ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ 19-07-2013

From Wikisource
Jump to navigation Jump to search

.ວິທະຍາສາດແລະເຕັກໂນໂລຊີ 19-07-2013


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຄຸ້ມຄອງ,ການກວດກາການເຄື່ອນໄຫວວຽກງານວິທະ ຍາສາດແລະເຕັກໂນໂລຊີເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດ ທະນາຢ່າງເປັນລະບົບແນໃສ່ຊຸກຍູ້ສົ່ງເສີມການຄົ້ນຄວ້າ,ການນໍາໃຊ້ວິທະ ຍາສາດ,ການຖ່າຍທອດເຕັກໂນໂລຊີ,ການປະດິດສ້າງ,ນະວັດຕະກໍາແລະ ການບໍລິການດ້ານເຕັກໂນໂລຊີໃໝ່ທີ່ກ້າວໜ້າປະກອບສ່ວນເຂົ້າໃນການ ຫັນເປັນອຸດສາຫະກໍາແລະຫັນເປັນທະສະໄໝ,ການພັດທະນາເສດຖະກິດ- ສັງຄົມ,ການປົກປັກຮັກສາປະເທດຊາດແລະສາມາດເຊື່ອມໂຍງກັບພາກ ພື້ນແລະສາກົນ.

...ມາດຕາ 2 ວິທະຍາສາດແລະເຕັກໂນໂລຊີ

ມາດຕາ 2 ວິທະຍາສາດແລະເຕັກໂນໂລຊີ ວິທະຍາສາດແມ່ນຄວາມຮູ້ທີ່ເປັນລະບົບກ່ຽວກັບປາກົດການ, ທາດແທ້ແລະກົດເກນຂອງທໍາມະຊາດແລະສັງຄົມລວມທັງວັດຖຸແລະຈິນ ຕະນາການທີ່ໄດ້ຮັບການຢັ້ງຢືນຈາກການທົດສອບຕົວຈິງ. ເຕັດໂນໂລຊີແມ່ນຂະບວນການຫັນປ່ຽນຊັບພະຍາກອນໃຫ້ ກາຍເປັນຜະລິດຕະພັນເພື່ອຮັບໃຊ້ສັງຄົມດ້ວຍການນໍາໃຊ້ລະບົບເຄື່ອງມື ,ພະລັງານ,ພາຫະນະ,ວິທີການແລະກໍາມະວິທີການຜະລິດສະເພາະ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ນະວັດຕະກໍາໝາຍເຖິງການນໍາໃຊ້ຄວາມຮູ້,ຄວາມສາ ມາດ,ກໍາມະວິທີການຜະລິດແລະປະສົບການດ້ານວິທະຍາສາດແລະເຕັກ ໂນໂລຊີເພື່ອຄົ້ນຄວ້າ,ປະດິດສ້າງ,ບໍລິການ,ພັດທະນາຜະລິດຕະພັນ,ສິນ ຄ້າທີ່ມີຄຸນນະພາບສູງໃນຮູບແບບໃໝ່ອອກສູ່ສັງຄົມ; 2. ການຄົ້ນຄວ້າວິທະຍາສາດພື້ນຖານໝາຍເຖິງຂະບວນ ການເຄື່ອນໄຫວດ້ານວິທະຍາສາດທໍາມະຊາດແລະວິທະຍາສາດສັງຄົມ ທີ່ແນໃສ່ເພີ່ມຄວາມຮູ້ທີ່ເປັນພື້ນຖານທາງດ້ານວິທະຍາສາດ; 3. ການຄົ້ນຄວ້າວິທະຍາສາດນໍາໃຊ້ໝາຍເຖິງຂະບວນການ ເຄື່ອນໄຫວນໍາເອົາຄວາມຮູ້ພື້ນຖານທາງດ້ານວິທະຍາສາດມານໍາໃຊ້ເພື່ອ ສ້າງຜະລິດຕະພັນອອກຮັບໃຊ້ສັງຄົມ; 4. ການຖ່າຍທອດເຕັກໂນໂລຊີໝາຍເຖິງການຖ່າຍທອດສິດ ເປັນເຈົ້າຂອງຫຼືສິດນໍາໃຊ້ສ່ວນໃດສ່ວນໜຶ່ງຫຼືທັງໝົດກ່ຽວກັບເຕັກໂນໂລຊີ ຂອງບຸກຄົນຫຼືການຈັດຕັ້ງທີ່ມີສິດຖືກຕ້ອງຕາມກົດໝາຍ; 5. ການຜັນຂະຫຍາຍທົດລອງໝາຍເຖິງການຜັນຂະຫຍາຍ ຜົນການຄົ້ນຄວ້າວິທະຍາສາດເພື່ອທົດລອງສ້າງເຕັກໂນໂລຊີໃໝ່ແລະຜະ ລິດຕະພັນໃໝ່; 6. ການຜະລິດທົດລອງໝາຍເຖິງການນໍາໃຊ້ຜົນການຜັນຂະ ຫຍາຍທົດລອງດ້ານເຕັກໂນໂລຊີໃໝ່ເພື່ອຜະລິດທົດລອງແລະທົດລອງຜະ ລິດຕະພັນໃນວົງແຄບກ່ອນຈະຜະລິດອອກສູ່ສັງຄົມ; 7. ໂຄງລ່າງພື້ນຖານການຄົ້ນຄວ້າພັດທະນາວິທະຍາສາດ ແລະເຕັກໂນໂລຊີໝາຍເຖິງພື້ນຖານດ້ານວັດຖຸ-ເຕັກນິກຂອງບັນດາການ ຈັດຕັ້ງເຊັ່ນສະຖາບັນຄົ້ນຄວ້າ,ສູນຄົ້ນຄວ້າ-ທົດລອງເຕັກໂນໂລຊີທີ່ດໍາ ເນີນການເຄື່ອນໄຫວວຽກງານວິທະຍາສາດແລະເຕັກໂນໂລຊີເປັນຕົ້ນ ລະບົບມາດຕະຖານ,ການວັດແທກ; 8. ເຕັກໂນໂລຊີສະອາດໝາຍເຖິງການພັດທະນາ,ການປ່ຽນ ແປງຂະບວນການຜະລິດດ້ວຍການນໍາໃຊ້ເຕັກໂນໂລຊີຢ່າງມີປະສິດທິ ພາບສູງແລະມີມົນລະພິດໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມທໍາມະຊາດແລະສັງ ຄົມ; 9. ເຕັກໂນໂລຊີຊີວະພາບໝາຍເຖິງເຕັກໂນໂລຊີທີ່ນໍາໃຊ້ລະ ບົບຊີວະວິທະຍາ,ສິ່ງທີ່ມີຊີວິດຫຼືສ່ວນປະກອບຕ່າງໆຂອງສິ່ງເຫຼົ່ານັ້ນເພື່ອ ນໍາມາສ້າງ,ປ່ຽນແປງຫຼືປຸງແຕ່ງຜະລິດຕະພັນໃດໜຶ່ງ; 10. ນາໂນເຕັກໂນໂລຊີໝາຍເຖິງຂະບວນການສ້າງຫຼືວິ ເຄາະວັດຖຸທີ່ມີຂະໜາດນ້ອຍທີ່ສຸດທາງຟີຊິກ,ເຄມີແລະຊີວະໃນຂະໜາດ ນາໂນແມັດ(1/1,000,000,000 ແມັດ)ຂອງອາຕອມແລະໂມເລກຸນ ທີ່ມີຄວາມຖືກຕ້ອງຊັດເຈນແລະສາມາດນໍາໃຊ້ໄດ້ກັບທຸກຂົງເຂດເປັນຕົ້ນ ການແພດ,ອຸປະກອນເອເລັກໂຕຼນິກແລະເຕັກໂນໂລຊີຊີວະພາບ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີ ລັດໃຫ້ຄວາມສໍາຄັນແກ່ການຄົ້ນຄວ້າ,ພັດທະນາແລະການ ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກໂນໂລຊີໃຫ້ເປັນ ກໍາລັງແຮງແລະພາຫະນະບຸກທະລຸທີ່ມີປະສິດທິຜົນສູງເພື່ອຊຸກຍູ້ແລະຂັບ ເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຂະຫຍາຍຕົວໄວ ຢ່າງຕໍ່ເນື່ອງ,ໝັ້ນທ່ຽງແລະຍືນຍົງ,ຮັບປະກັນຄວາມໝັ້ນຄົງ,ຄວາມສະ ຫງົບປອດໄພຂອງຊາດ,ຍົກສູງລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ. ລັດເອົາໃຈໃສ່ສ້າງໂຄງລ່າງພື້ນຖານການຄົ້ນຄວ້າແລະພັດ ທະນາວິທະຍາສາດແລະເຕັກໂນໂລຊີ;ການສຶກສາ,ການຍົກລະດັບແລະ ນໍາໃຊ້ຊັບພະຍາກອນມະນຸດ,ການໃຫ້ຕໍາແໜ່ງ,ນາມມະຍົດ,ກຽດຕິຄຸນ ແລະລາງວັນວິທະຍາສາດ;ການຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ,ການ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າ,ການສະໜອງງົບປະມານ,ການ ສ້າງແລະເຂົ້າເຖິງແຫຼ່ງທຶນພັດທະນາແລະການສະໜອງຂໍ້ມູນຂ່າວສານ ດ້ານວິທະຍາສາດແລະເຕັກໂນໂລຊີ. ລັດຊຸກຍູ້ແລະສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ທັງພາຍໃນແລະຕ່າງປະເທດເຂົ້າຮ່ວມໃນການລົງທຶນພັດທະນາວຽກ ງານວິທະຍາສາດແລະເຕັກໂນໂລຊີດ້ວຍການປະຕິບັດນະໂຍບາຍດ້ານ ສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ອນພາສີ,ອາກອນຕາມລະບຽບກົດໝາຍ.

