ກົດໝາຍວ່າດ້ວຍຊົນລະປະທານ 14-12-2012

From Wikisource
Jump to navigation Jump to search

.ຊົນລະປະທານ 14-12-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຄຸ້ມຄອງ,ການຕິດຕາມ,ກວດກາການດໍາເນີນກິດ ຈະການຊົນລະປະທານເພື່ອເຮັດໃຫ້ວຽກງານຊົນລະປະທານເປັນຕົ້ນ ການກໍ່ສ້າງຊົນລະປະທານທຸກປະເພດແລະທຸກຂະໜາດມີຄຸນນະພາບ, ມີປະສິດທິຜົນ,ຖືກຕ້ອງຕາມມາດຕະຖານເຕັກນິກແລະລະບຽບກົດ ໝາຍແນໃສ່ຮັບປະກັນການສະໜອງນໍ້າ,ປ້ອງກັນໄພແຫ້ງແລ້ງ,ໄພ ນໍ້າຖ້ວມ,ຫຼຸດຜ່ອນຄວາມເສຍຫາຍໃຫ້ແກ່ການຜະລິດກະສິກໍາປະກອບ ສ່ວນເຂົ້າໃນການຄໍ້າປະກັນສະບຽງອາຫານ,ສົ່ງເສີມການຜະລິດເປັນ ສິນຄ້າ,ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າແລະພັດ ທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ.

...ມາດຕາ 2 ຊົນລະປະທານ

ມາດຕາ 2 ຊົນລະປະທານ ຊົນລະປະທານແມ່ນລະບົບການສະໜອງນໍ້າແລະການລະບາຍ ນໍ້າເພື່ອການຜະລິດກະສິກໍາຊຶ່ງປະກອບດ້ວຍລະບົບຫົວງານ,ລະບົບຫົດ ປ້ອງກັນແລ້ວແລະລະບົບປ້ອງກັນນໍ້າຖ້ວມ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຫົວງານໝາຍເຖິງເຂື່ອນ,ອ່າງເກັບນໍ້າ,ຝາຍນໍ້າລົ້ນ,ທາງ ລະບາຍນໍ້າລົ້ນ,ຈັກສູບນໍ້າ,ປະຕູນໍ້າທີ່ສົ່ງນໍ້າຜ່ານອ່າງຜ່ອນກໍາລັງນໍ້າ ສູ່ຄອງເໝືອງແມ່ແລະເຮືອນຈັກໄຟຟ້ານໍ້າຕົກຂະໜາດນ້ອຍ; 2. ເຂື່ອນໝາຍເຖິງສິ່ງກໍ່ສ້າງທີ່ສ້າງຕັດນທາງແລວນໍ້າເພື່ອ ຍົກລະດັບນໍ້າໃຫ້ສູງຂຶ້ນແນໃສ່ກັກນໍ້າເປັນອ່າງເກັບນໍ້າແລະອວ່າຍນໍ້າ ເຂົ້າສູ່ເນື້ອທີ່ການຜະລິດ; 3. ທາງລະບາຍນໍ້າລົ້ນໝາຍເຖິງສິ່ງກໍ່ສ້າງທີ່ສໍາຄັນເພື່ອລະ ບານນໍ້າອອກຈາກອ່າງເກັບນໍ້າ,ບໍ່ໃຫ້ລະດັບນໍ້າໃນອ່າງສູງຂຶ້ນລົ້ນຜ່ານ ສັນເຂື່ອນເພື່ອຮັບປະກັນຄວາມປອດໄພຂອງຕົວເຂື່ອນ; 4. ຝາຍນໍ້າລົ້ນໝາຍເຖິງຝາຍທີ່ສ້າງຂຶ້ນຕັນແລວນໍ້າເພື່ອຍົກ ລະດັບໃຫ້ນໍ້າສູງຂຶ້ນ,ໄຫຼລົ້ນສັນຝາຍໄດ້ຕາມເຕັກນິກການອອກແບບ ແລະສາມາດໄຫຼເຂົ້າປະຕູນໍ້າປາກຄອງເໝືອງຕາມຄວາມຕ້ອງການ; 5. ປະຕິນໍ້າໝາຍເຖິງສິ່ງກໍ່ສ້າງທີ່ສ້າງຂຶ້ນເພື່ອຄວບຄຸມກະແສ ໄຫຼຂອງນໍ້າດ້ວຍລະບົບປະຕູປິດ-ເປີດສົ່ງນໍ້າໄປສູ່ອ່າງຜ່ອນກໍາລັງນໍ້າ ແລະຄອງເໝືອງແມ່. 6. ອ່າງຜ່ອນກໍາລັງນໍ້າໝາຍເຖິງສິ່ງກໍ່ສ້າງທີ່ສ້າງຂຶ້ນເພື່ອຫຼຸດ ຜ່ອນກໍາລັງແຮງຂອງນໍ້າກ່ອນໄຫຼເຂົ້າສູ່ຄອງເໝືອງແມ່ແລະແມ່ນໍ້າລໍາ ເຊທໍາມະຊາດທັງປ້ອງກັນການເຊາະເຈື່ອນ; 7. ລະບົບຫົດໝາຍເຖິງລະບົບຄອງເໝືອງແມ່,ຄອງຂັ້ນສອງ, ຄອງຂັ້ນສາມແລະຄອງຄັນນາຄູ່ເພື່ອສົ່ງນໍ້າໄຫຼເຂົ້າສູ່ໄຮ່ນາ; 8. ຄອງເໝືອງແມ່ໝາຍເຖິງຄອງເໝືອງທີ່ສົ່ງນໍ້າໃຫ້ບັນດາ ຄອງຂັ້ນສອງຫຼືຄອງຂັ້ນສາມ; 9. ຄອງເໝືອງຂັ້ນສອງໝາຍເຖິງຄອງເໝືອງທີ່ແຍກມາຈາກ ຄອງເໝືອງຂັ້ນສອງຫຼືຈາກຄອງເໝືອງແມ່ເພື່ອສົ່ງນໍ້າເຂົ້າຄອງຄັນນາ ຄູ່; 10. ຄອງເໝືອງຂັ້ນສາມໝາຍເຖິງຄອງເໝືອງທີ່ແຍກອອກ ຈາກຄອງເໝືອງຂັ້ນສອງຫຼືຈາກຄອງເໝືອງແມ່ເພື່ອສົ່ງນໍ້າເຂົ້າຄອງ ຄັນນາຄູ່; 11. ຄອງຄັນນາຄູ່ ໝາຍເຖິງ ຄອງເໝືອງທີ່ແຍກອອກຈາກ ຄອງເໝືອງຂັ້ນສາມເພື່ອສົ່ງນໍ້າເຂົ້າໄຮ່ນາຂອງຊາວກະສິກອນຫຼືຄອງ ລະດັບໄຮ່ນາຊຶ່ງແມ່ນຊາວກະສິກອນເປັນຜູ້ກໍ່ສ້າງເອົາເອງເພື່ອຄວບ ຄຸມນໍ້າໄຫຼເຂົ້າສູ່ໄຮ່ນາແລະລະບາຍນໍ້າອອກຕາມຄວາມຕ້ອງການຂອງ ພືດແຕ່ລະຊະນິດ; 12. ອາຄານຕາມຄອງເໝືອງ ໝາຍເຖິງ ບັນດາອາຄານຊຶ່ງ ປະກອບດ້ວຍປະຕູນໍ້າ,ອາຄານແບ່ງນໍ້າ,ອາຄານຍົກນໍ້າ,ອາຄານລະ ບາຍນໍ້າຂ້າງຄອງບໍ່ໃຫ້ນໍ້າໄຫຼລົ້ນຜ່ານສັນຄອງເໝືອງ,ອາຄານຕັນນໍ້າ ຢູ່ທ້າຍຄອງ,ທໍ່ລອດຄອງເໝືອງແລະຂົວຂ້າມຄອງເໝືອງ; 13. ຄອງລະບາຍ ໝາຍເຖິງ ຄອງເໝືອງທີ່ມີລະດັບຕໍ່າກວ່າລະ ບົບຄອງຫົດຊຶ່ງສ້າງຂຶ້ນເພື່ອລະບາຍນໍ້າທີ່ເກີນຄວາມຕ້ອງການຫຼືຖ້ວມ ຂັງເນື້ອທີ່ການຜະລິດກະສິກໍາໃຫ້ໄຫຼໄປສູ່ຄອງລະບາຍແມ່ໄຫຼຜ່ານປະຕູ ນໍ້າຫຼືສູບອອກສູ່ຫ້າຍນໍ້າລໍາເຊທໍາມະຊາດເພື່ອຫຼີກເວັ້ນຜົນກະທົບຕໍ່ຜົນ ຜະລິດກະສິກໍາແລະສິ່ງແວດລ້ອມ; 14. ລະບົບປ້ອງກັນນໍ້າຖ້ວມ ແລະ ການລະບາຍນໍ້າຖ້ວມຂັງ ເນື້ອທີ່ກະສິກໍາ ໝາຍເຖິງ ຄູປ້ອງກັນນໍ້າຖ້ວມ,ປະຕູກັນນໍ້າທາງນອກບໍ່ ໃຫ້ໄຫຼເຂົ້າຖ້ວຍເນື້ອທີ່ກະສິກໍາ,ລະບົບຄອງລະບາຍໄຫຼປ່ອງໃສ່ຄອງລະ ບາຍແມ່ແລະສະຖານີຈັກສູບນໍ້າເພື່ອລະບາຍນໍ້າອອກສູ່ແມ່ນໍ້າລໍາເຊ ບໍ່ໃຫ້ມີນໍ້າຖ້ວມຂັງເນື້ອທີ່ກະສິກໍາໃນລະດູຝົນ; 15. ຊົນລະກະເສດໝາຍເຖິງ ການຜະລິດກະເສດສຸມໃນເຂດຊົນ ລະປະທານດ້ວຍການນໍາໃຊ້ເຕັກນິກວິທະຍາສາດ; 16. ເຂດຊົນລະປະທານໝາຍເຖິງຂອບເຂດເນື້ອທີ່ດິນຊົນລະປະ ທານຊຶ່ງປະກອບດ້ວຍທີ່ດິນຫົວງານ,ເນື້ອທີ່ຮັບນໍ້າ,ອ່າງເກັບນໍ້າ,ລະບົບ ຄອງຫົດ,ລະບົບຄອງລະບາຍແລະເຂດເນື້ອທີ່ດິນທີ່ລະບົບຊົນລະປະທານ ສາມາດສະໜອງນໍ້າໄດ້ໃນປັດຈະບັນແລະເນື້ອທີ່ຂະຫຍາຍຕໍ່ໄປຕາມ ການສຶກສາ,ສໍາຫຼວດ-ອອກແບບໂດຍມີຫຼັກການເຂດກັນຊົນກໍານົດໄວ້. 17. ຄະນະຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການໝາຍເຖິງຄະນະ ຮັບຜິດຊອບຄຸ້ມຄອງແລະນໍາໃຊ້ໂຄງການຊົນລະປະທານຂະໜາດໃຫຍ່ ແລະຂະໜາດກາງ; 18. ຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງການ ໝາຍເຖິງ ຄະນະຮັບຜິດຊອບຄຸ້ມຄອງແລະນໍາໃຊ້ບັນດາໂຄງການຊົນລະປະທານ ຂະໜາດນ້ອຍ; 19. ລາຄາຫົວໜ່ວຍຊົນລະປະທານໝາຍເຖິງຄ່າໃຊ້ຈ່າຍຕໍ່ໜ້າ ວຽກໃດໜຶ່ງຊຶ່ງຄິດໄລ່ຕາມຫົວໜ່ວຍວັດແທກເປັນກິໂລແມັດ,ເຮັກຕາ, ແມັດກ້ອນ,ຕາແມັດ,ແມັດຍາວ,ຊຸດແລະອື່ນໆຕາມຫຼັກວິຊາການ; 20. ການກໍ່ສ້າງແລະຕິດຕັ້ງໝາຍເຖິງການກໍ່ສ້າງຫົວງານ,ລະ ບົບຄອງລວມທັງການປະກອບອຸປະກອນຕ່າງໆເຊັ່ນ:ຈັກສູບນໍ້າ,ລະບົບ ໄຟຟ້າ,ເຮືອເພ,ທໍ່ສົ່ງນໍ້າ,ປະຕູນໍ້າ,ການປະກອບແຜ່ນເບຕົງສໍາເລັດຮູບ ຕາມບັນດາຄອງເໝືອງແລະກິດຈະການອື່ນທີ່ພົວພັນກັບກິດຈະການຊົນ ລະປະທານ; 21. ການຟື້ນຟູ,ສ້ອມແປງໝາຍເຖິງການປັບປຸງ,ແກ້ໄຂສ່ວນທີ່ ເປ່ເພແລະຊຸດໂຊມຂອງສິ່ງກໍ່ສ້າງຜ່ານມາໃຫ້ຄືນສູ່ປົກກະຕິ,ສາມາດນໍາ ໃຊ້ໄດ້ທັງຍົກລະດັບໃຫ້ເປັນທັນສະໄໝເພື່ອຂະຫຍາຍເນື້ອທີ່ທົດຕື່ມອີກ; 22. ການຕໍ່ເຕີມໝາຍເຖິງການຂະຫຍາຍເນື້ອທີ່ຕາມການອອກ ແບບແລະບໍລິຫານຂອງສິ່ງກໍ່ສ້າງເຊັ່ນການຍົກລະດັບສັນເຂື່ອນ,ການ ເພີ່ມຈັກສູບນໍ້າ,ການຂະຫຍາຍລະບົບຄອງຫົດ,ອາຄານແຫ່ງນໍ້າ,ຄອງ ລະບາຍແລະອື່ນໆດ້ວຍການຫັນໄປສູ່ທັນສະໄໝເທື່ອລະກ້າວ; 23. ຊົນລະປະທານປວງຊົນໝາຍເຖິງຊົນລະປະທານທີ່ປະຊາ ຊົນລວມທັງຄອບຄົວເປັນເຈົ້າການສ້າງຂຶ້ນເອງໂດຍນໍາໃຊ້ວັດຖຸທ້ອງ ຖິ່ນເຊັ່ນກົງພັດນໍ້າ,ຝາຍໄມ້,ຝາຍກວຍຫີນ,ການນໍາໃຊ້ທໍ່ເຮັດຮາງລິນ, ນໍາໃຊ້ນໍ້າໃຕ້ດິນ,ໜອງສະແລະອື່ນໆ; 24. ການແຈກຢາຍນໍ້າຊົນລະປະທານແບບຮອບວຽນໝາຍເຖິງ ການແຈກຢາຍນໍ້າຢ່າງມີແຜນການແລະປະຢັດດ້ວຍການໝູນວຽນນໍາ ໃຊ້ນໍ້າປະຈໍາອາທິດຂອງຄອງເໝືອງຂັ້ນສອງແຕ່ລະເຂດ.

...ມາດຕາ 4 ນະໂຍບາຍກ່ຽວກັບວຽກງານຊົນລະປະທານ

ມາດຕາ 4 ນະໂຍບາຍກ່ຽວກັບວຽກງານຊົນລະປະທານ ລັດຊຸກຍູ້,ສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງ ປະເທດລົງທຶນເຂົ້າໃສ່ກິດຈະການຊົນລະປະທານລວມທັງການສ້າງຊົນ ລະກະເສດຄົບວົງຈອນແນໃສ່ຫັນເປັນອຸດສາຫະກໍາແລະທັນສະໄໝຕາມ ທ່າແຮງຕົວຈິງຂອງຜູ້ປະກອບການບົນພື້ນຖານຫຼັກການທີ່ໄດ້ກໍານົດໄວ້ ໃນ ມາດຕາ 5 ຂອງກົດມາຍສະບັບນີ້. ລັດສົ່ງເສີມໃຫ້ນໍາໃຊ້ນໍ້າຈາກທ້າຍເຮືອນຈັກໄຟຟ້ານໍ້າຕົກຫຼືຈາກ ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າຕົກດ້ວຍລະບົບໄຫຼເອງ,ສົ່ງເສິມວຽກ ງານຊົນລະປະທານດ້ວຍການໃຫ້ບູລິມະສິດດ້ານພາສີ,ອາກອນແລະລາ ຄາທີ່ຕິດພັນກັບກິດຈະການຊົນລະປະທານຕາມລະບຽບກົດໝາຍ. ລັດປຸກລະດົມ,ດຶງດູດໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນວຽກງານ ຊົນລະປະທານຢ່າງກວ້າງຂວາງດ້ວຍການອໍານວຍຄວາມສະດວກໃນ ການເຂົ້າເຖິງແຫຼ່ງທຶນແລະສິນເຊື່ອດອກເບ້ຍຕໍ່າ.

