ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 26-11-2009

From Wikisource
Jump to navigation Jump to search

.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 26-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວກໍາ ນົດຫຼັກການ,ລະບຽບການ,ມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນ ໄຫວ,ການຄຸ້ມຄອງແລະການຕິດຕາມ,ກວດກາວຽກງານຂອງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວເພື່ອຮັບປະກັນໃຫ້ສະມາຊິກຊາວໜຸ່ມປະຊາຊົນ ປະຕິບັດລາວແລະຊາວໜຸ່ມລາວບັນດາເຜົ່າໄດ້ປະຕິບັດສິດ,ໜ້າທີ່,ພັນທະ ແລະຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນ,ຍົກສຸງຄວາມຮັບຜິດ ຊອບຂອງລັດ,ສັງຄົມ,ຄອບຄົວຕໍ່ການພັດທະນາແລະປົກປ້ອງຊາວໜຸ່ມແນ ໃສ່ສ້າງຄະນະຊາວໜຸ່ມໃຫ້ກາຍເປັນອົງການຈັດຕັ້ງທີ່ເຂັ້ມແຂງປະກອບ ສ່ວນເຂົ້າໃນການສຶກສາອົບຮົມແລະເຕົ້າໂຮມກໍາລັງຊາວໜຸ່ມໃຫ້ກາຍ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ,ຂອງຊາດແລະຕັ້ງໜ້າປະຕິບັດ ສອງໜ້າທີ່ຍຸດທະສາດຄືປົກປັກຮັກສາແລະສ້າງສາປະເທດຊາດໃຫ້ປະຊາ ຊົນຮັ່ງມີ,ຜາສຸກ,ປະເທດຊາດມັ່ງຄັ່ງເຂັ້ມແຂງ,ສັງຄົມມີປະຊາທິປະໄຕ, ຍຸຕິທໍາແລະສີວິໄລ.

...ມາດຕາ 2 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ 2 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນການຈັດຕັ້ງຂອງ ຊາວໜຸ່ມລາວຜູ້ຫ້າວຫັນ,ດີເດັ່ນ,ໄດ້ຜ່ານການຝຶກຝົນຫຼໍ່ຫຼອມຈາກຂະບວນ ການຂອງມະຫາຊົນ,ເປັນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການ ເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂຽນອັກສອນຫຍໍ້ວ່າ "ຄຊປປລາວ"

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ອົງການຈັດຕັ້ງການເມືອງ-ສັງຄົມ ໝາຍເຖິງແນວລາວ ສ້າງຊາດແລະອົງການຈັດຕັ້ງມະຫາຊົນທີ່ມີພັກປະຊາຊົນປະຕິວັດລາວ ເປັນຜູ້ນໍາພາຊຶ່ງປະກອບດ້ວຍ ຄຊປປລ, ສະຫະພັນແມ່ຍິງລາວ,ສະຫະ ພັນກໍາມະບານລາວ,ສະຫະພັນນັກຮົມເກົ່າແຫ່ງຊາດ; 2. ຄະນະບໍລິການງານຊາວໜຸ່ມປະຊາຊົນປະຕິວັດລາວ ໝາຍເຖິງຄະນະນໍາຊາວໜຸ່ມຊຶ່ງຖືກເລືອກຕັ້ງໂດຍກອງປະຊຸມໃຫຍ່ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 3. ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດ ລາວໝາຍເຖິງຜູ້ເປັນຫົວໜ້າຄະນະບໍລິຫານງານຊາວໜຸ່ມປະຊາຊົນປະ ຕິວັດລາວ; 4. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານໝາຍ ເຖິງການຈັດຕັ້ງຊາວໜຸ່ມຢູ່ບ້ານ,ສໍານັກງານ,ອົງການ,ຫົວໜ່ວຍການ ຜະລິດ,ການບໍລິການ,ສະຖາບັນການສຶກສາ,ໂຮງໝໍ່ແລະກອງພັນນ້ອຍ ,ກອງຮ້ອຍແລະທຽບເທົ່າໃນກໍາລັງປະກອບອາວຸດ; 5. ການຈັດຕັ້ງເຍົາວະຊົນໝາຍເຖິງການຈັດຕັ້ງຂອງເດັກ ນ້ອຍລາວຜູ້ຫ້າວຫັນ,ດີເດັ່ນທີ່ມີອາຍຸແຕ່ເກົ້າປີຫາສິບສີ່ປີ; 6. ອະນຸຊົນໝາຍເຖິງເດັກນ້ອຍລາວຜູ້ຫ້າວຫັນ,ດີເດັ່ນທີ່ມີ ອາຍຸແຕ່ຫົກປີຫາແປດປີ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຊາວໜຸ່ມ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຊາວໜຸ່ມ ລັດວາງນະໂຍບາຍ,ລະບຽບກົດໝາຍ,ກົນໄກແລະມາດຕະ ການຕ່າງໆຢ່າງເປັນລະບົບກ່ຽວກັບການຄຸ້ມຄອງ,ການພັດທະນາ,ການ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມລວມທັງສົ່ງເສີມ ກິດຈະກໍາການເຄື່ອນໄຫວທີ່ເປັນປະໂຫຍດໃຫ້ປະເທດຊາດແລະສັງຄົມ. ລັດເອົາໃຈໃສ່ສຶກສາອົບຮົມ,ຊຸກຍູ້,ສົ່ງເສີມ,ສ້າງເງື່ອນໄຂໃຫ້ ຊາວໜຸ່ມໄດ້ຮັບການຝຶກຝົນຫຼໍ່ຫຼອມແລະໄດ້ຮັບການພັດທະນາຮອບດ້ານ ເປັນຕົ້ນດ້ານສຸຂະພາບຮ່າງກາຍແລະຈິດໃຈ,ດ້ານຄຸນສົມບັດສິນທໍາປະຕິ ວັດ,ການສຶກສາ,ວິຊາຊີບ,ຄວາມສາມາດເພື່ອກາຍເປັນຮຸ້ນຄົນສືບທອດ ພາລະກິດປະຕິວັດຂອງຊາດ. ລັດຊຸກຍູ້,ສົ່ງເສີມ,ສ້າງເງື່ອນໄຂ,ອໍານວຍຄວາມສະດວກ ໃຫ້ຊາວໜຸ່ມໄດ້ເຂົ້າການຈັດຕັ້ງແລະ ຄຊປປລ ສາມາດປະຕິບັດພາລະ ບົດບາດ,ສິດ,ໜ້າທີ່ຂອງຕົນເພື່ອດຶງດູດແລະເສີມຂະຫຍາຍກໍາລັງແຮງ ຂອງຊາວໜຸ່ມເຂົ້າໃນການປະຕິບັດແນວທາງ,ນະໂຍບາຍ,ລະບຽບກົດ ໝາຍແລະແຜນພັດທະນາເສດຖະກິດ-ສັງຄົມຂອງລັດ.

...ມາດຕາ 5 ຫຼັກການກ່ຽວກັບວຽກງານຊາວໜຸ່ມ

ມາດຕາ 5 ຫຼັກການກ່ຽວກັບວຽກງານຊາວໜຸ່ມ ຄຊປປລ ເຄື່ອນໄຫວວຽກງານບົນພື້ນຖານຫຼັກການດັ່ງນີ້: 1. ຮັບປະກັນການນໍາພາໂດຍກົງ,ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ; 2. ຮັບປະກັນການເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດ ໝາຍແລະກົດລະບຽບຂອງ ຄຊປປລ; 3. ປະຕິບັດຫຼັກການລວມສູນປະຊາທິປະໄຕ; 4. ຕື່ນຕົວ,ສະໝັກໃຈແລະເປັນແບບຢ່າງນໍາໜ້າໃນການປະ ຕິບັດວຽກງານຂອງຊາດ,ຂອງຊາວໜຸ່ມແລະເຂົ້າຮ່ວມຂະບວນການ ເຄື່ອນໄຫວຂອງມະຫາຊົນ; 5. ຮັບປະກັນການເຄື່ອນໄຫວດ້ວຍຫຼາຍລັກສະນະແລະຫຼາຍ ຮູບການ.

