ກົດໝາຍວ່າດ້ວຍລະບົບການຊໍາລະ 07-11-2017

From Wikisource
Jump to navigation Jump to search

ລະບົບການຊໍາລະ 07-11-2017

ພາກທີ1ບົດບັນວັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງແລະຕິດຕາມກວດກາວຽກງານລະບົບການຊໍາລະເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຄວາມສະດວກ,ວ່ອງໄວ,ປອດໄພ,ໂປ່ງໃສ,ທັນສະໄໝແລະມີປະສິດທິພາບແນໃສ່ຮັກສາສະຖຽນລະພາບທາງດານການເງິນ-ເງິນຕາ,ຮັບປະກັນການສົ່ງເສີມການຄ້າ,ການບໍລິການ,ການລົງທຶນ,ການເຂົ້າເຖິງການບໍລິການທາງດ້ານການເງິນ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ2ລະບົບການຊໍາລະ ລະບົບການຊໍາລະແມ່ນການເຄື່ອນໄຫວທັງໝົດກ່ຽວກັບການບໍລິການຊໍາລະທີ່ປະກອບດ້ວຍການສັ່ງຈ່າຍ,ການໂອນແລະການມອບ-ຮັບເງິນລະຫວ່າງຜູ້ຈ່າຍແລະຜູ້ຮັບດ້ວຍການນໍາໃຊ້ເຄື່ອງມືການຊໍາລະຫຼືຜ່ານກົນໄກການຊໍາລະຂອງຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ບັດເງິນຝາກ(DebitCard)ໝາຍເຖິງບັດທີ່ອອກໃຫ້ແກ່ບຸກຄົນຫຼືນິຕິບຸກຄົນທີ່ມີເງິນຝາກຢູ່ທະນາຄານທຸລະກິດຫຼືສະຖາບັນການເງິນຈຸລະພາບ; 2.ບັດສິນເຊື່ອ(CreditCard)ໝາຍເຖິງບັດທີ່ອອກໃຫ້ແກ່ບຸກຄົນທີ່ໄດ້ເປີດວົງເງິນກູ້ນໍາທະນາຄານທຸລະກິດ; 3.ລະຫັດຄິວອາ(QuickResponseCode-QRCord)ໝາຍເຖິງສັນຍາລັກຫຼືລະຫັດຢັ້ງຢືນຕົວຕົນເພື່ອດໍາເນີນທຸລະກໍາການເງິນທາງເອເລັກໂຕຼນິກ; 4.ຕູ້ຝາກ-ຖອນເງິນສົດ(AutomaticTellerMachine-ATM)ໝາຍເຖິງຕູ້ທີ່ໃຊ້ສໍາລັບຝາກ-ຖອນເງິນສົດ,ກວດກາຍອດເງິນໃນບັນຊີແລະໂອນເງິນແບບອັດຕະໂນມັດ; 5.ຕູ້ຝາກເງິນສົດ(CashDepositMachine-CDM)ໝາຍເຖິງຕູ້ທີ່ໃຊ້ສໍາລັບຮັບຝາກເງິນສົດແບບອັດຕະໂນມັດ; 6.ເຄື່ອງພິໂອເອສ(PointOfSale-POS)ໝາຍເຖິງອຸປະກອນຮັບບັດໃນຮ້ານຄ້າຫຼືສະຖານທີ່ໃຫ້ບໍລິການຕ່າງໆທີ່ໃຊ້ກັບບັດເງິນຝາກແລະບັດສິນເຊື່ອເພື່ອຊໍາລະຄ່າສິນຄ້າແລະບໍລິການ; 7.ຮຸ້ນໝາຍເຖິງທຶນຂອງບໍລິສັດຊຶ່ງຜູ້ຖືຮຸ້ນມີຖານະເປັນເຈົ້າຂອງບໍລິສັດ,ມີສິດແລະຜົນປະໂຫຍດຕາມອັດຕາສ່ວນຮຸ້ນທີ່ຕົນຖື; 8.ຮຸ້ນກູ້ໝາຍເຖິງການກູ້ຢືມຂອງບໍລິສັດຊຶ່ງຜູ້ຖືຮຸ້ນກູ້ມີຖານະເປັນເຈົ້າໜີ້ຈະໄດ້ຮັບການຊໍາລະຄືນທັງຕົ້ນທຶນແລະດອກເບ້ຍຕາມທີ່ໄດ້ກໍານົດໄວ້ໃນໃບຮຸ້ນກູ້; 9.ສູນຮັບຝາກຫຼັກຊັບໝາຍເຖິງການຈັດຕັ້ງທີ່ຮັບຝາກແລະຄຸ້ມຄອງບັນຊີຫຼັກຊັບ,ໄລ່ລຽງເງິນສໍາລັບການຊື້-ຂາຍຫຼັກຊັບ; 10.ສູນຊໍາລະແຊັກໝາຍເຖິງການຈັດຕັ້ງທີ່ໃຫ້ບໍລິການຮັບສົ່ງແລະໄລ່ລຽງແຊັກ; 11.ລະຫັດທະນາຄານ(BankIdentificationNumber-BIN)ໝາຍເຖິງກຸ່ມຕົວແລກທີ່ຢູ່ດ້ານໜ້າຂອງບັດເງິນຝາກແລະບັດສິນເຊື່ອ; 12.ເງິນລະດົມໝາຍເຖິງເງິນທີ່ຜູ້ໃຊ້ບໍລິການຈ່າຍກ່ອນ(Prepaid)ແກ້ຜູ້ໃຫ້ບໍລິການເງິນເອເລັກໂຕຼນິກ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານລະບົບການຊໍາລະ ລັດຊຸກຍູ້,ສົ່ງເສີມການພັດທະນາວຽກງານລະບົບການຊໍາລະໃຫ້ເຂັ້ມແຂງ,ທັນສະໄໝ,ສະດວກ,ປອດໄພດ້ວຍການວາງນະໂຍບາຍສອດຄ່ອງ,ສ້າງພື້ນຖານໂຄງລ່າງ,ປະກອບບຸກຄະລາກອນ,ສະໜອງງົບປະມານ,ວັດຖຸປະກອນແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຄຸ້ມຄອງວຽກງານລະບົບການຊໍາລະແລະອົງການອື່ນທີ່ກ່ຽວຂ້ອງຕາມຄວາມເໝາະສົມ. ລັດສົ່ງເສີມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເຂົ້າຮ່ວມໃນການພັດທະນາ,ຄຸ້ມຄອງແລະນໍາໃຊ້ລະບົບການຊໍາລະເພື່ອຫຼຸດຜ່ອນການນໍາໃຊ້ເງິນສົດແລະຈໍາກັດການນໍາໃຊ້ເງິນຕາຕ່າງປະເທດ.

ມາດຕາ5ຫຼັກການເຄື່ອນໄຫວວຽກງານລະບົບການຊໍາລະ ການເຄື່ອນໄຫວວຽກງານລະບົບການຊໍາລະໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ກົດໝາຍແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; 2.ຮັບປະກັນການຄຸ້ມຄອງການຈັດຕັ້ງປະຕິບັດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 3.ຮັບປະກັນຄວາມປອດໄ,ວ່ອງໄວ,ຊັດເຈນແລະມີປະສິດທິພາບ; 4.ມີຄວາມສະເໝີພາບ,ຍຸຕິທໍາ,ໂປ່ງໃສແລະສາມາດກວດສອບໄດ້; 5.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ໃຊ້ບໍລິການ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຂົ້າຮ່ວມການເຄື່ອນໄຫວໃນລະບົບການຊໍາລະຂອງສປປລາວຢູ່ພາຍໃນແລະຕ່າງປະເທດ.

ມາດຕາ7ການຮ່ວມມືສາກົນ ລັດສົ່ງເສີມ,ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານລະບົບການຊໍາລະດ້ວຍການແລກປ່ຽນຂໍ້ມູນຂ່າວສານ,ບົດຮຽນ,ປະສົບການແລະເຕັກໂນໂລຊີເພື່ອພັດທະນາຊັບພະຍາກອນມະນຸດ,ລະບົບການຊໍາລະໃຫ້ທັນສະໄໝແລະສາມາດເຊື່ອມໂຍງກັບລະບົບການຊໍາລະຂອງພາກພື້ນແລະສາກົນ.