...ມາດຕາ 5 ຫຼັກການພື້ນຖານກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 5 ຫຼັກການພື້ນຖານກ່ຽວກັບວຽກງານວິທະຍາສາດແລະເຕັກ ໂນໂລຊີ ການເຄື່ອນໄຫວວຽກງານວິທະຍາສາດແລະເຕັກໂນໂລຊີໃຫ້ ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ບູລິມະ ສິດຕາມແຜນພັດທະນາເສດຖະກິດ-ສັງຄົມ,ຕາມທິດຫັນເປັນອຸດສາຫະກໍາ ແລະຫັນເປັນທັນສະໄໝ; 2. ຮັບປະກັນຄວາມປອດໄພຕໍ່ຊີວິດ,ສຸຂະພາບ,ຊັບສິນ,ສິ່ງ ແວດລ້ອມ,ສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; 3. ຮັບປະກັນຄວາມຍຸຕິທໍາ,ພາວະວິໄສ,ໃຫ້ມີຈັນຍາບັນວິຊາ ຊີບ,ເຄົາລົບຊັບສິນທາງປັນຍາ,ພູມປັນຍາ,ໃຫ້ເປັນເຈົ້າການແລະມີ ຄວາມຮັບຜິດຊອບໃນການຄົ້ນຄວ້າແລະພັດທະນາວິທະຍາສາດແລະເຕັກ ໂນໂລຊີ; 4. ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນແລະສັງຄົມໃນ ການຄົ້ນຄວ້າ,ພັດທະນາ,ຄຸ້ມຄອງ,ກວດກາແລະນໍາໃຊ້ວິທະຍາສາດແລະ ເຕັກໂນໂລຊີ; 5. ເຄົາລົບແລະປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປ ປລາວເປັນພາຄີ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດທີ່ດໍາເນີນການເຄື່ອນໄຫວວຽກງານວິທະຍາສາດ ແລະເຕັກໂນໂລຊີຢູ່ສປປລາວ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດເປີດກວ້າງການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບວຽກງານວິທະຍາສາດ,ເຕັກໂນໂລຊີແລະນະວັດທະ ກໍາດ້ວຍການແລກປ່ຽນຂໍ້ມູນຂ່າວສານ,ບົດຮຽນການຄົ້ນຄວ້າ,ນັກຄົ້ນ ຄວ້າ,ນັກວິທະຍາສາດແລະການຖ່າຍທອດເຕັກໂນໂລຊີ,ການຈັດຕະຫຼາດ ນັດ,ການວາງສະແດງ,ການຈັດກອງປະຊຸມວິທະຍາສາດລະດັບຕ່າງໆ, ການຍາດແຍ່ງການຊ່ວຍເຫຼືອທາງດ້ານວິຊາການ,ທຶນຮອນລວມທັງການ ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 2 ການເຄື່ອນໄຫວວຽກງານວິທະຍາສາດແລະເຕັກໂນໂລຊີ


...ໝວດທີ 1 ວຽກງານວິທະຍາສາດແລະເຕັກໂນໂລຊີ


....ມາດຕາ 8 ວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 8 ວຽກງານວິທະຍາສາດແລະເຕັກໂນໂລຊີ ວຽກງານວິທະຍາສາດແລະເຕັກໂນໂລຊີມີດັ່ງນີ້: 1. ການຄົ້ນຄວ້າວິທະຍາສາດ; 2. ການພັດທະນາເຕັກໂນໂລຊີ; 3. ການພັດທະນານະວັດຕະກໍາ; 4. ການບໍລິການດ້ານວິທະຍາສາດແລະເຕັກໂນໂລຊີ.

....ມາດຕາ 9 ການຄົ້ນຄວ້າວິທະຍາສາດ

ມາດຕາ 9 ການຄົ້ນຄວ້າວິທະຍາສາດ ການຄົ້ນຄວ້າວິທະຍາສາດແມ່ນຂະບວນການຄົ້ນຫ້າ,ສ້າງ ຄວາມຮູ້,ຄວາມເຂົ້າໃຈກ່ຽວກັບປາກົດການ,ທາດແທ້ແລະກົດເກນຂອງ ທໍາມະຊາດແລະສັງຄົມລວມທັງວັດຖຸແລະຈິນຕະນາການ. ການຄົ້ນຄວ້າວິທະຍາສາດປະກອບດ້ວຍການຄົ້ນຄວ້າວິທະ ຍາສາດທໍາມະຊາດແລະສັງຄົມຊຶ່ງມີທັງການຄົ້ນຄວ້າວິທະຍາສາດພື້ນ ຖານແລະວິທະຍາສາດນໍາໃຊ້.

....ມາດຕາ 10 ການຄົ້ນຄວ້າວິທະຍາສາດທໍາມະຊາດ

ມາດຕາ 10 ການຄົ້ນຄວ້າວິທະຍາສາດທໍາມະຊາດ ການຄົ້ນຄວ້າວິທະຍາສາດທໍາມະຊາດແມ່ນຂະບວນການຄົ້ນ ຫາ,ສ້າງຄວາມຮູ້,ຄວາມເຂົ້າໃຈກ່ຽວກັບປາກົດການ,ທາດແທ້ແລະກົດ ເກນຂອງທໍາມະຊາດເພື່ອເປັນຫຼັກມູນພື້ນຖານທາງດ້ານວິທະຍາສາດແລະ ນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ,ການຮັກສາສຸຂະພາບ,ການປົກປັກຮັກາສິ່ງແວດລ້ອມ ແລະການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນລວມທັງ ການຄົ້ນຫາສາເຫດ,ວິທີການຄຸ້ມຄອງແລະຫຼຸດຜ່ອນຜົນກະທົບຂອງໄພພິ ບັດທໍາມະຊາດ.

....ມາດຕາ 11 ການຄົ້ນຄວ້າວິທະຍາສາດສັງຄົມ

ມາດຕາ 11 ການຄົ້ນຄວ້າວິທະຍາສາດສັງຄົມ ການຄົ້ນຄວ້າວິທະຍາສາດສັງຄົມແມ່ນຂະບວນການຄົ້ນຫາ, ສ້າງຄວາມຮູ້,ຄວາມເຂົ້າໃຈກ່ຽວກັບປາກົດການ,ທາດແທ້ແລະກົດເກນ ຂອງສັງຄົມເພື່ອສະໜອງຫຼັກມູນວິທະຍາສາດໃນການວາງນະໂຍບາຍ, ຍຸດທະສາດ,ຮູບແບບການພັດທະນາເສດຖະກິດ-ສັງຄົມໂດຍໃຫ້ສອດຄ່ອງ ກັບຈຸດພິເສດແລະທ່າແຮງຂອງປະເທດລວມທັງການຄົ້ນຄວ້າຈຸດພິເສດ ທາງດ້ານວັດທະນະທໍາ,ປະຫວັດສາດ,ວັນນະຄະດີອັນເປັນເອກະລັກຂອງ ຊາດແລະຂອງປະຊາຊົນບັນດາເຜົ່າ. ການຄົ້ນຄວ້າວິທະຍາສາດສັງຄົມຢູ່ ສປປລາວ ໄດ້ກໍານົດໄວ້ ໃນລະບຽບການສະເພາະ.

....ມາດຕາ 12 ການພັດທະນາເຕັກໂນໂລຊີ

ມາດຕາ 12 ການພັດທະນາເຕັກໂນໂລຊີ ການພັດທະນາເຕັກໂນໂລຊີແມ່ນການເຄື່ອນໄຫວປະດິດສ້າງ ແລະປັບປຸງເຕັກໂນໂລຊີ,ຜະລິດຕະພັນທີ່ມີແລ້ວໃຫ້ເປັນອັນໃໝ່ໂດຍຜ່ານ ຂະບວນການຜັນຂະຫຍາຍຜົນການຄົ້ນຄວ້າວິໄຈແລະການຜະລິດທົດລອງ. ການພັດທະນາເຕັດໂນໂລຊີໃຫ້ສຸມໃສ່ຂົງເຂດເຕັກໂນໂລຊີຊີ ວະພາບ,ເຕັກໂນໂລຊີທີ່ນໍາໃຊ້ພະລັງງານທົດແທນແລະວັດສະດຸໃໝ່,ເຕັກ ໂນໂລຊີສື່ສານແລະຂໍ້ມູນຂ່າວສານ,ເຕັກໂນໂລຊີກົນຈັກ,ເຄື່ອງຈັກອັດຕະ ໂນມັດ,ເຕັກໂນໂລຊີສະອາດ,ພູມປັນຍາຊາວບ້ານແລະນາໂນເຕັກໂນໂລ ຊີກົນຈັກ,ເຄື່ອງຈັກອັດຕະໂນມັດ,ເຕັກໂນໂລຊີສະອາດ,ພູມປັນຍາຊາວ ບ້ານແລະນາໂນເຕັກໂນໂລຊີເພື່ອຕອບສະໜອງຄວາມຕ້ອງການໃນການ ຜະລິດ,ການດໍາເນີນກິດຈະການດ້ານວິທະຍາສາດແລະເຕັກໂນໂລຊີ.

....ມາດຕາ 13 ການພັດທະນານະວັດຕະກໍາ

ມາດຕາ 13 ການພັດທະນານະວັດຕະກໍາ ການພັດທະນານະວັດຕະກໍາແມ່ນຂະບວນການວິວັດໃນການດັດ ປັບເຕັກໂນໂລຊີເພື່ອສ້າງກໍາມະວິທີການຜະລິດໃໝ່ຫຼືຜະລິດຕະພັນໃໝ່ຫຼືສິນ ຄ້າໃນຮູບແບບໃໝ່ທີ່ມີຄຸນນະພາບສູງກວ່າ. ການພັດທະນານະວັດຕະກໍາໃຫ້ສຸມໃສ່ການສ້າງກໍາມະວິທີແບບ ໃໝ່ກ່ຽວກັບການຜະລິດກະສິກໍາ,ອຸດສາຫະກໍາແລະການບໍລິການໂດຍສະ ເພາະຜະລິດຕະພັນສິນຄ້າທີ່ເປັນມູນເຊື້ອແລະເປັນທ່າແຮງຂອງປະເທດໃຫ້ ມີຄຸນນະພາບແລະສາມາດແຂ່ງຂັນໃນຕະຫຼາດພາຍໃນແລະສາກົນ.

