ກົດໝາຍວ່າດ້ວຍທາງຫຼວງ 03-04-1999

From Wikisource
Jump to navigation Jump to search

.ທາງຫຼວງ 03-04-1999


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ໜ້າທີ່ຂອງກົດໝາຍວ່າດ້ວຍທາງຫຼວງ

ມາດຕາ 1 ໜ້າທີ່ຂອງກົດໝາຍວ່າດ້ວຍທາງຫຼວງ ກົດໝາຍວ່າດ້ວຍທາງຫຼວງມີໜ້າທີ່ກໍານົດບັນດາຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການນໍາໃຊ້,ການ ວາງແຜນ,ການສໍາຫຼວດ,ການອອກແບບ,ການກໍ່ສ້າງແລະການປົກປັກ ຮັກສາທາງຫຼວງລວມທັງຄວາມປອດໄພ,ການປົກປັກຮັກສາສິ່ງແວດ ລ້ອມ,ຮັບປະກັນການຈະລາຈອນໃນທຸກລະດູການລະຫວ່າງແຂວງຕ່າງ ໆ,ລະຫວ່າງຕົວເມືອງກັບຊົນນະບົດເຂດຫ່າງໄກສອກຫຼີກໃຫ້ມີຄວາມສະ ດວກປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສົງຄົມ,ຮັບ ໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສ້າງພື້ນຖານຮັບ ປະກັນໃຫ້ແກ່ການເຊື່ອມຕໍ່ທາງດ້ານເສດຖະກິດຂອງຊາດກັບບັນດາປະ ເທດໃນພາກພື້ນ. ...ມາດຕາ 2 ຄວາມໝາຍຂອງທາງ

ມາດຕາ 2 ຄວາມໝາຍຂອງທາງ ທາງແມ່ນຂອບເຂດພື້ນທີ່ຊຶ່ງໄດ້ກໍ່ສ້າງຂຶ້ນເພື່ອຮັບໃຊ້ແກ່ການ ຈະລາຈອນລວມມີ:ໂຄງປະກອບຂອງທາງ,ສິ່ງປະກອບຂອງທາງແລະ ຂອບເຂດສະຫງວນຂອງທາງ. ໂຄງປະກອບຂອງທາງລວມມີ: ໂຄງສ້າງຂອງທາງ,ຕະລິ່ງທາງ ,ທໍາລະບາຍນໍ້າ,ຮ່ອງລະບາຍນໍ້າ,ກໍາແພງຕ້ານເຈື່ອນ,ຂົວ,ອຸໂມງ,ທ່າ ທຽບເຮືອບັກ,ເຮືອບັກ,ສະຖານທີ່ຈອດລົດແລະໂຄງສ້າງອື່ນທີ່ສ້າງຂຶ້ນຢູ່ ລຸ່ມແລະເທິງທາງ. ສິ່ງປະກອບຂອງທາງລວມມີ: ເຄື່ອງໝາຍຈະລາຈອນ,ລະບົບໄຟ ອໍານາດ,ລະບົບໄຟແສງສະຫວ່າງແລະອື່ນໆ. ຂອບເຂດສະຫງວນຂອງທາງແມ່ນຂອບເຂດພື້ນທີ່ສອງເບື້ອງ ຂອງທາງຊຶ່ງສະຫງວນໄວ້ເພື່ອຂະຫຍາຍກິດຈະການຂອງທາງຫຼືກິດຈະ ການປ້ອງກັນຄວາມປອດໄພຂອງທາງ. ກິດຈະການປ້ອງກັນຄວາມປອດໄພຂອງທາງແມ່ນບັນດາກິດຈະ ການທີ່ສ້າງຂຶ້ນເພື່ອແນໃສ່ປ້ອງກັນອັນຕະລາຍໃນການຈະລາຈອນ,ການ ເຊາະເຈື່ອນ,ມົນລະພິດຈາກຄວັນ,ສີ,ແສງ,ສຽງດ້ວຍການປູກຕົ້ນໄມ້,ກໍ່ ຝາກໍາແພງແລະອື່ນໆ. ...ມາດຕາ 3 ການສົ່ງເສີມການພັດທະນາທາງຫຼວງ

ມາດຕາ 3 ການສົ່ງເສີມການພັດທະນາທາງຫຼວງ ລົດມີນະໂຍບາຍສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນ ແລະຕ່າງປະເທດລົງທຶນໃນການກໍ່ສ້າງ,ສ້ອມແປງແລະປົກປັກຮັກສາ ທາງຫຼວງດ້ວຍການຫຼຸດຜ່ອນຫຼືຍົກເວັ້ນພາສີອາກອນຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນແລະກົດໝາຍ ວ່າດ້ວຍການສົ່ງເສີມແລະຄຸ້ມຄອງການລົງທຶນຂອງຕ່າງປະເທດຢູ່ສາ ທາລະນະລັດປະຊາທິປະໄຕປະຊາຊົນລາວ. ເພື່ອຮັບປະກັນແກ່ການຈະລາຈອນໄດ້ທຸກລະດູການລັດອະນຸຍາດ ໃຫ້ສ້າງຕັ້ງກອງທຶນພັດທະນາທາງຫຼວງຂຶ້ນ. ...ມາດຕາ 4 ພັນທະຂອງຜູ້ນໍາໃຊ້ທາງຫຼວງ

ມາດຕາ 4 ພັນທະຂອງຜູ້ນໍາໃຊ້ທາງຫຼວງ ບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ທາງຫຼວງລ້ວນແຕ່ມີພັນທະປະ ກອບສ່ວນເຂົ້າໃນການກໍ່ສ້າງ,ການສ້ອມແປງ,ການປົກປັກຮັກສາທາງ ຫຼວງລວມທັງຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍໃນການຈະ ລາຈອນ,ຄວາມສະອາດ,ຄວາມສວຍງາມແລະສິ່ງແວດລ້ອມ. ການນໍາໃຊ້ທາງຫຼວງໃຫ້ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມ ງວດເຊັ່ນ:ນໍ້າໜັກບັນທຸກ,ຄວາມໄວແລະອື່ນໆ. ..ພາກທີ 2 ທາງຫຼວງແລະການດໍາເນີນກິດຈະການທາງຫຼວງ