...ມາດຕາ 5 ຫຼັກການກ່ຽວກັບວຽກງານຊົນລະປະທານ

ມາດຕາ 5 ຫຼັກການກ່ຽວກັບວຽກງານຊົນລະປະທານ ວຽກງານຊົນລະປະທານດໍາເນີນຕາມຫຼັກການພື້ນຖານດັ່ງນີ້: 1. ຮັບປະກັນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະແລະຕາມທິດຫັນເປັນອຸດສາຫະກໍາແລະທັນ ສະໄໝ; 2. ຮັບປະກັນມາດຕະຖານເຕັກນິກ,ຄຸນນະພາບຂອງການນໍາໃຊ້ ຊົນລະປະທານຢ່າງຍາວນານ; 3. ນໍາໃຊ້ນໍ້າຢ່າງປະຢັດ,ມີປະສິດທິຜົນໂດຍການມີສ່ວນຮ່ວມ ຂອງຊາວກະສິກອນແລະຜູ້ປະກອບການຕິດພັນກັບການປົກປັກຮັກສາ ສິ່ງແວດລ້ອມ; 4. ຮັບປະກັນການຄຸ້ມຄອງແລະນໍາໃຊ້ໂຄງການຊົນລະປະທານ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດທັງຮັບປະກັນຜົນປະໂຫຍດ ຂອງລັດ,ລວມໝູ່,ການຈັດຕັ້ງແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ ຕາມລະບຽບກົດໝາຍ; 5. ໃຫ້ມີການຈັດຕັ້ງຮັບຜິດຊອບ,ມີງົບປະມານ,ມີນິຕິກໍາຮອງຮັບ ແລະມີຫຼັກໝາຍເຂດຊົນລະປະທານໃນການຄຸ້ມຄອງແລະນໍາໃຊ້ໂຄງ ການຊົນລະປະທານ.

...ມາດຕາ 6 ພັນທະໃນການປົກປັກຮັກສາຊົບພະຍາກອນທໍາມະຊາດ

ມາດຕາ 6 ພັນທະໃນການປົກປັກຮັກສາຊົບພະຍາກອນທໍາມະຊາດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກິດຈະການຊົນລະປະ ທານລວມທັງພົນລະເມືອງທຸກຄົນລ້ວນແຕ່ມີພັນທະໃນການປ້ອງກັນ,ປົກ ປັກຮັກສາ,ອະນຸລັກຊັບພະຍາກອນທໍາມະຊາດເປັນຕົ້ນປ່າໄມ້,ຊີວະນາໆ ພັນໃນບໍລິເວນເນື້ອທີ່ຮັບນໍ້າ,ອ່າງເກັບນໍ້າແລະແຫຼ່ງນໍ້າ,ປ້ອງກັນບໍ່ໃຫ້ ຕື້ນເຂີນ,ບົກແຫ້ງ,ປາສະຈາກມົນລະພິດແລະນໍາຜົນເສຍຫາຍໃຫ້ແກ່ນໍ້າ ຊົນລະປະທານແລະຊັບພະຍາກອນນໍ້າເພື່ອເຮັດໃຫ້ນໍ້າຊົນລະປະທານ ສະອາດແລະນໍາໃຊ້ໄດ້ຢ່າງຍືນຍົງ.

...ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງທັງພາຍໃນແລະຕ່າງປະເທດທີ່ພົວພັນກ່ຽວກັບການດໍາເນີນກິດຈະ ການຊົນລະປະທານຢູ່ ສປປລາວ.

...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດສົ່ງເສີມ,ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ,ພາກ ພື້ນ,ອະນຸພາກພື້ນແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານຊົນລະ ປະທານດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດແລະ ເຕັກໂນໂລຊີ,ການບໍາລຸງ,ກໍ່ສ້າງ,ຍົກລະດັບດ້ານວິຊາການໃຫ້ແກ່ພະນັກ ງານ,ການຍາດແຍ່ງການຊ່ວຍເຫຼືອ,ກູ້ຢືມແລະການຮ່ວມມືດ້ານການ ລົງທຶນແລະການນໍາເອົາບົດຮຽນທີ່ກ້າວໜ້າແລະຜົນສໍາເລັດຂອງການ ສຶກສາຄົ້ນຄວ້າທົດລອງວິທະຍາສາດຊົນລະປະທານມາໝູນໃຊ້ເພື່ອເຮັດ ໃຫ້ວຽກງານຊົນລະປະທານຢູ່ ສປປລາວ ມີຄວາມກ້າວໜ້າແລະທັນສະ ໄໝ.

..ພາກທີ 2 ກິດຈະການຊົນລະປະທານ


...ໝວດທີ 1 ປະເພດແລະຂະໜາດຊົນລະປະທານ


....ມາດຕາ 9 ປະເພດຊົນລະປະທານ

ມາດຕາ 9 ປະເພດຊົນລະປະທານ ຊົນລະປະທານຢູ່ ສປປລາວ ມີສອງປະເພດດັ່ງນີ້: 1. ຊົນລະປະທານແບບໄຫຼເອງ; 2. ຊົນລະປະທານແບບໃຊ້ຈັກສູບນໍ້າ.

....ມາດຕາ 10 ຊົນລະປະທານແບບໄຫຼເອງ

ມາດຕາ 10 ຊົນລະປະທານແບບໄຫຼເອງ ຊົນລະປະທານແບບໄຫຼເອງແມ່ນຊົນລະປະທານຊຶ່ງມີແຫຼ່ງນໍ້າ, ທີ່ຕັ້ງຂອງຫົວງານສູງກວ່າລະດັບເນື້ອທີ່ກະສິກໍາ.

....ມາດຕາ 11 ຊົນລະປະທານແບບໃຊ້ຈັກສູບນໍ້າ

ມາດຕາ 11 ຊົນລະປະທານແບບໃຊ້ຈັກສູບນໍ້າ ຊົນລະປະທານແບບໃຊ້ຈັກສູບນໍ້າແມ່ນຊົນລະປະທານຊຶ່ງມີແຫຼ່ງ ນໍ້າ,ທີ່ຕັ້ງຂອງຫົວງານຕໍ່າກວ່າລະດົບເນື້ອທີ່ກະສິກໍາຊຶ່ງຕ້ອງໄດ້ນໍາໃຊ້ ຈັກສູບນໍ້າ.

....ມາດຕາ 12 ຂະໜາດຊົນລະປະທານ

ມາດຕາ 12 ຂະໜາດຊົນລະປະທານ ຊົນລະປະທານແບ່ງອອກເປັນສີ່ຂະໜາດດັ່ງນີ້: 1. ຊົນລະປະທານຂະໜາດໃຫຍ່ແມ່ນຊົນລະປະທານທີ່ສາມາດ ສະໜອງນໍ້າໃຫ້ເນື້ອທີ່ການຜະລິດໄດ້ຫຼາຍກວ່າໜຶ່ງພັນເຮັກຕາຂຶ້ນໄປ. 2. ຊົນລະປະທານຂະໜາດກາງແມ່ນຊົນລະປະທານທີ່ສາມາດ ສະໜອງນໍ້າໃຫ້ເນື້ອທີ່ການຜະລິດໄດ້ຫຼາຍກວ່າໜຶ່ງຮ້ອຍຫາໜຶ່ງພັນເຮັກ ຕາ; 3. ຊົນລະປະທານຂະໜາດນ້ອຍແມ່ນຊົນລະປະທານທີ່ສາມາດ ສະໜອງນໍ້າເນື້ອທີ່ການຜະລິດໄດ້ຫຼາຍກວ່າສິບຫາໜຶ່ງຮ້ອຍເຮັກຕາ; 4. ຊົນລະປະທານປວງຊົນແມ່ນຊົນລະປະທານທີ່ສາມາດສະ ໜອງນໍ້າໃຫ້ເນື້ອທີ່ການຜະລິດໄດ້ແຕ່ສິບເຮັກຕາລົງມາ.

....ມາດຕາ 13 ກໍານົດໝາຍເຕັກນິກ,ມາດຕະຖານເຕັດນິກແລະລາຄາຫົວໜ່ວຍຊົນລະປະທານ

ມາດຕາ 13 ກໍານົດໝາຍເຕັກນິກ,ມາດຕະຖານເຕັດນິກແລະລາຄາ ຫົວໜ່ວຍຊົນລະປະທານ ກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກແລະລາຄາຫົວໜ່ວຍ ຊົນລະປະທານແມ່ນມາດຕະຖານທາງດ້ານຫຼັກການວິຊາການກ່ຽວກັບ ວຽກງານຊົນລະປະທານເພື່ອເປັນບ່ອນອີງໃນການຂຶ້ນແຜນງົບປະມານ ,ຕິດຕາມ,ກວດກາ,ປະເມີນຜົນໂຄງການແລະນໍາໃຊ້ເຂົ້າໃນກິດຈະການ ຊົນລະປະທານທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້. ກະຊວງກະສິກໍາແລະປ່າໄມ້ສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງ ຄົ້ນຄວ້າກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກແລະລາຄາຫົວໜ່ວຍ ຊົນລະປະທານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງ ຖິ່ນເພື່ອນໍາສະເໜີລັດຖະບານພິຈາລະນາຮັບຮອງ.

....ມາດຕາ 14 ກິດຈະການຊົນລະປະທານ

ມາດຕາ 14 ກິດຈະການຊົນລະປະທານ ກິດຈະການຊົນລະປະທານມີດັ່ງນີ້: 1. ການສຶກສາໂຄງການ; 2. ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການ; 3. ການກໍ່ສ້າງໂຄງການ; 4. ການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການ; 5. ການແບ່ງຂັ້ນຄຸ້ມຄອງກິດຈະການໂຄງການ.

...ໝວດທີ 2 ການສຶກສາໂຄງການຊົນລະປະທານ


....ມາດຕາ 15 ການສຶກສາໂຄງການ

ມາດຕາ 15 ການສຶກສາໂຄງການ ການສຶກສາໂຄງການຊົນລະປະທານປະກອບດ້ວຍສາມຂັ້ນຕອນ ດັ່ງນີ້: 1. ການສຶກສາເບື້ອງຕົ້ນຊຶ່ງແມ່ນການສຶກສາໃນແຜນທີ່ກ້າວໄປ ເຖິງການສຶກສາຄວາມເປັນໄປໄດ້. 2. ການສຶກສາຄວາມເປັນໄປໄດ້ຊຶ່ງແມ່ນການສຶກສາຕາມຫຼັກ ການທາງດ້ານວິຊາການຢ່າງເປັນລະບົບຄົບຊຸດທາງດ້ານພູມສາດ, ເນື້ອທີ່ຫົດ,ທໍລະນີສາດ,ອຸທົກກະສາດ,ອຸຕຸກະເສດ,ເສດຖະກິດ-ສັງຄົມ ແລະລັກສະນະໂຄງການ; 3. ການສຶສາລະອຽດຊຶ່ງແມ່ນການສຶກສາຄວາມເປັນໄປໄດ້ ຂອງໂຄງການຢ່າງລະອຽດທາງດ້ານພູມສາດ,ເນື້ອທີ່ຫົດ,ທໍລະນີສາດ ,ອຸທົກກະສາດ,ອຸຕຸກະເສດ,ເສດຖະກິດ-ສັງຄົມ,ຜົນກະທົບຕໍ່ສິ່ງແວດ ລ້ອມ,ສັງຄົມແລະການປະເມີນມູນຄ່າເບື້ອງຕົ້ນລວມທັງການປະເມີນ ປະສິດທິຜົນຂອງໂຄງການ. ໂຄງການຊົນລະປະທານຂະໜາດໃຫຍ່ແລະຂະໜາດກາງຕ້ອງ ດໍາເນີນການສຶກສາຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນວັກທີ 1 ຂອງມາດ ຕານີ້ໂດຍກໍານົດແຈ້ງໄລຍະຈັດຕັ້ງປະຕິບັດຂອງຜູ້ປະກອບການ,ວັນເລີ່ມ ຕົ້ນແລະວັນສິ້ນສຸດຂອງສັນຍາກ່ອນກ້າວໄປເຖິງການສໍາຫຼວດ-ອອກ ແບບເດັກນິກໍ່ສ້າງ. ສໍາລັບໂຄງການຊົນລະປະທານຂະໜາດນ້ອຍແລະຊົນລະປະທານ ປວງຊົນບໍ່ຈໍາເປັນດໍາເນີນການສຶກສາຢ່າງໃດແຕ່ຕ້ອງດໍາເນີນການສໍາ ຫຼວດ,ເກັບກໍາຂໍ້ມູນດ້ານເຕັກນິກໃຫ້ລະອຽດຕາມຫຼັກການທາງດ້ານວິຊາ ການຊົນລະປະທານຢູ່ພາກສະໜາມໃຫ້ຄົບຖ້ວນແລ້ວນໍາມາຄິດໄລ່ອອກ ແບບເຕັກນິກກໍ່ສ້າງກ່ອນດໍາເນີນການກໍ່ສ້າງ.

....ມາດຕາ 16 ບົດລາຍງານຜົນຂອງການສຶກສາໂຄງການ

ມາດຕາ 16 ບົດລາຍງານຜົນຂອງການສຶກສາໂຄງການ ບົດລາຍງານຜົນຂອງການສຶກສາໂຄງການຊົນລະປະທານແມ່ນ ບົດວິພາກເສດຖະກິດ-ເຕັກນິກຂອງໂຄງການລວມທັງບົດປະເມີນຜົນກະ ທົບຕໍ່ສັງຄົມແລະສິ່ງແວດລ້ອມໂດຍສະແດງໃຫ້ເຫັນຄາດໝາຍຕົ້ນຕໍດັ່ງ ນີ້: 1. ຜູ້ຈະໄດ້ຮັບຜົນປະໂຫຍດຈາກໂຄງການ; 2. ມູນຄ່າເບື້ອງຕົ້ນ,ອາຍຸການນໍາໃຊ້ຂອງໂຄງການຊົນລະປະ ທານ; 3. ປະສິດທິຜົນດ້ານເສດຖະກິດ-ສັງຄົມແລະສິ່ງແວດລ້ອມ; 4. ແຜນການດໍາເນີນງານແລະວິທີການຈັດຕັ້ງປະຕິບັດໂຄງ ການ. ເນື້ອໃນຂອງບົດລາຍງານຜົນຂອງການສຶກສາໂຄງການຊົນລະ ປະທານປະກອບດ້ວຍ: 1. ດ້ານນະໂຍບາຍແມ່ນສຶກສາກ່ຽວກັບຄວາມສອດຄ່ອງຂອງ ໂຄງການກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; 2. ດ້ານການເງິນແລະຜົນປະໂຫຍດຂອງການລົງທຶນແມ່ນປະ ເມີນມູນຄ່າລວມຂອງໂຄງການ,ຄວາມຕ້ອງການທາງດ້ານທຶນຮອນ, ແຫຼ່ງທຶນແລະປະສິດທິຜົນຈາກການລົງທຶນ; 3. ດ້ານເຕັກນິກແມ່ນສຶກສາກ່ຽວກັບຂະໜາດຂອງໂຄງການ, ເຕັກນິກ-ເຕັກໂນໂລຊີທີ່ເໝາະສົມກັບສະພາບຄວາມເປັນຈິງຂອງແຕ່ລະ ທ້ອງຖິ່ນລວມທັງການຄຸ້ມຄອງ,ການດໍາເນີນງານແລະການປົກປັກຮັກ ສາໂຄງການໃຫ້ມີຄວາມຍືນຍົງ; 4. ດ້ານຊັບພະຍາກອນແມ່ນສຶກສາກ່ຽວກັບຄວາມຕ້ອງການ ທາງດ້ານວັດຖຸປະກອນ,ແຮງງານ,ການຝຶຶກອົບຮົມບຸກຄະລາກອນແລະ ອື່ນໆ; 5. ດ້ານການຈັດຕັ້ງແລະການຄຸ້ມຄອງໂຄງການແມ່ນສຶກສາ ກ່ຽວກັບການຈັດຕັ້ງທີ່ມີໃນປັດຈຸບັນແລະຄວາມຈໍາເປັນໃນການແຕ່ງ ຕັ້ງຄະນະຊີ້ນໍາລວມແລະຄະນະວິຊາການຄຸ້ມຄອງການກໍ່ສ້າງແລະການ ນໍາໃຊ້ນໍ້າຊົນລະປະທານປະຈໍາໂຄງການສະເພາະ; 6. ດ້ານວັດທະນະທໍາ-ສັງຄົມແມ່ນສຶກສາກ່ຽວກັບກຸ່ມເປົ້າໝາຍ ທີ່ໄດ້ຮັບອົນປະໂຫຍດລວມທັງການສຶກສາຜົນກະທົບຕໍ່ການຍົກຍ້າຍຖິ່ນ ຖານ,ການຈັດສັນພູມລໍາເນົາໃໝ່ໃຫ້ໄດ້ຮັບຜົນປະໂຫຍດໂດຍກົງຫຼືບູລິມະ ສິດອັນດັບໜຶ່ງຈາກໂຄງການ,ການປົກປັກຮັກສາຮີດຄອງປະເພນີ,ວັດທະ ນະທໍາທີ່ເປັນມໍລະດົກຂອງປະຊາຊົນລາວບັນດາເຜົ່າ; 7. ດ້ານສິ່ງແວດລ້ອມແມ່ນສຶກສາກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມທໍາມະຊາດແລະສັງຄົມ,ສຸຂະພາບຂອງປະຊາຊົນແລະອື່ນໆພ້ອມ ທັງມີມາດຕະການທີ່ເໝາະສົມເພື່ອປ້ອງກັນຜົນກະທົບທີ່ອາດຈະເກີດຂຶ້ນ.

