ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ 22-10-2004

From Wikisource
Jump to navigation Jump to search

.ນາຍທະຫານກອງທັບປະຊາຊົນລາວ 22-10-2004


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະ ຊາຊົນລາວ ກົໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວກໍານົດທີ່ ຕັ້ງ,ພາລະບົດບາດ,ສິດ,ໜ້າທີ່,ຄວາມຮັບຜິດຊອບ,ພັນທະ,ການພົວພັນ ຮ່ວມມືສາກົນ,ມາດຕະຖານ,ຂັ້ນ,ຊັ້ນແລະຕໍ່ແໜ່ງຂອງນາຍທະຫານ; ກໍານົດການຄຸ້ມຄອງຂອງລັດ,ນະໂຍບາຍ,ຂໍ້ຫ້າມ,ການຍ້ອງຍໍແລະການ ປະຕິບັດວິໄນຕໍ່ນາຍທະຫານໃນກອງທັບປະຊາຊົນລາວ,ເຮັດໃຫ້ນາຍທະ ຫານມີຄວາມໜັກແໜ້ນທາງດ້ານການເມືອງ,ແນວຄິດ,ເຂັ້ມແຂງດ້ານ ການຈັດຕັ້ງ,ມີລະບຽບວິໄນເຂັ້ມງວດ,ມີແບບແຜນທັນສະໄໝແລະເຮັດ ສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ. ...ມາດຕາສອງ:ນາຍທະຫານກອງທັບປະຊາຊົນລາວ

ມາດຕາສອງ:ນາຍທະຫານກອງທັບປະຊາຊົນລາວ ນາຍທະຫານກອງທັບປະຊາຊົນລາວແມ່ນພະນັກງານຂອງພັກ ແລະລັດແຫ່ງສປປລາວທີ່ມີຊັ້ນແຕ່ຮ້ອຍຕີເຖິງຊັ້ນພົນເອກຊຶ່ງມີເຄື່ອງ ໝາຍຊັ້ນ,ທຽບຊັ້ນ,ເຄື່ອງໝາຍເຫຼົ່າຮົບ,ເຫຼົາທັບແລະເຄື່ອງແບບສະ ເພາະໂດຍແມ່ນລັດຖະບານເປັນຜູ້ກໍານົດ. ...ມາດຕາສາມ:ທີ່ຕັ້ງ,ພາລະບົດບາດຂອງນາຍທະຫານ

ມາດຕາສາມ:ທີ່ຕັ້ງ,ພາລະບົດບາດຂອງນາຍທະຫານ ນາຍທະຫານເປັນກໍາລັງຫຼັກແຫຼ່ງຂອງກອງທັບປະຊາຊົນລາວ. ນາຍທະຫານມີພາລະບົດບາດຊີ້ນໍາ,ນໍາພາ,ບັນຊາແລະກໍ່ສ້າງ ກໍາລັງ,ສຶກສາອົບຮົມ,ຝຶກແອບຮໍ່ຮຽນ,ກຽມພ້ອມສູ້ຮົບ,ສູ້ຮົບ,ຄຸ້ມຄອງ ,ລ້ຽງດູທັບແລະປະຕິບັດໜ້າທີ່ອື່ນໆເພື່ອປົກປັກຮັກສາຄວາມເປັນເອ ກະລາດ,ອໍານາດອະທິປະໄຕ,ຜືນແຜນດິນອັນຄົບຖ້ວນແລະສ້າງສາພັດ ທະນາປະເທດຊາດ. ...ມາດຕາສີ່:ສິດແລະໜ້າທີ່ຂອງນາຍທະຫານ

ມາດຕາສີ່:ສິດແລະໜ້າທີ່ຂອງນາຍທະຫານ ສິດແລະໜ້າທີ່ຂອງນາຍທະຫານມີດັ່ງນີ້: ໜຶ່ງ:ກຽມພ້ອມສູ້ຮົບແລະສູ້ຮົບພິລະອາຫານເພື່ອປົກປັກຮັກສາ ປະເທດຊາດ,ຮັບປະກັນສະຖຽນລະພາບແລະຄວາມໝັ້ນຄົງຂອງລະບອບ ປະຊາທິປະໄຕປະຊາຊົນ;ປົກປັກຮັກສາຊັບສົມບັດຂອງລັດ,ສິດຜົນປະ ໂຫຍດອັນຊອບທໍາຂອງລວມໝູ່ແລະຂອງປະຊາຊົນ; ສອງ:ຕັ້ງໜ້າປັບປຸງແລະກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານ ການເມືອງ,ແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,ມີຄວາມຈົງຮັກ ພັກດີຕໍ່ປະເທດຊາດ,ມີທາດແທ້ປະຕິວັດ,ມີລະບຽບວິໄນເຂັ້ມງວດແລະ ມີແບບແຜນທັນສະໄໝ;ມີລະດັບວິທະຍາສາດ,ເຕັກນິກ,ສິລະປະຍຸດ,ຍຸດ ທະວິທີການການສູ້ຮັບແລະມີຄວາມສະມາດປະຕິບັດສໍາເລັດໜ້າທີ່; ສາມ:ປະຕິບັດແນວທາງ,ນະໂຍບາຍຂອງພັກ,ກົດໝາຍຂອງລັດ ,ຂໍ້ກໍານົດ,ກົດລະບຽບຂອງກອງທັບ;ຮັກສາຄວາມລັບຂອງລັດ,ຂອງ ກອງທັບຢ່າງເດັດຂາດ;ປະຕິບັດຄໍາສັ່ງຂອງຜູ້ນໍາພາ,ບັນຊາແລະການ ຈັດຕັ້ງຂັ້ນເທິງຂອງຕົນຢ່າງເຂັ້ມງວດ; ສີ່:ກໍ່ສ້າງຮາກຖານການເມືອງ,ເຂົ້າຮ່ວມການພັດທະນາທາງ ດ້ານເສດຖະກິດ,ວັດທະນະທໍາ,ສັງຄົມແລະຊ່ວຍເຫຼືອປະຊາຊົນ. ຫ້າ:ຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງ ນາຍແລະພົນທະຫານບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງ ,ອອກແຮງສ້າງພະລາທິການກັບທີ່ເພື່ອຮັບປະກັນການປະຕິບັດໜ້າທີ່ ຂອງຕົນ. ຫົກ:ປະຕິບັດຫຼັກການລວມສູນປະຊາທິປະໄຕ;ມີຄວາມສາມັກຄິ ເປັນເອກະພາບພາຍໃນກອງທັບ,ຕໍານິຕິຊົມ,ຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ພາຍໃນກົມກອງແລະລະຫວ່າງຂັ້ນລຸ່ມກັບຂັ້ນເທິງເພື່ອພ້ອມກັນກ້າວ ໜ້າ. ...ມາດຕາຫ້າ:ຄວາມຮັບຜິດຊອບຂອງນາຍທະຫານ

ມາດຕາຫ້າ:ຄວາມຮັບຜິດຊອບຂອງນາຍທະຫານ ນາຍທະຫານມີຄວາມຮັບຜິດຊອບຊີ້ນໍາ,ນໍາພາ,ບັນຊາ,ຄຸ້ມຄອງ ກົມກອງຂອງຕົນ,ປະຕິບັດແວທາງ,ນະໂຍບາຍຂອງພັກ,ລະບຽບກົດໝາຍ ຂອງລັດ,ມະຕິ,ຄໍາສັ່ງຂອງຂັ້ນເທິງຖ່າງເຂັ້ມງວດແລະມີຄວາມຮັບຜິດ ຊອບຕໍ່ຄໍາສັ່ງຂອງຕົນ. ການປະຕິບັດຄໍາສັ່ງຂອງຜູ້ບັນຊາໃນຍາມສູ້ຮົບຕ້ອງປະຕິບັດຢ່າງ ເຂັ້ມງວດແລະເດັດຂາດ. ...ມາດຕາຫົກ:ພັນທະຂອງນາຍທະຫານ

