ກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນແຫຼ່ງນໍ້າ 11-10-1996

From Wikisource
Jump to navigation Jump to search

.ນໍ້າແລະຊັບພະຍາກອນແຫຼ່ງນໍ້າ 11-10-1996


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນແຫຼ່ງນໍ້າ.

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນແຫຼ່ງ ນໍ້າ. ກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນແຫຼ່ງນໍ້າກໍານົດຫຼັກການ ,ລະບຽບການແລະມາດຕະການຕ່າງໆທີ່ຈໍາເປັນກ່ຽວກັບການຄຸ້ມຄອງ ,ຂຸດຄົ້ນ,ນໍາໃຊ້,ພັດທະນານໍ້າແລະຊັບພະຍາກອນແຫຼ່ງນ້ໍາຢູ່ສາທາລະນະ ລັດປະຊາທິປະໄຕປະຊາຊົນລາວແນ່ໃສ່ປົກປັກຮັກສານໍ້າແລະຊັບພະຍາ ກອນແຫຼ່ງນໍ້າໃຫ້ຄົງຕົວຕະຫຼອດໄປທັງຮັບປະກັນປະລິມານແລະຄຸນນະ ພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຊິວິດການ ເປັນຢູ່ຂອງປະຊາຊົນ,ສົ່ງເສີມກະສິກໍາ-ປ່າໄມ້,ອຸດສາຫະກໍາ,ພັດທະນາ ເສດຖະກິດແຫ່ງຊາດທັງຮັບປະກັນບໍ່ໃຫ້ກໍ່ຄວາມເສຍຫາຍຕໍ່ສິ່ງແວດ ລ້ອມ. ...ມາດຕາສອງ:ນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສອງ:ນໍ້າແລະຊັບພະຍາກອນແຫຼ່ງນໍ້າ ນໍ້າແມ່ນຊັບພະຍາກອນທໍາມະຊາດຊະນິດໜຶ່ງທີ່ເປັນທາດແຫຼວ ຊຶ່ງແມ່ນຊັບພະຍາກອນຕົ້ນຕໍແລະພື້ນຖານກວ່າໝູ່ໃນບັນດາຊັບພະຍາ ກອນແຫຼ່ງນໍ້າ. ຊັບພະຍາກອນແຫຼ່ງນໍ້າແມ່ນຊັບພະຍາກອນທໍາມະຊາດຊຶ່ງປະ ກອບດ້ວຍສິ່ງທີ່ມີຊີວິດຫຼືບໍ່ມີຊີວິດຢູ່ໃນນໍ້າຫຼືໃນແຫຼ່ງນ້ໍາເຊັ່ນ:ພືດ,ສັດນໍ້າ ,ຫີນ,ຫີນແຮ່,ຊາຍ,ຕົມ,ແຮ່ທາດແລະອື່ນໆ. ...ມາດຕາສາມ:ແຫຼ່ງນໍ້າແລະອ່າງຮັບນໍ້າ

ມາດຕາສາມ:ແຫຼ່ງນໍ້າແລະອ່າງຮັບນໍ້າ ແຫຼ່ງນ້ໍາແມ່ນສະຖານທີ່ບ່ອນທີ່ມີການເຕົ້າໂຮມ,ອາໄສ,ພັກຕົວ ຫຼືເຄື່ອນໄຫຼແບບຖາວອນຫຼືຊົ່ວຄາວຂອງນໍ້າທໍາມະຊາດ.ແຫຼ່ງນໍ້າມີຢູ່ ເທິງໜ້າດິນ,ໃຕ້ດິນແລະໃນອາກາດ. ແຫຼ່ງນໍ້າໜ້າດິນແມ່ນແຫຼ່ງນໍ້າທີ່ຢູ່ເທິງໜ້າດິນຊຶ່ງເປັນສາຍຍາວ ຕິດຕໍ່ກັນ,ເປັນຈຸດເຊັ່ນ:ແມ່ນໍ້າ,ລໍາເຊ,ຫ້ວຍ,ໜອງ,ຄອງ,ບຶງ,ທາມ, ເບືອມ,ນໍ້າອອກບໍ່ເປັນຕົ້ນ. ແຫຼ່ງນໍ້າໃຕ້ດິນແມ່ນແຫຼ່ງນໍ້າທີ່ຢູ່ໃນພື້ນດິນເປັນຊັ້ນ,ເປັນຜົ້ງ, ເປັນສາຍຫຼືປົນກັນກັບເນື້ອດິນ. ແຫຼ່ງນໍ້າອາກາດແມ່ນແຫຼ່ງນໍ້າທີ່ຢູ່ໃນອາກາດທີ່ມີສະພາບເປັນ ອາຍຫຼືເປັນເມັດນ້ອຍໆໂຮມກັນຢູ່ເຊັ່ນ:ໝອກ,ເມກ,ຝົນ,ໝາຍເຫັບ. ອ່າງຮັບນໍ້າແມ່ນຂອບເຂດເນື້ອທີ່ດິນແລະເນື້ອທີ່ປ່າໄມ້ທຸກຕອນ ຕັ້ງແຕ່ຍອດນໍ້າຈົນຮອດປາກນໍ້າບ່ອນທີ່ມີສັນປັນນໍ້າແລະບ່ອນທີ່ເຮັດໃຫ້ ເມັດຝົນທີ່ຕົກລົງມາໄຫຼໂຮມກັນເຂົ້າເປັນລະບົບແຫຼ່ງນໍ້າ. ...ມາດຕາສີ່:ກໍາມະສິດກ່ຽວກັບນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສີ່:ກໍາມະສິດກ່ຽວກັບນໍ້າແລະຊັບພະຍາກອນແຫຼ່ງນໍ້າ ນໍ້າແລະຊັບພະຍາກອນແຫຼ່ງນໍ້າແມ່ນກໍາມະສິດຂອງວົງຄະນະ ຍາດແຫ່ງຊາດຊຶ່ງລັດເປັນຕົວແທນໃນການຄຸ້ມຄອງແລະກໍານົດການ ແບ່ງປັນໃຫ້ພາກສ່ວນຕ່າງໆຊົມໃຊ້ຢ່າງທົ່ວເຖິງແລະສົມເຫດສົມຜົນ. ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງຈະມີສິດຄອບຄອງນໍາໃຊ້ນໍ້າແລະຊັບ ພະຍາກອນແຫຼ່ງນໍ້າເຂົ້າໃນກິດຈະການໃດໜຶ່ງໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບ ອະນຸຍາດຈາກອົງການທີ່ມີສິດໜ້າທີ່ກ່ຽວຂ້ອງແລ້ວເທົ່ານັ້ນຍົກເວັ້ນ ການນໍາໃຊ້ຂະໜາດນ້ອຍຕາມທີ່ກົດໝາຍສະບັບນີ້ໄດ້ກໍານົດໄວ້. ...ມາດຕາຫ້າ:ການສົ່ງເສີມ,ການພັດທະນາ,ການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາຫ້າ:ການສົ່ງເສີມ,ການພັດທະນາ,ການປົກປັກຮັກສານໍ້າແລະ ຊັບພະຍາກອນແຫຼ່ງນໍ້າ ລັດຖະບານສົ່ງເສີມການພັດທະນາ,ການຂຸດຄົ້ນ,ນໍາໃຊ້,ອະນຸລັກ ແລະປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າລວມທັງການສະກັດ ກັ້ນຜົນຮ້າຍຈາກນໍ້າແລະທຸກການກະທໍາທີ່ຈະເຮັດໃຫ້ນໍ້າບົກແຫ້ງ. ...ມາດຕາຫົກ:ຫຼັກການພື້ນຖານການຄຸ້ມຄອງ,ການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາຫົກ:ຫຼັກການພື້ນຖານການຄຸ້ມຄອງ,ການນໍາໃຊ້ນໍ້າແລະຊັບພະ ຍາກອນແຫຼ່ງນໍ້າ ການຄຸ້ມຄອງ,ການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າຕ້ອງ ດໍາເນີນໄປຕາມຫຼັກການຄຸ້ມຄອງແບບລວມສູນ,ຄົບຊຸດ,ຄົບວົງຈອນຕາມ ແຜນການຈັດສັນທີ່ໄດ້ກໍານົດໄວ້ໃນມາດຕາຊາວສອງຂອງກົດໝາຍສະ ບັບນີ້. ...ມາດຕາເຈັດ:ພັນທະໃນການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາເຈັດ:ພັນທະໃນການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງ ນໍ້າ ເພື່ອເຮັດໃຫ້ການນໍາໃຊ້ແລະປົກປັກຮັກສານໍ້າແລະຊັບພະຍາ ກອນແຫຼ່ງນໍ້າດໍາເນີນໄປຢ່າງມີປະສິດທິຜົນນັ້ນບຸກຄົນ,ນິຕິບຸກຄົນຫຼືອົງ ການຈັດຕັ້ງມີພັນທະປະຕິບັດຕາມລະບຽບການຄຸ້ມຄອງ,ການນໍາໃຊ້ນໍ້າ ແລະຊັບພະຍາກອນແຫຼ່ງນໍ້າຢ່າງເຂັ້ມງວດ. ..ໝວດທີ2ການສໍາຫຼວດ,ການຂຶ້ນບັນຊີແລະການກໍານົດປະເພດແຫຼ່ງນໍ້າແລະອ່າງຮັບນໍ້າ


