ກົດໝາຍວ່າດ້ວຍລັດຖະບານແຫ່ງສປປລາວ 06-05-2003

From Wikisource
Jump to navigation Jump to search

.ລັດຖະບານແຫ່ງສປປລາວ 06-05-2003


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍລະຖະບານ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍລະຖະບານ ກົດໝາຍວ່າດ້ວຍລັດຖະບານກໍານົດຫຼັກການການຈັດຕັ້ງ, ການເຄື່ອນໄຫວແລະລະບອບແບບແຜນວິທີເຮັດວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມ,ການນໍາໃຊ້ ຊັບພະຍາກອນແຫ່ງຊາດແລະການປົກປັກຮັກສາສິ່ງແວດລ້ອມມີປະສິດ ທິພາບ,ຮັບປະກັນການປະຕິບັດລະບຽບກົດໝາຍ,ເຮັດໃຫ້ປະເທດຊາດ ຮັ່ງມີເຂັ້ມແຂງ,ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ,ເຮັດໃຫ້ສັງຄົມມີ ຄວາມສະຫງົບແລະຍຸດຕິທໍາ.

...ມາດຕາສອງ:ທີ່ຕັ້ງແລະພາລະບົດບາດຂອງລັດຖະບານ

ມາດຕາສອງ:ທີ່ຕັ້ງແລະພາລະບົດບາດຂອງລັດຖະບານ. ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວແມ່ນອົງການບໍລິຫານແຫ່ງລັດຊຶ່ງຮັບຮອງເອົາໂດຍສະພາແຫ່ງ ຊາດ,ຮັບຜິດຊອບຕໍ່ສະພາແຫ່ງຊາດແລະປະທານປະເທດ,ມີພາລະບົດ ບາດຄຸ້ມຄອງຢ່າງເປັນເອກະພາບການປະຕິບັດໜ້າທີ່ຂອງລັດໃນທຸກ ດ້ານ:ດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ການນໍາໃຊ້ຊັບ ພະຍາກອນແຫ່ງຊາດ,ການປົກປັກຮັກສາສິ່ງແວດລ້ອມ,ການປ້ອງກັນ ຊາດ,ປ້ອງກັນຄວາມສະຫງົບແລະການຕ່າງປະເທດ.

...ມາດຕາສາມ:ຫຼັກການເຄື່ອນໄຫວຂອງລັດຖະບານ.

ມາດຕາສາມ:ຫຼັກການເຄື່ອນໄຫວຂອງລັດຖະບານ. ລັດຖະບານເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນຕາມຫຼັກການລວມສູນປະຊາທິປະໄຕບົນພື້ນຖານລັດຖະທໍາມະນູນແລະກົດໝາຍໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາແລະຖືເອົາອົງການແນວລາວສ້າງຊາດ,ບັນດາອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມເປັນກໍາລັງແຮງ,ນໍາໃຊ້ວິທີການສຶກສາອົບຮົມ,ເສດຖະກິດແລະບໍລິຫານເພື່ອຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມ.

...ມາດຕາສີ່:ອາຍຸການຂອງລັດຖະບານ.

ມາດຕາສີ່:ອາຍຸການຂອງລັດຖະບານ. ລັດຖະບານມີອາຍຸການເທົ່າກັບອາຍູການຂອງສະພາແຫ່ງຊາດ.ໃນກໍລະນີທີ່ລັດຖະບານໝົດອາຍຸການແລ້ວແຕ່ສະພາແຫ່ງຊາດຫາກຍັງບໍ່ທັນໄດ້ຮັບຮອງເອົາລັດຖະບານຊຸດໃໝ່ນັ້ນໃຫ້ລັດຖະບານຊຸດເກົ່າສືບຕໍ່ດໍາເນີນໜ້າທີ່ຂອງຕົນຕໍ່ໄປ. ..ໝວດທີ2ໂຄງປະກອບການຈັດຕັ້ງ,ສິດແລະໜ້າທີ່ຂອງລັດຖະບານ


...ມາດຕາຫ້າ:ໂຄງປະກອບກົງຈັກຂອງລັດຖະບານ

ມາດຕາຫ້າ:ໂຄງປະກອບກົງຈັກຂອງລັດຖະບານ ກົງຈັກຂອງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວປະກອບດ້ວຍສໍານັກງານນາຍົກລັດຖະມົນຕີ,ກະຊວງແລະ ອົງການທຽບເທົ່າກະຊວງຊຶ່ງຖືກຮັບຮອງເອົາໂດຍສະພາແຫ່ງຊາດຕາມ ການສະເໜີຂອງນາຍົກລັດຖະມົນຕີ. ການກໍານົດໂຄງປະກອບກົງຈັກຂອງລັດຖະບານແມ່ນອີງໃສ່ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະເທດໃນແຕ່ລະໄລຍະ.

...ມາດຕາຫົກ:ໂຄງປະກອບຂອງລັດຖະບານ.

ມາດຕາຫົກ:ໂຄງປະກອບຂອງລັດຖະບານ. ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ,ຮອງນາຍົກລັດ ຖະມົນຕີ,ລັດຖະມົນຕີວ່າການກະຊວງ,ລັດຖະມົນຕີປະຈໍາສໍານັກງານນາ ຍົກລັດຖະມົນຕີແລະຫົວໜ້າອົງການທຽບເທົ່າກະຊວງ.

...ມາດຕາເຈັດ:ສິດແລະໜ້າທີ່ຂອງລັດຖະບານ.

