ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ (ສະບັບປັບປຸງ) 13-12-2012

From Wikisource
Jump to navigation Jump to search

.ພັນທະປ້ອງກັນຊາດ (ສະບັບປັບປຸງ) 13-12-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການ ກ່ຽວກັບການຄຸ້ມຄອງ,ການກວດກາ,ການປະຕິບັດນະໂຍບາຍກ່ຽວກັບ ວຽກງານພັນທະປ້ອງກັນຊາດແນໃສ່ປູກລະດົມພົນລະເມືອງລາວທຸກຄົນ ໃຫ້ມີສະຕິຕື່ນຕົວເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເພື່ອປົກປັກຮັກສາເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ,ວັດທະນະທໍາ-ສັງຄົມຂອງຊາດ.

...ມາດຕາ 2 (ປັບປຸງ) ພັນທະປ້ອງກັນຊາດ

ມາດຕາ 2 (ປັບປຸງ) ພັນທະປ້ອງກັນຊາດ ພັນທະປ້ອງກັນຊາດແມ່ນໜ້າທີ່ຕົ້ນຕໍແລະມີກຽດອັນສູງສົ່ງ ຂອງພົນລະເມືອງລາວທຸກຄົນ,ທຸກອົງການຈັດຕັ້ງໃນການປົກປັກຮັກສາ ເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ; ປົກປັກຮັກສາຊີວິດແລະຊັບສິນຂອງປະຊາຊົນ,ຮັບປະກັນສະເຖຍລະພາບ, ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນແປ່ງ ສປປລາວ.

...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ທະຫານພັນທະໝາຍເຖິງຊາວໜຸ່ມທີ່ຖືກຄັດເລືອກເຂົ້າ ເປັນທະຫານຮັບໃຊ້ຊາດແລະປະຈໍາການໃນກອງທັບຕາມກໍານົດເວລາ ທີ່ໄດ້ກໍານົດໄວ້ໃນມາດຕາ 15 ຂອງກົດໝາຍສະບັບນີ້; 2. ທະຫານອາຊີບໝາຍເຖິງຜູ້ສະໝັກໃຈເຂົ້າເປັນທະຫານ ໃນກອງທັບປະຊາຊົນລາວໂດຍໄດ້ຮັບການຄັດເລືອກຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງກົດໝາຍສະບັບນີ້; 3. ກໍາລັງສໍາຮອງໝາຍເຖິງກໍາລັງບໍ່ປະຈໍາການໃນກອງ ທັບປະຊາຊົນລາວໃນຍາມປົກກະຕິຊຶ່ງຢູ່ໃນແຜນການຈັດຕັ້ງປະກອບ ຂອງກອງທັບປະຊາຊົນລາວໃນຍາມສຸກເສີນແລະປະຕິບັດໜ້າທີ່ເປັນ ກອງໜູນໃຫ້ແກ່ກໍາລັງປະຈໍາການໃນກອງທັບເມື່ອມີຄວາມຕ້ອງການ; 4. ກໍາລັງປະຈໍາການໝາຍເຖິງທະຫານອາຊີບແລະທະ ຫານພັນທະທີ່ກໍາລັງປະຕິບັດໜ້າທີ່ກຽມພ້ອມສູ້ຮົບແລະເຮັດວຽກງານ ປົກກະຕິໃນກອງທັບປະຊາຊົນລາວ; 5. ກອງຫຼອນໝາຍເຖິງກໍາລັງປ້ອງກັນຊາດຂັ້ນບ້ານຊຶ່ງປະ ຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບ,ຄວາມປອດໄພແລະຄວາມເປັນ ລະບຽບຮຽບຮ້ອຍຂອງບ້ານຫຼືປະສານສົມທົບກັບກໍາລັງອື່ນເພື່ອປ້ອງກັນ ຂອບເຂດໃດໜຶ່ງຕາມການມອບໝາຍ; 6. ກໍາລັງປ້ອງກັນຕົວໝາຍເຖິງພະນັກງານ,ກໍາມະກອນ, ນັກສຶກສາປະກອບອາວຸດຊຶ່ງຈັດຕັ້ງຢູ່ຕາມສໍານັກງານ,ອົງການ,ສະຖາ ບັນການສຶກສາ,ໂຮງໝໍ,ໂຮງຈັກ,ໂຮງງານແລະສາງຄັງທີ່ເປັນຂອງ ລັດ,ມີໜ້າທີ່ປົກປັກຮັກສາຄວາມສະຫງົບ,ຄວາມປອດໄພແລະຄວາມ ເປັນລະບຽບຮຽບຮ້ອຍພາຍໃນຂອບເຂດທີ່ຕັ້ງຂອງຕົນ.

...ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານພັນທະປ້ອງກັນຊາດ

ມາດຕາ 4 (ໃໝ່) ນະໂຍບາຍກ່ຽວກັບວຽກງານພັນທະປ້ອງກັນຊາດ ລັດສົ່ງເສີມວຽກງານພັນທະປ້ອງກັນຊາດດ້ວຍການສຶກສາ ອົບຮົມ,ປະກອບບຸກຄະລາກອນ,ສະໜອງງົບປະມານ,ອຸປະກອນໃຫ້ອົງ ການຈັດຕັ້ງປະຕິບັດວຽກງານພັນທະປ້ອງກັນຊາດເພື່ອສ້າງເງື່ອນໄຂໃຫ້ ອົງການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ. ລັດຊຸກຍູ້ໃຫ້ທຸກພາກສ່ວນໃນທົ່ວສັງຄົມ,ບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງປະກອບສ່ວນທາງດ້ານກໍາລັງພົນ,ວັດຖຸແລະຈິດໃຈເຂົ້າ ໃຈວຽກງານພັນທະປ້ອງກັນຊາດ.

...ມາດຕາ 5 (ໃໝ່) ຫຼັກການພື້ນຖານກ່ຽວກັບວຽກງານພັນທະປ້ອງກັນຊາດ

ມາດຕາ 5 (ໃໝ່) ຫຼັກການພື້ນຖານກ່ຽວກັບວຽກງານພັນທະປ້ອງກັນ ຊາດ ວຽກງານພັນທະປ້ອງກັນຊາດໃຫ້ປະຕິບັດຕາມຫຼັກການພື້ນ ຖານດັ່ງນີ້: 1. ສອດຄ່ອງກັບແນວທາງນະໂຍບາຍຂອງພັກ,ແຜນຍຸດທະ ສາດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະຕິດພັນກັບແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ; 2. ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດບົນພື້ນຖານ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ,ແຂວງ,ນະຄອນ,ເມືອງ,ເທດ ສະບານແລະບ້ານ; 3. ສະເໝີພາບ,ພາວະວິໄສ,ໂປ່ງໃສແລະຍຸຕິທໍາ; 4. ຮັບປະກັນຄວາມລັບຂອງລັດແລະທາງລັດຖະການໃນວຽກ ງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ; 5. ຮັບປະກັນຄວາມເປັນເອກະລາດ,ອໍານາດອະທິປະໄຕແລະຜືນ ແຜ່ນດິນອັນຄົບຖ້ວນຂອງສປປລາວ.

...ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງລາວທຸກຄົນແລະທຸກ ອົງການຈັດຕັ້ງພາຍໃນປະເທດ.

...ມາດຕາ 7 (ໃໝ່) ການຮ່ວມມືສາກົນ

ມາດຕາ 7 (ໃໝ່) ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານພັນທະປ້ອງກັນຊາດດ້ວຍການແລກປ່ຽນບົດຮຽນ,ຂໍ້ ມູນຂ່າວສານ,ເຕັກໂນໂລຊີແລະການພັດທະນາພື້ນຖານໂຄງລ່າງ.ການ ປະສານງານແລະການພັດທະນາຊັບພະຍາກອນມະນຸດ,ປະຕິບັດສົນທິສັນ ຍາແລະສັນຍາສາກົນທີ່ສປປລາວເປັນພາຄີບົນພື້ນຖານຫຼັກການຢູ່ຮ່ວມ ການໂດຍສັນຕິ,ເຄົາລົບເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນ ດິນອັນຄົບຖ້ວນ,ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ,ສະ ເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

..ພາກທີ 2 ພັນທະປ້ອງກັນຊາດ


...ໝວດທີ 1 ທະຫານພັນທະ


....ມາດຕາ 8 (ໃໝ່) ການລະດົມທະຫານພັນທະປະຈໍາປີ

ມາດຕາ 8 (ໃໝ່) ການລະດົມທະຫານພັນທະປະຈໍາປີ ການລະດົມທະຫານພັນທະປະຈໍາປີແມ່ນການຈັດຕັ້ງປະຕິບັດແຜນ ການລະດົມພົນຂອງກະຊວງປ້ອງກັນປະເທດເພື່ອປ່ຽນແທນທະຫານທີ່ຈົບ ພັນທະໃນແຕ່ລະປີ,ຮັບປະກັນໃຫ້ມີກໍາລັງປະຈໍາການທີ່ພຽງພໍໃນການປົກ ປັກຮັກສາເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ.

....ມາດຕາ 9 (ປັບປຸງ) ເງື່ອນໄຂການເປັນທະຫານພັນທະ

ມາດຕາ 9 (ປັບປຸງ) ເງື່ອນໄຂການເປັນທະຫານພັນທະ ພົນລະເມືອງລາວທຸກຄົນທີ່ເປັນຊາຍໜຸ່ມ,ຖືສັນຊາດລາວໂດຍກໍາ ເນີດ,ມີອາຍຸແຕ່ສິບແປດປີເຖິງຊາວຫ້າປີ,ມີສຸຂະພາບສົມບູນແລະແຂງ ແຮງຕ້ອງເຂົ້າຮັບໃຊ້ເປັນທະຫານພັນທະປ້ອງກັນຊາດ. ສໍາລັບຍິງໜຸ່ມທີ່ມີອາຍຸແຕ່ສິບແປດປີເຖິງຊາວສາມປີກໍ່ອາດຖືກ ຮຽກເຂົ້າຮັບໃຊ້ເປັນທະຫານພັນທະປ້ອງກັນຊາດໃນກໍລະນີຈໍາເປັນແລະ ຕ້ອງການ.

