊໍາລະໝົດແລ້ວ; 2.ໄດ້ກໍານົດກ່ຽວກັບສິດຂອງບໍລິສັດກໍາກັດໃນການອອກໃບຮຸ້ນດັ່ງກ່າວໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນມີເນື້ອໃນຄ້າຍຄືກັນກັບເນື້ອໃນຂອງໃບຮຸ້ນບົ່ງຊື່ເວັ້ນເສຍແຕ່ເນື້ອໃນທີ່ກ່ຽວກັບຊື່ຂອງຜູ້ຖືຮຸ້ນແລະມູນຄ່າຮຸ້ນທີ່ຍັງຄ້າງມອບ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນສາມາດປ່ຽນເປັນໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນໄດ້ໂດຍລົບລ້າງໃບຮຸ້ນດັ່ງກ່າວແລະອອກໃບຮຸ້ນບົ່ງຊື່ແທນ. .....ມາດຕາໜຶ່ງຮ້ອຍສີ່:ການໂອນຮຸ້ນ

ມາດຕາໜຶ່ງຮ້ອຍສີ່:ການໂອນຮຸ້ນ ການໂອນຮຸ້ນບໍ່ບົ່ງຊື່ຂອງບໍລິສັດຈໍາກັດສາມາດປະຕິບັດໄດ້ໂດຍການມອບໃບຮຸ້ນໃຫ້ແກ່ກັນ.

ການໂອນຮຸ້ນບົ່ງຊື່ຈະປະຕິບັດໄດ້ກໍ່ຕໍ່ເມື່ອ: 1.ສອດຄ່ອງກັບເນື້ອໃນກ່ຽວກັບຂໍ້ຈໍາກັດໃນການໂອນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ບໍ່ຂັດກັບຂໍ້ຈໍາກັດກ່ຽວກັບການຫ້າມໂອນຮຸ້ນຕາມກົດໝາຍ; 3.ໄດ້ຮັບການໂອນຮຸ້ນຕາມກົດໝາຍ; 4.ໄດ້ເຮັດເປັນລາຍລັກອັກສອນຊຶ່ງຕ້ອງມີຊື່ແລະລາຍເຊັນຂອງຜູ້ໂອນແລະຜູ້ຮັບໂອນພ້ອມດ້ວຍຊື່ແລະລາຍເຊັນຂອງພະຍານຂອງຜູ້ໂອນແລະຜູ້ຮັບໂອນຢ່າງໜ້ອຍຝ່າຍລະໜຶ່ງຄົນແລະມີເລກທີຂອງໃບຮຸ້ນທີ່ໂອນດ້ວຍ; 5.ໄດ້ຂຶ້ນທະບຽນການໂອນ.ຖ້າຫາກຈະໂອນຮຸ້ນໃຫ້ບຸກຄົນພາຍນອກຕ້ອງສະເໜີຂາຍໃຫ້ຜູ້ຖືຮຸ້ນຄົນອື່ນຂອງບໍລິສັດຈໍາກັດເສຍກ່ອນແລະຄ້ອງໄດ້ຂຶ້ນທະບຽນການໂອນພ້ອມທັງຕ້ອງບົ່ງຊື່ແລະທີ່ຢູ່ຂອງຜູ້ຮັບໂອນລົງໃນທະບຽນການໂອນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດສາມາດປະຕິເສດການຂຶ້ນທະບຽນໂອນຮຸ້ນບົ່ງຊື່ໄດ້ຖ້າຮຸ້ນດັ່ງກ່າວຍັງບໍ່ທັນໄດ້ຖອກເຕັມ.

ໃນກໍລະນີທີ່ບໍ່ລິສັດຈໍາກັດໄດ້ຂຶ້ນທະບຽນການໂອນຮຸ້ນຕາມທີ່ໄດ້ບົ່ງໄວ້ໃນວັກສາມເທິງນີ້,ຜູ້ໂອນຍັງຕ້ອງຮັບຜິດຊອບຕໍ່ເຈົ້າໜີ້ໃນສ່ວນທີ່ຕົນຍັງຄ້າງຊໍາລະໃນຮຸ້ນທີ່ໂອນຢູ່ນັ້ນ. .....ມາດຕາໜຶ່ງຮ້ອຍຫ້າ:ການໂອນຮຸ້ນຕາມກົດໝາຍ

ມາດຕາໜຶ່ງຮ້ອຍຫ້າ:ການໂອນຮຸ້ນຕາມກົດໝາຍ ການໂອນຮຸ້ນຕາມກົດໝາຍແມ່ນການໂອນຮຸ້ນຊຶ່ງມີສາເຫດມາຈາກການໂອນຮຸ້ນຕາມວັກສອງມາດຕາເກົ້າສິບແປດແລະວັກສາມມາດຕາໜຶ່ງຮ້ອຍແປດຂອງກົດໝາຍສະບັບນີ້ຫຼືມີສາເຫດມາຈາກການເສຍຊີວິດ,ການລົ້ມລະລາຍຫຼືກໍລະນີອື່ນໆຂອງຜູ້ຖືຮຸ້ນ.

ຜູ້ທີ່ໄດ້ຮັບການໂອນຮຸ້ນຕາມກົດໝາຍຕ້ອງສະແດງຫຼັກຖານຢ່າງຄົບຖ້ວນແລະຖືກຕ້ອງກ່ຽວກັບການໄດ້ມາຂອງການໂອນຮຸ້ນດັ່ງກ່າວພ້ອມດ້ວຍໃບຮຸ້ນແຈ້ງຕໍ່ບໍລິສັດຈໍາກັດທີ່ກ່ຽວຂ້ອງເພື່ອອອກໃບຮຸ້ນແລະຂຶ້ນທະບຽນເປັນຜູ້ຖືຮຸ້ນໃໝ່ຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍຫົກ:ຂໍ້ຈໍາກັດໃນການໂອນຮຸ້ນຕາມກົດໝາຍ

ມາດຕາໜຶ່ງຮ້ອຍຫົກ:ຂໍ້ຈໍາກັດໃນການໂອນຮຸ້ນຕາມກົດໝາຍ ການໂອນຮຸ້ນຕາມກົດໝາຍມີຂໍ້ຈໍາກັດດັ່ງນີ້: 1.ຂໍ້ຈໍາກັດຕາມທີ່ໄດ້ກໍານົດໄວ້ໃນວັກສາມມາດຕາເກົ້າສິບແປດຂອງກົດໝາຍສະບັບນີ້; 2.ຂໍ້ຈໍາກັດການໂອນຮຸ້ນຕາມກົດໝາຍອື່ນເຊັ່ນຂໍ້ຈໍາກັດໃນການຖືຮຸ້ນຂອງຄົນຕ່າງປະເທດ,ຊ່າວຕ່າງດ້າວຫຼືຄົນບໍ່ມີສັນຊາດໃນທຸລະກິດປະເພດໃດໜຶ່ງຖ້າມີ; 3.ການໂອນຮຸ້ນໃນໄລຍະຄວບຄຸມຊັບສິນ; 4.ການໂອນຮຸ້ນໃນໄລຍະເປີດປຶ້ມບັນຊີທະບຽນຜູ້ຖືຮຸ້ນຖ້າໄດ້ຕົກລົງຫຼືໄດ້ບົ່ງໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍເຈັດ:ປຶ້ມບັນຊີທະບຽນຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍເຈັດ:ປຶ້ມບັນຊີທະບຽນຜູ້ຖືຮຸ້ນ ປຶ້ມບັນຊີທະບຽນຜູ້ຖືຮຸ້ນປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຖືຮຸ້ນ; 2.ຈໍານວນຮຸ້ນ,ມູນຄ່າຮຸ້ນ,ເລກທີຂອງໃບຮຸ້ນໂດຍແຍກຕາມປະເພດຮຸ້ນບົ່ງຊື່ແລະບໍ່ບົ່ງຊື່; 3.ມູນຄ່າທີ່ຍັງຄ້າງຊໍາລະສໍາລັບຮຸ້ນບົ່ງຊື່; 4.ວັນ,ເດືອນ,ປີຂຶ້ນທະບຽນເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດ; 5.ວັນ,ເດືອນ,ປີທີ່ຖືກລົບລ້າງອອກຈາກການເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດ.

ປຶ້ມບັນຊີທະບຽນຜູ້ຖືຮຸ້ນຕ້ອງເກັບມ້ຽນໄວ້ໃນສໍານັກງານຂອງບໍລິສັດຈໍາກັດເພື່ອໃຫ້ຜູ້ຖືຮຸ້ນສາມາດກວດເບິ່ງໄດ້ຕາມເວລາທີ່ຕົກລົງກັນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດຕ້ອງສົ່ງສໍານວນປຶ້ມບັນຊີຜູ້ຖືຮຸ້ນທຸກຄັ້ງທີ່ມີການປ່ຽນແປງຫຼືຢ່າງໜ້ອຍປີລະຄັ້ງຖ້າບໍ່ມີການປ່ຽນແປງໃດໆໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບຢ່າງຊ້າບໍ່ໃຫ້ເກີນວັນທີຊາວຫ້າທັນວາຂອງແຕ່ລະປີ. .....ມາດຕາໜຶ່ງຮ້ອຍແປດ:ການໂອນຮຸ້ນບົ່ງຊື່ທີ່ເປັນໂມຄະ

ມາດຕາໜຶ່ງຮ້ອຍແປດ:ການໂອນຮຸ້ນບົ່ງຊື່ທີ່ເປັນໂມຄະ ການໂອນຮຸ້ນບົ່ງຊື່ອາດຈະເປັນໂມຄະເມື່ອມີການລະເມີດເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາໜຶ່ງຮ້ອຍສີ່ຂອງກົດໝາຍສະບັບນີ້.

ການໂອນຮຸ້ນທີ່ເປັນໂມຄະຈະເຮັດໃຫ້ຜູ້ຮັບໂອນຍັງບໍ່ທັນເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ໂອນນັ້ນເທື່ອຈົນກວ່າໄດ້ແກ້ໄຂໃຫ້ຖືກຕ້ອງເສຍກ່ອນ.ໃນກໍລະນີນີ້ຜູ້ໂອນຮຸ້ນຍັງເປັນເຈົ້າກໍາມະສິດໃນຮຸ້ນທີ່ໂອນນັ້ນຢູ່.

ຜູ້ຮັບໂອນທີ່ໄດ້ຄອບຄອງຮຸ້ນດ້ວຍຄວາມບໍລິສຸດໃຈເກີນກວ່າສອງປີໂດຍບໍ່ມີໃຜທັກທ້ວງຫຼືຄັດຄ້ານຜູ້ກ່ຽວມີສິດເປັນເຈົ້າຂອງຮຸ້ນດັ່ງກ່າວຢ່າງຖືກຕ້ອງ. .....ມາດຕາໜຶ່ງຮ້ອຍເກົ້າ:ຄວາມຮັບຜິດຊອບຂອງຜູ້ໂອນແລະຜູ້ຮັບໂອນຮຸ້ນ

ມາດຕາໜຶ່ງຮ້ອຍເກົ້າ:ຄວາມຮັບຜິດຊອບຂອງຜູ້ໂອນແລະຜູ້ຮັບໂອນຮຸ້ນ ຜູ້ໂອນຮຸ້ນຈະຮັບຜິດຊອບຕໍ່ເຈົ້າໜີ້ໃນຈໍານວນເງິນຂອງຮຸ້ນທີ່ໂອນຊຶ່ງຍັງຄ້າງຊໍາລະໃນກໍລະນີ: 1.ຕາມທີ່ໄດ້ກໍານົດໄວ້ໃນວັກສີ່ມາດຕາໜຶ່ງຮ້ອຍສີ່ຂອງກົດໝາຍສະບັບນີ້; 2.ຮຸ້ນທີ່ໂອນຖືກຮຽກໃຫ້ຊໍາລະ; 3.ຜູ້ຮັບໂອນຮຸ້ນບໍ່ສາມາດຊໍາລະຮຸ້ນທີ່ຍັງຖອກບໍ່ເຕັມ.

ຄວາມຮັບຜິດຊອບຂອງຜູ້ໂອນຮຸ້ນເປັນຄວາມຮັບຜິດຊອບຕໍ່ເຈົ້າໜີ້ແລະຈະສິ້ນສຸດລົງພາຍຫຼັງໜຶ່ງປີນັບແຕ່ວັນທີ່ໄດ້ຂຶ້ນທະບຽນການໂອນເປັນຕົ້ນໄປ.ບໍລະສັດຈໍາກັດບໍ່ສາມາດຮ້ອງຟ້ອງຜູ້ໂອນຮຸ້ນໄດ້.

ຜູ້ຮັບໂອນໄດ້ຮັບສິດ,ໜ້າທີ່ແລະພັນທະທັງໝົດທີ່ມາພ້ອມກັບການໂອນຮຸ້ນ. ....ຄ.ການເພີ່ມຫຼືຫຼຸດທຶນຂອງບໍລິສັດຈໍາກັດ


.....ມາດຕາໜຶ່ງຮ້ອຍສິບ:ການເພີ່ມທຶນ

ມາດຕາໜຶ່ງຮ້ອຍສິບ:ການເພີ່ມທຶນ ບໍລິສັດຈໍາກັດສາມາດເພີ້ມທຶນຈົດທະບຽນຂອງຕົນຂຶ້ນໄດ້ໂດຍການເພີ່ມຈໍານວນຮຸ້ນຂຶ້ນຫຼືເພີ່ມມູນຄ່າແຕ່ລະຮຸ້ນຂຶ້ນ.

ການເພີ່ມທຶນຈົດທະບຽນຕ້ອງໄດ້ຮັບຄວາມເຫັນດີດ້ວຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບສີ່ຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍສິບເອັດ:ການສະເໜີຂາຍຮຸ້ນເພີ່ມ

ມາດຕາໜຶ່ງຮ້ອຍສິບເອັດ:ການສະເໜີຂາຍຮຸ້ນເພີ່ມ ການສະເໜີຂາຍຮຸ້ນເພີ່ມໃຫ້ສະເໜີຂາຍຕາມລໍາດັບບູລິມະສິດດັ່ງນີ້: 1.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະຄົນຖືໂດຍໃຫ້ເຮັດເປັນລາຍລັກອັກສອນແຈ້ງໃຫ້ແຕ່ລະຄົນຊາບພ້ອມທັງແຈ້ງກໍານົດເວລາໃນການໃຫ້ຄໍາຕອບ.ຜູ້ທີ່ບໍ່ຕອບຫຼືຕອບຊ້າກວ່າກໍານົດໃຫ້ຖືວ່າຜູ້ກ່ຽວສະຫຼະສິດ; 2.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ສົນໃຈຊື້ພາຍລັງກໍານົດເວລາທີ່ກໍານົດໄວ້ສິ້ນສຸດລົງຫຼືຜູ້ຖືຮຸ້ນຕອບປະຕິເສດຊື້ຮຸ້ນຕາມອັດຕາສ່ວນຂອງຕົນ; 3.ຮຸ້ນທີ່ຍັງເຫຼືອຈາກການສະເໜີຂາຍຕາມຂໍ້ສອງຂອງມາດຕານີ້ຜູ້ອໍານວຍການມີສິດຂຶ້ເອົາໄດ້; 4.ສະເໜີຂາຍໃຫ້ບຸກຄົນພາຍນອກ.ວິທີການແລະຂັ້ນຕອນຂອງການໂອນໃຫ້ປະຕິບັດຕາມກົດລະບຽບຂອງບໍລິສັດຈໍາກັດ.ການສະເໜີຂາຍຮຸ້ນເພີ່ມໃຫ້ສະເໜີຂາຍຕາມລໍາດັບບູລິມະສິດດັ່ງນີ້: 1.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະຄົນຖືໂດຍໃຫ້ເຮັດເປັນລາຍລັກອັກສອນແຈ້ງໃຫ້ແຕ່ລະຄົນຊາບພ້ອມທັງແຈ້ງກໍານົດເວລາໃນການໃຫ້ຄໍາຕອບ.ຜູ້ທີ່ບໍ່ຕອບຫຼືຕອບຊ້າກວ່າກໍານົດໃຫ້ຖືວ່າຜູ້ກ່ຽວສະຫຼະສິດ; 2.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ສົນໃຈຊື້ພາຍລັງກໍານົດເວລາທີ່ກໍານົດໄວ້ສິ້ນສຸດລົງຫຼືຜູ້ຖືຮຸ້ນຕອບປະຕິເສດຊື້ຮຸ້ນຕາມອັດຕາສ່ວນຂອງຕົນ; 3.ຮຸ້ນທີ່ຍັງເຫຼືອຈາກການສະເໜີຂາຍຕາມຂໍ້ສອງຂອງມາດຕານີ້ຜູ້ອໍານວຍການມີສິດຂຶ້ເອົາໄດ້; 4.ສະເໜີຂາຍໃຫ້ບຸກຄົນພາຍນອກ.ວິທີການແລະຂັ້ນຕອນຂອງການໂອນໃຫ້ປະຕິບັດຕາມກົດລະບຽບຂອງບໍລິສັດຈໍາກັດ.

ສໍາລັບຜູ້ຈອງຮຸ້ນທີ່ບໍ່ຊໍາລະຮຸ້ນເພີ່ມຕາມກໍານົດເວລາໃຫ້ປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າສິບແປດຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍສິບສອງ:ການຫຼຸດທຶນ

ມາດຕາໜຶ່ງຮ້ອຍສິບສອງ:ການຫຼຸດທຶນ ການຫຼຸດທຶນຈົດທະບຽນຂອງບໍລິສັດຈໍາກັດສາມາດປະຕິບັດໄດ້ໂດຍການຫຼຸດມູນຄ່າແຕ່ລະຮຸ້ນຫຼືການຫຼຸດຈໍານວນຮຸ້ນລົງ.ການຫຼຸດທຶນຈົດທະບຽນຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: 1.ມູນຄ່າຮຸ້ນທີ່ຍັງເຫຼືອຈາກການຫຼຸດລົງຕ້ອງບໍ່ໃຫ້ຕໍ່າກວ່າສອງພັນກີບ; 2.ທຶນທີ່ຍັງເຫຼືອຈາກການຫຼຸດລົງຕ້ອງບໍ່ໃຫ້ຕໍ່າກວ່າເຄິ່ງໜຶ່ງຂອງທຶນຈົດທະບຽນແລະຕ້ອງບໍ່ຕໍ່າກວ່າທຶນທີ່ຂະແໜງການກ່ຽວຂ້ອງກໍານົດໄວ້ຕາມທີ່ໄດ້ບົ່ງໄວ້ໃນວັກສາມມາດຕາຊາວຂອງກົດໝາຍສະບັບນີ້; 3.ການຫຼຸດທຶນຈົດທະບຽນລົງຈະປະຕິບັດໄດກໍ່ຕໍ່ເມື່ອໄດ້ມີມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້. 4.ເຈົ້າໜີ້ຂອງບໍລິສັດຈໍາກັດບໍ່ຄັດຄ້ານການຫຼຸດທຶນຈົດທະບຽນດັ່ງກ່າວ. .....ມາດຕາໜຶ່ງຮ້ອຍສິບສາມ:ການແຈ້ງໃຫ້ເຈົ້າໜີ້

ມາດຕາໜຶ່ງຮ້ອຍສິບສາມ:ການແຈ້ງໃຫ້ເຈົ້າໜີ້ ການແຈ້ງໃຫ້ເຈົ້າໜີ້ຂອງບໍລິສັດຈໍາກັດສະແດງການຄັດຄ້ານຕ້ອງປະຕິບັດດັ່ງນີ້: 1.ແຈ້ງເປັນລາຍລັກອັກສອນຕໍ່ເຈົ້າໜີ້ຂອງບໍລິສັດຈໍາກັດທຸກຄົນພ້ອມທັງແຈ້ງເຫດຜົນຂອງການຫຼຸດທຶນລົງ,ມູນຄ່າຮຸ້ນຫຼືຈໍານວນຮຸ້ນທີ່ຫຼຸດລົງ.ກໍານົດເວລາໃຫ້ສົ່ງຄໍາຕອບຄັດຄ້ານຕ້ອງບໍ່ໃຫ້ຕໍ່າກວ່າສອງເດືອນນັບແຕ່ວັນໄດ້ຮັບແຈ້ງເປັນຕົ້ນໄປ.ເຈົ້າໜີ້ທີ່ບໍ່ຄອບພາຍໃນກໍານົດເວລາດັ່ງກ່າວຖືວ່າບໍ່ໄດ້ຄັດຄ້ານ. 2.ແຈ້ງຜ່ານທາງສື່ມວນຊົນຢ່າງໜ້ອຍສິບຄັ້ງໂດຍແຈ້ງກໍານົດເວລາໃຫ້ຄໍາຕອບແລະແຈ້ງເນື້ອໃນຕ່າງໆດັ່ງທີ່ໄດ້ບົ່ງໄວ້ໃນຂໍ້ໜຶ່ງຂອງມາດຕານີ້. .....ມາດຕາໜຶ່ງຮ້ອຍສິບສີ່:ການຄັດຄ້ານແລະຄວາມຮັບຜິດຊອບຂອງການແຈ້ງ

ມາດຕາໜຶ່ງຮ້ອຍສິບສີ່:ການຄັດຄ້ານແລະຄວາມຮັບຜິດຊອບຂອງການແຈ້ງ ການຄັດຄ້ານຂອງເຈົ້າໜີ້ໃດໜຶ່ງຈະເຮັດໃຫ້ບໍລະສັດຈໍາກັດບໍ່ສາມາດຫຼຸດທຶນຂອງຕົນລົງໄດ້ເວັ້ນເສຍແຕ່ໄດ້ຊໍາລະໜີ້ໃຫ້ຜູ້ກ່ຽວຄົບຖ້ວນກ່ອນເທົ່ານັ້ນ.

ເຈົ້າໜີ້ໃດໜຶ່ງທີ່ບໍ່ໄດ້ຮັບແຈ້ງກ່ຽວກັບການຫຼຸດທຶນລົງເນື່ອງຈາກຂໍ້ບົກພ່ອງຂອງບໍລິສັດຈໍາກັດນັ້ນ.ບໍລິສັດຈໍາກັດຕ້ອງຊໍາລະໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວພາຍໃນກໍານົດເວລາບໍ່ເກີນໜຶ່ງປີນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ລົງມະຕິຮັບຮອງໃຫ້ບໍລະສັດຈໍາກັດຫຼຸດທືນຂອງຕົນເປັນຕົ້ນໄປ.

ໃນກໍລະນີທີ່ເປັນຂໍ້ບົກຜ່ອງຂອງເຈົ້າໜີ້ເອງກໍ່ໃຫ້ຖືວ່າເຈົ້າໜີ້ນັ້ນບໍ່ໄດ້ຄັດຄ້ານ. .....ມາດຕາໜຶ່ງຮ້ອຍສິບຫ້າ:ການຂຶ້ນທະບຽນເພີ່ມຫຼືຫຼຸດທຶນ

ມາດຕາໜຶ່ງຮ້ອຍສິບຫ້າ:ການຂຶ້ນທະບຽນເພີ່ມຫຼືຫຼຸດທຶນ ບໍລິສັດຈໍາກັດທີ່ມີການເພີ່ມຫຼືຫຼຸດທຶນຕາມທີ່ໄດ້ກໍານົດໄວ້ໃນຂໍ້ຄ.ນີ້ຕ້ອງຂຶ້ນທະບຽນກ່ຽວກັບການປ່ຽນແປງທຶນດັ່ງກ່າວນໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງດັ່ງນີ້: 1.ໃນກໍລະນີທີ່ຂຶ້ນທະບຽນເນື່ອງຈາກການເພີ່ມທຶນຂຶ້ນຕ້ອງປະຕິບັດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ໄດ້ກໍານົດໃຫ້ຊໍາລະຮຸ້ນທີ່ຈອງເປັນຕົ້ນໄປ; 2.ໃນກໍລະນີທີ່ຂຶ້ນທະບຽນເນື່ອງຈາກການຫຼຸດທຶນລົງຕ້ອງປະຕິບັດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ບໍ່ມີການຄັດຄ້ານຫຼືນັບແຕ່ວັນທີ່ໄດ້ຊໍາລະໜີ້ໃຫ້ເຈົ້າໜີ້ທີ່ຄັດຄ້ານແລ້ວເປັນຕົ້ນໄປ.

ພາຍຫຼັງການຂຶ້ນທະບຽນການເພີ່ມຫຼືຫຼຸດທຶນແລ້ວບໍລະສັດຈໍາກັດຕ້ອງແຈ້ງທາງສື່ມວນຊົນໃຫ້ສາທາລະນະຊາບຢ່າງໜ້ອຍໜຶ່ງຄັ້ງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຂຶ້ນທະບຽນປ່ຽນແປງທຶນເປັນຕົ້ນໄປ.

ເອກະສານທີ່ຍື່ນຂໍໃຫ້ປ່ຽນແປງທຶນໃໝ່ຕ້ອງປະອບດ້ວຍບັນຊີລາຍຊື່ຜູ້ຖືຮຸ້ນທີ່ເພີ່ມຫຼືຫຼຸດທຶນຂອງບໍລິສັດຈໍາກັດ,ສັນຊາດ,ທີ່ຢູ່,ເລກທີໃບຮຸ້ນແລະຈໍານວນຮຸ້ນທີ່ຖື. ....ງ.ຜູ້ອໍານວຍການແລະສະພາຜູ້ອໍານວຍການບໍລະສັດຈໍາກັດ


.....ມາດຕາໜຶ່ງຮ້ອຍສິບຫົກ:ຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສິບຫົກ:ຜູ້ອໍານວຍການ ຜູ້ອໍານວຍການແມ່ນຕົວແທນຂອງບໍລິສັດຈໍາກັດ.ສາຍພົວພັນລະຫວ່າງຜູ້ອໍານວຍການບໍລະສັດຈໍາກັດແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ຜູ້ອໍານວຍການຂອງບໍລະສັດຈໍາກັດບໍ່ມີເງິນເດືອນແຕ່ໄດ້ຮັບເບ້ຍປະຈໍາປີແລະເບ້ຍປະຊຸມແຕ່ລະຄັ້ງໃນອັດຕາຫຼືຈໍານວນທີ່ໄດ້ຕົກລົງໃນກອງປະຊຸມຜູ້ຖືຮຸ້ນ.ເວັ້ນເສຍແຕ່ຜູ້ອໍານວຍການທີ່ມາຈາກບຸກຄົນພາຍນອກຫຼືໄດ້ຕົກລົງກັນໄວ້ຢ່າງອື່ນ.

