ກົດໝາຍວ່າດ້ວຍທະບຽນສານ(ສະບັບປັບປຸງ) 26-11-2009

From Wikisource
Jump to navigation Jump to search

.ທະບຽນສານ(ສະບັບປັບປຸງ) 26-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ໃໝ) ຈຸດປະສົງ

ມາດຕາ 1 (ໃໝ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະກວດກາວຽກ ງານທະບຽນສານເພື່ອຢັ້ງຢືນຄວາມຖືກຕ້ອງເປັນຈິງຂອງສັນຍາ,ເອກະ ສານອື່ນແລະນໍາໃຊ້ຂໍ້ມູນຫຼັກຖານແນໃສ່ເພີ່ມທະວີນິຕິທໍາ,ປົກປ້ອງຄວາມ ຍຸຕິທໍາ,ສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງ,ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະການພັດທະນາເສດຖະກິດ -ສັງຄົມຂອງຊາດ. ...ມາດຕາ 2 (ໃໝ່) ທະບຽນສານ

ມາດຕາ 2 (ໃໝ່) ທະບຽນສານ ທະບຽນສານແມ່ນການຢັ້ງຢືນຂອງນາຍທະບຽນສານກ່ຽວກັບ ຄວາມຖືກຕ້ອງຕາມຄວາມເປັນຈິງແລະຕາມກົດໝາຍຂອງສັນຍາແລະ ເອກະສານອື່ນບົນພື້ນຖານລະບຽບກົດໝາຍຫຼືຄວາມສະໝັກໃຈຂອງຄູ່ ສັນຍາຫຼືຜູ້ຂໍຢັ້ງຢືນ. ...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ນາຍທະບຽນສານ ໝາຍເຖິງ ຫົວໜ້າກົມທະບຽນສານ,ຫົວ ໜ້າຫ້ອງການທະບຽນສານແລະຫົວໜ້າໜ່ວຍງານທະບຽນສານຊຶ່ງໄດ້ ຮັບການແຕ່ງຕັ້ງຕາມລະບຽບການ; 2. ການຢັ້ງຢືນ ໝາຍເຖິງ ການຮັບຮູ້ຄວາມຖືກຕ້ອງຕາມຄວາມ ເປັນຈິງແລະຕາມກົດໝາຍຂອງສັນຍາຫຼືເອກະສານອື່ນຈາກນາຍທະ ບຽນສານດ້ວຍການເຊັນຢັ້ງຢືນແລະຈໍ້າຕາປະທັບໃສ່; 3. ຜູ້ຂໍຢັ້ງຢືນ ໝາຍເຖິງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເອົາ ສັນຍາຫຼືເອກະສານອື່ນມາຂໍ້ຢັ້ງຢືນນໍານາຍທະບຽນສານ; 4. ເອກະສານສະບັບຕົ້ນ ໝາຍເຖິງ ເອກະສານທີ່ໄດ້ສ້າງຂຶ້ນ ເປັນຄັ້ງທໍາອິດແລະມີຜົນທາງດ້ານກົດໝາຍ; 5. ເອກະສານສໍາເນົາ ໝາຍເຖິງ ເອກະສານສະບັບທີ່ໄດ້ກ່າຍ, ພິມຫຼືອັດຕາມເອກະສານສະບັບຕົ້ນ,ເພື່ອໃຫ້ເອກະສານສໍາເນົາມີຜົນທາງ ດ້ານກົດໝາຍຕ້ອງໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງ; 6. ເອກະສານອື່ນ ໝາຍເຖິງ ເອກະສານທີ່ບໍ່ແມ່ນສັນຍາເຊັ່ນບົດ ບັນທຶກການແບ່ງປັນມູນມໍລະດົກ,ກົດລະບຽບຂອງບໍລິສັດ; 7. ຍາດໃກ້ຊິດຂອງຕົນ ໝາຍເຖິງ ບຸກຄົນທີ່ເປັນຍາດຂອງຝ່າຍ ຜົວແລະເມຍຄືພໍ່ແມ່,ພໍ່ລ້ຽງແມ່ລ້ຽງ,ພໍ່ນ້າແມ່ນ້າ,ພໍ່ເຖົ້າແມ່ເຖົ້າ,ປູ່ ຍ່າ ,ລູກຄີງ,ລູກລ້ຽງ,ລູກນ້າ,ຫຼານສາຍຕັ້ງ,ອ້າຍເອື້ອຍນ້ອງຄີງ. ...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານທະບຽນສານ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານທະບຽນສານ ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງນໍາເອົາ ສັນຍາແລະເອກະສານອື່ນທີ່ຕົນໄດ້ເຮັດຂຶ້ນໄປຢັ້ງຢືນນໍານາຍທະບຽນ ສານເພື່ອຮັບປະກັນຄວາມຖືກຕ້ອງຕາມຄວາມເປັນຈິງແລະຕາມກົດ ໝາຍແນໃສ່ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ. ລັດເອົາໃຈໃສ່ສ້າງບຸກຄະລາກອນ,ສະໜອງງົບປະມານ,ພາຫະ ນະ,ວັດຖຸອຸປະກອນແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວວຽກງານທະບຽນສານ. ລັດສົ່ງເສີມທຸກພາກສ່ວນເສດຖະກິດໃຫ້ດໍາເນີນວຽກງານທະບຽນ ສານຕາມເງື່ອນໄຂແລະລະບຽບການທີ່ໄດ້ກໍານົດໄວ້. ...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານທະບຽນສານ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານທະບຽນສານ ວຽກງານທະບຽນສານດໍາເນີນບົນພື້ນຖານຫຼັກການດັ່ງນີ້: 1. ເຄົາລົບແລະປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; 2. ຮັບປະກັນຄວາມສະເໝີພາບ,ຄວາມເປັນເອກະພາບຂອງຄູ່ ສັນຍາ; 3. ວ່ອງໄວ,ຮອບດ້ານ,ຄົບຖ້ວນ,ແລະມີຈັນຍາບັນ; 4. ປະສານສົມທົບໃນການປະຕິບັດນ້າທີ່ດ້ວຍຄວາມໂປ່ງໄສສາ ມາດກວດສອບໄດ້; 5. ຮັບປະກັນຄວາມປອດໄພຂອງເອກະສານ,ຮັກສາຄວາມລັບ ກ່ຽວກັບສັນຍາແລະເອກະສານອື່ນເປັນຕົ້ນພິໄນກໍາ. ...ມາດຕາ 6 ພາສາທີ່ນໍາໃຊ້ໃນວຽກງານທະບຽນສານ

