ກົດໝາຍວ່າດ້ວຍທະນາຄານແຫ່ງສປປລາວ 14-10-1995

From Wikisource
Jump to navigation Jump to search

.ທະນາຄານແຫ່ງສປປລາວ 14-10-1995


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍທະນາຄານແຫ່ງສປປລາວ.

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍທະນາຄານແຫ່ງສປປລາວ. ກົດໝາຍວ່າດ້ວຍທະນາຄານແຫ່ງສປປລາວມີໜ້າທີ່ກໍານົດລັກ ສະນະ,ພາລະບົດບາດ,ຂອບເຂດສິດແລະໜ້າທີ່,ການຈັດຕັ້ງແລະການ ການເຄື່ອນໄຫວຂອງທະນາຄານແຫ່ງສປປລາວ.ໃນການປະຕິບັດນະ ໂຍບາຍເງິນຕາ,ຮັກສາລາຄາເງິນກີບໃຫ້ມີສະຖຽນລະພາບ,ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວໃຫ້ຂະ ຫຍາຍຕົວແລະມີປະສິດທິພາບ.

...ມາດຕາສອງ:ທີ່ຕັ້ງຂອງທະນາຄານ

ມາດຕາສອງ:ທີ່ຕັ້ງຂອງທະນາຄານ ທະນາຄານແຫ່ງສປປລາວແມ່ນສະຖາບັນເງິນຕາຂອງລັດຖະ ບານ,ມີຖານະທຽບເທົ່າກະຊວງ,ເປັນທະນາຄານກາງຂອງປະເທດ,ມີ ຖານະເປັນນິຕິບຸກຄົນແລະມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ. ...ມາດຕາສາມ:ພາລະບົດບາດຂອງທະນາຄານ

ມາດຕາສາມ:ພາລະບົດບາດຂອງທະນາຄານ ທະນາຄານແຫ່ງສປປລາວມີພາລະບົດບາດດັ່ງນີ້: ໜຶ່ງ:ເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາ ພາກທາງດ້ານເງິນຕາ,ສິນເຊື່ອຂອງທະນາຄານໃນຂອບເຂດທົ່ວປະເທດ. ສອງ:ສົ່ງເສີມແລະປົກປັກຮັກສາສະຖຽນລະພາບຂອງເງິນກີບຕໍ່ ພາຍໃນແລະຕ່າງປະເທດ,ຍົກສູງປະສິດທິພາບຂອງກົນໄກຊໍາລະແລະ ຖານະການຊໍາລະໜີ້ຂອງລະບົບທະນາຄານເພື່ອເຮັດໃຫ້ລະບົບເງິນຕາ, ສິນເຊື່ອຂອງສປປລາວເຄື່ອນໄຫວມີປະສິດທິພາບແລະປອດໄສ. ສາມ:ສົ່ງເສີມແລະອໍານວຍຄວບຄຸມການເຄື່ອນໄຫວຂອງເງິນຕາ ຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມຂອງສປປລາວໃຫ້ຂະຫຍາຍຕົວ.

..ໝວດທີ2ຂອບເຂດສິດແລະໜ້າທີ່ຂອງທະນາຄານແຫ່ງສປປລາວ


...ມາດຕາສີ່(ໃໝ່):ຂອບເຂດສິດຂອງທະນາຄານ.

ມາດຕາສີ່(ໃໝ່):ຂອບເຂດສິດຂອງທະນາຄານ. ທະນາຄານແຫ່ງສປປລາວມີສິດດັ່ງນີ້: ໜຶ່ງ:ພິມຈໍາໜ່າຍທະນະບັດແລະເງິນຫຼຽນພຽງແຕ່ຜູ້ດຽວຕາມ ການອະນຸມັດຂອງລັດຖະບານພ້ອມທັງຄຸ້ມຄອງການຈໍລະຈອນເງິນຕາ ໃນຂອບເຂດທົ່ວປະເທດ. ສອງ:ຄຸ້ມຄອງມະຫາພາກທາງດ້ານການເງິນຕາ,ເປັນທະນາ ຄານຂອງທະນາຄານທຸລະກິດແລະສະຖາບັນການເງິນທີ່ຢູ່ພາຍໃຕ່ການ ຄຸ້ມຄອງຂອງຕົນທັງເປັນຜູ້ໃຫ້ກູ້ຢືມສຸດທ້າຍແກ່ທະນາຄານທຸລະກິດແລະ ສະຖາບັນການເງິນດັ່ງກ່າວເພື່ອຈຸດປະສົງປະຕິບັດນະໂຍບາຍເງິນຕາ. ສາມ:ປະຕິບັດນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ແລະອັດຕາແລກປ່ຽນ. ສີ່:ຈໍາໜ່າຍພັນທະບັດໃນນາມຂອງຕົນເພື່ອຈຸດປະສົງປະຕິບັດ ນະໂຍບາຍເງິນຕາ,ຊື້,ຂາຍພັນທະບັດໂດຍກົງກັບທະນາຄານທຸລະກິດ ແລະສະຖາບັນການເງິນ. ຫ້າ:ອະນຸມັດການສ້າງຕັ້ງສາຂາຂອງທະນາຄານແຫ່ງສປປ ລາວ,ທະນາຄານທຸລະກິດພາຍໃນ,ທະນາຄານທຸລະກິດຕ່າງປະເທດ, ສະຖາບັນການເງິນທີ່ຢູ່ພາຍໃນການຄຸ້ມຄອງຂອງຕົນຕາມການຕົກລົງ ຂອງລັດຖະບານ. ...ມາດຕາຫ້າ(ໃໝ່):ໜ້າທີ່ຂອງທະນາຄານ.

ມາດຕາຫ້າ(ໃໝ່):ໜ້າທີ່ຂອງທະນາຄານ. ທະນາຄານແຫ່ງສປປລາວມີໜ້າທີ່ດັ່ງນີ້: ໜຶ່ງ:ຄຸ້ມຄອງ-ກວດກາການເຄື່ອນໄຫວຂອງບັນດາທະນາຄານ ທຸລະກິດແລະສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນເພື່ອ ຮັບປະກັນຄວາມໝັ້ນຄົງແລະການຂະຫຍາຍຕົວຂອງລະບົບທະນາຄານ ແລະສະຖາບັນການເງິນດັ່ງກ່າວ. ສອງ:ຮັກສາແລະຄຸ້ມຄອງຄັງສໍາຮອງເງິນຕາຕ່າງປະເທດ. ສາມ:ເກັບກໍາ,ລວມລວມແລະວິໃຈຂໍ້ມູນຂ່າວສານທາງດ້ານເສດ ຖະກິດ-ການເງິນ,ເງິນຕາແລະການເຄື່ອນໄຫວຂອງທະນາຄານແລະ ສະຖາບັນການເງິນຈາກບຸກຄົນແລະຂະແໜງການທີ່ກ່ຽວຂ້ອງຢູ່ພາຍ ໃນແລະຕ່າງປະເທດເພື່ອຮັບໃຊ້ການວາງນະໂຍບາຍເງິນຕາແລະວຽກ ງານທະນາຄານ. ສີ່:ລາຍງານແລະສະເໜີຄວາມເຫັນກ່ຽວກັບບັນຫາເສດຖະກິດ, ເງິນຕາ,ການທະນາຄານໃຫ້ລັດຖະບານຊາບຢ່າງເປັນປົກກະຕິ. ຫ້າ:ຄຸ້ມຄອງແລະດັດສົມບໍລິມາດເງິນຕາໃນຂອດຈໍລະຈອນຕາມ ແຜນການອະນຸມັດຂອງລັດຖະບານ. ຫົກ:ເປັນຕົວແທນໃຫ້ລັດຖະບານຢູ່ໃນອົງການຈັດຕັ້ງການເງິນ ສາກົນ,ພົວພັນ,ຮ່ວມມືແລະເຊັນສັນຍາກ່ຽວກັບການເງິນ,ເງິນຕາກັບ ຕ່າງປະເທດແລະອົງການຈັດຕັ້ງການເງິນສາກົດຕາມການມອບໝາຍ ຂອງລັດຖະບານ. ເຈັດ:ປະຕິບັດໜ້າທີ່ອື່ນໆຕາມທີ່ກົດໝາຍໄດ້ກໍານົດໄວ້ຫຼືີຕາມ ການມອບໝາຍຂອງລັດຖະບານ.

..ໝວດທີ3ທຶນ,ກໍາໄລ,ຄັງຂະຫຍາຍການຜະລິດ,ຄັງສໍາຮອງທົ່ວໄປຂອງທະນາຄານແຫ່ງສປປລາວ


...ມາດຕາຫົກ:ທຶນຂອງທະນາຄານ

ມາດຕາຫົກ:ທຶນຂອງທະນາຄານ ທະນາຄານແຫ່ງສປປລາວມີທຶນຈົດທະບຽນໂດຍແມ່ນລັດຖະ ບານເປັນຜູ້ປະກອບໃຫ້ແລະລັດຖະບານເປັນເຈົ້າຂອງທຶນພຽງຜູ້ດຽວ. ທະນາຄານແຫ່ງສປປລາວເຄື່ອນໄຫວວຽກງານຂອງຕົນຕາມຫຼັກການ ໄລ່ລຽງເສດຖະກິດ.


...ມາດຕາເຈັດ:ກໍາໄລສຸດທິປະຈໍາປີຂອງທະນາຄານ

ມາດຕາເຈັດ:ກໍາໄລສຸດທິປະຈໍາປີຂອງທະນາຄານ ກໍາໄລສຸດທິປະຈໍາປີຂອງທະນາຄານແຫ່ງສປປລາວແມ່ນຈໍາ ນວນຜິດດ່ຽງລະຫວ່າງລາຍໄດ້ໃນປີແລະລາຍຈ່າຍໃນປີ. ລາຍຈ່າຍໃນປີລວມມີ: -ຈ່າຍຄ່າບໍລິຫານ,ວິຊາສະເພາະ. -ຈ່າຍຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່. -ຈ່າຍຄ່າເສື່ອມມູນຄ່າຂອງເງິນແລະໜີ້ຕ້ອງຮັບທວງຍາກ. -ຈ່າຍເງິນແຮເພື່ອການສ່ຽງໄພຂອງທະນາຄານ. ສະພາບໍລິຫານຂອງທະນາຄານແຫ່ງສປປລາວເປັນຜູ້ກໍານົດອັດ ຕາສ່ວນຈໍານວນເງິນທີ່ຫັກຈາກລາຍຮັບມາເປັນລາຍຈ່າຍແຕ່ລະປະ ເພດ.