...ມາດຕາ 6 ການຮ່ວມມືສາກົນ

ມາດຕາ 6 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບພາກພື້ນແລະສາກົນກ່ຽວ ກັບວຽກງານຊາວໜຸ່ມເພື່ອເສີມສ້າງຄວາມສາມັກຄີ,ມິດຕະພາບແລະ ການພັດທະນາຊາວໜຸ່ມບົນພື້ນຖານແນວທາງການຕ່າງປະເທດຂອງ ສປປລາວ ດ້ວຍການແລກປ່ຽນບົດຮຽນ,ວັດທະນະທໍາ,ເຕັກໂນໂລຊີ, ການຊ່ວຍເຫຼືອ,ຝຶກອົບຮົມ,ຍົກລະດັບຄວາມຮູ້ດ້ານວິຊາການ,ການປະຕິ ບັດສົນທິສັນຍາສາກົນກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ ທີ່ສປປລາວເປັນພາຄີ.

..ພາກທີ 2 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ


...ໝວດທີ 1 ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງ ຄຊປປລ


....ມາດຕາ 7 ທີ່ຕັ້ງຂອງ ຄຊປປລ

ມາດຕາ 7 ທີ່ຕັ້ງຂອງ ຄຊປປລ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເປັນອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງຂອງລະບຽບປະຊາທິປະໄຕປະຊາຊົນທີ່ມີພັກປະຊາ ຊົນປະຕິວັດລາວເປັນແກນນໍາ,ມີຖານະທຽບເທົ່າກັບອົງການຈັດຕັ້ງຂອງ ລັດແລະອົງການຈັດຕັ້ງມະຫາຊົນອື່ນ.

....ມາດຕາ 8 ພາລະບົດບາດຂອງ ຄຊປປລ

ມາດຕາ 8 ພາລະບົດບາດຂອງ ຄຊປປລ ຄຊປປລ ມີພາລະບົດບາດສຶກສາອົບຮົມຄຸນທາດການເມືອງ, ມູນເຊື້ອອັນດີງາມຂອງຊາດໃຫ້ຄົນຮຸ້ນໜຸ່ມຮັບຮູ້ແລະເຂົ້າໃຈ,ເປັນຜູ້ປຸກ ລະດົມ,ເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົົ່າເປັນປຶກແຜ່ນ, ເປັນຜູ້ຈັດຕັ້ງ,ນໍາພາໂດຍກົງ,ຮອບດ້ານຕໍ່ການຈັດຕັ້ງ,ການເຄື່ອນໄຫວ ຂອງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ,ເປັນຕົວແທນໃນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ.

....ມາດຕາ 9 ສິດແລະໜ້າທີ່ຂອງ ຄຊປປລ

ມາດຕາ 9 ສິດແລະໜ້າທີ່ຂອງ ຄຊປປລ ຄຊປປລ ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າແລະສະເໜີແຜນຍຸດທະສາດກ່ຽວກັບການພັດທະ ນາຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ; 2. ສຶກສາອົບຮົມຊາວໜຸ່ມ,ເຍົາວະຊົນ-ອະນຸຊົນລາວບັນດາ ເຜົ່າໃຫ້ມີຄຸນສົມບັດສິນທໍາປະຕິວັດ,ນໍ້າໃຈຮັກຊາດ,ຮັກລະບອບປະຊາທິ ປະໄຕປະຊາຊົນ,ຮູ້ປົກປັກຮັກສາແລະເສີມຂະຫຍາຍມູນເຊື່ອວັດທະນະທໍາ ອັນດີງາມຂອງຊາດລວມທັງສະໜອງຂໍ້ມູນຂ່າວສານທີ່ຈໍາເປັນໃຫ້ຊາວ ໜຸ່ມ; 3. ສ້າງຂະບວນການຂອງຊາວໜຸ່ມເພື່ອຈັດຕັ້ງປະຕິບັດແນວ ທາງ,ນະໂຍບາຍ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດແລະມະຕິກອງປະຊຸມຂອງຕົນ; 4. ສ້າງແລະປັບປຸງການຈັດຕັ້ງຊາວໜຸ່ມ,ເຍົາວະຊົນ-ອະນຸ ຊົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ; 5. ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ ,ເຍົາວະຊົນ-ອະນຸຊົນ; 6. ສະເໜີສະມາຊິກຂອງຕົນເຂົ້າໃນການຈັດຕັ້ງຂອງພັກ,ລັດ ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນອື່ນ; 7. ປະກອບຄໍາຄິດຄໍາເຫັນຕໍ່ແນວທາງ,ແຜນນະໂຍບາຍ ຂອງພັກ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເປັນຕົ້ນບັນຫາທີ່ກ່ຽວພັນກັບວຽກງານຂອງຊາວໜຸ່ມ,ເຍົາວະຊົນ-ອະນຸ ຊົນ.

...ໝວດທີ 2 ລະບົບ,ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງ ຄຊປປລ


....ມາດຕາ 10 ລະບົບການຈັດຕັ້ງ

ມາດຕາ 10 ລະບົບການຈັດຕັ້ງ ລະບົບການຈັດຕັ້ງຂອງ ຄຊປປລ ມີສີ່ຂັ້ນຄື: 1. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; 2. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ,ນະຄອນ, ກະຊວງ,ອົງການ; 3. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ເທດສະ ບານ; 4. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ.

....ມາດຕາ 11 ໂຄງປະກອບການຈັດຕັ້ງ

ມາດຕາ 11 ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງ ຄຊປປລ ແຕ່ລະຂັ້ນໄດ້ກໍານົດ ໄວ້ໃນລະບຽບການສະເພາະໂດຍອີງຕາມຄວາມຮຽກຮ້ອງຕ້ອງການແລະ ເງື່ອນໄຂຕົວຈິງຂອງວຽກງານໃນແຕ່ລະໄລຍະ. ສໍາລັບໂຄງປະກອບການຈັດຕັ້ງຂອງ ຄຊປປລ ໃນກໍາລັງປະ ກອບອາວຸດໄດກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 12 ໂຄງປະກອບບຸກຄະລາກອນ

ມາດຕາ 12 ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກລະຄາກອນຂອງ ຄຊປປລ ມີເລຂາ,ຮອງເລ ຂາ,ປະທານກວດກາ,ຮອງປະທານກວດກາ,ກໍາມະການໃນຄະນະບໍລິຫານ ງານຈໍານວນໜຶ່ງ. ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານບຸກ ຄະລາກອນດັ່ງກ່າວອາດຈະແມ່ນບຸກຄົນທີ່ມີອາຍຸເກີນກວ່າສາມສິບຫ້າ ປີກໍ່ໄດ້. ສໍາລັບໂຄງປະກອບບຸກຄະລາກອນຂອງ ຄຊປປລ ຮາກຖານ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 13 ສິດແລະໜ້າທີ່ຂອງເລຂາຄະນະບໍລິຫານງານ ຊປປລ

ມາດຕາ 13 ສິດແລະໜ້າທີ່ຂອງເລຂາຄະນະບໍລິຫານງານ ຊປປລ ເລຂາຄະນະບໍລິຫານງານ ຊປປລ ມີສິດແລະໜ້າທີ່ດັ່ງນີ້: 1. ຊີ້ນໍາ,ນໍາພາການຈັດຕັ້ງຜັນຂະຫຍາຍແລະປະຕິບັດຍຸດ ທະສາດການພັດທະນາຊາວໜຸ່ມໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ; 2. ຊຸກຍູ້,ຕິດຕາມແລະກວດກາການເຄື່ອນໄຫວວຽກງານ ພາຍໃນແລະຕ່າງປະເທດຂອງ ຄຊປປລ; 3. ເປັນຜູ້ຕົກລົງ,ຮຽກໂຮມທັງເປັນປະທານກອງປະຊຸມໃຫຍ່ ,ກອງປະຊຸມສາມັນແລະກອງປະຊຸມວິສາມັນ; 4. ສະເໜີ,ປຶກສາຫາລື,ປະສານສົມທົບວຽກງານສໍາຄັນຂອງ ຄຊປປລ ກັບອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດແລະອົງ ການຈັດຕັ້ງມະຫາຊົນອື່ນທີ່ເຫັນວ່າມີຄວາມຈໍາເປັນ; 5. ວາງແຜນການ,ສະຫຼຸບແລະລາຍງານສະພາບຮອບດ້ານ ກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ-ອະນຸຊົນຕໍ່ກອງປະຊຸມຄະນະບໍລິ ຫານງານ ຊປປລ ແລະຂັ້ນເທິງ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 14 ສິດແລະໜ້າທີ່ຂອງຮອງເລຂາຄະນະບໍລິຫານງານ ຊປປລ

ມາດຕາ 14 ສິດແລະໜ້າທີ່ຂອງຮອງເລຂາຄະນະບໍລິຫານງານ ຊປປລ ຮອງເລຂາຄະນະບໍລິຫານງານ ຊປປລ ມີໜ້າທີ່ຊ່ວຍເລຂາ ຄະນະບໍລິຫານງານ ຊປປລ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານແລະ ຈະໄດ້ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງເລຂາຄະ ຄະບໍລິຫານງານຂັ້ນຂອງຕົນ. ໃນກໍລະນີທີ່ເລຂາຄະນະບໍລິຫານງານ ຊປປລ ຕິດຂັດແມ່ນ ຮອງເລຂາຄະນະບໍລິຫານງານ ຊປປລ ຜູ້ທີ່ຖືກມອບໝາຍຈາກເລຂາຄະ ນະບໍລິຫານງານ ຊປປລ ນັ້ນເປັນຜູ້ວ່າການແທນ.

