ກົດໝາຍວ່າດ້ວຍຜັງເມືອງ 03-04-1999

From Wikisource
Jump to navigation Jump to search

.ຜັງເມືອງ 03-04-1999


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍຜັງເມືອງ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍຜັງເມືອງ ກົດໝາຍວ່າດ້ວຍຜັງເມືອງກໍານົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ,ການນໍາໃຊ້ທີ່ດິນ,ການກໍ່ສ້າງ ແລະການປູກສ້າງໃນຂອບເຂດທົ່ວປະເທດແລະລະດັບທ້ອງຖິ່ນໃຫ້ຖືກ ຕ້ອງຕາມນະໂຍບາຍແລະກົດໝາຍແນໃສ່ພັດທະນາຕົວເມືອງໃຫ້ໄປ ຕາມທຶດທາງຂອງແຜນການພັດທະນາເສດຖະກິດ-ສັງຄົມ,ຮັບປະກັນ ທຸການເຄື່ອນໄຫວຂອງສັງຄົມໃນຕົວເມືອງໃຫ້ມີຄວາມສະຫງົບ,ຄວາມ ປອດໄພແລະມີຄວາມເປັນລະບຽບຮຽບຮ້ອຍ,ມີສຸຂານາໄມ,ມີຄວາມສີ ວິໄລ,ຮັກສາບູຮານສະຖານ,ສະຖາປັດຕະຍະກໍາຂອງພື້ນຖານວັດທະນະ ທໍາທັງຮັກສາສິ່ງແວດລ້ອມແລະທິວທັດທໍາມະຊາດ.

...ມາດຕາສອງ:ການຜັງເມືອງ.

ມາດຕາສອງ:ການຜັງເມືອງ. ການຜັງເມືອງແມ່ນການຈັດສັນແລະພັດທະນາຕົວເມືອງ ລວມທັງການວາງລະບຽບການແລະມາດຕະການທາງດ້ານບໍລິຫານ, ເຕັກນິກ,ເສດຖະກິດ-ສັງຄົມແລະການປົກປັກຮັກສາສິ່ງແວດລ້ອມໃຫ້ກົມ ກຽວກັນ,ສົມເຫດສົມຜົນແລະສອດຄ່ອງກັບການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ. ຜັງເມືອງປະກອບດ້ວຍແຜນຜັງ,ບົດວິພາກແລະລະບຽບ ການກ່ຽວກັບການຄຸ້ມຄອງຕົວເມືອງ.

...ມາດຕາສາມ:ຕົວເມືອງ.

ມາດຕາສາມ:ຕົວເມືອງ. ຕົວເມືອງຕາມກົດໝາຍສະບັບນີ້ແມ່ນສະຖານທີ່ກໍາລົງຊີວິດ ຂອງຊຸມຊົນຕາມລັກສະນະດັ່ງນີ້: -ເປັນທີ່ຕັ້ງນະຄອນຫຼວງຂອງປະເທດ,ກໍາແພງນະຄອນ,ເທດ ສະບານແຂວງ,ເທດສະບານເຂດພິເສດ,ເທດສະບານເມືອງ,ເຂດຈຸດສຸມ ເສດຖະກິດ-ສັງຄົມ. -ມີປະຊາກອນໜ້າແໜ້ນພໍສົມຄວນ. -ມີລະບົບສາທາລະນະປະໂຫຍດແລະສາທາລະນູປະໂພກ ເຊັ່ນ:ຖະໜົນຫົນທາງ,ລະບົບລະລາຍນໍ້າ,ໂຮງໝໍ,ໂຮງຮຽນ,ເດີ່ນກິລາ ,ສວນສາທາລະນະ,ນໍ້າປະປາ,ໄຟຟ້າ,ໂທລະສັບແລະອື່ນໆ. ຕົວເມືອງແບ່ງອອກເປັນສາມລະດັບຄື: -ຕົວເມືອງທີ່ຂຶ້ນກັບສູນກາງ. -ຕົວເມືອງທີ່ຂຶ້ນກັບແຂວງ,ກໍາແພງນະຄອນແລະເຂດພິເສດ. -ຕົວເມືອງທີ່ຂຶ້ນກັບເມືອງ. ...ມາດຕາສາມ:ຕົວເມືອງ.

ມາດຕາສີ່:ຫຼັກການຂອງການວາງຜັງເມືອງ. ການວາງຜັງເມືອງຕ້ອງວາງເປັນລະບົບແລະມີການປະ ສານສົມທົບຢ່າງກົມກຽວກັນລະຫວ່າງຂະແໜງການທີ່ກ່ຽວຂ້ອງ,ອໍາ ນາດການປົກຄອງທ້ອງຖິ່ນແລະປະຊາຊົນ. ການວາງຜັງເມືອງຕ້ອງໃຫ້ແທດເໝາະກັບລະດັບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງແຕ່ລະບໍລິເວນ,ຮັບປະກັນ ຄວາມສະຫງົບ,ຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍ,ມີສຸຂາ ນາໄມ,ຄວາມສະດວກ,ຄວາມສະອາດ,ຄວາມສວຍງາມແລະມູນເຊື້ອ ວັດທະນະທໍາຂອງບັນດາເຜົ່າ,ຂອງຊາດແລະສິ່ງແວດລ້ອມ. ຜັງເມືອງລະດັບຕົວເມືອງຕ້ອງສອດຄ່ອງກັບຜັງເມືອງລະ ດັບແຂວງ,ຜັງເມືອງລະດັບແຂວງຕ້ອງສອດຄ່ອງກັບຜັງເມືອງລະດັບ ພາກແລະຜັງເມືອງລະດັບພາກຕ້ອງສອດຄ່ອງກັບຜັງເມືອງລະດັບຊາດ. ...ມາດຕາຫ້າ:ພັນທະໃນການປະຕິບັດຜັງເມືອງ.

ມາດຕາຫ້າ:ພັນທະໃນການປະຕິບັດຜັງເມືອງ. ບຸກຄົນແລະການຈັດຕັ້ງນັບທັງພາຍໃນແລະຕ່າງປະເທດທີ່ ຢູ່ສປປລາວລ້ວນແຕ່ມີພັນທະໃນການປະຕິບັດຜັງເມືອງທີ່ວາງອອກຢ່າງ ເຂັ້ມງວດ.

..ພາກທີ2ການວາງຜັງເມືອງ


...ມາດຕາຫົກ:ການວາງຜັງເມືອງ.

ມາດຕາຫົກ:ການວາງຜັງເມືອງ. ການວາງຜັງເມືອງມີສີ່ລະດັບຄື: -ຜັງເມືອງລະດັບຊາດ. -ຜັງເມືອງລະດັບພາກ. -ຜັງເມືອງລະດັບແຂວງ. -ຜັງເມືອງລະດັບຕົວເມືອງ. ...ມາດຕາເຈັດ:ການວາງຜັງເມືອງລະດັບຊາດ.

