ກົດໝາຍວ່າດ້ວຍທະນາຍຄວາມ 21-12-2011

From Wikisource
Jump to navigation Jump to search

.ທະນາຍຄວາມ 21-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງທະນາຍ ຄວາມເພື່ອໃຫ້ມີຄວາມຖືກຕ້ອງ,ເປັນທໍາແລະມີປະສິດທິຜົນ,ແນໃສ່ປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງລູກຄວາມ,ສະໜອງຫຼັກ ຖານໃຫ້ແກ່ການແກ້ໄຂຄະດີແລະສ້າງຄວາມເຂັ້ມແຂງແກ່ຂະບວນ ການຍຸຕິທໍາ,ຕ້ານການລ່ວງລະເມີດສິດອັນຊອບທໍາຂອງປະຊາຊົນ, ສ້າງເງື່ອນໄຂໃນການເຂົ້າເຖິງຂະບວນການຍຸຕິທໍາ,ສ້າງຄວາມເຊື່ອ ໝັ້ນແກ່ປະຊາຊົນແລະນັກລົງທຶນທັງພາຍໃນແລະຕ່າງປະເທດ,ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ເຮັດໃຫ້ສັງຄົມມີຄວາມ ສະຫງົບ,ຄວາມເປັນລະບຽບຮຽບຮ້ອຍແລະຍຸຕິທໍາ. ...ມາດຕາ 2 ທະນາຍຄວາມ

ມາດຕາ 2 ທະນາຍຄວາມ ທະນາຍຄວາມແທ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກລັດໃຫ້ ເຄື່ອນໄຫວອາຊີບອິດສະລະແລະໃຫ້ການບໍລິການທາງດ້ານກົດໝາຍແກ່ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສັງຄົມເພື່ອປົກປ້ອງສິດແລະຜົນປະ ໂຫຍດອັນຊອບທໍາຂອງລູກຄວາມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້. ...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສະພາທະນາຍຄວາມໝາຍເຖິງການຈັດຕັ້ງສັງຄົມວິຊາຊີບ ຂອງທະນາຍຄວາມທີ່ມີຄວາມເປັນເອກະລາດທາງດ້ານການຈັດຕັ້ງ ແລະການເງິນຕາມກົດໝາຍສະບັບນີ້; 2. ຈັນຍາບັນທະນາຍຄວາມ ໝາຍເຖິງ ລະບຽບການພາຍໃນ ຂອງສະພາທະນາຍຄວາມກ່ຽວກັບຫຼັກການປະພຶດແລະການເຄື່ອນໄຫວ ວິຊາຊີບຂອງທະນາຍຄວາມ; 3. ລູກຄວາມໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີສັນ ຍາບໍລິການທາງກ້ານກົດໝາຍທະນາຍຄວາມ; 4. ສັນຍາບໍລິການທາງດ້ານກົດໝາຍ ໝາຍເຖິງ ການຕົກລົງ ເປັນລາຍລັກອັກສອນລະຫວ່າງລູກຄວາມກັບທະນາຍຄວາມເພື່ອໃຫ ້ການບໍລິການທາງດ້ານກົດໝາຍ; 5. ການໃຫ້ການບໍລິການທາງດ້ານກົດໝາຍ ໝາຍເຖິງ ການ ເຄື່ອນໄຫວຂອງທະນາຍຄວາມໃນການໃຫ້ຄໍາປຶກສາດ້ານກົດໝາຍແລະ ການຕາງໜ້າລູກຄວາມໃນການດໍາເນີນຄະດີ; 6. ການຕາງໜ້າລູກຄວາມໃນການດໍາເນີນຄະດີໝາຍເຖິງການ ເປັນຕົວແທນໃນການຕໍ່ສູ້ຄະດີຫຼືການວ່າຄວາມ; 7. ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ໝາຍເຖິງ ການໃຫ້ບໍ ລິການທາງດ້ານກົດໝາຍແກ່ລູກຄວາມຜູ້ທີ່ທຸກຍາກຫຼືດ້ອຍໂອກາດໂດຍ ບໍ່ຄິດຄ່າ; 8. ພະນັກງານໄອຍະການ ໝາຍເຖິງ ພະນັກງານທີ່ໄດ້ຮັບການ ແຕ່ງຕັ້ງແລະມອບໝາຍຈາກຫົວໜ້າອົງການໄອຍະການປະຊາຊົນໃຫ້ ປະຕິບັດວຽກງານຕິດຕາມກວດກາ,ສອບສວນແລະເຂົ້າຮ່ວມປະຊຸມ ສານ; 9. ວິສາຫະກິດກົດໝາຍ ໝາຍເຖິງ ການຈັດຕັ້ງດໍາເນີນທຸລະກິດ ທາງດ້ານກົດໝາຍຂອງບຸກຄົນຫຼືນິຕິບຸກຄົນ. ...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບທະນາຍຄວາມ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບທະນາຍຄວາມ ລັດສົ່ງເສີມແລະຊຸກຍູ້ໃຫ້ມີທະນາຍຄວາມແລະສ້າງວິສາຫະກິດ ກົດໝາຍທາງດ້ານປະລິມານແລະຄຸນນະພາບເພື່ອສະໜອງການບໍລິ ການທາງດ້ານກົດໝາຍໃຫ້ແກ່ສັງຄົມຢ່າງທົ່ວເຖິງ. ລັດຊຸກຍູ້ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ທະ ນາຍຄວາມໃນການບໍລິການທາງດ້ານກົດໝາຍແລະການແຂ່ງຂັນກັນ ພັດທະນາຕົນເອງເພື່ອຮັບປະກັນການປົກປ້ອງສິດແລະຜົນປະໂຫຍດອັນ ຊອບທໍາຂອງລູກຄວາມດ້ວຍການວາງລະບຽບກົດໝາຍ,ຈັດກອງປະ ຊູມສໍາມະນາ,ຝຶກອົບຮົມ,ຍົກລະດັບວິຊາສະເພາະເພື່ອໃຫ້ທະນາຍຄວາມ ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນຕາມພາລະບົດບາດ,ສິດແລະໜ້າ ທີ່ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ 5 ຫຼັກການການເຄື່ອນໄຫວວຽກງານຂອງທະນາຍຄວາມ

ມາດຕາ 5 ຫຼັກການການເຄື່ອນໄຫວວຽກງານຂອງທະນາຍຄວາມ ໃນການເຄື່ອນໄຫວວຽກງານຂອງຕົນທະນາຍຄວາມຕ້ອງປະຕິ ບັດຕາມຫຼັກການພື້ນຖານດັ່ງນີ້: 1. ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະຈັນຍາ ບັນທະນາຍຄວາມ; 2. ໃຫ້ບໍລິການທາງດ້ານກົດໝາຍແກ່ລູກຫຼານດ້ວຍຄວາມຮັບຜິດ ຊອບສູງແລະຄວາມເປັນທໍາ; 3. ມີຄວາມເປັນເອກະລາດໃນການໃຫ້ບໍລິການທາງດ້ານກົດ ໝາຍແກ່ລູກຄວາມ; 4. ຮັກສາຄວາມລັບຂອງລູກຫຼານ; 5. ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການກະທໍາທີ່ບໍ່ຖືກຕ້ອງ ຂອງຕົນໃນການໃຫ້ບໍລິການທາງດ້ານກົດໝາຍແກ່ລູກຄວາມ. ...ມາດຕາ 6 ການປົກປ້ອງທະນາຄວາມ

ມາດຕາ 6 ການປົກປ້ອງທະນາຄວາມ ໃນການໃຫ້ບໍລິການທາງດ້ານກົດໝາຍແກ່ລູກຄວາມນັ້ນທະນາຍ ຄວາມໄດ້ຮັບການປົກປ້ອງຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ, ອິດສະລະພາບ,ກຽດຊື່ສຽງ,ຊັບສິນສ່ວນຕົວຫຼືຂອງຄອບຄົວຕາມລະບຽບ ກົດໝາຍ. ...ມາດຕາ 7 ຂອບເຂດໃນການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດໃນການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບທະນາຍຄວາມ,ສະພາທະນາຍ ຄວາມ,ວິສາຫະກິດກົດໝາຍ,ບຸກຄົນ,ນິຕິບຸກຄົນແລະອົງການຈັດຕັ້ງອື່ນ ທີ່ກ່ຽວຂ້ອງກັບການເຄື່ອນໄຫວໃຫ້ແລະໃຊ້ການບໍລິການທາງດ້ານກົດ ໝາຍຢູ່ໃນດິນແດນຂອງ ສປປລາວ. ...ມາດຕາ 8 ການນຮ່ວມມືສາກົນ

ມາດຕາ 8 ການນຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບວຽກງານທະນາຍຄວາມດ້ວຍການແລກປ່ຽນບົດ ຮຽນ,ການສ້າງແລະຍົກລະດັບຄວາມຮູ້,ຄວາມສາມາດຂອງທະນາຍ ຄວາມ,ການຊ່ວຍເຫຼືອແລະບັນຫາອື່ນ,ການປະຕິບັດສັນຍາແລະສົນທິ ສັນຍາກ່ຽວກັບວຽກງານທະນາຍຄວາມຊຶ່ງ ສປປລາວ ເປັນພາຄີ. ..ພາກທີ 2 ທະນາຍຄວາມ


