ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຼນິກ 07-12-2012

From Wikisource
Jump to navigation Jump to search

.ທຸລະກໍາທາງເອເລັກໂຕຼນິກ 07-12-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ກ່ຽວກັບການສ້າງ,ການນໍາໃຊ້,ການຮັບຮູ້,ການຄຸ້ມຄອງແລະການກວດ ກາທຸລະກໍາທາງເອເລັກໂຕຼນິກເພື່ອເຮັດໃຫ້ມີຄວາມເຊື່ອຖືແລະຄວາມ ໝັ້ນໃຈຕໍ່ທຸລະກໍາທາງເອເລັກໂຕຼນິກແນໃສ່ປົກປ້ອງສິດແລະຜົນປະໂຫຍດ ອັນຊອບທໍາຂອງຜູ້ເຮັດການຄ້າທາງເອເລັກໂຕຼນິກແລະຮັບປະກັນການ ນໍາໃຊ້,ການສົ່ງເສີມທຸລະກໍາທາງເອເລັກໂຕຼນິກ,ການຫັນເປັນທັນສະໄໝ ເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ,ສັງຄົມມີຄວາມ ສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍແລະຍຸຕິທໍາ. ...ມາດຕາ 2 ທຸລະກໍາທາງເອເລັກໂຕຼນິກ

ມາດຕາ 2 ທຸລະກໍາທາງເອເລັກໂຕຼນິກ ທຸລະກໍາທາງເອເລັກໂຕຼນິກແມ່ນການເຮັດສັນຍາ,ການສະໜອງ ແລະການບໍລິການຂອງລັດທາງເອເລັກໂຕຼນິກດ້ວຍການນໍາໃຊ້ເຄື່ອງມື ທາງເອເລັກໂຕຼນິກທັງໝົດຫຼືບາງສ່ວນເຊັ່ນການນໍາໃຊ້ຕູ້ເອທີເອັມ,ການ ຊໍາລະເງິນຜ່ານລະບົບອອນລາຍ. ...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ເອເລັກໂຕຼນິກໝາຍເຖິງສິ່ງທີ່ພົວພັນກັບເຕັກໂນໂລຊີທີ່ນໍາໃຊ້ ກະແສໄຟຟ້າ,ດິຈິຕອນ,ລະບົບຄື້ອນແມ່ເຫຼັກ,ລະບົບບໍ່ມີສາຍ,ແສງໄຍ ແກ້ວ,ແມ່ເຫຼັກໄຟຟ້າຫຼືສິ່ງທີ່ຄ້າຍຄືກັນ; 2. ດິຈີຕອນ ໝາຍເຖິງ ການສະແດງຂໍ້ມູນໃດໜຶ່ງໃນຮູບແບບ ຕົວເລກທີ່ດໍາເນີນດ້ວຍຄັອມພິວເຕີຫຼືອຸປະກອນອື່ນທີ່ຄ້າຍຄືກັນ; 3. ການສື່ສານທາງເອເລັກໂຕຼນິກໝາຍເຖິງຂໍ້ຄວາມທີ່ສ້າງຂຶ້ນ ,ສົ່ງຫຼືຮັບໃນຮູບແບບເອເລັກໂຕຼນິກ; 4. ຂໍ້ຄວາມທີ່ເປັນຂໍ້ມູນໝາຍເຖິງຂໍ້ມູນໃນຮູບແບບທີ່ເປັນຕົວອັກ ສອນ,ຂໍ້ຄວາມ,ຕົວເລກ,ສຽງ,ລະຫັດ,ໂປຼແກຼມຄັອມພິວເຕີ,ຊອບແວ, ຖານຂໍ້ມູນຫຼືໃນຮູບແບບອື່ນທີ່ສ້າງຂຶ້ນ,ສົ່ງ,ຮັບຫຼືເກັບຮັກສາໃນຮູບແບບ ເອເລັກໂຕຼນິກ,ແມ່ເຫຼັກຫຼືແສງໄຍແກ້ວ; 5. ຜູ້ເລີ່ມຕົ້ນການສື່ສານໝາຍເຖິງ ຄູ່ຮ່ວມທຸລະກໍາຝ່າຍໜຶ່ງທີ່ ສ້າງຫຼືສົ່ງການສື່ສານທາງເອເລັກໂຕຼນິກຫຼືຜູ້ທີ່ໄດ້ຮັບມອບສິດໃຫ້ສ້າງຫຼື ສົ່ງການສື່ສານທາງເອເລັກໂຕຼນິກຊຶ່ງບໍ່ກວມເອົາສື່ກາງ; 6. ຜູ້ຮັບການສືສານໝາຍເຖິງຄູ່ຮ່ວມທຸລະກໍາຝ່າຍໜຶ່ງທີ່ໄດ້ຮັບ ຂໍ້ມູນທາງເອເລັກໂຕຼນິກຈາກຜູ້ເລີ່ມຕົ້ນການສື່ສານທີ່ຕ້ອງການສົ່ງມາ ໃຫ້ໂດຍບໍ່ກວມເອົາສື່ກາງ; 7. ເອກະສານທາງເອເລັກໂຕຼນິກໝາຍເຖິງເອກະສານ,ການບັນ ທຶກຫຼືຂໍ້ມູນທີ່ຖືກບັນທຶກຫຼືເກັບຮັກສາໄວ້ໃນເຄື່ອງມືເອເລັກໂຕຼນິກຊຶ່ງສາ ມາດອ່ານໄດ້ດ້ວຍລະບົບສະແດງຂໍ້ມູນ,ການພິມອອກຫຼືດ້ວຍຮູບແບບ ອື່ນ; 8. ການແລກປ່ຽນຂໍ້ມູນທາງເອເລັກໂຕຼນິກ ( EDI - Electronic Data Interchange) ໝາຍເຖິງ ການໂອນຂໍ້ ມູນຈາກລະບົບຂໍ້ມູນທາງເອເລັກໂຕຼນິກໜຶ່ງໄປຫາລະບົບຂໍ້ມູນທາງເອ ເລັກໂຕຼນິກອື່ນດ້ວຍການນໍາໃຊ້ມາດຕະຖານດ້ານເຕັກນິກທີ່ໄດ້ຕົກລົງ ກັນເພື່ອປະກອບ,ນໍາໃຊ້ຫຼືເກັບຮັກສາຂໍ້ມູນ; 9. ສິ່ງບັນທຶກທາງເອເລັກໂຕຼນິກໝາຍເຖິງເອກະສານ,ຂໍ້ມູນທີ່ ລະບຽບກົດໝາຍໄດ້ກໍານົດໃຫ້ເກັບຮັກສາເມື່ອມີການນໍາໃຊ້ເຄື່ອງມື ທາງເອເລັກໂຕຼນິກ; 10. ລະບົບຂໍ້ມູນເອເລັກໂຕຼນິກໝາຍເຖິງລະບົບທີ່ນໍາໃຊ້ໃນການ ສ້າງ,ສົ່ງ,ຮັບແລະເກັບຮັກສາຂໍ້ມູນຫຼືປະມວນຜົນຂໍ້ຄວາມທີ່ເປັນຂໍ້ມູນ ດ້ວຍວິທີການອື່ນ; 11. ການຄ້າທາງເອເລັກໂຕຼນິກໝາຍເຖິງການຊື້,ການຂາຍ, ການແລກປ່ຽນສິນຄ້າຫຼືການບໍລິການລະຫວ່າງບຸກຄົນ,ນິຕິບຸກຄົນຫຼືການ ຈັດຕັ້ງດ້ວຍການນໍາໃຊ້ເຄື່ອງມືທາງເອເລັກໂຕຼນິກ; 12. ການບໍລິຫານລັດດ້ວຍລະບົບເອເລັກໂຕຼນິກໝາຍເຖິງທຸລະ ກໍາທາງລະບົບເອເລັກໂຕຼນິກທີ່ດໍາເນີນໂດຍອົງການຈັດຕັ້ງຂອງລັດດ້ວຍ ກັນຫຼືໂອຍອົງການຈັດຕັ້ງຂອງລັດກັບພາກສ່ວນເອກະຊົນຫຼືກັບປະຊາຊົນ; 13. ຜູ້ໃຫ້ບໍລິການອອກໃບຢັ້ງຢືນໝາຍເຖິງນິຕິບຸກຄົນຫຼືການຈັດ ຕັ້ງທີ່ໄດ້ຮັບອະນຸຍາດຈາກຂະແໜງການວິທະຍາສາດແລະເຕັກໂນໂລຊີ ໃຫ້ອອກໃບຢັ້ງຢືນລາຍເຊັນດິຈິຕອນທີ່ມີການປ້ອງກັນແລະໃຫ້ບໍລິການ ອື່ນກ່ຍວກັບລາຍເຊັນດິຈິຕອນ; 14. ລາຍເຊັນໝາຍເຖິງວິທີການທາງເອເລັກໂຕຼນິກທີ່ນໍາໃຊ້ ເພື່ອບົ່ງບອກເຖິງບຸກຄົນທີ່ເປັນເຈົ້າຂອງລາຍເຊັນແລະເພື່ອຢັ້ງຢືນເຖິງ ຈຸດປະສົງຂອງບຸກຄົນດັ່ງກ່າວກ່ຽວກັບຂໍ້ມູນທີ່ບັນຈຸຢູ່ໃນເອກະສານທາງ ເອເລັກໂຕຼນິກ; 15. ເຈົ້າຂອງລາຍເຊັນໝາຍເຖິງບຸກຄົນທົ່ວໄປຫຼືຜູ້ຕາງໜ້າທີ່ ຖືກແຕ່ງຕັ້ງໂດຍນິຕິບຸກຄົນຊຶ່ງນໍາໃຊ້ເຄື່ອງມືທາງເອເລັກໂຕຼນິກໃນການ ສ້າງລາຍເຊັນທາງເອເລັກໂຕຼນິກ; 16. ຄູ່ຮ່ວມທຸລະກໍາທາງເອເລັກໂຕຼນິກໝາຍເຖິງຜູ້ສະໜອງ ແລະຜູ້ຊົມໃຊ້ສິນຄ້າແລະການບໍລິການທີ່ນໍາໃຊ້ເຄື່ອງມືທາງເອເລັກໂຕຼ ນິກສໍາລັບການເຮັດທຸລະກໍາ; 17. ຄວາມເປັນອິດສະລະໝາຍເຖິງຄູ່ຮ່ວມທຸລະກໍາທາງເອເລັກ ໂຕຼນິກສາມາດເລືອກວິທີການ,ຮູບແບບແລະເຕັກໂນໂລຊີໃນການເຮັດທຸ ລະກໍາທາງເອເລັກໂຕຼນິກຂອງຕົນ; 18. ຄຸນຄ່າເທົ່າທຽມກັນທາງດ້ານກົດໝາຍໝາຍເຖິງທຸລະກໍາ, ເອກະສານແລະລາຍເຊັນທີ່ຖືກຕ້ອງແລະສ້າງຂຶ້ນໃນຮູບແບບເອເລັກໂຕຼ ນິກແລະຮູບແບບເປັນເຈ້ຍຊຶ່ງມີຄຸນຄ່າເທົ່າທຽມກັນ. ...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບທຸລະກໍາທາງເອເລັກໂຕຼນິກ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບທຸລະກໍາທາງເອເລັກໂຕຼນິກ ລັດໃຫ້ຄວາມສໍາຄັນແກ່ການນໍາໃຊ້ທຸລະກໍາທາງເອເລັກໂຕຼນິກ ດ້ວຍການຊຸກຍູ້ສົ່ງເສີມການຄ້າ,ການບໍລິການ,ການບໍລິຫານລັດແລະທຸ ລະກໍາອື່ນເພື່ອພັດທະນາເສດຖະກິດແລະຮັບໃຊ້ສັງຄົມ. ລັດເອົາໃຈໃສ່ສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີສື່ສານ ແລະຂໍ້ມູນຂ່າວສານ,ພັດທະນາບຸກຄະລາກອນ,ຮັບປະກັນຄວາມປອດໄພ ,ຄວາມໂປ່ງໃສ,ປົກປ້ອງຜູ້ຊົມໃຊ້ໃຫ້ມີຄວາມເຊື່ອໝັ້ນຕໍ່ທຸລະກໍາທາງເອ ເລັກໂຕຼນິກ. ...ມາດຕາ 5 ຫຼັກການກ່ຽວກັບທຸລະກໍາທາງເອເລັກໂຕຼນິກ

