ກົດໝາຍວ່າດ້ວຍພາສີ 20-05-2005

From Wikisource
Jump to navigation Jump to search

.ພາສີ 20-05-2005


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸປະສົງຂອງກົດໝາຍວ່າດ້ວຍພາສີ

ມາດຕາໜຶ່ງ:ຈຸປະສົງຂອງກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍພາສີກໍານົດຫຼັກການ,ນະໂຍບາຍ,ລະບຽບ ການແລະມາດຕະການກ່ຽວກັບການສົ່ງອອກ-ນໍາເຂົ້າ,ການຜ່ານແດນ ແລະການຈໍລະຈອນສິນຄ້າ,ເຄື່ອງຂອງຢູ່ພາຍໃນສປປລາວ,ແນ່ໃສ່ຊຸກຍູ້ ສົ່ງເສີມ,ປົກປ້ອງການຜະລິດສິນຄ້າແລະດໍາເນີນທຸລະກິດຢ່າງພາຍໃນ ປະເທດ,ການລົງທຶນ,ການຮ່ວມມືກັບຕ່າງປະເທດແລະການສົ່ງອອກ,ຂະ ຫຍາຍກໍາລັງການຜະລິດຢ່າງມີປະສິດທິຜົນ,ຮັບປະກັນແຫຼ່ງລາຍຮັບເຂົ້າ ງົບປະມານແຫ່ງລັດແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ.

...ມາດຕາສອງ:ນິຍາມພາສີ

ມາດຕາສອງ:ນິຍາມພາສີ ພາສີແມ່ນພັນທະເງິນທີ່ມອບໃຫ້ລັດໂດຍບຸກຄົນ,ການຈັດຕັ້ງ ,ນິຕິບຸກຄົນທີ່ດໍາເນີນການສົ່ງອອກ-ນໍາເຂົ້າ,ການຜ່ານແດນແລະການຈໍ ລະຈອນສິນຄ້າ,ເຄື່ອງຂອງຜ່ານດ່ານພາສີຊາຍແດນຕາມອັດຕາທີ່ໄດ້ກໍາ ນົດໄວ້ໃນປຶ້ມສາລະບານອັດຕາພາສີ.

...ມາດຕາສາມ:ນະໂຍບາຍຂອງລັດກ່ຽວກັບພາສີ

ມາດຕາສາມ:ນະໂຍບາຍຂອງລັດກ່ຽວກັບພາສີ ລັດວາງນະໂຍບາຍກ່ຽວກັບພາສີເພື່ອຊຸກຍູ້,ສົ່ງເສີມການ ຜະລິດ,ການບໍລິການ,ແນ່ໃສ່ປະຕິບັດນະໂຍບາຍສົ່ງເສີມ,ປົກປ້ອງການ ຜະລິດສິນຄ້າ,ຊຸກຍູ້ການສົ່ງອອກເພື່ອດຶງດູດການລົງທຶນພາຍໃນແລະ ຕ່າງປະເທດທັງເປັນການປະຕິບັດພັນທະເຂົ້າງົບປະມານແຫ່ງລັດຂອງ ບຸກຄົນ,ການຈັດຕັ້ງແລະນິຕິບຸກຄົນທີ່ດໍາເນີນກ່ຽວກັບການສົ່ງອອກ-ນໍາ ເຂົ້າສິນຄ້າ,ເຄື່ອງຂອງຜ່ານດ່ານພາສີຊາຍແດນເພື່ອຮັບປະກັນປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງແລະເຮັດໃຫ້ການເງິນຂອງລັດມີຄວາມເຂັ້ມແຂງ.

...ມາດຕາສີ່:ອະທິບາຍຄໍາສັບ

ມາດຕາສີ່:ອະທິບາຍຄໍາສັບ -ລັດຖະການພາສີແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບຂະແໜງ ການເງິນ,ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພາສີ,ການເກັບພາສີແລະພັນທະອື່ນໆທີ່ພົວພັນກັບການສົ່ງອອກ-ນໍາເຂົ້າ ,ການເຄື່ອນຍ້າຍແລະການເກັບມ້ຽນສິນຄ້າເຄື່ອງຂອງ. -ພະນັກງານພາສີແມ່ນລັດຖະກອນທີ່ຖືກບັນຈູແລະໄດ້ຮັບ ການແຕ່ງຕັ້ງໃຫ້ເຮັດວຽກງານປະຈໍາຢູ່ໃນລັດຖະການພາສີ. -ເຈົ້າໜ້າທີ່ພາສີແມ່ນພະນັກງານພາສີທີ່ຖືກແຕ່ງຕັ້ງໃຫ້ປະ ຕິບັດໜ້າທີ່ປະຈໍາການຢູ່ດ່ານພາສີຊາຍແດນ,ປ້ອມພາສີ,ໜ່າຍພາສີ ເຄື່ອນທີ່ແລະວຽກງານສະເພາະກິດໃດໜຶ່ງຂອງພາສີ. -ຄ່າພັນທະອື່ນໆທີ່ໄດ້ກໍານົດໄວ້ແມ່ນອາກອນຊົມໃຊ້ຂາເຂົ້າ ,ອາກອນຕົວເລກທຸລະກິດຂາເຂົ້າ,ອາກອນກໍາໄລ(ໃນກໍລະນີບຸກຄົນນໍາ ເຂົ້າ),ຄ່າທໍານຽມລົດ,ຄົນເຂົ້າ-ອອກ,ຄ່າທໍານຽມຜ່ານແດນທີ່ກົດໝາຍ ໄດ້ກໍານົດໄວ້ຊຶ່ງມອບໃຫ້ເຈົ້າໜ້າທີ່ພາສີຜູ້ເກັບຢູ່ດ່ານພາສີໃນເວລາທີ່ມີ ການສົ່ງອອກ-ນໍາເຂົາສິນຄ້າ,ເຄື່ອງຂອງ. -ລະບຽບການແຈ້ງພາສີແມ່ນລະບຽບການກ່ຽວກັບການ ນໍາເອົາສິນຄ້າ,ເຄື່ອງຂອງໄປແຈ່ງຕໍ່ເຈົ້າໜ້າທີ່ພາສີໂດຍເຈົ້າຂອງສິນ ຄ້າ,ເຄື່ອງຂອງຫຼືຜູ້ທີ່ໄດ້ຮັບມອບສິດເພື່ອດໍາເນີນການຕາມຂັ້ນຕອນຂອງ ລະບຽບກົດໝາຍກ່ຽວກັບພາສີ. -ຜູ້ບໍລິການແຈ້ງພາສີແມ່ນບຸກຄົນຫຼືນິຕິບຸກຄົນທີ່ດໍາເນີນທຸ ລະກິດການບໍລິການແຈ້ງພາສີສໍາລັບສິນຄ້າ,ເຄື່ອງຂອງແລະທັງແມ່ນ ຜູ້ທີ່ຕາງໜ້າໃຫ້ແກ່ບູກຄົນຫຼືນິຕິບຸກຄົນອື່ນເພື່ອພົວພັນເຈົ້າໜ້າທີ່ພາສີ ໂດຍກົງ. -ເສັ້ນທາງສະເພາະແມ່ນເສັ້ນທາງບົກ,ທາງລົດໄຟ,ທາງ ນໍ້າແລະເສັ້ນທາງອື່ນໆທີ່ເຈົ້າໜ້າທີ່ພາສີໄດ້ກໍານົດໄວ້ເພື່ອຈຸດປະສົງ ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງພາຍໃຕ່ການຄວບຄຸມຂອງເຈົ້າໜ້າ ທີ່ພາສີ. -ການຢຶດສິນຄ້າ,ເຄື່ອງຂອງແມ່ນການຮັກສາສິນຄ້າ, ເຄື່ອງຂອງໄວ້ຊົ່ວຄາວເພື່ອລໍຖ້າຜົນຂອງການດໍາເນີນຄະດີ. -ການອາຍັດສິນຄ້າ,ເຄື່ອງຂອງແມ່ນການຫ້ອມຊື້-ຂາຍ, ໂອນຫຼືຊວດຈໍາສິນຄ້າ,ເຄື່ອງຂອງທີ່ບໍ່ສະດວກໃນການຍົກຍ້າຍໂດຍຮັກ ສາຢູ່ສະຖານທີ່ຂອງຜູ້ຖືກຫາເພື່ອລໍຖ້າຜົນຂອງການດໍາເນີນຄະດີ. -ການຮິບສິນຄ້າ,ເຄື່ອງຂອງແມ່ນການເອົາສິນຄ້າ,ເຄື່ອງ ຂອງທີ່ເປັນກໍາມະສິດຂອງຜູ້ກະທໍາຜິດທາງພາສີມາເປັນຂອງລັດຕາມ ຄໍາຕັດສິນຂອງສານ. -ການທູ້ມຕະຫຼາດແມ່ນການຂາຍສິນຄ້າຫຼຸດລາຄາຕົ້ນທຶນ ການຜະລິດເພື່ອຍາດຕະຫຼາດທີ່ມີຜົນສະທ້ອນຕໍ່ການຜະລິດຫຼືການຈໍລະ ຈອນສິນຄ້າປະເພດດຽວກັນພາຍໃນປະເທດ. ...ມາດຕາຫ້າ:ອານາເຂດພາສີ

ມາດຕາຫ້າ:ອານາເຂດພາສີ ອານາເຂດພາສີກວມເອົາຜືນແຜ່ນດິນອັນຄົບຖ້ວນຂອງສປ ປລາວທີ່ໄດ້ກໍານົດຂອບເຂດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ.ໃນ ກໍລະນີທີ່ລັດຖະບານແຫ່ງສປປລາວໄດ້ຮ່ວມລົງນາມໃນສັນຍາຫຼືເຂົ້າເປັນ ພາຄີຂອງສົນທິສັນຍາສາກົນນັ້ນເຈົ້າໜ້າທີ່ພາສີສາມາດປະຕິບັດໜ້າທີ່ ນອກອານາເຂດພາສີໄດ້. ຢູ່ໃນອານາເຂດພາສີບຸກຄົນ,ການຈັດຕັ້ງແລະນິຕິບຸກຄົນໂດຍ ບໍ່ຈໍາແນກສັນຊາດທີ່ດໍາເນີນກ່ຽວກັບການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງ ຂອງຜ່ານດ່ານພາສີຊາຍແດນຕ້ອງປະຕິບັດລະບຽບກົດໝາຍພາສີແລະ ລະບຽບການອື່ນໆທີ່ກ່ຽວພັນກັບການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງ ຢ່າງເຂັ້ມງວດ. ...ມາດຕາຫົກ:ການປ່ຽນແປງອັດຕາພາສີໃນກໍລະນີຈໍາເປັນ

ມາດຕາຫົກ:ການປ່ຽນແປງອັດຕາພາສີໃນກໍລະນີຈໍາເປັນ ໃນກໍລະນີອັນຈໍາເປັນຮີບດ່ວນທີ່ຕ້ອງໄດ້ປ່ຽນແປງອັດຕາ ພາສີເພື່ອປົກປັກຮັກສາຜົນປະໂຫຍດຂອງຊາດແລະໃຫ້ສອບຄ່ອງກັບສະ ພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະນັ້ນລັດຖະບານຈະເປັນຜູ້ນໍາ ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນານໍາສະເໜີປະທານ ປະເທດພິຈາລະນາອອກລັດຖະບັນຍັດປະກາດໃຊ້ເປັນການຊົ່ວຄ່າວແລ້ວ ຄະນະປະຈໍາສະພາແຫ່ຊາດຕ້ອງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງຖັດໄປເພື່ອພິຈາລະນາຮັບຮອງເອົາເປັນກົດໝາຍ. ບໍ່ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງໃດໜຶ່ງປ່ຽນແປງອັດຕາ ພາສີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຢ່າງເດັດຂາດ.

...ມາດຕາເຈັດ:ສິນຄ້າທີ່ຕ້ອງເສຍພາສີ

ມາດຕາເຈັດ:ສິນຄ້າທີ່ຕ້ອງເສຍພາສີ ສິນຄ້າ,ເຄື່ອງຂອງທຸກຊະນິດທີ່ສົ່ງອອກ-ນໍາເຂົ້າສປປລາວ ຕ້ອງໄດ້ເສຍຄ່າພາສີແລະພັນທະອື່ນໆຕາມລະບຽບຫຼັກການທີ່ໄດ້ບົ່ງໄວ້ ໃນປຶ້ມສາລະບານອັດຕາພາສີເວັ້ນເສຍແຕ່ໃນກໍລະນີຫາກຖືກຈັດເຂົ້າຢູ່ ໃນລະບອບງົດເກັບພາສີຫຼືຍົກເວັ້ນພາສີ.


...ມາດຕາແປດ:ພັນທະໃນການເສຍພາສີ

ມາດຕາແປດ:ພັນທະໃນການເສຍພາສີ ບຸກຄົນ,ການຈັດຕັ້ງແລະນິຕິບຸກຄົນທີ່ດໍາເນີນກ່ຽວກັບການ ສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງຜ່ານດ່ານພາສີຊາຍແດນຕ້ອງປະຕິ ບັດພັນທະໃນການເສຍພາສີຕາມລະບຽບກົດໝາຍ.

...ມາດຕາເກົ້າ:ການພົວພັນຮ່ວມມືກັບສາກົນ

ມາດຕາເກົ້າ:ການພົວພັນຮ່ວມມືກັບສາກົນ ລັດຖະບານເປີດກວ້າງແລະສົ່ງສເີມໃຫ້ມີການພົວພັນຮ່ວມ ມືກັບສາກົນກ່ຽວກັບວຽກງານພາສີບົນພື້ນຖານການເຄົາລົບອະທິປະໄຕ ຊຶ່ງກັນແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອພັດທະນາຂົງ ເຂດວຽກງານພາສີເຊັ່ນ:ການແລກປ່ຽນບົດຮຽນທາງດ້ານເຕັກນິກວິ ຊາການ,ການພັດທະນາຊັບພະຍາກອນມະນຸດ,ການແລກປ່ຽນຂ້ໍມູນຂ່າວ ສານ,ການອໍານວຍຄວາມສະດວກທາງດ້ານການຄ້າແລະອື່ນໆຕາມສັນ ຍາຫຼືສົນທິສັນຍາສາກົນທີ່ສປປລາວໄດ້ລົງນາມຫຼືໄດ້ເຂົ້າຮ່ວມເປັນພາຄີ.

..ພາກທີ2ການດໍາເນີນການແຈ້ງພາສີ


...ໝວດທີ1ການຈັດລະຫັດແລະຕົ້ນກໍາເນີດສິນຄ້າ,ເຄື່ອງຂອງ


....ມາດຕາສິບ:ການຈັດລະຫັດສິນຄ້າ

ມາດຕາສິບ:ການຈັດລະຫັດສິນຄ້າ ສິນຄ້າ,ເຄື່ອງຂອງທຸກຊະນິດທີ່ຈະສົ່ງອອກ-ນໍາເຂົ້າຕ້ອງໄດ້ ແຈ້ງພາສີຕາມເລກລະຫັດຂອງແຕ່ລະຊະນິດສິນຄ້າ,ເຄື່ອງຂອງທີ່ບົ່ງໄວ້ ໃນປຶ້ມສາລະບານອັດຕາພາສີ. ປຶ້ມສາລະບານອັດຕາພາສີຂອງສປປລາວແມ່ນກໍານົດຂຶ້ນ ໂດຍອີງຕາມສາລະບານລະບົບເອກະພາບຂອງສາກົນ.

....ມາດຕາສິບເອັດ:ຕົ້ນກໍາເນີດສິນຄ້າ

ມາດຕາສິບເອັດ:ຕົ້ນກໍາເນີດສິນຄ້າ ຕົ້ນກໍາເນີດສິນຄ້າແມ່ນປະເທດທີ່ໄດ້ຂຸດຄົ້ນ,ຜະລິດຫຼືຜ່ານ ຂະບວນການຜະລິດຫຼືປຸງແຕ່ງສິນຄ້າ,ເຄື່ອງຂອງຕາມລະບຽບການທີ່ໄດ້ ກໍານົດໄວ້ໂດຍສອດຄ່ອງກັບລະບຽບການຂອງການນໍາໃຊ້ສາລະບານອັດ ຕາພາສີ,ການກໍານົດທາງດ້ານປະລິມານຂອງສ່ວນປະກອບຫຼືລະບຽບ ການອື່ນໆທາງດ້ານການຄ້າ. ສິນຄ້າ,ເຄື່ອງຂອງນໍາເຂົ້າຈະຖືກໍານົດຕົ້ນກໍາເນີດຢ່າງຖືກ ຕ້ອງໄດ້ກໍ່ຕໍ່ເມື່ອມີສິ່ງຢັ້ງຢືນຕົ້ນກໍາເນີດແລະການຈັດສົ່ງສິນຄ້າຈາກປະ ເທດຕົ້ນກໍາເນີດມາຍັງປະເທດນໍາເຂົ້າຢ່າງຖືກຕ້ອງຕາມລະບຽບການ. ລັດຖະບານເປັນຜູ້ອອກລະບຽບການກ່ຽວກັບຕົ້ນກໍາເນີດສິນ ຄ້າ,ເຄື່ອງຂອງນັບທັງຕົ້ນກໍາເນີດຂອງສິນຄ້າ,ເຄື່ອງຂອງທີ່ຜະລິດຢູ່ໃນ ປະເທດໃດໜຶ່ງຊຶ່ງໄດ້ນໍາໃຊ້ວັດຖຸດິບຫຼືສ່ວນປະກອບມາຈາກປະເທດອື່ນ.

...ໝວດທີ2ມູນຄ່າແຈ້ງພາສີສິນຄ້າ,ເຄື່ອງຂອງ


....ມາດຕາສິບສອງ:ມູນຄ່າແຈ້ງພາສີຂາອອກ

ມາດຕາສິບສອງ:ມູນຄ່າແຈ້ງພາສີຂາອອກ ມູນຄ່າແຈ້ງພາສີຂາອອກແມ່ນມູນຄ່າຕົວຈິງຂອງສິນຄ້າ, ເຄື່ອງຂອງທີ່ນໍາສົ່ງຮອດດ່ານພາສີຊາຍແດນບ່ອນສົ່ງອອກໂດຍອີງໃສ່ ສັນຍາຊື້-ຂາຍ.

....ມາດຕາສິບສາມ:ມູນຄ່າແຈ້ງພາສີຂາເຂົ້າ

ມາດຕາສິບສາມ:ມູນຄ່າແຈ້ງພາສີຂາເຂົ້າ ການກໍານົດມູນຄ່າແຈ້ງພາສີຂາເຂົ້າແມ່ນປະຕິບັດຕາມຫຼັກ ການທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງທົ່ວໄປວ່າດ້ວຍພາສີແລະການຄ້າພັນເກົ້າ ຮ້ອຍເກົ້າສິບສີ່ຂອງອົງການການຄ້າໂລກ. ລັດຖະບານເປັນຜູ້ກໍານົດການຈັດຕັ້ງປະຕິບັດລະອຽດ.

...ໝວດທີ3ສິນຄ້າ,ເຄື່ອງຂອງປະເທດຈໍາກັດແລະຕ້ອງຫ້າມ


....ມາດຕາສິບສີ່:ສິນຄ້າ,ເຄື່ອງຂອງປະເພດຈໍາກັດ.

ມາດຕາສິບສີ່:ສິນຄ້າ,ເຄື່ອງຂອງປະເພດຈໍາກັດ. ສິນຄ້າ,ເຄື່ອງຂອງປະເພດຈໍາກັດແມ່ນສິນຄ້າ,ເຄື່ອງຂອງ ຊຶ່ງການສົ່ງອອກຫຼືນໍາເຂົ້າຖືກຈໍາກັດດ້ວຍກົດໝາຍຫຼືລະບຽບການອື່ນໆ ຂອງລັດດ້ວຍເຫດຜົນດ້ານການຫຸ້ມຫໍ່,ດ້ານຄຸນນະພາບຂອງສິນຄ້າ,ເຄື່ອງ ຂອງທີ່ບໍ່ໄດ້ມາດຖານແລະການທຸ້ມຕະຫຼາດ. ໃນກໍລະນີມີຄວາມຈໍາເປັນລັດຖະບານຕ້ອງອອກດໍາລັດເພື່ອ ຄູ້ມຄອງຢ່າງເຂັ້ມງວດຕໍ່ບາງປະເພດສິນຄ້າ,ເຄື່ອງຂອງເພື່ອຫ້າມການ ນໍາເຂົ້າຫຼືສົ່ງອອກໃນໄລຍະເວລາໃດໜຶ່ງພາຍໃຕ້ເງື່ອນໄຂສະເພາະ. ຖ້າຫາກມີການນໍາເຂົ້າຫຼືສົ່ງອອກສິນຄ້າ,ເຄື່ອງຂອງປະເພດ ຈໍາກັດຕ້ອງມີໃບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງຂອງລັດຄັດຕິດ ໄປພ້ອມກັບການແຈ້ງພາສີ.

