ກົດໝາຍວ່າດ້ວຍທະນາຄານທຸລະກິດ 26-12-2006

From Wikisource
Jump to navigation Jump to search

.ທະນາຄານທຸລະກິດ 26-12-2006


..ພາກທີໜຶ່ງ:ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍທະນາຄານທຸລະກິດ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍທະນາຄານທຸລະກິດ ກົດໝາຍວ່າດ້ວຍທະນາຄານທຸລະກິດກໍານົດຫຼັກການ,ລະບຽບ ການກ່ຽວກັບການສ້າງຕັ້ງ,ການຄຸ້ມຄອງແລະການຕິດຕາມກວດກາ ທະນາຄານທຸລະກິດຢູ່ສປປລາວເພື່ອສົ່ງເສີມໃຫ້ທະນາຄານທຸລະກິດ ເຄື່ອນໄຫວຢ່າງມີປະສິດທິພາບ,ໝັ້ນຄົງ,ໂປ່ງໃສ,ສະໜອງທຶນເຂົ້າສູ່ ການຜະລິດ,ທຸລະກິດ,ປະກອບສ່ວນອັນສໍາຄັນໃນການຮັກສາສະເຖນ ລະພາບເງິນຕາແລະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

...ມາດຕາສອງ:ທະນາຄານທຸລະກິດ

ມາດຕາສອງ:ທະນາຄານທຸລະກິດ ທະນາຄານທຸລະກິດແມ່ນວິສາຫະກິດທີ່ຖືກສ້າງຕັ້ງຂຶ້ນຕາມກົດ ໝາຍສະບັບນີ້ຊຶ່ງດໍາເນີນທຸລະກິດການທະນາຄານເປັນຕົ້ນ,ການລະດົມ ເງິນຝາກ,ເພື່ອສະໜອງສິນເຊື່ອ,ຊື້-ຂາຍເງິນຕາຕ່າງປະເທດ,ໃຫ້ບໍລິ ການຊໍາລະແລະລົງທຶນ.

...ມາດຕາສາມ:ການອະທິບາຍຄໍາສັບ

ມາດຕາສາມ:ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ທຸລະກິດການທະນາຄານໝາຍເຖິງທຸລະກິດເງິນຕາໂດຍຖື ເອົາການລະດົມເງິນຝາກແລະການນໍາໃຊ້ແຫຼ່ງທຶນທີ່ລະດົມໄດ້ເພື່ອສະ ໜອງສິນເຊື່ອ,ຊື້-ຂາຍເງິນຕາຕ່າງປະເທດ,ໃຫ້ບໍລິການຊໍາລະແລະ ລົງທຶນ. 2.ການສະໜອງສິນເຊື່ອໝາຍເຖິງການໃຫ້ກູ້ຢືມ,ການຄໍ້າປະ ກັນ,ການຊື້,ການຊື້ຫຼຸດ,ຮັບຊ່ວງຊື້ຫຼຸດແລະອື່ນໆຕາມການອະນຸຍາດ ຂອງທະນາຄານແຫ່ງສປປລາວ. 3.ເງິນຝາກໝາຍເຖິງຈໍານວນເງິນທີ່ລູກຄ້ານໍາມາຝາກໄວ້ໃນ ບັນຊີເງິນຝາກຂອງຕົນຢູ່ທະນາຄານທຸລະກິດ. 4.ທຶນໝາຍເຖິງຜົນລົບລະຫວ່າງຊັບສິນແລະໜີ້ສິນຕາມໃບສະ ຫຼຸບຊັບສົມບັດຂອງທະນາຄານທຸລະກິດ. 5.ສໍານວນເອກະສານສິນເຊື່ອໝາຍເຖິງເອກະສານທີ່ຕິດພັນ ກັບສັນຍາກ່ຽວກັບການສະໜອງສິນເຊື່ອຊຶ່ງຕົ້ນຕໍປະກອບດ້ວຍ:ບົດ ລາຍງານຖານະການເງິນຂອງຜູ້ກູ້ຢືມ,ບົດລາຍງານຖານະຖານເງິນ ຂອງຜູ້ຄໍ້າປະກັນ,ລາຍລະອຽດຂອງຫຼັກຊັບຄໍ້າປະກັນແລະການຕີລາ ຄາມູນຄ່າຫຼັກຊັບຄໍ້າປະກັນ(ຖ້າມີ),ລາຍລະອຽດກ່ຽວກັບເງື່ອນໄຂ ຂອງການສະໜອງສິນເຊື່ອແລະເອກະສານອະນຸມັດສິນເຊື່ອ. 6.ທຶນຕາມລະບຽບການໝາຍເຖິງທຶນທີ່ກໍານົດໂດຍທະນາຄານ ແຫ່ງສປປລາວໃນແຕ່ລະໄລຍະເພື່ອຮັບປະກັນຄວາມໝັ້ນຄົງຂອງທະ ນາຄານ. 7.ຜົນປະໂຫຍດຈາກການຖືຮູ້ນໝາຍເຖິງສິດໃນການເປັນເຈົ້າ ກໍາມະສິດໃນທຶນຈົດທະບຽນຕາມຮຸ້ນຂອງຕົນ,ສິດໃນການລົງຄະແນນ ສຽງ,ສິດໃນການດໍາເນີນການໃດໜຶ່ງ,ສິດໄດ້ຮັບເງິນປັນຜົນໃນບ່ອນ ທີ່ຕົນຖືຮຸ້ນ. 8.ຜູ້ຖືຮຸ້ນລາຍໃຫຍ່ໝາຍເຖິງບຸກຄົນທີ່ເປັນເຈົ້າຂອງຮຸ້ນໂດຍ ທາງກົງຫຼືທາງອ້ອມແຕ່ສິບສ່ວນຮ້ອຍຂຶ້ນໄປຂອງຈໍານວນຮຸ້ນທັງໝົດ ທີ່ສາມາດລົງຄະແນນສຽງໄດ້. 9.ຜົນປະໂຫຍດສໍາຄັນໝາຍເຖິງຜົນປະໂຫຍດທີ່ໄດ້ມາຈາກ ການຖືຮູ້ນຊຶ່ງສາມາດລົງຄະແນນສຽງໄດ້ຫຼືຜົນປະໂຫຍດທີ່ເຮັດໃຫ້ ສາມາດໃຊ້ສິດໄດ້ໃນລະດັບທີ່ມີຜົນກະທົບຕໍ່ການບໍລິການຈັດການຫຼື ການກໍານົດນະໂຍບາຍໃນນິຕິບຸກຄົນຫຼືການດໍາເນີນການໃດໜຶ່ງ. 10.ການແບ່ງປັນທຶນໝາຍເຖິງການແບ່ງປັນເງິນສົດຫຼືຊັບ ສິນຂອງທະນາານທຸລະກິດໃຫ້ແກ່ເຈົ້າຂອງກໍາມະສິດໂດຍອີງໃສ່ອັດ ຕາສ່ວນກໍາມະສິດຂອງພາກກ່ຽວ,ແຕ່ຈະບໍ່ລວມເອົາການແບ່ງປັນ ຮຸ້ນທີ່ມີຢູ່ໃນທະນາຄານທຸລະກິດຫຼືສິດໃນການຊື້ຄຸ້ນດັ່ງກ່າວ. 11.ສະມາຊິກສະພາບໍລິຫານຈາກພາຍນອກໝາຍເຖິງສະມາ ຊິກສະພາບໍລິຫານທີ່ບໍ່ແມ່ນຜູ້ບໍລິຫານແລະຜູ້ຈັດການຝ່າຍຕ່າງໆຂອງ ທະນາຄານທຸລະກິດແລະບໍ່ແມ່ນບຸກຄົນກ່ຽວຂ້ອງທາງສາຍພົວພັນຄອບ ຄົວ,ການວ່າຈ້າງຫຼືມີຜົນປະໂຫຍດທາງດ້ານທຸລະກິດກັບຜູ້ຖືຮຸ້ນລາຍ ໃຫຍ່ແລະຜູ້ບໍລິຫານຂອງທະນາຄານທຸລະກິດນັ້ນ; 12.ສາຂາໝາຍເຖິງພາກສ່ວນໜຶ່ງຂອງທະນາຄານທຸລະກິດ ພາຍໃນຫຼືຕ່າງປະເທດທີ່ດໍາເນີນທຸລະກິດການທະນາຄານທັງໝົດຫຼື ສ່ວນໃດສ່ວນໜຶ່ງຕາມການມອບໝາຍຂອງທະນາຄານທຸລະກິດນັ້ນ; 13.ຜູ້ບໍລິຫານໝາຍເຖິງສະມາຊິກສະພາບໍລິຫານ,ຜູ້ອໍານວຍ ການໃຫຍ່,ຜູ້ອໍານວຍການດ້ານການເງິນແລະຜູ້ຈັດການຝ່າຍຕ່າງໆ ຂອງທະນາຄານທຸລະກິດ. 14.ຜູ້ກ່ຽວຂ້ອງໝາຍເຖິງຜູ້ບໍລິຫານ,ຜູ້ຖືຮຸ້ນລາຍໃຫຍ່,ບຸກຄົນ ທີ່ມີສາຍພົວພັນຜົວ-ເມຍ,ຍາດສາຍຕັ້ງ,ບຸກຄົນຜູ້ທີ່ມີຜົນປະໂຫຍດທາງ ດ້ານທຸລະກິດກັບຜູ້ບໍລິຫານຂອງທະນາຄານທຸລະກິດຫຼືຜູ້ຖືຮຸ້ນລາຍໃຫຍ່ ລວມທັງບຸກຄົນທີ່ມີຜົນປະໂຫຍດສໍາຄັນຢູ່ໃນນິຕິບຸກຄົນອື່ນຊຶ່ງທະນາ ຄານທຸລະກິດດັ່ງກ່າວມີຜົນປະໂຫຍດສໍາຄັນ. 15.ໃບອະນຸຍາດສ້າງຕັ້ງໝາຍເຖິງເອກະສານຮັບຮອງສິດທີ່ ອອກໂດຍທະນາຄານແຫ່ງສປປລາວໃຫ້ແກ່ຜູ້ສະເໜີຂໍສ້າງຕັ້ງທະນາ ຄານທຸລະກິດເພື່ອດໍາເນີນທຸລະກິດການທະນາຄານແລະທຸລະກິດດ້ານ ການເງິນອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເອັດແລະສີ່ສິບສອງ ຂອງກົດໝາຍສະບັບນີ້: 16.ບໍລິສັດໃນກຸ່ມໝາຍເຖິງບໍລິສັດທີ່ທະນາຄານທຸລະກິດຖືຮຸ້ນ ໃນຈໍານວນພຽງພໍແລະມີອໍານາດຄວບຄຸມບໍລິຫານຈັດການທຸລະກິດ ຂອງບໍລິສັດນັ້ນ. 17.ສາຂາທະນາຄານທຸລະກິດຕ່າງປະເທດໝາຍເຖິງພາກ ສ່ວນໜຶ່ງຂອງທະນາຄານທຸລະກິດຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ ດໍາເນີນທຸລະກິດການທະນາຄານຢູ່ສປປລາວຕາມລະບຽບກົດໝາຍ ຂອງສປປລາວ.

...ມາດຕາສີ່:ນະໂຍບາຍຂອງລັດກ່ຽວກັບທະນາຄານທຸລະກິດ

ມາດຕາສີ່:ນະໂຍບາຍຂອງລັດກ່ຽວກັບທະນາຄານທຸລະກິດ ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດສ້າງຕັ້ງທະນາຄານທຸລະກິດຫຼືເຂົ້າຮ່ວມໃນການດໍາເນີນ ທຸລະກິດການທະນາຄານດ້ວຍການວາງນະໂຍບາຍ,ລະບຽບການ, ມາດຕະການ,ການສະໜອງຂໍ້ມູນຂ່າວສານແລະຄວາມສະດວກອື່ນ ໆເພື່ອພັດທະນາຂະແໜງການທະນາຄານໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງ. ລັດສົ່ງເສີມໃຫ້ທະນາຄານທຸລະກິດລົງທຶນແລະສະໜອງສິນເຊື່ອ ເພື່ອຊຸກຍູ້ການຜະລິດ,ທຸລະກິດ,ສ້າງວຽກເຮັດງານທໍາເພີ່ມລາຍໄດ້ ຂອງປະຊາຊົນ,ສ້າງພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກໍາແລະ ທັນສະໄໝ,ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

...ມາດຕາຫ້າ:ການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ

ມາດຕາຫ້າ:ການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທະນາຄານທຸລະກິດຕ້ອງປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກ ເງິນດ້ວຍການ: 1.ເຂົ້າເປັນສະມາຊິກຂອງກອງທຶນປົກປ້ອງຜູ້ຝາກເງິນ; 2.ສ້າງເງື່ອນໄຂເພື່ອອໍານວຍຄວາມສະດວກໃນການຝາກ ແລະຖອນເງິນຂອງລູກຄ້າທັງຕົ້ນທຶນແລະດອກເບ້ຍຢ່າງຄົບຖ້ວນ ແລະທັນເວລາ. 3.ຮັກສາຄວາມລັບກ່ຽວກັບບັນຊີເງິນຝາກຂອງລູກຄ້າເວັ້ນ ເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ຢ່າງອື່ນ. 4.ແຈ້ງອັດຕາດອກເບ້ຍເງິນຝາກ,ຄ່າບໍລິການແລະອັດຕາ ແລກປ່ຽນຢ່າງເປີດເຜີຍດ້ວຍຮູບການຕ່າງໆ.

...ມາດຕາຫົກ:ຄວາມສະເໝີພາບໃນການດໍາເນີນທຸລະກິດ

ມາດຕາຫົກ:ຄວາມສະເໝີພາບໃນການດໍາເນີນທຸລະກິດ ບັນດາທະນາຄານທຸລະກິດທີ່ສ້າງຕັ້ງແລະເຄື່ອນໄຫວຢູ່ສປປ ລາວມີຄວາມສະເໝີພາບຕໍ່ໜ້າກົດໝາຍໃນການຮ່ວມມືແລະແຂ່ງຂັນ ເພື່ອຂະຫຍາຍການຜະລິດ,ທຸລະກິດ. ລັດຄຸ້ມຄອງທະນາຄານທຸລະກິດຢ່າງເປັນເອກະພາບບົນພື່້ນ ຖານລະບຽບກົດໝາຍແລະປົກປ້ອງສິດແລະຜົນປະໂຫຍດອັນຊອບ ທໍາຂອງທະນາຄານທຸລະກິດ. ລັດບໍ່ອະນຸຍາດໃຫ້ທະນາຄານທຸລະກິດເຄື່ອນໄຫວແກ່ງແຍ່ງ ແຂ່ງຂັນກັນຢ່າງຜິດກົດໝາຍທີ່ສ້າງຜົນເສຍຫາຍຕໍ່ທະນາຄານທຸລະ ກິດອື່ນ,ລະບົບທະນາຄານຫຼືນະໂຍບາຍການເງິນ-ເງິນຕາຂອງລັດ.


...ມາດຕາເຈັດ:ຄວາມເປັນເອກະລາດໃນການດໍາເນີນທຸລະກິດ

ມາດຕາເຈັດ:ຄວາມເປັນເອກະລາດໃນການດໍາເນີນທຸລະກິດ ທະນາຄານທຸລະກິດມີຄວາມເປັນເອກະລາດໃນການດໍາເນີນທຸ ລະກິດຂອງຕົນບົນພື້ນຖານກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວ ຂ້ອງ.

...ມາດຕາແປດ:ຂອບເຂດການນໍາໃຊ້ກົດໝາຍ

ມາດຕາແປດ:ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ຕໍ່ທະນາຄານທຸລະກິດລວມທັງສາຂາ ທະນາຄານທຸລະກິດຕ່າງປະເທດທີ່ສ້າງຕັ້ງແລະເຄື່ອນໄຫວຢູ່ສປປລາວ.

...ມາດຕາເກົ້າ:ການພົວພັນຮ່ວມມືສາກົນ

ມາດຕາເກົ້າ:ການພົວພັນຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືສາກົນທາງດ້ານທຸລະກິດການ ທະນາຄານໃນຫຼາຍຮູບການເຊັ່ນ:ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວ ສານ,ເຕັກໂນໂລຊີ,ຍົກລະດັບພະນັກງານເພື່ອໃຫ້ລະບົບທະນາຄານ ຂອງສປປລາວເຕີມໃຫຍ່ເຂັ້ມແຂງແລະສາມາດເຊື່ອມໂຍງເຂົ້າກັບ ພາກພື້ນແລະສາກົນໄດ້. ..ພາກທີສອງ:ການສ້າງຕັ້ງແລະໂຄງປະກອບຂອງທະນາຄານ


...ໝວດທີໜຶ່ງ:ການສ້າງຕັ້ງ


....ມາດຕາສິບ:ການສະເໜີຂໍສ້າງຕັ້ງ

ມາດຕາສິບ:ການສະເໜີຂໍສ້າງຕັ້ງ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງຢາກສ້າງຕັ້ງທະນາຄານ ທຸລະກິດຕ້ອງຍື່ນຄໍາຮ້ອງຕໍ່ທະນາຄານແຫ່ງສປປລາວ. ສໍານວນຄໍາຮ້ອງຂໍສ້າງຕັ້ງປະກອບດ້ວຍ: ໜຶ່ງ:ແຜນທຸລະກິດແລະໂຄງຮ່າງການຈັດຕັ້ງຂອງທະນາຄານ ທຸລະກິດ. ສອງ:ໃບຢັ້ງຢືນຖານະການເງິນແລະຂໍ້ມູນທີ່ຈໍາເປັນຂອງຜູ້ຖື ຮຸ້ນລາຍໃຫຍ່. ສາມ:ໃບຢັ້ງຢືນຄຸນວຸດທິ,ປະສົບການ,ປະຫວັດໃນການດໍາເນີນ ທຸລະກິດແລະວິຊາຊີບຂອງຜູ້ບໍລິຫານໃນໄລຍະຫ້າປີຜ່ານມາ. ສີ່:ບັນຊີລາຍຊື່ຂອງຜູ້ຖືຮຸ້ນແລະອັດຕາສ່ວນການຖືຮຸ້ນ. ຫ້າ:ສໍາລັບການດໍາເນີນທຸລະກໍາທະນາຄານຜ່ານອິນເຕີເນັດໃຫ້ ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເກົ້າແລະຫົກສິບຂອງ ກົດໝາຍສະບັບນີ້. ທະນາຄານທຸລະກິດຕ່າງປະເທດທີ່ມີຈຸດປະສົງຂໍສ້າງຕັ້ງສາຂາ ຫຼືບໍລິສັດໃນກຸ່ມຂອງຕົນຢູ່ສປປລາວຕ້ອງໄດ້ຮັບອະນຸຍາດຢ່າງເປັນລາຍ ລັກອັກສອນຈາກອົງການທີ່ມີສິດ,ໜ້າທີ່ຂອງປະເທດຕົ້ນເສຍກ່ອນ. ຜູ້ຍື່ນຄໍາຮ້ອງຂໍອະນຸຍາດສ້າງຕັ້ງຕ້ອງເສຍຄ່າທໍານຽມຕາມລະ ບຽບການ. ທະນາຄານແຫ່ງສປປລາວມີສິດທວງໃຫ້ຜູ້ຍື່ນຄໍາຮ້ອງສົ່ງຂໍ້ມູນ ເພີ່ມເຕີມໃຫ້ແກ່ຕົນໃນກໍລະນີທີ່ເຫັນວ່າການສະໜອງຂໍ້ມູນຂອງຜູ້ສະເໜີ ຂໍສ້າງຕັ້ງບໍ່ສົມບູນຫຼືບໍ່ຄົບຖ້ວນ.