ມາດຕາ 5 ຫຼັກການກ່ຽວກັບທຸລະກໍາທາງເອເລັກໂຕຼນິກ ໃນການເຮັດທຸລະກໍາທາງເອເລັກໂຕຼນິກໃຫ້ປະຕິບັດຫຼັກການດັ່ງ ນີ້: 1. ຄວາມສະໝັກໃຈ; 2. ຄວາມສະເໝີພາບ; 3. ຄວາມເປັນອິດສະລະ; 4. ຄຸນຄ່າເທົ່າທຽມກັນທາງດ້ານກົດໝາຍ; 5. ຄວາມຊື່ສັດສໍາລັບການເຮັດທຸລະກໍາຂອງຜູ້ຊົມໃຊ້. ...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນ,ອົງການຈັດຕັ້ງ ຂອງລັດ,ອົງການຈັດຕັ້ງສາກົນແລະອົງການຈັດຕັ້ງສັງຄົມທີ່ນໍາໃຊ້ທຸລະ ກໍາທາງເອເລັກໂຕຼນິກຢູ່ ສປປລາວ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບ: 1. ການເຮັດພິໄນກໍາ; 2. ການຢັ້ງຢືນການເກີດ,ການແຕ່ງດອງ,ການຢ່າຮ້າງແລະ ການເສຍຊີວິດ; 3. ເອກະສານຢັ້ງຢືນກໍາມະສິດ; 4. ການສ້າງ,ການປະຕິບັດຫຼືການຢັ້ງຢືນການຄອບຄອງຊັບສິນ ຂອງບຸກຄົນອື່ນຫຼືການມອບສິດ; 5. ສັນຍາຊື້ຂາຍ,ໂອນຫຼືມອບກໍາມະສິດຫຼືຜົນປະໂຫຍດກ່ຽວກັບທີ່ ດິນຫຼືອະສັງຫາລິມະຊັບອື່ນ; 6. ຄໍາຮ້ອງທຸກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ ໄຂຄໍາຮ້ອງທຸກ; 7. ພັນທະບັດ,ໃບກໍາກັບການສົ່ງສິນຄ້າ,ໃບຮັບສິນຄ້າເຂົ້າສາງຫຼື ເອກະສານອື່ນທີ່ພາໃຫ້ເຈົ້າຂອງສິນຄ້າຫຼືຜູ້ໄດ້ຮັບຜົນປະໂຫຍດສາມາດ ທວງໃຫ້ຂົນສົ່ງສິນຄ້າເວັ້ນເສຍແຕ່ລະບຽບກົດໝາຍໄດ້ກໍານົດໄວ້ຢ່າງ ອື່ນ. ...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດເປີດກວ້າງການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານທຸລະກໍາທາງເອເລັກໂຕຼນິກດ້ວຍການແລກປ່ຽນ ບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຄົ້ນຄວ້າທາງດ້ານ ວິທະຍາສາດ,ການສຶກສາ,ການພັດທະນາຊັບພະຍາກອນມະນຸດແລະປະຕິ ບັດຕາມສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນພາຄີ. ..ພາກທີ 2 ສັນຍາ,ຂໍ້ຄວາມທີ່ເປັນຂໍ້ມູນແລະເອກະສານທາງເອເລັກໂຕຼນິກ


...ໝວດທີ 1 ສັນຍາທາງເອເລັກໂຕຼນິກ


....ມາດຕາ 8 ການສ້າງສັນຍາທາງເອເລັກໂຕຼນິກ

ມາດຕາ 8 ການສ້າງສັນຍາທາງເອເລັກໂຕຼນິກ ການສ້າງສັນຍາທາງເອເລັກໂຕຼນິກດ້ວຍການນໍາໃຊ້ເຄື່ອງມື ທາງເອເລັກໂຕຼນິກມີດັ່ງນີ້: 1. ການສະເໜີແລະການຮັບເອົາການສະເໜີໃນການເຮັດສັນຍາ; 2. ການແຈ້ງເຈດຈໍານົງຫຼືຂໍ້ຄວາມອື່ນໂດຍຜູ້ເລີ່ມຕົ້ນການສື່ສານ ຫຼືຜູ້ຮັບການສື່ສານຂໍ້ຄວາມທີ່ເປັນຂໍ້ມູນຫຼືເອກະສານທາງເອເລັກໂຕຼນິກ; 3. ການຕົກລົງລະຫວ່າງຄູ່ຮ່ວມທຸລະກໍາທາງເອເລັກໂຕຼນິກກ່ຽວ ກັບການເລືອກໃຊ້ເຄື່ອງມືດ້ານເຕັກໂນໂລຊີ,ວິທີການສື່ສານທາງເອເລັກ ໂຕຼນິກແລະຫຼັກການກ່ຽວກັບລາຍເຊັນທາງເອເລັກໂຕຼນິກ. ສັນຍາທາງເອເລັກໂຕຼນິກສາມາດປັບປຸງທາງເອເລັກໂຕຼນິກໄດ້ ເວັ້ນເສຍແຕ່ສັນຍາໄດ້ກໍານົດໄວ້ຢ່າງອື່ນ. ນອກຈາກກໍລະນີທີ່ໄດ້ກໍານົດໄວ້ເທິງນີ້ແລ້ວການສ້າງສັນຍາທາງ ເອເລັກໂຕຼນິກແຕ່ລະປະເພດຍັງຕ້ອງໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຂໍ້ ຜູກພັນໃນສັນຍາແລະນອກສັນຍາ. ....ມາດຕາ 9 ການຮັບຮູ້ສັນຍາທາງເອເລັກໂຕຼນິກ

ມາດຕາ 9 ການຮັບຮູ້ສັນຍາທາງເອເລັກໂຕຼນິກ ການຮັບຮູ້ສັນຍາທາງເອເລັກໂຕຼນິກມີດັ່ງນີ້: 1. ຄູ່ສັນຍາສາມາດສະແດງເຈດຈໍານົງຂອງຕົນໃນການດໍາເນີນ ທຸລະກໍາຢູ່ໃນຮູບແບບເອເລັກໂຕຼນິກ; 2. ສັນຍາທາງເອເລັກໂຕຼນິກທີ່ເຮັດຂຶ້ນຢ່າງຖືກຕ້ອງຕາມກົດ ໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງມີຜົນບັງຄັບທາງ ດ້ານກົດໝາຍ. ....ມາດຕາ 10 ການແລກປ່ຽນຂໍ້ມູນທາງເອເລັກໂຕຼນິກ

ມາດຕາ 10 ການແລກປ່ຽນຂໍ້ມູນທາງເອເລັກໂຕຼນິກ ການແລກປ່ຽນຂໍ້ມູນທາງເອເລັກໂຕຼນິກແລະການນໍາໃຊ້ລະບົບຂໍ້ ມູນຂ່າວສານທາງເອເລັກໂຕຼນິກທີ່ພາໃຫ້ເກີດຂໍ້ຄວາມແບບອັດຕະໂນມັດ ມີກໍລະນີດັ່ງນີ້: 1. ສັນຍາທາງເອເລັກໂຕຼນິກສາມາດສ້າງຂຶ້ນໃນກໍລະນີທີ່ຄູ່ສັນ ຍາທັງໝົດຫຼືຄູ່ສັນຍາຝ່າຍໃດຝ່າຍໜຶ່ງແລກປ່ຽນຂໍ້ມູນທາງເອເລັກໂຕຼ ນິກແລະນໍາໃຊ້ລະບົບຂໍ້ມູນຂ່າວສານທາງເອເລັກໂຕຼນິກທີ່ສ້າງຂໍ້ຄວາມ ແບບອັດຕະໂນມັດ; 2. ຄູ່ສັນຍາທີ່ເຮັດສັນຍາທາງເອເລັກໂຕຼນິກຖືກຜູກມັດຕາມຂໍ້ບັນ ຍັດຂອງສັນຍາດັ່ງກ່າວໂດຍບໍ່ຂຶ້ນກັບວ່າຄູ່ສັນຍານັ້ນໄດ້ທົບທວນເງື່ອນໄຂ ຂອງສັນຍາຫຼືບໍ່ກໍ່ຕາມເມື່ອ: ກ. ສັນຍາດັ່ງກ່າວສາມາດທົບທວນເງື່ອນໄຂນັ້ນໄດ້; ຂ. ລະບົບຂໍ້ມູນຂ່າວສານທາງເອເລັກໂຕຼນິກທີ່ນໍາໃຊ້ນັ້ນສາມາດ ປ້ອງກັນຫຼືໃຫ້ໂອກາດດັດແກ້ຄວາມຜິດພາດໄດ້; ຄ. ຄູ່ສັນຍາຝ່າຍທີ່ນໍາໃຊ້ລະບົບຂໍ້ມູນຂ່າວສານທາງເອເລັກໂຕຼ ນິກໃຫ້ໂອກາດແກ່ຄູ່ສັນຍາອີກຝ່າຍໜຶ່ງເພື່ອຂໍຍົກເລີກສັນຍາຖ້າວ່າຝ່າຍ ຂໍຍົກເລີກສັນຍາດັ່ງກ່າວຫາກບໍ່ໄດ້ຮັບຜົນປະໂຫຍດພາຍໃຕ້ສັນຍາສະ ບັບນັ້ນ. ...ໝວດທີ 2 ຂໍ້ຄວາມທີ່ເປັນຂໍ້ມູນທາງເອເລັກໂຕຼນິກ


....ມາດຕາ 11 ການກໍານົດທີ່ມາແລະຄວາມຮັບຜິດຊອບຕໍ່ຂໍ້ຄວາມທີ່ເປັນຂໍ້ມູນທາງເອເລັກໂຕຼນິກ

ມາດຕາ 11 ການກໍານົດທີ່ມາແລະຄວາມຮັບຜິດຊອບຕໍ່ຂໍ້ຄວາມທີ່ເປັນ ຂໍ້ມູນທາງເອເລັກໂຕຼນິກ ການກໍານົດທີ່ມາແລະຄວາມຮັບຜິດຊອບຕໍ່ຂໍ້ຄວາມທີ່ເປັນຂໍ້ມູນ ທາງເອເລັກໂຕຼນິກມີດັ່ງນີ້: 1. ທຸກຂໍ້ຄວາມທີ່ເປັນຂໍ້ມູນທີ່ຖືກສົ່ງທາງເອເລັກໂຕຼນິກຕ້ອງຖືວ່າ ມາຈາກຜູ້ເລີ່ມຕົ້ນການສື່ສານໃນກໍລະນີດັ່ງນີ້: ກ. ສົ່ງໂດຍຜູ້ເລີ່ມຕົນການສື່ສານເອງຫຼືຜູ້ຕາງນ້າທີ່ເຮັດໜ້າທີ່ ແທນຜູ້ກ່ຽວ; ຂ. ສົ່ງໂດຍລະບົບຂໍ້ມູນເອເລັກໂຕຼນິກທີ່ຜູ້ເລີ່ມຕົ້ນການສື່ສານໄດ້ ສ້າງຂໍ້ຄວາມທີ່ເປັນຂໍ້ມູນຂຶ້ນເພື່ອໃຫ້ດໍາເນີນງານແບບອັດຕະໂນມັດ. 2. ຜູ້ເລີ່ມຕົ້ນການສື່ສານຈະຖືກຜູກມັດໂດຍຂໍ້ຄວາມທີ່ເປັນຂໍ້ມູນ ໄດ້ກໍ່ຕໍ່ເມື່ອຂໍ້ຄວາມທີ່ຕົນຫຼືຜູ້ຕາງນ້າທີ່ເຮັດນ້າທີ່ແທນສົ່ງຂໍ້ຄວາມທີ່ເປັນ ຂໍ້ມູນນັ້ນໄດ້ບົ່ງຊື່ຂອງຜູ້ເລີ່ມຕົ້ນການສື່ສານ; 3. ຂໍ້ບັນຍັດທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ແລະ 2 ຂອງມາດຕານີ້ຈະ ບໍ່ມີຜົນບັງຄັບໃຊ້ຖ້າວ່າຂໍ້ຄວາມທີ່ເປັນຂໍ້ມູນທີ່ຜູ້ຮັບການສື່ສານໄດ້ຮັບ ຈາກຜູ້ເລີ່ມຕົ້ນການສື່ສານຫຼືຜູ້ຕາງນ້າທີ່ເຮັດໜ້າທີ່ແທນຊຶ່ງເກີດຈາກ ຄວາມຜິດພາດທາງດ້ານເຕັກນິກແລະຜູ້ເລີ່ມຕົ້ນການສື່ສານຫຼືຜູ້ຕາງ ໜ້າທີ່ເຮັດໜ້າທີ່ແທນກໍ່ໄດ້ແຈ້ງໃຫ້ຜູ້ຮັບການສື່ສານຊາບພາຍໃນເວ ລາທີ່ສົມເຫດສົມຜົນແລ້ວເພື່ອກວດກາຄວາມຜິດພາດດັ່ງກ່າວ; 4. ເມື່ອຂໍ້ຄວາມທີ່ເປັນຂໍ້ມູນຖືກຕ້ອງຕາມລະບຽບການທີ່ໄດ້ກໍາ ນົດໄວ້ໃນມາດຕານີ້ຜູ້ຮັບການສື່ສານສາມາດອີງໃສ່ຂໍ້ຄວາມທີ່ເປັນຂໍ້ມູນ ດັ່ງກ່າວນັ້ນເປັນການສະແດງເຈດຈໍານົງຂອງຜູ້ເລີ່ມຕົ້ນການສື່ສານ; 5. ຖ້າຜູ້ຮັບການສື່ສານຫາກໄດ້ຮັບຂໍ້ຄວາມທີ່ເປັນຂໍ້ມູນດຽວກັນ ຫຼາຍຄັ້ງຈາກຜູ້ເລີ່ມຕົ້ນການສື່ສານແລະແຕ່ລະຂໍ້ຄວາມນັ້ນກໍ່ສອດຄ່ອງ ກັບລະບຍບການຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ຜູ້ຮັບການສື່ສານຕ້ອງ ອີງໃສ່ຂໍ້ຄວາມທີ່ເປັນຂໍ້ມູນສະບັບທໍາອິດທີ່ຜູ້ເລີ່ມຕົ້ນການສື່ສານສົ່ງມາ ໃຫ້. ໃນທຸກກໍລະນີຜູ້ເລີ່ມຕົ້ນການສື່ສານແລະຜູ້ຮັບການສື່ສານກໍ່ສາ ມາດຕົກລົງກັນກ່ຽວກັບການນໍາໃຊ້ລະບຽບການອື່ນໃນການກໍານົດທີ່ມາ ແລະຄວາມຮັບຜິດຊອບຕໍ່ຂໍ້ຄວາມທີ່ເປັນຂໍ້ມູນທາງເອເລັກໂຕຼນິກ. ....ມາດຕາ 12 ວັນ,ເວລາແລະສະຖານທີ່ສົ່ງແລະຮັບຂໍ້ຄວາມທີ່ເປັນຂໍ້ມູນທາງເອເລັກໂຕຼນິກ