ຜູ້ອໍານວຍການອາດຈະແມ່ນຜູ້ຖືຮຸ້ນຫຼືບໍ່ກໍ່ໄດ້ເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ.

ທຸການເຄື່ອນໄຫວຂອງຜູ້ອໍານວຍການຕ້ອງນອນຢູ່ໃນຂອບເຂດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງກອງປະຊຸມຜູ້ຖືຮຸ້ນທັງໝົດ.

ບໍລະສັດຈໍາກັດໜຶ່ງອາດຈະມີຜູ້ອໍານວຍການຫຼາຍຄົນ,ຂຶ້ນກັບຄວາມຮຽກຮ້ອງຕ້ອງການວຽກງານຂອງບໍລະສັດຈໍາກັດນັ້ນ.

ບໍລິສັດຈໍາກັດທີ່ມີຜູ້ອໍານວຍການຫຼາຍຄົນແຕ່ຕົກລົງໃຫ້ຜູ້ອໍານວຍການໃດໜຶ່ງມີອໍານາດໃນການເຮັດສັນຍາໃນນາມບໍລິສັດຈໍາກັດແຕ່ພຽງຜູ້ດຽວກັບບຸກຄົນພາຍນອກ,ຜູ້ອໍານວຍການດັ່ງກ່າວເອີ້ນວ່າ"ຜູ້ອໍານວຍການໃຫຍ່".

ໃນກໍລະນີທີ່ປະທານສະພາຜູ້ອໍານວຍການຖືກເລືອກໃຫ້ເປັນທັງຜູ້ອໍານວຍການໃຫຍ່ໃຫ້ເອີ້ນວ່າ"ປະທານອໍານວຍການ". .....ມາດຕາໜຶ່ງຮ້ອຍສິບເຈັດ:ເງື່ອນໄຂຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສິບເຈັດ:ເງື່ອນໄຂຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດຈໍາກັດມີເງື່ອນໄຂດັ່ງນີ້: 1.ບໍ່ແມ່ນນິຕິບຸກຄົນ; 2.ເປັນຜູ້ທີ່ມີຄວາມສາມາດທາງດ້ານການປະພຶດ; 3.ບໍ່ແມ່ນບຸກຄົນທີ່ລົ້ມລະລາຍຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດໍາເນີນທຸລະກິດ. 4.ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງຫຼືຍັກຍອກຊັບ. .....ມາດຕາໜຶ່ງຮ້ອຍສິບແປດ:ການເລືອກຕັ້ງຫຼືການປົດຕໍາແໜ່ງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສິບແປດ:ການເລືອກຕັ້ງຫຼືການປົດຕໍາແໜ່ງຜູ້ອໍານວຍການ ຜູ້ອໍານວຍການຖືກເລືອກຕັ້ງຕາມກໍລະນີດັ່ງນີ້: 1.ຜູ້ອໍານວຍການຊຸດທໍາອິດຖືກເລືອກຕັ້ງໂດຍກອງປະຊຸມສ້າງຕັ້ງບໍລະສັດຈໍາກັດ; 2.ຜູ້ອໍານວຍການຊຸດຕໍ່ມາຖືກເລືອກຕັ້ງໂດຍກອງປະຊຸມຜູ້ຖືຮຸ້ນ; 3.ຕໍາແໜ່ງຜູ້ອໍານວຍການທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຂອງຜູ້ຖືຮຸ້ນແມ່ນແຕ່ງຕັ້ງໂດຍກອງປະຊຸມຂອງສະພາຜູ້ອໍານວຍການ.ໃນກໍລະນີທີ່ບໍລະສັດຈໍາກັດບໍ່ມີສະພາຜູ້ອໍານວຍການັ້ນຕ້ອງກໍານົດການແຕ່ງຕັ້ງຜູ້ອໍານວຍການດັ່ງກ່າວໄວ້ໃນກົດລະບຽບ.

ຜູ້ອໍານວຍການບໍລະສັດຈໍາກັດຖືກປົດຕໍາແໜ່ງໂດຍກອງປະຊຸມຜູ້ຖືຮຸ້ນບໍ່ວ່າຜູ້ອໍານວຍການຈະໄດ້ຮັບການເລືອກຕັ້ງມາດ້ວຍວິທີໃດກໍ່ຕາມ.

ການປົດຕໍາແໜ່ງຜູ້ອໍານວຍການອາດຈະປະຕິບັດໃນເວລາໃດກໍ່ໄດ້ເມື່ອມີເຫດຜົນພຽງພໍຫຼືການຂາດຄວາມໄວ້ວາງໃຈ.

ຜູ້ຖືຮຸ້ນຫຼືສະພາຜູ້ອໍານວຍການຂອງບໍລິສັດຈໍາກັດບໍ່ມີສິດຮ້ອງຟ້ອງເພື່ອໃຫ້ສານແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການໄດ້ເວັ້ນເສຍແຕ່ກໍລະນີທີ່ມີການລະເມີດຂັ້ນຕອນການເລືອກຕັ້ງຫຼືປົດຕໍາແໜ່ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືໃນກົດລະບຽບຂອງບໍລະສັດຈໍາກັດ. .....ມາດຕາໜຶ່ງຮ້ອຍສິບເກົ້າ:ວິທີການລົງຄະແນນສຽງເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍ�

ມາດຕາໜຶ່ງຮ້ອຍສິບເກົ້າ:ວິທີການລົງຄະແນນສຽງເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍ� ການລົງຄະແນນສຽງເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການສາມາດປະຕິບັດໄດ້ສອງວິທີຄື:ການລົງຄະແນນສຽງແບບສະສົມຄະແນນແລະການລົງຄະແນນສຽງແບບປົກກະຕິ.

ການລົງຄະແນນສຽງແບບສະສົມຄະແນນໝາຍເຖິງການອະນຸຍາດໃຫ້ຜູ້ຖືຮຸ້ນແຕ່ລະຄົນຄູນຈໍານວນຮຸ້ນຂອງຕົນກັບຈໍານວນຜູ້ອໍານວຍການທີ່ຈະເລືອກຕັ້ງເອົາແລ້ວເລືອກລົງຄະແນນໃຫ້ຜູ້ຮັບສະໝັກໃດໜຶ່ງຫຼືຈໍານວນໜຶ່ງທີ່ຕົນເລືອກ.ການນັບຄະແນນແມ່ນໃຫ້ຖືວ່ານຶ່ງຮຸ້ນເທົ່າກັບໜຶ່ງສຽງ.ຜູ້ຮັບສະໝັກທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ແມ່ນຜູ້ທີ່ໄດ້ຮັບການເລືອກຕັ້ງເປັນຜູ້ອໍານວຍການ.

ການປົດຕໍາແໜ່ງຜູ້ອໍານວຍການທີ່ໄດ້ມາຈາກການເລືອກຕັ້ງແບບສະສົມຄະແນນຈະປະຕິບັດໄດ້ກໍ່ຕໍ່ເມື່ອມີສຽງຄັດຄ້ານຢ່າງໜ້ອຍເທົ່າກັບຈໍານວນສຽງທີ່ເລືອກເອົາຜູ້ອໍານວຍການດັ່ງກ່າວ.

ການລົງຄະແນນສຽງແບບປົກກະຕິແມ່ນການລົງຄະແນນສຽງເພື່ອເລືອກເອົາຜູ້ອໍານວຍການພຽງຄົນດຽວໂດຍການນັບຄະແນນສຽງໜຶ່ງຮຸ້ນຕໍ່ນຶ່ງສຽງ.

ຜູ້ທີ່ໄດ້ຮັບການເລືອກຕັ້ງຕາມວັກສີ່ຂອງມາດຕານີ້ແມ່ນຜູ້ທີ່ມີຄະແນນເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ຖືຮຸ້ນແລະຜູ້ຕາງນ້າຜູ້ຖືຮຸ້ນທີ່ເຂົ້າຮ່ວມກອງປະຊຸມ.ການປົດຕໍາແໜ່ງຜູ້ອໍານວຍການໃນກໍລະນີນີ້ແມ່ນປະຕິບັດຄືກັນກັບການເລືອກຕັ້ງເອົາຜູ້ອໍານວຍການນັ້ນ. .....ມາດຕາໜຶ່ງຮ້ອຍຊາວ:ຈໍານວນແລະອາຍຸການຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວ:ຈໍານວນແລະອາຍຸການຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລະສັດຈໍາກັດສາມາດມີຈໍານວນໜຶ່ງຄົນຫຼືຫຼາຍຄົນແຕ່ຕ້ອງກໍານົດໄວ້ໃນກົດລະບຽບຫຼືຕົກລົງກັນໃນກອງປະຊຸມຜູ້ຖືຮຸ້ນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດມີອາຍຸການສອງປີແລະສາມາດເລືອກຕັ້ງຄືນໃໝ່ໄດ້.

ອາຍຸການຂອງຜູ້ອໍານວຍການທີ່ໄດ້ຮັບການເລືອກຕັ້ງແທນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມມາດຕາໜຶ່ງຮ້ອຍສິບແປດຂອງກົດໝາຍສະບັບນີ້ແມ່ນເທົ່າກັບອາຍຸການທີ່ຍັງເຫຼືອຂອງຜູ້ອໍານວຍການທີ່ອອກໄປແລ້ວນັ້ນ. .....ມາດຕາໜຶ່ງຮ້ອຍຊາວເອັດ:ຄວາມຮັບຜິດຊອບຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວເອັດ:ຄວາມຮັບຜິດຊອບຂອງຜູ້ອໍານວຍການ ຜູ້ອໍານວຍການຕ້ອງຮັບຜິດຊອບຕໍ່ການກະທໍາດັ່ງນີ້: 1.ກະລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ. 2.ການລະເມີດກົດລະບຽບຂອງບໍລິສັດຈໍາກັດ; 3.ການປະຕິບັດສິດແລະໜ້າທີ່ເກີນຂອບເຂດທີ່ໄດ້ຮັບມອບໝາຍ. 4.ການບໍ່ປະຕິບັດສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍ.

ຜູ້ອໍານວຍການໃດໜຶ່ງຈະພົ້ນຈາກຄວາມຮັບຜິດຊອບໄດ້ກໍ່ຕໍ່ເມື່ອສາມາດພິສູດໄດ້ວ່າຕົນບໍ່ມີສ່ວນກ່ຽວຂ້ອງກັບການລະເມີດຫຼືເຄີຍໄດ້ຄັດຄ້ານການລົງມະຕິກ່ຽວກັບການກະທໍາດັ່ງກ່າວຊຶ່ງສະແດງອອກໃນບົດບັນທຶກກອງປະຊຸມ.

ຜູ້ຖືຮຸ້ນໃດໜຶ່ງຕ້ອງສົ່ງເງິນຄືນໃຫ້ບໍລິສັດຈໍາກັດໃນສ່ວນທີ່ຜູ້ອໍານວຍການໄດ້ຈ່າຍໃຫ້ຕົນໂດຍລະເມີດກົດລະບຽບຂອງບໍລະສັດຈໍາກັດ.

ຄວາມຮັບຜິດຊອບທາງແພ່ງຂອງຜູ້ອໍານວຍການຕໍ່ບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. .....ມາດຕາໜຶ່ງຮ້ອຍຊາວສອງ:ຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວສອງ:ຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ອໍານວຍການ ບໍລິສັດຈໍາກັດຕ້ອງຮັບຜິດຊອບການລະເມີດຂອງຜູ້ອໍານວຍການຕໍ່ບຸກຄົນພາຍນອກເມື່ອກອງປະຊຸມຜູ້ຖືຮຸ້ນໄດ້ລົງມະຕິຮັບຮອງການກະທໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຫາຂໍ້ສີ່ມາດຕາໜຶ່ງຮ້ອຍຊາວເອັດຂອງກົດໝາຍສະບັບນີ້.

ການລະເມີດຂອບເຂດສິດ,ນ້າທີ່ທີ່ໄດ້ຮັບມອບໝາຍຂອງຜູ້ອໍານວຍການ,ພະນັກງານຫຼືກໍາມະການແຕ່ບໍ່ໄດ້ລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈໍາກັດນັ້ນບໍລິສັດຈໍາກັດຕ້ອງຮັບຜິດຊອບຕໍ່ບຸກຄົນພາຍນອກ.ຄວາມຮັບຜິດຊອບພາຍໃນລະຫວ່າງບໍລະສັດຈໍາກັດແລະຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດໃນກໍລະນີນີ້ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາໜຶ່ງຮ້ອຍຊາວສາມ:ມາດຕະການຕໍ່ການລະເມີດຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວສາມ:ມາດຕະການຕໍ່ການລະເມີດຂອງຜູ້ອໍານວຍການ ບໍລິສັດຈໍາກັດຕ້ອງມີມາດຕາການຕໍ່ຜູ້ອໍານວຍການທີ່ມີການລະເມີດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຊາວເອັດຂອງກົດໝາຍສະບັບນີ້.ມາດຕະການຕໍ່ຜູ້ອໍານວຍການແມ່ນໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ໃນກໍລະນີທີ່ບໍລະສັດຈໍາກັດບໍ່ດໍາເນີນມາດຕະການຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້.ຜູ້ຖືຮຸ້ນໜຶ່ງຄົນຫຼືຫຼາຍຄົນຊຶ່ງມີຮຸ້ນລວມກັນແຕ່ສີ່ສ່ວນຮ້ອຍຂອງຮຸ້ນທັງໝົດຂອງບໍລິສັດຈໍາກັດທີ່ໄດ້ຖອກແລ້ວສາມາດເຮັດໜັງສືແຈ້ງໃຫ້ບໍລິສັດຈໍາກັດດໍາເນີນການປັບໃໝລືຢຸດຕິການກະທໍາ.

ການບໍ່ດໍາເນີນການຫຼືການດໍາເນີນການທີ່ບໍ່ເໝາະສົມຂອງບໍລິສັດຈໍາກັດຕໍ່ຜູ້ອໍານວຍການທີ່ລະເມີດນັ້ນ.ຜູ້ຖືຮຸ້ນດັ່ງກ່າວມີສິດຮ້ອງຟ້ອງເພື່ອໃຫ້ສານຕັດສິນປັບໃໝຫຼືອອກຄໍາສັ່ງຢຸດຕິການກະທໍາຂອງຜູ້ອໍານວຍການທີ່ກ່ຽວຂ້ອງແທນບໍລະສັດຈໍາກັດກໍ່ໄດ້. .....ມາດຕາໜຶ່ງຮ້ອຍຊາວສີ່:ການປະຕິບັດໜ້າທີ່ຂອງຜູ້ອໍານວຍການໃນນາມບໍລະ

ມາດຕາໜຶ່ງຮ້ອຍຊາວສີ່:ການປະຕິບັດໜ້າທີ່ຂອງຜູ້ອໍານວຍການໃນນາມບໍລະ ການປະຕິບັດໜ້າທີ່ຂອງຜູ້ອໍານວຍການມີສອງລັກຊະນະຄື:ການປະຕິບັດໜ້າທີ່ໃນນາມຕົວແທນຂອງບໍລິສັດຈໍາກັດແລະການປະຕິບັດໜ້າທີ່ສະເພາະ.

ການປະຕິບັດໜ້າທີ່ໃນນາມຕົວແທນຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.ຂໍ້ກໍານົດນີ້ໃຫ້ນໍາໃຊ້ລວມໄປເຖິງພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດອີກດ້ວຍ.

ການປະຕິບັດໜ້າທີ່ສະເພາະຂອງຜູ້ອໍານວຍການມີດັ່ງນີ້: 1.ບໍລິຫານກິດຈະການຂອງບໍລິສັດຈໍາກັດໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນສັນຍາສ້າງຕັ້ງບໍລິສັດຈໍາກັດ,ກົດລະບຽບຂອງບໍລິສັດຈໍາກັດແລະມະຕິກອງປະຊຸມຂອງຜູ້ຖືຮຸ້ນ; 2.ຮຽກເກັບຮຸ້ນໃຫ້ໄດ້ຕາມຈໍານວນແລະເວລາທີ່ກໍານົດໄວ້; 3.ຄຸ້ມຄອງແລະນໍາໃຊ້ທຶນຂອງບໍລິສັດຈໍາກັດຕາມວັດຖຸປະສົງແລະເປົ້າໝາຍທີ່ວາງໄວ້; 4.ຈັດວາງລະບົບບັນຊີປົກປັກຮັກສາແລະເກັບມ້ຽນເອກະສານທັງໝົດຂອງບໍລິສັດຈໍາກັດ; 5.ໃຫ້ຄວາມຮ່ວມມືແກ່ຜູ້ກວດສອບບັນຊີໃນການອະທິບາຍກ່ຽວກັບທີ່ມາແລະຄວາມຖືກຕ້ອງຂອງຕົວເລກ,ຂໍ້ມູນທີ່ປາກົດໃນໃບສະຫຼຸບຊັບສົມບັດກ່ອນນໍາສະເໜີຕໍ່ກອງປະຊຸມຜູ້ຖືຮຸ້ນເພື່ອຮັບຮອງ; 6.ສົ່ງສໍາເນົາໃບສະຫຼຸບຊັບສົມບັດໃຫ້ຜູ້ຖືຮຸ້ນແລະຕ້ອງສໍາເນົາຈໍານວນນຶ່ງໄວ້ສໍາລັບຜູ້ຖືຮຸ້ນບໍ່ບົ່ງຊື່ເພື່ອກວດສອບເບິ່ງເມື່ອຕ້ອງການ; 7.ຈັດແບ່ງກໍາໄລໃຫ້ຖືກຕ້ອງເໝາະສົມ; 8.ຄຸ້ມຄອງແລະນໍາໃຊ້ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດ; 9.ແຈ້ງໃຫ້ບໍລິສັດຊາບກ່ຽວກັບຜົນປະໂຫຍດທີ່ຕົນມີບໍ່ວ່າທາງກົງຫຼືທາງອ້ອມໃນສັນຍາຕ່າງໆຂອງບໍລິສັດຈໍາກັດຫຼືການຖືຮຸ້ນເພີ່ມຫຼືຫຼຸດຮຸ້ນຂອງຕົນໃນບໍລິສັດຈໍາກັດຫຼືບໍລະສັດໃນກຸ່ມທີ່ເກີດຂຶ້ນໃນລະຫວ່າງປີການບັນຊີ. .....ມາດຕາໜຶ່ງຮ້ອຍຊາວຫ້າ:ຂໍ້ຫ້າມສໍາລັບຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວຫ້າ:ຂໍ້ຫ້າມສໍາລັບຜູ້ອໍານວຍການ ຫ້າມບໍ່ໃຫ້ຜູ້ອໍານວຍການດໍາເນີນທຸລະກິດທີ່ມີລັກຊະນະແຂ່ງຂັນກັບບໍລິສັດຈໍາກັດດັ່ງນີ້: 1.ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັນກັບບໍລະສັດຈໍາກັດບໍ່ວ່າຈະເປັນການເຮັດເພື່ອຕົນເອງຫຼືເພື່ອຜົນປະໂຫຍດຂອງຄົນອື່ນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກກອງປະຊຸມຜູ້ຖືຮຸ້ນ; 2.ເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຫຼືຂາຮຸ້ນທົ່ວໄປຂອງວິສາຫະກິດຮຸ້ນສ່ວນຈໍາກັດທີ່ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັບບໍລະສັດຈໍາກັດຂອງຕົນເວັ້ນເສຍແຕ່ໄດ້ຮັບຄວາມເຫັດນດີຈາກກອງປະຊຸມຜູ້ຖືຮຸ້ນ; 3.ດໍາເນີນທຸລະກິດໃດໜຶ່ງກັບບໍລະສັດຈໍາກັດຂອງຕົນບໍ່ວ່າຈະເປັນການເຮັດເພື່ອຕົນເອງຫຼືຜູ້ອື່ນກໍ່ຕາມເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 4.ກູ້ຢືມເງິນຈາກບໍລິສັດຈໍາກັດດ້ວຍຕົນເອງ,ສະມາຊິກໃນຄອບຄົວຂອງຕົນຫຼືພີ່ນ້ອງໃກຊິດຂອງພວກກ່ຽວເວັ້ນເສຍແຕ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດ.ຂໍ້ຫ້າມນີ້ໃຫ້ນໍາໃຊ້ລວມໄປເຖິງພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດອີກດ້ວຍ.

ໃນກໍລະນີທີ່ມີການລະເມີດຂໍ້ຫ້າມດັ່ງກ່າວມາໃນມາດຕານີ້ຈະຖືກປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຊາວສາມຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍຊາວຫົກ:ຄວາມຮັບຜິດຊອບໃນການເລືອກຕັ້ງຜູ້ອໍານວຍການຕໍ່ບຸກຄົນພາຍນອກ

ມາດຕາໜຶ່ງຮ້ອຍຊາວຫົກ:ຄວາມຮັບຜິດຊອບໃນການເລືອກຕັ້ງຜູ້ອໍານວຍການຕໍ່ບຸກຄົນພາຍນອກ ຜູ້ອໍານວຍການທີ່ໄດ້ຮັບການເລືອກຕັ້ງໂດຍບໍ່ຖືກຕ້ອງຕາມກົດລະບຽບຂອງບໍລິສັດຈໍາກັດຫຼືຂາດເງື່ອນໄຂໃດໜຶ່ງແລະອື່ນໆນັ້ນບໍລິສັດຈໍາກັດບໍ່ສາມາດນໍາມາເປັນຂໍ້ອ້າງເພື່ອໃຫ້ພົ້ນຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກໄດ້. .....ມາດຕາໜຶ່ງຮ້ອຍຊາວເຈັດ:ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວເຈັດ:ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດຈໍາກັດອາດຈະພົ້ນຈາກຕໍາແໜ່ງດ້ວຍເຫດຜົນຢ່າງໃດຢ່າງໜຶ່ງດັ່ງນີ້: 1.ຄົບອາຍຸການ; 2.ກອງປະຊຸມຜູ້ຖືຮຸ້ນມີມະຕິປົດຕໍາແໜ່ງ; 3.ມີຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນວັກສີ່ມາດຕາໜຶ່ງໜຶ່ງແປດຂອງກົດໝາຍສະບັບນີ້; 4.ເສຍຊີວິດ,ລົ້ມລະລາຍ,ລາອອກ,ຂາຍຄວາມສາມາດທາງດ້ານການປະພຶດ,ຂາດເງື່ອນໄຂເປັນຜູ້ອໍານວຍການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງໜຶ່ງເຈັດຂອງກົດໝາຍສະບັບນີ້.

ພາຍຫຼັງພົ້ນຕໍາແໜ່ງແລະມີການເລືອກຕັ້ງຜູ້ອໍານວຍການແທນແລ້ວຕ້ອງແຈ້ງໃຫ້ເຂົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງເພື່ອຂຶ້ນທະບຽນກ່ຽວກັບການປ່ຽນແປງໃໝ່ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ມີການເລືອກຕັ້ງເປັນຕົ້ນໄປ.

ການປ່ຽນແປງໃໝ່ຈະມີຜົນຕໍ່ບຸກຄົນພາຍນອກກໍ່ຕໍ່ເມື່ອໄດ້ຂຶ້ນທະບຽນກ່ຽວກັບການປ່ຽນແປງໃໝ່ດັ່ງທີ່ໄດ້ບົ່ງໄວ້ໃນວັກສອງຂອງມາດຕານີ້.

ມີຜົນໃຊ້ໄດ້ນັບແຕ່ວັນທີ່ບໍລະສັດຈໍາກັດໄດ້ຮັບໃບລາອອກຂອງຜູ້ອໍານວຍການເປັນຕົ້ນໄປ.

ໃນກໍລະນີທີ່ຜູ້ອໍານວຍການຂອງສະພາຜູ້ອໍານວຍການພົ້ນຕໍາແໜ່ງທັງຊຸດນັ້ນໃຫ້ສະພາຜູ້ອໍານວຍການຊຸດເກົ່ານີ້ສືບຕໍ່ປະຕິບັດໜ້າທີ່ທີ່ຈໍາເປັນໄປຈົນກວ່າມີການເລືອກຕັ້ງໃໝ່ແທນເວັ້ນເສຍແຕ່ສານໄດ້ກໍານົດໄວ້ຢ່າງອື່ນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມຂອງມາດຕານີ້. .....ມາດຕາໜຶ່ງຮ້ອຍຊາວແປດ:ປຶ້ມບັນຊີທະບຽນຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວແປດ:ປຶ້ມບັນຊີທະບຽນຜູ້ອໍານວຍການ ປຶ້ມບັນຊີທະບຽນຜູ້ອໍານວຍການຕ້ອງປະກອບດ້ວຍເນື້ອໃນດັ່ງນີ້: 1.ຊື່,ສັນຊາດ,ວັນເດືອນປີເກີດແລະທີ່ຢູ່ຂອງຜູ້ອໍານວຍການ; 2.ປະເພດຮຸ້ນມູນຄ່າເລກທີໃບຮຸ້ນແລະຈໍານວນຮຸ້ນທີ່ຜູ້ອໍານວຍການແຕ່ລະຄົນຖື; 3.ວັນເດືອນປີທີ່ໄດ້ຮັບເລືອກຕັ້ງເປັນຜູ້ອໍານວຍການ; 4.ປຶ້ມບັນຊີທະບຽນຜູ້ອໍານວຍການແລະບົດລາຍງານກອງປະຊຸມຜູ້ຖືຮຸ້ນຕ້ອງເກັບຮັກສາໄວ້ໃນສໍານັກງານໃຫຍ່ຂອງບໍລະສັດຈໍາກັດເພື່ອໃຫ້ຜູ້ຖືຮຸ້ນສາມາດເບິ່ງຫຼືສາມາດກວດສອບໄດ້. .....ມາດຕາໜຶ່ງຮ້ອຍຊາວເກົ້າ:ສະພາຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍຊາວເກົ້າ:ສະພາຜູ້ອໍານວຍການ ບໍລິສັດຈໍາກັດທີ່ມີຜູ້ອໍານວຍການແຕ່ສອງຄົນຂຶ້ນໄປອາດຈະສ້າງຕັ້ງເປັນ"ສະພາຜູ້ອໍານວຍການ"ເວັ້ນເສຍແຕ່ຕົກລົງກັນໄວ້ຢ່າງອື່ນ.ບໍລະສັດຈໍາກັດທີ່ມີຊັບສິນເກີນກວ່າຫ້າສິບຕື້ກີບຕ້ອງມີສະພາຜູ້ອໍານວຍການແລະຜູ້ກວດສອບບັນຊີ.