....ມາດຕາ 17 ການຮັບຮອງເອົາບົດລາຍງານຜົນຂອງການສຶກສາໂຄງການ

ມາດຕາ 17 ການຮັບຮອງເອົາບົດລາຍງານຜົນຂອງການສຶກສາ ໂຄງການ ບົດລາຍງານຜົນຂອງການສຶກສາໂຄງການຖືກຮັບຮອງໂດຍກະ ຊວງກະສິກໍາແລະປ່າໄມ້ຕາມການສະເໜີຂອງກົມຊົນລະປະທານຫຼືຖືກ ຮັບຮອງໂດຍພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຕາມການ ແບ່ງຂັ້ນຄຸ້ມຄອງການສຶກສາໂຄງການຊົນລະປະທານທີ່ໄດ້ກໍານົດໄວ້ໃນ ມາດຕາ 37 ຂອງກົດໝາຍສະບັບນີ້. ບົດລາຍງານການປະເມີນຜົນກະທົບດ້ານສິ່ງແວດລ້ອມທໍາມະ ຊາດແລະສັງຄົມສໍາລັບໂຄງການຊົນລະປະທານຂະໜາດໃຫຍ່ຕ້ອງໄດ້ ຜ່ານການຮັບຮອງຈາກກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດ ລ້ອມ,ສໍາລັບໂຄງການຊົນລະປະທານຂະໜາດກາງແມ່ນຖືກຮັບຮອງ ຈາກພະແນກຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມແຂວງ,ນະ ຄອນຕາມການສະເໜີຂອງເຈົ້າຂອງໂຄງການ.

...ໝວດທີ 3 ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການຊົນລະປະທານ


....ມາດຕາ 18 ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການ

ມາດຕາ 18 ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການ ການສໍາຫຼວດໂຄງການຊົນລະປະທານແມ່ນການເກັບກໍາຂໍ້ມູນ ລະອຽດດ້ານຕ່າງໆຢູ່ສະໜາມຕົວຈິງໃຫ້ຄົບຖ້ວນເພື່ອເອົາມານໍາໃຊ້ ໃນການອອກແບບຕາມຫຼັກວິຊາການຊົນລະປະທານບົນພື້ນຖານການ ສຶກສາຄວາມເປັນໄປໄດ້ແລະສຶກສາລະອຽດເພື່ອສ້າງເປັນບົດວິພາກ ເສດຖະກິດ-ເຕັກນິກໂດຍມີການປະເມີນປະສິດທິຜົນທາງດ້ານເສດຖະ ກິດ-ສັງຄົມແລະຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມແລະ ຫຼັງການກໍ່ສ້າງ. ການອອກແບບເຕັກນິກກໍ່ສ້າງໂຄງການແມ່ນສ້າງແຜນຜັງລະ ອຽດໃຫ້ຖືກຕາມມາດຕະຖານເຕັກນິກບົນພື້ນຖານການວິໄຈຂໍ້ມູນທີ່ໄດ້ ມາຈາກການສໍາຫຼວດຊຶ່ງປະກອບດ້ວຍແຜນຜັງລວມ,ແຜ່ນແຕ້ມ,ແບບ ກໍ່ສ້າງ,ເນື້ອທີ່ສິດນໍາໃຊ້ທີ່ດິນຂອງຊາວກະສິກອນໃນເຂດຊົນນະລະປະ ທານ,ກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ,ລາຄາຫົວໜ່ວຍຊົນ ລະປະທານ,ການປະເມີນມູນຄ່າຂອງໜ້າວຽກແລະກໍານົດຕາຕະລາງ ເວລາດໍາເນີນການກໍ່ສ້າງໂຄງການ. ການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຈະດໍາເນີນ ໄດ້ກໍ່ຕໍ່ເມື່ອມີງົບປະມານສະເພາະຂອງສົກປີນັ້ນຕາມການແບ່ງຂັ້ນຄຸ້ມ ຄອງທີ່ໄດ້ກໍານົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້. ການສໍາຫຼວດ-ອອກແບບຕ້ອງໄດ້ມີການປະມູນຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 19 ຂັ້ນຕອນຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ

ມາດຕາ 19 ຂັ້ນຕອນຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງ ໂຄງການ ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການຊົນລະປະທານ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1. ການສໍາຫຼວດພູມສາດ,ທໍລະນີສາດ,ອຸທົກກະສາດ,ອຸຕຸກະເສດ ແລະເນື້ອທີ່ສິດນໍາໃຊ້ທີ່ດິນຂອງຊາວກະສິກອນໃນເຂດຊົນລະປະທານ ແລະແບ່ງກຸ່ມການຜະລິດໃນຄອງເໝືອງຂັ້ນສາມ; 2. ການອອກແບບເຕັກນິກກໍ່ສ້າງລະອຽດຕາມຫຼັກການຊົນລະ ປະທານໃຫ້ຄົບຊຸດແລະການປະເມີນມູນຄ່າໂຄງການ; 3. ການປະກອບເອກະສານໂຄງການ.

....ມາດຕາ 20 ຄາດໝາຍຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ

ມາດຕາ 20 ຄາດໝາຍຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງ ໂຄງການ ການສໍາຫຼວດ-ອອກແບບເຕັກນິກໍ່ສ້າງໂຄງການຊົນລະປະທານ ຕ້ອງມີຄາດໝາຍດັ່ງນີ້: 1. ຖືກຕ້ອງຕາມກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ ຂອງໂຄງການແລະລາຄາຫົວໜ່ວຍຊົນລະປະທານພ້ອມທັງສົ່ງເສີມ ການນໍາໃຊ້ວັດຖຸກໍ່ສ້າງພາຍໃນແລະວັດຖຸທ້ອງຖິ່ນ; 2. ຮັບປະກັນປະສິດທິຜົນດ້ານເສດຖະກິດ-ເຕັກນິກ,ວັດທະນະ ທໍາ-ສັງຄົມແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; 3. ຮັບປະກັນການອະນຸລັກຊັບພະຍາກອນທໍາມະຊາດ,ປົກປັກ ຮັກສາສິ່ງແວດລ້ອມທໍາມະຊາດແລະສັງຄົມ,ຊັບສິນຂອງລັດ,ລວມໝູ່ ແລະບຸກຄົນ,ສົ່ງເສີມການຜະລິດກະສິກໍາດ້ວຍການນໍາໃຊ້ລະບົບຊົນລະ ປະທານ. 4. ຮັບປະກັນການນໍາໃຊ້ພະລັງງານຈາກກໍາລັງນໍ້າທີ່ໄຫຼຕາມ ຄອງເໝືອງບ່ອນທີ່ມີເງື່ອນໄຂໃຫ້ສາມາດຕິດຕັ້ງໄຟຟ້າຕົກຂະໜາດ ນ້ອຍໂດຍສົມທົບກັບຂະແໜງການພະລັງງານແລະບໍ່ແຮ່; 5. ສ້າງຄົນຄູປ້ອງກັນນໍ້າຖ້ວມ,ລະບົບລະບາຍ,ປ້ອງກັນການ ເຊາະເຈື່ອນເນື້ອທີ່ກະສິກໍາສ້າງຄອງເໝືອງຜ່ານເສັ້ນທາງຄົມມະນາ ຄົມໂດຍສົມທົບກັບຂະແໜງການໂຍທາທິການແລະຂົນສົ່ງ; 6. ນໍາໃຊ້ນໍາໃຕ້ດິນເພື່ອເຮັດຊົນລະປະທານຝົນຝອຍ,ນໍ້າຢອດ ຮັບໃຊ້ການປູກພືດເສດຖະກິດ,ການປູກຫຍ້າລ້ຽງສັດຢູ່ດິນສວນ,ດິນຄັງ ບ່ອນບໍ່ມີເງື່ອນໄຂນໍາໃຊ້ນໍ້າໜ້າດິນ; 7. ອອກແບບອ່າງພັກນໍ້າເພື່ອເປັນບ່ອນກັກນໍ້າ,ສ້າງຄອງຫຼືທໍ່ສົ່ງ ເພື່ອຫົດນາ,ສວນແລະຈັດສັນແຈກຢ່າຍນໍ້າໃນເຂດຊົນລະປະທານ.

....ມາດຕາ 21 ການຄິດໄລ່ມູນຄ່າສໍາຫຼວດ-ອອກແບບ

ມາດຕາ 21 ການຄິດໄລ່ມູນຄ່າສໍາຫຼວດ-ອອກແບບ ມູນຄ່າການສໍາຫຼວດ-ອອກແບບໃຫ້ຄິດໄລ່ດັ່ງນີ້: 1. ມູນຄ່າສໍາຫຼວດ-ອອກແບບລະບົບຊົນລະປະທານແລະການ ຂະຫຍາຍ; 2. ມູນຄ່າສໍາຫຼວດ-ອອກແບບປ້ອງກັນຖ້ວມແລະການລະບາຍ. ມູນຄ່າສໍາຫຼວດ-ອອກແບບດັ່ງກ່າວໃຫ້ອີງໃສ່ໜ້າວຽກທີ່ໄດ້ປະຕິ ບັດຕາມສັນຍາ,ສອດຄ່ອງກັບລາຄາຕົວຈິງຂອງແຕ່ລະທ້ອງຖິ່ນໃນແຕ່ ລະໄລຍະແລະລະບຽບກົດໝາຍທີ່ກ່ຽວຂ້ອງ.

ສໍາລັບມູນຄ່າໂຄງການຊົນລະປະທານໃຫ້ຄິດໄລ່ດັ່ງນີ້: 1. ມູນຄ່າສຶກສາ,ສໍາຫຼວດ-ອອກແບບກໍ່ສ້າງ,ຄວບຄຸມການກໍ່ ສ້າງແລະຄຸ້ມຄອງບໍລິຫານໂຄງການໃນໄລຍະກໍ່ສ້າງລວມທັງມູນຄ່າ ການບຸກເບີກເນື້ອທີ່ການຜະລິດ; 2. ມູນຄ່າກໍ່ສ້າງໂຄງການໃຫ້ຄິດໄລ່ຕາມບໍລິມາດໜ້າວຽກ ຕ່າງໆຕາມການອອກແບບລະອຽດແລະຕາມບໍລິມາດທີ່ປະຕິບັດໄດ້ຕົວ ຈິງຢູ່ພາກສະໜາມໂດຍອີງໃສ່ລາຄາຫົວໜ່ວຍຊົນລະປະທານ.

....ມາດຕາ 22 ການຮັບຮອງເອົາລົດລາຍງານຜົນຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ

ມາດຕາ 22 ການຮັບຮອງເອົາລົດລາຍງານຜົນຂອງການສໍາຫຼວດ- ອອກແບບເຕັກນິກກໍ່ສ້າງໂຄງການ ບົດລາຍງານຜົນຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງ ໂຄງການຊົນລະປະທານຕ້ອງສົ່ງໃຫ້ກົມຊົນລະປະທານຫຼືຂະແໜງຊົນລະ ປະທານແຂວງ,ນະຄອນກ່ອນສິບຫ້າວັນຕາມການແບ່ງຂັ້ນຄຸ້ມຄອງທີ່ໄດ້ ກໍານົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້. ບົດລາຍງານຜົນຂອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງ ໂຄງການຊົນລະປະທານຖືກຮັບຮອງໂດຍກະຊວງກະສິກໍາແລະປ່າໄມ້ ຫຼືພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຕາມການສະເໜີຂອງກົມ ຊົນລະປະທານຫຼືຂະແໜງຊົນປະທານແຂວງ,ນະຄອນຕາມການແບ່ງຂັ້ນ ຄຸ້ມຄອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງທີ່ໄດ້ກໍານົດໄວ້ໃນມາດ ຕາ 38 ຂອງກົດໝາຍສະບັບນີ້.

....ມາດຕາ 23 ສັນຍາສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ

ມາດຕາ 23 ສັນຍາສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ ເຈົ້າຂອງໂຄງການຈະເຮັດສັນຍາສໍາຫຼວດ-ອອກແບບເຕັກນິກ ກໍ່ສ້າງໂຄງການຊົນລະປະທານກັບຜູ້ປະກອບການໄດ້ກໍ່ຕໍ່ເມື່ອໄດ້ຮັບອະ ນຸມັດງົບປະມານຂອງສົກປີເພື່ອດໍາເນີນການສໍາຫຼວດ-ອອກແບບດັ່ງ ກ່າວຕາມປະເພດແລະຂະໜາດຂອງໂຄງການບົນພື້ນຖານການສຶກສາ ໂຄງການຕາມທີ່ໄດ້ກໍານົດໄວ້ໃນມາດຕາ 15 ແລະ 44 ຂໍ້ 3 ຂອງກົດ ໝາຍສະບັບນີ້ລວມທັງການຕິດຕາມ,ກວດກາດ້ານວິຊາການໃນການ ຈັດຕັ້ງປະຕິບັດການສໍາຫຼວດ-ອອກແບບແນ່ໃສ່ຮັບປະກັນດ້ານເສດຖະ ກິດ-ເຕັກນິກ,ໃຫ້ມີຄຸນນະພາບ,ຖືກຕ້ອງຕາມກໍານົດໝາຍເຕັກນິກ,ມາດ ຕະຖານເຕັກນິກແລະລາຄາຫົວໜ່ວຍຊົນລະປະທານ. ເນື້ອໃນຂອງສັນຍາສໍາຫຼວດ-ອອກແບບດັ່ງກ່າວຕ້ອງກໍານົດ ລາຍການໜ້າວຽກຕົວຈິງຕ່າງໆຂອງການສໍາຫຼວດ-ອອກແບບ,ລາຄາ ຫົວໜ່ວຍ,ມູນຄ່າສັນຍາ,ໄລຍະເວລາຈັດຕັ້ງປະຕິບັດ,ວັນເລີ່ມຕົ້ນແລະ ວັນສິ້ນສຸດ,ວິທີການແລະແຜນການຊໍາລະສະສາງຂອງສົກປີງົບປະ ມານ,ການລາຍງານ,ການດັດແກ້ແບບ,ດັດແກ້ລາຄາ,ການໂຈະຫຼືການ ຍົກເລີກ,ການແກ້ໄຂຂໍ້ຂັດແຍ່ງພາສາທີ່ໃຊ້ໃນສັນຍາແລະມາດຕະການ ຕໍ່ການລະເມີດສັນຍາລວມທັງຄວາມຮັບຜິດຊອບຕໍ່ໜ້າກົດໝາຍໃນກໍລະ ນີໂຄງການຊັກຊ້າ,ບໍ່ມີປະສິດທິຜົນແລະມີຜົນເສຍຫາຍ.

...ໝວດທີ 4 ການກໍ່ສ້າງໂຄງການຊົນລະປະທານ


....ມາດຕາ 24 ການສະເໜີໂຄງການຊົນລະປະທານເຂົ້າແຜນການລົງທຶນຂອງລັດ

ມາດຕາ 24 ການສະເໜີໂຄງການຊົນລະປະທານເຂົ້າແຜນການ ລົງທຶນຂອງລັດ ໂຄງການຊົນລະປະທານຕ້ອງສະເໜີເຂົ້າແຜນການລົງທຶນຂອງ ລັດຫ້າປີແລະປະຈໍາປີຊຶ່ງມີການເຂົ້າຮ່ວມແຕ່ຫົວທີຂອງກໍາມາທິການສະ ພາແຫ່ງຊາດຫຼືຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ທີ່ກ່ຽວຂ້ອງ. ກະຊວງກະສິກໍາແລະປ່າໄມ້ເປັນຜູ້ສັງລວມບັນດາໂຄງການຂະ ໜາດໃຫຍ່ທີ່ໄດ້ຜ່ານການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງແລ້ວເຂົ້າ ໃນແຜນການລົງທຶນຂອງລັດຫ້າປີແລະປະຈໍາປີເພື່ອນໍາສະເໜີລັດຖະ ບານພິຈາລະນາໂດຍຜ່ານກະຊວງແຜນການແລະການລົງທຶນ. ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນເປັນຜູ້ສັງລວມບັນ ດາໂຄງການຂະໜາດກາງທີ່ໄດ້ຜ່ານການສໍາຫຼວດ-ອອກແບບເຕັກນິກ ກໍ່ສ້າງແລ້ວເຂົ້າໃນແຜນການລົງທຶນຂອງລັດຫ້າປີແລະປະຈໍາປີເພື່ອນໍາ ສະເໜີເຂົ້າແຂວງ,ເຈົ້າຄອງນະຄອນພິຈາລະນາໂດຍຜ່ານພະແນກ ແຜນການແລະການລົງທຶນແຂວງ,ນະຄອນ. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານເປັນຜູ້ສັງລວມ ບັນດາໂຄງການຂະໜາດນ້ອຍທີ່ໄດ້ຜ່ານການສໍາຫຼວດ-ອອກແບບເຕັກ ນິກກໍ່ສ້າງແລ້ວເຂົ້າໃນແຜນການລົງທຶນຂອງລັດຫ້າປີແລະປະຈໍາປີເພື່ອ ນໍາສະເໜີເຂົ້າເມືອງ,ຫົວໜ້າເທດສະບານພິຈາລະນາໂດຍຜ່ານຫ້ອງ ການແຜນການແລະການລົງທຶນເມືອງ,ເທດສະບານ. ໜ່ວຍງານກະສິກໍາແລະປ່າໄມ້ບ້ານເປັນຜູ້ສັງລວມບັນດາໂຄງ ການຊົນລະປະທານປວງຊົນທີ່ໄດ້ຜ່ານການສໍາຫຼວດແລະເກັບກໍາຂໍ້ມູນ ແລ້ວເຂົ້າໃນແຜນການລົງທຶນຂອງລັດປະຈໍາປີເພື່ອນໍາສະເໜີນາຍບ້ານ ພິຈາລະນາພາຍຫຼັງໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງພາຍ ໃນບ້ານ. ການສະເໜີໂຄງການຊົນລະປະທານເຂົ້າແຜນການລົງທຶນຂອງ ລັດໃຫ້ປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການລົງ ທຶນຂອງລັດ.

....ມາດຕາ 25 ການອະນຸມັດໂຄງການກໍ່ສ້າງຊົນລະປະທານ

ມາດຕາ 25 ການອະນຸມັດໂຄງການກໍ່ສ້າງຊົນລະປະທານ ໂຄງການກໍ່ສ້າງຊົນລະປະທານຈະໄດ້ຮັບການອະນຸມັດກໍ່ຕໍ່ເມື່ອ ເປັນໂຄງການທີ່ນອນໃນແຜນການລົງທຶນຂອງລັດທີ່ສະພາແຫ່ງຊາດໄດ້ ຮັບຮອງເອົາແລ້ວເທົ່ານັ້ນ.

....ມາດຕາ 26 ການປະມູນໂຄງການກໍ່ສ້າງຊົນລະປະທານ

ມາດຕາ 26 ການປະມູນໂຄງການກໍ່ສ້າງຊົນລະປະທານ ທຸກໂຄງການທີ່ໄດ້ຮັບການອະນຸມັດຕາມມາດຕາ 24 ຂອງກົດ ໝາຍສະບັບນີ້ຕ້ອງດໍາເນີນການປະມູນຕາມກົດໝາຍວ່າດ້ວຍການລົງ ທຶນຂອງລັດແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 27 ເງື່ອນໄຂຂອງການເຂົ້າຮ່ວມປະມູນໂຄງການກໍ່ສ້າງຊົນລະປະທານ

ມາດຕາ 27 ເງື່ອນໄຂຂອງການເຂົ້າຮ່ວມປະມູນໂຄງການກໍ່ສ້າງ ຊົນລະປະທານ ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງເຂົ້າຮ່ວມປະມູນໂຄງການ ກໍ່ສ້າງຊົນລະປະທານຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ມີໃບອະນຸຍາດດໍາເນີນທຸລະກິດກໍ່ສ້າງຊົນລະປະທານຕາມລະ ບຽບການຂອງກະຊວງກະສິກໍາແລະປ່າໄມ້,ຖ້າຫາກແມ່ນນິຕິບຸກຄົນຫຼື ການຈັດຕັ້ງຂອງຕ່າງປະເທດຕ້ອງໃຫ້ມີສໍານັກງານຕັ້ງຢູ່ ສປປລາວ; 2. ມີຖານະການເງິນທີ່ໝັ້ນຄົງ,ພຽງພໍໂດຍມີການຢັ້ງຢືນຈາກ ທະນາຄານຂອງ ສປປລາວ; 3. ມີນັກວິຊາການດ້ານຊົນລະປະທານທີ່ມີຄວາມຮູ້ຄວາມສາ ມາດ,ມີປະສົບການ,ຮູ້ສ້າງເສັ້ນສະແດງແຜນການກໍ່ສ້າງແລະມີຜົນ ງານໃນການຈັດຕັ້ງປະຕິບັດໂຄງການຊົນລະປະທານຜ່ານມາ; 4. ມີພາຫະນະກົນຈັກ,ອຸປະກອນແລະເຄື່ອງມືຮັບໃຊ້ທາງດ້ານ ເດັກນິກຢູ່ພາກສະໜາມທີ່ມີຄຸນນະພາບແລະທັນສະໄໝຊຶ່ງໄດ້ຜ່ານການ ກວດກາຈາກຂະແໜງການຊົນລະປະທານ; 5. ມີປະສົບການແລະຜົນງານຕົວຈິງທີ່ເໝາະສົມກັບປະເພດ ແລະຂະໜາດຊົນລະປະທານ; 6. ມີເງື່ອນໄຂອື່ນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 28 ສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານ

ມາດຕາ 28 ສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານ ຜູ້ຊະນະການປະມູນຈະເປັນຜູ້ດໍາເນີນການກໍ່ສ້າງໂຄງການຊົນ ລະປະທານ.ກ່ອນດໍາເນີນການກໍ່ສ້າງນັ້ນເຈົ້າຂອງໂຄງການຕ້ອງເຮັດ ສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານກັບຜູ້ຊະນະການປະມູນ. ເນື້ອໃນສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານຕ້ອງກໍາ ນົດເປົ້າໝາຍແລະໜ້າວຽກຂອງໂຄງການ,ມູນຄ່າແລະວິທີການຊໍາລະ, ໄລຍະເວລາການກໍ່ສ້າງຊຶ່ງມີວັນເລີ່ມຕົ້ນແລະວັນສິ້ນສຸດແລະແຜນດໍາ ເນີນງານການກໍ່ສ້າງ,ກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ,ລາ ຄາຫົວໜ່ວຍຊົນລະປະທານ,ການຈັດຫາວັດຖະ,ການກວດກາພາກສະ ໜາມ,ການຮັບຮອງແລະການມອບ-ຮັບໂຄງການ,ໄລຍະເວລາແລະ ມູນຄ່າການຄໍ້າປະກັນສິ່ງກໍ່ສ້າງ,ຄວາມຮັບຜິດຊອບໃນກໍລະນີການກໍ່ ສ້າງໂຄງການຊັກຊ້າ,ບໍ່ໄດ້ມາດຕະຖານເຕັກນິກຫຼືບໍ່ມີປະສິດທິຜົນ.

....ມາດຕາ 29 ການຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ

ມາດຕາ 29 ການຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການ ຊົນລະປະທານ ເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະວິຊາການຫຼືເຮັດສັນຍາ ຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານກັບບໍ ລິສັດທີ່ປຶກສາທີ່ຊະນະການປະມູນເພື່ອຕິດຕາມ,ກວດກາແລະຄວບຄຸມ ການກໍ່ສ້າງໂຄງການຊົນລະປະທານໃຫ້ຖືກຕ້ອງຕາມມາດຕະຖານເຕັກ ນິກ,ກໍານົດເວລາ,ມີຄຸນນະພາບແລະປອດໄພ. ເນື້ອໃນສັນຍາຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງ ການຊົນລະປະທານຕ້ອງກໍານົດໜ້າວຽກການຕິດຕາມ,ກວດກາແລະ ຄວບຄຸມການກໍ່ສ້າງ,ມູນຄ່າແລະວິທີການຊໍາລະສະສາງ,ໄລຍະເວລາ ແລະແຜນດໍາເນີນງານກໍ່ສ້າງ,ການລາຍງານຜົນງານປະຈໍາເດືອນ, ການດັດແກ້,ການຍົກເລີກຫຼືການສິ້ນສຸດສັນຍາ,ການແກ້ໄຂຂໍ້ຂັດແຍ່ງ, ພາສາທີ່ໃຊ້ໃນສັນຍາ,ມາດຕະການຕໍ່ຜູ້ລະເມີດສັນຍາແລະຄວາມຮັບ ຜິດຊອບຕໍ່ໜ້າກົດໝາຍ.

....ມາດຕາ 30 ເງື່ອນໄຂໃນການເຂົ້າປະມູນ

ມາດຕາ 30 ເງື່ອນໄຂໃນການເຂົ້າປະມູນ ບໍລິສັດທີ່ປຶກສາທີ່ຈະເຂົ້າຮ່ວມການປະມູນເພື່ອຄວບຄຸມກວດກາ ຄຸນນະພາບການກໍ່ສ້າງໂຄງການຊົນລະປະທານຕ້ອງມີເງື່ອນໄຂຄົບ ຖ້ວນດັ່ງນີ້: 1. ມີໃບອະນຸຍາດດໍາເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບ ກົດໝາຍ,ຖ້າຫາກແມ່ນບໍລິສັດຂອງຕ່າງປະເທດຕ້ອງໃຫ້ມີສໍານັກງານ ຕັ້ງຢູ່ ສປປລາວ. 2. ປະຕິບັດພັນທະດ້ານພາສີ,ອາກອນເປັນປົກກະຕິແລະຄົບ ຖ້ວນ; 3. ມີນັກວິຊາການດ້ານຊົນລະປະທານທີ່ມີປະສົບການກ່ຽວກັບ ວຽກງານຄຸ້ມຄອງບັນຊາແຜນການກໍ່ສ້າງໂຄງການຊົນລະປະທານ; 4. ມີປະສົບການແລະຜົນງານຕົວຈິງກ່ຽວກັບວຽກງານຄວບ ຄຸມການກໍ່ສ້າງທີ່ເໝາະສົມກັບປະເພດແລະຂະໜາດຂອງໂຄງການຊົນ ລະປະທານ; 5. ມີທຶນ,ພາຫະນະ,ອຸປະກອນ,ເຄື່ອງມືກວດກາຄຸນນະພາບການ ກໍ່ສ້າງທີ່ທັນສະໄໝ; 6. ມີປະຫວັດການດໍາເນີນທຸລະກິດທີ່ດີແລະໜ້າເຊື່ອຖືໄດ້; 7. ມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການ ລົງທຶນຂອງລັດແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ບໍລິສັດທີ່ປຶກສາຄວບຄຸມກວດກາຄຸນນະພາບການກໍ່ສ້າງແມ່ນ ລວມທັງສູນສໍາຫຼວດ-ອອກແບບຊົນລະປະທານ.

....ມາດຕາ 31 ສິດແລະພັນທະຂອງບໍລິສັດທີ່ປຶກສາຄວບຄຸມກວດກາຄູນນະພາບການກໍ່ສ້າງ

ມາດຕາ 31 ສິດແລະພັນທະຂອງບໍລິສັດທີ່ປຶກສາຄວບຄຸມກວດກາຄູນ ນະພາບການກໍ່ສ້າງ ບໍລິສັດທີ່ປຶກສາຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງ ການຊົນລະປະທານມີສິດແລະພັນທະດັ່ງນີ້: 1. ຄວບຄຸມແລະແນະນໍາບໍລິສັດຮັບເໝົາກໍ່ສ້າງໃຫ້ປະຕິບັດ ຕາມແຜນຜັງລວມ,ແບບກໍ່ສ້າງ,ສ້າງເສັ້ນສະແດງແຜນການກໍ່ສ້າງ, ມາດຕະຖານເຕັກນິກຊົນລະປະທານ; 2. ກວດກາແລະອະນຸມັດການຂໍປະຕິບັດໜ້າວຽກຕ່າງໆຢູ່ພາກ ສະໜາມຂອງບໍລິສັດຮັບເໝົາກໍ່ສ້າງແລະກວດກາທາງດ້ານເຕັກນິກ ກ່ອນຈະອະນຸມັດໃຫ້ສືບຕໍ່ກໍ່ສ້າງ; 3. ກວດກາຄຸນນະພາບການກໍ່ສ້າງເປັນປົກກະຕິແລະຕໍ່ເນື່ອງ ດ້ວຍອຸປະກອນທີ່ທັນສະໄໝນັບແຕ່ວັນເລີ່ມຕົ້ນຈົນເຖິງວັນສໍາເລັດການ ກໍ່ສ້າງໂຄງການ,ຖ້າຫາກພົບເຫັນຂໍ້ພິດພາດດ້ານເຕັກນິກໃນໄລຍະການ ກໍ່ສ້າງກໍ່ຕ້ອງກ່າວເຕືອນບໍລິສັດຮັບເໝົາກໍ່ສ້າງແລະສະເໜີເຈົ້າຂອງ ໂຄງການຢ່າງເປັນລາຍລັກອັກສອນພ້ອມທັງຫາວິທີການ,ມາດຕະການ ແກ້ໄຂຢ່າງເໝາະສົມແລະທັນການບົນພື້ນຖານຫຼັກການດ້ານວິຊາການ ຊົນລະປະທານ; 4. ບັນທຶກຕາມແບບຟອມແລະລາຍງານຜົນການຄວບຄຸມກວດ ກາຄູນນະພາບການກໍ່ສ້າງປະຈໍາວັນເປັນລາຍລັກອັກສອນໃຫ້ເຈົ້າຂອງ ໂຄງການແລະເປັນເຈົ້າການຈັດກອງປະຊຸມສະຫຼຸບຜົນງານປະຈໍາເດືອນ ໂດຍການເຊີນຄະນະຊີ້ນໍາໂຄງການເຂົ້າຮ່ວມ; 5. ຮັບຜິດຊອບຕໍ່ການຄວບຄຸມຂອງຕົນກ່ຽວກັບໄລຍະເວລາ ການກໍ່ສ້າງແລະຄຸນນະພາບການກໍ່ສ້າງ,ຖ້າຫາກມີການເປ່ເພ,ເສຍ ຫາຍເນື່ອງຈາກການຄວບຄຸມບໍ່ເຂັ້ມງວດກໍ່ຕ້ອງຮັບຜິດຊອບຕໍ່ຜົນເສຍ ຫາຍທີ່ເກີດຂຶ້ນ; 6. ສະເໜີດັັດແກ້ແບບການກໍ່ສ້າງແຕ່ການດັດແກ້ນັ້ນແມ່ນໃຫ້ ນອນຢູ່ໃນມູນຄ່າໜ້າວຽກຂອງສັນຍາແລະລາຍງານໃຫ້ເຈົ້າຂອງໂຄງ ການ,ຖ້າການດັດແກ້ນັ້ນຫາກເກີນມູນຄ່າໃນສັນຍາກໍ່ຕ້ອງລາຍງານໃຫ້ ຄະນະຊີ້ນໍາໂຄງການເພື່ອພິຈາລະນາອະນຸມັດ.

....ມາດຕາ 32 ການກວດກາແລະຮັບຮອງເອົາໂຄງການກໍ່ສ້າງຊົນລະປະທານ

ມາດຕາ 32 ການກວດກາແລະຮັບຮອງເອົາໂຄງການກໍ່ສ້າງຊົນ ລະປະທານ ພາຍຫຼັງໄດ້ສໍາເລັດການກໍ່ສ້າງໂຄງການຊົນລະປະທານແລ້ວ ເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະກໍາມະການເພື່ອກວດກາແລະ ຮັບຮອງເອົາໂຄງການດັ່ງກ່າວພາຍໃນສາມສິບວັນ. ບໍລິສັດທີ່ປຶກສາແລະບໍລິສັດຮັບເມົາກໍ່ສ້າງຕ້ອງປະກອບເອກະ ສານໃຫ້ຄະນະກໍາມະການເພື່ອກວດກາດັ່ງນີ້: 1. ບົດສະຫຼຸບບໍລິມາດວຽກລະອຽດຂອງບໍລິສັດຮັບເໝົາກໍ່ສ້າງ ທີ່ປະຕິບັດໄດ້ຕົວຈິງໃນແຕ່ລະເດືອນລວມທັງຂໍ້ສະດວກ,ຂໍ້ຫຍຸ້ງຍາກແລະ ບັນຫາຕ່າງໆທີ່ໄດ້ຮັບຄວາມເປັນເອກະພາບລະຫວ່າງບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງແລະເຈົ້າຂອງໂຄງການ; 2. ບົດສັງລວມບໍລິມາດວຽກຂອງບໍລິສັດຮັບເໝົາກໍ່ສ້າງທີ່ປະຕິ ບັດໄດ້ຕົວຈິງອອກເປັນມູນຄ່າຜ່ານການຄິດໄລ່ກວດກາຂອງບໍລິສັດທີ່ ປຶກສາບົນພື້ນຖານສັນຍາຮັບເໝົາກໍ່ສ້າງລາຍງານໃຫ້ເຈົ້າຂອງໂຄງ ການເພື່ອປະກອບເອກະສານຊໍາລະສະສາງຕາມຂັ້ນຕອນ; 3. ເອກະສານຄູ່ມືແລະຝຶກອົບຮົມກ່ຽວກັບການຄຸ້ມຄອງນໍາໃຊ້ ໂຄງການຊົນລະປະທານ. ຖ້າເຫັນວ່າເອກະສານຄົບຖ້ວນ,ຖືກຕ້ອງແລະສອດຄ່ອງກັບໜ້າ ວຽກຕົວຈິງແລ້ວຄະນະກໍາມະການກວດກາຕ້ອງຮັບຮອງເອົາໂຄງການ ດັ່ງກ່າວພາຍໃຕ້ເງື່ອນໄຂດັ່ງນີ້: 1. ບໍລິສັດຮັບເໝົາກໍ່ສ້າງຕ້ອງຄໍ້າປະກັນຕໍ່ຄຸນນະພາບການກໍ່ ສ້າງໂຄງການຊົນລະປະທານກໍານົດເວລາໜຶ່ງປີໂດຍເອົາເງິນສິບສ່ວນ ຮ້ອຍຂອງມູນຄ່າກໍ່ສ້າງໂຄງການໄວຄັງເງິນແຫ່ງຊາດຫຼືບໍລິສັດຮັບ ເໝົາກໍ່ສ້າງຕ້ອງນໍາເອົາໜັງສືຄໍ້າປະກັນທີ່ອອກໃຫ້ໂດຍທະນາຄານທີ່ ຕັ້ງຢູ່ ສປປລາວ ໃຫ້ເຈົ້າຂອງໂຄງການເພື່ອເປັນເງິນຄໍ້າປະກັນໂຄງ ການດັ່ງກ່າວ; 2. ຖ້າວ່າບໍ່ມີການເປ່ເພເກີດຂຶ້ນໃນໄລຍະຄໍ້າປະກັນນັ້ນເຈົ້າຂອງ ໂຄງການຕ້ອງສົ່ງເງິນຄໍ້າປະກັນໃຫ້ບໍລິສັດຮັບເໝົາກໍ່ສ້າງຕາມສັນຍາ ແຕ່ຕ້ອງໄດ້ຜ່ານການຢັ້ງຢືນຈາກຄະນະກໍາມະການກວດກາເສຍກ່ອນ; 3. ຖ້າຫາກມີການເປ່ເພໃນໄລຍະຄໍ້າປະກັນນັ້ນບໍລິສັດຮັບເໝົາ ກໍ່ສ້າງຕ້ອງສ້ອມແປງຄືນ.ໃນກໍລະນີບໍລິສັດຮັບເໝົາກໍ່ສ້າງບໍ່ສ້ອມແປງ ຄືນພາຍໃນສາມສິບວັນນັບແຕ່ວັນໄດ້ແຈ້ງເດືອນແລ້ວເຈົ້າຂອງໂຄງ ການມີສິດນໍາໃຊ້ເງິນຄໍ້າປະກັນເພື່ອຈ້າງບໍລິສັດອື່ນສ້ອມແປງແທນ; 4. ໃນກໍລະນີມີການເປ່ເພ,ເສຍຫາຍຍ້ອນໄພທໍາມະຊາດທີ່ຮ້າຍ ແຮງຫຼືເຫດສຸດວິໄສໃນໄລຍະຄໍ້າປະກັນນັ້ນບໍລິສັດຮັບເໝົາກໍ່ສ້າງຈະບໍ່ ໄດ້ຮັບຜິດຊອບແຕ່ຢ່າງໃດ. ການຊໍາລະສະສາງໃຫ້ແກ່ບໍລິສັດຮັບເມົາກໍ່ສ້າງຕ້ອງອີງຕາມບໍ ລິມາດໜ້າວຽກທີ່ປະຕິບັດໄດ້ຕົວຈິງຕາມມູນຄ່າໃນສັນຍາ,ຖ້າການນໍາ ໃຊ້ເງິນໃນມູນຄ່າດັ່ງກ່າວຫາກບໍ່ໝົດຕາມກໍານົດເວລາຂອງສັນຍານັ້ນ ເຈົ້າຂອງໂຄງການຕ້ອງສົ່ງເງິນຄືນເຂົ້າງົບປະມານແຫ່ງລັດ. ການກໍ່ສ້າງໂຄງການຊົນລະປະທານຕ້ອງມີການປະເມີນໃນແຕ່ ລະໄລຍະເພື່ອບັນລຸເປົ້າໝາຍຂອງສັນຍາ.

...ໝວດທີ 5 ການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການຊົນລະປະທານ


....ມາດຕາ 34 ການນໍາໃຊ້ໂຄງການຊົນລະປະທານ

ມາດຕາ 34 ການນໍາໃຊ້ໂຄງການຊົນລະປະທານ ໂຄງການຊົນລະປະທານທຸກຂະໜາດທີ່ໄດ້ຮັບມອບຈາກບໍລິສັດ ຮັບເໝົາກໍ່ສ້າງຢ່າງເປັນທາງການແລ້ວເຈົ້າຂອງໂຄງການຫຼືຂະແໜງ ການກະສິກໍາແລະປ່າໄມ້ທີ່ກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງທີ່ໄດ້ ກໍານົດໄວ້ໃນມາດຕາ 37 ແລະ 38 ຂອງກົດໝາຍສະບັບນີ້ຕ້ອງແຕ່ງ ຕັ້ງຄະນະຮັບຜິດຊອບປະຈໍາໂຄງການຫຼືປະຈໍາເຂດໂຄງການພ້ອມທັງ ກໍານົດໜ້າທີ່,ຂອບເຂດສິດແລະຄວາມຮັບຜິດຊອບໃຫ້ຄະນະຮັບຜິດຊອບ ດັ່ງກ່າວພາຍໃນກໍານົດຫົກສິບວັນ. ການນໍາໃຊ້ໂຄງການຊົນລະປະທານແມ່ນການບໍລິຫານຈັດການ ນໍ້າຊົນລະປະທານເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາເປັນຕົ້ນຕໍຕາມ ແຜນການແຈະຢາຍນໍ້າຂອງໂຄງການທີ່ໄດ້ຈັດລຽງບຸລິມະສິດຄວາມສໍາ ຄັນຂອງການນໍາໃຊ້ນໍ້າ,ນອກຈາກນັ້ນຈຶ່ງສະໜອງໃຫ້ການຜະລິດນໍ້າປະ ປາ,ອຸດສາຫະກໍາ,ເພື່ອການທ່ອງທ່ຽວແລະຈຸດປະສົງອື່ນຕາມເງື່ອນໄຂ ຕົວຈິງ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ນໍ້າຊົນລະປະທານຕ້ອງ ເສຍຄ່ານໍ້າຕາມລະບຽບການເວັ້ນເສຍແຕ່ການນໍາໃຊ້ນໍ້າເພື່ອການຜະ ລິດກະສິກໍາທີ່ບໍ່ມີຈຸດປະສົງທາງການຄ້າແລະຕ້ອງໄດ້ຮັບການເຫັນດີ ຈາກຂະແໜງການກະສິກໍາແລະປ່າໄມ້ເສຍກ່ອນ.

....ມາດຕາ 35 ການຟື້ນຟູສ້ອມແປງໂຄງການຊົນລະປະທານ

ມາດຕາ 35 ການຟື້ນຟູສ້ອມແປງໂຄງການຊົນລະປະທານ ເມື່ອໂຄງການຊົນລະປະທານມີສະພາບຊຸດໂຊມ,ເປ່ເພຕ້ອງຟື້ນຟູ ສ້ອມແປງໃຫ້ຢູ່ໃນສະພາບດີ,ສາມາດນໍາໃຊ້ໄດ້ເພື່ອຮັບປະກັນການສະ ໜອງນໍ້າໃຫ້ການຜະລິດໂດຍໃຫ້ສະມາຄົມກຸ່ມນໍາໃຊ້ນໍ້າແລະຜູ້ປະກອບ ການມີສ່ວນຮ່ວມ. ຄວາມຮັບຜິດຊອບໃນການຟື້ນຟູສ້ອມແປງໂຄງການຊົນລະປະ ທານທຸກຂະໜາດໃຫ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງການນໍາໃຊ້ ແລະຟື້ນຟູສ້ອມແປງໂຄງການຊົນລະປະທານທີ່ໄດ້ກໍານົດໄວ້ໃນມາດ ຕາ 37 ແລະ 38 ຂອງກົດໝາຍສະບັບນີ້. ໃນກໍລະນເກີດໄພພິບັດທໍາມະຊາດເຮັດໃຫ້ໂຄງການຊົນລະປະ ທານເປ່ເພນັ້ນຂະແໜງການກະສິກໍາແລະປ່າໄມ້ຕ້ອງຮີບຮ້ອນປະສານ ສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສ້ອມແປງ ຄືນໃຫ້ທັນລະດູການຜະລິດ.

....ມາດຕາ 36 ງົບປະມານສໍາລັບການນໍາໃຊ້,ຟື້ນຟູສ້ອມແປງໂຄງການ

ມາດຕາ 36 ງົບປະມານສໍາລັບການນໍາໃຊ້,ຟື້ນຟູສ້ອມແປງໂຄງການ ງົບປະມານສໍາລັບການນໍາໃຊ້,ຟື້ນຟູສ້ອມແປງໂຄງການຊົນລະ ປະທານໄດ້ມາຈາກ; 1. ງົບປະມານແຫ່ງລັດ; 2. ກອງທຶນພັດທະນາຊົນລະປະທານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 51 ຂອງກົດໝາຍສະບັບນີ້; 3. ການປະກອບສ່ວນໂດຍກົງຂອງສັງຄົມ.

...ໝວດທີ 6 ການແບ່ງຂັ້ນຄຸ້ມຄອງກິດຈະການໂຄງການຊົນລະປະທານ


....ມາດຕາ 37 ການແບ່ງຂັ້ນຄຸ້ມຄອງການສຶກສາໂຄງການຊົນລະປະທານ

ມາດຕາ 37 ການແບ່ງຂັ້ນຄຸ້ມຄອງການສຶກສາໂຄງການຊົນລະປະ ທານ ການສຶກສາໂຄງການຊົນລະປະທານຂະໜາດໃຫຍ່ແມ່ນກະຊວງ ກະສິກໍາແລະປ່າໄມ້ຄຸ້ມຄອງໂດຍຜ່ານສະພາວິທະຍາສາດຊົນລະປະ ທານຊຶ່ງແມ່ນສູນຄົ້ນຄວ້າວິທະຍາສາດກົມຊົນລະປະທານເປັນຜູ້ສັງລວມ ຈາກຜູ້ປະກອບການເພື່ອຄົ້ນຄວ້າແລະສະເໜີລາຍງານໂດຍມີການປະ ສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ. ການສຶກສາໂຄງການຊົນລະປະທານຂະໜາດກາງແລະຂະໜາດ ນ້ອຍແມ່ນພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຄຸ້ມຄອງໂດຍ ຜ່ານໜ່ວຍງານວິທະຍາສາດຊົນລະປະທານຊຶ່ງແມ່ນຂະແໜງຊົນລະປະ ທານແຂວງ,ນະຄອນເປັນຜູ້ສັງລວມຈາກຜູ້ປະກອບການເພື່ອຄົ້ນຄວ້າ ແລະສະເໜີລາຍງານໂດຍມີການປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງຂອງທ້ອງຖິ່ນ.

....ມາດຕາ 38 ການແບ່ງຂັ້ນຄຸ້ມຄອງການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ

ມາດຕາ 38 ການແບ່ງຂັ້ນຄຸ້ມຄອງການສໍາຫຼວດ-ອອກແບບເຕັກນິກ ກໍ່ສ້າງໂຄງການຊົນລະປະທານ ການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະ ທານຂະໜາດໃຫຍ່ແມ່ນກະຊວງກະສິກໍາແລະປ່າໄມ້ຄຸ້ມຄອງໂດຍຜ່ານ ສະພາວິທະຍາສາດຊົນລະປະທານຊຶ່ງແມ່ນສູນສໍາຫຼວດ-ອອກແບບກົມ ຊົນລະປະທານຊຶ່ງມີໜ້າທີ່ຫຼັກໃນການຄຸ້ມຄອງແລະກວດກາ,ເປັນຜູ້ສັງ ລວມຈາກຜູ້ປະກອບການເພື່ອຄົ້ນຄວ້າ,ກວດກາແລະສະເໜີລາຍງານ ໂດຍມີການປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວ ຂ້ອງ. ການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະ ທານຂະໜາດກາງແລະຂະໜາດນ້ອຍແມ່ນພະແນກກະສິກໍາແລະປ່າ ໄມ້ແຂວງ,ນະຄອນຄຸ້ມຄອງໂດຍຜ່ານໜ່ວຍງານວິທະຍາສາດຊົນລະ ປະທານຊຶ່ງແມ່ນຂະແໜງຊົນລະປະທານແຂວງ,ນະຄອນເປັນຜູ້ສັງ ລວມຈາກຜູ້ປະກອບການເພື່ອຄົ້ນຄວ້າແລະສະເໜີລາຍງານໂດຍມີ ການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງຂອງທ້ອງຖິ່ນ. ການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ປວງຊົນແມ່ນຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານຄຸ້ມຄອງ ໂດຍແມ່ນໜ່ວຍງານຊົນລະປະທານເມືອງ,ເທດສະບານເປັນຜູ້ສັງລວມ ຈາກອົງການປົກຄອງບ້ານເພື່ອຄົ້ນຄວ້າແລະສະເໜີລາຍງານໂດຍມີ ການປະສານສົມທົບກັບໜ່ວຍງານອື່ນທີ່ກ່ຽວຂ້ອງພາຍໃນບ້ານ.

....ມາດຕາ 39 ການແບ່ງຂັ້ນຄຸ້ມຄອງການກໍ່ສ້າງໂຄງການຊົນລະປະທານ

ມາດຕາ 39 ການແບ່ງຂັ້ນຄຸ້ມຄອງການກໍ່ສ້າງໂຄງການຊົນລະປະ ທານ ການກໍ່ສ້າງໂຄງການຊົນລະປະທານຂະໜາດໃຫຍ່ແມ່ນກະຊວງ ກະສິກໍາແລະປ່າໄມ້ຄຸ້ມຄອງໂດຍແມ່ນກົມຊົນລະປະທານເປັນຜູ້ສັງລວມ. ການກໍ່ສ້າງໂຄງການຊົນລະປະທານຂະໜາດກາງແລະຂະໜາດ ນ້ອຍແມ່ນພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຄຸ້ມຄອງໂດຍ ແມ່ນຂະແໜງຊົນລະປະທານແຂວງ,ນະຄອນເປັນຜູ້ສັງລວມ. ການກໍ່ສ້າງໂຄງການຊົນລະປະທານປວງຊົນແມ່ນຫ້ອງການກະ ສິກໍາແລະປ່າໄມ້ເມືອງ,ເທດສະບານຄຸ້ມຄອງໂດຍແມ່ນໜ່ວຍງານຊົນ ລະປະທານເມືອງ,ເທດສະບານເປັນຜູ້ສັງລວມ. ....ມາດຕາ 40 ການຄຸ້ມຄອງການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການຊົນລະປະທານ

ມາດຕາ 40 ການຄຸ້ມຄອງການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການ ຊົນລະປະທານ ການຄຸ້ມຄອງການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການຊົນລະ ປະທານທຸກຂະໜາດໃຫ້ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະ ບານຮັບຜິດຊອບຊີ້ນໍາຄະນະຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການແລະ ປະຈໍາເຂດໂຄງການແລະຂຶ້ນແຜນງົບປະມານນໍາໃຊ້ແລະຟື້ນຟູສ້ອມ ແປງໂຄງການຊົນລະປະທານເພື່ອສະເໜີຕໍ່ພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນເອົາເຂົ້າແຜນງົບປະມານຂອງແຂວງ,ນະຄອນປະຈໍາ ສົກປີ.

....ມາດຕາ 41 ບັນດາກິດຈະການທີ່ຕ້ອງຜ່ານສະພາວິທະຍາສາດ

ມາດຕາ 41 ບັນດາກິດຈະການທີ່ຕ້ອງຜ່ານສະພາວິທະຍາສາດ ບັນດາກິດຈະການຊົນລະປະທານທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້ແລະກິດຈະການອື່ນທີ່ນໍາໃຊ້ເງິນກູ້ຢືມຫຼືເງິນຊ່ວຍ ເຫຼືອລ້າຕ້ອງຜ່ານສະພາວິທະຍາສາດກົມຊົນລະປະທານກະຊວງກະສິກໍາ ແລະປ່າໄມ້. ..ພາກທີ 3 ທຸລະກິດຊົນລະປະທານ


...ມາດຕາ 42 ປະເພດທຸລະກິດຊົນລະປະທານ

ມາດຕາ 42 ປະເພດທຸລະກິດຊົນລະປະທານ ປະເພດທຸລະກິດຊົນລະປະທານຕົ້ນຕໍມີດັ່ງນີ້: 1. ການສຶກສາໂຄງການຊົນລະປະທານ; 2. ການສໍາຫຼວດອອກແບບແລະທີ່ປຶກສາໂຄງການຊົນລະປະ ທານ; 3. ການກໍ່ສ້າງໂຄງການຊົນລະປະທານ; 4. ການນໍາໃຊ້ແລະຟື້ນຟູສ້ອມແປງໂຄງການຊົນລະປະທານ; 5. ການກໍ່ສ້າງໂຄງການຊົນລະກະເສດ.

...ມາດຕາ 43 ການຂໍອະນຸຍາດດໍາເນີນທຸລະກິດຊົນລະປະທານ

ມາດຕາ 43 ການຂໍອະນຸຍາດດໍາເນີນທຸລະກິດຊົນລະປະທານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດຊົນ ລະປະທານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງກົດໝາຍສະບັບນີ້ ຕ້ອງຂໍອະນຸຍາດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາ ຫະກິດແລະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ສໍາລັບນັກທຸລະກິດພາຍໃນແລະຕ່າງປະເທດທີ່ມີຈຸດປະສົງສືບຕໍ່ ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງໂຄງການຊົນລະກະເສດໃນຮູບແບບ ກໍ່ສ້າງ,ດໍາເນີນງານແລະມອບໂອນໃຫ້ລັດນັ້ນພາຍຫຼັງໝົດອາຍຸການສໍາ ປະທານແລ້ວຕ້ອງຍື່ນຄໍາຮ້ອງສະເໜີຕໍ່ຂະແໜງການແຜນການແລະ ການລົງທຶນເພື່ອພິຈາລະນາບົນພື້ນຖານຄວາມເປັນເອກະພາບກັບຂະ ແໜງການກະສິກໍາແລະປ່າໄມ້.

...ມາດຕາ 44 ສິດແລະພັນທະຂອງຜູ້ກະກອບການ

ມາດຕາ 44 ສິດແລະພັນທະຂອງຜູ້ກະກອບການ ຜູ້ປະກອບການມີສິດແລະພັນທະດັ່ງນນີ້: 1. ໄດ້ຮັບການປົກປ້ອງໃນການດໍາເນີນທຸລະກິດຕາມລະບຽບກົດ ໝາຍ; 2. ໄດ້ຮັບການອໍານວຍຄວາມສະດວກ,ນະໂຍບາຍພາສີອາກອນ ແລະອື່ນໆຕາມລະບຽບກົດໝາຍ; 3. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີຂອງ ສປປລາວ ໃນ ກໍລະນີທີ່ຈໍາເປັນກໍ່ສາມາດນໍາໃຊ້ລະບົບບັນຊີອື່ນທີ່ສາກົນຮັບຮູ້ແຕ່ຕ້ອງ ໄດ້ຮັບການເຫັນດີຈາກຂະແໜງການການເງິນຂອງ ສປປລາວ; 4. ເສຍພາສີ,ອາກອນ,ຄ່າທໍານຽມແລະຄ່າບໍລິການຢ່າງຄົບ ຖ້ວນແລະທັນເວລາ; 5. ປະຕິບັດລະບອບປະກັນໄພແລະປະກັນສັງຄົມຕໍ່ຜູ້ອອກແຮງ ງານຕາມລະບຽບກົດໝາຍ,ສົ່ງເສີມການນໍາໃຊ້ແຮງງານລາວ,ເອົາໃຈ ໃສ່ໃນການພັດທະນາສີມືແຮງງານ,ບໍາລຸງ,ຍັກລະດັບວິຊາສະເພາະ ແລະຖ່າຍທອດຄວາມຮູ້,ເຕັກໂນໂລຊີໃຫ້ແກ່ຊາວກະສິກອນລາວ; 6. ປະສານງານກັບອົງການປົກຄອງທ້ອງຖິ່ນໃນການເຄື່ອນໄຫວ ທຸລະກິດ,ທົດແທນຄ່າເສຍຫາຍທີ່ທຸລະກິດຂອງຕົນໄດ້ກໍ່ຂຶ້ນ,ປະກອບສ່ວນ ແກ້ໄຂຄວາມທຸກຍາກຂອງປະຊາຊົນ,ສົ່ງເສີມການຜະລິດເປັນສິນຄ້າ, ໃຫ້ຄວາມເປັນທໍາໃນການສະໜອງປັດໄຈການຜະລິດແລະເກັບຊື້ຜົນຜະ ລິດຂອງຄອບຄົວຊາຍກະສິກອນແລະກຸ່ມຜະລິດເພື່ອພັດທະນາໂຄງການ ຊົນລະປະທານໃຫ້ຍືນຍົງ; 7. ປົກປັກຮັກສາສິ່ງແວດລ້ອມ,ຮັບປະກັນບໍ່ໃຫ້ການດໍາເນີນທຸລະ ກິດມີຜົນກະທົບທາງລົບຕໍ່ສາທາລະນະປະໂຫຍດ,ຄວາມປອດໄພ,ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມຫຼືຊີວິດ,ສຸຂະພາບຂອງຊາວກະສິ ກອນ. 8. ປະຕິບັດສິດແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 45 ການໂຈະແລະການຍົກເລີກການດໍາເນີນທຸລະກິດຊົນລະປະທານ

ມາດຕາ 45 ການໂຈະແລະການຍົກເລີກການດໍາເນີນທຸລະກິດຊົນລະ ປະທານ ອົງການຄຸ້ມຄອງແລະກວດກາວຽກງານຊົນລະປະທານມີສິດສະ ເໜີຂະແໜງການທີ່ກ່ຽວຂ້ອງເພື່ອໂຈະການດໍາເນີນທຸລະກິດຂອງຜູ້ປະ ກອບການຖ້າຫາກພົບເຫັນຜູ້ປະກອບການມີການລະເມີດຂໍ້ຫ້າມຫຼືສັນຍາ ກ່ຽວກັບບັນດາກິດຈະການຊົນລະປະທານທີ່ໄດ້ກໍານົດໄວ້ໃນ ມາດຕາ14 ຂອງກົດໝາຍສະບັບນີ້ຫຼືມີພຶດຕິກໍາອື່ນທີ່ກໍ່ໃຫ້ເກີດຜົນເສຍຫາຍຕໍ່ເສດຖະ ກິດ-ສັງຄົມແລະສິ່ງແລດລ້ອມ. ໃນກໍລະນີທີການລະເມີດທີ່ຮ້າຍແຮງນັ້ນອົງການຄຸ້ມຄອງແລະ ກວດກາວຽກງານຊົນລະປະທານຕ້ອງແຈ້ງເຕືອນແລະປະຕິບັດຕໍ່ຜູ້ປະ ກອບການຕາມທີ່ໄດ້ກໍານົດໄວ້ໃນມາດຕາ 76 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

..ພາກທີ 4 ຊະມາຄົມກຸ່ມນໍາໃຊ້ນໍ້າ


...ມາດຕາ 46 ການສ້າງຕັ້ງສະມາຄົມກຸ່ມນໍາໃຊ້ນໍ້າ

ມາດຕາ 46 ການສ້າງຕັ້ງສະມາຄົມກຸ່ມນໍາໃຊ້ນໍ້າ ສະມາຄົມກຸ່ມນໍາໃຊ້ນໍ້າແມ່ນການຈັດຕັ້ງຂອງຊາວກະສິກອນທີ່ ນໍາໃຊ້ນໍ້າແລະໄດ້ຮັບຜົນປະໂຫຍດຈາກໂຄງການຊົນລະປະທານ. ສະມາຄົມກຸ່ມນໍາໃຊ້ນໍ້າສ້າງຕັ້ງຂຶ້ນເພື່ອຄຸ້ມຄອງແລະນໍາໃຊ້ໂຄງ ການຊົນລະປະທານໃຫ້ມີປະສິດທິຜົນແລະຍືນຍົງ,ເຂົ້າຮ່ວມແຕ່ຫົວທີໃນ ການປະກອບຄໍາເຫັນຕໍ່ບັນດາກິດຈະການຊົນລະປະທານທີ່ໄດ້ກໍານົດໄວ້ ໃນມາດຕາ 14 ຂອງກົດໝາຍສະບັນີ້. ການສ້າງຕັ້ງສະມາຄົມກຸ່ມນໍາໃຊ້ນໍ້າໃຫ້ປະຕິບັດຕາມລະບຽບກົດ ໝາຍກ່ຽວກັບສະມາຄົມ.

...ມາດຕາ 47 ກົດລະບຽບພາຍໃນ

ມາດຕາ 47 ກົດລະບຽບພາຍໃນ ກົດລະບຽບພາຍໃນຂອງສະມາຄົມກຸ່ມນໍາໃຊ້ນໍ້າປະກອບດ້ວຍເນື້ອ ໃນດັ່ງນີ້: 1. ຊື່ແລະຈຸດປະສົງຂອງສະມາຄົມກຸ່ມນໍາໃຊ້ນໍ້າ; 2. ທີ່ຕັ້ງຫ້ອງການຂອງສະມາຄົມກຸ່ມນໍາໃຊ້ນໍ້າ; 3. ການພົວພັນພາຍໃນແລະພາຍນອກຂອງສະມາຊິກສະມາຄົມ ຸກ່ມນໍາໃຊ້ນໍ້າ; 4. ເງື່ອນໄຂການເຂົ້າຮ່ວມ,ການຮັບສະມາຊິກແລະການພົ້ນ ຈາກການເປັນສະມາຊິກ; 5. ລະບົບການຈັດຕັ້ງຂອງສະມາຄົມກຸ່ມນໍາໃຊ້ນໍ້າ,ຈໍານວນກຸ່ມ, ການຄັດເລືອກ,ຄວາມຮັບຜິດຊອບແລະການພົ້ນຕໍາແໜ່ງຂອງຄະນະບໍ ລິຫານງານສະມາຄົມ,ຄະນະກວດກາ; 6. ການຄຸ້ມຄອງຊັບສົມບັດແລະການຈັດແບ່ງຮອບວຽນຂອງ ການນໍາໃຊ້ນໍ້າໃຫ້ທົ່ວເຖິງແລະຍຸຕິທໍາ; 7. ລະບຽບການດໍາເນີນກອງປະຊຸມຂອງສະມາຄົມກຸ່ມນໍາໃຊ້ນໍ້າ; 8. ເນື້ອໃນອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວ ຂ້ອງ.

...ມາດຕາ 48 ເງື່ອນໄຂການເຂົ້າເປັນສະມາຊິກຂອງສະມາຄົມກຸ່ມນໍາໃຊ້ນໍ້າ

ມາດຕາ 48 ເງື່ອນໄຂການເຂົ້າເປັນສະມາຊິກຂອງສະມາຄົມກຸ່ມ ນໍາໃຊ້ນໍ້າ ບຸກຄົນທີ່ຈະເຂົ້າເປັນສະມາຊິກຂອງສະມາຄົມກຸ່ມນໍາໃຊ້ນໍ້າຕ້ອງ ມີເງື່ອນໄຂດັ່ງນີ້: 1. ຂຽນໃບສະໝັກເຂົ້າເປັນສະມາຊິກດ້ວຍຕົນເອງ; 2. ເປັນເຈົ້າຂອງເນື້ອທີ່ດິນກະສິກໍາຫຼືໄດ້ຮັບສິດນໍາໃຊ້ດິນນາ,ດິນ ສວນ,ດິນຄັງເຮັດການຜະລິດທີ່ຕັ້ງຢູ່ໃນເຂດຊົນລະປະທານ; 3. ມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍກ່ຽວ ກັບສະມາຄົມ.

...ມາດຕາ 49 ຜົນປະໂຫຍດໃນການເຂົ້າເປັນສະມາຊິກ

ມາດຕາ 49 ຜົນປະໂຫຍດໃນການເຂົ້າເປັນສະມາຊິກ ສະມາຊິກຂອງສະມາຄົມກຸ່ມນໍາໃຊ້ນໍ້າຈະໄດ້ຮັບປະໂຫຍດເປັນ ຕົ້ນມີບູລິມະສິດນໍາໃຊ້ນໍ້າຕາມຮອບວຽນການສົ່ງນໍ້າຢ່າງພຽງພໍແລະຍຸ ຕິທໍາເຂົ້າໃນການຜະລິດກະສິກໍາໃຫ້ທັນລະດູການ.

...ມາດຕາ 50 ສິດແລະພັນທະຂອງສະມາຄົມກຸ່ມນໍາໃຊ້ນໍ້າ

ມາດຕາ 50 ສິດແລະພັນທະຂອງສະມາຄົມກຸ່ມນໍາໃຊ້ນໍ້າ ສະມາຄົມກຸ່ມນໍາໃຊ້ນໍ້າຊົນລະປະທານມີສິດແລະພັນທະດັ່ງນີ້: 1. ໄດ້ຮັບການຝຶກອົບຮົມວິຊາສະເພາະດ້ານຊົນລະປະທານ, ວຽກງານສົ່ງເສີມການປູກ,ການລ້ຽງ,ປ່າໄມ້,ການຄຸ້ມຄອງແລະການ ພັດທະນາທີ່ດິນກະສິກໍາຂັ້ນພື້ນຖານ; 2. ປະກອບຄໍາເຫັນເພື່ອຜົນປະໂຫຍດລວມຂອງໂຄງການຊົນ ລະປະທານ; 3. ມີສ່ວນຮ່ວມແລະເປັນເຈົ້າການໃນການບົດລະບັດຮັກສາ,ຟື້ນ ຟູ,ສ້ອມແປງໂຄງການຊົນລະປະທານຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນເພື່ອຮັບປະກັນແຜນການສະໜອງນໍ້າຊົນລະປະທານເຂົ້າໃນ ການຜະລິດ; 4. ສະໜອງນໍ້າໃຫ້ເນື້ອທີ່ການຜະລິດຕາມຮອບວຽນຕາມຄວາມ ຕ້ອງການຕົວຈິງຂອງພືດແຕ່ລະຊະນິດໃຫ້ທົ່ວເຖິງແລະຍຸຕິທໍາ; 5. ເຮັດການຜະລິດກະສິກໍາຕາມແຜນຈັດສັນການນໍາໃຊ້ທີ່ດິນໃນ ເຂດຊົນລະປະທານ; 6. ເກັບລະສະຫຼຸບຄ່າໃຊ້ນໍ້າ,ຄ່າສະແສໄຟຟ້າໃຫ້ຄົບຖ້ວນເພື່ອ ສົ່ງໃຫ້ຄະນະຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການຫຼືປະຈໍາເຂດໂຄງ ການ; 7. ປົກປັກຮັກສາສິ່ງແວດລ້ອມ,ປູກຕົ້ນໄມ້ໃຫ້ເປັນປ່າໃນເຂດ ອ່າງຮັບນໍ້າ; 8. ຮັບປະກັນຄວາມສະຫງົບພາຍໃນສະມາຄົມກຸ່ມນໍາໃຊ້ນໍ້າ; 9. ປະຕິບັດສິດແລະພັນທະອື່ນຕາມລະບຽບກົດໝາຍ.

...ມາດຕາ 51 ກອງທຶນພັດທະນາຊົນລະປະທານ

ມາດຕາ 51 ກອງທຶນພັດທະນາຊົນລະປະທານ ລົດຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ,ສະມາຄົມກຸ່ມນໍາໃຊ້ນໍ້າໃນ ເຂດຊົນລະປະທານສ້າງຕັ້ງ,ຄຸ້ມຄອງແລະນໍາໃຊ້ກອງທຶນພັດທະນາຊົນ ລະປະທານ. ກອງທຶນພັດທະນາຊົນລະປະທານໄດ້ມາຈາກ; - ຄ່ານໍາໃຊ້ນໍ້າຊົນລະປະທານ; - ການປະກອບສ່ວນທຶນຂອງສະມາຊິກ,ບຸກຄົນ,ນິຕິບຸກຄົນ,ຜູ້ປະ ກອບການຫຼືການຈັດຕັ້ງພາຍໃນແລະຕ່າງປະເທດ. ການສ້າງຕັ້ງ,ຄຸ້ມຄອງແລະນໍາໃຊ້ກອງທຶນພັດທະນາຊົນລະປະ ທານໄດ້ກໍານົດໄວ້ໃນລະບຽບການສະເພາະ. ..ພາກທີ 5 ຂໍ້ຫ້າມ


...ມາດຕາ 52 ຂໍ້ຫ້າມທົ່ວໄປ

ມາດຕາ 52 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1. ທໍາລາຍເຂື່ອນ,ຝາຍ,ປະຕູນໍ້າ,ຈັກສູບນໍ້າ,ອາຄານ,ຄອງ ເໝືອງ,ອຸປະກອນຝົນຝອຍແລະໄຟຟ້ານໍາຕົກຂະໜາດນ້ອຍ; 2. ລໍາລາຍສະພາບແວດລ້ອມໃນເນື້ອທີ່ຮັບນໍ້າຂອງອ່າງເກັບ ນໍ້າຊົນລະປະທານ,ໃຊ້ຢາຂ້າຫຍ້າ,ຢາປາບສັດຕູພືດແລະປ່ອຍສານເຄ ມີທີ່ເປັນທາດເບື່ອລົງສູ່ແມ່ນໍ້າທີ່ໄຫຼເຂົ້າອ່າງເກັບນໍ້າຊົນລະປະທານ; 3. ດໍາເນີນບັນດາກິດຈະການຊົນລະປະທານທີ່ໄດ້ກໍານົດໄວ້ໃນ ມາດຕາ 14 ຂອງກົດໝາຍສະບັບນີ້ໂດຍບໍ່ໄດ້ຮັບອະນຸຍາດ; 4. ນໍາໃຊ້ນໍ້າຈາກອ່າງເກັບນໍ້າຊົນລະປະທານເຂົ້າໃນເປົ້າ ໝາຍທີ່ບໍ່ແມ່ນກະສິກໍາໂດຍບໍ່ໄດ້ຮັບອະນຸຍາດ; 5. ຊື້ຈ້າງ,ໃຫ້ສິນບົນພະນັກງານຊັນລະປະທານ,ທີ່ປຶກສາ,ເຈົ້າ ຂອງໂຄງການ,ຄະນະຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການ,ປະຈໍາເຂດ ໂຄງການ,ສະມາຄົມກຸ່ມນໍາໃຊ້ນໍ້າໃນການເພີ່ມບໍລິມາດ,ລາຄາຫົວ ໜ່ວຍ,ຖ່ວງດຶງການປະຕິບັດສັນຍາທຸກຮູບແບບແລະແກ່ຍາວເວລາໃນ ການປະຕິບັດໂຄງການເພື່ອຜົນປະໂຫຍດສ່ວນຕົວ. 6. ດໍາເນີນການສຶກສາ,ສໍາຫຼວດ-ອອກແບບ,ກໍ່ສ້າງແລະຄວບ ຄຸມການກໍ່ສ້າງດ້ວຍຕົນເອງຫຼືຈັດສັນມາດ້ວຍຕົນເອງ; 7. ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກ ງານຊົນລະປະທານ,ທີ່ປຶກສາຄຸມງານການກໍ່ສ້າງ,ເຈົ້າຂອງໂຄງການ, ຄະນະຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການຫຼືປະຈໍາເຂດໂຄງການ,ສະ ມາຄົມກຸ່ມນໍາໃຊ້ນໍ້າແລະຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານ ຊົນລະປະທານເພື່ອປະໂຫຍດສ່ວນຕົວ; 8. ນໍາໃຊ້ສັນຄອງຊົນລະປະທານແລະສັນຄູປ້ອງກັນນໍ້າຖ້ວມເນື້ອ ທີ່ກະສິກໍາເປັນເສັ້ນທາງຂົນສົ່ງສິ່ງຂອງເກີນນໍ້າໜັກທີ່ໄດ້ຮັບອະນຸຍາດ; 9. ເປີດ-ປິດປະຕູນໍ້າແລະຂຸດເຈາະຄອງຊົນລະປະທານເພື່ອໃຊ້ ນໍາເຮັດການຜະລິດແລະຄົວເຮືອນໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະ ຄຸ້ມຄອງແລະນໍາໃຊ້ປະຈໍາໂຄງການຫຼືປະຈໍາເຂດໂຄງການ; 10. ຫຼົບຫຼີກ,ຊັກຊ້າ,ແກ່ຍາວການເສຍຄ່ານໍ້າຊົນລະປະທານ,ຄ່າ ກະແສໄຟຟ້າ,ເສຍບໍ່ຄົບຖ້ວນ; 11. ນໍາໃຊ້ເອກະສານປະເມີນມູນຄ່າໂຄງການ,ການສຶກສາ, ການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງທີ່ບໍ່ໄດ້ຜ່ານສະພາວິທະຍາສາດ ຊົນລະປະທານ; 12. ຂາຍໂຄງການຊົນລະປະທານທີ່ຕົນເອງປະມູນໄດ້; 13. ນໍາໃຊ້ທີ່ດິນເຂດຊົນລະປະທານໄປເປັນດິນປູກສ້າງ,ດິນອຸດ ສາຫະກໍາແລະດິນປະເພດອື່ນ; 14. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານຊົນລະປະທານ

ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານຊົນລະປະທານ ຫ້າມພະນັກງານຊົນລະປະທານມີພຶດຕິກໍາດັ່ງນີ້: 1. ໃຊ້ສິດໜ້າທີ່ເກີນຂອບເຂດຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະ ໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາ ຊົນລາວບັນດາເຜົ່າ; 2. ປະລະໜ້າທີ່ແລະຄວາມຮັບຜິດຊອບໃນການຕ້ານແລ້ງແລະ ການປ້ອງກັນນໍ້າຖ້ວມທີ່ການຈັດຕັ້ງໄດ້ມອບມາຍໃຫ້; 3. ເປີດເຜີຍຄວາມລັບຂອງລັດຫຼືເອກະສານທາງລັດຖະການ ກ່ຽວກັບການປະມູນໂຄງການຊົນລະປະທານ; 4. ປອມແປງເອກະສານ,ເຮັດສັນຍາໂດຍບໍ່ສອດຄ່ອງກັບແຜນ ດໍາເນີນງານໂຄງການ,ລາຍງານບໍ່ຖືກຕ້ອງກັບຄວາມຈິງ; 5. ນໍາໃຊ້ງົບປະມານຫຼືກອງທຶນພັດທະນາຊົນລະປະທານບໍ່ຖືກ ຕ້ອງຕາມລະບຽບກົດໝາຍ; 6. ນໍາເອົາເອກະສານກ່ຽວກັບການສຶກສາເບື້ອງຕົ້ນ,ການສຶກ ສາຄວາມເປັນໄປໄດ້ແລະການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງທີ່ບໍ່ ໄດ້ຜ່ານຄວາມເປັນເອກະພາບກັນໃນສະພາຫຼືໜ່ວຍງານວິທະຍາສາດ ຊົນລະປະທານເປັນເອກະສານອ້າງອີງເພື່ອເອົາເຂົ້າແຜນງົບປະມານ ແຫ່ງລັດ; 7. ອອກຂໍ້ຕົກລົງສັ່ງຜູ້ປະກອບການເຮັດນອກແຜນ; 8. ເຊັນຢັ່ງຢືນເອກະສານໃນການຊໍາລະສະສາງໃຫ້ຜູ້ປະກອບ ການໂດຍບໍ່ໄດ້ອີງໃສ່ການກວດກາໜ້າວຽກແລະບໍລິມາດຢູ່ສະໜາມ ທີ່ຜູ້ປະກອບການປະຕິບັດໄດ້ຕົວຈິງແລະຄວາມເປັນເອກະພາບຂອງຄະ ນະກໍາມະການກວດກາ; 9. ເປີດນໍ້າຊົນລະປະທານໂດຍບໍ່ມີແຜນການ,ຂາດຄວາມຮັບຜິດ ຊອບຊຶ່ງກໍ່ໃຫ້ເກີດຜົນເສຍຫາຍແລະມີນີ້ສິນຄຸມເຄືອ; 10. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 6 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 54 ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 54 ການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານໃຫ້ປະຕິ ບັດຕາມຮູບການໃດໜຶ່ງດັ່ງນີ້: 1. ການແກ້ໄຂດ້ວຍການປະນີປະນອມ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ; 4. ການຕັດສິນຂອງສານ; 5. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

...ມາດຕາ 55 ການແກ້ໄຂດ້ວຍການປະນີປະນອມ

ມາດຕາ 55 ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານຄູ່ກໍລະ ນີສາມາດແກ້ໄຂດ້ວຍການເຈລະຈາ,ຕົກລົງແລະປະນີປະນອມກັນ.

...ມາດຕາ 56 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 56 ການແກ້ໄຂທາງດ້ານບໍລິຫານ ເມື່ອເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານຄູ່ກໍລະນີມີ ສິດສະເໜີຕໍ່ຂະແໜງການກະສິກໍາແລະປ່າໄມ້ເປັນຜູ້ແກ້ໄຂ.

...ມາດຕາ 57 ການແກ້ໄຂໂດຍອົງການແກກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 57 ການແກ້ໄຂໂດຍອົງການແກກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບວຽກ ງານຊົນລະປະທານຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດເພືອພິຈາລະນາແກ້ໄຂຕາມທີ່ໄດ້ຕົກລົງກັນແລະຕາມ ລະບຽບກົດໝາຍ.

...ມາດຕາ 58 ການຕັດສິນຂອງສານ

ມາດຕາ 58 ການຕັດສິນຂອງສານ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນໃນການດໍາເນີນທຸລະກິດກ່ຽວກັບວຽກ ງານຊົນລະປະທານຄູ່ກໍລະນີຝ່າຍໃດຝ່າຍໜຶ່ງມີສິດຮ້ອງຟ້ອງຕໍ່ສານປະ ຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາ 59 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ມາດຕາ 59 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານທີ່ມີລັກ ສະນະສາກົນໃຫ້ປະຕິບັດຕາມສັນຍາແລະສົນທິສັນຍາສາກົນທີ່ສປປລາວ ເປັນພາຄີ.

..ພາກທີ 7 ການຄູ້ມຄອງແລະການກວດກາວຽກງານຊົນລະປະທານ


...ໝວດທີ 1 ການຄຸ້ມຄອງວຽກງານຊົນລະປະທານ


....ມາດຕາ 60 ອົງການຄຸ້ມຄອງວຽກງານຊົນລະປະທານ

ມາດຕາ 60 ອົງການຄຸ້ມຄອງວຽກງານຊົນລະປະທານ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຊົນລະປະທານຢ່າງລວມ ສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງ ກະສິກໍາແລະປ່າໄມ້ເປັນຜູ້ຮັບຜິດຊອບໂດຍກົງ,ປະສານສົມທົບກັບກະ ຊວງອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຊົນລະປະທານປະກອບດ້ວຍ: 1. ກະຊວງກະສິກໍາແລະປ່າໄມ້; 2. ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ໜ່ວຍງານກະສິກໍາແລະປ່າໄມ້ບ້ານ.

....ມາດຕາ 61 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 61 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງວຽກງານຊົນລະປະທານກະຊວງກະສິກໍາແລະ ປ່າໄມ້ມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ຜັນຂະຫຍາຍແນວທາງ,ແຜນຍຸດທະສາດແລະນະ ໂຍບາຍຕ່າງໆໃຫ້ກາຍເປັນແຜນງານ,ໂຄງການລະອຽດແລະລະບຽບ ການເພື່ອຄຸ້ມຄອງວຽກງານຊົນລະປະທານໃຫ້ມີປະສິດທິຜົນແລະນໍາໃຊ້ ຢ່າງຍາວນານ; 2. ສ້າງແຜນແມ່ບົດຍຸດທະສາດໃນການພັດທະນາຊົນລະປະ ທານໄລຍະຍາວ,ໄລຍະກາງແລະສະເພາະໜ້າເພື່ອຮັບປະກັນການສະ ໜອງນໍ້າແລະລະບາຍນໍ້າໃນທົ່ວປະເທດ; 3. ໂຄສະນາ,ເຜີຍແຜ່ລະບຽບກົດໝາຍກ່ຽວກັບຊົນລະປະທານ ໃຫ້ພະນັກງານ,ປະຊາຊົນ,ນັກທຸລະກິດ,ອົງການຈັດຕັ້ງສາກົນທີ່ດໍາເນີນ ທຸລະກິດຊົນລະປະທານຢູ່ ສປປລາວ ເຂົ້າໃຈແລະປະຕິບັດຢ່າງເຂັ້ມ ງວດ; 4. ຄົ້ນຄວ້າ,ສັງລວມແລະສະເໜີແຜນງົບປະມານກ່ຽວກັບການ ສຶກສາຫຼືການສໍາຫຼວດ-ອອກແບບເຕັກນິກກໍ່ສ້າງຊົນລະປະທານຂະໜາດ ໃຫຍ່ໃຫ້ລັດຖະບານພິຈາລະນາ; 5. ຄຸ້ມຄອງການສຶກສາ,ການສໍາຫຼວດ-ອອກແບບແລະການກໍ່ ສ້າງໂຄງການຊົນລະປະທານຂະໜາດໃຫຍ່; 6. ຊຸກຍູ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນໃນການຈັດ ຕັ້ງປະຕິບັດ,ປະເມີນຜົນການຄຸ້ມຄອງແລະນໍາໃຊ້,ຕິດຕາມ,ວັດແທກລະ ບົບການເຮັດວຽກຂອງຫົວງານແລະລະບົບຄອງຫົດແລະຄອງລະບາຍ ໂຄງການຊົນລະປະທານຂະໜາດໃຫຍ່; 7. ຄົ້ນຄວ້າ,ວິໄຈແລະປະກອບຄໍາເຫັນກ່ຽວກັບການສຶກສາ, ການສໍາຫຼວດ-ອອກແບບແລະສູນຄົ້ນຄວ້າວິທະຍາສາດຊົນລະປະທານ ໃຫ້ກ້າວໜ້າແລະທັນສະໄໝ; 8. ພັດທະນາເຕັກນິກເຕັກໂນໂລຊີຊົນລະປະທານຂອງສູນສໍາ ຫຼວດ-ອອກແບບແລະສູນຄົ້ນຄວ້າວິທະຍາສາດຊົນລະປະທານໃຫ້ກ້າວ ໜ້າແລະທັນສະໄໝ; 9. ອອກລະບຽບການການອະນຸຍາດດໍາເນີນທຸລະກິດກ່ຽວກັບ ກິດຈະການຊົນລະປະທານ; 10. ສັ່ງໂຈະ,ຍົກເລີກການດໍາເນີນທຸລະກິດກ່ຽວກັບກິດຈະການ ຊົນລະປະທານຂອງຜູ້ປະກອບການທີ່ບໍ່ປະຕິບັດຕາມສັນຍາ,ຂໍ້ຕົກລົງແລະ ແຜນດໍາເນີນງານໃນໄລຍະການຈັດຕັ້ງປະຕິບັດໂຄງການ; 11. ກໍ່ສ້າງ,ບໍາລຸງແລະຍົກລະດັບວິຊາການຊົນລະປະທານໃຫ້ ພະນັກງານຂະແໜງການຊົນລະປະທານຢູ່ພາຍໃນແລະຕ່າງປະເທດ; 12. ສ້າງສະພາບແວດລ້ອມທີ່ດີແລະເປັນເຈົ້າການລະດົມທຶນ ເຂົ້າໃນກິດຈະການຊົນລະປະທານ,ສົ່ງເສີມວິຊາການແລະດຶງດູດການ ຊ່ວຍເຫຼືອຈາກຜູ້ປະກອບການທັງພາຍໃນແລະຕ່າງປະເທດເພື່ອພັດທະ ນາລະບົບຊົນລະປະທານທຸກຂະໜາດ; 13. ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານຊົນລະປະທານ; 14. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຊົນລະ ປະທານຕໍ່ລັດຖະບານຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 62 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 62 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ, ນະຄອນ ໃນການຄຸ້ມຄອງວຽກງານຊົນລະປະທານພະແນກກະສິກໍາແລະ ປ່າໄມ້ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍໃຫ້ເປັນແຜນການ ,ແຜນງານ,ໂຄງການລະອຽດຂອງຕົນເພື່ອຈັດຕັ້ງປະຕິບັດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບຊົນລະປະທານ ໃຫ້ພະນັກງານ,ປະຊາຊົນ,ນັກທຸລະກິດ,ອົງການຈັດຕັ້ງສາກົນທີ່ນໍາໃຊ້ ຫຼືດໍາເນີນກິດຈະການຊົນລະປະທານພາຍໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ; 3. ສ້າງລະບຽບການເພື່ອຄຸ້ມຄອງແລະນໍາໃຊ້ໂຄງການຊົນລະ ປະທານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງກັບລະ ບຽບກົດໝາຍທີ່ກ່ຽວຂ້ອງໂດຍໄດ້ຮັບການເຫັນດີຈາກກະຊວງກະສິກໍາ ແລະປ່າໄມ້; 4. ຄົ້ນຄວ້າແລະພັດທະນາເຕັກນິກຊົນລະປະທານ,ລະບົບຊົນລະ ກະເສດແບບຄົວຊຸດຕາມທິດຫັນເປັນອຸດສາຫະກໍາແລະທັນສະໄໝເທື່ອ ລະກ້າວພ້ອມທັງຊ່ວຍຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ ສ້າງແຜນງົບປະມານໃນການພັດທະນາ,ສືບຕໍ່ກໍ່ສ້າງແລະຟື້ນຟູສ້ອມ ແປງລະບົບຊົນລະປະທານໃຫ້ມີປະສິດທິຜົນແລະນໍາໃຊ້ຢ່າງເປັນປົກກະ ຕິ; 5. ຄົ້ນຄວາ້,ສັງລວມແລະສະເໜີແຜນງົບປະມານກ່ຽວກັບການ ສຶກສາຫຼືການສໍາຫຼວດ-ອອກແແບເຕັກນິກກໍ່ສ້າງຊົນລະປະທານຂະໜາດ ກາງໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນພິຈາລະນາ; 6. ຊີ້ນໍາ,ຕິດຕາມ,ປະເມີນຜົນດ້ານເຕັກນິກ,ຜົນການຈັດຕັ້ງປະ ຕິບັດໂຄງການຊົນລະປະທານຂະໜາດກາງແລະຂະໜາດນ້ອຍ; 7. ສັ່ງໂຈະ,ຍົກເລີກການດໍາເນີນທຸລະກິດກ່ຽວກັບກິດຈະການ ຊົນລະປະທານຂອງຜູ້ປະກອບການທີ່ບໍ່ປະຕິບັດຕາມສັນຍາ,ຂໍ້ຕົກລົງແລະ ແຜນດໍາເນີນງານໃນໄລຍະການຈັດຕັ້ງປະຕິບັດໂຄງການໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 8. ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບ ວຽກງານຊົນລະປະທານຕາມການມອບໝາຍ; 9. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຊົນລະປະ ທານຕໍ່ກະຊວງກະສິກໍາແລະປ່າໄມ້ແລະຕໍ່ອົງການປົກຄອງແຂວງ,ນະ ຄອນຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 63 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງດເທດສະບານ

ມາດຕາ 63 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ, ເທດສະບານ ໃນການຄຸ້ມຄອງວຽກງາຊົນລະປະທານຫ້ອງການກະສິກໍາແລະ ປ່າໄມ້ເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ເຜີຍແຜ່ລະບຽບກົດໝາຍກ່ຽວກັບຊົນລະປະທານໃຫ້ພະນັກ ງານ,ສະມາຊິກສະມາຄົມກຸ່ມນໍາໃຊ້ນໍ້າແລະປະຊາຊົນແລະຈັດຕັ້ງປະຕິ ບັດຢ່າງເຂັ້ມງວດ; 2. ຈັດຕັ້ງປະຕິບັດບັນດາແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາສັ່ງ ,ຄໍາແນະນໍາແລະນິຕິກໍາຕ່າງໆກ່ຽວກັບວຽກງານຊົນລະປະທານ; 3. ເຂົ້າຮ່ວມປະກອບຄໍາເຫັນກ່ຽວກັບການສຶກສາ,ການສໍາຫຼວດ -ອອກແບບ,ການກໍ່ສ້າງໂຄງການຂະໜາດໃຫຍ່ແລະຂະໜາດກາງ; 4. ນໍາໃຊ້ໂຄງການຊົນລະປະທານຕາມການແບ່ງຂັ້ນຄຸ້ມຄອງ, ຝຶກອົບຮົມຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງການ,ສະມາຄົມກຸ່ມ ນໍາໃຊ້ນໍ້າແລະຊາວກະສິກອນໃຫ້ມີຄວາມຮູ້,ຄວາມສາມາດໃນການຄຸ້ມ ຄອງ,ນໍາໃຊ້ລະບົບຊົນລະປະທານແລະການພັດທະນາທີ່ດິນເຂດຊົນລະ ປະທານ; 5. ຄົ້ນຄວ້າ,ສັງລວມແລະສະເໜີແຜນງົບປະມານກ່ຽວກັບການ ສໍາຫຼວດ-ອອກແບບເຕັກນິກກໍ່ສ້າງຊົນລະປະທານຂະໜາດນ້ອຍແລະຊົນ ລະປະທານປວງຊົນໃຫ້ເຈົ້າເມືອງ,ຫົວໜ້າເທດສະບານພິຈາລະນາ; 6. ຕິດຕາມ,ຊຸກຍູ້ແລະປະເມີນຜົນການຄຸ້ມຄອງແລະນໍາໃຊ້ໂຄງ ການຊົນລະປະທານຂອງຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງ ການ; 7. ສະຫຼຸບ,ລາຍງານວຽກງານຂອງຕົນກ່ຽວກັບຊົນລະປະທານ ຕໍ່ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນອົງການປົກຄອງເມືອງ, ເທດສະບານຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ົກົດໝາຍແລະຕາມການມອບໝາຍ.

....ມາດຕາ 64 ສິດແລະໜ້າທີ່ຂອງໜ່ວຍງານກະສິກໍາແລະປ່າໄມ້ບ້ານ

ມາດຕາ 64 ສິດແລະໜ້າທີ່ຂອງໜ່ວຍງານກະສິກໍາແລະປ່າໄມ້ບ້ານ ໃນການຄຸ້ມຄອງວຽກງານຊົນລະປະທານໜ່ວຍງານກະສິກໍາ ແລະປ່າໄມ້ບ້ານມີສິດແລະໜ້າທີ່ດັ່ງນີ້: 1. ຮ່ວມກັບຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງການວາງ ແຜນຄຸ້ມຄອງແລະນໍາໃຊ້ເຂດຊົນລະປະທານ,ຊົນລະປະທານປວງຊົນ ແລະທີ່ດິນເຂດຊົນລະປະທານໃຫ້ສະມາຄົມກຸ່ມນໍາໃຊ້ນໍ້າແລະຊາວກະສິ ກອນ; 2. ສົບທົບກັບຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງການ ສ້າງແຜນພັດທະນາຊົນລະປະທານຕາມຈຸດພິເສດ,ທ່າແຮງແລະຄວາມ ຕ້ອງການຂອງບ້ານພ້ອມທັງຊຸກຍູ້ນໍາພາສະມາຕົມກຸ່ມນໍາໃຊ້ນໍ້າແລະ ຊາກະສິກອນຜະລິດສະບຽງອາຫານແລະຜະລິດເປັນສິນຄ້າ; 3. ເກັບກໍາຂໍ້ມູນກ່ຽວກັບຊົນລະປະທານຂອງບ້ານເປັນຕົ້ນຂອບ ເຂດເນື້ອທີ່ການຜະລິດ,ຄວາມຍາວຂອງຄອງເໝືອງ,ສະພາບການສົ່ງ ນໍ້າຂອງຫົວງານ,ອາຄານແລະຄອງເໝືອງແຕ່ລະເສັ້ນ; 4. ປຸກລະດົມນໍາພາກຸ່ມນໍາໃຊ້ນໍ້າແລະຊາວກະສິກອນປົກປັກຮັກ ສາ,ຄຸ້ມຄອງແລະນໍາໃຊ້ພື້ນຖານໂຄງລ່າງຊັນລະປະທານ,ສ້າງແຜນນໍາ ໃຊ້ນໍ້າແບບຮອບວຽນ; 5. ສົມທົບກັບຄະນະຄຸ້ມຄອງແລະນໍາໃຊ້ປະຈໍາເຂດໂຄງການ ສ້າງແຜນງົບປະມານຟື້ນຟູສ້ອມແປງຊົນລະປະທານປວງຊົນເພື່ອສະເໜີ ຕໍ່ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 6. ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານລວມທັງການພັດ ທະນາຊົນລະປະທານພາຍໃນບ້ານຂອງຕົນຕໍ່ຫ້ອງການກະສິກໍາແລະປ່າ ໄມ້ເມືອງ,ເທດສະບານແລະອົງການປົກຄອງບ້ານຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍແລະຕາມການມອບໝາຍ.

....ມາດຕາ 65 ສິດແລະໜ້າທີ່ຂອງພະນັກງານປະຈໍາໂຄງການແລະປະຈໍາເຂດໂຄງການຊົນລະປະທານ

ມາດຕາ 65 ສິດແລະໜ້າທີ່ຂອງພະນັກງານປະຈໍາໂຄງການແລະປະ ຈໍາເຂດໂຄງການຊົນລະປະທານ ພະນັກງານທີ່ຖືກແຕ່ງຕັ້ງໄປປະຈໍາໂຄງການແລະປະຈໍາເຂດ ໂຄງການຊົນລະປະທານມີສິດແລະໜ້າທີ່ດັ່ງນີ້: 1. ໂຄສະນາເຜີຍແຜ່ຝຶກອົບຮົມ,ແນະນໍາລະບຽບກົດໝາຍກ່ຽວ ກັບວຽກງານຊົນລະປະທານແລະສົ່ງເສີມຊົນລະປະເສດໃຫ້ສະມາຄົມກຸ່ມ ນໍາໃຊ້ນໍ້າໃຫ້ມີຄວາມຮູ້ພື້ນຖານ; 2. ຕິດຕາມການເປີດແລະປິດຈັກສູບນໍ້າ,ປະຕູນໍ້າຈາກອ່າງເກັບ ນໍ້າ,ຄອງລະບາຍປ້ອງກັນນໍ້າຖ້ວມໃຫ້ແກ່ການຜະລິດໃນເຂດຊົນລະປະ ທານຂອງສະມາຄົມກຸ່ມນໍາໃຊ້ນໍ້າຕາມຮອບວຽນ; 3. ສ້າງແຜນການຄາດຄະເນລາຍຮັບຈາກການເກັບຄ່ານໍ້າ, ລາຍຈ່າຍຄ່າກະແສໄຟຟ້າ,ຄ່າຟື້ນຟູສ້ອມແປງແລະບໍລິຫານໂຄງການ ໃນການຜະລິດລະດູແລ້ງແລະລະດູຝົນ; 4. ຕິດຕາມ,ຢັ້ງຢືນສະພາບລະບົບຊົນລະປະທານທີ່ບໍ່ສາມາດນໍາ ໃຊ້ໄດ້ເພື່ອສະເໜີຟື້ນຟູສ້ອມແປງຫຼັງລະດູການຜະລິດ; 5. ເຂົ້າຮ່ວມການຜ່ານແຜນງົບປະມານຟື້ນຟູ,ສ້ອມແປງລະບົບ ຊົນລະປະທານປະຈໍາປີ; 6. ຊຸກຍູ້ສະມາຄົມກຸ່ມນໍາໃຊ້ນໍ້າບົວລະບັດຮັກສາລະບົບຊົນລະປະ ທານ,ເຮັດອະນາໄມຄອງເໝືອງຢ່າງເປັນປົກກະຕິ,ເສຍຄ່ານໍ້າ,ຄ່າກະ ແສໄຟຟ້າຢ່າງຄົບຖ້ວນ,ປູກຕົ້ນໄມ້ໃສ່ບໍລິເວນເນື້ອທີ່ຮັບນໍ້າແລະເຂດກັນ ຊົນເພື່ອປ້ອງກັນການເຊາະເຈື່ອນຂອງດິນແລະໃຫ້ນໍາໃຊ້ໄດ້ຢ່າງຍາວ ນານ; 7. ແນະນໍາສະມາຄົມກຸ່ມນໍາໃຊ້ນໍ້າສັງລວມເງິນທີ່ເກັບມາໄດ້ ມອບເຂົ້າບັນຊີຂອງໂຄງການທີ່ເປີດໄວ້ໃນທະນາຄານ; 8. ລາຍງານຢ່າງຮີບດ່ວນຕໍ່ຂະແໜງການກະສິກໍາແລະປ່າໄມ້ ເມື່ອເກີດໄພພິບັດທໍາມະຊາດອັນເຮັດໃຫ້ໂຄງການຊົນລະປະທານເປ່ເພ ເສຍຫາຍຢ່າງຫຼວງຫຼາຍ; 9. ສະຫຼຸບ,ລາຍງານຜົນການເຄື່ອນໄຫວວຽກງານຂອງຕົນຕໍ່ຂະ ແໜງການກະສິກໍາແລະປ່າໄມ້ທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 66 ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 66 ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານຊົນລະປະທານຂະແໜງການອື່ນເປັນ ຕົ້ນຂະແໜງການໂຍທາທິການແລະຂົນສົ່ງ,ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ,ພະລັງງານແລະບໍ່ແຮ່,ອຸດສາຫະກໍາແລະການຄ້າ,ວິ ທະຍາສາດແລະເຕັກໂນໂລຊີ,ທະນາຄານການເງິນ,ແຜນການແລະການ ລົງທຶນມີໜ້າທີ່ໃຫ້ການຮ່ວມມືກັບຂະແໜງການກະສິກໍາແລະປ່າໄມ້ໃນ ການຈັດຕັ້ງປະຕິບັດແລະຄຸ້ມຄອງວຽກງານຊົນລະປະທານຕາມພາລະ ບົດບາດຂອງຕົນ.

...ໝວດທີ 2 ການກວດກາວຽກງານຊົນລະປະທານ


....ມາດຕາ 67 ອົງການກວດກາວຽກງານຊົນລະປະທານ

ມາດຕາ 67 ອົງການກວດກາວຽກງານຊົນລະປະທານ ອົງການກວດກາວຽກງານຊົນລະປະທານປະກອບດ້ວຍອົງການ ກວດກາພາຍໃນແລະອົງການກວດກາພາຍນອກ.ໃນກໍລະນີຈໍາເປັນກໍ່ ສາມາດຈັດຕັ້ງຄະນະກໍາມະການກວດກາສະເພາະກິດຂຶ້ນກໍ່ໄດ້. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມ ຄອງວຽກງານຊົນລະປະທານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 60 ຂອງ ກົດໝາຍສະບັບນີ້. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງການກວດ ກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງ ລັດແລະປະຊາຊົນຊຶ່ງຕ້ອງປະຕິບັດຕາມພາລະບົດບາດຂອງຕົນແລະລະ ບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 68 ເນື້ອໃນການກວດກາ

ມາດຕາ 68 ເນື້ອໃນການກວດກາ ການກວດກາວຽກງານຊົນລະປະທານມີເນື້ອໃນດັ່ງນີ້: 1. ການປະຕິບັດລະບຽບກົດໝາຍກ່ຽວກັບຊົນລະປະທານ; 2. ການປະຕິບັດໜ້າທີ່ຂອງພະນັກງານທີ່ຮັບຜິດຊອບວຽກງານ ຊົນລະປະທານ; 3. ກິດຈະການແລະການດໍາເນີນທຸລະກິດຊົນລະປະທານຂອງຜູ້ ປະກອບການ; 4. ການປະຕິບັດແຜນການນໍາໃຊ້ໂຄງການຊົນລະປະທານ.

....ມາດຕາ 69 ຮູບການການກວດກາ

ມາດຕາ 69 ຮູບການການກວດກາ ການກວດກາວຽກງານຊົນລະປະທານປະກອບດ້ວຍ:ການກວດ ກາຕາມປົກກະຕິ,ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແລະການ ກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະ ນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງຄັ້ງຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າຢ່າງ ໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາເມື່ອເຫັນວ່າມີ ຄວາມຈໍາເປັນແລະຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ການກວດກາໃຫ້ດໍາເນີນການກວດກາທັງເອກະສານແລະອົງ ກວດກາຕົວຈິງຢູ່ສະຖານທີ່ທີ່ກ່ຽວຂ້ອງ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 70 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 70 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດ່ັນໃນການຈັດຕັ້ງ ປະຕິບັດສັນຍາແລະກົດໝາຍສະບັບນີ້ເປັນຕົ້ນໃນການຄົ້ນຄວ້າເຕັກນິກ - ເຕັກໂນໂລຊີທີ່ກ້າວໜ້າແລະທັນສະໄໝເຂົ້າໃນການພັດທະນາບັນດາ ກິດຈະການຊົນລະປະທານຊຶ່ງມີຜົນປະໂຫຍດຕົວຈິງໃຫ້ແກ່ກຸ່ມນໍາໃຊ້ນໍ້າ ,ຊາວກະສິກອນແລະຜູ້ປະກອບການ,ການຄຸ້ມຄອງ,ປົກປັກຮັກສາລະບົບ ຊົນລະປະທານໃຫ້ເກີດປະໂຫຍດສູງສຸດຈະໄດ້ການຍ້ອງຍໍແລະນະໂຍ ບາຍອື່ນຕາມລະບຽບກົດໝາຍ.

...ມາດຕາ 71 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 71 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດສັນຍາແລະກົດໝາຍ ສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼື ດໍາເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 72 ມາດຕະການສຶກສາອົບຮົມ

ມາດຕາ 72 ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາ,ບໍ່ເປັນການກະທໍາຜິດທາງອາຍາຈະ ຖືກກ່າວເຕືອນແລະສຶກສາອົບຮົມ.

...ມາດຕາ 73 ມາດຕະການທາງວິໄນ

ມາດຕາ 73 ມາດຕະການທາງວິໄນ ພະນັກງານທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍ ຫາຍບໍ່ຫຼວງຫຼາຍ,ລະເມີດຂໍ້ຫ້າມທີ່ມີລັກສະນະເບົາ,ບໍ່ມີຄວາມຈິງໃຈລາຍ ງານ,ຫຼົບຫຼີກຈາກຄວາມຮັບຜິດຊອບຂອງຕົນຈະຖືກລົງວິໄນຕາມແຕ່ກໍ ລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງສົ່ງຄືນເງິນ,ຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 74 ມາດຕະການປັບໃໝ

ມາດຕາ 74 ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນຂໍ້ຫ້າມທີ່ບໍ່ມີອົງປະກອບການກະທໍາຜິດທາງອາຍາແລະໄດ້ກໍ່ ຄວາມເສຍຫາຍຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍຫຼື ຄ່ານໍ້າ,ຄ່າສະແສໄຟຟ້າ. ໃນກໍລະນີທີ່ມີການລະເມີດຄັ້ງທີສອງຈະຖືກ ປັບໃໝສອງເທົ່າຕົວຂອງມູນຄ່າຄວາມເສຍຫາຍຫຼືຄ່ານໍ້າ,ຄ່າກະແສ ໄຟຟ້າທີ່ຕົນຈະຕ້ອງໄດ້ຈ່າຍ.

...ມາດຕາ 75 ມາດຕະການທາງແພ່ງ

ມາດຕາ 75 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງ ໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືຜົນປະໂຫຍດ ຂອງຊາວກະສິກອນແລະປະຊາຊົນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍ ຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 76 ມາດຕະການທາງອາຍາ

ມາດຕາ 76 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງ ອາຍາຈະຖືກດໍາເນີນຄະດີແລະລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ອາຍາ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 77 ວັນຊົນລະປະທານແຫ່ງຊາດ

ມາດຕາ 77 ວັນຊົນລະປະທານແຫ່ງຊາດ ລັດກໍານົດເອົາວັນທີ 3 ພະຈິກ ເປັນວັນຊົນລະປະທານແຫ່ງຊາດ ເພື່ອລະນຶກເຖິງວັນດັ່ງກ່າວໃນແຕ່ລະປີທົ່ວປະເທດຕ້ອງສ້າງຂະບວນ ການຈັດຕັ້ງອະນາໄມລະບົບຄອງເໝືອງ,ການກວດກາຫົວງານ,ອາຄານ ຕ່າງໆ,ເປີດນໍ້າແລະກະກຽມຄວາມພ້ອມໃນທຸກດ້ານແນໃສ່ຮັບປະກັນ ການສະໜອງນໍ້າແກ່ການຜະລິດໃຫ້ທັນລະດູການ.

...ມາດຕາ 78 ການຈັດຕັ້ງປະຕິບັດ

ມາດຕາ 78 ການຈັດຕັ້ງປະຕິບັດ ລັດຖະບານແປ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 79 ຜົນສັກສິດ

ມາດຕາ 79 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