....ມາດຕາ 10 (ປັບປຸງ) ການຂຶ້ນທະບຽນເປັນທະຫານພັນທະປະຈໍາປີ

ມາດຕາ 10 (ປັບປຸງ) ການຂຶ້ນທະບຽນເປັນທະຫານພັນທະປະຈໍາປີ ນາຍບ້ານຕ້ອງສົ່ງບັນຊີລາຍຊື່ຊາຍໜຸ່ມທີ່ມີເງື່ອນໄຂຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ໃຫ້ກອງບັນຊາການທະ ຫານເມືອງ,ເທດສະບານກ່ອນເດືອນກໍລະກົດຂອງທຸກປີ. ຄະນະກໍາມະການລະດົມທະຫານພັນທະຂັ້ນເມືອງອອກຄໍາສັ່ງຮຽກ ເອີ້ນຊາຍໜຸ່ມທີ່ເຖິງກະສຽນພັນທະລວມທັງຊາຍໜຸ່ມທີ່ໂຈະການເປັນທະ ຫານພັນທະໃນປີຜ່ານມາເພື່ອຂຶ້ນທະບຽນແລະກວດສຸຂະພາບໃນເດືອນ ສິງຫາຂອງທຸກປີ. ການຂຶ້ນທະບຽນແລະການກວດສຸຂະພາບເປັນທະຫານພັນທະ ແມ່ນຄວາມຮັບຜິດຊອບຂອງກອງບັນຊາການທະຫານແລະຫ້ອງການ ສາທາລະນະສຸກເມືອງ,ເທດສະບານ.

....ມາດຕາ 11 (ປັບປຸງ) ການກໍານົດຈໍານວນພົນ

ມາດຕາ 11 (ປັບປຸງ) ການກໍານົດຈໍານວນພົນ ກະຊວງປ້ອງກັນປະເທດເປັນຜູ້ກໍານົດນໍານວນພົນເຂົ້າເປັນທະ ຫານພັນທະປະຈໍາປີໃຫ້ແຂວງ,ນະຄອນ.ຈາກນັ້ນແຂວງ,ນະຄອນແບ່ງ ຕົວເລກເຂົ້າເປັນທະຫານພັນທະໃຫ້ເມືອງ,ເທດສະບານ.

....ມາດຕາ 12 (ປັບປຸງ) ການຄັດເລືອກເອົາທະຫານພັນທະ

ມາດຕາ 12 (ປັບປຸງ) ການຄັດເລືອກເອົາທະຫານພັນທະ ພາຍຫຼັງໄດ້ຂຶ້ນທະບຽນແລະກວດສຸຂະພາບແລ້ວຄະນະກໍາມະ ການລະດົມທະຫານພັນທະຂັ້ນເມືອງຕ້ອງຄັດເລືອກເອົາຜູ້ທີ່ມີສຸຂະພາບ ສົມບູນ,ແຂງແຮງເຂົ້າເປັນທະຫານພັນທະຕາມຈໍານວນທີ່ໄດ້ກໍານົດໃຫ້ ໃນແຕ່ລະປີຊຶ່ງດໍາເນີນຕາມສາມຮູບການດັ່ງນີ້: 1. ຄວາມສະໝັກໃຈ; 2. ການບົ່ງຕົວ; 3. ການຈົກສະຫຼາກ. ຮູບການຄັດເລືອກເຂົ້າເປັນທະຫານພັນທະດ້ວຍຄວາມສະໝັກໃຈ ,ການບົ່ງຕົວແລະການຈົກສະຫຼາກໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາ 13 (ປັບປຸງ) ການໂຈະການເປັນທະຫານພັນທະ

ມາດຕາ 13 (ປັບປຸງ) ການໂຈະການເປັນທະຫານພັນທະ ການໂຈະການເປັນທະຫານພັນທະຕ້ອງຢູ່ໃນກໍລະນີໃດໜຶ່ງດັ່ງນີ້: 1. ຜູ້ກໍາລັງຮັບການປິ່ນປົວສຸຂະພາບຢູ່ໂຮງໝໍຫຼືສະຖານທີ່ໃດໜຶ່ງ; 2. ນັກຮຽນ,ນັກສຶກສາກໍາລັງຮໍ່າຮຽນ,ສຶກສາຄົ້ນຄວ້າໃນປີສຸດ ທ້າຍຂອງມະຫາວິທະຍາໄລຫຼືສະຖາບັນການສຶກສາແຫ່ງອື່ນຢູ່ພາຍໃນ ຫຼືຕ່າງປະເທດ; 3. ຜູ້ມີອ້າຍຫຼືນ້ອງທີ່ຍັງບໍ່ທັນສໍາເລັດໜ້າທີ່ທະຫານພັນທະເວັ້ນ ເສຍແຕ່ມີຄວາມສະໝັກໃຈ; 4. ຜູ້ກໍາລັງຖືກດໍາເນີນຄະດີຫຼືປະຕິບັດໂທດ. ຜູ້ຖືກໂຈະການເປັນທະຫານພັນທະຕາມທີ່ໄດ້ກໍານົດໄວ້ໃນມາດ ຕານີ້ເມື່ອກໍລະນີດັ່ງກ່າວຫາກໝົດໄປຕ້ອງໄດ້ຄັດເລືອກເຂົ້າເປັນທະຫານ ພັນທະ.

....ມາດຕາ 14 (ປັບປຸງ) ການຍົກເວັ້ນການເປັນທະຫານພັນທະ

ມາດຕາ 14 (ປັບປຸງ) ການຍົກເວັ້ນການເປັນທະຫານພັນທະ ຜູ້ຖືກຍົກເວັ້ນການເປັນທະຫານພັນທະຕ້ອງຢູ່ໃນກໍລະນີໃດໜຶ່ງດັ່ງ ນີ້: 1. ເປັນຄົນໃບ້,ບ້າ,ເສຍຈິດ; 2. ເປັນຄົນເສຍອົງຄະ,ພິການ; 3. ເປັນພະຍາດຕິດແປດທີ່ບໍ່ສາມາດປິ່ນປົວໄດ້; 4. ເປັນລູກຜູ້ດຽວໃນຄອບຄົວເວັ້ນເສຍແຕ່ມີຄວາມສະໝັກໃຈ; 5. ເປັນນັກບວດ.

....ມາດຕາ 15 (ປັບປຸງ) ກໍານົດເວລາການເປັນທະຫານພັນທະ

ມາດຕາ 15 (ປັບປຸງ) ກໍານົດເວລາການເປັນທະຫານພັນທະ ກໍານົດເວລາການເປັນທະຫານພັນທະແມ່ນຊາວສີ່ເດືອນນັບແຕ່ ວັນຄະນະກໍາມະການລະດົມທະຫານພັນທະຂັ້ນເມືອງຮັບເອົາເປັນຕົ້ນໄປ. ຖ້າຫາກມີຄວາມຈໍາເປັນລັດຖະມົນຕີວ່າການກະຊວງປ້ອງກັນປະ ເທດມີສິດຕໍ່ເວລາການເປັນທະຫານພັນທະໄດ້ແຕ່ສູງສຸດບໍ່ໃຫ້ເກີນຫົກ ເດືອນ.

....ມາດຕາ 16 (ໃໝ່) ສິດຂອງທະຫານພັນທະ

ມາດຕາ 16 (ໃໝ່) ສິດຂອງທະຫານພັນທະ ທະຫານພັນທະມີສິດດັ່ງນີ້: 1. ໄດ້ຮັບຂໍ້ມູນຂ່າວສານທົ່ວໄປຢ່າງຖືກຕ້ອງ; 2. ໄດ້ຮັບການຝຶກແອບຮໍ່າຮຽນການເມືອງແລະການທະຫານ; 3. ປະກອບຄໍາຄິດຄໍາເຫັນ,ຕໍານິສົ່ງຂ່າວຊ່ວຍເຫຼືອຊຶ່ງກັນແລະ ກັນ; 4. ຂໍລາພັກໃນກໍລະນີຄອບຄົວເຈັບເປັນຫຼືເສຍຊີວິດ; 5. ໄດ້ຮັບນະໂຍບາຍດ້ານຕ່າງໆຕາມລະບຽບການ; 6. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 17 (ໃໝ່) ໜ້າທີ່ຂອງທະຫານພັນທະ

ມາດຕາ 17 (ໃໝ່) ໜ້າທີ່ຂອງທະຫານພັນທະ ທະຫານພັນທະມີໜ້າທີ່ດັ່ງນີ້: 1. ເຄົາລົບລັດຖະທໍາມະນູນແລະກົດໝາຍແຫ່ງ ສປປລາວ,ກົດ ລະບຽບແລະວິໄນຂອງກອງທັບ,ປະຕິບັດທຸກມະຕິ,ຄໍາສັ່ງຂອງຜູ້ບັນຊາ ຢ່າງເຂັ້ມງວດ; 2. ເຂົ້າໃຈຢ່າງເລິກເຊິ່ງແລະປະຕິບັດພັນທະຂອງຕົນທີ່ມີຕໍ່ປະ ເທດຊາດ,ຮັກສາກຽດສັກສີຂອງກອງທັບ,ເຄົາລົບນັບຖືຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວບັນດາເຜົ່າ; 3. ຕັ້ງໜ້າຄົ້ນຄວ້າຮໍ່າຮຽນການເມືອງ,ຝຶກແອບການທະຫານ, ການນໍາໃຊ້ອາວຸດຍຸດໂທປະກອນແລະພາຫະນະເຕັກນິກການທະຫານ, ຮຽນພາສາຕ່າງປະເທດ,ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດແລະ ແບບແຜນດໍາລົງຊີວິດທີ່ປອດໃສ,ຮັກສາສຸຂະອະນາໄມ,ເສີມສ້າງກໍາລັງ ກາຍກໍາລັງວັງຊາສາມາດເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບໄດ້ໃນທຸກສະ ຖານະການ; 4. ດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ ດີຂຶ້ນບົນຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງແລະສ້າງຄວາມເຂັ້ນແຂງດ້ວຍ ຕົນເອງ; 5. ເຂົ້າຮ່ວມໃນວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບ ການພັດທະນາຊົນນະບົດຮອບດ້ານປະກອບສ່ວນຊ່ວຍແກ້ໄຂຄວາມທຸກ ຍາກຂອງປະຊາຊົນ; 6. ປົກປັກຮັກສາອາວຸດ,ລູກກະສຸນ,ພາຫະນະເຕັກນິກແລະອຸປະ ກອນການທະຫານ,ເຄື່ອງນຸ່ງຫົ່ມທີ່ໄດ້ປະກອບໃຫ້ຮັບປະກັນຄວາມປອດ ໄພບໍ່ໃຫ້ຕົກເຮ່ຍເສຍຫາຍສາມາດນໍາໃຊ້ໄດ້ຍາວນານແລະບໍ່ໃຫ້ຕົກຢູ່ໃນ ກໍາມືຂອງສັດຕູຢ່າງເດັດຂາດ; 7. ຮັກສາຄວາມລັບຂອງຊາດແລະຄວາມລັບການທະຫານ; 8. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 18 (ປັບປຸງ) ການສໍາເລັດໜ້າທີ່ການເປັນທະຫານພັນທະ

ມາດຕາ 18 (ປັບປຸງ) ການສໍາເລັດໜ້າທີ່ການເປັນທະຫານພັນທະ ທະຫານພັນທະທີ່ໄດ້ຮັບໃຊ້ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂອງກົດໝາຍສະບັບນີ້ແມ່ນໄດ້ສໍາເລັດໜ້າທີ່ການເປັນທະ ຫານພັນທະ.