ສະພາບຜູ້ອໍານວຍການເຄື່ອນໄຫວວຽກງານຂອງຕົນບົນພື້ນຖານຫຼັກການ,ວິທີການຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດບໍ່ໄດ້ກໍານົດໄວ້ໃຫ້ສະພາຜູ້ອໍານວຍການຂອງບໍລິສັດຈໍາກັດເຄື່ອນໄຫວວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບເອັດຫາມາດຕາໜຶ່ງຮ້ອຍສາມສິບສີ່ຂອງກົດໝາຍສະບັບນີ້.

ສະພາຜູ້ອໍານວຍການເຄື່ອນໄຫວວຽກງານໂດຍການແບ່ງງານໃຫ້ແຕ່ລະຜູ້ອໍານວຍການຮັບຜິດຊອບ.

ສະພາຜູ້ອໍານວຍການຕ້ອງມີປະທານແລະມີຮອງປະທານຫຼືບໍ່ມີກໍ່ໄດ້. .....ມາດຕາໜຶ່ງຮ້ອຍສາມສິບ:ສິດແລະໜ້າທີ່ຂອງສະພາຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສາມສິບ:ສິດແລະໜ້າທີ່ຂອງສະພາຜູ້ອໍານວຍການ ສະພາຜູ້ອໍານວຍການມີສິດແລະໜ້າທີ່ດັ່ງນີ້: 1.ເປັນໃຈກາງປະສານງານແລະດັດປັບວຽກງານຂອງບັນດາຜູ້ອໍານວຍການ; 2.ແຕ່ງຕັ້ງຜູ້ອໍານວຍການໃດໜຶ່ງທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຂອງຜູ້ຖືຮຸ້ນ; 3.ກໍານົດທິດທາງແຜນການໃນການບໍລະຫານຈັດການບໍລິສັດຈໍາກັດເພື່ອສະເໜີຜ່ານກອງປະຊຸມຜູ້ຖືຮຸ້ນ; 4.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍສາມສິບເອັດ:ອົງປະຊຸມຂອງສະພາຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສາມສິບເອັດ:ອົງປະຊຸມຂອງສະພາຜູ້ອໍານວຍການ ອົງປະຊຸມຂອງສະພາຜູ້ອໍານວຍການແມ່ນຂຶ້ນກັບການຕົກລົງຂອງສະພາຜູ້ອໍານວຍການເອງແຕ່ຕ້ອງບໍ່ຕໍ່າກວ່າເຄິ່ງໜຶ່ງຂອງຈໍານວນຜູ້ອໍານວຍການ.ໃນກໍລະນີທີ່ມີຜູ້ອໍານວຍການພຽງສອງຄົນອົງປະຊຸມຕ້ອງແມ່ນສອງຄົນ.

ໃນກໍລະນີທີ່ຕໍາແໜ່ງຜູ້ອໍານວຍການໃດໜຶ່ງຫາກວ່າງລົງແຕ່ອົງປະຊຸມຍັງຄົບຖ້ວນຢູ່ສະພາຜູ້ອໍານວຍການກໍ່ຍັງສາມາດເຄື່ອນໄຫວວຽກງານສືບຕໍ່ໄປໄດ້ຈົນກວ່າໄດ້ມີການເລືອກຕັ້ງຜູ້ອໍານວຍການຄົນໃໝ່ແທນ.

ຕໍາແໜ່ງຜູ້ອໍານວຍການທີ່ວ່າງລົງຫາກຕໍ່າກວ່າລະດັບຕໍ່າສຸດຂອງອົງປະຊຸມທີ່ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ສະພາຜູ້ອໍານວຍການບໍ່ສາມາດເຄື່ອນໄຫວວຽກງານໃດໆໄດ້ນອກຈາກການເພີ່ມຈໍານວນຜູ້ອໍານວຍການໃຫ້ຄົບເສຍກ່ອນ. .....ມາດຕາສາມສິບສອງ:ປະທານແລະຮອງປະທານສະພາຜູ້ອໍານວຍການ

ມາດຕາສາມສິບສອງ:ປະທານແລະຮອງປະທານສະພາຜູ້ອໍານວຍການ ປະທານແລະຮອງປະທານສະພາຜູ້ອໍານວຍການຖືກເລືອກຕັ້ງມາຈາກຜູ້ອໍານວຍການໃດໜຶ່ງ.

ປະທານສະພາຜູ້ອໍານວຍການເປັນຜູ້ນໍາພາກອງປະຊຸມຂອງສະພາຜູ້ອໍານວຍການ,ກອງປະຊຸມຜູ້ຖືຮຸ້ນແລະປະຕິບັດວຽກງານອື່ນໆພາຍໃຕ້ຂອບເຂດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ຮອງປະທານສະພາຜູ້ອໍານວຍການເປັນຜູ້ຊ່ວຍວຽກແລະປະຕິບັດໜ້າທີ່ຕາມການມອບໝາຍຂອງປະທານ.

ໃນກອງປະຊຸມສະພາຜູ້ອໍານວຍການຫຼືກອງປະຊຸມຜູ້ຖືຮຸ້ນຫາກປະທານຕິດຂັດຕ້ອງມອບໝາຍໃຫ້ຮອງປະທານຜູ້ໃດໜຶ່ງເປັນປະທານກອງປະຊຸມແທນ.ໃນກໍລະນີທີ່ບໍ່ມີຮອງປະທານຫຼືມີແຕ່ມາຮ່ວມປະຊຸມບໍ່ໄດ້ໃຫ້ລົງຄະແນນສຽງເລືອກເອົາຜູ້ອໍານວຍການໃດໜຶ່ງເປັນປະທານກອງປະຊຸມສະເພາະນັ້ນ.

ສໍາລັບກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ບໍ່ມີສະພາຜູ້ອໍານວຍການນັ້ນໃຫ້ເລືອກເອົາຜູ້ອໍານວຍການໃດນຶ່ງເປັນປະທານສະເພາະກອງປະຊຸມດັ່ງກ່າວ. .....ມາດຕາໜຶ່ງຮ້ອຍສາມສິບສາມ:ການຮຽກປະຊູມຂອງສະພາຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສາມສິບສາມ:ການຮຽກປະຊູມຂອງສະພາຜູ້ອໍານວຍການ ຜູ້ອໍານວຍການແຕ່ລະຄົນມີສິດຮຽກປະຊຸມຂອງສະພາຜູ້ອໍານວຍການໄດ້.

ຜູ້ອໍານວຍການຕ້ອງເຂົ້າປະຊຸມດ້ວຍຕົນເອງ.ຫ້າມບໍ່ໃຫ້ຄົນອື່ນເຂົ້າແທນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີເປັນເອກະສັນຈາກຜູ້ອໍານວຍການຄົ້ນອື່ນ.ຜູ້ເຂົ້າແທນຫຼືຜູ້ຕາງໜ້າມີສິດອອກຄໍາເຫັນແຕ່ບໍ່ມີສິດລົງຄະແນນສຽງ.

ໃນກໍລະນີທີ່ຈໍາເປັນສະພາຜູ້ອໍານວຍການອາດຈະນໍາໃຊ້ຮູບແບບກອງປະຊຸມທີ່ເອີ້ນວ່າ"ກອງປະຊຸມບໍ່ເປັນທາງການ"ໂດຍຜ່ານຮູບການສື່ສານໃດໜຶ່ງກໍ່ໄດ້. .....ມາດຕາໜຶ່ງຮ້ອຍສາມສິບສີ່:ມະຕິແລະບົດບັນທຶກກອງປະຊຸມຂອງສະພາຜູ້ອໍານວຍການ

ມາດຕາໜຶ່ງຮ້ອຍສາມສິບສີ່:ມະຕິແລະບົດບັນທຶກກອງປະຊຸມຂອງສະພາຜູ້ອໍານວຍການ ມະຕິກອງປະຊຸມຂອງສະພາຜູ້ອໍານວຍການຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຜູ້ອໍານວຍການທີ່ເຂົ້າຮ່ວມກອງປະຊຸມ.ຜູ້ອໍານວຍການຜູ້ໜຶ່ງມີໜຶ່ງຄະແນນສຽງ.

ໃນຖານະເປັນຜູ້ອໍານວຍການ,ປະທານກອງປະຊຸມສະພາຜູ້ອໍານວຍການໃຫ້ລົງຄະແນນສຽງຄືກັນກັບຜູ້ອໍານວຍການຄົນອື່ນ.ຖ້າຜົນຂອງການລົງຄະແນນສຽງດັ່ງກ່າວນັ້ນມີຄະແນນເທົ່າກັນໃຫ້ປະທານລົງຄະແນນສຽງອີກຄັ້ງໜຶ່ງເພື່ອຕັດສິນ.

ຜູ້ອໍານວຍການທີ່ມີຜົນໄດ້ຜົນເສຍຫຼືມີຜົນປະໂຫຍດກ່ຽວຂ້ອງໂດຍກົງກັບມະຕິທີ່ລົງຄະແນນສຽງນັ້ນບໍ່ໃຫ້ລົງຄະແນນສຽງ.

ການຂໍ້ມູນ\ກົດໝາຍ\ກົດໝາຍວິສາຫະກິດ 09-11-2005\ພາກທີ5ບໍລິສັດ\ໝວດທີ2ບໍລິສັດຈໍາກັດ\ງ.ຜູ້ອໍານວຍການແລະສະພາຜູ້ອໍານວຍການບໍລະສັດຈໍາກັດ\ກົດໝາຍວິສາຫະກິດ 09-11-2005: ມາດຕາໜຶ່ງຮ້ອຍສາມສິບສີ່:ມະຕິແລະບົດບັນທຶກກອງປະຊຸມຂອງສະພາຜູ້ອໍານວຍການ ມະຕິກອງປະຊຸມຂອງສະພາຜູ້ອໍານວຍການຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຜູ້ອໍານວຍການທີ່ເຂົ້າຮ່ວມກອງປະຊຸມ.ຜູ້ອໍານວຍການຜູ້ໜຶ່ງມີໜຶ່ງຄະແນນສຽງ.

ໃນຖານະເປັນຜູ້ອໍານວຍການ,ປະທານກອງປະຊຸມສະພາຜູ້ອໍານວຍການໃຫ້ລົງຄະແນນສຽງຄືກັນກັບຜູ້ອໍານວຍການຄົນອື່ນ.ຖ້າຜົນຂອງການລົງຄະແນນສຽງດັ່ງກ່າວນັ້ນມີຄະແນນເທົ່າກັນໃຫ້ປະທານລົງຄະແນນສຽງອີກຄັ້ງໜຶ່ງເພື່ອຕັດສິນ.

ຜູ້ອໍານວຍການທີ່ມີຜົນໄດ້ຜົນເສຍຫຼືມີຜົນປະໂຫຍດກ່ຽວຂ້ອງໂດຍກົງກັບມະຕິທີ່ລົງຄະແນນສຽງນັ້ນບໍ່ໃຫ້ລົງຄະແນນສຽງ.

ການລົງມະຕິສໍາລັບການປະຊຸມບໍ່ເປັນທາງການໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດໂດຍໃຫ້ຈໍາແນກລະອຽດວິທີລົງມະຕິເມື່ອນໍາໃຊ້ຮຸ້ບການສື່ສານໃດໜຶ່ງ.

ກອງປະຊຸມສະພາຜູ້ອໍານວຍການແຕ່ລະຄັ້ງຕ້ອງມີບົດບັນທຶກຫຼືບົດລາຍງານກອງປະຊຸມ.ບົດບັນທຶກກອງປະຊຸມຂອງສະພາຜູ້ອໍານວຍການຕ້ອງເກັບຮັກສາໄວ້ໃນສໍານັກງານໃຫຍ່ຂອງບໍລິສັດຈໍາກັດຊຶ່ງຜູ້ຖືຮຸ້ນສາມາດເບິ່ງຫຼືກວດສອບໄດ້ຍົກເວັ້ນແຕ່ເອກະສານຫຼືຂໍ້ມູນທີ່ເປັນຄວາມລັບທາງການຄ້າຫຼືເປັນຍຸດທະສາດການແຂ່ງຂັນຂອງບໍລິສັດຈໍາກັດ.ລົງມະຕິສໍາລັບການປະຊຸມບໍ່ເປັນທາງການໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດໂດຍໃຫ້ຈໍາແນກລະອຽດວິທີລົງມະຕິເມື່ອນໍາໃຊ້ຮຸ້ບການສື່ສານໃດໜຶ່ງ.

ກອງປະຊຸມສະພາຜູ້ອໍານວຍການແຕ່ລະຄັ້ງຕ້ອງມີບົດບັນທຶກຫຼືບົດລາຍງານກອງປະຊຸມ.ບົດບັນທຶກກອງປະຊຸມຂອງສະພາຜູ້ອໍານວຍການຕ້ອງເກັບຮັກສາໄວ້ໃນສໍານັກງານໃຫຍ່ຂອງບໍລິສັດຈໍາກັດຊຶ່ງຜູ້ຖືຮຸ້ນສາມາດເບິ່ງຫຼືກວດສອບໄດ້ຍົກເວັ້ນແຕ່ເອກະສານຫຼືຂໍ້ມູນທີ່ເປັນຄວາມລັບທາງການຄ້າຫຼືເປັນຍຸດທະສາດການແຂ່ງຂັນຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍສາມສິບຫ້າ:ພະນັກງານແລະກໍາມະກອນບໍລິສັດຈໍາກັດ.

ມາດຕາໜຶ່ງຮ້ອຍສາມສິບຫ້າ:ພະນັກງານແລະກໍາມະກອນບໍລິສັດຈໍາກັດ. ພະນັກງານຂອງບໍລິສັດຈໍາກັດປະກອບດ້ວຍຜູ້ຈັດການ,ເລຂານຸການ,ນາຍບັນຊີແລະພະນັກງານທົ່ວໄປອື່ນໆ.

ພະນັກງານຂອງບໍລິສັດຈໍາກັດແມ່ນຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍສະພາຜູ້ອໍານວຍການຫຼືຜູ້ອໍານວຍການໃຫ້ກໍລະນີທີ່ບໍລິສັດຈໍາກັດບໍ່ມີສະພາຜູ້ອໍານວຍການ.ສໍາລັບກໍາມະກອນຂອງບໍລິສັດຈໍາກັດແມ່ນຖືກຈ້າງຫຼືເລີກຈ້າງໂດຍຜູ້ຈັດການ.

ພະນັກງານຂອງບໍລິສັດຈໍາກັດໄດ້ຮັບເງິນເດືອນ.ສໍາລັບກໍາມະກອນຂອງບໍລິສັດຈໍາກັດແມ່ນໄດ້ຮັບເງິນຄ່າຈ້າງເປັນການຕອບແທນ.ອັດຕາເງິນເດືອນຂອງພະນັກງານແລະຄ່າຈ້າງຂອງກໍາມະກອນບໍລິສັດຈໍາກັດແມ່ນຖືກຮັບຮອງໂດຍກອງປະຊຸມຜູ້ຖືຮຸ້ນ.

ພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດຕ້ອງປະຕິບັດສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ມອບໝາຍ.

ການພົວພັນລະຫວ່າງຜູ້ອໍານວຍການກັບພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ການຈ້າງຫຼືການມອບໝາຍວຽກງານຕ້ອງເຮັດເປັນລາຍລັກອັກສອນໂດຍໃຫ້ກໍານົດລະອຽດກ່ຽວກັບສິດແລະໜ້າທີ່ທີ່ມອບໝາຍພ້ອມດ້ວຍລາຍເຊັນຂອງຜູ້ມອບໝາຍ.

ໃນກໍລະນີທີ່ບໍລິສັດໃດໜຶ່ງບໍ່ມີຜູ້ຈັດການໃຫ້ຜູ້ອໍານວຍການປະຕິບັດສິດແລະໜ້າທີ່ຂອງຜູ້ຈັດການແທນ. ....ຈ.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດ


.....ມາດຕາໜຶ່ງຮ້ອຍສາມສິບຫົກ:ກອງປະຊຸມຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສາມສິບຫົກ:ກອງປະຊຸມຜູ້ຖືຮຸ້ນ ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດແມ່ນການຈັດຕັ້ງສູງສຸດຂອງບໍລິສັດຈໍາກັດ.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດມີສອງປະເພດຄື:ກອງປະຊຸມສາມັນແລະກອງປະຊຸມວິສາມັນ.

ກອງປະຊຸມສາມັນຕ້ອງເປີດຂຶ້ນຢ່າງໜ້ອຍປີລະຄັ້ງ.ໄລຍະເວລາຂອງການເປີດກອງປະຊຸມໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດ.

ກອງປະຊຸມວິສາມັນເປີດຂຶ້ນເວລາໃດກໍ່ໄດ້ຖ້າເຫັນວ່າມີຄວາມຈໍາເປັນເຊັ່ນຕໍາແໜ່ງຜູ້ກວດສອບບັນຊີໃດໜຶ່ງວ່າງລົງ.

ກອງປະຊຸມວິສາມັນສາມາດເປີດຂຶ້ນໄດ້ໃນກໍລະນີດັ່ງນີ້: 1.ມີຜູ້ອໍານວຍການເກີນກວ່າເຄິ່ງໜຶ່ງເຫັນດີໃຫ້ເປີດກອງປະຊຸມຜູ້ຖືຮຸ້ນ; 2.ຜູ້ຖືຮຸ້ນຮ້ອງຟ້ອງຕໍ່ສານແລະສານສັ່ງໃຫ້ເປີດກອງປະຊຸມ; 3.ມີການຮ້ອງຂໍຂອງຜູ້ຖືຮຸ້ນຊຶ່ງມີຈໍານວນຮຸ້ນຢ່າງໜ້ອຍເທົ່າກັບຊາວສ່ວນຮ້ອຍຂອງຈໍານວນຮຸ້ນທັງໝົດທີ່ຖອກແລ້ວ.

ການຮຽກປະຊຸມຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມຂອງມາດຕານີ້ຜູ້ຖືຮຸ້ນທີ່ມີຈໍານວນດັ່ງກ່າວຕ້ອງລວມຊື່ກັນເຮັດຄໍາສະເໜີເຖິງສະພາຜູ້ອໍານວຍການຫຼືຜູ້ອໍານວຍການໂດຍບົ່ງບອກເນື້ອໃນກ່ຽວກັບຈຸດປະສົງຂອງການຂໍເປີດກອງປະຊຸມ.ພາຍຫຼັງສະພາຜູ້ອໍານວຍການຫຼືຜູ້ອໍານວຍການໄດ້ຮັບຄໍາສະເໜີດັ່ງກ່າວແລ້ວກໍ່ຕ້ອງເປີດກອງປະຊຸມວິສາມັນພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີຂໍໃຫ້ເປີດກອງປະຊຸມເປັນຕົ້ນໄປ. .....ມາດຕາໜຶ່ງຮ້ອຍສາມສິບເຈັດ:ການແຈ້ງໃຫ້ຜູ້ຖືຮຸ້ນກ່ອນເປີດກອງປະຊຸມ

ມາດຕາໜຶ່ງຮ້ອຍສາມສິບເຈັດ:ການແຈ້ງໃຫ້ຜູ້ຖືຮຸ້ນກ່ອນເປີດກອງປະຊຸມ ກ່ອນເປີດກອງປະຊຸມສາມັນຫຼືວິສາມັນສະພາຜູ້ອໍານວຍການຫຼືຜູ້ອໍານວຍການຕ້ອງແຈ້ງໃຫ້ຜູ້ຖືຮຸ້ນທຸກຄົນຊາບກ່ຽວກັບວັນ,ກໍານົດເວລາເປີດ,ປິດແລະສະຖານທີ່ປະຊຸມພ້ອມທັງສົ່ງເອກະສານທີ່ຈໍາເປັນແລະກ່ຽວຂ້ອງກັບກອງປະຊຸມຢ່າງໜ້ອຍຫ້າວັນລັດຖະການກ່ອນວັນເປີດກອງປະຊຸມ.

ໃນກໍລະນີທີ່ມີການເລື່ອນກອງປະຊຸມຜູ້ຖືຮຸ້ນສະພາຜູ້ອໍານວຍການຫຼືຜູ້ອໍານວຍການຕ້ອງດໍາເນີນການເຊັ່ນດຽວກັນກັບທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້.

ການແຈ້ງໃຫ້ຜູ້ຖືຮຸ້ນຊາບອາດຈະສົ່ງໃຫ້ໂດຍກົງຫຼືຜ່ານຮູບການສື່ສານທີ່ເຫັນວ່າເໝາະສົມ. .....ມາດຕາໜຶ່ງຮ້ອຍສາມສິບແປດ:ອົງປະຊຸມ

ມາດຕາໜຶ່ງຮ້ອຍສາມສິບແປດ:ອົງປະຊຸມ ບໍລະສັດຈໍາກັດຕ້ອງກໍານົດລະອຽດກ່ຽວກັບອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນແລະລະບຽບການດໍາເນີນກອງປະຊຸມໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ບໍ່ໄດ້ກໍານົດໄວ້ນັ້ນອົງປະຊຸມຕ້ອງມີຜູ້ຖືຮຸ້ນເຂົ້າຮ່ວມຢ່າງໜ້ອຍສອງຄົນແລະຕ້ອງມີຈໍານວນຮຸ້ນເກີນເຄິ່ງໜຶ່ງຂອງຈໍານວນຮຸ້ນທີ່ຖອກແລ້ວທັງໝົດ.

ໃນກົດລະບຽບຂອງບໍລະສັດຈໍາກັດສາມາດກໍານົດອົງປະຊຸມໄວ້ຢ່າງອື່ນກໍ່ໄດ້ແຕ່ບໍ່ໃຫ້ຕໍ່າກວ່າຈໍານວນທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້.

ຮຸ້ນທີ່ເປັນໂມຄະຈາກການໂອນບໍ່ໃຫ້ນັບເປັນອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນເຖິງວ່າຜູ້ຖືຮຸ້ນນັ້ນຈະເຂົ້າຮ່ວມປະຊຸມກໍ່ຕາມ. .....ມາດຕາໜຶ່ງຮ້ອຍສາມສິບເກົ້າ:ວາລະກອງປະຊຸມ

ມາດຕາໜຶ່ງຮ້ອຍສາມສິບເກົ້າ:ວາລະກອງປະຊຸມ ປະທານກອງປະຊຸມຕ້ອງຈັດແລະຮັກສາລໍາດັບຂອງວາລະກອງປະຊຸມທີ່ໄດ້ຕົກລົງກັນ.ການປ່ຽນລໍາດັບຂອງວາລະກອງປະຊຸມຈະປະຕິບັດໄດ້ກໍ່ຕໍ່ເມື່ອມີສຽງເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ຖືຮຸ້ນທີ່ມາຮ່ວມປະຊຸມ.

ກອງປະຊຸມຜູ້ຖືຮຸ້ນສາມາດເພີ່ມວາລະກອງປະຊຸມໄດ້ແຕ່ຕ້ອງມີຜູ້ຖືຮຸ້ນທີ່ມີຈໍານວນຮຸ້ນເກີນກວ່າໜຶ່ງສ່ວນສາມຂອງຈໍານວນຮຸ້ນທີ່ໄດ້ຊໍາລະແລ້ວເປັນຜູ້ສະເໜີ.

ເມື່ອມີກໍລະນີທີ່ຕ້ອງໃຊ້ເວລາຫຼາຍໃນການພິຈາລະນາກອງປະຊຸມອາດຈະຕົງລົງເລື່ອນບັນຫາດັ່ງກ່າວໄປພິຈາລະນາກັນໃນວັນເວລາອື່ນກໍ່ໄດ້ໂດຍບໍ່ຈໍາເປັນຕ້ອງຮຽກປະຊຸມກັນໃໝ່ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບເຈັດຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍສີ່ສິບ:ສະຖານທີ່ແລະລະບຽບການປະຊຸມ

ມາດຕາໜຶ່ງຮ້ອຍສີ່ສິບ:ສະຖານທີ່ແລະລະບຽບການປະຊຸມ ກອງປະຊຸມຜູ້ຖືຮຸ້ນຕ້ອງເປີດຢູ່ສໍານັກງານໃຫຍ່ຂອງບໍລະສັດຈໍາກັດເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈໍາເປັນຫຼືໄດ້ຕົກລົງກັນໄວ້ຢ່າງອື່ນ.

ພາຍຫຼັງສອງຊົ່ວໂມງນັບແຕ່ເວລານັດປະຊຸມເປັນຕົ້ນໄປຖ້າອົງປະຊຸມຍັງບໍ່ທັນຄົບຖ້ວນປະທານກອງປະຊຸມມີສິດສັ່ງໂຈະກອງປະຊຸມໄດ້.

ການນັດເປີດກອງປະຊຸມໃໝ່ໃຫ້ປະຕິບັດສໍາເລັດພາຍໃນສິບຫ້າວັນລັດຖະການນັບແຕ່ວັນໂຈະກອງປະຊຸມແລະໃຫ້ດໍາເນີນກອງປະຊຸມໄດ້ໂດຍບໍ່ຈໍາເປັນຕ້ອງຄົບອົງປະຊຸມ. .....ມາດຕາໜຶ່ງຮ້ອຍສີ່ສິບເອັດ:ການຈໍາກັດສິດໃນການລົງຄະແນນສຽງ

ມາດຕາໜຶ່ງຮ້ອຍສີ່ສິບເອັດ:ການຈໍາກັດສິດໃນການລົງຄະແນນສຽງ ຜູ້ຖືຮຸ້ນໃດໜຶ່ງອາດຈະຖືກຈໍາກັດສິດໃນການລົງຄະແນນສຽງໃນກໍລະນີດັ່ງນີ້: 1.ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ຜູ້ຖືຮຸ້ນຍັງຄ້າງຊໍາລະຮຸ້ນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 3.ເປັນຜູ້ຖືຮຸ້ນບໍ່ບົ່ງຊື່ເວັ້ນເສຍແຕ່ກ່ອນເປີດກອງປະຊຸມຜູ້ກ່ຽວໄດ້ນໍາໃບຮຸ້ນດັ່ງກ່າວມາສະແດງຕໍ່ປະທານກອງປະຊຸມຫຼືຜູ້ອໍານວຍການໄວ້ແລ້ວ; 4.ເປັນຜູ້ຖືຮຸ້ນທີ່ມີສ່ວນໄດ້ສ່ວນເສຍຫຼືມີຜົນປະໂຫຍດໂດຍກົງກັບບັນຫາທີ່ລົງຄະແນນສຽງຮັບຮອງ. ການກໍານົດຜູ້ຖືຮຸ້ນຕາມຂໍ້ສີ່ຂອງມາດຕານີ້ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນຕົກລົງກັນເອງ. .....ມາດຕາໜຶ່ງຮ້ອຍສີ່ສິບສອງ:ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມປະຊຸມແທນ

ມາດຕາໜຶ່ງຮ້ອຍສີ່ສິບສອງ:ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມປະຊຸມແທນ ຜູ້ຖືຮຸ້ນອາດຈະມອບໝາຍໃຫ້ຜູ້ຕາງໜ້າໃດໜຶ່ງເຂົ້າຮ່ວມປະຊຸມແທນກໍ່ໄດ້ແຕ່ການມອບໝາຍຕ້ອງເຮັດເປັນລາຍລັກອັກສອນແລະມອບໃຫ້ສະພາຜູ້ອໍານວຍການຫຼືຜູ້ອໍານວຍການກ່ອນເປີດກອງປະຊຸມໂດຍມີເນື້ອໃນສໍາຄັນດັ່ງນີ້: 1.ຊື່ຜູ້ຕາງໜ້າແລະຊື່ຜູ້ຖືຮຸ້ນທີ່ມອບ; 2.ຈໍານວນຮຸ້ນຂອງຜູ້ຖືຮຸ້ນທີ່ມອບ; 3.ຊື່,ເວລາ,ສະຖານທີ່ຂອງກອງປະຊຸມແລະຂອບເຂດການມອບໝາຍ.ໃນກໍລະນີທີ່ຕ້ອງການໃຫ້ລົງຄະແນນສຽງແທນກໍ່ຕ້ອງບົ່ງກ່ຽວກັບເລື່ອງນີ້ໄວ້ດ້ວຍ.