ມາດຕາຫົກ:ພັນທະຂອງນາຍທະຫານ ນາຍທະຫານມີພັນທະດັ່ງລຸມນີ້: ໜຶ່ງ:ກຽມພ້ອມສູ້ຮົບ,ສູ້ຮົບພິລະອາດຫານ,ຍອມເສຍສະຫຼະຊີວິດ ເພື່ອຜົນປະໂຫຍດຂອງປະເທດຊາດແລະຂອງປະຊາຊົນບັນດາເຜົ່າ; ສອງ:ປົກປັກຮັກສາພັກປະຊາຊົນປະຕິວັດລາວແລະລັດແຫ່ງສປ ປລາວ,ເຂົ້າຮ່ວມໃນການສ້າງສາພັດທະນາປະເທດຊາດ; ສາມ:ຝຶກຝົນ,ຫຼໍ່ຫຼອມຄຸນສົມບັດສິນທໍາປະຕິບັດ,ເປັນແບບຢ່າງໃນ ທຸກວຽກງານ;ຝຶກແອບຮໍ່າຮຽນ,ຍົກສູງລະດັບຄວາມຮູ້ຄວາມສາມາດ ທາງດ້ານການເມືອງ,ການທະຫານ,ເສດຖະກິດ,ວັດທະນະທໍາ-ສັງຄົມ ແລະວິຊາສະເພາະອື່ນໆເພື່ອເຮັດສໍາເລັດໜ້າທີ່ໄດ້ຮັບມອບໝາຍ. ສີ່:ມີສະຕິຕໍ່ການຈັດຕັ້ງ,ມີລະບຽບວິໄນ,ປະຕິບັດຄໍາສັ່ງຂອງຜູ້ບັນ ຊາຢ່າງເຂັ້ມງວດແລະເດັດຂາດ. ຫ້າ:ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນ ດາເຜົ່າ. ນອກຈາກນີ້ແລ້ວນາຍທະຫານກໍ່ຍັງມີພັນທະຄືກັນກັບພົນລະເມືອງ ລາວຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍແຫ່ງສປປ ລາວ. ...ມາດຕາເຈັດ:ການພົວພັນແລະຮ່ວມມືສາກົນຂອງນາຍທະຫານ

ມາດຕາເຈັດ:ການພົວພັນແລະຮ່ວມມືສາກົນຂອງນາຍທະຫານ ນາຍທະຫານກອງທັບປະຊາຊົນລາວພົວພັນຮ່ວມມືກັບກອງທັບ ຂອງບັນດາປະເທດເພື່ອນມິດແລະປະເທດອື່ນໆຕາມລະບຽບການບົນ ພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ,ເຄົາລົບເອກະລາດ,ອະທິປະໄຕ ,ຜືນແຜ່ນດິນອັນຄົບຖ້ວນຂອງກັນ,ບໍ່ແຊກແຊງເຂົ້າວຽກງານພາຍໃນ ຂອງກັນ,ສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ..ໝວດທີ2ປະເພດ,ແຫຼ່ງທີ່ມາ,ມາດຕະຖານ,ການນໍາພາ,ບັນຊາແລະກໍ່ສ້າງນາຍທະຫານ


...ມາດຕາແປດ:ປະເພດນາຍທະຫານ ມາດຕາແປດ:ປະເພດນາຍທະຫານ

ມາດຕາແປດ:ປະເພດນາຍທະຫານ ມາດຕາແປດ:ປະເພດນາຍທະຫານ ນາຍທະຫານກອງທັບປະຊາຊົນລາວປະກອບມີປະເພດດັ່ງນີ້: ໜື່ງ:ນາຍທະຫານເສນາທິການເຮັດໜ້າທີ່ບັນຊາ,ສູ້ຮົບແລະກໍ່ ສ້າງກໍາລົງທາງດ້ານການທະຫານ; ສອງ:ນາຍທະຫານການເມືອງເຮັດໜ້າທີ່ວຽກງານການເມືອງ ,ແນວຄິດ,ວຽກງານຈັດຕັ້ງພັກ,ພະນັກງານ,ວຽກງານນະໂຍບາຍແລະ ວຽກງານອົງການຈັດຕັ້ງມະຫາຊົນ. ສາມ:ນາຍທະຫານພະລາທິການເຮັດໜ້າທີ່ຮັບປະກັນດ້ານພະລາ ທິການແລະການລ້ຽງດູທັບ; ສີ່:ນາຍທະຫານເຕັດນິກ,ວິຊາການແລະວິຊາສະເພາະອື່ນໆເຮັດ ໜ້າທີ່ຂະແໜງການແລະວິຊາສະເພາະໃດໜຶ່ງ. ...ມາດຕາເກົ້າ:ແຫຼ່ງທີ່ມາຂອງນາຍທະຫານ

ມາດຕາເກົ້າ:ແຫຼ່ງທີ່ມາຂອງນາຍທະຫານ ແຫຼ່ງທີ່ມາຂອງນາຍທະຫານມີດັ່ງນີ້: ໜຶ່ງ:ນາຍສິບທີ່ຮຽນຈົບຈາກບັນດາໂຮງຮຽນຊັ້ນກາງຂຶ້ນໄປຢູ່ ໃນແລະນອກກອງທັບ,ທັງພາຍໃນແລະຕ່າງປະເທດ. ສອງ:ນາຍສິບຈາກກົມກອງຕ່າງໆຊຶ່ງເປັນຜູ້ສູ້ຮົບພິລະອາດຫານ

ຫ້າວຫັນແລະມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຕ່າງໆ;

ສາມ:ພະນັກງານ,ລັດຖະກອນແລະນັກສຶກສານອກກອງທັບທີ່ຮຽນ ຈົບຊັ້ນກາງຂຶ້ນໄປທາງພາຍໃນແລະຕ່າງປະເທດທີ່ເຂົ້າເຮັດໜ້າທີ່ຮັບ ໃຊ້ໃນກອງທັບ,ຊຶ່ງຕ້ອງໄດ້ຮັບການບໍາລຸງຫຼືກໍ່ສ້າງວິຊາການທະຫານ. ...ມາດຕາສິບ:ມາດຕະຖານຂອງນາຍທະຫານ

ມາດຕາສິບ:ມາດຕະຖານຂອງນາຍທະຫານ ມາດຕະຖານຂອງນາຍທະຫານມີດັ່ງນີ້: ໜຶ່ງ:ຕ້ອງແມ່ນຄົນລາວທີ່ເປັນສັນຊາດລາວ,ມີອາຍຸຊາວເອັດປີ ຂຶ້ນໄປ,ມີຊີວະປະຫວັດດີແລະບໍ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ ມາກ່ອນ; ສອງ:ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ຈໍາແນກມິດ-ສັດ ຕູຈະແຈ້ງ,ມີອຸດົມການສັງຄົມນິຍົມ,ມີຄຸນສົມບັດສິນທໍາປະຕິວັດ,ມີນໍ້າໃຈ ຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ມີຄວາມຈົງຮັກພັກດີຕໍ່ພັກ ແລະປະຊາຊົນ;ມີນໍ້າໃຈຕໍ່ສູ້ເດັດດ່ຽວພິລະອາດຫານ,ມີຄວາມເສຍສະ ຫຼະສູງແລະທົນທານໜຽວແໜ້ນ; ສາມ:ມີຄວາມຮູ້ພື້ນຖານທິດສະດີມາກ-ເລນິນ,ມີຄວາມສາມາດ ກໍາແໜ້ນແລະຈັດຕັ້ງປະຕິບັດແນວທາງ,ແຜນນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ; ສີ່:ມີຄວາມຮູ້ເປັນລະບົບກ່ຽວກັບວິຊາການທະຫານ,ວິຊາສະ ເພາະເຕັກນິກ,ໄດ້ຜ່ານການທົດສອບໃນວຽກງານຕົວຈິງ; ຫ້າ:ມີສະຕິຕໍ່ການຈັດຕັ້ງ,ປະຕິບັດກົດໝາຍຂອງລັດແລະກົດລະ ບຽບຂອງກອງທັບຢ່າງເຂັ້ມງວດ; ຫົກ:ມີສຸຂະພາບສົມບູນແລະແຂງແຮງດີ.

