ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) 20-12-2011

From Wikisource
Jump to navigation Jump to search

.ພາສີ (ສະບັບປັບປຸງ) 20-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ນະໂຍບາຍ,ລະບຽບການ ແລະມາດຕະການກ່ຽວກັບການສົ່ງອອກ-ນໍາເຂົ້າ,ການຂົນສົ່ງຜ່ານແດນ ແລະການເຄື່ອນຍ້າຍສິນຄ້າ,ເຄື່ອງຂປງຢູ່ພາຍໃນສາທາລະນະລັດປະຊາ ທິປະໄຕປະຊາຊົນລາວເພື່ອຊຸກຍູ້ສົ່ງເສີມການລົງທຶນ,ປົກປ້ອງຜົນປະ ໂຫຍດອັນຊອບທໍາທາງດ້ານເສດຖະກິດ-ສັງຄົມແລະຄວາມໝັ້ນຄົງຂອງ ຊາດ,ການເຊື່ອມໂຍງກັບສາກົນແນໃສ່ຮັບປະກັນການເກັບລາຍຮັບເຂົ້າ ງົບປະມານແຫ່ງລັດໃຫ້ມີປະສິດທິຜົນ,ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.

...ມາດຕາ 2 (ປັບປຸງ) ພາສີ

ມາດຕາ 2 (ປັບປຸງ) ພາສີ ພາສີແມ່ນພັນທະເປັນເງິນທີ່ມອບໃຫ້ລັດໂດຍບຸກຄົນ,ນິຕິບຸກ ຄົນຫຼືການຈັດຕັ້ງດໍາເນີນການສົ່ງອອກ-ນໍາເຂົ້າ,ການຜ່ານແດນແລະ ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຜ່ານດ່ານພາສີຊາຍແດນຕາມອັດ ຕາທີ່ໄດ້ກໍານົດໄວ້ໃນປຶ້ມສາລະບານອັດຕາພາສີ.

...ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ລັດຖະການພາສີໝາຍເຖິງກົດພາສີ,ພາສີປະຈໍາເຂດ, ດ່ານພາສີຊາຍແດນແລະການຈັດຕັ້ງອື່ນຂອງພາສີຊຶ່ງເປັນການຈັດຕັ້ງ ໜຶ່ງທີ່ຂຶ້ນກັບກະຊວງການເງິນມີຄວວາມຮັບຜິດຊອບໃນການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍພາສີແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງ ລວມສູນເອກະພາບໃນຂອບເຂດທົ່ວປະເທດ; 2. ເຈົ້າໜ້າທີ່ພາສີໝາຍເຖິງພະນັກງານພາສີທີ່ຖືກແຕ່ງ ຕັ້ງໃຫ້ປະຕິບັດໜ້າທີ່ປະຈໍາການຢູ່ລັດຖະການພາສີແຕ່ລະຂັ້ນຫຼືວຽກງານ ສະເພາະກິດໃດໜຶ່ງ; 3. ຜູ້ແຈ້ງພາສີໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ, ຜູ້ບໍລິການແຈ້ງພາສີຫຼືຜູ້ໄດ້ຮັບມອບສິດທີ່ໄດ້ຮັບອະນຸຍາດໃຫ້ແຈ້ງພາສີ ພ້ອມທັງລົງລາຍເຊັນໃນໃບແຈ້ງພາສີເປັນລາຍລະອຽດ; 4. ພັນທະອື່ນໝາຍເຖິງປະເພດອາກອນຕ່າງໆແລະຄ່າທໍາ ນຽມທີ່ໄດ້ກໍານົດໄວ້ໃນລະບຽບການ,ກົດໝາຍວ່າດ້ວຍງົບປະມານຊຶ່ງ ມອບໃຫ້ເຈົ້າໜ້າທີ່ພາສີເກັບ; 5. ການແຈ້ງພາສີເປັນລາຍລະອຽດແບບທົ່ວໄປໝາຍເຖິງ ການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດກ່ຽວກັບສິນຄ້າ, ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າຕາມແບບພິມທີ່ລັດຖະການພາສີກໍານົດ ໄວ້; 6. ການແຈ້ງພາສີເປັນລາຍລະອຽດທາງອີ່ເລັກໂຕຼນິກໝາຍ ເຖິງການນໍາໃຊ້ຂໍ້ມູນຂ່າວສານແລະເຕັກໂນໂລຊີກ່ຽວກັບສິນຄ້າ,ເຄື່ອງ ຂອງຜ່ານລະບົບການແຈ້ງພາສີແບບອັດຕະໂນມັດຂອງລັດຖະການພາ ສີ; 7. ລາຍເຊັນທາງອີເລັກໂຕຼນິກໝາຍເຖິງລາຍເຊັນຂອງຜູ້ແຈ້ງ ພາສີເພື່ອຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນໃນການແຈ້ງພາສີຜ່ານລະບົບ ເອເລັກໂຕຼນິກແລະຮັບຮູ້ໂດຍລັດຖະການພາສີ; 8. ເສັ້ນທາງສະເພາະໝາຍເຖິງເສັ້ນທາງທີ່ເຈົ້າໜ້າທີ່ພາສີກໍາ ນົດເພື່ອຄວບຄຸມການສົ່ງອອກ-ນໍາເຂົ້າ,ການຜ່ານແດນແລະການເຄື່ອນ ຍ້າຍສິນຄ້າ,ເຄື່ອງຂອງ; 9. ການຍຶດສິນຄ້າ,ເຄື່ອງຂອງໝາຍເຖິງການຮັກສາສິນຄ້າ, ເຄື່ອງຂອງໄວ້ຊົ່ວຄາວເພື່ອລໍຖ້າຜົນຂອງການດໍາເນີນຄະດີ; 10. ການອາຍັດສິນຄ້າ,ເຄື່ອງຂອງໝາຍເຖິງການຮັກສາສິນ ຄ້າ,ເຄື່ອງຂອງໄວ້ຊົ່ວຄາວຢູ່ສະຖານທີ່ຂອງຜູ້ຖືກຫາໂດຍຫ້າມຊື້-ຂາຍ ,ໂອນຫຼືຊວດຈໍາເພື່ອລໍຖ້າຜົນຂອງການພິສູດຫຼືຜົນຂອງການດໍາເນີນຄະ ດີ; 11. ການຮິບສິນຄ້າ,ເຄື່ອງຂອງໝາຍເຖິງການເອົາສິນຄ້າ, ເຄື່ອງຂອງທີ່ເປັນຂອງກາງໃນການທໍາຜິດທາງພາສີມາເປັນຂອງລັດ ຕາມຄໍາຕັດສິນຂອງສານ; 12. ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ພາສີໝາຍເຖິງ ລັດຖະການພາສີທຸກຂັ້ນທີ່ໄດ້ຮັບມອບໝາຍເຮັດໜ້າທີ່ສືບສວນ-ສອບ ສວນກ່ຽວກັບການດໍາເນີນແລະແກ້ໄຂຄະດີທາງພາສີ; 13. ດ່ານພາສີຊາຍແດນໝາຍເຖິງດ່ານພາສີສາກົນ,ດ້ານພາ ສີທ້ອງຖິ່ນແລະດ່ານພາສີປະເພນີທີ່ອະນຸຍາດໃຫ້ຜູ້ໂດຍສານ,ພາຫະນະ ແລະສິນຄ້າ,ເຄື່ອງຂອງເຂົ້າ-ອອກ; 14. ການງົດເກັບພາສີໝາຍເຖິງການຢຸດເຊົາເກັບພາສີໃນໂລ ຍະໃດໜຶ່ງໃນເວລາສົ່ງອອກ-ນໍາເຂົ້າສິນຄ້າແຕ່ບໍ່ໃຫ້ເກີນກໍານົດເວລາ ທີ່ໄດ້ບົ່ງໄວ້ໃນລະບຽບກົດໝາຍ; 15. ຄ່າສິ້ນເປືອງໝາຍເຖິງຄ່າໃຊ້ຈ່າຍໃນການດໍາເນີນຄະດີ ທາງພາສີ,ຄ່າຝາກສາງ,ຄ່າຄ່ຽນຖ່າຍ,ຄ່າບໍາລຸງຮັກສາ,ຄ່າຂົນສົ່ງ ແລະອື່ນໆທີ່ກ່ຽວຂ້ອງ.


...ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານພາສີ

ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານພາສີ ລັດສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ່າງໆທີ່ເຄື່ອນໄຫວ ກ່ຽວກັບການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງປະກອບສ່ວນເສຍພັນ ທະໃຫ້ລັດແນໃສ່ພັດທະນາເສດຖະກິດ-ສັງຄົມຂອງຊາດເປັນຕົ້ນວຽກງານ ສຶກສາແລະສາທາລະນະສຸກໃຫ້ມີຄວາມເຂັ້ມແຂງແລະຂະຫຍາຍຕົວຢ່າງ ຕໍ່ເນື່ອງ,ສ້າງຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ຂອງລັດຖະການພາ ສີດ້ວຍການວາງນະໂຍບາຍ,ລະບຽບການ,ການປະກອບແລະພັດທະນາ ບຸກຄະລາກອນ,ການສະໜອງງົບປະມານໃນການກໍ່ສ້າງພື້ນຖານໂຄງລ່າງ ,ພາຫະນະແລະວັດຖຸປະກອນທີ່ຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານພາ ສີ.

...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານພາສີ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານພາສີ ໃນການເຄື່ອນໄຫວວຽກງານພາສີໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1. ຮັບປະກັນການຄຸ້ມຄອງຢ່າງລວມສູນເປັນເອກະພາບໃນຂອບ ເຂດທົ່ວປະເທດ; 2. ຮັບປະກັນການສົ່ງເສີມການຜະລິດ,ການດໍາເນີນທຸລະກິດແລະ ການລົງທຶນໃຫ້ມີການຂະຫຍາຍຕົວ; 3. ຮັບປະກັນຄວາມຍຸຕິທໍາ,ທັນສະໄໝ,ໂປ່ງໃສ,ບໍລິການວ່ອງໄວ ແລະກວດສອບໄດ້; 4. ອໍານວຍຄວາມສະດວກທາງດ້ານການຄ້າແລະສົ່ງເສີມການ ລົງທຶນ; 5. ປະສານສົມທົບຢ່າງກົມກຽວລະຫວ່າງການຄຸ້ມຄອງຕາມສາຍ ຕັ້ງແລະສາຍຂວາງ; 6. ປະຕິບັດພັນທະຕ່າງໆກ່ຽວກັບຂໍ້ຕົກລົງ,ສັນຍາ,ສົນທິສັນຍາ ຂອງພາກພື້ນແລະສາກົນທີ່ສປປລາວເປັນພາຄີ.

...ມາດຕາ 6 (ປັບປຸງ) ສິນຄ້າ,ເຄື່ອງຂອງທີ່ຕ້ອງເສຍພາສີແລະພັນທະອື່ນ

ມາດຕາ 6 (ປັບປຸງ) ສິນຄ້າ,ເຄື່ອງຂອງທີ່ຕ້ອງເສຍພາສີແລະພັນທະອື່ນ ສິນຄ້າ,ເຄື່ອງຂອງທຸກຊະນິດທີ່ສົ່ງອອກ-ນໍາເຂົ້າ ສປປລາວຕ້ອງ ໄດ້ເສຍພາສີແລະພັນທະອື່ນຕາມອັດຕາພາສີທີ່ໄດ້ກໍານົດໄວ້ໃນປ້ອມສາ ລະບານອັດຕາພາສີເວັ້ນເສຍແຕ່ກໍລະນີງົດເກັບຫຼືຍົກເວັ້ນພາສີແລະພັນ ທະອື່ນ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການກ່ຽວກັບການສົ່ງ ອອກ-ນໍາເຂົ້າສິນ້ຄາ,ເຄື່ອງຂອງຕ້ອງເສຍພາສີແລະພັນທະອື່ນຕາມທີ່ໄດ້ ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 7 (ປັບປຸງ) ອານາເຂດພາສີ

ມາດຕາ 7 (ປັບປຸງ) ອານາເຂດພາສີ ອານາເຂດພາສີກວມເອົາຜືນແຜ່ນດິນອັນຄົບຖ້ວນຂອງ ສປປລາວ ທີ່ໄດ້ກໍານົດຂອບເຂດການປະຕິບັດໜ້າທີ່ຂອງເຈົ້ານ້າທີ່ພາສີ. ເຈົ້າໜ້າທີ່ ພາສີສາມາດປະຕິບັດໜ້າທີ່ຂອງຕົນນອກອານາເຂດພາສີຕາມສັນຍາຫຼືອະ ນຸສັນຍາທີ່ລັດຖະບານແຫ່ງສປປລາວໄດ້ຮ່ວມລົງນາມ. ຢູ່ໃນອານາເຂດພາສີບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍບໍ່ຈໍາ ແນກສັນຊາດທີ່ດໍາເນີນກ່ຽວກັບການສົ່ງອອກ-ນໍາເຂົ້າ,ການຜ່ານແດນ ແລະການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຕ້ອງປະຕິບັດຕາມກົດໝາຍສະ ບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

...ມາດຕາ 8 (ໃໝ່) ການຄວບຄຸມທາງພາສີ

ມາດຕາ 8 (ໃໝ່) ການຄວບຄຸມທາງພາສີ ການຄວບຄຸມທາງພາສີແມ່ນການນໍາໃຊ້ຂັ້ນຕອນ,ວິທີການ,ລະ ບຽບການແລະມາດຕະການໂດຍລັດຖະການພາສີຕາມກົດໝາຍສະບັບນີ້ ແລະກົດໝາຍອື່ນທີ່ກ່ຽວຂ້ອງເພື່ອຄວບຄຸມການສົ່ງອອກ-ນໍາເຂົ້າ,ການ ຜ່ານແດນແລະການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງ.

...ມາດຕາ 9 (ປັບປຸງ) ການຮ່ວມມືສາກົນ

ມາດຕາ 9 (ປັບປຸງ) ການຮ່ວມມືສາກົນ ລັດເປີດກ້ວາງແລະສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະ ເທດ,ພາກພື້ນແລະສາກົນກ່ຽວກັບວຽກງານພາສີດ້ວຍການແລກປ່ຽນ ບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຝຶກອົບຮົມແລະການ ກໍ່ສ້າງຍົກລະດັບພະນັກງານແລະວຽກງານອື່ນໆ,ປະຕິບັດສັນຍາ,ອະນຸສັນ ຍາແລະສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 2 ລະບຽບການແລະຂັ້ນຕອນການແຈ້ງພາສີ


...ໝວດທີ 1 ການຈັດລະຫັດສິນຄ້າ,ເຄື່ອງຂອງແລະແຫຼ່ງກໍາເນີດສິນຄ້າ


....ມາດຕາ 10 (ປັບປຸງ) ການຈັດລະຫັດສິນຄ້າ,ເຄື່ອງຂອງ

ມາດຕາ 10 (ປັບປຸງ) ການຈັດລະຫັດສິນຄ້າ,ເຄື່ອງຂອງ ສິນຄ້າ,ເຄື່ອງຂອງທຸກຊະນິດທີ່ສົ່ງອອກ-ນໍາເຂົ້າຕ້ອງໄດ້ແຈ້ງພາ ສີຕາມເລກລະຫັດຂອງແຕ່ລະຊະນິດສິນຄ້າ,ເຄື່ອງຂອງທີ່ໄດ້ກໍານົດໄວ້ໃນ ປຶ້ມສາລະບານອັດຕາພາສີລະບົບເອກະພາບ. ປຶ້ມສາລະບານອັດຕາພາສີຂອງ ສປປລາວ ແມ່ນກໍານົດຂຶ້ນໂດຍ ອີງຕາມສາລະບານລະບົບເອກະພາບຂອງສາກົນຊຶ່ງມີການປັບປຸງໃນແຕ່ ລະໄລຍະ.

....ມາດຕາ 11 (ປັບປຸງ) ແຫຼ່ງກໍາເນີນສິນຄ້າ

ມາດຕາ 11 (ປັບປຸງ) ແຫຼ່ງກໍາເນີນສິນຄ້າ ແຫຼ່ງກໍາເນີນສິນຄ້າແມ່ນປະເທດທີ່ໄດ້ຂຸດຄົ້ນ,ຜະລິດຫຼືຜ່ານຂະ ບວນການຜະລິດຫຼືປຸງແຕ່ງສິນຄ້າຕາມລະບຽບການທີ່ໄດ້ກໍານົດໄວ້ໂດຍ ສອດຄ່ອງກັບລະບຽບການຂອງການນໍາໃຊ້ສາລະບານອັດຕາພາສີ,ການ ກໍານົດທາງດ້ານປະລິມານຂອງສ່ວນປະກອບຫຼືລະບຽບການອື່ນທາງດ້ານ ການຄ້າ. ແຫຼ່ງກໍາເນີດສິນຄ້ານໍາໃຊ້ເພື່ອຢັ້ງຢືນປະເທດຕົ້ນກໍາເນີດຂອງສິນ ຄ້າແລະການໄດ້ຮັບສິດພິເສດໃນການຫຼຸດຜ່ອນອັດຕາພາສີກັບບັນດາປະ ເທດທີ່ລັດຖະບານແຫ່ງ ສປປລາວ ໄດ້ຮ່ວມລົງນາມ.

...ໝວດທີ 2 ມູນຄ່າແຈ້ງພາສີສິນຄ້າ,ເຄື່ອງຂອງ


....ມາດຕາ 12 (ປັບປຸງ) ມູນຄ່າແຈ້ງພາສີສົ່ງອອກ

ມາດຕາ 12 (ປັບປຸງ) ມູນຄ່າແຈ້ງພາສີສົ່ງອອກ ມຸນຄ່າແຈ້ງພາສີສົ່ງອອກແມ່ນມູນຄ່າຕົວຈິງຂອງສິນຄ້າ,ເຄື່ອງ ຂອງລວມທັງຄ່າຂົນສົ່ງທີ່ນໍາສົ່ງຮອດດ່ານພາສີຊາຍແດນບ່ອນສົ່ງອອກ.

....ມາດຕາ 13 (ປັບປຸງ) ມຸນຄ່າແຈ້ງພາສີນໍາເຂົ້າ

ມາດຕາ 13 (ປັບປຸງ) ມຸນຄ່າແຈ້ງພາສີນໍາເຂົ້າ ມຸນຄ່າແຈ້ງພາສີນໍາເຂົ້າແມ່ນມູນຄ່າສິນຄ້າ,ເຄື່ອງຂອງຕົວຈິງ ລວມທັງຄ່າຂົນສົ່ງແລະ/ຫຼືຄ່າປະກັນໄພທີ່ສົ່ງຮອດດ່ານຊາຍແດນບ່ອນ ນໍາເຂົ້າໂດຍສອດຄ່ອງກັບຫຼັກການທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງທົ່ວໄປວ່າ ດ້ວຍພາສີແລະການຄ້າ 1994 ຂອງອົງການການຄ້າໂລກວ່າດ້ວຍ ການກໍານົດມູນຄ່າແຈ້ງພາສີ. ກະຊວງການເງິນເປັນຜູ້ອອກລະບຽບການລະອຽດກ່ຽວກັບຫຼັກ ການປະເມີນມູນຄ່າແຈ້ງພາສີນໍາເຂົ້າ.

...ໝວດທີ 3 ຜູ້ບໍລິການແຈ້ງພາສີແລະຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ


....ມາດຕາ 14 ຜູ້ບໍລິການແຈ້ງພາສີ

ມາດຕາ 14 ຜູ້ບໍລິການແຈ້ງພາສີ ຜູ້ບໍລິການແຈ້ງພາສີມີໜ້າທີ່ບໍລິການແຈ້ງພາສີແທນເຈົ້າຂອງສິນ ຄ້າ,ເຄື່ອງຂອງຫຼືຜູ້ຂົນສົ່ງ. ກະຊວງການເງິນເປັນຜູ້ອອກລະບຽບການກ່ຽວກັບມາດຕະຖານ, ເງື່ອນໄຂແລະຂອບເຂດການເຄື່ອນໄຫວຂອງຜູ້ບໍລິການແຈ້ງພາສີ.

....ມາດຕາ 15 (ໃໝ່) ຄວາມຮັບຜິດຊອບຂອງຜູ້ແຈ້ງເສຍພາສີ

ມາດຕາ 15 (ໃໝ່) ຄວາມຮັບຜິດຊອບຂອງຜູ້ແຈ້ງເສຍພາສີ ຜູ້ແຈ້ງພາສີມີຄວາມຮັບຜິດຊອບດັ່ງນີ້: 1. ພົວພັນກັບລັດຖະການພາສີຕາມລະບຽບການໃນການແຈ້ງ ສິນຄ້າ,ເຄື່ອງຂອງ,ການປະກອບເອກະສານທາງພາສີ,ການແຈ້ງພາສີ ,ການເສຍພາສີແລະພັນທະອື່ນ,ການນໍາເອົາສິນຄ້າ,ເຄື່ອງຂອງອອກ ຈາກດ່ານພາສີຫຼືສາງແທນເຈົ້າຂອງສິນຄ້າ,ເຄື່ອງຂອງ; 2. ພົວພັນກັບລັດຖະການພາສີໃນການລົງທະບຽນເພື່ອນໍາໃຊ້ລະ ບົບການແຈ້ງພາສີທາງອີເລັກໂຕຼນິກ; 3. ແຈ້ງສິນຄ້າ,ເຄື່ອງຂອງຢ່າງຖືກຕ້ອງຕໍ່ລັດຖະການພາສີແລະ ຍື່ນເອກະສານທີ່ກ່ຽວຂ້ອງເພື່ອປະຕິບັດຂັ້ນຕອນທາງພາສີ; 4. ລົງລາຍເຊັນໃສ່ໃບແຈ້ງພາສີເປັນລາຍລະອຽດໃນຮູບແບບ ທາງອີເລັກໂຕຼນິກແລະ/ຫຼືຮູບແບບທົ່ວໄປແທນເຈົ້າຂອງສິນຄ້າ,ເຄື່ອງ ຂອງຕາມການມອບສິດ; 5. ຊໍາລະຄ່າພາສີແລະພັນທະອື່ນແທນເຈົ້າຂອງສິນຄ້າ,ເຄື່ອງ ຂອງ; 6. ເຂົ້າຮ່ວມກວດກາສິນຄ້າ,ເຄື່ອງຂອງຈໍາເຈົ້າໜ້າທີ່ພາສີເປັນ ຕົ້ນເປີດຕູ້ສິນຄ້າ,ຫີບຫໍ່,ນັບຈໍານວນສິນຄ້າ,ເຄື່ອງຂອງ,ຕິດຊັ່ງນໍ້າໜັກ, ວັດແທກ; 7. ເປັນຕົວແທນເຈົ້າຂອງສິນຄ້າ,ເຄື່ອງຂອງ,ຜູ້ຂົນສົ່ງຫຼືຜູ້ບໍລິ ການອື່ນຕໍ່ລັດຖະການພາສີໃນກໍລະນີມີການລະເມີດລະບຽບກົດໝາຍ ກ່ຽວກັບພາສີແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 8. ຈ່າຍຄ່າຂົນສົ່ງ,ຄ່າຄ່ຽນຖ່າຍ,ຄ່າຝາກສາງແລະຄ່າສິ້ນ ເປືອງອື່ນໃນການດໍາເນີນການກວດກາສິນຄ້າ,ເຄື່ອງຂອງ.

...ໝວດທີ 4 ການບໍລິຫານຄວາມສ່ຽງທາງພາສີ


....ມາດຕາ 16 (ໃໝ່) ການບໍລິຫານຄວາມສ່ຽງທາງພາສີ

ມາດຕາ 16 (ໃໝ່) ການບໍລິຫານຄວາມສ່ຽງທາງພາສີ ການບໍລິຫານຄວາມສ່ຽງທາງພາສີແມ່ນການນໍາໃຊ້ກົນໄກຂອງ ລັດຖະການພາສີໃນການວິເຄາະ,ວິໄຈ,ເລືອກເຟັ້ນແຫຼ່ງຂໍ້ມູນເຂົ້າໃນການ ຄວບຄຸມທາງພາສີແນໃສ່ອໍານວຍຄວາມສະດວກໃນການສົ່ງອອກ-ນໍາ ເຂົ້າ,ການຜ່ານແດນ,ການເຄື່ອນຍ້າຍ,ການກວດກາສິນຄ້າ,ເຄື່ອງຂອງ ໂດຍນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ.