...ໝວດທີ 3 ການເຄື່ອນໄຫວຂອງ ຄຊປປລ


....ມາດຕາ 15 ການເຄື່ອນໄຫວຂອງ ຄຊປປລ

ມາດຕາ 15 ການເຄື່ອນໄຫວຂອງ ຄຊປປລ ຄຊປປລເຄື່ອນໄຫວຕາມສອງຮູບການຕົ້ນຕໍດັ່ງນີ້: - ການເຄື່ອນໄຫວທົ່ວໄປ; - ການເຄື່ອນໄຫວໃນກອງປະຊຸມ; ການເຄື່ອນໄຫວທົ່ວໄປແມ່ນການຈັດຕັ້ງຜົນຂະຫຍາຍບັນດາ ມະຕິທີ່ໄດ້ວາງອອກໃນແຕ່ລະກອງປະຊຸມຂອງ ຄຊປປລ, ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແລະມະຕິຄໍາສັ່ງຕ່າງໆ. ການເຄື່ອນໄຫວໃນກອງປະຊຸມແມ່ນການເຂົ້າຮ່ວມແລະການ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນເພື່ອຕົກລົງບັນຫາສໍາຄັນຕ່າງໆໃນກອງປະ ຊຸມ.

....ມາດຕາ 16 ເນື້ອໃນການເຄື່ອນໄຫວຂອງ ຄຊປປລ

ມາດຕາ 16 ເນື້ອໃນການເຄື່ອນໄຫວຂອງ ຄຊປປລ ເນື້ອໃນຕົ້ນຕໍການເຄື່ອນໄຫວຂອງ ຄຊປປລ ມີດັ່ງນີ້: - ການສຶກສາອົບຮົມການເມືອງ-ແນວຄິດ,ຍົກລະດັບຄວາມ ຮູ້,ສະໜອງຂໍ້ມູນຂ່າວສານດ້ານເຕັກນິກ-ວິທະຍາສາດ,ວັດທະນະທໍາ-ສັງ ຄົມ; - ການເຄື່ອນໄຫວສ້າງຂະບວນການດ້ານຕ່າງໆ; - ການປັບປຸງກໍ່ສ້າງ ຄຊປປລ ແລະການຈັດຕັ້ງເຍົາວະຊົນ - ອະນຸຊົນ; - ການເຄື່ອນໄຫວວຽກງານຕ່າງປະເທດ.

..ພາກທີ 3 ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາດ


...ມາດຕາ 17 ສະມາຊິກ ຊປປລ

ມາດຕາ 17 ສະມາຊິກ ຊປປລ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວແມ່ນຊາວໜຸ່ມຜູ້ ດີເດ່ນ,ຫ້າວຫັນຊຶ່ງໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການຕົວຈິງ ຂອງມະຫາຊົນ,ມີເງື່ອນໄຂແລະມາດຕະຖານຄົບຖ້ວນທີ່ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໄດ້ຮັບເຂົ້າເປັນສະມາຊິກຂອງຕົນ.

...ມາດຕາ 18 ເງື່ອນໄຂແລະມາດຕະຖານຂອງສະມາຊິກ ຊປປລ

ມາດຕາ 18 ເງື່ອນໄຂແລະມາດຕະຖານຂອງສະມາຊິກ ຊປປລ ສະມາຊິກ ຊປປລ ມີເງື່ອນໄຂແລະມາດຕະຖານຄົບຖ້ວນດັ່ງ ນີ້: 1. ເປັນພົນລະເມືອງລາວທີ່ມີອາຍຸແຕ່ສິບຫ້າປີຫາສາມສິບ ຫ້າປີ; 2. ມີນໍ້າໃຈຮັກຊາດ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້ ຄວາມສາມາດ,ມີຄວາມຫ້າວຫັນໃນຂະບວນການປົກປັກຮັກສາແລະສ້າງ ສາພັດທະນາປະເທດຊາດ; 3. ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະ ເມືອງດີຂອງຊາດເປັນຜູ້ສືບທອດທີ່ດີແລະເປັນຜູ້ທີ່ເຊື່ອຖືຂອງສັງຄົມ; 4. ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍແລະລະບຽບກົດໝາຍຂອງລັດ; 5. ມີຄວາມຕື່ນຕົວ,ສະໝັກໃຈປະຕິບັດກົດລະບຽບແລະມະ ຕິຂອງ ຄຊປປລຢ່າງເຂັ້ມງວດ; 6. ມີສຸຂະພາບດີ. ສະມາຊິກ ຊປປລ ຜູ້ມີອາຍຸຄົບ ສາມສິບຫ້າປີ ສາມາດລາ ອອກຈາກການເປັນສະມາຊິກຂອງ ຄຊປປລ ຕາມການອະນຸມັດຂອງ ຄຊປປລ ຂັ້ນນັ້ນ.

...ມາດຕາ 19 ການເຄື່ອນໄຫວຂອງສະມາຊິກ ຊປປລ

ມາດຕາ 19 ການເຄື່ອນໄຫວຂອງສະມາຊິກ ຊປປລ ສະມາຊິກຊປປລເຄື່ອນໄຫວຕາມກົດລະບຽບ,ແຜນການ, ໂຄງການແລະກິດຈະການຂອງ ຄຊປປລ ແຕ່ລະໄລຍະ.

...ມາດຕາ 20 ສິດແລະໜ້າທີ່ຂອງສະມາຊິກ ຊປປລ

ມາດຕາ 20 ສິດແລະໜ້າທີ່ຂອງສະມາຊິກ ຊປປລ ສະມາຊິກ ຊປປລ ມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າຮໍ່າຮຽນແລະປະຕິບັດແນວທາງ,ນະໂຍບາຍ,ລະ ບຽບກົດໝາຍແລະກົດລະບຽບຂອງ ຄຊປປລ; 2. ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພົນລະເມືອງດີ,ມີນໍ້າໃຈຮັກ ຊາດ,ເພີ່ມທະວີຄວາມສາມັກຄີພາຍໃນສະມາຊິກແລະຊາວໜຸ່ມລາວບັນ ດາເຜົ່າ; 3. ບໍາລຸງ,ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິທະ ຍາສາດ,ເຕັກນິກ,ເຕັກໂນໂລຢີແລະວິຊາຊີບດ້ານຕ່າງໆເພື່ອໃຫ້ມີວຽກ ເຮັດງານທໍາ; 4. ປະກອບຄໍາຄິດຄໍາເຫັນ,ລົງຄະແນນສຽງແລະສະເໜີຂໍ້ລິ ເລີ່ມຕ່າງໆຂອງຕົນຕໍ່ກອງປະຊຸມ ຄຊປປລ; 5. ເລືອກຕັ້ງແລະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານ ຊປປລ ແຕ່ລະຂັ້ນຕາມເງື່ອນໄຂແລະມາດຕະຖານທີ່ໄດ້ກໍານົດໄວ້ ໃນລະບຽບການ; 6. ສະເໜີຕໍ່ ຄຊປປລ ຊ່ວຍປົກປ້ອງໃນກໍລະນີທີ່ສິດແລະຜົນ ປະໂຫຍດອັນຊອບທໍາຂອງຕົນຖືກລ່ວງລະເມີດ; 7. ໄດ້ຮັບຂໍ້ມູນຂ່າວສານຕ່າງໆຕາມລະບຽບການ; 8. ເຂົ້າຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງ ຄົມຕາມລັດຖະທໍາມະນູນແລະກົດມາຍແລະການກໍ່ສ້າງ,ປັບປຸງ ຄຊປປລ ,ກອງເຍົາວະຊົນ-ອະນຸຊົນໃຫ້ໜັກແໜ້ນເຂັ້ມແຂງ; 9.ເຄື່ອນໄຫວກິລາ-ກາຍຍະກໍາ,ສີລະປະວັນນະຄະດີແລະກິດ ຈະກໍາອື່ນທີ່ບໍ່ຂັດກັບລະບຽບກົດໝາຍ.

