ກົດໝາຍວ່າດ້ວຍນໍ້າປະປາ 09-07-2009

From Wikisource
Jump to navigation Jump to search

.ນໍ້າປະປາ 09-07-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍນໍ້າປະປາກໍານົດຫຼັກການ,ລະບຽບການແລະ ມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການສົ່ງເສີມ,ການ ຄຸ້ມຄອງແລະການກວດກາກິດຈະການ,ທຸລະກິດນໍ້າປະປາເພື່ອຊຸກຍູ້ ການຜະລິດ,ການສະໜອງນໍ້າປະປາແກ່ຜູ້ຊົມໃຊ້ທັງຢູ່ໃນຕົວເມືອງແລະ ຊົນນະບົດໃຫ້ນັບມື້ນັບກວ້າງຂວາງ,ທົ່ວເຖິງແລະພຽງພໍແນໃສ່ຮັບປະ ກັນຄວາມປອດໄພດ້ານສຸຂະພາບແລະຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າໃຫ້ສູງຂຶ້ນ,ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ. ...ມາດຕາ 2 ນໍ້າປະປາ

ມາດຕາ 2 ນໍ້າປະປາ ນໍ້າປະປາແມ່ນນໍ້າທີ່ໄດ້ມາຈາກແຫຼ່ງນໍ້າໜ້າດິນ,ໃຕ້ດິນ,ນໍ້າ ອອກບໍ່ແລະແຫຼ່ງນໍ້າອື່ນມາຜະລິດເປັນນໍ້າທີ່ສະອາດ,ປອດໄພແລະໄດ້ ມາດຕະຖານຕາມກໍາມະວິທີແລະຂະບວນການຕ່າງໆທາງດ້ານເຕັກ ນິກໂດຍປາສະຈາກສານພິດ,ເຊື້ອພະຍາດແລະສານເຄມີເຈືອປົນເກີນ ປະລິມານທີ່ອະນຸຍາດໃຫ້ເພື່ອສະໜອງໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ເຂົ້າໃນ ເປົ້າໝາຍຕ່າງໆ. ...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ການບໍລິການນໍ້າປະປາໝາຍເຖິງການສົ່ງແລະແຈກຢາຍ ນໍ້າປະປາໃຫ້ແກ່ຜູ້ຊົມໃຊ້ຢ່າງທົ່ວເຖິງແລະເປັນປົກກະຕິໃນພື້ນທີ່ບໍລິ ການໃນລາຄາທີ່ສົມເຫດສົມຜົນແລະທຸກຄົນສາມາດຈ່າຍໄດ້; 2. ລະບົບໂຄງລ່າງນໍ້າປະປາໝາຍເຖິງອາຄານ,ສິ່ງກໍ່ສ້າງ, ໂຮງງານຜະລິດນໍ້າປະປາ,ອ່າງເກັບນໍ້າ,ລະບົບທໍ່ສົ່ງແລະທໍ່ແຈກພ້ອມ ດ້ວຍສິ່ງອໍານວຍຄວາມສະດວກທີ່ໄດ້ກໍ່ສ້າງ,ຕິດຕັ້ງ,ນໍາໃຊ້ໂດຍຜູ້ບໍລິ ການນໍ້າປະປາເພື່ອຈຸດປະສົງສະໜອງໃຫ້ແກ່ຜູ້ໃຊ້ບໍລິການແລະເຈົ້າ ໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ; 3. ແຫຼ່ງນໍ້າໜ້າດິນໝາຍເຖິງແມ່ນໍ້າລໍາເຊ,ຫ້ວຍ,ໜອງ,ບຶງ ແລະອື່ນໆ; 4. ກໍາມະວິທີໝາຍເຖິງວິທີການ,ຂະບວນການແລະຂັ້ນຕອນ ການຜະລິດນໍ້າປະປາ; 5. ນໍ້າທີ່ມີຄຸນນະພາບໝາຍເຖິງນໍ້າທີ່ໄດ້ມາດຕະຖານທາງດ້ານ ຄວາມສະອາດແລະປອດໄພສໍາລັບການບໍລິໂພກຕາມລະບຽບການທີ່ກະ ຊວງສາທາລະນະສຸກວາງອອກ; 6. ສຸຂາພິບານໝາຍເຖິງການດໍາເນີນການເກັບມ້ຽນ,ການ ເຄື່ອນຍ້າຍ,ການກໍາຈັດ,ການບໍາບັດນໍ້າເປື້ອນຈາກຄົວເຮືອນ,ນໍ້າເສດ ເຫຼືອຈາການນໍາໃຊ້ຕ່າງໆລວມທັງການສ້າງວິດຖ່າຍ,ກໍາຈັດສິ່ງເສດ ເຫຼືອຂອງຄົນເພື່ອບໍ່ໃຫ້ໄຫຼໄປສູ່ແຫຼ່ງນໍ້າແລະລະບົບນໍ້າປະປາແນໃສ່ຮັກ ສາສຸຂະພາບຂອງຄົນ; 7. ຜູ້ສໍາປະທານທຸລະກິດນໍ້າປະປາໝາຍເຖິງນິຕິບຸກຄົນທີ່ໄດ້ຮັບ ອະນຸຍາດຫຼືໄດ້ຮັບການມອບສິດໃຫ້ກໍ່ສ້າງລະບົບໂຄງລ່າງແລະດໍາເນີນ ທຸລະກິດນໍ້າປະປາຕາມສັນຍາສໍາປະທານ; 8. ຜູ້ບໍລິການນໍ້າປະປາໝາຍເຖິງຜູ້ສໍາປະທານຫຼືຜູ້ທີ່ໄດ້ຮັບອະນຸ ຍາດໃຫ້ດໍາເນີນທຸລະກິດນໍ້າປະປະາ; 9. ຜູ້ໃຊ້ບໍລິການນໍ້າປະປາໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ຊົມ ໃຊ້ນໍ້າປະປາແລະຈ່າຍຄ່ານໍ້າປະປາຕາມຂໍ້ຜູກພັນທີ່ໄດ້ເຊັນກັບຜູ້ບໍລິ ການນໍ້າປະປາ; 10. ພື້ນທີ່ບໍລິການ ໝາຍເຖິງ ພື້ນທີ່ດ້ານພູມສາດຊຶ່ງກໍານົດ ຂອບເຂດການບໍລິການແກ່ຜູ້ຊົມໃຊ້ໃນຕົວເມືອງແລະຊົນນະບົດຫຼືກຸ່ມ ບ້ານເພື່ອຮັບປະກັນການບໍລິການນໍ້າປະປາໃຫ້ພຽງພໍແລະເປັນປົກກະ ຕິ; 11. ຕາຂ່າຍນໍ້າປະປາໝາຍເຖິງລະບົບການສົ່ງນໍ້າປະປາຈາກ ບ່ອນຜະລິດເຖິງສະຖານທີ່ບໍລິໂພກຊຶ່ງປະກອບດ້ວຍທໍ່ສົ່ງ,ທໍ່ແຈກ,ປະຕູ ນໍ້າ,ສະຖານີສູບສົ່ງນໍ້າແລະທໍ່ເຂົ້າສະຖານທີ່ຂອງຜູ້ຊົມໃຊ້ນໍ້າປະປາ; 12. ສິ່ງອໍານວຍຄວາມສະດວກໃນວຽກງານນໍ້າປະປາໝາຍ ເຖິງສິ່ງທີ່ຊ່ວຍໃນການບໍລິການ,ການຄຸ້ມຄອງ,ການດໍາເນີນງານ,ການ ບູລະນະຮັກສາແລະການສ້ອມແປງລະບົບນໍ້າປະປາເຊັ່ນ:ເດີ່ນ,ເສັ້ນທາງ ,ໂຮງຊ່າງສ້ອມແປງ,ສະຖານີໝໍ້ແປງໄຟ,ຂຸມປະຕູນໍ້າ,ໝໍ້ແທກນໍ້າ,ອ່າງ ເກັບນໍ້າ,ສະຖານີສູບສົ່ງນໍ້າ,ຫ້ອງການ,ຫ້ອງວິໄຈນໍ້າ,ສາງເຄື່ອງແລະ ອື່ນໆ; 13. ອຸປະກອນນໍ້າປະປາໝາຍເຖິງໝໍ້ແທກນໍ້າ,ເຄື່ອງວັດແທກ ແລະຄວບຄຸມແຮງດັນ,ເຄື່ອງກວດການໍ້າຮົ່ວໄຫຼ,ທໍ່,ຈັກສູບສົ່ງ,ເຄື່ອງ ປະກອບ,ອຸປະກອນເສີມແລະອື່ນໆ; 14. ການດັດສົມໝາຍເຖິງການດັດປັບຂອງລັດທາງດ້ານເຕັກ ນິກແລະເສດຖະກິດເພື່ອຮັບປະກັນໃຫ້ຜູ້ດໍາເນີນທຸລະກິດນໍ້າປະປາສາ ມາດເຄື່ອນໄຫວທຸລະກິດຢ່າງມີປະສິດທິຜົນແລະຜູ້ໃຊ້ບໍລິການສາມາດ ຊົມໃຊ້ນໍ້າປະປາຢ່າງມີຄຸນນະພາບໃນລາຄາທີ່ສົມເຫດສົມຜົນແລະທຸກ ຄົນສາມາດຈ່າຍໄດ້; 15. ນະໂຍບາຍລາຄານໍ້າປະປາຂອງລັດຖະບານໝາຍເຖິງ ການວາງຂອບລາຄານໍ້າປະປາທີ່ສົມເຫດສົມຜົນເພື່ອໃຫ້ຜູ້ບໍລິການນໍ້າ ປະປາສາມາດດໍາເນີນທຸລະກິດຢ່າງມີປະສິດທິຜົນ,ຍືນຍົງແລະໃຫ້ທຸກຄົນ ສາມາດໄດ້ຊົມໃຊ້ນໍ້າປະປາທີ່ຮັບປະກັນທາງດ້ານປະລິມານ,ຄຸນນະພາບ ແລະສາມາດຈ່າຍຄ່ານໍ້າປະປາໄດ້. ...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານນໍ້າປະປາ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານນໍ້າປະປາ ລັດສົ່ງເສີມໃຫ້ພາກສ່ວນເສດຖະກິດຂອງລັດກໍ່ຄືພາກສ່ວນເສດ ຖະກິດອື່ນທັງພາຍໃນແລະຕ່າງປະເທດລວມທັງການຈັດຕັ້ງຊຸມຊົນລົງ ທຶນເຂົ້າໃນການກໍ່ສ້າງລະບົບໂຄງລ່າງນໍ້າປະປາ,ການຂະຫຍາຍຕາ ຂ່າຍນໍ້າປະປາ,ການພັດທະນາບຸກຄະລາກອນ,ການບູລະນະຮັກສາ,ການ ດໍາເນີນທຸລະກິດນໍ້າປະປາໃນຕົວເມືອງແລະຊົນນະບົດເປັນຕົ້ນຢູ່ເຂດ ຫ່າງໄກດ້ວຍການປະຕິບັດນະໂຍບາຍສິນເຊື່ອ,ພາສີ,ອາກອນ,ການສະ ໜອງຂໍ້ມູນ,ຂ່າວສານແລະເຕັກໂນໂລຊີ. ລັດຮັບຮູ້ກໍາມະສິດຂອງຜູ້ລົງທຶນກໍ່ສ້າງລະບົບໂຄງລ່າງນໍ້າປະປາ ຕາມແຜນພັດທະນາເສດຖະກິດ-ສັງຄົມຕາມເຂດແຄວ້ນຕ່າງໆໃນທົ່ວ ປະເທດພ້ອມກັນນັ້ນລັດຊຸກຍູ້,ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມຢ່າງຕັ້ງ ໜ້າເຂົ້າໃນການວາງແຜນ,ການກໍ່ສ້າງ,ການນໍາໃຊ້ແລະການບູລະນະ ຮັກສາລະບົບໂຄງລ່າງນໍ້າປະປາເພື່ອຮັບປະກັນການສະໜອງນໍ້າໃຫ້ປະ ຊາຊົນຢ່າງທົ່ວເຖິງ,ພຽງພໍແລະປົກກະຕິໃນພື້ນທີ່ບໍລິການ. ລັດສົ່ງເສີມໃຫ້ມີການຄຸ້ມຄອງທີ່ດີແລະມີການນໍາໃຊ້ເຕັັັກໂນໂລ ຊີທີ່ທັນສະໄໝເຂົ້າໃນການຜະລິດນໍ້າປະປາເພື່ອເພີ່ມປະລິມານ,ຍົກສູງ ຄຸນນະພາບແລະສາມາດສົ່ງອອກໄດ້. ...ມາດຕາ 5 ຫຼັກການກ່ຽວກັບວຽກງານນໍ້າປະປາ