...ມາດຕາແປດ:ການສໍາຫຼວດແລະການຂຶ້ນບັນຊີ

ມາດຕາແປດ:ການສໍາຫຼວດແລະການຂຶ້ນບັນຊີ ກະຊວງກະສິກໍາ-ປ່າໄມ້ຮັບຜິດຊອບໂດຍກົມວຽກງານການສໍາ ຫຼວດຂຶ້ນບັນຊີແຫຼ່ງນໍ້າແລະອ່າງຮັບນໍ້າໃນຂອບເຂດທົ່ວປະເທດໂດຍສົມ ທົບກັບຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງ. ...ມາດຕາເກົ້າ:ການກໍານົດປະເພດແຫຼ່ງນໍ້າ

ມາດຕາເກົ້າ:ການກໍານົດປະເພດແຫຼ່ງນໍ້າ ເພື່ອຮັບໃຊ້ແຜນການພັດທະນາເສດຖະກິດ-ສັງຄົມແລະສິ່ງແວດ ລ້ອມຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ,ໃຫ້ຈັດແຫຼ່ງນໍ້າ ເປັນປະເພດຕາມຈຸດປະສົງຕົ້ນຕໍດັ່ງນີ້: ໜຶ່ງ:ແຫຼ່ງນໍ້າດື່ມແລະແຫຼ່ງນໍ້າໃຊ້ແມ່ນແຫຼ່ງນໍ້າຊຶ່ງຈັດສັນໄວ້ ເພື່ອສະໜອງໃຫ້ແກ່ການບໍລິໂພກແລະອຸບປະໂພກຂອງປະຊາຊົນ. ສອງ:ແຫຼ່ງນໍ້າສະຫງວນແມ່ນແຫຼ່ງນໍ້າຊຶ່ງຈັດສັນໄວ້ເພື່ອປົກປັກ ຮັກສາສັດ,ພືດ,ສິ່ງທີ່ມີຊີວິດ,ສິ່ງທີ່ບໍ່ມີຊີວິດແລະອື່ນໆລວມທັງສິ່ງແວດ ລ້ອມທໍາມະຊາດ,ສິ່ງທີ່ມີຄວາມໝາຍສໍາຄັນແລະມີຄຸນຄ່າພິເສດ. ສາມ:ແຫຼ່ງນໍ້າເພື່ອການຊົນລະປະທານແມ່ນແຫຼ່ງນໍ້າຊຶ່ງຈັດສັນ ໄວ້ເພື່ອຕອບສະໜອງໃຫ້ແກ່ການຜະລິດກະສິກໍາ-ປ່າໄມ້ແລະການລ້ຽງ ສັດ. ສີ່:ແຫຼ່ງນໍ້າເພື່ອການຜະລິດພະລັງງານໄຟຟ້າແມ່ນແຫຼ່ງນໍ້າຊຶ່ງ ຈັດສັນໄວ້ເພື່ອຜະລິດພະລັງງານໄຟຟ້າ. ຫ້າ:ແຫຼ່ງນໍ້າອຸດສາຫະກໍາແມ່ນແຫຼ່ງນໍ້າຊຶ່ງຈັດສັນໄວ້ເພື່ອການ ຜະລິດອຸດສາຫະກໍາ. ຫົກ:ແຫຼ່ງນໍ້າເພື່ອການຂົນສົ່ງທາງນໍ້າແມ່ນແຫຼ່ງນໍ້າຊຶ່ງຈັດສັນ ໄວ້ເພື່ອການເດີນເຮືອແລະການຂົນສົ່ງທາງນໍ້າ. ເຈັດ:ແຫຼ່ງນໍ້າເພື່ອການທ່ອງທ່ຽວແມ່ນແຫຼ່ງນໍ້າຊຶ່ງຈັດສັນໄວ້ ເພື່ອຮັບໃຊ້ການທ່ອງທ່ຽວ. ແປດ:ແຫຼ່ງນໍ້າເພື່ອຮັກສາສຸຂະພາບອະນາໄມແມ່ນແຫຼ່ງນໍ້າທີ່ ຈັດສັນໄວ້ເພື່ອຮັບໃຊ້ສຸຂະພາບແລະການປິ່ນປົວ. ...ມາດຕາສິບ:ປະເພດອ່າງຮັບນໍ້າ.

ມາດຕາສິບ:ປະເພດອ່າງຮັບນໍ້າ. ອ່າງຮັບນໍ້າມີສາມປະເພດຄື:ອ່າງຮັບນໍ້າແມ່,ອ່າງຮັບນໍ້າສາຂາ ແລະອ່າງຮັບນໍ້າກິ່ງ-ງ່າ. ໜຶ່ງ:ອ່າງຮັບນໍ້າແມ່ແມ່ນອ່າງຮັບນໍ້າແມ່ນໍ້າຂອງຊຶ່ງຢູ່ໃນດິນ ແດນສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ສອງ:ອ່າງຮັບນໍ້າສາຂາແມ່ນອ່າງຮັບນໍ້າຊຶ່ງຢູ່ໃນດິນແດນສາ ທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ເປັນສາຂາແມ່ນໍ້າຂອງຫຼື ສາຂາແມ່ນໍ້າອື່ນໆ. ສາມ:ອ່າງຮັບນໍ້າກິ່ງ-ງ່າແມ່ນອ່າງ,ແຫຼ່ງນໍ້າທີ່ຕົກໃສ່ສາຂາຂອງ ແມ່ນໍ້າຂອງຫຼືສາທາແມ່ນໍ້າອື່ນໆຊຶ່ງຢູ່ໃນດິນແດນສາທາລະນະລັດປະຊາ ທິປະໄຕປະຊາຊົນລາວ. ອົງການຮັບຜິດຊອບກ່ຽວກັບນໍ້າເປັນຜູ້ຈັດປະເພດແລະກໍານົດຂອບ ເຂດຂອງອ່າງຮັບນໍ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າຂອງກົດໝາຍ ສະບັບນີ້. ...ມາດຕາສິບເອັດ:ການຈັດສັນແຫຼ່ງນໍ້າແລະອ່າງຮັບນໍ້າ

ມາດຕາສິບເອັດ:ການຈັດສັນແຫຼ່ງນໍ້າແລະອ່າງຮັບນໍ້າ ໃນການຈັດສັນແຫຼ່ງນໍ້າແລະອ່າງຮັບນໍ້າໃຫ້ອີງຕາມການສໍາ ຫຼວດແລະການເກັບກໍາຂໍ້ມູນຕ່າງໆເພື່ອກໍານົດການແບ່ງປັນ,ຄຸ້ມູຄອງ ແລະນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າໃຫ້ຖືກຕາມເປົ້າໝາຍແລະ ມີປະສິດທິຜົນ. ...ມາດຕາສິບສອງ:ການກໍານົດການແບ່ງປັນນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສິບສອງ:ການກໍານົດການແບ່ງປັນນໍ້າແລະຊັບພະຍາກອນແຫຼ່ງ ນໍ້າ ເພື່ອຮັບປະກັນໃຫ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າທີ່ມີຢູ່ໃນສາທາ ລະນະລັດປະຊາທິປະໄຕປະຊາຊົນລາວຖືກຊົມໃຊ້ຢ່າງທົ່ວເຖິງແລະຖືກ ຕ້ອງຕາມເປົ້າໝາຍລັດຖະບານຈະເປັນຜູ້ກໍານົດການແບ່ງປັນນໍ້າແລະ ຊັບພະຍາກອນແຫຼ່ງນໍ້າ. ..ໝວດທີ3ການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ


...ມາດຕາສິບສາມ:ເປົ້າໝາຍຂອງການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສິບສາມ:ເປົ້າໝາຍຂອງການນໍາໃຊ້ນໍ້າແລະຊັບພະຍາກອນ ແຫຼ່ງນໍ້າ ນໍ້າແລະຊັບພະຍາກອນແຫຼ່ງນໍ້າສາມາດນໍາໃຊ້ເຂົ້າໃນເປົ້າໝາຍ ຕ່າງໆເຊັ່ນ:ການບໍລິໂພກແລະອຸບປະໂພກໃນຄອບຄົວ,ການຊົນລະປະທານ ,ການຫາປາ,ລ້ຽງປາແລະສັດນໍ້າອື່ນໆ,ການຜະລິດກະສິກໍາ-ປ່າໄມ້,ການ ລ້ຽງສັດ,ການຜະລິດພະລັງງານໄຟຟ້າ,ການຜະລິດອຸດສາຫະກໍາ,ການຄົມ ມະນາຄົມຂົນສົ່ງ,ການກິລາ,ການພັກຜ່ອນ,ການແພດ,ວັດທະນະທໍາແລະ ອື່ນໆ. ການນໍາໃຊ້ນໍ້າເຂົ້າໃນການຜະລິດພະລັງງານໄຟຟ້າແລະການຊົນ ລະປະທານນັ້ນຈະມີຂໍ້ກໍານົດສະເພາະ. ນໍ້າແລະຊັບພະຍາກອນແຫຼ່ງນໍ້າໃດໜຶ່ງສາມາດນໍາໃຊ້ເຂົ້າໃນເປົ້າ ໝາຍການນໍາໃຊ້ໃດໜຶ່ງຫຼືຫຼາຍເປົ້າໝາຍກໍ່ໄດ້ແລະແຕ່ກໍລະນີແລະຄວາມ ເໝາະສົມ.ສໍາລັບແຫຼ່ງນໍ້າໃຕ້ດິນຕ້ອງສະຫງວນໄວ້ເປັນແຫຼ່ງນໍ້າດື່ມແລະ ນໍ້າໃຊ້ເປັນຕົ້ນຕໍ,ສ່ວນການນໍາໃຊ້ນໍ້າໃຕ້ດິນເຂົ້າໃນກິດຈະການຂະໜາດ ກາງແລະຂະໜາດໃຫຍ່ນັ້ນຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວ ຂ້ອງ. ...ມາດຕາສິບສີ່:ສິດໃນການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສິບສີ່:ສິດໃນການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງມີສິດນໍາໃຊ້ນໍ້າແລະຊັບພະຍາ ກອນແຫຼ່ງນໍ້າເຂົ້າໃນການໃຊ້ສອຍໃນຄອບຄົວຫຼືໃນການດໍາເນີນທຸລະກິດ. ສິດໃນການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າມີສາມລະດັບ ດັ່ງນີ້:ຂະໜາດນ້ອຍ,ຂະໜາດກາງແລະຂະໜາດໃຫຍ່. ສິດໃນການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າຕ້ອງປະຕິບັດ ໃຫ້ສອດຄ່ອງກັບແຜນການຈັດສັນແຫຼ່ງນໍ້າ. ...ມາດຕາສິບຫ້າ:ການນໍາໃຊ້ນໍ້າຂະໜາດນ້ອຍ.