ມາດຕາເຈັດ:ສິດແລະໜ້າທີ່ຂອງລັດຖະບານ. ລັດຖະບານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກລົງຂອງ ສະພາແຫ່ງຊາດ,ລັດຖະບັນຍັດແລະລັດຖະດໍາລັດຂອງປະທານປະເທດ ,ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ,ສຶກສາອົບຮົມສະຕິເຄົາລົບແລະປະ ຕິບັດລະບຽບກົດໝາຍ;ກໍານົດບັນດາມາດຕະການປົກປ້ອງສິດແລະຜົນ ປະໂຫຍດອັນຊອບທໍາຂອງປະຊາຊົນ. ສອງ:ກໍານົດແຜນຍຸດທະສາດ,ແຜນພັດທະນາເສດຖະກິດ- ສັງຄົມແລະແຜນງົບປະມານແຫ່ງລັດປະຈໍາປີແລ້ວນໍາສະເໜີສະພາ ແຫ່ງຊາດພິຈາລະນາແລະຮັບຮອງເອົາ. ສາມ:ຄຸ້ມຄອງຢ່າງເປັນເອກະພາບການກໍ່ສ້າງ,ການຂະ ຫຍາຍພື້ນຖານເສດຖະກິດ,ວັດທະນະທໍາ-ສັງຄົມ,ວິທະຍາສາດ,ເຕັກນິກ, ການປະຕິບັດນະໂຍບາຍການເງິນ,ເງິນຕາ,ຮັບປະກັນການນໍາໃຊ້ຊົບສົມ ບັດຂອງຊາດຢ່າງມີປະສິດທິພາບ,ປົກປ້ອງຊັບສົມບັດຂອງລັດ,ລວມໝູ່ ແລະບຸກຄົນບົນພື້ນຖານລັດຖະທໍາມະນູນແລະກົດໝາຍ. ສີ່:ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາ ແຫ່ງຊາດ,ຕໍ່ຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມແລະລາຍງານຕໍ່ປະທານປະເທດ. ຫ້າ:ຄົ້ນຄວ້າແລະສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ,ສະເໜີຮ່າງລັດຖະບັນຍັດຕໍ່ຄະນະປະຈໍາສະພາ ແຫ່ງຊາດເພື່ອພິຈາລະນາ. ຫົກ:ຄົ້ນຄວ້າແລະສະເໜີຮ່າງລັດຖະດໍາລັດຕໍ່ປະທານປະ ເທດເພື່ອພິຈາລະນາຕົກລົງ. ເຈັດ:ອອກດໍາລັດ,ມະຕິຕົກລົງກ່ຽວກັບການຄຸ້ມຄອງລັດ,ຄຸ້ມ ຄອງເສດຖະກິດ-ສັງຄົມ,ວິທະຍາສາດ,ເຕັກນິກ,ເຕັກໂນໂລຢີ,ການສ້າງ ແລະນໍາໃຊ້ຊັບພະຍາກອນມະນຸດ,ການປົກປັກຮັກສາແລະນໍາໃຊ້ຊັບພະ ຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນໆ,ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບແລະການເຄື່ອນໄຫວວຽກງານການ ຕ່າງປະເທດ. ແປດ:ຈັດຕັ້ງ,ຊີ້ນໍາ,ອໍານວຍຄວບຄຸມແລະກວດກາການ ເຄື່ອນໄຫວຂອງບັນດາຂະແໜງການແລະອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີປະສິດທິພາບແລະຖືກຕ້ອງຕາມລະບຽບກົດໝາຍ. ເກົ້າ:ຈັດຕັ້ງ,ຄຸ້ມຄອງພົນລະເມືອງຢ່າງເປັນເອກະພາບໃນ ຂອບເຂດທົ່ວປະເທດ. ສິບ:ເພີ່ມທະວີການປັບປຸງແລະກວດກາວຽກງານປ້ອງກັນ ຊາດ,ປ້ອງກັນຄວາມສະຫງົບທົ່ວປວງຊົນແລະຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ,ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ,ປະຕິບັດຄໍາສັ່ງ ລະດົມພົນ,ກໍານົດມາດຕະການຕ່າງໆທີ່ຈໍາເປັນເພື່ອປົກປັກຮັກສາປະ ເທດຊາດ. ສິບເອັດ:ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາ ສັ່ງ,ຄໍາແນະນໍາແລະແຈ້ງການຂອງກະຊວງ,ອົງການທຽບເທົ່າກະຊວງ ,ອົງການອື່ນໆທີ່ຂຶ້ນກັບລັດຖະບານແລະອົງການປົກຄອງທ້ອງຖິ່ນທີ່ຂັດ ກັບລະບຽບກົດໝາຍ. ສິບສອງ:ຕົກລົງສ້າງຕັ້ງ,ຍຸບເລີກແລະກໍານົດເຂດແດນ ຂອງເມືອງແລະເທດສະບານຕາມການສະເໜີຂອງເຈົ້າແຂວງຫຼືເຈົ້າ ຄອງນະຄອນ. ສິບສາມ:ຈັດຕັ້ງດໍາເນີນການກວດກາ,ກວດການຂອງລັດ, ຕ້ານການລະເມີດລະບຽບກົດໝາຍ,ການສໍ້ລາດບັງຫຼວງແລະປະກົດ ການຫຍໍ້ທໍ້ອື່ນໆ;ພິຈາລະນາແກ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງປະຊາ ຊົນກ່ຽວກັບການກະທໍາທີ່ບໍ່ຖືກຕ້ອງຂອງພະນັກງານ,ລັດຖະກອນແລະ ອົງການບໍລິຫານລັດຂັ້ນຕ່າງໆບົນພື້ນຖານລະບຽບກົດໝາຍ. ສິບສີ່:ພົວພັນ,ຮ່າມມື,ເຈລະຈາ,ເຊັ່ນສົນທິສັນຍາແລະສັນ ຍາກັບຕ່າງປະເທດ,ຄຸ້ມຄອງແລະກວດກາການເຄື່ອນໄຫວວຽກງານ ຕ່າງປະເທດ,ການປະຕິບັດສົນທະສັນຍາແລະສັນຍາທີ່ໄດ້ເຊັນກັນແລ້ວ. ສິບຫ້າ:ປະຕິບັດສິດແລະໜ້າທີ່ອື່ນໆທີ່ໄດ້ກໍານົດໄວ້ໃນລັດ ຖະທໍາມະນູນແລະລະບຽບກົດໝາຍ.

..ໝວດທີ3ກອງປະຊຸມລັດຖະບານ


...ມາດຕາແປດ:ກອງປະຊຸມລັດຖະບານ

ມາດຕາແປດ:ກອງປະຊຸມລັດຖະບານ ກອງປະຊຸມລັດຖະບານເປີດຂຶ້ນເດືອນລະເທື່ອໂດຍແມ່ນ ນາຍົກລັດຖະມົນຕີເປັນຜູ້ຮຽກໂຮມແລະເປັນປະທານຍົກເວັ້ນໃນກໍລະນີ ທີ່ປະທານປະເທດເຂົ້າຮ່ວມຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຂອງກົດ ໝາຍສະບັບນີ້.ກອງປະຊຸມລັດຖະບານຈະເປີດຂຶ້ນໄດ້ກໍ່ຕໍ່ເມື່ອມີສະມາຊິກ ລັດຖະບານເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກ ທັງໝົດ. ສະມາຊິກລັດຖະບານມີພັນທະແລະໜ້າທີ່ເຂົ້າຮ່ວມກອງປະ ຊຸມລັດຖະບານທຸກຄັ້ງ.ນອກຈາກນັ້ນອາດເຊີນຜູ້ອື່ນທີ່ກ່ຽວຂ້ອງເຂົ້າ ຮ່ວມກອງປະຊຸມລັດຖະບານກໍ່ໄດ້.ສໍາລັບຜູ້ທີ່ບໍ່ແມ່ນສະມາຊິກລັດຖະ ບານນັ້ນມີສິດປະກອບຄວາມຄິດເຫັນຕໍ່ກອງປະຊຸມແຕ່ບໍ່ມີສິດລົງຄະແນນ ສຽງ.ກອງປະຊຸມລັດຖະບານພິຈາລະນາຕົກລົງບັນຫາຫຼືລົງມະຕິໂດຍຖື ເອົາຕາມສຽງສ່ວນຫຼາຍ.ຖ້າຫາກມີສຽງເທົ່າກັນນັ້ນສຽງຂອງປະທານ ກອງປະຊຸມເປັນອັນຕັດສິນ. ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນອາດຈະເປີດກອງ ປະຊຸມສະໄໝວິສາມັນກໍ່ໄດ້ຕາມການຕົກລົງຂອງນາຍົກລັດຖະມົນຕີຫຼື ຕາມການສະເໜີຂອງສະມາຊິກລັດຖະບານຢ່າງໜ້ອຍໜຶ່ງສ່ວນສາມ ຂອງຈໍານວນສະມາຊິກທັງໝົດ. ໃນກອງປະຊຸມລັດຖະບານທີ່ກ່າວມາຂ້າງເທິງນັ້ນລັດຖະ ບານຍັງຮຽກໂຮມເຈົ້າແຂວງແລະເຈົ້າຄອງນະຄອນເຂົ້າຮ່ວມປະຊຸມ ນໍາປີລະສອງເທື່ອເພື່ອກວດກາແລະຊີ້ນໍາການປະຕິບັດໜ້າທີ່ຂອງອົງ ການຜົກຄອງທ້ອງຖິ່ນ. ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນຢັ້ງຢືນ ໂດຍປະທານກອງປະຊຸມແລ້ວສົ່ງໃຫ້ສະມາຊິກລັດຖະບານແລະພາກ ສ່ວນທີ່ກ່ຽວຂ້ອງຊາບແລະຈັດຕັ້ງປະຕິບັດ.