ມາດຕາເຈັດ:ການວາງຜັງເມືອງລະດັບຊາດ. ການວາງຜັງເມືອງລະດັບຊາດແມ່ນການວາງທິດທາງ ລວມໄລຍະຍາວແລະໄລຍະກາງໃນຂອດເຂດທົ່ວປະເທດກ໋ຽວກັບການ ກໍານົດເຂດທີ່ຈະສ້າງແລະຂະຫຍາຍຕົວເມືອງ,ເຂດຈຸດສຸມດ້ານເສດ ຖະກິດ-ວັດທະນະທໍາສັງຄົມ,ເຂດປ່າໄມ້ແລະປ່າສະຫງວນ,ເຂດຊັບພະ ຍາກອນທໍາມະຊາດອື່ນໆ,ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ,ຕາໜ່າງເສັ້ນທາງແລະອື່ນໆໂດຍອີງໃສ່ຈຸດພິເສດທາງດ້ານພູມສາດ ,ປະຊາກອນ,ຊັບພະຍາກອນທໍາມະຊາດ,ເສດຖະກິດແລະສາຍພົວພັນ ລະຫວ່າງພາກສ່ວນຕ່າງໆຂອງປະເທດ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄົ້ນ ຄວ້າສ້າງຜັງເມືອງລະດັບຊາດໂດຍປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງແລະອໍານາດການປົກຄອງທ້ອງຖິ່ນແລ້ວນໍາສະເໜີລັດຖະ ບານເພື່ອພິຈາລະນາຕົກລົງແລະນໍາສະເໜີສະພາແຫ່ງຊາດເພື່ອພິຈາ ລະນາຮັບຮອງເອົາ. ...ມາດຕາແປດ:ການວາງຜັງເມືອງລະດັບຊາດ.

ມາດຕາແປດ:ການວາງຜັງເມືອງລະດັບຊາດ. ການວາງຜັງເມືອງລະດັບພາກແມ່ນການວາງທິດທາງ ໃຫຍ່ໄລຍະຍາວແລະໄລຍະກາງໃນພາກໃດພາກໜຶ່ງຂອງປະເທດກ່ຽວ ກັບການກໍານົດເຂດທີ່ຈະສ້າງແລະຂະຫຍາຍຕົວເມືອງ,ເຂດຈຸດສຸມດ້ານ ເສດຖະກິດ-ວັດທະນະທໍາສັງຄົມ,ເຂດປ່າໄມ້ແລະປ່າສະຫງວນ,ເຂດຊັບ ພະຍາກອນທໍາມະຊາດອື່ນໆ,ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ,ຕາໜ່າງເສັ້ນທາງແລະອື່ນໆໂດຍອີງໃສ່ຈຸດພິເສດທາງດ້ານພູມສາດ ,ປະຊາກອນ,ຊັບພະຍາກອນທໍາມະຊາດ,ເສດຖະກິດແລະມີລັກສະນະ ລະອຽດກວ່າຜັງເມືອງລະດັບຊາດ. ກະຊວງຄົມມະນາຄົມຂົນສ່ົ່ງໄປສະນີແລະກໍ່ສ້າງເປັນຜູ້ຄົ້ນ ຄວ້າສ້າງຜັງເມືອງລະດັບພາກໂດຍປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງແລະອໍານາດການປົກຄອງທ້ອງຖິ່ນແລ້ວນໍາສະເໜີລັດຖະ ບານເພື່ອພິຈາລະນາຮັບຮອງເອົາ.

...ມາດຕາເກົ້າ:ການວາງຜັງເມືອງລະດັບແຂວງ.

ມາດຕາເກົ້າ:ການວາງຜັງເມືອງລະດັບແຂວງ. ການວາງຜັງເມືອງລະດັບແຂວງແມ່ນການວາງທິດທາງ ຕົ້ນຕໍໄລຍະຍາວແລະໄລຍະກາງໃນຂອບເຂດແຂວງໃດແຂວງໜຶ່ງ ຂອງປະເທດກ່ຽວກັບການກໍານົດເຂດທີ່ຈະສ້າງແລະຂະຫຍາຍຕົວ ເມືອງ,ເຂດຈຸດສຸມດ້ານເສດຖະກິດ-ວັດທະນະທໍາສັງຄົມ,ເຂດປ່າໄມ້ແລະ ປ່າສະຫງວນ,ເຂດຊັບພະຍາກອນທໍາມະຊາດອື່ນໆ,ຕາໜ່າງເສັ້ນທາງ ,ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະອື່ນໆໂດຍອີງໃສ່ຈຸດພິ ເສດທາງດ້ານພູມສາດ,ປະຊາກອນ,ຊັບພະຍາກອນທໍາມະຊາດ,ເສດ ຖະກິດແລະມີລັກສະນະລະອຽດກວ່າຜັງເມືອງລະດັບພາກ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄົ້ນ ຄວ້າສ້າງຜັງເມືອງລະດັບແຂວງໂດຍປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງແລະອໍານາດການປົກຄອງທ້ອງຖິ່ນແລ້ວນໍາສະເໜີລັດຖະ ບານເພື່ອພິຈາລະນະຮັບຮອງເອົາ.

...ມາດຕາສິບ:ການວາງຜັງເມືອງລະດັບຕົວເມືອງ.

ມາດຕາສິບ:ການວາງຜັງເມືອງລະດັບຕົວເມືອງ. ການວາງຜັງເມືອງລະດັບຕົວເມືອງແມ່ນການກໍານົດພື້ນທີ່ ດິນກ່ຽວກັບການສ້າງແລະຂະຫຍາຍຕົວເມືອງໂດຍຈັດສັນເປັນເຂດທີ່ຢູ່ ອາໄສ,ເຂດສໍານັກງານອົງການ,ເຂດກະສິກໍາ,ເຂດອຸດສາຫະກໍາ,ເຂດ ການຄ້າແລະການບໍລິການ,ເຂດເສັ້ນທາງຄົມມະນາຄົມແລະການຂົນ ສົ່ງ,ເຂດວັດທະນະທໍາແລະກິລາ,ສວນສາທາລະນະ,ເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ,ເຂດສາທາລະນະປະໂຫຍດ,ສາທາລະນູປະໂພກ ແລະອື່ນໆ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄົນ ຄວ້າສ້າງຜັງເມືອງລະດັບຕົວເມືອງໃຫຍ່ທີ່ຂຶ້ນກັບສູນກາງໂດຍປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ,ອໍານາດການປົກຄອງແຂວງ,ກໍາ ແພງນະຄອນຫຼືເຂດພິເສດແລະນໍາໄປປຶກສາຫາລືຄໍາຄິດຄໍາເຫັນຂອງ ປະຊາຊົນແລ້ວນໍາສະເໜີລັດຖະບານເພື່ອພິຈາລະນາຮັບຮອງເອົາ. ອໍານາດການປົກຄອງແຂວງ,ກໍາແພງນະຄອນຫຼືເຂດພິເສດ ເປັນຜູ້ຄົ້ນຄວ້າສ້າງຜັງເມືອງລະດັບຕົວເມືອງທີ່ຂຶ້ນກັບແຂວງ,ກໍາແພງ ນະຄອນຫຼືເຂດພິເສດໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະນໍາໄປປຶກສາຫາລືຄໍາຄິດຄໍາເຫັນຂອງປະຊາຊົນແລະນໍາສະເໜີກະ ຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເພື່ອພິຈາລະນະຮັບຮອງ ເອົາ. ອໍານາດການປົກຄອງເມືອງເປັນຜູ້ຄົ້ນຄວ້າສ້າງຜັງເມືອງ ລະດັບຕົວເມືອງທີ່ຂຶ້ນກັບເມືອງ,ເຂດຈຸດສຸມທາງດ້ານເສດຖະກິດ-ສັງ ຄົມທີ່ຂຶ້ນກັບເມືອງໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະນໍາໄປປຶກສາຫາລືຄໍາຄິດຄໍາເຫັນຂອງປະຊາຊົນແລ້ວນໍາສະເໜີ ອໍານາດການປົກຄອງແຂວງ,ກໍາແພງນະຄອນຫຼືເຂດພິເສດເພື່ອພິຈາ ລະນາຮັບຮອງເອົາ.

