ກົດໝາຍວ່າດ້ວຍມາດຕະຖານ 26-12-2007

From Wikisource
Jump to navigation Jump to search

.ມາດຕະຖານ 26-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍມາດຕະຖານສະບັບນີ້ກໍານົດຫຼັກການ,ລະ ບຽບການ,ມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວວຽກງານ ,ການຄຸ້ມຄອງແລະການກວດກາມາດຕະຖານແລະລະບຽບການເຕັກ ນິກສໍາລັບຜະລິດຕະພັນ,ສິນຄ້າ,ການບໍລິການ,ຂະບວນການແລະສິ່ງ ແວດລ້ອມເພື່ອຊຸກຍູ້,ສົ່ງເສີມແລະຮັບປະກັນວຽກງານການຜະລິດ,ການ ບໍລິການ,ການເຄື່ອນໄຫວເສດຖະກິດ-ສັງຄົມແລະການປົກປັກຮັກສາສິ່ງ ແວດລ້ອມໃຫ້ມີຄຸນນະພາບ,ປະສິດທິພາບ,ມີຄວາມຍຸຕິທໍາແລະປົກປ້ອງ ສິດ,ຜົນປະໂຫຍດອັນຊອບທໍາ,ຄວາມປອດໄພຂອງຜູ້ບໍລິໂພກ,ປະກອບ ສ່ວນເຂົ້າໃນການຄຸ້ມຄອງເສດຖະກິດແລະການພັດທະນາປະເທດຊາດ.

...ມາດຕາ 2 ມາດຕະຖານ

ມາດຕາ 2 ມາດຕະຖານ ມາດຕະການແມ່ນການກໍານົດຄຸນລັກສະນະສະເພາະຂອງ ຜະລິດຕະພັນ,ສິນຄ້າ,ການບໍລິການ,ຂະບວນການ,ສິ່ງແວດລ້ອມແລະ ບັນຫາອື່ນທີ່ກ່ຽວຂ້ອງກັບມາດຕະຖານເພື່ອຕີລາຄາ,ຈັດແບ່ງປະເທດ ແລະຈັດລະດັບຄຸນນະພາບຂອງສິ່ງທີ່ກ່າວມານັ້ນ.

...ມາດຕາ 3 ລະບຽບການເຕັກນິກ

ມາດຕາ 3 ລະບຽບການເຕັກນິກ ລະບຽບການເຕັກນິກແມ່ນການກໍານົດລະດັບ,ຂອບເຂດຄຸນ ລັກສະນະສະເພາະທາງດ້ານເຕັກນິກຂອງຜະລິດຕະພັນ,ສິນຄ້າ,ການບໍ ລິການ,ຂະບວນການ,ສິ່ງແວດລ້ອມແລະບັນຫາອື່ນທີ່ກ່ຽວຂ້ອງກັບລະ ບຽບການເຕັກນິກເພື່ອຮັບໃຊ້ການຄຸ້ມຄອງແລະກວດກາ,ຮັບປະກັນ ຄວາມປອດໄພ,ສຸຂານາໄມ,ສຸຂະພາບ,ສິດແລະຜົນປະໂຫຍດອັນຊອບ ທໍາຂອງຜູ້ບໍລິໂພກ,ປົກປັກຮັກສາສິ່ງແວດລ້ອມ,ຜົນປະໂຫຍດແລະ ຄວາມໝັ້ນຄົງຂອງຊາດ.

...ມາດຕາ 4 ການອະທິບາຍຄໍາສັບ

ມາດຕາ 4 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ມາດຕະຖານແຫ່ງຊາດລາວໝາຍເຖິງມາດຕະຖານສູງ ສຸດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ສະພາມາດຕະ ຖານແຫ່ງຊາດຮັບຮອງເອົາແລະປະກາດໃຊ້ໂດຍອົງການວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດ; 2. ມາດຕະຖານທ້ອງຖິ່ນໝາຍເຖິງມາດຕະຖານຢູ່ທ້ອງຖິ່ນ ໃດໜຶ່ງທີ່ຄະນະກໍາມະການເຕັກນິກທ້ອງຖິ່ນຄົ້ນຄວ້າແລະນໍາສະເໜີຕໍ່ພະ ແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນເພື່ອພິຈາລະນາຮັບ ຮອງແລະປະກາດໃຊ້; 3. ກາໝາຍມາດຕະຖານໝາຍເຖິງກາໝາຍຢັ້ງຢືນຜະລິດ ຕະພັນ,ລະບົບຄຸ້ມຄອງຫຼືລະບົບການຮັບຮອງທີ່ກໍານົດຂຶ້ນໂດຍອົງການວິ ທະຍາສາດແລະເຕັກໂນໂລຊີແຫ່ງຊາດຫຼືອົງການຈັດຕັ້ງທີ່ຖືກມອບ ໝາຍ; 4. ວຽກງານມາດຕະຖານໝາຍເຖິງການເຄື່ອນໄຫວທີ່ມີຂັ້ນ ຕອນໃນການສ້າງ,ການປະກາດໃຊ້ແລະການຈັດຕັ້ງປະຕິບັດມາດຕະ ຖານ,ການເຄື່ອນໄຫວອື່ນທີ່ພົວພັນເຖິງມາດຕະຖານແລະຄຸນນະພາບ; 5. ກົດການຈັດຕັ້ງປະຕິບັດໝາຍເຖິງເອກະສານທີ່ໃຫ້ຄໍາ ແນະນໍາການປະຕິບັດຕົວຈິງກ່ຽວກັບຂັ້ນຕອນຂອງການອອກແບບ,ການ ຜະລິດ,ການຕິດຕັ້ງ,ການບໍາລຸງຮັກສາຫຼືການນໍາໃຊ້ອຸປະກອນ,ໂຄງ ສ້າງ,ຜະລິດຕະພັນຫຼືສິນຄ້າ; 6. ຂະບວນການໝາຍເຖິງຂັ້ນຕອນຕ່າງໆຂອງການຜະລິດ ,ການກໍ່ສ້າງ,ການບໍລິການ,ສິ່ງແວດລ້ອມແລະການເຄື່ອນໄຫວວຽກ ງານອື່ນ; 7. ອົງການຮັບຮອງໝາຍເຖິງອົງການທີ່ຮັບຮູ້ຢ່າງເປັນ ທາງການກ່ຽວກັບຄວາມສາມາດຂອງບຸກຄົນຫຼືການຈັດຕັ້ງໃນການປະ ຕິບັດວຽງງານການທົດສອບແລະການຢັ້ງຢືນຄຸນນະພາບ; 8. ການຢັ້ງຢືນໝາຍເຖິງຂັ້ນຕອນການຮັບຮູ້ຢ່າງເປັນທາງ ການໂດຍອົງການການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆກ່ຽວກັບ ຄວາມສອດຄ່ອງທາງດ້ານຄຸນນະພາບກັບມາດຕະຖານແລະລະບຽບ ການເຕັກນິກ. 9. ການຢັ້ງຢືນຜະລິດຕະພັນໝາຍເຖິງຂັ້ນຕອນການຮັບຮູ້ ຢ່າງເປັນທາງການໂດຍອົງການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງທາງດ້ານຄຸນະພາບຂອງຜະລິດຕະພັນແລະສິນ ຄ້າກັບມາດຕະຖານ; 10. ການຢັ້ງຢືນລະບົບຄຸ້ມຄອງໝາຍເຖິງການຮັບຮູ້ຢ່າງ ເປັນທາງການໂດຍອົງການທີ່ມີສິດຢັ້ງຢືນຢູ່ຂະແໜງການຕ່າງໆກ່ຽວ ກັບຄວາມສອດຄ່ອງຂອງລະບົບຄຸ້ມຄອງຄຸນນະພາບ,ລະບົບຄຸ້ມຄອງສິ່ງ ແວດລ້ອມຫຼືລະບົບຄຸ້ມຄອງອື່ນກັບມາຕະຖານແຫ່ງຊາດຫຼືມາດຕະການ ສາກົນ; 11. ໃບຢັ້ງຢືນໝາຍເຖິງເອກະສານຮັບຮູ້ກ່ຽວກັບການຢັ້ງ ຢືນຜະລິດຕະພັນ,ສິນຄ້າ,ການບໍລິການ,ສິ່ງແວດລ້ອມ,ການຢັ້ງຢືນລະ ບົບ,ການຢັ້ງຢືນຄວາມສອດຄ່ອງແລະການຢັ້ງຢື່ນອື່ນເຊັ່ນ:ໃບຢັ້ງຢືນຜະ ລິດຕະພັນ,ໃບຢັ້ງຢືນລະບົບແລະໃບຢັ້ງຢືນຄວາມສອດຄ່ອງ; 12. ການປະເມີນຄວາມສອດຄ່ອງໝາຍເຖິງການເຄື່ອນ ໄຫວວຽກງານໃດໜຶ່ງທີ່ພົວພັນໂດຍກົງຫຼືທາງອ້ອມກ່ຽວກັບການຕີລາ ຄາການຈັດຕັ້ງປະຕິບັດມາດຕະຖານ,ລະບຽບການເຕັກນິກແລະລະບຽບ ກົດໝາຍທີ່ກ່ຽວຂ້ອງ; 13. ສິນຄ້າໝາຍເຖິງຜະລິດຕະພັນຫຼືວັດຖຸສິ່ງຂອງເພື່ອທໍາ ການຊື້ຂາຍ; 14. ບຸກຄົນທີສາມໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ຖືກຮັບຮູ້ ຢ່າງເປັນເອກະລາດຈາກຜູ້ສະໜອງແລະຜູ້ບໍລິໂພກ; 15. ຜູ້ສະໜອງໝາຍເຖິງຜູ້ຜະລິດ,ຜູ້ຈໍາໜ່າຍ,ຜູ້ຂາຍ,ຜູ້ບໍ ລິການ; 16. ຜູ້ບໍລິໂພກໝາຍເຖິງຜູ້ຊື່,ຜູ້ຊົມໃຊ້; 17. ພາກສ່ວນອື່ນທີ່ກ່ຽວຂ້ອງໝາຍເຖິງອົງການຈັດຕັ້ງ ຂອງເອກະຊົນແລະຂອງຕ່າງປະເທດທີ່ມີໜ້າທີ່ໃນການກວດກາແລະຢັ້ງ ຢືນຄຸນນະພາບຂອງຜະລິດຕະພັນ(ຫ້ອງທົດລອງ)ແລະລະບົບການຄຸ້ມ ຄອງຕ່າງໆຕາມການມອບໝາຍຂອງການຈັດຕັ້ງທີ່ກ່ຽວຂ້ອງ.

...ມາດຕາ 5 ນະໂຍບາຍກ່ຽວກັບວຽກງານມາດຕະຖານ

ມາດຕາ 5 ນະໂຍບາຍກ່ຽວກັບວຽກງານມາດຕະຖານ ລັດຊຸກຍູ້,ສົ່ງເສີມການນໍາໃຊ້ມາດຕະຖານຂອງຜະລິດຕະພັນ ,ສິນຄ້າ,ການບໍລິການ,ຂະບວນການແລະສິ່ງແວດລ້ອມ,ການປະຕິບັດລະ ບຽບການເຕັກນິກຢ່າງກວ້າງຂວາງລວມທັງວຽກງານການຄົ້ນຄວ້າ,ນໍາ ໃຊ້ວິທະຍາສາດແລະເຕັກໂນໂລຊີເພື່ອຮັບໃຊ້ການເຄື່ອນໄຫວວຽກງານ ມາດຕະຖານ. ລັດແລະສັງຄົມເອົາໃຈໃສ່ກໍ່ສ້າງພື້ນຖານທາງດ້ານວັດຖຸ- ເຕັກນິກເປັນຕົ້ນສູນທົດລອງຫຼືຫ້ອງທົດລອງ,ສູນຝຶກອົບຮົມເພື່ອຮັບປະກັນ ຄວາມອາດສາມາດໃນການຄຸ້ມຄອງວຽກງານມາດຕະການ. ລັດຊຸກຍູ້ແລະສົ່ງເສີມຫົວໜ່ວຍທຸລະກິດເປັນຕົ້ນການຜະລິດ ຂະໜາດນ້ອຍແລະກາງລວມທັງເສດຖະກິດຄອບຄົວໃນການປັບປຸງຄຸນ ນະພາບຂອງຜະລິດຕະພັນ,ສິນຄ້າ,ການບໍລິການແລະສິ່ງແວດລ້ອມໃຫ້ ໄດ້ຕາມມາດຕະຖານສາກົນ,ພາກພື້ນ,ຕ່າງປະເທດ,ມາດຕະຖານແຫ່ງ ຊາດແລະທ້ອງຖິ່ນເພື່ອຮັບປະກັນໃຫ້ສາມາດແຂ່ງຂັນຢູ່ຕະຫຼອດພາຍໃນ ແລະສາກົນ. ລັດຊຸກຍູ້ສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງແລະ ນໍາໃຊ້ຊັບພະຍາກອນທໍາມະຊາດແລະແຮງງານຢ່າງປະຢັດ,ສົມເຫດສົມ ຜົນແລະແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະແນໃສ່ຮັບຜະກັນ ຄວາມຍຸຕິທໍາໃນສັງຄົມແລະຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ລັດຊຸກຍູ້ບັນດາອົງການຈັດຕັ້ງຂອງລັດແລະເອກະຊົນທັງ ພາຍໃນແລະຕ່າງປະເທດທີ່ມາລົງທຶນໃນສປປລາວເພື່ອເຂົ້າຮ່ວມການ ເຄື່ອນໄຫວວຽກງານມາດຕະຖານເປັນຕົ້ນການສ້າງແລະນໍາໃຊ້ມາດ ຕະຖານ,ການຄຸ້ມຄອງແລະກວດກາວຽກງານດັ່ງກ່າວຢ່າງຖືກຕ້ອງ, ກວ້າງຂວາງແລະເປັນເຈົ້າການ.