ພາກທີ2ຍຸດທະສາດການພັດທະນາລະບົບການຊໍາລະ

ມາດຕາ8ຍຸດທະສາດການພັດທະນາລະບົບການຊໍາລະ ຍຸດທະສາດການພັດທະນາລະບົບການຊໍາລະແມ່ນການກໍານົດວິໄສທັດໄລຍະສິບຫ້າປີ,ແຜນຍຸດທະສາດການພັດທະນາລະບົບການຊໍາລະໄລຍະສິບປີແລະແຜນງານ,ໂຄງການໃນການພັດທະນາໄລຍະຫ້າປີໂດຍສອດຄ່ອງກັບນະໂຍບາຍ,ວິໄສທັດແລະຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພັດທະນາລະບົບການຊໍາລະໃຫ້ທັນສະໄໝແລະຂະຫຍາຍການນໍາໃຊ້ເງິນຕາຕ່າງປະເທດ,ສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ,ຮັກສາສະຖຽນລະພາບເງິນຕາແຫ່ງຊາດ,ສອດຄ່ອງກັບຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາຂອງສປປລາວແລະຮັບປະກັນຄວາມກົມກຽວກັບຂະແໜງການອື່ນ.

ມາດຕາ9ເນື້ອໃນຍຸດທະສາດການພັດທະນາລະບົບການຊໍາລະ ຍຸດທະສາດການພັດທະນາລະບົບການຊໍາລະມີເນື້ອໃນດັ່ງນີ້: 1.ສະຫຼຸບ,ສັງລວມສະພາບການພັດທະນາລະບົບການຊໍາລະໄລຍະຜ່ານມາພ້ອມດ້ວຍການຕີລາຄາດ້ານດີ,ຂໍ້ຄົງຄ້າງແລະບົດຮຽນທີ່ຖອດຖອນໄດ້; 2.ກໍານົດທິດທາງລວມ,ຄາດໝາຍສູ້ຊົນແລະຕົວຊີ້ວັດຕົ້ນຕໍສໍາລັບການພັດທະນາລະບົບການຊໍາລະ. 3.ກໍານົດນະໂຍບາຍແລະລະບຽບການເພື່ອຄຸ້ມຄອງແລະພັດທະນາລະບົບການຊໍາລະ; 4.ພັດທະນາລະບົບການຊໍາລະແຕ່ລະຮູບແບບແລະເຄື່ອງມືການຊໍາລະໃຫ້ຂະຫຍາຍຕົວແລະແທດເໝາະກັບຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາຂອງສປປລາວແລະຮັບປະກັນການເຊື່ອມໂຍງການຊໍາລະກັບພາກພື້ນແລະສາກົນ; 5.ສ້າງລະບົບປ້ອງກັນອາຊະຍາກໍາທາງລະບົບຄັອມພິວເຕີ້; 6.ສ້າງຄວາມເຂັ້ມແຂງຂອງອົງການຄຸ້ມຄອງວຽກງານລະບົບການຊໍາລະດ້ວຍການສ້າງບຸກຄະລາກອນ,ສ້າງລະບົບກົນໄກແລະວິທີການຄຸ້ມຄອງລະບົບການຊໍາລະໃຫ້ມີປະສິດທິພາບແລະປະສິດທິຜົນ; 7.ສ້າງກົນໄກການປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງກັບການຄຸ້ມຄອງ,ຕິດຕາມແລະກວດກາໃຫ້ມີຄວາມຄ່ອງຕົວ; 8.ກໍານົດມາດຕະການ,ວິທີການແລະປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາລະບົບການຊໍາລະໃນແຕ່ລະໄລຍະ.

ພາກທີ3ລະບົບການຊໍາລະ

ໝວດທີ1ຮູບແບບລະບົບການຊໍາລະ

ມາດຕາ10ຮູບແບບລະບົບການຊໍາລະ ລະບົບການຊໍາລະມີສາມຮູບແບບດັ່ງນີ້: 1.ລະບົບການຊໍາລະແບບທັນທີ; 2.ລະບົບການຊໍາລະທຸລະກໍາຍ່ອຍ; 3.ລະບົບການຊໍາລະທຸລະກໍາຫຼັກຊັບ.

ມາດຕາ11ລະບົບການຊໍາລະແບບທັນທີ ລະບົບການຊໍາລະແບບທັນທີ(RealTimeGrossSettlement)ແມ່ນລະບົບການໂອນເງິນແບບເອເລັກໂຕຼນິກເພື່ອໃຫ້ບໍລິການໂອນເງິນດ້ວຍການຫັັກບັນຊີເທື່ອລະທຸລະກໍາທັນທີເມື່ອໄດ້ຮັບຄໍາສັ່ງຈ່າຍ. ລະບົບການຊໍາລະແບບທັນທີມີພຽງລະບົບດຽວຊຶ່ງທະນາຄານແຫ່ງສປປລາວເປັນຜູ້ສ້າງ,ພັດທະນາແລະຄຸ້ມຄອງຕາມລະບຽບການຂອງທະນາຄານແຫ່ງສປປລາວ.

ມາດຕາ12ລະບົບການຊໍາລະທຸລະກໍາຍ່ອຍ ລະບົບການຊໍາລະທຸລະກໍາຍ່ອຍ(AutomaticClearingHouse)ແມ່ນລະບົບການຊໍາລະເງິນຜ່ານເຄື່ອງມືການຊໍາລະດ້ວຍການໄລ່ລຽງແລະຫັກບັນຊີຫຼາຍທຸລະກໍາພ້ອມກັນຕໍ່ວັນຫຼືຫັກບັນຊີເທື່ອລະທຸລະກໍາທັນທີເຊັ່ນລະບົບການຊໍາລະດ້ວຍແຊັກ,ລະບົບການຊໍາລະດ້ວຍບັດ,ລະບົບການຊໍາລະຫຼັກຊັບ,ລະບົບການຊໍາລະດ້ວຍເງິນເອເລັກໂຕຼນິກ.

ມາດຕາ13ລະບົບການຊໍາລະທຸລະກໍາຫຼັກຊັບ ລະບົບການຊໍາລະທຸລະກໍາຫຼັກຊັບ(SecuritesSettlementSystem)ແມ່ນລະບົບການຊໍາລະເງິນແບບເອເລັກໂຕຼນິກໃນການຊື້-ຂາຍຫຼັກຊັບເປັນຕົ້ນພັນທະບັດລັດຖະບານ,ພັນທະບັດທະນາຄານແຫ່ງສປປລາວ,ຮຸ້ນແລະຮຸ້ນກູ້.

ໝວດທີ2ເຄື່ອງມືການຊໍາລະ

ມາດຕາ14ເຄື່ອງມືການຊໍາລະ ເຄື່ອງມືທີ່ນໍາໃຊ້ໃນລະບົບການຊໍາລະມີດັ່ງນີ້: 1.ເງິນສົດ; 2.ບັດ; 3.ແຊັກ; 4.ເງິນໂອນ; 5.ເງິນເອເລັກໂຕຼນິກ. ໃນກໍລະນີຈໍາເປັນທະນາຄານແຫ່ງສປປລາວສາມາດກໍານົດເຄື່ອງມືການຊໍາລະອື່ນຕື່ມອີກກໍ່ໄດ້. ການອອກບັດ,ເງິນໂອນແລະເງິນເອເລັກໂຕຼນິກຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ.

ມາດຕາ15ເງິນສົດ ເງິນສົດແມ່ນເຄື່ອງມືການຊໍາລະທີ່ປະກອບດ້ວຍທະນະບັດແລະເງິນຫຼຽນຊຶ່ງນໍາໃຊ້ເຂົ້າໃນການຊໍາລະຄ່າສິນຄ້າ,ຄ່າບໍລິການແລະໜີ້ສິນອື່ນ. ຫຼັກການແລະການຄຸ້ມຄອງການນໍາໃຊ້ເງິນສົດໄດ້ກໍານົດໄວ້ໃລະບຽບການຕ່າງຫາກ.