ມາດຕາ 6 ພາສາທີ່ນໍາໃຊ້ໃນວຽກງານທະບຽນສານ ທຸກເອກະສານທີ່ມາຂໍການຢັ້ງຢືນຕ້ອງເປັນພາສາລາວ.ໃນກໍລະນີ ເອກະສານທີ່ຂໍຢັ້ງຢືນຫາກເປັນພາສາຕ່າງປະເທດຕ້ອງແປເປັນພາສາ ລາວຫຼືບຸກຄົນໃດໜຶ່ງທີ່ເຂົ້າຮ່ວມໃນການຢັ້ງຢືນນັ້ນຫາກບໍ່ຮູ້ພາສາລາວ ຕ້ອງມີຜູ້ແປພາສາ. ...ມາດຕາ 7 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງ ພາຍໃນແລະຕ່າງປະເທດທີ່ເຮັດສັນຍາຫຼືເອກະສານອື່ນຢູ່ ສປປລາວ ລວມ ທັງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຮັດສັນຍາຫຼືເອກະສານອື່ນຢູ່ໜ່ວຍ ງານທະບຽນສານປະຈໍາສະຖານທູດແລະສະຖານກົງສຸນຂອງ ສປປລາວ ຢູ່ຕ່າງປະເທດບົນພື້ນຖານລະບຽບກົດໝາຍ. ...ມາດຕາ 8 (ໃໝ່) ການຮ່ວມມືສາກົນ

ມາດຕາ 8 (ໃໝ່) ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດແລະສາກົນ ກ່ຽວກັບວຽກງານທະບຽນສານເພື່ອພັດທະນາຂົງເຂດວຽກງານນີ້ດ້ວຍ ການແລກປ່ຽນບົດຮຽນທາງດ້ານເຕັກນິກ,ວິຊາການແລະຂໍ້ມູນຂ່າວ ສານ,ການພັດທະນາຊັບພະຍາກອນມະນຸດ,ການຮັບຮູ້ຄຸນຄ່າທາງດ້ານ ກົດໝາຍຂອງເອກະສານທີ່ມີການຢັ້ງຢືນຈາກນາຍທະບຽນສານຕາມ ສັນຍາຫຼືສົນທິສັນຍາສາກົນທີ່ ສປປລາວ ໄດ້ເຂົ້າຮ່ວມເປັນພາຄີ. ..ພາກທີ 2 ວຽກງານທະບຽນສານ


...ມາດຕາ 9 (ປັບປຸງ) ວຽກງານທະບຽນສານ

ມາດຕາ 9 (ປັບປຸງ) ວຽກງານທະບຽນສານ ວຽກງານທະບຽນສານແມ່ນການຢັ້ງຢືນ: 1. ຄວາມຖືກຕ້ອງຂອງສັນຍາປະເພດຕ່າງໆເຊັ່ນ:ສັນຍາຊື້ຂາຍ ,ກູ້ຢືມ,ເຊົ່າ,ຮັບເໝົາກໍ່ສ້າງ,ແຮງງານ,ຮຸ້ນສ່ວນແລະອື່ນໆ; 2. ພິໄນກໍາ; 3. ກໍາມະສິດກ່ຽວກັບສິນສົມສ້າງຫຼືຊັບເດີມຂອງຄູ່ຜົວເມຍ; 4. ເອກະສານສໍາເນົາ; 5. ລາຍເຊັນຫຼືລາຍໂປ້ມື; 6. ການແປພາສາ; 7. ຕົວບຸກຄົນທຽບກັບຮູບຖ່າຍ; 8. ວັນເດືອນປີຍື່ນເອກະສານ; 9. ການຮັບເອກະສານທີ່ກ່ຽວຂ້ອງກັບການຢັ້ງຢືນ; 10. ເອກະສານອື່ນ. ...ມາດຕາ 10 (ໃໝ່) ຂັ້ນຕອນການຢັ້ງຢືນ

ມາດຕາ 10 (ໃໝ່) ຂັ້ນຕອນການຢັ້ງຢືນ ການຢັ້ງຢືນໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: - ການຂໍຢັ້ງຢືນ; - ການພິຈາລະນາການຢັ້ງຢືນ; - ກໍານົດເວລາໃນການຢັ້ງຢືນ; - ການມອບເອກະສານຢັ້ງຢືນ; - ການເກັບຮັກສາສັນຍາຫຼືເອກະສານຢັ້ງຢືນ. ...ມາດຕາ 11 (ໃໝ່) ການຂໍຢັ້ງຢືນ

ມາດຕາ 11 (ໃໝ່) ການຂໍຢັ້ງຢືນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດສາ ມາດນໍາເອົາສັນຍາຫຼືເອກະສານອື່ນທີ່ຕົນສ້າງຂຶ້ນມາຂໍຢັ້ງຢືນນໍາອົງການ ທະບຽນສານບ່ອນຕົນອາໄສຢູ່,ບ່ອນປະຕິບັດສັນຍາຫຼືບ່ອນອະສັງຫາລິມະ ຊັບທີ່ເປັນເປົ້າມາຍຂອງສັນຍາຕັ້ງຢູ່. ບຸກຄົນທີ່ຂໍຢັ້ງຢືນຕ້ອງມີຄວາມສາມາດທາງດ້ານການປະພຶດ,ໃນ ກໍລະນີທີ່ບໍ່ມີຄວາມສາມາດທາງດ້ານການປະພຶດຕ້ອງໃຫ້ພໍ່ແມ່ຫຼືຜູ້ປົກຄອງ ມາດໍາເນີນການແທນ.ສ່ວນນິຕິບຸກຄົນຫຼືການຈັດຕັ້ງນັ້ນຕ້ອງດໍາເນີນໂດຍ ຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍຫຼືຕາມການມອບສິດຂອງການຈັດຕັ້ງ ດັ່ງກ່າວ. ...ມາດຕາ 12 (ໃໝ່) ພັນທະຂອງຜູ້ຂໍຢັ້ງຢືນ

ມາດຕາ 12 (ໃໝ່) ພັນທະຂອງຜູ້ຂໍຢັ້ງຢືນ ຜູ້ຂໍຢັ້ງຢືນມີພັນທະດັ່ງນີ້: 1. ສະເໜີສັນຍາ,ເອກະສານອື່ນທີ່ຕົນຕ້ອງການໃຫ້ຢັ້ງຢືນຕໍ່ນາຍ ທະບຽນສານ; 2. ສະໜອງຂໍ້ມູນຫຼືຫຼັກຖານທີ່ຖືກຕ້ອງ,ຄົບຖ້ວນແລະຈະແຈ້ງກ່ຽວ ກັບສັນຍາ,ເອກະສານອື່ນທີ່ຕົນຕ້ອງການໃຫ້ຢັ້ງຢືນ; 3. ສະເໜີບັັດປະຈໍາຕົວຫຼືປື້ມສໍາມະໂນຄົວຫຼືໃບຮັບມອບສິດຂອງ ຕົນ; 4. ຈ່າຍຄ່າທໍານຽມແລະຄ່າບໍລິການຕາມລະບຽບການ; 5. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາ 13 (ໃໝ່) ການພິຈາລະນາການຢັ້ງຢືນ