....ມາດຕາສິບເອັດ:ການພິຈາລະນາຄໍາຮ້ອງຂໍສ້າງຕັ້ງ

ມາດຕາສິບເອັດ:ການພິຈາລະນາຄໍາຮ້ອງຂໍສ້າງຕັ້ງ ທະນາຄານແຫ່ງສປປລາວຕ້ອງພິຈາລະນາຄໍາຮ້ອງຂໍສ້າງຕັ້ງ ແລະແຈ້ງຜົນຢ່າງເປັນລາຍລັກອັກສອນໃຫ້ແກ່ຜູ້ສະເໜີຂໍສ້າງຕັ້ງຊາບ ຢ່າງຊ້າບໍ່ໃຫ້ເກີນເກົ້າສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍສ້າງຕັ້ງເປັນ ຕົ້ນໄປ. ທະນາຄານແຫ່ງສປປລາວຈະອອກໃບອະນຸຍາດສ້າງຕັ້ງຊົ່ວ ຄາວຖ້າເຫັນວ່າຜູ້ຮ້ອງຂໍສ້າງຕັ້ງມີເງື່ອນໄຂດັ່ງນີ້: 1.ມີແຜນທຸລະກິດທີ່ດີແລະສົມເຫດສົມຜົນ; 2.ມີເອກະສານຢັ່ງຢືນເງິນລົງທຶນພຽງພໍຕາມທີ່ໄດ້ກໍານົດໄວ້ ໃນມາດຕາສິບສາມຂອງກົດໝາຍສະບັບນີ້; 3.ມີອັດຕາສ່ວນການຖືຮຸ້ນຂອງຜູ້ຖືຮຸ້ນທີ່ເປັນຈິງແລະໂປ່ງໃສ; 4.ມີຜູ້ບໍລິຫານ,ຜູ້ຖືຮຸ້ນລາຍໃຫຍ່ທີ່ມີຄຸນວຸດທິແລະປະສົບການ ເໝາະສົມກັບການດໍາເນີນທຸລະກິດດ້ານການເງິນ-ການທະນາຄານ; 5.ມີໃບອະນຸຍາດລົງທຶນຂອງຄະນະກໍາມະການແຜນການແລະ ການລົງທຶນ. ທະນາຄານແຫ່ງສປປລາວຈະອອກໃບອະນຸຍາດສ້າງຕັ້ງຖາ ວອນພາຍໃນກໍານົດສິບວັນລັດຖະການນັບແຕ່ວັນທີ່ຜູ້ຂໍສ້າງຕັ້ງປະຕິບັດ ເງື່ອນໄຂເພີ່ມເຕີມສໍາເລັດເປັນຕົ້ນໄປ. ເງື່ອນໄຂເພີ່ມເຕີມມີດັ່ງນີ້: 1.ມີສັນຍາຮ່ວມມື,ມີກົດລະບຽບແລະມີບົດວິພາກເສດຖະກິດ- ເຕັກນິກທີ່ສົມເຫດສົມຜົນ. 2.ຜູ້ຖືຮຸ້ນຕ້ອງຖອກເງິນຄ່າຮຸ້ນໃຫ້ຄົບຖ້ວນຕາມຈໍານວນຮຸ້ນ ຂອງຕົນ. 3.ມີພະນັກງານທີ່ໄດ້ມາດຕະຖານໃນຈໍານວນພຽງພໍ. 4.ປະກອບວັດຖຸເຕັກນິກແລະສະຖານທີ່ເພື່ອຮັບປະກັນໃຫ້ແກ່ ການດໍາເນີນງານ; 5.ສ້າງລະບົບດໍາເນີນງານ,ລະບົບກວດສອບແລະຄວບຄຸມ ວຽກງານພາຍໃນຢ່າງຄົບຊຸດ. ຖ້າຜູ້ຂໍສ້າງຕັ້ງຫາກບໍ່ປະຕິບັດເງື່ອນໄຂເພີ່ມເຕີມທີ່ໄດ້ກໍານົດ ໄວ້ໃນວັກທີສາມຂອງມາດຕານີ້ພາຍໃນກໍານົດໜຶ່ງຮ້ອຍແປດສິບວັນ ໃບປະນຸຍາດຊົ່ວຄາວນັ້ນກໍ່ຈະຕົກໄປ.ໃນກໍລະນີທີ່ຜູ້ຂໍສ້າງຕັ້ງຫາກປະ ຕິບັດເງື່ອນໄຂດັ່ງກ່າວບໍ່ສໍາເລັດໂດຍມີເຫດຜົນພຽງພໍແລ້ວທະນາຄານ ແຫ່ງສປປລາວສາມາດຕໍ່ກໍານົດເວລາຂອງໃບປະນຸຍາດສ້າງຕັ້ງຊົ່ວ ຄາວໄດ້ອີກເກົ້າສິບວັນ. ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວຜູ້ໄດ້ຮັບ ການສ້າງຕັ້ງຕ້ອງເສຍຄ່າທໍານຽມຕາມລະບຽບການ,ໄປແຈ້ງຂຶ້ນທະ ບຽນວິສາຫະກິດຕາມກົດໝາຍວ່າດ້ວຍວິສາຫະກິດແລະຕ້ອງເຄື່ອນ ໄຫວດໍາເນີນທຸລະກິດພາຍໃນກໍານົດເວລາໜຶ່ງຮ້ອຍແປດສິບວັນນັບ ແຕ່ໄດ້ຮັບໃບທະບຽນຖາວອນເປັນຕົ້ນໄປ.

....ມາດຕາສິບສອງ:ສິດໃນການອະນຸຍາດສ້າງຕັ້ງ

ມາດຕາສິບສອງ:ສິດໃນການອະນຸຍາດສ້າງຕັ້ງ ທະນາຄານແຫ່ງສປປລາວມີສິດໃນການອອກໃບອະນຸຍາດສ້າງ ຕັ້ງທະນາຄານທຸລະກິດແຕ່ພຽງຜູ້ດຽວ.

....ມາດຕາສິບສາມ:ທຶນລົງທະບຽນຕໍ່າສຸດແລະເງິນລົງທຶນຕໍ່າສຸດ

ມາດຕາສິບສາມ:ທຶນລົງທະບຽນຕໍ່າສຸດແລະເງິນລົງທຶນຕໍ່າສຸດ ທະນາຄານທຸລະກິດທີ່ສ້າງຕັ້ງຂຶ້ນຕາມກົດໝາຍສະບັບນີ້ຕ້ອງມີ ທຶນຈົດທະບຽນຕໍ່າສຸດໜຶ່ງຮ້ອຍຕື້ກີບ. ທະນາຄານທຸລະກິດຕ່າງປະເທດທີ່ມາສ້າງຕັ້ງສາຂາຢູ່ສປປລາວ ຕ້ອງມີເງິນລົງທຶນຕໍ່າສຸດສາຂາລະຫ້າສິບຕື້ກີບ. ລັດຖະບານສາມາດປ່ຽນແປງທຶນຈົດທະບຽນແລະເງິນລົງທຶນຕໍ່າ ສຸດໃນແຕ່ລະໄລຍະໄດ້ແຕ່ບໍ່ໃຫ້ຫຼຸດຈໍານວນທີ່ໄດ້ກໍານົດໄວ້ໃນມາດຕານີ້.


....ມາດຕາສິບສີ່:ກົດລະບຽບຂອງທະນາຄານທຸລະກິດ

ມາດຕາສິບສີ່:ກົດລະບຽບຂອງທະນາຄານທຸລະກິດ ທະນາຄານທຸລະກິດຕ້ອງມີກົດລະບຽບຂອງຕົນຊຶ່ງມີເນື້ອໃນຕົ້ນ ຕໍດັ່ງນີ້: 1.ຊື່ແລະທີ່ຕັ້ງສໍານັກງານ; 2.ວັດຖຸປະສົງ. 3.ທຶນຈົດທະບຽນ. 4.ປະເພດຮຸ້ນ,ຈໍານວນຮຸ້ນແລະສິດໃນການລົງຄະແນນສຽງ. 5.ຊື່,ທີ່ຢູ່ແລະສັນຊາດຂອງຜູ້ສ້າງຕັ້ງ. 6.ການບໍລິການຈັດການ. 7.ກອງປະຊຸມແລະວິທີລົງມະຕິ. 8.ການແບ່ງເງິນປັນຜົນ; 9.ການແກ້ໄຂຂໍ້ຂັດແຍ່ງ; 10.ວິທີການຊໍາລະສະສາງ.

ກົດລະບຽບຂອງທະນາຄານທຸລະກິດຈະມີຜົນສັກສິດກໍ່ຕໍ່ເມື່ອມີ ການຮັບຮອງຢ່າງເປັນລາຍລັກອັກສອນຈາກທະນາຄານແຫ່ງສປປ ລາວ.

....ມາດຕາສິບຫ້າ:ການນໍາໃຊ້ໃບປະນຸຍາດສ້າງຕັ້ງ

ມາດຕາສິບຫ້າ:ການນໍາໃຊ້ໃບປະນຸຍາດສ້າງຕັ້ງ ໃບອະນຸຍາດສ້າງຕັ້ງມີຜົນນໍາໃຊ້ໄດ້ຕະຫຼອດໄລຍະການເຄື່ອນ ໄຫວຂອງທະນາຄານທຸລະກິດ.ຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຕ້ອງນໍາ ໃຊ້ໃຫ້ຖືກຕ້ອງ,ບໍ່ມີສິດມອບ,ໂອນຫຼືໃຫ້ບຸກຄົນອື່ນນໍາໃຊ້.

....ມາດຕາສິບຫົກ:ການຮັກສາຂໍ້ມູນກ່ຽວກັບການອະນຸຍາດສ້າງຕັ້ງ

ມາດຕາສິບຫົກ:ການຮັກສາຂໍ້ມູນກ່ຽວກັບການອະນຸຍາດສ້າງຕັ້ງ ທະນາຄານແຫ່ງສປປລາວຕ້ອງຮັກສາຂໍ້ມູນທັງໝົດກ່ຽວກັບ ການອະນຸຍາດສ້າງຕັ້ງທະນາຄານທຸລະກິດແຕ່ຕ້ອງບັນທຶກຂໍ້ມູນຕົ້ນ ຕໍຊຶ່ງມວນຊົນສາມາດກວດສອບໄດ້ດັ່ງນີ້: 1.ຊື່,ທີ່ຕັ້ງຂອງສໍານັກງານໃຫຍ່ແລະສາຂາ. 2.ທຶນຈົດທະບຽນ. 3.ເລກທີແລະວັນທີຂອງໃບອະນຸຍາດສ້າງຕັ້ງ. 4.ຂອບເຂດການເຄື່ອນໄຫວຂອງທະນາຄານທຸລະກິດທີ່ໄດ້ຮັບ ອະນຸຍາດສ້າງຕັ້ງ. ໃນກໍລະນີທີ່ທະນາຄານທຸລະກິດນັ້ນຫາກຖືກຖອນໃບອະນຸຍາດ ສ້າງຕັ້ງແລ້ວທະນາຄານແຫ່ງສປປລາວຕ້ອງລຶບຂໍ້ມູນດັ່ງກ່າວອອກ. ...ໝວດທີສອງ:ໂຄງປະກອບການຈັດຕັ້ງແລະບຸກຄະລາກອນ


....ມາດຕາສິບເຈັດ:ຮູບການຂອງທະນາຄານທຸລະກິດ

ມາດຕາສິບເຈັດ:ຮູບການຂອງທະນາຄານທຸລະກິດ ທະນາຄານທຸລະກິດສ້າງຕັ້ງແລະເຄື່ອນໄຫວພາຍໃຕ້ຮູບການ ບໍລິສັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ.ຫ້າມສ້າງ ຕັ້ງທະນາຄານທຸລະກິດໃນຮູບແບບບໍລິສັດຈໍາກັດຜູ້ດຽວ.

....ມາດຕາສິບແປດ:ໂຄງປະກອບຂອງທະນາຄານທຸລະກິດ

ມາດຕາສິບແປດ:ໂຄງປະກອບຂອງທະນາຄານທຸລະກິດ ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງທະນາຄານ ທຸລະກິດມີດັ່ງນີ້: -ກອງປະຊຸມຜູ້ຖືຮຸ້ນ. -ສະພາບໍລິຫານ; -ຄະນະກໍາມະການຂອງສະພາບໍລິຫານ. -ຜູ້ອໍານວຍການໃຫຍ່. -ຜູ້ອໍານວຍການດ້ານການເງິນ; -ຜູ້ຈັດການ. ທະນາຄານທຸລະກິດມີສໍານັກງານໃຫຍ່,ອາດຈະມີສາຂາ,ໜ່ວຍ ບໍລິການແລະຫ້ອງການຜູ້ຕາງໜ້າຢູ່ພາຍໃນແລະຕ່າງປະເທດ.

....ມາດຕາສິບເກົ້າ:ກອງປະຊຸມຜູ້ຖືຮູ້ນ

ມາດຕາສິບເກົ້າ:ກອງປະຊຸມຜູ້ຖືຮຸ້ນ ກອງປະຊຸມຜູ້ຖືຮຸ້ນແມ່ນການຈັດຕັ້ງສູງສຸດຂອງທະນາຄານທຸ ລະກິດ.ກອງປະຊຸມຜູ້ຖືຮຸ້ນມີສອງປະເພດຄື:ກອງປະຊຸມສາມັນແລະ ກອງປະຊຸມວິສາມັນ. ການແຈ້ງກ່ຽວກັບກອງປະຊຸມ,ອົງປະຊຸມ,ວາລະກອງປະຊຸມ,ວິ ທີລົງມະຕິ,ມະຕິກອງປະຊຸມ,ການປ່ຽນແປງແລະການລົບລ້າງມະຕິ ກອງປະຊຸມໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ. ກອງປະຊຸມສາມັນຂອງຜູ້ຖືຮຸ້ນຕ້ອງໄດ້ເປີດຂຶ້ນພາຍໃນກໍານົດ ສີ່ເດືອນຫຼັງຈາກສິ້ນສຸດປີການບັນຊີ.ໃນກໍລະນີທີ່ສະພາບໍລິຫານບໍ່ມີການ ຮຽກປະຊຸມໃຫ້ທະນາຄານແຫ່ງສປປລາວເປັນຜູ້ຮຽກກອງປະຊຸມຜູ້ຖື ຮຸ້ນຕາມການສະເໜີຂອງຜູ້ຖືຮຸ້ນ.ຖ້າຫາກບໍ່ມີຜູ້ຖືຮຸ້ນສະເໜີກໍ່ໃຫ້ທະນາ ຄານແຫ່ງສປປລາວເປັນຜູ້ຮຽກໂຮມກອງປະຊຸມດັ່ງກ່າວແລະກອງ ປະຊຸມນັ້ນຈະເລືອກຕັ້ງປະທານເພື່ອດໍາເນີນກອງປະຊຸມ.

....ມາດຕາຊາວ:ສິດແລະໜ້າທີ່ຂອງກອງປະຊຸມສາມັນຂອງຜູ້ຖືຮຸ້ນ

ມາດຕາຊາວ:ສິດແລະໜ້າທີ່ຂອງກອງປະຊຸມສາມັນຂອງຜູ້ຖືຮຸ້ນ ກອງປະຊຸມສາມັນມີສິດແລະໜ້າທີ່ດັ່ງນີ້: 1.ຮັບຮອງເອົາການປ່ຽນແປງກົດລະບຽບຂອງທະນາຄານທຸ ລະກິດຕາມການສະເໜີຂອງສະພາບໍລິຫານ. 2.ເລືອກຕັ້ງຫຼືປົດຕໍາແໜ່ງປະທານ,ຮອງປະທານແລະສະມາ ຊິກສະພາບໍລິຫານ. 3.ຕົກລົງເບ້ຍປະຊຸມຂອງກອງປະຊຸມສະພາບໍລິຫານ,ເງິນ ເດືອນ,ເງິນບໍາເນັດແລະນະໂຍບາຍຕ່າງໆສໍາລັບຜູ້ບໍລິຫານ. 4.ຮັບຮອງເອົາບົດສະຫຼຸບ,ແຜນການດໍາເນີນທຸລະກິດແລະບົດ ລາຍງານຜົນການກວດສອບປະຈໍາປີຕາມການສະເໜີຂອງສະພາບໍລິ ຫານ. 5.ຮັບຮອງເອົາການຄວບທຸລະກິດ,ການຂາຍຊັບສົມບັດສ່ວນ ໃຫຍ່ຫຼືການຍຸບເລີກທະນາຄານທຸລະກິດຕາມການສະເໜີຂອງສະພາ ບໍລິຫານ. 6.ຮັບຮອງເອົາການແບ່ງປັນເງິນປັນຜົນ,ການສ້າງຄັງຕ່າງ ໆຕາມການສະເໜີຂອງສະພາບໍລິຫານ; 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

ກອງປະຊຸມວິສາມັນປະຕິບັດສິດແລະໜ້າທີ່ທີ່ຈໍາເປັນຊຶ່ງເກີດ ຂຶ້ນໃນລະຫວ່າງສອງກອງປະຊຸມສາມັນເປັນຕົ້ນການປ່ຽນແປງກົດ ລະບຽບ,ການເພີ່ມຫຼືຫຼຸດທຶນລົງ.