ມາດຕາ16ບັດ ບັດແມ່ນເຄື່ອງມືການຊໍາລະທີ່ປະກອບດ້ວຍບັດເງິນຝາກແລະບັດສິນເຊື່ອຊຶ່ງນໍາໃຊ້ເຂົ້າໃນການຊໍາລະຄ່າສິນຄ້າ,ຄ່າບໍລິການແລະທຸລະກໍາການເງິນຜ່ານເຄື່ອງຮັບບັດເຊັ່ນເຄື່ອງບັດພີໂອເອັສ,ຕູ້ຝາກ-ຖອນເງິນສົດຫຼືຕູ້ຝາກເງິນສົດແລະອິນເຕີເນັດຕາມການກໍານົດຂອງຜູ້ໃຫ້ບໍລິການຊໍາລະ. ການຊໍາລະດ້ວຍບັດສາມາດດໍາເນີນພາຍໃນເຄືອຂ່າຍດຽວກັນຫຼືຂ້າມເຄືອຂ່າຍຂອງຜູ້ໃຫ້ບໍລິການຊໍາລະທັງພາຍໃນແລະຕ່າງປະເທດ. ການອອກບັດຕ້ອງມີເລັກບັດລວມທັງລະຫັດທະນາຄານທີ່ອອກບັດໂດຍສອດຄ່ອງກັບການກໍານົດຂອງທະນາຄານແຫ່ງສປປລາວແລະຫຼັກການສາກົນ. ຫຼັກການ,ຂອບເຂດການນໍາໃຊ້,ວິທີການແລະການຄຸ້ມຄອງບັດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ17ແຊັກ ແຊັກແມ່ນເຄື່ອງມືການຊໍາລະທີ່ນໍາໃຊ້ເຂົ້າໃນການຊໍາລະຄ່າສິນຄ້າ,ຄ່າບໍລິການແລະໜີ້ສິນອື່ນ. ປະເພດຕົ້ນຕໍຂອງແຊັກມີແຊັກບົ່ງຊື່ຜູ້ຮັບ,ແຊັກບໍ່ບົ່ງຊື່ຜູ້ຮັບ,ແຊັກຈ່າຍເຂົ້າບັນຊີແລະແຊັກເດີນທາງ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງສາມາດນໍາໃຊ້ແຊັກເຂົ້າໃນການຊໍາລະຄ່າສິນຄ້າ,ບໍລິການແລະໜີ້ສິນອື່ນຊຶ່ງຜູ້ສັ່ງຈ່າຍຕ້ອງຮັບຜິດຊອບຕໍ່ການສັ່ງຈ່າຍຕາມຈໍານວນເງິນທີ່ໄດ້ຂຽນໃສ່ໃນໃບແຊັກຕໍ່ຜູ້ຮັບແຊັກຫຼືຜູ້ຖືກແຊັກ. ຜູ້ມີສິດອອກແຊັກປະກອບດ້ວຍທະນາຄານແຫ່ງສປປລາວ,ທະນາຄານທຸລະກິດ,ຄັ້ງເງິນແຫ່ງຊາດແລະສະຖາບັນການເງິນທີ່ຮັບເງິນຝາກທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວຊຶ່ງຕ້ອງເປັນສະມາຊິກຂອງສູນຊໍາລະແຊັກ. ຜູ້ຊໍາລະແຊັກມີໜ້າທີ່ໄລ່ລຽງແຊັກໃຫ້ສະມາຊິກໃຫ້ສະມາຊິກຂອງຕົນເພື່ອເຮັດໃຫ້ການຊໍາລະດ້ວຍແຊັກຢູ່ໃນສັງຄົມມີຄວາມຄ່ອງຕົວ. ເນື້ອໃນຂອງໃບແຊັດ,ວິທີການນໍາໃຊ້ແຊັກ,ການຢັ້ງຢືນແລະການຄໍ້າປະກັນແຊັກ,ພັນທະຂອງຜູ້ອອກແລະຜູ້ໃຊ້ບໍລິການແຊັກແລະການຄຸ້ມຄອງແຊັກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ18ເງິນໂອນ ເງິນໂອນ(FundTransfer)ແມ່ນເຄື່ອງມືການຊໍາລະທີ່ຜູ້ຈ່າຍເງິນນໍາໃຊ້ເພື່ອໂອນເງິນໄປໃຫ້ຜູ້ຮັບເງິນຜ່ານລະບົບເອເອເລັກໂຕນິກຊຶ່ງດໍາເນີນດ້ວຍເງິນໂອນທີ່ອອກຄໍາສັ່ງໂອນໂດຍຜູ້ຈ່າຍເງິນຫຼືເງິນໂອນທີ່ອອກຄໍາສັ່ງໂອນໂດຍຜູ້ຮັບເງິນ. ການຊໍາລະດ້ວຍເງິນໂອນສາມາດດໍາເນີນພາຍໃນເຄືອຂ່າຍດຽວກັນຫຼືຂ້າມເຄືອຂ່າຍຂອງຜູ້ໃຫ້ບໍລິການຊໍາລະທັງພາຍໃນແລະຕ່າງປະເທດ. ວິທີການນໍາໃຊ້,ຂັ້ນຕອນການດໍາເນີນງານແລະການຄຸ້ມຄອງເງິນໂອນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ19ເງິນເອເລັກໂຕຼນິກ ເງິນເອເລັກໂຕຼນິກ(ElectronicMoney)ແມ່ນເຄື່ອງມືການຊໍາລະທີ່ມີມູນຄ່າເງິນບັນຈຸໄວ້ໃນແຖບແມ່ເຫຼັກ(Magnetic),ຊິມ(SubscriberIdentityModule-SIM)ຫຼືໂປຼແກຼມຊຶ່ງຜູ້ໃຊ້ບໍລິການເອົາເງິນສົດຫຼືເງິນຝາກຊື້ເງິນເອເລັກໂຕຼນິກນໍາຜູ້ໃຫ້ບໍລິການຊໍາລະເພື່ອນໍາໃຊ້ເຂົ້າໃນການຊໍາລະຄ່າສິນຄ້າ,ຄ່າບໍລິການແລະໜີ້ສິນອື່ນ,ຫົວໜ່ວຍເງິນເອເລັກໂຕຼນິກຕ້ອງເປັນເງິນກີບເທົ່ານັ້ນ. ການສົ່ງ,ການຮັບແລະການຍົກເລີກຄໍາສັ່ງການຊໍາລະຄ່າສິນຄ້າແລະຄ່າບໍລິການດ້ວຍການນໍາໃຊ້ເງິນເອເລັກໂຕຼນິກຕ້ອງປະຕິບັດຕາມຂັ້ນຕອນແລະວິທີການທີ່ຜູ້ໃຫ້ບໍລິການຊໍາລະວາງອອກຢ່າງເຂັ້ມງວດ. ຜູ້ໃຫ້ບໍລິການຊໍາລະດ້ວຍເງິນເອເລັກໂຕຼນິກບໍ່ສາມາດນໍາໃຊ້ເງິນລະດົມໄດ້ຈາກຜູ້ໃຊ້ບໍລິການເພື່ອສະໜອງສິນເຊື່ອດ້ວຍຕົນເອງ,ຜ່ານສະຖາບັນການເງິນໃດໜຶ່ງຫຼືສະໜອງສິນເຊື່ອໃຫ້ແກ່ຜູ້ຄວບຄຸມລະບົບການຊໍາລະຂອງຕົນ. ຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະດ້ວຍເງິນເອເລັກໂຕຼນິກຕ້ອງປະຕິບັດລະບຽບການຄວບຄຸມຄວາມສ່ຽງທາງດ້ານການດໍາເນີນງານແລະດ້ານເຕັກໂນໂລຊີຕາມລະບຽບການຂອງທະນາຄານແຫ່ງສປປລາວ. ການນໍາໜ່າຍເງິນເອເລັກໂຕຼນິກສາມາດດໍາເນີນການໂດຍຜູ້ໃຫ້ບໍລິການຊໍາລະໂດຍກົງຫຼືຜ່ານຕົວແທນກໍ່ໄດ້.