ມາດຕາ 5 ຫຼັກການກ່ຽວກັບວຽກງານນໍ້າປະປາ ການດໍາເນີນວຽກງານນໍ້າປະປາຕ້ອງປະຕິບັດຕາມຫຼັກການຕົ້ນ ຕໍດັ່ງນີ້: 1. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະຜັງເມືອງ,ຕັບປະກັນເປົ້າໝາຍແລະປະສິດທິຜົນທາງດ້ານເສດຖະ ກິດ-ສັງຄົມແລະການປົກປັກຮັກສາສິ່ງແວດລ້ອມ; 2. ຮັບປະກັນການສະໜອງນໍ້າປະປາແກ່ຜູ້ຊົມໃຊ້ຢ່າງທົ່ວເຖິງ, ພຽງພໍແລະປົກກະຕິໃນພື້ນທີ່ບໍລິການ; 3. ຮັບປະກັນກໍານົດໝາຍເສດຖະກິດ-ເຕັກນິກກ່ຽວກັບນໍ້າປະ ປາ,ມາດຕະຖານທາງດ້ານການບໍລິການ,ຄວາມສະອາດແລະຄວາມ ປອດໄພແກ່ຜູ້ໃຊ້ບໍລິການ,ຮັບປະກັນຄວາມກົມກຽວລະຫວ່າງສິດ,ພັນ ທະແລະຜົນປະໂຫຍດຂອງຜູ້ບໍລິການແລະຜູ້ໃຊ້ບໍລິການ; 4. ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດນໍ້າປະປາ ໂດຍນໍາໃຊ້ທຸກແຫຼ່ງນໍ້າແລະຊັບພະຍາກອນອື່ນກ່ຽວກັບການຜະລິດນໍ້າ ປະປາຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງເພື່ອສະໜອງໃຫ້ຜູ້ໃຊ້ບໍລິການສາ ມາດບໍລິໂພກຫຼືນໍາໃຊ້ເຂົ້າໃນຈຸດປະສົງອື່ນໂດຍມີການປະຢັດແລະສົມ ເຫດສົມຜົນ; 5. ປະສານສົມທົບກັນລະຫວ່າງບັນດາຂະແໜງການແລະທ້ອງ ຖິ່ນທີ່ກ່ຽວຂ້ອງໃນການນໍາໃຊ້ແຫຼ່ງນໍ້າຮ່ວມກັນຢ່າງມີປະສິດທິຜົນໂດຍ ໃຫ້ບູລິມະສິດແກ່ການຜະລິດນໍ້າປະປາ. ...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດທີ່ກ່ຽວຂ້ອງກັບການຜະລິດ,ການບໍລິການແລະການ ຊົມໃຊ້ນໍ້າປະປາທັງຢູ່ຕົວເມືອງແລະຊົນນະບົດ. ກົດໝາຍສະບັບນີ້ບໍ່ກວມເອົານໍ້າລິນ,ນໍ້າລ້າງ,ນໍ້າບາດານແລະ ນໍ້າຝົນທີ່ບໍ່ໄດ້ຜ່ານກໍາມະວິທີແລະຂະບວນການຜະລິດທາງດ້ານເຕັກນິກ ແບບຄົບຊຸດ. ...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດເປີດກວ້າງການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານນໍ້າປະປາແລະສຸຂາພິບານດ້ວຍການແລກປ່ຽນ ບົດຮຽນ,ຂໍ້ມູນ,ຂ່າວສານ,ວິທະຍາສາດ,ເຕັກໂນໂລຊີ,ກໍ່ສ້າງ,ບໍາລຸງ,ຍົກ ລະດັບພະນັກງານ,ຍາດແຍ່ງການຊ່ວຍເຫຼືອ,ການຮ່ວມມືດ້ານການລົງ ທຶນແລະເຂົ້າຮ່ວມໃນການປະຕິບັດສັນຍາ,ສົນທິສັນຍາສາກົນທີ່ສປປລາວ ເປັນພາຄີ. ..ພາກທີ 2 ການດໍາເນີນກິດຈະການນໍ້າປະປາ


...ໝວດທີ 1 ກິດຈະການນໍ້າປະປາ


....ມາດຕາ 8 ບັນດາເກິດຈະການນໍ້າປະປາ

ມາດຕາ 8 ບັນດາເກິດຈະການນໍ້າປະປາ ບັນດາກິດຈະການນໍ້າປະປາປະກອບດ້ວຍການວາງແຜນພັດທະ ນາ,ການສຶກສາຄວາມເປັນໄປໄດ້,ການສໍາຫຼວດ-ອອກແບບ,ການກໍ່ ສ້າງແລະການຕິດຕັ້ງລະບົບໂຄງລ່າງນໍ້າປະປາແລະສຸຂາພິບານ,ການ ດໍາເນີນງານ,ການບູລະນະຮັກສາແລະການສ້າງລະບົບຂໍ້ມູນ,ຂ່າວສານ ນໍ້າປະປາແຫ່ງຊາດ. ....ມາດຕາ 9 ການວາງແຜນພັດທະນາວຽກງານນໍ້າປະປາ

ມາດຕາ 9 ການວາງແຜນພັດທະນາວຽກງານນໍ້າປະປາ ການວາງແຜນພັດທະນາວຽກງານນໍ້າປະປາແມ່ນການສຶກສາ ຄົ້ນຄວ້າໂດຍນໍາໃຊ້ຂໍ້ມູນທາງດ້ານເຕັກນິກວິຊາການ,ເສດຖະກິດ-ສັງ ຄົມແລະສິ່ງແວດລ້ອມເພື່ອກໍານົດແຜນແມ່ບົດ,ແຜນຍຸດທະສາດແລະ ແຜນການລົງທຶນເຂົ້າໃສ່ການກໍ່ສ້າງ,ປັບປຸງ,ຂະຫຍາຍແລະບໍລິການນໍ້າ ປະປາຢູ່ບັນດາຕົວເມືອງ,ເຂດຊົນນະບົດແລະເຂດຈຸດສຸມພັດທະນາ. ແຜນພັດທະນາວຽກງານນໍ້າປະປາຕ້ອງກົມກຽວກັບແຜນພັດທະ ນາເສດຖະກິດ-ສັງຄົມຂອງຂະແໜງການອື່ນແລະອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງ. ....ມາດຕາ 10 ການສຶກສາຄວາມເປັນໄປໄດ້ຂອງໂຄງການນໍ້າປະປາ

ມາດຕາ 10 ການສຶກສາຄວາມເປັນໄປໄດ້ຂອງໂຄງການນໍ້າປະປາ ການສຶກສາຄວາມເປັນໄປໄດ້ຂອງໂຄງການນໍ້າປະປາແມ່ນ ການເກັບກໍາຂໍ້ມູນ,ການວິເຄາະທາງດ້ານເສດຖະກິດ-ສັງຄົມແລະສິ່ງ ແວດລ້ອມແລ້ວສ້າງບົດລາຍງານໃຫ້ຂະແໜງການທີ່ກ່ຽວຂ້ອງໂດຍ ສະແດງໃຫ້ເຫັນທາງເລືອກທາງດ້ານເຕັກນິກ,ປະສິດທິຜົນຂອງການ ລົງທຶນ,ລາຄານໍ້າປະປາທີ່ເໝາະສົມແລະຄວາມຍືນຍົງຂອງໂຄງການ ລວມທັງວິທີການແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະ ຊາດ. ທຸກໂຄງການນໍ້າປະປາຕ້ອງມີການສຶກສາຄວາມເປັນໄປໄດ້ໂດຍ ໃຫ້ຂະແໜງການ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລະປະຊາຊົນ ມີສ່ວນຮ່ວມ. ....ມາດຕາ 11 ການສໍາຫຼວດ-ອອກແບບລະບົບໂຄງລ່າງນໍ້າປະປາ

ມາດຕາ 11 ການສໍາຫຼວດ-ອອກແບບລະບົບໂຄງລ່າງນໍ້າປະປາ ການສໍາຫຼວດ-ອອກແບບລັດບົບໂຄງລ່າງນໍ້າປະປາແມ່ນການ ເກັບກໍາຂໍ້ມູນແລະສະພາບແວດລ້ອມຮອບດ້ານຂອງໂຄງການ,ວິເຄາະ ,ກໍານົດແນວຄິດການອອກແບບ,ການອອກແບບເບື້ອງຕົ້ນ,ການອອກ ແບບລະອຽດໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກແລະວັດຖຸປະສົງ ຂອງໂຄງການພ້ອມທັງການປະເມີນມູນຄ່າແລະການກໍານົດເວລາໃນ ການກໍ່ສ້າງ. ທຸກລະບົບໂຄງລ່າງນໍ້າປະປາທີ່ຈະສ້າງໃໝ່ຫຼືພັດທະນາຕ້ອງມີ ການສໍາຫຼວດ-ອອກແບບຢ່າງຄົບຖ້ວນ. ....ມາດຕາ 12 ການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາແລະສຸຂາພິບານ

ມາດຕາ 12 ການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາແລະສຸ ຂາພິບານ ການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາແມ່ນການກໍ່ ສ້າງບັນດາໂຄງລ່າງນໍ້າປະປາລວມມີການກໍ່ສ້າງໂຄງງານ,ການຕິດ ຕັ້ງເຄື່ອງຈັກແລະອຸປະກອນສໍາລັບການຜະລິດແລະການວິໄຈຄຸນນະ ພາບນໍ້າ,ການກໍ່ສ້າງອ່າງເກັບນໍ້າ,ການວາງລະບົບທໍ່ສົ່ງແລະທໍ່ແຈກ ເຂົ້າໄປຍັງທີ່ພັກອາໄສ,ອາຄານສະຖານທີ່ຕ່າງໆຂອງຜູ້ໃຊ້ບໍລິການ, ການຕິດຕັ້ງໝໍ້ແທກນໍ້າລວມທັງການຕໍ່ທໍ່,ການຕິດຕັ້ງເຄື່ອງປະກອບແລະ ອຸປະກອນຢູ່ພາຍໃນທີ່ພັກອາໄສຫຼືອາຄານສະຖານທີ່ໃນພື້ນທີ່ບໍລິການທັງ ຢູ່ໃນຕົວເມືອງແລະຊົນນະບົດ. ການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່ວງສຸຂາພິບານແມ່ນການກໍ່ ສ້າງບົນດາໂຄງລ່າງ,ການຕິດຕັ້ງເຄື່ອງຈັກແລະອຸປະກອນຕ່າງໆສໍາ ລັບການເກັບມ້ຽນ,ເຄືື່ອນຍ້າຍ,ກໍາຈັດແລະບໍາບັດນໍ້າເປື້ອນຈາກຄົວ ເຮືອນ,ນໍ້າເສດເຫຼືອຈາກການນໍາໃຊ້ຕ່າງໆລວມທັງການສ້າງວິດຖ່າຍ, ກໍາຈັດສິ່ງເສດເຫຼືອຂອງຄົນ. ....ມາດຕາ 13 ການດໍາເນີນງານ

ມາດຕາ 13 ການດໍາເນີນງານ ການດໍາເນີນງານແມ່ນການຜະລິດ,ການບໍລິການ,ການບູລະນະ ຮັກສາຢ່າງເປັນປົກກະຕິ,ການປັບປຸງແລະການຂະຫຍາຍລະບົບໂຄງ ລ່າງນໍ້າປະປາໃນພື້ນທີ່ບໍລິການຂອງຜູ້ສໍາປະທານ,ຜູ້ບໍລິການເພື່ອຮັບປະ ກັນປະສິດທິຜົນທາງດ້ານເສດຖະກິດ-ເຕັກນິກແລະການບໍລິການ. ....ມາດຕາ 14 ການສ້າງລະບົບຂໍ້ມູນ,ຂ່າວສານນໍ້າປະປາແຫ່ງຊາດ

ມາດຕາ 14 ການສ້າງລະບົບຂໍ້ມູນ,ຂ່າວສານນໍ້າປະປາແຫ່ງຊາດ ການສ້າງລະບົບຂໍ້ມູນ,ຂ່າວສານນໍ້າປະປາແຫ່ງຊາດແມ່ນການ ສ້າງຖານຂໍ້ມູນດ້ວຍການເກັບກໍາ,ເຕົ້າໂຮມ,ວິໄຈ,ສັງລວມຂໍ້ມູນ,ຂ່າວ ສານດ້ານເຕັກນິກ,ເສດຖະກິດ,ການເງິນ-ການບັນຊີເພື່ອສະໜອງໃຫ້ ແກ່ການພັດທະນາ,ການຕິດຕາມກວດກາ,ປະເມີນຜົນການຈັດຕັ້ງປະຕິ ບັດນະໂຍບາຍ,ແຜນຍຸດທະສາດແລະການດໍາເນີນງານກ່ຽວກັບວຽກ ງານນໍ້າປະປາ. ...ໝວດທີ 2 ມາດຕະຖານລະບົບໂຄງລ່າງນໍ້າປະປາ