...ມາດຕາເກົ້າ:ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມລັດຖະບານ

ມາດຕາເກົ້າ:ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມລັດຖະບານ ບັນທີ່້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມລັດ ຖະບານມີດັ່ງນີ້: ໜຶ່ງ:ແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ. ສອງ:ແຜນງົບປະມານແຫ່ງລັດແລະການດັດແກ້ແຜນງົບ ປະມານແຫ່ງລັດປະຈໍາປີ. ສາມ:ຮ່າງກົດໝາຍ,ຮ່າງລັດຖະບັນຍັດ,ຮ່າງລັດຖະດໍາລັດ ແລະຮ່າງດໍາລັດ; ສີ່:ການສ້າງຕັ້ງ,ການຍຸບເລີກ,ການໂຮມ,ການແຍກກະ ຊວງ,ອົງການທຽບເທົ່າກະຊວງ,ແຂວງ,ນະຄອນແລະເຂດພິເສດ,ການ ກໍານົດເຂດແດນແຂວງ,ນະຄອນແລະເຂດພິເສດກ່ອນນໍາສະເໜີສະ ພາແຫ່ງຊາດພິຈາລະນາແລະຮັບຮອງ. ຫ້າ:ການສ້າງຕັ້ງ,ການຍຸບເລີກ,ການໂຮມ,ການແຍກບັນ ດາອົງການຈັດຕັ້ງທີ່ຂຶ້ນໂດຍກົງກັບລັດຖະບານ. ຫົກ:ການສ້າງຕັ້ງ,ການຍຸບເລີກ,ການໂຮມ,ການແຍກຫຼື ການກໍານົດເຂດແກນຂອງເມືອງແລະເທດສະບານ. ເຈັດ:ບົດສະຫຼຸບການເຄື່ອນໄຫວວຽກງານຂອງລັດຖະບານ. ແປດ:ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບແລະການ ພົວພັນຕ່າງປະເທດ. ເກົ້າ:ເນື້ອໃນການເຈລະຈາ,ສົນທິສັນຍາແລະສັນຍາກັບ ຕ່າງປະເທດ. ສິບ:ບົດລາຍງານຕໍ່ສະພາແຫ່ງຊາດແລະຕໍ່ປະທານປະເທດ. ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວກອງປະຊຸມ ລັດຖະບານຈະນໍາເອົາບັນຫາອື່ນທີ່ສໍາຄັນແລະຈໍາເປັນມາພິຈາລະນາກໍ່ ໄດ້.


...ມາດຕາສິບ:ກອງປະຊຸມພິເສດຂອງລັດຖະບານ

ມາດຕາສິບ:ກອງປະຊຸມພິເສດຂອງລັດຖະບານ ກອງປະຊຸມພິເສດຂອງລັດຖະບານແມ່ນກອງປະຊຸມສະມາ ຊິກລັດຖະບານໂດຍການຮຽກໂຮມແລະເປັນປະທານຂອງປະທານປະ ເທດຊຶ່ງສາມາດເປີດຂຶ້ນໄດ້ທຸກເວລາເມື່ອປະເທດຊາດຕົກຢູ່ໃນພາວະ ວິກິດການຮ້າຍແຮງທາງດ້ານເສດຖະກິດ,ວັດທະນະທໍາ-ສັງຄົມ,ໄພທໍາ ມະຊາດຫຼືໃນພາວະສຸກເສີນທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແລະການພົວພັນກັບຕ່າງປະເທດ.

..ໝວດທີ4ພາລະບົດບາດ,ສິດແລະໜ້າທີ່ຂອງນາຍົກລັດຖະມົນຕີ


...ມາດຕາສິບເອັດ:ພາລະບົດບາດຂອງນາຍົກລັດຖະມົນຕີ

ມາດຕາສິບເອັດ:ພາລະບົດບາດຂອງນາຍົກລັດຖະມົນຕີ ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ,ຊີ້ນໍາແລະອໍານວຍ ຄວບຄຸມການເຄື່ອນໄຫວວຽກງານຂອງລັດຖະບານແລະອົງການປົກຄອງ ທ້ອງຖິ່ນ. ...ມາດຕາສິບສອງ:ສິດແລະໜ້າທີ່ຂອງນາຍົກລັດຖະມົນຕີ

ມາດຕາສິບສອງ:ສິດແລະໜ້າທີ່ຂອງນາຍົກລັດຖະມົນຕີ ນາຍົກລັດຖະມົນຕີມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮຽກໂຮມແລະເປັນປະທານກອງປະຊຸມລັດຖະບານ. ສອງ:ຊີ້ນໍາແລະອໍານວຍຄວບຄຸມວຽກງານຂອງລັດຖະບານ ,ກວດກາການປະຕິບັດມະຕິຂອງສະພາແຫ່ງຊາດ,ມະຕິຂອງກອງປະຊຸມ ລັດຖະບານແລະການເຄື່ອນໄຫວວຽກງານຂອງກະຊວງ,ອົງການທຽບ ເທົ່າກະຊວງ,ແຂວງ,ນະຄອນແລະອົງການອື່ນໆທີ່ຂຶ້ນກັບລະຖະບານ. ສາມ:ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງນາຍົກ ລັດຖະມົນຕີ,ລັດຖະມົນຕີວ່າການກະຊວງ,ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ. ສີ່:ສະເໜີປະທານປະເທດແຕ່ງຕັ້ງຜູ້ຕາງໜ້າທີ່ມີອໍານາດ ເຕັມຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄປປະຈໍາຢູ່ຕ່າງ ປະເທດ. ຫ້າ:ສະເໜີປະທານປະເທດແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ ເຈົ້າແຂວງ,ເຈົ້າຄອງນະຄອນແລະສະເໜີເລື່ອນຊັ້ນຫຼືປົດຊັ້ນນາຍພົນຢູ່ ໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຫົກ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງລັດຖະມົນຕີຊ່ວຍວ່າ ການກະຊວງ,ລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລັດຖະມົນຕີ ,ຮອງຫົວໜ້າອົງການທຽບເທົ່າກະຊວງ,ຫົວໜ້າແລະຮອງຫົວໜ້າທະ ບວງ,ຫົວໜ້າກົມ,ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ,ເຈົ້າເມືອງ ,ຫົວໜ້າເທດສະບານ,ຫົວໜ້າອົງການທີ່ຂຶ້ນກັບລັດຖະບານແລະຕໍາ ແໜ່ງທຽບເທົ່າອື່ນໆ. ເຈັດ:ເລື່ອນຊັ້ນຫຼືປົດຊັ້ນພັນເອກຢູ່ໃນກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ແປດ:ອອກດໍາລັດ,ຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວ ກັບການຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍແລະແຜນການ ຂອງລັດຖະບານ,ອອກດໍາລັດກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວ ຂອງກະຊວງ,ອົງການທຽບເທົ່າກະຊວງ,ທະບວງແລະອົງການປົກຄອງ ທ້ອງຖິ່ນ. ເກົ້າ:ລາຍງານປະຈໍາປີກ່ຽວກັບການະຕິບັດໜ້າທີ່ຂອງລັດ ຖະບານຕໍ່ສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະ ພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມແລະລາຍງານຕໍ່ປະທານປະເທດ. ສິບ:ມອບສິດແລະໜ້າທີ່ໃຫ້ຮອງນາຍົກລັດຖະມົນຕີທ່ານໃດ ທ່ານໜຶ່ງວ່າການແທນໃນເວລາຕິດຂັດ. ສິບເອັດ:ລາອອກຈາກຕໍາແໜ່ງເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນໆ. ສິບສອງ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນແລະລະບຽບກົດໝາຍ.