....ມາດຕາ 14 ການບໍລິການດ້ານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 14 ການບໍລິການດ້ານວິທະຍາສາດແລະເຕັກໂນໂລຊີ ການບໍລິການດ້ານວິທະຍາສາດແລະເຕັກໂນໂລຊີແມ່ນບັນດາ ການເຄື່ອນໄຫວຮັບໃຊ້,ສະໜອງຄວາມຮູ້,ເຕັກນິກ,ວິທີການໃຫ້ວຽກງານ ຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ,ຊັບສິນທາງປັນຍາ,ການ ຖ່າຍທອດເຕັກໂນໂລຊີ,ມາດຕະຖານ,ການວັດແທກ;ການຮັກປະກັນການ ປົກປັກຮັກສາສິ່ງແວດລ້ອມ,ຄວາມປອດໄພດ້ານກໍາມັນຕະພາບລັງສີ-ນິວ ເຄຼຍ,ທາດເຄມີທີ່ເປັນພິດ;ການບໍລິການກ່ຽວກັບຂໍ້ມູນຂ່າວສານ,ໃຫ້ຄໍາປຶກ ສາ,ບໍາລຸງສ້າງ,ຍົກລະດັບ,ເຜີຍແຜ່,ນໍາໃຊ້ຄວາມຮູ້ດ້ານວິທະຍາສາດ ແລະເຕັກໂນໂລຊີໃນຂົງເຂດຕ່າງໆ. ການບໍລິການຜົນການຄົ້ນຄວ້າດ້ານວິທະຍາສາດແລະເຕັກໂນ ໂລຊີໃຫ້ລົງເຖິງປະຊາຊົນເປັນຕົ້ນການສົ່ງເສີມສຸຂະພາບ,ການຜະລິດແລະ ການພັດທະນາໃນຂອບເຂດທົ່ວປະເທດຕາມລະບຽບກົດໝາຍ.

...ໝວດທີ 2 ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ


....ມາດຕາ 15 ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ນໍາໃຊ້ງົບປະມານຂອງລັດ

ມາດຕາ 15 ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ນໍາ ໃຊ້ງົບປະມານຂອງລັດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນວຽກ ງານວິທະຍາສາດແລະເຕັກໂນໂລຊີທີ່ນໍາໃຊ້ງົບປະມານຂອງລັດຕ້ອງຂໍອະ ນຸຍາດຈາກຂະແໜງການທີ່ກ່ຽວຂ້ອງໂດຍປະສານສົມທົບກັບຂະແໜງການ ວິທະຍາສາດແລະເຕັກໂນໂລຊີ.

....ມາດຕາ 16 ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ນໍາໃຊ້ທຶນຂອງຕົນເອງ

ມາດຕາ 16 ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ນໍາ ໃຊ້ທຶນຂອງຕົນເອງ ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີຂອງ ບຸກຄົນທີ່ນໍາໃຊ້ທຶນຂອງຕົນເອງໃນຂະແໜງການທົ່ວໄປແມ່ນບໍ່ຈໍາເປັນ ຕ້ອງຂໍອະນຸຍາດ,ຍົກເວັ້ນຂະແໜງການຄຸ້ມຄອງສະເພາະແຕ່ຕ້ອງຂຶ້ນທະ ບຽນເພື່ອແຈ້ງຫົວຂໍ້ການຄົ້ນຄວ້າແລະກໍ່ໃຫ້ດໍາເນີນຕາມຫຼັກການ,ວິທີ ການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ. ຂະແໜງການຄຸ້ມຄອງສະເພາະໄດ້ກໍານົດໄວ້ໃນລະບຽບການ ຕ່າງຫາກ.

....ມາດຕາ 17 ຂັ້ນຕອນການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 17 ຂັ້ນຕອນການດໍາເນີນວຽກງານວິທະຍາສາດແລະເຕັກໂນ ໂລຊີ ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີມີຂັ້ນ ຕອນດັ່ງນີ້: 1. ການຂຶ້ນແຜນ; 2. ການຂໍອະນຸຍາດ; 3. ການອະນຸຍາດ.


....ມາດຕາ 18 ການຂຶ້ນແຜນການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 18 ການຂຶ້ນແຜນການດໍາເນີນວຽກງານວິທະຍາສາດແລະ ເຕັກໂນໂລຊີ ການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີຕ້ອງ ມີການສ້າງແຜນການ,ແຜນງານ,ໂຄງການ,ກໍານົດຫົວຂໍ້ຄົ້ນຄວ້າແລະ ຶຂຶ້ນທະບຽນນໍາພາກສ່ວນທີ່ກ່ຽວຂ້ອງຕາມລະບຽບການ. ສໍາລັບໂຄງການແລະຫົວຂໍ້ຄົ້ນຄວ້າຕ້ອງໄດ້ຜ່ານການຮັບ ຮອງຈາກສະພາວິທະຍາສາດຂອງຂະແໜງການທີ່ກ່ຽວຂ້ອງ. ການສ້າງແຜນການ,ແຜນງານ,ໂຄງການແລະການກໍານົດ ຫົວຂໍ້ຄົ້ນຄວ້າໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 19 ການຂໍອະນຸຍາດດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 19 ການຂໍອະນຸຍາດດໍາເນີນວຽກງານວິທະຍາສາດແລະເຕັກ ໂນໂລຊີ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນວຽກ ງານວິທະຍາສາດແລະເຕັກໂນໂລຊີໃຫ້ຍື່ນຄໍາຮ້ອງແລະເອກະສານປະກອບ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວຕໍ່ຂະແໜງການວິທະຍາສາດແລະເຕັກ ໂນໂລຊີໂດຍຜ່ານຂະແໜງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າດ້ວຍວິສາຫະກິດ.

....ມາດຕາ 20 ການອະນຸຍາດດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 20 ການອະນຸຍາດດໍາເນີນວຽກງານວິທະຍາສາດແລະເຕັກໂນ ໂລຊີ ຂະແໜງການວິທະຍາສາດແລະເຕັກໂນໂລຊີຕ້ອງໄດ້ພິຈາລະ ນາອອກໃບອະນຸຍາດໃຫ້ຜູ້ຮ້ອງຂໍພາຍໃນກໍານົດເວລາສາມສິບວັນນັບແຕ່ ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ຖ້າວ່າຄໍາຮ້ອງແລະເອກະສານປະກອບຫາກ ບໍ່ຖືກຕ້ອງຫຼືບໍ່ຄົບຖ້ວນນັ້ນຂະແໜງການວິທະຍາສາດແລະເຕັກໂນໂລຊີຕ້ອງ ໄດ້ແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍພາຍໃນກໍານົດສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປເພື່ອໃຫ້ຜູ້ກ່ຽວແກ້ໄຂໃຫ້ຖືກຕ້ອງແລະ ຄົບຖ້ວນ. ໃນກໍລະນີທີ່ການຮ້ອງຂໍຫາກບໍ່ໄດ້ຮັບການອະນຸຍາດແລ້ວຂະ ແໜງການວິທະຍາສາດແລະເຕັກໂນໂລຊີຕ້ອງແຈ້ງເຫດຜົນໃຫ້ຜູ້ຮ້ອງຂໍ ພາຍໃນກໍານົດເວລາຫ້າວັນລັດຖະການນັບແຕ່ວັນຕົກລົງບໍ່ເຫັນດີອະນຸມັດ ເປັນຕົ້ນໄປ.

...ໝວດທີ 3 ສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີ


....ມາດຕາ 21 ປະເພດສັນຍາ

ມາດຕາ 21 ປະເພດສັນຍາ ສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີຕົ້ນ ຕໍມີດັ່ງນີ້: - ສັນຍາຄົ້ນຄວ້າວິທະຍາສາດ; - ສັນຍາພັດທະນາເຕັກໂນໂລຊີແລະນະວັດຕະກໍາ; - ສັນຍາຖ່າຍທອດເຕັກໂນໂລຊີ; - ສັນຍາບໍລິການດ້ານວິທະຍາສາດແລະເຕັກໂນໂລຊີ. ສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີອາດ ຈະເຮັດຂຶ້ນລະຫວ່າງນັກຄົ້ນຄວ້າ,ນັກວິທະຍາສາດ,ນັກພັດທະນາແລະນັກ ປະດິດສ້າງດ້ານວິທະຍາສາດແລະເຕັກໂນໂລຊີກັບບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງ.

....ມາດຕາ 22 ຮູບການແລະຫຼັກການຂອງສັນຍາ

ມາດຕາ 22 ຮູບການແລະຫຼັກການຂອງສັນຍາ ສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີຕ້ອງ ເຮັດເປັນລາຍລັກອັກສອນແລະຕ້ອງປະຕິບັດຕາມຫຼັກການກ່ຽວກັບການ ເຮັດສັນຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະ ນອກສັນຍາ.

....ມາດຕາ 23 ເນື້ອໃນຂອງສັນຍາ

ມາດຕາ 23 ເນື້ອໃນຂອງສັນຍາ ສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີມີ ເນື້ອໃນດັ່ງນີ້: 1. ຊື່,ນາມສະກຸນ,ທີ່ຢູ່ຂອງຄູ່ສັນຍາ; 2. ຈຸດປະສົງ,ມູນຄ່າ,ກໍານົດເວລາປະຕິບັດ,ການຊໍາລະແລະ ການຂົນສົ່ງ; 3. ເນື້ອໃນສໍາຄັນແລະຜົນທີ່ຕ້ອງໄດ້ຮັບ; 4. ວິທີຕີລາຄາ,ຄິດໄລ່ແລະເກັບກໍາຜົນ; 5. ສະຖານທີ່ຂອງການຈັດຕັ້ງປະຕິບັດສັນຍາ; 6. ຊັບສິນທາງປັນຍາ; 7. ຄວາມຮັບຜິດຊອບແລະການປັນຜົນປະໂຫຍດ; 8. ຜົນສະທ້ອນຂອງການລະເມີດສັນຍາ; 9. ຮູບການແລະອົງການແກ້ໄຂຂໍ້ຂັດແຍ່ງ; 10. ການປ່ຽນແປງແລະການສິ້ນສຸດສັນຍາກ່ອນກໍານົດ; 11. ເນື້ອໃນອື່ນຕາມການຕົກລົງຂອງຄູ່ສັນຍາ.

..ພາກທີ 3 ການລົງທຶນດ້ານວິທະຍາສາດແລະເຕັກໂນໂລຊີ


...ມາດຕາ 24 ການລົງທຶນ

ມາດຕາ 24 ການລົງທຶນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດສາມາດລົງທຶນເຂົ້າໃນການຄົ້ນຄວ້າວິທະຍາສາດ,ການພັດທະນາ ເຕັກໂນໂລຊີແລະນະວັດຕະກໍາ,ການຖ່າຍທອດເຕັກໂນໂລຊີ,ການບໍລິ ການດ້ານວິທະຍາສາດແລະເຕັກໂນໂລຊີ. ລັດຈັດບູລິມະສິດລົງທຶນໃສ່ການຄົ້ນຄວ້າແລະພັດທະນາວິທະ ຍາສາດແລະເຕັກໂນໂລຊີໜຶ່ງສ່ວນຮ້ອຍຂອງງົບປະມານການລົງທຶນໃນ ແຕ່ລະປີແລະສາມາດເພີ່ມຂຶ້ນໃນແຕ່ລະປີເມື່ອເຫັນວ່າມີຄວາມຈໍາເປັນ ແລະຕາມເງື່ອນໄຂຕົວຈິງ.

...ມາດຕາ 25 ຮູບແບບການລົງທຶນ

ມາດຕາ 25 ຮູບແບບການລົງທຶນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ລົງທຶນດ້ານວິທະຍາສາດ ແລະເຕັກໂນໂລຊີໃຫ້ປະຕິບັດຕາມຮູບແບບການລົງທຶນຕາມທີ່ໄດກໍານົດ ໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນກົດໝາຍວ່າດ້ວຍວິສາ ຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ.

...ມາດຕາ 26 ການນໍາໃຊ້ເຕັກໂນໂລຊີ

ມາດຕາ 26 ການນໍາໃຊ້ເຕັກໂນໂລຊີ ນິຕິບຸກຄົນແລະການຈັດຕັ້ງທີ່ລົງທຶນດ້ານວິທະຍາສາດແລະ ເຕັກໂນໂລຊີຕ້ອງນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ,ປະຢັດພະລັງງານ,ປະ ຢັດແຮງງານ,ວັດຖຸດິບແລະມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດ ລ້ອມເພື່ອນໍາໃຊ້ເຂົ້າໃນການຜະລິດ,ການດໍາເນີນທຸລະກິດແລະການປະຕິ ບັດຕາມມາດຕະຖານແລະເຕັກນິກຂອງຂະແໜງການທີ່ກ່ຽວຂ້ອງ.

..ພາກທີ 4 ການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ


...ໝວດທີ 1 ອົງການຄົ້ນຄວ້າແລະພັດທະນາ,ວິສາຫະກິດແລະການຕະຫຼາດດ້ານວິທະຍາສາດແລະເຕັກໂນໂລຊີ


....ມາດຕາ 27 ອົງການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ

ມາດຕາ 27 ອົງການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ ອົງການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ ແມ່ນການຈັດຕັ້ງທີ່ເຮັດການຄົ້ນຄວ້າ,ການພັດທະນາແລະການສົ່ງເສີມ ຫົວຄິດປະດິດສ້າງຢູ່ສປປລາວເພື່ອກ້າວໄປສູ່ເສດຖະກິດພູມປັນຍາ,ຫັນ ການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີໃຫ້ຕິດພັນກັບການ ສຶກສາຄົ້ນຄວ້າ,ການນໍາໃຊ້ໃນພາກທຸລະກິດ,ການບໍລິການດ້ານວິທະຍາ ສາດແລະເຕັກໂນໂລຊີ. ອົງການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ ຕົ້ນຕໍປະກອບດ້ວຍ: 1. ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ; 2. ສະພາວິທະຍາສາດຂອງຂະແໜງການ. ນອກຈາກນີ້ກໍ່ຍັງມີສະຖາບັນຄົ້ນຄວ້າ,ສະຖາບັນພັດທະນາ,ສະ ຖາບັນການສຶກສາ,ສະຖານີຄົ້ນຄວ້າ,ທົດລອງແລະວິໄຈ,ສູນຄົ້ນຄວ້າແລະ ພັດທະນາ,ສູນບໍລິການ,ຫ້ອງການບໍລິການ,ການຈັດຕັ້ງອື່ນກ່ຽວກັບວິທະ ຍາສາດແລະເຕັກໂນໂລຊີ. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຄົ້ນຄວ້າວິທະ ຍາສາດແລະພັດທະນາເຕັກໂນໂລຊີໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 28 ວິສາຫະກິດວິທະຍາສາດແລະເຕັກໂນໂລຊີ

ມາດຕາ 28 ວິສາຫະກິດວິທະຍາສາດແລະເຕັກໂນໂລຊີ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິ ສາຫະກິດວິທະຍາສາດແລະເຕັກໂນໂລຊີຕ້ອງຂໍອະນຸຍາດດໍາເນີນທຸລະ ກິດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າ ດ້ວຍວິສາຫະກິດໂດຍຜ່ານການຢັ້ງຢືນແລະຮັບຮອງຈາກຂະແໜງການ ວິທະຍາສາດແລະເຕັກໂນໂລຊີ. ການສ້າງຕັ້ງວິສາຫະກິດວິທະຍາສາດແລະເຕັກໂນໂລຊີນອກ ຈາກປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະ ກິດແລ້ວຍັງຕ້ອງປະຕິບັດຕາມເງື່ອນໄຂເພີ່ມເຕີມດັ່ງນີ້: 1. ມີຄວາມສາມາດດໍາເນີນກິດຈະການດ້ານວິທະຍາສາດ ແລະເຕັກໂນໂລຊີ; 2. ດໍາເນີນການຜະລິດດ້ານວິທະຍາສາດແລະເຕັກໂນໂລຊີ ເພື່ອໃຫ້ໄດ້ຜົນຜະລິດແລະຜະລິດຕະພັນສິນຄ້າຈາກຜົນການຄົ້ນຄວ້າວິທະ ຍາສາດແລະການພັດທະນາເຕັກໂນໂລຊີ.

....ມາດຕາ 29 ການນຕະຫຼາດດ້ານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 29 ການນຕະຫຼາດດ້ານວິທະຍາສາດແລະເຕັກໂນໂລຊີ ການຕະຫຼາດດ້ານວິທະຍາສາດແລະເຕັກໂນໂລຊີແມ່ນການ ສະໜອງ,ແລກປ່ຽນແລະຖ່າຍທອດຜົນການຄົ້ນຄວ້າວິທະຍາສາດແລະ ການພັດທະນາເຕັກໂນໂລຊີ. ການຕະຫຼາດດ້ານວິທະຍາສາດແລະເຕັກໂນໂລຊີໃຫ້ດໍາເນີນ ໄປຕາມວິທີການດັ່ງນີ້: 1. ສ້າງລະບຽບການໃນການພັດທະນາການຕະຫຼາດດ້ານວິ ທະຍາສາດແລະເຕັກໂນໂລຊີ; 2. ນໍາໃຊ້ແລະຜັນຂະຫຍາຍຜົນການຄົ້ນຄວ້າວິທະຍາສາດ ແລະພັດທະນາເຕັກໂນໂລຊີເພື່ອສ້າງຜະລິດຕະພັນສິນຄ້າຮັບໃຊ້ສັງຄົມ; 3. ຍົກສູງລະດົບການຄົ້ນຄວ້າ,ການພັດທະນາແລະການນໍາ ໃຊ້ວິທະຍາສາດແລະເຕັກໂນໂລຊີຂອງບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງການຕະຫຼາດ.

...ໝວດທີ 2 ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດແລະສະພາວິທະຍາສາດຂອງຂະແໜງການ


....ມາດຕາ 30 ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ມາດຕາ 30 ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດແມ່ນ ການຈັດຕັ້ງໜຶ່ງທີ່ມີພາລະບົດບາດໃຫ້ຄໍາປຶກສາໃນການສ້າງນະໂຍບາຍ, ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ,ພັດທະນາເຕັກໂນໂລຊີແລະນະວັດຕະກໍາ;ມີຄວາມຮັບຜິດຊອບຄົ້ນຄວ້າ ແລະສະໜອງຫຼັກມູນວິທະຍາສາດໃນການວາງແນວທາງນະໂຍບາຍ;ຕີ ລາຄາແລະນໍາສະເໜີແຜນການ,ແຜນງານ,ໂຄງການຄົ້ນຄວ້າວິທະຍາ ສາດ,ຢັ້ງຢືນແລະຮັບຮອງຜົນງານຍ້ອງຍໍ,ໃຫ້ຕໍາແໜ່ງ,ນາມມະຍົດ,ກຽດ ຕິຄຸນແລະລາງວັນວິທະຍາສາດໃຫ້ແກ່ຜູ້ມີຜົນງານດີເດັ່ນໃນການຄົ້ນຄວ້າ ວິທະຍາສາດແລະພັດທະນາເຕັກໂນໂລຊີ.