....ມາດຕາ 15 ມາດຕະຖານການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາ

ມາດຕາ 15 ມາດຕະຖານການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງ ນໍ້າປະປາ ການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາຕ້ອງໃຫ້ໄດ້ ຕາມມາດຕະຖານເຕັກນິກດ້ານວິສະວະກໍາກໍ່ສ້າງຊຶ່ງກະຊວງໂຍທາທິ ການແລະຂົນສົ່ງວາງອອກໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວ ກັບສິ່ງແລດລ້ອມ. ທຸກການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາຕ້ອງໄດ້ ຮັບການກວດກາແລະຢັ້ງຢືນດ້ານຄຸນນະພາບຈາກວິສະວະກອນທີ່ປຶກ ສາໂດຍມີການຮັບຮອງຈາກຂະແໜງການໂຍທາທິການແລະຂົນສົ່ງ. ....ມາດຕາ 16 ມາດຕະຖານອຸປະກອນນໍ້າປະປາ

ມາດຕາ 16 ມາດຕະຖານອຸປະກອນນໍ້າປະປາ ອຸປະກອນນໍ້າປະປາທີ່ນໍາໃຊ້ເຂົ້າໃນການກໍ່ສ້າງແລະຕິດຕັ້ງລະ ບົບໂຄງລ່າງນໍ້າປະປາຕ້ອງຮັບປະກັນຄຸນນະພາບ,ຄວາມປອດໄພດ້ານ ສຸຂະພາບ,ຄວາມທົນທານແລະໃຫ້ແທດເໝາະກັບສະພາບຕົວຈິງ. ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ກໍານົດມາດຕະຖານອຸ ປະກອນນໍ້າປະປາ,ຂະແໜງການອື່ນທີ່ກ່ຽວຂ້ອງເປັນຜູ້ກວດກາຄຸນນະ ພາບອຸປະກອນນໍ້າປະປາທີ່ຜະລິດຢູ່ພາຍໃນປະເທດແລະນໍາເຂົ້າຈາກ ຕ່າງປະເທດເພື່ອການກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາ. ....ມາດຕາ 17 ມາດຕະຖານຄຸນນະພາບນໍ້າປະປາ

ມາດຕາ 17 ມາດຕະຖານຄຸນນະພາບນໍ້າປະປາ ນໍ້າປະປາຕ້ອງຮັບປະກັນຄວາມສະອາດແລະຄວາມປອດໄພດ້ານ ສຸຂະພາບຕາມມາດຕະຖານຄຸນນະພາບນໍ້າປະປາຕາມລະບຽບການທີ່ ກະຊວງສາທາລະນະສຸກວາງອອກ. ...ໝວດທີ 3 ການປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດລ້ອມ


....ມາດຕາ 18 ແຫຼ່ງນໍ້າສໍາລັບການຜະລິດນໍ້າປະປາ

ມາດຕາ 18 ແຫຼ່ງນໍ້າສໍາລັບການຜະລິດນໍ້າປະປາ ແຫຼ່ງນໍ້າສໍາລັບການຜະລິດນໍ້າປະປາແມ່ນແຫຼ່ງນໍ້າໜ້າດິນ,ໃຕ້ ດິນ,ນໍ້າອອກບໍ່ແລະແຫຼ່ງນໍ້າອື່ນທີ່ໄດ້ຜ່ານການສໍາຫຼວດ,ການເກັບກໍາຂໍ້ ມູນຂອງຂະແໜງການທີ່ກ່ຽວຂ້ອງຊຶ່ງເປັນພື້ນຖານຫຼືບ່ອນອີງໃຫ້ແກ່ ການລົງທຶນກໍ່ສ້າງ,ການດໍາເນີນງານແລະການບູລະນະຮັກສາລະບົບ ໂຄງລ່າງນໍ້າປະປາໃຫ້ມີປະສິດທິຜົນແລະຍືນຍົງ. ບຸກຄົນຫຼືການຈັດຕັ້ງຈະມີສິດຄອບຄອງແລະນໍາໃຊ້ແຫຼ່ງນໍ້າເພື່ອ ຜະລິດນໍ້າປະປາໄດ້ກໍ່ຕໍ່ເມື່ອໄດ້ຮັບການອະນຸຍາດຈາກຂະແໜງການທີ່ ກ່ຽວຂ້ອງດ້ວຍການເຫັນດີຂອງຂະແໜງການຊັບພະຍາກອນນໍ້າແລະ ສິ່ງແວດລ້ອມຂັ້ນດຽວກັນ. ....ມາດຕາ 19 ການປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດລ້ອມ

ມາດຕາ 19 ການປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດລ້ອມ ໃນການດໍາເນີນທຸລະກິດນໍ້າປະປານັ້ນຜູ້ສໍາປະທານ,ຜູ້ບໍລິການ ຕ້ອງນໍາໃຊ້ແຫຼ່ງນໍ້າຢ່າງສົມເຫດສົມຜົນແລະມີມາດຕະການຫຼີກເວັ້ນຫຼື ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດຢູ່ໃນຂອບເຂດ ບໍລິເວນທີ່ຕົນໄດ້ຮັບສໍາປະທານຫຼືດໍາເນີນທຸລະກິດ. ຜູ້ປະກອບການ,ບຸກຄົນແລະການຈັດຕັ້ງອື່ນຕ້ອງປະກອບສ່ວນປົກ ປັກຮັກສາສິ່ງແວດລ້ອມ,ບໍ່ໃຫ້ນໍ້າເປິເປື້ອນ,ເໜົ່າເໝັນແລະກໍ່ຜົນເສຍ ຫາຍໃຫ້ແກ່ແຫຼ່ງນໍ້າ. ...ໝວດທີ 4 ການບູລະນະຮັກສາລະບົບໂຄງລ່າງນໍ້າປະປາ


....ມາດຕາ 20 ການບູລະນະຮັກສາລະບົບໂຄງລ່າງນໍ້າປະປາ

ມາດຕາ 20 ການບູລະນະຮັກສາລະບົບໂຄງລ່າງນໍ້າປະປາ ຜູ້ສໍາປະທານ,ຜູ້ບໍລິການຕ້ອງບຸລະນະຮັກສາລະບົບໂຄງລ່າງນໍ້າ ປະປາລວມທັງສິ່ງອໍານວຍຄວາມສະດວກຕ່າງໆຕາມລະບຽບການຂອງ ກະຊວງໂຍທາທິການແລະຂົນສົ່ງແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອ ບໍ່ໃຫ້ເຊື່ອມໂຊມ,ເປ່ເພແລະແຕກຫັກແນໃສ່ຮັບປະກັນໃຫ້ການດໍາເນີນ ງານເປັນປົກກະຕິແລະສາມາດຕອບສະໜອງນໍ້າປະປາທີ່ມີຄຸນນະພາບ ໄດ້ຢ່າງພຽງພໍ. ....ມາດຕາ 21 ການພັດທະນາລະບົບໂຄງລ່າງນໍ້າປະປາ

ມາດຕາ 21 ການພັດທະນາລະບົບໂຄງລ່າງນໍ້າປະປາ ຜູ້ສໍາປະທານ,ຜູ້ບໍລິການຕ້ອງເອົາໃຈໃສ່ປັບປຸງ,ພັດທະນາລະບົບ ໂຄງລ່າງນໍ້າປະປາດ້ວຍການນໍາໃຊ້ວິທະຍາສາດແລະເຕັກໂນໂລຊີທີ່ທັນ ສະໄໝເພື່ອໃຫ້ວຽກງານນໍ້າປະປາມີປະສິດທິຜົນ,ສາມາດຂະຍາຍຕາ ຂ່າຍນໍ້າປະປາໃຫ້ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ຢ່າງກວ້າງຂວາງ ແລະຮັບປະກັນຄວາມຍືນຍົງຂອງລະບົບໂຄງລ່າງນໍ້າປະປາ. ....ມາດຕາ 22 ກອງທຶນພັດທະນາລະບົບໂຄງລ່າງນໍ້າປະປາ

ມາດຕາ 22 ກອງທຶນພັດທະນາລະບົບໂຄງລ່າງນໍ້າປະປາ ເພື່ອຮັບປະກັນໃຫ້ວຽກງານບູລະນະຮັກສາ,ປັບປຸງແລະພັດທະນາ ລະບົບໂຄງລ່າງນໍ້າປະປາເປັນຕົ້ນຢູ່ໃນເຂດຈຸດສຸມພັດທະນາແລະຊົນນະ ບົດດໍາເນີນໄປຢ່າງມີປະສິດທິຜົນແລະຍືນຍົງນັ້ນລັດອະນຸຍາດໃຫ້ສ້າງຕັ້ງ ກອງທຶນພັດທະນາລະບົບໂຄງລ່າງນໍ້າປະປາ. ແຫຼ່ງກອງທຶນພັດທະນາລະບົບໂຄງລ່າງນໍ້າປະປາໄດ້ມາຈາກງົບ ປະມານຂອງລັດ,ການຊ່ວຍເຫຼືອ,ການປະກອບສ່ວນຂອງບຸກຄົນ,ການຈັດ ຕັ້ງພາຍໃນແລະຕ່າງປະເທດລວມທັງຜູ້ບໍລິການ. ການຄຸ້ມຄອງແລະການນໍາໃຊ້ກອງທຶນດັ່ງກ່າວໃຫ້ປະຕິບັດຕາມ ລະບຽບກົດໝາຍກ່ຽວກັບງົບປະມານແຫ່ງລັດແລະລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ. ..ພາກທີ 3 ການດໍາເນີນທຸລະກິດນໍ້າປະປາ


...ໝວດທີ 1 ທຸລະກິດນໍ້າປະປາ


....ມາດຕາ 23 ປະເພດການລົງທຶນ

ມາດຕາ 23 ປະເພດການລົງທຶນ ການລົງທຶນດໍາເນີນທຸລະກິດນໍ້າປະປາມີສາມປະເພດດັ່ງນີ້: 1. ການລົງທຶນຂອງລັດ; 2. ການລົງທຶນແບບປະສົມລະຫວ່າງລັດກັບເອກະຊົນພາຍໃນ, ຕ່າງປະເທດ; 3. ການລົງທຶນຂອງເອກະຊົນພາຍໃນ,ຕ່າງປະເທດ. ....ມາດຕາ 24 ການສ້າງຕັ້ງວິສາຫະກິດ

ມາດຕາ 24 ການສ້າງຕັ້ງວິສາຫະກິດ ບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຈຸດປະສົງ ສ້າງຕັ້ງວິສາຫະກິດນໍ້າປະປາຕ້ອງຂໍອະນຸຍາດດໍາເນີນທຸລະກິດຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດນໍ້າປະປາ ຕ້ອງມີເງື່ອນໄຂດັ່ງນີ້: 1. ມີປະສົບການຫຼືມີນັກວິຊາການກ່ຽວກັບການດໍາເນີນທຸລະກິດ; 2. ມີນັກວິຊາການທີ່ມີຄວາມສາມາດທາງດ້ານເຕັກນິກນໍ້າປະ ປາແລະນັກວິຊາການອື່ນທີ່ກ່ຽວຂ້ອງໃນຈໍານວນທີ່ເໝາະສົມກັບຂະໜາດ ຂອງກິດຈະການເຊັ່ນ:ນັກວິໄຈນໍ້າ,ນັກວິຊາການໄຟຟ້າ,ນັກວິຊາການຄຸ້ມ ຄອງ,ນັກວິຊາການບັນຊີແລະອື່ນໆ; 3. ມີທຶນ,ພາຫະນະ,ກົນຈັກແລະອຸປະກອນພຽງພໍແລະເໝາະສົມ ເພື່ອກໍ່ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາແລະໃຫ້ການບໍລິການ ໃນພື້ນທີ່ບໍລິການຂອງຕົນ; 4. ມີພື້ນທີ່ບໍລິການທີ່ໄດ້ຮັບການເຫັນດີແລະຮັບຮອງເອົາຢ່າງ ເປັນທາງການຈາກອົງການຄຸ້ມຄອງວຽກງານນໍ້າປະປາ; 5. ມີແຫຼ່ງນໍ້າທີ່ໄດ້ຮັບການເຫັນດີຈາກອົງການຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ. ....ມາດຕາ 25 ການລົງທຶນໃສ່ທຸລະກິດນໍ້າປະປາ

ມາດຕາ 25 ການລົງທຶນໃສ່ທຸລະກິດນໍ້າປະປາ ການລົງທຶນໃສ່ທຸລະກິດນໍ້າປະປາແມ່ນການລົງທຶນກໍ່ສ້າງ,ບູລະ ນະຮັກສາ,ປັບປຸງແລະພັດທະນາລະບົບໂຄງລ່າງນໍ້າປະປາເພື່ອສະໜອງ ນໍ້າປະປາໃຫ້ແກ່ປະຊາຊົນທັງຢູ່ໃນຕົວເມືອງ,ເຂດຈຸດສຸມພັດທະນາແລະ ຊົນນະບົດໄດ້ຊົມໃຊ້ຢ່າງກວ້າງຂວາງ. ການລົງທຶນສາມາດດໍາເນີນດ້ວຍ: - ການກໍ່ສ້າງ,ດໍາເນີນງານແລະມອບໂອນ; - ການກໍ່ສ້າງ,ດໍາເນີນງານ,ເປັນເຈົ້າຂອງແລະມອບໂອນ; - ການກໍ່ສ້າງ,ເປັນເຈົ້າຂອງແລະດໍາເນີນງານ; - ຮູບແບບອື່ນ. ....ມາດຕາ 26 ການເຫັນດີດ້ານເຕັກນິກກ່ຽວກັບການກໍ່ສ້າງລະບົບໂຄງລ່າງນໍ້າປະປາ

