ກົດໝາຍວ່າດ້ວຍຢາແລະຜະລິດຕະພັນການແພດ 08-04-2000

From Wikisource
Jump to navigation Jump to search

.ຢາແລະຜະລິດຕະພັນການແພດ 08-04-2000


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ໜ້າທີ່ຂອງກົດໝາຍວ່າດ້ວຍຢາແລະຜະລິດຕະພັນການແພດ

ມາດຕາ 1 ໜ້າທີ່ຂອງກົດໝາຍວ່າດ້ວຍຢາແລະຜະລິດຕະພັນການ ແພດ ກົດໝາຍວ່າດ້ວຍຢາແລະຜະລິດຕະພັນການແພດກໍານົດຫຼັກ ການ,ລະບຽບການແລະມາດຕະການຕ່າງໆກ່ຽວກັບການຄຸ້ມຄອງການ ປູກ,ການລ້ຽງ,ການປົກປັກຮັກສາ,ການຂຸດຄົ້ນ,ການຜະລິດ,ການສົ່ງ ອອກ-ນໍາເຂົ້າ,ການຈໍາໜ່າຍ,ການຄອບຄອງແລະການນໍາໃຊ້ຢາແລະ ຜະລິດຕະພັນການແພດແນໃສ່ຮັບປະກັນໃຫ້ມີຢາແລະຜະລິດຕະພັນການ ແພດທີ່ມີຄຸນນະພາບ,ປອດໄພ,ລາຄາເໝາະສົມເພື່ອກັນພະຍາດແລະປິ່ນ ປົວປະຊາຊົນບັນດາເຜົ່າໃຫ້ມີສຸຂະພາບແຂງແຮງ.

...ມາດຕາ 2 ການເສີມຂະຫຍາຍທ່າແຮງຂອງຊັບພະຍາກອນທີ່ເປັນຢາ

ມາດຕາ 2 ການເສີມຂະຫຍາຍທ່າແຮງຂອງຊັບພະຍາກອນທີ່ເປັນຢາ ລັດສົ່ງເສີມການຂະຫຍາຍທ່າແຮງຂອງຊັບພະຍາກອນທີ່ ເປັນຢາດ້ວຍການປູກ,ລ້ຽງ,ປົກປັກຮັກສາ,ຂຸດຄົ້ນ,ເກັບຊື້,ຄົ້ນຄວ້າ,ປຸງ ແຕ່ງ,ຜະລິດເປັນຢາຫຼວງແລະຢາພື້ນເມືອງເພື່ອຮັບໃຊ້ພາຍໃນປະເທດ ,ທົດແທນການນໍາເຂົ້າແລະເພື່ອສົ່ງອອກ.

...ມາດຕາ 3 ການສົມທົບລະຫວ່າງຢາຫຼວງກັບຢາພື້ນເມືອງ

ມາດຕາ 3 ການສົມທົບລະຫວ່າງຢາຫຼວງກັບຢາພື້ນເມືອງ ລັດສົ່ງເສີມການຜະລິດແລະນໍາໃຊ້ຢາຫຼວງສົມທົບກັບຢາພື້ນ ເມືອງໃນວຽກງານກັນພະຍາດແລະປິ່ນປົວປະຊາຊົນບັນດາເຜົ່າໃຫ້ນັບມື້ ນັບກວ້າງຂວາງ.

...ມາດຕາ 4 ການສະໜອງຢາແລະຜະລິດຕະພັນການແພດ

ມາດຕາ 4 ການສະໜອງຢາແລະຜະລິດຕະພັນການແພດ ການສະໜອງຢາແລະຜະລິດຕະພັນການແພດຈະຕ້ອງຮັບປະ ກັນຄຸນນະພາບ,ຄວາມປອດໄພ,ທັນການແລະລາຄາເໝາະສົມເພື່ອຕອບ ສະໜອງຄວາມຕ້ອງການຂອງສັງຄົມ.

...ມາດຕາ 5 ການນໍາໃຊ້ຢາແລະຜະລິດຕະພັນການແພດ

ມາດຕາ 5 ການນໍາໃຊ້ຢາແລະຜະລິດຕະພັນການແພດ ການນໍາໃຊ້ຢາແລະຜະລິດຕະພັນການແພດຕ້ອງນໍາໃຊ້ຢ່າງ ສົມເຫດສົມຜົນ,ຖືກຕ້ອງຕາມຫຼັກການການແພດຫຼືຕາມຄໍາສັ່ງຂອງແພດ.