ມາດຕາ 13 (ໃໝ່) ການພິຈາລະນາການຢັ້ງຢືນ ພາຍຫຼັງທີ່ໄດ້ຮັບການຂໍ້ຢັ້ງຢືນແລ້ວນາຍທະບຽນສານຕ້ອງຄົ້ນ ຄວ້າແລະກວດກາເບິ່ງຂໍ້ມູນຫຼັກຖານຕົວຈິງທີ່ກ່ຽວຂ້ອງກັບສັນຍາຫຼືເອ ກະສານອື່ນທີ່ຂໍຢັ້ງຢືນນັ້ນຢ່າງລະອຽດ,ເລິກເຊິ່ງແລະພາວະວິໄສເພື່ອ ຮັບປະກັນຄວາມຖືກຕ້ອງຕາມຄວາມເປັນຈິງແລະຕາມກົດໝາຍ. ໃນກໍລະນີທີ່ຂໍ້ມູນຫຼັກຖານຫາກບໍ່ຄົບຖ້ວນຫຼືບໍ່ຈະແຈ້ງນາຍທະບຽນ ສານກໍ່ຈະແນະນໍາ,ອະທິບາຍແລ້ວສົ່ງເອກະສານທີ່ກ່ຽວຂ້ອງນັ້ນຄືນໃຫ້ຜູ້ ຂໍຢັ້ງຢືນເພື່ອແກ້ໄຂແລະປັບປຸງໃຫ້ຄົບຖ້ວນແລະຈະແຈ້ງ. ຖ້າຫາກເຫັນວ່າຖືກຕ້ອງເປັນຈິງແລະສອດຄ່ອງກັບລະບຽບກົດ ໝາຍແລ້ວນາຍທະບຽນສານກໍ່ຈະຢັ້ງຢືນໃຫ້.ຖ້າວ່າສັນຍາຫຼືເອກະສານ ອື່ນທີ່ຂໍໃຫ້ຢັ້ງຢືນນັ້ນຫາກບໍ່ມີຈິງ,ຂັດກັບລະບຽບກົດໝາຍ,ມີຂໍ້ຂັດແຍ່ງຫຼື ບໍ່ຢູ່ໃນຂອບເຂດສິດຂອງຕົນແລ້ວນາຍທະບຽນສານກໍ່ຈະບໍ່ຢັ້ງຢືນໃຫ້. ...ມາດຕາ 14 (ໃໝ່) ກໍານົດເວລາໃນການຢັ້ງຢືນ

ມາດຕາ 14 (ໃໝ່) ກໍານົດເວລາໃນການຢັ້ງຢືນ ໃນກໍລະນີທີ່ມີຂໍ້ມູນຫຼັກຖານຖືກຕ້ອງ,ຄົບຖ້ວນ,ຈະແຈ້ງແລະມີຈິງ ນາຍທະບຽນສານຕ້ອງພິຈາລະນາການຢັ້ງຢືນພາຍໃນກໍານົດເວລາສາມ ວັນລັດຖະການນັບແຕ່ວັນໄດ້ຮັບການຂໍຢັ້ງຢືນເປັນຕົ້ນໄປ. ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງກວດກາເບິ່ງຂໍ້ມູນຫຼັກຖານຫຼືນໍາ ເອົາຂໍ້ມູນຫຼັກຖານມາເພີ່ມເຕີມນັ້ນກໍານົດເວລາທີ່ກ່າວມາໃນ ວັກທີ 1 ເທິງນີ້ອາດຈະເພີ່ມຕື່ມກໍ່ໄດ້ແຕ່ສູງສຸດບໍ່ໃຫ້ເກີນສິບຫ້າວັນລັດຖະການ. ...ມາດຕາ 15 (ໃໝ່) ຄຸນຄ່າຂອງການຢັ້ງຢືນ

ມາດຕາ 15 (ໃໝ່) ຄຸນຄ່າຂອງການຢັ້ງຢືນ ການຢັ້ງຢືນສັນຍາຫຼືເອກະສານອື່ນມີຜົນສັກສິດນັບແຕ່ວັນນາຍທະ ບຽນສານໄດ້ລົງລາຍເຊັຍຢັ້ງຢືນເປັນຕົ້ນໄປ. ສັນຍາຫຼືເອກະສານອື່ນທີ່ໄດ້ຢັ້ງຢືນນັ້ນມີຄຸນຄ່າເປັນຫຼັກຖານແລະ ເປັນເງື່ອນໄຂທີ່ສໍາຄັນໃນການດໍາເນີນກິດຈະການໃດໜຶ່ງທັງມີຜົນບັງຄັບ ໃຊ້ສໍາລັບຄູ່ສັນຍາ,ຜູ້ກ່ຽວຂ້ອງຫຼືຜູ້ຮ້ອງຂໍແລະມີຄຸນຄ່າທາງດ້ານກົດ ໝາຍເປັນຕົ້ນໃຫ້ແກ່ການພິຈາລະນາຄະດີຂອງສານ,ການໄກ່ເກ່ຍ. ໃນກໍລະນີທີ່ເຫັນວ່າການຢັ້ງຢືນນັ້ນຫາກບໍ່ຖືກຕ້ອງກໍ່ມີສິດ: - ຮ້ອງຂໍຕໍ່ສານເພື່ອພິຈາລະນາຕັດສິນວ່າເປັນໂມຄະ; - ສະເໜີຕໍ່ຫົວໜ້າພະແນກຍຸຕິທໍາແຂວງ,ນະຄອນເພື່ອພິຈາລະນາ ລົບລ້າງຖ້າຫາກແມ່ນການຢັ້ງຢືນຂອງໜ່ວຍງານທະບຽນສານຂັ້ນເມືອງ; - ສະເໜີຕໍ່ຫົວໜ້າກົມທະບຽນສານເພື່ອພິຈາລະນາລົບລ້າງຖ້າ ຫາກແມ່ນການຢັ້ງຢືນຂອງຫ້ອງການທະບຽນສານຂັ້ນແຂວງ; - ສະເໜີຕໍ່ລັດຖະມົນຕີວ່າການກະຊວງຍຸຕິທໍາເພື່ອພິຈາລະນາລົບ ລ້າງຖ້າຫາກແມ່ນການຢັ້ງຢືນຂອງຫົວໜ້າກົມທະບຽນສານ. ...ມາດຕາ 16 (ໃໝ່) ການມອບເອກະສານຢັ້ງຢືນ

ມາດຕາ 16 (ໃໝ່) ການມອບເອກະສານຢັ້ງຢືນ ເອກະສານທີ່ນາຍທະບຽນສານຢັ້ງຢືນຈະມອບໃຫ້ສະເພາະແຕ່ບຸກ ຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມາຂໍ້ຢັ້ງຢືນເທົ່ານັ້ນ. ໃນກໍລະນີທີ່ມີການສະເໜີຂອງອົງການສືບສວນ-ສອບສວນ,ອົງ ການໄອຍະການປະຊາຊົນ,ສານປະຊາຊົນຫຼືການຈັດຕັ້ງແກ້ໄຂຂໍ້ຂັດແຍ່ງ ນັ້ນໃຫ້ອັດສໍາເນົາເອົາສະເພາະແຕ່ເອກະສານທີ່ກ່ຽວຂ້ອງເທົ່ານັ້ນ. ...ມາດຕາ 17 (ໃໝ່) ການເກັບຮັກສາສັນຍາຫຼືເອກະສານຢັ້ງຢືນ