....ມາດຕາ 19 (ໃໝ່) ການອອກຈາກການເປັນທະຫານພັນທະກ່ອນກໍາເນີດ

ມາດຕາ 19 (ໃໝ່) ການອອກຈາກການເປັນທະຫານພັນທະກ່ອນກໍາ ເນີດ ທະຫານພັນທະຈະໄດ້ອອກຈາກການເປັນທະຫານພັນທະກ່ອນກໍາ ນົດໃນກໍລະນີໃດໜຶ່ງດັ່ງນີ້: 1. ຜູ້ມີສຸຂະພາບອ່ອນເພຍຊຶ່ງບໍ່ສາມາດປະຕິບັດໜ້າທີ່ຄົບອາຍຸ ການເປັນທະຫານພັນທະ; 2. ຜູ້ມີຄວາມຈໍາເປັນພິເສດໂດຍໄດ້ຮັບການຢັ້ງຢືນເປັນລາຍລັກ ອັກສອນຈາກກອງບັນຊາການທະຫານເມືອງ,ເທດສະບານ,ອົງການປົກ ຄອງບ້ານແລະອົງການອື່ນທີ່ກ່ຽວຂ້ອງ.

....ມາດຕາ 20 (ປັບປຸງ) ການສະໝັກເປັນທະຫານອາຊີບ

ມາດຕາ 20 (ປັບປຸງ) ການສະໝັກເປັນທະຫານອາຊີບ ທະຫານພັນທະທີ່ມີຈຸດປະສົງສະໝັກເປັນທະຫານອາຊີບເພື່ອຮັບ ໃຊ້ໃນກອງທັບປະຊາຊົນລາວມີສິດສະເໜີຕໍ່ຜູ້ບັນຊາການບ່ອນຕົນສັງ ກັດຢ່າງຊ້າສາມເດືອນກ່ອນໝົດກໍານົດເວລາການເປັນທະຫານພັນທະ.

....ມາດຕາ 21 (ປັບປຸງ) ພັນທະຂອງຜູ້ສໍາເລັດໜ້າທີ່ການເປັນທະຫານພັນທະ

ມາດຕາ 21 (ປັບປຸງ) ພັນທະຂອງຜູ້ສໍາເລັດໜ້າທີ່ການເປັນທະຫານ ພັນທະ ຜູ້ສໍາເລັດໜ້າທີ່ການເປັນທະຫານພັນທະຕ້ອງປະຕິບັດດັ່ງນີ້: 1. ຮັກສາຄວາມລັບຂອງກອງທັບຢ່າງເດັດຂາດ; 2. ສະເໜີຕົວແລະຂຶ້ນບັນຊີເປັນກໍາລັງສໍາຮອງປະເພດໜຶ່ງຢູ່ ກອງບັນຊາການທະຫານເມືອງ,ເທດສະບານບ່ອນຕົນຂຶ້ນກັບພາຍໃນກໍາ ນົດເວລາໜຶ່ງເດືອນນັບແຕ່ວັນໄດ້ຮັບໃບອະນຸຍາດອອກຈາກການເປັນ ທະຫານພັນທະເປັນຕົ້ນໄປ. 3. ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ,ປະກອບ ສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການພັດ ທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນຂອງຕົນ; 4. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ໝວດທີ 2 ຄະນະກໍາມະການລະດົມທະຫານພັນທະ


....ມາດຕາ 22 (ໃໝ່) ຄະນະກໍາມະການລະດົມທະຫານພັນທະ

ມາດຕາ 22 (ໃໝ່) ຄະນະກໍາມະການລະດົມທະຫານພັນທະ ຄະນະກໍາມະການລະດົມທະຫານພັນທະປະກອບດ້ວຍ: 1. ຄະນະກໍາມະການລະດົມທະຫານພັນທະແຂວງ,ນະຄອນໂດຍ ແມ່ນເຈົ້າແຂວງ,ເຈົ້າຄອງນະຄອນເປັນປະທານ,ຫົວນ້າກອງບັນຊາການ ທະຫານແຂວງ,ນະຄອນເປັນຮອງປະທານ,ຫົວໜ້າກອງບັນຊາການປ້ອງ ກັນຄວາມສະຫງົບແຂວງ,ນະຄອນແລະຜູ້ຕາງໜ້າພະແນກການທີ່ກ່ຽວ ຂ້ອງເປັນຄະນະ; 2. ຄະນະກໍາມະການລະດົມທະຫານພັນທະເມືອງ,ເທດສະບານ ໂດຍແມ່ນເຈົ້າເມືອງ,ຫົວໜ້າເທດສະບານເປັນປະທານ,ຫົວໜ້າກອງບັນ ຊາການທະຫານເມືອງ,ເທດສະບານເປັນຮອງປະທານ,ຫົວໜ້າກອງບັນ ຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານແລະຜູ້ຕາງໜ້າຫ້ອງ ການທີ່ກ່ຽວຂ້ອງເປັນຄະນະ; 3. ຄະນະກໍາມະການລະດົມທະຫານພັນທະບ້ານໂດຍແມ່ນນາຍ ບ້ານເປັນປະທານ,ຜູ້ຮັບຜິດຊອບກຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບບ້ານ,ຜູ້ຕາງໜ້າແນວລາວສ້າງຊາດແລະຜູ້ຕາງໜ້າອົງການຈັດ ຕັ້ງມະຫາຊົນຂັ້ນບ້ານເປັນຄະນະ.

....ມາດຕາ 23 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະຫານພັນທະແຂວງ,ນະຄອນ

ມາດຕາ 23 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະຫານ ພັນທະແຂວງ,ນະຄອນ ຄະນະກໍາມະການລະດົມທະຫານພັນທະແຂວງ,ນະຄອນມີສິດແລະ ໜ້າທີ່ດັ່ງນີ້: 1. ສ້າງແລະຈັດຕັ້ງປະຕິບັດແຜນການລະດົມທະຫານພັນທະຂັ້ນ ຂອງຕົນບົນພື້ນຖານແຜນການລະດົມພົນປະຈໍາປີຂອງກະຊວງປ້ອງກັນ ປະເທດ; 2. ຊີ້ນໍາການຈັດຕັ້ງປະຕິບັດແຜນການແລະວຽກງານລະດົມທະ ຫານພັນທະຂອງຄະນະກໍາມະການລະດົມທະຫານພັນທະເມືອງ,ເທດສະ ບານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ອອກຂໍ້ຕົກລົງລະດົມທະຫານພັນທະປະຈໍາປີຕາມແຜນການ ຂອງກະຊວງປ້ອງກັນປະເທດ; 4. ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາ ມະການລະດົມທະຫານພັນທະເມືອງ,ເທດສະບານຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ; 5. ຮັບແລະພິຈາລະນາຄໍາສະເໜີຂອງປະຊາຊົນກ່ຽວກັບການລະ ດົມຫານພັນທະຕາມການສະເໜີຂອງຄະນະກໍາມະການລະດົມທະຫານພັນ ທະຂັ້ນເມືອງ; 6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກງານລະ ດົມທະຫານພັນທະ; 7. ສະຫຼຸບແລະລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການ ລະດົມທະຫານພັນທະປະຈໍາປີຕໍ່ກະຊວງປ້ອງກັນຊາດ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 24 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະຫານພັນທະເມືອງ,ເທດສະບານ

ມາດຕາ 24 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະ ຫານພັນທະເມືອງ,ເທດສະບານ ຄະນະກໍາມະການລະດົມທະຫານພັນທະເມືອງ,ເທດສະບານມີສິດ ແລະໜ້າທີ່ດັ່ງນີ້: 1. ສ້າງແລະຈັດຕັ້ງປະຕິບັດແຜນການລະດົມທະຫານພັນທະຂັ້ນ ຂອງຕົນບົນພື້ນຖານແຜນການລະດົມທະຫານພັນທະປະຈໍາປີຂອງແຂວງ ,ນະຄອນ; 2. ອອກຄໍາສັ່ງຮຽກເອີ້ນຊາຍໜຸ່ມທີ່ເຖິງອາຍຸກະສຽນເປັນທະ ຫານພັນທະເຂົ້າສະເໜີຕົວ,ຂຶ້ນທະບຽນແລະກວດສຸຂະພາບ; 3. ຮັບຮອງເອົາຜົນກວດສຸຂະພາບແລະຕົກລົງເອົາລາຍຊື່ຜູ້ມີ ເງື່ອນໄຂຄົບຖ້ວນເຂົ້າເປັນທະຫານພັນທະປະຈໍາປີ; 4. ຊີ້ນໍາແລະຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການລະດົມທະຫານພັນທະບ້ານຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ; 5. ຮັບແລະພິຈາລະນາຄໍາສະເໜີຂອງປະຊາຊົນກ່ຽວກັບການ ລະດົມທະຫານພັນທະຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກງານ ລະດົມທະຫານພັນທະ; 7. ສະຫຼຸບແລະລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການ ລະດົມທະຫານພັນທະປະຈໍາປີຂອງຕົນຕໍ່ຄະນະກໍາມະການລະດົມທະຫານ ພັນທະແຂວງ,ນະຄອນ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາ 25 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະຫານພັນທະບ້ານ