..ພາກທີ3ລະບຽບການຜັງເມືອງ


...ໝວດທີ1ລະບຽບການນໍາໃຊ້ທີ່ດິນຜັງເມືອງແລະການປຸກສ້າງ


....ມາດຕາສິບເອັດ:ທີ່ດິນຜັງເມືອງ.

ມາດຕາສິບເອັດ:ທີ່ດິນຜັງເມືອງ. ທີ່ດິນຜັງເມືອງແມ່ນຂອບເຂດພື້ນທີ່ດິນຊຶ່ງກໍານົດໄວ້ສໍາລັບ ການວາງແຜນຜັງເມືອງເພື່ອພັດທະນາໃຫ້ເປັນຕົວເມືອງ.ຂອບເຂດພື້ນ ທີ່ດິນວາງແຜນຜັງເມືອງປະກອບດ້ວຍທີ່ດິນຂອງລັດ,ຂອງລວມໝູ່,ຂອງ ການຈັດຕັ້ງອື່ນໆຫຼືຂອງບຸກຄົນ.

....ມາດຕາສິບສອງ:ການສະຫງວນຫຼືໂອນທີ່ດິນ.

ມາດຕາສິບສອງ:ການສະຫງວນຫຼືໂອນທີ່ດິນ. ລັດມີສິດສະຫງວນຫຼືໂອນທີ່ດິນເພື່ອມາຮັບໃຊ້ຜົນປະໂຫຍດ ລວມແລະການພັດທະນາໃນອະນາຄົດເຊັ່ນ:ການສ້າງເຂດຊຸມຊົນໃໝ່ ,ຖະໜົນຫົນທາງ,ເຂດອຸດສາຫະກໍາ,ເຂດກະສິກໍາ,ເຂດປ່າສະຫງວນ ,ເຂດທ່ອງທ່ຽວ,ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະອື່ນໆ. ການໂອນທີ່ດິນຂອງການຈັດຕັ້ງຫຼືບຸກຄົນທີ່ມີການພັດທະ ນາແລ້ວເພື່ອມາຮັບໃຊ້ສາທາລະນະປະໂຫຍດນັ້ນລັດຈະຕ້ອງທົດແທນ ຄືນຕາມຄວາມເໝາະສົມ. ....ມາດຕາສິບສາມ:ການແບ່ງເຂດທີ່ດິນຜັງເມືອງ.

ມາດຕາສິບສາມ:ການແບ່ງເຂດທີ່ດິນຜັງເມືອງ. ຜັງເມືອງຂອງຕົວເມືອງປະກອບດ້ວຍເຂດຕ່າງໆດັ່ງນີ້:ເຂດ ທີ່ພັກອາໄສ,ເຂດສໍານັກງານອົງການ,ເຂດການຄ້າ,ການບໍລິການ,ເຂດ ສວນສາທາລະນະ,ເຂດອະນຸລັກມໍລະດົກ,ເຂດວັດທະນະທໍາ-ສັງຄົມ,ເຂດ ທ່ອງທ່ຽວ,ເຂດກະສິກໍາ,ເຂດອຸດສະຫະກໍາ,ເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແລະອື່ນໆ.

ທີ່ດິນຜັງເມືອງລະດັບຕົວເມືອງແບ່ງອອກດັ່ງນີ້: ຕົວເມືອງຫຼືເທດສະບານທີ່ຂຶ້ນກັບສູນກາງຫຼືຂຶ້ນກັບແຂວງຊຶ່ງ ແບ່ງອອກເປັນສີ່ເຂດຄື: -ເຂດໃຈກາງຕົວເມືອງ. -ເຂດອ້ອມຂ້າງໃຈກາງຕົວເມືອງ. -ເຂດຊານເມືອງ. -ເຂດຂະຫຍາຍຕົວເມືອງ.

ຕົວເມືອງຫຼືເທດສະບານທີ່ຂຶ້ນກັບເມືອງແບ່ງອອກເປັນສອງ ເຂດຄື: -ເຂດໃຈກາງຕົວເມືອງ. -ເຂດຂະຫຍາຍຕົວເມືອງ.

....ມາດຕາສິບສີ່:ເຂດໃຈກາງຕົວເມືອງ

ມາດຕາສິບສີ່:ເຂດໃຈກາງຕົວເມືອງ ເຂດໃຈກາງຕົວເມືອງແມ່ນເຂດທີ່ມີຄວາມໜາແໜ້ນດ້ານ ສິ່ງກໍ່ສ້າງແລະດ້ານປະຊາກອນສູງກວ່າເຂດອື່ນມີລະບົບສາທາລະນະ ປະໂຫຍດແລະສາທາລະນູປະໂພກຄົບຊຸດທັງເປັນສູນການຄ້າ,ການບໍລິ ການ,ການດໍາເນີນທຸລະກິດອື່ນໆ.ຍົກເວັ້ນການດໍາເນີນກິດຈະການໂຮງ ງານອຸດສາຫະກໍາທັງສາມລະດັບຫຼືສາງທີ່ມີເນື້ອທີ່ກວ້າງຂວາງ. ເຂດໃຈກາງຕົວເມືອງປະກອບດ້ວຍທີ່ດິນສໍາລັບປຸກສ້າງທີ່ ຢູ່ອາໄສ,ສະຖານທີ່ການຄ້າ,ການບໍລິການສໍານັກງານອົງການແລະອື່ນ ໆ. ....ມາດຕາສິບຫ້າ:ເຂດອ້ອມໃຈກາງຕົວເມືອງ.

ມາດຕາສິບຫ້າ:ເຂດອ້ອມໃຈກາງຕົວເມືອງ. ເຂດອ້ອມໃຈກາງຕົວເມືອງແມ່ນເຂດທີ່ມີຄວາມໜາແໜ້ນ ຂອງສິ່ງກໍ່ສ້າງແລະດ້ານປະຊາກອນຕໍ່າກວ່າເຂດໃນກາງຕົວເມືອງ,ມີ ເຂດຂຽວແລະມີລະບົບສາທາລະນະປະໂຫຍດແລະສາທາລະນູປະໂພກ ທັງເປັນເຂດການຄ້າ,ການບໍລິການ,ການດໍາເນີນທຸລະກິດອື່ນໆ.ຍົກເວັ້ນ ການດໍາເນີນກິດຈະການໂຮງງານອຸດສາຫະກໍາລະດັບໜຶ່ງແລະລະດັບ ສອງ. ເຂດອ້ອມໃຈກາງຕົວເມືອງປະກອບດ້ວຍທີ່ດິນສໍາລັບປຸກ ສ້າງທີ່ຢູ່ອາໄສ,ສະຖານທີ່ການຄ້າ,ການບໍລິການ,ສໍານັກງານອົງການ ,ສະໜາມກິລາ,ສວນສາທາລະນະ,ສະຖານທີວັດທະນະທໍາ-ສັງຄົມແລະ ອື່ນໆ. ....ມາດຕາສິບຫົກ:ເຂດຊານເມືອງ.

ມາດຕາສິບຫົກ:ເຂດຊານເມືອງ. ເຂດຊານເມືອງແມ່ນເຂດທີ່ຢູ່ອ້ອມຮອບເຂດອ້ອມໃນກາງ ຕົວເມືອງ,ເປັນເຂດທີ່ມີຄວາມໜາແໜ້ນຂອງສິ່ງກໍ່ສ້າງຕໍ່າກວ່າເຂດ ອ້ອມຮອບໃຈກາງຕົວເມືອງ,ມີກິດຈະການກະສິກໍາ,ຫັດຖະກໍາແລະໂຮງ ງານອຸດສາຫະກໍາລະດັບສອງແລະລະດັບສາມລວມທັງມີເຂດຫວ່າງ ເປົ່າຫຼາຍສົມຄວນ. ເຂດຊານເມືອງປະກອບດ້ວຍທີ່ດິນສໍາຫຼັບປຸກສ້າງທີ່ຢູ່ອາ ໄສ,ສໍານັກງານອົງການ,ສະຖານທີ່ການຫັດຖະກໍາ,ອຸດສາຫະກໍາຂະ ໜາດນ້ອຍແລະຂະໜາດກາງລວມທັງສາງທີ່ມີເນື້ອທີ່ກວ້າງຂວາງ ແລະອື່ນໆ. ....ມາດຕາສິບເຈັດ:ເຂດຂະຫຍາຍຕົວເມືອງ.