....ມາດຕາ 31 ໂຄງປະກອບຂອງສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ມາດຕາ 31 ໂຄງປະກອບຂອງສະພາບັນດິດວິທະຍາສາດແລະເຕັກໂນ ໂລຊີແຫ່ງຊາດ ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດປະ ກອບດ້ວຍ: 1. ປະທານ; 2. ຮອງປະທານຈໍານວນໜຶ່ງ; 3. ຄະນະກໍາມະການ; 4. ສະມາຊິກຊຶ່ງມີຜູ້ຕາງໜ້າຂອງການຈັດຕັ້ງ,ນັກຄົ້ນຄວ້າ, ນັກວິທະຍາສາດແລະຜູ້ຊົງຄຸນວຸດທິໃນຂົງເຂດວິທະຍາສາດທັງພາກລັດ ແລະເອກະຊົນ. ສະພາບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດມີກົງ ຈັກການຈັດຕັ້ງຂອງຕົນ. ໂຄງປະກອບ,ການຈັດຕັ້ງແລະການເຄື່ອນໄຫວຂອງສະພາ ບັນດິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາ 32 ສະພາວິທະຍາສາດຂອງຂະແໜງການ

ມາດຕາ 32 ສະພາວິທະຍາສາດຂອງຂະແໜງການ ສະພາວິທະຍາສາດຂອງຂະແໜງການແມ່ນການຈັດຕັ້ງວິ ຊາການທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ບັນດາກະຊວງ,ອົງການ,ທ້ອງຖິ່ນ ແລະພາກສ່ວນອື່ນທີ່ກ່ຽວຂ້ອງໂດຍການອະນຸຍາດຂອງສະພາບັນດິດວິ ທະຍາສາດແລະເຕັກໂນໂລຊີແຫ່ງຊາດ,ມີພາລະບົດບາດໃຫ້ຄໍາປຶກສາ ໃນການຄົ້ນຄວ້າພິຈາລະນາ,ຕີລາຄາຜົນສໍາເລັດການຄົ້ນຄວ້າວິໄຈແລະ ການພັດທະນານໍາໃຊ້ເຕັກໂນໂລຊີໃຫ້ສອດຄ່ອງກັບແນວທາງນະໂຍບາຍ ,ຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນພັດທະ ນາຂອງຂະແໜງການໃນແຕ່ລະໄລຍະ. ໂຄງປະກອບ,ການຈັດຕັ້ງແລະການເຄື່ອນໄຫວຂອງສະພາວິ ທະຍາສາດຂອງຂະແໜງການໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 3 ສິດ,ໜ້າທີ່,ພັນທະຂອງຜູ້ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ


....ມາດຕາ 33 ສິດຂອງບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 33 ສິດຂອງບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະເຕັກ ໂນໂລຊີ ບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີມີ ສິດດັ່ງນີ້: 1. ຄົ້ນຄວ້າເສີມຂະຫຍາຍສະຕິປັນຍາຢ່າງມີຫົວຄິດປະດິດ ສ້າງ; 2. ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກ ໂນໂລຊີ; 3. ປົກປ້ອງຊັບສິນທາງປັນຍາ; 4. ຖ່າຍທອດ,ມອບໂອນ,ຈັດພິມ,ເຜີຍແຜ່ຜົນສໍາເລັດດ້ານວິ ທະຍາສາດແລະເຕັກໂນໂລຊີ; 5. ຮັບເອົາການຊ່ວຍເຫຼືອດ້ານການເງິນແລະວັດຖຸປະກອນ ກ່ຽວກັບການຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ; 6. ຮັບຄ່າແຮງງານໃນການຄົ້ນຄວ້າແລະສົ່ງຕອບແທນຜົນ ງານປະດິດສ້າງ; 7. ນໍາເອົາຜົນການຄົ້ນຄວ້າຂອງຕົນປະກອບສ່ວນເປັນທຶນ ເຂົ້າໃນການຜະລິດແລະການດໍາເນີນທຸລະກິດ; 8. ໄດ້ຮັບຂໍ້ມູນຂ່າວສານ,ໄດ້ຮັບການສ້າງ,ບໍາລຸງ,ສົ່ງເສີມ ,ຊ່ວຍເຫຼືອ,ແນະນໍາທາງດ້ານວິຊາການຈາກລັດແລະພາກສ່ວນອື່ນ; 9. ເຂົ້າຮ່ວມການເຄື່ອນໄຫວວຽກງານດ້ານວິທະຍາສາດ ແລະເຕັກໂນໂລຊີ; 10. ໃຫ້ຄໍາປຶກສາ,ປະກອບຄໍາເຫັນຕໍ່ການສ້າງແຜນການ ພັດທະນາວິທະຍາສາດແລະເຕັກໂນໂລຊີຂອງການຈັດຕັ້ງບ່ອນຕົນສັງ ກັດ; 11. ກວດກາ,ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງ ຕົນ; 12. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 34 ພັນທະຂອງບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 34 ພັນທະຂອງບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະ ເຕັກໂນໂລຊີ ບຸກຄົນທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີມີ ພັນທະດັ່ງນີ້: 1. ປະກອບສ່ວນສະຕິປັນຍາ,ຄວາມຮູ້,ຄວາມສາມາດເຂົ້າໃນ ການພັດທະນາວິທະຍາສາດແລະເຕັກໂນໂລຊີ,ຮັບໃຊ້ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 2. ແຈ້ງຫົວຂໍ້ຄົ້ນຄວ້າແລະຂຶ້ນທະບຽນຜົນສໍາເລັດການຄົ້ນ ຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ; 3. ຖ່າຍທອດຜົນການຄົ້ນຄວ້າວິທະຍາສາດແລະພັດທະນາ ເຕັກໂນໂລຊີ; 4. ປົກປັກຮັກສາສິ່ງແວດລ້ອມກ່ຽວກັບວຽກງານຄົ້ນຄວ້າວິ ທະຍາສາດແລະເຕັກໂນໂລຊີ; 5. ປະຕິບັດສັນຍາກ່ຽວກັບວຽກງານວິທະຍາສາດແລະເຕັກ ໂນໂລຊີ; 6. ຮັກສາຄວາມລັບ,ປົກປ້ອງສິດຜົນປະໂຫຍດຂອງຊາດກ່ຽວ ກັບວຽກງານຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ; 7. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 35 ສິດຂອງການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 35 ສິດຂອງການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະ ເຕັກໂນໂລຊີ ການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລ ຊີມີສິດດັ່ງນີ້: 1. ເປັນເຈົ້າການໃນການຄົ້ນຄວ້າປະຕິດສ້າງ; 2. ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກ ໂນໂລຊີ; 3. ຮ່ວມທຶນ,ເຊັນສັນຍາແລະຮ່ວມມືກັບບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງອື່ນ; 4. ສ້າງແລະພັດທະນາຊັບພະຍາກອນມະນຸດ; 5. ໄດ້ຮັບນະໂຍບາຍ,ການສົ່ງເສີມແລະບູລິມະສິດໃນການ ດໍາເນີນທຸລະກິດ; 6. ປົກປ້ອງຊັບສິນທາງປັນຍາ; 7. ຖ່າຍທອດ,ມອບໂອນເຕັກໂນໂລຊີ,ຈັດພິມ,ເຜີຍແຜ່ຜົນ ການຄົ້ນຄວ້າ; 8. ພົວພັນແລະຮ່ວມມືກັບສາກົນຕາມລະບຽບກົດໝາຍ; 9. ປະຕິບັດສິດອື່ນຕາມທີ່ໄດກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 36 ໜ້າທີ່ຂອງການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ

ມາດຕາ 36 ໜ້າທີ່ຂອງການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດ ແລະເຕັກໂນໂລຊີ ການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລ ຊີມີໜ້າທີ່ດັ່ງນີ້: 1. ດໍາເນີນວຽກງານຖືກຕ້ອງຕາມມາດຕະຖານເຕັກນິກແລະ ຕາມເປົ້າໝາຍທີ່ໄດ້ຮັບອະນຸຍາດ; 2. ຈັດທະບຽນຫົວຂໍ້ຄົ້ນຄວ້າແລະຜົນການຄົ້ນຄວ້າວິທະຍາ ສາດແລະພັດທະນາເຕັກໂນໂລຊີ; 3. ຮັກສາຄວາມລັບຜົນການຄົ້ນຄວ້າວິທະຍາສາດແລະເຕັກ ໂນໂລຊີຕາມລະບຽບກົດໝາຍ; 4. ປົກປ້ອງສິດຜົນປະໂຫຍດຂອງສັງຄົມແລະຂອງຊາດ; 5. ປົກປັກຮັກສາສິ່ງແວດລ້ອມກ່ຽວກັບການຄົ້ນຄວ້າວຽກ ງານວິທະຍາສາດແລະເຕັກໂນໂລຊີ; 6. ສະໜອງຂໍ້ມູນຂ່າວສານກ່ຽວກັບວິທະຍາສາດແລະເຕັກ ໂນໂລຊີ; 7. ປະກອບສ່ວນສ້າງແລະພັດທະນາບຸກຄະລາກອນ; 8. ຖ່າຍທອດຜົນການຄົ້ນຄວ້າວິທະຍາສາດແລະພັດທະນາ ເຕັກໂນໂລຊີ; 9. ປະສານສົມທົບກັບຂະແໜງການແລະອົງການປົກຄອງ ທ້ອງຖິ່ນບ່ອນດໍາເນີນວຽກງານ; 10. ລາຍງານຜົນການຄົ້ນຄວ້າວຽກງານວິທະຍາສາດແລະ ພັດທະນາເຕັກໂນໂລຊີໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 11. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

..ພາກທີ 5 ການສົ່ງເສີມວຽກງານວິທະຍາສາດແລະເຕັກໂນໂລຊີ


...ມາດຕາ 37 ການສົ່ງເສີມວິທະຍາສາດແລະເຕັກໂນໂລຊີ

ມາດຕາ 37 ການສົ່ງເສີມວິທະຍາສາດແລະເຕັກໂນໂລຊີ ການສົ່ງເສີມວິທະຍາສາດແລະເຕັກໂນໂລຊີແມ່ນການສ້າງ ເງື່ອນໄຂອໍານວຍຄວາມສະດວກ,ຊຸກຍຸ້ການຈັດຕັ້ງປະຕິບັດນະໂຍບາຍ ຕ່າງໆຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນວຽກງານວິທະຍາ ສາດ,ເຕັກໂນໂລຊີແລະນະວັວດຕະກໍາເປັນຕົ້ນການສ້າງບຸກຄະລາກອນ ,ການກໍ່ສ້າງໂຄງລ່າງພື້ນຖານ,ການສະໜອງຂໍ້ມູນຂ່າວສານ,ສິນເຊື່ອ, ການຍົກເວັ້ນຫຼືຫຼຸດຜ່ອນພາສີ,ອາກອນແລະການສະໜອງງົບປະມານຕາມ ລະບຽບກົດໝາຍ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາກລັດແລະເອກະຊົນ ສາມາດຮ່ວມມືກັນດໍາເນີນການຄົ້ນຄວ້າວິທະຍາສາດ,ພັດທະນາເຕັກໂນ ໂລຊີປະດິດສ້າງແລະເປັນເຈົ້າການນໍາໃຊ້ຜົນການຄົ້ນຄວ້າແລະພັດທະນາ ດັ່ງກ່າວ.