ມາດຕາ 12 ວັນ,ເວລາແລະສະຖານທີ່ສົ່ງແລະຮັບຂໍ້ຄວາມທີ່ເປັນຂໍ້ມູນ ທາງເອເລັກໂຕຼນິກ ການກໍານົດວັນ,ເວລາແລະສະຖານທີ່ສົ່ງແລະຮັບຂໍ້ຄວາມທີ່ເປັນ ຂໍ້ມູນທາງເອເລັກໂຕຼນິກມີດັ່ງນີ້: 1. ວັນແລະເວລາສົ່ງຂໍ້ມູນທາງເອເລັກໂຕຼນິກແມ່ນວັນແລະເວ ລາທີ່ຂໍ້ມູນຖືກສົ່ງຈາກລະບົບຂໍ້ມູນທີ່ຢູ່ພາຍໃຕ້ການຄວບຄຸມຂອງຜູ້ເລີ່ມ ຕົ້ນການສື່ສານຫຼືຜູ້ຕາງໜ້າທີ່ເຮັດໜ້າທີ່ແທນ; 2. ວັນແລະເວລາຮັບຂໍ້ມູນທາງເອເລັກໂຕຼນິກແມ່ນວັນແລະເວ ລາທີ່ຂໍ້ມູນທາງເອເລັກໂຕຼນິກສາມາດເຂົ້າໄປສູ່ລະບົບຂໍ້ມູນເອເລັກໂຕຼ ນິກຂອງຜູ້ຮັບການສື່ສານ; 3. ສະຖານທີ່ສົ່ງແລະຮັບຂໍ້ຄວາມທີ່ເປັນຂໍ້ມູນທາງເອເລັກໂຕຼນິກ ແມ່ນສະຖານທີ່ບ່ອນຂໍ້ຄວາມນັ້ນຖືກສົ່ງແລະຮັບຕົວຈິງ. ...ໝວດທີ 3 ເອກະສານທາງເອເລັກໂຕຼນິກ


....ມາດຕາ 13 ການຮັບຮູ້ເອກະສານທາງເອເລັກໂຕຼນິກ

ມາດຕາ 13 ການຮັບຮູ້ເອກະສານທາງເອເລັກໂຕຼນິກ ການຮັບຮູ້ເອກະສານທາງເອເລັກໂຕຼນິກມີດັ່ງນີ້: 1. ເອກະສານທາງເອເລັກໂຕຼນິກແລະຂໍ້ມູນທີ່ບັນຈຸຢູ່ໃນເອກະ ສານທີ່ໄດ້ເຮັດຂຶ້ນຢ່າງຖືກຕ້ອງຕາມກົດໝາຍສະບັບນີ້ແລະລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງແລະມີຜົນສັກສິດ,ສາມາດບັງຄັບໃຊ້ທາງດ້ານກົດ ໝາຍ; 2. ໃນກໍລະນີລະບຽບກົດໝາຍກໍານົດໃຫ້ເຮັດຂໍ້ມູນເປັນລາຍລັກ ອັກສອນໃນຮູບແບບເປັນເຈ້ຍຫຼືເຮັດເປັນທາງເອເລັກໂຕຼນິກນັ້ນເອກະ ສານທາງເອເລັກໂຕຼນິກຈະມີຜົນທາງດ້ານກົດໝາຍໄດ້ກໍ່ຕໍ່ເມື່ອຂໍ້ມູນທີ່ ບັນຈຸໃນເອກະສານສາມາດເຂົ້າເຖິງໄດ້ທຸກເວລາແລະນໍາໃຊ້ເປັນຂໍ້ມູນ ອ້າງອີງ. ....ມາດຕາ 14 ການນໍາໃຊ້ເອກະສານທາງເອເລັກໂຕຼນິກເປັນຫຼັກຖານ

ມາດຕາ 14 ການນໍາໃຊ້ເອກະສານທາງເອເລັກໂຕຼນິກເປັນຫຼັກຖານ ການນໍາໃຊ້ເອກະສານທາງເອເລັກໂຕຼນິກເປັນຫຼັກຖານມີດັ່ງນີ້: 1. ເອກະສານທາງເອເລັກໂຕຼນິກກໍ່ສາມາດນໍາໃຊ້ເປັນຫຼັກຖານ ໃນການດໍາເນີນຄະດີໄດ້ຄືກັນກັບຫຼັກຖານທາງດ້ານເອກະສານອື່ນເວັ້ນ ເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ຢ່າງອື່ນ; 2. ໃນການຊັ່ງຊາຕີລາຄາຂໍ້ຄວາມທີ່ເປັນຂໍ້ມູນຫຼືເອກະສານທາງ ເອເລັກໂຕຼນິກນັ້ນສານຕ້ອງພິຈາລະນາປັດໄຈດັ່ງນີ້: ກ. ການສ້າງ,ການເກັບຮັກສາຫຼືການສື່ສານຂໍ້ຄວາມທີ່ເປັນຂຂໍ້ມູນ; ຂ. ຄວາມສົມບູນຂອງຂໍ້ຄວາມ; ຄ. ວິທີການນໍາໃຊ້ເຕັກນິກໂດຍຜູ້ເລີ່ມຕົ້ນການສື່ສານ,ຜູ້ຮັບການສື່ ສານ,ສື່ກາງແລະຜູ້ອື່ນເມື່ອມີຄວາມຈໍາເປັນ; ງ. ປັດໄຈອື່ນທີ່ກ່ຽວຂ້ອງ. ....ມາດຕາ 15 ເອກະສານຕົ້ນສະບັບ

ມາດຕາ 15 ເອກະສານຕົ້ນສະບັບ ການນໍາໃຊ້ເອກະສານທາງເອເລັກໂຕຼນິກແທນເອກະສານ,ການ ບັນທຶກຫຼືຂໍ້ມູນຕົ້ນສະບັບໃນຮູບແບບເປັນເຈ້ຍມີດັ່ງນີ້: 1. ເອກະສານທາງເອເລັກໂຕຼນິກຕ້ອງໄດ້ຮັບການປະຕິບັດຄືກັນ ກັບເອກະສານຕົ້ນສະບັບຖ້າວ່າມີເງື່ອນໄຂດັ່ງນີ້: ກ. ມີການຮັບປະກັນກ່ຽວກັບຄວາມສົມບູນຂອງຂໍ້ມູນທີ່ກໍານົດໃນ ເອກະສານທາງເອເລັກໂຕຼນິກຕາມເອກະສານຕົ້ນສະບັບໂດຍບໍ່ຈໍາແນກ ວ່າເອກະສານດັ່ງກ່າວນັ້ນຢູ່ໃນຮູບແບບເຈ້ຍຫຼືຢູ່ໃນແບບເອເລັກໂຕຼນິກ; ຂ. ໃນກໍລະນີເອກະສານ,ການບັນທຶກຫຼືຂໍ້ມູນທີ່ຈະສະໜອງໃຫ້ແກ່ ບຸກຄົນນັ້ນເອກະສານທາງເອເລັກໂຕຼນິກຕ້ອງສາມາດສະແດງໃຫ້ບຸກຄົນ ນັ້ນເຫັນ; ຄ. ປະຕິບັດຕາມລະບຽບກົດໝາຍອື່ນກ່ຽວກັບການສະໜອງເອ ກະສານທາງເອເລັກໂຕຼນິກ; 2. ຂໍ້ບັນຍັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງມາດຕານີ້ສາ ມາດນໍາໃຊ້ຕໍ່ເອກະສານ,ການບັນທຶກຫຼືຂໍ້ມູນສະໜອງໃນຮູບແບບຕົ້ນສະ ບັບຫຼືຮູບແບບເປັນສໍາເນົາ; 3. ການປະເມີນຄວາມສົມບູນຂອງຂໍ້ມູນໃນເອກະສານທາງເອ ເລັກໂຕຼນິກຕ້ອງຍັງມີຄວາມຄົບຖ້ວນແລະບໍ່ຖືກດັດແກ້ແຕ່ຢ່າງໃດໂດຍ ບໍ່ຖືເອົາຂໍ້ມູນທີ່ມີການປ່ຽນແປງໃນໄລຍະການສື່ສານ,ການເກັບຮັກສາ ຫຼືການນໍາສະເໜີແບບປົກກະຕິ; 4. ການປະເມີນຄວາມເຊື່ອຖືຂອງຂໍ້ມູນໃນເອກະສານທາງເອ ເລັກໂຕຼນິກຕ້ອງພິຈາລະນາຈຸດປະສົງຂອງການສ້າງຂໍ້ມູນແລະສະຖາ ນະການທີ່ກ່ຽວຂ້ອງທັງໝົດ; 5. ບຸກຄົນຫຼືນິຕິບຸກຄົນສາມາດປະຕິບັດຕາມເງື່ອນໄຂທີ່ໄດ້ກໍາ ນົດໄວ້ໃນຂໍ້ທີ 1 ຂອງມາດຕານີ້ໂດຍນໍາໃຊ້ການບໍລິການຂອງບຸກຄົນທີ ສາມທີ່ໜ້າເຊື່ອຖືແຕ່ຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງມາດຕານີ້. ຂະແໜງການທີ່ກ່ຽວຂ້ອງສາມາດກໍານົດເງື່ອນໄຂສະເພາະກ່ຽວ ກັບເອກະສານ,ການບັນທຶກຫຼືຂໍ້ມູນທີ່ຕ້ອງສົ່ງໃນຮູບແບບເປັນເຈ້ຍ. ....ມາດຕາ 16 ການເກັບແລະຮັກສາເອກະສານທາງເອເລັກໂຕຼນິກ

ມາດຕາ 16 ການເກັບແລະຮັກສາເອກະສານທາງເອເລັກໂຕຼນິກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສາມາດເກັບແລະຮັກສາເອກະ ສານ,ການບັນທຶກຫຼືຂໍ້ມູນ,ການເກັບແລະຮັກສານັ້ນສາມາດນໍາໃຊ້ໃນຮູບ ແບບເອກະສານທາງເອເລັກໂຕຼນິກເວັ້ນເສຍແຕ່ລະບຽບກົດໝາຍໄດ້ກໍາ ນົດໄວ້ຢ່າງອື່ນ. ....ມາດຕາ 17 ມາດຕະຖານການເກັບແລະຮັກສາເອກະສານທາງເອເລັກໂຕຼນິກ