ມາດຕາ20ຜົນສັກສິດຂອງການຊໍາລະດ້ວຍເຄື່ອງມືການຊໍາລະ ການຊໍາລະດ້ວຍເງິນສົດແລະເຄື່ອງມືການຊໍາລະທີ່ບໍ່ແມ່ນເງິນສົດຕາມທີ່ໄດ້ກໍານົດໄວ້ໃນມາດຕາ15,16,17,18ແລະ19ຂອງກົດໝາຍສະບັບນີ້ແມ່ນມີຄຸນຄ່າເທົ່າທຽມກັນແລະຖືກຕ້ອງຕາມກົດໝາຍ. ການຊໍາລະດ້ວຍເຄື່ອງມືທີ່ບໍ່ແມ່ນເງິນສົດຈະມີຜົນສັກສິດໄດ້ເຕັມສ່ວນກໍ່ຕໍ່ເມື່ອເງິນໃນບັນຊີຂອງຜູ້ຈ່າຍເງິນໄດ້ຖືກຫັກແລະໂອນເຂົ້າບັນຊີຂອງຜູ້ຮັບເງິນ.

ໝວດທີ3ກົນໄກ,ການຄໍ້າປະກັນແລະຜົນການຊໍາລະ

ມາດຕາ21ກົນໄກການຊໍາລະ ກົນໄກການຊໍາລະແມ່ນຂະບວນການຊໍາລະຊຶ່ງມີດັ່ງນີ້: 1.ການສັ່ງຈ່າຍ; 2.ການໄລ່ລຽງ; 3.ການຫັກບັນຊີ.

ມາດຕາ22ການສົ່ງຈ່າຍ ການສົ່ງຈ່າຍແມ່ນການອອກຄໍາສັ່ງໂອນເງິນດ້ວຍເອກະສານຫຼືເຄື່ອງມືເອເລັກໂຕຼນິກເຊັ່ນໂທລະສັບ,ຄັອມພິວເຕີ້,ເຄື່ອງພິໂອເອັສ,ຕູ້ຖອນເງິນສົດ.

ມາດຕາ23ການໄລ່ລຽງ ການໄລ່ລຽງແມ່ນການປຽບທຽບແລະຈັດລຽງມູນຄ່າທຸລະກໍາລະຫວ່າງສາຂາຫຼືຕົວແທນຂອງຜູ້ໃຫ້ບໍລິການຊໍາລະທີ່ຢູ່ໃນເຄືອຂ່າຍດຽວກັນຫຼືລະຫວ່າງຜູ້ໃຫ້ບໍລິການຊໍາລະທີ່ຂ້າມເຄືອຂ່າຍເພື່ອຄິດໄລ່ຍອດເຫຼືອສຸດທິແລ້ວນໍາໄປຫັກບັນຊີ. ການໄລ່ລຽງທຸລະກໍາທີ່ຂ້າມເຄືອຂ່າຍຕ້ອງປະຕິບັດຕາມລະບຽບການທີ່ອອກໂດຍຜູ້ຄວບຄຸມລະບົບການຊໍາລະທີ່ໄດ້ຮັບຮອງຈາກທະນາຄານແຫ່ງສປປລາວ.

ມາດຕາ24ການຫັກບັກນຊີ ການຫັກບັນຊີແມ່ນການຕັດເງິນອອກຈາກບັນຊີຂອງຜູ້ຈ່າຍເງິນແລ້ວເອົາເງິນເຂົ້າໃນບັນຊີຂອງຜູ້ຮັບເງິນ. ການຫັກບັນຊີມີສອງປະເພດດັ່ງນີ້: 1.ການຫັກບັນຊີຕາມຈໍານວນສັ່ງຫັກຊຶ່ງແມ່ນການຫັກບັນຊີທັນທີເປັນແຕ່ລະທຸລະກໍາໂດຍຫັກບັນຊີຕາມຄໍາສັ່ງໂອນທີ່ເກີດຂຶ້ນທັນທີທີ່ໄດ້ຮັບຄໍາສັ່ງຈ່າຍເປັນແຕ່ລະລາຍການ; 2.ການຫັກບັນຊີສຸດທິຊຶ່ງແມ່ນການຫັກບັນຊີຕາມມູນຄ່າຍອດເຫຼືອສຸດທິໜຶ່ງຄັ້ງຫຼືຫຼາຍຄັ້ງຕໍ່ວັນພາຍຫຼັງການໄລ່ລຽງຕາມການກໍານົດຂອງຜູ້ຄວບຄຸມລະບົບການຊໍາລະ.

ມາດຕາ25ການຄໍ້າປະກັນການຊໍາລະ ຜູ້ຄວບຄຸມລະບົບການຊໍາລະສາມາດຮຽກຮ້ອງໃຫ້ຜູ້ໃຫ້ບໍລິການຊໍາລະນໍາຫຼັກຊັບມາຄໍ້າປະກັນໃນການຫັກບັນຊີເພື່ອປ້ອງກັນຄວາມສ່ຽງໃນການຊໍາລະ. ຫຼັກຊໍ້າຄໍ້າປະກັນປະກອບດ້ວຍບັນຊີເງິນຝາກ,ພັນທະບັດ,ຮຸ້ນກູ້,ໜັງສືຄໍ້າປະກັນຂອງທະນາຄານແລະຫຼັກຊັບປະເພດອື່ນທີ່ຖືກຕ້ອງຕາມກົດໝາຍແລະການກໍານົດຂອງທະນາຄານແຫ່ງສປປລາວ. ຫຼັກຊັບທີ່ນໍາມາຄໍ້າປະກັນຈະຖອນຄືນໄດ້ກໍ່ຕໍ່ເມື່ອີການຫັກບັນຊີສໍາເລັດ.

ມາດຕາ26ຜົນຂອງການຊໍາລະ ການຊໍາລະທີ່ມີຄໍາສັ່ງທາງເອເລັກໂຕຼນິກໄດ້ສົ່ງເຂົ້າໃນລະບົບການຊໍາລະໃດໜຶ່ງແລ້ວບໍ່ວ່າກໍລະນີໃດກໍ່ຕາມບໍ່ສາມາດໂຈະ,ດັດແກ້,ຍັກເລີກ,ຖອນຫຼືຄັດຄ້ານ. ໃນກໍລະນີການຊໍາລະຜິດພາດຫຼືບໍ່ຖືກຕ້ອງຜູ້ຈ່າຍເງິນສາມາດສະເໜີໃຫ້ຜູ້ໃຫ້ບໍລິການຊໍາລະແກ້ໄຂຜົນຂອງການຊໍາລະໄດ້ຕາມກົດໝາຍພາຍຫຼັງສິ້ນສຸດຂັ້ນຕອນການຊໍາລະແລ້ວ.

ພາກທີ4ຜູ້ຄວບຄຸມລະບົບການຊໍາລະ,ຜູ້ໃຫ້ບໍລິການຊໍາລະແລະຜູ້ໃຊ້ບໍລິການ

ໝວດທີ1ຜູ້ຄວບຄຸມລະບົບການຊໍາລະ

ມາດຕາ27ຜູ້ຄວບຄຸມລະບົບການຊໍາລະ ຜູ້ຄວບຄຸມລະບົບການຊໍາລະແມ່ນຜູ້ປະຕິບັດໜ້າທີ່ການໄລ່ລຽງແລະການຫັກບັນຊີໃນລະບົບການຊໍາລະໃດໜຶ່ງ. ທະນາຄານແຫ່ງສປປລາວເປັນຜູ້ຄວບຄຸມລະບົບການຊໍາລະແບບທັນທີແລະລະບົບການຊໍາລະການຊື້ແລະຂາຍພັນທະບັດລັດຖະບານແລະພັນທະບັດທະນາຄານແຫ່ງສປປລາວ. ທະນາຄານທຸລະກິດຫຼືນິຕິບຸກຄົນທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວເປັນຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ. ສູນຮັບຝາກຫຼັກຊັບເປັນຜູ້ຄວບຄຸມລະບົບການຊໍາລະທຸລະກໍາຫຼັກຊັບເປັນຕົ້ນຮຸ້ນແລະຮຸ້ນກູ້.