ມາດຕາສິບເຈັດ:ເຂດຂະຫຍາຍຕົວເມືອງ. ເຂດຂະຫຍາຍຕົວເມືອງແມ່ນເຂດທີ່ຕໍ່ຈາກເຂດຊານເມືອງ ອອກໄປຊຶ່ງຈັດສັນໄວ້ເພື່ອຮັບປະກັນການຂະຫຍາຍຂອງຕົວເມືອງ,ການ ເພີ່ມຂຶ້ນຂອງປະຊາກອນແລະກິດຈະການເສດຖະກິດ-ສັງຄົມ. ເຂດຂະຫຍາຍຕົວເມືອງປະກອບດ້ວຍທີ່ດິນສໍາລັບປຸກສ້າງທີ່ ຢູ່ອາໄສ,ສະຖາບັນການສຶກສາ,ສະໜາມບິນ,ການຄ້າ,ການບໍລະການ ,ການຫັດຖະກໍາ,ກິດຈະການໂຮງງານອຸດສາຫະກໍາລະດັບໜຶ່ງ,ການຂົນ ສົ່ງລວມທັງທີ່ດິນສໍາຫຼັບກະສິກໍາ,ປ່າໄມ້ເພື່ອການຜັກຜ່ອນ,ທ່ອງທ່ຽວ ແລະອື່ນໆ.

....ມາດຕາສິບແປດ:ຕົວເມືອງຫຼືເທດສະບານທີ່ຂຶ້ນກັບເມືອງ.

ມາດຕາສິບແປດ:ຕົວເມືອງຫຼືເທດສະບານທີ່ຂຶ້ນກັບເມືອງ. ເຂດໃນກາງຕົວເມືອງຫຼືເທດສະບານທີ່ຂຶ້ນກັບເມືອງແມ່ນ ມີລັກສະນະຄ້າຍຄືກັນກັບເຂດອ້ອມໃນກາງຕົວເມືອງທີີ່ຂຶ້ນກັບສູນກາງ ຫຼືແຂວງ. ເຂດໃນກາງຕົວເມືອງຫຼືເທດສະບານທີ່ຂຶ້ນກັບເມືອງປະກອບ ດ້ວຍທີ່ດິນສໍາຫຼັບປຸກສ້າງທີ່ຢູ່ອາໄສ,ສໍານັກງານອົງການ,ການຄ້າ,ການ ບໍລິການ,ກິດຈະການຫັດຖະກໍາ,ກະສິກໍາ,ອຸດສາຫະກໍາຂະໜາດນ້ອຍ,ຂະ ໜາດກາງແລະອື່ນໆ. ເຂດຂະຫຍາຍຕົວເມືອງແມ່ນເຂດທີ່ຈັດສັນໄວ້ເພື່ອຮັບປະກັນ ການຂະຫຍາຍຂອງຕົວເມືອງແລະການເພີ່ມຂຶ້ນຂອງປະຊາກອນແລະກິດ ຈະການເສດຖະກິດ-ສັງຄົມ. ເຂດຂະຫຍາຍຕົວເມືອງປະກອບດ້ວຍທີ່ດິນສໍາລັບປຸກສ້າງທີ່ ຢູ່ອາໄສ,ສະຖາບັນການສຶກສາ,ສະໜາມບິນ,ການຄ້າ,ການບໍລິການ,ການ ຫັດຖະກໍາ,ກິດຈະການໂຮງງານອຸດສາຫະກໍາລະດັບໜຶ່ງ,ການຂົນສົ່ງ, ລວມທັງທີ່ດິນສໍາລັບກະສິກໍາ,ປ່າໄມ້ເພື່ອການພັກຜ່ອນ,ທ່ອງທ່ຽວແລະ ອື່ນໆ.

....ມາດຕາສິບເກົ້າ:ການນໍາໃຊ້ທີ່ດິນຜັງເມືອງ.

ມາດຕາສິບເກົ້າ:ການນໍາໃຊ້ທີ່ດິນຜັງເມືອງ. ການນໍາໃຊ້ທີ່ດິນຜັງເມືອງຕ້ອງໃຫ້ຖືກຕ້ອງກັບປະເພດທີ່ດິນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ. ທີ່ຢູ່ອາໃສແລະສໍານັກງານອົງການແມ່ນເລັ່ງໃສ່ປຸກສ້າງ ໃນເຂດທີ່ເປັນດິນໂນນ. ຮ້ານຄ້າ,ສະຖານທີ່ບໍລິການແລະທຸລະກິດອື່ນໆຕາມຫຼັກການ ແມ່ນປຸກສ້າງໃນເຂດຊຸມຊົນທີ່ມີການພົວພັນດ້ານທຸລະກິດ,ຂົນສົ່ງເຂົ້າ- ອອກສະດວກສະບາຍ.ທຸກກິດຈະການກໍ່ສ້າງເພື່ອຮັບໃຊ້ມວນຊົນຕ້ອງມີ ສະຖານທີ່ຈອດລົດ. ທີ່ດິນກະສິກໍາຕ້ອງກໍານົດໃສ່ບ່ອນຮາບພຽງ,ດິນເນີນແລະສະ ຫງວນໄວ້ສໍາລັບການຜະລິດກະສິກໍາ. ກິດຈະການອຸດສາຫະກໍາແມ່ນໃຫ້ດໍາເນີນການກໍ່ສ້າງໃນບ່ອນ ທີ່ບໍ່ມ່ີຊຸມຊົນແອອັດ,ມີສະຖານທີ່ກວ້າງຂວາງ,ຮັບປະກັນຄວາມປອດໄພ ແລະສິ່ງແວດລ້ອມ.

...ໝວດທີ2ການຈັດສັນເຂດລະອຽດ


....ມາດຕາຊາວ:ການຈັດສັນເຂດລະອຽດ.

ມາດຕາຊາວ:ການຈັດສັນເຂດລະອຽດ. ນອກຈາກສີ່ເຂດທີ່ໄດ້ກໍານົດໄວ້ໃນມາດຕາສິບສາມຂອງ ກົດໝາຍສະບັບນີ້ແລ້ວຍັງຈະຕ້ອງໄດ້ຈັດສັນການນໍາໃຊ້ທີ່ດິນສໍາລັບການ ປຸກສ້າງແລະກໍ່ສ້າງໃຫ້ເປັນເຂດລະອຽດຕື່ມອີກຊຶ່ງປະກອບມີສາມປະ ເພດຄື: -ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ. -ການຈັດສັນຄຸ້ມຄືນໃໝ່. -ການຈັດສັນຕອນດິນ.

....ມາດຕາຊາວເອັດ:ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ.