...ມາດຕາ 38 ການສົ່ງເສີມດ້ານບຸກຄະລາກອນ

ມາດຕາ 38 ການສົ່ງເສີມດ້ານບຸກຄະລາກອນ ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດ ແລະເຕັກໂນໂລຊີຕ້ອງມີນະໂຍບາຍ,ແຜນການສ້າງແລະນໍາໃຊ້ບຸກຄະລາ ກອນ,ການຈັດແບ່ງງົບປະມານແລະໃຫ້ທຶນການສຶກສາໃນການສ້າງ,ບໍາ ລຸງ,ຍົກລະດັບດ້ານວິຊາສະເພາະ,ເຕັກນິກວິຊາການໃຫ້ບຸກຄະລາກອນ ແລະຜູ້ມີຄວາມສາມາດພິເສດດ້ານວິທະຍາສາດແລະເຕັກໂນໂລຊີ. ບຸກຄົນທີ່ມີຜົນງານແລະມີຜົນສໍາເລັດໃນການຄົ້ນຄວ້າວິທະ ຍາສາດແລະພັດທະນາເຕັກໂນໂລຊີຕ້ອງໄດ້ຮັບການຍ້ອງຍໍ,ຕໍາແໜ່ງ, ນາມມະຍົດ,ກຽດຕິຄຸນແລະການຈັດຕັ້ງທີ່ມີຜົນງານດັ່ງກ່າວກໍ່ຈະໄດ້ຮັບ ການຍ້ອງຍໍເຊັ່ນດຽວກັນ.

...ມາດຕາ 39 ການສົ່ງເສີມດ້ານໂຄງລ່າງພື້ນຖານ

ມາດຕາ 39 ການສົ່ງເສີມດ້ານໂຄງລ່າງພື້ນຖານ ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນວຽກງານວິທະຍາສາດ ແລະເຕັກໂນໂລຊີສາມາດລົງທຶນກໍ່ສ້າງແລະນໍາໃຊ້ໂຄງລ່າງພື້ນຖານວັດ ຖຸ-ເຕັກນິກ,ສະຖາບັນຄົ້ນຄວ້າວິໄຈລະດັບຊາດ,ລະດັບຂະແໜງການແລະ ລະດັງທ້ອງຖິ່ນ.

...ມາດຕາ 40 ການສົ່ງເສີມດ້ານຂໍ້ມູນຂ່າວສານ

ມາດຕາ 40 ການສົ່ງເສີມດ້ານຂໍ້ມູນຂ່າວສານ ໃນການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີບຸກ ຄົນ,ນິຕິບຸກຄົນແລະການຈັດຕັ້ງຈະໄດ້ຮັບນະໂຍບາຍສົ່ງເສີມດ້ານຂໍ້ມູນ ຂ່າວສານດ້ວຍການສ້າງຖານຂໍ້ມູນແລະການສະໜອງຂໍ້ມູນຂ່າວສານ, ສະຖິຕິວິທະຍາສາດແລະເຕັກໂນໂລຊີຈາກພາກສ່ວນທີ່ກ່ຽວຂ້ອງ. ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດແລະພັດທະນາ ເຕັກໂນໂລຊີ,ນະວັດຕະກໍາຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດໃຫ້ມີການປະກາດ,ແລກປ່ຽນ,ບັນທຶກ,ເຜີຍແຜ່ ໃຫ້ສັງຄົມໄດ້ຮູ້,ເຂົ້າໃຈ,ນໍາໃຊ້ຜົນສໍາເລັດດັ່ງກ່າວຕາມລະບຽບກົດໝາຍ ເພື່ອຜົນປະໂຫຍດຂອງການພັດທະນາ.

...ມາດຕາ 41 ນະໂຍບາຍດ້ານສິນເຊື່ອ,ພາສີແລະອາກອນ

ມາດຕາ 41 ນະໂຍບາຍດ້ານສິນເຊື່ອ,ພາສີແລະອາກອນ ໃນການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີບຸກ ຄົນ,ນິຕິບຸກຄົນແລະການຈັດຕັ້ງຈະໄດ້ຮັບນະໂຍບາຍດ້ານສິນເຊື່ອໃນການ ກູ້ຢືມດ້ວຍອັດຕາດອກເບ້ຍຕໍ່າແລະໄດ້ຮັບບູລິມະສິດໃນການນໍາໃຊ້ເງິນສະ ໜັບສະໜູນຊ່ວຍເຫຼືອຈາກກອງທຶນພັດທະນາວິທະຍາສາດແລະເຕັກໂນໂລ ຊີ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຈະໄດ້ຮັບນະໂຍບາຍຍົກ ເວັ້ນຫຼືຫຼຸດຜ່ອນພາສີແລະອາກອນເປັນຕົ້ນການນໍາເຂົ້າກ່ຽວກັບພາຫະນະ, ເຄື່ອງຈັກແລະວັດຖຸປະກອນທີ່ຮັບໃຊ້ການຄົ້ນຄວ້າວິທະຍາສາດແລະພັດ ທະນາເຕັກໂນໂລຊີຕາມລະບຽບກົດໝາຍ.

..ພາກທີ 6 ກອງທຶນພັດທະນາວິທະຍາສາດແລະເຕັກໂນໂລຊີ


...ມາດຕາ 42 ການສ້າງຕັ້ງກອງທຶນ

ມາດຕາ 42 ການສ້າງຕັ້ງກອງທຶນ ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນພັດທະນາວິທະຍາສາດແລະ ເຕັກໂນໂລຊີເພື່ອຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ,ພັດທະນາເຕັກ ໂນໂລຊີແລະນະວັດຕະກໍາເຂົ້າໃນການຜະລິດ,ການແກ້ໄຂແລະສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນ.

...ມາດຕາ 43 ແຫຼ່ງຂອງກອງທຶນ

ມາດຕາ 43 ແຫຼ່ງຂອງກອງທຶນ ກອງທຶນພັດທະນາວິທະຍາສາດແລະເຕັກໂນໂລຊີແມ່ນທຶນທີ່ ເປັນເງິນແລະວັດຖຸຊຶ່ງໄດ້ມາຈາກ: 1. ງົບປະມານຂອງລັດ; 2. ການບໍລິຈາກຫຼືການປະກອບສ່ວນຂອງບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດ; 3. ການຊ່ວຍເຫຼືອລ້າແລະການກູ້ຢືມຈາກການຈັດຕັ້ງທັງ ພາຍໃນແລະຕ່າງປະເທດ; 4. ການເຄື່ອນໄຫວກິດຈະກໍາຫາລາຍໄດ້ເຊັ່ນການວາງສະ ແດງຜົນການຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ,ການແຂ່ງຂັນປະ ດິດສ້າງດ້ານວິທະຍາສາດ,ເຕັກໂນໂລຊີແລະນະວັດຕະກໍາແລະການ ເຄື່ອນໄຫວກິດຈະກໍາອື່ນ; 5. ດອກເບ້ຍເງິນຝາກຫຼືເງິນປັນຜົນທີ່ເກີດຈາກກອງທຶນ; 6. ລາຍຮັບອື່ນທີ່ຖືກຕ້ອງຕາມລະບຽບກົດໝາຍ.

...ມາດຕາ 44 ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 44 ການຄຸ້ມຄອງແລະນໍາໃຊ້ກອງທຶນ ກອງທຶນພັດທະນາວິທະຍາສາດແລະເຕັກໂນໂລຊີມີຄະນະກໍາ ມະການຮັບຜິດຊອບກອງທຶນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ. ຄະນະກໍາມະການຮັບຜິດຊອບກອງທຶນເປັນຜູ້ຄຸ້ມຄອງແລະນໍາ ໃຊ້ກອງທຶນດັ່ງກ່າວຕາມຈຸດປະສົງທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງ ກົດໝາຍສະບັບນີ້.