ມາດຕາ 25 (ໃໝ່) ສິດແລະໜ້າທີ່ຂອງຄະນະກໍາມະການລະດົມທະ ຫານພັນທະບ້ານ ຄະນະກໍາມະການລະດົມທະຫານພັນທະບ້ານມີສິດແລະໜ້າທີ່ດັ່ງ ນີ້: 1. ໂຄສະນາແລະລະດົມຊາວໜຸ່ມໃຫ້ຕື່ນຕົວແລະສະໝັກໃຈເຂົ້າ ສະເໜີຕົວ,ຂຶ້ນທະບຽນແລະກວດສຸຂະພາບ; 2. ຂຶ້ນແລະສົ່ງບັນຊີລາຍຊື່ຊາວໜຸ່ມທີ່ເຖິງອາຍຸກະສຽນເປັນທະ ຫານພັນທະໃຫ້ຄະນະກໍາມະການລະດົມທະຫານພັນທະເມືອງ,ເທດສະ ບານ; 3. ຈັດພິທີສົ່ງມອບຊາວໜຸ່ມຜູ້ຖືກຄັດເລືອກເປັນທະຫານພັນທະ ໃຫ້ເມືອງ,ເທດສະບານ; 4. ຮັບແລະພິຈາລະນາຄໍາສະເໜີຂອງປະຊາຊົນກ່ຽວກັບການ ລະດົມທະຫານພັນທະຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ສະຫຼຸບສະພາບການຈັດຕັ້ງປະຕິບັດວຽກງານລະດົມພັນທະ ປະຈໍາປີຂອງບ້ານຕໍ່ຄະນະກໍາມະການລະດົມທະຫານພັນທະເມື່ອງ,ເທດ ສະບານ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ. ...ໝວດທີ 3 ທະຫານອາຊີບ


....ມາດຕາ 26 (ໃໝ່) ການເຂົ້າເປັນທະຫານອາຊີບ

ມາດຕາ 26 (ໃໝ່) ການເຂົ້າເປັນທະຫານອາຊີບ ພົນລະເມືອງລາວທຸກຄົນທີ່ມີຄວາມຕື່ນຕົວ,ສະໝັກໃຈແລະມີມາດ ຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງກົດໝາຍສະ ບັບນີ້ຈະຖືກຄັດເລືອກເຂົ້າເປັນທະຫານອາຊີບເພື່ອຮັບໃຊ້ໃນກອງທັບປະ ຊາຊົນລາວ.

....ມາດຕາ 27 (ໃໝ່) ທີ່ມາຂອງທະຫານອາຊີບ

ມາດຕາ 27 (ໃໝ່) ທີ່ມາຂອງທະຫານອາຊີບ ທະຫານອາຊີບຂອງກອງທັບປະຊາຊົນລາວມາຈາກ; 1. ພົນລະເມືອງລາວບັນດາເຜົ່າທີ່ມີຄວາມສະໝັກໃຈແລະໄດ້ ຜ່ານການສອບເສັງຄັດເລືອກເຂົ້າເປັນທະຫານອາຊີບ; 2. ນັກຮຽນ,ນັກສຶກສາທີ່ໄດ້ຮຽນຈົບວິຊາຊີບໃດໜຶ່ງຢູ່ພາຍໃນ ແລະຕ່າງປະເທດ; 3. ທະຫານພັນທະທີ່ມີຄວາມສະໝັກໃຈເຂົ້າເປັນທະຫານອາຊີບ; 4. ພະນັກງານ-ລັດຖະກອນທີ່ມາຈາກອົງການຈັດຕັ້ງຂອງລັດ.

....ມາດຕາ 28 (ໃໝ່) ມາດຕະຖານຂອງທະຫານອາຊີບ

ມາດຕາ 28 (ໃໝ່) ມາດຕະຖານຂອງທະຫານອາຊີບ ຜູ້ສະໝັກເຂົ້າເປັນທະຫານອາຊີບຕ້ອງມີມາດຕະຖານດັ່ງນີ້: 1. ເປັນຄົນລາວໂດຍກໍາເນີດແລະຖືສັນຊາດລາວທີ່ມີອາຍຸແຕ່ສິບ ແປດປີເຖິງສາມສິບປີ,ໃນກໍລະນີທີ່ມີຄວາມຕ້ອງການຜູ້ມີອາຍຸເກີນກວ່າ ສາມສິບປີອາດໄດ້ຮັບການພິຈາລະນາໃຫ້ເປັນທະຫານອາຊີບ; 2. ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄວາມຈົງຮັກພັກ ດີຕໍ່ພັກ-ລັດແລະປະຊາຊົນ,ມີນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕ ປະຊາຊົນລາວ,ຈໍາແນກໄດ້ມິດ-ສັດຕູ,ມີຄຸນສົມບັດສິນທໍາປະທິວັດ,ມີນໍ້າ ໃຈກ້າຫານເສຍສະລະ,ມີສະຕິຕໍ່ການຈັດຕັ້ງ,ເຄົາລົບແລະປະຕິບັດລະ ບຽບກົດມາຍຢ່າງເຂັ້ມງວດ; 3. ຈົບມັດທະຍົມຕອນປາຍ,ມີວິຊາສະເພາະຫຼືວິຊາຊີບໃດໜຶ່ງທີ່ ກອງທັບຕ້ອງການ,ມີຊີວະປະຫວັດຈະແຈ້ງ,ສໍາລັບພົນລະເມືອງລາວທີ່ ຢູ່ຊົນນະບົດຫ່າງໄກສອກຫຼີກຊຶ່ງບໍ່ຈົບມັດທະຍົມຕອນປາຍອາດໄດ້ຮັບ ການພິຈາລະນາ; 4. ມີສຸຂະພາບແຂງແຮງ,ຮ່າງກາຍສົມບູນ,ສໍາລັບເພດຊາຍມີ ລວງສູງ 1,60 ແມັດ,ເພດຍິງມີລວງສູງ 1,55 ແມັດຂຶ້ນໄປ. ສໍາລັບເພດຊາຍທີ່ໄດ້ຜ່ານການເປັນທະຫານພັນທະມາກ່ອນທີ່ມີ ເງື່ອນໄຂແລະມາດຕະຖານຄົບຖ້ວນຈະໄດ້ຮັບການພິຈາລະນາເປັນພິ ເສດ.

....ມາດຕາ 29 (ໃໝ່) ການຕົກລົງຮັບເອົາທະຫານອາຊີບ

ມາດຕາ 29 (ໃໝ່) ການຕົກລົງຮັບເອົາທະຫານອາຊີບ ກະຊວງປ້ອງກັນປະເທດເປັນຜູ້ຕົກລົງຮັບເອົາຜູ້ມີມາດຕະຖານຄົບ ຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງກົດໝາຍສະບັບນີ້ເຂົ້າເປັນ ທະຫານອາຊີບ.

...ໝວດທີ 4 ກໍາລັງສໍາຮອງ


....ມາດຕາ 30 (ປັບປຸງ) ກໍາລັງສໍາຮອງ

ມາດຕາ 30 (ປັບປຸງ) ກໍາລັງສໍາຮອງ ກໍາລັງສໍາຮອງຖືກສ້າງຕັ້ງຂຶ້ນຢູ່ຕາມທ້ອງຖິ່ນໃນຂອບເຂດທົ່ວປະ ເທດເພື່ອປະຕິບັດນ້າທີ່ເປັນກໍາລັງໜູນໃຫ້ແກ່ກໍາລັງປະຈໍາການຂອງກອງ ທັບໃນເວລາຈໍາເປັນຊຶ່ງປະກອບດ້ວຍກໍາລັງພົນແລະພາຫະນະເຕັກນິກສໍາ ຮອງ. ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງແລະກວດກາການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງກໍາລັງສໍາຮອງ. ອົງການປົກຄອງທ້ອງຖິ່ນເປັນຜູ້ກໍ່ສ້າງແລະປັບປຸງກໍາລັງສໍາຮອງ.

....ມາດຕາ 31 (ປັບປຸງ) ກໍາລັງພົນສໍາຮອງ

ມາດຕາ 31 (ປັບປຸງ) ກໍາລັງພົນສໍາຮອງ ກໍາລັງພົນສໍາຮອງແບ່ງອອກເປັນສອງປະເພດດັ່ງນີ້: 1. ກໍາລັງພົນສໍາຮອງປະເພດໜຶ່ງປະກອບດ້ວຍຜູ້ໄດ້ຜ່ານການ ເປັນທະຫານພັນທະຫຼືທະຫານອາຊີບມາກ່ອນ,ມີເງື່ອນໄຂແລະມາດຕະ ຖານຄົບຖ້ວນແລະສາມາດຮັບໃຊ້ໃນຖັນແຖວກອງທັບເມື່ອມີຄວາມຕ້ອງ ການ; 2. ກໍາລັງພົນສໍາຮອງປະເພດສອງປະກອບດ້ວຍພົນລະເມືອງ ລາວທີ່ມີອາຍຸແຕ່ສິບແປດປີເຖິງສີ່ສິບຫ້າປີທີ່ບໍ່ໄດ້ຜ່ານການເປັນທະຫານ ມາກ່ອນ,ມີເງື່ອນໄຂແລະມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

....ມາດຕາ 32 (ປັບປຸງ) ສິດແລະໜ້າທີ່ຂອງກໍາລັງພົນສໍາຮອງ

ມາດຕາ 32 (ປັບປຸງ) ສິດແລະໜ້າທີ່ຂອງກໍາລັງພົນສໍາຮອງ ກໍາລັງພົນສໍາຮອງມີສິດແລະນ້າທີ່ດັ່ງນີ້: 1. ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພັດທະນາທ້ອງຖິ່ນ; 2. ປະຕິບັດຄໍາສັ່ງຮຽກເອີ້ນ,ເຕົ້າໂຮມຫັດແອບແລະກວດກາ ຄວາມກຽມພ້ອມເຂົ້າປະຈໍາການໃນກອງທັບ; 3. ປະຕິບັດຕາມລະບຽບການຕ່າງໆກ່ຽວກັບກໍາລັງສໍາຮອງ ແລະລະບຽບກົດໝາຍ; 4. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 33 (ໃໝ່) ສິດແລະໜ້າທີ່ຂອງຜູ້ບັນຊາກໍາລັງສໍາຮອງ