...ໝວດທີ 1 ທາງຫຼວງ


....ມາດຕາ 5 ທາງຫຼວງ

ມາດຕາ 5 ທາງຫຼວງ ທາງຫຼວງແມ່ນລະບົບເສັ້ນທາງທີ່ເປັນກໍາມະສິດຂອງວົງຄະນະ ຍາດແຫ່ງຊາດ,ສ້າງຂຶ້ນເພື່ອສາທາລະນະປະໂຫຍດໃນການຈະລາຈອນ ພາຍໃນປະເທດແລະລະຫວ່າງປະເທດ. ທາງຫຼວງຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວແບ່ງ ອອກເປັນ 6 ປະເພດຄື: 1. ທາງຫຼວງແຫ່ງຊາດ; 2. ທາງຫຼວງແຂວງ,ກໍາແພງນະຄອນແລະເຂດພິເສດ; 3. ທາງຫຼວງເມືອງ; 4. ທາງເພດສະບານ; 5. ທາງຊົນນະບົດ; 6. ທາງສະເພາະ. ....ມາດຕາ 6 ທາງຫຼວງແຫ່ງຊາດ

ມາດຕາ 6 ທາງຫຼວງແຫ່ງຊາດ ທາງຫຼວງແຫ່ງຊາດແມ່ນທາງຍຸດທະສາດທີ່ຮັບໃຊ້ເພື່ອຜົນປະ ໂຫຍດລວມຂອງຊາດແລະລະຫວ່າງຊາດຊຶ່ງປະກອບມີ: 1. ທາງແຕ່ນະຄອນຫຼວງໄປຫາເທດສະບານຂອງແຂວງແລະ ເຂດພິເສດ; 2. ທາງໄປຫາຊາຍແດນທີ່ເຊື່ອມຕໍ່ລະຫວ່າງປະເທດ; 3. ທາງທີ່ມີຄວາມສໍາຄັນດ້ານເສດຖະກິດ-ສັງຄົມແລະປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ....ມາດຕາ 7 ທາງຫຼວງແຂວງ,ກໍາແພງນະຄອນແລະເຂດພິເສດ

ມາດຕາ 7 ທາງຫຼວງແຂວງ,ກໍາແພງນະຄອນແລະເຂດພິເສດ ທາງຫຼວງແຂວງ,ກໍາແພງນະຄອນແລະເຂດພິເສດແມ່ນທາງທີ່ ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ,ການເມືອງ,ວັດທະນະທໍາ- ສັງຄົມແລະຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນລະດັບ ແຂວງຫຼືເຂດພິເສດຊຶ່ງປະກອບມີ: 1. ທາງລະຫວ່າງແຂວງຫາແຂວງຫຼືເຂດພິເສດ; 2. ທາງແຕ່ເທດສະບານແຂວງຫຼືເຂດພິເສດໄປຫາເທດສະບານ ເມືອງ,ໄປຫາທ່າເຮືອ,ໄປຫາແຫຼ່ງທ່ອງທ່ຽວແລະສະຖານທີ່ປະຫວັດ ສາດທີ່ມີຄວາມສໍາຄັນຂອງແຂວງຫຼືເຂດພິເສດ. ....ມາດຕາ 8 ທາງຫຼວງເມືອງ

ມາດຕາແປດ:ທາງຫຼວງເມືອງ. ທາງຫຼວງເມືອງແມ່ນທາງທີ່ມີຄວາມສໍາຄັນຕໍ່ການພັດທະນາ ເສດຖະກິດ,ການເມືອງ,ວັດທະນະທໍາ-ສັງຄົມແລະຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບໃນລະດັບເມືອງຊຶ່ງປະກອບມີ. -ທາງລະຫວ່າງເມືອງຫາເມືອງ. -ທາງແຕ່ເທດສະບານເມືອງໄປຫາບ້ານ,ໄປຫາທ່າເຮືອ,ໄປ ຫາແຫຼ່ງທ່ອງທ່ຽວ,ສະຖານທີ່ປະຫວັດສາດທີ່ມີຄວາມສໍາຄັນແລະເຂດ ເສດຖະກິດສະເພາະຂອງເມືອງ. ....ມາດຕາເກົ້າ:ທາງເທດສະບານ

ມາດຕາເກົ້າ:ທາງເທດສະບານ ທາງເທດສະບານແມ່ນລະບົບເສັ່ນທາງທີ່ຮັບໃຊ້ການຈະລາ ຈອນຢູ່ໃນເທດສະບານ. ....ມາດຕາສິບ:ທາງຊົນນະບົດ.

ມາດຕາສິບ:ທາງຊົນນະບົດ. ທາງຊົນນະບົດແມ່ນເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງບ້ານແລະບ້ານໄປຫາສະຖານທີ່ການຜະລິດແລະການບໍລິການຕ່າງໆຂອງບ້ານ. �ມາດຕາສິບເອັດ:ທາງສະເພາະ ມາດຕາສິບເອັດ:ທາງສະເພາະ ທາງສະເພາະແມ່ນເສັ້ນທາງຮັບໃຊ້ສະເພາະໃຫ້ແກ່ການຜະລິດ ແລະການບໍລິການຂອງຂະແໜງການ,ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແລະເຂດປ່າສະຫງວນ. ...ໝວດທີ2ກິດຈະການທາງຫຼວງ


....ມາດຕາສິບສອງ:ກິດຈະການທາງຫຼວງ

ມາດຕາສິບສອງ:ກິດຈະການທາງຫຼວງ ກິດຈະການທາງຫຼວງແມ່ນການດໍາເນີນການຈັດຕັ້ງປະຕິບັດ ບັນດາວຽກງານກ່ຽວກັບທາງຫຼວງຊຶ່ງປະກອບດ້ວຍການວາງແຜນ, ການສໍາຫຼວດ,ການອອກແບບ,ການກໍ່ສ້າງ,ການປົກປັກຮັກສາ,ການ ສ້ອມແປງ,ການກວດກາແລະການນໍາໃຊ້ທາງຫຼວງ. ....ມາດຕາສິບສາມ:ການວາງແຜນທາງຫຼວງ.