...ມາດຕາແປດ:ຄັງຂະຫຍາຍການຜະລິດຂອງທະນາຄານ.

ມາດຕາແປດ:ຄັງຂະຫຍາຍການຜະລິດຂອງທະນາຄານ. ຄັງຂະຫຍາຍການຜະລິດຂອງທະນາຄານແຫ່ງສປປລາວແມ່ນ ຄັງທີ່ສະສົມໄວ້ເພື່ອຂະຫຍາຍກິດຈະການແລະຊັບສິນຂອງທະນາຄານ ແຫ່ງສປປລາວ.ຄັງຂະຫຍາຍການຜະລິດນີ້ແມ່ນຫັກຈາກກໍາໄລສຸດທິ ຂອງທະນາຄານໃນແຕ່ລະປີ.ສະພາບໍລິຫານທະນາຄານແຫ່ງສປປລາວ ເປັນຜູ້ກໍານົດອັດຕາສ່ວນຈໍານວນເງິນທີ່ຈະຫັກໃນແຕ່ລະປີ. ...ມາດຕາເກົ້າ:ຄັງສໍາຮອງທົ່ວໄປຂອງທະນາຄານ.

ມາດຕາເກົ້າ:ຄັງສໍາຮອງທົ່ວໄປຂອງທະນາຄານ. ຄັງສໍາຮອງທົ່ວໄປຂອງທະນາຄານແຫ່ງສປປລາວແມ່ນຄັງສະ ເພາະຂອງທະນາຄານແຫ່ງສປປລາວທີ່ສ້າງຂຶ້ນໄວ້ເພື່ອທົດແທນການ ຂາດທຶນຈາກການເຄື່ອນໄຫວວຽກງານຂອງທະນາຄານໃນການປະຕິ ບັດນະໂຍບາຍເງິນຕາຂອງທະນາຄານ. ຄັງສໍາຮອງທົ່ວໄປຂອງທະນາຄານແມ່ນຫັກຈາກກໍາໄລສຸດທິປະ ຈໍາປີຕາມການກໍານົດຂອງສະພາບໍລິຫານພາຍຫຼັງທີ່ໄດ້ຫັກສ້າງຄັງຂະ ຫຍາຍການຜະລິດອອກແລ້ວ. ກໍາໄລສຸດທິທີ່ຍັງເຫຼືອທັງໝົດຈາກການຫັກສ້າງຄັງຂະຫຍາຍ ການຜະລິດແລະຄັງສໍາຮ້ອງທົ່ວໄປຂອງທະນາຄານລ້ວນແຕ່ຕ້ອງໄດ້ ມອບໃຫ້ລັດ.ໃນກໍລະນີຂາດທຶນຍ້ອນການປະຕິບັດແຜນຍຸດທະສາດຂອງ ລັດ,ລັດຖະບານຈະທົດແທນໃຫ້.

..ໝວດທີ4ສະພາບໍລິຫານຂອງທະນາຄານແຫ່ງສປປລາວ


...ມາດຕາສິບ:ສະພາບໍລິຫານ

ມາດຕາສິບ:ສະພາບໍລິຫານ ສະພາບໍລິຫານທະນາຄານແຫ່ງສປປລາວແມ່ນອົງການບໍລິຫານ ສູງສຸດຂອງທະນາຄານແຫ່ງສປປລາວ. ສະພາບໍລິຫານປະກອບດ້ວຍສະມາຊິກແຕ່ເຈັດຫາເກົ້າຄົນໂດຍມີ ປະທານ,ຮອງປະທານແລະກໍາມະການຈໍານວນໜຶ່ງ. ...ມາດຕາສິບເອັດ:ໂຄງປະກອບຂອງສະພາບໍລິຫານ

ມາດຕາສິບເອັດ:ໂຄງປະກອບຂອງສະພາບໍລິຫານ ສະມາຊິກສະພາບໍລິຫານທະນາຄານແຫ່ງສປປລາວປະກອບ ດ້ວຍ: -ຮອງນາຍົກລັດຖະມົນຕີແຫ່ງສປປລາວເປັນປະທານ. -ຜູ້ວ່າການທະນາຄານແຫ່ງສປປລາວເປັນຮອງປະທານ. -ລັດຖະມົນຕີວ່າການກະຊວງການເງິນເປັນຮອງປະທານ. -ຮອງຜູ້ວ່າການປະນາຄານແຫ່ງສປປລາວເປັນກໍາມະການ. -ສະມາຊິກສະພາບໍລິຫານອີກຈໍານວນໜຶ່ງຊຶ່ງປະກອບດ້ວຍຜູ້ທີ່ ມີຄວາມຮູ້,ຄວາມສາມາດແລະມີປະສົບການທາງດ້ານກະສິກໍາ,ອຸດສາ ຫະກໍາ,ການຄ້າ,ການທະນາຄານແລະການເງິນທີ່ຄັດເລືອກມາຈາກຂະ ແໜງອື່ນໆເປັນກໍາມະການ.

...ມາດຕາສິບສອງ:ການແຕ່ງຕັ້ງແລະອາຍຸການຂອງສະພາບໍລິຫານທະນາຄານ

ມາດຕາສິບສອງ:ການແຕ່ງຕັ້ງແລະອາຍຸການຂອງສະພາບໍລິຫານທະ ນາຄານ ສະມາຊິກສະພາບໍລິຫານຂອງທະນາຄານແຫ່ງສປປລາວຖືກ ແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງ ຜູ້ວ່າການທະນາຄານແຫ່ງສປປລາວ. ສະພາບໍລິຫານມີອາຍຸການຫ້າປີ.ສະມາຊິກສະພາບໍລິຫານຂອງ ທະນາຄານສາມາດຖືກແຕ່ງຕັ້ງຄືນໃໝ່ໄດ້.

...ມາດຕາສິບສາມ:ການພົ້ນຈາກຕໍາແໜ່ງຂອງສະມາຊິກສະພາບໍລິຫານ

ມາດຕາສິບສາມ:ການພົ້ນຈາກຕໍາແໜ່ງຂອງສະມາຊິກສະພາບໍລິຫານ ສະມາຊິກສະພາບໍລິຫານທະນາຄານແຫ່ງສປປລາວພົ້ນຈາກຕໍາ ແໜ່ງໃນກໍລະນີໝົດອາຍຸການ,ເສຍຊີວິດ,ລາອອກຫຼືຖືກປົດຕໍາແໜ່ງ. ການລາອອກຕ້ອງໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີ. ໃນກໍລະນີທີ່ສະມາຊິກສະພາບໍລິຫານຜູ້ໃດຜູ້ໜຶ່ງຫາກເສຍຊີວິດ, ລາອອກຫຼືຖືກປົດຕໍາແໜ່ງຊຶ່ງຈະເຮັດໃຫ້ວຽກງານຂອງທະນາຄານພົບ ຄວາມຫຍຸ່ງຍາກນັ້ນນາຍົກລັດຖະມົນຕີຈະແຕ່ງຕັ້ງຜູ້ໃໝ່ແທນໃນເວລາ ອັນດ່ວນຕາມເນື້ອໃນຂອງມາດຕາສິບສອງຂອງກົດໝາຍສະບັບນີ້ເພື່ອ ສືບຕໍ່ໜ້າທີ່ຕາມໄລຍະເວລາອາຍຸການສະພາບໍລິຫານທີ່ຍັງເຫຼືອນັ້ນ.

...ມາດຕາສິບສີ່(ໃໝ່):ສິດແລະໜ້າທີ່ຂອງສະພາບໍລິຫານ

ມາດຕາສິບສີ່(ໃໝ່):ສິດແລະໜ້າທີ່ຂອງສະພາບໍລິຫານ ສະພາບໍລິຫານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ເປັນອົງການເສນາທິການຂອງລັດຖະບານກ່ຽວກັບບັນ ຫາເສດຖະກິດ-ເງິນຕາ. ສອງ:ຮັບຮອງເອົາໂຄງປະກອບການຈັດຕັ້ງແລະລະບຽບພາຍ ໃນຂອງທະນາຄານແຫ່ງສປປລາວ. ສາມ:ຮັບຮອງເອົາລະບຽບການກ່ຽວກັບການຄຸ້ມຄອງເງິນຕາ ຕ່າງປະເທດ,ສິນເຊື່ອແລະລະບຽບການອື່ນໆຂອງທະນາຄານແຫ່ງ ສປປລາວ. ສີ່:ຄົ້ນຄວ້ານະໂຍບາຍເງິນຕາ,ນະໂຍບາຍອັດຕາແລກປ່ຽນ, ນະໂຍບາຍສິນເຊື່ອຕາມການສະເໜີຂອງຜູ້ວ່າການທະນາຄານແຫ່ງ ສປປລາວ. ຫ້າ:ກໍານົດອັດຕາສ່ວນຊັບສິນທີ່ໃຊ້ເປັນເງິນສົດໄດ້ໄວ,ອັດຕາ ສ່ວນເງິນແຮຝາກບັງຄັບປະເພດຕ່າງໆແລະພັນທະຄ້າຍຄືກັນ,ກໍານົດ ວິທີຄິດໄລ່ອັດຕາສ່ວນດັ່ງກ່າວເພື່ອນໍາໃຊ້ຢ່າງເປັນເອກະພາບສໍາລັບ ທະນາຄານທູລະກິດປະເພດດຽວກັນກ ຫົກ:ຮັບຮອງເອົາລະບຽບການກ່ຽວກັບການກໍານົດອັດຕາດອກ ເບ້ຍເງິນຝາກ,ເງິນກູ້,ການຮັບຊ່ວງຊື້ຫຼຸດພັນທະບັດແລະອັດຕາສ່ວນ ອື່ນໆ. ເຈັດ:ຮັບຮອງເອົາບົດລາຍງານປະຈໍາປີ,ໃບສະຫຼຸບຊັບສົມບັດ, ບົດລາຍງານຜົນໄດ້ຮັບປະຈໍາປີແລະງົບປະມານປະຈໍາປີຂອງທະນາ ຄານແຫ່ງສປປລາວ. ແປດ:ຮັບຮອງເອົາຜູ້ກວດກາບັນຊີຈາກພາຍນອກເພື່ອດໍາເນີນ ການກວດກາວຽກງານຂອງທະນາານແຫ່ງສປປລາວ.

...ມາດຕາສິບຫ້າ:ກອງປະຊຸມສະພາບໍລິຫານ.