...ມາດຕາສິບສາມ:ການແຕ່ງຕັ້ງນາຍົກລັດຖະມົນຕີ

ມາດຕາສິບສາມ:ການແຕ່ງຕັ້ງນາຍົກລັດຖະມົນຕີ ນາຍົກລັດຖະມົນຕີຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍປະທານປະ ເທດພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.

...ມາດຕາສິບສີ່:ພາລະບົດບາດຂອງຮອງນາຍົກລັດຖະມົນຕີ

ມາດຕາສິບສີ່:ພາລະບົດບາດຂອງຮອງນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີມີພາລະບົດບາດເປັນຜູ້ຊ່ວຍວຽກນາ ຍົກລັດຖະມົນຕີໃນການນໍາພາ,ອໍານວຍຄວບຄຸມວຽກງານລວມຂອງລັດ ຖະບານ,ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງນາຍົກ ລັດຖະມົນຕີ.ເມື່ອນາຍົກລັດຖະມົນຕີຕິດຂັດແມ່ນຮອງນາຍົກລັດຖະມົນຕີຜູ້ ທີ່ໄດ້ຮັບມອບໝາຍເປັນຜູ້ວ່າການແທນ. ຮອງນາຍົກລັດຖະມົນຕີມີສິດລາອອກຈາກຕໍາແໜ່ງເພື່ອເຫັນ ວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍ ເຫດຜົນອື່ນໆ.

...ມາດຕາສິບຫ້າ:ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ.

ມາດຕາສິບຫ້າ:ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ. ຮອງນາຍົກລັດຖະມົນຕີຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍປະ ທານປະເທດພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.

..ໝວດທີ5ນໍານັກງານນາຍົກລັດຖະມົນຕີ


...ມາດຕາສິບຫົກ:ພາລະບົດບາດຂອງສໍານັກງານນາຍົກລັດຖະມົນຕີ.

ມາດຕາສິບຫົກ:ພາລະບົດບາດຂອງສໍານັກງານນາຍົກລັດຖະມົນຕີ. ສໍານັກງານນາຍົກລັດຖະມົນຕີແມ່ນອົງການຈັດຕັ້ງໃນໂຄງ ປະກອບກົງຈັດຂອງລັດຖະບານ,ມີພາລະບົດບາດເປັນເສນາທິການໃຫ້ລັດ ຖະບານ,ເປັນຜູ້ປະສານງານແລະຄົ້ນຄວ້າສະຫຼຸບສັງລວມບັນຫາຕ່າງໆ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງລັດຖະບານ;ຄົ້ນຄວ້າແລະສ້າງ ເງື່ອນໄຂອໍານວຍຄວາມສະດວກໃນການປະຕິບັດວຽກງານຂອງລັດຖະ ບານ,ນາຍົກລັດຖະມົນຕີແລະອົງການອື່ນໆທີ່ຂຶ້ນກັບລັດຖະບານ.


...ມາດຕາສິບເຈັດ:ໂຄງປະກອບກົງຈັກຂອງສໍານັກງານນາຍົກລັດຖະມົນຕີ.

ມາດຕາສິບເຈັດ:ໂຄງປະກອບກົງຈັກຂອງສໍານັກງານນາຍົກລັດຖະມົນຕີ. ສໍານັກງານນາຍົກລັດຖະມົນຕີປະກອບດ້ວຍຫ້ງວ່າການສໍານັກ ງານນາຍົກລັດຖະມົນຕີ,ຄະນະເລຂາທິການລັດຖະບານ,ທະບວງແລະອົງ ການທີ່ຂຶ້ນກັບລັດຖະບານ.

...ມາດຕາສິບແປດ:ໂຄງປະກອບບຸກຄະລາກອນຂອງສໍານັກງານນາຍົກລັດຖະມົນຕີ.

ມາດຕາສິບແປດ:ໂຄງປະກອບບຸກຄະລາກອນຂອງສໍານັກງານນາຍົກລັດ ຖະມົນຕີ. ສໍານັກງານນາຍົກລັດຖະມົນຕີຊຶ່ງຟູ່ພາຍໃຕ້ຄວາມຮັບຜິດຊອບ ໂດຍກົງຂອງນາຍົກລັດຖະມົນຕີມີຮອງນາຍົກລັດຖະມົນຕີ,ລັດຖະມົນຕີປະ ຈໍາສໍານັກງານນາຍົກລັດຖະມົນຕີ,ລັດຖະມົນຕີຊ່ວຍປະຈໍາສໍານັກງານນາ ຍົກລັດຖະມົນຕີ,ຫົວໜ້າແລະຮອງຫົວໜ້າຫ້ອງວ່າການ,ຫົວໜ້າແລະຮອງ ຫົວໜ້າຄະນະເລຂາທິການລັດຖະບານ,ຫົວໜ້າແລະຮອງຫົວໜ້າທະບວງ, ຫົວໜ້າແລະຮອງຫົວໜ້າຄະນະເລຂາທິການລັດຖະບານ,ຫົວໜ້າແລະຮອງ ຫົວໜ້າທະບວງ,ຫົວໜ້າແລະຮອງຫົວໜ້າອົງການທີ່ຂຶ້ນກັບລັດຖະບານ,ຫົວ ໜ້າແລະຮອງຫົວໜ້າກົມ,ຫົວໜ້າແລະຮອງຫົວໜ້າພະແນກແລະພະນັກ ງານວິຊາການ.

...ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງສໍານັກງານນາຍົກລັດຖະມົນຕີ

ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງສໍານັກງານນາຍົກລັດຖະມົນຕີ ສໍານັກງານນາຍົກລັດຖະມົນຕີມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ກະກຽມ,ບັນທຶກແລະແຈ້ງຜົນຂອງກອງປະຊຸມລັດຖະ ບານ. ສອງ:ສະຫຼຸບສັງລວມ,ເກັບກໍາຂໍ້ມູນຂ່າວສານທັງພາຍໃນ ແລະຕ່າງປະເທດເພື່ອລາຍງານໃຫ້ແກ່ລັດຖະບານແລະນາຍົກລັດຖະ ມົນຕີ. ສາມ:ຄົ້ນຄວ້າວິໄຈບັນຫາຕ່າງໆແລະສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີເພື່ອກໍານົດນະໂຍບາຍ,ແຜນຍຸດທະສາດການພັດທະ ນາແລະກົນໄກການຄຸ້ມຄອງເສດຖະກິດ,ວັດທະນະທໍາ-ສັງຄົມ,ປ້ອງກັນ ຊາດ,ປ້ອງກັນຄວາມສະຫງົບ,ການຕ່າງປະເທດ,ການປົກປັກຮັກສາຊັບ ພະຍາກອນແຫ່ງຊາດແລະຄວາມສົມດູນຂອງສິ່ງແວດລ້ອມ. ສີ່:ຄຸ້ມຄອງຂົງເຂດວຽກງານຕ່າງໆທີ່ບໍ່ຂຶ້ນກັບກະຊວງແລະ ອົງການທຽບເທົ່າກະຊວງ. ຫ້າ:ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃນການ ເຄື່ອນໄຫວວຽກງານໃຫ້ແກ່ລັດຖະບານ,ນາຍົກລັດຖະມົນຕີແລະບັນ ກາອົງການທີ່ສັງກັດສໍານັກງານນາຍົກລັດຖະມົນຕີ. ຫົກ:ພົວພັນ,ປະສານງານກັບຫ້ອງວ່າການສູນກາງພັກ,ຫ້ອງ ວ່າການສະພາແຫ່ງຊາດ,ຫ້ອງວ່າການສໍານັກງານປະທານປະເທດ,ບັນ ດາກະຊວງ,ອົງການທຽບເທົ່າກະຊວງ,ແຂວງ,ນະຄອນ,ແນວລາວສ້າງ ຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ເພື່ອຄວາມເປັນເອກະ ພາບໃນການອໍານວຍ,ຄວບຄຸມວຽກງານລວມຂອງລັດຖະບານ. ເຈັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ນາຍົກລັດຖະມົນຕີແລະຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະລະ ບຽບກົດມາຍ.

...ມາດຕາຊາວ:ພາລະບົດບາດຂອງລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.

ມາດຕາຊາວ:ພາລະບົດບາດຂອງລັດຖະມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ. ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີແມ່ນສະມາ ຊິກລັດຖະບານ,ເປັນເສນາທິການໃຫ້ແກ່ລັດຖະບານ,ຮັບຜິດຊອບວຽກງານ ໃດໜຶ່ງຕາມການມອບໝາຍຂອງນາຍົກລັດຖະມົນຕີ.

...ມາດຕາຊາວເອັດ:ສິດແລະໜ້າທີ່ຂອງລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.

ມາດຕາຊາວເອັດ:ສິດແລະໜ້າທີ່ຂອງລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ. ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງ:ນໍາເອົາມະຕິຂອງກອງປະຊຸມລັດຖະບານໄປຜັນຂະ ຫຍາຍແລະຈັດຕັ້ງປະຕິບັດໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ. ສອງ:ຊີ້ນໍາ,ຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດແຜນ ການໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ. ສາມ:ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ ແນໃສ່ເພີ່ມທະວີປະສິດທະພາບໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ. ສີ່:ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາ ແນະນໍາແລະແຈ້ງການຂອງອົງການຈັດຕັ້ງຂັ້ນລຸ່ມທີ່ຂຶ້ນກັບຂົງເຂດ ວຽກງານທີ່ຕົນຮັບຜິດຊອບແລະມີສິດສະເໜີດັດແປງຫຼືຍົກເລີກນິຕິກໍາ ຂອງຂະແໜງການອື່ນຫຼືຂອງແຂວງ,ນະຄອນທີ່ຂັດກັບລະບຽບຫຼັກການ ຂອງຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼືຂັດກັບລະບຽບກົດໝາຍ. ຫ້າ:ວາງມາດຕະການອັນຈໍາເປັນເພື່ອປະຕິບັດແຜນການ ປະຈໍາປີ. ຫົກ:ສະເໜີຮ່າງກົດໝາຍ,ຮ່າງລັດຖະບັນຍັດ,ຮ່າງລັດຖະ ດໍາລັດແລະຮ່າງດໍາລັດກ່ຽວກັບຂະແໜງການຂອງຕົນຕໍ່ລັດຖະບານ. ເຈັດ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າກົມ;ຫົວ ໜ້າແລະຮອງຫົວໜ້າພະແນກຂອງກົມ. ແປດ:ພົວພັນຮ່ວມມື,ເຊັນສັນຍາແລະອະນຸສັນຍາກັບຕ່າງ ປະເທດຕາມການມອບໝາຍຂອງລັດຖະບານ. ເກົ້າ:ລາອອກຈາກຕໍາແໜ່ງເມື່ອເຫັນວ່າຕົນບໍ່ສາມາດປະຕິ ບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນໆ. ສິບ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ນາຍົກລັດຖະມົນຕີຫຼືຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະລະ ບຽບກົດໝາຍ.


...ມາດຕາຊາວສອງ:ພາລະບົບບາດຂອງລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລັດຖະມົນຕີ

ມາດຕາຊາວສອງ:ພາລະບົບບາດຂອງລັດຖະມົນຕີຊ່ວຍປະຈໍາສໍານັກງານ ນາຍົກລັດຖະມົນຕີ ລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລັດຖະມົນຕີມີພາລະ ບົດບາດເປັນເສນາທິການໃຫ້ແກ່ລັດຖະບານແລະຮັບຜິດຊອບວຽກງານໃດ ໜຶ່ງຕາມການມອບໝາຍຂອງນາຍົກລັດຖະມົນຕີຫຼືລັດຖະມົນຕີປະຈໍາສໍາ ນັກງານນາຍົກລັດຖະມົນຕີ. ອາຍຸການຂອງລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລັດ ຖະມົນຕີເທົ່າກັບອາຍຸການຂອງລັດຖະບານ. ລັດຖະມົນຕີຊ່ວຍປະຈໍາສໍານັກງານນາຍົກລະຖະມົນຕີມີສິດລາ ອອກຈາກຕໍາແໜ່ງເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດ ຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນໆ.