ມາດຕາ28ເງື່ອນໄຂການເປັນຜູ້ຄວບຄຸມລະບົບການຊໍາລະ ຜູ້ມີຈຸດປະສົງສ້າງຕັ້ງເປັນນິຕິບຸກຄົນເພື່ອເປັນຜູ້ຄວບຄຸມລະບົບການຊໍາລະຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າດ້ວຍວິສາຫະກິດ. ຜູ້ມີຈຸດປະສົງເປັນຜູ້ຄວບຄຸມລະບົບການຊໍາລະຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນນິຕິບຸກຄົນ; 2.ມີຖານະການເງິນທີ່ໝັ້ນຄົງແລະທຶນໃນການດໍາເນີນກິດຈະການຕາມການກໍານົດຂອງທະນາຄານແຫ່ງສປປລາວ. 3.ມີບົດວິພາກເສດຖະກິດ-ເຕັກນິກ; 4.ມີລະບົບເຕັກນິກທີ່ທັນສະໄໝແລະປອດໄພ; 5.ມີຜູ້ບໍລິຫານທີ່ມີຄຸນວຸດທິແລະປະສົບການທາງດ້ານການເງິນ-ການທະນາຄານ,ເຕັກໂນໂລຊີຂໍ້ມູນຂ່າວສານຫຼືຂະແໜງການທີ່ກ່ຽວຂ້ອງແລະບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານກະທໍາຜິດໂດຍເຈດຕະນາເປັນຕົ້ນການກະທໍາຜິດທາງດ້ານການເງິນ,ການທະນາຄານ,ການຟອກເງິນ; 6.ມີລະບົບດໍາເນີນງານ,ລະບົບກວດສອບແລະຄວບຄຸມພາຍໃນທີ່ສອດຄ່ອງກັບລະບຽບການຂອງທະນາຄານແຫ່ງສປປລາວ; 7.ມີສະຖານທີ່ຕັ້ງທີ່ເໝາະສົມ; 8.ມີພະນັກງານທີ່ມີຄວາມຮູ້ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ; 9.ມີລະບຽບການກ່ຽວກັບການນໍາໃຊ້ລະບົບການຊໍາລະ; 10.ມີກົນໄກປ້ອງກັນຄວາມສ່ຽງທາງດ້ານການດໍາເນີນງານແລະຄວາມຜິດພາດທາງດ້ານເຕັກນິກລວມທັງແຜນປ້ອງກັນເຫດສຸກເສີນ; 11.ມີເງື່ອນໄຂອື່ນຕາມການກໍານົດຂອງທະນາຄານແຫ່ງສປປລາວໃນແຕ່ລະໄລຍະ; ຜູ້ຄວບຄຸມລະບົບການຊໍາລະຕ່າງປະເທດທີ່ມີຈຸດປະສົງໃຫ້ບໍລິການຊໍາລະຢູ່ສປປລາວຕ້ອງຮ່ວມມືກັບຜູ້ໃຫ້ບໍລິການຊໍາລະຢູ່ສປປລາວໂດຍປະຕິບັດຕາມເງື່ອນໄຂຂອງທະນາຄານແຫ່ງສປປລາວ.

ມາດຕາ29ສິດແລະພັນທະຂອງຜູ້ຄວບຄຸມລະບົບການຊໍາລະ ຜູ້ຄວບຄຸມລະບົບການຊໍາລະມີສິດແລະພັນທະດັ່ງນີ້: 1.ສ້າງລະບຽບການກ່ຽວກັບການດໍາເນີນງານແລະການຄວບຄຸມລະບົບການຊໍາລະຂອງຕົນ; 2.ຄວບຄຸມແລະຕິດຕາມກວດກາລະບົບການຊໍາລະຂອງຕົນ; 3.ຈ້າງນິຕິບຸກຄົນເພື່ອຊ່ວຍຄວບຄຸມລະບົບການຊໍາລະຕາມການອະນຸຍາດແລະລະບຽບການຂອງທະນາຄານແຫ່ງສປປລາວ; 4.ປະຕິບັດລະບຽບການກ່ຽວກັບຄວາມໝັ້ນຄົງທາງດ້ານການຊໍາລະຕາມການກໍານົດຂອງທະນາຄານແຫ່ງສປປລາວ; 5.ກໍານົດແລະແຈ້ງຄ່າບໍລິການ,ເງື່ອນໄຂກ່ຽວກັບການໃຫ້ບໍລິການແລະເປີດເຜີຍຂໍ້ມູນດ້ວຍການສ້າງເປັນຄູ່ມືສະເພາະແລະໂຄສະນາເຜີຍແຜ່ໃຫ້ຜູ້ໃຊ້ບໍລິການ; 6.ເກັບຮັກສາຂໍ້ມູນກ່ຽວກັບການດໍາເນີນທຸລະກິດ; 7.ຮັບຜິດຊອບແລະໃຊ້ແທນຄ່າເສຍຫາຍທີ່ເກີດຈາກຄວາມຜິດພາດຂອງຕົນ; 8.ປະຕິບັດລະບອບການບັນຊີໃຫ້ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ; 9.ແກ້ໄຂຂໍ້ຂັດແຍ່ງທີ່ຕິດພັນກັບລະບົບການຊໍາລະຂອງຕົນ; 10.ປະຕິບັດລະບອບການລາຍງານແລະສະໜຶງຂໍ້ມູນໃຫ້ທະນາຄານແຫ່ງສປປລາວ; 11.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຜູ້ຄວບຄຸມລະບົບການຊໍາລະທີ່ມີຈຸດປະສົງເຊື່ອມຕໍ່ລະບົບຂອງຕົນກັບລະບົບຂອງຜູ້ຄວບຄຸມການຊໍາລະຕ່າງປະເທດເພື່ອໃຫ້ບໍລິການຊໍາລະລະຫວ່າງປະເທດຕ້ອງປະຕິບັດຕາມເງື່ອນໄຂຂອງທະນາຄານແຫ່ງສປປລາວ.

ໝວດທີ2ຜູ້ໃຫ້ບໍລິການຊໍາລະ

ມາດຕາ30ຜູ້ໃຫ້ບໍລິການຊໍາລະ ຜູ້ໃຫ້ບໍລິການຊໍາລະແມ່ນທະນາຄານແຫ່ງສປປລາວ,ທະນາຄານທຸລະກິດຫຼືນິຕິບຸກຄົນອື່ນທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວໃນການໃຫ້ບໍລິການຊໍາລະໂດຍກົງແກ່ຜູ້ໃຊ້ບໍລິການຊຶ່ງມີລະບົບການຊໍາລະທີ່ເປັນຂອງຕົນຫຼືທີ່ເຊື່ອມຕໍ່ກັບລະບົບການຊໍາລະຂອງຜູ້ຄວບຄຸມລະບົບການຊໍາລະອື່ນ. ທະນາຄານແຫ່ງສປປລາວເປັນຜູ້ໃຫ້ບໍລິການຊໍາລະແບບທັນທີແຕ່ພຽງຜູ້ດຽວ. ທະນາຄານທຸລະກິດ,ນິຕິບຸກຄົນອື່ນລວມທັງສະຖາບັນການເງິນຈຸລະພາກ,ສູນຮັບຝາກຫຼັກຊັບແລະບໍລິສັດຫຼັກຊັບເປັນຜູ້ໃຫ້ບໍລິການຊໍາລະທຸລະກໍາຍ່ອຍຫຼືທຸລະກໍາຫຼັກຊັບ.

ມາດຕາ31ເງື່ອນໄຂການເປັນຜູ້ໃຫ້ບໍລິການຊໍາລະ ຜູ້ມີຈຸດປະສົງສ້າງຕັ້ງເປັນນິຕິບຸກຄົນເພື່ອເປັນຜູ້ໃຫ້ບໍລິການຊໍາລະຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າດ້ວຍວິສາຫະກິດ. ຜູ້ມີຈຸດປະສົງເປັນຜູ້ໃຫ້ບໍລິການຊໍາລະຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ28ວັກ2ແລະມີລະບົບປ້ອງກັນຊັບສິນທີ່ໄດ້ມາຈາກຜູ້ໃຊ້ບໍລິການຫຼືຜ່ານຜູ້ໃຫ້ບໍລິການຊໍາລະອື່ນ. ໃນກໍລະນິຜູ້ໃຫ້ບໍລິການຊໍາລະຫາກຕ້ອງການອອກເຄື່ອງມືການຊໍາລະໃໝ່ຕ້ອງຂໍອະນຸຍາດຈໍາທະນາຄານແຫ່ງສປປລາວ. ຜູ້ໃຫ້ບໍລິການຊໍາລະທີ່ມີຈຸດປະສົງເຊື່ອມຕໍ່ກັບລະບົບຂອງຜູ້ຄວບຄຸມການຊໍາລະໃດນຶ່ງຢູ່ຕ່າງປະເທດເພື່ອນໍາເອົາເຄື່ອງມືການຊໍາລະມາໃຫ້ບໍລິການຢູ່ສປປລາວຕ້ອງປະຕິບັດຕາມເງື່ອນໄຂທີ່ທະນາຄານແຫ່ງສປປລາວກໍານົດ.