ມາດຕາສິບຫ້າ:ກອງປະຊຸມສະພາບໍລິຫານ. ສະພາບໍລິຫານເຄື່ອນໄຫວວຽກງານຂອງຕົນຕາມລະບອບປະ ຊຸມ.ກອງປະຊຸມສະພາບໍລິຫານໄຂຂຶ້ນຢ່າງນ້ອຍສອງເດືອນຕໍ່ຄັ້ງຕາມ ການຮຽກໂຮມຂອງປະທານຫຼືຕາມການສະເໜີຂອງສະມາຊິກສະພາ ບໍລິຫານຢ່າງໜ້ອຍສອງຄົນຂຶ້ນໄປ. ກອງປະຊຸມສະພາບໍລິຫານສະໄໝສາມັນຕ້ອງແຈ້ງລ່ວງໜ້າ ເປັນລາຍລັກອັກສອນພ້ອມດ້ວຍລະບຽບວາລະກອງປະຊຸມໃຫ້ສະມາ ຊິກສະພາບໍລິຫານທະນາຄານຊາບຢ່າງໜ້ອຍເຈັດວັນກ່ອນວັນໄຂກອງ ປະຊຸມ.ໃນກໍລະນີທີ່ຈໍາເປັນກໍ່ຈະໄຂກອງປະຊຸມສະໄໝວິສາມັນຂຶ້ນໄດ້ ທຸກເວລາ. ກອງປະຊຸມສະພາບໍລິຫານຈະໄຂຂຶ້ນໄດ້ກໍ່ຕໍ່ເມື່ອຫາກມີສະມາຊິກ ເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທັງໝົດ. ກອງປະຊຸມສະພາບໍລິຫານຕົກລົງບັນຫາໂດຍຖືເອົາຕາມສຽງ ສ່ວນຫຼາຍຂອງສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.ໃນກໍລະນີຫາກມີສຽງ ເທົ່າກັນສຽງປະທານເປັນອັນຕັດສິນ.

...ມາດຕາສິບຫົກ:ມາດຕະຖານແລະເງື່ອນໄຂຂອງສະມາຊິກສະພາບໍລິຫານ.

ມາດຕາສິບຫົກ:ມາດຕະຖານແລະເງື່ອນໄຂຂອງສະມາຊິກສະພາບໍລິ ຫານ. ສະມາຊິກສະພາບໍລິຫານຕ້ອງມີມາດຕະຖານແລະເງື່ອນໄຂດັ່ງ ນີ້: ໜຶ່ງ:ສະມາຊິກສະພາບໍລິຫານຕ້ອງເປັນບຸກຄົນທີ່ມີຄຸນສົມບັດ, ຄວາມສາມາດ,ມີບົດຮຽນ,ໄດ້ຮັບຄວາມເຊື່ອຖືຈາກວົງການການເງິນ, ເງິນຕາ,ວົງການທຸລະກິດ,ຂະແໜງການວິຊາສະເພາະ. ສອງ:ບຸກຄົນດັ່ງຕໍ່ໄປນີ້ບໍ່ສາມາດຖືກແຕ່ງຕັ້ງເປັນສະມາຊິກສະ ພາບໍລິຫານຂອງທະນາຄານແຫ່ງສປປລາວ. -ຜູ້ທີ່ມີຜົວຫຼືເມຍ,ພໍ່,ແມ່,ລຸກ,ອ້າຍ,ເອື້ອຍຫຼືນ້ອງເປັນຂາຫຸ້ນຫຼື ຜູ້ຖືຫຸ້ນໃນບໍລິສັດ,ໃນທະນາຄານທຸລະກິດຫຼືສະຖາບັນການເງິນດຽວກັນ. -ເປັນສະມາຊິກຂອງສະພາບໍລິຫານ,ຜູ້ອໍານວຍການ,ຜູ້ຈັດການ ຫຼືສະມາຊິກຂອງທະນາຄານທຸລະກິດຫຼືສະຖາບັນການເງິນໃດໜຶ່ງ. -ເປັນຜູ້ທີ່ຖືກສານຕັດສິນລົງໂທດທາງອາຍາຫຼືທາງແພ່ງທີ່ ກ່ຽວຂ້ອງກັບຄວາມເຊື່ອຖືໃນການປະຕິບັດໜ້າທີ່ເປັນສະມາຊິກສະພາ ບໍລິຫານ. ສາມ:ສະມາຊິກສະພາບໍລິຫານທຸກຄົນຕ້ອງເປີດເຜີຍຖານະຂອງ ຕົນທາງດ້ານຜົນປະໂຫຍດທີ່ຕົນພົວພັນໂດຍກົງຫຼືໂດຍທາງອ້ອມຕໍ່ສະ ພາບໍລິຫານແລະຕ້ອງງົດອອກສຽງໃນກອງປະຊຸມສະພາບໍລິຫານເພື່ອ ຕົກລົງບັນຫາທີ່ກ່ຽວພັນກັບຕົນແຕ່ໃຫ້ນັບເຂົ້າໃນຈໍານວນສະມາຊິກສະ ພາບໍລິຫານທີ່ເຂົ້າຮ່ວມປະຊຸມ. ສີ່:ໃນການປະຕິບັດໜ້າທີ່ຂອງຕົນບໍ່ໃຫ້ສາມາຊິກສະພາບໍລິຫານ ເອງອຽງຕາມຜົນປະໂຫຍດສະເພາະຂອງວິສາຫະກິດຫຼືຂອງຂະແໜງ ການທີ່ພົວພັນກັບຕົນ.

..ໝວດທີ5ຜູ້ວ່າການ,ຮອງຜູ້ວ່າການທະນາຄານແຫ່ງສປປລາວ


...ມາດຕາສິບເຈັດ:ການແຕ່ງຕັ້ງຜູ້ວ່າການແລະຮອງຜູ້ວ່າການ

ມາດຕາສິບເຈັດ:ການແຕ່ງຕັ້ງຜູ້ວ່າການແລະຮອງຜູ້ວ່າການ ຜູ້ວ່າການທະນາຄານແຫ່ງສປປລາວເປັນສະມາຊິກລັດຖະບານ ,ຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍປະທານປະເທດຕາມການສະເໜີຂອງ ນາຍົກລັດຖະມົນຕີແລະນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເເພື່ອ ພິຈາລະນາຮັບຮອງເອົາ. ຮອງຜູ້ວ່າການທະນາຄານແຫ່ງສປປລາວຖືກແຕ່ງຕັ້ງຫຼືປົດຕໍາ ແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງຜູ້ວ່າການທະນາ ຄານແຫ່ງສປປລາວ.

...ມາດຕາສິບແປດ:ມາດຕະຖານແລະເງື່ອນໄຂຂອງຜູ້ວ່າການແລະຮອງຜູ້ວ່າການ.

ມາດຕາສິບແປດ:ມາດຕະຖານແລະເງື່ອນໄຂຂອງຜູ້ວ່າການແລະຮອງ ຜູ້ວ່າການ. ຜູ້ທີ່ຈະຖືກແຕ່ງຕັ້ງເປັນຜູ້ວ່າການຫຼືຮອງຜູ້ວ່າການທະນາຄານ ແຫ່ງສປປລາວຈະຕ້ອງ: -ມີຄົນສົມບັດ,ຄວາມຮູ້,ຄວາມສາມາດ. -ບໍ່ເປັນຄະນະອໍານວນການ,ສະມາຊິກສະພາບໍລິຫານທະນາຄານ ທຸລະກິດ,ພະນັກງານໃນສະຖາບັນການເງິນ,ບໍ່ເປັນເຈົ້າຂອງຫຼືຂາຫຸ້ນຫຼືຜູ້ ຖືຫຸ້ນໃນສະຖາບັນການເງິນໃດໜຶ່ງ.ໃນກໍລະນີທີ່ໄດ້ຮັບຕໍາແໜ່ງດັ່ງກ່າວ ນີ້ຢູ່ຕ້ອງໄດ້ລາອອກ.

...ມາດຕາສິບເກົ້າ(ໃໝ່):ສິດແລະໜ້າທີ່ຂອງຜູ້ວ່າການແລະຮອງຜູ້ວ່າການ.

ມາດຕາສິບເກົ້າ(ໃໝ່):ສິດແລະໜ້າທີ່ຂອງຜູ້ວ່າການແລະຮອງຜູ້ວ່າ ການ. ຜູ້ວ່າການທະນາຄານແຫ່ງສປປລາວມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮັບຜິດຊອບຕໍ່ລັດຖະບານກ໋ຽວກັບວຽກງານເງິນຕາແລະ ການທະນາຄານ. ສອງ:ບໍລິຫານວຽກງານຂອງທະນາຄານແຫ່ງສປປລາວແລະ ຄຸ້ມຄອງ-ກວດກາທະນາຄານທຸລະກິດແລະສະຖາບັນການເງິນທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງທະນາຄານແຫ່ງສປປລາວ. ສາມ:ຄົ້ນຄວ້ານະໂຍບາຍເງິນຕາ,ອັດຕາດອກເບ້ຍ,ອັດຕາແລກ ປ່ຽນເພື່ອສະເໜີຕໍ່ສະພາບໍລິຫານແລ້ວນໍາສະເໜີຕໍ່ລັດຖະບານພິຈາລະ ນາຕົກລົງ,ປະກາດໃຊ້ແລະຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ. ສີ່:ສະເໜີນາຍົກລັດຖະມົນຕີເພື່ອແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາ ແໜ່ງຫົວໜ້າກົມ. ຫ້າ:ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຮອງຫົວໜ້າກົມ,ຫົວໜ້າ ແລະຮອງຫົວໜ້າພະແນກ,ຫົວໜ້າແລະຮອງຫົວໜ້າສາຂາ,ຫົວໜ້າ ແລະຮອງຫົວໜ້າຫ້ອງການຕົວແທນຂອງທະນາຄານແຫ່ງສປປລາວ. ຫົກ:ປັບປຸງກົງຈັກການຈັດຕັ້ງແລະສັບຊ້ອນພະນັກງານທະນາ ຄານແຫ່ງສປປລາວ. ເຈັດ:ຕັດສິນທຸກບັນຫາຂອງທະນາຄານແຫ່ງສປປລາວໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ,ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍແລະລະບຽບພາຍໃນຂອງທະນາຄານແຫ່ງສປປລາວ. ຮອງຜູ້ວ່າການທະນາຄານແຫ່ງສປປລາວເປັນຜູ້ຊ່ວຍຜູ້ວ່າການ ທະນາຄານແຫ່ງສປປລາວແລະອາດຈະໄດ້ຮັບຜິດຊອບວຽກງານໃດ ໜຶ່ງຕາມການມອບໝາຍຂອງຜູ້ວ່າການທະນາຄອານແຫ່ງສປປລາວ. ເມື່ອຜູ້ວ່າການທະນາຄານແຫ່ງສປປລາວຫາກບໍ່ຢູ່ຫຼືບໍ່ສາມາດປະຕິບັດ ໜ້າທີ່ໄດ້ນັ້ນແມ່ນຮອງຜູ້ວ່າການທະນາຄານທີ່ໄດ້ຮັບມອບໝາຍເປັນຜູ້ ປະຕິບັດໜ້າທີ່ແທນ.ການມອບໝາຍໃຫ້ວ່າໜ້າທີ່ແທນນັ້ນຕ້ອງເປັນລາຍ ລັກອັກສອນໂດຍກໍານົດເນືຶ້ອໃນແລະເວລາຢ່າງຈະແຈ້ງ.