....ມາດຕາສິບຫ້າ:ສິນຄ້າ,ເຄື່ອງຂອງປະເພດຕ້ອງຫ້າມ

ມາດຕາສິບຫ້າ:ສິນຄ້າ,ເຄື່ອງຂອງປະເພດຕ້ອງຫ້າມ ສິນຄ້າ,ເຄື່ອງຂອງປະເພດຕ້ອງຫ້າມແມ່ນສິນຄ້າ,ເຄື່ອງ ຂອງທີ່ລັດບໍ່ອະນຸຍາດໃຫ້ນໍາເຂົ້າຫຼືສົ່ງອອກ,ຊື້,ຂາຍ,ມີໄວ້ໃນຄອບຄອງ ຫຼືຊົມໃຊ້ເພື່ອຮັບປະກັນເງື່ອນໄຂດັ່ງລຸ່ມນີ້: ໜຶ່ງ:ຄວາມໝັ້ນຄົງ,ຄວາມສະຫງົບແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ; ສອງ:ການປົກປ້ອງຊີວິດແລະສຸຂະພາບຂອງປະຊາຊົນ, ສັດແລະພືດພັນ; ສາມ:ມາດຕະຖານການດໍາລົງຊີວິດທີ່ດີຂອງປະຊາຊົນ, ຮີດຄອງປະເພນີແລະວັດທະນະທໍາອັນດີງາມຂອງຊາດ; ສີ່:ການປົກປັກຮັກສາມໍລະດົກແຫ່ງຊາດ; ຫ້າ:ການປົກປັກຮັກສາຊັບພະຍາກອນທໍາມະຊາດ; ຫົກ:ການປະຕິບັດພັນທະພາຍໃຕ້ກົດບັດສະຫະປະຊາຊາດ; ເຈັດ:ການປະຕິບັດຂໍ້ກໍານົດຂອງກົດໝາຍທີ່ກ່ຽວຂ້ອງຂອງ ສປປລາວ;

..ພາກທີ3ການແຈ້ງພາສີ,ການເສຍພາສີແລະພັນທະອື່ນໆ


...ໝວດທີ1ການແຈ້ງພາສີ


....ມາດຕາສິບຫົກ:ການແຈ້ງພາສີໂດຍສັງເຂບ

ມາດຕາສິບຫົກ:ການແຈ້ງພາສີໂດຍສັງເຂບ ຜູ້ທີ່ສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງຜ່ານດ່ານພາສີ ຕ້ອງປະຕິບັດຕາມລະບຽບດັ່ງນີ້: ໜຶ່ງ:ທຸກສິນຄ້າ,ເຄື່ອງຂອງທີ່ຈະສົ່ງອອກຫຼືນໍາເຂົ້າໂດຍ ທາງບົກ,ທາງນໍ້າຫຼືທາງອາກາດຕ້ອງນໍາໄປຕາມເສັ້ນທາງທີ່ທາງການ ໄດ້ກໍານົດໄວ້ແລະນໍາໄປແຈ້ງດ່ານພາສີ,ປ້ອມພາສີຫຼືຫ້ອງການພາສີ ບ່ອນທີ່ໃກ້ສຸດ;ຫ້າມນໍາໃຊ້ເສັ້ນທາງອື່ນ,ນໍາເຂົ້າເຄຫະສະຖານໃດໜຶ່ງ ຫຼືແລ່ນກາຍດ່ານພາສີໂດຍບໍ່ໄດ້ຮັບອະນຸຍາດ,ຖ້າມີການລະເມີດຈະຖື ວ່າເປັນການຫຼົບຫຼີກພາສີໂດຍເຈດຕະນາ; ສອງ:ຫ້າມບຸກຄົນໃດໜຶ່ງເອົາສິນຄ້າ,ເຄື່ອງຂອງລົງຈາກ ພາຫະນະຂົນສົ່ງທີ່ມາຮອດດ່ານພາສີຊາຍແດນຈົນກວ່າສິນຄ້າ,ເຄື່ອງ ຂອງຫຼືເອກະສານຂົນສົ່ງນັ້ນຈະຖືກແຈ້ງເປັນການຊົ່ວຄາວຕໍ່ເຈົ້າໜ້າທີ່ ພາສີເພື່ອບັນທຶກເຂົ້າສາງຫຼືແຈ້ງພາສີເປັນລາຍລະອຽດເສຍກ່ອນຕາມ ທີ່ໄດ້ກໍານົດໃນມາດຕາສິບເຈັດຂອງກົດໝາຍສະບັບນີ້.ເວັ້ນເສຍແຕ່ໃນ ກໍລະນີສຸກເສີນທີ່ຕ້ອງຮັກສາຄວາມປອດໄພສໍາລັບບຸກຄົນຫຼືຊັບສິນທີ່ຢູ່ໃນ ພາຫະນະຂົນສົ່ງ,ບຸກຄົນອື່ນໆ,ສິນຄ້າ,ເຄື່ອງຂອງ,ພາຫະນະຂົນສົ່ງທີ່ມີ ຄວາມສ່ຽງຕໍ່ການເກີດອຸບັດຕິເຫດ,ອັກຄິໄພ,ໄພທໍາມະຊາດຫຼືສະພາບ ອັນຕະລາຍອື່ນໆທີ່ບໍ່ສາມາດກໍານົດລ່ວງໜ້າໄດ້; ສາມ:ສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງທີ່ຜ່ານດ່ານ ຕ້ອງໄດ້ແຈ້ງພາສີ: ກ:ເຄື່ອງຕິດຕົວຫຼືສິນຄ້າ,ເຄື່ອງຂອງຜູ້ໂດຍສານທີ່ເດີນທາງ ຜ່ານດ່ານພາສີຊາຍແດນ; ຂ:ສິນຄ້າ,ເຄື່ອງຂອງທີ່ສົ່ງອອກຫຼືນໍາເຂົ້າຜ່ານທາງໄປສະ ນີ; ຄ:ພາຫະນະສ່ວນຕົວ,ພາຫະນະຂົນສົ່ງທີ່ເດີນທາງຜ່ານດ່ານ ພາສີຊາຍແດນ; ງ:ການສົ່ງອອກຫຼືນໍາເຂົ້າສິນຄ້າ,ເຄື່ອງຂອງໃນນາມຕົນ ເອງ. ສີ່:ບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນທີ່ມີສິນຄ້າ,ເຄື່ອງຂອງ ຕ້ອງ: ກ:ແຈ້ງຕໍ່ເຈົ້າໜ້າທີ່ພາສີກ່ຽວກັບສິນຄ້າ,ເຄື່ອງຂອງນັ້ນ ຕາມຄວາມເປັນຈິງ; ຂ:ໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກຕາມລະ ບຽບຫຼັກການໃນກໍລະນີທີ່ເຈົ້າໜ້າທີ່ພາສີຕ້ອງການຂໍ້ມູນໃນການກວດ ກາສິນຄ້າ,ເຄື່ອງຂອງ; ຫ້າ:ກະຊວງການເງິນເປັນຜູ້ອອກລະບຽບການກ່ຽວກັບ ການກໍານົດເວລາ,ວິທີການ,ຄວາມຕ້ອງການທາງດ້ານເອກະສານຫຼື ຂໍ້ຍັກເວັ້ນຕ່າງໆກ່ຽວກັບການແຈ້ງສິນຄ້າ,ເຄື່ອງຂອງທີ່ຈະສົ່ງອອກ ແລະນໍາເຂົ້າ.


....ມາດຕາສິບເຈັດ:ການແຈ້ງພາສີເປັນລາຍລະອຽດ

ມາດຕາສິບເຈັດ:ການແຈ້ງພາສີເປັນລາຍລະອຽດ ທຸກສິນຄ້າ,ເຄື່ອງຂອງທີ່ສົ່ງອອກຫຼືນໍາເຂົ້າປະເທດເຖິງວ່າ ຈະໄດ້ຮັບອະນຸຍາດງົດເກັບ,ຫຼຸດຜ່ອນຫຼືຍົກເວັ້ນການເສຍພາສີແລະພັນ ທະອື່ນໆຫຼືບໍ່ກໍຕາມຕ້ອງໄດ້ແຈ້ງພາສີເປັນລາຍລະອຽດໂດຍເຈົ້າຂອງ ສິນຄ້າ,ເຄື່ອງຂອງຫຼືຜູ້ຕ່າງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼືໂດຍຜູ້ບໍລະການແຈ້ງພາສີຕໍ່ເຈົ້າໜ້າທີ່ພາສີ.ການແຈ້ງພາສີເປັນລາຍ ລະອຽດຕ້ອງແຈ້ງທຸກຂໍ້ມູນໃຫ້ຄົບຖ້ວນຕາມແຕ່ລະບອບພາສີທີ່ໄດ້ກໍານົດ ໄວ້. ຖ້າຜູ້ແຈ້ງພາສີຫາກບໍ່ຮູ້ຂໍ້ມູນຄັກແນ່ກ່ຽວກັບສິນຄ້າ,ເຄື່ອງ ຂອງຂອງຕົນເພື່ອປະກອບໃບແຈ້ງພາສີເປັນລາຍລະອຽດນັ້ນ,ຜູ້ແຈ້ງພາ ສີຈະໄດ້ຮັບອະນຸຍາດໃຫ້ໄປກວດເບິ່ງສິນຄ້າ,ເຄື່ອງຂອງຂອງຕົນເສຍ ກ່ອນຢູ່ສາງສິນຄ້າ,ເຄື່ອງຂອງ.

....ມາດຕາສິບແປດ:ການປະກອບເອກະສານແຈ້ງພາສີ

ມາດຕາສິບແປດ:ການປະກອບເອກະສານແຈ້ງພາສີ ການປະກອບເອກະສານແຈ້ງພາສີເປັນລາຍລະອຽດຕ້ອງ ປະຕິບັດຕາມລະບຽບການດັ່ງລຸ່ມນີ້: ໜຶ່ງ:ໃບແຈ້ງພາສີເປັນລາຍລະອຽດຕ້ອງມີລາຍເຊັນຂອງ ຜູ້ເປັນເຈົ້າຂອງສິນຄ້າ,ເຄື່ອງຂອງຫຼືຜູ້ຕ່າງນ້າທີ່ໄດ້ຮັບມອບສິດຢ່າງ ເປັນລາຍລັກອັກສອນແລະຕ້ອງຮັບຜິດຊອບຕໍ່ທຸກໆຂໍ້ຄວາມທີ່ໄດ້ແຈ້ງ ໄວ້ຢູ່ໃນໃບແຈ້ງພາສີເປັນລາຍລະອຽດ. ສອງ:ເອກະສານກ່ຽວກັບສິນຄ້າ,ເຄື່ອງຂອງຊຶ່ງຈະຕ້ອງຍື່ນ ພ້ອມໃບແຈ້ງພາສີເປັນລາຍລະອຽດຕ້ອງປະກອບດ້ວຍ:ໃບຂົນສົ່ງສິນຄ້າ ,ໃບແຈ້ງລາຄາ,ໃບອະນຸຍາດແລະເອກະສານອື່ນໆທີ່ກ່ຽວຂ້ອງຊຶ່ງເປັນ ສະບັບເດີມເພື່ອການຢັ້ງຢືນຄວາມຖືກຕ້ອງ. ສາມ:ກະຊວງການເງິນເປັນຜູ້ກໍານົດລະບຽບຫຼັກການແລະ ຂັ້ນຕອນກ່ຽວກັບການແຈ້ງພາສີເປັນລາຍລະອຽດ.


....ມາດຕາສິບເກົ້າ:ກໍານົດເວລາໃນການແຈ້ງພາສີ

ມາດຕາສິບເກົ້າ:ກໍານົດເວລາໃນການແຈ້ງພາສີ ໃບແຈ້ງພາສີເປັນລາຍລະອຽດຕ້ອງມອບໃຫ້ດ່ານພາສີພາຍ ໃນກໍານົດສາມສິບວັນນັບແຕ່ວັນທີ່ໄດ້ຈົດສິນຄ້າ,ເຄື່ອງຂອງເຂົ້າສາງເປັນ ຕົ້ນໄປໂດຍບໍ່ນັບວັນພັກທາງລັດຖະການ,ຖ້າຫາກກາຍກໍານົດວັນດັ່ງກ່າວ ສິນຄ້າ,ເຄື່ອງຂອງຈະຕ້ອງຕົກຢູ່ໃນການຄວບຄຸມສະເພາະຂອງລັດຖະການ ພາສີ.

....ມາດຕາຊາວ:ຜູ້ບໍລິການແຈ້ງພາສີ

ມາດຕາຊາວ:ຜູ້ບໍລິການແຈ້ງພາສີ ຜູ້ບໍລິການແຈ້ງພາສີມີໜ້າທີ່ບໍລິການແຈ້ງພາສີແທນເຈົ້າຂອງ ສິນຄ້າ,ເຄື່ອງຂອງຫຼືແທນຜູ້ເຮັດການຂົນສົ່ງ. ກະຊວງການເງິນເປັນຜູ້ອອກລະບຽບການກ່ຽວກັບມາດຖານ ,ເງື່ອນໄຂແລະຂອບເຂດການເຄື່ອນໄຫວຂອງຜູ້ບໍລິການແຈ້ງພາສີ.

....ມາດຕາຊາວເອັດ:ການບັນທຶກການແຈ້ງພາສີເປັນລາຍລະອຽດ

ມາດຕາຊາວເອັດ:ການບັນທຶກການແຈ້ງພາສີເປັນລາຍລະອຽດ ໃບແຈ້ງພາສີເປັນລາຍລະອຽດແມ່ນປະກອບຂຶ້ນໂດຍຜູ້ແຈ້ງ ພາສີກ່ອນຈະນໍາສະເໜີຕໍ່ເຈົ້າໜ້າທີ່ພາສີ,ຜູ້ແຈ້ງພາສີຕ້ອງໄດ້ກວດກາທຸກ ໆເນື້ອໃນຂໍ້ມູນທີ່ແຈ້ງໄວ້ໃນໃບແຈ້ງພາສີນັ້ນໃຫ້ລະອຽດ.ໃບແຈ້ງພາສີ ເປັນລາຍລະອຽດທີ່ມີຮອບລຶບ,ມີຮອຍຂີດຂ້າ,ມີຮອບເປື້ອນຖືວ່າໃຊ້ການ ບໍ່ໄດ້.ໃບແຈ້ງພາສີເປັນລາຍລະອຽດທີ່ໄດ້ບັນທຶກໄວ້ແລະຮັບຮອງເອົາ ເພື່ອຊໍາລະຄ່າພາສີແລະພັນທະອື່ນໆຫຼືຫຼັງຈາກການກວດກາໄດ້ເລີ່ມຂຶ້ນ ແລ້ວບໍ່ສາມາດປ່ຽນແປງຂໍ້ມູນໄດ້.

...ໝວດທີ2ການເສຍພາສີແລະພັນທະອື່ນໆ


....ມາດຕາຊາວສອງ:ການຄິດໄລ່ຄ່າພາສີແລະພັນທະອື່ນໆ

ມາດຕາຊາວສອງ:ການຄິດໄລ່ຄ່າພາສີແລະພັນທະອື່ນໆ ຄ່າພາສີແລະພັນທະອື່ນໆຕ້ອງຄິດໄລ່ບົນພື້ນຖານມູນຄ່າແຈ້ງ ພາສີເປັນເງິນກີບໂດຍອີງຕາມອັດຕາຂາຍເງິນຕາຕ່າງປະເທດຂອງທະ ນາຄານທີ່ນໍາໃຊ້ໃນວັນບັນທຶກໃບແຈ້ງພາສີເປັນລາຍລະອຽດແລະຕາມອັດ ຕາທີ່ໄດ້ກໍານົດໄວ້ໃນປຶ້ມສາລະບານອັດຕາພາສີ.

....ມາດຕາຊາວສາມ:ວິທີເສຍພາສີແລະພັນທະອື່ນໆ

ມາດຕາຊາວສາມ:ວິທີເສຍພາສີແລະພັນທະອື່ນໆ ຄ່າພາສີແລະພັນທະອື່ນໆພາຍຫຼັງທີ່ໄດ້ບັນທຶກໃບແຈ້ງພາສີ ເປັນລາຍລະອຽດຕ້ອງຊໍາລະໃຫ້ຄົບຖ້ວນເປັນເງິນກີບ,ຜູ້ຮັບເງິນຄ່າພາສີ ແລະພັນທະອື່ນໆຕ້ອງອອກໃບຮັບເງິນໃຫ້ຜູ້ມາຊໍາລະທຸກໆຄັ້ງ. ລັດຖະບານເປັນຜູ້ກໍານົດຄ່າປັບໃໝຕໍ່ຜູ້ທີ່ບໍ່ມາຊໍາລະຄ່າພາສີ ແລະພັນທະອື່ນໆຫຼືມາຊໍາລະຊັກຊ້າ.

...ໝວດທີ3ການນໍາເອົາສິນຄ້າ,ເຄື່ອງຂອງອອກຈາກສາງຫຼືດ່ານພາສີ


....ມາດຕາຊາວສີ່:ການກວດກາສິນຄ້າ,ເຄື່ອງຂອງໂດຍເຈົ້າໜ້າທີ່ພາສີ

ມາດຕາຊາວສີ່:ການກວດກາສິນຄ້າ,ເຄື່ອງຂອງໂດຍເຈົ້າໜ້າທີ່ພາສີ ເມື່ອບັນທຶກໃບແຈ້ງພາສີເປັນລາຍລະອຽດແລ້ວສິນຄ້າ,ເຄື່ອງ ຂອງທັງໝົດຫຼືບາງສ່ວນຕ້ອງຢູ່ພາຍໃຕ່ການກວດກາຂອງເຈົ້າໜ້າທີ່ພາສີ ແລ້ວແຕ່ເຫັນສົມຄວນ. ການກວດກາສິນຄ້າ,ເຄື່ອງຂອງຕ້ອງດໍາເນີນຊ້ອງໜ້າເຈົ້າ ຂອງສິນຄ້າ,ເຄື່ອງຂອງຫຼືຜູ້ຕາງໜ້າທີ່ໄດ້ຮັບມອບສິດ. ໃນກໍລະນີທີ່ຈໍາເປັນການກວດກາຕ້ອງມີການໄຂຕູ້ສິນຄ້າ,ຫີບ ຫໍ່,ນັບຈໍານວນສິນຄ້າ,ເຄື່ອງຂອງ,ຕິດຊັ່ງນໍ້າໜັກ,ວັດແທນ,ພິສູດ,ກວດກາ ຕ້ານຂໍ້ມູນຕ່າງໆຫຼືນໍາໃຊ້ເຕັກນິກການກວດກາອື່ນໆ. ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບຜົນຂອງການກວດສິນຄ້າ, ເຄື່ອງຂອງນັ້ນຜູ້ແຈ້ງພາສີຈະຮ້ອງຂໍໃຫ້ເຈົ້າໜ້າທີ່ພາສີທໍາການກວດສິນ ຄ້າ,ເຄື່ອງຂອງຄືນໃໝ່ກໍ່ໄດ້. ການກວດສິນຄ້າ,ເຄື່ອງຂອງຢູ່ດ່ານພາສີຕ້ອງດໍາເນີນຢູ່ສະ ຖານທີ່ຊຶ່ງທາງການພາສີໄດ້ກໍານົດໄຫ້. ພາຍຫຼັງທີ່ໄດ້ກວດກາສິນຄ້າ,ເຄື່ອງຂອງແລ້ວເຈົ້າໜ້າທີ່ພາ ສີຕ້ອງເຮັດບັນທຶກຜົນການກວດກາພ້ອມທັງລົງລາຍເຊັນແລະຊື່ແຈ້ງຂອງ ຕົນ. ຄ່າຂົນສົ່ງ,ຄ່າຍົກຖ່າຍແລະຄ່າອື່ນໆທີ່ຈໍາເປັນແລະຖືກຕ້ອງ ຕາມລະບຽບກົດໝາຍໃນການກວດສິນຄ້າ,ເຄື່ອງຂອງນັ້ນແມ່ນຕົກເປັນພາ ລະຂອງເຈົ້າຂອງສິນຄ້າ,ເຄື່ອງຂອງ.

....ມາດຕາຊາວຫ້າ:ການນໍາເອົາສິນຄ້າ,ເຄື່ອງຂອງອອກຈາກສາງຫຼືດ່ານພາສີ

ມາດຕາຊາວຫ້າ:ການນໍາເອົາສິນຄ້າ,ເຄື່ອງຂອງອອກຈາກສາງຫຼືດ່ານ ພາສີ ການນໍາເອົາສິນຄ້າ,ເຄື່ອງຂອງອອກຈາກສາງຫຼືດ່ານະາສີ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: ໜຶ່ງ:ສິນຄ້າ,ເຄື່ອງຂອງຈະຖືກນໍາອອກຈາກສາງຫຼືດ່ານພາສີ ໄດ້ກໍຕໍ່ເມື່ອຜູ້ແຈ້ງພາສີໄດ້ຊໍາລະຄ່າພາສີແລະພັນທະອື່ນໆຄົບຖ້ວນແລະ ພາຍຫຼັງທີ່ເຈົ້າໜ້າທີ່ພາສີໄດ້ທໍາການກວດກາຢັ້ງຢືນຄວາມຖືກຕ້ອງແລ້ວ ເທົ່ານັ້ນ; ສອງ:ໃນກໍລະນີທີ່ຈໍາເປັນເຈົ້າໜ້າທີ່ພາສີຈະອະນຸຍາດໃຫ້ສິນ ຄ້າ,ເຄື່ອງຂອງບາງຊະນິດທີ່ຖືກກວດກາແລ້ວອອກຈາກສາງຫຼືດ່ານພາສີ ກ່ອນການເສຍພາພີແລະພັນທະອື່ນໆກໍ່ໄດ້ແຕ່ຕ້ອງມີສັນຍາຄໍ້າປະກັນກ່ຽວ ກັບການຊໍາລະຄ່າພາສີແລະພັນທະອື່ນໆດ້ວຍເງິນສົດ,ແຊັກ,ໃບຄ້ໍາປະກັນ ຈາກທະນາຄານ,ນິຕິບຸກຄົນຫຼືບຸກຄົນທີ່ເຊື່ອຖືໄດ້ໃນມູນຄ່າທີ່ເທົ່າກັບຮ້ອຍ ຊາວສ່ວນຮ້ອຍຂອງຄ່າພາສີແລະພັນທະອື່ນໆທີ່ຕ້ອງຊໍາລະຕາມວັນເວລາ ທີ່ເຈົ້າໜ້າທີ່ພາສີຈະຄິດໄລ່ຄ່າປັບໃໝຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວ ສາມຂອງກົດໝາຍສະບັບນີ້; ສາມ:ສິນຄ້າ,ເຄື່ອງຂອງທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍເຊິ່ງ ໄດ້ບົ່ງໄວ້ໃນຂໍ້ທີໜຶ່ງແລະສອງເທິງນີ້ຕ້ອງນໍາອອກຈາກສາງຫຼືດ່ານທັນທີ.

...ໝວດທີ4ການຄຸ້ມຄອງເອກະສານກ່ຽວກັບພາສີ


....ມາດຕາຊາວຫົກ:ລະບຽບການຄຸ້ມຄອງເອກະສານ

ມາດຕາຊາວຫົກ:ລະບຽບການຄຸ້ມຄອງເອກະສານ ຜູ້ດໍາເນີນທຸລະກິດກ່ຽວກັບການສົ່ງອອກ-ນໍາເຂົ້າແລະຜ່ານ ແດນຕ້ອງຄຸ້ມຄອງເອກະສານທີ່ກ່ຽວພັນກັບພາສີດັ່ງນີ້: ໜຶ່ງ:ຕ້ອງເກັບຮັກສາປຶ້ມບັນຊີ,ໃບແຈ້ງພາສີພ້ອມເອກະສານ ປະກອບແລະຂໍ້ມູນອື່ນໆລວມທັງຂໍ້ມູນກ່ຽວກັບພາສີດັ່ງກ່າວທີ່ເກັບໄວ້ໃນ ຮູບແບບເອເລັກໂຕຼນິກຕ່າງໆ. ສອງ:ເອກະສານຕ່າງໆທີ່ໄດ້ກໍານົດໄວ້ໃນຂໍ້ທີໜຶ່ງຂອງມາດ ຕານີ້ຕ້ອງເກັບຮັກສາໄວ້ພາຍໃນກໍານົດສິບປີຢູ່ສະຖານທີ່ດໍາເນີນທຸລະກິດ ໃນສປປລາວ. ສາມ:ຖ້າມີການສະເໜີຂອງເຈົ້າໜ້າທີ່ພາສີບຸກຄົນທີ່ໄດ້ກ່າວ ມາໃນວັກທີໜຶ່ງຂອງມາດຕານີ້ຕ້ອງສະແດງເອກະສານ,ປຶ້ມບັນທຶກ,ສໍາ ນວນເອກະສານແລະຂໍ້ມູນອື່ນໆກ່ຽວກັບການສົ່ງອອກແລະນໍາເຂົ້າສິນຄ້າ ,ເຄື່ອງຂອງໃຫ້ແກ່ເຈົ້າໜ້າທີ່ພາສີເພື່ອກວດກາ; ສີ່:ໃນກໍລະນີທີ່ບຸກຄົນຊຶ່ງໄດ້ກ່າວມາໃນວັກທີໜຶ່ງຂອງມາດຕາ ນີ້ຫາກບໍ່ຢູ່ປະຈໍາ,ຜູ້ຕ່າງໜ້າຂອງຜູ້ກ່ຽວມີໜ້າທີ່ສະແດງເອກະສານຕ່າງ ໆກ່ຽວກັບພາສີເພື່ອໃຫ້ເຈົ້າໜ້າທີ່ພາສີກວດກາ.

....ມາດຕາຊາວເຈັດ:ການຄຸ້ມຄອງເອກະສານໄວ້ຊົ່ວຄາວ

ມາດຕາຊາວເຈັດ:ການຄຸ້ມຄອງເອກະສານໄວ້ຊົ່ວຄາວ ໃນໄລຍະທໍາການສືບສວນ-ສອບສວນເຈົ້າໜ້າທີ່ພາສີມີສິດຄຸ້ມ ຄອງເອກະສານທີ່ຈໍາເປັນຂອງຜູ້ສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງໄວ້ ຊົ່ວຄາວເຊັ່ນ:ເອກສະການຄົບຊຸດທີ່ພົວພັນເຖິງການແຈ້ງພາສີເປັນລາຍ ລະອຽດ,ປຶ້ມບັນຊີແລະເອກະສານອື່ນໆທີ່ກ່ຽວຂ້ອງເຖິງການສົ່ງອອກ-ນໍາ ເຂົ້າສິນຄ້າ,ເຄື່ອງຂອງ.