ສໍາລັບນາຍທະຫານບັນຊາແຕ່ລະຂັ້ນຕ້ອງມີເງື່ອນໄຂຕື່ມດັ່ງນີ້: -ຂັ້ນໝວດ,ກອງຮ້ອຍແລະທຽບເທົ່າຕ້ອງຈົບໂຮງຮຽນນາຍທະ ຫານບົກຫຼືທຽບເທົ່າຂຶ້ນໄປ; -ຂັ້ນກອງພັນນ້ອຍ,ກອງພັນໃຫຍ່ແລະທຽບເທົ່າຕ້ອງຈົບວິທະ ຍາຄານການທະຫານ,ການເມືອງແລະພະລາທິການຫຼືທຽບເທົ່າຂຶ້ນ ໄປ; -ຂັ້ນເຂດທະຫານ,ກອງພົນແລະທຽບເທົ່າຂຶ້ນໄປຕ້ອງຈົບວິທະ ຍາຄານປ້ອງກັນຊາດໄກສອນພົມວິຫານຫຼືທຽບເທົ່າຂຶ້ນໄປ. ...ມາດຕາສິບເອັດ:ການນໍາພາ,ບັນຊານາຍທະຫານ

ມາດຕາສິບເອັດ:ການນໍາພາ,ບັນຊານາຍທະຫານ ນາຍທະຫານກອງທັບປະຊາຊົນລາວຢູ່ພາຍໃຕ່ການນໍາພາໂດຍ ກົງ,ລວມສູນເປັນເອກະພາບແລະຮອບດ້ານຂອງພັກປະຊາຊົນປະຕິວັດ ລາວ. ປະທານປະເທດເປັນຜູ້ບັນຊາສູງສຸດຂອງນາຍທະຫານກອງທັບ ປະຊາຊົນລາວ. ນາຍົກລັດຖະມົນຕີເປັນຜູ້ຈັດຕັ້ງແລະກວດກາການເຄື່ອນໄຫວ ຂອງນາຍທະຫານກອງທັບປະຊາຊົນລາວ. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ຊີ້ນໍາ,ນໍາພາ ,ບັນຊາແລະຄຸ້ມຄອງໂດຍກົງນາຍທະຫານກອງທັບປະຊາຊົນລາວ. ...ມາດຕາສິບສອງ:ການກໍ່ສ້າງນາຍທະຫານ

ມາດຕາສິບສອງ:ການກໍ່ສ້າງນາຍທະຫານ ການກໍ່ສ້າງນາຍທະຫານແມ່ນຄວາມຮັບຜິດຊອບຂອງພາກສ່ວນ ຕ່າງໆດັ່ງນີ້: -ຄະນະພັກ,ຄະນະບັນຊາຂັ້ນຕ່າງໆຢູ່ໃນກອງທັບມີຄວາມຮັບຜິດ ຊອບກໍ່ສ້າງນາຍທະຫານທີ່ຂຶ້ນກັບຕົນໃຫ້ເຕີບໃຫຍ່,ເຂັ້ມແຂງແລະມີແບບ ແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; -ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງລາວທຸກຄົນມີພັນ ທະປະກອບສ່ວນກໍ່ສ້າງ,ບໍາລຸງແລະສຶກສາອົບຮົມນາຍທະຫານກອງທັບ ປະຊາຊົນລາວ. ..ໝວດທີ3ລະບົບຂັ້ນແລະຊັ້ນຂອງນາຍທະຫານ


...ມາດຕາສິບສາມ:ຂັ້ນແລະຊັ້ນຂອງນາຍທະຫານກອງທັບປະຊາຊົນລາວ

ມາດຕາສິບສາມ:ຂັ້ນແລະຊັ້ນຂອງນາຍທະຫານກອງທັບປະຊາຊົນລາວ ນາຍທະຫານກອງທັບປະຊາຊົນລາວປະກອບມີສາມຂັ້ນແລະສິບ ຊັ້ນດັ່ງນີ້: ຂັ້ນນາຍຮ້ອຍ,ຂັ້ນນາຍພັນແລະຂັ້ນນາຍພົນ. ຂັ້ນນາຍຮ້ອຍມີສາມຊັັ້ນ: ຊັ້ນຮ້ອຍຕີ; ຊັ້ນຮ້ອຍໂທ; ຊັ້ນຮ້ອຍເອກ; ຂັ້ນນາຍພັນມີສາມຊັ້ນ: ຊັ້ນພັນຕີ; ຊັ້ນພັນໂທ; ຊັ້ນພັນເອກ; ຂັ້ນນາຍພົນມີສີ່ຊັ້ນ: ຊັ້ນນາຍພົນຈັດຕະວາ; ຊັ້ນນາຍພົນຕິ; ຊັ້ນນາຍພົນໂທ; ຊັ້ນນາຍພົນເອກ; ...ມາດຕາສິບສີ່:ອາຍຸກະສຽງຂອງນາຍທະຫານແຕ່ລະຂັ້ນ.

ມາດຕາສິບສີ່:ອາຍຸກະສຽງຂອງນາຍທະຫານແຕ່ລະຂັ້ນ. ອະຍຸກະສຽນສູງສຸດໃນການປະດັບຊັ້ນ,ເລື່ອນຊັ້ນ,ຕໍ່ນາຍທະຫານ ປະຈໍາການແລະບໍານານແຕ່ລະຂັ້ນມີດັ່ງນີ້: ໜຶ່ງ:ອາຍຸກະສຽນປະດັບຊັ້ນແລະເລື່ອນຊັ້ນ. ຂັ້ນນາຍຮ້ອຍບໍ່ໃຫ້ເກີນສີ່ສິບປີ; ຂັ້ນນາຍພັນບໍ່ໃຫ້ເກີນຫ້າສິບປີ; ຂັ້ນນາຍພົນບໍ່ໃຫ້ເກີດຫົກສິບປີ; ສອງ:ອາຍຸກະສຽນຂອງນາຍທະຫານທີ່ປະຈໍາການຢູ່ກົມກອງສູ້ ຮົບສູງສຸດບໍ່ໃຫ້ເກີນຫ້າສິບຫ້າປີ,ນາຍທະຫານທີ່ປະຈໍາການຢູ່ສໍານັກງານ ,ອົງການ,ສູງສຸດບໍ່ໃຫ້ເກີນຫົກສິບຫ້າປີ. ສາມ:ອາຍຸກະສຽນຮັບບໍານານຂອງນາຍທະຫານເພດຊາຍແມ່ນ ຫົກສິບປີແລະໃນກໍລະນີພິເສດທີ່ມີຄວາມຮຽກຮ້ອງຕ້ອງການບໍ່ໃຫ້ເກີນຫົກ ສິບຫ້າປີ,ເພດຍິງແມ່ນຫ້າສິບຫ້າປີແລະໃນກໍລະນີພິເສດທີ່ມີຄວາມຮຽກ ຮ້ອງຕ້ອງການບໍ່ໃຫ້ເກີນຫົກສິບປີ.ສໍາລັບຜູ້ທີ່ເຮັດວຽກກັບທາດເບື່ອ,ທາດ ເຄມີຫຼືເຮັດວຽກຢູ່ເຂດຫຍຸ່ງຍາກທຸລະກັນດານສິບຫ້າປີຢ່າງຕໍ່ເນື່ອງມີສິດ ໄດ້ຮັບເບ້ຍບໍານານກ່ອນກໍານົດ. ...ມາດຕາສິບຫ້າ:ການປະດັບຊັ້ນນາຍທະຫານ

ມາດຕາສິບຫ້າ:ການປະດັບຊັ້ນນາຍທະຫານ ເງື່ອນໄຂປະດັບຊັ້ນນາຍທະຫານມີດັ່ງນີ້: ໜຶ່ງ:ນາຍສິບທີ່ຮຽນຈົບຊັ້ນກາງໃນຫຼືນອກກອງທັບທັງພາຍໃນ ແລະຕ່າງປະເທດຈະໄດ້ຮັບການປະດັບຊັ້ນຮ້ອຍຕີ; ສອງ:ນາຍສິບທີ່ຮຽນຈົບຊັ້ນສູງຫຼືປະລິນາຍາຕີໃນຫຼືນອກກອງທັບ ທັງພາຍໃນແລະຕ່າງປະເທດຈະໄດ້ຮັບການປະດັບຊັ້ນຮ້ອຍໂທ; ສາມ:ນາຍສິບທີ່ມີຜົນງານດີເດັ່ນໃນການສູ້ຮົບຫຼືໃນການປະຕິບັດ ໜ້າທີ່ວຽກງານອື່ນໆຈະໄດ້ຮັບການປະດັບຊັ້ນຮ້ອຍຕີຫຼືຮ້ອຍໂທຕາມ ຄວາມເໝາະສົມ; ສີ່:ພະນັກງານ,ລັດຖະກອນ,ນັກສຶກສານອກກອງທັບທີ່ເປັນນັກວິ ຊາການ,ຮຽນຈົບຊັ້ນກາງຂຶ້ນໄປທັງພາຍໃນແລະຕ່າງປະເທດຊຶ່ງເຂົ້າ ມາເຮັດໜ້າທີ່ຮັບໃຊ້ໃນກອງທັບຈະໄດ້ຮັບການປະດັບຊັ້ນຮ້ອຍຕິຂຶ້ນໄປ ,ແຕ່ຕ້ອງໄດ້ຜ່ານການບໍາລຸງຫຼືກໍ່ສ້າງວະຊາການທະຫານຕື່ມອີກ. ...ມາດຕາສິບຫົກ:ສິດຕົກລົງກ່ຽວກັບຊັ້ນນາຍທະຫານ

ມາດຕາສິບຫົກ:ສິດຕົກລົງກ່ຽວກັບຊັ້ນນາຍທະຫານ ສິດຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນ,ປົດຊັ້ນນາຍທະຫານມີ ດັ່ງນີ້: ໜຶ່ງ:ປະທານປະເທດເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນ ແລະປົດຊັ້ນຂັ້ນນາຍພົນ,ຕາມການສະເໜີຂອງນາຍົກລັດຖະມົນຕີ; ສອງ:ນາຍົກລັດຖະມົນຕີເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບ ຊັ້ນແລະປົກຊັ້ນພັນເອກ;ຕາມການສະເໜີຂອງລັດຖະມົນຕີວ່າການກະ ຊວງປ້ອງກັນປະເທດ; ສາມ:ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ຕົກລົງ ປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນ,ປົດຊັ້ນຮ້ອບເອກ,ພັນຕີແລະພັນໂທຕາມ ການສະເໜີຂອງຫົວໜ້າກົມໃຫຍ່ການເມືອງກອງທັບ. ສີ່:ຫົວໜ້າກົມໃຫຍ່ການເມືອງກອງທັບເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນ,ທຽບຊັ້ນ,ປົດຊັ້ນຮ້ອຍຕີແລະຮ້ອຍໂທຕາມການສະເໜີຂອງ ກົດກອງທີ່ກ່ຽວຂ້ອງ. ...ມາດຕາສິບເຈັດ:ເງື່ອນໄຂເລື່ອນຊັ້ນນາຍທະຫານ

ມາດຕາສິບເຈັດ:ເງື່ອນໄຂເລື່ອນຊັ້ນນາຍທະຫານ ການເລື່ອນຊັ້ນນາຍທະຫານຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: ໜຶ່ງ:ເຖິງກໍານົດເວລາພິຈາລະນາການເລື່ອນຊັ້ນຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາສິບແປດຂອງກົດໝາຍສະບັບນີ້. ສອງ:ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍຫຼືມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ. ສາມ:ມີເງື່ອນໄຂແລະມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນມາດຕາຫ້າ,ສິບ,ສິບສີ່ແລະຊາວຂອງກົດໝາຍສະບັບນີ້. ...ມາດຕາສິບແປດ:ກໍານົດເວລາການເລື່ອນຊັ້ນໃຫ້ນາຍທະຫານ

ມາດຕາສິບແປດ:ກໍານົດເວລາການເລື່ອນຊັ້ນໃຫ້ນາຍທະຫານ ການພິຈາລະນາການເລື່ອນຊັ້ນນາຍທະຫານໃຫ້ປະຕິບັດຕາມກໍາ ນົດເວລາດັ່ງນີ້: ຊັ້ນຮ້ອຍຕີຂຶ້ນຮ້ອຍໂທ ກໍານົດ ສາມປີ ຊັ້ນຮ້ອຍໂທຂຶ້ນຮ້ອຍເອກ ກໍານົດ ສາມປີ ຊັ້ນຮ້ອຍເອກຂຶ້ນພັນຕີ ກໍານົດ ສີ່ປີ ຊັ້ນພັນຕີຂຶ້ນພັນໂທ ກໍານົດ ສີ່ປີ ຊັ້ນພັນໂທຂຶ້ນພັນເອກ ກໍານົດ ສີ່ປີ ສ່ວນການເລື່ອນຂັ້ນຈາກຊັ້ນພັນເອກຂຶ້ນນາຍພົນນັ້ນ,ນາຍພົນຂຶ້ນ ຊັ້ນສູງກວ່ານັ້ນບໍ່ມີກໍານົດເວລາແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ. ໄລຍະເວລາທີ່ນາຍທະຫານສຶກສາຢູ່ໂຮງຮຽນຕ່າງໆກໍ່ໃຫ້ຄິດໄລ່ ໃສ່ກໍານົດເວລາການເລື່ອນຊັ້ນ. ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບ,ໃນການປະຕິບັດ ໜ້າທີ່ຢູ່ເຂດຫຍູ້ງຍາກທຸລະກັນດານຫຼືໜ້າທີ່ພິເສດອາດຈະໄດ້ເລື່ອນຂ້າມ ຊັ້ນຫຼືເລື່ອນຊັ້ນກ່ອນກໍານົດເວລາທີ່ໄດ້ກໍານົດໄວ້. ໃນກໍລະນີທີ່ຮອດກໍານົດເວລາການເລື່ອນຊັ້ນແລ້ວແຕ່ບໍ່ມີມາດຕະ ຖານ,ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເຈັດຂອງກົດ ໝາຍສະບັບນີ້ຈະບໍ່ທັນໄດ້ເລື່ອນຊັ້ນ,ແຕ່ຈະມີການພິຈາລະນາໄປແຕ່ລະ ປີໂດຍບໍ່ໃຫ້ເກີນໜຶ່ງຮອບຂອງກໍານົດເວລາການເລື່ອນຊັ້ນຂອງແຕ່ລະ ຊັ້ນ,ຖ້າຫາກບໍ່ໄດ້ເລື່ອນຊັ້ນແລ້ວຈະໄດ້ຍົກຂັ້ນເງິນເດືອນໜຶ່ງຊັ້ນແລະ ອາດຈະຍົກຍ້າຍຜູ້ກ່ຽວໄປເຮັດໜ້າທີ່ໃໝ່ຕາມຄວາມສາມາດຫຼືໃຫ້ຮັບ ເບ້ຍບໍານານຫຼືເງິນອຸດໜູນຕາມລະບຽບການ.ນາຍທະຫານທີ່ຍົກຍ້າຍ ໄປເຮັດໜ້າທີ່ຢູ່ຝ່າຍພົນລະເຮືອນເມື່່ອກັບຄືນກອງທັບຈະໄດ້ພິຈາລະນາ ເລື່ອນຊັ້ນຕື່ມໜຶ່ງຊັ້ນຫຼືຂ້າມຊັ້ນຕາມຄວາມເໝາະສົມແຕ່ຕ້ອງມີເງື່ອນ ໄຂ,ມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເຈັດຂອງ ກົດໝາຍສະບັບນີ້. ..ໝວດທີ4ຕໍາແໜ່ງນາຍທະຫານໃນກອງທັບປະຊາຊົນລາວ


...ມາດຕາສິບເກົ້າ:ຕໍາແໜ່ງຂອງນາຍທະຫານ

ມາດຕາສິບເກົ້າ:ຕໍາແໜ່ງຂອງນາຍທະຫານ ຕໍາແໜ່ງຂອງນາຍທະຫານກອງທັບປະຊາຊົນລາວມີດັ່ງນີ້: ໜຶ່ງ:ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ; ສອງ:ຫົວໜ້າກົມໃຫຍ່ເສນາທິຫານກອງທັບ,ຫົວໜ້າກົມໃຫຍ່ການ ເມືອງກອງທັບ,ຫົວໜ້າກົມໃຫຍ່ພະລາທິການກອງທັບແລະຫົວໜ້າກົມໃຫຍ່ ເຕັກນິກກອງທັບ. ສາມ:ຫົວໜ້າກອງບັນຊາການເຂດທະຫານ; ສີ່:ຫົວໜ້າກົມ,ຫົວໜ້າກອງພົນ,ຫົວໜ້າກອງບັນຊາການທະຫານ ນະຄອນຫຼັງວຽງຈັນ,ຫົວໜ້າກອງບັນຊາການທະຫານນະຄອນ,ຫົວໜ້າ ກອງບັນຊາການທະຫານແຂວງ; ຫ້າ:ຫົວໜ້າກອງພັນໃຫຍ່,ຫົວໜ້າກອງບັນຊາການທະຫານເມືອງ; ຫົກ:ຫົວໜ້າກອງພັນນ້ອຍ; ເຈັດ:ຫົວໜ້າກອງຮ້ອຍ. ແປດ:ຫົວໜ້າໝວດ. ຕໍາແໜ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ມີຕໍາແໜ່ງທຽບເທົ່າແລະ ຕໍາແໜ່ງຮອງຫົວໜ້າ. ...ມາດຕາຊາວ:ການກໍານົດຊັ້ນນາຍທະຫານໃສ່ແຕ່ລະຕໍາແໜ່ງ

ມາດຕາຊາວ:ການກໍານົດຊັ້ນນາຍທະຫານໃສ່ແຕ່ລະຕໍາແໜ່ງ ແຕ່ລະຕໍາແໜ່ງໄດ້ກໍານົດຊັ້ນນາຍທະຫານໃສ່ດັ່ງນີ້: ໜຶ່ງ:ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ:ຊັ້ນພົນໂທຫຼື ພົນເອກ. ສອງ:ຫົວໜ້າກົມໃຫຍ່ເສນາທິການກອງທັບ,ຫົວໜ້າກົມໃຫຍ່ການ ເມືອງກອງທັບ:ຊັ້ນພົນຕີຫຼືພົນໂທ; ສາມ:ຫົວໜ້າກົມໃຫຍ່ພະລາທິການກອງທັບ,ຫົວໜ້າກົມໃຫຍ່ເຕັກ ນິກກອງທັບ:ຊັ້ນພົນຈັດຕະວາຫຼືພົນຕີ; ສີ່:ຫົວໜ້າຫ້ອງການກະຊວງປ້ອງກັນປະເທດ,ຫົວໜ້າເຂດທະ ຫານ,ຫົວໜ້າວິທະຍາຄານປ້ອງກັນຊາດໄກສອນພົມວິຫານ;ຫົວໜ້າວິ ທະຍາຄານການທະຫານ,ການເມືອງ,ພະລາທິການແລະຫົວໜ້າຂອງ ອົງການກົມກອງທຽບເທົ່າ:ຊົ້ນພົນຈັດຈະວາຫຼືພົນຕີ; ຫ້າ:ຫົວໜ້າກົມ,ຫົວໜາໂຮງຮຽນນາຍທະຫານບົກ,ຫົວໜ້າກອງ ພົນ,ຫົວໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ,ຫົວໜ້າກອງ ບັນຊາການທະຫານນະຄອນແລະຫົວໜ້າຂອງອົງການກົມກອງທຽບເທົ່າ

ຊັ້ນພັນເອກຫຼືພົນຈັດຕະວາ;

ຫົກ:ຫົວໜ້າກອງບັນຊາການທະຫານແຂວງ:ຊັ້ນພັນເອກ; ເຈັດ:ຫົວໜ້າທູດທະຫານ:ຊັ້ນພັນເອກ; ແປດ:ຫົວໜ້າກອງພັນໃຫຍ່ແລະທຽບເທົ່າ:ຊັ້ນພັນໂທຫຼືພັນເອກ. ເກົ້າ:ຫົວໜ້າພະແນກຂອງອົງການຈັດຕັ້ງຂັ້ນຕ່າງໆ,ຫົວໜ້າ ກອງບັນຊາການທະຫານເມືອງ:ຊັ້ນພັນຕີຫຼືພັນໂທ; ສິບ:ຫົວໜ້າກອງພັນນ້ອຍແລະທຽບເທົ່າ:ຊັ້ນຮ້ອຍເອກຫຼືພັນຕີ; ສິບເອັດ:ຫົວໜ້າກອງຮ້ອຍແລະທຽບເທົ່າ:ຊັ້ນຮ້ອຍໂທຫຼືຮ້ອຍ ເອກ; ສິບສອງ:ຫົວໜ້າໝວດແລະທຽບເທົ່າ:ຊັ້ນຮ້ອຍຕີຫຼືຮ້ອຍໂທ. ຊັ້ນຂອງບັນດາຮອງຫົວໜ້າຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ ຈະເທົ່າກັບຊັ້ນຂອງຫົວໜ້າກໍ່ໄດ້. ຊັ້ນຂອງນາຍທະຫານທີ່ເຮັດວຽກງານພິເສດ,ຢູ່ເຂດຫຍຸ່ງຍາກ ທຸລະກັນດານ,ກົມກອງເຫຼົ່າຮົບເອກະລາດແລະດ້ານຮົມຕ່າງໆຈະສູງ ກວ່າຕໍາແໜ່ງທີ່ໄດ້ກໍານົດໄວ້ເທິງນີ້ກໍ່ໄດ້ແຕ່ບໍ່ໃຫ້ກາຍໜຶ່ງຊັ້ນ. ...ມາດຕາຊາວເອັດ:ການແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງນາຍທະຫານ

ມາດຕາຊາວເອັດ:ການແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງນາຍທະ ຫານ ຜູ້ມີສິດຕົກລົງແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງນາຍທະຫານ ມີດັ່ງນີ້: ໜຶ່ງ:ປະທານປະເທດເປັນຜູ້ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຕາມການສະເໜີຂອງນາ ຍົກລັດຖະມົນຕີພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ; ສອງ:ນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາ ແໜ່ງລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ,ຫົວໜ້າແລະ ຮອງຫົວໜ້າເຂດທະຫານ,ຫົວໜ້າວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ,ຫົວໜ້າກອງພົນ,ຫົວໜ້າກອງບັນຊາການທະຫານນະຄອນ ຫຼວງວຽງຈັນ,ຫົວໜ້າກອງບັນຊາການທະຫານຄະຄອນ,ຫົວໜ້າກອງ ບັນຊາການທະຫານແຂວງ,ຫົວໜ້າກົມກອງທຽບເທົ່າຕາມການສະເໜີ ຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ. ສາມ:ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ແຕ່ງ ຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າກົມ;ຫົວໜ້າທູດ ທະຫານ,ຮອງຫົວໜ້ອາຫ້ອງການກະຊວງ,ຮອງຫົວໜ້າວິທະຍາຄານ ປ້ອງກັນຊາດໄກສອນພົມວິຫານ,ຫົວໜ້າແລະຮອງຫົວໜ້າວິທະຍາຄານ ການທະຫານ,ການເມືອງ,ພະລາທິການ;ຫົວໜ້າແລະຮອງຫົວໜ້າໂຮງ ຮຽນນາຍທະຫານບົກ,ຮອງຫົວໜ້າກອງພົນ,ຮອງຫົວໜ້າກອງບັນຊາ ການທະຫານນະຄອນຫຼວງວຽງຈັນ,ຮອງຫົວໜ້າກອງບັນຊາການທະ ຫານນະຄອນ,ຮອງຫົວໜ້າກອງບັນຊາການທະຫານແຂວງ,ຫົວໜ້າແລະ ຮອງຫົວໜ້າກອງພັນໃຫຍ່,ຫົວໜ້າແລະຮອງຫົວໜ້າກອງບັນຊາການທະ ຫານເມືອງ,ຫົວໜ້າແລະຮອງຫົວໜ້າກົມກອງທຽບເທົ່າຕາມການສະ ເໜີຂອງຫົວໜ້າກົມໃຫຍ່ການເມືອງກອງທັບ. ສີ່:ຫົວໜ້າກົມໃຫຍ່ການມເມືອງກອງທັບເປັນຜູ້ແຕ່ງຕັ້ງ,ຍົກຍ້າຍ ແລະປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າພະແນກຂອງບັນດາອົງການ ຂັ້ນຕ່າງໆ,ຫົວໜ້າແລະຮອງຫົວໜ້າກອງພັນນ້ອຍ,ຫົວໜ້າແລະຮອງຫົວ ໜ້າຂະແໜງຂອງກອງພັນໃຫຍ່ເອກະລາດ,ຫົວໜ້າແລະຮອງຫົວໜ້າກົມ ກອງທຽບເທົ່າຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ; ຫ້າ:ຫົວໜ້າກົມໃຫຍ່ເສນາທິການ,ຫົວນ້າກົມໃຫຍ່ພະລາທິການ, ຫົວໜ້າກົມໃຫຍ່ເຕັກນິກ,ຫົວໜ້າຫ້ອງການກະຊວງແລະຫົວໜ້າກົມກອງ ທຽບເທົ່າເປັນຜູ້ແຕ່ງຕັ້ງ.ຍົກຍ້າຍແລະປົດຕໍາແໜ່ງຂັ້ນກອງຮ້ອຍແລະ ຂັ້ນຂະແໜງທີ່ຂຶ້ນກັບຕົນຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ; ຫົກ:ຫົວໜ້າເຂດທະຫານ,ຫົວໜ້າວິທະຍາຄານປ້ອງກັນຊາດໄກ ສອນພົມວິຫານ;ຫົວໜ້າວິທະຍາຄານການທະຫານ,ການເມືອງ,ພະລາ ທິການ;ຫົວໜ້າໂຮງຮຽນນາຍທະຫານບົກ,ຫົວໜ້າກອງພົນ,ຫົວໜ້າກອງ ບັນຊາການທະຫານຄະຄອນຫຼວງວຽງຈັນ,ຫົວໜ້າກອງບັນຊາການທະ ຫານນະຄອນ,ຫົວໜ້າກອງບັນຊາການທະຫານແຂວງແລະຫົວໜ້າກົມ ກອງທຽມເທົ່າເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຂັ້ນຂະແໜງ,ກອງ ຮ້ອຍ,ໝວດ,ໝູ່ທີ່ຂຶ້ນກັບຕົນຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ. ເຈັດ:ຫົວນ້າກອງພັນໃຫຍ່ເອກະລາດເປັນຜູ້ແຕ່ງຕັ້ງ,ຍົກຍ້າຍ ແລະປົດຕໍາແໜ່ງຂັ້ນກອງຮ້ອຍ,ໝວດແລະໝູ່ທີ່ຂຶ້ນກັບຕົນຕາມການສະ ເໜີຂອງກົມກອງທີ່ກ່ຽວຂ້ອງ. ...ມາດຕາຊາວສອງ:ການປົດແລະແຕ່ງຕັ້ງນາຍທະຫານໃຫ້ດໍາລົງຕໍາແໜ່ງຊົ່ວຄາວ