...ມາດຕາ 6 ການສົ່ງເສີມການລົງທຶນ

ມາດຕາ 6 ການສົ່ງເສີມການລົງທຶນ ລັດມີນະໂຍບາຍສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດນັບທັງ ພາຍໃນແລະຕ່າງປະເທດລົງທຶນໃສການຄົ້ນຄວ້າ,ການປູກ,ການລ້ຽງ, ການປົກປັກຮັກສາ,ການຜະລິດ,ການປຸງແຕ່ງ,ການສົ່ງອອກຢາແລະຜະ ລິດຕະພັນການແພດໃຫ້ມີຄຸນນະພາບຖືກຕ້ອງຕາມມາດຕະຖານ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດເປີດກວ້າງແລະສະໜັບສະໜູນໃຫ້ມີການຮ່ວມມືສາກົນ ດ້ານຢາແລະຜະລິດຕະພັນການແພດດ້ວຍການແລກປ່ຽນບົດຮຽນ,ການ ຝຶກອົບຮົມ,ການກໍ່ສ້າງ,ການຮ່ວມມື,ການຊ່ວຍເຫຼືອໃນຂົງເຂດການຢາ ແລະຜະລິດຕະພັນການແພດ.

..ພາກທີ 2 ຢາແລະຜະລິດຕະພັນການແພດການຈັດບັນຊີແລະປະເພດຢາແລະຜະລິດຕະພັນການແພດ


...ໝວດທີ 1 ຢາແລະຜະລິດຕະພັນການແພດ


....ມາດຕາ 8 ຢາ

ມາດຕາ 8 ຢາ ຢາແມ່ນວັດຖຸຢ່າງໜຶ່ງຫຼືວັດຖຸປະກອບຫຼາຍຢ່າງທີ່ອອກລິດ ແລະບໍ່ອອກລິດປະສົມເຂົ້າກັນທີ່ນໍາໃຊ້ສໍາລັບກັນພະຍາດແລະປິ່ນປົວ, ຊ່ວຍໃນການພິສູດແລະບົ່ງມະຕິພະຍາດ,ບັນເທົາອາການເຈັບປວດ,ດັດ ແກ້,ປັບປຸງ,ເຊີດຊູ,ບໍາລຸງ,ຮັກສາຫຼືປ່ຽນແປງໜ້າທີ່ການຂອງຮ່າງກາຍ ,ຟື້ນຟູສຸຂະພາບກາຍແລະຈິດຂອງຄົນ.

....ມາດຕາ 9 ຢາຫຼວງ

ມາດຕາ 9 ຢາຫຼວງ ຢາຫຼວງແມ່ນຜະລິດຕະພັນຢາທີ່ໄດ້ຜ່ານການປຸງແຕ່ງສໍາ ເລັດຮູບຕາມສຸດຕໍາລາແລະກໍາມະວິທີວິທະຍາສາດທີ່ແນ່ນອນຊຶ່ງມີການ ຫຸ້ມຫໍ່ແລະຕິດສະຫຼາກໃນນັ້ນສ່ວນປະກອບທີ່ອອກສິດໄດ້ຖືກດັດແປງໃຫ້ ເໝາະສົມກັບການນໍາໃຊ້ສໍາລັບຄົນ.

....ມາດຕາ 10 ຢາພື້ນເມືອງ

ມາດຕາ 10 ຢາພື້ນເມືອງ ຢາພື້ນເມືອງແມ່ນຢາທີ່ມາຈາກພືດ,ຕົ້ນໄມ້,ແຮ່ທາດ,ສັດທີ່ ໄດ້ຜ່ານການປຸງແຕ່ງ,ການຫຸ້ມຫໍ່ແລະຕິດສະຫຼາກໃນນັ້ນລັກສະນະແລະ ຄວາມແຮງຂອງການອອກລິດຍັງບໍ່ທັນໄດ້ຮັບການພິສູດດ້ວຍວິທະຍາ ສາດປະຈຸບັນແຕ່ຕ້ອງຖືກຮັບຮູ້ຈາກກະຊວງສາທາລະນະສຸກ. ຂະແໜງສາທາລະນະສຸກຕ້ອງຈັດຕັ້ງການສໍາຫຼວດແລະຂຶ້ນ ບັນຊີບັນດາຕົ້ນໄມ້,ພືດ,ແຮ່ທາດແລະສັດທີ່ເປັນຢາພື້ນເມືອງເພື່ອຄຸ້ມ ຄອງ.

....ມາດຕາ 11 ຢາປອມ

ມາດຕາ 11 ຢາປອມ ຢາປອມແມ່ນຢາຫຼວງຫຼືຢາພື້ນເມືອງໃດໜຶ່ງທີ່ມີການປອມ ແປງ,ລອກແບບຫຼືຮຽນແບບຈາກຜະລິດຕະພັນຢາທີ່ໄດ້ຜະລິດ,ຈໍາໜ່າຍ ແລະໄດ້ຂຶ້ນທະບຽນຢ່າງຖືກຕ້ອງແລ້ວ.

....ມາດຕາ 12 ຢາຕົກມາດຕະຖານ

ມາດຕາ 12 ຢາຕົກມາດຕະຖານ ຢາຕົກມາດຕະຖານແມ່ນຢາຫຼວງຫຼືຢາພື້ນເມືອງໃດໜຶ່ງຊຶ່ງ ສ່ວນປະກອບບໍ່ກົງກັບສູດຕໍາລາຂອງຢາທີ່ໄດ້ຂຶ້ນທະບຽນແລ້ວນັ້ນ.