...ໝວດທີ5ການກວດກາແລະການສະເໜີຄືນກ່ຽວກັບການແຈ້ງເສຍພາສີ


....ມາດຕາຊາວແປດ:ການກວດຄືນການແຈ້ງເສຍພາສີ

ມາດຕາຊາວແປດ:ການກວດຄືນການແຈ້ງເສຍພາສີ ໃບແຈ້ງເສຍພາສີເປັນລາຍລະອຽດຈະຢູ່ພາຍໃຕ້ການກວດ ກາຄືນຂອງລັດຖະການພາສີພາຍໃນກໍານົດສາມປີນັບແຕ່ວັນບັນທຶກໃບ ແຈ້ງພາສີເປັນລາຍລະອຽດເປັນຕົ້ນໄປເຊັ່ນ:ຕົ້ນກໍາເນີດສິນຄ້າ,ເຄື່ອງ ຂອງ,ລະຫັດສິນຄ້າ,ມູນຄ່າແຈ້ງພາສີ,ອັດຕາພາສີແລະຂໍ້ມູນອື່ນໆ. ໃນລະຍະການກວດກາຄືນໃໝ່ຫາກພົບເຫັນວ່າບັນດາຂໍ້ມູນ ຂ້າງເທິງນັ້ນບໍ່ຖືກຕ້ອງຊຶ່ງມີຜົນສະທ້ອນຕໍ່ຄ່າພາສີແລະພັນທະອື່ນໆລັດຖະ ການພາສີຕ້ອງອອກແຈ້ງການກ່ຽວກັບຜົນການກວດກາຄືນໃໝ່ນັ້ນໃຫ້ຜູ້ ສົ່ງອອກ-ນໍາເຂົ້າຫຼືຕົວແທນເພື່ອຮຽກໃຫ້ມາຊໍາລະຄ່າພາສີແລະພັນທະອື່ນ ໆເພີ່ມເຕີມພ້ອມທັງຄ່າປັບໃໝໃນຖານມີຄວາມຮັບຜິດຊອບຕໍ່ຄວາມຜິດ ຄາມທີ່ໄດ້ກໍານົດໄວ້ໃນໝວດທີໜຶ່ງພາກທີເກົ້າຂອງກົດໝາຍສະບັບນີ້. ໃບແຈ້ງເສຍພາສີເປັນລາຍລະອຽດຕາມແຕ່ລະລະບອບພາ ສີຈະຕ້ອງຖືກກວດກາຄືນໃຫ້ທັນເວລານັບແຕ່ວັນສິນຄ້າ,ເຄື່ອງຂອງໄດ້ ອອກຈາກສາງຫຼືດ່ານພາສີເປັນຕົ້ນໄປ.

....ມາດຕາຊາວເກົ້າ:ການສະເໜີຄືນກ່ຽວກັບການແຈ້ງພາສີ

ມາດຕາຊາວເກົ້າ:ການສະເໜີຄືນກ່ຽວກັບການແຈ້ງພາສີ ຜູ້ແຈ້ງພາສີມີສິດສະເໜີຄືນກ່ຽວກັບການແຈ້ງພາສີຕາມຂັ້ນ ຕອນດັ່ງນີ້: ໜຶ່ງ:ຜູ້ແຈ້ງພາສີມີສິດສະເໜີຄືນຕໍ່ລັດຖະການພາສີໃນກໍລະນີ ທີ່ມີຄວາມສົງໃສຫຼືບໍ່ເຫັນດີນໍາການຕົກລົງຫຼືຜົນການກວດກາຄືນຂອງລັດ ຖະການພາສີທີ່ມີຜົນກະທົບຕໍ່ການຊໍາລະຄ່າພາສີແລະພັນທະອື່ນໆຂອງຕົນ ໂດຍຂຽນເປັນລາຍລັກອັກສອນຍື່ນຕໍ່ລັດຖະການພາສີຢ່າງຊ້າບໍ່ໃຫ້ເກີນ ສາມສິບວັນນັບແຕ່ວັນທີ່ມີການບັນທຶກໃບແຈ້ງພາສີເປັນລາຍລະອຽດຫຼືວັນ ທີ່ໄດ້ຮັບຊາບຄໍາຕົກລົງຂອງລັດຖະການພາສີນັ້ນເປັນຕົ້ນໄປ; ສອງ:ລັດຖະການພາສີຕ້ອງພິຈາລະນາແລະໃຫ້ຄໍາຕອບຕໍ່ການ ສະເໜີທີ່ກໍານົດໄວ້ໃນຂໍ້ໜຶ່ງເທິງນີ້ຢ່າງຊ້າບໍ່ໃຫ້ເກີນສາມສິບວັນນັບແຕ່ວັນ ທີ່ໄດ້ຮັບຄໍາສະເໜີນັ້ນເປັນຕົ້ນໄປ,ຖ້າບໍ່ຕອບຈະຖືວ່າການສະເໜີເປັນທີ່ ຍອມຮັບ;ໃນກໍລະນີທີ່ມີຄໍາຕອບຂອງລັດຖະການພາສີຕ້ອງອະທິບາຍ,ຊີ້ ແຈງເຫດຜົນແລະໃຫ້ຄໍາແນະນໍາທີ່ຈໍາເປັນ; ສາມ:ຜູ້ແຈ້ງພາສີມີສິດສະເໜີໃຫ້ຂັ້ນເທິງຖັດນັ້ນພິຈາລະນາ ຖ້າຫາກບໍ່ເຫັນດີນໍາການແກ້ໄຂຂອງລັດຖະການພາສີ.ໃນກໍລະນີທີ່ຂັ້ນເທິງ ບໍ່ແກ້ໄຂຫຼືຜູ້ແຈ້ງພາສີເຫັນວ່າການແກ້ໄຂນັ້ນບໍ່ເໝາະສົມກໍ່ມີສິດຮ້ອງຢ້ອງ ຕໍ່ສານ.

..ພາກທີ4ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງໂດຍມີການຄໍາປະກັນແລະລະບອບສາງ


...ໝວດທີ1ລະບຽບການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງໂດຍມີການຄໍ້າປະກັນ


....ມາດຕາສາມສິບ:ການຄຸ້ມຄອງການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງ

ມາດຕາສາມສິບ:ການຄຸ້ມຄອງການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງ ການຂົນສົ່ງສິນຄ້າ,ເຄື່ອງຂອງທີ່ຢູ່ໃນການຄວບຄຸມຂອງລັດ ຖະການພາສີໂດຍທາງບົກ,ທາງນໍ້າແລະທາງອາກາດແຕ່ບ່ອນໜຶ່ງໄປ ຫາອີກບ່ອນໜຶ່ງໃນການາເຂດພາສີຕ້ອງມີໃບເຄື່ອນຍ້າຍສິນຄ້າ,ເຄື່ອງ ຂອງຕິດຕາມໄປນໍາຊຶ່ງອອກໃຫ້ໂດຍເຈົ້າໜ້າທີ່ພາສີຕົ້ນທາງ. ສິນຄ້າ,ເຄື່ອງຂອງທີ່ເຄື່ອນຍ້າຍດ້ວຍການຄໍ້າປະກັນຕໍ່ກັບສິນ ຄ້າ,ເຄື່ອງຂອງທີ່ຍັງບໍ່ທັນໄດ້ເສຍພາສີແລະພັນທະອື່ນໆຕ້ອງປະຕິບັດຕາມ ລະບຽບການທີ່ກໍານົດໄວ້ໃນມາດຕາຊາວຫ້າຂອງກົດໝາຍສະບັບນີ້. ຜູ້ນໍາເຂົ້າຫຼືຜູ້ຂົນສົ່ງສິນຄ້າ,ເຄື່ອງຂອງຕ້ອງປະຕິບັດທຸກຂໍ້ ຄວາມທີ່ໄດ້ກໍານົດໄວ້ຢູ່ໃນໃບເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຄໍ້າປະກັນ ຢ່າງເຂັ້ມງວດ.ສ່ວນການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງປະເພດຈໍາກັດ ຕ້ອງມີໃບອະນຸຍາດຂອງອົງການທີ່ກ່ຽວຂ້ອງກໍາກັບໄປນໍາແລະແຈ້ງຕໍ່ ເຈົ້າໜ້າທີ່ພາສີຕາມເສັ້ນທາງທີ່ຕົນຜ່ານ.

....ມາດຕາສາມສິບເອັດ:ການສິ້ນສຸດການຄໍ້າປະກັນ

ມາດຕາສາມສິບເອັດ:ການສິ້ນສຸດການຄໍ້າປະກັນ ເມື່ອການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຄໍ້າປະກັນຫາກສົົ່ງ ຮອດຈຸດທີ່ໝາຍແລະຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບເຄື່ອນ ຍ້າຍຄໍ້າປະກັນແລ້ວ,ຜູ້ຂົນສົ່ງຕ້ອງນໍາເອົາໃບເຄື່ອນຍ້າຍພ້ອມດ້ວຍສິນ ຄ້າ,ເຄື່ອງຂອງຄໍ້າປະກັນນັ້ນໄປແຈ້ງຕໍ່ຫ້ອງການພາສີປາຍທາງໃນທັນ ໃດເພື່ອແຈ້ງພາສີເປັນລາຍລະອຽດຕາມລະບອບພາສີຢ່າງຖືກຕ້ອງ. ການກວດສິນຄ້າ,ເຄື່ອງຂອງນັ້ນຕ້ອງດໍາເນີນໄປຕາມລະ ບຽບກົດໝາຍຢູ່ປາຍທາງຖ້າວ່າຄ່າພາສີແລະພັນທະອື່ນໆທີ່ຕ້ອງຈ່າຍ ຫາກຍັງບໍ່ທັນໄດ້ຈ່າຍຢູ່ຫ້ອງການພາສີຕົ້ນທາງ.ຫ້ອງການພາສີປາຍ ທາງຕ້ອງເກັບພາສີແລະພັນທະອື່ນໆໃຫ້ຄົບຖ້ວນກ່ອນທີ່ຈະປ່ອຍສິນຄ້າ ,ເຄື່ອງຂອງເພື່ອນໍາເຂົ້າມາຊົມໃຊ້ຢູ່ພາຍໃນປະເທດເວັ້ນເສຍແຕ່ສິນ ຄ້າ,ເຄື່ອງຂອງນັ້ນຫາກຖືກຈັດເຂົ້າຢູ່ໃນລະບອບພາສີອື່ນ. ເມື່ອເຈົ້າໜ້າທີ່ພາສີປາຍທາງຢັ້ງຢືນວ່າຂໍ້ມູນທີ່ເຈົ້າໜ້າທີ່ ພາສີຕົ້ນທາງກໍານົດໄວ້ນັ້ນຖືກຕ້ອງແລະຄົບຖ້ວນແລ້ວສັນຍາທີ່ເຮັດໄວ້ ໃນໃບເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຄໍາປະກັນນັ້ນກໍຈະສິ້ນສຸດລົງ,ໃນກໍ ລະນີທີ່ມີການຄໍ້າປະກັນດ້ວຍເງິນ,ເງິນຄໍ້າປະກັນກໍຈະຕ້ອງສົ່ງຄືນແກ່ ເຈົ້າຂອງ. ຖ້າເຈົ້າຂອງສິນຄ້າ,ເຄື່ອງຂອງຫຼືຕົວແທນຫາກລະເມີດສັນ ຍາໂດຍບໍ່ມີເຫດຜົນຢັ້ງຢືນພຽງພໍກໍຈະຖືກດໍາເນີນຄະດີຕາມຂັ້ນຕອນທີ່ ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.


...ໝວດທີ2ລະບຽບການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານແດນ


....ມາດຕາສາມສິບສອງ:ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານດິນແດນຕ່າງປະເທດ

ມາດຕາສາມສິບສອງ:ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານດິນແດນຕ່າງ ປະເທດ ໃນກໍລະນີທີ່ຈໍາເປັນສິນຄ້າ,ເຄື່ອງຂອງທີ່ຜະລິດໄດ້ຢູ່ພາຍໃນ ປະເທດແລະສິນຄ້າ,ເຄື່ອງຂອງຊຶ່ງໄດ້ເສຍຄ່າພາສີແລະພັນທະອື່ນໆຕາມ ລະບຽບຫຼັກການແລ້ວອາດຈະເຄື່ອນຍ້າຍຈາກຈຸດໜຶ່ງໄປຫາຈຸດໜຶ່ງຂອງ ສປປລາວໂດຍອາໃສດິນແດນຂອງຕ່າງປະເທດກໍ່ໄດ້.ສິນຄ້າ,ເຄື່ອງຂອງ ດັ່ງກ່າວນັ້ນຈະໄດ້ຮັບການຍົກເວັ້ນຄ່າພາສີຂາອອກພ້ອມທັງຍົກເວັ້ນລະ ບຽບການຫ້າມອອກແລະຫ້າມເຂົ້າອີກດ້ວຍ. ການຂົນສົ່ງສິນຄ້າ,ເຄື່ອງຂອງດັ່ງກ່າວຕ້ອງມີໃບຂົນສົ່ງສິນ ຄ້າ,ເຄື່ອງຂອງຄໍາປະກັນຕິດຕາມໄປນໍາແລະປະຕິບັດຕາມເງື່ອນໄຂດັ່ງ ທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເອັດເທິງນີ້. ຖ້າສິນຄ້າ,ເຄື່ອງຂອງນັ້ນຫາກບໍ່ແມ່ນປະເພດຈໍາກັດຫຼືຫ້າມ ສົ່ງອອກຫຼືແມ່ນສິນຄ້າ,ເຄື່ອງຂອງຖືກຍົກເວັ້ນພາສີແລ້ວການຂົນສົ່ງນັ້ນ ຈະໃຊ້ໃບອະນຸຍາດເຄື່ອນຍ້າຍທໍາມະດາກໍ່ໄດ້ໂດຍບໍ່ມີການຄໍ້າປະກັນ.

....ມາດຕາສາມສິບສາມ:ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານດິນແດນສປປລາວ

ມາດຕາສາມສິບສາມ:ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານດິນແດນສປ ປລາວ ສິນຄ້າ,ເຄື່ອງຂອງທີ່ຖືກສົ່ງຈາກຕ່າງປະເທດຕາມລະບົບ ການຂົນສົ່ງຜ່ານແດນໂດຍຜ່ານສປປລາວໄປຍັງປະເທດທີສາມຕ້ອງມີ ໃບຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານແດນຄໍ້າປະກັນຊຶ່ງແມ່ນດ່ານພາສີຕົ້ນ ທາງອອກໃຫ້ຕິດຕາມໄປນໍາແລະປະຕິບັດຕາມເງື່ອນໄຂດຽວດັ່ງທີ່ໄດ້ ກໍານົດໄວ້ໃນມາດຕາສາມສິບເອັດເທິງນີ້.ສິນຄ້າ,ເຄື່ອງຂອງຜ່ານແດນ ຈະໄດ້ຮັບການງົດເກັບພາສີ.ເຈົ້າຂອງຫຼືຜູ້ຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານ ແດນນັ້ນຕ້ອງແຈ້ງໃບຂົນສົ່ງສິນຄ້າຜ່ານແດນຄໍ້າປະກັນຕໍ່ເຈົ້າໜ້າທີ່ພາ ສີຕາມເສັ້ນທາງທີ່ຕົນຜ່ານແລະດ່ານພາສີຢູ່ຊາຍແດນບ່ອນສົ່ງອອກເພື່ອ ຄວບຄຸມການຜ່ານ. ສັນຍາຄໍ້າປະກັນທີ່ເຮັດໄວ້ໃນໃບຂົນສົ່ງສິນຄ້າ,ເຄື່ອງຂອງ ຜ່ານແດນຄໍ້າປະກັນຈິສິ້ນສຸດລົງໄດ້ກໍ່ຕໍ່ເມື່ອໄດ້ມີການຢັ້ງຢືນຈາກເຈົ້າ ໜ້າທີ່ພາສີຊາຍແດນທີ່ປະຈໍາການຢູ່ຈຸດຜ່ານອອກຊາຍແດນວ່າສິນຄ້າ ,ເຄື່ອງຂອງນັ້ນໄດ້ອອກຈາກຊາຍແດນສປປລາວໄປແລ້ວ.ສັນຍາຄໍ້າ ປະກັນສະສິ້ນສຸດແຕ່ສະເພາະຈໍານວນແລະຊະນິດສິນຄ້າ,ເຄື່ອງຂອງທີ່ ໄດ້ອອກຈາກດິນແດນສປປລາວແລ້ວເທົ່ານັ້ນ.

...ໝວດທີ3ສາງສິນຄ້າ,ເຄື່ອງຂອງແລະລະບອບສາງ


....ມາດຕາສາມສິບສີ່:ສາງສິນຄ້າ,ເຄື່ອງຂອງ

ມາດຕາສາມສິບສີ່:ສາງສິນຄ້າ,ເຄື່ອງຂອງ ສາງສິນຄ້າ,ເຄື່ອງຂອງແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງ ຂອງຊົ່ວຄາວທີ່ຕັ້ງຢູ່ໃນອານາເຂດພາສີແລະຢູ່ພາຍໃຕ້ການຄວບຄຸມຂອງ ເຈົ້າໜ້າທີ່ພາສີເພື່ອລໍຖ້າແຈ້ງເສຍພາສີເປັນລາຍລະອຽດ.

....ມາດຕາສາມສິບຫ້າ:ລະບອບສາງ

ມາດຕາສາມສິບຫ້າ:ລະບອບສາງ ລະບອບສາງແມ່ນລະບຽບການນໍາເອົາສິນຄ້າ,ເຄື່ອງຂອງ ທີ່ມີຈຸດປະສົງເພື່ອສົ່ງອອກ-ນໍາເຂົ້າປະເພດເຂົ້າເກັບມ້ຽນໃນສາຍ ພາຍໃນກໍານົດເວລາອັນແນ່ນອນໂດຍງົດເກັບພາສີແລະຢູ່ພາຍໃຕ້ການ ກວດກາຂອງລັດຖະການພາສີເພື່ອລໍຖ້າປະຕິບັດຕາມລະບອບພາສີ. ສາງເກັບສິນຄ້າ,ເຄື່ອງຂອງທີ່ຈັດເຂົ້າເປັນລະບອບສາງມີ ສີ່ປະເພດຄື: ໜຶ່ງ:ສາງຈິງ.ແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງທົ່ວ ໄປທີ່ມີລັກສະນະປົກກະຕິຊຶ່ງບໍ່ກວມເອົາສິນຄ້າ,ເຄື່ອງຂອງທີ່ຖືກຈັດໄວ້ ໃນປະເພດສາງທີສອງ,ສາມແລະສີ່ຂອງມາດຕານີ້; ສອງ:ສາງພາງ.ແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງສໍາ ລັດຮ້ານຄ້າປອດພາສີຊຶ່ງມີສັນຍາຄໍ້າປະກັນວ່າຈະຂາຍສິນຄ້າ,ເຄື່ອງ ຂອງໃຫ້ແຕ່ຜູ້ທີ່ຈະອອກໄປຕ່າງປະເທດແລະຈໍາໜ່າຍຕາມລະບຽບການ ສະເພາະ; ສາມ:ສາງອຸດສາຫະກໍາແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງ ຂອງທີ່ຜູ້ປະກອບການສົ່ງອອກ-ນໍາເຂົ້າເປັນການຊົ່ວຄາວເພື່ອປະ ກອບ,ດັດແປງ,ປຸງແຕ່ງຫຼືສ້ອມແປງແລ້ວຈັດເຂົ້າຕາມລະບອບພາສີ; ສີ່:ສາງພະເສດແມ່ນບໍ່ເກັບມ້ວນສິນຄ້າ,ເຄື່ອງຂອງທີ່ມີລັດ ສະນະພິເສດຊຶ່ງໄດ້ແກ່: ກ.ສັດມີຊີວິດ; ຂ.ສິນຄ້າ,ເຄື່ອງຂອງປະເພດຈໍາກັດຫຼືຕົກຢູ່ໃນການຄວບຄຸມ ,ຄຸ້ມຄອງພິເສດ; ຄ.ສິນຄ້າ,ເຄື່ອງຂອງທີ່ມີຄວາມສ່ຽງສູງແລະເປັນອັນຕະ ລາຍຊຶ່ງບໍ່ເໝາະສົມເກັບມ້ຽນໄວ້ໃນປະເທດສາງອື່ນ.

ກະຊວງການເງິນເປັນຜູ້ອະນຸຍາດໃຫ້ສ້າງຕັ້ງລະບອບສາງ ,ກໍານົດລະບຽບການຕ່າງໆກ່ຽວກັບສະຖານທີ່ປຸກສ້າງສາງ,ການຈັດຕັ້ງ ,ການນໍາໃຊ້,ການຄວບຄຸມ,ການກໍານົດເວລາເກັບມ້ຽນສິນຄ້າ,ເຄື່ອງ ຂອງໄວ້ໃນແຕ່ລະລະບອບສາງ.


....ມາດຕາສາມສິບຫົກ:ລະບຽບການຄຸ້ມຄອງສາງ

ມາດຕາສາມສິບຫົກ:ລະບຽບການຄຸ້ມຄອງສາງ ສິນຄ້າ,ເຄື່ອງຂອງປະເພດຈໍາກັດທີ່ນໍາເຂົ້າມາຜ່ານສປປ ລາວອາດຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າໄວ້ໃນປະເພດສາງໃດໜຶ່ງທີ່ ກ່າວມາຂ້າງເທິງນີ້ກໍ່ໄດ້ແຕ່ຕ້ອງນໍາອອກນອກປະເທດຄືນພາຍໃນກໍາ ນົດເວລາອັນແນ່ນອນ. ເຈົ້າໜ້າທີ່ພາສີມີສິດກວດເບິ່ງບັນຊີ,ສິນຄ້າ,ເຄື່ອງຂອງທີ່ ຢູ່ໃນສາງປະເພດຕ່າງໆໄດ້ທຸກເວລາຕາມລະບຽບການຖ້າເຫັນວ່າມີ ຄວາມຈໍາເປັນ. ໃນກໍລະນີທີ່ເຈົ້າໜ້າທີ່ພາສີ່ໄດ້ພິສູດເຫັນວ່າສິນຄ້າ,ເຄື່ອງ ຂອງຢູ່ໃນສາງຫາກຂາດຫາຍຫຼືມີຈໍານວນບໍ່ຄົບຖ້ວນຕາມບັນຊີທີ່ໄດ້ແຈ້ງ ໄວ້ໃນເບື່ອງຕົ້ນ.ຜູ້ເປັນເຈົ້າຂອງສາງຕ້ອງຮັບຜິດຊອບຕໍ່ການເສຍຄ່າ ພາສີແລະພັນທະອື່ນໆຕາມອັດຕາທີ່ນໍາໃຊ້ໃນວັນກວດເຫັນການເສຍຫາຍ ນັ້ນພ້ອມທັງຮັບຜິດຊອບຕາມລະບຽບກົດໝາຍ,ຍົກເວັ້ນກໍລະນີເກີດເຫດ ສຸດວິໃສ. ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງທີ່ຖືກງົດເກັບພາສີອອກ ຈາກສາງນີ້ໄປຫາສາງອື່ນ,ໄປຫາດ່ານພາສີຫຼືສົ່ງອອກຄືນຕ້ອງມີໃບ ເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຄໍາປະກັນຕິດຕາມໄປນໍາຊຶ່ງອອກໃຫ້ໂດຍ ເຈົ້າໜ້າທີ່ພາສີ.

...ໝວດທີ4ລະບຽບການສົ່ງອອກ-ນໍາເຂົ້າຊົ່ວຄາວ


....ມາດຕາສາມສິບເຈັດ:ການສົ່ງອອກສິນຄ້າ,ເຄື່ອງຂອງຊົ່ວຄາວທົ່ວໄປ

ມາດຕາສາມສິບເຈັດ:ການສົ່ງອອກສິນຄ້າ,ເຄື່ອງຂອງຊົ່ວຄາວທົ່ວໄປ ການນໍາເອົາສິນຄ້າ,ເຄື່ອງຂອງອອກນອກປະເທດເປັນການ ຊົ່ວຄາວ,ໃນເວລານໍາກັບຄືນປະເທດຖ້າຫາກມີການດັດແປງ,ເສີມແຕ່ງ ຫຼືເພີ່ມເຕີມອຸປະກອນໃດໜຶ່ງຕ້ອງໄດ້ເສຍພາສີແລະພັນທະອື່ນໆຕາມລະ ບຽບການໂດຍຖືເອົາມູນຄ່າຂອງການດັດແປງ,ເສີມແຕ່ງຫຼືມູນຄ່າວັດຖຸ ສິ່ງຂອງຊື້ເພີ່ມເຂົ້າໃໝ່ນັ້ນເປັນພື້ນຖານໃນການຄິດໄລ່ຄ່າເສຍພາສີແລະ ພັນທະອື່ນໆ. ຜູທີ່ເດີນທາງອອກນອກປະເທດຊົ່ວຄາວຈະນໍາເອົາສິ່ງຂອງ ສ່ວນຕົວຊຶ່ງບໍ່ແມ່ນປະເພດຈໍາກັດຫຼືຫ້າມສົ່ງອອກໄປນໍາຊົ່ວຄາວກໍ່ໄດ້ໂດຍ ຈະໄດ້ຮັບການງົດເກັບພາສີແລະພັນທະອື່ນໆ. ໃນການນໍາເອົາສິ່ງຂອງສ່ວນຕົວອອກຊົ່ວຄາວ.ຜູ້ນໍາອອກ ຕ້ອງແຈ້ງສິ່ງຂອງສ່ວນຕົວນັ້ນລົງໃນແບບພິມທີ່ເຈົ້າໜ້າທີ່ພາສີໄດ້ກໍາ ນົດໄວ້.


....ມາດຕາສາມສິບແປດ:ການສົ່ງອອກຊົ່ວຄາວສິນຄ້າ,ເຄື່ອງຂອງປະເພດຈໍາກັດ

ມາດຕາສາມສິບແປດ:ການສົ່ງອອກຊົ່ວຄາວສິນຄ້າ,ເຄື່ອງຂອງປະເພດ ຈໍາກັດ ການນໍາເອົາສິນຄ້າ,ເຄື່ອງຂອງປະເພດຈໍາກັດອອກຈາກສ ປປລາວເປັນການຊົ່ວຄາວຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງ ຂອງລັດແລະມີສັນຍາຮັບປະກັນຈາກບຸກຄົນທີສາມວ່າຈະນໍາສິນຄ້າ,ເຄື່ອງ ຂອງນັ້ນກັບຄືນມາຕາມຈໍານວນແລະສະພາບເດີມ. ໃນກໍລະນີທີ່ບໍ່ນໍາເອົາສິນຄ້າ,ເຄື່ອງຂອງກັບຄືນປະເທດຕ້ອງ ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນສັນຍາຮັບປະກັນ.

....ມາດຕາສາມສິບເກົ້າ:ການນໍາເຂົ້າສິນຄ້າ,ເຄື່ອງຂອງຊົ່ວຄາວທົ່ວໄປ

ມາດຕາສາມສິບເກົ້າ:ການນໍາເຂົ້າສິນຄ້າ,ເຄື່ອງຂອງຊົ່ວຄາວທົ່ວໄປ ລະບຽບການນໍາເຂົ້າສິນຄ້າ,ເຄື່ອງຂອງເປັນການຊົ່ວຄາວ ຕ້ອງປະຕິບັດດັ່ງນີ້: ໜຶ່ງ:ສິນຄ້າ,ເຄື່ອງຂອງຈະຖືກຈັດເຂົ້າໃນລະບອບການນໍາ ເຂົ້າຊົ່ວຄາວໄດ້ກໍ່ຕໍ່ເມື່ອໃນເວລານໍາເຂົ້ານັ້ນໄດ້ລະບຸໄວ້ຢ່າງຈະແຈ້ງ ວ່າສິນຄ້າ,ເຄື່ອງຂອງນັ້ນຈະຖືກນໍາອອກຄືນຕາມນໍານວນເດີມແລະໃນ ເວລາທີ່ທາງການໄດ້ກໍານົດໄວ້ແຕ່ບໍ່ໃຫ້ເກີນສອງປີ;ໃນກໍລະນີທີ່ມີໂຄງ ການຍາວນານກໍ່ສາມາດຕໍ່ໄດ້ຄັ້ງລະສອງປີ,ແຕ່ສູງສຸດບໍ່ໃຫ້ເກີນກໍານົດ ເວລາສິ້ນສຸດໂຄງການ. ສອງ:ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວຕ້ອງໄດ້ຮັບການ ງົດເກັບພາສີໃນເວລານໍາເຂົ້າແລະຍົກເວັ້ນພາສີໃນເວລາສົ່ງອອກແຕ່ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີຈົນຮອດເວລາສົ່ງອອກ ຄືນ; ສາມ:ປະເພດສິນຄ້າ,ເຄື່ອງຂອງທີ່ຈັດເຂົ້າຢູ່ໃນລະບອບ ການນໍາເຂົ້າຊົ່ວຄາວລວມມີ: ກ.ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າມາເພື່ອຮັບໃຊ້ຈຸດປະສົງ ໃດໜຶ່ງເຊັ່ນ:ຮັບໃຊ້ນັກການທູດແລະອົງການຈັດຕັ້ງສາກົດນປະຈໍາສປ ປລາວ; ຂ.ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າມາເພື່ອຮັບໃຊ້ງານວາງສະ ແດງ,ການສຶກສາ,ການທົດລອງແລະນໍາອອກຄືນຕາມຈໍານວນແລະສະ ພາບເດີມ; ຄ.ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າມາເພື່ອປຸງແຕ່ງ,ປະກອບ ເປັນຜະລິດຕະພັນສໍາເລັດຮູບ,ເຄິ່ງສໍາເລັດຮູບ,ດັດແປງຫຼືສ້ອມແປງ ແລ້ວນໍາອອກຄືນ; ງ.ພາຫະນະຮັບໃຊ້ການຜະລິດທາງກົງ,ກົນຈັກໜັກ,ອຸປະ ກອນເຄື່ອງມືການຜະລິດ,ເຄື່ອງອະໄຫຼ່,ວັດສະດຸແລະອຸປະກອນອື່ນໆກ່ຽວ ຂ້ອງທີ່ນໍາເຂົ້າມາຮັບໃຊ້ໃນໂຄງການສະເພາະຫຼືການຜະລິດສະເພາະ ໃດໜຶ່ງເຊັ່ນ:ໂຄງການປະມູນສາກົນ,ບໍລິສັດຕ່າງປະເທດແລະໂຄງການ ຊ່ວຍເຫຼືອລ້າຂອງຕ່າງປະເທດ.ສໍາລັບການນໍາເຂົ້າພາຫະນະຮັບໃຊ້ ການຜະລິດທາງອ້ອມໂດຍສະເພາະລົດທີ່ມີບ່ອນນັ່ງແຕ່ສາມສິບບ່ອນນັ່ງ ລົງມາຕ້ອງເສຍພາສີແລະພັນທະອື່ນໆຕາມລະບຽບການໃນເວລານໍາ ເຂົ້າ,ເມື່ອສໍາເລັດກິດຈະການແລ້ວເຈົ້າຂອງພາຫະນະຕ້ອງນໍາອອກຄືນ ,ສ່ວນຄ່າພາສີແລະພັນທະອື່ນໆທີ່ໄດ້ຊໍາລະໃນເວລານໍາເຂົ້າກໍ່ຈະຖືກສົ່ງ ຄືນ; ຈ.ຖົງເປົ່າ,ຕູ້ບັນຈູສິນຄ້າເປົ່າ,ວັດຖຸຫຸ້ມຫໍ່ສໍາລັບສິນຄ້າສົ່ງ ອອກ; ສ.ຟີມຮູບເງົາທີ່ເຊົ່າມາ; ຊ.ສິນຄ້າ,ເຄື່ອງຂອງອື່ນໆຕາມລະບຽບກົດໝາຍ; ສີ່:ສິນຄ້ານໍາເຂົ້າຊົ່ວຄາວພາຍໃຕ້ລະບອບງົດເກັບພາສີ ຫ້າມໂອນ,ຂາຍຫຼືແລກປ່ຽນເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກພາກ ສ່ວນກ່ຽວຂ້ອງ.ຖ້າຫາກຂາຍ,ໂອນຫຼືແລກປ່ຽນຕ້ອງໄດ້ເສຍພາສີແລະ ພັນທະອື່ນໆຢ່າງຄົບຖ້ວນຕາມລະບຽບການ.ຖ້າຫາກຂາຍ,ໂອນຫຼືແລກ ປ່ຽນບໍ່ໄດ້ຮັບອະນຸຍາດຈະຕ້ອງໄດ້ປະຕິບັດຕາມມາດການທີ່ໄດ້ກໍານົດ ໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້; ຫ້າ:ສິ່ງເສດເຫຼືອຈາກການປຸງແຕ່ງ,ຈາກການດັດແປງຫຼື ຜະລິດຕະພັນສໍາເລັດຮູບ,ເຄິ່ງສໍາເລັດຮູບທີ່ມີຄຸນນະພາບບໍ່ສອດຄ່ອງກັບ ເງື່ອນໄຂສົ່ງອອກຄືນໄດ້ນັ້ນຖ້າຈະເອົາໄປນໍາໃຊ້ຫຼືເອົາໄປຈໍາໜ່າຍ ພາຍໃນປະເທດຈະຕ້ອງໄດ້ເສຍພາສີແລະພັນທະອື່ນໆຢ່າງຄົບຖ້ວນຕາມ ລະບຽບການ; ຫົກ:ຜູ້ເດີນທາງເຂົ້າມາຊົ່ວຄາວໃນສປປລາວທີ່ມີສິ່ງຂອງ ສ່ວນຕົວຕິດຕົວມານໍາຊຶ່ງເໝາະສົມໃນການນໍາໃຊ້ໃນໄລຍະອາໄສຢູ່ ລາວແລະບໍ່ແມ່ນປະເພດຈໍາກັດຫຼືຕ້ອງຫ້າມນັ້ນຈະໄດ້ຮັບການງົດເກັບ ພາສີແລະພັນທະອື່ນໆແຕ່ຕ້ອງນໍາເອົາສິ່ງຂອງເຫຼົ່ານັ້ນອອກຄືນໃນກໍາ ນົດເວລາທີ່ໄດ້ຮັບອະນຸຍາດໃຫ້ຢູ່ສປປລາວໂດຍຕ້ອງມີໃບແຈ້ງພາສີຄໍ້າ ປະກັນ.

....ມາດຕາສີ່ສິບ:ການຄໍ້າປະກັນການນໍາເຂົ້າຊົ່ວຄາວ.

ມາດຕາສີ່ສິບ:ການຄໍ້າປະກັນການນໍາເຂົ້າຊົ່ວຄາວ. ໃນການນໍາເຂົ້າສິນຄ້າ,ເຄື່ອງຂອງຊົ່ວຄາວນັ້ນຜູ້ນໍາເຂົ້າ ຕ້ອງເຮັດສັນຍາຄໍາປະກັນນໍາລັດຖະການພາສີຊຶ່ງຕ້ອງກໍານົດຢ່າງຈະ ແຈ້ງວ່າສິນຄ້າ,ເຄື່ອງຂອງນັ້ນຈະນໍາອອກນອກປະເທດຄືນຕາມກໍານົດ ເວລາ,ຈໍານວນແລະສະພາບເດີມ;ສ່ວນການນໍາເຂົ້າພາຫະນະຮັບໃຊ້ ການຜະລິດທາງອ້ອມໂດຍສະເພາະລົດແຕ່ສາມສິບບ່ອນນັ່ງລົງມານອກ ຈາກຕ້ອງເຮັດສັນຍາຄໍ້າປະກັນແລ້ວຍັງຈະຕ້ອງໄດ້ເສຍພາສີແລະພັນ ທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວເກົ້າຂອງກົດໝາຍສະບັບ ນີ້.

..ພາກທີ5ສິນຄ້າ,ເຄື່ອງຂອງທີ່ຢູ່ພາຍໃຕ້ການຄວບຄຸມສະເພາະ


...ມາດຕາສີ່ສິບເອັດ:ເງື່ອນໄຂໃນການຄວບຄຸມສະເພາະ

ມາດຕາສີ່ສິບເອັດ:ເງື່ອນໄຂໃນການຄວບຄຸມສະເພາະ ສິນຄ້າ,ເຄື່ອງຂອງທີ່ຕົກຢູ່ໃນການຄວບຄຸມສະເພາະຂອງພາ ສີມີຄື: ໜຶ່ງ:ສິນຄ້າ,ເຄື່ອງຂອງທີ່ບໍ່ໄດ້ໄປແຈ້ງພາສີເປັນລາຍລະ ອຽດຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເກົ້າຂອງກົດໝາຍສະບັບນີ້; ສອງ:ສິນຄ້າ,ເຄື່ອງຂອງທີ່ຄ້າງສາງດ້ວຍເຫດຜົນອື່ນ. ສິນຄ້າ,ເຄື່ອງຂອງທີ່ກ່າວຂ້າງເທິງນີ້ເຈົ້າໜ້າທີ່ພາສີຕ້ອງ ໄດ້ຈົດເຂົ້າປຶ້ມບັນທຶກສະເພາະຂອງພາສີ. ຖ້າວ່າສິນຄ້າ,ເຄື່ອງຂອງນັ້ນຫາກບໍ່ມີມູນຄ່າຊື້ຂາຍໄດ້ລັດຖະ ການພາສີຈະທໍາລາຍຖິ້ມຕາມລະບຽບການກໍ່ໄດ້. ສໍາລັບສິນຄ້າ,ເຄື່ອງຂອງທີ່ຕົກຢູ່ໃນການຄວບຄຸມສະເພາະ ຂອງພາສີຊຶ່ງເສື່ອມຄຸນນະພາບເສຍຄຸນໄວ,ມີຄວາມຫຍູ້ງຍາກຫຼືບໍ່ເໝາະ ສົມໃນການເກັບມ້ຽນໄວໃນສາງ,ລັດຖະການພາສີຈະນໍາອອກປະມູນຂາຍ ທົ່ວໄປຕາມລະບຽບການໂດຍທັນທີກໍ່ໄດ້ແລ້ວຫັກຄ່າສິ້ນເປືອງຕ່າງໆ,ຄ່າ ພາສີແລະພັນທະອື່ນໆດຄ່າປັບໃໝອອກຕາມກົດໝາຍສະບັບນີ້,ສ່ວນເງິນ ທີ່ເຫຼືອນັ້ນລັດຖະການພາສີຈະຮັກສາໄວ້ລໍຖ້າເຈົ້າຂອງສິນຄ້າ,ເຄື່ອງຂອງ ໃນກໍານົດເວລາທີ່ເດືອນນັບແຕ່ວັນໄດ້ຈັດບັນທຶກສະເພາະຂອງພາສີເປັນ ຕົ້ນໄປ. ຄ່າຝາກສາງແລະຄ່າອື່ນໆ,ທຸກການເສຍຄຸນຫຼືເສື່ອມມູນຄ່າ ແມ່ນຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງສິນຄ້າ,ເຄື່ອງຂອງນັ້ນ.

...ມາດຕາສີ່ສິບສອງ:ເງື່ອນໄຂສິ້ນສຸດການຄວບຄຸມສະເພາະ

ມາດຕາສີ່ສິບສອງ:ເງື່ອນໄຂສິ້ນສຸດການຄວບຄຸມສະເພາະ ເຈົ້າຂອງສິນຄ້າ,ເຄື່ອງຂອງມີສິດຮ້ອງຂໍເອົາສິນຄ້າ,ເຄື່ອງ ຂອງ,ຈໍານວນເງິນຄືນຈາກການຄວບຄຸມສະເພາະຂອງພາສີພາຍໃນກໍາ ນົດເວລາສີ່ເດືອນນັບແຕ່ວັນໄດ້ຈັດສິນຄ້າ,ເຄື່ອງຂອງໄວ້ໃນປຶ້ມບັນທຶກສະ ເພາະຂອງພາສີເປັນຕົ້ນໄປແຕ່ຕ້ອງ: ໜຶ່ງ:ຊໍາລະຄ່າປັບໃໝສູນຈຸດສູນໜຶ່ງເປີເຊັນຂອງມູນຄ່າສິນ ຄ້າ,ເຄື່ອງຂອງໂດຍຄິດໄລ່ເປັນແຕ່ລະວັນນັບແຕ່ວັນທີ່ໄດ້ຈົດເຂົ້າປຶ້ມບັນ ທຶກສະເພາະຂອງພາສີບໍ່ນັບວັນພັກລັດຖະການ; ສອງ:ຊໍາລະຄ່າພາສີແລະພັນທະອື່ນໆທີ່ຕ້ອງຈ່າຍໃນກໍລະນີທີ່ ຜູ້ເປັນເຈົ້າຂອງມີຈຸດປະສົງຢາກແຈ້ງສິນຄ້າ,ເຄື່ອງຂອງເພື່ອການຊົມໃຊ້ ພາຍໃນ; ສາມ:ປະກອບໃບແຈ້ງພາສີເປັນລາຍລະອຽດໃຫ້ຖືກຕ້ອງ ແລະຄົບຖ້ວນໃນກໍລະນີທີ່ຜູ້ເປັນເຈົ້າຂອງມີຈຸດປະສົງຢາກນໍາອອກຄືນ ໄປຕ່າງປະເທດ,ນໍາເຂົ້າລະບອບສາງຫຼືນໍາເຂົ້າເຂດປອດພາສີ. ສິນຄ້າ,ເຄື່ອງຂອງ,ຈໍານວນເງິນທີ່ຕົກຢູ່ໃນການຄວບຄຸມສະ ເພາະຂອງພາສີເກີນກໍານົດເວລາສີ່ເດືອນພາຍຫຼັງທີ່ລັດຖະການພາສີໄດ້ ອອກປະກາດຫຼືແຈ້ງການໄປແລ້ວຖ້າບໍ່ມີເຈົ້າຂອງມາທວງທາວເອົານັ້ນ ກໍຈະຕົກເປັນຂອງລັດ.

..ພາກທີ6ການຍົກເວັ້ນພາສີແລະພັນທະອື່ນໆ


...ມາດຕາສີ່ສິບສາມ:ການຍົກເວັ້ນພາສີແລະພັນທະອື່ນໆ.

ມາດຕາສີ່ສິບສາມ:ການຍົກເວັ້ນພາສີແລະພັນທະອື່ນໆ. ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າຊຶ່ງຈະໄດ້ຮັບການຍົກເວັ້ນພາ ສີມີຄື: ໜຶ່ງ:ສະບຽບອາຫານບາງຊະນິດຂອງຜູ້ເດີນທາງ; ສອງ:ເຄື່ອງຮັບໃຊ້ຄອບຄົວບາງປະເພດໃນເວລາຍົກຍ້າຍ ບ່ອນຢູ່; ສາມ:ວັດຖຸສິ່ງຂອງບາງຊະນິດທີ່ໄດ້ມາຈາກການສືບທອດ ມູນມໍລະດົກ; ສີ່:ເຄື່ອງຂອງຕິດຕົວແລະຂອງຂວັນຂອງຄະນະຜູ້ແທນທີ່ໄປ ເຄື່ອນໄຫວວຽກງານຢູ່ຕ່າງປະເທດ; ຫ້າ:ເຄື່ອງຂອງສ່ວນຕົວບາງຊະນີິດແລະບາງຈໍານວນ (ນອກຈາກພາຫະນະທີ່ຂັບເຄື່ອນດ້ວຍແຮງຈັກ)ຂອງນັກຮຽນ,ນັກສຶກ ສາ,ລັດຖະກອນແລະນັກການທູດລາວທີ່ນໍາເຂົ້າມາພາຍຫຼັງສິ້ນສຸດ ການສຶກສາ,ການຝຶກອົບຮົມຫຼືການເຄື່ອນໄຫວວຽກງານທາງລັດຖະ ການຢູ່ຕ່າງປະເທດແຕ່ສາມເດືອນຂຶ້ນໄປແລະເປັນສິນຄ້າ,ເຄື່ອງຂອງ ທີ່ບໍ່ມີລັດສະນະທາງການຄ້າ; ຫົກ:ເຄື່ອງຮັບໃຊ້ອັນຈໍາເປັນແກ່ການສຶກສາແລະວັດຖຸອຸປະ ກອນນໍາເຂົ້າເພື່ອທົດລອງທີ່ບໍ່ມີລັກສະນະທາງການຄ້າ; ເຈັດ:ວັດຖຸອຸປະກອນທີ່ຮັບໃຊ້ໃຫ້ແກ່ການຄົ້ນຄວ້າວິທະຍາ ສາດ; ແປດ:ນໍ້າມັນເຊື່ອໄຟຄ້າງຖັງສະເພາະຂອງພາຫະນະທີ່ເດີນ ດ້ວຍແຮງຈັກ; ເກົ້າ:ນໍາມັນເຊື້ອໄຟທີ່ຮັບໃຊ້ການບິນລະຫວ່າງຊາດຂອງ ເຮືອບິນລາວແລະເຮືອບິນຕ່າງປະເທດບົນພື້ນຖານການຕົກລົງຫຼືຕອບ ແທນຊຶ່ງກັນແລະກັນ; ສິບ:ເຄື່ອງຂອງຕົວຢ່າງທີ່ບໍ່ມີມູນຄ່າທາງການຄ້າ; ສິບເອັດ:ຂອງຂວັນ,ເຄື່ອງຊ່ວຍເຫຼືອຫຼືກູ້ຢືມຈາກຕ່າງປະ ເທດລວມທັງການຊໍາລະໜີ້ສິນຂອງລັດຖະບານຕໍ່ຕ່າງປະເທດ; ສິບສອງ:ເຄື່ອງຊ່ວຍເຫຼືອເພື່ອມະນຸດສະທໍາ; ສິບສາມ:ເຄື່ອງຮັບໃຊ້ວິຊາສະເພາະການປ້ອງກັນຊາດ ,ປ້ອງກັນຄວາມສະຫງົບ; ສິບສີ່:ເຄື່ອງໃຊ້ອັນຈໍາເປັນບາງຊະນິດທາງສາດສະໜາບົນ ພື້ນຖານການອະນຸມັດຂອງອົງການລັດທີ່ກ່ຽວຂ້ອງ. ລັດຖະບານເປັນຜູ້ກໍານົດລະອຽດກ່ຽວກັບສິນຄ້າ,ເຄື່ອງ ຂອງທີ່ຈະຍົກເວັ້ນພາສີ;ໃນກໍລະນີທີ່ຈໍາເປັນກໍ່ສາມາດອອກຂໍ້ກໍານົດລາຍ ການສິນຄ້າ,ເຄື່ອງຂອງຍົກເວັ້ນພາສີເພີ່ມເຕີມກໍ່ໄດ້.


...ມາດຕາສີ່ສິບສາມ:ການຍົກເວັ້ນພາສີແລະພັນທະອື່ນໆ.

ມາດຕາສີ່ສິບສີ່:ການຍົກເວັ້ນແລະຫຼຸດຜ່ານພາສີເພື່ອສົ່ງເສີມການລົງທຶນ ທຸກການນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນຈະໄດ້ ຖືກປະຕິບັດຕາມເງື່ອນໄຂບຸລິມະສິດທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນພາຍໃນແລະການລົງທຶນຕ່າງປະເທດເທົ່ານັ້ນ.

...ມາດຕາສີ່ສິບຫ້າ:ການຍົກເວັ້ນພາສີທາງການທູດແລະອົງການຈັດຕັ້ງສາກົນ.

