ກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ 09-11-2005

From Wikisource
Jump to navigation Jump to search

.ມໍລະດົກແຫ່ງຊາດ 09-11-2005


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍມໍລະດົກແຫ່ງຊາດກໍານົດຫຼັກການ,ລະບຽບ ການແລະມາດຕະການກ່ຽວກັບການຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາ,ອະນຸ ລັກ,ບູລະນະ,ປະຕິສັງຂອນມໍລະດົກແຫ່ງຊາດກໍ່ຄືກໍານົດສິດ,ໜ້າທີ່ແລະພັນ ທະຂອງການຈັດຕັ້ງລັດ,ສັງຄົມແລະບຸກຄົນເພື່ອຮັກສາໄວ້ຊຶ່ງຄຸນຄ່າຂອງ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນໍາໃຊ້ຮັກຊາດ,ຮັກມູນເຊື້ອອັນດີ ງາມຂອງຊາດໃຫ້ເປັນພື້ນຖານດ້ານຈິດໃຈແລະເປັນປັດໃຈຄໍາປະກັນການ ຍືນຍົງຄົງຕົວຂອງຊາດລາວຕະຫຼອດໄປ.

...ມາດຕາ 2 ມໍລະດົກແຫ່ງຊາດ

ມາດຕາ 2 ມໍລະດົກແຫ່ງຊາດ ມໍລະດົກແຫ່ງຊາດແມ່ນຜະລິດຕະພັນທີ່ມະນຸດສ້າງຂຶ້ນຫຼືເກີດ ຂຶ້ນເອງໂດຍທໍາມະຊາດທີ່ມີຄຸນຄ່າສູງທາງດ້ານວັດທະນະທໍາ,ປະຫວັດ ສາດຫຼືທໍາມະຊາດ,ເປັນຊັບສົມບັດອັນລໍ້າຄ່າ,ເປັນກໍາມະສິດລວມຂອງວົງ ຄະນະຍາດແຫ່ງຊາດລາວຊຶ່ງພາກສ່ວນໜຶ່ງຖືກຮັບຮອງເປັນມໍລະດົກພາກ ພື້ນແລະມໍລະດົກໂລກ. ມໍລະດົກແຫ່ງຊາດປະກອບດ້ວຍມໍລະດົກທາງດ້ານວັດທະນະ ທໍາ,ປະຫວັດສາດແລະທໍາມະຊາດທີ່ເປັນວັດຖຸ,ບໍ່ເປັນວັດຖຸ,ເປັນສັງຫາລິ ມະຊັບຫຼືອະສັງຫາລິມະຊັບ,ມີຊີວິດຫຼືບໍ່ມີຊີວິດຊຶ່ງຢັ້ງຢືນເຖິງຄວາມເປັນມາ ຂອງຊາດລາວ,ຄົນລາວໃນແຕ່ລະຍຸກແຕ່ລະສະໄໝ. ມໍລະດົກແຫ່ງຊາດມີທັງຢູ່ພາຍໃນແລະຕ່າງປະເທດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດ ສາດໝາຍເຖິງມໍລະດົກທີ່ເປັນວັດຖຸຫຼືບໍ່ເປັນວັດຖຸ,ເປັນສັງຫາລິມະຊັບຫຼື ອະສັງຫາລິມະຊັບທີ່ມີຄຸນຄ່າສູງທາງດ້ານວັດທະນະທໍາ,ປະຫວັດສາດ,ວິ ທະຍາສາດຫຼືເຕັກໂນໂລຊີທີ່ເປັນສົມບັດຂອງຊາດ,ໄດ້ຮັບການສືບທອດ ກັນມາແຕ່ລະຍຸກແຕ່ລະສະໄໝ. 2. ມໍລະດົກແຫ່ງຊາດທາງດ້ານທໍາມະຊາດໝາຍເຖິງມໍລະ ດົກທີ່ປະກອບສ້າງຂຶ້ນໂດຍທໍາມະຊາດເອງຊຶ່ງມີຄຸນຄ່າສູງທາງດ້ານທັດ ສະນີຍະພາບແລະຊີວະນາໆພັນທີ່ຍັງຄົງຄວາມສົມບູນທາງທໍາມະຊາດ ດັ້ງເດີມແລະຄວາມສວຍສົດງົດງາມ. 3. ສົມບັດມິ່ງເມືອງໝາຍເຖິງມໍລະດົກຕົກທອດທີ່ມີຄຸນຄ່າ ສູງ,ໂດດເດັ່ນເປັນພິເສດທາງດ້ານວັດທະນະທໍາ,ປະຫວັດສາດ,ທໍາມະ ຊາດທີ່ຫາຍາກແລະເປັນເອກະລັດຂອງຊາດທີ່ເປັນວັດຖຸ,ບໍ່ເປັນວັດຖຸ, ສັງຫາລິມະຊັບຫຼືອະສັງຫາລິມະຊັບ. 4. ຮ່ອງຮອຍປະຫວັດສາດໝາຍເຖິງສະຖານທີ່,ສິ່ງກໍ່ສ້າງ ທາງດ້ານສະຖາປັດຕະຍະກໍາ,ບູຮານສະຖານຊຶ່ງມີວັດຖຸບູຮານທີ່ມີຄຸນຄ່າ ສູງທາງດ້ານວັດທະນະທໍາ,ປະຫວັດສາດແລະວິທະຍາສາດ; 5. ວັດຖຸບູຮານໝາຍເຖິງຜະລິດຕະພັນທາງດ້ານວັດຖຸທີ່ ສ້າງຂຶ້ນໂດຍມະນຸດອັນເປັນຫຼັກຖານຢັ້ງຢືນເຖິງປະຫວັດສາດແຫ່ງຂະ ບວນວິວັດຂອງສັງຄົມມະນຸດ. 6. ແຫຼ່ງວັດຖຸບູຮານໝາຍເຖິງສະຖານທີ່ຊຶ່ງວັດຖຸບູຮານສະ ຖານບູຮານແລະບັນດາຮ່ອງຮອຍຫຼັກຖານທາງປະຫວັດສາດຖືກຄົ້ນພົບ ຢູ່ຮ່ວມກັນເປັນກຸ່ມ. 7. ວັດຖຸຈໍາລອງແບບໝາຍເຖິງວັດຖຸທີ່ສ້າງຂຶ້ນໃໝ່ໂດຍ ການກ່າຍເອົາແບບວັດຖຸບູຮານຊຶ່ງມີລັກສະນະຮູບຊົງ,ສັດສ່ວນ,ສີສັນ, ລວດລາຍ,ການຕົບແຕ່ງແລະຈຸດພິເສດອື່ນໆຕາມແບບສະບັບເດີມ. 8. ສະຖາປັດຕະຍະກໍາໝາຍເຖິງສິ່ງກໍ່ສ້າງແຫ່ງສິລະປະທີ່ ໂດດເດ່ນທາງດ້ານວັດທະນະທໍາແລະປະຫວັດສາດຊຶ່ງຕິດພັນກັບແບບ ແຜນດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ,ຂອງບັນພະບູລຸດແລະວິລະ ບູລຸດແຫ່ງຊາດ. 9. ການປົກປັກຮັກສາມໍລະດົກແຫ່ງຊາດໝາຍເຖິງການ ປ້ອງກັນບໍ່ໃຫ້ຖືກລັກ,ທໍາລາຍຈູດເຜົາ,ຖືກເສຍຫາຍຈາກທໍາມະຊາດຫຼື ຖືກເອົາໄປນໍາໃຊ້ໂດຍບໍ່ຖືກຕ້ອງຕາມກົດໝາຍ. 10. ການອະນຸລັກມໍລະດົກແຫ່ງຊາດໝາຍເຖິງການຮັກສາ ໄວ້ຊຶ່ງຄຸນຄ່າ,ຮ່ອງຮອຍ,ສີສັນທາງດ້ານວັດທະນະທໍາ,ປະຫວັດສາດ,ທໍາ ມະຊາດຂອງມໍລະດົກແຫ່ງຊາດເພື່ອບໍ່ໃຫ້ສູນຫາຍຫຼືເສື່ອມເສຍໄປ. 11. ການບູລະນະມໍລະດົກແຫ່ງຊາດໝາຍເຖິງຂະບວນ ການສ້ອມແປງ,ຮັກສາຮູບແບບລວດລາຍແລະລາຍລະອຽດເດີມຂອງ ອາຄານ,ສິ່ງກໍ່ສ້າງໃຫ້ຖືກຕ້ອງຕາມຍຸກສະໄໝທີ່ແນ່ນອນໂດຍຕໍ່ເຕີມ ແລະເສີມສ່ວນດັ່ງເດີມທີ່ຂາດຫາຍໄປໃຫ້ສົມບູນ. 12. ການປະຕິສັງຂອນມໍລະດົກແຫ່ງຊາດໝາຍເຖິງການ ບູລະນະ,ສ້າງຄື່ນໃໝ່ເພື່ອໃຫ້ວັດຖຸຫຼືສິ່ງກໍ່ສ້າງດ້ານປະຫວັດສາດ,ວັດທະ ນະທໍາ,ທັດສະນີຍະພາບທໍາມະຊາດຄືນສູ່ສະພາບແລະເອກະລັກດັ່ງເດີມ. 13. ມໍລະດົກສະຖານໝາຍເຖິງບູຮານສະຖານ,ປູຊະນີຍະ ສະຖານ,ອະນຸສອນສະຖານ,ສະຖານທີ່ທໍາມະຊາດແລະສະຖາປັດຕະຍະ ກໍາຊຶ່ງມີຄຸນຄ່າຂອງດ້ານວັດທະນະທໍາ,ປະຫວັດສາດ,ວິທະຍາສາດຫຼື ເຕັກໂນໂລຊີ,ທັດສະນີຍະພາບທີ່ສືບທອດກັນມາ. 14. ປູສະນີຍະສະຖານໝາຍເຖິງສະຖານທີ່ຊຶ່ງເປັນບ່ອນ ເຄົາລົບບູຊາຂອງປະຊາຊົນທີ່ຕິດພັນກັບການເຄື່ອນໄຫວທາງສາສະໜາ ,ຮີດຕອງປະເພນີແລະຮ່ອງຮອຍປະຫວັດສາດ. 15. ອະນຸສອນສະຖານໝາຍເຖິງສະຖານທີ່ລະນຶກເຖິງວິລະ ກໍາຂອງບັນພະບູລຸດແລະຂະບວນການຕໍ່ສູ້ອັນພິລະອາດຫານຂອງປະຊາ ຊົນລາວບັນດາເຜົ່າໃນການປົກປັກຮັກສາແລະສ້າງສາປະເທດຊາດ ເພື່ອຄວາມຊົງຈໍາຂອງອະນຸຊົນຄົນຮຸ່ນຫຼັງ. 16. ຫໍພິພິດຕະພັນໝາຍເຖິງສະຖານທີ່ເກັບມ້ຽນ,ອະນຸລັກ ຮັກສາແລະວາງສະແດງວັດຖຸພັນກ່ຽວກັບວັດທະນະທໍາ,ປະຫວັດສາດ, ທໍາມະຊາດ,ວິທະຍາສາດແລະສັງຄົມເພື່ອຮັບໃຊ້ການຄົ້ນຄວ້າ,ສຶກສາ ອົບຮົມ,ທັດສະນະສຶກສາແລະການທ່ອງທ່ຽວຂອງພາຍໃນແລະຕ່າງປະ ເທດ. 17. ຊັບສົມບັດອັນລໍ້າຄ່າໝາຍເຖິງຊັບສົມບັດທີ່ມີຄຸນຄ່າສູງ ,ໂດດເດັ່ນແລະຫາຍາກ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບມໍລະດົກແຫ່ງຊາດ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບມໍລະດົກແຫ່ງຊາດ ການພັດທະນາເສດຖະກິດ-ສັງຄົມຕ້ອງໄປຄຽງຄູ່ກັບການປົກ ປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດ. ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ບຸກຄົນ,ການຈັດຕັ້ງທີ່ຢູ່ພາຍ ໃນແແລະຕ່າງປະເທດປະກອບສ່ວນເຂົ້າໃນການປົກປັກຮັກສາ,ອະນຸລັກ,ບູ ລະນະແລະປະຕິສັງຂອນມໍລະດົກແຫ່ງຊາດເພື່ອເຮັດໃຫ້ຍືນຍົງຄົງຕົວ. ລັດສົ່ງເສີມການຄົ້ນຄວ້າ,ການປະດິດແຕ່ງ,ການເຜີຍແຜ່ຄຸນ ຄ່າທີ່ມີລັກສະນະຊາດ,ມະຫາຊົນແລະກ້າວໜ້າຂອງມໍລະດົກແຫ່ງຊາດ ພ້ອມທັງຈໍາກັດ,ແກ້ໄຂສິ່ງກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງປະຊາ ຊົນລາວບັນດາເຜົ່າແລະບາດກ້າວເດີນຂອງປະເທດຊາດ. ລັດຮັບຮູ້ກໍາມະສິດກ່ຽວກັບມໍລະດົກແຫ່ງຊາດຂອງການຈັດຕັ້ງ ແລະບຸກຄົນທີ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ.

...ມາດຕາ 5 ພັນທະຂອງພົນລະເມືອງ

ມາດຕາ 5 ພັນທະຂອງພົນລະເມືອງ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ອາໃສຢູ່ ບົນດິນແດນຂອງສປປລາວລ້ວນແຕ່ມີພັນທະປະກອບສ່ວນເຂົ້າໃນການປົກ ປັກຮັກສາ,ອະນຸລັກ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດ. ຊາວຕ່າງປະເທດ,ນັກທ່ອງທ່ຽວທີ່ເຂົ້າມາສປປລາວກໍ່ມີພັນທະ ປະກອບສ່ວນເຂົ້າໃນການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດ ເຊັ່ນດຽວກັນ.

...ມາດຕາ 6 ການຮ່ວມມືສາກົນ

ມາດຕາ 6 ການຮ່ວມມືສາກົນ ລັດມີນະໂຍບາຍສົ່ງເສີມການພົວພັນ,ການຮ່ວມມືກັບສາກົນ ກ່ຽວກັບມໍລະດົກແຫ່ງຊາດເພື່ອແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ຄົ້ນ ຄວ້າວິທະຍາສາດ,ຝຶກອົບຮົມວິຊາການ,ເຜີຍແຜ່ວັດທະນະທໍາ,ວາງສະ ແດງ,ຍາດແຍ່ງທຶນຮອນແລະອື່ນໆ.

..ພາກທີ 2 ມໍລະດົກແຫ່ງຊາດ


...ໝວດທີ 1 ມໍລະດົກທາງດ້ານວັດທະນະທໍາ


....ມາດຕາ 7 ປະເພດມໍລະດົກທາງດ້ານວັດທະນະທໍາ

ມາດຕາ 7 ປະເພດມໍລະດົກທາງດ້ານວັດທະນະທໍາ ມໍລະດົກທາງດ້ານວັດທະນະທໍາມີສອງປະເພດຄື: - ມໍລະດົກທາງດ້ານວັດທະນະທໍາທີ່ເປັນວັດຖຸ; - ມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ.

....ມາດຕາ 8 ມໍລະດົກທາງດ້ານວັດທະນະທໍາທີ່ເປັນວັດຖຸ

ມາດຕາ 8 ມໍລະດົກທາງດ້ານວັດທະນະທໍາທີ່ເປັນວັດຖຸ ມໍລະດົກທາງດ້ານວັດທະນະທໍາທີ່ເປັນວັດຖຸແມ່ນມໍລະດົກທີ່ ມີຕົວຕົນ,ເປັນຊັບສົມບັດອັນລໍ້າຄ່າທາງດ້ານວັດທະນະທໍາຊຶ່ງລວມມີສິ່ງ ທີ່ເປັນສັງຫາລິມະຊັບຫຼືອະສັງຫາລິມະຊັບທີ່ເປັນເອກະລັກເປັນຕົ້ນ:ວັດຖຸ ບູຮານ,ເຄື່ອງຫັດຖະກໍາເຊັ່ນ:ຜ້າແພລາຍຈົກ,ລາຍມັດໝີ່,ວິຈິດຕະກໍາ, ເຄື່ອງອຸປະໂພກ,ບໍລິໂພກເຊັ່ນ:ເຂົ້າໜຽວ,ປາແດກ,ເຄື່ອງດົນຕີພື້ນເມືອງ ເຊັ່ນ:ແຄນ...,ເຄື່ອງມືການຜະລິດ,ຈາລຶກບູຮານ,ສະຖານບູຮານປູຊະນີ ຍະສະຖານແລະອື່ນໆ.

....ມາດຕາ 9 ມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ

ມາດຕາ 9 ມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ ມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸແມ່ນມໍລະດົກທີ່ ບໍ່ມີຕົວຕົນ,ເປັນຊັບສົມບັດອັນລໍ້າຄ່າທາງດ້ານວັດທະນະທໍາເຊັ່ນ:ພູມປັນ ຍາ,ຄວາມຮູ້,ປັດຊະຍາຂອງມະຫາຊົນ,ຄວາມເຊື່ອຖື,ຮີດຄອງປະເພນີອັນ ດີງາມຊຶ່ງສະແດງອອກໃນວິຖີຊີວິດ,ມາລະຍາດໃນສັງຄົມ,ພາສາ,ຕົວອັກ ສອນ,ຕົວເລກ,ພື້ນແຜ່ນ,ຕໍານານ,ນິທານ,ສຸພາສິດ,ກາບກອນ,ສຽງດົນຕີ ພື້ນເມືອງ,ບົດຟ້ອນພື້ນເມືອງ,ສຽງຮ້ອງ,ທໍານອງເພງ,ຂັບລໍາ,ຕໍາລາຢາ ພື້ນເມືອງແລະອື່ນໆທີ່ໄດ້ສືບທອດກັນມາ.

...ໝວດທີ 2 ມໍລະດົກທາງດ້ານປະຫວັດສາດ


....ມາດຕາ 10 ປະເພດມໍລະດົກທາງດ້ານປະຫວັດສາດ

ມາດຕາ 10 ປະເພດມໍລະດົກທາງດ້ານປະຫວັດສາດ ມໍລະດົກທາງດ້ານປະຫວັດສາດມີສອງປະເພດຄື: - ມໍລະດົກທາງດ້ານປະຫວັດສາດທີ່ເປັນວັດຖຸ; - ມໍລະດົກທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ.

....ມາດຕາ 11 ມໍລະດົກທາງດ້ານປະຫວັດສາດທີ່ເປັນວັດຖຸ

ມາດຕາ 11 ມໍລະດົກທາງດ້ານປະຫວັດສາດທີ່ເປັນວັດຖຸ ມໍລະດົກທາງດ້ານປະຫວັດສາດທີ່ເປັນວັດຖຸແມ່ນມໍລະດົກທີ່ມີ ຕົວຕົນ,ເປັນຊັບສົມບັດອັນລໍ້າຄ່າທາງດ້ານປະຫວັດສາດຊຶ່ງລວມມີສິ່ງທີ່ ເປັນສັງຫາລິມະຊັບຫຼືອະສັງຫາລິມະຊັບເປັນຕົ້ນແມ່ນຫໍ,ໂຮງ;ອາວຸດຍຸດ ໂທປະກອນ,ພາຫະນະ,ເຄື່ອງອຸປະໂພກ,ເຄື່ອງໃຊ້ສອຍ,ເອກະສານທີ່ບັນ ທຶກໄວ້;ສະຖານທີ່ປະຫວັດສາດເຊັ່ນ:ຖານທີ່ໝັ້ນຂອງຂະບວນການຕໍ່ສູ້ຂອງ ປະຊາຊົນ,ບັນພະບູລຸດແລະຜູ້ນໍາການປະຕິວັດ,ສະໝໍລະພູມ,ອະນຸສອນສະ ຖານ...

....ມາດຕາ 12 ມໍລະດົກທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ

ມາດຕາ 12 ມໍລະດົກທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ ມໍລະດົກທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸແມ່ນມໍລະດົກ ທາງດ້ານຈິດໃຈທີ່ຕິດພັນກັບປະຫວັດສາດແຕ່ລະຍຸກແຕ່ລະສະໄໝເຊັ່ນ: ແນວຄິດ,ທິດສະດີ,ອຸດົມການຊຶ່ງສະແດງເຖິງມູນເຊື້ອຮັກຊາດ,ພິລະອາດ ຫານຕໍ່ສູ້ບໍ່ຍອມຈໍານົນ,ປັນຍາຄວາມຮູ້,ຄວາມສາມາດ,ຍຸດທະສາດ,ສິລະ ປະຍຸດ,ຍຸດທະວິທີ,ບົດຮຽນໃນການຕໍ່ສູ້,ການນໍາພາ,ການປົກຄອງແລະ ການສ້າງສາພັດທະນາປະເທດຊາດ.

...ໝວດທີ 3 ມໍລະດົກທາງດ້ານທໍາມະຊາດ


....ມາດຕາ 13 ປະເພດມໍລະດົກທາງດ້ານທໍາມະຊາດ

ມາດຕາ 13 ປະເພດມໍລະດົກທາງດ້ານທໍາມະຊາດ ມໍລະດົກທາງດ້ານທໍາມະຊາດມີສອງປະເພດຄື: - ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງທັດສະນີຍະ ພາບ; - ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານວິທະ ຍາສາດ,ນິເວດວິທະຍາ.

....ມາດຕາ 14 ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງທັດສະນີຍະພາບ

ມາດຕາ 14 ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງທັດສະ ນີຍະພາບ ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງທັດສະນີຍະພາບ ແມ່ນມໍລະດົກທີ່ມີຄວາມສວຍງາມອັນໂດດເດັ່ນ,ອຸດົມສົມບູນໄປດ້ວຍຊີວະ ນາໆພັນເປັນຕົ້ນ:ປ່າສະຫງວນ,ເຂດອະນຸລັກຊີວະນາໆພັນ,ຖໍ້າທໍາມະຊາດ ,ນໍາຕົກຕາດ,ແກ້ງ,ຄອນ,ແມ່ນໍາ,ລໍາເຊ,ເກາະດອນ,ພູ,ຜາ,ສັດນໍ້າ,ສັດປ່າ ,ຫ້ອວ,ໜອງ,ຄອງ,ບຶງແລະອື່ນໆ...

....ມາດຕາ 15 ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ,ວິທະຍາສາດ

ມາດຕາ 15 ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດ ວິທະຍາ,ວິທະຍາສາດ ມໍລະດົກທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດວິ ທະຍາ,ວິທະຍາສາດແມ່ນມໍລະດົກອັນລໍ້າຄ່າທາງດ້ານທໍາມະຊາດທີ່ມີ ຄວາມສໍາຄັນ,ໂດດເດັ່ນທາງດ້ານທໍລະນີສາດ,ຊີວະສາດແລະພູມສາດ.

..ພາກທີ 3 ລະດັບມໍລະດົກແຫ່ງຊາດ


...ໝວດທີ 1 ລະດັບມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ


....ມາດຕາ 16 ລະດັບມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ

ມາດຕາ 16 ລະດັບມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະ ຫວັດສາດ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ຈັດແບ່ງເປັນສາມລະດັບດັ່ງນີ້: - ລະດັບທ້ອງຖິ່ນ; - ລະດັບຊາດ; - ລະດັບໂລກ.

....ມາດຕາ 17 ລະດັບທ້ອງຖິ່ນ

ມາດຕາ 17 ລະດັບທ້ອງຖິ່ນ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ລະດັບທ້ອງຖິ່ນແມ່ນມໍລະດົກທີ່ມີຄຸນຄ່າອັນໂດດເດັ່ນສໍາລັບທ້ອງຖິ່ນໃດ ໜຶ່ງແລະຕັ້ງຢູ່ພື້ນທີ່ຂອງທ້ອງຖິ່ນນັ້ນເຊັ່ນ:ພະບາດໂພນສັນ,ທາດໂພ່ນ.

....ມາດຕາ 18 ລະດັບຊາດ

ມາດຕາ 18 ລະດັບຊາດ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ລັດດັບຊາດແມ່ນມໍລະດົກທີ່ມີຄຸນຄ່າອັນໂດດເດັ່ນລະດັບຊາດຊຶ່ງຕັ້ງຢູ່ໃນ ພື້ນທີ່ໃດໜຶ່ງຂອງ ສປປລາວ ທີ່ເປັນມໍລະດົກຂອງວົງຄະນະຍາດແຫ່ງຊາດ ເຊັ່ນ: ພະທາດຫຼວງ,ວັດຊຽງທອງ,ເມືອງວຽງໄຊ,ແບບຟ້ອນລໍາວົງ,ນິ ທານສຽວສະຫວາດ,ສັງສິນໄຊແລະອື່ນໆ.

....ມາດຕາ 19 ລະດັບໂລກ

ມາດຕາ 19 ລະດັບໂລກ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ລະດັບໂລກແມ່ນມໍລະດົກຂອງລາວທີ່ມີຄຸນຄ່າອັນໂດດເດັ່ນລະດັບໂລກຊຶ່ງ ຕັ້ງຢູ່ພື້ນທີ່ໃດໜຶ່ງຂອງ ສປປລາວ ໂດຍຮັບຮອງຈາກອົງການສະຫະປະຊາ ຊາດເພື່ອການສຶກສາ,ວິທະຍາສາດແລະວັດທະນະທໍາເຊັ່ນ:ເມືອງຫຼວງພະ ບາງ,ວັດພູຈໍາປາສັກແລະອື່ນໆ.

...ໝວດທີ 2 ລະດັບມໍລະດົກແຫ່ງຊາດທາງດ້ານທໍາມະຊາດ


....ມາດຕາ 20 ລະດັບມໍລະດົກແຫ່ງຊາດທາງດ້ານທໍາມະຊາດ

ມາດຕາ 20 ລະດັບມໍລະດົກແຫ່ງຊາດທາງດ້ານທໍາມະຊາດ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດຈັດແບ່ງເປັນສີ່ລະ ດັບດັ່ງນີ້: - ລະດັບທ້ອງຖິ່ນ; - ລະດັບຊາດ; - ລະດັບພາກພື້ນ; - ລະດັບໂລກ.

....ມາດຕາ 21 ລະດັບທ້ອງຖິ່ນ

ມາດຕາ 21 ລະດັບທ້ອງຖິ່ນ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບທ້ອງຖິ່ນແມ່ນ ມໍລະດົກທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານທັດສະນີຍະພາບແລະຊີວະນາໆ ພັນສໍາລັບທ້ອງຖິ່ນໃດໜຶ່ງແລະຕັ້ງຢູ່ພື້ນທີ່ຂອງທ້ອງຖິ່ນນັ້ນເຊັ່ນ:ຕາດເລາະ ,ຕາດກວາງຊີ.

....ມາດຕາ 22 ລະດັບຊາດ

ມາດຕາ 22 ລະດັບຊາດ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບຊາດແມ່ນມໍລະ ດົກທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານທັດສະນີຍະພາບລະດັບຊາດຊຶ່ງຕັ້ງຢູ່ ພື້ນທີ່ໃດໜຶ່ງຂອງ ສປປລາວ ທີ່ເປັນມໍລະດົກຂອງວົງຄະນະຍາດແຫ່ງຊາດ ເຊັ່ນ:ພູເບ້ຍ,ຄອນພະເພັງ,ປ່າສະຫງວນແຫ່ງຊາດເຊປຽນ,ພູຫີນປູນ,ເຂດ ອະນຸລັກຊີວະນາໆພັນແຫ່ງຊາດນາກາຍ-ນໍ້າເທີນ,ເຂດຊາກໄດໂນເສົາ ແລະອື່ນໆ.

....ມາດຕາ 23 ລະດັບພາກພື້ນ

ມາດຕາ 23 ລະດັບພາກພື້ນ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບພາກພື້ນແມ່ນມໍ ລະດົກແຫ່ງຊາດລາວທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານທັດສະນີຍະພາບລະ ດັບພາກພື້ນຊຶ່ງຕັ້ງຢູ່ພື້ນທີ່ໃດໜຶ່ງຂອງ ສປປລາວ ໂດຍຮັບຮອງເອົາຈາກ ອົງການພາກພື້ນທີ່ກ່ຽວຂ້ອງເຊັ່ນ:ປ່າສະຫງວນແຫ່ງຊາດ,ບໍ່ນໍ້າຮ້ອນແລະ ອື່ນໆ.

....ມາດຕາ 24 ລະດັບໂລກ

ມາດຕາ 24 ລະດັບໂລກ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບໂລກແມ່ນມໍລະ ດົກຂອງາວທີ່ມີຄຸນຄ່າອັນໂດດເດັ່ນທາງດ້ານທັດສະນີຍະພາບລະດັບໂລກ ຊຶ່ງຕັ້ງຢູ່ພື້ນທີ່ໃດໜຶ່ງຂອງ ສປປລາວໂດຍຮັບຮອງຈາກອົງການສະຫະປະ ຊາຊາດເພື່ອການສຶກສາ,ວິທະຍາສາດແລະວັດທະນະທໍາ.

...ໝວດທີ 3 ສົມບັດມິ່ງເມືອງ


....ມາດຕາ 25 ຄວາມສໍາຄັນຂອງສົມບັດມິ່ງເມືອງ

ມາດຕາ 25 ຄວາມສໍາຄັນຂອງສົມບັດມິ່ງເມືອງ ສົມບັດມິ່ງເມືອງປະກອບດ້ວຍມໍລະດົກແຫ່ງຊາດທີ່ມີຄຸນຄ່າອັນ ໂດດເດັ່ນເປັນພິເສດ,ຫາຍາກແລະເປັນເອກະລັກຂອງຊາດຊຶ່ງລັດຕ້ອງໄດ້ ເອົາໃຈໃສ່ໃນການປົກປັກຮັກສາ,ອະນຸລັກໃຫ້ໝັ້ນຄົງຢູ່ຄູ່ບ້ານຄູ່ເມືອງ.

....ມາດຕາ 26 ປະເພດສົມບັດມິ່ງເມືອງ

ມາດຕາ 26 ປະເພດສົມບັດມິ່ງເມືອງ ສົມບັດມິ່ງເມືອງມີທັງສິ່ງທີ່ເປັນວັດຖຸຫຼືບໍ່ເປັນວັດຖຸ,ສັງຫາລິມະ ຊັບຫຼືອະສັງຫາລິມະຊັບເຊັ່ນ:ພະທາດຫຼວງວຽງຈັນ,ຫໍພະແກ້ວ,ວັດຊຽງ ທອງ,ພະບາງ,ພື້ນຂຸນບູລົມ,ນິທານສັງສິນໄຊ,ນິທານຊຽງໝ້ຽງແລະອື່ນ ໆ.

..ພາກທີ 4 ລະບຽບການຄຸ້ມຄອງ,ການນໍາໃຊ້,ການປົກປັກຮັກສາ,ການອະນຸລັກການບູລະນະແລະການປະຕິສັງຂອນມໍລະດົກແຫ່ງຊາດທາ


...ໝວດທີ 1 ລະບຽບການຄຸ້ມຄອງມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ


....ມາດຕາ 27 ລະບຽບການຄຸ້ມຄອງ

ມາດຕາ 27 ລະບຽບການຄຸ້ມຄອງ ລັດຄຸ້ມຄອງລວມສູນເປັນເອກະພາບຕໍ່ມໍລະດົກແຫ່ງຊາດທາງ ດ້ານວັດທະນະທໍາແລະປະຫວັດສາດໃນຂອບເຂດທົ່ວປະເທດນັບທັງຢູ່ສໍາ ນັກງານຜູ້ຕາງໜ້າຂອງ ສປປລາວ ຢູ່ຕ່າງປະເທດໂດຍມີການຂຶ້ນທະບຽນ ,ແບ່ງຂັ້ນຄຸ້ມຄອງໃຫ້ຂະແໜງການແລະທ້ອງຖິ່ນ. ລັດປົກປ້ອງກໍາມະສິດ,ລິຂະສິດຕໍ່ມໍລະດົກແຫ່ງຊາດລາວທາງ ດ້ານວັດທະນະທໍາແລະປະຫວັດສາດທີ່ຕົກຢູ່ນອກອະທິປະໄຕຂອງສປປລາວ ຫຼືຖືກຕ່າງປະເທດເອົາໄປນໍາໃຊ້ເປັນກໍາມະສິດ,ລິຂະສິດຂອງຕົນໂດຍບໍ່ຖືກ ຕ້ອງຕາມກົດໝາຍ.

....ມາດຕາ 28 ການຂຶ້ນທະບຽນ

ມາດຕາ 28 ການຂຶ້ນທະບຽນ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ທີ່ບຸກຄົນຫຼືການຈັດຕັ້ງມີໄວ້ໃນຄອບຄອງຕ້ອງໄດ້ຮັບການຂຶ້ນທະບຽນ. ລັດດໍາເນີນການຊອກຄົ້ນ,ເກັບກໍາມໍລະດົກຕ່າງໆເພື່ອປະເມີນ ຄຸນຄ່າ,ຈັດແບ່ງລະດັບແລະຂຶ້ນທະບຽນພ້ອມກັນນັ້ນກໍ່ຊຸກຍູ້ໃຫ້ຜູ້ຄອບຄອງ ມໍລະດົກສະເໜີຂຶ້ນທະບຽນຕາມລະບຽບດັ່ງນີ້: 1. ມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃຫ້ຂຶ້ນທະບຽນນໍາພະ ແນກຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນ; 2. ມໍລະດົກແຫ່ງຊາດລະດັບຊາດໃຫ້ຂຶ້ນທະບຽນນໍາກະຊວງ ຖະແຫຼງຂ່າວແລະວັດທະນະທໍາ; 3. ມໍລະດົກແຫ່ງຊາດລະດັບໂລກໃຫ້ຂຶ້ນທະບຽນນໍາອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງຕາມການສະເໜີຂອງລັດຖະບານສປປລາວ; 4. ມໍລະດົກແຫ່ງຊາດທີ່ຢູ່ສໍານັກງານຜູ້ຕາງໜ້າຂອງ ສປປ ລາວຢູ່ຕ່າງປະເທດໃຫ້ຂຶ້ນທະບຽນນໍາກະຊວງຖະແຫຼງຂ່າວແລະວັດທະ ນະທໍາແລະພາກສ່ວນທີ່ກ່ຽວຂ້ອງ; 5. ມໍລະດົກແຫ່ງຊາດທີ່ເປັນສົມບັດມິ່ງເມືອງໃຫ້ຂຶ້ນທະບຽນ ນໍາກະຊວງຖະແຫຼງຂ່າວແລະວັດທະນະທໍາ. ພາຍຫຼັງຂຶ້ນທະບຽນແລ້ວລັດຈະຮັບຮູ້ມໍລະດົກດັ່ງກ່າວເປັນມໍ ລະດົກແຫ່ງຊາດພ້ອມທັງຮັບຮູ້ສິດຄອບຄອງຂອງເຈົ້າຂອງມໍລະດົກ. ຖ້າຫາກມໍລະດົກນັ້ນບໍ່ໄດ້ຂຶ້ນທະບຽນເຈົ້າຂອງມໍລະດົກຈະບໍ່ ມີສິດດໍາເນີນດິດຈະກໍາຕ່າງໆກ່ຽວກັບມໍລະດົກດັ່ງກ່າວເຊັ່ນ:ການວາງ ສະແດງ,ການຈໍາລອງແບບແລະອື່ນໆ. ມໍລະດົກແຫ່ງຊາດລະດັບຊາດທີ່ມີຄຸນຄ່າສູງ,ຫາຍາກແລະ ເປັນເອກະລັກຂອງຊາດຕ້ອງໄດ້ຄົ້ນຄວ້າແລະສະເໜີຈົດທະບຽນກໍາມະ ສິດແລະລິຂະສິດຂອງຊາດຕໍ່ສາກົນ.

....ມາດຕາ 29 ການສ້ອມແປງ,ບູລະນະແລະປະຕິສັງຂອນ

ມາດຕາ 29 ການສ້ອມແປງ,ບູລະນະແລະປະຕິສັງຂອນ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງປະກອບສ່ວນໃນການສ້ອມ ແປງ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດທາງດ້ານວັດທະນະ ທໍາແລະປະຫວັດສາດ. ການສ້ອມແປງ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກການຈັດຕັ້ງບ່ອນທີ່ຕົນຂຶ້ນທະບຽນ.

....ມາດຕາ 30 ການຈໍາລອງແບບ

ມາດຕາ 30 ການຈໍາລອງແບບ ການຈໍາລອງແບບແມ່ນການສ້າງວັດຖຸໃໝ່ຂຶ້ນໂດຍການກ່າຍ ເອົາແບບ,ສີສັນ,ລວດລາຍຂອງມໍລະດົກດັ່ງເດີມ. ການຈໍາລອງແບບມໍລະດົກແຫ່ງຊາດທີ່ເປັນສົມບັດມິ່ງເມືອງແລະ ມໍລະດົກແຫ່ງຊາດລະດັບຊາດຕ້ອງຂໍອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທໍາ,ສໍາລັບມໍລະດົກແຫ່ງຊາດລະດັບທ້ອງຖິ່ນແມ່ນພະແນກ ຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນເປັນຜູ້ອະນຸມັດ.

....ມາດຕາ 31 ການສ້າງໃໝ່

ມາດຕາ 31 ການສ້າງໃໝ່ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງຢາກສ້າງອະນຸສາວະລີ,ປັ້ນຫຼໍ່ ຮູບບັນພະບູລຸດຜູ້ນໍາ,ວິລະຊົນແຫ່ງຊາດຕ້ອງໄດ້ຮັບອະນຸຍາດຈາກລັດຖະ ບານ. ສໍາລັບການສ້າງສາດສະນະສະຖານຕ້ອງໄດ້ຮັບອະນຸຍາດຈາກເຈົ້າ ແຂວງ,ເຈົ້າຄອງນະຄອນໂດຍປະສານກັບອົງການທີ່ກ່ຽວຂ້ອງ. ສໍາລັບການປັ້ນຫຼໍ່ພະພຸດທະຮູບ,ການປັ້ນຫຼໍ່ຮູບອະນຸສອນຂອງຕະກູນ ສ່ວນບຸກຄົນຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວແລະວັດ ທະນະທໍາ.

....ມາດຕາ 32 ການວາງສະແດງ

ມາດຕາ 32 ການວາງສະແດງ ການວາງສະແດງມໍລະດົກແຫ່ງຊາດມີສາມປະເພດຕົ້ນຕໍດັ່ງນີ້: - ການວາງສະແດງເພື່ອເຜີຍແຜ່ໃຫ້ມວນຊົນເຂົ້າຊົມ; - ການວາງສະແດງໂດຍມີການປະກອບສ່ວນໃນການປົກປັກຮັກ ສາແລະບູລະນະ; - ການວາງສະແດງເພື່ອການຄ້າ; ການວາງສະແດງມໍລະດົກແຫ່ງຊາດອາດຈະດໍາເນີນຢູ່ພາຍໃນຫຼື ຢູ່ຕ່າງປະເທດ. ການວາງສະແດງມໍລະດົກແຫ່ງຊາດຢູ່ພາຍໃນປະເທດຕ້ອງໄດ້ຮັບ ການອະນຸຍາດຈາກຂະແໜງການຖະແຫຼງຂ່າວແລະວັດທະນະທໍາພາຍຫຼັງ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ສໍາລັບການວາງສະແດງມໍລະດົກແຫ່ງຊາດຢູ່ຕ່າງປະເທດນັ້ນຕ້ອງ ໄດ້ຮັບການອະນຸຍາດຈາກລັດຖະບານໂດຍການສະເໜີຂອງກະຊວງຖະ ແຫຼງຂ່າວແລະວັດທະນະທໍາ.

....ມາດຕາ 33 ການພົບເຫັນແລະການພົບພໍ້

ມາດຕາ 33 ການພົບເຫັນແລະການພົບພໍ້ ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກິດຈະການໃດໜຶ່ງຫາກໄດ້ພົບເຫັນ ມໍລະດົກແຫ່ງຊາດຕ້ອງລາຍງານໃຫ້ອົງການປົກຄອງຢູ່ທ້ອງຖິ່ນແລະຂະ ແໜງການຖະແຫຼງຂ່າວແລະວັດທະນະທໍາທີ່ກ່ຽວຂ້ອງໃນທັນໃດພ້ອມທັງ ໂຈະກິດຈະການນັ້ນຈົນກວ່າຈະໄດ້ຮັບອະນຸຍາດໃຫ້ສືບຕໍ່. ບຸກຄົນຫຼືການຈັດຕັ້ງຫາກໄດ້ພົບພໍ້ສະຖານທີ່ຫຼືໄດ້ຮັບຂໍ້ມູນກ່ຽວກັບ ສະຖານທີ່ທີ່ມີຫຼືສົງໄສວ່າມີມໍລະດົກແຫ່ງຊາດ,ເຄື່ອງຄໍ້າຂອງຄູນຕ້ອງລາຍ ງານໃຫ້ອົງການປົກຄອງທ້ອງຖິ່ນແລະຂະແໜງການຖະແຫຼງຂ່າວແລະວັດ ທະນະທໍາຊາບໃນທັນໃດແລະຫ້າມບໍ່ໃຫ້ຂຸດຄົ້ນກ່ອນໄດ້ຮັບອະນຸຍາດຈາກ ຂະແໜງການຖະແຫຼງຂ່າວແລະວັດທະນະທໍາ.

....ມາດຕາ 34 ການຄົ້ນຄວ້າວິໄຈ

ມາດຕາ 34 ການຄົ້ນຄວ້າວິໄຈ ລັດສົ່ງເສີມໃຫ້ບຸກຄົນຫຼືການຈັດຕັ້ງຢູ່ພາຍໃນຫຼືຕ່າງປະເທດດໍາເນີນ ການຄົ້ນຄວ້າວິໄຈກ່ຽວກັບມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະ ປະຫວັດສາດດ້ວຍນະໂຍບາຍຕ່າງໆ. ການຄົ້ນຄວ້າວິໄຈກ່ຽວກັບມໍລະດົກແຫ່ງຊາດນັ້ນຕ້ອງໄດ້ຮັບອະນຸ ຍາດຈາກຂະແໜງການຖະແຫຼງຂ່າວແລະວັດທະນະທໍາ;ສໍາລັບບຸກຄັນຫຼື ການຈັດຕັ້ງທີ່ມີຈຸດປະສົງຮ່ວມມືກັບຕ່າງປະເທດໃນການຄົ້ນຄວ້າວິໄຈກ່ຽວ ກັບມໍລະດົກແຫ່ງຊາດນັ້ນຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທໍາພາຍຫຼັງປະສານສົມທົບກັບກະຊວງການຕ່າງປະເທດ ແລ້ວ. ຂໍ້ມູນແລະຜົນຂອງການຄົ້ນຄວ້າວິໄຈນັ້ນຕ້ອງມອບຕົ້ນສະບັບໃຫ້ຂະ ແໜງການຖະແຫຼງຂ່າວແລະວັດທະນະທໍາເພື່ອເກັບຮັກສາໄວ້ແລະໂຄສະ ນາເຜີຍແຜ່ຕາມລະບຽບການ.

....ມາດຕາ 35 ການສົ່ງອອກນອກປະເທດເພື່ອການວິໄຈ

ມາດຕາ 35 ການສົ່ງອອກນອກປະເທດເພື່ອການວິໄຈ ການສົ່ງສິ້ນສ່ວນຫຼືວັດຖຸທີ່ເປັນມໍລະດົກແຫ່ງຊາດທາງດ້ານວັດທະ ນະທໍາແລະປະຫວັດສາດຊຶ່ງມີຄຸນຄ່າສູງອອກນອກປະເທດເພື່ອການວິໄຈ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.ສໍາລັບສິ້ນສ່ວນຫຼືວັດຖຸມໍລະດົກແຫ່ງ ຊາດອື່ນນັ້ນຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວແລະວັດທະນະ ທໍາ.

....ມາດຕາ 36 ການນໍາເຂົ້າ,ເຜີຍແຜ່ຫຼືຈໍາໜ່າຍ

ມາດຕາ 36 ການນໍາເຂົ້າ,ເຜີຍແຜ່ຫຼືຈໍາໜ່າຍ ການນໍາເຂົ້າ,ເຜີຍແຜ່ຫຼືຈໍາໜ່າຍຜະລິດຕະພັນວັດທະນະທໍາຂອງ ຕ່າງປະເທດຕ້ອງໄດ້ຮັບການກວດກາແລະອະນຸຍາດຈາກຂະແໜງການ ຖະແຫຼງຂ່າວແລະວັດທະນະທໍາ. ຜະລິດຕະພັນວັດທະນະທໍາຂອງຕ່າງປະເທດທີ່ເປັນວັດຖຸໂດຍສະ ເພາະພະພຸດທະຮູບຫຼືບໍ່ເປັນວັດຖຸທີ່ບໍ່ສອດຄ່ອງກັບວັດທະນະທໍາ,ຮີດຄອງ ປະເພນີອັນດີງາມຂອງຊາດລາວຈະບໍ່ອະນຸຍາດໃຫ້ນໍາເຂົ້າ,ເຜີຍແຜ່ຫຼືຈໍາ ໜ່າຍ.

....ມາດຕາ 37 ການໂອນ

ມາດຕາ 37 ການໂອນ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດທີ່ໄດ້ ຂຶ້ນທະບຽນແລ້ວສາມາດໂອນກໍາມະສິດ,ລິຂະສິດໃຫ້ຜູ້ອື່ນໄດ້,ແຕ່ຜູ້ທີ່ໄດ້ ຮັບໂອນນັ້ນຕ້ອງໄດ້ແຈ້ງໃຫ້ຂະແໜງການຖະແຫຼງຂ່າວແລະວັດທະນະ ທໍາບ່ອນທີ່ຕົນຂຶ້ນທະບຽນຮັບຊາບພາຍໃນກໍານົດສາມສິບວັນນັບແຕ່ວັນ ໂອນເປັນຕົ້ນໄປ.

....ມາດຕາ 38 ການຊື້-ຂາຍ

ມາດຕາ 38 ການຊື້-ຂາຍ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຊື້-ຂາຍວັດຖຸທີ່ເປັນມໍລະດົກແຫ່ງ ຊາດທາງດ້ານວັດທະນະທໍາແລະປະຫວັດສາດຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການຖະແຫຼງຂ່າວແລະວັດທະນະທໍາ,ໃນກໍລະນີວັດຖຸທີ່ເປັນມໍລະ ດົກແຫ່ງຊາດນັ້ນຫາກມີຄຸນຄ່າສູງ,ໂດດເດັ່ນລັດມີບູລິມະສິດຊື້ເອົາວັດຖຸດັ່ງ ກ່າວຕາມລາຄາທີ່ຕົກລົງກັນ. ລັດບໍ່ອະນຸຍາດໃຫ້ຊື້-ຂາຍມໍລະດົກແຫ່ງຊາດອອກນອກປະເທດ,ສໍາ ລັບການແລກປ່ຽນລະຫວ່າງຊາດນັ້ນຕ້ອງໄດ້ຮັບອະນຸຍາດຈາກລັດຖະ ບານ.

....ມາດຕາ 39 ການສືບທອດ

ມາດຕາ 39 ການສືບທອດ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດທີ່ໄດ້ ຂຶ້ນທະບຽນແລ້ວສາມາດສືບທອດເປັນມູນມໍລະດົກໄດ້,ແຕ່ຜູ້ທີ່ໄດ້ຮັບການ ສືບທອດຕ້ອງໄດ້ແຈ້ງໃຫ້ຂະແໜງການຖະແຫຼງຂ່າວແລະວັດທະນະທໍາ ບ່ອນທີ່ຕົນຂຶ້ນທະບຽນນັ້ນຮັບຊາບພາຍໃນກໍານົດຫົກສິບວັນນັບແຕ່ວັນໄດ້ ຮັບການສືບທອດເປັນຕົ້ນໄປ.ໃນກໍລະນີທີ່ມີຫຼາຍຄົນໄດ້ຮັບການສືບທອດນໍາ ກັນນັ້ນຈະມອບສັນທະເປັນລາຍລັກອັກສອນໃຫ້ຜູ້ໃດຜູ້ໜຶ່ງເປັນຜູ້ຕາງໜ້າ ໄປແຈ້ງກໍ່ໄດ້.

...ໝວດທີ 2 ລະບຽບການນໍາໃຊ້ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ


....ມາດຕາ 40 ຈຸດປະສົງ

ມາດຕາ 40 ຈຸດປະສົງ ການນໍາໃຊ້ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດ ສາດແມ່ນເພື່ອຈຸດປະສົງດັ່ງນີ້: 1. ໃຫ້ເປັນພື້ນຖານແຫ່ງການຍືນຍົນຄົງຕົວຂອງຊາດ,ເປັນກໍາລັງ ດັນໃຫ້ສັງຄົມຂະຫຍາຍຕົວທັງແມ່ນຈຸດໝາຍຂອງການພັດທະນາປະເທດ ຊາດໃຫ້ຮັ່ງມີ,ເຂັ້ມແຂງ; 2. ສຶກສາອົບຮົມພົນລະເມືອງໃຫ້ມີນໍາໃຈຮັກຊາດ,ມີຄວາມເອກ ອ້າງທະນົງໃຈຕໍ່ມູນເຊື້ອຂະຫຍັນໝັ່ນພຽນ,ປະດິດສ້າງ,ຕໍ່ສູ້ພິລະອາດຫານ ,ສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າໃນການປົກປັກຮັກ ສາແລະພັດທະນາປະເທດຊາດ; 3. ເພີ່ມທະວີຄັງສາງມໍລະດົກແຫ່ງຊາດທາງດ້ານວັດທະນະທໍາ ແລະປະຫວັດສາດໃຫ້ອຸດົມຮັ່ງມີຂຶ້ນ; 4. ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ; 5. ເຊື່ອມໂຍງເຂົ້າກັບການເຄື່ອນໄຫວອະນຸລັດ,ເສີມຂະຫຍາຍຄຸນ ຄ່າມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດຂອງໂລກ; 6. ຄົ້ນຄວ້າວິໄຈທາງດ້ານບູຮານວິທະຍາດ,ປະຫວັດສາດແລະອື່ນ ໆ.

....ມາດຕາ 41 ລະບຽບການນໍາໃຊ້

ມາດຕາ 41 ລະບຽບການນໍາໃຊ້ ການນໍາໃຊ້ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດ ສາດໃຫ້ປະຕິບັດດັ່ງນີ້: 1. ນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ,ມີປະສິດທິຜົນແລະຍືນຍົງ; 2. ບໍ່ອະນຸຍາດໃຫ້ນໍາໃຊ້ເຂດມໍລະດົກແຫ່ງຊາດ,ມໍລະດົກສະຖານ, ສະຖານທີ່ປະຫວັດສາດເຂົ້າໃນເປົ້າໝາຍໃດໜຶ່ງທີ່ຈະພາໃຫ້ສະຖານະພາບ ເດີມນັ້ນປ່ຽນແປງ; 3. ນໍາໃຊ້ລາຍຮັບທີ່ໄດ້ມາຈາກມໍລະດົກແຫ່ງຊາດດ້ວຍອັດຕາສ່ວນ ທີ່ເໝາະສົມເຂົ້າໃນການພັດທະນາມໍລະດົກດັ່ງກ່າວ.

...ໝວດທີ 3 ລະບຽບການປົກປັກຮັກສາ,ອະນຸລັກ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ


....ມາດຕາ 42 ການປົກປັກຮັກສາ,ອະນຸລັກມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດທີ່ເປັນວັດຖຸ

ມາດຕາ 42 ການປົກປັກຮັກສາ,ອະນຸລັກມໍລະດົກແຫ່ງຊາດທາງດ້ານ ວັດທະນະທໍາແລະປະຫວັດສາດທີ່ເປັນວັດຖຸ ການປົກປັກຮັກສາ,ອະນຸລັດມໍລະດົກແຫ່ງຊາດທາງດ້ານວັດທະນະ ທໍາແລະປະຫວັດສາດທີ່ເປັນວັດຖຸຕ້ອງປະຕິບັດດັ່ງນີ້: 1. ບຸກຄົນຫຼືການຈັດຕັ້ງທີ່ມີຄວາມຮັບຜິດຊອບກ່ຽວກັບມໍລະດົກ ແຫ່ງຊາດຕ້ອງຄາດຄະເນຜົນເສຍຫາຍທີ່ຈະເກີດຂຶ້ນແກ່ມໍລະດົກແຫ່ງຊາດ ທາງດ້ານວັດທະນະທໍາແລະປະຫວັດສາດພ້ອມທັງມີມາດຕະການສະກັດ ກັ້ນ,ແກ້ໄຂຢ່າງເໝາະສົມແລະທັນການ; 2. ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການພັດທະນາອຸດສາຫະກໍາ,ກະສິກໍາ,ພື້ນຖານໂຄງລ່າງໃນ ເຂດທີ່ມີຫຼືສົງໄສວ່າມີມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະ ຫວັດສາດນັ້ນຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວແລະວັດທະ ນະທໍາພ້ອມທັງມີມາດຕະການເພື່ອປົກປັກຮັກສາມໍລະດົກດັ່ງກ່າວບໍ່ໃຫ້ເສຍ ຫາຍ; 3. ຫ້າມບຸກຄົນຫຼືການຈັດຕັ້ງກໍ່ຄວາມເສຍຫາຍແກ່ມີລະດົກແຫ່ງ ຊາດທາງດ້ານວັດທະນະທໍາແລະປະຫວັດສາດເຊັ່ນ:ການທໍາລາຍພະພຸດທະ ຮູບ,ບູຮານສະຖານ,ປູສະນີຍະສະຖານ,ສະຖານທີ່ປະຫວັດສາດການບຽນ ຍຶດ,ການຈັບຈອງທີ່ດິນເຂດອະນຸລັກມໍລະດົກແຫ່ງຊາດ,ການປ່ຽນແປງສະ ຖານະພາບເດີມຂອງມໍລະດົກໄປສູ່ສະຖານະພາບອື່ນ,ການບິດເບືອນເນື້ອ ໃນປະຫວັດສາດ. ບໍ່ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດ ສໍາປະທານມໍລະດົກແຫ່ງຊາດທາງດ້ານວັດທະນະທໍາແລະປະຫວັດສາດ ລະດັບຊາດເວັ້ນເສຍແຕ່ມີຄວາມຈໍາເປັນຊຶ່ງຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານຕາມການສະເໜີຂອງກະຊວງຖະແຫຼງຂ່າວແລະວັດທະນະ ທໍາ.

....ມາດຕາ 43 ເຂດປົກປັກຮັກສາມໍລະດົກສະຖານ

ມາດຕາ 43 ເຂດປົກປັກຮັກສາມໍລະດົກສະຖານ ເຂດປົກປັກຮັກສາມໍລະດົກສະຖານໂດຍທົ່ວໄປແລ້ວແບ່ງອອກເປັນ ສາມເຂດດັ່ງນີ້: - ເຂດ 1​ ແມ່ນເຂດໃຈກາງເປັນສະຖານທີ່ຕັ້ງຂອງມໍລະດົກຊຶ່ງ ຕ້ອງຮັກສາສະພາບເດີມໄວ້ແລະບໍ່ໃຫ້ມີການປຸກສ້າງ; - ເຂດ 2 ແມ່ນເຂດອ້ອມຮອບເຂດໃຈກາງຊຶ່ງອະນຸຍາດໃຫ້ດໍາ ເນີນກິດຈະກໍາຈໍານວນໜຶ່ງເພື່ອສົ່ງເສີມຄຸນຄ່າຂອງເຂດໜຶ່ງແຕ່ບໍ່ໃຫ້ກໍ່ ຄວາມເສຍຫາຍຕໍ່ສະພາບແວດລ້ອມຂອງເຂດນັ້ນ; - ເຂດ 3 ແມ່ນເຂດຄຸ້ມຄອງຊຶ່ງອະນຸຍາດໃຫ້ມີການປຸກສ້າງເພື່ອ ຮັບໃຊ້ແກ່ເຂດ 1 ແລະເຂດ 2 ເພື່ອຮອງຮັບການທ່ອງທ່ຽວ. ສໍາລັບການກໍານົດເຂດລະອຽດນັ້ນມີລະບຽບການສະເພາະ.

....ມາດຕາ 44 ມາດຕະການປົກປັກຮັກສາເຂດມໍລະດົກສະຖານ

ມາດຕາ 44 ມາດຕະການປົກປັກຮັກສາເຂດມໍລະດົກສະຖານ ຜູ້ມີໜ້າທີ່ຮັບຜິດຊອບຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາໃນກໍລະ ນີທີ່ເຫັນວ່າມໍລະດົກແຫ່ງຊາດຖືກບຸກລຸກ,ທໍາລາຍຫຼືເສຍຫາຍຈາກການກະ ທໍາຂອງຄົນຫຼືຈາກທໍາມະຊາດຕ້ອງມີມາດຕະການສະກັດກັ້ນຢ່າງທັນການ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນບ່ອນມໍລະດົກສະຖານຕັ້ງ ຢູ່ແລ້ວແຈ້ງໃຫ້ຂະແໜງການຖະແຫຼງຂ່າວແລະວັດທະນະທໍາຊາບເພື່ອມີ ມາດຕະການແກ້ໄຂຢ່າງທັນການ.

....ມາດຕາ 45 ການດໍາເນີນການສ້ອມແປງ,ບູລະນະແລະປະຕິສັງຂອນ

ມາດຕາ 45 ການດໍາເນີນການສ້ອມແປງ,ບູລະນະແລະປະຕິສັງຂອນ ໃນການສ້ອມແປງ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດ ທາງດ້ານວັດທະນະທໍາແລະປະຫວັດສາດໃຫ້ປະຕິບັດດັ່ງນີ້: 1. ຕ້ອງແມ່ນວິສາຫະກິດສະເພາະຫຼືວິສາຫະກິດທີ່ມີເງື່ອນໄຂໃນ ການສ້ອມແປງ,ບູລະນະແລະປະຕິສັງຂອນມໍລະດົກແຫ່ງຊາດທາງດ້ານ ວັດທະນະທໍາແລະປະຫວັດສາດທີ່ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ; 2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມໍລະດົກແຫ່ງຊາດ ບ່ອນມໍລະດົກແຫ່ງຊາດນັ້ນຂຶ້ນທະບຽນນໍາ.ສໍາລັບມໍລະດົກແຫ່ງຊາດທາງ ດ້ານວັດທະນະທໍາແລະປະຫວັດສາດລະດັບຊາດແລະລະດັບໂລກຕ້ອງໄດ້ ຂໍອະນຸຍາດນໍາກະຊວງຖະແຫຼງຂ່າວແລະວັດທະນະທໍາ; 3. ຕ້ອງຮັກສາຄຸນລັກສະນະເດີມຂອງມໍລະດົກນັ້ນໄວ້.

....ມາດຕາ 46 ການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດທີ່ບໍ່ເປັນວັດຖຸ

ມາດຕາ 46 ການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດທີ່ບໍ່ ເປັນວັດຖຸ ການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດທາງດ້ານວັດທະ ນະທໍາແລະປະຫວັດສາທີ່ບໍ່ເປັນວັດຖຸຕ້ອງປະຕິບັດດັ່ງນີ້: - ການປົກປັກຮັກສາແລະການອະນຸລັກມໍລະດົກແຫ່ງຊາດທາງ ດານວັດທະນະທໍາແລະປະຫວັດສາດຕ້ອງໄປຄຽງຄູ່ກັບການສົ່ງເສີມ,ເຜີຍ ແຜ່ແລະນໍາໃຊ້ຢ່າງກວ້າງຂວາງຕໍ່ພາຍໃນແລະຕ່າງປະເທດ; - ການຄົ້ນຄວ້າ,ປະດິດແຕ່ງຕ້ອງຮັບປະກັນລັກສະນະຊາດ,ມະຫາ ຊົນແລະກ້າວນ້າ; - ຊາວຕ່າງດ້າວ,ຄົນຕ່າງປະເທດລວມທັງການຈັດຕັ້ງຂອງບຸກຄົນ ດັ່ງກ່າວ,ອົງການຈັດຕັ້ງສາກົນທີ່ຈະດໍາເນີນການຄົ້ນຄວ້າ,ວິໄຈມໍລະດົກ ແຫ່ງຊາດຕ້ອງໃຫ້ສອດຄ່ອງກັບເນື້ອໃນຄວາມເປັນຈິງຂອງມໍລະດົກນັ້ນ ແລະໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວແລະວັດທະນະທໍາ; - ບໍ່ໃຫ້ຈົດກ່າຍ,ລອກແບບເອົາຜົນງານການຄົ້ນຄວ້າ,ປະຄິດແຕ່ງ ຂອງຜູ້ອື່ນກ່ຽວກັບມໍລະດົກແຫ່ງຊາດມາເປັນລິຂະສິດຂອງຕົນຫຼືພິມເຜີຍ ແຜ່ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດແລະພາກສ່ວນກ່ຽວ ຂ້ອງ; - ບໍ່ໃຫ້ເຜີຍແຜ່ມໍລະດົກແຫ່ງຊາດທີ່ເປັນຄວາມລັບຂອງຊາດ.

..ພາກທີ 5 ລະບຽບການຄຸ້ມຄອງ,ການນໍາໃຊ້,ການປົກປັກຮັກສາ,ການອະນຸລັກແລະການບູລະນະມໍລະດົກແຫ່ງຊາດທາງດ້ານທໍາມະຊາດ


...ໝວດທີ 1 ລະບຽບການຄຸ້ມຄອງມໍລະດົກແຫ່ງຊາດທາງດ້ານທໍາມະຊາດ


....ມາດຕາ 47 ລະບຽບການຄຸ້ມຄອງມໍລະດົກແຫ່ງຊາດທາງດ້ານທໍາມະຊາດ

ມາດຕາ 47 ລະບຽບການຄຸ້ມຄອງມໍລະດົກແຫ່ງຊາດທາງດ້ານທໍາມະ ຊາດ ລັດຄຸ້ມຄອງລວມສູນເປັນເອກະພາບຕໍ່ມໍລະດົກແຫ່ງຊາດທາງດ້ານ ທໍາມະຊາດໃນຂອບເຂດທົ່ວປະເທດໂດຍມີການຂຶ້ນທະບຽນ,ແບ່ງຂັ້ນຄຸ້ມ ຄອງໃຫ້ຂະແໜງການຕ່າງໆແລະທ້ອງຖິ່ນທີ່ກ່ຽວຂ້ອງ. ລັດປົກປ້ອງກໍາມະສິດ,ລິຂະສິດຂອງຕົນຕໍ່ມໍລະດົກແຫ່ງຊາດທາງ ດ້ານທໍາມະຊາດທີ່ຕົກຢູ່ນອກອະທິປະໄຕຂອງ ສປປລາວ ຫຼືຖືກຕ່າງປະເທດ ເອົາໄປເປັນກໍາມະສິດ,ລິຂະສິດຂອງຕົນໂດຍບໍ່ຖືກຕ້ອງຕາມກົດໝາຍ.

....ມາດຕາ 48 ການຂຶ້ນທະບຽນມໍລະດົກແຫ່ງຊາດທາງດ້ານທໍາມະຊາດ

ມາດຕາ 48 ການຂຶ້ນທະບຽນມໍລະດົກແຫ່ງຊາດທາງດ້ານທໍາມະຊາດ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດຕ້ອງໄດ້ຂຶ້ນທະບຽນເປັນ ຕົ້ນແມ່ນພື້ນທີ່ມໍລະດົກແລະສິ່ງທີ່ມີຄຸນຄ່າສູງ,ໂດດເດັ່ນເຊັ່ນ:ເຂດປົກປັກ ຮັກສາຊີວະນາໆພັນ,ປ່າສະຫງວນ,ເຂດດິນບໍລິເວນນໍ້າ,ຖໍ້າທີ່ມີຄຸນຄ່າທາງ ດ້ານທໍາມະຊາດຕາມລະບຽບດັ່ງນີ້: 1. ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບທ້ອງຖິ່ນໃຫ້ຂຶ້ນ ທະບຽນນໍາພະແນກຖະແຫຼງຂ່າວແລະວັດທະນະທໍາໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ; 2. ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບຊາດໃຫ້ຂຶ້ນທະ ບຽນນໍາກະຊວງຖະແຫຼ່ງຂ່າວແລະວັດທະນະທໍາໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ; 3. ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບພາກພື້ນໃຫ້ຂຶ້ນ ທະບຽນນໍາອົງການພາກພື້ນທີ່ກ່ຽວຂ້ອງໂດຍລັດຖະບານເປັນຜູ້ສະເໜີ; 4. ມໍລະດົກແຫ່ງຊາດທາງດ້ານທໍາມະຊາດລະດັບໂລກໃຫ້ຂຶ້ນທະ ບຽນນໍາອົງການສະຫະປະຊາຊາດເພື່ການສຶກສາ,ວິທະຍາສາດແລະວັດທະ ນະທໍາໂດຍລັດຖະບານເປັນຜູ້ສະເໜີ.

....ມາດຕາ 49 ລະບຽບການຄຸ້ມຄອງແຫຼ່ງຊີວະນາໆພັນ

ມາດຕາ 49 ລະບຽບການຄຸ້ມຄອງແຫຼ່ງຊີວະນາໆພັນ ແຫຼ່ງຊີວະນາໆພັນຊຶ່ງເປັນມໍລະດົກແຫ່ງຊາດທາງດ້ານທໍາມະ ຊາດເຊັ່ນ:ທາມ,ບຶງ,ປຸ່ງ.ຕ້ອງໄດ້ມີການຄຸ້ມຄອງດ້ວຍການກວດກາ,ຂຶ້ນ ທະບຽນຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງ.

....ມາດຕາ 50 ລະບຽບການຄຸ້ມຄອງປ່າສະຫງວນ

ມາດຕາ 50 ລະບຽບການຄຸ້ມຄອງປ່າສະຫງວນ ປ່າສະຫງວນທີ່ໄດ້ຂຶ້ນທະບຽນເປັນມໍລະດົກແຫ່ງຊາດທາງດ້ານທໍາ ມະຊາດແລ້ວນັ້ນຕ້ອງມີການຄຸ້ມຄອງເພື່ອຈຸດປະສົງໃນການປົກປັກຮັກສາ ທໍາມະຊາດໃຫ້ຍືນຍົງແລະອຸດົມສົມບູນ.

....ມາດຕາ 51 ລະບຽບການຄຸ້ມຄອງສວນອຸດທິຍານ

ມາດຕາ 51 ລະບຽບການຄຸ້ມຄອງສວນອຸດທິຍານ ສວນອຸດທິຍານທໍາມະຊາດຊຶ່ງອຸດົມຮັ່ງມີໄປດ້ວຍລະບົບນິເວດ,ສະ ອາດສວຍງາມເປັນໜ້າປະທັບໃຈທີ່ກາຍເປັນມໍລະດົກແຫ່ງຊາດທາງດ້ານ ທໍາມະຊາດນັ້ນຕ້ອງມີການຄຸ້ມຄອງເພື່ອໃຫ້ເປັນສະຖານທີ່ພັກຜ່ອນແລະ ທ່ອງທ່ຽວຂອງພາຍໃນແລະຕ່າງປະເທດ.

....ມາດຕາ 52 ລະບຽບການຄຸ້ມຄອງເຂດທິວທັດທໍາມະຊາດ

ມາດຕາ 52 ລະບຽບການຄຸ້ມຄອງເຂດທິວທັດທໍາມະຊາດ ເຂດທິວທັດທໍາມະຊາດຊຶ່ງມີຄຸນຄ່າທາງດ້ານທັດສະນີຍະພາບອັນ ສວຍສົດງົດງາມແລະໂດດເດັ່ນທີ່ມີພູ,ຜາ,ປ່າໄມ້,ແມ່ນໍ້າ,ລໍາເຊ,ນໍາຕົກ ຕາດແລະອື່ນໆຕ້ອງຂຶ້ນທະບຽນເປັນມໍລະດົກແຫ່ງຊາດທາງດ້ານທໍາມະ ຊາດແລະຕ້ອງມີການຄຸ້ມຄອງເພື່ອຈຸດປະສົງຮັກສາຄວາມສວຍງາມຂອງ ທໍາມະຊາດໃຫ້ຍືນຍົງ. ສໍາລັບການຄຸ້ມຄອງມໍລະດົກທາງດ້ານທໍາມະຊາດທີ່ໄດ້ກໍານົດໄວ້ ໃນມາດຕາ 49 ຫາ 52 ນັ້ນຈະມີລະບຽບການສະເພາະກໍານົດໄວ້ຕ່າງ ຫາກ.

...ໝວດທີ 2 ລະບຽບການນໍາໃຊ້,ການປົກປັກຮັກສາ,ການອະນຸລັກແລະການບູລະນະມໍລະດົົກແຫ່ງຊາດທາງດ້ານທໍາມະຊາດ


....ມາດຕາ 53 ຈຸດປະສົງແລະລະບຽບການນໍາໃຊ້

ມາດຕາ 53 ຈຸດປະສົງແລະລະບຽບການນໍາໃຊ້ ມໍລະດົກແຫ່ງຊາດທາງດ້ານທໍາມະຊາດແມ່ນນໍາໃຊ້ເພື່ອ: 1. ເປັນພື້ນຖານແຫ່ງການຍືນຍົງຄົງຕົວຂອງຊາດ,ເປັນບ່ອນອີງ ແລະທ່າແຮງຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; 2. ສ້າງຈິດສໍານຶກໃຫ້ພົນລະເມືອງມີນໍ້າໃຈຮັກສິ່ງແວດລ້ອມທໍາມະ ຊາດເປັນຕົ້ນແມ່ນປ່າໄມ້,ແຫຼ່ງນໍ້າແລະຊີວະນາໆພັນ; 3. ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ; 4. ເຊື່ອມໂຍງເຂົ້າກັບການເຄື່ອນໄຫວອະນຸລັກ,ເສີມຂະຫຍາຍຄຸນ ຄ່າມໍລະດົກແຫ່ງຊາດທາງດ້ານທໍາມະຊາດຂອງພາກພື້ນແລະຂອງໂລກ; 5. ຄົ້ນຄວ້າວິໄຈທາງດ້ານສິ່ງແວດລ້ອມ,ຊີວະນາໆພັນແລະອື່ນໆ; 6. ເພີ່ມທະວີຄັງສາງມໍລະດົກແຫ່ງຊາາດທາງດ້ານທໍາມະຊາດໃຫ້ ມີຄວາມອຸດົມຮັ່ງມີຂຶ້ນ.

ການນໍາໃຊ້ມໍລະດົກແຫ່ງຊາດທາງດ້ານທໍາມະຊາດຕ້ອງ: 1. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ; 2. ມີປະສິດທິຜົນ,ຍືນຍົງແລະບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະ ຊາດຫຼືສັງຄົມ; 3. ຖືກຕ້ອງຕາມລະບຽບກົດໝາຍ.

....ມາດຕາ 54 ລະບຽບການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດທາງດ້ານທໍາມະຊາດ

ມາດຕາ 54 ລະບຽບການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດ ທາງດ້ານທໍາມະຊາດ ການປົກປັກຮັກສາແລະອະນຸລັກມໍລະດົກແຫ່ງຊາດທາງດ້ານທໍາມະ ຊາດຕ້ອງປະຕິບັດດັ່ງນີ້: 1. ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງພັດທະນາເສດຖະກິດ-ສັງຄົມ ໃນເຂດມໍລະດົກແຫ່ງຊາດທາງດ້ານທໍາມະຊາດໂດຍສະເພາະການພັດທະ ນາອຸດສາຫະກໍາ,ກະສິກໍາ,ພື້ນຖານໂຄງລ່າງຕ້ອງໄດ້ຮັບອະນຸຍາດຈາກ ກະຊວງຖະແຫຼຂ່າວແລະວັດທະນະທໍາແລະຂະແໜງການອື່ນທີ່ກ່ຽວຂ້ອງ; 2. ບຸກຄົນຫຼືການຈັດຕັ້ງທີ່ມີຄວາມຮັບຜິດຊອບກ່ຽວກັບມໍລະດົກແຫ່ງ ຊາດທາງດ້ານທໍາມະຊາດຕ້ອງຄາດຄະເນຜົນເສຍຫາຍທີ່ຈະເກີດຂຶ້ນແກ່ມໍ ລະດົກດັ່ງກ່າວພ້ອມທັງມີມາດຕະການສະກັດກັ້ນ,ແກ້ໄຂຢ່າງເໝາະສົມ ແລະທັນການ; 3. ມໍລະດົກແຫ່ງຊາດທາງດ້ານທໍາມຊະາດຕ້ອງໄດ້ຮັບການປົກປັກ ຮັກສາໄວ້ຊຶ່ງຄວາມສວຍງາມຂອງທັດສະນີຍະພາບແລະຄວາມອຸດົມສົມບູນ ທາງຊີວະນາໆພັນ; 4. ຫ້າມບຸກຄົນຫຼືການຈັດຕັ້ງກໍ່ຄວາມເສຍຫາຍແກ່ມໍລະດົກແຫ່ງ ຊາດທາງດ້ານທໍາມະຊາດເຊັ່ນ:ການທໍາລາຍປ່າໄມ້ຫຼືຂຸດຄົ້ນຊັບພະຍາ ກອນທໍາມະຊາດຢູ່ໜ້າດິນ,ໃຕ້ດິນໃນເຂດມໍລະດົກແຫ່ງຊາດ,ການບຽດຍຶດ ,ການຈັບຈອງທີ່ດິນເຂດປົກປັກຮັກສາຊີວະນາໆພັນ,ເຂດປ່າສະຫງວນ,ສວນ ອຸດທິຍານແລະເຂດທິວທັດທໍາມະຊາດລວມທັງການປ່ຽນແປງສະຖານະ ພາບເດີມຂອງມໍລະດົກແຫ່ງຊາດ.

....ມາດຕາ 55 ລະບຽບການບູລະນະຟື້ນຟູ

ມາດຕາ 55 ລະບຽບການບູລະນະຟື້ນຟູ ການບູລະນະຟື້ນຟູມໍລະດົກແຫ່ງຊາດທາງດ້ານທໍາມະຊາດໃຫ້ປະຕິ ບັດດັ່ງນີ້: 1. ຕ້ອງແມ່ນວິສາຫະກິດສະເພາະຫຼືວິສາຫະກິດທີ່ມີເງື່ອນໄຂໃນ ການບູລະນະຟື້ນຟູມໍລະດົກແຫ່ງຊາດທາງດ້ານທໍາມະຊາດແລະໄດ້ຂຶ້ນທະ ບຽນຖືກຕ້ອງຕາມກົດໝາຍ; 2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມໍລະດົກແຫ່ງຊາດ ບ່ອນທີ່ມໍລະດົກນັ້ນໄດ້ຂຶ້ນທະບຽນ.ສໍາລັບມໍລະດົກແຫ່ງຊາດລະດັບພາກ ພື້ນແລະລະດັບໂລກຕ້ອງໄດ້ຂໍອະນຸຍາດຈາກກະຊວງຖະແຫຼງຂ່າວແລະ ວັດທະນະທໍາໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 3. ຕ້ອງຮັກສາຄຸນລັກສະນະເດີມຂອງມໍລະດົກນັ້ນ; 4. ຕ້ອງແນໃສ່ປົວແປງມໍລະດົກແຫ່ງຊາດທາງດ້ານທໍາມະຊາດທີ່ ຊຸດໂຊມ,ເສຍຫາຍຫຼືຖືກທໍາລາຍໃຫ້ຄືນສູ່ສະພາບເດີມ.

....ມາດຕາ 56 ເປົ້າໝາຍຂອງການພັດທະນາ

ມາດຕາ 56 ເປົ້າໝາຍຂອງການພັດທະນາ ການພັດທະນາມໍລະດົກແຫ່ງຊາດທາງດ້ານທໍາມະຊາດແນໃສ່ເຮັດ ໃຫ້ມໍລະດົກນັ້ນຍືນຍົງ,ອຸດົມສົມບູນແລະຮັ່ງມີຂຶ້ນເພື່ອເປັນບ່ອນອີງໃຫ້ແກ່ ການພັດທະນາເສດຖະກິດແຫ່ງຊາດ,ສຶກສາຄົ້ນຄວ້າ,ຊອກຮູ້ຄຸນຄ່າອັນ ຍອດຍິ່ງຂອງມໍລະດົກດັ່ງກ່າວພ້ອມທັງເສີມຂະຫຍາຍທ່າແຮງຂອງມໍລະດົກ ນັ້ນເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ,ການທ່ອງທ່ຽວໃນຂອບ ເຂດທົ່ວປະເທດ,ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາ ປະເທດຊາດ.

..ພາກທີ 6 ຫໍພິພິດທະພັນ


...ມາດຕາ 57 ປະເພດຫໍພິພິດຕະພັນ

ມາດຕາ 57 ປະເພດຫໍພິພິດຕະພັນ ຫໍພິພິດຕະພັນແບ່ງອອກເປັນສາມປະເພດດັ່ງນີ້: - ຫໍພິພິດຕະພັນຂອງລັດ; - ຫໍພິພິດທະພັນລວມໝູ່; - ຫໍພິພິດທະພັນເອກະຊົນ.

...ມາດຕາ 58 ຄວາມໝາຍຂອງຫໍພິພິດທະພັນ

ມາດຕາ 58 ຄວາມໝາຍຂອງຫໍພິພິດທະພັນ 1. ຫໍພິພິດທະພັນຂອງລັດແມ່ນສະຖານທີ່ສະສົມ,ວາງສະແດງ,ອະນຸ ລັກຮັກສາວັດຖຸພັນທີ່ມີຄຸນຄ່າສູງ,ໂດດເດັ່ນຂອງລັດຊຶ່ງປະກອບດ້ວຍ: - ຫໍພິພິດທະພັນແຫ່ງຊາດຊຶ່ງແມ່ນສະຖານທີ່ສະສົມ,ວາງສະແດງ, ອະນຸລັກຮັກສາວັດຖຸພັນທີ່ມີຄຸນຄ່າສູງ,ໂດດເດັ່ນໃນຂອບເຂດທົ່ວປະເທດ; - ຫໍພິພິດທະພັນຂະແໜງການຊຶ່ງແມ່ນສະຖານທີ່ສະສົມ,ວາງສະ ແດງ,ອະນຸລັກຮັກສາວັດຖຸພັນທີ່ມີຄຸນຄ່າສູງ,ໂດດເດັ່ນກ່ຽວກັບຂະແໜງ ການ; - ຫໍພິພິດທະພັນລະດັບທ້ອງຖິ່ນຊຶ່ງແມ່ນສະຖານທີ່ສະສົມ,ວາງສະ ແດງ,ອະນຸລັກຮັກສາວັດຖຸພັນທີ່ມີຄຸນຄ່າສູງ,ໂດດເດັ່ນຢູ່ທ້ອງຖິ່ນ. 2. ຫໍພິພິດທະພັນລວມໝູ່ແມ່ນສະຖານທີ່ສະສົມ,ວາງສະແດງ,ອະນຸ ຮັກສາວັດຖຸພັນທີ່ມີຄຸນຄ່າສູງ,ໂດດເດັ່ນຂອງລວມມູ່ຢູ່ເຂດນັ້ນ; 3. ຫໍພິພິດທະພັນເອກະຊົນແມ່ນສະຖານທີ່ສະສົມ,ວາງສະແດງ,ອະ ນຸລັກວັດຖຸພັນຂອງສວນບຸກຄົນ.

...ມາດຕາ 59 ລະບຽບການສ້າງຫໍພິພິດທະພັນ

ມາດຕາ 59 ລະບຽບການສ້າງຫໍພິພິດທະພັນ ການສ້າງກໍພິພິດທະພັນຕ້ອງມີເງື່ອນໄຂດັ່ງນີ້: - ມີການສະສົມວັດຖຸມີຄຸນຄ່າສູງທາງດ້ານວັດທະນະທໍາ,ປະຫວັດ ສາດ,ທໍາມະຊາາ,ວິທະຍາສາດ,ເຕັກໂນໂລຊີໃນຈໍານວນທີ່ເໝາະສົມເພື່ອ ວາງສະແດງ; - ມີສະຖານທີ່ວາງສະແດງແລະສາງເກັບມ້ຽນທີ່ຮັບປະກັນ; - ມີນັກວິຊາການທີ່ມີຄວາມຮູ້ກ່ຽວກັບມໍລະດົກແຫ່ງຊາດຕາມລະ ບຽບການ. ການສ້າງຫໍພິພິດທະພັນຕ້ອງໄດ້ຮັບອະນຸຍາດຕາມກໍລະນີດັ່ງນີ້: - ຫໍພິພິດທະພັນແຫ່ງຊາດຕ້ອງໄດ້ຮັບອະນຸຍາດຈາກປະທານປະເທດ ໂດຍແມ່ນລັດຖະບານເປັນຜູ້ສະເໜີ; - ຫໍພິພິດທະພັນຂະແໜງການແລະລະດັບທ້ອງຖິ່ນຕ້ອງໄດ້ຮັບອະນຸ ຍາດຈາກນາຍົກລັດຖະມົນຕີໂດຍການສະເໜີຂອງກະຊວງຖະແຫຼງຂ່າວ ແລະວັດທະນະທໍາ; - ຫໍພິພິດທະພັນລວມໝູ່ແລະເອກະຊົນຕ້ອງໄດ້ຮັບອະນຸຍາດຈາກ ເຈົ້າແຂວງຫຼືເຈົ້າຄອງນະຄອນຕາມການສະເໜີຂອງພະແນກຖະແຫຼງຂ່າວ ແລະວັດທະນະທໍາ.

..ພາກທີ 7 ກອງທຶນມໍລະດົກແຫ່ງຊາດ


...ມາດຕາ 60 ແຫຼ່ງກອງທຶນມລະດົກແຫ່ງຊາດ

ມາດຕາ 60 ແຫຼ່ງກອງທຶນມລະດົກແຫ່ງຊາດ ເພື່ອຮັບປະກັນແກ່ການປົກປັກຮັກສາ,ອະນຸລັກ,ບູລະນະແລະປະຕິສັງ ຂອງມໍລະດົກແຫ່ງຊາດໃຫ້ຍືນຍົງແລະພັດທະນາຂຶ້ນນັ້ນມີຄວາມຈໍາເປັນ ຕ້ອງສ້າງຕັ້ງກອງທຶນມໍລະດົກແຫ່ງຊາດຂຶ້ນຊຶ່ງໄດ້ມາຈາກ: 1. ງົບປະມານຂອງລັດ; 2. ການຊ່ວຍເຫຼືອຂອງຕ່າງປະເທດແລະອົງການຈັດຕັ້ງສາກົນ; 3. ການປະກອບສ່ວນຂອງບຸກຄົນແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດ; 4. ລາຍໄດ້ຈາກການນໍາໃຊ້ຄຸນຄ່າຂອງມໍລະດົກແຫ່ງຊາດເຊັ່ນ: ການບໍລິການເຂົ້າຊົມ,ການເຜີຍແຜ່ໂຄສະນາ,ການຄົ້ນຄວ້າວິໄຈມໍລະດົກ ແຫ່ງຊາດ,ຜູ້ປະກອບການທ່ອງທ່ຽວ,ຄ່າປັບໃໝຈາກຜູ້ລະເມີດແລະອື່ນໆ; 5. ພັນທະຈາກກິດຈະການຕ່າງໆທີ່ມີຜົນກະທົບຕໍ່ມໍລະດົກແຫ່ງຊາດ; 6. ລາຍໄດ້ຈາກການເຄື່ອນໄຫວກິດຈະກໍາກ່ຽວກັບມໍລະດົກແລະ ອື່ນໆ.

...ມາດຕາ 61 ການຄຸ້ມຄອງແລະການນໍາໃຊ້ກອງທຶນມໍລະດົກແຫ່ງຊາດ

ມາດຕາ 61 ການຄຸ້ມຄອງແລະການນໍາໃຊ້ກອງທຶນມໍລະດົກແຫ່ງຊາດ ການຄຸ້ມຄອງແລະການນໍາໃຊ້ກອງທຶນມໍລະດົກແຫ່ງຊາດຕ້ອງປະຕິ ບັດໃຫ້ຖືກຕ້ອງຕາມຈຸດປະສົງທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງມາດຕາ 60ຂອງ ກົດໝາຍສະບັບນີ້,ຕາມກົດໝາຍວ່າດ້ວຍງົບປະມານແລະກົດໝາຍອື່ນທີ່ ກ່ຽວຂ້ອງ. ການຄຸ້ມຄອງແລະການນໍາໃຊ້ກອງທຶນດັ່ງກ່າວມີລະບຽບການສະ ເພາະ.

..ພາກທີ 8 ອົງການຄຸ້ມຄອງແລະກວດາ


...ໝວດທີ 1 ອົງການຄຸ້ມຄອງ


....ມາດຕາ 62 ອົງການຄຸ້ມຄອງ

ມາດຕາ 62 ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງມໍລະດົກແຫ່ງຊາດຢ່າງລວມສູນແລະເປັນ ເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວແລະວັດທະນະ ທໍາເປັນໃຈກາງໃນການຄຸ້ມຄອງດ້ວຍການປະສານສົມທົບກັບຂະແໜງ ການແລະທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງມໍລະດົກແຫ່ງຊາດມີສີ່ຂັ້ນດັ່ງນີ້: 1. ກະຊວງຖະແຫຼງຂ່າວແລະວັດທະນະທໍາ; 2. ພະແນກຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນ; 3. ຫ້ອງການຖະແຫຼງຂ່າວແລະວັດທະນະທໍາເມືອງ,ເທດສະ ບານ; 4. ອົງການປົກຄອງບ້ານ. ສໍາລັບການຄຸ້ມຄອງມໍລະດົກແຫ່ງຊາດລາວທີ່ໄດ້ຮັບຮອງເອົາ ເປັນມໍລະດົກໂລກຫຼືພາກພື້ນນັ້ນມີການຈັດຕັ້ງສະເພາະເຊັ່ນ:ຄະນະກໍາມະ ການມໍລະດົກແຫ່ງຊາດ,ຄະນະກໍາມະການມໍລະດົກທ້ອງຖິ່ນແລະຫ້ອງການ ມໍລະດົກໂລກຊຶ່ງລະບຽບການຈັດຕັ້ງແລະການເຄື່ອນໄຫວໄດ້ກໍານົດໄວ້ ຕ່າງຫາກ.

....ມາດຕາ 63 ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວແລະວັດທະນະທໍາ

ມາດຕາ 63 ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວແລະວັດທະນະທໍາ ໃນການຄຸ້ມຄອງມໍລະດົກແຫ່ງຊາດກະຊວງຖະແຫຼງຂ່າວແລະ ັວັດທະນະທໍາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າ,ສ້າງຮ່າງນະໂຍບາຍ,ແຜນຍຸດທະສາດ,ອອກນິຕິ ກໍາກ່ຽວກັບມໍລະດົກແຫ່ງຊາດເປັນຕົ້ນທາງດ້ານວັດທະນະທໍາແລະປະຫວັດ ສາດ; 2. ສໍາຫຼວດ,ເກັບກໍາຂໍ້ມູນ,ວິໄຈ,ຂຸດຄົ້ນມໍລະດົກແຫ່ງຊາດແຕ່ ລະປະເພດ; 3. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບມໍລະດົກແຫ່ງຊາດ; 4. ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາພະແນກຖະແຫຼງຂ່າວແລະ ວັດທະນະທໍາໃນການຈັດຕັງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງ ການກ່ຽວກັບມໍລະດົກແຫ່ງຊາດ; 5. ຊີ້ນໍາ,ຊຸກຍູ້ຫ້ອງການມໍລະດົກພາກພື້ນແລະໂລກໃນການ ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງການກ່ຽວກັບມໍລະດົກ ພາກພື້ນແລະໂລກ; 6. ຂຶ້ນທະບຽນແລະອອກອະນຸຍາດກ່ຽວກັບມໍລະດົກແຫ່ງຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 7. ສ້າງບຸກຄະລາກອນກ່ຽວກັບມໍລະດົກແຫ່ງຊາດ; 8. ເປັນໃຈກາງປະສານສົມທົບກັບຂະແໜງການອື່ນໆທີ່ກ່ຽວ ຂ້ອງໃນການຄຸ້ມຄອງແລະຈັດຕັ້ງປະຕິບັດມໍລະດົກແຫ່ງ ຊາດ; 9. ພົວພັນແລະຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງ ສາກົນກ່ຽວກັບວຽກງານມໍລະດົກແຫ່ງຊາດ; 10. ສະຫຼຸບລາຍງານແລະປະເມີນຜົນໃນການຈັດຕັ້ງປະຕິ ບັດວຽກງານມໍລະດົກແຫ່ງຊາດຕໍ່ລັດຖະບານແລະນາຍົກລັດຖະມົນຕີ; 11. ປະຕິບັດສິດແລະໜ້າທີອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 64 ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວແລະວັດທະນະທໍາ

ມາດຕາ 64 ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວແລະວັດທະນະທໍາ ໃນການຄຸ້ມຄອງມໍລະດົກແຫ່ງຊາດພະແນກຖະແຫຼງຂ່າວແລະ ວັດທະນະທໍາແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຜົນຂະຫຍາຍລະບຽບກົດໝາຍ,ແຜນການ,ໂຄງການຂອງ ກະຊວງມາເປັນລະບຽບການ,ແຜນການ,ໂຄງການຂອງຕົນແລະຈັດຕັ້ງ ປະຕິບັດ; 2. ສໍາຫຼວດ,ເກັບກໍາຂໍ້ມູນກ່ຽວກັບມໍລະດົດແຫ່ງຊາດໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ; 3. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບມໍລະດົກແຫ່ງຊາດ; 4. ຂຶ້ນທະບຽນແລະອອກອະນຸຍາດກ່ຽວກັບມໍລະດົກແຫ່ງຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 5. ຊີ້ນໍາ,ຊຸກຍູ້ຫ້ອງການຖະແຫຼງຂ່າວແລະວັດທະນະທໍາ ເມືອງ,ເທດສະບານໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງມໍລະ ດົກແຫ່ງຊາດ; 6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດວຽກງານມໍລະດົກແຫ່ງຊາດ; 7. ສະຫຼຸບ,ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍລະດົກ ແຫ່ງຊາດແລ້ວລາຍງານຕໍ່ຂັ້ນເທິງຂອງຕົນ; 8. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບກົດ ໝາຍ. ....ມາດຕາ 65 ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວແລະວັດທະນະທໍາຂັ້ນເມືອງ

ມາດຕາ 65 ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວແລະວັດທະນະ ທໍາຂັ້ນເມືອງ ໃນການຄຸ້ມຄອງມໍລະດົກແຫ່ງຊາດຫ້ອງການຖະແຫຼງຂ່າວ ແລະວັດທະນະທໍາເມືອງ,ເທດສະບານມີສິດແລະໜ້າທີ່ຕົນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງການ ກ່ຽວກັບມໍລະດົກແຫ່ງຊາດ; 2. ສໍາຫຼວດ,ເກັບກໍາຂໍ້ມູນ,ຂຶ້ນບັນຊີກ່ຽວກັບມໍລະດົກແຫ່ງ ຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ ແລະລະບຽບກົດໝາຍກ່ຽວກັບມໍລະດົກແຫ່ງຊາດ; 4. ອອກອະນຸຍາດກ່ຽວກັບມໍລະດົກແຫ່ງຊາດທີ່ນອນຢູ່ໃນ ຄວາມຮັບຜິດຊອບຂອງຕົນ; 5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດວຽກງານມໍລະດົກແຫ່ງຊາດ; 6. ສະຫຼຸບ,ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍລະດົກ ແຫ່ງຊາດແລ້ວລາຍງານຕໍ່ຂັ້ນເທິງຂອງຕົນ; 7. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 66 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ 66 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງມໍລະດົກແຫ່ງຊາດອົງການປົກຄອງບ້ານມີ ສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດວຽກງານມໍລະດົກແຫ່ງຊາດໃນການຄຸ້ມ ຄອງ,ປົກປັກຮັກສາ,ອະນຸລັກ,ປະຕິສັງຂອນແລະນໍາໃຊ້ມໍລະດົກແຫ່ງຊາດ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 2. ສໍາຫຼວດ,ຂຶ້ນບັນຊີມໍລະດົກແຫ່ງຊາດທີ່ຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນເພື່ອສະເໜີໃຫ້ຂັ້ນເທິງຮັບຮອງ; 3. ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານມໍລະດົກ ແຫ່ງຊາດຕໍ່ຂັ້ນເທິງຂອງຕົນ.

....ມາດຕາ 67 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ 67 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ອົງການອື່ນໆທີ່ກ່ຽວຂ້ອງກັບການຄຸ້ມຄອງມໍລະດົກແຫ່ງຊາດ ຂັ້ນສູນກາງແລະທ້ອງຖິ່ນມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການ ຖະແຫຼງຂ່າວແລະວັດທະນະທໍາຕາມພາລະບົດບາດແລະຄວາມຮັບຜິດ ຊອບຂອງຕົນ.

...ໝວດທີ 2 ອົງການກວດກາ


....ມາດຕາ 68 ອົງການກວດກາ

ມາດຕາ 68 ອົງການກວດກາ ອົງການກວດກາແມ່ນອົງການດຽວກັນກັບອົງການຄຸ້ມຄອງ ທີ່ໄດ້ກໍານົດໄວ້ໃນມາດຕາ 62 ຂອງກົດໝາຍສະບັບນີ້. ອົງການກວດກາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດແຜນການ,ໂຄງການ,ລະ ບຽບກົດໝາຍກ່ຽວກັບການຄຸ້ມຄອງມໍລະດົກແຫ່ງຊາດລວມທັງສັນຍາ ແລະສົນທິສັນຍາສາກົນທີ່ສປປລາວໄດ້ເຊັນຫຼືເຂົ້າຮ່ວມເປັນພາຄີ; 2. ກວດກາການແກ້ໄຂຄໍາສະເໜີຂອງບຸກຄົນຫຼືການຈັດຕັ້ງ ກ່ຽວກັບມໍລະດົກແຫ່ງຊາດ; 3. ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 69 ຮູບການກວດກາ

ມາດຕາ 69 ຮູບການກວດກາ ການກວດກາວຽກງານມໍລະດົກແຫ່ງຊາດມີສາມຮູບການຄື: 1. ການກວດກາຕາມລະບົບປົກກະຕິຊຶ່ງແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ. 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຕ້ອງແຈ້ງໃຫ້ຜູ້ທີ່ຈະ ຖືກກວດກາຊາບລ່ວງໜ້າ. 3. ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໂດຍ ຮີບດ່ວນທີ່ບໍ່ໄດ້ແຈ້ງໃຫ້ຜູ້ຈະຖືກກວດກາຊາບລ່ວງໜ້າ.

..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 70 ການຍ້ອງຍໍຕໍ່ຜູ້ມີຜົນງານ

ມາດຕາ 70 ການຍ້ອງຍໍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການຄຸ້ມຄອງ,ປົກປັກຮັກ ສາ,ອະນຸລັກ,ບູລະນະແລະພັດທະນາມໍລະດົກແຫ່ງຊາດຈະໄດ້ຮັບການຍ້ອງ ຍໍສັນລະເສີນແລະນະໂຍບາຍອື່ນໆຕາມຄວາມເໝາະສົມ. ຜູ້ມີຜົນງານໃນການພົບເຫັນ,ພົບພໍ້,ຄົ້ນຄວ້າຫຼືໃຫ້ຂໍ້ມູນທີ່ເປັນ ປະໂຫຍດກ່ຽວກັບມໍລະດົກແຫ່ງຊາດນັ້ນນອກຈາກຈະໄດ້ຮັບການຍ້ອງຍໍ ສັນລະເສີນແລ້ວຍັງຈະໄດ້ຮັບຜົນປະໂຫຍດອື່ນຕາມລະບຽບກົດໝາຍ.

...ມາດຕາ 71 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 71 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ສຶກສາອົບຮົມ,ຖືກປັບໃໝ,ໃຊ້ແທນທາງແພ່ງຫຼືຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາຫຼືໜັກ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 72 ການຈັດຕັ້ງປະຕິບັດ

ມາດຕາ 72 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 73 ການຈັດຕັ້ງປະຕິບັດ

ມາດຕາ 73 ການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