...ມາດຕາ 9 ເງື່ອນໄຂຂອງທະນາຍຄວາມ

ມາດຕາ 9 ເງື່ອນໄຂຂອງທະນາຍຄວາມ ບຸກຄົນທີ່ຈະເປັນທະນາຍຄວາມຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ເປັນຄົນສັນຊາດລາວແລະມີອາຍຸແຕ່ 23 ປີຂຶ້ນໄປ. 2. ມີຄຸນສົມບັດດີ,ມີນໍ້າໃຈບໍລິສຸດແລະສັດຊື່ຕໍ່ຊາດ,ຕໍ່ລະບອບ ໃໝ່ແລະສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ,ມີຄວາມທ່ຽງທໍາ ແລະມີຈັນຍາບັນ; 3. ມີລະດັບການສຶກສາກົດໝາຍຊັ້ນປະລິນຍາຕີຂຶ້ນໄປ; 4. ໄດ້ຮັບການຝຶກອົບຮົມວິຊາຊີບທະນາຍຄວາມ; 5. ໄດ້ຜ່ານການຝຶກງານວິຊາຊີບທະນາຍຄວາມແລະມີປະສົບ ການໃນລະດັບໃດໜຶ່ງໃນວຽກງານກົດໝາຍ; 6. ສອບເສັງໄດ້ເປັນທະນາຍຄວາມ; 7. ບໍ່ຖືກວິໄນໃຫ້ອອກຈາກລັດຖະການຫຼືບໍ່ເຄີຍຖືກສານຕັດສິນລົງ ໂທດຕັດອິດສະລະພາບຍ້ອນການກະທໍາຜິດໂດຍເຈດຕະນາ; 8. ບໍ່ແມ່ນລັດຖະກອນ,ທະຫານຫຼືຕໍາຫຼວດທີ່ຍັງປະຕິບັດໜ້າທີ່ຢູ່; 9. ມີສຸຂະພາບດີ. ອະດີດສະມາຊິກສະພາແຫ່ງຊາດກໍສາມາດເປັນທະນາຍຄວາມ ໄດ້ແຕ່ຕ້ອງໄດ້ຜ່ານການຝຶກງານວິຊາຊີບທະນາຍຄວາມຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້. ...ມາດຕາ 10 ເງື່ອນໄຂການເປັນທະນາຍຄວາມສໍາລັບຄົນຕ່າງດ້າວແລະຄົນຕ່າງປະເທດ

ມາດຕາ 10 ເງື່ອນໄຂການເປັນທະນາຍຄວາມສໍາລັບຄົນຕ່າງດ້າວ ແລະຄົນຕ່າງປະເທດ ຄົນຕ່າງດ້າວແລະຄົນຕ່າງປະເທດທີ່ມີຈຸດປະສົງສະໝັກເຂົ້າເປັນ ທະນາຍຄວາມຢູ່ ສປປລາວ ນອກຈາກມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ ໃນ ຂໍ້ 2 ຫາ ຂໍ້ 9 ຂອງມາດຕາ 9 ຂອງກົດໝາຍສະບັບນີ້ແລະຍັງຕ້ອງ ມີເງື່ອນໄຂຕື່ມອີກດັ່ງນີ້: 1. ໄດ້ຮັບອະນຸຍາດໃຫ້ເຂົ້າມາເຮັດວຽກຢ່າງຖືກຕ້ອງຢູ່ ສປປ ລາວ ຫຼືມີທີ່ຢູ່ຖາວອນຢູ່ ສປປລາວ; 2. ຮູ້ພາສາ,ວັດທະນະທໍາລາວດີແລະມີລະດັບການສຶກສາກົດ ໝາຍລາວຊັ້ນປະລິນຍາຕີຂຶ້ນໄປ. ...ມາດຕາ 11 ການຝຶກອົບຮົມວິຊາຊີບທະນາຍຄວາມ

ມາດຕາ 11 ການຝຶກອົບຮົມວິຊາຊີບທະນາຍຄວາມ ບຸກຄົນທີ່ຈະເປັນທະນາຍຄວາມຕ້ອງໄດ້ຮັບການຝຶກອົບຮົມວິຊາ ຊີບທະນາຍຄວາມຢ່າງຖືກຕ້ອງແລະຄົບຖ້ວນຕາມຫຼັກສູດທີ່ກະຊວງຍຸຕິ ທໍາວາງອອກ. ບຸກຄົນທີ່ສໍາເລັດການຝຶກອົບຮົມວິຊາຊີບທະນາຍຄາມຈະໄດ້ຮັບ ໃບຢັ້ງຢືນຈາກລັດຖະມົນຕີວ່າການກະຊວງຍຸຕິທໍາ. ...ມາດຕາ 12 ການຍົກເວັ້ນການຝຶກອົບຮົມວິຊາຊີບທະນາຍຄວາມ

ມາດຕາ 12 ການຍົກເວັ້ນການຝຶກອົບຮົມວິຊາຊີບທະນາຍຄວາມ ບຸກຄົນທີ່ໄດ້ຮັບການຍົກເວັ້ນການຝຶກອົບຮົມວິຊາຊີບທະນາຍ ຄວາມມີດັ່ງນີ້: 1. ອະດິດຜູ້ພິພາກສາ,ພະນັກງານໄອຍະການທີ່ມີປະສົບການແຕ່ ສິບປີຂຶ້ນໄປ; 2. ສາດສະດາຈານ,ຮອງສາດສະດາຈານທາງດ້ານກົດໝາຍ; 3. ຜູ້ມີລະດັບການສຶກສາກົດໝາຍຊັ້ນປະລິນຍາຕີ,ໂທຫຼືເອກແລະ ເຮັດວຽກງານກ່ຽວກັບກົດໝາຍແລະຍຸຕິທໍາແຕ່ສິບປີຂຶ້ນໄປ. 4. ອະດິດສະມາຊິກສະພາແຫ່ງຊາດທີ່ເຮັດສໍາເລັດໜ້າທີ່; 5. ຄູ,ອາຈານທີ່ໄດ້ສິດສອນກົດໝາຍຢ່າງໜ້ອຍສິບປີ. ...ມາດຕາ 13 ການຝຶກງານວິຊາຊີບທະນາຍຄວາມ

ມາດຕາ 13 ການຝຶກງານວິຊາຊີບທະນາຍຄວາມ ບຸກຄົນທີ່ໄດ້ຮັບໃບຢັ້ງຢືນການຝຶກອົບຮົມວິຊາຊີບທະນາຍຄວາມ ຕ້ອງໄດ້ຜ່ານການຝຶກງານວິຊາຊີບທະນາຍຄວາມຢ່າງໜ້ອຍໜຶ່ງປີ. ສະພາທະນາຍຄວາມເປັນຜູ້ອອກໃບຢັ້ງຢືນໃຫ້ຜູ້ສໍາເລັດການຝຶກ ງານວິຊາຊີບທະນາຍຄວາມ. ສໍາລັບການຝຶກງານວິຊາຊີບທະນາຍຄວາມໄດ້ກໍານົດໄວ້ໃນລະ ບຽບການສະເພາະຊຶ່ງອອກໂດຍສະພາທະນາຍຄວາມ. ...ມາດຕາ 14 ການຍົກເວັ້ນຫຼືຫຼຸດຜ່່ອນການຝຶກງານວິຊາຊີບທະນາຍຄວາມ

ມາດຕາ 14 ການຍົກເວັ້ນຫຼືຫຼຸດຜ່່ອນການຝຶກງານວິຊາຊີບທະນາຍ ຄວາມ ບຸກຄົນທີ່ໄດ້ຮັບການຍົກເວັ້ນການຝຶກງານວິຊາຊີບທະນາຍຄວາມ ແມ່ນບຸກຄົນທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂໍ້ 1,2 ແລະ 3 ຂອງກົດ ໝາຍສະບັບນີ້. ສ່ວນບຸກຄົນທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂໍ້ 4 ແລະຂໍ້ 5 ຂອງ ກົດໝາຍສະບັບນີ້ຈະໄດ້ຮັບການຫຼຸດຜ່ອນການຝຶກງານວິຊາຊີບທະນາຍ ຄວາມຈາກໜຶ່ງປີມາເປັນຫົກເດືອນ. ...ມາດຕາ 15 ການສອບເສັງເປັນທະນາຍຄວາມ

ມາດຕາ 15 ການສອບເສັງເປັນທະນາຍຄວາມ ບຸກຄົນທີ່ຈະເປັນທະນາຍຄວາມຕ້ອງມີການສອບເສັງຍົກເວັ້ນບຸກ ຄົນທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງກົດໝາຍສະບັບນີ້. ການສອບເສັງເປັນທະນາຍຄວາມໄດ້ກໍານົດໄວ້ໃນລະບຽບການ ສະເພາະຊຶ່ງອອກໂດຍກະຊວງຍຸຕິທໍາໂດຍມີການປະສານສົມທົບກັບສະ ພາທະນາຍຄວາມ. ...ມາດຕາ 16 ການແຕ່ງຕັ້ງທະນາຍຄວາມ

ມາດຕາ 16 ການແຕ່ງຕັ້ງທະນາຍຄວາມ ບຸກຄົນທີ່ຈະເປັນທະນາຍຄວາມຕ້ອງໄດ້ຮັບການແຕ່ງຕັ້ງຈາກລັດ ຖະມົນຕີວ່າການກະຊວງຍຸຕິທໍາພາຍໃນກໍານົດສາມສິບວັນນັບແຕ່ວັນປະ ກາດຜົນການສອບເສັງຫຼືສະເໜີເປັນທະນາຍຄວາມເປັນຕົ້ນໄປ. ຫຼັງຈາກໄດ້ຮັບການແຕ່ງຕັ້ງເປັນທະນາຍຄວາມແລ້ວຕ້ອງຂຶ້ນທະ ບຽນເປັນສະມາຊິກນໍາສະພາທະນາຍຄວາມເພື່ອຮັບບັດທະນາຍຄວາມ ພ້ອມທັງເສຍຄ່າບໍາລຸງເປັນສະມາຊິກຕາມກົດລະບຽບພາຍໃນຂອງສະ ພາທະນາຄວາມ. ໃນການໃຫ້ບໍລິການທາງດ້ານກົດໝາຍທະນາຍຄວາມທຸກຄົນຕ້ອງ ສ້າງຕັ້ງວິສາຫະກິດກົດໝາຍຂອງຕົນເອງຫຼືຮ່ວມກັບຜູ້ອື່ນຫຼືເປັນທະນາຍ ຄວາມສັງກັດຢູ່ວິສາຫະກິດກົດໝາຍໃດໜຶ່ງ. ...ມາດຕາ 17 ການສິ້ນສຸດການເປັນທະນາຍຄວາມ