ມາດຕາສີ່ສິບຫ້າ:ການຍົກເວັ້ນພາສີທາງການທູດແລະອົງການຈັດຕັ້ງ ສາກົນ. ສິນຄ້າ,ເຄື່ອງຂອງທີ່ຈະໄດ້ຮັບການຍົກເວັ້ນພາສີຫຼືງົດເກັບ ພາສີແລະພັນທະອື່ນໆບົນພື້ນຖານການຕອບແທນຊຶ່ງກັນແລະກັນມີດັ່ງນີ້: ໜຶ່ງ:ເຄື່ອງໃຊ້ສ່ວນຕົວຂອງນັກການທູດຕ່າງປະເທດແລະ ຂອງພະນັກງານອົງການຈັດຕັ້ງສາກົນທີ່ໄດ້ຮັບອະພິສິດທາງການທູດ; ສອງ:ເຄື່ອງຮັບໃຊ້ຂອງບັນດາສະຖານທູດແລະຂອງອົງ ການຈັດຕັ້ງສາກົນປະຈໍາສປປລາວບົນພື້ນຖານການອະນຸມັດຂອງກະ ຊວງການຕ່າງປະເທດແຫ່ງສປປລາວ; ສາມ:ເຄື່ອງຂອງຕິດຕາມຄະນະຜູ້ແທນຂັ້ນສູງຈາກຕ່າງປະ ເທດ. ສໍາລັບເຄື່ອງຂອງຂອງອົງການຈັດຕັ້ງລັດຖະບານຕ່າງປະ ເທດ,ອົງການຈັດຕັ້ງສາກົດຫຼືອົງການທີ່ບໍ່ສັງກັດລັດຖະບານຕ່າງປະເທດ ໃຫ້ປະຕິບັດຕາມສັນຍາທີ່ໄດ້ເຊັນກັນລະຫວ່າງລັດຖະບານແຫ່ງສປປ ລາວກັບອົງການຈັດຕັ້ງທີ່ກ່ຽວຂ້ອງ. ໃນກໍລະນີທີ່ມີຂໍ້ມູນຢ່າງໜັກແໜ້ນ,ເຈົ້າໜ້າທີ່ພາສີຈະທໍາ ການກວດຄົ້ນສິນຄ້າ,ເຄື່ອງຂອງນັ້ນກໍ່ໄດ້ແຕ່ຕ້ອງດໍາເີນໂດຍຊ້ອງໜ້າ ເຈົ້າຂອງສິນຄ້າ,ເຄື່ອງຂອງຫຼືຜູ້ຕາງໜ້າທີ່ໄດ້ຮັບມອບສັນທະ,ຜູ້ຕາງ ໜ້າກະຊວງການຕ່າງປະເທດແລະຜູ້ຕາງໜ້າທີ່ກ່ຽວຂ້ອງຂອງລັດ. ໃນກໍລະນີທີ່ມີຂໍ້ມູນເຊື່ອຖືໄດ້ແລະຖ້າສາມາດຢັ້ງຢືນໄດ້ຢ່າງ ໜັກແໜ້ນວ່າຖົງເມການທູດນັ້ນບັນຈຸສິ່ງຂອງທີ່ຕ້ອງຫ້າມຫຼືຈໍາກັດການ ນໍາເຂົ້າເຈົ້າໜ້າທີ່ພາສີຕ້ອງເຮັດບົບບັນທຶກສົ່ງຖົງເມອອກຄືນໂດຍສົມ ທົບຜູ້ຕາງໜ້າຂອງກະຊວງການຕ່າງປະເທດແລະພະນັກງານສະຖານ ທູດທີ່ກ່ຽວຂ້ອງ. ລັດຖະບານເປັນຜູ້ອອກລະບຽບການກ່ຽວກັບປະເພດ,ຊະນິດ ແລະຈໍານວນສິນຄ້າ,ເຄື່ອງຂອງທີ່ຍົກເວັ້ນຫຼືງົດເກັບພາສີແລະພັນທະອື່ນ ໆ.


..ພາກທີ7ພາສີກັບເຂດເສດຖະກິດພິເສດ,ເຂດເສດຖະກິດສພເພາະແລະເຂດປອດພາສີ


...ມາດຕາສີ່ສິບຫົກ:ລະບຽບພາສີກ່ຽວກັບເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສີ່ສິບຫົກ:ລະບຽບພາສີກ່ຽວກັບເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະ ສິນຄ້າ,ເຄື່ອງຂອງຢູ່ໃນເຂດເສດຖະກິດພິເສດຈະຖືກງົດເກັບ ພາສີແລະບໍ່ຢູ່ພາຍໃຕ້ການຄວບຄຸມຢ່າງເປັນປົກກະຕິຂອງເຈົ້າໜ້າທີ່ພາ ສີ. ສິນຄ້າ,ເຄື່ອງຂອງຢູ່ໃນເຂດເສດຖະກິດສະເພາະແມ່ນປະຕິ ບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ສິນຄ້າ,ເຄື່ອງຂອງທີ່ມີຈຸດປະສົງນໍາອອກຈາກເຂດເສດຖະ ກິດພິເສດແລະເຂດເສດຖະກິດສະເພາະເພື່ອມາຊົມໃຊ້ພາຍໃນປະເທດ ຕ້ອງປະຕິບັດຕາມລະບຽບການທີ່ກໍານົດໄວ້ໃນມາດຕາເຈັດຂອງກົດໝາຍ ສະບັບນີ້.

...ມາດຕາສີ່ສິບເຈັດ:ເຂດແລະຮ້ານຄ້າປອດພາສີ

ມາດຕາສີ່ສິບເຈັດ:ເຂດແລະຮ້ານຄ້າປອດພາສີ ສິນຄ້າ,ເຄື່ອງຂອງທີ່ຈໍາໜ່າຍຢູ່ໃນເຂດປອດພາສີຈະຖືກງົດ ເກັບພາສີແລະບໍ່ຢູ່ພາຍໃຕ້ການຄວບຄຸມຢ່າງປົກກະຕິຂອງເຈົ້າໜ້າທີ່ພາ ສີ. ສິນຄ້າ,ເຄື່ອງຂອງທີ່ຈໍາໜ່າຍຢູ່ໃນຮ້ານຄ້າປອດພາສີຈະຖືກ ງົດເກັບພາສີແລະຢູ່ພາຍໃຕ້ການຄວບຄຸມຢ່າງປົກກະຕິຂອງເຈົ້າໜ້າທີ່ພາ ສີ. ສິນຄ້າ,ເຄື່ອງຂອງທີ່ນໍາອອກຈາກເຂດແລະຮ້ານຄ້າປອດພາ ສີເພື່ອມາຊົມໃຊ້ພາຍໃນປະເທດທີ່ມີຈໍານວນເກີນກວ່າລະບຽບການໄດ້ກໍາ ນົດໄວ້ຈະໄດ້ເສຍພາສີແລະພັນທະອື່ນໆຕາມລະບຽບການທົ່ວໄປ. ກະຊວງການເງິນເປັນຜູ້ອອກລະບຽບການສະເພາະກ່ຽວກັບ ການຄຸ້ມຄອງເຂດແລະຮ້ານຄ້າປອດພາສີ.


..ພາກທີ8ການໃຊ້ເຮືອຂົນສົ່ງຜູ້ໂດຍສານຫຼືຂົນສົ່ງສິນຄ້າ,ເຄື່ອງຂອງຕາມລໍາແມ່ນ


...ມາດຕາສີ່ສິບແປດ:ການຂຶ້ນບັນຊີເຮືອຕາມແມ່ນໍ້ຊາຍແດນ

ມາດຕາສີ່ສິບແປດ:ການຂຶ້ນບັນຊີເຮືອຕາມແມ່ນໍ້ຊາຍແດນ ເຮື່ອຕ່າງໆທີ່ເຈົ້າຂອງຕັ້ງພູມລໍາເນົາຢູ່ສປປລາວເພື່ອດໍາ ເນີນທຸລະກິດໂດຍສານຫຼືຂົນສົ່ງສິນຄ້າ,ເຄື່ອງຂອງຕາມລໍາແມ່ນໍ້າຊາຍ ແດນຕ້ອງຂຶ້ນບັນຊີໃຫ້ຖືກຕ້ອງຕາມລະບຽບກົດໝາຍຢູ່ດ່ານພາສີບ່ອນທີ່ ເຈົ້າຂອງເຮືອສັງກັດຢູ່.

...ມາດຕາສີ່ສິບເກົ້າ:ລະບຽບພາສີກ່ຽວກັບການຂົນສົ່ງຕາມແມ່ນໍ້າຊາຍແດນ

ມາດຕາສີ່ສິບເກົ້າ:ລະບຽບພາສີກ່ຽວກັບການຂົນສົ່ງຕາມແມ່ນໍ້າຊາຍ ແດນ ກ່ອນຈະຂົນສິນຄ້າ,ເຄື່ອງຂອງອອກຫຼືເຂົ້າເຮືອນັ້ນເຮືອທີ່ຂົນ ສົ່ງສິນຄ້າ,ເຄື່ອງຂອງຕາມລໍາແມ່ນໍາຊາຍແດນຕ້ອງເຂົ້າຈອດຢູ່ທ່າບ່ອນ ທີ່ມີດ່ານພາສີຫຼືປ້ອມພາສີຕັ້ງຢູ່ເວັ້ນເສຍແຕ່ມີເຫດສຸກເສີນ.ໃນກໍລະນີດັ່ງ ກ່າວເຈົ້າຂອງເຮືອຕ້ອງເອົາປຶ້ມທະບຽນເຮືອ,ໃບຂົນສົ່ງສິນຄ້າ,ເຄື່ອງ ຂອງທາງນໍ້າແຈ້ງຕໍ່ເຈົ້າໜ້າທີ່ພາສີເພື່ອກວດກາ.ໃນເວລາເດີນທາງຫຼື ພາຍຫຼັງເຂົ້າທຽບທ່າຫຼືຖ້າຫາກມີການກວດຄົ້ນເຮືອຕາມເສັ້ນທາງເດີນ ເຮືອເຈົ້າຂອງເຮືອຕ້ອງເອົາປຶ້ມທະບຽນເຮືອແລະໃບຂົນສົ່ງສິນຄ້າ,ເຄື່ອງ ຂອງທາງນໍ້າແຈ້ງຕໍ່ເຈົ້າໜ້າທີ່ພາສີເພື່ອກວດກາເຖິງວ່າເຮືອນັ້ນຈະບັນ ທຸກສິນຄ້າ,ເຄື່ອງຂອງ,ຜູ້ໂດຍສານຫຼືບໍ່ກໍ່ຕາມ. ໃນກໍລະນີທີ່ມີການຊື້ຂາຍ,ໂອນ,ປ່ຽນແປງລັດສະນະຂອງ ເຮືອຫຼືຢຸດເຊົາການເດີນເຮືອເຈົ້າຂອງເຮືອຕ້ອງແຈ້ງໃຫ້ລັດຖະການພາ ສີແລະອົງການທີ່ກ່ຽວຂ້ອງບ່ອນທີ່ເຮືອໄດ້ຂຶ້ນທະບຽນນັ້ນຊາບພາຍໃນກໍາ ນົດເວລາຊາວວັນນັບແຕ່ວັນຂາຍ,ໂອນ,ຢຸດເຊົາການເດີນເຮືອຫຼືປ່ຽນ ແປງລັດສະນະຂອງເຮືອເປັນຕົ້ນໄປ.

..ພາກທີ9ການກະທໍາຜິດທາງພາສີ


...ໝວດທີ1ການຈັດແບ່ງການກະທໍາຜິດທາງພາສີ


....ມາດຕາຫ້າສິບ:ປະເພດການກະທໍາຜິດທາງພາສີ

ມາດຕາຫ້າສິບ:ປະເພດການກະທໍາຜິດທາງພາສີ ການກະທໍາຜິດທາງພາສີໄດ້ຈັດເປັນສອງປະເພດຄື:ການກະ ທໍາຜິດສະຖານເບົາແລະສະຖານໜັກ. ການກະທໍາຜິດສະຖານເບົາມີສາມລະດັບຄື: -ການກະທໍາຜິດສະຖານເບົາລະດັບທີໜຶ່ງ; -ການກະທໍາຜິດສະຖານເບົາລະດັບທີສອງ; -ການກະທໍາຜິດສະຖານເບົາລະດັບທີສາມ. ການກະທໍາຜິດສະຖານໜັກມີສາມລະດັບຄື: -ການກະທໍາຜິດສະຖານໜັກລະດັບທີໜຶ່ງ; -ການກະທໍາຜິດສະຖານໜັກລະດັບທີສອງ; -ການກະທໍາຜິດສະຖານໜັກລະດັບທີສາມ.

....ມາດຕາຫ້າສິບເອັດ:ການກະທໍາຜິດສະຖານເບົາລະດັບທີໜຶ່ງ

ມາດຕາຫ້າສິບເອັດ:ການກະທໍາຜິດສະຖານເບົາລະດັບທີໜຶ່ງ ການກະທໍາຜິດສະຖານເບົາລະດັບທີໜຶ່ງມີດັ່ງນີ້: ໜຶ່ງ:ການແຈ້ງຂໍ້ມູນເປັນລາຍລະອຽດບໍ່ຖືກຕ້ອງແລະບໍ່ຄົບ ຖ້ວນຕາມຕົວຈິງໂດຍເຈດຕະນາຊຶ່ງບໍ່ມີຜົນສະທ້ອນຕໍ່ຄ່າພາສີແລະພັນທະ ອື່ນໆ; ສອງ:ການຊຸກເຊື່ອງ,ຂັດຂືນບໍ່ຍອມມອບເອກະສານອັນຈໍາ ເປັນໃຫ້ແກ່ເຈົ້າໜ້າທີ່ພາສີຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບຫົກ ຂອງກົດໝາຍສະບັບນີ້; ສາມ:ການລົບກວນ,ສ້າງຄວາມຫຍຸ້ງຍາກຕໍ່ການປະຕິບັດ ໜ້າທີ່ຂອງເຈົ້າໜ້າທີ່ພາສີ; ສີ່:ການກະທໍາຜິດອື່ນໆຖ້າຫາກວ່າການກະທໍານັ້ນຫາກບໍ່ໄດ້ ຈັດເຂົ້າໃນລະດັບອື່ນ; ຫ້າ:ການແຈ້ງຊື່ຜູ້ຈັດສົ່ງສິນຄ້າ,ເຄື່ອງຂອງຢູ່ຕົ້ນທາງແລະ ຊື່ຂອງຜູ້ຮັບສິນຄ້າ,ເຄື່ອງຂອງຕົວຈິງຢູ່ປາຍທາງບໍ່ຖືກຕ້ອງໂດຍເຈດຕະ ນາຊຶ່ງບໍ່ມີຜົນສະທ້ອນຕໍ່ຄ່າພາສີແລະພັນທະອື່ນໆ; ຫົກ:ການນໍາເອົາສິນຄ້າ,ເຄື່ອງຂອງເຂົ້າຫຼືອອກສປປລາວບໍ່ ຖືກຕາມດ່ານທີ່ບົ່ງໄວ້ໃນໃບອະນຸຍາດ. ບຸກຄົນໃດທີ່ໄດ້ກະທໍາຜິດສະຖານເບົາລະດັບທີໜຶ່ງນີ້ຈະຖືກປັບ ໃໝແຕ່ແສນຫ້າສິບພັນກີບຫາຫ້າລ້ານກີບ.

....ມາດຕາຫ້າສິບສອງ:ການກະທໍາຜິດສະຖານເບົາລະດັບທີສອງ

ມາດຕາຫ້າສິບສອງ:ການກະທໍາຜິດສະຖານເບົາລະດັບທີສອງ ການກະທໍາຜິດສະຖານເບົາລະດັບທີສອງມີດັ່ງນີ້: ໜຶ່ງ:ການກະທໍາຜິດສະຖານເບົາລະດັບທີໜຶ່ງທີ່ໄດ້ລະເມີດ ເປັນຄັ້ງທີສອງ; ສອງ:ການແຈ້ງຂໍ້ມູນບໍ່ຖືກຕ້ອງໂດຍເຈດຕະນາຊຶ່ງມີຜົນ ສະທ້ອນຕໍ່ຄ່າພາສີແລະພັນທະອື່ນໆເຊັ່ນ:ລະຫັດສິນຄ້າ,ຕົ້ນກໍາເນີດສິນ ຄ້າ,ອັດຕາພາສີ-ອາກອນ,ມູນຄ່າແຈ້ງພາສີແລະຂໍ້ມູນອື່ນໆທີ່ມີຜົນສະ ທ້ອນຕໍ່ຄ່າພາສີແລະພັນທະອື່ນໆ. ສາມ:ການແຈ້ງຫີບຫໍ່ສິນຄ້າ,ເຄື່ອງຂອງບໍ່ຖືກຕາມຈໍານວນ ຕົວຈິງຫຼືການເອົາຫຼາຍຫົວໜ່ວຍ,ຫຼາຍຊະນິດສິນຄ້າໂຮມເຂົ້າກັນເປັນ ຫົວໜ່ວຍຫຼືຊະນິດດຽວແລ້ວນໍາມາແຈ້ງຕໍ່ເຈົ້າໜ້າທີ່ພາສີໂດຍມີເຈດຕະ ນາເພື່ອຫຼົບຫຼີກຄ່າພາສີແລະພັນທະອື່ນໆຕົວຈິງ; ສີ່:ການແຈ້ງຫີບຫໍ່ສິນຄ້າ,ເຄື່ອງຂອງທີ່ຢູ່ໃນລະບອບງົດເກັບ ,ຫຼຸດຜ່ອນແລະຍົກເວັ້ນພາສີບໍ່ຖືກຕາມຈໍານວນຕົວຈິງໂດຍເຈດຕະນາ; ຫ້າ:ການນໍາເຂົ້າສິນຄ້າ,ເຄື່ອງຂອງໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ; ຫົກ:ການຫຼຸດຫຼືເພີ່ມຈໍານວນສິນຄ້າ,ເຄື່ອງຂອງແລະການບໍ່ ແຈ້ງຈໍານວນສິນຄ້າ,ເຄື່ອງຂອງທີ່ຢູ່ໃນລະບອບສາງ; ເຈັດ:ການລະເມີດຕໍ່ລະບອບການນໍາເຂົ້າຫຼືການສົ່ງອອກສິນ ຄ້າ,ເຄື່ອງຂອງຊົ່ວຄາວ; ແປດ:ການແຈ້ງຊື່ຜູ້ຈັດສົ່ງສິນຄ້າ,ເຄື່ອງຂອງຢູ່ຕົ້ນທາງ ແລະຊື່ຂອງຜູ້ຮັບສິນຄ້າ,ເຄື່ອງຂອງຕົົວຈິງຢູ່ປາຍທາງບໍ່ຖືກຕ້ອງໂດຍ ເຈດຕະນາເພື່ອຫຼົບຫຼີກຄ່າພາສີແລະພັນທະອື່ນໆ. ເກົ້າ:ການແຈ້ງຂໍ້ມູນບໍ່ຖືກຕ້ອງເພື່ອຈຸດປະສົງຢາກໄດ້ນະ ໂຍບາຍຍົກເວັ້ນພາສີ; ສິບ:ການນໍາໃຊ້ພາຫະນະຫຼືສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າໃນ ລະບອບຊົ່ວຄາວ,ຍົກເວັ້ນຫຼືຫຼຸດຜ່ອນພາສີໂດຍບໍ່ຖືກຕ້ອງເປົ້າໝາຍຫຼືລະ ເມີດລະບອບການນໍາເຂົ້າຊົ່ວຄາວ. ບຸກຄົນຜູໃດທີ່ໄດ້ກະທໍາຜິດສະຖານເບົາລະດັບທີສອງນີ້ຈະຖື ວ່າເປັນຜູ້ຫຼົບຫຼີກເຊື່ອງອໍາແນ່ໃສ່ຫຼຸດຜ່ອນຫຼືຫຼີກລ້ຽງການເສຍຄ່າພາສີ ແລະພັນທະອື່ນໆແລະຈະຕ້ອງເສຍຄ່າພາສີແລະພັນທະອື່ນໆຕາມລະ ບຽບກົດໝາຍໃຫ້ຄົບຖ້ວນພ້ອມທັງຈະຖືກປັບໃໝໜຶ່ງເທົ່າຂອງຄ່າພາສີ ແລະພັນທະອື່ນໆທີ່ຖືກຫຼີກລ້ຽງເຊື່ອງອໍາ. ສິນຄ້າ,ເຄື່ອງຂອງພ້ອມທັງວັດຖຸສິ່ງຂອງທີ່ນໍາໃຊ້ເພື່ອປິດ ບັງແລະພາຫະນະທີ່ຮັບໃຊ້ການກະທໍາຜິດຊຶ່ງບໍ່ແມ່ນປະເພດຈໍາກັດທີ່ຖືກ ຢຶດໄວ້ນັ້ນຈະຖືກສົ່ງຄືນໃຫ້ເຈົ້າຂາງພາຍຫຼັງໄດ້ຊໍາລະຄ່າພາສີແລະພັນ ທະອື່ນໆແລະຄ່າປັບໃໝຢ່າງຄົບຖ້ວນແລ້ວ.


....ມາດຕາຫ້າສິບສາມ:ການກະທໍາຜິດສະຖານເບົາລະດັບທີສາມ.

ມາດຕາຫ້າສິບສາມ:ການກະທໍາຜິດສະຖານເບົາລະດັບທີສາມ. ການກະທໍາຜິດສະຖານເບົາລະດັບທີສາມມີດັ່ງນີ້: ໜຶ່ງ:ການກະທໍາຜິດລະດັບສອງທີ່ຖືກລະເມີດເປັນຄັ້ງທີສອງ; ສອງ:ການນໍາເອົາສິນຄ້າ,ເຄື່ອງຂອງທີ່ບໍ່ແມ່ນປະເພດຈໍາກັດ ອອກຫຼືເຂົ້າສປປລາວໂດຍມີເຈດຕະນາຫຼົບຫຼີກພາສີ. ສາມ:ການອໍາພາງປິດບັງສິນຄ້າ,ເຄື່ອງຂອງໂດຍນໍາໃຊ້ພາ ຫະນະຫຼືວັດຖຸສິ່ງຂອງເພື່ອຫຼົບຫຼີກພາສີ; ສີ່:ການກັກຕຸນ,ເກັບມ້ຽນຫຼືມີໄວ້ໃນຄອບຄອງສິນຄ້າ,ເຄື່ອງ ຂອງທີ່ບໍ່ແມ່ນປະເພດຈໍາກັດຫຼືຕ້ອງຫ້າມໂດຍບໍ່ໄດ້ຮັບອະນຸຍາດແລະບໍ່ມີ ເອກະສານຢັ້ງຢືນຢ່າງຖືກຕ້ອງຕາມກົດໝາຍທີ່ມີຈໍານວນເກີນຄວາມຕ້ອງ ການຊົມໃຊ້ຂອງຄອບຄົວຕາມລະບຽບການທີ່ໄດ້ກໍານົດໄວ້. ບຸກຄົນໃດໄດ້ກະທໍາຜິດສະຖານເບົາລະດັບທີສາມນີ້ຖືວ່າເປັນ ການຫຼົບຫຼີກພາສີແລະຕ້ອງເສຍຄ່າພາສີແລະພັນທະອື່ນໆຕາມລະບຽບກົດ ໝາຍໃຫ້ຄົບຖ້ວນພ້ອມທັງເສຍຄ່າປັບໃໝສອງເທົ່າຂອງຄ່າພາສີແລະພັນ ທະອື່ນໆທີ່ຖືກຫຼົບຫຼີກ;ຖ້າຫາກວ່າເປັນການກະທໍາຜິດລະດັບສາມຄັ້ງທີສອງ ຈະຖືກປັບໃໝສາມເທົ່າ. ສິນຄ້າ,ເຄື່ອງຂອງພ້ອມທັງວັດຖຸສິ່ງຂອງທີ່ນໍາໃຊ້ເພື່ອປິດບັງ ແລະພາຫະນະທີ່ຮັບໃຊ້ການກະທໍາຜິດຊຶ່ງບໍ່ແມ່ນປະເພດຈໍາກັດຫຼືຕ້ອງຫ້າມ ທີ່ຖືກຢຶດໄວ້ນັ້ນຈະຖືກສົ່ງຄືນແກ່ເຈົ້າຂອງພາຍຫຼັງໄດ້ຊໍາລະຄ່າພາສີແລະ ພັນທະອື່ນໆພ້ອມທັງຄ່າປັບຢ່າງຄົບຖ້ວນແລ້ວ. ....ມາດຕາຫ້າສິບສີ່:ການກະທໍາຜິດສະຖານໜັກລະດັບທີໜຶ່ງ

ມາດຕາຫ້າສິບສີ່:ການກະທໍາຜິດສະຖານໜັກລະດັບທີໜຶ່ງ ການກະທໍາຜິດສະຖານໜັກລະດັບທີໜຶ່ງແມ່ນການສົ່ງອອກ- ນໍາເຂົ້າ,ເຄື່ອນຍ້າຍຫຼືມີໄວ້ໃນການຄອບຄອງສິນຄ້າ,ເຄື່ອງຂອງປະເພດ ຈໍາກັດໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ. ບຸກຄົນໃດໄດ້ກະທໍາຜິດສະຖານໜັກລະດັບທີໜຶ່ງຄັ້ງທີໜຶ່ງຈະ ຖືກປັບໃໝໜຶ່ງເທົ່າຂອງຄ່າພາສີແລະພັນທະອື່ນໆ.ສ່ວນສິນຄ້າ,ເຄື່ອງ ຂອງທັງໝົດດັ່ງກ່າວຈະຕົກເປັນຂອງລັດ.