...ມາດຕາ 21 ພັນທະຂອງສະມາຊິກ ຊປປລ

ມາດຕາ 21 ພັນທະຂອງສະມາຊິກ ຊປປລ ສະມາຊິກ ຊປປລ ມີພັນທະດັ່ງນີ້: 1. ເຄົາລົບ,ປະຕິບັດລັດຖະທໍາມະນູນ,ກົດໝາຍແລະກົດລະ ບຽບຂອງ ຄຊປປລ; 2. ເປັນເຈົ້າການຄົ້ນຄວ້າຮໍ່າຮຽນ,ພັດທະນາສີມືແຮງງານ, ສະແຫວງຫາເຕັກໂນໂລຢີທັນສະໄໝ,ວິຊາຊີບ,ສ້າງວຽກເຮັດງານທໍາທີ່ ຖືກຕ້ອງຕາມກົດໝາຍ; 3. ເຄົາລົບນັບຖື,ເບິ່ງແຍງແລະໃຫ້ການຊ່ວຍເຫຼືອຄອບຄົວ, ພໍ່ແມ່ຫຼືຜູ້ປົກຄອງ,ຜູ້ຊົງຄຸນວຸດທິແລະຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ; 4. ປຸກລະດົມຂົນຂວາຍຊາວໜຸ່ມມະຫາຊົນເຂົາເປັນສະມາ ຊິກ ຊປປລ; 5. ເປັນແບບຢ່າງປະກອບສ່ວນໃນການປະຕິບັດພັນທະຮັບໃຊ້ ຊາດເປັນຕົ້ນພັນທະປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ພັນທະອອກ ແຮງງານຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍ; 6. ມີພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 22 ຜົນປະໂຫຍດຂອງສະມາຊິກ ຊປປລ

ມາດຕາ 22 ຜົນປະໂຫຍດຂອງສະມາຊິກ ຊປປລ ສະມາຊິກ ຊປປລ ໄດ້ຮັບຜົນປະໂຫຍດຕົ້ນຕໍດັ່ງນີ້: 1. ໄດ້ຮັບການເອົາໃຈໃສ່ແລະມີເງື່ອນໄຂເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ; 2. ໄດ້ຮັບການກໍ່ສ້າງ,ບໍາລຸງ,ຍົກລະດັບຄວາມຮູ້,ຄວາມສາ ມາດດ້ານຕ່າງໆເພື່ອໃຫ້ມີວຽກເຮັດງານທໍາ; 3. ໄດ້ຮັບບູລິມະສິດໃນດ້ານຕ່າງໆສໍາລັບສະມາຊິກ ຊປປລ ຜູ້ທີ່ມີຜົນງານດີເດັ່ນ; 4. ໄດ້ຮັບການບັນຈຸ,ສັບຊ້ອນເຂົ້າໃນໜ້າທີ່ຕໍາແໜ່ງງານ ຕ່າງໆລວມທັງການເລື່ອນຊັ້ນ,ຂັ້ນ,ຕໍາແໜ່ງຕາມຄວາມຮູ້,ຄວາມສາ ມາດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 5. ໄດ້ຮັບການພັດທະນາ,ປົກປ້ອງສິດແລະຜົນປະໂຫຍດອັນ ຊອບທໍາຂອງຕົນ; 6. ໄດ້ຮັບການຍ້ອງຍໍ,ນະໂຍບາຍອື່ນຕາມລະບຽບກົດໝາຍ.

..ພາກທີ 4 ກອງປະຊຸມຄະນະຊາວໜຸ່ມປະຊາຊົນປະຕິວັດລາວ


...ມາດຕາ 23 ປະເພດກອງປະຊຸມ

ມາດຕາ 23 ປະເພດກອງປະຊຸມ ກອງປະຊຸມ ຄຊປປລ ມີສາມປະເພດຄື: - ກອງປະຊຸມໃຫຍ່; - ກອງປະຊຸມສາມັນ; - ກອງປະຊຸມວິສາມັນ.

...ມາດຕາ 24 ກອງປະຊຸມໃຫຍ່

ມາດຕາ 24 ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ ຄຊປປລ ມີສີ່ຂັ້ນດັ່ງນີ້: - ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ; - ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ,ນະຄອນ,ກະຊວງ ,ອົງການ; - ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງ,ເທດສະບານ; - ກອງປະຊຸມໃຫຍ່ສະມາຊິກ ຊປປລ ຮາກຖານ.

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເປີດຂຶ້ນຫ້າປີໃດເທື່ອໜຶ່ງ. ໃນກໍລະນີຈໍາເປັນອາດຈະເປີດໄວຫຼືຊ້າກວ່າກໍານົດກໍ່ໄດ້ແຕ່ບໍ່ໃຫ້ເກີນ ຫົກເດືອນ. ກອງປະຊຸມໃຫຍ່ ຄຊປປລ ຂັ້ນໃດແມ່ນ ເລຂາຄະນະບໍລິຫານ ງານ ຊປປລ ຂັ້ນນັ້ນ ເປັນຜູ້ຮຽກໂຮມໂດຍແຈ້ງໃຫ້ກໍາມະການໃນຄະນະ ບໍລິຫານງານ ຊປປລ ຂັ້ນຂອງຕົນຮູ້ກ່ອນລ່ວງໜ້າຫົກເດືອນເວັ້ນເສຍແຕ່ ກອງປະຊຸມໃຫຍ່ສະມາຊິກ ຊປປລ ຮາກຖານແມ່ນໜຶ່ງເດືອນ.

...ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່

ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າແລະຮັບຮອງເອົາບົດລາຍງານການເມືອງລວມ ທັງທິດທາງໜ້າທີ່ວຽກງານຂອງ ຄຊປປລ ຂັ້ນຂອງຕົນ; 2. ຄົ້ນຄວ້າແລະຮັບຮອງເອົາການປັບປຸງ,ດັດແປງກົດລະ ບຽບຂອງ ຄຊປປລ ສໍາລັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ; 3. ເລືອກຕັ້ງຄະນະບໍລິຫານງານ ຊປປລ ຂັ້ນຂອງຕົນແລະ ເລືອກຕັ້ງຜູ້ແທນຂອງຕົນເຂົ້າໄປຮ່ວມປະຊຸມໃຫຍ່ຂັ້ນເທິງຖັດຕົນຖ້າຫາກ ມີ; 4. ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານ ງານຊຸດໃໝ່ເພື່ອຄັດເລືອກເອົາເລຂາ,ຮອງເລຂາແລະປະທານກວດກາ. ສໍາລັບກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງ ຊປປລ ຍັງຄັດເລືອກເອົາຄະນະເລຂາທິການຂອງຕົນຫຼືຄະນະປະຈໍາສໍາ ລັບຄະນະບໍລິຫານງານ ຊປປລ ຂັ້ນແຂວງແລະເມືອງ; 5. ຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄຊປປລ ຂັ້ນຂອງຕົນ.

...ມາດຕາ 26 ກອງປະຊຸມສາມັນ

ມາດຕາ 26 ກອງປະຊຸມສາມັນ ກອງປະຊຸມສາມັນແມ່ນກອງປະຊຸມຄົບຄະນະບໍລິຫານງານ ຊປປລ ຊຶ່ງດໍາເນີນໜຶ່ງຄັ້ງຕໍ່ປີ.ສໍາລັບກອງປະຊຸມຂັ້ນຮາກຖານນັ້ນໃຫ້ ດໍາເນີນສອງຄັ້ງຕໍ່ປີໂດຍແມ່ນເລຂາຄະນະບໍລິຫານງານຂັ້ນນັ້ນເປັນຜູ້ ຮຽກໂຮມ.ກ່ອນເປີດກອງປະຊຸມຄົບຄະນະບໍລິຫານງານນັ້ນເລຂາຄະນະ ບໍລິຫານງານຕ້ອງແຈ້ງໄປຍັງຄະນະບໍລິຫານງານຂັ້ນຂອງຕົນແລະການ ຈັດຕັ້ງຊາວໜຸ່ມຂັ້ນລຸ່ມຮັບຊາບກ່ອນສາມເດືອນ,ສ່ວນຮາກຖານແມ່ນ ໜຶ່ງເດືອນ.ກອງປະຊຸມສາມັນຕ້ອງມີຄະນະບໍລິຫານງານເຂົ້າຮ່ວມນໍາ ຢ່າງໜ້ອຍສອງສ່ວນສານຈຶ່ງສາມາດເປີດກອງປະຊຸມໄດ້. ໃນກໍລະນີຈໍາເປັນກອງປະຊຸມສາມັນອາດຈະເປີດໄວ້ຫຼືຊ້າ ກວ່າກໍານົດກໍ່ໄດ້ແຕ່ບໍ່ໃຫ້ເກີນສາມເດືອນເວັ້ນເສຍແຕ່ກອງປະຊຸມສາມັນ ຂັ້ນຮາກຖານແມ່ນບໍ່ໃຫ້ເກີນໜຶ່ງເດືອນ.

...ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ ກອງປະຊຸມສາມັນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າແລະຮັບຮອງເອົາບົດລາຍງານການເຄື່ອນໄຫວ ,ທິດທາງວຽກງານປະຈໍາປີຂອງ ຄຊປປລ ຂັ້ນຂອງຕົນ; 2. ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານ ຊປປລ ຂັ້ນຂອງຕົນກ່ຽວກັບການປະຕິບັດວຽກງານປະຈໍາປີ; 3. ຄົ້ນຄວ້າສະເໜີແຕ່ງຕັ້ງເພີ່ມເຕີມຄະນະບໍລິຫານງານ ຊປປລ ຂັ້ນຂອງຕົນທີ່ຫວ່າງລົງ; 4. ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ການປັບປຸງຫຼືດັດແປງກົດລະ ບຽບຂອງ ຄຊປປລ ຫຼືກົດລະບຽບຂອງການຈັດຕັ້ງເຍົາວະຊົນ-ອະນຸຊົນ ຖ້າຫາກມີ; 5. ຕົກລົງບັນຫາສໍາຄັນຕ່າງໆຂອງ ຄຊປປລ ຂັ້ນຂອງຕົນ; 6. ຮັບຮອງເອົາມະຕິກອງປະຊຸມ ຄຊປປລ ຂັ້ນຂອງຕົນ.

...ມາດຕາ 28 ກອງປະຊຸມວິສາມັນ

ມາດຕາ 28 ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມຄະນະບໍລິຫານງານ ຊປປລ ໃນລະຫວ່າງສອງກອງປະຊຸມສາມັນເພື່ອພິຈາລະນາວຽກງານ ຈໍາເປັນ,ສໍາຄັນແລະຮີບດ່ວນຕາມການສະເໜີຂອງຄະນະເລຂາທິການ ຫຼືຄະນະບໍລິຫານງານ ຊປປລ ຂັ້ນຂອງຕົນຢ່າງໜ້ອຍໜຶ່ງສ່ວນສີ່ແລະມີ ຜູ້ເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຫຼືໃນກໍລະນີຈໍາເປັນມີຜູ້ເຂົ້າຮ່ວມ ຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນກໍາມະການໃນຄະນະບໍລິຫານງານ ຊປປລ ທັງໝົດຂອງຂັ້ນຕົນໂດຍແມ່ນເລຂາຄະນະບໍລິຫານງານ ຊປປລ ຂັ້ນນັ້ນເປັນຜູ້ຮຽກໂຮມ.

...ມາດຕາ 29 ມະຕິກອງປະຊຸມ

ມາດຕາ 29 ມະຕິກອງປະຊຸມ ມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນ,ກອງປະຊຸມວິສາ ມັນແມ່ນການຮັບຮອງເອົາເນື້ອໃນຂອງກອງປະຊຸມດັ່ງກ່າວຈາກຜູ້ແທນ ກອງປະຊຸມ.ມະຕິກອງປະຊຸມຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຖືກຮັບຮອງເອົາ ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມ.

..ພາກທີ 5 ຄວາມຮັບຜິດຊອບຂອງລັດ,ສັງຄົມແລະຄອບຄົວຕໍ່ຊາວໜຸ່ມ


...ມາດຕາ 30 ຄວາມຮັບຜິດຊອບຂອງລັດ

ມາດຕາ 30 ຄວາມຮັບຜິດຊອບຂອງລັດ ລັດກໍ່ສ້າງພື້ນຖານໂຄງລ່າງ,ສະໜອງພາຫະນະ,ວັດຖຸເຕັກ ນິກແລະສິ່ງທີ່ຈໍາເປັນເພື່ອພັດທະນາຊາວໜຸ່ມໃຫ້ຂະຫຍາຍຕົວຮອບດ້ານ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາ ປະເທດຊາດຢ່າງມີປະສິດທະພາບ,ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ ຄຊປປລ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ຂອງຕົນເປັນຢ່າງດີແລະສາມາດກຸ້ມຕົນເອງທາງດ້ານການເງິນເທື່ອລະ ກ້າວ.

...ມາດຕາ 31 ຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ

ມາດຕາ 31 ຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ ສັງຄົມ,ຊຸມຊົນ,ບ້ານ,ຜູ້ຊົງຄຸນວຸດທິ,ຫົວໜ່ວຍທຸລະກິດ,ໂຮງ ຈັກໂຮງງານ,ສະຖາບັນການສຶກສາຂັ້ນຕ່າງໆເປັນຕົ້ນໂຮງຮຽນສາມັນ, ໂຮງຮຽນວິຊາຊີບມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ການພັດທະ ນາແລະການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະ ຊົນ-ອະນຸຊົນລວມທັງການເຂົ້າຮ່ວມໃນການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍແລະມາດຕະການຕ່າງໆຂອງລັດ.

...ມາດຕາ 32 ຄວາມຮັບຜິດຊອບຂອງຄອບຄົວ

ມາດຕາ 32 ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວມີຄວາມຮັບຜິດຊອບແລະໜ້າທີ່ສໍາຄັນໃນການເບິ່ງ ແຍງລ້ຽງດູ,ສຶກສາອົບຮົມ,ເປັນແບບຢ່າງ,ໃກ້ຊິດຕິດແທດ,ໃຫ້ຄວາມອົບ ອຸ່ນ,ປຶກສາຫາລື,ໃຫ້ຄໍາແນະນໍາ,ຕິດຕາມ,ກວດກາ,ສ້າງເງື່ອນໄຂແລະ ຊຸກຍູ້ສົ່ງເສີມການເຄື່ອນໄຫວທີ່ເປັນປະໂຫຍດຂອງຊາວໜຸ່ມ,ເຍົາວະຊົນ -ອະນຸຊົນຜູ້ເປັນລູກຫຼານຂອງຕົນໃຫ້ເຄົາລົບ,ປະຕິບັດລະບຽບກົດໝາຍ, ປະຕິບັດພັນທະ,ໜ້າທີ່ແລະພັດທະນາຕົນເອງຢ່າງຮອບດ້ານ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 33 ຂໍ້ຫ້າມສໍາລັບສະມາຊິກ ຊປປລ

ມາດຕາ 33 ຂໍ້ຫ້າມສໍາລັບສະມາຊິກ ຊປປລ ຫ້າມສະມາຊິກ ຊປປລ ມີການກະທໍາດັ່ງນີ້: 1. ສວຍໃຊ້ໜ້າທີ່,ຄວາມຮັບຜິດຊອບຂອງຕົນເພື່ອຫາຜົນປະ ໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງຕາມກົດໝາຍ; 2. ເມີນເສີຍຕໍ່ການປະຕິບັດໜ້າທີ່ແລະພັນທະຂອງຕົນ; 3. ມົ້ວສຸມສິ່ງມຶນເມົາ,ການພະນັນ,ສິ່ງລາມົກ,ຜະລິດ,ຊື້- ຂາຍ,ຄອບຄອງ,ຂົນສົ່ງສິ່ງເສບຕິດແລະຜະລິດຕະພັນວັດທະນະທໍາທີ່ຝືນ ຕໍ່ຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າແລະລະບຽບກົດໝາຍ; 4. ຖືອາວຸດເສິກຫຼືວັດຖຸລະເບີດທຸກຊະນິດໂດຍບໍ່ໄດ້ຮັບອະນຸ ຍາດ; 5. ຈັດຕັ້ງເປັນກຸ່ມກ້ອນ,ຊຸມນຸມປະທ້ວງໂດຍບໍ່ຖືກຕ້ອງຕາມ ລະບຽບກົດໝາຍ,ກໍ່ຄວາມບໍ່ສະຫງົບ,ຄວາມບໍ່ເປັນລະບຽບຮຽບຮ້ອຍໃນ ສັງຄົມແລະກໍ່ຄວາມເສຍຫາຍຕໍ່ການຈັດຕັ້ງ,ຊີວິດ,ຊັບສິນຂອງລັດ,ລວມ ໝູ່ແລະບຸກຄົນ; 6. ໃສ່ຮ້າຍປ້າຍສີ,ແບ່ງແຍກຄວາມສາມັກຄີບັນດາເຜົ່າ ແລະຄວາມສາມັກຄີໃນໝູ່ຊາວໜຸ່ມເຍົາວະຊົນ-ອະນຸຊົນ; 7. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 34 ຂໍ້ຫ້າມສໍາລັບຄະນະບໍລິຫານງານ ຊປປລ