..ໝວດທີ6ກະຊວງແລະອົງການທຽບເທົ່າກະຊວງ


...ມາດຕາຊາວສາມ:ທີ່ຕັ້ງແລະພາລະບົດບາດຂອງກະຊວງແລະອົງການທຽບເທົ່າກະຊວງ

ມາດຕາຊາວສາມ:ທີ່ຕັ້ງແລະພາລະບົດບາດຂອງກະຊວງແລະອົງການ ທຽບເທົ່າກະຊວງ ກະຊວງແລະອົງການທຽບເທົ່າກະຊວງແມ່ນກົງຈັກຂອງລັດ ຖະບານມີພາລະບົບບາດເປັນເສນາທິການໃຫ້ແກ່ລັດຖະບານແລະຄຸ້ມຄອງ ມະຫາພາກກ່ຽວກັບຂະແໜງການຂອງຕົນໃນຂອບເຂດທົ່ວປະເທດ.


...ມາດຕາຊາວສີ່:ໂຄງປະກອບກົງຈັກຂອງກະຊວງແລະອົງການທຽບເທົ່າກະຊວງ

ມາດຕາຊາວສີ່:ໂຄງປະກອບກົງຈັກຂອງກະຊວງແລະອົງການທຽບເທົ່າ ກະຊວງ ກະຊວງແລະອົງການທຽບເທົ່າກະຊວງປະກອບດ້ວຍຫ້ອງ ການກະຊວງ,ຫ້ອງການອົງການທຽບເທົ່າກະຊວງ,ກົມ,ພະແນກ,ສະຖາ ບັນແລະຫົວໜ່ວຍວິຊາການຕ່າງໆຊຶ່ງກໍານົດໂດຍດໍາລັດຂອງນາຍົກລັດ ຖະມົນຕີ.


...ມາດຕາຊາວຫ້າ:ໂຄງປະກອບບຸກຄະລາກອນຂອງກະຊວງແລະອົງການທຽບເທົ່າກະຊວງ

ມາດຕາຊາວຫ້າ:ໂຄງປະກອບບຸກຄະລາກອນຂອງກະຊວງແລະອົງການ ທຽບເທົ່າກະຊວງ ກະຊວງແລະອົງການທຽບເທົ່າກະຊວງປະກອບມີລັດຖະມົນຕີ ວ່າດານກະຊວງ,ຫົວໜ້າອົງການທຽບເທົ່າກະຊວງ,ລັດຖະມົນຕີຊ່ວຍວ່າ ການກະຊວງ,ຮອງຫົວໜ້າອົງການທຽບເທົ່າກະຊວງ;ຫົວໜ້າ,ຮອງຫົວ ໜ້າຫ້ອງການ;ຫົວໜ້າ,ຮອງຫົວໜ້າກົມ;ຫົວໜ້າ,ຮອງຫົວໜ້າພະແນກ;ຫົວ ໜ້າ,ຮອງຫົວໜ້າສະຖາບັນ;ຫົວໜ້າແລະຮອງຫົວໜ້າຂອງຫົວໜ່ວຍວິຊາ ການແລະພະນັກງານວິຊາການ.


...ມາດຕາຊາວຫົກ:ສິດແລະໜ້າທີ່ຂອງກະຊວງແລະອົງການທຽບເທົ່າກະຊວງ.

ມາດຕາຊາວຫົກ:ສິດແລະໜ້າທີ່ຂອງກະຊວງແລະອົງການທຽບເທົ່າກະ ຊວງ. ກະຊວງແລະອົງການທຽບເທົ່າກະຊວງມີສິດແລະໜ້າທີ່ດັ່ງ ນີ້: ໜຶ່ງ:ຄົ້ນຄວ້າຮ່າງນະໂຍບາຍແລະແຜນຍຸດທະສາດຂອງ ຂະແໜງການຕົນເພື່ອສະເໜີຕໍ່ລັດຖະບານ. ສອງ:ຄົ້ນຄວ້າຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງ ຂອງລັດຖະບານມາເປັນແຜນການ,ແຜນງານແລະໂຄງການລະອຽດ ຂອງຂະແໜງການຕົນພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ. ສາມ:ສະເໜີປັບປຸງຫຼືສ້າງຮ່າງກົດໝາຍ,ຮ່າງລັດຖະບັນຍັດ ,ຮ່າງລັດຖະດໍາລັດ,ຮ່າງດໍາລັດຕໍ່ລັດຖະບານ,ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາ ແນະນໍາແລະແຈ້ງການເພື່ອຄຸ້ມຄອງມະຫາພາກໃນຂະແໜງການຂອງ ຕົນ. ສີ່:ຊີ້ນໍາແລະຄຸ້ມຄອງຕາມສາຍຕັ້ງໃນການຈັດຕັ້ງປະຕິບັດ ວຽກງານແລະບຸກຄະລາກອນຂອງຂະແໜງການຕົນໂດຍປະສານສົມ ທົບກັບອົງການປົກຄອງທ້ອງຖິ່ນ. ຫ້າ:ສ້າງບຸກຄະລາກອນໃນຂະແໜງການຂອງຕົນ. ຫົກ:ພົວພັນວຽກງານກັບຕ່າງປະເທດຕາມການມອບໝາຍ ຂອງລັດຖະບານ. ເຈັດ:ກວດກາແລະສະຫຼຸບສັງລວມສະພາບການຈັດຕັ້ງປະຕິ ບັດວຽກງານຂະແໜງການຂອງຕົນແລ້ວລາຍງານຕໍ່ລັດຖະບານແລະ ນາຍົກລັດຖະມົນຕີ. ແປດ:ປະຕິບັດສິດແລະໜ້າທີ່ອື່ນໆທີ່ລັດຖະບານມອບໝາຍ ໃຫ້ສະເພາະແລະຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະລະບຽບ ກົດໝາຍ.


...ມາດຕາຊາວເຈັດ:ພາລະບົດບາດຂອງລັດຖະມົນຕີວ່າການກະຊວງແລະຫົວໜ້າອົງການທຽບເທົ່າກະຊວງ.

ມາດຕາຊາວເຈັດ:ພາລະບົດບາດຂອງລັດຖະມົນຕີວ່າການກະຊວງແລະ ຫົວໜ້າອົງການທຽບເທົ່າກະຊວງ. ລັດຖະມົນຕີວ່າການກະຊວງ,ຫົວໜ້າອົງການທຽບເທົ່າກະ ຊວງແມ່ນສະມາຊິກລັດຖະບານ,ເປັນຫົວໜ້າຂະແໜງການ,ເປັນເສນາ ທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກໃນຂະແໜງການ ຂອງຕົນ.