ມາດຕາ32ສິດແລະພັນທະຂອງຜູ້ໃຫ້ບໍລິການຊໍາລະ ຜູ້ໃຫ້ບໍລິການຊໍາລະມີສິດແລະພັນທະດັ່ງນີ້: 1.ສ້າງລະບຽບການກ່ຽວກັບການດໍາເນີນງານແລະການບໍລິການຊໍາລະຂອງຕົນ; 2.ໃຫ້ບໍລະການຊໍາລະຕາມເຄື່ອງມືການຊໍາລະທີ່ໄດ້ຮັບອະນຸຍາດ; 3.ນໍາໃຊ້ຕົວແທນໃນການໃຫ້ບໍລິການຊໍາລະຕາມການກໍານົດຂອງທະນາຄານແຫ່ງສປປລາວໃນແຕ່ລະໄລຍະ; 4.ປະຕິບັດລະບຽບການກ່ຽວກັບຄວາມໝັ້ນຄົງທາງດ້ານການຊໍາລະຕາມການກໍານົດຂອງທະນາຄານແຫ່ງສປປລາວ; 5.ກໍານົດແລະແຈ້ງຄ່າບໍລິການ,ເງື່ອນໄຂກ່ຽວກບການໃຫ້ບໍລິການແລະເປີດເຜີຍຂໍ້ມູນດ້ວຍການສ້າງເປັນຄູ່ມືສະເພາະແລະໂຄສະນາເຜີຍແຜ່ໃຫ້ຜູ້ໃຊ້ບໍລິການ; 6.ເກັບຮັກສາຂໍ້ມູນກ່ຽວກັບການດໍາເນີນທຸລະກໍາ; 7.ຮັບຜິດຊອບແລະໃຊ້ແທນຄ່າເສຍຫາຍທີ່ເກີດຈາກຄວາມຜິດພາດຂອງຕົນ; 8.ປະຕິບັດລະບອບການບັນຊີໃຫ້ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ; 9.ແກ້ໄຂຂໍ້ຂັດແຍ່ງທີ່ຕິດພັນກັບການໃຫ້ບໍລິການຊໍາລະຂອງຕົນ; 10.ປະຕິບັດລະບອບການລາຍງານແລະສະໜອງຂໍ້ມູນໃຫ້ທະນາຄານແຫ່ງສປປລາວ; 11.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ3ຜູ້ໃຊ້ບໍລິການ

ມາດຕາ33ຜູ້ໃຊ້ບໍລິການ ຜູ້ໃຊ້ບໍລິການແມ່ນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ໄດ້ດໍາເນີນທຸລະກໍາຜ່ານຜູ້ໃຫ້ບໍລິການຊໍາລະ. ທະນາຄານແຫ່ງສປປລາວ,ກະຊວງການເງິນດທະນາຄານທຸລະກິດ,ສູນຮັບຝາກຫຼັກຊັບເປັນຜູ້ໃຊ້ບໍລິການລະບົບການຊໍາລະເຕັມທີ່,ສໍາລັບສະຖາບັນການເງິນຫຼືອົງການຈັດຕັ້ງທີ່ມີບົດບາດສໍາຄັນໃນຂະແໜງການເງິນ-ເງິນຕາຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ. ທະນາຄານທຸລະກິດ,ສະຖາບັນການເງິນ,ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດເປັນຜູ້ໃຊ້ບໍລິການລະບົບການຊໍາລະທຸລະກໍາຍ່ອຍ. ຜູ້ລົງທຶນປະເພດບຸກຄົນແລະສະຖາບັນທັງພາຍໃນແລະຕ່າງປະເທດເປັນຜູ້ໃຊ້ບໍລິການລະບົບການຊໍາລະທຸລະກໍາຫຼັກຊັບ.

ມາດຕາ34ສິດແລະພັນທະຂອງຜູ້ໃຊ້ບໍລິການ ຜູ້ໃຊ້ບໍລິການມີສິດແລະພັນທະດັ່ງນີ້: 1.ເອົາຂໍ້ມູນທີ່ຈໍາເປັນຈາກຜູ້ໃຫ້ບໍລິການຊໍາລະ; 2.ສຶກສາຂໍ້ມູນກ່ຽວກັບເຄື່ອງມືການຊໍາລະ,ກົນໄກການຊໍາລະ,ຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 3.ໄດ້ຮັບຂໍ້ມູນການເຄື່ອນໄຫວທຸລະກໍາຈາກຜູ້ໃຫ້ບໍລິການຊໍາລະ; 4.ນໍາໃຊ້ເຄື່ອງມືການຊໍາລະໃຫ້ຖືກຕ້ອງຕາມການກໍານົດຂອງຜູ້ໃຫ້ບໍລິການຊໍາລະ; 5.ໃຫ້ການຮ່ວມມືໃນການກວດກາຂອງທະນາຄານແຫ່ງສປປລາວ,ຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 6.ທວງເອົາຄ່າເສຍຫາຍທີ່ເກີດຂຶ້ນໃນກໍລະນີເກີດຄວາມຜິດພາດຈາກການນໍາໃຊ້ລະບົບການຊໍາລະ; 7.ສະເໜີຜູ້ໃຫ້ບໍລິການຊໍາລະ,ຜູ້ຄວບຄຸມລະບົບການຊໍາລະ,ທະນາຄານແຫ່ງສປປລາວ,ສໍານັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຫຼືສານປະຊາຊົນເພື່ອແກ້ໄຂຂໍ້ຂັດແຍ່ງ; 8.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ35ການປົກປ້ອງຜູ້ຊົມໃຊ້ບໍລິການ ຜູ້ໃຊ້ບໍລິການຕ້ອງໄດ້ຮັບການບໍລິການຢ່າງມີຄຸນນະພາບ,ໂປ່ງໃສແລະມີຄວາມສະເໝີພາບຕໍ່ໜ້າກົດໝາຍກັບຜູ້ໃຫ້ບໍລິການຊໍາລະ,ສາມາດສົ່ງຂ່າວປະກອບຄໍາເຫັນກ່ຽວກັບການໃຫ້ບໍລິການຕໍ່ຜູ້ໃຫ້ບໍລິການຊໍາລະຫຼືອົງການທີ່ມີສິດອໍານາດແລະໄດ້ຮັບການປົກປ້ອງທາງດ້ານກົດໝາຍ.

ພາກທີ5ການອະນຸຍາດເປັນຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ

ມາດຕາ36ການຂໍອະນຸຍາດ ນິຕິບຸກຄົນທີ່ມີຈຸດປະສົງເປັນຜູ້ຄວບຄຸມລະບົບການຊໍາລະແລະ/ຫຼືຜູ້ໃຫ້ບໍລິການຊໍາລະຕ້ອງຍື່ນຄໍາຮ້ອງຕໍ່ທະນາຄານແຫ່ງສປປລາວເພື່ອຂໍອະນຸຍາດເຄື່ອນໄຫວວຽກງານລະບົບການຊໍາລະ.

ມາດຕາ37ການພິຈາລະນາການຂໍອະນຸຍາດ ທະນາຄານແຫ່ງສປປລາວຕ້ອງພິຈາລະນາການຂໍອະນຸຍາດເປັນຜູ້ຄວບຄຸມລະບົບການຊໍາລະແລະ/ຫຼືຜູ້ໃຫ້ບໍລິການຊໍາລະພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຢ່າງຖືກຕ້ອງແລະຄົບຖ້ວນເປັນຕົ້ນໄປ.

ມາດຕາ38ການນໍາໃຊ້ໃບອະນຸຍາດ ຜູ້ຄວບຄຸມລະບົບການຊໍາລະແລະ/ຫຼືຜູ້ໃຫ້ບໍລິການຊໍາລະຕ້ອງນໍາໃຊ້ໃບອະນຸຍາດໃຫ້ຖືກຕ້ອງຕາມຂອບເຂດທີ່ໄດ້ຮັບອະນຸຍາດໂດຍບໍ່ມີສິດມອບ,ໂອນຫຼືໃຫ້ບຸກຄົນອື່ນນໍາໃຊ້. ໃບອະນຸຍາດມີອາຍຸການນໍາໃຊ້ຕາມການກໍານົດຂອງທະນາຄານແຫ່ງສປປລາວໃນແຕ່ລະໄລຍະຊຶ່ງສາມາດຕໍ່ໄດ້,ຖືກໂຈະຫຼືຖອນຖ້າຫາກມີການລະເມີດກົດໝາຍຕາມແຕ່ລະກໍລະນີ.