ຜູ້ຕາງໜ້າມີຄະແນນສຽງເທົ່າກັບສຽງຂອງຜູ້ມອບໝາຍເວັ້ນເສຍແຕ່ໄດ້ກໍານົດຢ່າງອື່ນໄວ້ໃນໃບມອບສັນທະ. .....ມາດຕາໜຶ່ງຮ້ອຍສີ່ສິບສາມ:ມະຕິຂອງກອງປະຊຸມຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສີ່ສິບສາມ:ມະຕິຂອງກອງປະຊຸມຜູ້ຖືຮຸ້ນ ມະຕິຂອງກອງປະຊຸມຜູ້ຖືຮຸ້ນມີສອງລັກສະນະຄື:ການລົງມະຕິທົ່ວໄປແລະການລົງມະຕິສະເພາະ.

ການລົງມະຕິທົ່ວໄປຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສຽງທີ່ເຂົ້າຮ່ວມກອງປະຊຸມໂດຍໃຫ້ນັບຄະແນນໜຶ່ງຮຸ້ນເທົ່າກັບໜຶ່ງສຽງ. .....ມາດຕາໜຶ່ງຮ້ອຍສີ່ສິບສີ່:ມະຄິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສີ່ສິບສີ່:ມະຄິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ ການນັດປະຊຸມເພື່ອລົງມະຄິສະເພາະຕ້ອງແຈ້ງໃຫ້ຜູ້ຖືຮຸ້ນຊາບຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບເຈັດຂອງກົດໝາຍສະບັບນີ້ແລະໃຫ້ກໍານົດບັນຫາທີ່ກອງປະຊຸມຈະລົງມະຕິພ້ອມ.

ກອງປະຊຸມຜູ້ຖືຮຸ້ນເພື່ອລົງມະຕິສະເພາະອາດຈະເປີດຂຶ້ນໜຶ່ງຄັ້ງຫຼືຫຼາຍກວ່ານັ້ນກໍ່ໄດ້.ມະຄິສະເພາະຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີສຽງຂອງຜູ້ຖືຮຸ້ນຫຼືຜູ້ຕາງໜ້າຜູ້ຖືຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຜູ້ເຂົ້າຮ່ວມປະຊຸມແລະມີຢ່າງໜ້ອຍແປດສິບສ່ວນຮ້ອຍຂອງຈໍານວນຮຸ້ນທີ່ຖອກແລ້ວທັງໝົດ.

ບັນຫາທີ່ຕ້ອງລົງມະຕິສະເພາະມີດັ່ງນີ້: 1.ການລົງຄະແນນສຽງໃນບັນຫາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ການປ່ຽນແປງກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ; 3.ການເພີ່ມທຶນຫຼືການຫຼຸດທຶນ; 4.ການຄວບຫຼືການຍຸບເລີກບໍລິສັດຈໍາກັດ; 5.ການຂາຍຫຼືໂອນກິດຈະການທັງໝົດຫຼືບາງສ່ວນທີ່ມີຄວາມສໍາຄັນຂອງບໍລິສັດຈໍາກັດໃຫ້ບຸກຄົນອື່ນ; 6.ການຊື້ຫຼືຮັບໂອນກິດຈະການຂອງວິສາຫະກິດອື່ນ; 7.ການຮັກສາຖານະເປັນບໍລິສັດຈໍາກັດເມື່ອມີຈໍານວນຜູ້ຖືຮຸ້ນເກີນສາມສິບຄົນ.

ພາຍຫຼັງທີ່ໄດ້ລົງມະຕິຮັບຮອງເອົາແລ້ວໃຫ້ນໍາມະຕິດັ່ງກ່າວໄປຂຶ້ນທະບຽນນໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນລົງມະຄິເປັນຕົ້ນໄປ. .....ມາດຕາໜຶ່ງຮ້ອຍສີ່ສິບຫ້າ:ວິທີລົງມະຕິ

ມາດຕາໜຶ່ງຮ້ອຍສີ່ສິບຫ້າ:ວິທີລົງມະຕິ ການລົງມະຕິທົ່ວໄປຫຼືມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນອາດຈະດໍາເນີນດ້ວຍຮູບການລົງຄະແນນສຽງແບບປິດລັບຫຼືແບບເປີດເຜີຍກໍ່ໄດ້ດ້ວຍການຕົກລົງເຫັນດີຂອງກອງປະຊຸມໃນແຕ່ລະຄັ້ງ. .....ມາດຕາໜຶ່ງຮ້ອຍສີ່ສິບຫົກ:ການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ຖືຮຸ້ນສຽງສ່ວນໜ້ອຍ

ມາດຕາໜຶ່ງຮ້ອຍສີ່ສິບຫົກ:ການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ຖືຮຸ້ນສຽງສ່ວນໜ້ອຍ ມະຕິກອງປະຊຸມຜູ້ຖືຮຸ້ນມີຄຸນຄ່າໃຊ້ໄດ້ເມື່ອມີຄະແນນສຽງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສາມແລະມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້ແຕ່ພາຍຫຼັງມາຜົນຂອງການລົງມະຕິດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບໍລິສັດຈໍາກັດ,ບໍລະສັດຈໍາກັດຕ້ອງຈ່າຍເງິນທົດແທນຄືນໃຫ້ແກ່ຜູ້ຖືຮຸ້ນທີ່ໄດ້ຄັດຄ້ານມະຕິກອງປະຊຸມດັ່ງກ່າວຕາມທີ່ໄດ້ຕົກລົງກັນ. .....ມາດຕາໜຶ່ງຮ້ອຍສີ່ສິບເຈັດ:ການລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສີ່ສິບເຈັດ:ການລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ ມະຕິກອງປະຊຸມຜູ້ຖືຮຸ້ນຈະຖືກລົບລ້າງໄດ້ດ້ວຍຄໍາຕັດສິນຂອງສານເທົ່ານັ້ນ.ສານຈະຕັດສິນລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນໄດ້ໃນກໍລະນີດັ່ງນີ້: 1.ມີການລະເມີດກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ມີການລະເມີດລະບຽບການກ່ຽວກັບການລົງມະຄິ; 3.ມີການລະເມີດລະບຽບການແຈ້ງເປີດປະຊຸມຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບເຈັດຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍສີ່ສິບແປດ:ຜູ້ມີສິດຂໍລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍສີ່ສິບແປດ:ຜູ້ມີສິດຂໍລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ ຜູ້ມີສິດຮ້ອງຂໍຕໍ່ສານເພື່ອພິຈາລະນາລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນໄດ້ປະກອບດ້ວຍຜູ້ຖືຮຸ້ນແລະຜູ້ອໍານວຍການ.

ໃນກໍລະນີຜູ້ຖືຮຸ້ນໃດໜຶ່ງເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດ,ຜູ້ມີສິດສືບທອດຫຼືຜູ້ປົກຄອງຂອງຜູ້ກ່ຽວກໍ່ມີສິດຮ້ອງຂໍໃຫ້ສານລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນໄດ້ເຊັ່ນດຽວກັນ.

ການຮ້ອງຂໍລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນຕ້ອງປະຕິບັດພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິເປັນຕົ້ນໄປ. .....ມາດຕາໜຶ່ງຮ້ອຍສີ່ສິບເກົ້າ:ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາໜຶ່ງຮ້ອຍສີ່ສິບເກົ້າ:ສິດແລະໜ້າທີ່ຂອງກອງປະຊຸມສາມັນ ສິດແລະໜ້າທີ່ຕົ້ນຕໍຂອງກອງປະຊຸມສາມັນຜູ້ຖືຮຸ້ນມີດັ່ງນີ້: 1.ຮັບຮອງກົດລະບຽບແລະສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ເລືອກຕັ້ງຜູ້ອໍານວຍການຫຼືສະພາຜູ້ອໍານວຍການ; 3.ເລືອກຕັ້ງຜູ້ກວດສອບບັນຊີ; 4.ຕົກລົງເບ້ຍປະຈໍາປີ,ເບ້ຍປະຊຸມຫຼືເງິນເດືອນຂອງຜູ້ອໍານວຍການ; 5.ຕົກລົງເງິນເດືອນຂອງພະນັກງານ,ຄ່າຈ້າງຂອງຜູ້ກວດສອບບັນຊີແລະກໍາມະກອນອື່ນໆຂອງບໍລິສັດ,ສໍາລັບຜູ້ກວດສອບບັນຊີທີ່ໄດ້ຮັບການແຕ່ງຕັ້ງຈາກກສານຕາມວັກສາມມາດຕາໜຶ່ງຮ້ອຍຫ້າສິບຫ້າຂອງກົດໝາຍສະບັບນີ້ແມ່ນສານເປັນຜູ້ກໍານົດຄ່າຈ້າງໃຫ້ຜູ້ກ່ຽວ; 6.ຮັບຮອງເອົາບົດສະຫຼຸບລາຍງານກ່ຽວກັບການດໍາເນີນທຸລະກິດ,ບັນຊີລາຍຮັບ,ບັນຊີລາຍຈ່າຍແລະແຜນການດໍາເນີນທຸລະກິດຂອງບໍລິສັດຈໍາກັດ; 7.ຮັບຮອງເອົາວິທີການແບ່ງປັນເງິນປັນຜົນ; 8.ປະຕິບັດສິດແລະໜ້າທີ່ອື່ນໆທີ່ເຫັນວ່າມີຄວາມຈໍາເປັນ.

ກອງປະຊຸມວິສາມັນປະຕິບັດສິດແລະໜ້າທີ່ໃນກໍລະນີທີ່ຈໍາເປັນຊຶ່ງເກີດຂຶ້ນໃນລະຫວ່າງສອງກອງປະຊຸມສາມັນ. ....ສ.ການເງິນຂອງບໍລິສັດຈໍາກັດ


.....ມາດຕາໜຶ່ງຮ້ອຍຫ້າສິບ:ການແບ່ງປັນເງິນປັນຜົນ

ມາດຕາໜຶ່ງຮ້ອຍຫ້າສິບ:ການແບ່ງປັນເງິນປັນຜົນ ການແບ່ງເງິນປັນຜົນແມ່ນໃຫ້ແບ່ງປັນສ່ວນຮ້ອຍໃນອັດຕາເທົ່າກັນຕໍ່ຮຸ້ນໜຶ່ງໆທີ່ໄດ້ຖອກແລ້ວເວັ້ນເສຍແຕ່ໄດ້ຕົກລົງກັນຢ່າງອື່ນ.ການແບ່ງເງິນປັນຜົນຕ້ອງໄດ້ຮັບຄວາມເຫັນດີຈາກກອງປະຊຸມຜູ້ຖືຮຸ້ນກ່ອນ.

ຫ້າມບໍ່ໃຫ້ບໍລິສັດຈໍາກັດຈ່າຍເງິນປັນຜົນເມື່ອບໍລິສັດຍັງມີເງິນຂາດທຶນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.

ໃນກໍລະນີທີ່ມີການລະເມີດວັກສອງຂອງມາດຕານີ້ຊຶ່ງເປັນຜົນໃຫ້ເຈົ້າໜີ້ຂອງບໍລິສັດໄດ້ຮັບຄວາມປັບປະໂຫຍດນັ້ນເຈົ້າໜີ້ສາມາດຮ້ອງຟ້ອງໃຫ້ຜູ້ຖືຮຸ້ນສົ່ງເງິນປັນຜົນທີ່ໄດ້ແບ່ງກັນແລ້ວຄືນກໍ່ໄດ້ແຕ່ຕ້ອງດໍາເນີນການຮ້ອງຟ້ອງພາຍໃຈກໍານົດໜຶ່ງປີນັບແຕ່ວັນທີ່ໄດ້ແບ່ງປັນເງິນປັນຜົນດັ່ງກ່າວ. .....ມາດຕາໜຶ່ງຮ້ອຍຫ້າສິບເອັດ:ຄັງເງິນສໍາຮອງ

ມາດຕາໜຶ່ງຮ້ອຍຫ້າສິບເອັດ:ຄັງເງິນສໍາຮອງ ຄັງສໍາຮອງມີສອງປະເພດຄື:ຄັງສໍາຮອງຕາມລະບຽບການແລະຄັງສໍາຮອງອື່ນ.

ຄັງສໍາຮອງຕາມລະບຽບການແມ່ນຄັງຮັບປະກັນຄວາມສ່ຽງຊຶ່ງບໍລິສັດຈໍາກັດຕ້ອງຫັກສິບສ່ວນຮ້ອຍຂອງກໍາໄລສຸດທິພາຍຫຼັງທີ່ໄດ້ຫັກເງິນຂາດທຶນເພື່ອສ້າງເປັນຄັງສໍາຮອງໄວ້ໃນແຕ່ລະປີ.ເມື່ອຄັງສໍາຮອງນີ້ມີເງິນສະສົມໄດ້ເຄິ່ງໜຶ່ງຂອງທຶນຈົດທະບຽນຂອງບໍລິສັດຈໍາກັດແລ້ວບໍລິສັດຈໍາກັດສາມາດໂຈະການຫັກເງິນເຂົ້າຄັ້ງສໍາຮອງດັ່ງກ່າວເວັ້ນເສຍແຕ່ກົດລະບຽບຂອງບໍລິສັດຈໍາກັດໄດ້ກໍານົດໄວ້ຢ່າງອື່ນ.

ສໍາລັບຄັງສໍາຮອງອື່ນນັ້ນອາດຈະສ້າງກໍ່ໄດ້ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ. .....ມາດຕາໜຶ່ງຮ້ອຍຫ້າສິບສອງ:ການນໍາໃຊ້ຄັງສໍາຮອງ

ມາດຕາໜຶ່ງຮ້ອຍຫ້າສິບສອງ:ການນໍາໃຊ້ຄັງສໍາຮອງ ຄັງສໍາຮອງຕາມລະບຽບການຂອງບໍລະສັດຈໍາກັດຕ້ອງນໍາໃຊ້ສະເພາະແຕ່ການຈ່າຍຖົມຂຸມຂາດທຶນຂອງບໍລິສັດຈໍາກັດເທົ່ານັ້ນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ຄັງສໍາຮອງອື່ນຂອງບໍລິສັດຈໍາກັດຈະນໍາໃຊ້ເຂົ້າໃນການຖົມຂຸມຂາດທຶນໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີຈາກກອງປະຊຸມຜູ້ຖືຮຸ້ນເທົ່ານັ້ນ. ....ຊ.ການກວດສອບບັນຊີຂອງບໍລິສັດຈໍາກັດ


.....ມາດຕາໜຶ່ງຮ້ອຍຫ້າສິບສາມ:ການກວດສອບບັນຊີ

ມາດຕາໜຶ່ງຮ້ອຍຫ້າສິບສາມ:ການກວດສອບບັນຊີ ການກວດສອບບັນຊີແມ່ນການກວດສອບຄວາມຖືກຕ້ອງຂອງຂໍ້ມູນແລະວິທີຈົດກ່າຍຕາມລະບົບບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ.

ການກວດສອບບັນຊີຂອງຜູ້ຖືຮຸ້ນປະຕິບັດໂດຍຜ່ານຜູ້ກວດສອບບັນຊີທີ່ຕົນເປັນຜູ້ເລືອກຕັ້ງເອົາໃນກອງປະຊຸມຜູ້ຖືຮຸ້ນ.

ບໍລະສັດຈໍາກັດອາດຈະຈ້າງຜູ້ກວດສອບບັນຊີນັບແຕ່ວັນສ້າງຕັ້ງບໍລິສັດຈໍາກັດຫຼືອາດຈະຈ້າງຜູ້ກວດສອບບັນຊີເປັນປະຈໍາຫຼືຈ້າງມາເຮັດໜ້າທີ່ກວດສອບບັນຊີເປັນໄລຍະໂດຍຂຶ້ນກັບການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນເວັ້ນເສຍແຕ່ບໍລິສັດຈໍາກັດທີ່ມີຊັບສິນຫຼາຍກວ່າຫ້າສິບຕື້ກີບ. .....ມາດຕາໜຶ່ງຮ້ອຍຫ້າສິບສີ່:ເງື່ອນໄຂຂອງຜູ້ກວດສອບບັນຊີ

ມາດຕາໜຶ່ງຮ້ອຍຫ້າສິບສີ່:ເງື່ອນໄຂຂອງຜູ້ກວດສອບບັນຊີ ຜູ້ກວດສອບບັນຊີຕ້ອງມີເງື່ອນໄຂດັ່ງນີ້: 1.ຜູ້ທີ່ບໍ່ແມ່ນຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດ; 2.ຜູ້ທີ່ບໍ່ມີສ່ວນໄດ້ສ່ວນເສຍຫຼືບໍ່ມີຜົນປະໂຫຍດໂດຍກົງກັບບໍລະສັດຈໍາກັດ.ຜູ້ຖືຮຸ້ນບໍ່ຖືວ່າເປັນບຸກຄົນດັ່ງກ່າວ.

ຜູ້ກວດສອບບັນຊີອາດຈະເປັນຜູ້ຖືຮຸ້ນຫຼືບຸກຄົນພາຍນອກກໍ່ໄດ້. .....ມາດຕາໜຶ່ງຮ້ອຍຫ້າສິບຫ້າ:ການເລືອກຕັ້ງຫຼືປົດຕໍາແໜ່ງຜູ້ກວດສອບບັນຊີ

ມາດຕາໜຶ່ງຮ້ອຍຫ້າສິບຫ້າ:ການເລືອກຕັ້ງຫຼືປົດຕໍາແໜ່ງຜູ້ກວດສອບບັນຊີ ຜູ້ກວດສອບບັນຊີຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍກອງປະຊຸມຜູ້ຖືຮຸ້ນ.

ໃນກໍລະນີທີ່ຕໍາແໜ່ງຜູ້ກວດສອບບັນຊີວ່າງລົງບໍ່ວ່າດ້ວຍສາເຫດໃດກໍ່ຕາມສະພາຜູ້ອໍານວຍການຫຼືຜູ້ອໍານວຍການຕ້ອງຮຽກປະຊຸມວິສາມັນເພື່ອເລືອກຕັ້ງຜູ້ກວດສອບບັນຊີໃໝ່ແທນໃຫ້ຄົບຖ້ວນຕາມຈໍານວນເດີມ.

ໃນກໍລະນີທີ່ມີການລະເມີດຕາມທີ່ໄດ້ກໍານົດໄວ້ໃນວັກສອງຂອງມາດຕານີ້ຜູ້ຖືຮຸ້ນແຕ່ສາມຄົນຂຶ້ນໄປມີສິດລວມຊື່ກັນເພື່ອຮ້ອງຂໍໃຫ້ສານແຕ່ງຕັ້ງຜູ້ກວດສອບບັນຊີແທນກໍ່ໄດ້. .....ມາດຕາໜຶ່ງຮ້ອຍຫ້າສິບຫົກ:ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີ

ມາດຕາໜຶ່ງຮ້ອຍຫ້າສິບຫົກ:ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີ ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີມີດັ່ງນີ້: 1.ໄດ້ຮັບເງິນຄ່າຈ້າງ; 2.ກວດສອບບັນຊີຂອງບໍລິສັດຈໍາກັດໄດ້ທຸກເວລາທີ່ເຫັນວ່າມີຄວາມຈໍາເປັນ; 3.ຊັກຖາມຜູ້ອໍານວຍການ,ພະນັກງານຫຼືກໍາມະການຂອງບໍລິສັດຈໍາກັດທຸກເລື່ອງທີ່ກ່ຽວຂ້ອງກັບປະເດັນການກວດສອບທາງບັນຊີຂອງຕົນ; 4.ເຮັດບົດລາຍງານບັນຊີລາຍຮັບ,ບັນຊີລາຍຈ່າຍແລະໃບສະຫຼຸບຊັບສົມບັດຂອງບໍລະສັດຈໍາກັດສົ່ງໃຫ້ກອງປະຊຸມຜູ້ຖືຮຸ້ນພ້ອມທັງລາຍງານແລະຢືນຢັນຄວາມຖືກຕ້ອງຫຼືຄວາມຜິດດ່ຽງກັບລະບົບແລະຕົວເລກບັນຊີຂອງບໍລະສັດຈໍາກັດ. .....ມາດຕາໜຶ່ງຮ້ອຍຫ້າສິບເຈັດ:ບົດລາຍງານການດໍາເນີນທຸລະກິດປະຈໍາປີ

ມາດຕາໜຶ່ງຮ້ອຍຫ້າສິບເຈັດ:ບົດລາຍງານການດໍາເນີນທຸລະກິດປະຈໍາປີ ບົດລາຍງານການດໍາເນີນທຸລະກິດປະຈໍາປີຂອງບໍລິສັດຈໍາກັດປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ທຶນທັງໝົດ,ທຶນຈົດທະບຽນແລະຈໍານວນຮຸ້ນທີ່ຈໍາໜ່າຍແລ້ວແຕ່ຍັງບໍ່ທັນໄດ້ຊໍາລະ; 2.ປະເພດຮຸ້ນແລະຈໍານວນຮຸ້ນທີ່ຈໍາໜ່າຍແລະໄດ້ຊໍາລະແລ້ວ; 3.ຊື່,ສະຖານທີ່ຕັ້ງແລະປະເພດທຸລະກິດຂອງບໍລິສັດອື່ນຫຼືບໍລະສັດໃນກຸ່ມທີ່ບໍລະສັດຈໍາກັດຖືຮຸ້ນຢູ່,ປະເພດຮຸ້ນແລະຈໍານວນຮຸ້ນ; 4.ຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນຂໍ້ເກົິາມາດຕາໜຶ່ງຮ້ອຍຊາວສີ່ຂອງກົດໝາຍສະບັບນີ້; 5.ຜົນຕອບແທນຕ່າງໆທີ່ຜູ້ອໍານວຍການແຕ່ລະຄົນໄດ້ຮັບຈາກບໍລິສັດຈໍາກັດເປັນຈໍານວນຫຼືມູນຄ່າ; 6.ບັນຫາອື່ນໆທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາໜຶ່ງຮ້ອຍຫ້າສິບແປດ:ສິດໃນການກວດສອບສໍາເນົາເອກະສານຂອງຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍຫ້າສິບແປດ:ສິດໃນການກວດສອບສໍາເນົາເອກະສານຂອງຜູ້ຖືຮຸ້ນ ຜູ້ຖືຮຸ້ນມີສິດກວດສອບຫຼືອັດສໍາເນົາເອກະສານກ່ຽວກັບທະບຽນວິສາຫະກິດຂອງບໍລິສັດຈໍາກັດໄດ້ທຸກເວລາໃນໂມງລັດຖະການເວັ້ນເສຍແຕ່ເອກະສານກ່ຽວກັບຄວາມລັບທາງການຄ້າແລະຍຸດທະສາດການແຂ່ງຂັນ.

ຄ່າອັດສໍາເນົາໃຫ້ເກັບຕາມລາຄາຕົ້ນທຶນທີ່ໄດ້ໃຊ້ຈ່າຍໃນການອັດສໍາເນົາເທົ່ານັ້ນ.

ຜູ້ຖືຮຸ້ນມີສິດຮຽກຮ້ອງໃຫ້ຜູ້ອໍານວຍການຂອງບໍລະສັດຈໍາກັດເຊັນຮັບຮອງຄວາມຖືກຕ້ອງຂອງສໍາເນົາເອກະສານທີ່ບໍລະສັດຈໍາກັດອັດສໍາເນົາໃຫ້. ....ຍ.ການຄວບແລະການຍຸບເລີກບໍລະສັດຈໍາກັດ


.....ມາດຕາໜຶ່ງຮ້ອຍຫ້າສິບເກົ້າ:ການຄວບບໍລະສັດຈໍາກັດ

ມາດຕາໜຶ່ງຮ້ອຍຫ້າສິບເກົ້າ:ການຄວບບໍລະສັດຈໍາກັດ ບໍລິສັດຈໍາກັດສາມາດຄວບບໍລິສັດອື່ນໄດ້ເພື່ອກາຍເປັນບໍລະສັດເດີມໃດໜຶ່ງຫຼືກາຍເປັນບໍລະສັດໃໝ່.

ບໍລະສັດຈໍາກັດຈະຄວບກັນໄດ້ກໍຕໍ່ເມື່ອ: 1.ໄດ້ຮັບມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້; 2.ໄດ້ແຈ້ງກ່ຽວກັບການຄວບລົງທາງສື່ມວນຊົນໃດໜຶ່ງຢ່າງໜ້ອຍສາມຄັ້ງພາຍໃນກໍານົດເວລາສິບວັນລັດຖະການນັບແຕ່ວັນມີມະຕິເປັນຕົ້ນໄປແລະແຈ້ງໃຫ້ເຈົ້າໜີ້ຂອງຕົນຊາບເພື່ອສະແດງຄໍາຄັດຄ້ານພາຍໃນກໍານົດເວວາຫົກສິບວັນນັບແຕ່ວັນທີ່ເຈົ້າໜີ້ໄດ້ຮັບຄໍາແຈ້ງເພື່ອຄັດຄ້ານເປັນຕົ້ນໄປ.ເຈົ້າໜີ້ທີ່ບໍ່ຕອບພາຍໃນກໍານົດເວລາດັ່ງກ່າວຖືວ່າບໍ່ໄດ້ຄັດຄ້ານ; 3.ໄດ້ຂຶ້ນທະບຽນວິສາຫະກິດໃໝ່.