ມາດຕາ 17 ມາດຕະຖານການເກັບແລະຮັກສາເອກະສານທາງເອ ເລັກໂຕຼນິກ ມາດຕະຖານການເກັບແລະຮັກສາເອກະສານທາງເອເລັກໂຕຼນິກ ມີດັ່ງນີ້: 1. ການເກັບຫຼືຮັກສາເອກະສານທີ່ນໍາໃຊ້ຮູບແບບເອເລັກໂຕຼນິກ ມີເງື່ອນໄຂດັ່ງນີ້: ກ. ຂໍ້ມູນທີ່ບັນຈຸໃນເອກະສານທາງເອເລັກໂຕຼນິກສາມາດເຂົ້າ ເຖິງແລະນໍາໃຊ້ເປັນຂໍ້ມູນອ້າງອີງ; ຂ. ເອກະສານທາງເອເລັກໂຕຼນິກທີ່ເກັບຫຼືຮັກສານັ້ນຍັງຢູ່ໃນຮູບ ແບບທີ່ຖືກສ້າງ,ສົ່ງຫຼືຮັບຫຼືໃນຮູບແບບທີ່ສະແດງໃຫ້ເຫັນຢ່າງຖືກຕ້ອງ ຕາມຂໍ້ມູນທີ່ຖືກສ້າງ,ສົ່ງຫຼືຮັບນັ້ນ; ຄ. ຂໍ້ມູນທີ່ເກັບຫຼືຮັກສາສາມາດຊີ້ໃຫ້ເຫັນຜູ້ເລີ່ມຕົ້ນການສື່ສານ ແລະຜູ້ຮັບການສື່ສານພ້ອມທັງສະແດງໃຫ້ເຫັນວັນແລະເວລາທີ່ສົ່ງຫຼືຮັບ ເອກະສານທາງເອເລັກໂຕຼນິກ; 2. ການເກັບຫຼືຮັກສາເອກະສານຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງມາດຕານີ້ບໍ່ກວມເອົາຂໍ້ມູນທີ່ນໍາໃຊ້ສະເພາະໃນການສົ່ງລືຮັບຂໍ້ມູນ; 3. ບຸກຄົນຫຼືນິຕິບຸກຄົນສາມາດປະຕິບັດຕາມເງື່ອນໄຂທີ່ໄດ້ກໍາ ນົດໄວ້ໃນຂໍ້ທີ 1 ຂອງມາດຕານີ້ໂດຍນໍາໃຊ້ການບໍລິການຂອງບຸກຄົນ ທີສາມທີ່ໜ້າເຊື່ອຖືແຕ່ຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ຂໍ້ທີ 1 ຂອງມາດຕານີ້. ....ມາດຕາ 18 ການນໍາໃຊ້ຕາປະທັບ

ມາດຕາ 18 ການນໍາໃຊ້ຕາປະທັບ ການນໍາໃຊ້ຕາປະທັບໃສ່ເອກະສານທາງເອເລັກໂຕຼນິກມີດັ່ງນີ້: 1. ລະບຽບກົດໝາຍໄດ້ກໍານົດໃຫ້ນິຕິບຸກຄົນຫຼືການຈັດຕັ້ງປະທັບ ຕາໃສ່ເອກະສານເພື່ອຮັບຮູ້ແລະມີຜົນທາງດ້ານກົດໝາຍ;ເອກະສານ ທາງເອເລັກໂຕຼນິກມີຄຸນຄ່າຄືກັນກັບເອກະສານທີ່ລົງລາຍເຊັນແລະປະ ທັບຕາຖ້າເອກະສານທາງເອເລັກໂຕຼນິກດັ່ງກ່າວຫາກມີລາຍເຊັນດິຈີ ຕອນທີ່ມີການປ້ອງກັນ; 2. ລະບຽບກົດໝາຍໄດ້ກໍານົດໃຫ້ການຈັດຕັ້ງລັດປະທັບຕາໃສ່ ເອກະສານເພື່ອຮັບຮູ້ແລະມີຜົນທາງດ້ານກົດໝາຍ;ເອກະສານທາງເອ ເລັກໂຕຼນິກມີຄຸນຄ່າຄືກັນກັບເອກະສານທີ່ລົງລາຍເຊັນແລະປະທັບຕາຖ້າ ເອກະສານທາງເອເລັກໂຕຼນິກດັ່ງກ່າວຫາກມີລາຍເຊັນດິຈີຕອນທີ່ມີການ ປ້ອງກັນ. ..ພາກທີ 3 ລາຍເຊັນທາງເອເລັກໂຕຼນິກ


...ໝວດທີ 1 ປະເພດລາຍເຊັນທາງເອເລັກໂຕຼນິກ


....ມາດຕາ 19 ປະເພດລາຍເຊັນທາງເອເລັກໂຕຼນິກ

ມາດຕາ 19 ປະເພດລາຍເຊັນທາງເອເລັກໂຕຼນິກ ລາຍເຊັນທາງເອເລັກໂຕຼນິກມີສາມປະເພດດັ່ງນີ້: 1. ລາຍເຊັນທາງເອເລັກໂຕຼນິກຂັ້ນພື້ນຖານ; 2. ລາຍເຊັນດິຈີຕອນຂັ້ນພື້ນຖານ; 3. ລາຍເຊັນດິຈີຕອນທີ່ມີການປ້ອງກັນ. ....ມາດຕາ 20 ລາຍເຊັນທາງເອເລັກໂຕຼນິກຂັ້ນພື້ນຖານ

ມາດຕາ 20 ລາຍເຊັນທາງເອເລັກໂຕຼນິກຂັ້ນພື້ນຖານ ລາຍເຊັນທາງເອເລັກໂຕຼນິກຂັ້ນພື້ນຖານແມ່ນຂໍ້ມູນໃນຮູບແບບ ເອເລັກໂຕຼນິກທີ່ບັນຈຸ,ຄັດຕິດຫຼືພົວພັນກັບຂໍ້ຄວາມທີ່ເປັນຂໍ້ມູນຊຶ່ງບົ່ງບອກ ຜູ້ລົງລາຍເຊັນແລະຈຸດປະສົງຂອງຜູ້ລົງລາຍເຊັນທີ່ກໍານົດໄວ້ໃນຂໍ້ຄວາມ ທີ່ເປັນຂໍ້ມູນນັ້ນ. ....ມາດຕາ 21 ລາຍເຊັນດິຈິຕອນຂັ້ນພື້ນຖານ

ມາດຕາ 21 ລາຍເຊັນດິຈິຕອນຂັ້ນພື້ນຖານ ລາຍເຊັນດິຈີຕອນຂັ້ນພື້ນຖານແມ່ນລາຍເຊັນທາງເອເລັກໂຕຼນິກ ທີ່ພົວພັນກັບເຈົ້າຂອງລາຍເຊັນເທົ່ານັ້ນ,ສາມາດບົ່ງບອກຜູ້ລົງລາຍເຊັນ, ສ້າງຂຶ້ນດ້ວຍການນໍາໃຊ້ເຄື່ອງມືທີ່ເຈົ້າຂອງລາຍເຊັນເປັນຜູ້ຄວບຄຸມແລະ ສາມາດກວດສອບໄດ້ທຸກການປ່ຽນແປງຂໍ້ມູນທີ່ເກີດຂຶ້ນ. ....ມາດຕາ 22 ລາຍເຊັນດິຈີຕອນທີ່ມີການປ້ອງກັນ

ມາດຕາ 22 ລາຍເຊັນດິຈີຕອນທີ່ມີການປ້ອງກັນ ລາຍເຊັນດິຈີຕອນທີ່ມີການປ້ອງກັນແມ່ນລາຍເຊັນທີ່ສ້າງຂຶ້ນດ້ວຍ ການນໍາໃຊ້ວິທີການທາງດ້ານເຕັກນິກເພື່ອປ້ອງກັນບໍ່ໃຫ້ມີການປອມແປງ ໂດຍນໍາໃຊ້ເຕັກໂນໂລຊີທີ່ມີຢູ່,ຮັບປະກັນຂໍ້ມູນການສ້າງລາຍເຊັນສາມາດ ນໍາໃຊ້ໄດ້ພຽງຄັ້ງດຽວແລະປ້ອງກັນເຈົ້າຂອງລາຍເຊັນທີ່ຖືກຕ້ອງຕາມ ກົດມາຍຈາກການນໍາໃຊ້ຫຼືການເຂົ້າໄປປ່ຽນແປງຂໍ້ມູນໂດຍບຸກຄົນອື່ນ. ...ໝວດທີ 2 ເງື່ອນໄຂທົ່ວໄປກ່ຽວກັບລາຍເຊັນທາງເອເລັກໂຕຼນິກ


....ມາດຕາ 23 ເງື່ອນໄຂການນໍາໃຊ້ລາຍເຊັນທາງເອເລັກໂຕຼນິກ

ມາດຕາ 23 ເງື່ອນໄຂການນໍາໃຊ້ລາຍເຊັນທາງເອເລັກໂຕຼນິກ ການນໍາໃຊ້ລາຍເຊັນທາງເອເລັກໂຕຼນິກມີເງື່ອນໄຂທົ່ວໄປດັ່ງນີ້: 1. ການຕົກລົງຮ່ວມກັນໃນການນໍາໃຊ້ລາຍເຊັນທາງເອເລັກໂຕຼ ນິກປະເພດໃດໜຶ່ງຊຶ່ງຕ້ອງໃຫ້ຄົບຖ້ວນຕາມຈຸດປະສົງໃນການສ້າງສັນຍາ ລະຫວ່າງຄູ່ຮ່ວມທຸລະກໍາ; 2. ການຕົກລົງຮ່ວມກັນໃນການນໍາໃຊ້ລາຍເຊັນທາງເອເລັກໂຕຼ ນິກຊຶ່ງສາມາດກໍານົດລະບຽບການກ່ຽວກັບລາຍເຊັນທາງເອເລັກໂຕຼນິກ ທີ່ຄູ່ຮ່ວມທຸລະກໍາເລືອກນໍາໃຊ້ເວັ້ນເສຍແຕ່ການຕົກລົງຮ່ວມກັນນັ້ນຫາກ ຂັດກັບລະບຽບກົດໝາຍ; 3. ການນໍາໃຊ້ລາຍເຊັນດິຈີຕອນທີ່ມີການປ້ອງກັນຕ້ອງປະຕິບັດ ຕາມລະບຽບການຂອງກະຊວງວິທະຍາສາດແລະເຕັກໂນໂລຊີ. ລັດຖະບານເປັນຜູ້ກໍານົດລາຍເຊັນທາງເອເລັກໂຕຼນິກທີ່ນໍາໃຊ້ເຂົ້າ ໃນການເຄື່ອນໄຫວທຸລະກໍາທາງເອເລັກໂຕຼນິກໃນກໍລະນີທີ່ລັດເປັນຄູ່ຮ່ວມ ທຸລະກໍາ. ....ມາດຕາ 24 ການຮັບຮູ້ລາຍເຊັນທາງເອເລັກໂຕຼນິກ

ມາດຕາ 24 ການຮັບຮູ້ລາຍເຊັນທາງເອເລັກໂຕຼນິກ ການຮັບຮູ້ລາຍເຊັນທາງເອເລັກໂຕຼນິກມີເງື່ອນໄຂທົ່ວໄປດັ່ງນີ້: 1. ໃນກໍລະນີທີ່ລະບຽບກົດໝາຍໄດ້ກໍານົດໃຫ້ມີລາຍເຊັນແຕ່ເອ ກະສານພັດບໍ່ມີການລົງລາຍເຊັນນັ້ນຈະຮັບຮູ້ເປັນລາຍເຊັນທາງເອເລັກ ໂຕຼນິກໄດ້ກໍ່ຕໍ່ເມື່ອ: ກ. ປະຕິບັດຕາມເງື່ອນໄຂຂອງລາຍເຊັນທາງເອເລັກໂຕຼນິກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 25 ຂອງກົດໝາຍສະບັບນີ້; ຂ. ປະຕິບັດຕາມເງື່ອນໄຂສະເພາະຂອງລາຍເຊັນດິຈີຕອນທີ່ມີ ການປ້ອງກັນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງກົດໝາຍສະບັບ ນີ້; ຄ. ໄດ້ຮັບການພິສູດຄວາມຈິງກ່ຽວກັບຕົວບຸກຄົນແລະສະແດງ ໃຫ້ເຫັນຈຸດປະສົງຂອງບຸກຄົນກ່ຽວກັບຂໍ້ມູນທີ່ມີລາຍເຊັນທາງເອເລັກໂຕຼ ນິກ. 2. ຖ້າມີຂໍ້ຂັດແຍ່ງກ່ຽວກັບລາຍເຊັນທາງເອເລັກໂຕຼນິກນັ້ນຄູ່ສັນ ຍາທີ່ເປັນເຈົ້າຂອງລາຍເຊັນທາງເອເລັກໂຕຼນິກຕ້ອງສະເໜີຫຼັກຖານ ກ່ຽວກັບລາຍເຊັນຢ່າງຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງມາດ ຕານີ້; 3. ລາຍເຊັນດິຈີຕ້ອນທີ່ມີການປ້ອງກັນຊຶ່ງປະຕິບັດຕາມທີ່ໄດ້ກໍາ ນົດໄວ້ໃນມາດຕານີ້ໃຫ້ຖືວ່າເປັນລາຍເຊັນຂອງຄູ່ສັນຍາເວັ້ນເສຍແຕ່ຄູ່ ສັນຍາຝ່າຍໃດໜຶ່ງຫາກບໍ່ເຫັນດີກ່ຽວກັບຄວາມຖືກຕ້ອງຂອງລາຍເຊັນ ທີ່ມີການປ້ອງກັນຊຶ່ງຕ້ອງນໍາຫຼັກຖານມາຢັ້ງຢືນ. ....ມາດຕາ 25 ຜົນສັກສິດຂອງລາຍເຊັນທາງເອເລັກໂຕຼນິກ

ມາດຕາ 25 ຜົນສັກສິດຂອງລາຍເຊັນທາງເອເລັກໂຕຼນິກ ຜົນສັກສິດຂອງລາຍເຊັນທາງເອເລັກໂຕຼນິກມີເງື່ອນໄຂທົ່ວໄປ ດັ່ງນີ້: 1. ລາຍເຊັນທາງເອເລັກໂຕຼນິກທີ່ມີຢູ່ໃນຂໍ້ຄວາມທີ່ເປັນຂໍ້ມູນຫຼື ເອກະສານທາງເອເລັກໂຕຼນິກມີຜົນສັກສິດແລະເຊື່ອຖືໄດ້ໃນກໍລະນີ: ກ. ຕ້ອງບົ່ງບອກເຈົ້າຂອງລາຍເຊັນ,ວັນແລະເວລາສ້າງລາຍ ເຊັນ; ຂ. ລະບົບລາຍເຊັນທາງເອເລັກໂຕຼນິກທີ່ນໍາໃຊ້ສ້າງລາຍເຊັນ ນັ້ນມີການນໍາໃຊ້ວິທີການທາງດ້ານເຕັກນິກທີ່ສາມາດກໍານົດແລະຄຸ້ມ ຄອງໂດຍເຈົ້າຂອງລາຍເຊັນເທົ່ານັ້ນ; ຄ. ລາຍເຊັນທາງເອເລັກໂຕຼນິກທີ່ໄດ້ສ້າງຂຶ້ນດ້ວຍລະບົບລາຍ ເຊັນທາງເອເລັກໂຕຼນິກສາມາດເກັບຮັກສາແລະຄຸ້ມຄອງໂດຍເຈົ້າຂອງ ລາຍເຊັນເທົ່ານັ້ນ; ງ. ລະບົບລາຍເຊັນທາງເອເລັກໂຕຼນິກສາມາດເຂົ້າເຖິງທຸກລະ ບົບຂໍ້ມູນທີ່ມີລາຍເຊັນຢູ່ນໍາເພື່ອສະແດງໃຫ້ເຫັນເຖິງການປ່ຽນແປງຂໍ້ ຄວາມທີ່ເປັນຂໍ້ມູນຫຼືເອກະສານທາງເອເລັກໂຕຼນິກ. 2. ວິທີການທາງດ້ານເຕັກນິກທີ່ນໍາໃຊ້ສ້າງລາຍເຊັນທາງເອ ເລັກໂຕຼນິກທີ່ສອດຄ່ອງກັບເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງ ມາດຕານີ້ມີຜົນສັກສິດທາງດ້ານກົດໝາຍ. ...ໝວດທີ 3 ເງື່ອນໄຂສະເພາະສໍາລັບລາຍເຊັນດິຈີຕອນທີ່ມີການປ້ອງກັນ


....ມາດຕາ 26 ຜົນສັກສິດຂອງລາຍເຊັນດິຈີຕອນທີ່ມີການປ້ອງກັນ

ມາດຕາ 26 ຜົນສັກສິດຂອງລາຍເຊັນດິຈີຕອນທີ່ມີການປ້ອງກັນ ລາຍເຊັນດິຈີຕອນທີ່ມີການປ້ອງກັນໃຫ້ປະຕິບັດຕາມເງື່ອນໄຂສະ ເພາະດັ່ງນີ້: 1. ວິທີການທາງດ້ານເຕັກນິກໃນການສ້າງລາຍເຊັນດິຈີຕອນທີ່ ມີການປ້ອງກັນຕ້ອງຖືກຮັບຮູ້ແລະປະຕິບັດໃຫ້ສອດຄ່ອງກັບລະບຽບການ ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ; 2. ລາຍເຊັນດິຈີຕອນທີ່ມີການປ້ອງກັນຕ້ອງໄດ້ຮັບການຢັ້ງຢືນ ຈາກນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ອອກໃບຢັ້ງຢືນລາຍ ເຊັນດິຈີຕອນທີ່ມີການປ້ອງກັນຫຼືການອອກໃບຢັ້ງຢືນລາຍເຊັນດິຈີຕອນ ທີ່ມີການປ້ອງກັນນັ້ນຖືກຮັບຮູ້ໂດຍຂະແໜງການວິທະຍາສາດແລະເຕັກ ໂນໂລຊີ; 3. ລາຍເຊັນດິຈິຕ້ອນທີ່ມີການປ້ອງກັນທີ່ຮັບປະກັນຄວາມຖືກ ຕ້ອງແລະໜ້າເຊື່ອຖືໄດ້ຫຼືໃບຢັ້ງຢືນທີ່ອອກໂດຍຜູ້ໃຫ້ບໍລິການຢັ້ງຢືນລາຍ ເຊັນທີ່ໄດ້ຂຶ້ນທະບຽນໃຫ້ຖືວ່າມີຄຸນຄ່າເທົ່າກັນກັບລາຍເຊັນທີ່ນໍາໃຊ້ໃນ ການດໍາເນີນທຸລະກໍາທາງເອເລັກໂຕຼນິກໃນຮູບແບບເປັນເຈ້ຍ. ....ມາດຕາ 27 ການໃຫ້ບໍລິການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ

ມາດຕາ 27 ການໃຫ້ບໍລິການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ ການໃຫ້ບໍລິການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນໃຫ້ປະ ຕິບັດຕາມເງື່ອນໄຂສະເພາະດັ່ງນີ້: 1. ການໃຫ້ບໍລິການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ ສາມາດດໍາເນີນຢ່າງເປີດເຜີຍໂດຍການຈັດຕັ້ງຫຼືນິຕິບຸກຄົນທີ່ໄດ້ຮັບອະ ນຸຍາດລວມທັງບໍລິສັດເອກະຊົນທີ່ປະຕິບັດຕາມເງື່ອນໄຂການຂຶ້ນທະບຽນ ແລະໄດ້ຮັບອະນຸຍາດຈາກຂະແໜງການວິທະຍາສາດແລະເຕັກໂນໂລ ຊີ; 2. ຜູ້ໃຫ້ບໍລິການອອກໃບຢັ້ງຢືນຕ້ອງປະຕິບັດຕາມເງື່ອນໄຂສະ ເພາະຕາມທີ່ໄດກໍານົດໄວ້ໃນມາດຕາ 26 ຂອງກົດໝາຍສະບັບນີ້ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 3. ຜູ້ໃຫ້ບໍລິການອອກໃບຢັ້ງຢືນສາມາດສ້າງແລະນໍາໃຊ້ລະບຽບ ການຮັບຮອງຂອງຕົນເພື່ອຍົກລະດັບຄວາມໜ້າເຊື່ອຖື,ຄວາມປອດໄພ ແລະຄຸນນະພາບໃນການນໍາໃຊ້ລາຍເຊັນດິຈີຕອນທີ່ມີການປ້ອງກັນຊຶ່ງ ລະບຽບການຮັບຮອງນັ້ນຕ້ອງ: ກ. ສອດຄ່ອງກັບເງື່ອນໄຂສະເພາະຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍສະບັບນີ້; ຂ. ບໍ່ເປັນອຸປະສັກຕໍ່ການແຂ່ງຂັນກ່ຽວກັບການໃຫ້ບໍລິການອອກ ໃບຢັ້ງຢືນ; ຄ. ໄດ້ຮັບການເຫັນດີຈາກກະຊວງວິທະຍາສາດແລະເຕັກໂນໂລ ຊີ. ....ມາດຕາ 28 ການຂຶ້ນທະບຽນຜູ້ໃຫ້ບໍລິການອອກໃບຢັ້ງຢືນ

ມາດຕາ 28 ການຂຶ້ນທະບຽນຜູ້ໃຫ້ບໍລິການອອກໃບຢັ້ງຢືນ ຂະແໜງການວິທະຍາສາດແລະເຕັກໂນໂລຊີຮັບຜິດຊອບໃນ ການຂຶ້ນທະບຽນຜູ້ໃຫ້ບໍລິການອອກໃບຢັ້ງຢືນດັ່ງນີ້: 1. ສ້າງແລະຮັກສາທະບຽນຜູ້ໃຫ້ບໍລິການອອກໃບຢັ້ງຢືນຊຶ່ງມີ ສໍານັກງານຕັ້ງຢູ່ສປປລາວໂດຍຜູ້ໃຫ້ບໍລິການດັ່ງກ່າວໄດ້ອອກໃບຢັ້ງຢືນ ໃຫ້ແກ່ຜູ້ຊົມໃຊ້ການບໍລິການ; 2. ບັນທຶກຂໍ້ມູນໃສ່ປຶ້ມທະບຽນເຊັ່ນຊື່ແລະນາມສະກຸນ,ທີ່ຢູ່ແລະຂໍ້ ມູນທີ່ກ່ຽວຂ້ອງຂອງຜູ້ໃຫ້ບໍລິການອອກໃບຢັ້ງຢືນ; 3. ຮັບຮອງແລະຄຸ້ມຄອງຂໍ້ມູນທີ່ຈໍາເປັນຕາມລະບຽບການພ້ອມ ດ້ວຍເອກະສານດັ່ງນີ້: ກ. ໜັງສືແຈ້ງກ່ຽວກັບປະເພດການໃຫ້ບໍລິການ; ຂ. ໜັງສືອະທິບາຍກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານທີ່ນໍາໃຊ້; ຄ. ໜັງສືອະທິບາຍກ່ຽວກັບລະບຽບການ,ຂັ້ນຕອນແລະມາດຕະ ການອື່ນທີ່ຜູ້ໃຫ້ບໍລິການອອກໃບຢັ້ງຢືນໄດ້ຮັບຮອງເອົາເພື່ອປົກປ້ອງ ຄວາມສົມບູນແບບ,ຄວາມນ້າເຊື່ອຖື,ຄວາມປອດໄພຂອງຂໍ້ມູນ,ຄວາມ ເປັນສ່ວນຕົວແລະຄວາມລັບຂອງຂໍ້ມູນສ່ວນຕົວຂອງລູກຄ້າ; ງ. ທະບຽນວິສາຫະກິດ; ຈ. ຂໍ້ມູນອື່ນກ່ຽວກັບການຄຸ້ມຄອງລາຍເຊັນດິຈີຕອນຢູ່ສປປລາວ. 4. ປະຕິເສດການຮ້ອງຂໍຂຶ້ນທະບຽນຫຼືຍົກເລີກການຂຶ້ນທະບຽນ ຂອງຜູ້ໃຫ້ບໍລິການອອກໃບຢັ້ງຢືນທີ່ປະກອບເອກະສານບໍ່ຖືກຕ້ອງຫຼືເຄື່ອນ ໄຫວບໍ່ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະລະບຽບ ກົດໝາຍອື່ນທີ່ກ່ຽວຂ້ອງ. ....ມາດຕາ 29 ການຮັບຮູ້ການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນແລະລາຍເຊັນຂອງຕ່າງປະເທດ

ມາດຕາ 29 ການຮັບຮູ້ການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ ແລະລາຍເຊັນຂອງຕ່າງປະເທດ ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຮູ້ການຢັ້ງຢືນລາຍ ເຊັນດິຈີຕອນທີ່ມີການປ້ອງກັນແລະລາຍເຊັນຂອງຕ່າງປະເທດໃນກໍລະນີ ດັ່ງນີ້: 1. ໄດ້ຜ່ານການກວດສອບທີ່ສະແດງໃຫ້ເຫັນລະດັບຄວາມເປັນ ຂອງແທ້ແລະຄວາມໜ້າເຊື່ອຖືເທົ່າທຽມກັບກັານຢັ້ງຢືນທີ່ອອກຢູ່ສປປ ລາວ; 2. ມີໃບຢັ້ງຢືນແລະລາຍເຊັນທີ່ສອດຄ່ອງກັບມາດຕະການສາ ກົນແລະມີປັດໄຈອື່ນທີ່ກ່ຽວຂ້ອງໂດຍບໍ່ຂຶ້ນກັບທີ່ຕັ້ງພູມສັນຖານບ່ອນ ອອກໃບຢັ້ງຢືນ,ສ້າງຫຼືນໍາໃຊ້ລາຍເຊັນດິຈີຕອນທີ່ມີການປ້ອງກັນແລະ ສະຖານທີ່ດໍາເນີນທຸລະກິດຂອງຜູ້ເລີ່ມຕົ້ນການສື່ສານຫຼືເຈົ້າຂອງລາຍ ເຊັນ. ກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງສ້າງແລະເກັບຮັກ ສາບັນຊີຕິດຕາມການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນທີ່ອອກ ໂດຍຜູ້ໃຫ້ບໍລິການອອກໃບຢັ້ງຢືນຂອງຕ່າງປະເທດທີ່ຖືກຮັບຮູ້ຕາມວັກ ທີ 1 ຂອງມາດຕານີ້. ການຮັບຮູ້ການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນຂອງ ຕ່າງປະເທດຊຶ່ງຖືກບັນຈຸເຂົ້າໃນບັນຊີຕິດຕາມດັ່ງກ່າວບໍ່ຈໍາເປັນຕ້ອງຍື່ນ ຄໍາຮ້ອງຂໍຂຶ້ນທະບຽນອີກ. ....ມາດຕາ 30 ຜົນສັກສິດຂອງໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນຂອງຕ່າງປະເທດ

ມາດຕາ 30 ຜົນສັກສິດຂອງໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງ ກັນຂອງຕ່າງປະເທດ ຜົນສັກສິດຂອງໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນຂອງ ຕ່າງປະເທດແລະລາຍເຊັນທາງເອເລັກໂຕຼນິກມີດັ່ງນີ້: 1. ໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນທີ່ອອກໂດຍຜູ້ ອອກໃບຢັ້ງຢືນຂອງຕ່າງປະເທດທີ່ຖືກຮັບຮູ້ຕາມມາດຕາ29ຂອງກົດ ໝາຍສະບັບນີ້ມີຜົນສັກສິດຄືກັນກັບໃບຢັ້ງຢືນທີ່ອອກຢູ່ພາຍໃນປະເທດ; 2. ລາຍເຊັນທາງເອເລັກໂຕຼນິກທີ່ສ້າງຂຶ້ນຫຼືນໍາໃຊ້ຢູ່ຕ່າງປະ ເທດຈະມີຜົນສັກສິດຄືກັນກັບລາຍເຊັນທາງເອເລັກໂຕຼນິກທີ່ສ້າງຂຶ້ນຫຼື ນໍາໃຊ້ຢູ່ພາຍໃນປະເທດຖ້າວ່າມີລະດັບຄວາມເປັນຂອງແທ້ແລະຄວາມ ໜ້າເຊື່ອຖືທີ່ເທົ່າທຽມກັນ,ສອດຄ່ອງກັບມາດຕະຖານສາກົນແລະປັດໄຈ ອື່ນທີ່ກ່ຽວຂ້ອງ. ..ພາກທີ 4 ທຸລະກໍາທາງເອເລັກໂຕຼນິກທີ່ນໍາໃຊ້ໂດຍອົງການລັດ


...ມາດຕາ 31 ຮູບແບບທຸລະກໍາທາງເອເລັກໂຕຼນິກທີ່ນໍາໃຊ້ໂດຍອົງການລັດ

ມາດຕາ 31 ຮູບແບບທຸລະກໍາທາງເອເລັກໂຕຼນິກທີ່ນໍາໃຊ້ໂດຍອົງການ ລັດ ທຸລະກໍາທາງເອເລັກໂຕຼນິກທີ່ນໍາໃຊ້ໂດຍອົງການລັດແບ່ງອອກ ເປັນສາມຮູບແບບດັ່ງນີ້: 1. ທຸລະກໍາທາງເອເລັກໂຕຼນິກຢູ່ພາຍໃນອົງການລັດ; 2. ທຸລະກໍາທາງເອເລັກໂຕຼນິກລະຫວ່າງອົງການລັດດ້ວຍກັນ; 3. ທຸລະກໍາທາງເອເລັກໂຕຼນິກລະຫວ່າງອົງການລັດກັບບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງອື່ນ. ລະບຽບການແລະມາດຕະການກ່ຽວກັບທຸລະກໍາທາງເອເລັກໂຕຼ ນິກທີ່ນໍາໃຊ້ໂດຍອົງການລັດແຕ່ລະຮູບແບບໄດ້ກໍານົດໄວ້ຕ່າງຫາກ. ...ມາດຕາ 32 ການຮັບຮູ້ທຸລະກໍາແລະເອກະສານທາງເອເລັກໂຕຼນິກໂດຍອົງການລັດ

ມາດຕາ 32 ການຮັບຮູ້ທຸລະກໍາແລະເອກະສານທາງເອເລັກໂຕຼນິກ ໂດຍອົງການລັດ ການຮັບອຸທຸລະກໍາແລະເອກະສານທາງເອເລັກໂຕຼນິກໂດຍອົງ ການລັດໃຫ້ປະຕິບັດດັ່ງນີ້: 1. ອົງການລັດຮັບຮູ້: ກ. ເອກະສານທາງເອເລັກໂຕຼນິກທີ່ນໍາໃຊ້ເພື່ອສ້າງຫຼືສະແດງຂໍ້ ມູນໄດ້ຖືກເກັບໄວ້ໃນຮູບແບບເອເລັກໂຕຼນິກ; ຂ. ໃບທະບຽນ,ໃບອະນຸຍາດ,ໃບຮັບຮອງຫຼືຂໍ້ມູນອື່ນທີ່ຢູ່ໃນຮູບ ແບບເອເລັກໂຕຼນິກ; ຄ. ການຊໍາລະຄ່າບໍລິການຜ່ານເຄື່ອງມືທາງເອເລັກໂຕຼນິກ. 2. ໃນກໍລະນີທີ່ອົງການລັດໃດໜຶ່ງຫາກເລືອກເອົາວິທີການດໍາ ເນີນຕາມຂໍ້ທີ 1 ຂອງມາດຕານີ້ອົງການລັດດັ່ງກ່າວຕ້ອງພິຈາລະນາ ກ່ຽວກັບ: ກ. ເຄື່ອງມືແລະຮູບແບບໃນການຍື່ນ,ການສ້າງ,ການເກັບຮັກ ສາຫຼືການອອກເອກະສານຫຼືທຸລະກໍາ; ຂ. ລາຍເຊັນ,ຮູບແບບແລະປະເພດຂອງລາຍເຊັນທາງເອເລັກ ໂຕຼນິກຖ້າຫາກແມ່ນເອກະສານທາງເອເລັກໂຕຼນິກຊຶ່ງຕ້ອງມີການຢັ້ງ ຢືນ; ຄ. ວິທີການແລະຮູບແບບຂອງລາຍເຊັນທາງເອເລັກໂຕຼນິກຊຶ່ງ ຕ້ອງຄັດຕິດໄປພ້ອມກັບເອກະສານຫຼືທຸລະກໍາທາງເອເລັກໂຕຼນິກ; ງ. ຂະບວນການແລະຂັ້ນຕອນດໍາເນີນທີ່ຮັບປະກັນຄວາມຄົບຖ້ວນ ,ຄວາມປອດໄພແລະຄວາມລັບຂອງເອກະສານແລະທຸລະກໍາທາງເອ ເລັກໂຕຼນິກລວມທັງການຊໍາລະທີ່ສົ່ງ,ຜ່ານຫຼືເກັບຢູ່ໃນລະບົບຂໍ້ມູນທາງ ເອເລັກໂຕຼນິກ; ຈ. ມາດຕະຖານທີ່ນໍາໃຊ້ຢັ້ງຢືນກໍາມະສິດຕໍ່ຂໍ້ຄວາມທີ່ເປັນຂໍ້ມູນ, ເອກະສານທາງເອເລັກໂຕຼນິກແລະຂໍ້ມູນທີ່ສົ່ງຫຼືຮັບທີ່ເປັນສ່ວນໜຶ່ງຂອງ ການດໍາເນີນທຸລະກໍາທາງເອເລັກໂຕຼນິກລວມທັງການຊໍາລະສະສາງ. ..ພາກທີ 5 ສື່ກາງ


...ມາດຕາ 33 ສື່ກາງ

ມາດຕາ 33 ສື່ກາງ ສື່ກາງແມ່ນບຸກຄົນຫຼືນິຕິບຸກຄົນທີ່ໃຫ້ບໍລິການສົ່ງ,ຮັບຫຼືເກັບຮັກສາ ຂໍ້ຄວາມທີ່ເປັນຂໍ້ມູນຫຼືຝາກໄວ້ຊົ່ວຄາວ,ໃຫ້ບໍລິການການເຂົ້າເຖິງລະບົບ ການສື່ສານແລະໃຫ້ການບໍລິການອື່ນກ່ຽວກັບຂໍ້ຄາມທີ່ເປັນຂໍ້ມູນແລະເອ ກະສານທາງເອເລັກໂຕຼນິກ. ...ມາດຕາ 34 ການບໍ່ມີຄວາມຮັບຜິດຊອບຂອງສື່ກາງ

ມາດຕາ 34 ການບໍ່ມີຄວາມຮັບຜິດຊອບຂອງສື່ກາງ ສື່ກາງບໍ່ມີຄວາມຮັບຜິດຊອບກ່ຽວກັບ: 1. ການຕິດຕາມຂໍ້ມູນໃດໜຶ່ງທີ່ບັນຈຸໃນຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງ ບັນທຶກທາງເອເລັກໂຕຼນິກທີ່ຕົນໃຫ້ບໍລິການແກ່ຜູ້ຊົມໃຊ້; 2. ຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງບັນທຶກທາງເອເລັກໂຕຼນິກທີ່ຕົນໃຫ້ບໍ ລິການຖ້າຕົນຫາກບໍ່ແມ່ນຜູ້ເລີ່ມຕົ້ນການສື່ສານ; 3. ຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງບັນທຶກທາງເອເລັກໂຕຼນິກທີ່ສື່ກາງບໍ່ ຮູ້ຢ່າງແທ້ຈິງວ່າຈະເກີດຄວາມຮັບຜິດຊອບ; 4. ຄວາມເປັນມາຂອງຂໍ້ຄວາມທີ່ເປັນຂໍ້ມູນທີ່ສື່ກາງບໍ່ຮູ້ກ່ຽວກັບ ຄວາມຈິງ. ...ມາດຕາ 35 ຄວາມຮັບຜິດຊອບຂອງສື່ກາງ

ມາດຕາ 35 ຄວາມຮັບຜິດຊອບຂອງສື່ກາງ ເຖິງວ່າສື່ກາງຈະບໍ່ມີຄວາມຮັບຜິດຊອບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍສະບັບນີ້ກໍ່ຕາມແຕ່ສື່ກາງຍັງຕ້ອງມີຄວາມ ຮັບຜິດຊອບດັ່ງນີ້: 1. ປະຕິບັດຕາມລະບຽບການແລະຂັ້ນຕອນທີ່ກະຊວງໄປສະນີ, ໂທລະຄົມມະນາຄົມແລະການສື່ສານວາງອອກ; 2. ປະຕິບັດມາດຕະການທາງແພ່ງຫຼືທາງອາຍາຕາມແຕ່ລະກໍ ລະນີທີ່ຜູ້ກ່ຽວຮູ້ຈັກຂໍ້ເທັດຈິງຫຼືສະພາບຕົວຈິງຂໍ້ຄວາມທີ່ເປັນຂໍ້ມູນຊຶ່ງ ສ້າງຄວາມເສຍຫາຍແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ; 3. ປະຕິບັດພັນທະຕາມສັນຍາຫຼືພັນທະເພີ່ມເຕີມທາງດ້ານກົດ ໝາຍທີ່ກ່ຽວຂ້ອງກັບຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງບັນທຶກທາງເອເລັກໂຕຼ ນິກ; ຖ້າສື່ກາງຫາກຮູ້ວ່າຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງບັນທຶກທາງເອເລັກ ໂທຼນິກກໍ່ໃຫ້ເກີດຄວາມຮັບຜິດຊອບທາງແພ່ງຫຼືທາງເອາຍານັ້ນສື່ກາງ ຕ້ອງ; ກ. ລຶບຂໍ້ຄວາມທີ່ເປັນຂໍ້ມູນຫຼືສິ່ງບັນທຶກທາງເອເລັກໂຕຼນິກດັ່ງ ກ່າວອອກຈາກລະບົບການປະມານຜົນຂໍ້ມູນທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຜູ້ກ່ຽວແລະຢຸດການໃຫ້ບໍລິການກ່ຽວກັບຂໍ້ມູນນັ້ນແຕ່ຕ້ອງແຈ້ງໃຫ້ ຜູ້ເລີ່ມຕົ້ນການສື່ສານຊາບໃນກໍລະນີທີ່ຮູ້ຕົວ; ຂ. ລາຍງານຕໍ່ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະ ການສື່ສານຫຼືອົງການຈັດຕັ້ງປະຕິບັດກົດໝາຍອື່ນທີ່ກ່ຽວຂ້ອງກ່ຽວກັບ ຂໍ້ເທັດຈິງແລະຂໍ້ມູນສ່ວນຕົວໃນກໍລະນີທີ່ສື່ກາງໄດ້ຮັບຮູ້ແລະໄດ້ສະໜອງ ການບໍລິການທີ່ກ່ຽວພັນກັບຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອ ເລັກໂຕຼນິກ. 4. ມີຄວາມຮັບຜິດຊອບອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍທີ່ກ່ຽວຂ້ອງ. ..ພາກທີ 6 ຂໍ້ຫ້າມ


