ກົດໝາຍວ່າດ້ວຍວິສາຫະກິດ (ປັບປຸງ) 26-12-2013

From Wikisource
Jump to navigation Jump to search

.ວິສາຫະກິດ (ປັບປຸງ) 26-12-2013


..ພາກທີ1:ບົດບັນຍັດທົ່ວໄປ


...ມາດຕາ01:ຈຸດປະສົງຂອງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ)

ມາດຕາ01:ຈຸດປະສົງຂອງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ) ກົດໝາຍວ່າດ້ວຍວິສາຫະກິດກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການສ້າງຕັ້ງ,ການເຄື່ອນໄຫວແລະການຄຸ້ມຄອງວິສາຫະກິດຢູ່ສປປລາວເພື່ອສົ່ງເສີມການຜະລິດ,ທຸລະກິດແລະການບໍລິການຂອງທຸກພາກສ່ວນເສດຖະກິດແນໃສ່ຂະຫຍາຍກໍາລັງການຜະລິດ,ການພົວພັນການຜະລິດ,ເຮັດໃຫ້ເສດຖະກິດ-ສັງຄົມແຫ່ງຊາດມີຄວາມເຕີຍໃຫຍ່ເຂັ້ມແຂງ,ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົາໃຫ້ດີຂຶ້ນ. ...ມາດຕາ02(ປັບປຸງ):ວິສາຫະກິດ

ມາດຕາ02(ປັບປຸງ):ວິສາຫະກິດ ວິສາຫະກິດແມ່ນການຈັດຕັ້ງທຸລະກິດຂອງບຸກຄົນຫຼືນິຕິບຸກຄົນຊຶ່ງປະກອບດ້ວຍຊື່ດທຶນ,ການບໍລິຫານຈັດການ,ສໍານັກງານແລະໄດ້ຂຶ້ນທະບຽນວິສາຫະກິດຕາມກົດໝາຍສະບັບນີ້.ວິສາຫະກິດເອີ້ນອີກຢ່າງນຶ່ງວ່າ"ຫົວໜ່ວຍທຸລະກິດ". ...ມາດຕາ03(ປັບປຸງ):ການອະທິບາຍສັບ

ມາດຕາ03(ປັບປຸງ):ການອະທິບາຍສັບ 01ທຸລະກິດ ທຸລະກິດໝາຍເຖິງການດໍາເນີນກິດຈະການໃນຂັ້ນຕອນວຽກງານໃດໜຶ່ງຫຼືທັງໝົດນັບແຕ່ຂອດການຜະລິດໄປຈົນເຖິງຂອດບໍລິການເພື່ອຫາຜົນກໍາໄລແລະຮັບໃຊ້ຜົນປະໂຫຍດລວມຂອງສັງຄົມ;

02ບັນຊີປະເພດທຸລະກິດຄວບຄຸມ ບັນຊີປະເພດທຸລະກິດຄວບຄຸມໝາຍເຖິງບັນຊີປະເພດທຸລະກິດທີ່ມີຄວາມອ່ອນໄຫວສູງເປັນຕົ້ນຕໍ່ຄວາມໝັ່ນຄົງຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຮີດຄອງປະເພນີອັນດີງາມຂອງຊາດແລະສະພາວະແວດລ້ອມຊຶ່ງຈໍາເປັນຕ້ອງໄດ້ຮັບການພິຈາລະນາກວດສອບຜ່ານຂະແໜງການກ່ຽວຂ້ອງກ່ອນການຂຶ້ນທະບຽນວິສາຫະກິດ;

03ວິສາຫະກິດສ່ວນບຸກຄົນ ວິສາຫະກິດສ່ວນບຸກຄົນໝາຍເຖິງຮຸບການວິສາຫະກິດໜຶ່ງຊຶ່ງບຸກຄົນຜູ້ດຽວເປັນເຈົ້າຂອງກໍາມະສິດ.ວິສາຫະກິດສ່ວນບຸກຄົນດໍາເນີນທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດແລະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດທັງໝົດໂດຍບໍ່ຈໍາກັດ;

04:ວິສາຫະກິດຮຸ້ນສ່ວນ ວິສາຫະກິດຮຸ້ນສ່ວນໝາຍເຖິງຮູບການວິສາຫະກິດໜຶ່ງຊຶ່ງສ້າງຕັ້ງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນຕັ້ງແຕ່ສອງຄົນຂຶ້ນໄປເພື່ອນໍາເອົາທຶນມາດໍາເນີນທຸລະກິດຮ່ວມກັນແນ່ໃສ່ແບ່ງປັນຜົນກໍາໄລ;

05ວິສາຫະກິດຮຸ້ນສ່ວນສາມັນ ວິສາຫະກິດຮຸ້ນສ່ວນສາມັນໝາຍເຖິງຮູບແບບວິສາຫະກິດຮຸ້ນສ່ວນໜຶ່ງຊຶ່ງຂາຮູ້ນຮ່ວມກັນດໍາເນີນທຸລະກິດໂດຍອີງໃສ່ຄວາມເຊື່ອໃຈເຊິ່ງກັນແລະກັນເປັນຕົ້ນຕໍແລະຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈໍາກັດ;

06ວິສາຫະກິດຮຸ້ນສ່ວນຈໍາກັດ ວິສາຫະກິດຮຸ້ນສ່ວນຈໍາກັດໝາຍເຖິງຮູບແບບຂອງວິສາຫະກິດຮຸ້ນສ່ວນໜຶ່ງຊຶ່ງຂາຮຸ້ນຈໍານວນໜຶ່ງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈໍາກັດເອີ້ນວ່າ"ຂາຮູ້ນທົ່ວໄປ"ແລະອີກຈໍານວນໜຶ່ງຮັບຜິດຊອບແບບຈໍາກັດເອີ້ນວ່າ"ຂາຮູ້ນຈໍາກັດໜີ້ສິນ"

07ບໍລິສັດ ບໍລິສັດໝາຍເຖິງຮູບການວິສາຫະກິດໜຶ່ງຊຶ່ງສ້າງຕັ້ງຂຶ້ນດ້ວຍການແບ່ງທຶນເປັນຮູ້ນແຕ່ລະຮຸ້ນມີມູນຄ່າເທົ່າກັນ.ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດບໍ່ເກີນມູນຄ່າຮູ້ນທີ່ຕົນບໍ່ໄດ້ຖອກເທົ່ານັ້ນ;

08ບໍລິສັດຈໍາກັດ ບໍລິສັດຈໍາກັດໝາຍເຖິງຮູບແບບບໍລິສັດໜຶ່ງຊຶ່ງມີຜູ້ຖືຮຸ້ນແຕ່ສອງຄົນຂຶ້ນໄປແລະສູງສຸດບໍ່ເກີນສາມສິບຄົນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາເກົ້າສິບຂອງກົດໝາຍສະບັບນີ້ແລະບໍລິສັດຈໍາກັດຊຶ່ງມີຜູ້ຖືຮຸ້ນພຽງແຕ່ຜູ້ດຽວເອີ້ນວ່າ"ບໍລິສັດຈໍາກັດຜູ້ດຽວ"

09ບໍລິສັດມະຫາຊົນ ບໍລິສັດມະຫາຊົນໝາຍເຖິງຮູບແບບບໍລິສັດໜຶ່ງຊຶ່ງມີຜູ້ຖືຮຸ້ນທີ່ເປັນຜູ້ກໍ່ຕັ້ງຢ່າງໜ້ອຍເກົ້າຄົນຂຶ້ນໄປ.ສາມາດໂອນຮຸ້ນໄດ້ຢ່າງເສລີແລະສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນທົ່ວໄປໄດ້.

10ການສະເໜີຂາຍຮຸ້ນຢ່າງເປີດເຜີຍ ການສະເໜີຂາຍຮຸ້ນຢ່າງເປີດເຜີຍໝາຍເຖິງການສະເໜີຂາຍຮຸ້ນໃຫ້ມວນຊົນທົ່ວໄປໃນຕະຫຼາດຮຸ້ນຫຼືນອກຕະຫຼາດຮຸ້ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

11ຮຸ້ນ ຮຸ້ນໝາຍເຖິງທຶນຂອງບໍລິສັດຮຸ້ນສ່ວນຫຼືບໍລິສັດທີ່ແບ່ງອອກເປັນສ່ວນຊຶ່ງມີມູນຄ່າບໍ່ເທົ່າກັນຫຼືເທົ່າກັນຂຶ້ນກັບຮູບແບບວິສາຫະກິດຮຸ້ນສ່ວນຫຼືບໍລິສັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້:

12ຮຸ້ນສາມັນ ຮຸ້ນສາມັນໝາຍເຖິງຮຸ້ນປະເພດໜຶ່ງຊຶ່ງຜູ້ເປັນເຈົ້າຂອງຮຸ້ນບໍ່ສາມາດຖອນຮຸ້ນໄດ້.

13ຮຸ້ນບູລິມະສິດ ຮຸ້ນບູລິມະສິດໝາຍເຖິງຮຸ້ນປະເພດໜຶ່ງຊຶ່ງເຈົ້າຂອງຮຸ້ນສາມາດຖອນໄດ້,ມີສິດແລະໜ້າທີ່ສະເພາະແຕກຕ່າງຈາກຮຸ້ນສາມັນ.

14ໃບຮຸ້ນ ໃບຮຸ້ນໝາຍເຖິງເອກະສານສໍາຄັນທາງກົດໝາຍໜຶ່ງເພື່ອສະແດງເຖິງສິດແລະຄວາມເປັນເຈົ້າຂອງສ່ວນໜຶ່ງໃນວິສາຫະກິດຮຸ້ນສ່ວນແລະບໍລິສັດຂອງຂາຮຸ້ນຫຼືຜູ້ຖືຮຸ້ນ.

15ໃບຮຸ້ນກູ້ ໃບຮຸ້ນໝາຍເຖິງເອກະສານການກູ້ຢືມຂອງບໍລິສັດໂດຍບໍ່ມີຊັບຄໍ້າປະກັນເຮັດໃຫ້ຜູ້ຖືຮຸ້ນກູ້ມີສິດທິດ້ານກົດໝາຍຕ່າງທເພື່ອເປັນຫຼັກຄໍ້າປະກັນໃນການໄດ້ຮັບການຊໍາລະຄືນລວມທັງດອກເບ້ຍຕາມທີ່ໄດ້ຕົກລົງກັນ;

16ເງິນປັນຜົນ ເງິນປັນຜົນໝາຍເຖິງເງິນແບ່ງປັນໃຫ້ຂາຮຸ້ນຫຼືຜູ້ຖືຮຸ້ນຊຶ່ງໄດ້ມາຈາກກໍາໄລສຸດທິຂອງວິສາຫະກິດຮຸ້ນສ່ວນຫຼືບໍລິສັດພາຍຫຼັງຫັກຕົ້ນທຶນ,ຄ່າສິ້ນເປືອງແລະໜີ້ສິນຕ່າງໆແລ້ວ;

17ອົງປະຊຸມ ອົງປະຊຸມໝາຍເຖິງຈໍານວນຕໍ່າສຸດຂອງຜູ້ເຂົ້າຮ່ວມປະຊຸມຊຶ່ງອະນຸຍາດໃຫ້ເປີດກອງປະຊຸມໃດໜຶ່ງຂຶ້ນໄດ້;

18ຄວາມລັບທາງການຄ້າ ຄວາມລັບທາງການຄ້າໝາຍເຖິງຂໍ້ມູນດ້ານວິທີການຜະລິດ,ທຸລະກິດຫຼືບໍລິການທີ່ມີຄວາມສໍາຄັນຂອງວິສາຫະກິດໃດໜຶ່ງຊຶ່ງຈະສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງແລະຖານະດ້ານການເງິນຂອງວິສາຫະກິດເມື່ອຖືກເປີດເຜີຍ;

19ຜູ້ຊໍາລະສະສາງ ຜູ້ຊໍາລະສະສາງໝາຍເຖິງບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຈາກສານຫຼືວິສາຫະກິດໃຫ້ປະຕິບັດສິດແລະໜ້າທີ່ການເຕົ້າໂຮມຊັບສິນຂອງວິສາຫະກິດທີ່ຍຸບເລີກຫຼືລົ້ມລະລາຍເພື່ອຊໍາລະໃຫ້ແກ່ເຈົ້າໜີ້ແລະແບ່ງປັນສ່ວນທີ່ເຫຼືອໃຫ້ແກ້ເຈົ້າຂອງ,ຂາຮຸ້ນຫຼືຜູ້ຖືຮຸ້ນຂອງວິສາຫະກິດທີ່ກ່ຽວຂ້ອງ. ...ມາດຕາ04:ສິດໃນການສ້າງຕັ້ງວິສາຫະກິດ

ມາດຕາ04:ສິດໃນການສ້າງຕັ້ງວິສາຫະກິດ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວແລະຄົນຕ່າງປະເທດລວມທັງການຈັດຕັ້ງຂອງບຸກຄົນດ່ັງກ່າວລ້ວນແຕ່ມີສິດສ້າງຕັ້ງວິສາຫະກິດຫຼືເຂົ້າຮ່ວມດໍາເນີນທຸລະກິດໂດຍສອດຄ່ອງກັບລະບຽບກົດໝາຍຂອງສປປລາວ. ...ມາດຕາ05:ຄວາມສະເໝີພາບໃນການດໍາເນີນທຸລະກິດ

ມາດຕາ05:ຄວາມສະເໝີພາບໃນການດໍາເນີນທຸລະກິດ ທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງປະເທດລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍໃນການດໍາເນີນທຸລະກິດ,ທັງແຂ່ງຂັນແລະຮ່ວມມືກັນເພື່ອຂະຫຍາຍກໍາລັງການຜະລິດ,ເປີດກວ້າງການຜະລິດ,ທຸລະກິດແລະການບໍລິການ. ...ມາດຕາ06:ພັນທະຂອງວິສາຫະກິດ

ມາດຕາ06:ພັນທະຂອງວິສາຫະກິດ ວິສາຫະກິດມີພັນທະໃນການເຄື່ອນໄຫວທຸລະກິດຕາມວັດຖຸປະສົງຂອງຕົນ,ປະຕິບັດພັນທະຕໍ່ລັດ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ,ປົກປັກຮັກສາສິ່ງແວດລ້ອມ,ປະກອບສ່ວນໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບແລະເຄົາລົບລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ. ...ມາດຕາ07:ນະໂຍບາຍ,ການປົກປ້ອງສິດແລະຜົນປະໂຫຍດຂອງລັດຕໍ່ວິສາຫະກິດ

ມາດຕາ07:ນະໂຍບາຍ,ການປົກປ້ອງສິດແລະຜົນປະໂຫຍດຂອງລັດຕໍ່ວິສາຫະກິດ ລັກຊຸກຍູ້,ສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດສ້າງຕັ້ງວິສາຫະກິດຫຼືເຂົ້າຮ່ວມໃນການດໍາເນີນທຸລະກິດໃນທຸກຂະແໜງການ,ທຸກຂົງເຂດທີ່ບໍ່ເກືອດຫ້າມດ້ວຍການວາງນະໂຍບາຍພາສີ,ອາກອນ,ລະບຽບການ,ມາດຕະການ,ການສະໜອງຂໍ້ມູນຂ່າວສານ,ການບໍລິການແລະຄວາມສະດວກອື່ນໆແກ່ວິສາຫະກິດເພື່ອປະກອບສ່ວນເຂົ້າໃນການສ້າງເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ.

ສິດແລະຜັນປະໂຫຍດອັນຊອບທໍາຂອງວິສາຫະກິດເປັນຕົ້ນແມ່ນທຶນແລະຊັບສົມບັດລ້ວນແຕ່ໄດ້ຮັບການປົກປ້ອງຕາມກົດໝາຍ. ...ມາດຕາ08:ການພົວພັນຮ່ວມມືສາກົນ

ມາດຕາ08:ການພົວພັນຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດໃນການດໍາເນີນທຸລະກິດເພື່ອແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ດຶງດູດທຶນ,ວິທະຍາສາດ,ເຕັກໂນໂລຢີແລະປະສົບການໃນການຄຸ້ມຄອງທຸລະກິດທີ່ກ້າວໜ້າ,ເປີດກວ້າງຕະຫຼາດທັງເຊື່ອມໂຍງເຂົ້າໃນພາກພື້ນແລະສາກົນ. ...ມາດຕາ09(ປັບປຸງ):ຂອບເຂດການນໍາໃຊ້

ມາດຕາ09(ປັບປຸງ):ຂອບເຂດການນໍາໃຊ້ ກົດໝາຍສະບັບນີ້ນໍາໃຊ້ຕໍ່ວິສາຫະກິດທຸກປະເພດທີ່ສ້າງຕັ້ງແລະເຄື່ອນໄຫວທຸລະກິດຢູ່ສປປລາວ. ..ພາກທີ2:ວິສາຫະກິດ


...ໝວດທີ1:ປະເພດ,ຮູບການແລະຮູບແບບວິສາຫະກິດ


....ມາດຕາ10(ປັບປຸງ):ປະເພດວິສາຫະກິດ

ມາດຕາ10(ປັບປຸງ):ປະເພດວິສາຫະກິດ ວິສາຫະກິດຢູ່ສປປລາວມີສີ່ປະເພດຄື:ວິສາຫະກິດເອກະຊົນ,ວິສາຫະກິດຂອງລັດ,ວິສາຫະກິດປະສົມແລະວິສາຫະກິດລວມໝູ່.

ວິສາຫະກິດເອກະຊົນສາມາດສ້າງຕັ້ງແລະເຄື່ອນໄຫວທຸລະກິດຂອງຕົນພາຍໃຕ່ຮູບການແລະຮູບແບບວິສາຫະກິດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນພາກທີສາມ,ພາກທີສີ່ແລະພາກທີຫ້າຂອງກົດໝາຍສະບັບນີ້.

ວິສາຫະກິດຂອງລັດແລະວິສາຫະກິດປະສົມສາມາດສ້າງຕັ້ງແລະເຄື່ອນໄຫວທຸລະກິດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນພາກທີຫົກແລະເຈັດຂອງກົດໝາຍສະບັບນີ້.

ການສ້າງຕັ້ງແລະການເຄື່ອນໄຫວທຸລະກິດຂອງວິສາຫະກິດລວມໝູ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ....ມາດຕາ11:ຮູບແບບວິສາຫະກິດ

ມາດຕາ11:ຮູບແບບວິສາຫະກິດ ຮູບແບບວິສາຫະກິດແມ່ນການຈັດຕັ້ງທຸລະກິດທີ່ເປັນພື້ນຖານຂອງການສ້າງຕັ້ງແລະການເຄື່ອນໄຫວທຸລະກິດຂອງທຸກປະເພດວິສາຫະກິດ.

ວິສາຫະກິດມີສາມຮູບການດັ່ງນີ້: 1.ວິສາຫະກິດສ່ວນບຸກຄົນ; 2.ວິສາຫະກິດຮຸ້ນສ່ວນ; 3.ບໍລິສັດ. ....ມາດຕາ12:ຮູບແບບວິສາຫະກິດຮຸ້ນສ່ວນແລະບໍລິສັດ

ມາດຕາ12:ຮູບແບບວິສາຫະກິດຮຸ້ນສ່ວນແລະບໍລິສັດ ວິສາຫະກິດຮູ້ນສ່ວນມີສອງຮູບແບບຄື: 1.ວິສາຫະກິດຮູ້ນສ່ວນສາມັນ; 2.ວິສາຫະກິດຮູ້ນສ່ວນຈໍາກັດ.


ບໍລິສັດມີສອງຮູບແບບຄື: 1.ບໍລິສັດຈໍາກັດລວມທັງບໍລິສັດຈໍາຜູ້ດຽວ; 2.ບໍລິສັດມະຫາຊົນ. ....ມາດຕາ13(ໃໝ່):ການປ່ຽນຮູບການຫຼືຮູບແບບວິສາຫະກິດ

ມາດຕາ13(ໃໝ່):ການປ່ຽນຮູບການຫຼືຮູບແບບວິສາຫະກິດ ການປ່ຽນວິສາຫະກິດສ່ວນບຸກຄົນເປັນວິສາຫະກິດຮຸ້ນສ່ວນໃຫ້ດໍາເນີນດ້ວຍການເພີ່ມນໍານວນແລະປະເພດຂາຮູ້ນແລ້ວສ້າງຕັ້ງແລະເຄື່ອນໄຫວຕາມທີ່ໄດ້ບົ່ງໄວ້ໃນກົດໝາຍສະບັບນີ້ແຕ່ໜີ້ສິນຂອງວິສາຫະກິດສ່ວນບຸກຄົນເກົ່ານັ້ນໃຫ້ຕົກມາເປັນຄວາມຮັບຜິດຊອບຂອງວິສາຫະກິດຮຸ້ນສ່ວນໃໝ່ເວັ້ນເສຍແຕ່ວິສາຫະກິດສ່ວນບູກຄົນດັ່ງກ່າວຫາກໄດ້ມີການຍູບເລີກແລະໄດ້ມີການຊໍາລະສະສາງຢ່າງຖືກຕ້ອງແລະຄົບຖ້ວນແລ້ວກ່ອນການສ້າງຕັ້ງເປັນວິສາຫະກິດຮຸ້ນສ່ວນ.

ການປ່ຽນຮູບວິສາຫະກິດອື່ນເປັນຕົ້ນການປ່ຽນວິສາຫະກິດຮຸ້ນສ່ວນເປັນບໍລິສັດນັ້ນກຈະດໍາເນີນໄດ້ກໍ່ຕໍ່ເມື່ອວິສາຫະກິດທີ່ກ່ຽວຂ້ອງນັ້ນໄດ້ຍູບເລີກແລະມີການຊໍາລະສະສາງຢ່າງຖືກຕ້ອງແລະຄົບຖ້ວນເສຍກ່ອນແລ້ວຈຶ່ງແຈ້ງຂຶ້ນທະບຽນວິສາຫະກິດໃໝ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ສໍາລັບການປ່ຽນຮູບແບບວິສາຫະກິດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ...ໝວດທີ2:ການຂຶ້ນທະບຽນວິສາຫະກິດ


....ມາດຕາ14(ປັບປຸງ):ການຂຶ້ນທະບຽນວິສາຫະກິດ

ມາດຕາ14(ປັບປຸງ):ການຂຶ້ນທະບຽນວິສາຫະກິດ ການຂຶ້ນທະບຽນວິສາຫະກິດແມ່ນການສ້າງຕັ້ງວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ.

ການດໍາເນີນທຸລະກິດຕ້ອງໄດ້ຂຶ້ນທະບຽນວິສາຫະກິດຍົກເວັ້ນການດໍາເນີນທຸລະກິດທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ການຂຶ້ນທະບຽນວິສາຫະກິດແມ່ນຂຶ້ນຄັ້ງດຽວຕະຫຼອດໄລຍະການເຄື່ອນໄຫວຂອງວິສາຫະກິດນັ້ນ. ....ມາດຕາ15(ປັບປຸງ):ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ15(ປັບປຸງ):ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຜູ້ທີ່ມີຈຸດປະສົງຢາກດໍາເນີນທຸລະກິດຕ້ອງຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຂອງຂະແໜງການອຸດສາຫະກໍາແລະການຄ້າເວັ້ນເສຍແຕ່ລະບຽບກົດໝາຍທີ່ກ່ຽວຂ້ອງໄດ້ກໍານົດໄວ້ເປັນຢ່າງອື່ນ. ....ມາດຕາ16(ປັບປຸງ):ຂັ້ນຕອນໃນການພິຈາລະນາຂຶ້ນທະບຽນວິສາຫະກິດ

ມາດຕາ16(ປັບປຸງ):ຂັ້ນຕອນໃນການພິຈາລະນາຂຶ້ນທະບຽນວິສາຫະກິດ ເມື່ອໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດແລ້ວເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງກວດເບິ່ງວ່າປະເພດທຸລະກິດທີ່ຈະຂຶ້ນທະບຽນນັ້ນຢູ່ໃນບັນຊີທຸລະກິດຄວບຄຸມຫຼືບໍ່ຢູ່ໃນບັນຊີດັ່ງກ່າວ.

ໃນກໍລະນີບໍ່ຢູ່ໃນບັນຊີຄວບຄຸມແມ່ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງເປັນຜູ້ພິຈາລະນາຂຶ້ນທະບຽນວິສາຫະກິດໃຫ້ເລີຍ.

ໃນກໍລະນີຢູ່ໃນບັນຊີຄວບຄຸມເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງເພື່ອພິຂາລະນາໃນທັນໃດ. ....ມາດຕາ17(ປັບປຸງ):ກໍານົດເວລາໃນການພິຈາລະນາຂຶ້ນທະບຽນວິສາຫະກິດ

ມາດຕາ17(ປັບປຸງ):ກໍານົດເວລາໃນການພິຈາລະນາຂຶ້ນທະບຽນວິສາຫະກິດ ປະເພດທຸລະກິດທີ່ບໍ່ຢູ່ໃນບັນຊີຄວບຄຸມແລະບໍ່ມີຂໍ້ຈໍາກັດອື່ນທີ່ກ່ຽວຂ້ອງເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງພິຈາລະນາຂຶ້ນທະບຽນວິສາຫະກິດໃຫ້ຢ່າງຊ້າບໍ່ໃຫ້ເກີນສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ສໍາລັບປະເພດທຸລະກິດທີ່ຢູ່ໃນບັນຊີຄວບຄຸມ,ນັບແຕ່ວັນໄດ້ຮັບສໍານວນເອກະສານຄໍາຮ້ອງຈາກເຈົ້າໜ້າທີ່ທະບຽນວິສາຫະກິດຂະແໜງການທີ່ກ່ຽວຂ້ອງຕ້ອງພິຈາລະນາຕອບໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຢ່າງຊ້າຕ້ອງບໍ່ໃຫ້ເກີນສິບວັນລັດຖະການເວັ້ນເສຍແຕ່ບາງປະເພດທຸລະກິດທີ່ມີຄວາມຈໍາເປັນຕ້ອງກວດສອບຜ່ານທາງດ້ານເຕັກນິກຫຼືວິຊາການທີ່ຕ້ອງໃຊ້ເວລາຍາວກວ່ານັ້ນ.

ພາຍຫຼັງທີ່ໄດ້ຮັບການແຈ້ງຕອບເຫັນດີເປັນລາຍລັກອັກສອນຈາກຂະແໜງການທີ່ກ່ຽວຂ້ອງ,ເຈົ້າໜ້າທີ່ທະບຽນວິສາຫະກິດຕ້ອງຂຶ້ນທະບຽນວິສາຫະກິດຢ່າງຊ້າບໍ່ໃຫ້ເກີນສາມວັນລັດຖະການນັບແຕ່ວັນໄດ້ຮັບການແຈ້ງຕອບເປັນຕົ້ນໄປ.

ໃນກໍລະນີຂະແໜງການກ່ຽວຂ້ອງແຈ້ງຕອບບໍ່ເຫັນດີ,ເຈົ້າໜ້າທີ່ທະບຽນວິສາຫະກິດຕ້ອງແຈ້ງໃຫ້ຜູ້ຍື່ນຄໍາຮ້ອງເປັນລາຍລັກອັກສານຢ່າງຊ້າບໍ່ໃຫ້ເກີນສາມວັນລັດຖະການນັບແຕ່ວັນໄດ້ຮັບຄໍາຕອບເປັນຕົ້ນໄປ.

ບັນຊີປະເພດທຸລະກິດຄວບຄຸມແລະການໃຊ້ເວລາກວດສອບຜ່ານທາງດ້ານເຕັກນິກຫຼືວິຊາການຍາວກວ່າທີ່ໄດ້ກໍານົດໄວ້ໃນວັກສອງຂອງມາດຕານີ້ຕ້ອງໄດ້ຜ່ານການຮັບຮອງຈາກລັດຖະບານເທົ່ານັ້ນ. ....ມາດຕາ18(ໃໝ່):ການພິຈາລະນາຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງຂະແໜງການທີ່ກ່ຽ

ມາດຕາ18(ໃໝ່):ການພິຈາລະນາຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງຂະແໜງການທີ່ກ່ຽ ການພິຈາລະນາຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງຂະແໜງການທີ່ກ່ຽວຂ້ອງຕ້ອງອີງໃສ່ທິດທາງນະໂຍບາຍແລະລະບຽບການຄຸ້ມຄອງພັດທະນາທຸລະກິດໃນຂະແໜງການຕົນແລະຕ້ອງປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລ້ວແຈ້ງຕອບໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດເປັນລາຍລັກອັກສອນ.ໃນກໍລະນີບໍ່ເຫັນດີໃຫ້ຂຶ້ນທະບຽນວິສາຫະກິດກໍ່ຕ້ອງອະທິບາຍເຫດຜົນໃຫ້ຈະແຈ້ງເພື່ອໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດແຈ້ງໃຫ້ຜູ້ຍື່ນຄໍາຮ້ອງຊາບ.


ກິດຈະການທີ່ຢູ່ໃນບັນຊີປະເພດທຸລະກິດຄວບຄຸມທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງການໃດໜຶ່ງນັ້ນຕ້ອງມີລະບຽບການຊຶ່ງກໍານົດຢ່າງຈະແຈ້ງກ່ຽວກັບຂັ້ນຕອນແລະກໍານົດເວລາໃນການພິຈາລະນາ. ....ມາດຕາ19:ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ

ມາດຕາ19:ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງແມ່ນວິສາຫະກິດທີ່ໄດ້ຂຶ້ນທະບຽນແລ້ວແຕ່ຫາກມີເຂື້ອໃນບາງສ່ວນຫຼືທັງໝົດບໍ່ຖືກຕ້ອງຕາມຮູບການ,ຮູບແບບແລະຄວາມເປັນຈິງຊຶ່ງຕ້ອງມີການແກ້ໄຂ,ການແກ້ໄຂນັ້ນສາມາດດໍາເນີນໄດ້ດ້ວຍການປັບປຸງຄືນໃໝ່ໃຫ້ຖືກຕ້ອງ.ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ກໍ່ໃຫ້ຍູບເລີກວິສາຫະກິດນັ້ນຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ການຂຶ້ນທະບຽນວິສາຫະກິດໃຫ້ຜູ້ທີ່ກົດໝາຍເກືອດຫ້າມລວມທັງການຂຶ້ນທະບຽນວິສາຫະກິດທີ່່ລະເມີດລະບຽບກົດໝາຍລ້ວນແຕ່ເປັນໂມຄະ.

ການເປັນໂມຄະຂອງການຂຶ້ນທະບຽນວິສາຫະກິດຫຼືການຍູບເລີກວິສາຫະກິດຈະບໍ່ເຮັດໃຫ້ຄວາມຮັບຜິດຊອບຂອງວິສາຫະກິດນັ້ນຕົກໄປ. ....ມາດຕາ20(ປັບປຸງ):ຜົນຂອງການຂຶ້ນທະບຽນວິສາຫະກິດ

ມາດຕາ20(ປັບປຸງ):ຜົນຂອງການຂຶ້ນທະບຽນວິສາຫະກິດ ການຂຶ້ນທະບຽນວິສາຫະກິດພາໃຫ້ເກີດຜົນດັ່ງນີ້: 1.ວິສາຫະກິດຮຸ້ນສ່ວນຫຼືບໍລິສັດຖານະນິຕິບຸກຄົນທີ່ແຍກຕ່າງຫາກຈາກຜູ້ປະກອບຮຸ້ນມີສິດ,ໜ້າທີ່,ຄວາມຮັບຜິດຊອບຕາມຂອບເຂດວັດຖະປະສົງແລະກົດລະບຽບຂອງຕົນ; 2.ວິສາຫະກິດສາມາດເຄື່ອນໄຫວທຸລະກິດໄດ້ໃນບັນດາຂະແໜງທຸລະກິດທີ່ໄດ້ກໍານົດໄວ້ໃນໃບທະບຽນວິສາຫະກິດໂດຍຕ້ອງປະຕິບັດຕາມຂັ້ນຕອນ,ເງື່ອນໄຂ,ມາດຕະຖານຫຼືລະບຽບການກ່ຽວກັບທຸລະກິດນັ້ນຢ່າງຄົບຖ້ວນແລະເຂັ້ມງວດຈະເປັນການເຄື່ອນໄຫວທຸລະກິດໃນຫຼືນອກບັນຊີປະເພດທຸລະກິດຄວບຄຸມກໍ່ຕາມ. 3.ຂໍ້ຄວາມໃນສໍານວນເອກະສານທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດນັ້ນສາມາດເປີດເຜີຍຜູ້ທີ່ສົນໃຈກໍ່ມີສິດເບິ່ງໄດ້ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາຊາວສີ່ຂອງກົດໝາຍສະບັບນີ້; 4.ເປັນການຂຶ້ນທະບຽນຊື່ວິສາຫະກິດພ້ອມ. ພາຍຫຼັງຂຶ້ນທະບຽນຊື່ວິສາຫະກິດແລ້ວທຸກວິສາຫະກິດຕ້ອງຂຶ້ນທະບຽນອາກອນແລະຖືບັນຊີຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ. ....ມາດຕາ21(ໃໝ່):ການຄວັດຕາມປະທັບຂອງວິສາຫະກິດ

ມາດຕາ21(ໃໝ່):ການຄວັດຕາມປະທັບຂອງວິສາຫະກິດ ວິສາຫະກິດສາມາດຂໍຄວັດຕາປະທັບຂອງຕົນໄດ້ໂດຍການນໍາເອົາໃບທະບຽນວິສາຫະກິດໄປຍື່ນນໍາຂະແໜງການປ້ອງກັນຄວາມສະຫງົບຕາມລະບຽບການ.

ຂະແໜງການປ້ອງກັນຄວາມສະຫງົບຕ້ອງອອກຕາປະທັບພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນທີ່ວິສາຫະກິດໄດ້ນໍາເອົາໃບທະບຽນວິສາຫະກິດມາຍື່ນຂໍຄວັດຕາປະທັບເປັນຕົ້ນໄປ. ....ມາດຕາ22:ຜົນສະທ້ອນຂອງການບໍ່ເຄື່ອນໄຫວທຸລະກິດ

ມາດຕາ22:ຜົນສະທ້ອນຂອງການບໍ່ເຄື່ອນໄຫວທຸລະກິດ ວິສາຫະກິດຕ້ອງເລີ່ມເຄື່ອນໄຫວພາຍໃນກໍານົດເກົ້າສິບວັນນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.ຖ້າຫາກບໍ່ເຄື່ອນໄຫວພາຍໃນກໍານົດເວລາດັ່ງກ່າວຫຼືຖ້າວິສາຫະກິດຫາກເຄື່ອນໄຫວແລ້ວແຕ່ຢຸດເຄື່ອນໄຫວແລະບໍ່ປະຕິບັດພັນທະດ້ານພາສີ,ອາກອນເປັນເວລາສິບສອງເດືອນຕິດຕໍ່ກັນໂດຍບໍ່ຮູ້ເຫດຜົນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງປະສານຂໍ້ມູນລະອຽດກັບເຈົ້າໜ້າທີ່ສ່ວນສາອາກອນທີ່ກ່ຽວຂ້ອງແລ້ວແຈ້ງໃຫ້ວິສາຫະກິດດັ່ງກ່າວເຂົ້າມາອະທິບາຍເຫດຜົນ,ຖ້າບໍ່ມາພົບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບແຈ້ງຫຼືມາພົບແຕ່ຄໍາຕອບບໍ່ມີເຫດຜົນພຽງພໍວິສາຫະກິດທີ່ກ່ຽວຂ້ອງຈະຖືກພິຈາລະນາໃຫ້ໂຈະການເຄື່ອນໄຫວທຸລະກິດແລະດໍາເນີນການຍຸບເລີກຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ....ມາດຕາ23:ການປ່ຽນແປງເນື້ອໃນທະບຽນວິສາຫະກິດ

ມາດຕາ23:ການປ່ຽນແປງເນື້ອໃນທະບຽນວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວຫາກມີການປ່ຽນແປງເນື້ອໃນທະບຽນວິສາຫະກິດເຊັ່ນວັດຖຸປະສົງ,ທຶນຈົດທະບຽນນັ້ນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດໜຶ່ງເດືອນນັບແຕ່ວັນທີ່ມີການຕົກລົງປ່ຽນແປງເປັນຕົ້ນໄປເວັ້ນເສຍແຕ່ການປ່ຽນແປງເນື້ອໃນທະບຽນວິສາຫະກິດທີ່ກ່ຽວຂ້ອງກັບຂະແໜງທຸລະກິດທີ່ຢູ່ໃນບັນຊີປະເພດທຸລະກິດຄວບຄຸມຊຶ່ງຕ້ອງປະຕິບັດຕາມວັກສາມມາດຕາສິບຫົກແລະວັກສອງມາດຕາສິບເຈັດຂອງກົດໝາຍສະບັບນີ້.

ວິສາຫະກິດທີ່ໄດ້ນໍາເອົາເນື້ອໃນໃດໜຶ່ງໄປຂຶ້ນທະບຽນວິສາຫະກິດຜິດພາດຫຼືແຈ້ງການປ່ຽນແປງຊ້າກວ່າກໍານົດເວລາຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ໂດຍເຈດຕະນາຫຼືບໍ່ເຈດຕະນາກໍ່ຕາມລ້ວນແຕ່ບໍ່ສາມາດນໍາມາເປັນຂໍ້ອ້າງເພື່ອໃຫ້ພົ້ນຈາກຄວາມຮັບຜິດຊອບໃນການກະທໍາຂອງຕົນຕໍ່ບຸກຄົນພາຍນອກທີ່ມີຄວາມບໍລິສຸດໃຈ. ....ມາດຕາ24:ການເປີດເຜີຍເນື້ອໃນທະບຽນວິສາຫະກິດ

ມາດຕາ24:ການເປີດເຜີຍເນື້ອໃນທະບຽນວິສາຫະກິດ ບຸກຄົນແລະການຈັດຕັ້ງສາມາດເບິ່ງຫຼືຂໍອັດສໍາເນົາເອກະສານທະບຽນວິສາຫະກິດຈາກເຈົ້າໜ້າທີ່ທະບຽນວິສາຫະກິດໄດ້.ເອກະສານທະບຽນທີ່ກ່າວມານີ້ໝາຍເຖິງບັນດາເອກະສານທີ່ວິສາຫະກິດປະກອບເພື່ອແຈ້ງຂຶ້ນທະບຽນວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.ຜູ້ຂໍອັດສໍາເນົາເອກະສານຕ້ອງເສຍຄ່າທໍານຽມຕາມລະບຽບການ.

ນອກຈາກເອກະສານທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ແລ້ວຈະເປີດເຜີຍໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກວິສາຫະກິດທີ່ກ່ຽວຂ້ອງເທົ່ານັ້ນເວັ້ນເສຍແຕ່ລະບຽບກົດໝາຍໄດ້ກໍານົດໄວ້ຢ່າງອື່ນ. ....ມາດຕາ25:ທຶນຈົດທະບຽນວິສາຫະກິດ

ມາດຕາ25:ທຶນຈົດທະບຽນວິສາຫະກິດ ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດສ່ວນບຸກຄົນແມ່ນທຶນທີ່ເຈົ້າຂອງວິສາຫະກິດແຈ້ງຂຶ້ນທະບຽນວິສາຫະກິດນໍາເຈົ້າໜ້າທີ່ທະບຽນວິສາຫະກິດ.

ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຫຼືບໍລິສັດແມ່ນມູນຄ່າຂອງຮຸ້ນທັງໝົດຕາມທີ່ໄດ້ກໍານົດໄວ້ໃນຂໍ້ສີ່ມາດຕາສາມສິບແປດແລະຂໍ້ສີ່ມາດຕາແປດສິບຫົກຂອງກົດໝາຍສະບັບນີ້.ທຶນຈົດທະບຽນດັ່ງກ່າວມານີ້ເອີ້ນອີກຢ່າງນຶ່ງວ່າ"ທຶນກໍານົດ"ຂອງວິສາຫະກິດຮຸ້ນສ່ວນຫຼືບໍລິສັດ.

ໃນບາງປະເພດທຸລະກິດທີ່ມີຄວາມຈໍາເປັນຂະແໜງການທີ່ກ່ຽວຂ້ອງມີສິດກໍານົດທຶນຈົດທະບຽນຕໍ່າສຸດເພື່ອເປັນເງື່ອນໄຂສໍາລັດການຂຶ້ນທະບຽນວິສາຫະກິດແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກລັດຖະບານເທົ່ານັ້ນ.