....ມາດຕາ 17 (ໃໝ່) ຫຼັກການບໍລິຫານຄວາມສ່ຽງທາງພາສີ

ມາດຕາ 17 (ໃໝ່) ຫຼັກການບໍລິຫານຄວາມສ່ຽງທາງພາສີ ຫຼັກການບໍລິຫານຄວາມສ່ຽງທາງພາສີມີດັ່ງນີ້: 1. ນໍາໃຊ້ການບໍລິຫານຄວາມສ່ຽງຢ່າງມີປະສິດທິຜົນໃນອານາ ເຂດພາສີແລະນໍາໃຊ້ເຂົ້າໃນທຸກວຽກງານທາງພາສີ; 2. ເກັບກໍາຂໍ້ມູນພາຍໃນລັດຖະການພາສີແລະຂະແໜງການອື່ນ ທີ່ກ່ຽວຂ້ອງເພື່ອນໍາໃຊ້ເປັນຂໍ້ມູນໃນການວິເຄາະ,ວິໄຈແລະເລືອກເຟັ້ນ ໃນການບໍລິຫານຄວາມສ່ຽງໃຫ້ມີປະສິດທິຜົນ; 3. ອອກລະບຽບການກ່ຽວກັບການບໍລິຫານຄວາມສ່ຽງແລະສ້າງ ມາດຕະຖານຂອງການບໍລິຫານຄວາມສ່ຽງໄປຄວບຄູ່ກັບຄວາມຈໍາເປັນ ໃນການຈັດຕັ້ງປະຕິບັດການຄວບຄຸມແລະການຄຸ້ມຄອງທາງພາສີຢ່າງມີ ປະສິດທິຜົນ.

...ໝວດທີ 5 ລະບຽບການທາງພາສີແລະການແຈ້ງພາສີ


....ມາດຕາ 18 (ໃໝ່) ລະບຽບການທາງພາສີ

ມາດຕາ 18 (ໃໝ່) ລະບຽບການທາງພາສີ ລະບຽບການທາງພາສີແມ່ນບັນດາບົດບັນຍັດທີ່ກໍານົດອອກເພື່ອ ຄວບຄຸມກ່ຽວກັບການສົ່ງອອກ-ນໍາເຂົ້າ,ການຜ່ານແດນແລະການເຄື່ອນ ຍ້າຍສິນຄ້າ,ເຄື່ອງຂອງພາຍໃນອານາເຂດພາສີ.

....ມາດຕາ 19 (ປັບປຸງ) ການແຈ້ງເອກະສານຂົນສົ່ງແລະພາຫະນະຂົນສົ່ງ

ມາດຕາ 19 (ປັບປຸງ) ການແຈ້ງເອກະສານຂົນສົ່ງແລະພາຫະນະຂົນສົ່ງ ໃນເວລາສິນຄ້າ,ເຄື່ອງຂອງມາຮອດດ່ານພາສີຊາຍແດນຜູ້ແຈ້ງ ພາສີຫຼືຜູ້ຂົນສົ່ງໃຫ້ປະຕິບັດດັ່ງນີ້: 1. ຕ້ອງແຈ້ງເອກະສານຂົນສົ່ງຫຼືແຈ້ງຕາມແບບພິມທີ່ທາງລັດ ຖະການພາສີໄດ້ກໍານົດໄວ້ພາຍໃນຊາວສີ່ຊົ່ວໂມງ; 2. ຕ້ອງແຈ້ງເອກະສານກ່ຽວກັບພາຫະນະຂົນສົ່ງຕໍ່ເຈົ້າໜ້າທີ່ພາ ສີເພື່ອຄຸ້ມຄອງແລະຄວບຄຸມຕາມທີ່ໄດ້ກໍານົດໄວ້ໃນລະບຽບການແລະ ກົດໝາຍສະບັບນີ້; 3. ບໍ່ໃຫ້ຄ່ຽນຖ່າຍສິນຄ້າ,ເຄື່ອງຂອງພາກພາຫະນະຂົນສົ່ງກ່ອນ ການແຈ້ງເອກະສານຂົນສົ່ງເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກເຈົ້າໜ້າ ທີ່ພາສີຫຼືມີເຫດສຸດວິໄສ.

....ມາດຕາ 20 (ປັບປຸງ) ການແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ

ມາດຕາ 20 (ປັບປຸງ) ການແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ ເຄື່ອງຂອງຕິດຕົວຜູ້ໂດຍສານທີ່ອອກ-ເຂົ້າຜ່ານດ່ານພາສີຊາຍ ແດນທາງລົດ,ທາງລົດໄຟ,ທາງເຮືອແລະທາງເຮືອບິນຕ້ອງຢູ່ພາຍໃຕ້ ການຄວບຄຸມທາງພາສີ.ຜູ້ໂດຍສານທີ່ນໍາສິນຄ້າ,ເຄື່ອງຂອງເກີນຈໍາ ນວນຕ້ອງໄດ້ແຈ້ງຕາມແບບພິມທີ່ລັດຖະການພາສີໄດ້ກໍານົດໄວ້ຢ່າງ ຖືກຕ້ອງແລະຄົບຖ້ວນ. ຜູ້ໂດຍສານຕ້ອງປະຕິບັດຕາມລະບຽບການຄວບຄຸມການສົ່ງອອກ -ນໍາເຂົ້າເງິນຕາຕ່າງປະເທດ,ເງິນກີບ,ວັດຖຸມີຄ່າ,ເຄື່ອງວັດຖຸບູຮານ ແລະວັດທະນະທໍາ.

....ມາດຕາ 21 (ປັບປຸງ) ການແຈ້ງສິນຄ້າ,ເຄື່ອງຂອງທາງໄປສະນີ

ມາດຕາ 21 (ປັບປຸງ) ການແຈ້ງສິນຄ້າ,ເຄື່ອງຂອງທາງໄປສະນີ ພັດສະດຸພັນແລະຖົງເມທາງໄປສະນີທີ່ສົ່ງອອກ-ນໍາເຂົ້າຫຼືຜ່ານ ແດນຕ້ອງຢູ່ພາຍໃຕ້ການຄວບຄຸມທາງພາສີແລະຈະສິ້ນສຸດລົງເມື່ອໄດ້ ສໍາເລັດການປະຕິບັດຕາມລະບຽບການທາງພາສີ. ນິຕິບຸກຄົນທີ່ດໍາເນີນທຸລະກິດບໍລິການຈັດສົ່ງແລະແຈກຢາຍພັດສະ ດຸພັນ,ຖົງເມທາງໄປສະນີຕ້ອງແຈ້ງພາສີແທນເຈົ້າຂອງສິນຄ້າ,ເຄື່ອງ ຂອງຕາມລະບຽບກົດໝາຍກ່ຽວກັບພາສີ.

....ມາດຕາ 22 (ປັບປຸງ) ການແຈ້ງພາສີເປັນລາຍລະອຽດ

ມາດຕາ 22 (ປັບປຸງ) ການແຈ້ງພາສີເປັນລາຍລະອຽດ ຜູ້ແຈ້ງພາສີຕ້ອງແຈ້ງພາສີເປັນລາຍລະອຽດແບບທົ່ວໄປແລະ/ຫຼື ທາງອີເລັກໂຕຼນິກກ່ຽວກັບສິນຄ້າ,ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າແລະຜ່ານ ແດນດັ່ງນີ້: 1. ຂໍ້ມູນທີ່ຈໍາເປັນຕ້ອງປະກອບລົງໃນໃບແຈ້ງພາສີເປັນລາຍລະ ອຽດແລະລົງລາຍເຊັນ; 2. ໃບແຈ້ງພາສີເປັນລາຍລະອຽດທີ່ຜ່ານການກວດກາຂອງເຈົ້າ ໜ້າທີ່ພາສີແລ້ວຕ້ອງລົງທະບຽນ; 3. ການລົງລາຍເຊັນລົງໃຈໃບແຈ້ງພາສີເປັນລາຍລະອຽດແບບ ທົ່ວໄປແລະ/ຫຼືທາງອີເລັກໂຕຼນິກມີຄຸນຄ່າເທົ່າທຽມກັນ; 4. ໃບແຈ້ງພາສີເປັນລາຍລະອຽດທີ່ຮັບຮອງແລະລົງທະບຽນ ແລ້ວບໍ່ສາມາດປ່ຽນແປງໄດ້ເວັ້ນເສຍແຕ່ກໍລະນີຜູ້ແຈ້ງພາສີມີຂໍ້ມູນແລະ ຫຼັກຖານຢັ້ງຢືນຕໍ່ລັດຖະການພາສີເພື່ອພິຈາລະນາດັດແກ້ຂໍ້ມູນຊຶ່ງຕ້ອງດໍາ ເນີນການກ່ອນການກວດກາສິນຄ້າ,ເຄື່ອງຂອງຕົວຈິງຂອງເຈົ້າໜ້າທີ່ພາ ສີ; 5. ໃບແຈ້ງພາສີເປັນລາຍລະອຽດແບບທົ່ວໄປທີ່ມີຮອຍລຶບ,ຮອຍ ຂີດຂ້າ,ຮອຍເປື້ອນຖືວ່າໃຊ້ການບໍ່ໄດ້.

....ມາດຕາ 23 (ໃໝ່) ເອກະສານສໍາລັບການແຈ້ງພາສີເປັນລາຍລະອຽດ

ມາດຕາ 23 (ໃໝ່) ເອກະສານສໍາລັບການແຈ້ງພາສີເປັນລາຍລະອຽດ ເອກະສານສໍາລັບການແຈ້ງພາສີເປັນລາຍລະອຽດປະກອບດ້ວຍ: 1. ໃບແຈ້ງພາສີເປັນລາຍລະອຽດ; 2. ໃບແຈ້ງລາຄາ; 3. ເອກະສານຂົນສົ່ງ; 4. ໃບລາຍການຫຸ້ມຫໍ່(ຖ້າມີ); 5. ໃບຢັ້ງຢືນແຫຼ່ງກໍາເນີນສິນຄ້າ(ຖ້າມີ; 6. ໃບອະນຸຍາດສົ່ງອອກ-ນໍາເຂົ້າ(ຖ້າມີ.

....ມາດຕາ 24 (ປັບປຸງ) ກໍານົດເວລາແລະມາດຕະການໃນການແຈ້ງພາສີເປັນລາຍລະອຽດ

ມາດຕາ 24 (ປັບປຸງ) ກໍານົດເວລາແລະມາດຕະການໃນການແຈ້ງ ພາສີເປັນລາຍລະອຽດ ຜູ້ແຈ້ງພາສີຕ້ອງແຈ້ງສິນຄ້າ,ເຄື່ອງຂອງເປັນລາຍລະອຽດພາຍ ໃນກໍານົດສິບຫ້າວັນລັດຖະການນັບແຕ່ວັນເຈົ້າໜ້າທີ່ພາສີໄດ້ບັນທຶກສິນ ຄ້າ,ເຄື່ອງຂອງຕາມເອກະສານຂົນສົ່ງເປັນຕົ້ນໄປ. ຖ້າວ່າຜູ້ແຈ້ງພາສີບໍ່ຮູ້ຂໍ້ມູນລະອຽດກ່ຽວກັບສິນຄ້າ,ເຄື່ອງຂອງ ກໍ່ສາມາດກວດເບິ່ງສິນຄ້າ,ເຄື່ອງຂອງຕົວຈິງຢູ່ສາງຕາມເວລາທີ່ໄດ້ກໍາ ນົດໄວ້ໃນວັກໜຶ່ງເທິງນີ້ເພື່ອປະກອບເອກະສານແຈ້ງພາສີ. ໃນກໍລະນີການແຈ້ງພາສີເປັນລາຍລະອຽດບໍ່ທັນຕາມກໍານົດເວ ລາດັ່ງກ່າວສິນຄ້າ,ເຄື່ອງຂອງຕ້ອງຕົກຢູ່ພາຍໃຕ້ການຄວບຄຸມສະເພາະ ຂອງລັດຖະການພາສີແລະຕ້ອງປະຕິບັດດັ່ງນີ້: 1. ໃຫ້ມາແຈ້ງພາສີເປັນລາຍລະອຽດພາຍໃນສີ່ສິບຫ້າວັນລັດຖະ ການແລະຕ້ອງຖືກປັບໃໝເທົ່າກັບສູນສຸດໜຶ່ງສ່ວນຮ້ອຍ(0,1%)ຂອງມູນ ຄ່າສິນຄ້າ,ເຄື່ອງຂອງ; 2. ຖ້າກາຍກໍານົດເວລາສີ່ສິບຫ້າວັນລັດຖະການພາສີຕ້ອງປະ ກາດຫຼືແຈ້ງການໃຫ້ມາແຈ້ງພາສີເປັນລາຍລະອຽດຕື່ມພາຍໃນກໍານົດ ຊາວເອັດວັນລັດຖະການແລະຕ້ອງຖືກປັບໃໝສູນຈຸດຫ້າສ່ວນຮ້ອຍ(0,5 %)ຂອງມູນຄ່າສິນຄ້າ,ເຄື່ອງຂອງ; 3. ຖ້າກາຍກໍານົດເວລາຊາວເອັດວັນອີກສິນຄ້າ,ເຄື່ອງຂອງ ຕ້ອງຖືກຮິບເປັນຂອງລັດ. ສໍາລັບມາດຕະການໃນການແຈ້ງພາສີກ່ຽວກັບສິນຄ້າ,ເຄື່ອງ ຂອງເພື່ອຮັບໃຊ້ໂຄງການຂອງລັດໄດ້ກໍານົດໄວ້ໃນລະບຽບການຕ່າງ ຫາກ.

....ມາດຕາ 25 (ປັບປຸງ) ການຊໍາລະຄ່າພາສີແລະພັນທະອື່ນ

ມາດຕາ 25 (ປັບປຸງ) ການຊໍາລະຄ່າພາສີແລະພັນທະອື່ນ ພາຍຫຼັງເຈົ້າໜ້າທີ່ພາສີໄດ້ຮັບຮອງການແຈ້ງພາສີເປັນລາຍລະ ອຽດແລ້ວຜູ້ແຈ້ງພາສີຕ້ອງຊໍາລະຄ່າພາສີແລະພັນທະອື່ນເປັນເງິນກີບ ຕາມລະບຽບການໃຫ້ຄົບຖ້ວນຕາມກໍານົດເວລາ.

...ໝວດທີ 6 ການກວດກາແລະການນໍາເອົາສິນຄ້າ,ເຄື່ອງຂອງອອກຈາກດ່ານພາສີຫຼືສາງ


....ມາດຕາ 26 (ປັບປຸງ) ການກວດກາສິນຄ້າ,ເຄື່ອງຂອງອອກຈາກດ່ານພາສີຫຼືສາງ

ມາດຕາ 26 (ປັບປຸງ) ການກວດກາສິນຄ້າ,ເຄື່ອງຂອງອອກຈາກ ດ່ານພາສີຫຼືສາງ ພາຍຫຼັງການແຈ້ງພາສີເປັນລາຍລະອຽດໄດ້ຖືກຮັບຮອງແລະ ລົງທະບຽນແລ້ວເຈົ້າໜ້າທີ່ພາສີຕ້ອງດໍາເນີການກວດກາສິນຄ້າ,ເຄື່ອງ ຂອງທັງໝົດຫຼືບາງສ່ວນແລ້ວແຕ່ເຫັນສົມຄວນ. ການກວດກາສິນຄ້າ,ເຄື່ອງຂອງຕົວຈິງຕ້ອງດໍາເນີນໂດຍຊ້ອງ ໜ້າຜູ້ແຈ້ງພາສີຢູ່ດ່ານພາສີຫຼືຢູ່ໃນສາງເກັບສິນຄ້າຫຼືບໍລິເວນສາງຫຼືໃນ ສະຖານທີ່ອື່ນຊຶ່ງທາງການພາສີໄດ້ກໍານົດໃຫ້. ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບຜົນຂອງການກວດກາສິນຄ້າ, ເຄື່ອງຂອງບາງສ່ວນນັ້ນຜູ້ແຈ້ງພາສີອາດຈະຮ້ອງຂໍໃຫ້ເຈົ້າໜ້າທີ່ພາສີ ທໍາການກວດກາສິນຄ້າ,ເຄື່ອງຂອງທັງໝົດຄືນໃໝ່ກໍ່ໄດ້. ພາຍຫຼັງສິ້ນສຸດການກວດກາສິນຄ້າ,ເຄື່ອງຂອງເຈົ້າໜ້າທີ່ພາສີ ຕ້ອງໄດ້ບັນທຶກຜົນການກວດກາກ່ຽວກັບຊະນິດ,ຈໍານວນ,ນໍ້າໜັກ,ລາຄາ ,ປະເທດຜະລິດ,ພາຫະນະຂົນສົ່ງ,ວັນເວລາແລະສະຖານທີ່ກວດກາສິນຄ້າ ພ້ອມທັງລົງລາຍເຊັນ,ຊື່ແລະນາມສະກຸນໃສ່ໃບແຈ້ງພາສີເປັນລາຍລະ ອຽດແລະ/ຫຼືໃບປ່ອຍສິນຄ້າ,ເຄື່ອງຂອງ. ໃນກໍລະນີຜົນການກວດກາສິນຄ້າ,ເຄື່ອງຂອງບໍ່ຖືກຕ້ອງຕາມຂໍ້ ມູນທີ່ໄດ້ແຈ້ງລົງໃນໃບແຈ້ງພາສີເປັນລາຍລະອຽດແບບທົ່ວໄປແລະ/ຫຼື ໃບແຈ້ງພາສີທາງອີເລັກໂຕຼນິກນັ້ນເຈົ້າໜ້າທີ່ພາສີຕ້ອງເຮັດບົດບັນທຶກ ເພື່ອປະກອບສໍານວນຄະດີ.

....ມາດຕາ 27 (ປັບປຸງ) ການຄໍ້າປະກັນເພື່ອນໍາເອົາສິນຄ້າ,ເຄື່ອງຂອງອອກຈາກດ່ານພາສີຫຼືສາງ

ມາດຕາ 27 (ປັບປຸງ) ການຄໍ້າປະກັນເພື່ອນໍາເອົາສິນຄ້າ,ເຄື່ອງຂອງ ອອກຈາກດ່ານພາສີຫຼືສາງ ການຄໍ້າປະກັນເພື່ອນໍາເອົາສິນຄ້າ,ເຄື່ອງຂອງອອກຈາກດ້ານ ພາສີຫຼືສາງກ່ອນການແຈ້ງພາສີເປັນລາຍລະອຽດຕ້ອງປະຕິບັດດັ່ງນີ້: 1. ຜູ້ແຈ້ງພາສີຕ້ອງເຮັດໃບຄໍາຮ້ອງຂໍອະນຸຍາດຄໍ້າປະກັນນໍາ ລັດຖະການພາສີ; 2. ມູນຄ່າການຄ້ໍາປະກັນຕ້ອງເທົ່າກັບຄ່າພາສີແລະພັນທະອື່ນ ໂດຍບວກເພີ່ມຊາວສ່ວນຮ້ອຍ(20%)ດ້ວຍເງິນສົດຫຼືໜັງສືຄໍ້າປະກັນ ຂອງສະຖາບັນການເງິນຫຼືທະນາຄານຫຼືບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ທີ່ມີຖານະທາງດ້ານການເງິນແລະທີ່ເຊື່ອຖືໄດ້; 3. ພາຍຫຼັງໄດ້ນໍາສິນຄ້າອອກຈາກສາງແລ້ວພາຍໃນກໍານົດສິບ ຫ້າວັນລັດຖະການຕ້ອງແຈ້ງພາສີເປັນລາຍລະອຽດ,ເງິນຫຼືໜັງສືຄໍ້າປະ ກັນຕ້ອງຖືກສົ່ງຄືນ; 4. ຖ້າກາຍກໍານົດເວລາສິບຫ້າວັນລັດຖະການຜູ້ແຈ້ງພາສີຕ້ອງ ຖືກປັບໃໝເທົ່າກັບສູນຈຸດສິບສ່ວນຮ້ອຍ(0,10%)ຂອງມູນຄ່າສິນຄ້າ, ເຄື່ອງຂອງ; 5. ຖ້າຫາກບໍ່ປະຕິບັດຕາມສັນຍາຄໍ້າປະກັນດັ່ງກ່າວແລ້ວກໍ່ຈະຖືກ ດໍາເນີນຄະດີຕາມລະບຽບກົດໝາຍ.

...ໝວດທີ 7 ການຢັ້ງຢືນຮັບຮອງລ່ວງໜ້າແລະການແຈ້ງພາສີກ່ອນສິນຄ້າ,ເຄື່ອງຂອງມາຮອດຊາຍແດນ


....ມາດຕາ 28 (ໃໝ່) ການຢັ້ງຢືນຮັບຮອງລ່ວງໜ້າ

ມາດຕາ 28 (ໃໝ່) ການຢັ້ງຢືນຮັບຮອງລ່ວງໜ້າ ໃນກໍລະນີຜູ້ແຈ້ງພາສີບໍ່ໝັ້ນໃຈໃນການຈັດເລກລະຫັດແລະແຫຼ່ງ ກໍາເນີດສິນຄ້າເພື່ອປະກອບການແຈ້ງພາສີເປັນລາຍລະອຽດຜູ້ແຈ້ງພາ ສີສາມາດຂໍຄໍາແນະນໍາແລະການຢັ້ງຢືນຮັບຮອງລ່ວງໜ້ານໍາລັດຖະ ການພາສີດັ່ງນີ້: 1. ເອກະສານແລະ/ຫຼືຕົວຢ່າງສິນຄ້າຕ້ອງນໍາສະເໜີເປັນລາຍ ລັກອັກສອນຕໍ່ລັດຖະການພາສີ; 2. ລັດຖະການພາສີຕ້ອງພິຈາລະນາຄົ້ນຄວ້າເພື່ອອອກເອກະ ສານຢັ້ງຢືນຮັບຮອງຢ່າງເປັນທາງການພາຍໃນກໍານົດສິບຫ້າວັນລັດ ຖະການນັບແຕ່ວັນໄດ້ຮັບເອກະສານຄົບຖ້ວນແລ້ວ; 3. ໃນກໍລະນີທີ່ລັດຖະການພາສີຕ້ອງການຂໍ້ມູນເພີ່ມເຕີມຜູ້ແຈ້ງ ພາສີຕ້ອງສະໜອງຂໍ້ມູນທີ່ກ່ຽວຂ້ອງພາຍໃນກໍານົດສິບຫ້າວັນລັດຖະ ການນັບແຕ່ວັນໄດ້ຮັບແຈ້ງການຈາກລັດຖະການພາສີ,ຖ້າກາຍກໍານົດ ເວລາດັ່ງກ່າວລັດຖະການພາສີຈະບໍ່ຮັບມາພິຈາລະນາ; 4. ໃບຢັ້ງຢືນຮັບຮອງຈາກລັດຖະການພາສີມີອາຍຸການນໍາໃຊ້ ໄດ້ບໍ່ເກີນໜຶ່ງປີບົນພື້ນຖານຄຸນລັກສະນະຂອງສິນຄ້າ,ເຄື່ອງຂອງທີ່ນໍາ ເຂົ້າບໍ່ມີການປ່ຽນແປງ,ຖ້າມີຂໍ້ມູນ,ຫຼັກຖານຢັ້ງຢືນຢ່າງໜັກແໜ້ນກ່ຽວ ກັບສິນຄ້າ,ເຄື່ອງຂອງທີ່ມີການປ່ຽນແປງນັ້ນໃບຢັ້ງຢືນຮັບຮອງສະບັບ ດັ່ງກ່າວກໍ່ຈະຖືກລົບລ້າງ; 5. ເມື່ອຂໍ້ມູນຫຼືຫຼັກຖານກ່ຽວກັບສິນຄ້າ,ເຄື່ອງຂອງມີການປ່ຽນ ແປງຜູ້ແຈ້ງພາສີຕ້ອງສະເໜີຕໍ່ລັດຖະການພາສີເພື່ອພິຈາລະນາອອກ ເອກະສານຢັ້ງຢືນສະບັບໃໝ່.

....ມາດຕາ 29 (ໃໝ່) ການແຈ້ງພາສີກ່ອນສິນຄ້າ,ເຄື່ອງຂອງມາຮອດດ່ານພາສີຊາຍແດນ

ມາດຕາ 29 (ໃໝ່) ການແຈ້ງພາສີກ່ອນສິນຄ້າ,ເຄື່ອງຂອງມາຮອດ ດ່ານພາສີຊາຍແດນ ເພື່ອອໍານວຍຄວາມສະດວກໃນການສົ່ງອອກ-ນໍາເຂົ້າຜູ້ແຈ້ງພາ ສີສາມາດແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າ,ເຄື່ອງຂອງມາຮອດ ດ່ານພາສີຊາຍແດນແລະໃຫ້ປະຕິບັດດັ່ງນີ້: 1. ຜູ້ແຈ້ງພາສີສາມາດແຈ້ງພາຍໃນກໍານົດເຈັດວັນລັດຖະການ ແລະຕ້ອງປະກອບເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 23 ຂອງກົດໝາຍສະບັບນີ້. 2. ພາຍຫຼັງສິນຄ້າ,ເຄື່ອງຂອງມາຮອດດ່ານພາສີແລ້ວຕ້ອງຊໍາ ລະຄ່າພາສີແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 25 ຂອງກົດ ໝາຍສະບັບນີ້.