ມາດຕາຊາວສອງ:ການປົດແລະແຕ່ງຕັ້ງນາຍທະຫານໃຫ້ດໍາລົງຕໍາ ແໜ່ງຊົ່ວຄາວ ໃນກໍລະນີຮີບດ່ວນນາຍທະຫານທີ່ມີຕໍາແໜ່ງແຕ່ຂັ້ນຫົວໜ້າກອງ ຮ້ອຍເອກະລາດ,ຫົວໜ້າກອງພັນນ້ອຍເອກະລາດ,ຫົວໜ້າກອງພັນໃຫຍ່ ຫຼືທຽບເທົ່າຂຶ້ນໄປມີສິດປົດຕໍາແໜ່ງຊົ່ວຄາວຂອງນາຍທະຫານທີ່ຂຶ້ນກັບ ຕົນທີ່ບໍ່ປະຕິບັດຄໍາສັ່ງຊຶ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ກົມກອງແລະຜົນ ປະໂຫຍດຂອງຊາດແລະແຕ່ງຕັ້ງຜູ້ໃໝ່ຂຶ້ນຮັບຜິດຊອບແທນ,ພ້ອມກັນນັ້ນ ກໍ່ຕ້າງລາຍງານໃຫ້ຂັ້ນເທິງຖັດຕົນຊາບແລະສະເໜີຂັ້ນເທິງແຕ່ງຕັ້ງເປັນ ທາງການຢ່າງຮີບດ່ວນ. ...ມາດຕາຊາວສາມ:ການງົດຕໍາແໜ່ງແລະການມອບຕໍາແໜ່ງຕໍ່າກວ່າຊັ້ນນາຍທະຫານ

ມາດຕາຊາວສາມ:ການງົດຕໍາແໜ່ງແລະການມອບຕໍາແໜ່ງຕໍ່າກວ່າ ຊັ້ນນາຍທະຫານ ການງົດຕໍາແໜ່ງຂອງນາຍທະຫານຈະປະຕິບັດໄດ້ໃນກໍລະນີລຸ່ມ ນີ້: ໜຶ່ງ:ກົງຈັກການຈັດຕັ້ງມີການປ່ຽນແປງຊຶ່ງບໍ່ຈໍາເປັນຕ້ອງມີຕໍາ ແໜ່ງທີ່ກ່ຽວຂ້ອງນັ້ນອີກ; ສອງ:ນາຍທະຫານບໍ່ຄົບເງື່ອນໄຂທີ່ຈະຮັບຜິດຊອບຕໍາແໜ່ງນັ້ນ; ສາມ:ນາຍທະຫານທີ່ເຖິງອາຍຸກະສຽນຮັບເບ້ຍບໍານານ. ນາຍທະຫານອາດຈະຖືກມອບຕໍາແໜ່ງຕໍ່ກວ່າຊັ້ນໃນກໍລະນີລຸ່ມນີ້: ໜຶ່ງ:ມີການເພີ່ມທະວີການບັນຊາໃນການປະຕິບັດໜ້າທີ່ພິເສດ; ສອງ:ມີການປ່ຽນແປງການຈັດຕັ້ງຂອງກົມກອງ; ສາມ:ມີການສັບຊ້ອນໃສ່ຕໍາແໜ່ງໃໝ່ທີ່ແທດເໝາະກັບຄວາມ ສາມາດແລະສຸຂະພາບຂອງນາຍທະຫານ. ..ໝວດທີ5ການຄຸ້ມຄອງຂອງລັດຕໍ່ນາຍທະຫານ


...ມາດຕາຊາວສີ່:ການຄຸ້ມຄອງຂອງລັດຖະບານຕໍ່ນາຍທະຫານ

ມາດຕາຊາວສີ່:ການຄຸ້ມຄອງຂອງລັດຖະບານຕໍ່ນາຍທະຫານ ລັດຖະບານຄຸ້ມຄອງນາຍທະຫານດັ່ງນີ້: ໜຶ່ງ:ປະຕິບັດຫຼັກການລວມສູນເປັນເອກະພາບໃນການກໍ່ສ້າງແລະ ຄຸ້ມຄອງຖັນແຖວນາຍທະຫານ; ສອງ:ສະເໜີກົດໝາຍແລະອອກນິຕິກໍາອື່ນໆກ່ຽວກັບນາຍທະຫານ; ສາມ:ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດກົດໝາຍແລະນິຕິກໍາຕ່າງ ໆກ່ຽວກັບນາຍທະຫານ; ສີ່:ສະໜອງງົບປະມານ,ປະກອບວັດຖຸ,ອຸປະກອນ,ພາຫະນະເຕັກນິກ ການທະຫານ; ຫ້າ:ຄົ້ນຄວ້າແລະນໍາໃຊ້ບັນດານະໂຍບາຍຕ່າງໆຕໍ່ຖັນແຖວນາຍ ທະຫານ. ...ມາດຕາຊາວຫ້າ:ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ

ມາດຕາຊາວຫ້າ:ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ ກະຊວງປ້ອງກັນປະເທດມີຄວາມຮັບຜິດຊອບຕໍ່ລັດຖະບານກ່ຽວ ກັບການຄຸ້ມຄອງ,ບັນຊານາຍທະຫານດັ່ງນີ້: ໜຶ່ງ:ຄຸ້ມຄອງໂດຍກົງຢ່າງຮອບດ້ານຕໍ່ນາຍທະຫານ,ເປັນເຈົ້າ ການປະສານສົມທົບກັບບັນດາກະຊວງ,ອົງການທຽບເທົ່າກະຊວງ,ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ນະ ຄອນຫຼວງວຽງຈັນ,ນະຄອນ,ແຂວງ,ເມືອງແລະເທດສະບານເພື່ອຄຸ້ມ ຄອງນາຍທະຫານຕາມພາລະບົດບາດຂອງຕົນ. ສອງ:ກໍານົດ,ຈັດຕັ້ງປະຕິບັດແຜນການກໍ່ສ້າງແລະບໍາລຸງນາຍ ທະຫານໃຫ້ເປັນລະບົບຄົບຊຸດ,ຮັບປະກັນດ້ານປະລິມານແລະຄຸນນະພາບ; ສາມ:ຊີ້ນໍາ,ຕິດຕາມ,ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດໜ້າ ທີ່ວຽກງານແລະນິຕິກໍາຂອງນາຍທະຫານ; ສີ່:ຈັດຕັ້ງ,ນໍາໃຊ້,ຄຸ້ມຄອງ,ປະຕິບັດນະໂຍບາຍ,ຍ້ອງຍໍແລະປະຕິ ບັດວິໄນຕໍ່ນາຍທະຫານ. ຫ້າ:ສ້າງແຜນງົບປະມານແລະນໍາໃຊ້ງົບປະມານ,ວັດຖຸ,ອຸປະ ກອນ,ພາຫະນະເຕັກນິກການທະຫານ; ຫົກ:ຊີ້ນໍານໍາພາແລະບັນຊານາຍທະຫານທັງສາມປະເພດກໍາລັງ: ກໍາລັງຫຼວງ,ກໍາລັງທ້ອງຖິ່ນ,ກອງຫຼອນແລະກອງປ້ອງກັນຕົວ; ເຈັດ:ພິຈາລະນາ,ແກ້ໄຂຄໍາສະເໜີ,ຄໍາຮ້ອງທຸກແລະຄໍາຮ້ອງ ຟ້ອງຂອງນາຍທະຫານ; ແປດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ມາດຕາຊາວຫົກ:ພັນທະຂອງບັນດາກະຊວງແລະອົງການຈັດຕັ້ງຕ່າງໆ

ມາດຕາຊາວຫົກ:ພັນທະຂອງບັນດາກະຊວງແລະອົງການຈັດຕັ້ງຕ່າງໆ ບັນດາກະຊວງ,ອົງການທຽບເທົ່າກະຊວງ,ແນວລາວສ້າງຊາດ ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສະຖາບັນການສຶກສາ ຂັ້ນຕ່າງໆມີພັນທະປະກອບສ່ວນດັ່ງນີ້: ໜຶ່ງ:ສຶກສາອົບຮົມ,ກໍ່ສ້າງ,ບໍາລຸງແລະສະໜອງພະນັກງານວິຊາ ການໃຫ້ແກ່ກອງທັບ;ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍທະ ອານເຮັດສໍາເລັດໜ້າທີ່ຂອງຕົນ. ສອງ:ຄົ້ນຄວ້າ,ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາ ເຮັດໜ້າທີ່ຢູ່ຝ່າຍພົນລະເຮືອນຢ່າງເໝາະສົມ; ສາມ:ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ,ຈິດໃຈແລະຊີວິດການ ເປັນຢູ່ຂອງນາຍທະຫານແລະຄອບຄົວເປັນຕົ້ນຄອບຄົວນາຍທະຫານຜູ້ ເສຍສະຫຼະຊີວິດ,ຜູ້ເສຍອົງຄະ,ພະນັກງານບໍານານ,ວິລະຊົນແຫ່ງຊາດ ,ຢູ່ເຂດທຸລະກັນດານ,ຫ່າງໄກສອກຫຼີກ. ...ມາດຕາຊາວເຈັດ:ພັນທະຂອງອົງການປົກຄອງທ້ອງຖິ່ນ

ມາດຕາຊາວເຈັດ:ພັນທະຂອງອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີພັນທະປະກອບສ່ວນດັ່ງນີ້: ໜຶ່ງ:ກໍ່ສ້າງ,ບໍາລຸງຍົກລະດັບດ້ານການສຶກສາແລະວິຊາການອື່ນ ໆ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍທະຫານເຮັດສໍາເລັດ ໜ້າທີ່; ສອງ:ຄົ້ນຄວ້າ,ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາ ເຮັດໜ້າທີ່ຢູ່ຝ່າຍພົນລະເຮືອນຢ່າງເໝາະສົມ. ສາມ:ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ,ຈິດໃຈແລະຊີວິດການ ເປັນຢູ່ຂອງນາຍທະຫານແລະຄອບຄົວເປັນຕົ້ນຄອບຄົວນາຍທະຫານຜູ້ ເສຍສະຫຼະຊີວິດ,ຜູ້ເສຍອົງຄະ,ພະນັກງານບໍານານ,ວິລະຊົນແຫ່ງຊາດ ,ນັກຮົບແຂ່ງຂັນແລະຄອບຄົວນາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດ ,ຢູ່ເຂດທຸລະກັນດານ,ຫ່າງໄກສອກຫຼີກ. ສີ່:ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆພ້ອມກັບປະຊາຊົນບັນດາ ເຜົ່າສຶກສາອົບຮົມ,ປະກອບຄວາມຄິດເຫັນ,ຕໍານິຕິຊົມ,ຊ່ວຍເຫຼືອນາຍ ທະຫານໃນການປະຕິບັດໜ້າທີ່ຢູ່ທ້ອງຖິ່ນຂອງຕົນ. ..ໝວດທີ6ການປະຕິບັດນະໂຍບາຍ,ຂໍ້ຫ້າມ,ກອານຍ້ອງຍໍແລະການປະຕິບັດວິໄນຕໍ່ນາຍທະຫ�


...ມາດຕາຊາວແປດ:ການປະຕິບັດນະໂຍບາຍ

ມາດຕາຊາວແປດ:ການປະຕິບັດນະໂຍບາຍ ການປະຕິບັດນະໂຍບາຍຕໍ່ນາຍທະຫານມີດັ່ງນີ້: ໜຶ່ງ:ນາຍທະຫານປະຈໍາການຈະໄດ້ຮັບເງິນເດືອນ,ເງິນອຸດໜູນ ,ເຄື່ອງອຸປະໂພກແລະບໍລິໂພກຕາມທີ່ລັດໄດ້ກໍານົດໄວ້.ສ່ວນນາຍທະ ຫານທີ່ເຊົາປະຈໍາການແມ່ນຈະໄດ້ຮັບເງິນເບ້ຍບໍານານຫຼືເງິນອຸດໜູນ ເທື່ອດຽວຕາມລະບຽບການ.ຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ໃນຂໍ້ສອງ ແລະຂໍ້ສາມມາດຕາສາມສິບເອັດຂອງກົດໝາຍສະບັບນີ້; ສອງ:ນາຍທະຫານທີ່ໄດ້ຮັບຫຼາຍຕໍາແໜ່ງຈະໄດ້ຮັບນະໂຍບາຍ ຕາມຕໍາແໜ່ງສູງສຸດ; ສາມ:ນາຍທະຫານທີ່ຖືກຍົກຍ້າຍໄປເຮັດວຽກຢູ່ກົມກອງໃໝ່ແມ່ນ ຈະໄດ້ຮັບນະໂຍບາຍຕາມຕໍາແໜ່ງໃໝ່; ສີ່:ນາຍທະຫານທີ່ປະຈໍາການຈະໄດ້ພັກຜ່ອນປະຈໍາປີສິບຫ້າວັນ ຕາມລະບຽບກົດໝາຍຍົກເວັ້ນກໍລະນີທີ່ມີພາວະສຸກເສີນຫຼືມີສົງຄາມ. ສ່ວນນາຍທະຫານທີ່ກໍາລັງລາພັກຢູ່ນັ້ນຖ້າມີກໍລະນີພາວະສຸກເສີນຫຼືມີ ສົງຄາມກໍ່ໃຫ້ກັບຄືນມາກົມກອງດ່ວນ. ຫ້າ:ນາຍທະຫານປະຈໍາການ,ພະນັກງານບໍານານ,ວິລິຊົນແຫ່ງ ຊາດ,ນັກຮົບແຂ່ງຂັນແລະນາຍທະຫານເສຍອົງຄະຈະໄດ້ຮັບການເບິ່ງ ແຍງທາງດ້ານສຸຂະພາບ,ຖ້າມີການເຈັບເປັນຈະໄດ້ຮັບການປິ່ນປົວຕາມ ນະໂຍບາຍທີ່ພັກ-ລັດໄດ້ກໍານົດໄວ້.ສໍາລັບນາຍທະຫານທີ່ມີການເຈັບ ເປັນ,ຖືກບາດເຈັບຫຼືເສຍອົງຄະໃນເວລາປະຕິບັດໜ້າທີ່ຢູ່ສະໜາມຮົບຫຼື ຢູ່ເຂດຫຍຸ້ງຍາກທຸລະກັນດານຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ; ຫົກ:ນາຍທະຫານທີ່ເຮັດໜ້າທີ່ສູ້ຮົບແລະຮັບໃຊ້ຢູ່ສະໜາມຮົບ ຢ່າງພິລະອາດຫານຫຼືຖືກເສຍສະຫຼະຊີວິດຈະໄດ້ຮັບການເລື່ອນຊັ້ນໃຫ້ຕື່ມ ໜຶ່ງຊັ້ນຫຼືຂ້າມຊັ້ນຕາມຄວາມເໝາະສົມ,ຖ້າຖືກເສຍຊີວິດໃນເວລາຮັບ ໃຊ້ຢູ່ສະໜາມຮົບຈະໄດ້ເລື່ອນຕື່ມໜຶ່ງຊັ້ນ. ເຈັດ:ນາຍທະຫານແຕ່ຊັ້ນພັນເອກລົງມາທີ່ອອກຮັບເບ້ຍບໍານານ ຈະບໍ່ໄດ້ເລື່ອນຊັ້ນຕື່ມອີກແຕ່ຈະໄດ້ຍົກເງິນເດືອນຂຶ້ນໜຶ່ງຊັ້ນ; ແປດ:ນາຍທະຫານບໍານານ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ ຈະໄດ້ຮັບການເຊື່ອເຊີນເຂົ້າຮ່ວມໃນວັນບຸນສໍາຄັນຕ່າງໆຂອງຊາດແລະ ມີສິດນໍາໃຊ້ເຄື່ອງແບບນາຍທະຫານ,ເຄື່ອງໝາຍຍົດ,ໝາຍຊັ້ນຄືກັນກັບ ນາຍທະຫານປະຈໍາການ; ເກົ້າ:ນາຍທະຫານຈະໄດ້ຮັບນະໂຍບາຍໄປສຶກສາຍົກລະດດັບຢູ່ ພາຍໃນແລະຕ່າງປະເທດ. ສໍາລັບນະໂຍບາຍລະອຽດຕໍ່ນາຍທະຫານປະຈໍາການ,ພະນັກ ງານບໍານານ,ຜູ້ເສຍສະຫຼະຊີວິດ,ຜູ້ເສຍຊີວິດ,ຜູ້ເສຍອົງຄະ,ວິລະຊົນແຫ່ງ ຊາດ,ນັກຮົບແຂ່ງຂັນ;ຄອບຄົວພໍ່ແມ່ນຂອງນາຍທະຫານທີ່ເສຍສະຫຼະຊີ ວິດ,ເສຍຊີວິດແລະນະໂຍບາຍອື່ນໆແມ່ນລັດຖະບານເປັນຜູ້ກໍານົດ. ...ມາດຕາຊາວເກົ້າ:ຂໍ້ຫ້າມຕໍ່ນາຍທະຫານ

ມາດຕາຊາວເກົ້າ:ຂໍ້ຫ້າມຕໍ່ນາຍທະຫານ ຂໍ້ຫ້າມຕົ້ນຕໍຕໍ່ນາຍທະຫານມີດັ່ງນີ້: ໜຶ່ງ:ຫ້າມລະເມີດລະບຽບກົດໝາຍຂອງລັດ,ກົດລະບຽບຂອງ ກອງທັບແລະຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ; ສອງ:ຫ້າມອອກຄໍາສັ່ງ,ລະບຽບການ,ນະໂຍບາຍຕ່າງໆທີ່ຂັດ ກັບກົດໝາຍ,ຄໍາສັ່ງຫຼືກົດລະບຽບທີ່ການຈັດຕັ້ງຂັ້ນເທິງວາງອອກ; ສາມ:ຫ້າມປະລະໜ້າທີ່,ບໍ່ປະຕິບັດຕາມມະຕິຕົກລົງຫຼືຄໍາສັ່ງຂອງ ຂັ້ນເທິງ. ສີ່:ຫ້າມໃຊ້ອໍານາດເກີນຂອບເຂດສິດ,ໜ້າທີ່ແລະຄວາມຮັບຜິດ ຊອບຂອງຕົນ; ຫ້າ:ຫ້າມສວຍໃຊ້ອໍານາດ,ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດ ສ່ວນຕົວ; ຫົກ:ຫ້າມເອົາອາວຸດ,ລູກກະສຸນ,ເຄື່ອງແບບທະຫານຫຼືເອກະ ສານທາງການທະຫານໄປໃຫ້ຜູ້ອື່ນຢືມຫຼືນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ການການຈັດຕັ້ງ. ນອກຈາກນີ້ແລ້ວນາຍທະຫານຕ້ອງປະຕິບັດຕາມຂໍ້ຫ້າມອື່ນໆທີ່ ພັກແລະລັດໄດ້ກໍານົດໄວ້. ...ມາດຕາສາມສິບ:ການຍ້ອງຍໍຕໍ່ນາຍທະຫານ

ມາດຕາສາມສິບ:ການຍ້ອງຍໍຕໍ່ນາຍທະຫານ ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບຫຼືການປະຕິບັດໜ້າ ທີ່ວຽກງານອື່ນໆຈະໄດ້ຮັບການຍ້ອງຍໍເຊັ່ນ:ນາມມະຍົດວິລະຊົນແຫ່ງ ຊາດ,ນັກຮົບແຂ່ງຂັ້ນ,ຫຼຽນໄຊ,ຫຼຽນກາ,ໃບຍ້ອງຍໍຂັ້ນຕ່າງໆ,ການເລື່ອນ ຊັ້ນແລະນະໂຍບາຍອື່ນໆຕາມຄວາມເໝາະສົມ. ...ມາດຕາສາມສິບເອັດ:ການປະຕິບັດວິໄນຕໍ່ນາຍທະຫານ

ມາດຕາສາມສິບເອັດ:ການປະຕິບັດວິໄນຕໍ່ນາຍທະຫານ ນາຍທະຫານທີ່ໄດ້ລະເມີດກົດລະບຽບ,ວິໄນຂອງກອງທັບປະຊາ ຊົນລາວຈະຖືກປະຕິບັດວິໄນທາງບໍລິຫານຕາມສະຖານເບົາຫຼືໜັກເຊັ່ນ: ຕໍານິ,ກ່າວເຕືອນ,ງົດການເລື່ອນຊັ້ນ,ຍົກຍ້າຍໜ້າທີ່,ປົດຕໍາແໜ່ງ,ປົດ ຊັ້ນແລ້ວໃຫ້ເງິນອຸດໜູນຕາມຊັ້ນທີ່ຍັງເຫຼືອຫຼືໄລ່ອອກຈາກກອງທັບໂດຍ ບໍ່ໄດ້ຮັບນະໂຍບາຍໃດໆ. ນາຍທະຫານທີ່ໄດ້ກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍແກ່ ຜູ້ອື່ນຈະຖືກດໍາເນີນຄະດີຕາມກົດໝາຍ. ນາຍທະຫານທີ່ໄດ້ກະທໍາຜິດໂດຍເຈດຕະນາແລະຖືກສານຕັດສິນ ລົງໂທດຕັດອິດສະຫຼະພາບທີ່ໃຊ້ໄດ້ຢ່າງເດັດຂາດແຕ່ສິບແປດເດືອນຂຶ້ນ ໄປຈະໝົດສິດການເປັນທະຫານ.ໃນກໍລະນີການກະທໍາຜິດດ້ວຍຄວາມບໍ່ ລະມັດລະວັງນັ້ນຈະພິຈາລະນາຊັ້ນຂອງນາຍທະຫານຕາມຄວາມເໝາະ ສົມ. ..ໝວດທີ7ບົດບັນຍັດສຸດທ້າຍ


...ມາດຕາສາມສິບສອງ:ການຈັດຕັ້ງປະຕິບັດ

ມາດຕາສາມສິບສອງ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສາມສິບສາມ:ຜົນສັກສິດ

ມາດຕາສາມສິບສາມ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະ ກາດໃຊ້ເປັນຕົ້ນໄປ. ທຸກຂໍ້ກໍານົດ,ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.