ທຶນທີ່ແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີຈິງຢູ່ສປປລາວຕາມລະບຽບກົດໝາຍ,ໃນກໍລະນີທີ່ລະເມີດຜູ້ລະເມີດຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍສະຖານແຈ້ງຂໍ້ມູນທີ່ບໍ່ເປັນຈິງຕໍ່ທາງລັດຖະການ. ...ໝວດທີ3:ຊື່ວິສາຫະກິດ


....ມາດຕາ26:ການເລືອກຊື່ວິສາຫະກິດ

ມາດຕາ26:ການເລືອກຊື່ວິສາຫະກິດ ວິສາຫະກິດອາດຈະໃສ່ຊື່ຫຼືນາມສະກຸນຂອງຜູ້ໜຶ່ງຫຼືຫຼາຍຄົນກໍ່ໄດ້ຫຼືຈະໃສ່ຊື່ໃດໜຶ່ງກໍ່ໄດ້ຕາມການຕົກລົງກັນ.ຜູ້ທີ່ຈອງຊື່ວິສາຫະກິດກ່ອນມີບູລິມະສຸດໃນຊື່ວິສາຫະກິດນັ້ນກ່ອນ.ວິສາຫະກິດຮູບການຫຼືຮູບແບບໃດຕ້ອງມີຊື່ຂອງວິສາຫະກິດຮູບການຫຼືຮູບແບບນັ້ນຕິດນໍາທຸກຄັ້ງ.

ຊື່ວິສາຫະກິດທີ່ຈອງໄວ້ຈະຕົກໄປຖ້າວິສາຫະກິດນັ້ນຫາກບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ.

ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດແລ້ວຜູ້ດໍາເນີນທຸລະກິດຕ້ອງຕິດປ້າຍຊື່ວິສາຫະກິດຂອງຕົນ. ....ມາດຕາ27(ປັງປຸງ):ຊື່ວິສາຫະກິດທີ່ເກືອດຫ້າມ

ມາດຕາ27(ປັງປຸງ):ຊື່ວິສາຫະກິດທີ່ເກືອດຫ້າມ ຊື່ວິສາຫະກິດທີ່ຖືກເກືອດຫ້າມມີດັ່ງນີ້: 1.ຊື່ຄຸມເຄືອ,ຄ້າຍຄືຫຼືຊໍ້າກັນກັບຊື່ວິສາຫະກິດອື່ນຫຼືຊື່ຂອງວິສາຫະກິດອື່ນຊິ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ. 2.ຊື່ຂັດກັບວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດຫຼືຂັດກັບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. 3.ຊື່ຂອງປະເທດ,ຊື່ຂອງອົງການຈັດຕັ້ງສາກົນ,ຊື່ແລະເອກະລັກດ້ານວັດທະນະທໍາຫຼືປຸຊະນີຍະສະຖານຂອງຊາດ; 4.ຊື່ທີ່ຄືຫຼືຄ້າຍຄືຊື່ຂອງຮູບການຫຼືຮູບແບບວິສາຫະກິດ. ....ມາດຕາ28(ປັບປຸງ):ການໃຫ້ຊື່ຜູ້ອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດ

ມາດຕາ28(ປັບປຸງ):ການໃຫ້ຊື່ຜູ້ອື່ນໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດ ການໃຫ້ຜູ້ອື່ນໃຊ້ຊື່ວິສາຫະກິດຕ້ອງເຮັດເປັນລາຍລັກອັກສອນແລະຕ້ອງປະຕິບັດໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ກ໋ຽວຂ້ອງ.

ໃນກໍລະນີທີ່ບໍ່ໄດ້ມອບສິດໃຫ້ໃຊ້ຊື່ວິສາຫະກິດເປັນລາຍລັກອັກສອນແຕ່ຫາກມີຫຼັກຖານວ່າເຈົ້າຂອງຊື່ວິສາຫະກິດຮຸ້ແຕ່ບໍ່ທັກທ້ວງຫຼືຄັດຄ້ານຫຼືໃຫ້ການສະໜັບສະໜູນກໍ່ໃຫ້ຖືວ່າເປັນການມອບສິດດັ່ງກ່າວຢ່າງຖືກຕ້ອງ.

ທະບຽນວິສາຫະກິດບໍ່ສາມາດມອບໃຫ້ບຸກຄົນຫຼືນິຕິບຸກຄົນອື່ນນໍາໃຊ້.ໃນກໍລະນີລະເມີດຜູ້ລະເມີດຕ້ອງຮັບຜິດຊອບຕໍ່ການກະທໍາທັງໝົດຂອງຜູ້ຮັບມອບ.

ການເຄື່ອນໄຫວທຸລະກິດຂອງຜູ້ຮັບມອບໃຫ້ນໍາໃຊ້ທະບຽນວິສາຫະກິດດັ່ງກ່າວຖືວ່າເປັນການເຄື່ອນໄຫວທຸລະກິດໂດຍບໍ່ມີທະບຽນວິສາຫະກິດແລະຈະຖືກປະຕິບັດມາດຕະການຕາມທີ່ໄດ້ບົ່ງໄວ້ໃນມາດຕາສອງຮ້ອຍສິບສອງຂອງກົດໝາຍສະບັບນີ້. ....ມາດຕາ29(ປັບປຸງ):ຄວາມຮັບຜິດຊອບຕໍ່ການໃຫ້ຄົນອື່ນໃຫ້ຊື່ວິສາຫະກິດ

ມາດຕາ29(ປັບປຸງ):ຄວາມຮັບຜິດຊອບຕໍ່ການໃຫ້ຄົນອື່ນໃຫ້ຊື່ວິສາຫະກິດ ຜູ້ທີ່ອະນຸຍາດໃຫ້ບຸກຄົນອື່ນໃຊ້ຊື່ວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ບຸກຄົນທີ່ສາມຕາມສັນຍາທີ່ໄດ້ຕົກລົງກັນຫຼືຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນທີ່ຂາດຄວາມສາມາດທາງດ້ານການປະພຶດໃຊ້ຊື່ວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ການກະທໍາຂອງບຸກຄົນດັ່ງກ່າວ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນຫຼືນິຕິບຸກຄົນທີ່ກົດໝາຍເກືອດຫ້າມໃຊ້ຊື່ວິສາຫະກິດຂອງຕົນຕ້ອງຮັບຜິດຊອບຕໍ່ການກະທໍາຮ່ວມກັນກັບບຸກຄົນຫຼືນິຕິບຸກຄົນດັ່ງກ່າວ.ການດໍາເນີນທຸລະກິດຂອງຜູ້ທີ່ໄດ້ຮັບອະນຸຍາດນັ້ນຖືວ່າເປັນການດໍາເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ.

ວິສາຫະກິດຂອງລັດບໍ່ອະນຸຍາດໃຫ້ບຸກຄົນຫຼືນິຕິບຸກຄົນອື່ນໃຊ້ຊື່ວິສາຫະກິດຂອງຕົນໃນກໍລະນີທີ່ມີການລະເມີດຜູ້ລະເມີດນັ້ນຕ້ອງຮັບຜິດຊອບຕໍ່ບຸກຄົນທີ່ສາມດ້ວຍຕົນເອງ. ....ມາດຕາ30:ການໂອນແລະຂໍ້ຫ້າມໃນການໂອນຊື່ວິສາຫະກິດ

ມາດຕາ30:ການໂອນແລະຂໍ້ຫ້າມໃນການໂອນຊື່ວິສາຫະກິດ ຊື່ວິສາຫະກິດຈະໂອນໄດ້ກໍ່ຕໍ່ເມື່ອ: 1.ເປັນການໂອນຊື່ວິສາຫະກິດໄປພ້ອມກັບການໂອນວິສາຫະກິດທັງມົດລວມທັງສິດແລະພັນທະ; 2.ເປັນການໂອນຊື່ວິສາຫະກິດຂອງວິສາຫະກິດທີ່ໄດ້ຍຸບເລີກທຸລະກິດທັງໝົດຢ່າງຖືກຕ້ອງ.

ພາຍຫຼັງການໂອນຊື່ວິສາຫະກິດຕາມຂໍ້ໜຶ່ງເທິງນີ້ໄດ້ດໍາເນີນຢ່າງຖືກຕ້ອງແລ້ວຜູ້ຮັບໂອນຕ້ອງແຈ້ງໃຫ້ລູກໜີ້ແລະເຈົ້າໜີ້ຂອງວິສາຫະກິດຊາບພາຍໃນກໍານົດຫົກສິບວັນແລະແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບໂອນເປັນຕົ້ນໄປ.

ການໂອນຊື່ວິສາຫະກິດທີ່ບໍ່ຖືກຕ້ອງທຸກຮູບແບບລວມທັງການຜູ້ຂາດຕະຫຼາດໂດຍການໂອນຊື່ວິສາຫະກິດລ້ວນແຕ່ຖືກເກືອດຫ້າມໃນກໍລະນີທີ່ມີການລະເມີດຜູ້ໂອນແລະຜູ້ຮັບໂອນຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວ.

ວິສາຫະກິດຂອງລັດບໍ່ອະນຸຍາດໃຫ້ໂອນຊື່ວິສາຫະກິດຂອງຕົນໃຫ້ວິສາຫະກິດປະເພດອື່ນ. ....ມາດຕາ31:ການຍຸບເລີກຊື່ວິສາຫະກິດ

ມາດຕາ31:ການຍຸບເລີກຊື່ວິສາຫະກິດ ຊື່ວິສາຫະກິດຈະຖືກຍຸບເລີກພ້ອມດຽວກັນກັບການຍຸບເລີກຂອງວິສາຫະກິດ.ພາຍຫຼັງຊື່ວິສາຫະກິດໄດ້ຖືກຍູບເລີກແລ້ວເຈົ້າາຂອງຊື່ວິສາຫະກິດຕ້ອງປົດປ້າຍຊື່ວິສາຫະກິດອອກພາຍໃນເຈັດວັນນັບແຕ່ວັນມີແຈ້ງການໃຫ້ຍຸບເລີກເປັນຕົ້ນໄປ.

ສໍາລັບບຸກຄົນຫຼືນິຕິບຸກຄົນທີ່ຍັງນໍາໃຊ້ຊື່ວິສາຫະກິດຫຼືທະບຽນວິສາຫະກິດທີ່ຍຸບເລີກແລ້ວນັ້ນໃຫ້ຖືວ່າຜູ້ກ່ຽວເຄື່ອນໄຫວທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ. ..ພາກທີ3:ວິສາຫະກິດສ່ວນບຸກຄົນ


...ມາດຕາ32:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ32:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຜູ້ທີ່ມີຈຸດປະສົງຢາກແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນຕ້ອງຍື່ນຄໍາຮ້ອງໂດຍມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ວິສາຫະກິດແລະປະເພດທຸລະກິດ; 2.ຊື່,ທີ່ຢູ່ແລະສັນຊາດຂອງເຈົ້າຂອງວິສາຫະກິດແລະຜູ້ຈັດການ. 3.ທີ່ຕັ້ງວິສາຫະກິດ; 4.ທຶນຈົດທະບຽນ. ...ມາດຕາ33:ສິດແລະໜ້າທີ່ຂອງເຈົ້າຂອງວິສາຫະກິດ

ມາດຕາ33:ສິດແລະໜ້າທີ່ຂອງເຈົ້າຂອງວິສາຫະກິດ ເຈົ້າຂອງວິສາຫະກິດສ່ວນບຸກຄົນມີສິດແລະໜ້າທີ່ດັ່ງນີ້: 1.ບໍລິຫານຈັດການວິສາຫະກິດດ້ວຍຕົນເອງຫຼືຈ້າງບຸກຄົນອື່ນມາບໍລິຫານຈັດການແທນ; 2.ຕົກລົງກ່ຽວກັບການນໍາໃຊ້ຜົນກໍາໄລຫຼືບັນຫາອື່ນໆກ່ຽວກັບວິສາຫະກິດຂອງຕົນແຕ່ພຽງຜູ້ດຽວ; 3.ຖືບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ; 4.ປະຕິບັດພັນທະຕ່າງໆຕໍ່ລັດ; 5.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ34:ຜູ້ຈັດການ

ມາດຕາ34:ຜູ້ຈັດການ ຜູ້ຈັດການຂອງວິສາຫະກິດສ່ວນບຸກຄົນອາດຈະແມ່ນເຈົ້າຂອງວິສາຫະກິດເອງຫຼືອາດຈະຈ້າງບຸກຄົນພາຍນອກຜູ້ໜຶ່ງຫຼືຫຼາຍຄົນມາເປັນຜູ້ຈັດການກໍ່ໄດ້.ຜູ້ຈັດການທີ່ເປັນບຸກຄົນພາຍນອກໄດ້ຮັບຄ່າຕອບແທນຕາມການຕົກລົງກັບເຈົ້າຂອງວິສາຫະກິດສ່ວນບຸກຄົນ.

ວິສາຫະກິດສ່ວນບຸກຄົນທີ່ມີຜູ້ຈັດການຫຼາຍຄົນນັ້ນອາດຈະໃຫ້ຜູ້ຈັດການໃດໜຶ່ງເປັນຜູ້ຊີ້ນໍາລວມແລະມີອໍານາດໃນການເຮັດສັນຍາໃນນາມວິສາຫະກິດສ່ວນບຸກຄົນແຕ່ພຽງຜູ້ດຽວກັບບຸກຄົນພາຍນອກ.ຜູ້ຈັດການດັ່ງກ່າວເອີ້ນວ່າ"ຜູ້ຈັດການທົ່ວໄປ".ບົດບັນຍັດນີ້ໃຫ້ນໍາໃຊ້ລວມໄປເຖິງຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນແລະບໍລິສັດຈໍາກັດຜູ້ດຽວດ້ວຍ.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນບົນພື້ນຖານສິດແລະໜ້າທີ່ທີ່ໄດ້ກໍານົດໄວ້ໃນສັນຍາແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ເປັນເຈົ້າຂອງ.

ຜູ້ຈັດການອາດຈະມອບບາງວຽກງານຂອງຕົນໃຫ້ບຸກຄົນອື່ນເຮັດຊ່ວຍກໍ່ໄດ້. ...ມາດຕາ35(ປັບປຸງ):ສັນຍາຈ້າງຜູ້ຈັດການ

ມາດຕາ35(ປັບປຸງ):ສັນຍາຈ້າງຜູ້ຈັດການ ສັນຍາຈ້າງຜູ້ຈັດການຕ້ອງເຮັດເປັນລາຍລັກອັກສອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາ.ເນື້ອໃນຂອງສັນຍາຕ້ອງກໍານົດລະອຽດກ່ຽວກັບສິດ,ໜ້າທີ່,ຄ່າຈ້າງ,ຄວາມຮັບຜິດຊອບຂອງຄູ່ສັນຍາແລະການຍົກເລີກສັນຍາ.

ສາຍພົວພັນລະຫວ່າງເຈົ້າຂອງວິສາຫະກິດ,ຜູ້ຈັດການແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ. ...ມາດຕາ36:ການຍຸບເລີກແລະການຊໍາລະສະສາງ

ມາດຕາ36:ການຍຸບເລີກແລະການຊໍາລະສະສາງ ວິສາຫະກິດສ່ວນບຸກຄົນຈະຖືກຍຸບເລີກໃນກໍລະນີດັ່ງນີ້: 1.ເຈົ້າຂອງວິສາຫະກິດສ່ວນບຸກຄົນຕັດສິນໃນຍຸບເລີກ. 2.ສານຕັດສິນໃຫ້ຍຸບເລີກ. 3.ລົ້ມລະລາຍ. 4.ເຈົ້າຂອງວິສາຫະກິດເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດໂດຍບໍ່ມີຜູ້ສືບທອດ.

ໃນກໍລະນີທີ່ວິສາຫະກິດສ່ວນບຸກຄົນຫາກຍຸບເລີກຜູ້ເປັນເຈົ້າຂອງມີພັນທະຊໍາລະສະສາງດ້ວຍຕົນເອງຫຼືແຕ່ງຕັ້ງບຸກຄົນພາຍນອກມາເປັນຜູ້ຊໍາລະສະສາງແທນກໍ່ໄດ້ເວັ້ນເສຍແຕ່ການຍູບເລີກດ້ວຍຄໍາຕັດສິນຂອງສານຫຼືການລົ້ມລະລາຍຂອງວິສາຫະກິດສ່ວນບຸກຄົນຊຶ່ງຕ້ອງແມ່ນສານເປັນຜູ້ແຕ່ງຕັ້ງຜູ້ຊໍາລະສະສາງ. ..ພາກທີ4:ວິສາຫະກິດຮຸ້ນສ່ວນ


...ໝວດທີ1:ຫຼັກການລວມຂອງວິສາຫະກິດຮຸ້ນສ່ວນ


....ມາດຕາ37:ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ

ມາດຕາ37:ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ ຜູ້ປະກອບທຶນໃນວິສາຫະກິດຮຸ້ນສ່ວນເອີ້ນວ່າ"ຂາຮຸ້ນ"

ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈະເປັນບຸກຄົນຫຼືນິຕິບຸກຄົນກໍ່ໄດ້. ....ມາດຕາ38:ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ

ມາດຕາ38:ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຕ້ອງເຮັດເປັນລາຍລັກອັກສອນໂດຍສອດຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາຂອງສປປລາວ.

ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ວິສາຫະກິດ. 2.ວັດຖຸປະສົງຂອງການດໍາເນີນທຸລະກິດ; 3.ຊື່,ສະຖານທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາທັງໝົດຖ້າມີ; 4.ທຶນກໍານົດຫຼືມູນຄ່າຮຸ້ນຂອງວິສາຫະກິດຮຸ້ນສ່ວນໂດຍແບ່ງເປັນເງິນ,ວັດຖຸຫຼືແຮງງານ; 5.ຊື່,ທີ່ຢູ່ແລະສັນຊາດບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ; 6.ຊື່ແລະລາຍເຊັນບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ.

ທຶນກໍານົດຕາມທີ່ໄດ້ກ່າວມາໃນຂໍ້ສີ່ຂອງມາດຕານີ້ແມ່ນທຶນຈົດທະບຽນຂອງວິສາຫະກິດຮຸ້ນສ່ວນ. ....ມາດຕາ39:ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນ

ມາດຕາ39:ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນ ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນປະກອບດ້ວຍ: 1.ຊື່ຂອງວິສາຫະກິດຮຸ້ນສ່ວນ; 2.ສະຖານທີ່ຕັ້ງສໍານັກງານໃຫຍ່ລວມທັງສາຂາຖ້າມີ; 3.ຊັບສົມບັດແລະທຶນ; 4.ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ; 5.ຄວາມຮັບຜິດຊອບຕໍ່ໜີ້ສິນຕາມຮູບແບບຂອງວິສາຫະກິດຮຸ້ນສ່ວນ; 6.ຄວາມສາມາດທາງດ້ານກົດໝາຍໃນການປະຕິບັດສິດແລະພັນທະຂອງຕົນ,ເປັນໂຈດຫຼືຈໍາເລີຍຫຼືບຸກຄົນທໍາມະດາ. ....ມາດຕາ40:ສາຂາຂອງວິສາຫະກິດຮຸ້ນສ່ວນ

ມາດຕາ40:ສາຂາຂອງວິສາຫະກິດຮຸ້ນສ່ວນ ວິສາຫະກິດຮຸ້ນສ່ວນທີ່ຂຶ້ນທະບຽນວິສາຫະກິດຢູ່ສປປລາວບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດສາຂາຂອງຕົນອີກແລະສາຂາດັ່ງກ່າວບໍ່ມີຖານະເປັນນິຕິບຸກຄົນທີ່ແຍກອອກຕ່າງຫາກຈາກວິສາຫະກິດຮຸ້ນສ່ວນ.

ສາຂາທີ່ຕັ້ງຢູ່ບ່ອນໃດຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຢູ່ບ່ອນນັ້ນຊາບ.

ສາຂາຂອງວິສາຫະກິດຮຸ້ນສ່ວນຕ່າງປະເທດທີ່ມາຕັ້ງຢູ່ສປປລາວຕ້ອງຂຶ້ນທະບຽນວິສາຫະກິດຕາມກົດໝາຍສະບັບນີ້.

ການຕັ້ງສາຂາວິສາຫະກິດຮຸ້ນສ່ວນຂອງລາວຢູ່ຕ່າງປະເທດແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍຂອງປະເທດນັ້ນ.

ການຮ້ອງຟ້ອງສາຂາຂອງນິຕິບຸກຄົນພາຍໃນຫຼືຕ່າງປະເທດຢູ່ສປປລາວໃຫ້ຖືວ່າເປັນການຮ້ອງຟ້ອງນິຕິບຸກຄົນນັ້ນ.ບົດບັນຍັດນີ້ໃຫ້ລວມເຖິງນິຕິບຸກຄົນຂອງຕ່າງປະເທດທີ່ມີສາຂາຕັ້ງຢູ່ສປປລາວ. ....ມາດຕາ41:ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ

ມາດຕາ41:ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີເນື້ອໃນດັ່ງນີ້: 1.ເນື້ອໃນຕາມທີ່ບົ່ງໄວ້ໃນຂໍ້ໜຶ່ງຫາຂໍ້ຫ້າມາດຕາສາມສິບແປດຂອງກົດໝາຍສະບັບນີ້; 2.ຊື່,ທີ່ຢູ່ແລະສັນຊາດຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນ.ໃນກໍລະນີທີ່ຂາຮຸ້ນອື່ນບໍ່ໄດ້ເປັນຜູ້ຈັດການຮ່ວມກັນອາດຈະກໍານົດກ່ຽວກັບຂໍ້ຈໍາກັດຕໍ່ການໃຊ້ອໍານາດຂອງຜູ້ຈັດການ. 3.ວິທີການແບ່ງປັນຜົນກໍາໄລແລະຄວາມຮັບຜິດຊອບຕໍ່ການຫຼຸບທຶນຂອງວິສາຫະກິດຮຸ້ນສ່ວນ; 4.ວິທີແລະກໍານົດເວລາໃນການຖອກຮຸ້ນ; 5.ການບໍລິຫານຈັດການ; 6.ກອງປະຊຸມແລະວິທີລົງມະຕິ; 7.ວິທີແກ້ໄຂຂໍ້ຂັດແຍ່ງ; 8.ການຍຸບເລີກແລະການຊໍາລະສະສາງ.

ເນື້ອໃນຂໍ້ໜຶ່ງຂອງມາດຕານີ້ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະກິດເວັ້ນເສຍແຕ່ວິສາຫະກິດຮຸ້ນສ່ວນໃດໜຶ່ງຕ້ອງການປະກອບເນື້ອໃນເພີ່ມເຕີມອີກ.

ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີລາຍເຊັນຂອງຜູ້ຈັດການ. ....ມາດຕາ42(ປັບປຸງ):ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ

ມາດຕາ42(ປັບປຸງ):ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງໄດ້ຮັບສຽງເປັນເອກະສັນຈາກຂາຮຸ້ນທຸກຄົນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ມະຕິກອງປະຊຸມກ່ຽວກັບການແກ້ໄຂ,ປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບດັ່ງກ່າວຕ້ອງໄດ້ນໍາໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ກອງປະຊຸມຂາຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ. ...ໝວດທີ2:ວິສາຫະກິດຮຸ້ນສ່ວນສາມັນ


....ກ.ການຂຶ້ນທະບຽນວິສາຫະກິດແລະການພົວພັນພາຍໃນຂອງວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາ43:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ43:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນສາມັນຕ້ອງປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້: 1.ໃບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ. 2.ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນສາມັນພ້ອມດ້ວຍລາຍຊື່ແລະລາຍເຊັນຂອງຂາຮຸ້ນທັງໝົດ. 3.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຈັດການໃນກໍລະນີທີ່ຂາຮຸ້ນຕົກລົງບໍ່ເປັນຜູ້ຈັດການຮ່ວມກັນ. 4.ກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ. ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີລາຍເຊັນຂອງຜູ້ຈັດການ. .....ມາດຕາ44:ການປະກອບທຶນ

ມາດຕາ44:ການປະກອບທຶນ ທຶນຂອງວິສາຫະກິດຮຸ້ນສ່ວນສາມັນໄດ້ມາຈາກການປະກອບທຶນຂອງບັນດາຂາຮຸ້ນ.ການປະກອບທຶນອາດຈະປະກອບເປັນເງິນ,ເປັນວັດຖຸຫຼືເປັນແຮງງານກໍ່ໄດ້.

ການປະກອບທຶນເປັນວັດຖຸຫຼືແຮງງານ້ອງຕີມູນຄ່າເປັນເງິນ.ຫ້າມບໍ່ໃຫ້ຈົດມູນຄ່າທຶນທີ່ປະກອບເປັນແຮງງານລົງໃນບັນຊີສະຫຼຸບຊັບສົມບັດຂອງວິສາຫະກິດຮຸ້ນສ່ວນສາມັນ.

ວິທີການແລະກໍານົດເວລາໃນການຖອກຮຸ້ນຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນ.ກ່ອນການຂຶ້ນທະບຽນວິສາຫະກິດຂາຮຸ້ນຕ້ອງຖອກຮຸ້ນໃຫ້ຄົບຕາມທີ່ໄດ້ຕົກລົງກັນ.

ນອກຈາກທຶນທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຍັງມີສິດນໍາເອົາຊັບທີ່ເປັນກໍາມະສິດຂອງຕົນເຂົ້າໃນການດໍາເນີນກິດຈະການໃດໜຶ່ງຂອງວິສາຫະກິດຮຸ້ນສ່ວນສາມັນນັ້ນຕາມການຕົກລົງກັນ.

ວິທີການນໍາໃຊ້ທຶນດັ່ງກ່າວມາໃນວັກສີ່ຂອງມາດຕານີ້ລວມທັງຄວາມຮັບຜິດຊອບແລະການແບ່ງປັນຜົນກໍາໄລແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນ. .....ມາດຕາ45:ຮຸ້ນ

ມາດຕາ45:ຮຸ້ນ ຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ຈໍາເປັນຕ້ອງມີມູນຄ່າຫຼືອັດຕາສ່ວນທີ່ເທົ່າກັນ.

ພາຍຫຼັງທີ່ຂາຮຸ້ນຖອກຮຸ້ນຕາມທີ່ໄດ້ກໍານົດໃນວັກສາມມາດຕາສີ່ສິບສີ່ຂອງກົດໝາຍສະບັບນີ້ແລ້ວວິສາຫະກິດຮຸ້ນສ່ວນສາມັນຕ້ອງອອກໃບຮຸ້ນຕາມອັດຕາສ່ວນທີ່ໄດ້ຖອກໃຫ້ບັນດາຂາຮຸ້ນ.

ໃບຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດປ່ຽນມືໄດ້. .....ມາດຕາ46:ຜູ້ຈັດການ

ມາດຕາ46:ຜູ້ຈັດການ ຂາຮຸ້ນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນສາມາດເປັນຜູ້ຈັດການຮ່ວມກັນຫຼືແຕ່ງຕັ້ງຂາຮຸ້ນຜູ້ໜຶ່ງຫຼືຈໍານວນໜຶ່ງເປັນຜູ້ຈັດການແທນກໍ່ໄດ້.

ຜູ້ຈັດການແມ່ນຕົວແທນຂອງວິສາຫະກິດຮຸ້ນສ່ວນສາມັນແລະຂາຮຸ້ນອື່ນ.ຜູ້ຈັດການບໍ່ມີເງິນເດືອນຫຼືເງິນບໍາເນັດຈາກການປະຕິບັດໜ້າທີ່ຂອງຕົນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ຜູ້ຈັດການວິສາຫະກິດຮຸ້ນສ່ວນສາມັນອາດຈະເປັນບຸກຄົນພາຍນອກກໍ່ໄດ້.ຜູ້ຈັດການທີ່ມາຈາກບຸກຄົນພາຍນອກຈະໄດ້ຮັບເງິນເດືອນຫຼືເງິນບໍາເນັດຕາມການຕົກລົງຂອງບັນດາຂາຮຸ້ນ. .....ມາດຕາ47:ການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການ

ມາດຕາ47:ການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການ ການແຕ່ງຕັ້ງຫຼືການປົດຕໍາແໜ່ງຜູ້ຈັດການຕ້ອງໄດ້ຮັບຄະແນນສຽງເປັນເອກະສັນຈາກບັນດາຂາຮຸ້ນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ການລົງຄະແນນສຽງໃຫ້ຖືເອົາໜຶ່ງຄົນຕໍ່ໜຶ່ງສຽງ.

ຂາຮຸ້ນທີ່ຈະຖືກແຕ່ງຕັ້ງຫຼືປົດຕໍາແໜ່ງເປັນຜູ້ຈັດການບໍ່ມີສິດລົງຄະແນນສຽງ. .....ມາດຕາ48:ສິດແລະໜ້າທີ່ຂອງຜູ້ຈັດການ

ມາດຕາ48:ສິດແລະໜ້າທີ່ຂອງຜູ້ຈັດການ ຜູ້ຈັດການມີສິດແລະໜ້າທີ່ດັ່ງນີ້: 1.ປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນຢ່າງເຕັດສ່ວນແລະດ້ວຍຄວາມຊື່ສັດ. 2.ປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ. 3.ຈ້າງບຸກຄົນພາຍນອກເພື່ອມາຊ່ວຍໃນກິດຈະການໃດໜຶ່ງຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຕົນຮັບຜິດຊອບ.

ໃນກໍລະນີທີ່ມີຂາຮຸ້ນຫຼາຍຄົນເປັນຜູ້ຈັດການຮ່ວມກັນຕ້ອງດໍາເນີນການບໍລິຫານຈັດການວິສາຫະກິດຮຸ້ນສ່ວນສາມັນໂດຍຖືຕາມສຽງສ່ວນຫຼາຍຫຼືອາດຈະຕົກລົງກັນຢ່າງໃດຢ່າງໜຶ່ງກໍ່ໄດ້ຕາມທີ່ໄດ້ບົ່ງໄວ້ໃນກົດລະບຽບ,ການລົງຄະແນນສຽງໃຫ້ຖືເອົາໜຶ່ງຄົນຕໍ່ໜຶ່ງສຽງ.

ໃນກໍລະນີທີ່ຜູ້ຈັດການຜູ້ດຽວ,ຜູ້ກ່ຽວມີອໍານາດໃນການບໍລິຫານຈັດການວິສາຫະກິດຮຸ້ນສ່ວນສາມັນແຕ່ພຽງຜູ້ດຽວເວັ້ນເສຍແຕ່ໄດ້ກໍານົດຂໍ້ຈໍາກັດໄວ້ຢ່າງອື່ນ.

ຂໍ້ຈໍາກັດຕາມທີ່ໄດ້ກ່າວມາໃນວັກສາມຂອງມາດຕານີ້ລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນພາຍນອກຖ້າບໍ່ໄດ້ກໍານົດຂໍ້ຈໍາກັດດັ່ງກ່າວໄວ້ໃນສໍານວນທະບຽນວິສາຫະກິດ. .....ມາດຕາ49:ສິດແລະໜ້າທີ່ຂອງຂາຮຸ້ນ

ມາດຕາ49:ສິດແລະໜ້າທີ່ຂອງຂາຮຸ້ນ ຂາຮຸ້ນມີສິດແລະໜ້າທີ່ດັ່ງນີ້: 1.ສອບຖາມກ່ຽວກັບສະພາບຮອບດ້ານຂອງວິສາຫະກິດຮຸ້ນສ່ວນສາມັນໄດ້ທຸກເວລາ; 2.ກວດສອບຫຼືອັດສໍາເນົາເອກະສານບັນຊີແລະເອກະສານອື່ນທຂອງວິສາຫະກິດຮຸ້ນສ່ວນສາມັນ. 3.ໄດ້ຮັບເງິນປັນຜົນແລະຮັບຜິດຊອບຕໍ່ສ່ວນຫຼຸບທຶນຕາມທີ່ໄດ້ຕົກລົງກັນ; 4.ຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈໍາກັດ; 5.ໃຊ້ສິດຢັບຢັ້ງ,ຄັດຄ້ານຫຼືທັກທ້ຽງຖ້າໄດ້ມີການຕົກລົງກັນແຕ່ຕ້ອງໄດ້ກໍານົດໃຫ້ລະອຽດກ່ຽວກັບກໍລະນີແລະວິທີການນໍາໃຊ້ສິດດັ່ງກ່າວໄວ້ໃນກົດລະບຽບ; 6.ໄດ້ຮັບສ່ວນແບ່ງຄືນຈາກພູດທີ່ຕົນປະກອບທຶນແລະກໍາໄລຕາມການຕົກລົງໃນເມື່ອວິສາຫະກິດຮຸ້ນສ່ວນສາມັນຍຸບເລີກ. .....ມາດຕາ50:ການຮັບຂາຮຸ້ນໃໝ່ແລະການໂອນຮຸ້ນ

ມາດຕາ50:ການຮັບຂາຮຸ້ນໃໝ່ແລະການໂອນຮຸ້ນ ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດຮັບຂາຮຸ້ນໃໝ່ແລະຂາຮຸ້ນແຕ່ລະຄົນບໍ່ສາມາດໂອນຮຸ້ນໃຫ້ກັນໄດ້ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີທີ່ຕົກລົງກັນໃຫ້ຮັບຂາຮຸ້ນໃໝ່ຫຼືໂອນຮຸ້ນໄດ້ນັ້ນຕ້ອງໄດ້ຮັບຄວາມເຫັນດີເປັນເອກະສັນຈາກຂາຮຸ້ນທັງໝົດ.

ການຮັບເອົາຂາຮຸ້ນໃໝ່ສາມາດປະຕິບັດໄດ້ດ້ວຍວິທີການໂອນຮຸ້ນໃຫ້ບຸກຄົນພາຍນອກຫຼືດ້ວຍການໃຫ້ບຸກຄົນພາຍນອກຊື້ຮຸ້ນໃນສ່ວນທີ່ເພີ່ມຂຶ້ນໃໝ່.

ພາຍຫຼັງຕົກລົງຮັບຂາຮຸ້ນໃໝ່ຫຼືໂອນຮຸ້ນໃຫ້ກັນແລ້ວຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບຢ່າງບໍ່ໃຫ້ເກີນຫ້າວັນລັດຖະການນັບແຕ່ວັນຕົກລົງຮັບຫຼືໂອນເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນທີ່ເຫຼືອພຽງຂາຮຸ້ນແຕ່ຜູ້ດຽວດ້ວຍການໂອນຮຸ້ນຫຼືດ້ວຍສາເຫດອື່ນຈະພາໃຫ້ວິສາຫະກິດຮຸ້ນສ່ວນສາມັນດັ່ງກ່າວຖືກຍຸບເລີກ.

ໃນກໍລະນີທີ່ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນຕັ້ງຂຶ້ນໂດຍປະກອບຈາກຊື່ຂອງບັນດາຂາຮຸ້ນເມື່ອຂາຮຸ້ນໃດໜຶ່ງອອກໄປວິສາຫະກິດຮຸ້ນສ່ວນສາມັນມີສິດລຶບຊື່ຂອງຂາຮຸ້ນດັ່ງກ່າວອອກຈາກຊື່ຂອງວິສາຫະກິດຮຸ້ນສ່ວນສາມັນໄດ້. .....ມາດຕາ51:ການກະທໍາຫຼືການດໍາເນີນທຸລະກິດທີ່ເກືອດຫ້າມສໍາລັບຂາຮຸ້ນ

ມາດຕາ51:ການກະທໍາຫຼືການດໍາເນີນທຸລະກິດທີ່ເກືອດຫ້າມສໍາລັບຂາຮຸ້ນ ການກະທໍາຫຼືການດໍາເນີນທຸລະກິດຂອງບັນດາຂາຮຸ້ນທີ່ເປັນການແຂ່ງຂັນກັບທຸລະກິດຂອງວິສາຫະກິດຮຸ້ນສ່ວນສາມັນຂອງຕົນລ້ວນແຕ່ຖືກເກືອດຫ້າມ.

ການກະທໍາຫຼືທຸລະກິດທີ່ຖືວ່າເປັນການແຂ່ງຂັນກັບວິສາຫະກິດຮຸ້ນສ່ວນສາມັນມີດັ່ງນີ້: 1.ການດໍາເນີນທຸລະກິດທີ່ຄ້າຍຄືກັບວັດຖະປະສົງຂອງວິສາຫະກິດຮຸ້ນສ່ວນສາມັນໃນນາມຕົນເອງ; 2.ການດໍາເນີນທຸລະກິດທີ່ຄ້າຍຄືກັບວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນໃນນາມບຸກຄົນອື່ນເຊັ່ນການເປັນຜູ້ຈັດການຫຼືການເປັນຜູ້ອໍານວຍການໃຫ້ວິສາຫະກິດອື່ນ; 3.ການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຫຼືວິສາຫະກິດຮຸ້ນສ່ວນຈໍາກັດອື່ນຊຶ່ງມີຄວາມຮັບຜິດຊອບຕໍ່ໜີ້ສິນໂດຍບໍ່ຈໍາກັດ.

ຕໍ່ການລະເມີດຂໍ້ເກືອດຫ້າມຕາມມາດຕານີ້ວິສາຫະກິດຮຸ້ນສ່ວນສາມັນມີສິດທວງເອົາຜົນກໍາໄລທັງມົດທີ່ໄດ້ມາຈາກການກະທໍາຫຼືການດໍາເນີນທຸລະກິດທີ່ລະເມີດດັ່ງກ່າວຂອງຂາຮຸ້ນຫຼືຮ້ອງຟ້ອງໃຫ້ຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ. .....ມາດຕາ52:ການຍົກເວັ້ນສໍາລັບຂໍ້ຫ້າມ

ມາດຕາ52:ການຍົກເວັ້ນສໍາລັບຂໍ້ຫ້າມ ຂໍ້ເກືອດຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເອັດຂອງກົດໝາຍສະບັບນີ້ອາດຈະຖືກຍົກເວັ້ນເມື່ອ: 1.ໄດ້ຮັບຄວາມເຫັນດີເປັນເອກະສັນຈາກຂາຮຸ້ນອື່ນ; 2.ການກະທໍາຫຼືການດໍາເນີນທຸລະກິດຂອງຂາຮຸ້ນໃດໜຶ່ງໄດ້ມີມາກ່ອນການເຂົ້າຮຸ້ນຊຶ່ງບໍ່ໄດ້ຮັບການຄັດຄ້ານຈາກຂາຮຸ້ນອື່ນ. ....ຂ.ການພົວພັນຂອງວິສາຫະກິດຮຸ້ນສ່ວນສາມັນກັບບຸກຄົນພາຍນອກ


.....ມາດຕາ53:ຄວາມຮັບຜິດຊອບຕໍ່ໜີ້ສິນ

ມາດຕາ53:ຄວາມຮັບຜິດຊອບຕໍ່ໜີ້ສິນ ຂາຮຸ້ນແຕ່ລະຄົນຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈໍາກັດ.ເຈົ້າໜີ້ມີສິດທວງນີ້ນໍາແຕ່ລະຂາຮຸ້ນໄດ້ພາຍຫຼັງທີ່ໄດ້ທວງນໍາວິສາຫະກິດຮຸ້ນສ່ວນສາມັນແລ້ວແຕ່ບໍ່ໄດ້ຮັບການຊໍາລະ.

ບັນດາຂາຮຸ້ນສາມາດຕົກລົງກ່ຽວກັບອັດຕາສ່ວນຄວາມຮັບຜິດຊອບຂອງແຕ່ລະຄົນຕໍ່ໜີ້ສິນຫຼືການຫຼຸບທຶນຂອງວິສາຫະກິດຮຸ້ນສ່ວນສາມັນແຕ່ການຕົກລົງນັ້ນບໍ່ມີຜົນຕໍ່ບຸກຄົນພາຍນອກ.

ຂາຮຸ້ນຈະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນກໍ່ຕໍ່ເມື່ອ: 1.ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ຕາມກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນຂອງຜູ້ຈັດການຫຼືຂອງຂາຮຸ້ນອື່ນ: 2.ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ໃດໜຶ່ງເພື່ອບັນລູວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນແລະການກະທໍາດັ່ງກ່າວໄດ້ຮັບຮອງເອົາໂດຍຂາຮຸ້ນທັງໝົດ. .....ມາດຕາ54:ສິດໄດ້ຮັບຜົນປະໂຫຍດ

ມາດຕາ54:ສິດໄດ້ຮັບຜົນປະໂຫຍດ ຂາຮຸ້ນທຸກຄົນລ້ວນແຕ່ມີສິດໄດ້ຮັບຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນທີ່ໄດ້ມາຈາກການພົວພັນກັບບຸກຄົນພາຍນອກໃນນາມວິສາຫະກິດບໍ່ວ່າຜົນປະໂຫຍດນັ້ນຈະໄດ້ມາຈາກການໃຊ້ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນຫຼືບໍ່ໃຊ້ຊື່ນັ້ນກໍ່ຕາມ. .....ມາດຕາ55:ຄວາມຮັບຜິດຊອບຂອງຂາຮຸ້ນທີ່ອອກແລະຂາຮຸ້ນເຂົ້າໃໝ່

ມາດຕາ55:ຄວາມຮັບຜິດຊອບຂອງຂາຮຸ້ນທີ່ອອກແລະຂາຮຸ້ນເຂົ້າໃໝ່ ຂາຮຸ້ນທີ່ອອກຈາກວິສາຫະກິດຮຸ້ນສ່ວນສາມັນຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ເກີດຂຶ້ນກ່ອນການອອກຈາກວິສາຫະກິດຮຸ້ນສ່ວນສາມັນຂອງຕົນ.