ມາດຕາຊາວເອັດ:ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ. ການຈັດສັນເຂດທີ່ດິນສະເພາະໃດໜຶ່ງໃນຕົວເມືອງແມ່ນ ການຈັດສັນທີ່ດິນສະເພາະທີ່ຢູ່ໃນຂອບເຂດພື້ນທີ່ດິນຈໍາກັດໃດໜ່ຶ່ງຂອງ ຜັງເມືອງເພື່ອສ້າງແລະຂະຫຍາຍລະບົບສາທາລະນະປະໂຫຍດແລະ ສາທາລະນູປະໂພກແລະກິດຈະການເສດຖະກິດ-ສັງຄົມອື່ນໆ. ຜັງເມືອງໜຶ່ງອາດຈະມີແຜນຈັດສັນເຂດທີ່ດິນສະເພາະອັນ ໜຶ່ງຫຼືຫຼາຍອັນແລະແຕ່ຄວາມຈໍາເປັນ. ....ມາດຕາຊາວສອງ:ການຈັດສັນຄຸ້ມຄືນໃໝ່.

ມາດຕາຊາວສອງ:ການຈັດສັນຄຸ້ມຄືນໃໝ່. ການຈັດສັນຄຸ້ມຄືນໃໝ່ແມ່ນການຈັດສັນ,ປັບປຸງບູລະນະຄຸ້ມ ທີ່ບໍ່ໄດ້ມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນລະບຽບການນໍາໃຊ້ທີ່ດິນຂອງ ເຂດທີ່ມີຜັງເມືອງ.

....ມາດຕາຊາວສາມ:ການຈັດສັນຕອນດິນ.

ມາດຕາຊາວສາມ:ການຈັດສັນຕອນດິນ. ການຈັດສັນຕອນດິນແມ່ນການຈັດແບ່ງຕອນດິນເພື່ອຮັບ ປະກັນໃຫ້ຕົວເມືອງມີຄວາມສະຫງົບ,ຄວາມປອດໄພ,ຄວາມເປັນລະ ບຽບຮຽບຮ້ອຍ,ຄວາມສວຍງາມ,ຄວາມສະດວກແລະໃຫ້ຖືກຕ້ອງຕາມ ຜັງເມືອງ.

...ໝວດທີ3ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ,ທີ່ບໍ່ມີຜັງເມືອງແລະຕົວເມືອງ


....ມາດຕາຊາວສີ່:ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ.

ມາດຕາຊາວສີ່:ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ. ການວາງແຜນຜັງເມືອງສໍາລັບຕົວເມື່ອງທີ່ສ້າງຕັ້ງກ່ອນ ມີຜັງເມືອງຕ້ອງອີງໃສ່ສະພາບຕົວຈິງຂອງຕົວເມືອງນັ້ນໂດຍຄໍານຶງ ເຖິງສິ່ງກໍ່ສ້າງທີ່ມີຄຸນຄ່າທາງດ້ານສະຖາປັດຕະຍະກໍາແລະວັດທະນະ ທໍາທີ່ມີຢູ່ແລ້ວ,ຊຶ່ງແບ່ງເປັນສາມຢ່າງຄື: -ສິ່ງທີ່ຄວາມຮັກສາໄວ້. -ສິ່ງທີ່ຄວນປັບປຸງໃໝ່. -ສິ່ງທີ່ຄວນກໍ່ສ້າງຂຶ້ນໃໝ່. ....ມາດຕາຊາວຫ້າ:ຕົວເມືອງທີ່ບໍ່ມີຜັງເມືອງ.

ມາດຕາຊາວຫ້າ:ຕົວເມືອງທີ່ບໍ່ມີຜັງເມືອງ. ສໍາລັບຕົວເມືອງທີ່ຍັງບໍ່ທັນມີຜັງເມືອງນັ້ນຕ້ອງມີແຜນການ ສໍາຫຼວດອອກແບບຜັງເມືອງ.ສ່ວນການປຸກສ້າງແລະກໍ່ສ້າງແມ່ນໃຫ້ປະ ຕິບັດຕາມລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ວາງອອກ. ....ມາດຕາຊາວຫົກ:ຕົວເມືອງທີ່ສ້າງຂຶ້ນໃໝ່.

ມາດຕາຊາວຫົກ:ຕົວເມືອງທີ່ສ້າງຂຶ້ນໃໝ່. ສໍາລັບຕົວເມື່ອງທີ່ຈະສ້າງຂຶ້ນໃໝ່ນັ້ນຕ້ອງສ້າງຜັງເມືອງ ກ່ອນ.ສ່ວນການປຸກສ້າງແລະກໍ່ສ້າງຕ່າງໆນັ້ນຕ້ອງປະຕິບັດຕາມລະ ບຽບການຂອງຜັງເມືອງທີ່ວາງອອກຢ່າງເຂັ້ມງວດ. ...ໝວດທີ4ການອະນຸຍາດແລະການຄຸ້ມຄອງພາຍຫຼັງການປຸກສ້າງ


....ມາດຕາຊາວເຈັດ:ການອະນຸຍາດປຸກສ້າງຫຼືສ້ອມແປງໃຫຍ່.

ມາດຕາຊາວເຈັດ:ການອະນຸຍາດປຸກສ້າງຫຼືສ້ອມແປງໃຫຍ່. ການອອກໃບອະນຸຍາດປຸກສ້າງຫຼືສ້ອມແປງໃຫຍ່ແມ່ນອອກ ໃຫ້ທຸກກິດຈະການທີ່ຂໍອະນຸຍາດປຸກສ້າງຫຼືສ້ອມແປງໃຫຍ່ຊຶ່ງຖືກຕ້ອງກັບ ລະບຽບຜັງເມືອງເຊັ່ນ: -ການປຸກສ້າງ. -ການສ້ອມແປງອາຄານ(ການປ່ຽນແປງ,ການທັບມ້າງ ທັງໝົດຫຼືບາງສ່ວນ); -ການຂຸດດິນຫຼືການຖົມດິນ. -ການຕິດຕັ້ງເສົາໄຟຟ້າ,ເສົາໂທລະສັບ,ເສົາອາກາດຂະ ໜາດໃຫຍ່,ອ່າງເກັບນໍ້າສູງ,ຂົວຂ້າມທາງແລະອື່ນໆທີ່ຖືກຕ້ອງຕາມລະ ບຽບການຂອງຜັງເມືອງວາງອອກ. ....ມາດຕາຊາວແປດ:ໃບຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງຫຼືສ້ອມແປງ.

ມາດຕາຊາວແປດ:ໃບຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງຫຼືສ້ອມ ແປງ. ພາຍຫຼັງການປຸກສ້າງຫຼືສ້ອມແປງສໍາເລັດອົງການຄຸ້ມຄອງ ຜັງເມືອງທີ່ກ່ຽວຂ້ອງຕ້ອງດໍາເນີນການກວດກາເມື່ອເຫັນວ່າສິ່ງປຸກສ້າງ ຫຼືສ້ອມແປງນັ້ນຖືກຕ້ອງຕາມການອອກແບບແລະຕາມລະບຽບການຂອງ ຜັງເມືອງແລ້ວຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງໃຫ້. ....ມາດຕາຊາວເກົ້າ:ການຄຸ້ມຄອງພາຍຫຼັງການປຸກສ້າງຫຼືສ້ອມແປງ.

ມາດຕາຊາວເກົ້າ:ການຄຸ້ມຄອງພາຍຫຼັງການປຸກສ້າງຫຼືສ້ອມແປງ. ພາຍຫຼັງການປຸກສ້າງຫຼືສ້ອມແປງແລ້ວອົງການຄຸ້ມຄອງ ຜັງເມືອງທີ່ກ່ຽວຂ້ອງຕ້ອງໄດ້ຕິດຕາມແລະກວດກາຄືນເພື່ອບໍ່ໃຫ້ສິ່ງປຸກ ສ້າງຫຼືສ້ອມແປງດັ່ງກ່າວລະເມີດລະບຽບການຂອງຜັງເມືອງ.

