ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ(ສະບັບປັບປຸງ) 03-05-2017

From Wikisource
Jump to navigation Jump to search

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ(ສະບັບປັບປຸງ) 03-05-2017

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະການຕິດຕາມກວດກາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວເພື່ອຮັບປະກັນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ປະຕິບັດພາລະບົດບາດ,ສິດແລະໜ້າທີ່ຢ່າງມີປະສິດທິຜົນ,ຍົກສູງຄວາມຮັບຜິດຊອບຂອງລັດ,ສັງຄົມ,ຄອບຄົວຕໍ່ການປັບປຸງກໍ່ສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແນໃສ່ເຮັດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເປັນອົງການຈັດຕັ້ງທີ່ໜັກແໜ້ທາງດ້ານການເມືອງ,ເຂັ້ມແຂງທາງດ້ານການຈັດຕັ້ງ,ສາມາດເຕົ້າໂຮມຍົາວະຊົນ,ອະນຸຊົນແລະສຶກສາອົບຮົມໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ,ຂອງຊາດແລະປະກອບສ່ວນໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ຄະນະຊາວໜຸ່ມປະຊາຊາົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນໜຶ່ງໃນອົງການຈັດຕັ້ງມະຫາຊົນໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວເປັນແກນນໍາ,ເປັນການຈັດຕັ້ງຂອງຊາວໜຸ່ມລາວຜູ້ຫ້າວຫັນ,ດີເດັ່ນ,ໄດ້ຜ່ານການຝຶກຝົນຫຼໍ່ຫຼອມຈາກຂະບວນການຂອງມະຫາຊົນ. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂຽນອັກສອນຫຍໍ້ວ່າ:ຄຊປປລ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວໝາຍເຖິງຄະນະນໍາຂອງຊາວໜຸ່ມຊຶ່ງຖືກເລືອກຕັ້ງໂດຍກອງປະຊຸມໃຫຍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 2.ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວໝາຍເຖິງຜູ້ເປັນຫົວໜ້າຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ; 3.ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໝາຍເຖິງຄະນະປະຈໍາຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; 4.ຄະນະປະຈໍາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວໝາຍເຖິງຄະນະປະຈໍາຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເມືອງ,ຂັ້ນແຂວງ,ກະຊວງ,ອົງການເອີ້ນຫຍໍ້ວ່າຄະນະປະຈໍາຄະນະບໍລິຫານງານຊປປລ; 5.ຊາວໜຸ່ມໝາຍເຖິງຜູ້ທີ່ມີອາຍຸສິບຫ້າຫາສາມສິບຫ້າປີ; 6.ເຍົາວະຊົນໝາຍເຖິງເດັກນ້ອຍລາວບັນດາເຜົ່າທີ່ມີອາຍຸແຕ່ເກົ້າຫາສິບສີ່ປີ; 7.ເຍົາວະຊົນທັນວາໝາຍເຖິງເດັກນ້ອຍລາວບັນດາເຜົ່າທີ່ເປັນສະມາຊິກຂອງການຈັດຕັ້ງເຍົາວະຊົນທັນວາ; 8.ອະນຸຊົນໝາຍເຖິງເດັກນ້ອຍລາວທີ່ມີອາຍຸແຕ່ຫົກຫາແປດປີ; 9.ອະນຸຊົນທັນວາໝາຍເຖິງເດັກນ້ອຍລາວບັນດາເຜົ່າທີ່ເປັນສະມາຊິກຂອງການຈັດຕັ້ງອະນຸຊົນທັນວາ; 10.ສະຫະພັນຊາວໜຸ່ມແຫ່ງຊາດລາວໝາຍເຖິງການຈັດຕັ້ງທາງສັງຄົມທີ່ກວ້າງຂວາງຂອງຊາວໜຸ່ມລາວໂດຍບໍ່ຈໍາແນກເຜົ່າ,ຖານະທາງເສດຖະກິດສັງຄົມ,ລະດັບການສຶກສາ,ສາຂາອາຊີບແລະສາສະໜາ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດຕໍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ລັດວາງນະໂຍບາຍແລະກົນໄກກ່ຽວກັບການຄຸ້ມຄອງ,ການພັດທະນາ,ສ້າງກິດຈະກໍາການເຄື່ອນໄຫວເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ກອງເຍົາວະຊົນທັນວາ,ກອງອະນຸຊົນທັນວາ. ລັດຊຸກຍູ້,ສົ່ງເສີມຄະນະຊາວໜຸ່ມປະຊາຊົນປະຕິວັດລາວດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສາມາດປະຕິບັດພາລະບົດບາດ,ສິດ,ໜ້າທີ່ຂອງຕົນເພື່ອດຶງດູດແລະເສີມຂະຫຍາຍກໍາລັງແຮງຂອງຊາວໜຸ່ມເຂົ້າໃນການປະຕິບັດແນວທາງ,ນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍແລະພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ. ລັດຊຸກຍູ້,ສົ່ງເສີມສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ໄດ້ຮັບການສຶກສາ,ວິທະຍາສາດເຕັກນິກ,ເຕັກໂນໂລຊີ,ມີວຽກເຮັດງານທໍາ,ໄດ້ຮັບຂໍ້ມູນຂ່າວສານ,ເຂົ້າເຖິງການບໍລິການດ້ານສາທາລະນະສຸກ,ມີສ່ວນຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດສັງຄົມ.

ມາດຕາ5(ປັບປຸງ)ຫຼັກການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເຄື່ອນໄຫວວຽກງານບົນພື້ນຖານຫຼັກການດັ່ງນີ້: 1.ຊີ້ນໍານໍາພາໂດຍກົງ,ຮອບດ້ານຂອງພັກປະຊາຊົນປະຕິວັດລາວ; 2.ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 3.ປະຕິບັດຫຼັກການລວມສູນປະຊາທິປະໄຕ; 4.ຕື່ນຕົວ,ສະໝັກໃຈແລະເປັນແບບຢ່າງນໍາໜ້າໃນການປະຕິບັດວຽກງານຂອງຊາດ,ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແລະເຂົ້າຮ່ວມຂະບວນການເຄື່ອນໄຫວຂອງມະຫາຊົນ; 5.ຮັບປະກັນການເຄື່ອນໄຫວດ້ວຍຫຼາຍລັກສະນະແລະຫຼາຍຮູບການທີ່ບໍ່ຂັດກັບແນວທາງ,ກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດ.

ມາດຕາ6(ປັບປຸງ)ການຮ່ວມມືສາກົນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນບົນພື້ນຖານແນວທາງນະໂຍບາຍການຕ່າງປະເທດຂອງສປປລາວດ້ວຍການແລກປ່ຽນບົດຮຽນ,ວັດທະນະທໍາ,ການຄົ້ນຄວ້າວິທະຍາສາດ,ເຕັກໂນໂລຊີ,ການຊ່ວຍເຫຼືອ,ຝຶກອົບຮົມແລະຍົກລະດັບຄວາມຮູ້ດ້ານວິຊາການ,ການປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ໝວດທີ1ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ7(ປັບປຸງ)ທີ່ຕັ້ງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເປັນໜຶ່ງໃນອົງການຈັດຕັ້ງມະຫາຊົນໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນພາຍໃຕ້ການຊີ້ນໍານໍາພາໂດຍກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວ,ເປັນແກນນໍາຂອງການຈັດຕັ້ງຊາວໜຸ່ມທຸກສາຂາອາຊີບ,ເປັນຕົວແທນໃນການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ,ມີຖານະທຽບເທົ່າກັບອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງມະຫາຊົນອື່ນ.