ມາດຕາ 33 (ໃໝ່) ສິດແລະໜ້າທີ່ຂອງຜູ້ບັນຊາກໍາລັງສໍາຮອງ ຜູ້ບັນຊາກໍາລັງສໍາຮອງມີສິດແລະໜ້າທີ່ດັ່ງນີ້: 1. ກໍາແໜ້ນຈໍານວນພົນແລະຄຸນນພາບຂອງກອງກໍາລັງສໍາຮອງ; 2. ດໍາເນີນຊີວິດການເມືອງແລະປະຕິບັດລະບອບສ່ອງແສງລາຍ ງານຢ່າງເປັນປົກກະຕິ; 3. ຄຸ້ມຄອງບັນຊາກົມກອງເວລາເຕົ້າໂຮມຝຶກແອບຮໍ່າຮຽນແລະ ກວດກາການກຽມພ້ອມປະຕິບັດໜ້າທີ່ເມື່ອມີຄໍາສັ່ງຂອງຂັ້ນເທິງ; 4. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ການແຕ່ງຕັ້ງຜູ້ບັນຊາກໍາລັງສໍາຮອງໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາ 34 (ໃໝ່) ການສິ້ນສຸດການເປັນກໍາລັງພົນສໍາຮອງ

ມາດຕາ 34 (ໃໝ່) ການສິ້ນສຸດການເປັນກໍາລັງພົນສໍາຮອງ ການເປັນກໍາລັງພົນສໍາຮອງຈະສິ້ນສຸດລົງເມື່ອບຸກຄົນນັ້ນຫາກມີ ອາຍຸເກີນສີ່ສິບຫ້າປີສໍາລັບເພດຊາຍ,ສີ່ສິບປີສໍາລັບເພດຍິງ,ມີສຸຂະພາບ ອ່ອນເພຍຫຼືໄດ້ເສຍຊີວິດ.

....ມາດຕາ 35 (ໃໝ່) ພາຫະນະເຕັກນິກສໍາຮອງ

ມາດຕາ 35 (ໃໝ່) ພາຫະນະເຕັກນິກສໍາຮອງ ພາຫະນະເຕັກນິກສໍາຮອງປະກອບດ້ວຍພາຫະນະຂົນສົ່ງ,ລະບົບ ໂທລະຄົມມະນາຄົມແລະການສື່ສານ,ລະບົບສາທາລະນະສຸກ,ພື້ນຖານ ວັດຖຸເຕັກນິກຂອງລັດແລະເອກະຊົນທີ່ກອງທັບຕ້ອງການໃນສະພາວະ ສຸກເສີນ.

....ມາດຕາ 36 (ໃໝ່) ການຝຶກອົບຮົມແລະຫັດແອບກໍາລັງສໍາຮອງ

ມາດຕາ 36 (ໃໝ່) ການຝຶກອົບຮົມແລະຫັດແອບກໍາລັງສໍາຮອງ ກອງບັນຊາການທະຫານແຂວງ,ນະຄອນເປັນຜູ້ສ້າງແຜນການ ຝຶກອົບຮົມແລະຫັດແອບກໍາລັງສໍາຮອງກອງບັນຊາການທະຫານເມືອງ, ເທດສະບານເປັນຜູ້ຈັດຕັ້ງປະຕິບັດແຜນການຝຶກອົບຮົມແລະຫັດແອບກໍາ ລັງສໍາຮອງປະຈໍາປີ. ການຝຶກອົບຮົມກໍາລັງສໍາຮອງເຫຼົ່າຮົບວິຊາສະເພາະທີ່ບໍ່ມີຢູ່ຂັ້ນ ທ້ອງຖິ່ນຂອງຕົນແມ່ນໃຫ້ດໍາເນີນຢູ່ກົມກອງເຫຼົ່າຮົບກໍາລັງຫຼວງທີ່ຢູ່ໃກ້ ຄຽງ.

...ໝວດທີ 5 ກໍາລັງກອງຫຼອນແລະກໍາລັງປ້ອງກັນຕົວ


....ມາດຕາ 37 (ປັບປຸງ) ກໍາລັງກອງຫຼອນ

ມາດຕາ 37 (ປັບປຸງ) ກໍາລັງກອງຫຼອນ ກໍາລັງກອງຫຼອນແມ່ນກໍາລັງເຄິ່ງປະກອບອາວຸດຂອງປະຊາຊົນ ບັນດາເຜົ່າຊຶ່ງປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ຮັກ ສາຄວາມເປັນລະບຽບຮຽບຮ້ອຍຕິດພັນກັບການພັດທະນາເສດຖະກິດ- ສັງຄົມພາຍໃນຂອບເຂດບ້ານແລະກຸ່ມບ້ານຂອງຕົນພ້ອມທັງປະສານສົມ ທົບກັບກໍາລັງພາກສ່ວນອື່ນທີ່ກ່ຽວຂ້ອງຕາມການມອບໝາຍ. ກໍາລັງກອງຫຼອນຂຶ້ນກັບບ້ານ,ກຸ່ມບ້ານແລະກະຊວງປ້ອງກັນປະ ເທດຕາມສາຍຕັ້ງ.

....ມາດຕາ 38 (ໃໝ່) ມາດຕະຖານຂອງກໍາລັງກອງຫຼອນ

ມາດຕາ 38 (ໃໝ່) ມາດຕະຖານຂອງກໍາລັງກອງຫຼອນ ກໍາລັງກອງຫຼອນຕ້ອງມີມາດຕະການດັ່ງນີ້: 1. ເປັນຄົນລາວໂດຍກໍາເນີນແລະຖືສັນຊາດລາວ; 2. ເປັນຊາຍທີ່ມີອາຍຸແຕ່ສິບແປດປີຫາຫ້າສິບປີຫຼືເປັນຍິງທີ່ມີອາ ຍຸແຕ່ສິບແປດປີຫາສີ່ສິບປີ; 3. ມີຊີວະປະຫວັດຈະແຈ້ງ; 4. ມີນໍ້າໃຈຮັກຊາດ,ຮັກບ້ານເກີດເມືອງນອນ,ຮັກລະບອບປະຊາ ທິປະໄຕປະຊາຊົນ,ມີຄວາມຈົງຮັກພັກດີຕໍ່ປະເທດຊາດແລະປະຊາຊົນ; 5. ມີສຸຂະພາບແຂງແຮງແລະສາມາດເຄື່ອນໄຫວປະຕິບັດໜ້າ ທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

....ມາດຕາ 39 (ໃໝ່) ສິດແລະໜ້າທີ່ຂອງກໍາລັງກອງຫຼອນ

ມາດຕາ 39 (ໃໝ່) ສິດແລະໜ້າທີ່ຂອງກໍາລັງກອງຫຼອນ ກໍາລັງກອງຫຼອນມີສິດແລະໜ້າທີ່ດັ່ງນີ້: 1. ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມພາຍໃນບ້ານແລະກຸ່ມບ້ານ; 2. ຝຶກຝົນຫຼໍ່ຫຼອມຕົນເອງ,ຮໍ່າຮຽນການເມືອງ-ການທະຫານ,ວິ ຊາສະເພາະແລະກຽມພ້ອມປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ; 3. ຍົກສູງສະຕິລະວັງຕົວຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງ ຜູ້ບໍ່ຫວັງດີ,ສະກັດກັ້ນທຸກການລະເມີດລະບຽບກົດໝາຍ; 4. ເປັນແບບຢ່າງໃນການສ້າງເສດຖະກິດຄອບຄົວ,ແກ້ໄຂຊີວິດ ການເປັນຢູ່ແລະປະກອບສ່ວນເຂົ້າໃນການສ້າງບ້ານໃຫ້ເປັນບ້ານພັດທະ ນາ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ສະຫຼຸບລາຍງານກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ຂອງ ຕົນຕໍ່ການຈັດຕັ້ງແລະຂັ້ນເທິງຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 40 (ໃໝ່) ການອົບຮົມແລະຝຶກແອບກໍາລັງກອງຫຼອນ

ມາດຕາ 40 (ໃໝ່) ການອົບຮົມແລະຝຶກແອບກໍາລັງກອງຫຼອນ ໃນແຕ່ລະປີກໍາລັງກອງຫຼອນຕ້ອງໄດ້ຮັບການອົບຮົມການເມືອງ ແລະຝຶກແອບການທະຫານໃນກໍານົດເວລາແລະສະຖານທີ່ເໝາະສົມ. ສໍາລັບຜູ້ບັນຊາກໍາລັງກອງຫຼອນຂັ້ນນາຍໝວດຂຶ້ນໄປໄດ້ຮັບການ ຝຶກອົບຮົມຢູ່ໂຮງຮຽນການທະຫານທ້ອງຖິ່ນຂອງແຂວງ,ນະຄອນ.

....ມາດຕາ 41 (ໃໝ່) ຜູ້ບັນຊາກໍາລັງກອງຫຼອນ

ມາດຕາ 41 (ໃໝ່) ຜູ້ບັນຊາກໍາລັງກອງຫຼອນ ຜູ້ບັນຊາກໍາລັງກອນຫຼອນຕ້ອງແມ່ນຜູ້ມີຄຸນສົມບັດ,ມີຄວາມສາ ມາດ,ເປັນແບບຢ່າງໃນການປະຕິບັດໜ້າທີ່.ສໍາລັບບາງເຂດໃນກໍລະນີ ທີ່ມີຄວາມຈໍາເປັນຜູ້ບັນຊາກໍາລັງກອງຫຼອນອາດແມ່ນນາຍທະຫານແຕ່ ຊັ້ນຮ້ອຍຕີຂຶ້ນໄປ. ....ມາດຕາ 42 (ປັບປຸງ) ກໍາລັງປ້ອງກັນຕົວ

ມາດຕາ 42 (ປັບປຸງ) ກໍາລັງປ້ອງກັນຕົວ ກໍາລັງປ້ອງກັນຕົວຈັດຕັ້ງຂຶ້ນຢູ່ຕາມສໍານັກງານ,ອົງການ,ສະຖາ ບັນການສຶກສາ,ໂຮງໝໍ,ໂຮງຈັກໂຮງງານ,ສາງຄັງທີ່ເປັນຂອງລັດຢູ່ ພາຍໃຕ້ການຊີ້ນໍາຂອງຄະນະອໍານວຍການທີ່ກ່ຽວຂ້ອງແລະຂຶ້ນກັບກະ ຊວງປ້ອງກັນປະເທດຕາມສາຍຕັ້ງ.

....ມາດຕາ 43 (ປັບປຸງ) ມາດຕະຖານຂອງກໍາລັງປ້ອງກັນຕົວ

ມາດຕາ 43 (ປັບປຸງ) ມາດຕະຖານຂອງກໍາລັງປ້ອງກັນຕົວ ກໍາລັງປ້ອງກັນຕົວມີມາດຕະຖານຄືກັນກັບມາດຕະຖານຂອງກໍາ ລັງກອງຫຼອນຕາມທີ່ໄດກໍານົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບ ນີ້.

....ມາດຕາ 44 (ໃໝ່) ສິດແລະໜ້າທີ່ຂອງກໍາລັງປ້ອງກັນຕົວ

ມາດຕາ 44 (ໃໝ່) ສິດແລະໜ້າທີ່ຂອງກໍາລັງປ້ອງກັນຕົວ ກໍາລັງປອງກັນຕົວມີສິດແລະໜ້າທີ່ດັ່ງນີ້: 1. ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຢູ່ໃນ ສໍານັກງານ,ອົງການ,ສະຖາບັນການສຶກສາ,ໂຮງໝໍ,ໂຮງຈັກໂຮງງານ, ສາງຄັງຂອງຕົນ; 2. ຝຶກຝົນຫຼໍ່ຫຼອມຕົນເອງ,ຮໍ່າຮຽນການເມືອງ,ການທະຫານ,ວັດ ທະນະທໍາແລະລະບຽບກົດໝາຍ; 3. ຍົກສູງສະຕິລະວັງຕົວຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງ ຜູ້ບໍ່ຫວັງດີ,ສະກັດກັ້ນທຸກການລະເມີດລະບຽບກົດໝາຍ; 4. ເປັນແບບຢ່າງໃນການຜະລິດ,ສ້າງເສດຖະກິດ,ແກ້ໄຂຊີວິດ ການເປັນຢູ່ແລະປະກອບສ່ວນເຂົ້າໃນການກໍ່ສ້າງຮາກຖານໃຫ້ເຂັ້ມແຂງ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ສະຫຼຸບລາຍງານກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ຂອງ ຕົນຕໍ່ການຈັດຕັ້ງແລະຂັ້ນເທິງຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 45 (ໃໝ່) ການອົບຮົມແລະຝຶກແອບກໍາລັງປ້ອງກັນຕົວ

ມາດຕາ 45 (ໃໝ່) ການອົບຮົມແລະຝຶກແອບກໍາລັງປ້ອງກັນຕົວ ໃນແຕ່ລະປີກໍາລັງປ້ອງກັນຕົວຕ້ອງໄດ້ຮັບການອົບຮົມການເມືອງ ແລະຝຶກແອບການທະຫານໃນກໍານົດເວລາແລະສະຖານທີ່ເໝາະສົມ.

....ມາດຕາ 46 (ໃໝ່) ຜູ້ບັນຊາກໍາລັງປ້ອງກັນຕົວ

ມາດຕາ 46 (ໃໝ່) ຜູ້ບັນຊາກໍາລັງປ້ອງກັນຕົວ ຜູ້ບັນຊາກໍາລັງຜ້ອງກັນຕົວຕ້ອງແມ່ນພະນັກງານ-ກໍາມະກອນທີ່ ມີຄຸນສົມບັດດີ,ມີຄວາມຮູ້,ຄວາມສາມາດໃນການບັນຊາ.

...ໝວດທີ 6 ການລະດົມພົນແລະພາຫະນະໃນຍາມສຸກເສີນ


....ມາດຕາ 47 (ໃໝ່) ການລະດົມພົນແລະພາຫະນະໃນຍາມສຸກເສີນ

ມາດຕາ 47 (ໃໝ່) ການລະດົມພົນແລະພາຫະນະໃນຍາມສຸກເສີນ ການລະດົມພົນແລະພາຫະນະໃນຍາມສຸກເສີນໃຫ້ປະຕິບັດດັ່ງນີ້: 1. ປະທານປະເທດປະກາດສະພາວະສຸກເສີນເພື່ອລະດົມກໍາລັງ ແຮງສັງລວມຂອງຊາດເມື່ອມີໄພຂົ່ມຂູ່ຕໍ່ສະເຖຍລະພາບແລະຄວາມໝັ້ນ ຄົງຂອງຊາດຫຼືເກີດໄພພິບັດທໍາມະຊາດ; 2. ປະທານປະເທດປະກາດສະພາວະສຸກເສີນເປັນພາກສ່ວນ,ເປັນ ບໍລິເວນເພື່ອແກ້ໄຂສະພາບການທີ່ເກີດຂຶ້ນຢູ່ບາງຂອບເຂດ,ບາງບໍລິເວນ ຂອງປະເທດ; 3. ກໍາລັງສໍາຮອງ,ກໍາລັງກອງຫຼອນ,ກໍາລັງປ້ອງກັນຕົວລວມທັງ ພາຫະນະເຕັກນິກສໍາຮອງຕ້ອງເຂົ້າປະຈໍາການແລະກຽມພ້ອມປະຕິບັດ ໜ້າທີ່; 4. ກະຊວງປ້ອງກັນປະເທດເປັນຜູ້ຈັດຕັ້ງປະຕິບັດການລະດົມກໍາ ລັງພົນແລະພາຫະນະເຕັກນິກ.

....ມາດຕາ 48 (ປັບປຸງ) ການສິ້ນສຸດການລະດົມພົນແລະພາຫະນະເຕັກນິກໃນຍາມສຸກເສີນ

ມາດຕາ 48 (ປັບປຸງ) ການສິ້ນສຸດການລະດົມພົນແລະພາຫະນະເຕັກ ນິກໃນຍາມສຸກເສີນ ເມື່ອສະພາບການຫາກໄດ້ກັບຄືນສູ່ສະພາວະປົກກະຕິແລະມີປະ ກາດຢ່າງເປັນທາງການຈາກປະທານປະເທດແລ້ວການລະດົມພົນແລະ ພາຫະນະເຕັກນິກກໍ່ສິ້ນສຸດລົງ. ກໍາລັງພົນທີ່ຖືກລະດົມນັ້ນໃຫ້ກັບຄືນສູ່ກົມກອງ,ທ້ອງຖິ່ນເດີມສ່ວນ ພາຫະນະເຕັກນິກແລະອຸປະກອນຕ່າງໆທີ່ຖືກລະດົມໃຫ້ສົ່ງຄືນແກ່ເຈົ້າ ຂອງເດີມ,ຖ້າຫາກມີການເປ່ເພຫຼືເສຍຫາຍກໍ່ຕ້ອງສ້ອມແປງຫຼືທົດແທນ ຄືນຕາມຄວາມເໝາະສົມ.

..ພາກທີ 3 ການຄຸ້ມຄອງແລະກວດກາວຽກງານພັນທະປ້ອງກັນຊາດ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 49 (ໃໝ່) ອົງການຄຸ້ມຄອງ

ມາດຕາ 49 (ໃໝ່) ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານພັນທະປ້ອງກັນຊາດຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງປ້ອງ ກັນປະເທດຮັບຜິດຊອບໂດຍກົງແລະປະສານສົມທົບກັບກະຊວງ,ອົງການ ອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ. ອົງການຄຸ້ມຄອງວຽກງານພັນທະປ້ອງກັນຊາດປະກອບດ້ວຍ: 1. ກະຊວງປ້ອງກັນປະເທດ; 2. ກອງບັນຊາການທະຫານແຂວງ,ນະຄອນ; 3. ກອງບັນຊາການທະຫານເມືອງ,ເທດສະບານ; 4. ອົງການປົກຄອງບ້ານ.

....ມາດຕາ 50 (ໃໝ່) ສິດແລະໜ້າທີ່ຂອງກະຊວງປ້ອງກັນປະເທດ

ມາດຕາ 50 (ໃໝ່) ສິດແລະໜ້າທີ່ຂອງກະຊວງປ້ອງກັນປະເທດ ໃນການຄຸ້ມຄອງວຽກງານພັນທະປ້ອງກັນຊາດກະຊວງປ້ອງກັນ ປະເທດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຮ່າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລັດຖະ ບັນຍັດແລະດໍາລັດກ່ຽວກັບວຽກງານພັນທະປ້ອງກັນຊາດເພື່ອສະເໜີຕໍ່ລັດ ຖະບານພິຈາລະນາ; 2. ຄົ້ນຄວ້າແລະຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ,ແຜນ ຍຸດທະສາດກ່ຽວກັບການກໍ່ສ້າງກໍາລັງປະກອບອາວຸດປະຊາຊົນແລະວຽກ ງານພັນທະປ້ອງກັນຊາດ; 3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາເພື່ອຄຸ້ມຄອງມະຫາພາກໃນ ວຽກງານພັນທະປ້ອງກັນຊາດ; 4. ໂຄສະນາເຜີຍແຜ່,ຊີ້ນໍາການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບວຽກງານພັນທະປ້ອງກັນຊາດ; 5. ຊີ້ນໍາການຈັດຕັ້ງປະຕິບັດວຽກງານແລະແຜນການລະດົມທະ ຫານພັນທະປະຈໍາປີຂອງກອງບັນຊາການທະຫານແຂວງ,ນະຄອນໂດຍປະ ສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ; 6. ປັບປຸງກໍ່ສ້າງກົງຈັກຄຸ້ມຄອງຂັ້ນຕ່າງໆແລະບຸກຄະລາກອນໃນ ຂະແໜງການຂອງຕົນ; 7. ພິຈາລະນາແກ້ໄຂຄໍາສະເໜີ,ຄໍາຮ້ອງຂອງພົນລະເມືອງກ່ຽວ ກັບວຽກງານພັນທະປ້ອງກັນຊາດ; 8. ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ,ພາກພື້ນແລະສາ ກົນກ່ຽວກັບວຽກງານພັນທະປ້ອງກັນຊາດ; 9. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານພັນ ທະປ້ອງກັນຊາດຕໍ່ລັດຖະບານຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 51 (ໃໝ່) ສິດແລະໜ້າທີ່ຂອງກອງບັນຊາການທະຫານແຂວງ,ນະຄອນ