ມາດຕາ 17 ການສິ້ນສຸດການເປັນທະນາຍຄວາມ ການເປັນທະນາຍຄວາມຈະສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງນີ້: 1. ເສຍຊີວິດ; 2. ລາອອກຈາກການເປັນທະນາຍຄວາມ; 3. ຖືກຖອນບັດທະນາຍຄວາມຍ້ອນມີການລະເມີດລະບຽບກົດ ໝາຍ,ຈັນຍາບັນຫຼືກົດລະບຽບພາຍໃນຂອງສະພາທະນາຍຄວາມ. ..ພາກທີ 3 ການເຄື່ອນໄຫວວິຊາຊີບທະນາຍຄວາມ


...ໝວດທີ 1 ການບໍລິການທາງດ້ານກົດໝາຍ


....ມາດຕາ 18 ການເຂົ້າຮ່ວມໃນການດໍາເນີນຄະດີອາຍາ

ມາດຕາ 18 ການເຂົ້າຮ່ວມໃນການດໍາເນີນຄະດີອາຍາ ທະນາຍຄວາມສາມາດເຂົ້າຮ່ວມໃນການດໍາເນີນຄະດີອາຍານັບ ແຕ່ວັນທີ່ຕົນໄດ້ຮັບການແຕ່ງຕັ້ງຫຼືການສະເໜີຢ່າງເປັນລາຍລັກອັກສອນ ຂອງລູກຄວາມຫຼືສະມາຊິກຄອບຄົວຫຼືການຈັດຕັ້ງຂອງຜູ້ກ່ຽວເປັນຕົ້ນໄປ. ....ມາດຕາ 19 ສິດແລະໜ້າທີ່ຂອງທະນາຍຄວາມໃນການດໍາເນີນຄະດີອາຍາ

ມາດຕາ 19 ສິດແລະໜ້າທີ່ຂອງທະນາຍຄວາມໃນການດໍາເນີນຄະ ດີອາຍາ ໃນການດໍາເນີນຄະດີອາຍາທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ພົບກັບຜູ້ທີ່ຈະເປັນລູກຄວາມຫຼືລູກຄວາມຕາມການສະເໜີຂອງ ຜູ້ກ່ຽວພາຍຫຼັງຖືກກັກຕົວ,ຈັບຕົວຫຼືຖືກກັກຂັງ; 2. ຮັບຊາບຂໍ້ກ່າວຫາໃສ່ລູກຄວາມແລະເຂົ້າຮ່ວມຮັບຟັງການ ເອົາຄໍາໃຫ້ການຂອງລູກຄວາມຕົນ; 3. ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອ ໃນເອກະສານ; 4. ສະເໜີຫຼັກຖານແລະພະຍານ; 5. ສະເໜີຄັດຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ,ເຈົ້າ ໜ້າທີ່ສືບສວນ-ສອບສວນ,ຜູ້ຊ່ຽວຊານຫຼືຜູ້ແປພາສາ; 6. ໃຫ້ຄໍາເຫັນ,ສອບຖາມຜູ້ເຂົ້າຮ່ວມອື່ນໃນເວລາໄຕ່ສວນຄະດີ ໃນທີ່ປະຊຸມສານ; 7. ຄັດຄ້ານຫຼືຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຫຼືບໍ່ເໝາະສົມ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 8. ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ-ສອບ ສວນ,ພະນັກງານໄອຍະການຫຼືຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກ ສາຂອງສານປະຊາຊົນ; 9. ສະເໜີປະກັນຕົວການປ່ອຍຕົວພາງລູກຄວາມຂອງຕົນຕາມ ລະບຽບກົດໝາຍ; 10. ໃຫ້ການຮ່ວມມືໃນການນໍາຕົວລູກຄວາມຂອງຕົນທີ່ຖືກປ່ອຍ ຕົວພາງເຂົ້າມາສານປະຊາຊົນຫຼືອົງການໄອຍະການປະຊາຊົນ; 11. ຮັບການແຕ່ງຕັ້ງເປັນທະນາຍຄວາມໃນກໍລະນີການກະທໍາ ຜິດທີ່ກົດໝາຍກໍານົດໂທດປະການຊີວິດແລະການກະທໍາຜິດອື່ນຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ; 12. ຮັບໝາຍຮຽກໃຫ້ຄູ່ຄວາມຂອງຕົນເຂົ້າຮ່ວມໃນການດໍາ ເນີນຄະດີ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາ 20 ການເຂົ້າຮ່ວມໃນການດໍາເນີນຄະດີແພ່ງ

ມາດຕາ 20 ການເຂົ້າຮ່ວມໃນການດໍາເນີນຄະດີແພ່ງ

ທະນາຍຄວາມສາມາດເຂົ້າຮ່ວມໃນທຸກຂັ້ນຕອນຂອງການດໍາ ເນີນຄະດີແພ່ງໃນຖານະເປັນຕົວແທນຂອງລູກຄວາມ.ຖ້າວ່າສານຫາກ ໄດ້ຕັດສິນຫຼືພິພາກສາຄະດີແພ່ງໂດຍຊ້ອງໜ້າທະນາຍຄວາມແລ້ວການ ຕັດສິນຫຼືການພິພາກສາຂອງສານນັ້ນໃຫ້ຖືວ່າເປັນການຊ້ອງໜ້າລູກ ຄວາມ. ....ມາດຕາ 21 ສິດແລະໜ້າທີ່ຂອງທະນາຍຄວາມໃນການດໍາເນີນຄະດີແພ່ງ

ມາດຕາ 21 ສິດແລະໜ້າທີ່ຂອງທະນາຍຄວາມໃນການດໍາເນີນຄະດີ ແພ່ງ ໃນການດໍາເນີນຄະດີແພ່ງທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ຍື່ນຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ; 2. ແນະນໍາໃຫ້ລູກຄວາມຂອງຕົນໄກ່ເກ່ຍກັນແລະສະເໜີໃຫ້ສານ ທໍາການໄກ່ເກ່ຍຄູ່ຄວາມໃນຄະດີ; 3. ເບິ່ງເອກະສານ,ສໍາເນົາຫຼືກ່າຍເອົາເນື້ອໃນເອກະສານຢູ່ໃນ ສໍານວນຄະດີ; 4. ຊອກຫາ,ສະເໜີຫຼັກຖານແລະພະຍານ; 5. ເຂົ້າຮ່ວມການໄຕ່ສວນຄະດີ,ໃຫ້ຄໍາເຫັນແລະສອບຖາມຜູ້ເຂົ້າ ຮ່ວມອື່ນໃນທີ່ປະຊຸມສານ; 6. ສະເໜີຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ,ຈ່າສານ, ຜູ້ຊ່ຽວຊານຫຼືຜູ້ແປພາສາ; 7. ຄັດຄ້ານຫຼືຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຫຼືບໍ່ເໝາະສົມ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 8. ຂໍອຸທອນຫຼືຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກ ສາຂອງສານປະຊາຊົນຫຼືຄໍາສັ່ງຂອງອົງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາ 22 ການໃຫ້ຄໍາປຶກສາທາງດ້ານກົດໝາຍ

ມາດຕາ 22 ການໃຫ້ຄໍາປຶກສາທາງດ້ານກົດໝາຍ ການໃຫ້ຄໍາປຶກສາທາງດ້ານກົດໝາຍແມ່ນການໃຫ້ຄໍາເຫັນ,ຄໍາ ແນະນໍາ,ຄໍາອະທິບາຍທາງດ້ານກົດໝາຍທາງປາກເປົ່າຫຼືເປັນລາຍລັກ ອັກສອນແກ່ລູກຄວາມຫຼືຊ່ວຍເຫຼືອລູກຄວາມໃນການຮ່າງສັນຍາ,ພິໄນ ກໍາແລະເອກະສານອື່ນ. ....ມາດຕາ 23 ການຊ່ວຍເຫຼືອລ້າທາງດ້ານກົດໝາຍ

ມາດຕາ 23 ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍແມ່ນການບໍລິການທາງ ດ້ານກົດໝາຍແກ່ປະຊາຊົນທີ່ທຸກຍາກແລະດ້ອຍໂອກາດໂດຍບໍ່ຄິດຄ່າ ຜ່ານສະພາທະນາຍຄວາມແລະທະນາຍຄວາມເພື່ອສົ່ງເສີມການເຂົ້າ ເຖິງກົດໝາຍແລະຂະບວນການຍຸຕິທໍາ. ....ມາດຕາ 24 ຄ່າບໍລິການທາງດ້ານກົດໝາຍ

ມາດຕາ 24 ຄ່າບໍລິການທາງດ້ານກົດໝາຍ ຄ່າບໍລິການທາງດ້ານກົດໝາຍແມ່ນຄ່າຕອບແທນທີ່ລູກຄວາມ ຈ່າຍໃຫ້ທະນາຍຄວາມໃນການໃຫ້ຄໍາປຶກສາທາງດ້ານກົດໝາຍຫຼືວ່າ ຄວາມຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາລະຫວ່າງລູກຄວາມກັບທະນາຍ ຄວາມ. ....ມາດຕາ 25 ຄ່າໃຊ້ຈ່າຍໃຫ້ທະນາຍຄວາມທີ່ສານປະຊາຊົນແຕ່ງຕັ້ງ

ມາດຕາ 25 ຄ່າໃຊ້ຈ່າຍໃຫ້ທະນາຍຄວາມທີ່ສານປະຊາຊົນແຕ່ງຕັ້ງ ຄ່າໃຊ້ຈ່າຍຕ່າງໆໃຫ້ທະນາຍຄວາມທີ່ສານປະຊາຊົນແຕ່ງຕັ້ງ ເພື່ອໃຫ້ບໍລິການທາງດານກົດໝາຍແກ່ຜູ້ກະທໍາຜິດທີ່ກົດໝາຍກໍານົດ ໂທດປະຫານຊີວິດແລະບຸກຄົນອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍເປັນ ຕົນຄ່າເດີນທາງ,ກິນຢູ່,ພັກເຊົາໃຫ້ປະຕິບັດຕາມລະບຽບການທີ່ກະຊວງ ຍຸຕິທໍາວາງອອກ. ...ໝວດທີ 2 ລະບຽບການເຄື່ອນໄຫວຂອງທະນາຍຄວາມ