....ມາດຕາຊາວເອັດ:ສະພາບໍລິຫານ

ມາດຕາຊາວເອັດ:ສະພາບໍລິຫານ ສະພາບໍລິຫານຂອງທະນາຄານທຸລະກິດປະກອບດ້ວຍສະມາ ຊິກແຕ່ຫ້າຫາເຈັດຄົນ,ໃນນັ້ນອາດຈະມີສະມາຊິກຈາກພາຍນອກ. ສະພາບໍລິຫານປະກອບດ້ວຍປະທານ,ຮອງປະທານແລະສະມາ ຊິກຈໍານວນໜຶ່ງຊຶ່ງຖືກເລືອກຕັ້ງຫຼືປົດຕໍາແໜ່ງໂດຍກອງປະຊຸມຜູ້ຖື ຮຸ້ນ.ອາຍຸການຂອງສະມາຊິກສະພາບໍລິຫານແມ່ນບໍ່ເກີນສອງປີແລະ ສາມາດຖືກເລືອກຕັ້ງຄືນໃໝ່ໄດ້. ສະພາບໍລິຫານຕ້ອງເປີດກອງປະຊຸມຢ່າງໜ້ອຍສາມເດືອນຕໍ່ ຄັ້ງ.ການເຄື່ອນໄຫວຂອງສະພາບໍລິຫານໃຫ້ປະຕິບັດຕາມກົດລະບຽບ ຂອງທະນາຄານທຸລະກິດແລະລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາຊາວສອງ:ສິດແລະໜ້າທີ່ຂອງສະພາບໍລິຫານ

ມາດຕາຊາວສອງ:ສິດແລະໜ້າທີ່ຂອງສະພາບໍລິຫານ ສະພາບໍລິຫານມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ຖືຮຸ້ນ. 2.ລາຍງານການເຄື່ອນໄຫວຂອງທະນາຄານທຸລະກິດຕໍ່ກອງ ປະຊຸມຜູ້ຖືຮຸ້ນ. 3.ຊີ້ແຈງ,ຕອບຄໍາຖາມແລະໃຫ້ລາຍລະອຽດກ່ຽວກັບການ ເຄື່ອນໄຫວຂອງທະນາຄານທຸລະກິດຕໍ່ກອງປະຊຸມຜູ້ຖືຮຸ້ນ. 4.ຮັບຜິດຊອບຕໍ່ຜົນເສຍຫາຍຂອງທະນາຄານທຸລະກິດຊຶ່ງເກີດ ຈາກຄວາມຜິດພາດຂອງຕົນ; 5.ສະເໜີແບ່ງປັນເງິນກໍາໄລເຂົ້າຄັ້ງຕ່າງໆແລະເງິນປັນຜົນ ຕໍ່ກອງປະຊຸມຜຸ້ຖືຮຸ້ນ. 6.ສະເໜີແຜນດໍາເນີນທຸລະກິດຕໍ່ກອງປະຊຸມຜູ້ຖືຮຸ້ນເພື່ອພິຈາ ລະນາຮັບຮອງ. 7.ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງບໍລິຫານ,ຄະນະກໍາມະ ການກວດສອບບັນຊີພາຍໃນແລະຄະນະກໍາມະການຄຸ້ມຄອງຄວາມ ສ່ຽງຂອງສະພາບໍລິຫານ; 8.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ອໍານວຍການໃຫຍ່ແລະ ຜູ້ອໍານວຍການດ້ານການເງິນ. 9.ຮັບຮອງເອົາການແຕ່ງຕັ້ງຮອງຜູ້ອໍານວຍການໃຫຍ່ຕາມ ການສະເໜີຂອງຜູ້ອໍານວຍການໃຫຍ່; 10.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດລະ ບຽບຂອງທະນາຄານທຸລະກິດ. ສະມາຊິກສະພາບໍລິຫານບໍ່ສາມາດມອບໜ້າທີ່ຂອງຕົນໃຫ້ຜູ້ອື່ນ ປະຕິບັດແທນໄດ້.

....ມາດຕາຊາວສາມ:ເງື່ອນໄຂຂອງສະມາຊິກສະພາບໍລິຫານ

ມາດຕາຊາວສາມ:ເງື່ອນໄຂຂອງສະມາຊິກສະພາບໍລິຫານ ສະມາຊິກສະພາບໍລິຫານທະນາຄານທຸລະກິດຕ້ອງມີເງື່ອນໄຂຕົ້ນ ຕໍດັ່ງນີ້: 1.ມີຄວາມສາມາດທາງດ້ານການປະພຶດ. 2.ມີປະສົບການທາງດ້ານບໍລິຫານຈັດການແລະມີຄວາມຮູ້ຄວາມ ສາມາດທາງດ້ານການເງິນ-ການທະນາຄານ. 3.ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານລັກຊັບ, ສໍ້ໂກງຊັບ,ຍັກຍອກຊັບ,ປອມແປງເອກະສານ,ຮັບຫຼືໃຫ້ສິນບົນ,ສໍ້າລາດ ບັງຫຼວງຫຼືຟອກເງິນ. 4.ບໍ່ເຄີຍຖືກປົດອອກຈາກການເປັນຜູ້ບໍລິຫານໃນນິຕິບຸກຄົນອື່ນ, ບໍ່ຖືກສານຕັດສິນໃຫ້ເປັນຜູ້ລົ້ມລະລາຍມາກ່ອນແລະບໍ່ເປັນຜູ້ບໍລິຫານໃນ ນິຕິບຸກຄົນທີ່ຖືກສານຕັດສິນໃຫ້ລົ້ມລະລາຍ. 5.ຕ້ອງພົ້ນຈາກໜ້າທີ່ຢ່າງໜ້ອຍໜຶ່ງປີກ່ອນການຖືກແຕ່ງຕັ້ງເປັນ ສະມາຊິກສະພາບໍລິຫານຖ້າຫາກແມ່ນພະນັກງານຂອງທະນາຄານແຫ່ງ ສປປລາວ.

....ມາດຕາຊາວສີ່:ຄະນະກໍາມະການຂອງສະພາບໍລິຫານ

ມາດຕາຊາວສີ່:ຄະນະກໍາມະການຂອງສະພາບໍລິຫານ ຄະນະກໍາມະການຂອງສະພາບໍລິຫານປະກອບມີຄະນະກໍາມະ ການຄຸ້ມຄອງບໍລິຫານ,ຄະນະກໍາມະການຄຸ້ມຄອງຄວາມສ່ຽງແລະຄະ ນະກໍາມະການກວດສອບບັນຊີພາຍໃນ.ໃນກໍລະນີທີ່ມີຄວາມຈໍາເປັນ ອາດຈະສ້າງຕັ້ງຄະນະກໍາມະການອື່ນໆຂຶ້ນກໍ່ໄດ້ຕາມການຕົກລົງຂອງ ສະພາບໍລິຫານ. ແຕ່ລະຄະນະກໍາມະການປະກອບດ້ວຍສະມາຊິກສະພາບໍລິຫານ ສາມຄົນໃນນັ້ນມີຜູ້ໜຶ່ງເປັນປະທານຄະນະກໍາມະການ.ຖ້າມີສະມາຊິກ ສະພາບໍລິຫານຈາກພາຍນອກໃນຄະນະກໍາມະການໃດກໍ່ໃຫ້ສະມາຊິກ ຜູ້ນັ້ນເປັນປະທານຄະນະກໍາມະການ.ສະມາຊິກສະພາບໍລິຫານຜູ້ໜຶ່ງ ສາມາດສັງກັດຢູ່ຫຼາຍຄະນະກໍາມະການແລະສາມາດເປັນປະທານໄດ້ ແຕ່ພຽງໜຶ່ງຄະນະກໍາມະການເທົ່ານັ້ນ.

....ມາດຕາຊາວຫ້າ:ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງບໍລິຫານ

ມາດຕາຊາວຫ້າ:ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງບໍລິຫານ ຄະນະກໍາມະການຄຸ້ມຄອງບໍລິຫານມີສິດແລະໜ້າທີ່ດັ່ງນີ້: 1.ຄັດເລືອກເປົ້າໝາຍທີ່ຈະເປັນສະມາຊິກສະພາບໍລິຫານຕາມ ມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ເພື່ອສະເໜີໃຫ້ກອງປະຊຸມຂອງຜູ້ ຖືຮຸ້ນເລືອກຕັ້ງ. 2.ຄັດເລືອກເປົ້າໝາຍທີ່ຈະເປັນຜູ້ອໍານວຍການໃຫຍ່ແລະຜູ້ອໍາ ນວຍການດ້ານການເງິນຕາມມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເພື່ອສະເໜີໃຫ້ສະພາບໍລິຫານແຕ່ງຕັ້ງ; 3.ຄົ້ນຄວ້າແຜນການດໍາເນີນງານຂອງສະພາບໍລິຫານໃນແຕ່ ລະປີ. 4.ກໍານົດເງື່ອນໄຂແລະແຜນການເພື່ອຕີລາຄາການເຄື່ອນໄຫວ ຂອງສະພາບໍລິຫານແລະຜູ້ບໍລິຫານ. 5.ຈັດກອງປະຊຸມຢ່າງໜ້ອຍຫົກເດືອນຕໍ່ຄັ້ງຫຼືເປີດກອງປະຊຸມ ຕາມການຮຽກປະຊຸມຂອງສະພາບໍລິຫານ; 6.ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີຂອງຕົນ; 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງສະພາ ບໍລິຫານຫຼືກອງປະຊຸມຜູ້ຖືຮຸ້ນ.

....ມາດຕາຊາວຫົກ:ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງຄວາມສ່ຽງ

ມາດຕາຊາວຫົກ:ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງຄວາມ ສ່ຽງ ເພື່ອຫຼີກເວັ້ນຫຼືຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດຂຶ້ນແກ່ທະນາ ຄານທຸລະກິດນັ້ນຄະນະກໍາມະການຄຸ້ມຄອງຄວາມສ່ຽງມີສິດແລະໜ້າທີ່ ດັ່ງນີ້: 1.ກໍານົດນະໂຍບາຍແລະຂັ້ນຕອນໃນການຄຸ້ມຄອງຄວາມສ່ຽງ ທາງດ້ານສິນເຊື່ອ,ຕະຫຼາດ,ປະເທດ,ການດໍາເນີນງານແລະຄວາມສ່ຽງ ອື່ນໆຕາມລະບຽບການທີ່ທະນາຄານແຫ່ງສປປລາວວາງອອກແລະຕິດ ຕາມກວດກາການຈັດຕັ້ງປະຕິບັດແລ້ວລາຍງານໃຫ້ສະພາບໍລິຫານ ຊາບ. 2.ຕິດຕາມກວດກາແລະລາຍງານໃຫ້ສະພາບໍລິຫານຊາບກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍ,ລະບຽບການສິນເຊື່ອແລະຄວາມສ່ຽງ ຕ່າງໆ. 3.ປະກອບຄໍາເຫັນຕໍ່ບັນຫາທີ່ສະພາບໍລິຫານມອບໝາຍໃຫ້ຫຼືຕ້ອງ ການແກ້ໄຂ. 4.ຈັດກອງປະຊຸມຢ່າງໜ້ອຍໜຶ່ງເດືອນຕໍ່ຄັ້ງຫຼືເປີດກອງປະຊຸມ ຕາມການຮຽກໂຮມຂອງສະພາບໍລິຫານ. 5.ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີຂອງ ຕົນ; 6.ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງສະພາ ບໍລິຫານຫຼືກອງປະຊຸມຜູ້ຖືຮຸ້ນ.

....ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງຄະນະກໍາມະການກວດສອບບັນຊີພາຍໃນ

ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງຄະນະກໍາມະການກວດສອບບັນ ຊີພາຍໃນ ຄະນະກໍາມະການກວດສອບບັນຊີພາຍໃນມີສິດແລະໜ້າທີ່ດັ່ງນີ້: 1.ວາງລະບອບບັນຊີທີ່ເໝາະສົມແລະລະບົບການກວດກາບັນຊີ ສໍາລັບທະນາຄານທຸລະກິດໂດຍສອດຄ່ອງກັບລະບຽບການທີ່ທະນາຄານ ແຫ່ງສປປລາວວາງອອກ. 2.ສ້າງແຜນການແລະງົບປະມານສໍາລັບການກວດສອບບັນຊີ ພາຍໃນຂອງທະນາຄານທຸລະກິດ; 3.ຕິດຕາມການຈັດຕັ້ງປະຕິບັດວຽກງານການບັນຊີຕາມຂັ້ນ ຕອນທີ່ກໍານົດໄວ້.ຖ້າເຫັນວ່າມີຄວາມຈໍາເປັນກໍ່ໃຫ້ມີການກວດສອບ ຈາກພາຍນອກໄດ້. 4.ຕີລາຄາຄຸນນະພາບອງບໍລິສັດກວດສອບບັນຊີພາຍນອກ, ຄວາມເປັນເອກະລາດແລະການພົວພັນຂອງຜູ້ກວດສອບພາຍນອກ ໂດຍເບິ່ງສາຍພົວພັນຮອບດ້ານລະຫວ່າງຜູ້ກວດສອບພາຍນອກກັບ ທະນາຄານທຸລະກິດ. 5.ວ່າຈ້າງ,ກໍານົດຂອບເຂດຂອງການກວດສອບຫຼືຍົກເລີກສັນ ຍາກັບຜູ້ກວດສອບບັນຊີພາຍນອກຕາມການຕົກລົງຂອງສະພາບໍລິຫານ; 6.ປຶກສາຫາລືກ່ຽວກັບບົດລາຍງານການເງິນປະຈໍາປີແລະປະ ຈໍາໄຕມາດທີ່ຖືກກວດສອບນັ້ນກັບຜູ້ບໍລິຫານທີ່ກ່ຽວຂ້ອງແລະຜູ້ກວດ ສອບບັນຊີພາຍນອກ. 7.ຕິດຕາມກວດກາຄວາມຄືບໜ້າາຂອງຜູ້ບໍລິຫານກ່ຽວກັບ ການແກ້ໄຂຂໍ້ຄົງຄ້າງທີ່ກໍານົດໄວ້ຢູ່ໃນບົດລາຍງານການກວດສອບ. 8.ຂໍຄໍາປຶກສາແລະການຊ່ວຍເຫຼືອຈາກທີ່ປຶກສາທາງດ້ານກົດ ໝາຍ,ທີ່ປຶກສາດ້ານບັນຊີແລະອື່ນໆຕາມທີ່ຕົນເຫັນວ່າມີຄວາມຈໍາເປັນ. 9.ປະກອບຄວາມເຫັນຕໍ່ບັນຫາທີ່ສະພາບໍລິຫານຫຼືຜູ້ບໍລິຫານໄດ້ ສະເໜີຂຶ້ນ. 10.ລາຍງານການຕົກລົງບັນຫາຕາມຂໍ້ໜຶ່ງ,ສອງແລະສາມຫຼື ບັນຫາອື່ນໆທີ່ເຫັນວ່າມີຄວາມຈໍາເປັນໃຫ້ແກ່ສະພາບໍລິຫານ; 11.ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີຂອງ ຕົນ. 12.ເປີດກອງປະຊຸມຢ່າງໜ້ອຍສອງເດືອນຕໍ່ຄັ້ງຫຼືເປີດກອງປະ ຊຸມຕາມການຕົກລົງຂອງສະພາບໍລິຫານ; 13.ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງສະ ພາບໍລິຫານຫຼືກອງປະຊຸມຜູ້ຖືຮຸ້ນ.

....ມາດຕາຊາວແປດ:ຜູ້ອໍານວຍການໃຫຍ່

ມາດຕາຊາວແປດ:ຜູ້ອໍານວຍການໃຫຍ່ ຜູ້ອໍານວຍການໃຫຍ່ເປັນຜູ້ບໍລິຫານຈັດການວຽກງານປະຈໍາວັນໃນຂອບເຂດສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງທະນາຄານທຸລະກິດ. ຜູ້ອໍານວຍການໃຫຍ່ຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍສະພາບໍລິຫານ,ມີອາຍຸການສອງປີແລະສາມາດຖືກແຕ່ງຕັ້ງຄືນໃໝ່ໄດ້. ຜູ້ອໍານວຍການໃຫຍ່ສາມາດເປັນສະມາຊິກສະພາບໍລິຫານໄດ້ແຕ່ບໍ່ໄຫ້ດໍາລົງຕໍາແໜ່ງເປັນປະທານຫຼືຮອງປະທານສະພາບໍລິຫານ.

....ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງຜູ້ອໍານວຍການໃຫຍ່

ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງຜູ້ອໍານວຍການໃຫຍ່ ຜູ້ອໍານວຍການໃຫຍ່ມີສິດແລະໜ້າທີ່ດັ່ງນີ້: 1.ເປັນຕົວແທນໃນການລົງລາຍເຊັນໃນສັນຍາແລະເອກະສານ ທາງການຂອງທະນາຄານທຸລະກິດ. 2.ບໍລິຫານວຽກງານປະຈໍາວັນຂອງທະນາຄານທຸລະກິດໃນຂອບ ເຂດສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຫຼືຕາມ ການມອບໝາຍຂອງສະພາບໍລິຫານ. 3.ສ້າງ,ສະເໜີຫຼືດັດແກ້ແຜນທຸລະກິດປະຈໍາປີເພື່ອໃຫ້ສະບໍລິ ຫານພິຈາລະນາຮັບເອົາແລ້ວນໍາໄປຈັດຕັ້ງປະຕິບັດ; 4.ແຕ່ງຕັ້ງຫຼືປົດຕໍາແໜ່ງຮອງຜູ້ອໍານວຍການໃຫຍ່ແລ້ວສະເໜີ ໃຫ້ສະພາບໍລິຫານຮັບຮອງເອົາ; 5.ແຕ່ງຕັ້ງຫຼືປົດຕໍາແໜ່ງຜູ້ຈັດການແລະບັນຈຸສັບຊ້ອນພະນັກ ງານຂອງທະນາຄານທຸລະກິດ; 6.ສະໜອງຂໍ້ມູນແລະໃຫ້ຄໍາຊີ້ແຈງກ່ຽວກັບບັນຫາທີ່ສະພາບໍລິ ຫານມີຄວາມສົນໃຈ. 7.ສ້າງຫຼືປັບປຸງກົດລະບຽບການຄຸ້ມຄອງເພື່ອສະເໜີຕໍ່ສະພາບໍ ລິຫານພິຈາລະນາຮັບຮອງ; 8.ຮັບຜິດຊອບທຸການເຄື່ອນໄຫວຂອງທະນາຄານທຸລະກິດຕໍ່ສະ ພາບໍລິຫານ. 9.ສະເໜີເປີດສາຂາ,ສ້າງຕັ້ງບໍລິສັດໃນກຸ່ມຫຼືລົງທຶນໃນທຸລະກິດ ອື່ນຕໍ່ສະພາບໍລິຫານພິຈາລະນາຕົກລົງ; 10.ຕົກລົງກ່ຽວກັບເງິນເດືອນຂອງພະນັກງານ,ປະຕິບັດນະໂຍ ບາຍຍ້ອງຍໍຫຼືປະຕິບັດວິໄນຕໍ່ພະນັກງານຕາມກົດລະບຽບຂອງທະນາ ຄານທຸລະກິດ; 11.ໃຫ້ການຮ່ວມມື,ສະໜອງຂໍ້ມູນແລະຊີ້ແຈງບັນຫາຕໍ່ຄະນະ ກໍາມະການກວດສອບບັນຊີພາຍໃນແລະຜູ້ກວດສອບພາຍນອກ. 12.ລາຍງານການເຄື່ອນໄຫວຂອງທະນາຄານທຸລະກິດຕໍ່ສະ ພາບໍລິຫານແລະຄະນະກໍາມະການຕ່າງໆຂອງສະພາບໍລິຫານ,ໃຫ້ຄໍາ ຊີ້ແຈ້ງແລະສະໜອງເອກະສານທີ່ຈໍາເປັນຕາມຄວາມຕ້ອງການຂອງ ພາກສ່ວນດັ່ງກ່າວ; 13.ປະຕິບັດສິດແລະໜ້າທີ່ອື່ນໆຕາມກົດລະບຽບໄດ້ກໍານົດໄວ້.


....ມາດຕາສາມສິບ:ຜູ້ອໍານວຍການດ້ານການເງິນແລະຜູ້ຈັດການ

ມາດຕາສາມສິບ:ຜູ້ອໍານວຍການດ້ານການເງິນແລະຜູ້ຈັດການ ຜູ້ອໍານວຍການດ້ານການເງິນເປັນຜູ້ອໍານວຍການວຽກງານ ການເງິນ,ການບັນຊີຂອງທະນາຄານທຸລະກິດຊຶ່ງຖືກແຕ່ງຕັ້ງຫຼືປົດຕໍາ ແໜ່ງໂດຍສະພາບໍລິຫານ,ມີອາຍຸການສອງປີແລະສາມາດຖືກແຕ່ງຕັ້ງ ຄືນໃໝ່ໄດ້. ສິດແລະໜ້າທີ່ລະອຽດຂອງຜູ້ອໍານວຍການດ້ານການເງິນແລະ ຜູ້ຈັດການໄດ້ກໍານົດໄວ້ໃນລະບຽບການຄຸ້ມຄອງຂອງທະນາຄານທຸລະ ກິດ.