ມາດຕາ 17 (ໃໝ່) ການເກັບຮັກສາສັນຍາຫຼືເອກະສານຢັ້ງຢືນ ສັນຍາແລະເອກະສານອື່ນທີ່ໄດ້ຮັບການຢັ້ງຢືນແລ້ວຕ້ອງເກັບຮັກ ສາໄວ້ຢູ່ອົງການຈັດຕັ້ງປະຕິບັດວຽກງານທະບຽນສານບ່ອນໃຫ້ການຢັ້ງ ຢືນນັ້ນ. ໃນການເກັບຮັກສາເອກະສານດັ່ງກ່າວນາຍທະບຽນສານຕ້ອງ ຈັດປະເພດສັນຍາ,ເອກະສານອື່ນທີ່ນໍາມາຢັ້ງຢືນ,ເກັບໄວ້ຢ່າງເປັນລະ ບົບແລະຮັບປະກັນຄວາມປອດໄພ. ສັນຍາແລະເອກະສານອື່ນທີ່ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ແລ້ວນັ້ນໃຫ້ຮັກສາໄວ້ຊາວປີ. ..ພາກທີ 3 ການຈັດຕັ້ງປະຕິບັດວຽກງານທະບຽນສານ


...ໝວດທີ 1 ອົງການທະບຽນສານ


....ມາດຕາ 18 (ໃໝ່) ອົງການທະບຽນສານ

ມາດຕາ 18 (ໃໝ່) ອົງການທະບຽນສານ ອົງການທະບຽນສານແມ່ນການຈັດຕັ້ງຂອງລັດທີ່ຢັ້ງຢືນຄວາມ ຖືກຕ້ອງຂອງສັນຍາແລະເອກະສານອື່ນຕາມຄວາມເປັນຈິງແລະຕາມ ກົດໝາຍ. ໃນກໍລະນີທີ່ມີຄວາມຕ້ອງການລັດຖະບານອາດຈະອະນຸຍາດໃຫ້ ມີຫ້ອງການທະບຽນສານຂອງເອກະຊົນກໍ່ໄດ້ຊຶ່ງຈະໄດ້ກໍານົດໄວ້ໃນລະ ບຽບການສະເພາະ. ....ມາດຕາ 19 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງອົງການທະບຽນສານ

ມາດຕາ 19 (ປັບປຸງ) ທີ່ຕັ້ງແລະພາລະບົດບາດຂອງອົງການທະບຽນ ສານ ອົງການທະບຽນສານແມ່ນອົງການຈັດຕັ້ງລັດທີ່ຂຶ້ນກັບກະຊວງຍຸ ຕິທໍາ,ມີພາລະບົດບາດຢັ້ງຢືນສັນຍາຫຼືເອກະສານອື່ນພາຍໃຕ້ການຊີ້ນໍາ ຂອງລັດຖະມົນຕີວ່າການກະຊວງຍຸຄິທໍາ. ....ມາດຕາ 20 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນສານ

ມາດຕາ 20 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນສານ ອົງການທະບຽນສານມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງຮ່າງກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກ ງານທະບຽນສານເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາ; 2. ກວດກາແລະຢັ້ງຢືນຄວາມຖືກຕ້ອງຕາມຄວາມເປັນຈິງແລະ ຕາມກົດໝາຍຂອງສັນຍາແລະເອກະສານອື່ນ; 3. ໂຄສະນາເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍທະ ບຽນສານແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງໃຫ້ສັງຄົມເຂົ້າໃນເຖິງ ຄວາມສໍາຄັນແລະຜົນປະໂຫຍດທີ່ຈະໄດ້ຮັບຈາກການຢັ້ງຢືນຂອງນາຍ ທະບຽນສານ; 4. ເກັບຮັກສາສັນຍາແລະເອກະສານອື່ນທີ່ນໍາມາຢັ້ງຢືນ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຢັ້ງຢືນແລະ ຈັດຕັ້ງປະຕິບັດວຽກງານທະບຽນສານ; 6. ສະເໜີຂໍຄໍາເຫັນນໍາຂັ້ນເທິງຂອງຕົນໃນການຈັດຕັ້ງປະຕິບັດ ວຽກງານທະບຽນສານ; 7. ສະເໜີຕໍ່ຫົວໜ້າຂະແໜງການຍຸຕິທໍາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂອງກົດໝາຍສະບັບນີ້ເພື່ອລົບລ້າງການຢັ້ງຢືນທີ່ບໍ່ຖືກ ຕ້ອງ; 8. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ ຂັ້ນເທິງທີ່ກ່ຽວຂ້ອງຊາບ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ....ມາດຕາ 21 (ປັບປຸງ) ໂຄງປະກອບການຈັດຕັ້ງຂອງອົງການທະບຽນສານ

ມາດຕາ 21 (ປັບປຸງ) ໂຄງປະກອບການຈັດຕັ້ງຂອງອົງການທະບຽນ ສານ ໂຄງປະກອບການຈັດຕັ້ງຂອງອົງການທະບຽນສານມີດັ່ງນີ້: - ກົມທະບຽນສານກະຊວງຍຸຕິທໍາ; - ຫ້ອງການທະບຽນສານປະຈໍາພະແນກຍຸຕິທໍາແຂວງ,ນະຄອນ; - ໜ່ວຍງານທະບຽນສານປະຈໍາຫ້ອງການຍຸຕິທໍາເມືອງ,ເທດສະ ບານ; - ໜ່ວຍງານທະບຽນສານປະຈໍາສະຖານທູດຫຼືສະຖານກົງສຸນຂອງ ສປປລາວ ຢູ່ຕ່າງປະເທດ; ກົງຈັກບໍລິຫານຂອງອົງການທະບຽນສານທີ່ໄດ້ກໍານົດໄວ້ໃນວັກທີ 1 ຂອງມາດຕານີ້ໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 22 (ປັບປຸງ) ໂຄງປະກອບບຸກຄະລາກອນ

ມາດຕາ 22 (ປັບປຸງ) ໂຄງປະກອບບຸກຄະລາກອນ ອົງການປະບຽນສານມີໂຄງປະກອບບຸກຄະລາກອນດັ່ງນີ້: - ຫົວໜ້າ; - ຮອງຫົວໜ້າໜຶ່ງຫຼືສອງຄົນ; - ພະນັກງານວິຊາການແລະພະນັກງານບໍລິຫານຈໍານວນໜຶ່ງ. ....ມາດຕາ 23 (ໃໝ່) ສິດແລະໜ້າທີ່ຂອງນາຍທະບຽນສານ