ມາດຕາ 51 (ໃໝ່) ສິດແລະໜ້າທີ່ຂອງກອງບັນຊາການທະຫານແຂວງ ,ນະຄອນ ໃນການຄຸ້ມຄອງວຽກງານພັນທະປ້ອງກັນຊາດກອງບັນຊາການ ທະຫານແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມແລະຈັດຕັ້ງພັນທະຂະຫຍາຍແນວທາງນະ ໂຍບາຍຂອງພັກ-ລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາແລະແຜນການຂອງກະ ຊວງປ້ອງກັນປະເທດກ່ຽວກັບວຽກງານພັນທະປ້ອງກັນຊາດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານພັນທະ ປ້ອງກັນຊາດພາຍໃນແຂວງ,ນະຄອນຢ່າງກວ້າງຂວາງແລະທົ່ວເຖິງ; 3. ຊີ້ນໍາການຈັດຕັ້ງປະຕິບັດວຽກງານພັນທະປ້ອງກັນຊາດຂອງ ກອງບັນຊາການທະຫານເມືອງ,ເທດສະບານ; 4. ຝຶກອົບຮົມຜູ້ບັນຊາກໍາລັງກອງຫຼອນແຕ່ຂັ້ນນາຍໝວດຂຶ້ນໄປ ຢູ່ໂຮງຮຽນການທະຫານທ້ອງຖິ່ນຂອງແຂວງ,ນະຄອນ; 5. ປະສານສົມທົບກັບຂະແໜງການອື່ນກ່ຽວກັບວຽກງານພັນທະ ປ້ອງກັນຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານພັນທະປ້ອງ ກັນຊາດຕາມການມອບໝາຍຂອງຂັ້ນເທິງ; 7. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານພັນທະ ປ້ອງກັນຊາດ,ວຽກງານກອງຫຼອນ,ກໍາລັງປ້ອງກັນຕົວແລະການກໍ່ສ້າງ ກໍາລັງສໍາຮອງຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 52 (ໃໝ່) ສິດແລະໜ້າທີ່ຂອງກອງບັນຊາການທະຫານເມືອງ,ເທດສະບານ

ມາດຕາ 52 (ໃໝ່) ສິດແລະໜ້າທີ່ຂອງກອງບັນຊາການທະຫານເມືອງ ,ເທດສະບານ ໃນການຄຸ້ມຄອງວຽກງານພັນທະປ້ອງກັນຊາດກອງບັນຊາການ ທະຫານເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມແລະຈັດຕັ້ງຂະຫຍາຍແນວທາງນະໂຍ ບາຍຂອງພັກ-ລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາແລະແຜນການຂອງແຂວງ ,ນະຄອນກ່ຽວກັບວຽກງານພັນທະປ້ອງກັນຊາດ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານພັນທະປ້ອງກັນ ຊາດພາຍໃນເມືອງເທດສະບານຢ່າງກວ້າງຂວາງແລະທົ່ວເຖິງ; 3. ຊີ້ນໍາການຈັດຕັ້ງປະຕິບັດວຽກງານພັນທະປ້ອງກັນຊາດຂອງ ບ້ານ; 4. ແຈ້ງລາຍຊື່ຜູ້ຫຼົບຫຼີກແລະໂຕນໜີຈາກການເປັນທະຫານພັນ ທະໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອປະຕິບັດຕາມມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 5. ຈັດຕັ້ງການອົບຮົມການເມືອງແລະຝຶກແອບການທະຫານໃຫ້ ກໍາລັງສໍາຮອງ,ກໍາລັງກອງຫຼອນແລະກໍາລັງປ້ອງກັນຕົວໃນກໍານົດເວລາ ແລະສະຖານທີ່ເໝາະສົມ; 6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກງານ ພັນທະປ້ອງກັນຊາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 7. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານພັນ ທະປ້ອງກັນຊາດ,ວຽກງານກອງຫຼອນ,ກໍາລັງປ້ອງກັນຕົວແລະການກໍ່ ສ້າງກໍາລັງສໍາຮອງຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 53 (ໃໝ່) ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ 53 (ໃໝ່) ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານພັນທະປ້ອງກັນຊາດອົງການປົກຄອງ ບ້ານມີສິດແລະໜ້າທີ່ດັ່ງນີ້: 1. ສຶກສາອົບຮົມຊາວໜຸ່ມໃຫ້ມີຄວາມຕື່ນຕົວປະຕິບັດພັນທະປ້ອງ ກັນຊາດ; 2. ຂຶ້ນບັນຊີລາຍຊື່ຊາວໜຸ່ມທີ່ເຖິງກະສຽນເປັນທະຫານພັນທະສົ່ງ ໃຫ້ກອງບັນຊາການທະຫານເມືອງ,ເທດສະບານ; 3. ຈັດສົ່ງຊາວໜຸ່ມທີ່ຖືກຄັດເລືອກເປັນທະຫານພັນທະແລະຕ້ອນ ຮັບຜູ້ສໍາເລັດໜ້າທີ່ເປັນທະຫານພັນທະ; 4. ປະຕິບັດນະໂຍບາຍຕໍ່ຄອບຄົວຂອງຊາວໜຸ່ມທີ່ກໍາລັງປະຕິບັດ ໜ້າທີ່ເປັນທະຫານພັນທະ; 5. ປະສານສົມທົບກັບພາກສ່ວນອື່ນໃນການປະຕິບັດໜ້າທີ່ວຽກ ງານພັນທະປ້ອງກັນຊາດຕາມການມອບໝາຍ; 6. ປະສານສົມທົບກັບພາກສ່ວນອື່ນໃນການປະຕິບັດໜ້າທີ່ວຽກ ງານພັນທະປ້ອງກັນຊາດຕາມການມອບໝາຍ; 6. ຊີ້ນໍາ,ນໍາພາກໍາລັງກອງຫຼອນທີ່ຂຶ້ນກັບບ້ານຂອງຕົນ; 7. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານພັນທະ ປ້ອງກັນຊາດ,ວຽກງານກອງຫຼອນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 54 (ໃໝ່) ສິດແລະໜ້າທີ່ຂອງພາກສ່ວນອື່ນ

ມາດຕາ 54 (ໃໝ່) ສິດແລະໜ້າທີ່ຂອງພາກສ່ວນອື່ນ ໃນການຄຸ້ມຄອງວຽກງານພັນທະປ້ອງກັນຊາດບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາ ຊົນ,ອົງການຈັດຕັ້ງສັງຄົມແລະອົງການຈັດຕັ້ງອື່ນມີສິດແລະໜ້າທີ່ດັ່ງ ນີ້. 1. ໃຫ້ການຮ່ວມມື,ອໍານວຍຄວາມສະດວກແລະປະກອບສ່ວນ ເຂົ້າໃນວຽກງານພັນທະປ້ອງກັນຊາດຕາມຂອບເຂດແລະຄວາມຮັບຜິດ ຊອບຂອງຕົນ; 2. ປະກອບສ່ວນເຂົ້າໃນການສຶກສາອົບຮົມຊາວໜຸ່ມທີ່ເຖິງກະ ສຽນເຂົ້າເປັນທະຫານພັນທະຕາມລະບຽບກົດໝາຍ; 3. ຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດ ໃຈຕໍ່ຄອບຄົວທະຫານພັນທະທີ່ກໍາລັງປະຕິບັດໜ້າທີ່ຢູ່ຖັນແຖວກອງທັບ ໂດຍສະເພາະແມ່ນຜູ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ; 4. ຮັບເອົາຄືນຜູ້ສໍາເລັດການເປັນທະຫານພັນທະແລະຮັບໃຊ້ ກອງທັບເຂົ້າເຮັດວຽກຫຼືສຶກສາຕໍ່; 5. ສ້າງເງື່ອນໄຂໃຫ້ຜູ້ສໍາເລັດການເປັນທະຫານພັນທະໄດ້ເຂົ້າ ເຮັດວຽກຫຼືສຶກສາໃນສະຖາບັນການສຶກສາຕ່າງໆ.

...ໝວດທີ 2 ການກວດກາ


....ມາດຕາ 55 (ໃໝ່) ອົງການກວດກາ

ມາດຕາ 55 (ໃໝ່) ອົງການກວດກາ ອົງການກວດກາວຽກງານພັນທະປ້ອງກັນຊາດປະກອບດ້ວຍອົງ ການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນພາກສ່ວນໜຶ່ງຂອງອົງການຄຸ້ມ ຄອງວຽກງານພັນທະປ້ອງກັນຊາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 49 ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກມີສະພາແຫ່ງຊາດ,ອົງການກວດກາ ລັດຖະບານແລະຕ້ານການສໍ້ລາດບັງຫຼວງ.

....ມາດຕາ 56 (ໃໝ່) ເນື້ອໃນການກວດກາ

ມາດຕາ 56 (ໃໝ່) ເນື້ອໃນການກວດກາ ການກວດກາວຽກງານພັນທະປ້ອງກັນຊາດແມ່ນການກວດກາ ການປະຕິບັດ: 1. ສິດແລະໜ້າທີ່ຂອງອົງການຄຸ້ມຄອງວຽກງານພັນທະປ້ອງກັນ ຊາດ; 2. ລະບຽບກົດໝາຍກ່ຽວກັບພັນທະປ້ອງກັນຊາດ; 3. ນະໂຍບາຍແລະການນໍາໃຊ້ມາດຕະການຕໍ່ຜູ້ລະເມີດລະບຽບ ກົດໝາຍກ່ຽວກັບພັນທະປ້ອງກັນຊາດ.