....ມາດຕາ 26 ການຮັກສາຄວາມລັບຂອງລູກຫຼານ

ມາດຕາ 26 ການຮັກສາຄວາມລັບຂອງລູກຫຼານ ທະນາຍຄວາມແລະວິສາຫະກິດກົດໝາຍຕ້ອງຮັກສາຂໍ້ມູນທີ່ລູກ ຄວາມສື່ສານກັບຕົນໄວ້ເປັນຄວາມລັບລວມທັງຂໍ້ມູນທີ່ທະນາຍຄວາມສື່ ສານກັບລູກຄວາມຫຼືຜູ້ທີ່ຈະເປັນລູກຄວາມ. ບູກຄົນແລະການຈັດຕັ້ງຕ້ອງເຄົາລົບການຮັກສາຄວາມລັບທີ່ກ່າວ ໄວ້ໃນວັກທີ 1 ເທິງນີ້ແລະບໍ່ມີສິດບັງຄັບທະນາຍຄວາມແລະວິສາຫະກິດ ກົດໝາຍໃຫ້ເປີດເຜີຍຄວາມລັບດັ່ງກ່າວເວັ້ນເສຍແຕ່ໄດ້ຮັບອະນຸຍາດ ຈາກລູກຄວາມເທົ່ານັ້ນ. ....ມາດຕາ 27 ການເຄົາລົບຈັນຍາບັນທະນາຍຄວາມ

ມາດຕາ 27 ການເຄົາລົບຈັນຍາບັນທະນາຍຄວາມ ທະນາຍຄວາມທຸກຄົນຕ້ອງເຄົາລົບແລະປະຕິບັດຈັນຍາບັນທະ ນາຍຄວາມຢ່າງເຂັ້ມງວດໃນການເຄື່ອນໄຫວໃຫ້ການບໍລິການທາງ ດ້ານກົດໝາຍລວມທັງການດໍາລົງຊີວິດໃນສັງຄົມ. ....ມາດຕາ 28 ຄວາມເປັນເອກະລາດຂອງທະນາຍຄວາມ

ມາດຕາ 28 ຄວາມເປັນເອກະລາດຂອງທະນາຍຄວາມ ທະນາຍຄວາມມີຄວາມເປັນເອກະລາດໃນການໃຫ້ບໍລິການທາງ ດ້ານກົດໝາຍແກ່ລູກຄວາມບົນພື້ນຖານລະບຽບກົດໝາຍແລະຈັນຍາບັນ ທະນາຍຄວາມໂດຍປາສະຈາກການແຊກແຊງແລະກີດຂວາງຂອງອົງ ການຈັດຕັ້ງ,ລູກຄວາມຫຼືບຸກຄົນອື່ນ. ..ພາກທີ 4 ສະພາທະນາຍຄວາມ


...ມາດຕາ 29 ສະພາທະນາຍຄວາມ

ມາດຕາ 29 ສະພາທະນາຍຄວາມ ສະພາທະນາຍຄວາມແມ່ນການຈັດຕັ້ງສັງຄົມວິຊາຊີບຂອງທະ ນາຍຄວາມຢູ່ ສປປລາວ ທີ່ສ້າງຕັ້ງຂຶ້ນເພື່ອສົ່ງເສີມວິຊາຊີບທະນາຍ ຄວາມ,ເຕົ້າໂຮມຄວາມສາມັກຄີແລະປົກປ້ອງກຽດຊື່ສຽງຂອງທະນາຍ ຄວາມແນໃສ່ຮັບປະກັນການບໍລິການທາງດ້ານກົດໝາຍແກ່ສັງຄົມຢ່າງ ຍຸຕິທໍາ,ທົ່ວເຖິງ,ມີປະສິດທິພາບແລະປະກອບສ່ວນເຂົ້າໃນການສ້າງລັດ ແຫ່ງກົດໝາຍ. ...ມາດຕາ 30 ໂຄງປະກອບສະພາທະນາຍຄວາມ

ມາດຕາ 30 ໂຄງປະກອບສະພາທະນາຍຄວາມ ສະພາທະນາຍຄວາມປະກອບດ້ວຍ: 1. ສະມາຊິກສະພາທະນາຍຄວາມ; 2. ກອງປະຊຸມໃຫຍ່ທະນາຍຄວາມ; 3. ຄະນະບໍລິຫານງານສະພາທະນາຍຄວາມ; 4. ຄະນະກວດກາສະພາທະນາຍຄວາມ; 5. ຫ້ອງການສະພາທະນາຍຄວາມ. ...ໝວດທີ 1 ສະມາຊິກສະພາທະນາຍຄວາມ


....ມາດຕາ 31 ສະມາຊິກສະພາທະນາຍຄວາມ

ມາດຕາ 31 ສະມາຊິກສະພາທະນາຍຄວາມ ສະມາຊິກສະພາທະນາຍຄວາມແມ່ນທະນາຍຄວາມທຸກຄົນທີ່ໄດ້ ຂຶ້ນທະບຽນນໍາສະພາທະນາຍຄວາມ. ....ມາດຕາ 32 ສິດແລະໜ້າທີ່ຂອງສະມາຊິກສະພາທະນາຍຄວາມ

ມາດຕາ 32 ສິດແລະໜ້າທີ່ຂອງສະມາຊິກສະພາທະນາຍຄວາມ ສະມາຊິກສະພາທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ເຂົ້າຮ່ວມກອງປະຊຸມໃຫຍ່ທະນາຍຄວາມ; 2. ເລືອກຕັ້ງແລະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານ ຫຼືຄະນະກວດກາສະພາທະນາຍຄວາມ; 3. ສະເໜີຄໍາເຫັນ,ຊັກຖາມກ່ຽວກັບການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານແລະຄະນະກວດກາສະພາທະນາຍຄວາມ; 4. ລົງຄະແນນສຽງຮັບຮອງເອົາບັນຫາທີ່ນໍາມາພິຈາລະນາໃນ ກອງປະຊຸມໃຫຍ່ທະນາຍຄວາມ; 5. ໄດ້ຮັບການຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາຊີບ ທະນາຍຄວາມ; 6. ໂຄສະນາແລະສຶກສາອົບຮົມລະບຽບກົດໝາຍໃຫ້ປະຊາຊົນ; 7. ຊ່ວຍເຫຼືອລ້າທາງດ້ານກົດໝາຍແກ່ປະຊາຊົນຕາມລະບຽບ ການ; 8. ເສຍຄ່າບໍາລຸງການເປັນສະມາຊິກສະພາທະນາຍຄວາມ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບ ພາຍໃນຂອງສະພາທະນາຍຄວາມແລະລະບຽບກົດໝາຍອື່ນ. ....ມາດຕາ 33 ການສິ້ນສຸດການເປັນສະມາຊິກສະພາທະນາຍຄວາມ

ມາດຕາ 33 ການສິ້ນສຸດການເປັນສະມາຊິກສະພາທະນາຍຄວາມ ການສິ້ນສຸດການເປັນສະມາຊິກສະພາທະນາຍຄວາມຈະສິ້ນສຸດ ລົງພ້ອມດຽວກັນກັບການສິ້ນສຸດການເປັນທະນາຍຄວາມຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 17 ຂອງກົດໝາຍສະບັບນີ້. ...ໝວດທີ 2 ກອງປະຊຸມໃຫຍ່ທະນາຍຄວາມ


....ມາດຕາ 34 ກອງປະຊຸມໃຫຍ່ທະນາຍຄວາມ

ມາດຕາ 34 ກອງປະຊຸມໃຫຍ່ທະນາຍຄວາມ ກອງປະຊຸມໃຫຍ່ທະນາຍຄວາມແມ່ນການຈັດຕັ້ງສູງສຸດຂອງທະ ນາຍຄວາມທີ່ມີສິດຕົກລົງບັນຫາສໍາຄັນກ່ຽວກັບການຈັດຕັ້ງແລະການ ເຄື່ອນໄຫວຂອງທະນາຍຄວາມ.ກອງປະຊຸມໃຫຍ່ທະນາຍຄວາມປະກອບ ດ້ວຍທະນາຍຄວາມທີ່ເປັນສະມາຊິກທັງໝົດຫຼືຕົວແທນຂອງທະນາຍ ຄວາມຊຶ່ງເປີດຂຶ້ນຢ່າງໜ້ອຍປີລະຄັ້ງ. ໃນກໍລະນີທີ່ຈໍາເປັນແລະຮີບດ່ວນກໍ່ສາມາດເປີດກອງປະຊຸມໃຫຍ່ ສະໄໝວິສາມັນຂຶ້ນໄດ້ທຸກເວລາຕາມການສະເໜີຂອງຄະນະບໍລິຫານ ງານ,ຄະນະກວດກາສະພາທະນາຍຄວາມຫຼືສະມາຊິກສະພາທະນາຍ ຄວາມຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາຊິກທັງໝົດ. ສໍາລັບລະບຽບການລະອຽດກ່ຽວກັບກອງປະຊຸມໃຫຍ່ທະນາຍ ຄວາມໄດ້ກໍານົດໄວ້ໃນກົດລະບຽບພາຍໃນຂອງສະພາທະນາຍຄວາມ. ....ມາດຕາ 35 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ທະນາຍຄວາມ

ມາດຕາ 35 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ທະນາຍຄວາມ ກອງປະຊຸມໃຫຍ່ທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ພິຈາລະນາແລະຮັບຮອງເອົາບົດລາຍງານການເຄື່ອນໄຫວ ວຽກງານ,ບົດສະຫຼຸບການເງິນແລະຮັບຮອງເອົາແຜນການເຄື່ອນໄຫວ ວຽກງານແລະແຜນການການເງິນຂອງສະພາທະນາຍຄວາມ; 2. ພິຈາລະນາແລະຮັບຮອງເອົາແຜນພັດທະນາວິຊາຊີບທະນາຍ ຄວາມ,ກົດລະບຽບພາຍໃນແລະລະບຽບການຕ່າງໆຂອງສະພາທະນາຍ ຄວາມ; 3. ເລືອກຕັ້ງຫຼືປົດຕໍາແໜ່ງກໍາມະການໃນຄະນະບໍລິຫານງານ ແລະຄະນະກວດກາສະພາທະນາຍຄວາມຜູ້ໃດໜຶ່ງຫຼືທັງໝົດ; 4. ພິຈາລະນາ,ຄົ້ນຄວ້າການສ້າງແລະປັບປຸງກົດໝາຍຕາມ ການສະເໜີຂອງຂະແໜງການທີ່ກ່ຽວຂ້ອງ; 5. ຮັບຟັງການລາຍງານຂອງຕົວແທນວິສາຫະກິດກົດໝາຍທີ່ມີ ຜົນງານເດັ່ນ; 6. ກໍານົດເບ້ຍປະຊຸມຫຼືນະໂຍບາຍໃຫ້ຄະນະບໍລິຫານງານແລະ ຄະນະກວດກາສະພາທະນາຍຄວາມ; 7. ພິຈາລະນາບັນຫາອື່ນທີ່ສໍາຄັນ. ....ມາດຕາ 36 ມະຕິກອງປະຊຸມ