....ມາດຕາສາມສິບເອັດ:ການສ້າງຕັ້ງບໍລິສັດໃນກຸ່ມ,ສາຂາ,ໜ່ວຍບໍລິການແລະຫ້ອງການຜູ້ຕາງໜ້າ

ມາດຕາສາມສິບເອັດ:ການສ້າງຕັ້ງບໍລິສັດໃນກຸ່ມ,ສາຂາ,ໜ່ວຍບໍລິ ການແລະຫ້ອງການຜູ້ຕາງໜ້າ ທະນາຄານທຸລະກິດສາມາດສ້າງຕັ້ງບໍລິສັດໃນກຸ່ມ,ສາຂາແລະ ຫ້ອງການຜູ້ຕາງໜ້າຢູ່ພາຍໃນຫຼືຕ່າງປະເທດຕາມການອະນຸມັດຂອງ ທະນາຄານແຫ່ງສປປລາວ. ສໍາລັບໜ່ວຍບໍລິການນັ້ນແມ່ນທະນາຄານທຸລະກິດເປັນຜູ້ພິຈາ ລະນາສ້າງຕັ້ງ.

....ມາດຕາສາມສິບສອງ:ເງື່ອນໄຂການສ້າງຕັ້ງບໍລິສັດໃນກຸ່ມ,ສາຂາແລະຫ້ອງການຜູ້ຕາງໜ້າ

ມາດຕາສາມສິບສອງ:ເງື່ອນໄຂການສ້າງຕັ້ງບໍລິສັດໃນກຸ່ມ,ສາຂາ ແລະຫ້ອງການຜູ້ຕາງໜ້າ ທະນາຄານທຸລະກິດທີ່ມີຈຸດປະສົງຢ່າງສ້າງຕັ້ງບໍລິສັດໃນກຸ່ມ, ສາຂາແລະຫ້ອງການຜູ້ຕາງໜ້າຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: 1.ກົງຈັກການຄຸ້ມຄອງບໍລິຫານທຸລະກິດ,ລະບົບກວດສອບບັນ ຊີພາຍໃນມີປະສິດທະພາບ; 2.ລະບົບຮັບສົ່ງຂໍ້ມູນຂ່າວສານສາມາດຕອບສະໜອງໃຫ້ແກ່ ວຽກງານຄຸ້ມຄອງມີປະສິດທະພາບ; 3.ປະຕິບັດກົດລະບຽບກ່ຽວກັບການຮັກສາຄວາມໝັ້ນຄົງຂອງ ທະນາຄານທຸລະກິດໄດ້ດີ. ສໍາລັບເງື່ອນໄຂການສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງທະນາ ຄານທຸລະກິດຕ່າງປະເທດນັ້ນໃຫ້ປະຕິບັດຕາມລະບຽບການຂອງທະ ນາຄານແຫ່ງສປປລາວແລະກົດໝາຍວ່າດ້ວຍການສົ່ງເສີມແລະການ ຄຸ້ມຄອງການລົງທຶນຕ່າງປະເທດຢູ່ສປປລາວ. ເງື່ອນໄຂລະອຽດກ່ຽວກັບການສ້າງຕັ້ງ,ການປະກອບສໍານວນ ຄໍາຮ້ອງຂໍສ້າງຕັ້ງບໍລິສັດໃນກຸ່ມ,ສາຂາແລະຫ້ອງການຜູ້ຕາງໜ້າໄດ້ ກໍານົດໄວ້ໃນລະບຽບການສະເພາະ. ..ພາກທີສາມ:ການເຄື່ອນໄຫວຂອງທະນາຄານທຸລະກິດ


...ໝວດທີໜຶ່ງ:ເງື່ອນໄຂແລະລະບຽບການດໍາເນີນທຸລະກິດ


....ມາດຕາສາມສິບສາມ:ເງື່ອນໄຂລວມດ້ານຄວາມໝັ້ນຄົງ

ມາດຕາສາມສິບສາມ:ເງື່ອນໄຂລວມດ້ານຄວາມໝັ້ນຄົງ ເພື່ອຮັບປະກັນຄວາມໝັ້ນຄົງໃນການດໍາເນີນທຸລະກິດຂອງຕົນ ,ທະນາຄານທຸລະກິດຕ້ອງປະຕິບັດເງື່ອນໄຂລວມດັ່ງນີ້: 1.ຕ້ອງດໍາເນີນທຸລະກິດຕາມລະບົບການບໍລິຫານແລະການບັນ ຊີທີ່ດີຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະລະບຽບ ການທີ່ທະນາຄານແຫ່ງສປປລາວວາງອອກ. 2.ຕ້ອງຮັກສາທຶນໃຫ້ພຽງພໍ,ຮັບປະກັນສະພາບຄ່ອງແລະຮັບ ປະກັນການຄຸ້ມຄອງຊັບສິນໃຫ້ມີຄວາມຕໍ່ເນື່ອງແລະກະຈາຍຄວາມ ສ່ຽງ. 3.ຕ້ອງມີລະບຽບ,ກົນໄກແລະຂັ້ນຕອນທີ່ຄົບຖ້ວນເພື່ອນໍາແນກ ປະເພດລູກຄ່າທີ່ມີໃນປັດຈຸບັນ,ລູກຄ້າທີ່ຈະມີໃນອະນາຄົດແລະທຸລະກໍາ ຕ່າງໆຂອງລູກຄ້າ.

....ມາດຕາສາມສິບສີ່:ລະບຽບການຄຸ້ມຄອງບໍລິຫານພາຍໃນ

ມາດຕາສາມສິບສີ່:ລະບຽບການຄຸ້ມຄອງບໍລິຫານພາຍໃນ ທະນາຄານທຸລະກິດຕ້ອງມີລະບຽບການຄຸ້ມຄອງບໍລິຫານພາຍ ໃນຊຶ່ງເນື້ອໃນຕົ້ນຕໍກໍານົດກ່ຽວກັບໂຄງປະກອບການຈັດຕັ້ງແລະກົນ ໄກການຄຸ້ມຄອງບໍລິຫານຊຶ່ງໃນນັ້ນລວມເອົາທີ່ຕັ້ງ,ພາລະບົດບາດ,ສິດ ແລະໜ້າທີ່ຄວາມຮັບຜິດຊອບ,ການຕິດຕາມກວດກາແລະການລາຍ ງານຂອງຜູ້ບໍລິຫານ,ໜ່ວຍງານແລະພະນັກງານຂອງທະນາຄານທຸລະ ກິດ. ທະນາຄານທຸລະກິດຕ້ອງສົ່ງສໍານວນເອກະສານກ່ຽວກັບລະ ບຽບການຄຸ້ມຄອງແລະບັນຊີພະນັກງານຂອງຕົນທີ່ມີສິດລົງລາຍເຊັນ ພ້ອມທັງສໍາເນົາລາຍເຊັນດັ່ງກ່າວໃຫ້ທະນາຄານແຫ່ງສປປລາວຊາບ .ຖ້າມີການປ່ຽນແປງເອກະສານເຫຼົ່ານັ້ນກໍ່ຕ້ອງແຈ້ງໃຫ້ທະນາຄານ ແຫ່ງສປປລາວຊາບພາຍໃນກໍານົດຫ້າວັນລັດຖະການ.

....ມາດຕາສາມສິບຫ້າ:ການຮັກສາຄວາມລັບ

ມາດຕາສາມສິບຫ້າ:ການຮັກສາຄວາມລັບ ຜູ້ບໍລິຫານ,ພະນັກງານແລະຜູ້ຖືກມອບໝາຍທີ່ພວມປະຕິບັດຫຼື ພົ້ນຈາກໜ້າທີ່ຂອງທະນາຄານທຸລະກິດໄປແລ້ວຕ້ອງຮັກສາຂໍ້ມູນທີ່ ເປັນຄວາມລັບຂອງທະນາຄານທຸລະກິດນັ້ນ.ຫ້າມເປີດເຜີຍຫຼືນໍາໃຊ້ຂໍ້ ມູນເຫຼົ່ານັ້ນເພື່ອຜົນປະໂຫຍດຂອງຕົນເອງຫຼືຜູ້ອື່ນເວັ້ນເສຍແຕ່ເພື່ອ ຜົນປະໂຫຍດຂອງທະນາຄານທຸລະກິດດັ່ງກ່າວ.ຂໍ້ມູນທີ່ເປັນຄວາມ ລັບສາມາດເປີດເຜີຍໃຫ້ທະນາຄານແຫ່ງສປປລາວ,ຜູ້ກວດສອບຫຼື ອົງການທີ່ມີສິດອໍານາດໄດ້ຕາມລະບຽບກົດໝາຍ.

....ມາດຕາສາມສິບຫົກ:ການຕ້ານແລະສະກັດກັ້ນການຟອກເງິນ

ມາດຕາສາມສິບຫົກ:ການຕ້ານແລະສະກັດກັ້ນການຟອກເງິນ ທະນາຄານທຸລະກິດຕ້ອງວາງມາດຕະຖານເພື່ອຕ້ານແລະສະ ກັດກັ້ນການຟອກເງິນຕາມກົນໄກແລະລະບຽບກົດໝາຍໄດ້ກໍານົດໄວ້.

....ມາດຕາສາມສິບເຈັດ:ການເປີດເຜີຍຜົນປະໂຫຍດ

ມາດຕາສາມສິບເຈັດ:ການເປີດເຜີຍຜົນປະໂຫຍດ ຜູ້ບໍລິຫານຂອງທະນາຄານທຸລະກິດຕ້ອງແຈ້ງກິດຈະການທີ່ຕົນ ຫຼືບຸກຄົນທີ່ກ່ຽວຂ້ອງກັບຕົນມີຜົນປະໂຫຍດຕິດພັນກັບທະນາຄານທຸລະ ກິດໃຫ້ແກ່ສະພາບໍລິຫານຂອງທະນາຄານທຸລະກິດຂອງຕົນຊາບຢ່າງ ລະອຽດ. ໃນເວລາມີການພິຈາລະນາກິດຈະການທີ່ຕົນຫຼືບຸກຄົນທີ່ກ່ຽວ ຂ້ອງກັບຕົນມີຜົນປະໂຫຍດຕິດພັນນັ້ນຜູ້ບໍລິຫານດັ່ງກ່າວຕ້ອງຖອນຕົວ ອອກຈາກກອງປະຊຸມ. ໃນກໍລະນີທີ່ຜູ້ບໍລິຫານຫາກບໍ່ປະຕິບັດຕາມຂໍ້ກໍານົດຂ້າງເທິງນີ້ ທະນາຄານທຸລະກິດຫຼືຜູ້ຖືຮຸ້ນມີສິດຮ້ອງຟ້ອງຕໍ່ສານເພື່ອລົບລ້າງສັນຍາ ທີ່ຕິດພັນກັບກິດຈະການດັ່ງກ່າວ.ພ້ອມກັນນັ້ນທະນາຄານແຫ່ງສປປ ລາວຈະໂຈະການປະຕິບັດໜ້າທີ່ຂອງຜູ້ບໍລິຫານນີ້ແລະຈະຖືກປົດຕໍາ ແໜ່ງພາຍຫຼັງທີ່ສານໄດ້ຕັດສິນຍົກເລີກສັນຍາ.

....ມາດຕາສາມສິບແປດ:ຄວາມຮັບຜິດຊອບຂອງຜູ້ບໍລິຫານແລະພະນັກງານ

ມາດຕາສາມສິບແປດ:ຄວາມຮັບຜິດຊອບຂອງຜູ້ບໍລິຫານແລະພະນັກ ງານ ຜູ້ບໍລິຫານແລະພະນັກງານຂອງທະນາຄານທຸລະກິດຕ້ອງມີ ຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ຂອງຕົນໂດຍຖືເອົາຜົນ ປະໂຫຍດຂອງລູກຄ້າແລະທະນາຄານທຸລະກິດສູງກວ່າຜົນປະໂຫຍດ ຂອງຕົນເອງ. ທະນາຄານທຸລະກິດຕ້ອງປະຕິບັດມາດຕະການທີ່ເໝາະສົມຕໍ່ຜູ້ ບໍລິຫານຫຼືພະນັກງານຂອງຕົນທີ່ໄດ້ສ້າງຜົນເສຍຫາຍໃຫ້ແກ່ທະນາ ຄານທຸລະກິດຫຼືລູກຄ້າ.

....ມາດຕາສາມສິບເກົ້າ:ກໍານົດເວລາຂອງການໃຫ້ບໍລິການ

ມາດຕາສາມສິບເກົ້າ:ກໍານົດເວລາຂອງການໃຫ້ບໍລິການ ທະນາຄານທຸລະກິດຕ້ອງແຈ້ງກໍານົດເວລາການໃຫ້ບໍລິການ ໃຫ້ລູກຄ້າຊາບແລະບໍ່ສາມາດຢຸດການໃຫ້ບໍລິການໃນກໍານົດເວລາດັ່ງ ກ່າວ,ຖ້າຈະຢຸດກໍ່ຕ້ອງປະກາດໃຫ້ລູກຄ້າຊາບກ່ອນຊາວສີ່ຊົ່ວໂມງ. ...ໝວດທີສອງ:ກິດຈະການຂອງທະນາຄານທຸລະກິດ


....ມາດຕາສີ່ສິບ:ປະເພດກິດຈະການຂອງທະນາຄານທຸລະກິດ

ມາດຕາສີ່ສິບ:ປະເພດກິດຈະການຂອງທະນາຄານທຸລະກິດ ກິດຈະການຂອງທະນາຄານທຸລະກິດມີສອງປະເພດຄື: 1.ທຸລະກິດການທະນາຄານ. 2.ທຸລະກິດດ້ານການເງິນ.

....ມາດຕາສີ່ສິບເອັດ:ທຸລະກິດການທະນາຄານ

ມາດຕາສີ່ສິບເອັດ:ທຸລະກິດການທະນາຄານ ທຸລະກິດການທະນາຄານປະກອບດ້ວຍ: 1.ຮັບເງິນຝາກປະເພດຕ່າງໆເຊັ່ນ:ເງິນຝາກກະແສລາຍວັນ ,ເງິນຝາກປະຢັດ,ເງິນຝາກມີກໍານົດສາມເດືອນ,ຫົກເດືອນ,ໜຶ່ງປີແລະ ເກີນໜຶ່ງປີໂດຍມີດອກເບ້ຍຫຼືບໍ່ມີດອກເບ້ຍ. 2.ສະໜອງສິນເຊື່ອດ້ວຍຮູບການໃຫ້ກູ້ຢືມໄລຍະສັ້ນ,ໄລຍະກາງ ແລະໄລຍະຍາວ;ການຊື້ຫຼຸດແລະຮັບຊ່ວງຊື້ຫຼຸດເອກະສານມີຄ່າ;ການ ຄໍ້າປະກັນ.ນອກຈາກນີ້ການສະໜອງສິນເຊື່ອໃນຮູບການອື່ນຕ້ອງໄດ້ ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ; 3.ໃຫ້ບໍລິຫານຊໍາລະແລະຮຽກເກັບ. 4.ອອກແລະຄຸ້ມຄອງເຄື່ອງມືຊໍາລະເຊັ່ນ:ເຊັກ,ບັດຊໍາລະປະ ເພດຕ່າງໆ. 5.ຊື້-ຂາຍເງິນຕາຕ່າງປະເທດ; 6.ໃຫ້ບໍລິການເກັບຮັກສາຄວາມປອດໄພເອກະສານແລະວັດຖຸ ມີຄ່າ.

....ມາດຕາສີ່ສິບສອງ:ທຸລະກິດດານການເງິນ

ມາດຕາສີ່ສິບສອງ:ທຸລະກິດດານການເງິນ ໃນການດໍາເນີນທຸລະກິດດ້ານການເງິນທະນາຄານທຸລະກິດສາ ມາດດໍາເນີນໄດ້ດັ່ງນີ້: 1.ອອກແລະຊື້ຂາຍຫຼັກຊັບ. 2.ເປັນຕົວແທນທາງດ້ານການເງິນ. 3.ເຮັດທຸລະກິດປະກັນໄພ; 4.ເຮັດທຸລະກິດໃຫ້ເຊົ່າ; 5.ບໍລິການໃຫ້ຄໍາປຶກສາດ້ານການເງິນ; 6.ບໍລິການປຶກສາກ່ຽວກັບການລົງທຶນແລະໝູນທຶນ. 7.ໃຫ້ການຄໍ້າປະກັນການຈໍາໜ່າຍແລະຊື້-ຂາຍຫຼັກຊັບ. 8.ດໍາເນີນທຸລະກິດທາງດ້ານການເງິນອື່ນຕາມລະບຽບການທີ່ ທະນາຄານແຫ່ງສປປລາວວາງອອກ.

....ມາດຕາສີ່ສິບສາມ:ຂໍ້ຫ້າມໃນການດໍາເນີນທຸລະກິດ

ມາດຕາສີ່ສິບສາມ:ຂໍ້ຫ້າມໃນການດໍາເນີນທຸລະກິດ ຫ້າມທະນາຄານທຸລະກິດດໍາເນີນທຸລະກໍາດັ່ງນີ້: 1.ດໍາເນີນຫຼືຮ່ວມດໍາເນີນທຸລະກໍາໃດໜຶ່ງຊຶ່ງຈະເຮັດໃຫ້ຕົນຫຼືຜູ້ ອື່ນມີຖານາເປັນຜູ້ຄວບຄຸມຕະຫຼາດເງິນຕາ,ຕະຫຼາດທຶນຫຼືຕະຫຼາດເງິນ ຕາຕ່າງປະເທດ. 2.ດໍາເນີນທຸລະກໍາທີ່ເປັນການປັ່ນປ່ວນເຮັດໃຫ້ເກີດມີການໄດ້ ປຽບຫຼືເສຍປຽບແບບບໍ່ຍຸຕິທໍາລະຫວ່າງທະນາຄານທຸລະກິດດ້ວຍກັນ ແລະພາກສ່ວນອື່ນ; 3.ຮຽກຮ້ອງຫຼືກໍານົດເງື່ອນໄຂທີ່ບໍ່ຖືກຕ້ອງຕາມລະບຽບກົດ ໝາຍໃຫ້ບຸກຄົນຫຼືການຈັດຕັ້ງໃດໜຶ່ງປະຕິບັດກ່ອນຈະໄດ້ຮັບການບໍລິ ການຂອງຕົນຫຼືໃນກຸ່ມ; 4.ຊື້ຊັບສິນຂອງບໍລິສັດໃນກຸ່ມ,ຊື້ຫຼັກຊັບທີ່ບໍລິສັດໃນກຸ່ມຂອງຕົນ ຊຶ່ງໃຫ້ການຄໍ້າປະກັນການຈໍາໜ່ວຍໃນປີຜ່ານມາ. 5.ສະໜອງສິນເຊື່ອເພື່ອເອື້ອອໍານວຍຄວາມສະດວກໃນການຊື້ ຫຼັກຊັບທີ່ຕົນຫຼືບໍລິສັດໃນກຸ່ມໃຫ້ການຄໍາປະກັນການຈໍາໜ່າຍ.