ຄວາມຮັບຜິດຊອບດັ່ງກ່າວຈະສິ່ນສຸດລົງພາຍໃນກໍານົດໜຶ່ງປີນັບແຕ່ວັນທີ່ຜູ້ກ່ຽວຖືກຕົກລົງໃຫ້ອອກໄປເວັ້ນເສຍແຕ່ມີການຕົກລົງໄລຍະຮັບຜິດຊອບໄວ້ຍາວກວ່ານັ້ນ.

ຂາຮຸ້ນທີ່ເຂົ້າມາໃໝ່ຕ້ອງຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ.ແຕ່ການຕົກລົງດັ່ງກ່າວບໍ່ມີຜົນຕໍ່ບຸກຄົນພາຍນອກ. ....ຄ.ການຄວບວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາ56:ການຄວບວິສາຫະກິດຮຸ້ນສ່ວນສາມັນ

ມາດຕາ56:ການຄວບວິສາຫະກິດຮຸ້ນສ່ວນສາມັນ ວິສາຫະກິດຮຸ້ນສ່ວນສາມັນນຶ່ງສາມາດຄວບເຂົ້າກັບນຶ່ງຫຼືຫຼາຍວິສາຫະກິດຮຸ້ນສ່ວນສາມັນອື່ນໄດ້ເພື່ອກາຍເປັນວິສາຫະກິດຮຸ້ນສ່ວນສາມັນເດີມໃດໜຶ່ງຫຼືວິສາຫະກິດຮຸ້ນສ່ວນສາມັນໃໝ່.

ວິສາຫະກິດຮຸ້ນສ່ວນສາມາຈະຄວບກັນໄດ້ກໍ່ຕໍ່ເມື່ອປະຕິບັດຕາມເງື່ອນໄຂລູ່ມນີ້: 1.ໄດ້ຮັບຄວາມເຫັນດີເປັນເອກະສັນຈາກກອງປະຊຸມຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຈະຄວບເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ມະຕິຂອງກອງປະຊຸມດັ່ງກ່າວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນມີມະຕິຄວບນັ້ນເປັນຕົ້ນໄປ; 2.ຕ້ອງແຈ້ງກ່ຽວກັບການຄວບທາງສື່ມວນຊົນໃດໜຶ່ງທີ່ເໝາະສົມຢ່າງໜ້ອຍໜຶ່ງຄັ້ງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນມີມະຕິການຄວບເປັນຕົ້ນໄປໃຫ້ເຈົ້າໜີ້ຂອງຕົນຊາບເພື່ອສະແດງຄໍາຄັດຄ້ານພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນທີ່ເຈົ້າໜີ້ໄດ້ຮັບແຈ້ງເພື່ອຄັດຄ້ານເປັນຕົ້ນໄປແລະເຈົ້າໜີ້ບໍ່ຄັດຄ້ານຫຼືບໍ່ຕອບພາຍໃນກົດນົດເວລາດັ່ງກ່າວ; 3.ໄດ້ຂຶ້ນທະບຽນວິສາຫະກິດໃໝ່. .....ມາດຕາ57:ການຄັດຄ້ານການຄວບແລະຜົນຂອງການຄວບ

ມາດຕາ57:ການຄັດຄ້ານການຄວບແລະຜົນຂອງການຄວບ ວິສາຫະກິດຮຸ້ນສ່ວນສາມັນທີ່ຖືກຄັດຄ້ານການຄວບຈາກເຈົ້າໜີ້ໃດໜຶ່ງນັ້ນບໍ່ສາມາດຄວບກັນໄດ້ເວັ້ນເສຍແຕ່ໄດ້ມີການຊໍາລະສະສາງໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວກ່ອນເທົ່ານັ້ນ.

ການຄວບວິສາຫະກິດຮຸ້ນສ່ວນສາມັນບໍ່ແມ່ນການຍຸບເລີກວິສາຫະກິດແລະບໍ່ພາໃຫ້ສິດແລະຄວາມຮັບຜິດຊອບເກົ່າຕົກໄປ. ....ງ.ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາ58:ສາເຫດຂອງການຍຸບເລີກ

ມາດຕາ58:ສາເຫດຂອງການຍຸບເລີກ ວິສາຫະກິດຮຸ້ນສ່ວນສາມັນອາດຈະຍຸບເລີກດ້ວຍສາເຫດສາມປະການຄືການຍຸບເລີກດ້ວຍການຕົກລົງກັນລະຫວ່າງຂາຮຸ້ນ,ການຍຸບເລີກຕາມຄໍາຕັດສິນຂອງສານແລະການຍຸບເລີກດ້ວຍສາເຫດທາງດ້ານກົດໝາຍ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນບໍ່ວ່າຈະເກີດຂຶ້ນດ້ວຍສາເຫດໃດກໍ່ຕາມຕ້ອງແຈ້ງການຍຸບເລີກຊົ່ວຄາວນໍາເຈົ້າໜ້າທີ່ທະບຽນວິສາຫະກິດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ມີສາເຫດໃຫ້ຍຸບເລີກເປັນຕົ້ນໄປ. .....ມາດຕາ59:ການຍຸບເລີກດ້ວຍການຕົກລົງກັນຂອງຂາຮຸ້ນ

ມາດຕາ59:ການຍຸບເລີກດ້ວຍການຕົກລົງກັນຂອງຂາຮຸ້ນ ວິສາຫະກິດຮຸ້ນສ່ວນສາມັນສາມາດຍຸບເລີກໄດ້ດ້ວຍການຕົກລົງເປັນເອກະສັນຂອງບັນດາຂາຮຸ້ນເມື່ອໃດກໍ່ໄດ້. .....ມາດຕາ60:ການຍຸບເລີກຕາມຄໍາຕັດສິນຂອງສານ

ມາດຕາ60:ການຍຸບເລີກຕາມຄໍາຕັດສິນຂອງສານ ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນໃດໜຶ່ງສາມາດຮ້ອງຂໍຕໍ່ສານເພື່ອພິຈາລະນາໃຫ້ວິສາຫະກິດຮຸ້ນສ່ວນສາມັນຂອງຕົນຍຸບເລີກເມື່ອເຫັນວ່າ: 1.ການດໍາເນີນທຸລະກິດຂອງວິສາຫະກິດຮຸ້ນສ່ວນສາມັນຫຼຸບທຶນແລະບໍ່ສາມາດແກ້ໄຂໄດ້; 2.ມີເຫດສຸດວິໄສທີ່ພາໃຫ້ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດດໍາເນີນທຸລະກິດຕໍ່ໄປໄດ້; 3.ຕົນໄດ້ຖືກຫຼອກລວງໃຫ້ຫຼົງເຊື່ອຫຼືຖືກບັງຄັບໃຫ້ເຂົ້າເປັນຂາຮຸ້ນ; 4.ຂາຮຸ້ນໃດໜຶ່ງໄດ້ຫຼືກໍາລັງມີການກະທໍາທີ່ຈົງໃຈລະເມີດສັນຍາຂອງຂາຮຸ້ນຫຼືກົດລະບຽບຫຼືມີການກະທໍາທີ່ເປັນການປະໝາຍເລິ່ນເລີ້ຊຶ່ງສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ວິສາຫະກິດຮຸ້ນສ່ວນສາມັນ.

ຂາຮຸ້ນທີ່ຮ້ອງຂໍໃຫ້ສານພິຈາລະນາຍຸບເລີກຕ້ອງບໍ່ແມ່ນຜູ້ທີ່ເປັນຕົ້ນເຫດຂອງກໍລະນີດັ່ງກ່າວຂ້າງເທິງ.

ບັນດາຂາຮຸ້ນຈະຮ້ອງຂໍຕໍ່ສານພິຈາລະນາໃຫ້ຂາຮຸ້ນທີ່ເປັນຕົ້ນເຫດໃຫ້ແທນຄ່າເສຍຫາຍຫຼືໃຫ້ອອກຈາກການເປັນຂາຮຸ້ນແທນການຍຸບເລີກກໍ່ໄດ້.ໃນກໍລະນີນີ້ວິສາຫະກິດຮຸ້ນສ່ວນສາມັນຕ້ອງແບ່ງຊັບສິນຂອງວິສາຫະກິດໃຫ້ຜູ້ກ່ຽວຕາມມູນຄ່າຕົວຈິງໃນເວລາແບ່ງປັນຊັບສິນດັ່ງກ່າວໂດຍຫັກຄ່າເສຍຫາຍທີ່ຜູ້ກ່ຽວໄດ້ສ້າງຂຶ້ນອອກເວັ້ນເສຍແຕ່ບັນດາຂາຮຸ້ນໄດ້ຕົກລົງກັນໄວ້ຢ່າງອື່ນ. .....ມາດຕາ61:ການຍຸບເລີກດ້ວຍສາເຫດທາງກົດໝາຍ

ມາດຕາ61:ການຍຸບເລີກດ້ວຍສາເຫດທາງກົດໝາຍ ວິສາຫະກິດຮຸ້ນສ່ວນສາມັນອາດຈະຍຸບເລີກດ້ວຍສາເຫດທາງກົດໝາຍໃດໜຶ່ງດັ່ງນີ້: 1.ການຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນສັນຍາຫຼືກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ; 2.ວິສາຫະກິດຮຸ້ນສ່ວນສາມັນເຫຼືອຂາຮຸ້ນຜູ້ດຽວ; 3.ຂາຮຸ້ນໃດໜຶ່ງເສຍຊີວິດ,ລົ້ມລະລາຍຫຼືຂາດຄວາມສາມາດທາງດ້ານການປະພຶດເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 4.ການຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນໝວດທີສອງແລະສາມພາກທີສອງຂອງກົດໝາຍສະບັບນີ້.

ໃນກໍລະນີທີ່ຂາຮຸ້ນໃດໜຶ່ງເສຍຊີວິດແຕ່ວິສາຫະກິດຮຸ້ນສ່ວນສາມັນບໍ່ໄດ້ຍຸບເລີກຜູ້ສືບທອດຂອງຜູ້ເສຍຊີວິດມີສິດໄດ້ຮັບຊັບສິນຂອງຜູ້ເສຍຊີວິດຢ່າງເຕັມສ່ວນໃນເວລາແບ່ງປັນຜົນກໍາໄລຫຼືແບ່ງປັນຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນ. .....ມາດຕາ62:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ

ມາດຕາ62:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ ຜົນສະທ້ອນຂອງການຍຸບເລີກຊົ່ວຄາວຂອງວິສາຫະກິດຮຸ້ນສ່ວນສາມັນມີດັ່ງນີ້: 1.ຂາຮຸ້ນຖືກງົດສິດຊົ່ວຄາວໃນການຮຽກຮ້ອງຜົນປະໂຫຍດຈາກວິສາຫະກິດຮຸ້ນສ່ວນສາມັນ; 2.ຄວາມຮັບຜິດຊອບຂອງບັນດາຂາຮຸ້ນທີ່ຍັງຄ້າງຊໍາລະຄ່າຮຸ້ນບໍ່ຕົກໄປ; 3.ຢຸດຕິການຊໍາລະສະສາງຊົ່ວຄາວແລະໜີ້ທີ່ຕ້ອງຮັບຂອງວິສາຫະກິດຕ້ອງເອົາມາຊໍາລະ; 4.ວິສາຫະກິດຮຸ້ນສ່ວນສາມັນບໍ່ມີສິດເຄື່ອນໄຫວທຸລະກິດແຕ່ຍັງຄົງມີຖານະນິຕິບຸກຄົນຢູ່ໄລຍະໜຶ່ງຈົນກວ່າໄດ້ແຈ້ງການຍຸບເລີກແລະຖອນທະບຽນວິສາຫະກິດຢ່າງຖາວອນເພື່ອສືບຕໍ່ວຽກທີ່ຍັງຄ້າງໃຫ້ສໍາເລັດແລະດໍາເນີນການຊໍາລະສະສາງ. ....ຈ.ການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ


.....ມາດຕາ63:ວິທີການຊໍາລະສະສາງ

ມາດຕາ63:ວິທີການຊໍາລະສະສາງ ບັນດາຂາຮຸ້ນສາມາດຕົກລົງກັນເພື່ອເລືອກເອົາວິທີການແບ່ງປັນຊັບສິນຫຼືການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນຫຼືຕາມການຕົກລົງກັນຂອງບັນດາຂາຮຸ້ນເວັ້ນເສຍແຕ່ກໍລະນີການຍຸບເລີກທີ່ມີສາເຫດມາຈາກການລົ້ມລະລາຍ,ສານຕັດສິນໃຫ້ຍຸບເລີກ,ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຜູ້ດຽວ. .....ມາດຕາ64:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ

ມາດຕາ64:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ ການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນອາດຈະດໍາເນີນໂດຍຜູ້ຈັດການຫຼືຂາຮຸ້ນທັງມົດເປັນຜູ້ຊໍາລະສະສາງຮ່ວມກັນຫຼືແຕ່ງຕັ້ງໃຫ້ຂາຮຸ້ນໃດໜຶ່ງຫຼືບຸກຄົນພາຍນອກມາທໍາການຊໍາລະສະສາງແທນກໍ່ໄດ້.ການແຕ່ງຕັ້ງດັ່ງກ່າວຕ້ອງໄດ້ຮັບຄະແນນສຽງເປັນເອກະສັນຈາກບັນດາຂາຮຸ້ນ.

ໃນກໍລະນີທີ່ຄະແນນສຽງຂອງຂາຮຸ້ນເພື່ອເລືອກຜູ້ຊໍາລະສະສາງບໍ່ພຽງພໍຕາມທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນສາມາດຮ້ອງຂໍໃຫ້ສານເປັນຜູ້ແຕ່ງຕັ້ງ.

ຜູ້ຊໍາລະສະສາງທີ່ກໍານົດໄວ້ໃນມາດຕານີ້ແລະມາດຕາຫົກສິບຫ້າຂອງກົດໝາຍສະບັບນີ້ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດກໍ່ຈະຖືກປົດດ້ວຍຮູບການນັ້ນ. .....ມາດຕາ65:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ

ມາດຕາ65:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ ການແຕ່ງຕັ້ງຜູ້ຊໍາລະສະສາງໃນກໍລະນີຂອງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຍ້ອນການລົ້ມລະລາຍ,ຕາມຄໍາຕັດສິນຂອງສານຫຼືວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຂາຮຸ້ນດຽວແມ່ນສານເປັນຜູ້ແຕ່ງຕັ້ງເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນສາມັນທີ່ຍຸບເລີກໂດຍມີສາເຫດມາຈາກການເສຍຊີວິດຂອງຂາຮຸ້ນໃດໜຶ່ງນັ້ນຜູ້ສືບທອດຂອງຂາຮຸ້ນທີ່ເສຍຊີວິດມີສິດເປັນຫຼືເຂົ້າຮ່ວມເປັນຜູ້ຊໍາລະສະສາງໄດ້.

ໃນກໍລະນີທີ່ຜູ້ສືບທອດມີຫຼາຍຄົນໃຫ້ແຕ່ງຕັ້ງຄົນໃດຄົນໜຶ່ງເປັນຜູ້ຕາງໜ້າແທນ. .....ມາດຕາ66:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້

ມາດຕາ66:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ ຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ພາຍຫຼັງໄດ້ຮັບການແຕ່ງຕັ້ງເນື່ອງຈາກສາເຫດໃດໜຶ່ງເຊັ່ນເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດແມ່ນໃຫ້ຂາຮຸ້ນທັງໝົດເປັນຜູ້ຊໍາລະສະສາງຮ່ວມກັນຈົນກວ່າໄດ້ມີການແຕ່ງຕັ້ງຜູ້ຊໍາລະສະສາງໃໝ່ແທນ.

ວິສາຫະກິດຮຸ້ນສ່ວນສາມັນຕ້ອງແຈ້ງໃຫ້ມວນຊົນຊາບກ່ຽວກັບການແຕ່ງຕັ້ງ,ການປົດຫຼືການສິ້ນສຸດໜ້າທີ່ຂອງຜູ້ຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້,ມາດຕາຫົກສິບສີ່ແລະມາດຕາຫົກສິບຫ້າຂອງກົດໝາຍສະບັບນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນແຕ່ງຕັ້ງ,ປົດຫຼືສິ້ນສຸດໜ້າທີ່ດັ່ງກ່າວເປັນຕົ້ນໄປ. .....ມາດຕາ67:ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ

ມາດຕາ67:ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນຖືກຍຸບເລີກ,ຜູ້ຊໍາລະສະສາງມີສິດແລະໜ້າທີ່ດັ່ງນີ້: 1.ແຈ້ງເປັນລາຍລັກອັກສອນກ່ຽວກັບການຍຸບເລີກໃຫ້ເຈົ້າໜີ້ຂອງວິສາຫະກິດຮຸ້ນສ່ວນສາມັນແລະປະກາດທາງສື່ມວນຊົນໃດໜຶ່ງທີ່ເໝາະສົມພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ມີສາເຫດຂອງການຍຸບເລີກເປັນຕົ້ນໄປເພື່ອໃຫ້ມວນຊົນຊາບແລະໃຫ້ເຈົ້າໜີ້ຍື່ນເອກະສານກ່ຽວກັບການເປັນໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນ; 2.ເຕົ້າໂຮມຊັບສິນທັງໝົດ,ສ້າງບັນຊີຊັບສິນແລະໃບສະຫຼຸບສົມບັດ; 3.ສືບຕໍ່ເຮັດວຽກຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຍັງຄ້າງຄາໃຫ້ສໍາເລັດ; 4.ໄດ້ຮັບຄ່າຕອບແທນໃນການປະຕິບັດໜ້າທີ່ວຽກງານຂອງຕົນໂດຍແມ່ນວິສາຫະກິດຮຸ້ນສ່ວນສາມັນເປັນຜູ້ຮັບຜິດຊອບຕາມການຕົກລົງກັນ; 5.ດໍາເນີນມາດຕະການທີ່ຈໍາເປັນຕ່າງໆແນໃສ່ປົກປັກຮັກສາຊັບສົມບັດ,ທວງໜີ້ສິນໃຫ້ຄົບຖ້ວນ,ຂາຍຫຼືໂອນຊັບສົມບັດຂອງວິສາຫະກິດຮຸ້ນສ່ວນສາມັນ; 6.ສົ່ງໃບສະຫຼຸບຊັບສົມບັດໃຫ້ຜູ້ກວດສອບບັນຊີເພື່ອຢັ້ງຢືນຄວາມຖືກຕ້ອງ; 7.ລາຍງານກ່ຽວກັບການເຕົ້າໂຮມຊັບສິນແລະຜົນຂອງວຽກງານຕ່າງໆໃຫ້ເຈົ້າໜີ້ທີ່ກ່ຽວຂ້ອງ,ຂາຮຸ້ນຫຼືສານໃນກໍລະນທີ່ສານເປັນຜູ້ແຕ່ງຕັ້ງ; 8.ຮຽກປະຊຸມເຈົ້າໜີ້ແລະຂາຮຸ້ນເພື່ອຮັບຮອງຫຼືຕົກລົງບັນຫາຕ່າງໆທີ່ເຫັນວ່າຈໍາເປັນແລະຢ່າງໜ້ອຍໃຫ້ຮຽກປະຊຸມຫົກເດືອນເທື່ອໜຶ່ງ; 9.ປະຕິບັດໜ້າທີ່ຕາມທີ່ກອງປະຊຸມຂາຮຸ້ນແລະເຈົ້າໜີ້ມອບໝາຍໃຫ້; 10.ລາຍງານໃບສະຫຼຸບຊັບສົມບັດທຸກໆງວດໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ; 11.ຊໍາລະສະສາງໜີສິນໃຫ້ເຈົ້າໜີ້ແລະຈັດການແບ່ງປັນຊັບສິນສ່ວນທີ່ເຫຼືອໃຫ້ບັນດາຂາຮຸ້ນ; 12.ໄກ່ເກ່ຍບັນຫາຫຼືຮ້ອງຟ້ອງຕໍ່ສານເພື່ອດໍາເນີນຄະດີໃນນາມວິສາຫະກິດຮຸ້ນສ່ວນສາມັນ; 13.ຜູ້ຊໍາລະສະສາງຕ້ອງລາຍງານຕໍ່ຂາຮຸ້ນຫຼືຕໍ່ສານຖ້າຫາກສານເປັນຜູ້ແຕ່ງຕັ້ງ,ເມື່ອເຫັນວ່າຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນລວມທັງຂອງບັນດາຂາຮຸ້ນມີບໍ່ພຽງພໍກັບການຊໍາລະສະສາງໜີ້ສິນ.ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດແກ້ໄຂສະພາບໜີ້ສິນຈົນເກີນຄວາມສາມາດຊໍາລະໄດ້ຜູ້ຊໍາລະສະສາງສາມາດຮ້ອງຟ້ອງຕໍ່ສານເພື່ອພິຈາລະນາໃຫ້ລົ້ມລະລາຍ.


ພາຍຫຼັງທີ່ສານພິຈາລະນາໃຫ້ລົ້ມລະລາຍແລ້ວຕ້ອງປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.ໃນກໍລະນີນີ້ສິດແລະໜ້າທີ່ຂອງຜູ້ຊໍາລະສະສາງສິ້ນສຸດລົງເມື່ອໄດ້ມອບໂອນວຽກງານທັງໝົດໃຫ້ຄະນະຄວບຄຸມຊັບສິນແລ້ວ. .....ມາດຕາ68:ການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ

ມາດຕາ68:ການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ ການປະຕິບັດໜ້າທີ່ຮ່ວມກັນຂອງຜູ້ຊໍາລະສະສາງຫຼາຍຄົນຕ້ອງດໍາເນີນບົນພື້ນຖານຫຼັກການສຽງສ່ວນຫຼາຍໂດຍຖືເອົາໜຶ່ງຄົນຕໍ່ໜຶ່ງສຽງເວັ້ນເສຍແຕ່ໄດ້ມີການມອບໝາຍໃຫ້ແຕ່ລະຄົນປະຕິບັດໜ້າທີ່ຕ່າງກັນແຕ່ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບກ່ຽວກັບການມອບໝາຍນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບການແຕ່ງຕັ້ງເປັນຕົ້ນໄປ.

ຂໍ້ຈໍາກັດໃນການນໍາໃຊ້ສິດຂອງຜູ້ຊໍາລະສະສາງລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນພາຍນອກ. .....ມາດຕາ69:ບູລິມະສິດໃນການຊໍາລະສະສາງໜີສິນແລະການແບ່ງປັນຊັບສິນ

ມາດຕາ69:ບູລິມະສິດໃນການຊໍາລະສະສາງໜີສິນແລະການແບ່ງປັນຊັບສິນ ການຊໍາລະສະສາງໜີສິນແລະການແບ່ງປັນຊັບສິນຕ້ອງປະຕິບັດຕາມລໍາດັບບູລິມະສິດດັ່ງນີ້: 1.ຄ່າແຮງງານຂອງກໍາມະກອນ; 2.ໜີສິນຕໍ່ລັດທີ່ບໍ່ເກີດຈາກສັນຍາລະຫວ່າງລັດຫຼືບຸກຄົນຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ຂອງກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ; 3.ໜີ້ສິນທີ່ມີການຄໍ້າປະກັນ; 4.ໜີ້ສິນທີ່ບໍ່ມີການຄໍ້າປະກັນ; 5.ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນຕໍ່ບັນດາຂາຮຸ້ນຕາມທີ່ໄດ້ກໍານົດໄວ້ໃນວັກສີ່ແລະວັກຫ້າມາດຕາສີ່ສິບສີ່ຂອງກົດໝາຍສະບັບນີ້; 6.ການແບ່ງປັນຜົນກໍາໄລຫຼືການຂາດທຶນໃຫ້ບັນດາຂາຮຸ້ນ; 7.ການສົ່ງຄືນທຶນປະກອບຂອງບັນດາຂາຮຸ້ນໃນນີ້ທຶນປະກອບເປັນແຮງງານແມ່ນບໍ່ສາມາດທົດແທນຄືນໄດ້ເວັ້ນເສຍແຕ່ບັນດາຂາຮຸ້ນໄດ້ມີສັນຍາຕົກລົງກັນກ່ຽວກັບເລື່ອງນີ້ໃນເວລາປະກອບທຶນເທົ່ານັ້ນ. .....ມາດຕາ70:ໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ

ມາດຕາ70:ໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ ພາຍຫຼັງສໍາເລັດການຈັດການຊໍາລະສະສາງແລ້ວຜູ້ຊໍາລະສະສາງຕ້ອງ: 1.ກະກຽມບົດຊີ້ແຈງແລະບົດສະຫຼຸບກ່ຽວກັບບັນຊີການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນແລ້ວສົ່ງໃຫ້ກອງປະຊຸມເຈົ້າໜີ້ແລະຂາຮຸ້ນເພື່ອຮັບຮອງເອົາທັນທີ. 2.ແຈ້ງໃຫ້ມວນຊົນຊາບກ່ຽວກັບບັນຊີການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນພາຍໃນກໍານົດສິບວັນລັດຖະການນັບແຕ່ວັນສິ່ນສຸດການແບ່ງປັນຊັບສິນແລະການຊໍາລະສະສາງໜີ້ສິນເປັນຕົ້ນໄປ; 3.ມອບເອກະສານທັງໝົດທີ່ກ່ຽວຂ້ອງກັບການຊໍາລະສະສາງໃຫ້ວິສາຫະກິດຮຸ້ນສ່ວນສາມັນທີ່ກ່ຽວຂ້ອງແລະຂຶ້ນທະບຽນສິ້ນສຸດການຊໍາລະສະສາງນໍາເຈົ້າໜ້າທີ່ທະບຽນວິສາຫະກິດ. .....ມາດຕາ71:ຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງ

ມາດຕາ71:ຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງ ຜູ້ຊໍາລະສະສາງຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນດັ່ງນີ້: 1.ການກະທໍາທີ່ສ້າງຄວາມເສຍຫາຍແກ່ວິສາຫະກິດຮຸ້ນສ່ວນສາມັນໂດຍເຈດຕະນາຫຼືດ້ວຍຄວາມປະໝາດເລີ່ນເລີ້ຢ່າງຮ້າຍແຮງໃນເວລາປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.ຄວາມປະໝາຍເລີ່ນເລີ້ຢ່າງຮ້າຍແຮງໝາຍເຖິງການເມີນເສີຍບໍ່ກະທໍາໃນສິ່ງທີ່ຄວນກະທໍາຫຼືກະທໍາໃນສິ່ງທີ່ຜິດພາດທີ່ຕົນຮຸ້ຫຼືສາມາດຮຸ້ໄດ້ເຖິງຄວາມເສຍຫາຍທີ່ຈະເກີດຂຶ້ນ. 2.ການກະທໍາຕໍ່ຜູ້ມອບໝາຍແລະຕໍ່ບຸກຄົນພາຍນອກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາ72:ການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນ

ມາດຕາ72:ການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນ ຜູ້ຊໍາລະສະສາງຕ້ອງແຈ້ງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຢ່າງຖາວອນພາຍໃນກໍານົດສິບວັນລັດຖະການນໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງນັບແຕ່ວັນທີ່ໄດ້ແຈ້ງໃຫ້ມວນຊົນຊາບຕາມທີ່ໄດ້ກໍານົດໄວ້ໃນຂໍ້ສອງມາດຕາເຈັດສິບຂອງກົດໝາຍສະບັບນີ້.

ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງລຶບຊື່ວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງເທິງໜີ້ອອກຈາກບັນຊີທະບຽນວິສາຫະກິດແລະອອກແຈ້ງການກ່ຽວກັບການລຶບຊື່ນັ້ນໃຫ້ມວນຊົນຊາບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນລຶບຊື່ເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນສິ້ນສຸດສະພາບຄວາມເປັນນິຕິບຸກຄົນນັບແຕ່ວັນທີ່ສານໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນຕົ້ນໄປ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນຍ້ອນການລົ້ມລະລາຍຫຼືການຄວບຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ຈໍາເປັນຕ້ອງແຈ້ງກ່ຽວກັບການຍຸບເລີກດັ່ງກ່າວ. .....ມາດຕາ73:ຄວາມຮັບຜິດຊອບຂອງບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ

ມາດຕາ73:ຄວາມຮັບຜິດຊອບຂອງບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ ບັນດາຂາຮຸ້ນຕ້ອງຮັບຜິດຊອບຮ່ວມກັນຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຍັງຄ້າງຄາພາຍໃນກໍານົດສາມປີນັບແຕ່ວັນທີ່ສານໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນຕົ້ນໄປ.

ໃນກໍລະນີທີ່ໄດ້ກໍານົດໄວ້ໃນວັກໜຶ່ງເທິງນີ້ແມ່ນໃຫ້ສານເປັນຜູ້ແຕ່ງຕັ້ງຜູ້ຊໍາລະສະສາງເພື່ອດໍາເນີນການຊໍາລະສະສາງຈົນກວ່າໜີ້ສິນໄດ້ຮັບການໃຊ້ແທນທັງໝົດ. ...ໝວດທີ3:ວິສາຫະກິດຮຸ້ນສ່ວນຈໍາກັດ


....ກ.ຫຼັກການທົ່ວໄປແລະການຂຶ້ນທະບຽນວິສາຫະກິດ


.....ມາດຕາ74:ຄວາມຮັບຜິດຊອບຕໍ່ໜີ້ສິນຂາງຂາຮຸ້ນ

ມາດຕາ74:ຄວາມຮັບຜິດຊອບຕໍ່ໜີ້ສິນຂາງຂາຮຸ້ນ ຂາຮຸ້ນທົ່ວໄປຂອງວິສາຫະກິດຮຸ້ນສ່ວນຈໍາກັດຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດໂດຍບໍ່ມີຂອບເຂດຈໍາກັດ.

ຂາຮຸ້ນຈໍາກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນຖອກເຕັມເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນຈໍາກັດທີ່ຍັງບໍ່ມັນໄດ້ຂຶ້ນທະບຽນວິສາຫະກິດໃຫ້ຖືວ່າບັນດາຂາຮຸ້ນມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເກີດຂຶ້ນໃນໄລຍະສ້າງຕັ້ງໂດຍບໍ່ຈໍາກັດ. .....ມາດຕາ75:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ75:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສາມຂອງກົດໝາຍສະບັບນີ້. ....ຂ.ການພົວພັນຂອງຂາຮຸ້ນຈໍາກັດໜີ້ສິນກັບວິສາຫະກິດຮຸ້ນສ່ວນຈໍາກັດແລະບຸກຄົນ�


.....ມາດຕາ76:ການປະກອບທຶນ

ມາດຕາ76:ການປະກອບທຶນ ຂາຮຸ້ນຈໍາກັດໜິ້ສິນສາມາດປະກອບທຶນເປັນເງິນຫຼືເປັນວັດຖຸກໍ່ໄດ້ແຕ່ຫ້າມບໍ່ໃຫ້ປະກອບທຶນເປັນແຮງງານ.ຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດບໍ່ຈໍາເປັນຕ້ອງມີມູນຄ່າເທົ່າກັນ.

ວິທີແລະກໍານົດເວລາໃນການປະກອບທຶນແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນທຸກຄົນໃນວິສາຫະກິດຮຸ້ນສ່ວນຈໍາກັດ. .....ມາດຕາ77:ການໂອນຮຸ້ນ

ມາດຕາ77:ການໂອນຮຸ້ນ ຂາຮຸ້ນຈໍາກັດໜີ້ສິນສາມາດໂອນຮຸ້ນຂອງຕົນໄດ້ໂດຍບໍ່ຈໍາເປັນຕ້ອງໄດ້ຮັບການເຫັນດີເຫັນພ້ອມຈາກບັນດາຂາຮຸ້ນອື່ນ.ການໂອນຮຸ້ນດັ່ງກ່າວຈະມີຜົນຕໍ່ບຸກຄົນພາຍນອກກໍ່ຕໍ່ເມື່ອໄດ້ມີການແຈ້ງແລະການປ່ຽນແປງໃນທະບຽນວິສາຫະກິດກ່ອນເທົ່ານັ້ນ.

ໃນກໍລະນີທີ່ຂາຮຸ້ນຈໍາກັດໜີ້ສິນພົບບັນຫາໃດໜຶ່ງໃຫ້ແກ້ໄຂດັ່ງຕໍ່ໄປນີ້: 1.ຂາຮຸ້ນເສຍຊີວິດແມ່ນໃຫ້ຜູ້ສືບທອດຂອງຜູ້ເສຍຊີວິດເຂົ້າມາເປັນຂາຮຸ້ນແທນໄດ້ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 2.ຂາຮຸ້ນລົ້ມລະລາຍແມ່ນໃຫ້ນໍາເອົາສະເພາະຮຸ້ນຂອງຂາຮຸ້ນທີ່ລົ້ມລະລາຍໄປຂາຍເພື່ອມອບໃຫ້ຄະນະຊໍາລະສະສາງດໍາເນີນການຕາມກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.ການເອົາຮຸ້ນຂອງຂາຮຸ້ນທີ່ລົ້ມລິລາຍໄປຂາຍຈະເຮັດໃຫ້ຂາຮຸ້ນດັ່ງກ່າວພົ້ນຈາກການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດແຕ່ວິສາຫະກິດຮຸ້ນສ່ວນຈໍາກັດຍັງສາມາດດໍາເນີນທຸລະກິດຕໍ່ໄປໄດ້; 3.ຂາຮຸ້ນຂາດຄວາມສາມາດທາງດ້ານການປະພຶດແມ່ນໃຫ້ຜູ້ປົກຄອງຂອງຜູ້ກ່ຽວເປັນຜູ້ດູແລແລະຈັດການຜົນປະໂຫຍດແທນເວັ້ນເສຍແຕ່ຂາຮຸ້ນໄດ້ຕົກລົງຢ່າງອື່ນໄວ້ກ່ອນແລ້ວ. .....ມາດຕາ78:ຄວາມຮັບຜິດຊອບໃນການເຂົ້າບໍລິຫານຈັດການວິສາຫະກິດຂອງຂາຮຸ້ນຈໍາກັດ�

ມາດຕາ78:ຄວາມຮັບຜິດຊອບໃນການເຂົ້າບໍລິຫານຈັດການວິສາຫະກິດຂອງຂາຮຸ້ນຈໍາກັດ� ຂາຮຸ້ນຈໍາກັດໜິ້ສິນບໍ່ມີສິດເປັນຜູ້ຈັດການເໝືອນກັບຂາຮຸ້ນທົ່ວໄປເວັ້ນເສຍແຕ່ກໍລະນີທີ່ໄດ້ຮັບການແຕ່ງຕັ້ງຈາກບັນດາຂາຮຸ້ນທົ່ວໄປ.

ໃນກໍລະນີທີ່ຂາຮຸ້ນຈໍາກັດໜີ້ສິນດໍາເນີນການໃນຖານະເປັນຜູ້ຈັດການໂດຍບໍ່ໄດ້ຮັບການແຕ່ງຕັ້ງຈະມີຜົນສະທ້ອນຕາມແຕ່ລະກໍລະນີດັ່ງນີ້: 1.ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຕໍ່ວິສາຫະກິດແລະບຸກຄົນພາຍນອກໂດຍບໍ່ຈໍາກັດ. 2.ໃນກໍລະນີທີ່ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈໍາກັດໃຫ້ການສະໜັບສະໜຸນຫຼືຮັບຮອງຫຼືມອບໝາຍໃຫ້ເຮັດຫຼືຮຸ້ເຖິງການກະທໍາດັ່ງກ່າວແລ້ວແຕ່ບໍ່ຄັດຄ້ານວິສາຫະກິດຮຸ້ນສ່ວນຈໍາກັດຕ້ອງຮັບຜິດຊອບຮ່ວມກັນຕໍ່ຜົນເສຍຫາຍທີ່ເກີດຂຶ້ນກັບບຸກຄົນພາຍນອກ.

ການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈໍາກັດຂອງຂາຮຸ້ນຈໍາກັດໜີ້ສິນຕາມທີ່ໄດ້ກ່າວມາໃນຂໍ້ເທິງນີ້ຈະມີຄວາມຮັບຜິດຊອບໜີ້ສິນໂດຍບໍ່ຈໍາກັດຕໍ່ບຸກຄົນພາຍນອກເທົ່ານັ້ນ.ສ່ວນຄວາມຮັບຜິດຊອບໜີ້ສິນຈໍາກັດຂອງຕົນທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈໍາກັດແມ່ນບໍ່ປ່ຽນແປງໄດ້. .....ມາດຕາ79:ຜົນຂອງການອະນຸຍາດໃຫ້ໃຊ້ຊື່ວິສາຫະກິດ

ມາດຕາ79:ຜົນຂອງການອະນຸຍາດໃຫ້ໃຊ້ຊື່ວິສາຫະກິດ ຊື່ວິສາຫະກິດຮຸ້ນສ່ວນຈໍາກັດໄດ້ມາຈາກການໃຊ້ຊື່ຫຼືນາມສະກຸນຂອງຂາຮຸ້ນທົ່ວໄປ.

ຂາຮຸ້ນຈໍາກັດໜິ້ສິນໃດໜຶ່ງຫາກອະນຸຍາດໃຫ້ວິສາຫະກິດຮຸ້ນສ່ວນຈໍາກັດໃຊ້ຊື່ຂອງຕົນບໍ່ວ່າຈະເປັນທາງກົງຫຼືທາງອ້ອມຜູ້ກ່ຍວຕ້ອງຮັບຜິດຊອບໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈໍາກັດຕໍ່ບຸກຄົນພາຍນອກເຊັ່ນດຽວກັນກັບຂາຮຸ້ນທົ່ວໄປ,ສ່ວນຄວາມຮັບຜິດຊອບໜີ້ສິິນຈໍາກັດຂອງຕົນທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈໍາກັດແມ່ນບໍ່ປ່ຽນແປງໄດ້. .....ມາດຕາ80:ເງິນປັນຜົນຫຼືດອກເບ້ຍ

ມາດຕາ80:ເງິນປັນຜົນຫຼືດອກເບ້ຍ ຂາຮຸ້ນຈໍາກັດໜີ້ສິນມີສິດໄດ້ຮັບເງິນປັນຜົນຫຼືດອກເບ້ຍຈາກການເຄື່ອນໄຫວທຸລະກິດທີ່ມີກໍາໄລຂອງວິສາຫະກິດຮຸ້ນສ່ວນຈໍາກັດຕາມອັດຕາສ່ວນຫຼືຕາມຈໍານວນທີ່ໄດ້ຕົກລົງກັນເວັ້ນເສຍແຕ່ວິສາຫະກິດຮຸ້ນສ່ວນຈໍາກັດຂາດທຶນຫຼືມີທຶນຫຼຸດລົງເນື່ອງຈາກການດໍາເນີນທຸລະກິດຂາດທຶນສະສົມມາກ່ອນ.

ການຈ່າຍເງິນປັນຜົນຫຼືດອກເບ້ຍແມ່ນໃຫ້ປະຕິບັດໃນທຸກໆທ້າຍປີການບັນຊີຕາມກົດໝາຍວ່າດ້ວຍການບັນຊີຂອງສປປລາວ.

ເງິນປັນຜົນຫຼືດອກເບ້ຍທີ່ວິສາຫະກິດຮຸ້ນສ່ວນຈໍາກັດໄດ້ຈ່າຍໄປໂດຍຖືກຕ້ອງແລ້ວວິສາຫະກິດຮຸ້ນສ່ວນຈໍາກັດບໍ່ສາມາດຮຽກເກັບຄືນໄດ້. .....ມາດຕາ81:ສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜີ້ສິນ

ມາດຕາ81:ສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜີ້ສິນ ຂາຮຸ້ນຈໍາກັດໜີ້ສິນມີສິດແລະໜ້າທີ່ດັ່ງນີ້: 1.ໃຫ້ຄໍາເຫັນ,ແນະນໍາແລະສອບຖາມກ່ຽວກັບການເຄື່ອນໄຫວທຸລະກິດຂອງວິສາຫະກິດຮຸ້ນສ່ວນຈໍາກັດຕໍ່ຜູ້ຈັດການ; 2.ເປັນຜູ້ຈັດການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນຈໍາກັດຖ້າໄດ້ຮັບການແຕ່ງຕັ້ງ; 3.ເລືອກຕັ້ງຫຼືປົດຕໍາແໜ່ງຜູ້ຈັດການເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 4.ລົງຄະແນນສຽງກ່ຽວກັບການປັບປຸງດັດແປງກົດລະບຽບແລະການຍຸບເລີກວິສາຫະກິດຮຸ້ນສ່ວນຈໍາກັດ.ວິທີລົງຄະແນນສຽງແມ່ນໃຫ້ບົ່ງລະອຽດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນຈໍາກັດ; 5.ດໍາເນີນທຸລະກິດອື່ນທີ່ຖືກຕ້ອງຕາມກົດໝາຍບໍ່ວ່າທຸລະກິດນັ້ນຄ້າຍຄືຫຼືຢ່າງດຽວກັນກັບວິສາຫະກິດຮຸ້ນສ່ວນຈໍາກັດທີ່ຕົນເປັນຂາຮຸ້ນຢູ່ກໍ່ຕາມ.