ມາດຕາສິບສາມ:ການວາງແຜນທາງຫຼວງ. ການວາງແຜນທາງຫຼວງແມ່ນການສຶກສາຄົ້ນຄວ້າ,ເກັບກໍາຂໍ້ ມູນຕ່າງໆເພື່ອວາງແຜນພັດທະນາທາງຫຼວງປະເພດຕ່າງໆຕາມທີ່ໄດ້ ກໍານົດໄວ້ໃນມາດຕາຫ້າຂອງກົດໝາຍສະບັບນີ້. ....ມາດຕາສິບສີ່:ການສໍາຫຼວດແລະການອອກແບບທາງຫຼວງ.

ມາດຕາສິບສີ່:ການສໍາຫຼວດແລະການອອກແບບທາງຫຼວງ. ການສໍາຫຼວດແມ່ນການລົງເກັບກໍາສະພາບແວດລ້ອມແລະຂໍ້ ມູນລະອຽດເພື່ອສ້າງເປັນບົດວິພາກເສດຖະກິດ-ເຕັກນິກໂດຍມີການ ປະເມີນປະສິດທິຜົນເພື່ອກຽມໃຫ້ແກ່ການອອກແບບ. ການອອກແບບທາງຫຼວງແມ່ນການສ້າງແຜນຜັງລະອຽດຖືກ ຕ້ອງຕາມມາດຕະຖານເຕັກນິກບົນພື້ນຖານການວິໄຈຂໍ້ມູນທີ່ໄດ້ມາຈາກ ການສໍາຫຼວດຊຶ່ງປະກອບດ້ວຍ:ແຜນແຕ້ມ,ການປະເມີນມູນຄ່າແລະ ການກໍານົດເວລາໃນການກໍ່ສ້າງ. ....ມາດຕາສິບຫ້າ:ການກໍ່ສ້າງທາງຫຼວງ.

ມາດຕາສິບຫ້າ:ການກໍ່ສ້າງທາງຫຼວງ. ການກໍ່ສ້າງທາງຫຼວງແມ່ນການປະຕິບັດວຽກງານກໍ່ສ້າງທາງ ຫຼວງປະເພດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າຂອງກົດໝາຍ ສະບັບນີ້.ຜູ້ດໍາເນີນກິດຈະການກໍ່ສ້າງທາງຫຼວງຕ້ອງປະຕິບັດຕາມເອ ກະສານອອກແບບ,ຮັບປະກັນຄຸນນະພາບ,ຄວາມປອດໄພແລະຮັກສາ ສິ່ງແວດລ້ອມ. ....ມາດຕາສິບຫົກ:ການປົກປັກຮັກສາແລະການສ້ອມແປງທາງຫຼວງ.

ມາດຕາສິບຫົກ:ການປົກປັກຮັກສາແລະການສ້ອມແປງທາງຫຼວງ. ການປົກປັກຮັກສາທາງຫຼວງແມ່ນການຕິດຕາມກວດກາດູແລ ສະພາບການຕ່າງໆຂອງທາງຫຼວງເພື່ອບົວລະບັດຮັກສາເປັນປົກກະຕິ ເຊັ່ນ:ຕັດຫຍ້າ,ອະນາໄມໜ້າທາງ,ຮ່ອງລະບາຍນໍ້າ,ທໍາ,ຂົວແລະສິ່ງ ປະກອບຕ່າງໆຂອງທາງ. ການສ້ອມແປງທາງແມ່ນການບໍລຸງຮັກສາ,ປົວແປງທາງທີ່ເປ່ ເພໃຫ້ຢູ່ໃນສະພາບປົກກະຕິຕາມການອອກແບບຊຶ່ງລວມມີ:ການສ້ອມ ແປງປົກກະຕິ,ການສ້ອມແປງຕາມກໍານົດແລະການສ້ອມແປງສຸກເສີນ. ..ພາກທີ3ການຄຸ້ມຄອງ,ການນໍາໃຊ້ແລະຂອບເຂດທາງຫຼວງ


...ໝວດທີ1ການຄຸ້ມຄອງແລະການນໍາໃຊ້ທີ່ດິນເພື່ອກິດຈະການທາງຫຼວງ


....ມາດຕາສິບເຈັດ:ການຄຸ້ມຄອງແລະການນໍາໃຊ້ທີ່ດິນທາງຫຼວງ.

ມາດຕາສິບເຈັດ:ການຄຸ້ມຄອງແລະການນໍາໃຊ້ທີ່ດິນທາງຫຼວງ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄຸ້ມຄອງ ແລະນໍາໃຊ້ທີ່ດິນເພື່ອກິດຈະການທາງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍທີ່ດິນ. ....ມາດຕາສິບແປດ:ແຫຼ່ງວັດສະດຸເພື່ອກິດຈະການທາງຫຼວງ.

ມາດຕາສິບແປດ:ແຫຼ່ງວັດສະດຸເພື່ອກິດຈະການທາງຫຼວງ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄຸ້ມຄອງ ແລະນໍາໃຊ້ແຫຼ່ງວັດສະດຸເພື່ອກິດຈະການທາງຫຼວງເຊັ່ນ:ດິນ,ຫີນ.ຫີນ ແຮ່,ຊາຍແລະວັດສະດຸກໍ່ສ້າງທາງຊະນິດອື່ນໆຕາມບ່ອນທີ່ໄດ້ສໍາຫຼວດ ແລະໄດ້ຮັບອະນຸຍາດຂຸດຄົ້ນຈາກລັດຖະບານ. ....ມາດຕາສິບເກົ້າ:ການທົດແທນຄືນທີ່ດິນເພື່ອກິດຈະການທາງຫຼວງ.