..ໝວດທີ6ການກວດກາທະນາຄານແຫ່ງສປປລາວ


...ມາດຕາຊາວ:ການກວດກາບັນຊີ

ມາດຕາຊາວ:ການກວດກາບັນຊີ ທຸກໆທ້າຍປີການບັນຊີຂອງທະນາຄານແຫ່ງສປປລາວຕ້ອງມີ ການກວດກາບັນຊີໂດຍຄະນະກວດກາບັນຊີຈາກພາຍໃນທະນາຄານ ແຫ່ງສປປລາວ,ຄະນະກວດກາບັນຊີຈາກກະຊວງການເງິນທີ່ລັດຖະ ບານແຕ່ງຕັ້ງມາຫຼືເອົາຜູ້ກວດກາມາຈາກພາຍນອກ. ກ່ອນຈະສົ່ງລາຍງານໃຫ້ລັດຖະບານບັນຊີປະຈໍາປີຂອງທະນາ ຄານແຫ່ງສປປລາວຕ້ອງໄດ້ຮັບການຢັ້ງຢືນຈາກຜູ້ກວດກາບັນຊີທີ່ໄດ້ ກ່າວມາຂ້າງເທິງຈຶ່ງຖືວ່າບັນຊີປະຈໍາປີນັ້ນຖືກຕ້ອງຕາມກົດໝາຍ.

...ມາດຕາຊາວເອັດ:ການກວດກາຈາກລັດຖະບານ

ມາດຕາຊາວເອັດ:ການກວດກາຈາກລັດຖະບານ ທະນາຄານແຫ່ງສປປລາວຕ້ອງໄດ້ຮັບການກວດກາຈາກລັດຖະ ບານເປັນປົກກະຕິ.ຜູ້ກວດກາຈາກລັດຖະບານຖືກແຕ່ງຕັ້ງຫຼືປົດຕໍາແໜ່ງ ໂດຍນາຍົກລັດຖະມົນຕີ,ມີສິດຮຽກເອົາຂໍ້ມູນເອກະສານຫຼືສອບຖາມບັນ ຫາຕ່າງໆຈາກເຈົ້າໜ້າທີ່ຂອງທະນາຄານໄດ້ໃນເວລາທີ່ຕົນພວມດໍາເນີນ ການກວດກາເພື່ອເຮັດໃຫ້ການກວດກາຂອງຕົນສໍາເລັດຜົນ. ຜູ້ກວດກາຈາກລັດຖະບານມີສິດເຂົ້າຮ່ວມທຸກກອງປະຊຸມສາມັນ, ວິສາມັນຂອງສະພາບໍລິຫານຂອງທະນາຄານ,ມີສິດອອກຄໍາເຫັນໃນກອງ ປະຊຸມດັ່ງກ່າວແຕ່ບໍ່ມີສິດລົງຄະແນນສຽງ. ໃນກໍລະນີທີ່ຄວາມເຫັນຜູ້ກວດກາຈາກລັດຖະບານຫາກແຕກຕ່າງ ກັບມະຕິຂອງສະພາບໍລິຫານນັ້ນຜູ້ກວດກາຈາກລັດຖະບານຕ້ອງລາຍງານ ໃຫ້ນາຍົກລັດຖະມົນຕີຊາບ.

...ມາດຕາຊາວສອງ:ການຮັກສາຄວາມລັບ

ມາດຕາຊາວສອງ:ການຮັກສາຄວາມລັບ ໃນເວລາປະຕິບັດໜ້າທີ່ຂອງຕົນຢູ່ຫຼືປະຕິບັດໜ້າທີ່ສໍາເລັດແລ້ວ ຜູ້ກວດກາທຸກຄົນຕ້ອງຮັກສາຄວາມລັບໃນບັນຫາທີ່ຕົນໄດ້ຮູ້,ໄດ້ເຫັນກ່ຽວ ກັບເອກະສານ,ຂໍ້ມູນຕ່າງໆຂອງທະນາຄານແຫ່ງສປປລາວ,ທະນາຄານ ທຸລະກິດຫຼືສະຖາບັນການເງິນເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກສະພາ ບໍລິຫານຫຼືຄໍາສັ່ງຈາກສານເທົ່ານັ້ນ.

..ໝວດທີ7ຫົວໜ່ວຍເງິນຕາ,ທະນະບັດແລະເງິນຫຼຽນ


...ມາດຕາຊາວສາມ:ຫົວໜ່ວຍເງິນຕາຂອງສປປລາວ

ມາດຕາຊາວສາມ:ຫົວໜ່ວຍເງິນຕາຂອງສປປລາວ ຫົວໜ່ວຍເງິນຕາຂອງສປປລາວແມ່ນເງິນກີບຊຶ່ງມີເຄື່ອງໝາຍ "ກີບ"ໜຶ່ງກີບແບ່ງອອກເປັນຮ້ອຍອັດ. ...ມາດຕາຊາວສີ່:ການພິມທະນະບັດແລະການຫຼໍ່ເງິນຫຼຽນ

ມາດຕາຊາວສີ່:ການພິມທະນະບັດແລະການຫຼໍ່ເງິນຫຼຽນ ທະນາຄານແຫ່ງສປປລາວຈະພິມທະນະບັດແລະຫຼໍ່ເງິນຫຼຽນ,ກໍາ ນົດສ່ວນປະກອບ,ຮູບພາບແລະມູນຄ່າຂອງທະນະບັດແລະການຫຼໍ່ເງິນ ຫຼຽນອອກຈໍລະຈອນຫຼັງຈາກໄດ້ຮັບຄວາມເຫັນດີຈາກລັດຖະບານ. ທະນາຄານແຫ່ງສປປລາວຕ້ອງຮັບປະກັນເງື່ອນໄຂທີ່ຈໍາເປັນ ໃນການພິມທະນະບັດ,ເອກະສານໃບຖອນເງິນໄດ້ທັນທີແລະການຫຼໍ່ເງິນ ຫຼຽນແລະທຸກບັນຫາທີ່ກ່ຽວຂ້ອງກັບຄວາມປອດໄພຂອງສາງທະນະບັດ ແລະເງິນຫຼຽນທີ່ບໍ່ທັນໄດ້ນໍາອອກຈໍາໜ່າຍ.ແທ່ນພິມທະນະບັດ,ເບົ້າຫຼໍ່ ເງິນຫຼຽນ,ທະນະບັດແລະເງິນຫຼຽນທີ່ຖືກຖອນຄືນຈາກການຈໍລະຈອນ ຕ້ອງໄດ້ຮັບການປົກປັກຮັກສາໄວ້ຫຼືທໍາລາຍຖິ້ມຕາມທີ່ເຫັນວ່າມີຄວາມ ຈໍາເປັນ.

...ມາດຕາຊາວຫ້າ:ຄວາມສາມາດຊື້ຕາມກົດໝາຍ

ມາດຕາຊາວຫ້າ:ຄວາມສາມາດຊື້ຕາມກົດໝາຍ ທະນະບັດແລະເງິນຫຼຽນທີ່ທະນາຄານແຫ່ງສປປລາວນໍາອອກ ຈໍລະຈອນແມ່ນຖືກຕ້ອງຕາມກົດໝາຍແລະມີຄວາມສາມາດຊື້ໃນທົ່ວ ດິນແດນຂອງສປປລາວ.ໃນທະນະບັດແຕ່ລະໃບ,ເງິນຫຼຽນແຕ່ລະອັນ ຕ້ອງກໍານົດມູນຄ່າຢ່າງຈະແຈ້ງ.

...ມາດຕາຊາວຫົກ:ການຖອນເງິນຄືນຈາກການຈໍລະຈອນ.

ມາດຕາຊາວຫົກ:ການຖອນເງິນຄືນຈາກການຈໍລະຈອນ. ທະນາຄານແຫ່ງສປປລາວສາມາດຖອນຄືນທະນະບັດແລະເງິນ ຫຼຽນທີ່ບໍ່ແທນເໝາະກັບການຊົມໃຊ້ໃນສະພາບໃໝ່ໂດຍໄດ້ຮັບຄວາມ ເຫັນດີຈາກລັດຖະບານ.ການຖອນເງິນນັ້ນຕ້ອງໄດ້ແຈ້ງໃຫ້ມວນຊົນ ຊາບ.ຜູ້ທີ່ມີທະນະບັດແລະເງິນຫຼຽນທີ່ຖືກປະກາດຖອນຄືນຈາກການ ຈໍລະຈອນນັ້ນມີສິດປ່ຽນເອົາເງິນນໍາທະນາຄານແຫ່ງສປປລາວຕາມ ມູນຄ່າໃນໃບເງິນຫຼືເງິນຫຼຽນ.ການປ່ຽນເງິນສາມາດດໍາເນີນໄດ້ພາຍ ໃນກໍານົດສອງປີນັບແຕ່ມື້ປະກາດເປັນຕົ້ນໄປ.ໃນການປ່ຽນເງິນນີ້ບໍ່ ໃຫ້ເກັບຄ່າບໍລິການ.

...ມາດຕາຊາວເຈັດ:ການປ່ຽນເງິນທີ່ໃຊ້ບໍ່ໄດ້

ມາດຕາຊາວເຈັດ:ການປ່ຽນເງິນທີ່ໃຊ້ບໍ່ໄດ້ ທະນາຄານແຫ່ງສປປລາວມີສິດ: ໜຶ່ງ:ກໍານົດເງື່ອນໄຂການປ່ຽນທະນະບັດທີ່ຈີກຂາດຫຼືຖືກທໍາ ລາຍສ່ວນໃດສ່ວນໜຶ່ງກເງື່ອນໄຂຂອງການປ່ຽນນັ້ນຕ້ອງປະກາດໃຫ້ ມວນຊົນຊາບ. ສອງ:ຕັດສິນການປ່ຽນເງິນຫຼຽນທີ່ຖືກເຈາະ,ຖືກຕັດ,ແຕກ,ຫັກ ,ມີຮອຍຂີດຂຽນ,ບໍ່ມີຄຸນລັກສະນະຂອງເງິນຫຼືມີຮູບພາບທີ່ບໍ່ສາມາດຈໍາ ແນກໄດ້.