...ມາດຕາ 36 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການອອກໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ

ມາດຕາ 36 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການອອກໃບຢັ້ງຢືນລາຍເຊັນດິຈີ ຕອນທີ່ມີການປ້ອງກັນ ຫ້າມຜູ້ໃຫ້ບໍລິການອອກໃບຢັ້ງຢືນລາຍເຊັນດີຈີຕອນທີ່ມີການປ້ອງ ກັນມີພຶດຕິກໍາດັ່ງນີ້: 1. ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງໃນການຂໍຂຶ້ນທະບຽນໃຫ້ບໍລິການ ອອກໃບຢັ້ງຢືນລາຍເຊັນດີຈິຕອນທີ່ມີການປ້ອງກັນ; 2. ນໍາໃຊ້ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການຂອງຕົນ; 3. ນໍາໃຊ້ຂໍ້ມູນກ່ຽວກັບຜູ້ສະເໜີໃຊ້ບໍລິການຊຶ່ງຕົນກະກຽມອອກ ໃບຢັ້ງຢືນໃຫ້; 4. ສົມຮູ້ຮ່ວມຄິດກັບຜູ້ບໍ່ໄດ້ຮັບອະນຸຍາດໃຫ້ບໍລິການອອກໃບຢັ້ງ ຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ; 5. ສ້າງ,ນໍາໃຊ້ແລະເຜີຍແຜ່ໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີ ການປ້ອງກັນຫຼືລາຍເຊັນເອເລັກໂຕຼນິກເພື່ອສໍ້ໂກງຫຼືຈຸດປະສົງອື່ນທີ່ສ້າງ ຄວາມເສຍຫາຍ; 6. ໃຫ້ບໍລິການຢັ້ງຢືນລາຍເຊັນເພື່ອນໍາໃຊ້ໃນຈຸດປະສົງທີ່ບໍ່ຖືກ ຕ້ອງ,ເພື່ອສໍ້ໂກງຫຼືໃນທາງອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 7. ໃຫ້ບໍລິການຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອເລັກ ໂຕຼນິກຊຶ່ງເປັນການແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 37 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ

ມາດຕາ 37 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການການຢັ້ງຢືນລາຍເຊັນດິຈີຕອນທີ່ ມີການປ້ອງກັນ ຫ້າມຜູ້ໃຊ້ບໍລິການການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ ມີພຶດຕິກໍາດັ່ງນີ້: 1. ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງໃນການຂໍຢັ້ງຢືນລາຍເຊັນດິຈີຕອນ ທີ່ມີການປ້ອງກັນ; 2. ນໍາໃຊ້ໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນເພື່ອສໍ້ ໂກງຫຼືຈຸດປະສົງອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 3. ສືບຕໍ່ນໍາໃຊ້ໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນທີ່ບໍ່ ຖືກຕ້ອງ; 4. ນໍາໃຊ້ຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອເລັກໂຕຼນິກ ຊຶ່ງແຕະຕອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ; 5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 38 ຂໍ້ຫ້າມສໍາລັບສື່ກາງ

ມາດຕາ 38 ຂໍ້ຫ້າມສໍາລັບສື່ກາງ ຫ້າມສື່ກາງມີພຶດຕິກໍາດັ່ງນີ້: 1. ສະໜອງການບໍລິການເພື່ອອໍານວຍຄວາມສະດວກໃຫ້ແກ່ ການແລກປ່ຽນຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອເລັກໂຕຼນິກ ໂດຍບໍ່ໄດ້ຮັບອະນຸຍາດ; 2. ກະທໍາສິ່ງທີ່ຕ້ອງຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 3. ໃຫ້ບໍລິການຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອເລັກ ໂຕຼນິກຊຶ່ງເປັນການແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 39 ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 39 ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ປອມແປງເອກະສານ,ລາຍເຊັນຫຼືໃບຢັ້ງຢືນທາງເອເລັກໂຕຼ ນຶກຫຼືນໍາໃຊ້ລາຍເຊັນດິຈີຕອນທີ່ມີການປ້ອງກັນປອມ; 2. ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງແລະລາຍເຊັນທາງເອເລັກໂຕຼນິກ ປອມ; 3. ເຂົ້າເຖິງ,ອັດສໍາເນົາ,ປັບປຸງຫຼືຄອບຄອງລະບົບລາຍເຊັນເອ ເລັກໂຕຼນິກຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ; 4. ນໍາໃຊ້ຂໍ້ມູນສະເພາະຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ; 5. ແອບອ້າງຕົນເອງເປັນຕົວແທນໃນການສະເໜີໂຈະ,ຍົກເລີກ ຫຼືຮັບຮອງລາຍເຊັນດິຈີຕອນທີ່ມີການປ້ອງກັນ; 6. ເຜີຍແຜ່ໃບຢັ້ງຢືນດີຈີຕອນທີ່ມີການປ້ອງກັນປອມ,ບໍ່ຖືກຕ້ອງ, ຖືກຍົກເລີກຫຼືຖືກໂຈະໃຫ້ຜູ້ອື່ນເອົາໄປນໍາໃຊ້; 7. ສະໜອງຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກທາງເອເລັກໂຕຼ ນິກຊຶ່ງແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 7 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 40 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງໃຫ້ດໍາເນີນຕາມຮູບການໃດໜຶ່ງດັ່ງນີ້: 1. ການແກ້ໄຂດ້ວຍການປະນີປະນອມ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ; 4. ການຮ້ອງຟ້ອງຕໍ່ສານ; 5. ການແກ້ໄຂທີ່ມີລັກສະນະສາກົນ. ...ມາດຕາ 41 ການແກ້ໄຂດ້ວຍການປະນີປະນອມ

ມາດຕາ 41 ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບທຸລະກໍາທາງເອເລັກໂຕຼນິກຄູ່ກໍ່ລະ ນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລືແລະປະນີປະ ນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ...ມາດຕາ 42 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 42 ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບທຸລະກໍາທາງເອເລັກໂຕຼນິກທີ່ມີລັກ ສະນະບໍລິຫານຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຂະແໜງການວິທະ ຍາສາດແລະເຕັກໂນໂລຊີຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການດັ່ງກ່າວ ເພື່ອແກ້ໄຂ. ບຸກຄົນຫຼືນິຕິບຸກຄົນມີສິດສະເໜີຕໍ່ຂະແໜງການວິທະຍາສາດແລະ ເຕັກໂນໂລຊີເພື່ອໃຫ້ພິຈາລະນາຄືນໃໝ່ກ່ຽວກັບການປະຕິເສດບໍ່ຂຶ້ນທະ ບຽນໃຫ້ແກ່ຜູ້ອອກໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນຫຼືການ ໂຈະແລະການຖອນທະບຽນດັ່ງກ່າວ.ຂະແໜງການວິທະຍາສາດແລະ ເຕັກໂນໂລຊີຕ້ອງແກ້ໄຂຄໍາສະເໜີພາຍໃນສາມສິບວັນລັດຖະການ.ການ ບໍ່ໃຫ້ຄໍາຕອບຕໍ່ຄໍາສະເໜີຕາມກໍານົດເວລາດັ່ງກ່າວໃຫ້ຖືວ່າເປັນການປະ ຕິເສດຄໍາສະເໜີ. ໃນກໍລະນີຜູ້ສະເໜີຫາກບໍ່ພໍໃຈຕໍ່ການແກ້ໄຂຂໍ້ຂັດແຍ່ງແລະການ ປະຕິເສດໂດຍບໍ່ໄດ້ຮັບຄໍາຕອບນັ້ນຜູ້ສະເໜີສາມາດຮ້ອງຟ້ອງຕໍ່ສານເພື່ອ ດໍາເນີນການຕັດສິນຕາມລະບຽບກົດໝາຍ. ...ມາດຕາ 43 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 43 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງທາງດ້ານເສດຖະກິດກ່ຽວກັບທຸລະກໍາທາງ ເອເລັກໂຕຼນິກຄູ່ກໍລະນີສາມາດແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເມື່ອມີການຕົກລົງກັນ. ...ມາດຕາ 44 ການຮ້ອງຟ້ອງຕໍ່ສານ

ມາດຕາ 44 ການຮ້ອງຟ້ອງຕໍ່ສານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບທຸລະກໍາທາງເອເລັກໂຕຼນິກຄູ່ກໍລະ ນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບ ກົດໝາຍ. ...ມາດຕາ 45 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 45 ການແກ້ໄຂທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບທຸລະກໍາທາງເອເລັກໂຕຼນິກທີ່ມີລັກ ສະນະສາກົນໃຫ້ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວ ເປັນພາຄີ. ..ພາກທີ 8 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 46 ອົງການຄຸ້ມຄອງ

ມາດຕາ 46 ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກ ຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ ກະຊວງວິທະຍາສາດແລະເຕັກໂນໂລຊີເປັນເຈົ້າການຄຸ້ມຄອງໂດຍກົງ ແລະປະສານສົມທົບກັບກະຊວງຫຼືອົງການອື່ນແລະອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກປະກອບ ດ້ວຍ: 1. ກະຊວງວິທະຍາສາດແລະເຕັກໂນໂລຊີ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ; 3. ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານ; 4. ໜ່ວຍງານວິທະຍາສາດແລະເຕັກໂນໂລຊີບ້ານ. ....ມາດຕາ 47 ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ

ມາດຕາ 47 ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລ ຊີ ໃນການຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກກະຊວງວິ ທະຍາສາດແລະເຕັກໂນໂລຊີມີສິດແລະໜ້າທີ່ດັ່ງນີ້: 1. ກໍານົດນະໂຍບາຍ,ແຜນຍຸດທະສາດ,ແຜນງານແລະແຜນ ການກ່ຽວກັບການພັດທະນາວຽກງານທຸລະກໍາທາງເອເລັກໂຕຼນິກເພື່ອ ນໍາສະເໜີລັດຖະບານພິຈາລະນາ; 2. ຄົ້ນຄວ້າ,ສ້າງ,ປັບປຸງກົດໝາຍ,ລະບຽບການແລະນິຕິກໍາອື່ນ ກ່ຽວກັບວຽກງານທຸລະກໍາທາງເອເລັກໂຕຼນິກ; 3. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມກົດໝາຍແລະນິຕິກໍາທີ່ກ່ຽວ ຂ້ອງກັບວຽກງານທຸລະກໍາທາງເອເລັກໂຕຼນິກ; 4. ອອກ,ໂຈະ,ຖອນທະບຽນແລະເກັບຮັກສາບັນຊີຫົວໜ່ວຍທຸລະ ກິດທີ່ໃຫ້ບໍລິຫານອອກໃບຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນຕາມ ຄວາມຮັບຜິດຊອບຂອງຕົນ; 5. ພິຈາລະນາແລະແກ້ໄຂຄໍາສະເໜີກ່ຽວກັບວຽກງານທຸລະກໍາ ທາງເອເລັກໂຕຼນິກຄວາມຄວາມຮັບຜິດຊອບຂອງຕົນ; 6. ກໍ່ສ້າງ,ຍົກລະດັບພະນັກງານທັງພາກລັດແລະເອກະຊົນໃນ ວຽກງານທຸລະກໍາທາງເອເລັກໂຕຼນິກ; 7. ພິຈາລະນາກ່ຽວກັບມາດຕະການແລະວິທີການເພື່ອປ້ອງກັນ ແລະແກ້ໄຂບັນຫາທີ່ອາດເກີດຂຶ້ນໃນການດໍາເນີນທຸລະກໍາທາງເອເລັກ ໂຕຼນິກຕາມການສະເໜີຂອງພະແນກວິທະຍາສາດແລະເຕັກໂນໂລຊີ ແຂວງ,ນະຄອນ; 8. ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດວຽກງານທຸລະກໍາທາງເອ ເລັກໂຕຼນິກໃນຂອບເຂດທົ່ວປະເທດ; 9. ຮັກສາຄວາມລັບກ່ຽວກັບຂໍ້ຄວາມທີ່ເປັນຂໍ້ມູນແລະສິ່ງບັນທຶກ ທາງເອເລັກໂຕຼນິກຊຶ່ງແຕະຕ້ອງເຖິງຄວາມມັ້ນຄົງຂອງຊາດ,ຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 10. ປະສານສົມທົບກັບກະຊວງຫຼືອົງການອື່ນແລະອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດວຽກງານທຸລະກໍາ ທາງເອເລັກໂຕຼນິກເຊັ່ນການນໍາໃຊ້ຕູ້ເອທີເອັມ,ການຊໍາລະເງິນຜ່ານລະ ບົບອອນລ່າຍ; 11. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານທຸລະກໍາ ທາງເອເລັກໂຕຼນິກ; 12. ສະຫຼຸບແລະລາຍງານວຽກງານກ່ຽວກັບທຸລະກໍາທາງເອ ເລັກໂຕຼນິກຕໍ່ລັດຖະບານຢ່າງເປັນປົກກະຕິ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ....ມາດຕາ 48 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 48 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລ ຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານທຸລະກໍາເອເລັກໂຕຼນິກພະແນກວິທະ ຍາສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ແຜນງານແລະ ແຜນການກ່ຽວກັບການພັດທະນາວຽກງານທຸລະກໍາທາງເອເລັກໂຕຼນິກ ມາເປັນລະບຽບການ,ໂຄງການ,ແຜນງານແລະແຜນການຂອງຕົນ ແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມກົດໝາຍແລະນິຕິກໍາອື່ນ ກ່ຽວກັບວຽກງານທຸລະກໍາທາງເອເລັກໂຕຼນິກ; 3. ຄົ້ນຄວ້າແລະສະເໜີມາດຕະຖານແລະວິທີການເພື່ອປ້ອງກັນ ແລະແກ້ໄຂບັນຫາທີ່ອາດເກີດຂຶ້ນໃນການດໍາເນີນທຸລະກໍາທາງເອເລັກ ໂຕຼນິກເພື່ອໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີພິຈາລະນາ; 4. ຊີ້ນໍາ,ຕິດຕາມຫ້ອງການວິທະຍາສາດແລະເຕັກໂນໂລຊີ ເມືອງ,ເທດສະບານໃນການຈັດຕັ້ງປະຕິບັດວຽກງານທຸລະກໍາທາງເອ ເລັກໂຕຼນິກ; 5. ເກັບກໍາສະຖິຕິ,ຂໍ້ມູນກ່ຽວກັບທຸລະກໍາທາງເອເລັກໂຕຼນິກໃນ ຂອບເຂດທ້ອງຖິ່ນຂອງຕົນ; 6. ພິຈາລະນາແລະແກ້ໄຂຄໍາສະເໜີກ່ຽວກັບວຽກງານທຸລະກໍາ ທາງເອເລັກໂຕຼນິກຕາມຄວາມຮັບຜິດຊອບຂອງຕົນ; 7. ປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວ ຂ້ອງຢູ່ທ້ອງຖິ່ນຂອງຕົນເພື່ອຈັດຕັ້ງຄຸ້ມຄອງວຽກງານທຸລະກໍາທາງເອ ເລັກໂຕຼນິກ; 8. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານທຸລະກໍາທາງ ເອເລັກໂຕຼນິກຕາມການມອບໝາຍຂອງຂັ້ນເທິງ; 9. ສະຫຼຸບແລະລາຍງານວຽກງານກ່ຽວກັບທຸລະກໍາທາງເອເລັກ ໂຕຼນິກຕໍ່ອົງການປົກຄອງແຂວງ,ນະຄອນແລະກະຊວງວິທະຍາສາດ ແລະເຕັກໂນໂລຊີຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍຂອງຂັ້ນເທິງ. ....ມາດຕາ 49 ສິດແລະໜ້າທີ່ຂອງຫ້ອງການວິທະຍາາດແລະເຕັກໂນໂລຊີເມືອງ,ເທດສະບານ

ມາດຕາ 49 ສິດແລະໜ້າທີ່ຂອງຫ້ອງການວິທະຍາາດແລະເຕັກໂນໂລ

ຊີເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກຫ້ອງການ ວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງ ນີ້: 1. ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນງານແລະ ແຜນການກ່ຽວກັບການພັດທະນາວຽກງານທຸລະກໍາທາງເອເລັກໂຕຼນິກ ຂອງຂັ້ນເທິງ; 2. ເຜີຍແຜ່,ສຶກສາອົບຮົມກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກ ງານທຸລະກໍາທາງເອເລັກໂຕຼນິກຕາມຂອບເຂດຄວາມຮັບຜິດຊອບຂອງ ຕົນ; 3. ຊີ້ນໍາ,ຕິດຕາມໜ່ວຍງານວິທະຍາສາດແລະເຕັກໂນໂລຊີ ບ້ານໃນການຈັດຕັ້ງປະຕິບັດວຽກງານທຸລະກໍາທາງເອເລັກໂຕຼນິກ; 4. ປະຕິບັດມາດຕະຖານແລະວິທີການເພື່ອປ້ອງກັນແລະແກ້ໄຂ ບັນຫາທີ່ອາດເກີດຂຶ້ນໃນການດໍາເນີນທຸລະກໍາທາງເອເລັກໂຕຼນິກ; 5. ພິຈາລະນາແລະແກ້ໄຂຄໍາສະເໜີກ່ຽວກັບວຽກງານທຸລະກໍາ ທາງເອເລັກໂຕຼນິກຕາມຄວາມຮັບຜິດຊອບຂອງຕົນ; 6. ປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວ ຂ້ອງຢູ່ທ້ອງຖິ່ນຂອງຕົນເພື່ອຈັດຕັ້ງຄຸ້ມຄອງວຽກງານທຸລະກໍາທາງເອ ເລັກໂຕຼນິກ; 7. ເກັບກໍາສະຖິຕິ,ຂໍ້ມູນກ່ຽວກັບທຸລະກໍາທາງເອເລັກໂຕຼນິກໃນ ຂອບເຂດທ້ອງຖິ່ນຂອງຕົນ; 8. ສະຫຼຸບແລະລາຍງານວຽກງານທຸລະກໍາທາງເອເລັກໂຕຼນິກ ຕໍ່ອົງການປົກຄອງເມືອງ,ເທດສະບານແລະພະແນກວິທະຍາສາດແລະ ເຕັກໂນໂລຊີແຂວງ,ນະຄອນຢ່າງເປັນປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍແລະຕາມການມອບໝາຍຂອງຂັ້ນເທິງ. ....ມາດຕາ 50 ສິດແລະໜ້າທີ່ຂອງໜ່ວຍງານວິທະຍາສາດແລະເຕັກໂນໂລຊີບ້ານ

ມາດຕາ 50 ສິດແລະໜ້າທີ່ຂອງໜ່ວຍງານວິທະຍາສາດແລະເຕັກໂນ ໂລຊີບ້ານ ໃນການຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກໜ່ວຍງານ ວິທະຍາສາດແລະເຕັກໂນໂລຊີບ້ານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດໂຄງການ,ແຜນງານ,ແຜນການແລະກິດຈະ ການກ່ຽວກັບການພັດທະນາວຽກງານທຸລະກໍາທາງເອເລັກໂຕຼນິກຂອງ ຂັ້ນເທິງ; 2. ເຜີຍແຜ່,ສຶກສາອົບຮົມກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກ ງານທຸລະກໍາທາງເອເລັກໂຕຼນິກພາຍໃນບ້ານຂອງຕົນ; 3. ພິຈາລະນາ,ໄກ່ເກ່ຍຄໍາສະເໜີກ່ຽວກັບວຽກງານທຸລະກໍາ ທາງເອເລັກໂຕຼນິກໃນຂອບເຂດບ້ານຂອງຕົນ; 4. ປະສານສົມທົບກັບໜ່ວຍງານອື່ນພາຍໃນບ້ານຂອງຕົນກ່ຽວ ກັບການປະຕິບັດວຽກງານທຸລະກໍາທາງເອເລັກໂຕຼນິກ; 5. ເກັບກໍາສະຖິຕິ,ຂໍ້ມູນກ່ຽວກັບທຸລະກໍາທາງເອເລັກໂຕຼນິກພາຍ ໃນບ້ານຂອງຕົນ; 6. ສະຫຼຸບແລະລາຍງານສະພາບການກ່ຽວກັບການປະຕິບັດ ວຽກງານທຸລະກໍາທາງເອເລັກໂຕຼນິກຕໍ່ອົງການປົກຄອງບ້ານແລະ ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານຢ່າງເປັນ ປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍແລະຕາມການມອບໝາຍຂອງຂັ້ນເທິງ. ....ມາດຕາ 51 ສິດແລະໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ

ມາດຕາ 51 ສິດແລະໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ ຂະແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນຂະແໜງການໄປສະນີ,ໂທ ລະຄົມມະນາຄົມແລະການສື່ສານ,ຂະແໜງການອຸດສາຫະກໍາແລະການ ຄ້າ,ຂະແໜງການປ້ອງກັນຄວາມສະຫງົບ,ຂະແໜງການສຶກສາທິການ ແລະກິລາ,ຂະແໜງການການເງິນ,ທະນາຄານ,ມີໜ້າທີ່ໃຫ້ການຮ່ວມມື ກັບຂະແໜງການວິທະຍາສາດແລະເຕັກໂນໂລຊີໃນການຈັດຕັ້ງປະຕິບັດ ແລະຄຸ້ມອງວຽກງານທຸລະກໍາທາງເອເລັກໂຕຼນິກຕາມພາລະບົດບາດ ຂອງຕົນ. ...ໝວດທີ 2 ການກວດກາ


....ມາດຕາ 52 ອົງການກວດກາ

ມາດຕາ 52 ອົງການກວດກາ ອົງການກວດກາວຽກງານທຸລະກໍາທາງເອເລັກໂຕຼນິກປະກອບ ດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານທຸລະກໍາທາງເອເລັກໂຕຼນິກຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 46 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງມີສະພາແຫ່ງຊາດ,ອົງການ ກວດສອບແຫ່ງລັດແລະອົງການກວດກາລັດຖະບານແລະຕ້ານການສໍ້ ລາດບັງຫຼວງ. ....ມາດຕາ 53 ເນື້ອໃນການກວດກາ

ມາດຕາ 53 ເນື້ອໃນການກວດກາ ເນື້ອໃນການກວດກາວຽກງານທຸລະກໍາທາງເອເລັກໂຕຼນິກມີດັ່ງ ນີ້: 1. ການຂຶ້ນທະບຽນແລະອະນຸຍາດໃຫ້ບໍລິການອອກໃບຢັ້ງຢືນ ລາຍເຊັນດິຈີຕອນທີ່ມີການປ້ອງກັນ; 2. ການໃຫ້ບໍລິການຢັ້ງຢືນລາຍເຊັນດິຈີຕອນທີ່ມີການປ້ອງກັນ; 3. ການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບທຸລະກໍາທາງ ເອເລັກໂຕຼນິກຂອງອົງການລັດແລະອົງການຈັດຕັ້ງຕ່າງໆ. ....ມາດຕາ 54 ຮູບການການກວດກາ

ມາດຕາ 54 ຮູບການການກວດກາ ການກວດກາຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນມາດຕາ 53 ຂອງ ກົດໝາຍສະບັບນີ້ແມ່ນດໍາເນີນດ້ວຍຮູບການດັ່ງນີ້: - ການກວດກາປົກກະຕິ; - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາປົກກະຕິແມ່ນການກວດກາຕາມແຜນການຢ່າງ ເປັນປະຈໍາແລະມີກໍານົດເວລາທີ່ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການໂດຍມີການແຈ້ງໃຫ້ຜູ້ຖືກກວດກາຊອບລ່ວງໜ້າ; ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການກວດກາວຽກງານທຸລະກໍາທາງເອເລັກໂຕຼນິກໃຫ້ປະຕິ ບັດຖືກຕ້ອງຕາມລະບຽບກົດໝາຍ. ..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 55 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 55 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມ ລະບຽບການ. ...ມາດຕາ 56 ມາດຕະການນຕໍ່ຜູ້ລະເມີດ

ມາດຕາ 56 ມາດຕະການນຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກ ກ່າວເຕືອນ,ສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງ ແພ່ງຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກຕາມທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍ. ..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 57 ການຈັດຕັ້ງປະຕິບັດ

ມາດຕາ 57 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາ 58 ຜົນສັກສິດ

ມາດຕາ 58 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ບົດບັນຍັດຂອງກົດໝາຍສະບັບອື່ນທີ່ຂັດກັບບົດບັນຍັດຂອງກົດ ໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປະນີ ຢາທໍ່ຕູ້