....ມາດຕາສີ່ສິບສີ່:ມາດຕະການຮັກສາຄວາມໝັ້ນຄົງ

ມາດຕາສີ່ສິບສີ່:ມາດຕະການຮັກສາຄວາມໝັ້ນຄົງ ເພື່ອຮັກສາຄວາມໝັ້ນຄົງທະນາຄານທຸລະກິດຕ້ອງປະຕິບັດມາດ ຕະການຕ່າງໆທີ່ທະນາຄານແຫ່ງສປປລາວໄດ້ກໍານົດອອກຢ່າງຖືກ ຕ້ອງດັ່ງນີ້: 1.ລະດັບອັດຕາສ່ວນຕ່າງໆທີ່ພົວພັນເຖິງຊັບສິນ,ຊັບສິນທີ່ມີ ຄວາມສ່ຽງ,ລາຍການນອກໃບສະຫຼຸບຊັບສົມບັດ,ທຶນແລະຄັງສໍາຮອງ ປະເພດຕ່າງໆ. 2.ອັດຕາສ່ວນສິນເຊື່ອສູງສຸດທີ່ທະນາຄານທຸລະກິດໄດ້ປ່ອຍຫຼື ສັນຍາຈະປ່ອຍເພື່ອຜົນປະໂຫຍດຂອງບຸກຄົນ,ກຸ່ມຄົນທີ່ມີສາຍພົວພັນ ກັນຫຼືກຸ່ມບຸກຄົນທີ່ກ່ຽວຂ້ອງກັບທະນາຄານທຸລະກິດທຽບໃສ່ທຶນຕາມລະ ບຽບການ. 3.ອັດຕາສ່ວນສິນເຊື່ອສູງສຸດທີ່ໄດ້ປ່ອຍຫຼືສັນຍາຈະປ່ອຍໃຫ້ລູກ ຄ້າລາຍໃຫຍ່ທຽບໃສ່ຍອດລວມສິນເຊື່ອທັງໝົດ. 4.ຮັກສາສະພາບຄ່ອງຕົວຂັ້ນຕໍ່າສຸດທີ່ທີ່ພົວພັນກັບມູນຄ່າຫຼືການ ປ່ຽນແປງມູນຄ່າຂອງຊັບສິນ,ການປ່ຽນແປງໜີ້ສິນແລະອັດຕາສ່ວນ ເງິນແຮຝາກພາກບັງຄັບໄວ້ຢູ່ທະນາຄານແຫ່ງສປປລາວ. 5.ຮັກສາອັດຕາສ່ວນສູງສຸດຂອງການລົງທຶນເຂົ້າໃສ່ຊັບສົມບັດ ຄົງທີ່ຫຼືການລົງທຶນໃດໜຶ່ງທຽບໃສ່ທຶນທັງໝົດຂອງທະນາຄານທຸລະກິດ; 6.ຕີລາຄາຊັບສິນ,ຈັດຊັ້ນຊັບສິນ,ຈັດຊັ້ນໜີ້ແລະສໍາຮອງໜີ້ໃຫ້ ຄົບຖ້ວນ. 7.ປະຕິບັດຂໍ້ຫ້າມ,ຂໍ້ຈໍາກັດຕ່າງໆກ່ຽວກັບສິນເຊື່ອ,ການລົງທຶນ ,ຄວາມສ່ຽງດ້ານຕະຫຼາດ,ການຮັກສາລະດັບຖານະເງິນຕາຕ່າງປະ ເທດແລະອື່ນໆ. 8.ບໍ່ແບ່ງປັນທຶນຖ້າຫາກເຫັນວ່າທຶນຕາມລະບຽບການຂອງທະ ນາຄານທຸລະກິດຕໍ່າກວ່າລະດັບທຶນທີ່ທະນາຄານແຫ່ງສປປລາວກໍານົດ ໄວ້. 9.ບໍ່ດໍາເນີນທຸລະກິດກ່ຽວກັບອຸດສາຫະກໍາ,ການຄ້າຫຼືບໍລິການ ໃດໜຶ່ງໂດຍກົງຊຶ່ງບໍ່ແມ່ນທຸລະກິດການເງິນ-ການທະນາຄານ. 10.ບໍ່ປ່ອຍສິນເຊື່ອໂດຍຮັບເອົາຮູ້ນຂອງທະນາຄານທຸລະກິດ ເອງເປັນຫຼັກຊັບຄໍ້າປະກັນເງິນກູ້; 11.ບໍ່ຊື້ຮຸ້ນທີ່ອອກດ້ວຍຕົນເອງຖ້າວ່າທຶນຂອງທະນາຄານທຸລະ ກິດດັ່ງກ່າວຕໍ່າກວ່າອັດຕາສ່ວນຄວາມພຽງພໍຂອງທຶນຕາມລະບຽບ ການທີ່ທະນາຄານແຫ່ງສປປລາວກໍານົດໄວ້.

....ມາດຕາສີ່ສິບຫ້າ:ການເກັບຮັກສາເອກະສານແລະຂໍ້ມູນທຸລະກໍາ

ມາດຕາສີ່ສິບຫ້າ:ການເກັບຮັກສາເອກະສານແລະຂໍ້ມູນທຸລະກໍາ ທະນາຄານທຸລະກິດຕ້ອງສ້າງລະບົບເກັບຮັກສາຂໍ້ມູນແລະເອ ກະສານຢູ່ທີ່ສໍານັກງານໃຫຍ່ຂອງຕົນຊຶ່ງປະກອບດ້ວຍ: 1.ກົດລະບຽບພາຍໃນແລະລະບຽບການອື່ນໆກ່ຽວກັບການຄຸ້ມ ຄອງບໍລິຫານລວມທັງການດັດແກ້ຕ່າງໆ. 2.ບັນຊີການຂຶ້ນທະບຽນກ່ຽວກັບຜູ້ຖືຮຸ້ນ; 3.ບົດບັນທຶກແລະມະຕິຕົກລົງຂອງກອງປະຊຸມສະພາບໍລິຫານ; 4.ບົດບັນທຶກແລະມະຕິຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ. 5.ບົດບັນທຶກການບັນຊີຊຶ່ງສະແດງໃຫ້ເຫັນຢ່າງຈະແຈ້ງແລະ ຖືກຕ້ອງກ່ຽວກັບສະພາບການດໍາເນີນທຸລະກິດ,ການເຮັດທຸລະກໍາແລະ ເງື່ອນໄຂທາງດ້ານການເງິນ. 6.ບົດບັນທຶກທຸລະກໍາ,ເອກະສານສິນເຊື່ອແລະບັນຊີຂອງລູກຄ້າ ແຕ່ລະຄົນ. 7.ບົດບັນທຶກອື່ນໆທີ່ເຫັນວ່າຈໍາເປັນຕາມກົດໝາຍສະບັບນີ້ແລະ ລະບຽບການຂອງທະນາຄານແຫ່ງສປປລາວ.

....ມາດຕາສີ່ສິບຫົກ:ການແຈ້ງເນື້ອໃນແລະເງື່ອນໄຂຂອງທຸລະກໍາ

ມາດຕາສີ່ສິບຫົກ:ການແຈ້ງເນື້ອໃນແລະເງື່ອນໄຂຂອງທຸລະກໍາ ທະນາຄານທຸລະກິດຕ້ອງແຈ້ງໃຫ້ລູກຄ້າຂອງຕົນຊາບຢ່າງເປັນ ປະຈໍາກ່ຽວກັບເນື້ອໃນແລະເງື່ອນໄຂຊຶ່ງຕິດພັນກັບການຊື້-ຂາຍເງິນ ຕາຕ່າງປະເທດ,ເງິນຝາກແລະສິນເຊື່ອລວມທັງອັດຕາດອກເບ້ຍປະຈໍາ ປີຕາມລະບຽບການທີ່ທະນາຄານແຫ່ງສປປລາວວາງອອກ.

....ມາດຕາສີ່ສິບເຈັດ:ການດໍາເນີນທຸລະກໍາເພື່ອຜົນປະໂຫຍດຂອງຜູ້ກ່ຽວຂ້ອງ

ມາດຕາສີ່ສິບເຈັດ:ການດໍາເນີນທຸລະກໍາເພື່ອຜົນປະໂຫຍດຂອງຜູ້ກ່ຽວ ຂ້ອງ ທະນາຄານທຸລະກິດບໍ່ສາມາດເຮັດທຸລະກໍາເພື່ອຜົນປະໂຫຍດ ຂອງຜູ້ກ່ຽວຂ້ອງໄດ້ເປັນຕົ້ນແມ່ນການໃຫ້ສິນເຊື່ອ,ການຊື້ຊັບສິນທາງ ດ້ານການເງິນ,ການຊື້ສິນຄ້າແລະການບໍລິການ,ການລົງທຶນຢູ່ໃນທຸ ລະກິດທົ່ວໄປ. ໃນກໍລະນີທີ່ຜູ້ກ່ຽວຂ້ອງໄດ້ດໍາເນີນທຸລະກໍາກັບທະນາຄານທຸລະ ກິດມາກ່ອນແລ້ວກໍ່ສາມາດດໍາເນີນຕໍ່ໄດ້ແຕ່ບໍ່ໃຫ້ມີສິດພິເສດ,ຕ້ອງ ເປີດເຜີຍໃຫ້ຜູ້ຖືຮຸ້ນຊາບເປັນລາຍລັກອັກສອນແລະຕ້ອງລາຍງານໃຫ້ ທະນາຄານແຫ່ງສປປລາວຊາບ.

....ມາດຕາສີ່ສິບແປດ:ການຖືຮຸ້ນຂອງທະນາຄານທຸລະກິດ

ມາດຕາສີ່ສິບແປດ:ການຖືຮຸ້ນຂອງທະນາຄານທຸລະກິດ ການຖືຮຸ້ນຫຼືໂອນຮຸ້ນສາມັນຂອງທະນາຄານທຸລະກິດຊຶ່ງເຮັດ ໃຫ້ມີຜູ້ຖືຮຸ້ນລາຍໃຫຍ່ແຕ່ສິບສ່ວນຮ້ອຍຂຶ້ນໄປລວມທັງການຄວບທະ ນາຄານທຸລະກິດຕ້ອງໄດ້ຮັບການຮັບຮອງຈາກທະນາຄານແຫ່ງສປ ປລາວຢ່າງເປັນລາຍລັກອັກສອນ. ທະນາຄານທຸລະກິດທີ່ມີຄວາມເຂັ້ມແຂງທາງດ້ານການເງິນ ສາມາດຖືຮຸ້ນຢູ່ໃນນິຕິບຸກຄົນອື່ນນອກຈາກທຸລະກິດດ້ານການເງິນຫຼື ການທະນາຄານໄດ້ແຕ່ອັດຕາສ່ວນການຖືຮຸ້ນຢູ່ໃນນິຕິບຸກໜຶ່ງແມ່ນ ບໍ່ໃຫ້ເກີນສິບຫ້າສ່ວນຮ້ອຍຂອງທຶນຕາມລະບຽບການແລະບໍ່ໃຫ້ເກີນ ຊາວສ່ວຍຮ້ອຍຂອງຮຸ້ນທັງໝົດທີ່ສາມາດລົງຄະແນນສຽງຂອງນິຕິ ບຸກຄົນນັ້ນ.ໃນກໍລະນີທີ່ທະນາຄານທຸລະກິດຫາກຖືຮຸ້ນຢູ່ໃນນິຕິບຸກຄົນ ອື່ນຫຼາຍແຫຼ່ງລວມກັນແລ້ວແມ່ນບໍ່ໃຫ້ເກີນແປດສ່ວນຮ້ອຍຂອງຊັບ ສິນສ່ຽງ.


....ມາດຕາສີ່ສິບເກົ້າ:ການຄວບທຸລະກິດ,ການຊື້ຮຸ້ນແລະການຂາຍຊັບສິນ

ມາດຕາສີ່ສິບເກົ້າ:ການຄວບທຸລະກິດ,ການຊື້ຮຸ້ນແລະການຂາຍຊັບສິນ ທະນາຄານທຸລະກິດສາມາດຄວບຄຸມທຸລະກິດ,ຊື້ຮຸ້ນຫຼືຂາຍຊັບສິນ ທີ່ສໍາຄັນຂອງຕົນໄດ້ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນແລະການ ອະນຸຍາດຢ່າງເປັນລາຍລັກອັກສອນຂອງທະນາຄານແຫ່ງສປປລາວ. ໃນກໍລະນີທີ່ການຊື້ຮຸ້ນຫຼືຂາຍຊັບສິນຫາກມີມູນຄ່າຫຼຸດຈໍານວນທີ່ ໄດ້ກໍານົດໄວ້ໃນລະບຽບການຂອງທະນາຄານແຫ່ງສປປລາວແລ້ວກໍ່ ບໍ່ຈໍາເປັນຕ້ອງຂໍອະນຸຍາດ.

...ໝວດທີສາມ:ການບັນຊີ,ການກວດສອບແລະການເປີດເຜີຍຂໍ້ມູນທາງດ້ານການເງິນ


....ມາດຕາຫ້າສິບ:ການບັນຊີແລະບົດລາຍງານການເງິນ

ມາດຕາຫ້າສິບ:ການບັນຊີແລະບົດລາຍງານການເງິນ ທະນາຄານທຸລະກິດຕ້ອງຮັກສາບັນຊີແລະຂໍ້ມູນການບັນຊີພ້ອມ ທັງເຮັດບົດລາຍງານການເງິນປະຈໍາປີໃຫ້ຄົບຖ້ວນເພື່ອສະແດງໃຫ້ ເຫັນການດໍາເນີນງານແລະຖານະທາງດ້ານການເງິນຂອງຕົນຕາມ ມາດຕະຖານການບັນຊີ້.

ບັນຊີແລະບົດລາຍງານທາງດ້ານການເງິນຂອງທະນາຄານ ທຸລະກິດຕ້ອງເຮັດຕາມແບບພິມແລະມີລາຍລະອຽດທີ່ສອດຄ່ອງກັບ ມາດຕະຖານການບັນຊີແລະຕາມລະບຽບການທີ່ທະນາຄານແຫ່ງສ ປປລາວວາງອອກ.


....ມາດຕາຫ້າສິບເອັດ:ລາຍຮັບ-ລາຍຈ່າຍ

ມາດຕາຫ້າສິບເອັດ:ລາຍຮັບ-ລາຍຈ່າຍ ລາຍຮັບ-ລາຍຈ່າຍຂອງທະນາຄານທຸລະກິດມີດັ່ງນີ້: 1.ລາຍຮັບ: -ດອກເບ້ຍ; -ເງິນປັນຜົນ; -ຄ່າບໍລິການ; -ລາຍຮັບອື່ນໆຕາມລະບຽບການ. 2.ລາຍຈ່າຍ: -ດອກເບ້ຍ. -ຄ່າທໍານຽມ; -ຄ່າບໍລິຫານທຸລະກິດແລະວິຊາການ; -ຄ່າເສື່ອມມູນຄ່າຊັບສິນ; -ຕ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່; -ເງິນແຮເພື່ອປະກັນຄວາມສ່ຽງ; -ລາຍຈ່າຍອື່ນໆຕາມລະບຽບການ.

ສະພາບໍລິຫານເປັນຜູ້ຮັບຮອງເອົາແຜນລາຍຮັບ-ລາຍຈ່າຍຂອງ ທະນາຄານທຸລະກິດຕາມການສະເໜີຂອງຜູ້ອໍານວຍການໃຫຍ່ໂດຍສອດ ຄ່ອງກັບລະບຽບກົດໝາຍ.

....ມາດຕາຫ້າສິບສອງ:ກໍາໄລແລະການຂາດທຶນ

ມາດຕາຫ້າສິບສອງ:ກໍາໄລແລະການຂາດທຶນ ກໍາໄລຂອງທະນາຄານທຸລະກິດແມ່ນສ່ວນຜິດດ່ຽງບວກລະ ຫວ່າງຍອດລາຍຮັບແລະຍອດລາຍຈ່າຍໃນປີ.ກໍາໄລສຸດທິແມ່ນກໍາ ໄລພາຍຫຼັງທີ່ໄດ້ຫັກອາກອນກໍາໄລໃຫ້ລັດແລ້ວ.

ທະນາຄານຕ້ອງແບ່ງປັນກໍາໄລສຸດທິດັ່ງນີ້: -ສ້າງຄັງສະສົມຕາມລະບຽບການ. -ສ້າງຄັງຂະຫຍາຍການຜະລິດແລະຄັງອື່ນໆ.

ອັດຕາສ່ວນໃນການແບ່ງປັນກໍາໄລສຸດທິເຂົ້າແຕ່ລະຄັ້ງແມ່ນ ກອງປະຊຸມຜູ້ຖືຮຸ້ນເປັນຜູ້ຕົກລົງໂດຍສອດຄ່ອງກັບລະບຽບກົດໝາຍ, ສ່ວນກໍາໄລສຸດທິທີ່ເຫຼືອແມ່ນໃຫ້ແບ່ງປັນແກ່ຜູ້ຖືຮຸ້ນ.

ການຂາດທຶນຂອງທະນາຄານທຸລະກິດແມ່ນສ່ວນຜິດດ່ຽງລົບ ລະຫວ່າງຍອດລາຍຮັບແລະຍອດລາຍຈ່າຍໃນປີ.ໃນກໍລະນີນີ້ໃຫ້ທະ ນາຄານທຸລະກິດນໍາໃຊ້ເງິນໃນຄັງສະສົມຕາມລະບຽບການ.ຖ້າເງິນ ໃນຄັງສະສົມບໍ່ພຽງພໍກໍ່ໃຫ້ເພີ່ມທຶນຕາມການຕົກລົງຂອງກອງປະຊຸມ ຜູ້ຖືຮຸ້ນ.

....ມາດຕາຫ້າສິບສາມ:ການໂອນກໍາໄລ,ເງິນປັນຜົນແລະຊັບສິນອອກຈາກສປປລາວ

ມາດຕາຫ້າສິບສາມ:ການໂອນກໍາໄລ,ເງິນປັນຜົນແລະຊັບສິນອອກ ຈາກສປປລາວ ທະນາຄານທຸລະກິດຕ່າງປະເທດຫຼືຜູ້ຖືຮຸ້ນທີ່ເປັນຄົນຕ່າງປະ ເທດຊຶ່ງເຄື່ອນໄຫວທຸລະກິດຢູ່ສປປລາວສາມາດໂອນເງິນປັນຜົນ,ກໍາ ໄລຂອງຕົນອອກຈາກສປປລາວພາຍຫຼັງທີ່ໄດ້ປະຕິບັດພັນທະທາງດ້ານ ການເງິນແລະຫັກເງິນສ້າງຄັງຕ່າງໆຕາມລະບຽບກົດໝາຍຂອງສປ ປລາວໄດ້ກໍານົດໄວ້.

ທະນາຄານຕ່າງປະເທດຫຼືຜູ້ຖືຮຸ້ນທີ່ເປັນຄົນຕ່າງປະເທດຊຶ່ງ ເຄື່ອນໄຫວທຸລະກິດຢູ່ສປປລາວສາມາດໂອນຊັບສິນຂອງຕົນອອກຈາກ ສປປລາວໄດ້ພາຍຫຼັງທີ່ຢຸດເຊົາການເຄື່ອນໄຫວແລະໄດ້ດໍາເນີນການ ຊໍາລະສະສາງເປັນທີ່ຮຽບຮ້ອຍແລ້ວ.

....ມາດຕາຫ້າສິບສີ່:ລະບົບການບັນຊີແລະປີການບັນຊີ

ມາດຕາຫ້າສິບສີ່:ລະບົບການບັນຊີແລະປີການບັນຊີ ທະນາຄານທຸລະກິດຕ້ອງປະຕິບັດລະບົບການບັນຊີຕາມກົດາຍ ແລະລະບຽບການທີ່ທະນາຄານແຫ່ງສປປລາວວາງອອກ. ປີການບັນຊີຂອງທະນາຄານທຸລະກິດເລີ່ມແຕ່ວັນທີໜຶ່ງມັງກອນ ແລະສິ້ນສຸດວັນທີສາມສິບເອັດທັນວາຂອງແຕ່ລະປີ.

....ມາດຕາຫ້າສິບຫ້າ:ການກວດສອບພາຍໃນ

ມາດຕາຫ້າສິບຫ້າ:ການກວດສອບພາຍໃນ ທະນາຄານທຸລະກິດແຕ່ລະແຫ່ງຕ້ອງສ້າງຕັ້ງແລະຮັກສາລະ ບົບການຄຸ້ມຄອງແລະກວດສອບວຽກງານພາຍໃນຂອງຕົນເພື່ອຮັບປະ ກັນ: 1.ການບັນທຶກໃຫ້ຖືກຕ້ອງໂດຍສະແດງໃຫ້ເຫັນທຸລະກໍາແລະ ການປ່ຽນແປງຂອງຊັບສິນ; 2.ການສ້າງບົດລາຍງານການເງິນໃຫ້ສອດຄ່ອງກັບຫຼັກການ ດ້ານການບັນຊີ. 3.ການຮັບ-ຈ່າຍເງິນໃຫ້ຖືກຕ້ອງກັບການອະນຸມັດຂອງຜູ້ບໍລິ ຫານ; 4.ການໄດ້ມາ,ການນໍາໃຊ້ຫຼືການຊໍາລະຊັບສິນທີ່ບໍ່ໄດ້ຮັບອະນ ຸຍາດຖືກສະກັດກັ້ນທັນເວລາ.

....ມາດຕາຫ້າສິບຫົກ:ການກວດສອບພາຍນອກ

ມາດຕາຫ້າສິບຫົກ:ການກວດສອບພາຍນອກ ໃນແຕ່ລະປີທະນາຄານທຸລະກິດຕ້ອງໄດ້ຮັບການກວດສອບໂດຍ ຜູ້ກວດສອບບັນຊີຈາກພາຍນອກເພື່ອ: 1.ຊ່ວຍທະນາຄານທຸລະກິດໃນການຮັກສາລະບົບບັນຊີແລະການ ບັນທຶກບັນຊີໃຫ້ຖືກຕ້ອງແລະຄົບຖ້ວນ. 2.ມີຄວາມເຫັນຢັ້ງຢືນກ່ຽວກັບຄວາມຄົບຖ້ວນແລະຖືກຕ້ອງຂອງ ບົດລາຍງານການເງິນປະຈໍາປີທີ່ທະນາຄານທຸລະກິດສ້າງຂຶ້ນ. 3.ທົບທວນຄືນກ່ຽວກັບຄວາມຄົບຖ້ວນຂອງລະບຽບການຄຸ້ມຄອງ ແລະກວດສອບພາຍໃນພ້ອມທັງໃຫ້ຄໍາແນະນໍາກ່ຽວກັບມາດຕະການ ແກ້ໄຂ; 4.ລາຍງານໃຫ້ທະນາຄານແຫ່ງສປປລາວກ່ຽວກັບການກະທໍາ ທີ່ເປັນການສໍ້ໂກງຂອງຜູ້ບໍລິຫານຫຼືພະນັກງານຂອງທະນາຄານທຸລະ ກິດ,ການຄຸ້ມຄອງແລະດໍາເນີນງານທີ່ຜິດປົກກະຕິຫຼືບໍ່ມີປະສິດທິພາບ ຂອງບໍລິສັດໃນກຸ່ມຊຶ່ງອາດຈະສ້າງຜົນເສຍຫາຍໃຫ້ແກ່ທະນາຄານທຸ ລະກິດແລະບໍລິສັດໃນກຸ່ມຂອງຕົນ.

....ມາດຕາຫ້າສິບເຈັດ:ການພິມເຜີຍແຜ່ບົດລາຍງານການເງິນ

ມາດຕາຫ້າສິບເຈັດ:ການພິມເຜີຍແຜ່ບົດລາຍງານການເງິນ ທະນາຄານທຸລະກິດຕ້ອງຈັດພິມເຜີຍແຜ່ຖານະການເງິນຂອງ ຕົນດັ່ງນີ້: 1.ຈັດພິມແລະເຜີຍແຜ່ໃບສະຫຼຸບຊັບສົມບັດປະຈໍາໄຕມາດຢູ່ໜັງ ສືພິມລະດັບຊາດພາຍໃນກໍານົດເວລາສາມສິບວັນຫຼັງຈາກສິ້ນສຸດແຕ່ ລະໄຕມາດ; 2.ຈັດພິມແລະເຜີຍແຜ່ບົດລາຍງານການເງິນ,ບົດລາຍງານ ປະຈໍາປີແລະຄໍາເຫັນຂອງຜູ້ກວດສອບຕໍ່ບົດລາຍງານການເງິນຢູ່ໜັງ ສືພິມລະດັບຊາດພາຍໃນກໍານົດສີ່ເດືອນຫຼັງຈາກສິ້ນສຸດປີການບັນຊີ; 3.ສະໜອງບົດລາຍງານປະຈໍາປີໃຫ້ແກ່ມວນຊົນໂດຍບໍ່ມີການ ເກັບຄ່າໃດໆ.

....ມາດຕາຫ້າສິບແປດ:ການພິມເຜີຍແຜ່ບົດລາຍງານຂອງສາຂາທະນາຄານທຸລະກິດຕ່າງປະເທດ

ມາດຕາຫ້າສິບແປດ:ການພິມເຜີຍແຜ່ບົດລາຍງານຂອງສາຂາທະ ນາຄານທຸລະກິດຕ່າງປະເທດ ສາຂາທຸລະກິດຕ່າງປະເທດຕ້ອງພິມເຜີຍແຜ່ໃບສະຫຼຸບຊັບສົມ ບັດແລະບົດລາຍງານຜົນໄດ້ຮັບຢູ່ໜັງສືພິມລະດັບຊາດພາຍໃນກໍານົດ ເວລາສາມສິບວັນຫຼັງຈາກສິ້ນສຸດແຕ່ລະໄຕມາດ. ບົດລາຍງານການເງິນຂອງສາຂາທະນາຄານດັ່ງກ່າວອາດ ຈະຈັດພິມຮ່ວມກັບສໍານັກງານໃຫຍ່ກໍ່ໄດ້. ...ໝວດທີສີ່:ທຸລະກິດການທະນາຄານທາງເອເລັກໂຕຼນິກ


....ມາດຕາຫ້າສິບເກົ້າ:ການເຂົ້າຫາຂໍ້ມູນທາງຄັອມພິວເຕີ້

ມາດຕາຫ້າສິບເກົ້າ:ການເຂົ້າຫາຂໍ້ມູນທາງຄັອມພິວເຕີ້ ທະນາຄານທຸລະກິດທີ່ໄດຮັບອະນຸຍາດໃຫ້ດໍາເນີນທຸລະກິດການ ທະນາຄານທາງເອເລັກໂທນິກຕ້ອງສ້າງເງື່ອນໄຂໃຫ້ລູກຄ້າເຂົ້າຫາຂໍ້ ມູນທາງລະບົບຄັອມພິວເຕີ້ຢູ່ທະນາຄານຂອງຕົນດ້ວຍການນໍາໃຊ້ຊອບ ແວຫຼືອິນເຕີເນັດເພື່ອສາມາດເຮັດທຸລະກໍາກັບທະນາຄານເຊັ່ນ:ການ ໂອນເງິນລະຫວ່າງບັນຊີດ້ວຍກັນ,ການຊໍາລະຫຼືການສະເໜີຂໍສິນເຊື່ອ ຜ່ານຄັອມພິວເຕີ້. ທະນາຄານທຸລະກິດທີ່ອະນຸຍາດໃຫ້ລູກຄ້າຂອງຕົນນໍາໃຊ້ລະບົບ ຄັອມພິວເຕີ້ໄດ້ນັ້ນຕ້ອງ: 1.ສະໜອງລະບຽບການກ່ຽວກັບການຮັກສາຄວາມລັບໃຫ້ແກ່ ລູກຄ້າຂອງຕົນຊາບ. 2.ອະນຸຍາດໃຫ້ລູກຄ້າຂອງຕົນແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງຊຶ່ງ ຮັກສາໄວ້ຢູ່ທະນາຄານທຸລະກິດກັບເຄືອຂ່າຍຫຼືກັບບຸກຄົນທີສາມທີ່ບໍ່ແມ່ນ ເຄືອຂ່າຍຂອງຕົນ; 3.ມີລະບົບຮັກສາຄວາມປອດໄພທີ່ເໝາະສົມກັບລະບົບອິນເຕີ ເນັດແລະລະບົບຄັອມພິວເຕີຂອງຕົນ.

....ມາດຕາຫົກສິບ:ທະນາຄານທຸລະກິດທາງອິນເຕີເນັດ

ມາດຕາຫົກສິບ:ທະນາຄານທຸລະກິດທາງອິນເຕີເນັດ ທະນາຄານທຸລະກິດທາງອິນເຕີເນັດສາມາດສ້າງຂຶ້ນເພື່ອໃຫ້ ການບໍລິການແກ່ລູກຄ້າໂດຍຜ່ານລະບົບບໍລິຫານທາງດ້ານເອເລັກ ໂຕຼນິກແຕ່ບໍ່ມີຫ້ອງການເພື່ອໃຫ້ການບໍລິການ. ທະນາຄານທຸລະກິດທາງອິນເຕີເນັດຕ້ອງມີລະບົບທີ່ເໝາະສົມ ໃນການກໍານົດ,ຕິດຕາມກວດກາແລະຄວບຄຸມຄວາມສ່ຽງໃນການດໍາ ເນີນທຸລະກິດຈາກການນໍາໃຊ້ເຕັກໂນໂລຊີຂອງຕົນ. ທະນາຄານທຸລະກິດທາງອິນເຕີເນັດຕ້ອງມີການຮັບປະກັນຄວາມ ປອດໄພທີ່ເໝາະສົມສໍາລັດການດໍາເນີນວຽກງານທາງດິນເຕີເນັດ. ທະນາຄານທະລຸກິດທາງອິນເຕີເນັດສາມາດໃຫ້ການບໍລິການ ແກ່ລູກຄ້າຂອງຕົນໂດຍຜ່ານບຸກຄົນທີສາມຊຶ່ງຕ້ອງຢູ່ພາຍໃຕ້ການຄຸ້ມ ຄອງກວດກາຂອງທະນາຄານແຫ່ງສປປລາວ.ທະນາຄານທຸລະກິດທາງ ອິນເຕີເນັດອາດຈະໄດ້ຮັບຄ່າບໍລິການຈາກລູກຄ້າທີ່ໄປໃຊ້ບໍລິການຂອງ ບຸກຄົນທີສາມ. ລະບຽບການກ່ຽວກັບການເຄື່ອນໄຫວຂອງທຸລະກິດການທະນາ ຄານທາງເອເລັກໂຕຼນິກແລະທາງອິນເຕີເນັດ. ..ພາກທີສີ່:ການຄຸ້ມຄອງແລະກວດກາ


...ມາດຕາຫົກສິບເອັດ:ອົງການຄຸ້ມຄອງແລະກວດກາ

ມາດຕາຫົກສິບເອັດ:ອົງການຄຸ້ມຄອງແລະກວດກາ ລັດຖະບານຄຸ້ມຄອງຢ່າງລວມສູນ,ເປັນເອກະພາບກ່ຽວກັບການ ສ້າງຕັ້ງແລະເຄື່ອນໄຫວຂອງທະນາຄານທຸລະກິດໂດຍມອບໃຫ້ທະນາ ຄານແຫ່ງສປປລາວເປັນຜູ້ຄຸ້ມຄອງແລະກວດກາ.

ການຄຸ້ມຄອງແລະກວດກາປະກອບດ້ວຍ: 1.ທະນາຄານແຫ່ງສປປລາວ. 2.ສາຂາທະນາຄານແຫ່ງສປປລາວ.

...ມາດຕາຫົກສິບສອງ:ສິດແລະໜ້າທີ່ຂອງທະນາຄານແຫ່ງສປປລາວ

ມາດຕາຫົກສິບສອງ:ສິດແລະໜ້າທີ່ຂອງທະນາຄານແຫ່ງສປປລາວ ໃນການຄຸ້ມຄອງທະນາຄານທຸລະກິດ,ທະນາຄານແຫ່ງສປປ ລາວມີສິດແລະໜ້າທີ່ດັ່ງນີ້: 1.ກໍານົດຍຸດທະສາດ,ນະໂຍບາຍກ່ຽວກັບວຽກງານທະນາ ຄານແລະແຜນງານພັດທະນາລະບົບທະນາຄານ; 2.ອອກນິຕິກໍາເພື່ອຜັນຂະຫຍາຍຍຸດທະສາດ,ນະໂຍບາຍກ່ຽວ ກັບວຽກງານທະນາຄານ. 3.ໂຄສະນາເຜີຍແຜ່,ຊີ້ນໍາ,ຊຸກຍູ້ແລະກວດກາການຈັດຕັ້ງປະ ຕິບັດລະບຽບກົດໝາຍກ່ຽວກັບວຽກງານທະນາຄານໃນຂອບເຂດທົ່ວ ປະເທດ. 4.ຄຸ້ມຄອງທະນາຄານທຸລະກິດໃນຂອບເຂດທົ່ວປະເທດ; 5.ອອກແລະຖອນໃບອະນຸຍາດສ້າງຕັ້ງທະນາຄານທຸລະກິດ; 6.ນໍາໃຊ້ມາດຕະການເພື່ອສະກັດກັ້ນການເຄື່ອນໄຫວທີ່ມີການ ລະເມີດລະບຽບກົດໝາຍກ່ຽວກັບທະນາຄານ; 7.ກໍ່ສ້າງ,ບໍາລຸງພະນັກງານທາງດ້ານວິຊາການການທະນາ ຄານ; 8.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດໜ້າທີ່ຂອງຕົນ; 9.ພົວພັນກັບຕ່າງປະເທດ,ເຊັນຫຼືເຂົ້າຮ່ວມສົນທິສັນຍາສາກົນ ໃນວຽກງານທະນາຄານຕາມການມອບໝາຍຂອງລັດຖະບານ. 10.ລາຍງານຜົນຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນໃຫ້ລັດຖະບານ; 11.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


...ມາດຕາຫົກສິບສາມ:ສິດແລະໜ້າທີ່ຂອງສາຂາທະນາຄານແຫ່ງສປປລາວ

ມາດຕາຫົກສິບສາມ:ສິດແລະໜ້າທີ່ຂອງສາຂາທະນາຄານແຫ່ງສປປ ລາວ ສາຂາທະນາຄານແຫ່ງສປປລາວປະຕິບັດສິດແລະໜ້າທີ່ກ່ຽວ ກັບການຄຸ້ມຄອງທະນາຄານທຸລະກິດຕາມການມອບໝາຍຂອງທະນາ ຄານແຫ່ງສປປລາວຊຶ່ງລາຍລະອຽດໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

...ມາດຕາຫົກສິບສີ່:ສິດແລະໜ້າທີ່ຂອງຜູ້ກວດກາຂອງທະນາຄານແຫ່ງສປປລາວ

ມາດຕາຫົກສິບສີ່:ສິດແລະໜ້າທີ່ຂອງຜູ້ກວດກາຂອງທະນາຄານແຫ່ງ ສປປລາວ ຜູ້ກວດກາຂອງທະນາຄານແຫ່ງສປປລາວມີສິດແລະໜ້າທີ່ຕົ້ນ ຕໍດັ່ງນີ້: 1.ກວດກາການປະຕິບັດລະບຽບການຮັກສາຄວາມໝັ້ນຄົງ ແລະລະບຽບກົດໝາຍທີ່ກ່ຽວຂ້ອງກັບທະນາຄານທຸລະກິດ. 2.ກວດກາບັນຊີ,ເອກະສານ,ຂໍ້ມູນທາງດ້ານເອເລັກໂຕຼນິກ ແລະບົດບັນທຶກຕ່າງໆຂອງທະນາຄານທຸລະກິດຫຼືບໍລິສັດໃນກຸ່ມ. 3.ທວງໃຫ້ຜູ້ບໍລິຫານ,ພະນັກງານແລະນາຍໜ້າຂອງທະນາ ຄານທຸລະກິດຫຼືບໍລິສັດໃນກຸ່ມສົ່ງຂໍ້ມູນທີ່ກ່ຽວຂ້ອງກັບການບໍລິຫານ ແລະການດໍາເນີນວຽກງານ; 4.ເຂົ້າກວດກາທະນາຄານທຸລະກິດບ່ອນທີ່ສົງໃສວ່າມີການ ລະເມີດລະບຽບກົດໝາຍແລະຍຶດເອກະສານຕ່າງໆທີ່ຕິດພັນກັບການ ລະເມີດນັ້ນ; 5.ເປີດກອງປະຊຸມຮ່ວມກັບສະພາບໍລິຫານແລະຜູ້ບໍລິຫານຈັດ ການຂອງທະນາຄານທຸລະກິດໃນທຸກໆຫົກເດືອນເພື່ອຕີລາຄາຜົນຂອງ ການປະຕິບັດກົດໝາຍສະບັບນີ້ແລະລະບຽບການທີ່ກ່ຽວຂ້ອງ.

...ມາດຕາຫົກສິບຫ້າ:ການລາຍງານຂອງທະນາຄານທຸລະກິດ

ມາດຕາຫົກສິບຫ້າ:ການລາຍງານຂອງທະນາຄານທຸລະກິດ ທະນາຄານທຸລະກິດຕ້ອງປະຕິບັດລະບອບລາຍງານເພື່ອໃຫ້ທະ ນາຄານແຫ່ງສປປລາວສາມາດກວດກາການເຄື່ອນໄຫວຂອງຕົນດັ່ງ ນີ້: 1.ການລາຍງານຕາມລະບອບການລາຍງານກ່ຽວກັບການບໍ ລິຫານ,ການດໍາເນີນງານແລະສະພາບທາງດ້ານການເງິນຂອງຕົນ ແລະບໍລິສັດໃນກຸ່ມ; 2.ການລາຍງານຕາມການທວງຖາມຂອງທະນາຄານແຫ່ງ ສປປລາວເຊັ່ນ:ການລາຍງານກ່ຽວກັບເຄືອຂ່າຍຂອງທະນາຄານທຸ ລະກິດຊຶ່ງຕ້ອງສະໜອງຂໍ້ມູນກ່ຽວກັບວຽກງານແລະສາຍພົວພັນຂອງ ຕົນແລະອື່ນໆທີ່ເຫັນວ່າມີຄວາມຈໍາເປັນ.

...ມາດຕາຫົກສິບຫົກ:ການກວດກາທະນາຄານທຸລະກິດຢູ່ພາຍໃນປະເທດ

ມາດຕາຫົກສິບຫົກ:ການກວດກາທະນາຄານທຸລະກິດຢູ່ພາຍໃນປະເທດ ທະນາຄານທຸລະກິດ,ບໍລິສັດໃນກຸ່ມ,ສາຂາແລະຫ້ອງການຜູ້ຕາງ ໜ້າຂອງທະນາຄານຕ່າງປະເທດທີ່ຕັ້ງຢູ່ສປປລາວຕ້ອງຢູ່ໃຕ້ການກວດ ກາຂອງທະນາຄານແຫ່ງສປປລາວຫຼືຜູ້ກວດກາທີ່ຖືກແຕ່ງຕັ້ງໂດຍທະ ນາຄານແຫ່ງສປປລາວ. ຖ້າຫາກແມ່ນການກວດກາບໍລິສັດໃນກຸ່ມ,ສາຂາຫຼືຫ້ອງການຜູ້ ຕາງໜ້າຂອງທະນາຄານທຸລະກິດຕ່າງປະເທດຜູ້ກວດກາທີ່ຖືກແຕ່ງຕັ້ງ ໂດຍທະນາຄານແຫ່ງສປປລາວອາດຈະປະກອບດ້ວຍເຈົ້າໜ້າທີ່ຈາກ ອົງການກວດກາຂອງປະເທດບ່ອນທີ່ສໍານັກງານໃຫຍ່ຂອງທະນາຄານ ທຸລະກິດນັ້ນຕັ້ງຢູ່,ອົງການກວດກາທະນາຄານທຸລະກິດຂອງປະເທດທີ່ ສໍານັກງານໃຫຍ່ຕັ້ງຢູ່ກໍ່ສາມາດດໍາເນີນການກວດກາໄດ້ເຊັ່ນດຽວກັນ. ທະນາຄານແຫ່ງສປປລາວຕ້ອງກວດກາບໍລິສັດໃນກຸ່ມ,ສາຂາ ແລະຫ້ອງການຜູ້ຕາງໜ້າຂອງທະນາຄານທຸລະກິດຕ່າງປະເທດທີ່ຕັ້ງຢູ່ ສປປລາວບົນພື້ນຖານລະບຽບຫຼັກການອັນດຽວກັນກັບທະນາຄານທຸລະ ກິດທີ່ສ້າງຕັ້ງຂຶ້ນຢູ່ສປປລາວ. ທະນາຄານທຸລະກິດ,ບໍລິສັດໃນກຸ່ມ,ສາຂາແລະຫ້ອງການຜູ້ຕາງ ໜ້າຂອງທະນາຄານທຸລະກິດທີ່ຖືກວດກາຕ້ອງໃຫ້ຄວາມຮ່ວມມືຢ່າງເຕັມ ສ່ວນກັບຜູ້ກວດກາຂອງທະນາຄານແຫ່ງສປປລາວແລະຜູ້ກວດກາທີ່ຖືກ ແຕ່ງຕັ້ງໂດຍທະນາຄານແຫ່ງສປປລາວ. ຫ້າມບຸກຄົນຫຼືການຈັດຕັ້ງສ້າງຄວາມຫຍຸ້ງຍາກຫຼືກີດກັ້ນການ ກວດກາຂອງທະນາຄານແຫ່ງສປປລາວ.

...ມາດຕາຫົກສິບເຈັດ:ການກວດກາຢູ່ນອກປະເທດ

ມາດຕາຫົກສິບເຈັດ:ການກວດກາຢູ່ນອກປະເທດ ທະນາຄານແຫ່ງສປປລາວດໍາເນີນການກວດກາບໍລິສັດໃນກຸ່ມ, ສາຂາແລະຫ້ອງການຜູ້ຕາງໜ້າຂອງທະນາຄານທຸລະກິດລາວທີ່ຕັ້ງຢູ່ ຕ່າງປະເທດ. ໃນການກວດການັ້ນທະນາຄານແຫ່ງສປປລາວອາດຈະປະສານ ສົມທົບແລະແລກປ່ຽນຂໍ້ມູນກັບຜູ້ກວດກາທະນາຄານທຸລະກິດແລະອົງ ການຈັດຕັ້ງປະຕິບັດກົດໝາຍຂອງຕ່າງປະເທດ.

...ມາດຕາຫົກສິບແປດ:ການເສຍຄ່າທໍານຽມການຄຸ້ມຄອງກວດກາປະຈໍາປີ

ມາດຕາຫົກສິບແປດ:ການເສຍຄ່າທໍານຽມການຄຸ້ມຄອງກວດກາປະຈໍາ ປີ ທະນາຄານທຸລະກິດຕ້ອງເສຍຄ່າທໍານຽມການຄຸ້ມຄອງກວດກາ ປະຈໍາປີແກ່ທະນາຄານແຫ່ງສປປລາວຕາມລະບຽບການ.

...ມາດຕາຫົກສິບເກົ້າ:ການຮ້ອງຟ້ອງທະນາຄານແຫ່ງສປປລາວ

ມາດຕາຫົກສິບເກົ້າ:ການຮ້ອງຟ້ອງທະນາຄານແຫ່ງສປປລາວ ທະນາຄານທຸລະກິດມີສິດຮ້ອງຟ້ອງຕໍ່ສານຖ້າທະນາຄານແຫ່ງ ສປປລາວ,ພະນັກງານຫຼືຕົວແທນຂອງທະນາຄານແຫ່ງສປປລາວຫາກ ລະເມີດກົດໝາຍສະບັບນີ້ແລະໄດ້ສ້າງຜົນເສຍຫາຍໃຫ້ແກ່ຕົນ.ການ ຮ້ອງຟ້ອງດັ່ງກ່າວຈະບໍ່ເຮັດໃຫ້ການເຄື່ອນໄຫວຂອງທະນາຄານແຫ່ງ ສປປລາວທີ່ພົວພັນເຖິງບັນຫານັ້ນຢຸດເຊົາລົງເວັ້ນເສຍແຕ່ມີຄໍາສັ່ງຂອງ ສານທີ່ເຫັນວ່າການກະທໍາດັ່ງກ່າວຈະສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ທະນາຄານທຸລະກິດ.

..ພາກທີຫ້າ:ການລົ້ມລະລາຍ


...ມາດຕາເຈັດສິບ:ການສະເໜີຟື້ນຟູທະນາຄານທຸລະກິດ

ມາດຕາເຈັດສິບ:ການສະເໜີຟື້ນຟູທະນາຄານທຸລະກິດ ເມື່ອທະນາຄານທຸລະກິດພົບຄວາມຫຍຸ້ງຍາກທາງດ້ານການ ເງິນແລະຂາດຄວາມໝັ້ນຄົງຊຶ່ງອາດຈະພາໃຫ້ມີການລົ້ມລະລາຍນັ້ນ ທະນາຄານແຫ່ງສປປລາວຈະພິຈາລະນາຕົກລົງການຟື້ນຟູຕາມການ ສະເໜີຂອງເຈົ້າໜີ້,ທະນາຄານທຸລະກິດຫຼືຜູ້ກວດກາຂອງທະນາຄານ ແຫ່ງສປປລາວ.

...ມາດຕາເຈັດສິບເອັດ:ການດໍາເນີນການຟື້ນຟູ

ມາດຕາເຈັດສິບເອັດ:ການດໍາເນີນການຟື້ນຟູ ພາຍຫຼັງທີ່ໄດ້ຕົກລົງເຫັນດີແລ້ວທະນາຄານແຫ່ງສປປລາວຈະ ແຕ່ງຕັ້ງຄະນະຟື້ນຟູເຂົ້າໄປຄວບຄຸມທະນາຄານທຸລະກິດເພື່ອດໍາເນີນ ການຟື້ນຟູໃນກໍານົດເວລາສາມເດືອນນັບແຕ່ວັນແຕ່ງຕັ້ງຄະນະດັ່ງກ່າວ ນີ້ເປັນຕົ້ນໄປ.ໃນກໍລະນີທີ່ມີຄວາມຈໍາເປັນຈະຕໍ່ກໍານົດເວລາຟື້ນຟູໄດ້ຕື່ມ ອີກຄັ້ງລະສາມເດືອນກໍໄດ້ແຕ່ທັງໝົດບໍ່ໃຫ້ເກີນໜຶ່ງປີ. ໃນເວລາດໍາເນີນການຟື້ນຟູນັ້ນທະນາຄານທຸລະກິດກໍ່ສາມາດ ເຄື່ອນໄຫວທຸລະກິດຂອງຕົນໄດ້ແຕ່ຕ້ອງປະຕິບັດຕາມແຜນການຟື້ນຟູ.

...ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງຄະນະຟື້ນຟູ

ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງຄະນະຟື້ນຟູ ຄະນະຟື້ນຟູມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາສະພາບໍລິຫານ,ຜູ້ບໍລິຫານຂອງທະນາຄານທຸລະກິດເພື່ອ ສ້າງແລະຈັດຕັ້ງປະຕິບັດແຜນຟື້ນຟູ. 2.ສັ່ງໃຫ້ຢຸດເຊົາການເຄື່ອນໄຫວຕ່າງໆຂອງທະນາຄານທຸລະ ກິດທີ່ບໍ່ສອດຄ່ອງກັບແຜນຟື້ນຢູແລະການເຄື່ອນໄຫວທີ່ຈະສ້າງຜົນເສຍ ຫາຍໃຫ້ແກ່ທະນາຄານທຸລະກິດ. 3.ສັ່ງໃຫ້ສະພາບໍລິຫານ,ຜູ້ບໍລິຫານປົດຕໍາແໜ່ງພະນັກງານທີ່ ລະເມີດລະບຽບກົດໝາຍຫຼືບໍ່ຈັດຕັ້ງປະຕິບັດແຜນຟື້ນຟູ. 4.ສະເໜີທະນາຄານແຫ່ງສປປລາວພິຈາລະນາຕໍ່ເວລາຫຼືຢຸດ ເຊົາການຟື້ນຟູ; 5.ຮັບຜິດຊອບຕໍ່ການເຄື່ອນໄຫວຟື້ນຟູຂອງຕົນ; 6.ລາຍງານການເຄື່ອນໄຫວຂອງຕົນໃຫ້ທະນາຄານແຫ່ງສປ ປລາວຊາບຢ່າງເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງທະນາ ຄານແຫ່ງສປປລາວ.

...ມາດຕາເຈັດສິບສາມ:ການລົ້ມລະລາຍຂອງທະນາຄານທຸລະກິດ

ມາດຕາເຈັດສິບສາມ:ການລົ້ມລະລາຍຂອງທະນາຄານທຸລະກິດ ພາຍຫຼັງທີ່ດໍາເນີນການຟື້ນຟູແລ້ວແຕ່ທະນາຄານທຸລະກິດກໍ່ຍັງ ບໍ່ສາມາດເຄື່ອນໄຫວທຸລະກິດຂອງຕົນຕາມປົກກະຕິໄດ້ເປັນຕົ້ນບໍ່ສາ ມາດຊໍາລະໜີ້ສິນຂອງຕົນໄດ້ຢ່າງຄົບຖ້ວນແລະຖືກຕ້ອງຕາມກໍານົດ ,ມູນຄ່າໜີ້ສິນເກີນມູນຄ່າຊັບສິນຫຼືທຶນໜ້ອຍກວ່າໜຶ່ງສ່ວນສີ່ຂອງລະດັບ ຕໍ່າສຸດຂອງທຶນຕາມລະບຽບການທະນາຄານແຫ່ງສປປລາວຈຶ່ງສະເໜີ ຕໍ່ສານເພື່ອພິຈາລະນາຕັດສິນກ່ຽວກັບການລົ້ມລະລາຍຂອງທະນາຄານ ທຸລະກິດນັ້ນ. ເມື່ອສານໄດ້ຕັດສິນໃຫ້ທະນາຄານທຸລະກິດລົ້ມລະລາຍແລ້ວທະ ນາຄານແຫ່ງສປປລາວຈະແຕ່ງຕັ້ງຄະນະຊໍາລະສະສາງ.

...ມາດຕາເຈັດສິບສີ່:ຄະນະຊໍາລະສະສາງ

ມາດຕາເຈັດສິບສີ່:ຄະນະຊໍາລະສະສາງ ຄະນະຊໍາລະສະສາງປະກອບດ້ວຍບຸກຄົນທີ່ມາຈາກທະນາຄານ ແຫ່ງສປປລາວແລະພາກສ່ວນອື່ນທີ່ກ່ຽວຂ້ອງຈາກພາກລັດແລະເອ ກະຊົນຊຶ່ງມີຄຸນວຸດທິແລະເງື່ອນໄຂຕາມທີ່ກໍານົດໄວ້ໃນລະບຽບການ ຂອງທະນາຄານແຫ່ງສປປລາວ.

...ມາດຕາເຈັດສິບຫ້າ:ສິດແລະໜ້າທີ່ຂອງຄະນະຊໍາລະສະສາງ

ມາດຕາເຈັດສິບຫ້າ:ສິດແລະໜ້າທີ່ຂອງຄະນະຊໍາລະສະສາງ ຄະນະຊໍາລະສະສາງມີສິດແລະໜ້າທີ່ດັ່ງນີ້: 1.ຮັບຜິດຊອບທັງໝົດຄືກັນກັບຜູ້ບໍລິຫານແລະຜູ້ຖືຮຸ້ນຂອງທະ ນາຄານທຸລະກິດ; 2.ສືບຕໍ່ດໍາເນີນວຽກງານຕ່າງໆຂອງທະນາຄານທຸລະກິດເວັ້ນ ເສຍແຕ່ການຮັບເງິນຝາກ,ການສະໜອງສິນເຊື່ອ,ການຈ່າຍເງິນທີ່ຕິດ ພັນກັບພັນທະຕາມສັນຍາແລະທຸລະກິດອື່ນໆຕາມທີ່ຕົນເຫັນວ່າມີຄວາມ ຈໍາເປັນຕ້ອງຢຸດຕິ. 3.ຄວບຄຸມຫ້ອງການ,ປຶ້ມບັນຊີ,ປຶ້ມບັນທຶກຕ່າງໆແລະຊັບສິນ ຂອງທະນາຄານທຸລະກິດຫຼືບໍລິສັດໃນກຸ່ມ. 4.ປົກປັກຮັກສາຊັບສິນຂອງທະນາຄານທຸລະກິດບໍ່ໃຫ້ຕົກເຮ່ຍ ເສຍຫາຍ; 5.ຂຶ້ນບັນຊີເຈົ້າໜີ້,ລູກໜີ້;ສໍາຫຼວດ,ຂຶ້ນບັນຊີຊັບສິນແລະສ້າງ ໃບສະຫຼຸບຊັບສົມບັດຂອງທະນາຄານທຸລະກິດຄືນໃໝ່ແລ້ວສົ່ງສໍາເນົາ ໃຫ້ທະນາຄານແຫ່ງສປປລາວຊາບພ້ອມທັງພິມເຜີຍແຜ່ຢ່າງກວ້າງ ຂວາງຜ່ານສື່ມວນຊົນ. 6.ກໍານົດຈໍານວນເງິນທີ່ສາມາດຖອນໄດ້ໂດຍຜູ້ຝາກເງິນຫຼືຊໍາ ລະຄືນໃຫ້ເຈົ້າໜີ້ຕາມບູລິມະສິດ; 7.ລົບລ້າງສັນຍາຂອງທະນາຄານທຸລະກິດທີ່ເຮັດຂຶ້ນໂດຍບໍ່ຖືກ ຕ້ອງ. 8.ລາຍງານໃຫ້ທະນາຄານແຫ່ງສປປລາວຊາບໃນທຸກໆເດືອນ ກ່ຽວກັບຄວາມຄືບໜ້າຂອງການຊໍາລະສະສາງ; 9.ປະຕິບັດສິດແລະໜ້າທີ່ອື່ນໆຕາມລະບຽບກົດໝາຍ. ຖ້າຫາກຄະນະຊໍາລະສະສາງລະເມີດລະບຽບກົດໝາຍໃນການ ປະຕິບັດສິດແລະໜ້າທີ່ທີ່ກ່າວເທິງນີ້ຈະຖືກປົດຫຼືປະຕິບັດວິໄນໂດຍທະ ນາຄານແຫ່ງສປປລາວ.


...ມາດຕາເຈັດສິບຫົກ:ຜົນສະທ້ອນຂອງການເຂົ້າຊໍາລະສະສາງ

ມາດຕາເຈັດສິບຫົກ:ຜົນສະທ້ອນຂອງການເຂົ້າຊໍາລະສະສາງ ຜົນສະທ້ອນຂອງການເຂົ້າຊໍາລະສະສາງຕໍ່ທະນາຄານທຸລະກິດ ທີ່ລົ້ມລະລາຍມີດັ່ງນີ້: 1.ສິດຂອງທະນາຄານທຸລະກິດທີ່ເກີດຈາກກົດໝາຍ,ສັນຍາຫຼື ດ້ວຍວິທີການອື່ນຊຶ່ງໄດ້ສິ້ນສຸດຫຼືຈະສິ້ນສຸດລົງຕ້ອງໄດ້ກໍານົດເວລາອອກ ໄປອີກຫົກເດືອນນັບແຕ່ວັນທີ່ຄະນະຊໍາລະສະສາງເຂົ້າປະຕິບັດໜ້າທີ່ ເປັນຕົ້ນໄປ; 2.ການອາຍັດຫຼືການຄໍາປະກັນຊັບສິນຫຼືຊັບສົມບັດອື່ນໆຂອງທະ ນາຄານທຸລະກິດໃນເວລາມີການຊໍາລະສະສາງນັ້ນຈະຖືກຍົກເລີກເວ້ນ ເສຍແຕ່ໃນກໍລະນີທີ່ການອາຍັດຫຼືການຄໍ້າປະກັນດັ່ງກ່າວຫາກເກີດຂຶ້ນ ຫົກເດືອນກ່ອນວັນທີ່ທະນາຄານແຫ່ງສປປລາວຮັບເອົາການລົ້ມລະ ລາຍຫຼືວັນທີ່ທະນາຄານແຫ່ງສປປລາວສະເໜີໃຫ້ສານພິຈາລະນາຕັດ ສິນລົ້ມລະລາຍເປັນຕົ້ນໄປ. 3.ສິດຂອງຜູ້ຖືຮຸ້ນແມ່ນຈະຖືກຍົກເລີກເວັ້ນເສຍແຕ່ສິດໃນການ ໄດ້ຮັບເງິນຈາກການແບ່ງປັນຊັບສິນທີ່ຍັງເຫຼືອຈາກການຊໍາລະສະ ສາງ.

...ມາດຕາເຈັດສິບເຈັດ:ຄ່າໃຊ້ຈ່າຍໃນການຊໍາລະສະສາງ

ມາດຕາເຈັດສິບເຈັດ:ຄ່າໃຊ້ຈ່າຍໃນການຊໍາລະສະສາງ ຄ່າໃຊ້ຈ່າຍໃນການຊໍາລະສະສາງແມ່ນທະນາຄານທຸລະກິດທີ່ ຖືກລົ້ມລະລາຍເປັນຜູ້ຮັບຜິດຊອບບົນພື້ນຖານຊັບສິນທີ່ມີຕົວຈິງຕາມ ການພິຈາລະນາຂອງຄະນະຊໍາລະສະສາງ.

...ມາດຕາເຈັດສິບແປດ:ບູລິມະສິດໃນການຊໍາລະສະສາງ

ມາດຕາເຈັດສິບແປດ:ບູລິມະສິດໃນການຊໍາລະສະສາງ ການຊໍາລະສະສາງຊັບສິນຂອງທະນາຄານທຸລະກິດໃຫ້ປະຕິບັດ ຕາມລໍາດັບບູລິມະສິດດັ່ງນີ້: 1.ຈ່າຍໃນການດໍາເນີນການຊໍາລະສະສາງ; 2.ຈ່າຍຄືນເງິນຝາກ; 3.ຈ່າຍເງິນເດືອນແລະຄ່າແຮງງານຂອງພະນັກງານທະນາ ຄານທຸລະກິດ; 4.ພັນທະຕໍ່ລັດທີ່ບໍ່ຂຶ້ນກັບສັນຍາ; 5.ໃຊ້ແທນໜີ້ສິນທີ່ມີການຄໍ້າປະກັນຕາມສັນຍາ; 6.ໃຊ້ແທນໜີ້ສິນທີ່ບໍ່ມີການຄໍ້າປະກັນ. 7.ແບ່ງປັນໃຫ້ຜູ້ຖືຮຸ້ນຂອງທະນາຄານທຸລະກິດ.

...ມາດຕາເຈັດສິບເກົ້າ:ການລາຍງານຄັ້ງສຸດທ້າຍຂອງຄະນະຊໍາລະສະສາງ

ມາດຕາເຈັດສິບເກົ້າ:ການລາຍງານຄັ້ງສຸດທ້າຍຂອງຄະນະຊໍາລະສະ ສາງ ພາຍຫຼັງການດໍາເນີນການຊໍາລະສະສາງແລ້ວຄະນະຊໍາລະສະ ສາງຕ້ອງເຮັດບົດລາຍງານໃຫ້ແກ່ທະນາຄານແຫ່ງສປປລາວແລະ ພາກສ່ວນຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ກ່ຽວຂ້ອງຊາບ. ຫຼັງຈາກທະນາຄານແຫ່ງສປປລາວໄດ້ຮັບຮອງເອົາບົດລາຍ ງານດັ່ງກ່າວແລ້ວຄະນະຊໍາລະສະສາງຈະໝົດຄວາມຮັບຜິດຊອບແລະ ຖືວ່າການຊໍາລະສະສາງສິ້ນສຸດລົງ.

...ມາດຕາແປດສິບ:ການຍຸດເລີກແລະການຖອນໃບອະນຸຍາດສ້າງຕັ້ງ

ມາດຕາແປດສິບ:ການຍຸດເລີກແລະການຖອນໃບອະນຸຍາດສ້າງຕັ້ງ ທະນາຄານແຫ່ງສປປລາວຈະຕົກລົງຍຸບເລີກແລະຖອນໃບອະ ນຸຍາດສ້າງຕັ້ງທະນາຄານທຸລະກິດຄືນໃນກໍລະນີດັ່ງນີ້: 1ຕາມການຮ້ອງຂໍຂອງທະນາຄານທຸລະກິດເອງໂດຍອີງໃສ່ ມະຕິຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ; 2ມີການລະເມີດລະບຽບການຕາມທີ່ໄດ້ກໍານົດໄວ້ໃນມາດຕາ ແປດສິບສອງຂອງກົດໝາຍສະບັບນີ້; 3ໄດ້ຮັບອະນຸຍາດສ້າງຕັ້ງບົດພື້ນຖານການສະໜອງຂໍ້ມູນທີ່ບໍ່ ຖືກຕ້ອງ. 4ບໍ່ດໍາເນີນທຸລະກິດຂອງຕົນພາຍໃນກໍານົດເວລາເກົ້າສິບວັນ ນັບແຕ່ວັນໄດ້ຮັບອະນຸຍາດສ້າງຕັ້ງເປັນຕົ້ນໄປ. 5ນິຕິບຸກຄົນອື່ນທີ່ມີຜົນປະໂຫຍດສໍາຄັນຢູ່ໃນທະນາຄານທຸລະກິດ ນີ້ໄດ້ຖືກຖອນໃບອະນຸຍາດ; 6ມີການຄວບທະນາຄານທຸລະກິດເຂົ້າກັນຊຶ່ງພາໃຫ້ທະນາຄານ ທຸລະກິດດັງກ່າວເສຍຖານະນິຕິບຸກຄົນຫຼືມີການຂາຍກິດຈະການຂອງ ທະນາຄານທຸລະກິດ; 7ການດໍາເນີນງານຂອງທະນາຄານທຸລະກິດໃນໄລຍະສາມປີ ທໍາອິດບໍ່ເປັນໄປຕາມແຜນທຸລະກິດທີ່ໄດ້ສະເໜີຂໍອະນຸຍາດສ້າງຕັ້ງ ໂດຍບໍ່ມີເຫດຜົນພຽງພໍ; 8ສາຂາຂອງທະນາຄານທຸລະກິດຕ່າງປະເທດທີ່ມາສ້າງຕັ້ງຢູ່ ສປປລາວຊຶ່ງສໍານັກງານໃຫຍ່ໄດ້ຖືກຖອນໃບອະນຸຍາດຢູ່ປະເທດຂອງ ຕົນ. ໃນການຍຸກເລີກແລະຖອນໃບອະນຸຍາດສ້າງຕັ້ງນັ້ນທະນາຄານ ແຫ່ງສປປລາວຈະແຕ່ງຕັ້ງຄະນະຮັບຜິດຊອບເພື່ອດໍາເນີນການຊໍາລະ ສະສາງ.

..ພາກທີຫົກ:ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບເອັດ:ມາດຕະການຕໍ່ຜູ້ມີຜົນງານ

ມາດຕາແປດສິບເອັດ:ມາດຕະການຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວ ດ້ານການທະນາຄານແລະໄດ້ປະກອບສ່ວນອັນສໍາຄັນໃນການສົ່ງເສີມ ການດໍາເນີນທຸລະກິດການທະນາຄານແລະຕານການລະເມີດກົດໝາຍ ໃນຂົງເຂດການທະນາຄານຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນ ຕາມລະບຽບການໄດ້ກໍານົດໄວ້.

...ມາດຕາແປດສິບສອງ:ມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບສອງ:ມາດຕະການຕໍ່ຜູ້ລະເມີດ ທະນາຄານທຸລະກິດ,ຜູ້ບໍລິຫານ,ຜູ້ຖືຮຸ້ນລາຍໃຫຍ່ແລະພະນັກ ງານຂອງທະນາຄານທຸລະກິດຫາກລະເມີດກົດໝາຍສະບັບນີ້ຫຼືລະບຽບ ການກ່ຽວກັບທະນາຄານທຸລະກິດທີ່ທະນາຄານແຫ່ງສປປລາວວາງ ອອກຈະຖືກປະຕິບັດມາດຕະການດັ່ງນີ້: 1.ກໍລະນີເປັນການລະເມີດເປັນລາຍລັກອັກສອນ. 1.1ກ່າວເຕືອນເປັນລາຍລັກອັກສອນ. 1.2ປັບໃໝຕາມລະບຽບການທີ່ທະນາຄານແຫ່ງສປປລາວກໍາ ນົດໄວ້. 2ກໍລະນີທີ່ໄດ້ປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ ໜຶ່ງຂອງມາດຕານີ້ແລ້ວຍັງສືບຕໍ່ລະເມີດຫຼືເປັນການລະເມີດທີ່ໜັກໜ່ວງ ຈະຖືກ: 2.1ປັບໃໝທະນາຄານທຸລະກິດ,ຜູ້ບໍລິຫານຫຼືຜູ້ຖືຮຸ້ນລາຍໃຫຍ່ແຕ່ ໜຶ່ງລ້ານກີບຫາສິບລ້ານກີບ. 2.2ໂຈະຫຼືປົດຕໍາແໜ່ງຜູ້ບໍລິຫານ. 2.3ຈໍາກັດການລະດົມທຶນຫຼືປ່ອຍສິນເຊື່ອ. 2.4ຖອນໃບອະນຸຍາດສ້າງຕັ້ງແລະດໍາເນີນການຊໍາລະສະສາງ. 2.5ດໍາເນີນຄະດີຕາມກົດໝາຍ.

...ມາດຕາແປດສິບສາມ:ມາດຕະການຕໍ່ການລະເມີດອັດຕາສ່ວນຄວາມພຽງພໍຂອງທຶນ

ມາດຕາແປດສິບສາມ:ມາດຕະການຕໍ່ການລະເມີດອັດຕາສ່ວນຄວາມ ພຽງພໍຂອງທຶນ ທະນາຄານທຸລະກິດຫາກມີທຶນຕໍ່າກວ່າທຶນຕໍ່າສຸດຕາມລະບຽບ ການທີ່ທະນາຄານແຫ່ງສປປລາວວາງອອກ,ນອກຈາກຈະຖືກປະຕິບັດ ມາດຕະການທີ່ກໍານົດໄວ້ໃນມາດຕາແປດສິບສີ່ຂອງກົດໝາຍສະບັບນີ້ ແລ້ວທະນາຄານແຫ່ງສປປລາວອາດຈະນໍາໃຊ້ມາດຕະການເພີ່ມເຕີມ ໃດໜຶ່ງດັ່ງນີ້: 1ກໍານົດຊັບສິນສະເລ່ຍທັງໝົດຂອງທະນາຄານທຸລະກິດຢູ່ໃນ ແຕ່ລະໄຕມາດຂອງປີບໍ່ໃຫ້ເກີນຊັບສິນທັງໝົດຢູ່ໃນໄລຍະດຽວກັນຂອງ ປີການເງິນຜ່ານມາ. 2ບໍ່ໃຫ້ທະນາຄານທຸລະກິດຊື້ຮຸ້ນໃນນິຕິບຸກຄົນອື່ນຫຼືດໍາເນີນງານ ໃດໜຶ່ງຫຼືສ້າງຕັ້ງຫ້ອງການສາຂາໃດໜຶ່ງເພີ່ມເຕີມຫຼືໄປລົງທຶນໃນທຸລະ ກິດອື່ນ. 3ບໍ່ໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ແກ່ບໍລິສັດໃນກຸ່ມເວັ້ນ ເສຍແຕ່ສິນເຊື່ອດັ່ງກ່າວມີການຄໍ້າປະກັນດ້ວຍຫຼັກຊັບທີ່ມີສະພາບຄ່ອງ ຊຶ່ງອອກຫຼືມີການຄໍ້າປະກັນໂດຍລັດຖະບານແຫ່ງສປປລາວທີ່ມີມູນຄ່າ ເກີນກວ່າໜຶ່ງຮ້ອຍຊາວຫ້າສ່ວນຮ້ອຍຂອງມູນຄ່າສິນເຊື່ອ. 4ໃຫ້ທະນາຄານທຸລະກິດຫຼືສາຂາຂອງຕົນຕ້ອງປ່ຽນແປງ,ຫຼຸດ ຜ່ອນຫຼືຍົກເລີກວຽກງານໃດໜຶ່ງທີ່ທະນາຄານແຫ່ງສປປລາວເຫັນວ່າ ສ້າງຄວາມເສຍຫາຍທີ່ຮ້າຍແຮງຕໍ່ທະນາຄານທຸລະກິດ. 5ໃຫ້ທະນາຄານທຸລະກິດປົດຜູ້ບໍລິຫານທີ່ບໍ່ມີຄວາມເໝາະສົມທີ່ຢ ູ່ໃນຕໍາແໜ່ງຫຼາຍກວ່າໜຶ່ງຮ້ອຍແປດສິບວັນກ່ອນທີ່ທະນາຄານທຸລະກິດ ນັ້ນຈະມີທຶນຕໍ່າກວ່າລະບຽບການຕາມທີ່ທະນາຄານແຫ່ງສປປລາວໄດ້ ກໍານົດໄວ້. 6ໃຫ້ທະນາຄານທຸລະກິດຖອນທຶນຫຼືຊໍາລະສະສາງບໍລິສັດໃນກຸ່ມ ຂອງຕົນຖ້າທະນາຄານແຫ່ງສປປລາວເຫັນວ່າບໍລິສັດໃນກຸ່ມໄດ້ຕົກຢູ່ ໃນສະພາບທີ່ເປັນອັນຕະລາຍຊຶ່ງຈະນໍາໄປສູ່ການລົ້ມລະລາຍຫຼືສ້າງ ຄວາມເສຍຫາຍທີ່ຮ້າຍແຮງຕໍ່ທະນາຄານທຸລະກິດ. 7ບໍ່ໃຫ້ຜູ້ບໍລິຫານຮັບເງິນບໍາເນັດປະຈໍາປີໃນປີທີ່ມີການລະເມີດ ລະບຽບກ່ຽວກັບການຮັກສາລະດັບທຶນຕໍ່າສຸດຕາມລະບຽບການ.

...ມາດຕາແປດສິບສີ່:ມາດຕະການຕໍ່ການລະເມີດກ່ຽວກັບການປ່ອຍສິນເຊື່ອ

ມາດຕາແປດສິບສີ່:ມາດຕະການຕໍ່ການລະເມີດກ່ຽວກັບການປ່ອຍສິນ ເຊື່ອ ສະມາຊິກສະພາບໍລິຫານຜູ້ທີ່ໄດ້ຕົກລົງປ່ອຍສິນເຊື່ອເກີນຂອບ ເຂດທີ່ກໍານົດໄວ້ໃນຂໍ້ສອງແລະສາມໃນມາດຕາສີ່ສິບສີ່ຂອງກົດໝາຍ ສະບັບນີ້ຫາກສ້າງຜົນເສຍຫາຍໃຫ້ແກ່ທະນາຄານທຸລະກິດຕ້ອງມີຄວາມ ຮັບຜິດຊອບຮ່ວມກັນແລະຮັບຜິດຊອບຕາມສ່ວນບຸກຄົນຕໍ່ຜົນເສຍຫາຍ ດັ່ງກ່າວເວັ້ນເສຍແຕ່ສະມາຊິກສະພາບໍລິຫານຜູ້ທີ່ບໍ່ເຫັນດີນໍາການປ່ອຍ ສິນເຊື່ອດັ່ງກ່າວໂດຍມີຫຼັກຖານຢັ້ງຢືນຢ່າງເປັນລາຍລັກອັກສອນ.

...ມາດຕາແປດສິບຫ້າ:ມາດຕະການຕໍ່ການລະເມີດຂອງບຸກຄົນຫຼືການຈັດຕັ້ງ

ມາດຕາແປດສິບຫ້າ:ມາດຕະການຕໍ່ການລະເມີດຂອງບຸກຄົນຫຼືການ ຈັດຕັ້ງ ບຸກຄົນຫຼືການຈັດຕັ້ງຫາກໄດ້ກະທໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ ລຸ່ມນີ້ຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບຫຼືຈະຖືກດໍາເນີນ ຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກດັ່ງນີ້: 1ດໍາເນີນທຸລະກິດການທະນາຄານໂດຍບໍ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງສປປລາວ; 2ນໍາໃຊ້ຄໍາວ່າທະນາຄານຫຼືສັບທີ່ມີຄວາມໝາຍເປັນທະນາຄານ ຢູ່ໃນທຸລະກິດ,ຜະລິດຕະພັນຫຼືການບໍລິການຂອງຕົນຊຶ່ງບໍ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນທຸລະກິດການທະນາຄານໂດຍທະນາຄານແຫ່ງສປປລາວ ນອກຈາກການນໍາໃຊ້ສັບດັ່ງກ່າວບໍ່ໄດ້ພົວພັນກັບວຽກງານທາງດ້ານ ດານເງິນ-ການທະນາຄານ; 3ສະໜອງຂໍ້ມູນທີ່ຜິດພາດຫຼືບໍ່ຖືກຕ້ອງຫຼືດໍາເນີນການໃດໜຶ່ງທີ່ ສ້າງພາບພົດທີ່ບໍ່ດີຫຼືກະທໍາການປັ່ນປ່ວນເພື່ອຖອນເງິນຝາກ; 4ໃຫ້ການຍົກເວັ້ນແກ່ທະນາຄານທຸລະກິດໃນການປະຕິບັດເງື່ອນ ໄຂໃດໜຶ່ງຂອງກົດໝາຍສະບັບນີ້ຫຼືລະບຽບການໃດໜຶ່ງທີ່ວາງອອກ.

...ມາດຕາແປດສິບຫົກ:ມາດຕະການຕໍ່ການລະເມີດລະບຽບການບັນຊີ

ມາດຕາແປດສິບຫົກ:ມາດຕະການຕໍ່ການລະເມີດລະບຽບການບັນຊີ ຜູ້ບໍລິຫານທະນາຄານທຸລະກິດຫຼືບຸກຄົນອື່ນຫາກສ້າງຫຼືບັນທຶກບັນ ຊີບໍ່ຖືກຕ້ອງ,ປອມແປງຫຼືທໍາລາຍບັນຊີຂອງທະນາຄານທຸລະກິດຫຼືລູກ ຄ້າຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອຫາໜຶ່ງປີແລະຈະຖືກ ປັບໃໝແຕ່ສອງແສນກີບຫາສອງລ້ານກີບ. ໃນກໍລະນີທີ່ການສ້າງຫຼືບັນທຶກບັນຊີບໍ່ຖືກຕ້ອງ,ປອມແປງຫຼືທໍາ ລາຍບັນຊີຊອງທະນາຄານທຸລະກິດຫຼືລູກຄ້າຊຶ່ງພາໃຫ້ມີຜົນເສຍຫາຍ ຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະ ຈະຖືກປັບໃໝແຕ່ຫ້າແສນກີບຫາສິບລ້ານກີບ.

...ມາດຕາແປດສິບເຈັດ:ມາດຕະການຕໍ່ການສະໜອງຂໍ້ມູນເທັດ

ມາດຕາແປດສິບເຈັດ:ມາດຕະການຕໍ່ການສະໜອງຂໍ້ມູນເທັດ ບຸກຄົນໃດຫາກລາຍງານເທັດຫຼືສະໜອງຂໍ້ມູນເທັດຊຶ່ງເປັນຂໍ້ ມູນສໍາຄັນທີ່ເປັນພື້ນຖານໃຫ້ແກ່ການປ່ອຍສິນເຊື່ອຂອງທະນາຄານທຸ ລະກິດຈະຖືວ່າເປັນການກະທໍາຜິດທາງອາຍາແລະຈະຖືກລົງໂທດຕັດ ອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງແສນກີບ ຫາຫ້າລ້ານກີບ.

..ພາກທີເຈັດ:ບົດບັນຍັດສຸດທ້າຍ


...ມາດຕາແປດສິບແປດ:ການຈັດຕັ້ງປະຕິບັດ

ມາດຕາແປດສິບແປດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາແປດສິບເກົ້າ:ຜົນສັກສິດ

ມາດຕາແປດສິບເກົ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບແຕ່ ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ທະນາຄານທຸລະກິດທີ່ສ້າງຕັ້ງຂຶ້ນກ່ອນທີ່ບໍ່ສອດຄ່ອງກັບກົດໝາຍ ສະບັບນີ້ຕ້ອງດໍາເນີນການປັບປຸງແກ້ໄຂພາຍໃນກໍານົດເວລາບໍ່ເກີນສາມ ປີນັບແຕ່ກົດໝາຍສະບັບນີ້ມີຜົນສັກສິດເປັນຕົ້ນໄປ.

ຂໍ້ກໍານົດແລະບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ

ປະທານສະພາແຫ່ງຊາດ