...ມາດຕາ 6 ຫຼັກການພື້ນຖານກ່ຽວກັບມາດຕະຖານແລະລະບຽບການເຕັກນິກ

ມາດຕາ 6 ຫຼັກການພື້ນຖານກ່ຽວກັບມາດຕະຖານແລະລະບຽບການ ເຕັກນິກ ມາດຕະຖານແລະລະບຽບການເຕັກນິກຕ້ອງປະຕິບັດຕາມ ຫຼັກການພື້ນຖານດັ່ງນີ້: 1. ຕ້ອງຍົກສູງຄຸນນະພາບແລະປະສິດທິພາບທາງດ້ານເສດ ຖະກິດ-ສັງຄົມ,ສົ່ງເສີມການແຂ່ງຂັນທາງດ້ານຄຸນນະພາບຂອງຜະລິດ ຕະພັນ,ສິນຄ້າ,ການບໍລິການແລະການປົກປັກຮັກສາສິ່ງແວດລ້ອມຢູ່ຕະ ຫຼາດພາຍໃນແລະສາກົນ; 2. ຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການແລະຮັບ ປະກັນສຸຂານາໄມ,ສຸຂະພາບຂອງຜູ້ບໍລິໂພກ,ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,ສິດແລະຜົນປະໂຫຍດຂອງຜູ້ບໍລິໂພກແລະພາກ ສ່ວນທີ່ກ່ຽວຂ້ອງ; 3. ຕ້ອງຮັບປະກັນຄວາມໂປ່ງໃສ,ຄວາມຍຸຕິທໍາ,ການເປີດ ກວ້າງ,ຄວາມສະເໝີພາບຫຼີກເວັ້ນການຈໍາແນກແລະການສ້າງອຸປະສັກ ຕໍ່ການຜະລິດ,ທຸລະກິດການຄ້າ,ການບໍລິການດ້ວຍການເຂົ້າຮ່ວມຂອງ ພາກສ່ວນທີ່ກ່ຽວຂ້ອງເພື່ອຄວາມເປັນເອກະພາບກັນ; 4. ຕ້ອງຮັບປະກັນຄວາມສອດຄ່ອງກັບສະພາບຄວາມເປັນ ຈິງແລະຄວາມສາມາດໃນການຈັດຕັ້ງປະຕິບັດ.

...ມາດຕາ 7 ຫຼັກການການສ້າງມາດຕະຖານແລະລະບຽບການເຕັກນິກ

ມາດຕາ 7 ຫຼັກການການສ້າງມາດຕະຖານແລະລະບຽບການເຕັກນິກ ການສ້າງມາດຕະຖານແລະລະບຽບການເຕັກນິກຕ້ອງປະຕິ ບັດຕາມຫຼັກການດັ່ງນີ້: 1. ຕ້ອງນໍາໃຊ້ວິທະຍາສາດ,ເຕັກໂນໂລຊີແລະບົດຮຽນທີ່ ກ້າວໜ້າທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະ ນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ; 2. ຕ້ອງສຶກສາຄົ້ນຄວ້າແລະສົມທຽບມາດຕະຖານສາກົນ, ພາກພື້ນ,ຕ່າງປະເທດເພື່ອເປັນພື້ນຖານໃນການສ້າງໂດຍໃຫ້ສອດຄ່ອງ ກັບຈຸດພິເສດແລະສະພາບຕົວຈິງຂອງປະເທດ; 3. ຕ້ອງຮັບປະກັນຄວາມສອດຄ່ອງລະຫວ່າງມາດຕະຖານ ແລະລະບຽບການເຕັກນິກຂອງລາວທີ່ປະກາດໃຊ້ແລ້ວ; 4. ຕ້ອງສອດຄ່ອງກັບລະບຽບກົດໝາຍຂອງ ສປປລາວ,ສົນ ທິສັນຍາ,ສັນຍາສາກົນທີ່ ສປປລາວເປັນພາຄີ.

...ມາດຕາ 8 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 8 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການເຄື່ອນໄຫວວຽກງານ ມາດຕະຖານເປັນຕົ້ນການສ້າງ,ການປະກາດໃຊ້ແລະການນໍາໃຊ້ມາດ ຕະຖານແລະລະບຽບການເຕັກນິກໃນຂົງເຂດການຜະລິດ,ທຸລະກິດການ ຄ້າ,ການບໍລິການ,ຂະບວນການ,ສິ່ງແວດລ້ອມແລະບັນຫາອື່ນທີ່ກ່ຽວ ຂ້ອງກັບວຽກງານມາດຕະຖານ.

...ມາດຕາ 9 ການຮ່ວມມືສາກົນ

ມາດຕາ 9 ການຮ່ວມມືສາກົນ ລັດເປີດກ້ວາງການພົວພັນຮ່ວມມືກັບຕ່າງປະເທດ,ອົງການ ຈັດຕັ້ງພາກພື້ນແລະສາກົນກ່ຽວກັບວຽກງານມາດຕະຖານດ້ວຍການ ຍາດແຍ່ງການຊ່ວຍເຫຼືອ,ການຄົ້ນຄວ້າວິທະຍາສາດ,ເຕັກນິກຮ່ວມກັນ ,ການແລກປ່ຽນບົດຮຽນ,ການສ້າງແລະຍົກລະດັບຄວາມຮູ້ຄວາມສາ ມາດຂອງບຸກຄະລາກອນແລະອື່ນໆບົນພື້ນຖານຄວາມເປັນເອກະລາດ, ເປັນເຈົ້າຕົນເອງ,ສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດແລະ ປະຕິບັດລວມທັງແກ້ໄຂຂໍ້ຂັດແຍ່ງຕາມສົນທິສັນຍາ,ສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ປະເພດມາດຕະຖານ


...ມາດຕາ 10 ປະເພດມາດຕະຖານ

ມາດຕາ 10 ປະເພດມາດຕະຖານ ມາດຕະການແບ່ງອອກເປັນສາມປະເພດຕົ້ນຕໍດັ່ງນີ້: 1. ມາດຕະຖານຂອງຜະລິດຕະພັນແລະສິນຄ້າ; 2. ມາດຕະຖານທາງດ້ານການບໍລິການ; 3. ມາດຕະການທາງດ້ານສິ່ງແວດລ້ອມ.

...ມາດຕາ 11 ມາດຕະຖານຂອງຜະລິດຕະພັນແລະສິນຄ້າ

ມາດຕາ 11 ມາດຕະຖານຂອງຜະລິດຕະພັນແລະສິນຄ້າ ມາດຕະຖານຂອງຜະລິດຕະພັນແລະສິນຄ້າແມ່ນການກໍານົດ ຄຸນລັກສະນະສະເພາະຂອງຜະລິດຕະພັນແລະສິນຄ້າເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຜູ້ສະໜອງແລະຜູ້ບໍລິໂພກ. ຜະລິດຕະພັນແລະສິນຄ້າທີ່ນໍາເຂົ້າແລະສົ່ງອອກນັ້ນຕ້ອງໃຫ້ ໄດ້ມາດຕະຖານທີ່ກໍານົດໄວ້. ຜະລິດຕະພັນແລະສິນຄ້າທີ່ຜະລິດແລະນໍາໃຊ້ຢູ່ພາຍໃນຕ້ອງ ໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດແລະທ້ອງຖິ່ນ.

...ມາດຕາ 12 ເນື້ອໃນມາດຕະຖານຂອງຜະລິດຕະພັນແລະສິນຄ້າ

ມາດຕາ 12 ເນື້ອໃນມາດຕະຖານຂອງຜະລິດຕະພັນແລະສິນຄ້າ ມາດຕະຖານຂອງຜະລິດຕະພັນແລະສິນຄ້າປະກອບດ້ວຍຄໍາ ສັບເຕັກນິກ,ສັນຍາລັກ,ຄຸນລັກສະນະທາງຊີວະ-ເຄມີ,ວັດຖຸແລະຄຸນລັກ ສະນະອື່ນ,ວິທີການຜະລິດ,ວິທີການທົດສອບ,ການຫຸ່ມຫໍ່,ກາໝາຍຫຼືສະ ຫຼາກຜະລິດຕະພັນແລະສິນຄ້າ.

...ມາດຕາ 13 ມາດຕະຖານທາງດ້ານການບໍລິການ

ມາດຕາ 13 ມາດຕະຖານທາງດ້ານການບໍລິການ ມາດຕະຖານທາງດ້ານການບໍລິການແມ່ນການກໍານົດລະບົບ ການເຄື່ອນໄຫວທີ່ພົວພັນກັບຫຼາຍຂອດແລະຫຼາຍຂົງເຂດວຽກງານເຊັ່ນ ການຕິດຕັ້ງແລະກໍານົດເວລາຮັບປະກັນຜະລິດຕະພັນແລະສິນຄ້າ,ການບໍ ລິການດ້ານການທ່ອງທ່ຽວ,ໂຮງແຮມ,ຮ້ານອາຫານ,ການຂົນສົ່ງ,ໂທລະ ຄົມມະນາຄົມ,ການສຶກສາ,ສາທາລະນະສຸກແລະອື່ນໆເພື່ອຮັບປະກັນປະ ສິດທິພາບແລະຄວາມວ່ອງໄວຂອງການບໍລິການແນໃສ່ສ້າງຄວາມພໍໃຈ ໃຫ້ແກ່ຜູ້ບໍລິໂພກ. ມາດຕະຖານທາງດ້ານການບໍລິການໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກໂດຍແມ່ນພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບຕາມພາ ລະບົດບາດຂອງຕົນ.

...ມາດຕາ 14 ເນື້ອໃນມາດຕະຖານທາງດ້ານການບໍລິການ

ມາດຕາ 14 ເນື້ອໃນມາດຕະຖານທາງດ້ານການບໍລິການ ມາດຕະຖານທາງດ້ານການບໍລິການປະກອບດ້ວຍເນື້ອໃນ ຕົ້ນຕໍດັ່ງນີ້: - ລະບົບການຄຸ້ມຄອງຂະບວນການ; - ການຄຸ້ມຄອງເອກະສານ; - ການຈັດຕັ້ງ,ບຸກຄະລາກອນແລະສິ່ງອໍານວຍຄວາມສະ ດວກ; - ຂັ້ນຕອນກະທັດລັດແລະວ່ອງໄວ; - ລະບົບການກວດກາພາຍໃນ; - ການປ້ອງກັນແລະການແກ້ໄຂບັນຫາ.

...ມາດຕາ 15 ມາດຕະຖານທາງດ້ານສິ່ງແວດລ້ອມ

ມາດຕາ 15 ມາດຕະຖານທາງດ້ານສິ່ງແວດລ້ອມ ມາດຕະຖານທາງດ້ານສິ່ງແວດລ້ອມແມ່ນການກໍານົດບັນທັດ ຖານຫຼືຂອບເຂດການອະນຸຍາດໃນການປ່ອຍມົນລະພິດແລະມົນລະພາວະ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດ ລ້ອມ. ບຸກຄົນຫຼືການຈັດຕັ້ງທີ່ທໍາການຜະລິດ,ທຸລະກິດການຄ້າ,ການ ບໍລິການຕ້ອງເອົາໃຈໃສ່ປະຕິບັດຕາມມາດຕະຖານແລະລະບຽບກົດໝາຍ ກ່ຽວກັບສິ່ງແວດລ້ອມ.

...ມາດຕາ 16 ເນື້ອໃນມາດຕະຖານທາງດ້ານສິ່ງແວດລ້ອມ

ມາດຕາ 16 ເນື້ອໃນມາດຕະຖານທາງດ້ານສິ່ງແວດລ້ອມ ມາດຕະຖານທາງດ້ານສິ່ງແວດລ້ອມປະກອບດ້ວຍເນື້ອໃນ ຕົ້ນຕໍດັ່ງນີ້: - ລະດັບ,ຂອບເຂດການປ່ອຍມົນລະພິດເຊັ່ນ:ນໍ້າເປື້ອນ,ຄວັນ ,ເສດນໍາມັນ,ເສດເຄມີແລະສິ່ງເສດເຫຼືອອື່ນໆ; - ລະບັບ,ຂອບເຂດການປ່ອຍມົນລະພາວະເຊັ່ນ:ຄວາມສັ່ນສະ ເທືອນ,ສຽງ,ແສງ,ສີ,ລັງສີ,ກິ່ນແລະອື່ນໆ.

...ມາດຕາ 17 ມາດຕະຖານຂອງຄໍາສັບເຕັກນິກ

ມາດຕາ 17 ມາດຕະຖານຂອງຄໍາສັບເຕັກນິກ ມາດຕະຖານຂອງນຄໍາສັບເຕັກນິກແມ່ນການກໍານົດຄໍາສັບ ເພື່ອອະທິບາຍໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງແລະເປັນເອກະພາບກັນ ໃນການນໍາໃຊ້ຄໍາສັບເຕັກນິກກ່ຽວກັບວຽກງານມາດຕະຖານ.

..ພາກທີ 3 ມາດຕະຖານແລະລະບຽບການເຕັກນິກ


...ໝວດທີ 1 ມາດຕະຖານ


....ມາດຕາ 18 ລະດັບມາດຕະຖານ

ມາດຕາ 18 ລະດັບມາດຕະຖານ ຢູ່ ສປປລາວ ມາດຕະຖານມີສອງລະດັບດັ່ງນີ້: 1. ມາດຕະຖານແຫ່ງຊາດລາວ; 2. ມາດຕະຖານທ້ອງຖິ່ນ.

....ມາດຕາ 19 ການສ້າງມາດຕະຖານ

ມາດຕາ 19 ການສ້າງມາດຕະຖານ ການສ້າງມາດຕະຖານແຫ່ງຊາດລາວຕ້ອງອີງໃສ່: 1. ມາດຕະຖານສາກົນ,ພາກພື້ນແລະຕ່າງປະເທດ; 2. ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ,ເຕັກໂນໂລ ຊີແລະເຕັກນິກທີ່ກ້າວໜ້າ; 3. ບົດຮຽນ,ຈຸດພິເສດແລະສະພາບຕົວຈິງຂອງປະເທດ; 4. ຜົນຂອງການຕີລາຄາກ່ຽວກັບການກວດກາ,ການທົດ ທອບ,ການຢັ້ງຢືນຄຸນນະພາບແລະປະສິດທິພາບຂອງວຽກງານຂະແໜງ ການທີ່ກ່ຽວຂ້ອງ. ສໍາລັບການສ້າງມາດຕະຖານທ້ອງຖິ່ນນອກຈາກອີງໃສ່ເນື້ອ ໃນມາດຕະຖານແຫ່ງຊາດລາວທີ່ກ່າວມາເທິງນີ້ແລ້ວຍັງຕ້ອງໃສ່ເງື່ອນ ໄຂ,ຈຸດພິເສດແລະສະພາບຕົວຈິງຂອງທ້ອງຖິ່ນນັ້ນອີກດ້ວຍ.

....ມາດຕາ 20 ການນໍາໃຊ້ມາດຕະຖານ

ມາດຕາ 20 ການນໍາໃຊ້ມາດຕະຖານ ການນໍາໃຊ້ມາດຕະຖານແມ່ນໃຫ້ດໍາເນີນບົນພື້ນຖານຄວາມ ສະໝັກໃຈຂອງພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນຜູ້ສະໜອງແລະຜູ້ບໍລິໂພກ ເວັ້ນເສຍແຕ່ລະບຽບກົດໝາຍແລະລະບຽບການເຕັກນິກໄດ້ກໍານົດໃຫ້ນໍາ ໃຊ້ແບບບັງຄັບເຊັ່ນ:ຜະລິດຕະພັນ,ສິນຄ້າຍຸດທະສາດ,ການບໍລິການແລະ ສິ່ງແວດລ້ອມທີ່ເປັນເປົ້າໝາຍຄຸ້ມຄອງແລະບັງຄັບໃຊ້ຊຶ່ງພົວພັນເຖິງ ຄວາມປອດໄພ,ສຸຂານາໄມ,ສຸຂະພາບ,ການປ້ອງກັນຊາດ,ປ້ອງກັນຄວາມ ສະຫງົບ.