ມາດຕາ8(ປັບປຸງ)ພາລະບົດບາດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີພາລະບົດບາດດັ່ງນີ້: 1.ສຶກສາອົບຮົມການເມືອງແນວຄິດແລແລະປູກຈິດສໍານຶກໃຫ້ຊາວໜຸ່ມ,ເຍົາວະຊົນ,ອຸນຸຊົນກາຍເປັນຜູ້ສືບທອດທີ່ດີຂອງຊາດ; 2.ປຸກລະດົມ,ເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ; 3.ຊີ້ນໍານໍາພາການຈັດຕັ້ງແລະການເຄື່ອນໄຫວຂອງຊາວໜຸ່ມ,ເຍົາວະຊົນທັນວາ,ອະນຸຊົນທັນວາ; 4.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 5.ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ.

ມາດຕາ9(ປັບປຸງ)ສິດແລະໜ້າທີ່ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍ,ແຜນຍຸດທະສາດແລະນິຕິກໍາກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 2.ເຕົ້າໂຮມຄວາມສາມັກຄີ,ສຶກສາອົບຮົມຊາວໜຸ່ມ,ເຍົາວະຊົນ,ອະນຸຊົນລາວບັນດາເຜົ່າໃຫ້ມີຄຸນສົມບັດສິນທໍາປະຕິວັດ,ນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ຮູ້ປົກປັກຮັກສາແລະເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ,ຂອງເຜົ່າລວມທັງສະໜອງຂໍ້ມູນຂ່າວສານທີ່ຈໍາເປັນໃຫ້ຊາວໜຸ່ມ; 3.ສ້າງຂະບວນການຂອງຊາວໜຸ່ມເພື່ອຈັດຕັ້ງປະຕິບັດແນວທາງ,ນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ; 4.ສ້າງຕັ້ງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຢູ່ໃນທຸກຂົງເຂດວຽກງານທີ່ມີຊາວໜຸ່ມສັງກັດຢູ່ແລະປັບປຸງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ,ເຍົາວະຊົນທັນວາ,ອະນຸຊົນທັນວາໃນບ່ອນທີ່ມີແລ້ວໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງແລະປອດໃສ; 5.ສົ່ງເສີມຫົວຄິດປະດິດສ້າງ,ຄົ້ນຄວ້າການປະດິດສ້າງສິ່ງໃໝ່ຂອງຊາວໜຸ່ມລາວບັນດາເຜົ່າເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ; 6.ປະສານສົມທົບກັບໂຮງຮຽນ,ສະຖາບັນຕ່າງໆເພື່ອເຂົ້າຮ່ວມການພັດທະນາສີມືແຮງງານແລະການສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ; 7.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 8.ສະເໜີແລະຢັ້ງຢືນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທີ່ກ້າວໜ້າ,ດີເດັ່ນຕໍ່ການຈັດຕັ້ງພັກປະຊາຊົນປະຕິວັດລາວເພື່ອພິຈາລະນາເຂົ້າເປັນສະມາຊິກພັກ; 9.ປະກອບຄໍາເຫັນຕໍ່ແນວທາງ,ແຜນນະໂຍບາຍ,ກົດໝາຍແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດເປັນຕົ້ນບັນຫາທີ່ກ່ຽວພັນກັບວຽກງານຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 10.ສະເໜີສ້າງຕັ້ງແລະຄຸ້ມຄອງສະຫະພັນຊາວໜຸ່ມແຫ່ງຊາດລາວ; 11.ພົວພັນຮ່ວມມືກັບຕ່າງປະເທດຕາມການມອບໝາຍຫຼືຕາມການອະນຸຍາດ; 12.ຄຸ້ມຄອງແລະຈໍາໜ່າຍເຄື່ອງໝາຍ,ເຄື່ອງແບບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 13.ຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ,ສະມາຊິກສະພາປະຊາຊົນຂັ້ນແຂວງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍ.

ໝວດທີ2ລະບົບ,ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ10(ປັບປຸງ)ລະບົບການຈັດຕັ້ງ ລະບົບການຈັດຕັ້ງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວປະກອບມີສີ່ຂັ້ນຄື: 1.ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; 2.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ນະຄອນຫຼວງ,ກະຊວງແລະອົງການ; 3.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າ; 4.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ,ໜ່ວຍຮາກຖານ.

ມາດຕາ11(ປັບປຸງ)ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດາວແຕ່ລະຂັ້ນໄດ້ກໍານົດໄວ້ໃນກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໂດຍອີງຕາມຄວາມຮຽກຮ້ອງຕ້ອງການແລະເງື່ອນໄຂຕົວຈຶງຂອງວຽກງານໃນແຕ່ລະໄລຍະ.

ມາດຕາ12(ປັບປຸງ)ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີດັ່ງນີ້: 1.ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ; 2.ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;ຄະນະປະຈໍາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ນະຄອນຫຼວງ,ກະຊວງ,ອົງການ,ເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າ; 3.ເລຂາ; 4.ຮອງເລຂາ; 5.ປະທານກວດກາ; 6.ຮອງປະທານກວດກາ. ສໍາລັບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນອາດມີອາຍຸເກີນສາມສິບຫ້າປີກໍ່ໄດ້ໃນກໍລະນີຈໍາເປັນ.

ມາດຕາ13(ໃໝ່)ສິດແລະໜ້າທີ່ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ເຊື່ອມຊຶມແລະເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລັດຖະທໍາມະນູນແລະກົດໝາຍ; 2.ເຂົ້າໂຮມ,ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແລະນໍາພາການຈັດຕັ້ງຜັນຂະຫຍາຍມະຕິ,ຄໍາສັ່ງຂອງພັກ,ກົດໝາຍຂອງລັດ,ບັນດານິຕິກໍາໃຫ້ແກ່ຊາວໜຸ່ມ,ເຍົາວະຊົນໄດ້ຮັບຮູ້ຢ່າງກວ້າງຂວາງ; 3.ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ແນວທາງ,ນະໂຍບາຍ,ລັດຖະທໍາມະນູນແລະກົດໝາຍທີ່ພົວພັນເຖິງວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 4.ຄົ້ນຄວ້າ,ປະກອບຄໍາເຫັນແລະຮອບຮອງເອົາບັນດາມະຕິກອງປະຊຸມຂັ້ນຂອງຕົນ; 5.ສະເໜີສ້າງ,ປັບປຸງນິຕິກໍາລວມທັງການຈັດຕັ້ງແລະບຸກຄະລາກອນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 6.ຊຸກຍູ້,ຕິດຕາມແລະກວດກາວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ14(ໃໝ່)ສິດແລະໜ້າທີ່ຂອງຄະນະເລຂາທິການ,ຄະນະປະຈໍາ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;ຄະນະປະຈໍາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ,ອົງການ,ແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ນໍາພາການຈັດຕັ້ງປະຕິບັດມະຕິ,ຄໍາສັ່ງຂອງຄະນະພັກທີ່ພົວພັນໂດຍກົງກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 2.ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຂັ້ນຂອງຕົນແລະຂັ້ນເທິງເປັນແຜນການ,ແຜນງານ,ໂຄງການເພື່ອຈັດຕັ້ງປະຕິບັດແຕ່ລະໄລຍະ; 3.ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຢ່າງເປັນປົກກກະຕິ; 4.ນໍາພາການກະກຽມກອງປະຊຸມໃຫຍ່ແລະກອງປະຊຸມປະເພດຕ່າງໆຂັ້ນຂອງຕົນ; 5.ຄົ້ນຄວ້າ,ປຶກສາຫາລືແລະຕົກລົງບັນຫາສໍາຄັນຕ່າງໆກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ15(ປັບປຸງ)ສິດແລະໜ້າທີ່ຂອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ເປັນຜູ້ຮຽກໂຮມ,ເປັນປະທານກອງປະຊຸມໃຫຍ່ແລະກອງປະຊຸມອື່ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 2.ຊີ້ນໍາ,ນໍາພາ,ຕິດຕາມກວດກາ,ການຈັດຕັ້ງແລການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນແລະຂັ້ນລຸ່ມ; 3.ຂໍທິດຊີ້ນໍາຈາກຄະນະພັກຂັ້ນເທິງຂອງຕົນແລະປຶກສາຫາລືວຽກງານສໍາຄັນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວກັບອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ສະຫະພັນແມ່ຍິງລາວ,ສະຫະພັນກໍາມະບານລາວ,ສະຫະພັນນັກຮົບເກົ່າແຫ່ງຊາດລາວ; 4.ຕົກລົງ,ລົງລາຍເຊັນຮັບຮອງເອກະສານແລະບັນຫາສໍາຄັນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຕົ້ນແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນລຸ່ມບົນພື້ນຖານຄວາມເປັນເອກະພາບຂອງໝູ່ຄະນະ; 5.ສະຫຼຸບແລະລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ການຈັດຕັ້ງຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ16(ປັບປຸງ)ສິດແລະໜ້າທີ່ຂອງຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນນີ້: 1.ຊ່ວຍເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍ; 2.ເປັນຜູ້ຮັກສາການແທນໃນເວລາເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຕິດຂັດ.

ມາດຕາ17(ໃໝ່)ສິດແລະໜ້າທີ່ຂອງປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ຕາມຂັ້ນແລະຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫບາຍມະຕິ,ຄໍາສັ່ງ,ແຈ້ງການແນະນໍາກ່ຽວກັບວຽກງານກວດກາຂອງຂັ້ນເທິງ,ຂັ້ນຂອງຕົນມາເປັນໂຄງການແລະແຜນການຈັດຕັ້ງປະຕິບັດ; 2.ຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່,ຄວາມຮັບຜິດຊອບ,ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແລະສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ; 3.ຕິດຕາມກວດກາການຄຸ້ມຄອງ,ນໍາໃຊ້,ປະຕິບັດນະໂຍບາຍແລະປົກປ້ອງສິດຜົນປະໂຫຍດອັນຊອບທໍາຕໍ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ,ພະນັກງານຊາວໜຸ່,ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 4.ຕິດຕາມກວດກາການຄຸ້ມຄອງ,ການນໍາໃຊ້ລາຍຮັບ,ວັດຖຸແລະຊັບສິນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 5.ຕິດຕາມກວດກາການຈັດຕັ້ງແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນລຸ່ມກ່ຽວກັບການຕົກລົງລົງວິໄນຕໍ່ການຈັດຕັ້ງ,ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທີ່ເຫັນວ່າມີການລະເມີດກົດລະບຽບ,ມະຕິຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 6.ສະໜີ,ທວງໃຫ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ,ສະມາຊິຊາວໜຸ່ມປະຊາຊົນປະຕິວັດລາວສະໜອງຂໍ້ມູນ,ເອກະສານ,ຫຼັກຖານທີ່ພົວພັນກັບການກວດກາ; 7.ຄົ້ນຄວ້າ,ສະໜີວິທີການແກ້ໄຂຜົນຂອງການກວດກາໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນພິຈາລະນາແລະຕົກລົງຫຼືຂັ້ນລຸ່ມລົບລ້າງ,ປ່ຽນແປງຮູບການລົງວິໄນຕໍ່ການຈັດຕັ້ງຊາວໜຸ່ມແລະສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທີ່ບໍ່ຖືກຕ້ອງຕາມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ມາດຕາ18(ໃໝ່)ສິດແລະໜ້າທີ່ຂອງຮອງປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮອງປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ຊ່ວຍປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍ; 2.ເປັນຜູ້ຮັກສາການແທນໃນເວລາປະທານກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕິດຂັດ.

ໝວດທີ3ການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ19(ປັບປຸງ)ການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເຄື່ອນໄຫວຕາມສອງຮູບການຕົ້ນຕໍດັ່ງນີ້: 1.ການເຄື່ອນໄຫວໃນກອງປະຊຸມ; 2.ການເຄື່ອນໄຫວທົ່ວໄປ. ການເຄື່ອນໄຫວໃນກອງປະຊຸມແມ່ນການເຂົ້າຮ່ວມແລະດໍາເນີນກອງປະຊຸມຊຶ່ງໄດ້ກໍານົດໄວ້ໃນກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ການເຄື່ອນໄຫວທົ່ວໄປແມ່ນການເຂົ້າຮ່ວມຂະບວນການລວມຂອງພັກລັດ,ສັງຄົມແລະຂະບວນການສະເພາະຂອງຊາວໜຸ່ມລວມທັງຮູບແບບອາສາສະໝັກ.

ມາດຕາ20(ປັບປຸງ)ເນື້ອໃນການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີເນື້ອໃນຕົ້ນຕໍດັ່ງນີ້: 1.ສຶກສາອົບຮົມການເມືອງແນວຄິດແລະປູກຈິດສໍານຶກໃຫ້ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນກາຍເປັນຜູ້ສືບທອດທີ່ດີຂອງຊາດ; 2.ປ້ອງກັນຊາດປ້ອງກັນຄວາມສະຫງົບ; 3.ຍົກລະດັບຄວາມຮູ້ຄວາມສາມາດ,ສຶກສາຮໍ່າຮຽນ,ຄົນຄວ້າວິທະຍາສາດ,ສະໜອງຂໍ້ມູນຂ່າວສານດ້ານເຕັກນິກວິທະຍາສາດ,ວັດທະນະທໍາສັງຄົມ,ການຜະລິດ,ບໍລິການ,ກິລາ,ສິລະປະວັນນະຄະດີ,ອາສາສະໝັກຊ່ວຍເຫຼືອສັງຄົມແລະອື່ນໆ; 4.ປັບປຸງກໍ່ສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແລະການຈັດຕັ້ງເຍົາວະຊົນທັນວາ,ອະນຸຊົນທັນວາ; 5.ສ້າງ,ປັບປຸງ,ປະຕິບັດກົດໝາຍແລະບັນດານິຕິກໍາລຸ່ມກົດໝາຍກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 6.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 7.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ.

ພາກທີ3ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ21(ປັບປຸງ)ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວແມ່ນບຸກຄົນທີ່ມີເງື່ອນໄຂແລະມາດຕະຖານຄົບຖ້ວນຊຶ່ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮັບເຂົ້າເປັນສະມາຊິກຂອງຕົນ.