ມາດຕາ6ຂໍ້ຫ້າມ

ມາດຕາ39ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ອອກເຄື່ອງມືການຊໍາລະທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດ; 2.ດໍາເນີນການໃຫ້ບໍລິການຊໍາລະທຸກຮູບແບບໂດຍບໍ່ໄດ້ຮັບອະນຸຍາດ; 3.ແອບອ້າງຫຼືໂຄສະນາ,ບິດເບືອນທີ່ສ້າງຜົນເສຍຫາຍຕໍ່ລະບົບການຊໍາລະແລະຜູ້ໃຊ້ບໍລິການແລະສ້າງຜົນເສຍຫາຍໃຫ້ແກ່ສັງຄົມ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ40ຂໍ້ຫ້າມສໍາລັບຜູ້ຄວບຄຸມລະບົບການຊໍາລະ ຫ້າມຜູ້ຄວບຄຸມລະບົບການຊໍາລະມີພຶດຕິກໍາດັ່ງນີ້: 1.ເປີດເຜີຍຂໍ້ມູນກ່ຽວກັບທຸລະກໍາຂອງຜູ້ໃຊ້ບໍລິການທີ່ດໍາເນີນການໃນລະບົບການຊໍາລະຂອງຕົນໂດຍບໍ່ໄດ້ຮັບອະນຸຍາດ; 2.ຄວບຄຸມລະບົບການຊໍາລະທີ່ບໍ່ໄດ້ຮັບອະນຸຍາດ; 3.ກົດໜ່ວງ,ຖ່ວງດຶງ,ປົກປິດຫຼືເຊື່ອງອໍາຂໍ້ມູນກ່ຽວກັບການຊໍາລະ; 4.ບິດເບືອນ,ປອມແປງເອກະສານຫຼືຂໍ້ມູນກ່ຽວກັບທຸລະກໍາແລະລະບົບການຊໍາລະ; 5.ສະໜອງຂໍ້ມູນບໍ່ຄົບຖ້ວນ,ບໍ່ຖືກຕ້ອງຕາມຄວາມເປັນຈິງ,ລາຍງານຊັກຊ້າຫຼືບໍ່ລາຍງານ; 6.ປະຕິເສດການຮ່ວມມືໃນການກວດກາຂອງທະນາຄານແຫ່ງສປປລາວແລະເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ; 7.ປັ່ນປ່ວນລະບົບການຊໍາລະແບບທັນທີ,ລະບົບການຊໍາລະທຸລະກໍາຍ່ອຍ,ລະບົບການຊໍາລະທຸລະກໍາຫຼັກຊັບແລະ/ຫຼືເຮັດໃຫ້ເກີດຄວາມເສຍຫາຍຕໍ່ການດໍາເນີນງານຂອງລະບົບການຊໍາລະ; 8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ41ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການຊໍາລະ ຫ້າມຜູ້ໃຫ້ບໍລິການຊໍາລະມີພຶດຕິກໍາດັ່ງນີ້: 1.ອອກເຄື່ອງມືການຊໍາລະໂດຍບໍ່ໄດ້ຮັບອະນຸຍາດ; 2.ໃຫ້ບໍລິການຊໍາລະເກີນຂອບເຂດທີ່ໄດ້ຮັບອະນຸຍາດ; 3.ໃຫ້ບໍລິການຊໍາລະບໍ່ຖືກຕ້ອງກັບການເປີດເຜີຍຂໍ້ມູນຫຼືໂຄສະນາ; 4.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ; 5.ກົດໜ່ວງ,ຖ່ວງດຶງ,ປົກປິດຫຼືເຊື່ອງອໍາຂໍ້ມູນກ່ຽວກັບການຊໍາລະ; 6.ດັດແປງ,ປອມແປງເອກະສານຫຼືຂໍ້ມູນກ່ຽວກັບການຊໍາລະ; 7.ປະຕິເສດການຮ່ວມມືໃນການກວດກາຂອງທະນາຄານແຫ່ງສປປລາວ,ຜູ້ຄວບຄຸມລະບົບການຊໍາລະແລະເຈົ້າໜ້າທີ່ຂອງລົດ; 8.ສະໜອງຂໍ້ມູນບໍ່ຄົບຖ້ວນ,ບໍ່ຖືກຕ້ອງຕາມຄວາມເປັນຈິງ,ລາຍງານຊັກຊ້າຫຼືບໍ່ລາຍງານ; 9.ປັ່ນປ່ວນລະບົບການຊໍາລະແບບທັນທີ,ລະບົບການຊໍາລະທຸລະກໍາຍ່ອຍ,ລະບົບການຊໍາລະທຸລະກໍາຫຼັກຊັບແລະ/ຫຼືເຮັດໃຫ້ເກີດຄວາມເສຍຫາຍຕໍ່ການດໍາເນີນງານຂອງລະບົບການຊໍາລະ; 10.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ42ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ ຫ້າມຜູ້ໃຊ້ບໍລິການມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ລະບົບການຊໍາລະເຂົ້າໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງຕາມກົດໝາຍ; 2.ປັນປ່ຽນລະບົບການຊໍາລະແບບທັນທີ,ລະບົບການຊໍາລະທຸລະກໍາຍ່ອຍ,ລະບົບການຊໍາລະທຸລະກໍາຫຼັກຊັບແລະ/ຫຼືເຮັດໃຫ້ເກີດຄວາມເສຍຫາຍຕໍ່ການດໍາເນີນງານຂອງລະບົບການຊໍາລະ; 3.ໃສ່ຮ້າຍປ້າຍສີຕໍ່ຜູ້ຄວບຄຸມລະບົບການຊໍາລະແລະ/ຫຼືຜູ້ໃຫ້ບໍລິການຊໍາລະ; 4.ປະຕິເສດການຮ່ວມມືໃນການກວດກາຂອງຜູ້ຄວບຄຸມລະບົບການຊໍາລະ,ຜູ້ໃຫ້ບໍລິການຊໍາລະ,ທະນາຄານແຫ່ງປປລາວແລະເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ43ຂໍ້ຫ້າມສໍາລັບພະນັກງານຂອງອົງການຄຸ້ມຄອງວຽກງານລະບົບການຊໍາລະ ຫ້າມພະນັກງານຂອງອົງການຄຸ້ມຄອງວຍກງານລະບົບການຊໍາລະມີພຶດຕິກໍາດັ່ງນີ້: 1.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບກ່ຽວກັບການດໍາເນີນງານໃນລະບົບການຊໍາລະໂດຍບໍ່ໄດ້ຮັບອະນຸຍາດ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວຫຼືບຸກຄົນອື່ນ; 3.ກົດໜ່ວງ,ຖ່ວງດຶງ,ປົກປິດຫຼືເຊື່ອງອໍາຂໍ້ມູນກ່ຽວກັບລະບົບການຊໍາລະ; 4.ທວງເອົາ,ຂໍເອົາ,ຮັບຫຼືໃຫ້ສິນບົນຫຼືສິ່ງຕອບແທນອື່ນ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ7ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ44ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານາລະບົບການຊໍາລະໃຫ້ດໍາເນີນຕາມຮູບການໃດໜຶ່ງດັ່ງນີ້: 1.ການແກ້ໄຂດ້ວຍການປິນີປະນອມ; 2.ການແກ້ໄຂທາງບໍລິຫານ; 3.ການແກ້ໄຂໂດຍອົງການຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍ່ສານປະຊາຊົນ; 5.ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ45ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານລະບົບການຊໍາລະຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລືແລະປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ46ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານລະບົບການຊໍາລະທີ່ມີລັກສະນະບໍລິຫານຄູ່ກໍລະນີມີສິດສະເໜີຕໍ່ຜູ້ຄວບຄຸມລະບົບການຊໍາລະ,ຜູ້ໃຫ້ບໍລິການຊໍາລະແລະທະນາຄານແຫ່ງສປປລາວເພື່ອແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ.