ມາດຕາສິບຫ້າ:ການນໍາໃຊ້ນໍ້າຂະໜາດນ້ອຍ. ການນໍາໃຊ້ນໍ້າຂະໜາດນ້ອຍແມ່ນການນໍາໃຊ້ນໍ້າແລະຊັບພະຍາ ກອນແຫຼ່ງນໍ້າຊຶ່ງບໍ່ແມ່ນລັກສະນະທຸລະກິດເພື່ອຈຸດປະສົງດັ່ງນີ້: ໜຶ່ງ:ໃຊ້ສອຍໃນຄອບຄົວເພື່ອຜົນປະໂຫຍດສ່ວນລວມຂອງບ້ານຫຼື ເພື່ອຜົນປະໂຫຍດທາງດ້ານວັດທະນະທໍາແລະກິລາ. ສອງ:ຫາປາ,ລ້ຽງປາຫຼືສັດນໍ້າອື່ນໆ. ສາມ:ຂຸດຄົ້ນເອົາດິນ,ຫີນ,ຫີນແຮ່,ຊາຍ,ຕົມແລະພືດອື່ນໆທີ່ມີຢູ່ໃນ ຫຼືຢູ່ອ້ອມແຫຼ່ງນໍ້າ. ສີ່:ນໍາໃຊ້ເຂົ້າໃນການຜະລິດກະສິກໍາ-ປ່າມໄມ້ແລະລ້ຽງສັດຂັ້ນ ພື້ນຖານຂອງຄອບຄົວ. ການນໍາໃຊ້ຂະໜາດນ້ອຍນັ້ນຈະປະຕິບັດໄດ້ກໍ່ຕໍ່ເມື່ອຫາກບໍ່ມີການ ເກືອດຫ້າມຈາກກະຊວງຫຼືອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ...ມາດຕາສິບຫົກ:ການນໍາໃຊ້ຂະໜາດກາງ

ມາດຕາສິບຫົກ:ການນໍາໃຊ້ຂະໜາດກາງ ການນໍາໃຊ້ຂະໜາດກາງແມ່ນການນໍາໃຊ້ນໍ້າແລະຊັບພະຍາ ກອນແຫຼ່ງນໍ້າເພື່ອຈຸດປະສົງດັ່ງນີ້: ໜຶ່ງ:ກໍ່ສ້າງຝາຍຫຼືເຂື່ອນຂະໜາດນ້ອຍ,ສ້າງສິ່ງກີດກັ້ນເພື່ອຢຸດ ຫຼືປ່ຽນທາງໄຫຼຂອງນໍ້າຫຼືສ້າງຝາຍ,ຄັນຄູຕັດຜ່ານສາຍນໍ້າເພື່ອໃຊ້ເປັນ ທາງທຽວຫຼືສ້າງເປັນອ່າງເກັບນໍ້າຂະໜາດນ້ອຍສໍາລັບໃຊ້ຜະລິດພະລັງ ງານໄຟຟ້າຫຼືຊົນລະປະທານ,ລ້ຽງສັດ,ຫາປາແລະອື່ນໆ. ສອງ:ຂຸດຄົ້ນເອົາຫີນ,ຫີນແຮ່,ຊາຍ,ດິນ,ຕົມ,ແຮ່ທາດ,ຕົ້ນໄມ້ຫຼື ອື່ນໆທີ່ຢູ່ໃນຫຼືຢູ່ອ້ອມແຫຼ່ງນໍ້າຊຶ່ງມີຜົນກະທົບເບົາບາງຕໍ່ທໍາມະຊາດແລະ ສິ່ງແວດລ້ອມ. ສາມ:ຕິດຕັ້ງເຄື່ອງຈັກດູດນໍ້າຂະໜາດນ້ອຍເພື່ອດໍາເນີນການຜະ ລິດຫຼືການບໍລິການທີ່ບໍ່ແມ່ນການໃຊ້ສອຍໃນຄອບຄົວ. ສີ່:ນໍາໃຊ້ແຫຼ່ງນໍ້າເພື່ອການທຸລະກິດທ່ອງທ່ຽວ,ທຸລະກິດກິລາແລະ ທຸລະກິດວັດທະນະທໍາ. ...ມາດຕາສິບເຈັດ:ການນໍາໃຊ້ຂະໜາດໃຫຍ່

ມາດຕາສິບເຈັດ:ການນໍາໃຊ້ຂະໜາດໃຫຍ່ ການນໍາໃຊ້ຂະໜາດໃຫຍ່ແມ່ນການນໍາໃຊ້ນໍ້າແລະຊັບພະຍາກອນ ແຫຼ່ງນໍ້າເພື່ອຈຸດປະສົງດັ່ງນີ້: ໜຶ່ງ:ສ້າງອ່າງເກັບນໍ້າຂະໜາດກາງແລະໃຫຍ່ເພື່ອຈຸດປະສົງການ ຊົນລະປະທານ,ບໍລິໂພກ,ອຸປະໂພກ,ຜະລິດພະລັງງານໄຟຟ້າ. ສອງ:ກໍ່ສ້າງອາຄານຫຼືການຕິດຕັ້ງໂຮງຈັກ,ໂຮງງານ,ອຸປະກອນ, ກົນຈັກຂະໜາດໃຫຍ່ຢູ່ໃນເຂດແຫຼ່ງນໍ້າ,ຢູ່ໃກ້ຄຽງຫຼືຢູ່ອ້ອມແຫຼ່ງນໍ້າ. ສາມ:ນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າໃນປະລິມານທີ່ສູງເຂົ້າ ໃນຂະບວນການຜະລິດຂອງໂຮງງານອຸດສາຫະກໍາ. ...ມາດຕາສິບແປດ:ການນໍາໃຊ້ແຕ່ລະປະເພດ

ມາດຕາສິບແປດ:ການນໍາໃຊ້ແຕ່ລະປະເພດ ການນໍາໃຊ້ຂະໜາດນ້ອຍບໍ່ຈໍາເປັນຕ້ອງຂໍອະນຸຍາດ.ສໍາລັບການ ນໍາໃຊ້ຂະໜາດກາງແລະການນໍາໃຊ້ຂະໜາດໃຫຍ່ນັ້ນຕ້ອງໄດ້ຂໍອະນຸຍາດ ,ຂຶ້ນທະບຽນຫຼືເຮັດສັນຍາ.ນອກຈາກນີ້ສໍາລັບການນໍາໃຊ້ຂະໜາດໃຫຍ່ນັ້ນ ຕ້ອງມີບົດວິພາກເສດຖະກິດ-ເຕັກນິກ,ບົດວິພາກຜົນກະທົບຕໍ່ສິ່ງແວດລ້ອມ ,ສັງຄົມແລະການແກ້ໄຂຜົນກະທົບດັ່ງກ່າວຢ່າງຄັກແນ່. ...ມາດຕາສິບເກົ້າ:ການຄຸ້ມຄອງນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສິບເກົ້າ:ການຄຸ້ມຄອງນໍ້າແລະຊັບພະຍາກອນແຫຼ່ງນໍ້າ ການຄຸ້ມຄອງນໍ້າແລະຊັບພະຍາກອນແຫຼ່ງນໍ້າໃຫ້ປະຕິບັດຕາມ ການຄຸ້ມຄອງແບບລວມສູນແລະແບ່ງຂັ້ນຄຸ້ມຄອງຕາມແຕ່ລະຂະໜາດ ແລະສິດໃນການນໍາໃຊ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສີ່ຂອງກົດ ໝາຍສະບັບນີ້. ການນໍາໃຊ້ຂະໜາດໃຫຍ່ແມ່ນລັດຖະບານເປັນຜູ້ອະນຸມັດ. ການນໍາໃຊ້ຂະໜາດກາງແມ່ນອົງການທີ່ກ່ຽວຂ້ອງເປັນຜູ້ອະນຸ ມັດ,ແຕ່ສໍາລັບການນໍາໃຊ້ຂະໜາດກາງທີ່ມີຄວາມສໍາຄັນນັ້ນຕ້ອງໄດ້ ຮັບຄວາມເຫັນດີຈາກລັດຖະບານ. ສ່ວນການຄຸ້ມຄອງແລະຕິດຕາມກວດກາການນໍາໃຊ້ນັ້ນມອບໃຫ້ ຂະແໜງການແລະອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ປະ ຕິບັດ. ..ໝວດທີ4ການພັດທະນາແຫຼ່ງນໍ້າແລະການຄຸ້ມຄອງກິດຈະການພັດທະນາແຫຼ່ງນໍ້າ