....ມາດຕາສາມສິບ:ການອອກຂໍ້ກໍານົດລະອຽດ.

ມາດຕາສາມສິບ:ການອອກຂໍ້ກໍານົດລະອຽດ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ ອອກຂໍ້ກໍານົດລະອຽດກ່ຽວກັບການຈັດຕັ້ງປະຕິບັດລະບຽບການຂອງ ຜັງເມືອງ.


..ພາກທີ4ການລົງທຶນໃສ່ການກໍ່ສ້າງລະບົບສາທາລະນະປະໂຫຍດແລະສາທາລະນູປະໂພກ


...ມາດຕາສາມສິບເອັດ:ຈຸດປະສົງຂອງການລົງທຶນ.

ມາດຕາສາມສິບເອັດ:ຈຸດປະສົງຂອງການລົງທຶນ. ການລົງທຶນໃສ່ການກໍ່ສ້າງລະບົບສາທາລະນະປະໂຫຍດ ແລະສາທາລະນູປະໂພກແມ່ນເພື່ອອໍານວຍຄວາມສະດວກແກ່ການພັດ ທະນາເສດຖະກິດ-ສັງຄົມແລະປັບປຸງເງື່ອນໄຂການດໍາລົງຊີວິດຂອງປະ ຊາຊົນໃຫ້ດີຂຶ້ນເຊັ່ນ:ການສ້າງຖະໜົນ,ລະບົບລະບາຍນໍ້າ,ນໍາປະປາ,ໄຟ ຟ້າ,ໂທລະສັບ,ສະໜາມກິລາ,ສວນສາທາລະນະແລະອື່ນໆ.

...ມາດຕາສາມສິບສອງ:ປະເພດຜູ້ລົງທຶນ.

ມາດຕາສາມສິບສອງ:ປະເພດຜູ້ລົງທຶນ. ລັດສົ່ງເສີມທຸກພາກສ່ວນເສດຖະກິດລົງທຶນໃສ່ການກໍ່ສ້າງ ແລະພັດທະນາສິ່ງອໍານວຍຄວາມສະດວກຕາມທີ່ໄດ້ກໍານົດໄວ້ໃນມາດ ຕາສາມສິບເອັດເທິງນີ້ໂດຍມີຮູບການລົງທຶນດັ່ງຕໍ່ໄປນີ້: -ການລົງທຶນຂອງລັດ. -ການລົງທຶນຂອງລັດກັບເອກະຊົນພາຍໃນຫຼືຕ່າງປະເທດ. -ການລົງທຶນຂອງລັດກັບປະຊາຊົນ. -ການລົງທຶນຂອງລວມໝູ່. -ການລົງທຶນຂອງເອກະຊົນພາຍໃນຫຼືຕ່າງປະເທດ. -ການລົງທຶນຂອງເອກະຊົນພາຍໃນກັບຕ່າງປະເທດ.

..ພາກທີ5ການຄຸ້ມຄອງແລະການກວດກາຜັງເມືອງ


...ໝວດທີ1ອົງການຄຸ້ມຄອງຜັງເມືອງ


....ມາດຕາສາມສິບສາມ:ອົງການຄຸ້ມຄອງຜັງເມືອງ.

ມາດຕາສາມສິບສາມ:ອົງການຄຸ້ມຄອງຜັງເມືອງ. ອົງການຄຸ້ມຄອງຜັງເມືອງປະກອບມີ: -ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ ,ກໍາແພງນະຄອນແລະເຂດພິເສດ. -ອົງການພັດທະນາແລະບໍລິຫານຕົວເມືອງແຂວງ,ກໍາແພງ ນະຄອນແລະເຂດພິເສດ. -ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ. -ອໍານາດການປົກຄອງບ້ານ. ....ມາດຕາສາມສິບສີ່:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາສາມສິບສີ່:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະ ໜ້າທີ່ໃນການຄຸ້ມຄອງຜັງເມືອງດັ່ງນີ້: -ວາງແຜນຍຸດທະສາດ,ສ້າງຜັງເມືອງລະດັບຊາດ,ລະດັບ ພາກແລະລະດັບແຂວງເພື່ອສະເໜີລັດຖະບານ. -ວາງຂໍ້ກໍານົດ,ມາດຕະຖານເຕັກນິກ,ຫຼັກການ,ລະບຽບການ ,ວິທີການກ່ຽວກັບການວາງຜັງເມືອງ. -ພິຈາລະນາຮັບຮອງເອົາຜັງເມືອງລະດັບຕົວເມືອງທີ່ຂຶ້ນກັບ ແຂວງ,ກໍາແພງນະຄອນຫຼືເຂດພິເສດ. -ຕິດຕາມກວດກາແລະປະເມີນຜົນກ່ຽວກັບການຈັດຕັ້ງປະ ຕິບັດຜັງເມືອງ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະຕາມການມອບໝາຍຂອງລັດຖະບານ.

....ມາດຕາສາມສິບຫ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາແພງນະຄອນແລະເຂດພິເສດ.

ມາດຕາສາມສິບຫ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງແຂວງ,ກໍາແພງນະຄອນແລະເຂດພິເສດ. ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາ ແພງນະຄອນແລະເຂດພິເສດມີສິດແລະໜ້າທີ່ໃນການຄຸ້ມຄອງຜັງເມືອງ ດັ່ງນີ້: -ສ້າງແຜນຜັງເມືອງລະດັບຕົວເມືອງເພື່ອສະເໜີໃຫ້ກະຊວງ ຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງພິຈາລະນາຮັບຮອງເອົາ. -ຈັດຕັ້ງປະຕິບັດແລະກວດກາການປຸກສ້າງ,ສ້ອມແປງແລະ ກໍ່ສ້າງໃຫ້ຖືກຕ້ອງຕາມຜັງເມືອງ. -ອອກໃບອະນຸຍາດປຸກສ້າງຫຼືສ້ອມແປງແລະອອກໃບຢັ້ງ ຢືນຄວາມຖືກຕ້ອງ. -ຈັດຕັ້ງປະຕິບັດລະບຽບການນໍາໃຊ້ທີ່ດິນສໍາລັບເຂດຕົວ ເມືອງທີ່ຍັງບໍ່ທັນມີຜັງເມືອງໂດຍປະສານສົມທົບກັບຂະແໜງທີ່ດິນແລະ ອໍານາດການປົກຄອງທ້ອງຖິ່ນ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງກະ ຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ....ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງອົງການພັດທະນາແລະບໍລິການຕົວເມືອງ.

ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງອົງການພັດທະນາແລະບໍລິການ ຕົວເມືອງ. ອົງການພັດທະນາແລະບໍລິຫານຕົວເມືອງແຂວງ,ກໍາແພງ ນະຄອນແລະເຂດພິເສດມີສິດແລະໜ້າທີ່ດັ່ງນີ້: -ວາງແຜນຈັດຕັ້ງປະຕິບັດ,ຄຸ້ມຄອງແລະກວດກາວຽກງານ ພັດທະນາຕົວເມືອງ. -ກໍ່ສ້າງ,ປັບປຸງ,ບູລະນະບັນດາໂຄງລ່າງແລະການບໍລິການ ຕົວເມືອງ. -ກຸ້ມຄອງແລະຄວບຄຸມການຈັດຕັ້ງປະຕິບັດວຽກງານການ ປຸກສ້າງ. -ສະໜອງຂໍ້ມູນຂ່າວສານແລະເອກະສານເຕັກນິກອັນຈໍາເປັນ ຕ່າງໆກ່ຽວກັບຜັງເມືອງ. -ສ້າງແຫຼ່ງລາຍຮັບເຂົ້າໃນວຽກງານການສ້າງແລະພັດທະ ນາຜັງເມືອງ. -ປະຕິບັດສິດໜ້າທີ່ອື່ນໆຕາມການມອບໝາຍຂອງເຈົ້າແຂວງ ,ເຈົ້າຄອງກໍາແພງນະຄອນຫຼືຫົວໜ້າເຂດພິເສດ.

....ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ.

ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງເມືອງ. ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງມີ ສິດແລະໜ້າທີ່ຄຸ້ມຄອງ,ຈັດຕັ້ງປະຕິບັດຜັງເມືອງຕາມການມອບໝາຍ ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາແພງ ນະຄອນຫຼືເຂດພິເສດ. ....ມາດຕາສາມສິບແປດ:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ

ມາດຕາສາມສິບແປດ:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ ອໍານາດການປົກຄອງບ້ານມີສິດແລະໜ້າທີ່ຊ່ວຍຫ້ອງການ ຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງໃນການຈັດຕັ້ງປະຕິບັດຜັງ ເມືອງ,ວຽກງານອະນາໄມບ້ານ,ຄວາມເປັນລະບຽບຮຽບຮ້ອຍຕະຫຼອດ ຮອດວຽກງານການຄຸ້ມຄອງການປຸກສ້າງແລະກໍ່ສ້າງໃນຂອບເຂດບ້ານ ຂອງຕົນ.

....ມາດຕາສາມສິບເກົ້າ:ການເຜີຍແຜ່ຜັງເມືອງ.

ມາດຕາສາມສິບເກົ້າ:ການເຜີຍແຜ່ຜັງເມືອງ. ຜັງເມືອງລະດັບຕ່າງໆທີ່ຜ່ານການຮັບຮອງແລ້ວຕ້ອງໄດ້ ເຜີຍແຜ່ໃຫ້ມວນຊົນຮັບຮູ້ຢ່າງກວ້າງຂວາງແລະປະຕິບັດຢ່າງເຂັ້ມງວດ. ...ໝວດທີ2ອົງການກວດກາຜັງເມືອງ


....ມາດຕາສີ່ສິບ:ຈຸດປະສົງການກວດກາຜັງເມືອງ.

ມາດຕາສີ່ສິບ:ຈຸດປະສົງການກວດກາຜັງເມືອງ. ການກວດກາການປະຕິບັດຜັງເມືອງໃນລະດັບຕ່າງໆແມ່ນ ການກວດກາການນໍາໃຊ້ທີ່ດິນຜັງເມືອງ,ການປຸກສ້າງແລະການກໍ່ສ້າງ ໃຫ້ຖືກຕ້ອງຕາມລະບຽບການຂອງຜັງເມືອງແນໃສ່ເພື່ອຮັບປະກັນຄວາມ ສະຫງົບ,ຄວາມປອດໄພ,ຄວາມເປັນລະບຽບ,ຄວາມສະດວກ,ຄວາມສະ ອາດ,ສຸຂານາໄມແລະຄວາມສວຍງາມຂອງຕົວເມືອງ.

....ມາດຕາສີ່ສິບເອັດ:ອົງການກວດກາຜັງເມືອງ.

ມາດຕາສີ່ສິບເອັດ:ອົງການກວດກາຜັງເມືອງ. ອົງການກວດກາຜັງເມືອງແມ່ນອົງການດຽວກັນກັບອົງການ ຄຸ້ມຄອງຜັງເມືອງທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສາມເທິງນີ້.

....ມາດຕາສີ່ສິບສອງ:ເນື້ອໃນແລະວິທີການກວດກາຜັງເມືອງ.

ມາດຕາສີ່ສິບສອງ:ເນື້ອໃນແລະວິທີການກວດກາຜັງເມືອງ. ການກວດກາຜັງເມືອງແມ່ນການກວດກາການປະຕິບັດການ ຂອງຜັງເມືອງເຊັ່ນ:ການນໍາໃຊ້ທີ່ດິນຜັງເມືອງ,ການປຸກສ້າງແລະການກໍ່ ສ້າງ,ມາດຕະການຄວາມປອດໄພ,ຄວາມສະອາດແລະອື່ນໆ. ການກວດກາຜັງເມືອງມີສາມປະເພດຄື: -ການກວດກາຕາມລະບົບປົກກະຕິ. -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. -ການກວດກາແບບກະທັນຫັນ. ໃນການກວດກາການປະຕິບັດລະບຽບການຂອງຜັງເມືອງ ອົງການກວດກາຜັງເມືອງຕ້ອງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງແລະອໍານາດການປົກຄອງທ້ອງຖິ່ນ.

...ໝວດທີ3ການແກ້ໄຂຂໍ້ຂັດແຍ່ງ


....ມາດຕາສີ່ສິບສາມ:ປະເພດຂໍ້ຂັດແຍ່ງ.

ມາດຕາສີ່ສິບສາມ:ປະເພດຂໍ້ຂັດແຍ່ງ. ຂໍ້ຂັດແຍ່ງທີ່ເກີດຂຶ້ນກ່ຽວກັບການປະຕິບັດລະບຽບການຂອງ ຜັງເມືອງມີສອງປະເພດຄື: -ຂໍ້ຂັດແຍ່ງທາງດ້ານບໍລິຫານ. -ຂໍ້ຂັດແຍ່ງທາງແພ່ງ.

....ມາດຕາສີ່ສິບສີ່:ຂໍ້ຂັດແຍ່ງທາງດ້ານບໍລິຫານ.

ມາດຕາສີ່ສິບສີ່:ຂໍ້ຂັດແຍ່ງທາງດ້ານບໍລິຫານ. ຂໍ້ຂັດແຍ່ງທາງດ້ານບໍລິຫານແມ່ນຂໍ້ຂັດແຍ່ງກ່ຽວກັບການ ອອກໃບອະນຸຍາດປຸກສ້າງຫຼືສ້ອມແປງ,ການຕົກລົງໃຫ້ຄ່າທົດແທນ,ການ ປຸກສ້າງແລະການກໍ່ສ້າງທີ່ບໍ່ຖືກຕ້ອງຕາມລະບຽບການຂອງຜັງເມືອງ ແລະການລະເມີດອື່ນໆກ່ຽວກັບຜັງເມືອງທີ່ມີລັກສະນະບໍລິຫານ. ຂໍ້ຂັດແຍ່ງທາງດ້ານບໍລິຫານຈະຖືກແກ້ໄຂຕາມລະບຽບການ ບໍລິຫານ.

....ມາດຕາສີ່ສິບຫ້າ:ຂໍ້ຂັດແຍ່ງທາງແພ່ງ

ມາດຕາສີ່ສິບຫ້າ:ຂໍ້ຂັດແຍ່ງທາງແພ່ງ ຂໍ້ຂັດແຍ່ງທາງແພ່ງແມ່ນຂໍ້ຂັດແຍ່ງທີ່ເກີດຂຶ້ນຈາກການປຸກ ສ້າງຫຼືການກໍ່ສ້າງທີ່ບໍ່ຖືກຕ້ອງຕາມລະບຽບການຂອງຜັງເມືອງຊຶ່ງກໍ່ ຄວາມເສຍຫາຍໃຫ້ແກ່ບຸກຄົນອື່ນຫຼືການຈັດຕັ້ງແລະການລະເມີດອື່ນໆ ກ່ຽວກັບຜັງເມືອງທີ່ມີລັກສະນະທາງແພ່ງ. ຂໍ້ຂັດແຍ່ງທາງແພ່ງຈະຖືກແກ້ໄຂດ້ວຍວິທີການໄກ່ເກ່ຍ,ຖ້າ ຫາກການໄກ່ເກ່ຍບໍ່ໄດ້ຮັບຜົນຜູ້ຖືກເສຍຫາຍມີສິດຮ້ອງຟ້ອງຕໍ່ສານ.