ການຄັດຄ້ານການຄວບແລະຜົນຂອງການຄວບຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດເຊັ່ນດຽວກັນກັບທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍຫົກສິບ:ສາເຫດຂອງການຍຸບເລີກ

ມາດຕາໜຶ່ງຮ້ອຍຫົກສິບ:ສາເຫດຂອງການຍຸບເລີກ ບໍລະສັດຈໍາກັດອາດຈະຖືກຍຸບເລີກດ້ວຍສາເຫດສອງປະການຄື:ການຍຸບເລີກໂດຍສາເຫດທາງກົດໝາຍແລະການຍຸບເລີກຕາມຄໍາຕັດສິນຂອງສານ.

ບໍລະສັດຈໍາກັດທີ່ຈະຍຸບເລີກຕ້ອງແຈ້ງການຍຸບເລີກຊົ່ວຄາວຂອງຕົນຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາຫ້າສິບສາມຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍຫົກສິບເອັດ:ການຍຸບເລີກໂດຍສາເຫດທາງກົດໝາຍ

ມາດຕາໜຶ່ງຮ້ອຍຫົກສິບເອັດ:ການຍຸບເລີກໂດຍສາເຫດທາງກົດໝາຍ ບໍລະສັດຈໍາກັດອາດຈະຖືກຍຸບເລີກໂດຍສາເຫດທາງກົດໝາຍໃດໜຶ່ງດັ່ງນີ້: 1.ຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດມີມະຕິໃຫ້ຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້; 3.ຖືກລົ້ມລະລາຍ; 4.ຍຸບເລີກຕາມກໍລະນີທີ່ໄດ້ກໍານົດໄວ້ໃນໝວດທີສອງແລະໝວດທີສາມພາກທີສອງຂອງກົດໝາຍສະບັບນີ້. .....ມາດຕາໜຶ່ງຮ້ອຍຫົກສິບສອງ:ການຍຸບເລີກຄໍາຕັດສິນຂອງສານ

ມາດຕາໜຶ່ງຮ້ອຍຫົກສິບສອງ:ການຍຸບເລີກຄໍາຕັດສິນຂອງສານ ຜູ້ອໍານວຍການຫຼືຜູ້ຖືຮຸ້ນໃດໜຶ່ງມີສິດຮ້ອງຟ້ອງຕໍ່ສານເພື່ອພິຈາລະນາໃຫ້ບໍລິສັດຈໍາກັດຍຸບເລີກດ້ວຍສາເຫດໃດໜຶ່ງດັ່ງນີ້: 1.ມີການລະເມີດຂໍ້ກໍານົດຫຼືຂັ້ນຕອນຂອງການສ້າງຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ລະເມີດສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຈໍາກັດ; 3.ບໍລະສັດຈໍາກັດເຄື່ອນໄຫວທຸລະກິດຫຼຸບທຶນຢ່າງຕໍ່ເນື່ອງແລະບໍ່ສາມາດແກ້ໄຂໄດ້; 4.ມີເຫດສຸດວິໄສທີ່ເຮັດໃຫ້ບໍລະສັດຈໍາກັດບໍ່ສາມາດດໍາເນີນທຸລະກິດຂອງຕົນຕໍ່ໄປໄດ້; 5.ຍັງເຫຼືອຜູ້ຖືຮຸ້ນແຕ່ຜູ້ດຽວຫຼືມີຈໍານວນຜູ້ຖືຮຸ້ນຫຼາຍກວ່າສາມສິບຄົນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫ້າຂອງກົດໝາຍສະບັບນີ້.

ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວສານສາມາດຈະພິຈາລະນາສັ່ງຍຸບເລີກຫຼືສັ່ງໃຫ້ບໍລິສັດຈໍາກັດທີ່ກ່ຽວຂ້ອງແກ້ໄຂຂໍ້ຜິດພາດແທນກໍ່ໄດ້ຖ້າເປັນບັນຫາທີ່ບໍ່ຮ້າຍແຮງຫຼືສາມາດແກ້ໄຂໄດ້. .....ມາດຕາໜຶ່ງຮ້ອຍຫົກສິບສາມ:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ

ມາດຕາໜຶ່ງຮ້ອຍຫົກສິບສາມ:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ ການຍຸບເລີກຊົ່ວຄາວຂອງບໍລິສັດຈໍາກັດມີຜົນສະທ້ອນເຊັ່ນດຽວກັນກັບການຍຸບເລີກວິສາຫະກິດຫຸ້ນສ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເຈັດຂອງກົດໝາຍສະບັບນີ້. ....ດ.ການຊໍາລະສະສາງຂອງບໍລະສັດຈໍາກັດ


.....ມາດຕາໜຶ່ງຮ້ອຍຫົກສິບສີ່:ວິທີການຊໍາລະສະສາງ

ມາດຕາໜຶ່ງຮ້ອຍຫົກສິບສີ່:ວິທີການຊໍາລະສະສາງ ບັນດາຜູ້ຖືຮຸ້ນສາມາດຕົກລົງກັນເພື່ອເລືອກເອົາວິທີການແບ່ງປັນຊັບສິນຫຼືການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດຫຼືຕາມການຕົກລົງຂອງບັນດາຜູ້ຖືຮຸ້ນດ້ວຍກັນເວັ້ນເສຍແຕ່ໃນກໍລະນີທີ່ມີການຍູບເລີກເນື່ອງຈາກການລົ້ມລະລາຍ,ສານຕັດສິນໃຫ້ຍຸບເລີກ,ຜູ້ຖືຮຸ້ນຂອງບໍລິສັດຈໍາກັດເຫຼືອພຽງຜູ້ດຽວຫຼືຫຼາຍກວ່າສາມສິບຄົນ. .....ມາດຕາໜຶ່ງຮ້ອຍຫົກສິບຫ້າ:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ

ມາດຕາໜຶ່ງຮ້ອຍຫົກສິບຫ້າ:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ ວິທີການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງຂອງບໍລິສັດຈໍາກັດຕ້ອງກໍານົດລະອຽດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດບໍ່ໄດ້ກໍານົດກ່ຽວກັບການແຕ່ງຕັ້ງຫຼືປົດຕໍາແໜ່ງດັ່ງກ່າວໄວ້ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນລົງມະຕິເລືອກເອົາຜູ້ຊໍາລະສະສາງດ້ວຍຄະແນນສຽງຢ່າງໜ້ອຍສອງສ່ວນສາມຂອງຜູ້ຖືຮຸ້ນແລະຜູ້ຕາງໜ້າຜູ້ຖືຮຸ້ນທີ່ເຂົ້າຮ່ວມປະຊຸມ.ຜູ້ຊໍາລະສະສາງຕ້ອງແມ່ນບຸກຄົນທໍາມະດາຊຶ່ງອາດຈະແມ່ນບຸກຄົນພາຍໃນຫຼືພາຍນອກບໍລະສັດຈໍາກັດກໍ່ໄດ້.

ໃນກໍລະນີທີ່ຄະແນນສຽງຂອງຜູ້ຖືຮຸ້ນເພື່ອເລືອກຜູ້ຊໍາລະສະສາງບໍ່ພຽງພໍຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ຜູ້ທີ່ມີສ່ວນໄດ້ສ່ວນເສຍນໍາບໍລະສັດຈໍາກັດມີສິດຮ້ອງຂໍໃຫ້ສານເປັນຜູ້ແຕ່ງຕັ້ງ.

ຜູ້ຊໍາລະສະສາງທີ່ກໍານົດໄວ້ໃນມາດຕານີ້ແລະມາດຕາໜຶ່ງຮ້ອຍຫົກສິບຫົກຂອງກົດໝາຍສະບັບນີ້ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດກໍຈະຖືກປົດດ້ວຍຮຸ້ບການນັ້ນ. .....ມາດຕາໜຶ່ງຮ້ອຍຫົກສິບຫົກ:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ

ມາດຕາໜຶ່ງຮ້ອຍຫົກສິບຫົກ:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ ການແຕ່ງຕັ້ງຜູ້ຊໍາລະສະສາງໃນກໍລະນີທີ່ມີການຍຸບເລີກບໍລິສັດຈໍາກັດເນື່ອງມາຈາກການລົ້ມລະລາຍ,ຄໍາຕັດສິນຂອງສານ,ບໍລິສັດຈໍາກັດເຫຼືອຜູ້ຖືຮຸ້ນພຽງຄົນດຽວຫຼືມີຈໍານວນຜູ້ຖືຮຸ້ນຫຼາຍກວ່າສາມສິບຄົນນັ້ນແມ່ນສານເປັນຜູ້ແຕ່ງຕັ້ງ. .....ມາດຕາໜຶ່ງຮ້ອຍຫົກສິບເຈັດ:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບ�

ມາດຕາໜຶ່ງຮ້ອຍຫົກສິບເຈັດ:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບ� ຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ພາຍຫຼັງໄດ້ຮັບການແຕ່ງຕັ້ງເນື່ອງຈາກສາເຫດໃດໜຶ່ງເຊັ່ນເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດຕ້ອງດໍາເນີນການແຕ່ງຕັ້ງຜູ້ຊໍາລະສະສາງໃໝ່ແທນດ້ວຍຮູບການທີ່ຜູ້ຊໍາລະສະສາງກ່ອນໄດ້ຮັບການແຕ່ງຕັ້ງມາ.

ບໍລະສັດຈໍາກັດຕ້ອງແຈ້ງໃຫ້ມວນຊົນຊາບກ່ຽວກັບການແຕ່ງຕັ້ງ,ການປົດຫຼືການສິ້ນສຸດໜ້າທີ່ຂອງຜູ້ຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້,ມາດຕາໜຶ່ງຮ້ອຍຫົກສິບຫ້າແລະມາດຕາໜຶ່ງຮ້ອຍຫົກສິບຫົກຂອງກົດໝາຍສະບັບນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນແຕ່ງຕັ້ງ,ປົດຫຼືສິ້ນສຸດໜ້າທີ່ດັ່ງກ່າວ. .....ມາດຕາໜຶ່ງຮ້ອຍຫົກສິບແປດ:ບູລິມະສິດໃນການຊໍາລະສະສາງຫຼືແບ່ງປັນໜີ້ສິນ

ມາດຕາໜຶ່ງຮ້ອຍຫົກສິບແປດ:ບູລິມະສິດໃນການຊໍາລະສະສາງຫຼືແບ່ງປັນໜີ້ສິນ ການຊໍາລະສະສາງຫຼືແບ່ງປັນໜີ້ສິນຕ້ອງປະຕິບັດຕາມລໍາດັບບູລິມະສິດຕາມທີ່ໄດ້ກໍານົດໄວ້ແຕ່ຂໍ້ໜຶ່ງຫາຂໍ້ສີ່ມາດຕາຫົກສິບສີ່ຂອງກົດໝາຍສະບັບນີ້.

ພາຍຫຼັງທີ່ໄດ້ແບ່ງປັນໃຫ້ເຈົ້າໜີ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ແລະຖ້າຍັງເຫຼືອຕ້ອງແບ່ງປັນໃຫ້ບັນດາຜູ້ຖືຮຸ້ນ. .....ມາດຕາໜຶ່ງຮ້ອຍຫົກສິບເກົ້າ:ການນໍາໃຊ້ບົດບັນຍັດກ່ຽວກັບການຊໍາລະສະສາງຂອງວ�

ມາດຕາໜຶ່ງຮ້ອຍຫົກສິບເກົ້າ:ການນໍາໃຊ້ບົດບັນຍັດກ່ຽວກັບການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ ນອກຈາກບົດບັນຍັດຕ່າງໆທີ່ໄດ້ກໍານົດໄວ້ໃນຂໍ້ດ.ໝວດທີສອງພາກທີຫ້ານີ້ແລ້ວການຊໍາລະສະສາງຂອງບໍລິສັດຈໍາກັດໃຫ້ປະຕິບັດຕາມມາດຕາຫົກສິບສອງກ່ຽວກັບສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ,ມາດຕາຫົກສິບສາມກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ,ມາດຕາຫົກສິບຫ້າກ່ຽວກັບໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ,ມາດຕາຫົກສິບຫົກກ່ຽວກັບຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງແລະມາດຕາຫົກສິບເຈັດກ່ຽວກັບການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນຂອງກົດໝາຍສະບັບນີ້. ....ຕ.ບໍລະສັດຈໍາກັດຜູ້ດຽວ


.....ມາດຕາໜຶ່ງຮ້ອຍເຈັດສິບ:ການສ້າງຕັ້ງບໍລະສັດຈໍາກັດຜູ້ດຽວ

ມາດຕາໜຶ່ງຮ້ອຍເຈັດສິບ:ການສ້າງຕັ້ງບໍລະສັດຈໍາກັດຜູ້ດຽວ ການສ້າງຕັ້ງບໍລະສັດຈໍາກັດຜູ້ດຽວຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ຖອກຮຸ້ນໃນນາມບໍລະສັດຈໍາກັດຜູ້ດຽວໃຫ້ຄົບຖ້ວນຕາມຈໍານວນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເຈັດສິບສອງຂອງກົດໝາຍສະບັບນີ້; 2.ຮ່າງກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວ; 3.ຂຶ້ນທະບຽນວິສາຫະກິດ. .....ມາດຕາໜຶ່ງຮ້ອຍເຈັດສິບເອັດ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາໜຶ່ງຮ້ອຍເຈັດສິບເອັດ:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການແຈ້ງຂຶ້ນທະບຽນວິສາຫະກິດເປັນບໍລະສັດຈໍາກັດຜູ້ດຽວຕ້ອງມີເອກະສານດັ່ງນີ້: 1.ໃບຄໍາຮ້ອງແລະໃບມອບສິດໃນກໍລະນີທີ່ມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ; 2.ກົດລະບຽບຂອງບໍລະສັດຈໍາກັດຜູ້ດຽວ.

ທຸກເອກະສານທີ່ໄດ້ບົ່ງໄວ້ຂ້າງເທິງນີ້ຕ້ອງມີລາຍເຊັນຂອງຜູ້ຖືຮຸ້ນແລະຜູ້ຈັດການຖ້າມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ. .....ມາດຕາໜຶ່ງຮ້ອຍເຈັດສິບສອງ:ການຖອກຮຸ້ນແລະການໂອນຮຸ້ນຂອງບໍລິສັດຈໍາກັດຜູ້ດ�

ມາດຕາໜຶ່ງຮ້ອຍເຈັດສິບສອງ:ການຖອກຮຸ້ນແລະການໂອນຮຸ້ນຂອງບໍລິສັດຈໍາກັດຜູ້ດ� ຜູ້ຖືຮຸ້ນຂອງບໍລະສັດຈໍາກັດຜູ້ດຽວຕ້ອງຖອກຮຸ້ນໃຫ້ຄົບທັງເປັນເງິນແລະເປັນວັດຖຸກ່ອນການຂຶ້ນທະບຽນວິສາຫະກິດ.

ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວຮຸ້ນຂອງບໍລະສັດຈໍາກັດຜູ້ດຽວບໍ່ສາມາດຖອນໄດ້ແຕ່ສາມາດໂອນແລະສືບທອດກັນໄດ້.

ບໍລິສັດຈໍາກັດຜູ້ດຽວຕ້ອງສົ່ງໃບຮຸ້ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດເຊັນຮັບຮອງພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ໃບຮຸ້ນຂອງບໍລິສັດຈໍາກັດຜູ້ດຽວບໍ່ສາມາດປ່ຽນມືໄດ້. .....ມາດຕາໜຶ່ງຮ້ອຍເຈັດສິບສາມ:ການມີຈໍານວນຜູ້ຖືຮຸ້ນເກີນໜຶ່ງຄົນ

ມາດຕາໜຶ່ງຮ້ອຍເຈັດສິບສາມ:ການມີຈໍານວນຜູ້ຖືຮຸ້ນເກີນໜຶ່ງຄົນ ບໍລິສັດຈໍາກັດຜູ້ດຽວທີ່ມີຜູ້ຖືຮຸ້ນຫຼາຍກວ່າໜຶ່ງຄົນຕ້ອງປ່ຽນຊື່ເປັນບໍລິສັດຈໍາກັດແລະປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນຂໍ້ກຫາຂໍ້ດໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້ຫຼືຍຸບເລີກ. .....ມາດຕາໜຶ່ງຮ້ອຍເຈັດສິບສີ່:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນ

ມາດຕາໜຶ່ງຮ້ອຍເຈັດສິບສີ່:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນ ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຜູ້ດຽວມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຕົກລົງຮັບຮອງເອົາກົດລະບຽບຂອງບໍລະສັດຈໍາກັດຜູ້ດຽວ; 2.ຈ້າງຜູ້ຈັດການ; 3.ແຕ່ງຕັ້ງຜູ້ກວດສອບບັນຊີເມື່ອເຫັນວ່າຈໍາເປັນ; 4.ຕົກລົງເງິນເດືອນຂອງຜູ້ຈັດການ,ຄ່າຈ້າງຂອງຜູ້ກວດສອບບັນຊີແລະກໍາມະກອນ; 5.ຮັບຮອງເອົາບົດສະຫຼຸບລາຍງານການດໍາເນີນທຸລະກິດ,ບັນຊີລາຍຮັບ,ບັນຊີລາຍຈ່າຍແລະແຜນການດໍາເນີນທຸລະກິດຂອງບໍລິສັດຈໍາກັດຜູ້ດຽວ; 6.ນໍາໃຊ້ເງິນປັນຜົນ; 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດຜູ້ດຽວ. .....ມາດຕາໜຶ່ງຮ້ອຍເຈັດສິບຫ້າ:ຜູ້ຈັດການ

ມາດຕາໜຶ່ງຮ້ອຍເຈັດສິບຫ້າ:ຜູ້ຈັດການ ຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວອາດຈະແມ່ນຜູ້ຖືຮຸ້ນເອງຫຼືຈ້າງບຸກຄົນພາຍນອກ.ຜູ້ຈັດການທີ່ເປັນບຸກຄົນພາຍນອກໄດ້ຮັບຄ່າຕອບແທນຕາມການຕົກລົງກັບຜູ້ຖືຮຸ້ນ.ຜູ້ຖືຮຸ້ນຈະຈ້າງຜູ້ຈັດການຜູ້ໜຶ່ງຫຼືຫຼາຍຄົນກໍ່ໄດ້.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລະສັດຈໍາກັດຜູ້ດຽວແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ຖືຮຸ້ນ.

ຜຸ້ຈັດການອາດຈະມອບບາງວຽກງານຂອງຕົນໃຫ້ບຸກຄົນອື່ນເຮັດຊ່ວຍ. .....ມາດຕາໜຶ່ງຮ້ອຍເຈັດສິບຫົກ:ສັນຍາຈ້າງຜູ້ຈັດການ

ມາດຕາໜຶ່ງຮ້ອຍເຈັດສິບຫົກ:ສັນຍາຈ້າງຜູ້ຈັດການ ສັນຍາຈ້າງຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວຕ້ອງເຮັດເປັນລາຍລັກອັກສອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ.ເນື້ອໃນຂອງສັນຍາຕ້ອງກໍານົດລະອຽດກ່ຽວກັບສິດ,ໜ້າທີ່,ຄ່າຈ້າງ,ຄວາມຮັບຜິດຊອບຂອງຄຸ່ສັນຍາແລະການຍົກເລີກສັນສາ.

ສາຍພົວພັນລະຫວ່າງຜູ້ຈັດການ,ບໍລິສັດຈໍາກັດຜູ້ດຽວແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາ177:ຂໍ້ຫ້າມສໍາລັບຜູ້ຈັດການທີ່ຖືກຈ້າງ

ມາດຕາ177:ຂໍ້ຫ້າມສໍາລັບຜູ້ຈັດການທີ່ຖືກຈ້າງ ຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວທີ່ຖືກຈ້າງບໍ່ມີສິດດໍາເນີນທຸລະກິດທີ່ມີລັກຊະນະແຂ່ງຂັກນກັບບໍລະສັດຈໍາກັດຜູ້ດຽວດັ່ງນີ້: 1.ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັນກັບບໍລະສັດຈໍາກັດຜູ້ດຽວບໍ່ວ່າຈະເຮັດເພື່ອຕົນເອງຫຼືເພື່ອຜົນປະໂຫຍດຂອງຄົນອື່ນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກຜູ້ຖືຮຸ້ນ; 2.ເປັນຂາຮຸ້ນບໍ່ຈໍາກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນທີ່ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັນກັບບໍລະສັດຈໍາກັດຜູ້ດຽວເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກຜູ້ຖືຮຸ້ນ. .....ມາດຕາ178:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ

ມາດຕາ178:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕ.ໝວດທີສອງພາກນີ້ແລ້ວການເພີ່ມຫຼືຫຼຸດທຶນ,ການເງິນ,ການກວດສອບບັນຊີ,ການຄວບ,ການຍຸບເລີກແລະການຊໍາລະສະສາງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນບົດບັນຍັດທີ່ກ່ຽວຂ້ອງຂອງບໍລິສັດຈໍາກັດ. ...ໝວດທີ3ບໍລິສັດມະຫາຊົນ


....ກ.ຫຼັກການທົ່ວໄປແລະການສ້າງຕັ້ງ


.....ມາດຕາ179:ຫຼັກການກ່ຽວກັບຈໍານວນຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ

ມາດຕາ179:ຫຼັກການກ່ຽວກັບຈໍານວນຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ ບໍລະສັດມະຫາຊົນຕ້ອງມີຜູ້ຖືຮຸ້ນທີ່ເປັນຜູ້ສ້າງຕັ້ງຢ່າງໜ້ອຍເກົ້າຄົນແລະຕ້ອງມີຜູ້ກວດສອງບັນຊີນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ບໍລະສັດມະຫາຊົນທີ່ມີຈໍານວນຜູ້ຖືຮຸ້ນບໍ່ເຖິງເກົ້າຄົນຕ້ອງດໍາເນີນການຍຸບເລີກແລະການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນຂໍ້ດ.ໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້. .....ມາດຕາ180:ຜູ້ສ້າງຕັ້ງບໍລະສັດມະຫາຊົນ

ມາດຕາ180:ຜູ້ສ້າງຕັ້ງບໍລະສັດມະຫາຊົນ ຜູ້ສ້າງຕັ້ງບໍລະສັດມະຫາຊົນແມ່ນບຸກຄົນຫຼືນິຕິບຸກຄົນດັ່ງນີ້: 1.ມີຄວາມສາມາດທາງດ້ານການປະພຶດ; 2.ບໍ່ແມ່ນບຸກຄົນທີ່ລົ້ມລະລາຍຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດໍາເນີນທຸລະກິດ; 3.ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງຫຼືຍັກຍອກຊັບ; 4.ຖືຮຸ້ນລວມກັນຢ່າງນ້ອຍສິບສ່ວນຮ້ອຍຂອງທຶນຈົດທະບຽນ.

ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ອາໃສຢູ່ສປປລາວຫຼືຄົນຕ່າງປະເທດລ້ວນແຕ່ມີສິດເປັນຜູ້ສ້າງຕັ້ງບໍລິສັດມະຫາຊົນຮ້ອຍສ່ວນຮ້ອຍເວັ້ນເສຍແຕ່ໃນກໍລະນີທີ່ຈໍາເປັນຄົນສັນຊາດລາວຕ້ອງມີຈໍານວນຢ່າງໜ້ອຍເຄິ່ງໜຶ່ງຂອງຜູ້ສ້າງຕັ້ງຊຶ່ງລັດຖະບານຈະເປັນຜູ້ກໍານົດລະອຽດ. .....ມາດຕາ181:ການເປີດກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ

ມາດຕາ181:ການເປີດກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ ກອງປະຊຸມສ້າງຕັ້ງບໍລະສັດມະຫາຊົນຕ້ອງເປີດຂຶ້ນພາຍໃນກໍານົດເກົ້າສິບວັນຫຼັງຈາກໄດ້ແຈ້ງສັນຍາສ້າງຕັ້ງບໍລະສັດມະຫາຊົນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບແລະມີຄົນຈອງຊື້ຮຸ້ນຂອງບໍລິສັດມະຫາຊົນຄົບຖ້ວນແລ້ວ.

ໃນກໍລະນີທີ່ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນບໍ່ສາມາດເປີດຂຶ້ນທັນຕາມເວລາທີ່ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້,ຜູ້ສ້າງຕັ້ງຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ໄດ້ຕົກລົງເລື່ອນກອງປະຊຸມເປັນຕົ້ນໄປ.

ກອງປະຊຸມຕັ້ງຕໍ່ມາຕ້ອງເປີດຂຶ້ນພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນຊາບເປັນຕົ້ນໄປ.ຖ້າວ່າກອງປະຊຸມຄັ້ງຕໍ່ມານີ້ບໍ່ສາມາດເປີດຂຶ້ນໄດ້ສັນຍາສ້າງຕັ້ງບໍລິສັດມະຫາຊົນກໍ່ຈະຖືກຍົກເລີກແລະຜູ້ສ້າງຕັ້ງບໍລະສັດມະຫາຊົນຕ້ອງສົ່ງເງິນຮຸ້ນຄືນໃຫ້ຜູ້ຈອງຮຸ້ນທັງໝົດ.

ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນຕ້ອງເປີດຂຶ້ນໃນເມືອງຫຼືແຂວງບ່ອນທີ່ສໍານັກງານໃຫຍ່ຂອງບໍລະສັດມະຫາຊົນຕັ້ງຢູ່ແລະຕ້ອງມີຜູ້ສ້າງຕັ້ງ,ຜູ້ຈອງຮຸ້ນເຂົ້າຮ່ວມແລະມີຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຈໍານວນຮຸ້ນທັງໝົດ. .....ມາດຕາ182:ສັນຍາສ້າງຕັ້ງບໍລະສັດມະຫາຊົນ

ມາດຕາ182:ສັນຍາສ້າງຕັ້ງບໍລະສັດມະຫາຊົນ ສັນຍາສ້າງຕັ້ງບໍລິສັດມະຫາຊົນຕ້ອງມີເນື້ອໃນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບເອັດຂອງກົດໝາຍສະບັບນີ້,ນອກຈາກນີ້ຍັງຕ້ອງບົ່ງຂໍ້ຄວາມທີ່ສະແດງເຖິງຈຸດປະສົງໃນການສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນທົ່ວໄປດ້ວຍ.

ການສະເໜີຂາຍຮຸ້ນຢ່າງເປີດເຜີຍຈະປະຕິບັດໄດ້ກໍ່ຕໍ່ເມື່ອບໍລະສັດມະຫາຊົນໄດ້ຂຶ້ນທະບຽນວິສາຫະກິດແລ້ວແລະປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ.