...ມາດຕາຊາວແປດ:ຄວາມຮັບຜິດຊອບກ່ຽວກັບການເຄື່ອນຍ້າຍທະນະບັດ

ມາດຕາຊາວແປດ:ຄວາມຮັບຜິດຊອບກ່ຽວກັບການເຄື່ອນຍ້າຍທະນະ ບັດ ທະນາຄານແຫ່ງສປປລາວຈະຮັບຜິດຊອບໃຊ້ແທນຄ່າເສຍຫາຍ ກ່ຽວກັບການເຄື່ອນຍ້າຍທະນະບັດແລະເງິນຫຼຽນກໍ່ຕໍ່ເມື່ອການເຄື່ອນ ຍ້າຍທະນະບັດຫຼືເງິນຫຼຽນນັ້ນຫາກນອນຢູ່ໃນຄວາມຮັບຜິດຊອບຂອງຕົນ.

..ໝວດທີ8ຄັງສໍາຮອງເງິນຕາຕ່າງປະເທດ,ການແລກປ່ຽນເງິນຕາຕ່າງປະເທດແລະຄັງສໍາຮອງ


...ມາດຕາຊາວເກົ້າ:ຄັງສໍາຮອງເງິນຕາຕ່າງປະເທດ

ມາດຕາຊາວເກົ້າ:ຄັງສໍາຮອງເງິນຕາຕ່າງປະເທດ ທະນາຄານແຫ່ງສປປລາວສ້າງແລະຄຸ້ມຄອງຄັງສໍາຮອງເງິນ ຕາຕ່າງປະເທດຕາມເງື່ອນໄຂແລະເນື້ອໃນຂອງລະບຽບການສະເພາະ ທີ່ທະນາຄານແຫ່ງສປປລາວເປັນຜູ້ກໍານົດໃນແຕ່ລະໄລຍະໂດຍໄດ້ຮັບ ຄວາມເຫັນດີຈາກລັດຖະບານ. ຄັງສໍາຮອງເງິນຕາຕ່າງປະເທດປະກອບດ້ວຍຊັບສິນທັງໝົດຫຼື ອັນໃດອັນໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ຄໍາ. ສອງ:ເງິນຕາຕ່າງປະເທດຊຶ່ງເປັນທະນະບັດແລະເງິນຫຼຽນຫຼື ເງິນຝາກໃນບັນຊີທະນາຄານຕ່າງປະເທດດ້ວຍສະກຸນເງິນແຂງໃດໜຶ່ງ ແລະຢູ່ໃນປະເທດໃດໜຶ່ງຕາມການຕົກລົງເຫັນດີຂອງສະພາບໍລິຫານ. ສາມ:ຊັບສິນທີ່ສາກົນຮັບຮູ້ວ່າເປັນເງິນຕາຕ່າງປະເທດ. -ເງິນສໍາຮອງຂອງສປປລາວຢູ່ກອງທຶນສາກົນ. -ສິດຖອນເງິນພິເສດຂອງສປປລາວໃນກອງທຶນສາກົນຊຶ່ງສາ ກົນເອີ້ນວ່າເງິນເດເຕແອສ. ສີ່:ພັນທະບັດແລກເງິນ,ໃບສັນຍາໃຊ້ໜີ້,ພັນທະບັດຄັງເງິນແລະ ພັນທະບັດອື່ນໆທີ່ຈໍາໜ່າຍຫຼືຄໍ້າປະກັນໂດຍລັດຖະບານຕ່າງປະເທດຫຼື ສະຖາບັນການເງິນສາກົນເປັນເງິນຕາຕ່າງປະເທດສະກຸນໃດໜຶ່ງ.ເງິນ ຕາຕ່າງປະເທດດັ່ງກ່າວເງິນຕາຕ່າງປະເທດດັ່ງກ່າວສາມາດຈ່າຍໄດ້ ທັງຢູ່ພາຍໃນແລະນອກສປປລາວຕາມການຕົກລົງເຫັນດີຂອງສະພາບໍ ລິຫານທະນາຄານ. ຫ້າ:ຊັບສິນອື່ນໆທີ່ຖືວ່າເປັນເງິນຕາຕ່າງປະເທດຕາມການຕົກ ລົງຂອງສະພາບໍລິຫານ.ເພື່ອຮັບປະກັນການຊໍາລະຢູ່ໃນສາກົນທະນາ ຄານແຫ່ງສປປລາວຕ້ອງຄຸ້ມຄອງຄັງສໍາຮອງໃຫ້ຢູ່ໃນລະດັບເໝາະສົມ.

...ມາດຕາສາມສິບ:ການລາຍງານສະພາບຄັງສໍາຮອງເງິນຕາຕ່າງປະເທດ

ມາດຕາສາມສິບ:ການລາຍງານສະພາບຄັງສໍາຮອງເງິນຕາຕ່າງປະ ເທດ ສະພາບໍລິຫານຕ້ອງລາຍງານໃຫ້ລັດຖະບານຊາບຢ່າງເປັນປົກ ກະຕິເດືອນລະໜຶ່ງຄັ້ງກ່ຽວກັບສະພາບຂອງຄັງສໍາຮອງເງິນຕາຕ່າງ ປະເທດ. ໃນເມື່ອສະພາບໍລິຫານຫາກເຫັນວ່າຄັງສໍາຮອງເງິນຕາຕ່າງ ປະເທດຫຼຸດລົງຫຼືມີທ່າອ່ຽງຫຼຸດລົງຜິດປົກກະຕິແລ້ວທະນາຄານແຫ່ງ ສປປລາວຕ້ອງລາຍງານໃຫ້ລັດຖະບານຊາບດ່ວນພ້ອມທັງສະເໜີ ມາດຕະການຕ່າງໆທີ່ຈໍາເປັນເພື່ອແກ້ໄຂສະພາບການດັ່ງກ່າວໃຫ້ຄືນ ສູ່ປົກກະຕິແລະສືບຕໍ່ລາຍງານເປັນໄລຍະຢ່າງໜ້ອຍເດືອນລະສອງຄັ້ງ ຈົນກວ່າສະພາບການຈະກັບຄືນສູ່ປົກກະຕິ.

...ມາດຕາສາມສິບເອັດ:ການດໍາເນີນທຸລະກິດຂອງທະນາຄານ

ມາດຕາສາມສິບເອັດ:ການດໍາເນີນທຸລະກິດຂອງທະນາຄານ ທະນາຄານແຫ່ງສປປລາວດໍາເນີນທຸລະກິດເງິນຕາຕ່າງປະ ເທດ,ໂລຫະປະເສີດແລະວັດຖຸມີຄ່າອື່ນໆຕາມການຕົກລົງຂອງສະພາ ບໍລິຫານດັ່ງນີ້: ໜຶ່ງ:ຊື້-ຂາຍຄໍາແທ່ງ,ຄໍາຮູບປະພັນ,ໂລຫະປະເສີດແລະວັດ ຖະມີຄ່າອື່ນໆ. ສອງ:ຊື້-ຂາຍເງິນຕາຕ່າງປະເທດດ້ວຍເຄື່ອງມືທີ່ເຄີຍນໍາ ໃຊ້ທົ່ວໄປ. ສາມ:ຊື້-ຂາຍພັນທະບັດຄັງເງິນແລະພັນທະບັດອື່ນໆທີ່ຈໍາໜ່າຍ ຫຼືຄໍ້າປະກັນໂດຍລັດຖະບານຕ່າງປະເທດຫຼືອົງການການເງິນສາກົນ. ສີ່:ເປີດແລະຮັກສາບັນຊີເງິນຝາກຢູ່ນໍາບັນດາອົງການຈັດຕັ້ງ ການເງິນສາກົນ,ບັນດາທະນາຄານກາງ,ອົງການການເງິນນັບທັງສະ ຖາບັນການເງິນອື່ນໆທີ່ໄດ້ຮັບອະນຸຍາດເປັນທາງການຢູ່ຕ່າງປະເທດ. ຫ້າ:ຮັບເປີດ,ຖືບັນຊີເງິນຝາກແລະຮັບເປັນຕົວແທນໃຫ້ອົງການ ຂອງຕ່າງປະເທດທີ່ກ່າວໃນຂໍ້"ສີ່"ຂອງມາດຕານີ້ຫຼືຂອງລັດຖະບານແລະ ຂອງອົງການລັດຖະບານຕ່າງປະເທດເຫຼົ່ານັ້ນ. ທະນາຄານແຫ່ງສປປລາວກໍານົດ,ປະກາດໃຊ້ແລະຄຸ້ມຄອງອັດ ຕາແລກປ່ຽນ,ຊື້,ຂາຍຫຼືດໍາເນີນທຸລະກິດເງິນຕາຕ່າງປະເທດເປັນແຕ່ ລະໄລຍະ.

...ມາດຕາສາມສິບສອງ:ຂອບເຂດການພົວພັນທຸລະກິດຂອງທະນາຄານ.

ມາດຕາສາມສິບສອງ:ຂອບເຂດການພົວພັນທຸລະກິດຂອງທະນາຄານ. ທະນາຄານແຫ່ງສປປລາວພົວພັນທຸລະກິດໄດ້ສະເພາະແຕ່ກັບ ອົງການຂອງລັດທະບານ,ທະນາຄານທຸລະກິດແລະສະຖາບັນການເງິນ ຢູ່ພາຍໃນປະເທດ,ອົງການຂອງລັດຖະບານຕ່າງປະເທດ,ອົງການການ ເງິນສາກົນ,ທະນາຄານກາງ,ອົງການການເງິນແລະສະຖາບັນການ ເງິນຕ່າງປະເທດ.

...ມາດຕາສາມສິບສາມ:ບັນຊີຄັງສໍາຮອງພິເສດ.ມາດຕາສາມສິບສາມ:ບັນຊີຄັງສໍາຮອງພິເສດ.

ມາດຕາສາມສິບສາມ:ບັນຊີຄັງສໍາຮອງພິເສດ. ບັນຊີຄັງສໍາຮອງພິເສດແມ່ນບັນຊີທີ່ຈົດກ່າຍກໍາໄລຫຼືການຂາດ ທຶນປະຈໍາປີຂອງທະນາຄານແຫ່ງສປປລາວຊຶ່ງເກີດຈາກການປ່ຽນ ແປງມູນຄ່າຊັບສິນຫຼືໜີ້ສິນເປັນຄໍາ,ເປັນເດເຕແອສຫຼືເກີດຈາກການ ປ່ຽນແປງຊັບສິນຫຼືໜີ້ສິນທີ່ເປັນເງິນຕາຕ່າງປະເທດຂອງລັດຖະບານ ທຽບໃສ່ເງິນກີບຂອງສປປລາວທີ່ໄດ້ກໍານົດໄວ້ໃນມາດຕາຊາວເກົ້າ ຂອງກົດໝາຍສະບັບນີ້.