ການປະຕິບັດສິດແລະໜ້າທີ່ຂອງຂາຮຸ້ນຈໍາກັດໜິ້ສິນຕາມຂໍ້ໜຶ່ງຫາຂໍ້ຫ້າຂອງມາດຕານີ້ບໍ່ຖືວ່າເປັນການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈໍາກັດຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບແປດຂອງກົດໝາຍສະບັບນີ້. .....ມາດຕາ82:ການນໍາໃຊ້ບົດບັນຍັດຂອງວິສາຫະກິດຮຸ້ນສ່ວນສາມັນ

ມາດຕາ82:ການນໍາໃຊ້ບົດບັນຍັດຂອງວິສາຫະກິດຮຸ້ນສ່ວນສາມັນ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນໝວດທີສາມພາກທີສີ່ນີ້ແລ້ວການຂຶ້ນທະບຽນວິສາຫະກິດ,ການພົວພັນພາຍໃນແລະພາຍນອກຂອງວິສາຫະກິດ,ການຄວບ,ການຍຸບເລີກແລະການຊໍາລະສະສາງຂອງວິສາຫະກິດແມ່ນໃຫ້ນໍາໃຊ້ບົດບັນຍັດໝວດທີສອງພາກທີສີ່ຂອງກົດໝາຍສະບັບນີ້ຕາມຄວາມເໝາະສົມ. ..ພາກທີ5:ບໍລິສັດ


...ໝວດທີ1:ຫຼັກການລວມຂອງບໍລິສັດ


....ມາດຕາ83:ຜູ້ຖືຮຸ້ນຂອງບໍລິສັດ

ມາດຕາ83:ຜູ້ຖືຮຸ້ນຂອງບໍລິສັດ ຜູ້ປະກອບທຶນໃນບໍລິສັດເອີ້ນວ່າ"ຜູ້ຖືຮຸ້ນ" ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນໄດ້ຖອກເຕັດມເທົ່ານັ້ນ. ຜູ້ຖືຮຸ້ນຂອງບໍລິສັດອາດຈະມີໜຶ່ງຄົນຫຼືຫຼາຍກວ່ານັ້ນ. ຜູ້ຖືຮຸ້ນຫຼືຜູ້ສ້າງຕັ້ງບໍລິສັດອາດຈະເປັນບຸກຄົນຫຼືນິຕິບຸກຄົນກໍ່ໄດ້. ....ມາດຕາ84:ຖານະນິຕິບຸກຄົນແລະສາຂາຂອງບໍລິສັດ

ມາດຕາ84:ຖານະນິຕິບຸກຄົນແລະສາຂາຂອງບໍລິສັດ ບໍລິສັດມີຖານະນິຕິບຸກຄົນແລະສາຂາເຊັ່ນດຽວກັນກັບຖານະນິຕິບຸກຄົນແລະສາຂາຂອງວິສາຫະກິດຮຸ້ນສ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເກົ້າແລະມາດຕາສີ່ສິບຂອງກົດໝາຍສະບັບນີ້. ....ມາດຕາ85:ກຸ່ມບໍລິສັດ

ມາດຕາ85:ກຸ່ມບໍລິສັດ ບໍລິສັດທີ່ຊື້ຮຸ້ນຂອງບໍລິສັດອື່ນໃນຈໍານວນທີ່ພຽງພໍແລະມີອໍານາດຄວບຄຸມການບໍລິການຈັດການທຸລະກິດຂອງບໍລິສັດນັ້ນເອີ້ນວ່າ"ກຸ່ມບໍລິສັດ"

ບໍລິສັດທີ່ຖືກຄວບຄຸມການບໍລິຫານຈັດການຕາມທີ່ບົ່ງໄວ້ໃນວັກໜຶ່ງເທິງນີ້ເອີ້ນວ່າ"ບໍລິສັດໃນກຸ່ມ"

ຂອບເຂດການຄວບຄຸມການບໍລິການຈັດການທີ່ເກືອດຫ້າມແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ....ມາດຕາ86(ປັບປຸງ):ສັນຍາສ້າງຕັ້ງບໍລິສັດ

ມາດຕາ86(ປັບປຸງ):ສັນຍາສ້າງຕັ້ງບໍລິສັດ ສັນຍາສ້າງຕັ້ງບໍລິສັດຕ້ອງເຮັດຂຶ້ນເປັນລາຍລັກອັກສອນໂດຍສອດຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາຂອງສປປລາວ.

ສັນຍາສ້າງຕັ້ງບໍລິສັດຕ້ອງມີເນື້ອໃນດັ່ງນີ້: 1.ຊື່ວິສາຫະກິດ; 2.ວັດຖຸປະສົງຂອງການດໍາເນີນທຸລະກິດ; 3.ຊື່,ສະຖານທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາທັງໝົດຖ້າມີ; 4.ທຶນກໍານົດໂດຍແບ່ງເປັນມູນຄ່າ,ຈໍານວນຮຸ້ນ,ວັດຖຸ,ເງິນ,ຮຸ້ນສາມັນຫຼືຮຸ້ນບູລິມະສິດ; 5.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ສ້າງຕັ້ງບໍລິສັດພ້ອມດ້ວຍຈໍານວນຮຸ້ນທີ່ແຕ່ລະຄົນຈອງຊື້; 6.ຂໍ້ຄວາມທີ່ບົ່ງເຖິງການໃຫ້ສິດຜູ້ອໍານວຍການໃນການຮັບຜິດຊອບໜີ້ສິນຂອງບໍລິສັດໂດຍບໍ່ຈໍາກັດ.ຄວາມຮັບຜິດຊອບໂດຍບໍ່ຈໍາກັດຂອງຜູ້ອໍານວຍການຕາມທີ່ໄດ້ກໍານົດໄວ້ຂໍ້ນີ້ຈະຕົກໄປພາຍຫຼັງໜຶ່ງປີນັບແຕ່ວັນທີ່ຜູ້ກ່ຽວພົ້ນຈາກການເປັນຜູ້ອໍານວຍການຂອງບໍລິສັດ; 7.ຊື່ແລະລາຍເຊັນຂອງບັນດາຜູ້ສ້າງຕັ້ງບໍລິສັດ.

ທຶນກໍານົດຕາມທີ່ໄດ້ກ່າວໄວ້ໃນຂໍ້ສີ່ຂອງມາດຕານີ້ແມ່ນທຶນຈົດທະບຽນຂອງບໍລິສັດ.ບໍລິສັດທີ່ມີຜູ້ຖືຮຸ້ນພຽງຜູ້ດຽວບໍ່ຈໍາເປັນມີສັນຍາສ້າງຕັ້ງບໍລິສັດ. ....ມາດຕາ87:ກົດລະບຽບຂອງບໍລິສັດ

ມາດຕາ87:ກົດລະບຽບຂອງບໍລິສັດ ກົດລະບຽບຂອງບໍລິສັດຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ບັນດາຂໍ້ກໍານົດຕາມທີ່ໄດ້ບົ່ງໄວ້ໃນຂໍ້ໜຶ່ງຫາຂໍ້ຫົກມາດຕາແປດສິບຫົກຂອງກົດໝາຍສະບັບນີ້; 2.ວິທີການແບ່ງຜົນກໍາໄລຫຼືເງິນປັນຜົນຂອງບໍລິສັດ; 3.ວິທີແລະກໍານົດເວລາໃນການຖອກຮຸ້ນ; 4.ການບໍລິຫານຈັດການ; 5.ກອງປະຊຸມແລະວິທີລົງມະຕິ; 6.ວິທີແກ້ໄຂຂໍ້ຂັດແຍ່ງ; 7.ການຍຸບເລີກແລະການຊໍາລະສະສາງ.

ເນື້ອໃນຂໍ້ໜຶ່ງຂອງມາດຕານີ້ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະກິດ,ນອກຈາກນີ້ບໍລິສັດຈະແຈ້ງເພີ່ມເຕີມອີກໍ່ໄດ້.

ກົດລະບຽບຂອງບໍລິສັດຕ້ອງມີລາຍເຊັນຂອງຜູ້ອໍານວຍການ. ....ມາດຕາ88:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ

ມາດຕາ88:ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບ ການແກ້ໄຂຫຼືປ່ຽນແປງເນື້ອໃນສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຕ້ອງໄດ້ຮັບຄະແນນສຽງດ້ວຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້.

ມະຕິກອງປະຊຸມຜູ້ຖືຮຸ້ນກ່ຽວກັບການແກ້ໄຂຫຼືປ່ຽນແປງສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຕ້ອງໄດ້ນໍາໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ. ...ໝວດທີ2:ບໍລິສັດຈໍາກັດ


....ກ.ຫຼັກການທົ່ວໄປແລະການສ້າງຕັ້ງ


.....ມາດຕາ89:ການຖືຮຸ້ນຂອງບໍລິສັດຈໍາກັດ

ມາດຕາ89:ການຖືຮຸ້ນຂອງບໍລິສັດຈໍາກັດ ບໍລິສັດຈໍາກັດສາມາດເປັນຜູ້ຖືຮຸ້ນຂອງບໍລິສັດອື່ນຫຼືຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອື່ນໄດ້ແຕ່ບໍ່ໃຫ້ເປັນຜູ້ຖືຮຸ້ນບໍລິສັດຈໍາກັດຂອງຕົນ. .....ມາດຕາ90:ການມີຜູ້ຖືຮຸ້ນຫຼຸດຫຼືເກີນຈໍານວນທີ່ກໍານົດ

ມາດຕາ90:ການມີຜູ້ຖືຮຸ້ນຫຼຸດຫຼືເກີນຈໍານວນທີ່ກໍານົດ ບໍລິສັດຈໍາກັດທີ່ມີຈໍານວນຜູ້ຖືຮຸ້ນເກີນສາມສິບຄົນສາມາດຮັກສາຖານະເປັນບໍລິສັດຈໍາກັດຕໍ່ໄປກໍ່ໄດ້ແຕ່ຕ້ອງໄດ້ຮັບຄະແນນສຽງດ້ວຍມະຕິສະເພາະຕາມທີ່ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້.

ໃນກໍລະນີທີ່ບໍລິສັດຈໍາກັດບໍ່ມີຄວາມຕ້ອງການຢາກຮັກສາຖານະເປັນບໍລິສັດຈໍາກັດຫຼືບໍ່ໄດ້ຮັບຄະແນນສຽງພຽງພໍເພື່ອຮັກສາຖານະດັ່ງກ່າວຕາມທີ່ໄດ້ກ່າວມາໃນວັກໜຶ່ງຂອງມາດຕານີ້ຕ້ອງດັດແປງເນື້ອໃນສໍານວນເອກະສານທະບຽນວິສາຫະກິດໃຫ້ສອດຄ່ອງຕາມຂັ້ນຕ້ອນແລະຫຼັກການຂອງການສ້າງຕັ້ງບໍລິສັດມະຫາຊົນຫຼືຍຸບເລີກ.

ບໍລິສັດຈໍາກັດທີ່ມີຜູ້ຖືຮຸ້ນເຫຼືອພຽງຜູ້ດຽວຕ້ອງປ່ຽນຊື່ເປັນ"ບໍລິສັດຈໍາກັດຜູ້ດຽວ"ແລະປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕ,ໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້ຫຼືຍຸບເລີກ. .....ມາດຕາ91:ການສ້າງຕັ້ງບໍລິສັດຈໍາກັດ

ມາດຕາ91:ການສ້າງຕັ້ງບໍລິສັດຈໍາກັດ ການສ້າງຕັ້ງບໍລິສັດຈໍາກັດຕ້ອງດໍາເນີນຕາມຂັ້ນຕອນແລະເງື່ອນໄຂດັ່ງນີ້: 1.ຕ້ອງມີຜູ້ສ້າງຕັ້ງຮ່ວມກັນຢ່າງໜ້ອຍສອງຄົນແລ້ວຍື່ນສັນຍາສ້າງຕັ້ງບໍລິສັດຈໍາກັດຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ສໍານັກງານໃຫຍ່ຂອງບໍລິສັດຈໍາກັດຕັ້ງຢູ່ເພື່ອຊາບ. 2.ພາຍຫຼັງແຈ້ງສັນຍາສ້າງຕັ້ງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ແລ້ວໃຫ້ຈັດຫາຄົນມາຈອງຊື້ຮຸ້ນຈົນໝົດ.ຫ້າມບໍ່ໃຫ້ຈັດຫາຄົນມາຈອງຊື້ຮຸ້ນໂດຍການສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນ.ຜູ້ຈອງຊື້ຮຸ້ນເອີ້ຍວ່າ"ຜູ້ຈອງຮຸ້ນ" 3.ເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ. 4.ຜູ້ສ້າງຕັ້ງບໍລິສັດຈໍາກັດມອບໝາຍວຽກງານທັງໝົດໃຫ້ຜູ້ອໍານວຍການຊຶ່ງໄດ້ຮັບການເລືອກຕັ້ງໃນກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ; 5.ຜູ້ອໍານວຍການຮຽກຊໍາລະຮຸ້ນຈາກຜູ້ສ້າງຕັ້ງບໍລິສັດຈໍາກັດແລະບັນດາຜູ້ຈອງຮຸ້ນໃຫ້ຄົບຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍໜຶ່ງຂອງກົດໝາຍສະບັບນີ້; 6.ເມື່ອຮຽກຊໍາລະຮຸ້ນຄົບຕາມທີ່ໄດ້ກໍານົດໄວ້ໃນຂໍ້ຫ້າຂອງມາດຕານີ້ແລ້ວໃຫ້ຜູ້ອໍານວຍການໄປຂຶ້ນທະບຽນວິສາຫະກິດພາຍໃນກໍານົດສາມສິບວັນນັບແຕ່ວັນຮຽກຊໍາລະຮຸ້ນຄົບເປັນຕົ້ນໄປ. .....ມາດຕາ92:ຜູ້ສ້າງຕັ້ງບໍລິສັດຈໍາກັດ

ມາດຕາ92:ຜູ້ສ້າງຕັ້ງບໍລິສັດຈໍາກັດ ຜູ້ສ້າງຕັ້ງບໍລິສັດຈໍາກັດແມ່ນຜູ້ລິເລີ່ມສ້າງຕັ້ງບໍລິສັດຈໍາກັດໃດໜຶ່ງແຕ່ບໍ່ແມ່ນຕົວແທນຂອງບໍລິສັດຈໍາກັດແລະຕ້ອງຖືຮຸ້ນຢ່າງໜ້ອຍໜຶ່ງຮຸ້ນ.

ໜ້າທີ່ຕົ້ນຕໍຂອງຜູ້ສ້າງຕັ້ງບໍລິສັດຈໍາກັດແມ່ນຈັດການທຸກວຽກງານທີ່ກ່ຽວຂ້ອງກັບການສ້າງຕັ້ງບໍລິສັດຈໍາກັດຈົນກວ່າໄດ້ເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຂຶ້ນ. .....ມາດຕາ93:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ຜູ້ຈອງຮຸ້ນ

ມາດຕາ93:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ຜູ້ຈອງຮຸ້ນ ຜູ້ສ້າງຕັ້ງບໍລິສັດຕ້ອງຮັບຜິດຊອບຕໍ່ຜູ້ຈອງຮຸ້ນຖ້າວ່າຜູ້ກ່ຽວຫາກມີການກະທໍາໃດໜຶ່ງດັ່ງນີ້: 1.ດໍາເນີນກິດຈະການເພື່ອຜົນປະໂຫຍດສ່ວນຕົວ; 2.ປົກປິດລາຍຮັບຫຼືລາຍຈ່າຍທີ່ພົວພັນກັບການສ້າງຕັ້ງບໍລິສັດຈໍາກັດ; 3.ໃຊ້ຈ່າຍຫຼືເຮັດສັນຍາທີ່ບໍ່ຢູ່ໃນເປົ້າໝາຍຂອງວຽກງານການສ້າງຕັ້ງບໍລິສັດຈໍາກັດ; 4.ຕີລາຄາຊັບສິນຂອງຕົນສູງເກີນກວ່າຄວາມເປັນຈິງ; 5.ຮັບຜິດຊອບຕໍ່ການກະທໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ຄວາມເສຍຫາຍທີ່ເກີດຈາກການກະທໍາດັ່ງກ່າວໃນວັກໜຶ່ງນີ້ຜູ້ສ້າງຕັ້ງບໍລິສັດຈໍາກັດຕ້ອງໄດ້ແກ້ໄຂແລະໃຊ້ແທນຕາມລະບຽບກົດໝາຍ. .....ມາດຕາ94:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ບຸກຄົນພາຍນອກ

ມາດຕາ94:ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ບຸກຄົນພາຍນອກ ຜູ້ສ້າງຕັ້ງບໍລິສັດຈໍາກັດຕ້ອງຮັບຜິດຊອບຮ່ວມກັນໂດຍບໍ່ຈໍາກັດຕໍ່ສັນຍາທີ່ໄດ້ເຊັນກັບບຸກຄົນພາຍນອກກ່ຽວກັບການສ້າງຕັ້ງບໍລິສັດຈໍາກັດຫຼືຄ່າໃຊ້ຈ່າຍໃນການສ້າງຕັ້ງບໍລິສັດຈໍາກັດທີ່ບໍ່ໄດ້ຮັບຮອງຫຼືໄດ້ຮັບຮອງແຕ່ບໍລິສັດຈໍາກັດນັ້ນບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. .....ມາດຕາ95:ສິດແລະໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ

ມາດຕາ95:ສິດແລະໜ້າທີ່ຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ ກອງປະຊຸມສ້າງຕັ້ງບໍລິສັດຈໍາກັດມີສິດແລະໜ້າທີ່ດັ່ງນີ້: 1.ຮັບຮອງເອົາກົດລະບຽບຂອງບໍລິສັດຈໍາກັດ; 2.ຮັບຮອງສັນຍາສ້າງຕັ້ງບໍລິສັດຈໍາກັດແລະສັນຍາອື່ນທີ່ກ່ຽວຂ້ອງກັບການສ້າງຕັ້ງບໍລິສັດຈໍາກັດຊຶ່ງຜູ້ສ້າງຕັ້ງໄດ້ເຊັນກັບບຸກຄົນທີ່ສາມລວມທັງຄ່າໃຊ້ຈ່າຍໃນການສ້າງຕັ້ງບໍລິສັດຈໍາກັດຂອງຜູ້ສ້າງຕັ້ງ. 3.ຕົກລົງກ່ຽວກັບຮຸ້ນສາມັນແລະຮຸ້ນບູລິມະສິດຖ້າມີຮຸ້ນປະເພດນີ້; 4.ເລືອກຕ້ອງຜູ້ອໍານວຍການຊຸດທີໜຶ່ງຂອງບໍລິສັດຈໍາກັດ.

ກ່ອນວັນເປີດກອງປະຊຸມສ້າງຕັ້ງບໍລິສັດຈໍາກັດສິບວັນລັດຖະການຜູ້ສ້າງຕັ້ງຕ້ອງສົ່ງບົດລາຍງານກ່ຽວກັບການສ້າງຕັ້ງໃຫ້ບັນດາຜູ້ຈອງຮຸ້ນພ້ອມດ້ວຍບັນຊີລາຍຊື່,ທີ່ຢູ່ແລະຈໍານວນຮຸ້ນທີ່ຜູ້ຈອງຮຸ້ນແຕ່ລະຄົ້ນຈອງຊື້. .....ມາດຕາ96:ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ

ມາດຕາ96:ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ສ້າງຕັ້ງແລະຜູ້ຈອງຮຸ້ນແລະຕ້ອງມີຈໍານວນຮຸ້ນທີ່ຈອງບໍ່ຕໍ່າກວ່າເຄິ່ງໜຶ່ງຂອງຈໍານວນຮຸ້ນທີ່ຈອງທັງໝົດ.ການລົງມະຕິໃຫ້ຖືເອົາໜຶ່ງຮຸ້ນຕໍ່ໜຶ່ງສຽງ.

ຜູ້ສ້າງຕັ້ງຫຼືຜູ້ຈອງຮຸ້ນບໍ່ມີສິດລົງຄະແນນສຽງໃນສິ່ງທີ່ຕົນມີສ່ວນໄດ້ສ່ວນເສຍເວັ້ນເສຍແຕ່ການລົງຄະແນນສຽງເພື່ອເລືອກຕັ້ງຜູ້ອໍານວຍການຂອງບໍລິສັດຈໍາກັດ.

ກອງປະຊຸມສ້າງຕັ້ງບໍລິສັດຈໍາກັດເປັນຜູ້ກໍານົດກໍລະນີທີ່ຖືວ່າຜູ້ສ້າງຕັ້ງຫຼືຜູ້ຈອງຮຸ້ນໃດໜຶ່ງມີສ່ວນໄດ້ສ່ວນເສຍຫຼືຜົນປະໂຫຍດກ່ຽວຂ້ອງໂດຍກົງ. .....ມາດຕາ97:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ97:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດຈໍາກັດປະກອບດ້ວຍເອກະສານດັ່ງນີ້: 1.ໃບຄໍາຮ້ອງແລະສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ບົດບັນທຶກຂອງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ; 3.ກົດລະບຽບຂອງບໍລະສັດຈໍາກັດ. ຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີລາຍເຊັນຂອງຜູ້ອໍານວຍການ. .....ມາດຕາ98:ຄວາມຮັບຜິດຊອບຂອງຜູ້ອໍານວຍການທີ່ຂຶ້ນທະບຽນວິສາຫະກິດຊັກຊ້າ

ມາດຕາ98:ຄວາມຮັບຜິດຊອບຂອງຜູ້ອໍານວຍການທີ່ຂຶ້ນທະບຽນວິສາຫະກິດຊັກຊ້າ ເຈົ້າໜ້າທີ່ທະບຽນວິສາຫະກິດຕ້ອງປະຕິເສດການຂຶ້ນທະບຽນວິສາຫະກິດເມື່ອກາຍກໍານົດເວລາຕາມທີ່ກ່າວໄວ້ໃນຂໍ້ຫົກມາດຕາເກົ້າສິບເອັດຂອງກົດໝາຍສະບັບນີ້ເວັ້ນເສຍແຕ່ການຂຶ້ນທະບຽນວິສາຫະກິດຊັກຊ້າເກີດຈາກສາເຫດຈໍາເປັນຊຶ່ງບໍ່ແມ່ນຄວາມຜິດຂອງຜູ້ອໍານວຍການຫຼືຜູ້ຖືຮຸ້ນມີມະຕິໃຫ້ສືບຕໍ່ຂຶ້ນທະບຽນວິສາຫະກິດດ້ວຍຄະແນນສຽງຫຼາຍກວ່າສີ່ສ່ວນຫ້າຂອງຈໍານວນຮຸ້ນທີ່ຖອກແລ້ວ.

ໃນກໍລະນີທີ່ບໍລິສັດຈໍາກັດບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດຜູ້ອໍານວຍການຕ້ອງສົ່ງເງິນຄ່າຮຸ້ນທັງໝົດຄືນໃຫ້ແກ່ຜູ້ຖືຮຸ້ນຈົນຄົບພາຍໃນກໍານົດສາມເດືອນນັບແຕ່ັນທີ່ເຈົ້າໜ້າທີ່ທະບຽນວິສາຫະກິດປະຕິເສດການຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ຖ້າກາຍກໍານົດເວລາສາມເດືອນແລ້ວຜູ້ອໍານວຍການທີ່ກ່ຽວຂ້ອງກັບການສົ່ງເງິນຄ່າຮຸ້ນຄືນບໍ່ຄົບແກ່ຜູ້ຈອງຊື້ຮຸ້ນຕ້ອງຮັບຜິດຊອງສົ່ງເງິນຄ່າຮຸ້ນທີ່ຍັງເຫຼືອພ້ອມດ້ວຍດອກເບ້ຍຕາມອັດຕາດອກເບ້ຍເງິນກູ້ຂອງທະນາຄານໃນໄລຍະນັ້ນເວັ້ນເສຍແຕ່ຜູ້ອໍານວຍການໃດໜຶ່ງຫາກພິສູດໄດ້ວ່າຕົນບໍ່ໄດ້ມີຄວາມຜິດກ່ຽວກັບການຂຶ້ນທະບຽນຊັກຊ້າແລະການບໍ່ສາມາດສົ່ງເງິນຄ່າຮຸ້ນຄືນດັ່ງກ່າວ. ....ຂ.ຮຸ້ນແລະໃບຮຸ້ນຂອງບໍລິສັດຈໍາກັດ


.....ມາດຕາ99:ຮຸ້ນ

ມາດຕາ99:ຮຸ້ນ ຮຸ້ນໜຶ່ງຂອງບໍລິສັດຈໍາກັດຕ້ອງບໍ່ຕໍ່າກວ່າສອງພັນກີບ.

ຮຸ້ນໜຶ່ງຂອງບໍລິສັດຈໍາກັດອາດຈະມີຜູ້ຖືຮຸ້ນໜຶ່ງຄົນຫຼືຫຼາຍຄົນຮ່ວມກັນກໍ່ໄດ້ໂດຍມອບໝາຍໃຫ້ຜູ້ໜຶ່ງເປັນຜູ້ໃຊ້ສິດໃນຖານະເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດແຕ່ຕ້ອງຮັບຜິດຊອບຮ່ວມກັນຕໍ່ບໍລິສັດຈໍາກັດໃນການສົ່ງເງິນຄ່າຮຸ້ນທີ່ຍັງຄ້າງມອບ.

ຮຸ້ນຂອງບໍລິສັດຈໍາກັດອາດຈະປະກອບເປັນເງິນຫຼືເປັນວັດຖຸກໍ່ໄດ້.ການປະກອບເປັນວັດຖຸຕ້ອງຕີມູນຄ່າເປັນເງິນດ້ວຍຄະແນນສຽງສອງສ່ວນສາມຂອງຜູ້ສ້າງຕັ້ງແລະຜູ້ຈອງຮຸ້ນໃນກອງປະຊຸມສ້າງຕັ້ງບໍລິສັດຈໍາກັດເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.ຮຸ້ນຢ່າງອື່ນທີ່ປະກອບນອກຈາກວັດຖຸແລະເງິນໃຫ້ຕົກລົງກັນລະອຽດໃນກອງປະຊຸມສ້າງຕ້ອງບໍລິສັດຈໍາກັດ.

ຮຸ້ນຂອງບໍລິສັດຈໍາກັດອາດຈະມີສອງປະເພດຄືຮຸ້ນສາມັນແລະຮຸ້ນບູລິມະສິດ. .....ມາດຕາ100:ມູນຄ່າຮຸ້ນແລະການອອກຮຸ້ນຫຼຸດຫຼືເພີ່ມມູນຄ່າຮຸ້ນ

ມາດຕາ100:ມູນຄ່າຮຸ້ນແລະການອອກຮຸ້ນຫຼຸດຫຼືເພີ່ມມູນຄ່າຮຸ້ນ ມູນຄ່າຮຸ້ນຂອງບໍລິສັດຈໍາກັດຕ້ອງກໍານົດໄວ້ໃນສັນຍາສ້າງຕັ້ງ.ມູນຄ່າຮຸ້ນນີ້ເອີ້ນວ່າ"ມູນຄ່າກໍານົດ"

ບໍລິສັດຈໍາກັດບໍ່ມີສິດອອກຮຸ້ນຫຼຸດມູນຄ່າກໍານົດດັ່ງທີ່ບົ່ງໄວ້ໃນວັກໜຶ່ງເທິງນີ້ເວັ້ນເສຍແຕ່ກໍລະນີທີ່ບໍລິສັດຈໍາກັດຫຼຸດທຶນລົງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບເຈັດຂອງກົດໝາຍສະບັບນີ້.ຂໍ້ຫ້າມຕາມວັກນີ້ບໍ່ນໍາໃຊ້ສໍາລັບການກໍານົດລາຄາຊື້ຫຼືຂາຍຮຸ້ນຂອງຜູ້ຖືຮຸ້ນ.

ສໍາລັບການເພີ່ມມູນຄ່າຮຸ້ນຂອງບໍລິສັດຈໍາກັດຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບຫ້າຂອງກົດໝາຍສະບັບນີ້ເທົ່ານັ້ນ. .....ມາດຕາ101:ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ

ມາດຕາ101:ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດແມ່ນການຖອກຮຸ້ນພາຍຫຼັງກອງປະຊຸມສ້າງຕັ້ງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ຫ້າມາດຕາເກົ້າສິບເອັດຂອງກົດໝາຍສະບັບນີ້.ການຖອກຮຸ້ນໃນກໍລະນີນີ້ຜູ້ຈອງຮຸ້ນຕ້ອງຖອກຮຸ້ນຂອງຕົນໃຫ້ຄົບທັງໝົດ,ຖ້າເປັນວັດຖຸແລະຢ່າງໜ້ອຍເຈັດສິບສ່ວນຮ້ອຍຂອງຮຸ້ນທີ່ຈອງຖ້າເປັນເງິນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດຈະຮຽກໃຫ້ຖອກຮຸ້ນທີ່ຍັງເຫຼືອເວລາໃດກໍ່ໄດ້ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດເວັ້ນເສຍແຕ່ໄດ້ກໍານົດໄວ້ຢ່າງອື່ນໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາ102:ການຖອກຮຸ້ນພາຍຫຼັງຂຶ້ນທະບຽນວິສາຫະກິດ

ມາດຕາ102:ການຖອກຮຸ້ນພາຍຫຼັງຂຶ້ນທະບຽນວິສາຫະກິດ ໃນການຮຽກຊໍາລະຮຸ້ນຕາມວັກສອງມາດຕາໜຶ່ງຮ້ອຍໜຶ່ງຂອງກົດໝາຍສະບັບນີ້ຜູ້ອໍານວຍການບໍລິສັດຈໍາກັດຕ້ອງໃຫ້ຜູ້ຖືຮຸ້ນແຕ່ລະຄົນຖອກຮຸ້ນຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະຄົນຖືໂດຍໃຫ້ເຮັດໜັງສືແຈ້ງເປັນລາຍລັກອັກສອນໃຫ້ແຕ່ລະຄົນຊາບກ່ອນສາມສິບວັນກ່ຽວກັບກໍານົດເວລາຖອກແລະຈໍານວນເງິນທີ່ຕ້ອງຖອກ.

ການຊໍາລະຄ່າຮຸ້ນທີ່ໄດ້ກ່າວມາໃນວັກໜຶ່ງນີ້ຫຼືການຊໍາລະຄ່າຮຸ້ນໃນກໍລະນີອື່ນໆເຊັ່ນການເພີ່ມທຶນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສິບຫ້າຂອງກົດໝາຍສະບັບນີ້ຕ້ອງຊໍາລະເປັນເງິນແລະຫ້າມບໍ່ໃຫ້ຫັກໜີ້ກັບບໍລິສັດຈໍາກັດເພື່ອເປັນການຊໍາລະຄ່າຮຸ້ນເວັ້ນເສຍແຕ່ໄດ້ຮັບການຮັບຮອງດ້ວຍມະຕິສະເພາະຈາກກອງປະຊຸມຜູ້ຖືຮຸ້ນ. .....ມາດຕາ103:ຜົນສະທ້ອນຂອງການບໍ່ຖອກຮຸ້ນ

ມາດຕາ103:ຜົນສະທ້ອນຂອງການບໍ່ຖອກຮຸ້ນ ຜູ້ຖືຮຸ້ນທີ່ບໍ່ຖອກຮຸ້ນຕາມທີ່ຜູ້ອໍານວຍການບໍລິສັດຈໍາກັດໄດ້ແຈ້ງໃຫ້ຊໍາລະຄັ້ງທີໜຶ່ງຕ້ອງເສຍດອກເບ້ຍຕາມອັດຕາດອກເບ້ຍເງິນກູ້ຂອງທະນາຄານໃນໄລຍະນັ້ນໃນສ່ວນທີ່ຄ້າງຊໍາລະນັບແຕ່ວັນທີ່ໄດ້ຮັບແຈ້ງເປັນຕົ້ນໄປແລະມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນເທົ່າກັບຈໍານວນຮຸ້ນທີ່ໄດ້ຖອກແລ້ວເທົ່ານັ້ນ.

ໃນກໍລະນີຜູ້ຖືຮຸ້ນບໍ່ຊໍາລະທັງຮຸ້ນແລະດອກເບ້ຍຕາມການຮຽກຊໍາລະຄັ້ງທີສອງແລ້ວ,ຜູ້ອໍານວຍການມີສິດສະເໜີຂາຍຮຸ້ນດັ່ງກ່າວຕາມລໍາດັບບູລິມະສິດທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຫາຂໍ້ສີ່ມາດຕາໜຶ່ງຮ້ອຍສິບຫົກຂອງກົດໝາຍສະບັບນີ້ເພື່ອນໍາເງິນມາໃຊ້ແທນແກ່ບໍລິສັດຈໍາກັດທັງຮຸ້ນແລະດອກເບ້ຍ.ເງິນທີ່ເຫຼືອຈາກການຊໍາລະນັ້ນໃຫ້ສົ່ງຄືນແກ່ຜູ້ຖືຮຸ້ນທີ່ກ່ຽວຂ້ອງ.

ໃນກໍລະນີເງິນທີ່ໄດ້ມາຈາກການຂາຍຮຸ້ນຕາມວັກສອງຂອງມາດຕານີ້ບໍ່ພຽງພໍຜູ້ອໍານວຍການມີສິດທວງໃຫ້ຊໍາລະຈົນຄົບ,ຖ້າບໍ່ດັ່ງນັ້ນກໍ່ຈະບໍ່ຂຶ້ນທະບຽນໂອນຮຸ້ນຫຼືຈະງົດສິດຂອງຜູ້ຖືຮຸ້ນທີ່ກ່ຽວຂ້ອງໃນການລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ. .....ມາດຕາ104:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນສາມັນ

ມາດຕາ104:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນສາມັນ ເຈົ້າຂອງຮຸ້ນສາມັນເອີ້ນວ່າ"ຜູ້ຖືຮຸ້ນສາມັນ"ຜູ້ຖືຮຸ້ນສາມັນມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີຄໍາຄິດຄໍາເຫັນກ່ຽວກັບວຽກງານຂອງບໍລິສັດຈໍາກັດ; 2.ປະກອບສ່ວນໃນກິດຈະການຂອງບໍລິສັດຈໍາກັດ; 3.ຖອກຮຸ້ນຕາມກໍານົດເວລາ; 4.ປົກປ້ອງຜົນປະໂຫຍດຂອງຕົນຢ່າງເຕັມສ່ວນ; 5.ໄດ້ຮັບຂໍ້ມູນຂ່າວສານແລະກວດສອບເອກະສານຂອງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 6.ຮ້ອງຟ້ອງຜູ້ອໍານວຍການ,ພະນັກງານຫຼືກໍາມະການຂອງບໍລິສັດຈໍາກັດທີ່ກໍ່ຄວາມເສຍຫາຍແກ່ຕົ້ນ; 7.ຮັບຜິດຊອບຕໍ່ມູນຄ່າຮຸ້ນທີ່ຍັງຄ້າງຊໍາລະ; 8.ມີບູລິມະສິດຊື້ຮຸ້ນກ່ອນບຸກຄົນພາຍນອກເມື່ອມີຜູ້ຖືຮຸ້ນຂອງບໍລິສັດຈໍາກັດໂອນຫຼືຂາຍ; 9.ເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການຂອງບໍລິສັດຈໍາກັດ; 10.ໄດ້ຮັບການແບ່ງປັນຊັບສົມບັດທີ່ເຫຼືອຈາກການຊໍາລະສະສາງໃນກໍລະນີຍຸບເລີກ; 11.ໄດ້ຮັບເງິນປັນຜົນຕາມອັດຕາສ່ວນຮຸ້ນທີ່ຕົນປະກອບ; 12.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ການແບ່ງປັນເງິນປັນຜົນແລະຊັບສົມບັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ສິບແລະຂໍ້ສິບເອັດຂອງມາດຕານີ້ຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ແບ່ງໃຫ້ຜູ້ຖືຮຸ້ນບູລິມະສິດແລະເຈົ້າໜີ້ຂອງບໍລິສັດຈໍາກັດແລ້ວເສຍກ່ອນເທົ່ານັ້ນ. .....ມາດຕາ105(ປັບປຸງ):ສິດແລະໜ້າທີ່ຂອງຜູ້ຖືຮຸນບູລິມະສິດ

ມາດຕາ105(ປັບປຸງ):ສິດແລະໜ້າທີ່ຂອງຜູ້ຖືຮຸນບູລິມະສິດ ເຈົ້າຂອງຮຸ້ນບູລິມະສິດເອີ້ນວ່າ"ຜູ້ຖືຮຸ້ນບູລິມະສິດ"ຜູ້ຖືຮຸ້ນບູລິມະສິດມີສິດແລະໜ້າທີ່ດັ່ງນີ້: 1.ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ແຕ່ຂໍ້ໜຶ່ງຫາຂໍ້ຫົກມາດຕາໜຶ່ງຮ້ອຍສີ່ຂອງກົດໝາຍສະບັບນີ້; 2.ໄດ້ຮັບການແບ່ງຊັບສົມບັດແລະເງິນປັນຜົນກ່ອນຜູ້ຖືຮຸ້ນສາມັນ.ເງິນປັນຜົນອາດຈະໄດ້ຮັບເປັນມູນຄ່າຕາມຕົວຫຼືເປັນສ່ວນຮ້ອຍຂອງຮຸ້ນໂດຍຂຶ້ນກັບການຕົກລົງຂອງບັນດາຜູ້ຖືຮຸ້ນເອງ; 3.ໄດ້ຮັບສິດພິເສດອື່ນໆ.ການປ່ຽນແປງຫຼືແກ້ໄຂສິດພິເສດດັ່ງກ່າວຕ້ອງໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 4.ສາມາດຖອນຮຸ້ນໄດ້ເມື່ອບໍລິສັດຈໍາກັດຢູ່ໃນສະພາບມີກໍາໄລຫຼືສາມາດຊອກຫາຜູ້ຊື້ຮຸ້ນໃໝ່ໄດ້ພາຍຫຼັງບໍລິສັດຈໍາກັດປະຕິເສດການຊື້ຮຸ້ນນັ້ນແລ້ວເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີທີ່ບໍລິສັດຈໍາກັດຕົກລົງຊື່ຮຸ້ນດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ສີ່ຂອງມາດຕານີ້ລາຄາທີ່ຊື້ຕ້ອງແມ່ນລາຄາກໍານົດຫຼືລາຄາຕາມທີ່ໄດ້ຕົກລົງກັນ.

ຜູ້ຖືຮຸ້ນບູລິມະສິດບໍ່ມີສິດເລືອກຕັ້ງຜູ້ອໍານວຍການຂອງບໍລິສັດຈໍາກັດ. .....ມາດຕາ106:ການອອກໃບຮຸ້ນຂອງບໍລິສັດຈໍາກັດ

ມາດຕາ106:ການອອກໃບຮຸ້ນຂອງບໍລິສັດຈໍາກັດ ຜູ້ອໍານວຍການຂອງບໍລິສັດຈໍາກັດຕ້ອງອອກໃບຮຸ້ນໃຫ້ແກ້ຜູ້ຖືຮຸ້ນພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ບໍລິສັດໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.ໃບຮຸ້ນແຕ່ລະໃບຕ້ອງມີລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍຕາປະທັບຂອງບໍລິສັດຈໍາກັດ.

ໃບຮຸ້ນໜຶ່ງຕ້ອງມີມູນຄ່າຢ່າງໜ້ອຍເທົ່າກັບໜຶ່ງຮຸ້ນຫຼືຫຼາຍກວ່ານັ້ນ.

ໃບຮຸ້ນຂອງບໍລິສັດຈໍາກັດມີສອງປະເພດຄືໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນແລະໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ. .....ມາດຕາ107:ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ

ມາດຕາ107:ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນຕ້ອງມີເນື້ອໃນດັ່ງນີ້: 1.ເລກທີຂອງໃບຮຸ້ນ; 2.ຊື່ຂອງບໍລິສັດຈໍາກັດ; 3.ຊື່ຂອງຜູ້ຖືຮຸ້ນ; 4.ຈໍານວນຮຸ້ນທີ່ຜູ້ຖືຮຸ້ນຖືຢູ່; 5.ມູນຄ່າຂອງຮຸ້ນໜຶ່ງ; 6.ມູນຄ່າຮຸ້ນທີ່ຍັງຄ້າງມອບແລະກໍານົດເວລາມອບຖ້າບົ່ງໄດ້; 7.ລາຍເຊັນຂອງຜູ້ອໍານວຍການພ້ອມດ້ວຍຕາປະທັບ.

ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນອາດຈະມີຮຸ້ນທີ່ຍັງຄ້າງຊໍາລະຢູ່ກໍ່ໄດ້.ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນສາມາດປ່ຽນເປັນໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນໄດ້ເມື່ອຜູ້ຖືຮຸ້ນໄດ້ຊໍາລະຮຸ້ນເຕັມແລະຂຶ້ນທະບຽນລົບລ້າງໃບຮຸ້ນເກົ່າແລ້ວ.

ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດກໍານົດໃຫ້ຜູ້ອໍານວຍການຕ້ອງຖືຮຸ້ນໃດໜຶ່ງໃນບໍລິສັດຈໍາກັດຜູ້ອໍານວຍການມີສິດຖືແຕ່ສະເພາະໃບຮຸ້ນບົ່ງຊື່ເທົ່ານັ້ນ. .....ມາດຕາ108:ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ

ມາດຕາ108:ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນແມ່ນພາຫະນະປ່ຽນມືໄດ້ຊະນິດໜຶ່ງຈະອອກໄດ້ຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນໃບຮຸ້ນທີ່ໄດ້ຮັບການຊໍາລະໝົດແລ້ວ; 2.ໄດ້ກໍານົດກ່ຽວກັບສິດຂອງບໍລິສັດຈໍາກັດໃນການອອກໃບຮຸ້ນດັ່ງກ່າວໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນມີເນື້ອໃນຄ້າຍຄືກັນກັບເນື້ອໃນຂອງໃບຮຸ້ນບົ່ງຊື່ເວັ້ນເສຍແຕ່ເນື້ອໃນທີ່ກ່ຽວກັບຊື່ຂອງຜູ້ຖືຮຸ້ນແລະມູນຄ່າຮຸ້ນທີ່ຍັງຄ້າງມອບ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນສາມາດປ່ຽນເປັນໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນໄດ້ໂດຍລົບລ້າງໃບຮຸ້ນດັ່ງກ່າວແລະອອກໃບຮຸ້ນບົ່ງຊື່ແທນ. .....ມາດຕາ109:ການໂອນຮຸ້ນ

ມາດຕາ109:ການໂອນຮຸ້ນ ການໂອນຮຸ້ນບໍ່ບົ່ງຊື່ຂອງບໍລິສັດຈໍາກັດສາມາດປະຕິບັດໄດ້ໂດຍການມອບໃບຮຸ້ນໃຫ້ແກ່ກັນ.ການໂອນຮຸ້ນບົ່ງຊື່ຈະປະຕິບັດໄດ້ກໍ່ຕໍ່ເມື່ອ: 1.ສອດຄ່ອງກັບເນື້ອໃນກ່ຽວກັບຂໍ້ຈໍາກັດໃນການໂອນ.ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ບໍ່ຂັດກັບຂໍ້ຈໍາກັດກ່ຽວກັບການຫ້າມໂອນຮຸ້ນຕາມກົດໝາຍ; 3.ໄດ້ຮັບການໂອນຮຸ້ນຕາມກົດໝາຍ; 4.ໄດ້ເຮັດເປັນລາຍລັກອັກສອນຊຶ່ງຕ້ອງມີຊື່ແລະລາຍເຊັນຂອງຜູ້ໂອນແລະຜູ້ຮັບໂອນພ້ອມດ້ວຍຊື່ແລະລາຍເຊັນຂອງພະຍານຂອງຜູ້ໂອນແລະຜູ້ຮັບໂອນຢ່າງໜ້ອຍຝ່າຍລະໜຶ່ງຄົນແລະມີເລກທີຂອງໃບຮຸ້ນທີ່ໂອນດ້ວຍ; 5.ໄດ້ຂຶ້ນທະບຽນການໂອນ.ຖ້າຫາກຈະໂອນຮຸ້ນໃຫ້ບຸກຄົນພາຍນອກຕ້ອງສະເໜີຂາຍໃຫ້ຜູ້ຖືຮຸ້ນຄົນອື່ນຂອງບໍລິສັດເສຍກ່ອນແລະຕ້ອງໄດ້ຂຶ້ນທະບຽນການໂອນພ້ອມທັງຕ້ອງບົ່ງຊື່ແລະທີ່ຢູ່ຂອງຜູ້ຮັບໂອນລົງໃນທະບຽນການໂອນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດສາມາດປະຕິເສດການຂຶ້ນທະບຽນໂອນຮຸ້ນບົ່ງຊື່ໄດ້ຖ້າຮຸ້ນດັ່ງກ່າວຍັງບໍ່ທັນໄດ້ຖອກເຕັມ.

ໃນກໍລະນີທີ່ບໍລິສັດຈໍາກັດໄດ້ຂຶ້ນທະບຽນການໂອນຮຸ້ນຕາມທີ່ໄດ້ບົ່ງໄວ້ໃນວັກສາມເທິງນີ້,ຜູ້ໂອນຍັງຕ້ອງຮັບຜິດຊອບຕໍ່ເຈົ້າໜີ້ສ່ວນທີ່ຕົນຍັງຄ້າງຊໍາລະໃນຮຸ້ນທີ່ໂອນຢູ່ນັ້ນ. .....ມາດຕາ110:ການໂອນຮຸ້ນຕາມກົດໝາຍ

ມາດຕາ110:ການໂອນຮຸ້ນຕາມກົດໝາຍ ການໂອນຮຸ້ນຕາມກົດໝາຍແມ່ນການໂອນຮຸ້ນຊຶ່ງມີສາເຫດມາຈາກການໂອນຮຸ້ນຕາມວັກສອງມາດຕາໜຶ່ງຮ້ອຍສສາມແລະວັກສາມມາດຕາໜຶ່ງຮ້ອຍສິບສາມຂອງກົດໝາຍສະບັບນີ້ຫຼືມີສາເຫດມາຈາກການເສຍຊີວິດ,ການລົ້ມລິລາຍຫຼືກໍລະນີອື່ນຂອງຜູ້ຖືຮຸ້ນ.

ຜູ້ທີ່ໄດ້ຮັບການໂອນຮຸ້ນຕາມກົດໝາຍຕ້ອງສະແດງຫຼັກຖານຢ່າງຄົບຖ້ວນແລະຖືກຕ້ອງກ່ຽວກັບການໄດ້ມາຂອງການໂອນຮຸ້ນດັ່ງກ່າວພ້ອມດ້ວຍໃບຮຸ້ນແຈ້ງຕໍ່ບໍລິສັດຈໍາກັດທີ່ກ່ຽວຂ້ອງເພື່ອອອກໃບຮຸ້ນແລະຂຶ້ນທະບຽນເປັນຜູ້ຖືຮຸ້ນໃໝ່ຂອງບໍລິສັດຈໍາກັດ. .....ມາດຕາ111:ຂໍ້ຈໍາກັດໃນການໂອນຮຸ້ນຕາມກົດໝາຍ

ມາດຕາ111:ຂໍ້ຈໍາກັດໃນການໂອນຮຸ້ນຕາມກົດໝາຍ ການໂອນຮຸ້ນຕາມກົດໝາຍມີຂໍ້ຈໍາກັດດັ່ງນີ້: 1.ຂໍ້ຈໍາກັດຕາມທີ່ໄດ້ກໍານົດໄວ້ໃນວັກສາມມາດຕາ103ຂອງກົດໝາຍສະບັບນີ້; 2.ຂໍ້ຈໍາກັດການໂອນຮຸ້ນຕາມກົດໝາຍອື່ນເຊັ່ນຂໍ້ຈໍາກັດໃນການຖືຮຸ້ນຂອງຄົນຕ່າງປະເທດ,ຊາວຕ່າງດ້າວຫຼືຄົນບໍ່ມີສັນຊາດໃນທຸລະກິດປະເພດໃດໜຶ່ງຖ້າມີ; 3.ການໂອນຮຸ້ນໃນໄລຍະຄວບຄຸມຊັບສິນ; 4.ການໂອນຮຸ້ນໃນໄລຍະປິດປຶ້ມບັນຊີທະບຽນຜູ້ຖືຮຸ້ນຖ້າໄດ້ຕົກລົງຫຼືໄດ້ບົ່ງໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາ112:ປຶ້ມບັນຊີທິບຽນຜູ້ຖືຮຸ້ນ

ມາດຕາ112:ປຶ້ມບັນຊີທິບຽນຜູ້ຖືຮຸ້ນ ປຶ້ມບັນຊີທະບຽນຜູ້ຖືຮຸ້ນປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຖືຮຸ້ນ; 2.ຈໍານວນຮຸ້ນ,ມູນຄ່າຮຸ້ນ,ເລກທີຂອງໃບຮຸ້ນໂດຍແຍກຕາມປະເພດຮຸ້ນບົ່ງຊື່ແລະບໍ່ບົ່ງຊື່; 3.ມູນຄ່າທີ່ຍັງຄ້າງຊໍາລະສໍາລັບຮຸ້ນບົ່ງຊື່; 4.ວັນ,ເດືອນ,ປີຂຶ້ນທະບຽນເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດ; 5.ວັນ,ເດືອນ,ປີທີ່ຖືກລົບລ້າງອອກຈາກການເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດ.

ປຶ້ມບັນຊີທະບຽນຜູ້ຖືຮຸ້ນຕ້ອງເກັບມ້ຽນໄວ້ໃນສໍານັກງານຂອງບໍລິສັດຈໍາກັດເພື່ອໃຫ້ຜູ້ຖືຮຸ້ນສາມາດກວດເບິ່ງໄດ້ຕາມເວລາທີ່ຕົກລົງກັນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດຕ້ອງສົ່ງສໍາເນົາປຶ້ມບັນຊີຜູ້ຖືຮຸ້ນທຸກຄັ້ງທີ່ມີການປ່ຽນແປງຫຼືຢ່າງໜ້ອຍປິລະຄັ້ງຖ້າບໍ່ມີການປ່ຽນແປງໃດໆ.ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບຢ່າງຊ້າບໍ່ໃຫ້ເກີນວັນທີຊາວຫ້າທັນວາຂອງແຕ່ລະປີ. .....ມາດຕາ113:ການໂອນຮຸ້ນທີ່ເປັນໂມຄະ

ມາດຕາ113:ການໂອນຮຸ້ນທີ່ເປັນໂມຄະ ການໂອນຮຸ້ນບົ່ງຊື່ອາດຈະເປັນໂມຄະເມື່ອມີການລະເມີດເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາໜຶ່ງຮ້ອຍເກົ້າຂອງກົດໝາຍສະບັບນີ້.

ການໂອນຮຸ້ນທີ່ເປັນໂມຄະຈະເຮັດໃຫ້ຜູ້ຮັບໂອນຍັງບໍ່ທັນເປັນຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ໂອນນັ້ນເທື່ອຈົນກວ່າໄດ້ແກ້ໄຂໃຫ້ຖືກຕ້ອງເສຍກ່ອນ.ໃນກໍລະນີນີ້ຜູ້ໂອນຮຸ້ນຍັງເປັນເຈົ້າກໍາມະສິດໃນຮຸ້ນທີ່ໂອນນັ້ນຢູ່.

ຜູ້ຮັບໂອນທີ່ໄດ້ຄອບຄອງຮຸ້ນດ້ວຍຄວາມບໍລິສຸດໃຈເກີນກວ່າສອງປີໂດຍບໍ່ມີໃຜທັກທ້ວງຫຼືຄັດຄ້ານຜູ້ກ່ຽວມີສິດເປັນເຈົ້າຂອງຮຸ້ນດັ່ງກ່າວຢ່າງຖືກຕ້ອງ. .....ມາດຕາ114:ຄວາມຮັບຜິດຊອບຂອງຜູ້ໂອນແລະຜູ້ຮັບໂອນ

ມາດຕາ114:ຄວາມຮັບຜິດຊອບຂອງຜູ້ໂອນແລະຜູ້ຮັບໂອນ ຜູ້ໂອນຮຸ້ນຈະຮັບຜິດຊອບຕໍ່ເຈົ້າໜີ້ໃນຈໍານວນເງິນຂອງຮຸ້ນທີ່ໂອນຊຶ່ງຍັງຄ້າງຊໍາລະໃນກໍລະນີ: 1.ຕາມທີ່ໄດ້ກໍານົດໄວ້ໃນວັກສີ່ມາດຕາໜຶ່ງຮ້ອຍເກົ້າຂອງກົດໝາຍສະບັບນີ້; 2.ຮຸ້ນທີ່ໂອນຖືກຮຽກໃຫ້ຊໍາລະ; 3.ຜູ້ຮັບໂອນຮຸ້ນບໍ່ສາມາດຊໍາລະຮຸ້ນທີ່ຍັງຖອກບໍ່ເຕັມ.

ຄວາມຮັບຜິດຊອບຂອງຜູ້ໂອນຮຸ້ນເປັນຄວາມຮັບຜິດຊອບຕໍ່ເຈົ້າໜີ້ແລະຈະສິ້ນສຸດລົງພາຍຫຼັງໜຶ່ງປີນັບແຕ່ວັນທີ່ໄດ້ຂຶ້ນທະບຽນການໂອນເປັນຕົ້ນໄປ.ບໍລິສັດຈໍາກັດບໍ່ສາມາດຮ້ອງຟ້ອງຜູ້ໂອນຮຸ້ນໄດ້.

ຜູ້ຮັບໂອນໄດ້ຮັບສິດ,ໜ້າທີ່ແລະພັນທະທັງໝົດທີ່ມາພ້ອມກັບການໂອນຮຸ້ນ. ....ຄ.ການເພີ່ມຫຼືຫຼຸດທຶນຂອງບໍລິສັດຈໍາກັດ


.....ມາດຕາ115:ການເພີ່ມທຶນ

ມາດຕາ115:ການເພີ່ມທຶນ ບໍລິສັດຈໍາກັດສາມາດເພີ່ມທຶນຈົດທະບຽນຂອງຕົນຂຶ້ນໄດ້ໂດຍການເພີ່ມຈໍານວນຮຸ້ນຂຶ້ນຫຼືເພີ່ມມູນຄ່າແຕ່ລະຮຸ້ນຂຶ້ນ.

ການເພີ່ມທຶນຈົດທະບຽນຕ້ອງໄດ້ຮັບຄວາມເຫັນດີດ້ວຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້. .....ມາດຕາ116:ການສະເໜີຂາຍຮຸ້ນເພີ່ມ

ມາດຕາ116:ການສະເໜີຂາຍຮຸ້ນເພີ່ມ ການສະເໜີຂາຍຮຸ້ນເພີ່ມໃຫ້ສະເໜີຂາຍຕາມລໍາດັບບູລິມະສິດດັ່ງນີ້: 1.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະຄົນຖືໂດຍໃຫ້ເຮັດເປັນລາຍລັກອັກສອນແຈ້ງໃຫ້ແຕ່ລະຄົນຊາບພ້ອມທັງແຈ້ງກໍານົດເວລາໃນການໃຫ້ຄໍາຕອບ.ຜູ້ທີ່ບໍ່ຕອບຫຼືຕອບຊ້າກວ່າກໍານົດໃຫ້ຖືວ່າຜູ້ກ່ຽວສະຫຼະສິດ. 2.ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ສົນໃນຊື້ພາຍຫຼັງກໍານົດເວລາທີ່ກໍານົດໄວ້ສິ້ນສຸດລົງຫຼືຜູ້ຖືຮຸ້ນຕອບປະຕິເສດຊື້ຮຸ້ນຕາມອັດຕາສ່ວນຂອງຕົນ. 3.ຮຸ້ນທີ່ຍັງເຫຼືອຈາກການສະເໜີຂາຍຕາມຂໍ້ສອງຂອງມາດຕານີ້ຜູ້ອໍານວຍການມີສິດຊື້ເອົາໄດ້; 4.ສະເໜີຂາຍໃຫ້ບຸກຄົນພາຍນອກ.ວິທີການແລະຂັ້ນຕອນຂອງການໂອນໃຫ້ປະຕິບັດຕາມກົດລະບຽບຂອງບໍລິສັດຈໍາກັດ. ສໍາລັບຜູ້ຈອງຮຸ້ນທີ່ບໍ່ຊໍາລະຮຸ້ນເພີ່ມຕາມກໍານົດເວລາໃຫ້ປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມຂອງກົດໝາຍສະບັບນີ້. .....ມາດຕາ117:ການຫຼຸດທຶນ

ມາດຕາ117:ການຫຼຸດທຶນ ການຫຼຸດທຶນຈົດທະບຽນຂອງບໍລິສັດຈໍາກັດສາມາດປະຕິບັດໄດ້ໂດຍການລຸດມູນຄ່າແຕ່ລະຮຸ້ນຫຼືການຫຼຸດຈໍານວນຮຸ້ນລົງ.ການຫຼຸດທຶນຈົດທະບຽນຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: 1.ມູນຄ່າຮຸ້ນທີ່ຍັງເຫຼືອຈາກການຫຼຸດລົງຕ້ອງບໍ່ໃຫ້ຕໍ່າກວ່າສອງພັນກີບ. 2.ທຶນທີ່ຍັງເຫຼືອຈາກການຫຼຸດລົງຕ້ອງບໍ່ໃຫ້ຕໍ່າກວ່າເຄິ່ງໜຶ່ງຂອງທຶນຈົດທະບຽນແລະຕ້ອງບໍ່ຕໍ່າກວ່າທຶນທີ່ຂະແໜງການກ່ຽວຂ້ອງກໍານົດໄວ້ຕາມທີ່ໄດ້ບົ່ງໄວ້ໃນວັກສາມມາດຕາຊາວຫ້າຂອງກົດໝາຍສະບັບນີ້. 3.ການຫຼຸດທຶນຈົດທະບຽນລົງຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ມີມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້; 4.ເຈົ້າໜີ້ຂອງບໍລິສັດຈໍາກັດບໍ່ຄັດຄ້ານການຫຼຸດທຶນຈົດທະບຽນດັ່ງກ່າວ. .....ມາດຕາ118:ການແຈ້ງໃຫ້ເຈົ້າໜີ້

ມາດຕາ118:ການແຈ້ງໃຫ້ເຈົ້າໜີ້ ການແຈ້ງໃຫ້ເຈົ້າໜີ້ຂອງບໍລິສັດຈໍາກັດສະແດງການຄັດຄ້ານຕ້ອງປະຕິບັດດັ່ງນີ້: 1.ແຈ້ງເປັນລາຍລັກອັກສອນຕໍ່ເຈົ້າໜີ້ຂອງບໍລິສັດຈໍາກັດທຸກຄົນພ້ອມທັງແຈ້ງເຫດຜົນຂອງການຫຼຸດທຶນລົງ,ມູນຄ່າຮຸ້ນຫຼືຈໍານວນຮຸ້ນທີ່ຫຼຸດລົງ.ກໍານົດເວລາໃຫ້ສົ່ງຄໍາຕອບຄັດຄ້ານຕ້ອງບໍ່ໃຫ້ຕໍ່າກວ່າສອງເດືອນນັບແຕ່ວັນໄດ້ຮັບແຈ້ງເປັນຕົ້ນໄປ.ເຈົ້າໜີ້ທີ່ບໍ່ຕອບພາຍໃນກໍານົດເວລາດັ່ງກ່າວຖືວ່າບໍ່ໄດ້ຄັດຄ້ານ; 2.ແຈ້ງຜ່ານສື່ມວນຊົນຢ່າງໜ້ອຍສິບຄັ້ງໂດຍແຈ້ງກໍານົດເວລາໃຫ້ຄໍາຕອບແລະແຈ້ງເນື້ອໃນຕ່າງໆດັ່ງທີ່ໄດ້ບົ່ງໄວ້ໃນຂໍ້ໜຶ່ງຂອງມາດຕານີ້. .....ມາດຕາ119:ການຄັດຄ້ານແລະຄວາມຮັບຜິດຊອບຂອງການແຈ້ງ

ມາດຕາ119:ການຄັດຄ້ານແລະຄວາມຮັບຜິດຊອບຂອງການແຈ້ງ ການຄັດຄ້ານຂອງເຈົ້າໜ້າທີ່ໃດໜຶ່ງຈະເຮັດໃຫ້ບໍລິສັດຈໍາກັດບໍ່ສາມາດຫຼຸດທຶນຂອງຕົນລົງໄດ້ເວັ້ນເສຍແຕ່ໄດ້ຊໍາລະໜີ້ໃຫ້ຜູ້ກ່ຽວຄົບຖ້ວນກ່ອນເທົ່ານັ້ນ.

ເຈົ້າໜີ້ໃດໜຶ່ງທີ່ບໍ່ໄດ້ຮັບແຈ້ງກ່ຽວກັບການຫຼຸດທຶນລົງເນື່ອງຈາກຂໍ້ບົກຜ່ອງຂອງບໍລິສັດຈໍາກັດນັ້ນບໍລິສັດຈໍາກັດຕ້ອງຊໍາລະໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວພາຍໃນກໍານົດເວລາບໍ່ເກີນໜຶ່ງປີນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ລົງມະຕິຮັບຮອງໃຫ້ບໍລິສັດຈໍາກັດຫຼຸດທຶນຂອງຕົນເປັນຕົ້ນໄປ.

ໃນກໍລະນີທີ່ເປັນຂໍ້ບົກພ່ອງຂອງເຈົ້າໜີ້ເອງກໍ່ໃຫ້ຖືວ່າເຈົ້າໜີ້ນັ້ນບໍ່ໄດ້ຄັດຄ້ານ. .....ມາດຕາ120:ການຂຶ້ນທະບຽນການເພີ່ມຫຼືຫຼຸດທຶນ

ມາດຕາ120:ການຂຶ້ນທະບຽນການເພີ່ມຫຼືຫຼຸດທຶນ ບໍລິສັດຈໍາກັດທີ່ມີການເພີ່ມຫຼືຫຼຸດທຶນຕາມທີ່ໄດ້ກໍານົດໄວ້ໃນຂໍ້ຄ.ນີ້ຕ້ອງຂຶ້ນທະບຽນກ່ຽວກັບການປ່ຽນແປງທຶນດັ່ງກ່າວຈໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງດັ່ງນີ້: 1.ໃນກໍລະນີທີ່ຂຶ້ນທິບຽນເນື່ອງຈາກການເພີ່ມທຶນຂຶ້ນຕ້ອງປະຕິບັດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ໄດ້ກໍານົດໃຫ້ຊໍາລະຮຸ້ນທີ່ຈອງເປັນຕົ້ນໄປ. 2.ໃນກໍລະນີທີ່ຂຶ້ນທະບຽນເນື່ອງຈາກການຫຼຸດທຶນລົງຕ້ອງປະຕິບັດພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ບໍ່ມີການຄັດຄ້ານຫຼືນັບແຕ່ວັນທີ່ໄດ້ຊໍາລະໜີ້ໃຫ້ເຈົ້າໜີ້ທີ່ຄັດຄ້ານແລ້ວເປັນຕົ້ນໄປ.

ພາຍຫຼັງການຂຶ້ນທະບຽນເພີ່ມຫຼືຫຼຸດທຶນແລ້ວບໍລິສັດຈໍາກັດຕ້ອງແຈ້ງທາງສື່ມວນຊົນໃຫ້ສາທາລະນະຊາບຢ່າງໜ້ອຍໜຶ່ງຄັ້ງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຂຶ້ນທະບຽນປ່ຽນແປງທຶນເປັນຕົ້ນໄປ.

ເອກະສານທີ່ຍື່ນຂໍໃຫ້ປ່ຽນແປງທຶນໃໝ່ຕ້ອງປະກອບດ້ວຍບັນຊີລາຍຊື່ຜູ້ຖືຮຸ້ນທີ່ເພີ່ມຫຼືຫຼຸດທຶນຂອງບໍລິສັດຈໍາກັດ,ສັນຊາ,ທີ່ຢູ່,ເລກທີໃບຮຸ້ນແລະຈໍານວນຮຸ້ນທີ່ຖື. ....ງ.ຜູ້ອໍານວຍການແລະສະພາບໍລິຫານບໍລິສັດຈໍາກັດ


.....ມາດຕາ121(ປັບປຸງ):ຜູ້ອໍານວຍການ

ມາດຕາ121(ປັບປຸງ):ຜູ້ອໍານວຍການ ຜູ້ອໍານວຍການແມ່ນຕົວແທນຂອງບໍລິສັດຈໍາກັດ.ສາຍພົວພັນລະຫວ່າງຜູ້ອໍານວຍການ,ບໍລິສັດຈໍາກັດແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ຜູ້ອໍານວຍການຂອງບໍລິສັດຈໍາກັດບໍ່ມີເງິນເດືອນແຕ່ໄດ້ຮັບເບ້ຍປະຈໍາປີແລະເບ້ຍປະຊຸມແຕ່ລະຄັ້ງໃນອັດຕາຫຼືຈໍານວນທີ່ໄດ້ຕົກລົງໃນກອງປະຊຸມຜູ້ຖືຮຸ້ນເວັ້ນເສຍແຕ່ຜູ້ອໍານວຍການທີ່ມາຈາກບຸກຄົນພາຍນອກຫຼືໄດ້ຕົກລົງກັນໄວ້ຢ່າງອື່ນ.

ຜູ້ອໍານວຍການອາດຈະແມ່ນຜູ້ຖືຮຸ້ນຫຼືບໍ່ກໍ່ໄດ້ເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ.

ທຸກການເຄື່ອນໄຫວວຽກງານຂອງຜູ້ອໍານວຍການຕ້ອງນອນຢູ່ໃນຂອບເຂດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງກອງປະຊຸມຜູ້ຖືຮຸ້ນທັງໝົດ.

ບໍລິສັດຈໍາກັດໜຶ່ງອາດຈະມີຜູ້ອໍານວຍການຫຼາຍຄົນຂຶ້ນກັບຄວາມຮຽກຮ້ອງຕ້ອງການວຽກງານຂອງບໍລິສັດຈໍາກັດນັ້ນ.

ບໍລິສັດຈໍາກັດທີ່ມີຜູ້ອໍານວຍການຫຼາຍຄົນແຕ່ຕົກລົງໃຫ້ຜູ້ອໍານວຍການໃດໜຶ່ງມີອໍານາດໃນການເຮັດສັນຍາໃນນາມບໍລິສັດຈໍາກັດແຕ່ພຽງຜູ້ດຽວກັບບຸກຄົນພາຍນອກ.ຜູ້ອໍານວຍການດັ່ງກ່າວເອີ້ນວ່າ"ຜູ້ອໍານວຍການໃຫຍ່".

ໃນກໍລະນີທີ່ປະທານສະພາບໍລິຫານຖືກເລືອກໃຫ້ເປັນທັງຜູ້ອໍານວຍການໃຫຍ່ໃຫ້ເອີ້ນວ່າ"ປະທານອໍານວຍການ". .....ມາດຕາ122:ເງື່ອນໄຂຂອງຜູ້ອໍານວຍການ

ມາດຕາ122:ເງື່ອນໄຂຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດຈໍາກັດມີເງື່ອນໄຂດັ່ງນີ້: 1.ບໍ່ແມ່ນນິຕິບຸກຄົນ; 2.ເປັນຜູ້ທີ່ມີຄວາມສາມາດທາງດ້ານການປະພຶດ; 3.ບໍ່ແມ່ນບຸກຄົນທີລົ້ມລະລາຍຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດໍາເນີນທຸລະກິດ; 4.ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງຫຼືຍັກຍອກຊັບ. .....ມາດຕາ123(ປັບປຸງ):ການເລື່ອກຕັ້ງຫຼືການປົດຕໍາແໜ່ງຜູ້ອໍານວຍການ

ມາດຕາ123(ປັບປຸງ):ການເລື່ອກຕັ້ງຫຼືການປົດຕໍາແໜ່ງຜູ້ອໍານວຍການ ຜູ້ອໍານວຍການຖືກເລືອກຕັ້ງຕາມກໍລະນີດັ່ງນີ້: 1.ຜູ້ອໍານວຍການຊຸດທໍາອິດຖືກເລືອກຕັ້ງໂດຍກອງປະຊຸມສ້າງຕັ້ງບໍລິສັດຈໍາກັດ; 2.ຜູ້ອໍານວຍການຊຸດຕໍ່ມາຖືກເລືອກຕັ້ງໂດຍກອງປະຊຸມຜູ້ຖືຮຸ້ນ; 3.ຕໍາແໜ່ງຜູ້ອໍານວຍການທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຂອງຜູ້ຖືຮຸ້ນແມ່ນແຕ່ງຕັ້ງໂດຍກອງປະຊຸມຂອງສະພາບໍລິຫານ.ໃນກໍລະນີທີ່ບໍລິສັດຈໍາກັດບໍ່ມີສະພາບໍລິຫານນັ້ນຕ້ອງກໍານົດການແຕ່ງຕັ້ງຜູ້ອໍານວຍການດັ່ງກ່າວໄວ້ໃນກົດລະບຽບ.

ຜູ້ອໍານວຍການບໍລິສັດຈໍາກັດຖືກປົດຕໍາແໜ່ງໂດຍກອງປະຊຸມຜູ້ຖືຮຸ້ນບໍ່ວ່າຜູ້ອໍານວຍການຈະໄດ້ຮັບການເລືອກຕັ້ງມາດ້ວຍວິທີໃດກໍ່ຕາມ.

ການປົດຕໍາແໜ່ງຜູ້ອໍານວຍການອາດຈະປະຕິບັດໃນເວລາໃດກໍ່ໄດ້ເມື່ອມີເຫດຜົນພຽງພໍຫຼືການຂາດຄວາມໄວ້ວາງໃຈ.

ຜູ້ຖືຮຸ້ນຫຼືສະພາບໍລິຫານຂອງບໍລິສັດຈໍາກັດບໍ່ມີສິດຮ້ອງຟ້ອງເພື່ອໃຫ້ສານແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການໄດ້ເວັ້ນເສຍແຕ່ກໍລະນີທີ່ມີການລະເມີດຂັ້ນຕອນການເລືອກຕັ້ງຫຼືປົດຕໍາແໜ່ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາ124:ວິທີການລົງຄະແນນສຽງເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການ

ມາດຕາ124:ວິທີການລົງຄະແນນສຽງເລືອກຕັ້ງຫຼືປົດຕໍາແໜ່ງຜູ້ອໍານວຍການ ການລົງຄະແນນເລືອກຕັ້ງຫຼືຜົດຕໍາແໜ່ງຜູ້ອໍານວຍການສາມາດປະຕິບັດໄດ້ສອງວິທີຄືການລົງຄະແນນສຽງແບບສະສົມຄະແນນແລະການລົງຄະແນນສຽງແບບປົກກະຕິ.

ການລົງຄະແນນສຽງແບບສະສົມຄະແນນໝາຍເຖິງການອະນຸຍາດໃຫ້ຜູ້ຖືຮຸ້ນແຕ່ລະຄົນຄູນນໍານວນຮຸ້ນຂອງຕົນກັບຈໍານວນຜູ້ອໍານວຍການທີ່ຈະເລືອກຕັ້ງເອົາແລ້ວເລືອກລົງຄະແນນໃຫ້ຜູ້ຮັບສະໝັກໃດໜຶ່ງຫຼືຈໍານວນໜຶ່ງທີ່ຕົນເລືອກ.ການນັບຄະແນນແມ່ນໃຫ້ຖືໜຶ່ງຮຸ້ນເທົ່າກັບໜຶ່ງສຽງ.ຜູ້ຮັບສະໝັກທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ແມ່ນຜູ້ທີ່ໄດ້ຮັບການເລືອກຕັ້ງເປັນຜູ້ອໍານວຍການ.

ການປົດຕໍາແໜ່ງຜູ້ອໍານວຍການທີ່ໄດ້ມາຈາກການເລືອກຕັ້ງແບບສະສົມຄະແນນຈະປະຕິບັດໄດ້ກໍ່ຕໍ່ເມື່ອມີສຽງຄັດຄ້ານຢ່າງໜ້ອຍເທົ່າກັບຈໍານວນສຽງທີ່ເລືອກເອົາຜູ້ອໍານວຍການດັ່ງກ່າວ.

ການລົງຄະແນນສຽງແບບປົກກະຕິແມ່ນການລົງຄະແນນສຽງເພື່ອເລືອກເອົາຜູ້ອໍານວຍການພຽງຄົນດຽວໂດຍການນັບຄະແນນສຽງໜຶ່ງຮຸ້ນຕໍ່ໜຶ່ງສຽງ.

ຜູ້ທີ່ໄດ້ຮັບການເລືອກຕັ້ງຕາມວັກສີ່ຂອງມາດຕານີ້ແມ່ນຜູ້ທີ່ມີຄະແນນເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ຖືຮຸ້ນແລະຜູ້ຕາງໜ້າຜູ້ຖືຮຸ້ນທີ່ເຂົ້າຮ່ວມກອງປະຊຸມ.ການປົດຕໍາແໜ່ງຜູ້ອໍານວຍການໃນກໍລະນີນີ້ແມ່ນປະຕິບັດຄຶກັນກັກບການເລືອກຕັ້ງເອົາຜູ້ອໍານວຍການນັ້ນ. .....ມາດຕາ125:ຈໍານວນແລະອາຍຸການຂອງຜູ້ອໍານວຍການ

ມາດຕາ125:ຈໍານວນແລະອາຍຸການຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດຈໍາກັດສາມາດມີຈໍານວນໜຶ່ງຄົນຫຼືຫຼາຍຄົນແຕ່ຕ້ອງກໍານົດໄວ້ໃນກົດລະບຽບຫຼືຕົກລົງກັນໃນກອງປະຊຸມຜູ້ຖືຮຸ້ນ.

ຜູ້ອໍານວຍການຂອງບໍລິສັດຈໍາກັດມີອາຍຸການສອງປີແລະສາມາດເລືອກຕັ້ງຄືນໃໝ່ໄດ້.

ອາຍຸການຂອງຜູ້ອໍານວຍການທີ່ໄດ້ຮັບການເລືອກຕັ້ງແທນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມມາດຕາໜຶ່ງຮ້ອຍຊາວສາມຂອງກົດໝາຍສະບັບນີ້ແມ່ນເທົ່າກັບອາຍຸການທີ່ຍັງເຫຼືອຂອງຜູ້ອໍານວຍການທີ່ອອກໄປແລ້ວນັ້ນ. .....ມາດຕາ126:ຄວາມຮັບຜິດຊອບຂອງຜູ້ອໍານວຍການ

ມາດຕາ126:ຄວາມຮັບຜິດຊອບຂອງຜູ້ອໍານວຍການ ຜູ້ອໍານວຍການຕ້ອງຮັບຜິດຊອບຕໍ່ການກະທໍາດັ່ງນີ້: 1.ການລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈໍາກັດຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ການລະເມີດກົດລະບຽບຂອງບໍລິສັດຈໍາກັດ; 3.ການປະຕິບັດສິດແລະໜ້າທີ່ເກີນຂອບເຂດທີ່ໄດ້ຮັບມອບໝາຍ; 4.ການບໍ່ປະຕິບັດສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍ.

ຜູ້ອໍານວຍການໃດໜຶ່ງຈະພົ້ນຈາກຄວາມຮັບຜິດຊອບໄດ້ກໍ່ຕໍ່ເມື່ອສາມາດພິສູດໄດ້ວ່າຕົນບໍ່ມີສ່ວນກ່ຽວຂ້ອງກັບການລະເມີດຫຼືເຄີຍໄດ້ຄັດຄ້ານການລົງມະຕິກ່ຽວກັບການກະທໍາດັ່ງກ່າວຊຶ່ງສະແດງອອກໃນບົດບັນທຶກກອງປະຊຸມ.

ຜູ້ຖືຮຸ້ນໃດໜຶ່ງຕ້ອງສົ່ງເງິນຄືນໃຫ້ບໍລິສັດຈໍາກັດໃນສ່ວນທີ່ຜູ້ອໍານວຍການໄດ້ຈ່າຍໃຫ້ຕົນໂດຍລະເມີດກົດລະບຽບຂອງບໍລິສັດຈໍາກັດ.

ຄວາມຮັບຜິດຊອບທາງແພ່ງຂອງຜູ້ອໍານວຍການຕໍ່ບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. .....ມາດຕາ127:ຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ອໍານວຍການ

ມາດຕາ127:ຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ອໍານວຍການ ບໍລິສັດຈໍາກັດຕ້ອງຮັບຜິດຊອບການລະເມີດຂອງຜູ້ອໍານວຍການຕໍ່ບຸກຄົນພາຍນອກເມື່ອກອງປະຊຸມຜູ້ຖືຮຸ້ນໄດ້ລົງມະຕິຮັບຮອງການກະທໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຫາຂໍ້ສີ່ມາດຕາໜຶ່ງຮ້ອຍຊາວຫົກຂອງກົດໝາຍສະບັບນີ້.

ການລະເມີດຂອບເຂດສິດ,ໜ້າທີ່ທີ່ໄດ້ຮັບມອບໝາຍຂອງຜູ້ອໍານວຍການ,ພະນັກງານຫຼືກໍາມະກອນແຕ່ບໍ່ໄດ້ລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈໍາກັດນັ້ນບໍລິສັດຈໍາກັດຕ້ອງຮັບຜິດຊອບພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດໃນກໍລະນີນີ້ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາ128:ມາດຕະການຕໍ່ການລະເມີດຂອງຜູ້ອໍານວຍການ

ມາດຕາ128:ມາດຕະການຕໍ່ການລະເມີດຂອງຜູ້ອໍານວຍການ ບໍລິສັດຈໍາກັດຕ້ອງມີມາດຕະການຕໍ່ຜູ້ອໍານວຍການທີ່ມີການລະເມີດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຊາວຫົກຂອງກົດໝາຍສະບັບນີ້.ມາດຕະການຕໍ່ຜູ້ອໍານວຍການແມ່ນໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ໃນກໍລະນີທີ່ບໍລິສັດຈໍາກັດບໍ່ດໍາເນີນມາດຕະການຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ຜູ້ຖືຮຸ້ນໜຶ່ງຄົນຫຼືຫຼາຍຄົນຊຶ່ງມີຮຸ້ນລວມກັນແຕ່ສີ່ສ່ວນຮ້ອຍຂອງຮຸ້ນທັງໝົດຂອງບໍລິສັດຈໍາກັດທີ່ໄດ້ຖອກແລ້ວສາມາດເຮັດໜັງສືແຈ້ງໃຫ້ບໍລິສັດຈໍາກັດດໍາເນີນການປັບໃໝຫຼືຢຸດຕິການກະທໍາ.

ການບໍ່ດໍາເນີນການຫຼືການດໍາເນີນການທີ່ບໍ່ເໝາະສົມຂອງບໍລິສັດຈໍາກັດຕໍ່ຜູ້ອໍານວຍການທີ່ລະເມີດນັ້ນຜູ້ຖືຮຸ້ນດັ່ງກ່າວມີສິດຮ້ອງຟ້ອງເພື່ອໃຫ້ສານຕັດສິນປັບໃໝຫຼືອອກຄໍາສັ່ງຢຸດຕິການກະທໍາຂອງຜູ້ອໍານວຍການທີ່ກ່ຽວຂ້ອງແທນບໍລິສັດຈໍາກັດກໍ່ໄດ້. .....ມາດຕາ129:ການປະຕິບັດໜ້າທີ່ຂອງຜູ້ອໍານວຍການໃນນາມບໍລິສັດຈໍາກັດ

ມາດຕາ129:ການປະຕິບັດໜ້າທີ່ຂອງຜູ້ອໍານວຍການໃນນາມບໍລິສັດຈໍາກັດ ການປະຕິບັດໜ້າທີ່ຂອງຜູ້ອໍານວຍການມີສອງລັກສະນະຄືການປະຕິບັດໜ້າທີ່ໃນນາມຕົວແທນຂອງບໍລິສັດຈໍາກັດແລະການປະຕິບັດໜ້າທີ່ສະເພາະ.

ການປະຕິບັດໜ້າທີ່ໃນນາມຕົວແທນຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.ຂໍ້ກໍານົດນີ້ໃຫ້ນໍາໃຊ້ລວມໄປເຖິງພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດອີກດ້ວຍ.