..ພາກທີ6ນະໂຍບາຍຕໍ່ຜູ້ມີຜັນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບຫົກ:ນະໂຍບາຍຕໍ່ຜູ້ມີຜົນງານ.

ມາດຕາສີ່ສິບຫົກ:ນະໂຍບາຍຕໍ່ຜູ້ມີຜົນງານ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ການສ້າງແລະພັດທະນາຜັງເມືອງຫຼືມີຜົນງານດີເດັ່ນໃນການປະຕິບັດ ລະບຽບການຂອງຜັງເມືອງຈະຖືກຍ້ອງຍໍຫຼືໄດ້ຮັບນະໂຍບາຍອື່ນໆຕາມ ຄວາມເໝາະສົມ.

...ມາດຕາສີ່ສິບເຈັດ:ມາດຕະການຕໍ່ຜູ້ລະເມີດ.

ມາດຕາສີ່ສິບເຈັດ:ມາດຕະການຕໍ່ຜູ້ລະເມີດ. ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກ ສາອົບຮັມ,ໃຊ້ແທນຄ່າເສຍຫາຍ,ປັບໄໝຫຼືໄດ້ຮັບໂທດທາງອາຍາແລ້ວ ແຕ່ກໍລະນີເບົາຫຼືໜັກ.


...ມາດຕາສີ່ສິບແປດ:ມາດຕະການສຶກສາອົບຮົມ.

ມາດຕາສີ່ສິບແປດ:ມາດຕະການສຶກສາອົບຮົມ. ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ໃນສະຖານ ເບົາເຊັ່ນ:ວາງວັດຖຸກໍ່ສ້າງ,ຖິ້ມຂີ້ເຫຍື້ອຫຼືຖອກສິ່ງເສດເຫຼືອຊະຊາຍນອກ ສະຖານທີ່ກໍານົດໃຫ້,ຕໍ່ເທີບຫຼືຕໍ່ເຕີມທີ່ກວດເອົາສະຖານທີ່ສາທາລະນະລັດ ຫຼືການລະເມີດອື່ນໆໃນສະຖານເບົາຈະຖືກຕັກເຕືອນແລະສຶກສາອົບຮົມ ພ້ອມທັງໃຫ້ຢຸດເຊົາຫຼືຮຶ້ຖອນການປຸກສ້າງຫຼືການກໍ່ສ້າງທີ່ບໍ່ຖືກຕ້ອງຕາມ ລະບຽບການຂອງຜັງເມືອງຕາມແຕ່ລະກໍາລະນີ.

...ມາດຕາສີ່ສິບເກົ້າ:ມາດຕະການໃຊ້ແທນຄ່າເສຍຫາຍ.

ມາດຕາສີ່ສິບເກົ້າ:ມາດຕະການໃຊ້ແທນຄ່າເສຍຫາຍ. ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມ ເສຍຫາຍແກ່ຊັບສິນຂອງລັດ,ຂອງລວມໝູ່ຫຼືຂອງບຸກຄົນຕ້ອງໄດ້ໃຊ້ແທນ ຄ່າເສຍຫາຍຕາມລະບຽບກົດໝາຍ.

...ມາດຕາຫ້າສິບ:ມາດຕະການປັບໃໝ.

ມາດຕາຫ້າສິບ:ມາດຕະການປັບໃໝ. ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປັບ ໃໝດັ່ງນີ້:ປັບໃໝສິບສ່ວນຮ້ອຍຂອງມູນຄ່າສິ່ງກໍ່ສ້າງຫຼືສ້ອມແປງທີ່ບໍ່ໄດ້ ຮັບອະນຸຍາດ.ໃນກໍລະນີທີ່ການກໍ່ສ້າງຫຼືການສ້ອມແປງນັ້ນຫາກບໍ່ຖືກຕ້ອງ ຕາມຜັງເມືອງແລ້ວຜູ້ລະເມີດຍັງຈະຕ້ອງຮື້ຖອນສິ່ງກໍ່ສ້າງທີ່ບໍ່ຖືກຕ້ອງນັ້ນ ຕາມແຕ່ກໍລະນີ. ບຸກຄົນຫຼືການຈັດຕັ້ງທີ່ຜ່ານການສຶກສາອົບຮົມຕາມາດຕາສີ່ ສິບແປດຂອງກົດໝາຍສະບັບນີ້ຫາກຍັງສືບຕໍ່ການລະເມີດດັ່ງກ່າວກໍຈະ ຖືກປັບໃໝ.

...ມາດຕາຫ້າສິບເອັດ:ມາດຕະການທາງອາຍາ

ມາດຕາຫ້າສິບເອັດ:ມາດຕະການທາງອາຍາ ບຸກຄົນໃດນັບທັງປະຊາຊົນແລະລັດຖະກອນທີ່ລະເມີດກົດ ໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາເຊັ່ນ:ນໍາໃຊ້ເອກະ ສານປອມ,ປອມແປງເອກະສານ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນ ປະໂຫຍດສ່ວນຕົວ,ປະຕິບັດນ້າທີ່ດ້ວຍຄວາມເລີ່ນເລີ້ຊຶ່ງພາໃຫ້ເກີດ ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຂອງບຸກຄົນຫຼືຕໍ່ຊັບສິນຂອງລັດຫຼື ລວມໝູ່,ບໍ່ປະຕິບັດມາດຕະການຄວາມປອດໄພຊຶ່ງພາໃຫ້ຄົນເສຍຊີ ວິດຫຼືເສຍສຸຂະພາບຈະຖືກລົງໂທດຕາມກົດໝາຍອາຍາ.

...ມາດຕາຫ້າສິບສອງ:ມາດຕະການໂທດເພີ່ມ.

ມາດຕາຫ້າສິບສອງ:ມາດຕະການໂທດເພີ່ມ. ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບແປດ,ສີ່ສິບ ເກົ້າ,ຫ້າສິບແລະຫ້າສິບເອັດເທິ່ງນີ້ແລ້ວ.ຜູ້ລະເມີດທີ່ໄດ້ກໍ່ຄວາມເສຍ ຫາຍຢ່າງຮ້າຍແຮງຕໍ່ຊັບສິນຂອງລັດ,ຂອງລວມໝູ່ຫຼືຂອງບຸກຄົນຍັງຈະ ຖືກປະຕິບັດມາດຕະການໂທດເພີ່ມອີກເຊັ່ນ:ໂຈະກິດຈະການ,ຖອນໃບອະ ນຸຍາດ,ຮື້ຖອນສິ່ງກໍ່ສ້າງຫຼືສ້ອມແປງທີ່ບໍ່ຖືກຕ້ອງນັ້ນຕາມແຕ່ລະກໍລະນີ.

..ພາກທີ7ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ.

ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ. ມອບໃຫ້ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະ ຊາຊົນລາວເປັນຜູ້ເຜີຍແຜ່ແລະຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາຫ້າສິບສີ່:ຜົນສັກສິດ

ມາດຕາຫ້າສິບສີ່:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງເກົ້າສິບວັນນັບແຕ່ມື້ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກ ລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ວຽງຈັນ,ວັນທີສາມ,ເມສາພັນເກົ້າຮ້ອຍເກົ້າສິບເກົ້າ. ປະທານສະພາແຫ່ງຊາດ. ສະໝານ ວິຍະເກດ.