....ມາດຕາ 21 ຂັ້ນຕອນຂອງການສ້າງມາດຕະຖານແຫ່ງຊາດລາວ

ມາດຕາ 21 ຂັ້ນຕອນຂອງການສ້າງມາດຕະຖານແຫ່ງຊາດລາວ ການສ້າງມາດຕະຖານແຫ່ງຊາດລາວໃຫ້ປະຕິບັດຕາມຂັ້ນ ຕອນດັ່ງນີ້: 1.​ຄະນະກໍາມະການເຕັກນິກສູນກາງໂດຍປະສານສົມທົບກັບ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດກະກຽມຮ່າງມາດຕະ ຖານ; 2. ຄະນະກໍາມະການເຕັກນິກສູນກາງນໍາເອົາຮ່າງມາດຕະ ຖານລົງປຶກສາຫາລືກັບຫົວໜ່ວຍທຸລະກິດແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 3. ສະພາມາດຕະການແຫ່ງຊາດຄົ້ນຄວ້າ,ພິຈາລະນາແລະ ຮັບຮອງເອົາຮ່າງມາດຕະຖານຕາມການສະເໜີຂອງຄະນະກໍາມະການ ເຕັກນິກສູນກາງ; 4. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ ປະກາດໃຊ້ຕາມການສະເໜີຂອງສະພາມາດຕະຖານແຫ່ງຊາດ.

....ມາດຕາ 22 ການປະກາດໃຊ້ມາດຕະຖານແຫ່ງຊາດລາວ

ມາດຕາ 22 ການປະກາດໃຊ້ມາດຕະຖານແຫ່ງຊາດລາວ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ປະ ກາດໃຊ້ມາດຕະຖານແຫ່ງຊາດລາວພາຍໃນຫົວສິບວັນນັບແຕ່ວັນໄດ້ຮັບ ການສະເໜີຂອງສະພາມາດຕະຖານແຫ່ງຊາດເປັນຕົ້ນໄປແລະຕ້ອງຈັດ ພິມລົງໃນຈົດໝາຍເຫດທາງລັດຖະການ.ມາດຕະຖານທີ່ໄດ້ປະກາດໃຊ້ ແລ້ວນັ້ນໃຫ້ຖືເປັນມາດຕະຖານແຫ່ງຊາດລາວແລະມີຊື່ຫຍໍ້ວ່າ "ມລ". ສໍາລັບການປັບປຸງຫຼືການຍົກເລີກມາດຕະຖານແຫ່ງຊາດ ລາວທີ່ໄດ້ປະກາດໃຊ້ແລ້ວນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 23 ຂັ້ນຕອນຂອງການສ້າງມາດຕະຖານທ້ອງຖິ່ນ

ມາດຕາ 23 ຂັ້ນຕອນຂອງການສ້າງມາດຕະຖານທ້ອງຖິ່ນ ການສ້າງມາດຕະຖານທ້ອງຖິ່ນໃຫ້ປະຕິບັດຕາມຂັ້ນຕອນດັ່ງ ນີ້: 1. ຄະນະກໍາມະການເຕັກນິກທ້ອງຖິ່ນໂດຍປະສານສົມທົບ ກັບຜູ້ສະໜອງແລະຜູ້ບໍລິໂພກຄົ້ນຄວ້າແລະຮ່າງມາດຕະຖານທ້ອງຖິ່ນ; 2. ຄະນະກໍາມະການເຕັກນິກທ້ອງຖິ່ນນໍາເອົາຮ່າງມາດຕະ ຖານດັ່ງກ່າວລົງປຶກສາຫາລືກັບຫົວໜ່ວຍທຸລະກິດແລະພາກສ່ວນອື່ນທີ່ ກ່ຽວຂ້ອງຢູ່ທ້ອງຖິ່ນຕົນ; 3. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ ເປັນຜູ້ພິຈາລະນາຮັບຮອງແລະປະກາດໃຊ້ມາດຕະຖານທ້ອງຖິ່ນຕາມ ການສະເໜີຂອງຄະນະກໍາມະການເຕັກນິກທ້ອງຖິ່ນ.

....ມາດຕາ 24 ການປະກາດໃຊ້ມາດຕະຖານທ້ອງຖິ່ນ

ມາດຕາ 24 ການປະກາດໃຊ້ມາດຕະຖານທ້ອງຖິ່ນ ການປະກາດໃຊ້ມາດຕະຖານທ້ອງຖິ່ນໃຫ້ດໍາເນີນພາຍໃນ ຫົກສິບວັນນັບແຕ່ວັນໄດ້ຮັບການສະເໜີຂອງຄະນະກໍາມະການເຕັກນິກ ທ້ອງຖິ່ນເປັນຕົ້ນໄປແລະຕ້ອງຈັດພິມລົງໃນວາລະສານຂອງຖ້ອງຖິ່ນ. ມາດຕະການທີ່ໄດ້ປະກາດໃຊ້ແລ້ວນັ້ນໃຫ້ຖືເປັນມາດຕະຖານທ້ອງຖິ່ນ ແລະມີຊື່ຫຍໍ້ວ່າ "ມທ". ສໍາລັບການປັບປຸງຫຼືການຍົກເລີກມາດຕະຖານທ້ອງຖິ່ນທີ່ ໄດ້ປະກາດໃຊ້ແລ້ວນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ໝວດທີ 2 ລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ


....ມາດຕາ 25 ເນື້ອໃນລະບຽບການເຕັກນິກ

ມາດຕາ 25 ເນື້ອໃນລະບຽບການເຕັກນິກ ເນື້ອໃນລະບຽບການເຕັກນິກປະກອບດ້ວຍການກໍານົດລະ ດັບ,ຂອບເຂດຄຸນລັກສະນະສະເພາະທາງດ້ານເຕັກນິກ,ຄໍາສັບເຕັກນິກ, ສັນຍາລັກ,ການຫຸ້ມຫໍ່,ເຄື່ອງໝາຍແລະສະຫຼາກຜະລິດຕະພັນ,ສິນຄ້າ, ການບໍລິການ,ຂະບວນການແລະສິ່ງແວດລ້ອມ. ລະບຽບການເຕັກນິກນໍາໃຊ້ເພື່ອຄຸ້ມຄອງແລະກວດກາທາງ ດ້ານເຕັກນິກກ່ຽວກັບການຜະລິດ,ທຸລະກິດການຄ້າແລະການບໍລິການ ໃຫ້ສອດຄ່ອງກັບມາດຕະຖານແລະລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 26 ເນື້ອໃນກົດການຈັດຕັ້ງປະຕິບັດ

ມາດຕາ 26 ເນື້ອໃນກົດການຈັດຕັ້ງປະຕິບັດ ເນື້ອໃນກົດການຈັດຕັ້ງປະຕິບັດປະກອບດ້ວຍຄໍາແນະນໍາ ກ່ຽວກັບວິທີການ,ຂັ້ນຕອນຂອງການນໍາໃຊ້ມາດຕະການແລະລະບຽບ ການເຕັກນິກເຂົ້າສູ່ພາກປະຕິບັດຕົວຈິງໃນການຜະລິດ,ທຸລະກິດ,ການ ຄ້າແລະການບໍລິການເພື່ອໃຫ້ໄດ້ຄຸນນະພາບແລະມີຄວາມປອດໄພ.

....ມາດຕາ 27​ ຫຼັກການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ

ມາດຕາ 27​ ຫຼັກການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງ ປະຕິບັດ ການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ ຕ້ອງໃຫ້ສອດຄ່ອງກັບລະບຽບ,ຫຼັກການແລະກົດໝາຍທີ່ກ່ຽວຂ້ອງຂອງ ສປປລາວ ແລະສົນທິສັນຍາ,ສັນຍາສາກົນທີ່ສປປລາວເປັນພາຄີ.

....ມາດຕາ 28 ການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ

ມາດຕາ 28 ການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະ ຕິບັດ ການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ ຕ້ອງອີງໃສ່ເນ້ືອໃນທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງກົດໝາຍສະບັບ ນີ້.

....ມາດຕາ 29 ຂັ້ນຕອນຂອງການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ

ມາດຕາ 29 ຂັ້ນຕອນຂອງການສ້າງລະບຽບການເຕັກນິກແລະກົດການ ຈັດຕັ້ງປະຕິບັດ ການສ້າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ ໃຫ້ດໍາເນີນຕາມຂັ້ນຕອນດັ່ງນີ້: 1. ຄະນະວິຊາການເຕັກນິກຂອງຂະແໜງການ,ທ້ອງຖິ່ນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຮ່າງລະບຽບການ ເຕັກນິກແລະກົດການຈັດຕັ້ງປະຕິບັດ; 2. ພາກສ່ວນຕ່າງໆທັງພາກລັດແລະເອກະຊົນທີ່ກ່ຽວຂ້ອງ ເປັນຕົ້ນຜູ້ສະໜອງແລະຜູ້ບໍລິໂພກປະກອບຄໍາຄິດຄໍາເຫັນຕາມການສະ ເໜີຂອງຄະນະວິຊາການເຕັກນິກຂອງຂະແໜງການ,ທ້ອງຖິ່ນ; 3. ຄະນະວິຊາການເຕັກນິກຂອງຂະແໜງການ,ທ້ອງຖິ່ນດັ່ງ ກ່າວປັບປຸງຮ່າງລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດແລ້ວ ນໍາສະເໜີຕໍ່ຂະແໜງການ,ທ້ອງຖິ່ນທີ່ກ່ຽວຂ້ອງພິຈາລະນາຮັບຮອງແລະ ປະກາດໃຊ້.

....ມາດຕາ 30 ການປະກາດໃຊ້ລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ

ມາດຕາ 30 ການປະກາດໃຊ້ລະບຽບການເຕັກນິກແລະກົດການຈັດຕັ້ງ ປະຕິບັດ ຂະແໜງການ,ທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ປະກາດໃຊ້ລະບຽບ ການເຕັກນິກແລະກົດການຈັດຕັ້ງປະຕິບັດຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນຊົ່ງຜົນສັກສິດບໍໃຫ້ຕໍ່າກວ່າໜຶ່ງຮ້ອຍແປດສິບວັນນັບແຕ່ວັນ ລົງລາຍເຊັນເປັນຕົ້ນໄປ.ສໍາລັບລະບຽບການເຕັກນິກແລະກົດການຈັດຕັ້ງ ປະຕິບັດທີ່ພົວພັນເຖິງສຸຂະພາບ,ຄວາມປອດໄພແລະສິງແວດລ້ອມແມ່ນມີ ຜົນສັກສິດພາຍໃນໜຶ່ງຮ້ອຍແປດສິບວັນນັບແຕ່ວັນລົງລາຍເຊັນເປັນຕົ້ນ ໄປ. ການປັບປຸງ,ການຍົກເລີກລະບຽບການເຕັກນິກແລະກົດການ ຈັດຕັ້ງປະຕິບັດທີ່ປະກາດໃຊ້ແລ້ວນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງ ຫາກ.

....ມາດຕາ 31 ການນໍາໃຊ້ລະບຽບການເຕັກນິກແລະກົດການຈັດຕັ້ງປະຕິບັດ

ມາດຕາ 31 ການນໍາໃຊ້ລະບຽບການເຕັກນິກແລະກົດການຈັດຕັ້ງ ປະຕິບັດ ການນໍາໃຊ້ລະບຽບການເຕັກນິກແລະກົດການຈັດຕັ້ງປະຕິ ບັດແມ່ນໃຫ້ດໍາເນີນບົນພື້ນຖານການບັງຄັບໃຊ້ຕໍ່ບຸກຄົນແລະການຈັດຕັ້ງ ທີ່ກ່ຽວຂ້ອງເປັນຕົ້ນຜູ້ສະໜອງແລະຜູ້ບໍລິໂພກ.

..ພາກທີ 4 ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານ


...ມາດຕາ 32 ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານ

ມາດຕາ 32 ການຈັດຕັ້ງທີ່ຮັບຜິດຊອບວຽກງານສ້າງມາດຕະຖານ ການຈັດຕັ້ງທີ່ຮັບຜິດຊອບວຽກງນສ້າງມາດຕະຖານມີດັ່ງນີ້: 1. ສະພາມາດຕະຖານແຫ່ງຊາດ; 2. ຄະນະກໍາມະການເຕັກນິກສູນກາງ; 3. ຄະນະກໍາມະການເຕັກນິກທ້ອງຖິ່ນ.

...ມາດຕາ 33 ທີ່ຕັ້ງແລະພາລະບົດບາດຂອງສະພາມາດຕະຖານແຫ່ງຊາດ

ມາດຕາ 33 ທີ່ຕັ້ງແລະພາລະບົດບາດຂອງສະພາມາດຕະຖານແຫ່ງຊາດ ສະພາມາດຕະຖານແຫ່ງຊາດຖືກສ້າງຕັ້ງຂຶ້ນໂດຍຫົວໜ້າອົງ ການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ. ສະພາມາດຕະຖານແຫ່ງ ຊາດປະກອບດ້ວຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງລັດແລະພາກ ສ່ວນເອກະຊົນທີ່ກ່ຽວຂ້ອງຊຶ່ງເປັນກົງຈັກຊ່ວຍວຽກໃຫ້ແກ່ອົງການດັ່ງ ກ່າວ. ສະພາມາດຕະຖານແຫ່ງຊາດມີພາລະບົດບາດໃນການພິຈາ ລະນາແລະຮັບຮອງເອົາມາດຕະຖານແຫ່ງຊາດລາວແລ້ວນໍາສະເໜີຕໍ່ ຫົວໜ້າອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດພິຈາລະນາປະ ກາດໃຊ້.

...ມາດຕາ 34 ສິດແລະໜ້າທີ່ຂອງສະພາມາດຕະຖານແຫ່ງຊາດ

ມາດຕາ 34 ສິດແລະໜ້າທີ່ຂອງສະພາມາດຕະຖານແຫ່ງຊາດ ສະພາມາດຕະຖານແຫ່ງຊາດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ລະບຽບການ,ແຜນງານ,ໂຄງການ ແລະກິດຈະກໍາຕ່າງໆກ່ຽວກັບວຽກງານມາດຕະຖານເພື່ອນໍາສະເໜີໃຫ້ ຫົວໜ້າອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດພິຈາລະນາ; 2. ຄົ້ນຄວ້າວິທີການ,ຫຼັກການແລະຂັ້ນຕອນກ່ຽວກັບການ ສ້າງແລະການຮັບຮອງມາດຕະຖານແຫ່ງຊາດລາວລວມທັງການຈັດຕັ້ງ ປະຕິບັດ; 3. ກໍານົດຜະລິດຕະພັນ,ສິນຄ້າ,ການບໍລິການແລະສິ່ງແວດ ລ້ອມທີ່ເປັນບູລິມະສິດເພື່ອສ້າງມາດຕະຖານແຫ່ງຊາດ; 4. ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານມາດ ຕະຖານຕາມການລາຍງານຂອງບັນດາກໍາມະການຕົນ; 5. ຄົ້ນຄວ້າກ່ຽວກັບການຮັບຮອງ,ການປັບປຸງແລະການຍົກ ເລີກມາດຕະຖານແຫ່ງຊາດລາວ,ກາໝາຍມາດຕະຖານແຫ່ງຊາດແລະ ໃບຢັ້ງຢືນຄວາມສອດຄ່ອງເພື່ອສະເໜີຕໍ່ຫົວໜ້າອົງການວິທະຍາສາດແລະ ເຕັກໂນໂລຊີແຫ່ງຊາດພິຈາລະນາ; 6. ປະກອບຄໍາເຫັນໃສ່ຮ່າງກາໝາຍຢັ້ງຢືນປະເພດຕ່າງໆ ແລະບັນຫາອື່ນທີ່ພົວພັນເຖິງວຽກງານມາດຕະຖານ; 7. ເຂົ້າຮ່ວມກອງປະຊຸມແລະການເຄື່ອນໄຫວວຽກງານມາດ ຕະຖານຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍຫຼືການແຕ່ງຕັ້ງ ຂອງກະຊວງ,ຂະແໜງການທີ່ຕົນສັງກັດຢູ່ຕາມການສະເໜີຂອງອົງການ ວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ.

...ມາດຕາ 35 ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສະພາມາດຕະຖານແຫ່ງຊາດ

ມາດຕາ 35 ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສະພາ ມາດຕະຖານແຫ່ງຊາດ ສະພາມາດຕະຖານແຫ່ງຊາດປະກອບດ້ວຍຜູ້ຕາງໜ້າຈາກ ບັນດາກະຊວງ,ອົງການ,ສະຖາບັນການສຶກສາ,ສະມາຄົມວິຊາຊີບ,ສະ ພາການຄ້າແລະອຸດສາຫະກໍາແຫ່ງຊາດ,ຜູ້ສະໜອງແລະຜູ້ບໍລິໂພກ. ສະພາມາດຕະຖານແຫ່ງຊາດມີປະທານ,ຮອງປະທານຈໍາ ນວນໜຶ່ງ,ກໍາມະການແລະກົງຈັກຊ່ວຍວຽກ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງສະພາມາດຕະ ຖານແຫ່ງຊາດລວມທັງກົງຈັກຊ່ວຍວຽກໄດ້ກໍານົດໄວ້ໃນລະບຽບການ ສະເພາະ.

...ມາດຕາ 36 ປະທານ,ຮອງປະທານແລະກໍາມະການຂອງສະພາມາດຕະຖານແຫ່ງຊາດ

ມາດຕາ 36 ປະທານ,ຮອງປະທານແລະກໍາມະການຂອງສະພາມາດ ຕະຖານແຫ່ງຊາດ ປະທານ,ຮອງປະທານແລະກໍາມະການຂອງສະພາມາດຕະ ຖານແຫ່ງຊາດຕ້ອງມີຄຸນວຸດທິແລະປະສົບການໃນການບໍລິຫານວຽກ ງານແລະຖືກແຕ່ງຕັ້ງໂດຍຫົວໜ້າອົງການວິທະຍາສາດແລະເຕັກໂນ ໂລຊີແຫ່ງຊາດຕາມການສະເໜີຂອງສະພາມາດຕະຖານແຫ່ງຊາດບົນ ພື້ນຖານມະຕິຕົກລົງຂອງກອງປະຊຸມສະພາດັ່ງກ່າວ. ສິດແລະໜ້າທີ່ຂອງປະທານ,ຮອງປະທານແລະກໍາມະການ ຂອງສະພາມາດຕະຖານແຫ່ງຊາດໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

...ມາດຕາ 37 ຄະນະກໍາມະການເຕັກນິກສູນກາງ

ມາດຕາ 37 ຄະນະກໍາມະການເຕັກນິກສູນກາງ ຄະນະກໍາມະການເຕັກນິກສູນກາງຖືກສ້າງຕັ້ງຂຶ້ນໂດຍສະ ພາມາດຕະຖານແຫ່ງຊາດເພື່ອຊ່ວຍວຽກໃນການຈັດຕັ້ງປະຕິບັດພາລະ ບົດບາດ,ສິດແລະໜ້າທີ່ຂອງຕົນກ່ຽວກັບວຽກງານມາດຕະຖານ. ຄະນະກໍາມະການເຕັກນິກສູນກາງປະກອບດ້ວຍນັກວິຊາການ ທີ່ກ່ຽວຂ້ອງຈາກບັນດາກະຊວງ,ອົງການ,ສະຖາບັນການສຶກສາ,ສະມາ ຄົມວິຊາຊີບ,ສະພາການຄ້າແລະອຸດສາຫະກໍາແຫ່ງຊາດ,ຜູ້ສະໜອງແລະ ຜູ້ບໍລິໂພກຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ. ຄະນະກໍາມະການເຕັກນິກສູນກາງມີຫົວໜ້າ,ຮອງຫົວໜ້າແລະ ກໍາມະການຊຶ່ງຖືກແຕ່ງຕັ້ງໂດຍອົງການວິທະຍາສາດແລະເຕັກໂນໂລຊີ ແຫ່ງຊາດຕາມການສະເໜີຂອງປະທານສະພາມາດຕະຖານແຫ່ງຊາດ.

...ມາດຕາ 38 ສິດແລະໜ້າທີ່ຂອງຄະນະກໍາມະການເຕັກນິກສູນກາງ

ມາດຕາ 38 ສິດແລະໜ້າທີ່ຂອງຄະນະກໍາມະການເຕັກນິກສູນກາງ ຄະນະກໍາມະການເຕັກນິກສູນກາງມີສິດແລະໜ້າທີ່ຕົ້ນຕໍດັ່ງ ນີ້: 1. ຄົ້ນຄວ້າ,ປະກອບຄໍາເຫັນແລະສ້າງຮ່າງມາດຕະຖານ ແລະເອກະສານຄູ່ມືເຕັກນິກ; 2. ເຂົ້າຮ່ວມຄົ້ນຄວ້າແລະຕີລາຄາກ່ຽວກັບການອອກໃບ ຢັ້ງຢືນປະເພດຕ່າງໆ; 3. ເຂົ້າຮ່ວມກອງປະຊຸມແລະການເຄື່ອນໄຫວວຽກງານ ມາດຕະຖານຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍຫຼືການ ແຕ່ງຕັ້ງຂອງກະຊວງ,ຂະແໜງການທີ່ຕົນສັງກັດຢູ່ຕາມການສະເໜີ ຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ.

...ມາດຕາ 39 ພັນທະໃນການແຕ່ງຕັ້ງຜູ້ຕາງໜ້າ

ມາດຕາ 39 ພັນທະໃນການແຕ່ງຕັ້ງຜູ້ຕາງໜ້າ ຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງມີພັນທະແຕ່ງຕັ້ງ ຜູ້ຕາງໜ້າຫຼືນັກວິຊາການຂອງຕົນເພື່ອປະກອບເຂົ້າໃນສະພາມາດຕະ ຖານແຫ່ງຊາດຫຼືຄະນະກໍາມະການເຕັກນິກສູນກາງຕາມການສະເໜີ ຂອງອົງການວິທະຍາສາດແລະເຕັກໂນໂລຊີບໍ່ໃຫ້ເກີນສາມສິບວັນນັບ ແຕ່ວັນໄດ້ຮັບຄໍາສະເໜີນັ້ນເປັນຕົ້ນໄປ.

...ມາດຕາ 40 ຄະນະກໍາມະການເຕັກນິກທ້ອງຖິ່ນ

ມາດຕາ 40 ຄະນະກໍາມະການເຕັກນິກທ້ອງຖິ່ນ ຄະນະກໍາມະການເຕັກນິກທ້ອງຖິ່ນຖືກສ້າງຕັ້ງຂຶ້ນໂດຍຫົວ ໜ້າພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນເພື່ອຊ່ວຍ ວຽກໃນການຈັດຕັ້ງປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນກ່ຽວ ກັບວຽກງານມາດຕະຖານ. ຄະນະກໍາມະການເຕັກນິກທ້ອງຖິ່ນປະກອບດ້ວຍນັກວິຊາການ ທີ່ກ່ຽວຂ້ອງຈາກບັນດາຂະແໜງການ,ພາກສ່ວນອື່ນ,ຜູ້ສະໜອງແລະຜູ້ ບໍລິໂພກພາຍໃນແຂວງ,ນະຄອນ. ຄະນະພໍາມະການເຕັກນິກທ້ອງຖິ່ນມີຫົວໜ້າ,ຮອງຫົວໜ້າ ແລະກໍາມະການຊຶ່ງຖືກແຕ່ງຕັ້ງໂດຍຫົວໜ້າພະແນກວິທະຍາສາດແລະ ເຕັກໂນໂລຊີແຂວງ,ນະຄອນບົນພື້ນຖານມະຕິຕົກລົງຂອງກອງປະຊຸມຄະ ນະກໍາມະການດັ່ງກ່າວ.

...ມາດຕາ 41 ສິດແລະໜ້າທີ່ຂອງຄະນະກໍາມະການເຕັກນິກທ້ອງຖິ່ນ

ມາດຕາ 41 ສິດແລະໜ້າທີ່ຂອງຄະນະກໍາມະການເຕັກນິກທ້ອງຖິ່ນ ຄະນະກໍາມະການເຕັກນິກທ້ອງຖິ່ນມີສິດແລະໜ້າທີ່ຕົ້ນຕໍດັ່ງ ນີ້: 1. ຄົ້ນຄວ້າ,ປະກອບຄໍາເຫັນແລະສ້າງຮ່າງມາດຕະຖານ ແລະເອກະສານຄູ່ມືເຕັກນິກ; 2. ເຂົ້າຮ່ວມຄົ້ນຄວ້າແລະຕີລາຄາກ່ຽວກັບການອອກໃບຢັ້ງ ຢືນປະເພດຕ່າງໆ; 3. ເຂົ້າຮ່ວມກອງປະຊຸມແລະການເຄື່ອນໄຫວວຽກງານມາດ ຕະຖານຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍຫຼືການແຕ່ງຕັ້ງ ຂອງພະແນກການທີ່ຕົນສັງກັດຢູ່ຕາມການສະເໜີຂອງພະແນກວິທະຍາ ສາດແລະເຕັກໂນໂລຊີແຂວງ,ນະຄອນ.

...ມາດຕາ 42 ພັນທະໃນການແຕ່າງຕັ້ງຜູ້ຕາງໜ້າເຂົ້າໃນຄະນະກໍາມະການເຕັກນິກທ້ອງຖິ່ນ

ມາດຕາ 42 ພັນທະໃນການແຕ່າງຕັ້ງຜູ້ຕາງໜ້າເຂົ້າໃນຄະນະກໍາມະ ການເຕັກນິກທ້ອງຖິ່ນ ຂະແໜງການແລະພາກສ່ວນທ້ອງຖິ່ນທີ່ກ່ຽວຂ້ອງມີພັນທະ ແຕ່ງຕັ້ງຜູ້ຕາງໜ້າຫຼືນັກວິຊາການຂອງຕົນເພື່ອປະກອບເຂົ້າໃນຄະນະ ກໍາມະການເຕັກນິກທ້ອງຖິ່ນຕາມການສະເໜີຂອງພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ,ນະຄອນບໍ່ໃຫ້ເກີນສາມສິບວັນນັບແຕ່ວັນໄດ້ຮັບ ສະເໜີນັ້ນເປັນຕົ້ນໄປ.

..ພາກທີ 5 ຄວາມສອດຄ່ອງທາງດ້ານມາດຕະໂານແລະລະບຽບການເຕັກນິກ


...ມາດຕາ 43 ຄວາມສອດຄ່ອງທາງດ້ານມາດຕະຖານແລະລະບຽບການເຕັກນິກ

ມາດຕາ 43 ຄວາມສອດຄ່ອງທາງດ້ານມາດຕະຖານແລະລະບຽບການ ເຕັກນິກ ຄວາມສອດຄ່ອງແມ່ນຄວາມກົມກຽວ,ຄວາມຖືກຕ້ອງທາງ ດ້ານຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນ,ສິນຄ້າ,ການບໍ ລະການ,ສິງແວດລ້ອມແລະບັນຫາອື່ນຂອງຜູ້ສະໜອງກັບມາດຕະຖານ ແລະລະບຽບການເຕັກນິກ.

...ມາດຕາ 44 ຫຼັກການການປະເມີນຄວາມສອດຄ່ອງ

ມາດຕາ 44 ຫຼັກການການປະເມີນຄວາມສອດຄ່ອງ ການປະເມີນຄວາມສອດຄ່ອງຕ້ອງດໍາເນີນໃຫ້ຖືກຕ້ອງຕາມ ຂັ້ນຕອນ,ຫຼັກການແລະລະບຽບການຂອງ ສປປລາວ,ສັນທິສັນຍາ,ສັນຍາ ສາກົນທີ່ ສປປລາວເປັນພາຄີ. ຂັ້ນຕອນຂອງການປະເມີນຄວາມສອດຄ່ອງໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ.

...ມາດຕາ 45 ອົງການປະເມີນຄວາມສອດຄ່ອງ

ມາດຕາ 45 ອົງການປະເມີນຄວາມສອດຄ່ອງ ອົງການປະເມີນຄວາມສອດຄ່ອງແມ່ນການຈັດຕັ້ງທີ່ສ້າງຂຶ້ນ ຢູ່ໃນແຕ່ລະຂະແໜງການຂອງລັດແລະພາກສ່ວນເອກະຊົນທີ່ກ່ຽວຂ້ອງ,ມີ ພາລະບົດບາດໃນການຕີລາຄາແລະປະເມີນຄວາມກົມກຽວ,ຄວາມສອດ ຄ່ອງຂອງການຈັດຕັ້ງປະຕິບັດມາດຕະຖານແລະລະບຽບການເຕັກນິກ. ໂຄງປະກອບການຈັດຕັ້ງ,ບຸກຄະລາກອນ,ສິດແລະໜ້າທີ່ຂອງ ອົງການປະເມີນຄວາມສອດຄ່ອງໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 46 ຮູບການການປະເມີນຄວາມສອດຄ່ອງ

ມາດຕາ 46 ຮູບການການປະເມີນຄວາມສອດຄ່ອງ ການປະເມີນຄວາມສອດຄ່ອງໃນຮູບການຕົ້ນຕໍດັ່ງນີ້: - ການປະເມີນຄວາມສອດຄ່ອງດ້ວຍຕົນເອງ; - ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈ; - ການປະເມີນຄວາມສອດຄ່ອງແບບບັງຄັບ.

...ມາດຕາ 47 ການປະເມີນຄວາມສອດຄ່ອງດ້ວຍຕົນເອງ

ມາດຕາ 47 ການປະເມີນຄວາມສອດຄ່ອງດ້ວຍຕົນເອງ ການປະເມີນຄວາມສອດຄ່ອງດ້ວຍຕົນເອງທານດ້ານມາດຕະ ຖານແມ່ນດໍາເນີນໂດຍບຸກຄົນຫຼືການຈັດຕັ້ງເອກະຊົນຊຶ່ງຕ້ອງປະຕິບັດໃຫ້ ສອດຄ່ອງກັບຂັ້ນຕອນ,ຫຼັກການແລະລະບຽບການທີ່ໄດ້ກໍານົດໄວ້ແລ້ວ ແຈ້ງໃຫ້ອົງການປະເມີນຄວາມສອດຄ່ອງຂອງຂະແໜງການທີ່ກ່ຽວຂ້ອງ ຂອງລັດເພື່ອຢັ້ງຢືນ.

...ມາດຕາ 48 ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈ

ມາດຕາ 48 ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈ ການປະເມີນຄວາມສອດຄ່ອງດ້ວຍຄວາມສະໝັກໃຈທາງ ດ້ານມາດຕະຖານແມ່ນດໍາເນີນໂດຍອົງການປະເມີນຄວາມສອດຄ່ອງ ຂອງຂະແໜງການຂອງລັດດ້ວຍການທົດສອບ,ການກວດກາ,ການຢັ້ງ ຢືນແລ້ວແຈ້ງຄວາມສອດຄ່ອງກັບມາດຕະຖານໃຫ້ບຸກຄົນຫຼືການຈັດຕັ້ງ ທີ່ສະເໝີມານັ້ນ.

...ມາດຕາ 49 ການປະເມີນຄວາມສອດຄ່ອງແບບບັງຄັບ

ມາດຕາ 49 ການປະເມີນຄວາມສອດຄ່ອງແບບບັງຄັບ ການປະເມີນຄວາມສອດຄ່ອງແບບບັງຄັບທາງດ້ານລະບຽບ ການເຕັກນິກແມ່ນດໍາເນີນໂດຍອົງການປະເມີນຄວາມສອດຄ່ອງຂອງຂະ ແໜງການຂອງລັດດ້ວຍການທົດສອບ,ການກວດກາ,ການຢັ້ງຢືນຜະລິດ ຕະພັນ,ສິນຄ້າ,ການບໍລິການ,ຂະບວນການ,ສິ່ງແວດລ້ອມແລະບັນຫາອື່ນ ກັບລະບຽບການເຕັກນິກ.

...ມາດຕາ 50 ການຄັດຄ້ານການປະເມີນຄວາມສອດຄ່ອງ

ມາດຕາ 50 ການຄັດຄ້ານການປະເມີນຄວາມສອດຄ່ອງ ບຸກຄົນຫຼືການຈັດຕັ້ງທີ່ບໍ່ເຫັນດີກ່ຽວກັບການປະເມີນຄວາມ ສອດຄ່ອງຂອງອົງການປະເມີນຄວາມສອດຄ່ອງມີສິດຄັດຄ້ານດ້ວຍການ ຮ້ອງທຸກຕໍ່ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເພື່ອພິຈາ ລະນາແກ້ໄຂ,ຖ້າບໍ່ເຫັນດີນໍາການແກ້ໄຂຂອງການຈັດຕັ້ງດັ່ງກ່າວກໍ່ສາ ມາດຮ້ອງຟ້ອງຕໍ່ສານເພື່ອພິຈາລະນາຕາມລະບຽບກົດໝາຍ.

..ພາກທີ 6 ລະບົບຄຸ້ມຄອງແລະທົດສອບ


...ໝວດທີ 1 ລະບົບຄຸ້ມຄອງ


....ມາດຕາ 51 ປະເພດລະບັບຄຸ້ມຄອງ

ມາດຕາ 51 ປະເພດລະບັບຄຸ້ມຄອງ ລະບົບຄຸ້ມຄອງແບ່ງອອກເປັນປະເພດດັ່ງນີ້: 1. ລະບົບຄຸ້ມຄອງຄວາມປອດໄພຂອງອາຫານ; 2. ລະບົບຄຸ້ມຄອງຄຸນນະພາບ; 3. ລະບົບຄຸ້ມຄອງສິ່ງແວດລ້ອມ; 4. ລະບົບຄຸ້ມຄອງອື່ນ.

....ມາດຕາ 52 ລະບົບຄຸ້ມຄອງຄວາມປອດໄພຂອງອາຫານ

ມາດຕາ 52 ລະບົບຄຸ້ມຄອງຄວາມປອດໄພຂອງອາຫານ ລະບົບຄຸ້ມຄອງຄວາມປອດໄພຂອງອາຫານແມ່ນການເຄື່ອນ ໄຫວຂອງຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວຊີ້ ນໍາ,ຕິດຕາມ,ຄວບຄຸມແລະກວດກາຂະບວນການລວມທັງການຄຸ້ມຄອງ ການຜະລິດອາຫານໃຫ້ສະອາດແລະການຈໍາກັດສານພິດ,ສານຕົກຄ້າງ, ເຊື້ອພະຍາດແລະສິ່ງປົນເປື້ອນໃນອາຫານຢ່າງເປັນລະບົບຕາມມາດຕະ ໂານແລະລະບຽບກົດໝາຍກ່ຽວກັບອາຫານເພື່ອຮັບປະກັນສຸຂານາໄມ, ສຸຂະພາບແລະຄວາມປອດໄພຂອງຜູ້ບໍລິໂພກ.

....ມາດຕາ 53 ລະບົບຄຸ້ມຄອງຄຸນນະພາບ

ມາດຕາ 53 ລະບົບຄຸ້ມຄອງຄຸນນະພາບ ລະບົບຄຸ້ມຄອງຄຸນນະພາບແມ່ນການປະສານງານພາຍໃນ ຂອງຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວຊີ້ນໍາ, ຕິດຕາມ,ຄວບຄຸມແລະກວດກາຂະບວນການຢ່າງເປັນລະບົບເພື່ອຮັບປະ ກັນຄວາມສອດຄ່ອງ,ຄຸນນະພາບແລະຄວາມປອດໄພຂອງຂະບວນການ ດັ່ງກ່າວ.

....ມາດຕາ 54 ລະບົບຄຸ້ມຄອງສິ່ງແວດລ້ອມ

ມາດຕາ 54 ລະບົບຄຸ້ມຄອງສິ່ງແວດລ້ອມ ລະບົບຄຸ້ມຄອງສິ່ງແວດລ້ອມແມ່ນການເຄື່ອນໄຫວຂອງຂະ ແໜງການແລະພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວຊີ້ນໍາ,ຕິດຕາມ ,ຄວບຄຸມແລະກວດກາຂະບວນການລວມທັງການຄຸ້ມຄອງແລະການຈໍາ ກັດມົນລະພິດ,ມົນລະພາວະຢູ່ໃນຂະບວນການຢ່າງເປັນລະບົບເພື່ອໃຫ້ສາ ມາດປະຕິບັດໄດ້ຕາມມາດຕະຖານແລະລະບຽບກົດໝາຍກ່ຽວກັບສິ່ງ ແວດລ້ອມ.

....ມາດຕາ 55 ລະບົບຄຸ້ມຄອງອື່ນ

ມາດຕາ 55 ລະບົບຄຸ້ມຄອງອື່ນ ລະບົບຄຸ້ມຄອງອື່ນຊຶ່ງມີລະບົບຄຸ້ມຄອງການຜະລິດ,ທຸລະກິດ ການຄ້າ,ການກໍ່ສ້າງ,ການຂົນສົ່ງ,ການສື່ສານ,ການສຶກສາ,ສາທາລະ ນະສຸກແລະການບໍລິການອື່ນແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍຂອງ ຂະແໜງການທີ່ກ່ຽວຂ້ອງແລະມາດຕະຖານຂອງລະບົບຄຸ້ມຄອງສາກົນ ,ພາກພື້ນແລະຕ່າງປະເທດ.

...ໝວດທີ 2 ລະບົບທົດສອບ


....ມາດຕາ 56 ລະບົບທົດສອບ

ມາດຕາ 56 ລະບົບທົດສອບ ລະບົບທົດສອບປະກອບດ້ວຍ: 1. ການເກັບຕົວຢ່າງ; 2. ການທົດລອງ; 3. ການຕີລາຄາຜົນຂອງການທົດລອງ.

....ມາດຕາ 57 ການເກັບຕົວຢ່າງ

ມາດຕາ 57 ການເກັບຕົວຢ່າງ ການເກັບຕົວຢ່າງຜະລິດຕະພັນຫຼືສິນຄ້າເພື່ອນໍາມາທົດລອງ ຕ້ອງປະຕິບັດຕາມວິທີການເກັບ,ການຮັກສາແລະການນໍາສົ່ງທີ່ໄດ້ກໍານົດ ໄວ້ໃນມາດຕະຖານຂອງຜະລິດຕະພັນຫຼືສິນຄ້ານັ້ນ.

....ມາດຕາ 58 ການທົດລອງ

ມາດຕາ 58 ການທົດລອງ ການທົດລອງແມ່ນການເອົາຕົວຢ່າງຜະລິດຕະພັນ,ສິນຄ້າເພື່ອ ທໍາການວິໄຈແລະວິເຄາະແລ້ວນໍາມາລອງຕົວຈິງດ້ວຍການນໍາໃຊ້ວິທີ ການແລະເຄື່ອງມືທີ່ຖືກຍອມຮັບຈາກພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ຮູ້ຜົນ, ຄຸນລັກສະນະຂອງມັນ.

....ມາດຕາ 59 ການຕີລາຄາຜົນຂອງການທົດລອງ

ມາດຕາ 59 ການຕີລາຄາຜົນຂອງການທົດລອງ ການຕີລາຄາຜົນຂອງການທົດລອງແມ່ນໃຫ້ດໍາເນີນຕາມຫຼັກ ການແລະຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕະຖານທີ່ກ່ຽວຂ້ອງ. ຜົນຂອງການທົດລອງຕ້ອງໄດ້ຮັບການຢັ້ງຢືນແລະເຫັນດີເຫັນ ພ້ອມຈາກຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງແລະໃຫ້ປະຕິບັດ ຕາມແບບພິມລາຍງານຜົນຕາມທີ່ໄດ້ກໍານົດໄວ້.

..ພາກທີ 7 ການຮັບຮອງແລະການຢັ້ງຢືນ


...ໝວດທີ 1 ການຮັບຮອງ


....ມາດຕາ 60 ການຮັບຮອງ

ມາດຕາ 60 ການຮັບຮອງ ການຮັບຮອງແມ່ນຂັ້ນຕອນຂອງການຮັບຮູ້ຢ່າງເປັນທາງ ການຈາກອົງການທີ່ກ່ຽວຂ້ອງກ່ຽວກັບຄວາມສາມາດໃນການປະຕິບັດ ວຽກງານສະເພາະໃດໜຶ່ງຂອງບຸກຄົນຫຼືການຈັດຕັ້ງເຊັ່ນການຈັດຕັ້ງ ອອກໃບຢັ້ງຢືນ,ການກວດກາ,ການກວດທຽບແລະການທົດສອບ. ໃນການອອກໃບຢັ້ງຢືນ,ການກວດກາ,ການກວດທຽບແລະ ການທົດສອບນັ້ນຕ້ອງໃຫ້ມີສູນທົດລອງຫຼືຫ້ອງທົດລອງ.

....ມາດຕາ 61 ສູນທົດລອງ,ຫ້ອງທົດລອງ

ມາດຕາ 61 ສູນທົດລອງ,ຫ້ອງທົດລອງ ເພື່ອຮັບປະກັນໃຫ້ແກ່ການຢັ້ງຢືນຜະລິດຕະພັນ,ສິນຄ້າມີຄວາມ ຈໍາເປັນຕ້ອງໄດ້ສ້າງຕັ້ງ,ປັບປຸງສູນທົດລອງ,ຫ້ອງທົດລອງແລະປະກອບ ພາຫະນະ,ອຸປະກອນແລະບຸກຄະລາກອນທີ່ມີຄຸນນະພາບ. ສູນທົດລອງ,ຫ້ອງທົດລອງຕ້ອງຖືກຮັບຮອງຫຼືຮັບຮູ້ຈາກອົງ ການຮັບຮອງທີ່ກ່ຽວຂ້ອງທັງຢູ່ພາຍໃນແລະຕ່າງປະເທດ. ສິດແລະໜ້າທີ່ຂອງສູນທົດລອງ,ຫ້ອງທົດລອງໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ.

...ໝວດທີ 2 ການຢັ້ງຢືນ


....ມາດຕາ 62 ປະເພດການຢັ້ງຢືນ

ມາດຕາ 62 ປະເພດການຢັ້ງຢືນ ການຢັ້ງຢືນມີສອງປະເພດດັ່ງນີ້: 1. ການຢັ້ງຢືນຜະລິດຕະພັນ; 2. ການຢັ້ງຢືນລະບົບຄຸ້ມຄອງ. ການຢັ້ງຢືນແຕ່ລະປະເພດມີກາໝາຍຢັ້ງຢືນສະເພາະຂອງ ຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 63 ການຢັ້ງຢືນຜະລິດຕະພັນ

ມາດຕາ 63 ການຢັ້ງຢືນຜະລິດຕະພັນ ການຢັ້ງຢືນຜະລິດຕະພັນແມ່ນໃຫ້ດໍາເນີນຕາມຂັ້ນຕອນແລະ ມາດຕະຖານທີ່ໄດ້ກໍານົດໄວ້ໂດຍຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງ ແລະຫຼັກການຂອງສາກົນທີ່ກ່ຽວຂ້ອງຕາມເງື່ອນໄຂແລະຄວາມສາມາດ ຕົວຈິງ. ການຢັ້ງຢືນຜະລິດຕະພັນແມ່ນໃຫ້ດໍາເນີນໂດຍຂະແໜງການ ແລະພາກສ່ວນທີ່ກ່ຽວຂ້ອງທີ່ຖືກມອບໝາຍຢ່າງເປັນທາງການ. ຜະລິດຕະພັນທີ່ຖືກຮັບຮອງວ່າໄດ້ມາດຕະຖານແລ້ວນັ້ນໃຫ້ມີ ກາໝາຍຢັ້ງຢືນ.

....ມາດຕາ 64 ກາໝາຍຢັ້ງຢືນຜະລິດຕະພັນ

ມາດຕາ 64 ກາໝາຍຢັ້ງຢືນຜະລິດຕະພັນ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ພິຈາ ລະນາປະກາດໃຊ້ກາໝາຍຢັ້ງຢືນຜະລິດຕະພັນຕາມການສະເໜີຂອງສະ ພາມາດຕະຖານແຫ່ງຊາດ. ການປະກາດໃຊ້ກາໝາຍຢັ້ງຢືນຜະລິດຕະພັນນັ້ນຕ້ອງພິມລົງ ໃນຈົດໝາຍເຫດທາງລັດຖະການ,ວາລະສານທາງການ. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດມີສິດປັບປຸງ ຫຼືຍົກເລີກກາໝາຍຢັ້ງຢືນຜະລິດຕະພັນທີ່ປະກາດໃຊ້ແລ້ວຕາມການສະເໜີ ຂອງສະພາມາດຕະຖານແຫ່ງຊາດ.

....ມາດຕາ 65 ການຮ້ອງຂໍກາໝາຍຢັ້ງຢືນຜະລິດຕະພັນ

ມາດຕາ 65 ການຮ້ອງຂໍກາໝາຍຢັ້ງຢືນຜະລິດຕະພັນ ຜູ້ສະໜອງມີສິດຍື່ນຄໍາຮ້ອງຂໍກາໝາຍຢັ້ງຢືນຜະລິດຕະພັນ ເຖິງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເພື່ອພິຈາລະນາ ອອກໃບຢັ້ງຢືນໃຫ້ແກ່ຕົນຕາມຂັ້ນຕອນທີ່ໄດ້ກໍານົດໄວ້.

....ມາດຕາ 66 ການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນ

ມາດຕາ 66 ການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ຜູ້ສະໜອງມີສິດນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນເມື່ອໄດ້ ຮັບອະຍຸນາດຈາກອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດແລະ ຜະລິດຕະພັນຫຼືສິນຄ້າໄດ້ມາດຕະຖານຕາມທີ່ໄດ້ກໍານົດໄວ້. ກາໝາຍຢັ້ງຢືນຜະລິດຕະພັນທີ່ຕິດໃສ່ຜະລິດຕະພັນ,ສະຫຼາກຜະ ລິດຕະພັນ,ພາຊະນະບັນຈຸ,ເຄື່ອງຫຸ້ມຫໍ່ຜະລິດຕະພັນແລະສິ່ງມັດຜູກຖືວ່າ ແມ່ນການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນ. ການໂຄສະນາ,ການອ້າງເຖິງກາໝາຍຢັ້ງຢືນຜະລິດຕະພັນ ຈະດໍາເນີນດ້ວຍວິທີການໃດກໍ່ຕາມເພື່ອສະແດງວ່າຜະລິດຕະພັນຫຼືສິນຄ້າ ນັ້ນໄດ້ມາດຕະຖານກໍ່ຖືວ່າແມ່ນການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ເຊັ່ນດຽວກັນ.

....ມາດຕາ 67 ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ

ມາດຕາ 67 ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ອົງການວະທະຍາສາດແລະເຕັກໂນໂລຊີແຫ່ງຊາດຕ້ອງອອກ ລະບຽບການກ່ຽວກັບການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ສໍາລັບຜະລິດຕະພັນທີ່ມີລັກສະນະຍຸດທະສາດ,ທີ່ພົວພັນກັບຄວາມສະຫງົບ, ຄວາມປອດໄພ,ສຸຂານາໄມ,ສຸຂະພາບ,ສິ່ງແວດລ້ອມແລະສິນຄ້າທີ່ເປັນ ເປົ້າໝາຍຄຸ້ມຄອງໂດຍປະສານສົມທົບກັບຂະແໜງການ,ພາກສ່ວນທີ່ກ່ຽວ ຂ້ອງແລະສະພາມາດຕະຖານແຫ່ງຊາດ. ການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບແມ່ນມີ ຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນໄດ້ປະກາດໃຊ້ລະບຽບການກ່ຽວ ກັບການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນເປັນຕົ້ນໄປຊຶ່ງຕ້ອງຈັດພິມລົງ ໃນຈົດໝາຍເຫດທາງລັດຖະການ,ວາລະສານທາງການ. ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບທີ່ນໍາໃຊ້ແລ້ວນັ້ນສາ ມາດປ່ຽນແປງຫຼືຍົກເລີກໄດ້.

....ມາດຕາ 68 ການຄັດຄ້ານເນື້ອໃນລະບຽບການກ່ຽວກັບການນໍາໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ

ມາດຕາ 68 ການຄັດຄ້ານເນື້ອໃນລະບຽບການກ່ຽວກັບການນໍາໃຊ້ກາ ໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ຜູ້ສະໜອງທີ່ບໍ່ເຫັນດີຕໍ່ເນື້ອໃນລະບຽບການກ່ຽວກັບການນໍາ ໃຊ້ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບມີສິດຄັດຄ້ານດ້ວຍການຮ້ອງ ທຸກຕໍ່ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເພື່ອພິຈາລະນາ ແກ້ໄຂ,ຖ້າບໍ່ເຫັນດີນໍາການແກ້ໄຂຂອງການຈັດຕັ້ງດັ່ງກ່າວກໍ່ສາມາດ ຮ້ອງຟ້ອງຕໍ່ສານເພື່ອພິຈາລະນາຕາມລະບຽບກົດໝາຍ.

....ມາດຕາ 69 ການຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 69 ການຢັ້ງຢືນລະບົບຄຸ້ມຄອງ ການຢັ້ງຢືນລະບົບຄຸ້ມຄອງແມ່ນການຮັບຮູ້ຂອງຂະແໜການ ແລະພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວຊີ້ນໍາ,ຕິດຕາມ,ຄວບ ຄຸມແລະກວດກາຂະບວນການຂອງຜູ້ສະໜອງຢ່າງເປັນລະບົບເພື່ອໃຫ້ມີ ຄຸນນະພາບແລະປະສິດທິພາບ.

....ມາດຕາ 70 ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 70 ກາໝາຍຢັ້ງຢືນລະບົບຄຸ້ມຄອງ ກາໝາຍຢັ້ງຢືນລະບົບຄຸ້ມຄອງແມ່ນສັນຍາລັກເພື່ອໃຊ້ເປັນຫຼັກ ຖານໃນການຢັ້ງຢືນລະບົບຄຸ້ມຄອງຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍສະບັບນີ້. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດຫຼືຂະແໜງ ການແລະພາກສ່ວນທີ່ກ່ຽວຂ້ອງທີ່ອອກໃບຢັ້ງຢືນຕ້ອງກໍານົດກາໝາຍຢັ້ງ ຢືນລະບົບຄຸ້ມຄອງແຕ່ລະປະເພດແຕ່ຕ້ອງສົ່ງໃຫ້ສະພາມາດຕະຖານແຫ່ງ ຊາດມີຄໍາເຫັນເສຍກ່ອນຈຶ່ງສາມາດປະກາດໃຊ້ຢ່າງເປັນທາງການໄດ້.

....ມາດຕາ 71 ປະເພດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 71 ປະເພດກາໝາຍຢັ້ງຢືນລະບົບຄຸ້ມຄອງ ກາໝາຍຢັ້ງຢືນລະບົບຄຸ້ມຄອງແບ່ງອອກເປັນປະເພດດັ່ງນີ້: 1. ກາໝາຍຢັ້ງຢືນລະບົບຄຸ້ມຄອງຄວາມປອດໄພຂອງອາ ຫານ; 2. ກາໝາຍຢັ້ງຢືນລະບົບຄຸ້ມຄອງຄຸນນະພາບ; 3. ກາໝາຍຢັ້ງຢືນລະບົບຄຸ້ມຄອງສິ່ງແວດລ້ອມ; 4. ກາໝາຍຢັ້ງຢືນລະບົບຄຸ້ມຄອງອື່ນ.

....ມາດຕາ 72 ຂັ້ນຕອນຂອງການຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 72 ຂັ້ນຕອນຂອງການຢັ້ງຢືນລະບົບຄຸ້ມຄອງ ການຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດໃຫ້ປະຕິບັດຕາມ ຂັ້ນຕອນຊຶ່ງຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງເປັນຜູ້ອອກໃບຢັ້ງ ຢືນໂດຍສອດຄ່ອງກັບມາດຕະຖານສາກົນ,ພາກພື້ນແລະຕ່າງປະເທດ.

....ມາດຕາ 73 ຂະແໜງການທີ່ອອກໃບຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 73 ຂະແໜງການທີ່ອອກໃບຢັ້ງຢືນລະບົບຄຸ້ມຄອງ ຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງຊຶ່ງອອກໃບຢັ້ງຢືນ ລະບົບຄຸ້ມຄອງຢູ່ ສປປລາວ ຕ້ອງໄດ້ຖືກຮັບຮອງຈາກອົງການຮັບຮອງ ໃດໜຶ່ງທີ່ຖືກຮັບຮູ້ຈາກສາກົນຫຼືພາກພື້ນເພື່ອຮັບປະກັນຄວາມສາມາດ ໃນການຢັ້ງຢືນລະບົບຄຸ້ມຄອງເປັນແຕ່ລະໄລຍະ. ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການຮັບຮອງ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 74 ການຮ້ອງຂໍໃບອະນຸຍາດຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 74 ການຮ້ອງຂໍໃບອະນຸຍາດຢັ້ງຢືນລະບົບຄຸ້ມຄອງ ບຸກຄົນຫຼືການຈັດຕັ້ງທີ່ມີຄວາມຕ້ອງການໃບອະນຸຍາດຢັ້ງ ຢືນລະບົບຄຸ້ມຄອງແຕ່ລະປະເພດຕ້ອງຍື່ນຄໍາຮ້ອງຕໍ່ອົງການວິທະຍາ ສາດແລະເຕັກໂນໂລຊີແຫ່ງຊາດຫຼືຂະແໜງການແລະພາກສ່ວນອື່ນເພື່ອ ພິຈາະລນາອອກໃບຢັ້ງຢືນໃຫ້ແກ່ຕົນຕາມຂັ້ນຕອນທີ່ໄດ້ກໍານົດໄວ້.

....ມາດຕາ 75 ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 75 ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງ ຂະແໜງການແລະພາກສ່ວນອື່ນທີ່ອອກກາໝາຍຢັ້ງຢືນລະ ບົບຄຸ້ມຄອງແຕ່ລະປະເພດເປັນຜູ້ປະກາດໃຊ້ກາໝາຍດັ່ງກ່າວພາຍຫຼັງ ທີ່ໄດ້ຮັບການເຫັນດີຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງ ຊາດ. ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະ ເພດຕ້ອງຈັດພິມລົງໃນຈົດໝາຍເຫດທາງລັດຖະການ,ວາລະສານທາງ ການ. ການປັບປຸງຫຼືການຍົກເລີກກາໝາຍຢັ້ງຢືນລະບົບຄຸ້ມຄອງ ແຕ່ລະປະເພດທີ່ປະກາດໃຊ້ແລ້ວສາມາດດໍາເນີນໂດຍຂະແໜງການແລະ ພາກສ່ວນອື່ນທີ່ກ່ຽວຂ້ອງພາຍຫຼັງທີ່ໄດ້ຮັບການເຫັນດີຂອງອົງການວິທະ ຍາສາດແລະເຕັກໂນໂລຊີແຫ່ງຊາດ. ກາໝາຍທີ່ເອົາມານໍາໃຊ້ເປັນກາໝາຍຢັ້ງຢືນລະບົບຄຸ້ມ ຄອງນັ້ນບໍ່ແມ່ນກາໝາຍແບບດຽວກັນຫຼືຄ້າຍຄືກັນກັບເຄື່ອງໝາຍການ ຄ້າທີ່ນໍາໃຊ້ສໍາລັບສິນຄ້າຫຼືການບໍລິການຊຶ່ງໄດ້ຈົດທະບຽນໄປແລ້ວ.

....ມາດຕາ 76 ການນໍາໃຊ້ໃບອະນຸຍາດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 76 ການນໍາໃຊ້ໃບອະນຸຍາດກາໝາຍຢັ້ງຢືນລະບົບຄຸ້ມຄອງ ເຈົ້າຂອງໃບອະນຸຍາດມີສິດນໍາໃຊ້ກາໝາຍຢັ້ງຢືນລະບົບຄຸ້ມ ຄອງແຕ່ລະປະເພດໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

....ມາດຕາ 77 ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ມາດຕາ 77 ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງ ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງໃສ່ພາຊະນະບັນຈຸ, ເຄື່ອງຫຸ້ມຫໍ່,ສະຫຼາກຜະລິດຕະພັນ,ສິນຄ້າ,ທຸກຮູບການໂຄສະນາສາມາດ ປະຕິບັດໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກອົງການວິທະຍາສາດແລະເຕັກ ໂນໂລຊີແຫ່ງຊາດເສຍກ່ອນ. ທຸກການກະທໍາກ່ຽວກັບການຂາຍຜະລິດຕະພັນຫຼືສິນຄ້າໂດຍ ອ້າງເຖິງກາໝາຍຢັ້ງຢືນລະບົບຄຸ້ມຄອງທາງກົງຫຼືທາງອ້ອມເພື່ອສະ ແດງໃຫ້ເຫັນວ່າຜະລິດຕະພັນແລະສິນຄ້າໄດ້ສອດຄ່ອງກັບມາດຕະຖານ ແລ້ວນັ້ນກໍ່ໃຫ້ຖືວ່າໄດ້ຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງເຊັ່ນດຽວກັນ.

...ໝວດທີ 3 ການໂຈະຫຼືການຖອນໃບຢັ້ງຢືນ


....ມາດຕາ 78 ການໂຈະຫຼືການຖອນໃບຢັ້ງຢືນ

ມາດຕາ 78 ການໂຈະຫຼືການຖອນໃບຢັ້ງຢືນ ສະພາມາດຕະຖານແຫ່ງຊາດມີສິດພິຈາລະນາແລະສະເໜີຕໍ່ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດຫຼືຂະແໜງການແລະ ພາກສ່ວນອື່ນທີ່ກ່ຽວຂ້ອງສັ່ງໂຈະຫຼືຖອນໃບຢັ້ງຢືນຕາມຂົງເຂດຂອງຕົນ ຖ້າເຫັນວ່າມີຫຼັກຖານກ່ຽວກັບການລະເມີດເນື້ອໃນແລະເງື່ອນໄຂການ ນໍາໃຊ້ໃບຢັ້ງຢືນນັ້ນ.

....ມາດຕາ 79 ເງື່ອນໄຂການໂຈະໃບຢັ້ງຢືນ

ມາດຕາ 79 ເງື່ອນໄຂການໂຈະໃບຢັ້ງຢືນ ເງື່ອໄຂການໂຈະໃບຢັ້ງຢືນມີດັ່ງນີ້: 1. ຜະລິດຕະພັນ,ສິນຄ້າ,ການບໍລິການ,ຂະບວນການແລະ ສິ່ງແວດລ້ອມບໍ່ສອດຄ່ອງກັບມາດຕະຖານແລະລະບຽບການເຕັກນິກທີ່ ໄດ້ກໍານົດໄວ້; 2. ການໂອນຊື່ແລະການໃຫ້ຜູ້ອື່ນນໍາໃຊ້ໃບຢັ້ງຢືນໂດຍບໍ່ ໄດ້ຮັບອະນຸຍາດ; 3. ການກະທໍາອື່ນທີ່ລະເມີດລະບຽບກົດໝາຍກ່ຽວກັບໃບ ຢັ້ງຢືນ.

....ມາດຕາ 80 ເງື່ອນໄຂການຖອນໃບຢັ້ງຢືນ

ມາດຕາ 80 ເງື່ອນໄຂການຖອນໃບຢັ້ງຢືນ ເງື່ອນໄຂການຖອນໃບຢັ້ງຢືນມີດັ່ງນີ້: 1. ຜະລິດຕະພັນ,ສິນຄ້າ,ການບໍລິການ,ຂະບວນການແລະ ສິ່ງແວດລ້ອມທີ່ມີຜົນສະທ້ອນອັນບໍ່ດີຢ່າງຮ້າຍແຮງ; 2. ການປອມແປງໃບຢັ້ງຢືນ; 3. ການບໍ່ປ່ຽນແປງພາຍຫຼັງທີ່ຖືກໂຈະແລ້ວ; 4. ການຕັດສິນຂອງສານໃຫ້ຍົກເລີກກິກຈະການ; 5. ການກະທໍາອື່ນທີ່ລະເມີດລະບຽບກົດໝາຍຢ່າງຮ້າຍ ແຮງກ່ຽວກັບໃບຢັ້ງຢືນ.

....ມາດຕາ 81 ການຄັດຄ້ານການໂຈະຫຼືການຖອນໃບຢັ້ງຢືນ

ມາດຕາ 81 ການຄັດຄ້ານການໂຈະຫຼືການຖອນໃບຢັ້ງຢືນ ຜູ້ເປັນເຈົ້າຂອງມີສິດຄັດຄ້ານການໂຈະຫຼືການຖອນໃບຢັ້ງ ຢືນຂອງຕົນດ້ວຍການສະເໜີຢ່າງເປັນລາຍລັກອັກສອນຕໍ່ອົງການວິທະ ຍາສາດແລະເຕັກໂນໂລຊີແຫ່ງຊາດ,ຂະແໜງການແລະພາກສ່ວນອື່ນ ທີ່ອອກໃບຢັ້ງຢືນນັ້ນເພື່ອພິຈາລະນາແກ້ໄຂ. ການຈັດຕັ້ງທີ່ໄດ້ຮັບຄໍາສະເໜີນັ້ນຕ້ອງໄດ້ພິຈາລະນາແກ້ ໄຂພາຍໃນສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າບໍ່ພໍ ໃຈຕໍ່ການແກ້ໄຂນັ້ນແລ້ວຜູ້ກ່ຽວກໍ່ມີສິດຮ້ອງຟ້ອງຕໍ່ສານເພື່ອພິຈາລະ ນາຕາມກົດໝາຍ.

..ພາກທີ 8 ສິດແລະພັນທະຂອງຜູ້ສະໜອງແລະຜູ້ບໍລິໂພກ


...ໝວດທີ 1 ສິດແລະພັນທະຂອງຜູ້ສະໜອງ


....ມາດຕາ 82 ສິດຂອງຜູ້ສະໜອງ

ມາດຕາ 82 ສິດຂອງຜູ້ສະໜອງ ຜູ້ສະໜອງມີສິດດັ່ງນີ້: 1. ເຄື່ອນໄຫວການຜະລິດ,ທຸລະກິດການຄ້າແລະການບໍລິ ການທີ່ພົວພັນເຖິງວຽກງານມາດຕະຖານ; 2. ນໍາໃຊ້ໃບຢັ້ງຢືນທີ່ຕົນໄດ້ຮັບອະນຸຍາດຕາມລະບຽບການ; 3. ໂຄສະນາກ່ຽວກັບຄຸນນະພາບຂອງຜະລິດຕະພັນ,ສິນຄ້າ ແລະການບໍລິການທີ່ໄດ້ຮັບການຢັ້ງຢືນຄວາມສອດຄ່ອງກັບມາດຕະຖານ ທີ່ກ່ຽວຂ້ອງ; 4. ໂອນໃບຢັ້ງຢືນຂອງຕົນໃຫ້ຜູ້ອື່ນນໍາໃຊ້ຕາມການອະນຸ ຍາດຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດຫຼືຂະແໜງ ການແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 5. ຮ້ອງທຸກຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອປົກປ້ອງສິດແລະ ຜົນປະໂຫຍດຂອງຕົນ; 6. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 83 ພັນທະຂອງຜູ້ສະໜອງ

ມາດຕາ 83 ພັນທະຂອງຜູ້ສະໜອງ ຜູ້ສະໜອງມີພັນທະດັ່ງນີ້: 1. ຮັບປະກັນການຜະລິດ,ຜະລິດຕະພັນ,ສິນຄ້າ,ການຈໍາ ໜ່າຍ,ການຄ້າຂາຍແລະການບໍລິການລວມທັງສະຖານທີ່ການຜະລິດ ແລະການບໍລິການໃຫ້ມີຄຸນນະພາບແລະມີຄວາມປອດໄພຕາມມາດຕະ ຖານທີ່ໄດ້ກໍານົດໄວ້ແລະການປົກປັກຮັກສາສິ່ງແວດລ້ອມ; 2. ກໍານົດລາຄາຜະລິດຕະພັນ,ສິນຄ້າ,ການບໍລິການຢ່າງ ສົມເຫດສົມຜົນບົນພື້ນຖານລະບຽບກົດໝາຍ; 3. ໃຫ້ການຮ່ວມມືແລະສະໜອງຂໍ້ມູນຂ່າວສານແລະສິ່ງອໍາ ນວຍຄວາມສະດວກເມື່ອມີການກວດກາ; 4. ເສຍຄ່າທໍານຽມແລະຄ່າບໍລິການຕາມລະບຽບການ; 5. ແຈ້ງຫຼືລາຍງານຂໍ້ມູນກ່ຽວກັບການລະເມີດມາດຕະ ຖານແລະລະບຽບການເຕັກນິກທີ່ຕົນພົບເຫັນ; 6. ປະຕິບັດພັນທະອື່ນຕາມທີ່ໄດກໍານົດໄວ້ໃນລະບຽບກົດ ໝາຍ.

...ໝວດທີ 2 ສິດແລະພັນທະຂອງຜູ້ບໍລິໂພກ


....ມາດຕາ 84 ສິດຂອງຜູ້ບໍລິໂພກ

ມາດຕາ 84 ສິດຂອງຜູ້ບໍລິໂພກ ຜູ້ບໍລິໂພກມີສິດດັ່ງນີ້: 1. ເລືອກເຟັ້ນຜະລິດຕະພັນ,ສິນຄ້າແລະການບໍລິການທີ່ມີ ຄຸນນະພາບຕາມຄວາມຕ້ອງການຂອງຕົນ; 2. ໄດຮັບຂໍ້ມູນຂ່າວສານກ່ຽວກັບຄຸນນະພາບ,ລາຄາແລະ ຄໍາແນະນໍາໃນການນໍາໃຊ້ສິນຄ້າ,ການບໍລິການ; 3. ໄດ້ຮັບການຮັບຮອງຄວາມປອດໄພ,ສຸຂະພາບແລະສະ ພາບແວດລ້ອມໃນການບໍລິໂພກຜະລິດຕະພັນ,ສິນຄ້າແລະການບໍລິການ; 4. ແນະນໍາ,ຕັກເຕືອນຜູ້ສະໜອງເມື່ອຕົນເຫັນວ່າຜະລິດຕະ ພັນ,ສິນຄ້າແລະການບໍລິການບໍ່ສອດຄ່ອງກັບມາດຕະຖານ,ລະບຽບການ ເຕັກນິກແລະມີຜົນກະທົບຕໍ່ສິ່ງແວດລ້ອມ; 5. ຮ້ອງທຸກຕໍ່ຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງກ່ຽວກັບ ຜະລິດຕະພັນ,ສິນຄ້າແລະການບໍລິການທີ່ບໍ່ໄດ້ຄຸນນະພາບແລະມາດຕະ ຖານ; 6. ແຈ້ງຫຼືລາຍງານຂໍ້ມູນກ່ຽວກັບການລະເມີດມາດຕະຖານ ,ລະບຽບການເຕັກນິກແລະສິ່ງແວດລ້ອມທີ່ຕົນພົບເຫັນ; 7. ເຂົ້າຮ່ວມເຄື່ອນໄຫວວຽກງານມາດຕະຖານເປັນຕົ້ນການ ສ້າງມາດຕະຖານ,ລະບຽບກົດໝາຍແລະການປັບປຸງຄຸນນະພາບຂອງຜະ ລິດຕະພັນ,ສິນຄ້າແລະການບໍລິການ; 8. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 85 ພັນທະຂອງຜູ້ບໍລິໂພກ

ມາດຕາ 85 ພັນທະຂອງຜູ້ບໍລິໂພກ ຜູ້ບໍລິໂພກມີພັນທະດັ່ງນີ້: 1. ເຂົ້າຮ່ວມໃນອົງການຈັດຕັ້ງຂອງຜູ້ບໍລິໂພກເພື່ອປົກປ້ອງ ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 2. ບໍ່ສ້າງມົນລະພິດ,ມົນລະພາວະຕໍ່ສິ່ງແວດລ້ອມໃນການ ນໍາໃຊ້ຜະລິດຕະພັນ,ສິນຄ້າແລະເຂົ້າຮ່ວມຂະບວນການປົກປັກຮັກສາສິ່ງ ແວດລ້ອມ; 3. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

..ພາກທີ 9 ຂໍ້ຫ້າມ


...ມາດຕາ 86 ຂໍ້ຫ້າມສໍາລັບຜູ້ສະໜອງ

ມາດຕາ 86 ຂໍ້ຫ້າມສໍາລັບຜູ້ສະໜອງ ຫ້າມຜູ້ສະໜອງມີພຶດຕິກໍາດັ່ງນີ້: 1. ນໍາໃຊ້ກາໝາຍຢັ້ງຢືນໂດຍບໍ່ໄດ້ຮັບອະນຸຍາດ; 2. ອ້າງເຖິງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງ ຊາດຫຼືມາດຕະຖານຫຼືກາໝາຍຢັ້ງຢືນໂດຍບໍ່ໄດ້ຮັບອະນຸຍາດບໍ່ວ່າທາງ ອົງຫຼືທາງອ້ອມແລະໂຄສະນາເກີນຄວາມເປັນຈິງ; 3. ນໍາໃຊ້ກາໝາຍແບບດຽວກັນກັບເຄື່ອງໝາຍການຄ້າທີ່ ໄດ້ຈົດທະບຽນແລ້ວ; 4. ນໍາໃຊ້ກາໝາຍຢັ້ງຢືນເພື່ອຈົດທະບຽນເປັນເຄື່ອງໝາຍ ການຄ້າ; 5. ນໍາໃຊ້ຄໍາສັບມາດຕະຖານແຫ່ງຊາດລາວຫຼືຄໍາສັບແລະ ເຄື່ອງໝາຍອື່ນທີ່ຄ້າຍຄືກັນກັບກາໝາຍທີ່ພາໃຫ້ເຂົ້າໃຈຜິດກັບກາໝາຍ ມາດຕະຖານແຫ່ງຊາດລາວໂດຍບໍ່ໄດ້ຮັບອະນຸຍາດ; 6. ຈົດທະບຽນເຄື່ອງໝາຍການຄ້າທີ່ໃຊ້ຄໍາສັບວ່າມາດຕະ ຖານໂດຍບໍ່ໄດ້ຮັບອະນຸຍາດ; 7. ສ້າງມົນລະພິດແລະມົນລະພາວະຕໍ່ສິ່ງແວດລ້ອມ; 8. ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງການປະຕິບັດ ວຽກງານ,ໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງອົງການຄຸ້ມຄອງແລະກວດກາ ວຽກງານມາດຕະຖານ; 9. ມີພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 87 ຂໍ້ຫ້າມສໍາລັບຜູ້ບໍລິໂພກ

ມາດຕາ 87 ຂໍ້ຫ້າມສໍາລັບຜູ້ບໍລິໂພກ ຫ້າມຜູ້ບໍລິໂພກມີພຶດຕິກໍາດັ່ງນີ້: 1. ຊ່ວຍສົ່ງເສີມຜະລິດຕະພັນ,ສິນຄ້າແລະການບໍລິການທີ່ ບໍ່ໄດ້ຄຸນນະພາບແລະບໍ່ມີມູນຄວາມຈິງ; 2. ໂຄສະນາໃສ່ຮ້າຍປ້າຍສີຫຼືມີການກະທໍາທີ່ກໍ່ຄວາມເສຍ ຫາຍໃຫ້ແກ່ຜູ້ສະໜອງ; 3. ສ້າງມົນລະພິດແລະມົນລະພາວະຕໍ່ສິງແວດລ້ອມ; 4. ມີພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 88 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທີ່ຮັບຜິດຊອບວຽກງານມາດຕະຖານ

ມາດຕາ 88 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທີ່ຮັບຜິດຊອບວຽກງານມາດ ຕະຖານ ຫ້າມເຈົ້າໜ້າທີ່ຮັບຜິດຊອບວຽກງານມາດຕະຖານມີພຶດ ຕິກໍາດັ່ງນີ້: 1. ຂາດຄວາມຮັບຜິດຊອບແລະປະລະໜ້າທີ່; 2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາຫຼືລໍາອຽງຕໍ່ບຸກຄົນ ຫຼືການຈັດຕັ້ງໃດໜຶ່ງ; 3. ຮັບສິນບົນ,ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາ ຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 4. ມີພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 89 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 89 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ການເຄື່ອນໄຫວວຽກງານມາດຕະຖານເພື່ອສ້າງ ອຸປະສັກກີດຂວາງ,ແຊກແຊງວຽກງານຂອງຜູ້ສະໜອງ; 2. ຊ່ວຍເຫຼືອ,ປົກປ້ອງຜູ້ສະໜອງທີ່ມີການລະເມີດລະບຽບ ກົດໝາຍ; 3. ປົກປິດ,ເຊື່ອງອໍາການກະທໍາທີ່ເປັນການລະເມີດລະບຽບ ກົດໝາຍຂອງຜູ້ສະໜອງ; 4. ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງການປະຕິ ບັດວຽກງານຂອງເຈົ້າໜ້າທີ່ອົງການຄຸ້ມຄອງແລະກວດກາວຽກງານ ມາດຕະຖານ; 5. ເປັນສື່ກາງໃຫ້ສິນບົນແລະຮັບສິນບົນຈາກຜູ້ສະໜອງ; 6. ມີພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

..ພາກທີ 10 ການຄຸ້ມຄອງແລະກວດກາວຽກງານມາດຕະຖານ


...ໝວດທີ 1 ການຄຸ້ມຄອງວຽກງານມາດຕະຖານ


....ມາດຕາ 90 ອົງການຄຸ້ມຄອງວຽກງານມາດຕະຖານ

ມາດຕາ 90 ອົງການຄຸ້ມຄອງວຽກງານມາດຕະຖານ ລັດຖະບານຄຸ້ມຄອງວຽກງານມາດຕະຖານຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ອົງການວິທະ ຍາສາດແລະເຕັກໂນໂລຊີແຫ່ງຊາດເປັນໃຈກາງໃນການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງເປັນຕົ້ນຂະແໜງການສຶກສາ,ສາທາລະນະ ສຸກ,ອຸດສາຫະກໍາແລະການຄ້າ,ໂຍທາທິການແລະຂົນສົ່ງ,ກະສິກໍາແລະ ປ່າໄມ້,ຖະແຫຼງຂ່າວແລະວັດທະນະທໍາ,ການເງິນແລະຂະແໜງການ ອື່ນ. ຂະແໜງການແລະພາກສ່ວນອື່ນມີສິດແລະໜ້າທີ່ຄຸ້ມຄອງ ວຽກງານມາດຕະຖານຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງວຽກງານມາດຕະຖານປະກອບດ້ວຍ: 1. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ. ໃນກໍລະນີທີ່ມີຄວາມຈໍາເປັນອາດຈະສ້າງຕັ້ງຫ້ອງການວິທະ ຍາສາດແລະເຕັກໂນໂລຊີເມືອງ,ເທດສະບານກໍ່ໄດ້.