ມາດຕາສິບເກົ້າ:ການທົດແທນຄືນທີ່ດິນເພື່ອກິດຈະການທາງຫຼວງ. ໃນການກໍ່ສ້າງທາງຫຼວງປະເພດຕ່າງໆຫາກມີຄວາມຈໍາເປັນ ນໍາໃຊ້ທີ່ດິນຂອງບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບສິດນໍາໃຊ້ຢ່າງຖືກຕ້ອງ ຕາມກົດໝາຍຕ້ອງໄດ້ຮັບການທົດແທນຄືນຕາມຄວາມເໝາະສົມ. ...ໝວດທີ2ຂອບເຂດຂອງທາງຫຼວງ


....ມາດຕາຊາວ:ຂອບເຂດຂອງທາງຫຼວງ

ມາດຕາຊາວ:ຂອບເຂດຂອງທາງຫຼວງ ຂອບເຂດຂອງທາງຫຼວງແມ່ນພື່ນທີ່ທາງທັງໝົດນັບທັງໜ້າທາງ ,ບ່າທາງ,ທາງຄົນຍ່າງ,ຮ່ອງລະບາຍນໍ້າ,ຕະລິ່ງທາງແລະເຂດສະ ຫງວນຂອງທາງຫຼວງ. ລວງກວ້າງຂອງຂອບເຂດທາງຫຼວງແຕ່ລະປະເພດມີດັ່ງນີ້: -ທາງຫຼວງແຫ່ງຊາດກ້ວາງເບື່ອງລະຊາວຫ້າເມັດນັບຈາກໃຈ ກາງຂອງທາງອອກໄປ. -ທາງຫຼວງແຂວງກວ້າງເບື້ອງລະສິບຫ້າແມັດ,ນັບແຕ່ໃຈກາງ ທາງອອກໄປ. -ທາງຫຼວງເມືອງກວ້າງເບື່ອງລະສິບແມັດ,ນັບແຕ່ໃນກາງທາງ ອອກໄປ. -ທາງຊົນນະບົດກວ້າງເບື້ອງລະຫ້າແມັດ,ນັບແຕ່ໃນກາງທາງ ອອກໄປ. -ທາງເທດສະບານໃຫ້ປະຕິບັດຕາມແຜນຜັນເມືອງ. -ທາງສະເພາະໃຫ້ປະຕິບັດຕາມມາດຕະຖານເຕັກນິກສະເພາະ ຂອງແຕ່ລະເສັ້ນທາງ. -ສ່ວນມາດຕະຖານເຕັກນິກຂອງທາງແຕ່ລະປະເພດແມ່ນກະ ຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ກໍານົດ.


(ຄໍາຄົ້ນຫາ: ມາດຕະຖານຄວາມກວ້າງຂອງທາງ,ມາດຕະການ ຄວາມກວ້າງຂອງເສັ້ນທາງ,ຄວາມກວ້າງຂອງທາງຕາມກົດໝາຍກໍາ ນົດ) ....ມາດຕາຊາວເອັດ:ຂອບເຂດສະຫງວນຂອງທາງຫຼວງ.

ມາດຕາຊາວເອັດ:ຂອບເຂດສະຫງວນຂອງທາງຫຼວງ. ໃນຂອບເຂດສະຫງວນຂອງທາງຫຼວງຫ້າມປຸກສ້າງກິດຈະການ ຕ່າງໆ,ໃນກໍລະນີກໍາເປັນຕ້ອງປຸກສ້າງນັ້ນຕ້ອງໄດ້ຂໍອະນຸຍາດຈາກອົງ ການຄຸ້ມຄອງທາງຫຼວງ. ....ມາດຕາຊາວສອງ:ເຂດປອດໄພຂອງທາງຫຼວງ.

ມາດຕາຊາວສອງ:ເຂດປອດໄພຂອງທາງຫຼວງ. ເຂດປອດໄພຂອງທາງຫຼວງແມ່ນເຂດທີ່ນອນຢູ່ໃນຂອບເຂດ ຂອງທາງຫຼວງຊຶ່ງປະກອບດ້ວຍ:ບ່າທາງ,ທາງຄົນຍ່າງ,ໄລຍະແນມ ເຫັນຂອງຈຸດເປີດກວ້າງທາງໂຄ້ງແລະຈຸດທາງຄົບ,ບໍລິເວນຫົວຂົວ, ຫົວທໍາ,ຕະລິ່ງທາງ,ກໍາແພງຕ່ານເຈື່ອນ,ຮ່ອງລະບາຍນໍ້າ,ດອນກາງ ທາງ,ເຂດທາງມ້າລາຍ,ບ່ອນຈອດລົດເມ.ໃນຂອບເຂດປອດໄພຂອງ ທາງຫຼວງຫ້າມດໍາເນີນກິດຈະການແລະວາງສິ່ງກີດຂວາງຕ່າງໆ.

ຄໍາຄົ້ນຫາ: ຫ້າມກີດຂວາງທາງ,ຫ້າມວາງສິ່ງກີດຂວາງໃສ່ ທາງ, ..ພາກທີ4ຄ່າທໍານຽມແລະຄ່າບໍລິການທາງຫຼວງ


...ມາດຕາຊາວສາມ:ຄ່າທໍານຽມແລະຄ່າບໍລິການທາງຫຼວງ.

ມາດຕາຊາວສາມ:ຄ່າທໍານຽມແລະຄ່າບໍລິການທາງຫຼວງ. ຄ່າທໍານຽມແລະຄ່າບໍລິກາທາງຫຼວງແມ່ນລາຍຮັບທີ່ໄດ້ມາ ຈາກການດໍາເນີນກິດຈະການແລະການນໍາໃຊ້ທາງຫຼວງເຊັ່ນ:ຄ່າຂຶ້ນ ທະບຽນ,ຄ່າລິຂະສິດ,ຄ່າຜ່ານທາງ,ຄ່າຂ້າມບັກ,ຄ່າຜ່ານຂົວແລະອື່ນ ໆ. ...ມາດຕາຊາວສີ່:ການເກັບຄ່າທໍານຽມແລະຄ່າບໍລິການທາງຫຼວງ.

ມາດຕາຊາວສີ່:ການເກັບຄ່າທໍານຽມແລະຄ່າບໍລິການທາງຫຼວງ. ກະຊວງການເງິນສົມທົບກັນກະຊວງຄົມມະນາຄົມຂົນສົ່ງໄປສະ ນີແລະກໍ່ສ້າງເປັນຜູ້ຄົ້ນຄວ້າກ່ຽວກັບອັດຕາການເກັບຄ່າທໍານຽມແລະ ຄ່າບໍລິການທາງຫຼວງເພື່ອສະເໜີລັດຖະບານຕົກລົງ. ..ພາກທີ5ການສ້າງຕັ້ງວິສາຫະກິດກໍ່ສ້າງ,ວິສາຫະກິດທີ່ປຶກສາແລະສະມາຄົມວິສະວະກ


...ໝວດທີ1 ການສ້າງຕັ້ງວິສາຫະກິດກໍ່ສ້າງແລະວິສາຫະກິດທີ່ປຶກສາທາງຫຼວງ


....ມາດຕາຊາວຫ້າ:ການສ້າງຕັ້ງວິສາຫະກິດກໍ່ສ້າງທາງຫຼວງ.

ມາດຕາຊາວຫ້າ:ການສ້າງຕັ້ງວິສາຫະກິດກໍ່ສ້າງທາງຫຼວງ. ວິສາຫະກິດກໍ່ສ້າງທາງຫຼວງແມ່ນຫົວໜ່ວຍທຸລະກິດທີ່ສ້າງຕັ້ງ ຂຶ້ນເພື່ອດໍາເນີນກິດຈະການກໍ່ສ້າງແລະສ້ອມແປງທາງຫຼວງ. ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດກໍ່ສ້າງ ທາງຫຼວງຕ້ອງມີເງື່ອນໄຂດັ່ງນີ້: -ຕ້ອງເປັນວິສະວະກອນຫຼືຕ້ອງມີນັກວິຊາການທີ່ມີຄວາມສາມາດ ດ້ານວິສະວະກໍາກ່ຽວກັບກິດຈະການທາງຫຼວງແລະມີປະສົບການຢ່າງ ໜ້ອຍສາມປີ. -ຕ້ອງມີທຶນຕາມລະບຽບການທີ່ໄດ້ກໍານົດໄວ້. -ຕ້ອງມີພາຫະນະກົນຈັກຢ່າງໜ້ອຍໜຶ່ງຊຸດ. -ຕ້ອງມີນາຍຊ່າງກໍ່ສ້າງທາງແລະນາຍຊ່າງກົນຈັກ. ....ມາດຕາຊາວຫົກ:ວິສາຫະກິດທີ່ປຶກສາທາງຫຼວງ.

ມາດຕາຊາວຫົກ:ວິສາຫະກິດທີ່ປຶກສາທາງຫຼວງ. ວິສາຫະກິດທີ່ປຶກສາທາງຫຼວງແມ່ນຫົວໜ່ວຍທຸລະກິດທີ່ສ້າງຕັ້ງ ຂຶ້ນເພື່ອດໍາເນີນກິດຈະການໃນການວາງແຜນ,ການສໍາຫຼວດ,ການອອກ ແບບ,ການຕິດຕາມ,ການກວດກາການກໍ່ສ້າງແລະໃຫ້ການປຶກສາແກ່ ເຈົ້າຂອງໂຄງການກິດຈະການທາງຫຼວງ. ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດທີ່ປຶກສາ ທາງຫຼວງຕ້ອງມີເງື່ອນໄຂດັ່ງນີ້: -ເປັນວິສະວະກອນຂົວທາງທີ່ຊໍານານງານແລະມີຄວາມສາມາດ ດ້ານວິສະວະກໍາກ່ຽວກັບກິດຈະການທາງຫຼວງແລະມີປະສົບການຢ່າງ ໜ້ອຍເຈັດປີ. -ມີນັກວິຊາການກ່ຽວຂ້ອງທີ່ມີປະສົບການຢ່າງໜ້ອຍຫ້າປີ. -ມີທຶນຕາມລະບຽບການທີ່ໄດ້ກໍານົດໄວ້. -ມີສໍານັກງານ,ອຸປະກອນ,ເຄື່ອງມື,ພາຫະນະຮັບໃຊ້ຕາມລະບຽບ ການທີ່ໄດ້ກໍານົດໄວ້. ....ມາດຕາຊາວເຈັດ:ສະມາຄົມວິສະວະກໍາທາງຫຼວງ.

ມາດຕາຊາວເຈັດ:ສະມາຄົມວິສະວະກໍາທາງຫຼວງ. ເພື່ອເຮັດໃຫ້ການຄຸ້ມຄອງກິດຈະການທາງຫຼວງມີປະສິດທິຜົນ ແລະມີຄວາມເປັນລະບຽບຮຽບຮ້ອຍລັດອະນຸຍາດໃຫ້ຈັດຕັ້ງສະມາຄົມ ວິສະວະກໍາທາງຫຼວງຂຶ້ນຕາມລະບຽບຂອງກະຊວງຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງວາງອອກ. ...ໝວດທີ2ການສ້າງຕັ້ງ,ການຂຶ້ນທະບຽນແລະຫຼັກການດໍາເນີນວິສາຫະກິດທາງຫຼວງ


....ມາດຕາຊາວແປດ:ການສ້າງຕັ້ງແລະການຂຶ້ນທະບຽນວິສາຫະກິດ.

ມາດຕາຊາວແປດ:ການສ້າງຕັ້ງແລະການຂຶ້ນທະບຽນວິສາຫະກິດ. ການສ້າງຕັ້ງ,ການຂຶ້ນທະບຽນວິສາຫະກິດກໍ່ສ້າງແລະວິສາຫະ ກິດທີ່ປຶກສາທາງຫຼວງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍທຸລະກິດແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ. ສໍາລັບການລົງທຶນຂອງຕ່າງປະເທດໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມແລະຄຸ້ມຄອງການລົງທຶນຂອງຕ່າງປະເທດຢູ່ສາ ທາລະນະລັດປະຊາທິປະໄຕປະຊາຊົນລາວ. ....ມາດຕາຊາວເກົ້າ:ຫຼັກການດໍາເນີນກິດຈະກໍາທາງຫຼວງ.

ມາດຕາຊາວເກົ້າ:ຫຼັກການດໍາເນີນກິດຈະກໍາທາງຫຼວງ. ການດໍາເນີນກິດຈະການທາງຫຼວງຕ້ອງປະຕິບັດກົດໝາຍສະບັບ ນີ້ແລະຕາມຫຼັກການຕົ້ນຄໍຄື: -ຕ້ອງມີການຄັດເລືອກບໍລິສັດ. -ຕ້ອງມີການປະມູນ. -ຕ້ອງມີການສົມທຽບລາຄາ. -ຕ້ອງມີການມອບເໝົາ. -ຕ້ອງມີເຈົ້າຂອງໂຄງການ. -ຕ້ອງມີວິສາຫະກິດທີ່ປຶກສາ. -ຕ້ອງມີການກວດກາ. -ຕ້ອງມີການຮັບປະກັນຄຸນນະພາບການກໍ່ສ້າງ. ໃນກໍລະນີທີ່ມີການຮັບເໝົາຕໍ່ຊ່ວງຕ້ອງໄດ້ຮັບການເຫັນດີຈາກ ເຈົ້າຂອງໂຄງການ. ..ພາກທີ6ອົງການຄຸ້ມຄອງແລະການກວດກາກິດຈະການທາງຫຼວງ


...ໝວດທີ1ອົງການຄຸ້ມຄອງທາງຫຼວງ


....ມາດຕາສາມສິບ:ອົງການຄຸ້ມຄອງທາງຫຼວງ.

ມາດຕາສາມສິບ:ອົງການຄຸ້ມຄອງທາງຫຼວງ. ອົງການຄຸ້ມຄອງທາງຫຼວງປະກອບດ້ວຍ: -ກະຊວງຄົມມະນາຄົມຂົນສ່ົງໄປສະນີແລະກໍ່ສ້າງ. -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ ,ກໍາແພງນະຄອນແລະເຂດພິເສດ. -ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາເມືອງ ຫຼືເທດສະບານ. -ອໍານາດການປົກຄອງບ້ານ. ....ມາດຕາສາມສິບເອັດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາສາມສິບເອັດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະໜ້າ ທີ່ດັ່ງນີ້: -ວາງແຜນຍຸດທະສາດ,ແຜນໄລຍະຍາວ,ແຜນໄລຍະກາງແລະ ແຜນໄລຍະສັ່ນກ່ຽວກັບການພັດທະນາຕາໜ່າງທາງຫຼວງ. -ວາງລະບຽບການຈັດຕັ້ງ,ການຄຸ້ມຄອງ,ການກວດກາ,ການ ວາງແຜນການ,ການສໍາຫຼວດ,ການອອກແບບ,ການກໍ່ສ້າງ,ການປົກ ປັກຮັກສາ,ການສ້ອມແປງແລະການນໍາໃຊ້ທາງຫຼວງໃນຂອບເຂດທົ່ວ ປະເທດ. -ວາງກໍານົດມາດຕະຖານ-ເຕັກນິກຂອງທາງຫຼວງປະເພດຕ່າງ ໆ. -ຄົ້ນຄວ້ານະໂຍບາຍແລະອັດຕາຄ່າບໍລິການກໍ່ສ້າງ,ການປົກປັກ ຮັກສາທາງຫຼວງເພື່ອສະເໜີໃຫ້ລັດຖະບານພິຈາລະນາ. -ຄຸ້ມຄອງສະຖິຕິທາງຫຼວງ. -ພັນພັນແລະຮ່ວມມືກັບສາກົນໃນການພັດທະນາລະບົບທາງ ຫຼວງ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບກິດຈະການທາງຫຼວງທີ່ລັດ ຖະບານມອບໃຫ້. ....ມາດຕາສາມສິບສອງ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິເສດ.

ມາດຕາສາມສິບສອງ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນ ສົ່ງໄປສະນີແລກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິເສດ. ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ ,ກໍາແພງນະຄອນແລະເຂດພິເສດມີສິດແລະໜ້າທີ່ດັ່ງນີ້: -ຜັນຂະຫຍາຍແຜນຍຸດທະສາດແລະແຜນພັດທະນາຕາໜ່າງ ທາງຫຼວງທີ່ຕົນຮັບຜິດຊອບ. -ອອກໃບອະນຸຍາດ,ຄຸ້ມຄອງວິສາຫະກິດກໍ່ສ້າງແລະວິສາຫະກິດ ທີ່ປຶກສາທາງຫຼວງທີ່ປະຈໍາຢູ່ແຂວງຂອງຕົນ. -ຄຸ້ມຄອງສະຖິຕິພ້ອມທັງລາຍງານສະພາບທາງຫຼວງຢູ່ໃນຂອບ ເຂດທີ່ຕົນຮັບຜິດຊອບໃຫ້ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ ສ້າງຊາບຢ່າງເປັນປົກກະຕິ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບກິດຈະການທາງຫຼວງທີ່ກະ ຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມອບໃຫ້. ....ມາດຕາສາມສິບສາມ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາເມືອງຫຼືເທດສະບານ.

ມາດຕາສາມສິບສາມ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງປະຈໍາເມືອງຫຼືເທດສະບານ. ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາເມືອງ ຫຼືເທດສະບານມີສິດແລະໜ້າທີ່ດັ່ງນີ້: -ຊຸກຍູ້ຕິດຕາມວຽກງານການກໍ່ສ້າງ,ການປົກປັກຮັກສາແລະ ການສ້ອມແປງທາງຫຼວງຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ. -ຄຸ້ມຄອງທາງຫຼວງຢູ່ພາຍໃນຂອບເຂດເມືອງຫຼືເທດສະບານທີ່ ຕົນຮັບຜິດຊອບ. -ຄຸ້ມຄອງສະຖິຕິພ້ອມທັງລາຍງານສະພາບທາງຫຼວງຢູ່ໃນຂອບ ເຂດທີ່ຕົນຮັບຜິດຊອບໃຫ້ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິເສດຊາບຢ່າງເປັນປົກ ກະຕິ. -ປະຕິບັດສິດແລະໜ້າທີ່ອື່ນໆທີ່ພະແນກຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິເສດມອບ ໃຫ້. ....ມາດຕາສາມສິບສີ່:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ.