ມາດຕາ 23 (ໃໝ່) ສິດແລະໜ້າທີ່ຂອງນາຍທະບຽນສານ ນາຍທະບຽນສານມີສິດແລະໜ້າທີ່ກວດກາ,ໃຫ້ຄໍາແນະນໍາກ່ຽວ ກັບສັນຍາແລະເອກະສານອື່ນກ່ອນການຢັ້ງຢືນ.ຖ້າເຫັນວ່າສັນຍາຫຼືເອ ກະສານອື່ນນັ້ນຫາກຖືກຕ້ອງຕາມຄວາມເປັນຈິງແລະຕາມກົດໝາຍ ແລ້ວນາຍທະບຽນສານຈຶ່ງລົງລາຍເຊັນຢັ້ງຢືນ. ຖ້າຫາກວ່ານາບທະບຽນສານຢັ້ງຢືນບໍ່ຖືກຕ້ອງແລະໄດ້ກໍ່ຄວາມ ເສຍຫາຍຈະມີຄວາມຮັບຜິດຊອບຕາມກົດໝາຍແລະໃນກໍລະນີທີ່ມີການ ກະທໍາຜິດໂດຍເຈດຕະນາຈະມີໂທດທາງອາຍາແລະໃຊ້ແທນຄ່າເສຍ ຫາຍ. ....ມາດຕາ 24 (ໃໝ່) ສິດແລະໜ້າທີ່ຂອງຮ້ອງນາບທະບຽນສານ

ມາດຕາ 24 (ໃໝ່) ສິດແລະໜ້າທີ່ຂອງຮ້ອງນາບທະບຽນສານ ຮອງນາຍທະບຽນສານມີໜ້າທີ່ຊ່ວຍນາຍທະບຽນສານໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານແລະຈະໄດ້ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງນາຍທະບຽນສານ. ໃນກໍລະນີທີ່ນາຍທະບຽນສານຫາກບໍ່ຢູ່ຫຼືຕິດຂັດແມ່ນຮອງນາຍທະ ບຽນສານຜູ້ທີ່ຖືກມອບໝາຍເປັນຜູ້ວ່າການແລະຢັ້ງຢືນແທນ. ...ໝວດທີ 2 ນາຍທະບຽນສານ


....ມາດຕາ 25 (ປັບປຸງ) ມາດຕະຖານຂອງນາຍທະບຽນສານ

ມາດຕາ 25 (ປັບປຸງ) ມາດຕະຖານຂອງນາຍທະບຽນສານ ນາຍທະບຽນສານຕ້ອງມີມາດຕະຖານຄົບຖ້ວນດັ່ງນີ້: 1. ເປັນພົນລະເມືອງລາວທີ່ມີອາຍຸແຕ່ຊາວຫ້າປີຂຶ້ນໄປ; 2. ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາທໍາ,ຄວາມສັດຊື່ບໍລິສຸດໃນການປະຕິບັດໜ້າທີ່; 3. ມີຄວາມຮູ້ທາງດ້ານກົດໝາຍຊັ້ນສູງຫຼືທຽບເທົ່າຂຶ້ນໄປຫຼືໄດ້ ຜ່ານວຽກງາຍຍຸຕິທໍາມາແລ້ວຢ່າງໜ້ອຍສາມປີ; 4. ໄດ້ຜ່ານການຝຶກອົບຮົມວຽກງານທະບຽນສານ; 5. ບໍ່ເຄີຍຖືກສານຕັດສິນລົງໂທດໃນການກະທໍາຜິດທາງອາຍາ ໂດຍເຈດຕິນາ; 6. ມີສຸຂະພາບດີ. ....ມາດຕາ 26 (ປັບປຸງ) ການແຕ່ງຕັ້ງຫຼືປົດຕໍາແໜ່ງນາຍທະບຽນສານແລະຮອງນາຍທະບຽນສານ

ມາດຕາ 26 (ປັບປຸງ) ການແຕ່ງຕັ້ງຫຼືປົດຕໍາແໜ່ງນາຍທະບຽນສານ ແລະຮອງນາຍທະບຽນສານ ນາຍທະບຽນສານທີ່ເປັນຫົວໜ້າກົມທະບຽນສານຖືກແຕ່ງຕັ້ງຫຼື ປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງລັດຖະມົນຕີ ວ່າການກະຊວງຍຸຕິທໍາ. ຮອງນາຍທະບຽນສານທີ່ເປັນຮອງຫົວນ້າກົມທະບຽນສານ,ນາຍ ທະບຽນສານແລະຮອງນາຍທະບຽນສານທີ່ເປັນຫົວໜ້າແລະຮອງຫົວໜ້າ ຫ້ອງການທະບຽນສານແລະໜ່ວຍງານທະບຽນສານຖືກແຕ່ງຕັ້ງຫຼືປົດຕໍາ ແໜ່ງໂດຍລັດຖະມົນຕີວ່າການກະຊວງຍຸຕິທໍາຕາມການສະເໜີຂອງກົມ ຈັດຕັ້ງ-ພະນັກງານພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງການອື່ນແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ..ພາກທີ 4 ຄ່າທໍານຽມແລະຄ່າບໍລິການ


...ມາດຕາ 27 (ປັບປຸງ) ຄ່າທໍານຽມ

ມາດຕາ 27 (ປັບປຸງ) ຄ່າທໍານຽມ ຄ່າທໍານຽມແມ່ນຄ່າສິດຄຸ້ມຄອງບໍລິຫານຂອງລັດທີ່ເກັບຈາກບຸກ ຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂໍຢັ້ງຢືນສັນຍາຫຼືເອກະສານອື່ນໂດຍຜ່ານ ອົງການທະບຽນສານດ້ວຍຮູບການຢັ້ງຢືນຕາມຄວາມເປັນຈິງແລະຕາມ ກົດໝາຍ. ການເກັບແລະການມອບຄ່າທໍານຽມເຂົ້າງົບປະມານແຫ່ງລັດໃຫ້ ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ. ...ມາດຕາ 28 (ໃໝ່) ຄ່າບໍລິການ

ມາດຕາ 28 (ໃໝ່) ຄ່າບໍລິການ ຄ່າບໍລິການແມ່ນຄ່າຮັບໃຊ້ທາງດ້ານວິຊາການຂອງອົງການທະ ບຽນສານທີ່ເກັບຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂໍຢັ້ງຢືນສັນຍາຫຼື ເອກະສານອື່ນໂດຍບໍ່ຫວັງຜົນກໍາໄລແລະເພື່ອເປັນການຊ່ວຍໜູນການໃຊ້ ຈ່າຍງົບປະມານຂອງລັດ. ການເກັບແລະການມອບຄ່າບໍລິການເຂົ້າງົບປະມານແຫ່ງລັດໃຫ້ ປະຕິບັດຕາມລັດຖະບັນຍັດຂອງປະທານປະທດວ່າດ້ວຍຄ່າທໍານຽມແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ. ..ພາກທີ 5 ຂໍ້ຫ້າມ