..ພາກທີ 3 ສິນຄ້າ,ເຄື່ອງຂອງປະເພດຄວບຄຸມແລະເກືອບຫ້າມ


...ມາດຕາ 30 (ປັບປຸງ) ສິນຄ້າ,ເຄື່ອງຂອງປະເພດຄວບຄຸມ

ມາດຕາ 30 (ປັບປຸງ) ສິນຄ້າ,ເຄື່ອງຂອງປະເພດຄວບຄຸມ ສິນຄ້າ,ເຄື່ອງຂອງປະເພດຄວບຄຸມແມ່ນສິນຄ້າ,ເຄື່ອງຂອງທີ່ໄດ້ ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງດ້ວຍເຫດຜົນຄວາມໝັ້ນຄົງ ຂອງຊາດ,ສຸຂານາໄມ,ສຸຂານາໄມພືດ,ການຮັກສາສິ່ງແວດລ້ອມແລະ ອື່ນໆຊຶ່ງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີ. ການສົ່ງອອກ-ນໍາເຂົ້າ,ການຜ່ານແດນແລະການເຄື່ອນຍ້າຍສິນ ຄ້າ,ເຄື່ອງຂອງປະເພດຄວບຄຸມຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຫຼືຂະແໜງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 31 (ປັບປຸງ) ສິນຄ້າ,ເຄື່ອງຂອງປະເພດເກືອດຫ້າມ

ມາດຕາ 31 (ປັບປຸງ) ສິນຄ້າ,ເຄື່ອງຂອງປະເພດເກືອດຫ້າມ ສິນຄ້າ,ເຄື່ອງຂອງປະເພດເກືອດຫ້າມແມ່ນສິນຄ້າ,ເຄື່ອງຂອງທີ່ ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງເຊັ່ນອາວຸດເສິກ,ຢາເສບ ຕິດ,ວັດຖຸອອກລິດຕໍ່ຈິດປະສາດແລະສານເຄມີອັນຕະລາຍບໍ່ອະນຸຍາດໃຫ້ ສົ່ງອອກ-ນໍາເຂົ້າ,ຜ່ານແດນ,ເຄື່ອນຍ້າຍ,ຊື້-ຂາຍແລະມີສິນຄ້າ,ເຄື່ອງ ຂອງດັ່ງກ່າວໄວ້ໃນຄອບຄອງ.

..ພາກທີ 4 ມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ


...ມາດຕາ 32 (ໃໝ່) ມາດຕະການປົກປ້ອງ

ມາດຕາ 32 (ໃໝ່) ມາດຕະການປົກປ້ອງ ຖ້າເຈົ້າຂອງສິດຕໍ່ຊັບສິນທາງປັນຍາຫາກມີຂໍ້ມູນທີ່ໜ້າເຊື່ອຖືໄດ້ ວ່າການສົ່ງອອກ-ນໍາເຂົ້າຫຼືການຂົນສົ່ງສິນຄ້າຜ່ານແດນມີສິນຄ້າທີ່ລະ ເມີດເຄື່ອງໝາຍການຄ້າຫຼືລະເມີດລິຂະສິດຂອງຕົນເຈົ້າຂອງສິດນັ້ນສາ ມາດປະກອບຄໍາຮ້ອງແລ້ວຍື່ນຕໍ່ລັດຖະການພາສີເພື່ອຂໍໃຫ້ດໍາເນີນການ ກວດກາແລະຍຶດສິນຄ້ານັ້ນໄວ້ຊົ່ວຄາວ.

...ມາດຕາ 33 (ໃໝ່) ການຈັດຕັ້ງປະຕິບັດມາດຕະການປົກປ້ອງ

ມາດຕາ 33 (ໃໝ່) ການຈັດຕັ້ງປະຕິບັດມາດຕະການປົກປ້ອງ ລັດຖະການພາສີເປັນຜູ້ອອກລະບຽບການລະອຽດເພື່ອຈັດຕັ້ງປະ ຕິບັດມາດຕະການປົກປ້ອງທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງກົດໝາຍ ສະບັບນີ້ໂດຍໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍຊັບສິນທາງປັນຍາ,ສັນຍາ ແລະສົນທິສັນຍາສາກົນທີ່ ສປປລາວເປັນພາຄີ.

..ພາກທີ 5 ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງ


...ມາດຕາ 34 (ປັບປຸງ) ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງພາຍໃນອານາເຂດພາສີ

ມາດຕາ 34 (ປັບປຸງ) ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງພາຍໃນອາ ນາເຂດພາສີ ສິນຄ້າ,ເຄື່ອງຂອງທີ່ຕ້ອງປະກອບເອກະສານການເຄື່ອນຍ້າຍ ແມ່ນສິນຄ້າ,ເຄື່ອງຂອງທີ່ຍັງບໍ່ທັນໄດ້ເສຍພາສີແລະພັນທະອື່ນ,ສິນຄ້າ ປອດພາສີ,ສິນຄ້າ,ເຄື່ອງຂອງນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງ ທຶນແລະສິນຄ້າ,ເຄື່ອງຂອງເຄື່ອນຍ້າຍພາຍໃນລະບົບສາງ. ຜູ້ແຈ້ງພາສີທີ່ມີຈຸດປະສົງເຄື່ອນສ້າຍສິນຄ້າ,ເຄື່ອງຂອງພາຍໃນ ອານາເຂດພາສີຕ້ອງໄປຕາມເສັ້ນທາງສະເພາະທີ່ລັດຖະການພາສີກໍາ ນົດເມື່ອຮອດປາຍທາງແລ້ວຕ້ອງນໍາໄປແຈ້ງຕໍ່ເຈົ້ານ້າທີ່ພາສີເພື່ອດໍາ ເນີນຕາມລະບຽບການ.

...ມາດຕາ 35 (ໃໝ່) ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງນອກອານາເຂດພາສີ

ມາດຕາ 35 (ໃໝ່) ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງນອກອານາ ເຂດພາສີ ໃນກໍລະນີມີຄວາມຈໍາເປັນທີ່ບໍ່ສາມາດເຄື່ອນຍ້າຍສິນຄ້າ,ເຄື່ອງ ຂອງພາຍໃນອານາເຂດພາສີໄດ້ລັດຖະການພາສີຈະອະນຸຍາດໃຫ້ເຄື່ອນ ຍ້າຍໂດຍອາໄສດິນແດນຂອງຕ່າງປະເທດຕາມການເຫັນດີຂອງປະເທດ ໃຫ້ຜ່ານ;ສິນຄ້າ,ເຄື່ອງຂອງດັ່ງກ່າວນັ້ນຈະໄດ້ຮັບການຍົກເວັ້ນຄ່າພາສີ ສົ່ງອອກພ້ອມທັງຍົກເວັ້ນການປະຕິບັດລະບຽບການສົ່ງອອກ-ນໍາເຂົ້າ. ການຂົນສົ່ງສິນຄ້າ,ເຄື່ອງຂອງດັ່ງກ່າວຕ້ອງມີໃບແຈ້ງພາສີຕິດ ຕາມໄປນໍາ.

...ມາດຕາ 36 (ປັບປຸງ) ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານແດນສາກົນ

ມາດຕາ 36 (ປັບປຸງ) ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານແດນສາກົນ ຜູ້ດໍາເນີນການຂົນສົ່ງ,ຜູ້ແຈ້ງພາສີທີ່ດໍາເນີນການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນໂດຍຜ່ານດິນແດນຂອງ ສປປລາວຕ້ອງໄດ້ ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງແລະລັດຖະການພາສີແລະໃຫ້ປະ ຕິບັດດັ່ງນີ້: 1. ຜູ້ດໍາເນີນການຂົນສົ່ງຕ້ອງຄໍາປະກັນເປັນແຊັກເງິນສົດຫຼືໜັງ ສືຄໍ້າປະກັນຂອງທະນາຄານຫຼືສະຖາບັນການເງິນເທົ່າກັບຄ່າພາສີແລະ ພັນທະອື່ນ; 2. ຜູ້ດໍາເນີນການຂົນສົ່ງຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງໃນ ການຂົນສົ່ງຕໍ່ລັດຖະການພາສີ; 3. ພາຫະນະຂົນສົ່ງຕ້ອງໄປຕາມເສັ້ນທາງສະເພາະແລະໄລຍະ ເວລາທີ່ລັດຖະການພາສີໄດ້ກໍານົດ; 4. ສິນຄ້າ,ເຄື່ອງຂອງຜ່ານແດນສາກົນແມ່ນຢູ່ພາຍໃຕ້ການ ຄວບຄຸມຂອງເຈົ້າໜ້າທີ່ພາສີໂດຍບໍ່ໃຫ້ຈໍາໜ່າຍ; 5. ໃນກໍລະນີເກີດອຸປະຕິເຫດຫຼືເຫດສຸດວິໄສຕ້ອງແຈ້ງຕໍ່ເຈົ້າໜ້າ ທີ່ພາສີບ່ອນໃກ້ທີ່ສຸດ,ຖ້າມີການຄ່ຽນຖ່າຍສິນຄ້າ,ເຄື່ອງຂອງຕ້ອງໄດ້ຮັບ ອະນຸຍາດຈາກເຈົ້າໜ້າທີ່ພາສີ. ໃນກໍລະນີສິນຄ້າ,ເຄື່ອງຂອງທີ່ໄດ້ຮັບຄວາມເສຍຫາຍຈາກອຸປະ ຕິເຫດຊຶ່ງບໍ່ສາມາດເກັບກູ້ຄືນໄດ້ຫຼືມີຜົນສະທ້ອນຕໍ່ສິ່ງແວດລ້ອມນັ້ນຜູ້ດໍາ ເນີນການຂົນສົ່ງຕ້ອງຮັບຜິດຊອບຕໍ່ລະບຽບກົດໝາຍ ສປປລາວ. 6. ການຂົນສົ່ງສິນຄ້າ,ເຄື່ອງຂອງຜ່ານແດນສາກົນແລະການ ຄໍ້າປະກັນໄດ້ສິ້ນສຸດລົງເມື່ອສິນຄ້າ,ເຄື່ອງຂອງຖືກນໍາອອກຈາກດິນ ແດນ ສປປລາວ ແລະມີການຢັ້ງຢືນຈາກເຈົ້າໜ້າທີ່ພາສີຊາຍແດນ, ເງິນຫຼືໜັງສືຄໍ້າປະກັນຕ້ອງຖືກສົ່ງຄືນໃຫ້ແກ່ເຈົ້າຂອງ.

..ພາກທີ 6 ສາງສິນຄ້າ,ເຄື່ອງຂອງແລະລະບົບສາງ


...ມາດຕາ 37 (ປັບປຸງ) ສາງສິນຄ້າ,ເຄື່ອງຂອງ

ມາດຕາ 37 (ປັບປຸງ) ສາງສິນຄ້າ,ເຄື່ອງຂອງ ສາງສິນຄ້າ,ເຄື່ອງຂອງແມ່ນສະຖານທີ່ເກັບຮັກສາສິນຄ້າ,ເຄື່ອງ ຂອງຊົ່ວຄາວທີ່ຕັ້ງຢູ່ໃນອານາເຂດພາສີແລະຢູ່ພາຍໃຕ້ການຄວບຄຸມຂອງ ເຈົ້າໜ້າທີ່ພາສີເພື່ອລໍຖ້າການແຈ້ງພາສີ.

...ມາດຕາ 38 (ປັບປຸງ) ລະບົບສາງ

ມາດຕາ 38 (ປັບປຸງ) ລະບົບສາງ ລະບົບສາງແມ່ນບັນດາສາງເກັບຮັກສາສິນຄ້າ,ເຄື່ອງຂອງເພື່ອ ສົ່ງອອກ-ນໍາເຂົ້າໃນກໍານົດເວລາອັນແນ່ນອນໂດຍງົດເກັບພາສີແລະຢູ່ ພາຍໃຕ້ການຄຸ້ມຄອງຂອງລັດຖະການພາສີເພື່ອລໍຖ້າການແຈ້ງພາສີ. ລະບົບສາງມີສີ່ປະເພດດັ່ງນີ້: 1. ສາງຈິງແລະມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງທົ່ວໄປທີ່ມີ ລັກສະນະປົກກະຕິຊຶ່ງບໍ່ກວມເອົາສິນຄ້າ,ເຄື່ອງຂອງທີ່ຖືກຈັດໄວ້ໃນປະເພດ ສາງທີ 2,3ແລະ4 ຂອງມາດຕານີ້; 2. ສາງພາງແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງສໍາລັບຮ້ານ ຄ້າປອດພາສີຊຶ່ງມີສັນຍາຄໍ້າປະກັນວ່າຈະຂາຍສິນຄ້າ,ເຄື່ອງຂອງໃຫ້ແກ່ ຜູ້ອອກໄປຕ່າງປະເທດແລະຈໍາໜ່າຍຕາມລະບຽບການສະເພາະ; 3. ສາງອຸດສາຫະກໍາແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງທີ່ ສົ່ງອອກ-ນໍາເຂົ້າຊົ່ວຄາວເພື່ອປະກອບ,ດັດແປງ,ປຸງແຕ່ງຫຼືສ້ອມແປງ ແລ້ວສົ່ງອອກຄືນ; 4. ສາງພິເສດແມ່ນບ່ອນເກັບມ້ຽນສິນຄ້າ,ເຄື່ອງຂອງທີ່ມີລັກສະ ນະພິເສດຊຶ່ງໄດ້ແກ່: - ສັດມີຊີວິດ; - ສິນຄ້າ,ເຄື່ອງຂອງປະເພດຄວບຄຸມຫຼືຕົກຢູ່ໃນການຄຸ້ມຄອງສະ ເພາະ; - ສິນຄ້າ,ເຄື່ອງຂອງທີ່ມີຄວາມສ່ຽງສູງແລະເປັນອັນຕະລາຍຊຶ່ງ ບໍ່ເໝາະສົມເກັບຮັກສາໄວ້ໃນປະເພດສາງອື່ນ. ກະຊວງການເງິນເປັນຜູ້ອະນຸຍາດໃຫ້ສ້າງຕັງສາງ,ກໍານົດລະ ບຽບການຕ່າງໆກ່ຽວກັບສະຖານທີ່ປຸກສ້າງສາງ,ການນໍາໃຊ້,ການຄວບ ຄຸມ,ການກໍານົດເວລາເກັບມ້ຽນສິນຄ້າ,ເຄື່ອງຂອງໄວ້ໃນແຕ່ລະລະບົບ ສາງ.

...ມາດຕາ 39 (ໃໝ່) ສິນຄ້າ,ເຄື່ອງຂອງທີ່ເສື່ອມຄຸນນະພາບໄວ

ມາດຕາ 39 (ໃໝ່) ສິນຄ້າ,ເຄື່ອງຂອງທີ່ເສື່ອມຄຸນນະພາບໄວ ສິນຄ້າ,ເຄື່ອງຂອງທີ່ເສື່ອມຄຸນນະພາບໄວໂດຍບໍ່ມີເຈົ້າຂອງມາ ພົວພັນນັ້ນລັດຖະການພາສີມີສິດປະມູນຂາຍອອກແລະຫັກຄ່າໃຊ້ຈ່າຍຕ່າງ ໆທີ່ຈໍາເປັນໃນການປະມູນ,ສ່ວນເງິນທີ່ຍັງເຫຼືອແມ່ນຮັກສາໄວ້ເພື່ອດໍາ ເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.

...ມາດຕາ 40 (ປັບປຸງ) ລະບຽບການຄຸ້ມຄອງສາງ

ມາດຕາ 40 (ປັບປຸງ) ລະບຽບການຄຸ້ມຄອງສາງ ເຈົ້າໜ້າທີ່ພາສີມີສິດກວດເບິ່ງບັນຊີ,ສິນຄ້າ,ເຄື່ອງຂອງທີ່ຢູ່ໃນ ສາງປະເພດຕ່າງໆໄດ້ທຸກເວລາຕາມລະບຽບການຖ້າເຫັນວ່າມີຄວາມ ຈໍາເປັນ. ໃນກໍລະນີສິນຄ້າ,ເຄື່ອງຂອງຢູ່ໃນສາງມີຈໍານວນບໍ່ຄົບຖ້ວນຕາມ ບັນຊີທີ່ໄດ້ແຈ້ງໄວ້ໃນເບື້ອງຕົ້ນຜູ້ຄຸ້ມຄອງສາງຕ້ອງຮັບຜິດຊອບຕາມລະ ບຽບກົດໝາຍ. ການເຄື່ອນຍ້າຍສິນຄ້າ,ເຄື່ອງຂອງພາຍໃນລະບົບສາງຕ້ອງມີໃບ ເຄື່ອນຍ້າຍສິນຄ້າ,ເຄື່ອງຂອງຈາກເຈົ້າໜ້າທີ່ພາສີ.

..ພາກທີ 7 ການນໍາອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງຊົ່ວຄາວ


...ມາດຕາ 41 (ປັບປຸງ) ການນໍາອອກສິນຄ້າ,ເຄື່ອງຂອງຊົ່ວຄາວ

ມາດຕາ 41 (ປັບປຸງ) ການນໍາອອກສິນຄ້າ,ເຄື່ອງຂອງຊົ່ວຄາວ ການນໍາເອົາສິນຄ້າ,ເຄື່ອງຂອງອອກນອກປະເທດເປັນການຊົ່ວ ຄາວໃນເວລານໍາກັບຄືນປະເທດຖ້າຫາກມີການດັດແປງ,ເສີມແຕ່ງຫຼື ເພີ່ມເຕີມອຸປະກອນໃດໜຶ່ງຕ້ອງໄດ້ເສຍພາສີແລະພັນທະອື່ນຕາມລະບຽບ ການໂດຍຖືເອົາມູນຄ່າຂອງການດັດແປງ,ເສີມແຕ່ງຫຼືເພີ່ມເຕີມອຸປະ ກອນນັ້ນເປັນພື້ນຖານການຄິດໄລ່. ການນໍາເອົາສິນຄ້າ,ເຄື່ອງຂອງໄປວາງສະແດງ,ທົດລອງ,ຄົ້ນ ຄວ້າ,ວິໄຈແລະອື່ນໆຢູ່ຕ່າງປະເທດຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ ,ຄໍ້າປະກັນການນໍາອອກແລະປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ. ຖ້າຫາກແມ່ນສິນຄ້າ,ເຄື່ອງຂອງປະເພດຄວບຄຸມຕ້ອງໄດ້ຮັບອະ ນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ. ສິນຄ້າ,ເຄື່ອງຂອງທີ່ອະນຸຍາດນໍາອອກຊົ່ວຄາວແມ່ນໄດ້ຮັບການ ງົດເກັບພາສີແລະພັນທະອື່ນ.

...ມາດຕາ 42 (ໃໝ່) ການນໍາເຂົ້າຊົ່ວຄາວ

ມາດຕາ 42 (ໃໝ່) ການນໍາເຂົ້າຊົ່ວຄາວ ການນໍາເຂົ້າສິນຄ້າ,ເຄື່ອງຂອງຊົ່ວຄາວມີດັ່ງນີ້: 1. ວັດຖຸສິ່ງຂອງເພື່ອຜະລິດ,ປຸງແຕ່ງ,ປະກອບ,ດັດແປງຫຼືສ້ອມ ແປງ; 2. ພາຫະນະເພື່ອການສໍາຫຼວດອອກແບບຂອງໂຄງການ; 3. ພາຫະນະເພື່ອການທ່ອງທ່ຽວຢ້ຽມຢາມ; 4. ວັດຖຸປະກອນເພື່ອການສໍາຫຼວດອອກແບບຂອງໂຄງການ; 5. ສິນຄ້າ,ເຄື່ອງຂອງເພື່ອການວາງສະແດງ; 6. ເຄື່ອງຂອງເພື່ອການສຶກສາແລະການທົດລອງ; ສິນຄ້າ,ເຄື່ອງຂອງທີ່ກ່າວໄວ້ໃນຂໍ້ 1 ຫາ 6 ເທິງນີ້ແມ່ນໄດ້ຮັບ ການງົດເກັບພາສີແລະພັນທະອື່ນແລະເວລາສົ່ງອອກຄືນແມ່ນໄດ້ຮັບ ການຍົກເວັ້ນພາສີຕາມທີ່ໄດ້ກໍານົດໄວ້ໃນລະບຽບການ.

...ມາດຕາ 43 (ປັບປຸງ) ການນໍາເຂົ້າວັດຖຸສິ່ງຂອງເພື່ອຜະລິດ,ປຸງແຕ່ງ,ປະກອບ,ດັດແປງຫຼືສ້ອມແປງ

ມາດຕາ 43 (ປັບປຸງ) ການນໍາເຂົ້າວັດຖຸສິ່ງຂອງເພື່ອຜະລິດ,ປຸງແຕ່ງ ,ປະກອບ,ດັດແປງຫຼືສ້ອມແປງ ການນໍາເຂົ້າຊົ່ວຄາວວັດຖະສິ່ງຂອງລວມທັງພາຊະນະບັນຈຸແລະ ວັດສະດຸຫຸ້ມຫໍ່ຕ່າງໆເພື່ອຜະລິດ,ປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບຫຼື ເຄິ່ງສໍາເລັດຮູບ,ປະກອບ,ດັດແປງຫຼືສ້ອມແປງແລ້ວນໍາອອກຄືນທີ່ໄດ້ຮັບ ອະນຸຍາດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງແມ່ນໄດ້ຮັບ ການງົດເກັບພາສີແລະໃຫ້ປະຕິບັດດັ່ງນີ້: 1. ຕ້ອງມີແຜນການນໍາເຂົ້າແລະ/ຫຼືສູດການຜະລິດສະເໜີຕໍ່ລັດ ຖະການພາສີ; 2. ຕ້ອງປະຕິບັດຕາມກໍານົດເວລາຂອງລະບຽບການນໍາເຂົ້າຊົ່ວ ຄາວ,ຖ້າປະຕິບັດບໍ່ໄດ້ຕ້ອງສະເໜີຕໍລັດຖະການພາສີ; 3. ສິ່ງທີ່ເຫຼືອຈາກການຜະລິດ,ການປຸງແຕ່ງ,ການປະກອບ,ການ ດັດແປງຫຼືຜະລິດຕະພັນສໍາເລັດຮູບ,ເຄິ່ງສໍາເລັດຮູບທີ່ມີຄຸນນະພາບບໍ່ ສອດຄ່ອງກັບເງື່ອນໄຂສົ່ງອອກຄືນໄດ້ນັ້ນຕ້ອງໄດ້ເສຍພາສີແລະພັນທະ ອື່ນຕາມລະບຽບການ.ໃນກໍລະນີສິ່ງທີ່ເຫຼືອບໍ່ສາມາດນໍາໃຊ້ໄດ້ຫຼືເປັນຜົນ ກະທົບຕໍ່ສຸຂະພາບແລະສິ່ງແວດລ້ອມຕ້ອງທໍາລາຍຖິ້ມຕາມລະບຽບການ ແລ້ວແຈ້ງຕໍ່ເຈົ້າໜ້າທີ່ພາສີຊາບ.

...ມາດຕາ 44 (ປັບປຸງ) ການນໍາເຂົ້າພາຫະນະເພື່ອການສໍາຫຼວດອອກແບບຂອງໂຄງການ

ມາດຕາ 44 (ປັບປຸງ) ການນໍາເຂົ້າພາຫະນະເພື່ອການສໍາຫຼວດອອກ ແບບຂອງໂຄງການ ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຈຸດປະ ສົງນໍາເຂົ້າຊົ່ວຄາວພາຫະນະເພື່ອນໍາໃຊ້ເຂົ້າໃນການສໍາຫຼວດອອກແບບ ຂອງໂຄງການຕາມສັນຍາກັບລັດຖະບານແຫ່ງ ສປປລາວໃຫ້ປະຕິບັດ ຕາມເງື່ອນໄຂດັ່ງນີ້: 1. ການນໍາເຂົ້າພາຫະນະແມ່ນອີງໃສ່ແຜນແມ່ບົດ,ບໍລິມາດວຽກ ຕົວຈິງຂອງໂຄງການແລະສັນຍາກັບຂະແໜງການທີ່ກ່ຽວຂ້ອງ; 2. ການນໍາເຂົ້າພາຫະນະດັ່ງກ່າວຕ້ອງມີໃບທະບຽນນໍາໃຊ້ຢ່າງ ຖືກຕ້ອງຢູ່ຕ່າງປະເທດ; 3. ການນໍາເຂົ້າພາຫະນະຕ້ອງເຮັດສັນຍາຄໍ້າປະກັນນໍາລັດຖະ ການພາສີແລະມີກໍານົດເວລານໍາໃຊ້ບໍ່ເກີນສອງປີຫຼືບໍ່ກາຍວັນສິ້ນສຸດ ຂອງໂຄງການ.ຖ້າມີຈຸດປະສົງຂໍຕໍ່ອາຍຸຂອງສັນຍາຄໍ້າປະກັນຕ້ອງນໍາ ເອກະສານແລະພາຫະນະສະເໜີຕໍ່ລັດຖະການພາສີກ່ອນວັນໝົດກໍານົດ ສັນຍາຄໍ້າປະກັນສາມສິບວັນເພື່ອພິຈາລະນາ; 4. ໃນກໍລະນີທີ່ສາມາດນໍາອອກຄືນໄດ້ຕ້ອງນໍາເອກະສານແລະ ພາຫະນະສະເໜີຕໍ່ລັດຖະການພາສີກ່ອນວັນໝົດກໍານົດສັນຍາຄໍ້າປະກັນ ສາມສິບວັນເພື່ອພິຈາລະນາ.