ມາດຕາ 26 ການເຫັນດີດ້ານເຕັກນິກກ່ຽວກັບການກໍ່ສ້າງລະບົບໂຄງ ລ່າງນໍ້າປະປາ ການເຫັນດີດ້ານເຕັກນິກກ່ຽວກັບການກໍ່ສ້າງລະບົບໂຄງລ່າງນໍ້າ ປະປາຢູ່ ສປປລາວ ແບ່ງອອກເປັນສອງລະດັບດັ່ງນີ້: 1. ໂຄງລ່າງນໍ້າປະປາທີ່ໃຫ້ການບໍລິການແຕ່ 20.000 ຄົນລົງ ມາຕ້ອງໄດ້ຮັບການເຫັນດີດ້ານເຕັກນິກຈາກພະແນກໂຍທາທິການແລະ ຂົນສົ່ງແຂວງ,ນະຄອນ; 2. ໂຄງລ່າງນໍ້າປະປາທີ່ໃຫ້ການບໍລິການເກີນກວ່າ 20,000 ຄົນຕ້ອງໄດ້ຮັບການເຫັນດີດ້ານເຕັກນິກຈາກກະຊວງໂຍທະທິການແລະ ຂົນສົ່ງ. ....ມາດຕາ 27 ການສໍາປະທານ

ມາດຕາ 27 ການສໍາປະທານ ນິຕິບຸກຄົນທີ່ມີຈຸດປະສົງຂໍສໍາປະທານທຸລະກິດນໍ້າປະປາຕ້ອງຍື່ນ ຄໍາຮ້ອງຕໍ່ຂະແໜງການແຜນການແລະການລົງທຶນຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ....ມາດຕາ 28 ເງື່ອນໄຂຂອງຜູ້ຂໍສໍາປະທານ

ມາດຕາ 28 ເງື່ອນໄຂຂອງຜູ້ຂໍສໍາປະທານ ຜູ້ຂໍສໍາປະທານທຸລະກິດນໍ້າປະປາຕ້ອງມີເງື່ອນໄຂດັ່ງນີ້: 1. ມີປະຫວັດການດໍາເນີນທຸລະກິດທີ່ດີແລະໜ້າເຊື່ອຖືໄດ້; 2. ມີຄວາມສາມາດທາງດ້ານການເງິນແລະດ້ານເຕັກນິກ. ....ມາດຕາ 29 ສິດຂອງຜູ້ສໍາປະທານ

ມາດຕາ 29 ສິດຂອງຜູ້ສໍາປະທານ ຜູ້ສໍາປະທານທຸລະກິດນໍ້າປະປາມີສິດຕົ້ນຕໍດັ່ງນີ້: 1. ນໍາໃຊ້ເນື້ອທີ່ດິນໃນການກໍ່ສ້າງລະບົບໂຄງລ່າງນໍ້າປະປາ; 2. ດໍາເນີນທຸລະກິດນໍ້າປະປາຕາມຂອບເຂດທີ່ຕົນໄດ້ຮັບສໍາປະ ທານ; 3. ເປັນເຈົ້າກໍາມະສິດຂອງລະບົບໂຄງລ່າງນໍ້າປະປາທີ່ຕົນໄດ້ ກໍ່ສ້າງຂຶ້ນຕາມກໍານົດເວລາສໍາປະທານ; 4. ໄດ້ຮັບຜົນປະໂຫຍດຈາກການສໍາປະທານ; 5. ໄດ້ຮັບການປົກປ້ອງຕາມກົດໝາຍເປັນຕົ້ນໄດ້ຮັບການທົດ ແທນຄວາມເສຍຫາຍເນື່ອງຈາກການຮື້ຖອນໂດຍໂຄງການກໍ່ສ້າງກິດ ຈະການອື່ນທີ່ບໍ່ກ່ຽວຂ້ອງກັບລະບົບໂຄງລ່າງນໍ້າປະປາ; 6. ໄດ້ຮັບການແນະນໍາທາງດ້ານວິຊາການ,ເຕັກໂນໂລຊີແລະ ອື່ນໆກ່ຽວກັບວຽກງານນໍ້າປະປາ; 7. ສະເໜີຂໍຕໍ່ອາຍຸສໍາປະທານ; 8. ໃຫ້ເຊົ່າ,ໂອນທຸລະກິິດນໍ້າປະປາໃນຂອບເຂດອາຍຸສໍາປະທານ ທີ່ຍັງເຫຼືອໃຫ້ແກ່ຜູ້ອື່ນຕາມລະບຽບກົດໝາຍ. ....ມາດຕາ 30 ພັນທະຂອງຜູ້ສໍາປະທານ

ມາດຕາ 30 ພັນທະຂອງຜູ້ສໍາປະທານ ຜູ້ສໍາປະທານທຸລະກິດນໍ້າປະປາມີພັນທະຕົ້ນຕໍດັ່ງນີ້: 1. ດໍາເນີນທຸລະກິດນໍ້າປະປາໃຫ້ຖືກຕ້ອງຕາມສັນຍາສໍາປະທານ ,ບົດວິພາກເສດຖະກິດ-ເຕັກນິກແລະບົດປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມສັງຄົມແລະທໍາມະຊາດ; 2. ມີທຶນຈົດທະບຽນຊຶ່ງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນ; 3. ເສຍພາສີອາກອນ,ພັນທະອື່ນໃຫ້ລັດແລະຊໍາລະໜີ້ສິນຂອງຕົນ ໃຫ້ຄົບຖ້ວນແລະທັນເວລາ; 4. ປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດລ້ອມ,ໃຊ້ແທນຄ່າເສຍ ຫາຍໃນກໍລະນີທີ່ໄດ້ກໍ່ຄວາມເສຍຫາຍແກ່ຊີວິດ,ສຸຂະພາບຫຼືຊັບສິນຂອງ ປະຊາຊົນ; 5. ຝຶກອົບຮົມ,ກໍ່ສ້າງດ້ານວິຊາການແລະຮັບປະກັນດ້ານສະຫວັດ ດີການຕໍ່ພະນັກງານ,ນັກວິຊາການແລະຜູ້ອອກແຮງງານ; 6. ບູລະນະຮັກສາ,ສ້ອມແປງເຄື່ອງຈັກແລະອຸປະກອນນໍ້າປະປາ ລວມທັງໂຄງລ່າງນໍ້າປະປາໃຫ້ຢູ່ໃນສະພາບດີຕາມກໍານົດເວລາແລະ ຕາມຫຼັກການເຕັກນິກ; 7. ສ້ອມແປງພາຫະນະ,ເຄື່ອງຈັກໃຫ້ຢູ່ໃນສະພາບທີ່ໃຊ້ງານໄດ້ ກ່ອນການໂອນທຸລະກິດນໍ້າປະປາໃຫ້ລັດ; 8. ມອບໂຄງການພ້ອມດ້ວຍບົດວິພາກເສດຖະກິດ-ເຕັກນິກແລະ ເອກະສານອື່ນຂອງໂຄງການໃຫ້ແກ່ລັດໂດຍບໍ່ມີການທົດແທນເມື່ອໝົດ ອາຍຸສໍາປະທານຫຼືໃນກໍລະນີທີ່ຜູ້ສໍາປະທານຫາກບໍ່ສືບຕໍ່ດໍາເນີນທຸລະກິດ ນໍ້າປະປາ; 9. ປະສານສົມທົບແລະຮ່ວມມືປະກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນທີ່ໂຄງການຕັ້ງຢູ່. ....ມາດຕາ 31 ກໍານົດເວລາສໍາປະທານ

ມາດຕາ 31 ກໍານົດເວລາສໍາປະທານ ກໍານົດເວລາສໍາປະທານສູງສຸດບໍ່ໃຫ້ເກີນສາມສິບປີນັບແຕ່ວັນໄດ້ ຮັບອະນຸຍາດສໍາປະທານເປັນຕົ້ນໄປ.ພາຍຫຼັງກໍານົດເວລາສໍາປະທານສິ້ນ ສຸດແລ້ວຜູ້ສໍາປະທານຕ້ອງໂອນທຸລະກິດຂອງຕົນທັງໝົດໃຫ້ລັດໃນສະພາບ ທີ່ໃຊ້ງານໄດ້ແລະບໍ່ມີການທົດແທນມູນຄ່າຄືນແຕ່ຢ່າງໃດເວັ້ນເສຍແຕ່ໃນ ກໍລະນີການລົງທຶນຕາມຮູບແບບກໍ່ສ້າງ,ເປັນເຈົ້າຂອງແລະດໍາເນີນງານ. ການສໍາປະທານສາມາດຕໍ່ອາຍຸໄດ້ແຕ່ບໍ່ໃຫ້ເກີນສິບປີຕາມການ ຕົກລົງຂອງອົງການທີ່ມີສິດກ່ຽວຂ້ອງແຕ່ການຂໍຕໍ່ອາຍຸນັ້ນຕ້ອງສະເໜີຫ້າ ປີກ່ອນອາຍຸສໍາປະທານຈະສິ້ນສຸດລົງ. ....ມາດຕາ 32 ການສິ້ນສຸດການສໍາປະທານ

ມາດຕາ 32 ການສິ້ນສຸດການສໍາປະທານ ການສໍາປະທານຈະສິ້ນສຸດລົງໃນກໍລະນີດັ່ງນີ້: 1. ໝົດອາຍຸສໍາປະທານ; 2. ຢຸດເຊົາການສໍາປະທານກ່ອນກໍານົດເວລາຕາມການສະເໜີ ຂອງຜູ້ສໍາປະທານແລະການເຫັນດີຂອງລັດ; 3. ຖືກຖອນສິດສໍາປະທານຍ້ອນມີການລະເມີດລະບຽບກົດໝາຍ ຢ່າງຮ້າຍແຮງ,ບໍ່ປະຕິບັດພັນທະຕາມສັນຍາຫຼືຕາມລະບຽບກົດໝາຍ; 4. ບໍ່ສາມາດສ້ອມແປງຫຼືຟື້ນຟູໂຄງການສໍາປະທານທີ່ໄດ້ຮັບ ຄວາມເສຍຫາຍ; 5. ມີການຍົກເລີກສັນຍາສໍາປະທານ. ກ່ອນການສິ້ນສຸດການສໍາປະທານຕ້ອງມີການສະຫຼຸບ,ປະເມີນຜົນ ຂອງການປະຕິບັດໂຄງການສໍາປະທານ. ...ໝວດທີ 2 ການສົ່ງເສີມການລົງທຶນ


....ມາດຕາ 33 ນະໂຍບາຍດ້ານອາກອນກໍາໄລ

ມາດຕາ 33 ນະໂຍບາຍດ້ານອາກອນກໍາໄລ ການລົງທຶນໃສ່ທຸລະກິດນໍ້າປະປາໃຫ້ຈັດເຂົ້າໃນກິດຈະການສົ່ງ ເສີມລະດັບ 1 ແລະໄດ້ຮັບນະໂຍບາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ....ມາດຕາ 34 ນະໂຍບາຍດ້ານພາສີ,ອາກອນອື່ນ

ມາດຕາ 34 ນະໂຍບາຍດ້ານພາສີ,ອາກອນອື່ນ ຜູ້ລົງທຶນນອກຈາກໄດ້ຮັບນະໂຍບາຍດ້ານອາກອນກໍາໄລແລ້ວ ຍັງຈະໄດ້ຮັບນະໂຍບາຍດ້ານພາສີ,ອາກອນອື່ນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 52 ຂອງກົດມາຍວ່າດ້ວຍການສົ່ງເສີມການລົງທຶນ. ....ມາດຕາ 35 ນະໂຍບາຍການເຂົ້າເຖິງແຫຼ່ງທຶນ

ມາດຕາ 35 ນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຜູ້ລົງທຶນພາຍໃນແລະຕ່າງປະເທດທີ່ດໍາເນີນທຸລະກິດນໍ້າປະປາ ສາມາດເຂົ້າເຖິງແຫຼ່ງທຶນດ້ວຍການກູ້ຢືມເງິນນໍາທະນາຄານທຸລະກິດ ແລະສະຖາບັນການເງິນອື່ນຢູ່ ສປປລາວແລະຕ່າງປະເທດຕາມລະບຽບ ກົດໝາຍ. ....ມາດຕາ 36 ນະໂຍບາຍສົ່ງເສີມສະເພາະ