....ມາດຕາຫ້າສິບຫ້າ:ການກະທໍາຜິດສະຖານໜັກລະດັບທີສອງ

ມາດຕາຫ້າສິບຫ້າ:ການກະທໍາຜິດສະຖານໜັກລະດັບທີສອງ ການກະທໍາຜິດສະຖານໜັກລະດັບທີສອງແມ່ນການສົ່ງອອກ- ນໍາເຂົ້າ,ເຄື່ອນຍ້າຍຫຼືມີໄວ້ໃນຄອບຄອງສິນຄ້າ,ເຄື່ອງຂອງປະເພດຈໍາກັດ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຊຶ່ງລະເມີດເປັນຄັ້ງທີສອງ. ບຸກຄົນໃດໄດ້ກະທໍາຜິດສະຖານໜັກລະດັບທີສອງນີ້ລັດຖະການ ພາສີຈະຮ້ອງຟ້ອງຂຶ້ນສານແລະຈະຖືກປັບໃຢຶດສອງເທົ່າຂອງຄ່າພາສີແລະ ພັນທະອື່ນໆ.ສ່ວນສິນຄ້າ,ເຄື່ອງຂອງ,ວັດຖຸສິ່ງຂອງແລະພາຫະນະທີ່ຮັບໃຊ້ ການກະທໍາຜິດທັງໝົດຈະຕົກເປັນຂອງລັດ.

....ມາດຕາຫ້າສິບຫົກ:ການກະທໍາຜິດສະຖານໜັກລະດັບທີສາມ

ມາດຕາຫ້າສິບຫົກ:ການກະທໍາຜິດສະຖານໜັກລະດັບທີສາມ ການກະທໍາຜິດສະຖານໜັກລະດັບທີສາມແມ່ນການລັກລອບ ແລະຫຼົບຫຼີກເຊື່ອງອໍາການນໍາເຂົ້າຫຼືສົ່ງອອກ,ເຄື່ອນຍ້າຍຫຼືມີໄວ້ຄອບຄອງ ສິນຄ້າ,ເຄື່ອງຂອງປະເພດຈໍາກັດທີ່ລະເມີດເປັນຄັ້ງທີສາມ. ບຸກຄົນໃດໄດ້ກະທໍາຜິດສະຖານໜັກລະດັບທີສາມນີ້ລັດຖະການ ພາສີຈະຮ້ອງຟ້ອງຂຶ້ນສານແລະຈະຖືກປັບໃຢຶດສາມເທົ່າຂອງຄ່າພາສີແລະ ພັນທະອື່ນໆ.ສ່ວນສິນຄ້າ,ເຄື່ອງຂອງ,ວັດຖຸສິ່ງຂອງແລະພາຫະນະທີ່ຮັບໃຊ້ ໃນການກະທໍາຜິດທັງໝົດຈະຕົກເປັນຂອງລັດ.

....ມາດຕາຫ້າສິບເຈັດ:ການກະທໍາຜິດສໍາລັບສິນຄ້າປະເພດຕ້ອງຫ້າມ.

ມາດຕາຫ້າສິບເຈັດ:ການກະທໍາຜິດສໍາລັບສິນຄ້າປະເພດຕ້ອງຫ້າມ. ເມື່ອເຈົ້າໜ້າທີ່ພາສີຫາກກວດພົບເຫັນສິນຄ້າ,ເຄື່ອງຂອງທີ່ ຜິດກົດຢຶດາຍຊຶ່ງມີລັກຊະນະອາຍາທົ່ວໄປເຊັ່ນ:ອາວຸດເສິກ,ຢາຝິ່ນ,ເຮໂລ ອິນ,ຢາບ້າຫຼືຢາເສບຕິດອື່ນໆໃຫ້ເຈົ້າໜ້າທີ່ພາສີດໍາເນີນການສືບສວນ- ສອບສວນໃນເບື້ອງຕົ້ນແລະສົ່ງສໍານວນພ້ອມດ້ວຍຜູ້ຖືກຫາແລະຂອງກາງ ໃຫ້ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນແລະປະກອບສໍານວນຄະດີ ສົ່ງໃຫ້ໄອຍະການເພື່ອສັ່ງຟ້ອງຂຶ້ນສານ.


...ໝວດທີ2ຄວາມຮັບຜິດຊອບໃນການກະທໍາຜິດທາງພາສີ


....ມາດຕາຫ້າສິບແປດ:ການຄອບຄອງສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງ

ມາດຕາຫ້າສິບແປດ:ການຄອບຄອງສິນຄ້າ,ເຄື່ອງຂອງແລະພາຫະນະ ຂົນສົ່ງ ບຸກຄົນໃດຫາກມີສິນຄ້າ,ເຄື່ອງຂອງທີ່ຜິດກົດຢຶດາຍຫຼືມີພາຫະ ນະຂົນສົ່ງຊຶ່ງບັນຈຸສິນຄ້າ,ເຄື່ອງຂອງດັ່ງກ່າວຢູ່ໃນການຄອບຄອງຂອງ ຕົນຈະຖືວ່າເປັນຜູ້ຮັບຜິດຊອບຕໍ່ສິນຄ້າ,ສິ່ງຂອງແລະພາຫະນະເຫຼົ່ານັ້ນ. ຜູ້ຂັບພາຫະນະຂົນສົ່ງທຸກປະເພດຈະມີຄວາມຮັບຜິດຊອບທາງ ພາສີແລະທາງອາຍາກໍຕໍ່ເມື່ອການລະເມີດກົດຢຶດາຍວ່າດ້ວຍພາສີນັ້ນ ເກີດຈາກການກະທໍາຂອງຜູ້ກ່ຽວເອງ.


....ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບໃນການແຈ້ງພາສີ

ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບໃນການແຈ້ງພາສີ ຜູ້ທີ່ໄດ້ສັນຍາກັບເຈົ້າໜ້າທີ່ພາສີຕ້ອງປະຕິບັດເນື້ອໃນສັນຍາ ດັ່ງກ່າວນັ້ນຢ່າງເຂັ້ມງວດ. ຜູ້ແຈ້ງພາສີຕ້ອງຮັບຜິດຊອບຕໍ່ຄວາມຜິດໃນການແຈ້ງສິນ ຄ້າ,ເຄື່ອງຂອງຕໍ່ເຈົ້າໜ້າທີ່ພາສີ. ໃນກໍລະນີທີ່ມີການປອມແປງໃບແຈ້ງພາສີຫຼືເອກະສານທີ່ ກ່ຽວຂ້ອງໂດຍມີເຈດຕະນາຫຼີກລ້ຽງຄ່າພາສີແລະພັນທະອື່ນໆຈະຖືກຢຶດ ສິນຄ້າ,ເຄື່ອງຂອງເພື່ອດໍາເນີນຄິດີຕາມລະບຽບກົດຢຶດາຍ. ຜູ້ບໍລິການແຈ້ງພາສີຕ້ອງຮັບຜິດຊອບຕໍ່ການດໍາເນີນທຸລະກິດ ບໍລິການແຈ້ງພາສີຂອງຕົນແລະໃນກໍລະນີເກີດມີຄວາມຜິດໃນການປະຕິ ບັດໜ້າທີ່ຂອງຕົນຜູ້ກ່ຽວຕ້ອງຮັບຜິດຊອບທາງແພ່ງຫຼືທາງອາຍາແລ້ວ ແຕ່ກໍລະນີຂອງການກະທໍາຜິດ.

....ມາດຕາຫົກສິບ:ຄວາມຮັບຜິດຊອບທາງແພ່ງແລະອາຍາ

ມາດຕາຫົກສິບ:ຄວາມຮັບຜິດຊອບທາງແພ່ງແລະອາຍາ ເຈົ້າຂອງສິນຄ້າ,ເຄື່ອງຂອງຕ້ອງຮັບຜິດຊອບທາງແພ່ງ ຕາງບຸກຄົນທີ່ປະຕິບັດວຽກງານຕາມຄໍາສັ່ງຂອງຕົນກ່ຽວກັບການແຈ້ງ ພາສີ,ການເສຍຄ່າພາສີແລະພັນທະອື່ນໆຕາມລະບຽບກົດໝາຍລວມທັງ ສິນຄ້າ,ເຄື່ອງຂອງທີ່ຖືກຢຶດ. ຜູ້ຄໍ້າປະກັນຕ້ອງຮັບຜິດຊອບໃນການເສຍຄ່າພາສີແລະພັນ ທະອື່ນໆຕາມລະບຽບກົດໝາຍຊຶ່ງຕົກຢູ່ໃນຄວາມຮັບຜິດຊອບຂອງຜູ້ທີ່ຕົນ ໄດ້ຄໍາປະກັນໃຫ້ນັ້ນ. ພວກທີ່ຖືກຕັດສິນລົງໂທດໃນຖານຮ່ວມືກະທໍາຜິດທາງພາສີ ຕ້ອງຮັບຜິດຊອບທາງອາຍາຕາມກໍລະນີເບົາໜັກແລະຕ້ອງຮັບຜິດຊອບ ຮ່ວມກັນກ່ຽວກັບການເສຍຄ່າພາສີແລະພັນທະອື່ນໆ,ຄ່າປັບໃໝແລະການ ຮິບສິນຄ້າ,ເຄື່ອງຂອງຕາມລະບຽບກົດໝາຍ.

..ພາກທີ10ການດໍາເນີນຄະດີທາງພາສີ


...ໝວດທີ1ການດໍາເນີນການສືບສວນ-ສອບສວນ


....ມາດຕາຫົກສິບເອັດ:ການສືບສວນ-ສອບສວນຄະດີທາງພາສີ

ມາດຕາຫົກສິບເອັດ:ການສືບສວນ-ສອບສວນຄະດີທາງພາສີ ເມື່ອພົບເຫັນການລະເມີດລະບຽບກົດໝາຍພາສີເຈົ້າໜ້າທີ່ ພາສີມີສິດຢຶດສິນຄ້າ,ເຄື່ອງຂອງແລະພາຫະນະທີ່ຮັບໃຊ້ການກະທໍາຜິດ ພ້ອມທັງເອກະສານທີ່ກ່ຽວຂ້ອງເພື່ອສືບສວນ-ສອບສວນແລະເປັນຫຼັກ ຖານໃນດານດໍາເນີນຄະດີ. ໃນກໍລະນີທີ່ພົບເຫັນການກະທໍາຜິດເຊິ່ງໜ້າທາງດ້ານພາສີ ເຈົ້າໜ້າທີ່ພາສີມີສິດຈັບຕົວຜູ້ລະເມີດພ້ອມດ້ວຍສິນຄ້າ,ເຄື່ອງຂອງແລະ ພາຫະນະທີ່ຮັບໃຊ້ການກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ. ໃນກໍລະນີທີ່ພົບເຫັນການກະທໍາຜິດເຊິ່ງໜ້າທາງດ້ານພາສີ. ເຈົ້າໜ້າທີ່ຫຼືຜູ້ອື່ນກໍ່ມີສິດຈັບຕົວຜູ້ຖືກຫາພ້ອມດ້ວຍສິນຄ້າ,ເຄື່ອງຂອງແລ້ວ ສົ່ງໃຫ້ເຈົ້າໜ້າທີ່ພາສີໃນທັນໃດເພື່ອແກ້ໄຂຄະດີ.ຖ້າຫາກແມ່ນການກະທໍາ ຜິດຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບຫ້າແລະຫ້າສິບຫົກຂອງກົດໝາຍ ສະບັບນີ້ພາຍຫຼັງສືບສວນ-ສອບສວນແລະເຮັດຈົດໝາຍບັນທຶກແລ້ວເຈົ້າ ໜ້າທີ່ພາສີຈະສົ່ງຜູ້ຖືກຫາພ້ອອມດ້ວຍຂອງກາງແລະສໍານວນຄະດີໃຫ້ໄອ ຍະການເພື່ອພິຈາລະນາສັ່ງຟ້ອງຂຶ້ນສານ. ສໍາຫຼັກການກະທໍາຜິດສະຖານໜັກຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫ້າສິບເຈັດຂອງກົດໝາຍສະບັບນີ້ເຈົ້າໜ້າທີ່ພາສີຕ້ອງມອບຜູ້ຖືກຫາ ພ້ອມດ້ວຍຂອງກາງໃຫ້ເຈົ້າໜ້າທີ່ຕໍາຫຼວດເພື່ອດໍາເນີນຄະດີຕໍ່ໄປ.

....ມາດຕາຫົກສິບສອງ:ການໃຫ້ຄວາມຮ່ວມມື

ມາດຕາຫົກສິບສອງ:ການໃຫ້ຄວາມຮ່ວມມື ໃນເວລາປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ,ຖ້າມີການຮ້ອງ ຂໍພະນັກງານ,ທະຫານ,ຕໍາຫຼວດແລະປະຊາຊົນມີພັນທະໃຫ້ການຮ່ວມມື, ຊ່ວຍເຫຼືອແກ່ເຈົ້າໜ້າທີ່ພາສີໃນການປະຕິບັດໜ້າທີ່ເປັນຕົ້ນແມ່ນໃນການ ຕິດຕາມແລະການຢຶດສິນຄ້າ,ເຄື່ອງຂອງທີ່ລະເມີດກົດໝາຍວ່າດ້ວຍພາ ສີ.

....ມາດຕາຫົກສິບສາມ:ການເຮັດຈົດໝາຍບັນທຶກ

ມາດຕາຫົກສິບສາມ:ການເຮັດຈົດໝາຍບັນທຶກ ການເຮັດຈົດໝາຍບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບເອັດຂອງກົດໝາຍສະບັບນີ້ຕ້ອງດໍາເນີນໃນທັນໃດໂດຍເຈົ້າໜ້າທີ່ ພາສີຢ່າງໜ້ອຍສອງຄົນຂຶ້ນໄປ. ຈົດໝາຍບັນທຶກຕ້ອງເຮັດຂຶ້ນຊ້ອງໜ້າຜູ້ຖືກຫາແລະມອບ ໃຫ້ຜູ້ຖືກຫາອ່ານ,ໃນກໍລະນີທີ່ຜູ້ຖືກຫາບໍ່ສາມາດອ່ານໄດ້ແມ່ນມອບໃຫ້ ບຸກຄົນທີ່ສາມອ່ານໃຫ້ຟັງແລ້ວຜູ້ຖືກຫາຕ້ອງລົງລາຍເຊັນແລະແປະໂປ້ ມືໃສ່ຈົດໝາຍບັນທຶກນັ້ນພ້ອມກັບເຈົ້າໜ້າທີ່ພາສີ.ໃນກໍລະນີທີ່ຜູ້ຖືກຫາບໍ່ ຍອມເຊັນຫຼືແປະໂປ້ມືໃສ່ຈົດໝາຍບັນທຶກກໍ່ໃຫ້ໝາຍເຫດໄວ້.ຈົດໝາຍ ບັນທຶກເຮັດເປັນສາມສະບັບ.ໜຶ່ງສະບັບເກັບໄວ້ສໍານວນຄະດີ,ໜຶ່ງສະບັບ ມອບໃຫ້ຜູ້ຖືກຫາແລະອີກໜຶ່ງສະບັບເກັບໄວ້ສໍາເນົາ. ໃນກໍລະນີທີ່ບໍ່ພົບເຫັນຜູ້ຖືກຫານັ້ນ,ພາຍຫຼັງເຮັດຈົດໝາຍບັນ ທຶກແລ້ວເຈົ້າໜ້າທີ່ພາສີຕ້ອງຕິດປະກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີ ,ປ້ອມພາສີຫຼືຕາມສະຖານທີ່ສາທາລະນະພາຍໃນຊາວສີ່ຊົ່ວໂມງເປັນ ຢ່າງຊ້າເພື່ອແຈ້ງໃຫ້ຜູ້ເປັນເຈົ້າຂອງມາຕິດຕາມເອົາສິນຄ້າ,ເຄື່ອງ ຂອງຂອງຕົນນັ້ນຄືນພາຍໃນຊາວເອັດວັນນັບແຕ່ວັນຕິດປະກາດນັ້ນເປັນ ຕົ້ນໄປ.ຖ້າກາຍກໍານົດນີ້ແລ້ວສິນຄ້າ,ເຄື່ອງຂອງດັ່ງກ່າວຈະຖືວ່າເຈົ້າ ຂອງສະລະສິດແລະຈະຕົກເປັນຂອງລັດ. ຈົດໝາຍບັນທຶກການກະທໍາຜິດທາງພາສີຈະມີຄຸນຄ່າໃຊ້ໄດ້ ຈົນກວ່າຈະມີຫຼັກຖານຢັ້ງຢືນວ່າບໍ່ຖືກຕ້ອງ,ສານຈະພິຈາລະນາວ່າຈົດ ໝາຍບັນທຶກໃດໜຶ່ງເປັນໂມຄະໄດ້ກໍ່ຕໍ່ເມື່ອການເຮັດຈົດໝາຍບັນທຶກນັ້ນ ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ....ມາດຕາຫົກສິບສີ່:ການເກັບຮັກສາຂອງກາງ

ມາດຕາຫົກສິບສີ່:ການເກັບຮັກສາຂອງກາງ ສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງທີ່ຖືກຢຶດເປັນຂອງ ກາງນັ້ນໃຫ້ເຈົ້າໜ້າທີ່ພາສີເປັນຜູ້ປົກປັກຮັກສາໄວ້.ຫ້າມນໍາເອົາຂອງກາງ ໄປໃຊ້,ເຮັດໃຫ້ເປ່ເພ,ຕົກເຮ່ຍເສຍຫາຍ,ສັບປ່ຽນຫຼືຍັກຍອກເອົາ,ຜູ້ລະເມີດ ຈະຖືກຮັບຜິດຊອບຕາມກົດໝາຍ. ສໍາລັບສິນຄ້າ,ເຄື່ອງຂອງທີ່ເສຍຄຸນນະພາບໄວຫຼືບໍ່ເໝາະສົມ ໃນການຮັກສາໄວ້ເຈົ້າໜ້າທີ່ພາສີຈະນໍາອອກປະມູນຂາຍຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສີ່ສິບເອັດຂອງກົດໝາຍສະບັບນີ້.ເງິນທີ່ຂາຍໄດ້ນັ້ນໃຫ້ເຈົ້າ ໜ້າທີ່ພາສີຮັກສາໄວ້ຈົນກວ່າການດໍາເນີນຄະດີຈະສິ້ນສຸດລົງ. ຖ້າສິນຄ້າ,ເຄື່ອງຂອງນັ້ນຫາກບໍ່ແມ່ນປະເພດຈໍາກັດເຈົ້າໜ້າ ທີ່ພາສີຈະອະນຸຍາດໃຫ້ເຈົ້າຂອງສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງ ທີ່ຢຶດນັ້ນນໍາໄປຮັກສາໄວ້ຊົ່ວຄາວເພື່ອລໍຖ້າການແກ້ໄຂຄະດີກໍ່ໄດ້ແຕ່ຕ້ອງ ມີການຄ້ໍາປະກັນຕາມລະບຽບການ. ໃນກໍລະນີທີ່ແມ່ນສິນຄ້າ,ເຄື່ອງຂອງຕ້ອງຫ້າມລັດຖະການພາ ສີຕ້ອງມອບຂອງກາງໃຫ້ເຈົ້າໜ້າທີ່ຕໍາຫຼວດເພື່ອດໍາເນີນຄະດີຕໍ່ໄປ. ...ໝວດທີ2ການສົມຍອມຄະດີ


....ມາດຕາຫົກສິບຫ້າ:ການສົມຍອມ

ມາດຕາຫົກສິບຫ້າ:ການສົມຍອມ ເຈົ້າໜ້າທີ່ພາສີມີສິດແກ້ໄຂຄະດີທາງພາສີຕາມການສົມຍອມ ຂອງຜູ້ກະທໍາຜິດແລະຕາມລະບຽບກົດໝາຍ. ໃນກໍລະນີທີ່ຜູ້ກະທໍາຜິດຫາກສົມຍອມຊໍາລະຄ່າພາສີແລະພັນ ທະອື່ນໆພ້ອມທັງຄ່າປັບໃໝຕາມຈົດໝາຍບັນທຶກການກະທໍາຜິດແລ້ວເຈົ້າ ໜ້າທີ່ພາສີຕ້ອງເຮັດບົດບັນທຶກການສົມຍອມຄະດີຊຶ່ງຕ້ອງບົ່ງຢ່າງລະອຽດ ຈະແຈ້ງກ່ຽວກັບເນື້ອໃນແລະເງື່ອນໄຂຂອງການສົມຍອມຜູ້ກະທໍາຜິດ. ຄ່າພາສີແລະພັນທະອື່ນໆພ້ອມຄ່າປັບໃໝຕ້ອງຊໍາລະໃນທັນ ໃດ;ໃນກໍລະນີທີ່ບໍ່ສາມາດຊໍາລະໃນທັນໃດໄດ້ນັ້ນໃຫ້ຊໍາລະຢ່າງຊ້າບໍ່ເກີນ ສິບຫ້າວັນນັບແຕ່ວັນເຮັດຈົດໝາຍບັນທຶກການສົມຍອບເປັນຕົ້ນໄປ.ພາຍ ຫຼັງການຊໍາລະແລ້ວສິນຄ້າ,ເຄື່ອງຂອງທີ່ບໍ່ແມ່ນປະເພດຈໍາກັດພ້ອມດ້ວຍ ພາຫະນະຂົນສົ່ງແລະສິ່ງຂອງວັດຖຸທີ່ຮັບໃຊ້ການກະທໍາຜິດຈະຖືກສົ່ງຄືນ ແກ່ເຈົ້າຂອງຍົກເວັນກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສີ່,ຫ້າສິບຫ້າ ,ຫ້າສິບຫົກແລະຫ້າສິບເຈັດຂອງກົດໝາຍສະບັບນີ້.

....ມາດຕາຫົກສິບຫົກ:ການສະເໜີຕໍ່ລັດຖະການພາສີ

ມາດຕາຫົກສິບຫົກ:ການສະເໜີຕໍ່ລັດຖະການພາສີ ເຈົ້າຂອງສິນຄ້າ,ເຄື່ອງຂອງທີ່ບໍ່ເຫັນດີນໍາຄ່າພາສີແລະພັນ ທະອື່ນໆພ້ອມທັງຄ່າປັບໃໝທີ່ໄດ້ຊໍາລະໄປແລ້ວນັ້ນມີສິດສະເໜີຕໍ່ລັດຖະ ການພາສີພາຍໃນກໍານົດສາມເດືອນນັບແຕ່ວັນທີ່ໄດ້ຢຶດສິນຄ້າ,ເຄື່ອງ ຂອງແລະວັນຈົດເນື້ອໃນຂອງຄະດີເຂົ້າປຶ້ມບັນທຶກຫຼືວັນທີ່ໄດ້ຊໍາລະຄ່າ ພາສີແລະພັນທະອື່ນໆເປັນຕົ້ນໄປເພື່ອຂໍເບິ່ງເອກະສານຫຼືປຶ້ມບັນທຶກຫຼືວັນ ທີ່ໄດ້ຊໍາລະຄ່າພາສີແລະພັນທະອື່ນໆເປັນຕົ້ນໄປເພື່ອຂໍເບິ່ງເອກະສານຫຼື ໃຫ້ລັດຖະການພາສີພິຈາລະນາຄືນຕາມລະບຽບກົດໝາຍ.