...ມາດຕາ 29 (ໃໝ່) ຂໍ້ຫ້າມສໍາລັບນາຍທະບຽນສານແລະພະນັກງານອື່ນຂອງອົງການທະບຽນສານ

ມາດຕາ 29 (ໃໝ່) ຂໍ້ຫ້າມສໍາລັບນາຍທະບຽນສານແລະພະນັກງານ ອື່ນຂອງອົງການທະບຽນສານ ຫ້າມນາຍທະບຽນສານແລະພະນັກງານອື່ນອົງອົງການທະບຽນ ສານມີການກະທໍາດັ່ງນີ້: 1. ເປີດເຜີຍຂໍ້ມູນກ່ຽວກັບເນື້ອໃນຂອງສັນຍາຫຼືເອກະສານອື່ນທີ່ ມາຂໍຢັ້ງຢືນທີ່ຕົນໄດ້ຮູ້ໃນເວລາດໍາເນີນການຢັ້ງຢືນເວັ້ນເສຍແຕ່ຜູ້ຂໍຢັ້ງ ຢືນຫາກເຫັນດີຢ່າງເປັນລາຍລັກອັກສອນຫຼືກົດໝາຍຫາກໄດ້ກໍານົດໄວ້ ຢ່າງອື່ນ; 2. ນໍາໃຊ້ຂໍ້ມູນທີ່ຕົນໄດ້ຢັ້ງຢືນເພື່ອຫາຜົນປະໂຫຍດສ່ວນຕົວຫຼື ເພື່ອທໍາລາຍສິດແລະຜົນປະໂຫຍດຂອງຜູ້ອື່ນ; 3. ກົດໜ່ວງ,ຖ່ວງດຶງ,ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂໍຢັ້ງຢືນ ຫຼືຊຸກເຊື່ອງ,ທໍາລາຍເອກະສານທີ່ມາຂໍຢັ້ງຢືນ; 4. ຢັ້ງຢືນສັນຍາຫຼືເອກະສານອື່ນໂດຍບໍ່ມີການຊ້ອງໜ້າຂອງຄູ່ ສັນຍາຫຼືຜູ້ຂໍຢັ້ງຢືນ; 5. ຮັບຫຼືທວງເອົາເງິນຫຼືຜົນປະໂຫຍດອື່ນໃດໜຶ່ງຈາກຜູ້ຂໍຢັ້ງຢື່ນ; 6. ຢັ້ງຢືນສິ່ງທີ່ຂັດກັບຄວາມເປັນຈິງ,ລະບຽບກົດໝາຍ,ຄວາມ ສະຫງົບຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 7. ຢັ້ງຢືນສັນຍາຫຼືເອກະສານອື່ນທີ່ມີການພົວພັນເຖິງຕົນເອງ, ຜົວຫຼືເມຍຫຼືຍາດໃກ້ຊິດຂອງຕົນ; 8. ເມີນເສີຍ,ລໍາອຽງຫຼືເຂົ້າຂ້າງອອກຂາໃນການປະຕິບັດໜ້າ ທີ່; 9. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 30 (ໃໝ່) ຂໍ້ຫ້າມສໍາລັບຜູ້ຂໍຢັ້ງຢືນ

ມາດຕາ 30 (ໃໝ່) ຂໍ້ຫ້າມສໍາລັບຜູ້ຂໍຢັ້ງຢືນ ຫ້າມຜູ້ຂໍຢັ້ງຢືນມີການກະທໍາດັ່ງນີ້: 1. ປອມແປງເອກະສານຫຼືຂໍ້ມູນທີ່ມາຂໍຢັ້ງຢືນ; 2. ບັງຄັບ,ນາບຂູ່ຫຼືໃຊ້ຄວາມຮຸນແຮງ,ຕົວະຍົວະ,ຫຼອກລວງນາຍ ທະບຽນສານແລະພະນັກງານອື່ນຂອງອົງການທະບຽນສານ; 3. ໃຫ້ສິນບົນຫຼືຜົນປະໂຫຍດອື່ນແກ່ນາຍທະບຽນສານແລະພະນັກ ງານອື່ນຂອງອົງການທະບຽນສານ; 4. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 31 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 31 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1. ບໍ່ໃຫ້ການຮ່ວມມື,ຂັດຂວາງການປະຕິບັດໜ້າທີ່ຂອງນາຍທະ ບຽນສານຫຼືພະນັກງານອື່ນຂອງອົງການທະບຽນສານ; 2. ຍຸຍົງບໍ່ໃຫ້ຜູ້ອື່ນໄປຂໍຢັ້ງຢືນສັນຍາຫຼືເອກະສານອື່ນໆນໍາອົງ ການທະບຽນສານ; 3. ເປັນສື່ກາງໃນການໃຫ້ແລະຮັບສິນບົນແກ່ນາຍທະບຽນສານ ຫຼືພະນັກງານອື່ນຂອງອົງການທະບຽນສານ; 4. ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບສັນຍາຫຼືເອກະສານອື່ນທີ່ຕົນຮູ້; 5. ສົມຮູ້ຮ່ວມຄິດກັບນາຍທະບຽນສານເພື່ອປ່ຽນແປງເນື້ອໃນ ຂອງເອກະສານທີ່ນໍາມາຂໍຢັ້ງຢືນ; 6. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 6 ການຄຸ້ມຄອງແລະການກວດກາວຽກງານທະບຽນສານ


...ໝວດທີ 1 ການຄຸ້ມຄອງວຽກງານທະບຽນສານ


....ມາດຕາ 32 (ປັບປຸງ) ອົງການຄຸ້ມຄອງ

ມາດຕາ 32 (ປັບປຸງ) ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານທະບຽນສານຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຍຸຕິທໍາ ເປັນໃຈກາງປະສານສົມທົບກັບຂະແໜງການອື່ນເປັນຕົ້ນສານປະຊາຊົນ, ອົງການໄອຍະການປະຊາຊົນ,ອົງການຄຸ້ມຄອງທີ່ດິນ,ກະຊວງການຕ່າງ ປະເທດແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງທະບຽນສານປະກອບດ້ວຍ: - ກະຊວງຍຸຕິທໍາ; - ພະແນກຍຸຕິທໍາແຂວງ,ນະຄອນ; - ຫ້ອງການຍຸຕິທໍາເມືອງ,ເທດສະບານ. ສໍລັບໜ່ວຍງານທະບຽນສານປະຈໍາສະຖານທູດຫຼືສະຖານກົງສຸນ ຂອງ ສປປລາວ ຢູ່ຕ່າງປະເທດແມ່ນກະຊວງການຕ່າງປະເທດເປັນຜູ້ ຄຸ້ມຄອງ.ສິດແລະໜ້າທີ່ຂອງປະຊວງການຕ່າງປະເທດໃນການຄຸ້ມຄອງ ວຽກງານທະບຽນສານໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 33 (ໃໝ່) ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ

ມາດຕາ 33 (ໃໝ່) ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ ໃນການຄຸ້ມຄອງວຽກງານທະບຽນສານກະຊວງຍຸຕິທໍາມີສິດແລະ ໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ລະບຽບກົດໝາຍກ່ຽວກັບວຽກງານທະ ບຽນສານແລ້ວສະເໜີຕໍ່ລັດຖະບານພິຈາລະນາ; 2. ໂຄສະນາເຜີຍແຜ່ແລະສຶກສາອົບຮົມລະບຽບກົດໝາຍກ່ຽວ ກັບວຽກງານທະບຽນສານ; 3. ຊີ້ນໍາ,ຕິດຕາມແລະຄຸ້ມຄອງທາງດ້ານວິຊາການກ່ຽວກັບວຽກ ງານທະບຽນສານໃນຂອບເຂດທົ່ວປະເທດ; 4. ຍົກເລີກຫຼືລົບລ້າງການຢັ້ງຢືນຂອງກົມທະບຽນສານທີ່ບໍ່ຖືກ ຕ້ອງຕາມຄວາມເປັນຈິງແລະຕາມກົດໝາຍ; 5. ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າກົມທະບຽນ ສານຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາ; 6. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າກົມທະບຽນ ສານ,ຫົວໜ້າແລະຮອງຫົວໜ້າຫ້ອງການແລະໜ່ວຍງານທະບຽນສານ ຕາມການສະເໜີຂອງຫົວໜ້າກົດມຈັດຕັ້ງ-ພະນັກງານກະຊວງຍຸຕິທໍາ, ຂະແໜງການຍຸຕິທໍາທ້ອງຖິ່ນໂດຍປະສານສົມທົບກັບພາກສ່ວນອື່ນທີ່ ກ່ຽວຂ້ອງ; 7. ກໍ່ສ້າງ,ຍົກລະດັບບຸກຄະລາກອນທີ່ຮັບຜິດຊອບວຽກງານທະ ບຽນສານທາງດ້ານການເມືອງ,ແນວຄິດ,ຄຸນສົມບັດ,ຈັນຍາທໍາແລະວິ ຊາສະເພາະ; 8. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກສ່ວນ ອື່ນທີ່ກ່ຽວຂ້ອງ; 9. ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານທະບຽນ ສານ; 10. ລາຍງານສະພາບການກ່ຽວກັບວຽກງານທະບຽນສານໃນ ຂອບເຂດທົ່ວປະເທດໃຫ້ລັດຖະບານຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາ 34 (ໃໝ່) ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ

ມາດຕາ 34 (ໃໝ່) ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ ໃນການຄຸ້ມຄອງວຽກງານທະບຽນສານພະແນກຍຸຕິທໍາແຂວງ, ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານທະ ບຽນສານໃຫ້ຖືກຕ້ອງແລະເປັນເອກະພາບໃນທ້ອງຖິ່ນຂອງຕົນ; 2. ຄຸ້ມຄອງທາງດ້ານການຈັດຕັ້ງ,ງົບປະມານແລະຊີ້ນໍາການ ຈັດຕັ້ງປະຕິບັດວຽກງານຂອງຫ້ອງການທະບຽນສານ; 3. ຍົກເລີກຫຼືລົບລ້າງການຢັ້ງຢືນຂອງໜ່ວຍງານທະບຽນສານທີ່ ບໍ່ຖືກຕ້ອງຕາມຄວາມເປັນຈິງແລະຕາມກົດໝາຍ; 4. ສະເໜີຕໍ່ກະຊວງຍຸຕິທໍາກ່ຽວກັບການສ້າງຕັ້ງແລະປັບປຸງ ຫ້ອງການ,ໜ່ວຍງານທະບຽນສານ,ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາ ແໜ່ງຫົວໜ້າແລະຮອງຫົວໜ້າຫ້ອງການຫຼືໜ່ວຍງານທະບຽນສານ ໂດຍໄດຮັບການເຫັນດີຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດ ໜ້າທີ່ຂອງຕົນ; 6. ຄຸ້ມຄອງລາຍຮັບ-ລາຍຈ່າຍກ່ຽວກັບການຈັດຕັ້ງປະຕິບັດ ວຽກງານທະບຽນສານ; 7. ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານທະບຽນ ສານຕາມການມອບໝາຍຂອງຂັ້ນເທິງ; 8. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນ ສານຕໍ່ກະຊວງຍຸຕິທໍາແລະອົງການປົກຄອງແຂວງ,ນະຄອນຢ່າງເປັນ ປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 35 (ໃໝ່) ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ

ມາດຕາ 35 (ໃໝ່) ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດ ສະບານ ໃນການຄຸ້ມຄອງວຽກງານທະບຽນສານຫ້ອງການຍຸຕິທໍາເມືອງ, ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ເຜີຍແຜ່ລະບຽບກົດໝາຍກ່ຽວກັບວຍກງານທະບຽນສານໃຫ້ ຖືກຕ້ອງແລະເປັນເອກະພາບໃນທ້ອງຖິ່ນຂອງຕົນ; 2. ຄຸ້ມຄອງທາງດ້ານການຈັດຕັ້ງ,ງົບປະມານແລະຊີ້ນໍາການ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໜ່ວຍງານທະບຽນສານ; 3. ສະເໜີຕໍ່ພະແນກຍຸຕິທໍາແຂວງ,ນະຄອນເພື່ອໃຫ້ນໍາສະເໜີຕໍ່ ກະຊວງຍຸຕິທໍາກ່ຽວກັບການສ້າງຕັ້ງແລະປັບປຸງໜ່ວຍງານທະບຽນ ສານ,ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າ ໜ່ວຍງານທະບຽນສານໂດຍໄດ້ຮັບການເຫັນດີຈາກອົງການປົກຄອງ ເມືອງ,ເທດສະບານ; 4. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ວຽກງານທະບຽນສານ; 5. ຄຸ້ມຄອງລາຍຮັບ-ລາຍຈ່າຍໃນການຈັດຕັ້ງປະຕິບັດວຽກ ງານທະບຽນສານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນ ສານຕໍ່ພະແນກຍຸຕິທໍາແລະອົງການປົກຄອງເມືອງ,ເທດສະບານຢ່າງ ເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 36 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 36 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານທະບຽນສານຂະແໜງການອື່ນມີສິດ ແລະໜ້າທີ່ໃນການປະສານສົມທົບແລະຮ່ວມມືກັບຂະແໜງການຍຸຕິທໍາ ຕາມພາລະບົດບາດຂອງຕົນ. ...ໝວດທີ 2 ການກວດກາວຽກງານທະບຽນສານ