ມາດຕາ 36 ນະໂຍບາຍສົ່ງເສີມສະເພາະ ການລົງທຶນໃສທຸລະກິດນໍ້າປະປາຈະໄດ້ຮັບນະໂຍບາຍຍົກເວັ້ນ ການເກັບຄ່າເຊົ່າຫຼືສໍາປະທານທີ່ດິນຂອງລັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 54 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ...ໝວດທີ 3 ການດັດສົມທຸລະກິດແລະການກໍານົດລາຄານໍ້າປະປາ


....ມາດຕາ 37 ຈຸດປະສົງຂອງການດັດສົມທຸລະກິດນໍ້າປະປາ

ມາດຕາ 37 ຈຸດປະສົງຂອງການດັດສົມທຸລະກິດນໍ້າປະປາ ການດັດສົມທຸລະກິດນໍ້າປະປາມີຈຸດປະສົງສ້າງສະພາບແວດລ້ອມ ທີ່ຊຸກຍູ້ສົ່ງເສີມແລະເອື້ອອໍານວຍໃຫ້ແກ່ຜູ້ດໍາເນີນທຸລະກິດນໍ້າປະປາສາ ມາດເຄື່ອນໄຫວທຸລະກິດຢ່າງມີປະສິດທິຜົນສູງພ້ອມທັງຮັບປະກັນໃຫ້ຜູ້ ໃຊ້ບໍລິການໄດ້ຮັບການບໍລິການຢ່າງພຽງພໍ,ມີຄຸນນະພາບ,ໃນລາຄາທີ່ ສົມເຫດສົມຜົນແລະທຸກຄົນສາມາດຈ່າຍໄດ້. ....ມາດຕາ 38 ການດັດສົມທຸລະກິດນໍ້າປະປາ

ມາດຕາ 38 ການດັດສົມທຸລະກິດນໍ້າປະປາ ການດັດສົມທຸລະກິດນໍ້າປະປາມີສອງດ້ານ: - ການດັດສົມທາງດ້ານເຕັກນິກແມ່ນການໃຫ້ຜູ້ດໍາເນີນທຸລະກິດ ປະຕິບັດຕາມກໍານົດໝາຍ,ມາດຕະຖານເຕັກນິກແລະຕົວຊີ້ບອກຜົນການ ດໍາເນີນງານເພື່ອຮັບປະກັນໃຫ້ການຜະລິດແລະການບໍລິການນໍ້າປະປາ ແກ່ຜູ້ໃຊ້ບໍລິການໄດ້ຊົມໃຊ້ນໍ້າທີ່ມີຄຸນນະພາບ,ສະອາດ,ປອດໄພແລະ ພຽງພໍ; - ການດັດສົມທາງດ້ານເສດຖະກິດແມ່ນການໃຫ້ຜູ້ດໍາເນີນທຸລະ ກິດຕ້ອງປະຕິບັດຕາມກໍານົດໝາຍທາງດ້ານການບໍລິການແລະທາງ ດ້ານລາຄາແນໃສ່ໃຫ້ຜູ້ລົງທຶນສາມາດດໍາເນີນທຸລະກິດຢ່າງຄ່ອງຕົວ,ມີ ປະສິດທິຜົນແລະຍືນຍົງ,ພ້ອມກັນນັ້ນກໍ່ຮັບປະກັນໃຫ້ຜູ້ຊ້ບໍລິການໄດ້ຊົມ ໃຊ້ນໍ້າປະປາໃນລາຄາທີ່ສົມເຫດສົມຜົນ,ທຸກຄົນສາມາດຈ່າຍໄດ້ແລະ ຕ້ອງຈ່າຍຄ່ານໍ້າປະປາຕາມບໍລິມາດທີ່ໄດ້ຊົມໃຊ້ຕາມກໍານົດເວລາ. ລັດຖະບານເປັນຜູ້ກໍານົດລະບົບການດັດສົມທຸລະກິດນໍ້າປະປາໃຫ້ ເໝາະສົມກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະຕາມການສະ ເໜີຂອງກະຊວງໂຍທາທິການແລະຂົນສົ່ງ. ລະບົບການດັດສົມທຸລະກິດນໍ້າປະປາໄດ້ກໍານົດໄວ້ໃນລະບຽບ ການສະເພາະ. ....ມາດຕາ 39 ນະໂຍບາຍລາຄານໍ້າປະປາ

ມາດຕາ 39 ນະໂຍບາຍລາຄານໍ້າປະປາ ລັດຖະບານເປັນຜູ້ຮັບຮອງເອົານະໂຍບາຍລາຄານໍ້າປະປາໃນ ແຕ່ລະເຂດ,ແຕ່ລະທ້ອງຖິ່ນ,ແຕ່ລະເປົ້າໝາຍການຊົມໃຊ້ແລະປະເພດ ຜູ້ຊົມໃຊ້ໃນແຕ່ລະໄລຍະຕາມການສະເໜີຂອງກະຊວງໂຍທາທິການ ແລະຂົນສົ່ງ. ....ມາດຕາ 40 ການກໍານົດລາຄານໍ້າປະປາ

ມາດຕາ 40 ການກໍານົດລາຄານໍ້າປະປາ ການກໍານົດລາຄານໍ້າປະປາຕ້ອງຮັບປະກັນຄວາມສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ. ລາຄານໍ້າປະປາຕ້ອງມີສະຖຽນລະພາບທັງຮັບປະກັນການປະຕິ ບັດນະໂຍບາຍຂອງລັດຕໍ່ເປົ້າໝາຍການຊົມໃຊ້ແລະປະເພດຜູ້ຊົມໃຊ້ ແລະໃຫ້ຜົນຕອບແທນຕໍ່ການລົງທຶນຕາມກົນໄກເສດຖະກິດຕະຫຼາດທີ່ມີ ການດັດສົມຂອງລັດ. ລາຄານໍ້າປະປາກໍານົດຕາມໂຄງປະກອບຕົ້ນຕໍຄື: ລາຍຈ່າຍຄ່າ ພະລັງງານ,ສານເຄມີ,ຄ່າຫຼຸ້ຍຫ້ຽນ,ຄ່າຄຸ້ມຄອງບໍລິຫານ,ດອກເບ້ຍ,ຕົ້ນ ທຶນເງິນກູ້,ກໍາໄລຕາມກໍານົດໝາຍ,ອາກອນທຸລະກິດ,ເປົ້າໝາຍການຊົມ ໃຊ້,ລາຍຮັບຂອງຜູ້ຊົມໃຊ້ແລະບັນຫາອື່ນທີ່ກ່ຽວຂ້ອງ. ກະຊວງໂຍທາທິການແລະຂົນສົ່ງປະສານສົມທົບກັບຂະແໜງ ການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງສຶກສາແລະຄົ້ນຄວ້າ ໂຄງປະກອບລາຄານໍ້າປະປາໃນແຕ່ລະເປົ້າໝາຍການຊົມໃຊ້ແລະປະ ເພດຜູ້ຊົມໃຊ້ເພື່ອນໍາສະເໜີລັດຖະບານພິຈາລະນາ. ....ມາດຕາ 41 ການຄົ້ນຄວ້າປັບປຸງລາຄານໍ້າປະປາ

ມາດຕາ 41 ການຄົ້ນຄວ້າປັບປຸງລາຄານໍ້າປະປາ ເພື່ອໃຫ້ລາຄານໍ້າປະປາສົມເຫດສົມຜົນໃນແຕ່ລະໄລຍະຂອງການ ພັດທະນາເສດຖະກິດ-ສັງຄົມນັ້ນຂະແໜງການໂຍທາທິການແລະຂົນສົ່ງ ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງຄົ້ນຄວ້າການປັບປຸງລາຄານໍ້າປະປາທີ່ຜູ້ດໍາເນີນທຸລະກິດສະເໜີໃນ ແຕ່ລະໄລຍະແລ້ວສົ່ງບົດຄົ້ນຄວ້າການປັບປຸງລາຄານັ້ນນໍາສະເໜີຕໍ່ກະ ຊວງໂຍທາທິການແລະຂົນສົ່ງເພື່ອພິຈາລະນາທາງດ້ານວິຊາການແນ ໃສ່ໃຫ້ຜູ້ຊົມໃຊ້ໂດຍສະເພາະປະຊາຊົນຜູ້ທຸກຍາກມີຄວາມສາມາດຈ່າຍ ໄດ້ແລະຜູ້ດໍາເນີນທຸລະກິດນໍ້າປະປາກໍ່ສາມາດເຄື່ອນໄຫວທຸລະກິດຂອງ ຕົນໄດ້ຢ່າງມີປະສິດທິຜົນ. ສໍາລັບລາຄານໍ້າປະປາຢູ່ຊົນນະບົດນັ້ນແມ່ນອີງຕາມການສະເໜີ ຂອງຜູ້ລົງທຶນບົນພື້ນຖານການເຫັນດີຂອງອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ,ໃນກໍລະນີທີ່ຜູ້ລົງທຶນຫາກຂາດທຶນໂດຍມີເຫດຜົນລັດຈະຊົດ ເຊີຍຕາມຄວາມເໝາະສົມ. ....ມາດຕາ 42 ການອະນຸມັດລາຄານໍ້າປະປາ

ມາດຕາ 42 ການອະນຸມັດລາຄານໍ້າປະປາ ເຈົ້າແຂວງ,ເຈົ້າຄອງນະຄອນເປັນຜູ້ອອກຂໍ້ຕົກລົງອະນຸມັດລາຄາ ນໍ້າປະປາໃນແຕ່ລະໄລຍະບົນພື້ນຖານການສະເໜີຂອງພະແນກໂຍທາທິ ການແລະຂົນສົ່ງແຂວງ,ນະຄອນພາຍລັງທີ່ໄດ້ຜ່ານຄໍາເຫັນຂອງການຈັດ ຕັ້ງທີ່ຮັບຜິດຊອບການດັດສົມຕາມນະໂຍບາຍແລະໂຄງປະກອບລາຄາທີ່ ລັດຖະບານໄດ້ຮັບຮອງເອົາ. ອົງການຄຸ້ມຄອງວຽກງານນໍ້າປະປາແຕ່ລະຂັ້ນຕ້ອງເຜີຍແຜ່ຂໍ້ ຕົກລົງດັ່ງກ່າວລວມທັງການຄິດໄລ່ຄາລານໍ້າປະປາໃຫ້ຜູ້ບໍລິການ,ຜູ້ໃຊ້ ບໍລິການນໍ້າປະປາແລະສາທາລະນະຊົນທົ່ວໄປຮັບຊາບແລະປະຕິບັດ. ...ໝວດທີ 4 ສິດແລະພັນທະຂອງຜູ້ບໍລິການ,ຜູ້ໃຊ້ບໍລິການ,ເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ


....ມາດຕາ 43 ສິດຂອງຜູ້ບໍລິການ

ມາດຕາ 43 ສິດຂອງຜູ້ບໍລິການ ຜູ້ບໍລິການນໍ້າປະປາມີສິດຕົ້ນຕໍດັ່ງນີ້: 1. ໄດ້ຮັບອະນຸຍາດໃຫ້ເຂົ້າໃນຂອບເຂດທີ່ພັກອາໄສ,ສໍານັກງານ ອົງການຂອງລັດ,ເອກະຊົນແລະສະຖານທີ່ຕ່າງໆເພື່ອກໍ່ສ້າງ,ບູລະນະຮັກ ສາ,ສ້ອມແປງແລະປ່ຽນຖ່າຍອຸປະກອນນໍ້າປະປາ,ທໍ່ນໍ້າ,ໝໍ້ແທກນໍ້າແລະ ຈົດບໍລິມາດການນໍາໃຊ້ນໍ້າ; 2. ເກັບຄ່ານໍ້າປະປາໃຫ້ຖືກຕ້ອງຕາມບໍລິມາດນໍ້າທີ່ໄດ້ຊົມໃຊ້ ແລະຕາມລະບຽບການ; 3. ຕັກເຕືອນຜູ້ໃຊ້ບໍລິການທີ່ລະເມີດລະບຽບການບໍລິການນໍ້າປະ ປາ,ໂຈະການສະໜອງນໍ້າປະປາເມື່ອມີການລະເມີດຢ່າງຮ້າຍແຮງເຊັ່ນ: - ບໍ່ຊໍາລະຄ່າບໍລິການຕາມປົກກະຕິພາຍຫຼັງທີ່ໄດ້ມີການຕັກເຕືອນ ແລ້ວສາມຄັ້ງ; - ດັດແປງໝໍ້ແທກນໍ້າເພື່ອເຮັດໃຫ້ຕົວເລັກບໍລິມາດນໍ້າທີ່ໄດ້ຊົມໃຊ້ ຫຼຸດລົງກວ່າບໍລິມາດນໍ້າທີ່ໄດ້ຊົມໃຊ້ຕົວຈິງ; 4. ປະກອບຄໍາເຫັນຕໍ່ແຜນພັດທະນາວຽກງານນໍ້າປະປາໃນພື້ນທີ່ ບໍລິການຂອງຕົນ; 5. ໄດຮັບການທົດແທນຕາມລະບຽບກົດມາຍຕໍ່ຄວາມເສຍຫາຍ ຕ່າງໆຂອງລະບົບໂຄງລ່າງນໍ້າປະປາທີ່ບຸກຄົນຫຼືການຈັດຕັ້ງກໍ່ຂຶ້ນ. ....ມາດຕາ 44 ພັນທະຂອງຜູ້ບໍລິການ