....ມາດຕາ 13 ຢາເສຍຄຸນນະພາບ

ມາດຕາ 13 ຢາເສຍຄຸນນະພາບ ຢາເສຍຄຸນນະພາບແມ່ນຢາຫຼວງຫຼືຢາພື້ນເມືອງທີ່ເສື່ອມຄຸນ ນະພາບຍ້ອນໝົດອາຍຸການນໍາໃຊ້ຫຼືຍ້ອນການກະທົບອື່ນໆ.

....ມາດຕາ 14 ຢາໃໝ່

ມາດຕາ 14 ຢາໃໝ່ ຢາໃໝ່ແມ່ນຢາຫຼວງຫຼືຢາພື້ນເມືອງໃດໜຶ່ງຊຶ່ງການນໍາໃຊ້ ໄດ້ຮັບຜົນແຕ່ຄຸນລັກສະນະຍັງບໍ່ທັນໄດ້ມີການກໍານົດອອກຢ່າງຄົບຖ້ວນ ແລະລະບຸໄວ້ໃນເອກະສານການແພດສາກົນຫຼືບໍ່ທັນໄດ້ຂຶ້ນທະບຽນຢູ່ໃນ ປະເທດຕົ້ນກໍາເນີດຫຼືໄດ້ຂຶ້ນທະບຽນແລ້ວແຕ່ອາຍຸຕໍ່າກວ່າຫ້າປີຫຼືແຕກ ຕ່າງທາງດ້ານສູດຕໍາລາ,ແບບວິທີນໍາໃຊ້,ຮູບແບບແລະການຫຸ້ມຫໍ່ຈາກ ຢາທີ່ໄດ້ຂຶ້ນທະບຽນແລ້ວ.

....ມາດຕາ 15 ຜະລິດຕະພັນການແພດ

ມາດຕາ 15 ຜະລິດຕະພັນການແພດ ຜະລິດຕະພັນການແພດແມ່ນວັດຖຸຫຼືທາດໃດໜຶ່ງທີ່ມີການນໍາ ໃຊ້ເຂົ້າໃນວົງການແພດລວມທັງຜະລິດຕະພັນໃດໜຶ່ງທີ່ນໍາໃຊ້ທົ່ວໄປໃນ ສັງຄົມຊຶ່ງສາມາດເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຊັ່ນອາຫານເສີມ ການແພດ,ເຄື່ອງສໍາອາງແລະອື່ນໆ.

....ມາດຕາ 16 ເພສັດຊະກອນ

ມາດຕາ 16 ເພສັດຊະກອນ ເພສັດຊະກອນໝາຍເຖິງບຸກຄົນທີ່ໄດ້ສໍາເລັດການສຶກສາ ດ້ານວິຊາການຢາຢູ່ມະຫາວິທະຍາໄລແລະມີປະກາດສະນີຍະບັດຊັ້ນປະ ລິນຍາຕີຂຶ້ນໄປ.

...ໝວດທີ 2 ການຈັດບັນຊີແລະປະເພດຢາແລະຜະລິດຕະພັນການແພດ


....ມາດຕາ 17 ບັນຊີຢາແລະຜະລິດຕະພັນການແພດ

ມາດຕາ 17 ບັນຊີຢາແລະຜະລິດຕະພັນການແພດ ບັນຊີຢາແລະບັນຊີຜະລິດຕະພັນການແພດແມ່ນລາຍການຢາ ແລະລາຍການຜະລິດຕະພັນການແພດທີ່ອະນຸຍາດໃຫ້ຂາຍແລະນໍາໃຊ້ຢູ່ ສປປລາວແລະບັນຊີຢາແລະຜະລິດຕະພັນການແພດທີ່ຫ້າມໃຊ້ໃນສປປ ລາວ.

....ມາດຕາ 18 ການຈັດປະເພດຢາ

ມາດຕາ 18 ການຈັດປະເພດຢາ ຢູ່ ສປປລາວ ຢາໄດ້ຖືກຈັດເປັນປະເພດໂດຍອີງຕາມຈຸດປະ ສົງຂອງການນໍາໃຊ້ທາງດ້ານການແພດຄື: 1. ຢາຂາຍຊຶ່ງຕ້ອງມີໃບສັ່ງຂອງແພດ; 2. ຢາຂາຍຕາມການຄວບຄຸມຂອງເພສັດຊະກອນ; 3. ຢາທີ່ສາມາດຂາຍທົ່ວໄປໂດຍບໍ່ຈໍາເປັນຕ້ອງມີໃບສັ່ງ ຂອງແພດ; 4. ຢາເບື່ອ.

ປະເພດຢາເບື່ອປະກອບດ້ວຍ: ກ. ຢາເບື່ອ; ຂ. ຢາເສບຕິດທີ່ນໍາໃຊ້ສະເພາະເຂົ້າໃນການປິ່ນປົວຕາມລະ ບຽບການຄຸ້ມຄອງຢາເສບຕິດ; ຄ. ຢາອັນຕະລາຍ. ຢາເບື່ອທຸກຊະນິດທີ່ມີຈຸດປະສົງເພື່ອປິ່ນປົວຕາມບັນຊີທີ່ກະ ຊວງສາທາລະນະສຸກວາງອອກນັ້ນຕ້ອງນໍາໃຊ້ແລະຂາຍຕາມຄໍາສັ່ງຂອງ ແພດ.