...ມາດຕາຊາວ:ກິດຈະການພັດທະນາແຫຼ່ງນໍ້າ

ມາດຕາຊາວ:ກິດຈະການພັດທະນາແຫຼ່ງນໍ້າ ກິດຈະການພັດທະນາແຫຼ່ງນໍ້າແມ່ນກິດຈະການກ່ຽວກັບການກໍ່ ສ້າງ,ຂຸດ,ເຈາະ,ຕິດຕັ້ງ,ປັບປຸງ,ເສີມຂະຫຍາຍແລະສ້ອມແປງອ່າງນໍ້າ ຫຼືອ່າງເກັບນໍ້າ,ສະ,ນໍ້າສ້າງ,ນໍ້າບາດານ,ຮ່ອງ,ຄູຫຼືທໍ່ລະບາຍນໍ້າເພື່ອຂຸດ ຄົ້ນ,ລວມລວມ,ທົດຫຼືເກັບນໍ້າຈາກແຫຼ່ງນໍ້າໜ້າດິນ,ແຫຼ່ງນໍ້າໃຕ້ດິນຫຼືແຫຼ່ງ ນໍ້າໃນອາກາດເພື່ອນໍາໃຊ້ເຂົ້າໃນເປົ້າໝາຍໃດໜຶ່ງຕາມທີ່ໄດ້ກໍານົດໄວ້ ໃນມາດຕາສິບສາມຂອງກົດໝາຍສະບັບນີ້ລວມທັງກິດຈະການກ່ຽວກັບ ການປ້ອງກັນຜົນຮ້າຍຈາກໄພນໍ້າຖ້ວມ,ໄພແຫ້ງແລ້ງແລະໄພເຊາະ ເຈື່ອນ. ...ມາດຕາຊາວເອັດ:ການດໍາເນີນກິດຈະການພັດທະນາແຫຼ່ງນໍ້າ

ມາດຕາຊາວເອັດ:ການດໍາເນີນກິດຈະການພັດທະນາແຫຼ່ງນໍ້າ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງຈະດໍາເນີນກິດຈະການພັດທະ ນາແຫຼ່ງນໍ້າໃດໜຶ່ງໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບອະນຸຍາດຈາກອົງການທີ່ມີສິດ ໜ້າທີ່ກ່ຽວຂອງເທົ່ານັ້ນຍົກເວັ້ນແຕ່ກິດຈະການພັດທະນາແຫຼ່ງນໍ້າຂະ ໜາດນ້ອຍທີ່ບໍ່ແມ່ນເປົ້າໝາຍເກືອດຫ້າມ. ...ມາດຕາຊາວສອງ:ຫຼັກການຄຸ້ມຄອງກິດຈະການພັດທະນາແຫຼ່ງນໍ້າ

ມາດຕາຊາວສອງ:ຫຼັກການຄຸ້ມຄອງກິດຈະການພັດທະນາແຫຼ່ງນໍ້າ ກິດຈະການພັດທະນາແຫຼ່ງນໍ້າຕ້ອງປະຕິບັດຕາມຫຼັການດັ່ງນີ້: ໜຶ່ງ:ຕ້ອງດໍາເນີນໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງ ຄົມແລະສິ່ງແວດລ້ອມ,ແຜນແມ່ບົດ,ແຜນພັດທະນາແຕ່ລະໄລຍະຂອງແຕ່ ລະຂະແໜງການແລະແຜນກໍ່ສ້າງຂອງແຕ່ລະໂຄງການທີ່ໄດ້ຮັບອະນຸມັດ. ສອງ:ຕ້ອງຮັບປະກັນການອະນຸລັກນໍ້າແລະຊັບພະຍາກອນແຫຼ່ງນໍ້າ ,ສິ່ງແວດລ້ອມແລະຄວາມສວຍງາມຂອງທິວທັດທໍາມະຊາດ. ສາມ:ຕ້ອງປ້ອງກັນຜົນຮ້າຍຕ່າງໆຈາກນໍ້າ. ສີ່:ຕ້ອງດໍາເນີນພາຍໃຕ້ການກວດກາຂອງອົງການຮັບຜິດຊອບ ກ່ຽວກັບນໍ້າແລະຊັບພະຍາກອນແຫຼ່ງນໍ້າ. ...ມາດຕາຊາວສາມ:ການຄຸ້ມຄອງກິດຈະການພັດທະນາແຫຼ່ງນໍ້າ

ມາດຕາຊາວສາມ:ການຄຸ້ມຄອງກິດຈະການພັດທະນາແຫຼ່ງນໍ້າ ຂະແໜງການແລະອົງການຮັບຜິດຊອບກ່ຽວກັບນໍ້າແລະຊັບພະ ຍາກອນແຫຼ່ງນ້ໍາມີໜ້າທີ່ອອກລະບຽບການກ່ຽວກັບກິດຈະການພັດທະ ນາແຫຼ່ງນໍ້າ. ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ດໍາເນີນກິດຈະການພັດທະ ນາແຫຼ່ງນໍ້າມີໜ້າທີ່ບົວລະບັດ,ປົກປັກຮັກສາສິ່ງກໍ່ສ້າງຂອງຕົນໃຫ້ຢູ່ໃນ ສະພາບດີແລະຮັບປະກັນຄວາມປອດໄພ. ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ໄດ້ຊົມໃຊ້ຫຼືໄດ້ຮັບຜົນປະ ໂຫຍດຈາກກິດຈະການພັດທະນາແຫຼ່ງນໍ້າມີໜ້າທີ່ປະກອບສ່ວນເຂົ້າໃນ ການໃຫ້ຂໍ້ມູນ,ບົວລະບັດ,ປົກປັກຮັກສາກິດຈະການພັດທະນາແຫຼ່ງນ້ໍານັ້ນ. ...ມາດຕາຊາວສີ່:ທຶນປະກອບສ່ວນໃນການປົກປັກຮັກສາຕົ້ນກໍາເນີດຂອງນໍ້າແລະຊັບພະຍາກອນແຫຼ່ງນໍ້າ.

ມາດຕາຊາວສີ່:ທຶນປະກອບສ່ວນໃນການປົກປັກຮັກສາຕົ້ນກໍາເນີດຂອງ ນໍ້າແລະຊັບພະຍາກອນແຫຼ່ງນໍ້າ. ຜູ້ດໍາເນີນກິດຈະການພັດທະນາແລະນໍາໃຊ້ນໍ້າແລະຊັບພະຍາ ກອນແຫຼ່ງນໍ້າຕ້ອງມີທຶນປະກອບສ່ວນໃນການປົກປັກຮັກສາຕົ້ນກໍາເນີດ ຂອງນໍ້າແລະຊັບພະຍາກອນແຫຼ່ງນໍ້າ. ...ມາດຕາຊາວຫ້າ:ການສົ່ງເສີມການປົກປັກຮັກສາການພັດທະນາຕົ້ນກໍາເນີດຂອງນໍ້າແລະຊັບພະຍາກອນແຫຼ່ງນໍ້າເພື່ອຮັບໃຊ້ກາ

ມາດຕາຊາວຫ້າ:ການສົ່ງເສີມການປົກປັກຮັກສາການພັດທະນາຕົ້ນກໍາ ເນີດຂອງນໍ້າແລະຊັບພະຍາກອນແຫຼ່ງນໍ້າເພື່ອຮັບໃຊ້ການຜະລິດພະລັງ ງານໄຟຟ້າ. ລັດຖະບານສົ່ງເສີມການພັດທະນາແລະການນໍາໃຊ້ຊັບພະຍາ ກອນແຫຼ່ງນໍ້າເຂົ້າໃສ່ການຜະລິດພະລັງງານໄຟຟ້າຂະໜາດໃຫຍ່,ຂະ ໜາດກາງແລະຂະໜາດນ້ອຍຢູ່ແຫຼ່ງນໍ້າບ່ອນທີ່ມີເງື່ອນໄຂສ້າງພະລັງ ງານໄຟຟ້າ.ການນໍາໃຊ້ຊັບພະຍາກອນແຫຼ່ງນໍ້າຕ້ອງຄໍານຶງເຖິງທ່າແຮງ ແລະຜົນກະທົບຂອງມັນ,ບ່ອນທີ່ມີເງື່ອນໄຂຄວນສ້າງເຂື່ອນໄຟຟ້າຫຼາຍ ແຫ່ງຫຼືສ້າງເຂື່ອນໄຟຟ້າທີ່ມີຜົນປະໂຫຍດຫຼາຍດ້ານແບບມີແຜນການໃນ ລໍານໍ້າດຽວກັນ. ໃນການສ້າງເຂື່ອນໄຟຟ້າຕ້ອງຄໍານຶງເຖິງການປົກປັກຮັກສາຕົ້ນ ກໍາເນີດຂອງນໍ້າ,ປ່າໄມ້,ສິ່ງແວດລ້ອມ,ການປ້ອງກັນໄພນໍ້າຖ້ວມ,ການ ສະໜອງນໍ້າ,ການຊົນລະປະທານ,ການຄົມມະນາຄົມທາງນໍ້າ,ການຫາ ປາ,ລ້ຽງປາ,ສັດນໍ້າແລະອື່ນໆ. ...ມາດຕາຊາວຫົກ:ການສົ່ງເສີມໃຫ້ປະຊາຊົນສ້າງອ່າງເກັບນໍ້າ