ມາດຕາ47ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານລະບົບການຊໍາລະຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ48ການຮ້ອງຟ້ອງຕໍ່ສານປະຊາຊົນ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານລະບົບການຊໍາລະຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ49ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານລະບົບການຊໍາລະທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍຂອງສປປລາວຫຼືສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ8ການຄຸ້ມຄອງແລະການກວດກາວຽກງານລະບົບການຊໍາລະ

ໝວດທີ1ການຄຸ້ມຄອງວຽກງານລະບົບການຊໍາລະ

ມາດຕາ50ອົງການຄຸ້ມຄອງວຽກງານລະບົບການຊໍາລະ ລັດຖະບານເປັນຜູ້ຄຸ້ມຄອງວຽກງານລະບົບການຊໍາລະຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ທະນາຄານແຫ່ງສປປລາວເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ51ສິດແລະໜ້າທີ່ຂອງທະນາຄານແຫ່ງສປປລາວ ໃນການຄຸ້ມຄອງວຽກງານລະບົບການຊໍາລະທະນາຄານແຫ່ງສປປລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ຍຸດທະສາດແລະກົດໝາຍກ່ຽວກັບວຽກງານລະບົບການຊໍາລະເພື່ອສະເໜີລັດຖະບານພິຈາລະນາ; 2.ຜົນຂະຫຍາຍນະໂຍບາຍ,ຍຸດທະສາດແລະກົດໝາຍກ່ຽວກັບວຽກງານລະບົບການຊໍາລະມາເປັນແຜນການ,ແຜນງານ,ໂຄງການແລະລະບຽບການເພື່ອຈັດຕັ້ງປະຕິບັດ; 3.ໂຄສະນາເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານລະບົບການຊໍາລະ; 4.ອອກ,ຕໍ່ອາຍຸ,ໂຈະຫຼືຖອນໃບອະນຸຍາດການເປັນຜູ້ຄວບຄຸມລະບົບການຊໍາລະແລະ/ຫຼືຜູ້ໃຫ້ບໍລິການຊໍາລະ; 5.ອະນຸຍາດໃຫ້ຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະອອກບັດ,ເງິນໂອນແລະເງິນເອເລັກໂຕຼນິກ,ສັ່ງໂຈະຫຼືຢຸດເຊົາການນໍາໃຊ້ເຄື່ອງມືການຊໍາລະທີ່ບໍ່ເໝາະສົມ; 6.ກໍານົດເງື່ອນໄຂ,ຫຼັກການການດໍາເນີນງານ,ມາດຕະຖານທາງດ້ານເຕັກນິກກ່ຽວກັບການຊໍາລະ,ກົນໄກການໄລ່ລຽງແລະການຫັກບັນຊີລວມທັງມາດຕະຖານຂອງລະຫັດຄິວອາ; 7.ວາງຫຼັກການໃນການກໍານົດຄ່າບໍລິການຂອງຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 8.ກໍານົດນະໂຍບາຍ,ຫຼັກການແລະລະບຽບການກ່ຽວກັບການຊາລະລະຫວ່າງປະເທດ; 9.ຕິດຕາມກວດກາການເຄື່ອນໄຫວຂອງຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 10.ສ້າງ,ບໍາລຸງແລະຍົກລະດັບພະນັກງານ-ລັດຖະກອນເພື່ອຄຸ້ມຄອງວຽກງານລະບົບການຊໍາລະ; 11.ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງພາຍໃນແລະຕ່າງປະເທດໃນການກໍານົດທິດທາງ,ການວາງແຜນຈັດຕັ້ງປະຕິບັດແລະຕິດຕາມກວດກາການເຄື່ອນໄຫວຂອງລະບົບການຊໍາລະໃຫ້ມີປະສິດທິພາບ; 12.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານລະບົບການຊໍາລະຕໍ່ລັດຖະບານຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ2ການກວດກາວຽກງານລະບົບການຊໍາລະ

ມາດຕາ52ອົງການກວດກາວຽກງານລະບົບການຊໍາລະ ອົງການກວດກາວຽກງານລະບົບການຊໍາລະປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານລະບົບການຊໍາລະຕາມທີ່ໄດ້ກໍານົດໄວ້ໃນມາດຕາ50ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງປະກອບດ້ວຍສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດຖະບານ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.

ມາດຕາ53ການກວດກາທາງດ້ານວິຊາການ ທະນາຄານແຫ່ງສປປລາວແລະ/ຫຼືສາທາທະນາຄານແຫ່ງສປປລາວເປັນຜູ້ກວດກາຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ. ການກວດກາທາງດ້ານວິຊາການມີເນື້ອໃນດັ່ງນີ້: 1.ການຈັດຕັ້ງປະຕິບັດກົດໝາຍແລະລະບຽບກ່ຽວກັບການຄວບຄຸມລະບົບການຊໍາລະແລະ/ຫຼືການໃຫ້ບໍລິການຊໍາລະ; 2.ການຄວບຄຸມ,ການໃຫ້ບໍລິການ,ການນໍາໃຊ້ລະບົບການຊໍາລະແລະເຄື່ອງມືການຊໍາລະ; 3.ລະບຽບພາຍໃນກ່ຽວກັບການໃຫ້ບໍລິການເປັນຕົ້ນການເກບຄ່າທໍານຽມແລະຄ່າບໍລິການອື່ນໆຂອງຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 4.ສະຖານທີ່,ອຸປະກອນ,ເຄື່ອງຈັກ,ລະບົບປຶ້ມບັນທຶກບັນຊີຫຼືເອກະສານຕ່າງທກ່ຽວກັບບັນຊີຫຼືທຸລະກໍາຂອງຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ; 5.ສັນຍາກ່ຽວກັບການຈ້າງຜູ້ສະໜອງແລະຜູ້ໃຫ້ບໍລິການພາຍນອກ; 6.ການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາແນະນໍາກ່ຽວກັບວຽກງານລະບົບການຊໍາລະ.

ມາດຕາ54ຮູບການການກວດກາ ການກວດກາວຽກງານລະບົບການຊໍາລະມີສາມຮູບການດັ່ງນີ້: 1.ການກວດກາປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາທີ່ແນ່ນອນ; 2.ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຄວບຄຸມລະບົບການຊໍາລະຫຼືຜູ້ໃຫ້ບໍລິການຊໍາລະຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຄວບຄຸມລະບົບການຊໍາລະຫຼືຜູ້ໃຫ້ບໍລິການຊໍາລະຊາບລ່ວງໜ້າ.

ມາດຕາ55ການກວດກາວຽກງານການຊໍາລະກັບຕ່າງປະເທດ. ທະນາຄານແຫ່ງສປປລາວປະສານສົມທົບກັບອົງການທີ່ມີສິດອໍານາດທີ່ກ່ຽວຂ້ອງຂອງຕ່າງປະເທດດໍາເນີນການກວດກາດັ່ງນີ້: ບໍລິສັດໃນກຸ່ມ,ສາຂາແລະຫ້ອງການຜູ້ຕາງໜ້າຂອງຜູ້ຄວບຄຸມລະບົບການຊໍາລະແລະໃຫ້ບໍລິການຊໍາລະຂອງສປປລາວທີ່ເຄື່ອນໄຫວຢູ່ຕ່າງປະເທດ; 2.ບໍລິສັດຕ່າງປະເທດທີ່ມີບໍລິສັດໃນກຸ່ມ,ສາຂາຫຼືຫ້ອງການຜູ້ຕາງໜ້າທີ່ດໍາເນີນທຸລະກິດຊໍາລະຢູ່ສປປລາວ.

ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ56ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ57ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍແລະລະບຽບການກ່ຽວກັບວຽກງານລະບົບການຊໍາລະລວມທັງຂໍ້ຫ້າມທີ່ກໍານົດໄວ້ໃນກົດມາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໂຈະການເຄື່ອນໄຫວທຸລະກິດສ່ວນໃດສ່ວນໜຶ່ງຫຼືທັງໝົດໄວ້ຊົ່ວຄາວ,ຖອນໃບອະນຸຍາດການເປັນຜູ້ຄວບຄຸມລະບົບການຊໍາລະແລະຜູ້ໃຫ້ບໍລິການຊໍາລະ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ພາກທີ10ບົດບັນຍັດສຸດທ້າຍ

ມາດຕາ58ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ59ຜົນສັກສິດ ກົດໝາຍສະບັບນີ້ີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້