ການປະຕິບັດໜ້າທີ່ສະເພາະຂອງຜູ້ອໍານວຍການມີດັ່ງນີ້: 1.ບໍລິຫານກິດຈະການຂອງບໍລິສັດຈໍາກັດໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນສັນຍາສ້າງຕັ້ງບໍລິສັດຈໍາກັດ,ກົດລະບຽບຂອງບໍລິສັດຈໍາກັດແລະມະຕິກອງປະຊຸມຂອງຜູ້ຖືຮຸ້ນ; 2.ຮຽກເກັບຮຸ້ນໃຫ້ໄດ້ຕາມຈໍານວນແລະເວລາທີ່ກໍານົດໄວ້; 3.ຄຸ້ມຄອງແລະນໍາໃຊ້ທຶນຂອງບໍລິສັດຈໍາກັດຕາມວັດຖະປະສົງແລະເປົ້າໝາຍທີ່ວາງໄວ້; 4.ຈັດວາງລະບົບບັນຊີປົກປັກຮັກສາແລະເກັບມ້ຽນເອກະສານທັງໝົດຂອງບໍລິສັດຈໍາກັດ; 5.ໃຫ້ຄວາມຮ່ວມມືແກ່ຜູ້ກວດສອບບັນຊີໃນການອະທິບາຍກ່ຽວກັບທີ່ມາແລະຄວາມຖືກຕ້ອງຂອງຕົວເລກ,ຂໍ້ມູນທີ່ປາກົດໃນໃບສະຫຼຸບຊັບສົມບັດກ່ອນນໍາສະເໜີຕໍ່ກອງປະຊຸມຜູ້ຖືຮຸ້ນເພື່ອຮັບຮອງ; 6.ສົ່ງສໍາເນົາໃບສະຫຼຸບຊັບສົມບັດໃຫ້ຜູ້ຖືຮຸ້ນແລະຕ້ອງສໍາເນົາຈໍານວນໜຶ່ງໄວ້ສໍາລັບຜູ້ຖືຮຸ້ນບໍ່ບົ່ງຊື່ເພື່ອກວດສອບເບິ່ງເມື່ອຕ້ອງການ; 7.ຈັດແບ່ງກໍາໄລໃຫ້ຖືກຕ້ອງເໝາະສົມ; 8.ຄຸ້ມຄອງແລະນໍາໃຊ້ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດ; 9.ແຈ້ງໃຫ້ບໍລິສັດຊາບກ່ຽວກັບຜົນປະໂຫຍດທີ່ຕົນມີບໍ່ວ່າທາງກົງຫຼືທາງອ້ອມໃນສັນຍາຕ່າງໆຂອງບໍລິສັດຈໍາກັດຫຼືການຖືຮຸ້ນເພີ່ມຫຼືຫຼຸດຮຸ້ນຂອງຕົນໃນບໍລິສັດຈໍາກັດຫຼືບໍລິສັດໃນກຸ່ມທີ່ເກີດຂຶ້ນໃນລະຫວ່າງປີການບັນຊີ. .....ມາດຕາ130:ຂໍ້ຫ້າມສໍາລັບຜູ້ອໍານວຍການ

ມາດຕາ130:ຂໍ້ຫ້າມສໍາລັບຜູ້ອໍານວຍການ ຫ້າມບໍ່ໃຫ້ຜູ້ອໍານວຍການດໍາເນີນທຸລະກິດທີ່ມີລັກສະນະແຂ່ງຂັນກັບບໍລິສັດຈໍາກັດດັ່ງນີ້: 1.ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັນກັບບໍລິສັດຈໍາກັດບໍ່ວ່າຈະເປັນການເຮັດເພື່ອຕົນເອງຫຼືເພື່ອຜົນປະໂຫຍດຂອງຄົນອື່ນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກກອງປະຊຸມຜູ້ຖືຮຸ້ນ; 2.ເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນຫຼືຂາຮຸ້ນທົ່ວໄປຂອງວິສາຫະກິດຮຸ້ນສ່ວນຈໍາກັດທີ່ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັບບໍລິສັດຈໍາກັດຂອງຕົນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຂາກກອງປະຊຸມຜູ້ຖືຮຸ້ນ; 3.ດໍາເນີນທຸລະກິດໃດໜຶ່ງກັບບໍລິສັດຈໍາກັດຂອງຕົນບໍ່ວ່າຈະເປັນການເຮັດເພື່ອຕົນເອງຫຼືຜູ້ອື່ນກໍ່ຕາມເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 4.ກູ້ຢືມເງິນຈາກບໍລິສັດຈໍາກັດດ້ວຍຕົນເອງ,ສະມາຊິກໃນຄອບຄົວຂອງຕົນຫຼືພີ່ນ້ອງໃກ້ຊິດຂອງພວກກ່ຽວເວັ້ນເສຍແຕ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ຂໍ້ຫ້າມນີ້ໃຫ້ນໍາໃຊ້ລວມໄປເຖິງພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດອີກດ້ວຍ. ໃນກໍລະນີທີ່ມີການລະເມີດຂໍ້ຫ້າມດັ່ງທີ່ກ່າວມາໃນມາດຕານີ້ຈະຖືກປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຊາວແປດຂອງກົດໝາຍສະບັບນີ້. .....ມາດຕາ131:ຄວາມຮັບຜິດຊອບໃນການເລືອກຕັ້ງຜູ້ອໍານວຍການຕໍ່ບຸກຄົນພາຍນອກ

ມາດຕາ131:ຄວາມຮັບຜິດຊອບໃນການເລືອກຕັ້ງຜູ້ອໍານວຍການຕໍ່ບຸກຄົນພາຍນອກ ຜູ້ອໍານວຍການທີ່ໄດ້ຮັບການເລືອກຕັ້ງໂດຍບໍ່ຖືກຕ້ອງຕາມກົດລະບຽບຂອງບໍລິສັດຈໍາກັດຫຼືຂາດເງື່ອນໄຂໃດໜຶ່ງແລະອື່ນໆນັ້ນບໍລິສັດຈໍາກັດບໍ່ສາມາດນໍາມາເປັນຂໍ້ອ້າງເພື່ອໃຫ້ພົ້ນຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກໄດ້. .....ມາດຕາ132(ປັບປຸງ):ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ

ມາດຕາ132(ປັບປຸງ):ການພົ້ນຈາກຕໍາແໜ່ງຂອງຜູ້ອໍານວຍການ ຜູ້ອໍານວຍການຂອງບໍລິສັດຈໍາກັດອາດຈະພົ້ນຈາກຕໍາແໜ່ງດ້ວຍເຫດຜົນຢ່າງໃດຢ່າງໜຶ່ງດັ່ງນີ້: 1.ຄົບອາຍຸການ; 2.ກອງປະຊຸມຜູ້ຖືຮຸ້ນມີມະຕິປົດຕໍາແໜ່ງ; 3.ມີຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນວັກສີ່ມາດຕາໜຶ່ງຮ້ອຍຊາວສາມຂອງກົດໝາຍສະບັບນີ້; 4.ເສຍຊີວິດ,ລົ້ມລະລາຍ,ລາອອກ,ຂາດຄວາມສາມາດທາງດ້ານການປະພຶດ,ຂາດເງື່ອນໄຂເປັນຜູ້ອໍານວຍການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຊາວສອງຂອງກົດໝາຍສະບັບນີ້.

ພາຍຫຼັງພົ້ນຕໍາແໜ່ງແລະມີການເລືອກຕັ້ງຜູ້ອໍານວຍການແທນແລ້ວຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງເພື່ອຂຶ້ນທະບຽນກ່ຽວກັບການປ່ຽນແປງໃໝ່ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ມີການເລືອກຕັ້ງເປັນຕົ້ນໄປ.

ການປ່ຽນແປງໃໝ່ຈະມີຜົນຕໍ່ບຸກຄົນພາຍນອກກໍ່ຕໍ່ເມື່ອໄດ້ຂຶ້ນທະບຽນກ່ຽວກັບການປ່ຽນແປງໃໝ່ດັ່ງທີ່ໄດ້ບົ່ງໄວ້ໃນວັກສອງຂອງມາດຕານີ້.

ການລາອອກຂອງຜູ້ອໍານວຍການມີຜົນໃຊ້ໄດ້ນັບແຕ່ວັນທີ່ບໍລິສັດຈໍາກັດໄດ້ຮັບໃບລາອອກຂອງຜູ້ອໍານວຍການເປັນຕົ້ນໄປ.

ໃນກໍລະນີທີ່ຜູ້ອໍານວຍການຂອງສະພາບໍລິຫານພົ້ນຕໍາແໜ່ງທັງຊຸດນັ້ນໃຫ້ສະພາບໍລິຫານຊຸດເກົ່ານີ້ສືບຕໍ່ປະຕິບັດໜ້າທີ່ທີ່ຈໍາເປັນໄປຈົນກວ່າມີການເລືອກຕັ້ງໃໝ່ແທນເວັ້ນເສຍແຕ່ສານໄດ້ກໍານົດໄວ້ຢ່າງອື່ນຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມຂອງມາດຕານີ້. .....ມາດຕາ133:ປຶ້ມບັນຊີທິບຽນຜູ້ອໍານວຍການ

ມາດຕາ133:ປຶ້ມບັນຊີທິບຽນຜູ້ອໍານວຍການ ປຶ້ມບັນຊີທະບຽນຜູ້ອໍານວຍການຕ້ອງປະກອບດ້ວຍເນື້ອໃນດັ່ງນີ້: 1.ຊື່,ສັນຊາດ,ວັນເດືອນປີແລະທີ່ຢູ່ຂອງຜູ້ອໍານວຍການ; 2.ປະເພດຮຸ້ນມູນຄ່າເລກທີໃບຮຸ້ນແລະຈໍານວນຮຸ້ນທີ່ຜູ້ອໍານວຍການແຕ່ລະຄົນຖື; 3.ວັນເດືອນປີທີ່ໄດ້ຮັບເລືອກຕັ້ງເປັນຜູ້ອໍານວຍການ; 4.ປຶ້ມບັນຊີທະບຽນຜູ້ອໍານວຍການແລະບົດລາຍງານກອງປະຊຸມຜູ້ຖືຮຸ້ນຕ້ອງເກັບຮັກສາໄວ້ໃນສໍານັກງານໃຫຍ່ຂອງບໍລິສັດຈໍາກັດເພື່ອໃຫ້ຜູ້ຖືຮຸ້ນສາມາດເບິ່ງຫຼືສາມາດກອວດສອບໄດ້. .....ມາດຕາ134(ປັບປຸງ):ສະພາບໍລິຫານ

ມາດຕາ134(ປັບປຸງ):ສະພາບໍລິຫານ ບໍລິສັດຈໍາກັດທີ່ມີຜູ້ອໍານວຍການແຕ່ສອງຄົນຂຶ້ນໄປອາດຈະສ້າງຕັ້ງເປັນ"ສະພາບໍລິຫານ"ເວັ້ນເສຍແຕ່ຕົກລົງກັນໄວ້ຢ່າງອື່ນ.ບໍລິສັດຈໍາກັດທີ່ມີຊັບສິນເກີນກວ່າຫ້າສິບຕື້ກີບຕ້ອງມີສະພາບໍລິຫານແລະຜູ້ກວດສອບບັນຊີ.

ສະພາບໍລິຫານເຄື່ອນໄຫວວຽກງານຂອງຕົນບົນພື້ນຖານຫຼັກການ,ວິທີການຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດບໍ່ໄດ້ກໍານົດໄວ້ໃຫ້ສະພາບໍລິຫານຂອງບໍລິສັດຈໍາກັດເຄື່ອນໄຫວວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສາມສິບຫົກຫາມາດຕາໜຶ່ງຮ້ອຍສາມສິບເກົ້າຂອງກົດໝາຍສະບັບນີ້.

ສະພາບໍລິຫານເຄື່ອນໄຫວວຽກງານໂດຍການແບ່ງງານໃຫ້ແຕ່ລະຜູ້ອໍານວຍການຮັບຜິດຊອບ.

ສະພາບໍລິຫານຕ້ອງມີປະທານແລະມີຮອງປະທານຫຼືບໍ່ມີກໍ່ໄດ້. .....ມາດຕາ135(ປັບປຸງ):ສິດແລະໜ້າທີ່ຂອງສະພາບໍລິຫານ

ມາດຕາ135(ປັບປຸງ):ສິດແລະໜ້າທີ່ຂອງສະພາບໍລິຫານ ສິພາບໍລິຫານມີສິດແລະໜ້າທີ່ດັ່ງນີ້: 1.ເປັນໃຈກາງປະສານງານແລະດັດປັບວຽກງານຂອງບັນດາຜູ້ອໍານວຍການ; 2.ແຕ່ງຕັ້ງຜູ້ອໍານວຍການໃດໜຶ່ງທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຂອງຜູ້ຖືຮຸ້ນ; 3.ກໍານົດທິດທາງແຜນການໃນການບໍລິຫານຈັດການບໍລິສັດຈໍາກັດເພື່ອສະເໜີຜ່ານກອງປະຊຸມຜູ້ຖືຮຸ້ນ; 4.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາ136(ປັບປຸງ):ອົງປະຊຸມຂອງສະພາບໍລິຫານ

ມາດຕາ136(ປັບປຸງ):ອົງປະຊຸມຂອງສະພາບໍລິຫານ ອົງປະຊຸມຂອງສະພາບໍລິຫານແມ່ນຂຶ້ນກັບການຕົກລົງຂອງສະພາບໍລິຫານເອງແຕ່ຕ້ອງບໍ່ຕໍ່າກວ່າເຄິ່ງໜຶ່ງຂອງຈໍານວນຜູ້ອໍານວຍການ.ໃນກໍລະນີທີ່ມີຜູ້ອໍານວຍການພຽງສອງຄົນອົງປະຊຸມຕ້ອງແມ່ນສອງຄົນ.

ໃນກໍລະນີທີ່ຕໍາແໜ່ງຜູ້ອໍານວຍການໃດໜຶ່ງຫາກວ່າງລົງແຕ່ອົງປະຊຸມຍັງຄົບຖ້ວນຢູ່ສະພາບໍລິຫານກໍ່ຍັງສາມາດເຄື່ອນໄຫວວຽກງານສືບຕໍ່ໄປໄດ້ຈົນກວ່າໄດ້ມີການເລືອກຕັ້ງຜູ້ອໍານວຍການຄົນໃໝ່ແທນ.

ຕໍາແໜ່ງຜູ້ອໍານວຍການທີ່ວ່າງລົງຫາກຕໍ່າກວ່າລະດັບຕໍ່າສຸດຂອງອົງປະຊຸມທີ່ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ສະພາບໍລິຫານບໍ່ສາມາດເຄື່ອນໄຫວວຽກງານໃດໆໄດ້ນອກຈາກການເພີ່ມຈໍານວນຜູ້ອໍານວຍການໃຫ້ຄົບເສຍກ່ອນ. .....ມາດຕາ137(ປັບປຸງ):ປະທານແລະຮອງປະທານສະພາບໍລິຫານ

ມາດຕາ137(ປັບປຸງ):ປະທານແລະຮອງປະທານສະພາບໍລິຫານ ປະທານແລະຮອງປະທານສະພາບໍລິການຖືກເລືອກຕັ້ງມາຈາກຜູ້ອໍານວຍການໃດໜຶ່ງ.

ປະທານສະພາບໍລິຫານເປັນຜູ້ນໍາພາກອງປະຊຸມຂອງສະພາບໍລິຫານ,ກອງປະຊຸມຜູ້ຖືຮຸ້ນແລະປະຕິບັດວຽກງານອື່ນພາຍໃຕ້ຂອບເຂດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ຮອງປະທານສະພາບໍລິຫານເປັນຜູ້ຊ່ວຍວຽກແລະປະຕິບັດໜ້າທີ່ຕາມການມອບໝາຍຂອງປະທານ.

ໃນກອງປະຊຸມສະພາບໍລິຫານຫຼືກອງປະຊຸມຜູ້ຖືຮຸ້ນຫາກປະທານຕິດຂັດຕ້ອງມອບໝາຍໃຫ້ຮອງປະທານຜູ້ໃດໜຶ່ງເປັນປະທານກອງປະຊຸມແທນ.ໃນກໍລະນີທີ່ບໍ່ມີຮອງປະທານຫຼືມີແຕ່ມາຮ່ວມປະຊຸມບໍ່ໄດ້ໃຫ້ລົງຄະແນນສຽງເລືອກເອົາຜູ້ອໍານວຍການໃດໜຶ່ງເປັນປະທານກອງປະຊຸມສະເພາະນັ້ນ.

ສໍາລັບກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດທີ່ບໍ່ມີສະພາບໍລິຫານນັ້ນໃຫ້ເລືອກເອົາຜູ້ອໍານວຍການໃດໜຶ່ງເປັນປະທານສະເພາະກອງປະຊຸມດັ່ງກ່າວ. .....ມາດຕາ138(ປັບປຸງ):ການຮຽກປະຊຸມຂອງສະພາບໍລິຫານ

ມາດຕາ138(ປັບປຸງ):ການຮຽກປະຊຸມຂອງສະພາບໍລິຫານ ຜູ້ອໍານວຍການແຕ່ລະຄົນມີສິດຮຽກປະຊຸມຂອງສະພາບໍລິຫານໄດ້.

ຜູ້ອໍານວຍການຕ້ອງເຂົ້າປະຊຸມດ້ວຍຕົນເອງ.ຫ້າມບໍ່ໃຫ້ຄົນອື່ນເຂົ້າແທນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີເປັນເອກະສັນຈາກຜູ້ອໍານວຍການຄົ້ນອື່ນ.ຜູ້ເຂົ້າແທນຫຼືຜູ້ຕາງໜ້າມີສິດອອກຄໍາເຫັນແຕ່ບໍ່ມີສິດລົງຄະແນນສຽງ.

ໃນກໍລະນີທີ່ຈໍາເປັນສະພາບໍລິຫານອາດຈະນໍາໃຊ້ຮູບແບບກອງປະຊຸມທີ່ເອີ້ນວ່າ"ກອງປະຊຸມບໍ່ເປັນທາງການ"ໂດຍຜ່ານຮູບການສື່ສານໃດໜຶ່ງກໍ່ໄດ້. .....ມາດຕາ139(ປັບປຸງ):ມະຕິແລະບົດບັນທຶກກອງປະຊຸມຂອງສະພາບໍລິຫານ

ມາດຕາ139(ປັບປຸງ):ມະຕິແລະບົດບັນທຶກກອງປະຊຸມຂອງສະພາບໍລິຫານ ມະຕິກອງປະຊຸມຂອງສະພາບໍລິຫານຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຜູ້ອໍານວຍການທີ່ເຂົ້າຮ່ວມກອງປະຊຸມ.ຜູ້ອໍານວຍການຜູ້ໜຶ່ງມີໜຶ່ງຄະແນນສຽງ.

ໃນຖານະເປັນຜູ້ອໍານວຍການ,ປະທານກອງປະຊຸມສະພາບໍລິຫານໃຫ້ລົງຄະແນນສຽງຄືກັນກັບຜູ້ອໍານວຍການຄົນອື່ນ.ຖ້າຜົນຂອງການລົງຄະແນນສຽງດັ່ງກ່າວນັ້ນມີຄະແນນເທົ່າກັນໃຫ້ປະທານລົງຄະແນນສຽງອີກຄັ້ງໜຶ່ງເພື່ອຕັດສິນ.

ຜູ້ອໍານວຍການທີ່ມີທີ່ມີຜົນໄດ້ຜົນເສຍຫຼືມີຜົນປະໂຫຍດກ່ຽວຂ້ອງໂດຍກົງກັບມະຕິທີ່ລົງຄະແນນສຽງນັ້ນບໍ່ໃຫ້ລົງຄະແນນສຽງ.

ການລົງມະຕິສໍາລັບການປະຊຸມບໍ່ເປັນທາງການໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດໂດຍໃຫ້ຈໍາແນກລະອຽດວິທີລົງມະຕິເມື່ອນໍາໃຊ້ຮູບການສື່ສານໃດໜຶ່ງ.

ກອງປະຊຸມພະພາບໍລິຫານແຕ່ລະຄັ້ງຕ້ອງມີບົດບັນທຶກຫຼືບົດລາຍງານກອງປະຊຸມ.ບົດບັນທຶກກອງປະຊຸມຂອງສະພາບໍລິຫານຕ້ອງເກັບຮັກສາໄວ້ໃນສໍານັກງານໃຫຍ່ຂອງບໍລິສັດຈໍາກັດຊຶ່ງຜູ້ຖືຮຸ້ນສາມາດເບິ່ງຫຼືກວດສອບໄດ້ຍົກເວັ້ນແຕ່ເອກະສານຫຼືຂໍ້ມູນທີ່ເປັນຄວາມລັບທາງການຄ້າຫຼືເປັນຍຸດທະສາດການແຂ່ງຂັນຂອງບໍລິສັດຈໍາກັດ. .....ມາດຕາ140(ປັບປຸງ):ພະນັກງານແລະກໍາມະກອນບໍລິສັດຈໍາກັດ

ມາດຕາ140(ປັບປຸງ):ພະນັກງານແລະກໍາມະກອນບໍລິສັດຈໍາກັດ ພະນັກງານຂອງບໍລິສັດຈໍາກັດປະກອບດ້ວຍຜູ້ຈັດການ,ເລຂານຸການ,ນາຍບັນຊີແລະພະນັກງານທົ່ວໄປອື່ນໆ.

ພະນັກງານຂອງບໍລິສັດຈໍາກັດແມ່ນຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍສະພາບໍລິຫານຫຼືຜູ້ອໍານວຍການໃນກໍລະນີທີ່ບໍລິສັດຈໍາກັດບໍ່ມີສະພາບໍລິຫານ.ສໍາລັບກໍາມະກອນຂອງບໍລະສັດຈໍາກັດແມ່ນຖືກຈ້າງຫຼືເລີກຈ້າງໂດຍຜູ້ຈັດການ.

ພະນັກງານຂອງບໍລິສັດຈໍາກັດໄດ້ຮັບເງິນເດືອນ.ສໍາລັບກໍາມະກອນຂອງບໍລິສັດຈໍາກັດແມ່ນໄດ້ຮັບເງິນຄ່າຈ້າງເປັນການຕອບແທນ.ອັດຕາເງິນເດືອນຂອງພະນັກງານແລະຄ່າຈ້າງຂອງກໍາມະກອນບໍລິສັດຈໍາກັດແມ່ນຖືກຮັບຮອງໂດຍກອງປະຊຸມຜູ້ຖືຮຸ້ນ.ສໍາລັບອັດຕາເງິນເດືອນຕໍ່າສຸດຕ້ອງບໍ່ຫຼຸດອັດຕາຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດຕ້ອງປະຕິບັດສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ມອບໝາຍ.

ການພົວພັນລະຫວ່າງຜູ້ອໍານວຍການກັບພະນັກງານແລະກໍາມະກອນຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ການຈ້າງຫຼືການມອບໝາຍວຽກງານຕ້ອງເຮັດເປັນລາຍລັກອັກສອນໂດຍໃຫ້ກໍານົດລະອຽດກ່ຽວກັບສິດແລະໜ້າທີ່ມອບໝາຍພ້ອມດ້ວຍລາຍເຊັນຂອງຜູ້ມອບໝາຍ.

ໃນກໍລະນີທີ່ບໍລະສັດຈໍາກັດໃດໜຶ່ງບໍ່ມີຜູ້ຈັດການໃຫ້ຜູ້ອໍານວຍການປະຕິບັດສິດແລະໜ້າທີ່ຂອງຜູ້ຈັດການແທນ. ....ຈ.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດ


.....ມາດຕາ141(ປັບປຸງ):ກອງປະຊຸມຜູ້ຖືຮຸ້ນ

ມາດຕາ141(ປັບປຸງ):ກອງປະຊຸມຜູ້ຖືຮຸ້ນ ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດແມ່ນການຈັດຕັ້ງສູງສຸດຂອງບໍລິສັດຈໍາກັດ.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດມີສອງປະເພດຄືກອງປະຊຸມສາມັນແລະກອງປະຊຸມວິສາມັນ.

ກອງປະຊຸມສາມັນຕ້ອງເປີດຂຶ້ນຢ່າງນ້ອຍປີລະຄັ້ງ.ໄລຍະເວລາຂອງການເປີດກອງປະຊຸມໃຫ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.

ກອງປະຊຸມວິສາມັນເປີດຂຶ້ນເວລາໃດກໍ່ໄດ້ຖ້າເຫັນວ່າມີຄວາມຈໍາເປັນເຊັ່ນຕໍາແໜ່ງຜູ້ກວດສອບບັນຊີໃດໜຶ່ງວ່າງລົງ.

ກອງປະຊຸມວິສາມັນສາມາດເປີດຂຶ້ນໄດ້ໃນກໍລະນີດັ່ງນີ້: 1.ມີຜູ້ອໍານວຍການເກີນກວ່າເຄິ່ງໜຶ່ງເຫັນດີໃຫ້ເປີດກອງປະຊຸມຜູ້ຖືຮຸ້ນ; 2.ຜູ້ຖືຮຸ້ນຮ້ອງຟ້ອງຕໍ່ສານແລະສານສັ່ງໃຫ້ເປີດກອງປະຊຸມ; 3.ມີການຮ້ອງຂໍຂອງຜູ້ຖືຮຸ້ນຊຶ່ງມີຈໍານວນຮຸ້ນຢ່າງໜ້ອຍເທົ່າກັບຊາວສ່ວນຮ້ອຍຂອງຈໍານວນຮຸ້ນທັງໝົດທີ່ຖອກແລ້ວ.

ການຮຽກປະຊຸມຕາມທີ່ໄດ້ກໍານົດໄວ້ໃນຂໍ້ສາມຂອງມາດຕານີ້ຜູ້ຖືຮຸ້ນທີ່ມີຈໍານວນດັ່ງກ່າວຕ້ອງລວມຊື່ກັນເຮັດຄໍາສະເໜີເຖິງສະພາບໍລິຫານຫຼືຜູ້ອໍານວຍການໂດຍບົ່ງບອກເນື້ອໃນກ່ຽວກັບຈຸດປະສົງຂອງການຂໍເປີດກອງປະຊຸມ.ພາຍຫຼັງສະພາບໍລິຫານຫຼືຜູ້ອໍານວຍການໄດ້ຮັບຄໍາສະເໜີດັ່ງກ່າວແລ້ວກໍ່ຕ້ອງເປີດກອງປະຊຸມວິສາມັນພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີຂໍໃຫ້ເປີດກອງປະຊຸມເປັນຕົ້ນໄປ. .....ມາດຕາ142(ປັບປຸງ):ການແຈ້ງໃຫ້ຜູ້ຖືຮຸ້ນກ່ອນເປີດກອງປະຊຸມ

ມາດຕາ142(ປັບປຸງ):ການແຈ້ງໃຫ້ຜູ້ຖືຮຸ້ນກ່ອນເປີດກອງປະຊຸມ ກ່ອນເປີດກອງປະຊຸມສາມັນຫຼືວິສາມັນສະພາບໍລິຫານຫຼືຜູ້ອໍານວຍການຕ້ອງແຈ້ງໃຫ້ຜູ້ຖືຮຸ້ນທຸກຄົນຊາບກ່ຽວກັບວັນ,ກໍານົດເວລາເປີດ,ປິດແລະສະຖານທີ່ປະຊຸມພ້ອມທັງສົ່ງເອກະສານທີ່ຈໍາເປັນແລະກ່ຽວຂ້ອງກັບກອງປະຊຸມຢ່າງໜ້ອຍຫ້າວັນລັດຖະການກ່ອນວັນເປີດກອງປະຊຸມ.

ໃນກໍລະນີທີ່ມີການເລື່ອນກອງປະຊຸມຜູ້ຖືຮຸ້ນສະພາບໍລິຫານຫຼືຜູ້ອໍານວຍການຕ້ອງດໍາເນີນການເຊັ່ນດຽວກັນກັບທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້.

ການແຈ້ງໃຫ້ຜູ້ຖືຮຸ້ນຊາບອາດຈະສົ່ງໃຫ້ໂດຍກົງຫຼືຜ່ານຮູບການສື່ສານທີ່ເຫັນວ່າເໝາະສົມ. .....ມາດຕາ143:ອົງປະຊຸມ

ມາດຕາ143:ອົງປະຊຸມ ບໍລິສັດຈໍາກັດຕ້ອງກໍານົດລະອຽດກ່ຽວກັບອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນແລະລະບຽບການດໍາເນີນກອງປະຊຸມໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ບໍ່ໄດ້ກໍານົດໄວ້ນັ້ນອົງປະຊຸມຕ້ອງມີຜູ້ຖືຮຸ້ນເຂົ້າຮ່ວມຢ່າງໜ້ອຍສອງຄົນແລະຕ້ອງມີຈໍານວນຮຸ້ນເກີນເຄິ່ງໜຶ່ງຂອງຈໍານວນຮຸ້ນທີ່ຖອກແລ້ວທັງໝົດ.

ໃນກົດລະບຽບຂອງບໍລິສັດຈໍາກັດສາມາດກໍານົດອົງປະຊຸມໄວ້ຢ່າງອື່ນກໍ່ໄດ້ແຕ່ບໍ່ໃຫ້ຕໍ່າກວ່າຈໍານວນທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້.

ຮຸ້ນທີ່ເປັນໂມຄະຈາກການໂອນບໍ່ໃຫ້ນັບເປັນອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນເຖິງວ່າຜູ້ຖືຮຸ້ນນັ້ນຈະເຂົ້າຮ່ວມປະຊຸມກໍ່ຕາມ. .....ມາດຕາ144:ວາລະກອງປະຊຸມ

ມາດຕາ144:ວາລະກອງປະຊຸມ ປະທານກອງປະຊຸມຕ້ອງຈັດແລະຮັກສາລໍາດັບຂອງວາລະກອງປະຊຸມທີ່ໄດ້ຕົກລົງກັນ.ການປ່ຽນລໍາດັບຂອງວາລະກອງປະຊຸມຈະປະຕິບັດໄດ້ກໍຕໍ່ເມື່ອມີສຽງເກີນກວ່າເຄິ່ງໜຶ່ງຂອງຈໍານວນຜູ້ຖືຮຸ້ນທີ່ມາຮ່ວມປະຊຸມ.

ກອງປະຊຸມຜູ້ຖືຮຸ້ນສາມາດເພີ່ມວາລະກອງປະຊຸມໄດ້ແຕ່ຕ້ອງມີຜູ້ຖືຮຸ້ນທີ່ມີຈໍານວນຮຸ້ນເກີນກວ່າໜຶ່ງສ່ວນສາມຂອງຈໍານວນຮຸ້ນທີ່ໄດ້ຊໍາລະແລ້ວເປັນຜູ້ສະເໜີ.

ເມື່ອມີກໍລະນີທີ່ຕ້ອງໃຊ້ເວລາຫຼາຍໃນການພິຈາລະນາກອງປະຊຸມອາດຈະຕົກລົງເລື່ອນບັນຫາດັ່ງກ່າວໄປພິຈາລະນາກັນໃນວັນເວລາອື່ນກໍ່ໄດ້ໂດຍບໍ່ຈໍາເປັນຕ້ອງຮຽກປະຊຸມກັນໃໝ່ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາ142ຂອງກົດໝາຍສະບັບນີ້. .....ມາດຕາ145:ສະຖານທີ່ແລະລະບຽບການປະຊຸມ

ມາດຕາ145:ສະຖານທີ່ແລະລະບຽບການປະຊຸມ ກອງປະຊຸມຜູ້ຖືຮຸ້ນຕ້ອງເປີດຢູ່ສໍານັກງານໃຫຍ່ຂອງບໍລິສັດຈໍາກັດເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈໍາເປັນຫຼືໄດ້ຕົກລົງກັນໄວ້ຢ່າງອື່ນ.

ພາຍຫຼັງສອງຊົ່ວໂມງນັບແຕ່ເວລານັດປະຊຸມເປັນຕົ້ນໄປຖ້າອົງປະຊຸມຍັງບໍ່ທັນຄົບຖ້ວນປະທານກອງປະຊຸມມີສິດສັ່ງໂຈະກອງປະຊຸມໄດ້.

ການນັດເປີດກອງປະຊຸມໃໝ່ໃຫ້ປະຕິບັດສໍາເລັດພາຍໃນສິບຫ້າວັນລັດຖະການນັບແຕ່ວັນໂຈະກອງປະຊຸມແລະໃຫ້ດໍາເນີນກອງປະຊຸມໄດ້ໂດຍບໍ່ຈໍາເປັນຕ້ອງຄົບອົງປະຊຸມ. .....ມາດຕາ146:ການຈໍາກັດສິດໃນການລົງຄະແນນສຽງ

ມາດຕາ146:ການຈໍາກັດສິດໃນການລົງຄະແນນສຽງ ຜູ້ຖືຮຸ້ນໃດໜຶ່ງອາດຈະຖືກຈໍາກັດສິດໃນການລົງຄະແນນສຽງໃນກໍລະນີດັ່ງນີ້: 1.ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ຜູ້ຖືຮຸ້ນຍັງຄ້າງຊໍາລະຮຸ້ນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ; 3.ເປັນຜູ້ຖືຮຸ້ນບໍ່ບົ່ງຊື່ເວັ້ນເສຍແຕ່ກ່ອນເປີດກອງປະຊຸມຜູ້ກ່ຽວໄດ້ນໍາໃບຮຸ້ນດັ່ງກ່າວມາສະແດງຕໍ່ປະທານກອງປະຊຸມຫຼືຜູ້ອໍານວຍການໄວ້ແລ້ວ; 4.ເປັນຜູ້ຖືຮຸ້ນທີ່ມີສ່ວນໄດ້ສ່ວນເສຍຫຼືມີຜົນປະໂຫຍດໂດຍກົງກັບບັນຫາທີ່ລົງຄະແນນສຽງຮັບຮອງ. ການກໍານົດຜູ້ຖືຮຸ້ນຕາມຂໍ້ສີ່ຂອງມາດຕານີ້ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນຕົກລົງກັນເອງ. .....ມາດຕາ147(ປັບປຸງ):ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມປະຊຸມແທນ

ມາດຕາ147(ປັບປຸງ):ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມປະຊຸມແທນ ຜູ້ຖືຮຸ້ນອາດຈະມອບໝາຍໃຫ້ຜູ້ຕາງໜ້າໃດໜຶ່ງເຂົ້າຮ່ວມປະຊຸມແທນກໍ່ໄດ້ແຕ່ການມອບໝາຍຕ້ອງເຮັດເປັນລາຍລັກອັກສອນແລະມອບໃຫ້ສະພາບໍລິຫານຫຼືຜູ້ອໍານວຍການກ່ອນເປີດກອງປະຊຸມໂດຍມີເນື້ອໃນສໍາຄັນດັ່ງນີ້: 1.ຊື່ຜູ້ຕາງໜ້າແລະຊື່ຜູ້ຖືຮຸ້ນທີ່ມອບ; 2.ຈໍານວນຮຸ້ນຂອງຜູ້ຖືຮຸ້ນທີ່ມອບ; 3.ຊື່,ເວລາ,ສະຖານທີ່ຂອງກອງປະຊຸມແລະຂອບເຂດຂອງການມອບໝາຍ.ໃນກໍລະນີທີ່ຕ້ອງການໃຫ້ລົງຄະແນນສຽງແທນກໍ່ຕ້ອງບົ່ງກ່ຽວກັບເລື່ອງນີ້ໄວ້ດ້ວຍ.

ຜູ້ຕາງໜ້າມີຄະແນນສຽງເທົ່າກັບສຽງຂອງຜູ້ມອບໝາຍເວັ້ນເສຍແຕ່ໄດ້ກໍານົດຢ່າງອື່ນໄວ້ໃນໃບມອບສັນທະ. .....ມາດຕາ148:ມະຕິຂອງກອງປະຊຸມຜູ້ຖືຮຸ້ນ

ມາດຕາ148:ມະຕິຂອງກອງປະຊຸມຜູ້ຖືຮຸ້ນ ມະຕິຂອງກອງປະຊຸມຜູ້ຖືຮຸ້ນມີສອງລັກສະນະຄືການລົງມະຕິທົ່ວໄປແລະການລົງມະຕິສະເພາະ.

ການລົງມະຕິທົ່ວໄປຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສຽງທີ່ເຂົ້າຮ່ວມກອງປະຊຸມໂດຍໃຫ້ນັບຄະແນນໜຶ່ງຮຸ້ນເທົ່າກັບໜຶ່ງສຽງ. .....ມາດຕາ149:ມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ

ມາດຕາ149:ມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ ການນັດປະຊຸມເພື່ອລົງມະຕິສະເພາະຕ້ອງແຈ້ງໃຫ້ຜູ້ຖືຮຸ້ນຊາບຕາມທີ່ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສອງຂອງກົດໝາຍສະບັບນີ້ແລະໃຫ້ກໍານົດບັນຫາທີ່ກອງປະຊຸມຈະລົງມະຕິພ້ອມ.

ກອງປະຊຸມຜູ້ຖືຮຸ້ນເພື່ອລົງມະຕິສະເພາະອາດຈະເປີດຂຶ້ນໜຶ່ງຄັ້ງຫຼືຫຼາຍກວ່ານັ້ນກໍ່ໄດ້.ມະຕິສະເພາະຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອມີສຽງຂອງຜູ້ຖືຮຸ້ນຫຼືຜູ້ຕາງໜ້າຜູ້ຖືຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຜູ້ເຂົ້າຮ່ວມປະຊຸມແລະມີຢ່າງໜ້ອຍແປດສິບສ່ວນຮ້ອຍຂອງຈໍານວນຮຸ້ນທີ່ຖອກແລ້ວທັງໝົດ.

ບັນຫາທີ່ຕ້ອງລົມມະຕິສະເພາະມີດັ່ງນີ້: 1.ການລົງຄະແນນສຽງໃນບັນຫາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ການປ່ຽນແປງກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ; 3.ການເພີ່ມທຶນຫຼືການຫຼຸດທຶນ; 4.ການຄວບຫຼືການຍຸບເລີກບໍລິສັດຈໍາກັດ; 5.ການຂາຍຫຼືໂອນກິດຈະການທັງໝົດຫຼືບາງສ່ວນທີ່ມີຄວາມສໍາຄັນຂອງບໍລິສັດຈໍາໃຫ້ໃຫ້ບຸກຄົນອື່ນ; 6.ການຊື້ຫຼືຮັບໂອນກິດຈະການຂອງວິສາຫະກິດອື່ນ; 7.ການຮັກສາຖານະເປັນບໍລິສັດຈໍາກັດເມື່ອມີຈໍານວນຜູ້ຖືຮຸ້ນເກີນສາມສິບຄົນ.

ພາຍຫຼັງທີ່ໄດ້ລົງມະຕິຮັບຮອງເອົາແລ້ວໃຫ້ນໍາມະຕິດັ່ງກ່າວໄປຂຶ້ນທະບຽນນໍາເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງພາຍໃນກໍານົດສິບວັນລັດຖະການນັບແຕ່ວັນລົງມະຕິເປັນຕົ້ນໄປ. .....ມາດຕາ150:ວິທີລົງມະຕິ

ມາດຕາ150:ວິທີລົງມະຕິ ການລົງມະຕິທົ່ວໄປຫຼືມະຕິສະເພາະຂອງກອງປະຊຸຜູ້ຖືຮຸ້ນອາດຈະດໍາເນີນດ້ວຍຮູບການລົງຄະແນນສຽງແບບປິດລັບຫຼືແບບເປີດເຜີຍກໍ່ໄດ້ດ້ວຍການຕົກລົງເຫັນດີຂອງກອງປະຊຸມໃນແຕ່ລະຄັ້ງ. .....ມາດຕາ151:ການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ຖືຮຸ້ນສຽງສ່ວນໜ້ອຍ

ມາດຕາ151:ການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ຖືຮຸ້ນສຽງສ່ວນໜ້ອຍ ມະຕິກອງປະຊຸມຜູ້ຖືຮຸ້ນມີຄຸນຄ່າໃຊ້ໄດ້ເມື່ອມີຄະແນນສຽງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງສີ່ແປດແລະມາດຕາໜຶ່ງສີ່ເກົ້າຂອງກົດໝາຍສະບັບນີ້ແຕ່ພາຍຫຼັງມາຜົນຂອງການລົງມະຕິດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບໍລິສັດຈໍາກັດບໍລິສັດຈໍາກັດຕ້ອງຈ່າຍເງິນທົດແທນຄືນໃຫ້ແກ່ຜູ້ຖືຮຸ້ນທີ່ໄດ້ຄັດຄ້ານມະຕິກອງປະຊຸມດັ່ງກ່າວຕາມທີ່ໄດ້ຕົກລົງກັນ. .....ມາດຕາ152:ການລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ມາດຕາ152:ການລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ ມະຕິກອງປະຊຸມຜູ້ຖືຮຸ້ນຈະຖືກລົບລ້າງໄດ້ດ້ວຍຄໍາຕັດສິນຂອງສານເທົ່ານັ້ນ.ສານຈະຕັດສິນລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນໄດ້ໃນກໍລະນີດັ່ງນີ້: 1.ມີການລະເມີດກົດລະບຽບຫຼືສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ມີການລະເມີດລະບຽບການກ່ຽວກັບການລົງມະຕິ; 3.ມີການລະເມີດລະບຽບການແຈ້ງເປີດປະຊຸມຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບສອງຂອງກົດໝາຍສະບັບນີ້. .....ມາດຕາ153:ຜູ້ມີສິດຂໍລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ມາດຕາ153:ຜູ້ມີສິດຂໍລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ ຜູ້ມີສິດຮ້ອງຂໍຕໍ່ສານເພື່ອພິຈາລະນາລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນໄດ້ປະກອບດ້ວຍຜູ້ຖືຮຸ້ນແລະຜູ້ອໍານວຍການ.

ໃນກໍລະນີທີ່ຜູ້ຖືຮຸ້ນໃດໜຶ່ງເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດຜູ້ມີສິດສືບທອດຫຼືຜູ້ກົກຄອງຂອງຜູ້ກ່ຽວກໍ່ມີສິດຮ້ອງຂໍໃຫ້ສານລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນໄດ້ເຊັ່ນດຽວກັນ.

ການຮ້ອງຂໍລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນຕ້ອງປະຕິບັດພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິເປັນຕົ້ນໄປ. .....ມາດຕາ154(ປັບປຸງ):ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາ154(ປັບປຸງ):ສິດແລະໜ້າທີ່ຂອງກອງປະຊຸມສາມັນ ສິດແລະໜ້າທີ່ຂອງກອງປະຊຸມສາມັນຜູ້ຖືຮຸ້ນມີດັ່ງນີ້: 1.ຮັບຮອງກົດລະບຽບແລະສັນຍາສ້າງຕັ້ງບໍລິສັດຈໍາກັດ; 2.ເລືອກຕັ້ງຜູ້ອໍານວຍການຫຼືສະພາບໍລິຫານ; 3.ເລືອກຕັ້ງຜູ້ກວດສອບບັນຊີ; 4.ຕົກລົງເບ້ຍປະຈໍາປີ,ເບ້ຍປະຊຸມຫຼືເງິນເດືອນຂອງຜູ້ອໍານວຍການ; 5.ຕົກລົງເງິນເດືອນຂອງພະນັກງານ,ຄ່າຈ້າງຂອງຜູ້ກວດສອບບັນຊີແລະກໍາມະກອນອື່ນໆຂອງບໍລິສັດ,ສໍາລັບຜູ້ກວດສອບບັນຊີທີ່ໄດ້ຮັບການແຕ່ງຕັ້ງຈາກສານຕາມວັກສາມມາດຕາໜຶ່ງຮ້ອຍຫົກສິບຂອງກົດໝາຍສະບັບນີ້ແມ່ນສານເປັນຜູ້ກໍານົດຄ່າຈ້າງໃຫ້ຜູ້ກ່ຽວ; 6.ຮັບຮອງເອົາບົດສະຫຼຸບລາຍງານກ່ຽວກັບການດໍາເນີນທຸລະກິດ,ບັນຊີລາຍຮັບ,ບັນຊີລາຍຈ່າຍແລະແຜນການດໍາເນີນທຸລະກິດຂອງບໍລິສັດຈໍາກັດ; 7.ຮັບຮອງເອົາວິທີການແບ່ງປັນເງິນປັນຜົນ; 8.ປະຕິບັດສິດແລະໜ້າທີ່ອື່ນທີ່ເຫັນວ່າມີຄວາມຈໍາເປັນ. ກອງປະຊຸມວິສາມັນປະຕິບັດສິດແລະໜ້າທີ່ໃນກໍລະນີທີ່ຈໍາເປັນຊຶ່ງເກີດຂຶ້ນໃນວະຫວ່າງສອງກອງປະຊຸມສາມັນ. ....ສ.ການເງິນຂອງບໍລິສັດຈໍາກັດ


.....ມາດຕາ155:ການແບ່ງປັນເງິນປັນຜົນ

ມາດຕາ155:ການແບ່ງປັນເງິນປັນຜົນ ການແບ່ງປັນຜົນແມ່ນການແບ່ງເປັນສ່ວນຮ້ອຍໃນອັດຕາເທົ່າກັນຕໍ່ຮຸ້ນໜຶ່ງໆທີ່ໄດ້ຖອກແລ້ວເວັ້ນເສຍແຕ່ໄດ້ຕົກລົງກັນຢ່າງອື່ນ.ການແບ່ງເງິນປັນຜົນຕ້ອງໄດ້ຮັບຄວາມເຫັນດີຈາກກອງປະຊຸມຜູ້ຖືຮຸ້ນກ່ອນ.

ຫ້າມບໍ່ໃຫ້ບໍລິສັດຈໍາກັດຈ່າຍເງິນປັນຜົນເມື່ອບໍລິສັດຍັງມີເງິນຂາດທຶນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.

ໃນກໍລະນີທີ່ມີການລະເມີດວັກສອງຂອງມາດຕານີ້ຊຶ່ງເປັນຜົນໃຫ້ເຈົ້າໜີ້ຂອງບໍລິສັດໄດ້ຮັບຄວາມອັບປະໂຫຍດນັ້ນເຈົ້າໜີ້ສາມາດຮ້ອງຟ້ອງໃຫ້ຜູ້ຖືຮຸ້ນສົ່ງເງິນປັນຜົນທີ່ໄດ້ແບ່ງກັນແລ້ວຄືນກໍ່ໄດ້ແຕ່ຕ້ອງດໍາເນີນການຮ້ອງຟ້ອງພາຍໃນກໍານົດໜຶ່ງປີນັບແຕ່ວັນທີ່ໄດ້ແບ່ງເງິນປັນຜົນດັ່ງກ່າວ. .....ມາດຕາ156:ຄັງສໍາຮອງ

ມາດຕາ156:ຄັງສໍາຮອງ ຄັງສໍາຮອງມີສອງປະເພດຄືຄັງສໍາຮອງຕາມລະບຽບການແລະຄັງສໍາຮອງອື່ນ.

ຄັງສໍາຮອງຕາມລະບຽບການແມ່ນຄັງຮັບປະກັນຄວາມສ່ຽງຊຶ່ງບໍລິສັດຈໍາກັດຕ້ອງຫັກສິບສ່ວນຮ້ອຍຂອງກໍາໄລສຸດທິພາຍຫຼັງທີ່ໄດ້ຫັກເງິນຂາດທຶນເພື່ອສ້າງເປັນຄັງສໍາຮອງໄວ້ໃນແຕ່ລະປີ.ເມື່ອຄັງສໍາຮອງນີ້ມີເງິນສະສົມໄດ້ເຄິ່ງໜຶ່ງຂອງທຶນຈົດທະບຽນຂອງບໍລິສັດຈໍາກັດແລ້ວບໍລິສັດຈໍາກັດສາມາດໂຈະການຫັກເງິນເຂົ້າຄັງສໍາຮອງດັ່ງກ່າວເວັ້ນເສຍແຕ່ກົດລະບຽບຂອງບໍລິສັດຈໍາກັດໄດ້ກໍານົດໄວ້ຢ່າງອື່ນ.

ສໍາລັບຄັງສໍາຮອງອື່ນນັ້ນອາດຈະສ້າງກໍ່ໄດ້ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ. .....ມາດຕາ157:ການນໍາໃຊ້ຄັງສໍາຮອງ

ມາດຕາ157:ການນໍາໃຊ້ຄັງສໍາຮອງ ຄັງສໍາຮອງຕາມລະບຽບການຂອງບໍລິສັດຈໍາກັດຕ້ອງນໍາໃຊ້ສະເພາະແຕ່ການຈ່າຍຖົມຂຸມຂາດທຶນຂອງບໍລິສັດຈໍາກັດເທົ່ານັ້ນເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ຢ່າງອື່ນ.ຄັງສໍາຮອງອື່ນຂອງບໍລິສັດຈໍາກັດຈະນໍາໃຊ້ເຂົ້າໃນການຖົມຂຸມຂາດທຶນໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີຈາກກອງປະຊຸມຜູ້ຖືຮຸ້ນເທົ່ານັ້ນ. ....ຊ.ການກວດສອບບັນຊີຂອງບໍລິສັດຈໍາກັດ


.....ມາດຕາ158:ການກວດສອບບັນຊີ

ມາດຕາ158:ການກວດສອບບັນຊີ ການກວດສອບບັນຊີແມ່ນການກວດສອບຄວາມຖືກຕ້ອງຂອງຂໍ້ມູນແລະວິທີຈົດກ່າຍຕາມລະບົບບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ.

ການກວດສອບບັນຊີຂອງຜູ້ຖືຮຸ້ນປະຕິບັດໂດຍຜ່ານຜູ້ກວດສອບບັນຊີທີ່ຕົນເປັນຜູ້ເລືອກຕັ້ງເອົາໃນກອງປະຊຸມຜູ້ຖືຮຸ້ນ.

ບໍລິສັດຈໍາກັດອາດຈະຈ້າງຜູ້ກວດສອບບັນຊີນັບແຕ່ວັນສ້າງຕັ້ງບໍລິສັດຈໍາກັດຫຼືອາດຈະຈ້າງຜູ້ກວດສອບບັນຊີເປັນປະຈໍາຫຼືຈ້າງມາເຮັດໜ້າທີ່ກວດສອບບັນຊີເປັນໄລຍະໂດຍຂຶ້ນກັບການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນເວັ້ນເສຍແຕ່ບໍລິສັດຈໍາກັດທີ່ມີຊັບສິນຫຼາຍກວ່າຫ້າສິບຕື້ກີບ. .....ມາດຕາ159:ເງື່ອນໄຂຂອງຜູ້ກວດສອບບັນຊີ

ມາດຕາ159:ເງື່ອນໄຂຂອງຜູ້ກວດສອບບັນຊີ ຜູ້ກວດສອບບັນຊີຕ້ອງມີເງື່ອນໄຂດັ່ງນີ້: 1.ຜູ້ທີ່ບໍ່ແມ່ນຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດ; 2.ຜູ້ທີ່ບໍ່ມີສ່ວນໄດ້ສ່ວນເສຍຫຼືບໍ່ມີຜົນປະໂຫຍດໂດຍກົງກັບບໍລິສັດຈໍາກັດ.ຜູ້ຖືຮຸ້ນບໍ່ຖືວ່າເປັນບຸກຄົນດັ່ງກ່າວ.

ຜູ້ກວດສອບບັນຊີອາດຈະເປັນຜູ້ຖືຮຸ້ນຫຼືບຸກຄົນພາຍນອກກໍ່ໄດ້. .....ມາດຕາ160(ປັບປຸງ):ການເລືອກຕັ້ງຫຼືປົດຕໍາແໜ່ງຜູ້ກວດສອບບັນຊີ

ມາດຕາ160(ປັບປຸງ):ການເລືອກຕັ້ງຫຼືປົດຕໍາແໜ່ງຜູ້ກວດສອບບັນຊີ ຜູ້ກວດສອບບັນຊີຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍກອງປະຊຸມຜູ້ຖືຮຸ້ນ.

ໃນກໍລະນີທີ່ຕໍາແໜ່ງຜູ້ກວດສອບບັນຊີວ່າງລົງບໍ່ວ່າດ້ວຍສາເຫດໃດກໍ່ຕາມສະພາບໍລິຫານຫຼືຜູ້ອໍານວຍການຕ້ອງຮຽກປະຊຸມວິສາມັນເພື່ອເລືອກຕັ້ງຜູ້ກວດສອບບັນຊີໃໝ່ແທນໃຫ້ຄົບຖ້ວນຕາມຈໍານວນເດີມ.

ໃນກໍລະນີທີ່ມີການລະເມີດຕາມທີ່ໄດ້ກໍານົດໄວ້ໃນວັກສອງຂອງມາດຕານີ້ຜູ້ຖືຮຸ້ນແຕ່ສາມຄົນຂຶ້ນໄປມີສິດລວມຊື່ກັນເພື່ອຮ້ອງຂໍໃຫ້ສານແຕ່ງຕັ້ງຜູ້ກວດສອບບັນຊີແທນກໍ່ໄດ້. .....ມາດຕາ161:ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີ

ມາດຕາ161:ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີ ສິດແລະໜ້າທີ່ຂອງຜູ້ກວດສອບບັນຊີມີດັ່ງນີ້: 1.ໄດ້ຮັບເງິນຄ່າຈ້າງ; 2.ກວດສອບບັນຊີຂອງບໍລິສັດຈໍາກັດໄດ້ທຸກເວລາທີ່ເຫັນວ່າມີຄວາມຈໍາເປັນ; 3.ຊັກຖາມຜູ້ອໍານວຍການ,ພະນັກງານຫຼືກໍາມະກອນຂອງບໍລິສັດຈໍາກັດທຸກເລື່ອງທີ່ກ່ຽວຂ້ອງກັບປະເດັນການກວດສອບທາງບັນຊີຂອງຕົນ; 4.ເຮັດບົດລາຍງານບັນຊີລາຍວັນ,ບັນຊີລາຍຈ່າຍແລະໃບສະຫຼຸບຊັບສົມບັດຂອງບໍລິສັດຈໍາກັດສົ່ງໃຫ້ກອງປະຊຸມຜູ້ຖືຮຸ້ນພ້ອມທັງລາຍງານແລະຢືນຢັນຄວາມຖືກຕ້ອງຫຼືຄວາມຜິດພາດກ່ຍວກັບລະບົບແລະຕົວເລກບັນຊີຂອງບໍລິສັດຈໍາກັດ. .....ມາດຕາ162:ບົດລາຍງານການດໍາເນີນທຸລະກິດປະຈໍາປີ

ມາດຕາ162:ບົດລາຍງານການດໍາເນີນທຸລະກິດປະຈໍາປີ ບົດລາຍງານການດໍາເນີນທຸລະກິດປະຈໍາປີຂອງບໍລິສັດຈໍາກັດປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.ທຶນທັງໝົດ,ທຶນຈົດທະບຽນແລະຈໍານວນຮຸ້ນທີ່ຈໍາໜ່າຍແລ້ວແຕ່ຍັງບໍ່ທັນໄດ້ຊໍາລະ; 2.ປະເພດຮຸ້ນແລະຈໍານວນຮຸ້ນທີ່ຈໍາໜ່າຍແລະໄດ້ຊໍາລະແລ້ວ; 3.ຊື່,ສະຖານທີ່ຕັ້ງແລະປະເພດທຸລະກິດຂອງບໍລິສັດອື່ນຫຼືບໍລິສັດໃນກຸ່ມທີ່ບໍລິສັດຈໍາກັດຖືຮຸ້ນຢູ່,ປະເພດຮຸ້ນແລະຈໍານວນຮຸ້ນ; 4.ຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນຂໍ້ເກົ້າມາດຕາໜຶ່ງຮ້ອຍຊາວເກົ້າຂອງກົດໝາຍສະບັບນີ້; 5.ຜົນຕອບແທນຕ່າງໆທີ່ຜູ້ອໍານວຍການແຕ່ລະຄົນໄດ້ຮັບຈາກບໍລິສັດຈໍາກັດເປັນຈໍານວນຫຼືມູນຄ່າ; 6.ບັນຫາອື່ນທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ. .....ມາດຕາ163:ສິດໃນການກວດສອບສໍາເນົາເອກະສານຂອງຜູ້ຖືຮຸ້ນ

ມາດຕາ163:ສິດໃນການກວດສອບສໍາເນົາເອກະສານຂອງຜູ້ຖືຮຸ້ນ ຜູ້ຖືຮຸ້ນມີສິດກວດສອບຫຼືອັດສໍາເນົາເອກະສານກ່ຽວກັບທະບຽນວິສາຫະກິດຂອງບໍລິສັດຈໍາກັດໄດ້ທຸກເວລາໃນໂມງລັດຖະການເວັ້ນເສຍແຕ່ເອກະສານກ່ຽວກັບຄວາມລັບທາງການຄ້າແລະຍຸດທະສາດການແຂ່ງຂັນ.

ຄ່າສໍາເນົາໃຫ້ເກັບຕາມລາຄາຕົ້ນທຶນທີ່ໄດ້ໃຊ້ຈ່າຍໃນການອັດສໍາເນົາເທົ່ານັ້ນ.

ຜູ້ຖືຮຸ້ນມີສິດຮຽກຮ້ອງໃຫ້ຜູ້ອໍານວຍການຂອງບໍລິສັດຈໍາກັດເຊັນຮັບຮອງຄວາມຖືກຕ້ອງຂອງສໍາເນົາເອກະສານທີ່ບໍລິສັດຈໍາກັດອັດສໍາເນົາໃຫ້. ....ຍ.ການຄວບແລະການຍຸບເລີກບໍລິສັດຈໍາກັດ


.....ມາດຕາ164:ການຄວບບໍລິສັດຈໍາກັດ

ມາດຕາ164:ການຄວບບໍລິສັດຈໍາກັດ ບໍລິສັດຈໍາກັດສາມາດຄວບກັບບໍລິສັດອື່ນໄດ້ເພື່ອກາຍເປັນບໍລິສັດເດີມໃດນຶ່ງຫຼືກາຍເປັນບໍລິສັດໃໝ່.

ບໍລິສັດຈໍາກັດຈະຄວບກັນໄດ້ກໍ່ຕໍ່ເມື່ອ: 1.ໄດ້ຮັບມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້. 2.ໄດ້ແຈ້ງກ່ຽວກັບການຄວບລົງທາງສື່ມວນຊົນໃດໜຶ່ງຢ່າງໜ້ອຍສາມຄັ້ງພາຍໃນກໍານົດເວລາສິບວັນລັດຖະການນັບແຕ່ວັນມີມະຕິເປັນຕົ້ນໄປແລະແຈ້ງໃຫ້ເຈົ້າໜີ້ຂອງຕົນຊາບເພື່ອສະແດງຄໍາຄັດຄ້ານພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນທີ່ເຈົ້າໜີ້ໄດ້ຮັບຄໍາແຈ້ງເພື່ອຄັດຄ້ານເປັນຕົ້ນໄປ.ເຈົ້າໜີ້ທີ່ບໍ່ຕອບພາຍໃນກໍານົດເວລາດັ່ງກ່າວຖືວ່າບໍ່ໄດ້ຄັດຄ້ານ. 3.ໄດ້ຂຶ້ນທະບຽນວິສາຫະກິດໃໝ່.

ການຄັດຄ້ານການຄວບແລະຜົນຂອງການຄວບຂອງບໍລິສັດຈໍາກັດແມ່ນໃຫ້ປະຕິບັດເຊັ່ນດຽວກັນກັບທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເຈັດຂອງກົດໝາຍສະບັບນີ້. .....ມາດຕາ165:ສາເຫດຂອງການຍຸບເລີກ

ມາດຕາ165:ສາເຫດຂອງການຍຸບເລີກ ບໍລິສັດຈໍາກັດອາດຈະຖືກຍຸບເລີກດ້ວຍສາເຫດສອງປະການຄືການຍຸບເລີກຕາມຄໍາຕັດສິນຂອງສານ.

ບໍລິສັດຈໍາກັດທີ່ຈະຍຸບເລີກຕ້ອງແຈ້ງການຍຸບເລີກຊົ່ວຄາວຂອງຕົນຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາຫ້າສິບແປດຂອງກົດໝາຍສະບັບນີ້. .....ມາດຕາ166:ການຍຸບເລີກໂດຍສາເຫດທາງກົດໝາຍ

ມາດຕາ166:ການຍຸບເລີກໂດຍສາເຫດທາງກົດໝາຍ ບໍລິສັດຈໍາກັດອາດຈະຖືກຍຸບເລີກໂດຍສາເຫດທາງກົດໝາຍໃດໜຶ່ງດັ່ງນີ້: 1.ຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ; 2.ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈໍາກັດມີມະຕິໃຫ້ຍຸບເລີກຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້; 3.ຖືກລົ້ມລະລາຍ; 4.ຍຸບເລີກຕາມກໍລະນີທີ່ໄດ້ກໍານົດໄວ້ໃນໝາຍທີສອງແລະໝວດທີສາມພາກທີສອງຂອງກົດໝາຍສະບັບນີ້. .....ມາດຕາ167:ການຍຸບເລີກຕາມຄໍາຕັດສິນຂອງສານ

ມາດຕາ167:ການຍຸບເລີກຕາມຄໍາຕັດສິນຂອງສານ ຜູ້ອໍານວຍການຫຼືຜູ້ຖືຮຸ້ນໃດໜຶ່ງມີສິດຮ້ອງຟ້ອງຕໍ່ສານເພື່ອພິຈາລະນາໃຫ້ບໍລິສັດຈໍາກັດຍຸບເລີກດ້ວຍສາເຫດໃດໜຶ່ງດັ່ງນີ້: 1.ມີການລະເມີດຂໍ້ກໍານົດຫຼືຂັ້ນຕອນຂອງການສ້າງຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. 2.ລະເມີດສັນຍາສ້າງຕັ້ງຫຼືກົດລະບຽບຂອງບໍລິສັດຈໍາກັດ. 3.ບໍລິສັດຈໍາກັດເຄື່ອນໄຫວທຸລະກິດຫຼຸບທຶນຢ່າງຕໍ່ເນື່ອງແລະບໍ່ສາມາດແກ້ໄຂໄດ້. 4.ມີເຫດສຸດວິໄສທີ່ເຮັດໃຫ້ບໍລິສັດຈໍາກັດບໍ່ສາມາດດໍາເນີນທຸລະກິດຂອງຕົນຕໍ່ໄປໄດ້. 5.ຍັງເຫຼືອຜູ້ຖືຮຸ້ນແຕ່ຜູ້ດຽວຫຼືມີຈໍານວນຜູ້ຖືຮຸ້ນຫຼາຍກວ່າສາມສິບົນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາເກົ້າສິບຂອງກົດໝາຍສະບັບນີ້.

ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວສານສາມາດພິຈາລະນາສັ່ງຍຸບເລີກຫຼືສັ່ງໃຫ້ບໍລິສັດຈໍາກັດທີ່ກ່ຽວຂ້ອງແກ້ໄຂຂໍ້ຜິດພາດແທນກໍ່ໄດ້ຖ້າເປັນບັນຫາທີ່ບໍ່ຮ້າຍແຮງຫຼືສາມາດແກ້ໄຂໄດ້. .....ມາດຕາ168:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ

ມາດຕາ168:ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ ການຍູບເລີກຊົ່ວຄາວຂອງບໍລິສັດກໍາກັດມີຜົນສະທ້ອນເຊັ່ນດຽວກັນກັບການຍູບເລີກວິສາຫະກິດຮຸ້ນສ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສອງຂອງກົດໝາຍສະບັບນີ້. ....ດ.ການຊໍາລະສະສາງຂອງບໍລິສັດຈໍາກັດ


.....ມາດຕາ169:ວິທີການຊໍາລະສະສາງ

ມາດຕາ169:ວິທີການຊໍາລະສະສາງ ບັນດາຜູ້ຖືຮຸ້ນສາມາດຕົກລົງກັນເພື່ອເລືອກເອົາວິທີການແບ່ງປັນຊັບສິນຫຼືການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດຫຼືຕາມການຕົກລົງຂອງບັນດາຜູ້ຖືຮຸ້ນດ້ວຍກັນເວັ້ນເສຍແຕ່ໃນກໍລະນີທີ່ມີການຍຸບເລີກເນື່ອງມາຈາກການລົ້ມລິລາຍ.ສານຕັດສິນໃຫ້ຍຸບເລີກ,ຜູ້ຖືຮຸ້ນຂອງບໍລິສັດຈໍາກັດເຫຼືອພຽງຜູ້ດຽວຫຼືຫຼາຍກວ່າສາມສິບຄົນ. .....ມາດຕາ170:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ

ມາດຕາ170:ການແຕ່ງຕັ້ງຫຼືປົດຜູ້ຊໍາລະສະສາງ ວິທີການແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຊໍາລະສະສາງຂອງບໍລິສັດຈໍາກັດຕ້ອງກໍານົດລະອຽດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດ.ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈໍາກັດບໍ່ໄດ້ກໍານົດກ່ຽວກັບການແຕ່ງຕັ້ງຫຼືປົດຕໍາແໜ່ງດັ່ງກ່າວໄວ້ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນລົງມະຕິເລືອກເອົາຜູ້ຊໍາລະສະສາງດ້ວຍຄະແນນສຽງຢ່າງໜ້ອຍສອງສ່ວນສາມຂອງຜູ້ຖືຮຸ້ນແລະຜູ້ຕາງໜ້າຜູ້ຖືຮຸ້ນທີ່ເຂົ້າຮ່ວມປະຊຸມ.ຜູ້ຊໍາລະສະສາງຕ້ອງແມ່ນບຸກຄົນທໍາມະດາຊຶ່ງອາດຈະແມ່ນບຸກຄົນພາຍໃນຫຼືພາຍນອກບໍລິສັດຈໍາກັດກໍ່ໄດ້.

ໃນກໍລະນີທີ່ຄະແນນສຽງຂອງຜູ້ຖືຮຸ້ນເພື່ອເລືອກຜູ້ຊໍາລະສະສາງບໍ່ພຽງພໍຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ຜູ້ທີ່ມີສ່ວນໄດ້ສ່ວນເສຍນໍາບໍລິສັດຈໍາກັດມີສິດຮ້ອງຂໍໃຫ້ສານເປັນຜູ້ແຕ່ງຕັ້ງ.

ຜູ້ຊໍາລະສະສາງທີ່ກໍານົດໄວ້ໃນມາດຕານີ້ແລະມາດຕາໜຶ່ງຮ້ອຍເຈັດສິບເອັດຂອງກົດໝາຍສະບັບນີ້ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດກໍ່ຈະຖືກປິດດ້ວຍຮູບການນັ້ນ. .....ມາດຕາ171:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ

ມາດຕາ171:ການແຕ່ງຕັ້ງຜູ້ຊໍາລະສະສາງດ້ວຍສານ ການແຕ່ງຕັ້ງຜູ້ຊໍາລະສະສາງໃນກໍລະນີທີ່ມີການຍຸບເລີກບໍລິສັດຈໍາກັດເນື່ອງມາຈາກການລົ້ມລະລາຍ,ຄໍາຕັດສິນຂອງສານ,ບໍລິສັດຈໍາກັດເຫຼືອຜູ້ຖືຮຸ້ນພຽງຄົນດຽວຫຼືມີຈໍານວນຜູ້ຖືຮຸ້ນຫຼາຍກວ່າສາມສິບຄົນນັ້ນແມ່ນສານເປັນຜູ້ແຕ່ງຕັ້ງ. .....ມາດຕາ172:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້

ມາດຕາ172:ການແຕ່ງຕັ້ງແທນຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ ຜູ້ຊໍາລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ພາຍຫຼັງໄດ້ຮັບການແຕ່ງຕັ້ງເນື່ອງຈາກສາເຫດໃດໜຶ່ງເຊັ່ນເສຍຊີວິດຫຼືຂາດຄວາມສາມາດທາງດ້ານການປະພຶດຕ້ອງດໍາເນີນການແຕ່ງຕັ້ງຜູ້ຊໍາລະສະສາງໃໝ່ແທນດ້ວຍຮູບການທີ່ຜູ້ຊໍາລະສະສາງກ່ອນໄດ້ຮັບການແຕ່ງຕັ້ງມາ.

ບໍລິສັດຈໍາກັດຕ້ອງໄດ້ແຈ້ງໃຫ້ມວນຊົນຊາບກ່ຽວກັບການແຕ່ງຕັ້ງ.ການປົດຫຼືການສິ້ນສຸດໜ້າທີ່ຂອງຜູ້ຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້,ມາດຕາໜຶ່ງຮ້ອຍເຈັດສິບແລະມາດຕາໜຶ່ງຮ້ອຍເຈັດສິບເອັດຂອງກົດໝາຍສະບັບນີ້ພາຍໃນກໍານົດສິບວັນລັດຖະການນັບແຕ່ວັນແຕ່ງຕັ້ງ.ປົດຫຼືສິ້ນສຸດໜ້າທີ່ດັ່ງກ່າວ. .....ມາດຕາ173:ບູລິມະສິດໃນການຊໍາລະສະສາງຫຼືແບ່ງປັນໜີ້ສິນ

ມາດຕາ173:ບູລິມະສິດໃນການຊໍາລະສະສາງຫຼືແບ່ງປັນໜີ້ສິນ ການຊໍາລະສະສາງຫຼືແບ່ງປັນໜີ້ສິນຕ້ອງປະຕິບັດຕາມລໍາດັບບູລິມະສິດຕາມທີ່ໄດ້ກໍານົດໄວ້ແຕ່ຂໍ້ໜຶ່ງຫາຂໍ້ສີ່ມາດຕາຫົກສິບເກົ້າຂອງກົດໝາຍສະບັບນີ້.

ພາຍຫຼັງທີ່ໄດ້ແບ່ງປັນໃຫ້ເຈົ້າໜີ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ແລ້ວຖ້າຍັງເຫຼືອຕ້ອງແບ່ງປັນໃຫ້ບັນດາຜູ້ຖືຮຸ້ນ. .....ມາດຕາ174:ການນໍາໃຊ້ບົດບັນຍັດກ່ຽວກັບການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ

ມາດຕາ174:ການນໍາໃຊ້ບົດບັນຍັດກ່ຽວກັບການຊໍາລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ ນອກຈາກບົດບັນຍັດຕ່າງໆທີ່ໄດ້ກໍານົດໄວ້ໃນຂໍ້ດ,ໝວດທີສອງພາກທີຫ້ານີ້ແລ້ວການຊໍາລະສະສາງຂອງບໍລິສັດຈໍາກັດແມ່ນໃຫ້ນໍາໃຊ້ບົດບັນຍັດຂອງມາດຕາຫົກສິບເຈັດກ່ຽວກັບສິດແລະໜ້າທີ່ຂອງຜູ້ຊໍາລະສະສາງ,ມາດຕາຫົກສິບແປດກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ຊໍາລະສະສາງຫຼາຍຄົນ.ມາດຕາເຈັດສິບກ່ຽວກັບໜ້າທີ່ຂອງຜູ້ຊໍາລະສະສາງພາຍຫຼັງການຊໍາລະສະສາງ,ມາດຕາເຈັດສິບເອັດກ່ຽວກັບຄວາມຮັບຜິດຊອບຂອງຜູ້ຊໍາລະສະສາງແລະມາດຕາເຈັດສິບສອງກ່ຽວກັບການແຈ້ງການຍຸບເລີກແລະການຖອນທະບຽນວິສາຫະກິດຖາວອນຕາມທີ່ໄດ້ບົ່ງໄວ້ໃນກົດໝາຍສະບັບນີ້ຕາມຄວາມເໝາະສົມ. ....ຕ.ບໍລິສັດຈໍາກັດຜູ້ດຽວ


.....ມາດຕາ175:ການສ້າງຕັ້ງບໍລິສັດຈໍາກັດຜູ້ດຽວ

ມາດຕາ175:ການສ້າງຕັ້ງບໍລິສັດຈໍາກັດຜູ້ດຽວ ການສ້າງຕັ້ງບໍລິສັດຈໍາກັດຜູ້ດຽວຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ຖອກຮຸ້ນໃນນາມບໍລິສັດຈໍາກັດຜູ້ດຽວໃຫ້ຄົບຖ້ວນຕາມຈໍານວນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເຈັດສິບເຈັດຂອງກົດໝາຍສະບັບນີ້. 2.ຮ່າງກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວ. 3.ຂຶ້ນທະບຽນວິສາຫະກິດ. .....ມາດຕາ176:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ176:ການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ການແຈ້ງຂຶ້ນທະບຽນວິສາຫະກິດເປັນບໍ ລິສັດຈໍາກັດຜູ້ດຽວຕ້ອງມີເອກະສານດັ່ງນີ້: 1.ໃບຄໍາຮ້ອງແລະໃບມອບສິດໃນກໍລະນີທີ່ມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ; 2.ກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວ.

ທຸກເອກະສານທີ່ໄດ້ບົ່ງໄວ້ຂ້າງເທິງນີ້ຕ້ອງມີລາຍເຊັນຂອງງຜູ້ຖືຮຸ້ນແລະຜູ້ຈັດການຖ້າມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ. .....ມາດຕາ177:ການຖອກຮຸ້ນແລະການໂອນຮຸ້ນຂອງບໍລິສັດຈໍາກັດຜູ້ດຽວ

ມາດຕາ177:ການຖອກຮຸ້ນແລະການໂອນຮຸ້ນຂອງບໍລິສັດຈໍາກັດຜູ້ດຽວ ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຜູ້ດຽວຕ້ອງຖອກຮຸ້ນໃຫ້ຄົບທັງເປັນເງິນແລະເປັນວັດຖຸກ່ອນການຂຶ້ນທະບຽນວິສາຫະກິດ.

ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວຮຸ້ນຂອງບໍລິສັດຈໍາກັດຜູ້ດຽວບໍ່ສາມາດຖອນໄດ້ແຕ່ສາມາດໂອນແລະສືບທອດກັນໄດ້.

ບໍລິສັດຈໍາກັດຜູ້ດຽວຕ້ອງສົ່ງໃບຮຸ້ນໃຫ້ເຈົ້ານ້າທີ່ທະບຽນວິສາຫະກິດເຊັນຮັບຮອງພາຍໃນກໍານົດສາມເດືອນນັບແຕ່ວັນທີ່ໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ໃບຮຸ້ນບໍລິສັດຈໍາກັດຜູ້ດຽວບໍ່ສາມາດປ່ຽນມືໄດ້. .....ມາດຕາ178:ການມີຈໍານວນຜູ້ຖືຮຸ້ນເກີນໜຶ່ງຄົນ

ມາດຕາ178:ການມີຈໍານວນຜູ້ຖືຮຸ້ນເກີນໜຶ່ງຄົນ ບໍລິສັດຈໍາກັດຜູ້ດຽວທີ່ມີຜູ້ຖືຮຸ້ນຫຼາຍກວ່າໜຶ່ງຄົນຕ້ອງປ່ຽນຊື່ເປັນບໍລິສັດຈໍາກັດແລະປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນຂໍ້ກໍຫາຂໍ້ດໝວດທີສອງພາກທີຫ້າຂອງກົດໝາຍສະບັບນີ້ຫຼືຍຸບເລີກ. .....ມາດຕາ179:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນ

ມາດຕາ179:ສິດແລະໜ້າທີ່ຂອງຜູ້ຖືຮຸ້ນ ຜູ້ຖືຮຸ້ນຂອງບໍລິສັດຈໍາກັດຜູ້ດຽວມີສິດແລະໜ້າທີ່ດັ່ງນີ້: 1.ຕົກລົງຮັບຮອງເອົາກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວ. 2.ຈ້າງຜູ້ຈັດການ; 3.ແຕ່ງຕັ້ງຜູ້ກວດສອບບັນຊີເມື່ອເຫັນວ່າຈໍາເປັນ; 4.ຕົກລົງເງິນເດືອນຂອງຜູ້ຈັດການ,ຄ່າຈ້າງຂອງຜູ້ກວດສອບບັນຊີແລະກໍາມະກອນ; 5.ຮັບຮອງເອົາບົດສະຫຼຸບລາຍງານການດໍາເນີນທຸລະກິດ,ບັນຊີລາຍຮັບ,ບັນຊີລາຍຈ່າຍແລະແຜນການດໍາເນີນທຸລະກິດຂອງບໍລິສັດຈໍາກັດຜູ້ດຽວ; 6.ນໍາໃຊ້ເງິນປັນຜົນ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວ. .....ມາດຕາ180:ຜູ້ຈັດການ.

ມາດຕາ180:ຜູ້ຈັດການ. ຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວອາດຈະແມ່ນຜູ້ຖືຮຸ້ນເອງຫຼືຈ້າງບຸກຄົນພາຍນອກ.ຜູ້ຈັດການທີ່ເປັນບຸກຄົນພາຍນອກໄດ້ຮັບຄ່າຕອບແທນຕາມການຕົກລົງກັບຜູ້ຖືຮຸ້ນ.ຜູ້ຖືຮຸ້ນຈະຈ້າງຜູ້ຈັດການຜູ້ໜຶ່ງຫຼືຫຼາຍຄົນກໍ່ໄດ້.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງບໍລິສັດຈໍາກັດຜູ້ດຽວແລະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ຖືຮຸ້ນ.

ຜູ້ຈັດການອາດຈະມອບບາງວຽກງານຂອງຕົນໃຫ້ບຸກຄົນອື່ນເຮັດຊ່ວຍ. .....ມາດຕາ181(ປັບປຸງ):ສັນຍາຈ້າງຜູ້ຈັດການ

ມາດຕາ181(ປັບປຸງ):ສັນຍາຈ້າງຜູ້ຈັດການ ສັນຍາຈ້າງຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວຕ້ອງເຮັດເປັນລາຍລັກອັກສອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາ.ເນື້ອໃນຂອງສັນຍາຕ້ອງກໍານົດລະອຽດກ່ຽວກັບສິດ,ໜ້າທີ່,ຄ່າຈ້າງ,ຄວາມຮັບຜິດຊອບຂອງຄຸ່ສັນຍາແລະການຍົກເລີກສັນຍາ.

ສາຍພົວພັນລະຫວ່າງຜູ້ຈັດການ,ບໍລິສັດຈໍາກັດຜູ້ດຽວແລະບຸກຄົນພາຍນອກແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. .....ມາດຕາ182:ຂໍ້ຫ້າມສໍາລັບຜູ້ຈັດການທີ່ຖືກຈ້າງ

ມາດຕາ182:ຂໍ້ຫ້າມສໍາລັບຜູ້ຈັດການທີ່ຖືກຈ້າງ ຜູ້ຈັດການຂອງບໍລິສັດຈໍາກັດຜູ້ດຽວທີ່ຖືກຈ້າງບໍ່ມີສິດດໍາເນີນທຸລະກິດທີ່ມີລັກສະນະແຂ່ງຂັນກັບບໍລິສັດຈໍາກັດຜູ້ດຽວດັ່ງນີ້: 1.ດໍາເນີນທຸລະກິດປະເພດດຽວກັນຫຼືຄ້າຍຄືກັນກັບບໍລິສັດຈໍາກັດຜູ້ດຽວບໍ່ວ່າຈະເຮັດເພື່ອຕົນເອງຫຼືເພື່ອຜົນປະໂຫຍດຂອງຄົນອື່ນເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກຜູ້ຖືຮຸ້ນ; 2.ເປັນຂາຮຸ້ນບໍ່ຈໍາກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນທີ່ດໍາເນີນທຸລະກິດປະເພດດຽວຫຼືຄ້າຍຄືກັນກັບບໍລິສັດຈໍາກັດຜູ້ດຽວເວັ້ນເສຍແຕ່ໄດ້ຮັບຄວາມເຫັນດີຈາກຜູ້ຖືຮຸ້ນ. .....ມາດຕາ183:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ

ມາດຕາ183:ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕ,ໝວດທີສອງພາກນີ້ແລ້ວການເພີ່ມຫຼືຫຼຸດທຶນ,ການເງິນ,ການກວດສອບບັນຊີ,ການຄວບ,ການຍຸບເລີກແລະການຊໍາລະສະສາງແມ່ນໃຫ້ນໍາໃຊ້ບົດບັນຍັດທີ່ກ່ຽວຂ້ອງຂອງບໍລິສັດຈໍາກັດຕາມຄວາມເໝາະສົມ. ...ໝວດທີ3:ບໍລິສັດມະຫານຊົນ


....ກ.ຫຼັກການທົ່ວໄປແລະການສ້າງຕັ້ງ


.....ມາດຕາ184:ຫຼັກການກ່ຽວກັບຈໍານວນຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ

ມາດຕາ184:ຫຼັກການກ່ຽວກັບຈໍານວນຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ ບໍລິສັດມະຫາຊົນຕ້ອງມີຜູ້ຖືຮຸ້ນທີ່ເປັນຜູ້ສ້າງຕັ້ງຢ່າງໜ້ອຍເກົ້າຄົນແລະຕ້ອງມີຜູ້ກວດສອບບັນຊີນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ບໍລິສັດມະຫາຊົນທີ່ມີຈໍານວນຜູ້ຖືຮຸ້ນບໍ່ເຖິງເກົ້າຄົນຕ້ອງດໍາເນີນການຍຸບເລີກແລະການຊໍາລະສະສາງຕາມທີ່ໄດ້ກໍານົດໄວ້ໃນຂໍ້ດ,ໝາຍທີສອງພາກທີຫ້າຂອງກົດໝາຍສະບັບນີ້. .....ມາດຕາ185:ຜູ້ສ້າງຕັ້ງບໍລິສັດມະຫາຊົນ

ມາດຕາ185:ຜູ້ສ້າງຕັ້ງບໍລິສັດມະຫາຊົນ ຜູ້ສ້າງຕັ້ງບໍລິສັດມະຫາຊົນແມ່ນບຸກຄົນຫຼືນິຕິບຸກຄົນດັ່ງນີ້: 1.ມີຄວາມສາມາດທາງດ້ານການປະພຶດ. 2.ບໍ່ແມ່ນບຸກຄົນທີ່ລົ້ມລະລາຍຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດໍາເນີນທຸລະກິດ; 3.ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງຫຼືຍັກຍອກຊັບ; 4.ຖືຮຸ້ນລວມກັນຢ່າງໜ້ອຍສິບສ່ວນຮ້ອຍຂອງທຶນຈົດທະບຽນ.

ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ອາໃສຢູ່ສປປລາວຫຼືຄົນຕ່າງປະເທດລ້ວນແຕ່ມີສິດເປັນຜູ້ສ້າງຕັ້ງບໍລິສັດມະຫາຊົນຮ້ອຍສ່ວນຮ້ອຍເວັ້ນເສຍແຕ່ໃນກໍລະນີທີ່ຈໍາເປັນຄົນສັນຊາດລາວຕ້ອງມີຈໍານວນຢ່າງໜ້ອຍເຄິ່ງໜຶ່ງຂອງຜູ້ສ້າງຕັ້ງຊຶ່ງລັດຖະບານຈະເປັນຜູ້ກໍານົດລະອຽດ. .....ມາດຕາ186:ການເປີດກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ

ມາດຕາ186:ການເປີດກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນຕ້ອງເປີດຂຶ້ນພາຍໃນກໍານົດເກົ້າສິບວັນຫຼັກຈາກໄດ້ແຈ້ງສັນຍາສ້າງຕັ້ງບໍລິສັດມະຫາຊົນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບແລະມີຄົນຈອງຊື້ຮຸ້ນຂອງບໍລິສັດມະຫາຊົນຄົບຖ້ວນແລ້ວ.

ໃນກໍລະນີທີ່ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນບໍ່ສາມາດເປີດຂຶ້ນທັນຕາມເວລາທີ່ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ຜູ້ສ້າງຕັ້ງຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ໄດ້ຕົກລົງເລື່ອນກອງປະຊຸມເປັນຕົ້ນໄປ.

ກອງປະຊຸມຄັ້ງຕໍ່ມາຕ້ອງເປີດຂຶ້ນພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນຊາບເປັນຕົ້ນໄປ.ຖ້າວ່າກອງປະຊຸມຄັ້ງຕໍ່ມານີ້ບໍ່ສາມາດເປີດຂຶ້ນໄດ້ສັນຍາສ້າງຕັ້ງບໍລິສັດມະຫາຊົນກໍ່ຈະຖືກຍົກເລີກແລະຜູ້ສ້າງຕັ້ງບໍລິສັດມະຫາຊົນຕ້ອງສົ່ງເງິນຮຸ້ນຄືນໃຫ້ຜູ້ຈອງຮຸ້ນທັງໝົດ.

ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນຕ້ອງເປີດຂຶ້ນໃນເມືອງຫຼືແຂວງບ່ອນທີ່ສໍານັກງານໃຫຍ່ຂອງບໍລິສັດມະຫາຊົນຕັ້ງຢູ່ແລະຕ້ອງມີຜູ້ສ້າງຕັ້ງ,ຜູ້ຈອງຮຸ້ນເຂົ້າຮ່ວມແລະມີຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຈໍານວນຮຸ້ນທັງໝົດ. .....ມາດຕາ187:ສັນຍາສ້າງຕັ້ງບໍລິສັດມະຫາຊົນ

ມາດຕາ187:ສັນຍາສ້າງຕັ້ງບໍລິສັດມະຫາຊົນ ສັນຍາສ້າງຕັ້ງບໍລິສັດມະຫາຊົນຕ້ອງມີເນື້ອໃນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫົກຂອງກົດໝາຍສະບັບນີ້.ນອກຈາກນີ້ຍັງຕ້ອງບົ່ງຂໍ້ຄວາມທີ່ສະແດງເຖິງຈຸດປະສົງໃນການສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນທ່ົວໄປດ້ວຍ.

ການສະເໜີຂາຍຮຸ້ນຢ່າງເປີດເຜີຍຈະປະຕິບັດໄດ້ກໍ່ຕໍ່ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິສາຫະກິດແລ້ວແລະປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ.

ລະບຽບການກ່ຽວກັບການຊື້ຂາດຮຸ້ນຈະໄດ້ກໍານົດໄວ້ຕ່າງຫາກ. ....ຂ.ຮຸ້ນແລະໃບຮຸ້ນກູ້ຂອງບໍລິສັດມະຫາຊົນ


.....ມາດຕາ188:ຮຸ້ນແລະການຖອກຮຸ້ນ

ມາດຕາ188:ຮຸ້ນແລະການຖອກຮຸ້ນ ຮຸ້ນໜຶ່ງຂອງບໍລິສັດມະຫາຊົນບໍ່ໃຫ້ສູງກວ່າໜຶ່ງແສນກີບ.

ຜູ້ຖືຮຸ້ນຂອງບໍລິສັດມະຫານຊົນຕ້ອງຖອກຮຸ້ນໃຫ້ຄົບຖວ້ນໃນວັນສ້າງຕັ້ງບໍ່ວ່າຈະແມ່ນຮຸ້ນທີ່ເປັນເງິນຫຼືເປັນວັດຖຸກໍ່ຕາມ.

ຜູ້ຖືຮຸ້ນຈະຮ້ອງຂໍໃຫ້ສານສັ່ງຖອນຮຸ້ນບໍ່ໄດ້ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິສາຫະກິດແລ້ວ. .....ມາດຕາ189:ໃບຮຸ້ນ

ມາດຕາ189:ໃບຮຸ້ນ ໃບຮຸ້ນຂອງບໍລິສັດມະຫາຊົນມີເນື້ອໃນຕົ້ນຕໍດັ່ງນີ້: 1.ເລກທີໃບຮຸ້ນ; 2.ຊື່ແລະເລກທີທະບຽນວິສາຫະກິດຂອງບໍລິສັດມະຫານຊົນ; 3.ຊື່ແລະສັນຊາດຂອງຜູ້ຖືຮຸ້ນ; 4.ຈໍານວນຮຸ້ນທີ່ຜູ້ຖືຮຸ້ນຖືຢູ່; 5.ມູນຄ່າຂອງຮຸ້ນໜຶ່ງ; 6.ວັນເດືອນປີອອກໃບຮຸ້ນ; 7.ຊື່ແລະລາຍເຊັນຜູ້ອໍານວຍການພ້ອມດ້ວຍຕາປະທັບຂອງບໍລິສັດມະຫາຊົນ.

ໃບຮຸ້ນຂອງບໍລິສັດມະຫາຊົນສາມາດປ່ຽນມືໄດ້. .....ມາດຕາ190:ການໂອນຮຸ້ນ

ມາດຕາ190:ການໂອນຮຸ້ນ ຮຸ້ນຂອງບໍລິສັດມະຫາຊົນສາມາດໂອນໃຫ້ພາຍໃນຫຼືພາຍນອກໄດ້.ການໂອນໃບຮຸ້ນຖືວ່າສໍາເລັດເມື່ອຜູ້ໂອນໄດ້ສະຫຼັກຫຼັງໃບຮຸ້ນໂດຍກໍານົດຊື່ຂອງຜູ້ຮັບໂອນພ້ອມດ້ວຍຊື່ແລະລາຍເຊັນຂອງພວກກ່ຽວແລະຜູ້ໂອນໄດ້ມອບໃບຮຸ້ນໃຫ້ຜູ້ຮັບໂອນ.

ການໂອນຮຸ້ນຈະມີຜົນໃຊ້ໄດ້ຕໍ່: 1.ລິສັດມະຫາຊົນເມື່ອຕົນໄດ້ຮັບຄໍາຮ້ອງຂໍໃຫ້ຂຶ້ນທະບຽນການໂອນ; 2.ບຸກຄົນພາຍນອກເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນການໂອນໃຫ້ແລ້ວ.

ພາຍຫຼັງໄດ້ຮັບຄໍາຮ້ອງຫາກເຫັນວ່າການໂອນຖືກຕ້ອງຕາມຂັ້ນຕອນແລ້ວບໍລິສັດມະຫາຊົນຕ້ອງຂຶ້ນທະບຽນການໂອນໃຫ້ພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບຄໍາຮ້ອງເປັນຕົ້ນໄປ.

ໃນກໍລະນີທີ່ການໂອນບໍ່ຖືກຕ້ອງບໍລິສັດມະຫາຊົນຕ້ອງແຈ້ງໃຫ້ຜູ້ຍື່ນຄໍາຮ້ອງຊາບພາຍໃນກໍານົດຫ້າວັນລັດຖະການນັບແຕ່ວັນຮັບຄໍາຮ້ອງເພື່ອນໍາໄປແກ້ໄຂ.

ວິທີການແລະກໍານົດເວລາໃນການຂໍປ່ຽນໃບຮຸ້ນໃໝ່ໃຫ້ບົ່ງໄວ້ໃນກົດລະບຽບຂອງບໍລິສັດມະຫາຊົນ.

ຜູ້ສ້າງຕັ້ງບໍລິສັດມະຫາຊົນບໍ່ໃຫ້ໂອນຮຸ້ນຕາມທີ່ໄດ້ກໍານົດໄວ້ໃນຂ້ໍສີ່ມາດຕາໜຶ່ງຮ້ອຍແປດສິບຫ້າຂອງກົດໝາຍສະບັບນີ້ພາຍໃນກໍານົດສອງປີນັບແຕ່ວັນທີ່ບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ. .....ມາດຕາ191:ໃບຮຸ້ນກູ້

ມາດຕາ191:ໃບຮຸ້ນກູ້ ບໍລິສັດມະຫາຊົນສາມາດກູ້ເງິນດ້ວຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນ.ການອອກໃບຮຸ້ນກູ້ແລະການສະເໜີຂາຍນັ້ນຕ້ອງດໍາເນີນການຢ່າງຖືກຕ້ອງຕາມຂັ້ນຕອນແລະລະບຽບການຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍກ່ຽວກັບການຊຶ້ຂາຍຮຸ້ນ.

ການກູ້ເງິນຂອງບໍລິສັດມະຫາຊົນໂດຍການອອກໃບຮຸ້ນກູ້ເພື່ອສະເໜີຂາຍຕໍ່ມວນຊົນຈະປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງດ້ວຍມະຕິສະເພາະຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍສີ່ສິບເກົ້າຂອງກົດໝາຍສະບັບນີ້. ....ຄ.ການຄວບບໍລິສັດມະຫາຊົນ


.....ມາດຕາ192:ການຄວບບໍລະສັດມະຫາຊົນ

ມາດຕາ192:ການຄວບບໍລະສັດມະຫາຊົນ ບໍລະສັດມະຫາຊົນສາມາດຄວບກັບບໍລະສັດອື່ນກໍ່ໄດ້ເພື່ອກາຍເປັນບໍລິສັດມະຫາຊົນເດີມໃດໜຶ່ງຫຼືກາຍເປັນບໍລະສັດໃໝ່.

ການຄວບບໍລິສັດມະຫາຊົນນອກຈາກທີ່ໄດ້ກໍານົດໄວ້ໃນຂໍ້ຄນີ້ແລ້ວຍັງຕ້ອງປະຕິບັດການຄວບຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຫົກສິບສີ່ຂອງກົດໝາຍສະບັບນີ້ອີກດ້ວຍ. .....ມາດຕາ193:ການຄັດຄ້ານການຄວບຂອງຜູ້ຖືຮຸ້ນ

ມາດຕາ193:ການຄັດຄ້ານການຄວບຂອງຜູ້ຖືຮຸ້ນ ບໍລິສັດມະຫາຊົນທີ່ມີຜູ້ຖືຮຸ້ນລົງມະຕິຄັດຄ້ານການຄວບນັ້ນຕ້ອງຊື້ຮຸ້ນຂອງຜູ້ຖືຮຸ້ນທີ່ຄັດຄ້ານດັ່ງກ່າວຕາມລາຄາປາກົດຕົວໃນຕະຫຼາດຮຸ້ນຫຼືຕະຫຼາດຫຼັກຊັບໃນໄລຍະນັ້ນ.

ໃນກໍລະນີທີ່ບໍ່ມີລາຄາສົມທຽບໃນຕະຫຼາດຮຸ້ນຫຼືຕະຫຼາດຫຼັກຊັບແລ້ວໃຫ້ເອົາລາຄາຕາມການປະເມີນຂອງຜູ້ຊ່ຽວຊານອີດສະຫຼະຊຶ່ງຖືກແຕ່ງຕັ້ງໂດຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ.

ພາຍຫຼັງທີ່ມີການປະເມີນລາຄາຮຸ້ນຕາມວັກສອງຂອງມາດຕານີ້ຖ້າຜູ້ຖືຮຸ້ນທີ່ຄັດຄ້ານການຄວບຍັງບໍ່ຍິນຍອມຂາຍຮຸ້ນຂອງຕົນຢູ່ບໍລິສັດມະຫາຊົນທີ່ກ່ຽວຂ້ອງມີສິດດໍາເນີນການຄວບໄດ້ໂດຍບໍ່ຂຶ້ນກັບວ່າຜູ້ຖືຮຸ້ນທີ່ລົງມະຕິລົງມະຕິຄັດຄ້ານນັ້ນຈະເຫັນດີນໍາລາຄາທີ່ປະເມີນຫຼືບໍ່ກໍ່ຕາມແລະຜູ້ກ່ຽວກໍ່ກາຍເປັນຜູ້ຖືຮຸ້ນຂອງບໍລິສັດທີ່ຄວບໃໝ່ໄປໃນຕົວ. .....ມາດຕາ194:ກໍານົດເວລາຄວບແລະການຂຶ້ນທະບຽນວິສາຫະກິດບໍລິສັດມະຫາຊົນທີ່ຄວບ

ມາດຕາ194:ກໍານົດເວລາຄວບແລະການຂຶ້ນທະບຽນວິສາຫະກິດບໍລິສັດມະຫາຊົນທີ່ຄວບ ການຄວບບໍລິສັດມະຫາຊົນຕ້ອງປະຕິບັດໃຫ້ສໍາເລັດພາຍໃນຮ້ອຍຫ້າສິບວັນນັບແຕ່ວັນທີ່ໄດ້ຮັບມະຕິການຄວບຈາກບໍລິສັດທີ່ຈະຄວບທັງໝົດແລະຕ້ອງຂຶ້ນທະບຽນວິສາຫະກິດໃຫ້ສໍາເລັດພາຍໃນສິບວັນລັດຖະການນັບແຕ່ວັນທີ່ໄດ້ສໍາເລັດການຄວບດັ່ງກ່າວເປັນຕົ້ນໄປ. .....ມາດຕາ195(ປັບປຸງ):ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ

ມາດຕາ195(ປັບປຸງ):ການນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດ ນອກຈາກບົດບັນຍັດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນໝວດທີສາມພາກທີຫ້າຂອງກົດໝາຍສະບັບນີ້ແລ້ວການຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ,ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງ,ການເພີ່ມຫຼືຫຼຸດທຶນ,ຜູ້ອໍານວຍການແລະສະພາບໍລິຫານ,ກອງປະຊຸມຜູ້ຖືຮຸ້ນ,ການເງິນ,ການກວດສອບບັນຊີແລະການຊໍາລະສະສາງແມ່ນໃຫ້ນໍາໃຊ້ບົດບັນຍັດຂອງບໍລິສັດຈໍາກັດຕາມຄວາມເໝາະສົມ. ..ພາກທີ6:ວິສາຫະກິດຂອງລັດ


...ມາດຕາ196(ໃໝ່):ວິສາຫະກິດຂອງລັດ

ມາດຕາ196(ໃໝ່):ວິສາຫະກິດຂອງລັດ ວິສາຫະກິດຂອງລັດແມ່ນວິສາຫະກິດທີ່ລັດເປັນຜູ້ສ້າງຕັ້ງຂຶ້ນແລະມີທຶນຫຼາຍຫວ່າຫ້າສິບສ່ວນຮ້ອຍຂຶ້ນໄປຫຼືການທັນວິສາຫະກິດອື່ນມາເປັນຂອງລັດຕາມການຕົກລົງເປັນເອກະພາບກັນ.

ວິສາຫະກິດຂອງລັດເອີ້ນວ່າ"ລັດວິສາຫະກິດ".ໃນກໍລະນີລັດວິສາຫະກິດສ້າງຕັ້ງແລະເຄື່ອນໄຫວທຸລະກິດພາຍໃຕ້ຫຼັກການຂອງຮູບແບບບໍລິສັດໃຫ້ເອີ້ນວ່າ"ບໍລິສັດລັດ".

ການສ້າງຕັ້ງ,ການຄຸ້ມຄອງບໍລິຫານ,ການເຄື່ອນໄຫວທຸລະກິດແລະການຫັນວິສາຫະກິດອື່ນມາເປັນຂອງລັດໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາ197(ໃໝ່):ເງື່ອນໄຂໃນການສ້າງຕັ້ງລັດວິສາຫະກິດ

ມາດຕາ197(ໃໝ່):ເງື່ອນໄຂໃນການສ້າງຕັ້ງລັດວິສາຫະກິດ ເງື່ອນໄຂໃນການສ້າງຕັ້ງວິສາຫະກິດມີດັ່ງນີ້: 1.ຕ້ອງຢູ່ໃນຂົງເຂດວຽກງານທີ່ມີຄວາມສໍາຄັນແລະຈໍາເປັນຂອງຊາດຊຶ່ງບໍ່ອະນຸຍາດໃຫ້ພາກສ່ວນເສດຖະກິດອື່ນດໍາເນີນທຸລະກິດໄດ້ເປັນຕົ້ນແມ່ນຂົງເຂດຍຸດທະສາດແລະຄວາມໝັ້ນຄົງແຫ່ງຊາດ. 2.ຕ້ອງຢູ່ໃນຂົງເຂດວຽກງານທີ່ຈະຊ່ວຍໃຫ້ລັດສາມາດສະໜອງການບໍລິການສາທາລະນະປະໂຫຍດໃຫ້ແກ່ສັງຄົມໄດ້ຢ່າງກວ້າງຂວາງຊຶ່ງພາກສ່ວນເສດຖະກິດອື່ນບໍ່ສາມາດດໍາເນີນທຸລະກິດໄດ; 3.ຕ້ອງຢູ່ໃນຂົງເຂດວຽກງານທີ່ມີຄວາມສາມາດໃນການດໍາເນີນທຸລະກິດທີ່ມີປະສິດທິຜົນ,ມີສະຖຽນລະພາບທາງດ້ານເສດຖະກິດ-ການເງິນແລະສາມາດສ້າງການສະສົມທຶນໄດ້ສູງ. ...ມາດຕາ198(ໃໝ່):ຫຼັກການພື້ນຖານໃນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດ

ມາດຕາ198(ໃໝ່):ຫຼັກການພື້ນຖານໃນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດ ໃນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດຕ້ອງຮັບປະກັນຫຼັກການພື້ນຖານດັ່ງນີ້: 1.ສອດຄ່ອງກັບແນວທາງນະໂຍບາຍຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ,ລະບຽບກົດໝາຍແລະຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການກ່ຽວຂ້ອງ. 2.ປະຕິບັດກົນໄກໄລ່ລຽງທຸລະກິດເປັນເຈົ້າຕົນເອງແລະຮັບຜິດຊອບຢ່າງເຕັມສ່ວນຕໍ່ຊັບສິນແລະທຶນຮອນທີ່ລັດມອບໃຫ້. 3.ມີກົນໄກຄຸ້ມຄອງບໍລິຫານທີ່ເຂັ້ມແຂງ,ທັນສະໃໝ,ໂປ່ງໃສ,ມີການກວດສອບພາຍໃນແລະພາຍນອກຢ່າງເປັນປະຈໍາ. 4.ຮັບປະກັນການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນເພື່ອປະກອບສ່ວນເຮັດໃຫ້ທຸລະກິດມີປະສິດທິຜົນ. ...ມາດຕາ199(ໃໝ່):ສະພາບໍລິຫານຂອງລັດວິສາຫະກິດ

ມາດຕາ199(ໃໝ່):ສະພາບໍລິຫານຂອງລັດວິສາຫະກິດ ລັດວິສາຫະກິດມີສະພາບໍລິຫານນັບແຕ່ວັນສ້າງຕັ້ງເປັນຕົ້ນໄປແລະມີພາລະບົດບາດໃນການຊີ້ນໍານໍາພາດ້ານຍຸດທະສາດທິດທາງແຜນການໃນການບໍລິຫານຈັດການລັດວິສາຫະກິດ.

ສະພາບໍລິຫານຂອງລັດວິສາຫະກິດປະກອບດ້ວຍປະທານ,ຮອງປະທານ,ສະມາຊິກຈໍານວນໜຶ່ງແລະມີກົງຈັກຂອງລັດວິສາຫະກິດເປັນຜູ້ຊ່ວຍ.

ປະທານສະພາບໍລິຫານຕ້ອງເປັນພະນັກງານລັດແລະປະຈໍາການຢູ່ວິສາຫະກິດນັ້ນ,ມີໜ້າທີ່ຮັບຜິດຊອບລວມຕໍ່ການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດຂອງຕົນ,ລວມທັງຊັບສິນ,ທຶນຮອນທີ່ລັດປະກອບໃຫ້.

ຮອງປະທານສະພາບໍລິຫານເປັນຜູ້ອໍານວຍການລັດວິສາຫະກິດມີໜ້າທີ່ຄຸ້ມຄອງໂດຍກົງຕໍ່ການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດ.ໃນກໍລະນີຈໍາເປັນລັດວິສາຫະກິດອາດວ່າຈ້າງນັກບໍລິຫານທີ່ມີປະສົບການຈາກພາຍນອກມາເປັນຜູ້ອໍານວຍການກໍ່ໄດ້.

ລາຍລະອຽດກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວລະອຽດຂອງສະພາບໍລິຫານຂອງລັດວິສາຫະກິດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ...ມາດຕາ200(ໃໝ່):ສິດແລະໜ້າທີ່ຂອງສະພາບໍລິຫານ

ມາດຕາ200(ໃໝ່):ສິດແລະໜ້າທີ່ຂອງສະພາບໍລິຫານ ສະພາບໍລິຫານມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຍຸດທະສາດທິດທາງແຜນການໃນການບໍລິຫານຈັດການລັດວິສາຫະກິດ; 2.ຕີລາຄາຜົນຂອງການດໍາເນີນທຸລະກິດຂອງວິສາຫະກິດ; 3.ຮັບຜິດຊອບຕໍ່ປະສິດທິຜົນຂອງການນໍາໃຊ້ຊັບສິນແລະທຶນຮອນທີ່ລັດປະກອບໃຫ້; 4.ຮັບຮອງການແຕ່ງຕັ້ງຜູ້ກວດສອບບັນຊີຈາກພາຍນອກ. 5.ຕິດຕາມກວດກາການເຄື່ອນໄຫວວຽກງານຂອງຄະນະອໍານວຍການຂອງລັດວິສາຫະກິດ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ201(ໃໝ່):ການເຂົ້າເຖິງແຫຼ່ງທຶນຂອງລັດວິສາຫະກິດ

ມາດຕາ201(ໃໝ່):ການເຂົ້າເຖິງແຫຼ່ງທຶນຂອງລັດວິສາຫະກິດ ລັດວິສາຫະກິດສາມາດເຂົ້າເຖິງແຫຼ່ງທຶນຕ່າງໆດັ່ງນີ້: 1.ການປະກອບທຶນຂອງລັດ; 2.ການຮ່ວມທຸລະກິດກັບຄູ່ຮ່ວມທຸລະກິດອື່ນ; 3.ການເອົາທີ່ດິນຫຼືຊັບສິນອື່ນຂອງຕົນໄປຄໍ້າປະກັນການກູ້ຢືມ; 4.ຕະຫຼາດຫຼັກຊັບ.

ການເອົາທີ່ດິນຫຼືຊັບສິນອື່ນຂອງວິສາຫະກິດໄປຄໍ້າປະກັນການກູ້ຢືແລະການເຂົ້າເຖິງແຫຼ່ງທຶນໃນຕະຫຼາດຫຼັກຊັບໄດ້ກໍານົດໄວ້ໃນລະບຽບການສະເພາະ. ..ພາກທີ7:ວິສາຫະກິດປະສົມ


...ມາດຕາ202(ໃໝ່):ວິສາຫະກິດປະສົມ

ມາດຕາ202(ໃໝ່):ວິສາຫະກິດປະສົມ ວິສາຫະກິດປະສົມແມ່ນວິສາຫະກິດທີ່ຮ່ວມທຶນກັນລະຫວ່າງລັດຫຼືລັດວິສາຫະກິດກັບພາກສ່ວນອື່ນທັງພາຍໃນຫຼືຕ່າງປະເທດ.ລັດຫຼືລັດວິສາຫະກິດເອີ້ນວ່າ"ພາກສ່ວນລັດ"

ການຮ່ວມທຶນກັນລະຫວ່າງພາກສ່ວນລັດແລະພາກສ່ວນອື່ນມີສອງຮູບການດັ່ງນີ້: 1.ພາກສ່ວນອື່ນຖືຮຸ້ນໃນລັດວິສາຫະກິດ; 2.ພາກສ່ວນລັດຖືຮຸ້ນໃນວິສາຫະກິດຂອງພາກສ່ວນອື່ນ. ...ມາດຕາ203(ໃໝ່):ພາກສ່ວນອື່ນຖືຮຸ້ນໃນລັດວິສາຫະກິດ

ມາດຕາ203(ໃໝ່):ພາກສ່ວນອື່ນຖືຮຸ້ນໃນລັດວິສາຫະກິດ ພາກສ່ວນອື່ນສາມາດຖືຮຸ້ນໃນລັດວິສາຫະກິດໄດ້ບໍ່ເກີນອັດຕາສ່ວນທຶນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາໜຶ່ງຮ້ອຍເກົ້າສິບຫົກຂອງກົດໝາຍສະບັບນີ້. ...ມາດຕາ204(ໃໝ່):ພາກສ່ວນລັດຖືຮຸ້ນໃນວິສາຫະກິດຂອງພາກສ່ວນອື່ນ

ມາດຕາ204(ໃໝ່):ພາກສ່ວນລັດຖືຮຸ້ນໃນວິສາຫະກິດຂອງພາກສ່ວນອື່ນ ພາກສ່ວນລັດສາມາດຖືຮຸ້ນໃນວິສາຫະກິດຂອງພາກສ່ວນອື່ນໄດ້ໃນອັດຕາສ່ວນທຶນຕາມການຕົກລົງກັນກັບຜູ້ຖືຮຸ້ນອື່ນ.

ການຖືຮຸ້ນຂອງພາກສ່ວນລັດໃນວິສາຫະກິດຂອງພາກສ່ວນອື່ນຈະມີອັດຕາສ່ວນທຶນຫຼາຍຫຼືໜ້ອຍພຽງໃດກໍ່ຕາມກໍ່ບໍ່ເຮັດໃຫ້ວິສາຫະກິດຂອງພາກສ່ວນອື່ນນັ້ນກາຍເປັນວິສາຫະກິດຂອງລັດໄດ້ເວັ້ນເສຍແຕ່ໄດ້ຕົກລົງເປັນເອກະພາບກັນເພື່ອຫັນເປັນວິສາຫະກິດຂອງລັດຕາມລະບຽບການ.

ໃນກໍລະນີພາກສ່ວນລັດແລະພາກສ່ວນອື່ນຮ່ວມທຶນກັນໂດຍມີຮຸ້ນຝ່າຍລະຫ້າສິບສ່ວນຮ້ອຍໃຫ້ຕົກລົງກັນກ່ຽວກັບວິທີການແລະຄະແນນສຽງໃນການລົງມະຕິ. ..ພາກທີ8:ການຄຸ້ມຄອງແລະການກວດກາວິສາຫະກິດ


...ມາດຕາ205(ປັບປຸງ):ພາກສ່ວນຄຸ້ມຄອງແລະກວດກາວິສາຫະກິດ

ມາດຕາ205(ປັບປຸງ):ພາກສ່ວນຄຸ້ມຄອງແລະກວດກາວິສາຫະກິດ ລັດຖະບານເປັນຜູ້ຄຸ້ມຄອງແລະກວດກາວິສາຫະກິດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດດ້ວຍການສ້າງສະພາບແວດລ້ອມເອື້ອອໍານວຍໃນການດໍາເນີນທຸລະກິດໂດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການໃນການຄຸ້ມຄອງແລະກວດກາຕາມພາລະບົດບາດຂອງຕົນບົນພື້ນຖານການປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ...ມາດຕາ206(ປັບປຸງ):ສິດແລະໜ້າທີ່ຂອງພາກສ່ວນຄຸ້ມຄອງແລະກວດກາວິສາຫະກິດ

ມາດຕາ206(ປັບປຸງ):ສິດແລະໜ້າທີ່ຂອງພາກສ່ວນຄຸ້ມຄອງແລະກວດກາວິສາຫະກິດ ພາກສ່ວນຄຸ້ມຄອງແລະກວດກາວິສາຫະກິດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າທິດທາງ,ນະໂຍບາຍແລະນິຕິກໍາກ່ຽວກັບການຄຸ້ມຄອງ,ກວດກາແລະພັດທະນາການເຄື່ອນໄຫວທຸລະກິດໃນປະເພດທຸລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ: 2.ແບ່ງຂັ້ນຄຸ້ມຄອງແລະກວດກາການເຄື່ອນໄຫວທຸລະກິດໃນປະເພດທຸລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນໃຫ້ຈະແຈ້ງຕາມທິດມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ; 3.ຊີ້ນໍາຊຸກຍູ້ວິສາຫະກິດໃນການຈັດຕັ້ງປະຕິບັດທິດທາງນະໂຍບາຍແລະນິຕິກໍາກ່ຽວກັບການເຄື່ອນໄຫວທຸລະກິດຂອງຂະແໜງການຕົນພ້ອມທັງໃຫ້ການຊ່ວຍເຫຼືອທາງດ້ານວິຊາການແລະການກໍ່ສ້າງຊັບພະຍາກອນມະນຸດ. 4.ພິຈາລະນາຕົກລົງເຫັນດີຫຼືບໍ່ເຫັນດີໃຫ້ຂຶ້ນທະບຽນວິສາຫະກິດທີ່ຢູ່ໃນບັນຊີປະເພດທຸລະກິດຄວບຄຸມຂອງຕົນແລະມີຄວາມຮັບຜິດຊອບຕໍ່ການຕົກລົງດັ່ງກ່າວ; 5.ເພີ່ມຫຼືຫຼຸດກິດຈະການໃນບັນຊີປະເພດທຸລະກິດຄວບຄຸມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອສະເໜີລັດຖະບານພິຈາລະນາຮັບຮອງ; 6.ຄຸ້ມຄອງ,ຕິດຕາມກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດໃນກິດຈະການທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນພ້ອມທັງປະຕິບັດມາດຕະການຕໍ່ການລະເມີດຕາມທີ່ໄດ້ກໍານົດໄວ້ໃນລະບຽບການ. 7.ແຈ້ງໃຫ້ເຈົ້ານ້າທີ່ທະບຽນວິສາຫະກິດສັ່ງໂຈະການເຄື່ອນໄຫວທຸລະກິດຕໍ່ວິສາຫະກິດທີ່ລະເມີດລະບຽບການຂອງຂະແໜງການຕົນ.ການແຈ້ງຕ້ອງເຮັດເປັນລາຍລັກອັກສອນພ້ອມືັງອະທິບາຍເຫດຜົນການສະເໜີແຈ້ງໂຈະດັ່ງກ່າວຢ່າງຈະແຈ້ງແລະລະອຽດຖີ່ຖ້ວນ. 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ການສັ່ງໂຈະການເຄື່ອນໄຫວທຸລະກິດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ...ມາດຕາ207(ປັບປຸງ):ສະພາການຄ້າແລະອຸດສາຫະກໍາ

ມາດຕາ207(ປັບປຸງ):ສະພາການຄ້າແລະອຸດສາຫະກໍາ ສະພາການຄ້າແລະອຸດສາຫະກໍາແມ່ນອົງການຈັດຕັ້ງສັງຄົມຂອງນັກທຸລະກິດ,ເປັນຂົວຕໍ່ລະຫວ່າງອົງການຂອງລັດແລະຫົວໜ່ວຍທຸລະກິດ,ເປັນຕົວແທນໃຫ້ແກ້ຜູ້ໃຊ້ແຮງງານ,ສະມາຄົນນັກທຸລະກິດແລະປະເພດວິສາຫະກິດຕ່າງໆທີ່ສ້າງຕັ້ງແລະເຄື່ອນໄຫວຢູ່ສປປລາວ.

ສະພາການຄ້າແລະອຸດສາຫະກໍາມີພາລະບົດບາດໃນການປະກອບຄໍາຄິດເຫັນແກ່ລັດກ່ຽວກັບທຸລະກິດ,ປຸກລະດົມຂົນຂວາຍ,ສຶກສານໍາພາ,ຈັດຕັ້ງ,ເຕົ້າໂຮມນັກທຸລະກິດເພື່ອສົ່ງເສີມເສດຖະກິດ,ການຄ້າ,ອຸດສາຫະກິດ,ການເງິນແລະການບໍລິການລວມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງວິສາຫະກິດໃຫ້ເຄື່ອນໄຫວທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ການຈັດຕັ້ງແລະການເຄື່ອນໄຫວ,ສິດໜ້າທີ່ລະອຽດຂອງສະພາການຄ້າແລະອຸດສາຫະກໍາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ..ພາກທີ9:ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ208:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ208:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍ,ຊົມເຊີຍຫຼືໄດ້ຮັບນະໂຍບາຍຕາມຄວາມເໝາະສົມ. ...ມາດຕາ209:ມາດຕະການຕໍ່ຜູ້ລະເມີດ

ມາດຕາ209:ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດຕາມມາດຕະການຕ່າງໆແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາ210:ການກົດໜ່ວງການຂຶ້ນທະບຽນວິສາຫະກິດ

ມາດຕາ210:ການກົດໜ່ວງການຂຶ້ນທະບຽນວິສາຫະກິດ ເຈົ້າໜ້າທີ່ທະບຽນວິສາຫະກິດຫຼືບຸກຄົນທີ່ກ່ຽວຂ້ອງທີ່ກົດໜ່ວງການຂຶ້ນທະບຽນວິສາຫະກິດບໍ່ວ່າຈະດ້ວຍຮູບການໃດກໍ່ຕາມເຊັ່ນ:ການທວງໃຫ້ຜູ້ມາຍື່ນເອກະສານແຈ້ງຂຶ້ນທະບຽນວິສາຫະກິດປະອບເອກະສານເພີ່ມເຕີມໂດຍບໍ່ມີເຫດຜົນ,ການເຮັດເອກະສານເສຍຫາຍຫຼືການແກ່ຍາວການຂຶ້ນທະບຽນວິສາຫະກິດຈະຖືກລົງວິໄນຄືສຶກສາອົບຮົມ,ຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືຖືກໄລ່ອອກຈາກລັດຖະການ.

ຂໍ້ກໍານົດຕາມວັກໜຶ່ງເທິງນີ້ໃຫ້ນໍາໃຊ້ລວມໄປເຖິງການກວດສອບແລະການພິຈາລະນາປະເພດທຸລະກິດໃນບັນຊີຄວບຄຸມຂອງເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງດ້ວຍ. ...ມາດຕາ211:ການສັ່ງໃຫ້ຕໍ່ທະບຽນວິສາຫະກິດ

ມາດຕາ211:ການສັ່ງໃຫ້ຕໍ່ທະບຽນວິສາຫະກິດ ບຸກຄົນໃດຫາກອອກຄໍາສັ່ງໃຫ້ຕໍ່ທະບຽນວິສາຫະກິດຈະຖືກປະຕິບັດວິໄນເຊັ່ນຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືຖືກໄລ່ອອກຈາກລັດຖະການ.

ຂໍ້ກໍານົດຕາມວັກໜຶ່ງເທິງນີ້ໃຫ້ນໍາໃຊ້ລວມໄປເຖິງການສັ່ງໃຫ້ຕໍ່ເອກະສານຫຼືໃບອະນຸຍາດຕ່າງໆທີ່ກ່ຽວຂ້ອງກັບປະເພດທຸລະກິດໃນບັນຊີຄວບຄຸມຂອງເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງດ້ວຍເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດຖະບານ. ...ມາດຕາ212:ການດໍາເນີນທຸລະກິດບໍ່ຂຶ້ນທະບຽນວິສາຫະກິດ

ມາດຕາ212:ການດໍາເນີນທຸລະກິດບໍ່ຂຶ້ນທະບຽນວິສາຫະກິດ ບຸກຄົນໃດທີ່ໄດ້ດໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດຈະຖືກປັບໃໝໜຶ່ງລ້ານກີບຫາສິບລ້ານກີບຕໍ່ຄັ້ງ.

ເຈົ້າໜີ້ຂອງບຸກຄົນທີ່ໄດ້ກໍາເນີນທຸລະກິດໂດຍບໍ່ຂຶ້ນທະບຽນວິສາຫະກິດຈະໄດ້ຮັບການປົກປ້ອງຜົນປະໂຫຍດອັນຊອບທໍາຂອງຕົນ.ຖ້າຫາກຜູ້ກ່ຽວໄດ້ເຂົ້າຮ່ວມທຸລະກິດກັບບຸກຄົນດັ່ງກ່າວດ້ວຍຄວາມບໍລິສຸດໃຈ. ...ມາດຕາ213:ການດໍາເນີນທຸລະກິດທີ່ບໍ່ຖືກກັບວັດຖຸປະສົງ

ມາດຕາ213:ການດໍາເນີນທຸລະກິດທີ່ບໍ່ຖືກກັບວັດຖຸປະສົງ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ກໍາເນີນທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນຈະຖືກສຶກສາອົບຮົມຫຼືປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບຕໍ່າຄັ້ງ. ...ມາດຕາ214:ການຂຶ້ນທະບຽນທີ່ບໍ່ຖືກຕ້ອງ

ມາດຕາ214:ການຂຶ້ນທະບຽນທີ່ບໍ່ຖືກຕ້ອງ ທະບຽນວິສາຫະກິດທີ່ຂຶ້ນໂດຍບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເກົ້າຂອງກົດໝາຍສະບັບນີ້ຈະຖືກລົບລ້າງ.

ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດໃຫ້ບຸກຄົນຫຼືການຈັດຕັ້ງໂດຍບໍ່ຖືກຕ້ອງຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງເທິງນີ້ຈະຖືກລົງວິໄນເຊັ່ນຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືໄລ່ອອກຈາກລັດຖະການ. ...ມາດຕາ215:ການເປີດເຜີຍແລະການປະຕິເສດການເປີດເຜີຍຂໍ້ມູນ

ມາດຕາ215:ການເປີດເຜີຍແລະການປະຕິເສດການເປີດເຜີຍຂໍ້ມູນ ເຈົ້າໜ້າທີ່ທະບຽນວິສາຫະກິດຫຼືບຸກຄົນທີ່ກ່ຽວຂ້ອງຫາກໄດ້ເປີດເປີຍຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກສອງມາດຕາຊາວສີ່ຂອງກົດໝາຍສະບັບນີ້ໂດຍບໍ່ໄດ້ຮັບອະນຸຍາດຈາກວິສາຫະກິດນັ້ນຈະຖືວ່າເປັນການລະເມີດຄວາມລັບທາງລັດຖະການແລະຈະຖືກລົງໂທດຕາມກົດໝາຍອາຍາແລະຈະຖືກໄລ່ອອກຈາກລັດຖະການ.

ເຈົ້າໜ້າທີ່ທະບຽນວິສາຫະກິດຊຶ່ງບໍ່ອະນຸຍາດໃຫ້ມວນຊົນເບິ່ງ,ອັດເອກະສານ,ປະຕິເສດການເປີດເຜີຍຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງມາດຕາຊາວສີ່ຂອງກົດໝາຍສະບັບນີ້ຈະຖືກລົງວິໄນເຊັ່ນ:ສຶກສາອົບຮົມ,ຍົກຍ້າຍໜ້າທີ່,ປົດຕໍາແໜ່ງຫຼືໄລ່ອອກຈາກລັດຖະການກ ...ມາດຕາ216:ການບໍ່ຕິດປ້າຍຫຼືການໃຊ້ຊື່ວິສາຫະກິດທີ່ບໍ່ຖືກຕ້ອງ

ມາດຕາ216:ການບໍ່ຕິດປ້າຍຫຼືການໃຊ້ຊື່ວິສາຫະກິດທີ່ບໍ່ຖືກຕ້ອງ ການບໍ່ຕິດປ້າຍຊື່ວິສາຫະກິດຫຼືການໃຊ້ຊື່ວິສາຫະກິດທີ່ບໍ່ຖືກຕ້ອງກັບຮູບການຫຼືຮູບແບບວິສາຫະກິດຂອງຕົນຈະຖືກສຶກສາອົບຮົມຫຼືປັບໃໝສອງແສນກີບຕໍ່ຄັ້ງພາຍຫຼັງໄດ້ແຈ້ງໃຫ້ຊາບແລ້ວເຈັດວັນ. ...ມາດຕາ217:ການໃຊ້ຊື່ວິສາຫະກິດທີ່ເກືອດຫ້າມ

ມາດຕາ217:ການໃຊ້ຊື່ວິສາຫະກິດທີ່ເກືອດຫ້າມ ຜູ້ທີ່ໄດ້ໃຊ້ຊື່ວິສາຫະກິດທີ່ເກືອດຫ້າມຕາມທີ່ໄດ້ບົ່ງໄວ້ໃນມາດຕາຊາວເຈັດຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມຫຼືປັບໃໝສາມແສນກີບແລະໃຫ້ຊຸດເຊົາການໃຊ້ຊື່ວິສາຫະກິດນັ້ນ. ...ມາດຕາ218:ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງຖືກຍຸບເລີກ

ມາດຕາ218:ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງຖືກຍຸບເລີກ ການບໍ່ປົດປ້າຍຊື່ວິສາຫະກິດພາຍຫຼັງທີ່ວິສາຫະກິດຖືກຍູບເລີກແລ້ວຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງມາດຕາສາມສິບເອັດຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມຫຼືປັບໃໝຫ້າແສນກີບແລະໃຫ້ປົດປ້າຍອອກ. ...ມາດຕາ219:ການລະເມີດອື່ນ.

ມາດຕາ219:ການລະເມີດອື່ນ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ໃນກໍລະນີທີການລະເມີດຫາກເປັນການກະທໍາຜິດທາງອາຍາ,ຜູ້ລະເມີດຈະຖືກລົງໂທດຕາມກົດໝາຍອາຍາ. ..ພາກທີ10:ບົດບັນຍັດສຸດທ້າຍ


...ມາດຕາ220:ການຈັດຕັ້ງປະຕິບັດ

ມາດຕາ220:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາ221(ປັບປຸງ):ຜົນສັກສິດ

ມາດຕາ221(ປັບປຸງ):ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.

ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍວິສາຫະກິດສະບັບເລກທີສິບເອັດທັບສພຊລົງວັນທີເກົ້າພະຈິກສອງພັນຫ້າ.

ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ.