ກົດໝາຍວ່າດ້ວຍຢາເສບຕິດ 25-12-2007

From Wikisource
Jump to navigation Jump to search

.ຢາເສບຕິດ 25-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍຢາເສບຕິດສະບັບນີ້ກໍານົດຫຼັກການ,ລະບຽບ ການແລະມາດຕະການກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບ ຕິດແນໃສ່ເຮັດໃຫ້ສັງຄົມລາວປອດຈາກຢາເສບຕິດເກືອດຫ້າມ,ປະຊາຊົນ ລາວບັນດາເຜົ່າມີສຸຂະພາບເຂັ້ມແຂງສາມາດປະກອບສ່ວນເປັນກໍາລັງ ແຮງເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

...ມາດຕາ 2 ຢາເສບຕິດ

ມາດຕາ 2 ຢາເສບຕິດ ຢາເສບຕິດແມ່ນສານກະຕຸ້ນຫຼືລະງັບລະບົບປະສາດທີ່ໄດ້ມາ ຈາກພືດທີ່ໃຫ້ສານເສບຕິດຫຼືຈາກການສັງເຄາະເຄມີ,ເມື່ອເສຍແລ້ວຈະມີ ຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ,ຈິດປະສາດແລະຈະມີຄວາມຕ້ອງການ ເສບເພີ່ມຂຶ້ນເລື້ອຍໆ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ເຄມີຕົ້ນໝາຍເຖິງສານເຄມີທີ່ນໍາໃຊ້ເພື່ອຜະລິດຢາເສບ ຕິດ; 2. ອະນຸພັນຂອງຢາເສບຕິດໝາຍເຖິງສາຍພັນຂອງຢາເສບ ຕິດຊະນິດນັ້ນ; 3. ນໍ້າໜັກສຸດທິໝາຍເຖິງນໍ້າໜັກສານບໍລິສຸດຂອງຢາເສບ ຕິດລວມທັງນໍ້າໜັກຂອງສ່ວນປະສົມເຈືອປົນທີ່ບໍ່ແມ່ນສິ່ງເສບຕິດ; 4. ນໍ້າໜັກສານບໍລິສຸດໝາຍເຖິງປະລິມານຄວາມເຂັ້ມຂຸ້ນ ຂອງຢາເສບຕິດຫຼືນໍ້າໜັກຂອງສານເສບຕິດອອກລິດຕໍ່ຈິດ-ປະສາດພຽງ ຢ່າງດຽວໂດຍບໍ່ນັບເອົາສິ່ງປະສົມເຈືອປົນອື່ນໆເຂົ້ານໍາ; 5. ການວິໄຈຄຸນນະພາບຂອງຢາເສບຕິດໝາຍເຖິງການວິ ໄຈຂອງຫາຊະນິດຂອງຢາເສບຕິດ; 6. ການວິໄຈປະລິມານຂອງຢາເສບຕິດຊະນິດໃດໜຶ່ງໝາຍ ເຖິງການວິໄຈຊອກຫາປະລິມານຄວາມເຂັ້ມຂຸ້ນຂອງຢາເສບຕິດຫຼືຊອກ ຫາປະລິມານຂອງສານບໍລິສຸດຂອງຢາເສບຕິດຊະນິດນັ້ນ; 7. ການຄວບຄຸມຢາເສບຕິດໝາຍເຖິງການຄຸ້ມຄອງ,ການ ຈໍາກັດການຜະລິດ,ການປຸງແຕ່ງ,ການຄົ້ນຄວ້າວິທະຍາສາດ,ການນໍາ ເຂົ້າ,ການສົ່ງອອກ,ການນໍາຜ່ານແລະການນໍາໃຊ້ສານເສບຕິດ; 8. ການສະກັດກັ້ນຢາເສບຕິດໝາຍເຖິງການປ້ອງກັນບໍ່ໃຫ້ ຢາເສບຕິດມີຢູ່ ສປປລາວ ດ້ວຍວິທີການຕ່າງໆ; 9. ການຕ້ານຢາເສບຕິດໝາຍເຖິງການປາບປາມຢາເສບ ຕິດເກືອດຫ້າມລວມທັງການແກ້ໄຂຜົນຮ້າຍຂາກຢາເສບຕິດ; 10. ພືດທີ່ໃຫ້ຢາເສບຕິດໝາຍເຖິງຕົ້ນຝິ່ນ,ຕົ້ນກັນຊາ,ຕົ້ນ ໂກກາແລະຕົ້ນອື່ນໆທີ່ໃຫ້ສານເສບຕິດ; 11. ສານເສບຕິດໝາຍເຖິງສານກະຕຸ້ນຫຼືລະງັບລະບົບປະ ສາດເຮັດໃຫ້ຜູ້ນໍາໃຊ້ຕິດໄດ້ຢ່າງງ່າຍດາຍ; 12. ຢາເສບຕິດເກືອດຫ້າມໝາຍເຖິງຢາເສບຕິດທີ່ບໍ່ອະນຸ ຍາດໃຫ້ປູກ,ຜະລິດ,ປຸງແຕ່ງ,ຊື້-ຂາຍ,ຈໍາໜ່າຍ,ມີໄວ້ໃນຄອບຄອງ,ນໍາ ເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ ສປປລາວ,ນໍາໃຊ້ຫຼືເສບຢ່າງເດັດຂາດ; 13. ການນໍາໃຊ້ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມ ການນໍາໃຊ້ຢ່າງຖືກຕ້ອງໝາຍເຖິງການນໍາໃຊ້ວັດຖຸດັ່ງກ່າວໂດຍຖືກ ຕາມມາດຕະຖານແລະຕາມຫຼັກການວິຊາສະເພາະ; 14. ຜູ້ມີຄວາມສ່ຽງຕໍ່ຢາເສບຕິດໝາຍເຖິງຜູ້ທີ່ມີທ່າອ່ຽງ ແລະຈະກ້າວໄປເປັນຜູ້ຕິດຢາເສບຕິດເຊັ່ນ:ກຸ່ມໄວໜຸ່ມທີ່ຂາດຄວາມອົບ ອຸ່ນຈາກຄອບຄົວ; 15. ຜູ້ຕິດຢາເສບຕິດໝາຍເຖິງຜູ້ເສບແລະມີຄວາມຕ້ອງ ການຢາເສບຕິດເພີ່ມຂຶ້ນເລື້ອຍໆ; 16. ສູນປິ່ນປົວແລະຟື້ນຟູສຸຂະພາບຜູຕິດຢາເສບຕິດໝາຍ ເຖິງບ່ອນບໍາບັດປິ່ນປົວເພື່ອອອກຈາກຢາເສບຕິດພ້ອມທັງມີການຝຶກວິ ຊາຊີບເບື້ອງຕົ້ນ; 17. ການຖອດຮີດໝາຍເຖິງການສະກັດ,ການກັ່ງຕອງ, ການແຍກເອົາສານເສບຕິດອອກຈາກພືດທີ່ໃຫ້ສານເສບຕິດຫຼືສານເຄມີ ເຊັ່ນ:ຢາງກັນຊາ; 18. ການເສບໝາຍເຖິງການນໍາໃຊ້ຢາເສບຕິດດ້ວຍວິທີ ການກິນ,ດື່ມ,ດົມ,ສູບ,ສັກເຂົ້າໃນເສັ້ນເລືອດຫຼືດ້ວຍວິທີການອື່ນ.

...ມາດຕາ 4 ນະໂຍບາຍກ່ຽວກັບການແກ້ໄຂບັນຫາຢາເສບຕິດ

ມາດຕາ 4 ນະໂຍບາຍກ່ຽວກັບການແກ້ໄຂບັນຫາຢາເສບຕິດ ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມທົ່ວປວງຊົນດ້ວຍຫຼາຍ ຮູບການເພື່ອສ້າງຈິດສໍານຶກໃຫ້ຄົນໃນສັງຄົມເຫັນໄດ້ຜົນຮ້າຍແລະພິດໄພ ຂອງຢາເສບຕິດ,ມີນະໂຍບາຍຊຸກຍູ້ສົ່ງເສີມບຸກຄົນ,ຄອບຄົວ,ການຈັດຕັ້ງ ທຸກພາກສ່ວນໃຫ້ເຂົ້າຮ່ວມໃນການເຄື່ອນໄຫວຂອງລັດເພື່ອຄຸ້ມຄອງ,ຄວບ ຄຸມ,ກວດກາ,ສະກັດກັ້ນແລະຕ້ານຢາເສບຕິດລວມທັງການແກ້ໄຂຜົນຮ້າຍ ຂອງມັນ;ສະໜອງງົບປະມານ,ພາຫະນະແລະວັດຖຸອຸປະກອນໃຫ້ແກ່ວຽກ ງານຢາເສບຕິດພ້ອມທັງຮັກສາຄວາມລັບ,ປົກປ້ອງແລະຄຸ້ມຄອງຄວາມ ປອດໄພໃຫ້ແກ່ຜູ້ທີ່ໃຫ້ການຮ່ວມມືໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາ ເສບຕິດ.

...ມາດຕາ 5 ຫຼັກການກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ

ມາດຕາ 5 ຫຼັກການກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ ຫຼັກການຕົ້ນຕໍກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາ ເສບຕິດມີດັ່ງນີ້: 1. ລັດເປັນຜູ້ຄຸ້ມຄອງ,ຄວບຄຸມ,ກວດກາຢ່າງລວມສູນເປັນ ເອກະພາບກ່ຽວກັບຢາເສບຕິດໃນທົ່ວປະເທດ; 2. ການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດແມ່ນໜ້າ ທີ່ຂອງທຸກຄົນແລະການຈັດຕັ້ງໃນທົ່ວສັງຄົມ; 3. ໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດຕ້ອງຖື ເອົາການສະກັດກັ້ນເປັນຕົ້ນຕໍ,ການຕ້ານເປັນສໍາຄັນແລະການຄວບຄຸມ ເປັນສິ່ງທີ່ຂາດບໍ່ໄດ້; 4. ການແກ້ໄຂຜົນຮ້າຍຂອງຢາເສບຕິດຕ້ອງເລີ່ມຈາກບຸກ ຄົນ,ຄອບຄົວໂດຍມີສ່ວນຮ່ວມຂອງການຈັດຕັ້ງແລະສັງຄົມ; 5. ຜູ້ຕິດຢາເສບຕິດໃຫ້ຖືເປັນຜູ້ຖືກເຄາະຮ້າຍທີ່ຕ້ອງໄດ້ຮັບ ການປິ່ນປົວ.

...ມາດຕາ 6 ພັນທະກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ

ມາດຕາ 6 ພັນທະກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ຢູ່ ສປປລາວ ຕ້ອງເປັນ ເຈົ້າການໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ,ມີພັນທະໃຫ້ ຂໍ້ມູນຂ່າວສານແລະຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ. ຊາວຕ່າງປະເທດທີ່ເຂົ້າມາ,ອອກໄປ,ເດີນທາງຜ່ານຫຼືເຂົ້າ ມາທ່ອງທ່ຽວຢູ່ ສປປລາວ ມີພັນທະປະຕິບັດຕາມລະບຽບກົດໝາຍຂອງ ສປປລາວ ໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ.

...ມາດຕາ 7 ການພົວພັນແລະຮ່ວມມືສາກົນ

ມາດຕາ 7 ການພົວພັນແລະຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດບົນພື້ນ ຖານຫຼັກການເຄົາລົບເອກະລາດ,ອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ການພົວພັນແລະຮ່ວມມືສາກົນຕ້ອງສອດຄ່ອງກັບສົນທິສັນຍາ ແລະສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ປະເພດແລະຜົນຮ້າຍຂອງຢາເສບຕິດ


...ໝວດທີ 1 ປະເພດຢາເສບຕິດ


....ມາດຕາ 8 ປະເພດຢາເສບຕິດ

ມາດຕາ 8 ປະເພດຢາເສບຕິດ ຢາເສບຕິດແບ່ງອອກເປັນສອງປະເພດດັ່ງນີ້: 1. ຢາເສບຕິດເກືອດຫ້າມ; 2. ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນໍາໃຊ້.

....ມາດຕາ 9 ຢາເສບຕິດເກືອດຫ້າມ

ມາດຕາ 9 ຢາເສບຕິດເກືອດຫ້າມ ຢາເສບຕິດເກືອດຫ້າມແມ່ນຢາເສບຕິດຊຶ່ງມີທັງຊະນິດກະຕຸ້ນ ຫຼືລະງັບປະສາດຢ່າງຮ້າຍແຮງເຊັ່ນ:ເຮໂຣອິນ,ຢາບ້າ,ໂຄເຄນ,ຢາອີແລະ ອື່ນໆຕາມທີ່ໄດ້ກໍານົດໄວ້ໃນເອກະສານສະເພາະ. ຢາເສບຕິດເກືອດຫ້າມແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ຢ່າງເດັດ ຂາດ.

....ມາດຕາ 10 ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນໍາໃຊ້

ມາດຕາ 10 ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນໍາໃຊ້ ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນໍາໃຊ້ແມ່ນຢາ ເສບຕິດຊຶ່ງມີທັງຊະນິດກະຕຸ້ນຫຼືລະງັບປະສາດທີ່ໄດ້ກໍານົດໄວ້ໃນເອກະສານ ສະເພາະເຊັ່ນ:ມອກຟິນ,ຢາຝິ່ນ,ໂກເດອິນ,ເມຕາໂດນ,ແຟນແຕກມິນ,ມີດາ ໂຊລໍາ,ອາໂມບາກບີຕານ,ອາເຊຕິກແອນຮາຍໄດຼ,ອາເຊີຕີນກຼໍຣາຍແລະ ອື່ນໆ. ຢາເສບຕິດແລະສານເຄມີດັ່ງກ່າວຖືກນໍາໃຊ້ເຂົ້າໃນວິທະຍາ ສາດການແພດ,ອຸດສາຫະກໍາ,ກະສິກໍາແລະອື່ນໆໂດຍມີການຄວບຄຸມຢ່າງ ເຂັ້ມງວດ.

...ໝວດທີ 2 ຜົນຮ້າຍຂອງຢາເສບຕິດເກືອດຫ້າມ


....ມາດຕາ 11 ຜົນຮ້າຍຕໍ່ຜູ້ເສບ

ມາດຕາ 11 ຜົນຮ້າຍຕໍ່ຜູ້ເສບ ຢາເສບຕິດເກືອດຫ້າມມີຜົນຮ້າຍທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະຊີວິດຂອງຜູ້ເສບ,ເຮັດໃຫ້ບົດບາດ,ກຽດສັກສີແລະອະນາຄົດຂອງຕົນ ຕົກຕໍ່າ,ສະໝອງຖືກທໍາລາຍກາຍເປັນບ້າ,ເສຍຈິດ,ໃຊ້ຄວາມຮຸນແຮງ,ທໍາ ລາຍຊີວິດຂອງຕົນເອງແລະຜູ້ອື່ນ.

....ມາດຕາ 12 ຜົນຮ້າຍຕໍ່ຜູ້ເສບ

ມາດຕາ 12 ຜົນຮ້າຍຕໍ່ຜູ້ເສບ ຜູ້ຜະລິດ,ປຸງແຕ່ງ,ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກສາ ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ ສປປລາວ ຢາເສບຕິດເກືອດຫ້າມຈະ ເສຍບົດບາດ,ກຽດສັກສີ,ອະນາຄົດ,ຈະຖືກດໍາເນີນຄະດີແລະລົງໂທດຕາມ ກົດໝາຍ.

....ມາດຕາ 13 ຜົນຮ້າຍຕໍ່ຄອບຄົວ

ມາດຕາ 13 ຜົນຮ້າຍຕໍ່ຄອບຄົວ ຜູ້ຕິດຢາເສບຕິດຈະເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍ, ແຕກແຍກ,ເສຍຊື່ສຽງຄອບຄົວແລະວົງຕະກຸນ,ທໍາລາຍສຸຂະພາບ,ຊີວິດ ແລະຊັບສິນໃນຄອບຄົວ.

....ມາດຕາ 14 ຜົນຮ້າຍຕໍ່ສັງຄົມ

ມາດຕາ 14 ຜົນຮ້າຍຕໍ່ສັງຄົມ ຜູ້ຕິດຢາເສບຕິດກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ແລະອາດຊະຍາກໍາ,ທໍາ ລາຍແລະຂົ່ມຂູ່ຄວາມສະຫງົບສຸກແລະຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ.

....ມາດຕາ 15 ຜົນຮ້າຍຕໍ່ປະເທດຊາດ

ມາດຕາ 15 ຜົນຮ້າຍຕໍ່ປະເທດຊາດ ຢາເສບຕິດເກືອດຫ້າມເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງ ຊາດ,ຕໍ່ປະຊາຊົນເປັນຕົ້ນ:ຊາວໜຸ່ມ,ເຍົາວະຊົນທີ່ເປັນອະນາຄົດຂອງຊາດ ,ຜູ້ຕິດຢາເສບຕິດບໍ່ສາມາດປະຕິບັດໜ້າທີ່ປ້ອງກັນຊາດ,ປ້ອງກັນຄວາມສະ ຫງົບແລະບໍ່ສາມາດເປັນກໍາລັງແຮງໃນການສ້າງສາພັດທະນາປະເທດ ຊາດ.

..ພາກທີ 3 ການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ


...ໝວດທີ 1 ການຄວບຄຸມຢາເສບຕິດແລະສານເຄມີ


....ມາດຕາ 16 ການຄວບຄຸມຢາເສບຕິດແລະສານເຄມີ

ມາດຕາ 16 ການຄວບຄຸມຢາເສບຕິດແລະສານເຄມີ ການຄວບຄຸມຢາເສບຕິດແລະສານເຄມີປະກອບມີດັ່ງນີ້: 1. ການຄວບຄຸມການຜະລິດ,ປຸງແຕ່ງ; 2. ການຄວບຄຸມການຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກ ສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ; 3. ການຄວບຄຸມການນໍາໃຊ້.

....ມາດຕາ 17 ການຄວບຄຸມການຜະລິດ,ປຸງແຕ່ງ

ມາດຕາ 17 ການຄວບຄຸມການຜະລິດ,ປຸງແຕ່ງ ການຜະລິດ,ການປຸງແຕ່ງຢາເສບຕິດແລະສານເຄມີທີ່ຖືກ ຄວບຄຸມການນໍາໃຊ້ຊຶ່ງມີຄວາມຈໍາເປັນເພື່ອນໍາໃຊ້ເຂົ້າໃນວຽກງານສາ ທາລະນະສຸກແລະວຽກງານວິທະຍາສາດ,ການຄົ້ນຄວ້າທົດລອງ,ການອຸດ ສາຫະກໍາ,ການກະສິກໍາແມ່ນອະນຸຍາດແຕ່ຕ້ອງມີການຄຸ້ມຄອງ,ກວດກາ ແລະຄວບຄຸມຢ່າງເຂັ້ມງວດຈາກອົງການທີ່ກ່ຽວຂ້ອງຂອງລັດ.

....ມາດຕາ 18 ການຄວບຄຸມການຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ

ມາດຕາ 18 ການຄວບຄຸມການຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກ ສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ ການຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກສາ,ນໍາເຂົ້າ,ສົ່ງ ອອກ,ຂົນສົ່ງ,ນໍາຜ່ານ ສປປລາວ ຢາເສບຕິດແລະສານເຄມີທີ່ຖືກຄວບ ຄຸມການນໍາໃຊ້ຊຶ່ງມີຄວາມຈໍາເປັນເພື່ອນໍາໃຊ້ເຂົ້າໃນວຽກງານສາທາລະ ນະສຸກແລະວຽກງານວິທະຍາສາດ,ການຄົ້ນຄວ້າທົດລອງ,ການອຸດສາ ຫະກໍາ,ການກະສິກໍາແມ່ນອະນຸຍາດແຕ່ຕ້ອງມີການຄຸ້ມຄອງ,ກວດກາແລະ ຄວບຄຸມຢ່າງເຂັ້ມງວດຈາກອົງການທີ່ກ່ຽວຂ້ອງຂອງລັດ.


....ມາດຕາ 19 ການຄວບຄຸມການນໍາໃຊ້

ມາດຕາ 19 ການຄວບຄຸມການນໍາໃຊ້ ການນໍາໃຊ້ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນໍາ ໃຊ້ໃນຂົງເຂດສາທາລະນະສຸກ,ອຸດສາຫະກໍາ,ກະສິກໍາແລະຂົງເຂດອື່ນ ຕ້ອງມີການຄຸ້ມຄອງ,ກວດກາແລະຄວບຄຸມຢ່າງເຂັ້ມງວດ. ໃນກໍລະນີທີ່ການນໍາໃຊ້ຢາເສບຕິດແລະສານເຄມີດັ່ງກ່າວບໍ່ ຖືກຕ້ອງຕາມຫຼັກວິຊາການແລະລະບຽບການກໍ່ຈະເປັນໄພອັນຕະລາຍຕໍ່ ບຸກຄົນ,ຄອບຄົວ,ສັງຄົມແລະຈະຖືກລົງໂທດຕາມກົດໝາຍ.

...ໝວດທີ 2 ການສະກັດກັ້ນຢາເສບຕິດເກືອດຫ້າມ


....ມາດຕາ 20 ວິທີການສະກັດກັ້ນຢາເສບຕິດເກືອດຫ້າມ

ມາດຕາ 20 ວິທີການສະກັດກັ້ນຢາເສບຕິດເກືອດຫ້າມ ວິທີການສະກັດກັ້ນຢາເສບຕິດເກືອດຫ້າມມີດັ່ງນີ້: 1. ການໂຄສະນາ; 2. ການສຶກສາອົບຮົມ; 3. ການບໍ່ອະນຸຍາດໃຫ້ປູກ,ຜະລິດແລະປຸງແຕ່ງຢາເສບຕິດ; 4. ການບໍ່ອະນຸຍາດໃຫ້ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບ ຮັກສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ ສປປລາວ; 5. ການບໍ່ອະນຸຍາດໃຫ້ນໍາໃຊ້; 6. ການມີສ່ວນຮ່ວມຂອງຄອບຄົວແລະສັງຄົມ; 7. ການພົວພັນແລະຮ່ວມມືສາກົນ.

....ມາດຕາ 21 ການໂຄສະນາ

ມາດຕາ 21 ການໂຄສະນາ ເພື່ອປ້ອງກັນບໍ່ໃຫ້ມີຄົນໃນສັງຄົມຕົກເປັນທາດຂອງຢາເສບ ຕິດລັດແລະສັງຄົມຕ້ອງໄດ້ດໍາເນີນການໂຄສະນາຢ່າງກວ້າງຂວາງດ້ວຍ ຫຼາຍຮູບການ,ຫຼາຍວິທີການແລະຫຼາຍລະດັບເພື່ອສ້າງຈິດສໍານຶກໃຫ້ສັງຄົມ ເຫັນໄດ້ເຖິງພິດໄພແລະຜົນຮ້າຍຂອງຢາເສບຕິດເພື່ອເປັນເຈົ້າການປະ ກອບສ່ວນເຂົ້າໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ.

....ມາດຕາ 22 ການສຶກສາອົບຮົມ

ມາດຕາ 22 ການສຶກສາອົບຮົມ ລັດແລະສັງຄົມຈັດຕັ້ງການສຶກສາອົບຮົມ,ໃຫ້ຄໍາປຶກສາແລະ ແນະນໍາຕໍ່ກຸ່ມເປົ້າໝາຍແລະກຸ່ມທີ່ມີຄວາມສ່ຽງຕໍ່ຢາເສບຕິດເພື່ອໃຫ້ເຫັນ ໄດ້ໄພອັນຕະລາຍແລະຜົນຮ້າຍ,ຢູ່ຫ່າງໄກແລະບໍ່ໃຫ້ຕົກເປັນທາດຂອງຢາ ເສບຕິດ.

....ມາດຕາ 23 ການບໍ່ອະນຸຍາດໃຫ້ປູກ,ຜະລິດແລະປຸງແຕ່ງຢາເສບຕິດ

ມາດຕາ 23 ການບໍ່ອະນຸຍາດໃຫ້ປູກ,ຜະລິດແລະປຸງແຕ່ງຢາເສບຕິດ ລັດບໍ່ອະນຸຍາດໃຫ້ປູກ,ຜະລິດແລະປຸງແຕ່ງຢາເສບຕິດເກືອດ ຫ້າມ.ພ້ອມກັນນັ້ນລັດກໍ່ຕ້ອງສົ່ງເສີມ,ແນະນໍາແລະສ້າງເງື່ອນໄຂໃຫ້ປະຊາ ຊົນຫັນປ່ຽນໄປສູ່ອາຊີບອື່ນທີ່ໝັ້ນຄົງ,ຖາວອນແລະຖືກຕ້ອງຕາມລະບຽບ ກົດໝາຍ.

....ມາດຕາ 24 ການບໍ່ອະນຸຍາດໃຫ້ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານຢາເສບຕິດ

ມາດຕາ 24 ການບໍ່ອະນຸຍາດໃຫ້ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກ ສາ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານຢາເສບຕິດ ລັດບໍ່ອະນຸຍາດໃຫ້ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ເກັບຮັກສາ ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງ,ນໍາຜ່ານ ຢາເສບຕິດເກືອດຫ້າມ.

....ມາດຕາ 25 ການບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອດຫ້າມ

ມາດຕາ 25 ການບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອດຫ້າມ ລັດບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອບຫ້າມບໍ່ວ່າໃນຂົງ ເຂດສາທາລະນະສຸກ,ອຸດສາຫະກໍາ,ກະສິກໍາແລະຂົງເຂດອື່ນ.

....ມາດຕາ 26 ການມີສ່ວນຮ່ວມຂອງຄອບຄົວແລະສັງຄົມ

ມາດຕາ 26 ການມີສ່ວນຮ່ວມຂອງຄອບຄົວແລະສັງຄົມ ຄອບຄົວມີສ່ວນຮ່ວມໃນການສະກັດກັ້ນຢາເສບຕິດເກືອດຫ້າມ ຊຶ່ງສະແດງອອກດ້ວຍການໃຫ້ຄວາມອົບອຸ່ນແກ່ສະມາຊິກພາຍໃນຄອບຄົວ ,ໃກ້ຊິດຕິດແທດ,ສຶກສາອົບຮົມ,ແນະນໍາພ້ອມທັງປຶກສາຫາລືແລກປ່ຽນບົດ ຮຽນແລະຄໍາຄິດເຫັນຊຶ່ງກັນແລະກັນເພື່ອໃຫ້ຮູ້ເຖິງໄພອັນຕະລາຍແລະຜົນ ຮ້າຍຂອງຢາເສບຕິດເກືອດຫ້າມ,ຕິດຕາມການເຄື່ອນໄຫວແລະການພົວ ພັນກັບພາຍນອກຂອງສະມາຊິກຄອບຄົວເພື່ອຫຼີກເວັ້ນຈາກການຕົກເປັນ ທາດຂອງຢາເສບຕິດ. ສັງຄົມມີສ່ວນຮ່ວມໃນການສະກັດກັ້ນຢາເສບຕິດເກືອດຫ້າມ ຊຶ່ງສະແດງອອກໃນການໂຄສະນາ,ສຶກສາອົບຮົມໃຫ້ສະມາຊິກໃນການຈັດ ຕັ້ງຂອງຕົນຮູ້ເຖິງໄພອັນຕະລາຍແລະຜົນຮ້າຍຂອງຢາເສບຕິດເກືອດຫ້າມ ,ສ້າງກິດຈະກໍາຕ່າງໆເປັນຕົ້ນກິລາ-ກາຍຍະກໍາ,ສິນລະປະວັນນະຄະດີ,ຫໍ ສະໝຸດ,ການທ່ອງທ່ຽວເພື່ອສົ່ງເສີມໃຫ້ສະມາຊິກຂອງຕົນໄດ້ເຂົ້າຮ່ວມ ແລະພາກັນຢູ່ຫ່າງໄກຈາກຢາເສບຕິດດັ່ງກ່າວ,ຕິດຕາມການເຄື່ອນໄຫວ ຂອງສະມາຊິກຕົນ,ໃຫ້ຂໍ້ມູນຂ່າວສານກ່ຽວກັບຢາເສບຕິດນັ້ນພ້ອມທັງຕິດ ຕາມຄົນບໍ່ດີທີ່ເຂົ້າມາເຄື່ອນໄຫວຢູ່ໃນສັງຄົມຂອງຕົນ.

...ໝວດທີ 3 ການຕ້ານຢາເສບຕິດເກືອດຫ້າມ


....ມາດຕາ 27 ການຕ້ານຢາເສບຕິດເກືອດຫ້າມ

ມາດຕາ 27 ການຕ້ານຢາເສບຕິດເກືອດຫ້າມ ຢາເສບຕິດເກືອດຫ້າມເປັນໄພອັນຕະລາຍຄຸກຄາມເຖິງ ຄວາມໝັ້ນຄົງ,ຄວາມສະຫງົບ,ຄວາມປອດໄພແລະກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມຂອງຊາດຈຶ່ງຕ້ອງນໍາໃຊ້ມາດຕະການ ຕ່າງໆຢ່າງເດັດຂາດແລະເຂັ້ມງວດເພື່ອຕ້ານຢາເສບຕິດເກືອດຫ້າມ.

....ມາດຕາ 28 ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມ

ມາດຕາ 28 ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມ ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມມີດັ່ງນີ້: 1. ຕົວການທີ່ເຮັດທຸລະກິດຢາເສບຕິດ; 2. ຜູ້ປູກ,ຜະລິດ,ປຸງແຕ່ງ; 3. ຜູ້ຊື້-ຂາຍ,ຈໍາໜ່າຍ,ຄອບຄອງ,ຂົນສົ່ງ,ນໍາເຂົ້າ,ສົ່ງອອກ ,ນໍາຜ່ານຢາເສບຕິດໃນດິນແດນສປປລາວ. 4. ຜູ້ໃຫ້ການບໍລິການ; 5. ຜູ້ເສບ; 6. ຜູ້ເຂົ້າຮ່ວມຂະບວນການຢາເສບຕິດເກືອດຫ້າມ.

....ມາດຕາ 29 ວິທີການຕ້ານຢາເສບຕິດເກືອດຫ້າມ

ມາດຕາ 29 ວິທີການຕ້ານຢາເສບຕິດເກືອດຫ້າມ ການຕ້ານຢາເສບຕິດເກືອດຫ້າມມີວິທີການຕົ້ນຕໍດັ່ງນີ້: 1. ອອກລະບຽບການກ່ຽວກັບຢາເສບຕິດເກືອດຫ້າມຢ່າງຮັດ ກຸມແລະເປັນລະບົບຄົບຊຸດ; 2. ສ້າງ,ປັບປຸງການຈັດຕັ້ງແລະບຸກຄະລາກອນກ່ຽວກັບວຽກ ງານຢາເສບຕິດໃຫ້ຄົວຖ້ວນແຕ່ສູນກາງລົງຮອດຮາກຖານໃຫ້ມີຄຸນນະ ພາບທາງດ້ານວິຊາການແລະມີຄວາມໂປ່ງໃສ; 3. ສົ່ງເສີມການສ້າງວຽກເຮັດງານທໍາແລະປະກອບອາຊີບ ອື່ນທົດແທນການປູກພືດໃຫ້ສານເສບຕິດ; 4. ສ້າງບ້ານພັດທະນາໃຫ້ມີຄວາມເຂັ້ນແຂງປອດຈາກການ ປູກພືດໃຫ້ສານເສບຕິດ,ການຜະລິດ,ປຸງແຕ່ງ,ເສບ,ຄ້າຂາຍແລະຈໍາໜ່າຍ ຢາເສບຕິດ; 5. ສະໜອງງົບປະມານມານ,ປະກອບພາຫະນະ,ອຸປະກອນ, ພື້ນຖານວັດຖຸເຕັກນິກທີ່ຈໍາເປັນໃຫ້ແກ່ການຄວບຄຸມ,ສະກັດກັ້ນແລະຕ້ານ ຢາເສບຕິດລວມທັງສູນຫຼືຫ້ອງວິໄຈ,ສູນປິ່ນປົວແລະຟື້ນຟູສູຂະພາບຜູ້ຕິດຢາ ເສບຕິດແລະອື່ນໆ; 6. ເກັບກໍາ,ຄົ້ນຄວ້າຂໍ້ມູນແລະຂຶ້ນບັນຊີເປົ້າມາຍທີ່ກ່ຽວຂ້ອງ ກັບຢາເສບຕິດ; 7. ເປີດຂະບວນການຕ້ານ,ກວາດລ້າງເປົ້າມາຍໂດຍມີການ ເຂົ້າຮ່ວມຂອງປວງຊົນ,ກໍາລັງປະກັບອາວຸດ,ໃນນັ້ນອົງການກວດກາແລະ ຄວບຄຸມຢາເສບຕິດເປັນຫຼັກແຫຼ່ງ; 8. ດໍາເນີນຄະດີ,ລົງໂທດຜູ້ກະທໍາຜິດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ; 9. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ,ອົງ ການປົກຄອງທ້ອງຖິ່ນຂັ້ນຕ່າງໆແລະບັນດາປະເທດໃກ້ຄຽງເປັນຕົ້ນ ຕາມບໍລິເວນຊາຍແດນເພື່ອແກ້ໄຂບັນຫາຢາເສບຕິດ; 10. ສະຫຼຸບ,ຖອດຖອນບົດຮຽນເປັນແຕ່ລະບັ້ນແລະເປັນແຕ່ ລະໄລຍະກ່ຽວກັບວຽກງານການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບ ຕິດ.

...ໝວດທີ 4 ການດໍາເນີນຄະດີກ່ຽວກັບຢາເສບຕິດ


....ມາດຕາ 30 ຄວາມສໍາຄັນຂອງການດໍາເນີນຄະດີ

ມາດຕາ 30 ຄວາມສໍາຄັນຂອງການດໍາເນີນຄະດີ ການດໍາເນີນຄະດີກ່ຽວກັບຢາເສບຕິດມີຄວາມສໍາຄັນ,ຫຍຸ້ງ ຍາກ,ສັບສົນເປັນພິເສດແລະເປັນອັນຕະລາຍຊຶ່ງຕ້ອງດໍາເນີນໃຫ້ຖືກເປົ້າ ໝາຍ,ຄ່ອງແຄ້ວ,ວ່ອງໄວທັນການ,ຊັດເຈນ,ເຂັ້ມງວດແລະຖືກຕ້ອງຕາມ ກົດໝາຍ.

....ມາດຕາ 31 ການດໍາເນີນຄະດີກ່ຽວກັບຢາເສບຕິດ

ມາດຕາ 31 ການດໍາເນີນຄະດີກ່ຽວກັບຢາເສບຕິດ ການດໍາເນີນຄະດີກ່ຽວກັບຢາເສບຕິດແມ່ນໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແຕ່ຕ້ອງເອົາໃຈໃສ່ບັນຫາທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້ຄື:ຄວາມຊັດເຈນຖືກເປົ້າໝາຍ,ຂອງກາງ, ການຊັດທອດ,ຄວາມວ່ອງໄວ,ຄວາມໂປ່ງໃສ,ການປັບໃໝແລ້ວປ່ອຍຕົວ.

....ມາດຕາ 32 ຄວາມຊັດເຈນຖືກເປົ້າໝາຍແລະຄວາມໂປ່ງໃສ

ມາດຕາ 32 ຄວາມຊັດເຈນຖືກເປົ້າໝາຍແລະຄວາມໂປ່ງໃສ ການດໍາເນີນຄະດີກ່ຽວກັບຢາເສບຕິດຕ້ອງຊັດເຈນ,ຖືກເປົ້າ ໝາຍ,ຜູ້ກະທໍາຜິດຕົວຈິງ,ວ່ອງໄວໂດຍມີພະຍານ,ຫຼັກຖານທີ່ໜັກແໜ້ນ, ຮັດກຸມ. ການດໍາເນີນຄະດີຕ້ອງໂປ່ງໃສແລະຫ້າມທໍາການປັບໃໝແລ້ວ ປ່ອຍຕົວຜູ້ຖືກຫາໂດຍບໍ່ດໍາເນີນຄະດີຕາມລະບຽບກົດໝາຍ.

....ມາດຕາ 33 ການກວດຄົ້ນເຄຫະສະຖານ

ມາດຕາ 33 ການກວດຄົ້ນເຄຫະສະຖານ ກ່ອນຈະມີການກວດຄົ້ນເຄຫະສະຖານນັ້ນຕ້ອງໃຫ້ມີຄໍາສັ່ງກວດ ຄົນຂອງໄອຍະການປະຊາຊົນຫຼືສານປະຊາຊົນເວັ້ນເສຍແຕ່ໃນກໍລະນີທີ່ມີ ຄວາມຈໍາເປັນອັນຮີບດ່ວນແຕ່ກໍ່ຕ້ອງລາຍງານໃຫ້ໄອຍະການປະຊາຊົນ ຊາບພາຍໃນກໍານົດຊາວສີ່ຊົ່ວໂມງພາຍຫຼັງທີ່ການກວດຄົ້ນໄດ້ສິ້ນສຸດແລ້ວ. ການກວດຄົ້ນຕ້ອງເຮັດຊ້ອງໜ້າເຈົ້າຂອງເຄຫະສະຖານ,ອົງ ການປົກຄອງບ້ານແລະພະຍານຢ່າງໜ້ອຍສອງຄົນ. ກ່ອນແລະຫຼັງການກວດຄົ້ນນັ້ນເຈົ້າໜ້າທີ່ຕ້ອງສະແດງຄວາມ ບໍລິສຸດໃຈຕໍ່ບຸກຄົນແລະການຈັດຕັ້ງດັ່ງກ່າວ. ການກວດຄົ້ນໃນແຕ່ລະຄັ້ງຕ້ອງເຮັດບົດບັນທຶກຢາເສບຕິດ, ຂອງກາງແລະສິ່ງອື່ນໆທີ່ຜິດກົດໝາຍຢ່າງລະອຽດຄົບຖ້ວນໂດຍໃຫ້ບຸກຄົນ ແລະການຈັດຕັ້ງທີ່ເຂົ້າຮ່ວມທັງໝົດເຊັນແລະແປະໂປ້ຢູ່ກັບທີ່ເພື່ອຮັບຮູ້ ແລະຢັ້ງຢືນ.

....ມາດຕາ 34 ຂອງກາງ

ມາດຕາ 34 ຂອງກາງ ຂອງກາງກ່ຽວກັບຄະດີຢາເສບຕິດເປັນພື້ນຖານໃຫ້ແກ່ການ ຈັບຕົວ,ການດໍາເນີນຄະດີແລະຕັດສິນລົງໂທດຜູ້ກະທໍາຜິດ. ຂອງກາງທີ່ເປັນຢາເສບຕິດຊຶ່ງພົບເຫັນແລະຍຶດໄດ້ຕ້ອງກວດ ກາ,ຕິດຊັ່ງ,ບັນທຶກແລ້ວສົ່ງໄປວິໄຈໃຫ້ວ່ອງໄວ.ຂອງກາງດັ່ງກ່າວຕ້ອງ ຄຸ້ມຄອງແລະເກັບມ້ຽນຢູ່ບ່ອນທີ່ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍຫຼືຖືກປ່ຽນ ແທນ.ການມອບຮັບຂອງກາງກ່ຽວກັບຄະດີຢາເສບຕິດໃຫ້ກັນໃນແຕ່ລະຄັ້ງ ຕ້ອງມີການກວດກາຄືນແລະຢັ້ງຢືນໃຫ້ຖືກຕ້ອງຕາມບົດບັນທຶກເບື້ອງຕົ້ນ. ຂອງກາງກ່ຽວກັບຄະດີຢາເສບຕິດເປັນຕົ້ນເງິນ,ຄໍາ,ພາຫະນະ ແລະຊັບສິນອື່ນໆແມ່ນບໍ່ໃຫ້ນໍາໃຊ້ແລະໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ. ໃນກໍລະນີທີ່ມີການຮັບສາລະພາບຂອງຜູ້ຖືກຫາແຕ່ບໍ່ມີຂອງ ກາງນັ້ນຕ້ອງໄດ້ຊອກຫາພະຍານ,ຫຼັກຖານອື່ນໃນຄະດີມາຢັ້ງຢືນເພື່ອຕັດ ສິນ.

....ມາດຕາ 35 ການຍຶດ,ການອາຍັດແລະການຮິບວັດຖຸສິ່ງຂອງ

ມາດຕາ 35 ການຍຶດ,ການອາຍັດແລະການຮິບວັດຖຸສິ່ງຂອງ ຊັບສິນ,ພາຫະນະ,ອຸປະກອນທີ່ພົວພັນກັບຄະດີຢາເສບຕິດຕ້ອງ ຖືກຍຶດແລະອາຍັດມາເປັນຂອງກາງຕາມລະບຽບກົດໝາຍເພື່ອລໍຖ້າການ ຕັດສິນຂອງສານ. ຂອງກາງທີ່ສາມາດເສື່ອມຄຸນນະພາບໄວ,ສັດລ້ຽງຕ້ອງໄດ້ ຂາຍຕາມລາຄາໃນທ້ອງຕະຫຼາດໃນເວລານັ້ນໂດຍມີການຕົກລົງເຫັນດີ ຂອງຄະນະກໍາມະການກວດສອບຊັບສິນແລ້ວເອົາເງິນຈາກການຂາຍຊັບ ສິນນັ້ນໄປຝາກໄວ້ຢູ່ທະນາຄານ. ສໍາລັບຂອງກາງທີ່ມີຄ່າເປັນຕົ້ນ:ເພັດ,ຄໍາ,ເງິນແລະວັດຖຸມີ ຄ່າອື່ນໆຕ້ອງເຮັດບົດບັນທຶກໂດຍບົ່ງບອກຈໍານວນ,ປະເພດ,ຊະນິດ,ຮູບປະ ພັນ,ລັກສະນະ,ນໍ້າໜັກ,ຄຸນນະພາບແລະອື່ນໆຢ່າງລະອຽດແລ້ວນໍາໄປ ຝາກໄວ້ຢູ່ທະນາຄານ. ຊັບສິນ,ພາຫະນະ,ອຸປະກອນແລະຂອງກາງອື່ນທີ່ພົວພັນກັບ ຢາເສບຕິດຈະຖືກຮິບຕາມຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ,ຖ້າ ຫາກສານບໍ່ຕັດສິນຮິບແລ້ວກໍ່ຈະຖືກສົ່ງຄືນໃຫ້ແກ່ຜູ້ເປັນເຈົ້າຂອງ. ຂອງກາງທີ່ເປັນຢາເສບຕິດຕ້ອງໄດ້ທໍາລາຍຕາມຄໍາຕັດສິນ ຂອງສານທີ່ໃຊໄດ້ຢ່າງເດັດຂາດ.

....ມາດຕາ 36 ການຊັດທອດ

ມາດຕາ 36 ການຊັດທອດ ການຊັດທອດໃສ່ບຸກຄົນໃດໜຶ່ງໂດຍບໍ່ມີຂອງກາງ,ບໍ່ມີຫຼັກຖານ ຮັດກຸມແລະບຸກຄົນນີ້ປະຕິເສດບໍ່ຮັບຮູ້ກໍ່ໃຫ້ຖືວ່າບໍ່ມີການກະທໍາຜິດ. ການຊັດທອດໃສ່ບຸກຄົນໃດໜຶ່ງໂດຍມີຂອງກາງແລະບຸກຄົນນີ້ ຮັບສາລະພາບກໍ່ໃຫ້ດໍາເນີນຄະດີຕາມກົດໝາຍ. ການຊັດທອດໃສ່ບຸກຄົນໃດໜຶ່ງໂດຍມີຂອງກາງໜັກແໜ້ນຮັດ ກຸມແຕ່ບຸກຄົນນີ້ຫາກປະຕິເສດບໍ່ຮັບຮູ້ກໍ່ໃຫ້ດໍາເນີນຄະດີຕາມກົດໝາຍ. ການຊັດທອດໃສ້ບຸກຄົນໃດໜຶ່ງໂດຍບໍ່ມີຂອງກາງແຕ່ມີຫຼັກ ຖານຮັດກຸມແແລະບຸກຄົນນີ້ປະຕິເສດບໍ່ຮັບຮູ້ກໍ່ໃຫ້ດໍາເນີນຄະດີຕາມກົດ ໝາຍ.

....ມາດຕາ 37 ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີ

ມາດຕາ 37 ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີລັດຕ້ອງ ປະກອບພາຫະນະ,ວັດຖຸອຸປະກອນ,ສະໜອງງົບປະມານໃຫ້ແກ່ວຽກງານ ດໍາເນີນຄະດີຢາເສບຕິດຢ່າງເໝາະສົມ.

...ໝວດທີ 5 ການປິ່ນປົວ,ຟື້ນຟູ,ສຸຂະພາບແລະຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດ


....ມາດຕາ 38 ການປິ່ນປົວຜູ້ຕິດຢາເສບຕິດ

ມາດຕາ 38 ການປິ່ນປົວຜູ້ຕິດຢາເສບຕິດ ການປິ່ນປົວຜູ້ຕິດຢາເສບຕິດໄດ້ຮັບການສົ່ງເສີມໃນຄອບຄົວ, ຊຸມຊົນ,ໂຮງໝໍ,ສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດລວມທັງ ການປິ່ນປົວຢູ່ໃນຄ້າຍຄຸມຂັງ-ດັດສ້າງ.

....ມາດຕາ 39 ການປິ່ນປົວໃນຄອບຄົວ

ມາດຕາ 39 ການປິ່ນປົວໃນຄອບຄົວ ການປິ່ນປົວອອກຢາເສບຕິດຕ້ອງເລີ່ມຈາກຄອບຄົວເປັນຜູ້ຮັບ ຜິດຊອບໃນການຮັກສາຕາມຄໍາແນະນໍາຂອງແພດ,ນອກຈາກນີ້ຍັງຕ້ອງ ໄດ້ເບິ່ງແຍງຢ່າງໃກ້ຊິດ.ໃຫ້ຄວາມອົບອຸ່ນ,ໃຫ້ກໍາລັງໃຈເພື່ອຊ່ວຍໃຫ້ຜູ້ ຕິດຢາເສບຕິດອອກຢາໄດ້ພ້ອມທັງຟື້ນຟູສຸຂະພາບ,ສືບຕໍ່ຮໍ່າຮຽນຫຼືຊອກ ວຽກເຮັດງານທໍາໃຫ້ຜູ້ອອກຢາເສບຕິດທັງຕິດຕາມບໍ່ໃຫ້ກັບຄືນໄປເສບ ໃໝ່ອີກ.

....ມາດຕາ 40 ການປິ່ນປົວໃນຊຸມຊົນ

ມາດຕາ 40 ການປິ່ນປົວໃນຊຸມຊົນ ການປິ່ນປົວຜູ້ຕິດຢາເສບຕິດໃນຊຸມຊົນກໍ່ຕ້ອງໄດ້ຮັບການສົ່ງ ເສີມເຊັ່ນດຽວກັນແລະຕ້ອງດໍາເນີນດ້ວຍການສ້າງສະຖານທີ່ປິ່ນປົວ,ຊອກ ຫາຢາພື້ນເມືອງ,ຢາຫຼວງມາບໍາບັດ,ປຸກລະດົມການປະກອບສ່ວນດ້ານ ແຮງງານ,ສະບຽງອາຫານ,ວັດຖຸເງິນຄໍາຕ່າງໆ,ພາຍຫຼັງທີ່ອອກຢາເສບ ຕິດແລ້ວຊຸມຊົນຊອກວຽກເຮັດງານທໍາ,ຕິດຕາມ,ສຶກສາອົບຮົມແລະເບິ່ງ ແຍງຜູ້ອອກຢາເສບຕິດເພື່ອບໍ່ໃຫ້ກັບຄືນໄປເສບໃໝ່ອີກ.

....ມາດຕາ 41 ການປິ່ນປົວຢູ່ໃນສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ມາດຕາ 41 ການປິ່ນປົວຢູ່ໃນສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາ ເສບຕິດ ເພື່ອກອບກູ້ເອົາຜູ້ຕິດຢາເສບຕິດນັ້ນຕ້ອງສ້າງແລະປັບປຸງ ສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ບ່ອນທີ່ມີເງື່ອນໄຂ. ສູນດັ່ງກ່າວຮັບເອົາຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຈາກການ ມອບສົ່ງຂອງເຈົ້າໜ້າທີ່,ຈາກການຝາກຂອງຄອບຄົວຫຼືຈາກຄວາມສະ ໝັກໃຈຂອງຜູ້ຕິດຢາເສບຕິດເອງ. ເມື່ອຮັບເອົາຜູ້ຕິດຢາເສບຕິດແລ້ວສູນດັ່ງກ່າວມີໜ້າທີ່ສຶກສາ ອົບຮົມ,ປິ່ນປົວ,ບໍາບັດ,ຟື້ນຟູສະຂະພາບລວມທັງຕິດຕາມເພື່ອໃຫ້ຄໍາປຶກ ສາແນະນໍາແກ່ຜູ້ອອກຢາເສບຕິດ. ສູນດັ່ງກ່າວປະກອບດ້ວຍພະນັກງານຂອງຄະນະກໍາມະການ ກວດກາແລະຄວບຄຸມຢາເສບຕິດ,ເຈົ້າໜ້າທີ່ແລະພະນັກງານວິຊາສະ ເພາະຈາກຂະແໜງການປ້ອງກັນຄວາມສະຫງົບ,ສາທາລະນະສຸກ,ແຮງ ງານແລະສະຫວັດດີການ-ສັງຄົມ. ການຈັດຕັ້ງແລະການເຄື່ອນໄຫວຂອງສູນດັ່ງກ່າວໄດ້ກໍານົດ ໄວ້ໃນລະບຽບການສະເພາະ. ການປິ່ນປົວຜູ້ອອກຢາເສບຕິດຢູ່ໃນຄ້າຍຄຸມຂອງ-ດັດສ້າງກໍ່ ໄດ້ຮັບການສົ່ງເສີມເຊັ່ນດຽວກັນ.

....ມາດຕາ 42 ການຝຶກວິຊາຊີບ

ມາດຕາ 42 ການຝຶກວິຊາຊີບ ການຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດດໍາເນີນ ຢູ່ສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດເພື່ອໃຫ້ສາມາດກັບຄືນ ເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ.ການຝຶກວິຊາຊີບຕ້ອງໄປຄຽງຄູ່ກັບ ການຊອກຕະຫຼາດເພື່ອຂາຍຜະລິດຕະພັນແນໃສ່ເຮັດໃຫ້ຜູ້ອອກຢາເສບຕິດ ມີລາຍໄດ້ເພື່ອເປັນພື້ນຖານໃຫ້ແກ່ການສ້າງຊີວິດໃໝ່. ສູນດັ່ງກ່າວຍັງມີໜ້າທີ່ຕິດຕໍ່ພົວພັນ,ຊອກວຽກເຮັດງານທໍາໃຫ້ ຜູ້ອອກຢາເສບຕິດໃນສັງຄົມຕາມເງື່ອນໄຂຕົວຈິງ.

...ໝວດທີ 6 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ


....ມາດຕາ 43 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ

ມາດຕາ 43 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ ພາຍຫຼັງໄດ້ຮັບການປິ່ນປົວ,ຟື້ນຟູສຸຂະພາບແລະຝຶກວິຊາຊີບ ເບື້ອງຕົນແລ້ວຜູ້ອອກຢາເສບຕິດຕ້ອງໄດ້ຮັບການຕິດຕາມຊ່ວຍເຫຼືອ,ການ ໃຫ້ຄໍາແນະນໍາ,ຄໍາປຶກສາແລະການຊອກວຽກເຮັດງານທໍາເພື່ອເຮັດໃຫ້ຜູ້ ອອກຢາເສບຕິດມີຊີວິດການເປັນຢູ່ຢ່າງເປັນປົກກະຕິ. ສໍາລັບຜູ້ອອກຢາເສບຕິດແລ້ວກັບຄືນມາຕິດໃໝ້ນັ້ນຈະໄດ້ຮັບ ໂທດຕາມມາດຕາ 75 ຂອງກົດໝາຍສະບັບນີ້.

....ມາດຕາ 44 ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ

ມາດຕາ 44 ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ ເພື່ອຮັບປະກັນການອອກຢາເສບຕິດຢ່າງຖາວອນນັ້ນຕ້ອງໄດ້ ສ້າງໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດໂດຍຢູ່ພາຍໃຕ້ການຄຸ້ມຄອງ, ຊີ້ນໍາຂອງຄະນະກໍາມະການເພື່ອກວດກາແລະຄວບຄຸມຢາເສບຕິດຂັ້ນນັ້ນ.

....ມາດຕາ 45 ໜ້າທີ່ຂອງໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ

ມາດຕາ 45 ໜ້າທີ່ຂອງໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດມີໜ້າທີ່ຕົ້ນຕໍໃນການ ເກັບກໍາຂໍ້ມູນສະຖິຕິ,ຕິດຕາມກວດກາ,ໃຫ້ຄໍາແນະນໍາ,ຄໍາປຶກສາແລະການ ຊ່ວຍເຫຼືອທີ່ຈໍາເປັນແກ່ຜູ້ອອກຢາເສບຕິດລວມທັງການຕິດຕໍ່ພົວພັນຊອກ ວຽກເຮັດງານທໍາໃຫ້ຕາມເງື່ອນໄຂຕົວຈິງເພື່ອເຮັດໃຫ້ຜູ້ອອກຢາເສບຕິດ ກັບຄືນເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ.

...ໝວດທີ 7 ສູນວິໄຈຢາເສບຕິດ


....ມາດຕາ 46 ຄວາມຈໍາເປັນຂອງການສ້າງສູນວິໄຈຢາເສບຕິດ

ມາດຕາ 46 ຄວາມຈໍາເປັນຂອງການສ້າງສູນວິໄຈຢາເສບຕິດ ເພື່ອຢັ້ງຢືນວ່າວັດຖຸໃດໜຶ່ງແມ່ນຢາເສບຕິດ,ເປັນຢາເສບຕິດ ປະເພດໃດ,ຊະນິດໃດ,ມີປະລິມານຄວາມເຂັ້ມຂຸ້ນຂອງສານເສບຕິດເທົ່າໃດ ຊຶ່ງຈະເປັນບ່ອນອີງໃນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດລວມ ທັງການນໍາໃຊ້ມາດຕະການລົງໂທດຕໍ່ຜູ້ກະທໍາຜິດຢ່າງຖືກຕ້ອງກັບຄວາມ ຈິງແລະຍຸຕິທໍານັ້ນມີຄວາມຈໍາເປັນຕ້ອງໄດ້ສ້າງສູນວິໄຈຢາເສບຕິດໃນຂະ ແໜງການສາທາລະນະສຸກແລະຂະແໜງການອື່ນທີ່ເຫັນວ່າມີຄວາມຈໍາ ເປັນເຊັ່ນ:ຂະແໜງການປ້ອງກັນຄວາມສະຫງົບ,ຄະນະກໍາມະການກວດກາ ແລະຄວບຄຸມຢາເສບຕິດ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງສູນວິໄຈຢາເສບ ຕິດໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 47 ສິດແລະໜ້າທີ່ຂອງສູນວິໄຈຢາເສບຕິດ

ມາດຕາ 47 ສິດແລະໜ້າທີ່ຂອງສູນວິໄຈຢາເສບຕິດ ສູນວິໄຈຢາເສບຕິດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: - ກວດ,ພິສູດ,ວິໄຈເພື່ອຊອກຫາສານເສບຕິດ,ປະເພດ,ຊະນິດ ແລະຄວາມເຂັ້ມຂຸ້ນຂອງສານເສບຕິດ; - ສະຫຼຸບຜົນຂອງການພິສູດ,ວິໄຈເພື່ອຢັ້ງຢືນແກ່ອົງການລັດທີ່ ມີໜ້າທີ່ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດລວມທັງອົງການດໍາເນີນ ຄະດີແລະຜູ້ຖືກຫາກ່ຽວກັບຢາເສບຕິດຕາມຄໍາສະເໜີຂອງບຸກຄົນແລະ ການຈັດຕັ້ງທີ່ກ່ຽວຂ້ອງ; - ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຜົນວິໄຈຢາເສບຕິດຂອງ ຕົນ; - ປະສານງານ,ແລກປ່ຽນຂໍ້ມູນຂ່າວສານກັບພາຍໃນ,ຕ່າງ ປະເທດແລະສາກົນກ່ຽວກັບວຽກງານຢາເສບຕິດເປັນຕົ້ນ:ການພິສູດແລະ ວິໄຈຢາເສບຕິດຕາມການມອບໝາຍຂອງຂັ້ນເທິງ.

...ໝວດທີ 8 ກອງທຶນສະກັດກັ້ນແລະຕ້ານຢາເສບຕິດ


....ມາດຕາ 48 ກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ

ມາດຕາ 48 ກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ ລັດສົ່ງເສີມໃຫ້ສ້າງຕັ້ງກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານ ຢາເສບຕິດຢູ່ສູນກາງ,ແຂວງ,ນະຄອນເພື່ອຮັບໃຊ້ວຽກງານກວດກາ,ຄວບ ຄຸມ,ສະກັດກັ້ນແລະຕ້ານຢາເສບຕິດລວມທັງວຽກງານປິ່ນປົວ,ຟື້ນຟູສຸຂະ ພາບແລະຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ.

....ມາດຕາ 49 ແຫຼ່ງກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ

ມາດຕາ 49 ແຫຼ່ງກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ ແຫຼ່ງກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດໄດ້ມາ ຈາກ: - ງົບປະມານຂອງລັດລວມທັງສ່ວນແບ່ງຕາມລະບຽບກົດ ໝາຍງົບປະມານຈາກລາຍຮັບທີ່ໄດ້ມາຈາກຊັບສິນ,ພາຫະນະແລະອຸປະ ກອນທີ່ພົວພັນກັບຢາເສບຕິດຊຶ່ງສານປະຊາຊົນໄດ້ຕັດສິນຮິບ; - ການຂາຍຜະລິດຕະພັນຂອງສູນປິ່ນປົວແລະຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ; - ການຊ່ວຍເຫຼືອຈາກຕ່າງປະເທດ; - ການປະກອບສ່ວນຈາກບຸກຄົນແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ; - ການເຄື່ອນໄຫວກິດຈະກໍາຫາລາຍໄດ້ໃດໜຶ່ງເຊັ່ນ:ການ ແຂ່ງຂັນກິລາ-ກາຍຍະກໍາ,ການສະແດງສິລະປະວັນນະຄະດີແລະອື່ນໆ.

....ມາດຕາ 50 ການຄຸ້ມຄອງແລະນໍາໃຊ້ກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ

ມາດຕາ 50 ການຄຸ້ມຄອງແລະນໍາໃຊ້ກອງທຶນຄວບຄຸມ,ສະກັດກັ້ນແລະ ຕ້ານຢາເສບຕິດ ກອງທຶນຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດຂັ້ນສູນກາງ ແມ່ນຄະນະກໍາມະການກວດກາແລະຄວບຄຸມຢາເສບຕິດແຫ່ງຊາດເປັນຜູ້ ຄຸ້ມຄອງ,ສ່ວນຢູ່ຂັ້ນທ້ອງຖິ່ນແມ່ນຄະນະກໍາມະການກວດກາແລະຄວບຄຸມ ຢາເສບຕິດແຂວງ,ນະຄອນເປັນຜູ້ຄຸ້ມຄອງ,ກອງທຶນດັ່ງກ່າວແມ່ນນໍາໃຊ້ ເຂົ້າໃນວຽກງານທີ່ໄດ້ກໍານົດໄວ້ໃນມາດຕາ 48 ຂອງກົດໝາຍສະບັບນີ້. ການຈັດຕັ້ງແລະການເຄື່ອນໄຫວຂອງກອງທຶນສະກັດກັັ້ນແລະ ຕ້ານຢາເສບຕິດໄດ້ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີ 4 ໜ້າທີ່ແລະຄວາມຮັບຜິດຊອບກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ


...ມາດຕາ 51 ໜ້າທີ່ແລະຄວາມຮັບຜິດຊອບຂອງລັດ

ມາດຕາ 51 ໜ້າທີ່ແລະຄວາມຮັບຜິດຊອບຂອງລັດ ລັດຖະບານວາງນະໂຍບາຍ,ລະບຽບການ,ມາດຕະການກ່ຽວ ກັບການຄຸ້ມຄອງ,ກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ,ການ ບໍາບັດ-ປິ່ນປົວ,ຟື້ນຟູສຸຂະພາບແລະຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາ ເສບຕິດລວມທັງການສະໜອງງົບປະມານ,ປະກອບພາຫະນະ,ອຸປະກອນ ແລະບຸກຄະລາກອນໃຫ້ແກ່ວຽກງານຄວບຄຸມ,ສະກັດກັ້ນແລະຕ້ານຢາເສບ ຕິດ. ລັດຈັດຕັ້ງປະຕິບັດວຽກງານຄຸ້ມຄອງ,ກວດກາລວມທັງວຽກ ງານຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 16, 20 ແລະ 29 ຂອງກົດໝາຍສະບັບນີ້. ອົງການປົກຄອງທ້ອງຖິ່ນມີໜ້າທີ່ຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍ,ລະບຽບກົດໝາຍກ່ຽວກັບການຄວບຄຸມ,ສະກັດກັ້ນແລະ ຕ້ານຢາເສບຕິດເປັນຕົ້ນແມ່ນໂຄສະນາສຶກສາອົບຮົມແລະປຸກລະດົມຂົນ ຂວາຍໃຫ້ທຸກພາກສ່ວນໃນສັງຄົມເຂົ້າຮ່ວມໃນວຽກງານກວດກາ,ຄວບຄຸມ ,ສະກັດກັ້ນແລະຕ້ານຢາເສບຕິດ,ປິ່ນປົວ,ຟື້ນຟູສຸຂະພາບແລະຝຶກວິຊາຊີບ ເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ.

...ມາດຕາ 52 ໜ້າທີ່ແລະຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ

ມາດຕາ 52 ໜ້າທີ່ແລະຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບການຄວບຄຸມ,ສະກັດກັ້ນແລະ ຕ້ານຢາເສບຕິດ:ກະຊວງປອງກັນປະເທດ,ກະຊວງປ້ອງກັນຄວາມສະຫງົບ ,ກະຊວງການຕ່າງປະເທດ,ກະຊວງການເງິນ,ກະຊວງຍຸຕິທໍາ,ກະຊວງ ແຮງງານແລະສະຫວັດດິການ-ສັງຄົມ,ກະຊວງສຶກສາທິການ,ກະຊວງສາ ທາລະນະສຸກ,ກະຊວງກະສິກໍາແລະປ່າໄມ້,ກະຊວງອຸດສາຫະກໍາແລະການ ຄ້າ,ກະຊວງຖະແຫຼງຂ່າວແລະວັດທະນະທໍາ,ອົງການໄອຍະການປະຊາຊົນ ສູງສຸດ,ສານປະຊາຊົນສູງສຸດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາ ຊົນຂັ້ນສູນກາງແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງມີໜ້າທີ່ຈັດຕັ້ງໜ່ວຍ ງານສະເພາະແລະຊີ້ນໍາ,ກວດກາສາຍຕັ້ງໃນການປະຕິບັດວຽກງານຄວບ ຄຸມ,ສະກັດກັ້ນແລະຕ້ານຢາເສບຕິດຕາມພາລະບົດບາດແລະຄວາມຮັບຜິດ ຊອບຂອງຕົນ.

...ມາດຕາ 53 ໜ້າທີ່ແລະຄວວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ

ມາດຕາ 53 ໜ້າທີ່ແລະຄວວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ ສັງຄົມແລະຊຸມຊົນມີໜ້າທີ່ແລະຄວາມຮັບຜິດຊອບໃນການໂຄ ສະນາ,ປຸກລະດົມໃຫ້ທຸກຊົ້ນຄົນເຫັນໄດ້ໄພອັນຕະລາຍຂອງຢາເສບຕິດແລະ ພ້ອມກັນສະກັດກັ້ນ,ຊອກຮູ້ຜູ້ປູກ,ຜູ້ຜະລິດ,ຜູ້ປຸງແຕ່ງ,ຜູ້ຂາຍ,ຜູ້ຈໍາໜ່າຍ,ຜູ້ ຂົນສົ່ງ,ຜູ້ເສບຢາເສບຕິດແລ້ວລາຍງານໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ, ໃຫ້ຄວາມຮ່ວມມືໃນການປິ່ນປົວ,ຟື້ນຟູ,ຝຶກວິຊາຊີບເບື້ອງຕົ້ນແລະຊອກ ວຽກເຮັດງານທໍາໃຫ້ແກ່ຜູ້ອອກຢາເສບຕິດ.

...ມາດຕາ 54 ໜ້າທີ່ແລະຄວາມຮັບຜິດຊອບຂອງຄອບຄົວ

ມາດຕາ 54 ໜ້າທີ່ແລະຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວມີບົດບາດສໍາຄັນ,ມີໜ້າທີ່ແລະຄວາມຮັບຜິດຊອບຕໍ່ ການສຶກສາອົບຮົມ,ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກພາຍ ໃນຄອບຄົວແລະຍາດພີ່ນ້ອງຂອງຕົນໃຫ້ຮູ້ເຖິງໄພອັນຕະລາຍຂອງຢາເສບ ຕິດ,ເຄົາລົບແລະປະຕິບັດລະບຽບກົດໝາຍທັງເປັນແບບຢ່າງ,ໃຫ້ຊິດຕິດ ແທດ,ໃຫ້ຄວາມອົບອຸ່ນ,ປຶກສາຫາລື,ໃຫ້ຄໍາແນະນໍາແກ່ສະມາຊິກພາຍໃນ ຄອບຄົວ,ເຂົ້າຮ່ວມຂະບວນການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ ແລະໃຫ້ຄວາມຊ່ວຍເຫຼືອເພື່ອບໍາບັດ-ປິ່ນປົວເມື່ອສະມາຊິກຄອບຄົວຫາກ ຕິດຢາເສບຕິດພ້ອມກັນນັ້ນກໍ່ໃຫ້ຕິດຕາມສະມາຊິກຄອບຄົວທີ່ອອກຢາເສບ ຕິດແລ້ວ.

...ມາດຕາ 55 ໜ້າທີ່ແລະຄວາມຮັບຜິດຊອບຂອງບຸກຄົນ

ມາດຕາ 55 ໜ້າທີ່ແລະຄວາມຮັບຜິດຊອບຂອງບຸກຄົນ ພົນລະເມືອງລາວທຸກຄົນໂດຍສະເພາະຊາວໜຸ່ມ-ເຍົາວະຊົນ ຕ້ອງເປັນເຈົ້າຕົນເອງໃນການສະກັດກັ້ນແລະຕ້ານຢາເສບຕິດ,ຕ້ານແນວ ຄິດຢາກທົດລອງເສບຢາເສບຕິດ,ຕ້ອງຟັງຄໍາແນະນໍາຂອງພໍ່ແມ່,ຜູ້ປົກ ຄອງ,ຄູ-ອາຈານ.ເມື່ອຕິດຢາເສບຕິດແລ້ວກໍ່ຕ້ອງຕັດສິນໃຈເຂົ້າຮັບການ ປິ່ນປົວອອກຢາເສບຕິດ. ພົນລະເມືອງທຸກຄົນມີໜ້າທີ່ລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມື່ອໄດ້ຮັບຂໍ້ມູນຂ່າວສານກ່ຽວກັບຜູ້ປູກ,ຜູ້ຜະລິດ,ຜູ້ປຸງແຕ່ງ,ຜູ້ຂາຍ,ຜູ້ຈໍາ ໜ່າຍ,ຜູ້ຂົນສົ່ງ,ຜູ້ເສບແລະແຫຼ່ງທີ່ມາ,ບ່ອນຊຸກເຊື່ອງຢາເສບຕິດແລະ ຕ້ອງໄດ້ຮັບການປົກປ້ອງ,ຄຸ້ມຄອງຄວາມປອດໄພຈາກເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ.

..ພາກທີ 5 ຂໍ້ຫ້າມກ່ຽວກັບຢາເສບຕິດ


...ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນແລະຄອບຄົວ

ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນແລະຄອບຄົວ ຂໍ້ຫ້າມສໍາລັບບຸກຄົນແລະຄອບຄົວມີດັ່ງນີ້: 1. ຫ້າມປູກ,ຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຄອບຄອງ, ຂົນສົ່ງ,ນໍາເຂົ້າ,ສົ່ງອອກຫຼືນໍາຜ່ານສປປລາວຢາເສບຕິດໂດຍບໍ່ຖືກຕ້ອງ ຕາມກົດໝາຍ; 2. ຫ້າມເສບຫຼືຈັດບໍລິການໃຫ້ເສບ,ຊຸກຍູ້ສົ່ງເສີມ,ຫຼອກລວງ ແລະບັງຄັບໃຫ້ຜູ້ອື່ນໃຊ້ຢາເສບຕິດໂດຍບໍ່ຖືກຕ້ອງຕາມກົດໝາຍ; 3. ຫ້າມປິດບັງ,ປົກປ້ອງຫຼືຊຸກເຊື່ອງສະມາຊິກຄອບຄົວຫຼືບຸກ ຄົນອື່ນທີ່ຕິດຢາເສບຕິດ; 4. ຫ້າມຂັດຂວາງ,ນາບຂູ່,ແກ້ແຄ້ນຜູ້ເຂົ້າຮ່ວມໃນການສະ ກັດກັ້ນແລະຕ້ານຢາເສບຕິດແລະການປິ່ນປົວຜູ້ຕິດຢາເສບຕິດ; 5. ຫ້າມໂຄສະນາເພື່ອກະຕຸກຊຸກຍູ້ການເສບຢາເສບຕິດໂດຍ ບໍ່ຖືກຕ້ອງຕາມກົດໝາຍທຸກຮູບແບບລວມທັງອິນເຕີເນັດ; 6. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 57 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປົກປ້ອງກົດໝາຍ

ມາດຕາ 57 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປົກປ້ອງກົດໝາຍ ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປົກປ້ອງກົດໝາຍມີ ດັ່ງນີ້: 1. ຫ້າມປະຕິບັດວຽກງານດ້ວຍຄວາມບໍ່ໂປ່ງໃສເຊັ່ນ:ຮັບສິນ ບົນ,ປັບໃໝແລ້ວປ່ອຍຕົວຜູ້ຖືກຫາ,ສັບປ່ຽນຂອງກາງຢາເສບຕິດ,ເຮັດບົດ ບັນທຶກປອມຫຼືສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວຫຼືຍາດ ທີ່ນ້ອງ; 2. ຫ້າມປິດບັງ,ຊຸກເຊື່ອງແລະປົກປ້ອງຜູ້ຖືກຫາກ່ຽວກັບຢາ ເສບຕິດ; 3. ຫ້າມນໍາໃຊ້ຂອງກາງຄະດີທີ່ພົວພັນກັບຢາເສບຕິດເຊັ່ນ: ຍານພາຫະນະ,ອຸປະກອນສື່ສານ,ເງິນ,ຄໍາແລະຊັບສິນອື່ນໆ; 4. ຫ້າມໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່ຜູ້ຖືກຫາເພື່ອໃຫ້ຮັບ ສາລະພາບ; 5. ຫ້າມປົກປ້ອງ,ແຊກແຊງການດໍາເນີນຄະດີກ່ຽວກັບຢາ ເສບຕິດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 6. ຫ້າມເຂົ້າຮ່ວມແລະພັວພັນກັບການຜະລິດ,ຄ້າຂາຍ,ຂົນສົ່ງ ຢາເສບຕິດໂດຍບໍ່ຖືກຕ້ອງຕາມກົດໝາຍ; 7. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 58 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງກ່ຽວກັບຢາເສບຕິດ

ມາດຕາ 58 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງກ່ຽວກັບຢາເສບ ຕິດ ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງກ່ຽວກັບຢາເສບຕິດ ມີດັ່ງນີ້: 1. ຫ້າມເຈົ້າໜ້າທີ່ສູນວິໄຈຢາເສບຕິດແຈ້ງຜົນວິໄຈໂດຍບໍ່ ຖືກກັບຕົວຈິງຫຼືສັບປ່ຽນສົ່ງເສບຕິດ; 2. ຫ້າມເຈົ້າໜ້າທີ່ສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາ ເສບຕິດປ່ອຍປະລະເລີຍ,ທໍາຮ້າຍຮ່າງກາຍຜູ້ມາບໍາບັດ,ຮຽກຮ້ອງຜົນປະ ໂຫຍດຈາກຄອບຄົວຫຼືຜູ້ຕິດຢາເສບຕິດ; 3. ຫ້າມເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງທໍາຮ້າຍຮ່າງກາຍ ຜູ້ຖືກຫາຫຼືຜູ້ກະທໍາຜິດກ່ຽວກັບຢາເສບຕິດ; 4. ຫ້າມເຈົ້າໜ້າທີ່ສູນປິ່ນປົວແລະຟື້ນຟູສຸຂະພາບອອກໃບຢັ້ງ ຢືນສຸຂະພາບທີ່ບໍ່ຖືກຕ້ອງຕາມຕົວຈິງ; 5. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີ 6 ການພົວພັນແລະຮ່ວມມືສາກົນກ່ຽວກັບຢາເສບຕິດ


...ມາດຕາ 59 ການພົວພັນແລະຮ່ວມມືສາກົນກ່ຽວກັບຢາເສບຕິດ

ມາດຕາ 59 ການພົວພັນແລະຮ່ວມມືສາກົນກ່ຽວກັບຢາເສບຕິດ ລັດສົ່ງເສີມໃຫ້ມີການພົວພັນແລະຮ່ວມມືສອງຝ່າຍ,ຫຼາຍຝ່າຍ ທັງໃນພາກພື້ນແລະສາກົນກ່ຽວກັບການຄວບຄຸມ,ສະກັດກັ້ນແລະຕ້ານຢາ ເສບຕິດດ້ວຍຫຼາຍຮູບການເຊັ່ນ:ການໂຄສະນາ,ສຶກສາອົບຮົມເພື່ອປ້ອງກັນ ບໍ່ໃຫ້ຄົນໃນສັງຄົມຕົກເປັນທາດຂອງຢາເສບຕິດ,ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກພາຍຫຼັງປະຊາຊົນຢຸດເຊົາປູກພືດທີ່ໃຫ້ສານເສບ ຕິດ,ການປິ່ນປົວ-ບໍາບັດ,ຟື້ນຟູສຸຂະພາບແລະຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ ອອກຢາເສບຕິດ,ການປະຕິບັດມາດຕະການທາງດ້ານກົດໝາຍ,ການແລກ ປ່ຽນຂໍ້ມູນຂ່າວສານ,ເຕັກໂນໂລຊີ,ບົດຮຽນ,ການສ້າງບຸກຄະລາກອນແລະ ອື່ນໆ.

...ມາດຕາ 60 ການຮ່ວມມືດ້ານກົດໝາຍແລະຍຸຕິທໍາ

ມາດຕາ 60 ການຮ່ວມມືດ້ານກົດໝາຍແລະຍຸຕິທໍາ ໃນການຮ່ວມມືດ້ານກົດໝາຍແລະຍຸຕິທໍານັ້ນອົງການທີ່ມີສິດ ອໍານາດຂອງ ສປປລາວ ສະໜອງຂໍ້ມູນຂ່າວສານກ່ຽວກັບຢາເສບຕິດ,ປະ ຕິບັດມາດຕະການສືບສວນ-ສອບສວນແລະມາດຕະການຄວບຄຸມ,ສະກັດ ກັ້ນແລະຕ້ານ,ການສັ່ງຟ້ອງແລະການຕັດສິນຄະດີກ່ຽວກັບຢາເສບຕິດ ຕາມການຮ້ອງຂໍຂອງປະເທດພາຄີ. ສໍາລັບການສົ່ງຜູ້ຮ້າຍຂ້າມແດນນັ້ນໃຫ້ປະຕິບັດຕາມສົນທິສັນ ຍາແລະສັນຍາທີ່ສປປລາວເປັນພາຄີ.

..ພາກທີ 7 ການຄວບຄຸມແລະກວດກາຢາເສບຕິດ


...ໝວດທີ 1 ການຄວບຄຸມຢາເສບຕິດ


....ມາດຕາ 61 ອົງການຄວບຄຸມຢາເສບຕິດ

ມາດຕາ 61 ອົງການຄວບຄຸມຢາເສບຕິດ ອົງການຄວບຄຸມຢາເສບຕິດປະກອບດ້ວຍ: - ຄະນະກໍາມະການແຫ່ງຊາດເພື່ອກວດກາແລະຄວບຄຸມຢາ ເສບຕິດ(ກຄສ); - ຄະນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບຄຸມ ຢາເສບຕິດ(ກຄສຂ); - ຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະ ຄວບຄຸມຢາເສບຕິດ(ກຄສມ); - ໜ່ວຍງານຂະແໜງການເພື່ອກວດກາແລະຄວບຄຸມຢາເສບ ຕິດ.

....ມາດຕາ 62 ທີ່ຕັ້ງແລະພາລະບົດບາດຂອງກຄສ

ມາດຕາ 62 ທີ່ຕັ້ງແລະພາລະບົດບາດຂອງກຄສ ຄະນະກໍາມະການແຫ່ງຊາດເພື່ອກວດກາແລະຄວບຄຸມຢາ ເສບຕິດແມ່ນອົງການຈັດຕັ້ງຂອງລັດຖະບານຊຶ່ງປະກອບດ້ວຍຫຼາຍພາກ ສ່ວນເຂົ້າຮ່ວມ,ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານແຫ່ງ ສປປລາວໃນການກວດກາແລະຄວບຄຸມຢາເສບຕິດຢ່າງລວມສູນເປັນ ເອກະພາບໃນທົ່ວປະເທດໂດຍມີກອງເລຂາປະຈໍາເພື່ອຊ່ວຍວຽກຊຶ່ງມີຖາ ນະເທົ່າກັບກົມ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງ ກຄສ ໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

....ມາດຕາ 63 ສິດແລະໜ້າທີ່ຂອງ ກຄສ

ມາດຕາ 63 ສິດແລະໜ້າທີ່ຂອງ ກຄສ ຄະນະກໍາມະການແຫ່ງຊາດເພື່ອກວດກາແລະຄວບຄຸມຢາ ເສບຕິດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າແຜນຍຸດທະສາດ,ຮ່າງກົດໝາຍ,ລະບຽບການ, ແຜນການ,ໂຄງການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ; 2. ໂຄສະນາເຜີຍແຜ່ສຶກສາອົບຮົມແນວທາງນະໂຍບາຍແລະ ລະບຽບກົດໝາຍກ່ຽວກັບຢາເສບຕິດແລະເກັບກໍາຂໍ້ມູນຂ່າວສານກ່ຽວກັບ ການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ; 3. ຊີ້ນໍາ,ຊຸກຍູ້,ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວ ກັບຢາເສບຕິດໃນຂອບເຂດທົ່ວປະເທດ; 4. ຂົນຂວາຍ,ຍາດແຍ່ງການຊ່ວຍເຫຼືອຈາກພາຍໃນແລະ ຕ່າງປະເທດ,ຄຸ້ມຄອງກອງທຶນເພື່ອວຽກງານສະກັດກັ້ນແລະຕ້ານຢາເສບ ຕິດ; 5. ສ້າງແລະກວດກາແຜນການການນໍາໃຊ້ກອງທຶນສະກັດກັ້ນ ແລະຕ້ານຢາເສບຕິດ; 6. ກໍ່ສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນກ່ຽວກັບການກວດ ກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ; 7. ເປັນໃຈກາງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ,ການສ້າງສູນ ປິ່ນປົວແລະຟື້ນຟູສູຂະພາບຜູ້ຕິດຢາເສບຕິດແລະສູນຝຶກວິຊາຊີບເບື້ອງຕົ້ນ ເພື່ອເຮັດໃຫ້ຜູ້ອອກຢາເສບຕິດມີວິຊາອາຊີບແລະມີວຽກເຮັດງານທໍາ; 8. ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດ, ການສ້າງສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດແລະສູນຝຶກວິ ຊາຊີບເບື້ອງຕົ້ນໃຫ້ຜູ້ອອກຢາເສບຕິດ; 9. ສະຫຼຸບແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານ ການຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດເພື່ອລາຍງານໃຫ້ລັດຖະ ບານ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 64 ຄະນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບຄຸມຢາເສບຕິດ

ມາດຕາ 64 ຄະນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບ ຄຸມຢາເສບຕິດ ຄະນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບຄຸມ ຢາເສບຕິດແມ່ນອົງການຈັດຕັ້ງຂອງແຂວງ,ນະຄອນຊຶ່ງປະກອບດ້ວຍຫຼາຍ ພາກສ່ວນເຂົ້າຮ່ວມ,ມີພາລະບົດບາດເປັນເສນາທິການໃຫ້ອົງການປົກ ຄອງແຂວງ,ນະຄອນໃນການກວດກາແລະຄວບຄຸມຢາເສບຕິດໃນຂອບ ເຂດແຂວງ,ນະຄອນໂດຍມີກອງເລຂາຊ່ວຍວຽກປະຈໍາຊຶ່ງມີຖານະເທົ່າ ກັບພະແນກການຂວງແຂວງ,ນະຄອນ. ຄະນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບຄຸມ ຢາເສບຕິດມີສິດແລະໜ້າທີ່ດັ່ງນີ້: 1. ຜົນຂະຫຍາຍແຜນການຂອງຂັ້ນເທິງ,ລະບຽບກົດໝາຍ ກ່ຽວກັບຢາເສບຕິດມາເປັນລະບຽບການ,ແຜນການ,ໂຄງການຂອງຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; 2. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາ ເສບຕິດ; 3. ຊີ້ນໍາ,ຊຸກຍູ້ແລະກວດກາການຈັດຕັ້ງປະຕິບັດວຽກງານຢາ ເສບຕິດຂອງຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະຄວບ ຄຸມຢາເສບຕິດ; 4. ສໍາຫຼວດເກັບກໍາຂໍ້ມູນກ່ຽວກັບການກວດກາ,ຄວບຄຸມ,ສະ ກັດກັ້ນແລະຕ້ານຢາເສບຕິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບ ວຽກງານຢາເສບຕິດ; 6. ສະຫຼຸບແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານຢາ ເສບຕິດໃນຂັ້ນຂອງຕົນໃຫ້ອົງການປົກຄອງແຂວງ,ນະຄອນແລະຄະນະ ກໍາມະການແຫ່ງຊາດເພື່ອກວດກາແລະຄວບຄຸມຢາເສບຕິດຢ່າງເປັນ ປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 65 ຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະຄວບຄຸມຢາເສບຕິດ

ມາດຕາ 65 ຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະ ຄວບຄຸມຢາເສບຕິດ ຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະຄວບ ຄຸມຢາເສບຕິດແມ່ນອົງການຈັດຕັ້ງຂອງເມືອງ,ເທດສະບານຊຶ່ງປະກອບ ດ້ວຍຫຼາຍພາກສ່ວນເຂົ້າຮ່ວມ,ມີພາລະບົດບາດເປັນເສນາທິການໃຫ້ອົງ ການປົກຄອງເມືອງ,ເທດສະບານໃນການກວດກາແລະຄວບຄຸມຢາເສບ ຕິດໂດຍມີກອງເລຂາຊ່ວຍວຽກປະຈໍາຊຶ່ງມີຖານະເທົ່າກັບຫ້ອງການວິຊາ ສະເພາະອື່ນຂອງເມືອງ,ເທດສະບານ. ຄະນະກໍາມະການເມືອງ,ເທດສະບານເພື່ອກວດກາແລະຄວບ ຄຸມຢາເສບຕິດມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງການ ກ່ຽວກັບຢາເສບຕິດ; 2. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບຢາເສບຕິດ; 3. ສໍາຫຼວດ,ເກັບກໍາຂໍ້ມູນກ່ຽວກັບຢາເສບຕິດໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 4. ຊີ້ນໍາ,ຊຸກຍູ້ແລະກວດກາການຈັດຕັ້ງປະຕິບັດວຽກງານຢາ ເສບຕິດຂັ້ນລຸ່ມຂອງຕົນ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບວຽກ ງານຢາເສບຕິດ; 6. ສະຫຼຸບແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານຢາ ເສບຕິດໃນຂັ້ນຂອງຕົນໃຫ້ອົງການປົກຄອງເມືອງ,ເທດສະບານແລະຄະ ນະກໍາມະການແຂວງ,ນະຄອນເພື່ອກວດກາແລະຄວບຄຸມຢາເສບຕິດ ຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 66 ໜ່ວຍງານຂະແໜງການເພື່ອກວດກາແລະຄວບຄຸມຢາເສບຕິດ

ມາດຕາ 66 ໜ່ວຍງານຂະແໜງການເພື່ອກວດກາແລະຄວບຄຸມຢາ ເສບຕິດ ໜ່ວຍງານຂະແໜງການເພື່ອກວດກາແລະຄວບຄຸມຢາເສບ ຕິດແມ່ນການຈັດຕັ້ງໜຶ່ງຂອງກະຊວງ,ອົງການທີ່ກ່ຽວຂ້ອງຊຶ່ງມີສິດແລະ ໜ້າທີ່ກວດກາແລະຄວບຄຸມຢາເສບຕິດຕາມພາລະບົດບາດຂອງຂະແໜງ ການຕົນ.

...ໝວດທີ 2 ການກວດກາຢາເສບຕິດ


....ມາດຕາ 67 ອົງການກວດກາຢາເສບຕິດ

ມາດຕາ 67 ອົງການກວດກາຢາເສບຕິດ ອົງການກວດກາຢາເສບຕິດແມ່ນອົງການດຽວກັນກັບອົງການ ຄວບຄຸມຢາເສບຕິດທີ່ໄດ້ກໍານົດໄວ້ໃນມາດຕາ 61ຂອງກົດໝາຍສະບັບນີ້. ....ມາດຕາ 68 ສິດແລະໜ້າທີ່ຂອງອົງການກວດກາຢາເສບຕິດ

ມາດຕາ 68 ສິດແລະໜ້າທີ່ຂອງອົງການກວດກາຢາເສບຕິດ ອົງການກວດກາຢາເສບຕິດມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດວຽກງານການກວດກາ,ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບ ຕິດໂດຍລົງເລິກບາງບັາຫາດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດແຜນການ,ໂຄງການ,ລະ ບຽບກົດໝາຍກ່ຽວກັບຢາເສບຕິດລວມທັງສູນປິ່ນປົວແລະຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດແລະສູນຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ອອກຢາເສບຕິດ; 2. ຕິດຕາມ,ຊີ້ນໍາ,ກວດກາການແກ້ໄຂບັນຫາຢາເສບຕິດ ຕາມລະບຽບກົດໝາຍ; 3. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດໃນການກວດກາ,ຄວບຄຸມ,ສະກັດກັ້ນ,ຕ້ານແລະການ ແກ້ໄຂບັນຫາຢາເສບຕິດ; 4. ສະເໜີວິທີ,ມາດຕະການແກ້ໄຂຜົນຂອງການຕິດຕາມກວດ ກາໃຫ້ຂັ້ນເທິງຕົກລົງ; 5. ສະຫຼຸບ,ປະເມີນຜົນ,ຖອດຖອນບົດຮຽນແລະລາຍງານຂັ້ນ ເທິງກ່ຽວກັບວຽກງານກວດກາຢາເສບຕິດ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 69 ຮູບການການກວດກາຢາເສບຕິດ

ມາດຕາ 69 ຮູບການການກວດກາຢາເສບຕິດ ການກວດກາຢາເສບຕິດມີສາມຮູບການດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກ ສະນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງເມື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຮູ້ລ່ວງໜ້າກ່ອນຢ່າງ ນ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາທີ່ມີການດໍາ ເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າກ່ອນ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີ 1 ນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາ 70 ນະໂຍບາຍຕໍ່ຜູ້ມີຜົນງານ,ເຈົ້າໜ້າທີ່

ມາດຕາ 70 ນະໂຍບາຍຕໍ່ຜູ້ມີຜົນງານ,ເຈົ້າໜ້າທີ່ ພະນັກງານ,ເຈົ້າໜ້າທີ່ແລະການຈັດຕັ້ງທີ່ມີຜົນງານໃນການ ປະຕິບັດກົດໝາຍວ່າດ້ວຍຢາເສບຕິດເປັນຕົ້ນກ່ຽວກັບການກວດກາ,ຄວບ ຄຸມ,ສະກັດກັ້ນແລະຕ້ານຢາເສບຕິດຈະໄດ້ຮັບການຍ້ອງຍໍ,ບໍາເນັດຫຼືນະໂຍ ບາຍອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 71 ນະໂຍບາຍຕໍ່ຜູ້ໃຫ້ຄວາມຮ່ວມມື

ມາດຕາ 71 ນະໂຍບາຍຕໍ່ຜູ້ໃຫ້ຄວາມຮ່ວມມື ບຸກຄົນແລະການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນການຄວບ ຄຸມ,ສະກັດກັ້ນແລະຕ້ານຢາເສບຕິດດ້ວຍການເຂົ້າຮ່ວມງານ,ໃຫ້ຂໍ້ມູນ- ຂ່າວສານແລະອື່ນໆຈະໄດ້ຮັບການຍ້ອງຍໍ,ບໍາເນັດ,ການປິ່ນປົວແລະນະ ໂຍບາຍອື່ນຢ່າງເໝາະສົມຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ


....ມາດຕາ 72 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 72 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິ ບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ມາດຕະການທາງອາ ຍາຕາມແຕ່ລະກໍລະນີເບົາຫຼືໜັກລວມທັງການໃຊ້ແທນຄ່າເສຍຫາຍທາງ ແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 146 ຂອງກົດໝາຍອາຍາແລະກົດ ໝາຍສະບັບນີ້.

....ມາດຕາ 73 ມາດຕະການສຶກສາອົບຮົມ

ມາດຕາ 73 ມາດຕະການສຶກສາອົບຮົມ ບຸກຄົນທີ່ໄດ້ເສບຢາເສບຕິດຫຼືມີໄວ້ໃນຄອບຄອງເຄມີຢາງຄັນ ຊາແລະອະນຸພັນຕ່າງໆຂອງເຄມີຢ່າງຄັນຊາແຕ່ 0,3 ກຼາມລົງມາຖືວ່າ ເປັນຜູ້ຖືກເຄາະຮ້າຍ,ເປັນຜູ້ສ່ຽງຕໍ່ການຕິດຢາ,ເປັນຜູ້ຕິດຢາຈະຖືກສຶກສາ ອົບຮົແລະຈະຖືກນໍາໄປປິ່ນປົວຢູ່ສູນປິ່ນປົວແລະຟື້ນຟູສຸຂະພາບຜູ້ຕິດຢາເສບ ຕິດ. ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ບໍ່ໃຫ້ຄວາມຮ່ວມມືໃນການ ຄວບຄຸມ,ສະກັດກັ້ນແລະຕ້ານຢາເສບຕິດກໍ່ຈະຖືກສຶກສາອົບຮົມ. ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍ ໜ້ອຍ,ຈິງໃຈລາຍງານ,ຮັບສາລະພາບຄວາມຜິດຂອງຕົນຕໍ່ການຈັດຕັ້ງ ແລະສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ການຈັດຕັ້ງຢ່າງ ົຄົບຖ້ວນແລ້ວກໍ່ຈະໄດ້ຮັບການສຶກສາອົບຮົມແລະກ່າວເຕືອນ.

....ມາດຕາ 74 ການປະຕິບັດວິໄນ

ມາດຕາ 74 ການປະຕິບັດວິໄນ ພະນັກງານ,ລັດຖະກອນຫຼືເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດ ໝາຍກ່ຽວກັບຢາເສບຕິດແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການ ກະທໍາຜິດທາງອາຍາແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມ ຜິດຂອງຕົນກໍ່ຈະຖືກປະຕິບັດວິໄນຕາມແຕ່ກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດແລະບັນທຶກໄວ້ໃນສໍານວນ ເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ຕໍ່າກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄຈຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຢ່າງຄົບຖ້ວນ.

....ມາດຕາ 75 ມາດຕະການທາງອາຍາ

ມາດຕາ 75 ມາດຕະການທາງອາຍາ ເຄມີຢາງກັນຊາ (Tetrahydrocannabinol, Hashish) ແລະອະນຸພັນຕ່າງໆຂອງເຄມີຢາງຄັນຊາ: - ນໍາໜັກສຸທິເກີນກວ່າ 0.3 ກຼາມຫາ 50 ກຼາມຈະຖືກລົງ ໂທດຕັດອິດສະລະພາບແຕ່ສອງປີຫາສີ່ປີແລະຈະຖືກປັບໃໝແຕ່ຫ້າລ້ານ ກີບຫາເກົ້າລ້ານກີບ; - ນໍ້າໜັກສຸດທິເກີນກວ່າຫ້າສິບກຼາມຫາໜຶ່ງຮ້ອຍກຼາມຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ສິບ ລ້ານກີບຫາຊາວເກົ້າລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ; - ນໍາໜັກສຸດທິເກີນກວ່າ ໜຶ່ງຮ້ອຍກຼາມຫາສອງຮ້ອຍກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບສີ່ປີແລະຈະຖືກປັບໃໝ ແຕ່ສາມສິບລ້ານກີບຫາຫ້າສິບເກົ້າລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ ກໍານົດໄວ້ໃນມາດຕາ34ຂອງກົດໝາຍອາຍາ; - ນໍ້າໜັກສຸດທິເກີນກວ່າສອງຮ້ອຍກຼາມຫາຫ້າຮ້ອຍກຼາມຈະ ຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝ ແຕ່ຫົກສິບລ້ານກີບຫາເກົ້າສິບເກົ້າລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ; - ນໍ້າໜັກສຸດທິເກີນກວ່າຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດ ສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາສອງ ຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງ ກົດໝາຍອາຍາ.

....ມາດຕາ 76 ມາດຕະການຕໍ່ຜູ້ທີ່ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່

ມາດຕາ 76 ມາດຕະການຕໍ່ຜູ້ທີ່ອອກຢາເສບຕິດແລ້ວກັບຄືນມາຕິດ ໃໝ່ ຜູ້ທີ່ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່ຈະຖືກລົງໂທດ ຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງ ແສນກີບຫາສາມແສນກີບ.

....ມາດຕາ 77 ມາດຕະການໂທດເພີ່ມ

ມາດຕາ 77 ມາດຕະການໂທດເພີ່ມ ໃນການດໍາເນີນຄະດີອາຍາຕໍ່ຜູ້ກະທໍາຜິດກ່ຽວກັບຢາເສບ ຕິດ,ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ 73 ຫາ 76 ຂອງ ກົດໝາຍສະບັບນີ້ແລ້ວທຸກຊັບສິນທີ່ພົວພັນກັບການກະທໍາຜິດກ່ຽວກັບ ຢາເສບຕິດຊຶ່ງແມ່ນຊັບສິນທີ່ຮັບໃຊ້ແລະໄດ້ມາຈາກການກະທໍາຜິດເຊັ່ນ: ເງິນ,ຄໍາ,ຊັບສິນມີຄ່າ,ທີ່ດິນ,ເຮືອນ,ພາຫະນະ,ອຸປະກອນຈະຖືກຮິບເປັນ ຂອງລັດ. ສໍາລັບຢາເສບຕິດນັ້ນໃຫ້ທໍາລາຍຖິ້ມຕາມລະບຽບກົດໝາຍ.

....ມາດຕາ 78 ມາດຕະການທາງແພ່ງ

ມາດຕາ 78 ມາດຕະການທາງແພ່ງ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາ 75 ຂອງກົດໝາຍ ສະບັບນີ້ແລ້ວຜູ້ກະທໍາຜິດຍັງຈະໄດ້ໃຊ້ແທນຄ່າເສຍຫາຍຕ່າງໆເຊັ່ນ:ຄ່າ ປິ່ນປົວ,ຄ່າປົວແປງຈິດໃຈ,ຄ່າປ່ວຍການ,ຄ່າເດີນທາງ,ຄ່າກິນຢູ່ພັກເຊົາ ແລະຄ່າເສຍຫາຍອື່ນຕາມລະບຽບກົດໝາຍ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 79 ການຈັດຕັ້ງປະຕິບັດ

ມາດຕາ 79 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 80 ຜົນສັກສິດ

ມາດຕາ 80 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