....ມາດຕາ 57 (ໃໝ່) ຮູບການກາກວດກາ

ມາດຕາ 57 (ໃໝ່) ຮູບການກາກວດກາ ການກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 56 ຂອງກົດໝາຍ ສະບັບນີ້ແມ່ນດໍາເນີນດ້ວຍຮູບການດັ່ງນີ້: 1. ການກວດກາປົກກະຕິ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາປົກກະຕິແມ່ນການກວດກາຕາມແຜນການຢ່າງເປັນ ປະຈໍາແລະມີກໍານົດເວລາທີ່ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການໂດຍມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນແລະ ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການກວດກາວຽກງານພັນທະປ້ອງກັນຊາດຕ້ອງປະຕິບັດໃຫ້ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີ 4 ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມ


...ມາດຕາ 58 (ໃໝ່) ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມຂອງທະຫານພັນທະແລະກໍາລັງສໍາຮອງ

ມາດຕາ 58 (ໃໝ່) ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມຂອງ ທະຫານພັນທະແລະກໍາລັງສໍາຮອງ ງົບປະມານຮັບໃຊ້ວຽກງານລະດົມທະຫານພັນທະແລະກໍ່ສ້າງກໍາ ລັງສໍາຮອງແມ່ນຂຶ້ນກັບກະຊວງປ້ອງກັນປະເທດ. ກະຊວງປ້ອງກັນປະເທດເປັນຜູ້ສະໜອງເຄື່ອງແບບແລະເຄື່ອງ ນຸ່ງຫົ່ມໃຫ້ທະຫານພັນທະແລະກໍາລັງສໍາຮອງໃນເວລາຝຶກແອບຮໍ່າຮຽນ ແລະປະຕິບັດໜ້າທີ່.

...ມາດຕາ 59 (ໃໝ່) ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມສໍາລັບກໍາລັງກອງຫຼອນແລະກໍາລັງປ້ອງກັນຕົນ

ມາດຕາ 59 (ໃໝ່) ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມສໍາລັບ ກໍາລັງກອງຫຼອນແລະກໍາລັງປ້ອງກັນຕົວ ງົບປະມານ,ເຄື່ອງແບບແລະເຄື່ອງນຸ່ງຫົ່ມສໍາລັບກໍາລັງກອງຫຼອນ ແລະກໍາລັງປ້ອງກັນຕົວໄດ້ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີ 5 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີ 1 ນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາ 60 (ປັບປຸງ) ນະໂຍບາຍຕໍ່ທະຫານພັນທະໃນເວລາປະຕິບັດໜ້າທີ່

ມາດຕາ 60 (ປັບປຸງ) ນະໂຍບາຍຕໍ່ທະຫານພັນທະໃນເວລາປະຕິບັດ ໜ້າທີ່ ໃນເວລາປະຕິບັດໜ້າທີ່ທະຫານພັນທະຈະໄດ້ຮັບນະໂຍບາຍດັ່ງນີ້: 1. ການຍົກລະດັບການສຶກສາແລະການຝຶກອົບຮົມວິຊາຊີບໃດ ໜຶ່ງ; 2. ເງິນເດືອນຕາມຊັ້ນແລະນະໂຍບາຍຕ່າງໆຄືກັນກັບທະຫານ ອາຊີບ; 3. ການຍ້ອງຍໍແລະເລື່ອນຊັ້ນຕາມຜົນງານຕົວຈິງ; 4. ການເອົາໃຈໃສ່ໃນການເບິ່ງແຍງຄອບຄົວຈາກອົງການປົກ ຄອງທ້ອງຖິ່ນ,ການຈັດຕັ້ງແລະປະຊາຊົນ; 5. ນະໂຍບາຍຄືກັນກັບທະຫານອາຊີບໃນເວລາຖືກບາດເຈັບ, ເສຍອົງຄະ,ເສຍຊີວິດຫຼືຫາຍສາບສູນ.

....ມາດຕາ 61 (ປັບປຸງ) ນະໂຍບາຍຕໍ່ຜູ້ສໍາເລັດໜ້າທີ່ເປັນທະຫານພັນທະ

ມາດຕາ 61 (ປັບປຸງ) ນະໂຍບາຍຕໍ່ຜູ້ສໍາເລັດໜ້າທີ່ເປັນທະຫານພັນທະ ຜູ້ສໍາເລັດໜ້າທີ່ເປັນທະຫານພັນທະຈະໄດ້ຮັບນະໂຍບາຍດັ່ງນີ້: 1. ໃບຢັ້ງຢືນການສໍາເລັດໜ້າທີ່ເປັນທະຫານພັນທະ; 2. ບູລິມະສິິດໃນການຮຽນຕໍ່ຫຼືເຂົ້າເຮັດວຽກຕາມຄວາມຮູ້ຄວາມ ສາມາດໂດຍບໍ່ໄດ້ສອບເສັງແລະຄັດເລືອກອີກ; 3. ເງິນອຸດໜູນ,ເຄື່ອງນຸ່ງຫົ່ມ,ຄ່າເດີນທາງກັບຄືນທ້ອງຖິ່ນຕາມ ລະບຽບການ; 4. ພິທີຈັດສົ່ງຈາກກົມກອງແລະພິທີຕ້ອນຮັບຢ່າງເປັນທາງການ ຈາກອົງການປົກຄອງບ້ານ.

....ມາດຕາ 62 (ປັບປຸງ) ນະໂຍບາຍຕໍ່ກໍາລັງກອງຫຼອນແລະກໍາລັງປ້ອງກັນຕົວ

ມາດຕາ 62 (ປັບປຸງ) ນະໂຍບາຍຕໍ່ກໍາລັງກອງຫຼອນແລະກໍາລັງປ້ອງ ກັນຕົວ ກໍາລັງກອງຫຼອນແລະກໍາລັງປ້ອງກັນຕົວໄດ້ຮັບນະໂຍບາຍຕາມ ທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 63 (ໃໝ່) ນະໂຍບາຍຕໍ່ຄະນະກໍາມະການລະດົມທະຫານພັນທະແຕ່ລະຂັ້ນ

ມາດຕາ 63 (ໃໝ່) ນະໂຍບາຍຕໍ່ຄະນະກໍາມະການລະດົມທະຫານພັນທະ ແຕ່ລະຂັ້ນ ຄະນະກໍາມະການລະດົມທະຫານພັນທະແຕ່ລະຂັ້ນທີ່ມີຜົນງານໃນ ວຽກງານພັນທະປ້ອງກັນຊາດຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນ ຕາມລະບຽບການ.

....ມາດຕາ 64 (ປັບປຸງ) ນະໂຍບາຍຕໍ່ບຸກຄົນແລະການຈັດຕັ້ງທີ່ຖືກລະດົມ

ມາດຕາ 64 (ປັບປຸງ) ນະໂຍບາຍຕໍ່ບຸກຄົນແລະການຈັດຕັ້ງທີ່ຖືກລະດົມ ບຸກຄົນທີ່ຖືກລະດົມໃນຍາມສຸກເສີນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 47 ຂອງກົດໝາຍສະບັບນີ້ຈະໄດ້ຮັບນະໂຍບາຍຄືກັນກັບທະຫານປະ ຈໍາການ. ການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ປະກອບສ່ວນທາງດ້ານພາຫະນະ,ວັດ ຖຸປັດໄຈໃນຍາມສຸກເສີນຈະໄດ້ຮັບນະໂຍບາຍຍ້ອງຍໍ,ຊົມເຊີຍຕາມຜົນ ງານຕົວຈິງ.

...ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ


....ມາດຕາ 65 (ປັບປຸງ) ການຂັດຂວາງ,ການຊຸກເຊື່ອງແລະປິດບັງການເປັນທະຫານພັນທະ

ມາດຕາ 65 (ປັບປຸງ) ການຂັດຂວາງ,ການຊຸກເຊື່ອງແລະປິດບັງການ ເປັນທະຫານພັນທະ ບຸກຄົນທີ່ໄດ້ຂັດຂວາງ,ຊຸກເຊື່ອງຫຼືປິດບັງບໍ່ໃຫ້ບຸກຄົນອື່ນໄປເປັນ ທະຫານພັນທະຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນຫຼືຖືກດໍາເນີນຄະ ດີຕາມແຕ່ລະກໍລະນີ.

....ມາດຕາ 66 (ປັບປຸງ) ການຫຼົບຫຼີກຈາກການເປັນທະຫານພັນທະ

ມາດຕາ 66 (ປັບປຸງ) ການຫຼົບຫຼີກຈາກການເປັນທະຫານພັນທະ ບຸກຄົນທີ່ບໍ່ໄປຂຶ້ນທະບຽນ,ບໍ່ປະຕິບັດຄໍາສັ່ງຮຽກເອີ້ນເຂົ້າເປັນທະ ຫານພັນທະຈະຖືກສຶກສາອົບຮົມ,ກ່າວເຕືອນຫຼືຈະບໍ່ໄດ້ຮັບການສົ່ງເສີມ ການສຶກສາຮໍ່າຮຽນແລະບໍ່ມີສິດເຂົ້າເປັນລັດຖະກອນ.

....ມາດຕາ 67 (ປັບປຸງ) ການໂຕນໜີຈາກກົມກອງ

ມາດຕາ 67 (ປັບປຸງ) ການໂຕນໜີຈາກກົມກອງ ທະຫານພັນທະທີ່ໂຕນໜີຈາກກົມກອງຈະຖືກສຶກສາອົບຮົມ,ກ່າວ ເຕືອນແລ້ວໃຫ້ກັບຄືນກົມກອງເດີມຫຼືຈະຖືກດໍາເນີນຄະດີຕາມລະບຽບກົດ ໝາຍ.

....ມາດຕາ 68 (ໃໝ່) ມາດຕະການຕໍ່ກໍາລັງກອງຫຼອນ,ກໍາລັງປ້ອງກັນຕົວ

ມາດຕາ 68 (ໃໝ່) ມາດຕະການຕໍ່ກໍາລັງກອງຫຼອນ,ກໍາລັງປ້ອງກັນຕົວ ກໍາລັງກອນຫຼອນ,ກໍາລັງປ້ອງກັນຕົວທີ່ໄດ້ລະເມີດກົດໝາຍສະບັບ ນີ້ແລະລະບຽບການທີ່ກ່ຽວຂ້ອງຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ ຫຼືຖືກດໍາເນີນຄະດີຕາມລະບຽບກົດໝາຍ.

..ພາກທີ 6 ບົດບັນຍັດສຸດທ້າຍ


...ມາດຕາ 69 ການຈັດຕັ້ງປະຕິບັດ

ມາດຕາ 69 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບ ນີ້.

...ມາດຕາ 70 (ປັບປຸງ) ຜົນສັກສິດ

ມາດຕາ 70 (ປັບປຸງ) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ສະບັບເລກທີ 02/ສພຊ ລົງວັນທີ 08 ມີນາ 1995. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້