...ມາດຕາຊາວແປດ:ສິດແລະໜ້າທີ່ຂອງລັດຖະມົນຕີວ່າການກະຊວງແລະຫົວໜ້າອົງການທຽບເທົ່າກະຊວງ

ມາດຕາຊາວແປດ:ສິດແລະໜ້າທີ່ຂອງລັດຖະມົນຕີວ່າການກະຊວງ ແລະຫົວໜ້າອົງການທຽບເທົ່າກະຊວງ ລັດຖະມົນຕີວ່າການກະຊວງແລະຫົວໜ້າອົງການທຽບເທົ່າ ກະຊວງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ນໍາເອົາມະຕິຂອງກອງປະຊຸມລັດຖະບານໄປຜັນຂະ ຫຍາຍແລະຈັດຕັ້ງປະຕິບັດໃນຂະແໜງການຂັງຕົນ. ສອງ:ຊີ້ນໍາ,ຄຸ້ມຄອງແລະກວດກາການປະຕິບັດວຽກງານ ຂອງຂະແໜງການຕົນ. ສາມ:ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ ແນໃສ່ເພີ່ມທະວີປະສິດທິພາບໃນການຈັດຕັ້ງ,ການເຄື່ອນໄຫວຂອງການ ຄຸ້ມຄອງຕາມຂະແໜງການ. ສີ່:ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາ ແນະນໍາແລະແຈ້ງການຂອງອົງການຈັດຕັ້ງຂັ້ນລູ່ມທີ່ຂຶ້ນກັບຂະແໜງ ການຂອງຕົນແລະມີສິດສະເໜີດັດແປງ,ງົດການປະຕິບັດ,ລົບລ້າງຫຼືຍົກ ເລີກນິຕິກໍາຂອງຂະແໜງການອື່ນຫຼືຂອງອົງການປົກຄອງທ້ອງຖິ່ນທີ່ຂັດ ກັບລະບຽບຫຼັກການຂອງຂະແໜງການຕົນຫຼືຂັດກັບລະບຽບກົດໝາຍ. ຫ້າ:ວາງມາດຕະການອັນຈໍາເປັນເພື່ອປະຕິບັດແປນການ ປະຈໍາປີ. ຫົກ:ສະເໜີປັບປຸງຫຼືສ້າງຮ່າງກົດໝາຍ,ຮ່າງລັດຖະບັນຍັດ ,ຮ່າງລັດຖະດໍາລັດແລະຮ່າງກໍາລັດກ່ຽວກັບຂະແໜງການຂອງຕົນຕໍ່ ລັດຖະບານ. ເຈັດ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າຫ້ອງ ການ,ຮອງຫົວໜ້າກົມ;ຫົວໜ້າພະແນກແລະຮອງຫົວໜ້າພະແນກ,ຫົວ ໜ້າແລະຮອງຫົວໜ້າຫົວໜ່ວຍວິຊາການ. ແປດ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍ່ແໜ່ງຫົວໜ້າແລະຮອງຫົວ ໜ້າພະແນກຂັ້ນແຂວງ,ຫົວໜ້າຫ້ອງການຂັ້ນເມືອງຂອງຂະແໜງການ ຕົນໂດຍມີການສົມທົບກັບອົງການປົກຄອງທ້ອງຖິ່ນ; ເກົ້າ:ມອບວຽກງານໃດໜຶ່ງໃຫ້ລັດຖະມົນຕີຊ່ວຍວ່າການກະ ຊວງ,ຮອງຫົວໜ້າອົງການທຽບເທົ່າກະຊວງຮັບຜິດຊອບ;ມອບໃຫ້ລັດຖະ ມົນຕີຊ່ວຍວ່າການກະຊວງ,ຮອງຫົວໜ້າອົງການທຽບເທົ່າກະຊວງທ່ານ ໃດທ່ານໜຶ່ງວ່າການແທນໃນເວລາຕິດຂັດ. ສິບ:ພົວພັນຮ່ວມມື,ເຊັນສັນຍາແລະອະນຸສັນຍາກັບຕ່າງປະ ເທດຕາມການມອບໝາຍຂອງລັດຖະບານ. ສິບເອັດ:ລາອອກຈາກຕໍາແໜ່ງເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນໆ. ສິບສອງ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍ ຂອງລັດຖະບານຫຼືຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະລະບຽບ ກົດໝາຍ.

...ມາດຕາຊາວເກົ້າ:ພາລະບົດບາດຂອງລັດຖະມົນຕີຊ່ວຍວ່າການກະຊວງແລະຮອງຫົວໜ້າອົງການທຽບເທົ່າກະຊວງ.

ມາດຕາຊາວເກົ້າ:ພາລະບົດບາດຂອງລັດຖະມົນຕີຊ່ວຍວ່າການກະຊວງ ແລະຮອງຫົວໜ້າອົງການທຽບເທົ່າກະຊວງ. ລັດຖະມົນຕີຊ່ວຍວ່າການກະຊວງແລະຮອງຫົວໜ້າອົງການ ທຽບເທົ່າກະຊວງມີພາລະບົບບາດເປັນຜູ້ຊ່ວຍວຽກລັດຖະມົນຕີວ່າການ ກະຊວງ,ຫົວໜ້າອົງການທຽບເທົ່າກະຊວງໃນການນໍາພາ,ອໍານວຍຄວບ ຄຸມວຽກງານລວມຂອງກະຊວງ,ອົງການທຽບເທົ່າກະຊວງ;ຮັບຜິດຊອບ ວຽກງານໃດໜຶ່ງຕາມການມອບໝາຍຂອງລັດຖະມົນຕີວ່າການກະຊວງ ,ຫົວໜ້າອົງການທຽບເທົ່າກະຊວງ. ອາຍຸການຂອງລັດຖະມົນຕີຊ່ວຍວ່າການກະຊວງແລະຮອງ ຫົວໜ້າອົງການທຽບເທົ່າກະຊວງເທົ່າກັບອາຍຸການຂອງລັດຖະບານ. ລັດຖະມົນຕີຊ່ວຍວ່າການກະຊວງແລະຮອງຫົວໜ້າອົງການ ທຽບເທົ່າກະຊວງມີສິດລາອອກຈາກຕໍ່ແໜ່ງເມື່ອເຫັນວ່າຕົນບໍ່ສາມາດ ປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນໆ.


..ໝວດທີ7ລະບອບວິທີເຮັດວຽກຂອງລັດຖະບານ


...ມາດຕາສາມສິບ:ວິທີເຮັດວຽກຂອງລັດຖະບານ.

ມາດຕາສາມສິບ:ວິທີເຮັດວຽກຂອງລັດຖະບານ. ລັດຖະບານເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ໂດຍມີການສົມທົບລະຫວ່າງຄວາມຮັບຜິດຊອບຂອງໝູ່ຄະນະກັບການຍົກ ສູງຄວາມຮັບຜິດຊອບຂອງບຸກຄົນ.ລັດຖະບານຖືເອົາກອງປະຊຸມເປັນຮູບ ການຕົ້ນຕໍໃນການເຄື່ອນໄຫວວຽກງານຂອງຕົນ.


...ມາດຕາສາມສິບເອັດ:ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະບານ

ມາດຕາສາມສິບເອັດ:ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະ ບານ ໃນການເຄື່ອນໄຫວວຽກງານຂອງຕົນສະມາຊິກລັດຖະບານ ຕ້ອງເຄົາລົບພາລະບົດບາດ,ໜ້າທີ່ຂອງກັນແລະກັນ,ພ້ອມທັງປະສານສົມ ທົບກັນ. ໃນກໍລະນີທີ່ມີບັນຫາບໍ່ເປັນເອກະພາບລະຫວ່າງສະມາຊິກ ດ້ວຍກັນໃຫ້ນໍາສະເໜີຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາແກ້ໄຂ. ໃນການເຄື່ອນໄຫວວຽກງານຕ່າງປະເທດສະມາຊິກລັດຖະ ບານຕ້ອງຂໍຄວາມເຫັນຈາກນາຍົກລັດຖະມົນຕີ.