..ພາກທີ 3 ການຄຸ້ມຄອງທຸລະກິດຢາແລະຜະລິດຕະພັນການແພດ


...ໝວດທີ 1 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ


....ມາດຕາ 19 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ

ມາດຕາ 19 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງໃດໜຶ່ງທີ່ມີຈຸດປະສົງຢາກດໍາເນີນທຸລະ ກິດການປູກ,ການລ້ຽງ,ການຂຸດຄົ້ນ,ການຜະລິດ,ການຈໍາໜ່າຍ,ການ ຂາຍ,ການສົ່ງອອກ,ການນໍາເຂົ້າຢາແລະຜະລິດຕະພັນການແພດຕ້ອງ ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍທຸລະກິດ.

....ມາດຕາ 20 ການຈົດທະບຽນຢາແລະຜະລິດຕະພັນການແພດ

ມາດຕາ 20 ການຈົດທະບຽນຢາແລະຜະລິດຕະພັນການແພດ ຢາແລະຜະລິດຕະພັນການແພດທີ່ຈະຈໍາໜ່າຍຢູ່ ສປປລາວ ຕ້ອງໄດ້ຈົດທະບຽນຢູ່ກະຊວງສາທາລະນະສຸກແລະຕິດສະແຕມຢູ່ຂະ ແໜງສາທາລະນະສຸກເສຍກ່ອນ. ກ່ອນການອະນຸມັດການຈົດທະບຽນນັ້ນກະຊວງສາທາລະນະ ສຸກຕ້ອງໄດ້ກວດກາ,ວິເຄາະວິໄຈຢາແລະຜະລິດຕະພັນການແພດເພື່ອ ໃຫ້ຖືກຕ້ອງຕາມມາດຕະຖານຈຶ່ງສາມາດຈົດທະບຽນໄດ້.

....ມາດຕາ 21 ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດຢາແລະຜະລິດຕະພັນການແພດ

ມາດຕາ 21 ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດຢາແລະ ຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງໃດທີ່ຈະດໍາເນີນທຸລະກິດການຜະລິດຢາ ແລະບາງຊະນິດຜະລິດຕະພັນການແພດນອກຈາກທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍທຸລະກິດແລ້ວໂຮງງານຕ້ອງມີເງື່ອນໄຂເພີ່ມເຕີມດັ່ງຕໍ່ໄປ ນີ້: 1. ມີເພສັດຊະກອນທີ່ມີປະສົບການຢ່າງໜ້ອຍຫ້າປີ. 2. ມີສິ່ງອໍານວຍຄວາມສະດວກທີ່ຈໍາເປັນເພື່ອຮັບປະກັນ ມາດຕະຖານການຜະລິດຢາທີ່ດີເຊັ່ນມີຫ້ອງວິໄຈ,ມີຫ້ອງຜະລິດ,ມີສາງ ທີ່ໄດ້ມາດຕະຖານຊຶ່ງຂະແໜງການທີ່ກ່ຽວຂ້ອງວາງອອກ; 3. ມີມາດຕະການປົກປັກຮັກສາຄວາມປອດໄພແລະສິ່ງແວດ ລ້ອມ.

....ມາດຕາ 22 ການຜະລິດຢາແລະຜະລິດຕະພັນການແພດ

ມາດຕາ 22 ການຜະລິດຢາແລະຜະລິດຕະພັນການແພດ ກ່ອນຈະຜະລິດຢາຫຼືຜະລິດຕະພັນການແພດວິສາຫະກິດຕ້ອງ ເຮັດຄໍາຮ້ອງຂໍອະນຸຍາດຜະລິດທົດລອງຊຶ່ງກໍານົດລາຍການຢາແລະຜະ ລິດຕະພັນການແພດພ້ອມທັງສູດຕໍາລາແລະຂັ້ນຕອນການຜະລິດຕໍ່ກະ ຊວງສາທາລະນະສຸກ.

....ມາດຕາ 23 ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ

ມາດຕາ 23 ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງໃດມີຈຸດປະສົງໃນການສົ່ງອອກແລະນໍາ ເຂົ້າຢາແລະຜະລິດຕະພັນການແພດນອກຈາກເງື່ອນໄຂທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍທຸລະກິດແລະທີ່ໄດ້ກໍານົດໄວ້ໃນມາດຕາ 19,20 ຂອງກົດໝາຍສະບັບນີ້ແລ້ວຍັງຕ້ອງມີເງື່ອນໄຂສະເພາະດັ່ງນີ້: 1. ມີເພສັດຊະກອນສໍາລັບການນໍາເຂົ້າຢາແລະຜະລິດຕະພັນ ການແພດຕ້ອງມີເພສັດຊະກອນທີ່ເປັນຄົນສັນຊາດລາວ; 2. ມີເງື່ອນໄຂແລະສິ່ງອໍານວຍຄວາມສະດວກທີ່ຈໍາເປັນ ເພື່ອເກັບຮັກສາແລະຂົນສົ່ງຢາແລະຜະລິດຕະພັນການແພດໃຫ້ຢູ່ໃນສະ ພາຍທີ່ດີ. ຢາແລະຜະລິດຕະພັນການແພດທີ່ຈະນໍາເຂົ້າມາຈໍາໜ່າຍຢູ່ ສປປລາວຕ້ອງໄດ້ຈົດທະບຽນຢູ່ກະຊວງສາທາລະນະສຸກເສຍກ່ອນ. ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ ຕ້ອງໄດ້ຮັບການກວດກາຈາກຂະແໜງສາທາລະນະສຸກເສຍກ່ອນ.

....ມາດຕາ 24 ການຮັບເອົາການຊ່ວຍເຫຼືອຢາແລະຜະລິດຕະພັນການແພດ

ມາດຕາ 24 ການຮັບເອົາການຊ່ວຍເຫຼືອຢາແລະຜະລິດຕະພັນການແພດ ຢາແລະຜະລິດຕະພັນການແພດທີ່ໄດ້ຮັບການຊ່ວຍເຫຼືອຈາກ ຕ່າງປະເທດຈະສາມາດນໍາເຂົ້າມາໃນສປປລາວໄດ້ກໍ່ຕໍ່ເມື່ອຄຸນນະພາບ ຫາກຮັບປະກັນແລະໄດ້ແຈ້ງໃຫ້ຮູ້ລ່ວງໜ້າກ່ຽວກັບຈຸດປະສົງແລະໄດ້ຮັບ ການອະນຸມັດຈາກກະຊວງສາທາລະນະສຸກແລ້ວ.

....ມາດຕາ 25 ການຂາຍຍົກແລະຜະລິດຕະພັນການແພດ

ມາດຕາ 25 ການຂາຍຍົກແລະຜະລິດຕະພັນການແພດ ການຂາຍຍົກຢາແລະຜະລິດຕະພັນການແພດຈະດໍາເນີນໄດ້ ສະເພາະແຕ່ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ເທົ່ານັ້ນເປັນຕົ້ນໂຮງງານຜະລິດຢາແລະຜະລິດຕະພັນການແພດ,ຕົວ ແທນຈໍາໜ່າຍຂອງໂຮງງານ,ບໍລິສັດສົ່ງອອກ-ນໍາເຂົ້າພ້ອມດ້ວຍສາຂາ.

....ມາດຕາ 26 ການຂາຍຍ່ອຍຢາແລະຜະລິດຕະພັນການແພດ

ມາດຕາ 26 ການຂາຍຍ່ອຍຢາແລະຜະລິດຕະພັນການແພດ ການຂາຍຍ່ອຍຢາແລະຜະລິດຕະພັນການແພດຈະດໍາເນີນ ໄດ້ສະເພາະແຕ່ຮ້ານຂາຍຢາທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ເທົ່ານັ້ນ.

....ມາດຕາ 27 ເງື່ອນໄຂຂອງການດໍາເນີນທຸລະກິດຂາຍຍົກຢາແລະຜະລິດຕະພັນການແພດ

ມາດຕາ 27 ເງື່ອນໄຂຂອງການດໍາເນີນທຸລະກິດຂາຍຍົກຢາແລະຜະ ລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງໃດຈະສາມາດດໍາເນີນທຸລະກິດຂາຍຍົກ ຢາແລະຜະລິດຕະພັນການແພດໄດ້ຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້: 1. ເປັນຫຼືມີເພສັດຊະກອນ; 2. ບໍ່ເຄີຍຕ້ອງໂທດກ່ຽວກັບຢາຫຼືຢາເສບຕິດ; 3. ມີຈັນຍາບັນການແພດແລະທຸລະກິດ; 4. ມີສຸຂະພາບດີ,ບໍ່ເປັນໂລກຈິດຫຼືພະຍາດຕິດແປດ. ພ້ອມກັນນັ້ນກໍ່ຕ້ອງມີສິ່ງອໍານວຍຄວາມສະດວກທີ່ຈໍາເປັນ ເພື່ອຮັບປະກັນຄຸນນະພາບຢາແລະຜະລິດຕະພັນການແພດເຊັ່ນສາງເກັບ ມ້ຽນທີ່ໄດ້ມາດຕະຖານ.

....ມາດຕາ 28 ເງື່ອນໄຂຂອງການດໍາເນີນທຸລະກິດຂາຍຍ່ອຍຢາແລະຜະລິດຕະພັນການແພດ

ມາດຕາ 28 ເງື່ອນໄຂຂອງການດໍາເນີນທຸລະກິດຂາຍຍ່ອຍຢາແລະ ຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງໃດໜຶ່ງຈະສາມາດດໍາເນີນທຸລະກິດຂາຍ ຍ່ອຍຢາແລະຜະລິດຕະພັນການແພດໄດ້ຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້: 1. ເປັນຫຼືມີເພສັດຊະກອນຫຼືມີປະກາດສະນີຍະບັດການຢາຫຼື ເປັນແພດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ; 2. ເປັນຄົນສັນຊາດລາວຫຼືຄົນຕ່າງດ້າວຫຼືຄົນບໍ່ມີສັນຊາດທີ່ ມີພູມລໍາເນົາຕັ້ງຢູ່ ສປປລາວຖາວອນບໍ່ຕໍ່າກວ່າຫ້າປີ; 3. ມີຈັນຍາບັນການແພດແລະທຸລະກິດ; 4. ບໍ່ເຄີຍຕ້ອງໂທດກ່ຽວກັບຢາຫຼືຢາເສບຕິດ; 5. ມີສຸຂະພາບດີ,ບໍ່ເປັນໂລກຈິດຫຼືພະຍາດຕິດແປດ. ການຂາຍຍ່ອຍຢາແລະຜະລິດຕະພັນການແພດຕ້ອງມີເພສັດ ຊະກອນຫຼືຜູ້ທີ່ມີໃບປະກາດສະນີຍະບັດການຢາຫຼືເປັນແພດທີ່ໄດ້ຮັບອະນຸ ຍາດເປັນຜູ້ຂາຍແລະຄວບຄຸບການຂາຍ.

....ມາດຕາ 29 ການມີຢາໄວ້ໃນຄອບຄອງ

ມາດຕາ 29 ການມີຢາໄວ້ໃນຄອບຄອງ ການມີຢາໄວ້ໃນຄອບຄອງຈະປະຕິບັດໄດ້ໃນກໍລະນີດັ່ງຕໍ່ໄປ ນີ້: 1. ຢາສໍາລັບແພດປິ່ນປົວ,ທັນຕະແພດຫຼືແພດຜະດຸງຄັນທີ່ໄດ້ ຮັບອະນຸຍາດເພື່ອນໍາໃຊ້ໃນການປິ່ນປົວ; 2. ຢາທີ່ໄດ້ຮັບອະນຸຍາດເພື່ອນໍາໃຊ້ສ່ວນຕົວສໍາລັບຄົນ ເຈັບ; 3. ຢາເພື່ອຈຸດປະສົງນໍາໃຊ້ສ່ວນຕົວໃນເວລາເດີນທາງ; 4. ຢາພື້ນເມືອງທີ່ບໍ່ເສບຕິດ; 5. ຢາທີ່ໄດ້ກໍານົດໄວ້ໃນຂໍ້3ມາດຕາ18ຂອງກົດໝາຍສະ ບັບນີ້ເພື່ອນໍາໃຊ້ໃນຄອບຄົວ.

...ໝວດທີ 2 ການໂຄສະນາຢາແລະຜະລິດຕະພັນການແພດ


....ມາດຕາ 30 ການໂຄສະນາ

ມາດຕາ 30 ການໂຄສະນາ ການໂຄສະນາຢາແລະຜະລິດຕະພັນການແພດຈະດໍາເນີນໄດ້ ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກຂະແໜງສາທາລະນະສຸກແລ້ວເທົ່ານັ້ນ.

....ມາດຕາ 31 ຄວາມສອດຄ່ອງຂອງການໂຄສະນາ

ມາດຕາ 31 ຄວາມສອດຄ່ອງຂອງການໂຄສະນາ ການໂຄສະນາຕ້ອງສອດຄ່ອງກັບຄຸນນະພາບຂອງຢາແລະຜະ ລິດຕະພັນການແພດແລະສອດຄ່ອງກັບເນື້ອໃນແລະຮູບການທີ່ໄດ້ຮັບ ການອະນຸຍາດຈາກຂະແໜງສາທາລະນະສຸກແລ້ວ.

...ໝວດທີ 3 ການຄຸ້ມຄອງລາຄາຢາແລະຜະລິດຕະພັນການແພດ


....ມາດຕາ 32 ການວາງລາຄາ

ມາດຕາ 32 ການວາງລາຄາ ການວາງລາຄາຢາແລະຜະລິດຕະພັນການແພດຕ້ອງໃຫ້ສົມ ເຫດສົມຜົນຕາມການຊີ້ນໍາຂອງຂະແໜງສາທາລະນະສຸກແລະອົງການ ຂອງລັດທີ່ກ່ຽວຂ້ອງເພື່ອໃຫ້ທຸກຄົນໃນສັງຄົມສາມາດນໍາໃຊ້ຢາແລະຜະ ລິດຕະພັນການແພດໃນການກັນພະຍາດແລະການປິ່ນປົວ.

....ມາດຕາ 33 ການຄວບຄຸມລາຄາ

ມາດຕາ 33 ການຄວບຄຸມລາຄາ ຂະແໜງສາທາລະນະສຸກແລະອົງການຂອງລັດທີ່ກ່ຽວຂ້ອງ ມີໜ້າທີ່ຄວບຄຸມລາຄາຢາແລະຜະລິດຕະພັນການແພດເພື່ອໃຫ້ລາຄາຢູ່ ໃນສະພາບທີ່ເໝາະສົມ. ຜູ້ຂາຍຍ່ອຍຢາແລະຜະລິດຕະພັນການແພດຕ້ອງຕິດລາຄາ ແລະປະຕິບັດຕາມລາຄາທີ່ໄດ້ຊີ້ນໍາຢ່າງຂັ້ມງວດ.

..ພາກທີ 4 ການຄົ້ນຄວ້າທົດລອງທາງດ້ານຄຼີນິກ


...ມາດຕາ 34 ການຄົ້ນຄວ້າທົດລອງທາງດ້ານຄີຼນິກ

ມາດຕາ 34 ການຄົ້ນຄວ້າທົດລອງທາງດ້ານຄີຼນິກ ການຄົ້ນຄວ້າທົດລອງທາງດ້ານຄຼີນິກຢາຫຼືຜະລິດຕະພັນການ ແພດແມ່ນການທົດລອງນໍາໃຊ້ຢາແລະຜະລິດຕະພັນການແພດໃສ່ຄົນ ເພື່ອພິສູດກ່ຽວກັບປະສິດທິພາບແລະຄວາມປອດໄພສໍາລັບຜູ້ຊົມໃຊ້. ການຄົ້ນຄວ້າທົດລອງທາງດ້ານຄຼີນິກຢາຫຼືຜະລິດຕະພັນການ ແພດຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບອະນຸຍາດຈາກກະຊວງສາທາລະ ນະສຸກເທົ່ານັ້ນ.

...ມາດຕາ 35 ການລາຍງານຜົນການຄົ້ນຄວ້າທົດລອງ

ມາດຕາ 35 ການລາຍງານຜົນການຄົ້ນຄວ້າທົດລອງ ຜົນຂອງການຄົ້ນຄວ້າທົດລອງທາງດ້ານຄຼີນິກໃດໜຶ່ງຢູ່ສປປ ລາວຕ້ອງໄດ້ລາຍງານໃຫ້ກະຊວງສາທາລະນະສຸກຊາບ. ໃນກໍລະນີທີ່ມີຜົນສະທ້ອນທີ່ເປັນອັນຕະລາຍຕໍ່ສຸຂະພາບຕ້ອງ ລາຍງານໃຫ້ກະຊວງສາທາລະນະສຸກຊາບໃນທັນໃດເພື່ອດັດແປງຫຼືຍົກ ເລີກການທົດລອງຢ່າງທັນການ.

..ພາກທີ 5 ສູນຂໍ້ມູນກ່ຽວກັບພິດເບື່ອແລະຜົນສະທ້ອນຂອງຢາ


...ມາດຕາ 36 ສູນຂໍ້ມູນກ່ຽວກັບພິດເບື່ອ

ມາດຕາ 36 ສູນຂໍ້ມູນກ່ຽວກັບພິດເບື່ອ ສູນຂໍ້ມູນກ່ຽວກັບພິດເບື່ອຂອງກະຊວງສາທາລະນະສຸກມີໜ້າ ທີ່ຄົ້ນຄວ້າ,ສະໜອງຂໍ້ມູນຂ່າວສານ,ເຜີຍແຜ່ແລະໃຫ້ຄໍາແນະນໍາກ່ຽວ ກັບມາດຕະການກັນແລະແກ້ໄຂກໍລະນີເບື່ອພິດຈາກຢາ,ສານເຄມີແລະ ວັດຖຸອື່ນໆໃຫ້ແກ່ນັກວິຊາການສາທາລະນະສຸກແລະບັນດາອົງການຈັດ ຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

...ມາດຕາ 37 ການເກັບກໍາກ່ຽກກັບຜົນສະທ້ອນຂອງຢາແລະຜະລິດຕະພັນການແພດ

ມາດຕາ 37 ການເກັບກໍາກ່ຽກກັບຜົນສະທ້ອນຂອງຢາແລະຜະລິດ ຕະພັນການແພດ ສູນຂໍ້ມູນກ່ຽວກັບພິດເບື່ອນອກຈາກໜ້າທີ່ທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ຂ້າງເທິງນີ້ແລ້ວຍັງມີໜ້າທີ່ເກັບກໍາ,ປະເມີນຜົນແລະເຜີຍ ແຜ່ຂໍ້ມູນຂ່າວສານໃຫ້ການຈັດຕັ້ງແລະປະຊາຊົນບັນດາເຜົ່າຊາບກ່ຽວ ກັບຜົນສະທ້ອນຂອງຢາແລະຜະລິດຕະພັນການແພດທີ່ໄດ້ຂຶ້ນທະບຽນ ແລ້ວ.

..ພາກທີ 6 ການຄຸ້ມຄອງແລະການກວດກາຢາແລະຜະລິດຕະພັນການແພດ


...ມາດຕາ 38 ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດ

ມາດຕາ 38 ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການ ແພດ ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການ ແພດປະກອບດ້ວຍ: 1. ຄະນະກໍາມະການຄຸ້ມຄອງອາຫານແລະຢາ; 2. ກະຊວງສາທາລະນະສຸກ; 3. ພະແນກສາທາລະນະສຸກແຂວງ,ກໍາແພງນະຄອນ,ເຂດພິ ເສດ; 4. ຫ້ອງການສາທາລະນະສຸກເມືອງ. ພ້ອມກັນນັ້ນຕ້ອງສ້າງຕັ້ງຄະນະກໍາມະການເຕັກນິກດ້ານຢາ ແລະສະພາເພສັດຊະກໍາຂຶ້ນເພື່ອຊ່ວຍໃນການຄຸ້ມຄອງຢາແລະຜະລິດຕະ ພັນການແພດ,ຄຸ້ມຄອງການເຄື່ອນໄຫວດ້ານວິຊາຊີບເພສັດຊະກໍາລວມ ທັງການແນະນໍາແລະໃຫ້ການປຶກສາກ

...ມາດຕາ 39 ສິດແລະໜ້າທີ່ຕົ້ນຕໍຂອງອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດ

ມາດຕາ 39 ສິດແລະໜ້າທີ່ຕົ້ນຕໍຂອງອົງການຄຸ້ມຄອງແລະກວດກາ ຢາແລະຜະລິດຕະພັນການແພດ ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການ ແພດມີສິດແລະໜ້າທີ່ຕົ້ນຕໍໃນການຄຸ້ມຄອງແລະກວດກາຢາແລະຜະ ລິດຕະພັນການແພດທີ່ຊື້-ຂາຍເພື່ອໃຫ້ມີຄວາມປອດໄພ,ມີຄຸນນະພາບ ໄດ້ມາດຕະຖານ,ຮັບປະກັນໃຫ້ກົດໝາຍແລະລະບຽບການຕ່າງໆກ່ຽວ ກັບຢາແລະຜະລິດຕະພັນການແພດໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຖືກຕ້ອງແລະເຂັ້ມງວດ.

...ມາດຕາ 40 ການກວດກາຢາແລະຜະລິດຕະພັນການແພດ

ມາດຕາ 40 ການກວດກາຢາແລະຜະລິດຕະພັນການແພດ ການກວດກາຢາແລະຜະລິດຕະພັນການແພດແມ່ນການຕິດ ຕາມກວດກາການເຄື່ອນໄຫວກ່ຽວກັບການປູກ,ການລ້ຽງ,ການປັກປັກ ຮັກສາ,ການຂຸດຄົ້ນ,ການເກັບຊື້,ການຜະລິດ,ການຈໍາໜ່າຍ,ການສົ່ງ ອອກ,ການນໍາເຂົ້າ,ການຂາຍຍົກ,ການຂາຍຍ່ອຍ,ການມີໄວ້ໃນຄອບ ຄອງແລະການນໍາໃຊ້ຢາແລະຜະລິດຕະພັນການແພດໃນສປປລາວໃຫ້ ຖືກຕ້ອງຕາມລະບຽບກົດໝາຍ,ຈັນຍາທໍາແລະຄວາມຍຸຕິທໍາເພື່ອຫໃຫ້ ຢາແລະຜະລິດຕະພັນການແພດມີຄຸນນະພາບ,ຮັບປະກັນຄວາມປອດໄພ ແລະຂາຍຕາມລາຄາທີ່ຊີ້ນໍາລວມທັງເຮັດໃຫ້ການນໍາໃຊ້ຢາແລະຜະລິດ ຕະພັນການແພດດໍາເນີນໄປຢ່າງສົມເຫດສົມຜົນ.

...ມາດຕາ 41 ປະເພດການກວດກາຢາແລະຜະລິດຕະພັນການແພດ

ມາດຕາ 41 ປະເພດການກວດກາຢາແລະຜະລິດຕະພັນການແພດ ການກວດກາຢາແລະຜະລິດຕະພັນການແພດມີສາມປະເພດ ດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ທີ່ຈະ ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາຢາແລະຜະລິດຕະພັນການ ແພດເຈົ້າໜ້າທີ່ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດ ໝາຍຢ່າງເຂັ້ມງວດ.

..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 42 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ມາດຕາ 42 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ບຸກຄົນຫຼືການຈັດຕັ້ງໃດທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະປະຕິບັດນະໂຍບາຍຕ່າງໆ ຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ.

...ມາດຕາ 43 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 43 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງໃດທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ສຶກສາອົບຮົມ,ປັບໃໝຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼື ໜັກ.

..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 44 ການຈັດຕັ້ງປະຕິບັດ

ມາດຕາ 44 ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

...ມາດຕາ 45 ຜົນສັກສິດ

ມາດຕາ 45 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ມື້ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ.

ວຽງຈັນ,ວັນທີ 08 ເມສາ 2000 ປະທານສະພາແຫ່ງຊາດ ສະໝານ ວິຍະເກດ