ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ 08-03-1995

From Wikisource
Jump to navigation Jump to search

.ພັນທະປ້ອງກັນຊາດ 08-03-1995


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງ.

ມາດຕາໜຶ່ງ:ຈຸດປະສົງ. ກົດໝາຍວ່າດ້ວຍພັນທະປ້ອງກັນຊາດກໍານົດຫຼັກການ,ລະ ບຽບການ,ນະໂຍບາຍແລະມາດຕະການຕ່າງໆກ່ຽວກັບພັນທະປ້ອງກັັນ ຊາດແນໃສ່ປຸກລະດົມປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບເພື່ອເຮັດໃຫ້ກໍາລັງປະກອບ ອາວຸດເຕີບໃຫຍ່ເຂັ້ມແຂງຮອບດ້ານສາມາດປົກປັກຮັກສາປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ,ສ້າງເງື່ອນໄຂເພື່ອຮັບປະກັນໃຫ້ແກ່ການພັດທະນາ ສ້າງສາປະເທດຊາດ.

...ມາດຕາສອງ:ພັນທະປ້ອງກັນຊາດ

ມາດຕາສອງ:ພັນທະປ້ອງກັນຊາດ ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກເຊື້ອຊາດ,ເຜົ່າຊົນ ,ຖານະທາງດ້ານເສດຖະກິດ,ສັງຄົມ,ຄວາມເຊື່ອຖື,ລະດັບການສຶກສາ ແລະພູມລໍາເນົາລ້ວນແຕ່ມີພັນທະເຂົ້າຮັບໃຊ້ໃນກໍາລັງປ້ອງກັນຊາດຕາມ ທີ່ໄດ້ບົ່ງໄວ້ໃນມາດຕາສາມສິບຫົກຂອງລັດຖະທໍາມະນູນແຫ່ງສາທາລະ ນະລັດປະຊາທິປະໄຕປະຊາຊົນລາວເວັ້ນເສຍແຕ່ຜູ້ທີ່ບໍ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ການຈັດຕັ້ງປະຕິບັດພັນທະປ້ອງກັນຊາດຕ້ອງຮັບປະກັນການ ນໍາພາຂອງພັກ.

..ພາກທີ2ພັນທະປ້ອງກັນຊາດໃນຍາມສະຫງົບ


...ໝວດທີ1ທະຫານພັນທະ


....ມາດຕາສາມ:ເງື່ອນໄຂການເປັນທະຫານພັນທະ

ມາດຕາສາມ:ເງື່ອນໄຂການເປັນທະຫານພັນທະ ພົນລະເມືອງລາວທຸກຄົນທີ່ເປັນຜູ້ຊາຍອາຍຸແຕ່ສິບແປດປີ ຫາຊາວແປດປີ,ມີສຸຂະພາບສົມບູນຕ້ອງເຂົ້າຮັບໃຊ້ເປັນທະຫານພັນທະ .ສໍາລັບຜູ້ຍິງອາຍຸແຕ່ສິບແປດປີຫາຊາວສາມປີໃນກໍລະນີຕ້ອງການກໍ່ ອາດຈະຖືກຮຽກເຂົ້າຮັບໃຊ້ເປັນທະຫານພັນທະ.

....ມາດຕາສີ່:ການຂຶ້ນບັນຊີ

ມາດຕາສີ່:ການຂຶ້ນບັນຊີ ໃນແຕ່ລະປີນາຍບ້ານຕ້ອງເຮັດບັນຊີຜູ້ທີ່ມີອາຍຸສິບເຈັດປີເຕັມ ພາຍໃນບ້ານຂອງຕົນແລ້ວສົ່ງໃຫ້ກອງບັນຊາການທະຫານເມືອງເພື່ອກຽມ ເຂົ້າຮັບໃຊ້ເປັນທະຫານພັນທະ. ....ມາດຕາຫ້າ:ການກໍານົດຈໍານວນພົນ

ມາດຕາຫ້າ:ການກໍານົດຈໍານວນພົນ ກະຊວງປ້ອງກັນປະເທດເປັນຜູ້ກໍານົດຈໍານວນພົນທີ່ຈະເຂົ້າ ຮັບໃຊ້ເປັນທະຫານພັນທະໃນແຕ່ລະປີ. ....ມາດຕາຫົກ:ການສະເໜີຕົວ.

ມາດຕາຫົກ:ການສະເໜີຕົວ. ໃນແຕ່ລະປີກອງບັນຊາການທະຫານເມືອງຈະແຈ້ງໃຫ້ຜູ້ຊາຍ ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປໃນວັນທີຊາວມັງກອນທີ່ໄດ້ຂຶ້ນບັນຊີແລ້ວນັ້ນ ໄປສະເໜີຕົວຢູ່ກອງບັນຊາການປະຫານເມືອງພາຍໃນກໍານົດຢ່າງຊ້າບໍ່ໃຫ້ ເກີນຊາວວັນນັບແຕ່ມື້ໄດ້ຮັບຊາບເປັນຕົ້ນໄປ. ສໍາຫຼັບຜູ້ຍິງນັ້ນຖ້າຖືກຮຽກກໍ່ໄປສະເໜີຕົວເຊັ່ນດຽວກັນ.

....ມາດຕາເຈັດ:ການຄັດເລືອກເອົາທະຫານພັນທະ

ມາດຕາເຈັດ:ການຄັດເລືອກເອົາທະຫານພັນທະ ພາຍຫຼັງກວດສຸຂະພາບແລ້ວຄະນະກໍາມະການທະຫານພັນ ທະຂັ້ນເມືອງຈະເປັນຜູ້ຄັດເລືອກເອົາຜູ້ທີ່ມີສຸຂະພາບສົມບູນເຂົ້າເປັນທະ ຫານພັນທະຕາມຈໍານວນທີ່ທາງການໄດ້ກໍານົດໃຫ້ແຕ່ລະປີ. ໃນການຄັດເລືອກນັ້ນໃຫ້ເອົາຜູ້ທີ່ມີອາຍຸສູງກວ່າໄປກ່ອນ.

....ມາດຕາແປດ:ເງື່ອນໄຂທີ່ພາໃຫ້ໂຈະການເປັນທະຫານພັນທະ

ມາດຕາແປດ:ເງື່ອນໄຂທີ່ພາໃຫ້ໂຈະການເປັນທະຫານພັນທະ ຜູ້ທີ່ຈະຖືກໂຈະການເປັນທະຫານພັນທະຕ້ອງມີເງື່ອນໄຂໃດ ໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ຜູ້ທີ່ພວກພະຍາບານຕົວຢູ່ໂຮງໝໍຫຼືຢູ່ຄອບຄົວ. ສອງ:ນັກຮຽນ,ນັກສຶກສາທີ່ຮຽນຢູ່ຊັ້ນປະຖົມ,ມັດທະຍົມ,ອຸ ດົມ,ມະຫາວິທະຍາໄລຫຼືຢູ່ໂຮງຮຽນວິຊາຊີບຊັ້ນຕົນ,ຊັ້ນກາງ,ຊັ້ນສູງແລະ ນັກຄົ້ນຄວ້າເໝືອມະຫາວິທະຍາໄລ. ສາມ:ຜູ້ມີອ້າຍຫຼືນ້ອງທີ່ຍັງບໍ່ທັນສໍາເລັດໜ້າທີ່ເປັນທະຫານ ພັນທະ. ສີ່:ຜູ້ທີ່ພວມຖືກດໍາເນີນຄະດີອາຍາຫຼືປະຕິບັດໂທດຢູ່. ຫ້າ:ຜູ້ທີ່ມີຄວາມຫຍຸ່ງຍາກເປັນພິເສດໂດຍມີການຢັ້ງຢືນຈາກ ອໍານາດການປົກຄອງເມືອງ. ຜູ້ທີ່ຖືກໂຈະການເປັນທະຫານພັນທະຕາມເງື່ອນໄຂທີ່ໄດ້ກ່າວ ມາເທິງນີ້ກໍ່ຈະຕ້ອງໄດ້ເຂົ້າເປັນທະຫານພັນທະເມື່ອໃດເງື່ອນໄຂດັ່ງກ່າວ ຫາກໝົດໄປ. ....ມາດຕາເກົ້າ:ເງື່ອນໄຂທີ່ພາໃຫ້ຍົກເວັ້ນການເປັນທະຫານພັນທະ.

ມາດຕາເກົ້າ:ເງື່ອນໄຂທີ່ພາໃຫ້ຍົກເວັ້ນການເປັນທະຫານພັນທະ. ຜູ້ທີ່ຈະຖືກຍົກເວັ້ນການເປັນທະຫານພັນທະແມ່ນຜູ້ທີ່ຢູ່ໃນເງື່ອນ ໄຂໃດໜຶ່ງດັ່ງລຸ່ມນີ້: ໜຶ່ງ:ເປັນຄົນເສຍຈິດ. ສອງ:ເປັນຄົນເສຍອົງຄະແຕ່ປະເພດໜຶ່ງຮອດປະເພດສາມ. ສາມ:ເປັນພະຍາດຫຼວງຫຼືພະຍາດຮ້າຍແຮງອື່ນໆ. ສີ່:ເປັນລູກຜູ້ດຽວໃນຄອບຄົວເວັ້ນເສຍແຕ່ສະໝັກໃຈ.

....ມາດຕາສິບ:ກໍານົດເວລາການເປັນທະຫານພັນທະ

ມາດຕາສິບ:ກໍານົດເວລາການເປັນທະຫານພັນທະ ກໍານົດເວລາເປັນທະຫານພັນທະແມ່ນສອງປີນັບແຕ່ມື້ກອງ ບັນຊາການທະຫານເມືອງຮັບເອົາເປັນຕົ້ນໄປ. ສໍາລັບຜູ້ທີ່ໜີຈາກການເປັນທະຫານພັນທະນັ້ນບໍ່ໃຫ້ຄິດໄລ່ໄລ ຍະເວລາໜີ້ເຂົ້າໃນກໍານົດເວລາທີ່ກ່າວມາຂ້າງເທິງນີ້. ....ມາດຕາສິບເອັດ:ມາດຕະຖານແລະໜ້າທີ່ຂອງທະຫານພັນທະ

ມາດຕາສິບເອັດ:ມາດຕະຖານແລະໜ້າທີ່ຂອງທະຫານພັນທະ ທະຫານພັນທະຕ້ອງມີມາດຕະຖານແລະປະຕິບັດໜ້າທີ່ຄືກັນ ກັບທະຫານປະຈໍາການ

....ມາດຕາສິບສອງ:ການລາພັກ

ມາດຕາສິບສອງ:ການລາພັກ ຖ້າມີຄວາມຈໍາເປັນທະຫານພັນທະອາດຈະໄດ້ຮັບອະນຸຍາດ ໃຫ້ລາພັກໄດ້ໃນກໍານົດເວລາອັນເໝາະສົມ.

....ມາດຕາສິບສາມ:ການສໍາເລັດໜ້າທີ່

ມາດຕາສິບສາມ:ການສໍາເລັດໜ້າທີ່ ທະຫານພັນທະທີ່ໄດ້ຮັບໃຊ້ຄົບຕາມກໍານົດເວລາທີ່ໄດ້ບົ່ງໄວ້ ໃນມາດຕາສິບເທິງນີ້ຖືວ່າໄດ້ສໍາເລັດໜ້າທີ່ການເປັນທະຫານພັນທະ. ທະຫານພັນທະທີ່ໄດ້ຮັບໃຊ້ຍັງບໍ່ທັນຄົບຕາມກໍານົດເວລາອາດ ຈະໄດ້ຮັບອະນຸຍາດໃຫ້ອອກກ່ອນກໍ່ໄດ້ໃນກໍລະນີໃດໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ເງື່ອນໄຂສຸຂະພາບເຮັດໃຫ້ບໍ່ສາມາດຮັບໃຊ້ໃນກອງທັບ ຕໍ່ໄປໄດ້. ສອງ:ມີຄວາມຈໍາເປັນພິເສດໂດຍໄດ້ຮັບການຢັ້ງຢືນຈາກກອງ ບັນຊາການທະຫານເມືອງແລະອົງການທີ່ກ່ຽວຂ້ອງ. ....ມາດຕາສິບສີ່:ການສະໝັກເປັນທະຫານປະຈໍາການ

ມາດຕາສິບສີ່:ການສະໝັກເປັນທະຫານປະຈໍາການ ທະຫານພັນທະຜູ້ທີ່ສະໝັກໃຈເປັນທະຫານປະຈໍາການເພື່ອຮັບ ໃຊ້ໃນກອງທັບຕໍ່ໄປນັ້ນມີສິດສະເໜີຈຸດປະສົງຕໍ່ຜູ້ບັນຊາການບ່ອນທີ່ຕົນສັງ ກັດຢູ່ຢ່າງຊ້າສາມເດືອນກ່ອນຈະໝົດກໍານົດເວລາເປັນທະຫານພັນທະ.

....ມາດຕາສິບຫ້າ:ພັນທະຂອງຜູ້ທີ່ສໍາເລັດໜ້າທີ່ເປັນທະຫານພັນທະ

ມາດຕາສິບຫ້າ:ພັນທະຂອງຜູ້ທີ່ສໍາເລັດໜ້າທີ່ເປັນທະຫານພັນທະ ຜູ້ທີ່ສໍາເລັດໜ້າທີ່ເປັນທະຫານພັນທະຕ້ອງ: ໜຶ່ງ:ຮັກສາຄວາມລັບຂອງກອງທັບ. ສອງ:ໄປສະເໜີຕົວແລະຂຶ້ນບັນຊີເປັນກໍາລັງສໍາຮອງຢູ່ກອງ ບັນຊາການທະຫານເມືອງທີ່ຕົນຂຶ້ນກັບພາຍໃນກໍານົດໜຶ່ງເດືອນນັບແຕ່ມື້ ໄດ້ຮັບໃບອະນຸຍາດອອກທະຫານພັນທະເປັນຕົ້ນໄປ. ...ໝວດທີ2ກໍາລັງສໍາຮອງ


....ມາດຕາສິບຫົກ:ກໍາລັງສໍາຮອງ

ມາດຕາສິບຫົກ:ກໍາລັງສໍາຮອງ ກໍາລັງສໍາຮອງແມ່ນກໍາລັງທີ່ປະຕິບັດໜ້າທີ່ເປັນກອງໜູນໃຫ້ ແກ່ກໍາລັງປະກອບອາວຸດໃນເວລາທີ່ຈໍາເປັນພ້ອມກັນນັ້ນກໍ່ເປັນກໍາລັງຫຼັກ ແຫຼ່ງແລະເປັນແບບຢ່າງໃນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະ ຫງົບຢູ່ທ້ອງຖິ່ນຂອງຕົນ. ກໍາລັງສໍາຮອງປະກອບດ້ວຍຜູ້ທີ່ໄດ້ຜ່ານການເປັນທະຫານພັນ ທະ,ຜູ້ທີ່ອອກຈາກທະຫານປະຈໍາການ,ຜູ້ທີ່ຍັງບໍ່ທັນໄດ້ຜ່ານການເປັນທະ ຫານພັນທະຫຼືທະຫານປະຈໍາການ,ຊຶ່ງມີອາຍຸແຕ່ສິບແປດປີຫາຫ້າສິບປີ ແລະມີສຸຂະພາບແຂງແຮງ.

....ມາດຕາສິບເຈັດ:ປະເພດກໍາລັງສໍາຮອງ

ມາດຕາສິບເຈັດ:ປະເພດກໍາລັງສໍາຮອງ ກໍາລັງສໍາຮອງແບ່ງເປັນສອງປະເພດຄື: ໜຶ່ງ:ປະກອບດ້ວຍຜູ້ທີ່ໄດ້ຜ່ານການເປັນທະຫານພັນທະຫຼືທະ ຫານປະຈໍາການ. ສອງ:ປະເພດທີສອງປະກອບດ້ວຍຜູ້ທີ່ຍັງບໍ່ທັນໄດ້ຜ່ານການ ເປັນທະຫານພັນທະຫຼືທະຫານປະຈໍາການ.

....ມາດຕາສິບແປດ:ການຝຶກແອບກໍາລັງສໍາຮອງ

ມາດຕາສິບແປດ:ການຝຶກແອບກໍາລັງສໍາຮອງ ກໍາລັງສໍາຮອງຕ້ອງໄດ້ຝຶກແອບວິຊາທະຫານດັ່ງນີ້: ໜຶ່ງ:ສໍາລັບຜູ້ທີ່ໄດ້ຜ່ານວິຊາທະຫານແລ້ວໃຫ້ມີການຝຶກຊ້ອມ ວິຊາທະຫານຄືນໃໝ່ແຕ່ລະປີ. ສອງ:ຜູ້ທີ່ຍັັງບໍ່ທັນໄດ້ຮັບການແອບວິຊາທະຫານນັ້ນໃຫ້ຝຶກ ແອບຢູ່ຕາມໂຮງຮຽນ,ສະຖາບັນການສຶກສາ,ສໍານັກງານ,ອົງການ,ໂຮງ ຈັກ,ໂຮງງານບ່ອນທີ່ຕົນສັງກັດຢູ່ຫຼືຢູ່ກອງບັນຊາການທະຫານເມືອງ.

....ມາດຕາສິບເກົ້າ:ໜ້າທີ່ຂອງກໍາລັງສໍາຮອງ.

ມາດຕາສິບເກົ້າ:ໜ້າທີ່ຂອງກໍາລັງສໍາຮອງ. ກໍາລັງສໍາຮອງມີໜ້າທີ່ດັ່ງນີ້: ໜຶ່ງ:ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນ ຊາດ,ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຂອງຕົນ,ເປັນແບບຢ່າງໃນການ ປະຕິບັດລະບຽບກົດໝາຍ,ກໍ່ສ້າງເສດຖະກິດ-ສັງຄົມແລະແກ້ໄຂຊີວິດ ການເປັນຢູ່ໃນທ້ອງຖິ່ນທີ່ຕົນຕັ້ງພູມລໍາເນົາຢູ່. ສອງ:ກຽມພ້ອມປະຕິບັດຄໍາສັ່ງລະດົມພົນ.

...ໝວດທີ3ກອງຫຼອນ


....ມາດຕາຊາວ:ກອງຫຼອນ

ມາດຕາຊາວ:ກອງຫຼອນ ກອງຫຼອນແມ່ນກໍາລັງເຄິ່ງປະກອບອາວຸດຂອງປະຊາຊົນຊຶ່ງ ຕິດພັນກັບການຜະລິດ,ປະຕິບັດໜ້າທີ່ປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ຢູ່ຮາກຖານ,ຂຶ້ນກັບອໍານາດການປົກຄອງຂັ້ນບ້ານແລະຂັ້ນເທິງຂອງຕົນ ຕາມສາຍຕັ້ງ. ....ມາດຕາຊາວເອັດ:ມາຕະຖາຍແລະໜ້າທີ່ຂອງກອງຫຼອນ

ມາດຕາຊາວເອັດ:ມາຕະຖາຍແລະໜ້າທີ່ຂອງກອງຫຼອນ ມາດຕະຖານແລະໜ້າທີ່ຂອງກອງຫຼອນມີດັ່ງນີ້: ໜຶ່ງ:ບໍລິສຸດຕໍ່ຊາດ,ຕໍ່ປະຊາຊົນແລະຕໍ່ລະບອບປະຊາທິປະໄຕ ປະຊາຊົນ. ສອງ:ມີທັດສະນະຫຼັກໝັ້ນມິດ-ສັດຕູຈະແຈ້ງ. ສາມ:ເປັນແບບຢ່າງໃນການປະຕິບັດແນວທາງນະໂຍບາຍ ຂອງພັກ,ເຄົາລົບແລະປະຕິບັດລະບຽບກົດໝາຍຂອງລັດ. ສີ່:ປົກປັກຮັກສາປະເທດຊາດແລະໝາກຜົນຂອງການປະຕິ ວັດ,ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມຢູ່ຮາກຖານ. ຫ້າ:ຍົກສູງສະຕິລະວັງຕົວຕ້ານທຸກກົນອຸບາຍທໍາລາຍມ້າງເພ ຂອງສັດຕູ,ກຽມພ້ອມສູ້ຮົບແລະສູ້ຮົບຢ່າງພິລະອາດຫານ,ສະກັດກັ້ນທຸກ ການກະທໍາຜິດຕໍ່ລະບຽບກົດໝາຍ. ຫົກ:ເຂົ້າຮ່ວມແລະເປັນແບບຢ່າງໃນການຜະລິດ,ສ້າງເສດ ຖະກິດ,ແກ້ໄຂຊີວິດການເປັນຢູ່ແລະກໍ່ສ້າງຮາກຖານໃຫ້ເຂັ້ມແຂງ. ເຈັດ:ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ,ຮໍ່ຮຽນການເມືອງ,ວັດ ທະນະທໍາ,ການທະຫານແລະລະບຽບກົດໝາຍ. ...ໝວດທີ4ກໍາລັງປ້ອງກັນຕົວ


....ມາດຕາຊາວສອງ:ກໍາລັງປ້ອງກັນຕົວ

ມາດຕາຊາວສອງ:ກໍາລັງປ້ອງກັນຕົວ ກໍາລັງປ້ອງກັນຕົວແມ່ນກໍາລັງເຄິ່ງປະກັບອາວຸດທີ່ຈັດຕັ້ງຂຶ້ນ ຢູ່ຕາມສໍານັກງານ,ອົງການ,ໂຮງຈັກ,ໂຮງງານມີໜ້າທີ່ຮັບປະກັນຄວາມ ປອດໄພ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດ ສໍານັກງານ,ອົງການ,ໂຮງຈັກ,ໂຮງງານຂອງຕົນ. ກໍາລັງປ້ອງກັນຕົວຂອງສໍານັກງານ,ອົງການຂັ້ນສູນຫາງຂຶ້ນ ກັບກະຊວງພາຍໃນ. ສ່ວນກໍາລັງປ້ອງກັນຕົວຂອງສໍານັກງານ,ອົງການ,ໂຮງຈັກ ,ໂຮງງານຢູ່ທ້ອງຖິ່ນແມ່ນຂຶ້ນກັບກອງບັນຊາການປກສແຂວງຫຼືກອງບັນ ຊາການປກສເມືອງ.

....ມາດຕາຊາວສາມ:ມາດຕະຖານແລະໜ້າທີ່ຂອງກໍາລັງປ້ອງກັນຕົວ

ມາດຕາຊາວສາມ:ມາດຕະຖານແລະໜ້າທີ່ຂອງກໍາລັງປ້ອງກັນຕົວ ມາດຕະຖານແລະໜ້າທີ່ຂອງກໍາລັງປ້ອງກັນຕົວແມ່ນປະຕິ ບັດຄ້າຍຄືກັນກັບມາດຕະຖານແລະໜ້າທີ່ຂອງກອງຫຼອນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຊາວເອັດເທິງນີ້.

..ພາກທີ3ການລະດົມພົນໃນຍາມສຸກເສີນ


...ມາດຕາຊາວສີ່:ການລະດົມພົນ

ມາດຕາຊາວສີ່:ການລະດົມພົນ ເມື່ອມີໄພຂົ່ມຂູ່ແລະມີການຕົກລົງລະດົມພົນທົ່ວໄປຫຼືເປັນພາກ ສ່ວນຈາກປະທານປະເທດແລ້ວລັດຖະມົນຕີວ່າການກະຊວງປ້ອງກັນປະ ເທດມີໜ້າທີ່ຈັດຕັ້ງປະຕິບັດການລະດົມພົນ. ທະຫານປະຈໍາການ,ທະຫານພັນທະຕ້ອງເຂົ້າປະຈໍາການແລະ ກຽມພ້ອມປະຕິບັດທຸກຄໍາສັ່ງແລະພາກສ່ວນທີ່ລາພັກນັ້ນກໍ່ຕ້ອງກັບຄືນກົມ ກອງໃນທັນໃດ. ກໍາລັງສໍາຮອງຕ້ອງເຂົ້າສູນເຕົ້າໂຮມເພື່ອປະຕິບັດໜ້າທີ່ເປັນ ກອງໜູນ.ກໍາລັງປ້ອງກັນຕົວຕ້ອງເຂົ້າປະຈໍາການຕາມກົມກອງທ້ອງຖິ່ນ ໃຜລາວແລະກຽມພ້ອມປະຕິບັດທຸກຄໍາສັ່ງ. ອໍານາດການປົກຄອງ,ສໍານັກງານ,ອົງການ,ອົງການຈັດຕັ້ງ ມະຫາຊົນແລະສັງຄົມຕ້ອງເບິ່ງແຍງຊ່ວຍເຫຼືອຄອບຄົວຂອງຜູ້ທີ່ຖືກລະດົມ ໄປປະຕິບັດໜ້າທີ່ຂອງຊາດ.

...ມາດຕາຊາວຫ້າ:ການລະດົມພາຫະນະແລະວັດຖະປັດໃຈ

ມາດຕາຊາວຫ້າ:ການລະດົມພາຫະນະແລະວັດຖະປັດໃຈ ພ້ອມກັນກັບການລະດົມພົນກໍ່ອາດຈະມີການລະດົມພາຫະນະ ,ວັດຖະປັດໃຈຈາກການຈັດຕັ້ງຂອງລັດ,ລວມໝູ່,ຂອງເອກະຊົນແລະປະ ຊາຊົນ.ທຸກພາກສ່ວນທີ່ຖືກລະດົມນັ້ນມີພັນທະປະກອບສ່ວນຢ່າງຕັ້ງໜ້າ.

...ມາດຕາຊາວຫົກ:ການສິ້ນສຸດການລະດົມພົນ.

ມາດຕາຊາວຫົກ:ການສິ້ນສຸດການລະດົມພົນ. ເມື່ອສະພາບການກັບຄືນສູ່ຄວາມເປັນປົກກະຕິແລະໄດ້ມີແຈ້ງ ການຢ່າງເປັນທາງການແລ້ວການລະດົມພົນກໍ່ຖືວ່າໄດ້ສິ້ນສຸດລົງ.ສໍາລັບ ກໍາລັງທີ່ຖືກລະດົມນັ້ນກໍ່ໃຫ້ຈັດສົ່ງຄືນກົມກອງ,ທ້ອງຖິ່ນເດີມ,ສ່ວນພາຫະ ນະແລະອຸປະກອນທີ່ຖືກລະດົມກໍ່ໃຫ້ຈົດສົ່ງຄືນເຈົ້າຂອງເດີມຕາມເງື່ອນໄຂ ຕົວຈິງຢ່າງເປັນລາຍລັກອັກສອນ.

..ພາກທີ4ນະໂຍບາຍ


...ມາດຕາຊາວເຈັດ:ນະໂຍບາຍຕໍ່ທະຫານພັນທະໃນເວລາປະຕິບັດໜ້າທີ່.

ມາດຕາຊາວເຈັດ:ນະໂຍບາຍຕໍ່ທະຫານພັນທະໃນເວລາປະຕິບັດໜ້າທີ່. ນະໂຍບາຍຕໍ່ທະຫານພັນທະໃນເວລາປະຕິບັດໜ້າທີ່ມີດັ່ງນີ້: ໜຶ່ງ:ໄດ້ຮັບການຍົກລະດັບທາງດ້ານການເມືອງ,ວັດທະນະ ທໍາ,ວິຊາສະເພາະແລະວິຊາຊີບ. ສອງ:ໄດ້ຮັບເງິນເດືອນແລະນະໂຍບາຍຕ່າງໆຄືກັນກັບພົນ ທະຫານປະຈໍາການຊັ້ນສອງ. ສາມ:ສໍາລັບພະນັກງານ,ລັດຖະກອນທີ່ໄປຮັບໃຊ້ເປັນທະຫານ ພັນທະນັ້ນມີສິດໄດ້ຮັບເງິນເດືອນຕາມຊັ້ນແລະຂັ້ນຂອງຕົນກ່ອນເປັນທະ ຫານພັນທະແລະໃນເວລາເຈັບເປັນ,ເສຍອົງຄະຫຼືເສຍຊີວິດກໍ່ຈະໄດ້ຮັບນະ ໂຍບາຍຕາມລະບອບອຸດໜູນຂອງພະນັກງານ,ລັດຖະກອນ. ສີ່:ໄດ້ຮັບການຍ້ອງຍໍຕາມລະບອບນະໂຍບາຍ. ຫ້າ:ໄດ້ຮັບການເອົາໃຈໃສ່ໃນການເບິ່ງແຍງຄອບຄົວຈາກອໍາ ນາດການປົກຄອງທ້ອງຖິ່ນ,ການຈັດຕັ້ງແລະປະຊາຊົນໃນເວລາຕົນໄປປະ ຕິບັດໜ້າທີ່. ຫົກ:ເມື່ອທະຫານພັນທະຫາກຖືກບາດເຈັບ,ເສຍຊີວິດຫຼືຫາຍ ສາບສູນຕ້ອງແຈ້ງໃຫ້ຄອບຄົວຊາບຢ່າງເປັນລາຍລັກອັກສອນຢ່າງຊ້າບໍ່ ໃຫ້ກາຍສາມເດືອນພ້ອມທັງສົ່ງວັດຖຸສິ່ງຂອງຂອງຜູ້ກ່ຽວໃຫ້ຄອບຄົວຢ່າງ ຄົບຖ້ວນ.

...ມາດຕາຊາວແປດ:ນະໂຍບາຍຕໍ່ຜູ້ສໍາເລັດໜ້າທີ່ເປັນທະຫານພັນທະ

ມາດຕາຊາວແປດ:ນະໂຍບາຍຕໍ່ຜູ້ສໍາເລັດໜ້າທີ່ເປັນທະຫານພັນທະ ຜູ້ທີ່ໄດ້ສໍາເລັດໜ້າທີ່ເປັນທະຫານພັນທະແລ້ວຈະໄດ້ຮັບນະ ໂຍບາຍດັ່ງນີ້: ໜຶ່ງ:ໄດ້ຮັບບຸລິມະສິດໃນການສຶກສາຮໍ່າຮຽນຕໍ່ຫຼືໄດ້ຮັບວຽກ ເຮັດງານທໍາຕາມເງື່ອນໄຂຕົວຈິງ: ສອງ:ສໍາລັບພະນັກງານ,ລັດຖະກອນໄລຍະເວລາທີ່ຮັບໃຊ້ຢູ່ ໃນກອງທັບນັ້ນຈະໄດ້ໄລ່ເຂົ້າໃນປີການແລະເວລາເລື່ອນຂັ້ນຈະໄດ້ເພີ່ມ ຂັ້ນຕື່ມອີກຂັ້ນໜຶ່ງພ້ອມທັງຈະຖືກຮັບເຂົ້າຢູ່ກົມກອງເກົ້າຫຼືຢູ່ບ່ອນໃໝ່ຕາມ ຄວາມເໝາະສົມ. ສາມ:ໄດ້ຮັບເງິນອຸດໜູນເທົ່າກັບເງິນເດືອນຂອງຕົນສາມ ເດືອນແລະເງິນໃຊ້ຈ່າຍຄ່າເດີນທາງກັບຄືນກົມກອງ,ທ້ອງຖິ່ນພ້ອມດ້ວຍ ເຄື່ອງນຸ່ງຕື່ມອີກໜຶ່ງຊຸດ.

...ມາດຕາຊາວເກົ້າ:ນະໂຍບາຍຕໍ່ກອງຫຼອນແລະກໍາລັງປ້ອງກັນຕົວ

ມາດຕາຊາວເກົ້າ:ນະໂຍບາຍຕໍ່ກອງຫຼອນແລະກໍາລັງປ້ອງກັນຕົວ ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນກອງຫຼອນແລະກໍາລັງ ປ້ອງກັນຕົວຈະໄດ້ຮັບນະໂຍບາຍດັ່ງຕໍ່ໄປນີ້: ໜຶ່ງ:ໄດ້ຮັບການຍົກລະດັບທາງດ້ານການເມືອງ,ວັດທະນະ ທໍາແລະວິຊາສະເພາະ. ສອງ:ໃນເວລາອອກເຄື່ອນໄຫວສູ້ຮົບຈະໄດ້ຮັບເງິນອຸດໜູນ ຕາມຊັ້ນຂອງຕົນ. ສາມ:ໃນກໍລະນີ້ອອກໄປປະຕິບັດວຽກງານແລະຖືກບາດເຈັບ ,ເສຍອົງຄະຫຼືເສຍສະຫຼະຈະໄດ້ຮັບການປິ່ນປົວແລະນະໂຍບາຍຄືກັນກັບ ທະຫານປະຈໍາການ.ສໍາລັບກໍາລັງປ້ອງກັນຕົວນັ້ນໃຫ້ປະຕິບັດນະໂຍບາຍ ຕາມກົດໝາຍແຮງງານແລະລະບອບປະກັນສັງຄົມຕໍ່ພະນັກງານ,ລັດຖະ ກອນ. ສີ່:ໄດ້ຮັບເຄື່ອງນຸ່ງຫົ່ມໃນເວລາປະຕິບັດໜ້າທີ່ຢູ່ແນວໜ້າ. ຫ້າ:ໄດ້ຮັບການຍ້ອງຍໍຕາມລະບອບນະໂຍບາຍ. ຫົກ:ໄດ້ຮັບການເອົາໃຈໃສ່ໃນການເບິ່ງແຍງຄອບຄົວຈາກ ອໍານາດການປົກຄອງທ້ອງຖິ່ນ,ການຈັດຕັ້ງແລະປະຊາຊົນໃນເວລາຕົນ ໄປປະຕິບັດໜ້າທີ່.

...ມາດຕາສາມສິບ:ນະໂຍບາຍຕໍ່ກໍາລັງທີ່ຖືກລະດົມ.

ມາດຕາສາມສິບ:ນະໂຍບາຍຕໍ່ກໍາລັງທີ່ຖືກລະດົມ. ບຸກຄົນໃດທີ່ບໍ່ໄດ້ກ່າວໄວ້ໃນມາດຕາຊາວເຈັດແລະຊາວເກົ້າ ເທິງນ້ີຫາກໄດ້ຖືກລະດົມເຂົ້າຮັບໃຊ້ໃນຍາມສຸກເສີນກໍ່ຈະໄດ້ຮັບນະໂຍບາຍ ເໝືອນກັນກັບທະຫານປະຈໍາການ. ສໍາລັບຜູ້ທີ່ໄດ້ປະກອບສ່ວນທາງດ້ານພາຫະນະ,ວັດຖຸປັດໃຈ ໃນເວລາສຸກເສີນກໍ່ຈະໄດ້ຮັບນະໂຍບາຍ,ຍ້ອງຍໍ,ຊົມເຊີຍຕາມຜົນງານຕົວ ຈິງ.

..ພາກທີ5ມາດຕະການຕໍ່ຜູ້ລະເມີດ


...ມາດຕາສາມສິບເອັດ:ການຫຼົບຫຼີກຈາກທະຫານພັນທະ

ມາດຕາສາມສິບເອັດ:ການຫຼົບຫຼີກຈາກທະຫານພັນທະ ບຸກຄົນໃດຫາກບໍ່ໄປສະເໜີຕົວຕາມການແຈ້ງການຫຼືຖືກຄັດ ເລືອກໄດ້ແລ້ວຫາກບໍ່ໄປເປັນທະຫານພັນທະຈະຖືກສຶກສາອົບຮົມໃຫ້ປະຕິ ບັດ.ຖ້າບໍ່ປະຕິບັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງ ປີ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະຫຼະພາບແຕ່ຫົກ ເດືອນຫາສອງປີ.

...ມາດຕາ 32 ການຊຸກເຊື່ອງຫຼືປິດບັງ

ມາດຕາ 32 ການຊຸກເຊື່ອງຫຼືປິດບັງ ບຸກຄົນໃດໄດ້ຂັດຂວາງ,ຊຸກເຊື່ອງຫຼືປິດບັງບໍ່ໃຫ້ບຸກຄົນອື່ນ ໄປເປັນທະຫານພັນທະຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນ ຫາໜຶ່ງປີ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກ ເດືອນຫາສອງປີ.

...ມາດຕາສາມສິບສາມ:ການໜີຈາກການເປັນທະຫານພັນທະ

ມາດຕາສາມສິບສາມ:ການໜີຈາກການເປັນທະຫານພັນທະ ບຸກຄົນໃດທີ່ເປັນທະຫານພັນທະຫາກໄດ້ໜີຈາກກົມກອງກ່ອນ ໝົດກໍານົດເວລາເປັນທະຫານພັນທະໃຫ້ອໍານາດການປົກຄອງສຶກສາອົບ ຮົມຜູ້ກ່ຽວໃຫ້ກັບຄືນກົມກອງເດີມ.ຖ້າຫາກຜູ້ກ່ຽວບໍ່ຍອມກັບຄືນຈະຖືກລົງ ໂທດຕັດອິດສະລະພາບແຕ່ຫົກເດືອນຫາໜຶ່ງປີ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະຫຼະພາບແຕ່ໜຶ່ງປີ ຫາສອງປີ.

..ພາກທີ6ບົດບັນຍັດສຸດທ້າຍ


...ມາດຕາສາມສິບສີ່:ການຈັດຕັ້ງປະຕິບັດ

ມາດຕາສາມສິບສີ່:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາສາມສິບຫ້າ:ຜົນສັກສິດ

ມາດຕາສາມສິບຫ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ມື້ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດ ໃຊ້ເປັນຕົ້ນໄປ.ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