ມາດຕາ 36 ມະຕິກອງປະຊຸມ ມະຕິກອງປະຊຸມໃຫຍ່ທະນາຍຄວາມຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອ ໄດ້ຮັບຄະແນນສຽງສ່ວນຫຼາຍຂອງຈໍານວນສະມາຊິກຫຼືຕົວແທນທີ່ເຂົ້າ ຮ່ວມກອງປະຊຸມ. ສະມາຊິກຫຼືຕົວແທນຜູ້ໜຶ່ງມີສິດລົງຄະແນນໄດ້ໜຶ່ງສຽງ. ...ໝວດທີ 3 ຄະນະບໍລິຫານງານສະພາທະນາຍຄວາມ


....ມາດຕາ 37 ຄະນະບໍລິຫານງານສະພາທະນາຍຄວາມ

ມາດຕາ 37 ຄະນະບໍລິຫານງານສະພາທະນາຍຄວາມ ຄະນະບໍລິຫານງານສະພາທະນາຍຄວາມເປັນຕົວແທນແລະປະຕິ ບັດໜ້າທີ່ແທນກອງປະຊຸມໃຫຍ່ທະນາຍຄວາມໃນລະຫວ່າງສອງກອງປະ ຊຸມໃຫຍ່ທະນາຍຄວາມລວມທັງປະຕິບັດການຕິດຕາມ,ກວດກາການ ເຄື່ອນໄຫວວຽກງານຂອງຫ້ອງການສະພາທະນາຍຄວາມ. ຄະນະບໍລິຫານງານສະພາທະນາຍຄວາມປະກອບດ້ວຍປະທານ, ຮອງປະທານແລະກໍາມະການຈໍານວນໜຶ່ງ. ຄະນະບໍລິຫານງານສະພາທະນາຍຄວາມມີອາຍຸການສາມປີແລະ ຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍກອງປະຊຸມໃຫຍ່ທະນາຍຄວາມ. ສໍາຫຼັບເງື່ອນໄຂຂອງກໍາມະການ,ການຈັດຕັ້ງແລະການເຄື່ອນ ໄຫວວຽກງານຂອງຄະນະບໍລິຫານງານສະພາທະນາຍຄວາມໄດ້ກໍານົດ ໄວ້ໃນກົດລະບຽບພາຍໃນຂອງສະພາທະນາຍຄວາມ. ....ມາດຕາ 38 ສິດແລະໜ້າທີ່ຂອງຄະນະບໍລິຫານງານສະພາທະນາຍຄວາມ

ມາດຕາ 38 ສິດແລະໜ້າທີ່ຂອງຄະນະບໍລິຫານງານສະພາທະນາຍ ຄວາມ ຄະນະບໍລິຫານງານສະພາທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ຊີ້ນໍາການກະກຽມແລະຮຽກໂຮມກອງປະຊຸມໃຫຍ່ທະນາຍ ຄວາມ; 2. ສະຫຼຸບແລະສະເໜີແຜນການເຄື່ອນໄຫວວຽກງານແລະການ ເງິນຂອງສະພາທະນາຍຄວາມຕໍ່ກອງປະຊຸມໃຫຍ່ທະນາຍຄວາມ; 3. ສ້າງແລະປັບປຸງແຜນພັດທະນາວິຊາຊີບທະນາຍຄວາມ,ກົດ ລະບຽບພາຍໃນສະພາທະນາຍຄວາມເພື່ອສະເໜີຕໍ່ກອງປະຊຸມໃຫຍ່ທະ ນາຍຄວາມ; 4. ຊີ້ນໍານໍາພາ,ຕິດຕາມແລະກວດກາການເຄື່ອນໄຫວວຽກງານ ຂອງທະນາຍຄວາມ; 5. ລົງວິໄນໃສ່ທະນາຍຄວາມຕາມການສະເໜີຂອງຄະນະກວດ ກາສະພາທະນາຍຄວາມ; 6. ອອກຫຼືຖອນບັດທະນາຍຄວາມ; 7. ປະສານສົມທົບແລະປຶກສາຫາລືວຽກງານທະນາຍຄວາມກັບ ພາກສ່ວນທີ່ກ່ຽວຂ້ອງ; 8. ໄດ້ຮັບເບ້ຍປະຊຸມແລະນະໂຍບາຍອື່ນຕາມກົດລະບຽບພາຍ ໃນຂອງສະພາທະນາຍຄວາມ; 9. ລາຍງານການເຄື່ອນໄຫວຂອງສະພາທະນາຍຄວາມແລະທະ ນາຍຄວາມຕໍ່ກະຊວງຍຸຕິທໍາຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະ ບຽບພາຍໃນຂອງສະພາທະນາຍຄວາມແລະລະບຽບກົດໝາຍອື່ນ. ....ມາດຕາ 39 ປະທານແລະຮອງປະທານຄະນະບໍລິຫານງານສະພາທະນາຍຄວາມ

ມາດຕາ 39 ປະທານແລະຮອງປະທານຄະນະບໍລິຫານງານສະພາທະ ນາຍຄວາມ ປະທານຄະນະບໍລິຫານງານສະພາທະນາຍຄວາມເປັນຜູ້ຊີ້ນໍາ ລວມ,ຕິດຕາມ,ຊຸກຍູ້ແລະແກ້ໄຂວຽກງານປະຈໍາວັນຂອງສະພາທະ ນາຍຄວາມ. ຮອງປະທານຄະນະບໍລິຫານງານສະພາທະນາຍຄວາມມີໜ້າທີ່ ຊ່ວຍປະທານໃນການປະຕິບັດໜ້າທີ່ວຽກງານແລະຮັບຜິດຊອບວຽກ ງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານ. ສິດແລະນ້າທີ່ລະອຽດຂອງປະທານ,ຮອງປະທານແລະກໍາມະ ການໄດ້ກໍານົດໄວ້ໃນກົດລະບຽບພາຍໃນຂອງສະພາທະນາຍຄວາມ. ...ໝວດທີ 4 ຄະນະກວດກາສະພາທະນາຍຄວາມ


....ມາດຕາ 40 ຄະນະກວດກາສະພາທະນາຍຄວາມ

ມາດຕາ 40 ຄະນະກວດກາສະພາທະນາຍຄວາມ ຄະນະກວດກາສະພາທະນາຍຄວາມເປັນຕົວແທນໃນການປະຕິ ບັດໜ້າທີ່ກວດກາການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານ ສະພາທະນາຍຄວາມ,ຫ້ອງການສະພາທະນາຍຄວາມແລະທະນາຍ ຄວາມ. ຄະນະກວດກາສະພາທະນາຍຄວາມປະກອບດ້ວຍປະທານ,ຮອງ ປະທານແລະກໍາມະການຈໍານວນໜຶ່ງຄະນະກວດກາມີອາຍຸການສາມປີ ແລະຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍກອງປະຊຸມໃຫຍ່ທະນາຍຄວາມ. ຄະນະກວດກາເປີດປະຊຸມຢ່າງໜ້ອຍສາມເດືອນຕໍ່ຄັ້ງເພື່ອສະຫຼຸບ ຜົນຂອງການກວດກາແລະການເຄື່ອນໄຫວວຽກງານຂອງຕົນ. ຄະນະກວດກາສະພາທະນາຍຄວາມບໍ່ແມ່ນບຸກຄົນດຽວກັນກັບຄະ ນະບໍລິຫານງານສະພາທະນາຍຄວາມ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວລະອຽດຂອງຄະນະກວດ ກາສະພາທະນາຍຄວາມໄດ້ກໍານົດໄວ້ໃນກົດລະບຽບພາຍໃນຂອງສະພາ ທະນາຍຄວາມ. ....ມາດຕາ 41 ສິດແລະໜ້າທີ່ຂອງຄະນະກວດກາສະພາທະນາຍຄວາມ

ມາດຕາ 41 ສິດແລະໜ້າທີ່ຂອງຄະນະກວດກາສະພາທະນາຍຄວາມ ຄະນະກວດກາສະພາທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1. ສ້າງແຜນການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລ ຍະ; 2. ຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງຄະນະບໍລິ ຫານງານສະພາທະນາຍຄວາມ,ຫ້ອງການສະພາທະນາຍຄວາມແລະ ທະນາຍຄວາມລວມທັງວຽກງານການເງິນຂອງສະພາທະນາຍຄວາມ; 3. ຮັບແລະພິຈາລະນາຄໍາຮ້ອງທຸກຕໍ່ການປະຕິບັດໜ້າທີ່ຂອງຄະ ນະບໍລິຫານງານສະພາທະນາຍຄວາມ,ຫ້ອງການສະພາທະນາຍຄວາມ ແລະທະນາຍຄວາມເພື່ອສະເໜີນໍາໃຊ້ມາດຕະການແລະວິທີແກ້ໄຂ; 4. ໄດ້ຮັບເບ້ຍປະຊຸມແລະນະໂຍບາຍອື່ນຕາມການຕົກລົງຂອງ ກອງປະຊຸມໃຫຍ່ທະນາຍຄວາມ; 5. ລາຍງານຜົນຂອງການກວດກາຕໍ່ກອງປະຊຸມໃຫຍ່ທະນາຍ ຄວາມລວມທັງສະເໜີປັບປຸງແລະແກ້ໄຂບັນຫາທີ່ເກີດຂຶ້ນ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບ ພາຍໃນຂອງສະພາທະນາຍຄວາມແລະລະບຽບກົດໝາຍອື່ນ. ...ໝວດທີ 5 ຫ້ອງການສະພາທະນາຍຄວາມ