...ໝວດທີ3ການຮ້ອງຟ້ອງ


....ມາດຕາຫົກສິບແປດ:ການຍື່ນຄໍາຮ້ອງຟ້ອງ

ມາດຕາຫົກສິບແປດ:ການຍື່ນຄໍາຮ້ອງຟ້ອງ ໃນການຮ້ອງຟ້ອງເຈົ້າໜ້າທີ່ພາສີຕ້ອງປະກອບສໍານວນຄະ ດີຍື່ນຕໍ່ໄອຍະການຫຼືສານ.ສໍານວນຄະດີຕ້ອງປະກອບດ້ວຍ:ຄໍາຮ້ອງ,ບົດ ບັນທຶກສືບສວນ-ສອບສວນແລະເອກະສານອື່ນໆທີ່ຈໍາເປັນ.ເນື້ອໃນຂອງ ຄໍາຮ້ອງຕ້ອງບອກການກະທໍາຜິດຂອງຜູ້ລະເມີດໂດຍສັງເຂດ,ຂໍ້ກ່າວຫາ ,ມາດຕາກົດໝາຍທີ່ຖືກລະເມີດແລະຈຸດປະສົງຂອງການຮ້ອງຟ້ອງ. ໃນການຮ້ອງຟ້ອງຫຼືການດໍາເນີນຄະດີທາງພາສີຕ້ອງສອດ ຄ່ອງກັບກົດໝາຍວ່າດ້ວຍການດໍາເນີນຄະດີທາງອາຍາຫຼືທາງແພ່ງ.

....ມາດຕາຫົກສິບເກົ້າ:ການຖອນຄໍາຮ້ອງຟ້ອງ.

ມາດຕາຫົກສິບເກົ້າ:ການຖອນຄໍາຮ້ອງຟ້ອງ. ໃນກໍລະນີທີ່ມີການສົມຍອມຄະດີຂອງຜູ້ລະເມີດ,ລັດຖະການ ພາສີມີສິດຂໍຖອນຄໍາຮ້ອງຟ້ອງກ່ອນຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດຂອງ ສານ.


....ມາດຕາຫົກສິບເຈັດ:ສິດໃນການຮ້ອງຟ້ອງ

ມາດຕາຫົກສິບເຈັດ:ສິດໃນການຮ້ອງຟ້ອງ ເຈົ້າໜ້າທີ່ພາສີມີສິດຮ້ອງຟ້ອງຜູ້ລະເມີດຕໍ່ສານໃນກໍລະນີດັ່ງນີ້: ໜຶ່ງ:ບໍ່ເສຍຄ່າພາສີແລະພັນທະອື່ນໆພ້ອມດ້ວຍຄ່າປັບໃໝ; ສອງ:ບໍ່ປະຕິບັດຕາມຈົດໝາຍບັນທຶກການສົມຍອມ; ສາມ:ບໍ່ໃຫ້ການຮ່ວມມື,ໝິ່ນປະໝາດ,ນາບຂູ່,ຂັດຂວາງແລະ ທໍາຮ້າຍຮ່າງກາຍເຈົ້າໜ້າທີ່ພາສີ; ສີ່:ບໍ່ປະຕິບັດຕາມສັນຍາຫຼືຂໍ້ຕົກລົງການຄໍ້າປະກັນ; ຫ້າ:ບໍ່ປະຕິບັດຕາມກົດໝາຍວ່າດ້ວຍພາສີ; ຫົກ:ມີການກະທໍາຜິດທາງອາຍາອື່ນໆ.

..ພາກທີ11ການຈັດຕັ້ງແລະການເຄື່ອນໄຫວວຽກງານພາສີ


...ໝວດທີ1ການຈັດຕັ້ງພາສີ


....ມາດຕາເຈັດສິບ:ທີ່ຕັ້ງແລະພາລະບົດບາດ

ມາດຕາເຈັດສິບ:ທີ່ຕັ້ງແລະພາລະບົດບາດ ລັດຖະການພາສີເປັນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການ ເງິນ,ມີພາລະບົດບາດໃນການຄຸ້ມຄອງ,ກວດກາວຽກງານພາສີໃນທົ່ວປະ ເທດເພື່ອຈັດເກັບພາສີແລະພັນທະອື່ນໆເຂົ້າງົບປະມານແຫ່ງລັດຢ່າງລວມ ສູນເປັນເອກະພາບຕາມຂະແໜງການວິຊາສະເພາະສາຍຕັ້ງ.

....ມາດຕາເຈັດສິບເອັດ:ໂຄງປະກອບການຈັດຕັ້ງ

ມາດຕາເຈັດສິບເອັດ:ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງລັດຖະການພາສີມີດັ່ງນີ້: -ກົມພາສີ; -ຫ້ອງການພາສີປະຈໍາແຂວງ,ນະຄອນແລະເຂດພິເສດ; -ດ່ານພາສີຊາຍແດນ; -ໜ່ວຍພາສີເຄື່ອນທີ່; -ປ້ອມພາສີ.

....ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງລັດຖະການພາສີ

ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງລັດຖະການພາສີ ລັດຖະການພາສີແຕ່ລະຂັ້ນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ກົມພາສີ: -ເປັນເສນາທິການໃຫ້ກະຊວງການເງິນໃນກາຄົ້ນຄວ້ານະ ໂຍບາຍກ່ຽວກັບພາສີເພື່ອນໍາສະເໜີໃຫ້ລັດຖະບານພິຈາລະນາ; -ຈັດຕັ້ງຜັນຂະຫຍາຍ,ໂຄສະນາເຜີຍແຜ່ກົດໝາຍ,ມະຕິຄໍາ ສັ່ງແລະນະໂຍບາຍຕ່າງໆກ່ຽວກັບວຽກງານພາສີເພື່ອຍົກສູງຄວາມ ຮັບຮູ້,ຄວາມຕື່ນຕົວໃນການປະຕິບັດລະບຽບກົດໝາຍເຮັດໃຫ້ທຸກຄົນ ,ທຸກການຈັດຕັ້ງຢູ່ໃນສັງຄົມເປັນຕົ້ນຜູ້ສົ່ງອອກ-ນໍາເຂົ້າເຂົ້າໃຈທາດ ແທ້ອັນດີງາມແລະຜົນປະໂຫຍດລວມ,ຈາກນັ້ນຈຶ່ງໃຫ້ຄວາມຮ່ວມມືຢ່າງ ຕັ້ງໜ້າໃຫ້ແກ່ວຽກງານພາສີ; -ຊີ້ນໍານໍາພາ,ຕິດຕາມ,ກວດກາກວດການການຈັດຕັ້ງປະ ຕິບັດນະໂຍບາຍ,ລະບຽບກົດໝາຍພາສີແລະລະບຽບການຄຸ້ມຄອງການ ສົ່ງອອກ-ນໍາເຂົ້າ,ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງສະກັດກັ້ນການ ລັກລອບຫຼົບຫຼີກໜີພາສີແລະສິນຄ້າຕ້ອງຫ້າມ. -ຄຸ້ມຄອງ,ກວດກາວຽກງານວິຊາສະເພາະແລະພະນັກ ງານພາສີ; -ຄົ້ນຄວ້າ,ແກ້ໄຂຄໍາສະເໜີຂອງຜູ້ສົ່ງອອກ-ນໍາເຂົ້າ; -ດໍາເນີນແລະແກ້ໄຂຄະດີທາງພາສີ; -ເກັບກໍາແລະສະໜອງຂໍ້ມູນສະຖິຕິການສົ່ງອອກ-ນໍາເຂົ້າ, ສະຫຼຸບແລະລາຍງານກ່ຽວກັບວຽກງານພາສີໃຫ້ກະຊວງການເງິນ; -ສະເໜີແຜນການບໍາລຸງ,ກໍ່ສ້າງ,ຈັດວາງ,ແຕ່ງຕັ້ງ,ຍົກ ຍ້າຍ,ສັບຊ້ອນໝູນວຽນ,ປະຕິບັດນະໂຍບາຍເລື່ອນຊັ້ນ,ເລື່ອນຂັ້ນ,ປົດ ຕໍາແໜ່ງພະນັກງານພາຍໃນກົມ,ຫົວໜ້າ,ຮອງຫົວໜ້າພະແນກຂອງກົມ

ຫົວໜ້າ,ຮອງຫົວໜ້າຫ້ອງການພາສີປະຈໍາແຂວງ;ຫົວໜ້າດ່ານພາສີ

ສາກົນ,ບົນພື້ນຖານປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ; -ພົວພັນແລະຮ່ວມມືກັບຂະແໜງການຂັ້ນສູນກາງແລະອົງ ການປົກຄອງທ້ອງຖິ່ນ; -ພົວພັນແລະຮ່ວມມີກັບສາກົນຕາມການມອບໝາຍ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ສອງ:ຫ້ອງການພາສີປະຈໍາແຂວງ,ນະຄອນແລະເຂດພິ ເສດ: -ຫ້ອງການພາສີປະຈໍາແຂວງ,ນະຄອນແລະເຂດພິເສດ ແມ່ນຕັ້ງຂຶ້ນສະເພາະແຕ່ບ່ອນທີ່ມີດ່ານພາສີຊາຍແດນເທົ່ານັ້ນ.ສໍາລັບ ບ່ອນທີ່ບໍ່ມີດ່ານພາສີຊາຍແດນຈະໂຮມເຂົ້າເປັນຫ້ອງການພາສີດຽວຊຶ່ງ ກະຊວງການເງິນຈະເປັນຜູ້ກໍານົດລະອຽດ. -ເປັນເສນາທິການໃຫ້ກົມພາສີໃນການຈັດຕັ້ງຜະຕິບັດຍຸດ ທະສາດ,ນະໂຍບາຍແລະກົນໄກຄຸ້ມຄອງວຽກງານພາສີຢູ່ໃນທ້ອງຖິ່ນ ຂອງຕົນຕາມລະບຽບກົດໝາຍວ່າດ້ວຍພາພີແລະກົດໝາຍອື່ນໆທີ່ກ່ຽວ ຂ້ອງຢ່າງເຂັ້ມງວດ. -ຊີ້ນໍາ,ຄຸ້ມຄອງ,ສ້າງແຜນການ,ຄິດໄລ່,ຈັດເກັບພາສີ ແລະພັນທະອື່ນໆໃຈຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງ ,ຄົບຖ້ວນ,ທັນຕາມກໍານົດເວລາ; -ຄົ້ນຄວ້າ,ແກ້ໄຂຄໍາສະເໜີຂອງຜູ້ສົ່ງອອກ-ນໍາເຂົ້າ; -ດໍາເນີນແລະແກ້ໄຂຄະດີທາງພາສີ; -ຄຸ້ມຄອງແລະກວດກາການປະຕິບັດໜ້າທີ່ຂອງລັດຖະການ ພາສີທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ; -ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດມາຍທີ່ກ່ຽວພັນ ກັບວຽກງານພາສີ; -ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງຕົນ; -ສະເໜີແຜນການບໍາລຸງ,ກໍ່ສ້າງ,ຈັດວາງ,ແຕ່ງຕັ້ງ,ຍົກ ຍ້າຍ,ສັບຊ້ອນໝູນວຽນ,ປະຕິບັດນະໂຍບາຍເລື່ອນຊັ້ນ,ເລື່ອນຂັ້ນ,ປົດ ຕໍາແໜ່ງພະນັກງານພາຍໃຕ້ຄວາມຮັບຜິດຊອບຂອງຕົນ,ຫົວໜ້າ,ຮອງ ຫົວໜ້າໜ່ວຍງານຂອງຫ້ອງການພາສີ,ຮອງຫົວໜ້າດ່ານພາສີສາກົນ ,ຫົວໜ້າ,ຮອງຫົວໜ້າດ່ານພາສີທ້ອງຖິ່ນ,ບົນພື້ນຖານປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; -ຕິດຕາມ,ກວດກາ,ປະເມີນຜົນແລະລາຍງານເຈົ້າແຂວງ ,ເຈົ້າຄອງນະຄອນຫຼືຫົວໜ້າເຂດພິເສດ,ກະຊວງການເງິນແລະພະແນກ ການເງິນຂັ້ນແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານພາສີໃນທ້ອງ ຖິ່ນຂອງຕົນ. -ສະຫຼຸບ,ປະເມີນຜົນແລະລາຍງານວຽກງານຂອງຕົນຕໍ່ ການຈັດຕັ້ງຂັ້ນເທິງຂອງຕົນ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ສາມ:ດ່ານພາສີຊາຍແດນ: -ຈັດຕັ້ງປະຕິບັດແຜນການ,ນະໂຍບາຍ,ລະບຽບກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍພາສີໃນຂອບເຂດດ່ານພາສີຂອງຕົນ; -ຈັດເກັບພາສີແລະພັນທະອື່ນໆຢ່າງຖືກຕ້ອງ,ຄົບຖ້ວນແລະ ທັນຕາມກໍານົດເວລາ; -ບໍລິການ,ອໍານວຍຄວາມສະດວກແກ່ການສົ່ງອອກ-ນໍາ ເຂົ້າສິນຄ້າ,ເຄື່ອງຂອງຢ່າງວ່ອງໄວ,ໂປ່ງໃສແລະຖືກຕ້ອງຕາມລະ ບຽບກົດໝາຍ; -ຄຸ້ມຄອງ,ຕິດຕາມ,ກວດກາການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານ; -ສະກັດກັ້ນທຸກການລະເມີດລະບຽບກົດໝາຍກ່ຽວກັບພາສີ ພາຍໃນຂອບເຂດດ່ານແລະດໍາເນນຄະດີຕໍ່ຜູ້ລະເມີດ. -ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນຂອບ ເຂດດ່ານແລະອົງການປົກຄອງທ້ອງຖິ່ນເພື່ອຄວາມເປັນເອກະພາບໃນ ການປະຕິບັດໜ້າທີ່; -ສະຫຼຸບ,ປະເມີນຜົນແລະລາຍງານວຽກງານຂອງຕົນຕໍ່ ການຈັດຕັ້ງຂັ້ນເທິງຂອງຕົນ; -ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງລັດຖະ ການພາສີ. ສີ່:ໜ່ວຍພາສີເຄື່ອນທີ່ -ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບພາສີແລະກົດ ໝາຍອື່ນໆທີ່ກ່ຽວຂ້ອງຟ່າງເຂັ້ມງວດ; -ກວດກາລາດຕະເວນຢ່າງປົກກະຕິເພື່ອສະກັດກັ້ນແລະ ປາບປາມການລັກລອບສິນຄ້າໜີພາສີແລະການຄ້າຂາຍເຖື່ອນໃນວົງ ລັດສະໝີການເຄື່ອນໄຫວຂອງຕົນ; -ຢຶດສິນຄ້າ,ເຄື່ອງຂອງແລະພາຫະນະທີ່ຮັບໃຊ້ໃນການກະ ທໍາຜິດເພື່ອເປັນຫຼັກຖານໃນການສືບສວນ-ສອບສວນແລະຂະຫຍາຍ ຜົນໃນການດໍາເນີນຄະດີແລະລາຍງານໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ; -ຊອກຮູ້ແລະເກັບກໍາຂໍ້ມູນແຫຼ່ງຂ່າວກ່ຽວກັບການລັກລອບ ແລະການຄ້າຂາຍເຖື່ອນ; -ປະສານສົມທັບກັບພາກສ່ວນທີ່ກ່ຽວຂ້ອງແລະອົງການປົກ ຄອງທ້ອງຖິ່ນໃນການເຄື່ອນໄຫວວຽກງານຂອງຕົນ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ຫ້າ:ປ້ອມພາສີ -ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບພາສີແລະກົດ ໝາຍອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ. -ຕິດຕາມແລະສ້າງພື້ນຖານໃນການເກັບກໍາຂໍ້ມູນແລະແຫຼ່ງ ຂ່າວກ່ຽວກັບການລັກລອບ,ຫຼົບຫຼີກພາສີແລະການຄ້າຂາຍເຖື່ອນ; -ກວດກາລາດຕະເວນໃນວົງລັດສະໝີການເຄື່ອນໄຫວຂອງ ຕົນ; -ຢຶດສິນຄ້າ,ເຄື່ອງຂອງແລະພາຫະນະທີ່ຮັບໃຊ້ໃນການກະ ທໍາຜິດເພື່ອເປັນຫຼັກຖານໃນການສືບສວນ-ສອບສວນແລະລາຍງານໃຫ້ ການຈັດຕັ້ງທີ່ກ່ຽວຂ້ອງ; -ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລະອົງການປົກ ຄອງທ້ອງຖິ່ນໃນການເຄື່ອນໄຫວວຽກງານຂອງຕົນ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາເຈັດສິບສາມ:ໂຄງປະກອບບຸກຄະລາກອນ

ມາດຕາເຈັດສິບສາມ:ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງລັດຖະການພາສີມີດັ່ງນີ້: -ຫົວໜ້າກົມ,ຮອງຫົວໜ້າກົມ,ຫົວໜ້າພະແນກ,ຮອງຫົວໜ້າ ພະແນກຂອງກົມ;ຫົວໜ້າ,ຮ້ອງຫົວໜ້າໜ່ວຍງານຂອງພະແນກ; -ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການພາສີປະຈໍາແຂວງ ,ນະຄອນແລະເຂດພິເສດ;ຫົວໜ້າ,ຮອງຫົວໜ້າໜ່ວຍງານຂອງຫ້ອງການ; -ຫົວໜ້າ,ຮອງຫົວໜ້າດ່ານພາສີຊາຍແດນ; -ຫົວໜ້າ,ຮອງຫົວໜ້າໜ່ວຍພາສີເຄື່ອນທີ່; -ຫົວໜ້າ,ຮອງຫົວໜ້າປ້ອມພາສີ; -ພະນັກງານວິຊາການແລະພະນັກງານຊ່ວຍວຽກ. ສໍາລັບການແຕ່ງຕັ້ງຫຼືປົດຕໍາແໜ່ງບຸກຄະລາກອນແຕ່ລະຂັ້ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍລັດຖະບານ,ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນແລະລະບຽບການຕ່າງໆທີ່ລັດຖະບານກໍານົດ.

....ມາດຕາເຈັດສິບສີ່:ມາດຕະການຂອງພະນັກງານພາສີ

ມາດຕາເຈັດສິບສີ່:ມາດຕະການຂອງພະນັກງານພາສີ ພະນັກງານພາສີຕ້ອງມີປະຫວັດຈະແຈ້ງ,ມີຄວາມຈົງຮັກພັກ ດີ,ເປັນເອກະພາບກັບແນວທາງຈະໂຍບາຍແລະລະບຽບກົດໝາຍຂອງ ລັດ,ມີຄຸນສົມບັດດີ,ມີຄວາມຊື່ສັດບໍລະສຸດ,ມີແບບແຜນດໍາລົງຊີວິດທີ່ປອດ ໃສ,ບໍ່ເຄີຍຍັກຍອກ,ສໍ້ໂກງ,ລັກໂລບ,ມີສະຕິຕໍ່ການຈັດຕັ້ງ,ລະບຽບວິໄນ ,ມີຄວາມສາມັກຄິ,ມີຄວາມຍຸດຕິທໍາ,ເປັນຄົນດຸໝັ່ນ,ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ວຽກງານ,ມັກຄົ້ນຄວ້າຮໍ່າຮຽນ,ມີສຸຂະພາບແຂງແຮງດີ,ມີ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະພາສີ,ລະບຽບກົດໝາຍ ອື່ນໆທີ່ກ່ຽວຂ້ອງໃນລະດັບອັນແນ່ນອນ.

....ມາດຕາເຈັດສິບຫ້າ:ການຮັກສາຄວາມລັບທາງລັດຖະການ

ມາດຕາເຈັດສິບຫ້າ:ການຮັກສາຄວາມລັບທາງລັດຖະການ ພະນັກງານພາສີທີ່ປະຕິບັດໜ້າທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໜ້າ ທີ່ໃດໜຶ່ງຕ້ອງຮັກສາຄວາມລັບທາງລັດຖະການຢ່າງເຂັ້ມງວດ.

...ໝວດທີ2ສິດແລະໜ້າທີ່ຂອງເຈົ້າໜ້າທີ່ພາສີ


....ມາດຕາເຈັດສິບຫົກ:ສິດຂອງເຈົ້າໜ້າທີ່ພາສີ

ມາດຕາເຈັດສິບຫົກ:ສິດຂອງເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ພາສີມີສິດດັ່ງຕໍ່ໄປນີ້: ໜຶ່ງ:ກວດຄົ້ນຕົວບຸກຄົນ,ສິນຄ້າ,ເຄື່ອງຂອງ,ຍານພາຫະ ນະ,ບັດປະຈໍາຕົວຫຼືໜັງສືຜ່ານແດນຂອງບຸກຄົນບໍ່ວ່າໃນເວລາກາງເວັ້ນ ຫຼືກາງຄືນໃນກໍລະນີທີ່ສົງໃສມີການລະເມີດລະບຽບກົດໝາຍກ່ຽວກັບ ພາສີ; ສອງ:ສັ່ງໃຫ້ຜູ້ຂັບຂີ່ຍານພາຫະນະຢຸດເພື່ອທໍາການກວດຄົ້ນ ໃນກໍລະນີທີ່ມີການສົງໃສມີການລະເມີດລະບຽບກົດໝາຍໝາຍກ່ຽວກັບ ພາສີ; ສາມ:ນໍາໃຊ້ວິທີການອັນເໝາະສົມແລະເຄື່ອງມືອັນຈໍາເປັນ ທີ່ທາງລັດຖະການໄດ້ປະກອບໃຫ້ເພື່ອບັງຄັບໃຫ້ຍານພາຫະນະຂົນສົ່ງນັ້ນ ຢຸດໃນກໍລະນີທີ່ຜູ້ຂັບຂີ່ຫາກບໍ່ປະຕິບັດຕາມຄໍາສັ່ງ; ສີ່:ເຂົ້າສະຖານທີ່ດໍາເນີນທຸລະກິດແລະສາງເພື່ອກວດກາສິນ ຄ້າ,ເຄື່ອງຂອງພ້ອມດ້ວຍເອກະສານທີ່ກ່ຽວຂ້ອງກ່ຽວກັບການສົ່ງອອກ- ນໍາເຂົ້າແຕ່ຕ້ອງໄດ້ຮັບໝາຍກວດຄົ້ນຈາກໄອຍະການປະຊາຊົນ; ຫ້າ:ຕິດຕາມແລະກໍາກັບການຄ່ຽນຖ່າຍສິນຄ້າ,ເຄື່ອງຂອງ ທີ່ເຫັນວ່າມີຄວາມຈໍາເປັນ; ຫົກ:ກວດກາໄປສະນີພັນທີ່ສົງໃສໂດຍຊ້ອງໜ້າພະນັກງານ ໄປສະນີໂດຍສອດຄ່ອງກັບລະບຽບກົດໝາຍຂອງສປປລາວແລະຂໍ້ກໍາ ນົດຂອງສົນທີສັນຍາສະຫະພັນໄປສະນີສາກົນ; ເຈັດ:ກວດຄົ້ນເຄຫະສະຖານເພື່ອຊອກຫາສິນຄ້າ,ເຄື່ອງ ຂອງໜີພາສີໃນກໍລະນີທີ່ສິນຄ້າ,ເຄື່ອງຂອງນັ້ນຫາກຖືກໄລ່ຕິດຕາມຢ່າງ ບໍ່ຂາດໄລຍະ; ແປດ:ຖືແລະນໍາໃຊ້ອາວຸດ,ອຸປະກອນແລະພາຫະນະຕ່າງ ໆຕາມລະບຽບການສະເພາະ; ເກົ້າ:ຮ້ອງຂໍການຊ່ວຍເຫຼືອໃນກໍລະນີທີ່ຈໍາເປັນຈາກພາກ ສ່ວນທີ່ກ່ຽວຂ້ອງ,ອົງການປົກຄອງ,ກໍາລັງປະກອບອາວຸດແລະປະຊາ ຊົນໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມລະບຽບກົດໝາຍ; ສິບ:ກວດກາ,ຢຶດສິນຄ້າ,ເຄື່ອງຂອງທີ່ເຫັນວ່າມີການລະ ເມີດຊັບສິນທາງປັນຍາແລະສົນທິສັນຍາວ່າດ້ວຍການຫ້າມຊື້-ຂາຍພືດ ພັນແລະສັດປ່າໃກ້ສູນພັນໂດຍສອດຄ່ອງກັບລະບຽບກົດໝາຍ; ສິບເອັດ:ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນ ການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ; ສິບສອງ:ປະຕິບັດສິດອື່ນໆຕາມລະບຽບກົດໝາຍ.