ມາດຕາຊາວຫົກ:ການສົ່ງເສີມໃຫ້ປະຊາຊົນສ້າງອ່າງເກັບນໍ້າ ລັດສົ່ງເສີມໃຫ້ປະຊາຊົນສ້າງອ່າງເກັບນໍ້າເພື່ອຮັບປະກັນໃຫ້ແກ່ ການຜະລິດກະສິກໍາ-ປ່າໄມ້ແລະລ້ຽງສັດ,ອໍານາດການປົກຄອງທ້ອງຖິ່ນມີ ໜ້າທີ່ປຸກລະດົມແລະມີວິທີການຊຸກຍູ້ຢ່າງເໝາະສົມເຊັ່ນ:ມ່ີນະໂຍບາຍໃຫ້ ສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ອນພາສີອາກອນເປັນຕົ້ນ. ...ມາດຕາຊາວເຈັດ:ການອວ່າຍ,ແຍກຫຼືປ່ຽນທາງໄຫຼຂອງນໍ້າ

ມາດຕາຊາວເຈັດ:ການອວ່າຍ,ແຍກຫຼືປ່ຽນທາງໄຫຼຂອງນໍ້າ ໃນກິດຈະການພັດທະນາແຫຼ່ງນໍ້ານັ້ນສໍາຫຼັບຂະໜາດນ້ອຍ ການ ອວ່າຍ,ແຍກຫຼືປ່ຽນທາງໄຫຼຂອງນໍ້າຕ້ອງໄດ້ຮັບອະນຸຍາດຈາກອໍານາດ ການປົກຄອງຂັ້ນແຂວງຫຼືກໍາແພງນະຄອນ,ຂະໜາດກາງຕ້ອງໄດ້ຮັບອະ ນຸຍາດຈາກລັດຖະບານ,ຂະໜາດໃຫຍ່ຕ້ອງໄດ້ຮັບຄວາມເຫັນດີຂອງສະ ພາແຫ່ງຊາດ. ...ມາດຕາຊາວແປດ:ການໂຍກຍ້າຍປະຊາຊົນ

ມາດຕາຊາວແປດ:ການໂຍກຍ້າຍປະຊາຊົນ ໃນເມື່ອມີຄວາມຈໍາເປັນຕ້ອງໂຍກຍ້າຍປະຊາຊົນອອກຈາກສະ ຖານທີ່ແລະບໍລິເວນໂຄງການພັດທະນາແຫຼ່ງນໍ້ານັ້ນເຈົ້າຂອງໂຄງການ ຕ້ອງໄດ້ໃຫ້ຄວາມຊ່ວຍເຫຼືອໃນການຊອກບ່ອນຢູ່ອາໄສແລະທີ່ທໍາມາຫາ ກິນອັນເໝາະສົມໃຫ້ເຂົາເຈົ້າ.ທຶນທີ່ຈະນໍາໃຊ້ເຂົ້າໃນການໂຍກຍ້າຍ,ໃຫ້ ຄວາມຊ່ວຍເຫຼືອຫຼືໃຊ້ແທນຄ່າເສຍຫາຍແກ່ປະຊາຊົນນັ້ນແມ່ນໃຫ້ຄິດໄລ່ ເຂົ້າໃນມູນຄ່າການລົງທຶນຂອງໂຄງການ. ..ໝວດທີ5ການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ


...ມາດຕາຊາວເກົ້າ:ການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາຊາວເກົ້າ:ການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງມີພັນທະປົກປັກຮັກສານໍ້າແລະ ຊັບພະຍາກອນແຫຼ່ງນໍ້າ,ບໍ່ເຮັດໃຫ້ນໍ້າຕື້ນເຂີນ,ບົກແຫ້ງ,ເປິເປື້ອນຫຼືເນົ່າ ເໝັນແລະບໍ່ໃຫ້ກໍ່ຜົນເສຍກາຍແກ່ນໍ້າ,ຊັບພະຍາກອນແຫຼ່ງນໍ້າ,ຊັບສົມບັດ ສາທາລະນະແລະຊັບສົມບັດຂອງບຸກຄົນອື່ນ.ການນໍາໃຊ້ນໍ້າແລະຊັບພະ ຍາກອນແຫຼ່ງນໍ້າ,ຊັບສົມບັດສາທາລະນະແລະຊັບສົມບັດຂອງບຸກຄົນອື່ນ. ການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າຕ້ອງມີການປະຢັດແລະໃຫ້ມີ ມາດຕະການຫຼຸດຜ່ອນຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມແລະຄວາມສວຍງາມ ຂອງທໍາມະຊາດ.ນອກຈາກນີ້ຍັງມີພັນທະປົກປັກຮັກສາ,ຟື້ນຟູແລະບູລະນະ ຊັບພະຍາກອນປ່າໄມ້ແລະດິນໃນເຂດອ່າງຮັບນໍ້າໃຫ້ຖືກຕ້ອງຕາມແຜນ ຈັດສັນແຫຼ່ງນໍ້າ,ປ່າໄມ້,ທີ່ດິນແລະລະດູການຢ່າງເຂັ້ມງວດໂດຍສະເພາະ ໃນເຂດບໍລິເວນຕົ້ນກໍາເນີດຂອງນໍ້າຫຼືຢູ່ອ້ອມແຫຼ່ງນໍ້າ. ລັດຖະບານຈະເປັນຜູ້ກໍານົດເຂດປົກປັກຮັກສາແລະເຂດສະຫງວນ ເພື່ອອະນຸລັກຊັບພະຍາກອນແຫຼ່ງນໍ້າ. ...ມາດຕາສາມສິບ:ເຂດປ້ອງກັນນໍ້າແລະຊັບພະຍາກອນແຫຼ່ງນໍ້າ

ມາດຕາສາມສິບ:ເຂດປ້ອງກັນນໍ້າແລະຊັບພະຍາກອນແຫຼ່ງນໍ້າ ລັດຖະບານເປັນຜູ້ກໍານົດເຂດປ້ອງກັນນໍ້າແລະຊັບພະຍາກອນ ແຫຼ່ງນໍ້າເພື່ອແນໃສ່ຕອບສະໜອງປະລິມານແລະຄຸນນະພາບຂອງນໍ້າ ໃຫ້ປະຊາຊົນໃນຕົວເມືອງແລະຊົນນະບົດ.ບໍລະເວນເຂດປ້ອງກັນດັ່ງ ກ່າວອາດຈະໝາຍເຂດແດນຫຼືລ້ອມຮົ້ວໄວ້.ໃນບໍລິເວນເຂດປ້ອງກັນບໍ່ ໃຫ້ມີສິ່ງປຸກສ້າງທໍາການຜະລິດກະສິກໍາ,ອຸດສາຫະກໍາ,ລ້ຽງສັດ,ຂຸດຄົ້ນ ຫີນ,ແຮ່ທາດ,ດິນ,ຊາຍ,ຖອກຂີ້ເຫຍື້ອ,ສິ່ງເສດເຫຼືອ,ນໍ້າເປື້ອນ,ຂອງ ເບື່ອ,ວັດຖຸເຄມີ,ຖິ້ມລະເບີດ,ຝັງຊາກສົບຫຼືຊາກສັດແລະອື່ນໆທີ່ກໍ່ຄວາມ ເສຍຫາຍ. ໃນກໍລະນີທີ່ເຫັນວ່າມີຄວາມເສຍຫາຍຢ່າງຮ້າຍແຮງຕໍ່ປະລິມານ ແລະຄຸນນະພາບຂອງນໍ້າຫຼືມີການສ່ຽງຕໍ່ການແຜ່ຂະຫຍາຍເຊື້ອພະຍາດ ຕ່າງໆນັ້ນລັດຖະບານຈະກໍານົດເຂດຫຼືເນື້ອທີ່ປ້ອງກັນເພີ່ມເຕີມຫຼືນໍາໃຊ້ ມາດຕະການປ້ອງກັນອື່ນໆອີກ. ...ມາດຕາສາມສິບເອັດ:ການເກືອດຫ້າມ