....ມາດຕາ 91 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ມາດຕາ 91 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນໂລ ຊີແຫ່ງຊາດ 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍ ແລະແຜນການກ່ຽວກັບວຽກງານມາດຕະຖານເພື່ອສະເໜີລັດຖະບານພິ ຈາລະນາ; 2. ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະ ແຈ້ງການກ່ຽວກັບວຽກງານມາດຕະຖານ; 3. ສ້າງຕັ້ງພື້ນຖານວັດຖຸເຕັກນິກເພື່ອການທົດສອບແລະ ການຢັ້ງຢືນຄຸນນະພາບ; 4. ສ້າງຕັ້ງລະບົບຂໍ້ມູນຂ່າວສານ,ໂຄສະນາເຜີຍແຜ່ເພື່ອ ສ້າງຈິດສໍານຶກໃຫ້ແກ່ສັງຄົມກ່ຽວກັບວຽກງານມາດຕະຖານ; 5. ຊີ້ນໍາການຈັດຕັ້ງປະຕິບັດວຽກງານມາດຕະຖານໃນຂອບ ເຂດທົ່ວປະເທດ; 6. ຈັດຕັ້ງການຈົດທະບຽນແລະໃຫ້ການບໍລິການກ່ຽວກັບ ວຽກງານມາດຕະຖານ; 7. ອອກ,ໂຈະຫຼືຖອນໃບຢັ້ງຢືນກ່ຽວກັບວຽກງານມາດຕະ ຖານ; 8. ພິຈາະລນາແລະດໍາເນີນການແກ້ໄຂຄໍາສະເໜີກ່ຽວກັບ ວຽກງານມາດຕະຖານ; 9. ກໍ່ສ້າງແລະຍົກລະດັບພະນັກງານທັງພາກລັດແລະເອກະ ຊົນໃນວຽກງານມາດຕະຖານ; 10. ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນເພື່ອຈັດຕັ້ງຄຸ້ມຄອງວຽກງານມາດຕະ ຖານ; 11. ພົວພັນແລະຮ່ວມມືກັບສາກົນໃນວຽກງານມາດຕະ ການ; 12. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ມາດຕະຖານໃຫ້ລັດຖະບ້ານຢ່າງເປັນປົກກະຕິ; 13. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານມາດຕະ ຖານຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 92 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 92 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນ ໂລຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານມາດຕະຖານພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແຜນນະໂຍບາຍ,ລະບຽບກົດໝາຍແລະ ແຜນການກ່ຽວກັບວຽກງານມາດຕະຖານຂອງອົງການວິທະຍາສາດແລະ ເຕັກໂນໂລຊີແຫ່ງຊາດມາດເປັນລະບຽບການແລະແຜນການຂອງຕົນ ແລ້ວຈັດຕັ້ງປະຕິບັດ; 2. ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະ ແຈ້ງການກ່ຽວກັບວຽກງານມາດຕະຖານຢູ່ທ້ອງຖິ່ນຕົນ; 3. ສ້າງຕັ້ງຄະນະກໍາມະການເຕັກນິກທ້ອງຖິ່ນເພື່ອຊ່ວຍ ວຽກຕົນ; 4. ສ້າງຕັ້ງພື້ນຖານວັດຖຸເຕັກນິກເພື່ອການທົດສອບແລະ ການຢັ້ງຢືນຄຸນນະພາບຕາມການມອບໝາຍ; 5. ສ້າງຕັ້ງລະບົບຂໍ້ມູນຂ່າວສານ,ໂຄສະນາເຜີຍແຜ່ເພື່ອ ສ້າງຈິດສໍານຶກກ່ຽວກັບວຽກງານມາດຕະຖານພາຍໃນທ້ອງຖິ່ນຂອງ ຕົນ; 6. ພິຈາລະນາແລະດໍາເນີນການແກ້ໄຂຄໍາສະເໜີກ່ຽວກັບ ວຽກງານມາດຕະຖານ; 7. ປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ ກ່ຽວຂ້ອງຢູ່ທ້ອງຖິ່ນຕົນເພື່ອຈັດຕັ້ງຄຸ້ມຄອງວຽກງານມາດຕະຖານ; 8. ລາຍງານການຈັດຕັ້ງປະຕິບັດວຽກງານມາດຕະຖານ ໃຫ້ອົງການປົກຄອງແຂວງ,ນະຄອນແລະອົງການວິທະຍາສາດແລະ ເຕັກໂນໂລຊີແຫ່ງຊາດຢ່າງເປັນປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບວຽກງານມາດຕະ ຖານຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ໝວດທີ 2 ການກວດກາວຽກງານມາດຕະຖານ


....ມາດຕາ 93 ອົງການກວດກາວຽກງານມາດຕະຖານ

ມາດຕາ 93 ອົງການກວດກາວຽກງານມາດຕະຖານ ອົງການກວດກາວຽກງານມາດຕະຖານປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານມາດຕະຖານຕາມທີ່ໄດກໍານົດໄວ້ໃນມາດຕາ 90 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງມີອົງການກວດກາລັດແລະ ອົງກາກວດສອບແຫ່ງລັດ.

....ມາດຕາ 94 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 94 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ດັ່ງນີ້: 1. ກວດກາການປະຕິບັດນະໂຍບາຍແລະລະບຽບການກ່ຽວ ກັບວຽກງານມາດຕະຖານ; 2. ກວດກາຄຸນນະພາບຂອງຜະລິດຕະພັນ,ສິນຄ້າພາຍໃນ ແລະສິນຄ້ານໍາເຂົ້າທີ່ຈໍລະຈອນຢູ່ທ້ອງຕະຫຼາດ,ສະຖານທີ່ຈໍາໜ່າຍ,ຮ້ານ ຄ້າ,ສາງເກັບມ້ຽນແລະສະຖານທີ່ການຜະລິດ; 3. ເກັບຕົວຢ່າງຂອງຜະລິດຕະພັນຫຼືສິນຄ້າຫຼືວັດຖຸທີ່ນໍາໃຊ້ ເຂົ້າໃນການຜະລິດ,ດໍາເນີນທຸລກິດການຄ້າ,ການບໍລິການແລະວັດຖະອື່ນ ເພື່ອທໍາການກວດກາ; 4. ກວດກາສະຖານທີ່,ຕຶກອາຄານທີ່ມີສ່ວນພົວພັນກັບການ ຜະລິດ,ການປຸງແຕ່ງຫຼືການປັບປຸງຜະລິດຕະພັນແລະສິນຄ້າ; 5. ກວດກາເອກະສານລວມທັງໃບຢັ້ງຢືນທີ່ພົວພັນກັບການ ຄຸ້ມຄອງຄຸນນະພາບຂອງຜະລິດຕະພັນ,ສິນຄ້າທີ່ຈໍລະຈອນ,ນໍາເຂົ້າແລະ ສົ່ງອອກ; 6. ສອບຖາມບຸກຄົນຫຼືການຈັດຕັ້ງຕາມສະຖານທີ່ການຜະລິດ ,ການບໍລິການ,ສະຖານທີ່ຄ້າຂາຍແລະບ່ອນອື່ນໆກ່ຽວກັບຄຸນນະພາບ ຂອງຜະລິດຕະພັນ,ສິນຄ້າ,ການບໍລິການແລະສິ່ງແວດລ້ອມ; 7. ກວດກາທາງດ້ານບໍລິຫານໃນການຕິດຕາມແລະຕີລາຄາ ການຈັດຕັ້ງປະຕິບັດລະບຽບກົດໝາຍ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ, ແຈ້ງການເພື່ອຮັບປະກັນຄວາມສອດຄ່ອງກັບມາດຕະຖານແລະລະບຽບ ການເຕັກນິກ. 8. ດໍາເນີນການກວດກາຕາມການມອບໝາຍແລະລະບຽບ ກົດໝາຍທີ່ໄດ້ກໍານົດໄວ້.

....ມາດຕາ 95 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 95 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດວຽກງານມາດຕະຖານຕາມຂອບເຂດຄວາມຮັບຜິດຊອບຂອງ ຕົນ.

....ມາດຕາ 96 ສິດແລະໜ້າທີ່ຂອງພາກສ່ວນອື່ນທີ່ກ່ຽວຂ້ອງ

ມາດຕາ 96 ສິດແລະໜ້າທີ່ຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ຂະແໜງການແລະພາກສ່ວນອື່ນເປັນຕົ້ນຂະແໜງການສຶກ ສາ,ສາທາລະນະສຸກ,ອຸດສາຫະກໍາແລະການຄ້າ,ໂຍທາທິການແລະຂົນ ສົ່ງ,ກະສິກໍາແລະປ່າໄມ້,ຖະແຫຼງຂ່າວແລະວັດທະນະທໍາ,ການເງິນ,ອົງ ການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ປະສານສົມທົບແລະຮ່ວມມືກັບຂະ ແໜງການວິທະຍາສາດແລະເຕັກໂນໂລຊີຕາມພາລະບົດບາດແລະຄວາມ ຮັບຜິດຊອບຂອງຕົນໃນການກວດກາວຽກງານມາດຕະຖານໃຫ້ມີປະສິດທິ ພາບ.

....ມາດຕາ 97 ຮູບການກວດກາວຽກງານມາດຕະຖານ

ມາດຕາ 97 ຮູບການກວດກາວຽກງານມາດຕະຖານ ການກວດກາວຽກງານມາດຕະຖານມີສາມຮູບການດັ່ງນີ້: 1. ການກວດກາຕາມແຜນການປົກກະຕິ; 2. ການກວດການອກແຜນການໂດຍມີການແຈ້ງລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ. ການກວດການອກແຜນການໂດຍມີການແຈ້ງລ່ວງໜ້າແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 98 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 98 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການປະກອບສ່ວນຢ່າງ ຕັ້ງໜ້າກ່ຽວກັບການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການ ຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 99 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 99 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບ ວຽກງານມາດຕະຖານຈະຖືກຕັກເຕືອນ,ສຶກສາອົບຮົມ,ປະຕິບັດວິໄນ, ປັບໃໝ,ໃຊ້ແທນທາງແພ່ງຫຼືຖືກລົງໂທດທາງອາຍາຕາມແຕ່ລະກໍລະ ີນີເບົາຫຼືໜັກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 100 ມາດຕະການສຶກສາອົບຮົມ

ມາດຕາ 100 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບ ວຽກງານມາດຕະຖານເປັນຄັ້ງທໍາອິດໂດຍບໍ່ເຈດຕະນາແລະກໍ່ຄວາມ ເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນກີບຈະຖືກຕັກເຕືອນ,ສຶກສາອົບ ຮົມ.

...ມາດຕາ 101 ມາດຕະການທາງວິໄນ

ມາດຕາ 101 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ລະເມີດລະບຽບກົດໝາຍກ່ຽວ ກັບວຽກງານມາດຕະຖານແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ ຫ້າແສນກີບແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະ ຖືກປະຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້: - ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນພ້ອມ ທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; - ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; - ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 102 ມາດຕະການປັບໃໝ

ມາດຕາ 102 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບ ວຽກງານມາດຕະຖານໂດຍເຈດຕະນາແລະລະເມີດໂດຍບໍ່ເຈດຕະນາ ເປັນຄັ້ງທີສອງຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝສອງ ເທົ່າຂອງມູນຄ່າຄວາມເສຍຫາຍ.

...ມາດຕາ 103 ມາດຕະການທາງແພ່ງ

ມາດຕາ 103 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນເນື່ອງ ມາຈາກການຜະລິດ,ການນໍາເຂົ້າ,ການສົ່ງອອກ,ການບໍລິການ,ການເກັບ ຮັກສາແລະການຈໍາໜ່າຍຜະລິດຕະພັນຫຼືສິນຄ້າທີ່ບໍ່ມີຄຸນນະພາບ,ບໍ່ຖືກ ຕ້ອງຕາມມາດຕະຖານແລະການລະເມີດອື່ນທາງແພ່ງຈະຕ້ອງໃຊ້ແທນ ຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 104 ມາດຕະການທາງອາຍາ

ມາດຕາ 104 ມາດຕະການທາງອາຍາ ບຸກຄົນທີ່ໄດ້ປອມແປງ,ຕົວະຍົວະແລະຫຼອກລວງກ່ຽວກັບຄຸນ ນະພາບຂອງຜະລິດຕະພັນ,ສິນຄ້າ,ການບໍລິການແລະສິ່ງແວດລ້ອມຊຶ່ງ ກໍ່ຄວາມເປັນອັນຕະລາຍຕໍ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ ຫ້າແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ການກະທໍານັ້ນຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດ ເຈັບສາຫັດ,ເສຍອົງຄະຫຼືເສຍຊີວິດກໍ່ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສິບຫ້າລ້ານ ກີບ. ໃນກໍລະນີທີ່ມີການເສຍຊີວິດຫຼາຍຄົນກໍ່ຈະຖືກລົງໂທດຕັດອິດ ສະລະພາບແຕ່ຫ້າປີຫາຊາວປີຫຼືຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສິບ ຫ້າລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ມີການກະທໍາອື່ນຊຶ່ງເປັນການກະທໍາຜິດທາງອາ ຍາກໍ່ຈະຖືກລົງໂທດຕາມກົດໝາຍອາຍາ.

...ມາດຕາ 105 ມາດຕະການໂທດເພີ່ມ

ມາດຕາ 105 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ແຕ່ມາດຕາ 100 ຫາ 104 ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດອາດຈະຖືກປະຕິບັດມາດຕະ ການໂທດເພີ່ມເຊັ່ນການໂຈະຫຼືການຖອນໃບຢັ້ງຢືນ,ການຮິບວັດຖຸສິ່ງ ຂອງມາເປັນຂອງລັດ.

..ພາກທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 106 ການຈັດຕັ້ງປະຕິບັດ

ມາດຕາ 106 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 107 ຜົນສັກສິດ

ມາດຕາ 107 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