....ມາດຕາເຈັດສິບເຈັດ:ໜ້າທີ່ຂອງເຈົ້າໜ້າທີ່ພາສີ

ມາດຕາເຈັດສິບເຈັດ:ໜ້າທີ່ຂອງເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ພາສີມີໜ້າທີ່ດັ່ງນີ້: ໜຶ່ງ:ຈັດຕັ້ງປະຕິບັດລະບຽບກົດໝາຍພາສີແລະກົດໝາຍອື່ນ ໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ສອງ:ຈັດຕັ້ງເກັບຄ່າພາສີແລະພັນທະອື່ນໆຢ່າງຖືກຕ້ອງ,ຄົບ ຖ້ວນທັນຕາມກໍານົດເວລາ; ສາມ:ໂຄສະນາ,ເຜີຍແຜ່,ໃຫ້ຄໍາແນະນໍາແກ່ສັງຄົມໂດຍສະ ເພາະຜູ້ສົ່ງອອກ-ນໍາເຂົ້າເພື່ອຍົກສູງຄວາມຮັບຮູ້,ຄວາມຕື່ນຕົວແລະເຂົ້າ ຮ່ວມ,ຊ່ວຍເຫຼືອໃນການປະຕິບັດເສຍພາສີແລະພັນທະອື່ນໆ. ສີ່:ກໍານົດມາດຕະການເພື່ອສະກັດກັ້ນແລະປາບປາມບັນດາ ການເຄື່ອນໄຫວກ່ຽວກັບການລັກລອບຫຼົບຫຼີກພາສີດ້ວຍຮູບການຕ່າງໆ; ຫ້າ:ປົກປັກຮັກສາຄວາມລັບຂອງລັດແລະຄວາມລັບຂອງລັດ ຖະການ; ຫົກ:ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ຮັບມອບໝາຍ.

....ມາດຕາເຈັດສິບແປດ:ການເຄື່ອນໄຫວໃນວົງລັດສະໝີ

ມາດຕາເຈັດສິບແປດ:ການເຄື່ອນໄຫວໃນວົງລັດສະໝີ ວົງລັດສະໝີພາສີແມ່ນເຂດຄວບຄຸມກວດກາຂອງເຈົ້າໜ້າ ທີ່ພາສີທາງໜ້າດິນຈາກຊາຍແດນເລິກເຂົ້າໄປໃນອານາເຂດພາສີເຖິງ ສາມສິບກິໂລແມັດ.ໃນກໍລະນີທີ່ມີການຕັ້ງຫ້ອງການພາສີຢູ່ນອກວັງລັດສະ ມີພາສີ,ການເຄື່ອນໄຫວແມ່ນກໍານົດເອົາສິບກິໂລແມັດອ້ອມຮອບຫ້ອງ ການພາສີ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການສະກັດກັ້ນແລະປາບ ປາມການລັກລອບ,ການຄ້າຂາຍເຖື່ອນແລະການລະເມີດລະບຽບກົດ ໝາຍພາສີນັ້ນ,ກະຊວງການເງິນມີສິດອອກລະບຽບການເພື່ອຂະຫຍາຍ ວົງລັດສະໝີພາສີອອກຕື່ມຈາກສາມສິບກິໂລແມັດເປັນຫ້າສິບກິໂລແມັດ ແລະອ້ອມຮອບຫ້ອງການພາສີຈາກສິບກິໂລແມັດເປັນຊາວກິໂລແມັດໃນ ຈຸດທີ່ຕັ້ງສະເພາະແລະໃນກໍານົດເວລາໃດໜຶ່ງ.

....ມາດຕາເຈັດສິບເກົ້າ:ການເຄື່ອນໄຫວນອກວົງລັດສະໝີ

ມາດຕາເຈັດສິບເກົ້າ:ການເຄື່ອນໄຫວນອກວົງລັດສະໝີ ໃນກໍລະນີທີ່ມີການຕິດຕາມຢ່າງເຄັ່ງຮ້ອນກ່ຽວກັບການລັກ ລອບຫຼົບຫຼີກພາສີໂດຍມີຂໍ້ມູນໜັກແໜ້ນນັ້ນ.ເຈົ້າໜ້າທີ່ພາສີມີສິດປະຕິບັດ ໜ້າທີ່ຂອງຕົນໃນທົ່ວອານາເຂດພາສີຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າ ແລະເຈັດສິບແປດຂອງກົດໝາຍສະບັບນີ້.


....ມາດຕາແປດສິບ:ເຄື່ອງແບບແລະກາໝາຍ

ມາດຕາແປດສິບ:ເຄື່ອງແບບແລະກາໝາຍ ລັດຖະການພາສີມີເຄື່ອງແບບແລະກາໝາຍສະເພາະຂອງ ຕົນ.ໃນເວລາປະຕິບັດໜ້າທີ່ພະນັກງານພາສີໂດຍສະເພາະເຈົ້າໜ້າທີ່ພາ ສີຕ້ອງນຸ່ງເຄື່ອງແບບ,ຕິດກາໝາຍສະເພາະແລະຖືບັດປະຈໍາໜ້າທີ່ຊຶ່ງ ໄດ້ຮັບການອະນຸມັດຈາກລັດຖະບານ. ໃນບາງກໍລະນີທີ່ຈໍາເປັນເຈົ້າໜ້າທີ່ພາສີຈະປະຕິບັດໜ້າທີ່ ນອກເຄື່ອງແບບກໍ່ໄດ້ແຕ່ຕ້ອງສະເໜີບັດປະຈໍາໜ້າທີ່ຕໍ່ຜູ້ຖືກກວດກາ.

..ພາກທີ12ອົງການຄຸ້ມຄອງວຽກງານພາສີ


...ໝວດທີ1ອົງການຄຸ້ມຄອງວຽກງານພາສີ


....ມາດຕາແປດສິບເອັດ:ອົງການຄຸ້ມຄອງວຽກງານພາສີ

ມາດຕາແປດສິບເອັດ:ອົງການຄຸ້ມຄອງວຽກງານພາສີ ອົງການຄຸ້ມຄອງວຽກງານພາສີປະກອບດ້ວຍ: -ກະຊວງການເງິນ; -ພະແນກການເງິນຂັ້ນແຂວງ; -ຫ້ອງການການເງິນຂັ້ນເມືອງ. ....ມາດຕາແປດສິບສອງ:ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາແປດສິບສອງ:ສິດແລະໜ້າທີ່ຂອງກະຊວງການເງິນ ກະຊວງການເງິນມີສິດແລະໜ້າທີ່ໃນການຄຸ້ມຄອງວຽກ ງານພາສີດັ່ງນີ້: -ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍ ແລະແຜນການກ່ຽວກັບການພັດທະນາວຽກງານພາສີເພື່ອສະເໜີລັດ ຖະບານພິຈາລະນາ; -ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງ ການກ່ຽວກັບວຽກງານພາສີ; -ຊີ້ນໍາ,ຕິດຕາມ,ກວດກາການປະຕິບັດແຜນການເກັບພາ ສີໃນທົ່ວປະເທດ; -ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ ກັບພາສີແລະກົດໝາຍອື່ນໆທີ່ກ່ຽວຂ້ອງ; -ປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ,ຊີ້ນໍາ,ຕິດຕາມ,ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດກົດ ໝາຍພາສີ; -ສະຫຼຸບແລະລາຍງານໃຫ້ລັດຖະບານແລະສະພາແຫ່ງຊາດ ກ່ຽວກັບວຽກງານພາສີ; -ຍ້ອງຍໍຜູ້ທີ່ມີຜົນງານແລະປະຕິບັດວິໄນຕໍ່ຜູ້ລະເມີດລະບຽບ ກົດໝາຍ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ; ....ມາດຕາແປດສິບສາມ:ສິດແລະໜ້າທີ່ຂອງພະແນກການເງິນຂັ້ນແຂວງ

ມາດຕາແປດສິບສາມ:ສິດແລະໜ້າທີ່ຂອງພະແນກການເງິນຂັ້ນແຂວງ ພະແນກການເງິນຂັ້ນແຂວງມີສິດແລະໜ້າທີ່ໃນການຄຸ້ມ ຄອງວຽກງານພາສີດັ່ງນີ້: -ຊີ້ນໍາ,ແນະນໍາຫ້ອງການແລະພະນັກງານພາສີປະຈໍາ ແຂວງ,ນະຄອນແລະເຂດພິເສດ,ຈັດຕັ້ງຄຸ້ມຄອງເກັບພາສີແລະພັນທະ ອື່ນໆເຂົ້າງົບປະມານແຫ່ງລັດຢ່າງເປັນເອກະພາບແລະຖືກຕ້ອງ,ຄົບ ຖ້ວນທັນກໍານົດເວລາຕາມລະບຽບກົດໝາຍ; -ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍພາສີແລະ ລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ. -ກວດກາການປະຕິບັດໜ້າທີ່ຂອງພະນັກງານພາສີໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ; -ແນະນໍາການປະຕິບັດລະບອບບັນຊີ,ສະຖິຕິແລະລະບອບ ລາຍງານລາຍຮັບພາສີໃຫ້ຂັ້ນເທິງຢ່າງເປັນປະຈໍາ; -ສະຫຼຸບ,ປະເມີນຜົນແລະລາຍງານໃຫ້ອົງການປົກຄອງທ້ອງ ຖິ່ນແລະກະຊວງການເງິນກ່ຽວກັບການຈັດຕັ້ງປະຕິບັດວຽກງານພາສີ ຢູ່ໃນທ້ອງຖິ່ນຂອງຕົນ; -ຍ້ອງຍໍຜູ້ທີ່ມີຜົນງານແລະສະເໜີປະຕິບັດວິໄນຕໍ່ຜູ້ລະເມີດ ລະບຽບກົດໝາຍ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາແປດສິບສີ່:ສິດແລະໜ້າທີ່ຂອງຫ້ອງການການເງິນຂັ້ນເມືອງ

ມາດຕາແປດສິບສີ່:ສິດແລະໜ້າທີ່ຂອງຫ້ອງການການເງິນຂັ້ນເມືອງ ຫ້ອງການການເງິນຂັ້ນເມືອງມີສິດແລະໜ້າທີ່ໃນການຄຸ້ມ ຄອງວຽກງານພາສີດັ່ງນີ້: -ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍພາສີແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ; -ຕິດຕາມ,ກວດກາ,ປະເມີນຜົນແລະລາຍງານອົງການປົກ ຄອງເມືອງຫຼືເທດສະບານແລະພະແນກການເງິນຂັ້ນແຂວງກ່ຽວກັບການ ຈັດຕັ້ງປະຕິບັດວຽກງານພາສີໃນທ້ອງຖິ່ນຂອງຕົນ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ໝວດທີ2ການກວດກາວຽກງານພາສີ


....ມາດຕາແປດສິບຫ້າ:ອົງການກວດກາວຽກງານພາສີ

ມາດຕາແປດສິບຫ້າ:ອົງການກວດກາວຽກງານພາສີ ອົງການກວດກາວຽກງານພາສີປະກອບດ້ວຍ:ອົງການກວດ ກາພາຍໃນແລະອົງການກວດກາພາຍນອກ. ໜຶ່ງ:ອົງການກວດກາພາຍໃນມີຄື: -ກະຊວງການເງິນ,ກົມພາຄີ,ກົມກວດກາການເງິນ; -ພະແນກການເງິນ,ຫ້ອງການພາສີ,ຫ້ອງການກວດກາການ ເງິນຂັ້ນແຂວງ; -ຫ້ອງການການເງິນຂັ້ນເມືອງ. ສອງ:ອົງການກວດກາພາຍນອກມີຄື: -ອົງການກວດກາລັດ; -ອົງການກວດສອບບັນຊີແຫ່ງລັດ. ນອກຈາກອົງການທີ່ກ່າວມາຂ້າງເທິງນີ້ອົງການປົກຄອງ ທ້ອງຖິ່ນຂັ້ນຕ່າງໆ,ອົງການແນວລາວສ້າງຊາດ,ອົງການຈັດຕັ້ງມະຫາ ຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ ຕ້ອງມີສ່ວນຮ່ວມໃນການກວດກາຕາມພາລະບົດບາດຂອງຕົນ.


....ມາດຕາແປດສິບຫົກ:ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາແປດສິບຫົກ:ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດລະບຽບກົດໝາຍ,ການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບ ຂອງລັດຖະການພາສີແຕ່ລະຂັ້ນທີ່ຄົນຮັບຜິດຊອບເປັນຕົ້ນແມ່ນການສ້າງ ແຜນການ,ການຄິດໄລ່ແລະການຈັດເກັບພາສີແລະພັນທະອື່ນໆໃຫ້ຖືກ ຕ້ອງ,ຄົບຖ້ວນທັນກໍານົດເວລາຕາມລະບຽບກົດໝາຍ. ລັດຖະບານເປັນຜູ້ກໍານົດລະບຽບການລະອຽດກ່ຽວກັບສິດ ແລະໜ້າທີ່ຂອງອົງການກວດກາພາຍໃນຕໍ່ວຽກງານພາສີ.

....ມາດຕາແປດສິບເຈັດ:ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາແປດສິບເຈັດ:ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດພາລະບົດບາດ,ສິດແລະໜ້າທີ່,ຄວາມຮັບຜິດຊອບຂອງລັດຖະ ການພາສີແຕ່ລະຂັ້ນຕາມຂອບເຂດສິດແລະໜ້າທີ່ຂອງຕົນເພື່ອເຮັດໃຫ້ ວຽກງານພາສີມີປະສິດທິພາບ,ມີຄວາມໂປ່ງໃສແລະຍຸດຕິທໍາ.


....ມາດຕາແປດສິບແປດ:ຮູບການກວດກາ

ມາດຕາແປດສິບແປດ:ຮູບການກວດກາ ການກວດກາລັດຖະການພາສີປະກອບມີສາມຮູບການດັ່ງນີ້: -ການກວດກາຕາມລະບົບປົກກະຕິ; -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; -ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດ ກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາລັດຖະການພາສີ,ເຈົ້າໜ້າທີ່ ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.


..ພາກທີ13ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີ1ນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາແປດສິບເກົ້າ:ການຍ້ອງຍໍ

ມາດຕາແປດສິບເກົ້າ:ການຍ້ອງຍໍ ເຈົ້າໜ້າທີ່ພາສີ,ພະນັກງານ,ທະຫານ,ຕໍາຫຼວດແລະປະຊາ ຊົນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານພາສີດ້ວຍການໃຫ້ຂໍ້ມູນ,ຂ່າວ ສານ,ການຈັບກຸມທາງກົງຫຼືທາງອ້ອມກ່ຽວກັບການລະເມີດລະບຽບກົດ ໝາຍພາສີຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນໆຊຶ່ງລັດຖະບານເປັນ ຜູ້ກໍານົດລະອຽດ. ....ມາດຕາເກົ້າສິບ:ນະໂຍບາຍຕໍ່ຜູ້ເສຍພາສີແລະພັນທະອື່ນໆ

ມາດຕາເກົ້າສິບ:ນະໂຍບາຍຕໍ່ຜູ້ເສຍພາສີແລະພັນທະອື່ນໆ ຜູ້ສົ່ງອອກ-ນໍ້າເຂົ້າສິນຄ້າ,ເຄື່ອງຂອງທີ່ມີຄວາມສັດຊື່ບໍລິສຸດ, ປະຕິບັດຢ່າງຖືກຕ້ອງ,ຄົບຖ້ວນ,ທັນກໍານົດເວລາຕາມລະບຽບກົດໝາຍ ຈະໄດ້ຮັບການຍ້ອງຍໍຊົມເຊີຍແລະຄວາມສະດວກໃນການເຄື່ອນໄຫວກ່ຽວ ກັບການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງ.

...ໝວດທີ2ມາດຕະການຕໍ່ຜູ້ລະເມີດ


....ມາດຕາເກົ້າສິບເອັດ:ມາດຕະການຕໍ່ພະນັກງານພາສີ

ມາດຕາເກົ້າສິບເອັດ:ມາດຕະການຕໍ່ພະນັກງານພາສີ ພະນັກງານພາສີຜູ້ໃດຫາກໄດ້ກະທໍາຜິດຕໍ່ລະບຽບກົດໝາຍ ແຕ່ບໍ່ສ້າງຜົນເສຍຫາຍໃຫ້ແກ່ລາຍຮັບພາສີແລະພັນທະອື່ນໆແມ່ນຈະໄດ້ ຖືກສຶກສາອົບຮົມແລະກ່າວເຕື່ອນ. ສໍາລັບຜູ້ໃດຫາກໄດ້ກະທໍາຜິດຕໍ່ລະບຽບກົດໝາຍແລະສ້າງ ຜົນເສຍຫາຍບໍ່ຫຼວງຫຼາຍຕໍ່ລາຍຮັບພາສີແລະພັນທະອື່ນໆໂດຍເຈດຕະນາ ແມ່ນຈະຖືກປະຕິບັດວິໄນຕາມລະບຽບການແລະທົດແທນຄ່າເສຍຫາຍ. ສໍາລັດຜູ້ໃດທີ່ໄດ້ກະທໍາຜິດຕໍ່ລະບຽບກົດໝາຍແລະສ້າງຜົນ ເສຍຫາຍຫຼວງຫຼາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືບຸກຄົນເຊັ່ນ: ສວຍໃຊ້ຖານະຕໍ່ແໜ່ງ,ສິດອໍານາດ,ໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ,ໃຊ້ ອໍານາດເກີນຂອບເຂດ,ປອມແປງເອກະສານ,ຮັບສິນບົນແມ່ນຈະຖືກດໍາ ເນີນຄະດີຕາມກໍລະນີເບົາຫຼືໜັກຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາເກົ້າສິບສອງ:ມາດຕະການຕໍ່ຜູ້ສົ່ງອອກ-ນໍາເຂົ້າ

ມາດຕາເກົ້າສິບສອງ:ມາດຕະການຕໍ່ຜູ້ສົ່ງອອກ-ນໍາເຂົ້າ ບຸກຄົນຫຼືນິຕິບຸກຄົນທີ່ສົ່ງອອກ-ນໍາເຂົ້າໄດ້ລະເມີດກົດໝາຍສະ ບັບນີ້ຈະຖືກປະຕິບັດມາດຕະການຕ່າງໆເຊັ່ນ:ສຶກສາອົບຮົມ,ກ່າວເຕືອນ, ໃຊ້ແທນຄ່າເສຍຫາຍຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

....ມາດຕາເກົ້າສິບສາມ:ມາດຕະການອື່ນໆ

ມາດຕາເກົ້າສິບສາມ:ມາດຕະການອື່ນໆ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ແຕ່ມາດຕາຫ້າສິບເອັດ ຫາຫ້າສິບເຈັດຂອງກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດຈະຖືກຮິບສິນຄ້າ, ເຄື່ອງຂອງອີກໃນກໍລະນີດັ່ງຕໍ່ໄປນີ້: ໜຶ່ງ:ສັບປ່ຽນຫຼືພະຍາຍາມສັບປ່ຽນສິນຄ້າ,ເຄື່ອງຂອງໃນ ລະບອບງົດເກັບພາສີ; ສອງ:ສັບປ່ຽນຫຼືຖອນສິນຄ້າ,ເຄື່ອງຂອງອອກໃນເວລາຂົນ ສົ່ງຜ່ານແດນ; ສາມ:ສັບປ່ຽນຫຼືຖອນສິນຄ້າ,ເຄື່ອງຂອງທີ່ຢູ່ພາຍໃຕ້ການ ຄວບຄຸມຂອງພາສີ. ຖ້າສານຫາກຕັດສິນລົງໂທດໃນຖານລະເມີດລະບອບງົດ ເກັບພາສີແລ້ວ,ຜູ້ກະທໍາຜິດຈະບໍ່ໄດ້ຮັບອະນຸຍາດໃຫ້ນໍາເອົາສິນຄ້າ ,ເຄື່ອງຂອງເຂົ້າຫຼືອອກຊົ່ວຄາວ,ບໍ່ອະນຸຍາດໃຫ້ສົ່ງສິນຄ້າ,ເຄື່ອງຂອງ ຜ່ານແດນ,ບໍ່ອະນຸຍາດໃຫ້ເອົາສິນຄ້າ,ເຄື່ອງຂອງເຂົ້າໄວ້ໃນສານເປັນ ການຊົ່ວຄາວ. ບຸກຄົນໃດຫາກເອົາຊື່ຂອງຕົນໃຫ້ຜູ້ກະທໍາຜິດສວຍໃຊ້ເພື່ອ ຫຼີກລ້ຽງໂທດທີ່ກ່າວໄວ້ໃນວັກສອງເທິງນີ້ຈະໄດ້ຮັບໂທດສະຖານດຽວ ກັນກັບຜູ້ກະທໍາຜິດ. ເມື່ອສິນຄ້າ,ເຄື່ອງຂອງທີ່ຄວນຮິບນັ້ນຫາກຢຶດບໍ່ໄດ້ແຕ່ມີຫຼັກ ຖານຢັ້ງຢືນໜັກແໜ້ນລັດຖະການພາສີຈະຮ້ອງຂໍໃຫ້ສານຕັດສິນຮິບເປັນ ເງິນແທນກໍ່ໄດ້. ໃນກໍລະນີທີ່ມີການກະທໍາຜິດຫຼາຍສະຖານຈະແມ່ນສະຖານ ເບົາຫຼືໜັກກໍ່ຕາມ,ການປະຕິບັດໂທດຕ່າງໆຈະເພີ່ມຂຶ້ນຕາມລະບຽບກົດ ໝາຍແຕ່ລະສະຖານຂອງການກະທໍາຜິດຢ່າງເໝາະສົມ,ລວມທັງໂຈະ ການສົ່ງອອກ-ນໍາເຂົ້າຫຼືຖອນໃບອະນຸຍາດດໍາເນີນທຸລະກິດ. ..ພາກທີ14ບົດບັນຍັດສຸດທ້າຍ


...ມາດຕາເກົ້າສິບສີ່:ການຈັດຕັ້ງປະຕິບັດ

ມາດຕາເກົ້າສິບສີ່:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວມີໜ້າທີ່ອອກດໍາລັດແລະຈັດຕັ້ງ ປະຕິບັດກົດໝາຍສະບັບນີ້.

...ມາດຕາເກົ້າສິບຫ້າ:ຜົນສັກສິດ

ມາດຕາເກົ້າສິບຫ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍພາສີສະບັບເລກທີສູນສີ່ທັບເກົ້າສີ່ສພຊ,ລົງວັນທີສິບແປດເດືອນກໍລະກົດປີພັນເກົ້າຮ້ອຍກໍາສິບສີ່. ທຸກຂໍ້ກໍານົດ,ກົດລະບຽບທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