ມາດຕາ22(ປັບປຸງ)ເງື່ອນໄຂແລະມາດຕະຖານຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວມີເງື່ອນໄຂແລະມາດຕະຖານດັ່ງນີ້: 1.ເປັນພົນລະເມືອງລາວທີ່ມີອາຍຸແຕ່ສິບຫ້າປີຫາສາມສິບຫ້າປີໂດຍບໍ່ຈໍາແນກເພດ,ເຜົ່າ,ຄວາມເຊື່ອຖືຫຼືຖານະທາງເສດຖະກິດ; 2.ມີນໍ້າໃຈຮັກຊາດ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້,ຄວາມສາມາດ,ມີຄວາມຫ້າວຫັນໃນຂະບວນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ; 3.ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ,ເປັນຜູ້ສືບທອດທີ່ດີແລະເປັນຜູ້ທີ່ເຊື່ອຖືຂອງສັງຄົມ; 4.ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດແນວທາງ,ນະໂຍບາຍແລະກົດໝາຍ; 5.ມີຄວາມຕື່ນຕົວ,ສະໝັກໃຈປະຕິບັດກົດລະບຽບແລະມະຕິຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 6.ມີສຸຂະພາບແຂັງແຮງດີ.

ມາດຕາ23(ປັບປຸງ)ການເຄື່ອນໄຫວຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວເຄື່ອນໄຫວຕາມແຜນການ,ແຜນງານ,ໂຄງການ,ກິດຈະກໍາຕ່າງໆຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແລະວຽກງານອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ24(ປັບປຸງ)ສິດແລະໜ້າທີ່ຂອງສະມາຊິກຊາວໜຸ່ປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ເປັນແບບຢ່າງໃນການເຄົາລົບແລະປະຕິບັດກົດໝາຍ,ຄົ້ນຄວ້າ,ຮໍ່າຮຽນ,ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ,ເຕັກນິກວິຊາການ,ພາສາຕ່າງປະເທດ,ຄວາມສາມາດດ້ານຕ່າງໆ,ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ; 2.ເປັນເຈົ້າການເຕົ້າໂຮມຄວາມສາມັກຄີຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 3.ປະກອບຄໍາເຫັນ,ລົງຄະແນນສຽງແລະສະເໜີຂໍ້ລີເລີ່ມຕ່າງໆຂອງຕົນຕໍ່ກອງປະຊຸມຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 4.ເລືອກຕັ້ງແລະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນຕາມເງື່ອນໄຂແລະມາດຕະຖານທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 5.ສະເໜີຕໍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ,ຂາງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນໃນກໍລະນີທີ່ຖືກລະເມີດ; 6.ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ,ວັດທະນະທໍາສັງຄົມ,ປົກປັກຮັກສາສິ່ງແວດລ້ອມແລະກິດຈະກໍາອື່ນທີ່ບໍ່ຂັດກັບກົດໝາຍ; 7.ໄດຮັບຂໍ້ມູນຂ່າວສານຕ່າງໆຕາມເງື່ອນໄຂຕົວຈິງ; 8.ເຂົ້າຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດສັງຄົມຕາມລັດຖະທໍາມະນູນແລະກົດໝາຍ; 9.ເປັນເຈົ້າການສ້າງ,ປັບປຸງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ກອງເຍົາວະຊົນທັນວາ,ກອງອະນຸຊົນທັນວາໃຫ້ໜັກແໜ້ນເຂັ້ມແຂງ; 10.ເປັນເຈົ້າການຕ້ານແລະສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ25(ປັບປຸງ)ພັນທະຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວມີພັນທະດັ່ງນີ້: 1.ເຄົາລົບ,ປະຕິບັດລັດຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 2.ເປັນເຈົ້າການຄົ້ນຄວ້າຮໍ່າຮຽນ,ສະແຫວງຫາເຕັກໂນໂລຊີທັນສະໄໝ,ພັດທະນາສີມືແຮງງານ,ວິຊາຊີບ,ສ້າງວຽກເຮັດງານທໍາທີ່ຖືຕ້ອງຕາມກົດໝາຍ; 3.ເຄົາລົບນັບຖື,ເບິ່ງແຍງແລະໃຫ້ການຊ່ວຍເຫຼືອຄອບຄົວ,ພໍ່ແມ່ຫຼືຜູ້ປົກຄອງ,ຜູ້ຊົງຄຸນວຸດທິແລະຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ,ຜູ້ທຸກຍາກ,ຄົນພິການແລະຜູ້ສູງອາຍຸ; 4.ປຸກລະດົມຂົນຂວາຍຊາວໜຸ່ມມະຫາຊົນເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ; 5.ເປັນເຈົ້າການປະຕິວັດພັນທະຮັບໃຊ້ຊາດ,ຮັບໃຊ້ປະຊາຊົນເປັນຕົ້ນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ວຽກງານເສດຖະກິດສັງຄົ,ພັນທະອອກແຮງງານ.

ມາດຕາ26(ປັບປຸງ)ຜົນປະໂຫຍດຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮັບຜົນປະໂຫຍດດັ່ງນີ້: 1.ຜູ້ທີ່ມີຜົນງານດີເດັ່ນຈະໄດ້ຮັບການສ້າງເປັນເປົ້າໝາຍເພື່ອນໍາສະເໜີຕໍ່ການຈັດຕັ້ງພັກພິຈາລະນາເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ; 2.ໄດ້ຮັບການສ້າງ,ບໍາລຸງ,ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆຕາມເງື່ອນໄຂຕົວຈິງ; 3.ໄດ້ຮັບການບັນຈຸ,ສັບຊ້ອນເຂົ້າໃນຕໍາແໜ່ງງານຕ່າງໆຕາມຄວາມຮູ້,ຄວາມສາມາດແລະເງື່ອນໄຂຕົວຈິງ; 4.ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນໃນເມື່ອຖືກລະເມີດ; 5.ໄດ້ຮັບການເລື່ອນຊັ້ນ,ຂັ້ນ,ຕໍາແໜ່ງ,ຍ້ອງຍໍແລະນະໂຍບາຍອື່ນຕາມກົດໝາຍ.

ພາກທີ4ກອງປະຊຸມຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ27ປະເພດກອງປະຊຸມ ກອງປະຊຸມຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີສາມປະເພດຄື: 1.ກອງປະຊຸມໃຫຍ່; 2.ກອງປະຊຸມສາມັນ; 3.ກອງປະຊຸມວິສາມັນ.

ມາດຕາ28(ປັບປຸງ)ກອງປະຊຸມໃຫຍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກອງປະຊຸມໃຫຍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີສີ່ຂັ້ນດັ່ງນີ້: 1.ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ; 2.ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຫຼືກອງປະຊຸມໃຫຍ່ຊາວໜຸ່ມແຂວງ,ນະຄອນຫຼວງ,ກະຊວງແລະອົງການ; 3.ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຫຼືກອງປະຊຸມໃຫຍ່ຊາວໜຸ່ມເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າ; 4.ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ. ກອງປະຊຸມໃຫຍ່ເປີດຂຶ້ນຫ້າປີໃດເທື່ອໜຶ່ງ,ໃນກໍລະນີຈໍາເປັນອາດເປີດຂຶ້ນໄວຫຼືຊ້າກວ່າກໍານົດກໍ່ໄດ້ແຕ່ບໍ່ໃຫ້ເກີນຫຼືຫຼຸດຫົກເດືອນ.

ມາດຕາ29(ປັບປຸງ)ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າ,ຮັບຮອງເອົາບົດລາຍງານການເມືອງແລະແຜນພັດທະນາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຂັ້ນຂອງຕົນ; 2.ຄົ້ນຄວ້າ,ຮັບຮອງເອົາການປັບປຸງກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວສໍາລັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ; 3.ເລືອກຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນ; 4.ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິການງານຊາວໜຸ່ມປະຊາຊົນປະຕິວັດລາວຊຸດໃໝ່ເພື່ອເລືອກຕັ້ງຄະນະເລຂາທິການຫຼືຄະນະປະຈໍາ,ເລຂາ,ຮອງເລຂາ,ປະທານກວດກາ,ຮອງປະທານກວດກາແລະເລືອກຕັ້ງຜູ້ແທນຂອງຕົນໄປເຂົ້າຮ່ວມກອງປະຊຸມໃຫຍຂັ້ນເທິງຖັດຕົນ; 5.ຮັບຮອງເອົາມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ.

ມາດຕາ30(ປັບປຸງ)ກອງປະຊຸມສາມັນ ກອງປະຊຸມສາມັນແມ່ນກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຊຶ່ງເປີດຂຶ້ນໜຶ່ງຄັ້ງຕໍ່ປີແລະຕ້ອງມີກໍາມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈໍານວນທັງໝົດຈຶ່ງສາມາດເປີດກອງປະຊຸມໄດ້.

ມາດຕາ31(ປັບປຸງ)ສິດແລະໜ້າທີ່ຂອງກອງປະຊຸມສາມັນ ກອງປະຊຸມສາມັນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າແລະຮັບຮອງເອົາບົດລາຍງານການເຄື່ອນໄຫວ,ທິດທາງວຽກງານປະຈໍາປີຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນ; 2.ດໍານີນຊີວິດການເມືອງພາຍໃນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກ່ຽວກັບການປະຕິບັດວຽກງານປະຈໍາປີ; 3.ຄົ້ນຄວ້າ,ສະເໜີແຕ່ງຕັ້ງຄະນະເລຂາທິການ,ຄະນະປະຈໍາແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແທນຈໍານວນທີ່ວາງລົງ; 4.ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ການປັບປຸງກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຫຼືກົດລະບຽບຂອງການຈັດຕັ້ງເຍົາວະຊົນທັນວາ,ອະນຸຊົນທັນວາ; 5.ຕົກລົງບັນຫາສໍາຄັນຕ່າງໆຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຕົນ; 6.ຮັບຮອງເອົາມະຕິກອງປະຊຸມຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຕົນ.

ມາດຕາ32(ປັບປຸງ)ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເພື່ອພິຈາລະນາວຽກງານໃດໜຶ່ງທີ່ຈໍາເປັນແລະຮີບດ່ວນຕາມການສະເໜີຂອງຄະນະເລຂາທິການ,ຄະນະປະຈໍາຫຼືກໍາມະການໃນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນທັງໝົດຂັ້ນຂອງຕົນ.

ມາດຕາ33(ປັບປຸງ)ມະຕິກອງປະຊຸມ ມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາມັນຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ມີຄະແນນສຽງຮັບຮອງເອົາຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

ພາກທີ5ຄວາມຮັບຜິດຊອບຂອງລັດ,ສັງຄົມແລະຄອບຄົວຕໍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ34(ປັບປຸງ)ຄວາມຮັບຜິດຊອບຂອງລັດ ລັດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວດ້ວຍການພັດທະນາຢ່າງຮອບດ້ານ,ສະໜອງບຸກຄະລາກອນ,ງົບປະມານ,ກໍ່ສ້າງພື້ນຖານໂຄງລ່າງ,ພາຫະນະ,ວັດຖຸເຕັກນິກແລະສິ່ງທີ່ຈໍາເປັນອື່ນເພື່ອໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວສາມາດເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາພາລະບົດບາດຂອງຕົນໃຫ້ມີຄວາາມໜັກແໜ້ນ,ເຂັ້ມແຂງກ ລັດວາງນະໂຍບາຍພັດທະນາ,ສ້າງເງື່ອນໄຂໃຫ້ຊາວໜຸ່ມ,ເຍົາວະຊົນມີສຸຂະພາບແຂງແຮງ,ມີຄວາມຮູ້,ຄວາມສາມາດ,ຄຸນສົມບັດສິນທໍາປະຕິວັດ,ມີວຽກເຮັດງານທໍາ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ລັດໃຫ້ການຍ້ອງຍໍສັນລະເສີນແລະໃຫ້ນາມມະຍົດຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວຜູ້ທີ່ເສຍສະຫຼະຊີວິດ,ເສຍອົງຄະເພື່ອປະເທດຊາດ,ຜູ້ທີ່ມີຜົນງານດີເດັ່ນໃນການອອກແຮງງານແລະຄົ້ນຄວ້າປະດິດສ້າງສິ່ງໃໝ່ໆເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບແລະການພັດທະນາເສດຖະກິດສັງຄົມຂອງຊາດ. ລັດສົ່ງເສີມສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທີ່ສໍາເລັດການປະຕິບັດພັນທະປ້ອງກັນຊາດປ້ອງກັນຄວາມສະຫງົບຊຶ່ງມີຜົນງານດີເດັ່ນໄດ້ຮັບການສຶກສາແລະພັດທະນາວິຊາຊີບໃດໜຶ່ງ.

ມາດຕາ35(ປັບປຸງ)ຄວາມຮັບຜິດຊອບຂອງສັງຄົມ ອົງການຈັດຕັ້ງການເມືອງ,ອົງການຈັດຕັ້ງທາງສັງຄົມລວມທັງບຸກຄົນແລະນິຕິບຸກຄົນຕ້ອງມີຄວາມຮັບຜິດຊອບໃນການອໍານວຍຄວາມສະດວກ,ໃຫ້ການຮ່ວມມື,ສະໜັບສະໜູນຕໍ່ການຈັດຕັ້ງ,ການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ຊາວໜຸ່ມແລະເຍົາວະຊົນ.

ມາດຕາ36(ປັບປຸງ)ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວຕ້ອງມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ປຶກສາຫາລື,ໃຫ້ຄໍາແນະນໍາ,ໃກ້ຊິດຕິດແທດ,ໃຫ້ຄວາມຮັກ,ຄວາມອົບອຸ່ນ,ຄວາມສະເໝີພາບ,ຄວາມເປັນທໍາ,ສ້າງເງື່ອນໄຂແລະປຸກລະດົມຊຸກຍູ້,ສົ່ງເສີມການເຄື່ອນໄຫວທີ່ເປັນປະໂຫຍດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນພ້ອມທັງເປັນແບບຢ່າງໃນການດໍາລົງຊີວິດ,ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດ,ຂອງບັນດາເຜົ່າ.

ພາກທີ6ງົບປະມານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ37(ປັບປຸງ)ແຫຼ່ງລາຍຮັບ ແຫຼ່ງລາຍຮັບເພື່ອສະໜອງໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ມາຈາກ: 1.ງົບປະມານຂອງລັດ; 2.ເງິນບໍາລຸງຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ; 3.ກອງທຶນພັດທະນາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 4.ລາຍຮັບຈາກການດໍາເນີນທຸລະກິດ,ຈາກກິດຈະກໍາຫາລາຍໄດ້ຂອງການຈັດຕັ້ງຊາວໜຸ່ມແຕ່ລັດຂັ້ນ; 5.ການຊ່ວຍເຫຼືອຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະອົງການຈັດຕັ້ງສາກົນທັງຢູ່ພາຍໃນແລະຕ່າງປະເທດ; 6.ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

ມາດຕາ38(ປັບປຸງ)ການຄຸ້ມຄອງລາຍຮັບລາຍຈ່າຍ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນຄຸ້ມຄອງລາວຮັບລາຍຈ່າຍຂອງຕົນຢ່າງລວມສູນແລະເປັນເອກະພາບ,ປະຕິບັດລະບອບບັນຊີລາຍຮັບລາຍຈ່າຍຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ,ຮັບປະກັນຄວາມໂປ່ງໃສສາມາດກວດກາໄດ້. ເງິນບໍາລຸງຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນລຸ່ມຕ້ອງສົ່ງໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງຖັດຕົນຕາມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ມາດຕາ39(ປັບປຸງ)ການນໍາໃຊ້ລາຍຮັບ ການນໍາໃຊ້ລາຍຮັບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນມີດັ່ງນີ້: 1.ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 2.ການຈັດຕັ້ງກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິສາມົນ; 3.ວຽກງານບໍລິຫານ,ການສົ່ງເສີມວິຊາການແລະການປະຕິບັດນະໂຍບາຍ; 4.ການເຄື່ອນໄຫວກິດຈະກໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 5.ການເຄື່ອນໄຫວວຽກງານອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ7ຂໍ້ຫ້າມ

ມາດຕາ40(ປັບປຸງ)ຂໍ້ຫ້າມສໍາລັບສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຫ້າມສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຄວາມຮັບຜິດຊອບຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືພັກພວກໂດຍບໍ່ຖືກຕ້ອງຕາມກົດໝາຍ; 2.ເມີນເສີຍຕໍ່ການປະຕິບັດໜ້າທີ່ແລະພັນທະຂອງຕົນ; 3.ມົ້ວສູມສິ່ງເສບຕິດ,ສິ່ງມຶນເມົາ,ໂສເພນີ,ສິ່ງລາມົກ,ຫຼິ້ນການພະນັນ;ຜະລິດ,ຊື້ຂາຍ,ຄອບຄອງ,ເຊື່ອງອໍາ,ປິດບັງ,ຂົນສົ່ງສິ່ງເສບຕິດ;ຜະລິດ,ຈໍາໜ່າຍ,ເຜີຍແຜ່,ຊົມໃຊ້ຜະລິດຕະພັນວັດທະນະທໍາຫຼືມີພຶດຕິກໍາທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດ;ນໍາໃຊ້ສື່ເອເລັກໂຕຼນິກທີ່ບໍ່ຖືກຕ້ອງຕາມກົດໝາຍ; 4.ຜະລິດ,ຊື້ຂາຍ,ຄອບຄອງແລະຖືອາວຸດທຸກຊະນິດ,ວັດຖຸລະເບີດ,ສານພິດທຸກຊະນິດໂດຍບໍ່ໄດ້ຮັບອະນຸຍາດ; 5.ຈັດຕັ້ງເປັນກຸ່ມກ້ອນ,ກໍ່ການປັ່ນປ່ວນ,ຊຸມນຸມປະທ້ວງ,ສ້າງຄວາມບໍ່ສະຫງົບ,ຄວາມບໍ່ເປັນລະບຽບໃນສັງຄົມແລະການເຄື່ອນໄຫວອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 6.ໃສ່ຮ້າຍປ້າຍສີ,ແບ່ງແຍກຄວາມສາມັກຄີລະຫວ່າງຂັ້ນເທິງ,ຂັ້ນລຸ່ມ,ບັນດາເຜົ່າ,ສາສະໜາໃນໝູ່ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຢູ່ພາຍໃນແລະສາກົນ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ41(ປັບປຸງ)ຂໍ້ຫ້າມສໍາລັບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຫ້າມຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ໜ້າທີ່,ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືພັກພວກທີ່ບໍ່ຖືກຕ້ອງຕາມກົດໝາຍ; 2.ສ້າງພັກພວກກຸ່ມກ້ອນ,ຈໍາກັດຄວາມກ້າວໜ້າແລະລົງວິໄນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໂດຍບໍ່ຖືກຕ້ອງຕາມກົດໝາຍແລະກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 3.ເມີນເສຍຕໍ່ການນໍາໃຊ້ສິດແລະປະຕິບັດໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້; 4.ລະເມີດກົດໝາຍ,ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ນໍາໃຊ້ສິດແລະປະຕິບັດໜ້າທີ່ເກີນຂອບເຂດຄວາມຮັບຜິດຊອບຂອງຕົນ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ42(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນເພື່ອຫາຜົນປະໂຫຍດສ່ວນຕົວຫຼືການຈັດຕັ້ງຂອງຕົນໂດຍບໍ່ຖືກຕ້ອງຕາມກົດໝາຍ; 2.ຂັດຂວາງ,ນາບຂູ່,ບໍ່ສ້າງເງື່ອນໄຂ,ບໍ່ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 3.ໂຄສະນາຊວນເຊື່ອນກ່ຽວກັບສິ່ງເສບຕິດ,ສິ່ງມຶນເມົາ,ສິ່ງລາມົກ;ໃຫ້ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເພື່ອສ້າງສິ່ງຈູງໃຈ,ຊັກຊວນ,ຊື້ຈ້າງຈອບອອຍແລະເບື່ອເມົາຊາວໜຸ່,ເຍົາວະຊົນ,ອະນຸຊົນ; 4.ປົກປ້ອງ,ເມີນເສີຍຕໍ່ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນທີ່ມີການກະທໍາຫຼືຈະກະທໍາສິ່ງໃດໜຶ່ງທີ່ບໍ່ຖືກຕ້ອງ; 5.ຂູດຮີດແຮງງານ,ຂູດຮີດທາງເພດຫຼືໃຊ້ຄວາມຮຸນແຮງຕໍ່ຊາວໜຸ່ມ,ເຍົາວະຊົນ,ອະນຸຊົນໃນທຸກຮູບແບບ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ8ການຄຸ້ມຄອງແລະການກວດກາ

ໝວດທີ1ການຄຸ້ມຄອງວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ43(ປັບປຸງ)ອົງການຄຸ້ມຄອງວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ອົງການຄຸ້ມຄອງວຽກງານຂອງຄະນະຊາວໜຸ່ປະຊາຊົນປະຕິວັດລາວມີດັ່ງນີ້: 1.ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; 2.ຄະນະຊາວໜຸ່ປະຊາຊົນປະຕິວັດລາວແຂວງ,ນະຄອນຫຼວງ,ກະຊວງແລະອົງການ; 3.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າ; 4.ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ,ໜ່ວຍຮາກຖານ. ໃນກໍລະນີມີຄວາມຈໍາເປັນອາດສ້າງຕັ້ງຄະນະກໍາມະການແຫ່ງຊາດເພື່ອຄຸ້ມຄອງແລະພັດທະນາຊາວໜຸ່ມ.

ມາດຕາ44(ປັບປຸງ)ສິດແລະໜ້າທີ່ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງຫຼືປະກອບຄໍາເຫັນຕໍ່ຮ່າງນະໂຍບາຍ,ຍຸດທະສາດ,ກົດໝາຍແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນເພື່ອສະເໜີຂັ້ນເທິງພິຈາລະນາ; 2.ຄົ້ນຄວ້າ,ຫັນແນວທາງ,ນະໂຍບາຍ,ຍຸດທະສາດ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະມະຕິກອງປະຊຸໃຫຍ່ຂັ້ນຂອງຕົນໃຫ້ເປັນແຜນການ,ແຜນງານ,ໂຄງການ,ກິດຈະກໍາແລະຈັດຕັ້ງປະຕິບັດ; 3.ສຶກສາອົບຮົມການເມືອງແນວຄິດ,ເຕົ້າໂຮມຄວາມສາມັກຄີ,ອະນຸລັກຮັກສາແລະສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າ,ຂອງທ້ອງຖິ່ນແລະມູນເຊື້ຂອງຊາວໜຸ່ມລາວ; 4.ສະເໜີການຈັດຕັ້ງທີ່ກ່ຽວຂ້ອງປັບປຸງນິຕິກໍາທີ່ເຫັນວ່າສອດຄ່ອງຫຼືຂັດກັບສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 5.ສະເໜີບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຢຸດເຊົາການເຄື່ອນໄຫວທີ່ແຕະຕ້ອງເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 6.ຊີ້ນໍານໍາພາ,ຕິດຕາມແລະຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ,ມິຕິ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານຊາວໜຸ່ມໃນທົ່ວປະເທດ; 7.ພິຈາລະນາ,ສະເໜີແນະນໍາການສ້າງຕັ້ງ,ປັບປຸງ,ຍຸບເລີກການຈັດຕັ້ງຊາວໜຸ່ມ,ເຍົາວະຊົນທັນວາ,ອະນຸຊົນທັນວາແລະບັນດານິຕິກໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນແລະຂັ້ນລຸ່ມທີ່ເຫັນວ່າຂັດກັບກົດໝາຍ; 8.ຄົນຄວ້າ,ພິຈາລະນາ,ສະເໜີແຕ່ງຕັ້ງ,ຍົກຍ້າຍ,ປະຕິບັດນະໂຍບາຍຕໍ່ພະນັກງານຂັ້ນຂອງຕົນທີ່ມີຜົນງານດີເດັ່ນ,ລົງວິໄນຕໍ່ສະມາຊິກແລະພະນັກງານຊາວໜຸ່ມຜູ້ກະທໍາຜິດ; 9.ຊອກລາຍຮັບດ້ວຍຮູບການຕ່າງທທີ່ຖືກຕ້ອງຕາມກົດມາຍ; 10.ຮັບຄໍາສະເໜີຂອງຊາວໜຸ່ມລາວບັນດາເຜົ່າເພື່ອພິຈາລະນາແກ້ໄຂຄາມພາລະບົດບາດຂອງຕົນ; 11.ປະສານສົມທົບກັບອົງການຈັດຕັ້ງຂອງພັກລັດ,ສູນກາງແນວລາວສ້າງຊາດ,ສະຫະພັນແມ່ຍິງລາວ,ສະຫະພັນກໍາມະບານລາວ,ສະຫະພັນນົກຮົບເກົ່າແຫ່ງຊາດລາວແລະພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ; 12.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນບົນພື້ນຖານແນວທາງການຕ່າງປະເທດຂອງສປປລາວ; 13.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນໃນຂອບເຂດທົ່ວປະເທດຕໍ່ຂັ້ນເທິງ; 14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ45(ປັບປຸງ)ສິດແລະໜ້າທີ່ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ນະຄອນຫຼວງ,ກະຊວງແລະອົງການ. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ,ນະຄອນຫຼວງ,ກະຊວງແລະອົງການມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍແນວທາງ,ນະໂຍບາຍ,ແຜນພັດທະນາເສດຖະກິດສັງຄົມ,ກົດໝາຍ,ມະຕິ,ຄໍາສັ່ງແລະແຈ້ງການແນະນໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງໃຫ້ເປັນແຜນການ,ແຜນງານ,ໂຄງການ,ກິດຈະກໍາຂອງຕົນແລະຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ແນວທາງ,ນະໂຍບາຍ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ມະຕິ,ຄໍາສັ່ງແລະແຈ້ງການແນະນໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງໃຫ້ແກ່ຊາວໜຸ່ມ; 3.ສຶກສາອົບຮົມການເມືອງແນວຄິດ,ເຕົ້າໂຮມຄວາມສາມັກຄີ,ອະນຸລັກຮັກສາແລະສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າ,ຂອງທ້ອງຖິ່ນແລະມູນເຊື້ອຂອງຊາວໜຸ່ມລາວ; 4.ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ນະໂຍບາຍ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມຂອງກະຊວງ,ອົງການ,ທ້ອງຖິ່ນກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 5.ພິຈາລະນາ,ສະເໜີແນະນໍາການສ້າງຕັ້ງ,ປັບປຸງ,ຍຸບເລີກການຈັດຕັ້ງຊາວໜຸ່ມ,ເຍົາວະຊົນທັນວາ,ອະນຸຊົນທັນວາແລະບັນດານິຕິກໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນຂອງຕົນແລະຂັ້ນລຸ່ມທີ່ເຫັນວ່າຂັດກັບກົດໝາຍ; 6.ຄົ້ນຄວ້າຊອກລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດໝາຍ; 7.ພິຈາລະນາແກ້ໄຂຄໍາສະເໜີຂອງຊາວໜຸ່ມລາວບັນດາເຜົ່າ; 8.ປະສານສົມທົບກັບອົງການຈັດຕັ້ງຂອງພັກລັດ,ແນວລາວສ້າງຊາດ,ສະຫະພັນແມ່ຍິງ,ສະຫະພັນກໍາມະບານ,ສະຫະພັນນັກຮົບເກົ່າແລະພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ; 9.ພົວພັນຮ່ວມມືກັບຕ່າງປະເທດຕາມການມອບໝາຍ; 10.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຕໍ່ຂັ້ນເທິງ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ46(ປັບປຸງ)ສິດແລະໜ້າທີ່ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ,ເທດສະບານ,ນະຄອນແລະການຈັດຕັ້ງທຽບເທົ່າມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍແນວທາງ,ນະໂຍບາຍ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມ,ມະຕິ,ຄໍາສັ່ງແລະແຈ້ງການແນະນໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງໃຫ້ເປັນແຜນການ,ແຜນງານ,ໂຄງການ,ກິດຈະກໍາຂອງຕົນແລະຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ແນວທາງ,ນະໂຍບາຍ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມ,ມະຕິ,ຄໍາສັ່ງ,ແຈ້ງການແນະນໍາຂອງຂອງພັກລັດ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງໃຫ້ແກ່ຊາວໜຸ່ມ; 3.ສຶກສາອົບຮົມການເມືອງແນວຄິດ,ເຕົ້າໂຮມຄວາມສາມັກຄີ,ອະນຸລັກຮັກສາແລະສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ຂອງເຜົ່າ,ຂອງທ້ອງຖິ່ນແລະມູນເຊື້ອຂອງຊາວໜຸ່ມລາວ; 4.ສ້າງ,ປັບປຸງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ມີຄວາມເຂັ້ມແຂງ,ຂະຫຍາຍຫຼືຍຸບເລີກການຈັດຕັ້ງຊາວໜຸ່ມ,ເຍົາວະຊົນທັນວາ,ອະນຸຊົນທັນວາໃນຂັ້ນຂອງຕົນ; 5.ຕິດຕາມ,ຊຸກຍູ້ການຈັດຕັ້ງແລະການເຄື່ອນໄຫວງານຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຂັ້ນຂອງຕົນ,ຂັ້ນຮາກຖານແລະໜ່ວຍຮາກຖານໃຫ້ເຂັ້ມແຂງ; 6.ຄົ້ນຄວ້າຊອກລາຍຮັບດ້ວຍຮູບການຕ່າງທທີ່ຖືກຕ້ອງຕາມກົດໝາຍ; 7.ພິຈາລະນາແກ້ໄຂຄໍາສະເໜີຂອງຊາວນຸ່ມລາວບັນດາເຜົ່າ; 8.ປະສານສົມທົບກັບອົງການຈັດຕັ້ງຂອງພັກລັດ,ແນວລາວສ້າງຊາດ,ສະຫະພັນແມ່ຍິງ,ສະຫະພັນກໍາມະບານ,ສະຫະພັນນັກຮົບເກົ່າແລະພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ; 9.ພົວພັນຮ່ວມມືກັບຕ່າງປະເທດຕາມການມອບໝາຍ; 10.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຕໍ່ຂັ້ນເທິງ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ47(ປັບປຸງ)ສິດແລະໜ້າທີ່ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ,ໜ່ວຍຮາກຖານ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ,ໜ່ວຍຮາກຖານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງເຜີຍແຜ່ກວດກາ,ນະໂຍບາຍ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມ,ມະຕິ,ຄໍາສັ່ງ,ແຈ້ງການແນະນໍາຂອງພັກລັດ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນເທິງໃຫ້ແກ່ຊາວໜຸ່ມ; 2.ເຕົ້າໂຮມຄວາມສາມັກຄີ,ນໍາພາຂະບວນການຂອງຊາວໜຸ່ມເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າໂດຍຕິດພັນກັບການພັດທະນາເສດຖະກິດ,ວັດທະນະທໍາສັງຄົມແລະການປ້ອງກັນຊາດປ້ອງກັນຄວາມສະຫງົບ; 3.ເຂົ້າຮ່ວມແກ້ໄຂປາກົດການຫຍໍ້ທໍ້ຕ່າງທີ່ເກີດຂຶ້ນ; 4.ປະສານສົມທົບກັບການຈັດຕັ້ງອື່ນ,ຄອບຄົວຫຼືຜູ້ປົກຄອງໃນການປັບປຸງ,ກໍ່ສ້າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ເຕີບໃຫຍ່ເຂັ້ມແຂງ; 5.ນໍາພາຊາວນຸ່ມສ້າງລາຍຮັບດ້ວຍຮູບການຕ່າງໆທີ່ຖືກຕ້ອງຕາມກົດໝາຍ; 6.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນຕໍ່ຂັ້ນເທິງ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ2ການກວດກາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມາດຕາ48(ປັບປຸງ)ອົງການກວດກາ ອົງການກວດກາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວປະກອບດ້ວຍ: 1.ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕາມທີ່ໄດ້ກໍານົດໄວ້ໃນມາດຕາ43ຂອງກົດໝາຍສະບັບນີ້ຊຶ່ງດໍາເນີນໂດຍຄະນະກວດກາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 2.ອົງການກວດກາພາຍນອກຊຶ່ງດໍາເນີນໂດຍສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດຖະບານ,ອົງການກວດສອບແຫ່ງລັດ.

ມາດຕາ49(ປັບປຸງ)ສິດແລະໜ້າທີ່ຂອງຄະນະກວດກາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະກວດກາຄະນະຊາວນຸ່ມປະຊາຊົນປະຕິວັດລາວມີສິດແລະໜ້າທີ່ດັ່ງນີ້: 1.ທວງເອົາເອກະສານກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນທີ່ຕົນເຫັນວ່າບໍ່ຖືກຕ້ອງ; 2.ລົງກວດກາເປົ້າໝາຍກັບທີ່ພາຍຫຼັງທີ່ໄດ້ຮັບການລາຍງານຫຼືຂໍ້ມູນກ່ຽວກັບວຽກງານຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 3.ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອພິຈາລະນາໂຈະ,ຍົກເລີກນິຕິກໍາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວທີ່ຂັດກັບກົດໝາຍຫຼືການເຄື່ອນໄຫວ,ການປະຕິບັດນິຕິກໍາທີ່ບໍ່ຖືກຕ້ອງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແລະສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ; 4.ປະສານສົມທົບກັບຄະນະກວດກາພັກ,ອົງການກວດກາລັດຖະບານ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ສະຫະພັນແມ່ຍິງ,ສະຫະພັນກໍາມະບານ,ສະຫະພັນນັກຮົບເກົ່າແລະບັນດາອົງການຈັດຕັ້ງໃນຂັ້ນດຽວກັນ; 5.ສະເໜີນໍາໃຊ້ວິທີການແລະມາດຕະການແກ້ໄຂຜົນຂອງການກວດກາ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ50(ປັບປຸງ)ເນື້ອໃນການກວດກາ ເນື້ອໃນຕົ້ນຕໍຂອງການກວດກາມີດັ່ງນີ້: 1.ການນໍາໃຊ້ສິດ,ປະຕິບັດໜ້າທີ່,ຄວາມຮັບຜິດຊອບແລະແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແລະສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃນການປະຕິບັດລັດຖະທໍາມະນູນ,ກົດໝາຍ,ກົດລະບຽບ,ມະຕິກອງປະຊຸມຂັ້ນຂອງຕົນແລະຂັ້ນລຸ່ມ; 2.ການອອກມະຕິ,ຂໍ້ຕົກລົງ,ແຈ້ງການແນະນໍາແລະແຜນການຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; 3.ການຄຸ້ມຄອງ,ການນໍາໃຊ້,ການປະຕິບັດນະໂຍບາຍຕໍ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ,ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວລວມທັງການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ,ເຍົາວະຊົນ,ອະນຸຊົນ; 4.ການຄຸ້ມຄອງ,ການນໍາໃຊ້ລາຍຮັບ,ວັດຖຸແລະຊັບສິນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ມາດຕາ51(ປັບປຸງ)ຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາປົກກະຕິແມ່ນການກວດກາຕາມແຜນການຂອງຄະນະກວດກາແຕ່ລະຂັ້ນ; 2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາຕາມຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຂອງຄະນະກວດກາແລະຄໍາສະເໜີຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຊາບລ່ວງນ້າ; 3.ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຊາບລ່ວງໜ້າ. ການກວດກາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ9ວັນສ້າງຕັ້ງ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ

ມາດຕາ52(ປັບປຸງ)ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນວັດທີ14ເມສາ1955ແລະໃຫ້ຖືເອົາວັນດັ່ງກ່າວເປັນວັນສະເຫຼີມສະຫຼອງ.

ມາດຕາ53ເຄື່ອງໝາຍແລະເຄື່ອງແບບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວມີທຸງ,ເຄື່ອງໝາຍແລະເຄື່ອງແບບຕາມຮູບແບບທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ.

ມາດຕາ54(ປັບປຸງ)ຕາປະທັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນມີຕາປະທັບເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງການຊຶ່ງໄດ້ກໍານົດໄວ້ໃນກົດລະບຽບຂອງຕົນ.

ພາກທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ55(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ56(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະໄດ້ຮັບການກ່າວເຕືອນ,ສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼືຖືກລົງໂທດທາງອາຍາຕາມກໍລະນເບົາຫຼືໜັກ.

ພາກທີ11ບົດບັນຍັດສຸດທ້າຍ

ມາດຕາ57(ປັບປຸງ)ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ58(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັນີ້ປ່ຽນແທນກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວສະບັບເລກທີ06/ສພຊ,ລົງວັນທີ26ພະຈິກ2009. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