ມາດຕາສາມສິບເອັດ:ການເກືອດຫ້າມ ເພື່ອເຮັດໃຫ້ການປົກປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າ ມີປະສິດທິຜົນຫ້າມເດັດຂາດບໍ່ໃຫ້ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງ. ໜຶ່ງ:ດໍາເນີນການນໍາໃຊ້,ຂຸດຄົ້ນຫຼືທໍາລາຍນໍ້າແລະຊັບພະຍາ ກອນແຫຼ່ງນໍ້າທີ່ຢູ່ໃນເຂດສະຫງວນ. ສອງ:ຕັດຕົ້ນໄມ້ທີ່ຢູ່ໃນເຂດປ້ອງກັນຕົ້ນກໍາເນີດຂອງນໍ້າຫຼືຢູ່ອ້ອມ ແຫຼ່ງນ້ໍາ. ສາມ:ຂຸດ,ເຈາະ,ກົ່ນຫຼືປັບແປງໜ້າດິນທີ່ຈະກໍ່ໃຫ້ເກີດມີການ ເຊາະເຈື່ອນໃນເຂດອ່າງຮັບນໍ້າ,ຖິ້ມຫຼືຖອກເທວັດຖຸສິ່ງຂອງລົງໃນແຫຼ່ງ ນໍ້າຊຶ່ງຈະພາໃຫ້ແຫຼ່ງນໍ້າຕື້ນເຂີນບົກແຫ້ງຫຼືເນົ່າເໝັນເປັນພິດ. ຫ້າມການກະທໍາດັ່ງຕໍ່ໄປນີ້ເວັ້ນເສຍແຕ່ໄດ້ຮັບອະນຸຍາດ: ໜຶ່ງ:ກໍ່ສ້າງຫຼືປຸກສ້າງຢູ່ແຄມນໍ້າ,ຮີມນໍ້າແລະໃນນໍ້າ. ສອງ:ຂຸດຄົ້ນ,ດູດຫຼືຈົກເອົາຊາຍ,ຫີນແຮ່,ແຮ່ທາດ,ດິນຫຼືຕົມອອກ ຈາກພື້ນທີ່ແຄມຝັ່ງຫຼືເຂດອ້ອມແຫຼ່ງນໍ້າ. ສາມ:ຂຸດຄອງລະບາຍນໍ້າ,ຖົມ,ດັດແປງຫຼືປ່ຽນເນື້ອທີ່ແມ່ນໍ້າ, ໜອງ,ບຶງ,ທາມທີ່ເປັນຂອງສາທາລະນະລວມທັງການຈັດຕັ້ງແລະບຸກ ຄົນທີ່ຈະກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງສາທາລະນະແລະຜູ້ອື່ນ. ສີ່:ກໍ່ສ້າງສິ່ງກີດຂວາງທາງໄຫຼຂອງນໍ້າຫຼືກີດຂວາງທາງຄົມມະ ນາຄົມທາງນໍ້າ. ຫ້າ:ດັດແປງທາງໄຫຼຂອງນໍ້າຫຼືສ້າງປະຕູປິດ-ເປີດນໍ້າ,ຂຸດຫຼືຈົກ ຮ່ອງລະບາຍນໍ້າຂະໜາດກາງຫຼືຂະໜາດໃຫຍ່. ຄຽງຄູ່ກັບການເກືອດຫ້າມເທິງນີ້ລັດຖະບານຍັງສົ່ງເສີມການປູກ ຕົ້ນໄມ້ແລະຟື້ນຟູປ່າໄມ້ຢູ່ໃນເຂດປ້ອງກັນແຫຼ່ງນໍ້າອີກດ້ວຍ. ...ມາດຕາສາມສິບສອງ:ມາດຕະຖານຄຸນນະພາບນໍ້າ

ມາດຕາສາມສິບສອງ:ມາດຕະຖານຄຸນນະພາບນໍ້າ ອົງການຮັບຜິດຊອບກ່ຽວກັບນໍ້າເປັນຜູ້ກໍານົດມາດຕະຖານຄຸນ ນະພາບນໍ້າດື່ມແລະນໍ້າທີ່ໃຊ້ແລ້ວຊຶ່ງລະບາຍລົງສູ່ແຫຼ່ງນໍ້າຫຼືແຫ່ງອື່ນໆ. ..ໝວດທີ6ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ


...ມາດຕາສາມສິບສາມ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ

ມາດຕາສາມສິບສາມ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບແມ່ນສະພາບຄວາມເປັນ ຈິງທີ່ຕ້ອງໃຫ້ເປັນໄປຕາມທໍາມະຊາດຫຼືຕາມກົດໝາຍກໍານົດ. ...ມາດຕາສາມສິບສີ່:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທໍາມະຊາດ

ມາດຕາສາມສິບສີ່:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທໍາມະ ຊາດ ຜູ້ຄອບຄອງທີ່ດິນຕອນເທິງບໍ່ມີສິດກີດກັ້ນການໄຫຼອັນປົກກະຕິຂອງ ນໍ້າຊຶ່ງຈະສ້າງຄວາມເສຍຫາຍໃຫ້ແກ່ຜູ້ຊົມໃຊ້ນໍ້າຢູ່ໃນທີ່ດິນຕອນລຸ່ມ. ໃນກໍລະນີທີ່ມີການກີດກັນຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ຊົມໃຊ້ນໍ້າ ຢູ່ທີ່ດິນຕອນລຸ່ມນັ້ນຜູ້ຄອບຄອງທີ່ດິນຕອນເທິງຈະຕ້ອງຮັບຜິດຊອບໃຊ້ແທນ ຄ່າເສຍຫາຍຕາມຄວາມເໝາະສົມ. ຜູ້ຄອບຄອງທີ່ດິນຕອນລຸ່ມຈໍາຕ້ອງໄດ້ໃຫ້ນໍ້າທີ່ໄຫຼໂດຍທໍາມະຊາດ ຈາກທີ່ດິນຕອນເທິງລົງສູ່ຫຼືຜ່ານທີ່ດິນຂອງຕົນ. ໃນກໍລະນີທີ່ຜູ້ຄອບຄອງທີ່ດິນຕອນລຸ່ມຫາກໄດ້ກັກຕັນນໍ້າຊຶ່ງໄດ້ກໍາ ຄວາມເສຍຫາຍໃຫ້ແກ່ຜູ້ຄອບຄອງທີ່ດິນຕອນເທິງຜູ້ຄອບຄອງທີ່ດິນຕອນ ລຸ່ມດັ່ງກ່າວນັ້ນກໍຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນນັ້ນ. ...ມາດຕາສາມສິບຫ້າ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດໝາຍ.

ມາດຕາສາມສິບຫ້າ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດ ໝາຍ. ຜູ້ທີ່ໄດ້ປຸກສ້າງຫຼືຜູ້ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການໃດ ໜຶ່ງມີສິດໄດ້ຮັບທາງຜ່ານຂອງນໍ້າທຸກປະເພດລວມທັງນໍ້າເປື້ອນ,ນໍ້າເສຍ ຄຸນຫຼືນໍ້າເປັນພິດໂດຍໃຊ້ທໍ່ຫຼືຂຸດຮ່ອງຜ່ານທີ່ດິນຂອງບຸກຄົນ,ນິຕິບຸກຄົນຫຼື ອົງການຈັດຕັ້ງແຕ່ຕ້ອງມີມາດຕະການຢ່າງເໝາະສົມແລະບໍ່ໃຫ້ກໍ່ຄວາມ ເສຍຫາຍແກ່ຜູ້ຄອບຄອງທີ່ດິນຕອນທີ່ນໍ້າໄຫຼຜ່ານນັ້ນ. ໃນກໍລະນີທີ່ມີການລະເມີດສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ ຕາມກົດໝາຍອັນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນ,ນິຕິບຸກຄົນຫຼືອົງການ ຈັດຕັ້ງແລ້ວຜູ້ລະເມີດແລະຜູ້ທີ່ໄດ້ຮັບຜົນປະໂຫຍດຈາກກໍລະນີດັ່ງກ່າວຕ້ອງ ໃຊ້ແທນຄ່າເສຍຫາຍຕາມຄວາມເໝາະສົມ.ຖ້າວ່າຜູ້ຍອມຮັບຕາມກົດ ໝາຍຫາກຖືກເສຍຫາຍແຕ່ກໍ່ໄດ້ຮັບຜົນປະໂຫຍດນໍາແລ້ວກໍ່ຕ້ອງໃຊ້ແທນ ຄ່າເສຍຫາຍຕາມຄວາມເໝາະສົມເຊັ່ນກັນ. ...ມາດຕາສາມສິບຫົກ:ສິດຂອງຜູ້ຄອບຄອງຫຼືຜູ້ທີ່ຢູ່ໃກ້ຄຽງທີ່ດິນທີ່ເປັນທາງຜ່ານຂອງນໍ້າ

ມາດຕາສາມສິບຫົກ:ສິດຂອງຜູ້ຄອບຄອງຫຼືຜູ້ທີ່ຢູ່ໃກ້ຄຽງທີ່ດິນທີ່ເປັນທາງ ຜ່ານຂອງນໍ້າ ຜູ້ຄອບຄອງທີ່ດິນທີ່ເປັນທາງຜ່ານຫຼືທີ່ດິນໃກ້ຄຽງມີສິດໃຊ້ກິດຈະ ການທີ່ກໍານົດໄວ້ໃນມາດຕາສາມສິບຫ້າຂອງກົດໝາຍສະບັບນີ້ແຕ່ຕ້ອງ ປະກອບສ່ວນໃນການໃຊ້ຈ່າຍຕ່າງໆເຊັ່ນ:ຄ່າກໍ່ສ້າງ,ຄ່ານໍາໃຊ້ແລະຄ່າ ບົວລະບັດຮັກສາຕາມສ່ວນທີ່ຕົນນໍາໃຊ້ກິດຈະການເຫຼົ່ານັ້ນ. ...ມາດຕາສາມສິບເຈັດ:ສິດແລະພັນທະຂອງອົງການຄຸ້ມຄອງການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າ.

ມາດຕາສາມສິບເຈັດ:ສິດແລະພັນທະຂອງອົງການຄຸ້ມຄອງການນໍາໃຊ້ ນໍ້າແລະຊັບພະຍາກອນແຫຼ່ງນໍ້າ. ອົງການຄຸ້ມຄອງການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າມີສິດ ຕິດຕັ້ງ,ປຸກສ້າງສິ່ງທີ່ຈໍາເປັນໃສ່ທີ່ດິນຂອງບຸກຄົນ,ນິຕິບຸກຄົນຫຼືອົງການ ຈັດຕັ້ງເພື່ອແຈກຢາຍ,ກວດການໍ້າຫຼືປັບປຸງຄຸນນະພາບຂອງນໍ້າລວມທັງ ສິດເນັ່ງສາຍໄຟຟ້າ,ທໍານໍ້າຜ່ານທີ່ດິນດັ່ງກ່າວແຕ່ຕ້ອງໄດ້ທົດແທນຄ່າ ເສຍຫາຍທີ່ເກີດຂຶ້ນນັ້ນຢ່າງເໝາະສົມ.

...ມາດຕາສາມສິບແປດ:ການແກ້ໄຂຂໍ້ຂັດແຍ່ງ

ມາດຕາສາມສິບແປດ:ການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງທີ່ເນື່ອງມາຈາກສະພາວະຄວາມເປັນຈິງທີ່ຕ້ອງຍອມ ຮັບແມ່ນອໍານາດການປົກຄອງເປັນຜູ້ແກ້ໄຂດ້ວຍການໄກ່ເກ່ຍ.ຖ້າຫາກ ບໍ່ສາມາດຕົກລົງກັນໄດ້ແມ່ນສານຈະເປັນຜູ້ພິຈາລະນາແກ້ໄຂ. ..ໝວດທີ7ການສະກັດກັ້ນແລະການຕ້ານຜົນຮ້າຍຈາກນໍ້າ


...ມາດຕາສາມສິບເກົ້າ:ຜົນເສຍຫາຍຈາກນໍ້າ

ມາດຕາສາມສິບເກົ້າ:ຜົນເສຍຫາຍຈາກນໍ້າ ຜົນເສຍຫາຍຈາກນໍ້າແມ່ນຄວາມເສຍຫາຍທີ່ເນື່ອງມາຈາກນໍ້າ ຍ້ອນໄພທໍາມະຊາດຫຼືຍ້ອນການກະທໍາຂອງຄົນເຊັ່ນ:ນໍ້າຖ້ວມ,ນໍ້າມາກ ,ນໍ້າຍື່ງ,ການເກີດນໍ້າເຄັມ,ນໍ້າເປື້ອນ,ນໍ້າເສຍຄຸນ,ນໍ້າຂຸ່ນ,ນໍ້າຕື້ນເຂີນ ,ການເຊາະເຈື່ອນແລະອື່ນໆ. ...ມາດຕາສີ່ສິບ:ການຕ້ານໄພນໍ້າຖ້ວມ

ມາດຕາສີ່ສິບ:ການຕ້ານໄພນໍ້າຖ້ວມ ອໍານາດການປົກຄອງທຸກຂັ້ນຕ້ອງເປັນເຈົ້າການໃນການນໍາພາ ແລະນໍາໃຊ້ມາດຕະການຕ່າງໆທີ່ມີປະສິດທິຜົນ,ປະຕິບັດຕາມແຜນການ ລວມແລະຄໍາແນະນໍາກ່ຽວກັບການກັນແລະຕ້ານໄພນໍ້າຖ້ວມ.ໃນກໍລະນີ ທີ່ມີໄພນໍ້າຖ້ວມເກີດຂຶ້ນກະທັນຫັນອໍານາດການປົກຄອງໃນບ່ອນນັ້ນຕ້ອງ ເປັນເຈົ້າການໃນການແກ້ໄຂ. ເພື່ອກັນແລະຕ້ານໄພນໍ້າຖ້ວມອໍານາດການປົກຄອງແຕ່ລະຂັ້ນມີ ສິດລະດົມວັດຖະອຸປະກັນ,ແຮງງານແລະນໍາໃຊ້ງົບປະມານຂອງລັດ,ຂອງ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງເຂົ້າໃນການກັນແລະຕ້ານໄພນໍ້າຖ້ວມ .ເມື່ອວຽກງານສິ້ນສຸດແລ້ວຕ້ອງສົ່ງວັດຖຸອຸປະກອນນັ້ນຄືນໃຫ້ເຈົ້າຂອງ ແລະໃຊ້ແທນຄ່າເສຍຫາຍຂອງວັດຖຸອຸປະກອນດັ່ງກ່າວຕາມຄວາມເໝາະ ສົມ. ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງມີພັນທະໃຫ້ຄວາມຮ່ວມມືແກ່ອໍາ ນາດການປົກຄອງໃນການກັນແລະຕ້ານໄພນໍ້າຖ້ວມ. ...ມາດຕາສີ່ສິບເອັດ:ການກັນແລະຕ້ານໄພເຊາະເຈື່ອນ

ມາດຕາສີ່ສິບເອັດ:ການກັນແລະຕ້ານໄພເຊາະເຈື່ອນ ອົງການຮັບຜິດຊອບກ່ຽວກັບນໍ້າແລະອໍານາດການປົກຄອງທຸກ ຂັ້ນຕອງເພີ່ມທະວີການນໍາພາໃນການກັນແລະຕ້ານໄພເຊາະເຈື່ອນ.ຫ້ອມ ດໍາເນີນກິດຈະການທີ່ຈະພາໃຫ້ເກີດການເຊາະເຈື່ອນເຊັ່ນ:ການກໍ່ສ້າງ, ການຕັດຕົ້ນໄມ້,ການຂຸດຄົ້ນເອົາຫີນ,ຫີນແຮ່,ດິນ,ຊາຍ,ແຮ່ທາດແລະອື່ນ ໆ.ນອກຈາກນັ້ນແລ້ວເພື່ອເຮັດໃຫ້ການສະກັດກັ້ນໄພຈາກການເຊາະເຈື່ອນ ມີປະສິດທິຜົນອົງການດັ່ງກ່າວຕ້ອງມີແຜນການເພື່ອກັນໄພເຊາະເຈື່ອນຢູ່ ບ່ອນທີ່ມີຄວາມຈໍາເປັນເຊັ່ນ:ການປູກຕົ້ນໄມ້ຕາມຕາຝັ່ງແລະດໍາເນີນມາດ ຕະການອື່ນໆ. ...ມາດຕາສີ່ສິບສອງ:ການປ້ອງກັນນໍ້າເປື້ອນແລະນໍ້າເສຍຄຸນ

ມາດຕາສີ່ສິບສອງ:ການປ້ອງກັນນໍ້າເປື້ອນແລະນໍ້າເສຍຄຸນ ນໍ້າເປື້ອນແມ່ນນໍ້າທີ່ບໍ່ສະອາດຫຼືນໍ້າທີ່ໄດ້ຜ່ານການໃຊ້ແລ້ວຊຶ່ງ ສາມາດນໍາມາໃຊ້ໄດ້ອີກພາຍຫຼັງທີ່ໄດ້ຜ່ານການບໍາບັດແລ້ວ. ນໍ້າເສຍຄຸນແມ່ນນໍ້າທີ່ຜ່ານການໃຊ້ແລ້ວທີ່ມີສິ່ງສົກກະປົກ,ສານ ເຄມີເຈືອປົນຢູ່ຊຶ່ງພາໃຫ້ເສຍຄຸນລັກສະນະຂອງນ້ໍາທີ່ເປັນອັນຕະລາຍຕໍ່ ສິ່ງແວດລ້ອມ. ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງຕ້ອງເຄົາລົບລະບຽບການ ກ່ຽວກັບການປ້ອງກັນນໍ້າເສຍຄຸນ. ຫ້າມທຸການກະທໍາທີ່ຈະກໍ່ຄວາມເສຍຫາຍໃຫ້ແກ່ນໍ້າຫຼືຊັບພະຍາ ກອນແຫຼ່ງນໍ້າ,ສິ່ງແວດລ້ອມ,ສັດແລະຊີວິດການເປັນຢູ່ຂອງປະຊາຊົນ ,ຫ້າມຖິ້ມຫຼືປ່ອຍສິ່ງເສດເຫຼືອທຸກປະເພດລົງໃນແຫຼ່ງນໍ້າຊຶ່ງຈະກໍ່ໃຫ້ເກີດ ນໍ້າເປື້ອນຫຼືນໍ້າເສຍຄຸນເກີນລະດັບມາດຕະຖານຄວາມເປິເປື້ອນແລະຄຸນ ນະພາບຂອງນໍ້າທີ່ໄດ້ອະນຸມັດ. ກ່ອນຈະຖິ້ມ,ປ່ອຍນໍ້າເປື້ອນ,ນໍ້າເສຍຄຸນຫຼືສິ່ງເສດເຫຼືອທີ່ເກີນລະ ດັບມາດຕະຖານລົງສູ້ແຫຼ່ງນໍ້າຕ້ອງໄດ້ມີການບໍາບັດເສຍກ່ອນເຊັ່ນ:ນໍ້າ ຈາກໂຮງຈັກ,ໂຮງງານ,ໂຮງຂ້າສັດ,ໂຮງພະຍາບານແລະອື່ນໆ. ຖ້າບຸກຄົນໃດຫາພົບເຫັນການກະທໍາທີ່ກ່າວເທິງນີ້ຕ້ອງລາຍງານ ໃຫ້ອໍານາດການປົກຄອງບ້ານຫຼືອົງການທີ່ມີໜ້າທີ່ຮັບຜິດຊອບກ່ຽວຂ້ອງ ຊາບເພື່ອມີວິທີແກ້ໄຂຢ່າງກະທັນຫັນ. ...ມາດຕາສີ່ສິບສາມ:ການຕິດຕາມແລະກວດກາ