ມາດຕາ 44 ພັນທະຂອງຜູ້ບໍລິການ ຜູ້ບໍລິການນໍ້າປະປາມີພັນທະຕົ້ນຕໍດັ່ງນີ້: 1. ສະໜອງການບໍລິການນໍ້າປະປາໃຫ້ແກ່ຜູ້ໃຊ້ບໍລິການຢ່າງ ເປັນປົກກະຕິ,ມີຄຸນນະພາບ,ສະອາດ,ປອດໄພ,ສະດວກ,ຕາມກໍານົດເວ ລາ,ຖືກຕ້ອງແລະທ່ຽງທໍາ; 2. ແນະນໍາລະບຽບຫຼັກການກ່ຽວກັບການນໍາໃຊ້ນໍ້າປະປາໃຫ້ ແກ່ຜູ້ໃຊ້ບໍລິການ; 3. ຮັບປະກັນຄວາມປອດໄພແລະສະຫວັດດີການຂອງພະນັກ ງານນໍ້າປະປາ; 4. ຖືບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ, ລາຍງານຂໍ້ມູນ,ສະຖິຕິແລະຜົນການດໍາເນີນທຸລະກິດຂອງຕົນໃຫ້ອົງການ ຄຸ້ມຄອງວຽກງານນໍ້າປະປາແລະຂະແໜງການທີ່ກ່ຽວຂ້ອງຢ່າງເປັນ ປົກກະຕິ; 5. ປະຕິບັດພັນທະ,ເສຍພາສີ,ອາກອນແລະຄ່າທໍານຽມຕ່າງໆ ຕາມລະບຽບກົດໝາຍ; 6. ທົດແທນຄ່າເສຍຫາຍຕາມລະບຽບກົດໝາຍໃນກໍລະນີທີ່ກໍ່ ຄວາມເສຍຫາຍຕໍ່ຊີວິດ; 7. ຕິດຕາມ,ກວດກາແລະແກ້ໄຂບັນຫານໍ້າຮົ່ວໄຫຼຢູ່ຕາມສາຍທໍ່ ,ອາຄານແລະສະຖານທີ່ສາທາລະນະຕ່າງໆລວມທັງແກ້ໄຂບັນຫາຕ່າງ ໆຕາມການສະເໜີຂອງຜູ້ໃຊບໍລິການຢ່າງສົມເຫດສົມຜົນ; 8. ປັບປຸງ,ຍົກລະດັບທາງດ້ານເຕັກໂນໂລຊີໃນການຜະລິດນໍ້າ ປະປາໃຫ້ທັນສະໄໝຂຶ້ນໄປເລື້ອຍໆ; 9. ແຈ້ງການໂຈະການສະໜອງນໍ້າປະປາເພື່ອການກໍ່ສ້າງແລະ ສ້ອມແປງ; 10. ກໍ່ສ້າງແລະຕິດຕັ້ງລະບົບສຸຂາພິບານໂດຍນໍາໃຊ້ເຕັກໂນໂລ ຊີທີ່ເໝາະສົມ. ....ມາດຕາ 45 ສິດຂອງຜູ້ໃຊ້ບໍລິການ

ມາດຕາ 45 ສິດຂອງຜູ້ໃຊ້ບໍລິການ ຜູ້ໃຊ້ບໍລິການມີສິດຕົ້ນຕໍດັ່ງນີ້: 1. ໄດ້ຮັບການບໍລິການນໍ້າປະປາຢ່າງພຽງພໍ,ມີຄຸນນະພາບ, ປອດໄພ,ສະອາດ,ສະດວກ,ວ່ອງໄວ,ຖືກຕ້ອງແລະຍຸຕິທໍາ; 2. ສະເໜີຕໍ່ຜູ້ບໍລິການນໍ້າປະປາກວດກາແລະແກ້ໄຂຄວາມຜິດ ພາດດ້ານເຕັກນິກແລະຄ່າບໍລິການນໍ້າປະປາທີ່ຕົນເຫັນວ່າບໍ່ຖືກຕ້ອງ ຫຼືບໍ່ຊັດເຈນ; 3. ສະເໜີຕໍ່ອົງການຄຸ້ມຄອງວຽກງານນໍ້າປະປາໃນກໍລະນີທີ່ໄດ້ ຮັບການບໍລິການບໍ່ພຽງພໍ,ບໍ່ມີຄຸນນະພາບ,ບໍ່ປອດໄພ,ບໍ່ສະອາດ,ບໍ່ສະ ດວກ,ບໍ່ວ່ອງໄວ,ບໍ່ຖືກຕ້ອງແລະບໍ່ຍຸຕິທໍາ; 4. ໄດ້ຮັບຂໍ້ມູນກ່ຽວກັບກິດຈະການນໍ້າປະປາ; 5. ໄດ້ຮັບການທົດແທນຄ່າເສຍຫາຍທີ່ເກີດຈາກການບໍລິການ ນໍ້າປະປາຕາມລະບຽບກົດໝາຍ. ....ມາດຕາ 46 ພັນທະຂອງຜູ້ໃຊ້ບໍລິການ

ມາດຕາ 46 ພັນທະຂອງຜູ້ໃຊ້ບໍລິການ ຜູ້ໃຊ້ບໍລິການມີພັນທະຕົ້ນຕໍດັ່ງນີ້: 1. ປະຕິບັດຕາມການແນະນໍາທາງດ້ານເຕັກນິກ,ລະບຽບການ ນໍາໃຊ້ອຸປະກອນນໍ້າປະປາແລະລະບຽບການກ່ຽວກັບນໍ້າປະປາ; 2. ອໍານວຍຄວາມສະດວກໃຫ້ແກ່ຜູ້ບໍລິການໃນການກໍ່ສ້າງ,ຕິດ ຕັ້ງ,ສ້ອມແປງລະບົບໂຄງລ່າງນໍ້າປະປາ,ກວດກາແລະຈົດບໍລິມາດນໍ້າ ປະປາທີ່ໄດ້ຊົມໃຊ້; 3. ຊໍາລະຄ່ານໍ້າປະປາຢ່າງເປັນປົກກະຕິ,ຄົບຖ້ວນແລະຖືກຕ້ອງ ຕາມເວລາ; 4. ຊ່ວຍປົກປັກຮັກສາລະບົບໂຄງລ່າງນໍ້າປະປາເຊັ່ນ:ອ່າງເກັບ ນໍ້າ,ທໍ່ສົ່ງ,ທໍ່ແຈກ,ໝໍ້ແທກນໍ້າແລະອຸປະກອນອື່ນກ່ຽວກັບນໍ້າປະປາໃຫ້ຢູ່ ໃນສະພາບດີ,ເມື່ອມີການເປ່ເພຫຼືນໍ້າຮົ່ວໄຫຼແລະມີສິ່ງຜິດປົກກະຕິເກີດຂຶ້ນ ຕ້ອງແຈ້ງໃຫ້ຜູ້ບໍລິການມາທໍາການສ້ອມແປງຢ່າງທັນການ; 5. ບໍ່ສ້າງຄວາມເປິເປື້ອນແລະມົນລະພິດໃຫ້ແກ່ແຫຼ່ງນໍ້າ; 6. ທົດແທນຄ່າເສຍຫາຍທີ່ເກີດຈາກການກະທໍາຂອງຕົນເອງໃຫ້ ແກ່ຜູ້ບໍລິການແລະອົງການຈັດຕັ້ງຫຼືບຸກຄົນອື່ນທີ່ກ່ຽວຂ້ອງຕາມລະບຽບ ກົດໝາຍ. ....ມາດຕາ 47 ສິດແລະພັນທະຂອງເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ

ມາດຕາ 47 ສິດແລະພັນທະຂອງເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ ເຈົ້ານ້າທີ່ສະກັດກັ້ນແລະຕ້ານອັກຄີໄພມີສິດສູບເອົານໍ້າປະປາຈາກ ກັອກດັບເພີງທີ່ໄດ້ຕິດຕັ້ງໄວ້ຢູ່ຕາມຈຸດຕ່າງໆຕະຫຼອດຊາວສີ່ຊົ່ວໂມງແລະ ມີພັນທະລາຍງານໃຫ້ອົງການຄຸ້ມຄອງວຽກງານນໍ້າປະປາທີ່ກ່ຽວຂ້ອງ ແລະຜູ້ບໍລິການຢ່າງລະອຽດກ່ຽວກັບວັນ,ເວລາແລະບໍລິມາດນໍ້າປະປາ ທີ່ໄດ້ສູບເອົາໄປນໍາໃຊ້ເພື່ອມອບໄຟນັ້ນ. ..ພາກທີ 4 ຂໍ້ຫ້າມ


...ມາດຕາ 48 ຂໍ້ຫ້າມທົ່ວໄປ

ມາດຕາ 48 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນຫຼືການຈັດຕັ້ງມີການກະທໍາຕົ້ນຕໍດັ່ງນີ້: 1. ຂັດຂວາງ,ບໍ່ອໍານວຍຄວາມສະດວກຫຼືບໍ່ໃຫ້ການຮ່ວມມືໂດຍ ບໍ່ມີເຫດຜົນພຽງພໍແກ່ກິດຈະການນໍ້າປະປາເປັນຕົ້ນການວາງທໍານໍ້າປະ ປາຜ່ານທີ່ດິນຂອງຕົນຕາມໂຄງການທີ່ໄດ້ມີການຮັບຮອງຢ່າງຖືກຕ້ອງ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຊີ້ແຈງແລ້ວ; 2. ທໍາລາຍຫຼືສ້າງຄວາມເສຍຫາຍແກ່ລະບົບໂຄງລ່າງນໍ້າປະ ປາເຊັ່ນ:ອ່າງເກັບນໍ້າ,ທໍ່ສົ່ງ,ທໍ່ແຈກ,ໝໍ້ແທກນໍ້າແລະອຸປະກອນອື່ນກ່ຽວ ກັບນໍ້າປະປາ; 3. ບຸກລຸກແຫຼ່ງນໍ້າສໍາລັບການຜະລິດນໍ້າປະປາ,ປ່ອນສານພິດ, ສ້າງຄວາມເປິເປື້ອນໃຫ້ແກ່ແຫຼ່ງນໍ້າແລະນໍ້າປະປາ; 4. ລັກອຸປະກອນນໍ້າປະປາ,ຕໍ່ເອົານໍ້າຈາກທໍ່ສົ່ງຫຼືທໍ່ແຈກໂດຍບໍ່ ຜ່ານໝໍ້ແທກນໍ້າ; 5. ທໍາລາຍປ່າໄມ້ໃນບໍລິເວນຍອດແຫຼ່ງນໍ້າທໍາມະຊາດແລະບໍລິ ເວນທີ່ອົງການປົກຄອງທ້ອງຖິ່ນໄດ້ກໍານົດໄວ້ເພື່ອຮັບປະກັນການຜະລິດ ນໍ້າປະປາ. ...ມາດຕາ 49 ຂໍ້ຫ້າມສໍາລັບຜູ້ບໍລິການ

ມາດຕາ 49 ຂໍ້ຫ້າມສໍາລັບຜູ້ບໍລິການ ຫ້າມຜູ້ບໍລິການນໍ້າປະປາມີການກະທໍາຕົ້ນຕໍດັ່ງນີ້: 1. ໃຫ້ເຊົ່າຫຼືໂອນໃບທະບຽນວິສາຫະກິດຫຼືໃບທະບຽນສໍາປະທານ ກ່ຽວກັບນໍ້າປະປາໃຫ້ແກ່ບຸກຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ; 2. ຂັດຂວາງການກວດສອບແລະກວດກາກິດຈະການນໍ້າປະປາ; 3. ປິດບັງ,ບິດເບືອນຂໍ້ມູນກ່ຽວກັບການດໍາເນີນງານທາງດ້ານວິ ຊາການເຕັກນິກ,ດ້ານບັນຊີການເງິນທຸລະກິດ,ດ້ານຄຸນນະພາບນໍ້າແລະ ອື່ນໆ; 4. ສະໜອງນໍ້າປະປາທີ່ບໍ່ໄດ້ຕາມມາດຕະຖານຄຸນນະພາບນໍ້າ ທີ່ກະຊວງສາທາລະນະສຸກວາງອອກ; 5. ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວເປັນຕົ້ນສົມຮູ້ ຮ່ວມຄິດກັບຜູ້ໃຊ້ບໍລິການດັດແປງໝໍ້ແທກນໍ້າຫຼືມີການກະທໍາອື່ນໂດຍບໍ່ ຖືກຕ້ອງຕາມລະບຽບກົດໝາຍ; 6. ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເປັນຕົ້ນດ້ານວິຊາ ການເຊັ່ນ:ການຕິດຕາມບູລະນະຮັກສາສ້ອມແປງໂຄງລ່າງນໍ້າປະປາ, ການຈົດບໍລິມາດນໍ້າປະປາທີ່ໄດ້ຊົມໃຊ້ໃຫ້ຖືກຕ້ອງຕາມຕົວຈິງແລະຕາມ ກໍານົດເວລາ,ການຂຸດທາງວາງທໍ່ແລ້ວຖົມດິນຄືນຕາມສະພາບເດີມ ແລະວາງມາດຕະການເພື່ອຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນ. ...ມາດຕາ 50 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ

ມາດຕາ 50 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ ຫ້າມຜູ້ໃຊ້ບໍລິການມີການກະທໍາຕົ້ນຕໍດັ່ງນີ້: 1. ດັດແປງຫຼືທໍາລາຍໝໍ້ແທກນໍ້າ; 2. ລັກລອບຕໍ່ເອົານໍ້າໂດຍບໍ່ຜ່ານໝໍ້ແທກນໍ້າ; 3. ຕິດຕັ້ງຈັກສູບນໍ້າໃສ່ລະບົບທໍ່ສົ່ງຫຼືທໍ່ແຈກໂດຍກົງ; 4. ເຮັດໃຫ້ນໍ້າປະປາຢູ່ໃນລະບົບທໍ່ສົ່ງຫຼືທໍ່ແຈກເປີເປື້ອນ; 5. ວາງທໍ່ຜ່ານໜ້າທາງທີ່ເປັນການກີດຂວາງການສັນຈອນ; 6. ຂັດຂວາງຫຼືບໍ່ໃຫ້ຄວາມຮ່ວມມືໂດຍບໍ່ມີເຫດຜົນພຽງພໍແກ່ ການປະຕິບັດໜ້າທີ່ຂອງຜູ້ບໍລິການ. ...ມາດຕາ 51 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ

ມາດຕາ 51 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພ ຫ້າມເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພສູບເອົານໍ້າປະປາ ຈາກກັອກດັບເພີງສາທາລະນະໄປໃຊ້ຢ່າງບໍ່ຖືກຕ້ອງກັບຈຸດປະສົງທີ່ໄດ້ ກໍານົດໄວ້ໃນມາດຕາ 47 ຂອງກົດໝາຍສະບັບນີ້. ..ພາກທີ 5 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 52 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 52 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດຈະດໍາເນີນດ້ວຍຮູບການດັ່ງນີ້: 1. ການໄກ່ເກ່ຍຫຼືການປະນີປະນອມກັນ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ; 4. ການຕັດສິນຂອງສານ; 5. ການແກ້ໄຂທີ່ມີລັກສະນະສາກົນ. ...ມາດຕາ 53 ການໄກ່ເກ່ຍຫຼືການປະນີປະນອມກັນ

ມາດຕາ 53 ການໄກ່ເກ່ຍຫຼືການປະນີປະນອມກັນ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດນໍ້າປະປາຄູ່ກໍ ລະນີສາມາດເຈລະນາ,ໄກ່ເກ່ຍແລະປະນີປະນອມກັນ. ...ມາດຕາ 54 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 54 ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ບໍ່ສາມາດແກ້ໄຂດ້ວຍຮູບການໄກ່ເກ່ຍຫຼືປະນີປະນອມ ກັນແລ້ວຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນທີ່ຕົນໄດ້ ຮັບອະນຸຍາດນັ້ນເປັນຜູ້ແກ້ໄຂ. ...ມາດຕາ 55 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 55 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ໃນກໍລະນີທີ່ຂະແໜງການທີ່ກ່ຽວຂ້ອງບໍ່ສາມາດໄກ່ເກ່ຍແກ້ໄຂ ໄດ້ນັ້ນຄູ່ກໍລະນີມີສິດສະເໜີຕໍ່ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ...ມາດຕາ 56 ການຕັດສິນຂອງສານ

ມາດຕາ 56 ການຕັດສິນຂອງສານ ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການດໍາເນີນທຸລະກິດນໍ້າປະປາຊຶ່ງບໍ່ສາ ມາດຕົກລົງກັນໄດ້ດ້ວຍການໄກ່ເກ່ຍຫຼືປະນີປະນອມຫຼືການແກ້ໄຂທາງ ດ້ານບໍລິຫານຫຼືໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດນັ້ນຄູ່ກໍລະນີຝ່າຍໃດຝ່າຍໜຶ່ງມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອ ພິຈາລະນາຕັດສິນຕາມລະບຽບກົດໝາຍ. ...ມາດຕາ 57 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 57 ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການດໍາເນີນທຸລະກິດນໍ້າປະປາ ລະຫວ່າງຜູ້ລົງທຶນພາຍໃນກັບຜູ້ລົງທຶນຕ່າງປະເທດຫຼືຜູ້ລົງທຶນຕ່າງປະ ເທດດ້ວຍກັນຢູ່ ສປປລາວ ຫຼື ລະຫວ່າງຜູ້ລົງທຶນຕ່າງປະເທດກັບລັດໃຫ້ ນໍາໃຊ້ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມ ການຕົກລົງຂອງຄູ່ກໍລະນີ. ..ພາກທີ 6 ການຄຸ້ມຄອງແລະກວດກາວຽກງານນໍ້າປະປາ


...ໝວດທີ 1 ການຄຸ້ມຄອງວຽກງານນໍ້າປະປາ


....ມາດຕາ 58 ອົງການຄຸ້ມຄອງວຽກງານນໍ້າປະປາ

ມາດຕາ 58 ອົງການຄຸ້ມຄອງວຽກງານນໍ້າປະປາ ລັດຖະບານເປັນຜູ້ຄຸ້ມຄອງວຽກງານນໍ້າປະປາໃນຂອບເຂດທົ່ວ ປະເທດໂດຍມອບໃຫ້ຂະແໜງການໂຍທາທິການແລະຂົນສົ່ງເປັນຜູ້ຄຸ້ມ ຄອງໂດຍກົງແລະເປັນເຈົ້າການປະສານສົມທົບກັບຂະແໜງການອື່ນທີ່ ກ່ຽວຂ້ອງເປັນຕົ້ນ:ຂະແໜງການແຜນການແລະການລົງທຶນ,ອຸດສາຫະ ກໍາແລະການຄ້າ,ຊັບພະຍາກອນນໍ້າແລະສິ່ງແວດລ້ອມ,ສາທາລະນະ ສຸກ,ການເງິນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານນໍ້າປະປາປະກອບດ້ວຍ: 1. ກະຊວງໂຍທາທິການແລະຂົນສົ່ງ; 2. ພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ; 3. ຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດສະບານ. ....ມາດຕາ 59 ສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ

ມາດຕາ 59 ສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ ໃນການຄຸ້ມຄອງວຽກງານນໍ້າປະປາກະຊວງໂຍທາທິການແລະ ຂົນສົ່ງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດແລະລະບຽບກົດໝາຍ ກ່ຽວກັບວຽກງານນໍ້າປະປາແລະສຸຂາພິບານເພື່ອສະເໜີລັດຖະບານພິ ຈາລະນາ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ລະບຽບກົດ ໝາຍກ່ຽວກັບວຽກງານນໍ້າປະປາແລະສຸຂາພິບານໃນຂອບເຂດທົ່ວປະ ເທດ; 3. ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດ ທະສາດ,ລະບຽບກົດໝາຍ,ແຜນການລົງທຶນ,ການພັດທະນາ,ການຂະ ຫຍາຍລະບົບໂຄງລ່າງກ່ຽວກັບນໍ້າປະປາແລະສຸຂາພິບານ; 4. ຫັນເອົານະໂຍບາຍ,ແຜນຍຸດທະສາດ,ມະຕິຕົກລົງຂອງລັດ ຖະບານກ່ຽວກັບວຽກງານນໍ້າປະປາແລະສຸຂາພິບານມາເປັນແຜນ ການ,ແຜນງານແລະໂຄງການລະອຽດຂອງຂະແໜງການຕົນ; 5. ຄົ້ນຄວ້າ,ກໍານົດກໍານົດໝາຍ,ຕົວຊີ້ບອກຜົນການດໍາເນີນງານ ,ມາດຕະຖານເຕັກນິກ;ຄົ້ນຄວ້າແລະເລືອກເຟັ້ນເຕັກໂນໂລຊີທີ່ເໝາະສົມ ພ້ອມທັງອອກບົດແນະນໍາໃນການຈັດຕັ້ງປະຕິບັດ; 6. ຄົ້ນຄວ້າ,ມີຄໍາເຫັນກ່ຽວກັບການລົງທຶນ,ການຂະຫຍາຍ,ການ ໂຈະແລະການຍົກເລີກກິດຈະການນໍ້າປະປາ; 7. ກໍ່ສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນນໍ້າປະປາ; 8. ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງກ່ຽວກັບວຽກງານນໍ້າປະປາ; 9. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານນໍ້າປະປາແລະສຸຂາພິບານ; 10. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານນໍ້າ ປະປາໃຫ້ລັດຖະບານຢ່າງເປັນປົກກະຕິ. ....ມາດຕາ 60 ສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ

ມາດຕາ 60 ສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານນໍ້າປະປາພະແນກໂຍທາທິການແລະ ຂົນສົ່ງແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະແຜນພັດທະ ນາລະບົບໂຄງລ່າງນໍ້າປະປາແລະສຸຂາພິບານທີ່ກະຊວງໂຍທາທິການ ແລະຂົນສົ່ງວາງອອກ; 2. ໂຄສະນາ,ເຜີຍແຜ່ນະໂຍລາຍ,ແຜນຍຸດທະສາດ,ລະບຽບກົດ ໝາຍກ່ຽວກັບວຽກງານນໍ້າປະປາແລະສຸຂາພິບານໃນຂອບເຂດແຂວງ ,ນະຄອນຂອງຕົນ; 3. ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກງານນໍ້າປະປາ ແລະສຸຂາພິບານພາຍໃນທ້ອງຖິ່ນຂອງຕົນ; 4. ສໍາຫຼວດ,ເກັບກໍາຂໍ້ມູນ,ສະຖິຕິກ່ຽວກັບວຽກງານນໍ້າປະປາ, ສຸຂາພິບານແລະແຫຼ່ງນໍ້າສໍາລັບການຜະລິດນໍ້າປະປາຊຶ່ງຈະຕ້ອງໄດ້ປົກ ປັກຮັກສາ; 5. ຄົ້ນຄວ້າ,ມີຄໍາເຫັນກ່ຽວກັບການລົງທຶນ,ການຂະຫຍາຍ,ການ ໂຈະແລະການຍົກເລີກກິດຈະການນໍ້າປະປາຢູ່ພາຍໃນແຂວງແລະນະ ຄອນຂອງຕົນ; 6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຄົ້ນຄວ້າລາຄາ ນໍ້າປະປາຢູ່ພາຍໃນແຂວງ,ນະຄອນເພື່ອນໍາສະເໜີຕໍ່ກະຊວງໂຍທາທິ ການແລະຂົນສົ່ງພິຈາລະນາທາງດ້ານວິຊາການກ່ອນນໍາສະເໜີເຈົ້າ ແຂວງ,ເຈົ້າຄອງນະຄອນຕົກລົງອະນຸມັດ; 7. ແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ບໍລິຫານແລະຜູ້ໃຊ້ບໍລິການນໍ້າ ປະປາໃນຂອບເຂດແຂວງ,ນະຄອນຂອງຕົນ; 8. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານນໍ້າປະປາແລະສຸຂາພິບານຕາມການມອບໝາຍຂອງຂັ້ນ ເທິງ; 9. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານນໍ້າ ປະປາໃຫ້ກະຊວງໂຍທາທິການແລະຂົນສົ່ງແລະອົງການປົກຄອງແຂວງ ,ນະຄອນຢ່າງເປັນປົກກະຕິ. ....ມາດຕາ 61 ສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດສະບານ

ມາດຕາ 61 ສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານນໍ້າປະປາຫ້ອງການໂຍທາທິການ ແລະຂົນສົ່ງເມືອງ,ເທດສະບານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ໂຄງການ,ລະບຽບການແລະຄໍາ ແນະນໍາຂອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນກ່ຽວ ກັບວຽກງານນໍ້າປະປາແລະສຸຂາພິບານ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານນໍ້າປະປາແລະ ສຸຂາພິບານໃນຂອບເຂດເມືອງ,ເທດສະບານຂອງຕົນ; 3. ຄົ້ນຄວ້າປະກອບຄໍາເຫັນກ່ຽວກັບການກໍ່ສ້າງລະບົບໂຄງລ່າງ ນໍ້າປະປາແລະຂຸຂາພິບານຢູ່ໃນເຂດຈຸດສຸມພັດທະນາແລະເຂດຊົນນະບົດ ເພື່ອສະເໜີໃຫ້ພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນພິຈາລະ ນາ; 4. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ວຽກງານນໍ້າປະປາແລະສຸຂາພິບານແລະແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ ບໍລິການແລະຜູ້ໃຊ້ບໍລິການນໍ້າປະປາໃນຂອບເຂດເມືອງ,ເທດສະບານ ຂອງຕົນ; 5. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານນໍ້າ ປະປາແລະສຸຂາພິບານໃຫ້ພະແນກໂຍທາທິການແລະຂົນສົ່ງແຂວງ,ນະ ຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ. ....ມາດຕາ 62 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ

ມາດຕາ 62 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ ອົງການອື່ນທີ່ກ່ຽວຂ້ອງກັບວຽກງານນໍ້າປະປາເປັນຕົ້ນອົງການ ປົກຄອງທ້ອງຖິ່ນ,ຂະແໜງການສາທາລະນະສຸກ,ຂະແໜງການຊັບພະ ຍາກອນນໍ້າແລະສິ່ງແວດລ້ອມມີສິດແລະໜ້າທີ່ເຂົ້າຮ່ວມໃນການຄຸ້ມຄອງ ວຽກງານນໍ້າປະປາຕາມພາລະບົດບາດຂອງຕົນ. ອົງການປົກຄອງບ້ານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເຜີຍແຜ່ແລະຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກ ງານນໍ້າປະປາແລະສຸຂາພິບານໃນຂອບເຂດບ້ານຂອງຕົນ; 2. ຈັດຕັ້ງປະຕິບັດແຜນການ,ໂຄງການ,ລະບຽບການແລະຄໍາ ແນະນໍາຂອງຂະແໜງການໂຍທາທິການແລະຂົນສົ່ງກ່ຽວກັບວຽກງານ ນໍ້າປະປາ,ສຸຂາພິບານແລະການປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດ ລ້ອມ; 3. ອໍານວຍຄວາມສະດວກແກ່ຜູ້ບໍລິການນໍ້າປະປາພ້ອມທັງປຸກ ລະດົມປະຊາຊົນເຂົ້າຮ່ວມໃນການວາງແຜນ,ການກໍ່ສ້າງແລະການປົກ ປັກຮັກສາລະບົບໂຄງລ່າງນໍ້າປະປາແລະສຸຂາພິບານໃນຂອບເຂດບ້ານ ຂອງຕົນ; 4. ລາຍງານຕໍ່ຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດ ສະບານ,ຜູ້ບໍລິການກ່ຽວກັບວຽກງານນໍ້າປະປາ,ການສ້າງຄວາມເສຍ ຫາຍແກ່ລະບົບໂຄງລ່າງນໍ້າປະປາແລະສຸຂາພິບານ,ແຫຼ່ງນໍ້າແລະສິ່ງ ແວດລ້ອມໃນຂອບເຂດບ້ານຂອງຕົນ; 5. ສະເໜີຕໍ່ຜູ້ບໍລິການແລະການຈັດຕັ້ງທີ່ກ່ຽວຂ້ອງກ່ຽວກັບການ ບໍລິການ,ການປັບປຸງແລະການຂະຫຍາຍລະບົບໂຄງລ່າງນໍ້າປະປາ ແລະສຸຂາພິບານພາຍໃນບ້ານຂອງຕົນ. ...ໝວດທີ 2 ການກວດກາວຽກງານນໍ້າປະປາ


....ມາດຕາ 63 ອົງການກວດກາ

ມາດຕາ 63 ອົງການກວດກາ ອົງການກວດກາວຽກງານນໍ້າປະປາມີສອງປະເພດດັ່ງນີ້: - ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການ ຄຸ້ມຄອງວຽກງານນໍ້າປະປາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 58 ຂອງ ກົດໝາຍສະບັບນີ້; - ອົງການກວດກາພາຍນອກ. ....ມາດຕາ 64 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 64 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ໃນການກວດກາວຽກງານນໍ້າປະປາອົງການກວດກາພາຍໃນຂັ້ນ ຕ່າງໆມີສິດແລະໜ້າທີ່ປະຕິບັດຕາມເນື້ອໃນແລະຮູບການການກວດກາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 65 ແລະ 66 ຂອງກົດໝາຍສະບັບນີ້. ....ມາດຕາ 65 ເນື້ອໃນການກວດກາ

ມາດຕາ 65 ເນື້ອໃນການກວດກາ ການກວດກາວຽກງານນໍ້າປະປາມີເນື້ອໃນຕົ້ນຕໍດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍບາຍ, ລະບຽບກົດໝາຍ,ແຜນການລົງທຶນ,ການພັດທະນາ,ການຂະຫຍາຍລະ ບົບໂຄງລ່າງກ່ຽວກັບນໍ້າປະປາແລະສຸຂາພິບານ; 2. ກວດກາຄວາມຄືບໜ້າແລະການປະຕິບັດມາດຕະຖານເຕັກ ນິກໃນການຈັດຕັ້ງປະຕິບັດກິດຈະການນໍ້າປະປາລວມທັງອຸປະກອນກໍ່ ສ້າງແລະຕິດຕັ້ງລະບົບໂຄງລ່າງນໍ້າປະປາແລະສຸຂາພິບານ; 3. ກວດກາການປະຕິບັດມາດຕະຖານຄວາມປອດໄພແລະນະ ໂຍບາຍສະຫວັດດີການສັງຄົມຂອງຜູ້ອອກແຮງງານໃນການດໍາເນີນທຸ ລະກິດນໍ້າປະປາ; 4. ກວດກາການຄຸ້ມຄອງ,ການປົກປັກຮັກສາແຫຼ່ງນໍ້າສໍາລັບ ການຜະລິດນໍ້າປະປາແລະສິ່ງແວດລ້ອມ; 5. ກວດກາມາດຕະຖານຄຸນນະພາບນໍ້າປະປາ; 6. ກວດກາການນໍາໃຊ້ມາດຕະການປ້ອງກັນ,ແກ້ໄຂຜົນກະທົບ ແລະທົດແທນຄ່າເສຍຫາຍຕໍ່ຊີວິດ,ສຸຂະພາບ,ຊັບສິນຂອງປະຊາຊົນ,ສາ ທາລະນະແລະສິ່ງແວດລ້ອມໃນການດໍາເນີນທຸລະກິດນໍ້າປະປາ; 7. ກວດກາການປະຕິບັດແຜນການແລະການເງິນຂອງທຸລະກິດ ນໍ້າປະປາ; 8. ກວດກາການປະມູນ,ສັນຍາຮັບເໝົາກໍ່ສ້າງແລະຕິດຕັ້ງລະ ບົບໂຄງລ່າງນໍ້າປະປາແລະສຸຂາພິບານ,ການປະຕິບັດສັນຍາຕ່າງໆ. ....ມາດຕາ 66 ຮູບການກວດກາ

ມາດຕາ 66 ຮູບການກວດກາ ການກວດກາວຽກງານນໍ້າປະປາມີສາມຮູບການດັ່ງນີ້: 1. ການກວດກາຢ່າງເປັນລະບົບປົກກະຕິຊຶ່ງແມ່ນການກວດກາ ທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ຖືກ ກວດກາຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານນໍ້າປະປານັ້ນເຈົ້າໜ້າທີ່ ຂອງອົງການກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ. ....ມາດຕາ 67 ການກວດກາພາຍນອກ

ມາດຕາ 67 ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າທີ່ ຂອງອົງການຄຸ້ມຄອງແລະກວດກາວຽກງານນໍ້າປະປາເພື່ອໃຫ້ມີຄວາມ ເຂັ້ມແຂງ,ໂປ່ງໃສ,ຍຸຕິທໍາແລະມີປະສິດພິຜົນ; ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການກວດກາລັດ; 3. ການກວດສອບຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການກວດສອບ; 4. ການກວດກາດ້ວຍການເຂົ້າຮ່ວມຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ປະຊາຊົນແລະສື່ມວນຊົນ. ..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 68 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 68 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນໃນການກໍ່ສ້າງ,ປັບປຸງ,ພັດທະນາ,ຂະຫຍາຍ,ຜະ ລິດ,ດໍາເນີນງານ,ບຸລະນະຮັກສາແລະບໍລິການນໍ້າປະປາຢ່າງມີປະສິດທິ ຜົນ,ມີຄຸນນະພາບຈະໄດ້ຮັບການຍ້ອງຍໍແລະປະຕິບັດນະໂຍບາຍອື່ນຕາມ ຄວາມເໝາະສົມ. ...ມາດຕາ 69 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 69 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກສາ ອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດ ຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາ 70 ມາດຕະການສຶກສາອົບຮົມ

ມາດຕາ 70 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານນໍ້າປະປາຫຼືສະຂາພິບານເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງ ບໍ່ເປັນການກະທໍາຜິດທາງອາຍາກໍ່ຈະຖືກສຶກສາອົບຮົມ,ກ່າວເຕືອນ. ...ມາດຕາ 71 ມາດຕະການທາງວິໄນ

ມາດຕາ 71 ມາດຕະການທາງວິໄນ ເຈົ້າໜ້າທີ່ພະນັກງານນໍ້າປະປາທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານນໍາ້ປະປາຫຼືສະຂາພິບານເປັນຕົ້ນຂໍ້ຫ້າມທີ່ມີລັກສະນະ ເບົາບາງຊຶ່ງບໍ່ເປັນການກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍບໍ່ຫຼວງ ຫຼາຍແລະບໍ່ຈິງໃຈລາຍງານການກະທໍາຂອງຕົນ,ຫຼົບຫຼີກຈາກຄວາມຜິດ ຂອງຕົນຈະຖືກປະຕິບັດວິໄນຕາມລະບຽບການເຊັ່ນ:ກ່າວເຕືອນຄວາມ ຜິດ,ໂຈະການເລື່ອນຊັ້ນຫຼືຖືກໄລ່ອອກຈາກການ. ...ມາດຕາ 72 ມາດຕະການປັບໃໝ

ມາດຕາ 72 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານນໍ້າປະປາຫຼືສຸຂາພິບານ,ກໍ່ຄວາມເສຍຫາຍຊຶ່ງບໍ່ມີອົງປະກອບຂອງ ການກະທໍາຜິດທາງອາຍາຈະຖືກປັບໃໝເນື່ອງມາຈາກການກະທໍາຕົ້ນ ຕໍດັ່ງນີ້: 1. ດໍາເນີນທຸລະກິດນໍ້າປະປາໂດຍບໍ່ໄດ້ຮັບອະນຸຍາດ; 2. ກໍ່ສ້າງແລະຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານນໍ້າ ປະປາເພື່ອເປັນການທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ; 3. ຕໍ່ນໍ້າປະປາເຂົ້າເຮືອນໂດຍບໍ່ໄດ້ຮັບອະນຸຍາດ; 4. ໃຫ້ຜູ້ອື່ນຕໍ່ນໍ້າປະປາຈາກເຮືອນຂອງຕົນໂດຍບໍ່ໄດ້ຮັບອະນຸ ຍາດ; 5. ດັດແປງໝໍ້ແທກນໍ້າ; 6. ບໍ່ປະຕິບັດຕາມມາດຕະຖານເຕັກນິກນໍ້າປະປາແລະມາດຕະ ການຄວາມປອດໄພ; 7. ບໍລິການແລະຊົມໃຊ້ນໍ້າປະປາໂດຍບໍ່ປະຕິບັດຕາມມາດຕະ ການປົກປັກຮັກສາສິ່ງແວດລ້ອມ; 8. ບໍ່ເສຍພາສີອາກອນແລະບໍ່ປະຕິບັດພັນທະອື່ນກ່ຽວກັບວຽກ ງານນໍ້າປະປາຫຼືສຸຂາພິບານຕາມລະບຽບກົດໝາຍ. ອັດຕາປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາ 73 ມາດຕະການທາງແພ່ງ

ມາດຕາ 73 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານນໍ້າປະປາຫຼືສະຂາພິບານຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຕ້ອງ ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ...ມາດຕາ 74 ມາດຕະການທາງອາຍາ

ມາດຕາ 74 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານນໍ້າປະປາ ຫຼືສຸຂາພິບານຊຶ່ງເປັນການກະທໍາຜິດທາງອາຍາຈະຖືກດໍາເນີນຄະດີຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 75 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ

ມາດຕາ 75 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ ຜູ້ບໍລິການນໍ້າປະປາມີເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນຊຶ່ງກະຊວງໂຍທາ ທິການແລະຂົນສົ່ງເປັນຜູ້ກໍານົດ. ...ມາດຕາ 76 ການຈັດຕັ້ງປະຕິບັດ

ມາດຕາ 76 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບ ນີ້. ...ມາດຕາ 77 ຜົນສັກສິດ

ມາດຕາ 77 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບແຕ່ ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ຫໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ.