ກົດໝາຍວ່າດ້ວຍຊັບສິນຂອງລັດ(ສະບັບປັບປຸງ) 03-07-2012

From Wikisource
Jump to navigation Jump to search

.ຊັບສິນຂອງລັດ(ສະບັບປັບປຸງ) 03-07-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ກ່ຽວກັບການຄຸ້ມຄອງ,ການນໍາໃຊ້,ການປົກປັກຮັກສາ,ການພັດທະນາ ແລະການຕິດຕາມກວດກາຊັບສິນຂອງລັດເພື່ອໃຫ້ມີປະສິດທິພາບ,ປະສິດ ທິຜົນ,ຖືກຕ້ອງຕາມຈຸດປະສົງ,ເປົ້າໝາຍແລະລະບຽບກົດໝາຍແນ່ໃສ່ ປົກປັກຮັກສາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມໃຫ້ມີຄວາມ ຍືນຍົງ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ.

...ມາດຕາ 2 (ປັບປຸງ) ຊັດສິນຂອງລັດ

ມາດຕາ 2 (ປັບປຸງ) ຊັດສິນຂອງລັດ ຊັບສິນຂອງລັດແມ່ນຊັບສົມບັດທີ່ເກີດຂຶ້ນຕາມທໍາມະຊາດ,ການ ສ້າງຂຶ້ນຂອງຄົນທີ່ເປັນກໍາມະສິດຂອງລັດແລະຂອງວົງຄະນະຍາດແຫ່ງ ຊາດຊຶ່ງປະກອບດ້ວຍສັງຫາລິມະຊັບແລະອະສັງຫາລິມະຊັບທີ່ມີຕົວຕົນ ແລະບໍ່ມີຕົວຕົນຢູ່ເທິງໜ້າດິນ,ໃຕ້ດິນ,ໜ້ານໍ້າ,ໃຕ້ນໍ້າແລະນ່ານຟ້າໃນ ຂອບເຂດຜືນແຜ່ນດິນຂອງ ສປປລາວ ລວມທັງຊັບສິນຂອງລັດ ສປປ ລາວ ທີ່ມີຢູ່ຕ່າງປະເທດ.

...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສັງຫາລິມະຊັບ ໝາຍເຖິງ ຊັບທີ່ສາມາດເຄື່ອນຍ້າຍໄດ້ຊຶ່ງ ປະກອບດ້ວຍຊັບສິນທີ່ມີຕົວຕົນເປັນຕົ້ນພາຫະນະ,ເຄື່ອງກົນຈັກ,ວັດຖຸ ແລະຊັບສິນທີ່ບໍ່ມີຕົວຕົນເປັນຕົ້ນຊັບສິນທາງປັນຍາ; 2. ອະສັງຫາລິມະຊັບໝາຍເຖິງຊັບທີ່ບໍ່ສາມາດເຄື່ອນຍ້າຍໄດ້ ຄື:ທີ່ດິນແລະສິ່ງກໍ່ສ້າງ; 3. ສິ່ງກໍ່ສ້າງໝາຍເຖິງຕຶກ,ອາຄານ,ໂຮງຈັກ,ໂຮງງານ,ເຂື່ອນ ໄຟຟ້າ,ພື້ນຖານໂຄງລ່າງແລະບູຮານສະຖານ; 4. ການຂຶ້ນບັນຊີຊັບສິນຂອງລັດໝາຍເຖິງການຈົດກ່າຍຈໍານວນ ,ເລກທະບຽນ,ເລກລະຫັດ,ມູນຄ່າແລະຕົ້ນກໍາເນີດຂອງຊັບສິນຂອງລັດ; 5. ການຂຶ້ນທະບຽນຊັບສິນຂອງລັດໝາຍເຖິງການຕິດກາໝາຍ ,ການໃສ່ເລກທະບຽນ,ລະຫັດຊັບສິນຂອງລັດຊຶ່ງເປັນການກໍານົດລັກສະ ນະສະເພາະແລະເປັນຂໍ້ມູນເບື້ອງຕົ້ນຂອງການລົງບັນຊີຕິດຕາມ; 6. ພະນັກງານຄຸ້ມຄອງຊັບສິນຂອງລັດໝາຍເຖິງພະນັກງານ - ລັດຖະກອນທີ່ສັງກັດຢູ່ຂະແໜງການຄຸ້ມຄອງຊັບສິນຂອງລັດ; 7. ຂະແໜງການຄຸ້ມຄອງຊັບສິນຂອງລັດໝາຍເຖິງການຈັດຕັ້ງ ທີ່ເຮັດວຽກງານຄຸ້ມຄອງຊັບສິນຂອງລັດຊຶ່ງປະກອບດ້ວຍກົມຄຸ້ມຄອງຊັບ ສິນຂອງລັດ,ຫ້ອງການຄຸ້ມຄອງຊັບສິນຂອງລັດປະຈໍາແຂວງ,ນະຄອນ ແລະໜ່ວຍງານຄຸ້ມຄອງຊັບສິນຂອງລັດປະຈໍາເມືອງ,ເທດສະບານ; 8. ຄ່າພາກຫຼວງໝາຍເຖິງຄ່າຊົມໃຊ້ຊັບພະຍາກອນທໍາມະຊາດ ຊຶ່ງຜູ້ໄດ້ຮັບສິດນໍາໃຊ້ຊັບພະຍາກອນດັ່ງກ່າວຕ້ອງຈ່າຍໃຫ້ລັດໂດຍການ ຄິດໄລ່ເປັນອັດຕາສ່ວນຮ້ອຍຂອງລາຍຮັບທັງໝົດ; 9. ດິນ ໝາຍເຖິງ ດິນທີ່ຍັງເປັນທໍາມະຊາດຢູ່ຊຶ່ງຕ້ອງໄດ້ຂຶ້ນບັນ ຊີຊັບສິນຂອງລັດ; 10. ທີ່ດິນໝາຍເຖິງດິນທີ່ມີການພັດທະນາແລ້ວຊຶ່ງຕ້ອງໄດ້ຂຶ້ນ ທະບຽນຊັບສິນຂອງລັດ.

...ມາດຕາ 4 (ປັບປຸງ) ການໄດ້ມາຊັບສິນຂອງລັດ

ມາດຕາ 4 (ປັບປຸງ) ການໄດ້ມາຊັບສິນຂອງລັດ ຊັບສິນຂອງລັດໄດ້ມາຈາກຊັບສົມບັດທີ່ເກີດຂຶ້ນຕາມທໍາມະຊາດ ແລະຈາກການສ້າງຂຶ້ນຂອງຄົນ. ຊັບສິນຂອງລັດທີ່ເກີດຂຶ້ນຕາມທໍາມະຊາດປະກອບດ້ວຍດິນ,ດອນ ,ພູ,ຜາ,ປ່າໄມ້,ບໍ່ແຮ່,ແຫຼ່ງນໍ້າ,ສັດນໍ້າ,ສັດປ່າ,ນ່ານຟ້າ,ອາກາດແລະ ຊັບພະຍາກອນທໍາມະຊາດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຊັບສິນຂອງລັດທີ່ໄດ້ມາຈາກການສ້າງຂຶ້ນຂອງຄົນປະກອບດ້ວຍ: 1. ຊັບສິນທີ່ເປັນມໍລະດົກຂອງຊາດຊຶ່ງມີມໍລະດົກທາງດ້ານທໍາມະ ຊາດ,ປະຫວັດສາດແລະວັດທະນະທໍາ; 2. ຊັບສິນທີ່ໄດ້ມາຈາກງົບປະມານລັດດ້ວຍການຊື້,ການແລກ ປ່ຽນ,ຊັບສິນທີ່ໄດ້ມາຈາກການຊ່ວຍເຫຼືອ,ການກູ້ຢືມ,ການມອບກໍາມະສິດ ໃຫ້ລັດ,ການຮິບຊັບຕາມຄໍາຕັດສິນຂອງສານ,ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ ແລະມູນມໍລະດົກທີ່ບໍ່ມີສາຍຍາດສືບທອດລວມທັງຊັບສິນທີ່ຕົກເປັນກໍາມະ ສິດຂອງລັດດ້ວຍຮູບການອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 5 (ປັບປຸງ) ກໍາມະສິດກ່ຽວກັບຊັບສິນຂອງລັດ

ມາດຕາ 5 (ປັບປຸງ) ກໍາມະສິດກ່ຽວກັບຊັບສິນຂອງລັດ ຊັບສິນຂອງລັດເປັນກໍາມະສິດຂອງລັດແລະຂອງວັງຄະນະຍາດ ແຫ່ງຊາດຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນເປັນເອກະພາບໂດຍມອບ ໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນຄຸ້ມຄອງ,ນໍາໃຊ້,ໃຫ້ເຊົ່າ,ໃຫ້ ສໍາປະທານ,ປົກປັກຮັກສາແລະພັດທະນາແບບຍືນຍົງຕາມລະບຽບກົດ ໝາຍ.

...ມາດຕາ 6 (ໃໝ່) ນະໂຍບາຍກ່ຽວກັບການຄຸ້ມຄອງຊັບສິນຂອງລັດ

ມາດຕາ 6 (ໃໝ່) ນະໂຍບາຍກ່ຽວກັບການຄຸ້ມຄອງຊັບສິນຂອງລັດ ລັດມີນະໂຍບາຍລົງທຶນໃສ່ການຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາ ແລະພັດທະນາຊັບສິນຂອງລັດໃຫ້ມີປະສິດທິພາບ,ປະສິດທິຜົນແລະມີ ຄວາມຍືນຍົງດ້ວຍການນໍາໃຊ້ລະບົບເຕັກນິກທີ່ທັນສະໄໝ. ລັດຊຸກຍູ້ແລະສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ປະກອບສ່ວນລົງທຶນເຂົ້າໃນການປົກປັກຮັກສາແລະພັດທະນາຊັບສິນ ຂອງລັດດ້ວຍການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ,ດ້ວຍຮູບ ການຫັນຊັບສິນເປັນທຶນ,ມອບສິດຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາແລະສິດ ໄດ້ຮັບຜົນປະໂຫຍດຈາກຊັບສິນດັ່ງກ່າວ.

...ມາດຕາ 7 (ໃໝ່) ຫຼັກການກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາ 7 (ໃໝ່) ຫຼັກການກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດ ການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ຕ້ອງໃຫ້ເປັນເອກະພາບແລະລວມສູນໃນຂອບເຂດທົ່ວປະເທດ ,ມີການຈັດແບ່ງຂັ້ນແລະຄວາມຮັບຜິດຊອບຂອງແຕ່ລະອົງການຈັດຕັ້ງ ຂອງລັດທີ່ກ່ຽວຂ້ອງ; 2. ຕ້ອງໄດ້ຮັບສິດຈາກລັດ; 3. ຕ້ອງໃຫ້ຖືກຕາມເປົ້າໝາຍ,ມາດຕະຖານ,ລະດັບຂັ້ນ,ມີປະສິດ ທິພາບ,ປະສິດທິຜົນ,ເປີດເຜີຍ,ໂປ່ງໃສ,ສະເໝີພາບ,ປະຢັດ,ຍາວນານຫຼື ຍືນຍົງ; 4. ຕ້ອງໄດ້ບໍາລຸງຮັກສາ,ສ້ອມແປງໃຫ້ຢູ່ໃນສະພາບດີແລະໃຊ້ ແທນຊັບສິນທີ່ຕົກເຮ່ຍເສຍຫາຍຕາມລະບຽບກົດໝາຍ; 5. ຕ້ອງຕີລາຄາມູນຄ່າຊັບສິນຂອງລັດຕາມກົນໄກຕະຫຼາດໃນ ການຊື້,ຂາຍ,ໃຫ້ເຊົ່າ,ໃຫ້ສໍາປະທານ,ເຂົ້າຮ່ວມທຶນ,ແລກປ່ຽນແລະອື່ນ ໆເວັ້ນເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ຢ່າງອື່ນ; 6. ຕ້ອງມອບລາຍຮັບທີ່ໄດ້ຈາກຊັບສິນຂອງລັດເຂົ້າເປັນລາຍຮັບ ງົບປະມານແຫ່ງລັດ.

...ມາດຕາ 8 ການປົກປ້ອງສິດໃນການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາ 8 ການປົກປ້ອງສິດໃນການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ ລັດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງອື່ນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດທີ່ຖືກ ຕ້ອງຕາມລະບຽບກົດໝາຍ.

...ມາດຕາ 9 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 9 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງອື່ນທັງພາກລັດແລະເອກະຊົນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດທີ່ມີຢູ່ໃນ ສປປລາວ ແລະຊັບສິນຂອງສປປລາວ ທີ່ມີຢູ່ໃນຕ່າງ ປະເທດ.

...ມາດຕາ 10 (ໃໝ່) ການຮ່ວມມືສາກົນ

ມາດຕາ 10 (ໃໝ່) ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດດ້ວຍການ ແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ການພັດທະນາຊັບພະ ຍາກອນມະນຸດ,ການຊ່ວຍເຫຼືອແລະອື່ນໆເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນ ພາຄີ.

..ພາກທີ 2 ປະເພດຊັບສິນຂອງລັດ


...ມາດຕາ 11 (ປັບປຸງ) ປະເພດຊັບສິນຂອງລັດ

ມາດຕາ 11 (ປັບປຸງ) ປະເພດຊັບສິນຂອງລັດ ຊັບສິນຂອງລັດແບ່ງອອກເປັນສອງປະເພດຄື:ສາທາລະນະສົມບັດ ແລະ ລັດຖະສົມບັດ.

...ມາດຕາ 12 (ປັບປຸງ) ສາທາລະນະສົມບັດ

ມາດຕາ 12 (ປັບປຸງ) ສາທາລະນະສົມບັດ ສາທາລະນະສົມບັດແມ່ນຊັບສິນຕ່າງໆຂອງວົງຄະນະຍາດແຫ່ງ ຊາດທີ່ເກີດຂຶ້ນຕາມທໍາມະຊາດແລະຊັບສິນທີ່ອົງການຈັດຕັ້ງສັງຄົມຫຼືບຸກ ຄົນສ້າງຂຶ້ນເພື່ອສາທາລະນະປະໂຫຍດ. ສາທາລະນະສົມບັດປະກອບດ້ວຍ: 1. ຊັບພະຍາກອນທໍາມະຊາດ:ດິນ,ນ່ານຟ້າ,ອາກາດ,ແມ່ນໍ້າ, ຫ້ວຍ,ບຶ່ງ,ພູຜາ,ຖໍ້າ,ປ່າໄມ້,ແຮ່ທາດ,ສັດນໍ້າ,ສັດປ່າ,ພືດທີ່ເກີດຂຶ້ນຕາມ ທໍາມະຊາດແລະອື່ນໆ; 2. ມໍລະດົກຂອງຊາດ:ສະຖານທີ່ທ່ອງທ່ຽວທໍາມະຊາດ,ບູຮານສະ ຖານ,ວັດຖຸບູຮານ,ວັດວາອາຣາມແລະອື່ນໆ.

...ມາດຕາ 13 (ປັບປຸງ) ລັດຖະສົມບັດ

ມາດຕາ 13 (ປັບປຸງ) ລັດຖະສົມບັດ ລັດຖະສົມບັດແມ່ນຊັບສິນທີ່ລັດລົງທຶນສ້າງຂຶ້ນຫຼືໄດ້ມາດ້ວຍ ຄວາມຊອບທໍາ,ຕາມລະບຽບກົດໝາຍຊຶ່ງປະກອບດ້ວຍສັງຫາລິມະຊັບ ແລະອະສັງຫາລິມະຊັບທີ່ມອບໃຫ້ການຈັດຕັ້ງ,ນິຕິບຸກຄົນແລະບຸກຄົນເປັນ ຜູ້ຄຸ້ມຄອງນໍາໃຊ້. ລັດຖະສົມບັດປະກອບດ້ວຍ: 1. ພື້ນຖານໂຄງລ່າງ: ລະບົບຊົນລະປະທານ,ລະບົບການຈະລາ ຈອນ,ຂົວ,ທາງ,ລະບົບນໍ້າປະປາ,ລະບົບລະບາຍນໍ້າ,ລະບົບໄຟຟ້າ,ລະ ບົບສະໜອງພະລັງງານ,ລະບົບເຄືອຂ່າຍສື່ສານ,ສະໜາມບິນ,ທ່າເຮືອ, ສໍານັກງານ,ອາຄານ,ໂຮງໝໍ,ສຸກສາລາ,ໂຮງຮຽນ,ສະຖານນີ,ສວນສາ ທາລະນະ,ຕະຫຼາດຂອງລັດແລະກິດຈະການກໍ່ສ້າງພື້ນຖານໂຄງລ່າງອື່ນ ຂອງລັດ; 2. ທຶນທີ່ລັດປະກອບເຂົ້າໃນການດໍາເນີນທຸລະກິດ,ພັນທະບັດ,ວັດ ຖຸມີຄ່າຂອງລັດ; 3. ພາຫະນະ,ວັດຖຸປະກອນຂອງລັດແລະທີ່ດິນຂອງລັດ; 4. ຊັບສິນທາງປັນຍາຂອງລັດແລະສິດທິພິເສດຂອງລັດ; 5. ຊັບສິນອື່ນຂອງລັດ.

..ພາກທີ 3 ການຄຸ້ມຄອງ,ການນໍາໃຊ້,ການປົກປັກຮັກສາ,ການພັດທະນາແລະການສະສາງຊັບສິນຂອງລັດ


...ໝວດທີ 1 ການຄຸ້ມຄອງຊັບສິນຂອງລັດ


....ມາດຕາ 14 (ປັບປຸງ) ການຄຸ້ມຄອງຊັບສິນຂອງລັດ

ມາດຕາ 14 (ປັບປຸງ) ການຄຸ້ມຄອງຊັບສິນຂອງລັດ ລັດຖະບານແຫ່ງ ສປປລາວ ຄຸ້ມຄອງຊັບສິນຂອງລັດຢູ່ພາຍໃນ ແລະຕ່າງປະເທດຢ່າງລວມສູນແລະເປັນເອກະພາບໂດຍມອບໃຫ້ກະ ຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງອື່ນເປັນ ຜູ້ຄຸ້ມຄອງ,ສ່ວນສາທາລະນະສົມບັດແມ່ນມອບໃຫ້ຂະແໜງການທີ່ກ່ຽວ ຂ້ອງເປັນຜູ້ຄຸ້ມຄອງຕາມກົດໝາຍທີ່ກ່ຽວຂ້ອງ. ລັດຖະບານມອບສິດໃຫ້ກະຊວງການເງິນໃນການຄຸ້ມຄອງລັດຖະ ສົມບັດແບບລວມສູນດ້ວຍການຂຶ້ນບັນຊີ,ການຂຶ້ນທະບຽນ,ການເກັບລາຍ ຮັບ,ການຕີມູນຄ່າຊັບສິນ,ການຊື້ແລະການສ້າງໃໝ່,ການມອບ-ໂອນ, ການຫັນຊັບສິນເປັນທຶນ,ການແລກປ່ຽນ,ການໃຫ້ເຊົ່າຫຼືສໍາປະທານ,ການ ເອົາເຂົ້າຮຸ້ນຫຼືຮ່ວມທຶນແລະການປ່ຽນສິດຄຸ້ມຄອງຊັບສິນຂອງລັດ. ສິດຕົກລົງກ່ຽວກັບຊັບສິນຂອງລັດທີ່ຈະນໍາໃຊ້,ມອບ-ໂອນ,ແລກ ປ່ຽນ,ຫັນປ່ຽນກໍາມະສິດ,ໃຫ້ເຊົ່າຫຼືສໍາປະທານ,ເອົາເຂົ້າຮຸ້ນຫຼືຮ່ວມທຶນ ນັ້ນແມ່ນລັດຖະບານເປັນຜູ້ຕົກລົງບົນພື້ນຖານການສະເໜີຂອງກະຊວງ ການເງິນໂດຍປະສານສົມທົບກັບກະຊວງອື່ນຫຼືອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງຖ້າຊັບສິນມີລັກສະນະຍຸດທະສາດຫຼືມີຄວາມສໍາຄັນລະດັບ ຊາດແມ່ນສະພາແຫ່ງຊາດເປັນຜູ້ຕົກລົງ. ສ່ວນລະບຽບການລະອຽດໄດ້ກໍານົດໄວ້ສະເພາະ.

....ມາດຕາ 15 (ປັບປຸງ) ການຂຶ້ນບັນຊີຊັບສິນຂອງລັດ

ມາດຕາ 15 (ປັບປຸງ) ການຂຶ້ນບັນຊີຊັບສິນຂອງລັດ ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງ ອື່ນທີ່ນໍາໃຊ້ງົບປະມານຂອງລັດແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງໄດ້ຂຶ້ນ ບັນຊີຊັບສິນແລະເກັບມ້ຽນເອກະສານປະຫວັດຊັບສິນຂອງລັດທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງຕົນແລ້ວນໍາໄປຂຶ້ນບັນຊີລວມສູນຢູ່ຂະແໜງການຄຸ້ມ ຄອງຊັບສິນຂອງລັດຂັ້ນຂອງຕົນ. ສໍາລັບຊັບສິນທີ່ລັດໄດ້ມາຈາກການຮິບຕາມຄໍາຕັດສິນຂອງສານ ,ຊັບສິນທີ່ບໍ່ມີເຈົ້າຂອງ,ຊັບສິນທີ່ຄົ້ນພົບພາຍຫຼັງການກວດກາຈາກພາກ ສ່ວນທີ່ກ່ຽວຂ້ອງນັ້ນແລ້ວໃຫ້ແຈ້ງແລະຂຶ້ນບັນຊີຢູ່ຂະແໜງການຄຸ້ມຄອງ ຊັບສິນຂອງລັດ. ຂັ້ນຕອນຂອງການຂຶ້ນບັນຊີຊັບສິນຂອງລັດໄດ້ກໍານົດໄວ້ໃນລະ ບຽບການສະເພາະ.

....ມາດຕາ 16(ປັບປຸງ) ການຂຶ້ນທະບຽນຊັບສິນຂອງລັດ

ມາດຕາ 16(ປັບປຸງ) ການຂຶ້ນທະບຽນຊັບສິນຂອງລັດ ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງ ອື່ນທີ່ນໍາໃຊ້ງົບປະມານຂອງລັດແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງໄດ້ນໍາ ບັນຊີຊັບສິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນໄປຂຶ້ນທະບຽນລວມສູນຢູ່ ຂະແໜງການຄຸ້ມຄອງຊັບສິນຂອງລັດຂັ້ນຂອງຕົນ. ຊັບສິນຂອງລັດທີ່ມີມູນຄ່າສູງຕ້ອງໄດ້ຂຶ້ນທະບຽນເຊັ່ນທີ່ດິນ,ເຄ ຫະສະຖານ,ມໍລະດົກຂອງຊາດ,ພາຫະນະກົນຈັກ,ພາຫະນະຂົນສົ່ງ,ພາ ຫະນະຮັບໃຊ້,ວັດຖຸປະກອນ. ກະຊວງການເງິນເປັນຜູ້ກໍານົດເລກລະຫັດ,ເລກທະບຽນແລະ ເຄື່ອງໝາຍຊັບສິນຂອງລັດແຕ່ລະປະເພດເພື່ອຄວາມເປັນເອກະພາບ ໃນການຂຶ້ນທະບຽນ. ໃນກໍລະນີທີ່ມີການມອບ-ໂອນຊັບສິນຂອງເອກະຊົນມາເປັນຂອງ ລັດຫຼືຂອງລັດໄປເປັນຂອງເອກະຊົນຫຼືລະຫວ່າງອົງການຈັດຕັ້ງລັດດ້ວຍ ກັນນັ້ນພາກສ່ວນທີ່ກ່ຽວຂ້ອງຕ້ອງນໍາເອົາສັນຍາມອບ-ໂອນດັ່ງກ່າວ ພ້ອມດ້ວຍເອກະສານຕ່າງໆທີ່ກ່ຽວຂ້ອງກັບຊັບສິນນັ້ນໄປຂຶ້ນທະບຽນຫຼື ຈົດທະບຽນການມອບ-ໂອນກໍາມະສິດຕາມແຕ່ລະກໍລະນີໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ.

....ມາດຕາ 17 (ປັບປຸງ) ເນື້ອໃນການຂຶ້ນທະບຽນ

ມາດຕາ 17 (ປັບປຸງ) ເນື້ອໃນການຂຶ້ນທະບຽນ ການຂຶ້ນທະບຽນຊັບສິນຂອງລັດຕ້ອງໄດ້ບັນທຶກຊື່,ເລກທະບຽນ, ເລກລະຫັດ,ປະເພດ,ເຄື່ອງໝາຍຊັບສິນ,ຈຸດພິເສດທາງດ້ານເຕັກນິກ,ມູນ ຄ່າ,ການໄດ້ມາ,ຈຸດປະສົງຂອງການນໍາໃຊ້,ເວລາເລີ່ມນໍາໃຊ້ແລະຜູ້ນໍາ ໃຊ້;ຖ້າຫາກແມ່ນທີ່ດິນຫຼືເຮືອນຍັງຕ້ອງໄດ້ບັນທຶກທີ່ຕັ້ງ,ລັກສະນະແລະ ເນື້ອທີ່.

....ມາດຕາ 18 (ໃໝ່) ການເກັບລາຍຮັບ

ມາດຕາ 18 (ໃໝ່) ການເກັບລາຍຮັບ ຂະແໜງການເງິນເປັນຜູ້ເກັບລາຍຮັບຈາກຊັບສິນຂອງລັດຢ່າງ ລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ. ຂະແໜງການແລະອົງການຈັດຕັ້ງອື່ນທີ່ນໍາໃຊ້ງົບປະມານຂອງ ລັດສາມາດເກັບລາຍຮັບຈາກຊັບສິນຂອງລັດແຕ່ຕ້ອງໄດ້ຮັບການມອບ ສິດຈາກລັດຖະບານຊຶ່ງລາຍຮັບດັ່ງກ່າວຕ້ອງມອບເປັນລາຍຮັບງົບປະ ມານຢ່າງລວມສູນ.

....ມາດຕາ 19 (ໃໝ່) ການຕີມູນຄ່າຊັບສິນຂອງລັດ

ມາດຕາ 19 (ໃໝ່) ການຕີມູນຄ່າຊັບສິນຂອງລັດ ຊັບສິນຂອງລັດຕ້ອງມີການຕີມູນຄ່າຕາມອາຍຸການນໍາໃຊ້,ຕາມ ມາດຕະຖານເຕັກນິກຂອງຊັບສິນແລະຕາມກົນໄກຕະຫຼາດໂດຍຄະນະ ກໍາມະການຊຶ່ງປະກອບດ້ວຍເຈົ້ານ້າທີ່ຄຸ້ມຄອງຊັບສິນຂອງລັດ,ຜູ້ຕາງ ໜ້າຂະແໜງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ການຕີມູນຄ່າຊັບສິນຂອງລັດມີຈຸດປະສົງເພື່ອກໍານົດລາຄາຊື້- ຂາຍ,ເປັນຂໍ້ມູນໃນເວລາມອບ-ໂອນ,ຕິດຕາມການເພີ່ມຂຶ້ນຫຼືຫຼຸດລົງ ຂອງຊັບສິນຂອງລັດ,ເພື່ອເອົາເຂົ້າຮຸ້ນ,ຫັນເປັນທຶນ,ຊໍາລະສະສາງແລະ ອື່ນໆ. ການດໍາເນີນການຕີມູນຄ່າຊັບສິນຂອງລັດແຕ່ລະປະເພດໄດ້ກໍາ ນົດໄວ້ໃນລະບຽບການສະເພາະ.

....ມາດຕາ 20 (ໃໝ່) ການຊື້ແລະການສ້າງໃໝ່ລັດຖະສົມບັດ

ມາດຕາ 20 (ໃໝ່) ການຊື້ແລະການສ້າງໃໝ່ລັດຖະສົມບັດ ການຊື້ແລະການສ້າງໃໝ່ລັດຖະສົມບັດຕ້ອງໄດ້ປະຕິບັດຕາມກໍາ ນົດໝາຍ,ມາດຕະຖານ,ລະດັບຂັ້ນກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊົບ ສິນດ້ວຍການເຂົ້າຮ່ວມກວດກາຂອງຂະແໜງການການເງິນໂດຍສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງ. ແຜນການຊື້ແລະການສ້າງໃໝ່ລັດຖະສົມບັດໃຫ້ນໍາສະເໜີແຜນ ກ່ຽວກັບຄວາມຈໍາເປັນ,ເປົ້າໝາຍການນໍາໃຊ້,ພາກສ່ວນທີ່ຄຸ້ມຄອງແລະ ນໍາໃຊ້,ຄາດຄະເນຜົນໄດ້ຮັບຈາກການຄຸ້ມຄອງແລະນໍາໃຊ້ນັ້ນ. ແຜນການຊື່ແລະການສ້າງໃໝ່ລັດຖະສົມບັດຕ້ອງໄດ້ຈັດເຂົ້າ ແຜນງົບປະມານແຫ່ງລັດປະຈໍາປີໂດຍຜ່ານການຮັບຮອງຈາກສະພາ ແຫ່ງຊາດ. ການຊື້ແລະການສ້າງໃໝ່ລັດຖະສົມບັດຕ້ອງປະຕິບັດຢ່າງເປີດ ເຜີຍ,ໂປ່ງໃສແລະຖືກຕ້ອງຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນນິຕິກໍາກ່ຽວ ກັບການປະມູນແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.ຂະແໜງການ ການເງິນເປັນຜູ້ຄຸ້ມຄອງການຈັດຕັ້ງປະຕິບັດການປະມູນໃນການຊື້ແລະ ການສ້າງໃໝ່ລັດຖະສົມບັດຕາມຄວາມຮັບຜິດຊອບຂອງຕົນ.

....ມາດຕາ 21 (ໃໝ່) ການມອບ-ໂອນລັດຖະສົມບັດ

ມາດຕາ 21 (ໃໝ່) ການມອບ-ໂອນລັດຖະສົມບັດ ການມອບ-ໂອນລັດຖະສົມບັດແມ່ນການເອົາລັດຖະສົມບັດໃຫ້ບຸກ ຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ກໍາມະສິດໂດຍມີການຄົ້ນຄວ້າ,ປະເມີນ ຜົນເພື່ອຮັບປະກັນຄວາມໂປ່ງໃສ,ຜົນປະໂຫຍດສູງສຸດຂອງລັດແລະໃຫ້ ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 22 (ໃໝ່) ການຫັນຊັບສິນເປັນທຶນ

ມາດຕາ 22 (ໃໝ່) ການຫັນຊັບສິນເປັນທຶນ ການຫັນຊັບສິນເປັນທຶນແມ່ນການເອົາຊັບສິນໄປລົງທຶນດ້ວຍຮູບ ການໃຫ້ເຊົ່າຫຼືສໍາປະທານ,ການຄໍ້າປະກັນ,ການເອົາເຂົ້າຮຸ້ນ,ການຮ່ວມ ທຶນ,ການມອບ-ໂອນສິດນໍາໃຊ້,ການຂາຍໂດຍມີກໍານົດຫຼືບໍ່ມີກໍານົດຕາມ ແຕ່ລະກໍລະນີ,ເຮັດໃຫ້ຊັບສິນດັ່ງກ່າວມີການພັດທະນາ,ມີມູນຄ່າເເພີ່ມຂຶ້ນ ເພື່ອເປັນແຫຼ່ງທຶນສໍາລັບການພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນຄົງ. ການຫັນຊັບສິນເປັນທຶນຕ້ອງສ້າງເປັນແຜນການ,ໂຄງການໂດຍ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະ ມານແຫ່ງລັດ,ມີນິຕິກໍາຄຸ້ມຄອງລວມສູນເພື່ອຮັບປະກັນການຄົ້ນຄວ້າ,ປະ ເມີນຜົນ,ການປະມູນເປີດກວ້າງຕາມແຕ່ລະກໍລະນີແນໃສ່ຮັບປະກັນ ຄວາມໂປ່ງໃສ,ຄວາມໝັ່ນຄົງແລະຜົນປະໂຫຍດສູງສຸດຂອງຊາດ.

....ມາດຕາ 23 (ໃໝ່) ການແລກປ່ຽນ

ມາດຕາ 23 (ໃໝ່) ການແລກປ່ຽນ ການແລກປ່ຽນລັດຖະສົມບັດແມ່ນການເອົາຊັບສິນປະເພດໜຶ່ງ ປ່ຽນກັບຊັບສິນປະເພດດຽວກັນຫຼືຊັບສິນປະເພດອື່ນຂອງບຸກຄົນ,ນິຕິບຸກ ຄົນຫຼືການຈັດຕັ້ງ. ໃນກໍລະນີຈໍາເປັນບັນດາກະຊວງ,ອົງການແລະອົງການປົກຄອງ ທ້ອງຖິ່ນຕ້ອງສ້າງແຜນການແລກປ່ຍນຂອງຕົນໃຫ້ກະຊວງການເງິນ ແລະກະຊວງແຜນການແລະການລົງທຶນເພື່ອຄົ້ນຄວ້າ,ສັງລວມແລະສະ ເໜີຂໍອະນຸມັດຈາກລັດຖະບານ. ໃນການແລກປ່ຽນນັ້ນບັນດາກະຊວງ,ອົງການແລະອົງການປົກ ຄອງທ້ອງຖິ່ນໃຫ້ປະຕິບັດດັ່ງນີ້: - ເກັບກໍາຂໍ້ມູນຂ່າວສານເພື່ອນໍາມາປະເມີນຊັບສິນທີ່ຕ້ອງການ ແລກປ່ຽນ. - ຄົ້ນຄວ້າວິໄຈຜົນກະທົບຕ່າງໆ,ດ້ານດີແລະດ້ານອ່ອນຂອງການ ແລກປ່ຽນ; - ປະເມີນມູນຄ່າລັດຖະສົມບັດແລະຊັບສິນຂອງບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງທີ່ຈະແລກປ່ຽນ. ຖ້າຊັບສິນນໍາມາແລກປ່ຽນຫາກເປັນໂຄງການກໍ່ສ້າງພື້ນຖານ ໂຄງລ່າງນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 24 (ໃໝ່) ການໃຫ້ເຊົ່າຫຼືສໍາປະທານ

ມາດຕາ 24 (ໃໝ່) ການໃຫ້ເຊົ່າຫຼືສໍາປະທານ ການໃຫ້ເຊົ່າຫຼືສໍາປະທານຊັບສິນຂອງລັດແມ່ນການມອບສິດໃຫ້ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້ຊັບສິນຂອງລັດໂດຍມີກໍານົດຊຶ່ງຜູ້ ເຊົ່າຫຼືຜູ້ສໍາປະທານມີພັນທະຈ່າຍຄ່າເຊົ່າຫຼືຄ່າສໍາປະທານຕາມທີ່ໄດ້ຕົກ ລົງກັນໂດຍສອດຄ່ອງກັບລະບຽບກົດໝາຍ. ໄລຍະເວລາການໃຫ້ເຊົ່າຫຼືສໍາປະທານສາມາດຕໍ່ໄດ້ແຕ່ສູງສຸດບໍ່ ໃຫ້ເກີນກໍານົດເວລາທີ່ໄດ້ບົ່ງໄວ້ໃນກົດໝາຍທີ່ກ່ຽວຂ້ອງ. ການໃຫ້ເຊົ່າຫຼືສໍາປະທານສາມາດປະຕິບັດໄດ້ດ້ວຍການປະມູນ ຫຼືດ້ວຍການເຈລະຈາຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 25 (ໃໝ່) ການເອົາເຂົ້າຮຸ້ນຫຼືຮ່ວມທຶນ

ມາດຕາ 25 (ໃໝ່) ການເອົາເຂົ້າຮຸ້ນຫຼືຮ່ວມທຶນ ການເອົາເຂົ້າຮຸ້ນຫຼືຮ່ວມທຶນແມ່ນການເອົາຊັບສິນໃດໜຶ່ງເຂົ້າ ເປັນຮຸ້ນຫຼືຮ່ວມທຶນກັບວິສາຫະກິດໃດໜຶ່ງໃນການດໍາເນີນທຸລະກິດເພື່ອ ແບ່ງປັນຜົນປະໂຫຍດແລະພັດທະນາເສດຖະກິດ-ສັງຄົມ. ຖ້າຊັບສິນທີ່ຈະເອົາເຂົ້າຮຸ້ນຫຼືຮ່ວມທຶນນັ້ນຫາກບໍ່ແມ່ນເງິນຕ້ອງຕີ ມູນຄ່າໂດຍຄະນະກໍາມະການທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ. ບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນຄົ້ນຄວ້າ ແລະນໍາສະເໜີການເອົາຊັບສິນເຂົ້າຮຸ້ນຫຼືຮ່ວມທຶນຂອງຂະແໜງການ ຕົນໃຫ້ກະຊວງການເງິນແລະກະຊວງແຜນການແລະການລົງທຶນເພືອ ສັງລວມ,ພິຈາລະນາແລະນໍາສະເໜີຂໍອະນຸມັດຈາກລັດຖະບານ. ໃນການເອົາເຂົ້າຮຸ້ນຫຼືຮ່ວມທຶນນັ້ນບັນດາກະຊວງ,ອົງການແລະ ອົງການປົກຄອງທ້ອງຖິ່ນໃຫ້ປະຕິບັດດັ່ງນີ້: - ເກັບກໍາຂໍ້ມູນຂ່າວສານກ່ຽວກັບວັດຖຸທີ່ຈະເອົາເຂົ້າຮຸ້ນຫຼືຮ່ວມ ທຶນເພື່ອນໍາມາຕິມູນຄ່າ; - ຄົ້ນຄວ້າວິໄຈຜົນກະທົບຕ່າງໆ,ດ້ານດີແລະດ້ານອ່ອນຂອງການ ເອົາເຂົ້າຮຸ້ນຫຼືຮ່ວມທຶນ; - ຕີລາຄາມູນຄ່າຊັບສິນແລະສະພາບການດໍາເນີນທຸລະກິດຂອງ ບັນດາວິສາຫະກິດທີ່ຈະນໍາເອົາຊັບສິນເຂົ້າຮຸ້ນຫຼືຮ່ວມທຶນ.

....ມາດຕາ 26 (ໃໝ່) ການປ່ຽນສິດຄຸ້ມຄອງລັດຖະສົມບັດ

ມາດຕາ 26 (ໃໝ່) ການປ່ຽນສິດຄຸ້ມຄອງລັດຖະສົມບັດ ການປ່ຽນສິດຄຸ້ມຄອງລັດຖະສົມບັດແມ່ນການນໍາເອົາສິດຄຸ້ມ ຄອງລັດຖະສົມບັດຂອງອົງການຈັດຕັ້ງໜຶ່ງຂອງລັດໄປໃຫ້ອົງການຈັດ ຕັ້ງອື່ນຂອງລັດຄຸ້ມຄອງ. ການປ່ຽນສິດຄຸ້ມຄອງລັດຖະສົມບັດຕ້ອງໄດ້ຮັບການເຫັນດີຈາກ ຂະແໜງການການເງິນບົນພື້ນຖານການສະເໜີທີ່ເປັນເອກະພາບກ່ຽວ ກັບການປ່ຽນສິດຄຸ້ມຄອງລັດຖະສົມບັດລະຫວ່າງຂະແໜງການອື່ນດ້ວຍ ກັນ. ຂະແໜງການການເງິນເປັນຜູ້ຄົ້ນຄວ້າກ່ຽວກັບການປ່ຽນສິດຄຸ້ມ ຄອງລັດຖະສົມບັດໃນກໍລະນີດັ່ງນີ້: 1. ຊັບສິນຂອງລັດທີ່ນໍາໃຊ້ບໍ່ຖືກຕ້ອງຕາມເປົ້າໝາຍ; 2. ການປ່ຽນສິດຄຸ້ມຄອງຈາກບ່ອນເຫຼືອໄປຫາບ່ອນຂາດເຂີນ; 3. ການປ່ຽນສິດຄຸ້ມຄອງຈາກບ່ອນນໍາໃຊ້ທີ່ບໍ່ມີປະສິດທິຜົນໄປ ຫາບ່ອນທີ່ມີປະສິດທິຜົນ; 4. ກໍລະນີອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ການພິຈາລະນາຕົກລົງກ່ຽວກັບການປ່ຽນສິດຄຸ້ມຄອງລັດຖະສົມ ບັດໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ການນໍາໃຊ້ຊັບສິນຂອງລັດ


....ມາດຕາ 27 (ປັບປຸງ) ການນໍາໃຊ້ຊັບສິນຂອງລັດ

ມາດຕາ 27 (ປັບປຸງ) ການນໍາໃຊ້ຊັບສິນຂອງລັດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສາມາດໄດ້ຮັບສິດນໍາໃຊ້ຊັບສິນ ຂອງລັດຕາມລະບຽບກົດໝາຍ. ການນໍາໃຊ້ຊັບສິນຂອງລັດຕ້ອງຮັບປະກັນໃຫ້ຖືກຕ້ອງຕາມຈຸດ ປະສົງແລະເປົ້າໝາຍຂອງແຕ່ລະປະເພດຊັບສິນຂອງລັດ. ການນໍາໃຊ້ສາທາລະນະສົມບັດແມ່ນເພື່ອຈຸດປະສົງຮັບໃຊ້ສາທາ ລະນະຊົນ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສາມາດໄດ້ຮັບສິດນໍາໃຊ້ຊັບ ສິນຂອງລັດດ້ວຍການເຊົ່າຫຼືສໍາປະທານຕາມລະບຽບກົດໝາຍ. ການນໍາໃຊ້ລັດຖະສົມບັດແມ່ນເພື່ອຈຸດປະສົງຮັບໃຊ້ວຽກງານລັດ ບໍລິຫານວິຊາການແລະການລົງທຶນຂອງລັດຊຶ່ງສາມາດປ່ຽນສິດຄຸ້ມຄອງ ແລະນໍາໃຊ້ດ້ວຍການໂອນກໍາມະສິດແລະເປັນສິນຄ້າຕາມລະບຽບກົດ ໝາຍ. ຊັບສິນຂອງລັດບໍ່ຖືກຍຶດ,ອາຍັດຫຼືຮິບຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍກໍາມະສິດເວັ້ນເສຍແຕ່ພາຫະນະທາງດ້ານການເງິນແລະ ຊັບສິ່ງຂອງອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາ 28 (ໃໝ່) ການນໍາໃຊ້ສາທາລະນະສົມບັດ

ມາດຕາ 28 (ໃໝ່) ການນໍາໃຊ້ສາທາລະນະສົມບັດ ການນໍາໃຊ້ສາທາລະນະສົມບັດທີ່ເກີດຂຶ້ນຕາມທໍາມະຊາດຕ້ອງ ຮັບປະກັນການປະຢັດ,ຄວາມຍືນຍົງແລະການປົກປັກຮັກສາສິ່ງແວດ ລ້ອມ. ສາທາລະນະສົມບັດທີ່ສ້າງຂຶ້ນເພື່ອຮັບໃຊ້ສາທາລະນະຕ້ອງນໍາ ໃຊ້ໃຫ້ສອດຄ່ອງກັບເປົ້າມາຍ,ຈຸດພິເສດແລະລັກສະນະສະເພາະຂອງ ແຕ່ລະປະເພດຊັບສິນ,ຮັບປະກັນໃຫ້ສາມາດນໍາໃຊ້ໄດ້ຢ່າງມີປະໂຫຍດ ສູງສຸດແລະຍາວນານ. ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າສ້າງລະບຽບການນໍາໃຊ້ສາ ທາລະນະສົມບັດແຕ່ລະປະເພດທີ່ນອນໃນຄວາມຮັບຜິດຊອບຂອງຕົນ ແລ້ວນໍາສະເໜີລັດຖະບານພິຈາລະນາ.

....ມາດຕາ 29 (ໃໝ່) ການນໍາໃຊ້ລັດຖະສົມບັດເຂົ້າໃນວຽກງານລັດບໍລິຫານວິຊາການ

ມາດຕາ 29 (ໃໝ່) ການນໍາໃຊ້ລັດຖະສົມບັດເຂົ້າໃນວຽກງານລັດບໍລິ ຫານວິຊາການ ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງ ອື່ນຂອງລັດຕ້ອງນໍາໃຊ້ລັດຖະສົມບັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວວຽກງານລັດບໍລິຫານວິຊາການແລະໃຫ້ຖືກ ຕ້ອງຕາມລະບຽບການ,ເປົ້າໝາຍ,ລັກສະນະ,ມີປະສິດທິພາບ,ປະສິດທິ ຜົນແລະປະຢັດ.

....ມາດຕາ 30 (ໃໝ່) ການນໍາໃຊ້ລັດຖະສົມບັດເຂົ້າໃນການດໍາເນີນທຸລະກິດ

ມາດຕາ 30 (ໃໝ່) ການນໍາໃຊ້ລັດຖະສົມບັດເຂົ້າໃນການດໍາເນີນ ທຸລະກິດ ລັດຖະສົມບັດທີ່ມອບໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້ ເຂົ້າໃນການດໍາເນີນທຸລະກິດຕ້ອງນໍາໃຊ້ໃຫ້ຖືກຕາມເປົ້າໝາຍການ ລົງທຶນ,ຕາມບົດວິພາກເສດຖະກິດ-ເຕັກນິກແລະແຜນການລົງທຶນທີ່ໄດ້ ຮັບອະນຸມັດຫຼືຕາມທີ່ໄດ້ກໍານົດໄວ້ໃນສັນຍາ,ຮັບປະກັນການດໍາເນີນທຸຸ ລະກິດໃຫ້ມີປະສິດທິຜົນແລະປະຕິບັດພັນທະທາງດ້ານການເງິນໃຫ້ລັດ ຢ່າງເຂັ້ມງວດຕາມລະບຽບກົດໝາຍ.

....ມາດຕາ 31 (ໃໝ່) ການນໍາໃຊ້ຊັບສິນທີ່ໄດ້ຈາກໂຄງການກູ້ຢືມຫຼືຊ່ວຍເຫຼືອລ້າ

ມາດຕາ 31 (ໃໝ່) ການນໍາໃຊ້ຊັບສິນທີ່ໄດ້ຈາກໂຄງການກູ້ຢືມຫຼືຊ່ວຍ ເຫຼືອລ້າ ຊັບສິນທີ່ລັດໄດ້ຮັບຈາກໂຄງການກູ້ຢືມຫຼືຊ່ວຍເຫຼືອລ້າຈາກພາຍ ໃນແລະຕ່າງປະເທດຕ້ອງນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍຂອງໂຄງ ການ,ມີການປົກປັກຮັກສາ,ນໍາໃຊ້ຢ່າງປະຢັດ,ມີປະສິດທິພາບແລະປະ ສິດທິຜົນ. ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງ ອື່ນທີ່ເປັນເຂົ້າຂອງໂຄງການຕ້ອງສະຫຼຸບລາຍງານກ່ຽວກັບຊັບສິນທັງ ໝົດຂອງໂຄງການໃຫ້ກະຊວງການເງິນແລະກະຊວງແຜນການແລະ ການລົງທຶນຊາບກ່ອນໂຄງການຈະສິ້ນສຸດລົງສາມເດືອນເພື່ອແຕ່ງຕັ້ງ ຄະນະກໍາມະການກວດກາຊັບສິນຂອງໂຄງການ.ຊັບສິນຂອງໂຄງການ ປະເພດສິ່ງກໍ່ສ້າງ,ພາຫະນະແລະວັດຖຸປະກອນ,ວັດຖຸມີຄ່າ,ເງິນທີ່ໄດ້ນໍາ ໃຊ້ໃນໄລຍະປະຕິບັດໂຄງການແລ້ວນັ້ນຕ້ອງຕີມູນຄ່າແລະຂຶ້ນບັນຊີຄືນ ໃໝ່. ພາຍຫຼັງສິ້ນສຸດໂຄງການແລ້ວເຈົ້າຂອງໂຄງການຕ້ອງມອບຊັບ ສິນຂອງໂຄງການທັງໝົດໃຫ້ແກ່ກະຊວງການເງິນເພື່ອຄຸ້ມຄອງແລະສະ ເໜີແຜນການນໍາໃຊ້ໃຫ້ລັດຖະບານຕົກລົງ.

....ມາດຕາ 32 (ໃໝ່) ການນໍາໃຊ້ຊັບສິນຂອງລັດເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມາດຕາ 32 (ໃໝ່) ການນໍາໃຊ້ຊັບສິນຂອງລັດເຂົ້າໃນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ການນໍາໃຊ້ຊັບສົມບັດຂອງລັດເຂົ້າໃນວຽກງານທົ່ວໄປໃນຂະ ແໜງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ປະຕິບັດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້. ສໍາລັບການນໍາໃຊ້ຊັບສິນຂອງລັດທີ່ພົວພັນເຖິງວຽກງານວິຊາ ສະເພາະຫຼືຄວາມລັບຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 33 (ໃໝ່) ການນໍາໃຊ້ຊັບສິນຂອງລັດຢູ່ຕ່າງປະເທດ

ມາດຕາ 33 (ໃໝ່) ການນໍາໃຊ້ຊັບສິນຂອງລັດຢູ່ຕ່າງປະເທດ ການໍາໃຊ້ຊັບສິນຂອງລັດຢູ່ຕ່າງປະເທດໃຫ້ປະຕິບັດຕາມກົດ ໝາຍສະບັບນີ້ແລະລະບຽບກົດໝາຍທີ່ກ່ຽວຂ້ອງ,ປະຕິບັດຢ່າງສອດ ຄ່ອງກັບນະໂຍບາຍການຕ່າງປະເທດແລະກົດໝາຍຂອງປະເທດທີ່ຊັບ ສິນຂອງລັດຕັ້ງຢູ່.

....ມາດຕາ 34 (ໃໝ່່) ການຖອນຄືນຊັບສິນຂອງລັດ

ມາດຕາ 34 (ໃໝ່່) ການຖອນຄືນຊັບສິນຂອງລັດ ຊັບສິນຂອງລັດທີ່ມອບໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້ ອາດຖືກຖອນຄືນໃນກໍລະນີດັ່ງນີ້: 1. ໝົດໜ້າທີ່ຕໍາແໜ່ງໃນການນໍາໃຊ້ຫຼືບໍ່ຢູ່ໃນເປົ້າໝາຍການ ນໍາໃຊ້; 2. ບໍ່ຕ້ອງການນໍາໃຊ້,ນໍາໃຊ້ບໍ່ຖືກເປົ້າໝາຍ,ນໍາໃຊ້ບໍ່ມີປະສິດ ທິຜົນ; 3. ເກີນກໍານົດໝາຍນໍາໃຊ້ຫຼືສິ້ນສຸດໂຄງການ.

ຂະແໜງການການເງິນຄົ້ນຄວ້າແລະນໍາສະເໜີຕໍ່ລັດຖະບານຫຼື ອົງການປົກຄອງທ້ອງຖິ່ນຂັ້ນທີ່ມີສິດເພື່ອພິຈາລະນາຖອນຄືນແລະຕົກລົງ ກ່ຽວກັບການນໍາໃຊ້ຊັບສິນຂອງລັດ.

...ໝວດທີ 3 ການປົກປັກຮັກສາແລະການພັດທະນາຊັບສິນຂອງລັດ


....ມາດຕາ 35 (ປັບປຸງ) ພັນທະໃນການປົກປັກຮັກສາແລະການພັດທະນາຊັບສິນຂອງລັດ

ມາດຕາ 35 (ປັບປຸງ) ພັນທະໃນການປົກປັກຮັກສາແລະການພັດທະ ນາຊັບສິນຂອງລັດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ ຊັບສິນຂອງລັດມີພັນທະປົກປັກຮັກສາ,ພັດທະນາ,ຟື້ນຟູຫຼືສ້ອມແປງໃຫ້ຢູ່ ໃນສະພາບດີ,ບໍ່ໃຫ້ຕົກເຮ່ຍເສຍຫາຍແລະເສື່ອມຄຸນນະພາບຕາມມາດ ຕະຖານເຕັກນິກຂອງແຕ່ລະປະເພດຊັບສິນ.

....ມາດຕາ 36 (ປັບປຸງ) ການຂຶ້ນແຜນປົກປັກຮັກສາແລະພັດທະນາຊັບສິນຂອງລັດ

ມາດຕາ 36 (ປັບປຸງ) ການຂຶ້ນແຜນປົກປັກຮັກສາແລະພັດທະນາຊັບ ສິນຂອງລັດ ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງ ອື່ນທີ່ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດເຂົ້າໃນວຽກງານລັດ ບໍລິຫານວິຊາການມີໜ້າທີ່ຂຶ້ນແຜນປົກປັກຮັກສາ,ພັດທະນາ,ຟື້ນຟູຫຼືສ້ອມ ແປງຊັບສິນດັ່ງກ່າວເພື່ອເອົາເຂົ້າແຜນງົບປະມານຕາມລະບຽບກົດ ໝາຍ.

...ໝວດທີ 4 ການສະສາງຊັບສິນຂອງລັດ


....ມາດຕາ 37 (ໃໝ່) ການສະສາງຊັບສິນຂອງລັດ

ມາດຕາ 37 (ໃໝ່) ການສະສາງຊັບສິນຂອງລັດ ການສະສາງຊັບສິນຂອງລັດແມ່ນການຊີ້ຂາດຊັບສິນຂອງລັດ ດ້ວຍການຂາຍ,ການຮື້ຖອນແລະການທໍາລາຍ. ຊັບສິນຂອງລັດຈະຖືກສະສາງໃນກໍລະນີດັ່ງນີ້: 1. ໝົດອາຍຸການນໍາໃຊ້ແລະບໍ່ຕ້ອງການນໍາໃຊ້; 2. ເປ່ເພບໍ່ສາມາດນໍາໃຊ້ໄດ້ຫຼືສ້ອມແປງກໍ່ບໍ່ມີປະສິດທິຜົນ; 3. ເສື່ອມຄຸນໄວ; 4. ຕິດພັນກັບອະສັງຫາລິມະຊັບຊຶ່ງຕ້ອງໄດ້ຍົກຍ້າຍ,ຮື້ຖອນອອກ ຕາມການຕົກລົງຂອງອົງການທີ່ມີສິດອໍານາດ; 5. ທີ່ລັດໄດ້ຕົກລົງສະສາງອອກຕາມລະບຽບກົດໝາຍ.

ລາຍໄດ້ຈາກການສະສາງຊັບສິນຂອງລັດຕ້ອງມອບເຂົ້າງົບປະ ມານແຫ່ງລັດຢ່າງຄົບຖ້ວນແລະຖືກຕ້ອງຕາມລະບຽບກົດໝາຍ.

....ມາດຕາ 38 (ໃໝ່) ການຂາຍຊັບສິນຂອງລັດ

ມາດຕາ 38 (ໃໝ່) ການຂາຍຊັບສິນຂອງລັດ ກາຂາຍຊັບສິນຂອງລັດຕ້ອງໄດ້ປະເມີນລາຄາໂດຍຄະນະກໍາມະ ການທີ່ກ່ຽວຂ້ອງແລະຕ້ອງດໍາເນີນຕາມຂັ້ນຕອນການປະມູນແບບເປີດ ກວ້າງ,ໂປ່ງໃສ,ຍຸຕິທໍາ,ຮັບປະກັນຜົນປະໂຫຍດສູງສຸດຂອງລັດແລະປະ ຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 39 (ໃໝ່) ການຮື້ຖອນຊັບສິນຂອງລັດ

ມາດຕາ 39 (ໃໝ່) ການຮື້ຖອນຊັບສິນຂອງລັດ ການຮື້ຖອນແມ່ນການຍົກຍ້າຍຫຼືທັບມ້າງສິ່ງກໍ່ສ້າງຂອງລັດຊຶ່ງ ຈະດໍາເນີນໄດ້ໃນກໍລິນີດັ່ງນີ້: 1. ການປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ; 2. ສິ່ງກໍ່ສ້າງຂອງລັດທີ່ມີການເປ່ເພ,ຊຸດໂຊມຫຼືບໍ່ໄດ້ມາດຕະ ຖານເຕັກນິກ. ການຮື້ຖອນຕ້ອງມີການກວດກາແລະເຫັນດີຈາກຂະແໜງການ ການເງິນ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ສໍາລັດວັດຖຸທີ່ຍັງມີຄ່າຈາກການມ້າງຫຼືຮຶ້ຖອນນັ້ນຕ້ອງນໍາມາໃຊ້ ຄືນໃຫ້ໝົດຄຸນຄ່າຂອງຊັບສິນດັ່ງກ່າວຫຼືຂາຍອອກຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 38 ຂອງກົດໝາຍສະບັບນີ້.

....ມາດຕາ 40 (ໃໝ່) ການທໍາລາຍຊັບສິນຂອງລັດ

ມາດຕາ 40 (ໃໝ່) ການທໍາລາຍຊັບສິນຂອງລັດ ຊັບສິນຂອງລັດທີ່ບໍ່ສາມາດຮັກສາໄວ້ເນື່ອງຈາກໝົດຄຸນຄ່າການ ນໍາໃຊ້,ສົ່ງຜົນກະທົບຕໍ່ຊີວິດ,ສັງຄົມແລະທໍາລາຍສິ່ງແວດລ້ອມຕ້ອງທໍາ ລາຍໂດຍປະຕິບັດຕາມລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມແລະລະ ບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

..ພາກທີ 4 ລາຍຮັບຈາກຊັບສິນຂອງລັດ


...ມາດຕາ 41 (ໃໝ່) ລາຍຮັບຈາກຊັບສິນຂອງລັດ

ມາດຕາ 41 (ໃໝ່) ລາຍຮັບຈາກຊັບສິນຂອງລັດ ລາຍຮັບຈາກຊັບສິນຂອງລັດແມ່ນລາຍຮັບທີ່ເກີດຂຶ້ນຈາກການ ນໍາໃຊ້ຊັບສິນຂອງລັດຊຶ່ງຕ້ອງໄດ້ລວມສູນເຂົ້າເປັນງົບປະມານແຫ່ງ ລັດ.

...ມາດຕາ 42 (ໃໝ່) ແຫຼ່ງລາຍຮັບຈາກຊັບສິນຂອງລັດ

ມາດຕາ 42 (ໃໝ່) ແຫຼ່ງລາຍຮັບຈາກຊັບສິນຂອງລັດ ແຫຼ່ງລາຍຮັບຈາກຊັບສິນຂອງລັດມີດັ່ງນີ້: 1. ການໃຫ້ເຊົ່າ,ໃຫ້ສໍາປະທານສັງຫາລິມະຊັບແລະອະສັງຫາລິ ມະຊັບທີ່ເປັນຊັບສິນຂອງລັດ; 2. ຄ່າຊັບພະຍາກອນທໍາມະຊາດ,ຄ່າພາກຫຼວງ,ຄ່າບິນຜ່ານ, ຄ່າຄື້ນຄວາມຖີ່ຂອງການສື່ສານໂທລະຄົມມະນາຄົມ,ຄ່າຊັບສິນທາງປັນ ຍາຂອງອົງການຈັດຕັ້ງລັດ; 3. ການຂາຍ,ການແລກປ່ຽນ,ການທົດແທນ,ການເວນຄືນ,ການ ມອບ-ໂອນໃຫ້ລັດລ້າໆແລະຊັບສິນທີ່ບໍ່ມີເຈົ້າຂອງຫຼືມູນມໍລະດົກທີ່ບໍ່ມີ ສາຍຍາດສືບທອດ; 4. ກອງທຶນຂອງລັດແລະການຊ່ວຍເຫຼືອລ້າຈາກພາຍໃນແລະ ຕ່າງປະເທດ; 5. ລາຍຮັບຈາກການປັນຜົນກໍາໄລແລະການຂາຍຮຸ້ນຂອງລັດ ຖະບານ; 6. ຄ່າທໍານຽມແລະຄ່າບໍລິການທີ່ນໍາໃຊ້ຊັບສິນຂອງລັດ; 7. ການຮິບ,ການຂາຍຊັບທີ່ຖືກຮິບ,ການປັບໃໝຕາມລະບຽບ ກົດໝາຍ; 8. ລາຍຮັບອື່ນຈາກຊັບສິນຂອງລັດ. ທຸກແຫຼ່ງລາຍຮັບຈາກຊັບສິນຂອງລັດຕ້ອງມອບເຂົ້າງົບປະມານ ແຫ່ງລັດຢ່າງລວມສູນ. ..ພາກທີ 5 ຂໍ້ຫ້າມ


...ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ

ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ຄຸ້ມຄອງ ຊັບສິນຂອງລັດ ຫ້າມພະນັກງານແລະເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດມີພຶດຕິ ກໍາໃດໜຶ່ງດັ່ງນີ້: 1. ເປີດເຜີຍຄວາມລັບຂອງລັດ,ທາງລັດຖະການ,ກົດໜ່ວງຖ່ວງ ດຶງ,ປະລະໜ້າທີ່ແລະຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ; 2. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ,ໃຊ້ຄວາມ ຮຸນແຮງ,ບັງຄັບນາບຂູ່,ຂັດຂວາງ,ຮັບສິນບົນ,ກໍ່ຄວາມເສຍຫາຍຕໍ່ຜົນ ປະໂຫຍດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຂອງລັດ; 3. ກໍານົດບໍລິມາດແລະລາຄາຊັບສິນຂອງລັດບໍ່ຖືກຕ້ອງຕາມລະ ບຽບກົດໝາຍຊຶ່ງເຮັດໃຫ້ລັດເສຍຜົນປະໂຫຍດ; 4. ປົກປ້ອງຫຼືສົມຮູ້ຮ່ວມຄິດກັບຜູ້ດໍາເນີນທຸລະກິດກະທໍາຜິດຕໍ່ລະ ບຽບກົດໝາຍ; 5. ປອມແປງໃບເກັບເງິນ,ໃບຮັບເງິນຫຼືເອກະສານອື່ນ,ຊຸກ ເຊື່ອງ,ສັບປ່ຽນປະລິມານຫຼືຄຸນນະພາບຂອງຊັບສິນ; 6. ນໍາເອົາເງິນລາຍຮັບຈາກຊັບສິນຂອງລັດທີ່ເກັບໄດ້ມານໍາໃຊ້ ສ່ວນຕົວ,ຊັກຊ້າໃນການມອບເຂົ້າງົບປະມານຕາມກໍານົດເວລາຫຼືມອບ ບໍ່ຄົບຖ້ວນ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ

ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບ ສິນຂອງລັດ ຫ້າມຜູ້ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດມີພຶດຕິກໍາ ໃດໜຶ່ງດັ່ງນີ້: 1. ທໍາລາຍຂໍ້ມູນຫຼັກຖານ,ປອມແປງເອກະສານ,ປອມແປງມາດ ຕະຖານເຕັກນິກ,ສັບປ່ຽນປະລິມານຫຼືຄຸນນະພາບຂອງຊັບສິນ,ຊຸກເຊື່ອງ ການກະທໍາຜິດ; 2. ປິດບັງລາຍຮັບແລະການມອບພັນທະກ່ຽວກັບການຄຸ້ມຄອງ ແລະນໍາໃຊ້ຊັບສິນຂອງລັດ; 3. ໃຫ້ສິນບົນຫຼືຄ່າຈ້າງແກ່ພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງຊັບ ສິນຂອງລັດຫຼືສົມຮູ້ຮ່ວມຄິດເອົາຊັບສິນຂອງລັດ; 4. ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງ,ໝິ່ນປະໝາດ ແລະທໍາຮ້າຍຮ່າງກາຍພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ; 5. ເອົາຊັບສິນຂອງລັດມາເປັນກໍາມະສິດສ່ວນຕົວທີ່ບໍ່ຖືກຕ້ອງ ຕາມກົດໝາຍ; 6. ທວງເອົາຫຼືຮຽກຮ້ອງຄ່າຕອບແທນເກີນກວ່າຄວາມເປັນຈິງ ໃນກໍລະນີທີ່ລັດເວນຄືນ; 7. ປະລະໜ້າທີ່ຫຼືຄວາມຮັບຜິດຊອບໃນການຄຸ້ມຄອງແລະນໍາໃຊ້ ຊັບສິນຂອງລັດທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຂອງລັດ; 8. ນໍາໃຊ້ຊັບສິນຂອງລັດບໍ່ຖືກຕ້ອງຕາມເປົ້າໝາຍແລະມາດຕະ ຖານເຕັກນິກ; 9. ຊື້-ຂາຍ,ແລກປ່ຽນ,ມອບ-ໂອນ,ເອົາເຂົ້າຮຸ້ນຫຼືຮ່ວມທຶນແລະ ນໍາໄປຄໍ້າປະກັນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ; 10. ເອົາຊັບສິນຂອງໂຄງການທີ່ໄດ້ສິ້ນສຸດໂຄງການແລ້ວໄປ ນໍາໃຊ້ກ່ອນການອະນຸມັດ; 11. ເອົາລາຍຮັບຈາກຊັບສິນຂອງລັດໄປນໍາໃຊ້ນອກລະບົບງົບ ປະມານ; 12. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາໃດໜຶ່ງດັ່ງນີ້: 1. ນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດ; 2. ປອມແປງເອກະສານເພື່ອຄຸ້ມຄອງແລະນໍາໃຊ້ຊັບສິນຂອງ ລັດ; 3. ບຸກລຸກ,ທໍາລາຍຫຼືສ້າງຄວາມເສຍຫາຍແກ່ຊັບສິນຂອງລັດ; 4. ຊື້-ຂາຍ,ເຄື່ອນຍ້າຍໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍຫຼື ລັກໂລບຊັບສິນຂອງລັດ; 5. ໃສ່ຮ້າຍ,ບິດເບືອນຄວາມເປັນຈິງໃນການປະຕິບັດໜ້າທີ່ຂອງ ພະນັກງານແລະເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ; 6. ຈັບຈອງ,ຊອກຄົ້ນ,ສໍາຫຼວດ,ຂຸດຄົ້ນຊັບສິນຂອງລັດໂດຍບໍ່ຖືກ ຕ້ອງຕາມລະບຽບກົດໝາຍ; 7. ລະເມີດລິຂະສິດຫຼື້ສິດທະພິເສດຂອງລັດ; 8. ປອມແປງທະບຽນ,ເລກລະຫັດ,ກາໝາຍຊັບສິນຂອງລັດ; 9. ປິດບັງລາຍຮັບແລະຫຼົບຫຼີກພັນທະກ່ຽວກັບຊັບສິນຂອງລັດ; 10. ໃຫ້ສິນບົນຫຼືຄ່າຈ້າງແກ່ພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງຊັບ ສິນຂອງລັດຫຼືສົມຮູ້ຮ່ວມຄິດເອົາຊັບສິນຂອງລັດ; 11. ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງການປະຕິບັດ ໜ້າທີ່,ໝິ່ນປະໝາດຫຼືທໍາຮ້າຍຮ່າງກາຍພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງ ຊັບສິນຂອງລັດ; 12. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 6 ການແກ້ໄຂຂ້ຂັດແຍ່ງ


...ມາດຕາ 46 (ປັບປຸງ) ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດ

ມາດຕາ 46 (ປັບປຸງ) ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດ ຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດສາມາດແກ້ໄຂດ້ວຍວິທີໃດ ໜຶ່ງດັ່ງນີ້: 1. ການໄກ່ເກ່ຍຫຼືການປະນີປະນອມ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ; 4. ການຮ້ອງຟ້ອງຕໍ່ສານ.

...ມາດຕາ 47 (ໃໝ່) ການໄກ່ເກ່ຍຫຼືການປະນີປະນອມ

ມາດຕາ 47 (ໃໝ່) ການໄກ່ເກ່ຍຫຼືການປະນີປະນອມ ຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດລະຫວ່າງອົງການຄຸ້ມຄອງ ກັບຜູ້ໄດ້ຮັບສິດຄຸ້ມຄອງແລະນໍາໃຊ້ສາມາດແກ້ໄຂດ້ວຍການໄກ່ເກ່ຍ ຫຼືການປະນີປະນອມ.

...ມາດຕາ 48 (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ

ມາດຕາ 48 (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ ຂໍ້ຂັດແຍ່ງກ່ຽວກັບຊັບສິນຂອງລັດທີ່ມີລັກສະນະບໍລິຫານເຊັ່ນການ ຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດ,ການນໍາໃຊ້ ຊັບສິນຂອງລັດບໍ່ຖືກຕາມຈຸດປະສົງ,ເປົ້າໝາຍຫຼືລະບຽບກົດໝາຍແມ່ນ ໜ້າທີ່ຂອງຂະແໜງການການເງິນໂດຍສົມທົບກັບຂະແໜງການອື່ນແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັັນຜູ້ພິຈາລະນາແກ້ໄຂ.

...ມາດຕາ 49 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 49 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ໃນຂໍ້ຂັດແຍ່ງທີ່ມີລັກສະນະເສດຖະກິດກ່ຽວກັບຊັບສິນຂອງລັດຄູ່ ກໍລະນີສາມາດຮ້ອງຂໍຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

...ມາດຕາ 50 (ໃໝ່) ການຮ້ອງຟ້ອງຕໍ່ສານ

ມາດຕາ 50 (ໃໝ່) ການຮ້ອງຟ້ອງຕໍ່ສານ ຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອຕັດສິນຄະດີກ່ຽວ ກັບຊັບສິນຂອງລັດຕາມລະບຽບກົດໝາຍເປັນຕົ້ນຊັບສິນຂອງລັດທີ່ຕິດ ພັນກັບຄວາມຮັບຜິດຊອບທາງແພ່ງເຊັ່ນການບໍ່ປະຕິບັດສັນຍາ,ການກໍ່ ຄວາມເສຍຫາຍແກ່ຊັບສິນຂອງລັດ,ການທໍາລາຍ,ການຍັກຍອກ,ຊັບສິນ ຂອງລັດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ,ການ ດໍາເນີນຄະດີອາຍາແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

..ພາກທີ 7 ການຄຸ້ມຄອງແລະກວດກາຊັບສິນຂອງລັດ


...ໝວດທີ 1 ອົງການຄຸ້ມຄອງຊັບສິນຂອງລັດ


....ມາດຕາ 51 (ໃໝ່) ອົງການຄຸ້ມຄອງຊັບສິນຂອງລັດ

ມາດຕາ 51 (ໃໝ່) ອົງການຄຸ້ມຄອງຊັບສິນຂອງລັດ ລັດຖະບານເປັນຜູ້ຄຸ້ມຄອງຊັບສິນຂອງລັດຢ່າງລວມສູນແລະເປັນ ເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງການການເງິນ ເປັນເຈົ້າການຮັບຜິດຊອບແລະປະສານສົມທົບກັບຂະແໜງການອື່ນແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງຊັບສິນຂອງລັດປະກອບດ້ວຍ: 1. ກະຊວງການເງິນຊຶ່ງມີກົມຄຸ້ມຄອງຊັບສິນຂອງລັດເປັນເສນາ ທິການ; 2. ພະແນກການເງິນແຂວງ,ນະຄອນຊຶ່ງມີຫ້ອງການຄຸ້ມຄອງຊັບ ສິນຂອງລັດເປັນເສນາທິການ; 3. ຫ້ອງການການເງິນເມືອງ,ເທດສະບານຊຶ່ງມີໜ່ວຍງານຄຸ້ມ ຄອງຊັບສິນຂອງລັດເປັນເສນາທິການ; 4. ໜ່ວຍງານການເງິນບ້ານ.

....ມາດຕາ 52 (ໃໝ່) ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາ 52 (ໃໝ່) ສິດແລະໜ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງຊັບສິນຂອງລັດກະຊວງການເງິນມີສິດແລະໜ້າ ທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ແຜນນະໂຍບາຍແລະລະ ບຽບກົດໝາຍກ່ຽວກັບວຽກງານຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ ໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 2. ໂຄສະນາ,ເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍແລະ ລະບຽບກົດໝາຍກ່ຽວກັບວຽກງານຄຸ້ມຄອງຊັບສິນຂອງລັດໃນຂອບ ເຂດທົ່ວປະເທດ; 3. ຊີ້ນໍາ,ຂຶ້ນບັນຊີ,ຂຶ້ນທະບຽນແລະການນໍາໃຊ້ລັດຖະສົມບັດໃນ ຂອບເຂດທົ່ວປະເທດ; 4. ພິຈາລະນາແຜນການການສະເໜີຂອງນິຕິບຸກຄົນແລະການ ຈັດຕັ້ງອື່ນທີ່ນໍາໃຊ້ງົບປະມານຂອງລັດກ່ຽວກັບການຊື້ໃໝ່,ການກໍ່ສ້າງ ,ການສ້ອມແປງ,ການສະສາງທີ່່ນໍາໃຊ້ງົບປະມານຂອງລັດ; 5. ຄົ້ນຄວ້າກ່ຽວກັບການນໍາໃຊ້,ການມອບ-ໂອນ,ການປ່ຽນສິດ ຄຸ້ມຄອງ,ການສະສາງ,ການໃຫ້ເຊົ່າຫຼືສໍາປະທານ,ການເອົາເຂົ້າຮຸ້ນຫຼື ຮ່ວມທຶນເພື່ອນໍາສະເໜີລັດຖະບານພິຈາລະນາ; 6. ອະນຸຍາດການນໍາໃຊ້,ການມອບ-ໂອນ,ການປ່ຽນສິດຄຸ້ມ ຄອງ,ການສະສາງ,ການໃຫ້ເຊົ່າຫຼືສໍາປະທານ,ການເອົາເຂົ້າຮຸ້ນຫຼືຮ່ວມ ທຶນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 7. ສ້າງ,ຄຸ້ມຄອງແລະຈັດຕັ້ງປະຕິບັດແຜນການເກັບລາຍຮັບ ຈາກຊັບສິນຂອງລັດເຂົ້າງົບປະມານແຫ່ງລັດ; 8. ຄຸ້ມຄອງວຽກງານປະມູນການຈັດຊື້,ການສະສາງຊັບສິນຂອງ ລັດາມຄວາມຮັບຜິດຊອບຂອງຕົນ; 9. ສ້າງແລະພັດທະນາລະບົບຖານຂໍ້ມູນສະຖິຕິກ່ຽວກັບຊັບສິນ ຂອງລັດຕາມຄວາມຮັບຜິດຊອບຂອງຕົນ; 10. ຊີ້ນໍາແລະຕິດຕາມການເຄື່ອນໄຫວວຽກງານຂອງຂະແໜງ ການຄຸ້ມຄອງຊັບສິນຂອງລັດທີ່ຂຶ້ນກັບຕົນ; 11. ບໍາລຸງສ້າງ,ຍົກລະດັບຄວາມຮູ້ຄວາມສາມາດແລະຄຸນ ທາດດ້ານການເມືອງໃຫ້ບຸກຄະລາກອນຂະແໜງການຄຸ້ມຄອງຊັບສິນ ຂອງລັດຕາມຄວາມຮັບຜິດຊອບຂອງຕົນ; 12. ປັບປຸງກົມຄຸ້ມຄອງຊັບສິນຂອງລັດ,ຫ້ອງການຄຸ້ມຄອງຊັບ ສິນຂອງລັດແຂວງ,ນະຄອນ,ໜ່ວຍງານຄຸ້ມຄອງຊັບສິນຂອງລັດເມືອງ, ເທດສະບານແລະໜ່ວຍງານການເງິນບ້ານພ້ອມທັງປະກອບອຸປະກອນ ງົບປະມານຢ່າງພຽງພໍ; 13. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງຊັບສິນຂອງລັດ; 14. ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບ ວຽກງານຄຸ້ມຄອງຊັບສິນຂອງລັດ; 15. ສະຫຼູບ,ປະເມີນຜົນແລະລາຍງານການເຄື່ອນໄຫວວຽກ ງານຂອງຕົນຕໍ່ລັດຖະບານຢ່າງເປັນປົກກະຕິ; 16. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 53 (ໃໝ່) ສິດແລະໜ້າທີ່ຂອງພະແນກການເງິນແຂວງ,ນະຄອນ

ມາດຕາ 53 (ໃໝ່) ສິດແລະໜ້າທີ່ຂອງພະແນກການເງິນແຂວງ,ນະ ຄອນ ໃນການຄຸ້ມຄອງວຽກງານຊັບສິນຂອງລັດພະແນກການເງິນ ແຂວງ,ນະຄອນມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນດັ່ງນີ້: 1. ຜັນຂະຫຍາຍແຜນຍຸດທະສາດ,ແຜນນະໂຍບາຍກ່ຽວກັບ ວຽກງານຄຸ້ມຄອງຊັບສິນຂອງລັດໃຫ້ເປັນແຜນການ,ແຜນງານແລະ ໂຄງການລະອຽດ; 2. ໂຄສະນາ,ເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍແລະ ລະບຽບກົດໝາຍກ່ຽວກັບຊັບສິນຂອງລັດ; 3. ຊີ້ນໍາແລະຕິດຕາມການເຄື່ອນໄຫວວຽກງານຂອງຫ້ອງການ ຄຸ້ມຄອງຊັບສິນຂອງລັດ; 4. ສ້າງແຜນບໍາລຸງສ້າງ,ຍົກລະດັບຄວາມຮູ້ຄວາມສາມາດ ແລະຄຸນທາດດ້ານການເມືອງໃຫ້ບຸກຄະລາກອນຂະແໜງການຄຸ້ມຄອງ ຊັບສິນຂອງລັດ; 5. ຄຸ້ມຄອງການຂຶ້ນທະບຽນ,ການຂຶ້ນບັນຊີແລະການນໍາໃຊ້ລັດ ຖະສົມບັດ; 6. ພິຈາລະນາແຜນການການສະເໜີກ່ຽວກັບການຊື້ໃໝ່,ການກໍ່ ສ້າງ,ການສ້ອມແປງທີ່ນໍາໃຊ້ງົບປະມານຂອງລັດ; 7. ຄົ້ນຄວ້າກ່ຽວກັບການນໍາໃຊ້,ການມອບ-ໂອນ,ການປ່ຽນສິດ ຄຸ້ມຄອງ,ການສະສາງ,ການໃຫ້ເຊົ່າຫຼືສໍາປະທານ,ການເອົາເຂົ້າຮຸ້ນຫຼື ຮ່ວມທຶນເພື່ອນໍາສະເໜີເຈົ້າແຂວງ,ເຈົ້າຄອງນະຄອນພິຈາລະນາຕາມ ການແບ່ງຂັ້ນຄຸ້ມຄອງ; 8. ອະນຸຍາດການນໍາໃຊ້,ການມອບ-ໂອນ,ການປ່ຽນສິດຄຸ້ມ ຄອງ,ການສະສາງ,ການໃຫ້ເຊົ່າຫຼືສໍາປະທານ,ການເອົາເຂົ້າຮຸ້ນຫຼືຮ່ວມ ທຶນ; 9. ສ້າງ,ຄຸ້ມຄອງແລະຈັດຕັ້ງປະຕິບັດແຜນການເກັບລາຍຮັບ ຈາກຊັບສິນຂອງລັດເຂົ້າງົບປະມານແຫ່ງລັດ; 10. ຄຸ້ມຄອງວຽກງານປະມູນການຈັດຊື້,ກໍ່ສ້າງ,ສ້ອມແປງແລະ ການສະສາງລັດຖະສົມບັດ; 11. ສ້າງແລະພັດທະນາລະບົບຖານຂໍ້ມູນສະຖິຕິກ່ຽວກັບລັດຖະ ສົມບັດ; 12. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງທີ່ພົວພັນກັບ ວຽກງານຄຸ້ມຄອງຊັບສິນຂອງລັດ; 13. ພັວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານຄຸ້ມຄອງຊັບສິນຂອງລັດຕາມການມອບໝາຍຂອງຂັ້ນ ເທິງ; 14. ສະຫຼຸບ,ປະເມີນຜົນແລະລາຍງານການເຄື່ອນໄຫວວຽກ ງານຂອງຕົນຕໍ່ກະຊວງການເງິນແລະອົງການປົກຄອງແຂວງ,ນະຄອນ ຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍຫຼືຕາມການມອບໝາຍ.

....ມາດຕາ 54 (ໃໝ່) ສິດແລະນ້າທີ່ຂອງຫ້ອງການການເງິນເມືອງ,ເທດສະບານ

ມາດຕາ 54 (ໃໝ່) ສິດແລະນ້າທີ່ຂອງຫ້ອງການການເງິນເມືອງ,ເທດ ສະບານ ໃນການຄຸ້ມຄອງວຽກງານຊັບສິນຂອງລັດຫ້ອງການການເງິນ ເມືອງ,ເທດສະບານມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນດັ່ງນີ້; 1. ເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍແລະລະບຽບກົດ ໝາຍກ່ຽວກັບຊັບສິນຂອງລັດ; 2. ຈັດຕັ້ງປະຕິບັດແຜນຍຸດທະສາດ,ແຜນນະໂຍບາຍ,ແຜນການ ,ແຜນງານກ່ຽວກັບວຽກງານຄຸ້ມຄອງລັດຖະສົມບັດໃຫ້ມີປະສິດທິຜົນ; 3. ຊີ້ນໍາແລະຕິດຕາມການເຄື່ອນໄຫວວຽກງານຂ້ອງໜ່ວຍງານ ການເງິນບ້ານ; 4. ສ້າງແຜນບໍາລຸງສ້າງ,ຍົກລະດັບຄວາມຮູ້ຄວາມສາມາດ ແລະຄຸນທາດດ້ານການເມືອງໃຫ້ບຸກຄະລາກອນຂະແໜງການຄຸ້ມຄອງ ຊັບສິນຂອງລັດ; 5. ຄຸ້ມຄອງການຂຶ້ນທະບຽນ,ການຂຶ້ນບັນຊີແລະການນໍາໃຊ້ລັດ ຖະສົມບັດ; 6. ສັງລວມແຜນການຊື້ໃໝ່,ການກໍ່ສ້າງ,ການສ້ອມແປງລັດຖະ ສົມບັດເພື່ອສະເໜີຂັ້ນເທິງພິຈາລະນາ; 7. ຄຸ້ມຄອງແລະຈັດເກັບລາຍຮັບຈາກຊັບສິນຂອງລັດມອບເຂົ້າ ງົບປະມານແຫ່ງລັດຕາມການແບ່ງຂັ້ນຄຸ້ມຄອງ; 8. ຄຸ້ມຄອງວຽກງານປະມູນການຈັດຊື້,ກໍ່ສ້າງ,ສ້ອມແປງແລະ ການສະສາງລັດຖະສົມບັດ; 9. ສ້າງແລະພັດທະນາລະບົບຖານຂໍ້ມູນສະຖິຕິກ່ຽວກັບລັດຖະ ສົມບັດ; 10. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງທີ່ພົວພັນກັບ ວຽກງານຄຸ້ມຄອງຊັບສິນຂອງລັດ; 11. ສະຫຼຸບ,ປະເມີນຜົນແລະລາຍງານການເຄື່ອນໄຫວວຽກ ງານຂອງຕົນຕໍ່ພະແນກການເງິນແລະອົງການປົກຄອງເມືອງ,ເທດສະ ບານຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍຫຼືຕາມການມອບໝາຍ.

....ມາດຕາ 55 (ໃໝ່) ສິດແລະໜ້າທີ່ຂອງໜ່ວຍງານການເງິນບ້ານ

ມາດຕາ 55 (ໃໝ່) ສິດແລະໜ້າທີ່ຂອງໜ່ວຍງານການເງິນບ້ານ ໃນການຄຸ້ມຄອງວຽກງານຊັບສິນຂອງລັດໜ່ວຍງານການເງິນ ບ້ານມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ເຜີຍແຜ່ລະບຽບກົດໝາຍກ່ຽວກັບຊັບສິນຂອງລັດ; 2. ຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະສົມບັດໃຫ້ມີປະສິດທິ ຜົນ; 3. ເກັບກໍາຂຶ້ນບັນຊີຊັບສິນຂອງລັດ; 4. ຈັດເກັບລາຍຮັບຈາກຊັບສິນຂອງລັດມອບເຂົ້າງົບປະມານ ແຫ່ງລັດຕາມການແບ່ງຂັ້ນຄຸ້ມຄອງ; 5. ປະສານສົມທົບກັບໜ່ວຍງານອື່ນທີ່ພົວພັນກັບວຽກງານຄຸ້ມ ຄອງຊັບສິນຂອງລັດ; 6. ສະຫຼຸບ,ປະເມີນຜົນແລະລາຍງານການເຄື່ອນໄຫວວຽກງານ ຂອງຕົນຕໍ່ຫ້ອງການການເງິນເມືອງ,ເທດສະບານແລະອົງການປົກຄອງ ບ້ານຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍຫຼືຕາມການມອບໝາຍ.

....ມາດຕາ 56 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ

ມາດຕາ 56 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີ ສິດແລະໜ້າທີ່ປະສານສົມທົບກັບຂະແໜງການການເງິນຂັ້ນຂອງຕົນ ໃນການຄຸ້ມຄອງຊັບສິນຂອງລັດຕາມພາລະບົດບາດແລະຄວາມຮັບຜິດ ຊອບຂອງຕົນ.

...ໝວດທີ 2 ອົງການກວດກາຊັບສິນຂອງລັດ


....ມາດຕາ 57 (ປັບປຸງ) ອົງການກວດກາຊັບສິນຂອງລັດ

ມາດຕາ 57 (ປັບປຸງ) ອົງການກວດກາຊັບສິນຂອງລັດ ອົງການກວດກາຊັບສິນຂອງລັດປະກອບດ້ວຍອົງການກວດກາ ພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມ ຄອງຊັບສິນຂອງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍ ສະບັບນີ້. ອົງການກວດກາພາຍນອກມີສະພາແຫ່ງຊາດ,ອົງການກວດ ສອບແຫ່ງລັດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງ ຫຼວງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດ ຕັ້ງສັງຄົມ. ການກວດກາພາຍນອກດໍາເນີນຕາມຄໍາສະເໜີຂອງບຸກຄົນ,ນິ ຕິບຸກຄົນຫຼືການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມ. ການກວດກາພາຍນອກດໍາເນີນຕາມຄໍາສະເໜີຂອງບຸກຄົນ,ນິຕິ ບຸກຄົນຫຼືການຈັດຕັ້ງຫຼືການລິເລີ່ມຂອງອົງການກວດກາພາຍນອກເອງ ໃນກໍລະນີເຫັນວ່າມີບັນຫາບໍ່ຈະແຈ້ງຫຼືບໍ່ໂປ່ງໃສ.

....ມາດຕາ 58 ເນື້ອໃນການກວດກາ

ມາດຕາ 58 ເນື້ອໃນການກວດກາ ການກວດກາຊັບສິນຂອງລັດມີເນື້ອໃນຕົ້ນຕໍດັ່ງນີ້: 1. ການຈັດຕັ້ງປະຕິບັດກົດໝາຍ,ລະບຽບການຕ່າງໆ,ຈຸດປະສົງ ແລະເປົ້າໝາຍກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ; 2. ການຈັດຕັ້ງປະຕິບັດຂໍ້ຜູກພັນແລະເນື້ອໃນອື່ນຂອງສັນຍາລວມ ທັງເອກະສານທີ່ພົວພັນກັບການຄຸ້ມຄອງແລະນໍາໃຊ້ຊັບສິນຂອງລັດ; 3. ການຈັດຕັ້ງປະຕິບັດແຜນການກ່ຽວກັບການຄຸ້ມຄອງ,ການ ນໍາໃຊ້,ການເກັບລາຍຮັບ,ການປົກປັກຮັກສາແລະການພັດທະນາຊັບສິນ ຂອງລັດ.

....ມາດຕາ 59 ຮູບການການກວດກາ

ມາດຕາ 59 ຮູບການການກວດກາ ການກວດກາຊັບສິນຂອງລັດມີສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນ ໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບ ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການກວດກາຊັບສິນຂອງລັດນັ້ນຕ້ອງປະຕິບັດໜ້າທີ່ໃຫ້ຖືກ ຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

...ໝວດທີ 3 ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ


....ມາດຕາ 60 (ໃໝ່) ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ

ມາດຕາ 60 (ໃໝ່) ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດແມ່ນພະນັກງານຄຸ້ມຄອງຊັບ ສິນຂອງລັດທີ່ຖືກແຕ່ງຕັ້ງໄປເຄື່ອນໄຫວແລະປະຕິບັດໜ້າທີ່ສະເພາະຫຼື ວຽກງານສະເພາະກິດໃດໜຶ່ງ. ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດປະຕິບັດໜ້າທີ່ຄືກັນກັບເຈົ້າ ໜ້າທີ່ສືບສວນ-ສອບສວນ.

....ມາດຕາ 61 (ໃໝ່) ສິດແລະໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ

ມາດຕາ 61 (ໃໝ່) ສິດແລະໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງຊັບສິນ ຂອງລັດ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດມີສິດແລະໜ້າທີ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ໄດ້ຮັບຄວາມຊ່ວຍເຫຼືອແລະອໍານວຍຄວາມສະດວກຈາກອົງ ການຈັດຕັ້ງທຸກພາກສ່ວນ,ອົງການປົກຄອງທ້ອງຖິ່ນ,ກໍາລັງປະກອບອາ ວຸດແລະບຸກຄົນອື່ນໃນເວລາປະຕິບັດໜ້າທີ່ເມື່ອມີການຮ້ອງຂໍ; 2. ເຄື່ອນໄຫວລາດຕະເວນແລະຕິດຕາມ,ກວດກາເປົ້າໝາຍ ຕ່າງໆເປັນຕົ້ນການລັກໂລບ,ຊື້-ຂາຍຫຼືແອບອ້າງສິດກ່ຽວກັບຊັບສິນ ຂອງລັດ; 3. ຄຸ້ມຄອງແລະປົກປັກຮັກສາພາຫະນະ,ວັດຖຸແລະສິ່ງກໍ່ສ້າງ ລວມທັງເອກະສານທີ່ກ່ຽວຂ້ອງທີ່ໄດ້ຍຶດຫຼືອາຍັດ; 4. ພົວພັນ,ທວງໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງ ແຈ້ງເອກະສານ,ບັນຊີ,ສະຖິຕິຊັບສິນຂອງລັດແລະຂໍ້ມູນຂ່າວສານຕ່າງ ໆ; 5. ເຂົ້າຮ່ວມກວດກາແລະປະເມີນມູນຄ່າຊັບສິນຂອງລັດ,ເອກະ ສານການມອບພັນທະແລະເອກະສານການຢັ້ງຢືນສິດຄຸ້ມຄອງແລະນໍາ ໃຊ້ຊັບສິນຂອງລັດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 6. ກວດກາການຄຸ້ມຄອງແລະການນໍາໃຊ້ຊັບສິນຂອງລັດລວມ ທັງການໄລ່ລຽງການມອບພັນທະແລະເລັ່ງທວງພັນທະຄ້າງມອບກ່ຽວ ກັບຊັບສິນຂອງລັດ; 7. ສືບສວນ-ສອບສວນ,ສະຫຼຸບການສືບສວນ-ສອບສວນແລະປະ ກອບສໍານວນຄະດີແລ້ວສົ່ງໃຫ້ອົງການໄອຍະການປະຊາຊົນ; 8. ຊຸກຍູ້,ຕິດຕາມການປະຕິບັດພັນທະຂອງບຸກຄົນ,ນິຕິບຸກຄົນຫຼື ການຈັດຕັ້ງ; 9. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕໍ່ຂັ້ນ ເທິງຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.


....ມາດຕາ 62 (ໃໝ່) ການຮັກສາຄວາມລັບຂອງລັດແລະທາງລັດຖະການ

ມາດຕາ 62 (ໃໝ່) ການຮັກສາຄວາມລັບຂອງລັດແລະທາງລັດຖະ ການ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດທີ່ປະຕິບັດໜ້າທີ່ຫຼືຖືກແຕ່ງຕັ້ງ ໃຫ້ປະກອບສ່ວນວຽກງານຫຼືເຂົ້າຮ່ວມໃນການດໍາເນີນຄະດີໃດໜຶ່ງຕ້ອງ ຮັກສາຄວາມລັບຂອງລັດແລະທາງລັດຖະການຢ່າງເຂັ້ມງວດ.

..ພາກທີ 8 ງົບປະມານ,ເຄື່ອງແບບ,ກາໝາຍແລະຕາປະທັບ


...ມາດຕາ 63 (ໃໝ່) ງົບປະມານ

ມາດຕາ 63 (ໃໝ່) ງົບປະມານ ອົງການຄຸ້ມຄອງວຽກງານຊັບສິນຂອງລັດທີ່ໄດ້ກໍານົດໄວ້ໃນມາດ ຕາ 51 ຂອງກົດໝາຍສະບັບນີ້ມີງົບປະມານສະເພາະເພື່ອນໍາໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານຂອງຕົນຕາມກົດໝາຍວ່າດ້ວຍງົບປະມານ ແຫ່ງລັດ. ການຂຶ້ນແຜນງົບປະມານນັ້ນໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

...ມາດຕາ 64 (ໃໝ່) ເຄື່ອງແບບ,ກາໝາຍແລະຕາປະທັບ

ມາດຕາ 64 (ໃໝ່) ເຄື່ອງແບບ,ກາໝາຍແລະຕາປະທັບ ຂະແໜງການຄຸ້ມຄອງຊັບສິນຂອງລັດມີເຄື່ອງແບບແລະກາ ໝາຍສະເພາະຂອງຕົນ.ໃນເວລາປະຕິບັດໜ້າທີ່ເຈົ້າໜ້າທີ່ຄຸ້ມຄອງຊັບ ສິນຂອງລັດຕ້ອງນຸ່ງເຄື່ອງແບບ,ຕິດກາໝາຍສະເພາະແລະຖືບັດປະຈໍາ ໜ້າທີ່.ໃນກໍລະນີຈໍາເປັນເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດຈະປະຕິບັດ ໜ້າທີ່ນອກເຄື່ອງແບບກໍ່ໄດ້ແຕ່ຕ້ອງສະເໜີບັດປະຈໍາໜ້າທີ່ຕໍ່ຜູ້ຖືກກວດ ກາ. ຂະແໜງການຄຸ້ມຄອງຊັບສິນຂອງລັດແຕ່ລະຂັ້ນມີຕາປະທັບຂອງ ຕົນເພື່ອຮັບໃຊ້ວຽກງານຂອງລັດຖະການ. ເຄື່ອງແບບ,ກາໝາຍແລະຕາປະທັບແມ່ນລັດຖະບານເປັນຜູ້ຕົກ ລົງຕາມການສະເໜີຂອງກະຊວງການເງິນ,ສໍາລັບບັດປະຈໍາໜ້າທີ່ແມ່ນ ກະຊວງການເງິນເຜັນຜູ້ອອກໃຫ້.

..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 65 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 65 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້ເປັນຕົ້ນການຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາ ແລະພັດທະນາຊັບສິນຂອງລັດຢ່າງມີປະສິດທິຜົນ,ສະໜອງຂໍ້ມູນກ່ຽວກັບ ການລະເມີດຫຼືການບໍ່ປະຕິບັດພັນທະ,ທວງເກັບລາຍຮັບຈາກຊັບສິນຂອງ ລັດທີ່ເຊື່ອງອໍາຄືນມາໄດ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະ ບຽບກົດໝາຍ.

...ມາດຕາ 66 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 66 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນຂໍ້ຫ້າມຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ຮັບຜິດຊອບທາງ ແພ່ງຫຼືທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

...ມາດຕາ 67 (ປັບປຸງ) ມາດຕະການສຶກສາອົບຮົມ

ມາດຕາ 67 (ປັບປຸງ) ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາເຊັ່ນນໍາໃຊ້ຊັບສິນຂອງລັດບໍ່ຖືກຈຸດປະ ສົງ,ເປົ້າໝາຍທີ່ບໍ່ກໍ່ຄວາມເສຍຫາຍຈະຖືກສຶກສາອົບຮົມແລະກ່າວ ເຕືອນ.

...ມາດຕາ 68 (ໃໝ່) ມາດຕະການທາງວິໄນ

ມາດຕາ 68 (ໃໝ່) ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດທີ່ໄດ້ລະເມີດ ກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ສູງຈະຖືກລົງວິໄນຕາມແຕ່ລະກໍລະ ນີດັ່ງນີ້: 1. ກ່າວເຕືອນແລະບັນທຶກໄວ້ໃນປຶ້ມຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ-ຂັ້ນເງິນເດືອນ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປເຮັດໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ມາດຕາ 69 (ໃໝ່) ມາດຕະການປັບໃໝ

ມາດຕາ 69 (ໃໝ່) ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝເມື່ອມີພຶດຕິກໍາໃດ ໜຶ່ງດັ່ງນີ້: 1. ນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດແລະບໍ່ຖືກຕ້ອງ ຕາມເປົ້າໝາຍທີ່ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ; 2. ດໍາເນີນການຊອກຄົ້ນ,ສໍາຫຼວດຫຼືຂຸດຄົ້ນຊັບພະຍາກອນທໍາມະ ຊາດໂດຍບໍ່ໄດ້ຮັບອະນຸຍາດ; 3. ແຈ້ງຈໍານວນແລະບໍລິມາດຊັບສິນຂອງລັດໂດຍບໍ່ຖືກຕ້ອງກັບ ຕົວຈິງ; 4. ແກ່ຍາວເວລາການມອບພັນທະໃຫ້ລັດຕາມທີ່ໄດ້ກໍານົດໄວ້ໃນ ສັນຍາແລະລະບຽບກົດໝາຍ; 5. ລະເມີດສັນຍາຫຼືສໍາປະທານຊັບສິນຂອງລັດຖ້າຫາກມີການຕົກ ລົງກັນໄວ້ໃນສັນຍາ. ສໍາລັບອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 70 ມາດຕະການທາງແພ່ງ

ມາດຕາ 70 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ເຮັດໃຫ້ຊັບສິນຂອງລັດເປ່ເພ ຫຼືເສຍຫາຍຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 71 (ປັບປຸງ) ມາດຕະການທາງອາຍາ

ມາດຕາ 71 (ປັບປຸງ) ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງເປັນການ ກະທໍາຜິດທາງອາຍາເຊັ່ນປອມແປງເອກະສານ,ລັກ,ສໍ້ໂກງ,ຍັກຍອກ, ທໍາລາຍຊັບສິນຂອງລັດ,ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ອໍານາດເກີນຂອບ ເຂດກ່ຽວກັບຊັບສິນຂອງລັດຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍອາຍາແລະກົດມາຍອື່ນທີ່ກ່ຽວຂ້ອງ.

...ມາດຕາ 72 (ໃໝ່) ມາດຕະການໂທດເພີ່ມ

ມາດຕາ 72 (ໃໝ່) ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນ ມາດຕາ 71 ຂອງກົດ ໝາຍສະບັບນີ້ແລ້ວຜູ້ກະທໍາຜິດອາດຈະຖືກປະຕິບັດໂທດເພີ່ມເຊັ່ນຖອນ ໃບອະນຸຍາດໃຫ້ເຊົ່າຫຼືສໍາປະທານ,ຖອນສິດຄຸ້ມຄອງແລະນໍາໃຊ້ຊັບສິນ ຂອງລັດ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 73 ການຈັດຕັ້ງປະຕິບັດ

ມາດຕາ 73 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບ ນີ້.

...ມາດຕາ 74 ຜົນສັກສິດ

ມາດຕາ 74 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງສາມສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍຊັບສິນຂອງລັດສະ ບັບເລກທີ 09/ສພຊ ລົງວັນທີ 12 ຕູລາ 2002. ຂໍ້ກໍານົດ,ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້