ມາດຕາສາມສິບສີ່:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ. ອໍານາດການປົກຄອງບ້ານມີສິດແລະໜ້າທີ່ດັ່ງນີ້: -ຄຸ້ມຄອງພ້ອມທັງລາຍງານສະພາບທາງຫຼວງຢູ່ໃນເຂດບ້ານທີ່ ຕົນຮັບຜິດຊອບໃຫ້ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ເມືອງຫຼືເທດສະບານຊາບຢ່າງເປັນປົກກະຕິ. -ປຸກລະດົມປະຊາຊົນປະກອບສ່ວນເຂົ້າໃນການກໍ່ສ້າງ,ການປົກ ປັກຮັກສາແລະການສ້ອມແປງທາງຫຼວງໃນເຂດບ້ານທີ່ຕົນຮັບຜິດຊອບ. -ປະສານສົມທົບກັບບ້ານໃກ້ຄຽງແບ່ງຄວາມຮັບຜິດຊອບໃນ ການປົກປັກຮັກສາທາງຫຼວງ. -ປະຕິບັດສິດແລະໜ້າທີ່ອື່ນໆທີ່ຫ້ອງການຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງປະຈໍາເມືອງຫຼືເທດສະບານມອບໃຫ້. ...ໝວດທີ2ການກວດກາກິດຈະການທາງຫຼວງ.


....ມາດຕາສາມສິບຫ້າ:ການກວດກາກິດຈະການທາງຫຼວງ

ມາດຕາສາມສິບຫ້າ:ການກວດກາກິດຈະການທາງຫຼວງ ການກວດກາກິດຈະການທາງຫຼວງແມ່ນການກວດກາຄວາມ ເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງແລະການນໍາໃຊ້ທາງຫຼວງ, ກວດກາການຈັດຕັ້ງປະຕິບັດການກໍ່ສ້າງ,ການປົກປັກຮັກສາ,ການ ສ້ອມແປງ,ລະບົບເຕັກນິກແລະມູນຄ່າຂອງກິດຈະການທາງຫຼວງ. ....ມາດຕາສາມສິບຫົກ:ອົງການກວດກາທາງຫຼວງ

ມາດຕາສາມສິບຫົກ:ອົງການກວດກາທາງຫຼວງ ອົງການກວດກາທາງຫຼວງແມ່ນອົງການທີ່ມີໜ້າທີ່ກວດກາກິດ ຈະການທາງຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບຫ້າຂອງກົດ ໝາຍສະບັບນີ້. ໃນການປະຕິບັດໜ້າທີ່ກວດກາດັ່ງກ່າວໃຫ້ກະຊວງຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງຈັດຕັ້ງຄະນະກໍາມະການກວດກາທາງຫຼວງ ຂຶ້ນ. ....ມາດຕາສາມສິບເຈັດ:ເນື້ອໃນການກວດກາ.

ມາດຕາສາມສິບເຈັດ:ເນື້ອໃນການກວດກາ. ການກວດກາກິດຈະການທາງຫຼວງມີເນື້ອໃນຕົ້ນຕໍດັ່ງນີ້: -ກວດກາການວາງແຜນ,ການສໍາຫຼວດ,ການອອກແບບແລະ ການກໍ່ສ້າງ: -ກວດກາມາດຕະຖານການຮັບປະກັນຄວາມປອດໄພໃນການດໍາ ເນີນກິດຈະການທາງຫຼວງ. -ກວດກາການປົກປັກຮັກສາສິງແວດລ້ອມໃນການດໍາເນີນກິດ ຈະການທາງຫຼວງ. -ກວດກາການປະຕິບັດມາດຕະຖານເຕັກນິກແລະການເງິນຂອງ ກິດຈະການທາງຫຼວງ. -ກວດກາການປະມູນ,ສັນຍາ,ເຈົ້າຂອງໂຄງການແລະຜູ້ຮັບເໝົາ ກິດຈະການທາງຫຼວງ. -ກວດກາການນໍາ້ໃຊ້,ການປົກປັກຮັກສາແລະການສ້ອມແປງ ທາງຫຼວງ. ....ມາດຕາສາມສິບແປດ:ຮູບການກວດກາ

ມາດຕາສາມສິບແປດ:ຮູບການກວດກາ ການກວດກາກິດຈະການທາງຫຼວງມີສາມຮູບການດັ່ງນີ້: -ການກວດກາຢ່າງເປັນລະບົບປົກກະຕິ. -ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ. -ການກວດກາແບບກະທັນຫັນ. ..ພາກທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສາມສິບເກົ້າ:ນະໂຍບາຍຕໍ່ຜູ້ມີຜົນງານ.

ມາດຕາສາມສິບເກົ້າ:ນະໂຍບາຍຕໍ່ຜູ້ມີຜົນງານ. ບຸກຄົນຫຼືການຈັດຕັ້ງທີ່ເຂົ້າຮ່ວມການປະຕິບັດກິດຈະການທາງ ຫຼວງຢ່າງມີປະສິດທິຜົນ,ມີຫົວຄິດປະດິດສ້າງ,ມີຄຸນນະພາບສູງ,ຮັບປະ ກັນຄວາມປອດໄພແລະປົກປັກຮັກສາສິ່ງແວດລ້ອມຂອງທາງຫຼວງໄດ້ ດີ,ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນໆຕາມຄວາມເໝາະສົມ. ...ມາດຕາສີ່ສິບ:ມາດຕະການຕໍ່ຜູ້ລະເມີດ.

