ກົດໝາຍວ່າດ້ວຍຊັບສິນຂອງລັດ 12-10-2002

From Wikisource
Jump to navigation Jump to search

.ຊັບສິນຂອງລັດ 12-10-2002


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍຊັບສິນຂອງລັດ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍຊັບສິນຂອງລັດ ກົດໝາຍວ່າດ້ວຍຊັບສິນຂອງລັດມີໜ້າທີ່ກໍານົດ:ປະເພດ,ການ ຄຸ້ມຄອງ,ການນໍາໃຊ້,ການປົກປັກຮັກສາແລະການພັດທະນາຊັບສິນ ຂອງລັດໃຫ້ມີປະສິດທິຜົນ,ຖືກຕ້ອງຕາມຈຸດປະສົງ,ເປົ້າໝາຍ,ລະບຽບ ກົດໝາຍເພື່ອແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມແຫ່ງຊາດລວມທັງການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.

...ມາດຕາສອງ:ຊັບສິນຂອງລັດ

ມາດຕາສອງ:ຊັບສິນຂອງລັດ ຊັບສິນຂອງລັດແມ່ນຊັບສົມບັດທີ່ເກີດຂຶ້ນຕາມທໍາມະຊາດຫຼື /ແລະດ້ວຍການສ້າງຂຶ້ນຂອງຄົນຊື້ງວົງຄະນະຍາດແຫ່ງຊາດເປັນ ເຈົ້າກໍາມະສິດ,ປະກອບດ້ວຍສັງຫາລິມະຊັບ(ຊັບເຄື່ອນທີ່)ແລະອະສັງ ຫາລິມະຊັບ(ຊັບຄົງທີ່)ທີ່ມີຢູ່ໜ້າດິນ,ໃຕ້ດິນ,ໜ້ານໍ້າ,ໃຕ້ນໍ້າແລະນ່ານ ຟ້າໃນຂອບເຂດຜືນແຜ່ນດິນຂອງສປປລາວລວມທັງຊັບສົມບັດຕ່າງໆ ຂອງລັດສປປລາວທີ່ມີຢູ່ຕ່າງປະເທດ.

...ມາດຕາສາມ:ການໄດ້ມາຂອງຊັບສົມບັດຂອງລັດ

ມາດຕາສາມ:ການໄດ້ມາຂອງຊັບສົມບັດຂອງລັດ ຊັບສິນຂອງລັດທີ່ໄດ້ມາຈາກການເກີດຂຶ້ນຕາມທໍາມະຊາດມີ:ດິນ, ດອນ,ພູ,ຜາ,ປ່າໄມ້,ບໍ່ແຮ່,ແຫຼ່ງນໍ້າ,ສັດປ່າ,ສັດນໍ້າແລະຊັບພະຍາກອນ ທໍາມະຊາດອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຊັບສິນຂອງລັດທີ່ໄດ້ມາຈາກການສ້າງຂຶ້ນຂອງຄົນມີ: ໜຶ່ງ:ຊັບສິນທີ່ເປັນມູນມໍລະດົກຂອງຊາດແລະວັດຖະບູຮານ. ສອງ:ຊັບສິນທີ່ກໍາເນີດຈາກງົບປະມານຂອງລັດ,ການເກັບພາສີ ,ອາກອນ,ຄ່າທໍານຽມ,ເງິນປັນຜົນ,ການແລກປ່ຽນ,ການຊ່ວຍເຫຼືອ, ການມອບກໍາມະສິດໃຫ້ລັດ,ການໂອນຄືນເປັນເຈົ້າກໍາມະສິດຂອງລັດ, ການຮິບຊັບຕາມການຕັດສິນຂອງສານ,ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງແລະ ມູນມໍຣະດົກທີ່ບໍ່ມີຜູ້ສືບທອດລວມທັງຊັບສິນທີ່ຕົກເປັນກໍາມະສິດຂອງລັດ ດ້ວຍຮູບການອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາສີ່:ການຖືກໍາມະສິດກ່ຽວກັບຊັບສິນຂອງລັດ

ມາດຕາສີ່:ການຖືກໍາມະສິດກ່ຽວກັບຊັບສິນຂອງລັດ ຊັບສິນຂອງລັດແຫ່ງສປປລາວເປັນກໍາມະສິດຂອງວົງຄະນະ ຍາດແຫ່ງຊາດຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນເປັນເອກະພາບ ໂດຍລັດມອບໃຫ້ອົງການຈັດຕັ້ງຫຼືບຸກຄົນຄຸ້ມຄອງ,ນໍາໃຊ້,ໃຫ້ເຊົ່າຫຼື ສໍາປະທານ,ປົກປັກຮັກສາແລະພັດທະນາແບບຍືນຍົງຕາມລະບຽບ ກົດໝາຍ.

...ມາດຕາຫ້າ:ການປົກປ້ອງສິດໃນການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາຫ້າ:ການປົກປ້ອງສິດໃນການຄຸ້ມຄອງແລະນໍາໃຊ້ຊັບສິນຂອງ ລັດ ລັດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງອົງການຈັດຕັ້ງຫຼື ບຸກຄົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດທີ່ຖືກຕ້ອງຕາມ ລະບຽບກົດໝາຍ.

..ໝວດທີ2ປະເພດຊັບສິນຂອງລັດ


...ມາດຕາຫົກ:ປະເພດຊັບສິນຂອງລັດ

ມາດຕາຫົກ:ປະເພດຊັບສິນຂອງລັດ ຊັບສິນຂອງລັດແຫ່ງສປປລາວແບ່ງອອກເປັນສອງປະເພດຄື: ສາທາລະນະສົມບັດແລະລັດຖະສົມບັດ. ລັດເປັນຜູ້ກໍານົດຊັບສິນຂອງລັດປະເພດໃດໜຶ່ງໃຫ້ເປັນສາທາ ລະນະສົມບັດຫຼືລັດຖະສົມບັດຕາມຄວາມຮຽກຮ້ອງຕ້ອງການຂອງການ ນໍາໃຊ້ໃນແຕ່ລະໄລຍະໂດຍສອດຄ່ອງກັບລະບຽບກົດໝາຍ.

...ມາດຕາເຈັດ:ສາທາລະນະສົມບັດ

ມາດຕາເຈັດ:ສາທາລະນະສົມບັດ ສາທາລະນະສົມບັດແມ່ນຊັບສິນຕ່າງໆຂອງລັດທີ່ມີລັກສະນະ ທໍາມະຊາດແລະຊັບສິນຂອງລັດທີ່ອົງການຈັດຕັ້ງຫຼືບຸກຄົນສ້າງຂຶ້ນເພື່ອ ໃຫ້ສາທາລະນະຊົນນໍາໃຊ້ຫຼືເພື່ອໃຫ້ການບໍລິການແກ່ສາທາລະນະຊົນ ລວມທັງຊັບສິນທີ່ຕົກເປັນສາທາລະນະສົມບັດຕາມລະບຽບກົດໝາຍ.

...ມາດຕາແປດ:ລັດຖະສົມບັດ

ມາດຕາແປດ:ລັດຖະສົມບັດ ລັດຖະສົມບັດແມ່ນຊັບສິນຂອງລັດທີ່ບໍ່ນອນຢູ່ໃນສາທາລະນະສົມ ບັດຊຶ່ງປະກອບດ້ວຍສັງຫາລະມະຊັບແລະອະສັງຫາລະມິຊັບທີ່ລັດມອບ ໃຫ້ອົງການຈັດຕັ້ງແລະບຸກຄົນເປັນຜູ້ຄອບຄອງແລະນໍາໃຊ້.

..ໝວດທີ3ການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ


...ມາດຕາເກົ້າ:ການຄຸ້ມຄອງຊັບສິນຂອງລັດ

ມາດຕາເກົ້າ:ການຄຸ້ມຄອງຊັບສິນຂອງລັດ ລັດຖະບານແຫ່ງສປປລາວຄຸ້ມຄອງຊັບສິນຂອງລັດທັງຢູ່ພາຍ ໃນແລະຕ່າງປະເທດລວມສູນເປັນເອກະພາບ.ລັດຖະບານມອບໃຫ້ກະ ຊວງ,ອົງການທຽບເທົ່າກະຊວງ,ອໍານາດການປົກຄອງແລະອົງການ ຈັດຕັ້ງທີ່ນໍາໃຊ້ງົບປະມານຂອງລັດຄຸ້ມຄອງແລະນໍາໃຊ້. ລັດຖະບານມອບສິດໃຫ້ກະຊວງການເງິນເປັນຜູ້ຕ່າງໜ້າໃນ ການຄຸ້ມຄອງລວມສູນດ້ວຍການຂຶ້ນບັນຊີ,ຂຶ້ນທະບຽນແລະອອກລະບຽບ ການກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ,ສໍາລັບຊັບສິນ ຂອງລັດທີ່ຈະນໍາໃຊ້,ມອບ-ໂອນ,ໃຫ້ເຊົ່າຫຼືສໍາປະທານ,ເອົາເຂົ້າຮູ້ນຫຼື ຮ່ວມທຶນນັ້ນແມ່ນລັດຖະບານເປັນຜູ້ຕົກລົງ.ຖ້າຫາກແມ່ນຊັບສິນທີ່ມີມູນ ຄ່າສູງຫຼືຂະໜາດໃຫຍ່ຕ້ອງໄດ້ຮັບຮອງເອົາຈາກສະພາແຫ່ງຊາດຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາສິບ:ການຂຶ້ນບັນຊີຊັບສິນຂອງລັດ

ມາດຕາສິບ:ການຂຶ້ນບັນຊີຊັບສິນຂອງລັດ ກະຊວງ,ອົງການທຽບເທົ່າກະຊວງ,ອໍານາດການປົກຄອງທ້ອງ ຖິ່ນທຸກຂັ້ນແລະອົງການຈັດຕັ້ງທີ່ນໍາໃຊ້ງົບປະມານຂອງລັດແຕ່ສູນກາງ ລົງຮອດທ້ອງຖິ່ນຕ້ອງໄດ້ຂຶ້ນບັນຊີຊັບສິນທີ່ຢູ່ພາຍໃຕ້ການຄຸ້ມຄອງແລະ ນໍາໃຊ້ຂອງຕົນແລະນໍາໄປຂຶ້ນບັນຊີລວມສູນຢູ່ຂະແໜງການເງິນຂັ້ນ ຂອງຕົນຕາມລະບຽບກົດໝາຍ.

...ມາດຕາສິບເອັດ:ການຂຶ້ນທະບຽນຊັບສິນຂອງລັດ

ມາດຕາສິບເອັດ:ການຂຶ້ນທະບຽນຊັບສິນຂອງລັດ ກະຊວງ,ອົງການທຽບເທົ່າກະຊວງ,ອໍານາດການປົກຄອງທ້ອງ ຖິ່ນທຸກຂັ້ນແລະອົງການຈັດຕັ້ງນໍາໃຊ້ງົບປະມານຂອງລັດແຕ່ສູນກາງ ລົງຮອດທ້ອງຖິ່ນຕ້ອງໄດ້ນໍາບັນຊີຊັບສິນທີ່ຢູ່ພາຍໃຕ້ການຄຸ້ມຄອງແລະ ນໍາໃຊ້ຂອງຕົນໄປຂຶ້ນທະບຽນລວມສູນຢູ່ຂະແໜງການເງິນຂັ້ນຂອງຕົນ ຕາມລະບຽບກົດໝາຍ. ຊັບສິນຂອງລັດທີ່ຕ້ອງຂຶ້ນທະບຽນມີ:ທີ່ດິນ,ເຄຫະສະຖານ,ວັດຖຸ ບູຮານ,ພາຫະນະກົນຈັກ,ພາຫະນະຂົນສົ່ງແລະຊັບສິນອື່ນໆທີ່ມີມູນຄ່າ ສູງຊຶ່ງລາຍລະອຽດລັດຖະບານຈະເປັນຜູ້ກໍານົດ. ໃນກໍລະນີທີ່ມີການມອບ-ໂອນຊັບສິນຂອງເອກະຊົນມາເປັນຊັບ ສິນຂອງລັດຫຼືລະຫວ່າງອົງການຈັດຕັ້ງຂອງລັດດ້ວຍກັນຫຼືຂອງລັດໄປ ເປັນຂອງເອກະຊົນນັ້ນທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາສັນຍາມອບ -ໂອນພ້ອມດ້ວຍເອກະສານອື່ນໆກ່ຽວກັບຊັບສິນດັ່ງກ່າວໄປຈົດທະບຽນ ໂອນກໍາມະສິດໃຫ້ຖືກຕ້ອງຕາມກົດໝາຍ.

...ມາດຕາສິບສອງ:ເນື້ອໃນການຂຶ້ນທະບຽນ.

ມາດຕາສິບສອງ:ເນື້ອໃນການຂຶ້ນທະບຽນ. ການຂຶ້ນທະບຽນຊັບສິນຂອງລັດຕ້ອງໄດ້ກໍານົດແຈ້ງກ່ຽວກັບ ຊື່,ເຄື່ອງໝາຍຊັບສິນ,ຈຸດພິເສດທາງດ້ານເຕັກນິກ,ມູນຄ່າ,ການໄດ້ ມາ,ຈຸດປະສົງຂອງການນໍາໃຊ້ແລະເວລາທີ່ເລີ່ມນໍາໃຊ້.ຖ້າຫາກແມ່ນ ທີ່ດິນຫຼືເຮືອນໃຫ້ກໍານົດທີ່ຕັ້ງ,ລັກສະນະແລະເນື້ອທີ່.

...ມາດຕາສິບສາມ:ການນໍາໃຊ້ຊັບສິນຂອງລັດ

ມາດຕາສິບສາມ:ການນໍາໃຊ້ຊັບສິນຂອງລັດ ການນໍາໃຊ້ຊັບສິນຂອງລັດແມ່ນໃຫ້ປະຕິບັດຕາມຈຸດປະສົງແລະ ເປົ້າໝາຍຂອງແຕ່ລະປະເພດຊັບສິນຂອງລັດດັ່ງນີ້: ການນໍາໃຊ້ສາທາລະນະສົມບັດແມ່ນເພື່ອຈຸດປະສົງຮັບໃຊ້ສາ ທາລະນະຊົນ,ອົງການຈັດຕ້ງຫຼືບຸກຄົນສາມາດໄດ້ຮັບສິດຄຸ້ມຄອງແລະ ນໍາໃຊ້ສາທາລະນະສົມບັດດ້ວຍການເຊົ່າຫຼືສໍາປະທານຕາມລະບຽບກົດ ໝາຍ.ຫ້າມເອົາສາທາລະນະສົມບັດເປັນສິນຄ້າຫຼືເປັນກໍາມະສິດສ່ວນ ຕົວ,ບໍ່ໃຫ້ຢຶດຫຼືຮິບ.ສາທາລະນະສົມບັດບໍ່ມີອາຍຸຄວາມໃນການຟ້ອງ ຮ້ອງ. ການນໍາໃຊ້ລັດຖະສົມບັດແມ່ນເພື່ອຈຸດປະສົງຮັບໃຊ້ວຽກງານ ບໍລິຫານ-ວິຊາການແລະການລົງທຶນຂອງລັດຊຶ່ງສາມາດໂອນສິດຄຸ້ມ ຄອງແລະນໍາໃຊ້,ໂອນກໍາມະສິດ,ຫັນເປັນສິນຄ້າ,ຖືກຢຶດ,ອາຍັດຫຼືຮິບ ໄດ້ແລະມີອາຍຸຄວາມໃນການຮ້ອງຟ້ອງຕາມລະບຽບກົດໝາຍ. ການນໍາໃຊ້ຊັບສິນຂອງລັດແຕ່ລະປະເພດຕ້ອງໃຫ້ຖືກຕາມຈຸດ ປະສົງແລະເປົ້າໝາຍຢ່າງມີການປະຢັດ,ຫ້າມນໍາໃຊ້ຊັບສິນຂອງລັດ ເພື່ອຜົນປະໂຫຍດສ່ວນຕົວເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາສິບສີ່:ການປ່ຽນແປງສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາສິບສີ່:ການປ່ຽນແປງສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດລວມທັງຊັບສິນຂອງໂຄງການຕ່າງໆທີ່ລັດໄດ້ຮັບການຊ່ວຍ ເຫຼືອຈາກພາຍໃນຫຼືຕ່າງປະເທດພາຍຫຼັງທີ່ໄດ້ສິ້ນສຸດ,ໝົດໜ້າທີ່ຫຼືໄດ້ ປະຕິບັດໂຄງການສໍາເລັດແລ້ວຕ້ອງສົ່ງມອບຊັບສິນທັງໝົດນັ້ນຄືນໃຫ້ ລັດໂດຍແມ່ນກະຊວງການເງິນ,ພະແນກການເງິນຫຼືຫ້ອງການການ ເງິນສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາ,ຕີລາຄາ,ຂຶ້ນບັນຊີ,ຮັບ -ມອບຫຼືຖອນຄືນ. ໃນກໍລະນີທີ່ຈະມີການຮື້ຖອນ,ສ້ອມແປງຫຼືປຸກສ້າງຂຶ້ນໃໝ່ນັ້ນ ຕ້ອງໄດ້ຜ່ານການກວດກາແລະເຫັນດີຈາກອົງການທີ່ກ່ຽວຂ້ອງ,ກະ ຊວງການເງິນ,ພະແນກການເງິນຫຼືຫ້ອງການການເງິນເສຍກ່ອນ.ສໍາ ລັບວັດຖຸທີ່ຍັງມີຄ່າຈາກການມ້ອງຫຼືຮື້ຖອນນັ້ນຕ້ອງໄດ້ຜ່ານການປະ ມູນຂາຍອອກແລ້ວມອບເງິນເຂົ້າງົບປະມານຂອງລັດໃຫ້ຄົບຖ້ວນແລະ ຖືກຕ້ອງຕາມລະບຽບກົດໝາຍ.

..ໝວດທີ4ການປົກປັກຮັກສາແລະການພັດທະນາຊັບສິນຂອງລັດ


...ມາດຕາສິບຫ້າ:ການປົກປັກຮັກສາຊັບສິນຂອງລັດ

ມາດຕາສິບຫ້າ:ການປົກປັກຮັກສາຊັບສິນຂອງລັດ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດມີພັນທະໃນການປົກປັກຮັກສາ,ສ້ອມແປງໃຫ້ຢູ່ໃນສະພາບທີ່ດີ, ບໍ່ໃຫ້ຕົກເຮ່ຍເສຍຫາຍ,ຕ້ອງຮັກສາປະລິມານແລະຄຸນນະພາບໃຫ້ເໝາະ ສົມຕາມມາດຕະຖານເຕັກນິກຂອງແຕ່ລະປະເພດຊັບສິນ. ຊັບສິນຂອງລັດທີ່ຢູ່ໃນການຄຸ້ມຄອງແລະນໍາໃຊ້ຂອງອົງການ ຈັດຕັ້ງຫຼືບຸກຄົນຫາກເປ່ເພ,ເຊື່ອມຄຸນໃຊ້ການບໍ່ໄດ້ຫຼືບໍ່ຕ້ອງການນໍາໃຊ້ ແລ້ວນັ້ນໃຫ້ຈັດຕັ້ງປະມູນຂາຍອອກໂດຍໄດ້ຮັບການເຫັນດີຈາກອໍາ ນາດການປົກຄອງແລະພະແນກການເງິນຂັ້ນຂອງຕົນ. ສໍາລັບການພົບເຫັນວັດຖະສິ່ງຂອງທີ່ມີຄ່າຢູ່ໜ້າດິນ,ໃຕ້ດິນ,ໜ້າ ນໍ້າ,ໃຕ້ນໍ້າ,ຊັບສິ່ງຂອງຕົກເຮ່ຍທີ່ບໍ່ມີເຈົ້າຂອງ,ຊັບສິນທີ່ຖືກຢຶດ,ຮິບຫຼື ຖອນຄືນຊຶ່ງໄດ້ກໍານົດເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍກໍາ ມະສິດນັ້ນຖ້າວ່າຊັບສິນດັ່ງກ່າວຫາກເປັນປະເພດສິນຄ້າແລະວັດຖຸທີ່ ເສື່ອມຄຸນຫຼືເປ່ເພໄວອົງການທີ່ຕົກລົງຖອນຄືນ,ອົງການປະຕິບັດຄໍາຕັດ ສິນຂອງສານຫຼືອົງການທີ່ໄດ້ຮັບສິດຄຸ້ມຄອງຊັບສິນດັ່ງກ່າວຕ້ອງຂຶ້ນບັນ ຊີແລະປະເມີນລາຄາແລ້ວຈັດຕັ້ງການປະມູນຂາຍຢ່າງຮີບດ້ວນ.ລາຍ ຮັບທີ່ໄດ້ຈາກການປະມູນຂາຍຊັບສິນຂອງລັດຕ້ອງໄດ້ມອບເຂົ້າງົບປະ ມານຢ່າງຄົບຖ້ວນແລະຖືກຕ້ອງຕາມລະບຽບກົດໝາຍ.

...ມາດຕາສິບຫົກ:ການຂຶ້ນແຜນປົກປັກຮັກສາ,ບູລະນະແລະສ້ອມແປງຊັບສິນຂອງລັດ

ມາດຕາສິບຫົກ:ການຂຶ້ນແຜນປົກປັກຮັກສາ,ບູລະນະແລະສ້ອມແປງ ຊັບສິນຂອງລັດ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດໃນຂົງເຂດບໍລິຫານ-ວິຊາການມີໜ້າທີ່ຂຶ້ນແຜນປົກປັກຮັກສາ ,ບູລະນະແລະສ້ອມແປງຊັບສິນຂອງລັດທີ່ຢູ່ພາຍໃຕ້ການຄຸ້ມຄອງແລະ ນໍາໃຊ້ຂອງຕົນແລ້ວນໍາສະເໜີຂໍການຕົກລົງຈາກອໍານາດການປົກຄອງ ຂັ້ນຂອງຕົນເພື່ອເອົາເຂົ້າແຜນງົບປະມານຕາມລະບຽບກົດໝາຍ.

...ມາດຕາສິບເຈັດ:ການພັດທະນາຊັບສິນຂອງລັດ

ມາດຕາສິບເຈັດ:ການພັດທະນາຊັບສິນຂອງລັດ ລັດຊຸກຍູ້ແລະສົ່ງເສີມການພັດທະນາຊັບສິນຂອງລັດດ້ວຍການ ວາງນະໂຍບາຍ,ລະບຽບການ,ວິທີການແລະມາດຕະການຕ່າງໆໃຫ້ ເໝາະສົມກັບແຕ່ລະປະເພດແລະລັກສະນະຂອງຊັບສິນ. ອົງການຈັດຕັ້ງຫຼືບຸກຄົນທີ່ນໍາໃຊ້ຊັບສິນຂອງລັດມີພັນທະໃນການ ພັດທະນາຊັບສິນດັ່ງກ່າວໃຫ້ມີຄຸນນະພາບດີ,ອຸດົມສົມບູນແລະຍືນຍົງ ແນ່ໃສ່ຮັບໃຊ້ຜົນປະໂຫຍດລວມຂອງຊາດຢ່າງຍາວນານ.

...ມາດຕາສິບແປດ:ການຂຶ້ນແຜນພັດທະນາຊັບສິນຂອງລັດ

ມາດຕາສິບແປດ:ການຂຶ້ນແຜນພັດທະນາຊັບສິນຂອງລັດ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດໃນຂົງເຂດບໍລິຫານ-ວິຊາການມີໜ້າທີ່ຂຶ້ນແຜນພັດທະນາຊັບ ສິນຂອງລັດທີ່ຢູ່ພາຍໃຕ້ການຄຸ້ມຄອງແລະນໍາໃຊ້ຂອງຕົນແລະນໍາສະ ເໜີຂໍການຕົກລົງຈາກອໍານາດການປົກຄອງຂັ້ນຂອງຕົນເພື່ອເອົາເຂົ້າ ແຜນງົບປະມານຕາມລະບຽບກົດໝາຍ.

..ໝວດທີ5ການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ


...ມາດຕາສິບເກົ້າ:ອົງການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາສິບເກົ້າ:ອົງການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດ ອົງການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດປະ ກອບມີ: ໜຶ່ງ:ກະຊວງການເງິນຊຶ່ງລັດຖະບານໄດ້ມອບສິດໃຫ້ເປັນຜູ້ ຕ່າງໜ້າໃນການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ ລວມສູນເປັນເອກະພາບໃນທົ່ວປະເທດ. ສອງ:ກະຊວງ,ອົງການທຽມເທົ່າກະຊວງ,ອໍານາດການປົກ ຄອງທ້ອງຖິ່ນທຸກຂັ້ນແລະອົງການຈັດຕ້ງທີ່ນໍາໃຊ້ງົບປະມານຂອງລັດ ຊຶ່ງເປັນຜູ້ກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດທີ່ຢູ່ພາຍ ໃຕ້ການຄຸ້ມຄອງແລະນໍາໃຊ້ຂອງຕົນ.

...ມາດຕາຊາວ:ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາຊາວ:ສິດແລະໜ້າທີ່ຂອງກະຊວງການເງິນ ກະຊວງການເງິນຊຶ່ງເປັນຜູ້ຕ່າງໜ້າລັດຖະບານມີສິດແລະໜ້າ ທີ່ໃນການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດດັ່ງນີ້: ໜຶ່ງ:ຄົ້ນຄວ້າລະບຽບການກ່ຽວກັບການກວດກາການຄຸ້ມຄອງ ແລະນໍາໃຊ້ຊັບສິນຂອງລັດເພື່ອນໍາສະເໜີລັດຖະບານພິຈາລະນາ. ສອງ:ກວດກາການຂຶ້ນບັນຊີແລະການຂຶ້ນທະບຽນຊັບສິນຂອງ ລັດໃນຂອບເຂດທົ່ວປະເທດ. ສາມ:ປະສານສົມທົບກັບຂະແໜງການອື່ນໆແລະອໍານາດການ ປົກຄອງທ້ອງຖິ່ນກ່ຽວກັບການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດ. ສີ່:ສະຫຼຸບລາຍງານຜົນຂອງການກວດກາການຄຸ້ມຄອງແລະນໍາ ໃຊ້ຊັບສິນຂອງລັດໃຫ້ລັດຖະບານເປັນແຕ່ລະໄລຍະ. ຫ້າ:ກໍ່ສ້າງ,ບໍາລຸງແລະຍົກລະດັບວິຊາການດ້ານການກວດກາ ການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເຮັດວຽກງານກວດກາ. ຫົກ:ປະຕິບັດແລະໜ້າທີ່ອື່ນໆກ່ຽວກັບການກວດກາການຄຸ້ມຄອງ ແລະນໍາໃຊ້ຊັບສິນຂອງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາຊາວເອັດ:ສິດແລະໜ້າທີ່ຂອງກະຊວງ,ອົງການທຽບເທົ່າກະຊວງ,ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນແລະອົງການຈັດຕັ້ງ

ມາດຕາຊາວເອັດ:ສິດແລະໜ້າທີ່ຂອງກະຊວງ,ອົງການທຽບເທົ່າກະ ຊວງ,ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນແລະອົງການຈັດຕັ້ງທີ່ນໍາ ໃຊ້ງົບປະມານຂອງລັດ. ກະຊວງ,ອົງການທຽບເທົ່າກະຊວງ,ອໍານາດການປົກຄອງທ້ອງ ຖິ່ນທຸກຂັ້ນແລະອົງການຈັດຕັ້ງທີ່ນໍາໃຊ້ງົບປະມານຂອງລັດມີສິດແລະ ໜ້າທີ່ໃນການກວດກາຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດດັ່ງນີ້: ໜຶ່ງ:ກວດກາຂຶ້ນບັນຊີແລະການຂຶ້ນທະບຽນຊັບສິນຂອງລັດທີ່ຢູ່ ພາຍໃຕ້ການຄຸ້ມຄອງແລະນໍາໃຊ້ຂອງຕົນ. ສອງ:ກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດທີ່ຢູ່ພາຍ ໃຕ້ການຄຸ້ມຄອງແລະນໍາໃຊ້ຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ສາມ:ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການກວດກາການຄຸ້ມ ຄອງແລະນໍາໃຊ້ຊັບສິນຂອງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາຊາວສອງ:ການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາຊາວສອງ:ການກວດກາການຄຸ້ມຄອງແລະນໍາໃຊ້ຊັບສິນຂອງ ລັດ ການກວດກາຊັບສິນຂອງລັດແມ່ນການຕິດຕາມກວດກາກ່ຽວ ກັບການຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາແລະພັດທະນາຊັບສິນຂອງລັດ ຂອງອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ຮັບສິດໃນການຄຸ້ມຄອງແລະນໍາໃຊ້ ເພື່ອໃຫ້ຖືກຕ້ອງຕາມຈຸດປະສົງ,ເປົ້າໝາຍແລະລະບຽບກົດໝາຍ. ອົງການຈັດຕັ້ງຫຼືບຸກຄົນທີ່ຖືກກວດກາແລະພາກສ່ວນອື່ນໆທີ່ກ່ຽວ ຂ້ອງຕ້ອງໃຫ້ຄວາມຮ່ວມມືແກ່ພະນັກງານກວດກາຊັບສິນຂອງລັດ. ...ມາດຕາຊາວສາມ:ປະເພດການກວດກາຊັບສິນຂອງລັດ

ມາດຕາຊາວສາມ:ປະເພດການກວດກາຊັບສິນຂອງລັດ ການກວດກາຊັບສິນຂອງລັດມີສາມປະເພດດັ່ງນີ້: ໜຶ່ງ:ການກວດກາຕາມລະບົບປົກກະຕິ. ສອງ:ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. ສາມ:ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນ ໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະຖືກກວດກາ ຊາບລ່ວງໜ້າ; ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາຊັບສິນຂອງລັດນັ້ນເຈົ້າໜ້າທີ່ກວດ ກາຊັບສິນຂອງລັດຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ. ...ມາດຕາຊາວສີ່:ເນື້ອໃນຂອງການກວດກາ

ມາດຕາຊາວສີ່:ເນື້ອໃນຂອງການກວດກາ ການກວດກາຊັບສິນຂອງລັດມີເນື້ອໃນຕົ້ນຕໍດັ່ງລຸ່ມນີ້: ໜຶ່ງ:ການຈັດຕັ້ງປະຕິບັດກົດໝາຍ,ລະບຽບການຕ່າງໆ,ຈຸດປະ ສົງແລະເປົ້າໝາຍກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ. ສອງ:ການຈັດຕັ້ງປະຕິບັດຂໍ້ຜູກພັນແລະເນື້ແໃນອື່ນໆຂອງສັນ ຍາລວມທັງເອກະສານທີ່ພົວພັນກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງ ລັດ. ສາມ:ການຈັດຕັ້ງປະຕິບັດແຜນການກ່ຽວກັບການປົກປັກຮັກ ສາ,ພັດທະນາແລະປະສິດທິຜົນຂອງການຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດ. ..ໝວດທີ6ການແກ້ໄຂຂໍ້ຂັດແຍ່ງ,ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຊາວຫ້າ:ການແກ້ໄຂຂໍ້ຂັດແຍ່ງ

ມາດຕາຊາວຫ້າ:ການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດມີສອງປະເພດຄື:ຂໍ້ຂັດແຍ່ງທີ່ ມີລັກສະນະບໍລິຫານແລະຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງຫຼືທາງອາ ຍາ. ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດທີ່ມີລັກສະນະບໍລິ ຫານເຊັ່ນ:ການຄອບຄອງແລະນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະ ນຸຍາດ,ບໍ່ຖືກຕ້ອງຕາມຈຸດປະສົງ,ເປົ້າໝາຍຫຼືລະບຽບກົດໝາຍແມ່ນ ໜ້າທີ່ຂອງຂະແໜງການເງິນໂດຍສົມທົບກັບອໍານາດການປົກຄອງແລະ ອົງການທີ່ກ່ຽວຂ້ອງເປັນຜູ້ພິຈາລະນາແກ້ໄຂ. ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດທີ່ມີລັກສະນະທາງ ແພ່ງຫຼືທາງອາຍາເຊັ່ນ:ການບໍ່ປະຕິບັດຕາມສັນຍາ,ການປອມແປງເອ ກະສານຫຼືການຍັກຍອກເອົາຊັບສິນຂອງລັດນັ້ນແມ່ນໜ້າທີ່ຂອງສານປະ ຊາຊົນເປັນຜູ້ພິຈາລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາຊາວຫົກ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຊາວຫົກ:ນະໂຍບາຍຕໍ່ຜູ້ມີຜົນງານ ອົງການຈັດຕັ້ງຫຼືບຸກຄົນທີ່ຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ ໂດຍຖືກຕ້ອງຕາມຈຸດປະສົງ,ເປົ້າໝາຍແລະລະບຽບກົດໝາຍ,ປົກປັກ ຮັກສາແລະພັດທະນາຊັບສິນຂອງລັດຢ່າງມີປະສິດທິຜົນນັ້ນຈະໄດ້ຮັບ ການຍ້ອງຍໍຫຼືນະໂຍບາຍອື່ນໆຊຶ່ງລັດຖະບານເປັນຜູ້ກໍານົດ.

...ມາດຕາຊາວເຈັດ:ມາດຕະການຕໍ່ຜູ້ລະເມີດ

ມາດຕາຊາວເຈັດ:ມາດຕະການຕໍ່ຜູ້ລະເມີດ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ລະເມີດລະບຽບແລະກົດໝາຍສະ ບັບນີ້ຈະຖືກປະຕິບັດມາດຕະການຕັກເຕືອນ,ສຶກສາອົບຮົມ,ຮັບຜິດຊອບ ທາງແພ່ງຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ. ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວຜູ້ກະທໍາຜິດ ອາດຈະໄດ້ຮັບໂທດເພີ່ມເຊັ່ນ:ຖືກໂຈະການໃຫ້ອະນຸຍາດດໍາເນີນທຸລະ ກິດ,ຖອນໃບອະນຸຍາດນໍາໃຊ້ຊັບສິນຂອງລັດຫຼືຮິບພາຫະນະແລະອຸປະ ກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ.

...ມາດຕາຊາວແປດ:ມາດຕະການຕັກເຕືອນແລະສຶກສາອົບຮົມ

ມາດຕາຊາວແປດ:ມາດຕະການຕັກເຕືອນແລະສຶກສາອົບຮົມ ອົງການຈັດຕັັ້ງຫຼືບຸກຄົນໃດຫາກໄດ້ລະເມີດກົດໝາຍສະບັບນີ້ທີ່ ມີລັກສະນະເບົາເຊັ່ນ:ຄອບຄອງ,ນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະ ນຸຍາດ,ປົກປັກຮັກສາຫຼືພັດທະນາຊັບສິນຂອງລັດບໍ່ຖືກຈຸດປະສົງ,ເປົ້າ ໝາຍຫຼືລະບຽບກົດໝາຍຊຶ່ງບໍ່ມີຜົນເສຍຫາຍຢ່າງຫຼວງຫຼາຍນັ້ນຈະຖືກ ຕັກເຕືອນ,ສຶກສາອົບຮົມແລະໃຫ້ຢຸດເຊົາການລະເມີດດັ່ງກ່າວ.

...ມາດຕາຊາວເກົ້າ:ມາດຕະການໃຊ້ແທນຄ່າເສຍຫາຍ

ມາດຕາຊາວເກົ້າ:ມາດຕະການໃຊ້ແທນຄ່າເສຍຫາຍ ອົງການຈັດຕັ້ງຫຼືບຸກຄົນທີ່ໄດ້ເຮັດໃຫ້ຊັບສິນຂອງລັດເປ່ເພຫຼື ເສຍຫາຍຍ້ອນລະເມີດລະບຽບກົດໝາຍຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາສາມສິບ:ມາດຕະການທາງອາຍາ

ມາດຕາສາມສິບ:ມາດຕະການທາງອາຍາ ບຸກຄົນໃດທີ່ໄດ້ກະທໍາຜິດທາງອາຍາຕໍ່ຊັບສິນຂອງລັດເຊັ່ນ:ປອດ ແປງເອກະສານ,ລັກ,ສໍ້ໂກງ,ຍັກຍອກ,ທໍາລາຍຊັບສິນຂອງລັດ,ຂຸດຄົ້ນ ຫຼືເຄື່ອນຍ້າຍຊັບພະຍາກອນທໍາມະຊາດໂດຍບໍ່ຖືກຕ້ອງຕາມກົດໝາຍ ນັ້ນເຈົ້າໜ້າທີ່ທີ່ກ່ຽວຂ້ອງສາມາດຢືດຫຼືອາຍັດຊັບສິນດັ່ງກ່າວໄວ້ເພື່ອ ດໍາເນີນຄະດີຕາມລະບຽບກົດໝາຍ. ພະນັກງານຫຼືລັດຖະກອນທີ່ໄດ້ເປີດເຜີຍຄວາມລັບທາງລັດຖະ ການກ່ຽວກັບຊັບສິນຂອງລັດຈະຖືກປະຕິບັດວິໄນຫຼືຈະຖືກລົງໂທດຕາມ ກົດໝາຍ.ໃນກໍລະນີທີ່ມີການກະທໍາຜິດເຊັ່ນ:ການສວຍໃຊ້ໜ້າທີ່ຕໍາ ແໜ່ງ,ໃຊ້ອໍານາດເກີນຂອບເຂດ,ຮັບສິນບົນ,ເກັບລາຍຮັບແລ້ວບໍ່ຖອກ ເຂົ້າຄັງເງິນຂອງລັດດ້ວຍຮູບການໃດໜຶ່ງເພື່ອຫາຜົນປະໂຫຍດສ່ວນ ຕົວ,ກໍ່ຄວາມເສຍຫາຍແກ້ຜົນປະໂຫຍດຂອງລັດ,ລວມໝູ່ຫຼືບຸກຄົນຈະ ຖືກລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນ ຄ່າເສຍຫາຍທັງໝົດທີ່ຕົນໄດ້ກໍ່ຂຶ້ນ.

..ໝວດທີ7ບົດບັນຍັດສຸດທ້າຍ


...ມາດຕາສາມສິບເອັດ:ການຈັດຕັ້ງປະຕິບັດ

ມາດຕາສາມສິບເອັດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສາມສິບສອງ:ຜົນສັກສິດ

ມາດຕາສາມສິບສອງ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ມື້ປະ ທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ທຸກຂໍ້ກໍານົດແລະບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ອນແຕ່ ຖືກຍົກເລີກ.

ປະທານສະພາແຫ່ງຊາດ ສະໝານ ວິຍະເກດ