...ມາດຕາ 45 (ປັບປຸງ) ການນໍາເຂົ້າພາຫະນະເພື່ອການທ່ອງທ່ຽວຢ້ຽມຢາມ

ມາດຕາ 45 (ປັບປຸງ) ການນໍາເຂົ້າພາຫະນະເພື່ອການທ່ອງທ່ຽວ ຢ້ຽມຢາມ ຜູ້ມີຈຸດປະສົງນໍາພາຫະນະເຂົ້າມາເພື່ອທ່ອງທ່ຽວຢ້ອມຢາມຫຼືພົວ ພັນວຽກງານຕ້ອງປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວ ຂ້ອງແລະເງື່ອນໄຂດັ່ງນີ້: 1. ຕ້ອງແຈ້ງລາຍລະອຽດຂອງພາຫະນະຕໍ່ເຈົ້າໜ້າທີ່ພາສີເພື່ອ ດໍາເນີນຕາມລະບຽບການ; 2. ຕ້ອງແມ່ນພາຫະນະທີ່ຂຶ້ນທະບຽນແລ້ວຢູ່ຕ່າງປະເທດ; 3. ຕ້ອງນໍາພາຫະນະດັ່ງກ່າວອອກຄືນຕາມກໍານົດເວລາແລະ ຕາມດ່ານພາສີຊາຍແດນທີ່ເຈົ້າໜ້າທີ່ພາສີໄດ້ກໍານົດ,ຖ້າກາຍກໍານົດ ເວລາດັ່ງກ່າວຕ້ອງຖືກປັບໃໝຕາມລະບຽບການ; 4. ໃນກໍລະນີມີຈຸດປະສົງຂໍຕໍ່ອາຍຸຂອງໃບອະນຸຍາດຕ້ອງນໍາເອົາ ເອກະສານແລະພາຫະນະສະເໜີຕໍ່ລັດຖະການພາສີກ່ອນວັນໝົດກໍານົດ ຂອງໃບອະນຸຍາດດັ່ງກ່າວສອງວັນເພື່ອພິຈາລະນາ.

...ມາດຕາ 46 (ປັບປຸງ) ການນໍາເຂົ້າວັດຖຸປະກອນເພື່ອການສໍາຫຼວດອອກແບບຂອງໂຄງການ

ມາດຕາ 46 (ປັບປຸງ) ການນໍາເຂົ້າວັດຖຸປະກອນເພື່ອການສໍາຫຼວດ ອອກແບບຂອງໂຄງການ ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຈຸດປະ ສົງນໍາເຂົ້າຊົ່ວຄາວວັດຖຸປະກອນເປັນຕົ້ນເຄື່ອງຈັກ,ເຄື່ອງມືເພື່ອນໍາໃຊ້ ເຂົ້າໃນການສໍາຫຼວດອອກແບບແລະການຜະລິດຂອງໂຄງການຕາມສັນ ຍາກັບລັດຖະບານແຫ່ງສປປລາວຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: 1. ການນໍາເຂົ້າວັດຖຸປະກອນແມ່ນອີງໃສ່ແຜນແມ່ບົດ,ບໍລິມາດ ວຽກຕົວຈິງຂອງໂຄງການແລະສັນຍາກັບຂະແໜງການທີ່ກ່ຽວຂ້ອງ; 2. ການນໍາເຂົ້າວັດຖຸປະກອນມີອາຍຸການນໍາໃຊ້ຕະຫຼອດໄລຍະ ເວລາຂອງໂຄງການແລະສາມາດນໍາອອກຄືນໄດ້ຕາມຈໍານວນເດີມ; 3. ການນໍາເຂົ້າດັ່ງກ່າວແມ່ນຖືກງົດເກັບພາສີແລະພັນທະອື່ນ ແລະຢູ່ພາຍໃຕ້ການຄວບຄຸມຂອງລະບຽບການນໍາເຂົ້າຊົ່ວຄາວ; 4. ການນໍາເຂົ້າວັດຖຸປະກອນຕ້ອງເຮັດສັນຍາຄໍ້າປະກັນນໍາລັດ ຖະການພາສີຊຶ່ງມີກໍານົດເວລານໍາໃຊ້ບໍ່ເກີນໜຶ່ງປີ,ຖ້າມີຈຸດປະສົງຂໍຕໍ່ ອາຍຸຂອງສັນຍາຄໍ້າປະກັນຕ້ອງນໍາເອກະສານສະເໜີຕໍ່ລັດຖະການພາສີ ກ່ອນວັນໝົດກໍານົດສັນຍາຄໍ້າປະກັນສາມສິບວັນເພື່ອພິຈາລະນາ; 5. ໃນກໍລະນີບໍ່ສາມາດນໍາອອກຄືນໄດ້ຕ້ອງນໍາເອກະສານສະເໜີ ຕໍ່ລັດຖະການພາສີກ່ອນວັນໝົດກໍານົດສັນຍາຄໍ້າປະກັນສາມສິບວັນເພື່ອ ພິຈາລະນາ.

...ມາດຕາ 47 (ປັບປຸງ) ການນໍາເຂົ້າສິນຄ້າ,ເຄື່ອງຂອງເພື່ອການວາງສະແດງ

ມາດຕາ 47 (ປັບປຸງ) ການນໍາເຂົ້າສິນຄ້າ,ເຄື່ອງຂອງເພື່ອການວາງ ສະແດງ ການນໍາເຂົ້າສິນຄ້າ,ເຄື່ອງຂອງເປັນການຊົ່ວຄາວເພື່ອການວາງ ສະແດງໃຫ້ປະຕິບັດຕາມລະບຽບການດັ່ງນີ້: 1. ຕ້ອງມີເອກະສານຢັ້ງຢືນຫຼືມີການຄໍ້າປະກັນຈາກຂະແໜງການ ທີ່ກ່ຽວຂ້ອງ; 2. ຕ້ອງເຮັດໜັງສືຄໍ້າປະກັນນໍາລັດຖະການພາສີ; 3. ຕ້ອງນໍາອອກຄືນຕາມຈໍານວນແລະສະພາບເດີມເມື່ອການ ວາງສະແດງໄດ້ສິ້ນສຸດແລ້ວ.

...ມາດຕາ 48 (ໃໝ່) ການນໍາເຂົ້າເຄື່ອງຂອງເພື່ອການສຶກສາແລະການທົດລອງ

ມາດຕາ 48 (ໃໝ່) ການນໍາເຂົ້າເຄື່ອງຂອງເພື່ອການສຶກສາແລະການ ທົດລອງ ການນໍາເຂົ້າເຄື່ອງຂອງເປັນການຊົ່ວຄາວເພື່ອການສຶກສາແລະ ການທົດລອງທີ່ບໍ່ແມ່ນລັກສະນະທາງການຄ້າຕ້ອງມີເອກະສານຢັ້ງຢືນ ຈາກຂະແໜງການທີ່ກ່ຽວຂ້ອງແລະນໍາອອກຄືນຕາມຈໍານວນເດີມ.

...ມາດຕາ 49 (ໃໝ່) ມາດຕະການຄຸ້ມຄອງການນໍາເຂົ້າຊົ່ວຄາວ

ມາດຕາ 49 (ໃໝ່) ມາດຕະການຄຸ້ມຄອງການນໍາເຂົ້າຊົ່ວຄາວ ຜູ້ເຮັດສັນຍາຄໍ້າປະກັນນໍາລັດຖະການພາສີຕ້ອງປະຕິບັດຕາມກໍາ ນົດເວລາແລະເງື່ອນໄຂທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ. ສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວບໍ່ອະນຸຍາດໃຫ້ໂອນກໍາມະ ສິດ,ຊວດຈໍາ,ແລກປ່ຽນ,ຊື້-ຂາຍແລະນໍາໃຊ້ໂດຍບໍ່ຖືກເປົ້າໝາຍ. ຖ້າມີ ການລະເມີດຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ. ໃນກໍລະນີມີຄວາມຈໍາເປັນຕ້ອງການຊົມໃຊ້ພາຍໃນຕ້ອງໄດ້ຮັບອະ ນຸຍາດຈາກລັດຖະການພາສີ.

..ພາກທີ 8 ການຍົກເວັ້ນ,ການງົດເກັບພາສີແລະພັນທະອື່ນ


...ໝວດທີ 1 ການຍົກເວັ້ນ,ການງົດເກັບພາສີແລະພັນທະອື່ນທາງການທູດແລະອົງການຈັດຕັ້ງສາກົນ


....ມາດຕາ 50 (ປັບປຸງ) ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບໃຊ້ທາງການທູດ

ມາດຕາ 50 (ປັບປຸງ) ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບ ໃຊ້ທາງການທູດ ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບໃຊ້ທາງການທູດ ຊຶ່ງໄດ້ປະຕິບັດຕາມສົນທິສັນຍາກຸງວຽນວ່າດ້ວຍການພົວພັນທາງການ ທູດສະບັບລົງວັນທີ 18 ເມສາ 1961 ແລະໄດ້ຮັບການຢັ້ງຢືນຈາກກະ ຊວງການຕ່າງປະເທດແຫ່ງ ສປປລາວ ແມ່ນໄດ້ຮັບການຍັກເວັ້ນ,ການ ງົດເກັບພາສີແລະພັນທະອື່ນ.

....ມາດຕາ 51 (ປັບປຸງ) ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບໃຊ້ອົງການຈັດຕັ້ງສາກົນ

ມາດຕາ 51 (ປັບປຸງ) ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບ ໃຊ້ອົງການຈັດຕັ້ງສາກົນ ການນໍາເຂົ້າເຄື່ອງຂອງແລະພາຫະນະເພື່ອຮັບໃຊ້ອົງການຈັດຕັ້ງ ສາກົນຫຼືອົງການຈັດຕັ້ງຕ່າງປະເທດທີ່ບໍ່ສັງກັດລັດຖະບານແລະຜູ້ຊ່ຽວ ຊານຕ່າງປະເທດປະຈໍາໂຄງການໂດຍໄດ້ຮັບການຢັ້ງຢືນຫຼືການອະນຸ ຍາດຈາກກະຊວງການຕ່າງປະເທດແປ່ງ ສປປລາວ ແມ່ນໄດ້ຮັບການ ຍົກເວັ້ນ,ການງົດເກັບພາສີແລະພັນທະອື່ນ.

....ມາດຕາ 52 (ໃໝ່) ການສິ້ນສຸດການຍົກເວັ້ນ,ການງົດເກັບພາສີແລະພັນທະອື່ນ

ມາດຕາ 52 (ໃໝ່) ການສິ້ນສຸດການຍົກເວັ້ນ,ການງົດເກັບພາສີແລະ ພັນທະອື່ນ ເຄື່ອງຂອງແລະພາຫະນະທີ່ໄດ້ຮັບການຍົກເວັ້ນ,ການງົດເກັບພາ ສີແລະພັນທະອື່ນໆຂອງນັກການທູດ,ອົງການຈັດຕັ້ງສາກົນ,ອົງການຈັດ ຕັ້ງຕ່າງປະເທດທີ່ບໍ່ສັງກັດລັດຖະບານແລະຜູ້ຊ່ຽວຊານຕ່າງປະເທດປະ ຈໍາໂຄງການພາຍຫຼັງສິ້ນສຸດໜ້າທີ່ຢູ່ ສປປລາວ ແລ້ວໃຫ້ນໍາເຄື່ອງຂອງ ແລະພາຫະນະດັ່ງກ່າວອອກຄືນ,ຖ້າຫາກມີຈຸດປະສົງຊົມໃຊ້ພາຍໃນກໍ່ ຕ້ອງໄດ້ເສຍພາສີແລະພັນທະອື່ນຕາມລະບຽບການ.

...ໝວດທີ 2 ການຍົກເວັ້ນພາສີແລະພັນທະອື່ນທົ່ວໄປ


....ມາດຕາ 53 (ປັບປຸງ) ການຍົກເວັ້ນພາສີແລະພັນທະອື່ນທົ່ວໄປ

ມາດຕາ 53 (ປັບປຸງ) ການຍົກເວັ້ນພາສີແລະພັນທະອື່ນທົ່ວໄປ ສິນຄ້າ,ເຄື່ອງຂອງນໍາເຂົ້າທີ່ໄດ້ຮັບການຍົກເວັ້ນພາສີແລະພັນ ທະອື່ນທົ່ວໄປມີດັ່ງນີ້: 1. ເຄື່ອງຕິດຕົວຂອງຜູ້ໂດຍສານ; 2. ເຄື່ອງຮັບໃຊ້ບາງປະເພດໃນເວລາຍົກຍ້າຍບ່ອນຢູ່; 3. ຂອງຂວັນຂອງຄະນະຜູ້ແທນທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ; 4. ສິນຄ້າ,ເຄື່ອງຂອງທີ່ໄດ້ຈາກແຫຼ່ງເງິນຊ່ວຍເຫຼືອແລະກູ້ຢືມ ຂອງລັດຖະບານ; 5. ເຄື່ອງຮັບໃຊ້ອັນຈໍາເປັນແກ່ການສຶກສາ,ສາທາລະນະສຸກ, ການຄົ້ນຄວ້າວິທະຍາສາດ,ເຄື່ອງຂອງຕົວຢ່າງແລະທາງສາສະໜາ; 6. ເຄື່ອງຮັບໃຊ້ວິຊາສະເພາະໃນການປ້ອງກັນຊາດ,ປ້ອງກັນ ຄວາມສະຫງົບ. ລັດຖະບານເປັນຜູ້ກໍານົດລະອຽດກ່ຽວກັບສິນຄ້າ,ເຄື່ອງຂອງທີ່ ຈະຍົກເວັ້ນພາສີ.ໃນກໍລະນີທີ່ຈໍາເປັນລັດຖະບານກໍ່ມີສິດສະເໜີຕໍ່ຄະນະປະ ຈໍາສະພາແຫ່ງຊາດເພື່ອພິຈາລະນາກໍານົດລາຍການສິນຄ້າ,ເຄື່ອງຂອງ ຍັກເວັ້ນພາສີເພີ່ມເຕີມ.

....ມາດຕາ 54 (ປັບປຸງຝ ການຍົກເວັ້ນພາສີສໍາລັບເຄື່ອງຕິດຕົວ

ມາດຕາ 54 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງຕິດຕົວ ຜູ້ໂດຍສານທີ່ເດີນທາງເຂົ້າມາໃນ ສປປລາວ ທີ່ມີເຄື່ອງຕິດຕົວ ຈະໄດ້ຮັບນະໂຍບາຍຍົກເວັ້ນພາສີແລະພັນທະອື່ນດັ່ງນີ້: 1. ວັດຖຸມີຄ່າຕ່າງໆແລະເງິນຕາຕ່າງປະເທດທີ່ມີມູນຄ່າບໍ່ເກີນ ຈໍານວນທີ່ທະນາຄານແຫ່ງ ສປປລາວ ກໍານົດໄວ້; 2. ເຫຼົ້າທຸກຊະນິດບໍ່ເກີນຈໍານວນ 2 ລິດ,ເບຍທຸກຊະນິດບໍ່ເກີນ 5 ລິດ,ເຫຼົ້າແວງທຸກຊະນິດບໍ່ເກີນ 3 ລິດ; 3. ຢາສູບທຸກຊະນິດບໍ່ເກີນ 1 ຕຸດ (200 ກອກ), ຢາສູບຊິກາບໍ່ ເກີນ 50 ກອກຫຼືໃບຢາສູບບໍ່ເກີນ 250 ກຼາມ; 4. ນໍ້າຫອມແລະຫົວນໍ້າຫອມບໍ່ເກີນຊະນິດລະໜຶ່ງຢ່າງ.

....ມາດຕາ 55 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງຮັບໃຊ້ບາງປະເພດໃນເວລາຍົກຍ້າຍບ່ອນຢູ່

ມາດຕາ 55 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງຮັບໃຊ້ບາງປະ ເພດໃນເວລາຍົກຍ້າຍບ່ອນຢູ່ ນັກສຶກສາ,ລັດຖະກອນ,ນັກການທູດທີ່ສໍາເລັດວຽກງານຢູ່ຕ່າງ ປະເທດແລະຄົນຕ່າງປະເທດທີ່ມີຈຸດປະສົງຍົກຍ້າຍມາຢູ່ແບບຖາວອນ ທີ່ນໍາເຂົ້າເຄື່ອງຮັບໃຊ້ບາງປະເພດແລະຂອງຂວັນຂອງຄະນະຜູ້ແທນທີ່ ໄປເຄື່ອນໄຫວຢູ່ຕ່າງປະເທດນອກຈາກພາຫະນະຂັບເຄື່ອນດ້ວຍເຄື່ອງ ຈັກຈະໄດ້ຮັບນະໂຍບາຍຍົກເວັ້ນພາສີແລະພັນທະອື່ນດ່ັງນີ້: 1. ເຄື່ອງຂອງບາງຊະນິດແລະບາງຈໍານວນທີ່ບໍ່ມີລັກສະນະທາງ ການຄ້າ; 2. ເຄື່ອງໃຊ້ທີ່ຈໍາເປັນສໍາລັບຄົວເຮືອນ; 3. ວັດຖຸສິ່ງຂອງທີ່ໄດ້ຈາກການສືບທອດມູນມໍລະດົກ.

....ມາດຕາ 56 (ປັບປຸງ) ການຍົກເວັ້ນພາສີສໍາລັບສິນຄ້າ,ເຄື່ອງຂອງທີ່ໄດ້ຈາກແຫຼ່ງເງິນຊ່ວຍເຫຼືອແລະກູ້ຢືມຂອງລັດຖະບ

ມາດຕາ 56 (ປັບປຸງ) ການຍົກເວັ້ນພາສີສໍາລັບສິນຄ້າ,ເຄື່ອງຂອງທີ່ ໄດ້ຈາກແຫຼ່ງເງິນຊ່ວຍເຫຼືອແລະກູ້ຢືມຂອງລັດຖະບານ ການນໍາເຂົ້າສິນຄ້າ,ເຄື່ອງຂອງທີ່ໄດ້ຈາກແຫຼ່ງເງິນຊ່ວຍເຫຼືອ ແລະກູ້ຢືມຂອງລັດຖະບານຈາກຕ່າງປະເທດ,ເຄື່ອງຊ່ວຍເຫຼືອດ້ານມະ ນຸດສະທໍາແລະໄພທໍາມະຊາດຈະໄດ້ຮັບການຍົກເວັ້ນພາສີແລະພັນທະ ອື່ນຕາມການຕົກລົງຂອງລັດຖະບານ.

....ມາດຕາ 57 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງຮັບໃຊ້ອັນຈໍາເປັນແກ່ການສຶກສາ,ສາທາລະນະສຸກ,ການຄົ້ນຄວ້າທາງວ

ມາດຕາ 57 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງຮັບໃຊ້ອັນຈໍາ ເປັນແກ່ການສຶກສາ,ສາທາລະນະສຸກ,ການຄົ້ນຄວ້າທາງວິທະຍາສາດ ,ເຄື່ອງຂອງຕົວຢ່າງແລະທາງສາສະໜາ ການນໍາເຂົ້າເຄື່ອງຂອງບາງຊະນິດທີ່ຈໍາເປັນແລະບໍ່ມີລັກ ສະນະທາງການຄ້າແມ່ນໄດ້ຮັບການຍົກເວັ້ນພາສີແລະພັນທະອື່ນມີດັ່ງ ນີ້: 1. ສໍາລັບເຄື່ອງຮັບໃຊ້ການສຶກສາ,ສາທາລະນະສຸກ,ການ ຄົ້ນຄວ້າວິທະຍາສາດ,ເຄື່ອງຂອງຕົວຢ່າງຕ້ອງໄດ້ຮັບການຢັ້ງຢືນຈາກ ຂະແໜງການທີ່ກ່ຽວຂ້ອງ; 2. ສໍາລັບເຄື່ອງຮັບໃຊ້ທາງສາສະໜາເຊັ່ນພະພຸດທະຮູບ, ເຄື່ອງສັກກະລະບູຊາ,ວັດຖຸປະກອນທີ່ຈໍາເປັນແລະເຄື່ອງຮັບໃຊ້ພິທີການ ທາງສາສະໜາຕ້ອງໃຫ້ມີໜັງສືຢັ້ງຢືນຈາກອົງການແນວລາວສ້າງຊາດ ໂດຍການປະສານສົມທົບກັບຂະແໜງການຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ.

....ມາດຕາ 58 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງໃຊ້ວິຊາສະເພາະໃນການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

ມາດຕາ 58 (ປັບປຸງ) ການຍົກເວັ້ນພາສີສໍາລັບເຄື່ອງໃຊ້ວິຊາສະເພາະ ໃນການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ການນໍາເຂົ້າວັດຖຸ,ເຄື່ອງຂອງ,ອາວຸດຍຸດໂທປະກອນແລະ ພາຫະນະວິຊາສະເພາະເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຊາດ,ປ້ອງ ກັນຄວາມສະຫງົບແມ່ນໄດ້ຮັບການຍົກເວັ້ນພາສີແລະພັນທະອື່ນ.

....ມາດຕາ 59 (ໃໝ່) ການຍົກເວັ້ນພາສີສົ່ງອອກທົ່ວໄປ

ມາດຕາ 59 (ໃໝ່) ການຍົກເວັ້ນພາສີສົ່ງອອກທົ່ວໄປ ການສົ່ງອອກຜະລິດຕະພັນກະສິກໍາທີ່ໄດ້ຈາກການຜະລິດ, ການປູກແລະການລ້ຽງ,ສິນຄ້າອຸດສາຫະກໍາທີ່ຜ່ານຂະບວນການຜະລິດ ຫຼືປຸງແຕ່ງ,ຜະລິດຕະພັນຫັດຖະກໍາຈະໄດ້ຮັບການຍົກເວັ້ນພາສີສົ່ງອອກ ເວັ້ນເສຍແຕ່ບາງລາຍການສິນຄ້າ,ເຄື່ອງຂອງທີ່ໄດ້ກໍານົດໃຫ້ມີການ ເກັບພາສີສົ່ງອອກ.

..ພາກທີ 9 ການຍົກເວັ້ນ,ການງົດເກັບຫຼືຫຼຸດຜ່ອນພາສີແລະພັນທະອື່ນຂອງການລົງທຶນ


...ມາດຕາ 60 (ໃໝ່) ການສົ່ງອອກ-ນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ

ມາດຕາ 60 (ໃໝ່) ການສົ່ງອອກ-ນໍາເຂົ້າຕາມນະໂຍບາຍສົ່ງເສີມ ການລົງທຶນ ເພື່ອເປັນການສົ່ງເສີມການລົງທຶນ,ຊຸກຍູ້ການຜະລິດຕາມນະ ໂຍບາຍຂອງລັດຖະບານ,ການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງແມ່ນ ໄດ້ຮັບການຍົກເວັ້ນຫຼືຫຼຸດຜ່ອນພາສີແລະພັນທະອື່ນຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

...ມາດຕາ 61 (ປັບປຸງ) ການສົ່ງອອກ-ນໍາເຂົ້າຕາມນະໂຍບາຍເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາ 61 (ປັບປຸງ) ການສົ່ງອອກ-ນໍາເຂົ້າຕາມນະໂຍບາຍເຂດ ເສດຖະກິດພິເສດແລະເຂດເສດຖະກິດສະເພາະ ການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງໃນເຂດເສດຖະ ກິດພິເສດແລະເຂດເສດຖະກິດສະເພາະແມ່ນໄດ້ຮັບການຍົກເວັ້ນ,ການ ງົດເກັບຫຼືຫຼຸດຜ່ອນພາສີແລະພັນທະອື່ນຕາມລະບຽບການສະເພາະທີ່ກ່ຽວ ຂ້ອງ.

...ມາດຕາ 62 (ປັບປຸງ) ຮ້ານຄ້າປອດພາສີ

ມາດຕາ 62 (ປັບປຸງ) ຮ້ານຄ້າປອດພາສີ ກະຊວງການເງິນເປັນຜູ້ອະນຸຍາດໃຫ້ສ້າງຕັ້ງຮ້ານຄ້າປອດ ພາສີເພື່ອຈໍາໜ່າຍສິນຄ້າ,ເຄື່ອງຂອງໃຫ້ແກ່ຜູ້ເດີນທາງອອກນອກປະ ເທດ,ສິນຄ້າ,ເຄື່ອງຂອງດັ່ງກ່າວແມ່ນຖືກງົດເກັບພາສີແລະພັນທະອື່ນ ຕາມລະບຽບການ.