ມາດຕາສີ່ສິບ:ມາດຕະການຕໍ່ຜູ້ລະເມີດ. ບຸກຄົນຫຼືການຈັດຕັ້ງຫາກລະເມີດຂໍ້ບັນຍັດໃດໜຶ່ງຂອງກົດໝາຍ ສະບັບນີ້,ກໍ່ຄວາມເສຍຫາຍໃດແກ່ສາທາລະນະ,ສິ່ງແວດລ້ອມ,ຊັບສິນ, ສຸຂະພາບຫຼືຊີວິດຂອງຜູ້ອື່ນຈະຖືກສຶກສາອົບຮົມ,ປັບໃໝຫຼືຖືກລົງໂທດ ທາງອາຍາແລ້ວແຕ່ກໍລະນີໜັກຫຼືເບົາລວມທັງໃຊ້ຄ່າເສຍຫາຍທີ່ຕົນກໍ່ ຂຶ້ນ. ...ມາດຕາສີ່ສິບເອັດ:ມາດຕະການສຶກສາອົບຮົມ.

ມາດຕາສີ່ສິບເອັດ:ມາດຕະການສຶກສາອົບຮົມ. ບຸກຄົນຫຼືການຈັດຕັ້ງຫາກລະເມີດກົດໝາຍສະບັບນີ້ໃນສະຖານ ເບົາເຊັ່ນ:ການລະເມີດລະບຽບການດໍາເນີນກິດຈະການທາງຫຼວງ, ການລະເມີດລະບຽບການປົກປັກຮັກສາແລະນໍາໃຊ້ທາງຫຼວງຊື່ງສ້າງ ຄວາມເສຍຫາຍໃຫ້ແກ່ຊັບສິນຂອງສາທາລະນະຫຼືຂອງບຸກຄົນທີ່ບໍ່ເປັນ ຜົນສະທ້ອນຢ່າງຮ້າຍແຮງຈະຖືກສຶກສາອົບຮົມ,ຕັກເຕືອນແລະໃຊ້ ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ. ...ມາດຕາສີ່ສິບສອງ:ມາດຕະການປັບໃໝ.

ມາດຕາສີ່ສິບສອງ:ມາດຕະການປັບໃໝ. ບຸກຄົນຫຼືການຈັດຕັ້ງຫາກລະເມີດຂໍ້ບັນຍັດທີ່ໄດ້ກໍານົດໄວ້ໃນ ກົດໝາຍສະບັບນີ້ເຊັ່ນ:ລະເມີດຫຼັກການດໍາເນີນກິດຈະການທາງຫຼວງ ,ການປົກປັກຮັກສາ,ການສ້ອມແປງ,ການນໍາໃຊ້,ການຍົກຍ້າຍສິ່ງ ປະກອບຂອງທາງ,ກໍ່ຄວາມເສຍຫາຍແກ່ໂຄງປະກອບ,ເຂດປອດໄພ ແລະເຂດສະຫງວນຂອງທາງຫຼວງ.ລະເມີດລະບຽບການຂຶ້ນທະບຽນ ແລະດໍາເນີນທຸລະກິດ,ລະເມີດຫຼັກການກໍ່ສ້າງຊຶ່ງກໍ່ຄວາມເສຍຫາຍ ແກ່ຊັບສິນຂອງສາທາລະນະຫຼືຂອງບຸກຄົນຈະຖືກປັບໃໝແລະໃຊ້ ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ...ມາດຕາສີ່ສິບສາມ:ມາດຕະການທາງອາຍາ.

ມາດຕາສີ່ສິບສາມ:ມາດຕະການທາງອາຍາ. ບຸກຄົນໃດຫາກລະເມີດຂໍ້ບັນຍັດທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້ເຊັ່ນ:ລະເມີດຢ່າງຮ້າຍແຮງຕໍ່ຫຼັກການດໍາເນີນກິດຈະການທາງ ຫຼວງ,ການປົກປັກຮັກສາ,ການສ້ອມແປງ,ການນໍາໃຊ້;ທໍາລາຍສິ່ງປະ ກອບ,ໂຄງປະກອບ,ຂອບເຂດສະຫງວນ,ເຂດປອດໄພຂອງທາງຫຼວງ; ປອມແປງເອກະສານການຂຶ້ນທະບຽນແລະດໍາເນີນທຸລະກິດ,ລະເມີດ ຫຼັກການກໍ່ສ້າງຊຶ່ງກໍ່ຄວາມເສຍຫາຍແກ່ສາທາລະນະ,ຊີວິດ,ສະຂະ ພາບຫຼືຊັບສິນຂອງຜູ້ອື່ນ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດ ສ່ວນຕົວຈະຖືກດໍາເນີນຄະດີທາງອາຍາແລະໃຊ້ແທນຄ່າເສຍຫາຍທີ່ ຕົນກໍ່ຂຶ້ນ. ...ມາດຕາສີ່ສິບສີ່:ມາດຕະການເພີ່ມໂທດ.

ມາດຕາສີ່ສິບສີ່:ມາດຕະການເພີ່ມໂທດ. ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດຢູ່ໃນມາດຕາສີ່ສິບສອງແລະສີ່ ສິບສາມຂອງກົດໝາຍສະບັບນີ້ຜູ້ກະທໍາຜິດຈະໄດ້ຮັບໂທດເພີ່ມຕື່ມອີກ ເຊັ່ນ:ຖືກງົດການດໍາເນີນກິດຈະການຫຼືຖືກຖອນໃບອະນຸຍາດດໍາເນີນ ທຸລະກິດ. ..ພາກທີ8ບົດບັນຍັດສຸດທ້າຍ


...ມາດຕາສີ່ສິບຫ້າ:ການຈັດຕັ້ງປະຕິບັດ.

ມາດຕາສີ່ສິບຫ້າ:ການຈັດຕັ້ງປະຕິບັດ. ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສີ່ສິບຫົກ:ຜົນສັກສິດ

ມາດຕາສີ່ສິບຫົກ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ມື້ປະ ທານປະເພດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກ ລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ບັນດາຂໍ້ກໍານົດແລະບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ວຽງຈັນ,ວັນທີສາມ,ເມສາ,ພັນເກົ້າຮ້ອຍເກົ້າສິບເກົ້າ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