ລະບຽບການກ່ຽວກັບການຊື້-ຂາຍຮຸ້ນຂອງບໍລິສັດມະຫາຊົນຈະໄດ້ກໍານົດໄວ້ຕ່າງຫາກ. ....ຂ.ຮຸ້ນແລະໃບຮຸ້ນກູ້ຂອງບໍລິສັດມະຫາຊົນ


.....ມາດຕາ183:ຮຸ້ນແລະການຖອກຮຸ້ນ

ມາດຕາ183:ຮຸ້ນແລະການຖອກຮຸ້ນ ຮຸ້ນໜຶ່ງຂອງບໍລິສັດມະຫາຊົນບໍ່ໃຫ້ສູງກວ່າໜຶ່ງແສນກີບ.

ຜູ້ຖືຮຸ້ນຂອງບໍລະສັດມະຫາຊົນຕ້ອງຖອກຮຸ້ນໃຫ້ຄົບຖ້ວນໃນວັນສ້າງຕັ້ງບໍ່ວ່າຈະແມ່ນຮຸ້ນທີ່ເປັນເງິນຫຼືເປັນວັດຖຸກໍ່ຕາມ.

ຜູ້ຖືຮຸ້ນຈະຮ້ອງຂໍໃຫ້ສານສັ່ງຖອນຮຸ້ນບໍ່ໄດ້ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນວະສາຫະກິດແລ້ວ. .....ມາດຕາ184:ໃບຮຸ້ນ

ມາດຕາ184:ໃບຮຸ້ນ ໃບຮຸ້ນຂອງບໍລິສັດມະຫາຊົນມີເນື້ອໃນຕົ້ນຕໍດັ່ງນີ້: 1.ເລກທີໃບຮຸ້ນ. 2.ຊື່ແລະເລກທີທະບຽນວິສາຫະກິດຂອງບໍລິສັດມະຫາຊົນ; 3.ຊື່ແລະສັນຊາດຂອງຜູ້ຖືຮຸ້ນ; 4.ຈໍານວນຮຸ້ນທີ່ຜູ້ຖືຮຸ້ນຖືຢູ່; 5.ມູນຄ່າຂອງຮຸ້ນນຶ່ງ; 6.ວັນເດືອນປີອອກໃບຮຸ້ນ; 7.ຊື່ແລະລາຍເຊັນຜູ້ອໍານວຍການພ້ອມດ້ວຍຕາປະທັບຂອງບໍລິສັດມະຫາຊົນ.

ໃບຮຸ້ນຂອງບໍລິສັດມະຫາຊົນສາມາດປ່ຽນມືໄດ້. .....ມາດຕາ185:ການໂອນຮຸ້ນ

ມາດຕາ185:ການໂອນຮຸ້ນ ຮຸ້ນຂອງບໍລິສັດມະຫາຊົນສາມາດໂອນໃຫ້ພາຍໃນຫຼືພາຍນອກໄດ້.ການໂອນໃບຮຸ້ນຖືວ່າສໍາເລັດເມື່ອຜູ້ໂອນໄດ້ສະຫຼັກຫຼັງໃບຮຸ້ນໂດຍກໍານົດຊື່ຂອງຜູ້ຮັບໂອນພ້ອມດ້ວຍຊື່ແລະລາຍເຊັນຂອງພວກກ່ຽວແລະຜູ້ໂອນໄດ້ມອບໃບຮຸ້ນໃຫ້ຜູ້ຮັບໂອນ.

ການໂອນຮຸ້ນຈະມີຜົນໃຊ້ໄດ້ຕໍ່: 1.ບໍລິສັດມະຫາຊົນເມື່ອຕົນໄດ້ຮັບຄໍາຮ້ອງຂໍໃຫ້ຂຶ້ນທະບຽນການໂອນ; 2.ບຸກຄົນພາຍນອກເມື່ອບໍລະສັດມະຫາຊົນໄດ້ຂຶ້ນທະບຽນການໂອນໃຫ້ແລ້ວ.

ພາຍຫຼັງໄດ້ຮັບຄໍາຮ້ອງຫາກເຫັນວ່າການໂອນຖືກຕ້ອງຕາມຂັ້ນຕອນແລ້ວບໍລະສັດມະຫາຊົນຕ້ອງຂຶ້ນທະບຽນການໂອນໃຫ້ພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບຄໍາຮ້ອງເປັນຕົ້ນໄປ.

ໃນກໍລະນີທີ່ການໂອນບໍ່ຖືກຕ້ອງບໍລິສັດມະຫາຊົນຕ້ອງແຈ້ງໃຫ້ຜູ້ຍື່ນຄໍາຮ້ອງຊາບພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບຄໍາຮ້ອງເພື່ອນໍາໄປແກ້ໄຂ.

ວິທີການແລະກໍານົດເວລາໃນການຂໍປ່ຽນໃບຮຸ້ນໃໝ່ໃຫ້ບົ່ງໄວ້ໃນກົດລະບຽບຂອງບໍລິສັດມະຫາຊົນ.

ຜູ້ສ້າງຕັ້ງບໍລິສັດມະຫາຊົນບໍ່ໃຫ້ໂອນຮຸ້ນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສີ່ມາດຕາໜຶ່ງຮ້ອຍແປດສິບຂອງກົດໝາຍສະບັບນີ້ພາຍໃນກໍານົດສອງປີນັບແຕ່ວັນທີ່ບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ. .....ມາດຕາ186:ໃບຮຸ້ນກູ້

ມາດຕາ186:ໃບຮຸ້ນກູ້ ບໍລິສັດມະຫາຊົນສາມາດກູ້ເງິນດ້ວຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນ.ການອອກໃບຮຸ້ນກູ້ແລະການສະເໜີຂາຍນັ້ນຕ້ອງດໍາເນີນການຢ່າງຖືກຕ້ອງຕາມຂັ້ນຕອນແລະລະບຽບການຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ.

ການກູ້ເງິນຂອງບໍລິສັດມະຫາຊົນໂດຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງດ້ວຍມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສີ່ຂອງກົດໝາຍສະບັບນີ້. ....ບໍລິສັດມະຫາຊົນສາມາດກູ້ເງິນດ້ວຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນ.ການອອກໃບຮຸ້ນກູ້ແລະການສະເໜີຂາຍນັ້


.....ມາດຕາ187:ການຄວບບໍລິສັດມະຫາຊົນ

ມາດຕາ187:ການຄວບບໍລິສັດມະຫາຊົນ ບໍລິສັດມະຫາຊົນສາມາດຄວບກັບບໍລະສັດອື່ນກໍ່ໄດ້ເພື່ອກາຍເປັນບໍລະສັດມະຫາຊົນເດີມໃດໜຶ່ງຫຼືກາຍເປັນບໍລິສັດໃໝ່.

ການຄວບບໍລິສັດມະຫາຊົນນອກຈາກທີ່ໄດ້ກໍານົດໄວ້ໃນຂໍ້ຄ.ນີ້ແລ້ວຍັງຕ້ອງປະຕິບັດການຄວບຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຫ້າເກົ້າຂອງກົດໝາຍສະບັບນີ້ອີກດ້ວຍ. .....ມາດຕາ188:ການຄັດຄ້ານການຄວບຄຸມຜູ້ຖືຮຸ້ນ

ມາດຕາ188:ການຄັດຄ້ານການຄວບຄຸມຜູ້ຖືຮຸ້ນ ບໍລິສັດມະຫາຊົນທີ່ມີຜູ້ຖືຮຸ້ນລົງມະຕິຄັດຄ້ານການຄວບນັ້ນຕ້ອງຊື້ຮຸ້ນຂອງຜູ້ຖືຮຸ້ນທີ່ຄັດຄ້ານດັ່ງກ່າວຕາມລາຄາປາກົດຕົວໃນຕະຫຼາດຮຸ້ນຫຼືຕະຫຼາດຫຼັກຊັບໃນໄລຍະນັ້ນ.

ໃນກໍລະນີທີ່ບໍ່ມີລາຄາສົມທຽບໃນຕະຫຼາດຮຸ້ນຫຼືຕະຫຼາດຫຼັກຊັບແລ້ວໃຫ້ເອົາລາຄາຕາມການປະເມີນຂອງຜູ້ຊ່ຽວຊານອິດສະຫຼະຊຶ່ງຖືກແຕ່ງຕັ້ງໂດຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ.

ພາຍຫຼັງທີ່ມີການປະເມີນລາຄາຮຸ້ນຕາມວັກສອງຂອງມາດຕານີ້ຖ້າຜູ້ຖືຮຸ້ນທີ່ຄັດຄ້ານການຄວບຍັງບໍ່ຍິນຍອມຂາຍຮຸ້ນຂອງຕົນຢູ່ບໍລິສັດມະຫາຊົນທີ່ກ່ຽວຂ້ອງມີສິດດໍາເນີນການຄວບໄດ້ໂດຍບໍ່ຂຶ້ນກັບວ່າຜູ້ຖືຮຸ້ນທີ່ລົງມະຕິຄັດຄ້ານນັ້ນຈະເຫັນດີນໍາລາຄາທີ່ປະເມີນຫຼືບໍ່ກໍຕາມແລະຜູ້ກ່ຽວກໍກາຍເປັນຜູ້ຖືຮຸ້ນຂອງບໍລິສັດທີ່ຄວບໃໝ່ໄປໃນຕົວ. .....ມາດຕາ189:ກໍານົດເວລາຄອບແລະການຂຶ້ນທະບຽນວິສາຫະກິດບໍລິສັດມະຫາຊົນທີ່ຄວບ

ມາດຕາ189:ກໍານົດເວລາຄອບແລະການຂຶ້ນທະບຽນວິສາຫະກິດບໍລິສັດມະຫາຊົນທີ່ຄວບ ການຄວບບໍລິສັດມະຫາຊົນຕ້ອງປະຕິບັດໃຫ້ສໍາເລັດພາຍໃນຮ້ອຍຫ້າສິບວັນນັບແຕ່ວັນທີ່ໄດ້ຮັບມະຕິການຄວບຈາກບໍລິສັດທີ່ຈະຄວບທັງໝົດແລະຕ້ອງຂຶ້ນທະບຽນວິສາຫະກິດໃຫ້ສໍາເລັດພາຍໃນສິບວັນລັດຖະການນັບແຕ່ວັນທີ່ໄດ້ສໍາເລັດການຄວບດັ່ງກ່າວເປັນຕົ້ນໄປ. .....ມາດຕາ190:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ

ມາດຕາ190:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນໝວດທີສາມພາກທີຫ້າຂອງກົດໝາຍສະບັບນີ້ແລ້ວການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ.ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງ,ການເພີ່ມຫຼືຫຼຸດທຶນ,ຜູ້ອໍານວຍການແລະສະພາຜູ້ອໍານວຍການ,ກອງປະຊຸມຜູ້ຖືຮຸ້ນ,ການເງິນ,ການກວດສອບບັນຊີແລະການຊໍາລະສະສາງແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນບົດບັນຍັດຂອງບໍລິສັດຈໍາກັດ. ..ພາກທີ6ບໍລິສັດລັດ


...ໝວດທີ1:ຫຼັກການທົ່ວໄປແລະການສ້າງຕັ້ງຂອງບໍລິສັດລັດ


....ມາດຕາ191:ຫຼັກການທົ່ວໄປຂອງບໍລິສັດລັດ

ມາດຕາ191:ຫຼັກການທົ່ວໄປຂອງບໍລິສັດລັດ ບໍລິສັດລັດສ້າງຕັ້ງຂຶ້ນເບື້ອງຕົ້ນດ້ວຍທຶນຂອງລັດຮ້ອຍສ່ວນຮ້ອຍແລະອາດຈະຂາຍຮຸ້ນຂອງຕົນຈໍານວນໜຶ່ງໃຫ້ຜູ້ຖືຮຸ້ນອື່ນພາຍຫຼັງຂຶ້ນທະບຽນວິສາຫະກິດຕາມການອະນຸຍາດຂອງລັດຖະບານຊຶ່ງສູງສຸດບໍ່ໃຫ້ເຖິງຫ້າສິບສ່ວນຮ້ອຍຂອງຈໍານວນຮຸ້ນທັງໝົດ.

ຜູ້ຖືຮຸ້ນຮັບຜິດຊອບໜີ້ຈໍາກັດເທົ່າກັບມູນຄ່າຮຸ້ນທີ່ຕົນຍັງບໍ່ທັນໄດ້ຖອກເຕັມເທົ່ານັ້ນ.

ບໍລິສັດລັດສາມາດເປັນຜູ້ຖືຮຸ້ນຂອງບໍລິສັດຫຼືເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອື່ນ.

ສໍາລັບລັດສາມາດເປັນຜູ້ຖືຮຸ້ນຂອງບໍລິສັດຫຼືຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອື່ນແຕ່ຫ້າມບໍ່ໃຫ້ລັດເປັນຂາຮຸ້ນບໍ່ຈໍາກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນ.

ບໍລິສັດລັດຫຼືລັດຊື້ຮຸ້ນຂອງປະເພດວິສາຫະກິດອື່ນໃນຈໍານວນຮຸ້ນຕໍ່າກວ່າຮ້ອຍສ່ວນຮ້ອຍລົງມາບໍ່ເຮັດໃຫ້ປະເພດວິສາຫະກິດອື່ນນັ້ນກາຍເປັນວິສາຫະກິດຂອງລັດ. ....ມາດຕາ192:ສັນຍາສ້າງຕັ້ງບໍລິສັດລັດ

ມາດຕາ192:ສັນຍາສ້າງຕັ້ງບໍລິສັດລັດ ບໍລິສັດລັດສ້າງຕັ້ງຂຶ້ນບົນພື້ນຖານສັນຍາລະຫວ່າງຂະແໜງການການເງິນແລະຂະແໜງການເຈົ້າພາບ,ເວັ້ນເສຍແຕ່ການສ້າງຕັ້ງບໍລິສັດລັດໃນທຸລະກິດທີ່ກ່ຽວຂ້ອງກັບຂະແໜງການການເງິນເທົ່ານັ້ນ.

ເມື່ອສັນຍາສ້າງຕັ້ງບໍລິສັດລັດຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບເອັດຂອງກົດໝາຍສະບັບນີ້. ....ມາດຕາ193:ຂັ້ນຕ້ອນການສ້າງຕັ້ງ

ມາດຕາ193:ຂັ້ນຕອນການສ້າງຕັ້ງ. ການສ້າງຕັ້ງບໍລິສັດລັດຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ຂະແໜງການເຈົ້າພາບປະສານກັບຂະແໜງການການເງິນເພື່ອຕົກລົງແລະຮ່າງສັນຍາກ່ຽວກັບຈຸດປະສົງຂອງການສ້າງຕັ້ງ,ປະເພດທຸລະກິດແລະທຶນທັງໝົດໂດຍແຍກທຶນເປັນຮຸ້ນຊຶ່ງແຕ່ລະຮຸ້ນມີມູນຄ່າເທົ່າກັນແລະກໍານົດອັດຕາສ່ວນຮຸ້ນທີ່ອະນຸຍາດໃຫ້ໂອນໄດ້ພາຍຫຼັກງການຂຶ້ນທະບຽນວິສາຫະກິດຕາມວັກໜຶ່ງມາດຕາ191ຂອງກົດໝາຍສະບັບນີ້. 2.ສະເໜີຂໍອະນຸຍາດສ້າງຕັ້ງໂດຍຄັດຕິດບົດວິພາຍເສດຖະກິດ-ເຕັກນິກຕໍ່ນາຍົກລັດຖະມົນຕີຖ້າເປັນຂັ້ນສູນກາງຫຼືຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງເພື່ອພິຈາລະນາ; 3.ເມື່ອໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີ,ເຈົ້າແຂວງ,ເຈົ້າຄອງນະຄອນແລ້ວໃຫ້ຂະແໜງການເຈົ້າພາບແລະຂະແໜງການການເງິນຄັດເລືອກຜູ້ທີ່ຈະຖືກແຕ່ງຕັ້ງເປັນຜູ້ອໍານວຍການ; 4.ເປີດກອງປະຊຸມສ້າງຕັ້ງບໍລິສັດລັດໂດຍມີຜູ້ຕາງໜ້າຂະແໜງການເຈົ້າພາບ,ຂະແໜງການການເງິນແລະຜູ້ຖືກແຕ່ງຕັ້ງເປັນຜູ້ອໍານວຍການທຸກຄົນເຂົ້າຮ່ວມເພື່ອປະກາດການສ້າງຕັ້ງບໍລິສັດລັດຢ່າງເປັນທາງການພ້ອມທັງມອບໝາຍໜ້າທີ່ທັງໝົດໃຫ້ຜູ້ອໍານວຍການສືບຕໍ່ປະຕິບັດ; 5.ເປີດກອງປະຊຸມຄັ້ງທໍາອິດຂອງສະພາຜູ້ອໍານວຍການຖ້າມີ; 6.ຜູ້ອໍານວຍການຕ້ອງໄປຂຶ້ນທະບຽນວິສາຫະກິດພາຍໃນກໍານົດສາມສິບວັນນັບແຕ່ວັນຮຽກຖອກຮຸ້ນຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍເກົ້າສິບເກົ້າຂອງກົດໝາຍສະບັບນີ້. ....ມາດຕາ194:ໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດລັດ

ມາດຕາ194:ໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດລັດ ກອງປະຊຸມສ້າງຕັ້ງບໍລິສັດລັດມີໜ້າທີ່ຕົ້ນຕໍດັ່ງນີ້: 1.ຮັບຮອງເອົາກົດລະບຽບຂອງບໍລິສັດລັດ; 2.ປະກາດການສ້າງຕັ້ງບໍລິສັດລັດຢ່າງເປັນທາງການ; 3.ປະກາດຊື່ຜູ້ອໍານວຍການຊຸດທໍາອິດທີ່ໄດ້ຮັບການແຕ່ງຕັ້ງ; 4.ປະກາດຊື່ຜູ້ກວດສອບບັນຊີແລະກໍານົດຄ່າຈ້າງຂອງຜູ້ກ່ຽວ; 5.ມອບໝາຍວຽກງານຢ່າງເປັນທາງການໃຫ້ຜູ້ອໍານວຍການຫຼືສະພາຜູ້ອໍານວຍການ.

ກອງປະຊຸມສ້າງຕັ້ງບໍລິສັດແມ່ນຜູ້ຕ່າງໜ້າຂອງຂະແໜງການເຈົ້າພາບຫຼືຂະແໜງການການເງິນເປັນປະທານ. ....ມາດຕາ195:ກົດລະບຽບຂອງບໍລິສັດລັດ

ມາດຕາ195:ກົດລະບຽບຂອງບໍລິສັດລັດ ກົດລະບຽບຂອງບໍລິສັດລັດຕ້ອງມີເນື້ອໃນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບສອງຂອງກົດໝາຍສະບັບນີ້,ນອກຈາກນີ້ຍັງຕ້ອງປະກອບດ້ວຍເນື້ອໃນດັ່ງນີ້: 1.ຂໍ້ຄວາມທີ່ກ່ຽວກັບສິດແລະອັດຕາສ່ວນໃນການຂາຍຮຸ້ນພາຍຫຼັງການຂຶ້ນທະບຽນວິສາຫະກິດ; 2.ວິທີການໃນການແບ່ງເງິນປັນຜົນໃຫ້ຜູ້ຖືຮຸ້ນອື່ນຖ້າມີ; 3.ນະໂຍບາຍຫຼືມາດຕະການຂອງລັດຕໍ່ການເຄື່ອນໄຫວທຸລະກິດເມື່ອມີກໍາໄລຫຼືຫຼຸບທຶນ.

ກົດລະບຽບຂອງບໍລິສັດລັດຕ້ອງມີລາຍເຊັນຂອງລັດຖະມົນຕີວ່າການກະຊວງການເງິນຖ້າແມ່ນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າແມ່ນຂັ້ນແຂວງ.

ການປ່ຽນແປງກົດລະບຽບຂອງບໍລະສັດລັດຈະປະຕິບັດໄດກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຕາມທີ່ໄດ້ກໍານົດໄວ້ໃນມາດຕາ210ຂອງກົດໝາຍສະບັບນີ້. ....ມາດຕາ196:ກອງປະຊຸມຄັ້ງທໍາອິດຂອງສະພາຜູ້ອໍານວຍການ

ມາດຕາ196:ກອງປະຊຸມຄັ້ງທໍາອິດຂອງສະພາຜູ້ອໍານວຍການ ກອງປະຊຸມຄັ້ງທໍາອິດຂອງສະພາຜູ້ອໍານວຍການຕ້ອງເປີດຂຶ້ນພາຍໃນກໍານົດສິບວັນລັດຖະການນັບແຕ່ວັນປິດກອງປະຊຸມສ້າງຕັ້ງບໍລິສັດລັດເປັນຕົ້ນໄປ.

ໜ້າທີ່ຂອງກອງປະຊຸມຄັ້ງທໍາອິດມີດັ່ງນີ້: 1.ເລືອກຕັ້ງປະທານ.ຖ້າຫາກມີຄວາມຈໍາເປັນອາດຈະເລືອກຕັ້ງຮອງປະທານສະພາຜູ້ອໍານວຍການກໍ່ໄດ້; 2.ແບ່ງໜ້າທີ່ໃຫ້ຜູ້ອໍານວຍການແຕ່ລະຄົນຮັບຜິດຊອບ.

ມະຕິຂອງກອງປະຊຸມຄັ້ງທໍາອິດຂອງສະພາຜູ້ອໍານວຍການຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ອໍານວຍການທັງໝົດ. ....ມາດຕາ197:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ197:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດລັດຕ້ອງປະກອບດ້ວຍ: 1.ໃບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດໂດຍມີລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍບົດວິພາກເສດຖະກິດ-ເຕັກນິກຄັດຕິດມາພ້ອມ; 2.ແຈ້ງການຫຼືຂໍ້ຕົກລົງສ້າງຕັ້ງບໍລິສັດລັດຂອງນາຍົກລັດຖະມົນຕີຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງ; 3.ບົດບັນທຶກກອງປະຊຸມສ້າງຕັ້ງບໍລິສັດລັດເຊັນໂດຍປະທານກອງປະຊຸມ; 4.ກົດລະບຽບຂອງບໍລິສັດລັດເຊັນໂດຍລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງ.

ການຂາຍຮຸ້ນຂອງບໍລິສັດລັດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາ191ຂອງກົດໝາຍສະບັບນີ້ຈະປະຕິບັດກໍ່ຕໍ່ເມື່ອໄດ້ຂຶ້ນທະບຽນວິສາຫະກິດແລ້ວເທົ່ານັ້ນແລະຕ້ອງປະຕິບັດໃຫ້ສອດຄ່ອງກັບລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ. ...ໝວດທີ2ຮຸ້ນແລະໃບຮຸ້ນກູ້ຂອງບໍລິສັດລັດ


....ມາດຕາ198:ຮຸ້ນ

ມາດຕາ198:ຮຸ້ນ ຮຸ້ນຂອງບໍລິສັດລັດໄດ້ມາຈາກການແບ່ງທຶນໃຫ້ເປັນສ່ວນຊຶ່ງແຕ່ລະສ່ວນມີມູນຄ່າເທົ່າໆກັນ.ຮຸ້ນໜຶ່ງຂອງບໍລິສັດລັດບໍ່ໃຫ້ສູງກວ່າໜຶ່ງແສນກີບ.

ຮຸ້ນຂອງບໍລິສັດລັດອາດຈະເປັນເງິນຫຼືເປັນວັດຖຸກໍ່ໄດ້.ການປະກອບຮຸ້ນທີ່ເປັນວັດຖຸຕ້ອງຕີມູນຄ່າເປັນເງິນໂດຍຄະນະກໍາມະການທີ່ຕັ້ງຂຶ້ນສະເພາະ. ....ມາດຕາ199:ການຖອກຮຸ້ນ

ມາດຕາ199:ການຖອກຮຸ້ນ ຮຸ້ນຂອງບໍລິສັດລັດທີ່ເປັນເງິນຫຼືເປັນວັດຖຸຕ້ອງໄດ້ຖອກໃຫ້ຄົບຖ້ວນພາຍໃນກໍານົດຫ້າວັນລັດຖະການກ່ອນວັນສ້າງຕັ້ງໂດຍໃຫ້ໂອນເປັນກໍາມະສິດຂອງບໍລິສັດລັດທີ່ກ່ຽວຂ້ອງເວັ້ນເສຍແຕ່ຂະແໜງການການເງິນແລະຂະແໜງການເຈົ້າພາບໄດ້ຕົກລົງກັນໄວ້ຢ່າງອື່ນແລະຕ້ອງບົ່ງບັນຫານີ້ໄວ້ໃນກົດລະບຽບຂອງບໍລິສັດລັດ. ....ມາດຕາ200:ໃບຮຸ້ນ

ມາດຕາ200:ໃບຮຸ້ນ ໃບຮຸ້ນຂອງບໍລິສັດລັດຕ້ອງມີເນື້ອໃນດັ່ງນີ້: 1.ເລກທີໃບຮຸ້ນ; 2.ຊື່ແລະເລກທີທະບຽນວິສາຫະກິດຂອງບໍລິສັດລັດ; 3.ຊື່ຂອງຂະແໜງການທີ່ເປັນຜູ້ຖືຮຸ້ນ; 4.ຈໍານວນຮຸ້ນ; 5.ມູນຄ່າຂອງຮຸ້ນໜຶ່ງ; 6.ວັນເດືອນປີອອກໃບຮຸ້ນ; 7.ຊື່ແລະລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍຕາປະທັບຂອງບໍລິສັດລັດ.

ໃບຮຸ້ນຂອງບໍລິສັດລັດສາມາດປ່ຽນມືໄດ້ໃນຂອບເຂດອັດຕາສ່ວນຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເກົ້າສິບເອັດຂອງກົດໝາຍສະບັບນີ້.

ພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ບໍລິສັດລັດໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປໃຫ້ຜູ້ອໍານວຍການອອກໃບຮຸ້ນໃຫ້ແກ່ຂະແໜງການເຈົ້າພາບແລະຂະແໜງການການເງິນເພື່ອເກັບມ້ຽນໄວ້ເປັນຫຼັກຖານ.

ສໍາລັບໃບຮຸ້ນຂອງຜູ້ຖືຮຸ້ນອື່ນແມ່ນມີເນື້ອໃນຕາມປະເພດຮຸ້ນທີ່ແຕ່ລະຜູ້ຖືຮຸ້ນຖືຕາມທີ່ໄດ້ກໍານົດໄວ້ໃນມາດຕາ184ຂອງກົດໝາຍສະບັບນີ້.ຜູ້ຖືຮຸ້ນອື່ນແມ່ນຜູ້ຖືຮຸ້ນທີ່ບໍ່ແມ່ນຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ.