...ມາດຕາສາມສິບສອງ:ການພົວພັນກັບສະພາແຫ່ງຊາດ

ມາດຕາສາມສິບສອງ:ການພົວພັນກັບສະພາແຫ່ງຊາດ ລັດຖະບານມີພັນທະລາຍງານການເຄື່ອນໄຫວປະຈໍາປີຂອງ ຕົນຕໍ່ສະພາແຫ່ງຊາດ,ສະເໜີຜ່ານແຜນຍຸດທະສາດແຫ່ງການພັດທະນາ ເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດ,ການດັດແກ້ແຜນງົບ ປະມານແຫ່ງລັດເພື່ອໃຫ້ສະພາແຫ່ງຊາດພິຈາລະນາແລະຮັບຮອງເອົາ ,ອະທິບາຍແກ້ຂໍ້ຂ້ອງໃຈ,ຕອບການຊັກຖາມຂອງສະມາຊິກສະພາແຫ່ງ ຊາດກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານຫຼືຂອງສະມາຊິກລັດຖະ ບານທ່ານໃດທ່ານໜຶ່ງ. ໃນເວລາສະພາແຫ່ງຊາດບໍ່ເປີດກອງປະຊຸມລັດຖະບານມີພັນ ທະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຄະນະປະຈໍາສະພາແຫ່ງ ຊາດແລະສະໜອງຂໍ້ມູນຕ່າງໆຕາມຄໍາສະເໜີຂອງຄະນະປະຈໍາສະພາ ແຫ່ງຊາດ. ໃນການພົວພັນວຽກງານກັບຕ່າງປະເທດຫຼືວຽກງານຢູ່ພາຍ ໃນປະເທດທີ່ສໍາຄັນນັ້ນລັດຖະບານຈະຕ້ອງຂໍຄວາມເຫັນດີຈາກສະພາແຫ່ງ ຊາດເສຍກ່ອນ.ໃນການພົວພັນກັບຕ່າງປະເທດຖ້າຫາກໄດ້ມີການເຊັນສົນ ທິສັນຍາຫຼືສັນຍາທີ່ຕ້ອງໃຫ້ສັດຕະຍາບັນຕາມກົດໝາຍນັ້ນລັດຖະບານຕ້ອງ ນໍາສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຕົກລົງ.


...ມາດຕາສາມສິບສາມ:ການພົວພັນກັບປະທານປະເທດ

ມາດຕາສາມສິບສາມ:ການພົວພັນກັບປະທານປະເທດ ລັດຖະບານລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ ປະທານປະເທດ.ກອງປະຊຸມພິເສດຂອງລັດຖະບານແມ່ນປະທານປະເທດ ເປັນຜູ້ຮຽກໂຮມແລະເປັນປະທານ.

...ມາດຕາສາມສິບສີ່:ການພົວພັນກັບສານປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງສຸດ.

ມາດຕາສາມສິບສີ່:ການພົວພັນກັບສານປະຊາຊົນສູງສຸດແລະອົງການໄອ ຍະການປະຊາຊົນສູງສຸດ. ລັດຖະບານປະສານສົມທົບກັບສານປະຊາຊົນສູງສຸດແລະອົງ ການໄອຍະການປະຊາຊົນສູງສຸດໃນການຕິດຕາມກວດກາການປະຕິບັດ ກົດໝາຍແລະສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ໃນກໍລະນີທີ່ຈໍາເປັນລັດຖະບານອາດຈະເຊີນປະທານສານປະ ຊາຊົນສູງສຸດແລະໄອຍະການປະຊາຊົນສູງສຸດເຂົ້າຮ່ວມກອງປະຊຸມລັດ ຖະບານກໍ່ໄດ້. ...ມາດຕາສາມສິບຫ້າ:ການພົວພັນກັບແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມ.

ມາດຕາສາມສິບຫ້າ:ການພົວພັນກັບແນວລາວສ້າງຊາດ,ອົງການຈັດຕັ້ງ ມະຫາຊົນແລະອົງການຈັດຕັ້ງສັງຄົມ. ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານມີປະສິດທິຜົນລັດ ຖະບານປະສານສົມທົບກັບແນວລາວສ້າງຊາດ,ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ,ສະຫະພັນກໍາມະບານລາວ,ສະຫະພັນແມ່ຍິງລາວແລະອົງ ການຈັດຕັ້ງສັງຄົມເພື່ອປຶກສາຫາລື,ແລກປ່ຽນຄວາມຄິດເຫັນ,ປຸກລະດົມ ຊຸກຍູ້ໃຫ້ອົງການຈັດຕັ້ງດັ່ງກ່າວເຂົ້າຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງ ເສດຖະກິດ-ສັງຄົມ,ແຈ້ງທິດທາງວຽກງານ,ມະຕິກອງປະຊຸມຂອງລັດຖະບານ,ສະ ພາບການຕ່າງທທີ່ສໍາຄັນ,ຕອບຂໍ້ຂ້ອງໃຈແລະສ້າງເງື່ອນໄຂໃຫ້ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມໄດ້ ເຄື່ອນໄຫວຕາມພາລະບົດບາດຂອງຕົນ. ໃນກໍລະນີທີ່ຈໍາເປັນກໍ່ອາດຈະເຊີນຜູ້ຕາງໜ້າຂອງແນວລາວ ສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມເຂົ້າຮ່ວມ ກອງປະຊຸມຂອງລັດຖະບານກໍ່ໄດ້.


...ມາດຕາສາມສິບຫົກ:ການພິຈາລະນາແກ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງປະຊາຊົນ.

ມາດຕາສາມສິບຫົກ:ການພິຈາລະນາແກ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງ ປະຊາຊົນ. ໃນການເຄື່ອນໄຫວປະຕິບັດວຽກງານຂອງຕົນລັດຖະບານ ແລະສະມາຊິກລັດຖະບານຕ້ອງຮັບຟັງຄວາມຄິດຄວາມເຫັນຂອງປະຊາ ຊົນ. ລັດຖະບານພິຈາລະນາແກ້ໄຂຄໍາຮ້ອງທຸກ,ຄໍາສະເໜີຂອງ ປະຊາຊົນກ່ຽວກັບການກະທໍາທີ່ບໍ່ຖືກຕ້ອງຂອງພະນັກງານ,ລັດຖະກອນ ແລະອົງການບໍລິຫານລັດຂັ້ນຕ່າງໆບົນພື້ນຖານລະບຽບກົດໝາຍ.

..ໝວດທີ8ບົດບັນຍັດສຸດທ້າຍ


...ມາດຕາສາມສິບເຈັດ:ການຈັດຕັ້ງປະຕິບັດ

ມາດຕາສາມສິບເຈັດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາສາມສິບແປດ:ຜົນສັກສິດ.

ມາດຕາສາມສິບແປດ:ຜົນສັກສິດ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍລັດຖະບານ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວສະບັບເລກທີສູນໜຶ່ງ ທັບເກົ້າຫ້າ,ລົງວັນທີແປດມີນາປີພັນເກົ້າຮ້ອຍເກົ້າສິບຫ້າ. ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດ ໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