...ມາດຕາສາມສິບສີ່:ວິທີການແກ້ໄຂຄັງສໍາຮອງພິເສດ

ມາດຕາສາມສິບສີ່:ວິທີການແກ້ໄຂຄັງສໍາຮອງພິເສດ ເມື່ອທະນາຄານແຫ່ງສປປລາວຫາກມີການຜິດດ່ຽງຂາດທຶນ ປະຈໍາປີຊຶ່ງເກີດຈາກການປ່ຽນແປງຕາມທີ່ກ່າວໄວ້ໃນມາດຕາສາມ ສິບສາມຂ້າງເທິງນັ້ນຕ້ອງໄດ້ຫັກເງິນຈາກຍອດເຫຼືອຂອງບັນຊີຄັງສໍາ ຮອງພິເສດເພື່ອທົດແທນການຂາດທຶນ.ຖ້າວ່າຍອດເຫຼືອໃນບັນຊີນັ້ນ ຫາກບໍ່ພຽງພໍແລ້ວລັດຖະບານຕ້ອງພິມຈໍາໜ່າຍພັນທະບັດປະເພດ ປ່ຽນມືບໍ່ໄດ້ອອກໃຫ້ທະນາຄານແຫ່ງສປປລາວໃຫ້ຄົບຈໍານວນຂາດ ທຶນແລະຕາມເງື່ອນໄຂລະບຽບການຂອງທະນາຄານແຫ່ງສປປລາວ. ກໍາໄລຫຼືການຂາດທຶນທີ່ກ່າວໄວ້ຂ້າງເທິງນີ້ຈະບໍ່ຄິດໄລ່ເຂົ້າໃນ ກໍາໄລປະຈໍາປີຂອງທະນາຄານແຫ່ງສປປລາວກ ໃນທຸກທ້າຍປີຍອດເຫຼືອເງິນທັງໝົດຂອງບັນຊີຄັງສໍາຮອງພິ ເສດຕ້ອງນໍາໃຊ້ເພື່ອທົດແທນຄ່າພັນທະບັດທີ່ລັດຖະບານໄດ້ພິມອອກ ຕາມທີ່ໄດ້ກໍານົດໄວ້ໃນວັດເທິງຂອງມາດຕານີ້. ການມອບຫຼືຖອນເງິນຈາກບັນຊີຄັງສໍາຮອງພິເສດນັ້ນແມ່ນແນ ໃສ່ເພື່ອຮັບໃຊ້ເປົ້າໝາຍທີ່ໄດ້ກໍານົດໄວ້ໃນມາດຕານີ້ເທົ່ານັ້ນ.

..ໝວດທີ9ການພົວພັນກັບສະຖາບັນການເງິນ


...ມາດຕາສາມສິບຫ້າ:ສິດແລະຂໍ້ຕ້ອງຫ້າມໃນການເຄື່ອນໄຫວ

ມາດຕາສາມສິບຫ້າ:ສິດແລະຂໍ້ຕ້ອງຫ້າມໃນການເຄື່ອນໄຫວ ທະນາຄານແຫ່ງສປປລາວສາມາດຮັບເປີດບັນຊີເງິນຝາກແລະ ຮັບຝາກເງິນຈາກທະນາຄານທຸລະກິດແລະສະຖາບັນການເງິນຕ່າງໆ ຊຶ່ງເອີ້ນຫຍໍ້ວ່າ"ເຈົ້າຂອງບັນຊີ"ຕາມລະບຽບການທີ່ທະນາຄານແຫ່ງ ສປປລາວກໍານົດອອກ. ທະນາຄານແຫ່ງສປປລາວບໍ່ມີສິດລົງທຶນດໍາເນີນທຸລະກິດທົ່ວ ໄປນອກຈາກທີ່ບັນຍັດໄວ້ໃນກົດໝາຍສະບັບນີ້.

...ມາດຕາສາມສິບຫົກ:ການຊື້-ຂາຍເອກະສານມີຄ່າ

ມາດຕາສາມສິບຫົກ:ການຊື້-ຂາຍເອກະສານມີຄ່າ ທະນາຄານແຫ່ງສປປລາວມີສິດຊື້-ຂາຍ,ຮັບຊື້ຫຼືຮັບຊ່ວງຊື້ຫຼຸດ ເອກະສານມີຄ່າຕ່າງໆຈາກເຈົ້າຂອງບັນຊີຕາມລະບຽບການທີ່ໄດ້ກໍາ ນົດໄວ້ດັ່ງລຸ່ມນີ້: ໜຶ່ງ:ພັນທະບັດແລກເງິນ,ໃບສັນຍາໃຊ້ໜີ້,ໃບຢັ້ງຢືນເງິນຝາກ ແລະເຊັກເພື່ອເປົ້າໝາຍການຄ້າ,ອຸດສາຫະກໍາຫຼືກະສິກໍາ. ສອງ:ພັນທະບັດຄັງເງິນແລະພັນທະບັດອື່ນໆທີ່ລັດເປັນຜູ້ຄໍ້າປະ ກັນຫຼືນໍາອອກຈໍາໜ່າຍສູ່ມວນຊົນ. ສາມ:ພັນທະບັດທີ່ທະນາຄານແຫ່ງສປປລາວເປັນຜູ້ຈໍາໜ່າຍ ອອກ. ເອກະສານນີ້ຈະມີຖານະຊໍາລະໜີ້ໄດ້ກໍ່ຕໍ່ເມື່ອມີສອງລາຍເຊັນ ຫຼືຫຼາຍກວ່ານັ້ນຊຶ່ງໃນນັ້ນຕ້ອງມີລາຍເຊັນຂອງສະຖາບັນການເງິນ, ເອກະສານມີຄ່າດັ່ງກ່າວຕ້ອງໄດ້ຊໍາລະຄືນພາຍໃນກໍານົດຮ້ອບແປດ ສິບສາມວັນນັບແຕ່ມື້ທະນາຄານໄດ້ຮັບຊື້ເປັນຕົ້ນໄປ. ທະນາຄານແຫ່ງສປປລາວສາມາດເອົາເງິນໃຫ້ຢືມລ່ວງໜ້າ ແກ່ເຈົ້າຂອງບັນຊີໄດ້ພາຍໃນກໍານົດບໍ່ໃຫ້ກາຍຮ້ອບແປດສິບສາມວັນ ແຕ່ຕ້ອງປະຕິບັດຕາມລະບຽບການທີ່ສະພາບໍລິຫານໄດ້ກໍານົດອອກ.

...ມາດຕາສາມສິບເຈັດ:ການໃຫ້ກູ້ຢືມເງິນລ່ວງໜ້າໂດຍມີການຄໍ້າປະກັນ

ມາດຕາສາມສິບເຈັດ:ການໃຫ້ກູ້ຢືມເງິນລ່ວງໜ້າໂດຍມີການຄໍ້າປະກັນ ທະນາຄານແຫ່ງສປປລາວມີສິດໃຫ້ກູ້ຢືມເງິນລ່ວງໜ້າແກ່ເຈົ້າ ຂອງບັນຊີໂດຍມີການຄໍ້າປະກັນດ້ວຍເອກະສານທີ່ມີຄ່າຕາມທີ່ໄດ້ບົ່ງ ໄວ້ໃນມາດຕາສາມສິບຫົກຂອງກົດໝາຍສະບັບນີ້ແລະຕາມລະບຽບ ການທີ່ສະພາບໍລິຫານໄດ້ກໍານົດອອກຫຼືດ້ວຍບັນດາເອກະສານເຄື່ອງ ມືທີ່ບົ່ງໄວ້ດັ່ງນີ້: -ພັນທະບັດຄັງເງິນແລະພັນທະບັດອື່ນໆທີ່ຄໍ້າປະກັນຈາກລັດໃຫ້ ແກ່ມວນຊົນ. -ພັນທະບັດສິນຄ້າ,ໃບຢັ້ງຢືນກໍາມະສິດອື່ນໆກ່ຽວກັບສິນຄ້າທີ່ມີ ການປະກັນໄພຢ່າງຄັກແນ່. -ຊັບສິນອື່ນໆທີ່ທະນາຄານແຫ່ງສປປລາວໄດ້ຮັບອະນຸຍາດໃຫ້ ຊື້-ຂາຍໄດ້ຕາມມາດຕາສາມສິບເອັດຂອງກົດໝາຍສະບັບນີ້.


...ມາດຕາສາມສິບແປດ:ການໃຫ້ກູ້ຢືມເງິນລ່ວງໜ້າໂດຍບໍ່ມີການຄໍ້າປະກັນ

ມາດຕາສາມສິບແປດ:ການໃຫ້ກູ້ຢືມເງິນລ່ວງໜ້າໂດຍບໍ່ມີການຄໍ້າປະ ກັນ ທະນາຄານແຫ່ງສປປລາວສາມາດໃຫ້ກູ້ຢືມເງິນລ່ວງໜ້າໂດຍ ບໍ່ມີຫຼັກຊັບຄໍ້າປະກັນຕາມການຕົກລົງແລະຕາມລະບຽບການພິເສດຂອງ ສະພາບໍລິຫານໃນກໍລະນີມີຄວາມຈໍາເປັນພິເສດແນໃສ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງການດ້ານການເງິນຂອງຜູ້ກູ້ຢືມໃຫ້ມີຄວາມສະ ດວກຂຶ້ນ.

...ມາດຕາສາມສິບເກົ້າ(ໃໝ່).ການກໍານົດອັດຕາດອກເບ້ຍ

ມາດຕາສາມສິບເກົ້າ(ໃໝ່).ການກໍານົດອັດຕາດອກເບ້ຍ ທະນາຄານແຫ່ງສປປລາວເປັນຜູ້ກໍານົດແລະປະກາດໃຊ້ອັດ ຕາດອກເບ້ຍຮັບຊ່ວງຊື້ຫຼຸດພັນທະບັດແລະອັດຕາດອກເບ້ຍໃຫ້ກູ້ຢືມ ລ່ວງໜ້າຂອງຕົນຕໍ່ທະນາຄານທຸລະກິດແລະສະຖາບັນການເງິນທີ່ ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ.ສ່ວນທະນາຄານທຸລະກິດແລະສະ ຖາບັນການເງິນນັ້ນອະນຸຍາດໃຫ້ປະຕິບັດອັດຕາດອກເບ້ຍເງິນຝາກ ແລະເງິນກູ້ຕໍ່ລູກຄ້າທົ່ວໄປຕາມກົນໄກເສດຖະກິດຕະຫຼາດທີ່ມີການ ຄຸ້ມຄອງລັດ.

...ມາດຕາສີ່ສິບ(ໃໝ່):ການຮັກສາລະດັບເງິນແຮຝາກບັງຄັບ

ມາດຕາສີ່ສິບ(ໃໝ່):ການຮັກສາລະດັບເງິນແຮຝາກບັງຄັບ ທະນາຄານແຫ່ງສປປລາວມີສິດກໍານົດໃຫ້ທະນາຄານທຸລະກິດ ແລະສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຮັກສາລະ ດັບປົກກະຕິຂອງເງິນແຮຝາກບັງຄັບເບື້ອງຕົ້ນແລະເງິນແຮຝາກບັງ ຄັບເພີ້ມເຕີມນັບທັງຊັບສິນໃຊ້ເປັນເງິນສົດໄດ້ໄວເພື່ອຮັບປະກັນການ ປະຕິບັດນະໂຍບາຍເງິນຕາ,ການຈ່າຍເງິນຝາກແລະເຮັດພັນທະຄ້າຍ ຄືກັນຊຶ່ງສະພາບໍລິຫານໄດ້ກໍານົດໄວ້.

...ມາດຕາສີ່ສິບເອັດ(ໃໝ່):ການກໍານົດຖານະເງິນຕາຕ່າງປະເທດສຸດທິ

ມາດຕາສີ່ສິບເອັດ(ໃໝ່):ການກໍານົດຖານະເງິນຕາຕ່າງປະເທດສຸດທິ ທະນາຄານແຫ່ງສປປລາວເປັນຜູ້ກໍານົດໃຫ້ທະນາຄານທຸລະກິດ ແລະສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຮັກສາຖານະ ເງິນຕາຕ່າງປະເທດສຸດທິໄວ້ເປັນສະກຸນເງິນແຂງໃດໜຶ່ງຫຼືຫຼາຍສະກຸນ ເງິນຕາມລະບຽບການທີ່ທະນາຄານແຫ່ງສປປລາວວາງອອກ.

...ມາກຕາສີ່ສິບສອງ(ໃໝ່):ການກວດກາລະບຽບການຕ່າງໆຂອງສະຖາບັນການເງິນ

ມາກຕາສີ່ສິບສອງ(ໃໝ່):ການກວດກາລະບຽບການຕ່າງໆຂອງສະຖາ ບັນການເງິນ ທະນາຄານແຫ່ງສປປລາວເປັນຜູ້ກວດກາລະບຽບການຕ່າງໆ ແລະໃຫ້ຄໍາແນະນໍາກ່ຽວກັບລະບຽບການສິນເຊື່ອແລະລະບຽບການອື່ນ ໆຂອງທະນາຄານທຸລະກິດແລະສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມ ຄອງຂອງຕົນລວມທັງການປະຕິບັດລະບຽບການດັ່ງກ່າວ.

...ມາດຕາສີ່ສິບສາມ(ໃໝ່):ການຄໍ້າປະກັນເງິນກູ້ຈາກຕ່າງປະເທດ

ມາດຕາສີ່ສິບສາມ(ໃໝ່):ການຄໍ້າປະກັນເງິນກູ້ຈາກຕ່າງປະເທດ ທະນາຄານແຫ່ງສປປລາວຈະໃຫ້ການຄໍ້າປະກັນແກ່ບັນດາທະ ນາຄານທຸລະກິດແລະສະຖາບັນການເງິນໃນການກູ້ຢືມເງິນຈາກຕ່າງ ປະເທດຕາມການເຫັນດີຂອງລັດຖະບານ. ...ມາດຕາສີ່ສິບສີ່(ໃໝ່):ເຄື່ອງມືໃນການຊໍາລະ

ມາດຕາສີ່ສິບສີ່(ໃໝ່):ເຄື່ອງມືໃນການຊໍາລະ ທະນາຄານແຫ່ງສປປລາວສ້າງກົນໄກການຊໍາລະເພື່ອອໍານວຍ ຄວາມສະດວກໃຫ້ແກ່ທະນາຄານທຸລະກິດແລະສະຖາບັນການເງິນທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງຕົນມີເຄື່ອງມືໃນການຊໍາລະແລະນໍາໃຊ້ການ ຊໍາລະດ້ວຍເຊັກແລະເຄື່ອງມືອື່ນໆຢ່າງກວ້າງຂວາງ.

..ໝວດທີ10ການພົວພັນກັບລັດຖະບານ


...ມາດຕາສີ່ສິບຫ້າ:ການລາຍງານຕໍ່ລັດຖະບານ

ມາດຕາສີ່ສິບຫ້າ:ການລາຍງານຕໍ່ລັດຖະບານ ທະນາຄານແຫ່ງສປປລາວມີໜ້າທີ່ລາຍງານໃຫ້ລັດຖະບານ ຊາບຢ່າງເປັນປົກກະຕິກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງຕົນ. ໃນກໍລະນີທີ່ເຫັນວ່າມີບັນຫາທີ່ຈະເປັນອຸປະສັກແກ່ການປະຕິບັດ ໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນສໍາເລັດນັ້ນທະນາຄານຕ້ອງລາຍງານໃຫ້ ລັດຖະບານຊາບດ່ວນ. ...ມາດຕາສີ່ສິບຫົກ:ບັນຊີເງິນຝາກຂອງບັດຖະບານ

ມາດຕາສີ່ສິບຫົກ:ບັນຊີເງິນຝາກຂອງບັດຖະບານ ທະນາຄານແຫ່ງສປປລາວເປັນຜູ້ຮັບຝາກເງິນຂອງລັດຖະບານ. ລັດຖະບານສາມາດເປີດບັນຊີເງິນຝາກແລະນໍາໃຊ້ການບໍລິການທົ່ວໄປ ຂອງທະນາຄານທຸລະກິດແລະສະຖາບັນການເງິນອື່ນໆຕາມທີ່ເຫັນວ່າ ເໝາະສົມ.

...ມາດຕາສີ່ສິບເຈັດ:ການຖືບັນຊີເງິນຝາກຂອງລັດຖະບານຢູ່ຕ່າງປະເທດ

ມາດຕາສີ່ສິບເຈັດ:ການຖືບັນຊີເງິນຝາກຂອງລັດຖະບານຢູ່ຕ່າງປະເທດ ທະນາຄານແຫ່ງສປປລາວເປັນຜູ້ຖືບັນຊີເງິນຝາກທີ່ເປັນເງິນຕາ ຕ່າງປະເທດຂອງລັດຖະບານຢູ່ຕ່າງປະເທດ. ...ມາດຕາສີ່ສິບແປດ:ການຄຸ້ມຄອງພັນທະບັດ

ມາດຕາສີ່ສິບແປດ:ການຄຸ້ມຄອງພັນທະບັດ ທະນາຄານແຫ່ງສປປລາວເປັນຜູ້ຈໍາໜ່າຍ,ຊື້,ຂາຍແລະຄຸ້ມ ຄອງພັນທະບັດຂອງລັດຖະບານຫຼືພັນທະບັດທີ່ລັດຖະບານເປັນຜູ້ຄໍ້າປະ ກັນທີ່ຈໍາໜ່າຍອອກສູ່ມວນຊົນຕາມຄວາມສາມາດຊື້ໄດ້ຂອງມວນຊົນ ສ່ວນໃຫຍ່ດ້ວຍການຕົກລົງຂອງລັດຖະບານ.

...ມາດຕາສີ່ສິບເກົ້າ:ການກູ້ຢືມເງິນຈາກຕ່າງປະເທດ

ມາດຕາສີ່ສິບເກົ້າ:ການກູ້ຢືມເງິນຈາກຕ່າງປະເທດ ທະນາຄານແຫ່ງສປປລາວມີໜ້າທີ່ຄົ້ນຄວ້າໃຫ້ຄວາມເຫັນແກ່ ລັດຖະບານໃນການກູ້ຢືມເງິນຈາກຕ່າງປະເທດ.ສໍາລັບບັນດາທະນາ ຄານທຸລະກິດ,ສະຖາບັນການເງິນແລະວິສາຫະກິດນັ້ນກ່ອນຈະກູ້ຢືມ ເງິນຈາກຕ່າງປະເທດຕ້ອງໄດ້ຮັບຄວາມເຫັນດີຈາກທະນາຄານແຫ່ງ ສປປລາວ.

...ມາດຕາຫ້າສິບ:ການໃຫ້ກູ້ຢືມເງິນລ່ວງໜ້າແກ່ລັດຖະບານ.

ມາດຕາຫ້າສິບ:ການໃຫ້ກູ້ຢືມເງິນລ່ວງໜ້າແກ່ລັດຖະບານ. ທະນາຄານແຫ່ງສປປລາວມີສິດໃຫ້ກູ້ຢືມເງິນລ່ວງໜ້າຊົ່ວຄາວ ແກ່ລັດຖະບານໃນກໍລະນີຈໍາເປັນໂດຍລັດຖະບານຈະທົດແທນຕົ້ນທຶນ ໃຫ້ກູ້ຢືມພ້ອມທັງດອກເບ້ຍພາຍໃນກໍານົດຫົກເດືອນ.ສໍາຫຼັບອັດຕາອອກ ເບ້ຍດັ່ງກ່າວທະນາຄານແຫ່ງສປປລາວເປັນຜູ້ກໍາເນີດຕາມສະພາບ ຄວາມເປັນຈິງໃນແຕ່ລະໄລຍະ. ທະນາຄານແຫ່ງສປປລາວມີສິດໃຫ້ກູ້ຢືມເງິນລ່ວງໜ້າເພີ່ມເຕີມ ແກ່ລັກຖະບານຕາມເງື່ອນໄຂທີ່ໄດ້ຕົກລົງກັນເພື່ອຈ່າຍຄ່າບໍາລຸງແລະ ຈ່າຍຄ່າອື່ນໆທີ່ສືບເນື່ອງມາຈາກການເຂົ້າຮ່ວມເປັນສະມາຊິກຂອງ ສປປລາວຢູ່ໃນບັນດາອົງການຈັດຕັ້ງການເງິນສາກົນ,ສະຖາບັນການ ເງິນສາກົນແລະອົງການຈັດຕັ້ງສາກົນອື່ນໆ.


...ມາດຕາຫ້າສິບເອັດ:ຂອບເຂດການໃຫ້ກູ້ຢືມລ່ວງໜ້າ

ມາດຕາຫ້າສິບເອັດ:ຂອບເຂດການໃຫ້ກູ້ຢືມລ່ວງໜ້າ ລັດຖະບານກູ້ຢືມເງິນລ່ວງໜ້າຈາກທະນາຄານແຫ່ງສປປລາວ ໄດ້ໃນຈໍານວນທີ່ບໍ່ເກີນຊາວຫ້າສ່ວນຮ້ອຍຂອງລັດຮັບງົບປະມານແຫ່ງ ລັດປະຈໍາປີສະເລ່ຍໃນໄລຍະສາມປີຜ່ານມາ.ການຄິດໄລ່ລາຍຮັບດັ່ງ ກ່າວບໍ່ໃຫ້ກວມເອົາລາຍຮັບຈາກການກູ້ຢືມ,ການຊ່ວຍເຫຼືອລ້າແລະ ການຊ່ວຍເຫຼືອທາງດ້ານເສດຖະກິດດ້ວຍຮູ້ການອື່ນໆ. ໃນກໍລະນີທີ່ເຫັນວ່າການໃຫ້ກູ້ຢືມນີ້ຫາກມີການສ່ຽງໄພແລ້ວທະ ນາຄານແຫ່ງສປປລາວຕ້ອງລາຍງານໃຫ້ລັດຖະບານຊາບພ້ອມທັງສະ ເໜີມາດຕະການແກ້ໄຂ.

...ມາດຕາຫ້າສິບສອງ:ການພົວພັນກັບອົງການຈັດຕັ້ງການເງິນສາກົນ

ມາດຕາຫ້າສິບສອງ:ການພົວພັນກັບອົງການຈັດຕັ້ງການເງິນສາກົນ ທະນາຄານແຫ່ງສປປລາວເປັນບ່ອນຮັບຝາກເງິນແລະເປັນຕົວ ແທນການເງິນໃຫ້ທຸກອົງການຈັດຕັ້ງການເງິນສາກົນຊຶ່ງສປປລາວເປັນ ສະມາຊິກ.

..ໝວດທີ11ບັນຊີທະນາຄານແລະການລາຍງານ


...ມາດຕາຫ້າສິບສາມ(ໃໝ່):ສົກປີການບັນຊີທະນາຄານ

ມາດຕາຫ້າສິບສາມ(ໃໝ່):ສົກປີການບັນຊີທະນາຄານ ສົກປີການບັນຊີທະນາຄານແຫ່ງສປປລາວເລີ່ມຕົ້ນໃນວັນທີໜຶ່ງ ມັງກອນແລະສິ້ນສຸດໃນວັນທີສາມສິບເອັດທັນວາຂອງແຕ່ລະປີ. ທະນາຄານແຫ່ງສປປລາວ,ທະນາຄານທຸລະກິດແລະສະຖາບັນ ການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງສປປລາວຕ້ອງ ປະຕິບັດລະບຽບການບັນຊີທະນາຄານແຫ່ງສປປລາວແລະການບັນຊີ ຂອງທະນະຄານທຸລະກິດແລະສະຖາບັນການເງິນຊຶ່ງໄດ້ປະກາດໃຊ້ໃນ ແຕ່ລະໄລຍະ. ...ມາດຕາຫ້າສິບສີ່:ການລາຍງານປະຈໍາປີຕໍ່ລັດຖະບານ

ມາດຕາຫ້າສິບສີ່:ການລາຍງານປະຈໍາປີຕໍ່ລັດຖະບານ ພາຍຫຼັງທີ່ໄດ້ປິດບັນຊີແລ້ວພາຍໃນກໍານົດສາມເດືອນທະນາ ຄານແຫ່ງສປປລາວຕ້ອງສົ່ງເອກະສານລາຍງານໃຫ້ລັດຖະບານຊາບ ດັ່ງນີ້: -ບົດລາຍງານບາງບັນຫາທາງດ້ານເສດຖະກິດ. -ບົດສະຫຼຸບການເຄື່ອນໄຫວທຸລະກິດຂອງທະນາຄານແຫ່ງສປປ ລາວໃນປີຜ່ານມາ. -ບັນຊີປະຈໍາປີຂອງທະນາຄານຢັ້ງຢືນໂດຍຜູ້ກວດກາບັນຊີ. ທະນາຄານແຫ່ງສປປລາວຕ້ອງພິມເຜີຍແຜ່ບົດລາຍງານປະຈໍາ ປີກ່ຽວກັບບັນຫາເງິນຕາແລະບາງບັນຫາທາງດ້ານເສດຖະກິດ.

..ໝວດທີ12ມາດຕະການຕໍ່ຜູ້ລະເມີດ


...ມາດຕາຫ້າສິບຫ້າ(ໃໝ່):ການລະເມີດອັດຕາສ່ວນເງິນແຮຝາກບັງຄັບແລະລະບຽບການອື່ນໆ

ມາດຕາຫ້າສິບຫ້າ(ໃໝ່):ການລະເມີດອັດຕາສ່ວນເງິນແຮຝາກບັງຄັບ ແລະລະບຽບການອື່ນໆ ທະນາຄານທຸລະກິດຫຼືສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມ ຄອງຂອງທະນາຄານແຫ່ງສປປລາວທີ່ໄດ້ລະເມີດອັດຕາສ່ວນເງິນແຮ ຝາກບັງຄັບຫຼືຊັບສິນທີ່ໃຊ້ເປັນເງິນສົດໄດ້ໄວຫຼືລະບຽບການອື່ນໆຈະຖືກ ປັບໃໝຫຼືຖືກລົງໂທດຕາມລະບຽບກົດໝາຍ.

...ມາດຕາຫ້າສິບຫົກ:ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ

ມາດຕາຫ້າສິບຫົກ:ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ບຸກຄົນໃດຫາກປະກອບຂໍ້ມູນຂ່າວສານທີ່ບໍ່ກົງກັບຄວາມເປັນຈິງ ໃຫ້ແກ່ທະນາຄານແຫ່ງສປປລາວໂດຍເຈດຕະນາຈະຖືກປັບໃໝຫຼືຖືກລົງ ໂທດຕາມລະບຽບກົດໝາຍ.

...ມາດຕາຫ້າສິບເຈັດ:ການດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ

ມາດຕາຫ້າສິບເຈັດ:ການດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ດໍາເນີນທຸລະກິດທະນາຄານຫຼືສະຖາບັນການ ເງິນໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍຈະຖືກປັບໃໝຫຼືຖືກ ລົງໂທດຕາມລະບຽບກົດໝາຍ.

...ມາດຕາຫ້າສິບແປດ:ການເປີດເຜີຍຄວາມລັບ

ມາດຕາຫ້າສິບແປດ:ການເປີດເຜີຍຄວາມລັບ ພະນັກງານຫຼືບຸກຄົນໃດໄດ້ເກັບກໍາ,ໄດ້ຮູ້ຫຼືໄດ້ເຫັນຂໍ້ມູນຂ່າວ ສານຂອງທະນາຄານແຫ່ງສປປລາວ,ທະນາຄານທຸລະກິດຫຼືສະຖາບັນ ການເງິນໃນເວລາປະຕິບັດໜ້າທີ່ວຽກງານຂອງຕົນຫາກເປີດເຜີຍຂໍ້ ມູນດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ຊາວສອງຂອງກົດໝາຍສະບັບນີ້ຈະຖືກລົງໂທດທາງອາຍາໃນສະຖານ ເປີດເຜີຍຄວາມລັບທາງລັດຖະການ.

...ມາດຕາຫ້າສິບເກົ້າ:ການສວຍໃຊ້ໜ້າທີ່ຕໍາແໜ່ງ

ມາດຕາຫ້າສິບເກົ້າ:ການສວຍໃຊ້ໜ້າທີ່ຕໍາແໜ່ງ ພະນັກງານທະນາຄານຜູ້ໃດຫາກສວຍໃຊ້ໜ້າທີ່ຕໍາແໜ່ງຂອງ ຕົນທີ່ບໍ່ຖືກຕ້ອງຕາມກົດໝາຍສະບັບນີ້ເພື່ອຫາຜົນປະໂຫຍດສ່ວນຕົວ ຈະຖືກລົງໂທດຕາມກົດໝາຍອາຍາ.


...ມາດຕາຫົກສິບ:ການລະເມີດອື່ນໆ

ມາດຕາຫົກສິບ:ການລະເມີດອື່ນໆ ບຸກຄົນໃດຫາກປອມແປງທະນະບັດ,ເງິນຫຼຽນຫຼືເຄື່ອງມືຊໍາລະ, ໃຊ້ທະນະບັດ,ເງິນຫຼຽນ,ເຄື່ອງມືຊໍາລະປອມ,ທໍາລາຍທະນະບັດຫຼືເງິນ ຫຼຽນດ້ວຍການຕັດ,ເຈາະຮູ,ຈີກ,ແຕ້ມ,ຂີດຂຽນໃສ່,ພິມໃສ່,ຈໍ້າກາໃສ່, ຕິດກາໃສ່ໃບທະນະບັດຫຼືດ້ວຍວິທີໃດກໍ່ຕາມຊຶ່ງເຮັດໃຫ້ທະນະບັດຫຼືເງິນ ຫຼຽນຂອງທະນາຄານແຫ່ງສປປລາວທີ່ນໍາອອກຈໍລະຈອນນັ້ນຖືກເສຍ ຫາຍຫຼືໃຊ້ງານບໍ່ໄດ້ຈະຖືກລົງໂທດຕາມກົດໝາຍອາຍາ.

..ໝວດທີ13ບົດບັນຍັດສຸດທ້າຍ


...ມາດຕາຫົກສິບເອັດ:ການຈັດຕັ້ງປະຕິບັດ

ມາດຕາຫົກສິບເອັດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາຫົກສິບສອງ:ຜົນສັກສິດ

ມາດຕາຫົກສິບສອງ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ມື້ປະທານປະເທດແຫ່ງສາ ທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການສ້າງຕັ້ງທະ ນາຄານແຫ່ງສປປລາວເລກທີສີ່ລົງວັນທີສິບກໍລະກົດພັນເກົ້າຮ້ອຍເກົ້າ ສິບ.ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ວຽງຈັນວັນທີສິບສີ່ເດືອນຕຸລາປີພັນເກົ້າຮ້ອຍເກົ້າສິບຫ້າ ປະທານສະພາແຫ່ງຊາດ ສະໝານ ວິຍະເກດ