...ມາດຕາ 63 (ໃໝ່) ການຄຸ້ມຄອງການນໍາໃຊ້ສິນຄ້າ,ເຄື່ອງຂອງ,ພາຫະນະຫຼືວັດຖຸປະກອນ

ມາດຕາ 63 (ໃໝ່) ການຄຸ້ມຄອງການນໍາໃຊ້ສິນຄ້າ,ເຄື່ອງຂອງ,ພາ ຫະນະຫຼືວັດຖຸປະກອນ ສິນຄ້າ,ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າໃນລະບຽບການຍົກ ເວັ້ນ,ການງົດເກັບຫຼືຫຼຸດຜ່ອນພາສີແລະພັນທະອື່ນຕ້ອງຢູ່ພາຍໃຕ້ການ ຄວບຄຸມຂອງລັດຖະການພາສີ. ສິນຄ້າ,ເຄື່ອງຂອງຈາກເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະທີ່ມີຈຸດປະສົງຈໍາໜ່າຍຫຼືຊົມໃຊ້ຢູ່ພາຍໃນດິນແດນຂອງ ສປປລາວຕ້ອງໄດ້ເສຍພາສີແລະພັນທະອື່ນຕາມລະບຽບການ. ພາຫະນະຫຼືວັດຖຸປະກອນທີ່ໄດ້ຮັບອະນຸຍາດນໍາເຂົ້າຕາມນະ ໂຍບາຍສົ່ງເສີມການລົງທຶນຕ້ອງນໍາໃຊ້ໃຫ້ຖືກເປົ້າໝາຍ,ບໍ່ອະນຸຍາດໃຫ້ ຈໍາໜ່າຍຂາຍທົ່ວໄປ,ຖ້າຫາກມີການລະເມີດກໍ່ຈະຖືກດໍາເນີນມາດຕະ ການທາງພາສີຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີ 10 ການຄຸ້ມຄອງເອກະສານແລະການສະເໜີຄືນ


...ໝວດທີ 1 ການຄຸ້ມຄອງເອກະສານ,ການກວດສອບຄືນຂອງລັດຖະການພາສີ


....ມາດຕາ 64 (ປັບປຸງ) ລະບຽບການຄຸ້ມຄອງເອກະສານ

ມາດຕາ 64 (ປັບປຸງ) ລະບຽບການຄຸ້ມຄອງເອກະສານ ຜູ້ດໍາເນີນທຸລະກິດກ່ຽວກັບການສົ່ງອອກ-ນໍາເຂົ້າແລະຜ່ານ ແດນຕ້ອງຄຸ້ມຄອງເອກະສານກ່ຽວກັບພາສີດັ່ງນີ້: 1. ຂໍ້ມູນດ້ານການບັນຊີ,ໃນແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານແລະຂໍ້ມູນອື່ນທີ່ກ່ຽວຂ້ອງຕ້ອງເກັບຮັກສາໄວ້ພາຍ ໃນກໍານົດສາມປີ; 2. ເມື່ອເຈົ້າໜ້າທີ່ຕ້ອງການກວດສອບແລ້ວຜູ້ດໍາເນີນທຸລະ ກິດຫຼືຜູ້ຕາງໜ້າຕ້ອງສະໜອງຂໍ້ມູນດ້ານການບັນຊີ,ສໍານວນເອກະສານ ແລະຂໍ້ມູນອື່ນກ່ຽວກັບການສົ່ງອອກ-ນໍາເຂົ້າ,ການຜ່ານແດນ.

....ມາດຕາ 65 (ປັບປຸງ) ກໍານົດເວລາໃນການກວດສອບຄືນຂອງລັດຖະການພາສີ

ມາດຕາ 65 (ປັບປຸງ) ກໍານົດເວລາໃນການກວດສອບຄືນຂອງລັດຖະ ການພາສີ ໃບແຈ້ງພາສີເປັນລາຍລະອຽດຕ້ອງຢູ່ພາຍໃຕ້ການກວດ ສອບຄືນຂອງລັດຖະການພາສີພາຍໃນກໍານົດເວລາສາມປີນັບແຕ່ວັນ ລົງທະບຽນໃບແຈ້ງພາສີເປັນລາຍລະອຽດຫຼືນັບແຕ່ວັນໄດ້ນໍາເອົາສິນ ຄ້າ,ເຄື່ອງຂອງອອກຈາກສາງຫຼືດ່ານພາສີເປັນຕົ້ນໄປ.

....ມາດຕາ 66 (ໃໝ່) ຫຼັກການໃນການກວດສອບຄືນການແຈ້ງພາສີ

ມາດຕາ 66 (ໃໝ່) ຫຼັກການໃນການກວດສອບຄືນການແຈ້ງພາສີ ຫຼັກການໃນການກວດສອບຄືນການແຈ້ງພາສີກ່ຽວກັບການ ສົ່ງອອກ-ນໍາເຂົ້າ,ການຜ່ານແດນຂອງເຈົ້າໜ້າທີ່ພາສີໃຫ້ປະຕິບັດດັ່ງນີ້: 1. ກວດສອບຄືນບັນດາຂໍ້ມູນທັງໝົດກ່ຽວກັບການແຈ້ງພາ ສີລວມທັງສິນຄ້າ,ເຄື່ອງຂອງທີ່ຍັງຢູ່ໃນສາງຂອງຜູ້ດໍາເນີນທຸລະກິດ; 2. ກວດສອບບັນດາເອກະສານອ້າງອີງກ່ຽວກັບການສົ່ງ ອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງເຊັ່ນມູນຄ່າແຈ້ງພາສີ,ແຫຼ່ງກໍາເນີດ ສິນຄ້າ,ການຈັດເລກລະຫັດ,ຂໍ້ມູນການຊໍາລະສະສາງ,ຂໍ້ມູນດ້ານການ ເງິນ,ການບັນຊີແລະຂໍ້ມູນອື່ນຂອງຜູ້ດໍາເນີນທຸລະກິດ; 3. ຮັກສາຫຼືອາຍັດໄວ້ຊົ່ວຄາວບັນດາຫຼັກຖານອ້າງອີງທັງ ໝົດຫຼືບາງສ່ວນຂອງຜູ້ດໍາເນີນທຸລະກິດໃນໄລຍະດໍາເນີນການກວດສອບ ຫຼືການສືບສວນ-ສອບສວນ; 4. ຕ້ອງແຈ້ງຜົນການກວດສອບໃຫ້ຜູ້ດໍາເນີນທຸລະກິດຊາບ. ຂະແໜງການທີ່ກ່ຽວຂ້ອງຕ້ອງໃຫ້ຄວາມຮ່ວມມືເມື່ອມີການ ຮ້ອງຂໍຂອງເຈົ້າໜ້າທີ່ພາສີກ່ຽວກັບຂໍ້ມູນຂອງຜູ້ດໍາເນີນທຸລະກິດ.

....ມາດຕາ 67 (ໃໝ່) ຂັ້ນຕອນດໍາເນີນການກວດສອບຄືນການແຈ້ງພາສີ

ມາດຕາ 67 (ໃໝ່) ຂັ້ນຕອນດໍາເນີນການກວດສອບຄືນການແຈ້ງພາສີ ການກວດສອບຄືນການແຈ້ງພາສີຂອງເຈົ້າໜ້າທີ່ພາສີຈະ ດໍາເນີນຕາມຂັ້ນຕອນດັ່ງນີ້: 1. ເກັບກໍາແລະວິເຄາະຂໍ້ມູນໃນໃບແຈ້ງພາສີເປັນລາຍລະ ອຽດ; 2. ແຈ້ງເປັນລາຍລັກອັກສອນໃຫ້ຜູ້ດໍາເນີນທຸລະກິດຊາບ ລ່ວງໜ້າເພື່ອກະກຽມບັນດາຂໍ້ມູນຫຼັກຖານໃນການດໍາເນີນການກວດ ສອບ; 3. ກວດກາສະຖານທີ່ດໍາເນີນທຸລະກິດເພື່ອດໍາເນີນການ ກວດສອບຕາມລະບຽບການ; 4. ສະຫຼຸບຜົນການກວດກາແລະດໍາເນີນການແກ້ໄຂ; 5. ແຈ້ງຜົນຂອງການກວດສອບຄືນການແຈ້ງພາສີໃຫ້ຜູ້ດໍາ ເນີນທຸລະກິດ. ກະຊວງການເງິນເປັນຜູ້ກໍານົດລະບຽບການລະອຽດກ່ຽວກັບ ການກວດສອບຄືນການແຈ້ງພາສີເປັນລາຍລະອຽດ.

...ໝວດທີ 2 ການສະເໜີຄືນແລະການແກ້ໄຂ


....ມາດຕາ 68 (ໃໝ່) ການສະເໜີຄືນ

ມາດຕາ 68 (ໃໝ່) ການສະເໜີຄືນ ຜູ້ແຈ້ງພາສີມີສິດສະເໜີຄືນເມື່ອເຫັນວ່າຕົນບໍ່ໄດ້ຮັບຄວາມ ເປັນທໍາຕາມຄໍາຕົກລົງຂອງລັດຖະການພາສີກ່ຽວກັບມູນຄ່າແຈ້ງພາສີ, ລະຫັດສິນຄ້າແລະແຫຼ່ງກໍາເນີດສິນຄ້າ,ເຄື່ອງຂອງ. ການສະເໜີຄືນຂອງຜູ້ແຈ້ງພາສີໃຫ້ປະຕິບັດດັ່ງນີ້: 1. ຍື່ນຄໍາສະເໜີພ້ອມດ້ວຍເອກະສານແລະຫຼັກຖານອ້າງອີງ ທີ່ກ່ຽວຂ້ອງຕ່າງໆຕໍ່ຄະນະກໍາມະການແກ້ໄຂຄໍາສະເໜີຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 69 ຂອງກົດໝາຍສະບັບນີ້; 2. ຍື່ນຄໍາສະເໜີພາຍໃນກໍານົດເວລາສາມສິບວັນນັບແຕ່ວັນ ມີຄໍາຕົກລົງເປັນຕົ້ນໄປ.

....ມາດຕາ 69 (ໃໝ່) ຄະນະກໍາມະການແກ້ໄຂຄໍາສະເໜີ

ມາດຕາ 69 (ໃໝ່) ຄະນະກໍາມະການແກ້ໄຂຄໍາສະເໜີ ຄະນະກໍາມະການແກ້ໄຂຄໍາສະເໜີຖືກແຕ່ງຕັ້ງໂດຍລັດຖະ ມົນຕີວ່າການກະຊວງການເງິນຊຶ່ງມີສອງຂັ້ນດັ່ງນີ້: 1. ຄະນະກໍາມະການແກ້ໄຂຄໍາສະເໜີປະຈໍາເຂດຊຶ່ງປະກອບ ດ້ວຍຫົວໜ້າພາສີປະຈໍາເຂດເປັນປະທານ,ຜູ້ຕາງໜ້າຈາກພະແນກການ ເງິນແຂວງ,ນະຄອນ,ຂະແໜງການທີ່ກ່ຽວຂ້ອງແລະຜູ້ຊ່ຽວຊານດ້ານພາ ສີບ່ອນພາສີປະຈໍາເຂດຕັ້ງຢູ່ເປັນຄະນະ; 2. ຄະນະກໍາມະການແກ້ໄຂຄໍາສະເໜີຂັ້ນສູນກາງຊຶ່ງປະກອບ ດ້ວຍຫົວໜ້າກົມພາສີເປັນປະທານ,ຜູ້ຕາງໜ້າຈາກກົມອື່ນຂອງກະຊວງ ການເງິນ,ກະຊວງທີ່ກ່ຽວຂ້ອງແລະຜູ້ຊ່ຽວຊານດ້ານພາສີເປັນຄະນະ. ....ມາດຕາ 70 (ໃໝ່) ຂັ້ນຕອນການແກ້ໄຂຄໍາສະເໜີ

ມາດຕາ 70 (ໃໝ່) ຂັ້ນຕອນການແກ້ໄຂຄໍາສະເໜີ ຂັ້ນຕອນການແກ້ໄຂຄໍາສະເໜີໃຫ້ປະຕິບັດດັ່ງນີ້: 1. ພາຍຫຼັງໄດ້ຮັບຄໍາສະເໜີແລ້ວຄະນະກໍາມະການແກ້ໄຂ ຄໍາສະເໜີປະຈໍາເຂດຕ້ອງດໍາເນີນການແກ້ໄຂແລະແຈ້ງຄໍາຕົກລົງໃຫ້ຜູ້ ສະເໜີພາຍໃນກໍານົດສາມສິບວັນລັດຖະການ; 2. ໃນກໍລະນີທີ່ມີການຄັດຄ້ານຄໍາຕົກລົງຂອງຄະນະກໍາມະ ການແກ້ໄຂຄໍາສະເໜີປະຈໍາເຂດນັ້ນຜູ້ສະເໜີມີສິດຍື່ນຄໍາສະເໜີຕໍ່ຄະນະ ກໍາມະການແກ້ໄຂຄໍາສະເໜີຂັ້ນສູນກາງພາຍໃນກໍານົດສິບຫ້າວັນນັບແຕ່ ວັນໄດ້ຮັບຄໍາຕົກລົງດັ່ງກ່າວເປັນຕົ້ນໄປ. 3. ໃນກໍລະນີທີ່ມີການຄັດຄ້ານຄໍາຕົກລົງຂອງຄະນະກໍາມະ ການແກ້ໄຂຄໍາສະເໜີຂັ້ນສູນກາງນັ້ນກໍ່ມີສິດຍື່ນຄໍາຮ້ອງຟ້ອງຕໍ່ສານປະ ຊາຊົນພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຕົກລົງດັ່ງ ກ່າວເປັນຕົ້ນໄປ.ຄໍາຕັດສິນຂອງສານປະຊາຊົນເປັນທີ່ໃຊ້ໄດ້ຢ່າງເດັດ ຂາດ.

..ພາກທີ 11 ການໃຊ້ເຮືອຂົນສົ່ງຜູ້ໂດຍສານຫຼືຂົນສົ່ງສິນຄ້າ,ເຄືອງຂອງຕາມແມ່ນໍ້າຊາຍແດນ


...ມາດຕາ 71 ການຂຶ້ນບັນຊີເຮືອຕາມແມ່ນໍ້າຊາຍແດນ

ມາດຕາ 71 ການຂຶ້ນບັນຊີເຮືອຕາມແມ່ນໍ້າຊາຍແດນ ເຮືອຕ່າງໆທີ່ເຈົ້າຂອງຕັ້ງພູມລໍາເນົາຢູ່ ສປປລາວ ເພື່ອດໍາ ເນີນທຸລະກິດໂດຍສານຫຼືຂົນສົ່ງສິນຄ້າ,ເຄື່ອງຂອງຕາມແມ່ນໍ້າຊາຍແດນ ຕ້ອງຂຶ້ນບັນຊີໃຫ້ຖືກຕ້ອງຕາມລະບຽບກົດໝາຍຢູ່ດ່ານພາສີບ່ອນເຈົ້າຂອງ ເຮືອອາໄສຢູ່.

...ມາດຕາ 72 (ປັບປຸງ) ການຂົນສົ່ງສິນຄ້າ,ເຄື່ອງຂອງຕາມແມ່ນໍ້າຊາຍແດນ

ມາດຕາ 72 (ປັບປຸງ) ການຂົນສົ່ງສິນຄ້າ,ເຄື່ອງຂອງຕາມແມ່ນໍ້າຊາຍ ແດນ ກ່ອນຈະຂົນສົ່ງສິນຄ້າ,ເຄື່ອງຂອງອອກຫຼືເຂົ້າເຮືອນັ້ນເຮືອທີ່ ຂົນສົ່ງສິນຄ້າ,ເຄື່ອງຂອງຕາມແມ່ນໍ້າຊາຍແດນຕ້ອງເຂົ້າຈອດຢູ່ທ່າບ່ອນ ມີດ່ານພາສີຕັ້ງຢູ່ເວັ້ນເສຍແຕ່ມີເຫດສຸກເສີນ.ໃນກໍລະນີດັ່ງກ່າວເຈົ້າຂອງ ເຮືອຕ້ອງເອົາປຶ້ມທະບຽນເຮືອ,ໃບຂົນສົ່ງສິນຄ້າ,ເຄື່ອງຂອງທາງນໍ້າແຈ້ງ ຕໍ່ເຈົ້າໜ້າທີ່ພາສີເພື່ອກວດກາ.ໃນເວລາເດີນທາງຫຼືພາຍຫຼັງເຂົ້າທຽບທ່າ ຫຼືຖ້າຫາກມີການກວດຄົ້ນເຮືອຕາມເສັ້ນທາງເດີນເຮືອເຈົ້າຂອງເຮືອຕ້ອງ ເອົາປຶ້ມທະບຽນເຮືອແລະໃບຂົນສົ່ງສິນຄ້າ,ເຄື່ອງຂອງທາງນໍ້າແຈ້ງຕໍ່ ເຈົ້າໜ້າທີ່ພາສີເພື່ອກວດກາເຖິງວ່າເຮືອນັ້ນຈະບັນທຸກສິນຄ້າ,ເຄື່ອງຂອງ ,ຜູ້ໂດຍສານຫຼືບໍ່ກໍ່ຕາມ. ໃນກໍລະນີມີການຊື້-ຂາຍ,ໂອນ,ປ່ຽນແປງລັກສະນະຂອງເຮືອ ຫຼືຢຸດເຊົາການເດີນເຮືອ. ເຈົ້າຂອງເຮືອຕ້ອງແຈ້ງໃຫ້ລັດຖະການພາສີ ແລະອົງການທີ່ກ່ຽວຂ້ອງບ່ອນເຮືອໄດ້ຂຶ້ນທະບຽນນັ້ນຊາບພາຍໃນກໍານົດ ເວລາຊາວວັນນັບແຕ່ວັນໄດ້ຊື້-ຂາຍ,ໂອນ,ປ່ຽນແປງຫຼືຢຸດເຊົາເປັນຕົ້ນ ໄປ. ການເດີນເຮືອຕາມແມ່ນໍ້າຂອງໃຫ້ປະຕິບັດຕາມອະນຸສັນຍາ ຂອງບັນດາປະເທດລຸ່ມແມ່ນໍ້າຂອງ.

..ພາກທີ 12 ການຈັດຕັ້ງແລະການເຄື່ອນໄຫວຂອງລັດຖະການພາສີ


...ໝວດທີ 1 ການຈັດຕັ້ງ


....ມາດຕາ 73 (ປັບປຸງ) ທີ່ຕັ້ງແລະພາລະບົດບາດ

ມາດຕາ 73 (ປັບປຸງ) ທີ່ຕັ້ງແລະພາລະບົດບາດ ລັດຖະການພາສີແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການ ເງິນມີພາລະບົດບາດຄຸ້ມຄອງວຽກງານພາສີລວມສູນຕາມສາຍຕັ້ງແຕ່ ສູນກາງລົງຮອດທ້ອງຖິ່ນ,ເປັນເສນາທິການໃຫ້ແກ່ລັດຖະມົນຕີວ່າການ ກະຊວງການເງິນໃນການຄຸ້ມຄອງວຽກງານມະຫາພາກ,ກວດກາ-ກວດ ການ,ວຽກງານສືບສວນ-ສອບສວນແລະການຈັດຕັ້ງປະຕິບັດລະບຽບກົດ ໝາຍກ່ຽວກັບພາສີ,ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ,ແນໃສ່ຮັບປະກັນ ການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ.

....ມາດຕາ 74 (ປັບປຸງ) ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ

ມາດຕາ 74 (ປັບປຸງ) ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ ໂຄງປະກອບການຈັດຕັ້ງຂອງລັດຖະການພາສີມີດັ່ງນີ້: 1. ກົມພາສີ; 2. ພາສີປະຈໍາເຂດ; 3. ດ່ານພາສີຊາຍແດນຊຶ່ງມີດ່ານພາສີສາກົນ,ດ່ານພາສີ ທ້ອງຖິ່ນແລະດ່ານພາສີປະເພນີ.

....ມາດຕາ 75 (ປັບປຸງ) ສິດແລະໜ້າທີ່ຂອງລັດຖະການພາສີ

ມາດຕາ 75 (ປັບປຸງ) ສິດແລະໜ້າທີ່ຂອງລັດຖະການພາສີ ລັດຖະການພາສີແຕ່ລະຂັ້ນມີສິດແລະໜ້າທີ່ດັ່ງນີ້: ກ. ກົມພາສີ: 1. ເປັນເສນາທິການໃຫ້ກະຊວງການເງິນໃນການຄົ້ນຄວ້າ ນະໂຍບາຍກ່ຽວກັບວຽກງານພາສີ,ລະບຽບກົດໝາຍ,ແຜນຍຸດທະສາດ, ແຜນພັດທະນາກ່ຽວກັບວຽກງານພາສີ; 2. ປັບປຸງລະບຽບກົດໝາຍ,ອອກບົດແນະນໍາລະອຽດໃນ ການຈັດຕັ້ງປະຕິບັດ; 3. ຈັດຕັ້ງຜັນຂະຫຍາຍ,ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະນະໂຍບາຍຕ່າງໆກ່ຽວກັບວຽກງານພາສີ; 4. ຄົ້ນຄວ້າແລະສະເໜີການສ້າງຕັ້ງລະບົບສາງຕໍ່ກະຊວງ ການເງິນເພື່ອພິຈາລະນາ; 5. ຊີ້ນໍານໍາພາ,ຕິດຕາມ,ກວດກາ-ກວດການການຈັດຕັ້ງ, ວິຊາສະເພາະແລະການເຄື່ອນໄຫວວຽກງານຂອງລັດຖະການພາສີໃນ ຂອບເຂດທົ່ວປະເທດ; 6. ເກັບກໍາແລະສະໜອງຂໍ້ມູນສະຖິຕິການສົ່ງອອກ-ນໍາເຂົ້າ ກ່ຽວກັບວຽກງານພາສີ; 7. ສ້າງແຜນການບໍາລຸງ,ກໍ່ສ້າງ,ຈັດວາງ,ສະເໜີແຕ່ງຕັ້ງ ,ປົດຕໍາແໜ່ງ,ຍົກຍ້າຍ,ສັບຊ້ອນໝູນວຽນພະນັກງານ,ປະຕິບັດນະໂຍ ບາຍເລື່ອນຊັ້ນ,ເລື່ອນຂັ້ນພະນັກງານພາສີຕາມລະບຽບກົດໝາຍ; 8. ປະສານສົມທົບກັບຂະແໜງການຂັ້ນສູນກາງແລະອົງ ການປົກຄອງທ້ອງຖິ່ນກ່ຽວກັບວຽກງານພາສີ; 9. ດໍາເນີນການກວດສອບຄືນຫຼັງການແຈ້ງພາສີ,ການ ກວດກາແລະສະກັດກັ້ນການລັດລອບໜີພາສີ,ດໍາເນີນແລະແກ້ໄຂຄະດີ ທາງພາສີ; 10. ຄົ້ນຄວ້າ,ແກ້ໄຂຄໍາສະເໜີຂອງຜູ້ແຈ້ງພາສີຕາມ ຄວາມຮັບຜິດຊອບຂອງຕົນ; 11. ສືບສວນ-ສອບສວນຄະດີທາງພາສີແລະປະກອບສໍາ ນວນຄະດີທາງພາສີຍື່ນຕໍ່ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຕໍ່ ສານ; 12. ພົວພັນ,ຮ່ວມມືກັບຕ່າງປະເທດແລະປະຕິບັດຂໍ້ຕົກລົງ, ສັນຍາ,ສົນທິສັນຍາຂອງພາກພື້ນແລະສາກົນກ່ຽວກັບວຽກງານພາສີທີ່ ລັດຖະບານແຫ່ງສປປລາວເປັນພາຄີຕາມການມອບໝາຍ; 13. ສະຫຼຸບແລະລາຍງານຜົນການເຄື່ອນໄຫວວຽກງານ ພາສີຕໍ່ກະຊວງການເງິນຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

ຂ. ພາສີປະຈໍາເຂດ: 1. ເປັນເສນາທິການໃຫ້ກົມພາສີໃນການຈັດຕັ້ງປະຕິບັດຍຸດ ທະສາດ,ນະໂຍບາຍແລະກົນໄກຄຸ້ມຄອງວຽກງານພາສີພາຍໃນເຂດຮັບ ຜິດຊອບຕາມລະບຽບກົດໝາຍກ່ຽວກັບພາສີແລະກົດໝາຍອື່ນທີ່ກ່ຽວ ຂ້ອງຢ່າງເຂັ້ມງວດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານ ພາສີໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຢູ່ໃນສັງຄົມເພື່ອຮັບຮູ້ແລະມີ ຄວາມຕື່ນຕົວປະຕິບັດ; 3. ຊີ້ນໍາ,ຄຸ້ມຄອງ,ກວດກາ-ກວດການໃນການຈັດຕັ້ງປະຕິ ັບັດບັນດາວຽກງານວິຊາສະເພາະ,ການປະຕິບັດໜ້າທີ່ແລະການເຄື່ອນ ໄຫວວຽກງານຂອງເຈົ້າໜ້າທີ່ພາສີຢູ່ພາຍໃນເຂດແລະບັນດາດ່ານພາ ສີຊາຍແດນທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ; 4. ສ້າງແຜນຄາດຄະເນເກັບລາຍຮັບພາສີແລະພັນທະອື່ນ ຂອງສົກປີງົບປະມານພາຍໃນເຂດທີ່ທີ່ຕົນຮັບຜິດຊອບເພື່ອລາຍງານໃຫ້ ກົມພາສີ; 5. ຄົ້ນຄວ້າ,ແກ້ໄຂຄໍາສະເໜີຂອງຜູ້ແຈ້ງພາສີຕາມຄວາມ ຮັຜິດຊອບຂອງຕົນ; 6. ດໍາເນີນການກວດສອບຄືນຫຼັງການແຈ້ງພາສີ,ການ ກວດກາແລະສະກັດກັ້ນການລັກລອບໜີພາສີ,ດໍາເນີນແລະແກ້ໄຂຄະດີ ທາງພາສີ; 7. ສືບສວນ-ສອບສວນຄະດີທາງພາສີແລະປະກອບສໍາ ນວນຄະດີຍື່ນຕໍ່ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຕໍ່ສານ; 8. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກ ສ່ວນທີ່ກ່ຽວຂ້ອງພາຍໃນເຂດຂອງຕົນກ່ຽວກັບການເຄື່ອນໄຫວໜ້າທີ່ ວຽກງານ; 9. ສ້າງແຜນການບໍາລຸງ,ກໍ່ສ້າງ,ຈັດວາງພະນັກງານ,ສະ ເໜີແຕ່ງຕັ້ງ,ປົດຕໍາແໜ່ງ,ຍົກຍ້າຍ,ສັບຊ້ອນໝູນວຽນພະນັກງານພາສີ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ກົມພາສີເພື່ອພິຈາລະນາຕາມ ລະບຽບການ; 10. ຕິດຕາມກວດກາ,ປະເມີນຜົນການເຄື່ອນໄຫວແຈ້ງພາ ສີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ປະຕິບັດລະບຽບກົດໝາຍກ່ຽວ ກັບພາສີເພື່ອປະຕິບັດນະໂຍບາຍຍ້ອງຍໍຕາມຄວາມເໝາະສົມ; 11. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານພາສີ ຕາມການມອບໝາຍຂອງກົມພາສີ; 12. ສະຫຼຸບແລະລາຍງານຜົນການເຄື່ອນໄຫວວຽກງານ ພາສີຕໍ່ກົມພາສີແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະ ຕິ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

ຄ. ຄ່ານພາສີຊາຍແດນ: 1. ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍກ່ຽວກັບພາ ສີໃນຂອບເຂດດ່ານພາສີຂອງຕົນຮັບຜິດຊອບຢ່າງເຂັ້ມງວດ; 2. ເກັບພາສີແລະພັນທະອື່ນຢ່າງຖືກຕ້ອງ,ຄົບຖ້ວນຕາມ ແຜນງົບປະມານແລະທັນຕາມກໍານົດເວລາ; 3. ຄຸ້ມຄອງແລະນໍາໃຊ້ເຄື່ອງມືອຸປະກອນເຂົ້າໃນວຽກງານ ວິຊາສະເພາະໃຫ້ມີປະສິດທິຜົນ; 4. ບໍລິການ,ຄຸ້ມຄອງ,ຕິດຕາມ,ກວດກາແລະອໍານວຍ ຄວາມສະດວກໃຫ້ແກ່ການສົ່ງອອກ-ນໍາເຂົ້າແລະການຜ່ານແດນສິນຄ້າ ,ເຄື່ອງຂອງຢ່າງວ່ອງໄວແລະຖືກຕ້ອງຕາມລະບຽບກົດໝາຍ; 5. ກວດກາແລະສະກັດກັ້ນທຸກການລະເມີດລະບຽບກົດ ໝາຍກ່ຽວກັບພາສີແລະລະບຽບການອື່ນທີ່ກ່ຽວຂ້ອງພາຍໃນດ່ານຂອງ ຕົນຮັບຜິດຊອບແລະດໍາເນີນຄະດີຕໍ່ສູ້ລະເມີດ; 6. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງພາຍໃນ ດ່ານແລະອົງການປົກຄອງທ້ອງຖິ່ນໃນການປະຕິບັດໜ້າທີ່ຂອງຕົນ; 7. ສະຫຼຸບແລະລາຍງານຜົນການເຄື່ອນໄຫວວຽກງານພາ ສີຕໍ່ພາສີປະຈໍາເຂດແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນ ປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງພາ ສີປະຈໍາເຂດ.

....ມາດຕາ 76 (ປັບປຸງ) ໂຄງປະກອບບຸກຄະລາກອນ

ມາດຕາ 76 (ປັບປຸງ) ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງລັດຖະການພາສີມີດ່ັງນີ້: 1. ຫົວໜ້າກົມ,ຮອງຫົວໜ້າກົມ; 2. ຫົວໜ້າພະແນກ,ຮອງຫົວໜ້າພະແນກ,ຫົວໜ້າ,ຮອງຫົວ ໜ້າພາສີປະຈໍາເຂດ; 3. ຫົວໜ້າ,ຮອງຫົວໜ້າໜ່ວຍງານຂອງພະແນກ,ຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງພາສີປະຈໍາເຂດ,ຫົວໜ້າ,ຮອງຫົວໜ້າດ່ານ ພາສີສາກົນ; 4. ຫົວໜ້າ,ຮອງຫົວໜ້າຈຸງານຂອງດ່ານພາສີສາກົນ,ຫົວ ໜ້າ,ຮອງຫົວໜ້າດ່ານພາສີທ້ອງຖິ່ນ,ດ່ານປະເພນີ; 5. ພະນັກງານແລະເຈົ້າໜ້າທີ່ພາສີ; 6. ພະນັກງານຊ່ວຍວຽກຈໍານວນໜຶ່ງ. ສໍາລັບການແຕ່ງຕັ້ງຫຼືປົດຕໍາແໜ່ງບຸກຄະລາກອນແຕ່ລະຂັ້ນ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 77 (ປັບປຸງ) ມາດຕະຖານຂອງເຈົ້າໜ້າທີ່ພາສີ

ມາດຕາ 77 (ປັບປຸງ) ມາດຕະຖານຂອງເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ພາສີມີມາດຕະຖານດັ່ງນີ້: 1. ເປັນພົນລະເມືອງລາວທີ່ມີອາຍຸແຕ່ 18 ປີຂຶ້ນໄປ; 2. ມີຄຸນສົມບັດດີ,ມີຈັນຍາບັນແລະມີຄວາມສັດຊື່ບໍລິສຸດ; 3. ມີປະກາສະນີຍະບັດ,ມີຄວາມຮູ້,ຄວາມສາມາດ,ປະສົບ ການທາງດ້ານການເງິນ,ພາສີແລະວິຊາສະເພາະທີ່ກ່ຽວຂ້ອງ,ຮູ້ພາສາ ຕ່າງປະເທດໃດໜຶ່ງ; 4. ບໍ່ຖືກລົງວິໄນຫຼືບໍ່ກະທໍາຜິດທາງດ້ານການເງິນໂດຍເຈະ ຕະນາ; 5. ມີສຸຂະພາບດີ.

....ມາດຕາ 78 (ປັບປຸງ) ການຮັກສາຄວາມລັບທາງລັດຖະການ

ມາດຕາ 78 (ປັບປຸງ) ການຮັກສາຄວາມລັບທາງລັດຖະການ ເຈົ້າໜ້າທີ່ພາສີຕ້ອງຮັກສາຄວາມລັບທາງລັດຖະການຢ່າງ ເຂັ້ມງວດ.

...ໝວດທີ 2 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ພາສີ


....ມາດຕາ 79 (ປັບປຸງ) ສິດຂອງເຈົ້າໜ້າທີ່ພາສີ

ມາດຕາ 79 (ປັບປຸງ) ສິດຂອງເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ພາສີມີສິດດັ່ງນີ້: 1. ສືບສວນ-ສອບສວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 2. ຍຶດ,ອາຍັດສິນຄ້າ,ເຄື່ອງຂອງແລະເກັບຮັກສາຂອງກາງ ທີ່ພົວພັນກັບການກະທໍາຜິດທາງພາສີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍພາສີ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ ກ່ຽວຂ້ອງ; 3. ກວດຄົ້ນເຄຫະສະຖານ,ສະຖານທີ່ອື່ນ,ພາຫະນະແລະຕົວ ບຸກຄົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພາສີ,ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ; 4. ເຂົ້າສະຖານທີ່ດໍາເນີນທຸລະກິດແລະສາງເພື່ອກວດກາສິນ ຄ້າ,ເຄື່ອງຂອງພ້ອມດ້ວຍເອກະສານທີ່ກ່ຽວຂ້ອງກ່ຽວກັບການສົ່ງອອກ- ນໍາເຂົ້າຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍກ່ຽວກັບພາສີ; 5. ນໍາໃຊ້ອາວຸດ,ເຄື່ອງມືແລະອຸປະກອນວິຊາສະເພາະຕ່າງ ໆໃນການປະຕິບັດໜ້າທີ່ຂອງຕົນ; 6. ປະສານສົມທົບຂໍຄວາມຮ່ວມມືແລະຊ່ວຍເຫຼືອໃນກໍລະນີ ຈໍາເປັນນໍາອົງການປົກຄອງທ້ອງຖິ່ນທຸກຂັ້ນ,ກໍາລັງປ້ອງກັນຊາດ,ປ້ອງ ກັນຄວາມສະຫງົບ,ປະຊາຊົນແລະພາກສ່ວນຕ່າງທີ່ກ່ຽວຂ້ອງ; 7. ປະຕິບັດສິດຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍແລະ ຕາມການມອບໝາຍ. ....ມາດຕາ 80 (ປັບປຸງ) ໜ້າທີ່ຂອງເຈົ້າໜ້າທີ່ພາສີ

ມາດຕາ 80 (ປັບປຸງ) ໜ້າທີ່ຂອງເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ພາສີມີໜ້າທີ່ດັ່ງນີ້: 1. ໂຄສະນາ,ເຜີຍແຜ່,ໃຫ້ຄໍາແນະນໍາແກ່ສັງຄົມໂດຍສະ ເພາະບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກິດຈະການກ່ຽວກັບການ ສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງ; 2. ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບພາສີແລະກົດ ໝາຍອື່ນທີ່ກ່ຽວຂ້ອງ; 3. ບໍລິການຢ່າງວ່ອງໄວແລະມີຄວາມຍຸຕິທໍາ; 4. ຈັດຕັ້ງປະຕິບັດການເກັບພາສີແລະພັນທະອື່ນຢ່າງຖືກ ຕ້ອງ,ຄົບຖ້ວນແລະທັນຕາມກໍານົດເວລາ; 5. ນໍາໃຊ້ບັນດາມາດຕະການເພື່ອຕ້ານແລະສະກັດກັ້ນການ ລັກລອມຫຼົບຫຼີກພາສີແລະການຄ້າຂາຍເຖື່ອນໃນທຸກຮູບແບບຕາມລະ ບຽບກົດໝາຍ; 6. ປົກປັກຮັກສາຄວາມລັບຂອງຊາດແລະຄວາມລັບທາງ ລັດຖະການ; 7. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງ ຕົນຕໍ່ການຈັດຕັ້ງທີ່ຕົນຂຶ້ນກັບຢ່າງເປັນປົກກະຕິ; 8. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 81 ການເຄື່ອນໄຫວໃນວົງລັດສະໝີພາສີ

ມາດຕາ 81 ການເຄື່ອນໄຫວໃນວົງລັດສະໝີພາສີ ວົງລັດສະໝີພາສີແມ່ນເຂດຄວບຄຸມກວດກາຂອງເຈົ້າໜ້າທີ່ ພາສີທາງໜ້າດິນຈາກຊາຍແດນເລິກເຂົ້າໄປໃນອານາເຂດພາສີເຖິງສາມ ສິບກິໂລແມັດ,ໃນກໍລະນີທີ່ມີການສ້າງຕັ້ງຫ້ອງການພາສີຢູ່ນອກວົງລັດສະ ໝີພາສີນັ້ນການເຄື່ອນໄຫວໃຫ້ກໍານົດເອົາສິບກິໂລແມັດອ້ອມຮອບຫ້ອງ ການພາສີ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການສະກັດກັ້ນແລະປາບ ປາມການລັກລອບ,ການຄ້າຂາຍເຖື່ອນແລະການລະເມີດລະບຽບກົດໝາຍ ກ່ຽວກັບພາສີນັ້ນກະຊວງການເງິນມີສິດອອກລະບຽບການເພື່ອຂະຫຍາຍ ວົງລັດສະໝີພາສີອອກຕື່ມຈາກສາສິບກິໂລແມັດເປັນຫ້າສິບກິໂລແມັດແລະ ອ້ອມຮອບຫ້ອງການພາສີຈາກສິບກິໂລແມັດເປັນຊາວກິໂລແມັດໃຈຈຸດທີ່ ຕັ້ງສະເພາະແລະໃນກໍານົດເວລາໃດໜຶ່ງ.

....ມາດຕາ 82 ການເຄື່ອນໄຫວນອກວົງລັດສະໝີພາສີ

ມາດຕາ 82 ການເຄື່ອນໄຫວນອກວົງລັດສະໝີພາສີ ໃນຫໍລະນີທີ່ມີການຕິດຕາມການລັກລອບຫຼົບຫຼີກພາສີຢ່າງບໍ່ ຂາດໄລຍະໂດຍມີຂໍ້ມູນຫຼັກຖານໜັກແໜ້ນນັ້ນເຈົ້າໜ້າທີ່ພາສີມີສິດປະຕິບັດ ໜ້າທີ່ຂອງຕົນໃນທົ່ວອານາເຂດພາສີຕາມທີ່ໄດ້ກໍານົດໄວ້ໃນມາດຕາ 7 ແລະ 81 ຂອງກົດໝາຍສະບັບນີ້.

....ມາດຕາ 83 (ປັບປຸງ) ເຄື່ອງແບບ,ບັດປະຈໍາໜ້າທີ່,ກາໝາຍ,ເຄື່ອງໝາຍແລະຕາປະທັບ

ມາດຕາ 83 (ປັບປຸງ) ເຄື່ອງແບບ,ບັດປະຈໍາໜ້າທີ່,ກາໝາຍ,ເຄື່ອງ ໝາຍແລະຕາປະທັບ ລັດຖະກອນພາສີມີເຄື່ອງແບບຄົບຊຸດ,ບັດປະຈໍາໜ້າທີ່ແລະ ກາໝາຍຕ່າງໆເຊັ່ນທະນູບ່າຕິດກາໝາຍ,ສາຍອໍານາດ,ກາໝາຍບັນຊາ ແລະກາໝາຍອື່ນ. ລັດຖະການພາສີມີເຄື່ອງໝາຍແລະຕາປະທັບທາງລັດຖະ ການ. ເຄື່ອງແບບ,ບັດປະຈໍາໜ້າທີ່,ກາໝາຍ,ເຄື່ອງໝາຍແລະຕາ ປະທັບໄດ້ກໍານົດໄວ້ສະເພາະ.

..ພາກທີ 13 ຂໍ້ຫ້າມ


...ມາດຕາ 84 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ພາສີ

ມາດຕາ 84 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ພາສີ ຫ້າມເຈົ້າໜ້າທີ່ພາສີມີພຶດຕິກໍາດັ່ງນີ້: 1. ກົດໜ່ວງຖ່ວງດຶງ,ປອມແປງເອກະສານຕ່າງໆ,ຂາດ ຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ; 2. ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບນາບ ຂູ່ຫຼືຮັບສິນບົນຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງບຸກຄົນ, ລວມໝູ່,ລັດແລະການຈັດຕັ້ງ; 3. ປົກປ້ອງຫຼືສົມຮູ້ຮ່ວມຄິດກັບຜູ້ດໍາເນີນທຸລະກິດກະທໍາຜິດຕໍ່ ລະບຽບກົດໝາຍ; 4. ປອມແປງໃບແຈ້ງພາສີ,ໃບຮັບເງິນຫຼືເອກະສານອື່ນ; 5. ນໍາເອົາເງິນຄ່າພາສີແລະພັນທະອື່ນທີ່ເກັບໄດ້ມານໍາໃຊ້ ສ່ວນຕົວ; 6. ນໍາໃຊ້,ເຮັດໃຫ້ເປ່ເພ,ຕົກເຮ່ຍເສຍຫາຍຫຼືຍັກຍອກເອົາ ຂອງກາງຄະດີທາງພາສີ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວ ກັບພາສີ.

...ມາດຕາ 85 (ໃໝ່) ຂໍ້ຫ້າມສໍາລັບຜູ້ແຈ້ງພາສີ

ມາດຕາ 85 (ໃໝ່) ຂໍ້ຫ້າມສໍາລັບຜູ້ແຈ້ງພາສີ ຫ້າມຜູ້ແຈ້ງພາສີມີພຶດຕິກໍາດັ່ງນີ້: 1. ທໍາລາຍຂໍ້ມູນຫຼັກຖານ,ປອມແປງເອກະສານ,ແຈ້ງຂໍ້ມູນ ບໍ່ຖືກຕ້ອງ,ຫຼົບຫຼີກພາສີ; 2. ໃຫ້ສິນບົນ,ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າ ທີ່ພາສີ; 3. ໝິ່ນປະໝາດ,ນາບຂູ່ແລະທໍາຮ້າຍຮ່າງກາຍເຈົ້າໜ້າທີ່ພາ ສີ; 4. ຮ່ວມມືໃນການປົກປິດແລະຊຸກຍູ້ການກະທໍາທີ່ພົວພັນກັບ ການເສຍພັນທະຂອງຜູ້ດໍາເນີນທຸລະກິດ; 5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວ ກັບພາສີ.

..ພາກທີ 14 ການກະທໍາຜິດແລະການດໍາເນີນຄະດີທາງພາສີ


...ໝວດທີ 1 ການກະທໍາຜິດທາງພາສີ


....ມາດຕາ 86 (ໃໝ່) ການກະທໍາຜິດທາງພາສີ

ມາດຕາ 86 (ໃໝ່) ການກະທໍາຜິດທາງພາສີ ການກະທໍາຜິດທາງພາສີແມ່ນການລະເມີດລະບຽບກົດໝາຍ ກ່ຽວກັບພາສີໃນການສົ່ງອອກ-ນໍາເຂົ້າ,ການຜ່ານແດນ,ການເຄື່ອນຍ້າຍ ແລະການຫຼົບຫຼີກພາສີໃນທຸກຮູບແບບ.

....ມາດຕາ 87 (ປັບປຸງ) ປະເພດການກະທໍາຜິດທາງພາສີ

ມາດຕາ 87 (ປັບປຸງ) ປະເພດການກະທໍາຜິດທາງພາສີ ການກະທໍາຜິດທາງພາສີໄດ້ຈັດແບ່ງເປັນສອງປະເພດຄືການ ກະທໍາຜິດສະຖານເບົາແລະສະຖານໜັກ. ການກະທໍາຜິດສະຖານເບົາມີສາມລະດັບຄື: - ລະດັບທີ 1; - ລະດັບທີ 2;

	- ລະດັບທີ 3.

ການກະທໍາຜິດສະຖານໜັກມີສອງລະດັບຄື: - ລະດັບທີ 1; - ລະດັບທີ 2.

....ມາດຕາ 88 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີ 1

ມາດຕາ 88 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີ 1 ການກະທໍາຜິດສະຖານເບົາລະດັບທີໜຶ່ງມີດັ່ງນີ້: 1. ການແຈ້ງຂໍ້ມູນເປັນລາຍລະອຽດບໍ່ຖືກຕ້ອງແລະບໍ່ຄົບ ຖ້ວນຕາມຕົວຈິງຊຶ່ງບໍ່ມີຜົນສະທ້ອນຕໍ່ຄ່າພາສີແລະພັນທະອື່ນ; 2. ການບໍ່ຍອມມອບເອກະສານທີ່ກ່ຽວຂ້ອງໃຫ້ແກ່ເຈົ້າໜ້າ ທີ່ພາສີຕາມທີ່ໄດ້ກໍານົດໄວ້ໃນມາດຕາ 64 ຂອງກົດໝາຍສະບັບນີ້; 3. ການສ້າງຄວາມຫຍຸ້ງຍາກຕໍ່ການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ພາສີ; 4. ການນໍາເອົາສິນຄ້າ,ເຄື່ອງຂອງອອກຫຼືເຂົ້າສປປລາວບໍ່ ຖືກຕາມດ່ານທີ່ໄດ້ບົ່ງໄວ້ໃນໃບອະນຸຍາດ; 5. ນໍາເອົາພາຫະນະຫຼົບຫຼີກຈາກການກວດກາຂອງເຈົ້າໜ້າ ທີ່ພາສີ; 6. ການກະທໍາອື່ນທີ່ບໍ່ໄດ້ຈັດເຂົ້າໃນລະດັບອື່ນຂອງການກະ ທໍາຜິດທາງພາສີ. ບຸກຄົນທີ່ໄດ້ກະທໍາຜິດສະຖານເບົາລະດັບທີໜຶ່ງຈະຖືກປະຕິບັດ ມາດຕະການຕາມມູນຄ່າສິນຄ້າ,ເຄື່ອງຂອງດັ່ງນີ້: - ຕໍ່າກວ່າ ຫ້າລ້ານກີບຈະຖືກອົບຮົມ,ກ່າວເຕືອນ; - ຫຼາຍກວ່າຫ້າລ້ານກີບແຕ່ບໍ່ເກີນສິບລ້ານກີບຈະຖືກປັບໃໝ ຫ້າສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງ; - ຫຼາຍກວ່າສິບລ້ານກີບຂຶ້ນໄປຈະຖືກປັບໃໝສິບສ່ວນຮ້ອຍ ຂອງມູນຄ່າສິນຄ້າເຄື່ອງຂອງ.

....ມາດຕາ 89 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີສອງ

ມາດຕາ 89 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີສອງ ການກະທໍາຜິດສະຖານເບົາລະດັບທີສອງມີດັ່ງນີ້: 1. ການແຈ້ງຂໍ້ມູນບໍ່ຖືກຕ້ອງຊຶ່ງມີຜົນສະທ້ອນຕໍ່ຄ່າພາສີແລະ ພັນທະອື່ນເຊັ່ນລະຫັດສິນຄ້າ,ແຫຼ່ງກໍາເນີດສິນຄ້າ,ອັດຕາພາສີ-ອາກອນ, ມູນຄ່າແຈ້ງພາສີແລະຂໍ້ມູນອື່ນ; 2. ການແຈ້ງຫີບຫໍ່ສິນຄ້າ,ເຄື່ອງຂອງບໍ່ຖືກຕາມຈໍານວນຕົວ ຈິງຫຼືການເອົາຫຼາຍຫົວໜ່ວຍ,ຫຼາຍຊະນິດສິນຄ້າໂຮມເຂົ້າກັນເປັນຫົວ ໜ່ວຍຫຼືຊະນິດດຽວແລ້ວນໍາມາແຈ້ງຕໍ່ເຈົ້າໜ້າທີ່ພາສີເພື່ອຫຼົບຫຼີກຄ່າພາ ສີແລະພັນທະອື່ນ; 3. ການແຈ້ງກີບຫໍ່ສິນຄ້າ,ເຄື່ອງຂອງທີ່ຢູ່ໃນລະບົບງົດເກັບ, ຍົກເວັ້ນຫຼືຫຼຸດຜ່ອນພາສີແລະພັນທະອື່ນບໍ່ຖືກຕາມຈໍານວນຕົວຈິງ; 4. ການສົ່ງອອກ-ນໍາເຂົ້າສິນຄ້າ,ເຄື່ອງຂອງໂດຍບໍ່ໄດ້ຮັບ ອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ; 5. ການຫຼຸດຫຼືເພີ່ມຈໍານວນສິນຄ້າ,ເຄື່ອງຂອງແລະການບໍ່ ແຈ້ງຈໍານວນສິນຄ້າ,ເຄື່ອງຂອງທີ່ຢູ່ໃນລະບົບສາງ; 6. ການລະເມີດລະບຽບການສົ່ງອອກ-ນໍາເຂົ້າ,ການເຄື່ອນ ຍ້າຍແລະການຜ່ານແດນສິນຄ້າ,ເຄື່ອງຂອງ; 7. ການນໍາໃຊ້ພາຫະນະຫຼືສິນຄ້າ,ເຄື່ອງຂອງທີ່ນໍາເຂົ້າໃນລະ ບົບງົດເກັບ,ຍົກເວັ້ນ,ຊົ່ວຄາວແລະຫຼຸດຜ່ອນພາສີແລະພັນທະອື່ນໂດຍບໍ່ຖືກ ຕ້ອງຕາມເປົ້າໝາຍ. ບຸກຄົນທີ່ໄດ້ກະທໍາຜິດສະຖານເບົາລະດັບທີສອງຕ້ອງເສຍຄ່າ ພາສີແລະພັນທະອື່ນຕາມລະບຽບກົດໝາຍໃຫ້ຄົບຖ້ວນແລະຈະຖືກປັບ ໃໝສາມສິບສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງ. ຖ້າມີການກະທໍາຄັ້ງທີສອງຕ້ອງເສຍພາສີແລະພັນທະອື່ນໃຫ້ ຄົບຖ້ວນແລະຈະຖືກປັບໃໝຫ້າສິບສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງ ຂອງ. ສິນຄ້າ,ເຄື່ອງຂອງພ້ອມທັງວັດຖຸສິ່ງຂອງທີ່ນໍາໃຊ້ເພື່ອປິດ ບັງແລະພາຫະນະທີ່ນໍາໃຊ້ເຂົ້າໃນການກະທໍາຜິດຊຶ່ງບໍ່ແມ່ນປະເພດຄວບ ຄຸມທີ່ຖືກຍຶດໄວ້ນັ້ນໃຫ້ສົ່ງຄືນແກ່ເຈົ້າຂອງພາຍຫຼັງການດໍາເນີນຄະດີ ທາງພາສີໄດ້ສິ້ນສຸດລົງ.

....ມາດຕາ 90 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີສາມ

ມາດຕາ 90 (ປັບປຸງ) ການກະທໍາຜິດສະຖານເບົາລະດັບທີສາມ ການກະທໍາຜິດສະຖານເບົາລະດັບທີສາມມີດັ່ງນີ້: 1. ການກະທໍາຜິດສະຖານເບົາລະດັບທີສອງທີ່ໄດ້ກະທໍາເປັນ ຄັ້ງທີສາມ; 2. ການນໍາເອົາສິນຄ້າ,ເຄື່ອງຂອງທີ່ບໍ່ແມ່ນປະເພດຄວບຄຸມ ແລະເກືອດຫ້າມອອກຫຼືເຂົ້າ ສປປລາວ ໂດຍບໍ່ແຈ້ງພາສີເປັນລາຍລະ ອຽດ; 3. ການອໍາພາງປິດບັງສິນຄ້າ,ເຄື່ອງຂອງໂດຍນໍາໃຊ້ພາຫະ ນະຫຼືວັດຖຸສິ່ງຂອງເພື່ອຫຼົບຫຼີກພາສີໂດຍເຈດຕະນາ; 4. ການເກັບມ້ຽນຫຼືມີໄວ້ໃນຄອບຄອງສິນຄ້າ,ເຄື່ອງຂອງທີ່ ມີຈໍານວນເກີນຄວາມຕ້ອງການຊົມໃຊ້ຂອງຄົວເຮືອນທີ່ບໍ່ແມ່ນປະເພດຄວບ ຄຸມຫຼືເກືອດຫ້າມໂດຍບໍ່ມີເອກະສານແຈ້ງເສຍພາສີເປັນລາຍລະອຽດຢັ້ງ ຢືນຕາມລະບຽບກົດໝາຍ. ບຸກຄົນທີ່ໄດ້ກະທໍາຜິດສະຖານເບົາລະດັບທີສາມຕ້ອງເສຍຄ່າ ພາສີແລະພັນທະອື່ນຕາມລະບຽບກົດໝາຍໃຫ້ຄົບຖ້ວນແລະຈະຖືກປັບໃໝ ເຈັດສິບສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງທີ່ຫຼົບຫຼີກພາສີ. ການກະທໍາຜິດລະດັບທີສາມທີ່ກະທໍາເປັນຄັ້ງທີສອງຕ້ອງໄດ້ ເສຍຄ່າພາສີແລະພັນທະອື່ນຕາມລະບຽບກົດໝາຍໃຫ້ຄົບຖ້ວນແລະຈະຖືກ ປັບໃໝໜຶ່ງຮ້ອຍສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງ. ສິນຄ້າ,ເຄື່ອງຂອງພ້ອມທັງວັດຖຸສິ່ງຂອງທີ່ນໍາໃຊ້ເພື່ອປິດບັງ ແລະພາຫະນະທີ່ນໍາໃຊ້ເຂົ້າໃນການກະທໍາຜິດຊຶ່ງບໍ່ແມ່ນປະເພດຄວບຄຸມທີ່ ຖືກຍຶດໄວ້ນັ້ນໃຫ້ສົ່ງຄືນແກ່ເຈົ້າຂອງພາຍຫຼັງການດໍາເນີນຄະດີທາງພາ ສີໄດ້ສິ້ນສຸດລົງ.

....ມາດຕາ 91 (ປັບປຸງ) ການກະທໍາຜິດສະຖານໜັກລະດັບທີໜຶ່ງ

ມາດຕາ 91 (ປັບປຸງ) ການກະທໍາຜິດສະຖານໜັກລະດັບທີໜຶ່ງ ການກະທໍາຜິດສະຖານໜັກລະດັບທີໜຶ່ງແມ່ນການສົ່ງອອກ- ນໍາເຂົ້າ,ເຄື່ອນຍ້າຍສິນຄ້າ,ເຄື່ອງຂອງປະເພດຄວບຄຸມໂດຍບໍ່ມີໃບແຈ້ງ ພາສີເປັນລາຍລະອຽດຫຼືບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຫຼືການກະທໍາຜິດສະຖານເບົາລະດັບສາມທີ່ມີລັກສະນະເປັນອາຈິນ. ບຸກຄົນທີ່ໄດ້ກະທໍາຜິດສະຖານໜັກລະດັບທີໜຶ່ງຈະຖືກປັບໃໝ ສາມສິບສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງ,ສ່ວນສິນຄ້າ,ເຄື່ອງ ຂອງທີ່ຖືກຍຶດໄວ້ນັ້ນໃຫ້ຕົກເປັນຂອງລັດ.

....ມາດຕາ 92 (ປັບປຸງ) ການກະທໍາຜິດສະຖານໜັກລະດັບທີສອງ

ມາດຕາ 92 (ປັບປຸງ) ການກະທໍາຜິດສະຖານໜັກລະດັບທີສອງ ການກະທໍາຜິດສະຖານໜັກລະດັບທີສອງແມ່ນການກະທໍາຜິດ ສະຖານໜັກລະດັບທີໜຶ່ງທີ່ຖືກກະທໍາເປັນຄັ້ງທີສອງ,ການລະເມີດສິດຕໍ່ຊັບ ສິນທາງປັນຍາແລະການປອມແປງເອກະສານທາງພາສີ. ບຸກຄົນທີ່ໄດ້ກະທໍາຜິດສະຖານໜັກລະດັບທີສອງຈະຖືກປັບໃໝ ຫ້າສິບສ່ວນຮ້ອຍຂອງມູນຄ່າສິນຄ້າ,ເຄື່ອງຂອງ,ສ່ວນສິນຄ້າ,ເຄື່ອງຂອງ ທີ່ຖືກຍຶດໄວ້ນັ້ນໃຫ້ຕົກເປັນຂອງລັດ. ການກະທໍາຜິດສະຖານໜັກລະດັບທີສອງນີ້ເປັນການກະທໍາຜິດ ທາງອາຍາຊຶ່ງຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 93 ການກະທໍາຜິດສໍາລັບສິນຄ້າ,ເຄື່ອງຂອງປະເພດເກືອດຫ້າມ

ມາດຕາ 93 ການກະທໍາຜິດສໍາລັບສິນຄ້າ,ເຄື່ອງຂອງປະເພດເກືອດຫ້າມ ເມື່ອເຈົ້າໜ້າທີ່ພາສີຫາກກວດພົບສິນຄ້າ,ເຄື່ອງຂອງທີ່ຜິດກົດ ໝາຍເຊັ່ນອາວຸດເສິກ,ຢາຝິ່ນ,ເຮໂຣອິນ,ຢາບ້າຫຼືຢາເສບຕິດອື່ນແລະສິ່ງ ເກືອດຫ້າມອື່ນໃຫ້ເຈົ້າໜ້າທີ່ພາສີເຮັດຈົດໝາຍບັນທຶກຍຶດສິນຄ້າ,ເຄື່ອງ ຂອງດັ່ງກ່າວແລ້ວສົ່ງຜູ້ຖືກຫາພ້ອມທັງຂອງກາງໃຫ້ອົງການໄອຍະການ ປະຊາຊົນເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

....ມາດຕາ 94 ການຄອບຄອງສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງ

ມາດຕາ 94 ການຄອບຄອງສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງ ບຸກຄົນໃດຫາກມີສິນຄ້າ,ເຄື່ອງຂອງທີ່ຜິດກົດໝາຍຫຼືມີພາຫະ ນະຂົນສົ່ງຊຶ່ງບັນທຸກສິນຄ້າ,ເຄື່ອງຂອງດັ່ງກ່າວຢູ່ໃນການຄອບຄອງຂອງ ຕົນຈະຖືວ່າເປັນຜູ້ຮັບຜິດຊອບຕໍ່ສິນຄ້າ,ເຄື່ອງຂອງແລະພາຫະນະນັ້ນ. ຜູ້ຂັບຂີ່ພາຫະນະຂົນສົ່ງທຸກປະເພດຈະມີຄວາມຮັບຜິດຊອບ ທາງພາສີແລະທາງອາຍາກໍ່ຕໍ່ເມື່ອການລະເມີດກົດໝາຍວ່າດ້ວຍພາສີ ນັ້ນຫາກເກີດຈາກການກະທໍາຂອງຜູ້ກ່ຽວເອງ.

....ມາດຕາ 95 (ປັບປຸງ) ຄວາມຮັບຜິດຊອບທາງແພ່ງແລະທາງອາຍາ

ມາດຕາ 95 (ປັບປຸງ) ຄວາມຮັບຜິດຊອບທາງແພ່ງແລະທາງອາຍາ ເຈົ້າຂອງສິນຄ້າ,ເຄື່ອງຂອງມີຄວາມຮັບຜິດຊອບທາງແພ່ງ ເມື່ອບຸກຄົນທີ່ປະຕິບັດວຽກງານຕາມການມອບສິດຂອງຕົນໃນການແຈ້ງ ພາສີ,ການເສຍຄ່າພາສີແລະພັນທະອື່ນນັ້ນປະຕິບັດບໍ່ຖືກຕ້ອງຕາມລະບຽບ ກົດໝາຍແລະມີຄວາມຮັບຜິດຊອບຕໍ່ສິນຄ້າ,ເຄື່ອງຂອງທີ່ຖືກຍຶກ. ຜູ້ຄໍ້າປະກັນມີຄວາມຮັບຜິດຊອບໃນການເສຍຄ່າພາສີແລະພັນ ທະອື່ນທີ່ຕົກຢູ່ໃນຄວາມຮັບຜິດຊອບຂອງຜູ້ທີ່ຕົນໄດ້ຄໍ້າປະກັນໃຫ້ນັ້ນຕາມ ລະບຽບກົດໝາຍ. ຜູ້ຮ່ວມມືກະທໍາຜິດທາງພາສີຈະຖືກລົງໂທດຕາມກົດໝາຍອາ ຍາແລະປະຕິບັດມາດຕະການຕາມກົດໝາຍສະບັບນີ້.

...ໝວດທີ 2 ການດໍາເນີນຄະດີທາງພາສີ


....ມາດຕາ 96 (ປັບປຸງ) ການເຮັດບົດບັນທຶກການຍຶດສິນຄ້າ,ເຄື່ອງຂອງ

ມາດຕາ 96 (ປັບປຸງ) ການເຮັດບົດບັນທຶກການຍຶດສິນຄ້າ,ເຄື່ອງຂອງ ເມື່ອພົບເຫັນການລະເມີດລະບຽບກົດໝາຍກ່ຽວກັບພາສີເຈົ້າ ໜ້າທີ່ພາສີມີສິດຍຶດສິນຄ້າ,ເຄື່ອງຂອງ,ພາຫະນະຮັບໃຊ້ການກະທໍາຜິດ ພ້ອມທັງເອກະສານທີ່ກ່ຽວຂ້ອງເພື່ອເປັນຫຼັກຖານໃນການດໍາເນີນຄະດີ. ການເຮັດບົດບັນທຶກການຍຶດສິນຄ້າ,ເຄື່ອງຂອງຕ້ອງດໍາເນີນ ໃຫ້ທັນທີໂດຍມີເຈົ້າໜ້າທີ່ພາສີຢ່າງໜ້ອຍສອງຄົນ. ບົດບັນທຶກການຍຶດສິນຄ້າ,ເຄື່ອງຂອງຕ້ອງເຮັດຊ້ອງໜ້າຜູ້ ຖືກຫາແລະມອບໃຫ້ຜູ້ຖືກຫາອ່ານ,ໃນກໍລະນີທີ່ຜູ້ຖືກຫາບໍ່ສາມາດອ່ານໄດ້ ແມ່ນມອບຫ້ບຸກຄົນທີ່ສາມອ່ານໃຫ້ຟັງແລ້ວຜູ້ຖືກຫາຕ້ອງລົງລາຍເຊັນ ຫຼືແປະໂປ້ມືໃສ່ບົດບັນທຶກນັ້ນ.ໃນກໍລະນີທີ່ຜູ້ຖືກຫາບໍ່ຍອມເຊັນຫຼືແປະໂປ້ມື ໃສ່ບົດບັນທຶກແມ່ນໃຫ້ໝາຍເຫດໄວ້.ບົດບັນທຶກເຮັດເປັນສາມສະບັບ,ໜຶ່ງ ສະບັບປະກອບເຂົ້າສໍານວນຄະດີ,ໜຶ່ງສະບັບມອບໃຫ້ຜູ້ຖືກຫາແລະອີກໜຶ່ງ ສະບັບເກັບໄວ້ສໍາເນົາ. ໃນກໍລະນີທີ່ບໍ່ພົບເຫັນຜູ້ຖືກຫານັ້ນພາຍຫຼັງເຮັດບົດບັນທຶກແລ້ວ ເຈົ້າໜ້າທີ່ພາສີຕ້ອງແຈ້ງຫຼືປະກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີຫຼືຕາມສື່ ຕ່າງໆພາຍໃນສີ່ສິບແປດຊົ່ວໂມງເພື່ອໃຫ້ຜູ້ເປັນເຈົ້າຂອງມາພົວພັນພາຍ ໃນຊາວເອັດວັນນັບແຕ່ວັນໄດ້ແຈ້ງຫຼືປະກາດເປັນຕົ້ນໄປ.ຖ້າກາຍກໍານົດ ເວລາດັ່ງກ່າວສິນຄ້າ,ເຄື່ອງຂອງຈະຕົກເປັນຂອງລັດ,ຖ້າເປັນສິນຄ້າຄວບ ຄຸມຫຼືສິນຄ້າເກືອດຫ້າມຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.

....ມາດຕາ 97 (ປັບປຸງ) ການເອົາຄໍາໃຫ້ການ

ມາດຕາ 97 (ປັບປຸງ) ການເອົາຄໍາໃຫ້ການ ພາຍຫຼັງເຮັດບົດບັນທຶກການຍຶດ,ອາຍັດສິນຄ້າ,ເຄື່ອງຂອງ ແລ້ວເຈົ້າໜ້າທີ່ພາສີຕ້ອງເອົາຄໍາໃຫ້ການຈາກຜູ້ຖືກຫາແລ້ວເຮັດບົດບັນ ທຶກຄໍາໃຫ້ການໂດຍໃຫ້ປະຕິບັດດັ່ງນີ້: 1. ການເອົາຄໍາໃຫ້ການຂອງຜູ້ຖືກຫາຕ້ອງດໍາເນີນໃນທັນທີ ເມື່ອມີການຍຶດ,ອາຍັດສິນຄ້າ,ເຄື່ອງຂອງ,ໃນກໍລະນີທີ່ບໍ່ສາມາດເອົາຄໍາ ໃຫ້ການໄດ້ໃນທັນໃດນັ້ນຕ້ອງເຮັດບົດບັນທຶກພ້ອມດ້ວຍເຫດຜົນ; 2. ກ່ອນເອົາຄໍາໃຫ້ການເຈົ້າໜ້າທີ່ພາສີຕ້ອງແຈ້ງຂໍ້ກ່າວຫາ ພ້ອມທັງອະທິບາຍສິດແລະພັນທະຂອງຜູ້ຖືກຫາ,ໃນເວລາເອົາຄໍາໃຫ້ການ ນັ້ນຕ້ອງມີເຈົ້າໜ້າທີ່ພາສີຢ່າງໜ້ອຍສອງຄົນ; 3. ການເອົາຄໍາໃຫ້ການຕ້ອງດໍາເນີນໃນສະຖານທີ່ຊຶ່ງລັດຖະ ການພາສີກໍານົດ; 4. ເມື່ອເອົາຄໍາໃຫ້ການສິ້ນສຸດແລ້ວມອບໃຫ້ຜູ້ໃຫ້ການອ່ານ ເນື້ອໃນຂອງບົດບັນທຶກ,ໃນກໍລະນີຜູ້ໃຫ້ການບໍ່ສາມາດອ່ານໄດ້ກໍ່ມອບໃຫ້ ບຸກຄົນທີສາມຫຼືຜູ້ບັນທຶກອ່ານແລ້ວຜູ້ໃຫ້ການລົງລາຍເຊັນແລະແປະໂປ້ມື. ໃນກໍລະນີມີບາງຂໍ້ມູນໄດ້ຖືກດັດແປງຜູ້ໃຫ້ການຕ້ອງລົງລາຍເຊັນຢັ້ງຢືນ ແລະແປະໂປ້ມືໄວ້ຕໍ່ໜ້າແຖວບ່ອນມີການດັດແປງ; 5. ໃນກໍລະນີຜູ້ໃຫ້ການບໍ່ຍອມລົງລາຍເຊັນຫຼືບໍ່ຍອມແປະໂປ້ ມືເຈົ້າໜ້າທີ່ພາສີຜູ້ສືບສວນ-ສອບສວນຕ້ອງໝາຍເຫດໄວ້ໃນຕອນທ້າຍ ຂອງບົດບັນທຶກ; 6. ໃນເວລາເອົາຄໍາໃຫ້ການຂອງຜູ້ຖືກຫາຫຼືບຸກຄົນທີ່ເຂົ້າ ຮ່ວມໃນຄະດີບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ໃຊ້ຄວາມຮຸນແຮງ,ບັງຄັບ,ນາບ ຂູ່ຫຼືນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 7. ບົດບັນທຶກຄໍາໃຫ້ການຕ້ອງເຮັດເປັນສາມສະບັບ,ໜຶ່ງສະ ບັບປະກອບເຂົ້າສໍານວນຄະດີ,ໜຶ່ງສະບັບມອບໃຫ້ຜູ້ຖືກຫາແລະອີກໜຶ່ງ ສະບັບເກັບໄວ້ສໍາເນົາຂອງເຈົ້າໜ້າທີ່ພາສີ.

....ມາດຕາ 98 (ປັບປຸງ) ການຮັກສາຂອງກາງ

ມາດຕາ 98 (ປັບປຸງ) ການຮັກສາຂອງກາງ ສິນຄ້າ,ເຄື່ອງຂອງແລະພາຫະນະຂົນສົ່ງທີ່ຖືກຍຶດເປັນຂອງ ກາງນັ້ນໃຫ້ເຈົ້າໜ້າທີ່ພາສີເປັນຜູ້ປົກປັກຮັກສາໄວ້,ບໍ່ອະນຸຍາດໃຫ້ນໍາໃຊ້ ເຮັດໃຫ້ເປ່ເພ,ຕົກເຮ່ຍເສຍຫາຍຫຼືຍັກຍອກເອົາຂອງກາງ,ຜູ້ລະເມີດຈະມີ ຄວາມຮັບຜິດຊອບຕາມກົດໝາຍ. ສໍາລັບສິນຄ້າ,ເຄື່ອງຂອງທີ່ເສື່ອມຄຸນນະພາບໄວຫຼືບໍ່ເໝາະ ສົມໃນການຮັກສາໄວ້ເຈົ້າໜ້າທີ່ພາສີຈະນໍາອອກປະມູນຂາຍຕາມລະບຽບ ກົດໝາຍ.ເງິນທີ່ຂາຍໄດ້ນັ້ນໃຫ້ເຈົ້າໜ້າທີ່ພາສີຮັກສາໄວ້ຈົນກວ່າການດໍາ ເນີນຄະດີຈະສິ້ນສຸດ.

....ມາດຕາ 99 (ປັບປຸງ) ການສົມຍອມຄະດີ

ມາດຕາ 99 (ປັບປຸງ) ການສົມຍອມຄະດີ ເຈົ້າໜ້າທີ່ພາສີມີສິດແກ້ໄຂຄະດີທາງພາສີຕາມການສົມຍອມ ຂອງຜູ້ກະທໍາຜິດແລະຕາມລະບຽບກົດໝາຍ. ນັບແຕ່ວັນລົງລາຍເຊັນແລະແປະໂປ້ມືລົງໃນບົດບັນທຶກຜູ້ກະ ທໍາຜິດຕ້ອງມາສົມຍອມຄະດີກັບລັດຖະການພາສີພາຍໃນກໍານົດເຈັດວັນ ລັດຖະການ,ຖ້າກາຍກໍານົດເວລາດັ່ງກ່າວເຈົ້າໜ້າທີ່ພາສີຕ້ອງແຈ້ງຫຼືປະ ກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີຫຼືຕາມສື່ຕ່າງໆເພື່ອໃຫ້ຜູ້ກະທໍາຜິດມາພົວ ພັນພາຍໃນຊາວເອັດວັນນັບແຕ່ວັນໄດ້ແຈ້ງຫຼືປະກາດເປັນຕົ້ນໄປ.ຖ້າກາຍ ກໍານົດເວລາດັ່ງກ່າວສິນຄ້າ,ເຄື່ອງຂອງຈະຕົກເປັນຂອງລັດ,ຖ້າເປັນສິນ ຄ້າຄວບຄຸມຫຼືສິນຄ້າເກືອດຫ້າມກໍ່ຈະຖືກດໍາເນີນຄະດີຕາມລະບຽບກົດ ໝາຍ. ໃນກໍລະນີທີ່ຜູ້ກະທໍາຜິດຫາກສົມຍອມຄະດີຕາມຈົດໝາຍບັນ ທຶກການກະທໍາແລ້ວເຈົ້າໜ້າທີ່ພາສີຕ້ອງເຮັດບົດບັນທຶກການສົມຍອມຄະ ດີແລ້ວໃຫ້ຜູ້ກະທໍາຜິດຊໍາລະຄ່າພາສີແລະພັນທະອື່ນພ້ອມທັງຄ່າປັບໃໝ ໃນທັນທີ. ໃນກໍລະນີທີ່ຜູ້ກະທໍາຜິດຫາກບໍ່ສາມາດຊໍາລະໄດ້ໃນທັນທີນັ້ນ ຜູ້ກ່ຽວຕ້ອງຊໍາລະຢ່າງຊ້າໍ່ໃຫ້ເກີນສິບຫ້າວັນນັບແຕ່ວັນເຮັດບົດບັນທຶກການ ສົມຍອມຄະດີເປັນຕົ້ນ.ພາຍຫຼັງໄດ້ຊໍາລະແລ້ວສິນຄ້າ,ເຄື່ອງຂອງທີ່ບໍ່ແມ່ນ ປະເພດຄວບຄຸມແລະເກືອດຫ້າມພ້ອມດ້ວຍພາຫະນະຂົນສົ່ງແລະສິ່ງຂອງ ວັດຖະທີ່ຮັບໃຊ້ການກະທໍາຜິດນັ້ນໃຫ້ສົ່ງຄືນແກ່ເຈົ້າຂອງ.

....ມາດຕາ 100 (ໃໝ່) ການກວດຄົ້ນພາຫະນະແລະຕົວບຸກຄົນ

ມາດຕາ 100 (ໃໝ່) ການກວດຄົ້ນພາຫະນະແລະຕົວບຸກຄົນ ການກວດຄົ້ນພາຫະນະແມ່ນການກວດຄົ້ນລົດທຸກປະເພດ,ເຮືອ ,ແພນາວາ,ກໍາປັ່ນ,ຍົນ,ລົດໄຟຫຼືພາຫະນະອື່ນທີ່ມີຂໍ້ມູນໜັກແໜ້ນຫຼືເຫັນສິ່ງ ມີພິລຸດທີ່ບົ່ງບອກວ່າມີການຊຸກເຊື່ອງສິນຄ້າ,ເຄື່ອງຂອງລັກລອບໜີພາສີ ຈະດໍາເນີນໃນເວລາໃດກໍ່ໄດ້ແຕ່ຕ້ອງໃຫ້ຊ້ອງໜ້າເຈົ້າຂອງພາຫະນະຫຼືຜູ້ ຂັບຂີ່ພາຫະນະ. ການກວດຄົ້ນຕົວບຸກຄົນຕ້ອງດໍາເນີນໃນສະຖານທີ່ເໝາະສົມ ແລະຕ້ອງແມ່ນເຈົ້າໜ້າທີ່ເພດດຽວກັນກັບຜູ້ຖືກກວດຄົ້ນ.