....ມາດຕາ 42 ຫ້ອງການສະພາທະນາຍຄວາມ

ມາດຕາ 42 ຫ້ອງການສະພາທະນາຍຄວາມ ຫ້ອງການສະພາທະນາຍຄວາມແມ່ນກົງຈັກການຈັດຕັ້ງບໍລິຫານ ຂອງສະພາທະນາຍຄວາມທີ່ຊ່ວຍວຽກຄະນະບໍລິຫານງານສະພາທະນາຍ ຄວາມ,ມີພາລະບົດບາດຄຸ້ມຄອງແລະບໍລິຫານວຽກງານປະຈໍາວັນກ່ຽວ ກັບການເຄື່ອນໄຫວວຽກງານຂອງສະພາທະນາຍຄວາມແລະທະນາຍ ຄວາມໃນຂອບເຂດທົ່ວປະທດ. ຫ້ອງການສະພາທະນາຍຄວາມປະກອບດ້ວຍຫົວໜ້າ,ຮອງຫົວໜ້າ ແລະພະນັກງານຊ່ວຍວຽກຈໍານວນໜຶ່ງ. ....ມາດຕາ 43 ສິດ,ນ້າທີ່ແລະໂຄງປະກອບການຈັດຕັ້ງຂອງຫ້ອງການສະພາທະນາຍຄວາມ

ມາດຕາ 43 ສິດ,ນ້າທີ່ແລະໂຄງປະກອບການຈັດຕັ້ງຂອງຫ້ອງການສະ ພາທະນາຍຄວາມ ສິດ,ໜ້າທີ່ແລະໂຄງປະກອບການຈັດຕັ້ງຂອງຫ້ອງການສະພາ ທະນາຍຄວາມໄດ້ກໍານົດໄວ້ໃນກົດລະບຽບພາຍໃນຂອງສະພາທະນາຍ ຄວາມ. ..ພາກທີ 5 ວິສາຫະກິດກົດໝາຍ


...ໝວດທີ 1 ການສ້າງຕັ້ງວິສາຫະກິດກົດໝາຍ


....ມາດຕາ 44 ການສ້າງຕັ້ງວິສາຫະກິດກົດໝາຍ

ມາດຕາ 44 ການສ້າງຕັ້ງວິສາຫະກິດກົດໝາຍ ບຸກຄົນແລະນິຕິບຸກຄົນທີ່ມີສິດສະເໜີສ້າງຕັ້ງວິສາຫະກິດກົດໝາຍ ຕ້ອງແມ່ນທະນາຍຄວາມຫຼືມີທະນາຍຄວາມເປັນຂາຮຸ້ນຫຼືຜູ້ຖືຮຸ້ນໃນວິສາ ຫະກິດນັ້ນໂດຍໃຫ້ຍື່ນຄໍາຮ້ອງຂໍສ້າງຕັ້ງຕໍ່ຂະແໜງການອຸດສາຫະກໍາ ແລະການຄ້າແລະຕ້ອງໄດ້ຮັບການອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດ ກົດໝາຍຈາກກະຊວງຍຸຕິທໍາ. ວິສາຫະກິດກົດໝາຍອະນຸຍາດໃຫ້ສ້າງຕັ້ງໄດ້ໃນຮູບແບບວິສາ ຫະກິດສ່ວນບຸກຄົນ,ວິສາຫະກິດຮຸ້ນສ່ວນແລະບໍລິສັດຈໍາກັດ. ສໍາລັບຂັ້ນຕອນແລະເງື່ອນໄຂຂອງການສ້າງຕັ້ງວິສາຫະກິດກົດ ໝາຍນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ,ກົດໝາຍສະບັບ ນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ....ມາດຕາ 45 ການອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດກົດໝາຍ

ມາດຕາ 45 ການອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດກົດໝາຍ ການອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດກົດໝາຍແມ່ນການຕົກ ລົງເຫັນດີທາງດ້ານວິຊາການຂອງກະຊວງຍຸຕິທໍາໃຫ້ຜູ້ຍື່ນຄໍາຮ້ອງສ້າງ ຕັ້ງວິສາຫະກິດແລະເຄື່ອນໄຫວໃຫ້ບໍລິການທາງດ້ານກົດໝາຍ. ກະຊວງຍຸຕິທໍາຕ້ອງພິຈາລະນາແລະອະນຸຍາດໃຫ້ເຄື່ອນໄຫວວິ ສາຫະກິດກົດໝາຍເມື່ອເຫັນວ່າມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບ ຄໍາສະເໜີເປັນຕົ້ນໄປ.ການອະນຸຍາດໃຫ້ເຄື່ອນໄຫວວິສາຫະກິດກົດໝາຍ ເປັນເງື່ອນໄຂປະກອບໃນການອອກທະບຽນວິສາຫະກິດຂອງຂະແໜງ ການອຸດສາຫະກໍາແລະການຄ້າ. ໃນກໍລະນີບໍ່ອະນຸຍາດນັ້ນກະຊວງຍຸຕິທໍາຕ້ອງແຈ້ງຕອບເປັນລາຍ ລັກອັກສອນພ້ອມດ້ວຍເຫດຜົນໃຫ້ຜູ້ສະເໜີຊາບພາຍໃນກໍານົດເວລາທີ່ ໄດ້ກໍານົດໄວ້ໃນວັກ 2 ເທິງນີ້. ການເຄື່ອນໄຫວບໍລິການທາງດ້ານກົດໝາຍໃຫ້ເລີ່ມແຕ່ວັນທີ່ໄດ້ ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປແລະມີຜົນໃຊ້ໄດ້ຕະຫຼອດໄປຈົນກວ່າ ວິສາຫະກິດນັ້ນຈະສິ້ນສຸດລົງ. ....ມາດຕາ 46 ການຖອນທະບຽນວິສາຫະກິດກົດໝາຍ

ມາດຕາ 46 ການຖອນທະບຽນວິສາຫະກິດກົດໝາຍ ທະບຽນວິສາຫະກິດກົດໝາຍອາດຖືກຖອນຈາກເຈົ້າຂອງວິສາຫະ ກິດໂດຍຂະແໜງການອຸດສາຫະກໍາແລະການຄ້າຕາມການສະເໜີຂອງ ກະຊວງຍຸຕິທໍາເມື່ອມີກໍລະນີໃດໜຶ່ງດັ່ງນີ້: 1. ຖືກຖອນບັດທະນາຍຄວາມ; 2. ບໍລິການທາງດ້ານກົດໝາຍບໍ່ຖືກຕ້ອງຕາມຈຸດປະສົງທີ່ໄດ້ຮັບ ອະນຸຍາດ; 3. ຂາຍ,ມອບ,ໂອນຫຼືເອົາໃບທະບຽນວິສາຫະກິດກົດໝາຍໃຫ້ຜູ້ ອື່ນນໍາໃຊ້; 4. ລະເມີດກົດໝາຍສະບັບນີ້ຫຼືລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ....ມາດຕາ 47 ການດໍາເນີນກິດຈະການຂອງວິສາຫະກິດກົດໝາຍ

ມາດຕາ 47 ການດໍາເນີນກິດຈະການຂອງວິສາຫະກິດກົດໝາຍ ວິສາຫະກິດກົດໝາຍມີສິດແລະໜ້າທີ່ເຄື່ອນໄຫວໃຫ້ການບໍລິການ ທາງດ້ານກົດໝາຍໃນນາມຂອງຕົນລວມທັງການວ່າຄວາມຢູ່ສານຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 18,19,20,21ແລະ22ຂອງກົດໝາຍສະ ບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ. ...ໝວດທີ 2 ການເຄື່ອນໄຫວວິຊາຊີບທະນາຍຄວາມຕ່າງປະເທດ


....ມາດຕາ 48 ທະນາຍຄວາມຕ່າງປະເທດ

ມາດຕາ 48 ທະນາຍຄວາມຕ່າງປະເທດ ທະນາຍຄວາມຕ່າງປະເທດແມ່ນທະນາຍຄວາມທີ່ໄດ້ຮັບອະນຸ ຍາດໃຫ້ເຄື່ອນໄຫວວິຊາຊີບທະນາຍຄວາມຈາກອົງການທີ່ມີອໍານາດ ຂອງປະເທດໃດໜຶ່ງແລະການອະນຸຍາດດັ່ງກ່າວຍັງມີຜົນສັກສິດຢູ່. ທະນາຍຄວາມຕ່າງປະເທດທີ່ມາເຮັດວຽກປະຈໍາຕາມສັນຍາຢູ່ ວິສາຫະກິດກົດໝາຍຢູ່ ສປປລາວ ຕ້ອງໄດ້ຮັບການອະນຸຍາດຈາກກະ ຊວງຍຸຕິທໍາແລະໄດ້ຂຶ້ນທະບຽນນໍາສະພາທະນາຍຄວາມເສຍກ່ອນຈຶ່ງ ມີສິດໃຫ້ຄໍາປຶກສາກ່ຽວກັບກົດໝາຍຕ່າງປະເທດແລະກົດໝາຍສາກົນ ໄດ້,ແຕ່ຫາກບໍ່ມີສິດໃຫ້ຄໍາປຶກສາກ່ຽວກັບກົດໝາຍລາວແລະວ່າຄວາມ ຢູ່ສານຂອງ ສປປລາວ. ທະນາຍຄວາມຕ່າງປະເທດທີ່ໄດ້ຂຶ້ນທະບຽນນໍາສະພາທະນາຍ ຄວາມມີສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງກົດ ໝາຍສະບັບນີ້ຍັກເວັ້ນຂໍ້ 2 ແລະ ຂໍ້ 4 ຂອງມາດຕາດັ່ງກ່າວ. ....ມາດຕາ 49 ວິສາຫະກິດກົດໝາຍຕ່າງປະເທດ

ມາດຕາ 49 ວິສາຫະກິດກົດໝາຍຕ່າງປະເທດ ວິສາຫະກິດກົດໝາຍຕ່າງປະເທດທີ່ຂຶ້ນທະບຽນຢູ່ ສປປລາວ ມີສິດ ໃຫ້ຄໍາປຶກສາກ່ຽວກັບກົດໝາຍຕ່າງປະເທດແລະກົດໝາຍສາກົນ. ວິສາຫະກິດກົດໝາຍຕ່າງປະເທດທີ່ມີທະນາຍຄວາມລາວຮ່ວມລົງ ທຶນຫຼືສັງກັດມີສິດໃຫ້ຄໍາປຶກສາກ່ຽວກັບກົດໝາຍລ່າວແລະວ່າຄວາມຢູ່ ສານຂອງ ສປປລາວ ໂດຍຜ່ານທະນາຍຄວາມລາວຜູ້ນັ້ນ. ....ມາດຕາ 50 ການສ້າງຕັ້ງສາຂາວິສາຫະກິດກົດໝາຍຕ່າງປະເທດ

ມາດຕາ 50 ການສ້າງຕັ້ງສາຂາວິສາຫະກິດກົດໝາຍຕ່າງປະເທດ ວິສາຫະກິດກົດໝາຍຕ່າງປະເທດມີສິດສ້າງຕັ້ງສາຂາຂອງຕົນ ຂຶ້ນຢູ່ ສປປລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ. ..ພາກທີ 6 ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ


...ມາດຕາ 51 ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ

ມາດຕາ 51 ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍແມ່ນກອງທຶນຂອງລັດທີ່ຢູ່ ພາຍໃຕ້ການຄຸ້ມຄອງແລະກວດກາຂອງກະຊວງຍຸຕິທໍາ,ສ້າງຕັ້ງຂຶ້ນເພື່ອ ໃຫ້ການຊ່ວຍເຫຼືອລ້າທາງດ້ານກົດໝາຍແກ່ຜູ້ທຸກຍາກ,ຜູ້ດ້ອຍໂອກາດທີ່ ມີຄະດີຫຼືຕ້ອງການຄວາມຊ່ວຍເຫຼືອທາງດ້ານກົດໝາຍຫຼືຜູ້ກະທໍາຜິດທີ່ກົດ ໝາຍກໍານົດໂທດປະຫານຊີວິດແລະບຸກຄົນອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ. ...ມາດຕາ 52 ແຫຼ່ງທຶນ

ມາດຕາ 52 ແຫຼ່ງທຶນ ການທຶນຊ່ວຍເຫຼືອທາງດ້ານກົດໝາຍໄດ້ມາຈາກ: 1. ງົບປະມານຂອງລັດ; 2. ການປະກອບສ່ວນຈາກບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດ; 3. ການເຄື່ອນໄຫວກິດຈະກໍາທາງສັງຄົມແລະແຫຼ່ງອື່ນໆທີ່ໄດ້ມາ ຢ່າງຖືກຕ້ອງ. ...ມາດຕາ 53 ການຄຸ້ມຄອງແລະນໍາໃຊ້

ມາດຕາ 53 ການຄຸ້ມຄອງແລະນໍາໃຊ້ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍຈະຖືກນໍາໃຊ້ເຂົ້າໃນການບໍ ລິການທາງດ້ານກົດໝາຍເປັນຕົ້ນຄ່າເດີນທາງ,ຄ່າກິນຢູ່,ຄ່າພັກເຊົາແລະ ອື່ນໆໃຫ້ແກ່ທະນາຍຄວາມທີ່ຖືກແຕ່ງຕັ້ງແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງຕາມ ລະບຽບກົດໝາຍເພື່ອຊ່ວຍເຫຼືອບຸກຄົນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 51 ຂອງກົດໝາຍສະບັບນີ້. ການຄຸ້ມຄອງແລະນໍາໃຊ້ກອງທຶນດັ່ງກ່າວໄດ້ກໍານົດໄວ້ໃນລະ ບຽບການສະເພາະ. ..ພາກທີ 7 ຂໍ້ຫ້າມ


...ມາດຕາ 54 ຂໍ້ຫ້າມສໍາລັບທະນາຍຄວາມຫຼືວິສາຫະກິດກົດໝາຍ

ມາດຕາ 54 ຂໍ້ຫ້າມສໍາລັບທະນາຍຄວາມຫຼືວິສາຫະກິດກົດໝາຍ ຫ້າມທະນາຍຄວາມຫຼືວິສາຫະກິດກົດໝາຍມີພຶດຕິກໍາໃດໜຶ່ງດັ່ງ ນີ້: 1. ໂຄສະນາເກີນຄວາມເປັນຈິງ; 2. ວ່າຄວາມໃຫ້ທັງໂຈດແລະຈໍາເລີຍໃນຄະດີດຽວກັນ; 3. ວ່າຄວາມໃນຄະດີທີ່ຕົນໄດ້ຮັບຜິດຊອບໃນເວລາເປັນຜູ້ພິພາກ ສາ,ພະນັກງານໄອຍະການຫຼືເຈົ້າໜ້າທີ່ສືບສວນ-ສອບສວນມາກ່ອນ; 4. ຍົກເລີກສັນຍາບໍລິການທາງດ້ານກົດໝາຍແຕ່ຝ່າຍດຽວໂດຍ ບໍ່ມີເຫດຜົນຫ 5. ກໍານົດຄ່າບໍລິການບໍ່ຈະແຈ້ງໃນສັນຍາບໍລິການທາງດ້ານກົດ ໝາຍ; 6. ຮຽກເອົາຄ່າບໍລິການນອກເໜືອຈາກທີ່ໄດ້ກໍານົດໄວ້ໃນສັນ ຍາ; 7. ໃຫ້ຄໍາໝັ້ນສັນຍາວ່າຈະຊະນະຄະດີ; 8. ເປີດເຜີຍຄວາມລັບຂອງລູກຄວາມ; 9. ຫາຂໍ້ມູນທີ່ບໍ່ດີຂອງຄູ່ຄວາມຝ່າຍກົງກັນຂ້າມຊຶ່ງບໍ່ກ່ຽວຂ້ອງ ກັບຄະດີທີ່ຮັບວ່າຄວາມມາເປັນເຫດຜົນສູ້ຄະດີ; 10. ໃຊ້ຄໍາເວົ້າທີ່ບໍ່ສຸພາບ,ນາບຂູ່,ໃຊ້ຄວາມຮຸນແຮງ,ໝິ່ນປະ ໝາຍຜູ້ອື່ນຫຼືການຈັດຕັ້ງລວມທັງຕໍ່ເນື້ອໃນຄໍາຖະແຫຼງຂອງຜູ້ອື່ນ,ບົດບັນ ຍັດຂອງກົດໝາຍແຫ່ງ ສປປລາວ; 11. ໃຊ້ບັດທະນາຍຄວາມຂອງຕົນໃນທາງທີ່ບໍ່ຖືກຕ້ອງຫຼືໃຫ້ຜູ້ ອື່ນນໍາໃຊ້; 12. ຫຼົບຫຼີກການວ່າຄວາມທີ່ຕົນຮັບຜິດຊອບ; 13. ມີພຶດຕິກໍາອື່ນທີ່ເປັນການລະເມີດຈັນຍາບັນທະນາຍຄວາມ ແລະລະບຽບກົດໝາຍ. ...ມາດຕາ 55 ຂໍ້ຫ້າມສໍາລັບລູກຄວາມ

ມາດຕາ 55 ຂໍ້ຫ້າມສໍາລັບລູກຄວາມ ຫ້າມລູກຄວາມມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ປະຕິເສດການຈ່າຍຄ່າບໍລິການໃຫ້ແກ່ທະນາຍຄວາມຫຼືວິສາ ຫະກິດກົດໝາຍຕາມສັນຍາທີ່ໄດ້ເຊັນກັນ; 2. ບັງຄັບ,ຈອບອອຍທະນາຍຄວາມຫຼືວິສາຫະກິດກົດໝາຍໃຫ້ມີ ການກະທໍາໃດໜຶ່ງທີ່ເປັນການລະເມີດລະບຽບກົດໝາຍ; 3. ຍົກເລີກສັນຍາບໍລິການທາງດ້ານກົດໝາຍແຕ່ຝ່າຍດຽວໂດຍ ບໍ່ມີເຫດຜົນ; 4. ໃຊ້ຄໍາເວົ້າທີ່ບໍ່ສຸພາບ,ນາບຂູ່,ໃຊ້ຄວາມຮຸນແຮງ,ໝິ່ນປະ ໝາດທະນາຍຄວາມ,ວິສາຫະກິດກົດໝາຍແລະສະພາທະນາຍຄວາມ; 5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ປະຕິເສດການໃຫ້ຄວາມຮ່ວມມືຫຼືຂັດຂວາງການປະຕິບັດໜ້າ ທີ່ຂອງທະນາຍຄວາມຫຼືວິສາຫະກິດກົດໝາຍ; 2. ຍຸກຍົງບໍ່ໃຫ້ຜູ້ອື່ນນໍາໃຊ້ການບໍລິການທາງດ້ານກົດໝາຍຂອງ ທະນາຍຄວາມຫຼືວິສາຫະກິດກົດໝາຍ; 3. ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງແກ່ທະນາຍຄວາມຫຼືວິສາຫະກິດກົດໝາຍ; 4. ແອບອ້າງວ່າຕົນເປັນທະນາຍຄວາມຫຼືປອມແປງບັດທະນາຍ ຄວາມ; 5. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 8 ການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມ


...ມາດຕາ 57 ອົງການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມ

ມາດຕາ 57 ອົງການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມ ລັດຖະບານຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມຢ່າງ ລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະ ແໜງການຍຸຕິທໍາເປັນໃຈກາງປະສານສົມທົບກັບຂະແໜງການອື່ນແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມປະກອບ ດ້ວຍ: 1. ກະຊວງຍຸຕິທໍາ; 2. ພະແນກຍຸຕິທໍາແຂວງ,ນະຄອນ; 3. ຫ້ອງການຍຸຕິທໍາເມືອງ,ເທດສະບານ. ...ມາດຕາ 58 ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ

ມາດຕາ 58 ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ ໃນການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມກະຊວງຍຸ ຕິທໍາມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າສ້າງແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ ກ່ຽວກັບທະນາຍຄວາມໂດຍສົມທົບກັບສະພາທະນາຍຄວາມເພື່ອນໍາສະ ເໜີຂັ້ນເທິງພິຈາລະນາ; 2. ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍ ຍາຍກ່ຽວກັບທະນາຍຄວາມ; 3. ໂຄສະນາ,ເຜີຍແຜ່ລະບຽບກົດໝາຍກ່ຽວກັບທະນາຍຄວາມ; 4. ກໍານົດຫຼັກສູດສ້າງແລະຝຶກອົບຮົມວິຊາຊີບທະນາຍຄວາມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 5. ກະກຽມແລະຈັດຕັ້ງການສອບເສັງການເປັນທະນາຍຄວາມ; 6. ແຕ່ງຕັ້ງການເປັນທະນາຍຄວາມ; 7. ລຶບຊື່ອອກຈາກການເປັນທະນາຍຄວາມຕາມການສະເໜີ ຂອງສະພາທະນາຍຄວາມ; 8. ອະນຸຍາດຫຼືຖອນການອະນຸຍາດໃຫ້ທະນາຍຄວາມຕ່າງປະ ເທດເຄື່ອນໄຫວວິຊາຊີບທະນາຍຄວາມຢູ່ ສປປລາວ; 9. ຮັບຮອງເອົາຈັນຍາບັນທະນາຍຄວາມຕາມການສະເໜີຂອງ ສະພາທະນາຍຄວາມແລະວິສາຫະກິດກົດໝາຍ; 10. ຕິດຕາມ,ກວດກາແລະແກ້ໄຂຂໍ້ຂັດແຍ່ງລະຫວ່າງທະນາຍ ຄວາມກັບສະພາທະນາຍຄວາມ; 11. ຕິດຕາມ,ກວດກາແລະແກ້ໄຂຂໍ້ຂັດແຍ່ງລະຫວ່າງທະນາຍ ຄວາມກັບສະພາທະນາຍຄວາມ; 12. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານທະນາຍຄວາມ; 13. ສະຫຼຸບແລະລາຍງານການເຄື່ອນໄຫວຂອງສະພາທະນາຍ ຄວາມຕໍ່ລັດຖະບານ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ມາດຕາ 59 ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ

ມາດຕາ 59 ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ ໃນການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມພະແນກຍຸ ຕິທໍາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍ ບາຍກ່ຽວກັບທະນາຍຄວາມຕາມຄວາມຮັບຜິດຊອບຂອງຕົນ; 2. ໂຄສະນາ,ເຜີຍແຜ່ລະບຽບກົດໝາຍກ່ຽວກັບທະນາຍຄວາມ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງສະພາທະ ນາຍຄວາມແລະວິສາຫະກິດກົດໝາຍໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; 4. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານທະນາຍຄວາມຕາມການມອບໝາຍ; 5. ສະຫຼຸບແລະລາຍງານການເຄື່ອນໄຫວຂອງສະພາທະນາຍ ຄວາມຕໍ່ກະຊວງຍຸຕິທໍາແລະອົງການປົກຄອງແຂວງ,ນະຄອນ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ...ມາດຕາ 60 ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ

ມາດຕາ 60 ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ ໃນການຄຸ້ມຄອງການເຄື່ອນໄຫວຂອງທະນາຍຄວາມຫ້ອງການ ຍຸຕິທໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍບາຍກ່ຽວກັບທະນາຍ ຄວາມຕາມຄວາມຮັບຜິດຊອບຂອງຕົນ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບທະນາຍຄວາມໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 3. ຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງສະພາທະ ນາຍຄວາມແລະວິສາຫະກິດກົດໝາຍໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; 4. ສະຫຼຸບແລະລາຍງານການເຄື່ອນໄຫວຂອງສະພາທະນາຍ ຄວາມຕໍ່ພະແນກຍຸຕິທໍາແຂວງ,ນະຄອນແລະອົງການປົກຄອງເມືອງ, ເທດສະບານ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ..ພາກທີ 9 ວັນສ້າງຕັ້ງ,ງົບປະມານ,ເຄື່ອງໝາຍແລະຕາປະທັບຂອງສະພາທະນາຍຄວາມ


...ມາດຕາ 61 ວັນສ້າງຕັ້ງສະພາທະນາຍຄວາມ

ມາດຕາ 61 ວັນສ້າງຕັ້ງສະພາທະນາຍຄວາມ ວັນສ້າງຕັ້ງສະພາທະນາຍຄວາມໃຫ້ຖືເອົາວັນທີ 30 ມີນາ1989 ຊຶ່ງເປັນວັນປະກາດໃຊ້ດໍາລັດວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງຄະນະທະນາຍຄວາມແຫ່ງ ສປປລາວ. ...ມາດຕາ 62 ງົບປະມານຂອງສະພາທະນາຍຄວາມ

ມາດຕາ 62 ງົບປະມານຂອງສະພາທະນາຍຄວາມ ສະພາທະນາຍຄວາມມີງົບປະມານທີ່ເປັນເອກະລາດຂອງຕົນເອງ ຊຶ່ງມີແຫຼ່ງລາຍຮັບຈາກ; 1. ຄ່າເປັນສະມາຊິກສະພາທະນາຍຄວາມລວມທັງທະນາຍ ຄວາມຕ່າງປະເທດທີ່ໄດ້ຂຶ້ນທະບຽນນໍາສະພາທະນາຍຄວາມ; 2. ຄ່າຝຶກອົບຮົມແລະຄ່າບໍລິການຕ່າງໆທີ່ຈັດໂດຍສະພາທະ ນາຍຄວາມ; 3. ການຊ່ວຍເຫຼືອຈາກລັດແລະການປະກອບສ່ວນຈາກບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດ; 4. ແຫຼ່ງລາຍຮັບອື່ນໆ. ...ມາດຕາ 63 ການຄຸ້ມຄອງແລະນໍາໃຊ້ງົບປະມານ

ມາດຕາ 63 ການຄຸ້ມຄອງແລະນໍາໃຊ້ງົບປະມານ ງົບປະມານຂອງສະພາທະນາຍຄວາມໃຫ້ນໍາໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານດັ່ງນີ້: 1. ການຄຸ້ມຄອງບໍລິຫານສະພາທະນາຍຄວາມ; 2. ການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານແລະຄະ ນະກວດກາສະພາທະນາຍຄວາມ; 3. ການຈັດກອງປະຊຸມໃຫຍ່ທະນາຍຄວາມ; 4. ການພັດທະນາວິຊາຊີບທະນາຍຄວາມ; 5. ສະຫວັດດີການສັງຄົມແກ່ສະມາຊິກສະພາທະນາຍຄວາມແລະ ນະໂຍບາຍອື່ນ. ການຄຸ້ມຄອງແລະນໍາໃຊ້ງົບປະມານຂອງສະພາທະນາຍຄວາມ ໄດ້ກໍານົດໄວ້ໃນກົດລະບຽບພາຍໃນຂອງສະພາທະນາຍຄວາມ. ...ມາດຕາ 64 ເຄື່ອງໝາຍຂອງສະພາທະນາຍຄວາມ

ມາດຕາ 64 ເຄື່ອງໝາຍຂອງສະພາທະນາຍຄວາມ ເຄື່ອງໝາຍຂອງສະພາທະນາຍຄວາມເປັນຮູບວົງມົນ,ໃຈກາງມີ ຮູບຊິງສອງຜາງ,ເບື້ອງເທິງຂຽນວ່າ "ສະພາທະນາຍຄວາມ",ເບື້ອງລຸ່ມ ຂຽນເປັນພາສາອັງກິດວ່າ "Lao Bar Association", ສອງຟາກ ຂ້າງເປັນກາຮວງເຂົ້າ. ...ມາດຕາ 65 ຕາປະທັບຂອງສະພາທະນາຍຄວາມ

ມາດຕາ 65 ຕາປະທັບຂອງສະພາທະນາຍຄວາມ ສະພາທະນາຍຄວາມມີຕາປະທັບສະເພາະເພື່ອນໍາໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານຂອງຕົນ. ..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 66 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 66 ນະໂຍບາຍຕໍ່ຜູ້ມີຜົນງານ ທະນາຍຄວາມ,ວິສາຫະກິດກົດໝາຍຫຼືສະພາທະນາຍຄວາມທີ່ມີ ຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການປະ ກອບສ່ວນສ້າງສິຕິເຄົາລົບແລະປະຕິບັດລະບຽບກົດໝາຍ,ການໃຫ້ບໍລິ ການທາງດ້ານກົດໝາຍທີ່ບໍ່ເສຍຄ່າຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍ ອື່ນຕາມລະບຽບການ. ...ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 67 ມາດຕະການຕໍ່ຜູ້ລະເມີດ ທະນາຍຄວາມແລະວິສາຫະກິດກົດໝາຍ,ບຸກຄົນ,ນິຕິບຸກຄົນຫຼື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງກໍ່ໃຫ້ເກີດ ຄວາມເສຍຫາຍແກ່ລັດ,ສັງຄົມ,ບຸກົນຫຼືການຈັດຕັ້ງອື່ນຈະຖືກສຶກສາອົບ ຮົມ,ຖອນບັດທະນາຍຄວາມ,ຖອນໃບທະບຽນວິສາຫະກິດ,ປັບໃໝຫຼືຖືກ ດໍາເນີນຄະດີຕາມລະບຽບກົດໝາຍຕາມກໍລະນີເບົາຫຼືໜັກແລະໃຊ້ແທນ ຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ..ພາກທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 68 ການຈັດຕັ້ງປະຕິບັດ

ມາດຕາ 68 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາ 69 ຜົນສັກສິດ

ມາດຕາ 69 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາ ທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ສໍາລັບທະນາຍຄວາມແລະວິສາຫະກິດກົດໝາຍທີ່ໄດ້ຮັບອະນຸຍາດ ກ່ອນກົດໝາຍສະບັບນີ້ແມ່ນຍັງມີຜົນໃຊ້ໄດ້ແຕ່ການໃຫ້ບໍລິການທາງດ້ານ ກົດໝາຍນັ້ນຕ້ອງປະຕິບັດໃຫ້ສອດຄ່ອງກັບກົດໝາຍສະບັບນີ້. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້