ໃບຮຸ້ນໜຶ່ງຂອງລັດຕັ້ງມີມູນຄ່າຢ່າງນ້ອຍເທົ່າກັບໜຶ່ງຮຸ້ນ. ....ມາດຕາ201:ການໂອນຮຸ້ນ

ມາດຕາ201:ການໂອນຮຸ້ນ ຮຸ້ນທີ່ລັດຖະບານອະນຸມັດໃຫ້ຂາຍໃຫ້ຜູ້ຖືຮຸ້ນອື່ນແລ້ວເມື່ອມີການໂອນຮຸ້ນນັ້ນໃຫ້ຜູ້ອື່ນຕໍ່ບໍ່ຕ້ອງຂໍອະນຸມັດນໍາລັດຖະບານອີກ.

ການໂອນຮຸ້ນເກີນອັດຕາສ່ວນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາ191ຂອງກົດໝາຍສະບັບນີ້ລ້ວນແຕ່ເປັນໂມຄະ.ຜູ້ໂອນຕ້ອງຮັບຜິດຊອບຕໍ່ການລະເມີດດັ່ງກ່າວຕາມກົດໝາຍ. ....ມາດຕາ202:ໃບຮຸ້ນກູ້

ມາດຕາ202:ໃບຮຸ້ນກູ້ ບໍລິສັດລັດສາມາດກູ້ເງິນດ້ວຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນ.ການອອກໃບຮຸ້ນກູ້ແລະການສະເໜີຂາຍນັ້ນຈະປະຕິບັດໄດ້ກໍ່ຕໍ່ເມື່ອ: 1.ໄດ້ຮັບອະນຸຍາດຈາກລັດຖະບານ; 2.ໄດ້ດໍາເນີນການຢ່າງຖືກຕ້ອງຕາມຂັ້ນຕອນແລະລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນແລ້ວ. ...ໝວດທີ3ຜູ້ອໍານວຍການແລະສະພາຜູ້ອໍານວຍການຂອງບໍລິສັດລັດ


....ມາດຕາ203:ຜູ້ອໍານວຍການ

ມາດຕາ203:ຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດລັດອາດຈະແມ່ນລັດຖະກອນຫຼືບຸກຄົນພາຍນອກກໍ່ໄດ້ເວັ້ນເສຍແຕ່ໄດ້ກໍານົດໄວ້ຢ່າງອື່ນສໍາລັບບາງບໍລິສັດລັດ.

ຜູ້ອໍານວຍການຂອງບໍລິສັດລັດແມ່ນຕົວແທນຂອງບໍລິສັດລັດໃນການບໍລິຫານຈັດການທຶນແລະຊັບສົມບັດຂອງລັດທີ່ປະກອບໃຫ້ເພື່ອນໍາໃຊ້ເຂົ້າໃນການດໍາເນີນທຸລະກິດດໍາເນີນຢ່າງມີປະສິດທິຜົນທັງເປັນຕົວແທນໃຫ້ບໍລິສັດລັດໃນການພົວພັນທຸລະກິດກັບບຸກຄົນພາຍນອກ.

ຜູ້ອໍານວຍການຂອງບໍລິສັດລັດມີເງິນເດືອນພື້ນຖານເທົ່າກັບເງິນເດືອນພື້ນຖານຂອງລັດຖະກອນແລະມີເງິນເດືອນເພີ່ມຫຼືເງິນບໍາເນັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງມາດຕາສອງຮ້ອຍສິບຫ້າຂອງກົດໝາຍສະບັບນີ້.ຂໍ້ກໍານົດນີ້ໃຫ້ນໍາໃຊ້ລວມໄປເຖິງພະນັກງານຂອງບໍລິສັດລັດດ້ວຍ. ....ມາດຕາ204:ເງື່ອນໄຂຂອງຜູ້ອໍານວຍການ

ມາດຕາ204:ເງື່ອນໄຂຂອງຜູ້ອໍານວຍການ ນອກຈາກເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ117ຂອງກົດໝາຍສະບັບນີ້ແລ້ວຜູ້ອໍານວຍການຂອງບໍລິສັດລັດຕ້ອງມີເງື່ອນໄຂເພີ່ມເຕີມດັ່ງນີ້: 1.ເປັນຜູ້ທີ່ບໍ່ເຄີຍມີການກະທໍາທີ່ເປັນການສໍ້ລາດບັງຫຼວງຫຼືການສວຍໂອກາດ; 2.ເປັນຜູ້ທີ່ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານ; 3.ເປັນຜູ້ທີ່ຕົນຫຼືລູກເມຍຫຼືຜົວຂອງຕົນບໍ່ມີສ່ວນໄດ້ສ່ວນເສຍຫຼືມີຜົນປະໂຫຍດກ່ຽວຂ້ອງໂດຍກົງກັບທຸລະກິດຂອງບໍລິສັດລັດ; 4.ແຈ້ງຊັບສົມບັດຂອງຕົນກ່ອນການຮັບຕໍາແໜ່ງເປັນຜູ້ອໍານວຍການ; 5.ມີຄວາມຮຸ້ຄວາມສາມາດແລະປະສົບການໃນການບໍລິຫານຈັດການທຸລະກິດ; ....ມາດຕາ205:ການແຕ່ງຕັ້ງແລະການປົດຕໍາແໜ່ງຜູ້ອໍານວຍການ

ມາດຕາ205:ການແຕ່ງຕັ້ງແລະການປົດຕໍາແໜ່ງຜູ້ອໍານວຍການ ຜູ້ອໍານວຍການຖືກແຕ່ງຕັ້ງຕາມສອງລັກສະນະດັ່ງນີ້: 1.ຜູ້ອໍານວຍການຊຸດທໍາອິດຖືກແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງບົນພື້ນຖານຄວາມເຫັນດີຂອງຂະແໜງການເຈົ້າພາບ; 2.ຜູ້ອໍານວຍການຊຸດຕໍ່ມາລວມທັງຕໍາແໜ່ງຜູ້ອໍານວຍການທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຖືກແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງບົນພື້ນຖານມະຕິກອງປະຊຸມຜູ້ຖືຮຸ້ນ.

ຜູ້ອໍານວຍການທີ່ຖືກແຕ່ງຕັ້ງຕາມສອງລັກສະນະທີ່ກ່າວມາເທິງນີ້ຈະຖືກປົດຕໍາແໜ່ງໂດຍລັດຖະມົນຕ່ວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງບົນພື້ນຖານມະຕິກອງປະຊຸມຜູ້ຖືຮຸ້ນ. ....ມາດຕາ206:ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ

ມາດຕາ206:ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດລັດອາດຈະພົ້ນຈາກຕໍາແໜ່ງດ້ວຍສາເຫດດັ່ງນີ້: 1.ຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຫາຂໍ້ສີ່ມາດຕາໜອ່ງຮ້ອຍຊາວເຈັດຂອງກົດໝາຍສະບັບນີ້; 2.ລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງອອກຂໍ້ຕົກລົງປົດຕໍາແໜ່ງ.

ການລາອອກຂອງຜູ້ອໍານວຍການຈະມີຜົນໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບການຮັບຮອງຈາກລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງແລະຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບອີກດ້ວຍ. ....ມາດຕາ207:ສະພາຜູ້ອໍານວຍການ

ມາດຕາ207:ສະພາຜູ້ອໍານວຍການ ບໍລິສັດລັດທີ່ມີຈໍານວນຜູ້ອໍານວຍການຫຼາຍກວ່າສາມຄົນຕ້ອງມີສະພາຜູ້ອໍານວຍການ.ໃນກໍລະນີທີ່ເຫັນວ່າຈໍາເປັນບໍລິສັດລັດທີ່ມີຈໍານວນຜູ້ອໍານວຍການສອງຄົນກໍ່ສາມາດສ້າງຕັ້ງສະພາຜູ້ອໍານວຍການໄດ້.

ສິດແລະໜ້າທີ່ຂອງສະພາຜູ້ອໍານວຍການຂອງບໍລິສັດລັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບຂອງກົດໝາຍສະບັບນີ້. ...ໝວດທີ4ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ


....ມາດຕາ208:ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ

ມາດຕາ208:ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ ຜູ້ຖືຮຸ້ນຂອງບໍລິສັດລັດແມ່ນບັນດາຜູ້ຕາງໜ້າຂອງຂະແໜງການເຈົ້າພາບແລະຂະແໜງການການເງິນເວັ້ນເສຍແຕ່ລັດຖະບານໄດ້ຕົກລົງໄວ້ຢ່າງອື່ນ.

ບັນດາຂະແໜງການຕາມທີ່ກ່າວມາໃນວັກເທິງນີ້ຕ້ອງມີຜູ້ຕາງໜ້າຜູ້ຖືຮຸ້ນຂອງຕົນຢ່າງໜ້ອຍສອງຄົນຕາມການແຕ່ງຕັ້ງຂອງລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງບົນພື້ນຖານການສະເໜີຂອງຂະແໜງການເຈົ້າພາບ.ໃນກໍລະນີທີ່ມີການປ່ຽນແປງຜູ້ຖືຮຸ້ນຕ້ອງແຕ່ງໃຫ້ຜູ້ໃໝ່ເຂົ້າປະຕິບັດໜ້າທີ່ແທນຢ່າງຊ້າບໍ່ໃຫ້ເກີນສາມສິບວັນນັບແຕ່ວັນມີການປ່ຽນແປງເປັນຕົ້ນໄປ.

ຜູ້ຕາງໜ້າຂອງບັນດາຂະແໜງການທີ່ກ່າວມາຂ້າງເທິງນີ້ເປັນຜູ້ປະຕິບັດສິດແລະໜ້າທີ່ຂອງຜູ້ຖືຮຸ້ນຂອງລັດປະຈໍາຢູ່ແຕ່ລະບໍລິສັດລັດ.

ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດບໍ່ມີເງິນເດືອນຫຼືຄ່າຈ້າງແຕ່ໄດ້ຮັບເບ້ຍປະຈໍາປີແລະເບ້ຍປະຊຸມແຕ່ລະຄັ້ງຕາມລະບຽບການທີ່ໄດ້ກໍານົດໄວ້. ....ມາດຕາ209:ອົງປະຊຸມແລະລະບຽບການດໍາເນີນກອງປະຊຸມຜູ້ຖືຮຸ້ນ

ມາດຕາ209:ອົງປະຊຸມແລະລະບຽບການດໍາເນີນກອງປະຊຸມຜູ້ຖືຮຸ້ນ ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດລັດຕ້ອງມີຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດທີ່ໄດ້ຮັບການແຕ່ງຕັ້ງຫຼືຕົວແທນຂອງບຸກຄົນດັ່ງກ່າວເຂົ້າຮ່ວມທັງໝົດ.

ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດທີ່ບໍ່ສາມາດເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນດ້ວຍຕົນເອງໄດ້ຕ້ອງສົ່ງຕົວແທນຂອງຕົນເຂົ້າມາຮ່ວມພ້ອມດ້ວຍໜັງສືມອບໝາຍມາຍື່ນຕໍ່ປະທານກອງປະຊຸມ.

ໃນກໍລະນີທີ່ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດໃດໜຶ່ງຂາດການປະຊຸມເຖິງສາມຄັ້ງໂດຍບໍ່ມີເຫດຜົນພຽງພໍແລ້ວໃຫ້ປະທານກອງປະຊຸມແຈ້ງໃຫ້ລັດຖະມົນຕີວ່າການກະຊວງການເງິນຫຼືເຈົ້າແຂວງ,ເຈົ້າຄອງນະຄອນຊາບເພື່ອພິຈາລະນາ.

ໃນກໍລະນີທີ່ບໍລິສັດລັດຂາຍຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາ191ຂອງກົດໝາຍສະບັບນີ້ອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນນອກຈາກທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວຍັງຕ້ອງມີຜູ້ຖືຮຸ້ນອື່ນເຂົ້າຮ່ວມຢ່າງໜ້ອຍແປດສິບສ່ວນຮ້ອຍຂອງຈໍານວນຮຸ້ນທັງໝົດຂອງຜູ້ຖືຮຸ້ນດັ່ງກ່າວ. ....ມາດຕາ210:ມະຕິກອງປະຊຸມຜູ້ຖືຮຸ້ນ

ມາດຕາ210:ມະຕິກອງປະຊຸມຜູ້ຖືຮຸ້ນ ມະຕິກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດລັດມີສອງລັກສະນະຄື: 1.ໃນກໍລະນີທີ່ບໍລະສັດລັດຊຶ່ງລັດເປັນຜູ້ຖືຮຸ້ນແຕ່ພຽງຜູ້ດຽວ,ມະຕິກອງປະຊຸມຜູ້ຖືຮຸ້ນຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີຄະແນນສຽງເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດເວັ້ນເສຍແຕ່ກົດລະບຽບຂອງບໍລະສັດລັດໄດ້ກໍານົດໄວ້ຢ່າງອື່ນ.ການນັບຄະແນນສຽງໃຫ້ນັບໜຶ່ງຄົນຕໍ່ໜຶ່ງສຽງ; 2.ໃນກໍລະນີທີ່ບໍລະສັດລັດຂາຍຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເກົ້າສິບເອັດຂອງກົດໝາຍສະບັບນີ້,ມະຕິກອງປະຊຸມຜູ້ຖືຮຸ້ນຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີຄະແນນສຽງເກີນກວ່າເຄິ່ງໜຶ່ງຂອງຈໍານວນຮຸ້ນທັງໝົດ.ການນັບຄະແນນສຽງໃຫ້ນັບໜຶ່ງຮຸ້ນຕໍ່ໜຶ່ງສຽງ.ສໍາລັບຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດຕ້ອງມອບໃຫ້ຜູ້ໜຶ່ງຕາງໜ້າໃນການອອກຄະແນນສຽງພາຍຫຼັງໄດ້ຕົກລົງກັນດ້ວຍຄະແນນສຽງຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ແລ້ວ.

ກອງປະຊຸມຜູ້ຖືຮຸ້ນບໍລະສັດລັດສາມາດພິຈາລະນາແລະລົງມະຕິຕໍ່ທຸກບັນຫາທີ່ກ່ຽວຂ້ອງກັບທຸລະກິດຂອງບໍລິສັດລັດເວັ້ນເສຍແຕ່ກໍລະນີທີ່ໄດ້ບົ່ງໄວ້ໃນມາດຕາສອງຮ້ອຍສິບເອັດຂອງກົດໝາຍສະບັບນີ້. ....ມາດຕາ211:ບັນຫາທີ່ຕ້ອງສະເໜີການຕົກລົງ

ມາດຕາ211:ບັນຫາທີ່ຕ້ອງສະເໜີການຕົກລົງ ບໍລິສັດຂັ້ນສູນກາງແມ່ນລັດຖະບານເປັນຜູ້ຕົກລົງແລະບໍລິສັດຂັ້ນແຂວງແມ່ນເຈົ້າແຂວງ,ເຈົ້າຄອງນະຄອນເປັນຜູ້ຕົກລົງກ່ຽວກັບການເພີ່ມເຕີມຫຼືຫຼຸດທຶນ,ການຍຸບເລີກ,ການຄວບບໍລິສັດລັດກັບບໍລິສັດລັດຫຼືບໍລິສັດລັດກັບວິສາຫະກິດປະເພດອື່ນເພື່ອກາຍເປັນບໍລິສັດລັດແລະການຊື້ຫຼືການຮັບໂອນກິດຈະການຂອງວິສາຫະກິດປະເພດອື່ນາເປັນຂອງບໍລິສັດລັດ.

ບັນຫາທີ່ຕ້ອງສະເໜີການຕົກລົງຈາກລັດຖະບານມີດັ່ງນີ້: 1.ການຂາຍຮຸ້ນທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເກົິາສິບເອັດຂອງກົດໝາຍສະບັບນີ້; 2.ການຂາຍຫຼືໂອນກິດຈະການຂອງບໍລິສັດລັດເພື່ອກາຍເປັນວິສາຫະກິດປະເພດອື່ນ: 3.ການຄວບບໍລິສັດລັດກັບວິສາຫະກິດປະເພດອື່ນເພື່ອກາຍເປັນວິສາຫະກິດປະເພດອື່ນ.

ເມື່ອລັດຖະບານຫຼືເຈົ້າແຂວງ,ເຈົ້າຄອງນະຄອນຕົກລົງໃຫ້ປະຕິບັດຢ່າງໃດຢ່າງໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ແລ້ວໃຫ້ແນະນໍາລາຍລະອຽດກ່ຽວກັບການຈັດຕັ້ງປະຕິບັດດັ່ງກ່າວໄປພ້ອມ. ....ມາດຕາ212:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນອື່ນ

ມາດຕາ212:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນອື່ນ ຜູ້ຖືຮຸ້ນອື່ນມີສິດແລະໜ້າທີ່ດັ່ງນີ້: 1.ເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ,ປະກອບຄໍາຄິດຄໍາເຫັນແລະລົງຄະແນນສຽງ; 2.ເບິ່ງ,ອັດສໍາເນົາເອກະສານທະບຽນຫຼືເອກະສານຂໍ້ມູນຂອງບໍລິສັດລັດຕາມກົດລະບຽບ; 3.ໄດ້ຮັບເງິນປັນຜົນຕາມວິທີການທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດລັດ; 4.ຮ້ອງຟ້ອງຕໍ່ສານໃນກໍລະນີທີ່ມີການລະເມີດຜົນປະໂຫຍດຂອງຕົນ. ...ໝວດທີ5ການເງິນແລະຄວາມຮັບຜິດຊອບຂອງບໍລິສັດລັດ


....ມາດຕາ213:ການແບ່ງເງິນປັນຜົນ

ມາດຕາ213:ການແບ່ງເງິນປັນຜົນ ການແບ່ງເງິນປັນຜົນຂອງບໍລິສັດລັດໃຫ້ແບ່ງຕາມສັດສ່ວນຂອງຮຸ້ນທີ່ຖື.ສ່ວນທີ່ເຫຼືອຈາກການແບ່ງປັນໃຫ້ຜູ້ຖືຮຸ້ນອື່ນແລ້ວນັ້ນລ້ວນແຕ່ເປັນຂອງລັດແລະຕ້ອງມອບເຂົ້າງົບປະມານຂອງລັດຕາມລະບຽບການ.

ຫ້າມບໍ່ໃຫ້ບໍລິສັດລັດຈ່າງເງິນປັນຜົນເມື່ອບໍລິສັດລັດຂາດທຶນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ....ມາດຕາ214:ຄັງສໍາຮອງ

ມາດຕາ214:ຄັງສໍາຮອງ ຄັງສໍາຮອງມີສອງປະເພດຄື:ຄັງສໍາຮອງຕາມລະບຽບການແລະຄັງສໍາຮອງອື່ນ.

ຄັງສໍາຮອງຕາມລະບຽບການແມ່ນຄັງຮັບປະກັນຄວາມສ່ຽງຊຶ່ງບໍລິສັດລັດຕ້ອງຫັກສິບສ່ວນຮ້ອຍຂອງກໍາໄລສຸດທິພາຍຫຼັງທີ່ໄດ້ຫັກເງິນຂາດທຶນເພື່ອສ້າງເປັນຄັງສໍາຮອງໄວ້ໃນແຕ່ລະປີ.ເມື່ອຄັງສໍາຮອງນີ້ມີເງິນສະສົມເທົ່າກັບເຄິ່ງໜຶ່ງຂອງທຶນຈົດທະບຽນຂອງບໍລິສັດລັດແລ້ວບໍລະສັດລັດສາມາດໂຈະການຫັກເງິນເຂົ້າຄັງສໍາຮອງດັ່ງກ່າວເວັ້ນເສຍແຕ່ກົດລະບຽບຂອງບໍລິສັດລັດໄດ້ກໍານົດໄວ້ຢ່າງອື່ນ.

ສໍາລັບຄັງສໍາຮອງອື່ນນັ້ນອາດຈະສ້າງໄດ້ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ.ສ່ວນບໍລິສັດລັດແມ່ນບໍ່ໃຫ້ສ້າງຄັງສະຫວັດດີການສັງຄົມຂອງຕົນແຕ່ໃຫ້ປະຕິບັດຕາມລະບຽບການຂອງຄັງສະຫວັດດີການສັງຄົມຂອງລັດ.

ການນໍາໃຊ້ຄັງສໍາຮອງຂອງບໍລິສັດລັດໃຫ້ປະຕິບັດຕາມມາດຕາໜຶ່ງຮ້ອຍຫ້າສິບສອງຂອງກົດໝາຍສະບັບນີ້. ....ມາດຕາ215:ຄວາມຮັບຜິດຊອບ

ມາດຕາ215:ຄວາມຮັບຜິດຊອບ ລັດຈະປະຕິບັດຕໍ່ບໍລິສັດລັດຕາມແຕ່ລະກໍລະນີດັ່ງນີ້: 1.ບໍລິສັດລັດດໍາເນີນທຸລະກິດມີກໍາໄລລັດຈະມີນະໂຍບາຍມອບເງິນເປັນອັດຕາສ່ວນບໍ່ໃຫ້ເກີນສິບສ່ວນຮ້ອຍຂອງກໍາໄລສຸດທິໃຫ້ບໍລິສັດລັດເພື່ອນໍາໃຊ້ເຂົ້າໃນການເພີ່ມເງິນເດືອນຫຼືໃຫ້ເປັນເງິນບໍາເນັດຕາມຄວາມເໝາະສົມໃນແຕ່ລະປີ; 2.ບໍລິສັດລັດຫຼຸບທຶນເນື່ອງຈາກປັດໃນນອກຕົວທີ່ບໍ່ສາມາດຄວບຄຸມຫຼືຄວບຄຸມໄດ້ຍາກລັດອາດຈະມີນະໂຍບາຍຢ່າງເໝາະສົມເພື່ອຊ່ວຍແບ່ງເບົາໃຫ້ບໍລິສັດລັດສາມາດດໍາເນີນທຸລະກິດຕໍ່ໄປໄດ້; 3.ບໍລິສັດລັດຫຼຸບທຶນເນື່ອງຈາກການຂາດຄວາມສາມາດໃນການບໍລິຫານຈັດການບໍລິສັດລັດຜູ້ອໍານວຍການຕ້ອງຮັບຜິດຊອບບໍ່ເກີນສິບສ່ວນຮ້ອຍຂອງການຫຼຸບທຶນທັງໝົດ.ຜູ້ອໍານວຍການຈະຖືກປົດຕໍາແໜ່ງໃນກໍລະນີທີ່ບໍລິສັດລັດຫຼຸບທຶນທັງໝົດ.ຜູ້ອໍານວຍການຈະຖືກປົດຕໍາແໜ່ງໃນກໍລະນີທີ່ບໍລິສັດລັດຫຼຸບທຶນສອງປີຕິດຕໍ່ກັນ; 4.ບໍລິສັດລັດຫຼຸບທຶນເນື່ອງຈາກຄວາມຜິດພາດຂອງຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດລັດ.ລັດອາດຈະໃຫ້ຜູ້ທີ່ກ່ຽວຂ້ອງຮັບຜິດຊອບຕໍ່ຄວາມເສຍຫາຍດ້ວຍຕົນເອງແລະອາດຈະຮ້ອງຟ້ອງໃຫ້ສານດໍາເນີນຄະດີຕໍ່ຜູ້ກ່ຽວຕາມກົດໝາຍ.

ລາຍລະອຽດກ່ຽວກັບນະໂຍບາຍໃຫ້ບໍາເນັດແລະຄວາມຮັບຜິດຊອບໃນກໍລະນີທີ່ບໍລະສັດຫຼຸບທຶນນັ້ນຈະມີລະບຽບການກໍານົດໄວ້ຕ່າງຫາກ. ...ໝວດທີ6ການກວດສອບບັນຊີແລະການກວດກາສະເພາະກິດຂອງບໍລິສັດລັດ


....ມາດຕາ216:ການກວດສອບບັນຊີ

ມາດຕາ216:ການກວດສອບບັນຊີ ບໍລິສັດລັດຕ້ອງມີຜູ້ກວດສອບບັນຊີນັບແຕ່ວັນຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.ໃນກໍລະນີທີ່ບໍລະສັດລັດເປັນບໍລິສັດຂະໜາດນ້ອຍຊຶ່ງບໍ່ສາມາດຈ້າງຜູ້ກວດສອບບັນຊີປະຈໍາໄດ້ນັ້ນກໍ່ໃຫ້ຈ້າງຜູ້ກວດສອບບັນຊີມາກວດສອບບໍລິສັດລັດເພື່ອຢັ້ງຢືນຄວາມຖືກຕ້ອງຂອງເອກະສານບັນຊີກ່ອນສະເໜີໃບສະຫຼຸດຊົບສົມບັດແລະລາຍງານປະຈໍາປີຕໍ່ກອງປະຊຸມຜູ້ຖືຮຸ້ນເພື່ອຮັບຮອງຢ່າງໜ້ອຍປີລະຄັ້ງ.

ບໍລິສັດລັດຕ້ອງປະຕິບັດຫຼັກການກວດສອບບັນຊີຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນຂໍ້ຊ.ໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້. ....ມາດຕາ217:ການກວດກາສະເພາະກິດ

ມາດຕາ217:ການກວດກາສະເພາະກິດ ການກວດກາສະເພາະກິດຕໍ່ບໍລິສັດລັດສາມາດປະຕິບັດໄດ້ຕາມການຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງບົນພື້ນຖານມະຕິກອງປະຊຸມຜູ້ຖືຮຸ້ນຫຼືການສະເໜີຂອງຂະແໜງການເຈົ້າພາບ.ມະຕິກອງປະຊຸມຜູ້ຖືຮຸ້ນແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງຮ້ອຍສິບຂອງກົດໝາຍສະບັບນີ້.

ເມື່ອໄດ້ຮັບມະຕິຫຼືການສະເໜີດັ່ງກ່າວແລ້ວລັດຖະມົນຕີວ່າການກະຊວງການເງິນຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງຕ້ອງແຕ່ງຕັ້ງຜູ້ກວດກາຫຼືຄະນະກວດກາພາຍໃນກໍານົດສາມສິບວັນເພື່ອລົງກວດກາບໍລິສັດລັດທີ່ກ່ຽວຂ້ອງ. ....ມາດຕາ218:ສິດແລະໜ້າທີ່ຂອງຜູ້ກວດກາ

ມາດຕາ218:ສິດແລະໜ້າທີ່ຂອງຜູ້ກວດກາ ຜູ້ກວດກາມີສິດແລະໜ້າທີ່ດັ່ງນີ້: 1.ຮຽກໃຫ້ບໍລິສັດລັດຕ້ອງນໍາເອົາເອກະສານມາເພື່ອກວດສອບ; 2.ຊັກຖາມຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດລັດທີ່ກ່ຽວຂ້ອງ; 3.ເຮັດບົດສະຫຼຸບລາຍງານກ່ຽວກັບຜົນຂອງການກວດກາແລ້ວສົ່ງບົດລາຍງານນັ້ນໃຫ້ຜູ້ຖືຮຸ້ນທີ່ສະເໜີໃຫ້ມີການກວດກາແລະລັດຖະມົນຕີວ່າການກະຊວງການເງິນຫຼືເຈົ້າແຂວງ,ເຈົ້າຄອງນະຄອນເພື່ອຊາບ. ....ມາດຕາ219:ຄ່າໃຊ້ຈ່າຍໃນການກວດກາສະເພາະກິດ

ມາດຕາ219:ຄ່າໃຊ້ຈ່າຍໃນການກວດກາສະເພາະກິດ ບໍລິສັດລັດຕ້ອງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍໃນການກວດກາໃນກໍລະນີທີ່ຜົນຂອງການກວດກາຫາກພົບວ່າບໍລິສັດມີຄວາມຜິດພາດ.ສໍາລັບຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ທີ່ກ່ຽວຂ້ອງຢູ່ພາຍໃນບໍລິສັດລັດແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍ.

ໃນກໍລະນີທີ່ຜົນຂອງການກວດກາຫາກບໍ່ມີມູນຄວາມຈິງຕາມຄໍາຮ້ອງຂໍແຕ່ງຕັ້ງຜູ້ກວດການັ້ນລັດຕ້ອງໃຊ້ຈ່າຍໃນການກວດກາດັ່ງກ່າວ. ...ໝວດທີ7ການຫັນເປັນເອກະຊົນ,ການຄວບ,ການຍຸບເລີກແລະການຊໍາລະສະສາງຂອງບໍລິສັດລ�


....ມາດຕາ220:ການຫັນເປັນວິສາຫະກິດປະເພດອື່ນ

ມາດຕາ220:ການຫັນເປັນວິສາຫະກິດປະເພດອື່ນ ໃນກໍລະນີທີ່ມີຈຸດປະສົງຫຼືມີຄວາມຈໍາເປັນນັ້ນບໍລິສັດລັດຈະຫັນເປັນປະເພດວິສາຫະກິດອື່ນກໍ່ໄດ້ຕາມທີ່ໄດ້ກໍານົດໄວ້ໃນຂໍ້ສອງແລະຂໍ້ສາມມາດຕາສອງຮ້ອຍສິບເອັດຂອງກົດໝາຍສະບັບນີ້.

ການຄວບຫຼືການໂອນຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ຈະເຮັດໃຫ້ຊື່ຂອງບໍລິສັດລັດກາຍເປັນຊື່ອື່ນຕາມການຕົກລົງຮ່ວມກັນກັບຜູ້ຖືຮຸ້ນອື່ນແລະລັດກາຍເປັນຜູ້ຖືຮຸ້ນແທນໃນບໍລິສັດໃໝ່ເວັ້ນເສຍແຕ່ລັດໂອນຮຸ້ນຂອງຕົນທັງໝົດ.

ບໍລິສັດລັດທີ່ໄດ້ປ່ຽນແປງເປັນວິສາຫະກິດປະເພດອື່ນແລ້ວຕ້ອງສ້າງຕັ້ງ,ຂຶ້ນທະບຽນວິສາຫະກິດແລະເຄື່ອນໄຫວບົນພື້ນຖານຫຼັກການຂອງວິສາຫະກິດປະເພດອື່ນ.

ຂະແໜງການການເງິນໃນຖານະເປັນຜູ້ຖືຮຸ້ນຂອງລັດໃນບໍລິສັດຮຸບແບບໃດໃຫ້ປະຕິບັດຕາມຫຼັກການຂອງບໍລິສັດຮູບແບບນັ້ນ.ສໍາລັບການຂາຍຫຼືການໂອນຮຸ້ນຂອງຕົນຕ້ອງໄດ້ຮັບການເຫັນດີຈາກລັດຖະບານເສຍກ່ອນ.

ຂະແໜງການການເງິນເປັນຜູ້ປະຕິບັດສິດ,ໜ້າທີ່ແລະປົກປ້ອງຜົນປະໂຫຍດຫຼືກໍາມະສິດຕາງໜ້າລັດໃນການເປັນຜູ້ຖືຮຸ້ນຢູ່ວິສາຫະກິດປະເພດອື່ນ. ....ມາດຕາ221:ການຄວບຂອງບໍລິສັດລັດ

ມາດຕາ221:ການຄວບຂອງບໍລິສັດລັດ ການຄວບຂອງບໍລິສັດລັດຕ້ອງປະຕິບັດດັ່ງນີ້: 1.ການຄວບບໍລິສັດລັດກັບບໍລິສັດລັດຫຼືການຄວບບໍລິສັດລັດກັບວິສາຫະກິດປະເພດອື່ນເພື່ອກາຍເປັນບໍລິສັດລັດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາສອງຮ້ອຍສິບເອັດຂອງກົດໝາຍສະບັບນີ້ນັ້ນແມ່ນໃຫ້ນໍາໃຊ້ຫຼັກການການຄວບຂອງບໍລິສັດຈໍາກັດແລະການສ້າງຕັ້ງຂອງບໍລິສັດລັດ; 2.ການຄວບບໍລິສັດລັດກັບວິສາຫະກິດປະເພດອື່ນເພື່ອກາຍເປັນວິສາຫະກິດປະເພດອື່ນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມວັກສອງມາດຕາສອງຮ້ອຍສິບເອັດຂອງກົດໝາຍສະບັບນີ້ນັ້ນແມ່ນໃຫ້ນໍາໃຊ້ຫຼັກການການຄວບແລະການສ້າງຕັ້ງຂອງວິສາຫະກິດປະເພດນັ້ນ. ....ມາດຕາ222:ການຍຸບເລີກແລະການຊໍາລະສະສາງ

ມາດຕາ222:ການຍຸບເລີກແລະການຊໍາລະສະສາງ ບໍລິສັດລັດອາດຈະຖືກຍຸບເລີກຕາມກໍລະນີດັ່ງນີ້: ມີຄໍາສັ່ງໃຫ້ຍຸບເລີກຂອງລັດຖະບານຖ້າເປັນຂັ້ນສູນກາງຫຼືເຈົ້າແຂວງ,ເຈົ້າຄອງນະຄອນຖ້າເປັນຂັ້ນແຂວງ; ລົ້ມລະລາຍ; ບໍລິສັດລັດເຄື່ອນໄຫວທຸລະກິດຫຼຸບທຶນຢ່າງຕໍ່ເນື່ອງແລະບໍ່ສາມາດແກ້ໄຂໄດ້.

ບໍລິສັດລັດຕ້ອງປະຕິບັດການຊໍາລະສະສາງຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນຂໍ້ດ.ໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້. ....ມາດຕາ223:ການນໍາໃຊ້ບົດບັນຍັດຂອງບໍລິສັດ

ມາດຕາ223:ການນໍາໃຊ້ບົດບັນຍັດຂອງບໍລິສັດ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນພາກທີຫົກຂອງກົດໝາຍສະບັບນີ້ແລ້ວຍັງຕ້ອງໃຫ້ປະຕິບັດຕາມບົດບັນຍັດຂອງບໍລິສັດຈໍາກັດຫຼືບໍລິສັດມະຫາຊົນຖ້າຫາກນໍາໃຊ້ຮູບແບບບໍລິສັດຈໍາກັດຫຼືບໍລິສັດມະຫາຊົນ. ..ພາກທີ7:ບໍລິສັດປະສົມ


...ມາດຕາ224:ບໍລິສັດປະສົມ

ມາດຕາ224:ບໍລິສັດປະສົມ ບໍລິສັດປະສົມແມ່ນບໍລິສັດຊຶ່ງລັດຮ່ວມກັບພາກສ່ວນອື່ນພາຍໃນຫຼືຕ່າງປະເທດສ້າງຕັ້ງຂຶ້ນໂດຍມີຮຸ້ນຝ່ານລະຫ້າສິບສ່ວນຮ້ອຍ.

ບໍລິສັດປະສົມສ້າງຕັ້ງແລະບໍລິຫານຈັດການພາຍໃຕ້ຮູບແບບບໍລິສັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ...ມາດຕາ225:ກອງປະຊຸມຜູ້ຖືຮຸ້ນ

ມາດຕາ225:ກອງປະຊຸມຜູ້ຖືຮຸ້ນ ມະຕິກອງປະຊຸມຜູ້ຖືຮຸ້ນຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງເປັນເອກະສັນເວັ້ນເສຍແຕ່ກົດລະບຽບຂອງບໍລິສັດປະສົມຫາກໄດ້ກໍານົດໄວ້ຢ່າງອື່ນ.

ການລົງຄະແນນສຽງໃຫ້ຖືເອົາໜຶ່ງຮຸ້ນຕໍ່ໜຶ່ງສຽງ. ..ພາກທີ8ການຄຸ້ມຄອງແລະການກວດກາວິສາຫະກິດ


...ມາດຕາ226:ອົງການຄຸ້ມຄອງ

ມາດຕາ226:ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງລວມສູນການສ້າງຕັ້ງແລະການເຄື່ອນໄຫວຂອງວິສາຫະກິດໂດຍມອບໃຫ້ຂະແໜງການຄ້າເປັນໃຈກາງເວັ້ນເສຍແຕ່ການຂຶ້ນທະບຽນວິສາຫະກິດແລະການຄຸ້ມຄອງການເຄື່ອນໄຫວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນແລະຕ່າງປະເທດໂດຍປະສານກັບຂະແໜງການທີ່ກ່ຽວຂ້ອງ.

ຂະແໜງການການຄ້າປະກອບດ້ວຍ: 1.ກະຊວງການຄ້າ; 2.ພະແນກການຄ້າແຂວງ,ນະຄອນຫຼວງ; 3.ການຄ້າເມືອງຫຼືເທດສະບານ. ...ມາດຕາ227:ສິດແລະໜ້າທີ່ຂອງກະຊວງການຄ້າ

ມາດຕາ227:ສິດແລະໜ້າທີ່ຂອງກະຊວງການຄ້າ ກະຊວງການຄ້າມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າທິດທາງ,ນະໂຍບາຍການພັດທະນາແລະສົ່ງເສີມວິສາຫະກິດ; 2.ຄົ້ນຄວ້ານິຕິກໍາເພື່ອຈັດຕັ້ງຜົນຂະຫຍາຍທິດທາງນະໂຍບາຍການພັດທະນາແລະສົ່ງເສີມວິສາຫະກິດ; 3.ໂຄສະນາ,ຊີ້ນໍາ,ຊຸກຍູ້ແລະຕິດຕາມການຈັດຕັ້ງປະຕິບັດທິດທາງນະໂຍບາຍການພັດທະນະແລະສົ່ງເສີມວິສາຫະກິດໃນຂອບເຂດທົ່ວປະເທດ; 4.ຄຸ້ມຄອງແລະບໍລິການວຽກງານການຂຶ້ນທະບຽນວິສາຫະກິດຕາມລະບຽບກົດໝາຍ; 5.ບໍາລຸງ,ກໍ່ສ້າງພະນັກງານທາງດ້ານວິຊາສະເພາະການຄ້າ; 6.ປະສານສົມທົບກັບຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອກວດກາ,ຕິດຕາມການປະຕິບັດລະບຽບກົດໝາຍກ່ຽວກັບວິສາຫະກິດຂອງບັນດາຫົວໜ່ວຍທຸລະກິດໃຫ້ເປັນລະບົບໃນຂອບເຂດທົ່ວປະເທດ; 7.ຂຶ້ນ,ດັດແກ້ຫຼືລຶບຊື່ວິສາຫະກິດອອກຈາກບັນຊີທະບຽນວິສາຫະກິດຕາມລະບຽບກົດໝາຍ; 8.ພົວພັນການຄ້າກັບຕ່າງປະເທດແລະຊອກຫາຕະຫຼາດ; 9.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ228:ສິດແລະໜ້າທີ່ຂອງພະແນກການຄ້າແຂວງ,ນະຄອນ

ມາດຕາ228:ສິດແລະໜ້າທີ່ຂອງພະແນກການຄ້າແຂວງ,ນະຄອນ ພະແນກການຄ້າແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ໂຄສະນາ,ຊີ້ນໍາ,ຊຸກຍູ້ແລະຕິດຕາມການຈັດຕັ້ງປະຕິບັດທິດທາງນະໂຍບາຍການພັດທະນາແລະສົ່ງເສີມວິສາຫະກິດໃນຂອບເຂດແຂວງ,ນະຄອນ; 2.ປະສານສົມທົບກັບຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງເພື່ອກວດກາ,ຕິດຕາມແລະລາຍງານການປະຕິບັດລະບຽບກົດໝາຍກ່ຽວກັບວິສາຫະກິດຂອງບັນດາຫົວໜ່ວຍທຸລະກິດໃຫ້ເປັນລະບົບໃນຂອບເຂດທ້ອງຖິ່ນຂອງຕົນຕໍ່ຂັ້ນເທິງ; 3.ຂຶ້ນ,ດັດແກ້ທະບຽນວິສາຫະກິດຫຼືລຶບຊື່ວິສາຫະກິດອອກຈາກບັນຊີທະບຽນວິສາຫະກິດຕາມລະບຽບກົດໝາຍ; 4.ພົວພັນການຄ້າກັບຕ່າງປະເທດໂດຍສະເພາະປະເທດທີ່ມີຊາຍແດນຕິດຈອດກັບແຂວງນັ້ນຕາມຄວາມເຫັນດີຂອງກະຊວງການຄ້າ; 5.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ229:ສິດແລະໜ້າທີ່ຂອງຫ້ອງການການຄ້າເມືອງຫຼືເທດສະບານ

ມາດຕາ229:ສິດແລະໜ້າທີ່ຂອງຫ້ອງການການຄ້າເມືອງຫຼືເທດສະບານ ຫ້ອງການການຄ້າເມືອງຫຼືເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບວິສາຫະກິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 2.ຂຶ້ນ,ດັດແກ້ທະບຽນວິສາຫະກິດຫຼືລຶບຊື່ວິສາຫະກິດອອກຈາກບັນຊີທະບຽນວິສາຫະກິດຕາມລະບຽບກົດໝາຍ; 3.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອກວດກາ,ຕິດຕາມ,ເກັບກໍາແລະລາຍງານການປະຕິບັດລະບຽບກົດໝາຍກ່ຽວກັບວິສາຫະກິດຂອງບັນດາຫົວໜ່ວຍທຸລະກິດໃຫ້ເປັນລະບົບໃນຂອບເຂດເມື່ອງຫຼືເທດສະບານຂອງຕົນຕໍ່ຂັ້ນເທິງ; 4.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ230:ສິດແລະໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ

ມາດຕາ230:ສິດແລະໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ ຂະແໜງການອື່ນທີ່ກ່ຽວຂ້ອງກັບວິສາຫະກິດມີໜ້າທີ່ປະສານສົມທົບກັບຂະແໜງການການຄ້າຕາມພາລະບົບບາດ,ສິດແລະໜ້າທີ່ຂອງຕົນ.

ພາຍຫຼັງການຂຶ້ນທະບຽນວິສາຫະກິດແລ້ວໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງເປັນເຈົ້າການໃນການຄຸ້ມຄອງວິສາຫະກິດທີ່ດໍາເນີນທຸລະກິດໃນສ່ວນທີ່ກ່ຽວຂ້ອງກັບສິດແລະໜ້າທີ່ຂອງຕົນ. ...ມາດຕາ231:ສະພາການຄ້າແລະອຸດສາຫະກໍາ

ມາດຕາ231:ສະພາການຄ້າແລະອຸດສາຫະກໍາ ສະພາການຄ້າແລະອຸດສາຫະກໍາແມ່ນອົງການຈັດຕັ້ງສັງຄົມຂອງນັກທຸລະກິດ,ເປັນຂົວຕໍ່ລະຫວ່າງອົງການຂອງລັດແລະຫົວໜ່ວຍທຸລະກິດ,ເປັນຕົວແທນໃຫ້ແກ່ຜູ້ໃຊ້ແຮງງານ,ສະມາຄົນນັກທຸລະກິດແລະປະເພດວິສາຫະກິດຕ່າງໆທີ່ສ້າງຕັ້ງແລະເຄື່ອນໄຫວຢູ່ສປປລາວ.

ສະພາການຄ້າແລະອຸດສາຫະກໍາມີພາລະບົດບາດໃນການປະກອບຄໍາຄິດຄໍາເຫັນແກ່ລັດກ່ຽວກັບທຸລະກິດ,ປຸກລະດົມຂົນຂວາຍ,ສຶກສານໍາພາ,ຈັດຕັ້ງ,ເຕົ້າໂຮມນັກທຸລະກິດເພື່ອສົ່ງເສີມເສດຖະກິດ,ການຄ້າ,ອຸດສາຫະກິດ,ການເງິນແລະການບໍລິການລວມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງວິສາຫະກິດໃຫ້ເຄື່ອນໄຫວທຸລະກິດຖືກຕ້ອງຕາມລະບຽບກົດໝາຍ. ..ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ232:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ232:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍ,ຊົມເຊີຍຫຼືໄດ້ຮັບນະໂຍບາຍຕາມຄວາມເໝາະສົມ. ...ມາດຕາ233:ມາດຕະການຕໍ່ຜູ້ລະເມີດ

ມາດຕາ233:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດຕາມມາດຕະການຕ່າງໆແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາ234:ການກົດໜ່ວງການຂຶ້ນທະບຽນວິສາຫະກິດ

ມາດຕາ234:ການກົດໜ່ວງການຂຶ້ນທະບຽນວິສາຫະກິດ ເຈົ້າໜ້າທີ່ທະບຽນວິສາຫະກິດຫຼືບຸກຄົນທີ່ກ່ຽວຂ້ອງທີ່ກົດໜ່ວງການຂຶ້ນທະບຽນວິສາຫະກິດບໍ່ວ່າຈະດ້ວຍຮູບການໃດກໍ່ຕາມເຊັ່ນການທວງໃຫ້ຜູ້ມາຍື່ນເອກະສານແຈ້ງຂຶ້ນທະບຽນວິສາຫະກິດປະກອບເອກະສານເພີ່ມເຕີມໂດຍບໍ່ມີເຫດຜົນ,ການເຮັດເອກະສານເສຍຫາຍຫຼືການແກ່ຍາວການຂຶ້ນທະບຽນວິສາຫະກິດຈະຖືກປະຕິບັດວິໄນຄື:ສຶກສາອົບຮົມ,ຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືຖືກໄລ່ອອກຈາກລັດຖະການ.

ຂໍ້ຈໍາກັດຕາມວັກໜຶ່ງເທິງໜີ້ໃຫ້ນໍາໃຊ້ລວມໄປເຖິງການກວດສອບແລະການພິຈາລະນາປະເພດທຸລະກິດໃນບັນຊີຄວບຄຸມຂອງເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງດ້ວຍ. ...ມາດຕາ235:ການສັ່ງໃຫ້ຕໍ່ທະບຽນວິສາຫະກິດ

ມາດຕາ235:ການສັ່ງໃຫ້ຕໍ່ທະບຽນວິສາຫະກິດ ບຸກຄົນໃດຫາກອອກຄໍາສັ່ງໃຫ້ຕໍ່ທະບຽນວິສາຫະກິດຈະຖືກປະຕິບັດວິໄນເຊັ່ຍຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືຖືກໄລ່ອອກຈາກລັດຖະການ.

ຂໍ້ກໍານົດວັກໜຶ່ງເທິງນີ້ໃຫ້ນໍາໃຊ້ລວມໄປເຖິງການສັ່ງໃຫ້ຕໍ່ເອກະສານຫຼືໃບອະນຸຍາດຕ່າງທທີ່ກ່ຽວຂ້ອງກັບປະເພດທຸລະກິດໃນບັນຊີຄວບຄຸມຂອງເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງດ້ວຍເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດຖະບານ. ...ມາດຕາ236:ການດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດ

ມາດຕາ236:ການດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດ ບຸກຄົນໃດທີ່ໄດ້ດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບຕໍ່ຄັ້ງ.

ເຈົ້າໜີ້ຂອງບຸກຄົນທີ່ໄດ້ດໍາເນີນທຸລະກິິດໂດຍບໍ່ຂຶ້ນທະບຽນວິສາຫະກິດຈະໄດ້ຮັບການປົກປ້ອງຜົນປະໂຫຍດອັນຊອບທໍາຂອງຕົນຖ້າຫາກຜູ້ກ່ຽວໄດ້ເຂົ້າຮ່ວມທຸລະກິດກັບບຸກຄົນດັ່ງກ່າວດ້ວຍຄວາມບໍລິສຸດໃຈ. ...ມາດຕາ237:ການດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດ

ມາດຕາ237:ການດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ດໍາເນີນທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນຈະຖືກສຶກສາອົບຮົມຫຼືປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບຕໍ່ຄັ້ງ. ...ມາດຕາ238:ການຂຶ້ນທະບຽນທີ່ບໍ່ຖືກຕ້ອງ

ມາດຕາ238:ການຂຶ້ນທະບຽນທີ່ບໍ່ຖືກຕ້ອງ ທະບຽນວິສາຫະກິດທີ່ຂຶ້ນໂດຍບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຫ້າຂອງກົດໝາຍສະບັບນີ້ຈະຖືກລົບລ້າງ.

ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດໃຫ້ບຸກຄົນຫຼືການຈັດຕັັ້ງໂດຍບໍ່ຖືກຕ້ອງຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງເທິງນີ້ຈະຖືກປະຕິບັດວິໄນເຊັ່ນຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືໄລ່ອອກຈາກລັດຖະການ. ...ມາດຕາ239:ການເປີດເຜີຍແລະການປະຕິເສດການເປີດເຜີຍຂໍ້ມູນ

ມາດຕາ239:ການເປີດເຜີຍແລະການປະຕິເສດການເປີດເຜີຍຂໍ້ມູນ ເຈົ້າໜ້າທີ່ທະບຽນວິສາຫະກິດຫຼືບຸກຄົນທີ່ກ່ຽວຂ້ອງຫາກໄດ້ເປີດເຜີຍຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາສິບເກົ້າຂອງກົດໝາຍສະບັບນີ້ໂດຍບໍ່ໄດ້ຮັບອະນຸຍາດຈາກວິສາຫະກິດນັ້ນຈະຖືວ່າເປັນການລະເມີດຄວາມລັບທາງລັດຖະການແລະຈະຖືກລົງໂທດຕາມກົດໝາຍອາຍາແລະຈະຖືກໄລ່ອອກຈາກລັດຖະການ.

ເຈົ້າໜ້າທີ່ທະບຽນວິສາຫະກິດຊຶ່ງບໍ່ອະນຸຍາດໃຫ້ມວນຊົນເບິ່ງຫຼືອັດເອກະສານຫຼືປະຕິເສດການເປີດເຜີຍຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາສິບເກົ້າຂອງກົດໝາຍສະບັບນີ້ຈະຖືກປະຕິບັດວິໄນເຊັ່ນສຶກສາອົບຮົມ,ຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືໄລ່ອອກຈາກລັດຖະການ. ...ມາດຕາ240:ການບໍ່ຕິດປ້າຍຫຼືການໃຊ້ຊື່ວິສາຫະກິດບໍ່ຖືກຕ້ອງ

ມາດຕາ240:ການບໍ່ຕິດປ້າຍຫຼືການໃຊ້ຊື່ວິສາຫະກິດບໍ່ຖືກຕ້ອງ ການບໍ່ຕິດປ້າຍຊື່ວິສາຫະກິດຫຼືການໃຊ້ຊື່ວິສາຫະກິດທີ່ບໍ່ຖືກຕ້ອງກັບຮູບການຫຼືຮູບແບບວິສາຫະກິດຂອງຕົນຈະຖືກສຶກສາອົບຮົມຫຼືປັບໃໝສອງແສນກີບຕໍ່ຄັ້ງພາຍຫຼັງໄດ້ແຈ້ງໃຫ້ຊາບແລ້ວເຈັດວັນ. ...ມາດຕາ241:ການໃຊ້ຊື່ວິສາຫະກິດທີ່ເກືອດຫ້າມ

ມາດຕາ241:ການໃຊ້ຊື່ວິສາຫະກິດທີ່ເກືອດຫ້າມ ຜູ້ທີ່ໄດ້ໃຊ້ຊື່ວິສາຫະກິດທີ່ເກືອດຫ້າມຕາມທີ່ໄດ້ບົ່ງໄວ້ໃນມາດຕາຊາວສອງຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມຫຼືປັບໃໝສາມແສນກີບແລະໃຫ້ຢຸດເຊົາການໃຊ້ຊື່ວິສາຫະກິດນັ້ນ. ...ມາດຕາ242:ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງຖືກຍຸບເລີກ

ມາດຕາ242:ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງຖືກຍຸບເລີກ ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງທີ່ວິສາຫະກິດຖືກຍຸບເລີກແລ້ວຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງມາດຕາຊາວຫົກຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມຫຼືປັບໃໝຫ້າແສນກີບແລະໃຫ້ປົດປ້າຍອອກ. ...ມາດຕາ243:ການລະເມີດອື່ນໆ

ມາດຕາ243:ການລະເມີດອື່ນໆ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ໃນກໍລະນີທີ່ການລະເມີດຫາກເປັນການກະທໍາຜິດທາງອາຍາຜູ້ລະເມີດຈະຖືກລົງໂທດຕາມກົດໝາຍອາຍາ. ..ພາກທີ10ບົດບັນຍັດສຸດທ້າຍ


...ມາດຕາ244:ການຈັດຕັ້ງປະຕິບັດ

ມາດຕາ244:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາ245:ຜົນສັກສິດ

ມາດຕາ245:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຮ້ອຍຊາວວັນນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກດໍາລັດປະກາດໃຊ້ເປັນຕົ້ນໄປ.

ກົດໝາຍວ່າດ້ວຍວິສາຫະກິດສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍທຸລະກິດສະບັບເລກທີສູນສູນຫ້າທັບສພຊ,ລົງວັນທີສິບແປດກໍລະກົດນຶ່ງເກົ້າເກົ້າສີ່.

ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