..ພາກທີ 7 ຂໍ້ຫ້າມ


...ມາດຕາ 45 ຂໍ້ຫ້າມທົ່ວໄປ

ມາດຕາ 45 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາດັ່ງນີ້: 1. ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ກົດ ໝາຍເກືອດຫ້າມ; 2. ສ້າງອຸປະສັກ,ຂັດຂວາງການສົ່ງເສີມແລະພັດທະນາວຽກ ງານວິທະຍາສາດແລະເຕັກໂນໂລຊີ; 3. ນໍາເຂົ້າເຕັກໂນໂລຊີທີ່ເຮັດໃຫ້ສິ້ນເປືອງແຫຼ່ງຊັບພະຍາ ກອນທໍາມະຊາດ,ສ້າງຜົນກະທົບ,ທໍາລາຍສິ່ງແວດລ້ອມເກີນມາດຕະຖານ ທີ່ໄດ້ກໍານົດໄວ້; 4. ແອບອ້າງເອົາຜົນງານຄົ້ນຄວ້າຂອງຜູ້ອື່ນມາເປັນຂອງ ຕົນ; 5. ດັດແປງເຕັກນິກທີ່ບໍ່ຖືກຕ້ອງອັນກໍ່ໃຫ້ເກີດອັນຕະລາຍແກ່ ສັງຄົມ; 6. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 46 ຂໍ້ຫ້າມສໍາລັບພະນັກງານທີ່ກ່ຽວຂ້ອງຂອງລັດ

ມາດຕາ 46 ຂໍ້ຫ້າມສໍາລັບພະນັກງານທີ່ກ່ຽວຂ້ອງຂອງລັດ ຫ້າມພະນັກງານທີ່ກ່ຽວຂ້ອງຂອງລັດມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງ,ບັງຄັບ,ນາບຂູ່ຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວແລະພັກພວກຂອງຕົນ; 2. ທວງເອົາ,ຂໍເອົາ,ຮັບເອົາສິນບົນຫຼືຜົນປະໂຫຍດອື່ນ; 3. ເປີດເຜີຍຄວາມລັບຂອງຊາດ,ຂອງລັດຖະການແລະຂອງ ຜູ້ດໍາເນີນວຽກງານຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ; 4. ກົດໜ່ວງ,ຖ່ວງດຶງ,ແກ່ຍາວເວລາໃນການພິຈາລະນາ ເອກະສານໂດຍບໍ່ຖືກຕ້ອງຕາມກົດໝາຍ; 5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 47 ຂໍ້ຫ້າມສໍາລັບຜູ້ດໍາເນີນວຽກງານ

ມາດຕາ 47 ຂໍ້ຫ້າມສໍາລັບຜູ້ດໍາເນີນວຽກງານ ຫ້າມຜູ້ດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີມີພຶດ ຕິກໍາດັ່ງນີ້: 1. ດໍາເນີນວຽກງານໂດຍບໍ່ໄດ້ຮັບອະນຸຍາດຫຼືບໍ່ຖືກກັບການ ອະນຸຍາດຍົກເວັ້ນການດໍາເນີນວຽກງານຂອງບຸກຄົນຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 16 ຂອງກົດໝາຍສະບັບນີ້; 2. ເອົາໃບອະນຸຍາດຂອງຕົນໄປຄໍ້າປະກັນຫຼືປະກອບເປັນຮຸ້ນ ,ໃຫ້ຢືມ,ໃຫ້ເຊົ່າ,ໂອນຫຼືຂາຍໃຫ້ຜູ້ອື່ນ; 3. ສວຍໃຊ້ການເຄື່ອນໄຫວວຽກງານວິທະຍາສາດແລະເຕັກ ໂນໂລຊີເພື່ອຫາຜົນປະໂຫຍດສ່ວນຕົວແລະພັກພວກຂອງຕົນ; 4. ໃຫ້ສິນບົນແກ່ພະນັກງານທີ່ຮັບຜິດຊອບວຽກງານວິທະຍາ ສາດແລະເຕັກໂນໂລຊີ; 5. ໃຊ້ຄວາມຮຸນແຮງຫຼືແອບອ້າງຊື່ຂອງຜູ້ອື່ນເພື່ອນາບຂູ່ພະ ນັກງານທີ່ກ່ຽວຂ້ອງ; 6. ປອມແປງເອກະສານ,ນໍາໃຊ້ເອກະສານປອມກ່ຽວກັບ ວຽກງານວິທະຍາສາດແລະເຕັກໂນໂລຊີ; 7. ມີພຶດຕິກໍາທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 8 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 48 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 48 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງສາມາດດໍາເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້: 1. ການປະນີປະນອມ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ; 4. ການຕັດສິນຂອງສານ; 5. ການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາ 49 ການແກ້ໄຂດ້ວຍການປະນີປະນອມ

ມາດຕາ 49 ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີນັ້ນຄູ່ກໍລະນີສາມາດປຶກສາຫາລື,ເຈລະນາແລະປະນີປະນອມ ກັນ.

...ມາດຕາ 50 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 50 ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີນັ້ນຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນທີ່ຕົນ ໄດ້ຮັບອະນຸຍາດເພື່ອພິຈາລະນາແກ້ໄຂຕາມລະບຽບການແລະກົດໝາຍທີ່ ກ່ຽວຂ້ອງ.

...ມາດຕາ 51 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 51 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບ ວຽກງານວິທະຍາສາດແລະເຕັກໂນໂລຊີນັ້ນຄູ່ກໍລະນີມີສິດສະເໜີຕໍ່ອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມ ລະບຽບກົດໝາຍ.

...ມາດຕາ 52 ການຕັດສິນຂອງສານ

ມາດຕາ 52 ການຕັດສິນຂອງສານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີຄູ່ກໍລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາ 53 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 53 ການແກ້ໄຂທີ່ມີລັກສະນະສາກົນ ໃນກໍລະນີເກີດຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດໍາ ເນີນທຸລະກິດດ້ານວິທະຍາສາດແລະເຕັກໂນໂລຊີນັ້ນຄູ່ກໍລະນີສາມາດສະ ເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນຫຼືຕ່າງປະເທດຕາມການຕົກລົງກັນ ຫຼືປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 9 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 54 ອົງການຄຸ້ມຄອງ

ມາດຕາ 54 ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບ ໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງວິທະຍາສາດແລະເຕັກໂນ ໂລຊີເປັນເຈົ້າການຮັບຜິດຊອບໂດຍກົງດ້ວຍການປະສານສົມທົບກັບກະ ຊວງ,ພາກສ່ວນອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານວິທະຍາສາດແລະເຕັກໂນໂລຊີ ປະກອບດ້ວຍ: 1. ກະຊວງວິທະຍາສາດແລະເຕັກໂນໂລຊີ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ; 3. ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະ ບານ. ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງໜ່ວຍງານວິທະຍາສາດ ແລະເຕັກໂນໂລຊີປະຈໍາບ້ານຂຶ້ນກໍ່ໄດ້.

....ມາດຕາ 55 ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ

ມາດຕາ 55 ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ ໃນການຄຸ້ມຄອງວຽກງານວິທະຍາສາດແລະເຕັກໂນໂລຊີກະ ຊວງວິທະຍາສາດແລະເຕັກໂນໂລຊີມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ແຜນພັດທະນາ ແລະນິຕິກໍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີເພື່ອສະເໜີ ລັດຖະບານພິຈາລະນາ; 2. ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ແຜນພັດທະ ນາແລະນິຕິກໍາກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີມາເປັນ ແຜນງານ,ແຜນການ,ໂຄງການແລະນິຕິກໍາລະອຽດຂອງຕົນພ້ອມທັງຊີ້ ນໍາການຈັດຕັ້ງປະຕິບັດ; 3. ໂຄສະນາເຜີຍແຜ່ແລະສຶກສາອົບຮົມທາງດ້ານນະໂຍ ຍາຍ,ແຜນຍຸດທະສາດ,ລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດ ແລະເຕັກໂນໂລຊີ; 4. ອອກຫຼືຖອນໃບອະນຸຍາດ,ຢັ້ງຢືນແລະຮັບຮອງການດໍາ ເນີນວຽກງານວິທະຍາສາດແລະເຕັກໂນໂລຊີຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ; 5. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານວິທະຍາສາດແລະເຕັກໂນໂລຊີ; 6. ປະສານສົມທົບກັບສະພາບັນດິດວິທະຍາສາດແລະເຕັກ ໂນໂລຊີແຫ່ງຊາດ,ສະພາວິທະຍາສາດຂອງຂະແໜງການ,ຂະແໜງ ການຂັ້ນສູນກາງແລະທ້ອງຖິ່່ນເພື່ອພິຈາລະນາບັນດາຫົວຂໍ້ຄົ້ນຄວ້າທີ່ເປັນ ບູລິມະສິດຂອງຊາດ,ງົບປະມານ,ກົນໄກການຄຸ້ມຄອງແລະນໍາໃຊ້ຜົນການ ຄົ້ນຄວ້າ; 7. ຄົ້ນຄວ້າພິຈາລະນາແລະສະເໜີມາດຕະການ,ວິທີການ ແກ້ໄຂການລະເມີດລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດ ແລະເຕັກໂນໂລຊີ; 8. ຄຸ້ມຄອງ,ສ້າງ,ບໍາລຸງ,ຍົກລະດັບຄວາມຮູ້,ຄວາມສາມາດ ແລະຄວາມຊໍານິຊໍານານໃຫ້ແກ່ພະນັກງານແລະຜູ້ດໍາເນີນວຽກງານວິທະ ຍາສາດແລະເຕັກໂນໂລຊີ; 9. ຊີ້ນໍາ,ຄຸ້ມຄອງ,ປັບປຸງວຽກງານວິທະຍາສາດແລະເຕັກ ໂນໂລຊີຢູ່ທ້ອງຖິ່ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 10. ພົວພັນແລະຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງ ສາກົນເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ,ພັດທະນາແລະນໍາໃຊ້ເຕັກ ໂນໂລຊີໃໝ່ທີ່ກ້າວໜ້າ; 11.​ ສະຫຼຸບ,ສັງລວມວຽກງານວິທະຍາສາດແລະເຕັກໂນໂລ ຊີແລ້ວລາຍງານໃຫ້ລັດຖະບານຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 56 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 56 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານວິທະຍາສາດແລະເຕັກໂນໂລຊີພະ ແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ດັ່ງ ນີ້: 1. ຜັນຂະຫຍາຍ,ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ ,ລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີລວມ ທັງໂຄສະນາ,ເຜີຍແຜ່ວຽກງານດັ່ງກ່າວໃນຂອບເຂດທ້ອງຖິ່ນຂອງຕົນ; 2. ຊີ້ນໍາ,ຕິດຕາມແລະປະສານສົມທົບກັບຂະແໜງການອື່ນທີ່ ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນໃນການຈັດຕັ້ງປະຕິບັດວຽກງານວິທະຍາ ສາດແລະເຕັກໂນໂລຊີ; 3. ອອກຫຼືຖອນໃບອະນຸຍາດ,ຢັ້ງຢືນແລະຮັບຮອງການດໍາ ເນີນວຽກງານວິທະຍາສາດແລະເຕັກໂນໂລຊີຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ; 4. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານກ່ຽວກັບວິທະຍາສາດແລະເຕັກໂນໂລຊີຂອງເມືອງ,ເທດສະບານ; 5. ຄົ້ນຄວ້າ,ພິຈາລະນາແລະສະເໜີມາດຕະການ,ວິທີການ ແກ້ໄຂການລະເມີດລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານວິທະຍາ ສາດແລະເຕັກໂນໂລຊີຕາມການມອບໝາຍຂອງຂັ້ນເທິງ; 7. ສະຫຼຸບ,ສັງລວມວຽກງານວິທະຍາສາດແລະເຕັກໂນໂລຊີ ແລ້ວລາຍງານໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີ,ອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 57 ສິດແລະໜ້າທີ່ຂອງຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານ

ມາດຕາ 57 ສິດແລະໜ້າທີ່ຂອງຫ້ອງການວິທະຍາສາດແລະເຕັກໂນໂລ ຊີເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານວິທະຍາສາດແລະເຕັກໂນໂລຊີ ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານມີສິດແລະ ໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ແຜນການ ກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລຊີແລະເຜີຍແຜ່ວຽກງານ ດັ່ງກ່າວໃນທ້ອງຖິ່ນຂອງຕົນ; 2. ຄົ້ນຄວ້າ,ສະເໜີຕໍ່ພະແນກວິທະຍາສາດແລະເຕັກໂນໂລ ຊີແຂວງ,ນະຄອນເພື່ອພິຈາລະນາອອກຫຼືຖອນໃບອະນຸຍາດ,ຢັ້ງຢືນແລະ ຮັບຮອງການດໍາເນີນວຽກງານວິທະຍາສາດແລະເຕັກໂນໂລຊີ; 3. ຄົ້ນຄວ້າ,ພິຈາລະນາແລະສະເໜີມາດຕະການ,ວິທີການ ແກ້ໄຂການລະເມີດລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດແລະ ເຕັກໂນໂລຊີຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນທ້ອງ ຖິ່ນຂອງຕົນ; 5. ສະຫຼຸບ,ສັງລວມວຽກງານວິທະຍາສາດແລະເຕັກໂນໂລຊີ ແລ້ວລາຍງານໃຫ້ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ ແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ໝວດທີ 2 ການກວດກາ


....ມາດຕາ 59 ອົງການກວດກາ

ມາດຕາ 59 ອົງການກວດກາ ອົງການກວດກາວຽກງານວິທະຍາສາດແລະເຕັກໂນໂລຊີປະ ກອບດ້ວຍ: 1. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການ ຄຸ້ມຄອງວຽກງານວິທະຍາສາດແລະເຕັກໂນໂລຊີຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 54 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກແມ່ນ: - ສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ; - ອົງການກວດກາລັດຖະບານແລະດ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ; - ອົງການກວດສອບແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການກວດສອບ; - ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ປະຊາຊົນ ແລະສື່ມວນຊົນ. ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າ ທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານວິທະຍາສາດແລະເຕັກໂນ ໂລຊີເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສ,ຍຸຕິທໍາແລະມີປະສິດທິຜົນ.

....ມາດຕາ 60 ເນື້ອໃນການກວດກາ

ມາດຕາ 60 ເນື້ອໃນການກວດກາ ການກວດກາວຽກງານວິທະຍາສາດແລະເຕັກໂນໂລຊີມີເນື້ອ ໃນດັ່ງນີ້: 1. ການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານ,ລະບຽບກົດໝາຍກ່ຽວກັບວຽກງານວິທະຍາສາດແລະເຕັກໂນໂລ ຊີ; 2. ແຜນການ,ແຜນງານ,ໂຄງການ,ຫົວຂໍ້ຄົ້ນຄວ້າວິທະຍາ ສາດແລະພັດທະນາເຕັກໂນໂລຊີ; 3. ການປະຕິບັດວຽກງານວິທະຍາສາດແລະເຕັກໂນໂລຊີ. ນອກຈາກນີ້ການກວດກາຍັງໃຫ້ປະຕິບັດຕາມເນື້ອໃນການກວດ ກາຕາມທີ່ໄດ້ກໍານົດໄວ້ໃນລະບຽບການແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 61 ຮູບການການກວດກາ

ມາດຕາ 61 ຮູບການການກວດກາ ການກວດກາວຽກງານວິທະຍາສາດແລະເຕັກໂນໂລຊີມີສາມ ຮູບການດັ່ງນີ້: 1. ການກວດກາຢ່າງເປັນລະບົບປົກກະຕິຊຶ່ງແມ່ນການກວດ ກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູຸ້ຖືກກວດ ກາຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາແບບຮີບ ດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ໃນການດໍາເນີນກວດກາວຽກງານວິທະຍາສາດແລະເຕັກໂນ ໂລຊີໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີ 10 ວັນວິທະຍາສາດແຫ່ງຊາດ,ເຄື່ອງໝາຍ,ກາໝາຍແລະເຄື່ອງແບບ


...ມາດຕາ 62 ວັນວິທະຍາສາດແຫ່ງຊາດ

ມາດຕາ 62 ວັນວິທະຍາສາດແຫ່ງຊາດ ສປປລາວກໍານົດເອົາວັນທີ 13 ຕຸລາເປັນວັນວິທະຍາສາດ ແຫ່ງຊາດ. ກະຊວງວິທະຍາສາດແລະເຕັກໂນໂລຊີເປັນເຈົ້າການປະສານ ສົມທົບກັບອົງການຂັ້ນສູນກາງແລະອົງການປົກຄອງທ້ອງຖິ່ນແລະທຸກພາກ ສ່ວນໃນສັງຄົມເພື່ອສົ່ງເສີມແລະປະກອບສ່ວນເຂົ້າໃນການດໍາເນີນສະເຫຼີມ ສະຫຼອງວັນວິທະຍາສາດແຫ່ງຊາດໃນແຕ່ລະປີຢ່າງມີເນື້ອໃນແລະເປັນຂະ ບວນການກວ້າງຂວາງ.

...ມາດຕາ 63 ເຄື່ອງໝາຍ,ກາໝາຍແລະເຄື່ອງແບບ

ມາດຕາ 63 ເຄື່ອງໝາຍ,ກາໝາຍແລະເຄື່ອງແບບ ກະຊວງວິທະຍາສາດແລະເຕັກໂນໂລຊີໂດຍປະສານສົມທົບກັບ ກະຊວງອື່ນທີ່ກ່ຽວຂ້ອງເປັນຜູ້ກໍານົດເຄື່ອງໝາຍ,ກາໝາຍແລະເຄື່ອງແບບ ຂອງພະນັກງານຂະແໜງການວິທະຍາສາດແລະເຕັກໂນໂລຊີ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 64 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 64 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຄົ້ນຄວ້າແລະພັດທະນາວິທະຍາສາດແລະເຕັກໂນໂລຊີຢ່າງມີປະສິດທິຜົນ ສູງທັງເປັນຕົວແບບເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ດໍາເນີນກິດຈະການຖືກຕ້ອງຕາມກົດໝາຍແລະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານວິທະຍາສາດແລະເຕັກໂນໂລຊີຈະໄດ້ຮັບການຍ້ອງຍໍຫຼື ນະໂຍບາຍອື່ນເຊັ່ນນາມມະຍົດ,ຕໍາແໜ່ງ,ກຽດຕິຄຸນ,ລາງວັນວິທະຍາ ສາດຕາມລະບຽບກົດໝາຍ.

...ມາດຕາ 65 ການຮັບນາມມະຍົດ,ຕໍາແໜ່ງແລະກຽດຕິຄຸນ

ມາດຕາ 65 ການຮັບນາມມະຍົດ,ຕໍາແໜ່ງແລະກຽດຕິຄຸນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດ່ນ,ມີຜົນສໍາ ເລັດໃນການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີຊຶ່ງໄດ້ຮັບ ການຢັ້ງຢືນແລະຮັບຮອງຈາກສະພາບັນດິດວິທະຍາສາດແລະເຕັກໂນໂລ ຊີແຫ່ງຊາດຈະໄດ້ຮັບນາມມະຍົດແລະຕໍາແໜ່ງວິທະຍາສາດແລະເຕັກໂນ ໂລຊີ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ປະກອບສ່ວນທາງດ້ານສະຕິປັນຍາ,ທຶນ,ວັດຖຸເຂົ້າໃນການເຄື່ອນໄຫວວຽກ ງານວິທະຍາສາດແລະເຕັກໂນໂລຊີກໍ່ຈະໄດ້ຮັບກຽດຕິຄຸນ.

...ມາດຕາ 66 ລາງວັນວິທະຍາສາດ

ມາດຕາ 66 ລາງວັນວິທະຍາສາດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກ ໂນໂລຊີຈະໄດ້ຮັບລາງວັນວິທະຍາສາດຕາມຜົນງານຕົວຈິງ. ລາງວັນວິທະຍາສາດມີສາມລະດັບດັ່ງນີ້: 1. ລາງວັນລະດັບຊາດ; 2. ລາງວັນລະດັບກະຊວງ; 3. ລາງວັນລະດັບທ້ອງຖິ່ນ. ລາງວັນວິທະຍາສາດແຕ່ລະດັບໄດ້ກໍານົດໄວ້ໃນລະບຽບການ ສະເພາະ. ລັດຮັບຮູ້ລາງວັນວິທະຍາສາດຂອງຕ່າງປະເທດ,ພາກພື້ນແລະ ສາກົນທີ່ມອບໃຫ້ພົນລະເມືອງລາວໂດຍສອດຄ່ອງກັບກົດໝາຍຂອງສປປ ລາວ.

...ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນ ຕົ້ນຂໍ້ຫ້າມກໍ່ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼື ລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.

..ພາກທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 68 ການຈັດຕັ້ງປະຕິບັດ

ມາດຕາ 68 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 69 ຜົນສັກສິດ

ມາດຕາ 69 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