ມາດຕາ 34 ຂໍ້ຫ້າມສໍາລັບຄະນະບໍລິຫານງານ ຊປປລ ຫ້າມຄະນະບໍລິຫານງານ ຊປປລ ມີການກະທໍາດັ່ງນີ້: 1. ສວຍໃຊ້ໜ້າທີ່,ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວທີ່ ບໍ່ຖືກຕ້ອງຕາມກົດໝາຍ; 2. ຂັດຂວາງຄວາມກ້າວໜ້າ,ໄລ່ສະມາຊິກ ຊປປລ ອອກ ຈາກການຈັດຕັ້ງໂດຍບໍ່ມີເຫດຜົນແລະບໍ່ຖືກຕ້ອງຕາມກົດໝາຍ; 3. ເມີນເສີຍຕໍ່ການປະຕິບັດໜ້າທີ່ເປັນຕົ້ນບໍ່ເຂົ້າຮ່ວມກອງ ປະຊຸມໂດຍບໍ່ມີເຫດຜົນ; 4. ຝ່າຝືນກົດລະບຽບ,ບໍ່ນັບຖືການຈັດຕັ້ງແລະປະຕິບັດໜ້າ ທີ່ວຽກງານເກີນຂອບເຂດສິດຂອງຕົນ; 5. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 35 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 35 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1. ສວຍໃຊ້ ຄຊປປລ,ຊາວໜຸ່ມ,ເຍົາວະຊົນ-ອານຸຊົນເຄື່ອນ ໄຫວເພື່ອຫາຜົນປະໂຫຍດສ່ວນຕົວກໍ່ຄືການຈັດຕັ້ງຂອງຕົນໂດຍບໍ່ຖືກຕ້ອງ ຕາມລະບຽບກົດໝາຍ; 2. ຂັດຂວາງ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ຊາວໜຸ່ມ,ເຍົາວະ ຊົນ-ອະນຸຊົນທີ່ເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ; 3. ໂຄສະນາເຜີຍແຜ່ສິ່ງເສບຕິດ,ສິ່ງມຶນເມົາ,ສິ່ງລາມົກ,ໃຫ້ ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເພື່ອສ້າງສິ່ງຈູງໃຈ,ຊັກຊວນແລະເບື່ອເມົາ ຊາວໜຸ່ມ,ເຍົາວະຊົນ-ອະນຸຊົນໃຫ້ມີການຫຼົງໄຫຼ,ປະພຶດຕົນທີ່ຝືນຕໍ່ວັດທະ ນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າແລະລະບຽບກົດ ໝາຍ; 4. ເມີນເສີຍຕໍ່ຊາວໜຸ່ມ,ເຍົາວະຊົນ-ອະນຸຊົນທີ່ຕົນເຫັນວ່າ ຈະມີການກໍ່ການກະທໍາຜິດ; 5. ຄ້າຂາຍມະນຸດ,ຂູດຮີດແຮງງານຫຼືຂູດຮີດທາງເພດເປັນ ຕົ້ນຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ; 6. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 7 ການເງິນແລະງົບປະມານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ


...ມາດຕາ 36 ແຫຼ່ງລາຍຮັບ

ມາດຕາ 36 ແຫຼ່ງລາຍຮັບ ແຫຼ່ງລາຍຮັບເພື່ອສະໜອງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງ ຄຊປປລ ໄດ້ມາຈາກ: - ງົບປະມານຂອງລັດ; - ເງິນບໍາລຸງຂອງສະມາຊິກ ຊປປລ; - ກອງທຶນພັດທະນາຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ; - ລາຍຮັບຈາກການເຄື່ອນໄຫວດໍາເນີນທຸລະກິດຂອງຊາວ ໜຸ່ມ; - ການຊ່ວຍເຫຼືອຂອງບຸກຄົນ,ການຈັດຕັ້ງຫຼືນິຕິບຸກຄົນແລະ ອົງການຈັດຕັ້ງສາກົນທີ່ຢູ່ພາຍໃນແລະຕ່າງປະເທດ; - ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

...ມາດຕາ 37 ການຄຸ້ມຄອງລາຍຮັບ

ມາດຕາ 37 ການຄຸ້ມຄອງລາຍຮັບ ຄຊປປລ ແຕ່ລະຂັ້ນຄຸ້ມຄອງລາຍຮັບຂອງຕົນຢ່າງລວມສູນ ແລະເປັນເອກະພາບ,ປະຕິບັດລະບຽບບັນຊີລາຍຮັບ-ລາຍຈ່າຍຕາມລະ ບຽບການເງິນແລະງົບປະມານ,ສະຫຼຸບລາຍງານປະຈໍາເດືອ,ງວດ,ປີ ແລະຫ້າປີ. ເງິນບໍາລຸງຂອງສະມາຊິກ ຊປປລ ຂັ້ນລຸ່ມຕ້ອງສົ່ງໃຫ້ ຄຂປ ປລ ຂັ້ນເທິງຖັດຕົນຕາມລະບຽບການ.

...ມາດຕາ 38 ການນໍາໃຊ້ລາຍຮັບ

ມາດຕາ 38 ການນໍາໃຊ້ລາຍຮັບ ການນໍາໃຊ້ລາຍຮັບຂອງ ຄຊປປລ ແຕ່ຂະຂັ້ນມີດັ່ງນີ້: 1. ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ,ເຍົາວະຊົນ -ອະນຸຊົນ; 2. ການຈັດກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະ ຊຸມວິສາມັນ; 3. ວຽກງານບໍລິຫານແລະການສົ່ງເສີມວິຊາການ; 4. ການເຄື່ອນໄຫວຂະບວນການຂອງ ຄຊປປລ; 5. ການປະຕິບັດວຽກງານອື່ນ ຕາມລະບຽບການ.

..ພາກທີ 8 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງວຽກງານຂອງ ຄຊປປລ


....ມາດຕາ 39 ອົງການຄຸ້ມຄອງວຽກງານຂອງ ຄຊປປລ

ມາດຕາ 39 ອົງການຄຸ້ມຄອງວຽກງານຂອງ ຄຊປປລ ອົງການຄຸ້ມຄອງວຽກງານຂອງ ຄຊປປລ ປະກອບດ້ວຍ: 1. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; 2. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ,ນະຄອນ, ກະຊວງ,ອົງການ; 3. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງ,ເທດສະ ບານ; 4. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ. ໃນກໍລະນີທີ່ມີຄວາມຈໍາເປັນອາດຈະສ້າງຕັ້ງຄະນະກໍາມະ ການແຫ່ງຊາດເພື່ອຄຸ້ມຄອງແລະພັດທະນາຊາວໜຸ່ມ.

....ມາດຕາ 40 ສິດແລະໜ້າທີ່ຂອງສູນກາງ ຊປປລ

ມາດຕາ 40 ສິດແລະໜ້າທີ່ຂອງສູນກາງ ຊປປລ ໃນການຄຸ້ມຄອງວຽກງານຂອງຕົນສູນກາງ ຊປປລ ມີສິດ ແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍ ກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ-ອະນຸຊົນເພື່ອສະເໜີຂັ້ນເທິງພິ ຈາລະນາ; 2. ຄົ້ນຄວ້າ,ຫັນແນວທາງນະໂຍບາຍ,ລະບຽບກົດໝາຍ,ຍຸດ ທະສາດ,ແຜນນະໂຍບາຍ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ,ມະ ຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ເປັນແຜນການ,ແຜນງານ,ໂຄງການ, ມະຕິ,ຄໍາສັ່ງ,ຄໍາແນະນໍາໃຫ້ເປັນກິດຈະກໍາລະອຽດເພື່ອໂຄສະນາເຜີຍ ແຜ່,ສຶກສາອົບຮົມແລະຈັດຕັ້ງປະຕິບັດ; 3. ສະເໜີປັບປຸງນິຕິກໍາຫຼືການກະທໍາຂອງການຈັດຕັ້ງອື່ນທີ່ ເຫັນວ່າຂັດກັບສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ; 4. ພິຈາລະນາ,ສະເໜີການແຕ່ງຕັ້ງ,ໂຍກຍ້າຍ,ປະຕິບັດນະ ໂຍບາຍ,ປະຕິບັດວິໄນຕໍ່ສະມາຊິກແລະພະນັກງານຊາວໜຸ່ມຂັ້ນຂອງຕົນ; 5. ຊີ້ນໍາ,ຕິດຕາມແລະຊຸກຍູ້ການຈັດຕັ້ງປະຕິບັດລະບຽບກົດ ໝາຍ,ມະຕິ,ແຈ້ງການແລະຄໍາແນະນໍາກ່ຽວກັບວຽກງານຊາວໜຸ່ມໃນ ທົ່ວປະເທດ; 6. ພິຈາລະນາ,ສະເໜີການສ້າງຕັ້ງ,ປັບປຸງ,ຍຸບເລີກການ ຈັດຕັ້ງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ,ແນະນໍາການສ້າງຕັ້ງ,ປັບປຸງຫຼື ຍຸບເລີກກົງຈັກການຈັດຕັ້ງແລະບັນດານິຕິກໍາຂອງ ຄຊປປລ ຂັ້ນຂອງຕົນ ແລະຂັ້ນລຸ່ມທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍແລະມະຕິຂອງຕົນ; 7. ຊອກລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດ ໝາຍເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 8. ຮັບຄໍາສະເໜີຂອງຊາວໜຸ່ມລາວບັນດາເຜົ່າເພື່ອພິຈາລະ ນາແກ້ໄຂຕາມພາລະບົດບາດຂອງຕົນ; 9. ພົວພັນ,ປະສານສົມທົບແລະຮ່ວມມືກັບບັນດາການຈັດຕັ້ງ ອື່ນທີ່ກ່ຽວຂ້ອງທັງພາຍໃນ,ຕ່າງປະເທດ,ພາກພື້ນແລະສາກົນເພື່ອພັດທະ ນາຊາວໜຸ່ມ,ເຍົາວະຊົນ-ອານຸຊົນ; 10. ສະຫຼຸບ,ລາຍງານກ່ຽວກັບວຽກງານຊາວໜຸ່ມ,ເຍົາວະ ຊົນ-ອະນຸຊົນໃນຂອບເຂດທົ່ວປະເທດຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


....ມາດຕາ 41 ສິດແລະໜ້າທີ່ຂອງ ຄຊປປລ ແຂວງ,ນະຄອນ,ກະຊວງ,ອົງການມີສິດແລະໜ້າທີ່ດັ່ງນີ້

ມາດຕາ 41 ສິດແລະໜ້າທີ່ຂອງ ຄຊປປລ ແຂວງ,ນະຄອນ,ກະຊວງ,ອົງ ການມີສິດແລະໜ້າທີ່ດັ່ງນີ້ ໃນການຄຸ້ມຄອງວຽກງານຂອງຕົນ ຄຊປປລ ແຂວງ,ນະ ຄອນ,ກະຊວງ,ອົງການມີສິດແລະໜ້າທີ່ດັ່ງນີ້: 1. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມແນວທາງ,ນະໂຍບາຍ ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ,ມະຕິ,ຄໍາ ສັ່ງ,ຄໍາແນະນໍາຂອງຂັ້ນເທິງໃຫ້ແກ່ຊາວໜຸ່ມ; 2. ປະກອບຄໍາຄິດຄໍາເຫັນ,ຄົ້ນຄວ້າຜັນຂະຫຍາຍນະໂຍບາຍ ,ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ,ນະຄອນ,ກະຊວງ,ອົງ ການ,ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດແລະຂັ້ນຂອງຕົນ ໃຫ້ເປັນແຜນການ,ໂຄງການແລະກິດຈະກໍາລະອຽດເພື່ອຈັດຕັ້ງປະຕິບັດ; 3. ແນະນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ, ລະບຽບກົດໝາຍ,ມະຕິ,ແຈ້ງການແລະຄໍາແນະນໍາກ່ຽວກັບວຽກງານ ຊາວໜຸ່ມໃນຂອບເຂດຕົນຮັບຜິດຊອບ; 4. ພິຈາລະນາ,ສະເໜີການສ້າງຕັ້ງ,ປັບປຸງ,ຍຸບເລີກການ ຈັດຕັ້ງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນ,ແນະນໍາການສ້າງຕັ້ງ,ປັບປຸງຫຼື ຍຸບເລີກກົງຈັກການຈັດຕັ້ງແລະບັນດານິຕິກໍາຂອງ ຄຊປປລ ຂັ້ນຂອງຕົນ ແລະຂັ້ນລຸ່ມທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍແລະມະຕິຂອງຕົນ; 5. ກໍ່ສ້າງ,ປັບປຸງຄວາມເຂັ້ມແຂງຂອງ ຄຊປປລ, ຂະຫຍາຍ ການຈັດຕັ້ງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນເຂົ້າໃນທຸກຂົງເຂດວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 6. ຊອກລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດ ໝາຍເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 7. ຮັບຄໍາສະເໜີຂອງຊາວໜຸ່ມລາວບັນດາເຜົ່າເພື່ອພິຈາ ລະນາແກ້ໄຂຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 8.ພົວພັນ,ປະສານສົມທົບແລະຮ່ວມມືກັບບັນດາການຈັດຕັ້ງ ອື່ນທັງພາຍໃນແລະຕ່າງປະເທດທີ່ກ່ຽວຂ້ອງຕາມການມອບໝາຍຂອງ ຂັ້ນເທິງ; 9. ສະຫຼຸບ,ລາຍງານກ່ຽວກັບວຽກງານຊາວໜຸ່ມ, ເຍົາວະ ຊົນ-ອະນຸຊົນໃນຂອບເຂດທີ່ຕົນຮັບຜິດຊອບຕໍ່ສູນກາງ ຊປປລ ຫຼືອົງການ ຈັດຕັ້ງອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 42 ສິດແລະໜ້າທີ່ຂອງ ຄຊປປລ ເມືອງ,ເທດສະບານ

ມາດຕາ 42 ສິດແລະໜ້າທີ່ຂອງ ຄຊປປລ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຂອງຕົນ ຄຊປປລ ເມືອງ,ເທດສະ ບານມີສິດແລະໜ້າທີ່ດັ່ງນີ້: 1. ເຜີຍແຜ່,ສຶກສາອົບຮົມແນວທາງ,ນະໂຍບາຍ,ລະບຽບ ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ,ມະຕິ,ຄໍາສັ່ງ,ຄໍາ ແນະນໍາຂອງຂັ້ນເທິງໃຫ້ແກ່ຊາວໜຸ່ມ; 2. ຄົ້ນຄວ້າຜັນຂະຫຍາຍນະໂຍບາຍ,ແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງ,ເທດສະບານ,ມະຕິກອງປະຊຸມໃຫຍ່ ຄຊປປລ ແຂວງ,ນະຄອນ,ກະຊວງ,ອົງການແລະຂັ້ນຂອງຕົນໃຫ້ເປັນແຜນການ, ໂຄງການແລະກິດຈະກໍາລະອຽດເພື່ອຈັດຕັ້ງປະຕິບັດ; 3. ຕິດຕາມ,ຊຸກຍູ້ວຽກງານການປັບປຸງການຈັດຕັ້ງແລະ ການເຄື່ອນໄຫວຂອງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນຂັ້ນຕອງຕົນແລະຂັ້ນ ຮາກຖານໃຫ້ເຂັ້ມແຂງ; 4. ກໍ່ສ້າງ,ປັບປຸງຄວາມເຂັ້ມແຂງຂອງ ຄຊປປລ, ຂະຫຍາຍ ການຈັດຕັ້ງຊາວໜຸ່ມ,ເຍົາວະຊົນ-ອະນຸຊົນເຂົ້າໃນທຸກຂົງເຂດວຽກງານທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນ; 5. ຊອກລາວຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດໝາຍ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; 6. ຮັບຄໍາສະເໜີຂອງຊາວໜຸ່ມລາວບັນດາເຜົ່າເພື່ອພິຈາລະ ນາແກ້ໄຂຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 7. ພົວພັນແລະປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານຂອງຕົນຕາມລະບຽບກົດໝາຍ; 8. ສະຫຼຸບ,ລາຍງານກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ -ອະນຸຊົນໃນຂອບເຂດທີ່ຕົນຮັບຜິດຊອບຕໍ່ ຄຊປປລ ຂັ້ນເທິງຖັດຕົນແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 43 ສິດແລະໜ້າທີ່ຂອງ ຄຊປປລ ຮາກຖານ

ມາດຕາ 43 ສິດແລະໜ້າທີ່ຂອງ ຄຊປປລ ຮາກຖານ ໃນການຄຸ້ມຄອງວຽກງານຂອງຕົນ ຄຊປປລ ຮາກຖານມີສິດ ແລະໜ້າທີ່ດັ່ງນີ້: 1. ສຶກສາອົບຮົມແນວທາງ,ນະໂຍບາຍ,ລະບຽບກົດໝາຍ, ກົດລະບຽບ,ມະຕິ,ຄໍາແນະນໍາຂອງ ຄຊປປລ ຂັ້ນເທິງໃຫ້ຊາວໜຸ່ມໃນຮາກ ຖານຂອງຕົນ; 2. ເຕົ້າໂຮມຄວາມສາມັກຄີ,ສ້າງຂະບວນການຊາວຊາວ ໜຸ່ມໂດຍຕິດພັນກັບການພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 3. ເຂົ້າຮ່ວມໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ເກີດ ຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ປະສານສົມທົບກັບການຈັດຕັ້ງອື່ນ,ຄອບຄົວຫຼືຜູ້ປົກຄອງ ໃນການປັບປຸງ,ກໍ່ສ້າງ ຄຊປປລ ໃຫ້ເຕີບໃຫຍ່ເຂັ້ມແຂງ; 5. ນໍາພາຊາວໜຸ່ມສ້າງລາຍຮັບດ້ວຍຮູບການຕ່າງໆທີ່ຖືກ ຕ້ອງຕາມລະບຽບກົດໝາຍເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນ; 6. ສະຫຼຸບ,ລາຍງານກ່ຽວກັບວຽກງານຂອງ ຄຊປປລ ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ ຄຊປປລ ຂັ້ນເທິງຖັດຕົນແລະອົງ ການຈັດຕັ້ງອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


...ໝວດທີ 2 ການກວດກາວຽກງານຂອງ ຄຊປປລ


....ມາດຕາ 44 ອົງການກວດກາວຽກງານຂອງ ຄຊປປລ

ມາດຕາ 44 ອົງການກວດກາວຽກງານຂອງ ຄຊປປລ ອົງການກວດກາວຽກງານຂອງ ຄຊປປລແມ່ນພາກສ່ວນໜຶ່ງ ຂອງອົງການຄຸ້ມຄອງວຽກງານຂອງ ຄຊປປລ ຊຶ່ງຮັບຜິດຊອບໂດຍຄະນະ ກວດກາຂອງ ຄຊປປລ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ຂອງກົດ ໝາຍສະບັບນີ້.

....ມາດຕາ 45 ສິດແລະໜ້າທີ່ຂອງອົງການກວດກາວຽກງານຂອງ ຄຊປປລ

ມາດຕາ 45 ສິດແລະໜ້າທີ່ຂອງອົງການກວດກາວຽກງານຂອງ ຄຊ ປປລ ອົງການກວດກາວຽກງານຂອງ ຄຊປປລ ມີສິດແລະໜ້າທີ່ ດັ່ງນີ້: 1. ທວງເອົາເອກະສານກ່ຽວກັບວຽກງານຊາວໜຸ່ມທີ່ຕົນ ເຫັນວ່າບໍ່ຖືກຕ້ອງ; 2. ລົງກວດກາເປົ້າໝາຍກັບທີ່ພາຍຫຼັງທີ່ໄດ້ຮັບການລາຍ ງານຫຼືຂໍ້ມູນກ່ຽວກັບວຽກງານຊາວໜຸ່ມ; 3. ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອພິຈາລະນາໂຈະ,ຍົກ ເລີກນິຕິກໍາຂອງ ຄຊປປລ ທີ່ຂັດກັບລະບຽບກົດໝາຍຫຼືການກະທໍາ,ການ ປະຕິບັດນິຕິກໍາທີ່ບໍ່ຖືກຕ້ອງຂອງຄະນະບໍລິຫານງານແລະສະມາຊິກ ຊປປ ລ; 4. ພົວພັນ,ປະສານສົມທົບກັບຄະນະກວດກາ,ແນວລາວສ້າງ ຊາດແລະບັນດາອົງການຈັດຕັ້ງມະຫາຊົນອື່ນໃນຂັ້ນດຽວກັນໃນການປະຕິ ບັດວຽກງານຂອງຕົນ; 5. ສະເໜີນໍາໃຊ້ວິທີການແລະມາດຕະການແກ້ໄຂຜົນຂອງ ການກວດກາ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 46 ເນື້ອໃນການກວດກາ

ມາດຕາ 46 ເນື້ອໃນການກວດກາ 1. ການປະຕິບັດໜ້າທີ່,ຄວາມຮັບຜິດຊອບແລະແບບແຜນ ວິທີເຮັດວຽກຂອງຄະນະບໍລິຫານງານແລະສະມາຊິກ ຊປປລ ໃນການປະ ຕິລັດລະບຽບກົດໝາຍ,ກົດລະບຽບ,ມະຕິກອງປະຊຸມຂັ້ນຂອງຕົນແລະຂັ້ນ ລຸ່ມ; 2. ການອອກມະຕິ,ແຜນການ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງ ການຂອງ ຄຊປປລ; 3. ການຄຸ້ມຄອງ,ການນໍາໃຊ້,ການປະຕິບັດນະໂຍບາຍຕໍ່ສະ ມາຊິກ ຊປປລ ລວມທັງການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງຊາວໜຸ່ມ; 4. ການຄຸ້ມຄອງ,ການນໍາໃຊ້ງົບປະມານ,ງານເງິນ,ວັດຖຸ ແລະຊັບສິນຂອງການຈັດຕັ້ງຊາວໜຸ່ມຂັ້ນຂອງຕົນ.

....ມາດຕາ 47 ປະເພດການກວດກາ

ມາດຕາ 47 ປະເພດການກວດກາ ການກວດກາມີສອງປະເພດດັ່ງນີ້: - ການກວດກາພາຍໃນຊຶ່ງດໍາເນີນໂດຍຄະນະກວດກາຂອງ ຄຊປປລ; - ການກວດກາພາຍນອກຊຶ່ງດໍາເນີນໂດຍສະພາແຫ່ງຊາດ ແລລະຄະນະກໍາມະການກວດກາພັກ. ....ມາດຕາ 48 ຮູບການກວດກາ

ມາດຕາ 48 ຮູບການກວດກາ ການກວດກາສາມາດດໍາເນີນຕາມແຜນການປົກກະຕິ,ນອກ ແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແລະແບບກະທັນຫັນ. ..ພາກທີ 9 ວັນສ້າງຕັ້ງ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ


...ມາດຕາ 49 ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ 49 ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນວັນທີ 14 ເມສາ 1955.

...ມາດຕາ 50 ເຄື່ອງໝາຍແລະເຄື່ອງແບບ

ມາດຕາ 50 ເຄື່ອງໝາຍແລະເຄື່ອງແບບ ຄຊປປລ ມີທຸງ,ເຄື່ອງໝາຍແລະເຄື່ອງແບບຕາມຮູບແບບທີ່ ໄດ້ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນຊາວນຸ່ມທົ່ວປະເທດ.

...ມາດຕາ 51 ຕາປະທັບ

ມາດຕາ 51 ຕາປະທັບ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນໂດຍ ທົ່ວໄປ ຄຊປປລ ແຕ່ລະຂັ້ນມີຕາປະທັບຊຶ່ງໄດ້ກໍານົດໄວ້ໃນລະບຽບການ ຕ່າງຫາກ.

..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 52 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍວ່າດ້ວຍ ຄຊປປລ ເປັນຕົ້ນການສຶກສາອົບຮົມ,ການເຕົ້າໂຮມຄວາມ ສາມັກຄີ,ການສ້າງຂະບວນການ,ການຊ່ວຍເຫຼືອສະໜັບສະໜູນຈະໄດ້ຮັບ ການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 53 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນ:ກໍ່ ຄວາມເສຍຫາຍໃຫ້ແກ່ກຽດສັກສີ,ຜົນປະໂຫຍດຂອງ ຄຊປປລ,ລະເມີດ ສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມຈະຖືກປະຕິບັດມາດຕະ ການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືດໍາເນີນຄະດີແລ້ວແຕ່ກໍລະນີ ເບົາຫຼືໜັກຕາມລະບຽບກົດໝາຍ.

..ພາກທີ 11 ບົດບັນຢັດສຸດທ້າຍ


...ມາດຕາ 54 ການຈັດຕັ້ງປະຕິບັດ

ມາດຕາ 54 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ແລະສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 55 ຜົນສັກສິດ

ມາດຕາ 55 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