....ມາດຕາ 101 (ໃໝ່) ການກວດຄົນເຄຫະສະຖານ

ມາດຕາ 101 (ໃໝ່) ການກວດຄົນເຄຫະສະຖານ ການກວດຄົ້ນເຄຫະສະຖານຕ້ອງປະຕິບັດຕາມລະບຽບການ ດັ່ງນີ້: 1. ຕ້ອງຂໍຄໍາສັ່ງກວດຄົ້ນເປັນລາຍລັກອັກສອນຈາກອົງການ ໄອຍະການປະຊາຊົນຫຼືສານປະຊາຊົນ,ເວັ້ນເສຍແຕ່ໃນກໍລະນີທີ່ເຈົ້າໜ້າທີ່ ພາສີໄດ້ໄລ່ຕິດຕາມຜູ້ລັກລອບໜີພາສີຢ່າງບໍ່ຂາດໄລຍະຫຼືມີການກະທໍາຜິດ ເຊິ່ງໜ້າແລະຮີບດ່ວນແຕ່ຕ້ອງລາຍງານໃຫ້ອົງການໄອຍະການປະຊາຊົນ ຫຼືສານປະຊາຊົນຊາບພາຍໃນສີ່ສິບແປດຊົ່ວໂມງພາຍຫຼັງການກວດຄົ້ນສິ້ນ ສຸດລົງ; 2. ກ່ອນແລະຫຼັງການກວດຄົ້ນເຈົ້າໜ້າທີ່ພາສີແລະຜູ້ເຂົ້າ ຮ່ວມຕ້ອງສະແດງຄວາມບໍລິສຸດຂອງຕົນຕໍ່ເຈົ້າຂອງເຄຫະສະຖານທີ່ຖືກ ກວດຄົ້ນ; 3. ຕ້ອງເຮັດຊ້ອງໜ້າເຈົ້າຂອງເຄຫະສະຖານ,ພະຍານຢ່າງ ໜ້ອຍສອງຄົນແລະຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ,ສໍາລັບການກວດ ຄົ້ນບໍລິສັດ,ສໍານັກງານອົງການນັ້ນຕ້ອງເຮັດຊ້ອງໜ້າຜູ້ຕາງໜ້າສະຖານ ທີ່ດັ່ງກ່າວຫຼືອົງການທີ່ກ່ຽວຂ້ອງ. 4. ເມື່ອໄດ້ກວດຄົ້ນສິ້ນສຸດແລ້ວຕ້ອງເຮັດບົດບັນທຶກຜົນການ ກວດຄົ້ນແລະອ່ານຊ້ອງໜ້າຜູ້ເຂົ້າຮ່ວມໃນການກວດຄົ້ນແລ້ວພ້ອມກັນລົງ ລາຍເຊັນແລະແປະໂປ້ມີໄວ້ເປັນຫຼັກຖານ,ບົດບັນທຶກຜົນການກວດຄົ້ນເຮັດ ເປັນສີ່ສະບັບໜຶ່ງສະບັບປະກອບເຂົ້າສໍານວນຄະດີ,ໜຶ່ງສະບັບມອບໃຫ້ເຈົ້າ ຂອງເຄຫະສະຖານທີ່ຖືກກວດຄົ້ນ,ໜຶ່ງສະບັບມອບໃຫ້ອົງການປົກຄອງທ້ອງ ຖິ່ນແລະອີກໜຶ່ງສະບັບເກັບໄວ້ສໍາເນົາຂອງເຈົ້າໜ້າທີ່ພາສີ.

...ໝວດທີ 3 ຂັ້ນຕອນການສັ່ງຟ້ອງຂຶ້ນສານ


....ມາດຕາ 102 (ປັບປຸງ) ຄະດີທາງພາສີທີ່ສັ່ງຟ້ອງຂຶ້ນສານ

ມາດຕາ 102 (ປັບປຸງ) ຄະດີທາງພາສີທີ່ສັ່ງຟ້ອງຂຶ້ນສານ ຄະດີທາງພາສີທີ່ລັດຖະການພາສີສັ່ງຟ້ອງຂຶ້ນສານມີດັ່ງນີ້: 1. ບໍ່ມີການຕົກລົງສົມຍອມເສຍຄ່າພາສີແລະພັນທະອື່ນພ້ອມ ທັງຄ່າປັບໃໝ; 2. ບໍ່ປະຕິບັດຕາມບົດບັນທຶກການສົມຍອມຄະດີ; 3. ຍຶດສິນຄ້າ,ເຄື່ອງຂອງແລະພາຫະນະທີ່ບໍ່ມີເຈົ້າຂອງ; 4. ບໍ່ປະຕິບັດຕາມສັນຍາຄໍ້າປະກັນ; 5. ມີການກະທໍາຜິດເປັນອາຈິນຫຼືການກະທໍາຜິດທາງອາຍາ.

....ມາດຕາ 103 (ປັບປຸງ) ການປະກອບສໍານວນຄະດີ

ມາດຕາ 103 (ປັບປຸງ) ການປະກອບສໍານວນຄະດີ ລັດຖະການພາສີຕ້ອງປະກອບສໍານວນຄະດີຍື່ນຕໍ່ອົງການໄອ ຍະການປະຊາຊົນຫຼືສານປະຊາຊົນທີມີສິດອໍານາດເພື່ອດໍາເນີນຄະດີຕາມ ລະບຽບກົດໝາຍ. ສໍານວນຄະດີປະກອບດ້ວຍຄໍາຮ້ອງ,ບົດບັນທຶກການຍຶດຫຼືອາ ຍັດສິນຄ້າ,ເຄື່ອງຂອງຫຼືຄໍາສັ່ງເປີດການສືບສວນ-ສອບສວນ,ບົດບັນທຶກ ການສືບສວນ-ສອບສວນແລະເອກະສານອື່ນທີ່ຈໍາເປັນ. ເນື້ອໃນຂອງຄໍາຮ້ອງຕ້ອງບົ່ງບອກການກະທໍາຜິດຂອງຜູ້ລະ ເມີດໂດຍສັງເຂບ,ຂໍ້ກ່າວຫາ,ມາດຕາກົດໝາຍທີ່ຖືກລະເມີດ,ຈຸດປະສົງ ແລະເນື້ອໃນຂອງການຮ້ອງຟ້ອງທາງແພ່ງ. ການຮ້ອງຟ້ອງຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍການດໍາ ເນີນຄະດີອາຍາຫຼືກົດໝາຍວ່າດ້ວຍການດໍາເນີນຄະດິແພ່ງແລະກົດໝາຍ ອື່ນທີ່ກ່ຽວຂ້ອງ.

....ມາດຕາ 104 (ປັບປຸງ) ສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນ

ມາດຕາ 104 (ປັບປຸງ) ສາເຫດທີ່ພາໃຫ້ເປີດການສືບສວນ-ສອບສວນ ລັດຖະການພາສີຈະດໍາເນີນການເປີດການສືບສວນ-ສອບສວນ ຄະດີທາງພາສີເພື່ອສັງຟ້ອງຂຶ້ນສານເມື່ອມີການປອມແປງເອກະສານທາງ ພາສີ,ຄະດີທີ່ເກີດຂຶ້ນມີຄວາມສະຫຼັບສັບຊ້ອນ,ການທໍາຮ້າຍຮ່າງກາຍເຈົ້າ ໜ້າທີ່ພາສີແລະການກະທໍາຜິດອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດ ໝາຍອື່ນທີ່ີການກໍານົດໂທດທາງອາຍາ. ສໍາລັບການກະທໍາທີ່ເປັນການກະທໍາຜິດທາງອາຍາຊຶ່ງໄດ້ກໍາ ນົດໄວ້ໃນມາດຕາ 102 ຂອງກົດໝາຍສະບັບນີ້ເມື່ອມີຫຼັກຖານຄົບຖ້ວນ ແລ້ວລັດຖະການພາສີສາມາດສົ່ງສໍານວນຄະດີໃຫ້ອົງການໄອຍະການປະ ຊາຊົນເພື່ອທໍາການສັ່ງຟ້ອງຂຶ້ນສານໂດຍກົງໂດຍບໍ່ຕ້ອງເປີດການສືບສວນ -ສອບສວນກໍ່ໄດ້.

....ມາດຕາ 105 (ໃໝ່) ຄໍາສັ່ງເປີດການສືບສວນ-ສອບສວນ

ມາດຕາ 105 (ໃໝ່) ຄໍາສັ່ງເປີດການສືບສວນ-ສອບສວນ ຫົວໜ້າກົມພາສີອອກຄໍາສັ່ງເປີດການສືບສວນ-ສອບສວນຕາມ ຂອບເຂດ,ສິດອໍານາດຂອງຕົນແລະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບ ນີ້ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

....ມາດຕາ 106 (ໃໝ່) ຫຼັກຖານໃນຄະດີ

ມາດຕາ 106 (ໃໝ່) ຫຼັກຖານໃນຄະດີ ເຈົ້າໜ້າທີ່ພາສີຕ້ອງກວດກາຄວາມຖືກຕ້ອງ,ຄົບຖ້ວນແລະພາ ວະວິໄສຂອງຫຼັກຖານຊຶ່ງມີຫຼັກຖານທາງດ້ານວັດຖຸ,ເອກະສານແລະບຸກຄົນ ດັ່ງນີ້: 1. ຫຼັກຖານທາງດ້ານວັດຖຸແມ່ນວັດຖຸສິ່ງຂອງທີ່ເປັນຂອງ ກາງຊຶ່ງພົວພັນກັບການກະທໍາຜິດທາງພາສີແລະໄດ້ມາຈາກການຍຶດ,ອາ ຍັດເຊັ່ນສິນຄ້າ,ເຄື່ອງຂອງ,ວັດຖຸ,ອຸປະກອນ,ພາຫະນະແລະວັດຖຸສິ່ງຂອງ ເື່ອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດທາງພາສີ; 2. ຫຼັກຖານທາງດ້ານເອກະສານແມ່ນບັນດາຂໍ້ມູນກ່ຽວກັບ ການແຈ້ງພາສີເປັນລາຍລະອຽດແລະເອກະສານປະກອບຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 64 ຂອງກົດໝາຍສະບັບນີ້,ບົດບັນທຶກການສືບສວນ-ສອບ ສວນ,ປຶ້ມເຄື່ອນໄຫວດ້ານການເງິນ-ການບັນຊີ,ຮູບພາບແລະເອກະສານ ອື່ນທີ່ພົວພັນກັບການກະທໍາຜິດທາງພາສີ; 3. ຫຼັກຖານທາງດ້ານບຸກຄົນແມ່ນຄໍາໃຫ້ການຂອງຜູ້ຖືກຫາ, ພະຍານແລະຄໍາເຫັນຢັ້ງຢືນຂອງຜູ້ຊ່ຽວຊານແລະບຸກຄົນອື່ນທີ່ພົວພັນກັບ ການກະທໍາຜິດທາງພາສີ.

...ໝວດທີ 4 ການແກ້ໄຂຄະດີທາງພາສີ


....ມາດຕາ 107 (ໃໝ່) ການແກ້ໄຂຄະດີທາງພາສີ

ມາດຕາ 107 (ໃໝ່) ການແກ້ໄຂຄະດີທາງພາສີ ຄະດີທາງພາສີທີ່ມີການສົມຍອມຫຼືຖືກຮິບສິນຄ້າ,ເຄື່ອງຂອງ ເປັນຂອງັລດແລ້ວຖືວ່າເປັນການສິ້ນສຸດຄະດີທາງພາສີເວັ້ນເສຍແຕ່ເປັນ ການກະທໍາຜິດທາງອາຍາ. ສໍາລັບການຈັດຕັ້ງຂັ້ນຕ່າງໆ,ພະນັກງານ,ທະຫານແລະຕໍາ ຫຼວດຫາກໄດ້ຈັບກຸມ,ຍຶດສິນຄ້າ,ເຄື່ອງຂອງທີ່ລັກລອບຫຼົບຫຼີກພາສີໃນກໍລະ ນີເຊິ່ງໜ້າຫຼືຮີບດ່ວນຕ້ອງມອບຄະດີພ້ອມດ້ວຍຂອງກາງແລະຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງໃຫ້ເຈົ້າໜ້າທີ່ພາສີບ່ອນໃກ້ສຸດໃນທັນທີເພື່ອດໍາເນີນການແກ້ ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

....ມາດຕາ 108 (ໃໝ່) ການປະຕິບັດພັນທະຕໍ່ເງິນປັບໃໝຫຼືຂາຍເຄື່ອງຮິບ

ມາດຕາ 108 (ໃໝ່) ການປະຕິບັດພັນທະຕໍ່ເງິນປັບໃໝຫຼືຂາຍເຄື່ອງຮິບ ພາຍຫຼັງທີ່ມີການດໍາເນີນຄະດີທາງພາສີສິ້ນສຸດແລະໄດ້ຫັກຄ່າ ສິ້ນເປືອງອອກແລ້ວຈໍານວນເງິນຄ່າພາສີແລະພັນທະອື່ນຕ້ອງມອບເຂົ້າງົບ ປະມານ.ສໍາລັບການແບ່ງສ່ວນກ່ຽວກັບເງິນຄ່າປັບໃໝຫຼືຂາຍເຄື່ອງຮິບນັ້ນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 109 (ປັບປຸງ) ພັນທະໃນການມີສ່ວນຮ່ວມ

ມາດຕາ 109 (ປັບປຸງ) ພັນທະໃນການມີສ່ວນຮ່ວມ ໃນເວລາປະຕິບັດໜ້າທີ່ຕ້ານແລະສະກັດກັ້ນການລັກລອມໜີ ພາສີຂອງເຈົ້າໜ້າທີ່ພາສີພະນັກງານ,ທະຫານ,ຕໍາຫຼວດແລະປະຊາຊົນ ມີພັນທະໃນການມີສ່ວນຮ່ວມແລະໃຫ້ຄວາມຮ່ວມມື.

..ພາກທີ 15 ການຄຸ້ມຄອງແລະກວດກາວຽກງານພາສີ


...ໝວດທີ 1 ອົງການຄຸ້ມຄອງວຽກງານພາສີ


....ມາດຕາ 110 (ປັບປຸງ) ອົງການຄຸ້ມຄອງວຽກງານພາສີ

ມາດຕາ 110 (ປັບປຸງ) ອົງການຄຸ້ມຄອງວຽກງານພາສີ ລັດຖະບານເປັນຜູ້ຄຸ້ມຄອງວຽກງານພາສີຢ່າງລວມສູນແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງການເງິນ ເປັນໃຈກາງປະສານສົມທົບກັບກະຊວງອື່ນແລະອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານພາສີປະກອບດ້ວຍ: 1. ກະຊວງການເງິນ; 2. ກົມພາສີ; 3. ພາສີປະຈໍາເຂດ; 4. ດ່ານພາສີຊາຍແດນ.

....ມາດຕາ 111 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາ 111 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງການເງິນ ກະຊວງການເງິນມີສິດແລະໜ້າທີ່ໃນການຄຸ້ມຄອງວຽກງານ ພາສີດັ່ງນີ້: 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍ ແລະແຜນການກ່ຽວກັບການພັດທະນາວຽກງານພາສີເພື່ອສະເໜີລັດຖະ ບານພິຈາລະນາ; 2. ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະ ແຈ້ງການກ່ຽວກັບວຽກງານພາສີ; 3. ຊີ້ນໍາ,ຕິດຕາມການປະຕິບັດໜ້າທີ່ຂອງລັດຖະການພາສີ ໃນທົ່ວປະເທດ; 4. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ ກັບພາສີແລະກົດໝາຍອື່ນທີ່ກ່ຽວຂ້ອງ; 5. ປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ,ຊຸກຍູ້ການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບພາສີ; 6. ສ້າງແຜນການບໍລຸງສ້າງ,ຍົກລະດັບແລະປະຕິບັດນະໂຍ ບາຍຕໍ່ພະນັກງານພາສີຜູ້ມີຜົນງານຕາມລະບຽບການ; 7. ພົວພັນຮ່ວມມືກັບຕ່າງປະເທດແລະສາກົນໃນການຄຸ້ມຄອງ ວຽກງານພາສີ; 8. ສະຫຼຸບແລະລາຍງານໃຫ້ລັດຖະບານແລະສະພາແຫ່ງຊາດ ກ່ຽວກັບວຽກງານພາສີ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ສໍາລັບສິດແລະໜ້າທີ່ຂອງກົມພາສີ,ພາສີປະຈໍາເຂດແລະ ດ່ານພາສີຊາຍແດນໄດ້ກໍານົດໄວ້ໃນມາດຕາ 75 ຂອງກົດໝາຍສະບັບ ນີ້.

...ໝວດທີ 2 ການກວດກາວຽກງານພາສີ


....ມາດຕາ 112 (ປັບປຸງ) ອົງການກວດກາວຽກງານພາສີ

ມາດຕາ 112 (ປັບປຸງ) ອົງການກວດກາວຽກງານພາສີ ອົງການກວດກາວຽກງານພາສີປະກອບດ້ວຍອົງການກວດ ກາພາຍໃນແລະອົງການກວດກາພາຍນອກ. 1. ອົງການກວດກາພາຍໃນມີກະຊວງການເງິນ,ກົມກວດກາ ການເງິນຂອງກະຊວງການເງິນ. 2. ອົງການກວດກາພາຍນອກມີຄື: - ສະພາແຫ່ງຊາດ; - ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ; - ອົງການກວດສອບແຫ່ງລັດ; - ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ,ອົງການແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະ ພາກສ່ວນທີ່ກ່ຽວຂ້ອງອື່ນຊຶ່ງມີສ່ວນຮ່ວມໃນການກວດກາຕາມພາລະບົດ ບາດຂອງຕົນ.

....ມາດຕາ 113 (ປັບປຸງ) ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 113 (ປັບປຸງ) ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ກວດກາການຈັດຕັ້ງ ປະຕະບັດລະບຽບກົດໝາຍ,ການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບ ຂອງລັດຖະການພາສີແຕ່ລະຂັ້ນ.

....ມາດຕາ 114 (ປັບປຸງ) ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 114 (ປັບປຸງ) ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດໜ້າທີ່ຂອງລັດຖະການພາສີຕາມຂອບເຂດສິດແລະໜ້າທີ່ຂອງ ຕົນເພື່ອເຮັດໃຫ້ການເຄື່ອນໄຫວວຽກງານພາສີມີປະສິດທິຜົນ,ມີຄວາມໂປ່ງ ໃສແລະຍຸຕິທໍາ.

....ມາດຕາ 115 (ປັບປຸງ) ຮູບການກວດກາ

ມາດຕາ 115 (ປັບປຸງ) ຮູບການກວດກາ ການກວດກາລັດຖະການພາສີມີສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກ ກວດກາຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາລັດຖະການພາສີ,ເຈົ້າໜ້າທີ່ ກວດກາອື່ນຕ້ອງປະຕິບັດຕາມສິດແລະໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດ ໝາຍຢ່າງເຂັ້ມງວດ.

..ພາກທີ 16 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີ 1 ນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາ 116 ການຍ້ອງຍໍ

ມາດຕາ 116 ການຍ້ອງຍໍ ເຈົ້າໜ້າທີ່ພາສີ,ພະນັກງານ,ທະຫານ,ຕໍາຫຼວດແລະປະຊາຊົນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານພາສີດ້ວຍການໃຫ້ຂໍ້ມູນ,ຂ່າວສານ, ການຈັບກຸມທາງກົງຫຼືທາງອ້ອມກ່ຽວກັບການລະເມີດລະບຽບກົດໝາຍ ກ່ຽວກັບພາສີຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

....ມາດຕາ 117 (ປັບປຸງ) ນະໂຍບາຍຕໍ່ຜູ້ແຈ້ງພາສີ

ມາດຕາ 117 (ປັບປຸງ) ນະໂຍບາຍຕໍ່ຜູ້ແຈ້ງພາສີ ຜູ້ແຈ້ງພາສີທີ່ມີຄວາມສັດຊື່ບໍລິສຸດ,ປະຕິບັດຢ່າງຖືກຕ້ອງ,ຄົບ ຖ້ວນ,ທັນກໍານົດເວລາຕາມລະບຽບກົດໝາຍຈະໄດ້ຮັບການຍ້ອງຍໍຊົມເຊີຍ ແລະຄວາມສະດວກໃນການເຄື່ອນໄຫວກ່ຽວກັບການສົ່ງອອກ-ນໍາເຂົ້າສິນ ຄ້າ,ເຄື່ອງຂອງ.

...ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ


....ມາດຕາ 118 (ປັບປຸງ) ມາດຕະການຕໍ່ຜູ້ແຈ້ງພາສີ

ມາດຕາ 118 (ປັບປຸງ) ມາດຕະການຕໍ່ຜູ້ແຈ້ງພາສີ ຜູ້ແຈ້ງພາສີທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບພາສີແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງນອກຈາກການສຶກສາອົບຮົມ,ກ່າວເຕືອນ, ປັບໃໝຫຼືຖືກດໍາເນີນຄະດີທາງພາສີແລ້ວຍັງຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍທາງແພ່ງທີ່ເກີດຈາກການກະທໍາຂອງຕົນແລະຈະຖືກລົງໂທດ ທາງອາຍາຕາມກໍລະນີເບົາຫຼືໜັກ.

....ມາດຕາ 119 ມາດຕະການຕໍ່ເຈົ້າໜ້າທີ່ພາສີແລະລັດຖະການພາສີ

ມາດຕາ 119 ມາດຕະການຕໍ່ເຈົ້າໜ້າທີ່ພາສີແລະລັດຖະການພາສີ ເຈົ້າໜ້າທີ່ພາສີແລະລັດຖະການພາສີທີ່ໄດ້ລະເມີດລະບຽບ ກົດໝາຍກ່ຽວກັບພາສີຊຶ່ງບໍ່ສ້າງຜົນເສຍຫາຍໃຫ້ແກ່ລາຍຮັບພາສີແລະ ພັນທະອື່ນຈະຖືກສຶກສາອົບຮົມແລະກ່າວເຕືອນ. ໃນກໍລະນີທີ່ໄດ້ລະເມີດລະບຽບກົດໝາຍແລະສ້າງຜົນເສຍ ຫາຍບໍ່ຫຼວງຫຼາຍຕໍ່ລາຍຮັບພາສີແລະພັນທະອື່ນໂດຍເຈດຕະນາຈະຖືກລົງ ວິໄນຕາມລະບຽບການແລະໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ສໍາລັບຜູ້ທີ່ກະທໍາຜິດລະບຽບກົດໝາຍກ່ຽວກັບພາສີແລະສ້າງ ຜົນເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືບຸກຄົນ ເຊັ່ນສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອຜົນປະໂຫຍດສ່ວນ ຕົວ,ໃຊ້ອໍານາດເກີນຂອບເຂດ,ປອມແປງເອກະສານ,ຮັບສິນບົນໃນຮູບ ແບບໃດກໍ່ຕາມຫຼືການກະທໍາຜິດອື່ນທາງອາຍາຕ້ອງຖືກດໍາເນີນຄະດີຕາມ ກໍລະນີເບົາຫຼືໜັກຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີ 17 ບົດບັນຍັດສຸດທ້າຍ


...ມາດຕາ 120 (ປັບປຸງ) ການປ່ຽນແປງອັດຕາພາສີ

ມາດຕາ 120 (ປັບປຸງ) ການປ່ຽນແປງອັດຕາພາສີ ໃນກໍລະນີມີຄວາມຈໍາເປັນໃນການປ່ຽນແປງອັດຕາພາສີເພື່ອ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຫ່ງຊາດໃນ ແຕ່ລະໄລຍະນັ້ນລັດຖະບານມີສິດສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາສະເໜີຕໍ່ປະທານປະເທດອອກລັດຖະບັນຍັດປະກາດໃຊ້ເປັນ ການຊົ່ວຄາວໂດຍສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ,ສັນຍາແລະສົນທິສັນ ຍາສາກົນທີ່ສປປລາວເປັນພາຄີ.

...ມາດຕາ 121 (ປັບປຸງ) ການຈັດຕັ້ງປະຕິບັດ

ມາດຕາ 121 (ປັບປຸງ) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 122 (ປັບປຸງ) ຜົນສັກສິດ

ມາດຕາ 122 (ປັບປຸງ) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍພາສີສະບັບເລກ ທີ 05/ສພຊ,ລົງວັນທີ 20 ພຶດສະພາ 2005. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້