ມາດຕາສີ່ສິບສາມ:ການຕິດຕາມແລະກວດກາ ອົງການຮັບຜິດຊອບກ່ຽວກັບນໍ້າແລະອົງການທີ່ກ່ຽວຂ້ອງອື່ນໆ ມີໜ້າທີ່ຕິດຕາມ,ກວດກາຢ່າງເປັນປະຈໍາກ່ຽວກັບການເຄົາລົບແລະປະ ຕິບັດບັນດາມາດຕະການດັ່ງນີ້: ໜຶ່ງ:ມາດຕະຖານ,ປະລິມານແລະຄຸນນະພາບຂອງນໍ້າຕາມທີ່ລະ ບຽບກົດໝາຍໄດ້ກໍານົດໄວ້. ສອງ:ການນໍາໃຊ້ນໍ້າແລະຊັບພະຍາກອນແຫຼ່ງນໍ້າໃຫ້ຖືກຕ້ອງ ຕາມປະເພດແລະລະບອບການນໍາໃຊ້. ສາມ:ການປະຕິບັດໂຄງການກໍ່ສ້າງກ່ຽວກັບການພັດທະນາແຫຼ່ງ ນໍ້າໃຫ້ຖືກຕ້ອງຕາມແຜນການພັດທະນາເສດຖະກິດ-ສັງຄົມ,ສິ່ງແວດລ້ອມ, ແຜນຈັດສັນແຫຼ່ງນໍ້າ,ແຜນແມ່ບົດແລະແຜນກໍ່ສ້າງກ່ຽວກັບການພັດທະ ນາແຫຼ່ງນໍ້າ. ນອກຈາກການປະຕິບັດລະບຽບກົດໝາຍອື່ນໆກ່ຽວກັບນໍ້າແລະຊັບ ພະຍາກອນແຫຼ່ງນໍ້າແລ້ວຍັງຕ້ອງໄດ້ຈັດຕັ້ງກອງທຶນເພື່ອປົກປັກຮັກສາ ແລະພັດທະນານໍ້າແລະຊັບພະຍາກອນແຫຼ່ງນໍ້າອີກຕື່ມ. ..ໝວດທີ8ການຮ່ວມມືສາກົນກ່ຽວກັບການນໍາໃຊ້,ຄຸ້ມຄອງ,ປົກປັກຮັກສາ,ພັດທະນານໍ້າແ�


...ມາດຕາສີ່ສິບສີ່:ການພັດທະນາ,ການຄຸ້ມຄອງນໍ້າແລະຊັບພະຍາກອນແຫຼ່ງນໍ້າລະຫວ່າງປະເທດ.

ມາດຕາສີ່ສິບສີ່:ການພັດທະນາ,ການຄຸ້ມຄອງນໍ້າແລະຊັບພະຍາກອນ ແຫຼ່ງນໍ້າລະຫວ່າງປະເທດ. ການຂຸດຄົ້ນ,ນໍາໃຊ້,ຄອບຄອງ,ປົກປັກຮັກສາ,ພັດທະນານໍ້າແລະ ຊັບພະຍາກອນແຫຼ່ງນໍ້າລະຫວ່າງປະເທດ,ຕ້ອງດໍາເນີນໃຫ້ສອດຄ່ອງກັບ ກົດໝາຍລະຫວ່າງຊາດແລະສົນທິສັນຍາທີ່ໄດ້ເຊັນນໍາກັນເຊັ່ນ:ການນໍາ ໃຊ້,ການອະນຸລັກແຫຼ່ງນໍ້າແລະຊັບພະຍາກອນແຫຼ່ງນໍ້າຮ່ວມລະຫວ່າງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວກັບປະເທດໃກ້ຄຽງຕ້ອງ ດໍາເນີນບົນພື້ນຖານຄວາມຍຸດຕິທໍາ,ສົມເຫດສົມຜົນ,ຄວາມສະເໝີພາບ ,ການເຄົາລົບເອກະລາດ,ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງ ກັນແລະກັນ. ...ມາດຕາສີ່ສິບຫ້າ:ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບນໍ້າແລະຊັບພະຍາກອນແຫຼ່ງນໍ້າລະຫວ່າງປະເທດ.

ມາດຕາສີ່ສິບຫ້າ:ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບນໍ້າແລະຊັບພະຍາກອນ ແຫຼ່ງນໍ້າລະຫວ່າງປະເທດ. ຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສາທາລະນະລັດປະຊາທິປະໄຕປະ ຊາຊົນລາວກັບປະເທດໃກ້ຄຽງກ່ຽວກັບການຂຸດຄົ້ນ,ນໍາໃຊ້,ຄຸ້ມຄອງ,ປົກ ປັກຮັກສານໍ້າແລະຊັບພະຍາກອນແຫຼ່ງນໍ້າແລະການປ້ອງກັນຜົນເສຍຫາຍ ຈາກນໍ້າຕ້ອງແກ້ໄຂໂດຍລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວກັບລັດຖະບານຂອງປະເທດທີ່ກ່ຽວຂ້ອງບົນພື້ນຖານມິດຕະ ພາບ,ສະເໝີພາບໂດຍຜ່ານທາງການທູດແລະຕາມທີ່ໄດ້ບົ່ງໄວ້ໃນສັນຍາ ລະຫວ່າງຊາດທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ເຂົ້າ ຮ່ວມແລະຮັບຮູ້. ..ໝວດທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບຫົກ:ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບຫົກ:ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປົກ ປັກຮັກສາ,ພັດທະນາ,ຂຸດຄົ້ນ,ນໍາໃຊ້,ອະນຸລັກແຫຼ່ງນໍ້າ,ຊັບພະຍາກອນ ແຫຼ່ງນໍ້າແລະສິ່ງແວດລ້ອມຢ່າງມີປະສິດທິຜົນແລະສອດຄ່ອງກັບແຜນ ການພັດທະນາເສດຖະກິດ-ສັງຄົມ,ແຜນຈັດສັດແຫຼ່ງນໍ້າ,ແຜນອະນຸລັກ ແລະປົກປັກຮັກສາສິ່ງແວດລ້ອມລວມທັງການສ້າງອ່າງເກັບນໍ້າແລະ ການປູກຕົ້ນໄມ້ຢູ່ໃນເຂດປ້ອງກັນແຫຼ່ງນໍ້າຈະໄດ້ຮັບການຍ້ອງຍໍແລະນະ ໂຍບາຍອື່ນໆຊຶ່ງລັດຖະບານເປັນຜຸ້ກໍານົດ. ...ມາດຕາສີ່ສິບເຈັດ:ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບເຈັດ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບ ນີ້ຈະຖືກສຶກສາອົບຮົມ,ປັບໃໝຫຼືລົງໂທດຕາມລະບຽບກົດໝາຍຂອງສາ ທາລະນະລັດປະຊາທິປະໄຕປະຊາຊົນລາວແລ້ວແຕ່ກໍລະນີ້ໃນສະຖານ ໜັກຫຼືເບົາ. ໃນກໍລະນີທີ່ມີການໃຊ້ແທນທາງແພ່ງຫຼືມີການລົງໂທດທາງອາ ຍາສິ່ງກໍ່ສ້າງຫຼືກິດຈະການທີ່ບໍ່ຖືກຕ້ອງນັ້ນຈະຖືກຮື້ຖອນຫຼືທໍາລາຍຖິ້ມ. ..ໝວດທີ10ບົດບັນຍັດສຸດທ້າຍ


...ມາດຕາສີ່ສິບແປດ:ການຈັດຕັ້ງປະຕິບັດ

ມາດຕາສີ່ສິບແປດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວມີ ໜ້າທີ່ອອກຂໍ້ກໍານົດລະອຽດເພື່ອຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສີ່ສິບເກົ້າ:ຜົນສັກສິດ

ມາດຕາສີ່ສິບເກົ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດຫຼັງຈາກເກົ້າສິບວັນນັບແຕ່ມື້ປະທານ ປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ອອກລັດຖະ ດໍາລັດປະກາດໃຊ້ເປັນຕົ້ນໄປ.ຂໍ້ກໍານົດແລະລຽບການຕ່າງໆທີ່ຂັດກັບກົດ ໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ວຽງຈັນວັນທີສິບເອັດເດືອນຕຸລາປີພັນເກົ້າຮ້ອຍເກົ້າສິບຫົກ ປະທານສະພາແຫ່ງຊາດ ສະໝານ ວິຍະເກດ