....ມາດຕາ 37 (ໃໝ່) ອົງການກວດກາ

ມາດຕາ 37 (ໃໝ່) ອົງການກວດກາ ອົງການກວດກາວຽກງານທະບຽນສານມີສອງປະເພດດັ່ງນີ້: 1. ອົງການກວດກາພາຍໃນແມ່ນພາກສ່ວນໜຶ່ງຂອງອົງການ ຄຸ້ມຄອງວຽກງານທະບຽນສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດແລະອົງການໄອຍະການ ປະຊາຊົນ,ການກວດກາພາຍນອກຈະດໍາເນີນຕາມຄໍາສະເໜີຂອງບຸກ ຄົນຫຼືການຈັດຕັ້ງໃດໜຶ່ງຫຼືລິເລີ່ມໂດຍອົງການກວດກາພາຍນອກເອງ ໃນກໍລະນີທີ່ເຫັນວ່າມີບັນຫາບໍ່ຈະແຈ້ງ,ບໍ່ໂປ່ງໄສ. ....ມາດຕາ 38 (ໃໝ່) ເນື້ອໃນການກວດກາ

ມາດຕາ 38 (ໃໝ່) ເນື້ອໃນການກວດກາ ເນື້ອໃນຕົ້ນຕໍຂອງການກວດກາມີດັ່ງນີ້: 1. ຄວາມຖືກຕ້ອງຂອງການຢັ້ງຢືນສັນຍາຫຼືເອກະສານອື່ນ; 2. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການທະບຽນສານ; 3. ການຄຸ້ມຄອງແລະການນໍາໃຊ້ລາຍຮັບ-ລາຍຈ່າຍກ່ຽວກັບ ການຈັດຕັ້ງວຽກງານທະບຽນສານ; 4. ຄວາມຮັບຜິດຊອບ,ການປະດິດແລະແບບແຜນວິທີເຮັດວຽກ ຂອງນາຍທະບຽນສານແລະພະນັກງານອື່ນຂອງອົງການທະບຽນສານ; ພາຍຫຼັງທີ່ໄດ້ກວດກາເຫັນການລະເມີດລະບຽບກົດໝາຍໃນການ ປະຕິບັດວຽກງານທະບຽນສານແລ້ວກໍ່ສະເໜີຕໍ່ຂະແໜງການຍຸຕິທໍາທີ່ ກ່ຽວຂ້ອງເພື່ອອອກຄໍາສັ່ງໃຫ້ຜູ້ລະເມີດຢຸດເຊົາການເຄື່ອນໄຫວວຽກ ງານທະບຽນສານ,ໂຈະໜ້າທີ່ຫຼືປົດຕໍາແໜ່ງນາຍທະບຽນສານ,ພະນັກ ງານອື່ນຂອງອົງການທະບຽນສານ. ....ມາດຕາ 39 (ໃໝ່) ຮູບການການກວດກາ

ມາດຕາ 39 (ໃໝ່) ຮູບການການກວດກາ ການກວດກາວຽກງານທະບຽນສານດໍາເນີນດ້ວຍຮູບການຕາມ ລະບົບປົກກະຕິ,ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແລະແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມແຜນ ການແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜື່ງ ເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກ ກວດກາຮູ້ກ່ອນລ່ວງໜ້າຢ່າງນ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນ ຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການກວດການັ້ນໃຫ້ດໍາເນີນທັງການກວດກາເອກະສານແລະ ລົງກວດກາຕົວຈິງຢູ່ສະຖານທີ່ປະຕິບັດງານ. ..ພາກທີ 7 ງົບປະມານແລະຕາປະທັບ


...ມາດຕາ 40 (ປັບປຸງ) ງົບປະມານ

ມາດຕາ 40 (ປັບປຸງ) ງົບປະມານ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານທະບຽນສານໃຫ້ມີ ປະສິດທິຜົນນັ້ນອົງການທະບຽນສານນໍາໃຊ້ງົບປະມານຂອງລັດດັ່ງນີ້: - ກົມທະບຽນສານແມ່ນຂຶ້ນກັບງົບປະມານຂອງກະຊວງຍຸຕິທໍາ; - ຫ້ອງການທະບຽນສານແມ່ນຂຶ້ນກັບງົບປະມານຂອງພະແນກ ຍຸຕິທໍາແຂວງ,ນະຄອນ; - ໜ່ວຍງານທະບຽນສານແມ່ນຂຶ້ນກັບງົບປະມານຂອງຫ້ອງການ ຍຸຕິທໍາເມືອງ,ເທດສະບານ. ສໍາລັບໜ່ວຍງານທະບຽນສານປະຈໍາສະຖານທູດຫຼືສະຖານກົງ ສຸນຂອງສປປລາວຢູ່ຕ່າງປະເທດແມ່ນຂຶ້ນກັບງົບປະມານຂອງສະຖານ ທູດຫຼືສະຖານກົງສຸນນັ້ນ. ...ມາດຕາ 41 (ປັບປຸງ) ຕາປະທັບ

ມາດຕາ 41 (ປັບປຸງ) ຕາປະທັບ ອົງການທະບຽນສານມີຕາປະທັບຂອງຕົນຊຶ່ງເປັນຮູບວົງມົນ,ຢູ່ ເບື້ອງເທິງວົງມົນຂຽນວ່າ: "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ", ຢູ່ເບື້ອງລຸ່ມຂຽນວ່າ "ກະຊວງຍຸຕິທໍາ" ຫຼື "ແຂວງ,ນະຄອນຫຼື ເມືອງ,ເທດສະບານ" ແລະຢູ່ກາງວົງມົນຂຽນວ່າ: "ກົມທະບຽນສານ" ຫຼື "ຫ້ອງການທະບຽນສານ" ຫຼື "ໜ່ວຍງານທະບຽນສານ". ສໍາລັບຕາປະທັບຂອງໜ່ວຍງານທະບຽນສານຂອງສະຖານທູດຫຼື ສະຖານກົງສຸນຂອງ ສປປລາວ ຢູ່ຕ່າງປະເທດນັ້ນໃຫ້ນໍາໃຊ້ຕາປະທັບ ຂອງສະຖານທູດຫຼືສະຖານກົງສຸນທີ່ກ່ຽວຂ້ອງ. ..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 42 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 42 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການຢັ້ງຢືນສັນຍາຫຼືເອກະສານອື່ນ ຢ່າງຖືກຕ້ອງຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ. ...ມາດຕາ 43 (ໃໝ່) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 43 (ໃໝ່) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນໃຫ້ຂໍ້ມູນບໍ່ຖືກຕ້ອງ,ກົດໜ່ວງ,ຖ່ວງດຶງ,ໃຫ້ຫຼືຮັບສິນບົນຫຼືມີການ ກະທໍາອື່ນໃດໜຶ່ງທີ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດ,ສັງຄົມຫຼືບຸກຄົນອື່ນ ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືຖືກດໍາ ເນີນຄະດີຕາມລະບຽບກົດໝາຍຕາມກໍລະນີເບົາຫຼືໜັກແລະໃຊ້ແທນຄ່າ ເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 44 (ໃໝ່) ການຈັດຕັ້ງປະຕິບັດ

ມາດຕາ 44 (ໃໝ່) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາ 45 (ໃໝ່) ຜົນສັກສິດ

ມາດຕາ 45 (ໃໝ່) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສໍານັກງານທະ ບຽນສານສະບັບເລກທີ 04/ສປສ ລົງວັນທີ 30 ທັນວາ 1991. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